ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ (ພາກທີໜຶ່ງ)

ພາລະກິດທັງໝົດທີ່ດໍາເນີນມາຫຼາຍກວ່າຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ ໂດຍອີງຕາມສະຖານະການໂດຍລວມຂອງໂລກ ແລະ ຕາມແນວໂນ້ມການພັດທະນາຂອງມະນຸດໂດຍລວມ; ພາລະກິດແຫ່ງການຄຸ້ມຄອງກໍພຽງແຕ່ປ່ຽນແປງຕາມນັ້ນເທື່ອລະໜ້ອຍ. ທັງໝົດບໍ່ໄດ້ມີການວາງແຜນໄວ້ໃນຕອນທີ່ເລີ່ມຕົ້ນຂອງການສ້າງ. ກ່ອນທີ່ໂລກຈະຖືກສ້າງຂຶ້ນ ຫຼື ຫຼັງຈາກທີ່ໄດ້ຖືກສ້າງຂຶ້ນໃນບໍ່ດົນ, ພຣະເຢໂຮວາຍັງບໍ່ໄດ້ວາງແຜນຂັ້ນຕອນທໍາອິດຂອງພາລະກິດ, ຂັ້ນຕອນແຫ່ງພຣະບັນຍັດ; ຂັ້ນຕອນທີສອງຂອງພາລະກິດ ແມ່ນຂັ້ນຕອນແຫ່ງພຣະຄຸນ; ຫຼື ຂັ້ນຕອນທີສາມຂອງພາລະກິດ ແມ່ນຂັ້ນຕອນແຫ່ງການເອົາຊະນະ, ເຊິ່ງພຣະອົງຈະເລີ່ມຕົ້ນດ້ວຍເຊື້ອສາຍຂອງໂມອາບກ່ອນ ແລະ ຜ່ານວິທີການນີ້ ພຣະອົງຈະເອົາຊະນະຈັກກະວານທັງປວງ. ຫຼັງຈາກທີ່ໄດ້ສ້າງແຜ່ນດິນໂລກ ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ ຫຼື ພຣະອົງບໍ່ໄດ້ກ່າວພຣະທໍາເຫຼົ່ານີ້ຫຼັງຈາກໂມອາບ; ແນ່ນອນກ່ອນໜ້າໂລດ ພຣະອົງກໍບໍ່ເຄີຍກ່າວພຣະທໍາເຫຼົ່ານີ້. ພາລະກິດທັງໝົດຖືກປະຕິບັດຢ່າງເປັນທໍາມະຊາດ. ນີ້ແມ່ນວິທີທີ່ພາລະກິດແຫ່ງການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ພັດທະນາ; ກ່ອນສ້າງໂລກ ພຣະອົງຈະເຄີຍຂຽນແຜນການດັ່ງກ່າວຂຶ້ນເປັນຮູບຮ່າງຄືກັບ “ຕາຕະລາງສະຫຼຸບສໍາລັບການພັດທະນາຂອງມະນຸດຊາດ”. ໃນພາລະກິດຂອງພຣະເຈົ້າ, ພຣະອົງສະແດງສິ່ງທີ່ພຣະອົງເປັນໂດຍກົງ; ພຣະອົງບໍ່ໄດ້ພະຍາຍາມຄິດຢ່າງໜັກເພື່ອສ້າງແຜນການຂຶ້ນ. ແນ່ນອນ ຜູ້ປະກາດພຣະທໍາຈຳນວນເລັກນ້ອຍຄົນໄດ້ກ່າວຄໍາທໍານາຍອັນຍິ່ງໃຫຍ່ຫຼາຍຢ່າງ ແຕ່ມັນກໍຍັງບໍ່ສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນໜຶ່ງໃນການວາງແຜນການທີ່ຊັດເຈນຢູ່ສະເໝີ; ຄໍາທໍານາຍເຫຼົ່ານັ້ນຖືກສ້າງຂຶ້ນຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ. ພາລະກິດທັງໝົດທີ່ພຣະອົງປະຕິບັດ ແມ່ນພາລະກິດທີ່ແທ້ຈິງທີ່ສຸດ. ພຣະອົງດໍາເນີນພາລະກິດຂອງພຣະອົງຕາມການພັດທະນາໃນແຕ່ລະຍຸກສະໄໝ ແລະ ອີງພາລະກິດນັ້ນຕາມວິທີທີ່ສິ່ງຕ່າງໆປ່ຽນແປງ. ສໍາລັບພຣະອົງແລ້ວ, ການດໍາເນີນພາລະກິດແມ່ນຄ້າຍຄືກັບການຈັດຢາເພື່ອປິ່ນປົວຄວາມເຈັບປ່ວຍ; ໃນຂະນະທີ່ປະຕິບັດພາລະກິດຂອງພຣະອົງ, ພຣະອົງສັງເກດການ ແລະ ສືບຕໍ່ພາລະກິດຂອງພຣະອົງຕາມການສັງເກດການຂອງພຣະອົງ. ໃນທຸກຂັ້ນຕອນ ຂອງພາລະກິດຂອງພຣະອົງ, ພຣະເຈົ້າແມ່ນສາມາດສະແດງສະຕິປັນຍາອັນອຸດົມສົມບູນ ແລະ ອໍານາດຂອງພຣະອົງ; ພຣະອົງເປີດເຜີຍສະຕິປັນຍາອັນຫຼວງຫຼາຍ ແລະ ອໍານາດຂອງພຣະອົງ ຕາມພາລະກິດຂອງຍຸກສະໄໝໃດໜຶ່ງ ແລະ ອະນຸຍາດໃຫ້ທຸກຄົນທີ່ພຣະອົງໄດ້ນໍາກັບຄືນມາໃນຍຸກເຫຼົ່ານີ້ໄດ້ເຫັນອຸປະນິໄສທັງໝົດຂອງພຣະອົງ. ພຣະອົງສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນຕາມພາລະກິດທີ່ຕ້ອງໄດ້ເຮັດໃນແຕ່ລະຍຸກ ໂດຍປະຕິບັດພາລະກິດໃດກໍຕາມທີ່ພຣະອົງຄວນປະຕິບັດ. ພຣະອົງສະໜອງໃຫ້ແກ່ຜູ້ຄົນດ້ວຍສິ່ງທີ່ພວກເຂົາຕ້ອງການ ໂດຍອີງຕາມລະດັບຂອງຄວາມເສື່ອມຊາມທີ່ຊາຕານໄດ້ເຮັດຕໍ່ພວກເຂົາ. ເມື່ອພຣະເຢໂຮວາສ້າງອາດາມ ແລະ ເອວາໃນເບື້ອງຕົ້ນ ມັນເປັນຄືກັບວ່າພຣະອົງເຮັດແບບນັ້ນເພື່ອເຮັດໃຫ້ພວກເຂົາສາມາດສະແດງເຖິງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ ແລະ ເພື່ອວ່າພວກເຂົາຈະສາມາດເປັນພະຍານຂອງພຣະເຈົ້າໃນທ່າມກາງການຊົງສ້າງ. ເຖິງຢ່າງໃດກໍຕາມ ເອວາໄດ້ເຮັດບາບຫຼັງຈາກຖືກລໍ້ລວງດ້ວຍງູ ແລະ ອາດາມກໍໄດ້ເຮັດບາບເຊັ່ນກັນ; ຢູ່ໃນສວນ ພວກເຂົາທັງສອງໄດ້ກິນໝາກໄມ້ຈາກຕົ້ນໄມ້ທີ່ເຮັດໃຫ້ຮູ້ຈັກດີ ແລະ ຊົ່ວ. ດ້ວຍເຫດນັ້ນ, ພຣະເຢໂຮວາຈຶ່ງໄດ້ມີພາລະກິດເພີ່ມເຕີມທີ່ຕ້ອງປະຕິບັດໃນພວກເຂົາ. ເມື່ອເຫັນພວກເຂົາເປືອຍກາຍ, ພຣະອົງກໍປົກປິດຮ່າງກາຍຂອງພວກເຂົາດ້ວຍເສື້ອຜ້າທີ່ເຮັດຈາກໜັງສັດ. ຫຼັງຈາກນັ້ນ, ພຣະອົງກໍໄດ້ກ່າວຕໍ່ອາດາມວ່າ: “ຍ້ອນເຈົ້າໄດ້ຟັງຄວາມເມຍເຈົ້າ ແລະ ໄດ້ກິນຈາກຕົ້ນໄມ້ນັ້ນ ເຊິ່ງເຮົາໄດ້ສັ່ງຫ້າມເຈົ້າແລ້ວ ໂດຍກ່າວວ່າ ເຈົ້າຕ້ອງບໍ່ກິນຈາກຕົ້ນໄມ້ນັ້ນ: ແຜ່ນດິນຈະຖືກສາບແຊ່ງຍ້ອນເຈົ້າ... ຈົນກວ່າເຈົ້າຄືນໄປສູ່ດິນ; ຍ້ອນເຈົ້າກໍມາຈາກດິນ: ເຈົ້າຖືກສ້າງຈາກດິນ ແລະ ເຈົ້າຈະກັບຄືນໄປເປັນດິນອີກ”. ພຣະອົງໄດ້ກ່າວກັບຜູ້ຍິງວ່າ: “ເຮົາຈະເພີ່ມທະວີຄວາມເຈັບປວດຂອງເຈົ້າ ແລະ ຄວາມຫຍຸ້ງຍາກໃນການຕັ້ງທ້ອງເປັນຢ່າງຍິ່ງ; ເຈົ້າຈະເກີດລູກດ້ວຍຄວາມເຈັບປວດ; ຄວາມປາຖະໜາຂອງເຈົ້າຈະຕ້ອງເປັນຜົວຂອງເຈົ້າ ແລະ ລາວຈະປົກຄອງເຈົ້າເອງ”. ຫຼັງຈາກນັ້ນເປັນຕົ້ນມາ ພຣະອົງກໍໄດ້ເນລະເທດພວກເຂົາອອກຈາກສວນເອເດນ ແລະ ເຮັດໃຫ້ພວກເຂົາດໍາລົງຊີວິດຢູ່ນອກສວນ ຄືກັບດຽວນີ້ທີ່ມະນຸດສະໄໝໃໝ່ອາໄສຢູ່ເທິງແຜ່ນດີນໂລກ. ເມື່ອພຣະເຈົ້າສ້າງມະນຸດໃນຕອນເລີ່ມຕົ້ນ, ມັນບໍ່ແມ່ນແຜນການຂອງພຣະອົງທີ່ຈະປ່ອຍໃຫ້ມະນຸດຖືກລໍ້ລວງດ້ວຍງູຫຼັງຈາກທີ່ຖືກສ້າງຂຶ້ນ ແລະ ສາບແຊ່ງມະນຸດ ແລະ ງູໃນພາຍຫຼັງ. ໃນຄວາມຈິງແລ້ວ ພຣະອົງບໍ່ໄດ້ມີແຜນການດັ່ງກ່າວເລີຍ; ມັນເປັນພຽງການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະອົງຕ້ອງມີພາລະກິດໃໝ່ເພື່ອປະຕິບັດທ່າມກາງສິ່ງຊົງສ້າງຂອງພຣະອົງ. ຫຼັງຈາກທີ່ພຣະເຢໂຮວາໄດ້ປະຕິບັດພາລະກິດນີ້ທ່າມກາງອາດາມ ແລະ ເອວາຢູ່ເທິງແຜ່ນດິນໂລກ, ມະນຸດຊາດກໍໄດ້ສືບຕໍ່ພັດທະນາເປັນເວລາຫຼາຍພັນປີ ຈົນ: “ພຣະເຢໂຮວາເຫັນວ່າ ຄວາມຊົ່ວຮ້າຍຂອງມະນຸດນັ້ນຍິ່ງໃຫຍ່ຫຼາຍຢູ່ເທິງແຜ່ນດິນໂລກ ແລະ ທຸກສິ່ງທີ່ຈິນຕະນາການມາຈາກຄວາມຄິດຂອງຫົວໃຈຂອງເຂົາເປັນສິ່ງທີ່ຊົ່ວຮ້າຍຢ່າງຕໍ່ເນື່ອງ. ສິ່ງນັ້ນເຮັດໃຫ້ພຣະເຢໂຮວາຮູ້ສຶກເສຍໃຈທີ່ພຣະອົງໄດ້ສ້າງມະນຸດເທິງແຜ່ນດິນໂລກ ແລະ ສິ່ງນັ້ນເຮັດໃຫ້ພຣະອົງໂສກເສົ້າເສຍໃຈໃນຫົວໃຈຂອງພຣະອົງ... ແຕ່ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະເຢໂຮວາ”. ໃນເວລານີ້ ພຣະເຢໂຮວາມີພາລະກິດໃໝ່ຫຼາຍຂຶ້ນໃຫ້ປະຕິບັດ ເພາະວ່າມະນຸດຊາດທີ່ພຣະອົງໄດ້ສ້າງຂຶ້ນ ໄດ້ມີບາບຫຼາຍເກີນໄປຫຼັງຈາກທີ່ຖືກງູລໍ້ລວງ. ຈາກສະຖານະການເຫຼົ່ານີ້, ໃນບັນດາມະນຸດຊາດທັງປວງ ພຣະເຢໂຮວາຈຶ່ງໄດ້ເລືອກຄອບຄົວຂອງໂນອາເພື່ອລະເວັ້ນພວກເຂົາ ແລະ ຫຼັງຈາກນັ້ນພຣະອົງກໍດໍາເນີນພາລະກິດຂອງພຣະອົງໃນການທໍາລາຍໂລກດ້ວຍນ້ຳຖ້ວມ. ມວນມະນຸດຍັງສືບຕໍ່ພັດທະນາໃນລັກສະນະນີ້ຈົນມາຮອດທຸກມື້ນີ້ ໂດຍມີຄວາມເສື່ອມຊາມຫຼາຍຂຶ້ນ ແລະ ເມື່ອເວລາແຫ່ງການພັດທະນາຂອງມະນຸດໄປເຖິງຈຸດສູງສຸດຂອງມັນ, ມັນກໍຈະໝາຍເຖິງຈຸດສິ້ນສຸດຂອງມະນຸດຊາດ. ຈາກຈຸດເລີ່ມຕົ້ນຈົນເຖິງຈຸດສິ້ນສຸດຂອງໂລກ, ຄວາມຈິງພາຍໃນພາລະກິດຂອງພຣະອົງແມ່ນເປັນແບບນີ້ ແລະ ຈະເປັນແບບນີ້ຢູ່ສະເໝີ. ມັນຄືກັນກັບວິທີການ ຈໍາແນກຜູ້ຄົນຕາມປະເພດຂອງພວກເຂົາ; ມັນຫ່າງໄກຈາກຄວາມຈິງທີ່ວ່າແຕ່ລະຄົນໄດ້ຖືກກຳນົດຊະຕາກຳໄວ້ແຕ່ເບື້ອງຕົ້ນເພື່ອຕົກຢູ່ໃນປະເພດໃດໜຶ່ງ; ກົງກັນຂ້າມ ທຸກຄົນຈະຖືກຈັດປະເພດເທື່ອລະໜ້ອຍ ຫຼັງຈາກທີ່ໄດ້ຜ່ານຂະບວນການພັດທະນາເທົ່ານັ້ນ. ໃນທີ່ສຸດ, ຜູ້ໃດກໍຕາມທີ່ບໍ່ສາມາດໄດ້ຮັບຄວາມລອດພົ້ນຢ່າງສົມບູນກໍຈະຖືກສົ່ງກັບໄປຫາ “ບັນພະບຸລຸດ” ຂອງພວກເຂົາ. ບໍ່ມີພາລະກິດໃດຂອງພຣະເຈົ້າທີ່ຢູ່ທ່າມກາງມະນຸດຊາດຖືກກະກຽມໄວ້ໃນຕອນສ້າງໂລກ; ໃນທາງກົງກັນຂ້າມ, ມັນແມ່ນການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະເຈົ້າປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດຊາດເທື່ອລະບາດກ້າວ ແລະ ໃນລັກສະນະທີ່ເປັນຈິງ ແລະ ໃນພາກປະຕິບັດຫຼາຍຂຶ້ນ. ຍົກຕົວຢ່າງ: ພຣະເຢໂຮວາບໍ່ໄດ້ສ້າງງູເພື່ອໃຫ້ມາລໍ້ລວງແມ່ຍິງ; ນັ້ນບໍ່ແມ່ນແຜນການສະເພາະຂອງພຣະອົງ ຫຼື ມັນບໍ່ແມ່ນສິ່ງທີ່ພຣະອົງໄດ້ຕັ້ງໃຈກຳນົດໄວ້ລ່ວງໜ້າ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ນີ້ແມ່ນເຫດການທີ່ບໍ່ໄດ້ຄາດການໄວ້ກ່ອນ. ສະນັ້ນ ມັນເປັນຍ້ອນເຫດນີ້ ພຣະເຢໂຮວາຈຶ່ງໄດ້ຂັບໄລ່ອາດາມ ແລະ ເອວາອອກຈາກສວນເອເດນ ແລະ ສາບານທີ່ຈະບໍ່ສ້າງມະນຸດອີກເລີຍ. ເຖິງຢ່າງໃດກໍຕາມ ຜູ້ຄົນພຽງແຕ່ຄົ້ນພົບສະຕິປັນຍາຂອງພຣະເຈົ້າບົນພື້ນຖານນີ້. ມັນເປັນດັ່ງທີ່ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ວ່າ: “ເຮົາໃຊ້ສະຕິປັນຍາຂອງເຮົາ ໂດຍອີງຕາມກົນອຸບາຍຂອງຊາຕານ”. ບໍ່ວ່າມະນຸດຊາດຈະເສື່ອມຊາມເທົ່າໃດ ຫຼື ງູຈະລໍ້ລວງພວກເຂົາແນວໃດກໍຕາມ, ພຣະເຢໂຮວາກໍຍັງມີສະຕິປັນຍາຂອງພຣະອົງ; ເພາະສະນັ້ນ, ພຣະອົງຈຶ່ງໄດ້ກະທຳພາລະກິດໃໝ່ນັບຕັ້ງແຕ່ທີ່ພຣະອົງໄດ້ສ້າງໂລກ ແລະ ບໍ່ມີບາດກ້າວໃດໃນພາລະກິດນີ້ຖືກເຮັດຊ້ຳຄືນອີກ. ຊາຕານໄດ້ສືບຕໍ່ເຮັດກົນອຸບາຍຢ່າງຕໍ່ເນື່ອງ, ມະນຸດຊາດແມ່ນຖືກເຮັດໃຫ້ເສື່ອມຊາມຢ່າງຕໍ່ເນື່ອງໂດຍຊາຕານ ແລະ ພຣະເຈົ້າເຢໂຮວາກໍໄດ້ດຳເນີນພາລະກິດມີສະຕິປັນຍາຂອງພຣະອົງຢ່າງບໍ່ຢຸດຢັ້ງ. ພຣະອົງບໍ່ເຄີຍລົ້ມເຫຼວ ຫຼື ພຣະອົງກໍບໍ່ເຄີຍຢຸດປະຕິບັດພາລະກິດຂອງພຣະອົງ ນັບຕັ້ງແຕ່ທີ່ໂລກຖືກສ້າງຂຶ້ນ. ຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ມະນຸດເສື່ອມຊາມ, ພຣະອົງກໍໄດ້ສືບຕໍ່ປະຕິບັດພາລະກິດທ່າມກາງພວກເຂົາເພື່ອເອົາຊະນະຊາຕານ, ສັດຕູທີ່ເປັນຕົ້ນກໍາເນີດແຫ່ງຄວາມເສື່ອມຊາມຂອງພວກເຂົາ. ການຕໍ່ສູ້ນີ້ໄດ້ລຸກລາມຕັ້ງແຕ່ຕອນເລີ່ມຕົ້ນ ແລະ ຈະສືບຕໍ່ຈົນເຖິງຕອນສິ້ນສຸດຂອງໂລກ. ໃນການປະຕິບັດພາລະກິດທັງໝົດນີ້, ພຣະເຈົ້າເຢໂຮວາບໍ່ພຽງແຕ່ໄດ້ເຮັດໃຫ້ມະນຸດ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໄດ້ຮັບການລອດພົ້ນທີ່ຍິ່ງໃຫຍ່ຂອງພຣະອົງ, ແຕ່ຍັງໄດ້ເຮັດໃຫ້ພວກເຂົາເຫັນສະຕິປັນຍາ, ລິດທານຸພາບສູງສຸດ ແລະ ສິດອໍານາດຂອງພຣະອົງອີກດ້ວຍ. ຍິ່ງໄປກວ່ານັ້ນ, ໃນທີ່ສຸດ, ພຣະອົງຈະເຮັດໃຫ້ພວກເຂົາໄດ້ເຫັນອຸປະນິໄສອັນຊອບທໍາຂອງພຣະອົງ ໂດຍລົງໂທດຄົນຊົ່ວຮ້າຍ ແລະ ໃຫ້ລາງວັນຄົນດີ. ພຣະອົງໄດ້ຕໍ່ສູ້ກັບຊາຕານຈົນຮອດທຸກມື້ນີ້ ແລະ ບໍ່ເຄີຍເສຍໄຊຈັກເທື່ອ. ນີ້ກໍເພາະວ່າພຣະອົງເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ພຣະອົງໃຊ້ສະຕິປັນຍາຂອງພຣະອົງ ໂດຍອີງຕາມກົນອຸບາຍຂອງຊາຕານ. ດ້ວຍເຫດນີ້, ພຣະເຈົ້າບໍ່ພຽງແຕ່ເຮັດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນຕ້ອງຍອມຕໍ່ສິດອໍານາດຂອງພຣະອົງ, ແຕ່ພຣະອົງຍັງໄດ້ເຮັດໃຫ້ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກນອນຢູ່ໃຕ້ພຣະບາດຂອງພຣະອົງ ແລະ ບໍ່ແມ່ນແຕ່ສໍ່ານັ້ນ, ພຣະອົງຍັງເຮັດໃຫ້ຄົນຊົ່ວຮ້າຍທີ່ບຸກລຸກ ແລະ ຂົ່ມເຫັງມະນຸດຊາດຕົກຢູ່ພາຍໃຕ້ການຂ້ຽນຕີຂອງພຣະອົງ. ຜົນໄດ້ຮັບທັງໝົດຂອງພາລະກິດນີ້ເກີດຂຶ້ນຍ້ອນສະຕິປັນຍາຂອງພຣະອົງ. ພຣະອົງບໍ່ເຄີຍເປີດເຜີຍສະຕິປັນຍາຂອງພຣະອົງກ່ອນທີ່ຈະມີມະນຸດຊາດ ເພາະວ່າພຣະອົງບໍ່ມີສັດຕູຢູ່ເທິງສະຫວັນ, ຢູ່ເທິງແຜ່ນດິນໂລກ ຫຼື ຢູ່ທົ່ວຈັກກະວານທັງປວງ ແລະ ບໍ່ມີກອງກຳລັງອັນມືດມົວທີ່ບຸກລຸກສິ່ງຕ່າງໆທ່າມກາງທຳມະຊາດ. ຫຼັງຈາກທີ່ອັກຄະເທວະດາໄດ້ທໍລະຍົດພຣະອົງ, ພຣະອົງໄດ້ສ້າງມະນຸດຊາດຢູ່ເທິງແຜ່ນດິນໂລກ ແລະ ມັນເປັນຍ້ອນມະນຸດຊາດ ພຣະອົງຈຶ່ງໄດ້ເລີ່ມສົງຄາມພັນປີຂອງພຣະອົງກັບຊາຕານ ແລະ ກັບອັກຄະເທວະດາ ເຊິ່ງເປັນສົງຄາມທີ່ເພີ່ມທະວີຄວາມຮຸນແຮງຂຶ້ນໃນທຸກຂັ້ນຕອນທີ່ຕໍ່ມາ. ລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງແມ່ນມີຢູ່ໃນແຕ່ລະຂັ້ນຕອນເຫຼົ່ານີ້. ພຽງແຕ່ເມື່ອນັ້ນ ທຸກສິ່ງທຸກຢ່າງທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກຈຶ່ງສາມາດເປັນພະຍານເຖິງສະຕິປັນຍາຂອງພຣະເຈົ້າ, ລິດທານຸພາບສູງສຸດ ແລະ ໂດຍສະເພາະແມ່ນຄວາມເປັນຈິງຂອງພຣະເຈົ້າ. ພຣະອົງຍັງດໍາເນີນພາລະກິດຂອງພຣະອົງໃນລັກສະນະທີ່ເປັນຈິງນີ້ຈົນເຖິງປັດຈຸບັນ; ນອກຈາກນັ້ນ, ໃນຂະນະທີ່ພຣະອົງດໍາເນີນພາລະກິດຂອງພຣະອົງ, ພຣະອົງຍັງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງ. ພຣະອົງອະນຸຍາດໃຫ້ພວກເຈົ້າເຫັນຄວາມຈິງພາຍໃນແຕ່ລະຂັ້ນຕອນຂອງພາລະກິດ, ເຫັນເຖິງການອະທິບາຍກ່ຽວກັບລິດທານຸພາບຂອງພຣະເຈົ້າແທ້ໆ ແລະ ຍິ່ງໄປກວ່ານັ້ນກໍເຫັນເຖິງການອະທິບາຍຢ່າງເດັດຂາດຂອງຄວາມເປັນຈິງຂອງພຣະເຈົ້າ.

ກ່ຽວກັບການທໍລະຍົດຂອງຄົນຢູດາຕໍ່ພຣະເຢຊູ, ບາງຄົນຄິດວ່າ: ສິ່ງນີ້ບໍ່ໄດ້ຖືກກຳນົດໄວ້ກ່ອນທີ່ຈະມີການສ້າງໂລກບໍ? ຄວາມຈິງແລ້ວ, ພຣະວິນຍານບໍລິສຸດໄດ້ວາງແຜນນີ້ໄວ້ອີງຕາມຄວາມເປັນຈິງໃນເວລານັ້ນ. ມັນບັງເອີນວ່າ ໄດ້ມີຄົນຜູ້ໜຶ່ງທີ່ຊື່ວ່າ ຢູດາທີ່ພະຍາຍາມຍັກຍອກເງິນຢູ່ຕະຫຼອດ. ດັ່ງນັ້ນ, ບຸກຄົນດັ່ງກ່າວຈຶ່ງໄດ້ຖືກເລືອກໃຫ້ຫຼິ້ນບົດບາດນີ້ ແລະ ເປັນຜູ້ຮັບໃຊ້ໃນທາງນີ້. ນີ້ແມ່ນຕົວຢ່າງທີ່ແທ້ຈິງຂອງການນໍາໃຊ້ຊັບພະຍາກອນພາຍໃນ. ທໍາອິດພຣະເຢຊູບໍ່ຮູ້ເລື່ອງນີ້; ພຣະອົງພຽງແຕ່ຮູ້ກ່ຽວກັບມັນຫຼັງຈາກທີ່ຢູດາຖືກເປີດເຜີຍ. ຖ້າຄົນອື່ນສາມາດຫຼິ້ນບົດບາດນີ້ໄດ້, ຄົນນັ້ນກໍອາດຈະໄດ້ເຮັດບົດບາດນີ້ແທນຢູດາ. ສິ່ງທີ່ຖືກກໍານົດໄວ້ນັ້ນ ໃນຄວາມເປັນຈິງແລ້ວ ແມ່ນສິ່ງທີ່ພຣະວິນຍານບໍລິສຸດໄດ້ເຮັດໃນເວລານັ້ນ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດແບບທໍາມະຊາດສະເໝີ; ພຣະອົງສາມາດວາງແຜນພາລະກິດຂອງພຣະອົງໃນເວລາໃດກໍໄດ້ ແລະ ດໍາເນີນແຜນການນັ້ນໃນເວລາໃດກໍໄດ້. ເປັນຫຍັງເຮົາຈຶ່ງເວົ້າຢູ່ຕະຫຼອດວ່າ ພາລະກິດຂອງພຣະວິນຍານບໍລິສຸດຄືຄວາມເປັນຈິງ, ໃໝ່ສະເໝີ, ບໍ່ເຄີຍເກົ່າ ແລະ ສົດໃສທີ່ສຸດຕະຫຼອດ? ພາລະກິດຂອງພຣະອົງບໍ່ໄດ້ຖືກວາງແຜນໄວ້ໃນເວລາທີ່ໂລກຖືກສ້າງຂຶ້ນ; ນັ້ນບໍ່ແມ່ນສິ່ງທີ່ເກີດຂຶ້ນເລີຍ! ທຸກຂັ້ນຕອນຂອງພາລະກິດແມ່ນເຮັດເພື່ອບັນລຸຜົນທີ່ຖືກຕ້ອງສໍາລັບເວລານັ້ນ ແລະ ຂັ້ນຕອນຕ່າງໆກໍບໍ່ຂັດຂວາງກັນ ແລະ ກັນ. ມີຫຼາຍຄັ້ງທີ່ແຜນການທີ່ຢູ່ໃນຫົວໃຈຂອງເຈົ້າບໍ່ສາມາດທຽບເທົ່າກັບພາລະກິດຫຼ້າສຸດຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະອົງບໍ່ງ່າຍດາຍຄືກັບທີ່ມະນຸດຄິດ ແລະ ມັນກໍບໍ່ຊັບຊ້ອນເທົ່າກັບທີ່ມະນຸດຈິນຕະນາການ; ມັນປະກອບດ້ວຍການສະໜອງຜູ້ຄົນໃນເວລາ ແລະ ສະຖານທີ່ໃດກໍໄດ້ຕາມຄວາມຕ້ອງການຂອງພວກເຂົາໃນປັດຈຸບັນ. ບໍ່ມີໃຜທີ່ຈະມີຄວາມຊັດເຈນກ່ຽວກັບແກ່ນແທ້ຂອງມະນຸດຄືພຣະອົງ ແລະ ຍ້ອນເຫດຜົນນີ້ຈຶ່ງບໍ່ມີສິ່ງໃດສາມາດມີຄວາມແທດເໝາະກັບຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນຄືກັບພາລະກິດຂອງພຣະອົງ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ພາລະກິດຂອງພຣະອົງຈຶ່ງເບິ່ງຄືກັບວ່າໄດ້ມີການວາງແຜນໄວ້ເປັນເວລາຫຼາຍພັນປີມາແລ້ວ. ໃນຂະນະທີ່ພຣະອົງປະຕິບັດພາລະກິດທ່າມກາງພວກເຈົ້າໃນປັດຈຸບັນ, ໃນຂະນະທີ່ກໍາລັງປະຕິບັດ ແລະ ກ່າວ ແລະ ເຝົ້າເບິ່ງສະພາບທີ່ພວກເຈົ້າເປັນ, ພຣະອົງກໍຈະມີພຣະທໍາທີ່ເໝາະສົມເພື່ອກ່າວຕໍ່ທຸກສະພາບການອີງຕາມຄວາມຕ້ອງການຂອງພວກເຈົ້າ. ຍົກຕົວຢ່າງຂັ້ນຕອນທໍາອິດຂອງພາລະກິດຂອງພຣະອົງ ເຊັ່ນ: ເວລາຂອງການຂ້ຽນຕີ. ຫຼັງຈາກນັ້ນ ພຣະເຈົ້າໄດ້ດໍາເນີນພາລະກິດຂອງພຣະອົງອີງຕາມສິ່ງທີ່ຜູ້ຄົນໄດ້ສະແດງອອກມາ, ການຕໍ່ຕ້ານຂອງພວກເຂົາ, ສະພາບທາງບວກ ແລະ ສະພາບທາງລົບທີ່ເກີດຂຶ້ນຈາກພວກເຂົາ, ເຊັ່ນດຽວກັນກັບຂີດຈໍາກັດຕໍ່າສຸດ ທີ່ຜູ້ຄົນຈະລົ້ມລົງ ເມື່ອສະພາບທາງລົບມາເຖິງຈຸດໃດໜຶ່ງ ແລະ ພຣະອົງຊົງຍຶດເອົາສິ່ງເຫຼົ່ານີ້ເພື່ອບັນລຸຜົນສໍາເລັດທີ່ດີກວ່າຈາກພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະອົງປະຕິບັດພາລະກິດຂອງພຣະອົງອີງຕາມສະພາບການໃນປັດຈຸບັນຂອງພວກເຂົາ; ພຣະອົງດໍາເນີນທຸກຂັ້ນຕອນຂອງພາລະກິດຂອງພຣະອົງອີງຕາມສະພາບການຕົວຈິງຂອງຜູ້ຄົນ. ສິ່ງຊົງສ້າງທັງໝົດແມ່ນຢູ່ໃນກໍາມືຂອງພຣະອົງ; ແລ້ວພຣະອົງຈະບໍ່ສາມາດຮູ້ຈັກສິ່ງເຫຼົ່ານັ້ນບໍ? ພຣະເຈົ້າດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດທີ່ຄວນເຮັດ ຢູ່ໃນເວລາ ແລະ ສະຖານທີ່ໃດກໍໄດ້ອີງຕາມສະພາບການຂອງຜູ້ຄົນ. ບໍ່ມີທາງທີ່ພາລະກິດດັ່ງກ່າວນີ້ໄດ້ຖືກວາງແຜນໄວ້ກ່ອນລ່ວງໜ້າເປັນເວລາຫຼາຍພັນປີ; ນັ້ນແມ່ນຄວາມຄິດຂອງມະນຸດ! ພຣະອົງປະຕິບັດພາລະກິດໃນຂະນະທີ່ພຣະອົງສັງເກດເບິ່ງຜົນຂອງພາລະກິດຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນມີຄວາມເລິກເຊິ່ງ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ; ແຕ່ລະຄັ້ງ ຫຼັງຈາກໄດ້ສັງເກດເບິ່ງຜົນໄດ້ຮັບຈາກພາລະກິດຂອງພຣະອົງ, ພຣະອົງກໍດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະອົງໃຊ້ຫຼາຍສິ່ງຫຼາຍຢ່າງເພື່ອການປ່ຽນແປງເທື່ອລະໜ້ອຍ ແລະ ເພື່ອເຮັດໃຫ້ຜູ້ຄົນສາມາດແນມເຫັນພາລະກິດໃໝ່ຂອງພຣະອົງຕາມການເວລາ. ການເຮັດພາລະກິດແບບນີ້ສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນ ເພາະວ່າພຣະເຈົ້າຮູ້ຈັກຜູ້ຄົນດີ. ນີ້ແມ່ນວິທີທີ່ພຣະອົງດໍາເນີນພາລະກິດຂອງພຣະອົງຈາກສະຫວັນ. ໃນທໍານອງດຽວກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍໄດ້ກະທຳພາລະກິດຂອງພຣະອົງດ້ວຍວິທີນີ້ເຊັ່ນກັນ ໂດຍຈັດແຈງ ແລະ ປະຕິບັດພາລະກິດທ່າມກາງມະນຸດອີງຕາມສະພາບການຕົວຈິງ. ບໍ່ໄດ້ມີການຈັດແຈງພາລະກິດຂອງພຣະອົງກ່ອນການສ້າງໂລກ ແລະ ບໍ່ມີການວາງແຜນໄວ້ລ່ວງໜ້າຢ່າງລະອຽດ. ຫຼັງຈາກໂລກນີ້ຖືກສ້າງຂຶ້ນໄດ້ສອງພັນປີ, ພຣະເຢໂຮວາເຫັນວ່າ ມະນຸດໄດ້ເສື່ອມຊາມຫຼາຍຈົນພຣະອົງໄດ້ໃຊ້ປາກຂອງຜູ້ປະກາດພຣະທໍາເອຊາຢາເພື່ອທໍານາຍວ່າ ພາຍຫຼັງຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ, ພຣະເຢໂຮວາຈະດໍາເນີນພາລະກິດເພື່ອໄຖ່ບາບໃຫ້ກັບມະນຸດຊາດໃນຍຸກຂອງພຣະຄຸນ. ນີ້ແມ່ນແຜນການຂອງພຣະເຢໂຮວາ, ແນ່ນອນ ແຜນການນີ້ແມ່ນໄດ້ສ້າງຂຶ້ນອີງຕາມສະພາບການທີ່ພຣະອົງໄດ້ສັງເກດເຫັນໃນເວລານັ້ນເຊັ່ນກັນ; ພຣະອົງບໍ່ໄດ້ຄົ້ນຄິດແຜນການນີ້ທັນທີຫຼັງຈາກໄດ້ສ້າງອາດາມຢ່າງແນ່ນອນ. ເອຊາຢາພຽງແຕ່ທໍານາຍໄວ້, ແຕ່ພຣະເຢໂຮວາບໍ່ໄດ້ກະກຽມພາລະກິດນີ້ໄວ້ໃນຍຸກແຫ່ງພຣະບັນຍັດ; ໃນທາງກົງກັນຂ້າມ, ພຣະອົງເລີ່ມດໍາເນີນພາລະກິດນີ້ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ເມື່ອທູດສະຫວັນໄດ້ປາກົດຢູ່ໃນຄວາມຝັນຂອງໂຢເຊັບເພື່ອໃຫ້ແສງສະຫວ່າງແກ່ລາວດ້ວຍຂ່າວປະເສີດວ່າ ພຣະເຈົ້າຈະກາຍເປັນເນື້ອໜັງ ແລະ ພຽງເມື່ອນັ້ນ ພາລະກິດຂອງການບັງເກີດເປັນມະນຸດຂອງພຣະອົງຈຶ່ງໄດ້ເລີ່ມຕົ້ນຂຶ້ນ. ພຣະເຈົ້າບໍ່ໄດ້ກະກຽມພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະອົງ ຫຼັງຈາກການສ້າງໂລກ ຕາມທີ່ມະນຸດໄດ້ຈິນຕະນາການໄວ້; ມັນພຽງໄດ້ຖືກຕັດສິນອີງຕາມລະດັບການພັດທະນາຂອງມະນຸດ ແລະ ສະຖານະຂອງສົງຄາມຂອງພຣະອົງກັບຊາຕານ.

ເມື່ອພຣະເຈົ້າບັງເກີດເປັນເນື້ອໜັງ, ພຣະວິນຍານຂອງພຣະອົງແມ່ນລົງມາສູ່ມະນຸດ; ເວົ້າອີກຢ່າງກໍຄື ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເຄື່ອງນຸ່ງດ້ວຍເນື້ອໜັງ. ພຣະອົງສະເດັດມາເພື່ອເຮັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ບໍ່ໄດ້ນໍາຂັ້ນຕອນທີ່ຈໍາກັດໃດໜຶ່ງມາກັບພຣະອົງ, ພາລະກິດຂອງພຣະອົງບໍ່ມີຂໍ້ຈໍາກັດຢ່າງແນ່ນອນ. ພາລະກິດທີ່ພຣະວິນຍານບໍລິສຸດເຮັດໃນເນື້ອໜັງແມ່ນຖືກກໍານົດໂດຍຜົນຈາກພາລະກິດຂອງພຣະອົງເຊັ່ນກັນ ແລະ ພຣະອົງຊົງນໍາໃຊ້ສິ່ງດັ່ງກ່າວນີ້ ເພື່ອກໍານົດໄລຍະເວລາໃນການເຮັດພາລະກິດຂອງພຣະອົງໃນຂະນະທີ່ຢູ່ໃນເນື້ອໜັງ. ພຣະວິນຍານບໍລິສຸດເປີດເຜີຍພາລະກິດໃນແຕ່ລະຂັ້ນຕອນຂອງພຣະອົງໂດຍກົງ, ພິຈາລະນາພາລະກິດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດມັນ; ພາລະກິດນີ້ບໍ່ແມ່ນສິ່ງເໜືອທໍາມະຊາດ ທີ່ນອກເໜືອຂອບເຂດຈິນຕະນາການຂອງມະນຸດ. ນີ້ແມ່ນຄ້າຍຄືກັບພາລະກິດຂອງພຣະເຢໂຮວາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ; ພຣະອົງໄດ້ວາງແຜນ ແລະ ເຮັດພາລະກິດໄປພ້ອມໆກັນ. ພຣະອົງໄດ້ແຍກແສງສະຫວ່າງອອກຈາກຄວາມມືດ ແລະ ຕອນເຊົ້າ ແລະ ຕອນຄໍ່າກໍໄດ້ເກີດຂຶ້ນ ເຊິ່ງສິ່ງນີ້ໃຊ້ເວລາພຽງໜຶ່ງມື້. ໃນມື້ທີສອງ ພຣະອົງໄດ້ສ້າງຟ້າ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ; ຫຼັງຈາກນັ້ນ ພຣະອົງກໍສ້າງແຜ່ນດິນໂລກ, ທະເລ ແລະ ສິ່ງມີຊີວິດທີ່ອາໄສຢູ່ໃນນັ້ນ ເຊິ່ງໃຊ້ເວລາພຽງໜຶ່ງມື້ເຊັ່ນກັນ. ນີ້ສືບຕໍ່ຈົນເຖິງມື້ທີຫົກເມື່ອພຣະເຈົ້າສ້າງມະນຸດ ແລະ ປ່ອຍໃຫ້ມະນຸດຄຸ້ມຄອງທຸກສິ່ງເທິງແຜ່ນດິນໂລກ. ຫຼັງຈາກນັ້ນ, ໃນມື້ທີເຈັດ ເມື່ອພຣະອົງໄດ້ສ້າງທຸກສິ່ງຈົນສໍາເລັດ, ພຣະອົງກໍພັກຜ່ອນ. ພຣະເຈົ້າໃຫ້ພອນແກ່ມື້ທີເຈັດ ແລະ ກໍານົດໃຫ້ມັນເປັນມື້ສັກສິດ. ພຣະອົງພຽງຕັດສິນໃຈສ້າງມື້ສັກສິດນີ້ຫຼັງຈາກທີ່ພຣະອົງໄດ້ສ້າງທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນກ່ອນສ້າງພວກມັນ. ພາລະກິດນີ້ແມ່ນໄດ້ດໍາເນີນໄປພ້ອມໆກັນເຊັ່ນກັນ; ກ່ອນທີ່ຈະສ້າງທຸກສິ່ງ, ພຣະອົງບໍ່ໄດ້ຕັດສິນໃຈສ້າງໂລກພາຍໃນຫົກມື້ ແລະ ພັກຜ່ອນໃນມື້ທີເຈັດ; ນັ້ນບໍ່ສອດຄ່ອງກັບຄວາມຈິງເລີຍ. ພຣະອົງບໍ່ໄດ້ກ່າວໃນສິ່ງນີ້ ແລະ ພຣະອົງບໍ່ໄດ້ວາງແຜນມັນ. ບໍ່ມີທາງທີ່ພຣະອົງໄດ້ເວົ້າວ່າ ການສ້າງສັບພະສິ່ງທັງປວງຈະສໍາເລັດໃນມື້ທີຫົກ ແລະ ພຣະອົງຈະພັກຜ່ອນໃນມື້ທີເຈັດ; ກົງກັນຂ້າມ, ພຣະອົງສ້າງໃນສິ່ງທີ່ພຣະອົງເຫັນວ່າດີໃນເວລານັ້ນ. ເມື່ອພຣະອົງໄດ້ສ້າງທຸກສິ່ງທຸກຢ່າງສໍາເລັດ, ມັນກໍແມ່ນມື້ທີຫົກແລ້ວ. ຖ້າຫາກວ່າ ພຣະອົງສ້າງທຸກສິ່ງທຸກຢ່າງສໍາເລັດໃນມື້ທີຫ້າ, ພຣະອົງກໍຈະກໍານົດໃຫ້ມື້ທີຫົກເປັນມື້ສັກສິດ; ແຕ່ວ່າ ພຣະອົງສ້າງທຸກສິ່ງທຸກຢ່າງໃນມື້ທີຫົກ ແລະ ດ້ວຍເຫດນັ້ນ ມື້ທີເຈັດຈຶ່ງໄດ້ກາຍເປັນມື້ສັກສິດ ເຊິ່ງຖືກນໍາໃຊ້ກັນຈົນຮອດປັດຈຸບັນ. ເພາະສະນັ້ນ, ພາລະກິດຂອງພຣະອົງໃນປັດຈຸບັນແມ່ນດໍາເນີນໃນຮູບແບບດຽວກັນນີ້. ພຣະອົງກ່າວ ແລະ ສະໜອງໃຫ້ແກ່ຄວາມຕ້ອງການຂອງພວກເຈົ້າອີງຕາມເງື່ອນໄຂຂອງພວກເຈົ້າ. ໝາຍຄວາມວ່າ ພຣະວິນຍານເວົ້າ ແລະ ເຮັດພາລະກິດຕາມເງື່ອນໄຂຂອງຜູ້ຄົນ; ພຣະອົງສັງເກດເບິ່ງທຸກຢ່າງ ແລະ ເຮັດພາລະກິດ ໃນເວລາ ແລະ ສະຖານທີ່ໃດກໍໄດ້. ສິ່ງທີ່ເຮົາເຮັດ, ກ່າວ, ມອບ ແລະ ປະທານໃຫ້ພວກເຈົ້າແມ່ນອີງຕາມສິ່ງທີ່ພວກເຈົ້າຕ້ອງການຢ່າງບໍ່ມີຂໍ້ຍົກເວັ້ນ. ດັ່ງນັ້ນ, ພາລະກິດຂອງເຮົາແມ່ນບໍ່ໄດ້ແຍກອອກຈາກຄວາມເປັນຈິງ; ທັງໝົດແມ່ນຄວາມຈິງ ເພາະພວກເຈົ້າທຸກຄົນຮູ້ວ່າ “ພຣະວິນຍານຂອງພຣະເຈົ້າຄອຍເຝົ້າເບິ່ງທຸກຄົນ”. ຖ້າຫາກວ່າ ສິ່ງນີ້ໄດ້ມີການຕັດສິນມາກ່ອນ, ແລ້ວມັນຈະບໍ່ຕາຍໂຕເກີນໄປບໍ? ເຈົ້າຄິດວ່າ ພຣະເຈົ້າສ້າງແຜນການເປັນເວລາຫົກພັນປີ ແລ້ວກໍານົດໄວ້ລ່ວງໜ້າໃຫ້ມະນຸດຕໍ່ຕ້ານ, ຂັດຂືນ, ຄົດລ້ຽວ, ຫຼອກລວງ, ເຮັດໃຫ້ເນື້ອໜັງເສື່ອມຊາມ, ມີອຸປະນິໄສຊາຕານ, ມີສາຍຕາທີ່ເຕັມໄປດ້ວຍຕັນຫາ ແລະ ເຮັດຕາມໃຈຕົນເອງບໍ? ພຣະເຈົ້າບໍ່ໄດ້ກໍານົດສິ່ງດັ່ງກ່າວນີ້ໄວ້ລ່ວງໜ້າ ແຕ່ທຸກສິ່ງເຫຼົ່ານີ້ແມ່ນເປັນຍ້ອນຄວາມເສື່ອມຊາມຂອງຊາຕານ. ບາງຄົນອາດຈະເວົ້າວ່າ: “ຊາຕານບໍ່ຢູ່ໃນການຄວບຄຸມຂອງພຣະເຈົ້າບໍ? ພຣະເຈົ້າໄດ້ກໍານົດລ່ວງໜ້າໃຫ້ຊາຕານເສື່ອມຊາມມະນຸດໃນລັກສະນະດັ່ງກ່າວນີ້ ແລະ ຫຼັງຈາກນັ້ນ ພຣະອົງກໍດໍາເນີນພາລະກິດຂອງພຣະອົງທ່າມກາງມະນຸດ”. ພຣະເຈົ້າກຳນົດລ່ວງໜ້າເພື່ອໃຫ້ຊາຕານເຮັດໃຫ້ມວນມະນຸດເສື່ອມຊາມແທ້ບໍ? ພຣະອົງພຽງແຕ່ຕ້ອງການຢາກໃຫ້ມະນຸດດໍາລົງຊີວິດເປັນປົກກະຕິ; ແລ້ວເຫດໃດພຣະອົງຈຶ່ງຈະລົບກວນຊີວິດຂອງມະນຸດ? ຖ້າເປັນດັ່ງນັ້ນ, ການເອົາຊະນະຊາຕານ ແລະ ການຊ່ວຍມະນຸດໃຫ້ລອດພົ້ນກໍຈະເປັນພຽງຄວາມພະຍາຍາມທີ່ໄຮ້ປະໂຫຍດ ບໍ່ແມ່ນບໍ? ການຕໍ່ຕ້ານຂອງມະນຸດຈະຖືກກຳນົດໄວ້ລ່ວງໜ້າໄດ້ແນວໃດ? ມັນເປັນສິ່ງທີ່ເກີດຂຶ້ນຍ້ອນການລົບກວນຂອງຊາຕານ; ແລ້ວພຣະເຈົ້າຈະກໍານົດສິ່ງນີ້ໄວ້ລ່ວງໜ້າໄດ້ແນວໃດ? ຊາຕານຜູ້ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ພວກເຈົ້າເຂົ້າໃຈ ແລະ ຊາຕານທີ່ຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າທີ່ເຮົາກ່າວເຖິງແມ່ນແຕກຕ່າງກັນຫຼາຍ. ຕາມຄໍາເວົ້າຂອງພວກເຈົ້າທີ່ວ່າ: “ພຣະເຈົ້າມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນກໍາມືຂອງພຣະອົງ”, ສະນັ້ນຊາຕານຈະບໍ່ທໍລະຍົດພຣະອົງຈັກເທື່ອ. ເຈົ້າບໍ່ໄດ້ເວົ້າວ່າພຣະເຈົ້າເປັນຜູ້ມີລິດອໍານາດບໍ? ຄວາມຮູ້ຂອງພວກເຈົ້າແມ່ນຕື້ນຫຼາຍ ແລະ ຢູ່ນອກຂອບເຂດຂອງຄວາມເປັນຈິງ; ມະນຸດບໍ່ສາມາດເຂົ້າໃຈຄວາມຄິດຂອງພຣະເຈົ້າໄດ້ ແລະ ມະນຸດບໍ່ສາມາດເຂົ້າໃຈສະຕິປັນຍາຂອງພຣະເຈົ້າໄດ້! ພຣະເຈົ້າມີລິດອໍານາດສູງສຸດ; ນີ້ບໍ່ແມ່ນສິ່ງທີ່ຜິດເລີຍ. ເທວະທູດໄດ້ທໍລະຍົດພຣະເຈົ້າ ເພາະວ່າທໍາອິດພຣະເຈົ້າໄດ້ມອບອໍານາດບາງສ່ວນໃຫ້ແກ່ພວກເຂົາ. ແນ່ນອນ ສິ່ງນີ້ແມ່ນເຫດການທີ່ບໍ່ໄດ້ຄາດເຖິງ, ເຊັ່ນດຽວກັນກັບເອວາໄດ້ຍອມຈຳນົນຕໍ່ການລໍ້ລວງຂອງງູ. ເຖິງຢ່າງໃດກໍຕາມ, ບໍ່ວ່າຊາຕານຈະດໍາເນີນການທໍລະຍົດຂອງມັນ ແຕ່ມັນບໍ່ໄດ້ມີລິດອໍານາດສູງສຸດຄືດັ່ງພຣະເຈົ້າ. ດັ່ງທີ່ພວກເຈົ້າໄດ້ກ່າວມາ, ຊາຕານມີອໍານາດພຽງເລັກນ້ອຍ; ບໍ່ວ່າມັນຈະເຮັດຫຍັງກໍຕາມ, ອໍານາດຂອງພຣະເຈົ້າກໍຈະເອົາຊະນະມັນ. ນີ້ແມ່ນຄວາມໝາຍແທ້ຈິງທີ່ຢູ່ເບື້ອງຫຼັງຂອງຄໍາເວົ້າທີ່ວ່າ: “ພຣະເຈົ້າແມ່ນມີລິດອໍານາດສູງສຸດ ແລະ ຊາຕານແມ່ນຢູ່ໃນກໍາມືຂອງພຣະອົງ”. ດັ່ງນັ້ນ, ສົງຄາມຂອງພຣະອົງກັບຊາຕານຕ້ອງໄດ້ດໍາເນີນໄປເທື່ອລະຂັ້ນຕອນ; ຍິ່ງໄປກວ່ານັ້ນ, ພຣະອົງໄດ້ວາງແຜນພາລະກິດຂອງພຣະອົງໃນການຕອບໂຕ້ຕໍ່ກົນອຸບາຍຂອງຊາຕານ, ໝາຍຄວາມວ່າ ພຣະອົງນໍາຄວາມລອດພົ້ນມາສູ່ມະນຸດຊາດ ແລະ ເປີດເຜີຍລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງໃນລັກສະນະ ທີ່ເໝາະສົມກັບຍຸກ. ເຊັ່ນດຽວກັນ, ພາລະກິດໃນຍຸກສຸດທ້າຍແມ່ນບໍ່ໄດ້ຖືກກໍານົດລ່ວງໜ້າ ກ່ອນຍຸກແຫ່ງພຣະຄຸນ; ການກໍານົດລ່ວງໜ້າບໍ່ໄດ້ກໍານົດໃນລັກສະນະທີ່ເປັນລະບຽບ ເຊັ່ນ: ຢ່າງທໍາອິດ, ເຮັດໃຫ້ອຸປະນິໄສພາຍນອກຂອງມະນຸດປ່ຽນແປງ; ຢ່າງທີສອງ, ເຮັດໃຫ້ມະນຸດຍອມຮັບການຂ້ຽນຕີ ແລະ ການທົດລອງ; ຢ່າງທີສາມ, ເຮັດໃຫ້ມະນຸດປະສົບກັບການທົດລອງແຫ່ງຄວາມຕາຍ; ຢ່າງທີສີ່, ເຮັດໃຫ້ມະນຸດປະສົບກັບເວລາແຫ່ງຄວາມຮັກພຣະເຈົ້າ ແລະ ສະແດງເຖິງຄວາມປະນິທານຂອງຜູ້ທີ່ຖືກສ້າງ; ຢ່າງທີຫ້າ, ເຮັດໃຫ້ມະນຸດແນມເຫັນເຈດຕະນາຂອງພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າທັງໝົດ ແລະ ສຸດທ້າຍ, ເຮັດໃຫ້ມະນຸດສົມບູນ. ພຣະອົງບໍ່ໄດ້ວາງແຜນສິ່ງທັງໝົດເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ; ກົງກັນຂ້າມ, ພຣະອົງໄດ້ເລີ່ມຕົ້ນວາງແຜນສິ່ງເຫຼົ່ານີ້ໃນຍຸກປັດຈຸບັນ. ຊາຕານກໍາລັງເຮັດພາລະກິດ ແລະ ພຣະເຈົ້າກໍເຊັ່ນກັນ. ຊາຕານສະແດງອຸປະນິໄສທີ່ເສື່ອມຊາມຂອງມັນ ໃນຂະນະທີ່ພຣະເຈົ້າເວົ້າກົງໄປກົງມາ ແລະ ເປີດເຜີຍບາງສິ່ງທີ່ຈຳເປັນ. ນີ້ແມ່ນພາລະກິດທີ່ຖືກກະທໍາໃນມື້ນີ້ ແລະ ມີຫຼັກການເຮັດວຽກດຽວກັນໃນການປະຕິບັດພາລະກິດ ເຊິ່ງໄດ້ຖືກນໍາໃຊ້ມາແຕ່ດົນນານແລ້ວ ພາຍຫຼັງໄດ້ມີການສ້າງໂລກ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?