ກ່ຽວກັບພຣະຄຳພີ (1)

ຄວນມີການເຂົ້າຫາພຣະຄຳພີແນວໃດໃນຄວາມເຊື່ອໃນພຣະເຈົ້າ? ນີ້ຄືຄຳຖາມກ່ຽວກັບຫຼັກການ. ເປັນຫຍັງພວກເຮົາຈຶ່ງສົນທະນາກ່ຽວກັບຄຳຖາມນີ້? ເພາະວ່າໃນອະນາຄົດ ເຈົ້າຈະເຜີຍແຜ່ຂ່າວປະເສີດ ແລະ ຂະຫຍາຍພາລະກິດຂອງຍຸກແຫ່ງອານາຈັກ ແລະ ການມີພຽງແຕ່ສາມາດກ່າວເຖິງພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນບໍ່ພຽງພໍ. ເພື່ອຂະຫຍາຍພາລະກິດຂອງພຣະອົງ ມັນຍິ່ງສຳຄັນທີ່ເຈົ້າຈະສາມາດແກ້ໄຂແນວຄິດທາງສາສະໜາທີ່ເກົ່າແກ່ຂອງຜູ້ຄົນ ແລະ ວິທີຄວາມເຊື່ອທີ່ເກົ່າແກ່ ແລະ ປ່ອຍໃຫ້ພວກເຂົາເຊື່ອໝັ້ນແທ້ໆ ແລະ ເຂົ້າສູ່ປະເດັນທີ່ກ່ຽວພັນກັບພຣະຄຳພີ. ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຫັນນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ຍິ່ງມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ ພວກເຂົາໄດ້ສູນເສຍຊີວິດໄປ. ດ້ວຍເຫດນັ້ນ ທັນທີທີ່ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ ພວກເຂົາກໍເລີ່ມອ່ານພຣະຄຳພີ ແລະ ທ່ອງຂຶ້ນໃຈຂໍ້ພຣະຄຳພີ ແລະ ຍິ່ງພວກເຂົາສາມາດທ່ອງຂຶ້ນໃຈຂໍ້ພຣະຄຳພີໄດ້ຫຼາຍສໍ່າໃດ ສິ່ງນີ້ກໍຍິ່ງພິສູດວ່າ ພວກເຂົາຮັກພຣະຜູ້ເປັນເຈົ້າ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄົນທີ່ໄດ້ອ່ານພຣະຄຳພີ ແລະ ສາມາດເວົ້າກ່ຽວກັບມັນໃຫ້ກັບຄົນອື່ນຟັງແມ່ນອ້າຍເອື້ອຍນ້ອງທີ່ດີທຸກຄົນ. ໃນເວລາຫຼາຍປີເຫຼົ່ານີ້, ຄວາມເຊື່ອຂອງຜູ້ຄົນ ແລະ ຄວາມຊື່ສັດຕໍ່ພຣະເຈົ້າແມ່ນຖືກວັດແທກຕາມຂອບເຂດຂອງຄວາມເຂົ້າໃຈພຣະຄຳພີຂອງພວກເຂົາ. ຄົນສ່ວນຫຼາຍບໍ່ເຂົ້າໃຈເລີຍວ່າ ເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ ຫຼື ຈະເຊື່ອໃນພຣະເຈົ້າແນວໃດ ແລະ ບໍ່ເຮັດຫຍັງເລີຍນອກຈາກຄົ້ນຫາຮ່ອງຮອຍຢ່າງຕາບອດເພື່ອຖອດຄວາມໝາຍໃນບົດພຣະຄຳພີ. ຜູ້ຄົນບໍ່ເຄີຍສະແຫວງຫາທິດທາງແຫ່ງພາລະກິດຂອງພຣະວິນຍານບໍລິສຸດຈັກເທື່ອ; ຕະຫຼອດຜ່ານມາ ພວກເຂົາບໍ່ໄດ້ເຮັດຫຍັງເລີຍນອກຈາກສຶກສາ ແລະ ຄົ້ນຫາຄວາມຈິງໃນພຣະຄຳພີຢ່າງເອົາເປັນເອົາຕາຍ ແລະ ບໍ່ມີໃຜໄດ້ພົບພາລະກິດທີ່ໃໝ່ກວ່າຂອງພຣະວິນຍານບໍລິສຸດ ເຊິ່ງຢູ່ນອກພຣະຄຳພີ. ບໍ່ມີໃຜເຄີຍໜີຈາກພຣະຄຳພີ ຫຼື ພວກເຂົາບໍ່ກ້າເຮັດແບບນັ້ນ. ຜູ້ຄົນໄດ້ສຶກສາພຣະຄຳພີເປັນເວລາຫຼາຍປີ, ພວກເຂົາໄດ້ສະເໜີຄຳອະທິບາຍຫຼາຍຢ່າງ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ; ພວກເຂົາຍັງມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບພຣະຄຳພີ ເຊິ່ງພວກເຂົາໂຕ້ຖຽງກັນໂດຍບໍ່ສິ້ນສຸດ ຈົນເຖິງຂັ້ນທີ່ວ່າໄດ້ມີຫຼາຍກວ່າສອງພັນນິກາຍທີ່ແຕກຕ່າງກັນຖືກກໍ່ຕັ້ງຂຶ້ນໃນປັດຈຸບັນ. ພວກເຂົາທັງໝົດຕ້ອງການຄົ້ນພົບການອະທິບາຍທີ່ພິເສດບາງຢ່າງ ຫຼື ຄວາມລຶກລັບທີ່ເລິກເຊິ່ງໃນພຣະຄຳພີ, ພວກເຂົາຕ້ອງການຄົ້ນຫາມັນ ແລະ ຄົ້ນຫາເບື້ອງຫຼັງຂອງພາລະກິດຂອງພຣະເຢໂຮວາໃນອິດສະຣາເອນ ຫຼື ເບື້ອງຫຼັງຂອງພາລະກິດຂອງພຣະເຢຊູໃນຢູດາຍ ຫຼື ຄວາມລຶກລັບຫຼາຍກວ່ານັ້ນທີ່ບໍ່ມີໃຜຮູ້ຈັກເລີຍ. ການເຂົ້າຫາພຣະຄຳພີຂອງຜູ້ຄົນແມ່ນເປັນຄວາມຫຼົງໄຫຼ ແລະ ຄວາມເຊື່ອ ແລະ ບໍ່ມີໃຜສາມາດຊັດເຈນຢ່າງສົມບູນກ່ຽວກັບເລື່ອງລາວພາຍໃນ ຫຼື ແກ່ນແທ້ຂອງພຣະຄຳພີ. ດ້ວຍເຫດນັ້ນ ໃນປັດຈຸບັນ ຜູ້ຄົນຍັງມີຄວາມຮູ້ສຶກທີ່ບໍ່ສາມາດພັນລະນາໄດ້ເຖິງຄວາມມະຫັດສະຈັນ ເມື່ອເວົ້າເຖິງພຣະຄຳພີ ແລະ ພວກເຂົາຍັງຫຼົງໄຫຼມັນ ແລະ ມີຄວາມເຊື່ອມັນຫຼາຍຂຶ້ນ. ໃນປັດຈຸບັນ ທຸກຄົນຕ້ອງການຄົ້ນຫາຄຳ ທຳນາຍຂອງພາລະກິດແຫ່ງຍຸກສຸດທ້າຍໃນພຣະຄຳພີ, ພວກເຂົາຕ້ອງການຄົ້ນພົບວ່າ ມີພາລະກິດຫຍັງແດ່ທີ່ພຣະເຈົ້າກະທໍາໃນລະຫວ່າງຍຸກສຸດທ້າຍ ແລະ ແມ່ນຫຍັງຄືໝາຍສຳຄັນສຳລັບຍຸກສຸດທ້າຍ. ດ້ວຍລັກສະນະນີ້ ການນະມັດສະການພຣະຄຳພີຂອງພວກເຂົາຍິ່ງກາຍມາເປັນການເອົາຈິງເອົາຈັງຂຶ້ນໄປອີກ ແລະ ຍິ່ງໃກ້ຮອດຍຸກສຸດທ້າຍຫຼາຍສໍ່າໃດ ພວກເຂົາຍິ່ງມີຄວາມເຊື່ອຖືຢ່າງຕາບອດໃນຄຳທຳນາຍຂອງພຣະຄຳພີຫຼາຍສໍ່ານັ້ນ ໂດຍສະເພາະສິ່ງທີ່ກ່ຽວກັບຍຸກສຸດທ້າຍ. ດ້ວຍຄວາມເຊື່ອຢ່າງຕາບອດແບບດັ່ງກ່າວໃນພຣະຄຳພີ, ດ້ວຍຄວາມໄວ້ວາງໃຈແບບດັ່ງກ່າວໃນພຣະຄຳພີ, ພວກເຂົາບໍ່ມີຄວາມປາຖະໜາທີ່ຈະສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດເລີຍ. ໃນແນວຄິດຂອງຜູ້ຄົນ ພວກເຂົາຄິດວ່າ ມີພຽງແຕ່ພຣະຄຳພີເທົ່ານັ້ນທີ່ສາມາດນໍາມາສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນທີ່ພວກເຂົາຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນ ທີ່ມີຄວາມລຶກລັບແຫ່ງພາລະກິດຂອງພຣະເຈົ້າລີ້ລັບຢູ່; ມີພຽງພຣະຄຳພີເທົ່ານັ້ນ ບໍ່ມີໜັງສືເຫຼັ້ມອື່ນ ຫຼື ບຸກຄົນອື່ນ ທີ່ສາມາດອະທິບາຍທຸກສິ່ງກ່ຽວກັບພຣະເຈົ້າ ແລະ ພາລະກິດທັງໝົດຂອງພຣະອົງ; ພຣະຄຳພີສາມາດນໍາພາລະກິດແຫ່ງສະຫວັນມາເທິງແຜ່ນດິນໂລກໄດ້; ແລະ ພຣະຄຳພີທັງສາມາດເລີ່ມຕົ້ນ ແລະ ສິ້ນສຸດຍຸກຕ່າງໆ. ດ້ວຍແນວຄິດເຫຼົ່ານີ້, ຜູ້ຄົນຈຶ່ງບໍ່ມີຄວາມປາຖະໜາທີ່ຈະຄົ້ນຫາພາລະກິດຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ບໍ່ວ່າ ພຣະຄຳພີຈະເປັນປະໂຫຍດໃຫ້ແກ່ຜູ້ຄົນທີ່ຢູ່ໃນອະດີດຫຼາຍສໍ່າໃດກໍຕາມ, ມັນໄດ້ກາຍມາເປັນອຸປະສັກຕໍ່ພາລະກິດຫຼ້າສຸດຂອງພຣະອົງ. ຫາກປາສະຈາກພຣະຄຳພີ ຜູ້ຄົນສາມາດຊອກຫາຮອຍພຣະບາດຂອງພຣະເຈົ້າໃນບ່ອນອື່ນໄດ້, ແຕ່ໃນປັດຈຸບັນ ຮອຍພຣະບາດຂອງພຣະອົງແມ່ນມີແຕ່ໃນພຣະຄຳພີ ແລະ ການຂະຫຍາຍພາລະກິດຫຼ້າສຸດຂອງພຣະອົງຈຶ່ງກາຍມາເປັນສິ່ງທີ່ຫຍຸ້ງຍາກສອງເທົ່າ ແລະ ຍາກລໍາບາກຈົນບໍ່ສາມາດແມ່ນແຕ່ຈະກ້າວຂາໄດ້. ທຸກຢ່າງເປັນແບບນີ້ກໍຍ້ອນບົດ ແລະ ຄຳເວົ້າເຊິ່ງເປັນທີ່ຮູ້ຈັກດີຈາກພຣະຄຳພີ ພ້ອມທັງຄຳທຳນາຍທີ່ຫຼາກຫຼາຍໃນພຣະຄຳພີ. ພຣະຄຳພີໄດ້ກາຍມາເປັນຮູບເຄົາລົບບູຊາໃນຄວາມຄິດຂອງມະນຸດ, ມັນໄດ້ກາຍເປັນປິດສະໜາໃນສະໝອງຂອງພວກເຂົາ ແລະ ພວກເຂົາບໍ່ສາມາດເຊື່ອເລີຍວ່າ ພຣະເຈົ້າສາມາດປະຕິບັດພາລະກິດທີ່ຢູ່ນອກພຣະຄຳພີ, ພວກເຂົາບໍ່ສາມາດເຊື່ອວ່າ ຜູ້ຄົນສາມາດຄົ້ນພົບພຣະເຈົ້າຢູ່ນອກພຣະຄຳພີ ແລ້ວແຮງໄກທີ່ພວກເຂົາຈະເຊື່ອວ່າ ພຣະເຈົ້າສາມາດແຍກອອກຈາກພຣະຄຳພີໃນລະຫວ່າງພາລະກິດສຸດທ້າຍ ແລະ ເລີ່ມຕົ້ນໃໝ່ໄດ້. ນີ້ເປັນສິ່ງທີ່ຜູ້ຄົນບໍ່ສາມາດຄິດເຖິງໄດ້; ພວກເຂົາບໍ່ສາມາດເຊື່ອມັນໄດ້ ແລະ ພວກເຂົາບໍ່ສາມາດຈິນຕະນາການກ່ຽວກັບມັນໄດ້. ພຣະຄຳພີໄດ້ກາຍມາເປັນອຸປະສັກທີ່ຍິ່ງໃຫຍ່ໃນການຍອມຮັບຂອງຜູ້ຄົນຕໍ່ພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄວາມຫຍຸ້ງຍາກໃນການຂະຫຍາຍພາລະກິດໃໝ່ນີ້ຂອງພຣະອົງ. ສະນັ້ນ ຖ້າພວກເຈົ້າບໍ່ເຂົ້າໃຈເລື່ອງລາວພາຍໃນຂອງພຣະຄຳພີ, ພວກເຈົ້າຈະບໍ່ສາມາດເຜີຍແຜ່ຂ່າວປະເສີດຢ່າງປະສົບຜົນສຳເລັດ ຫຼື ພວກເຈົ້າຈະບໍ່ສາມາດເປັນພະຍານໃຫ້ກັບພາລະກິດໃໝ່ໄດ້. ໃນປັດຈຸບັນ ເຖິງພວກເຈົ້າບໍ່ອ່ານພຣະຄຳພີ, ພວກເຈົ້າກໍຍັງມີໄມຕີຈິດຕໍ່ພຣະຄຳພີຫຼາຍ ເຊິ່ງໝາຍຄວາມວ່າ ພຣະຄຳພີອາດຈະບໍ່ໄດ້ຢູ່ໃນມືຂອງເຈົ້າ ແຕ່ແນວຄິດຫຼາຍຢ່າງຂອງພວກເຈົ້າກໍມາຈາກພຣະຄຳພີ. ພວກເຈົ້າບໍ່ເຂົ້າໃຈຕົ້ນກຳເນີດຂອງພຣະຄຳພີ ຫຼື ເລື່ອງລາວພາຍໃນກ່ຽວກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ. ເຖິງພວກເຈົ້າບໍ່ໄດ້ອ່ານພຣະຄຳພີຢູ່ເລື້ອຍໆ, ພວກເຈົ້າກໍຕ້ອງເຂົ້າໃຈພຣະຄຳພີ, ພວກເຈົ້າຕ້ອງໄດ້ຮັບຄວາມຮູ້ກ່ຽວກັບພຣະຄຳພີຢ່າງຖືກຕ້ອງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະສາມາດຮູ້ຈັກແກ່ນແທ້ຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ. ພວກເຈົ້າຈະໃຊ້ສິ່ງເຫຼົ່ານີ້ເພື່ອເອົາຊະນະຄົນ, ເພື່ອເຮັດໃຫ້ພວກເຂົາຮັບຮູ້ວ່າ ກະແສນີ້ແມ່ນຫົນທາງທີ່ແທ້ຈິງ, ເພື່ອເຮັດໃຫ້ພວກເຂົາຮັບຮູ້ວ່າ ເສັ້ນທາງທີ່ພວກເຈົ້າຍ່າງໃນປັດຈຸບັນແມ່ນເສັ້ນທາງແຫ່ງຄວາມຈິງ ເຊິ່ງນໍາພາໂດຍພຣະວິນຍານບໍລິສຸດ ແລະ ມັນບໍ່ໄດ້ຖືກລິເລີ່ມໂດຍມະນຸດຄົນໃດເລີຍ.

ຫຼັງຈາກທີ່ພຣະເຈົ້າປະຕິບັດພາລະກິດຂອງຍຸກແຫ່ງພຣະບັນຍັດ, ພຣະສັນຍາເດີມຈຶ່ງກຳເນີດຂຶ້ນ ແລະ ຫຼັງຈາກນັ້ນ ຜູ້ຄົນກໍເລີ່ມອ່ານພຣະຄຳພີ. ຫຼັງຈາກທີ່ພຣະເຢຊູໄດ້ມາ, ພຣະອົງກໍປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ແລະ ສາວົກຂອງພຣະອົງກໍຂຽນພຣະສັນຍາໃໝ່. ສະນັ້ນ ພຣະສັນຍາເດີມ ແລະ ໃໝ່ໃນພຣະຄຳພີຈຶ່ງກຳເນີດຂຶ້ນ ແລະ ແມ່ນແຕ່ຈົນເຖິງປັດຈຸບັນ ທຸກຄົນທີ່ເຊື່ອໃນພຣະເຈົ້າກໍໄດ້ອ່ານພຣະຄຳພີ. ພຣະຄຳພີເປັນໜັງສືປະຫວັດສາດ. ແນ່ນອນ ພຣະຄຳພີຍັງປະກອບມີຄຳທຳນາຍບາງຢ່າງຂອງຜູ້ປະກາດພຣະທຳ ແລະ ຄຳທຳນາຍດັ່ງກ່າວບໍ່ມີທາງເປັນປະຫວັດສາດໄດ້. ພຣະຄຳພີປະກອບມີຫຼາຍພາກສ່ວນ ບໍ່ໄດ້ມີພຽງແຕ່ຄຳທຳນາຍ ຫຼື ພາລະກິດຂອງພຣະເຢໂຮວາ ຫຼື ຈົດໝາຍຂອງໂປໂລເທົ່ານັ້ນ. ເຈົ້າຕ້ອງຮູ້ຈັກວ່າ ພຣະຄຳພີປະກອບມີຈັກພາກສ່ວນ; ພຣະສັນຍາເດີມປະກອບມີປະຖົມມະການ, ອົບພະຍົບ... ແລະ ຍັງມີໜັງສືແຫ່ງຄຳທຳນາຍທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້. ໃນຕອນສຸດທ້າຍ, ພຣະສັນຍາເດີມສິ້ນສຸດລົງດ້ວຍໜັງສືມາລາກີ. ມັນບັນທຶກພາລະກິດຂອງຍຸກແຫ່ງພຣະບັນຍັດ ເຊິ່ງຖືກນໍາພາໂດຍພຣະເຢໂຮວາ; ຈາກປະຖົມມະການຈົນເຖິງໜັງສືມາລາກີ, ມັນເປັນການບັນທຶກຢ່າງລະອຽດກ່ຽວກັບພາລະກິດທັງໝົດໃນຍຸກແຫ່ງພຣະບັນຍັດ. ນັ້ນໝາຍຄວາມວ່າ ພຣະສັນຍາເດີມບັນທຶກທຸກສິ່ງທີ່ຜູ້ຄົນ ເຊິ່ງຖືກນໍາພາໂດຍພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ໄດ້ປະສົບ. ໃນລະຫວ່າງພຣະສັນຍາເດີມຂອງຍຸກແຫ່ງພຣະບັນຍັດ, ຜູ້ປະກາດພຣະທຳຈຳນວນຫຼາຍຄົນທີ່ຖືກແຕ່ງຕັ້ງໂດຍພຣະເຈົ້າເຢໂຮວາໄດ້ກ່າວຄຳທຳນາຍໃຫ້ກັບພຣະອົງ, ພວກເຂົາໃຫ້ຄຳສັ່ງສອນກັບຊົນເຜົ່າ ແລະ ຊົນຊາດຕ່າງໆ ແລະ ທຳນາຍພາລະກິດທີ່ພຣະເຢໂຮວາຈະກະທຳ. ຜູ້ຄົນທີ່ຖືກແຕ່ງຕັ້ງເຫຼົ່ານີ້ແມ່ນໄດ້ຮັບພຣະວິນຍານແຫ່ງຄຳທຳນາຍຈາກພຣະເຢໂຮວາ: ພວກເຂົາສາມາດເຫັນນິມິດຈາກພຣະເຢໂຮວາ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບການດົນບັນດານຈາກພຣະອົງ ແລະ ຂຽນຄຳທຳນາຍ. ພາລະກິດທີ່ພວກເຂົາກະທຳເປັນການສຳແດງເຖິງສຽງຂອງພຣະເຢໂຮວາ, ການສະແດງເຖິງທໍານາຍຂອງພຣະເຢໂຮວາ ແລະ ພາລະກິດຂອງພຣະເຢໂຮວາໃນເວລານັ້ນກໍເປັນພຽງການນໍາພາຜູ້ຄົນໂດຍໃຊ້ພຣະວິນຍານເທົ່ານັ້ນ; ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ຜູ້ຄົນກໍບໍ່ໄດ້ເຫັນໃບໜ້າຂອງພຣະອົງ. ດ້ວຍເຫດນັ້ນ ພຣະອົງຈຶ່ງແຕ່ງຕັ້ງຜູ້ປະກາດພຣະທຳຫຼາຍຄົນເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ມອບຄຳທຳນາຍທີ່ສັກສິດໃຫ້ກັບພວກເຂົາເພື່ອໃຫ້ພວກເຂົາສົ່ງຕໍ່ໄປສູ່ທຸກຊົນເຜົ່າຂອງອິດສະຣາເອນ. ພາລະກິດຂອງພວກເຂົາກໍຄືການກ່າວຄຳທຳນາຍ ແລະ ພວກເຂົາບາງຄົນກໍຂຽນຄຳສັ່ງສອນຂອງພຣະເຢໂຮວາທີ່ມີໃຫ້ພວກເຂົານັ້ນລົງເພື່ອສະແດງໃຫ້ຄົນອື່ນເຫັນ. ພຣະເຢໂຮວາແຕ່ງຕັ້ງຜູ້ຄົນເຫຼົ່ານີ້ຂຶ້ນມາເພື່ອກ່າວຄຳທຳນາຍ, ເພື່ອທຳນາຍເຖິງພາລະກິດໃນອະນາຄົດ ຫຼື ພາລະກິດທີ່ຍັງຕ້ອງກະທຳໃຫ້ສຳເລັດໃນເວລານັ້ນ ເພື່ອຜູ້ຄົນຈະສາມາດເຫັນຄວາມອັດສະຈັນ ແລະ ສະຕິປັນຍາຂອງພຣະເຢໂຮວາ. ໜັງສືແຫ່ງການທຳນາຍເຫຼົ່ານີ້ແຕກຕ່າງຈາກໜັງສືເຫຼັ້ມອື່ນໆໃນພຣະຄຳພີພໍສົມຄວນ; ພວກມັນແມ່ນພຣະທຳທີ່ມີການກ່າວ ຫຼື ຂຽນລົງໂດຍຄົນທີ່ໄດ້ຮັບພຣະວິນຍານແຫ່ງການທໍານາຍ, ໂດຍຄົນທີ່ໄດ້ຮັບນິມິດ ຫຼື ສຽງຈາກພຣະເຢໂຮວາ. ນອກຈາກໜັງສືແຫ່ງການທຳນາຍແລ້ວ, ທຸກສິ່ງທີ່ຢູ່ໃນພຣະສັນຍາເດີມແມ່ນສ້າງຂຶ້ນຈາກການບັນທຶກຂອງຜູ້ຄົນ ຫຼັງຈາກທີ່ພຣະເຢໂຮວາໄດ້ສຳເລັດພາລະກິດຂອງພຣະອົງ. ໜັງສືເຫຼົ່ານີ້ບໍ່ສາມາດແທນຄຳທຳນາຍທີ່ກ່າວໄວ້ໂດຍຜູ້ປະກາດພຣະທຳທີ່ພຣະເຢໂຮວາແຕ່ງຕັ້ງຂຶ້ນມາ, ເໝືອນກັບທີ່ປະຖົມມະການ ແລະ ອົບພະຍົບບໍ່ສາມາດປຽບທຽບກັບໜັງສືເອຊາຢາ ແລະ ໜັງສືດານີເອນໄດ້. ຄຳທຳນາຍໄດ້ຖືກກ່າວໄວ້ກ່ອນທີ່ພາລະກິດຈະໄດ້ຮັບການປະຕິບັດ; ໃນຂະນະດຽວກັນ ໜັງສືເຫຼັ້ມອື່ນໆຖືກຂຽນຂຶ້ນຫຼັງຈາກພາລະກິດໄດ້ສຳເລັດລົງແລ້ວ ເຊິ່ງເປັນສິ່ງທີ່ຜູ້ຄົນສາມາດເຮັດໄດ້. ຜູ້ປະກາດພຣະທຳໃນເວລານັ້ນໄດ້ຮັບການດົນບັນດານຈາກພຣະເຢໂຮວາ ແລະ ກ່າວຄຳທຳນາຍບາງຢ່າງ, ພວກເຂົາກ່າວພຣະທຳຫຼາຍຂໍ້ ແລະ ພວກເຂົາທຳນາຍສິ່ງຕ່າງໆໃນຍຸກແຫ່ງພຣະຄຸນ ພ້ອມທັງການທຳລາຍໂລກໃນຍຸກສຸດທ້າຍ ນັ້ນກໍຄືພາລະກິດທີ່ພຣະເຢໂຮວາວາງແຜນທີ່ຈະປະຕິບັດ. ໜັງສືທີ່ເຫຼືອທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາໄດ້ກະທຳໃນອິດສະຣາເອນ. ສະນັ້ນ ເມື່ອເຈົ້າອ່ານພຣະຄຳພີ, ຫຼັກໆແມ່ນເຈົ້າກຳລັງອ່ານກ່ຽວກັບສິ່ງທີ່ພຣະເຢໂຮວາກະທຳໃນອິດສະຣາເອນ; ພຣະສັນຍາເດີມໃນພຣະຄຳພີ ຫຼັກໆ ແມ່ນບັນທຶກພາລະກິດຂອງພຣະເຢໂຮວາໃນການນໍາພາອິດສະຣາເອນ, ການທີ່ພຣະອົງໃຊ້ໂມເຊເພື່ອນໍາພາຊາວອິດສະຣາເອນອອກຈາກອີຢິບ ຜູ້ເຊິ່ງປົດປ່ອຍພວກເຂົາອອກຈາກໂສ້ຂອງພວກຟາໂຣ ແລະ ນໍາພວກເຂົາໄປສູ່ບ່ອນທຸລະກັນດານ ຫຼັງຈາກນັ້ນ ພວກເຂົາກໍເຂົ້າສູ່ການາອານ ແລະ ທຸກສິ່ງທີ່ເກີດຂຶ້ນຫຼັງຈາກນີ້ກໍເປັນຊີວິດຂອງພວກເຂົາໃນການາອານ. ທຸກສິ່ງນີ້ແມ່ນຖືກສ້າງຂຶ້ນຈາກການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາທີ່ປະຕິບັດທົ່ວອິດສະຣາເອນ. ທຸກສິ່ງທີ່ບັນທຶກໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາໃນອິດສະຣາເອນ, ມັນເປັນພາລະກິດທີ່ພຣະເຢໂຮວາກະທຳໃນດິນແດນທີ່ພຣະອົງຊົງສ້າງອາດາມ ແລະ ເອວາ. ຕັ້ງແຕ່ພຣະເຈົ້າເລີ່ມຕົ້ນນໍາພາຜູ້ຄົນເທິງແຜ່ນດິນໂລກຈົນເຖິງຍຸກສະໄໝໂນອາ, ທຸກສິ່ງທີ່ຖືກບັນທຶກໄວ້ໃນພຣະສັນຍາເດີມນັ້ນ ແມ່ນພາລະກິດກ່ຽວຂ້ອງກັບອິດສະຣາເອນ. ແລ້ວເປັນຫຍັງຈຶ່ງບໍ່ມີການບັນທຶກກ່ຽວກັບພາລະກິດໃດເລີຍທີ່ຢູ່ນອກເໜືອອິດສະຣາເອນ? ເພາະວ່າດິນແດນອິດສະຣາເອນແມ່ນບ່ອນກຳເນີດຂອງມະນຸດຊາດ. ໃນຕອນເລີ່ມຕົ້ນ, ແມ່ນບໍ່ມີປະເທດອື່ນໃດ ນອກຈາກອິດສະຣາເອນ ແລະ ພຣະເຢໂຮວາກໍບໍ່ໄດ້ປະຕິບັດພາລະກິດໃນສະຖານທີ່ແຫ່ງອື່ນໆເລີຍ. ດ້ວຍເຫດນີ້, ສິ່ງທີ່ບັນທຶກໃນພຣະສັນຍາເດີມຂອງພຣະຄຳພີແມ່ນເປັນພຽງພາລະກິດຂອງພຣະເຈົ້າໃນອິດສະຣາເອນໃນເວລານັ້ນເທົ່ານັ້ນ. ພຣະທໍາທີ່ກ່າວໄວ້ໂດຍຜູ້ປະກາດພຣະທຳ ເຊັ່ນ: ເອຊາຢາ, ດານີເອນ, ເຢເຣມີຢາ ແລະ ເອເຊກີເອນ... ພຣະທໍາຂອງພວກເຂົາທຳນາຍພາລະກິດອື່ນໆຂອງພຣະອົງເທິງແຜ່ນດິນໂລກ, ພຣະທໍາເຫຼົ່ານັ້ນທຳນາຍເຖິງພາລະກິດຂອງພຣະເຢໂຮວາເອງ. ທຸກສິ່ງນີ້ແມ່ນມາຈາກພຣະເຈົ້າ, ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ນອກຈາກໜັງສືເຫຼົ່ານີ້ທີ່ມາຈາກຜູ້ປະກາດພຣະທຳແລ້ວ, ທຸກສິ່ງແມ່ນການບັນທຶກປະສົບການຂອງຜູ້ຄົນກ່ຽວກັບພາລະກິດຂອງພຣະເຢໂຮວາໃນເວລານັ້ນ.

ພາລະກິດແຫ່ງການຊົງສ້າງເກີດຂຶ້ນກ່ອນຈະມີມະນຸດຊາດ ແຕ່ໜັງສືປະຖົມມະການພຽງແຕ່ເກີດຂຶ້ນຫຼັງຈາກມີມະນຸດຊາດ; ມັນເປັນໜັງສືທີ່ຂຽນຂຶ້ນໂດຍໂມເຊໃນລະຫວ່າງຍຸກແຫ່ງພຣະບັນຍັດ. ມັນເປັນຄືກັບສິ່ງທີ່ເກີດຂຶ້ນທ່າມກາງພວກເຈົ້າໃນປັດຈຸບັນ ນັ້ນກໍຄື: ຫຼັງຈາກມີເຫດການເກີດຂຶ້ນ, ພວກເຈົ້າກໍຂຽນເຫດການນັ້ນລົງເພື່ອສະແດງໃຫ້ກັບຜູ້ຄົນທີ່ຢູ່ໃນອະນາຄົດເຫັນ ແລະ ສຳລັບຜູ້ຄົນທີ່ຢູ່ໃນອະນາຄົດ, ສິ່ງທີ່ພວກເຈົ້າໄດ້ບັນທຶກໄວ້ນັ້ນ ກໍຄືສິ່ງທີ່ເກີດຂຶ້ນໃນອະດີດ, ສິ່ງເຫຼົ່ານັ້ນບໍ່ແມ່ນຫຍັງເໜືອໄປກວ່າປະຫວັດສາດ. ສິ່ງທີ່ບັນທຶກໄວ້ໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາໃນອິດສະຣາເອນ ແລະ ສິ່ງທີ່ບັນທຶກໄວ້ໃນພຣະສັນຍາໃໝ່ແມ່ນພາລະກິດຂອງພຣະເຢຊູໃນລະຫວ່າງຍຸກແຫ່ງພຣະຄຸນ; ພວກເຂົາບັນທຶກພາລະກິດທີ່ພຣະເຈົ້າກະທຳໃນສອງຍຸກທີ່ແຕກຕ່າງກັນ. ພຣະສັນຍາເດີມບັນທຶກພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ດ້ວຍເຫດນັ້ນ ພຣະສັນຍາເດີມຈຶ່ງເປັນໜັງສືປະຫວັດສາດ, ໃນຂະນະທີ່ພຣະສັນຍາໃໝ່ແມ່ນຜົນຂອງພາລະກິດໃນຍຸກແຫ່ງພຣະຄຸນ. ເມື່ອພາລະກິດໃໝ່ເລີ່ມຕົ້ນຂຶ້ນ, ພຣະສັນຍາໃໝ່ກໍກາຍເປັນສິ່ງທີ່ຫຼ້າສະໄໝ ແລະ ດ້ວຍເຫດນັ້ນ ພຣະສັນຍາໃໝ່ຈຶ່ງເປັນໜັງສືປະຫວັດສາດເຊັ່ນດຽວກັນ. ແນ່ນອນ, ພຣະສັນຍາໃໝ່ບໍ່ໄດ້ຈັດເປັນລະບົບຄືກັບພຣະສັນຍາເດີມ ຫຼື ບໍ່ໄດ້ມີການບັນທຶກຫຼາຍສິ່ງຫຼາຍຢ່າງຄືກັບພຣະສັນຍາເດີມ. ພຣະທຳທັງໝົດທີ່ກ່າວໄວ້ໂດຍພຣະເຢໂຮວາແມ່ນຖືກບັນທຶກໃນພຣະສັນຍາເດີມຂອງພຣະຄຳພີ, ໃນຂະນະດຽວກັນມີພຽງແຕ່ພຣະທຳບາງຂໍ້ຂອງພຣະເຢຊູເທົ່ານັ້ນທີ່ຖືກບັນທຶກໃນພຣະກິດຕິຄຸນທັງສີ່. ແນ່ນອນ, ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງເຊັ່ນກັນ ແຕ່ມັນບໍ່ໄດ້ຖືກບັນທຶກໄວ້ເປັນລາຍລະອຽດ. ມີການບັນທຶກໜ້ອຍກວ່າໃນພຣະສັນຍາໃໝ່ ເພາະຈຳນວນພາລະກິດທີ່ພຣະເຢຊູປະຕິບັດ; ຈຳນວນພາລະກິດທີ່ພຣະອົງປະຕິບັດໃນລະຫວ່າງສາມປີເຄິ່ງເທິງແຜ່ນດິນໂລກ ແລະ ພາລະກິດຂອງພວກອັກຄະສາວົກແມ່ນໜ້ອຍກວ່າພາລະກິດຂອງພຣະເຢໂຮວາຫຼາຍ. ແລ້ວດ້ວຍເຫດນັ້ນ, ໜັງສືໃນພຣະສັນຍາໃໝ່ຈຶ່ງມີໜ້ອຍກວ່າພຣະສັນຍາເດີມ.

ພຣະຄຳພີເປັນໜັງສືປະເພດໃດ? ພຣະສັນຍາເດີມແມ່ນພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະສັນຍາເດີມໃນພຣະຄຳພີບັນທຶກພາລະກິດທັງໝົດຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ພາລະກິດແຫ່ງການຊົງສ້າງຂອງພຣະອົງ. ພຣະສັນຍາເດີມທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາກະທຳ ແລະ ສິ້ນສຸດການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາດ້ວຍໜັງສືມາລາກີ. ພຣະສັນຍາເດີມບັນທຶກພາລະກິດສອງສ່ວນທີ່ກະທຳໂດຍພຣະເຈົ້າ: ສ່ວນທີໜຶ່ງແມ່ນພາລະກິດແຫ່ງການຊົງສ້າງ ແລະ ອີກສ່ວນໜຶ່ງແມ່ນການອອກພຣະບັນຍັດ. ທັງສອງເປັນພາລະກິດທີ່ພຣະເຢໂຮວາກະທຳ. ຍຸກແຫ່ງພຣະບັນຍັດສະແດງເຖິງພາລະກິດພາຍໃຕ້ພຣະນາມຂອງພຣະເຈົ້າເຢໂຮວາ; ເປັນພາລະກິດທັງໝົດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກ. ສະນັ້ນ, ພຣະສັນຍາເດີມຈຶ່ງບັນທຶກພາລະກິດຂອງພຣະເຢໂຮວາ ແລະ ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູ ເຊິ່ງເປັນພາລະກິດທີ່ປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄວາມສຳຄັນຂອງພຣະນາມຂອງພຣະເຢຊູ ແລະ ພາລະກິດທີ່ພຣະອົງກະທຳແມ່ນຖືກບັນທຶກໄວ້ໃນພຣະສັນຍາໃໝ່ເປັນສ່ວນຫຼາຍ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ, ພຣະເຢໂຮວາສ້າງພຣະວິຫານ ແລະ ແທ່ນບູຊາໃນອິດສະຣາເອນ, ພຣະອົງນໍາພາຊີວິດຂອງຊາວອິດສະຣາເອນເທິງແຜ່ນດິນໂລກ, ເຊິ່ງພິສູດໃຫ້ເຫັນວ່າ ພວກເຂົາເປັນຜູ້ຄົນທີ່ຖືກເລືອກຂອງພຣະອົງ, ເປັນກຸ່ມຄົນທຳອິດທີ່ພຣະອົງເລືອກເທິງແຜ່ນດິນໂລກ ແລະ ເປັນຜູ້ຄົນທີ່ພຣະອົງເພິ່ງພໍໃຈທີ່ສຸດ ແລະ ເປັນກຸ່ມຄົນທຳອິດທີ່ພຣະອົງນໍາພາດ້ວຍຕົວພຣະອົງເອງ. ທັງສິບສອງຊົນເຜົ່າຂອງອິດສະຣາເອນເປັນຜູ້ຄົນທຳອິດທີ່ພຣະເຢໂຮວາໄດ້ເລືອກໄວ້ແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງປະຕິບັດພາລະກິດໃນພວກເຂົາຢູ່ສະເໝີຈົນເຖິງເວລາທີ່ພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດສິ້ນສຸດລົງ. ຂັ້ນຕອນທີສອງຂອງພາລະກິດ ແມ່ນພາລະກິດໃນຍຸກແຫ່ງພຣະຄຸນໃນພຣະສັນຍາໃໝ່ ແລະ ໄດ້ຖືກປະຕິບັດທ່າມກາງຊາວຢິວ ແລະ ໃນທ່າມກາງໜຶ່ງໃນສິບສອງຊົນເຜົ່າຂອງອິດສະຣາເອນ. ຂອບເຂດຂອງພາລະກິດນີ້ແມ່ນໜ້ອຍກວ່າ ເພາະພຣະເຢຊູເປັນພຣະເຈົ້າທີ່ລົງມາບັງເກີດເປັນເນື້ອໜັງ. ພຣະເຢຊູປະຕິບັດພາລະກິດພຽງແຕ່ໃນດິນແດນຢູດາ ແລະ ພຽງແຕ່ປະຕິບັດພາລະກິດໃນເວລາສາມປີເຄິ່ງເທົ່ານັ້ນ; ດ້ວຍເຫດນັ້ນ ສິ່ງທີ່ຖືກບັນທຶກໃນພຣະສັນຍາໃໝ່ແມ່ນບໍ່ສາມາດເກີນຈຳນວນພາລະກິດທີ່ຖືກບັນທຶກໃນພຣະສັນຍາເດີມໄດ້. ພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນແມ່ນຖືກບັນທຶກໃນພຣະກິດຕິຄຸນທັງສີ່ເປັນຫຼັກ. ເສັ້ນທາງທີ່ຜູ້ຄົນໃນຍຸກແຫ່ງພຣະຄຸນເດີນແມ່ນເປັນການປ່ຽນແປງຢ່າງເລັກນ້ອຍທີ່ສຸດກ່ຽວກັບຊີວິດຈິດໃຈຂອງພວກເຂົາ ເຊິ່ງສ່ວນຫຼາຍແມ່ນຖືກບັນທຶກໃນຈົດໝາຍ. ຈົດໝາຍສະແດງໃຫ້ເຫັນວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດໃນເວລານັ້ນ. (ແນ່ນອນ, ບໍ່ວ່າໂປໂລຖືກຕີສອນ ຫຼື ໂຈມຕີດ້ວຍຄວາມໂຊກຮ້າຍ, ພາລະກິດທີ່ເພິ່ນປະຕິບັດນັ້ນແມ່ນໄດ້ຮັບການສັ່ງສອນຈາກພຣະວິນຍານບໍລິສຸດ, ເພິ່ນເປັນຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດໃນເວລານັ້ນ; ເປໂຕກໍເຊັ່ນກັນ ເພິ່ນຖືກໃຊ້ໂດຍພຣະວິນຍານບໍລິສຸດ, ແຕ່ເພິ່ນບໍ່ໄດ້ປະຕິບັດພາລະກິດຫຼາຍສໍ່າກັບໂປໂລ. ເຖິງແມ່ນວ່າພາລະກິດຂອງໂປໂລປະກອບມີຄວາມບໍ່ບໍລິສຸດຂອງມະນຸດ, ຈາກຈົດໝາຍທີ່ຂຽນຂຶ້ນໂດຍໂປໂລ ມັນສາມາດເຫັນເຖິງວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນເວລານັ້ນ. ເສັ້ນທາງທີ່ໂປໂລນໍາພາແມ່ນເສັ້ນທາງທີ່ຖືກຕ້ອງ, ມັນຖືກຕ້ອງແລ້ວ ແລະ ມັນເປັນເສັ້ນທາງຂອງພຣະວິນຍານບໍລິສຸດ).

ຖ້າເຈົ້າປາຖະໜາທີ່ຈະເຫັນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ເຫັນວ່າ ຊາວອິດສະຣາເອນຕິດຕາມວິທີທາງຂອງພຣະເຢໂຮວາແນວໃດ ແລ້ວເຈົ້າຕ້ອງອ່ານພຣະສັນຍາເດີມ; ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈພາລະກິດໃນຍຸກແຫ່ງພຣະຄຸນ ແລ້ວເຈົ້າຕ້ອງອ່ານພຣະສັນຍາໃໝ່. ແຕ່ເຈົ້າຈະເຫັນພາລະກິດແຫ່ງຍຸກສຸດທ້າຍໄດ້ແນວໃດ? ເຈົ້າຕ້ອງຍອມຮັບການນໍາພາຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ພາລະກິດແຫ່ງປັດຈຸບັນ, ຍ້ອນນີ້ແມ່ນພາລະກິດທີ່ໃໝ່ ແລະ ບໍ່ມີໃຜເຄີຍບັນທຶກມັນໃນພຣະຄຳພີມາກ່ອນ. ໃນປັດຈຸບັນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ຄັດເລືອກຜູ້ຄົນອື່ນໆທີ່ຖືກເລືອກໃນປະເທດຈີນ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນເຫຼົ່ານີ້, ພຣະອົງສືບຕໍ່ຈາກພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ສືບຕໍ່ຈາກພາລະກິດໃນຍຸກແຫ່ງພຣະຄຸນ. ພາລະກິດແຫ່ງປັດຈຸບັນແມ່ນເສັ້ນທາງທີ່ມະນຸດບໍ່ເຄີຍຍ່າງຈັກເທື່ອ ແລະ ເປັນຫົນທາງທີ່ບໍ່ມີໃຜເຄີຍໄດ້ເຫັນ. ມັນເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ, ມັນເປັນພາລະກິດຫຼ້າສຸດຂອງພຣະເຈົ້າເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ, ພາລະກິດທີ່ບໍ່ເຄີຍມີການປະຕິບັດມາກ່ອນຈຶ່ງບໍ່ແມ່ນປະຫວັດສາດ ເພາະປັດຈຸບັນກໍຄືປັດຈຸບັນ ແລະ ຍັງບໍ່ໄດ້ເປັນອະດີດເທື່ອ. ຜູ້ຄົນບໍ່ຮູ້ຈັກວ່າ ພຣະເຈົ້າໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າ, ໃໝ່ກວ່າເທິງແຜ່ນດິນໂລກ ແລະ ຢູ່ນອກອິດສະຣາເອນ, ມັນໄດ້ຂະຫຍາຍອອກນອກຂອບເຂດອິດສະຣາເອນແລ້ວ ແລະ ນອກເໜືອຄຳທຳນາຍຂອງພວກຜູ້ປະກາດພຣະທຳອີກດ້ວຍ, ມັນເປັນພາລະກິດທີ່ໃໝ່ ແລະ ມະຫັດສະຈັນ ເຊິ່ງຢູ່ນອກຄຳທຳນາຍ ແລະ ເປັນພາລະກິດທີ່ໃໝ່ກວ່າ ເຊິ່ງຢູ່ນອກເໜືອອິດສະຣາເອນ ແລະ ພາລະກິດທີ່ຜູ້ຄົນບໍ່ສາມາດສັງເກດເຫັນ ຫຼື ຈິນຕະນາການໄດ້. ແລ້ວພຣະຄຳພີຈະບັນທຶກຢ່າງຊັດເຈນກ່ຽວກັບພາລະກິດດັ່ງກ່າວໄດ້ແນວໃດ? ແມ່ນໃຜທີ່ສາມາດບັນທຶກລາຍລະອຽດທຸກສິ່ງໃນພາລະກິດຂອງປັດຈຸບັນໄວ້ລ່ວງໜ້າໄດ້ໂດຍບໍ່ມີການຕັດຕໍ່ເລີຍ? ແມ່ນໃຜສາມາດບັນທຶກພາລະກິດທີ່ຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາທີ່ຂັດກັບທຳນຽມໃນໜັງສືສະພາບເກົ່າໆໄດ້? ພາລະກິດແຫ່ງປັດຈຸບັນບໍ່ແມ່ນປະຫວັດສາດ ແລະ ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະຍ່າງໃນເສັ້ນທາງໃໝ່ໃນປັດຈຸບັນ, ເຈົ້າຕ້ອງຫ່າງອອກຈາກພຣະຄຳພີ, ເຈົ້າຕ້ອງເບິ່ງໄກກວ່າໜັງສືແຫ່ງການທໍານາຍ ຫຼື ປະຫວັດສາດໃນພຣະຄຳພີ. ມີພຽງແຕ່ທາງດຽວນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຍ່າງໃນເສັ້ນທາງໃໝ່ຢ່າງຖືກຕ້ອງ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ອານາຈັກໃໝ່ ແລະ ພາລະກິດໃໝ່ໄດ້. ເຈົ້າຕ້ອງເຂົ້າໃຈວ່າ ເປັນຫຍັງ ໃນປັດຈຸບັນ ເຈົ້າຈຶ່ງຖືກຮຽກຮ້ອງບໍ່ໃຫ້ອ່ານພຣະຄຳພີ, ເປັນຫຍັງຈຶ່ງມີພາລະກິດອື່ນທີ່ແຕກຕ່າງຈາກພຣະຄຳພີ, ເປັນຫຍັງພຣະເຈົ້າຈຶ່ງບໍ່ຊອກຫາການປະຕິບັດທີ່ໃໝ່ກວ່າ ແລະ ມີລາຍລະອຽດຫຼາຍກວ່າໃນພຣະຄຳພີ ແລະ ກົງກັນຂ້າມເປັນຫຍັງຈຶ່ງມີພາລະກິດທີ່ຍິ່ງໃຫຍ່ກວ່າພຣະຄຳພີ. ນີ້ຄືສິ່ງທັງໝົດທີ່ພວກເຈົ້າຄວນເຂົ້າໃຈ. ເຈົ້າຕ້ອງຮູ້ຈັກເຖິງຄວາມແຕກຕ່າງລະຫວ່າງພາລະກິດເກົ່າ ແລະ ໃໝ່ ແລະ ເຖິງແມ່ນວ່າເຈົ້າບໍ່ໄດ້ອ່ານພຣະຄຳພີ, ເຈົ້າຕ້ອງສາມາດວິເຄາະມັນໃຫ້ໄດ້ຢ່າງລະອຽດ; ຖ້າບໍ່ດັ່ງນັ້ນ ເຈົ້າກໍຍັງຈະນະມັດສະການພຣະຄຳພີ ແລະ ມັນຈະຫຍຸ້ງຍາກສຳລັບເຈົ້າທີ່ຈະເຂົ້າສູ່ພາລະກິດໃໝ່ ແລະ ປະສົບກັບການປ່ຽນແປງຕ່າງໆ. ໃນເມື່ອມີຫົນທາງທີ່ສູງສົ່ງກວ່າ, ເປັນຫຍັງຈຶ່ງຕ້ອງຮຽນຮູ້ຫົນທາງທີ່ຕໍ່າ ແລະ ຫຼ້າສະໄໝນັ້ນ? ໃນເມື່ອມີພຣະທໍາທີ່ໃໝ່ກວ່າ ແລະ ພາລະກິດທີ່ໃໝ່ກວ່າ, ເປັນຫຍັງຈຶ່ງຕ້ອງດຳລົງຊີວິດທ່າມກາງການບັນທຶກທາງປະຫວັດສາດທີ່ເກົ່າແກ່ນັ້ນ? ຖ້ອຍຄຳໃໝ່ສາມາດສະໜອງໃຫ້ກັບເຈົ້າ ເຊິ່ງພິສູດໃຫ້ເຫັນວ່າ ນີ້ແມ່ນພາລະກິດທີ່ໃໝ່; ການບັນທຶກທີ່ເກົ່າແກ່ບໍ່ສາມາດເຮັດໃຫ້ເຈົ້າອີ່ມອົກອີ່ມໃຈໄດ້ ແລະ ຕອບສະໜອງຄວາມຕ້ອງການຂອງເຈົ້າໃນປັດຈຸບັນໄດ້ ເຊິ່ງພິສູດໃຫ້ເຫັນວ່າ ພວກມັນເປັນປະຫວັດສາດ ແລະ ບໍ່ແມ່ນພາລະກິດໃນຍຸກປັດຈຸບັນ. ຫົນທາງທີ່ສູງສົ່ງທີ່ສຸດແມ່ນພາລະກິດທີ່ໃໝ່ທີ່ສຸດ ແລະ ດ້ວຍພາລະກິດທີ່ໃໝ່ ບໍ່ວ່າຫົນທາງໃນອະດີດຈະສູງສົ່ງສໍ່າໃດ, ມັນກໍ່ເປັນພຽງປະຫວັດສາດທີ່ຜູ້ຄົນຫຼຽວເບິ່ງຄືນຫຼັງ ແລະ ບໍ່ວ່າມັນຈະມີຄຸນຄ່າໃນການອ້າງອີງແນວໃດກໍຕາມ ມັນກໍຍັງເປັນວິທີທາງທີ່ເກົ່າແກ່. ເຖິງແມ່ນວ່າ ມັນຖືກບັນທຶກໄວ້ໃນ “ໜັງສືສັກສິດ”, ວິທີທາງທີ່ເກົ່າແກ່ກໍຍັງເປັນປະຫວັດສາດຢູ່ດີ; ເຖິງແມ່ນ ບໍ່ມີການບັນທຶກກ່ຽວກັບມັນໃນ “ໜັງສືສັກສິດ”, ວິທີທາງທີ່ໃໝ່ແມ່ນຢູ່ໃນຍຸກປັດຈຸບັນ. ຫົນທາງນີ້ສາມາດຊ່ວຍເຈົ້າໄດ້ ແລະ ຫົນທາງນີ້ສາມາດປ່ຽນແປງເຈົ້າໄດ້ ຍ້ອນນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ.

ພວກເຈົ້າຕ້ອງເຂົ້າໃຈພຣະຄຳພີ, ພາລະກິດນີ້ເປັນສິ່ງທີ່ຈຳເປັນທີ່ສຸດ! ໃນປັດຈຸບັນ, ເຈົ້າຕ້ອງບໍ່ອ່ານພຣະຄຳພີເທົ່ານັ້ນ ຍ້ອນບໍ່ມີຫຍັງໃໝ່ໃນພຣະຄຳພີ; ມັນເປັນສິ່ງທີ່ເກົ່າແກ່ທັງໝົດ. ພຣະຄຳພີເປັນໜັງສືທາງປະຫວັດສາດ ແລະ ຖ້າເຈົ້າໄດ້ກິນ ແລະ ດື່ມພຣະສັນຍາເດີມໃນລະຫວ່າງຍຸກແຫ່ງພຣະຄຸນ ນັ້ນກໍຄື ຖ້າເຈົ້າໄດ້ນໍາສິ່ງທີ່ຮຽກຮ້ອງໃນເວລາຂອງພຣະສັນຍາເດີມນັ້ນມາປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູກໍຈະປະຕິເສດເຈົ້າ ແລະ ຕັດສິນລົງໂທດ; ຖ້າເຈົ້າໄດ້ນໍາພຣະສັນຍາເດີມມາໃຊ້ໃນພາລະກິດຂອງພຣະເຢຊູ ເຈົ້າກໍຈະເປັນພວກຟາຣິຊາຍ. ໃນປັດຈຸບັນ ຖ້າເຈົ້ານໍາພຣະສັນຍາເດີມ ແລະ ໃໝ່ມາລວມກັນເພື່ອກິນ ແລະ ດື່ມ ແລະ ປະຕິບັດ ແລ້ວພຣະເຈົ້າແຫ່ງປັດຈຸບັນກໍຈະຕັດສິນລົງໂທດເຈົ້າ; ເຈົ້າກໍຈະຕາມພາລະກິດຂອງພະວິນຍານບໍລິສຸດແຫ່ງປັດຈຸບັນບໍ່ທັນ! ຖ້າເຈົ້າກິນ ແລະ ດື່ມພຣະສັນຍາເດີມ ແລະ ພຣະສັນຍາໃໝ່ ແລ້ວເຈົ້າກໍຢູ່ນອກກະແສຂອງພຣະວິນຍານບໍລິສຸດ! ໃນລະຫວ່າງຍຸກຂອງພຣະເຢຊູ, ພຣະເຢຊູນໍາພາຊາວຢິວ ແລະ ທຸກຄົນທີ່ຕິດຕາມພຣະອົງ ໂດຍອີງຕາມພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນພຣະອົງໃນເວລານັ້ນ. ພຣະອົງບໍ່ໄດ້ຖືພຣະຄຳພີເປັນຫຼັກພື້ນຖານໃນສິ່ງທີ່ພຣະອົງກະທຳ ແຕ່ຊົງກ່າວຕາມພາລະກິດຂອງພຣະອົງ; ພຣະອົງບໍ່ສົນໃຈກັບສິ່ງທີ່ພຣະຄຳພີກ່າວ ຫຼື ພຣະອົງບໍ່ໄດ້ຄົ້ນຫາເສັ້ນທາງເພື່ອນໍາພາຜູ້ຕິດຕາມຂອງພຣະອົງຈາກພຣະຄຳພີ. ເລີ່ມຕັ້ງແຕ່ຕອນທີ່ພຣະອົງປະຕິບັດພາລະກິດ, ພຣະອົງເຜີຍແຜ່ຫົນທາງແຫ່ງຄວາມສຳນຶກຜິດ ເຊິ່ງເປັນພຣະທຳທີ່ບໍ່ເຄີຍກ່າວເຖິງໃນຄຳທຳນາຍຂອງພຣະສັນຍາເດີມຢ່າງແນ່ນອນ. ບໍ່ພຽງແຕ່ພຣະອົງບໍ່ປະຕິບັດຕາມພຣະຄຳພີເທົ່ານັ້ນ ແຕ່ພຣະອົງຍັງນໍາເສັ້ນທາງໃໝ່ອີກດ້ວຍ ແລະ ປະຕິບັດພາລະກິດໃໝ່. ພຣະອົງບໍ່ເຄີຍອ້າງອິງເຖິງພຣະຄຳພີເວລາທີ່ພຣະອົງເທດສະໜາ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ບໍ່ມີໃຜທີ່ສາມາດປະຕິບັດສິ່ງອັດສະຈັນໃນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ດ້ວຍເຫດນັ້ນ ພາລະກິດຂອງພຣະອົງ, ຄຳສັ່ງສອນຂອງພຣະອົງ ແລະ ສິດອຳນາດ ແລະ ລິດອຳນາດຂອງພຣະອົງກໍ່ເກີນມະນຸດທີ່ຢູ່ໃນຍຸກແຫ່ງພຣະບັນຍັດເຊັ່ນກັນ. ພຣະເຢຊູພຽງແຕ່ປະຕິບັດພາລະກິດໃໝ່ກວ່າຂອງພຣະອົງເທົ່ານັ້ນ ແລະ ເຖິງແມ່ນມີຫຼາຍຄົນທີ່ຕັດສິນລົງໂທດພຣະອົງໂດຍໃຊ້ພຣະຄຳພີ ແລະ ຍິ່ງໄປກວ່ານັ້ນຍັງໃຊ້ພຣະສັນຍາເດີມເພື່ອຄຶງພຣະອົງທີ່ໄມ້ກາງແຂນ, ແຕ່ພາລະກິດຂອງພຣະອົງກໍຍັງເໜືອກວ່າພຣະສັນຍາເດີມຢູ່ດີ; ຖ້າມັນບໍ່ເປັນແບບນັ້ນ ແລ້ວເປັນຫຍັງຜູ້ຄົນຈຶ່ງຄຶງພຣະອົງທີ່ໄມ້ກາງແຂນ? ມັນບໍ່ແມ່ນຍ້ອນວ່າ ບໍ່ໄດ້ມີການເວົ້າຫຍັງໃນພຣະສັນຍາເດີມກ່ຽວກັບການສັ່ງສອນຂອງພຣະອົງ ແລະ ຄວາມສາມາດຂອງພຣະອົງໃນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍບໍ? ພາລະກິດຂອງພຣະອົງແມ່ນຖືກປະຕິບັດເພື່ອນໍາເສັ້ນທາງໃໝ່, ມັນບໍ່ແມ່ນການເລີ່ມຕົ້ນຕໍ່ສູ້ກັບພຣະຄຳພີຢ່າງຕັ້ງໃຈ ຫຼື ຖິ້ມພຣະສັນຍາເດີມຢ່າງຕັ້ງໃຈ. ພຣະອົງພຽງແຕ່ມາເພື່ອປະຕິບັດພັນທະກິດຂອງພຣະອົງ, ເພື່ອນໍາພາລະກິດໃໝ່ມາສູ່ຜູ້ຄົນທີ່ກະຫາຍຫາ ແລະ ສະແຫວງຫາພຣະອົງ. ພຣະອົງບໍ່ໄດ້ມາເພື່ອອະທິບາຍພຣະສັນຍາເດີມ ຫຼື ດຳລົງພາລະກິດຂອງພຣະສັນຍາເດີມ. ພາລະກິດຂອງພຣະອົງບໍ່ແມ່ນເພື່ອເຮັດໃຫ້ຍຸກແຫ່ງພຣະບັນຍັດສືບຕໍ່ພັດທະນາ, ບໍ່ແມ່ນພາລະກິດທີ່ຍຶດຖືພຣະຄຳພີເປັນພື້ນຖານ; ພຣະເຢຊູພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ສະນັ້ນ, ພຣະອົງບໍ່ໄດ້ອະທິບາຍເຖິງຄຳທຳນາຍໃນພຣະສັນຍາເດີມ ຫຼື ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມພຣະທຳຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ພຣະອົງປະຕິບັດສິ່ງທີ່ພຣະສັນຍາເດີມກ່າວໄວ້, ພຣະອົງບໍ່ສົນໃຈວ່າ ມັນເຫັນພ້ອມກັບພາລະກິດຂອງພຣະອົງ ຫຼື ບໍ ແລະ ບໍ່ສົນໃຈວ່າ ຄົນອື່ນຮູ້ຈັກຫຍັງແດ່ກ່ຽວກັບພາລະກິດຂອງພຣະອົງ ຫຼື ພວກເຂົາຕັດສິນລົງໂທດພາລະກິດຂອງພຣະອົງແນວໃດ. ພຣະອົງພຽງແຕ່ສືບຕໍ່ປະຕິບັດພາລະກິດທີ່ພຣະອົງຄວນເຮັດ ເຖິງແມ່ນຫຼາຍຄົນໄດ້ໃຊ້ຄຳທຳນາຍຂອງຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕັດສິນລົງໂທດພຣະອົງ. ສຳລັບຜູ້ຄົນແລ້ວ ມັນເບິ່ງຄືກັບວ່າ ພາລະກິດຂອງພຣະອົງບໍ່ມີຫຼັກພື້ນຖານ ແລະ ມີຫຼາຍຢ່າງທີ່ບໍ່ຖືກກັນກັບການບັນທຶກໃນພຣະສັນຍາເດີມ. ສິ່ງນີ້ບໍ່ແມ່ນຄວາມຜິດຂອງມະນຸດບໍ? ຕ້ອງນໍາໃຊ້ທິດສະດີກັບພາລະກິດຂອງພຣະເຈົ້າບໍ? ແລ້ວພຣະເຈົ້າຕ້ອງເຮັດພາລະກິດຕາມຄຳທຳນາຍຂອງຜູ້ປະກາດພຣະທຳບໍ? ໃນທີ່ສຸດແລ້ວ ສິ່ງໃດຍິ່ງໃຫຍ່ກວ່າກັນ: ພຣະເຈົ້າ ຫຼື ພຣະຄຳພີ? ເປັນຫຍັງພຣະເຈົ້າຈຶ່ງຕ້ອງເຮັດພາລະກິດຕາມພຣະຄຳພີ? ມັນເປັນຍ້ອນພຣະເຈົ້າບໍ່ມີສິດໃຫຍ່ກວ່າພຣະຄຳພີບໍ? ພຣະເຈົ້າບໍ່ສາມາດອອກຈາພຣະຄຳພີ ແລະ ປະຕິບັດພາລະກິດອື່ນໄດ້ບໍ? ເປັນຫຍັງພຣະເຢຊູ ແລະ ພວກສາວົກຂອງພຣະອົງຈຶ່ງບໍ່ຮັກສາວັນຊະບາໂຕ? ຖ້າພຣະອົງຕ້ອງປະຕິບັດຕາມວັນຊະບາໂຕ ແລະ ພຣະບັນຍັດແຫ່ງພຣະສັນຍາເດີມ, ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕຫຼັງຈາກທີ່ພຣະອົງສະເດັດມາ ແຕ່ກົງກັນຂ້າມ ພຣະອົງລ້າງຕີນ, ຜ້າຄຸມຫົວ, ຫັກເຂົ້າຈີ່ ແລະ ດື່ມເຫຼົ້າແວງ? ທຸກສິ່ງທີ່ກ່າວມານີ້ບໍ່ໄດ້ຢູ່ພຣະບັນຍັດແຫ່ງພຣະສັນຍາເດີມບໍ່ແມ່ນບໍ? ຖ້າພຣະເຢຊູນັບຖືພຣະສັນຍາເດີມ, ເປັນຫຍັງພຣະອົງຈຶ່ງຝ່າຝືນຫຼັກຄຳສອນເຫຼົ່ານີ້? ເຈົ້າຄວນຮູ້ຈັກວ່າ ສິ່ງໃດມາກ່ອນ ພຣະເຈົ້າ ຫຼື ພຣະຄຳພີ! ເມື່ອເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ, ພຣະອົງບໍ່ສາມາດເປັນພຣະຜູ້ເປັນເຈົ້າແຫ່ງພຣະຄຳພີບໍ?

ພາລະກິດທີ່ພຣະເຢຊູປະຕິບັດໃນລະຫວ່າງເວລາແຫ່ງພຣະສັນຍາໃໝ່ໄດ້ເລີ່ມຕົ້ນພາລະກິດໃໝ່ອອກ ນັ້ນກໍຄື ພຣະອົງບໍ່ໄດ້ປະຕິບັດຕາມພາລະກິດຂອງພຣະສັນຍາເດີມ ຫຼື ພຣະອົງບໍ່ໄດ້ໃຊ້ພຣະທຳທີ່ພຣະເຢໂຮວາແຫ່ງພຣະສັນຍາເດີມໄດ້ຊົງກ່າວໄວ້. ພຣະອົງປະຕິບັດພາລະກິດຂອງພຣະອົງເອງ ແລະ ພຣະອົງປະຕິບັດພາລະກິດທີ່ໃໝ່ກວ່າ ແລະ ເປັນພາລະກິດທີ່ສູງສົ່ງກວ່າພຣະບັນຍັດ. ສະນັ້ນ, ພຣະອົງຈຶ່ງກ່າວວ່າ “ຈົ່ງຢ່າຄິດວ່າເຮົາມາເພື່ອທຳລາຍພຣະບັນຍັດ ຫຼື ຜູ້ປະກາດພຣະທຳ, ເຮົາບໍ່ໄດ້ມາເພື່ອທຳລາຍ ແຕ່ເພື່ອເຮັດໃຫ້ສຳເລັດ”. ດ້ວຍເຫດນັ້ນ ອີງຕາມສິ່ງທີ່ພຣະອົງໄດ້ເຮັດສຳເລັດ, ມີຄຳສັ່ງສອນຫຼາຍຢ່າງທີ່ໄດ້ຖືກທຳລາຍ. ໃນວັນຊະບາໂຕ ເມື່ອພຣະອົງພາພວກສາວົກຜ່ານທົ່ງນາ, ພວກເຂົາກໍເດັດ ແລະ ກິນຮວງເຂົ້າ; ພວກເຂົາບໍ່ໄດ້ຮັກສາວັນຊະບາໂຕ ແລະ ກ່າວວ່າ “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ”. ໃນເວລານັ້ນ ຕາມກົດລະບຽບຂອງຊາວອິດສະຣາເອນແລ້ວ, ໃຜກໍຕາມທີ່ບໍ່ຮັກສາວັນຊະບາໂຕຈະຖືກລົງໂທດແກວ່ງຫີນໃສ່ຈົນຕາຍ. ເຖິງຢ່າງໃດກໍຕາມ, ພຣະເຢຊູບໍ່ໄດ້ເຂົ້າໄປໃນພຣະວິຫານ ຫຼື ຮັກສາວັນຊະບາໂຕ ແລະ ພາລະກິດຂອງພຣະອົງບໍ່ໄດ້ຖືກປະຕິບັດໂດຍພຣະເຢໂຮວາໃນລະຫວ່າງເວລາແຫ່ງພຣະສັນຍາເດີມ. ດ້ວຍເຫດນັ້ນ ພາລະກິດທີ່ພຣະເຢຊູກະທຳໃຫຍ່ກວ່າພຣະບັນຍັດແຫ່ງພຣະສັນຍາເດີມ, ມັນສູງສົ່ງກວ່າພຣະບັນຍັດ ແລະ ບໍ່ສອດຄ່ອງກັບພຣະບັນຍັດ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູບໍ່ໄດ້ປະຕິບັດພາລະກິດຕາມພຣະບັນຍັດແຫ່ງພຣະສັນຍາເດີມ, ແລະ ໄດ້ທຳລາຍຄຳສັ່ງສອນເຫຼົ່ານັ້ນແລ້ວ. ແຕ່ຊາວອິດສະຣາເອນຍຶດຕິດກັບພຣະຄຳພີຢ່າງດຸເດືອດ ແລະ ກ່າວໂທດພຣະເຢຊູ, ນີ້ບໍ່ແມ່ນການປະຕິເສດພາລະກິດຂອງພຣະເຢຊູບໍ? ມື້ນີ້, ໂລກແຫ່ງສາສະໜາຍັງຍຶດຕິດກັບພຣະຄຳພີຢ່າງດຸເດືອດ ແລະ ບາງຄົນເວົ້າວ່າ “ພຣະຄຳພີເປັນໜັງສືທີ່ສັກສິດ ແລະ ຕ້ອງອ່ານພຣະຄຳພີ”. ບາງຄົນເວົ້າວ່າ “ພາລະກິດຂອງພຣະເຈົ້າຕ້ອງດຳລົງຕະຫຼອດໄປ, ພຣະສັນຍາເດີມແມ່ນຄຳໝັ້ນສັນຍາຂອງພຣະເຈົ້າກັບຊາວອິດສະຣາເອນ ແລະ ບໍ່ສາມາດປະຖິ້ມໄດ້ ແລະ ຕ້ອງຮັກສາວັນຊະບາໂຕຢູ່ສະເໝີ!” ພວກເຂົາບໍ່ເປັນຕາຫົວຂວັນບໍ? ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕ? ພຣະອົງກຳລັງເຮັດບາບບໍ? ແມ່ນໃຜສາມາດເຂົ້າໃຈສິ່ງຕ່າງໆເຫຼົ່ານັ້ນຢ່າງຖີ່ຖ້ວນ? ບໍ່ວ່າຜູ້ຄົນຈະອ່ານພຣະຄຳພີແນວໃດ, ມັນເປັນໄປບໍ່ໄດ້ທີ່ຈະຮູ້ຈັກພາລະກິດຂອງພຣະເຈົ້າ ໂດຍໃຊ້ລິດອຳນາດແຫ່ງຄວາມເຂົ້າໃຈຂອງພວກເຂົາ. ບໍ່ພຽງແຕ່ພວກເຂົາຈະບໍ່ໄດ້ຮັບຄວາມຮູ້ທີ່ບໍລິສຸດກ່ຽວກັບພຣະເຈົ້າ ແຕ່ແນວຄິດຂອງພວກເຂົາກໍຍັງຈະຊົ່ວຮ້າຍຫຼາຍຂຶ້ນກວ່າເກົ່າ ຈົນເຖິງຂັ້ນທີ່ພວກເຂົາຈະເລີ່ມຕໍ່ຕ້ານພຣະເຈົ້າ. ຖ້າບໍ່ແມ່ນຍ້ອນການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ, ຜູ້ຄົນຈະຖືກທຳລາຍດ້ວຍແນວຄິດຂອງພວກເຂົາເອງ ແລະ ພວກເຂົາຈະຕາຍໃນລະຫວ່າງການຕີສອນຂອງພຣະເຈົ້າ.

ກ່ອນນີ້: ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ຕໍ່ໄປ: ກ່ຽວກັບພຣະຄຳພີ (2)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້