ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ (ພາກທີໜຶ່ງ)
ພຣະເຈົ້າກາຍເປັນເນື້ອໜັງກໍຍ້ອນວ່າ ເປົ້າໝາຍແຫ່ງພາລະກິດຂອງພຣະອົງບໍ່ແມ່ນວິນຍານຂອງຊາຕານ ຫຼື ສິ່ງທີ່ບໍ່ມີຮູບຮ່າງ, ແຕ່ເປັນມະນຸດ ຜູ້ເຊິ່ງມີເນື້ອໜັງ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ. ແນ່ນອນ ຍ້ອນວ່າເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດທີ່ມີເນື້ອໜັງເປັນເປົ້າໝາຍແຫ່ງພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ, ເພາະວ່າ ມະນຸດເປັນເປົ້າໝາຍຂອງການເສື່ອມຊາມ, ພຣະເຈົ້າຈຶ່ງເຮັດໃຫ້ມະນຸດເປັນເປົ້າໝາຍຢ່າງດຽວຂອງພາລະກິດຂອງພຣະອົງໃນທຸກຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ. ມະນຸດເປັນສິ່ງມີຊີວິດທີ່ຕ້ອງຕາຍ, ມີເນື້ອໜັງ ແລະ ເລືອດ ແລະ ພຣະເຈົ້າຄືສິ່ງດຽວທີ່ສາມາດຊ່ວຍໃຫ້ມະນຸດລອດພົ້ນໄດ້. ໃນວິທີນີ້, ພຣະເຈົ້າຕ້ອງກາຍເປັນເນື້ອໜັງທີ່ມີຄຸນລັກສະນະຄືກັບມະນຸດເພື່ອປະຕິບັດພາລະກິດຂອງພຣະອົງ, ເພື່ອວ່າ ພາລະກິດຂອງພຣະອົງອາດບັນລຸຜົນຫຼາຍຂຶ້ນ. ພຣະເຈົ້າຕ້ອງກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ ນັ້ນກໍຍ້ອນວ່າ ມະນຸດມີເນື້ອໜັງ ແລະ ບໍ່ສາມາດເອົາຊະນະຄວາມຜິດບາບ ຫຼື ຖອນຕົວອອກຈາກເນື້ອໜັງໄດ້. ເຖິງແມ່ນວ່າແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າທີ່ບັງເກີດເປັນມະນຸດແຕກຕ່າງຈາກແກ່ນແທ້ ແລະ ຕົວຕົນຂອງມະນຸດຢ່າງຫຼວງຫຼາຍ, ແຕ່ລັກສະນະພາຍນອກຂອງພຣະອົງແມ່ນຄືກັນກັບມະນຸດ; ພຣະອົງມີລັກສະນະພາຍນອກຂອງຄົນທຳມະດາ ແລະ ດຳເນີນຊີວິດແບບຄົນທຳມະດາ ແລະ ຄົນທີ່ເຫັນພຣະອົງກໍບໍ່ສາມາດແຍກແຍະຄວາມແຕກຕ່າງຈາກຄົນທຳມະດາໄດ້. ລັກສະນະພາຍນອກທີ່ທຳມະດາ ແລະ ຄວາມເປັນມະນຸດທຳມະດານີ້ແມ່ນພຽງພໍສຳລັບພຣະອົງໃນການປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາ. ເນື້ອໜັງຂອງພຣະອົງເຮັດໃຫ້ພຣະອົງປະຕິບັດພາລະກິດຢູ່ໃນຄວາມເປັນມະນຸດທີ່ທຳມະດາ ແລະ ຊ່ວຍໃຫ້ພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ແລະ ທ່າມກາງຄວາມເປັນມະນຸດທຳມະດາຂອງພຣະອົງ, ຍິ່ງໄປກວ່ານັ້ນ ກໍຍັງຊ່ວຍໃຫ້ພຣະອົງປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນທ່າມກາງມະນຸດ. ເຖິງແມ່ນວ່າ ຄວາມເປັນມະນຸດທຳມະດາຂອງພຣະອົງໄດ້ກໍ່ໃຫ້ເກີດຄວາມສັບສົນວຸ້ນວາຍຫຼາຍປະການໃນທ່າມກາງມະນຸດ, ຄວາມສັບສົນວຸ້ນວາຍດັ່ງກ່າວກໍບໍ່ມີຜົນກະທົບໃດໆຕໍ່ພາລະກິດທໍາມະດາຂອງພຣະອົງ. ສະຫຼຸບກໍຄື ພາລະກິດຂອງເນື້ອໜັງທີ່ທຳມະດາຂອງພຣະອົງມີຜົນປະໂຫຍດຕໍ່ມະນຸດຫຼາຍທີ່ສຸດ. ເຖິງແມ່ນຄົນສ່ວນຫຼາຍບໍ່ຍອມຮັບຄວາມເປັນມະນຸດທຳມະດາຂອງພຣະອົງ, ພາລະກິດຂອງພຣະອົງກໍ່ຍັງສາມາດບັນລຸຜົນ ແລະ ຜົນເຫຼົ່ານີ້ແມ່ນຖືກບັນລຸຍ້ອນຄວາມເປັນມະນຸດທຳມະດາຂອງພຣະອົງ. ແນ່ນອນ ບໍ່ມີຂໍ້ສົງໄສໃນສິ່ງນີ້ເລີຍ. ຈາກພາລະກິດຂອງພຣະອົງໃນເນື້ອໜັງ, ມະນຸດໄດ້ຮັບຫຼາຍສິ່ງຫຼາຍຢ່າງເປັນສິບເທົ່າ ຫຼື ເປັນສິບສອງເທົ່າຫຼາຍກວ່າແນວຄິດທີ່ມີຢູ່ໃນທ່າມກາງມະນຸດກ່ຽວກັບຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ແນວຄິດດັ່ງກ່າວຈະຖືກພາລະກິດຂອງພຣະອົງກືນກິນໃນທີ່ສຸດ. ແລ້ວຜົນທີ່ພາລະກິດຂອງພຣະອົງໄດ້ບັນລຸ ເຊິ່ງໝາຍເຖິງ ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງ ແມ່ນຈະມີຫຼາຍກວ່າແນວຄິດຂອງມະນຸດທີ່ມີກ່ຽວກັບພຣະອົງ. ບໍ່ມີທາງທີ່ຈະສາມາດຈິນຕະນາການ ຫຼື ຊັ່ງຊາພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄດ້, ເພາະວ່າ ເນື້ອໜັງຂອງພຣະອົງບໍ່ຄືມະນຸດຄົນໃດໜຶ່ງທີ່ມີເນື້ອໜັງ; ເຖິງແມ່ນຮູບລັກສະນະພາຍນອກຈະຄ້າຍຄືກັນ, ແຕ່ແກ່ນແທ້ແມ່ນບໍ່ຄືກັນ. ເນື້ອໜັງຂອງພຣະອົງເຮັດໃຫ້ເກີດມີຫຼາຍແນວຄິດທີ່ຢູ່ທ່າມກາງມະນຸດເຊິ່ງກ່ຽວກັບພຣະເຈົ້າ, ແຕ່ເຖິງຢ່າງໃດກໍຕາມ ເນື້ອໜັງຂອງພຣະອົງຍັງສາມາດເຮັດໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຫຼາຍຢ່າງ ແລະ ເຖິງກັບສາມາດເອົາຊະນະບຸກຄົນໃດໜຶ່ງທີ່ມີຮ່າງກາຍພາຍນອກຄ້າຍຄືພຣະອົງ. ເນື່ອງຈາກວ່າ ພຣະອົງບໍ່ແມ່ນພຽງແຕ່ເປັນມະນຸດເທົ່ານັ້ນ, ແຕ່ເປັນພຣະເຈົ້າທີ່ມີຮູບຮ່າງພາຍນອກຂອງມະນຸດ ແລະ ບໍ່ມີໃຜທີ່ສາມາດຢັ່ງເຖິງ ຫຼື ເຂົ້າໃຈພຣະອົງໄດ້ຢ່າງສົມບູນ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້, ໄດ້ຮັບຄວາມຮັກ ແລະ ຖືກຕ້ອນຮັບເອົາໂດຍທຸກຄົນ. ຖ້າພຣະເຈົ້າເປັນພຽງແຕ່ພຣະວິນຍານທີ່ມະນຸດບໍ່ສາມາດເຫັນໄດ້, ແລ້ວມັນກໍງ່າຍຫຼາຍທີ່ມະນຸດຈະເຊື່ອໃນພຣະເຈົ້າ. ຜູ້ຄົນສາມາດມີອິດສະຫຼະໃນຈິນຕະນາການຂອງພວກເຂົາ, ສາມາດເລືອກເອົາພາບລັກສະນະໃດທີ່ພວກເຂົາມັກ ໃຫ້ເປັນພາບລັກສະນະຂອງພຣະເຈົ້າເພື່ອເຮັດໃຫ້ຕົນເອງພໍໃຈ ແລະ ເຮັດໃຫ້ຕົນເອງຮູ້ສຶກມີຄວາມສຸກ. ໃນທຳນອງນີ້, ຜູ້ຄົນອາດເຮັດສິ່ງໃດກໍຕາມທີ່ “ພຣະເຈົ້າ” ຂອງພວກເຂົາມັກທີ່ສຸດ ແລະ ປາຖະໜາໃຫ້ພວກເຂົາເຮັດ ໂດຍບໍ່ມີຄວາມລັງເລໃຈເລີຍ. ຍິ່ງໄປກວ່ານັ້ນ, ຜູ້ຄົນເຊື່ອວ່າ ບໍ່ມີໃຜທີ່ຈົງຮັກພັກດີ ແລະ ເຫຼື້ອມໃສຕໍ່“ພຣະເຈົ້າ”ຫຼາຍກວ່າພວກເຂົາ ແລະ ສໍາລັບຄົນອື່ນໆແມ່ນໝາຕ່າງຊາດ ແລະ ບໍ່ຊື່ສັດຕໍ່ພຣະເຈົ້າ. ສາມາດເວົ້າໄດ້ວ່າ ນີ້ແມ່ນວິທີການໄລ່ຕາມຂອງຄົນທີ່ມີຄວາມເຊື່ອໃນພຣະເຈົ້າທີ່ເລື່ອນລອຍ ແລະ ອີງຕາມຫຼັກຄຳສອນ; ມັນລ້ວນແລ້ວແຕ່ຄືກັນ ໂດຍມີຄວາມແຕກຕ່າງກັນພຽງເລັກນ້ອຍ. ພຽງແຕ່ວ່າພາບລັກສະນະຂອງບັນດາພຣະເຈົ້າທີ່ຢູ່ໃນຈິນຕະນາການຂອງພວກເຂົາແຕກຕ່າງກັນເທົ່ານັ້ນ, ແຕ່ຄວາມເປັນຈິງແລ້ວ ແກ່ນແທ້ຂອງພວກເຂົາແມ່ນຄືກັນ.
ມະນຸດບໍ່ມີບັນຫາຕໍ່ຄວາມເຊື່ອໃນພຣະເຈົ້າແບບອໍາເພີໃຈຂອງພວກເຂົາ ແລະ ເຊື່ອໃນພຣະເຈົ້າໃນແບບໃດກໍຕາມທີ່ເຂົາພໍໃຈ. ນີ້ແມ່ນໜຶ່ງໃນ “ສິດທິ ແລະ ສິດເສລີພາບຂອງມະນຸດ” ເຊິ່ງບໍ່ມີໃຜອາດແຊກແຊງໄດ້, ຍ້ອນມະນຸດເຊື່ອໃນພຣະເຈົ້າຂອງຕົວເອງ ແລະ ບໍ່ແມ່ນພຣະເຈົ້າຂອງຄົນອື່ນ; ມັນເປັນຊັບສິນສ່ວນຕົວຂອງລາວເອງ ແລະ ເກືອບທຸກຄົນມີຊັບສິນສ່ວນຕົວປະເພດນີ້. ຜູ້ຄົນຖືວ່າຊັບສິນນີ້ເປັນຊັບສົມບັດທີ່ມີຄ່າ, ແຕ່ສຳລັບພຣະເຈົ້າແລ້ວ ບໍ່ມີຫຍັງຕໍ່າຕ້ອຍ ຫຼື ໄຮ້ຄ່າໄປຫຼາຍກວ່ານີ້ອີກແລ້ວ, ຍ້ອນວ່າ ຊັບສິນສ່ວນຕົວປະເພດນີ້ຂອງມະນຸດແມ່ນບົ່ງບອກຢ່າງຊັດເຈນເຖິງການຕໍ່ຕ້ານພຣະເຈົ້າ. ມັນເປັນຍ້ອນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະເຈົ້າຈຶ່ງກາຍເປັນເນື້ອໜັງທີ່ມີຮູບຮ່າງທີ່ສາມາດຈັບຕ້ອງໄດ້ ແລະ ສາມາດເຫັນ ແລະ ສຳຜັດໂດຍມະນຸດໄດ້. ພຣະອົງບໍ່ແມ່ນພຣະວິນຍານທີ່ບໍ່ມີຕົວຕົນ, ແຕ່ເປັນເນື້ອໜັງທີ່ມະນຸດສາມາດເບິ່ງເຫັນ ແລະ ພົວພັນນໍາ. ເຖິງຢ່າງໃດກໍຕາມ, ພຣະເຈົ້າສ່ວນໃຫຍ່ທີ່ຜູ້ຄົນເຊື່ອ ແມ່ນພຣະເຈົ້າທີ່ບໍ່ມີເນື້ອໜັງເຊິ່ງບໍ່ມີຕົວຕົນ ເຊິ່ງຍັງເປັນຮູບຮ່າງທີ່ເປັນອິດສະຫຼະອີກດ້ວຍ. ໃນທຳນອງນີ້, ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ກາຍເປັນສັດຕູຂອງຄົນສ່ວນຫຼາຍທີ່ເຊື່ອໃນພຣະເຈົ້າ ແລະ ໃນທຳນອງດຽວກັນ, ຄົນທີ່ບໍ່ສາມາດຍອມຮັບເອົາຄວາມຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍກາຍເປັນຄູ່ຕໍ່ສູ້ຂອງພຣະເຈົ້າ. ມະນຸດມີແນວຄິດ ບໍ່ແມ່ນຍ້ອນວິທີການຄິດຂອງພວກເຂົາ ຫຼື ຍ້ອນຄວາມກະບົດຂອງພວກເຂົາ, ແຕ່ຍ້ອນຊັບສິນສ່ວນຕົວປະເພດນີ້ຂອງມະນຸດ. ຍ້ອນຊັບສິນນີ້ເອງ ຄົນສ່ວນໃຫຍ່ຈຶ່ງຕາຍ ແລະ ມັນແມ່ນບັນດາພຣະເຈົ້າທີ່ເລື່ອນລອຍ ເຊິ່ງບໍ່ສາມາດສໍາຜັດໄດ້, ບໍ່ສາມາດເບິ່ງເຫັນໄດ້ ແລະ ບໍ່ມີຕົວຕົນໃນຄວາມເປັນຈິງ ທີ່ທໍາລາຍຊີວິດຂອງຜູ້ຄົນ. ຊີວິດຂອງຜູ້ຄົນບໍ່ໄດ້ສູນເສຍໄປຍ້ອນພຣະເຈົ້າທີ່ບັງເກີດເປັນມະນຸດ, ແຮງບໍ່ແມ່ນຍ້ອນພຣະເຈົ້າແຫ່ງສະຫວັນ, ແຕ່ແມ່ນຍ້ອນ “ພຣະເຈົ້າ” ໃນຈິນຕະນາການຂອງພວກເຂົາເອງ. ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສະເດັດມາໃນເນື້ອໜັງ ລ້ວນແລ້ວແຕ່ຍ້ອນຄວາມຕ້ອງການຂອງມະນຸດທີ່ເສື່ອມຊາມ. ມັນແມ່ນຍ້ອນຄວາມຕ້ອງການຂອງມະນຸດ, ບໍ່ແມ່ນຂອງພຣະເຈົ້າ ແລະ ລາຄາທັງໝົດທີ່ພຣະອົງໄດ້ຈ່າຍ ແລະ ຄວາມທຸກທໍລະມານທັງໝົດຂອງພຣະອົງ ແມ່ນເພື່ອເຫັນແກ່ມະນຸດຊາດ ແລະ ບໍ່ແມ່ນເພື່ອຜົນປະໂຫຍດຂອງພຣະເຈົ້າເອງ. ບໍ່ມີຜົນໄດ້ ແລະ ຜົນເສຍ ຫຼື ລາງວັນສຳລັບພຣະເຈົ້າ; ສິ່ງທີ່ພຣະອົງໄດ້ຮັບບໍ່ແມ່ນສິ່ງທີ່ພຣະອົງເກັບກ່ຽວ, ແຕ່ແມ່ນສິ່ງທີ່ເປັນຂອງພຣະອົງມາແຕ່ເດີມ. ຈຸດປະສົງເບື້ອງຫຼັງທຸກສິ່ງທີ່ພຣະອົງເຮັດເພື່ອມະນຸດຊາດ ແລະ ລາຄາທັງໝົດທີ່ພຣະອົງໄດ້ຈ່າຍເພື່ອມະນຸດຊາດນັ້ນ ບໍ່ແມ່ນເພື່ອໃຫ້ພຣະອົງໄດ້ຮັບລາງວັນຫຼາຍຂຶ້ນ, ແຕ່ແມ່ນເພື່ອເຫັນແກ່ມະນຸດຊາດເທົ່ານັ້ນ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈະປະກອບດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງທີ່ບໍ່ສາມາດຈິນຕະນາການໄດ້, ແຕ່ຜົນໄດ້ຮັບ ໃນທີ່ສຸດ ແມ່ນເລີດເກີນກວ່າຜົນຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ. ພາລະກິດຂອງເນື້ອໜັງມີຄວາມຍາກລຳບາກຫຼາຍພໍສົມຄວນ ແລະ ເນື້ອໜັງແມ່ນບໍ່ສາມາດມີຕົວຕົນທີ່ຍິ່ງໃຫຍ່ແບບດຽວກັບພຣະວິນຍານ, ພຣະອົງບໍ່ສາມາດປະຕິບັດສິ່ງທີ່ເໜືອທຳມະຊາດຄືກັບພຣະວິນຍານ, ແລ້ວແຮງໄກທີ່ພຣະອົງຈະມີສິດອຳນາດຄືກັບພຣະວິນຍານ. ແຕ່ແກ່ນແທ້ແຫ່ງພາລະກິດທີ່ປະຕິບັດໂດຍເນື້ອໜັງທຳມະດານີ້ ແມ່ນຢູ່ເໜືອແກ່ນແທ້ຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງຢ່າງຫຼວງຫຼາຍ ແລະ ເນື້ອໜັງນີ້ເອງແມ່ນສິ່ງທີ່ທຸກຄົນຕ້ອງການ. ເພື່ອໃຫ້ຄົນເຫຼົ່ານັ້ນໄດ້ຮັບຄວາມລອດພົ້ນ, ຄຸນຄ່າການນໍາໃຊ້ຂອງພຣະວິນຍານແມ່ນຕໍ່າກວ່າຝ່າຍເນື້ອໜັງຫຼາຍ: ພາລະກິດຂອງພຣະວິນຍານສາມາດຄວບຄຸມທົ່ວຈັກກະວານ, ທົ່ວພູເຂົາ, ແມ່ນໍ້າ, ທະເລສາບ ແລະ ທົ່ວມະຫາສະມຸດ, ແຕ່ພາລະກິດຂອງເນື້ອໜັງແມ່ນເຊື່ອມໂຍງຢ່າງມີປະສິດທິພາບຫຼາຍຂຶ້ນກັບທຸກຄົນທີ່ພຣະອົງໄດ້ພົວພັນນໍາ. ຍິ່ງໄປກວ່ານັ້ນ, ຮ່າງກາຍຂອງພຣະເຈົ້າທີ່ສາມາດຈັບຕ້ອງໄດ້ ແມ່ນເປັນຮ່າງກາຍທີ່ສາມາດເຂົ້າໃຈໄດ້ ແລະ ໄວ້ວາງໃຈໄດ້ໂດຍມະນຸດ ແລະ ສາມາດເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຫຼາຍຂຶ້ນ ແລະ ສາມາດສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບການກະທຳຕົວຈິງຂອງພຣະເຈົ້າຕໍ່ມະນຸດ. ພາລະກິດຂອງພຣະວິນຍານຖືກປົກຄຸມດ້ວຍຄວາມເລິກລັບ; ມັນຍາກທີ່ຈະໃຫ້ມະນຸດຄາດເດົາ ແລະ ຍິ່ງຍາກຫຼາຍທີ່ຈະໃຫ້ມະນຸດເຫັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດພຽງແຕ່ເພິ່ງພາຈິນຕະນາການທີ່ບໍ່ມີມູນຄວາມຈິງເທົ່ານັ້ນ. ແຕ່ພາລະກິດຂອງເນື້ອໜັງແມ່ນປົກກະຕິ, ສຳພັນກັບຊີວິດຈິງ, ມີສະຕິປັນຍາທີ່ອຸດົມສົມບູນ ແລະ ເປັນຄວາມຈິງທີ່ມະນຸດທີ່ຕາຍເປັນສາມາດເບິ່ງເຫັນໄດ້ດ້ວຍຕາຂອງຕົວເອງ; ມະນຸດສາມາດສຳຜັດກັບສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າດ້ວຍຕົວຂອງພວກເຂົາເອງ ແລະ ບໍ່ຈຳເປັນຕ້ອງໃຊ້ຈິນຕະນາການຢ່າງເລິກເຊິ່ງຂອງພວກເຂົາ. ນີ້ແມ່ນຄວາມແນ່ນອນ ແລະ ຄຸນຄ່າທີ່ແທ້ຈິງແຫ່ງພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ. ພຣະວິນຍານສາມາດເຮັດພຽງແຕ່ສິ່ງທີ່ມະນຸດເບິ່ງບໍ່ເຫັນ ແລະ ຍາກທີ່ຈະໃຫ້ພວກເຂົາຈິນຕະນາການ, ຕົວຢ່າງເຊັ່ນ: ແສງສະຫວ່າງຂອງພຣະວິນຍານ, ການເຄື່ອນໄຫວຂອງພຣະວິນຍານ ແລະ ການນໍາພາຂອງພຣະວິນຍານ, ແຕ່ສຳລັບມະນຸດທີ່ມີຄວາມຄິດ, ສິ່ງເຫຼົ່ານີ້ບໍ່ສາມາດສະໜອງຄວາມໝາຍທີ່ຊັດເຈນໄດ້ເລີຍ. ສິ່ງເຫຼົ່ານັ້ນສະໜອງໄດ້ພຽງແຕ່ຄວາມໝາຍແບບເລື່ອນລອຍ ຫຼື ຄ້າຍຄືກັນໂດຍປະມານເທົ່ານັ້ນ ແລະ ບໍ່ສາມາດໃຫ້ການແນະນໍາດ້ວຍຄຳເວົ້າໄດ້. ແຕ່ພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງແມ່ນແຕກຕ່າງຫຼາຍ: ມັນກ່ຽວພັນມີການນໍາພາຂອງພຣະທຳຢ່າງຖືກຕ້ອງ ແລະ ມີເຈດຕະນາທີ່ຊັດເຈນ ແລະ ເປົ້າໝາຍທີ່ຊັດເຈນ. ດັ່ງນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງງົມຫາ ຫຼື ໃຊ້ຈິນຕະນາການຂອງພວກເຂົາ ແລະ ກໍບໍ່ຈໍາເປັນຕ້ອງຄາດເດົາເລີຍ. ນີ້ແມ່ນຄວາມຊັດເຈນຂອງພາລະກິດໃນເນື້ອໜັງ ແລະ ມັນແຕກຕ່າງຈາກພາລະກິດຂອງພຣະວິນຍານຫຼາຍ. ພາລະກິດຂອງພຣະວິນຍານພຽງແຕ່ເໝາະສົມສຳລັບຂອບເຂດທີ່ຈຳກັດ ແລະ ບໍ່ສາມາດແທນພາລະກິດຂອງເນື້ອໜັງໄດ້. ເປົ້າໝາຍທີ່ຊັດເຈນເຊິ່ງຈຳເປັນສຳລັບມະນຸດຜ່ານພາລະກິດຂອງເນື້ອໜັງ ແລະ ຄຸນຄ່າທີ່ເປັນຈິງຂອງຄວາມຮູ້ທີ່ມະນຸດໄດ້ຮັບຜ່ານພາລະກິດນີ້ ເໜືອກວ່າຄວາມແນ່ນອນ ແລະ ຄຸນຄ່າທີ່ເປັນຈິງ ຂອງພາລະກິດຂອງພຣະວິນຍານ. ສຳລັບມະນຸດທີ່ເສື່ອມຊາມແລ້ວ, ມີພຽງພາລະກິດທີ່ສະໜອງພຣະທຳທີ່ຖືກຕ້ອງ ແລະ ມີເປົ້າໝາຍທີ່ຊັດເຈນໃນການໄລ່ຕາມ ແລະ ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ເທົ່ານັ້ນ ຈຶ່ງແມ່ນປະເພດພາລະກິດທີ່ມີຄຸນຄ່າທີ່ສຸດ. ມີພຽງແຕ່ພາລະກິດທີ່ເປັນຈິງ ແລະ ການນໍາພາທີ່ຖືກກັບສະພາບການເທົ່ານັ້ນຈຶ່ງເໝາະສົມກັບລົດນິຍົມຂອງມະນຸດ ແລະ ມີພຽງແຕ່ພາລະກິດທີ່ເປັນຈິງເທົ່ານັ້ນຈຶ່ງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຊ້ານັ້ນໄດ້. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດບັນລຸສິ່ງນີ້ໄດ້; ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສເສື່ອມຊາມ ແລະ ຄວາມຊົ່ວຊ້າທີ່ຜ່ານມາຂອງພວກເຂົາ. ເຖິງແມ່ນວ່າພຣະວິນຍານມີແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ, ມີພຽງແຕ່ເນື້ອໜັງຂອງພຣະອົງເທົ່ານັ້ນທີ່ສາມາດປະຕິບັດພາລະກິດເຊັ່ນນີ້ໄດ້. ຖ້າພຣະວິນຍານປະຕິບັດພາລະກິດພຽງຜູ້ດຽວ, ແລ້ວມັນກໍຈະເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະອົງມີປະສິດທິພາບ, ນີ້ຄືຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ເຖິງແມ່ນວ່າ ຫຼາຍຄົນໄດ້ກາຍເປັນສັດຕູຂອງພຣະເຈົ້າ ຍ້ອນເນື້ອໜັງນີ້, ເມື່ອພຣະອົງສະຫຼຸບພາລະກິດຂອງພຣະອົງ, ຄົນທີ່ຕໍ່ຕ້ານພຣະອົງຈະບໍ່ພຽງແຕ່ເຊົາເປັນສັດຕູຂອງພຣະເຈົ້າ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນພະຍານຂອງພຣະອົງ. ພວກເຂົາຈະກາຍເປັນພະຍານທີ່ຖືກພຣະອົງເອົາຊະນະ, ພະຍານທີ່ສອດຄ່ອງກັບພຣະອົງ ແລະ ບໍ່ສາມາດແຍກອອກຈາກພຣະອົງໄດ້. ພຣະອົງຈະເຮັດໃຫ້ມະນຸດຮູ້ຈັກຄວາມສຳຄັນຂອງພາລະກິດຂອງພຣະອົງທາງຝ່າຍເນື້ອໜັງທີ່ມີຕໍ່ມະນຸດ ແລະ ມະນຸດຈະຮູ້ຈັກເຖິງຄວາມສຳຄັນຂອງເນື້ອໜັງນີ້ທີ່ມີຕໍ່ຄວາມໝາຍຂອງການເປັນຢູ່ຂອງມະນຸດ, ຈະຮູ້ຈັກຄຸນຄ່າທີ່ແທ້ຈິງຂອງພຣະອົງທີ່ກ່ຽວກັບການເຕີບໃຫຍ່ຂອງຊີວິດມະນຸດ ແລະ ຍິ່ງໄປກວ່ານັ້ນ ຈະຮູ້ຈັກວ່າ ເນື້ອໜັງນີ້ຈະກາຍເປັນນໍ້າພຸແຫ່ງຊີວິດທີ່ມີຈິດວິນຍານ ເຊິ່ງມະນຸດບໍ່ສາມາດອອກຫ່າງໄດ້. ເຖິງແມ່ນວ່າ ເນື້ອໜັງທີ່ເປັນມະນຸດຂອງພຣະເຈົ້າຈະໄກຈາກຄວາມກົງກັນກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າ ແລະ ສຳລັບມະນຸດແລ້ວ ເບິ່ງຄືກັບວ່າເນື້ອໜັງບໍ່ສອດຄ່ອງກັບຄຸນຄ່າຕົວຈິງຂອງພຣະອົງ, ເນື້ອໜັງນີ້ ເຊິ່ງບໍ່ມີພາບລັກດັ່ງເດີມຂອງພຣະເຈົ້າ ຫຼື ຕົວຕົນດັ່ງເດີມຂອງພຣະເຈົ້າ ແມ່ນສາມາດປະຕິບັດພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້. ເຊິ່ງສິ່ງດັ່ງກ່າວຄືຄວາມໝາຍ ແລະ ຄຸນຄ່າດັ່ງເດີມຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມັນຄືຄວາມໝາຍ ແລະ ຄຸນຄ່ານີ້ທີ່ເຮັດໃຫ້ມະນຸດບໍ່ສາມາດເຂົ້າໃຈ ແລະ ຍອມຮັບໄດ້. ເຖິງແມ່ນວ່າ ມະນຸດຊາດເຄົາລົບພຣະວິນຍານຂອງພຣະເຈົ້າ ແລະ ດູຖູກເນື້ອໜັງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເບິ່ງ ຫຼື ຄິດແນວໃດກໍຕາມ, ຄວາມໝາຍ ແລະ ຄຸນຄ່າທີ່ແທ້ຈິງຂອງເນື້ອໜັງແມ່ນມີຫຼາຍກວ່າພຣະວິນຍານ. ແນ່ນອນ, ນີ້ແມ່ນກ່ຽວຂ້ອງກັບມະນຸດຊາດທີ່ເສື່ອມຊາມເທົ່ານັ້ນ. ສຳລັບທຸກຄົນທີ່ສະແຫວງຫາຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ, ພາລະກິດຂອງພຣະວິນຍານສາມາດສະໜອງພຽງແຕ່ການດົນບັນດານໃຈ ຫຼື ແຮງກະຕຸ້ນເທົ່ານັ້ນ ແລະ ໃຫ້ຄວາມຮູ້ສຶກທີ່ໜ້າອັດສະຈັນໃຈວ່າວຽກງານນີ້ມະຫັດສະຈັນ, ບໍ່ສາມາດຢັ່ງເຖິງ ແລະ ບໍ່ສາມາດຈິນຕະນາການໄດ້; ແລະ ເຮັດໃຫ້ມີຄວາມຮູ້ສຶກວ່າ ມັນຍິ່ງໃຫຍ່, ເກີນທຳມະດາ ແລະ ເປັນຕາຍ້ອງຍໍສັນລະເສີນ, ນອກນັ້ນກໍຍັງເປັນສິ່ງທີ່ບໍ່ສາມາດບັນລຸໄດ້ ຫຼື ສິ່ງທີ່ທຸກຄົນບໍ່ສາມາດເອື້ອມເຖິງໄດ້. ມະນຸດ ແລະ ພຣະວິນຍານຂອງພຣະເຈົ້າສາມາດພຽງແຕ່ເຝົ້າເບິ່ງກັນ ແລະ ກັນຈາກທາງໄກ ຄືກັບວ່າມີໄລຍະທາງທີ່ໄກຫຼາຍລະຫວ່າງພວກເຂົາ ແລະ ພວກເຂົາຈະບໍ່ສາມາດເຂົ້າກັນໄດ້ຈັກເທື່ອ ເໝືອນກັບວ່າມະນຸດ ແລະ ພຣະເຈົ້າຖືກແຍກອອກຈາກກັນໂດຍເສັ້ນແບ່ງທີ່ເບິ່ງບໍ່ເຫັນ. ໃນຄວາມເປັນຈິງກໍຄື ນີ້ແມ່ນພາບລວງຕາທີ່ພຣະວິນຍານມອບໃຫ້ກັບມະນຸດ ເຊິ່ງນັ້ນເປັນເພາະວ່າພຣະວິນຍານ ແລະ ມະນຸດບໍ່ແມ່ນປະເພດດຽວກັນ ແລະ ຈະບໍ່ຢູ່ຮ່ວມໂລກດຽວກັນຈັກເທື່ອ ແລະ ເປັນຍ້ອນພຣະວິນຍານບໍ່ມີສິ່ງໃດເໝືອນມະນຸດເລີຍ. ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງມີພຣະວິນຍານ, ຍ້ອນພຣະວິນຍານບໍ່ສາມາດປະຕິບັດພາລະກິດທີ່ມະນຸດຕ້ອງການທີ່ສຸດໂດຍກົງໄດ້. ພາລະກິດຂອງເນື້ອໜັງມອບເປົ້າໝາຍທີ່ສຳພັນກັບຊີວິດຈິງໃຫ້ມະນຸດໄລ່ຕາມ, ມອບພຣະທຳທີ່ຊັດເຈນ ແລະ ຄວາມຮູ້ສຶກວ່າ ພຣະອົງສຳພັນກັບຊີວິດຈິງ ແລະ ປົກກະຕິ, ພຣະອົງຖ່ອມຕົວ ແລະ ທຳມະດາ. ເຖິງແມ່ນວ່າ ມະນຸດອາດຈະຢ້ານພຣະອົງ, ແຕ່ສຳລັບຫຼາຍຄົນ ພຣະອົງເປັນຄົນທີ່ເຂົ້າຫາໄດ້ງ່າຍ. ມະນຸດສາມາດເຫັນໃບໜ້າຂອງພຣະອົງ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ເຂົາບໍ່ຈຳເປັນຕ້ອງຫຼຽວເບິ່ງພຣະອົງຈາກໄກໆ. ເນື້ອໜັງນີ້ຮູ້ສຶກໃກ້ຊິດກັບມະນຸດ, ບໍ່ໄດ້ຢູ່ຫ່າງໄກ ຫຼື ເປັນສິ່ງທີ່ບໍ່ສາມາດຢັ່ງເຖິງໄດ້, ແຕ່ເປັນສິ່ງທີ່ສາມາດເຫັນໄດ້ ແລະ ສາມາດເຂົ້າເຖິງໄດ້, ນີ້ກໍຍ້ອນວ່າ ເນື້ອໜັງດັ່ງກ່າວແມ່ນຢູ່ໃນໂລກດຽວກັນກັບມະນຸດ.
ສຳລັບທຸກຄົນທີ່ດຳລົງຊີວິດໃນເນື້ອໜັງ, ການໄລ່ຕາມການປ່ຽນແປງອຸປະນິໄສຈຳເປັນຕ້ອງມີເປົ້າໝາຍ ແລະ ການໄລ່ຕາມຄວາມຮູ້ກ່ຽວກັບພຣະເຈົ້າກໍຈຳເປັນຕ້ອງເຫັນການກະທຳທີ່ເປັນຈິງ ແລະ ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ທັງສອງຢ່າງນີ້ພຽງແຕ່ສາມາດບັນລຸໄດ້ໂດຍເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແລະ ທັງສອງຢ່າງນີ້ກໍພຽງແຕ່ຖືກເຮັດໃຫ້ສຳເລັດໂດຍເນື້ອໜັງທີ່ປົກກະຕິ ແລະ ຈັບຕ້ອງໄດ້ເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງການບັງເກີດເປັນມະນຸດຈຶ່ງຈຳເປັນ, ມັນຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມທັງໝົດ. ຍ້ອນຜູ້ຄົນຈຳເປັນຕ້ອງຮູ້ຈັກພຣະເຈົ້າ, ພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍ ແລະ ເໜືອທຳມະຊາດຕ້ອງຖືກກຳຈັດອອກຈາກຫົວໃຈຂອງພວກເຂົາ ແລະ ຍ້ອນພວກເຂົາຈຳເປັນຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຈຶ່ງຈໍາເປັນຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກ່ອນ. ຖ້າມະນຸດພຽງແຕ່ປະຕິບັດພາລະກິດເພື່ອກຳຈັດພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງຜູ້ຄົນ, ແລ້ວພວກເຂົາກໍຈະບໍ່ສາມາດບັນລຸຜົນທີ່ໄດ້ຕັ້ງໃຈ. ພາບລັກຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງຜູ້ຄົນບໍ່ສາມາດຖືກເປີດໂປງ, ປະຖິ້ມ ຫຼື ກຳຈັດອອກຢ່າງສົມບູນໂດຍພຣະທຳແຕ່ຢ່າງດຽວ. ການເຮັດແບບນັ້ນ, ໃນທີ່ສຸດ ມັນກໍຍັງຈະເປັນໄປບໍ່ໄດ້ທີ່ຈະກຳຈັດສິ່ງທີ່ຝັງເລິກເຫຼົ່ານີ້ອອກຈາກຜູ້ຄົນ. ມີພຽງແຕ່ໂດຍການແທນທີ່ສິ່ງທີ່ເລື່ອນລອຍ ແລະ ເໜືອທຳມະຊາດເຫຼົ່ານີ້ດ້ວຍພຣະເຈົ້າຜູ້ຊົງສຳພັນກັບຊີວິດຈິງ ແລະ ພາບລັກດັ່ງເດີມຂອງພຣະເຈົ້າ ແລະ ການເຮັດໃຫ້ຜູ້ຄົນໄດ້ຮູ້ຈັກພຣະເຈົ້າ ແລະ ພາບລັກຂອງພຣະອົງເທື່ອລະໜ້ອຍ, ມັນຈຶ່ງຈະສາມາດບັນລຸຜົນທີ່ເໝາະສົມໄດ້. ມະນຸດຮູ້ຈັກວ່າ ພຣະເຈົ້າທີ່ລາວໄລ່ຕາມໃນອະດີດນັ້ນເປັນພຣະເຈົ້າທີ່ເລື່ອນລອຍ ແລະ ເໜືອທຳມະຊາດ. ພວກເຂົາຮູ້ວ່າສິ່ງທີ່ສາມາດບັນລຸຜົນໄດ້ ບໍ່ແມ່ນການນໍາພາໂດຍກົງຂອງພຣະວິນຍານ ແລະ ແຮງໄກທີ່ຈະເປັນຄຳສັ່ງສອນຂອງບຸກຄົນໃດໜຶ່ງ, ແຕ່ເປັນການນໍາພາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແນວຄິດຂອງມະນຸດຈະຖືກເປີດອອກເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການ, ຍ້ອນຄວາມເປັນປົກກະຕິ ແລະ ຄວາມສຳພັນກັບຊີວິດຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ ແມ່ນສິ່ງທີ່ກົງກັນຂ້າມກັບພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດທີ່ຢູ່ໃນຈິນຕະນາການຂອງມະນຸດ. ແນວຄິດດັ້ງເດີມຂອງມະນຸດພຽງແຕ່ສາມາດຖືກເປີດເຜີຍເມື່ອປຽບທຽບຄວາມແຕກຕ່າງຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ຫາກປາສະຈາກການປຽບທຽບກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແນວຄິດຂອງມະນຸດກໍ່ບໍ່ສາມາດຖືກເປີດເຜີຍໄດ້; ເວົ້າອີກຢ່າງໜຶ່ງກໍ່ຄື ຫາກປາສະຈາກຄວາມເປັນຈິງເຊິ່ງເປັນສິ່ງປຽບທຽບ ສິ່ງທີ່ບໍ່ແຈ່ມແຈ້ງກໍບໍ່ສາມາດຖືກເປີດເຜີຍໄດ້. ບໍ່ມີໃຜສາມາດໃຊ້ພຣະທຳເພື່ອປະຕິບັດພາລະກິດນີ້ ແລະ ບໍ່ມີໃຜສາມາດກ່າວພາລະກິດນີ້ໂດຍໃຊ້ພຣະທຳ. ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ບໍ່ວ່າພາສາຂອງມະນຸດຈະອຸດົມສົມບູນສໍ່າໃດກໍຕາມ, ພວກເຂົາຈະບໍ່ສາມາດອະທິບາຍເຖິງຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າໄດ້. ມະນຸດຈະສາມາດຮູ້ຈັກພຣະເຈົ້າໄດ້ດີຂຶ້ນ ແລະ ສາມາດເຫັນພຣະອົງໄດ້ຢ່າງຊັດເຈນຂຶ້ນ ຖ້າພຣະເຈົ້າປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ ແລະ ສະແດງພາບລັກສະນະຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງອອກມາທັງໝົດ. ບໍ່ມີມະນຸດທີ່ມີເນື້ອໜັງຄົນໃດສາມາດບັນລຸຜົນນີ້ໄດ້. ແນ່ນອນ, ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ສາມາດບັນລຸຜົນນີ້ໄດ້. ພຣະເຈົ້າສາມາດຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ, ແຕ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ໂດຍກົງ; ກົງກັນຂ້າມ, ມີພຽງແຕ່ເນື້ອໜັງ ທີ່ພຣະວິນຍານຂອງພຣະເຈົ້າຊົງສວມໃສ່, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດນີ້ໄດ້. ເນື້ອໜັງນີ້ແມ່ນມະນຸດ ແລະ ຍັງແມ່ນພຣະເຈົ້າອີກດ້ວຍ; ເນື້ອໜັງນີ້ເປັນບຸກຄົນໜຶ່ງທີ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ຍັງເປັນພຣະເຈົ້າທີ່ມີຄວາມເປັນພຣະເຈົ້າຢ່າງສົມບູນ. ແລ້ວດ້ວຍເຫດນັ້ນ ເຖິງແມ່ນເນື້ອໜັງນີ້ບໍ່ແມ່ນພຣະວິນຍານຂອງພຣະເຈົ້າ ແລະ ແຕກຕ່າງຈາກພຣະວິນຍານຫຼາຍ, ຜູ້ທີ່ຊ່ວຍມະນຸດໃຫ້ລອດພົ້ນ ກໍຍັງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດເອງ, ຜູ້ທີ່ເປັນພຣະວິນຍານ ແລະ ທັງເປັນເນື້ອໜັງທີ່ຊ່ວຍມະນຸດໃຫ້ລອດພົ້ນ. ບໍ່ວ່າພຣະອົງຈະຖືກເອີ້ນເປັນສິ່ງໃດກໍຕາມ, ໃນທີ່ສຸດແລ້ວ ພຣະອົງກໍຍັງເປັນພຣະເຈົ້າເອງທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຍ້ອນພຣະວິນຍານຂອງພຣະເຈົ້າບໍ່ສາມາດແຍກອອກຈາກເນື້ອໜັງໄດ້ ແລະ ພາລະກິດຂອງເນື້ອໜັງແມ່ນຍັງເປັນພາລະກິດຂອງພຣະວິນຍານຂອງພຣະເຈົ້າ; ພຽງແຕ່ວ່າພາລະກິດນີ້ບໍ່ໄດ້ຖືກປະຕິບັດໂດຍໃຊ້ຕົວຕົນຂອງພຣະວິນຍານ, ແຕ່ຖືກປະຕິບັດໂດຍໃຊ້ຕົວຕົນຂອງເນື້ອໜັງ. ພາລະກິດທີ່ຈຳເປັນຕ້ອງຖືກປະຕິບັດໂດຍພຣະວິນຍານໂດຍກົງກໍບໍ່ຈຳເປັນຕ້ອງມີການບັງເກີດເປັນມະນຸດ ແລະ ພາລະກິດທີ່ຕ້ອງໃຊ້ເນື້ອໜັງເຮັດກໍບໍ່ສາມາດຖືກປະຕິບັດໂດຍພຣະວິນຍານໂດຍກົງໄດ້. ພາລະກິດດັ່ງກ່າວຕ້ອງໄດ້ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ. ນີ້ແມ່ນສິ່ງທີ່ຈຳເປັນສຳລັບພາລະກິດນີ້ ແລະ ມັນເປັນສິ່ງທີ່ຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມ. ໃນພາລະກິດສາມຂັ້ນຕອນຂອງພຣະເຈົ້າ, ມີພຽງແຕ່ຂັ້ນຕອນດຽວທີ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ ແລະ ສອງຂັ້ນຕອນທີ່ເຫຼືອແມ່ນຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນໂດຍພຣະວິນຍານໂດຍກົງ. ພາລະກິດຂອງຍຸກແຫ່ງພຣະບັນຍັດທີ່ຖືກປະຕິບັດໂດຍພຣະວິນຍານບໍ່ກ່ຽວພັນກັບການປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ມັນບໍ່ໄດ້ມີສ່ວນກ່ຽວຂ້ອງໃດເລີຍກັບຄວາມຮູ້ຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ ພາລະກິດຂອງເນື້ອໜັງຂອງພຣະເຈົ້າທີ່ຢູ່ໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງລາຊະອານາຈັກແມ່ນກ່ຽວພັນເຖິງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າ ແລະ ເປັນສ່ວນທີ່ສຳຄັນ ແລະ ຈຳເປັນຂອງພາລະກິດແຫ່ງຄວາມລອດພົ້ນ. ສະນັ້ນ, ມະນຸດຊາດທີ່ເສື່ອມຊາມຈຶ່ງຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍກວ່າ ແລະ ຕ້ອງການພາລະກິດໂດຍກົງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ. ມະນຸດຊາດຕ້ອງການໃຫ້ພຣະເຈົ້າທີ່ບັງເກີດເປັນມະນຸດລ້ຽງດູພວກເຂົາ, ຄໍ້າຈູນພວກເຂົາ, ຫົດນໍ້າໃຫ້ພວກເຂົາ, ລ້ຽງເກືອພວກເຂົາ, ພິພາກສາ ແລະ ລົງທັນພວກເຂົາ; ພວກເຂົາຕ້ອງການພຣະຄຸນ ແລະ ການໄຖ່ບາບຫຼາຍຂຶ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ມີພຽງແຕ່ພຣະເຈົ້າທີ່ຢູ່ໃນເນື້ອໜັງເທົ່ານັ້ນທີ່ສາມາດເປັນຄົນທີ່ໄວ້ວາງໃຈໄດ້ຂອງມະນຸດ, ເປັນຄົນລ້ຽງແກະຂອງມະນຸດ, ຄວາມຊ່ວຍເຫຼືອທີ່ພ້ອມມອບໃຫ້ມະນຸດ ແລະ ທຸກສິ່ງເຫຼົ່ານີ້ແມ່ນຈຳເປັນຕ້ອງໃຫ້ມີການບັງເກີດເປັນມະນຸດທັງໃນປັດຈຸບັນ ແລະ ໃນອະດີດຜ່ານມາ.
ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເປັນສິ່ງສູງສົ່ງທີ່ສຸດໃນບັນດາສິ່ງຖືກສ້າງທັງໝົດຂອງພຣະເຈົ້າ, ສະນັ້ນ ມະນຸດຈຶ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າ. ເປົ້າໝາຍຂອງຄວາມລອດພົ້ນແມ່ນມະນຸດ, ບໍ່ແມ່ນຊາຕານ ແລະ ສິ່ງທີ່ຈະຖືກຊ່ວຍໃຫ້ໄດ້ພົ້ນແມ່ນເນື້ອໜັງຂອງມະນຸດ ແລະ ວິນຍານຂອງມະນຸດ ແລະ ບໍ່ແມ່ນພວກມານຮ້າຍ. ຊາຕານແມ່ນເປົ້າໝາຍຂອງການທຳລາຍລ້າງຂອງພຣະເຈົ້າ, ມະນຸດເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະເຈົ້າ ແລະ ເນື້ອໜັງຂອງມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ, ສະນັ້ນສິ່ງທຳອິດທີ່ຈະຖືກຊ່ວຍໃຫ້ພົ້ນໄດ້ຈຶ່ງຕ້ອງເປັນເນື້ອໜັງຂອງມະນຸດ. ເນື້ອໜັງຂອງມະນຸດຖືກເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງທີ່ສຸດ ແລະ ມັນໄດ້ກາຍເປັນສິ່ງທີ່ຕໍ່ຕ້ານພຣະເຈົ້າ, ຫຼາຍຈົນເຖິງຂັ້ນທີ່ມັນຕໍ່ຕ້ານ ແລະ ປະຕິເສດການເປັນຢູ່ຂອງພຣະເຈົ້າຢ່າງເປີດເຜີຍ. ເນື້ອໜັງນີ້ເປັນສິ່ງທີ່ວ່າດື້ດ້ານທີ່ສຸດ ແລະ ບໍ່ມີສິ່ງໃດທີ່ຈະຍາກໄປກວ່າການລິຮານ ຫຼື ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງເນື້ອໜັງ. ຊາຕານກາຍເປັນເນື້ອໜັງຂອງມະນຸດມາເພື່ອກໍ່ກວນຄວາມວຸ້ນວາຍ ແລະ ມັນໃຊ້ເນື້ອໜັງຂອງມະນຸດເພື່ອລົບກວນພາລະກິດຂອງພຣະເຈົ້າ ແລະ ທຳລາຍແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງກາຍເປັນຊາຕານ ແລະ ກາຍມາເປັນສັດຕູຂອງພຣະເຈົ້າ. ມະນຸດຈະໄດ້ຮັບຄວາມລອດພົ້ນ, ພວກເຂົາຕ້ອງຖືກເອົາຊະນະກ່ອນ. ມັນເປັນຍ້ອນສິ່ງນີ້ ພຣະເຈົ້າຈຶ່ງລຸກຂຶ້ນຮັບເອົາການທ້າທາຍ ແລະ ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາທີ່ຈະປະຕິບັດ ແລະ ເພື່ອສູ້ຮົບກັບຊາຕານ. ຈຸດປະສົງຂອງພຣະອົງແມ່ນເພື່ອຊ່ວຍໃຫ້ມະນຸດລອດພົ້ນ ຜູ້ທີ່ຖືກເສື່ອມຊາມ ແລະ ເພື່ອເອົາຊະນະ ແລະ ທຳລາຍລ້າງຊາຕານ ຜູ້ເຊິ່ງກະບົດຕໍ່ພຣະອົງ. ພຣະອົງເອົາຊະນະຊາຕານຜ່ານພາລະກິດແຫ່ງການເອົາຊະນະມະນຸດຂອງພຣະອົງ ແລະ ໃນຂະນະດຽວກັນ ພຣະອົງກໍ່ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ. ສະນັ້ນ ມັນຄືພາລະກິດທີ່ບັນລຸສອງເປົ້າໝາຍໄດ້ພ້ອມກັນ. ພຣະອົງປະຕິບັດພາລະກິດໃນເນື້ອໜັງ, ກ່າວໃນເນື້ອໜັງ ແລະ ຮັບພາລະກິດທັງໝົດທີ່ຢູ່ໃນເນື້ອໜັງເພື່ອເຮັດວຽກກັບມະນຸດ ແລະ ເອົາຊະນະມະນຸດໄດ້ດີຂຶ້ນ. ນີ້ແມ່ນຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍເປັນເນື້ອໜັງ, ເຊິ່ງພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າແມ່ນຈະສິ້ນສຸດລົງໃນເນື້ອໜັງ. ພຣະອົງຈະໄດ້ຈັດປະເພດມະນຸດທຸກຄົນອອກຕາມປະເພດຂອງພວກເຂົາ, ພຣະອົງຈະສິ້ນສຸດການຄຸ້ມຄອງທັງໝົດຂອງພຣະອົງ ແລະ ສິ້ນສຸດພາລະກິດທັງໝົດຂອງພຣະອົງທີ່ຢູ່ໃນເນື້ອໜັງອີກດ້ວຍ. ຫຼັງຈາກພາລະກິດທັງໝົດທີ່ຢູ່ເທິງແຜ່ນດິນໂລກໄດ້ມາເຖິງຈຸດສິ້ນສຸດ, ພຣະອົງຈະມີໄຊຊະນະຢ່າງສົມບູນ. ການປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າຈະເອົາຊະນະມະນຸດຊາດ ແລະ ຮັບເອົາມະນຸດຊາດໂດຍສົມບູນ. ນີ້ບໍ່ໄດ້ໝາຍຄວາມວ່າ ການຄຸ້ມຄອງທັງໝົດຂອງພຣະອົງຈະມາເຖິງຈຸດສິ້ນສຸດບໍ? ເມື່ອພຣະເຈົ້າສິ້ນສຸດຕໍ່ພາລະກິດໃນເນື້ອໜັງຂອງພຣະອົງ ຫລັງຈາກທີ່ພຣະອົງໄດ້ເອົາຊະນະຊາຕານຢ່າງແທ້ຈິງ ແລະ ໄດ້ຮັບໄຊຊະນະ, ຊາຕານຈະບໍ່ມີໂອກາດທີ່ຈະເຮັດໃຫ້ມະນຸດເສື່ອມຊາມອີກຕໍ່ໄປ. ເຊິ່ງພາລະກິດແຫ່ງການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າແມ່ນການໄຖ່ບາບ ແລະ ການອະໄພຄວາມຜິດບາບຂອງມະນຸດ. ບັດນີ້ ມັນຄືພາລະກິດແຫ່ງການເອົາຊະນະ ແລະ ການຮັບເອົາມະນຸດຊາດທັງໝົດ ເພື່ອທີ່ວ່າຊາຕານຈະບໍ່ມີຫົນທາງເຮັດພາລະກິດຂອງມັນອີກຕໍ່ໄປ ແລະ ຈະສູນເສຍຢ່າງສົມບູນ ແລະ ພຣະເຈົ້າຈະມີໄຊຊະນະຢ່າງສົມບູນ. ນີ້ແມ່ນພາລະກິດແຫ່ງເນື້ອໜັງ ແລະ ເປັນພາລະກິດທີ່ພຣະເຈົ້າເອງປະຕິບັດ. ເບື້ອງຕົ້ນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກປະຕິບັດໂດຍພຣະວິນຍານໂດຍກົງ ແລະ ບໍ່ແມ່ນໂດຍເນື້ອໜັງ. ເຖິງຢ່າງໃດກໍຕາມ, ພາລະກິດສຸດທ້າຍຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ແມ່ນໂດຍພຣະວິນຍານໂດຍກົງ. ພາລະກິດແຫ່ງການໄຖ່ບາບຂອງຂັ້ນຕອນທີ່ສອງກໍຍັງຖືກປະຕິບັດໂດຍພຣະເຈົ້າທີ່ສະຖິດໃນເນື້ອໜັງ. ທົ່ວພາລະກິດແຫ່ງການຄຸ້ມຄອງທັງໝົດ, ພາລະກິດທີ່ສຳຄັນທີ່ສຸດຄືການຊ່ວຍມະນຸດໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ. ພາລະກິດສຳຄັນແມ່ນການເອົາຊະນະຜູ້ຄົນຢ່າງສົມບູນເພື່ອທີ່ຈະສາມາດກູ້ຄືນຫົວໃຈທີ່ຢໍາເກງພຣະເຈົ້າຂອງຜູ້ທີ່ຖືກເອົາຊະນະ ແລະ ເພື່ອທີ່ພວກເຂົາຈະສາມາດບັນລຸການມີຊີວິດທຳມະດາແບບມະນຸດ ເຊິ່ງໝາຍເຖິງ ຊີວິດທຳມະດາແຫ່ງສິ່ງຖືກສ້າງຂອງພຣະເຈົ້າ. ພາລະກິດນີ້ສຳຄັນຫຼາຍ ແລະ ມັນເປັນແກນສຳຄັນຂອງແຜນການຄຸ້ມຄອງ. ໃນພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນ, ພາລະກິດຂັ້ນຕອນທຳອິດທີ່ຢູ່ໃນຍຸກແຫ່ງພຣະບັນຍັດແມ່ນໄກຈາກແກ່ນແທ້ຂອງພາລະກິດແຫ່ງການຄຸ້ມຄອງ; ມັນມີພຽງຮູບລັກສະນະເລັກນ້ອຍຂອງພາລະກິດແຫ່ງຄວາມລອດພົ້ນເທົ່ານັ້ນ ແລະ ບໍ່ແມ່ນການເລີ່ມຕົ້ນພາລະກິດຂອງພຣະເຈົ້າໃນການຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຳນາດຂອງຊາຕານ. ພາລະກິດຂັ້ນຕອນທຳອິດຖືກປະຕິບັດໂດຍພຣະວິນຍານໂດຍກົງ ນັ້ນຍ້ອນວ່າພາຍໃຕ້ພຣະບັນຍັດ ມະນຸດພຽງແຕ່ຮູ້ປະຕິບັດຕາມພຣະບັນຍັດເທົ່ານັ້ນ ແລະ ມະນຸດບໍ່ມີຄວາມຈິງຫຍັງເລີຍ ແລະ ນັ້ນຍ້ອນວ່າ ພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ກ່ຽວພັນເຖິງການປ່ຽນແປງຕໍ່ອຸປະນິໄສຂອງມະນຸດ ແລ້ວແຮງໄກທີ່ມັນຈະກ່ຽວຂ້ອງກັບພາລະກິດໃນການຊ່ວຍເຫຼືອມະນຸດຈາກອຳນາດຂອງຊາຕານ. ສະນັ້ນ ພຣະວິນຍານຂອງພຣະເຈົ້າຈຶ່ງໄດ້ບັນລຸຂັ້ນຕອນພາລະກິດທີ່ງ່າຍທີ່ສຸດນີ້ ໂດຍບໍ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຂັ້ນຕອນຂອງພາລະກິດນີ້ໄດ້ມີສ່ວນກ່ຽວຂ້ອງພຽງໜ້ອຍດຽວກ່ຽວກັບແກ່ນແທ້ຂອງການຄຸ້ມຄອງ ແລະ ມັນບໍ່ມີຄວາມສຳພັນຫຍັງຫຼາຍກັບພາລະກິດທີ່ເປັນທາງການຂອງຄວາມລອດພົ້ນຂອງມະນຸດ ແລະ ດ້ວຍເຫດນັ້ນ ມັນຈຶ່ງບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວພຣະອົງເອງ. ພາລະກິດທີ່ພຣະວິນຍານປະຕິບັດແມ່ນຊັດແຈ້ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ແລະ ມັນເປັນຕາຢ້ານຫຼາຍ ແລະ ບໍ່ສາມາດເຂົ້າເຖິງໄດ້ໂດຍມະນຸດ; ພຣະວິນຍານບໍ່ເໝາະສົມແກ່ການປະຕິບັດພາລະກິດແຫ່ງຄວາມລອດພົ້ນນັ້ນໂດຍກົງ ແລະ ບໍ່ເໝາະສົມທີ່ຈະສະໜອງຊີວິດໃຫ້ກັບມະນຸດໂດຍກົງ. ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດກໍຄືການປ່ຽນແປງພາລະກິດແຫ່ງພຣະວິນຍານເຂົ້າໃນວິທີການທີ່ໃກ້ຊິດກັບມະນຸດ ເຊິ່ງໝາຍຄວາມວ່າ ສິ່ງທີ່ເໝາະສົມທີ່ສຸດສຳລັບມະນຸດແມ່ນການໃຫ້ພຣະເຈົ້າກາຍເປັນບຸກຄົນທີ່ປົກກະຕິ ແລະ ທຳມະດາເພື່ອປະຕິບັດພາລະກິດຂອງພຣະອົງ. ສິ່ງນີ້ຈຶ່ງຈຳເປັນໃຫ້ພຣະເຈົ້າບັງເກີດເປັນມະນຸດເພື່ອແທນທີ່ພຣະວິນຍານໃນພາລະກິດຂອງພຣະອົງ ແລະ ສຳລັບມະນຸດແລ້ວ ວິທີທາງທີ່ພຣະເຈົ້າປະຕິບັດພາລະກິດແມ່ນເໝາະສົມທີ່ສຸດ. ທ່າມກາງພາລະກິດສາມຂັ້ນຕອນເຫຼົ່ານີ້, ສອງຂັ້ນຕອນຖືກປະຕິບັດໂດຍເນື້ອໜັງ ແລະ ສອງຂັ້ນຕອນເຫຼົ່ານີ້ແມ່ນໄລຍະທີ່ສຳຄັນຂອງພາລະກິດແຫ່ງການຄຸ້ມຄອງ. ການບັງເກີດເປັນມະນຸດທັງສອງຄັ້ງແມ່ນເຕີມເຕັມກັນ ແລະ ພວກເຂົາສົ່ງເສີມກັນຢ່າງສົມບູນ. ຂັ້ນຕອນທຳອິດຂອງການບັງເກີດເປັນມະນຸດຂອງພຣະເຈົ້າວາງພື້ນຖານສຳລັບຂັ້ນຕອນທີສອງ ແລະ ສາມາດເວົ້າໄດ້ວ່າ ການບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າປະກອບເປັນໜຶ່ງດຽວກັນທີ່ຄົບຖ້ວນ ແລະ ບໍ່ໄດ້ຂັດແຍ່ງກັນ. ພາລະກິດສອງຂັ້ນຕອນຂອງພຣະເຈົ້າຖືກປະຕິບັດໂດຍພຣະເຈົ້າໃນຕົວຕົນທີ່ບັງເກີດເປັນມະນຸດຂອງພຣະອົງ ຍ້ອນວ່າ ພາລະກິດເຫຼົ່ານັ້ນສຳຄັນຫຼາຍຕໍ່ແຜນການຄຸ້ມຄອງທັງໝົດຂອງພຣະອົງ. ເກືອບເວົ້າໄດ້ວ່າ ຫາກປາສະຈາກພາລະກິດຂອງການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ, ພາລະກິດແຫ່ງການຄຸ້ມຄອງທັງໝົດກໍຈະຖືກເຊົາໃນທີ່ສຸດ ແລະ ພາລະກິດແຫ່ງການຊ່ວຍເຫຼືອມະນຸດໃຫ້ລອດພົ້ນກໍຈະເປັນພຽງການເວົ້າແຕ່ປາກ. ພາລະກິດນີ້ຈະສຳຄັນ ຫຼື ບໍ່ ແມ່ນຂຶ້ນກັບຄວາມຕ້ອງການຂອງມະນຸດຊາດ, ຂຶ້ນກັບຄວາມເປັນຈິງແຫ່ງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຂຶ້ນກັບຄວາມຮຸນແຮງຂອງຄວາມກະບົດຂອງຊາຕານ ແລະ ການທີ່ມັນລົບກວນພາລະກິດ. ຄົນທີ່ເໝາະສົມສຳລັບໜ້າທີ່ແມ່ນຖືກກຳນົດລ່ວງໜ້າໂດຍທຳມະຊາດຂອງພາລະກິດທີ່ຜູ້ເຮັດວຽກປະຕິບັດ ແລະ ຄວາມສຳຄັນຂອງພາລະກິດນັ້ນ. ເມື່ອເວົ້າເຖິງຄວາມສຳຄັນຂອງພາລະກິດນີ້, ໃນປະເດັນທີ່ວ່າ ວິທີການໃດຂອງພາລະກິດທີ່ຈະຕ້ອງນໍາໃຊ້: ພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຫຼື ພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ຫຼື ພາລະກິດທີ່ປະຕິບັດຜ່ານທາງມະນຸດ, ພາລະກິດທຳອິດທີ່ຈະຖືກຕັດອອກແມ່ນພາລະກິດທີ່ປະຕິບັດຜ່ານທາງມະນຸດ ແລະ ອີງຕາມທຳມະຊາດຂອງພາລະກິດ ແລະ ລະຫວ່າງທຳມະຊາດຂອງພາລະກິດຂອງພຣະວິນຍານກັບພາລະກິດຂອງເນື້ອໜັງ, ໃນທີ່ສຸດ ຈິ່ງຖືກຕັດສິນວ່າ ພາລະກິດທີ່ເນື້ອໜັງປະຕິບັດມີປະໂຫຍດສຳລັບມະນຸດຫຼາຍກວ່າພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ ແລະ ມັນມີຂໍ້ດີຫຼາຍກວ່າ. ນີ້ແມ່ນຄວາມຄິດຂອງພຣະເຈົ້າໃນເວລາພຣະອົງຕັດສິນວ່າ ພາລະກິດຂອງພຣະອົງຈະຖືກປະຕິບັດໂດຍພຣະວິນຍານ ຫຼື ໂດຍເນື້ອໜັງ. ມັນມີຄວາມໝາຍ ແລະ ພື້ນຖານສຳລັບພາລະກິດແຕ່ລະຂັ້ນຕອນ. ບໍ່ມີຂັ້ນຕອນໃດຂອງພາລະກິດເຫຼົ່ານີ້ທີ່ອີງໃສ່ຈິນຕະນາການທີ່ບໍ່ມີພື້ນຖານ ຫຼື ພາລະກິດເຫຼົ່ານັ້ນບໍ່ໄດ້ຖືກປະຕິບັດຕາມອຳເພີໃຈ; ມີສະຕິປັນຍາສະເພາະໃດໜຶ່ງໃນພາລະກິດເຫຼົ່ານັ້ນ. ນັ້ນຄືເລື່ອງລາວທີ່ແທ້ຈິງທີ່ຢູ່ເບື້ອງຫຼັງພາລະກິດທັງໝົດຂອງພຣະເຈົ້າ. ໂດຍສະເພາະແລ້ວ ແຜນການຂອງພຣະເຈົ້າຍິ່ງມີຫຼາຍໃນພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ. ສະນັ້ນ ສະຕິປັນຍາຂອງພຣະເຈົ້າ ແລະ ຄວາມເປັນຢູ່ທັງໝົດຂອງພຣະອົງແມ່ນຖືກສະທ້ອນໃນທຸກການກະທຳ, ຄວາມຄິດ ແລະ ແນວຄິດຂອງພຣະອົງ; ນີ້ແມ່ນຄວາມເປັນຢູ່ຂອງພຣະເຈົ້າທີ່ຊັດເຈນ ແລະ ເປັນລະບົບຫຼາຍຂຶ້ນ. ຄວາມຄິດ ແລະ ແນວຄິດທີ່ຫຼັກແຫຼມເຫຼົ່ານີ້ແມ່ນຍາກທີ່ຈະໃຫ້ມະນຸດຈິນຕະນາການ ແລະ ຍາກທີ່ຈະໃຫ້ມະນຸດເຊື່ອ ແລະ ຍິ່ງໄປກວ່ານັ້ນແມ່ນຍາກທີ່ຈະໃຫ້ມະນຸດຮູ້. ພາລະກິດທີ່ມະນຸດປະຕິບັດແມ່ນເກີດຂຶ້ນໂດຍອີງຕາມຫຼັກການທົ່ວໄປ ເຊິ່ງສຳລັບມະນຸດແລ້ວ ມັນເປັນທີ່ພໍໃຈຢ່າງສູງ. ແຕ່ເມື່ອປຽບທຽບກັບພາລະກິດຂອງພຣະເຈົ້າແລ້ວ ແມ່ນມີຄວາມບໍ່ເທົ່າທຽມກັນຫຼາຍເກີນໄປແທ້ໆ; ເຖິງແມ່ນ ການກະທຳຂອງພຣະເຈົ້າຍິ່ງໃຫຍ່ ແລະ ພາລະກິດຂອງພຣະເຈົ້າຢູ່ໃນລະດັບທີ່ໃຫຍ່ຫຼວງ, ເບື້ອງຫຼັງສິ່ງເຫຼົ່ານັ້ນແມ່ນມີຫຼາຍນາທີ ແລະ ແຜນການ ແລະ ການຈັດແຈງຢ່າງຊັດເຈນເຊິ່ງມະນຸດບໍ່ສາມາດຈິນຕະນາການໄດ້. ພາລະກິດແຕ່ລະຂັ້ນຕອນຂອງພຣະອົງບໍ່ພຽງແຕ່ຖືກປະຕິບັດຕາມຫຼັກການເທົ່ານັ້ນ, ແຕ່ຂັ້ນຕອນແຕ່ລະຂັ້ນຍັງມີຫຼາຍສິ່ງທີ່ພາສາມະນຸດບໍ່ສາມາດອະທິບາຍໄດ້ ແລະ ສິ່ງເຫຼົ່ານີ້ເປັນສິ່ງທີ່ມະນຸດບໍ່ສາມາດເຫັນໄດ້. ບໍ່ວ່າມັນເປັນພາລະກິດຂອງພຣະວິນຍານ ຫຼື ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະພາລະກິດແມ່ນຢູ່ໃນແຜນການພາລະກິດຂອງພຣະອົງ. ພຣະອົງຈະບໍ່ປະຕິບັດພາລະກິດໂດຍບໍ່ມີຫຼັກການ ແລະ ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ. ເມື່ອພຣະວິນຍານປະຕິບັດພາລະກິດໂດຍກົງ ພຣະອົງກໍມີເປົ້າໝາຍຂອງພຣະອົງ ແລະ ເມື່ອພຣະອົງກາຍເປັນມະນຸດ (ເຊິ່ງໝາຍຄວາມວ່າ ເມື່ອພຣະອົງປ່ຽນແປງເປືອກນອກຂອງພຣະອົງ) ເພື່ອປະຕິບັດພາລະກິດ, ພຣະອົງກໍຍິ່ງມີເປົ້າໝາຍຂອງພຣະອົງຫຼາຍຂຶ້ນ. ແລ້ວມີເຫດຜົນຫຍັງອີກພຣະອົງຈຶ່ງພ້ອມປ່ຽນແປງຕົວຕົນຂອງພຣະອົງ? ມີເຫດຜົນຫຍັງອີກພຣະອົງຈຶ່ງພ້ອມກາຍມາເປັນຄົນທີ່ຖືວ່າຕໍ່າຕ້ອຍ ແລະ ຖືກຂົ່ມເຫັງ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?