​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ

ທຸກຄົນແມ່ນມີຄວາມເປັນໄປໄດ້ທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ສະນັ້ນ ທຸກຄົນຄວນເຂົ້າໃຈວ່າ ການຮັບໃຊ້ພຣະເຈົ້າປະເພດໃດຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະອົງໄດ້ດີທີ່ສຸດ. ຄົນສ່ວນໃຫຍ່ບໍ່ຮູ້ຈັກວ່າ ການເຊື່ອໃນພຣະເຈົ້າມີຄວາມໝາຍແນວໃດ ແລະ ພວກເຂົາບໍ່ເຂົ້າໃຈວ່າ ເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະອົງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ ຫຼື ຈຸດປະສົງໃນແຜນການຄຸ້ມຄອງຂອງພຣະອົງ. ໃນປະຈຸບັນນີ້, ຄົນສ່ວນຫຼາຍຍັງຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການຂຶ້ນສະຫວັນ ແລະ ການເຮັດໃຫ້ຈິດວິນຍານຂອງພວກເຂົາລອດພົ້ນ ແລະ ບໍ່ຮູ້ວ່າ ການເຊື່ອໃນພຣະເຈົ້າໝາຍຄວາມວ່າແມ່ນຫຍັງກັນແທ້; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ສໍາຄັນທີ່ສຸດໃນແຜນການຄຸ້ມຄອງຂອງພຣະເຈົ້າ. ຍ້ອນເຫດຜົນຫຼາຍໆຢ່າງຂອງພວກເຂົາ, ຜູ້ຄົນຈຶ່ງບໍ່ສົນໃຈພາລະກິດຂອງພຣະເຈົ້າເລີຍ ແລະ ບໍ່ຄຳນຶງເຖິງເຈດຕະນາຂອງພຣະອົງ ຫຼື ແຜນການຄຸ້ມຄອງຂອງພຣະອົງ. ໃນຖານະເປັນຄົນຜູ້ໜຶ່ງໃນກະແສນີ້, ແຕ່ລະຄົນຄວນຮູ້ຈັກວ່າ ຈຸດປະສົງໃນແຜນການຄຸ້ມທັງໝົດຂອງພຣະເຈົ້າແມ່ນຫຍັງ, ແມ່ນຫຍັງຄືສິ່ງທີ່ພຣະອົງໄດ້ເຮັດໃຫ້ກາຍເປັນຈິງແລ້ວ, ເປັນຫຍັງພຣະອົງຈຶ່ງເລືອກຄົນກຸ່ມນີ້, ແມ່ນຫຍັງຄືຈຸດປະສົງ ແລະ ຄວາມໝາຍທີ່ພຣະອົງໄດ້ເລືອກເອົາພວກເຂົາ ແລະ ແມ່ນຫຍັງຄືສິ່ງທີ່ພຣະອົງຕ້ອງການບັນລຸໃນກຸ່ມດັ່ງກ່າວນີ້. ໃນປະເທດມັງກອນແດງໃຫຍ່, ພຣະເຈົ້າສາມາດຍົກຍໍກຸ່ມຄົນທີ່ບໍ່ເດັ່ນ ແລະ ພຣະອົງຍັງໄດ້ສືບຕໍ່ປະຕິບັດພາລະກິດຈົນເຖິງປະຈຸບັນ ໂດຍພະຍາຍາມ ແລະ ເຮັດໃຫ້ພວກເຂົາສົມບູນດ້ວຍທຸກວິທີທາງ, ໂດຍກ່າວພຣະທໍາຈົນນັບບໍ່ຖ້ວນ, ໂດຍປະຕິບັດພາລະກິດຢ່າງຫຼວງຫຼາຍ ແລະ ໂດຍສົ່ງມອບວັດຖຸຮັບໃຊ້ຢ່າງຫຼວງຫຼາຍ. ຜ່ານຄວາມສໍາເລັດຂອງ ພາລະກິດດັ່ງກ່າວທີ່ຍິ່ງໃຫຍ່ຂອງພຣະເຈົ້າ ກໍສາມາດແນມໄດ້ເຫັນວ່າ ຄວາມສຳຄັນຂອງມັນເປັນສິ່ງທີ່ຍິ່ງໃຫຍ່ແທ້ໆ. ພວກເຈົ້າຍັງບໍ່ສາມາດແລເຫັນສິ່ງດັ່ງກ່າວນີ້ໄດ້ເຕັມທີ່ເທື່ອ. ດັ່ງນັ້ນ, ຢ່າເບິ່ງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນຕົວພວກເຈົ້າວ່າ ເປັນເລື່ອງເລັກນ້ອຍ; ນີ້ບໍ່ແມ່ນເລື່ອງນ້ອຍໆເລີຍ. ແມ່ນແຕ່ສິ່ງທີ່ພຣະເຈົ້າຫາກໍສະແດງໃຫ້ພວກເຈົ້າເຫັນໃນປັດຈຸບັນກໍພຽງພໍທີ່ຈະໃຫ້ພວກເຈົ້າພະຍາຍາມຢັ່ງເຖິງ ແລະ ຮູ້ຈັກ. ມີພຽງແຕ່ຖ້າເຈົ້າເຂົ້າໃຈມັນຢ່າງແທ້ຈິງ ແລະ ຢ່າງລະອຽດ, ເຈົ້າຈຶ່ງຈະສາມາດພະເຊີນກັບມັນຢ່າງເລິກເຊິ່ງຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມີຄວາມກ້າວໜ້າໃນຊີວິດຂອງເຈົ້າ. ໃນປັດຈຸບັນນີ້, ສິ່ງທີ່ຜູ້ຄົນເຂົ້າໃຈ ແລະ ສິ່ງທີ່ພວກເຂົາກຳລັງເຮັດແມ່ນໜ້ອຍເກີນໄປ ແລະ ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າຢ່າງເຕັມທີ່. ນີ້ແມ່ນສິ່ງທີ່ມະນຸດມີບໍ່ພຽງພໍ ແລະ ຄວາມລົ້ມເຫຼວທີ່ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດ; ດ້ວຍເຫດນັ້ນຈຶ່ງບໍ່ໄດ້ບັນລຸຕາມຜົນທີ່ປາດຖະໜາ. ພຣະວິນຍານບໍລິສຸດບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນຫຼາຍຄົນ ຍ້ອນວ່າພວກເຂົາມີຄວາມເຂົ້າໃຈທີ່ຕື້ນກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະຖືເອົາພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າເປັນສິ່ງທີ່ມີຄຸ່ນຄ່າ. ພວກເຂົາເຮັດໂດຍບໍ່ໄດ້ຕັ້ງໃຈເພື່ອທີ່ຈະເຮັດໃຫ້ມັນຜ່ານໆໄປ ຫຼື ບໍ່ຊັ້ນກໍເຮັດຕາມຄົນສ່ວນໃຫຍ່ ຫຼື ບໍ່ຊັ້ນກໍເຮັດເພື່ອສະແດງໃຫ້ຄົນອື່ນເຫັນ. ໃນປະຈຸບັນນີ້, ແຕ່ລະຄົນໃນກະແສດັ່ງກ່າວນີ້ຄວນລະລຶກວ່າ ພວກເຂົາໄດ້ເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໃນການປະຕິບັດ ແລະ ການກະທໍາຂອງພວກເຂົາແລ້ວ ຫຼື ບໍ ແລະ ພວກເຂົາໄດ້ພະຍາຍາມຢ່າງເຕັມທີ່ແລ້ວບໍ. ຜູ້ຄົນບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດເລີຍ. ມັນບໍ່ແມ່ນວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດຂອງພຣະອົງ ແຕ່ຜູ້ຄົນບໍ່ໄດ້ປະຕິບັດພາລະກິດຂອງພວກເຂົາ ເຊິ່ງເຮັດໃຫ້ເປັນໄປບໍ່ໄດ້ທີ່ຈະໃຫ້ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ. ພຣະເຈົ້າໄດ້ຈົບການກ່າວພຣະທໍາທັງໝົດທີ່ພຣະອົງຈະຕ້ອງກ່າວ ແຕ່ຜູ້ຄົນກໍຍັງນໍາບໍ່ທັນ ແລະ ໄຫຼ່ຕາມບໍ່ທັນຫຼາຍ; ພວກເຂົາບໍ່ສາມາດນໍາທັນທຸກບາດກ້າວ ແລະ ບໍ່ສາມາດຕິດຕາມຮອຍຕີນຂອງພຣະເມສານ້ອຍຢ່າງໃກ້ຊິດໄດ້. ພວກເຂົາບໍ່ໄດ້ຍອມເຊື່ອຟັງໃນສິ່ງທີ່ພວກເຂົາຄວນເຊື່ອຟັງ; ພວກເຂົາບໍ່ໄດ້ນໍາສິ່ງທີ່ພວກເຂົາຄວນປະຕິບັດນັ້ນເຂົ້າສູ່ປະຕິບັດຕົວຈິງ, ພວກເຂົາບໍ່ໄດ້ອະທິຖານໃນສິ່ງທີ່ພວກເຂົາຄວນອະທິຖານ; ພວກເຂົາບໍ່ໄດ້ປະຖິ້ມໃນສິ່ງທີ່ພວກເຂົາຄວນປະຖິ້ມ. ພວກເຂົາບໍ່ໄດ້ເຮັດສິ່ງເຫຼົ່ານີ້ເລີຍ. ດັ່ງນັ້ນ, ການສົນທະນາດັ່ງກ່າວນີ້ ກ່ຽວກັບການໄປຮ່ວມງານລ້ຽງແມ່ນເລື່ອງທີ່ເປົ່າວ່າງ ແລະ ບໍ່ມີຄວາມໝາຍທີ່ແທ້ຈິງເລີຍ; ມັນຢູ່ໃນຈິນຕະນາການຂອງພວກເຂົາ. ສາມາດເວົ້າໄດ້ວ່າ ຈົນຮອດດຽວນີ້ ຜູ້ຄົນຍັງບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາແທ້ໆ. ທຸກສິ່ງທຸກຢ່າງແມ່ນຂຶ້ນກັບການກະທໍາຂອງພຣະເຈົ້າ ແລະ ການກ່າວສິ່ງຕ່າງໆດ້ວຍຕົວພຣະອົງເອງ ໃນຂະນະທີ່ການເຮັດວຽກຂອງຜູ້ຄົນແມ່ນໜ້ອຍຫຼາຍແທ້ໆ. ພວກເຂົາທຸກຄົນແມ່ນຂີ້ເຫຍື້ອທີ່ບໍ່ມີປະໂຫຍດເຊິ່ງເປັນຄົນທີ່ບໍ່ຮູ້ຈັກປະສານງານກັບພຣະເຈົ້າ. ພຣະເຈົ້າໄດ້ກ່າວພຣະທໍາຈໍານວນຮ້ອຍເຖິງພັນຄໍາ ແຕ່ຜູ້ຄົນກໍຍັງບໍ່ໄດ້ໃຊ້ພຣະທໍາເຫຼົ່ານັ້ນເຂົ້າໃນການປະຕິບັດຕົວຈິງ ນັ້ນກໍຄື ນັບຕັ້ງແຕ່ການປະຖິ້ມເນື້ອໜັງ, ການໂຍນຄວາມຄິດຖິ້ມ, ການເຊື່ອຟັງພຣະເຈົ້າໃນທຸກໆສິ່ງ ເຊິ່ງໃນຂະນະດຽວກັນກໍໄດ້ສ້າງຄວາມສັງເກດ ແລະ ໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງ ຈົນເຖິງການປ່ອຍວາງການໝົກມຸ່ນຢູ່ກັບສະຖານະຂອງຜູ້ຄົນ, ການກໍາຈັດຮູບເຄົາລົບໃນຫົວໃຈຂອງພວກເຂົາ, ການຕໍ່ຕ້ານກັບເຈດຕະນາທີ່ຜິດຂອງພວກເຂົາ, ການບໍ່ປະຕິບັດດ້ວຍອາລົມ, ການເຮັດສິ່ງຕ່າງໆຢ່າງຍຸຕິທໍາໂດຍບໍ່ລໍາອຽງ, ການຄິດກ່ຽວກັບຜົນປະໂຫຍດຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ອິດທິພົນຂອງພວກເຂົາທີ່ມີຕໍ່ຜູ້ອື່ນເວລາພວກເຂົາເວົ້າ, ເຮັດສິ່ງຕ່າງໆທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ຈື່ຈໍາເພື່ອການສ້າງປະໂຫຍດໃຫ້ແກ່ຄົວເຮືອນຂອງພຣະເຈົ້າໃນທຸກສິ່ງທີ່ພວກເຂົາເຮັດ, ບໍ່ປ່ອຍໃຫ້ອາລົມຂອງພວກເຂົາກໍານົດພຶດຕິກໍາຂອງພວກເຂົາ, ປະຖິ້ມສິ່ງທີ່ເປັນທີ່ພໍໃຈທາງເນື້ອໜັງ, ກໍາຈັດແນວຄວາມຄິດທີ່ເຫັນແກ່ໂຕແບບເກົ່າໆ ແລະ ສິ່ງອື່ນໆ. ໃນບັນດາທຸກສິ່ງທີ່ພຣະເຈົ້າໄດ້ກ່າວກ່ຽວກັບສິ່ງທີ່ພຣະອົງຕ້ອງການຈາກຜູ້ຄົນ, ທີ່ຈິງແລ້ວ ພວກເຂົາກໍເຂົ້າໃຈສອງສາມສິ່ງ ແຕ່ພວກເຂົາພຽງແຕ່ບໍ່ເຕັມໃຈທີ່ເອົາສິ່ງເຫຼົ່ານັ້ນເຂົ້າສູການປະຕິບັດ. ພຣະເຈົ້າສາມາດເຮັດສິ່ງຫຍັງໄດ້ແນ່ ແລະ ພຣະອົງຈະສາມາດປຸກໃຈພວກເຂົາໄດ້ແນວໃດ? ໃນພຣະເນດຂອງພຣະເຈົ້າ ລູກຊາຍແຫ່ງຄວາມກະບົດຍັງຍັງມີໜ້າມາເລືອກເອົາພຣະທໍາຂອງພຣະອົງເພື່ອຊົມເຊີຍພວກເຂົາໄດ້ແນວໃດ? ພວກເຂົາຍັງມີໜ້າມາກິນອາຫານຂອງພຣະເຈົ້າໄດ້ແນວໃດ? ຄວາມສຳນຶກຂອງມວນມະນຸດຢູ່ໃສ? ພວກເຂົາບໍ່ໄດ້ເຮັດສຳເລັດຕາມເງື່ອນໄຂໜ້ອຍທີ່ສຸດຂອງໜ້າທີ່ພວກເຂົາຄວນເຮັດໃຫ້ສໍາເລັດ,​ ສະນັ້ນ ມັນຈຶ່ງບໍ່ມີປະໂຫຍດຫຍັງທີ່ຈະເວົ້າວ່າ ພວກເຂົາໄດ້ເຮັດຢ່າງສຸດຄວາມສາມາດ. ພວກເຂົາມີຊີວີດໃນຄວາມເພີ້ຝັນ, ບໍ່ແມ່ນບໍ? ບໍ່ສາມາດເວົ້າກ່ຽວກັບຄວາມເປັນຈິງໂດຍທີ່ບໍ່ມີການປະຕິບັດ. ນີ້ແມ່ນຄວາມຈິງທີ່ຊັດເຈນຫຼາຍ!

ພວກເຈົ້າຄວນສຶກສາບົດຮຽນຕາມຄວາມເປັນຈິງຂຶ້ນກວ່າເກົ່າ. ບໍ່ຈໍາເປັນຕ້ອງມີຄໍາເວົ້າທີ່ຟັງຄືໃຫຍ່ໂຕແຕ່ເປົ່າວ່າງຄືກັບທີ່ຜູ້ຄົນຊົມເຊີຍ. ເມື່ອມາເຖິງການສົນທະນາກ່ຽວກັບຄວາມຮູ້, ຄວາມຮູ້ຂອງແຕ່ລະຄົນແມ່ນສູງສົ່ງກວ່າຄວາມຮູ້ກ່ອນໜ້ານັ້ນ ແຕ່ພວກເຂົາກໍຍັງບໍ່ມີເສັ້ນທາງເພື່ອປະຕິບັດ. ມີຈັກຄົນທີ່ເຂົ້າໃຈຫຼັກການຂອງການປະຕິບັດ? ມີຈັກຄົນທີ່ໄດ້ຮຽນຮູ້ບົດຮຽນຕົວຈິງ? ໃຜສາມາດສົນທະນາກ່ຽວກັບຄວາມເປັນຈິງ? ການທີ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງພຣະທໍາຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຈະມີວຸດທິພາວະທີ່ແທ້ຈິງ; ມັນພຽງແຕ່ສະແດງໃຫ້ເຫັນວ່າ ເຈົ້າເກີດມາພ້ອມກັບຄວາມສະຫຼາດ ແລະ ພອນສະຫວັນ. ມັນບໍ່ໄດ້ສະແດງຫຍັງເລີຍຖ້າເຈົ້າບໍ່ສາມາດຊີ້ໃຫ້ເຫັນເສັ້ນທາງໄດ້; ເຈົ້າຈະເປັນຂີ້ເຫຍື້ອທີ່ບໍ່ມີປະໂຫຍດ! ເຈົ້າບໍ່ໄດ້ເສແສ້ງບໍ ຖ້າເຈົ້າບໍ່ສາມາດເວົ້າສິ່ງໃດໜຶ່ງກ່ຽວກັບເສັ້ນທາງຕົວຈິງໃນການປະຕິບັດ? ເຈົ້າຈະບໍ່ເສແສ້ງບໍ ຖ້າເຈົ້າບໍ່ສາມາດສະໜອງປະສົບການຕົວຈິງຂອງເຈົ້າເອງໃຫ້ແກ່ຄົນອື່ນ ເຊິ່ງເປັນການໃຫ້ບົດຮຽນທີ່ພວກເຂົາສາມາດຮຽນຮູ້ ຫຼື ເປັນເສັ້ນທາງທີ່ພວກເຂົາສາມາດຕິດຕາມ? ເຈົ້າບໍ່ແມ່ນຄົນຫຼອກລວງບໍ? ເຈົ້າມີຄຸນຄ່າຫຍັງ? ຄົນດັ່ງກ່າວພຽງແຕ່ມີສ່ວນເປັນ “ຜູ້ຄິດຄົ້ນທິດສະດີຂອງສັງຄົມນິຍົມ” ແລະ ບໍ່ແມ່ນ “ຜູ້ປະກອບສ່ວນທີ່ເຮັດໃຫ້ເກີດມີສັງຄົມນິຍົມ”. ການບໍ່ມີຄວາມເປັນຈິງແມ່ນການບໍ່ມີຄວາມຈິງ. ການບໍ່ມີຄວາມເປັນຈິງແມ່ນບໍ່ມີປະໂຫຍດຫຍັງເລີຍ. ການບໍ່ມີຄວາມເປັນຈິງແມ່ນການເປັນຊາກສົບທີ່ຍ່າງໄດ້. ການບໍ່ມີຄວາມເປັນຈິງແມ່ນການເປັນ “ນັກຄິດທິດສະດີມາກ-ເລນິນ” ທີ່ບໍ່ມີຄ່າອ້າງອີງ. ເຮົາຂໍຊຸກຍູ້ໃຫ້ພວກເຈົ້າແຕ່ລະຄົນຫຸບປາກກ່ຽວກັບທິດສະດີ ແລະ ໃຫ້ເວົ້າກ່ຽວກັບບາງສິ່ງບ່າງຢ່າງທີ່ເປັນຈິງ, ບາງສິ່ງບາງຢ່າງທີ່ແທ້ຈິງ ແລະ ມີຄວາມຈິງ; ສຶກສາ “ສິລະປະທັນສະໄໝ” ບາງຢ່າງ, ເວົ້າບາງສິ່ງຕາມຄວາມເປັນຈິງ, ປະກອບສ່ວນບາງສິ່ງຕາມຄວາມເປັນຈິງ ແລະ ການມີຈິດວິນຍານແຫ່ງການອຸທິດຕົນໃນບາງລະດັບ. ຈົ່ງຜະເຊີນໜ້າກັບຄວາມເປັນຈິງໃນເວລາທີ່ເວົ້າ ແລະ ບໍ່ໃຫ້ໝົກມຸ່ນກັບຄໍາເວົ້າທີ່ບໍ່ມີຄວາມເປັນຈິງ ແລະ ເກີນຄວາມຈິງເພື່ອເຮັດໃຫ້ຜູ້ຄົນຮູ້ສຶກມີຄວາມສຸກ ຫຼື ຄິດກັບເຈົ້າໃນທາງທີ່ແຕກຕ່າງ. ມັນມີຄ່າຢູ່ບ່ອນໃດ? ເຈົ້າມີຈຸດປະສົງຫຍັງທີ່ຈະກະຕຸ້ນຄວາມກະຕືລືລົ້ນຂອງຜູ້ຄົນ? ໃຫ້ຄໍາເວົ້າຂອງທ່ານ “ມີສິລະປະ”, ປະພຶດຕົນຢ່າງຍຸຕິທໍາຫຼາຍຂຶ້ນ, ສົມເຫດສົມຜົນຫຼາຍຂຶ້ນໃນວຽກງານຂອງເຈົ້າ, ໃຫ້ເວົ້າກັບຄົນອື່ນຕາມຄວາມເປັນຈິງ; ໃຫ້ຈື່ໄວ້ວ່າ ທຸກການກະທໍາຂອງເຈົ້າຕ້ອງນໍາຜົນປະໂຫຍດມາສູ່ຄົວເຮືອນຂອງພຣະເຈົ້າ, ໃຫ້ຟັງຄວາມສຳນຶກຂອງເຈົ້າເອງເມື່ອເຈົ້າອາລົມຂຶ້ນ, ຢ່າຕອບແທນຄວາມເມດຕາດ້ວຍຄວາມກຽດຊັງ ຫຼື ອັກກະຕັນຍູຕໍ່ຄວາມເມດຕາ ແລະ ຢ່າເປັນຄົນໜ້າຊື່ໃຈຄົດ ເພື່ອບໍ່ໃຫ້ເຈົ້າມີອິດທິພົນທີ່ບໍ່ດີ. ເມື່ອເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໃຫ້ເຊື່ອມໂຍງສິ່ງເຫຼົ່ານັ້ນໃກ້ກັບຄວາມເປັນຈິງຍິ່ງຂຶ້ນ ແລະ ເມື່ອເຈົ້າສົນທະນາ ກໍຂໍໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ. ຢ່າຍົກສູງຕົວເອງ; ສິ່ງດັ່ງກ່າວນີ້ຈະບໍ່ເຮັດໃຫ້ພຣະເຈົ້າພໍໃຈ. ໃຫ້ອົດທົນ ແລະ ອົດກັ້ນກວ່າເກົ່າ, ໃຫ້ອ່ອນໂຍນກວ່າເກົ່າ, ໃຫ້ມີໃຈເອື້ອເຟື້ອເພື່ອແພ່ກວ່າເກົ່າ ແລະ ໃຫ້ຮຽນຮູ້ຈາກ “ຈິດວິນຍານຂອງນາຍົກລັດຖະມົນຕີ”.[ກ] ເມື່ອເຈົ້າມີຄວາມຄິດທີ່ບໍ່ດີ ກໍຂໍໃຫ້ປະຖິ້ມເນື້ອໜັງຫຼາຍກວ່າເກົ່າ. ເມື່ອເຈົ້າກໍາລັງເຮັດວຽກ, ໃຫ້ເວົ້າເຖິງເສັ້ນທາງທີ່ເປັນຈິງຫຼາຍກວ່າເກົ່າ ແລະ ບໍ່ໃຫ້ຫຍິ່ງຍະໂສ ຫຼື ບໍ່ສະນັ້ນ ຄໍາເວົ້າຂອງເຈົ້າກໍຈະເຮັດໃຫ້ຄົນອື່ນເຂົ້າໃຈຍາກ. ມ່ວນຊື່ນໃຫ້ໜ້ອຍລົງ, ປະກອບສ່ວນໃຫ້ຫຼາຍຂຶ້ນ ເພື່ອສະແດງໃຫ້ເຫັນຈິດວິນຍານທີ່ເສຍສະຫຼະຕົນເອງເພື່ອອຸທິດຕົນຂອງເຈົ້າ. ໃຫ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ເຊື່ອຄວາມສຳນຶກຂອງເຈົ້າໃຫ້ຫຼາຍຂຶ້ນ ແລະ ໃຫ້ຈື່ຈໍາໄວ້ຫຼາຍຂຶ້ນ ໂດຍທີ່ບໍ່ໃຫ້ລືມວິທີທີ່ພຣະເຈົ້າເວົ້າກັບພວກເຈົ້າຢ່າງອົດທົນ ແລະ ຢ່າງຈິງຈັງໃນທຸກໆມື້. ໃຫ້ອ່ານ “ປະຕິທິນຮ້ອຍປີສະບັບເກົ່າ” ເລື້ອຍກວ່າເກົ່າ. ໃຫ້ອະທິຖານຫຼາຍກວ່າເກົ່າ ແລະ ສົນທະນາເປັນປະຈໍາຫຼາຍກວ່າເກົ່າ. ຢຸດສັບສົນ; ສະແດງຄວາມຮູ້ສຶກ ແລະ ຮັບຄວາມເຂົ້າໃຈບາງຢ່າງ. ເມື່ອຍື່ນມືທີ່ມີບາບຂອງເຈົ້າອອກໄປ, ໃຫ້ດຶງມັນກັບຄືນມາ ແລະ ບໍ່ໃຫ້ມັນຍືດອອກໄປໄກຫຼາຍ. ມັນບໍ່ມີປະໂຫຍດ ແລະ ສິ່ງທີ່ເຈົ້າໄດ້ຮັບຈາກພຣະເຈົ້າຈະບໍ່ມີຫຍັງ ນອກຈາກຄໍາສາບແຊ່ງ; ຈົ່ງໃຫ້ລະວັງ. ໃຫ້ຫົວໃຈຂອງເຈົ້າເຫັນໃຈຜູ້ອື່ນ ແລະ ບໍ່ໃຫ້ຊົກຕີໂດຍມີອາວຸດຢູ່ໃນມືສະເໝີ. ໃຫ້ສົນທະນາກ່ຽວກັບຄວາມຮູ້ດ້ານຄວາມຈິງໃຫ້ຫຼາຍຍິ່ງຂຶ້ນ ແລະ ເວົ້າກ່ຽວກັບຊີວິດໃຫ້ຫຼາຍກວ່າເກົ່າ ໂດຍຮັກສາວິນຍານໃນການຊ່ວຍເຫຼືອຜູ້ອື່ນ. ໃຫ້ເຮັດຫຼາຍຂຶ້ນ ແລະ ເວົ້າໜ້ອຍລົງ. ໃຫ້ປະຕິບັດຫຼາຍຂຶ້ນ ແລະ ຄົ້ນຄວ້າ ແລະ ວິເຄາະໜ້ອຍລົງ. ໃຫ້ພຣະວິນຍານບໍລິສຸດປຸກໃຈຕົວເຈົ້າຫຼາຍຂຶ້ນ ແລະ ໃຫ້ໂອກາດກັບພຣະເຈົ້າເພື່ອເຮັດໃຫ້ເຈົ້າສົມບູນ. ກໍາຈັດອົງປະກອບຂອງມະນຸດໃຫ້ຫຼາຍຂຶ້ນ; ເຈົ້າຍັງມີວິທີທາງປະຕິບັດສິ່ງຕ່າງໆແບບມະນຸດຫຼາຍຢູ່ ແລະ ວິທີການປະຕິບັດສິ່ງຕ່າງໆແບບຜິວເຜີນ ແລະ ພຶດຕິກໍາຂອງເຈົ້າຍັງເປັນສິ່ງທີ່ຜູ້ອື່ນລັງກຽດ: ຈົ່ງກໍາຈັດສິ່ງເຫຼົ່ານີ້ໃຫ້ຫຼາຍຂຶ້ນ. ສະພາບທາງຈິດຂອງເຈົ້າຍັງເປັນຕາຊັງຫຼາຍ; ໃຊ້ເວລາໃຫ້ຫຼາຍຂຶ້ນໃນການແກ້ໄຂມັນ. ເຈົ້າຍັງມອບຕໍາແໜ່ງໃຫ້ຜູ້ຄົນຫຼາຍເກີນໄປ; ມອບຕໍາແໜ່ງໃຫ້ພຣະເຈົ້າຫຼາຍຂຶ້ນ ແລະ ບໍ່ໃຫ້ຂາດເຫດຜົນ. “ວິຫານ” ເປັນຂອງພຣະເຈົ້າມາແຕ່ຕົ້ນ ແລະ ຜູ້ຄົນບໍ່ຄວນເຂົ້າໄປຄອບຄອງ. ກ່າວໂດຍສະຫຼຸບກໍຄື ໃຫ້ຕັ້ງໃຈກັບຄວາມຊອບທໍາຫຼາຍຂຶ້ນ ແລະ ອາລົມໜ້ອຍລົງ ແລະ ມັນຈະດີທີ່ສຸດທີ່ຈະກໍາຈັດເນື້ອໜັງ; ສົນທະນາໃຫ້ຫຼາຍຂຶ້ນກ່ຽວກັບຄວາມທີ່ເປັນຈິງ ແລະ ໃຫ້ໜ້ອຍລົງກ່ຽວກັບຄວາມຮູ້ ແລະ ມັນຈະດີທີ່ສຸດທີ່ຈະມິດງຽບ; ເວົ້າກ່ຽວກັບເສັ້ນທາງຂອງການປະຕິບັດໃຫ້ຫຼາຍຂຶ້ນ ແລະ ໃຫ້ເວົ້າໂອ້ອວດໃນການສົນທະນາທີ່ບໍ່ມີຄ່າໜ້ອຍລົງ ແລະ ມັນຈະດີທີ່ສຸດທີ່ຈະເລີ່ມປະຕິບັດແຕ່ດຽວນີ້ເລີຍ.

ເງື່ອນໄຂຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນແມ່ນບໍ່ສູງປານນັ້ນ. ເຖິງພວກເຂົາຈະໃຊ້ຄວາມພະຍາຍາມໜ້ອຍດຽວ ພວກເຂົາກໍຈະໄດ້ຮັບ “ຄະແນນຜ່ານ”. ທີ່ຈິງແລ້ວ, ຄວາມເຂົ້າໃຈ, ການຮູ້ຈັກ ແລະ ການເຂົ້າໃຈຄວາມຈິງແມ່ນຊັບຊ້ອນຫຼາຍກວ່າການປະຕິບັດຄວາມຈິງ. ການຮູ້ຈັກ ແລະ ການເຂົ້າໃຈຄວາມຈິງແມ່ນມາຫຼັງຈາກການປະຕິບັດຄວາມຈິງເປັນຄັ້ງທຳອິດ; ສິ່ງເຫຼົ່ານີ້ແມ່ນບາດກ້າວ ແລະ ວິທີການຂອງການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ. ເຈົ້າຈະບໍ່ເຊື່ອຟັງໄດ້ແນວໃດ? ເຈົ້າຈະສາມາດມີພາລະກິດຂອງພຣະວິນຍານບໍລິສຸດໂດຍເຮັດສິ່ງຕ່າງໆຕາມວິທີທາງຂອງເຈົ້າບໍ? ພຣະວິນຍານບໍລິສຸດເຮັດພາລະກິດຕາມຄວາມເພິ່ງພໍໃຈຂອງເຈົ້າ ຫຼື ຕາມຄວາມຂາດຕົກບົກຜ່ອງຂອງເຈົ້າຕາມພຣະທໍາຂອງພຣະເຈົ້າບໍ? ມັນຈະບໍ່ມີປະໂຫຍດຫຍັງຖ້າເຈົ້າບໍ່ສາມາດແນມເຫັນສິ່ງນີ້ຢ່າງຊັດເຈນ. ເປັນຫຍັງຄົນສ່ວນໃຫຍ່ຈຶ່ງພະຍາຍາມອ່ານພຣະທໍາຂອງພຣະເຈົ້າ ມີພຽງແຕ່ຄວາມຮູ້ ແລະ ຫຼັງຈາກນັ້ນ ບໍ່ສາມາດເວົ້າສິ່ງໃດໆເລີຍກ່ຽວກັບເສັ້ນທາງທີ່ແທ້ຈິງ? ເຈົ້າຄິດວ່າການມີຄວາມຮູ້ຈະທຽບເທົ່າກັບການມີຄວາມຈິງບໍ? ນັ້ນບໍ່ແມ່ນມຸມມອງທີ່ສັບສົນບໍ? ເຈົ້າສາມາດເວົ້າກ່ຽວກັບຄວາມຮູ້ຫຼາຍຢ່າງຄືກັນກັບທີ່ມີຊາຍຢູ່ຫາດຊາຍ ແຕ່ເຖິງຢ່າງນັ້ນ ກໍບໍ່ມີເສັ້ນທາງທີ່ແທ້ຈິງ. ໃນເລື່ອງດັ່ງກ່າວນີ້, ເຈົ້າບໍ່ໄດ້ຫຼອກລວງຜູ້ຄົນບໍ? ເຈົ້າບໍ່ແມ່ນກໍາລັງເຮັດການສະແດງທີ່ເປົ່າວ່າງໂດຍບໍ່ມີຄວາມໝາຍທີ່ແທ້ຈິງມາສະໜັບສະໜູນບໍ? ພຶດຕິກໍາທັງໝົດທີ່ກ່າວມານັ້ນເປັນໄພຕໍ່ຜູ້ຄົນ! ຍິ່ງທິດສະດີສູງຊໍ່າໃດ ແລະ ຍິ່ງມັນປາສະຈາກຄວາມເປັນຈິງຫຼາຍຊໍ່າໃດ, ມັນກໍຍິ່ງບໍ່ສາມາດນໍາເອົາຜູ້ຄົນເຂົ້າໄປສູ່ຄວາມເປັນຈິງຫຼາຍສໍ່ານັ້ນ; ຍິ່ງທິດສະດີສູງຊໍ່າໃດ, ມັນຍິ່ງເຮັດໃຫ້ເຈົ້າຂັດຂືນ ແລະ ຕໍ່ຕ້ານພຣະເຈົ້າ. ຢາຖືເອົາທິດສະດີທີ່ສູງສົ່ງເປັນສົມບັດທີ່ມີຄ່າ; ພວກມັນເປັນອັນຕະລາຍ ແລະ ບໍ່ມີປະໂຫຍດຫຍັງ! ບາງເທື່ອບາງຄົນສາມາດເວົ້າກ່ຽວກັບທິດສະດີທີ່ສູງສົ່ງ ແຕ່ສິ່ງເຫຼົ່ານີ້ແມ່ນບໍ່ມີຫຍັງທີ່ເປັນຄວາມຈິງເລີຍ ເນື່ອງຈາກວ່າ ຄົນເຫຼົ່ານີ້ບໍ່ໄດ້ປະສົບກັບພວກມັນດ້ວຍຕົວເອງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີເສັ້ນທາງໃນການປະຕິບັດ. ຄົນປະເພດດັ່ງກ່າວບໍ່ສາມາດນໍາເອົາມ່ວນມະນຸດເຂົ້າໄປສູ່ເສັ້ນທາງທີ່ຖືກຕ້ອງ ແລະ ມີແຕ່ຈະນໍາພາຜູ້ຄົນໃຫ້ຫຼົງທາງເທົ່ານັ້ນ. ນີ້ບໍ່ແມ່ນໄພຕໍ່ຜູ້ຄົນບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງສາມາດແກ້ໄຂບັນຫາໃນປັດຈຸບັນຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາສາມາດບັນລຸທາງເຂົ້າສູ່ຄວາມເປັນຈິງ; ສິ່ງນີ້ເທົ່ານັ້ນທີ່ຖືວ່າເປັນການອຸທິດ ແລະ ເມື່ອເປັນເຊັ່ນນັ້ນເຈົ້າຈຶ່ງຈະມີຄຸນສົມບັດທີ່ຈະປະຕິບັດພາລະກິດເພື່ອພຣະເຈົ້າ. ຢ່າເວົ້າດ້ວຍຄໍາເວົ້າທີ່ຫຼູຫຼາ ແລະ ເຕັມໄປດ້ວຍຄວາມເພີ້ຝັນ ແລະ ຢ່າໃຊ້ວິທີການປະຕິບັດທີ່ບໍ່ເໝາະສົມເພື່ອຜູກມັດຜູ້ອື່ນໃຫ້ເຊື່ອຟັງເຈົ້າ. ການເຮັດສິ່ງດັ່ງກ່າວຈະບໍ່ມີຜົນຫຍັງ ແລະ ພຽງແຕ່ສາມາດເພີ່ມຄວາມສັບສົນຂອງພວກເຂົາເທົ່ານັ້ນ. ການນໍາພາຜູ້ຄົນດ້ວຍວິທີການນີ້ຈະສົ່ງຜົນໃຫ້ມີລະບຽບການຫຼາຍໆຢ່າງ ເຊິ່ງຈະເຮັດໃຫ້ຄົນລັງກຽດເຈົ້າ. ນີ້ແມ່ນຂໍ້ບົກຜ່ອງຂອງຄວາມເປັນມະນຸດ ແລະ ມັນເປັນຕາອັບອາຍຂາຍໜ້າແທ້ໆ. ສະນັ້ນ, ໃຫ້ເວົ້າຫຼາຍຂຶ້ນກ່ຽວກັບບັນຫາທີ່ມີຢູ່ໃນປັດຈຸບັນ. ຢ່າຖືເອົາປະສົບການຂອງຄົນອື່ນເປັນຊັບສິນສ່ວນຕົວໂດຍການກ່າວເຖິງພວກເຂົາເພື່ອໃຫ້ຜູ້ອື່ນຍ້ອງຍໍ; ເຈົ້າຕ້ອງຄົ້ນຫາທາງອອກຂອງຕົວເອງ. ນີ້ແມ່ນສິ່ງທີ່ແຕ່ລະຄົນຄວນນໍາເຂົ້າສູ່ການປະຕິບັດ.

ຖ້າສິ່ງທີ່ເຈົ້າສົນທະນາສາມາດມອບເສັ້ນທາງໃຫ້ຜູ້ຄົນຍ່າງໄດ້ ນັ້ນກໍທຽບເທົ່າກັບຄວາມເປັນຈິງທີ່ເຈົ້າມີ. ບໍ່ວ່າເຈົ້າຈະເວົ້າຫຍັງ, ເຈົ້າຕ້ອງນໍາເອົາຜູ້ຄົນມາສູ່ການປະຕິບັດ ແລະ ມອບເສັ້ນທາງໃຫ້ພວກເຂົາທັງໝົດເພື່ອພວກເຂົາຈະສາມາດຍ່າງຕາມ. ມັນບໍ່ກ່ຽວກັບວ່າ ເຮັດສິ່ງນັ້ນເພື່ອໃຫ້ຄົນມີຄວາມຮູ້ເທົ່ານັ້ນ ແຕ່ທີ່ສໍາຄັນກວ່າກໍຄືມັນກ່ຽວກັບເສັ້ນທາງທີ່ຈະຍ່າງ. ສໍາລັບຄົນທີ່ເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງຍ່າງເທິງເສັ້ນທາງທີ່ນໍາພາໂດຍພຣະເຈົ້າໃນພາລະກິດຂອງພຣະອົງ. ນັ້ນກໍຄືຂະບວນການແຫ່ງການເຊື່ອໃນພຣະເຈົ້າ ແມ່ນຂະບວນການໃນການຍ່າງຕາມເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ເຈົ້າຕ້ອງມີເສັ້ນທາງທີ່ເຈົ້າສາມາດຍ່າງບໍ່ວ່າຫຍັງກໍຕາມ ແລະ ເຈົ້າຕ້ອງຍ່າງຢູ່ເສັ້ນທາງແຫ່ງການຖືກພຣະເຈົ້າເຮັດໃຫ້ສົມບູນ. ຢ່າຕົກໄປຢູ່ຂ້າງຫຼັງຫຼາຍ ແລະ ບໍ່ໃຫ້ມີສ່ວນກ່ຽວຂ້ອງກັບຫຼາຍສິ່ງຫຼາຍເກີນໄປ. ຖ້າເຈົ້າຍ່າງຢູ່ເສັ້ນທາງທີ່ນໍາພາໂດຍພຣະເຈົ້າໂດຍບໍ່ສ້າງການລົບກວນ, ເຈົ້າກໍຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ມີເສັ້ນທາງເຂົ້າສູ່ຄວາມເປັນຈິງ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດນັບໄດ້ວ່າ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເປັນການເຮັດໜ້າທີ່ຂອງຄວາມເປັນມະນຸດໃຫ້ສໍາເລັດ. ໃນຖານະເປັນຄົນຜູ້ໜຶ່ງໃນກະແສດັ່ງກ່າວນີ້, ແຕ່ລະຄົນຄວນເຮັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດຢ່າງເໝາະສົມ, ເຮັດໃນສິ່ງທີ່ຄົນຄວນເຮັດໃຫ້ຫຼາຍຂຶ້ນ ແລະ ບໍ່ໃຫ້ປະຕິບັດດ້ວຍຄວາມຫົວແຂງ. ຄົນທີ່ປະຕິບັດພາລະກິດຕ້ອງເຮັດໃຫ້ຄໍາເວົ້າຂອງພວກເຂົາຊັດເຈນ, ຄົນທີ່ຕິດຕາມຕ້ອງຕັ້ງໃຈກັບການອົດທົນຕໍ່ຄວາມລໍາບາກ ແລະ ການເຊື່ອຟັງໃຫ້ຫຼາຍຂຶ້ນ ແລະ ທຸກຄົນຕ້ອງຮັກສາບ່ອນຂອງພວກເຂົາ ແລະ ບໍ່ໃຫ້ອອກນອກເສັ້ນທາງ. ໃນໃຈຂອງທຸກໆຄົນຕ້ອງຊັດເຈນກ່ຽວກັບວິທີທີ່ພວກເຂົາຄວນປະຕິບັດ ແລະ ໜ້າທີ່ໆພວກເຂົາຄວນເຮັດໃຫ້ສໍາເລັດ. ໃຫ້ເລືອກເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ; ບໍ່ໃຫ້ຫຼົງທາງ ຫຼື ມີຂໍ້ຜິດພາດ. ເຈົ້າຕ້ອງເຫັນພາລະກິດໃນປັດຈຸບັນໃຫ້ຊັດເຈນ. ການເຂົ້າສູ່ວິທີການປະຕິບັດພາລະກິດໃນປະຈຸບັນແມ່ນສິ່ງທີ່ພວກເຈົ້າຄວນປະຕິບັດ. ມັນແມ່ນສິ່ງທໍາອິດທີ່ພວກເຈົ້າຕ້ອງເຂົ້າສູ່. ຈົ່ງຢ່າໃຊ້ຄໍາເວົ້າໃຫ້ສິ້ນເປືອງກັບສິ່ງອື່ນໆໄປຫຼາຍກວ່ານີ້. ການເຮັດພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າໃນປັດຈຸບັນແມ່ນຄວາມຮັບຜິດຊອບຂອງພວກເຈົ້າ, ການເຂົ້າສູ່ວິທີການປະຕິບັດພາລະກິດໃນປະຈຸບັນແມ່ນໜ້າທີ່ຂອງພວກເຈົ້າ ແລະ ການປະຕິບັດຄວາມຈິງໃນປັດຈຸບັນກໍແມ່ນພາລະຂອງພວກເຈົ້າ.

ໝາຍເຫດ:

ກ. ຈິດວິນຍານຂອງນາຍົກລັດຖະມົນຕີ: ສຸພາສິດດັ່ງເດີມຂອງປະເທດຈີນທີ່ໃຊ້ໃນການພັນລະນາຄົນ ຜູ້ທີ່ໃຈກວ້າງ ແລະ ເອື້ອເຟື້ອເພື່ອແຜ່.

​ກ່ອນ​ນີ້ :ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ຕໍ່​ໄປ:ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ

ເນື່ອຫາທີ່ກ່ຽວຂ້ອງ