ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ (ພາກທີສອງ)
ເມື່ອເວົ້າເຖິງພາລະກິດ, ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນມີຄວາມໝາຍທີ່ສຸດ ແລະ ຜູ້ທີ່ຈະເຮັດສໍາເລັດພາລະກິດດັ່ງກ່າວ ໃນທີ່ສຸດ ກໍແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນພຣະວິນຍານ. ບາງຄົນເຊື່ອວ່າ ໃນເວລາໃດໜຶ່ງທີ່ບໍ່ຮູ້ຈັກໄດ້ ພຣະເຈົ້າອາດມາເທິງແຜ່ນດິນໂລກ ແລະ ໄດ້ປາກົດຕົວຕໍ່ມະນຸດ, ດ້ວຍເຫດນີ້ ພຣະອົງຈະພິພາກສາມະນຸດຊາດທັງປວງດ້ວຍຕົວພຣະອົງເອງ, ທົດສອບພວກເຂົາເທື່ອລະຄົນໂດຍບໍ່ປ່ອຍໃຜໄວ້ຈັກຄົນ. ຄົນທີ່ຄິດແບບນີ້ບໍ່ຮູ້ຈັກຂັ້ນຕອນນີ້ຂອງພາລະກິດແຫ່ງການບັງເກີດເປັນມະນຸດ. ພຣະເຈົ້າບໍ່ພິພາກສາມະນຸດເທື່ອລະຄົນ ແລະ ພຣະອົງບໍ່ທົດສອບມະນຸດເທື່ອລະຄົນ; ການເຮັດແບບນັ້ນຈະບໍ່ແມ່ນພາລະກິດແຫ່ງການພິພາກສາ. ຄວາມເສື່ອມຊາມຂອງມະນຸດຊາດທັງປວງບໍ່ແມ່ນຄືກັນບໍ? ແກ່ນແທ້ຂອງມະນຸດຊາດທັງປວງບໍ່ແມ່ນຄືກັນບໍ? ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ທີ່ເສື່ອມຊາມຂອງມະນຸດຊາດ, ແກ່ນແທ້ຂອງມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄວາມບາບທັງໝົດຂອງມະນຸດ. ພຣະເຈົ້າບໍ່ພິພາກສາຂໍ້ຜິດພາດທີ່ເລັກນ້ອຍ ແລະ ບໍ່ສຳຄັນສໍາລັບມະນຸດ. ພາລະກິດແຫ່ງການພິພາກສາແມ່ນໃນຮູບແບບເປັນຕົວແທນ ແລະ ມັນບໍ່ໄດ້ຖືກປະຕິບັດເພື່ອໃຫ້ຄົນໃດຄົນໜຶ່ງໂດຍສະເພາະ. ກົງກັນຂ້າມ, ມັນເປັນພາລະກິດທີ່ພິພາກສາຄົນກຸ່ມໜຶ່ງເພື່ອເປັນຕົວແທນໃຫ້ກັບການພິພາກສາຂອງມະນຸດຊາດທັງປວງ. ເຊັ່ນວ່າ ການປະຕິບັດພາລະກິດຂອງພຣະອົງໃນຄົນກຸ່ມໃດໜຶ່ງດ້ວຍຕົວພຣະອົງເອງ, ພຣະເຈົ້າທີ່ຢູ່ໃນເນື້ອໜັງໃຊ້ພາລະກິດຂອງພຣະອົງເພື່ອເປັນຕົວແທນໃຫ້ກັບພາລະກິດຂອງມະນຸດຊາດທັງປວງ ແລ້ວຫຼັງຈາກນັ້ນ ພາລະກິດຈຶ່ງຖືກເຜີຍແຜ່ອອກໄປເທື່ອລະໜ້ອຍ. ສິ່ງນີ້ຍັງເປັນລັກສະນະທີ່ພາລະກິດແຫ່ງການພິພາກສາເປັນ. ພຣະເຈົ້າບໍ່ພິພາກສາຄົນບາງປະເພດ ຫຼື ຄົນບາງກຸ່ມ, ແຕ່ພິພາກສາຄວາມບໍ່ຊອບທຳຂອງມະນຸດຊາດທັງໝົດແທນ, ຕົວຢ່າງເຊັ່ນ: ການທີ່ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ການທີ່ມະນຸດຂາດຄວາມຢໍາເກງຕໍ່ພຣະອົງ ຫຼື ການທີ່ມະນຸດລົບກວນພາລະກິດຂອງພຣະເຈົ້າ ແລະ ອື່ນໆອີກ. ສິ່ງທີ່ຖືກພິພາກສາແມ່ນແກ່ນແທ້ຂອງມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ ພາລະກິດນີ້ແມ່ນພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ. ພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດທີ່ມະນຸດເອງໄດ້ເປັນພະຍານ ແມ່ນພາລະກິດແຫ່ງການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ໃນລະຫວ່າງຍຸກສຸດທ້າຍ ເຊິ່ງຄິດຂຶ້ນໂດຍມະນຸດໃນຍຸກຜ່ານມາ. ພາລະກິດທີ່ກຳລັງຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຢ່າງແນ່ນອນ. ພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງປັດຈຸບັນແມ່ນພຣະເຈົ້າຜູ້ທີ່ພິພາກສາມະນຸດຊາດທັງປວງໃນລະຫວ່າງຍຸກສຸດທ້າຍ. ເນື້ອໜັງນີ້ ແລະ ພາລະກິດ, ພຣະທໍາ ແລະ ອຸປະນິໄສທັງໝົດຂອງເນື້ອໜັງນີ້ແມ່ນຄວາມບໍລິບູນຂອງພຣະອົງ. ເຖິງແມ່ນວ່າ ຂອບເຂດຂອງພາລະກິດຂອງເນື້ອໜັງນີ້ຈະມີຈຳກັດ ແລະ ບໍ່ກ່ຽວພັນເຖິງຈັກກະວານທັງປວງໂດຍກົງ, ແກ່ນແທ້ຂອງພາລະກິດແຫ່ງການພິພາກສາແມ່ນການພິພາກສາມະນຸດຊາດທັງປວງໂດຍກົງ, ມັນບໍ່ແມ່ນເພື່ອປະຊາຊົນຈີນທີ່ຖືກເລືອກເທົ່ານັ້ນ ແລະ ບໍ່ແມ່ນເພື່ອຄົນກຸ່ມນ້ອຍໆ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ເຖິງແມ່ນຂອບເຂດຂອງພາລະກິດນີ້ບໍ່ກ່ຽວພັນເຖິງຈັກກະວານທັງປວງ, ແຕ່ມັນກໍເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ ແລະ ຫຼັງຈາກທີ່ພຣະອົງສໍາເລັດພາລະກິດພາຍໃນຂອບເຂດພາລະກິດໃນເນື້ອໜັງຂອງພຣະອົງ, ພຣະອົງເອງຈະຂະຫຍາຍພາລະກິດນີ້ໄປທົ່ວຈັກກະວານທັນທີ, ໃນລັກສະນະດຽວກັນນັ້ນກັບຂ່າວປະເສີດຂອງພຣະເຢຊູທີ່ຂະຫຍາຍທົ່ວຈັກກະວານຫຼັງຈາກການຟື້ນຄືນຊີບ ແລະ ການຂຶ້ນສູ່ສະຫວັນຂອງພຣະອົງ. ບໍ່ວ່າຈະເປັນພາລະກິດຂອງພຣະວິນຍານ ຫຼື ພາລະກິດຂອງເນື້ອໜັງ, ມັນກໍເປັນພາລະກິດທີ່ປະຕິບັດພາຍໃນຂອບເຂດຈຳກັດ, ແຕ່ເປັນຕົວແທນໃຫ້ກັບພາລະກິດຂອງຈັກກະວານທັງປວງ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໂດຍປາກົດຕົວໃນຕົວຕົນທີ່ບັງເກີດເປັນມະນຸດຂອງພຣະອົງ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍເປັນພຣະເຈົ້າທີ່ພິພາກສາມະນຸດຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່. ບໍ່ວ່າພຣະອົງຈະເປັນພຣະວິນຍານ ຫຼື ເນື້ອໜັງ, ພຣະອົງຜູ້ເຊິ່ງປະຕິບັດພາລະກິດແຫ່ງການພິພາກສາກໍເປັນພຣະເຈົ້າທີ່ພິພາກສາມະນຸດຊາດໃນລະຫວ່າງຍຸກສຸດທ້າຍ. ສິ່ງນີ້ແມ່ນຖືກກຳນົດໂດຍອີງຕາມພາລະກິດຂອງພຣະອົງ ແລະ ມັນບໍ່ໄດ້ຖືກກຳນົດຕາມລັກສະນະພາຍນອກຂອງພຣະອົງ ຫຼື ປັດໄຈອື່ນໆອີກຫຼາຍຢ່າງ. ເຖິງແມ່ນມະນຸດມີແນວຄິດກ່ຽວກັບພຣະທຳເຫຼົ່ານີ້, ບໍ່ມີໃຜສາມາດປະຕິເສດຄວາມຈິງຂອງການພິພາກສາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ການເອົາຊະນະມະນຸດທັງປວງ. ບໍ່ວ່າມະນຸດຈະຄິດກ່ຽວກັບສິ່ງນັ້ນແນວໃດກໍຕາມ, ໃນທີ່ສຸດແລ້ວ ຄວາມຈິງກໍຄືຄວາມຈິງ. ບໍ່ມີໃຜທີ່ສາມາດເວົ້າໄດ້ວ່າ “ພາລະກິດຖືກປະຕິບັດໂດຍພຣະເຈົ້າ, ແຕ່ເນື້ອໜັງບໍ່ແມ່ນພຣະເຈົ້າ”. ນີ້ແມ່ນເລື່ອງທີ່ຜິດ, ຍ້ອນບໍ່ມີໃຜສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ ນອກຈາກພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຍ້ອນພາລະກິດນີ້ຖືກເຮັດໃຫ້ສຳເລັດ, ຫຼັງຈາກພາລະກິດນີ້ ພາລະກິດແຫ່ງການພິພາກສາມະນຸດຂອງພຣະເຈົ້າຈະບໍ່ປາກົດຂຶ້ນເປັນຄັ້ງທີສອງອີກ; ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະອົງ ໄດ້ສໍາເລັດພາລະກິດທັງໝົດແຫ່ງການຄຸ້ມຄອງທັງປວງແລ້ວ ແລະ ຈະບໍ່ມີພາລະກິດຂອງພຣະເຈົ້າຂັ້ນຕອນທີສີ່ອີກ. ເພາະຄົນທີ່ຖືກພິພາກສາແມ່ນມະນຸດ, ມະນຸດທີ່ຢູ່ໃນເນື້ອໜັງ ແລະ ໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນວິນຍານຂອງຊາຕານທີ່ຖືກພິພາກສາໂດຍກົງ, ດ້ວຍເຫດນັ້ນ ພາລະກິດແຫ່ງການພິພາກສາຈຶ່ງບໍ່ຖືກປະຕິບັດໃນໂລກຝ່າຍວິນຍານ, ແຕ່ຢູ່ທ່່າມກາງມະນຸດ. ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາໄດ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕານສາມາດພ່າຍແພ້ໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ໃນການເປັນຄືມະນຸດທີ່ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍ່ຈະບໍ່ໄດ້ໝາຍເຖິງໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍ່ຈະບໍ່ສາມາດພິພາກສາຄວາມກະບົດທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ຖືກປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ, ພຣະອົງເປີດໂປງຄວາມກະບົດທັງໝົດຂອງມະນຸດຊາດ. ຜົນຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຊັດເຈນກວ່າພາລະກິດຂອງພຣະວິນຍານ. ດ້ວຍເຫດນັ້ນ, ການພິພາກສາມະນຸດຊາດທັງປວງຈຶ່ງບໍ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ, ແຕ່ເປັນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຫັນໄດ້ ແລະ ສຳຜັດໄດ້ໂດຍມະນຸດ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເອົາຊະນະມະນຸດນັ້ນໄດ້ຢ່າງສົມບູນ. ໃນຄວາມສຳພັນທີ່ມະນຸດມີກັບພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ, ມະນຸດໄດ້ພັດທະນາຈາກການຕໍ່ຕ້ານເປັນຄວາມອ່ອນນ້ອມ, ຈາກການຂົ່ມເຫັງເປັນການຍອມຮັບ, ຈາກແນວຄິດເປັນຄວາມຮູ້ ແລະ ຈາກການປະຕິເສດເປັນຄວາມຮັກ, ສິ່ງເຫຼົ່ານີ້ແມ່ນຜົນຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ມະນຸດໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນຜ່ານການຍອມຮັບການພິພາກສາຂອງພຣະອົງເອງເທົ່ານັ້ນ, ມະນຸດພຽງແຕ່ມາຮູ້ຈັກພຣະອົງຜ່ານພຣະທຳຈາກປາກຂອງພຣະອົງເທື່ອລະໜ້ອຍ, ມະນຸດຖືກເອົາຊະນະໂດຍພຣະອົງໃນລະຫວ່າງທີ່ພວກເຂົາຕໍ່ຕ້ານພຣະອົງ ແລະ ເຂົາຮັບເອົາການຈັດກຽມຊີວິດຈາກພຣະອົງໃນລະຫວ່າງການຍອມຮັບເອົາການຕີສອນຈາກພຣະອົງ. ທຸກພາລະກິດນີ້ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນພຣະວິນຍານ. ພາລະກິດທີ່ປະຕິບັດໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນພາລະກິດທີ່ເລິກເຊິ່ງທີ່ສຸດ ແລະ ສ່ວນສຳຄັນໃນພາລະກິດສາມຂັ້ນຕອນຂອງພຣະເຈົ້າກໍແມ່ນພາລະກິດສອງຂັ້ນຕອນແຫ່ງການບັງເກີດເປັນມະນຸດ. ຄວາມເສື່ອມຊາມທີ່ເລິກເຊິ່ງຂອງມະນຸດແມ່ນອຸປະສັກທີ່ໃຫຍ່ຫຼວງຕໍ່ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ເວົ້າໂດຍສະເພາະແລ້ວ ພາລະກິດທີ່ຖືກປະຕິບັດໃນຜູ້ຄົນແຫ່ງຍຸກສຸດທ້າຍແມ່ນຍາກຫຼາຍ ແລະ ສະພາບແວດລ້ອມກໍໂຫດຮ້າຍ ແລະ ຄວາມສາມາດຂອງຄົນແຕ່ລະປະເພດກໍຕໍ່າພໍສົມຄວນ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນຈົບຂອງພາລະກິດນີ້, ມັນກໍຍັງຈະບັນລຸຜົນຢ່າງຖືກຕ້ອງ ໂດຍບໍ່ມີຂໍ້ບົກຜ່ອງໃດໆ; ນີ້ແມ່ນຜົນຂອງພາລະກິດແຫ່ງເນື້ອໜັງ ແລະ ຜົນນີ້ກໍມີນໍ້າໜັກກວ່າພາລະກິດຂອງພຣະວິນຍານ. ພາລະກິດສາມຂັ້ນຕອນຂອງພຣະເຈົ້າຈະຖືກເຮັດໃຫ້ສິ້ນສຸດລົງໃນເນື້ອໜັງ ແລະ ພວກມັນຕ້ອງຖືກເຮັດໃຫ້ສິ້ນສຸດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ສຳຄັນທີ່ສຸດ ແລະ ຈຳເປັນທີ່ສຸດຖືກປະຕິບັດໃນເນື້ອໜັງ ແລະ ຄວາມລອດພົ້ນຂອງມະນຸດຕ້ອງຖືກປະຕິບັດໂດຍພຣະເຈົ້າທີ່ຢູ່ໃນເນື້ອໜັງດ້ວຍຕົວພຣະອົງເອງ. ເຖິງແມ່ນວ່າ ມະນຸດຊາດທັງປວງຮູ້ສຶກວ່າ ພຣະເຈົ້າທີ່ຢູ່ໃນເນື້ອໜັງເບິ່ງຄືບໍ່ກ່ຽວຂ້ອງກັບມະນຸດ, ໃນຄວາມເປັນຈິງແລ້ວ ເນື້ອໜັງນີ້ແມ່ນກ່ຽວຂ້ອງກັບຊະຕາກໍາ ແລະ ການເປັນຢູ່ຂອງມະນຸດຊາດທັງປວງ.
ພາລະກິດທຸກຂັ້ນຕອນຂອງພຣະເຈົ້າແມ່ນຖືກປະຕິບັດເພື່ອມວນມະນຸດຊາດທັງປວງ ແລະ ມຸ່ງໄປທີ່ມະນຸດຊາດທັງປວງ. ເຖິງແມ່ນວ່າ ມັນຄືພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ, ມັນກໍຍັງຄົງມຸ່ງໄປທີ່ມະນຸດຊາດທັງປວງ; ພຣະອົງເປັນພຣະເຈົ້າຂອງມວນມະນຸດຊາດ ແລະ ພຣະອົງເປັນພຣະເຈົ້າຂອງສັບພະສິ່ງທີ່ຖືກສ້າງ ແລະ ບໍ່ຖືກສ້າງທັງປວງ. ເຖິງແມ່ນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນແມ່ນໄດ້ຢູ່ພາຍໃນຂອບເຂດຈຳກັດ ແລະ ເປົ້າໝາຍຂອງພາລະກິດນີ້ກໍຍັງມີຄວາມຈຳກັດເຊັ່ນດຽວກັນ, ແຕ່ວ່າໃນແຕ່ລະຄັ້ງທີ່ພຣະອົງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ພຣະອົງກໍເລືອກຕົວແທນທີ່ສູງສຸດໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ; ພຣະອົງບໍ່ເລືອກກຸ່ມຄົນທີ່ທຳມະດາ ແລະ ບໍ່ໂດດເດັ່ນເພື່ອປະຕິບັດພາລະກິດ, ແຕ່ກົງກັນຂ້າມ ພຣະອົງໄດ້ເລືອກກຸ່ມຄົນທີ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໃຫ້ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ. ກຸ່ມຄົນເຫຼົ່ານີ້ຖືກເລືອກກໍຍ້ອນຂອບເຂດຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງນັ້ນມີຈຳກັດ ແລະ ຖືກຈັດກຽມໄວ້ໃຫ້ກັບເນື້ອໜັງທີ່ເປັນມະນຸດຂອງພຣະອົງໂດຍສະເພາະ ແລະ ຖືກເລືອກສຳລັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງໂດຍສະເພາະ. ການທີ່ພຣະເຈົ້າເລືອກເປົ້າໝາຍຂອງພາລະກິດຂອງພຣະອົງນັ້ນບໍ່ແມ່ນບໍ່ມີຫຼັກການ, ແຕ່ຖືກປະຕິບັດໂດຍອີງຕາມຫຼັກການດັ່ງນີ້: ເປົ້າໝາຍຂອງພາລະກິດຕ້ອງມີປະໂຫຍດຕໍ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ຕ້ອງສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້. ຕົວຢ່າງເຊັ່ນ ຊາວຢິວນັ້ນສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໃນການຍອມຮັບການໄຖ່ບາບດ້ວຍຕົວເອງຂອງພຣະເຢຊູ ແລະ ຊາວຈີນກໍສາມາດເປັນຕົວແທນໃຫ້ກັບມະນຸດຊາດທັງປວງໄດ້ໃນການຍອມຮັບເອົາໄຊຊະນະດ້ວຍຕົວເອງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ຊາວຢິວທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງແມ່ນມີພື້ນຖານ ແລະ ຊາວຈີນທີ່ເປັນຕົວແທນໃຫ້ກັບມະນຸດຊາດທັງປວງກໍໄດ້ມີພື້ນຖານໃນການຍອມຮັບເອົາໄຊຊະນະດ້ວຍຕົວເອງຂອງພຣະເຈົ້າ. ບໍ່ມີຫຍັງທີ່ເປີດເຜີຍຄວາມໝາຍຂອງການໄຖ່ບາບໄດ້ຫຼາຍກວ່າພາລະກິດແຫ່ງການໄຖ່ບາບທີ່ປະຕິບັດທ່າມກາງຊາວຢິວ ແລະ ບໍ່ມີຫຍັງທີ່ເປີດເຜີຍຄວາມລະອຽດ ແລະ ຄວາມສຳເລັດຂອງພາລະກິດແຫ່ງການເອົາຊະນະໄດ້ຫຼາຍກວ່າພາລະກິດແຫ່ງການເອົາຊະນະທີ່ກຳລັງຖືກປະຕິບັດທ່າມກາງຊາວຈີນ. ປາກົດວ່າພາລະກິດ ແລະ ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດແນໃສ່ຄົນກຸ່ມນ້ອຍເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ ພາລະກິດຂອງພຣະອົງໃນທ່າມກາງກຸ່ມນ້ອຍນີ້ແມ່ນພາລະກິດຂອງຈັກກະວານທັງປວງ ແລະ ພຣະທຳຂອງພຣະອົງກໍແນໃສ່ມະນຸດຊາດທັງປວງ. ຫຼັງຈາກພາລະກິດຝ່າຍເນື້ອໜັງຂອງພຣະອົງມາເຖິງຈຸດສິ້ນສຸດ, ຄົນທີ່ຕິດຕາມພຣະອົງຈະເລີ່ມເຜີຍແຜ່ພາລະກິດທີ່ພຣະອົງປະຕິບັດທ່າມກາງພວກເຂົາ. ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ ການຕັກເຕືອນທີ່ຖືກຕ້ອງ ແລະ ເຈດຕະນາທີ່ສະເພາະເຈາະຈົງຂອງພຣະອົງໄວ້ໃຫ້ກັບມະນຸດຊາດຜູ້ທີ່ຕິດຕາມພຣະອົງ, ເພື່ອວ່າຫຼັງຈາກນັ້ນ ຜູ້ທີ່ຕິດຕາມພຣະອົງຈະສາມາດສົ່ງຕໍ່ພາລະກິດທຸກຢ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ເຈດຕະນາຂອງພຣະອົງໃຫ້ກັບມວນມະນຸດຊາດຜູ້ທີ່ຍອມຮັບຫົນທາງນີ້ຢ່າງຖືກຕ້ອງ ແລະ ແທ້ຈິງຫຼາຍຍິ່ງຂຶ້ນ. ມີພຽງແຕ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງທ່າມກາງມະນຸດເທົ່ານັ້ນທີ່ເຮັດໃຫ້ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າ ແລະ ການດຳລົງຊີວິດຢູ່ຮ່ວມກັບມະນຸດສຳເລັດຢ່າງແທ້ຈິງ. ມີພຽງແຕ່ພາລະກິດນີ້ເທົ່ານັ້ນ ທີ່ປະຕິບັດຕາມຄວາມປາຖະໜາຂອງມະນຸດໃນການເບິ່ງໃບໜ້າຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ໄດ້ຍິນພຣະທຳສ່ວນຕົວຂອງພຣະເຈົ້າ. ພຣະເຈົ້າທີ່ບັງເກີດເປັນມະນຸດນໍາຈຸດສິ້ນສຸດມາສູ່ຍຸກທີ່ມີພຽງແຕ່ດ້ານຫຼັງຂອງພຣະເຢໂຮວາເທົ່ານັ້ນທີ່ເປີດເຜີຍໃຫ້ມະນຸດເຫັນ ແລະ ພຣະອົງຍັງສິ້ນສຸດຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າທີ່ເລື່ອນລອຍ. ໂດຍສະເພາະແລ້ວ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງສຸດທ້າຍໄດ້ນໍາມະນຸດຊາດທັງປວງເຂົ້າສູ່ຍຸກທີ່ເປັນຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ສວຍງາມຫຼາຍຂຶ້ນ. ພາລະກິດນີ້ບໍ່ພຽງແຕ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ກົດລະບຽບ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນ ມັນເປີດເຜີຍພຣະເຈົ້າທີ່ເປັນຈິງ ແລະ ທຳມະດາຕໍ່ມະນຸດຊາດ ຜູ້ທີ່ຊອບທຳ ແລະ ບໍລິສຸດ, ຜູ້ທີ່ໄຂພາລະກິດແຫ່ງແຜນການຄຸ້ມຄອງ ແລະ ຜູ້ທີ່ສະແດງຄວາມເລິກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ, ຜູ້ທີ່ສ້າງມະນຸດຊາດ ແລະ ນໍາການສິ້ນສຸດມາສູ່ພາລະກິດແຫ່ງການຄຸ້ມຄອງ ແລະ ຜູ້ທີ່ຍັງລີ້ລັບຢູ່ເປັນເວລາຫຼາຍພັນປີ. ພາລະກິດນີ້ນໍາຍຸກແຫ່ງຄວາມເລື່ອນລອຍມາສູ່ການສິ້ນສຸດຢ່າງບໍລິບູນ, ມັນໄດ້ສໍາເລັດຍຸກທີ່ມະນຸດຊາດທັງປວງປາຖະໜາທີ່ຈະສະແຫວງຫາໃບໜ້າຂອງພຣະເຈົ້າ ແຕ່ບໍ່ສາມາດເຮັດໄດ້, ພຣະອົງສິ້ນສຸດຍຸກທີ່ມະນຸດຊາດທັງປວງໄດ້ຮັບໃຊ້ຊາຕານ ແລະ ມັນນໍາພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ຢ່າງສົມບູນ. ນີ້ລ້ວນແລ້ວແຕ່ແມ່ນຜົນຕາມມາຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງໂດຍແທນທີ່ພຣະວິນຍານຂອງພຣະເຈົ້າ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງ, ຄົນທີ່ຕິດຕາມພຣະອົງກໍ່ບໍ່ສະແຫວງຫາ ແລະ ງົມຫາສິ່ງຕ່າງໆທີ່ເບິ່ງຄືມີຢູ່ຈິງ ແລະ ບໍ່ມີຢູ່ຈິງ ແລະ ພວກເຂົາຈຶ່ງເຊົາຄາດເດົາເຈດຕະນາຂອງພຣະເຈົ້າທີ່ເລື່ອນລອຍ. ເມື່ອພຣະເຈົ້າຂະຫຍາຍພາລະກິດຂອງພຣະອົງໃນເນື້ອໜັງ, ຄົນທີ່ຕິດຕາມພຣະອົງກໍຈະສົ່ງຕໍ່ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄປສູ່ທຸກສາສະໜາ ແລະ ນິກາຍ ແລະ ພວກເຂົາຈະສື່ສານພຣະທຳທຸກຂໍ້ຂອງພຣະອົງສູ່ຫູຂອງມະນຸດຊາດທັງປວງ. ທຸກສິ່ງທີ່ຜູ້ຮັບຂ່າວປະເສີດຂອງພຣະອົງໄດ້ຍິນຈະເປັນຄວາມຈິງທີ່ມະນຸດເຫັນ ແລະ ໄດ້ຍິນດ້ວຍຕົນເອງ ແລະ ຈະເປັນຄວາມຈິງ ແລະ ບໍ່ແມ່ນຄວາມເລົ່າລື. ຄວາມຈິງເຫຼົ່ານີ້ແມ່ນຫຼັກຖານທີ່ພຣະອົງເຜີຍແຜ່ພາລະກິດ ແລະ ພວກເຂົາຍັງເປັນເຄື່ອງມືທີ່ພຣະອົງນໍາໃຊ້ໃນການເຜີຍແຜ່ຂ່າວປະເສີດ. ຫາກປາສະຈາກການມີຢູ່ຂອງຄວາມຈິງ, ຂ່າວປະເສີດຂອງພຣະອົງຈະບໍ່ເຜີຍແຜ່ທົ່ວບັນດາປະເທດ ແລະ ໄປທຸກແຫ່ງ; ຫາກປາສະຈາກຄວາມຈິງ ແຕ່ມີພຽງຈິນຕະນາການຂອງມະນຸດ, ພຣະອົງຈະບໍ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະຈັກກະວານທັງປວງໄດ້ຈັກເທື່ອ. ພຣະວິນຍານແມ່ນຍາກທີ່ຈະເຂົ້າໃຈສຳລັບມະນຸດ ແລະ ມະນຸດບໍ່ສາມາດເຫັນໄດ້ ແລະ ພາລະກິດຂອງພຣະວິນຍານກໍບໍ່ສາມາດປະຖິ້ມຫຼັກຖານ ຫຼື ຄວາມຈິງເພີ່ມເຕີມກ່ຽວກັບພາລະກິດຂອງພຣະເຈົ້າໄວ້ໃຫ້ມະນຸດໄດ້. ມະນຸດຈະບໍ່ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ ແລະ ຈະເຊື່ອໃນພຣະເຈົ້າທີ່ເລື່ອນລອຍທີ່ບໍ່ມີຈິງຢູ່ສະເໝີ. ມະນຸດຈະບໍ່ເຫັນໜ້າຕາຂອງພຣະເຈົ້າຈັກເທື່ອ ຫຼື ມະນຸດຈະບໍ່ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວດ້ວຍຕົນເອງ. ໃນທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍຄືວ່າງເປົ່າ ແລະ ບໍ່ສາມາດແທນໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້; ອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າເອງກໍບໍ່ສາມາດຮຽນແບບໄດ້ໂດຍມະນຸດ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ທີ່ຢູ່ໃນສະຫວັນ ແລະ ພາລະກິດຂອງພຣະອົງສາມາດນໍາມາເທິງແຜ່ນດິນໂລກໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ຜູ້ເຊິ່ງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດທີ່ພຣະເຈົ້າຈະປາກົດຕໍ່ມະນຸດ ເຊິ່ງມະນຸດເຫັນພຣະເຈົ້າ ແລະ ມາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າທີ່ບໍ່ໄດ້ບັງເກີດເປັນມະນຸດແມ່ນບໍ່ສາມາດບັນລຸສິ່ງນີ້ໄດ້. ເມື່ອດໍາເນີນພາລະກິດຂອງພຣະອົງມາເຖິງຂັ້ນຕອນນີ້, ພາລະກິດຂອງພຣະເຈົ້າກໍ່ໄດ້ບັນລຸຜົນຢ່າງພໍໃຈທີ່ສຸດແລ້ວ ແລະ ຖືວ່າເປັນຄວາມສຳເລັດທີ່ບໍລິບູນ. ພາລະກິດສ່ວນຕົວຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງໄດ້ເຮັດໃຫ້ພາລະກິດເກົ້າສິບເປີເຊັນຂອງການຄຸ້ມຄອງທັງໝົດຂອງພຣະອົງສຳເລັດລົງ. ເນື້ອໜັງນີ້ໄດ້ສະໜອງການເລີ່ມຕົ້ນທີ່ດີກວ່າໃຫ້ກັບພາລະກິດທັງໝົດຂອງພຣະອົງ, ເປັນບົດສະຫຼຸບສຳລັບພາລະກິດທັງໝົດຂອງພຣະອົງ, ປະກາດໃຊ້ພາລະກິດທັງໝົດຂອງພຣະອົງ ແລະ ໄດ້ເສີມເຕີມພາລະກິດທັງໝົດນີ້ຢ່າງທົ່ວເຖິງເປັນຄັ້ງສຸດທ້າຍ. ຕັ້ງແຕ່ນີ້ເປັນຕົ້ນໄປ, ຈະບໍ່ມີພຣະເຈົ້າທີ່ບັງເກີດເປັນມະນຸດອີກເພື່ອປະຕິບັດພາລະກິດຂັ້ນຕອນທີສີ່ຂອງພຣະເຈົ້າ ແລະ ຈະບໍ່ມີພາລະກິດທີ່ມະຫັດສະຈັນຂອງການບັງເກີດເປັນມະນຸດຄັ້ງທີສາມຂອງພຣະເຈົ້າອີກ.
ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງຕະຫຼອດຍຸກ ແລະ ມັນບໍ່ແມ່ນເປັນຕົວແທນໃຫ້ກັບຊ່ວງໄລຍະໃດໜຶ່ງຄືກັບພາລະກິດຂອງມະນຸດ. ດ້ວຍເຫດນັ້ນ ຕອນຈົບຂອງພາລະກິດໃນການບັງເກີດເປັນມະນຸດຄັ້ງສຸດທ້າຍຂອງພຣະອົງກໍບໍ່ໄດ້ໝາຍຄວາມວ່າ ພາລະກິດຂອງພຣະອົງໄດ້ມາເຖິງຈຸດສິ້ນສຸດຢ່າງບໍລິບູນ, ຍ້ອນວ່າ ພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງແມ່ນເປັນຕົວແທນໝົດທັງຍຸກ ແລະ ບໍ່ພຽງແຕ່ເປັນຕົວແທນໃຫ້ກັບຊ່ວງໄລຍະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພຽງແຕ່ວ່າ ພຣະອົງສຳເລັດພາລະກິດຂອງພຣະອົງໝົດທັງຍຸກໃນຊ່ວງເວລາທີ່ພຣະອົງຢູ່ໃນເນື້ອໜັງເທົ່ານັ້ນ, ຫຼັງຈາກນັ້ນ ພາລະກິດຂອງພຣະອົງກໍຈະເຜີຍແຜ່ໄປທົ່ວທຸກແຫ່ງຫົນ. ຫຼັງຈາກທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດພັນທະກິດຂອງພຣະອົງ, ພຣະອົງຈະມອບໝາຍພາລະກິດໃນອະນາຄົດຂອງພຣະອົງໃຫ້ກັບຄົນທີ່ຕິດຕາມພຣະອົງ. ໃນທຳນອງນີ້, ພາລະກິດຂອງພຣະອົງຕະຫຼອດຍຸກຈະຖືກປະຕິບັດຢ່າງຕໍ່ເນື່ອງ. ພາລະກິດໃນຍຸກຂອງການບັງເກີດເປັນມະນຸດຈະຖືວ່າຄົບຖ້ວນກໍຕໍ່ເມື່ອມັນໄດ້ເຜີຍແຜ່ທົ່ວຈັກກະວານທັງປວງ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນຍຸກໃໝ່ ແລະ ຄົນທີ່ສືບຕໍ່ພາລະກິດຂອງພຣະອົງເເມ່ນຄົນທີ່ພຣະອົງໃຊ້. ພາລະກິດທີ່ມະນຸດປະຕິບັດລ້ວນແລ້ວແຕ່ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ມັນບໍ່ສາມາດເຮັດເກີນຂອບເຂດນີ້ໄດ້. ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມາເພື່ອປະຕິບັດພາລະກິດຂອງພຣະອົງ, ມະນຸດກໍ່ຈະບໍ່ສາມາດນໍາຍຸກເກົ່າໄປສູ່ຈຸດສິ້ນສຸດໄດ້ ແລະ ຈະບໍ່ສາມາດເລີ່ມຕົ້ນຍຸກໃໝ່ໄດ້. ພາລະກິດທີ່ມະນຸດປະຕິບັດພຽງແຕ່ຢູ່ພາຍໃນຂອບເຂດໜ້າທີ່ຂອງພວກເຂົາ ທີ່ມະນຸດສາມາດເຮັດໄດ້ ແລະ ມັນບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ຈະສາມາດມາເຮັດພາລະກິດທີ່ພຣະອົງຄວນປະຕິບັດໃຫ້ສຳເລັດ ແລະ ນອກຈາກພຣະອົງແລ້ວ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນກ່ຽວກັບພາລະກິດແຫ່ງການບັງເກີດເປັນມະນຸດ. ທໍາອິດ ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ດໍາເນີນຂັ້ນຕອນທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແລ້ວຫຼັງຈາກນັ້ນ ພຣະອົງກໍປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຂຶ້ນ. ຈຸດປະສົງຂອງພາລະກິດແມ່ນການເອົາຊະນະມະນຸດ. ໃນມຸມມອງໜຶ່ງ, ການບັງເກີດເປັນມະນຸດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ບວກກັບພຣະອົງປະຕິບັດພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຫຼາຍຍິ່ງຂຶ້ນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງມີມຸມມອງທີ່ຕໍ່ຕ້ານພຣະອົງຫຼາຍຍິ່ງຂຶ້ນ. ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການເອົາຊະນະທ່າມກາງຜູ້ຄົນທີ່ມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ. ບໍ່ວ່າພວກເຂົາຈະປະຕິບັດຕໍ່ພຣະອົງແນວໃດກໍຕາມ, ທັນທີທີ່ພຣະອົງໄດ້ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ, ທຸກຄົນຈະຕົກຢູ່ພາຍໃຕ້ອຳນາດຂອງພຣະອົງ. ຄວາມຈິງຂອງພາລະກິດນີ້ບໍ່ພຽງແຕ່ຖືກສະທ້ອນທ່າມກາງຊາວຈີນເທົ່ານັ້ນ, ແຕ່ມັນຍັງເປັນຕົວແທນເຖິງວິທີການເອົາຊະນະມະນຸດຊາດທັງປວງ. ຜົນທີ່ຖືກບັນລຸໃນຜູ້ຄົນເຫຼົ່ານີ້ຄືສັນຍານບອກລ່ວງໜ້າເຖິງການບັນລຸຜົນໃນມະນຸດຊາດທັງປວງ ແລະ ຜົນຂອງພາລະກິດທີ່ພຣະອົງປະຕິບັດໃນອະນາຄົດຍິ່ງຈະມີຫຼາຍຂຶ້ນເລື້ອຍໆກວ່າຜົນທີ່ມີຕໍ່ຜູ້ຄົນເຫຼົ່ານີ້. ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງບໍ່ກ່ຽວພັນກັບການປ່າວປະກາດທີ່ຍິ່ງໃຫຍ່ ຫຼື ມັນບໍ່ໄດ້ຖືກຫຸ້ມຫໍ່ດ້ວຍຄວາມບໍ່ຊັດເຈນ. ມັນເປັນຈິງ ແລະ ແທ້ຈິງ ແລະ ມັນເປັນພາລະກິດທີ່ໜຶ່ງແມ່ນໜຶ່ງ ແລະ ສອງແມ່ນສອງ. ມັນບໍ່ໄດ້ລີ້ລັບຈາກຄົນໃດຄົນໜຶ່ງ ຫຼື ມັນບໍ່ໄດ້ຫຼອກລວງຄົນໜຶ່ງຄົນໃດ. ສິ່ງທີ່ຜູ້ຄົນເຫັນເປັນສິ່ງທີ່ເປັນຈິງ ແລະ ແທ້ຈິງ ແລະ ສິ່ງທີ່ມະນຸດຮັບເອົາແມ່ນຄວາມຮູ້ທີ່ແທ້ຈິງ ແລະ ຄວາມຈິງ. ເມື່ອພາລະກິດສິ້ນສຸດລົງ, ມະນຸດຈະມີຄວາມຮູ້ໃໝ່ກ່ຽວກັບພຣະອົງ ແລະ ຄົນທີ່ສະແຫວງຢ່າງແທ້ຈິງກໍ່ຈະບໍ່ມີແນວຄິດກ່ຽວກັບພຣະອົງອີກຕໍ່ໄປ. ນີ້ບໍ່ແມ່ນພຽງຜົນຂອງພາລະກິດຂອງພຣະອົງມີຕໍ່ຊາວຈີນ, ແຕ່ມັນຍັງເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງໃນການເອົາຊະນະມະນຸດຊາດທັງປວງ, ຍ້ອນບໍ່ມີສິ່ງໃດມີຜົນປະໂຫຍດຕໍ່ພາລະກິດແຫ່ງການເອົາຊະນະມະນຸດຊາດທັງປວງຫຼາຍກວ່າເນື້ອໜັງນີ້ ແລະ ພາລະກິດຂອງເນື້ອໜັງນີ້ ແລະ ທຸກສິ່ງທີ່ກ່ຽວກັບເນື້ອໜັງນີ້. ສິ່ງເຫຼົ່ານັ້ນເປັນປະໂຫຍດຕໍ່ພາລະກິດຂອງພຣະອົງໃນປັດຈຸບັນ ແລະ ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງໃນອະນາຄົດ. ເນື້ອໜັງນີ້ຈະໄດ້ເອົາຊະນະມະນຸດຊາດທັງປວງ ແລະ ຈະຮັບເອົາມະນຸດຊາດທັງປວງ. ບໍ່ມີພາລະກິດໃດດີກວ່າການເຮັດໃຫ້ມະນຸດຊາດທັງປວງໄດ້ເຫັນພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ພາລະກິດທີ່ມະນຸດປະຕິບັດພຽງແຕ່ເປັນຕົວແທນຂອບເຂດທີ່ຈຳກັດເທົ່ານັ້ນ ແລະ ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ ພຣະອົງບໍ່ໄດ້ກ່າວຕໍ່ສະເພາະບຸກຄົນໃດໜຶ່ງ ແຕ່ກ່າວຕໍ່ມະນຸດຊາດທັງປວງ ແລະ ທຸກຄົນທີ່ຍອມຮັບພຣະທຳຂອງພຣະອົງ. ຈຸດຈົບທີ່ພຣະອົງປະກາດແມ່ນຈຸດຈົບຂອງມະນຸດຊາດທັງປວງ, ບໍ່ແມ່ນພຽງຈຸດຈົບຂອງບຸກຄົນໃດໜຶ່ງ. ພຣະອົງບໍ່ປະຕິບັດຢ່າງພິເສດຕໍ່ຄົນໃດຄົນໜຶ່ງ ແລະ ພຣະອົງບໍ່ປະຕິບັດໃນທາງທີ່ບໍ່ດີຕໍ່ຄົນໃດຄົນໜຶ່ງ, ພຣະອົງປະຕິບັດພາລະກິດເພື່ອທຸກຄົນ ແລະ ກ່າວຕໍ່ມະນຸດຊາດທັງປວງ. ສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດອົງນີ້ຈຶ່ງໄດ້ຈັດມະນຸດຊາດທັງປວງຕາມປະເພດໄວ້ແລ້ວ, ໄດ້ພິພາກສາມະນຸດຊາດທັງປວງແລ້ວ ແລະ ໄດ້ຈັດກຽມຈຸດໝາຍປາຍທາງທີ່ເໝາະສົມສຳລັບມະນຸດຊາດທັງປວງ. ເຖິງແມ່ນວ່າພຣະເຈົ້າພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນປະເທດຈີນ, ໃນຄວາມເປັນຈິງ ພຣະອົງໄດ້ແກ້ໄຂພາລະກິດຂອງຈັກກະວານທັງປວງແລ້ວ. ພຣະອົງບໍ່ສາມາດລໍຖ້າຈົນພາລະກິດຂອງພຣະອົງໄດ້ເຜີຍແຜ່ທ່າມກາງມວນມະນຸດຊາດກ່ອນທີ່ຈະກ່າວຖ້ອຍຄຳຂອງພຣະອົງ ແລະ ຈັດກຽມເທື່ອລະບາດກ້າວ. ນັ້ນຈະບໍ່ຊ້າເກີນໄປບໍ? ບັດນີ້ ພຣະອົງສາມາດເຮັດໃຫ້ພາລະກິດໃນອະນາຄົດສຳເລັດກ່ອນລ່ວງໜ້າໄດ້ຢ່າງສົມບູນ. ຍ້ອນຜູ້ທີ່ກຳລັງປະຕິບັດພາລະກິດແມ່ນພຣະເຈົ້າທີ່ຢູ່ໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດຢ່າງຫຼວງຫຼາຍພາຍໃນຂອບເຂດທີ່ຈຳກັດ ແລະ ຫຼັງຈາກນັ້ນ ພຣະອົງຈະເຮັດໃຫ້ມະນຸດປະຕິບັດໜ້າທີ່ທີ່ມະນຸດຄວນປະຕິບັດ; ນີ້ແມ່ນຫຼັກການແຫ່ງພາລະກິດຂອງພຣະອົງ. ພຣະອົງພຽງແຕ່ສາມາດດຳລົງຊີວິດກັບມະນຸດໃນເວລາໃດໜຶ່ງ ແລະ ບໍ່ສາມາດຕິດຕາມມະນຸດຈົນພາລະກິດຂອງຍຸກຈະສິ້ນສຸດລົງ. ນັ້ນກໍຍ້ອນວ່າ ພຣະອົງເປັນພຣະເຈົ້າ ພຣະອົງຈຶ່ງທຳນາຍພາລະກິດໃນອະນາຄົດຂອງພຣະອົງກ່ອນລ່ວງໜ້າໄດ້. ຫຼັງຈາກນັ້ນ, ພຣະອົງຈະຈັດມະນຸດທັງປວງຕາມປະເພດໂດຍພຣະທຳຂອງພຣະອົງ ແລະ ມະນຸດຊາດຈະເຂົ້າສູ່ພາລະກິດຂອງພຣະອົງເທື່ອລະກ້າວຕາມພຣະທຳຂອງພຣະອົງ. ບໍ່ມີໃຜສາມາດຫຼົບໜີໄດ້ ແລະ ທຸກຄົນຕ້ອງປະຕິບັດຕາມສິ່ງນີ້. ສະນັ້ນ, ໃນອະນາຄົດ ຍຸກຈະຖືກນໍາພາໂດຍພຣະທຳຂອງພຣະອົງ ແລະ ບໍ່ແມ່ນນໍາພາໂດຍພຣະວິນຍານ.
ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຕ້ອງຖືກປະຕິບັດໃນເນື້ອໜັງ. ຖ້າພາລະກິດນັ້ນຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ ມັນກໍຈະບໍ່ເກີດຜົນຫຍັງເລີຍ. ເຖິງແມ່ນວ່າ ພຣະວິນຍານປະຕິບັດພາລະກິດນັ້ນ, ພາລະກິດກໍຈະບໍ່ມີຄວາມໝາຍທີ່ຍິ່ງໃຫຍ່ເລີຍ ແລະ ໃນທີ່ສຸດກໍຈະບໍ່ມີນໍ້າໜັກ. ທຸກສິ່ງຊົງສ້າງຕ້ອງການຢາກຮູ້ວ່າ ພາລະກິດຂອງພຣະຜູ້ສ້າງມີຄວາມໝາຍ ຫຼື ບໍ່ ແລະ ມັນເປັນຕົວແທນໃຫ້ກັບຫຍັງ ແລະ ມັນຖືກປະຕິບັດເພື່ອຫຍັງ ແລະ ພາລະກິດຂອງພຣະເຈົ້າເຕັມໄປດ້ວຍສິດອຳນາດ ແລະ ສະຕິປັນຍາ ຫຼື ບໍ່ ແລະ ມັນມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ ຫຼື ບໍ່. ພາລະກິດທີ່ພຣະອົງປະຕິບັດແມ່ນຖືກປະຕິບັດເພື່ອຄວາມລອດພົ້ນຂອງມະນຸດຊາດທັງປວງ, ເພື່ອເຫັນແກ່ການເອົາຊະນະຊາຕານ ແລະ ເພື່ອການເປັນພະຍານທ່າມກາງທຸກສິ່ງໃຫ້ກັບພຣະອົງເອງ. ເມື່ອເປັນດັ່ງນັ້ນ, ພາລະກິດທີ່ພຣະອົງປະຕິບັດຕ້ອງມີຄວາມໝາຍຫຼາຍ. ເນື້ອໜັງຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ມັນຖືກເຮັດໃຫ້ຕາບອດສະໜິດ ແລະ ຖືກທຳລາຍຢ່າງເລິກເຊິ່ງ. ເຫດຜົນທີ່ສໍາຄັນທີ່ສຸດວ່າ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດໃນເນື້ອໜັງດ້ວຍຕົວພຣະອົງເອງ ກໍຍ້ອນວ່າ ເປົ້າໝາຍທີ່ພຣະອົງຈະເຮັດໃຫ້ລອດພົ້ນແມ່ນມະນຸດ ຜູ້ທີ່ເກີດຈາກເນື້ອໜັງ ແລະ ຍ້ອນຊາຕານຍັງໃຊ້ເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ. ການຕໍ່ສູ້ກັບຊາຕານ ຄວາມຈິງແລ້ວ ຄືພາລະກິດແຫ່ງການເອົາຊະນະມະນຸດ ແລະ ໃນເວລາດຽວກັນ ມະນຸດກໍຍັງເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ. ໃນທຳນອງນີ້, ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງຈຳເປັນຕ້ອງມີ. ຊາຕານເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມ ແລະ ມະນຸດກາຍເປັນຕົວຕົນຂອງຊາຕານ ແລະ ກາຍເປັນເປົ້າໝາຍທີ່ຈະຖືກພຣະເຈົ້າເອົາຊະນະ. ໃນທຳນອງນີ້, ພາລະກິດແຫ່ງການຕໍ່ສູ້ກັບຊາຕານ ແລະ ການຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນຈຶ່ງເກີດຂຶ້ນເທິງແຜ່ນດິນໂລກ ແລະ ພຣະເຈົ້າຕ້ອງກາຍເປັນມະນຸດເພື່ອຕໍ່ສູ້ກັບຊາຕານ. ນີ້ແມ່ນພາລະກິດທີ່ເປັນຈິງທີ່ສຸດ. ເມື່ອພຣະເຈົ້າກຳລັງປະຕິບັດພາລະກິດໃນເນື້ອໜັງ, ຕາມຄວາມຈິງແລ້ວ ພຣະອົງກຳລັງຕໍ່ສູ້ກັບຊາຕານທີ່ຢູ່ໃນເນື້ອໜັງ. ເມື່ອພຣະອົງປະຕິບັດພາລະກິດໃນເນື້ອໜັງ, ພຣະອົງກຳລັງປະຕິບັດພາລະກິດໃນໂລກຝ່າຍວິນຍານ ແລະ ພຣະອົງເຮັດໃຫ້ພາລະກິດທັງໝົດຂອງພຣະອົງໃນໂລກຝ່າຍວິນຍານນັ້ນເປັນຈິງເທິງແຜ່ນດິນໂລກ. ຜູ້ທີ່ຖືກເອົາຊະນະແມ່ນມະນຸດ, ມະນຸດທີ່ກະບົດຕໍ່ພຣະອົງ ແລະ ຜູ້ທີ່ຖືກພ່າຍແພ້ແມ່ນຕົວຕົນຂອງຊາຕານ (ແນ່ນອນ, ນີ້ກໍຍັງແມ່ນມະນຸດ), ຜູ້ທີ່ເປັນສັດຕູກັບພຣະອົງ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດກໍຍັງແມ່ນມະນຸດ. ດ້ວຍເຫດນີ້, ມັນຍິ່ງຈຳເປັນສຳລັບພຣະເຈົ້າທີ່ຈະກາຍເປັນມະນຸດທີ່ມີຮູບຮ່າງພາຍນອກຂອງສິ່ງຖືກສ້າງ ເພື່ອວ່າພຣະອົງຈະສາມາດຕໍ່ສູ້ກັບຊາຕານຢ່າງແທ້ຈິງ, ເພື່ອເອົາຊະນະມະນຸດຜູ້ທີ່ກະບົດຕໍ່ພຣະອົງ ແລະ ມີຮ່າງກາຍທີ່ຄືກັບພຣະອົງ ແລະ ເພື່ອຊ່ວຍເຫຼືອມະນຸດ ທີ່ມີຮ່າງກາຍຄືກັບພຣະອົງ ແລະ ຖືກຊາຕານທຳລາຍ ເພື່ອໃຫ້ລອດພົ້ນ. ສັດຕູຂອງພຣະອົງແມ່ນມະນຸດ, ເປົ້າໝາຍແຫ່ງການເອົາຊະນະຂອງພຣະອົງກໍແມ່ນມະນຸດ ແລະ ເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງກໍແມ່ນມະນຸດ ຜູ້ທີ່ຖືກພຣະອົງສ້າງ. ສະນັ້ນ ພຣະອົງຕ້ອງກາຍເປັນມະນຸດ ແລະ ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງງ່າຍທີ່ສຸດ. ພຣະອົງສາມາດເຮັດໃຫ້ຊາຕານພ່າຍແພ້ ແລະ ເອົາຊະນະມະນຸດຊາດ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ເປັນຈິງ, ພຣະອົງບໍ່ແມ່ນເນື້ອໜັງທີ່ທຳມະດາ ນັ້ນກໍຄື ພຣະອົງບໍ່ແມ່ນເນື້ອໜັງທີ່ເປັນມະນຸດເທົ່ານັ້ນ ແຕ່ເປັນເນື້ອໜັງທີ່ເປັນທັງມະນຸດ ແລະ ພຣະເຈົ້າ. ນີ້ຄືຄວາມແຕກຕ່າງລະຫວ່າງພຣະອົງ ແລະ ມະນຸດ ແລະ ມັນເປັນສັນຍາລັກແຫ່ງຕົວຕົນຂອງພຣະເຈົ້າ. ມີພຽງແຕ່ເນື້ອໜັງແບບນີ້ເທົ່ານັ້ນທີ່ສາມາດປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດ ແລະ ເຮັດໃຫ້ພັນທະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດໄດ້ ແລະ ເຮັດໃຫ້ພາລະກິດຂອງພຣະອົງສຳເລັດທ່າມກາງມະນຸດ. ຖ້າບໍ່ເປັນແບບນັ້ນ, ພາລະກິດຂອງພຣະອົງທ່າມກາງມະນຸດກໍຈະວ່າງເປົ່າ ແລະ ມີຮອຍດ່າງຕະຫຼອດໄປ. ເຖິງແມ່ນວ່າ ພຣະເຈົ້າສາມາດຕໍ່ສູ້ກັບວິນຍານຂອງຊາຕານ ແລະ ໄດ້ຮັບໄຊຊະນະ, ທຳມະຊາດເດີມຂອງມະນຸດທີ່ເສື່ອມຊາມກໍບໍ່ໄດ້ຖືກແກ້ໄຂຈັກເທື່ອ ແລະ ຄົນທີ່ກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະອົງບໍ່ສາມາດຕົກຢູ່ພາຍໃຕ້ອຳນາດຂອງພຣະອົງໄດ້ຢ່າງແທ້ຈິງຈັກເທື່ອ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ສາມາດເອົາຊະນະມະນຸດຊາດໄດ້ຈັກເທື່ອ ແລະ ບໍ່ສາມາດຮັບເອົາມະນຸດຊາດທັງປວງໄດ້ຈັກເທື່ອ. ຖ້າພາລະກິດຂອງພຣະອົງເທິງແຜ່ນດິນໂລກບໍ່ສາມາດເຮັດໃຫ້ສຳເລັດໄດ້, ແລ້ວການຄຸ້ມຄອງຂອງພຣະອົງກໍຈະບໍ່ສິ້ນສຸດຈັກເທື່ອ ແລະ ມະນຸດຊາດທັງໝົດຈະບໍ່ສາມາດເຂົ້າສູ່ການພັກຜ່ອນໄດ້. ຖ້າພຣະເຈົ້າບໍ່ສາມາດເຂົ້າສູ່ການພັກຜ່ອນຮ່ວມກັບສິ່ງຖືກສ້າງທັງປວງຂອງພຣະອົງ, ກໍຈະບໍ່ມີຜົນຕາມມາສຳລັບພາລະກິດແຫ່ງການຄຸ້ມຄອງດັ່ງກ່າວຈັກເທື່ອ ແລະ ສະຫງ່າລາສີຂອງພຣະເຈົ້າກໍຈະຫາຍໄປໃນທີ່ສຸດ. ເຖິງແມ່ນເນື້ອໜັງຂອງພຣະອົງບໍ່ມີສິດອຳນາດ, ພາລະກິດທີ່ພຣະອົງປະຕິບັດກໍໄດ້ບັນລຸຜົນຂອງມັນແລ້ວ. ນີ້ແມ່ນທິດທາງພາລະກິດທີ່ພຣະອົງຫຼີກເວັ້ນບໍ່ໄດ້. ບໍ່ວ່າເນື້ອໜັງຂອງພຣະອົງຈະມີສິດອຳນາດ ຫຼື ບໍ່, ຕາບໃດທີ່ພຣະອົງສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ, ແລ້ວພຣະອົງກໍເປັນພຣະເຈົ້າເອງ. ບໍ່ວ່າເນື້ອໜັງນີ້ຈະທຳມະດາ ແລະ ປົກກະຕິ ຫຼື ບໍ່, ພຣະອົງສາມາດປະຕິບັດພາລະກິດທີ່ພຣະອົງຄວນເຮັດໄດ້ ກໍ່ຍ້ອນເນື້ອໜັງນີ້ແມ່ນພຣະເຈົ້າ ແລະ ບໍ່ແມ່ນພຽງມະນຸດເທົ່ານັ້ນ. ເຫດຜົນທີ່ເນື້ອໜັງນີ້ສາມາດປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໄດ້ ກໍ່ຍ້ອນແກ່ນແທ້ຂ້າງໃນຂອງພຣະອົງບໍ່ຄືກັບມະນຸດຄົນໃດ ແລະ ເຫດຜົນທີ່ພຣະອົງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນໄດ້ແມ່ນຍ້ອນຕົວຕົນຂອງພຣະອົງແຕກຕ່າງຈາກມະນຸດທົ່ວໄປ. ເນື້ອໜັງນີ້ສຳຄັນຫຼາຍຕໍ່ມະນຸດຊາດ ເພາະວ່າພຣະອົງເປັນມະນຸດ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະເຈົ້າ, ເພາະພຣະອົງສາມາດປະຕິບັດພາລະກິດທີ່ມະນຸດປົກກະຕິທີ່ເກີດຈາກເນື້ອໜັງບໍ່ສາມາດເຮັດໄດ້ ແລະ ເພາະວ່າພຣະອົງສາມາດຊ່ວຍມະນຸດໃຫ້ພົ້ນຈາກຄວາມເສື່ອມຊາມ, ມະນຸດຜູ້ທີ່ດຳລົງຊີວິດຢູ່ຮ່ວມກັບພຣະອົງເທິງແຜ່ນດິນໂລກ. ເຖິງແມ່ນພຣະອົງກໍ່ເປັນມະນຸດເຊັ່ນກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍສຳຄັນຕໍ່ມະນຸດຫຼາຍກວ່າຄົນອື່ນໆທີ່ມີຄຸນຄ່າສູງສົ່ງ, ຍ້ອນວ່າພຣະອົງສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໄດ້, ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ຫຼາຍກວ່າພຣະວິນຍານຂອງພຣະເຈົ້າ ແລະ ສາມາດຮັບເອົາມະນຸດຊາດໄດ້ຢ່າງສົມບູນກວ່າພຣະວິນຍານຂອງພຣະເຈົ້າ. ຜົນຕາມມາກໍຄື ເຖິງແມ່ນເນື້ອໜັງນີ້ທຳມະດາ ແລະ ປົກກະຕິ, ເມື່ອກ່ຽວກັບການປະກອບສ່ວນຂອງພຣະອົງຕໍ່ມະນຸດຊາດ ແລະ ຄວາມໝາຍຂອງພຣະອົງຕໍ່ການຢູ່ລອດຂອງມະນຸດຊາດ, ພວກເຂົາມີຄ່າຢ່າງສູງ ແລະ ຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງຂອງເນື້ອໜັງນີ້ແມ່ນບໍ່ສາມາດວັດແທກໄດ້ໂດຍມະນຸດ. ເຖິງແມ່ນເນື້ອໜັງນີ້ບໍ່ສາມາດທຳລາຍຊາຕານໂດຍກົງ, ພຣະອົງກໍສາມາດໃຊ້ພາລະກິດຂອງພຣະອົງເພື່ອເອົາຊະນະມະນຸດຊາດ ແລະ ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຍອມຈຳນົນຕໍ່ອຳນາດຂອງພຣະອົງຢ່າງສົມບູນ. ມັນເປັນຍ້ອນພຣະເຈົ້າບັງເກີດເປັນມະນຸດ ພຣະອົງຈຶ່ງສາມາດເອົາຊະນະຊາຕານໄດ້ ແລະ ສາມາດຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ພຣະອົງບໍ່ໄດ້ທຳລາຍຊາຕານໂດຍກົງ, ແຕ່ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດໃນການເອົາຊະນະມະນຸດຊາດແທນ ຜູ້ເຊິ່ງໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ດ້ວຍເຫດນີ້, ພຣະອົງຈຶ່ງສາມາດເປັນພະຍານທີ່ດີກວ່າໃຫ້ກັບພຣະອົງເອງໃນທ່າມກາງສິ່ງທີ່ຖືກສ້າງຂຶ້ນຂອງພຣະອົງ ແລະ ພຣະອົງສາມາດຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນໄດ້ດີກວ່າ. ການເອົາຊະນະຊາຕານຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນພະຍານທີ່ຍິ່ງໃຫຍ່ກວ່າ ແລະ ມີນໍ້າໜັກກວ່າການທີ່ພຣະວິນຍານຂອງພຣະເຈົ້າທຳລາຍຊາຕານໂດຍກົງ. ພຣະເຈົ້າທີ່ຢູ່ໃນເນື້ອໜັງເປັນປະໂຫຍດຫຼາຍກວ່າໃຫ້ມະນຸດຮູ້ຈັກພຣະຜູ້ສ້າງ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງໃນທ່າມກາງສິ່ງຖືກສ້າງຂອງພຣະອົງໄດ້ດີກວ່າ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?