ກ່ຽວກັບບົດບັນຍັດບໍລິຫານຂອງພຣະເຈົ້າໃນຍຸກແຫ່ງອານາຈັກ
ກ່ອນອື່ນໝົດ, ໃຫ້ພວກເຮົາເວົ້າກ່ຽວລົມກັນກ່ຽວກັບວ່າດຳລັດການບໍລິຫານແມ່ນຫຍັງ ແລະ ກ່ຽວກັບນິຍາມຂອງດຳລັດການບໍລິຫານ. ນີ້ແມ່ນສິ່ງທີ່ຕ້ອງໄດ້ເຂົ້າໃຈ. ເມື່ອບາງຄົນໄດ້ຍິນກ່ຽວກັບ “ດຳລັດການບໍລິຫານ”, ພວກເຂົາກໍສົງໄສວ່າ “ແມ່ນຫຍັງຄືຄວາມໝາຍຂອງດຳລັດການບໍລິຫານ? ພວກມັນແມ່ນກົດເກນທາງກົດໝາຍບໍ? ພວກມັນແມ່ນກົດລະບຽບບໍ? ພວກມັນແມ່ນລະບົບບໍ? ຊຸດກົດເກນຂອງເຜົ່າບໍ? ພວກມັນແມ່ນພຣະບັນຍັດບໍ? ພວກມັນແມ່ນຫຍັງເທິງແຜ່ນດິນໂລກ?” ຜູ້ຄົນຂາດຄວາມເຂົ້າໃຈ. ບໍ່ມີໃຜເຂົ້າໃຈແທ້ໆວ່າດຳລັດການບໍລິຫານແມ່ນຫຍັງ ຫຼື ພວກມັນເຮັດວຽກແນວໃດ. ເຖິງແມ່ນຄົນມັກເວົ້າເລື່ອຍໆວ່າ “ພຣະເຈົ້າມີດຳລັດການບໍລິຫານຂອງພຣະອົງ. ຖ້າເຈົ້າບໍ່ເຊື່ອຟັງ, ພຣະເຈົ້າຈະໃຊ້ດຳລັດເຫຼົ່ານັ້ນເພື່ອຄວບຄຸມເຈົ້າ ແລະ ລົງໂທດເຈົ້າ”. ພວກເຂົາກ່າວຄຳວ່າ “ດຳລັດການບໍລິຫານ” ອອກມາໂດຍບໍ່ເຂົ້າໃຈຄວາມໝາຍທີ່ສຳຄັນຂອງພວກມັນ. ແລ້ວດຳລັດການບໍລິຫານແມ່ນຫຍັງກັນແທ້? ພວກມັນເປັນກຸ່ມຄຳເວົ້າທີ່ພຣະເຈົ້າກຳນົດຂຶ້ນເພື່ອແກ້ໄຂທຳມະຊາດ ແລະ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນເພື່ອຄວບຄຸມພວກມັນ. ດຳລັດການບໍລິຫານບໍ່ແມ່ນກົດໝາຍ ຫຼື ກົດເກນທາງກົດໝາຍ, ແຮງໄກທີ່ຈະປຽບທຽບພວກມັນກັບລັດຖະທຳມະນູນຂອງໂລກມະນຸດ. ພວກມັນເປັນຊຸດຂອງຕົວກໍານົດການທີ່ພຣະເຈົ້າກໍານົດໄວ້ເພື່ອຄວບຄຸມພຶດຕິກໍາຂອງຜູ້ຄົນ. ລາຍລະອຽດຂອງດຳລັດການບໍລິຫານແມ່ນກຽວກັບວິທີການຢຳເກງພຣະເຈົ້າ, ວິທີການນະມັດສະການພຣະເຈົ້າ, ວິທີການເຊື່ອຟັງພຣະເຈົ້າ, ວິທີການປະພຶດຕົວໃນຖານະສິ່ງຖືກສ້າງ, ວິທີການປະພຶດຕົວໃນຖານະບຸກຄົນ, ວິທີການເຮັດໃຫ້ພຣະເຈົ້າພໍໃຈ ແລະ ວິທີການຫຼີກລ່ຽງການນຳຄວາມອັບອາຍມາສູ່ພຣະນາມຂອງພຣະເຈົ້າ. ລາຍລະອຽດດຳລັດການບໍລິຫານຂອງພຣະເຈົ້າແມ່ນກ່ຽວຂ້ອງກັບຫຼາຍຢ່າງ. ບາງຄົນເວົ້າວ່າ “ພຣະວິນຍານຂອງພຣະເຈົ້າສາມາດເຮັດສິ່ງຕ່າງໆໄດ້. ພຣອົງສາມາດລົງໂທດຜູ້ຄົນ ແລະ ຕອບແທນແຕ່ລະຄົນຕາມຕາມສິດທີ່ພວກເຂົາຄວນໄດ້ຮັບ. ພຣະເຈົ້າຍັງໄດ້ກ່າວຄວາມຈິງເພື່ອຊີ້ນຳຄົນທັງປວງ. ເປັນຫຍັງຕ້ອງມີດຳລັດການບໍລິຫານ?” ຄວາມຈິງກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງຄົນ ແລະ ຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບອຸປະນິໄສທີ່ເສື່ອມຊາມ. ດຳລັດການບໍລິຫານແມ່ນຂໍ້ກຳນົດທີ່ກຳນົດໄວ້ຢ່າງຊັດເຈນ. ບໍ່ວ່າສະພາວະຂອງເຈົ້າເປັນແນວໃດກໍຕາມ, ບໍ່ວ່າເຈົ້າເປັນຄົນປະເພດໃດກໍຕາມ, ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງດຳເນີນຕາມທຸກສິ່ງທີ່ກຳນົດໄວ້ໂດຍດຳລັດການບໍລິຫານໃນເຮືອນຂອງພຣະເຈົ້າ. ຖ້າເຈົ້າເຮັດບໍ່ໄດ້, ຊື່ຂອງເຈົ້າຈະຖືກຈາລຶກໄວ້ ແລະ ເຈົ້າຈະຖືກລັງກຽດ ແລະ ປະຕິເສດໃນສາຍຕາຂອງພຣະເຈົ້າ. ຄວາມຈິງແລ້ວ, ດຳລັດການບໍລິຫານແມ່ນການກະທຳຂັ້ນຕ່ຳສຳລັບຜູ້ເຊື່ອໃນພຣະເຈົ້າ, ແບບດຽວກັນກັບທີ່ຊາວອິດສະຣາເອນນະມັດສະການພຣະເຢໂຮວາດ້ວຍການຖວາຍບູຊາ ແລະ ການຍຶດຖືວັນຊັບບາ. ໃນຍຸກແຫ່ງພຣະບັນຍັດ, ພຣະເຢໂຮວາໄດ້ເຮັດພາລະກິດບາງຢ່າງ, ກ່າວພຣະທຳຫຼາຍຂໍ້ ແລະ ອອກບົດບັນຍັດຫຼາຍຂໍ້. ໂດຍທຳມະຊາດແລ້ວ, ບົດບັນຍັດເຫຼົ່ານັ້ນລວມເຖິງສິ່ງທີ່ມະນຸດຄວນເຮັດເຊັ່ນ: ຕົວຢ່າງ, ວິທີການທີພວກເຂົາຄວນນະມັດສະການພຣະເຢໂຮວາ ຫຼື ວິທີການຖວາຍບູຊາຍັນແກ່ພຣະເຢໂຮວາ, ການຈ່າຍສ່ວນສິບ, ການໃຫ້ທານ ແລະ ອື່ນໆ. ໃນຂະນະດຽວກັນ, ສິ່ງເຫຼົ່ານີ້ຖືກເອີ້ນວ່າບົດບັນຍັດ ແລະ ເມື່ອມາເຖິງຍຸກແຫ່ງພຣະຄຸນ, ຂໍ້ກຳນົດທີ່ເທົ່າທຽມກັນເອີ້ນວ່າພຣະບັນຍັດ ແລະ ຄົນທັງຫຼາຍຖືກຮຽກຮ້ອງໃຫ້ເຊື່ອຟັງພວກມັນ. ປັດຈຸບັນນີ້, ໃນຍຸກແຫ່ງລາຊະອານາຈັກ, ໃນຂັ້ນຕອນນີ້ຂອງພາລະກິດແຫ່ງຍຸກສຸດທ້າຍ, ພຣະບັນຍັດຂອງຍຸກສະໄໝໃໝ່ໄດ້ຖືກກ່າວອອກມາ ແລະ ຕອນນີ້ ພວກມັນຖືກເອີ້ນວ່າດຳລັດການບໍລິຫານ. ໃນຍຸກແຫ່ງລາຊະອານາຈັກ, ພຣະບັນຍັດເຫຼົ່ານີ້ແມ່ນສ່ວນໜຶ່ງຂອງດຳລັດການບໍລິຫານ. ເຖິງຢ່າງໃດກໍຕາມ, ພຣະບັນຍັດຂອງຍຸກແຫ່ງພຣະຄຸນບໍ່ສາມາດໃຊ້ເປັນດຳລັດການບໍລິຫານໃນປັດຈຸບັນໄດ້, ເພາະສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນແຕ່ລະຍຸກແມ່ນແຕກຕ່າງກັນ.
ທຸກຍຸກມີພຣະບັນຍັດ ແລະ ທຸກຍຸກມີຂໍ້ກຳນົດ ແລະ ບັນທັດຖານຂອງພຣະເຈົ້າສຳລັບມະນຸດ, ບັນທັດຖານທີ່ປ່ຽນແປງຕາມການປ່ຽນແປງໃນຍຸກດັ່ງກ່າວ ແລະ ຄວາມຕ້ອງການໃນພາລະກິດຂອງພຣະເຈົ້າ. ມັນຄົງຈະບໍ່ເໝາະສົມທີ່ຈະໃຊ້ບົດບັນຍັດບາງຂໍ້ໃນຍຸກແຫ່ງພຣະບັນຍັດມື້ນີ້, ແຕ່ແນ່ນອນວ່າບາງຂໍ້ກໍຍັງເໝາະສົມຢູ່. ສ່ວນພຣະບັນຍັດທີ່ພຣະເຢຊູເຈົ້າກ່າວໃນແຍກແຫ່ງພຣະຄຸນ, ສ່ວນໃຫຍ່ແມ່ນເໝາະສົມສຳລັບປັດຈຸບັນນີ້ ແລະ ບາງຂໍ້ກໍບໍ່ເໝາະສົມ. ບາງຄົນເວົ້າວ່າ “ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງເຈົ້າ, ຢ່າເຮັດບາບ, ຢ່າລ່ວງປະເວນີ, ຢ່າບູຊາຮູບປັ້ນ, ສິ່ງເຫຼົ່ານີ້ຈະບໍ່ເໝາະສົມໄດ້ແນວໃດ?” ເຮົາກຳລັງເວົ້າເຖິງສອງສາມຂໍ້ໃນພຣະບັນຍັດເຫຼົ່ານັ້ນ. ສ່ວນບັນດາພຣະບັນຍັດເຊັ່ນ “ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງເຈົ້າ”, ມັນຂຶ້ນຢູ່ກັບສະຖານະການ,ດັ່ງນັ້ນ ຢ່າເຂົ້າໃຈຜິດ. ຄົນໂງ່ຈ້າບາງຄົນເວົ້າວ່າ “ພຣະເຈົ້າກ່າວວ່າບົດບັນຍັດ ແລະ ພຣະບັນຍັດທີ່ມີມາກ່ອນໄດ້ຖືກຍົກເລີກທັງໝົດ ແລະ ມີຈໍານວນໜ້ອຍທີ່ຍັງສາມາດນໍາໃຊ້ໄດ້”. ເຈົ້າຕ້ອງບໍ່ສົ່ງຕໍ່ຄວາມເຂົ້າໃຈນີ້. ການເຜີຍແຜ່ຂໍ້ຄວາມດັ່ງກ່າວແມ່ນຄວາມຜິດພາດ ແລະ ກໍໃຫ້ເກີດການຂັດຂວາງ. ນີ້ແມ່ນການຕີຄວາມໝາຍພຣະທຳຂອງພຣະເຈົ້າຜິດໆ. ຄົນທີ່ຕີຄວາມໝາຍພຣະທຳຂອງພຣະເຈົ້າຜິດແມ່ນເຮັດຜິດຕໍ່ອຸປະນິໄສຂອງພຣະອົງ ແລະ ຄົນທີ່ເຮັດຜິດຕໍ່ອຸະນິໄສຂອງພຣະອົງແມ່ນມານຮ້າຍ. ໂດຍບໍ່ຄຳນຶງເຖິງເລື່ອງຂອງເວລາ, ເຈົ້າຕ້ອງຮັກສາລະດັບຂັ້ນຕ່ຳທີ່ຈຳເປັນສຳລັບກຽດສັກສີຂອງໄພ່ພົນ. ຢ່າງໜ້ອຍທີ່ສຸດກໍຕ້ອງມີຄວາມຄ້າຍຄືມະນຸດແດ່. ບົດບັນຍັດ ແລະ ພຣະບັນຍັດເຫຼົ່ານັ້ນລ້ວນຖືກສ້າງຂຶ້ນຕາມຍຸກສະໄໝ ແລະ ບໍລິບົດຮ່ວມຍຸກ ແລະ ຕາມພາລະກິດ ແລະ ຄວາມຕ້ອງການຮ່ວມຍຸກຂອງມະນຸດ. ໃນຍຸກສະໄໝປັດຈຸບັນ, ພຣະເຈົ້າໄດ້ກ່າວພຣະທຳບາງຂໍ້ຕື່ມອີກ ແລະ ມອບກົດເກນບາງຢ່າງໃຫ້ຜູ້ຄົນຫຼາຍຂຶ້ນເພື່ອຄວບຄຸມພວກເຂົາ. ນັ້ນກໍຄື ພຣະອົງໄດ້ມອບບັນທັດຖານໃຫ້ພວກເຂົາເຊັ່ນ: ວິທີການເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຂົາຄວນ ແລະ ບໍ່ຄວນເຮັດໃນສ່ວນໜຶ່ງຂອງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ອື່ນໆ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເວົ້າວ່າ “ເຮົາບໍ່ໄດ້ມາເພື່ອຍົກເລີກບົດບັນຍັດ, ແຕ່ເພື່ອເຮັດໃຫ້ມັນສຳເລັດລົງ”. ແຕ່ຫຼັງຈາກນັ້ນ, ພຣະອົງໄດ້ຍົກເລີກບົດບັນຍັດຫຼາຍຂໍ້. ບົດບັນຍັດເຫຼົ່ານີ້ບໍ່ເໝາະສົມສຳລັບຍຸກນັ້ນ, ພວກມັນບໍ່ແທດເໝາະສຳລັບພາລະກິດຂອງເວລານັ້ນ ແລະ ພວກມັນບໍ່ເໝາະສົມກັບສະພາບແວດລ້ອມຂອງຍຸກນັ້ນ, ດັ່ງນັ້ນ ພຣະອົງຈຶ່ງຍົກເລີກພວກມັນ. ແນ່ນອນວ່າປັດຈຸບັນນີ້, ພວກມັນກໍຍິ່ງຕ້ອງການການຍົກເລີກ. ໃນທຳນອງດຽວກັນ, ໃນຍຸກໃໝ່, ພຣະບັນຍັດໃນພັນທະສັນຍາໃໝ່ບາງຂໍ້ຈຳເປັນຕ້ອງຖືກຍົກເລີກ ແລະ ບາງຂໍ້ກໍຕ້ອງສືບຕໍ່, ເພາະສະພາບແວດລ້ອມຂອງພາລະກິດປັດຈຸບັນນັ້ນແຕກຕ່າງກັນ ແລະ ສິ່ງທີ່ຜູ້ຄົນຕ້ອງການກໍແຕກຕ່າງກັນ. ພາລະກິແຕ່ລະຂັ້ນຕອນແມ່ນສູງກວ່າທີ່ຜ່ານມາ. ຄົນໂງ່ຈ້າບາງຄົນເວົ້າວ່າ “ພຣະເຢຊູເຈົ້າກ່າວ່າພຣະອົງມາເພື່ອເຮັດໃຫ້ບົດບັນຍັດສຳເລັດລົງ, ແລ້ວເປັນຫຍັງພຣະອົງຈຶ່ງຍົກເລີກ ແລະ ລົບລ້າງໄປຫຼາຍຂໍ້? ເປັນຫຍັງການກະທຳຂອງພຣະອົງຈຶ່ງລະເມີດບົດບັນຍັດ?” ຄວາມຈິງແລ້ວ ການຍົກເລີກຂອງພຣະອົງແມ່ນການເຮັດໃຫ້ສຳເລັດ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະອົງເຮັດບັນລຸຜົນຮັບປະເພດນີ້, ດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງປະຕິບັດຕາມບົດບັນຍັດເຫຼົ່ານັ້ນອີກຕໍ່ໄປ. ແບບດຽວກັນກັບຫຼັງຈາກທີ່ພຣະເຢຊູໄດ້ເປັນເຄື່ອງບູຊາໄຖ່ບາບ, ມັນກໍບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາໄຖ່ບາບຕາມບົດບັນຍັດນັ້ນອີກຕໍ່ໄປ, ເພາະພາລະກິດຂອງພຣະເຈົ້າບໍ່ໄດ້ເຮັດຕາມກົດຕ່າງໆ. ບົດບັນຍັດ ແລະ ພຣະບັນຍັດບາງຂໍ້ສາມາດຖືກຍົກເລີຍໄດ້ ແລະ ພາລະກິດໃໝ່ກໍສາມາດໃຊ້ແທນທີ່ສິ່ງເຫຼົ່ານັ້ນໄດ້. ຖ້າພວກເຈົ້າຕ້ອງເຜີຍແຜ່ຂໍ້ຄວາມ “ພຣະບັນຍັດໃນເມື່ອກ່ອນທັງໝົດໄດ້ຖືກຍົກເລີກ. ພວກມັນບໍ່ເປັນປະໂຫຍດອີກຕໍ່ໄປ”, ສິ່ງນີ້ຄົງຈະບໍ່ສົມເຫດສົມຜົນປານໃດ. ປັດຈຸບັນນີ້, ພຣະເຈົ້າໄດ້ອອກດຳລັດການບໍລິຫານໃຫ້ເໝາະສົມກັບສະພາວະ ແລະ ຄວາມຕ້ອງການຂອງມະນຸດຊາດ. ບາງຄົນຖາມວ່າ “ເປັນຫຍັງພຣະເຈົ້າຈຶ່ງອອກດຳລັດການບໍລິຫານໃນແຕ່ລະຍຸກ? ມັນໄດ້ຖືກອອກມາແລ້ວຄັ້ງໜຶ່ງ, ຜູ້ຄົນຮັບຮູ້ພວກມັນ ແລະ ພວກເຮົາກໍເຮັດຕາມສິ່ງທີ່ຂໍ. ນັ້ນຄວນເປັນຈຸດຈົບຂອງມັນ. ເປັນຫຍັງຕ້ອງສືບຕໍ່ອອກດຳລັດໃໝ່?” ບອກເຮົາເບິ່ງ, ກັບຄົນທີ່ເສື່ອມຊາມແບບທີ່ພວກເຂົາເປັນຢູ່ປັດຈຸບັນນີ້, ມັນເປັນໄປໄດ້ບໍທີ່ຈະບໍ່ອອກດຳລັດການບໍລິຫານ? ຄົນທຸກຄົນມີອຸປະນິໄສທີ່ເສື່ອມຊາມ. ຜູ້ຄົນສາມາດເຊື່ອຟັງພຣະເຈົ້າໃນຂະນະທີ່ພວກເຂົາຖືກຄວບຄຸມໂດຍທຳມະຊາດທີ່ເສື່ອມຊາມຂອງພວກເຂົາໄດ້ບໍ? ເຈົ້າບໍ່ສາມາດອ້າງໄດ້ວ່າ ຫຼັງຈາກທີ່ຜູ້ຄົນໄດ້ຮັບຄວາມເຊື່ອໃນພຣະເຈົ້າ ແລະ ສາມາດດຳເນີນຕາມ ແລະ ເຊື່ອຟັງພຣະບັນຍັດ, ພວກເຂົາໄດ້ກາຍເປັນຄົນບໍລິສຸດ ແລະ ຊອບທຳ. ມັນບໍ່ໄດ້ຜົນແບບນັ້ນ. ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ດຳລົງຊີວິດຢູ່ທ່າມກາງອຸປະນິໄສທີ່ເສື່ອມຊາມເຫຼົ່ານັ້ນຢູ່ສະເໝີ, ດັ່ງນັ້ນ ຈຶ່ງຈຳເປັນຕ້ອງມີດຳລັດການບໍລິຫານທີ່ສອດຄ່ອງກັນຢູ່ສະເໝີເພື່ອຄວບຄຸມພຶດຕິກຳຂອງພວກເຂົາ. ຖ້າຜູ້ຄົນລະເມີດດຳລັດການບໍລິຫານເຫຼົ່ານີ້ຢ່າງແທ້ຈິງ, ພວກເຂົາສາມາດຖືກລົງວິໄນ, ມີຂໍ້ຈຳກັດໃນຕົວພວກເຂົາ ຫຼື ພວກເຂົາສາມາດຖືກຂັບໄລ່ອອກ ແລະ ຖືກໄລ່ອອກ. ມີຜົນຕາມມາທຸກຮູບແບບ. ໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ, ມີບົດບັນຍັດ ແລະ ພຣະບັນຍັດ. ປັດຈຸບັນນີ້, ໃນຍຸກແຫ່ງລາຊະອານາຈັກ, ນອກຈາກພຣະບັນຍັດແລ້ວ, ຕ້ອງມີດຳລັດການບໍລິຫານ. ດັ່ງນັ້ນ, ດຳລັດການບໍລິຫານຂັ້ນຕົ້ນຂອງຍຸກແຫ່ງລາຊະອານາຈັກແມ່ນຫຍັງ? ຕອນນີ້, ຕ້ອງອອກດຳລັດສິບຂໍ້.
1. ມະນຸດບໍ່ຄວນສັນລະເສີນຕົນເອງ ຫຼື ຍົກຍ້ອງຕົນເອງ. ເຂົາຄວນນະມັດສະການ ແລະ ສັນລະເສີນພຣະເຈົ້າ.
“ມະນຸດບໍ່ຄວນສັນລະເສີນຕົນເອງ ຫຼື ຍົກຍ້ອງຕົນເອງ. ເຂົາຄວນນະມັດສະການ ແລະ ສັນລະເສີນພຣະເຈົ້າ”. ແທ້ຈິງແລ້ວ, ສີ່ສິ່ງນີ້ເວົ້າເຖິງບັນຫາດຽວ: ໃນຄຳເວົ້າຂອງພວກເຂົາ, ຜູ້ຄົນຕ້ອງຢູ່ໃນຕຳແໜ່ງຂອງມະນຸດ ແລະ ພວກເຂົາບໍ່ຄວນໂອ້ອວດຕົນເອງ. ຢ່າໂອ້ອວດວ່າເຈົ້ານຳພາຄຣິສຕະຈັກບາງແຫ່ງໄດ້ດີສ່ຳໃດ, ຢ່າໂອ້ອວດວ່າມັນເປັນຂອງເຈົ້າ ແລະ ຢ່າໂອ້ອວດວ່າພຣະເຈົ້າໃຊ້ເຈົ້າ ແລະ ມັນດີເປັນພິເສດສຳລັບເຈົ້າ. ຢ່າເວົ້າສິ່ງຕ່າງໆເຊັ່ນ: “ພຣະເຈົ້າກິນກັບພວກເຮົາ ແລະ ສົນທະນາກັບພວກເຮົາ”. ສິ່ງເຫຼົ່ານີ້ທີ່ເຈົ້າເວົ້າບໍ່ໄດ້ສອດຄ່ອງກັບຄວາມເປັນຈິງ. ພຣະເຈົ້າປະຕິບັດຕໍ່ຜູ້ທີ່ຖືກເລືອກຂອງພຣະອົງທຸກຄົນໃນທາງດຽວກັນ. ດັ່ງນັ້ນ, ຕາບໃດທີ່ບຸກຄົນໜຶ່ງບໍ່ຖືກເປີດໂປງ ແລະ ຖືກຂັບໄລ່, ພຣະເຈົ້າກໍທີທ່າທີດຽວກັນຕໍ່ທຸກຄົນ. ຖ້າພຣະເຈົ້າໄດ້ໂອ້ລົມຄວາມຈິງກັບເຈົ້າ, ນັ້ນບໍ່ໄດ້ພິສູດວ່າເຈົ້າດີກວ່າຄົນອື່ນ, ກົງກັນຂ້າມ, ແມ່ນຍ້ອນເຈົ້າຫາກໍບັງເອີນພົບກັບໂອກາດດັ່ງກ່າວ. ແລ້ວແມ່ນຫຍັງຄືສິ່ງທີ່ສົມເຫດສົມຜົນທີ່ຈະເວົ້າ? ຖ້າເຈົ້າບໍ່ສາມາດໂອ້ລົມຄວາມຈິງ ແລະ ຖ້າເຈົ້າບໍ່ສາມາດສະໜອງຊີວິດໃຫ້ແກ່ອ້າຍເອື້ອຍນ້ອງ, ເຈົ້າກໍຕ້ອງເຮັດການພິຈາລະນາຕົນເອງ ແລະ ຮູ້ຈັກຕົນເອງ, ແຍກແຍະຕົນເອງ, ສາມາດເວົ້າສິ່ງທີ່ຢູ່ໃນໃຈຂອງເຈົ້າ, ເປີດໃຈ ແລະ ເປີດເຜີຍຕົນເອງຕໍ່ໜ້າທຸກຄົນ. ການປະຕິບັດແບບນີ້ຈະເຮັດໃຫ້ໄດ້ຮັບຜົນ. ການເປີດໃຈບໍ່ໄດ້ໝາຍເຖິງການໃຫ້ເຫດຜົນກັບຕົນເອງ. ມັນໝາຍເຖິງການນຳສະເໜີແຮງຈູງໃຈ ແລະ ຄວາມຄິດທີ່ບໍ່ຖືກຕ້ອງພາຍໃນຕົວເຈົ້າເພື່ອການແຍກແຍະ, ເພື່ອໃຫ້ທຸກຄົນໄດ້ຮູ້ພ້ອມໆກັນ, ອະຍຸຍາດໃຫ້ຄົນອື່ນໄດ້ຜົນປະໂຫຍດຈາກມັນເຊັ່ນກັນ. ໂດຍການເຮັດເຊັ່ນນີ້, ເຈົ້າບໍ່ໄດ້ກຳລັງຍົກຍໍຕົນເອງ. ຖ້າເຈົ້າປະຕິບັດກັບຕົນເອງຢ່າງຖືກຕ້ອງ ແລະ ຢູ່ໃນບ່ອນທີ່ເໝາະສົມຂອງເຈົ້າ, ໝາຍຄວາມວ່າຖ້າຫາກວ່າເຈົ້າສາມາດປະຖິ້ມ ແລະ ວິເຄາະແຮງຈູງໃຈຂອງເຈົ້າເອງ, ເປີດເຜີຍສິ່ງສົກກະປົກທີ່ຢູ່ພາຍໃນຕົວເຈົ້າ ແລະ ໃນການເຮັດເຊັ່ນນັ້ນ ແມ່ນເປັນການເປີດເຜີຍຕົວເຈົ້າ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າຢູ່ໃນຕຳແໜ່ງທີ່ຖືກຕ້ອງ. ເຮົາໄດ້ຄົ້ນພົບວ່າຜູ້ນໍາຫຼາຍຄົນພຽງແຕ່ສາມາດສັ່ງສອນຜູ້ຄົນ ແລະ ເທດສະໜາຄົນອື່ນຈາກຕຳແໜ່ງສູງ ແລະ ພວກເຂົາບໍ່ສາມາດສື່ສານກັບຄົນອື່ນໄດ້ຢ່າງເທົ່າທຽມກັນ. ພວກເຂົາບໍ່ສາມາດມີປະຕິກິລິຍາກັບຜູ້ຄົນໄດ້ຢ່າງເປັນປົກກະຕິ. ເມື່ອບາງຄົນເວົ້າ, ມັນກໍຄືກັບວ່າພວກເຂົາກຳລັງກ່າວຄຳປາໄສ ຫຼື ລາຍງານຢູ່ສະເໝີ. ຄຳເວົ້າຂອງພວກເຂົາພຽງແຕ່ແນໃສ່ສະພາວະຂອງຜູ້ຄົນເທົ່ານັ້ນ, ແຕ່ພວກເຂົາບໍ່ເຄີຍເປີດໃຈກ່ຽວກັບຕົນເອງ. ພວກເຂົາບໍ່ເຄີຍໄຈ້ແຍກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ກົງກັນຂ້າມ, ພວກເຂົາພຽງແຕ່ໄຈ້ແຍກບັນຫາຂອງຄົນອື່ນໂດຍໃຫ້ພວກມັນເປັນຕົວຢ່າງເພື່ອໃຫ້ຄວາມຮູ້ແກ່ທຸກຄົນ. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ເປັນຫຍັງພວກເຂົາຈຶ່ງໃຫ້ຄຳເທດສະໜາເຊັ່ນນັ້ນ ແລະ ເວົ້າສິ່ງເຫຼົ່ານັ້ນ? ນີ້ຄືສິ່ງທີ່ພິສູດວ່າພວກເຂົາບໍ່ມີຄວາມຮູ້ກ່ຽວກັບຕົນເອງແຕ່ຢ່າງໃດເລີຍ, ພວກເຂົາຂາດເຫດຜົນເກີນໄປ ແລະ ພວກເຂົາອວດດີ ແລະ ຫຼອກລວງເກີນໄປ. ພວກເຂົາຄິດວ່າຄວາມສາມາດຂອງພວກເຂົາໃນການຮັບຮູ້ອຸປະນິໄສທີ່ເສື່ອມຊາມຂອງຄົນອື່ນໄດ້ພິສູດວ່າພວກເຂົາຢູ່ເໜືອຄົນອື່ນ, ດີກວ່າຄົນອື່ນໃນການຢັ່ງຮູ້ຜູ້ຄົນ ແລະ ສິ່ງຕ່າງໆ ແລະ ພວກເຂົາມີຄວາມເສື່ອມຊາມໜ້ອຍກວ່າຄົນອື່ນ. ພວກເຂົາສາມາດໄຈ້ແຍກ ແລະ ສັ່ງສອນຄົນອື່ນ, ແຕ່ພວກເຂົາບໍ່ເປີດເຜີຍກ່ຽວກັບຕົນເອງ, ບໍ່ເປີດໂປງ ຫຼື ໄຈ້ແຍກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ບໍ່ສະແດງໃບໜ້າແທ້ຈິງຂອງພວກເຂົາ ຫຼື ເວົ້າສິ່ງໃດໜຶ່ງກ່ຽວກັບແຮງຈູງໃຈຂອງພວກເຂົາເອງ. ພວກເຂົາພຽງແຕ່ສັ່ງສອນຄົນອື່ນທີ່ປະພຶດຕົວບໍ່ເໝາະສົມ. ນີ້ຄືການອວດອ້າງຕົນເອງ ແລະ ການຍົກຍ້ອງຕົນເອງ. ເຈົ້າຈະສາມາດເປັນຜູ້ນຳ ແລະ ມີບັນຫາທີ່ບໍ່ສົມເຫດສົມຜົນຫຼາຍໄດ້ແນວໃດ? ຫຼັງຈາທີ່ໄດ້ເປັນຜູ້ນຳຄຣິສຕະຈັກ, ເປັນຫຍັງເຈົ້າຈຶ່ງຮ້າຍດ່າຄົນອື່ນໂດຍບໍ່ຕັ້ງໃຈ, ປະພຶດຕົວຕາມອຳເພີໃຈ ແລະ ເຮັດຕາມທີ່ເຈົ້າພໍໃຈ? ເປັນຫຍັງເຈົ້າຈຶ່ງບໍ່ຄຳນຶງເຖິງຜົນຕາມມາຂອງຄຳເວົ້າເຈົ້າ, ບໍ່ເຄີຍພິຈາລະນາຕົວຕົນຂອງເຈົ້າເອງ? ເປັນຫຍັງເຈົ້າຈຶ່ງເຮັດແບບນີ້? ນີ້ກໍຍ້ອນວ່າ ເຖິງແມ່ນວ່າເຈົ້າເປັນຜູ້ນຳ, ເຈົ້າບໍ່ຮູ້ຈັກສະຖານະ ແລະ ຕົວຕົນຂອງເຈົ້າເອງ. ການຈັດແຈງໃຫ້ເຈົ້າເປັນຜູ້ນຳເປັນພຽງການຍົກເຈົ້າຂື້ນ ແລະ ມອບໂອກາດໃຫ້ເຈົ້າໄດ້ປະຕິບັດ. ບໍ່ແມ່ນຍ້ອນເຈົ້າມີຄວາມເປັນຈິງຫຼາຍກວ່າຄົນອື່ນ ຫຼື ຍ້ອນເຈົ້າດີກວ່າຄົນອື່ນ. ຄວາມຈິງແລ້ວ, ເຈົ້າກໍເປັນຄືກັບຄົນອື່ນໆ. ບໍ່ມີໃຜໃນພວກເຈົ້າທີ່ມີຄວາມເປັນຈິງ ແລະ ໃນບາງທາງ, ເຈົ້າອາດເສື່ອມຊາມຫຼາຍກວ່າຄົນອື່ນອີກ. ບໍ່ມີໃຜໃນພວກເຈົ້າມີຄວາມເປັນຈິງ ແລະ ໃນບາງທາງ, ເຈົ້າອາດເຖິງກັບເສື່ອມຊາມຫຼາຍກວ່າຄົນອື່ນ. ແລ້ວເປັນຫຍັງເຈົ້າຈຶ່ງສ້າງບັນຫາຢ່າງບໍ່ມີເຫດຜົນ ແລະ ສັ່ງສອນຕາມອຳເພີໃຈ, ຮ້າຍດ່າ ແລະ ຝືນໃຈຄົນອື່ນ? ເປັນຫຍັງຈຶ່ງບັງຄັບໃຫ້ຄົນອື່ນຟັງຄວາມເຈົ້າ ແມ່ນແຕ່ຕອນທີ່ເຈົ້ານັ້ນຜິດ? ສິ່ງນີ້ພິສູດຫຍັງ? ສິ່ງນີ້ພິສູດວ່າເຈົ້າຢູ່ໃນຕຳແໜ່ງທີ່ຜິດ. ເຈົ້າບໍ່ໄດ້ເຮັດວຽກຈາກຕຳແໜ່ງຂອງມະນຸດ, ເຈົ້າກຳລັງເຮັດວຽກຂອງເຈົ້າຈາກຕຳແໜ່ງຂອງພຣະເຈົ້າ, ຈາກຕຳແໜ່ງທີ່ຢູ່ເໜືອຄົນອື່ນ. ຖ້າສິ່ງທີ່ເຈົ້າເວົ້ານັ້ນຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ, ຄົນອື່ນກໍສາມາດຟັງຄວາມເຈົ້າ. ມັນເປັນທີ່ຍອມຮັບໄດ້ໃນກໍລະນີນີ້. ແຕ່ເມື່ອເຈົ້າຜິດ, ເປັນຫຍັງເຈົ້າຈຶ່ງບັງຄັບໃຫ້ຄົນອື່ນຟັງຄວາມເຈົ້າ? ເຈົ້າມີສິດອຳນາດບໍ? ເຈົ້າສູງສຸດບໍ? ເຈົ້າແມ່ນຄວາມຈິງບໍ? ເມື່ອບາງຄົນໄປສະຖານທີ່ແຫ່ງໜຶ່ງເພື່ອເທດສະໜາຂ່າວປະເສີດ ແລະ ເປັນວ່າຄົນທີ່ຢູ່ທີ່ນັ້ນ ແລະ ເງື່ອນໄຂການດຳລົງຊີວິດຂອງພວກເຂົາບໍ່ເປັນໃຈ, ພວກເຂົາລົງເອີຍດ້ວຍການບໍ່ມັກສະຖານທີ່ດັ່ງກ່າວ ແລະ ຕ້ອງການໄປສູ່ບ່ອນອື່ນ. ຄົນອື່ນອາດເວົ້າກັບພວກເຂົາວ່າ “ຢູ່ທີ່ນີ້ຕ້ອງການຄົນເທດສະໜາຂ່າວປະເສີດ. ເຈົ້າຈະເຮັດໃຫ້ວຽກຊັກຊ້າຖ້າເຈົ້າຈາກໄປ”. ແຕ່ພວກເຂົາຈະບໍ່ຮັບຟັງ ແລະ ຢືນຢັນທີ່ຈະຈາກໄປໂດຍເວົ້າວ່າ “ແລ້ວເປັນຫຍັງເຈົ້າບໍ່ຢູ່? ຂ້ອຍຈຳເປັນຕ້ອງຈາກໄປ! ພວກເຈົ້າຄວນຟັງຄວາມຂ້ອຍ ແລະ ຮຽນຮູ້ທີ່ຈະເຊື່ອຟັງ”. ພວກເຂົາເຫັນດີທີ່ຈະເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າເພື່ອເຮັດຕາມທາງຂອງຕົນ ແລະ ເລືອກສະຖານທີ່ທີ່ພວກເຂົາມັກ. ພວກເຂົາເຮັດແມ່ນຫຍັງກໍຕາມທີ່ພວກເຂົາຕ້ອງການ ແລະ ຮຽກຮ້ອງໃຫ້ຄົນອື່ນເຮັດຕາມທີ່ພວກເຂົາເວົ້າ. ພວກເຂົາບໍ່ໄດ້ກຳລັງສັນລະເສີນຕົນເອງບໍ? ພວກເຂົາບໍ່ໄດ້ກຳລັງຍົກຍ້ອງຕົນເອງບໍ? ພວກເຂົາບໍ່ແມ່ນຄົນອວດດີບໍ? ໃນໜ້າທີ່ຂອງພວກເຂົາ, ພວກເຂົາເຮັດຕາມຄວາມມັກຂອງຕົນເອງຫຼາຍເທົ່າທີ່ຈະຫຼາຍໄດ້ ໂດຍບໍ່ໄດ້ປະຕິບັດຄວາມຈິງແມ່ນແຕ່ໜ້ອຍດຽວ. ດັ່ງນັ້ນ, ເມື່ອພວກເຂົານຳພາຜູ້ຄົນ, ພວກເຂົາບໍ່ໄດ້ຂໍຄົນທີ່ພວກເຂົານຳພາປະຕິບັດຄວາມຈິງ. ກົງກັນຂ້າມ, ພວກເຂົາຮຽກຮ້ອງໃຫ້ຄົນອື່ນຟັງສິ່ງທີ່ພວກເຂົາເວົ້າ ແລະ ເຮັດຕາມທາງຂອງພວກເຂົາ. ນີ້ບໍ່ແມ່ນການຂໍໃຫ້ຜູ້ຄົນປະຕິບັດກັບພວກເຂົາຄືກັບພຣະເຈົ້າ ແລະ ເຊື່ອຟັງພວກເຂົາແບບພຣະເຈົ້າບໍ? ພວກເຂົາມີຄວາມຈິງບໍ? ພວກເຂົາປາສະຈາກຄວາມຈິງ, ເຕັມໄປດ້ວຍອຸປະນິໄສຂອງຊາຕານ ແລະ ເປັນມານຮ້າຍ. ດັ່ງນັ້ນ ເປັນຫຍັງພວກເຂົາຈຶ່ງຍັງຂໍໃຫ້ຜູ້ຄົນເຊື່ອຟັງພວກເຂົາ? ຄົນແບບນີ້ບໍ່ໄດ້ກຳລັງສັນລະເສີນຕົນເອງບໍ? ພວກເຂົາບໍ່ໄດ້ກຳລັງຍົກຍ້ອງຕົນເອງບໍ? ຄົນເຊັ່ນນີ້ສາມາດນຳຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ພວກເຂົາສາມາດເຮັດໃຫ້ຄົນນະມັດສະການພຣະເຈົ້າໄດ້ບໍ? ພວກເຂົາເປັນຄົນທີ່ຕ້ອງຫານໃຫ້ຜູ້ຄົນເຊື່ອຟັງ. ເມື່ອພວກເຂົາເຮັດວຽກແບບນີ້, ພວກເຂົາກຳລັງນຳພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງແທ້ບໍ? ພວກເຂົາກຳລັງເຮັດວຽດທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາແທ້ບໍ? ບໍ່, ພວກເຂົາກຳລັງພະຍາຍາມສ້າງຕັ້ງອານາຈັກຂອງພວກເຂົາເອງ. ພວກເຂົາຕ້ອງການເປັນພຣະເຈົ້າ ແລະ ພວກເຂົາຕ້ອງການໃຫ້ຜູ້ຄົນປະຕິບັດຕໍ່ພວກເຂົາຄືກັບພຣະເຈົ້າ ເຊື່ອຟັງພວກເຂົາຄືກັບພຣະເຈົ້າ. ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິດບໍ? ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດເປັນແບບນີ້ຢູ່ສະເໝີ; ໂດຍບໍ່ຄຳນຶງເຖິງຄວາມຊັກຊ້າໃນວຽກງານຂອງຄຣິສຕະຈັກ ຫຼື ລະດັບການຂັດຂວາງ ຫຼື ຄວາມເສຍຫາຍຕໍ່ການເຂົ້າສູ່ຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ, ທຸກຄົນຕ້ອງເຊື່ອຟັງພວກເຂົາ ແລະ ຟັງຄວາມພວກເຂົາ. ນີ້ບໍ່ແມ່ນທຳມະຊາດຂອງມານຮ້າຍບໍ? ນີ້ບໍ່ແມ່ນອຸປະນິໄສຂອງຊາຕານບໍ? ຄົນແບບນີ້ແມ່ນມານຮ້າຍທີ່ດຳລົງຊີວິດຢູ່ໃນເນື້ອໜັງຂອງມະນຸດ. ພວກເຂົາອາດມີໃບໜ້າເປັນມະນຸດ, ແຕ່ທຸກສິ່ງທີ່ຢູ່ໃນໂຕພວກເຂົາແມ່ນມານຮ້າຍ. ບໍ່ມີຫຍັງທີ່ພວກເຂົາເຮັດທີ່ສອດຄ່ອງກັບຄວາມຈິງ, ບໍ່ມີອັນໃດເປັນສິ່ງທີ່ຄົນທີ່ມີຈິດສຳນຶກເຮັດ, ດັ່ງນັ້ນ ບໍ່ຕ້ອງສົງໄສເລີຍວ່າສິ່ງເຫຼົ່ານີ້ແມ່ນການກະທຳຂອງມານຮ້າຍ, ຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິດ. ພວກເຈົ້າຄວນສາມາດໄຈ້ແຍກສິ່ງນີ້ໄດ້ຢ່າງຊັດເຈນ. ດັ່ງນັ້ນ ເມື່ອພວກເຈົ້າກຳທຳ, ເວົ້າ ແລະ ພົວພັນກັບຄົນອື່ນ, ໃນທຸກສິ່ງທີ່ພວກເຈົ້າເຮັດໃນຊີວິດ, ພວກເຈົ້າຄວນຖືເອົາດຳລັດນີ້ໄວ້ໃນໃຈຂອງພວກເຈົ້າ: “ມະນຸດບໍ່ຄວນສັນລະເສີນຕົນເອງ ຫຼື ຍົກຍ້ອງຕົນເອງ. ເຂົາຄວນນະມັດສະການ ແລະ ສັນລະເສີນພຣະເຈົ້າ”. ວິທີນີ້ຈະວາງຂໍ້ຈຳກັດໄວ້ກັບຜູ້ຄົນ ແລະ ພວກເຂົາຈະບໍ່ໄປໄກຈົນເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ. ດຳລັດບໍລິຫານີ້ແມ່ນສຳຄັນຍິ່ງ ແລະ ພວກເຈົ້າທຸກຄົນຄວນຄິດໃຫ້ດີວ່າດຳລັດບໍລິຫານນີ້ໝາຍເຖິງຫຍັງ, ເປັນຫຍັງພຣະເຈົ້າຈຶ່ງຮຽກຮ້ອງສິ່ງນີ້ຈາກມະນຸດຊາດ ແລະ ສິ່ງທີ່ພຣະອົງໝາຍທີ່ຈະບັນລຸ. ໃຫ້ພິຈາລະນາສິ່ງນີ້ຢ່າງຮອບຄອບ. ຢ່າງປ່ອຍໃຫ້ມັນພຽງແຕ່ເຂົ້າຫູຊ້າຍອອກຫູຂວາ. ສິ່ງນີ້ຈະເປັນປະໂຫຍດສຳລັບພວກເຈົ້າແທ້ໆ.
2. ໃຫ້ເຮັດທຸກສິ່ງທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ເຮັດສິ່ງທີ່ສ້າງຄວາມເສຍຫາຍໃຫ້ກັບຜົນປະໂຫຍດໃນພາລະກິດຂອງພຣະເຈົ້າ. ໃຫ້ປົກປ້ອງພຣະນາມຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ.
ເຈົ້າຄວນຍຶດໝັ້ນ ແລະ ຮັບຜິດຊອບສຳລັບສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ຫຼື ສິ່ງທີ່ກ່ຽວຂ້ອງກັບວຽກງານໃນເຮືອນຂອງພຣະເຈົ້າ ແລະ ພຣະນາມຂອງພຣະເຈົ້າ. ພວກເຈົ້າແຕ່ລະຄົນມີຄວາມຮັບຜິດຊອບ ແລະ ພັນທະນີ້ ແລະ ນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງເຮັດ.
3. ເງິນ, ວັດຖຸສິ່ງຂອງ ແລະ ຊັບສິນທັງໝົດໃນຄົວເຮືອນຂອງພຣະເຈົ້າ ແມ່ນເຄື່ອງຖວາຍທີ່ມະນຸດຄວນມອບໃຫ້. ບໍ່ມີຜູ້ໃດອາດມີຄວາມສຸກກັບເຄື່ອງຖວາຍເຫຼົ່ານີ້ນອກຈາກນັກບວດ ແລະ ພຣະເຈົ້າ ຍ້ອນເຄື່ອງຖວາຍຂອງມະນຸດ ແມ່ນມີໄວ້ສໍາລັບຄວາມສຸກຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ແບ່ງປັນເຄື່ອງຖວາຍເຫຼົ່ານີ້ກັບນັກບວດເທົ່ານັ້ນ; ບໍ່ມີຜູ້ໃດທີ່ມີຄຸນສົມບັດ ຫຼື ມີສິດທີ່ຈະມີຄວາມສຸກໃນສ່ວນໃດສ່ວນໜຶ່ງຂອງເຄື່ອງຖວາຍເຫຼົ່ານີ້. ເຄື່ອງຖວາຍທັງໝົດຂອງມະນຸດ (ລວມທັງເງິນ ແລະ ວັດຖຸສິ່ງຂອງທີ່ສາມາດນໍາໃຊ້) ແມ່ນມອບໃຫ້ພຣະເຈົ້າ, ບໍ່ແມ່ນມອບໃຫ້ມະນຸດ ແລະ ດ້ວຍເຫດນີ້ ມະນຸດຈຶ່ງບໍ່ຄວນມີຄວາມສຸກກັບສິ່ງເຫຼົ່ານີ້; ຖ້າມະນຸດຈະມີຄວາມສຸກກັບສິ່ງເຫຼົ່ານີ້, ແລ້ວເຂົາກໍ່ກຳລັງລັກເອົາເຄື່ອງຖວາຍ. ຜູ້ໃດກໍ່ຕາມທີ່ເຮັດສິ່ງນີ້ແມ່ນຢູດາ ເພາະວ່ານອກຈາກຈະເປັນຄົນທໍລະຍົດແລ້ວ ຢູດາຍັງຊ່ວຍຕົນເອງໂດຍການລັກເອົາສິ່ງທີ່ຢູ່ໃນຖົງເງິນນໍາອີກ.
ເຮົາຈຳເປັນຕ້ອງອະທິບາຍພຣະທຳເຫຼົ່ານີ້. ຖ້າເຮົາບໍ່ອະທິບາຍ, ມີບາງຄົນທີ່ໜ້າບໍ່ອາຍ ແລະ ໜ້າດ້ານທີ່ຈະລັກເຄື່ອງຖວາຍ. ປັດຈຸບັນນີ້, ຜູ້ນຳ ແລະ ຜູ້ເຮັດວຽກໃນທຸກຂັ້ນໃນຄຣິສຕະຈັກຢູ່ລະຫວ່າງການທົດລອງານຊົ່ວຄາວ. ຄົນທີ່ເໝາະສົມຈະສືບຕໍ່ຖືກນຳໃຊ້, ແຕ່ຄົນທີ່ບໍ່ເໝາະສົມຈະຖືກປົດຈາກຕຳແໜ່ງ ແລະ ຖືກໄລ່ອອກ. ຕຳແໜ່ງເຫຼົ່ານີ້ບໍ່ໄດ້ຄົງທີ່. ຢ່າຄິດວ່າການເປັນຜູ້ນຳ ຫຼື ຜູ້ເຮັດວຽກໝາຍຄວາມວ່າຕຳແໜ່ງຂອງເຈົ້າຄົງທີ່ ແລະ ເຈົ້າຈະບໍ່ຖືກປົດຕຳແໜ່ງ ຫຼື ຖືກໄລ່ອອກຈັກເທື່ອ. ຢ່າຫຼົງລະເລີງກັບຄວາມຫຼົງຜິດນີ້. ນີ້ແມ່ນຄວາມປາຖະໜາທີ່ຟຸມເຟືອຍ. ປະໂລຫິດບໍ່ແມ່ນຜູ້ນຳທຳມະດາ. ເພິ່ນມີສິດ ແລະ ຄຸນສົມບັດທີ່ຈະຮັບໃຊ້ພຣະເຈົ້າໂດຍກົງ. ໂດຍທຳມະຊາດແລ້ວ, ສິດ ແລະ ຄຸນສົມບັດນີ້ໄດ້ຖືກມອບໃຫ້ເພິ່ນໂດຍພຣະເຈົ້າ. ນີ້ແມ່ນຄືກັນກັບປະໂລຫິດໃນຍຸກແຫ່ງພຣະບັນຍັດ. ພວກເຂົາສາມາດເຂົ້າໄປໃນວິຫານ, ແຕ່ບໍ່ມີຜູ້ໃດສາມາດເຂົ້າໄດ້ ແລະ ພວກເຂົາສາມາດກິນຂອງຖວາຍບູຊາ, ແຕ່ບໍ່ມີໃຜທີ່ສາມາດກິນໄດ້. ປັດຈຸບັນນີ້, ໃນຍຸກແຫ່ງລາຊະອານາຈັກ, ປະໂລຫິດແມ່ນຄົນປະເພດໃດ? ບຸກຄົນທີ່ເປັນທີ່ຮູ້ຈັກໃນຖານະປະໂລຫິດໃນອາດີດ ຕອນນີ້ຖືກເອີ້ນວ່າຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ດັ່ງນັ້ນ, ສິ່ງນີ້ບັນຍາຍເຖິງພວກເຈົ້າບໍ? ພວກເຈົ້າບໍ່ແມ່ນປະໂລຫິດເລີຍ! ປະໂລຫິດແມ່ນຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ແລະ ບໍ່ມີຜູ້ໃດອື່ນ ນອກຈາກຄົນເຊັ່ນນີ້ທີ່ອາດຈະມີຄວາມສຸກກັບເຄື່ອງຖວາຍ. ບໍ່ມີໃຜທີ່ຄູ່ຄວນ. ຖ້າເຈົ້າອ້າງວ່າເຈົ້າຄູ່ຄວນ, ເຈົ້າກໍກຳລັງອ້າງສິ່ງນັ້ນຕາມການເຫັນດີຂອງເຈົ້າເອງ. ເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ມີຄວາມສຸກກັບເຄື່ອງຖວາຍ. ພວກມັນບໍ່ໄດ້ມີໄວ້ສຳລັບເຈົ້າ.
ເຮົາຈະເວົ້າຕື່ນອີກກ່ຽວກັບສະຖານະການຂອງພວກເຈົ້າ. ສຳລັບຄົນແບບພວກເຈົ້າທີ່ເປັນຜູ້ນຳ ແລະ ຜູ້ເຮັດວຽກທີ່ເຮັດວຽກສະເພາະໃດໜຶ່ງໃນຄຣິສຕະຈັກ, ຄຣິສຕະຈັກອາດໃຫ້ຄ່າໃຊ້ຈ່າຍສຳລັບການເດີນທາງ, ແຕ່ຄຣິສຕະຈັກບໍ່ໄດ້ຮັບຜິດຊອບຄວາມຕ້ອງການປະຈຳວັນຂອງພວກເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແລະ ການອຸທິດຕົນໃຫ້ແກ່ພຣະເຈົ້າກໍແມ່ນຄວາມສະໝັກໃຈ. ຖ້າເຈົ້າເວົ້າວ່າ “ຂ້ອຍບໍ່ໄດ້ເຮັດສິ່ງນີ້ດ້ວຍຄວາມສະໝັກໃຈ, ມັນຖືກຈັດແຈງໂດຍເຮືອນຂອງພຣະເຈົ້າ”, ແລ້ວເຈົ້າກໍສາມາດຈາກໄປ. ບາງຄົນເວົ້າວ່າ “ພຣະເຈົ້າຮຽກເອີ້ນຂ້ອຍ, ພຣະເຈົ້າຕ້ອງການໃຊ້ຂ້ອຍ, ສະນັ້ນ ຂ້ອຍຈຶ່ງມາ. ຂ້ອຍບໍ່ໄດ້ມາດ້ວຍຄວາມສະໝັກໃຈ”. ຖ້າເປັນເຊັ່ນນັ້ນ, ເຮົາກໍບໍ່ຕ້ອງການເຈົ້າໃນຕອນນີ້. ເຈົ້າສາມາດອອກໄປໄດ້. ເຮົາບໍ່ເຄີຍບັງຄັບຜູ້ຄົນ. ເຖິງແມ່ນວ່າເຈົ້າຢູ່ທີ່ນີ້ດ້ວຍຄວາມສະໝັກໃຈ, ການທີ່ເຈົ້າຈະຖືກຮັກສາໄວ້ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບຄຸນສົມບັດຂອງເຈົ້າ. ຖ້າເຈົ້າບໍ່ມີຄຸນສົມບັດ, ເຈົ້າຈະບໍ່ຖືກນຳໃຊ້. ສາມາດຊອກຫາຄົນອື່ນເພື່ອມາແທນເຈົ້າໄດ້. ນີ້ແມ່ນຫຼັການເຊິ່ງເຮືອນຂອງພຣະເຈົ້າໃຊ້ຜູ້ຄົນ. ບໍ່ມີການໃຫ້ຂໍ້ຍົກເວັ້ນພິເສດ. ເງິນຂອງເຮືອນຂອງພຣະເຈົ້າຖືກນຳໃຊ້ເຂົ້າໃນວຽກງານຂອງມັນ, ມັນບໍ່ໄດ້ມີໄວ້ເພື່ອສະໜັບສະໜູນຊີວິດສ່ວນບຸກຄົນຂອງຄົນ ຫຼື ມັນບໍ່ໄດ້ມີໄວ້ສຳລັບຄວາມມ່ວນຊື່ນສ່ວນຕົວຂອງຄົນ.
4. ມະນຸດມີອຸປະນິໄສທີ່ເສື່ອມຊາມ ແລະ ຍິ່ງໄປກວ່ານັ້ນ ມະນຸດມີອາລົມ. ເມື່ອເປັນເຊັ່ນນັ້ນ, ມັນຈຶ່ງເປັນການຫ້າມຢ່າງເດັດຂາດບໍ່ໃຫ້ສະມາຊິກສອງຄົນ ທີ່ເປັນເພດກົງກັນຂ້າມເຮັດວຽກຮ່ວມກັນຕາມລໍາພັງ ເມື່ອກຳລັງຮັບໃຊ້ພຣະເຈົ້າ. ຜູ້ໃດກໍ່ຕາມທີ່ຖືກຄົ້ນພົບວ່າໄດ້ເຮັດແບບນັ້ນແມ່ນຈະຖືກຂັບໄລ່ອອກ ໂດຍບໍ່ມີຂໍ້ຍົກເວັ້ນ.
ອ້າຍນ້ອງບາງຄົນຢືນຢັນທີ່ຈະໂອ້ລົມແຕ່ກັບເອື້ອຍນ້ອງເທົ່ານັ້ນ ແລະ ເຖິງກັບເຮັດແບບນັ້ນຄົນດຽວ. ພວກເຂົາເປີດໃຈກັບເອື້ອຍນ້ອງ ເມື່ອພວກເຂົາໂອ້ລົມກັບພວກນາງ, ແຕ່ປະຕິເສດທີ່ຈະເຮັດເຊັ່ນນັ້ນກັບຄົນອື່ນ. ຄົນເຫຼົ່ານີ້ບໍ່ແມ່ນຄົນດີ! ເອື້ອຍນ້ອງບາງຄົນບໍ່ໂອ້ລົມກັບເອື້ອຍນ້ອງຄົນອື່ນ ແລະ ບໍ່ເຄີຍເປີດໃຈກັບພວກເຂົາ, ຊອກຫາເພື່ອໂອ້ລົມກັບອ້າຍນ້ອງຊາຍເທົ່ານັ້ນ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ບໍ່ມີເອື້ອຍນ້ອງແມ່ນແຕ່ຄົນດຽວທີ່ສາມາດສະໜັບສະໜູນເຈົ້າບໍ? ບໍ່ມີເອື້ອຍນ້ອງແມ່ນແຕ່ຄົນດຽວທີ່ຈະໂອ້ລົມກັບເຈົ້າບໍ? ພວກເຂົາທຸກຄົນກຽດຊັງເຈົ້າບໍ? ບໍ່ມີໃຜທີ່ເໝາະສົມກັບເຈົ້າບໍ? ເຈົ້າສາມາດເຂົ້າກັນໄດ້ແຕ່ກັບອ້າຍນ້ອງຊາຍເທົ່ານັ້ນບໍ? ເຮົາຄິດວ່າເຈົ້າມີແຈງຈູງໃຈອື່ນ! ມີຄົນທີ່ລົມກັບຄົນເພດກົງກັນຂ້າມຢູ່ສະເໝີ. ສິ່ງນີ້ເປັນອັນຕະລາຍ. ເຈົ້າຕ້ອງຍັບຍັ້ງຕົນເອງ, ພັດທະນາຄວາມເຂົ້າໃຈບາງຢ່າງ ແລະ ໃຊ້ເຫດຜົນບາງຢ່າງ. ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ດັ່ງນັ້ນ ຢ່າຕາມໃຈຕົວເອງຕາມອຳເພີໃຈ. ເຈົ້າຕ້ອງມີຄວາມຍັບຍັ້ງໃຈ ແລະ ດ້ວຍວິທີນີ້, ພຶດຕິກຳຂອງເຈົ້າຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຖ້າບໍ່ມີການຍັບຍັ້ງໃຈ ແລະ ບໍ່ມີຄວາມຢຳເກງພຣະເຈົ້າ, ຜູ້ຄົນຈະກາຍເປັນຄົນເສເພຢ່າງບ້າປ່ວງ. ຫຼັງຈາກທີ່ພວກເຂົາລະເມີດດຳລັດການບໍລິຫານ, ຜົນຕາມມາກໍຈະຮ້າຍແຮງ, ດັ່ງນັ້ນ ພວກເຂົາຕ້ອງຈື່ດຳລັດການບໍລິຫານນີ້ໄວ້ຢູ່ສະເໝີ.
5. ຢ່າຕັດສິນພຣະເຈົ້າ ຫຼື ສົນທະນາເລື່ອງຕ່າງໆທີ່ກ່ຽວກັບພຣະເຈົ້າຕາມອຳເພີໃຈ. ເຮັດໃນສິ່ງທີ່ມະນຸດຄວນເຮັດ ແລະ ເວົ້າດັ່ງທີ່ມະນຸດຄວນເວົ້າ ແລະ ຢ່າກ້າວກ່າຍຂີດຈຳກັດ ຫຼື ລ່ວງລະເມີດຂອບເຂດ. ໃຫ້ລະວັງຄໍາເວົ້າ ແລະ ເອົາໃຈໃສ່ບ່ອນທີ່ເຈົ້າກ້າວໄປ, ເພື່ອຫຼີກເວັ້ນບໍ່ໃຫ້ເຈົ້າປະຕິບັດສິ່ງໃດໜຶ່ງທີ່ລ່ວງເກີນອຸປະນິໄສຂອງພຣະເຈົ້າ.
6. ເຮັດໃນສິ່ງທີ່ມະນຸດຄວນເຮັດ ແລະ ປະຕິບັດພັນທະຂອງເຈ້ົາ ແລະ ປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ຍຶດໝັ້ນກັບໜ້າທີ່ຂອງເຈົ້າ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍ່ຄວນປະກອບສ່ວນຕໍ່ພາລະກິດຂອງພຣະເຈົ້າ; ຖ້າເຈົ້າບໍ່ປະຕິບັດເຊັ່ນນັ້ນ, ແລ້ວເຈົ້າກໍບໍ່ເໝາະທີ່ຈະກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ບໍ່ເໝາະສົມທີ່ຈະອາໄສຢູ່ໃນຄົວເຮືອນຂອງພຣະເຈົ້າ.
ດຳລັດທີຫົວກ່ຽວຂ້ອງກັບໜ້າທີ່ຂອງມະນຸດ. ໂດຍບໍ່ຄຳນຶງເຖິງການເຂົ້າສູ່ຊີວິດໃນເມື່ອກ່ອນຂອງເຈົ້າ ຫຼື ການສະແຫວງຫາສ່ວນຕົວຂອງເຈົ້າເປັນໄປແນວໃດ ຫຼື ໂດຍບໍ່ຄຳນຶງເຖິງຄວາມສາມາດ ຫຼື ຄວາມເປັນມະນຸດຂອງເຈົ້າ, ຕາບໃດທີ່ວຽງານຂອງຄຣິດຕະຈັກຮຽກຮ້ອງໃຫ້ເຈົ້າເຮັດບາງສິ່ງ, ບໍ່ວ່າຈະມີຄວາມລຳບາກ ຫຼື ຄວາມຫຍຸ້ງຍາກໃຫຍ່ຫຼວງສ່ຳໃດກໍຕາມ, ເຈົ້າກໍຄວນເຮັດມັນ. ຖ້າເຈົ້າບໍ່ເຮັດ, ເຈົ້າກໍບໍ່ເໝາະສົມທີ່ຈະຢູ່ໃນເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າບໍ່ມີກະດານໃຫ້ລ້າ ແລະ ບໍ່ໄດ້ເກັບສິ່ງທີ່ໄຮ້ປະໂຫຍດໄວ້! ຖ້າຄົນໃດໜຶ່ງບໍ່ສະແຫວງຫາຄວາມຈິງ, ຢ່າງໜ້ອຍພວກເຂົາຕ້ອງສາມາດເປັນຜູ້ໃຫ້ບໍລິການ. ຖ້າພວກເຂົາບໍ່ຕ້ອງການໃຫ້ການບໍລິການແມ່ນແຕ່ໜ້ອຍດຽວ ຫຼື ພວກເຂົາພະຍາຍາມພຽງແຕ່ໜ້ອຍດຽວເທົ່ານັ້ນເພື່ອເຫັນແກ່ອາຫານ, ພວກເຂົາຕ້ອງຖືກກວາດລ້າງ, ຕ້ອງຍຶກໜັງສືພຣະທຳຂອງພຣະເຈົ້າຄືນຈາກພວກເຂົາ ແລະ ພວກເຂົາຕ້ອງຖືກຈັດໃຫ້ຢູ່ໃນຖານະຜູ້ບໍ່ເຊື່ອ. ຢ່າງໜ້ອຍທີ່ສຸດ, ຜູ້ຄົນຕ້ອງເຊື່ອໃນພຣະເຈົ້າຢ່າງຈິງໃຈ, ມີຄວາມຢຳເກງພຣະເຈົ້າໃນໃຈຂອງພວກເຂົາ ແລະ ສະແດງໃຫ້ເຫັນການນະມັດສະການພຣະະເຈົ້າພໍສົມຄວນເພື່ອຈະມີຄ່າຄວນທີ່ຈະຢູ່ໃນເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າບໍ່ໄດ້ຂໍຫຍັງຫຼາຍຈາກຜູ້ຄົນ. ຕາບໃດທີ່ຄົນໆໜຶ່ງມີຈິດສຳນຶກ ແລະ ເຫດຜົນ, ສາາດເຂົ້າໃຈ ແລະ ຍອມຮັບຄວາມຈິງ ແລະ ມີຄວາມຮັບຜິດຊອບໃນໜ້າທີ່ຂອງພວກເຂົາ, ນັ້ນກໍພຽງພໍແລ້ວ. ຢ່າງໜ້ອຍທີ່ສຸດ, ພຶດຕິກຳຂອງເຈົ້າ ແລະ ວິທີການທີ່ເຈົ້າກະທຳຕອງເປັນທີຍອມຮັບໄດ້. ເຈົ້າຕ້ອງມີຄວາມຢຳເກງພຣະເຈົ້າເລັກນ້ອຍຢູ່ໃນໃຈຂອງເຈົ້າ ແລະ ເຈົ້າຕ້ອງສະແດງໃຫ້ເຫັນຄວາມເຊື່ອຟັງບາງຢ່າງຕໍ່ພຣະອົງ. ຖ້າເຈົ້າບໍ່ສາມາດເຮັດແນວນັ້ນໄດ້, ແລ້ວເຈົ້າກໍຄວນກັບເມື່ອເຮືອນໃຫ້ໄວເທົ່າທີ່ເປັນໄປໄດ້ ແລະ ເຊົາວຸ້ນຍາຍໃນເຮືອນຂອງພຣະເຈົ້າ. ຖ້າເຈົ້າປະຕິເສດແມ່ນແຕ່ໜ້າທີ່ທີ່ນ້ອຍທີ່ສຸດ ແລະ ພຽງແຕ່ຕ້ອງເອົາປຽບໃນເຮືອນຂອງພຣະເຈົ້າ, ເຈົ້າແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈບໍ? ໃນມຸມມອງຂອງເຮົາ, ຄົນເຊັ່ນີ້ແມ່ນຜູ້ບໍ່ເຊື່ອ, ບໍ່ຕ່າງຫຍັງຈາກຜູ້ບໍ່ເຊື່ອ. ພວກເຂົາເບິ່ງໜ້າສະອິດສະເອືອນ! ຖ້າເຈົ້າປາຖະໜາທີ່ຈະເຊື່ອໃນພຣະເຈົ້າ, ຈົ່ງເຮັດຢ່າງຖືກຕ້ອງ ຫຼື ບໍ່ເຮັດມັນເລີຍ. ຄວາມເຊື່ອໃນພຣະເຈົ້າແມ່ນດ້ວຍຄວາມສະໝັກໃຈ. ບໍ່ມີໃຜບັງຄັບເຈົ້າ. ຖ້າເຈົ້າບໍ່ສາມາດເຂົ້າໃຈເລື່ອງນ້ອຍໆນີ້, ມີຫຍັງໃຫ້ເວົ້າຕື່ມອີກກ່ຽວກັບຄວາມເຊື່ອໃນພຣະເຈົ້າ? ເຮືອນຂອງພຣະເຈົ້າບໍ່ຕ້ອງການສິ່ງເສດເຫຼືອ. ເຮືອນຂອງພຣະເຈົ້າບໍ່ແມ່ນສະຖານີກອບກູ້. ຜູ້ທີ່ຂາດແມ່ນແຕ່ການຍອມຮັບຄວາມຈິງທີ່ງ່າຍທີ່ສຸດຈະຖືກຂັບໄລ່ອອກ ແລະ ຖືກກຳຈັດ! ຄວາມຈິງປົກຄອງໃນເຮືອນຂອງພຣະເຈົ້າ. ຖ້າບຸກຄົນໃດພະຍາຍາມເຮັດສິ່ງທີ່ໄຮ້ສາລະ ຫຼື ກໍ່ໃຫ້ເກີດການກີດຂວາງ ຫຼື ການລົບກວນ, ພວກເຂົາຕ້ອງຖືກກຳຈັດ ແລະ ຂັບໄລ່ອອກຢ່າງສົມບູນ.
7. ໃນພາລະກິດ ແລະ ເລື່ອງໃນຄຣິຕະຈັກ ນອກຈາກການເຊື່ອຟັງພຣະເຈົ້າແລ້ວ, ໃຫ້ປະຕິບັດຕາມຄໍາສັ່ງຂອງຄົນທີ່ພຣະວິນຍານບໍລິສຸດໃຊ້ໃນທຸກສິ່ງ. ແມ່ນແຕ່ການລະເມີດກົດລະບຽບພຽງແຕ່ໜ້ອຍດຽວກໍ່ບໍ່ສາມາດຍອມຮັບໄດ້. ໃຫ້ເດັດຂາດໃນການປະຕິບັດຂອງເຈົ້າ ແລະ ບໍ່ຕ້ອງວິເຄາະສິ່ງທີ່ຖືກ ຫຼື ຜິດ; ສິ່ງທີ່ຖືກ ຫຼື ຜິດບໍ່ກ່ຽວຫຍັງກັບເຈົ້າ. ເຈົ້າຕ້ອງເຮັດໃຫ້ຕົນເອງສົນໃຈກັບຄວາມເຊື່ອຟັງຢ່າງສົມບູນເທົ່ານັ້ນ.
ເຈົ້າຕ້ອງຮັບຟັງ ແລະ ເຊື່ອຟັງຊາຍທີ່ພຣະວິນຍານບໍລິສຸດໃຊ້ ບໍ່ວ່າເພິ່ນເວົ້າ ຫຼື ເຮັດຫຍັງກໍຕາມ. ຈົ່ງເຮັດສິ່ງທີ່ເຈົ້າຖືກບອກໃຫ້ເຮັດ, ໃນທາງທີ່ເຈົ້າຖືກບອກໃຫ້ເຮັດມັນ. ຢ່າເວົ້າວ່າ “ພຣະເຈົ້າຮູ້ບໍ? ຂ້ອຍຕ້ອງຖາມພຣະເຈົ້າ”. ບໍ່ຈຳເປັນຕ້ອງຖາມ, ຈົ່ງເຮັດສິ່ງທີ່ຊາຍທີ່ພຣະວິນຍານບໍລິສຸດໃຊ້ບອກເຈົ້າໃຫ້ເຮັດ. ເຈົ້າເຂົ້າໃຈບໍ? ບໍ່ຈຳເປັນຕ້ອງເວົ້າຕື່ມອີກກ່ຽວກັບສິ່ງນີ້. ພວກເຈົ້າຄວນເຂົ້າໃຈສິ່ງນີ້ໄດ້ຢ່າງຊັດເຈນໄດ້ແລ້ວ.
8. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນເຊື່ອຟັງພຣະເຈົ້າ ແລະ ນະມັດສະການພຣະອົງ. ຢ່າສັນລະເສີນ ຫຼື ນັບຖືບຸກຄົນໃດໜຶ່ງ; ຢ່າວາງພຣະເຈົ້າໄວ້ທີໜຶ່ງ, ຜູ້ຄົນທີ່ເຈົ້າເຄົາລົບມາເປັນທີສອງ ແລະ ຕົນເອງເປັນທີສາມ. ບໍ່ມີຜູ້ໃດຄູ່ຄວນທີ່ຈະມີຕໍາແໜ່ງໃນຫົວໃຈຂອງເຈົ້າ ແລະ ເຈົ້າບໍ່ຄວນພິຈາລະນາໃຫ້ຄົນອື່ນ ໂດຍສະເພາະຄົນທີ່ເຈົ້າເຄົາລົບ ມີຄວາມເທົ່າທຽມກັບພຣະເຈົ້າ ຫຼື ສະເໝີພາບກັບພຣະອົງ. ພຣະເຈົ້າແມ່ນຈະບໍ່ຍອມທົນຕໍ່ສິ່ງນີ້.
ບາງຄົນສາມາດກະໂດດຂ້າມກຸ່ມ ແລະ ດຶງດູດຄົນອື່ນໄດ້ເປັນພິເສດ. ໃຜກໍຕາທີ່ພວກເຂົາເຫັນເຮົາຊົມເຊີຍ, ປະຕິບັດຕໍ່ດີ ຫຼື ໃຊ້ເວລາໂອ້ລົມນຳເລື້ອຍໆ, ພວກເຂົາກໍເຮັດໃຫ້ມັນເປັນຈຸດທີ່ດຶງດູດຫາພວກເຂົາ. ແນວຄວາມຄິດໄດ້ກໍ່ໂຕຂຶ້ນໃນຈິດໃຈຂອງພວກເຂົາ: ບັດນີ້ພຣະເຈົ້າມີອ້າຍຄົນນີ້ມາ ແລະ ຫຼັງຈາກນັ້ນກໍມີນ້ອງສາວພິເສດຄົນນີ້ມາຕາມຫຼັງພວກເຂົາ. ຢ່າເກັບເຊື່ອງການລຽງລຳດັບຊັ້ນໄວ້ໃນໃຈ: ພຣະເຈົ້າຕ້ອງມາກ່ອນ, ສ່ວນຄົນແມ່ນທີສອງ, ສາມ ຫຼື ສີ່.... ການຈັດອັນດັບດັ່ງກ່າວມີປະໂຫຍດຫຍັງບໍ? ນີ້ບໍ່ແມ່ນຄ້າຍຄືສານຈັກກະພັດ, ບ່ອນທີ່ຈັກກະພັດເປັນອັນດັບໜຶ່ງ, ນາຍົກລັດຖະມົນຕີເປັນຜູ້ທີສອງ ແລະເຈົ້າໜ້າທີ່ອີກຄົນໜຶ່ງເປັນຜູ້ທີສາມບໍ? ບໍ່ມີອັນດັບດັ່ງກ່າວໃນເຮືອນຂອງພຣະເຈົ້າ, ມີພຽງພຣະເຈົ້າ ແລະ ຄົນທີ່ຖືກເລືອກຂອງພຣະເຈົ້າ ແລະ ຄົນທີ່ຖືກເລືອກຂອງພຣະເຈົ້າຄວນເຊື່ອຟັງ ແລະ ນະມັດສະການແຕ່ພຣະເຈົ້າເທົ່ານັ້ນ! ຄວາມຈິງແລ້ວ, ພວກເຈົ້າທຸກຄົນເທົ່າທຽມກັນ. ບໍ່ວ່າພວກເຈົ້າຍອມຮັບພຣະເຈົ້າກ່ອນ ຫຼື ພາຍຫຼັງ ແລະ ບໍ່ວ່າເພດ, ອາຍຸ ຫຼື ຄວາມສາມາດຂອງພວກເຈົ້າເປັນແນວໃດກໍຕາມ, ພວກເຈົ້າທຸກຄົນເທົ່າທຽມກັນຢູ່ຕໍ່ໜ້າພຣະເຈົ້າ. ຢ່ານະມັດສະການຄົນ ແລະ ຢ່າຄິດເຖິງເຈົ້າເອງຫຼາຍເກີນໄປ. ຢ່າສ້າງອັນດັບ ຫຼື ລຳດັບຊັ້ນ. ຖ້າເຈົ້າສ້າງ, ມັນພິສູດວ່າສິ່ງທີ່ຢູ່ໃນໃຈຂອງເຈົ້າໄດ້ຖືກປົນເປື້ອນດ້ວຍແນວຄວາມຄິດ ແລະ ຈິນຕະນາການຫຼາຍຢ່າງຂອງມະນຸດ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງມີແນວໂນ້ມທີ່ຈະລະເມີດດຳລັດຕ່າງໆ.
9. ຮັກສາຄວາມຄິດຂອງເຈົ້າໃຫ້ຢູ່ກ່ຽວກັບວຽກງານຂອງຄຣິດຕະຈັກ. ປະຖິ້ມຄວາມຄາດຫວັງສໍາລັບເນື້ອໜັງຂອງເຈົ້າເອງ, ເດັດຂາດກັບເລື່ອງຄອບຄົວ, ອຸທິດຕົນໝົດໃຈຕໍ່ພາລະກິດຂອງພຣະເຈົ້າ ແລະ ວາງພາລະກິດຂອງພຣະເຈົ້າເປັນທີໜຶ່ງ ແລະ ຊີວິດຂອງເຈົ້າເປັນທີສອງ. ນີ້ຄືການປະພຶດທີ່ດີຂອງໄພ່ພົນ.
10. ຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອ (ລູກຂອງເຈົ້າ, ຜົວ ຫຼື ເມຍຂອງເຈົ້າ, ເອື້ອຍນ້ອງຂອງເຈົ້າ ຫຼື ພໍ່ແມ່ຂອງເຈົ້າ ແລະ ຄົນອື່ນໆ) ບໍ່ຄວນຖືກບັງຄັບໃຫ້ເຂົ້າຮ່ວມຄຣິດຕະຈັກ. ຄົວເຮືອນຂອງພຣະເຈົ້າມີຈໍານວນສະມາຊິກບໍ່ໜ້ອຍ ແລະ ບໍ່ມີຄວາມຈໍາເປັນທີ່ຈະຕ້ອງເພີ່ມຈໍານວນຄົນທີ່ບໍ່ມີປະໂຫຍດ. ບໍ່ຄວນນໍາພາຜູ້ຄົນທີ່ບໍ່ເຊື່ອຢ່າງເຕັມໃຈເຂົ້າມາໃນຄຣິດຕະຈັກ. ບົດບັນຍັດນີ້ແມ່ນແນໃສ່ທຸກຄົນ. ພວກເຈົ້າຄວນກວດກາ, ຕິດຕາມ ແລະ ເຕືອນກັນກ່ຽວກັບເລື່ອງນີ້; ບໍ່ມີຜູ້ໃດອາດລະເມີດບົດບັນຍັດ. ແມ່ນແຕ່ເມື່ອຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອໄດ້ເຂົ້າໄປໃນຄຣິດຕະຈັກຢ່າງບໍ່ເຕັມໃຈ, ພວກເຂົາກໍບໍ່ຄວນໄດ້ຮັບໜັງສື ຫຼື ໄດ້ຮັບຊື່ໃໝ່; ຄົນດັ່ງກ່າວບໍ່ແມ່ນຄົນໃນຄົວເຮືອນຂອງພຣະເຈົ້າ ແລະ ທາງເຂົ້າສູ່ຄຣິດຕະຈັກຕ້ອງຖືກຫ້າມດ້ວຍທຸກວິທີທາງທີ່ຈຳເປັນ. ຖ້າເກີດບັນຫາຕໍ່ຄຣິດຕະຈັກເນື່ອງຈາກການບຸກລຸກຂອງມານຮ້າຍ, ແລ້ວເຈົ້າເອງກໍ່ຈະຖືກຂັບໄລ່ອອກ ຫຼື ເຮັດໃຫ້ມີຂໍ້ຈຳກັດຕໍ່ເຈົ້າ. ສະຫຼຸບກໍ່ຄື ທຸກຄົນມີຄວາມຮັບຜິດຊອບໃນເລື່ອງນີ້, ເຈົ້າບໍ່ຄວນປະໝາດ ຫຼື ບໍ່ຄວນໃຊ້ມັນເພື່ອເປັນການແກ້ແຄ້ນສ່ວນຕົວ.
ສິ່ງເຫຼົ່ານີ້ແມ່ນສິບດຳລັດການບໍລິຫານຂອງພຣະເຈົ້າທີ່ຜູ້ທີ່ຖືກເລືອກຂອງພຣະເຈົ້າຕ້ອງປະຕິບັດຕາມໃນຍຸກແຫ່ງອານາຈັກ. ຈົ່ງຈື່ພວກມັນທັງໝົດເອົາໄວ້.
ທ້າຍປີ 1995