ມະນຸດຈະຂ້າມໄປສູ່ຍຸກໃໝ່ໄດ້ແນວໃດ

ມື້ນີ້, ຫົວຂໍ້ການໂອ້ລົມຂອງພວກເຮົາແມ່ນການທີ່ມະນຸດເຂົ້າສູ່ຍຸກໃໝ່, ຍຸກແຫ່ງອານາຈັກ ແລະ ວິທີການທີ່ມະນຸດຄວນດຳລົງຊີວິດໃນຍຸກແຫ່ງອານາຈັກ, ວິທີການທີ່ພວກເຂົາຄວນປະສົບກັບພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ ແລະ ຂ້າມສູ່ຍຸກໃໝ່ຢ່າງແທ້ຈິງ. ການສົນທະນານີ້ກ່ຽວກັບຫົວຂໍ້ວິທີການທີ່ມະນຸດຂ້າມເຂົ້າສູ່ຍຸກໃໝ່ສ່ວນໃຫຍ່ຈະສຸມໃສ່ຫຍັງ? ພຣະເຈົ້າກ່າວພຣະທຳຫຼາຍຂໍ້ໃນຍຸກແຫ່ງອານາຈັກ ແລະ ພຣະອົງກຳລັງປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ແລະ ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າທຸກຄົນຄວນຮູ້ແທ້ໆວ່າມະນຸດຄວນເຊື່ອໃນພຣະເຈົ້າໃນຍຸກແຫ່ງອານາຈັກແນວໃດ ເພື່ອບັນລຸຄວາມຕ້ອງການຂອງພຣະເຈົ້າ. ຄົນສ່ວນໃຫຍ່ໃນອະດີດເຊື່ອໃນພຣະຜູ້ເປັນເຈົ້າ ແລະ ໄດ້ຮັບຄວາມກະລຸນາຢ່າງຫຼວງຫຼາຍຈາກພຣະເຈົ້າ. ປັດຈຸບັນນີ້, ພວກເຂົາກຳລັງເລີ່ມປະສົບກັບພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ແລ້ວພວກເຂົາຈະສາມາດເຮັດການປ່ຽນແປງຈາກມຸມມອງເກົ່າຂອງພວກເຂົາກ່ຽວກັບຄວາມເຊື່ອໃນພຣະເຈົ້າສູ່ມຸມມອງໃໝ່ທີ່ບັນລຸຄວາມຕ້ອງການຂອງພຣະເຈົ້າໄດ້ແນວໃດ? ບໍ່ວ່າມຸມມອງໃນອະດີດຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ຫຼື ຜິດ, ນີ້ຈະບໍ່ເປັນເລື່ອງສໍາລັບການກວດສອບ ແລະ ເຈົ້າຄວນຜະເຊີນໜ້າກັບຄວາມເປັນຈິງ ແລະ ເຈົ້າຕ້ອງຮູ້ຈັກວິທີທີ່ຈະເຊື່ອ ແລະ ວິທີການສະແຫວງຫາໃນປັດຈຸບັນ. ຖ້າເຈົ້າສືບຕໍ່ທີ່ຈະສະແຫວງຫາໂດຍອີງໃສ່ວິທີການທີ່ເຈົ້າເຊື່ອໃນຍຸກແຫ່ງພຣະຄຸນ ແລະ ເຈົ້າສືບຕໍ່ເຊື່ອໃນພຣະເຈົ້າໂດຍອີງໃສ່ມຸມມອງໃນອະດີດຂອງເຈົ້າ, ເຈົ້າກໍຈະບໍ່ໄດ້ເຂົ້າສູ່ຍຸກໃໝ່. ກ່ອນອື່ນ ໃຫ້ເຮົາເວົ້າປະໂຫຍກສາທິດທີ່ຈະອະທິບາຍບັນຫານີ້. ປະໂຫຍກນັ້ນແມ່ນຫຍັງ? ປະໂຫຍກນີ້ຖືກເວົ້າເລື້ອຍໆໃນຍຸກແຫ່ງພຣະຄຸນ: “ເມື່ອບຸກຄົນໜຶ່ງເຊື່ອໃນພຣະເຈົ້າ, ໝົດຄອບຄົວຂອງພວກເຂົາກໍໄດ້ຮັບພອນ”. ນັ້ນກໍຄື ເມື່ອບຸກຄົນໜຶ່ງເຊື່ອໃນພຣະເຢຊູ, ໝົດຄອບຄົວຂອງພວກເຂົາ ແຕ່ຄົນທີ່ເຖົ້າສຸດຫາຄົນທີ່ໜຸ່ມສຸດໄດ້ຮັບຜົນປະໂຫຍດຈາກການສະມາຄົມ ແລະ ພວກເຂົາທັງໝົດໄດ້ຮັບຄວາມສະຫງົບສຸກ ແລະ ຄວາມສຸກ. ຍ້ອນພຣະເຢຊູປະຕິບັດພາລະກິດແຫ່ງການກູ້ໄຖ່, ພຣະອົງຈຶ່ງອົດກັ້ນຢ່າງບໍ່ສິ້ນສຸດ, ອົດທົນ, ໃຫ້ອະໄພ ແລະ ປົດປ່ອຍມະນຸດ. ບໍ່ວ່າການເຂົ້າສູ່ຊີວິດຂອງເຈົ້າເປັນແນວໃດກໍຕາມ ຫຼື ຄວາມສາມາດຂອງເຈົ້າເປັນແນວໃດ ຫຼື ເຈົ້າເຮັດບາບຫຼາຍສ່ຳໃດໃນອະດີດ, ສິ່ງທີ່ເຈົ້າຕ້ອງເຮັດຄືສາລະພາບຕໍ່ພຣະຜູ້ເປັນເຈົ້າ ແລະ ທັງໝົດຈະໄດ້ຮັບການໃຫ້ອະໄພ ແລະ ຄວາມສະຫງົບສຸກ ແລະ ຄວາມສຸກຈະຖືກປະທານໃຫ້ແກ່ເຈົ້າ. ສິ່ງທີ່ເຈົ້າຕ້ອງເຮັດຄື “ເຊື່ອ” ແລະ ນັ້ນກໍພຽງພໍແລ້ວ, ມັນຮຽບງ່າຍຫຼາຍ. ມັນເປັນແບບນັ້ນແທ້ບໍໃນເມື່ອບຸກຄົນໜຶ່ງເຊື່ອໃນພຣະເຈົ້າ ໝົດຄອບຄົວຂອງພວກເຂົາຈະໄດ້ຮັບພອນບໍ? ບໍ່. ເປັນຫຍັງພາລະກິດນັ້ນຈຶ່ງບໍ່ຖືກປະຕິບັດໃນຕອນນີ້? ຍ້ອນເວລາມາຮອດແລ້ວ ແລະ ພຣະເຈົ້າຢູ່ທີ່ນີ້ເພື່ອເຮັດພາລະກິດແຫ່ງການພິພາກສາ ແລະ ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຈາກອິດທິພົນຂອງຊາຕານຢ່າງເດັດຂາດ. ນັ້ນຄືເຫດຜົນທີ່ຕອນນີ້ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນຈົງຮັກພັກດີ ແລະ ຈິງໃຈກັບພຣະອົງ, ນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ ແລະ ມີຫົວໃຈທີ່ເຄົາລົບພຣະອົງ ເຊິ່ງສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນຕ້ອງເຮັດ. ຖ້າບັນຫາຜູ້ທີ່ເຊື່ອໃນພຣະເຈົ້າສາມາດໄດ້ຮັບຄວາມຈິງ, ຍອມຮັບຄວາມຈິງ, ເຂົ້າໃຈຄວາມຈິງ ແລະ ຮັບເອົາຄວາມຈິງ, ພວກເຂົາກໍຈະຖືກຊ່ວຍໃຫ້ລອດພົ້ນໃນທີ່ສຸດ. ເຖິງຢ່າງໃດກໍຕາມ, ບັນດາຜູ້ທີ່ບໍ່ຍອມຮັບຄວາມຈິງ ແລະ ຜູ້ທີ່ພຽງແຕ່ຢາກໄດ້ພຣະຄຸນຂອງພຣະເຈົ້າຈະຖືກຂັບໄລ່ອອກ. ຖ້າຕອນນີ້ ເຈົ້າຍັງຕ້ອງການໃຫ້ພຣະເຈົ້າປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ, ໂດຍຍັງຄິດວ່າເມື່ອເຈົ້າເຊື່ອໃນພຣະເຈົ້າ ໝົດຄອບຄົວຂອງເຈົ້າຈະໄດ້ຮັບພອນ, ຊ່າງໂງ່ຈ້າຫຼາຍ! ພຣະເຈົ້າບໍ່ເຮັດພາລະກິດຂອງຍຸກແຫ່ງພຣະຄຸນອີກຕໍ່ໄປ. ຍຸກນັ້ນຈົບລົງໄປແລ້ວ. ເຈົ້າເຂົ້າໃຈສິ່ງນີ້, ແມ່ນບໍ?

“ການຂ້າມສູ່ຍຸກໃໝ່” ທີ່ຖືກຮຽນຜິດໆນີ້ ແມ່ນໝາຍເຖິງການເຂົ້າສູ່ງຍຸກແຫ່ງອານາຈັກຂອງປັດຈຸບັນ ແລະ ມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ເຈດຕະນາຂອງເຈົ້າ, ສັດທາຂອງເຈົ້າ, ວິຖີທີ່ເຈົ້າດຳລົງຊີວິດຂອງເຈົ້າ ແລະ ວິທີການທີ່ເຈົ້າປະສົບກັບສິ່ງຕ່າງໆຕ້ອງປ່ຽນແປງທັງໝົດ. ຖ້າເຈົ້າປ່ຽນແປງພຽງແຕ່ສິ່ງດຽວ, ຖ້າເຈົ້າເຄີຍເຊື່ອໃນພຣະເຢຊູ ແຕ່ປັດຈຸບັນເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ມີພຽງແຕ່ຊື່ຂອງພຣະເຈົ້າທີ່ເຈົ້າເຊື່ອໄດ້ປ່ຽນແປງ, ແລ້ວໃນຄວາມເປັນຈິງ ຫົນທາງທີ່ເຈົ້າເຊື່ອ, ຫົນທາງທີ່ເຈົ້າຍ່າງ ແລະ ສິ່ງຕ່າງໆທີ່ເຈົ້າສະແຫວງຫາບໍ່ໄດ້ປ່ຽນໄປ. ຖ້າຈະໃຫ້ຖືກຕ້ອງກໍຄື ຕ້ອງມີການປ່ຽນແປງບາງຢ່າງໃນການສະແຫວງຫາຂອງເຈົ້າ, ໃນຄວາມເຂົ້າໃຈຂອງເຈົ້າ ແລະ ໃນມຸມມອງຂອງເຈົ້າ. ເມື່ອເຈົ້າສະແຫວງຫາຄວາມຈິງກ່ຽວກັບພື້ນຖານນີ້ເທົ່ານັ້ນ ຄວາມເຊື່ອຂອງເຈົ້າຈຶ່ງສາມາດບໍລິສຸດ ແລະ ເປັນຄວາມຈິງ. ເປັນຫຍັງຕອນນີ້ບາງຄົນຈຶ່ງຄິດລົບຢູ່ສະເໝີ, ຄິດວ່າຄວາມເຊື່ອໃນພຣະເຈົ້ານັ້ນໄຮ້ຄວາມໝາຍ ແລະ ບໍ່ມີພາລະກຳລັງດັ່ງທີ່ມັນເຄີຍເປັນ? ມັນເປັນຍ້ອນວ່າມຸມມອງຂອງພວກເຂົາກ່ຽກັບຄວາມເຊື່ອໃນພຣະເຈົ້າຍັງບໍ່ທັນໄດ້ຮັບການປ່ຽນແປງເທື່ອ. ພວກເຂົາຍັງຍຶດຕິດກັບມຸມມອງຕ່າງໆທີ່ພວກເຂົາເຄີຍມີເມື່ອພວກເຂົາເຊື່ອໃນພຣະເຢຊູ, ສຸມໃສ່ແຕ່ການໄດ້ຮັບພຣະຄຸນໜ້ອຍໆເທົ່ານັ້ນ ແລະ ອຸທິດຕົນຫຼາຍຂຶ້ນ ແລະ ແລ່ນໄປມາຫຼາຍຂຶ້ນ; ພວກເຂົາສຸມໃສ່ຂອງປະທານ, ວຽກງານລະດັບພື້ນຜິວ ແລະ ຄຳເທດສະໜາລະດັບພື້ນຜິວ ແລະ ຄວາມກະຕືລືລົ້ນ. ແຕ່ພວກເຂົານຳພາລະກິດປັດຈຸບັນຂອງພຣະເຈົ້າບໍ່ທັນ, ພວກເຂົາບໍ່ໄດ້ຈົດຈໍ່ກັບການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ, ດັ່ງນັ້ນ ພວກເຂົາຈຶ່ງຮູ້ສຶກໃນທາງລົບຢູ່ສະເໝີ. ປາກົດຄືວ່າຄົນແບບນີ້ເຊື່ອໃນພຣະເຈົ້າ ເມື່ອຄວາມຈິງແລ້ວ ພວກເຂົາບໍ່ໄດ້ຍອມຮັບຄວາມຈິງໃນໃຈຂອງພວກເຂົາ ແລະ ນັ້ນເປັນເຫດຜົນທີ່ສະພາວະທາງລົບຂອງພວກເຂົາບໍ່ໄດ້ຖືກແກ້ໄຂຈັກເທື່ອ. ພວກເຂົາບໍ່ໄດ້ເຂົ້າສູ່ຄວາມເປັນຈິງເລີຍ, ພວກເຂົາຍັງຍຶດຕິດກັບມຸມມອງເກົ່າຂອງພວກເຂົາກ່ຽວກັບຄວາມເຊື່ອໃນພຣະເຈົ້າ ໂດຍບໍ່ມີການປ່ຽນແປງໃດໆ. ບໍ່ແມ່ນແທ້ບໍ? ພາລະກິດຂອງພຣະວິນຍານບໍລິສຸດໄດ້ປ່ຽນໄປ ແລະ ຄວາມເຊື່ອຂອງມະນຸດໃນພຣະເຈົ້າຕ້ອງປ່ຽນແປງຄຽງຄູ່ກັບພາລະກິດຂອງພຣະວິນຍານບໍລິສຸດ. ຖ້າການສະແຫວງຫາຂອງເຈົ້າ, ວິຖີທີ່ເຈົ້າດຳລົງຊີວິດ, ວິທີທີ່ເຈົ້າມີປະສົບການ, ທັດສະນະຂອງເຈົ້າຕໍ່ຄວາມເຊື່ອໃນພຣະເຈົ້າ ແລະ ເຈດຕະນາ ແລະ ມຸມມອງຂອງເຈົ້າໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າບໍ່ໄດ້ຖືກປ່ຽນແປງ, ນັ້ນສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ນຳທັນບາດກ່າວຂອງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າຜູ້ຄົນຕ້ອງການນຳພາລະກິດໃໝ່ຂອງພຣະວິນຍານບໍລິສຸດໃຫ້ທັນ, ປ່ຽນແປງໃນວິທີທາງໃໝ່ ແລະ ໄດ້ຮັບຄວາມເຂົ້າໃຈໃໝ່, ພວກເຂົາກໍຕ້ອງສະແຫວງຫາຄວາມຈິງ, ເຂົ້າສູ່ ແລະ ປ່ຽນແປງໃນລາຍລະອຽດນ້ອຍໆເຊັ່ນ: ທຸກການເຄື່ອນໄຫວ ແລະ ການກະທຳຂອງພວກເຂົາ, ຄວາມຄິດ ແລະ ແນວຄວາມຄິດຂອງພວກເຂົາ, ທຸກເຈດຕະນາ ແລະ ມຸມມອງຂອງພວກເຂົາ, ເມື່ອນັ້ນເອງພວກເຂົາຈຶ່ງຈະມີຄວາມກ້າວໜ້າ. ຖ້າຜູ້ຄົນພຽງແຕ່ໃຫ້ບໍລິການດ້ວຍປາກຕໍ່ເລື່ອງນີ້ ແລະ ປ່ຽນແປງພຶດຕິກຳຂອງພວກເຂົາໜ້ອຍໜຶ່ງເທົ່ານັ້ນ, ນີ້ບໍ່ຖືວ່າເປັນການປ່ຽນແປງ. ສິ່ງທີ່ສຳຄັນທີ່ສຸດຄື ເຈົ້າຕ້ອງມີການປ່ຽນແປງໃນຄວາມຄິດ ແລະ ມຸມມອງຂອງເຈົ້າ ແລະ ໃນວິທີທີ່ເຈົ້າດຳລົງຊີວິດຂອງເຈົ້າ. ຖ້າເຈົ້າສາມາດກຳຈັດແນວຄິດ ແລະ ຈິນຕະນາການເກົ່າໆຂອງເຈົ້າອອກໄດ້ ແລະ ໄດ້ຮັບການແຍກແຍະ ແລະ ຄວາມຮູ້ກ່ຽວກັບມຸມມອງເກົ່າຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ສິ່ງນີ້ຈະພິສູດວ່າ ເຈົ້າໄດ້ປ່ຽນແປງ. ໃຫ້ກວດສອບເບິ່ງຕົວພວກເຈົ້າເອງ ເພື່ອເບິ່ງວ່າພາກສ່ວນໃດຂອງພວກເຈົ້າທີ່ຍັງບໍ່ທັນປ່ຽນແປງເທື່ອ, ເຈົ້າຍັງຮັກສາວິທີເວົ້າ ຫຼື ວິທີເບິ່ງສິ່ງຕ່າງໆແບບເກົ່າ ຫຼື ບໍ່ ແລະ ແມ່ນຫຍັງຄືສິ່ງທີ່ຖືກຝັງເລິກໃນອະດີດທີ່ເຈົ້າມີເຊິ່ງຍັງບໍ່ທັນໄດ້ຖືກຂຸດຂຶ້ນມາເທື່ອ. ຖ້າເຈົ້າບໍ່ຂຸດ, ເຈົ້າອາດຈະຄິດວ່າບໍ່ມີຫຍັງຢູ່ບ່ອນນັ້ນ, ແຕ່ເມື່ອເຈົ້າຂຸດລົງຢ່າງລະອຽດ, ເຈົ້າຈະພົບວ່າມີຫຼາຍສິ່ງໃຫ້ຂຸດຂຶ້ນມາ. ເປັນຫຍັງໃນຕອນນີ້ ບາງຄົນບໍ່ເຄີຍສາມາດນຳບາດກ້າວພາລະກິດຂອງພຣະເຈົ້າທັນ? ມັນເປັນຍ້ອນວ່າມີຫຼາຍສິ່ງຢູ່ພາຍໃນຄົນທີ່ກີດກັນພວກເຂົາບໍ່ໃຫ້ເຮັດເຊັ່ນນັ້ນ ຍ້ອນຜູ້ຄົນບໍ່ມີຄວາມເຂົ້າໃຈກ່ຽວກັບສິ່ງໃໝ່ໆ ແລະ ບໍ່ສາມາດຍອມຮັບພວກມັນໄດ້. ເປັນຫຍັງຜູ້ຄົນຈຶ່ງມີແນວຄິດກ່ຽວກັບພຣະເຈົ້າຢູ່ສະເໝີ? ພວກເຂົາມີແນວຄິດກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ພວກເຂົາມີແນວຄິດກ່ຽວກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເຊັ່ນດຽວກັນ, ພວກເຂົາບໍ່ສາມາດຍອມຮັບໄດ້ວ່າພຣະເຈົ້າຊ່ວຍຄົນໃດໃຫ້ລອດພົ້ນ ແລະ ຄົນໃດທີ່ພຣະເຈົ້າຂັບໄລ່ອອກ ແລະ ພວກເຂົາບໍ່ສາມາດຍອມຮັບຄວາມຈິງທີ່ວ່າ ພຣະເຈົ້າບໍ່ໄດ້ສະແດງສັນຍານ ແລະ ຄວາມອັດສະຈັນ. ແມ່ນຫຍັງຄືເຫດຜົນສຳລັບສິ່ງນີ້ແທ້ໆ? ເຫດຜົນໜຶ່ງກໍຄື ສິ່ງນີ້ໄດ້ຖືກກຳນົດໄວ້ໂດຍທຳມະຊາດທີ່ອວດດີ ແລະ ຖືວ່າຕົນເອງຊອບທຳຂອງມະນຸດ, ຍ້ອນຜູ້ຄົນມີແນວຄິດ ແລະ ຈິນຕະນາການຂອງຕົນເອງກ່ຽວກັບທຸກເລື່ອງຢູ່ສະເໝີ, ນີ້ຄືຕົ້ນເຫດຂອງບັນຫາ; ອີກເຫດຜົນໜຶ່ງແມ່ນອັນທີ່ຢູ່ບົນພື້ນຖານຂອງຄວາມເປັນຈິງ ແລະ ມັນແມ່ນການທີ່ຜູ້ຄົນມີແນວຄິດທີ່ຜິດຫຼາຍຢ່າງກ່ຽວກັບຄວາມເຊື່ອໃນພຣະເຈົ້າທີ່ບໍ່ໄດ້ຮັບການປ່ຽນແປງ, ຍ້ອນວ່າບັນດາສິ່ງຕ່າງໆທີ່ຝັງເລິກລົງໄປຍັງບໍ່ໄດ້ຮັບການປ່ຽນແປງ. ວິທີການເວົ້າສິ່ງຕ່າງໆແບບເກົ່າໆເຫຼົ່ານັ້ນຈາກຄວາມເຊື່ອຂອງພວກເຂົາໃນພຣະເຢຊູ ຫຼື ໃນພຣະເຢໂຮວາຍັງຝັງຮາກຢູ່ໃນຫົວໃຈຂອງພວກເຂົາ, ດັ່ງນັ້ນ ເມື່ອພວກເຂົາຜະເຊີນກັບພາລະກິດໃໝ່ຂອງພຣະເຈົ້າ, ພວກເຂົາກໍຍອມຮັບເສັ້ນທາງທີ່ແທ້ຈິງ, ແຕ່ພວກເຂົາບໍ່ສາມາດຍອມຮັບວິທີການໃໝ່ຂອງພຣະເຈົ້າໃນການເວົ້າ ແລະ ເຮັດສິ່ງຕ່າງໆ. ເປັນຫຍັງເຈົ້າຈຶ່ງບໍ່ສາມາດຍອມຮັບສິ່ງໃໝ່ໆເຫຼົ່ານີ້? ມັນເປັນຍ້ອນວ່າເຈົ້າຍັງຍຶດຕິດກັບສິ່ງເກົ່າໆເຫຼົ່ານັ້ນໃນອະດີດ ແລະ ບໍ່ສາມາດປ່ອຍວາງພວກມັນໄດ້ ເຊິ່ງພາໃຫ້ເຈົ້າຕໍ່ຕ້ານສິ່ງໃໝ່ໆເຫຼົ່ານີ້. ຖ້າເຈົ້າບໍ່ມີສິ່ງເຫຼົ່ານັ້ນໃນອະດີດພາຍໃນໂຕເຈົ້າ, ເຈົ້າກໍຈະສາມາດຍອມຮັບສິ່ງທີ່ພຣະເຈົ້າເຮັດໃນຕອນນີ້ໄດ້. ຖ້າເຈົ້າບໍ່ສາມາດປ່ອຍວາງສິ່ງເຫຼົ່ານັ້ນໃນອະດີດ, ເຈົ້າກໍມີແນວໂນ້ມທີ່ຈະຕໍ່ຕ້ານພຣະອົງ ແລະ ຜົນທີ່ໄດ້ຄືເຈົ້າຈະປະສົບກັບການສູນເສຍ. ຖ້າເຈົ້າຕັ້ງຕົນຕໍ່ຕ້ານພຣະເຈົ້າ, ເຈົ້າຈະມີແນວໂນ້ມທີ່ຈະຖືກພຣະເຈົ້າຂັບໄລ່ອອກ ແລະ ເຈົ້າກໍຈະຖືພຣະເຈົ້າລົງໂທດ.

ພວກເຈົ້າທຸກຄົນຄວນຂຸດ ແລະ ກວດສອບເບິ່ງວ່າສິ່ງທີ່ເປັນວິທີການເກົ່າໆໃນການເຮັດສິ່ງຕ່າງໆ, ວິທີການເກົ່າໆໃນການເຂົ້າໃຈສິ່ງຕ່າງໆ ແລະ ມຸມມອງເກົ່າໆຈາກອະດີດຍັງຝັງຮາກເລິກຢູ່ໃນເຈົ້າບໍ່. ໃຫ້ເຮົາຍົກຕົວຢ່າງໃຫ້ເຈົ້າເບິ່ງ. ບາງຄົນບໍ່ເຄີຍເຫັນພຣະຄຣິດ ແລະ ບໍ່ເຄີຍໄດ້ຍິນພຣະອົງເວົ້າຈັກເທື່ອ. ພວກເຂົາໄດ້ອ່ານແຕ່ພຣະທຳທີ່ພຣະຄຣິດກ່າວ ແລະ ພວກເຂົາເວົ້າວ່າພຣະທຳເຫຼົ່ານີ້ດີ ແລະ ມີສິດອຳນາດ ແລະ ພວກມັນແມ່ນພຣະທຳແຫ່ງການພິພາກສາ, ແຕ່ເມື່ອພວກເຂົາໄດ້ພົບກັບພຣະຄຣິດໃນຄວາມເປັນຈິງ, ແນວຄິດກໍເລີ່ມປາກົດຂຶ້ນໃນຕົວພວກເຂົາ ແລະ ພວກເຂົາຄິດວ່າ “ເປັນຫຍັງພຣະເຈົ້າຈຶ່ງເວົ້າຢ່າງເຄັ່ງຂຶມຫຼາຍ? ເປັນຫຍັງພຣະເຈົ້າຈຶ່ງສັ່ງສອນຜູ້ຄົນເຊັ່ນນັ້ນ? ເປັນຫຍັງພຣະອົງຈຶ່ງເວົ້າຢ່າງຍິ່ງໃຫຍ່ຫຼາຍ? ວິທີທີ່ພຣະອົງເວົ້າເປັນຕາຢ້ານຫຼາຍ, ເປີດໂປງ ແລະ ຕັດສິນຜູ້ຄົນຢູ່ສະເໝີ. ຜູ້ໃດສາມາດຍອມຮັບສິ່ງນັ້ນໄດ້? ຄວາມເຊື່ອຂອງພວກເຮົາໃນພຣະເຢຊູນັ້ນແຕກຕ່າງກັນ. ທຸກຄົນເວົ້າຈາອ່ອນໂຍນ ແລະ ເຂົ້າກັນໄດ້ຢ່າງສາມັກຄີ. ບໍ່ມີຜູ້ໃດເວົ້າແບບທີ່ພຣະອົງເວົ້າ. ຂ້ອຍພຽງແຕ່ບໍ່ສາມາດຍອມຮັບພຣະເຈົ້າປະເພດດັ່ງກ່າວ ແລະ ຂ້ອຍບໍ່ສາມາດທົນພຣະເຈົ້າແບບພຣະອົງໄດ້. ຖ້າຫາກວ່າພຣະອົງເວົ້າຢ່າງອ່ອນໂຍນ ແລະ ຢ່າງສະໜິດສະໜົມຄືກັບອົງພຣະເຢຊູເຈົ້າ, ຖ້າຫາກວ່າພຣະອົງມີຄວາມເມດຕາ ແລະ ເປັນມິດຕໍ່ຜູ້ຄົນ, ຂ້ອຍຄົງຈະສາມາດຍອມຮັບເອົາພຣະອົງໄດ້. ແຕ່ຂ້ອຍບໍ່ສາມາດຍອມຮັບພຣະເຈົ້າປະເພດນີ້ໄດ້. ຂ້ອຍບໍ່ສາມາດແມ່ນແຕ່ຈະມີສ່ວນຮ່ວມກັບພຣະອົງ!” ເຈົ້າຮັບຮູ້ວ່ານີ້ແມ່ນຫົນທາງທີ່ແທ້ຈິງ, ວ່າສິ່ງເຫຼົ່ານີ້ແມ່ນພຣະທຳແຫ່ງການບັງເກີດເປັນມະນຸດ ແລະ ເຈົ້າໄດ້ເຊື່ອໝັ້ນຢ່າງສຸດຫົວໃຈ, ແລ້ວເປັນຫຍັງເມື່ອເຈົ້າໄດ້ພົບກັບພຣະຄຣິດ, ເຈົ້າຈຶ່ງມີແນວຄິດກ່ຽວກັບນ້ຳສຽງຂອງພຣະອົງ, ພຣະທຳທີ່ພຣະອົງໃຊ້ ແລະ ວິທີທີ່ພຣະອົງເວົ້າທີ່ເຈົ້າບໍ່ສາມາດປ່ອຍວາງໄດ້? ສິ່ງນີ້ພິສູດຫຍັງ? ມັນພິສູດວ່າ ສິ່ງເກົ່າໆເຫຼົ່ານັ້ນໃນໃຈຂອງເຈົ້າໄດ້ເຂົ້າມາຍຶດຄອງແລ້ວ ແລະ ພວກມັນໄດ້ກາຍເປັນແນວຄິດ ແລະ ກົດເກນຕ່າງໆ. ຄວາມຈິງແລ້ວ, ສິ່ງເຫຼົ່ານີ້ລ້ວນມາຈາກມະນຸດ, ພວກມັນລ້ວນແລ້ວແຕ່ແມ່ນຂໍ້ຕັດສິນ ແລະ ຈິນຕະນາການຂອງມະນຸດ ແລະ ພວກມັນບໍ່ສອດຄ່ອງກັບຄວາມຈິງ. ຖ້າມີຄົນພະຍາຍາມຍັດຍຽດສິ່ງເຫຼົ່ານີ້ໃຫ້ແກ່ພຣະເຈົ້າໃນປັດຈຸບັນ, ພວກເຂົາບໍ່ພຽງແຕ່ຈະບໍ່ສາມາດເຮັດສິ່ງນີ້ໄດ້, ແຕ່ພວກເຂົາຍັງຈະມີແນວໂນ້ມທີ່ຈະຕໍ່ຕ້ານພຣະອົງ. ພາລະກິດທີ່ພຣະເຈົ້າປະຕິບັດໃນຍຸກສະໄໝຕ່າງໆແມ່ນແຕກຕ່າງກັນ, ດັ່ງນັ້ນອຸປະນິໄສທີ່ພຣະອົງສະແດງອອກຈຶ່ງແຕກຕ່າງກັນ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ເຊິ່ງພຣະອົງເປີດເຜີຍອອກມາກໍແຕກຕ່າງກັນເຊັ່ນກັນ. ເຈົ້າບໍ່ສາມາດໃຊ້ກົດເກນກັບສິ່ງນີ້ໄດ້; ເມື່ອເຈົ້າເຮັດ, ເຈົ້າຈະມີແນວໂນ້ມທີ່ຈະສ້າງແນວຄິດກ່ຽວກັບພຣະເຈົ້າ ແລະ ເຈົ້າຈະສາມາດຕໍ່ຕ້ານພຣະເຈົ້າໄດ້. ຖ້າເຈົ້າບໍ່ໄຕ່ຕອງກ່ຽວກັບຕົນເອງ ແລະ ປະຕິເສດທີ່ຈະກັບໃຈຢ່າງແນ່ນອນ, ເຈົ້າຈະຖືກພຣະເຈົ້າກ່າວໂທດ ແລະ ພຣະອົງຈະລົງໂທດເຈົ້າ. ພາລະກິດຂອງພຣະເຈົ້າເປັນແບບນັ້ນໃນແຕ່ລະຍຸກສະໄໝ, ຈະມີບາງຄົນທີຍອມຮັບ ແລະ ເຊື່ອພຣະເຈົ້າຢູ່ສະເໝີ, ຄົນທີ່ໄດ້ຮັບພອນຈາກພຣະອົງ ແລະ ຄົນທີ່ຕໍ່ຕ້ານ ແລະ ກ່າວໂທດພຣະເຈົ້າ ເຊິ່ງໄດ້ຖືກພຣະອົງທຳລາຍ. ພຣະເຈົ້າກ່າວພຣະທຳຫຼາຍຂໍ້ ແລະ ກ່າວຄວາມຈິງຫຼາຍຢ່າງໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະອົງ. ພຣະອົງບໍ່ຢ້ານການທີ່ຜູ້ຄົນມີແນວຄິດ, ພຣະອົງຢ້ານວ່າຜູ້ຄົນຈະບໍ່ອ່ານພຣະທຳຂອງພຣະອົງ ຫຼື ຍອມຮັບຄວາມຈິງທີ່ພຣະອົງກ່າວ, ນີ້ແມ່ນສິ່ງທີ່ເປັນຕາຢ້ານທີ່ສຸດ. ຖ້າແນວຄິດ ແລະ ມຸມມອງຂອງເຈົ້າບໍ່ສອດຄ່ອງກັບຄວາມຈິງທີ່ພຣະເຈົ້າກ່າວ, ພວກມັນກໍກົງກັນຂ້າມກັບຄວາມຈິງ, ພວກມັນຕໍ່ຕ້ານພຣະເຈົ້າ ແລະ ພວກມັນບໍ່ສາມາດປ້ອງກັນໄດ້. ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາກະບົດ ແລະ ຕໍ່ຕ້ານ ແລະ ພວກເຂົາມີຄວາມຄິດ, ແມ່ນຫຍັງທີ່ຄອບງຳຄວາມຄິດຂອງພວກເຂົາ? ພວກເຂົາຖືກຄອບງຳໂດຍເຈດຕະນາຂອງຜູ້ຄົນ ແລະ ມຸມ ແລະ ທັດສະນະທີ່ຜູ້ຄົນເບິ່ງສິ່ງຕ່າງໆ, ສະນັ້ນ ຄວາມຄິດຂອງເຈົ້າຈຶ່ງບໍ່ໄດ້ມາຈາກພຣະວິນຍານບໍລິສຸດ ແລະ ພວກມັນບໍ່ໄດ້ເກີດຂຶ້ນບົນພື້ນຖານຂອງຄວາມຈິງ. ເປັນຫຍັງເຮົາຈຶ່ງເວົ້າວ່າແນວຄິດ ແລະ ມຸມມອງຂອງເຈົ້າແມ່ນສິ່ງທີ່ເປັນຂອງມະນຸດ ແລະ ຂອງເນື້ອໜັງ? ມັນເປັນຍ້ອນວ່າຄວາມຄິດຂອງເຈົ້າບໍ່ໄດ້ຖືກຄອບງຳໂດຍຄວາມຈິງ ແລະ ພວກມັນບໍ່ໄດ້ເກີດຂຶ້ນຜ່ານການຕຶກຕອງທີ່ອີງໃສ່ຄວາມຈິງ. ຄວາມຄິດຂອງບາງຄົນມາຈາກການຕຶກຕອງທີ່ອີງໃສ່ພຣະຄຳພີ ແລະ ນັ້ນຍິ່ງຜິດກັນໄປຕື່ມອີກ. ພວກເຮົາບໍ່ໄດ້ກຳລັງເວົ້າວ່າພຣະຄຳພີນັ້ນຜິດ, ພຽງແຕ່ວ່າມັນບໍ່ເໝາະສົມທີ່ຈະສົບທຽບພາລະກິດທີ່ພຣະເຈົ້າປະຕິບັດໃນອະດີດກັບພາລະກິດໃໝ່ຂອງພຣະອົງ. ເຈົ້າຕ້ອງບໍ່ສົມທຽບພາລະກິດຂອງພຣະອົງໃນລັກສະນະນີ້. ຕົວຢ່າງ: ມັນເໝາະສົມບໍໃນຍຸກແຫ່ງພຣະຄຸນທີ່ຜູ້ຄົນຈະສົມທຽບພາລະກິດຂອງພຣະເຢໂຮວາກັບພາລະກິດຂອງພຣະເຢຊູເຈົ້າ? ມັນເໝາະສົມບໍທີ່ເຈົ້າຈະສົມທຽບພາລະກິດຂອງພຣະເຢຊູເຈົ້າກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ, ໃນຍຸກແຫ່ງອານາຈັກ? ແນ່ນອນວ່າບໍ່, ພວກມັນບໍ່ສາມາດທຽບກັນໄດ້. ນີ້ກໍຍ້ອນວ່າ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້ານັ້ນສູງສົ່ງກວ່າຂັ້ນຕອນກ່ອນ ແລະ ພຣະອົງບໍ່ເຮັດພາລະກິດຂອງພຣະອົງຊໍ້າ. ເປັນຫຍັງ ທຸກຄັ້ງທີ່ພຣະເຈົ້າປະຕິບັດຂັ້ນຕອນໃໝ່ຂອງພາລະກິດ ແລະ ເລີ່ມຕົ້ນຍຸກໃໝ່, ມີກຸ່ມໜຶ່ງ ຫຼື ຄົນສ່ວນໃຫຍ່ທີ່ລຸກຂຶ້ນຕໍ່ຕ້ານພາລະກິດຂອງພຣະເຈົ້າ ແລະ ຕັ້ງຕົນຕໍ່ຕ້ານພຣະອົງຢູ່ສະເໝີ? ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນໃນທຸກຍຸກ? ມັນເປັນຍ້ອນວ່າ ບໍ່ວ່າຜູ້ຄົນຈະຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ຫຼື ບໍ່ກໍຕາມ, ການຕີຄວາມໝາຍພຣະຄຳພີໃນອະດີດຂອງພວກເຂົາ ພ້ອມທັງມຸມອງຂອງພວກເຂົາກ່ຽວກັບຊື່ ແລະ ພາບລັກຂອງພຣະເຈົ້າ ແລະ ກ່ຽວກັບຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ວິທີການທີ່ພວກເຂົາເຊື່ອໃນພຣະເຈົ້າໄດ້ກໍ່ຕົວຂຶ້ນໃນຫົວໃຈຂອງພວກເຂົາແລ້ວ. ຍິ່ງໄປກວ່ານັ້ນ, ພວກເຂົາຫວງແຫນສິ່ງເຫຼົ່ານີ້ ແລະ ເຊື່ອວ່າຕົນເອງໄດ້ຮັບຜົນປະໂຫຍດບາງຢ່າງ, ພວກເຂົາກາຍເປັນຄົນອວດດີຢ່າງໄຮ້ຂອບເຂດ ແລະ ຄິດວ່າຕົນເອງວິເສດ ແລະ ຍິ່ງໃຫຍ່ຫຼາຍ ແລະ ເມື່ອພວກເຂົາເຫັນວ່າພາລະກິດທີ່ພຣະເຈົ້າເຮັດໃນທຸກມື້ນີ້ນັ້ນແຕກຕ່າງກັນແນວໃດກັບພາລະກິດທີ່ພຣະອົງໄດ້ເຮັດໃນອະດີດ, ພວກເຂົາກໍຕັດສິນມັນ. ພວກເຂົາມັກເອົາສິ່ງຕ່າງໆຈາກຍຸກແຫ່ງພຣະຄຸນ ແລະ ປຽບທຽບພວກມັນກັບພຣະເຈົ້າໃນປັດຈຸບັນ, ກັບພາລະກິດທີ່ພຣະເຈົ້າເຮັດຢູ່ຕອນນີ້ ແລະ ກັບຄວາມຈິງຂອງປັດຈຸບັນ. ພວກມັນປຽບທຽບກັນໄດ້ບໍ? ຢ່າໃຊ້ກົດເກນກັບສິ່ງຕ່າງໆ, ກົງກັນຂ້າມ, ເຈົ້າຕ້ອງມີຄວາມຕື່ນຕົວນີ້: “ຕອນນີ້ຂ້ອຍໄດ້ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ແຕ່ມີບາງສິ່ງທີ່ຂ້ອຍບໍ່ສາມາດໄດ້ຮັບ. ຂ້ອຍຈະຄ່ອຍໆມີປະສົບການ ແລະ ຮູ້ຈັກພວກມັນ, ຂ້ອຍຈະສະແຫວງຫາພວກມັນເທື່ອລະໜ້ອຍ, ຄ່ອຍເປັນຄ່ອຍໄປເທື່ອລະໜ້ອຍຄືກັບມົດທີ່ແຫ້ນກະດູດ ແລະ ເມື່ອເວລາຜ່ານໄປຂ້ອຍກໍຈະເຂົ້າໃຈພວກມັນ”. ພາລະກິດຂອງພຣະເຈົ້າເລິກລັບຢ່າງບໍ່ສິ້ນສຸດ ແລະ ບໍ່ສາມາດຢັ່ງເຖິງມັນໄດ້; ມະນຸດບໍ່ສາມາດໄປເຖິງສ່ວນເລິກຂອງມັນໄດ້ຈັກເທື່ອ. ຫຼັງຈາກທີ່ໄດ້ປະສົບກັບມັນເປັນເວລາໜຶ່ງ ຫຼື ສອງປີ, ຜູ້ຄົນອາດຈະໄດ້ຮັບຄວາມເຂົ້າໃຈບາງຢ່າງ; ຫຼັງຈາກສາມ ຫຼື ສີ່ປີ, ຜູ້ຄົນອາດຈະໄດ້ຮັບຄວາມເຂົ້າໃຈຂຶ້ນຕື່ມອີກໜ້ອຍໜຶ່ງ ແລະ ພວກເຂົາຈະເຕີບໃຫຍ່ຂຶ້ນ ແລະ ປ່ຽນແປງເທື່ອລະໜ້ອຍ. ມຸມມອງຂອງພວກເຂົາກ່ຽວກັບສິ່ງເກົ່າໆເຫຼົ່ານັ້ນຈະປ່ຽນໄປເທື່ອລະໜ້ອຍ ແລະ ພວກເຂົາຈະປະຖິ້ມສິ່ງເຫຼົ່ານັ້ນໄປເທື່ອລະໜ້ອຍ; ເມື່ອຜູ້ຄົນປະຖິ້ມສິ່ງເກົ່າໆເຫຼົ່ານັ້ນເທົ່ານັ້ນ ພວກເຂົາຈຶ່ງຈະເຂົ້າໃຈສິ່ງໃໝ່ໆ. ສິ່ງເກົ່າໆເຫຼົ່ານັ້ນຍັງຝັງເລິກຢູ່ໃນຕົວເຈົ້າ ແລະ ເຈົ້າຍັງບໍ່ທັນເລີ່ມຂຸດພວກມັນຂຶ້ນມາຊ້ຳ, ແຕ່ເຈົ້າຍັງກ້າເຜີຍແຜ່ແນວຄິດຂອງເຈົ້າຢ່າງຈົງໃຈ ແລະ ສະແດງຄວາມຄິດເຫັນຂອງເຈົ້າເອງ ແລະ ເຈົ້າເວົ້າແນວໃດກໍຕາມທີ່ເຈົ້າຕ້ອງການ, ເລື່ອງນີ້ບໍ່ມີເຫດຜົນ. ເປັນຫຍັງເຮົາຈຶ່ງເວົ້າວ່າ ຜູ້ຄົນກາຍເປັນຄົນອວດດີຢ່າງທີ່ສຸດ? ນີ້ແມ່ນເຫດຜົນ. ສິ່ງເນົ່າໆເຫຼົ່ານັ້ນທີ່ຢູ່ພາຍໃນຄົນນັ້ນບໍ່ມີຄ່າ, ແຕ່ເຖິງຢ່າງໃດກໍຕາມ, ພວກເຂົາຍັງກ້າທີ່ຈະສະແດງອອກ ແລະ ເຜີຍແຜ່ພວກມັນຢ່າງເຕັມໃຈ. ສິ່ງນີ້ບໍ່ໄດ້ຂາດຄວາມໝາຍຢ່າງສິ້ນເຊີງບໍ? ເພາະສະນັ້ນ, ບາງຄົນໄດ້ຍອມຮັບຂັ້ນຕອນນີ້ຂອງພາລະກິດ ແລະ ໄດ້ອ່ານພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາບໍ່ໄດ້ປ່ອຍວາງສິ່ງເກົ່າໆເຫຼົ່ານັ້ນທີ່ພວກເຂົາມີຕິດໂຕແທ້ໆ. ເປັນຫຍັງຜູ້ນຳ ແລະ ຜູ້ເຮັດວຽກໃນບາງບ່ອນຈຶ່ງສາມາດດຳເນີນການ ແລະ ຈັດຕັ້ງປະຕິບັດພາລະກິດທີ່ສອດຄ່ອງກັບແນວຄິດຂອງພວກເຂົາ, ແຕ່ເມື່ອພາລະກິດບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ ແລະ ພວກເຂົາບໍ່ປາຖະໜາທີ່ຈະເຮັດມັນ, ພວກເຂົາຈຶ່ງບໍ່ປະຕິບັດມັນ? ສະຖານະການນີ້ເກີດຂຶ້ນໄດ້ແນວໃດ? ມັນເປັນຍ້ອນວ່າຜູ້ຄົນບໍ່ສາມາດປ່ອຍວາງສິ່ງເກົ່າໆເຫຼົ່ານັ້ນທີ່ພວກເຂົາມີພາຍໃນໂຕພວກເຂົາ. ຍິ່ງສິ່ງເກົ່າໆເຫຼົ່ານັ້ນພາຍໃນໂຕເຈົ້າກໍ່ໂຕຂຶ້ນຫຼາຍສ່ຳໃດ, ເຈົ້າກໍຍິ່ງຕໍ່ຕ້ານຢ່າງແຮງກ້າຫຼາຍຂຶ້ນສ່ຳນັ້ນ. ບໍ່ແມ່ນແທ້ບໍ? ເປັນຫຍັງຈຶ່ງ ມີຜູ້ນຳບາງຄົນໃນໂລກສາສະໜາໃນປັດຈຸບັນນີ້ທີ່ອວດດີຫຼາຍຍິ່ງຂຶ້ນ ແລະ ຍິ່ງພວກເຂົາມີຕຳແໜ່ງຫຼາຍຂຶ້ນ ແລະ ມີຄົນຫຼາຍຂຶ້ນທີ່ພວກເຂົານຳພາ, ຍິ່ງສາມາດຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າໄດ້ໜ້ອຍລົງ? ມັນເປັນຍ້ອນວ່າຜູ້ຄົນຍຶດຕິດກັບສິ່ງຕ່າງໆໃນອະດີດຢູ່ສະເໝີ, ພວກເຂົາບໍ່ໄດ້ຖືເອົາພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ເປັນຊີວິດ ແລະ ພວກເຂົາບໍ່ສາມາດນັບຖືພຣະເຈົ້າວ່າເປັນຜູ້ຍິ່ງໃຫຍ່ທີ່ສຸດ ແລະ ສູງສົ່ງທີ່ສຸດຂອງທຸກສິ່ງ. ກົງກັນຂ້າມ, ພວກເຂົາຖືເອົາແນວຄິດທາງສາສະໜາຂອງພວກເຂົາເອງ ແລະ ຄວາມຄິດ ແລະ ມຸມມອງຂອງພວກເຂົາເອງເປັນຄວາມຈິງ ແລະ ເປັນຫົນທາງທີ່ແທ້ຈິງ, ນີ້ບໍ່ແມ່ນຂໍ້ຜິດພາດທີ່ຮ້າຍແຮງບໍ? ດ້ວຍວິທີນີ້, ເຈົ້າຈະສາມາດຊອກຫາຄວາມຈິງຢູ່ບ່ອນໃດໄດ້ບໍ? ຖ້າເຈົ້າເຊື່ອສິ່ງເຫຼົ່ານັ້ນຂອງເຈົ້າວ່າເປັນຄວາມຈິງ, ເຈົ້າຍັງຈະສາມາດໄດ້ຮັບຄວາມຈິງຈາກພຣະເຈົ້າໄດ້ບໍ? ເຈົ້າຍັງຈະສາມາດສະແຫວງຫາຄວາມຈິງ ແລະ ປາຖະໜາຄວາມຈິງນັ້ນໄດ້ບໍ?

ບາງຄົນເວົ້າວ່າ “ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍຂໍ້, ຂ້ອຍໄດ້ຍິນສຽງຂອງພຣະເຈົ້າ, ຂ້ອຍຍອມຮັບຫົນທາງທີ່ແທ້ຈິງ ແລະ ຂ້ອຍຮູ້ວິທີອ່ານພຣະທຳຂອງພຣະເຈົ້າ. ຂ້ອຍແກ້ໄຂບັນຫາຂອງຂ້ອຍເອງ, ຂ້ອຍບໍ່ຕ້ອງການຄວາມຊ່ວຍເຫຼືອຂອງຄົນອື່ນ ແລະ ສິ່ງນີ້ຮັບປະກັນວ່າ ຊີວິດຂອງຂ້ອຍສາມາດເຕີບໃຫຍ່ໄດ້”. ເຈົ້າເວົ້າສິ່ງຕ່າງໆເກີນຈິງເມື່ອເຈົ້າເວົ້າແບບນັ້ນ. ຖ້າເຈົ້າອ່ານພຣະທຳຂອງພຣະເຈົ້າໂດຍອີງໃສ່ຕົວເຈົ້າເອງພຽງແຕ່ຜູ້ດຽວ ແລະ ພຣະວິນຍານບໍລິສຸດບໍ່ໄດ້ສ່ອງສະຫວ່າງໃຫ້ເຈົ້າ, ແລ້ວເຈົ້າຈະສາມາດເຂົ້າໃຈພວກມັນໄດ້ບໍ? ຖ້າພຣະທຳຂອງພຣະເຈົ້າບໍ່ໄດ້ເປີດໂປງເຈົ້າ ແລະ ໄຈ້ແຍກຄວາມເສື່ອມຊາມພາຍໃນຕົວເຈົ້າ, ເຈົ້າຈະບໍ່ສາມາດປ່ຽນແປງໄດ້ ແລະ ບໍ່ສາມາດເຂົ້າໃຈໄດ້ ນັ້ນກໍຄືເຈົ້າຈະພົບວ່າມັນຍາກທີ່ຈະເຂົ້າເຖິງຄວາມເຂົ້າໃຈໃດໆ. ເມື່ອຜູ້ຄົນອ່ານນະວະນິຍາຍ, ພວກເຂົາເຂົ້າໃຈພວກມັນດີ ແລະ ສາມາດຈື່ຈໍາຫຼາຍໆສາກໄດ້ ແລະ ເມື່ອພວກເຂົາອ່ານຈົບບົດໜຶ່ງແລ້ວ, ພວກເຂົາກໍສາມາດບອກຄົນອື່ນກ່ຽວກັບເລື່ອງນີ້ໄດ້ທັນທີ. ແຕ່ເລື່ອງຂອງຊີວິດບໍ່ຄືກັບສິ່ງອື່ນໃດ. ເລື່ອງຂອງຊີວິດແມ່ນເລິກເຊິ່ງທີ່ສຸດ ແລະ ເຈົ້າຕ້ອງເຊື່ອເປັນເວລາຫຼາຍປີກ່ອນທີ່ເຈົ້າຈະສາມາດເຂົ້າໃຈໄດ້ເຖິງແມ່ນວ່າພຽງເລັກນ້ອຍ. ເຈົ້າສາມາດປະສົບກັບພຣະຄຳຂໍ້ໜຶ່ງຂອງພຣະເຈົ້າຕະຫຼອດຊີວິດ ແລະ ຍັງບໍ່ເຄີຍປະສົບກັບມັນພຽງພໍ. ບໍ່ວ່າພຣະເຈົ້າຈະກ່າວອັນໃດກໍຕາມ, ເຈົ້າຈະບໍ່ມີປະສົບການກັບມັນໄດ້ພຽງພໍເທົ່າທີ່ເຈົ້າຍັງມີຊີວິດຢູ່; ບໍ່ວ່າຄວາມສາມາດຂອງເຈົ້າຈະດີປານໃດ, ເຈົ້າຍັງຕ້ອງເພິ່ງອາໄສການປະສົບ ແລະ ການປະຕິບັດພຣະທຳຂອງພຣະເຈົ້າ ກ່ອນທີ່ເຈົ້າຈະສາມາດເຂົ້າໃຈຄວາມຈິງໄດ້. ຕົວຢ່າງເຊັ່ນ: ເປັນຄົນສັດຊື່. ເຈົ້າຕ້ອງມີປະສົບການຈັກປີກ່ອນທີ່ເຈົ້າຈະສາມາດແກ້ໄຂບັນຫາການເວົ້າຕົວະໄດ້? ມັນບໍ່ແມ່ນກໍລະນີທີ່ເຈົ້າຕ້ອງການປະສົບການພຽງແຕ່ໜຶ່ງປີ ຫຼື ສອງປີ ແລະ ຫຼັງຈາກນັ້ນເຈົ້າກໍພໍສ່ຳນັ້ນ, ເຈົ້າບໍ່ເວົ້າຕົວະອີກຕໍ່ໄປ, ເຈົ້າບໍ່ຫຼອກລວງອີກຕໍ່ໄປ ແລະ ຕອນນີ້ເຈົ້າເປັນຄົນສັດຊື່. ອັນນີ້ເປັນໄປບໍ່ໄດ້. ເຈົ້າຕ້ອງມີປະສົບການຫຼາຍປີກ່ອນທີ່ເຈົ້າຈະເຫັນຜົນຮັບນີ້. ນີ້ກໍຍ້ອນວ່າຜູ້ຄົນນັ້ນມີຄວາມຊັບຊ້ອນຫຼາຍ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຝັງຮາກເລິກລົງໄປໃນຕົວພວກເຂົາ, ແນວຄິດຂອງພວກເຂົາກີດກັນພວກເຂົາບໍ່ໃຫ້ເຂົ້າສູ່ຄວາມເປັນຈິງ, ບໍ່ໃຫ້ຮູ້ຈັກພຣະເຈົ້າ, ເຈດຕະນາຂອງພວກເຂົາກີດກັນບໍ່ໃຫ້ປ່ຽນແປງອຸປະນິໄສຂອງພວກເຂົາ, ກີດກັນບໍ່ໃຫ້ພວກເຂົາປະຕິບັດຄວາມຈິງ ແລະ ມຸມມອງ ແລະ ຈຸດຢືນຂອງພວກເຂົາຕໍ່ການກະທຳ ແລະ ຄຳເວົ້າຂອງພວກເຂົາກີດກັນພວກເຂົາບໍ່ໃຫ້ເຂົ້າໃຈຄວາມຈິງ. ຖ້າເຈົ້າສາມາດເວົ້າ ແລະ ກະທຳໃນດ້ານຂອງຄວາມຈິງ, ໃນດ້ານຂອງຄວາມຈິງເຊິ່ງພຣະເຈົ້າຕ້ອງການໃຫ້ມະນຸດບັນລຸໃນຍຸກແຫ່ງລາຊະອານາຈັກ, ແລ້ວເຈົ້າກໍຈະສາມາດຍອມຕໍ່ພາລະກິດຂອງພຣະອົງໄດ້ຢ່າງງ່າຍດາຍ ແລະ ສາມາດເຂົ້າສູ່ຫົນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ. ຖ້າເຈົ້າບໍ່ຢືນຢູ່ຂ້າງຄວາມຈິງ, ເມື່ອນັ້ນ ເຈົ້າຈະໄດ້ຫຼົງທາງໄປໄກຈາກພຣະເຈົ້າ, ຖ້າບໍ່ດັ່ງນັ້ນ ເຈົ້າກໍຈະຢືນຕໍ່ຕ້ານພຣະເຈົ້າ. ຢ່າຄິດວ່າ ພຽງແຕ່ວ່າເຈົ້າໄດ້ຟັງຄຳເທດສະໜາຫຼາຍບົດ ແລະ ເຊື່ອໃນພຣະເຈົ້າມາເປັນເວລາດົນຈົນວ່າວຸດທິພາວະຂອງເຈົ້າຍັງບໍ່ຂາດຫາຍຫຼາຍ! ການສະແຫວງຫາຄວາມຈິງເປັນເລື່ອງຂອງການໄດ້ຮັບຊີວິດ, ມັນແມ່ນເພື່ອຮັບເອົາຊີວິດອັນຕະຫຼອດໄປເປັນນິດ. ຄວາມຈິງແມ່ນບໍ່ປ່ຽນແປງໄດ້ຕະຫຼອດການ, ໃຊ້ໄດ້ສະເໝີ, ບໍ່ເຄີຍຖືກປະຖິ້ມ, ບໍ່ສາມາດຍົກເລີກ, ບໍ່ສາມາດປະຕິເສດໄດ້, ນີ້ແມ່ນຄຸນຄ່າ ແລະ ຄວາມສຳຄັນຂອງຄວາມຈິງ. ຄວາມຈິງແມ່ນສິ່ງທີ່ສູງສົ່ງທີ່ສຸດ, ເລິກເຊິ່ງທີ່ສຸດ ແລະ ມີຄ່າທີ່ສຸດ. ມັນເປັນສິ່ງທີ່ມີຄ່າ ແລະ ມີຂອບເຂດຈໍາກັດຕໍ່ສິ່ງທີ່ຄົນສາມາດເຂົ້າໃຈ ແລະ ໄດ້ຮັບຫຼັງຈາກປະສົບການຕະຫຼອດຊີວິດ.

ບາງຄົນເວົ້າວ່າ “ຂ້ອຍເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູ່ງສຸດ ແລະ ຂ້ອຍປະຕິບັດຄວາມເຊື່ອຂອງຂ້ອຍດ້ວຍຕົນເອງຢູ່ເຮືອນ ແລະ ຂ້ອຍກໍຮ້ອງເພງສັນເສີນ ແລະ ອະທິຖານຫາພຣະເຈົ້າເຊັ່ນກັນ. ຂ້ອຍຕິດຕາມພາລະກິດ ບໍ່ວ່າມັນຢູ່ໃນຂັ້ນຕອນໃດ ແລະ ໂດຍການຮັກສາຄວາມເຊື່ອນີ້ຈົນເຖິງທີ່ສຸດ, ພຣະເຈົ້າຈະບໍ່ປະຖິ້ມຂ້ອຍ”. ເຈົ້າຄິດແນວໃດກ່ຽວກັບເລື່ອງນີ້? ເຈົ້າຈະສາມາດສະແຫວງຫາຄວາມຈິງໂດຍການປະຕິບັດຄວາມເຊື່ອຂອງເຈົ້າຢູ່ເຮືອນໄດ້ແນວໃດ? ເຈົ້າຈະສາມາດປະສົບກັບພາລະກິດຂອງພຣະເຈົ້າໂດຍບໍ່ປະຕິບັດໜ້າທີ່ຂອງເຈົ້າໄດ້ແນວໃດ? ຖ້າເຈົ້າບໍ່ປະຕິບັດໜ້າທີ່ຂອງເຈົ້າ, ມີອຸປະນິໄສທີ່ເສື່ອມຊາມບາງຢ່າງທີ່ເຈົ້າຈະບໍ່ເປີດເຜີຍອອກມາ, ແລ້ວເຈົ້າຈະໄຕ່ຕອນຕົນເອງແນວໃດ? ເຈົ້າຈະປະສົບກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າໄດ້ແນວໃດ? ພຣະທຳຂອງພຣະເຈົ້າຈະເປີດໂປງ ແລະ ຈັດການເຈົ້າແນວໃດ? ຜູ້ຄົນບໍ່ສາມາດປະສົບກັບສິ່ງເຫຼົ່ານີ້ຢູ່ເຮືອນ. ເຈົ້າສາມາດຮູ້ຈັກຕົນເອງໄດ້ຢ່າງແທິຈິງໂດຍບໍ່ມີປະສົບການຕົວຈິງບໍ? ເຈົ້າສາມາດປ່ຽນແປງໄດ້ຢ່າງແທ້ຈິງບໍ? ການປ່ຽນແປງຄົງຈະເປັນໄປບໍ່ໄດ້. ເພື່ອປະສົບກັບພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງດຳລົງຊີວິດຄຣິສຕະຈັກ ແລະ ໂດຍການປະຕິບັດໜ້າທີ່ຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດປະສົບກັບສິ່ງຕ່າງໆໄດ້ຢ່າງເໝາະສົມ. ຖ້າເຈົ້າປະຕິບັດຄວາມເຊື່ອຂອງເຈົ້າຢູ່ເຮືອນເປັນເວລາສິບປີ ຫຼື ຫຼາຍກວ່ານັ້ນ, ຊາວປີ ຫຼື ຫຼາຍກວ່ານັ້ນ ແລະ ມັງກອນແດງໃຫຍ່ໄດ້ຖືກໂຄ້ນລົງ ແລະ ໄພພິບັດຄັ້ງໃຫຍ່ໄດ້ສິ້ນສຸດລົງແລ້ວ, ເຈົ້າຈະສາມາດເວົ້າເຖິງການມີປະສົບການ ແລະ ການເປັນພະຍານໄດ້ຢ່າງແທ້ຈິງບໍ? ເຈົ້າຈະໄດ້ທົນທຸກແບບທີ່ພຣະເຈົ້າໄດ້ທົນທຸກບໍ? ຜູ້ຄົນຂອງພຣະເຈົ້າທີ່ຈະເກີດເປັນພະຍານທີ່ສວຍງາມດັ່ງກ່າວ ຈະມີການປ່ຽນແປງຢ່າງແທ້ຈິງ, ຈະຍອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ຈະຈົ່ງຮັກພັກດີຕໍ່ພຣະອົງຢ່າງແທ້ຈິງ, ເຈົ້າຈະສາມາດເປັນພະຍານເຊັ່ນນັ້ນໄດ້ບໍ? ເຮົາຢ້ານວ່າ, ໃນຕອນນັ້ນ, ເຈົ້າຈະອັບອາຍທີ່ສຸດ. ເປັນຫຍັງຈຶ່ງວ່າ ພຣະເຈົ້ເວົ້າວ່າ ຫຼາຍຄົນໄດ້ຖືກເອີ້ນ, ແຕ່ມີໜ້ອຍຄົນທີ່ຖືກເລືອກ? ກໍຍ້ອນວ່າ, ໃນບັນດາມະນຸດຊາດທີ່ເຊື່ອມຊາມ, ຄົນທີ່ຮັກຄວາມຈິງນັ້ນມີໜ້ອຍຫຼາຍ. ຄົນສ່ວນໃຫຍ່ບໍ່ຮັກຄວາມຈິງ, ແຮງໄກທີ່ພວກເຂົາຈະສາມາດຍອມຮັບຄວາມຈິງ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ບາງຄົນໄດ້ເຊື່ອໃນພຣະເຈົ້າ ແລະ ໃນຂະນະທີ່ສຸກສິ່ງຢູ່ເຮືອນປົກກະຕິດີ, ພວກເຂົາບໍ່ໄດ້ຈົ່ມວ່າຫຍັງ. ເຖິງຢ່າງໃດກໍຕາມ, ເມື່ອບາງສິ່ງຜິດປົກກະຕິ, ເມື່ອສະມາຊິກຄອບຄົວຄົນໜຶ່ງເຈັບປ່ວຍ ແລະ ເຂົ້ານອນໂຮງໝໍ ຫຼື ລູກຂອງພວກເຂົາບໍ່ໄດ້ເຂົ້າຮຽນວິທະຍາໄງ ຫຼື ໄພພິບັດບາງຢ່າງເກີດຂຶ້ນ, ພວກເຂົາກໍເອົາກຳປັ້ນທຸບໂຕະ ແລະ ຈົ່ມຕໍ່ວ່າໃຫ້ພຣະເຈົ້າ, ເວົ້າວ່າ “ຮື! ການເຊື່ອໃນພຣະເຈົ້າໃຫ້ຫຍັງກັບຂ້ານ້ອຍ! ພຣະເຈົ້າບໍ່ໄດ້ອວຍພອນຂ້ານ້ອຍ! ພຣະອົງຄວນອວຍພອນຂ້ານ້ອຍ, ອວຍພອນທຸກສິ່ງກ່ຽວກັບຂ້ານ້ອຍ, ລວມເຖິງທັງໝົດຄອບຄົວຂອງຂ້ານ້ອຍ, ລູກໆຂອງຂ້ານ້ອຍ, ຜົວຂອງຂ້ານ້ອຍ (ຫຼື ເມຍຂອງຂ້ານ້ອຍ), ລວມເຖິງແມ່ ແລະ ພໍ່ຂອງຂ້ານ້ອຍ, ທຸກຄົນ. ຖ້າສິ່ງນີ້ບໍ່ໄດ້ເກີດຂຶ້ນກັບຄອບຄົວຂອງຂ້ານ້ອຍ, ຂ້າຈ້ອຍຈະບໍ່ໄດ້ສະແຫວງຫາຄວາມຈິງຢ່າງກະຕືລືລົ້ນບໍ?” ພວກເຂົາສ້າງຂໍ້ອ້າງແບບນັ້ນຍ້ອນບໍ່ໄດ້ຮັບຄວາມຈິງ! ຂໍ້ອ້າງຂອງພວກເຂົາສາມາດແທນທີ່ຄວາມຈິງໄດ້ບໍ? ພວກເຂົາເຊື່ອວ່າຂໍ້ອ້າງຂອງພວກເຂົານັ້ນພຽງພໍ ແລະ ເປັນໄປໄດ້ທັງໝົດ ແລະ ນັ້ນເປັນສິດທີ່ຈະຈົ່ວຕໍ່ວ່າໄດ້. ຜູ້ຄົນບໍ່ຈົ່ມໃຫ້ພຣະເຈົ້າເມື່ອພວກເຂົາບໍ່ໄດ້ປະສົບກັບການທົດລອງ ແລະ ຄວາມທຸກລຳບາກ. ພວກເຂົາຮ້ອງຂຶ້ນວ່າພະເຈົ້າຍິ່ງໃຫຍ່ແລະອັດສະຈັນພຽງໃດ. ແຕ່ຊ່ວງເວລາການທົດລອງ ແລະ ຄວາມທຸກລຳບາກມາເຖິງ, ຄວາມປາຖະໜາຂອງພວກເຂົາເຈົ້າທີ່ຈະຈົ່ມຕໍ່ວ່າກ່ຽວກັບພຣະເຈົ້າສາມາດລະເບີດອອກໄດ້ທຸກນາທີ. ພວກເຂົາບໍ່ໄດ້ໄຕ່ຕອງສິ່ງຕ່າງໆ ແລະ ພວກເຂົາບໍ່ຄິດທົບທວນ; ພວກເຂົາເຈົ້າພຽງແຕ່ລະບາຍຄວາມຮູ້ສຶກຂອງພວກເຂົາອອກມາໂດຍທຳມະຊາດ. ສຳລັບບາງຄົນ, ມັນບໍ່ແມ່ນສິ່ງທີ່ເກີດຂຶ້ນກັບຄອບຄົວຂອງພວກເຂົາ, ແຕ່ກັບຝູງສັດລ້ຽງຂອງພວກເຂົາ ແລະ ພວກເຂົາກໍຈົ່ມຕໍ່ວ່າພຣະເຈົ້າ. ນີ້ແມ່ນໄຮ້ສະຕິຂະໜາດນັ້ນເລີຍບໍ? ຖ້າບຸກຄົນໜຶ່ງສາມາດບັນລຸເຖິງຂັ້ນທີ່ວ່າ ບໍ່ວ່າເກີດຫຍັງຂຶ້ນກັບຄອບຄົວຂອງພວກເຂົາ ຫຼື ໄພພະບັດຫຍັງເກີດຂຶ້ນກັບພວກເຂົາກໍຕາມ, ພວກເຂົາກໍບໍ່ຈົ່ມວ່າພຣະເຈົ້າ ຫຼື ໃສ່ໃຈເລື່ອງດັ່ງກ່າວ, ເມື່ອພວກມັນບໍ່ໄດ້ສ້າງຄວາມຊັກຊ້າຕໍ່ໜ້າທີ່ຂອງພວກເຂົາ ຫຼື ການອຸທິດຕົນຂອງພວກເຂົາໃຫ້ແກ່ພຣະເຈົ້າບໍ່ວ່າຫຍັງເກີດຂຶ້ນກໍຕາມ, ເມື່ອບໍ່ສົ່ງຜົນກະທົບຫຍັງຕໍ່ຄວາມເຊື່ອຟັງຂອງພວກເຂົາຕໍ່ພຣະເຈົ້າ ແລະ ເມື່ອສິ່ງທີ່ໄດ້ເກີດຂຶ້ນບໍ່ໄດ້ກີດກັນພວກເຂົາຈາກການສັນລະເສີນພຣະເຈົ້າ, ສິ່ງນີ້ພິສູດວ່າ ຫົວໃຈຂອງພວກເຂົາທີ່ເຊື່ອໃນພຣະເຈົ້າແມ່ນຫົວໃຈທີ່ບໍລິສຸດ. ມຸມມອງ “ເມື່ອບຸກຄົນໜຶ່ງເຊື່ອໃນພຣະເຈົ້າ, ໝົດຄອບຄົວຂອງພວກເຂົາກໍໄດ້ຮັບພອນ” ນັ້ນຜິດ. ຖ້າເຈົ້າຍຶດຕິດກັບມຸມມອງນີ້ຢູ່ສະເໝີໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ. ຈົ່ງເບິ່ງສະມາຊິກຄອບຄົວ ແລະ ຍາດພີ່ນ້ອງຜູ້ບໍ່ເຊື່ອຂອງເຈົ້າ, ຫຍຸ້ງຢູ່ກັບການໃຊ້ຊີວິດປະຈຳວັນຂອງພວກເຂົາ; ເມື່ອໄພພິບັດມາເຖິງ, ພວກເຂົາຈະສາມາດຫຼົບໜີພວກມັນໄດ້ບໍ? ບໍ່, ພວກເຂົາຈະໜີບໍ່ໄດ້. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ເຈົ້າຍັງເປັນຄືກັບຍາດພີ່ນ້ອງຂອງເຈົ້າ, ບໍ່ສາມາດຫຼົບໜີຈາກການລົງໂທດຂອງໄພພິບັດຕ່າງໆ, ເຈົ້າກໍຈະພິນາດໄປພ້ອມກັນກັບພວກເຂົາ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າສະແຫວງຫາຄວາມຈິງ ແລະ ເຈົ້າສາມາດເບິ່ງທະລຸແກ່ນແທ້ຂອງພວກເຂົາ, ເຈົ້າກໍຈະສາມາດປະຕິເສດຊາຕານ ແລະ ຈະຄິດວ່າ “ພວກເຂົາບໍ່ເຊື່ອໃນພຣະເຈົ້າ. ພວກເຂົາຄືມານຮ້າຍ ແລະ ຄວນຖືກທຳລາຍໃນໄພພິບັດ. ພວກເຂົາເຄີຍພະຍາຍາມຢຸດຂ້ອຍຈາກການເຊື່ອໃນພຣະເຈົ້າ ແລະ ພວກເຂົາໄດ້ເວົ້າສິ່ງທີ່ຂັດແຍ້ງກັບພຣະເຈົ້າ, ເຊິ່ງເປັນການໝິ່ນປະໝາດພຣະເຈົ້າ. ພວກເຂົາໄດ້ຮັບສິ່ງທີ່ພວກເຂົາສົມຄວນໄດ້ຮັບ ເມື່ອພວກເຂົາຕາຍໃນທະເວຊາຍ. ໃນເລື່ອງນີ້, ພຣະທຳຂອງພຣະເຈົ້າໄດ້ສຳເລັດລົງຢ່າງແທ້ຈິງ”. ເຈົ້າບໍ່ໄດ້ມີຄວາມເຊື່ອນີ້ໃນເມື່ອກ່ອນ ແລະ ບໍ່ກ້າວທີ່ສະສາບແຊ່ງມາຮ້າຍ. ຕອນນີ້, ເຈົ້າເຫັນໃບໜ້າທີ່ແທ້ຈິງຂອງມານຮ້າຍ ແລະ ຫົວໃຈເຈົ້າເລີ່ມກຽດຊັງມານຮ້າຍເຫຼົ່ານີ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ຖ້າພວກເຂົາຕາຍ, ສິ່ງດຽວທີ່ເຈົ້າຕ້ອງເຮັດກໍຄືຝັງພວກເຂົາ. ການທີ່ສາມາດເຂົ້າຫາພວກເຂົາດ້ວຍວິທີນີ້ສະແດງໃຫ້ເຫັນວ່າຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າຍັງຍຶດໝັ້ນໃນແນວຄິດ ແລະ ຈິນຕະນາການໃນໃຈຂອງເຈົ້າ, ເຊື່ອຢູ່ສະເໝີວ່າ “ເມື່ອບຸກຄົນໜຶ່ງເຊື່ອໃນພຣະເຈົ້າ, ໝົດຄອບຄົວຂອງພວກເຂົາກໍໄດ້ຮັບພອນ, ແມ່ນແຕ່ສັດທີ່ຖືກລ້ຽງໂດຍຄອບຄົວດັ່ງກ່າວກໍໄດ້ຮັບພອນ, ເຮືອນກໍໄດ້ຮັບພອນ ແລະ ພືດຜົນໃນດິນກໍໄດ້ຮັບພອນ”, ແລ້ວສິ່ງເຫຼົ່ານີ້ຈະກີດກັນເຈົ້າຈາກການສະແຫວງຫາຄວາມຈິງ ແລະ ຈາກການຕິດຕາມພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງເຈົ້າ. ຖ້າຫົວໃຈຂອງບຸກຄົນໜຶ່ງຫັນໄປຫາພຣະເຈົ້າຢ່າງບໍລິສຸດ, ຫາແຕ່ພຣະເຈົ້າເທົ່ານັ້ນ, ຫົວໃຈຂອງພວກເຂົາກໍຈະບໍລິສຸດ ແລະ ລຽບງ່າຍ ແລະ ເມື່ອເວລານັ້ນມາເຖິງ ພວກເຂົາກໍທົນທຸກໜ້ອຍຫຼາຍ. ເປັນຫຍັງຈຶ່ງວ່າຕອນນີ້ເຈົ້າທົນທຸກຫຼາຍ? ກໍຍ້ອນວ່າເຈົ້າໃຊ້ເວລາໝົດມື້ດ້ວຍຄວາມຮີບດ່ວນ ແລະ ຫຍຸ້ງຢູ່ກັບຄອບຄົວຂອງເຈົ້າ, ລູກໆຂອງເຈົ້າ, ທຸ້ມເທຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອພວກເຂົາ. ຖ້າເຈົ້າອຸທິດຕົນຢ່າງບໍລິສຸດໃຫ້ແກ່ຄຣິສຕະຈັກ, ແລ້ວເຮົາກໍກ້າເວົ້າວ່າເຈົ້າຈະຜ່ອນຄາຍຫຼາຍຂຶ້ນ, ບໍ່ແມ່ນແບບນັ້ນບໍ? ເປັນຍ້ອນຕອນນີ້ເຈົ້າຫຍຸ້ງຢູ່ກັບເລື່ອງຂອງຄອບຄົວຫຼາຍເກີນໄປແທ້ໆ ແລະ ເລື່ອງຂອງຄຣິສຕະຈັກໜ້ອຍເກີນໄປ ແລະ ຍ້ອນວຽກເຮືອນຂອງເຈົ້າຫຍຸ້ງຍາກຫຼາຍຈົນເຈົ້າບໍ່ສາມາດທົນໄດ້, ເຈົ້າຈຶ່ງເລີ່ມຈົ່ມຕໍ່ວ່າພຣະເຈົ້າ. ແຕ່ຄວາມຈິງແລ້ວ, ເຈົ້າໄດ້ຖວາຍໃຫ້ພຣະເຈົ້າຫຼາຍປານໃດ? ເຈົ້າບໍ່ໄດ້ຖວາຍຫຍັງທີ່ມີຄ່າໃຫ້ເວົ້າເຖິງເລີຍ! ເຈົ້າຍັງຟ້າວຟັ່ງ ແລະ ຫຍຸ້ງຫຼາຍກັບເລື່ອງຂອງເຮືອນ ແລະ ເນື້ອໜັງຂອງເຈົ້າເອງ, ສະນັ້ນ ເຈົ້າຈະສາມາດຈົ່ມຕໍ່ວ່າພຣະເຈົ້າໄດ້ແນວໃດ? ເຈົ້າຕ້ອງບໍ່ຈົ່ມຕໍ່ວ່າໃຫ້ພຣະເຈົ້າອີກຕໍ່ໄປ. ໃຜກໍຕາມທີ່ເຊື່ອໃນພຣະເຈົ້າສາມາດໄດ້ຮັບຄວາມຈິງ ແລະ ມີໂອກາດຮູ້ຈັກພຣະເຈົ້າ, ສິ່ງນີ້ສຳຄັນ, ສຳຄັນກວ່າສິ່ງອື່ນໃດ ແລະ ມັນກ່ຽວຂ້ອງໂດຍກົງກັບບັນຫາວ່າເຈົ້າຈະບັນລຸຄວາມລອດພົ້ນ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ກ່ອນອື່ນ ເຈົ້າຕ້ອງເອົາເຈດຕະນາ, ມຸມມອງ ແລະ ຄວາມເຂົ້າໃຈທີ່ບໍ່ຖືກຕ້ອງຂອງເຈົ້າຈາກອະດີດ, ພ້ອມທັງສິ່ງເຫຼົ່ານັ້ນທີ່ເຈົ້າສະແຫວງຫາຢູ່ໃນຕົວເຈົ້າມາມາ, ແຍກແຍະ ແລະ ໄດ້ຮູ້ຈັກພວກມັນຕາມພຣະທຳຂອງພຣະເຈົ້າ. ເມື່ອເຈົ້າສາມາດເຫັນສິ່ງຕ່າງໆໄດ້ຢ່າງຊັດເຈນ, ເຈົ້າກໍສາມາດຝຶກຝົນລົດລະພວກມັນ ແລະ ປະຖິ້ມພວກມັນ. ຍິ່ງເຈົ້າສາມາດເຫັນສິ່ງເຫຼົ່ານີ້ໄດ້ຊັດເຈນ ແລະ ຈະແຈ້ງ, ເຈົ້າຍິ່ງຈະປ່ອຍວາງສິ່ງຕ່າງໆໄດ້ຫຼາຍຂຶ້ນ, ຈົນເຈົ້າສາມາດປະຖິ້ມສິ່ງເກົ່າໆ, ສິ່ງທີ່ຜິດເຫຼົ່ານັ້ນທັງໝົດ. ແລ້ວເຈົ້າຈະຍິ່ງຮູ້ສຶກຜ່ອນຄາຍຫຼາຍຂຶ້ນ ແລະ ເມື່ອເຈົ້າປະຕິບັດຄວາມຈິງທີ່ເຈົ້າເຂົ້າໃຈ ແລະ ສາມາດເປັນພະຍານເຖິງພວກມັນໄດ້, ເຈົ້າຈະເລີ່ມປ່ຽນແປງເທື່ອລະເລັກລະໜ້ອຍ. ຕອນນີ້ເຈົ້າຄວນເລີ່ມປະຕິບັດ ແລະ ຝຶກຝົນໃນທິດທາງນີ້ ແລະ ເຈົ້າຈະຄ່ອຍໆບໍ່ຖືກຄວບຄຸມ ແລະ ຖືກລົບກວນຈາກສິ່ງເຫຼົ່ານັ້ນອີກຕໍ່ໄປ, ຈາກນັ້ນເຈົ້າຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ.

ພວກເຈົ້າເຂົ້າໃຈສິ່ງທັງໝົດນີ້ທີ່ເຮົາໄດ້ເວົ້າແທ້ໆບໍ? ພວກເຈົ້າຮູ້ວິທີທີ່ຈະຂ້າມສູ່ຍຸກໃໝ່ບໍ? ແລ້ວເຈົ້າຮູ້ບໍວ່າເຈົ້າຕ້ອງປ່ຽນດ້ານໃດ, ຕ້ອງເຂົ້າມາຈາກດ້ານໃດ? ບາງທີພວກເຈົ້າບໍ່ເຂົ້າໃຈສິ່ງນີ້. ເຖິງແມ່ນວ່າໃນອະດີດມີບາງຄົນໄດ້ຮັບເຂົ້າມາ, ແຕ່ພວກເຂົາຍັງຂາດຢູ່ຫຼາຍດ້ານ ລະ ບໍ່ສາມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າ. ປັດຈຸບັນນີ້, ພຣະເຈົ້າກ່າວພຣະທຳຫຼາຍຂໍ້ເພື່ອນຳພາຜູ້ຄົນສູ່ຍຸກໃໝ່. ເປັນຍັງຈຶ່ງວ່າຜູ້ຄົນມີແນວຄິດກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງຢູ່ສະເໝີ? ມັນສະແດງໃຫ້ເຫັນວ່າພວກເຂົາບໍ່ໄດ້ຮັບຄວາມຈິງມາກ່ອນ ແລະ ພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວມຈິງ. ເຖິງແມ່ນວ່າເຈົ້າອາດຈະສາມາດຍອມຮັບພຣະທຳຂອງພຣະເຈົ້າເມື່ອເຈົ້າອ່ານມັນໃນຕອນນີ້, ເປັນຫຍັງຈຶ່ງວ່າໃນຊີວິດຈິງຂອງເຈົ້າ ເຈົ້າຈຶ່ງບໍ່ສາມາດປະຕິບັດຄວາມຈິງໄດ້ ແລະ ກົງກັນຂ້າມກັບມັກຈະປະພຶດໂຕກະບົດ ແລະ ຕໍ່ຕ້ານພຣະອົງຢູ່ສະເໝີບໍ? ເປັນຫຍັງຈຶ່ງວ່າ ເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າ, ເຈົ້າຈຶ່ງມີຄວາມຄິດຂອງຕົນເອງ ແລະ ກະທຳຕາມຄວາມປະສົງຂອງຕົນເອງຢູ່ສະເໝີ, ແຕ່ບໍ່ສາມາດເຊື່ອຟັງພຣະເຈົ້າ? ກໍຍ້ອນມີສິ່ງທີ່ເປັນຂອງເນື້ອໜັງ ແລະ ຄວາມປາຖະໜາຂອງຕົນເອງຫຼາຍເກີນໄປພາຍໃນຕົວເຈົ້າ, ຄິດຢູ່ສະເໝີວ່າທາງຂອງເຈົ້າແມ່ນທາງທີ່ຖືກຕ້ອງ. ເຈົ້າຮຸ້ສຶກດີເມື່ອຟັງຄຳເທດສະໜາ ແລະ ບໍ່ມີແນວຄວາມຄິດ, ແຕ່ເມື່ອບາງສິ່ງເກີດຂຶ້ນກັບເຈົ້າ, ເຈົ້າກໍຕ້ອງການປະຕິບັດຄວາມຈິງ, ແຕ່ເຈົ້າສູນເສຍການຄວບຄຸມ ແລະ ສິ່ງຕ່າງໆທີ່ກະບົດພາຍໃນຕົວເຈົ້າກໍສະແດງໂຕອອກມາ. ເຮົາເວົ້າວ່າພວກເຈົ້າກະບົດເກີນໄປ ແລະ ຖ້າພວກເຈົ້າບໍ່ເຊື່ອເຮົາ, ເຈົ້າສາມາດບັນທຶກເອົາໄວ້ໄດ້. ທຸກຄັ້ງທີ່ເຈົາໄດ້ຍິນພຣະຄຳຂອງພຣະເຈົ້າ, ໃຫ້ບັນທຶກເອົາໄວ້ວ່າແນວຄິດໃດປາກົດຂຶ້ນໃນໃຈເຈົ້າ ແລະ ແມ່ນຫຍັງຄືຄວາມຄິດຂອງເຈົ້າ ແລະ ຈາກນັ້ນກໍຂຸດສິ່ງທີ່ຢູ່ພາຍໃນໂຕເຈົ້າອອກມາ, ແຍກແຍະພວກມັນ, ທຽບພວກມັນໃສ່ພຣະທຳຂອງພຣະເຈົ້າ ແລະ ຕໍ່ມາເຈົ້າຈະຮູ້ວ່າຄວາມກະບົດຂອງເຈົ້າໄປໃກສ່ຳໃດ. ການປະຕິບັດແບບນີ້ແມ່ນເປັນປະໂຫຍດສຳລັບການເຂົ້າສູ່ຊີວິດຂອງເຈົ້າ. ເຈົ້າຕ້ອງກ້າຜະເຊີນໜ້າກັບຄວາມຈິງ ແລະ ກ້າທີ່ຈະເປີດເຜີຍຕົນເອງ. ເມື່ອເຈົ້າກ້າທີ່ຈະເປີດເຜີຍຕົນເອງ, ສິ່ງນີ້ພິສູດວ່າເຈົ້າມີຫົວໃຈທີ່ຍອມຮັບຄວາມຈິງ, ຫົວໃຈທີ່ປ່ອຍວາງແນວຄິດ ແລະ ຍອມຕໍ່ພຣະເຈົ້າ. ເຈົ້າຕ້ອງປະຖິ້ມຕົນເອງ; ຢ່າກະບົດຕໍ່ພຣະເຈົ້າຢູ່ສະເໝີ ເພາະນັ້ນເປັນສິ່ງທີ່ຜິດ. ມັນຈະບໍ່ມີປະໂຫຍດທີ່ຈະເຊື່ອໃນພຣະເຈົ້າແຕ່ບໍ່ຮູ້ວ່າຈະເຊື່ອຟັງພຣະອົງແນວໃດ. ໃນເວລາທີ່ເຈົ້າພົບວ່າມັນງ່າຍທີ່ຈະເຊື່ອຟັງພຣະເຈົ້າ, ນັ້ນແມ່ນເວລາທີ່ເຈົ້າຈະມີສັນຕິພາບ ແລະ ຄວາມສຸກໃນໃຈຂອງເຈົ້າ; ເຈົ້າຈະພົບຄວາມມ່ວນຊື່ນອັນໃຫຍ່ຫຼວງເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າ, ເຈົ້າຈະພົບຖ້ອຍຄຳທີ່ຕ້ອງເວົ້າ ເມື່ອເຈົ້າອະທິຖານຫາພຣະເຈົ້າ ແລະ ເຈົ້າຈະໃກ້ຊິດກັບພຣະອົງຫຼາຍຂຶ້ນເລື້ອຍໆ. ບັນດາຄົນທີ່ກະບົດພຣະເຈົ້າຢູ່ສະເໝີ ບໍ່ເຄີຍປາຖະໜາທີ່ຈະປະຕິບັດຄວາມຈິງ ແລະ ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພຣະທຳບໍ່ໄດ້ຈົມລົງໄປ, ມີສັນຕິພາບ ແລະ ຄວາມສຸກອັນໃດຢູ່ໃນໃຈຂອງພວກເຂົາ? ເມື່ອຜູ້ຄົນຜະເຊີນກັບບັນຫາ, ແນວຄິດ ແລະ ຈິນຕະນາການຂອງພວກເຂົາໂຜ່ຂຶ້ນມາດ້ານໜ້າ ແລະ ພວກເຂົາບໍ່ສາມາດຫຼີກລ້ຽງພວກມັນໄດ້. ແລ້ວເຈົ້າຕຶກຕອງ ແລະ ໄຕ່ຕອງ, ຄິດວ່າ “ບັນຫານີ້ເກີດຂຶ້ນໄດ້ແນວໃດ? ແນວຄິດແບບນີ້ເກີດຂຶ້ນແນວໃດ? ສາມາດພົບແຫຼ່ງທີ່ມາຂອງມັນໄດ້ຢູ່ໃສ?” ເຈົ້າຕ້ອງອະທິຖານຫາພຣະເຈົ້າ, ອ່ານພຣະທຳຂອງພຣະເຈົ້າ, ເບິ່ງທະລຸເລື່ອງນີ້ ແລະ ເມື່ອບັນຫາໄດ້ຮັບການແກ້ໄຂ, ເຈົ້າກໍຈະໄດ້ຮັບການເຂົ້າສູ່ຊີວິດ. ຖ້າເຈົ້າບໍ່ແກ້ໄຂບັນຫາຂອງເຈົ້າຢ່າງຈິງຈັງດ້ວຍວິທີນີ້, ເຊື່ອຢູ່ສະເໝີວ່າການມີແນວຄິດບາງຢ່າງບໍ່ແມ່ນເລື່ອງໃຫຍ່, ພວກມັນຈະຫາຍໄປດ້ວຍຕົວມັນເອງຫຼັງຈາກສອງສາມມື້ ແລະ ເມື່ອພວກມັນໝົດໄປ, ມັນໝາຍຄວາມວ່າເຈົ້າກຳລັງບໍ່ມີແນວຄິດໃດໆ, ເຈົ້າຈະຄິດຢູ່ສະເໝີວ່າເຈົ້າບໍ່ມີແນວຄິດ, ເມື່ອຄວາມຈິງແລ້ວ ເມື່ອແນວຄິດເກີດຂຶ້ນ ເຈົ້າໄດ້ລະເລີຍພວກມັນ ແລະປ່ອຍໃຫ້ພວກມັນເລື່ອນຜ່ານໄປ. ຕອນນັ້ນເຈົ້າຮູ້ສຶກວ່າບໍ່ມີຄວາມເສຍຫາຍຫຍັງເກີດຂຶ້ນ ແລະ ຫຼັງຈາກນັ້ນເຈົ້າກໍປະຕິເສດທີ່ຈະຍອມຮັບຮູ້ວ່າເຈົ້າມີຄວາມເສຍຫາຍໃດໆ. ຕາມທໍາມະດາ, ເມື່ອຜູ້ຄົນບໍ່ຖືກລິຮານ ແລະ ຖືກຈັດການ, ເມື່ອພວກເຂົາບໍ່ຕ້ອງຮັບມືກັບສະຖານະການທີ່ບໍ່ເພິ່ງປະສົງໃດໆ, ພວກເຂົາກໍບໍ່ມີແນວຄິດ ແລະ ລືມວ່າໄປພວກເຂົາເຄີຍມີ. ພວກເຂົາຄິດວ່າຕົນເອງໜ້າທຶ້ງ, ພວກເຂົາບໍ່ມີແນວຄິດແທ້ໆ. ເຖິງຢ່າງໃດກໍຕາມ, ເມື່ອບາງສິ່ງເກີດຂຶ້ນ, ແນວຄິດຕ່າງໆກໍເກີດຂຶ້ນ ແລະ ພວກເຂົາກໍຕໍ່ຕ້ານພຣະເຈົ້າ ແລະ ຕໍ່ມາຊົ່ວໄລຍະໜຶ່ງ, ແນວຄິດຕ່າງໆກໍຫາຍໄປ ແລະ ພວກເຂົາກໍລືມມັນ ແລະ ພວກເຂົາກໍຮູ້ສຶກວ່າພວກເຂົາມີສະພາວະທີ່ປະເສີດ ແລະ ພວກເຂົາບໍ່ມີແນວຄິດກ່ຽວກັບພຣະເຈົ້າ, ແມ່ນຫຍັງຄືບັນຫາຂອງພວກເຂົາ? ບັນຫາກໍຄື ພວກເຂົາບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ບໍ່ໄດ້ແກ້ໄຂແນວຄິດຂອງພວກເຂົາຈາກຕົ້ນກຳເນີດຂອງພວກມັນ. ນັ້ນຄືເຫດຜົນທີ່ແນວຄິດປະເພດເຫຼົ່ານີເກີດຂຶ້ນຊ້ຳໆ, ຈົນກວ່າຈະຮອດເວລາທີ່ມີໃຜບາງຄົນໂອ້ລົມກັບພວກເຂົາຢ່າງລະອຽດກ່ຽວກັບຄວາມຈິງ ແລະ ຈາກນັ້ນແນວຄິດຂອງພວກເຂົາກໍຈະໄດ້ຮັບການແກ້ໄຂໄປໃນທາງທີ່ດີ. ເມື່ອຕ້ອງແກ້ໄຂແນວຄິດຂອງຄົນໆໜຶ່ງ, ການບໍ່ສະແຫວງຫາຄວາມຈິງຢ່າງຈິງຈັງຈະບໍ່ເກີດຜົນ, ການພຽງແຕ່ເຂົ້າໃຈຫຼັກຄຳສອນນັ້ນໄຮ້ປະໂຫຍດ. ຄົນທີ່ບໍ່ເຂົ້າໃຈຄວາມຈິງມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບຕົນເອງຢ່າງມີຂີດຈຳກັດ. ບາງຄັ້ງເມື່ອແນວຄິດຕ່າງໆເກີດຂຶ້ນໃນໂຕພວກເຂົາ, ພວກເຂົາບໍ່ສາມາດຄົ້ນພົບພວກມັນໄດ້ ຫຼື ເຖິງກັບບໍ່ຮູ້ສຶກເຖິງພວກມັນຊ້ຳ. ແນວຄິດນ້ອຍໆທີ່ບໍ່ໄດ້ຮັບການແກ້ໄຂຈະບໍ່ເຮັດໃຫ້ໃຜສະດຸດ, ແຕ່ແນວຄິດໃຫຍ່ໆທີ່ບໍ່ໄດ້ຮັບການແກ້ໄຂຈະເຮັດໃຫ້ພວກເຂົາສະດຸດທັນທີ. ເພື່ອທີ່ຈະຮູ້ຈັກຕົນເອງ, ກ່ອນອື່ນເຈົ້າຕ້ອງແກ້ໄຂແນວຄິດ ແລະ ຈິນຕະນາການຂອງເຈົ້າເອງ ແລະ ແກ້ໄຂມຸມມອງຜິດໆຂອງເຈົ້າທີ່ເກີດຂຶ້ນເລື້ອຍໆ. ຈາກນັ້ນໃຫ້ແກ້ໄຂອຸປະນິໄສທີ່ເສື່ອມຊາມຕ່າງໆຂອງເຈົ້າທັງໝົດ ຕັ້ບແຕ່ທາງຜິວເຜີນລົງໄປສິ່ງອັນທີ່ເລິກເຊິ່ງກວ່າ, ອັນທີ່ຊັບຊ້ອນກວ່າ ແລະ ໂດຍການເຮັດແບບນີ້ ເຈົ້າຈະຄ່ອຍໆເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ການຮູ້ຈັກຕົນເອງ ເລີ່ມຕົ້ນກ້ວຍການຮູ້ຈັກແນວຄິດ ແລະ ຈິນຕະນາການທີ່ມີຢູ່ພາຍໃນໂຕເຈົ້າກ່ອນ. ເມື່ອຄວາມເຂົ້າໃຈຂອງເຈົ້າຕໍ່ຄວາມຈິງເລິກເຊິ່ງຂຶ້ນເລື້ອຍໆ, ເຈົ້າຈະຮູ້ຈັກຕົນເອງໄດ້ເລິກເຊິ່ງຍິ່ງຂຶ້ນເຊັ່ນດຽວກັນ. ເມື່ອເວົ້າເຖິງການຮູ້ຈັກຕົນເອງ, ເຈົ້າຕ້ອງພິຖີພິຖັນ. ຖ້າເຈົ້າບໍ່ສາມາດຮູ້ຈັກຕົນເອງ, ເຈົ້າຈະບໍ່ໄດ້ຮັບການເຂົ້າສູ່ຊີວິດ; ການເຂົ້າສູ່ຊີວິດເລີ່ມຕົ້ນດ້ວຍການຮູ້ຈັກຕົນເອງ. ຖ້າເຈົ້າຕ້ອງການໄດ້ຮັບການເຂົ້າສູ່ຊີວິດ, ເຈົ້າກໍຕ້ອງສະແຫວງຫາຄວາຈິງຢ່າງມີສະຕິ, ໃຊ້ໂອກາດໃນການແກ້ໄຂບັນຫາຂອງເຈົ້າ ແລະ ບໍ່ປ່ອຍໃຫ້ຫຼຸດລອຍໄປແມ່ນແຕ່ອັນດຽວ. ເມື່ອເຈົ້າຈົດບັນທຶກແນວຄິດຂອງເຈົ້າໄວ້ແລ້ວ, ເຈົ້າຕ້ອງສະແຫວງຫາຄວາມຈິງ, ເປີດໃຈ ແລະ ມີສ່ວນຮ່ວມໃນການໂອ້ລົມ ແລະ ແຍກແຍະພວກມັນຕາມພຣະທຳຂອງພຣະເຈົ້າ. ເມື່ອເຈົ້າເຂົ້າໃຈຄວາມຈິງ, ແນວຄິດປະເພດເຫຼົ່ານີ້ຈະໄດ້ຮັບການແກ້ໄຂທັງໝົດ. ຖ້າເຈົ້າຜະເຊີນກັບເລື່ອງແບບດຽວກັນອີກ ແລະ ແນວຄິດຂອງເຈົ້າເກີດຂຶ້ນອີກຄັ້ງ ແລະ ຫົວໃຈຂອງເຈົ້າຖືກພວກມັນຄວບຄຸມໄວ້, ສິ່ງນີ້ສະແຫງໃຫ້ເຫັນວ່າ ເຈົ້າບໍ່ໄດ້ເຂົ້າໃຈຄວາມຈິງຢ່າງແທ້ຈິງ, ແຕ່ເຈົ້າເຂົ້າໃຈພຽງແຕ່ຫຼັກຄຳສອນ ແລະ ດ້ວຍເຫດນັ້ນແນວຄິດຂອງເຈົ້າຈຶ່ງຍັງມີຢູ່. ເມື່ອເຈົ້າໄດ້ເຂົ້າໃຈຄວາມຈິງຢ່າງແທ້ຈິງເທົ່ານັ້ນ ແນວຄິດຂອງເຈົ້າຈິ່ງຈະຫາຍໄປຢ່າງສິ້ນເຊີງ ແລະ ເຖິງແມ່ນວ່າພວກມັນກີດຂຶ້ນອີກຄັ້ງໃນອະນາຄົດ, ພວກມັນກໍຈະຖືກແກ້ໄຂໄດ້ຢ່າງງ່າຍດາຍ ແລະ ເຈົ້າຈະບໍ່ຕົກຢູ່ພາຍໃຕ້ການຄວບຄຸມຂອງພວກມັນ, ຍ້ອນເຈົ້າເຂົ້າໃຈຄວາມຈິງ. ບອກເຮົາເບິ່ງ, ມັນຍາກບໍທີ່ຈະຝຶກການຮູ້ຈັກຕົນເອງ ແລະ ການເຂົ້າສູ່ຄວາມຈິງດ້ວຍວິທີນີ້? ມັນໃຊ້ຄວາມພະຍາຍາມຫຼາຍບໍ? ໃຊ້ຫຼາຍ! ຖ້າການຮູ້ຈັກຕົວເອງຂອງເຈົ້າພຽງແຕ່ກ່ຽວພັນກັບການຮູ້ຈັກສິ່ງຜິວເຜີນແບບພໍເປັນພິທີເທົ່ານັ້ນ, ຖ້າເຈົ້າພຽງແຕ່ເວົ້າວ່າ ເຈົ້າອວດດີ ແລະ ຄິດວ່າຕົວເອງຊອບທໍາ, ວ່າເຈົ້າກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ສິ່ງນີ້ກໍບໍ່ແມ່ນຄວມຮູ້ທີ່ແທ້ຈິງ ແຕ່ເປັນທິດສະດີ. ເຈົ້າຕ້ອງລວມຂໍ້ມູນຄວາມຈິງເຂົ້າໃນສິ່ງນີ້: ເຈົ້າຕ້ອງເປີດເຜີຍເລື່ອງໃດກໍຕາມທີ່ເຈົ້າມີເຈດຕະນາ ແລະ ມຸມມອງທີ່ຜິດໆ ຫຼື ຄຳຄິດເຫັນທີ່ໄຮ້ສາລະກ່ຽວກັບການໂອ້ລົມ ແລະ ການແຍກແຍະ. ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮູ້ຈັກຕົນເອງຢ່າງແທ້ຈິງ. ເຈົ້າບໍ່ຄວນໄດ້ຮັບຄວາມເຂົ້າໃຈກ່ຽວກັບຕົນເອງໂດຍອີງໃສ່ການກະທໍາຂອງເຈົ້າພຽງຢ່າງດຽວ; ເຈົ້າຕ້ອງເຂົ້າໃຈສິ່ງທີ່ສຳຄັນ ແລະ ແກ້ໄຂຕົ້ນຕໍຂອງບັນຫາ. ເມື່ອເວລາໄດ້ຜ່ານໄປໄລຍະໜຶ່ງ, ເຈົ້າຕ້ອງເບິ່ງຕົວເອງຄືນໃໝ່ ແລ້ວສະຫຼຸບບັນຫາທີ່ເຈົ້າໄດ້ແກ້ໄຂແລະ ທີ່ຍັງເຫຼືອຢູ່. ພ້ອມນັ້ນເຈົ້າກໍຕ້ອງສະແຫວງຫາຄວາມຈິງເຊັ່ນກັນເພື່ອແກ້ໄຂບັນຫາເຫຼົ່ານີ້. ເຈົ້າຕ້ອງບໍ່ຢູ່ເສີຍ, ເຈົ້າຕ້ອງບໍ່ຈຳເປັນໃຫ້ຄົນອື່ນຊັກຈູງ ຫຼື ຊຸກຍູ້ໃຫ້ເຈົ້າເຮັດສິ່ງຕ່າງໆຢູ່ຕະຫຼອດ ຫຼື ເຖິງກັບຈູງດັງເຈົ້າ; ເຈົ້າຕ້ອງມີເສັ້ນທາງຂອງຕົວເອງເພື່ອເຂົ້າສູ່ຊີວິດ. ເຈົ້າຕ້ອງກວດສອບຕົວເອງເປັນປະຈໍາເພື່ອເບິ່ງສິ່ງທີ່ເຈົ້າໄດ້ເວົ້າ ແລະ ເຮັດເຊິ່ງຂັດກັບຄວາມຈິງມີຫຍັງແດ່, ເຈດຕະນາໃດທີ່ຜິດ ແລະ ອຸປະນິໄສໃດທີ່ເຈົ້າໄດ້ເປີດເຜີຍອອກມາ. ຖ້າເຈົ້າປະຕິບັດ ແລະ ເຂົ້າສູ່ດ້ວຍວິທີນີ້ຢູ່ສະເໝີ, ຖ້າເຈົ້າສັ່ງຕົນເອງຢ່າງເຂັ້ມງວດ, ແລ້ວເຈົ້າຈະຄ່ອຍສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຊີວິດ. ເມື່ອເຈົ້າເຂົ້າໃຈຄວາມຈິງຢ່າງແທ້ຈິງ, ເຈົ້າຈະເຫັນວ່າເຈົ້າບໍ່ມີຫຍັງແທ້ໆ. ປະການໜຶ່ງ, ເຈົ້າມີອຸປະນິໄສອັນເສື່ອມຊາມທີ່ຮ້າຍແຮງ; ອີກປະການໜຶ່ງ, ເຈົ້າຂາດຫຼາຍເກີນໄປ ແລະ ເຈົ້າບໍ່ເຂົ້າໃຈຄວາມຈິງໃດໆ. ຖ້າຮອດເວລາເມື່ອເຈົ້າມີຄວາມຮູ້ດັ່ງກ່າວກ່ຽວກັບຕົນເອງຢ່າງແທ້ຈິງ, ເຈົ້າຈະບໍ່ສາມາດອວດອ້າງໄດ້ອີກຕໍ່ໄປ ແລະ ໃນຫຼາຍເລື່ອງ ເຈົ້າຈະມີເຫດຜົນ ແລະ ສາມາດມີຄວາມເຊື່ອຟັງ. ແມ່ນຫຍັງຄືບັນຫາຫຼັກໃນຕອນນີ້? ຜ່ານການໂອ້ລົມ ແລະ ການແຍກແຍະກ່ຽວກັບແກ່ນແທ້ຂອງແນວຄິດ, ຜູ້ຄົນໄດ້ມາເຂົ້າໃຈເຫດຜົນທີ່ພວກເຂົາສ້າງແນວຄິດ; ພວກເຂົາສາມາດແກ້ໄຂແນວຄິດບາງຢ່າງ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາສາມາດເຫັນແກ່ນແທ້ຂອງແຕ່ລະແນວຄິດໄດ້ຢ່າງຊັດເຈນ, ມັນພຽງແຕ່ໝາຍຄວາມວ່າພວກເຂົາມີຄວາມຮູ້ກ່ຽວກັບຕົນເອງ, ແຕ່ຄວາມຮູ້ຂອງພວກເຂົາຍັງບໍ່ເລິກພໍ ຫຼື ຊັດເຈນພໍ. ເວົ້າອີກຢ່າງໜຶ່ງກໍຄື, ພວກເຂົາຍັງບໍ່ສາມາດເຫັນທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາເອງໄດ້ຢ່າງຊັດເຈນ ຫຼື ພວກເຂົາບໍ່ສາາດເຫັນວ່າອຸປະນິໄສເສື່ອມຊາມອັນໃດທີ່ຝັງຮາກເລິກລົງໃນຫົວໃຈຂອງພວກເຂົາ. ມີຂີດຈຳກັດວ່າບຸກຄົນໜຶ່ງສາມາດໄດ້ຮັບຄວາມຮູ້ກ່ຽວກັບຕົນເອງດ້ວຍວິທີນີ້ໄດ້ຫຼາຍປານໃດ. ບາງຄົນເວົ້າວ່າ “ຂ້ອຍຮູ້ວ່າອຸປະນິໄສຂອງຂ້ອຍອວດດີທີ່ສຸດ, ນີ້ບໍ່ໄດ້ໝາຍຄວາມວ່າຂ້ອຍຮູ້ຈັກຕົນເອງບໍ?” ຄວາມຮູ້ດັ່ງກ່າວຜິດເຜີນເກີນໄປ; ມັນບໍ່ສາມາດແກ້ໄຂບັນຫາໄດ້. ຖ້າເຈົ້າຮູ້ຈັກຕົວເຈົ້າເອງຢ່າງແທິຈິງ, ແລ້ວເປັນຫຍັງເຈົ້າຈຶ່ງຍັງສະແຫວງຫາຄວາມກ້າວໜ້າສ່ວນຕົວ, ເປັນຫຍັງເຈົ້າຈຶ່ງຍັງໂຫຍຫາສະຖານະ ແລະ ຄວາມແຕກຕ່າງ? ນີ້ໝາຍຄວາມວ່າ ທໍາມະຊາດອວດດີຂອງເຈົ້າຍັງບໍ່ໄດ້ຖືກລຶບລ້າງເທື່ອ. ເພາະສະນັ້ນ, ການປ່ຽນແປງຕ້ອງເລີ່ມຈາກຄວາມຄິດ, ມຸມມອງ ແລະ ເຈດຕະນາຂອງເຈົ້າທີ່ຢູ່ເບື້ອງຫຼັງຄຳເວົ້າ ແລະ ການກະທໍາຂອງເຈົ້າ. ພວກເຈົ້າຮັບຮູ້ບໍວ່າ ສິ່ງທີ່ຄົນສ່ວນໃຫຍ່ເວົ້າແມ່ນເປັນໜາມ ແລະ ມີພິດ ແລະ ມີອົງປະກອບຂອງຄວາມອວດດີໃນນໍ້າສຽງທີ່ພວກເຂົາໃຊ້? ຄໍາເວົ້າຂອງພວກເຂົາມີເຈດຕະນາ ແລະ ຄວາມຄິດເຫັນສ່ວນຕົວຂອງພວກເຂົາ. ຄົນທີ່ມີຄວາມເຂົ້າໃຈຈະສາມາດໄຈ້ແຍກສິ່ງນີ້ໄດ້ເມື່ອພວກເຂົາໄດ້ຍິນມັນ. ບາງຄົນເວົ້າໃນທາງໃດໜຶ່ງ ແລະ ມີການສະແດງອອກໃດໜຶ່ງເກືອບຕະຫຼອດເວລາເມື່ອຄວາມອວດດີຂອງພວກເຂົາບໍ່ໄດ້ຫຼັ່ງໄຫຼອອກມາຈາກພວກເຂົາ, ແຕ່ພຶດຕິກຳຂອງພວກເຂົາແຕກຕ່າງກັນຫຼາຍເມື່ອຄວາມອວດດີຂອງພວກເຂົາຖືກເປີດເຜີຍ. ບາງຄັ້ງພວກເຂົາຈະເວົ້າພື່ມພ່ຳໄປເລື້ອຍກ່ຽວກັບຄວາມຄິດທີ່ຟັງເບິ່ງສູງສົ່ງຂອງຕົນເອງ, ບາງຄັ້ງພວກເຂົາກໍເຮັດທ່າທາງຂົ່ມຂູ່ ແລະ ໝັ້ນໃຈໃນຕົນເອງສູງ. ພວກເຂົາຄິດວ່າພວກເຂົາເປັນລາຊາແຫ່ງພູເຂົາ ແລະໜ້າຕາຂີ້ຮ້າຍຂອງຊາຕານກໍຖືກເປີດເຜີຍໃນເລື່ອງນີ້. ມີເຈດຕະນາ ແລະ ອຸປະນິໄສທີ່ເສື່ອມຊາມທຸກຮູບແບບຢູ່ໃນແຕ່ລະຄົນ. ຄືກັນກັບຄົນເຈົ້າເລ່ທີ່ກະພິບຕາເມື່ອພວກເຂົາເວົ້າ ແລະ ເບິ່ງຜູ້ຄົນຈາກມຸມຕາຂອງພວກເຂົາແນວໃດ, ມີອຸປະນິໄສອັນເສື່ອມຊາມທີ່ປິດບັງໄວ້ພາຍໃນການກະທຳເຫຼົ່ານີ້. ບາງຄົນເວົ້າດ້ວຍຄໍາເວົ້າທີ່ຫຼົບຫຼີກ ແລະ ຜູ້ຄົນອື່ນບໍ່ເຄີຍຮູ້ວ່າມັນໝາຍຄວາມວ່າແນວໃດ. ມີຄວາມໝາຍ ແລະ ອຸບາຍທີ່ເຊື່ອງໄວ້ພາຍໃນຄຳເວົ້າຂອງພວກເຂົາຢູ່ສະເໝີ, ແຕ່ທາງພາຍນອກ ພວກເຂົາສະຫງົບ ແລະ ເກັບໂຕຫຼາຍ. ຄົນເຊັ່ນນີ້ຍິ່ງມີເລ່ຫຼ່ຽມຫຼາຍຂຶ້ນ ແລະ ມັນຍິ່ງຍາກຫຼາຍຂຶ້ນສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ. ພວກເຂົາຊ່ວຍໃຫ້ລອດພົ້ນໄດ້ຍາກຫຼາຍ.

ໃນເມື່ອກ່ອນ, ເມື່ອຜູ້ຄົນເຊື່ອໃນພຣະເຈົ້າ, ພວກເຂົາພໍໃຈກັບການມີເຮືອນທີ່ສະຫງົບສຸກຢູ່ສະເໝີ ແລະ ທຸກສິ່ງທີ່ພວກເຂົາເຮັດກໍດຳເນີນໄປຢ່າງບໍ່ມີອຸປະສັກ ແລະ ພວກເຂົາກໍເຊື່ອວ່ານີ້ໝາຍເຖິງການທີ່ພຣະເຈົ້າຮັກພວກເຂົາ ແລະ ພໍໃຈໃນຕົວພວກເຂົາຢ່າງແນ່ນອນ. ຖ້າເຈົ້າພຽງແຕ່ພໍໃຈກັບສິ່ງເຫຼົ່ານີ້, ເຈົ້າກໍຈະບໍ່ເລີ່ມຕົ້ນຍ່າງເທິງເສັ້ນທາງຂອງການສະແຫວງຫາຄວາມຈິງຈັກເທື່ອ. ຢ່າພໍໃຈກັບການທີ່ ຊີວິດຂອງເຈົ້າດຳເນີນໄປດີ ຫຼື ບໍ່ມີອຸປະສັກທາງພາຍນອກ; ສິ່ງຜິວເຜີນເຫຼົ່ານັ້ນບໍ່ໄດ້ສຳຄັນ. ຄວາມລອດພົ້ນຂອງພຣະເຈົ້າຕໍ່ຜູ້ຄົນໃນຕອນນີ້ກ່ຽວຂ້ອງກັບການຊຳລະລ້າງ ແລະ ການປ່ຽນແປງສິ່ງທີ່ຝັງເລິກຢູ່ພາຍໃນຕົວຜູ້ຄົນທີ່ກ່ຽວຂ້ອງກັບຊາຕານ, ຂຸດມັນຈົນເຖິງຮາກ ແລະ ຂຸດພວກມັນອອກຈາກແກ່ນແທ້ ແລະ ທໍາມະຊາດຂອງມະນຸດ. ເປັນຫຍັງພຣະເຈົ້າຈຶ່ງແຍກແຍະມຸມມອງ ແລະ ເຈດຕະນາຂອງມະນຸດຢູ່ສະເໝີ? ມັນເປັນຍ້ອນວ່າທຳມະຊາດຂອງມະນຸດນັ້ນຝັງຮາກລົງເລິກຫຼາຍ. ພຣະເຈົ້າບໍ່ໄດ້ເບິ່ງວ່າເຈົ້າເຮັດສິ່ງຕ່າງໆແນວໃດ ຫຼື ເຈົ້າເປັນຄືແນວໃດ ຫຼື ເຈົ້າສູງສ່ຳໃດ ແລະ ພຣະອົງບໍ່ໄດ້ເບິ່ງວ່າເຈົ້າມີຄອບຄົວແບບໃບ ຫຼື ເຈົ້າມີວຽກເຮັດ ຫຼື ບໍ່, ພຣະເຈົ້າບໍ່ໄດ້ເບິ່ງທີ່ສິ່ງເຫຼົ່ານີ້. ສິ່ງສຳຄັນທີ່ພຣະເຈົ້າເບິ່ງແມ່ນແກ່ນແທ້ຂອງເຈົ້າ ເພື່ອແກ້ໄຂບັນຫາຂອງເຈົ້າຈາກແກ່ນແທ້ ແລະ ຂຸດຮາກຖອນຕົ້ນ. ເພາະສະນັ້ນ, ຢ່າພໍໃຈກັບພຽງແຕ່ເຮືອນທີ່ສະຫງົບສຸກ ແລະ ທຸກສິ່ງທີ່ດຳເນີນໄປຢ່າງບໍ່ມີອຸປະສັກ, ແລ້ວຄິດວ່າພຣະເຈົ້າກຳລັງໃຫ້ພອນແກ່ເຈົ້າ, ສິ່ງນີ້ແມ່ນຜິດ. ຢ່າສະແຫວງຫາສິ່ງພາຍນອກເຫຼົ່ານີ້ ແລະ ປ່ອຍໃຫ້ຕົວເຈົ້າເອງພົວພັນກັບພວກມັນ. ຖ້າເຈົ້າພໍໃຈກັບສິ່ງເຫຼົ່ານີ້, ສິ່ງນີ້ກໍສະແດງໃຫ້ເຫັນວ່າເປົ້າໝາຍທີ່ເຈົ້າກຳລັງໄລ່ຕາມໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້ານັ້ນຕ່ຳເກີນໄປ ແລະ ເຈົ້າກຳລັງຂາດແຄນສິ່ງທີ່ພຣະເຈົ້າຕ້ອງການ. ເຈົ້າຕ້ອງສຸມໃສ່ການປ່ຽນແປງອຸປະນິໄສ, ເລີ່ມຕົ້ນດ້ວຍອຸປະນິໄສ ແລະ ຄວາມເປັນມະນຸດຂອງເຈົ້າ, ພ້ອມທັງເຈດຕະນາ ແລະ ມຸມມອງທີ່ເຈົ້າມີໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ດ້ວຍວິທີນີ້, ເມື່ອເຈົ້າເຂົ້າມາພົວພັນກັບຄົນທີ່ຫາກໍເລີ່ມເຊື່ອໃນພຣະເຈົ້າ ຫຼື ຜູ້ທີ່ບໍ່ໄດ້ຍອມຮັບພຣະອົງ, ພວກເຂົາກໍຈະສາມາດເຫັນໄດ້ຈາກຮູບລັກສະນະຂອງເຈົ້າວ່າເຈົ້າມີການປ່ຽນແປງ ແລະ ສິ່ງ​ທີ່​ເຈົ້າ​ສະແຫວງຫາ​ແມ່ນ​ແຕກ​ຕ່າງ​ກັນ​ແທ້ໆ. ພວກເຂົາເວົ້າວ່າ “ໃນຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ, ພວກເຮົາສະແຫວງຫາການຫາເງິນໃຫ້ໄດ້ຫຼາຍຂຶ້ນ, ການມີສະຖານະ, ການເຮັດລູກໆຂອງພວກເຮົາໄດ້ເຂົ້າວິທະຍາໄລ ແລະ ການທີ່ລູກສາວຂອງພວກເຮົາຫາຄູ່ຄອງທີ່ເໝາະສົມ. ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາສິ່ງເຫຼົ່ານີ້? ເຈົ້າ​ເບິ່ງ​ສິ່ງ​ເຫຼົ່າ​ນີ້​ວ່າ​ມັນ​ເປັນ​ມູນສັດ ແລະ ​ໄຮ້ຄ່າຢ່າງສິ້ນເຊີງ. ແລ້ວເຈົ້າຈະເຊື່ອໃນພຣະເຈົ້າໄດ້ແນວໃດ?” ແລ້ວເຈົ້າກໍໂອ້ລົມກັບພວກເຂົາກ່ຽວກັບປະສົບການຂອງເຈົ້າເຊັ່ນ: ເຈົ້າມີອຸປະນິໄສທີ່ເສື່ອມຊາມອັນໃດ, ພຣະເຈົ້າລິຮານ ແລະ ຈັດການເຈົ້າແນວໃດ, ຂ້ຽນຕີ ແລະ ພິພາກສາເຈົ້າແນວໃດ, ເຈົ້າໄຕ່ຕອງຕົນເອງ ແລະ ເຂົ້າໃຈສິ່ງຕ່າງໆແນວໃດ ແລະ ເຈົ້າກັບໃຈ ແລະ ປ່ຽນແປງແນວໃດ. ເມື່ອຜູ້ຄົນພົບເຈົ້າ, ພວກເຂົາຮູ້ສຶກໄດ້ວ່າການໂອ້ລົມຂອງເຈົ້າເປັນຈິງຫຼາຍສ່ຳໃດ, ວ່າມັນໃຫ້ບາງຢ່າງແກ່ພວກເຂົາ ແລະ ເປັນປະໂຫຍດແກ່ພວກເຂົາ ແລະ ເຈົ້າບໍ່ໄດ້ພຽງແຕ່ໃຫ້ຄຳເທດສະໜາພຽງຜິວເຜີນເພື່ອໂນ້ມນ້າວ ແລະ ຊັກຈູງຜູ້ຄົນ. ເຈົ້າຈະສາມາດເວົ້າກ່ຽວກັບການເຂົ້າສູ່ຊີວິດ ແລະ ການຮູ້ຈັກຕົນເອງ ແລະ ສິ່ງນີ້ຈະພິສູດວ່າເຈົ້າເປັນຄົນຂອງຍຸກໃໝ່ຢ່າງແທ້ຈິງ, ເປັນຄົນໃໝ່ຢ່າງແທ້ຈິງ. ຕອນນີ້ຍັງມີບາງຄົນທີ່ຍັງເວົ້າກ່ຽວກັບສິ່ງຕ່າງໆໃນອະດີດໂດຍເວົ້າວ່າ “ຂ້ອຍເຄີຍເຊື່ອໃນພຣະເຢຊູເຈົ້າ ແລະ ບໍ່ວ່າຂ້ອຍຈະໄປເຮັດວຽກຢູ່ໃສກໍຕາມ, ພຣະວິນຍານບໍລິສຸດກໍຊົງເຮັດພາລະກິດທີ່ຍິ່ງໃຫຍ່. ເມື່ອຂ້ອຍເຜີຍແຜ່ຂ່າວປະເສີດ, ຫຼາຍຄົນເຕັມໃຈທີ່ຈະຮັບຟັງຂ້ອຍ ແລະ ໃຜກໍຕາມທີ່ຂ້ອຍອະທິຖານໃຫ້ກໍດີຂຶ້ນໄວຫຼາຍ...”. ພວກເຂົາຍັງເວົ້າເຖິງສິ່ງເຫຼົ່ານີ້ຢູ່ ແລະ ສິ່ງນີ້ແມ່ນຫຼ້າຫຼັງຫຼາຍ! ພວກເຈົ້າຄວນໃຊ້ເວລາຫຼາຍຂຶ້ນໃນການເວົ້າກ່ຽວກັບສິ່ງສຳຄັນເຫຼົ່ານີ້ທີ່ຕ້ອງເຮັດກັບການເຂົ້າສູ່ຊີວິດເຊັ່ນ: ການໂອ້ລົມກ່ຽວກັບຄວາມຈິງ, ການເຂົ້າສູ່ຊີວິດ, ການປ່ຽນແປງອຸປະນິໄສ ແລະ ການຮູ້ຈັກຕົນເອງ. ຢ່າເວົ້າກ່ຽວກັບເລື່ອງທີ່ບໍ່ກ່ຽວຂ້ອງກັບຄວາມຈິງ. ຖ້າພວກເຈົ້າປະຕິບັດແບບນີ້ເລື້ອຍໆ, ພວກເຈົ້າກໍຈະໄດ້ຮັບຄວາມເປັນຈິງແຫ່ງຄວາມຈິງບາງຢ່າງ. ດ້ວຍວຸດທິພາວະໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າບໍ່ສາມາດເຮັດວຽກທີ່ໃຫ້ຊີວິດ ຫຼື ໃຊ້ຄວາມຈິງເພື່ອແກ້ໄຂບັນຫາ. ສິ່ງທີ່ເຈົ້າສາມາດເຮັດໄດ້ຄືໂນ້ມນ້າວ ແລະ ຊັກຈູງຜູ້ຄົນໂດຍເວົ້າວ່າ “ຢ່າບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ. ເຖິງແມ່ນວ່າຄວາມເປັນຄົນຂອງພວກເຮົາຈະເສື່ອມຊາມ, ພຣະເຈົ້າຍັງຊ່ວຍພວກເຮົາໃຫ້ລອດພົ້ນ, ດັ່ງນັ້ນ ພວກເຮົາຄວນເຊື່ອຟັງພຣະທຳຂອງພຣະອົງ ແລະ ຍອມຕໍ່ພຣະອົງ”. ຫຼັງຈາກທີ່ໄດ້ຍິນແບບນີ້, ຜູ້ຄົນກໍເຂົ້າໃຈຫຼັກຄຳສອນ, ແຕ່ພວກເຂົາຍັງຂາດພະລັງງານ ແລະ ບໍ່ຮູ້ວິທີປະຕິບັດ ຫຼື ປະສົບກັບພຣະທຳຂອງພຣະເຈົ້າ. ສິ່ງນີ້ພິສູດວ່າ ພວກເຈົ້າທີ່ເປັນຜູ້ນຳ ແລະ ຜູ້ເຮັດວຽກບໍ່ມີຄວາມເປັນຈິງແຫ່ງຄວາມຈິງເຊັ່ນກັນ. ຖ້າເຈົ້າເອງບໍ່ບັນລຸການເຂົ້າສູ່ຊີວິດ, ແລ້ວເຈົ້າຈະສາມາດສະໜອງໃຫ້ຄົນອື່ນໄດ້ແນວໃດ? ເຈົ້າບໍ່ສາມາດເຂົ້າເຖິງຕົ້ນຕໍຂອງຄວາມຫຍຸ້ງຍາກ ແລະ ອຸປະນິໄສທີ່ເສື່ອມຊາມຂອງຄົນອື່ນ, ເຈົ້າບໍ່ສາມາດເຂົ້າໃຈວ່າສິ່ງໃດສຳຄັນ ເພາະເຈົ້າກໍຍັງບໍ່ຮູ້ຈັກຕົນເອງ. ດ້ວຍເຫດນີ້, ການໃຫ້ຊີວິດໃນວຽກຂອງພວກເຈົ້າໃນຄຣິສຕະຈັກຈຶ່ງຢູ່ນອກເໜືອພວກເຈົ້າ ແລະ ໂດຍການຊັກຈູງຜູ້ຄົນ, ບອກພວກເຂົາໃຫ້ເປັນຄົນດີ ແລະ ເຊື່ອຟັງດ້ວຍຄວາມຈິງໃຈພຽງຢ່າງດຽວ, ເຈົ້າບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້. ນີ້ເປັນຫຼັກຖານທີ່ພຽງພໍວ່າພວກເຈົ້າບໍ່ໄດ້ເຂົ້າໃຈຄວາມຈິງຢ່າງແທ້ຈິງ ຫຼື ບັນລຸການເຂົາສູ່ຊີວິດໃດໆ. ພວກເຈົ້າສ່ວນຫຼາຍຮູ້ພຽງແຕ່ວ່າຈະເທດສະໜາຫຼັກຄຳສອນຝ່າຍວິນຍານ ແລະ ທິດສະດີເທວະສາດທີ່ຫວ່າງເປົ່າແນວໃດ, ແຕ່ພວກເຈົ້າບໍ່ສາມາດໃຫ້ຊີວິດໄດ້; ດ້ວຍເຫດນັ້ນ, ພວກເຈົ້າຈຶ່ງມີວຸດທິພາວະນ້ອຍເກີນໄປ. ຍັງບໍ່ທັນມີການປ່ຽນແປງໃນມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າເທື່ອ. ຄວາມເຂົ້າໃຈ ແລະ ເຈດຕະນາຂອງເຈົ້າຍັງຄືເກົ່າ. ເຈົ້າຈະມີເສັ້ນທາງໄປຂ້າງໜ້າໃນການຂໍໃຫ້ຄົນອື່ນປ່ຽນແປງເມື່ອເຈົ້າເອງບໍ່ໄດ້ແກ້ໄຂບັນຫາຂອງຕົນເອງໄດ້ບໍ? ເຈົ້າຈະສາມາດໃຫ້ຄົນອື່ນໄດ້ບໍ? ເຈົ້າຈະສາມາດແກ້ໄຂບັນຫາຂອງພວກເຂົາໄດ້ບໍ? ເຈົ້າສາມາດບັນລຸຜົນຮັບຫຍັງຈາກການຂໍໃຫ້ຄົນອື່ນປ່ຽນແປງຖ້າເຈົ້າບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້? ຖ້າສິ່ງທີ່ເຈົ້າເຮັດໄດ້ມີພຽງການເທດສອນຄຳເວົ້າຂອງຫຼັກຄຳສອນເພື່ອສັ່ງສອນ ແລະ ຊັກຈູງຜູ້ຄົນ, ເຈົ້າຈະສາມາດເຮັດໃຫ້ຄົນອື່ນເຂົ້າໃຈຄວາມຈິງໄດ້ບໍ? ຖ້າເຈົ້າບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພາລະກິດຂອງພຣະເຈົ້າດ້ວຍຕົນເອງ, ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໂດຍການຟັງການໂອ້ລົມຂອງເຈົ້າໄດ້ບໍ? ເຈົ້າຈະໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີໄດ້ແນວໃດໃນເມື່ອເຈົ້າເອງປະຕິບັດໜ້າທີ່ຂອງເຈົ້າໂດຍບໍ່ມີຫຼັກການ? ພວກເຂົາຈະຮວບຮວມກຳລັງທີ່ຈະຕິດຕາມພຣະເຈົ້າໄດ້ແນວໃດ? ຄົນທີ່ເຮັດໜ້າທີ່ເປັນຜູ້ນຳ ແລະ ຜູ້ເຮັດວຽກຄວນເຂົ້າໃຈ ແລະ ຊ່ຽວຊານໃນສະພາວະຂອງຄົນປະເພດຕ່າງໆໃນຄຣິສຕະຈັກ, ເຊິ່ງໃນທ່າມກາງພວກເຂົາແມ່ນມີຄົນທີ່ມີປະສົບການ ແລະ ຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ ແລະ ທ່າມກາງພວກເຂົາແມ່ນມີຄົນທີ່ຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ກັບໃຈຢ່າງແທ້ຈິງ. ຜູ້ນຳ ແລະ ຜູ້ເຮັດວຽກເຫຼົ່ານັ້ນທີ່ສາມາດຊ່ຽວຊານສິ່ງເຫຼົ່ານີ້ໄດ້ຈະສາມາດປະຕິບັດວຽກງານຕົວຈິງຈໍານວນໜຶ່ງໄດ້. ຖ້າບັນດາຜູ້ທີ່ເຈົ້າເຮັດວຽກຄຽງຂ້າງນໍາໃນໜ້າທີ່ຂອງເຈົ້າເປັນຄືກັບເຈົ້າ, ທີ່ສັ່ງສອນຄົນອື່ນໂດຍບໍ່ມີຄວາມຮູ້ກ່ຽວກັບຕົນເອງເລີຍ,​ ສິ່ງນັ້ນກໍພິສູດວ່າເຈົ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງເຊັ່ນກັນ, ເຈົ້າບໍ່ຮູ້ຈັກຕົນເອງ ແລະ ບໍ່ມີຄວາມແຕກຕ່າງລະຫວ່າງພວກເຈົ້າ. ພວກເຈົ້າເຄີຍພິຈາລະນາເບິ່ງສິ່ງເຫຼົ່ານີ້ມາກ່ອນບໍ? ພວກເຈົ້າຮູ້ພຽງແຕ່ວ່າ “ຂ້ອຍໄດ້ຮັບອຳນາດຢູ່ບ່ອນນີ້, ຂ້ອຍມີສະຖານະ, ຂ້ອຍເປັນເຈົ້າໜ້າທີ່ຄົນໜຶ່ງໃນຄຣິສຕະຈັກ ແລະ ຕອນນີ້ຂ້ອຍມີບ່ອນທີ່ຂ້ອຍສາມາດສັ່ງສອນຄົນອື່ນໄດ້”. ເຈົ້າສຸມໃສ່ພຽງແຕ່ສະຖານະ ແລະ ກຽດສັກສີ, ວິທີການສັ່ງສອນຄົນອື່ນ ແລະ ໃຫ້ຄຳເທດສະໜາ, ສິ່ງທີ່ຕ້ອງເວົ້າເພື່ອໃຫ້ຄົນອື່ນຟັງເຈົ້າ, ໃຫ້ເຈົ້າມີອິດທິພົນໃນຄຣິສຕະຈັກຫຼາຍແຫ່ງ ແລະ ໄດ້ຮັບກຽດສູງ ແລະ ເພື່ອສ້າງໃຫ້ຕຳແໜ່ງຂອງເຈົ້າໝັ້ນຄົງເທົ່ານັ້ນ. ການສຸມໃສ່ແຕ່ສິ່ງເຫຼົ່ານີ້ເທົ່ານັ້ນພິສູດວ່າ ເຈົ້າໄດ້ຫຼົງຜິດໄປແລ້ວ. ການເຂົ້າສູ່ຍຸກໃໝ່ຈາກຍຸກເກົ່າບໍ່ພຽງແຕ່ໝາຍຄວາມວ່າວິທີການຂອງຄົນໃນການເຮັດ ແລະ ເວົ້າສິ່ງຕ່າງໆນັ້ນປ່ຽນແປງ, ແຕ່ມັນຍັງຮຽກຮ້ອງໃຫ້ພວກເຂົາມີການເຂົ້າສູ່ທີ່ສູງຂຶ້ນ, ຈ່າຍລາຄາທີ່ສູງຂຶ້ນ, ສາມາດປະຖິ້ມເນື້ອໜັງຂອງພວກເຂົາໃນທີ່ສຸດ, ປະຖິ້ມຄວາມມັກໃນເນື້ອໜັງ, ສະແຫວງຫາແຕ່ຄວາມຈິງດັ່ງຊີວິດຂອງພວກເຂົາ ແລະ ດຳລົງຊີວິດຕາມຄວາມຄ້າຍຄືມະນຸດທີ່ແທ້ຈິງ. ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດມີການປ່ຽນແປງທີ່ຄົບຖ້ວນຢ່າງແທ້ຈິງ. ໃນການປະຕິບັດພາລະກິດໃໝ່, ພຣະເຈົ້າຈຳເປັນຕ້ອງມີການຮຽກຮ້ອງໃໝ່ຕໍ່ມະນຸດ ແລະ ໂດຍການຍຶດຕິດກັບແນວຄິດເກົ່າແກ່ດັ່ງເດີມເຫຼົ່ານັ້ນ, ມະນຸດມີແຕ່ເຮັດໃຫ້ສິ່ງຕ່າງໆຊ້າລົງເທົ່ານັ້ນ. ບາງຄົນມີຄວາມເຊື່ອທີ່ບໍ່ມີເຫດຜົນໃນພຣະຄຳພີ ແລະ ບໍ່ເຄີຍອອກຈາກມັນ. ພວກເຂົາສາມາດໄດ້ຮັບຊີວິດ ແລະ ຮູ້ຈັກພຣະເຈົ້າໂດຍການເຮັດແບບນີ້ໄດ້ບໍ? ແນ່ນອນວ່າບໍ່. ພວກຟາຣີຊາຍໄດ້ອ່ານພຣະຄຳພີມາຫຼາຍເຊັ່ນຄົນ, ຈົນໃນທີ່ສຸດ ພວກເຂົາກໍຕອກຕະປູຄຶງພຣະເຢຊູເຈົ້າທີ່ກ່າວຄວາມຈິງໃສ່ໄມ້ກາງແຂນ. ເລື່ອງນັ້ນເກີດຂຶ້ນໄດ້ແນວໃດ? ຖ້າພວກເຂົາເຂົ້າໃຈພຣະຄຳພີຢ່າງແທ້ຈິງ, ພວກເຂົາກໍຄວນໄດ້ຮູ້ຈັກພຣະເຈົ້າ ແລະ ເມື່ອພຣະເຢຊູເຈົ້າມາ, ພວກເຂົາຄວນໄດ້ຕ້ອນຮັບພຣະອົງ ແລະ ບໍ່ກ່າວໂທດພຮະອົງ. ຍັງມີຫຼາຍຄົນທີ່ບໍ່ສາມາດເຈາະເລິກເລື່ອງນີ້ດ້ວຍຄວາມເຂົ້າໃຈ. ໃນໃຈຂອງພວກເຂົາ, ພວກເຂົາຄິດຢູ່ສະເໝີວ່າ ບໍ່ວ່າຕອນນີ້ພຣະເຈົ້າຈະກ່າວພຣະທໍາຫຼາຍສ່ຳໃດກໍຕາມ, ພວກເຂົາກໍຍັງຕ້ອງອ່ານພຣະຄຳພີ ແລະ ຕ້ອງບໍ່ອອກຈາກພຣະຄຳພີ. ນີ້ໝາຍຄວາມວ່າ ພວກເຂົາລົງເອີຍໂດຍການສາມາດຈື່ສິ່ງທີ່ຂຽນໃນພຣະຄຳພີໄດ້ຫຼາຍ, ແຕ່ບໍ່ສາມາດເຂົ້າໃຈຄວາມຈິງທີ່ພຣະເຈົ້າກ່າວໃນຕອນນີ້ ແລະ ນຳພວກມັນໄປປະຕິບັດ. ໃນທີ່ສຸດ, ພວກເຂົາກໍບໍ່ໄດ້ເປັນພະຍານຕົວຈິງຕໍ່ປະສົບການຂອງພວກເຂົາເລີຍ ແລະ ພວກເຂົາກໍຖືກຂັບໄລ່ອອກ. ສິ່ງນີ້ບໍ່ໜ້າອັບອາຍບໍ? ຄວາມຈິງແລ້ວ, ຕອນນີ້ມີຫຼາຍຄົນທີ່ຍັງອ່ານພຣະຄຳພີເລື້ອຍໆ ແຕ່ອ່ານພຣະທຳຂອງພຣະເຈົ້າໜ້ອຍເກີນໄປ. ການເຮັດແບບນີ້ເປັນສິ່ງທີ່ສະຫຼາດ ຫຼື ສິ່ງທີ່ໂງ່? ໃນເມື່ອກ່ອນ, ເມື່ອພວກເຂົາເຊື່ອໃນພຣະຜູ້ເປັນເຈົ້າ, ຜູ້ຄົນເຊື່ອວ່າຄວາມກະຕືລືລົ້ນທີ່ຫຼວງຫຼາຍໝາຍເຖິງຊີວິດທີ່ຍິ່ງໃຫຍ່ ແລະ ຄວາມເຊື່ອທີ່ດີ. ດ້ວຍຄວາມກະຕືລືລົ້ນພຽງຢ່າງດຽວ ແລະ ປາສະຈາກການປ່ຽນແປງອຸປະນິໄສ, ເມື່ອມີການເວົ້າໃນຕອນນີ້ວ່າ ຄົນໆໜຶ່ງຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ, ບາງຄົນຄິດກໍຢູ່ສະເໝີວ່າ ພຣະເຈົ້າປະຕິບັດຕໍ່ຄົນເຊັ່ນນີ້ຢ່າງບໍ່ຍຸຕິທຳ. ເຮົາໄດ້ຈັດການກັບຄົນແບບນັ້ນມາກ່ອນ ແລະ ພວກເຂົາບາງຄົນກໍບໍ່ຍອມຮັບມັນ ແລະ ປົກປ້ອງຄົນເຊັ່ນນັ້ນໂດຍເວົ້າວ່າ “ພວກເຂົາໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ. ພວກເຂົາໄດ້ຈ່າຍລາຄາ ແລະ ທົນທຸກຢ່າງຫຼວງຫຼາຍ ແລະ ພວກເຂົາໄດ້ເຮັດວຽກໜັກເຖິງແມ່ນວ່າພວກເຂົາບໍ່ໄດ້ປະກອບສ່ວນໃດໆກໍຕາມ. ພຣະອົງສາມາດປະຕິບັດຕໍ່ພວກເຂົາແບບນີ້ໄດ້ແນວໃດ?” ບາງຄົນບໍ່ສາມາດແກ້ໄຂມຸມມອງຂອງພວກເຂົາ. ສິ່ງນີ້ເຂົ້າໃຈໄດ້ຍາກບໍ? ຜູ້​ຄົນ​ເຫັນ​ວ່າ​ຄົນ​ອື່ນ​ເຮັດ​ສິ່ງ​ທີ່​ຢູ່​ພາຍ​ນອກ​ແນວ​ໃດ, ໃນ​ຂະ​ນະ​ທີ່​ພຣະ​ເຈົ້າ​ເຫັນແກ່ນ​ແທ້​ຂອງພວກ​ເຂົາ ແລະ ​ນັ້ນ​ເປັນ​ສິ່ງ​ທີ່​ແຕກ​ຕ່າງ​ກັນ​ຫຼາຍ. ເຈົ້າເຫັນພຽງແຕ່ວ່າຄົນໆໜຶ່ງສັດທາສ່ຳໃດທາງພາຍນອກ, ພວກເຂົາສາມາດເວົ້າໄດ້ດີສ່ຳໃດ ແລະ ພວກເຂົາຫຍຸ້ງຢູ່ກັບວຽກ ແລະ ຈ່າຍລາຄາຫຼາຍສ່ຳໃດ. ເປັນໄປໄດ້ແນວໃດທີ່ເຈົ້າບໍ່ເວົ້າວ່າພວກເຂົາມີແນວຄິດຫຼາຍສ່ຳໃດ ຫຼື ພວກເຂົາຖືວ່າຕົນເອງຊອບທຳ ແລະ ອວດດີສ່ຳໃດ? ເປັນຫຍັງເຈົ້າຈຶ່ງບໍ່ເຫັນສິ່ງເຫຼົ່ານັ້ນ? ນັ້ນແມ່ນເຫດຜົນວ່າເປັນຫຍັງເຮົາຈຶ່ງເວົ້າວ່າ ມຸມມອງຂອງພວກເຈົ້າກ່ຽວກັບສິ່ງຕ່າງໆຍັງເກົ່າ ແລະ ຫຼ້າຫຼັງເກີນໄປ. ປັດຈຸບັນນີ້ ພຣະເຈົ້າບໍ່ເບິ່ງທີ່ລາຄາທີ່ຜູ້ຄົນຈ່າຍທາງພາຍນອກ; ພຣະເຈົ້າບໍ່ໄດ້ເວົ້າເຖິງລາຄາທີ່ໄດ້ຈ່າຍໄປ ຫຼື ກ່ຽວກັບຕົ້ນທຶນຂອງເຈົ້າ ແລະ ບໍ່ໄດ້ເວົ້າເຖິງການທີ່ເຈົ້າໄດ້ທົນທຸກຫຼາຍສ່ຳໃດ. ພຣະອົງເບິ່ງທີ່ແກ່ນແທ້ຂອງເຈົ້າ. ຫຼັກການໃນການໃຊ້ຄົນໃນຍຸກກ່ອນມີຫຍັງແດ່? ຜູ້ໃດກໍຕາມທີ່ມີຄວາມກະຕືລືລົ້ນຫຼາຍ, ຜູ້ໃດກໍຕາມສາມາດແລ່ນໄປມາ ແລະ ເສຍສະຫຼະຕົນເອງ, ຜູ້ໃດກໍຕາມທີ່ເຊື່ອໃນພຣະເຈົ້າດົນທີ່ສຸດ ແລະ ຜູ້ໃດທີ່ມີອາຍຸຫຼາຍທີ່ສຸດ ແລະ ຍັງບໍ່ໄດ້ແຕ່ງງານ. ຍິ່ງມີຄົນທີ່ເໝາະກັບຄໍາອະທິບາຍນີ້ຫຼາຍສ່ຳໃດ, ພວກເຂົາກໍຍິ່ງມີກຽດ ແລະ ມີຄວາມສາມາດໃນການກາຍເປັນຜູ້ນໍາສ່ຳນັ້ນ. ສິ່ງເຫຼົ່ານັ້ນບໍ່ໄດ້ສຳຄັນອີກຕໍ່ໄປ. ມັນແມ່ນແກ່ນແທ້ຂອງຄົນທີ່ສຳຄັນ ເພາະສິ່ງທີ່ສຳຄັນໃນການເຊື່ອໃນພຣະເຈົ້າແມ່ນແກ່ນແທ້ຂອງບຸກຄົນໜຶ່ງເປັນແນວໃດ, ພວກເຂົາສາມາດນະມັດສະການພຣະເຈົ້າໄດ້ ຫຼື ບໍ່ ແລະ ພວກເຂົາສາມາດຍອມຮັບພາລະກິດໃໝ່ຂອງພຣະເຈົ້າໄດ້ ຫຼື ບໍ່. ຕອນນີ້ພຣະເຈົ້າໄດ້ບັງເກີດເປັນມະນຸດແລ້ວ, ຖ້າເຈົ້າບໍ່ຮູ້ຈັກພຣະອົງ, ສິ່ງນັ້ນບອກຫຍັງກ່ຽວກັບແກ່ນແທ້ຂອງເຈົ້າ? ບໍ່ແມ່ນແກ່ນແທ້ຂອງເຈົ້າຕໍ່ຕ້ານພຣະເຈົ້າບໍ? ສິ່ງນີ້ຂຶ້ນຢູ່ກັບວ່າມຸມມອງ ແລະ ເຈດຕະນາຂອງເຈົ້າສາມາດສອດຄ່ອງກັບພຣະເຈົ້າ ຫຼື ບໍ່. ຖ້າເຈົ້າສາມາດຍອມຮັບຫົນທາງທີ່ແທ້ຈິງ ແລະ ປະຖິ້ມເຈດຕະນາ ແລະ ແນວຄິດໃນອະດີດຂອງເຈົ້າ, ຄົນເຊັ່ນເຈົ້າກໍຈະສາມາດເປັນທີຍອມຮັບ ແລະ ໄດ້ຮັບພອນຈາກພຣະເຈົ້າ. ມີຫຼັກການກ່ຽວກັບວິທີທີ່ພຣະເຈົ້າໃຊ້ຄົນໃນພາລະກິດຂອງພຣະອົງ. ພຣະອົງບໍ່ໄດ້ເບິ່ງທີ່ຕົ້ນທຶນ, ພື້ນຖານຄອບຄົວ, ກຽດສັກສີ ຫຼື ສະຖານະຂອງເຈົ້າ. ພຣະ​ອົງ​ບໍ່​ໄດ້​ໃຊ້​ຜູ້​ທີ່​ຕໍ່ຕ້ານ​​ພຣະ​ອົງ. ນັ້ນຈະ​ບໍ່​ພຽງ​ແຕ່​ເຮັດໃຫ້ພາລະກິດຂອງພຣະອົງ​ຊັກ​ຊ້າ​ບໍ? ຜູ້ຄົນເວົ້າກ່ຽວກັບຕົ້ນທຶນຂອງພວກເຂົາຢູ່ສະເໝີ, ອວດດີເກີນຂອບເຂດ. ພວກເຂົາຄືມານຮ້າຍ! ພວກເຮົາບໍ່ເວົ້າກ່ຽວກັບສິ່ງຕ່າງໆເຊັ່ນ: ຂອງຖວາຍ, ການເສຍສະຫຼະຕົນເອງ, ຕົ້ນທຶນ ແລະ ກຽດສັກສີ. ມັນໄຮ້ປະໂຫຍດທີ່ຈະເວົ້າເຖິງສິ່ງເຫຼົ່ານີ້!​ ຜູ້ໃດທີ່ຈິງໃຈກັບພຣະເຈົ້າທີ່ສຸດ ແລະ ເຕັມໃຈເຊື່ອຟັງພຣະເຈົ້າທີ່ສຸດຈະມີຄວາມເປັນຈິງແຫ່ງຄວາມຈິງ ແລະ ພວກເຮົາຮັບຮອງຄົນເຊັ່ນນັ້ນ. ມີປະໂຫຍດຫຍັງໃນການເບິ່ງທາງພາຍນອກ? ສຳລັບບາງຄົນນັ້ນ ບາງສິ່ງອາດຈະປ່ຽນແປງທາງພາຍນອກ, ແຕ່ຫຼາຍສິ່ງພາຍໃນທຳມະຊາດຂອງພວກເຂົາຈະບໍ່ມີການປ່ຽນແປງ ແລະ ເມື່ອເວລາຜ່ານໄປ ພວກມັນກໍຈະປາກົດອອກມາ. ນັ້ນຄືເຫດຜົນວ່າເປັນຫຍັງເຈົ້າຕ້ອງຮູ້ສິ່ງເຫຼົ່ານີ້ ແລະ ເປີດເຜີຍພວກມັນ. ມີຫຼາຍສິ່ງພາຍໃນທຳມະຊາດຂອງຄົນໆໜຶ່ງ! ແນ່ນອນວ່າ ທຳມະຊາດຂອງມະນຸດນັ້ນອວດດີ, ຖືວ່າຕົນເອງຊອບທຳ ແລະ ກະບົດ ແລະ ນີ້ແມ່ນບັນຫາທີ່ໃຫຍ່ທີ່ສຸດ ແລະ ຝັງຮາກເລິກທີ່ສຸດ. ນອກຈາກສິ່ງເຫຼົ່ານີ້, ຍັງມີອຸປະນິໄສທີ່ເສື່ອມຊາມຫຼາຍຢ່າງພາຍໃນມະນຸດ. ເພາະສະນັ້ນ, ການຮູ້ຈັກຕົນເອງບໍ່ແມ່ນເລື່ອງງ່າຍ. ຄົນທີ່ມີຄວາມສາມາດໃນລະດັບໜຶ່ງຈະຮັບຮູ້ ແລະ ເຂົ້າໃຈໄດ້ຢ່າງງ່າຍດາຍເມື່ອພວກເຂົາເຮັດບາງຢ່າງຜິດ ຫຼື ເຮັດບາບ. ເຖິງຢ່າງໃດກໍຕາມ, ສິ່ງຕ່າງໆພາຍໃນທຳມະຊາດຂອງພວກເຂົາ, ສິ່ງຕ່າງໆພາຍໃນອຸປະນິໄສຂອງພວກເຂົາ ແລະ ໂດຍສະເພາະສິ່ງເຫຼົ່ານັ້ນທີ່ກ່ຽວຂ້ອງກັບຈຸດອ່ອນທີ່ສຳຄັນຂອງພວກເຂົາ ແມ່ນສິ່ງທີ່ພວກເຂົາພົບວ່າຍາກທີ່ສຸດທີ່ຈະເບິ່ງເຫັນ ແລະ ຮູ້ຈັກ. ເມື່ອເຈົ້າເຮັດຫຍັງຜິດ ແລະ ເຈົ້າອະທິຖານຫາພຣະເຈົ້າ ຫຼື ເຈົ້າເຮັດບາບ ແລະ ສາລະພາບມັນຕໍ່ພຣະເຈົ້າ, ຢ່າຄິດວ່າ ນັ້ນໝາຍຄວາມວ່າເຈົ້າຮູ້ຈັກຕົນເອງ. ສິ່ງນັ້ນແມ່ນຫ່າງໃກກັນຫຼາຍກັບການຮູ້ຈັກຕົນເອງ! ຖ້າເຈົ້າບໍ່ເຊື່ອເຮົາ, ກໍໃຫ້ເຈົ້າໄປເບິ່ງເອົາເລີຍ. ບາງ​ເທື່ອ​ມື້​ໜຶ່ງ​ຈະ​ມາ​ເຖິງ​ເມື່ອ​ເຈົ້າ​ປະສົບ​ກັບ​ບັນຫາ​ບາງ​ຢ່າງ ​ແລະ ​ລົ້ມ​ລົງ ຫຼື​ ບາງເທື່ອ​ອາດຈະ​ມີ​ເວລາ​ທີ່​ເຈົ້າ​ຖືກ​ຈັບ ​ແລະ ​ພາຍໃນ​ຄືນ​ໜຶ່ງ ເຈົ້າ​ຈະ​ກາຍ​ເປັນ​ຢູດາ ແລະ ເຈົ້າ​ຈະ​ຕົກຕະລຶງ. ຖ້າເຈົ້າປາຖະໜາທີ່ຈະມີການເຂົ້າສູ່ຊີວິດ, ກ່ອນອື່ນເຈົ້າຕ້ອງຮູ້ຈັກຕົນເອງ; ຖ້າເຈົ້າປາຖະໜາທີ່ຈະບັນລຸການປ່ຽນແປງອຸປະນິໄສ, ເຈົ້າກໍຕ້ອງໄຕ່ຕອງ ແລະ ຮູ້ຈັກຕົນເອງຜ່ານພຣະທຳຂອງພຣະເຈົ້າຫຼາຍຍິ່ງຂຶ້ນ. ເມື່ອເຈົ້າມີຫົນທາງໃນການຮູ້ຈັກຕົນເອງ, ເມື່ອການຮູ້ຈັກຕົນເອງຂອງເຈົ້າເລິກເຊິ່ງຂຶ້ນ ແລະ ເມື່ອເຈົ້າຮູ້ວິທີປະຕິບັດຄວາມຈິງ, ເຈົ້າຈະໄດ້ຮັບການເຂົ້າສູ່ຊີວິດໂດຍທຳມະຊາດ. ການປ່ຽນແປງອຸປະນິໄສເລີ່ມຈາກຈຸດນີ້ເຊັ່ນດຽວກັນ. ຖ້າເຈົ້າສາມາດຮູ້ຈັກຕົນເອງຢ່າງແທ້ຈິງ, ເຈົ້າກໍຈະມີທາງກ້າວໄປຂ້າງໜ້າດ້ວຍການກ້າວເຂົ້າສູ່ຊີວິດ ແລະ ການປ່ຽນແປງອຸປະນິໄສ ແລະ ສິ່ງເຫຼົ່ານີ້ຈະງ່າຍຂຶ້ນສຳລັບເຈົ້າ.

ທ້າຍປີ 1995

ກ່ອນນີ້: ມັນເປັນສິ່ງສຳຄັນທີ່ຈະແກ້ໄຂຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າ

ຕໍ່ໄປ: ກ່ຽວກັບບົດບັນຍັດບໍລິຫານຂອງພຣະເຈົ້າໃນຍຸກແຫ່ງອານາຈັກ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້