ການເຂົ້າສູ່ຊີວິດ V

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 520)

ໃນໄລຍະເວລາທີ່ລາວຕິດຕາມພຣະເຢຊູນັ້ນ ເປໂຕໄດ້ມີຄວາມເຫັນຫຼາຍຢ່າງກ່ຽວກັບພຣະອົງ ແລະ ຕັດສິນພຣະອົງຈາກທັດສະນະຂອງລາວເອງຢູ້ສະເໝີ. ເຖິງແມ່ນວ່າເປໂຕມີຄວາມເຂົ້າໃຈກ່ຽວກັບພຣະວິນຍານໃນລະດັບໃດໜຶ່ງ, ການເຂົ້າໃຈຂອງລາວກໍ່ຂ້ອນຂ້າງບໍ່ຊັດເຈນ, ດ້ວຍເຫດນີ້ ລາວຈຶ່ງເວົ້າວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ, ຂ້ານ້ອຍຕ້ອງຍອມຮັບຮູ້ຜູ້ທີ່ຖືກເລືອກໂດຍພຣະວິນຍານບໍລິສຸດ”. ລາວບໍ່ໄດ້ເຂົ້າໃຈໃນສິ່ງທີ່ພຣະເຢຊູກະທໍາ ແລະ ຂາດຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານັ້ນ. ຫຼັງຈາກໄດ້ຕິດຕາມພຣະອົງໃນໄລຍະໜຶ່ງ, ເປໂຕຈຶ່ງເກີດມີຄວາມສົນໃຈໃນສິ່ງທີ່ພຣະອົງເຮັດ ແລະ ເວົ້າ ແລະ ໃນຕົວພຣະເຢຊູເອງ. ລາວເລີ່ມຮູ້ສຶກວ່າພຣະເຢຊູກະຕຸ້ນທັງຄວາມຮັກ ແລະ ຄວາມເຄົາລົບ; ລາວມັກພົວພັນກັບພຣະອົງ ແລະ ຢູ່ຄຽງຂ້າງພຣະອົງ ແລະ ຟັງພຣະທໍາຂອງພຣະເຢຊູທີ່ສອນໃຫ້ລາວຮູ້ຈັກເລື່ອງການໃຫ້ ແລະ ການຊ່ວຍເຫຼືອ. ໃນລະຫວ່າງເວລາທີ່ລາວຕິດຕາມພຣະເຢຊູ, ເປໂຕກໍ່ໄດ້ສັງເກດ ແລະ ເອົາໃຈໃສ່ໃນທຸກຢ່າງກ່ຽວກັບຊີວິດຂອງພຣະເຢຊູ: ການກະທໍາ, ພຣະທຳ, ການເຄື່ອນໄຫວ ຫຼື ການສະແດງອອກຂອງພຣະອົງ. ລາວໄດ້ເຂົ້າໃຈຢ່າງເລິກເຊິ່ງວ່າພຣະເຢຊູບໍ່ຄືກັບມະນຸດທຳມະດາ. ເຖິງແມ່ນວ່າ ລັກສະນະມະນຸດຂອງພຣະອົງແມ່ນປົກກະຕິເກີນໄປ, ພຣະອົງກໍ່ເຕັມໄປດ້ວຍຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນຕໍ່ມະນຸດ. ທຸກສິ່ງຢ່າງທີ່ພຣະເຢຊູເຮັດ ຫຼື ເວົ້າໄດ້ຊ່ວຍເຫຼືອຄົນອື່ນຫຼາຍ ແລະ ເປໂຕໄດ້ເຫັນ ແລະ ຮັບສິ່ງຕ່າງໆທີ່ລາວບໍ່ເຄີຍເຫັນ ຫຼື ມີມາກ່ອນຈາກພຣະເຢຊູ. ລາວໄດ້ເຫັນວ່າ ເຖິງແມ່ນພຣະເຢຊູບໍ່ໄດ້ມີວຸດທິພາວະທີ່ຍິ່ງໃຫຍ່ ຫຼື ຄວາມເປັນມະນຸດທີ່ເໜືອປົກກະຕິ, ພຣະອົງມີລັດສະໝີທີ່ພິເສດ ແລະ ບໍ່ທຳມະດາແທ້ໆເຊິ່ງອ້ອມຮອບພຣະອົງ. ເຖິງແມ່ນວ່າເປໂຕຈະບໍ່ສາມາດອະທິບາຍໄດ້ຢ່າງຄົບຖ້ວນ, ລາວກໍ່ສາມາດເຫັນວ່າພຣະເຢຊູປະຕິບັດແຕກຕ່າງຈາກຄົນອື່ນໆ ເພາະວ່າສິ່ງທີ່ພຣະອົງເຮັດແມ່ນແຕກຕ່າງຈາກການກະທໍາຂອງມະນຸດທໍາມະດາຫຼາຍ. ຈາກເວລາທີ່ລາວພົວພັນກັບພຣະເຢຊູນັ້ນ, ເປໂຕຍັງຮູ້ອີກວ່າລັກສະນະຂອງພຣະອົງແມ່ນແຕກຕ່າງຈາກມະນຸດທີ່ທໍາມະດາ. ພຣະອົງປະຕິບັດຕົນຢ່າງສະໝໍ່າສະເໝີຕະຫຼອດເວລາ ແລະ ບໍ່ເຄີຍຮີບຮ້ອນ, ບໍ່ເຄີຍອວດໂອ້ ຫຼື ດູຖູກຄົນອື່ນ ແລະ ພຣະອົງໃຊ້ຊີວິດຂອງພຣະອົງໃນເສັ້ນທາງທີ່ເປີດເຜີຍເຖິງຮູບລັກສະນະທີ່ທັງທໍາມະດາ ແລະ ໜ້າຍ້ອງຍໍສັນລະເສີນ. ໃນເລື່ອງການສົນທະນາ ພຣະເຢຊູເວົ້າຢ່າງຊັດເຈນ ແລະ ດ້ວຍພຣະຄຸນ ການສື່ສານແມ່ນຢູ່ໃນລັກສະນະທີ່ລ່າເລີງ ແຕ່ກໍ່ງຽບສະຫງົບ ແລະ ພຣະອົງກໍບໍ່ເຄີຍເສຍກຽດສັກສີຂອງພຣະອົງ ເມື່ອກຳລັງປະຕິບັດພາລະກິດຂອງພຣະອົງ. ເປໂຕເຫັນພຣະເຢຊູບາງຄັ້ງເປັນຄົນມິດງຽບ ໃນຂະນະທີ່ບາງຄັ້ງ ພຣະອົງກໍ່ເວົ້າຫຼາຍ. ບາງຄັ້ງພຣະອົງດີໃຈຫຼາຍຈົນພຣະອົງປາກົດເປັນຄືກັບນົກເຂົາທີ່ກະໂດດເຕັ້ນ ແລະ ລ່າເລີງ ແລະ ໃນເວລາອື່ນ ພຣະອົງກໍ່ໂສກເສົ້າຫຼາຍຈົນພຣະອົງບໍ່ເວົ້າບໍ່ຈາຫຍັງເລີຍ, ເບິ່ງຄືກັບວ່າ ພຣະອົງແບກຫາບພາລະດ້ວຍຄວາມເສົ້າໃຈເໝືອນກັບວ່າພຣະອົງເປັນແມ່ທີ່ເມື່ອຍ ແລະ ອ່ອນເພຍ. ໃນບາງຄັ້ງພຣະອົງກໍເຕັມໄປດ້ວຍຄວາມໂກດຮ້າຍ ເໝືອນດັ່ງທະຫານກ້າແລ່ນບຸກຂ້າສັດຕູ ແລະ ໃນບາງໂອກາດ ພຣະອົງເຖິງກັບເປັນເໝືອນດັ່ງສິງໂຕທີ່ຮ້ອງສຽງດັງ. ບາງຄັ້ງພຣະອົງຫົວ; ບາງຄັ້ງພຣະອົງອະທິຖານ ແລະ ຮ້ອງໄຫ້. ບໍ່ວ່າພຣະອົງຈະສະແດງກະລິຍາອອກມາແບບໃດ ເປໂຕກໍ່ແຮງມີຄວາມຮັກ ແລະ ເຄົາລົບທີ່ໄຮ້ຂອບເຂດຕໍ່ພຣະອົງ. ສຽງຫົວຂອງພຣະເຢຊູເຮັດໃຫ້ລາວມີຄວາມສຸກ, ຄວາມໂສກເສົ້າຂອງພຣະອົງເຮັດໃຫ້ເປໂຕທຸກໂສກເສຍໃຈ, ຄວາມໂກດຮ້າຍເຮັດໃຫ້ເປໂຕຢ້ານກົວ, ໃນຂະນະທີ່ຄວາມເມດຕາ, ການໃຫ້ອະໄພ ແລະ ການຮຽກຮ້ອງຢ່າງເຂັ້ມງວດທີ່ພຣະອົງຮຽກຮ້ອງຈາກລາວເຮັດໃຫ້ເປໂຕມາຮັກພຣະເຢຊູຢ່າງແທ້ຈິງ ແລະ ມີຄວາມເຄົາລົບ ແລະ ຄວາມປາຖະໜາຕໍ່ພຣະອົງຢ່າງແທ້ຈິງ. ແນ່ນອນ ເປໂຕພຽງມາຮູ້ຈັກໃນສິ່ງນີ້ ຫຼັງຈາກລາວໄດ້ມາຢູ່ນໍາພຣະເຢຊູໄດ້ເປັນເວລາໄລຍະໜຶ່ງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 521)

ມີຈຸດສູງສຸດໃນປະສົບການຂອງເປໂຕ ເມື່ອຮ່າງກາຍຂອງລາວຕ້ອງອ່ອນເພຍໄປໝົດ ແຕ່ພຣະເຢຊູຍັງໃຫ້ການໜູນໃຈແກ່ລາວຈາກພາຍໃນ. ແລ້ວມີຄັ້ງໜຶ່ງ ພຣະອົງໄດ້ເຄີຍປາກົດໃຫ້ເປໂຕ. ໃນເວລາເປໂຕທົນທຸກທໍລະມານຢ່າງສາຫັດ ແລະ ຮູ້ສຶກວ່າຈິດໃຈຂອງລາວເຕັມໄປດ້ວຍຄວາມສິ້ນຫວັງ ພຣະເຢຊູໄດ້ກ່າວຕໍ່ລາວວ່າ: “ທ່ານ ເຄີຍຢູ່ກັບເຮົາໃນແຜ່ນດິນໂລກນີ້ ແລະ ເຮົາກໍເຄີຍຢູ່ແຜ່ນດິນໂລກນີ້ກັບທ່ານ. ເຖິງແມ່ນວ່າ ເມື່ອກ່ອນພວກເຮົາໄດ້ຢູ່ນໍາກັນໃນສະຫວັນ ແຕ່ໃນຄວາມຈິງແລ້ວມັນກໍຄືໂລກແຫ່ງວິນຍານ. ດຽວນີ້ ເຮົາໄດ້ກັບມາຍັງໂລກແຫ່ງວິນຍານນີ້ແລ້ວ ແລະ ທ່ານແມ່ນຍັງຢູ່ແຜ່ນດິນໂລກ. ຍ້ອນເຮົາບໍ່ໄດ້ມາຈາກແຜ່ນດິນໂລກ ແລະ ເຖິງແມ່ນວ່າ ທ່ານເອງກໍບໍ່ໄດ້ມາຈາກແຜ່ນດິນໂລກເຊັ່ນກັນ ແຕ່ທ່ານຈໍາເປັນຕ້ອງບັນລຸພາລະໜ້າທີ່ຂອງທ່ານໃນແຜ່ນດິນໂລກນີ້. ເພາະວ່າທ່ານຄືຜູ້ຮັບໃຊ້ພຣະເຈົ້າ, ທ່ານຕ້ອງປະຕິບັດຕໍ່ໜ້າທີ່ຂອງທ່ານ”. ການທີ່ໄດ້ຍິນວ່າລາວຈະສາມາດຢູ່ຄຽງຂ້າງກັບພຣະເຈົ້າອີກ ລາວກໍອົບອຸ່ນໃຈຂຶ້ນ. ໃນເວລາທີ່ເປໂຕປະສົບກັບຄວາມທຸກທໍລະມານດັ່ງກ່າວທີ່ລາວເກືອບຕ້ອງໄດ້ນອນພັກຟື້ນຢູ່ໃນບ່ອນ, ລາວຮູ້ສຶກເສຍໃຈຫຼາຍຈົນເຖິງຂັ້ນໄດ້ອ້ອນວອນວ່າ: “ຂ້ານ້ອຍເປັນຄົນຊົ່ວຊ້າຫຼາຍ ຂ້ານ້ອຍບໍ່ສາມາດເປັນທີ່ເພິ່ງພໍໃຈພຣະເຈົ້າໄດ້”. ພຣະເຢຊູກໍປາກົດຕໍ່ໜ້າລາວ ແລ້ວກ່າວວ່າ: “ເປໂຕ, ບໍ່ແມ່ນເປັນເພາະວ່າທ່ານລືມຄຳໝັ້ນສັນຍາທີ່ທ່ານເຄີຍຕັ້ງໄວ້ກັບເຮົາແລ້ວບໍ? ທ່ານລືມທຸກສິ່ງທີ່ເຮົາໄດ້ກ່າວກັບທ່ານແລ້ວບໍ? ທ່ານລືມເປົ້າໝາຍຂອງທ່ານທີ່ທ່ານຕັ້ງໄວ້ກັບເຮົາແລ້ວບໍ?” ເມື່ອເຫັນວ່ານັ້ນຄືພຣະເຢຊູ ເປໂຕຈຶ່ງລຸກຂຶ້ນຈາກບ່ອນນອນ ແລະ ພຣະເຢຊູກໍປອບໃຈລາວອີກວ່າ: “ເຮົາບໍ່ໄດ້ມາຈາກແຜ່ນດິນໂລກນີ້ ເຮົາໄດ້ບອກທ່ານໄປແລ້ວ ທ່ານຕ້ອງເຂົ້າໃຈໃນເລື່ອງນີ້ ທ່ານລືມອີກສິ່ງໜຶ່ງທີ່ເຮົາໄດ້ບອກທ່ານໄປແລ້ວບໍ? ‘ທ່ານບໍ່ໄດ້ມາຈາກແຜ່ນດິນໂລກນີ້ເຊັ່ນກັນ ບໍ່ໄດ້ເປັນຂອງໂລກໜ່ວຍນີ້’. ຕອນນີ້ຍັງມີພາລະກິດທີ່ທ່ານຈໍາເປັນຕ້ອງເຮັດ ທ່ານຈະໂສກເສົ້າແບບນີ້ບໍ່ໄດ້ ທ່ານຈະທົນທຸກທໍລະມານແບບນີ້ບໍ່ໄດ້. ເຖິງແມ່ນວ່າ ມະນຸດ ແລະ ພຣະເຈົ້າຈະບໍ່ສາມາດຢູ່ຮ່ວມກັນໃນໂລກນີ້ໄດ້ ເຮົາກໍມີພາລະກິດຂອງເຮົາ ທ່ານກໍມີພາລະກິດຂອງທ່ານ ແລະ ມື້ໜຶ່ງ ເມື່ອພາລະກິດຂອງທ່ານສໍາເລັດ ພວກເຮົາກໍຈະໄດ້ຢູ່ຮ່ວມໂລກດຽວກັນ ແລະ ເຮົາຈະນໍາເອົາທ່ານມາຢູ່ກັບເຮົາຕະຫຼອດໄປ”. ຫລັງຈາກໄດ້ຍິນຄໍາກ່າວເຫຼົ່ານີ້ ເປໂຕກໍຮູ້ສຶກສະບາຍໃຈຂຶ້ນ. ລາວຮູ້ວ່າຄວາມທໍລະມານດັ່ງກ່າວແມ່ນສິ່ງທີ່ລາວຕ້ອງໄດ້ອົດທົນ ແລະ ຜະເຊີນກັບມັນ ແລະ ນັບຕັ້ງແຕ່ນັ້ນມາ ລາວກໍ່ໄດ້ຮັບການດົນບັນດານໃຈ. ພຣະເຢຊູປາກົດຕໍ່ໜ້າເປໂຕທຸກຄັ້ງໃນເວລາສໍາຄັນ ເພື່ອໃຫ້ຄວາມສະຫວ່າງ ແລະ ໃຫ້ການຊີ້ນໍາທີ່ພິເສດ ແລະ ພຣະອົງກໍ່ປະຕິບັດວຽກງານເພື່ອຊ່ວຍກະຕູ້ນຈິດວິນຍານຂອງລາວ. ແລ້ວເປໂຕເສຍໃຈກັບສິ່ງໃດຫຼາຍທີ່ສຸດ? ບໍ່ດົນຫລັງຈາກເປໂຕໄດ້ເວົ້າວ່າ: “ພຣະອົງແມ່ນພຣະບຸດຂອງພຣະເຈົ້າທີ່ຊົງມີຊີວິດ”, ພຣະເຢຊູຖາມຄໍາຖາມຕໍ່ໄປກັບເປໂຕ (ເຖິງແມ່ນວ່າມັນຈະບໍ່ໄດ້ຖືກບັນທຶກໄວ້ໃນພຣະຄໍາພີໃນທາງນີ້). ພຣະເຢຊູຖາມລາວວ່າ: “ເປໂຕ! ທ່ານບໍ່ເຄີຍຮັກເຮົາເລີຍບໍ?” ເປໂຕເຂົ້າໃຈຄວາມໝາຍຂອງພຣະເຢຊູດີ ແລະ ຕອບວ່າ: “ພຣະຜູ້ເປັນເຈົ້າ! ເມື່ອກ່ອນຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ ຂ້ານ້ອຍຍອມຮັບວ່າ ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ”. ຫຼັງຈາກນັ້ນ ພຣະເຢຊູເລີຍຕອບວ່າ: “ຖ້າຜູ້ຄົນບໍ່ຮັກພຣະບິດາໃນສະຫວັນແລ້ວ ພວກເຂົາຈະຮັກພຣະບຸດໃນແຜ່ນດິນໂລກນີ້ໄດ້ແນວໃດ? ຖ້າຜູ້ຄົນບໍ່ຮັກພຣະບຸດທີ່ຖືກສົ່ງມາໂດຍພຣະເຈົ້າຜູ້ເປັນພຣະບິດາ ແລ້ວພວກເຂົາຈະຮັກພຣະບິດາໃນສະຫວັນໄດ້ແນວໃດ? ຖ້າຜູ້ຄົນຮັກພຣະບຸດໃນໂລກນີ້ແທ້ຈິງ ພວກເຂົາກໍຕ້ອງຮັກພຣະບິດາໃນສະຫວັນຢ່າງແທ້ຈິງເຊັ່ນກັນ”. ເມື່ອເປໂຕໄດ້ຍິນຄໍາກ່າວເຫຼົ່ານີ້ ລາວຮູ້ສຶກວ່າຕົນເອງຍັງຂາດເຂີນຫຼາຍ. ລາວຮູ້ສຶກເສຍໃຈສະເໝີຈົນເຖິງກັບຮ້ອງໄຫ້ ພ້ອມທັງເວົ້າວ່າ: “ຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ”. ຫລັງຈາກການຟື້ນຄືນຊີວິດ ແລະ ການສະເດັດໄປຍັງສະຫວັນຂອງພຣະເຢຊູ ເປໂຕແຮງຮູ້ສຶກສໍານຶກຜິດ ແລະ ເສຍໃຈກັບຄຳເວົ້າເຫຼົ່ານີ້. ເມື່ອລາວຫວນຄິດຄືນຫລັງເຖິງພາລະກິດທີ່ຜ່ານມາ ແລະ ພາລະກິດໃນປັດຈຸບັນ ລາວມັກຈະຮຽກຮ້ອງຫາພຣະເຢຊູດ້ວຍຄໍາອະທິຖານສະເໝີ, ລາວຮູ້ສຶກເສຍໃຈ ແລະ ຮູ້ສຶກຕິດໜີ້ພຣະຄຸນພຣະເຈົ້າຍ້ອນວ່າລາວບໍ່ສາມາດສະໜອງຄວາມປາຖະໜາຂອງພຣະອົງ ແລະ ບໍ່ສາມາດປະຕິບັດຕົນເອງໃຫ້ໄດ້ມາດຕະຖານທີ່ພຣະເຈົ້າໄດ້ຕັ້ງໄວ້. ບັນຫາເຫຼົ່ານີ້ກາຍເປັນພາລະທີ່ໜັກໜ່ວງ. ລາວກ່າວວ່າ: “ມື້ໜຶ່ງ ຂ້ານ້ອຍຈະອຸທິດທຸກຢ່າງ ແລະ ທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ແລະ ຂ້ານ້ອຍຈະມອບທຸກສິ່ງທີ່ເປັນຄຸນຄ່າໃຫ້ກັບພຣະອົງ”. ລາວກ່າວອີກວ່າ: “ພຣະເຈົ້າ! ຂ້ານ້ອຍມີພຽງຄວາມເຊື່ອດຽວ ແລະ ຄວາມຮັກດຽວ. ຊີວິດຂອງຂ້ານ້ອຍບໍ່ມີຄຸນຄ່າຫຍັງ ແລະ ຮ່າງກາຍຂອງຂ້ານ້ອຍກໍບໍ່ມີຄຸນຄ່າຫຍັງ. ຂ້ານ້ອຍມີພຽງຄວາມເຊື່ອດຽວ ແລະ ຄວາມຮັກດຽວ. ຂ້ານ້ອຍມີຄວາມເຊື່ອໃນພຣະເຈົ້າດ້ວຍຫົວໃຈ ແລະ ຄວາມຮັກທີ່ຈະມອບໃຫ້ພຣະອົງໃນຫົວໃຈ; ຂ້ານ້ອຍມີພຽງສອງສິ່ງນີ້ເທົ່ານັ້ນທີ່ຂໍມອບໃຫ້ພຣະອົງ ແລະ ບໍ່ມີຫຍັງອີກ”. ເປໂຕໄດ້ຮັບກໍາລັງໃຈຢ່າງຫຼວງຫຼາຍຈາກພຣະທຳຂອງພຣະເຢຊູ ເພາະວ່າ ກ່ອນພຣະເຢຊູຈະຖືກຄຶງຢູ່ເທິງໄມ້ກາງແຂນ ພຣະອົງໄດ້ກ່າວຕໍ່ເປໂຕວ່າ: “ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້”. ຕໍ່ມາເມື່ອເປໂຕປະສົບກັບຄວາມເຈັບປວດຢ່າງຮ້າຍແຮງ ພຣະເຢຊູກໍໄດ້ເຕືອນລາວອີກວ່າ: “ເປໂຕ, ທ່ານໄດ້ລືມແລ້ວບໍ? ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ຍ້ອນໜ້າທີ່ຂອງເຮົາໆຈິ່ງຕ້ອງຈາກໂລກນີ້ໄປ. ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້ ທ່ານລືມແລ້ວບໍ? ເຮົາໄດ້ບອກທ່ານສອງເທື່ອແລ້ວ ທ່ານບໍ່ຈື່ບໍ?” ເມື່ອໄດ້ຍິນແບບນັ້ນ, ເປໂຕກໍຕອບວ່າ: “ຂ້ານ້ອຍບໍ່ໄດ້ລືມ!” ພຣະເຢຊູເລີຍກ່າວຕໍ່ອີກວ່າ: “ຄັ້ງໜຶ່ງທ່ານເຄີຍໃຊ້ເວລາຢູ່ກັບເຮົາ ໃນສະຫວັນຢ່າງມີຄວາມສຸກ ແລະ ຊ່ວງເວລາໜຶ່ງກໍ່ຢູ່ຄຽງຂ້າງເຮົາ. ທ່ານຄິດຮອດເຮົາ ແລະ ເຮົາກໍຄິດຮອດທ່ານເຊັ່ນກັນ. ເຖິງແມ່ນວ່າ ໃນສາຍຕາເຮົາສິ່ງທີ່ມີຊີວິດທັງຫຼາຍແມ່ນບໍ່ມີຄຸນຄ່າພໍທີ່ເຮົາຈະກ່າວເຖິງ ແຕ່ຈະບໍ່ໃຫ້ເຮົາຮັກບຸກຄົນທີ່ໄຮ້ດຽງສາ ແລະ ມີຈິດໃຈງົດງາມຢ່າງທ່ານໄດ້ແນວໃດ? ທ່ານລືມຄໍາສັນຍາຂອງເຮົາແລ້ວບໍ? ທ່ານຕ້ອງຮັບເອົາການຝາກຝັງຂອງເຮົາໃນໂລກນີ້; ທ່ານຕ້ອງບັນລຸໜ້າທີ່ທີເຮົາມອບໝາຍໃຫ້ທ່ານ. ແນ່ນອນ ມື້ໜຶ່ງເຮົາຈະພາທ່ານມາຢືນຢູ່ຄຽງຂ້າງເຮົາ”. ຫລັງຈາກໄດ້ຍິນແບບນີ້, ເປໂຕຈຶ່ງມີກໍາລັງໃຈຂຶ້ນ ແລະ ໄດ້ຮັບແຮງບັນດານໃຈຢ່າງໃຫຍ່ຫຼວງ, ເມື່ອເວລາທີ່ລາວຖືກຄຶງຢູ່ເທິງໄມ້ກາງແຂນນັ້ນ ລາວກໍ່ສາມາດກ່າວວ່າ: “ພຣະເຈົ້າ! ຂ້ານ້ອຍຮັກພຣະອົງຢ່າງສຸດຫົວໃຈ! ເຖິງແມ່ນວ່າ ພຣະອົງບອກໃຫ້ຂ້ານ້ອຍຕາຍ ຂ້ານ້ອຍກໍຈະຍັງຮັກພຣະອົງຢ່າງສຸດຫົວໃຈ. ບໍ່ວ່າພຣະອົງຈະສົ່ງວິນຍານຂອງຂ້ານ້ອຍໄປໃສກໍຕາມ, ບໍ່ວ່າພຣະອົງຈະປະຕິບັດຕາມຄໍາສັນຍາໃນອະດີດຂອງພຣະອົງ ຫຼື ບໍ່, ຈາກນີ້ໄປບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ ຂ້ານ້ອຍຂໍຮັກພຣະອົງ ແລະ ເຊື່ອໃນພຣະອົງຕະຫຼອດໄປ”. ສິ່ງທີ່ເປໂຕຍຶດໝັ້ນກໍຄືຄວາມເຊື່ອ ແລະ ຄວາມຮັກທີ່ແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 522)

ບັດນີ້ ເຈົ້າຄວນສາມາດເຫັນໄດ້ຢ່າງຈະແຈ້ງໃນທາງເດີນຂອງເປໂຕ. ຖ້າເຈົ້າສາມາດເຫັນທາງເດີນຂອງເປໂຕຢ່າງຈະແຈ້ງ, ແລ້ວເຈົ້າກໍຈະໝັ້ນໃຈກ່ຽວກັບພາລະກິດທີ່ກໍາລັງປະຕິບັດໃນທຸກມື້ນີ້ ເພື່ອເຈົ້າຈະບໍ່ໄດ້ຈົ່ມວ່າ ຫຼື ເປັນຄົນຂີ້ຄ້ານ ຫຼື ຕ້ອງການສິ່ງໃດອີກ. ເຈົ້າຄວນຮັບຮູ້ໄດ້ເຖິງຄວາມຮູ້ສຶກຂອງເປໂຕໃນເວລານັ້ນ: ລາວຢູ່ກັບຄວາມໂສກເສົ້າເສຍໃຈ, ລາວບໍ່ເຄີຍຖາມເຖິງເລື່ອງອະນາຄົດ ຫຼື ຕ້ອງການພອນໃດໆ. ລາວບໍ່ໄດ້ສະແຫວງຫາຜົນກໍາໄລ, ຄວາມສຸກສະບາຍ, ຊື່ສຽງ ຫຼື ໂຊກລາບຂອງໂລກນີ້; ລາວພຽງແຕ່ສະແຫວງຫາເພື່ອໃຊ້ຊີວິດທີ່ມີຄວາມໝາຍທີ່ສຸດ ເຊິ່ງເປັນການຕອບແທນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ລາວ ແລະ ອຸທິດສິ່ງທີ່ມີຄຸນຄ່າທີ່ສຸດສໍາລັບລາວໃຫ້ກັບພຣະເຈົ້າ. ແລ້ວນັ້ນຄືສິ່ງທີ່ລາວເພິ່ງພໍໃຈທີ່ສຸດ. ລາວມັກອະທິຖານຫາພຣະເຢຊູຢູ່ສະເໝີດ້ວຍຄໍາເວົ້າ: “ອົງພຣະເຢຊູຄຣິດເຈົ້າ, ຂ້ານ້ອຍເຄີຍຮັກພຣະອົງ ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະອົງຢ່າງຈິງໃຈເລີຍ. ເຖິງແມ່ນວ່າ ຂ້ານ້ອຍໄດ້ກ່າວວ່າຂ້ານ້ອຍມີຄວາມເຊື່ອໃນຕົວພຣະອົງ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງດ້ວຍຫົວໃຈທີ່ທ້ຈິງ. ຂ້ານ້ອຍພຽງແຕ່ເຄົາລົບພຣະອົງ, ບູຊາພຣະອົງ ແລະ ຄິດຮອດພຣະອົງ, ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງ ຫຼື ມີຄວາມເຊື່ອໃນພຣະອົງຢ່າງແທ້ຈິງເລີຍ”. ລາວມັກຈະອະທິຖານເພື່ອລຳລຶກເຖິງຄຳໝັ້ນສັນຍາຂອງລາວສະເໝີ ແລະ ລາວໄດ້ຮັບກໍາລັງໃຈຈາກພຣະຄໍາຂອງພຣະເຢຊູຕະຫຼອດເວລາ ແລະ ດຶງໃຊ້ແຮງຈູງໃຈຈາກພວກມັນ. ຕໍ່ມາ ຫລັງຈາກມີປະສົບການໄດ້ໄລຍະໜຶ່ງ ພຣະເຢຊູໄດ້ທົດລອງລາວ, ກະຕຸ້ນຈິດໃຈຂອງລາວໃຫ້ສະແຫວງຫາພຣະອົງເພີ່ມອີກ. ລາວເວົ້າວ່າ: “ອົງພຣະເຢຊູຄຣິດເຈົ້າ! ຂ້ານ້ອຍຄິດຮອດພຣະອົງ ແລະ ປາຖະໜາຢາກພົບພຣະອົງ. ຂ້ານ້ອຍມີຄວາມບົກຜ່ອງຫຼາຍ ແລະ ບໍ່ສາມາດຕອບແທນຄວາມຮັກພຣະອົງໄດ້. ຂ້ານ້ອຍອ້ອນວອນໃຫ້ພຣະອົງເອົາຂ້ານ້ອຍໄປໄວໆເທີດ. ເມື່ອໃດພຣະອົງຈະຕ້ອງການຂ້ານ້ອຍ? ເມື່ອໃດພຣະອົງຈະເອົາຂ້ານ້ອຍໄປ? ເມື່ອໃດຂ້ານ້ອຍຈະໄດ້ເຫັນໜ້າພຣະອົງອີກຄັ້ງ? ຂ້ານ້ອຍບໍ່ຕ້ອງການມີຊີວິດຢູ່ໃນຮ່າງກາຍນີ້ຕໍ່ໄປອີກແລ້ວ, ສືບຕໍ່ເປັນຄົນເສື່ອມຊາມ ຫຼື ຂ້ານ້ອຍບໍ່ປາຖະໜາທີ່ຈະຕໍ່ຕ້ານກັບຮ່າງກາຍອັນຊົ່ວຮ້າຍນີ້ອີກ. ຂ້ານ້ອຍພ້ອມແລ້ວທີ່ຈະອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ໂດຍໄວທີ່ສຸດທີ່ຂ້ານ້ອຍຈະສາມາດກະທໍາໄດ້ ແລະ ຂ້ານ້ອຍບໍ່ຢາກເຮັດໃຫ້ພຣະອົງເສົ້າໂສກເສຍໃຈອີກຕໍ່ໄປ”. ນີ້ແມ່ນວິທີທີ່ເປໂຕກ່າວຄໍາອະທິຖານ ແຕ່ໃນເວລານັ້ນລາວບໍ່ຮູ້ວ່າພຣະເຢຊູຈະເຮັດໃຫ້ລາວເປັນຄົນສົມບູນແບບ. ໃນລະຫວ່າງເປໂຕທົນທຸກທໍລະມານກັບການທົດລອງນັ້ນ ພຣະເຢຊູໄດ້ປາກົດຢູ່ຕໍ່ໜ້າລາວອີກຄັ້ງ ແລ້ວກ່າວວ່າ: “ເປໂຕ, ເຮົາຕ້ອງການເຮັດໃຫ້ທ່ານເປັນຄົນສົມບູນແບບ, ເພື່ອວ່າທ່ານຈະກາຍເປັນໝາກໄມ້ໜ່ວຍໜຶ່ງ ເຊິ່ງເປັນແກ້ວຜະລຶກຂອງການທີ່ເຮົາເຮັດໃຫ້ທ່ານສົມບູນແບບ ແລະ ເຮົາຈະຊື່ນຊົມທີ່ສຸດ. ທ່ານສາມາດເປັນພະຍານຝ່າຍເຮົາຢ່າງຈິງໃຈແທ້ບໍ? ທ່ານໄດ້ເຮັດໃນສິ່ງທີ່ເຮົາຂໍໃຫ້ທ່ານເຮັດແລ້ວບໍ? ທ່ານໄດ້ໃຊ້ຊີວິດທີ່ເປັນຢູ່ຕາມພຣະທໍາທີ່ເຮົາໄດ້ກ່າວແກ່ທ່ານແລ້ວບໍ? ທ່ານເຄີຍຮັກເຮົາໃນຄັ້ງໜຶ່ງ, ແຕ່ເຖິງແມ່ນວ່າທ່ານໄດ້ຮັກເຮົາ ແຕ່ທ່ານໄດ້ໃຊ້ຊີວິດເພື່ອເຮົາຢູ່ບໍ? ມີສິ່ງໃດແດ່ທີ່ທ່ານເຮັດເພື່ອເຮົາ? ທ່ານຍອມຮັບວ່າທ່ານບໍ່ມີຄຸນຄ່າພໍທີ່ຈະໄດ້ຮັບຄວາມຮັກຈາກເຮົາ ແຕ່ທ່ານໄດ້ເຮັດສິ່ງໃດແດ່ເພື່ອເຮົາ?” ເປໂຕເຫັນວ່າ ຕົນເອງບໍ່ໄດ້ເຮັດຫຍັງເພື່ອພຣະເຢຊູເລີຍ ແລະ ຈື່ໄດ້ວ່າຄໍາປະຕິຍານຂອງຕົນເອງຜ່ານມາແມ່ນມອບຊີວິດໃຫ້ກັບພຣະເຈົ້າ. ສະນັ້ນລາວຈຶ່ງບໍ່ຈົ່ມວ່າອີກຕໍ່ໄປ ແລະ ຄໍາອະທິຖານຂອງລາວໃນເວລາຕໍ່ມາແມ່ນເລີ່ມດີຂຶ້ນ. ລາວໄດ້ອະທິຖານໂດຍເວົ້າວ່າ: “ອົງພຣະເຢຊູຄຣິດເຈົ້າ! ຂ້ານ້ອຍເຄີຍໜີຈາກພຣະອົງ ແລະ ພຣະອົງກໍເຄີຍຈາກຂ້ານ້ອຍເຊັ່ນກັນ. ພວກເຮົາໄດ້ໃຊ້ຊີວິດຢູ່ຄົນຕ່າງກັນ ແລະ ພວກເຮົາໄດ້ໃຊ້ຊີວິດຢູ່ຮ່ວມກັນ. ແຕ່ພຣະອົງຮັກຂ້ານ້ອຍຫຼາຍກວ່າສິ່ງອື່ນໃດ. ຂ້ານ້ອຍກະບົດຕໍ່ພຣະອົງຢູ່ເລື້ອຍໆ ແລະ ເຮັດໃຫ້ພຣະອົງທຸກໃຈນໍາຂ້ານ້ອຍຢູ່ເລື້ອຍໆ. ຂ້ານ້ອຍຈະລືມສິ່ງເຫຼົ່ານີ້ໄດ້ແນວໃດ? ຂ້ານ້ອຍຈື່ຂຶ້ນໃຈ ແລະ ບໍ່ເຄີຍລືມພາລະກິດທີ່ພຣະອົງໄດ້ເຮັດໃນຕົວຂ້ານ້ອຍ ແລະ ສິ່ງທີ່ພຣະອົງໄດ້ຝາກຝັງໃຫ້ແກ່ຂ້ານ້ອຍ. ຂ້ານ້ອຍເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ສຳລັບພາລະກິດທທີ່ພຣະອົງເຮັດໃນຂ້ານ້ອຍ. ພຣະອົງຮູ້ດີໃນສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ພຣະອົງຮູ້ອີກວ່າຂ້ານ້ອຍສາມາດເຮັດບົດບາດໃດໄດ້. ຂ້ານ້ອຍປາຖະໜາທີ່ຈະຍອມຕໍ່ການປັ້ນແຕ່ງຂອງພຣະອົງ ແລະ ຂ້ານ້ອຍຂໍອຸທິດທຸກສິ່ງຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ມີພຽງພຣະອົງຜູ້ດຽວທີ່ຮູ້ວ່າມີສິ່ງໃດແດ່ທີ່ຂ້ານ້ອຍສາມາດເຮັດເພື່ອພຣະອົງໄດ້. ເຖິງແມ່ນວ່າ ຊາຕານໄດ້ຫຼອກລວງຂ້ານ້ອຍຢ່າງໜັກ ແລະ ຂ້ານ້ອຍກະບົດຕໍ່ພຣະອົງ, ຂ້ານ້ອຍເຊື່ອວ່າ ພຣະອົງຈະບໍ່ຈົດຈໍາຂ້ານ້ອຍຈາກການຝ່າຝືນເຫຼົ່ານັ້ນ ແລະ ພຣະອົງຈະບໍ່ປະຕິບັດກັບຂ້ານ້ອຍໂດຍອີງໃສ່ສິ່ງເຫຼົ່ານັ້ນ. ຂ້ານ້ອຍປາຖະນາທີ່ຈະອຸທິດຊີວິດທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ. ຂ້ານ້ອຍບໍ່ຂໍສິ່ງໃດ ແລະ ຂ້ານ້ອຍບໍ່ໄດ້ຫວັງສິ່ງໃດ ແລະ ບໍ່ມີແຜນການອັນໃດ; ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະປະຕິບັດຕາມເຈດຕະນາຂອງພຣະອົງ ແລະ ເຮັດຕາມຄວາມປະສົງຂອງພຣະອົງ. ຂ້ານ້ອຍຈະດື່ມຈາກຈອກທີ່ຂົມຂື່ນຂອງພຣະອົງ ແລະ ຂ້ານ້ອຍຈະຢູ່ພາຍໃຕ້ຄໍາສັ່ງຂອງພຣະອົງ”.

ພວກເຈົ້າຕ້ອງຊັດເຈນກັບທາງເດີນທີ່ພວກເຈົ້າເດີນ; ພວກເຈົ້າຕ້ອງຊັດເຈນກັບວິທີທາງທີ່ພວກເຈົ້າຈະປະຕິບັດຕາມໃນອະນາຄົດ, ແມ່ນຫຍັງຄືສິ່ງທີ່ພຣະເຈົ້າຈະເຮັດໃຫ້ສົມບູນແບບ ແລະ ແມ່ນຫຍັງຄືສິ່ງທີ່ໄດ້ມອບໝາຍໃຫ້ກັບພວກເຈົ້າ. ມື້ໜຶ່ງ ບາງເທື່ອ ພວກເຈົ້າຈະໄດ້ຖືກທົດລອງ ແລະ ເມື່ອເວລານັ້ນມາຮອດ ຖ້າພວກເຈົ້າສາມາດໄດ້ຮັບແຮງຈູງໃຈຈາກປະສົບການຂອງເປໂຕ, ມັນກໍຈະສະແດງໃຫ້ເຫັນວ່າ ພວກເຈົ້າກຳລັງເດີນຕາມທາງຂອງເປໂຕຢ່າງແທ້ຈິງ. ເປໂຕໄດ້ຮັບຄຳຊົມເຊີຍຈາກພຣະເຈົ້າຍ້ອນຄວາມເຊື່ອ ແລະ ຄວາມຮັກ ແລະ ຄວາມຈົງຮັກພັກດີທີ່ແທ້ຈິງຂອງລາວທີ່ມີຕໍ່ພຣະເຈົ້າ. ດ້ວຍຄວາມສັດຊື່ ແລະ ການປາຖະໜາຫາພຣະເຈົ້າໃນຫົວໃຈຂອງລາວ, ພຣະເຈົ້າຈຶ່ງເຮັດໃຫ້ລາວເປັນຄົນສົມບູນແບບ. ຖ້າພວກເຈົ້າມີຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງເໝືອນເປໂຕ, ແລ້ວພຣະເຢຊູຈະເຮັດໃຫ້ພວກເຈົ້າເປັນຄົນສົມບູນແບບຢ່າງແນ່ນອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 523)

ເມື່ອເປໂຕກຳລັງຖືກຕີສອນໂດຍພຣະເຈົ້າ, ເພິ່ນອະທິຖານວ່າ “ໂອ ພຣະເຈົ້າ! ເນື້ອໜັງຂອງຂ້ານ້ອຍບໍ່ເຊື່ອຟັງ ແລະ ພຣະອົງຕີສອນຂ້ານ້ອຍ ແລະ ພິພາກສາຂ້ານ້ອຍ. ຂ້ານ້ອຍຊື່ນຊົມຍິນດີໃນການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ເຖິງແມ່ນວ່າພຣະອົງບໍ່ຕ້ອງການຂ້ານ້ອຍ, ຂ້ານ້ອຍກໍເຫັນເຖິງອຸປະນິໄສທີ່ສັກສິດ ແລະ ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ. ເມື່ອພຣະອົງພິພາກສາຂ້ານ້ອຍ ເພື່ອຄົນອື່ນຈະໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ, ຂ້ານ້ອຍກໍຮູ້ສຶກພໍໃຈ. ຖ້າມັນສາມາດສຳແດງອຸປະນິໄສຂອງພຣະອົງ ແລະ ປ່ອຍໃຫ້ອຸປະນິໄສອັນຊອບທຳຂອງພຣະອົງໄດ້ເປັນທີ່ປະຈັກໂດຍທຸກສິ່ງທີ່ມີຊີວິດ ແລະ ຖ້າມັນສາມາດເຮັດໃຫ້ຄວາມຮັກຂອງຂ້ານ້ອຍສຳລັບພຣະອົງບໍລິສຸດຍິ່ງຂຶ້ນ, ຈົນຂ້ານ້ອຍສາມາດບັນລຸໃນລັກສະນະຂອງຄົນທີ່ຊອບທຳ, ແລ້ວການພິພາກສາຂອງພຣະອົງນີ້ແມ່ນເໝາະສົມດີ ຍ້ອນສິ່ງດັ່ງກ່າວແມ່ນຄວາມປະສົງທີ່ເຕັມໄປດ້ວຍຄວາມເມດຕາຂອງພຣະອົງ. ຂ້ານ້ອຍຮູ້ວ່າ ຍັງມີຫຼາຍສິ່ງໃນຕົວຂ້ານ້ອຍທີ່ເປັນປໍລະປັກ ແລະ ຂ້ານ້ອຍຍັງບໍ່ສົມຄວນທີ່ຈະມາຢູ່ຕໍ່ໜ້າພຣະອົງ. ຂ້ານ້ອຍປາຖະໜາທີ່ຈະໃຫ້ພຣະອົງພິພາກສາຂ້ານ້ອຍຫຼາຍຍິ່ງຂຶ້ນ, ບໍ່ວ່າຜ່ານທາງສະພາບແວດລ້ອມທີ່ໂຫດຮ້າຍ ຫຼື ຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່; ບໍ່ວ່າພຣະອົງຈະກະທຳຫຍັງກໍຕາມ, ມັນກໍມີຄ່າສຳລັບຂ້ານ້ອຍ. ຄວາມຮັກຂອງພຣະອົງເລິກເຊິ່ງຫຼາຍ ແລະ ຂ້ານ້ອຍເຕັມໃຈທີ່ຈະໃຫ້ຕົນເອງຢູ່ໃນການປັ້ນແຕ່ງຂອງພຣະອົງໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ”. ນີ້ແມ່ນຄວາມຮູ້ຂອງເປໂຕຫຼັງຈາກທີ່ເພິ່ນໄດ້ມີປະສົບການໃນພາລະກິດຂອງພຣະອົງ ແລະ ມັນຍັງເປັນຄຳພະຍານກ່ຽວກັບຄວາມຮັກທີ່ເພິ່ນມີໃຫ້ກັບພຣະເຈົ້າ. ໃນປັດຈຸບັນ, ພວກເຈົ້າໄດ້ຖືກເອົາຊະນະແລ້ວ, ແຕ່ໄຊຊະນະນີ້ຈະຖືກສຳແດງອອກໃນຕົວພວກເຈົ້າໄດ້ແນວໃດ? ບາງຄົນເວົ້າວ່າ “ໄຊຊະນະຂອງຂ້ານ້ອຍແມ່ນຄວາມກະລຸນາສູງສຸດ ແລະ ການສັນລະເສີນພຣະເຈົ້າ. ຂ້ານ້ອຍຫາກໍເຂົ້າໃຈວ່າ ຊີວິດຂອງມະນຸດວ່າງເປົ່າ ແລະ ປາສະຈາກຄວາມໝາຍ. ມະນຸດໃຊ້ຊີວິດຂອງເຂົາຫຍຸ້ງກັບຫຼາຍໆຢ່າງ, ໃຫ້ກຳເນີດ ແລະ ລ້ຽງດູເດັກນ້ອຍຈາກລຸ້ນສູ່ລຸ້ນ ແລະ ໃນທີ່ສຸດແລ້ວກໍຖືກປະຖິ້ມກັບຄວາມວ່າງເປົ່າ. ໃນປັດຈຸບັນ, ມີແຕ່ຫຼັງຈາກທີ່ຖືກເອົາຊະນະໂດຍພຣະເຈົ້າ ຂ້ານ້ອຍຈຶ່ງໄດ້ເຫັນວ່າ ບໍ່ມີຄຸນຄ່າໃນການດຳລົງຊີວິດແບບນີ້; ມັນເປັນຊີວິດທີ່ບໍ່ມີຄວາມໝາຍຫຍັງແທ້ໆ. ຂ້ານ້ອຍຄວນຈະຕາຍໃຫ້ມັນຮູ້ແລ້ວຮູ້ລອດໄປສະ!” ພຣະເຈົ້າຈະສາມາດຮັບເອົາຄົນປະເພດດັ່ງກ່າວທີ່ຖືກເອົາຊະນະໄດ້ບໍ? ພວກເຂົາສາມາດກາຍມາເປັນຕົວຢ່າງ ແລະ ແບບຢ່າງໄດ້ບໍ? ຄົນປະເພດດັ່ງກ່າວເປັນບົດຮຽນໃນຄວາມບໍ່ດີ້ນລົນ; ພວກເຂົາບໍ່ມີຄວາມປາຖະໜາ ແລະ ບໍ່ພະຍາຍາມທີ່ຈະປັບປຸງຕົວພວກເຂົາເອງ. ເຖິງແມ່ນພວກເຂົາຖືວ່າເປັນຄົນທີ່ຖືກເອົາຊະນະ, ຄົນທີ່ບໍ່ດີ້ນລົນແບບນີ້ກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ເມື່ອໃກ້ເຖິງເວລາສຸດທ້າຍໃນຊີວິດຂອງເປໂຕ, ຫຼັງຈາກທີ່ເພິ່ນຖືກເຮັດໃຫ້ສົມບູນ, ເພິ່ນໄດ້ກ່າວວ່າ “ໂອ ພຣະເຈົ້າ! ຖ້າຂ້ານ້ອຍຕ້ອງມີຊີວິດອີກສອງສາມປີ, ຂ້ານ້ອຍປາຖະໜາທີ່ຈະບັນລຸຄວາມຮັກໃຫ້ພຣະອົງທີ່ບໍລິສຸດຍິ່ງຂຶ້ນ ແລະ ເລິກເຊິ່ງກວ່າເດີມ”. ເມື່ອເພິ່ນກຳລັງຈະຖືກຄຶງເທິງໄມ້ກາງແຂນ, ເພິ່ນໄດ້ອະທິຖານໃນຫົວໃຈຂອງເພິ່ນວ່າ “ໂອ ພຣະເຈົ້າ! ເວລາຂອງພຣະອົງໄດ້ມາເຖິງແລ້ວ, ເວລາທີ່ພຣະອົງໄດ້ຈັດກຽມໄວ້ໃຫ້ຂ້ານ້ອຍໄດ້ມາເຖິງແລ້ວ. ຂ້ານ້ອຍຕ້ອງຖືກຄຶງທີ່ໄມ້ກາງແຂນເພື່ອພຣະອົງ, ຂ້ານ້ອຍຕ້ອງເປັນພະຍານໃຫ້ກັບພຣະອົງ ແລະ ຂ້ານ້ອຍຫວັງວ່າ ຄວາມຮັກຂອງຂ້ານ້ອຍຈະສາມາດສະໜອງຕາມຄວາມຕ້ອງການຂອງພຣະອົງໄດ້ ແລະ ມັນຈະໄດ້ບໍລິສຸດຫຼາຍຍິ່ງຂຶ້ນ. ໃນປັດຈຸບັນ, ການທີ່ສາມາດຕາຍເພື່ອພຣະອົງ ແລະ ຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງນັ້ນ ເປັນສິ່ງທີ່ປອບໃຈ ແລະ ເຮັດໃຫ້ຂ້ານ້ອຍໝັ້ນໃຈ, ຍ້ອນບໍ່ມີຫຍັງທີ່ເປັນຕາຍິນດີໄປກວ່າການທີ່ສາມາດຖືກຄຶງເທິງໄມ້ກາງແຂນເພື່ອພຣະອົງ ແລະ ປະຕິບັດຕາມຄວາມປາຖະໜາຂອງພຣະອົງ ແລະ ການທີ່ສາມາດມອບຕົວຂ້ານ້ອຍເອງໃຫ້ກັບພຣະອົງ, ຖວາຍຊີວິດຂອງຂ້ານ້ອຍໃຫ້ກັບພຣະອົງອີກແລ້ວ. ໂອ ພຣະເຈົ້າ! ພຣະອົງຊ່າງເປັນຕາຮັກຫຼາຍ! ຖ້າພຣະອົງຍອມໃຫ້ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍກໍຍິ່ງເຕັມໃຈທີ່ຈະຮັກພຣະອົງ. ຕາບໃດທີ່ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍຈະຮັກພຣະອົງ. ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ. ພຣະອົງພິພາກສາຂ້ານ້ອຍ ແລະ ຕີສອນຂ້ານ້ອຍ ແລະ ທົດລອງຂ້ານ້ອຍ ເພາະຂ້ານ້ອຍບໍ່ຊອບທຳ, ເພາະຂ້ານ້ອຍໄດ້ເຮັດບາບ. ແລ້ວອຸປະນິໄສທີ່ຊອບທຳຂອງພຣະອົງກໍຍິ່ງປາກົດແຈ້ງໃຫ້ຂ້ານ້ອຍເຫັນ. ນີ້ຄືພຣະພອນສໍາລັບຂ້ານ້ອຍ ຍ້ອນຂ້ານ້ອຍສາມາດຮັກພຣະອົງໄດ້ເລິກເຊິ່ງຫຼາຍຍິ່ງຂຶ້ນ ແລະ ຂ້ານ້ອຍເຕັມໃຈທີ່ຈະຮັກພຣະອົງແບບນີ້ ເຖິງແມ່ນວ່າພຣະອົງຈະບໍ່ຮັກຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ຍ້ອນສິ່ງນີ້ເຮັດໃຫ້ຂ້ານ້ອຍສາມາດດຳລົງຊີວິດທີ່ມີຄວາມໝາຍຫຼາຍທີ່ສຸດ. ຂ້ານ້ອຍຮູ້ສຶກວ່າ ບັດນີ້ ຊີວິດຂອງຂ້ານ້ອຍມີຄວາມໝາຍຫຼາຍຍິ່ງຂຶ້ນ, ຍ້ອນຂ້ານ້ອຍຖືກຄຶງເທິງໄມ້ກາງແຂນເພື່ອເຫັນແກ່ພຣະອົງ ແລະ ມັນມີຄວາມໝາຍທີ່ຈະຕາຍເພື່ອພຣະອົງ. ແຕ່ຂ້ານ້ອຍກໍຍັງຮູ້ສຶກບໍ່ພໍໃຈ, ຍ້ອນຂ້ານ້ອຍຮູ້ຈັກກ່ຽວກັບພຣະອົງພຽງແຕ່ໜ້ອຍດຽວ, ຂ້ານ້ອຍຮູ້ຈັກວ່າ ຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງຢ່າງຄົບຖ້ວນ ແລະ ໄດ້ຕອບແທນພຣະອົງພຽງແຕ່ເລັກນ້ອຍ. ໃນຊີວິດຂອງຂ້ານ້ອຍ, ຂ້ານ້ອຍບໍ່ສາມາດຕອບແທນໝົດທັງຕົວຕົນຂອງຂ້ານ້ອຍໃຫ້ກັບພຣະອົງ; ຂ້ານ້ອຍແຮງໄກຈາກສິ່ງນັ້ນ. ເມື່ອຂ້ານ້ອຍຫຼຽວເບິ່ງຄືນໃນຊ່ວງເວລານີ້, ຂ້ານ້ອຍຮູ້ສຶກຕິດໜີ້ບຸນຄຸນພຣະອົງຫຼາຍ ແລະ ຂ້ານ້ອຍມີພຽງແຕ່ຊ່ວງເວລານີ້ທີ່ຈະຊົດເຊີຍຄວາມຜິດພາດທຸກຢ່າງຂອງຂ້ານ້ອຍ ແລະ ຄວາມຮັກທັງໝົດທີ່ຂ້ານ້ອຍຍັງບໍ່ທັນໄດ້ຕອບແທນພຣະອົງເທື່ອ”.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 524)

ມະນຸດຕ້ອງສະແຫວງຫາເພື່ອດຳລົງຊີວິດທີ່ມີຄວາມໝາຍ ແລະ ບໍ່ຄວນພໍໃຈກັບສະຖານະການໃນປັດຈຸບັນຂອງເຂົາ. ເພື່ອດຳລົງຊີວິດຕາມລັກສະນະຂອງເປໂຕ, ເຂົາຕ້ອງປະກອບດ້ວຍຄວາມຮູ້ ແລະ ປະສົບການຂອງເປໂຕ. ມະນຸດຕ້ອງສະແຫວງຫາສິ່ງຕ່າງໆທີ່ສູງສົ່ງກວ່າເກົ່າ ແລະ ເລິກເຊິ່ງຫຼາຍຍິ່ງຂຶ້ນ. ເຂົາຕ້ອງສະແຫວງຫາຄວາມຮັກພຣະເຈົ້າທີ່ເລິກເຊິ່ງຂຶ້ນ ແລະ ບໍລິສຸດຫຼາຍຍິ່ງຂຶ້ນ ແລະ ຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນຊີວິດ; ມີແຕ່ເມື່ອນັ້ນ ມະນຸດຈຶ່ງຈະເປັນເໝືອນກັບເປໂຕ. ເຈົ້າຕ້ອງໃຫ້ຄວາມສຳຄັນກັບການມີທ່າທີຕໍ່ການເຂົ້າສູ່ດ້ານບວກຂອງເຈົ້າ ແລະ ຕ້ອງບໍ່ຍອມຈຳນົນໃຫ້ຕົນເອງຖອຍຫຼັງໂດຍເຫັນແກ່ຄວາມສະບາຍຊົ່ວໄລຍະໜຶ່ງ ໃນຂະນະທີ່ບໍ່ຫົວຊາກັບຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ, ເຈາະຈົງຍິ່ງຂຶ້ນ ແລະ ຕາມຄວາມເປັນຈິງຍິ່ງຂຶ້ນ. ຄວາມຮັກຂອງເຈົ້າຕ້ອງຕາມຄວາມເປັນຈິງ ແລະ ເຈົ້າຕ້ອງຄົ້ນຫາຫົນທາງທີ່ຈະປົດປ່ອຍຕົນເອງອອກຈາກຊີວິດທີ່ຊົ່ວຊ້ານີ້ ແລະ ມີຊີວິດທີ່ບໍ່ມີຫຍັງກັງວົນທີ່ບໍ່ແຕກຕ່າງຫຍັງຈາກຊີວິດຂອງສັດ. ເຈົ້າຕ້ອງດຳລົງຊີວິດທີ່ມີຄວາມໝາຍ, ຊີວິດທີ່ມີຄຸນຄ່າ ແລະ ເຈົ້າບໍ່ຕ້ອງຫຼອກລວງຕົນເອງ ຫຼື ປະຕິບັດກັບຊີວິດຂອງເຈົ້າເໝືອນກັບເຄື່ອງຫຼິ້ນສຳລັບຫຼິ້ນໄປມາ. ສຳລັບທຸກຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າ, ບໍ່ມີຄວາມຈິງໃດທີ່ບໍ່ສາມາດໄດ້ມາ ແລະ ບໍ່ມີຄວາມຍຸຕິທຳໃດທີ່ພວກເຂົາບໍ່ສາມາດຍຶດໝັ້ນໄດ້. ເຈົ້າຄວນດຳລົງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຮັກພຣະເຈົ້າ ແລະ ໃຊ້ຄວາມຮັກນີ້ເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະອົງແນວໃດ? ບໍ່ມີບັນຫາໃດທີ່ຍິ່ງໃຫຍ່ກວ່າໃນຊີວິດຂອງເຈົ້າ. ເໜືອສິ່ງອື່ນໃດ, ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມພາກພຽນດັ່ງກ່າວ ແລະ ບໍ່ຄວນເປັນຄືກັນກັບຄົນທີ່ຂີ້ຢ້ານ, ຄົນທີ່ອ່ອນແອ. ເຈົ້າຕ້ອງຮຽນຮູ້ຈັກວິທີປະສົບກັບຊີວິດທີ່ມີຄວາມໝາຍ ແລະ ປະສົບກັບຄວາມຈິງທີ່ມີຄວາມໝາຍ ແລະ ບໍ່ຄວນປະຕິບັດກັບຕົນເອງພຽງພໍແຕ່ເປັນພິທີໃນລັກສະນະນັ້ນ. ຊີວິດຂອງເຈົ້າກໍ່ຈະຜ່ານເຈົ້າໄປໂດຍບໍ່ຮູ້ສຶກຕົວ; ຫຼັງຈາກນັ້ນ ເຈົ້າຈະມີໂອກາດທີ່ຈະຮັກພຣະເຈົ້າອີກຄັ້ງບໍ? ມະນຸດສາມາດຮັກພຣະເຈົ້າຫຼັງຈາກເຂົາໄດ້ຕາຍໄປແລ້ວບໍ? ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມສຳນຶກເໝືອນກັບເປໂຕ; ຊີວິດຂອງເຈົ້າຕ້ອງມີຄວາມໝາຍ ແລະ ເຈົ້າຕ້ອງບໍ່ຫຼິ້ນເກມກັບຕົວເຈົ້າເອງ. ໃນຖານະທີ່ເປັນມະນຸດ ແລະ ເປັນຄົນທີ່ສະແຫວງຫາພຣະເຈົ້າ, ເຈົ້າຕ້ອງສາມາດພິຈາລະນາຢ່າງລະມັດລະວັງວ່າເຈົ້າຈະປະຕິບັດກັບຊີວິດຂອງເຈົ້າແນວໃດ, ເຈົ້າຄວນຖວາຍຕົນເອງໃຫ້ກັບພຣະເຈົ້າແນວໃດ, ເຈົ້າຄວນມີຄວາມເຊື່ອທີ່ມີຄວາມໝາຍຂຶ້ນຕື່ມໃນພຣະເຈົ້າແນວໃດ ແລະ ໃນເມື່ອເຈົ້າຮັກພຣະເຈົ້າ ເຈົ້າຄວນຮັກພຣະອົງໃນວິທີທາງທີ່ບໍລິສຸດຍິ່ງຂຶ້ນ, ສວຍງາມຍິ່ງຂຶ້ນ ແລະ ດີຍິ່ງຂຶ້ນແນວໃດ. ໃນປັດຈຸບັນ, ເຈົ້າບໍ່ສາມາດພໍໃຈແຕ່ກັບວິທີທີ່ເຈົ້າຖືກເອົາຊະນະ, ແຕ່ຕ້ອງພິຈາລະນາເສັ້ນທາງທີ່ເຈົ້າຈະຍ່າງໃນອະນາຄົດເຊັ່ນກັນ. ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມກ້າຫານທີ່ຈະຖືກເຮັດໃຫ້ສົມບູນ ແລະ ບໍ່ຄວນຄິດຢູ່ສະເໝີວ່າ ຕົວເຈົ້າເອງບໍ່ມີຄວາມສາມາດ. ຄວາມຈິງມີຄວາມລໍາອຽງບໍ? ຄວາມຈິງສາມາດຕໍ່ຕ້ານຄົນໂດຍເຈດຕະນາໄດ້ບໍ? ຖ້າເຈົ້າສະແຫວງຫາຄວາມຈິງ, ມັນສາມາດເຮັດໃຫ້ເຈົ້າເກີດຄວາມໜັກໃຈໄດ້ບໍ? ຖ້າເຈົ້າຍຶດໝັ້ນເພື່ອຄວາມຍຸຕິທຳ, ມັນຈະຕີໃຫ້ເຈົ້າລົ້ມລົງບໍ? ຖ້າມັນເປັນຄວາມປາຖະໜາຂອງເຈົ້າແທ້ໆທີ່ຈະສະແຫວງຫາຊີວິດ, ຊີວິດຈະສາມາດຫຼົບຫຼີກເຈົ້າໄດ້ບໍ? ຖ້າເຈົ້າປາສະຈາກຊີວິດ, ນັ້ນບໍ່ແມ່ນຍ້ອນວ່າ ຄວາມຈິງເບິ່ງຂ້າມເຈົ້າ, ແຕ່ຍ້ອນເຈົ້າຢູ່ຫ່າງຈາກຄວາມຈິງ; ຖ້າເຈົ້າບໍ່ສາມາດຍຶດໝັ້ນໃນຄວາມຍຸຕິທຳ, ນັ້ນບໍ່ແມ່ນຍ້ອນວ່າ ມີບາງສິ່ງບາງຢ່າງຜິດປົກກະຕິກັບຄວາມຍຸຕິທຳ, ແຕ່ຍ້ອນເຈົ້າເຊື່ອວ່າ ມັນອອກນອກເສັ້ນແຫ່ງຄວາມຈິງ; ຖ້າເຈົ້າບໍ່ໄດ້ຮັບຊີວິດຫຼັງຈາກທີ່ໄດ້ສະແຫວງຫາມັນເປັນເວລາຫຼາຍປີ, ນັ້ນບໍ່ແມ່ນຍ້ອນວ່າ ຊີວິດບໍ່ມີຄວາມສຳນຶກຕໍ່ເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ມີຄວາມສຳນຶກຕໍ່ຊີວິດ ແລະ ໄດ້ຂັບໄລ່ຊີວິດນັ້ນໃຫ້ອອກໄປ; ຖ້າເຈົ້າດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ບໍ່ສາມາດຮັບເອົາແສງສະຫວ່າງ, ນັ້ນບໍ່ແມ່ນຍ້ອນວ່າ ແສງສະຫວ່າງບໍ່ສາມາດເຍືອງທາງໃຫ້ກັບເຈົ້າ, ແຕ່ຍ້ອນວ່າ ເຈົ້າບໍ່ໄດ້ສົນໃຈກັບການມີຢູ່ຈິງຂອງແສງສະຫວ່າງ ແລະ ດ້ວຍເຫດນັ້ນ ແສງສະຫວ່າງຈຶ່ງໄດ້ຈາກເຈົ້າໄປຢ່າງງຽບໆ. ຖ້າເຈົ້າບໍ່ສະແຫວງຫາ, ສາມາດເວົ້າໄດ້ພຽງແຕ່ວ່າ ເຈົ້າເປັນຂີ້ເຫຍື້ອທີ່ບໍ່ມີຄ່າ ແລະ ບໍ່ມີຄວາມກ້າຫານໃນຊີວິດຂອງເຈົ້າ ແລະ ບໍ່ມີຈິດວິນຍານທີ່ຈະຕ້ານທານກຳລັງແຫ່ງຄວາມມືດ. ເຈົ້າອ່ອນແອເກີນໄປ! ເຈົ້າບໍ່ສາມາດຫຼົບໜີຈາກກຳລັງຂອງຊາຕານທີ່ອ້ອມລ້ອມເຈົ້າ ແລະ ເຈົ້າພຽງເຕັມໃຈທີ່ຈະໃຊ້ຊີວິດປະເພດທີ່ປອດໄພ, ໝັ້ນຄົງນີ້ ແລະ ຕາຍໄປກັບຄວາມໂງ່ເທົ່ານັ້ນ. ສິ່ງທີ່ເຈົ້າຄວນບັນລຸແມ່ນການສະແຫວງຫາເພື່ອຖືກເອົາຊະນະ; ນີ້ແມ່ນໜ້າທີ່ໆຈຳເປັນຂອງເຈົ້າ. ຖ້າເຈົ້າພໍໃຈທີ່ຈະຖືກເອົາຊະນະ, ເຈົ້າແມ່ນໄດ້ຂັບໄລ່ການເປັນຢູ່ຂອງຄວາມສະຫວ່າງ. ເຈົ້າຕ້ອງທົນທຸກກັບຄວາມຍາກລຳຍາກເພື່ອຄວາມຈິງ, ເຈົ້າຕ້ອງມອບຕົນເອງໃຫ້ແກ່ຄວາມຈິງ, ເຈົ້າຕ້ອງອົດກັ້ນຕໍ່ຄວາມອັບອາຍຂາຍໜ້າເພື່ອຄວາມຈິງ ແລະ ເພື່ອທີ່ຈະຮັບເອົາຄວາມຈິງຫຼາຍຍິ່ງຂຶ້ນ ເຈົ້າຕ້ອງຜ່ານການທົນທຸກທີ່ຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ. ເຈົ້າບໍ່ຕ້ອງໂຍນຄວາມຈິງຖິ້ມເພື່ອເຫັນແກ່ຊີວິດຄອບຄົວທີ່ສະຫງົບສຸກ ແລະ ເຈົ້າບໍ່ຕ້ອງສູນເສຍສັກສີ ແລະ ຄວາມໝັ້ນຄົງໃນຊີວິດຂອງເຈົ້າເພື່ອເຫັນແກ່ຄວາມສຸກຊົ່ວໄລຍະໜຶ່ງ. ເຈົ້າຄວນສະແຫວງຫາທຸກສິ່ງທີ່ສວຍງາມ ແລະ ດີ ແລະ ເຈົ້າຄວນສະແຫວງຫາເສັ້ນທາງໃນຊີວິດທີ່ມີຄວາມໝາຍຫຼາຍຍິ່ງຂຶ້ນ. ຖ້າເຈົ້າມີຊີວິດທີ່ຕໍ່າຊ້າແບບນີ້ ແລະ ບໍ່ສະແຫວງຫາຈຸດປະສົງໃດເລີຍ, ເຈົ້າບໍ່ໄດ້ເຮັດໃຫ້ຊີວິດຂອງເຈົ້າເສຍຖິ້ມຊື່ໆບໍ? ເຈົ້າຈະສາມາດຮັບເອົາຫຍັງແດ່ຈາກຊີວິດດັ່ງກ່າວ? ເຈົ້າຄວນປະຖິ້ມຄວາມສຸກທຸກຢ່າງຈາກຝ່າຍເນື້ອໜັງເພື່ອເຫັນແກ່ຄວາມຈິງ ແລະ ບໍ່ຄວນໂຍນຄວາມຈິງທັງໝົດຖິ້ມເພື່ອເຫັນແກ່ຄວາມສຸກເລັກນ້ອຍ. ຄົນແບບນີ້ບໍ່ມີຄວາມຊື່ສັດ ຫຼື ສັກສີ; ຊ່າງບໍ່ມີຄວາມໝາຍໃນການເປັນຢູ່ຂອງພວກເຂົາເລີຍ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 525)

ພຣະເຈົ້າຕີສອນ ແລະ ພິພາກສາມະນຸດ ເພາະມັນຈຳເປັນຕໍ່ພາລະກິດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເພາະມັນຈຳເປັນຕໍ່ມະນຸດ. ມະນຸດຕ້ອງຖືກຕີສອນ ແລະ ພິພາກສາ ແລະ ມີພຽງແຕ່ເມື່ອນັ້ນ ເຂົາຈຶ່ງຈະສາມາດບັນລຸຄວາມຮັກສຳລັບພຣະເຈົ້າ. ໃນປັດຈຸບັນ, ພວກເຈົ້າໝັ້ນໃຈຫຼາຍ, ແຕ່ເມື່ອພວກເຈົ້າຜະເຊີນກັບຄວາມລົ້ມເຫຼວພຽງເລັກນ້ອຍ ພວກເຈົ້າກໍມີບັນຫາແລ້ວ; ວຸດທິພາວະຂອງພວກເຈົ້າຍັງຕໍ່າຫຼາຍ ແລະ ພວກເຈົ້າຍັງຕ້ອງຜະເຊີນກັບການຕີສອນ ແລະ ການພິພາກສາແບບນີ້ເພີ່ມຂຶ້ນອີກເພື່ອບັນລຸຄວາມຮູ້ທີ່ເລິກເຊິ່ງກວ່າເກົ່າ. ໃນປັດຈຸບັນ, ພວກເຈົ້າມີຄວາມເຄົາລົບນັບຖືບາງສ່ວນໃຫ້ກັບພຣະເຈົ້າ ແລະ ພວກເຈົ້າຢຳເກງພຣະເຈົ້າ ແລະ ພວກເຈົ້າຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ແທ້ຈິງ, ແຕ່ພວກເຈົ້າບໍ່ໄດ້ມີຄວາມຮັກທີ່ຍິ່ງໃຫຍ່ສຳລັບພຣະອົງ, ແລ້ວແຮງໄກທີ່ພວກເຈົ້າຈະບັນລຸຄວາມຮັກທີ່ບໍລິສຸດໄດ້; ຄວາມຮູ້ຂອງພວກເຈົ້າຕື້ນເກີນໄປ ແລະ ວຸດທິພາວະຂອງພວກເຈົ້າກໍຍັງບໍ່ພຽງພໍ. ເມື່ອເຈົ້າຜະເຊີນກັບສະພາບແວດລ້ອມທີ່ແທ້ຈິງ, ເຈົ້າກໍຍັງບໍ່ຍອມເປັນພະຍານ, ເຈົ້າມີທ່າທີກັບທາງເຂົ້າສູ່ຂອງເຈົ້າໜ້ອຍເກີນໄປ ແລະ ເຈົ້າບໍ່ຮູ້ຈັກວິທີປະຕິບັດເລີຍ. ຄົນສ່ວນໃຫຍ່ບໍ່ດີ້ນລົນ ແລະ ຂີ້ຄ້ານ; ພວກເຂົາພຽງແຕ່ຮັກພຣະເຈົ້າຢ່າງລັບໆໃນຫົວໃຈຂອງພວກເຂົາ, ແຕ່ບໍ່ມີຫົນທາງໃນການປະຕິບັດ ຫຼື ພວກເຂົາບໍ່ຊັດເຈນໃນເລື່ອງທີ່ວ່າ ເປົ້າໝາຍຂອງພວກເຂົາແມ່ນຫຍັງ. ຄົນທີ່ຖືກເຮັດໃຫ້ສົມບູນບໍ່ພຽງແຕ່ປະກອບມີຄວາມເປັນມະນຸດທີ່ປົກກະຕິ, ແຕ່ປະກອບມີຄວາມຈິງທີ່ຢູ່ເກີນມາດຕະການຂອງຄວາມສຳນຶກ ແລະ ສູງກວ່າມາດຕະຖານຂອງຄວາມສຳນຶກ; ພວກເຂົາບໍ່ພຽງແຕ່ໃຊ້ຄວາມສຳນຶກຂອງພວກເຂົາເພື່ອຕອບແທນຄວາມຮັກຂອງພຣະເຈົ້າ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາໄດ້ຮູ້ຈັກພຣະເຈົ້າ ແລະ ໄດ້ເຫັນວ່າພຣະເຈົ້າເປັນຕາຮັກ ແລະ ສົມຄວນແກ່ຄວາມຮັກຂອງມະນຸດ ແລະ ມີຫຼາຍສິ່ງຫຼາຍຢ່າງທີ່ຈະຮັກໃນພຣະເຈົ້າ; ມະນຸດບໍ່ມີທາງເລືອກຫຍັງເລີຍນອກຈາກຮັກພຣະອົງ! ຄວາມຮັກສຳລັບພຣະເຈົ້າຂອງຄົນທີ່ຖືກເຮັດໃຫ້ສົມບູນກໍເພື່ອປະຕິບັດຕາມຄວາມປາຖະໜາສ່ວນຕົວຂອງພວກເຂົາເອງ. ຄວາມຮັກຂອງພວກເຂົາແມ່ນຄວາມຮັກທີ່ສະໝັກໃຈ, ຄວາມຮັກທີ່ບໍ່ຮຽກຮ້ອງຫຍັງເປັນການຕອບແທນ ແລະ ບໍ່ແມ່ນການແລກປ່ຽນ. ພວກເຂົາຮັກພຣະເຈົ້າ ຍ້ອນຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະອົງລ້ວນໆ. ຄົນປະເພດດັ່ງກ່າວບໍ່ສົນໃຈວ່າ ພຣະເຈົ້າປະທານຄວາມກະລຸນາມາເຖິງພວກເຂົາ ຫຼື ບໍ່ ແລະ ບໍ່ພໍໃຈກັບສິ່ງໃດນອກຈາກການເຮັດໃຫ້ພຣະເຈົ້າເພິ່ງພໍໃຈ. ພວກເຂົາບໍ່ຕໍ່ລອງກັບພຣະເຈົ້າ ຫຼື ພວກເຂົາບໍ່ວັດແທກຄວາມຮັກທີ່ພວກເຂົາມີໃຫ້ກັບພຣະເຈົ້າໂດຍໃຊ້ຄວາມສຳນຶກ ນັ້ນກໍຄື: “ພຣະອົງໄດ້ມອບບາງຢ່າງໃຫ້ກັບຂ້ານ້ອຍ ສະນັ້ນ ຂ້ານ້ອຍຈຶ່ງຮັກພຣະອົງເປັນການຕອບແທນ; ຖ້າພຣະອົງບໍ່ມອບຫຍັງໃຫ້ກັບຂ້ານ້ອຍ ແລ້ວຂ້ານ້ອຍກໍບໍ່ມີຫຍັງໃຫ້ເປັນການຕອບແທນ” ຄົນທີ່ຖືກເຮັດໃຫ້ສົມບູນເຊື່ອຢູ່ສະເໝີວ່າ: “ພຣະເຈົ້າຊົງເປັນພຣະຜູ້ສ້າງ ແລະ ພຣະອົງປະຕິບັດພາລະກິດຂອງພຣະອົງເທິງພວກເຮົາ. ຍ້ອນຂ້ານ້ອຍໄດ້ຮັບໂອກາດ, ມີເງື່ອນໄຂ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ, ການສະແຫວງຫາຂອງຂ້ານ້ອຍຄວນເປັນການດຳລົງຊີວິດທີ່ມີຄວາມໝາຍ ແລະ ຂ້ານ້ອຍຄວນເຮັດໃຫ້ພຣະອົງພໍໃຈ”. ມັນເປັນເໝືອນກັບສິ່ງທີ່ເປໂຕໄດ້ຜະເຊີນ ນັ້ນກໍຄື: ເມື່ອເພິ່ນອ່ອນແອທີ່ສຸດ, ເພິ່ນອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດ, ພຣະອົງຮູ້ວ່າ ຂ້ານ້ອຍຈົດຈຳພຣະອົງຢູ່ສະເໝີ. ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດ, ພຣະອົງຮູ້ວ່າ ຂ້ານ້ອຍຕ້ອງການຮັກພຣະອົງ, ແຕ່ວຸດທິພາວະຂອງຂ້ານ້ອຍມີຕໍ່າເກີນໄປ, ຂ້ານ້ອຍອ່ອນແອເກີນໄປ ແລະ ບໍ່ມີອຳນາດ, ຄວາມຮັກຂອງຂ້ານ້ອຍກໍມີຈຳກັດຫຼາຍ ແລະ ຄວາມຈິງໃຈທີ່ຂ້ານ້ອຍມີຕໍ່ພຣະອົງກໍມີໜ້ອຍເກີນໄປ. ເມື່ອທຽບກັບຄວາມຮັກຂອງພຣະອົງ, ຂ້ານ້ອຍບໍ່ເໝາະສົມທີ່ຈະມີຊີວິດຢູ່ແທ້ໆ. ຂ້ານ້ອຍປາຖະໜາພຽງແຕ່ວ່າ ຊີວິດຂອງຂ້ານ້ອຍຈະບໍ່ສູນເປົ່າ ແລະ ຂ້ານ້ອຍຈະບໍ່ພຽງແຕ່ສາມາດຕອບແທນຄວາມຮັກຂອງພຣະອົງ ແຕ່ຍິ່ງໄປກວ່ານັ້ນ ຂ້ານ້ອຍສາມາດອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ຖ້າຂ້ານ້ອຍສາມາດເຮັດໃຫ້ພຣະອົງພໍພຣະໄທ, ແລ້ວໃນຖານະທີ່ເປັນສິ່ງຊົງສ້າງ ຂ້ານ້ອຍກໍຄວນມີຈິດໃຈທີ່ສະຫງົບ ແລະ ບໍ່ຮຽກຮ້ອງຫຍັງອີກເລີຍ. ເຖິງແມ່ນວ່າຂ້ານ້ອຍອ່ອນແອ ແລະ ບໍ່ມີອຳນາດໃນຕອນນີ້, ຂ້ານ້ອຍຈະບໍ່ລືມຄຳຕັກເຕືອນຂອງພຣະອົງ ແລະ ຂ້ານ້ອຍຈະບໍ່ລືມຄວາມຮັກຂອງພຣະອົງ. ບັດນີ້ ຂ້ານ້ອຍບໍ່ໄດ້ເຮັດຫຍັງເລີຍ ນອກຈາກຕອບແທນຄວາມຮັກຂອງພຣະອົງ. ໂອ ພຣະເຈົ້າ! ຂ້ານ້ອຍຮູ້ສຶກບໍ່ດີຫຼາຍ! ຂ້ານ້ອຍຈະມອບຄວາມຮັກທີ່ຢູ່ໃນຫົວໃຈຂອງຂ້ານ້ອຍໃຫ້ກັບພຣະອົງໄດ້ແນວໃດ, ຂ້ານ້ອຍຈະເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ຈະສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງ ແລະ ຈະສາມາດຖວາຍທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງໄດ້ແນວໃດ? ພຣະອົງຮູ້ເຖິງຄວາມອ່ອນແອຂອງມະນຸດ; ຂ້ານ້ອຍຈະສົມຄວນແກ່ຄວາມຮັກຂອງພຣະອົງໄດ້ແນວໃດ? ໂອ ພຣະເຈົ້າ! ພຣະອົງຮູ້ວ່າ ຂ້ານ້ອຍມີວຸດທິພາວະຕໍ່າ, ຄວາມຮັກຂອງຂ້ານ້ອຍກໍມີໜ້ອຍເກີນໄປ. ຈະໃຫ້ຂ້ານ້ອຍເຮັດສຸດຄວາມສາມາດຂອງຂ້ານ້ອຍໃນສະພາບແວດລ້ອມແບບນີ້ໄດ້ແນວໃດ? ຂ້ານ້ອຍຮູ້ວ່າ ຂ້ານ້ອຍຄວນຕອບແທນຄວາມຮັກຂອງພຣະອົງ, ຂ້ານ້ອຍຮູ້ວ່າ ຂ້ານ້ອຍຄວນມອບທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ, ແຕ່ໃນປັດຈຸບັນນີ້ ວຸດທິພາວະຂອງຂ້ານ້ອຍມີຢູ່ນັ້ນຕໍ່າຫຼາຍ. ຂ້ານ້ອຍຂໍໃຫ້ພຣະອົງມອບກຳລັງ ແລະ ຄວາມໝັ້ນໃຈໃຫ້ກັບຂ້ານ້ອຍ ເພື່ອຂ້ານ້ອຍຈະສາມາດປະກອບມີຄວາມຮັກທີ່ບໍລິສຸດທີ່ຈະອຸທິດໃຫ້ກັບພຣະອົງຫຼາຍຍິ່ງຂຶ້ນ ແລະ ຈະສາມາດອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງຫຼາຍຍິ່ງຂຶ້ນ; ຂ້ານ້ອຍຈະບໍ່ພຽງແຕ່ສາມາດຕອບແທນຄວາມຮັກຂອງພຣະອົງເທົ່ານັ້ນ, ແຕ່ຂ້ານ້ອຍຈະສາມາດຜະເຊີນກັບການຕີສອນ, ການພິພາກສາ ແລະ ການທົດລອງຂອງພຣະອົງຫຼາຍຍິ່ງຂຶ້ນ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຜະເຊີນໜ້າກັບການສາບແຊ່ງທີ່ໂຫດຮ້າຍ. ພຣະອົງຊົງຍອມໃຫ້ຂ້ານ້ອຍເຫັນຄວາມຮັກຂອງພຣະອົງ ແລະ ຂ້ານ້ອຍບໍ່ສາມາດທີ່ຈະບໍ່ຮັກພຣະອົງ ແລະ ເຖິງແມ່ນວ່າຂ້ານ້ອຍອ່ອນແອ ແລະ ບໍ່ມີອຳນາດໃນປັດຈຸບັນ, ຂ້ານ້ອຍຈະລືມພຣະອົງໄດ້ແນວໃດ? ຄວາມຮັກ, ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ເຮັດໃຫ້ຂ້ານ້ອຍຮູ້ຈັກພຣະອົງ, ແຕ່ຂ້ານ້ອຍກໍຍັງບໍ່ສາມາດສະໜອງຄວາມຮັກຂອງພຣະອົງໄດ້, ຍ້ອນພຣະອົງຊົງຍິ່ງໃຫຍ່ຫຼາຍ. ຂ້ານ້ອຍຈະສາມາດອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະຜູ້ສ້າງໄດ້ແນວໃດ?” ສິ່ງດັ່ງກ່າວແມ່ນຄຳຂໍຮ້ອງຂອງເປໂຕ, ແຕ່ວຸດທິພາວະຂອງເພິ່ນຍັງບໍ່ພຽງພໍຫຼາຍ. ໃນຊ່ວງເວລານີ້, ເພິ່ນຮູ້ສຶກຄືກັບວ່າ ມີມີດກຳລັງສຽບແທງໃນຫົວໃຈຂອງເພິ່ນ. ເພິ່ນກໍເຈັບປວດທໍລະມານທີ່ສຸດ; ເພິ່ນບໍ່ຮູ້ວ່າຈະເຮັດແນວໃດພາຍໃຕ້ສະພາບການດັ່ງກ່າວ. ແຕ່ເພິ່ນກໍຍັງສືບຕໍ່ອະທິຖານວ່າ “ໂອ ພຣະເຈົ້າ! ມະນຸດມີວຸດທິພາວະທີ່ເປັນເໝືອນກັບເດັກນ້ອຍ, ຄວາມສຳນຶກຂອງເຂົາກໍອ່ອນແອ ແລະ ສິ່ງດຽວທີ່ຂ້ານ້ອຍສາມາດບັນລຸໄດ້ກໍຄືການຕອບແທນຄວາມຮັກຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍບໍ່ຮູ້ວິທີທີ່ຈະປະຕິບັດຕາມຄວາມປາຖະໜາຂອງພຣະອົງ ແລະ ຂ້ານ້ອຍພຽງແຕ່ປາຖະໜາເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້, ມອບທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີ ແລະ ອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ. ບໍ່ວ່າຈະເປັນການພິພາກສາຂອງພຣະອົງ, ບໍ່ວ່າຈະເປັນການຕີສອນຂອງພຣະອົງ, ບໍ່ວ່າຈະເປັນສິ່ງທີ່ພຣະອົງຊົງປະທານໃຫ້ກັບຂ້ານ້ອຍ, ບໍ່ວ່າຈະເປັນສິ່ງທີ່ພຣະອົງຊົງເອົາໄປຈາກຂ້ານ້ອຍ, ຂໍໃຫ້ປົດປ່ອຍຂ້ານ້ອຍຈາກການຕໍ່ວ່າພຣະອົງທີ່ເລັກໆນ້ອຍໆນີ້ດ້ວຍເທິດ. ຫຼາຍຄັ້ງ ເມື່ອພຣະອົງຕີສອນຂ້ານ້ອຍ ແລະ ພິພາກສາຂ້ານ້ອຍ, ຂ້ານ້ອຍຈົ່ມພຶມພໍາກັບຕົນເອງ ແລະ ບໍ່ສາມາດບັນລຸຄວາມບໍລິສຸດໄດ້ ຫຼື ປະຕິບັດຕາມຄວາມປາຖະໜາຂອງພຣະອົງໄດ້. ການທີ່ຂ້ານ້ອຍຕອບແທນຄວາມຮັກຂອງພຣະອົງແມ່ນເກີດມາຈາກການບັງຄັບ ແລະ ໃນຊ່ວງເວລານີ້ ຂ້ານ້ອຍກຽດຊັງຕົນເອງຫຼາຍຍິ່ງຂຶ້ນ”. ມັນເປັນຍ້ອນ ເພິ່ນສະແຫວງຫາຄວາມຮັກທີ່ບໍລິສຸດຍິ່ງຂຶ້ນສຳລັບພຣະເຈົ້າ ເປໂຕຈຶ່ງອະທິຖານໃນລັກສະນະນີ້. ເພິ່ນກຳລັງສະແຫວງຫາ ແລະ ອ້ອນວອນ ແລະ ຍິ່ງໄປກວ່ານັ້ນກໍຄື ເພິ່ນກຳລັງກ່າວດ່າຕົນເອງ ແລະ ສາລະພາບຄວາມຜິດບາບຂອງເພິ່ນຕໍ່ພຣະເຈົ້າ. ເພິ່ນຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າ ແລະ ຮູ້ສຶກກຽດຊັງຕົວເພິ່ນເອງ, ເຖິງຢ່າງນັ້ນກໍຕາມ ເພິ່ນຍັງຂ້ອນຂ້າງໂສກເສົ້າ ແລະ ບໍ່ດີ້ນລົນ. ເພິ່ນຮູ້ສຶກແບບນັ້ນຢູ່ສະເໝີ, ເໝືອນກັບວ່າ ເພິ່ນບໍ່ດີພໍສຳລັບຄວາມປາຖະໜາຂອງພຣະເຈົ້າ ແລະ ບໍ່ສາມາດກະທຳສຸດຄວາມສາມາດຂອງເພິ່ນ. ພາຍໃຕ້ສະພາບການດັ່ງກ່າວ, ເປໂຕຍັງສະແຫວງຫາຄວາມເຊື່ອຂອງໂຢບ. ເພິ່ນເຫັນວ່າ ຄວາມເຊື່ອຂອງໂຢບນັ້ນຍິ່ງໃຫຍ່ຫຼາຍສໍ່າໃດ, ຍ້ອນໂຢບໄດ້ເຫັນທຸກສິ່ງທຸກຢ່າງທີ່ພຣະເຈົ້າຊົງປະທານໃຫ້ກັບເພິ່ນ ແລະ ມັນເປັນເລື່ອງທຳມະຊາດທີ່ພຣະເຈົ້າຈະເອົາທຸກສິ່ງໄປຈາກເພິ່ນ, ພຣະເຈົ້າຈະຊົງມອບໃຫ້ກັບໃຜກໍຕາມທີ່ພຣະອົງຊົງປາຖະໜາ, ສິ່ງນີ້ຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ໂຢບບໍ່ມີການຈົ່ມວ່າໃດໆເລີຍ ແລະ ຍັງສັນລະເສີນພຣະເຈົ້າອີກ. ເປໂຕກໍຮູ້ຈັກຕົວເພິ່ນເອງດີ ແລະ ເພິ່ນໄດ້ອະທິຖານໃນຫົວໃຈຂອງເພິ່ນວ່າ “ມື້ນີ້ ຂ້ານ້ອຍບໍ່ຄວນພໍໃຈກັບການຕອບແທນຄວາມຮັກຂອງພຣະອົງດ້ວຍຄວາມສຳນຶກຜິດ ແລະ ດ້ວຍຄວາມຮັກ ບໍ່ວ່າຈະຫຼາຍສໍ່າໃດກໍຕາມທີ່ຂ້ານ້ອຍມອບໃຫ້ກັບພຣະອົງຄືນ, ເພາະວ່າຄວາມຄິດຂອງຂ້ານ້ອຍເສື່ອມຊາມເກີນໄປ ແລະ ເພາະວ່າ ຂ້ານ້ອຍບໍ່ສາມາດເຫັນພຣະອົງເປັນພຣະຜູ້ສ້າງເທື່ອ. ເພາະຂ້ານ້ອຍຍັງບໍ່ເໝາະສົມທີ່ຈະຮັກພຣະອົງ, ຂ້ານ້ອຍຕ້ອງປູກຝັງຄວາມສາມາດທີ່ຈະອຸທິດທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ເຊິ່ງຂ້ານ້ອຍຈະກະທຳມັນຢ່າງເຕັມໃຈ. ຂ້ານ້ອຍຮູ້ເຖິງທຸກສິ່ງຢ່າງທີ່ພຣະອົງໄດ້ຊົງກະທຳ ແລະ ຂ້ານ້ອຍບໍ່ມີທາງເລືອກ ແລະ ຂ້ານ້ອຍຕ້ອງເຫັນເຖິງຄວາມຮັກຂອງພຣະອົງ ແລະ ຂ້ານ້ອຍຈະສາມາດກ່າວສັນລະເສີນພຣະອົງ ແລະ ຍົກຍ້ອງພຣະນາມອັນສັກສິດຂອງພຣະອົງ ເພື່ອພຣະອົງຈະຊົງຮັບພຣະລັດສະໝີທີ່ຍິ່ງໃຫຍ່ຜ່ານທາງຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະຍຶດໝັ້ນໃນຄຳພະຍານນີ້ໃຫ້ກັບພຣະອົງ. ໂອ ພຣະເຈົ້າ! ຄວາມຮັກຂອງພຣະອົງຊ່າງລໍ້າຄ່າ ແລະ ງົດງາມຫຼາຍ; ຈະໃຫ້ຂ້ານ້ອຍປາຖະໜາມີຊີວິດຢູ່ໃນກຳມືຂອງຜູ້ທີ່ຊົ່ວຮ້າຍໄດ້ແນວໃດ? ພຣະອົງບໍ່ໄດ້ສ້າງຂ້ານ້ອຍບໍ? ຈະໃຫ້ຂ້ານ້ອຍດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານໄດ້ແນວໃດ? ຂ້ານ້ອຍຂໍເລືອກໃຫ້ການເປັນຢູ່ທັງໝົດຂອງຂ້ານ້ອຍຢູ່ທ່າມກາງການຕີສອນຂອງພຣະອົງຫຼາຍກວ່າ. ຂ້ານ້ອຍບໍ່ເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຄວບຄຸມຂອງຜູ້ທີ່ຊົ່ວຮ້າຍ. ຖ້າຂ້ານ້ອຍສາມາດຖືກເຮັດໃຫ້ບໍລິສຸດໄດ້ ແລະ ສາມາດອຸທິດທຸກສິ່ງທຸກຢ່າງຂອງຂ້ານ້ອຍໃຫ້ກັບພຣະອົງ, ຂ້ານ້ອຍເຕັມໃຈທີ່ຈະຖວາຍຮ່າງກາຍ ແລະ ຈິດໃຈຂອງຂ້ານ້ອຍເຂົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ, ຍ້ອນຂ້ານ້ອຍກຽດຊັງຊາຕານ ແລະ ບໍ່ເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ຜ່ານການພິພາກສາຂອງພຣະອົງທີ່ມີຕໍ່ຂ້ານ້ອຍ, ພຣະອົງໄດ້ຊົງສຳແດງເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ; ຂ້ານ້ອຍມີຄວາມສຸກ ແລະ ບໍ່ມີການຕໍ່ວ່າແມ່ນແຕ່ໜ້ອຍດຽວ. ຖ້າຂ້ານ້ອຍສາມາດປະຕິບັດໜ້າທີ່ຂອງສິ່ງຊົງສ້າງ, ຂ້ານ້ອຍເຕັມໃຈໃຫ້ຊີວິດທັງໝົດຂອງຂ້ານ້ອຍຖືກຕິດຕາມໂດຍການພິພາກສາຂອງພຣະອົງ ໂດຍຜ່ານສິ່ງນັ້ນ ຂ້ານ້ອຍຈຶ່ງຈະຮຽນຮູ້ຈັກອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ຈະກຳຈັດຕົນເອງໃຫ້ອອກຈາກອິດທິພົນຂອງຜູ້ທີ່ຊົ່ວຮ້າຍ”. ເປໂຕອະທິຖານແບບນີ້, ສະແຫວງຫາແບບນີ້ຢູ່ສະເໝີ ແລະ ຂ້ອນຂ້າງເວົ້າໄດ້ວ່າ ລາວໄດ້ໄປເຖິງຂອບເຂດທີ່ສູງຫຼາຍ. ບໍ່ພຽງແຕ່ເພິ່ນສາມາດຕອບແທນຄວາມຮັກຂອງພຣະເຈົ້າເທົ່ານັ້ນ, ແຕ່ທີ່ສຳຄັນໄປກວ່ານັ້ນ ເພິ່ນຍັງໄດ້ປະຕິບັດໜ້າທີ່ຂອງເພິ່ນໃນຖານະທີ່ເປັນສິ່ງຊົງສ້າງ. ບໍ່ພຽງແຕ່ເພິ່ນກ່າວໂທດຄວາມສຳນຶກຂອງເພິ່ນເທົ່ານັ້ນ, ແຕ່ເພິ່ນຍັງສາມາດຢູ່ເໜືອມາດຕະຖານຂອງຄວາມສຳນຶກ. ຄຳອະທິຖານຂອງເພິ່ນສືບຕໍ່ເພີ່ມຂຶ້ນຕໍ່ໜ້າພຣະເຈົ້າ ຈົນຄວາມປາຖະໜາຂອງເພິ່ນຍິ່ງສູງຂຶ້ນຫຼາຍກວ່າເກົ່າ ແລະ ຄວາມຮັກທີ່ເພິ່ນມີສຳລັບພຣະເຈົ້າກໍຍິ່ງໃຫຍ່ຂຶ້ນເລື້ອຍໆ. ເຖິງແມ່ນວ່າ ເພິ່ນໄດ້ທົນທຸກກັບຄວາມເຈັບປວດແສນທໍລະມານ, ເພິ່ນກໍຍັງບໍ່ລືມທີ່ຈະຮັກພຣະເຈົ້າ ແລະ ເພິ່ນກໍຍັງສະແຫວງຫາເພື່ອບັນລຸຄວາມສາມາດທີ່ຈະເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ. ໃນຄຳອະທິຖານຂອງເພິ່ນ, ເພິ່ນໄດ້ກ່າວຄຳເວົ້າດັ່ງຕໍ່ໄປນີ້: “ຂ້ານ້ອຍບໍ່ໄດ້ສຳເລັດຫຍັງຫຼາຍໄປກວ່າການຕອບແທນຄວາມຮັກຂອງພຣະອົງ. ຂ້ານ້ອຍບໍ່ໄດ້ເປັນພະຍານໃຫ້ກັບພຣະອົງຕໍ່ໜ້າຊາຕານ, ບໍ່ໄດ້ປົດປ່ອຍຕົນເອງຈາກອິດທິພົນຂອງຊາຕານ ແລະ ຍັງດຳລົງຊີວິດທ່າມກາງເນື້ອໜັງ. ຂ້ານ້ອຍປາຖະໜາທີ່ຈະໃຊ້ຄວາມຮັກຂອງຂ້ານ້ອຍເພື່ອເອົາຊະນະຊາຕານ, ເຮັດໃຫ້ມັນອັບອາຍ ແລ້ວປະຕິບັດຕາມຄວາມປາຖະໜາຂອງພຣະອົງ. ຂ້ານ້ອຍປາຖະໜາທີ່ຈະມອບຊີວິດທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ, ບໍ່ມອບແມ່ນແຕ່ສ່ວນເລັກນ້ອຍຂອງຂ້ານ້ອຍໃຫ້ກັບຊາຕານ ຍ້ອນຊາຕານເປັນສັດຕູຂອງພຣະອົງ”. ຍິ່ງເພິ່ນສະແຫວງຫາໃນທິດທາງນີ້ຫຼາຍສໍ່າໃດ, ເພິ່ນກໍຍິ່ງໄດ້ຮັບການສຳຜັດຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງເພິ່ນກ່ຽວກັບບັນຫາເຫຼົ່ານີ້ກໍຍິ່ງສູງຂຶ້ນຫຼາຍສໍ່ານັ້ນ. ໂດຍບໍ່ຮູ້ຕົວ ເພິ່ນໄດ້ຮຽນຮູ້ວ່າ ເພິ່ນຄວນປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ ແລະ ຄວນກັບຄືນມາຫາພຣະເຈົ້າຢ່າງສົມບູນ. ສິ່ງດັ່ງກ່າວແມ່ນຂອບເຂດທີ່ເພິ່ນໄດ້ຮັບ. ເພິ່ນກຳລັງຢູ່ເໜືອອິດທິພົນຂອງຊາຕານ ແລະ ປົດປ່ອຍຕົນເອງອອກຈາກຄວາມສຸກ ແລະ ຄວາມມ່ວນຊື່ນທາງເນື້ອໜັງ ແລະ ເຕັມໃຈທີ່ຈະປະສົບກັບທັງການຕີສອນຂອງພຣະເຈົ້າ ແລະ ການພິພາກສາຂອງພຣະອົງໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ. ເພິ່ນກ່າວວ່າ “ເຖິງແມ່ນຂ້ານ້ອຍດຳລົງຊີວິດຢູ່ທ່າມກາງການຕີສອນຂອງພຣະອົງ ແລະ ທ່າມກາງການພິພາກສາຂອງພຣະອົງ, ບໍ່ວ່າສິ່ງນັ້ນຈະນໍາມາສູ່ຄວາມຍາກລຳບາກຫຍັງກໍຕາມ, ຂ້ານ້ອຍກໍຍັງບໍ່ເຕັມໃຈທີ່ຈະດຳລົງຊີວິດຢູ່ທ່າມກາງການຄວບຄຸມຂອງຊາຕານ, ຂ້ານ້ອຍກໍຍັງບໍ່ເຕັມໃຈທີ່ຈະທົນທຸກຕໍ່ກົນອຸບາຍຂອງຊາຕານ. ຂ້ານ້ອຍມີຄວາມປິຕິຍິນດີໃນການດຳລົງຊີວິດຢູ່ທ່າມກາງການສາບແຊ່ງຂອງພຣະອົງ ແລະ ເຈັບປວດໂດຍການດຳລົງຊີວິດຢູ່ທ່າມກາງການອວຍພອນຂອງຊາຕານ. ຂ້ານ້ອຍຮັກພຣະອົງໂດຍການດຳລົງຊີວິດຢູ່ທ່າມກາງການພິພາກສາຂອງພຣະອົງ ແລະ ສິ່ງນີ້ກໍນໍາຄວາມປິຕິຍິນດີອັນໃຫຍ່ຫຼວງມາສູ່ຂ້ານ້ອຍ. ການຕີສອນ ແລະ ການພິພາກສາຂອງພຣະອົງຊອບທຳ ແລະ ສັກສິດ; ມັນແມ່ນເພື່ອຊໍາລະລ້າງຂ້ານ້ອຍ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນເພື່ອຊ່ວຍໃຫ້ຂ້ານ້ອຍລອດພົ້ນ. ຂ້ານ້ອຍເລືອກທີ່ຈະໃຊ້ຊີວິດທັງໝົດຂອງຂ້ານ້ອຍທ່າມກາງການພິພາກສາເພື່ອວ່າຂ້ານ້ອຍອາດຢູ່ພາຍໃຕ້ການດູແລຂອງພຣະອົງ. ຂ້ານ້ອຍບໍ່ເຕັມໃຈທີ່ຈະດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານແມ່ນແຕ່ຊ່ວງເວລາດຽວ; ຂ້ານ້ອຍປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງຈາກພຣະອົງ; ເຖິງແມ່ນວ່າ ຂ້ານ້ອຍຕ້ອງທົນທຸກກັບຄວາມຍາກລໍາບາກ, ຂ້ານ້ອຍກໍບໍ່ເຕັມໃຈທີ່ຈະຖືກຂູດຮີດ ແລະ ຖືກຫຼອກລວງໂດຍຊາຕານ. ຂ້ານ້ອຍ ເຊິ່ງເປັນສິ່ງຊົງສ້າງນີ້ ຄວນຖືກພຣະອົງໃຊ້, ຖືກພຣະອົງຄອບຄອງ, ຖືກພຣະອົງພິພາກສາ ແລະ ຖືກພຣະອົງຕີສອນ. ຍິ່ງໄປກວ່ານັ້ນ ຂ້ານ້ອຍຄວນຖືກພຣະອົງສາບແຊ່ງ. ຫົວໃຈຂອງຂ້ານ້ອຍຍິນດີເມື່ອພຣະອົງເຕັມໃຈທີ່ຈະອວຍພອນຂ້ານ້ອຍ ຍ້ອນຂ້ານ້ອຍໄດ້ເຫັນເຖິງຄວາມຮັກຂອງພຣະອົງ. ພຣະອົງເປັນພຣະຜູ້ສ້າງ ແລະ ຂ້ານ້ອຍເປັນສິ່ງຊົງສ້າງ ນັ້ນກໍຄື: ຂ້ານ້ອຍບໍ່ຄວນຫັກຫຼັງພຣະອົງ ແລະ ດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ຫຼື ຂ້ານ້ອຍບໍ່ຄວນຖືກຂູດຮີດໂດຍຊາຕານ. ຂ້ານ້ອຍຄວນເປັນມ້າ ຫຼື ງົວຂອງພຣະອົງ ແທນທີ່ຈະດຳລົງຊີວິດເພື່ອຊາຕານ. ຂ້ານ້ອຍຂໍດຳລົງຊີວິດຢູ່ທ່າມກາງການຕີສອນຂອງພຣະອົງໂດຍປາສະຈາກຄວາມສຸກທາງຮ່າງກາຍຈະຫຼາຍກວ່າ ແລະ ສິ່ງນີ້ຈະນໍາຄວາມຊື່ນຊົມມາສູ່ຂ້ານ້ອຍ ເຖິງແມ່ນວ່າຂ້ານ້ອຍຕ້ອງສູນເສຍພຣະຄຸນຂອງພຣະອົງ. ເຖິງແມ່ນພຣະຄຸນຂອງພຣະອົງບໍ່ໄດ້ຢູ່ກັບຂ້ານ້ອຍ, ຂ້ານ້ອຍກໍມີຄວາມສຸກກັບການຖືກຕີສອນ ແລະ ຖືກພິພາກສາໂດຍພຣະອົງ; ນີ້ແມ່ນການອວຍພອນທີ່ດີທີ່ສຸດຂອງພຣະອົງ, ພຣະຄຸນທີ່ດີສຸດຂອງພຣະອົງ. ເຖິງແມ່ນວ່າ ພຣະອົງສະຫງ່າງາມ ແລະ ໂກດຮ້າຍຕໍ່ຂ້ານ້ອຍຢູ່ສະເໝີ, ຂ້ານ້ອຍກໍຍັງບໍ່ສາມາດປະຖິ້ມພຣະອົງໄດ້ ແລະ ຂ້ານ້ອຍບໍ່ສາມາດຮັກພຣະອົງໄດ້ດີພໍ. ຂ້ານ້ອຍເລືອກທີ່ຈະດຳລົງຊີວິດຢູ່ໃນເຮືອນຂອງພຣະອົງ, ຂ້ານ້ອຍເລືອກທີ່ຈະຖືກສາບແຊ່ງ, ຕີສອນ ແລະ ຂ້ຽນຕີໂດຍພຣະອົງ ແລະ ບໍ່ເຕັມໃຈທີ່ຈະຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ຫຼື ຂ້ານ້ອຍເຕັມໃຈທີ່ຈະຟ້າວຟັ່ງ ແລະ ຫຍຸ້ງເຮັດນັ້ນເຮັດນີ້ໃຫ້ກັບເນື້ອໜັງເທົ່ານັ້ນ ແລະ ແຮງໄກທີ່ຂ້ານ້ອຍຈະເຕັມໃຈດຳລົງຊີວິດຢູ່ເພື່ອເນື້ອໜັງເລີຍ”. ຄວາມຮັກຂອງເປໂຕເປັນຄວາມຮັກທີ່ບໍລິສຸດ. ນີ້ແມ່ນປະສົບການຂອງການຖືກເຮັດໃຫ້ສົມບູນ ແລະ ເປັນຂອບເຂດສູງສຸດຂອງການຖືກເຮັດໃຫ້ສົມບູນ; ບໍ່ມີຊີວິດທີ່ມີຄວາມໝາຍຫຼາຍກວ່ານີ້ອີກແລ້ວ. ເພິ່ນຍອມຮັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າ, ເພິ່ນຖືວ່າອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປັນສິ່ງທີ່ມີຄ່າ ແລະ ບໍ່ມີຫຍັງເລີຍກ່ຽວກັບເປໂຕທີ່ຈະມີຄ່າຫຼາຍກວ່ານີ້ອີກ. ເພິ່ນເວົ້າວ່າ “ຊາຕານມອບຄວາມຊື່ນຊົມຍິນດີທາງວັດຖຸໃຫ້ກັບຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ຖືວ່າພວກມັນມີຄ່າ. ການຕີສອນ ແລະ ການພິພາກສາຂອງພຣະເຈົ້າມາເຖິງຂ້ານ້ອຍ, ໃນສິ່ງນີ້ ຂ້ານ້ອຍຮູ້ສຶກໄດ້ຮັບພຣະຄຸນ, ໃນສິ່ງນີ້ ຂ້ານ້ອຍໄດ້ພົບຄວາມຊື່ນຊົມຍິນດີ ແລະ ໃນສິ່ງນີ້ ຂ້ານ້ອຍເປັນສຸກ. ຖ້າບໍ່ແມ່ນຍ້ອນການພິພາກສາຂອງພຣະເຈົ້າ ຂ້ານ້ອຍຈະບໍ່ຮັກພຣະເຈົ້າຈັກເທື່ອ, ຂ້ານ້ອຍຈະຍັງດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານ, ຈະຍັງຖືກມັນຄວບຄຸມ ແລະ ບັນຊາ. ຖ້າເປັນແບບນັ້ນ, ຂ້ານ້ອຍຈະບໍ່ກາຍມາເປັນມະນຸດຢ່າງແທ້ຈິງໄດ້ຈັກເທື່ອ ຍ້ອນຂ້ານ້ອຍບໍ່ສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້ ແລະ ບໍ່ໄດ້ອຸທິດຕົວຕົນທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ. ເຖິງແມ່ນພຣະເຈົ້າຈະບໍ່ອວຍພອນຂ້ານ້ອຍ, ປ່ອຍໃຫ້ຂ້ານ້ອຍປາສະຈາກຄວາມສຸກສະບາຍຢູ່ພາຍໃນ, ເໝືອນກັບວ່າມີໄຟທີ່ກຳລັງໄໝ້ຢູ່ພາຍໃນຕົວຂ້ານ້ອຍ ແລະ ບໍ່ມີສັນຕິສຸກ ແລະ ຄວາມສຸກ ແລະ ເຖິງແມ່ນວ່າ ການຕີສອນ ແລະ ການລົງວິໄນຂອງພຣະເຈົ້າບໍ່ເຄີຍອອກຫ່າງຂ້ານ້ອຍເລີຍ, ໃນການຕີສອນ ແລະ ການພິພາກສາຂອງພຣະອົງນັ້ນ ຂ້ານ້ອຍສາມາດເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ. ຂ້ານ້ອຍຊື່ນຊົມໃນສິ່ງນີ້; ບໍ່ມີສິ່ງໃດທີ່ມີຄຸນຄ່າ ຫຼື ມີຄວາມໝາຍຫຼາຍກວ່ານີ້ໃນຊີວິດອີກແລ້ວ. ເຖິງແມ່ນການປົກປ້ອງ ແລະ ການດູແລຂອງພຣະອົງກາຍມາເປັນການຕີສອນ, ການພິພາກສາ, ການສາບແຊ່ງ ແລະ ການຂ້ຽນຕີທີ່ໂຫດຮ້າຍ, ຂ້ານ້ອຍກໍຍັງຈະຊື່ນຊົມຍິນດີໃນສິ່ງເຫຼົ່ານີ້ ຍ້ອນສິ່ງເຫຼົ່ານີ້ສາມາດຊໍາລະລ້າງຂ້ານ້ອຍ ແລະ ປ່ຽນແປງຂ້ານ້ອຍໄດ້ດີກວ່າ, ສາມາດນໍາຂ້ານ້ອຍເຂົ້າໃກ້ຊິດພຣະເຈົ້າ, ສາມາດເຮັດໃຫ້ຂ້ານ້ອຍຮັກພຣະເຈົ້າຫຼາຍຂຶ້ນ ແລະ ສາມາດເຮັດໃຫ້ຄວາມຮັກຂອງຂ້ານ້ອຍຕໍ່ພຣະເຈົ້າບໍລິສຸດຍິ່ງຂຶ້ນ. ສິ່ງນີ້ເຮັດໃຫ້ຂ້ານ້ອຍສາມາດປະຕິບັດຕາມໜ້າທີ່ຂອງຂ້ານ້ອຍໃນຖານະທີ່ເປັນສິ່ງຊົງສ້າງ ແລະ ນໍາຂ້ານ້ອຍມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອອກຈາກອິດທິພົນຂອງຊາຕານ ເພື່ອຂ້ານ້ອຍຈະບໍ່ຮັບໃຊ້ຊາຕານອີກຕໍ່ໄປ ແລະ ຂ້ານ້ອຍຈະສາມາດອຸທິດທຸກສິ່ງທີ່ຂ້ານ້ອຍມີ ແລະ ທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ໃຫ້ກັບພຣະອົງ ໂດຍບໍ່ຢັບຢັ້ງສິ່ງໃດເລີຍ, ນັ້ນຈະເປັນເວລາທີ່ຂ້ານ້ອຍພໍໃຈຢ່າງເຕັມປ່ຽມ. ແມ່ນການຕີສອນ ແລະ ການພິພາກສາຂອງພຣະເຈົ້າທີ່ຊ່ວຍຂ້ານ້ອຍໃຫ້ລອດພົ້ນ ແລະ ຊີວິດຂອງຂ້ານ້ອຍກໍບໍ່ສາມາດແຍກອອກຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າໄດ້. ຊີວິດຂອງຂ້ານ້ອຍເທິງແຜ່ນດິນໂລກແມ່ນຢູ່ພາຍໃຕ້ການຄອບງຳຂອງຊາຕານ ແລະ ຖ້າບໍ່ແມ່ນຍ້ອນການດູແລ ແລະ ການປົກປ້ອງຂອງການຕີສອນ ແລະ ການພິພາກສາຂອງພຣະເຈົ້າ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານຢູ່ສະເໝີ ແລະ ຍິ່ງໄປກວ່ານັ້ນ ຂ້ານ້ອຍຈະບໍ່ມີໂອກາດ ຫຼື ວິທີທາງທີ່ຈະດຳລົງຊີວິດທີ່ມີຄວາມໝາຍໄດ້. ມີພຽງແຕ່ການຕີສອນ ແລະ ການພິພາກສາຂອງພຣະເຈົ້າທີ່ບໍ່ເຄີຍໜີປະຂ້ານ້ອຍຈັກເທື່ອ, ຂ້ານ້ອຍຈຶ່ງສາມາດທີ່ຈະໄດ້ຮັບການຊໍາລະລ້າງໂດຍພຣະເຈົ້າ. ມີພຽງແຕ່ດ້ວຍພຣະທຳທີ່ໂຫດຮ້າຍ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງເທົ່ານັ້ນ ແລະ ການພິພາກສາທີ່ສະຫງ່າງາມຂອງພຣະເຈົ້າ, ຂ້ານ້ອຍຈຶ່ງໄດ້ຮັບການປົກປ້ອງທີ່ສູງສຸດ ແລະ ມາດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ໄດ້ຮັບເອົາການອວຍພອນຂອງພຣະເຈົ້າ. ການທີ່ສາມາດໄດ້ຮັບການຊໍາລະລ້າງ ແລະ ປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງພຣະເຈົ້າ, ນີ້ແມ່ນການອວຍພອນທີ່ຍິ່ງໃຫຍ່ສຸດໃນຊີວິດຂອງຂ້ານ້ອຍໃນປັດຈຸບັນ”. ນີ້ແມ່ນຂອບເຂດສູງສຸດທີ່ເປໂຕໄດ້ຜະເຊີນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 526)

ມະນຸດດຳລົງຊີວິດທ່າມກາງເນື້ອໜັງ ເຊິ່ງໝາຍຄວາມວ່າ ເຂົາດຳລົງຊີວິດໃນນະຮົກແຫ່ງມະນຸດ ແລະ ປາສະຈາກການພິພາກສາ ແລະ ການຕີສອນຂອງພຣະເຈົ້າ, ມະນຸດແມ່ນສົກກະປົກຄືກັນກັບຊາຕານ. ແລ້ວມະນຸດຈະບໍລິສຸດໄດ້ແນວໃດ? ເປໂຕເຊື່ອວ່າ ການຕີສອນ ແລະ ການພິພາກສາຈາກພຣະເຈົ້າແມ່ນການປົກປ້ອງທີ່ດີທີ່ສຸດ ແລະ ພຣະຄຸນທີ່ຍິ່ງໃຫຍ່ສຸດຂອງມະນຸດ. ມີແຕ່ຜ່ານການຕີສອນ ແລະ ການພິພາກສາຈາກພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງຈະສາມາດຕື່ນຂຶ້ນ ແລະ ກຽດຊັງເນື້ອໜັງ, ກຽດຊັງຊາຕານ. ວິໄນທີ່ເຄັ່ງຄັດຂອງພຣະເຈົ້າໄດ້ປົດປ່ອຍມະນຸດໃຫ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ, ປົດປ່ອຍເຂົາໃຫ້ເປັນອິດສະຫຼະຈາກໂລກນ້ອຍໆຂອງເຂົາເອງ ແລະ ເຮັດໃຫ້ເຂົາດຳລົງຊີວິດຢູ່ໃນແສງສະຫວ່າງແຫ່ງການສະຖິດຂອງພຣະເຈົ້າ. ບໍ່ມີຄວາມລອດພົ້ນທີ່ດີກວ່າການຕີສອນ ແລະ ການພິພາກສາອີກແລ້ວ! ເປໂຕອະທິຖານວ່າ “ໂອ ພຣະເຈົ້າ! ຕາບໃດທີ່ພຣະອົງຕີສອນ ແລະ ພິພາກສາຂ້ານ້ອຍ, ຂ້ານ້ອຍກໍຈະຮູ້ວ່າ ພຣະອົງບໍ່ໄດ້ປະຖິ້ມຂ້ານ້ອຍ. ເຖິງແມ່ນວ່າພຣະອົງບໍ່ໄດ້ມອບຄວາມສຸກ ຫຼື ສັນຕິສຸກໃຫ້ກັບຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍມີຊີວິດຢູ່ດ້ວຍຄວາມທົນທຸກ ແລະ ເຮັດໃຫ້ຂ້ານ້ອຍໄດ້ຮັບການຕີສອນທີ່ນັບບໍ່ຖ້ວນ, ແຕ່ຕາບໃດທີ່ພຣະອົງບໍ່ປະຖິ້ມຂ້ານ້ອຍ ຂ້ານ້ອຍກໍຈະສະບາຍໃຈ. ໃນປັດຈຸບັນ, ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ກາຍມາເປັນການປົກປ້ອງທີ່ດີທີ່ສຸດຂອງຂ້ານ້ອຍ ແລະ ພຣະພອນທີ່ຍິ່ງໃຫຍ່ສຸດຂອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງມອບໃຫ້ກັບຂ້ານ້ອຍປົກປ້ອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງປະທານໃຫ້ກັບຂ້ານ້ອຍໃນປັດຈຸບັນແມ່ນການສຳແດງເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ເປັນການຕີສອນ ແລະ ການພິພາກສາ; ຍິ່ງໄປກວ່ານັ້ນ, ມັນແມ່ນການທົດລອງ ແລະ ຫຼາຍໄປກວ່ານັ້ນ ມັນແມ່ນຊີວິດແຫ່ງການທົນທຸກ”. ເປໂຕສາມາດປ່ອຍວາງຄວາມສຸກທາງເນື້ອໜັງ ແລະ ສະແຫວງຫາຄວາມຮັກທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ການປົກປ້ອງທີ່ຍິ່ງໃຫຍ່ຂຶ້ນ ເພາະວ່າ ເພິ່ນໄດ້ຮັບພຣະຄຸນຢ່າງຫຼວງຫຼາຍຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າ. ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າເຂົາອາດຈະປົດປ່ອຍຕົນເອງອອກຈາກການໃຊ້ເລ່ລ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ. ມະນຸດດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ເປັນຢູ່ໃນເນື້ອໜັງ; ຖ້າເຂົາບໍ່ໄດ້ຮັບການຊໍາລະລ້າງ ແລະ ບໍ່ໄດ້ຮັບເອົາການປົກປ້ອງຂອງພຣະເຈົ້າ, ແລ້ວມະນຸດກໍຈະຊົ່ວຊ້າຫຼາຍຍິ່ງຂຶ້ນ. ຖ້າເຂົາປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາກໍຕ້ອງໄດ້ຮັບການຊໍາລະລ້າງ ແລະ ການຊ່ວຍໃຫ້ລອດພົ້ນ. ເປໂຕໄດ້ອະທິຖານວ່າ “ພຣະເຈົ້າ, ເມື່ອພຣະອົງຊົງປະຕິບັດຕໍ່ຂ້ານ້ອຍດ້ວຍຄວາມເມດຕາ ຂ້ານ້ອຍກໍມີຄວາມສຸກຫຼາຍ ແລະ ຮູ້ສຶກສະບາຍໃຈ; ເມື່ອພຣະອົງຕີສອນຂ້ານ້ອຍ, ຂ້ານ້ອຍຍິ່ງຮູ້ສຶກສະບາຍໃຈ ແລະ ມີຄວາມສຸກຍິ່ງຂຶ້ນ. ເຖິງແມ່ນຂ້ານ້ອຍອ່ອນແອ ແລະ ອົດກັ້ນຕໍ່ການທົນທຸກທີ່ນັບບໍ່ຖ້ວນ, ເຖິງແມ່ນມີນໍ້າຕາ ແລະ ຄວາມໂສກເສົ້າ, ພຣະອົງຊົງຮູ້ວ່າ ຄວາມໂສກເສົ້ານີ້ກໍເປັນຍ້ອນການບໍ່ເຊື່ອຟັງຂອງຂ້ານ້ອຍ ແລະ ຍ້ອນຄວາມອ່ອນແອຂອງຂ້ານ້ອຍ. ຂ້ານ້ອຍຮ້ອງໄຫ້ກໍເພາະຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງ, ຂ້ານ້ອຍຮູ້ສຶກໂສກເສົ້າ ແລະ ເສຍໃຈ ເພາະວ່າຂ້ານ້ອຍບໍ່ເໝາະສົມສຳລັບຄວາມຕ້ອງການຂອງພຣະອົງ, ແຕ່ຂ້ານ້ອຍກໍເຕັມໃຈທີ່ຈະບັນລຸຂອບເຂດນີ້, ຂ້ານ້ອຍເຕັມໃຈທີ່ຈະເຮັດທຸກສິ່ງທຸກຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອເຮັດໃຫ້ພຣະອົງພໍພຣະໄທ. ການຕີສອນຂອງພຣະອົງໄດ້ນໍາການປົກປ້ອງມາສູ່ຂ້ານ້ອຍ ແລະ ໄດ້ມອບຄວາມລອດພົ້ນທີ່ດີທີ່ສຸດໃຫ້ກັບຂ້ານ້ອຍ; ການພິພາກສາຂອງພຣະອົງດີເລີດກວ່າຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະອົງ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະບໍ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍຍິ່ງເຫັນຫຼາຍຂຶ້ນວ່າ ຄວາມຮັກຂອງພຣະອົງຢູ່ເໜືອສະຫວັນ ແລະ ດີກວ່າທຸກສິ່ງທຸກຢ່າງ. ຄວາມຮັກຂອງພຣະອົງບໍ່ແມ່ນພຽງແຕ່ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາ; ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ ແລະ ການພິພາກສາ. ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ມອບຫຼາຍຢ່າງໃຫ້ກັບຂ້ານ້ອຍ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດຜະເຊີນກັບຄວາມຮັກຂອງພຣະຜູ້ສ້າງ. ເຖິງແມ່ນວ່າ ຂ້ານ້ອຍໄດ້ອົດກັ້ນຕໍ່ການທົດລອງ ແລະ ຄວາມລໍາບາກຍາກແຄ້ນຫຼາຍຮ້ອຍຄັ້ງ ແລະ ເຖິງກັບວ່າເກືອບຕາຍ, ພວກມັນໄດ້ເຮັດໃຫ້ຂ້ານ້ອຍຮູ້ຈັກພຣະອົງຢ່າງແທ້ຈິງ ແລະ ໄດ້ຮັບຄວາມລອດພົ້ນຢ່າງສູງສຸດ. ຖ້າການຕີສອນ, ການພິພາກສາ ແລະ ການລົງວິໄນຂອງພຣະເຈົ້າອອກຫ່າງຈາກຂ້ານ້ອຍ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ໃນຄວາມມືດ ພາຍໃຕ້ການຄອບງຳຂອງຊາຕານ. ແລ້ວເນື້ອໜັງຂອງມະນຸດຈະມີຜົນປະໂຫຍດຫຍັງ? ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ມັນຈະເປັນເໝືອນກັບວ່າ ພຣະວິນຍານຂອງພຣະອົງໄດ້ປະຖິ້ມຂ້ານ້ອຍ, ເໝືອນກັບວ່າ ພຣະອົງບໍ່ໄດ້ຢູ່ກັບຂ້ານ້ອຍອີກຕໍ່ໄປ. ຖ້າເປັນແບບນັ້ນ, ຂ້ານ້ອຍຈະດຳລົງຊີວິດຕໍ່ໄປໄດ້ແນວໃດ? ຖ້າພຣະອົງມອບຄວາມເຈັບປ່ວຍໃຫ້ກັບຂ້ານ້ອຍ ແລະ ເອົາອິດສະຫຼະພາບຂອງຂ້ານ້ອຍໄປ, ຂ້ານ້ອຍສາມາດສືບຕໍ່ດຳລົງຊີວິດໄດ້, ແຕ່ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ຂ້ານ້ອຍກໍຈະບໍ່ມີທາງດຳລົງຊີວິດຕໍ່ໄປໄດ້. ຖ້າຂ້ານ້ອຍປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະສູນເສຍຄວາມຮັກຂອງພຣະອົງ ເຊິ່ງເປັນຄວາມຮັກທີ່ເລິກເຊິ່ງເກີນກວ່າຂ້ານ້ອຍຈະພັນລະນາໄດ້. ຫາກປາສະຈາກຄວາມຮັກຂອງພຣະອົງ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານ ແລະ ຈະບໍ່ສາມາດເຫັນໃບໜ້າອັນສະຫງ່າລາສີຂອງພຣະອົງ. ແລ້ວຂ້ານ້ອຍຈະສາມາດສືບຕໍ່ດຳລົງຊີວິດໄດ້ແນວໃດ? ຂ້ານ້ອຍບໍ່ສາມາດທົນກັບຄວາມມືດດັ່ງກ່າວ, ຊີວິດດັ່ງກ່າວ. ການທີ່ມີພຣະອົງຢູ່ກັບຂ້ານ້ອຍເປັນເໝືອນກັບການເຫັນພຣະອົງ, ແລ້ວຂ້ານ້ອຍຈະສາມາດປະຖິ້ມພຣະອົງໄດ້ແນວໃດ? ຂ້ານ້ອຍອ້ອນວອນພຣະອົງ, ຂ້ານ້ອຍຂໍຮ້ອງພຣະອົງຂໍຢ່າເອົາຄວາມສຸກສະບາຍທີ່ຍິ່ງໃຫຍ່ທີ່ສຸດຂອງຂ້ານ້ອຍນັ້ນໄປຈາກຂ້ານ້ອຍເທິດ ເຖິງແມ່ນມັນເປັນພຽງຄຳເວົ້າສອງສາມຄຳທີ່ເຮັດໃຫ້ໝັ້ນໃຈກໍຕາມ. ຂ້ານ້ອຍຊື່ນຊົມໃນຄວາມຮັກຂອງພຣະອົງ ແລະ ໃນປັດຈຸບັນ ຂ້ານ້ອຍບໍ່ສາມາດຢູ່ຫ່າງໄກຈາກພຣະອົງໄດ້; ແລ້ວຂ້ານ້ອຍຈະບໍ່ຮັກພຣະອົງໄດ້ແນວໃດ? ຂ້ານ້ອຍໄດ້ຫຼັ່ງນໍ້າຕາແຫ່ງຄວາມໂສກເສົ້າຫຼາຍຄັ້ງຍ້ອນຄວາມຮັກຂອງພຣະອົງ, ແຕ່ຂ້ານ້ອຍຮູ້ສຶກຢູ່ສະເໝີວ່າ ຊີວິດແບບນີ້ມີຄວາມໝາຍຍິ່ງກວ່າ, ສາມາດປັບປຸງຂ້ານ້ອຍຫຼາຍຂຶ້ນ, ສາມາດປ່ຽນແປງຂ້ານ້ອຍຫຼາຍຂຶ້ນ ແລະ ສາມາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມຈິງທີ່ສິ່ງຊົງສ້າງຄວນໄດ້ຮັບ”.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 527)

ຊີວິດທັງໝົດຂອງມະນຸດໄດ້ດຳລົງຢູ່ພາຍໃຕ້ການຄອບງຳຂອງຊາຕານ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານດ້ວຍຕົວພວກເຂົາເອງ. ທຸກຄົນດຳລົງຊີວິດຢູ່ໃນໂລກທີ່ສົກກະປົກ, ໃນຄວາມເສື່ອມຊາມ ແລະ ຄວາມວ່າງເປົ່າ, ໂດຍບໍ່ມີຄວາມໝາຍ ຫຼື ຄຸນຄ່າແມ່ນແຕ່ໜ້ອຍດຽວ; ພວກເຂົາດຳລົງຊີວິດໂດຍປາສະຈາກຄວາມກັງວົນເພື່ອເນື້ອໜັງ, ເພື່ອຕັນຫາ ແລະ ເພື່ອຊາຕານ. ບໍ່ມີຄຸນຄ່າແມ່ນແຕ່ໜ້ອຍດຽວໃນການເປັນຢູ່ຂອງພວກເຂົາ. ມະນຸດບໍ່ສາມາດຄົ້ນພົບຄວາມຈິງທີ່ຈະປົດປ່ອຍເຂົາໃຫ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານໄດ້. ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ ແລະ ອ່ານພຣະຄຳພີ, ເຂົາກໍບໍ່ເຂົ້າໃຈວິທີການປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກການຄວບຄຸມແຫ່ງອິດທິພົນຂອງຊາຕານ. ຕະຫຼອດຍຸກຕ່າງໆ, ມີໜ້ອຍຄົນທີ່ໄດ້ຄົ້ນພົບຄວາມລັບນີ້, ມີໜ້ອຍຄົນທີ່ໄດ້ເຂົ້າໃຈມັນ. ດັ່ງນັ້ນ, ເຖິງແມ່ນວ່າມະນຸດຈະກຽດຊັງຊາຕານ ແລະ ກຽດຊັງເນື້ອໜັງ, ເຂົາກໍບໍ່ຮູ້ຈັກວິທີປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກອິດທິພົນແຫ່ງບ້ວງແຮ້ວຂອງຊາຕານ. ໃນປັດຈຸບັນ, ພວກເຈົ້າຍັງບໍ່ໄດ້ຢູ່ພາຍໃຕ້ການຄອບງຳຂອງຊາຕານບໍ? ເຈົ້າບໍ່ເສຍໃຈຕໍ່ການກະທຳທີ່ບໍ່ເຊື່ອຟັງຂອງເຈົ້າ ແລະ ແລ້ວແຮງໄກທີ່ເຈົ້າຈະຮູ້ວ່າ ເຈົ້າສົກກະປົກ ແລະ ບໍ່ເຊື່ອຟັງ. ຫຼັງຈາກທີ່ຕໍ່ຕ້ານພຣະເຈົ້າ, ເຈົ້າຍິ່ງມີຈິດໃຈທີ່ສະຫງົບສຸກ ແລະ ຮູ້ສຶກມີຄວາມສະຫງົບຢ່າງໃຫຍ່. ຄວາມສະຫງົບຂອງເຈົ້າບໍ່ແມ່ນຍ້ອນເຈົ້າເສື່ອມຊາມບໍ? ຈິດໃຈທີ່ສະຫງົບສຸກນີ້ບໍ່ໄດ້ມາຈາກຄວາມບໍ່ເຊື່ອຟັງຂອງເຈົ້າບໍ? ມະນຸດດຳລົງຊີວິດຢູ່ໃນນະຮົກແຫ່ງມະນຸດ, ເຂົາດຳລົງຊີວິດຢູ່ພາຍໃຕ້ອິດທິພົນຄວາມມືດຂອງຊາຕານ; ທົ່ວດິນແດນ, ຜີຮ້າຍດຳລົງຢູ່ກັບມະນຸດ ໂດຍລ່ວງລໍ້າເນື້ອໜັງຂອງມະນຸດ. ເທິງແຜ່ນດິນໂລກ, ເຈົ້າບໍ່ໄດ້ດຳລົງຊີວິດຢູ່ໃນວິມານທີ່ສວຍງາມ. ບ່ອນທີ່ເຈົ້າຢູ່ແມ່ນອານາຈັກຂອງມານຮ້າຍ, ນະຮົກຂອງມະນຸດ, ໂລກເບື້ອງລຸ່ມ. ຖ້າມະນຸດບໍ່ຖືກຊໍາລະລ້າງ, ແລ້ວເຂົາກໍຈະມີຄວາມສົກກະປົກ; ຖ້າເຂົາບໍ່ໄດ້ຮັບການປົກປ້ອງ ແລະ ດູແລໂດຍພຣະເຈົ້າ, ແລ້ວເຂົາກໍຍັງເປັນຊະເລີຍຂອງຊາຕານ; ຖ້າເຂົາບໍ່ຖືກພິພາກສາ ແລະ ຕີສອນ, ແລ້ວເຂົາກໍຈະບໍ່ມີຫົນທາງຫຼົບໜີຈາກການກົດຂີ່ຂອງອິດທິພົນມືດຂອງຊາຕານ. ນິໄສເສື່ອມຊາມທີ່ເຈົ້າສະແດງອອກມາ ແລະ ຄວາມປະພຶດທີ່ບໍ່ເຊື່ອຟັງທີ່ເຈົ້າດຳລົງຊີວິດຕາມແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ເຈົ້າຍັງດຳລົງຊີວິດຢູ່ພາຍໃຕ້ການຄອບງຳຂອງຊາຕານ. ຖ້າຈິດໃຈ ແລະ ຄວາມຄິດຂອງເຈົ້າບໍ່ໄດ້ຮັບການຊໍາລະລ້າງ ແລະ ນິໄສຂອງເຈົ້າບໍ່ໄດ້ຖືກພິພາກສາ ແລະ ຕີສອນ, ແລ້ວການເປັນຢູ່ທັງໝົດຂອງເຈົ້າກໍຈະຍັງຖືກຄວບຄຸມໂດຍການຄອບງຳຂອງຊາຕານ, ຈິດໃຈຂອງເຈົ້າຖືກຄວບຄຸມໂດຍຊາຕານ, ຄວາມຄິດຂອງເຈົ້າຖືກລໍ້ລວງໂດຍຊາຕານ ແລະ ການເປັນຢູ່ທັງໝົດຂອງເຈົ້າກໍຖືກຄວບຄຸມດ້ວຍກໍາມືຂອງຊາຕານ. ເຈົ້າຮູ້ບໍ່ວ່າ ໃນຕອນນີ້ ເຈົ້າຢູ່ໄກສໍ່າໃດຈາກມາດຕະຖານຂອງເປໂຕ? ເຈົ້າມີຄວາມສາມາດແບບນັ້ນບໍ? ເຈົ້າຮູ້ກ່ຽວກັບການຕີສອນ ແລະ ການພິພາກສາໃນປັດຈຸບັນຫຼາຍສໍ່າໃດ? ເຈົ້າມີສິ່ງທີ່ເປໂຕຮຽນຮູ້ຫຼາຍສໍ່າໃດ? ໃນປັດຈຸບັນ, ຖ້າເຈົ້າບໍ່ສາມາດຮູ້, ເຈົ້າຈະສາມາດບັນລຸຄວາມຮູ້ນີ້ໃນອະນາຄົດໄດ້ບໍ? ຄົນທີ່ຂີ້ຄ້ານ ແລະ ຂີ້ຢ້ານຄືກັບເຈົ້າແມ່ນບໍ່ສາມາດຮູ້ຈັກການຕີສອນ ແລະ ການພິພາກສາເລີຍ. ຖ້າເຈົ້າສະແຫວງຫາສັນຕິສຸກແຫ່ງເນື້ອໜັງ ແລະ ຄວາມສຸກທາງເນື້ອໜັງ, ແລ້ວເຈົ້າກໍຈະບໍ່ມີທາງຖືກຊໍາລະລ້າງໄດ້ ແລະ ໃນທີ່ສຸດ ເຈົ້າກໍຈະກັບຄືນໄປຫາຊາຕານ ຍ້ອນສິ່ງທີ່ເຈົ້າດຳລົງຊີວິດຕາມແມ່ນຊາຕານ ແລະ ມັນເປັນເນື້ອໜັງ. ດັ່ງສະພາບໃນປັດຈຸບັນ, ຫຼາຍຄົນບໍ່ສະແຫວງຫາຊີວິດ ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ສົນໃຈກ່ຽວກັບການຖືກຊໍາລະລ້າງ ຫຼື ກ່ຽວກັບການເຂົ້າສູ່ປະສົບການຊີວິດທີ່ເລິກເຊິ່ງກວ່າເດີມ. ເມື່ອເປັນແບບນັ້ນ, ພວກເຂົາຈະຖືກເຮັດໃຫ້ສົມບູນໄດ້ແນວໃດ? ຄົນທີ່ບໍ່ສະແຫວງຫາຊີວິດກໍບໍ່ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ຄົນທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄົນທີ່ບໍ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ກໍບໍ່ສາມາດຫຼົບໜີຈາກອິດທິພົນແຫ່ງຄວາມມືດຂອງຊາຕານໄດ້. ພວກເຂົາບໍ່ຈິງຈັງກັບຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ກ່ຽວກັບທາງເຂົ້າຂອງພວກເຂົາຕໍ່ການປ່ຽນແປງໃນອຸປະນິໄສຂອງພວກເຂົາ, ຄືກັບຄົນທີ່ພຽງແຕ່ເຊື່ອໃນສາສະໜາ, ຜູ້ເຊິ່ງປະຕິບັດຕາມພິທີກຳ ແລະ ເຂົ້າຮ່ວມງານຮັບໃຊ້ທີ່ເປັນປະຈຳເທົ່ານັ້ນ. ນັ້ນບໍ່ແມ່ນເສຍເວລາໄປຊື່ໆບໍ? ໃນຄວາມເຊື່ອທີ່ມະນຸດມີຕໍ່ພຣະເຈົ້າ ຖ້າເຂົາບໍ່ຈິງໃຈກ່ຽວກັບບັນຫາຊີວິດ, ບໍ່ສະແຫວງຫາທາງເຂົ້າສູ່ຄວາມຈິງ, ບໍ່ສະແຫວງຫາການປ່ຽນແປງຕໍ່ອຸປະນິໄສຂອງເຂົາ ແລ້ວແຮງໄກທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ແລ້ວເຂົາກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ແລ້ວເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ. ໂດຍສະເພາະແລ້ວ, ເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ສາເຫດທີ່ພາລະກິດນີ້ໄດ້ຖືກປະຕິບັດຕໍ່ມະນຸດ. ເຈົ້າສາມາດຍອມຮັບບໍ່? ໃນລະຫວ່າງການຕີສອນແບບນີ້, ເຈົ້າສາມາດບັນລຸປະສົບການ ແລະ ຄວາມຮູ້ດຽວກັນກັບເປໂຕບໍ? ຖ້າເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖ້າເຈົ້າສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເຈົ້າກໍມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 528)

ສຳລັບຄົນທີ່ຈະຖືກເຮັດໃຫ້ສົມບູນ, ບາດກ້າວນີ້ຂອງພາລະກິດແຫ່ງການເອົາຊະນະແມ່ນຂາດບໍ່ໄດ້; ມີແຕ່ເມື່ອມະນຸດຖືກເອົາຊະນະເທົ່ານັ້ນ ເຂົາຈຶ່ງຈະສາມາດຜະເຊີນກັບພາລະກິດແຫ່ງການຖືກເຮັດໃຫ້ສົມບູນໄດ້. ຈະບໍ່ມີຄຸນຄ່າຍິ່ງໃຫຍ່ຫຍັງ ຖ້າມີພຽງແຕ່ການປະຕິບັດໃນບົດບາດແຫ່ງການຖືກເອົາຊະນະ ເຊິ່ງຈະບໍ່ເຮັດໃຫ້ເຈົ້າເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ. ເຈົ້າຈະບໍ່ມີທາງມີສ່ວນໃນການຂະຫຍາຍຂ່າວປະເສີດ, ຍ້ອນເຈົ້າບໍ່ສະແຫວງຫາຊີວິດ ແລະ ບໍ່ສະແຫວງຫາການປ່ຽນແປງ ແລະ ການຟື້ນຟູໃນຕົວເຈົ້າເອງ ແລະ ດ້ວຍເຫດນັ້ນ ເຈົ້າກໍບໍ່ມີປະສົບການທີ່ແທ້ຈິງໃນຊີວິດ. ໃນລະຫວ່າງພາລະກິດເທື່ອລະບາດກ້າວນີ້, ຄັ້ງໜຶ່ງ ເຈົ້າເຮັດໜ້າທີ່ເປັນຜູ້ໃຫ້ບໍລິການ ແລະ ເປັນຄົນຂັດຂວາງ, ແຕ່ຖ້າໃນທີ່ສຸດແລ້ວ ເຈົ້າບໍ່ສະແຫວງຫາທີ່ຈະເປັນເປໂຕ ແລະ ການສະແຫວງຫາຂອງເຈົ້າກໍບໍ່ແມ່ນຕາມເສັ້ນທາງທີ່ເປໂຕຖືກເຮັດໃຫ້ສົມບູນ, ສະນັ້ນ ໂດຍທຳມະຊາດແລ້ວ ເຈົ້າກໍຈະບໍ່ໄດ້ປະສົບກັບການປ່ຽນແປງໃນອຸປະນິໄສຂອງເຈົ້າ. ຖ້າເຈົ້າເປັນຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະມີຄຳພະຍານ ແລະ ເຈົ້າຈະເວົ້າວ່າ “ໃນພາລະກິດເທື່ອລະບາດກ້າວນີ້ຂອງພຣະເຈົ້າ, ຂ້ານ້ອຍໄດ້ຍອມຮັບພາລະກິດແຫ່ງການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ເຖິງແມ່ນຂ້ານ້ອຍໄດ້ອົດກັ້ນຕໍ່ການທົນທຸກທີ່ຍິ່ງໃຫຍ່, ຂ້ານ້ອຍໄດ້ຮຽນຮູ້ເຖິງວິທີທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ, ຂ້ານ້ອຍໄດ້ຮັບພາລະກິດທີ່ພຣະເຈົ້າປະຕິບັດ, ຂ້ານ້ອຍມີຄວາມຮູ້ກ່ຽວກັບຄວາມຊອບທຳຂອງພຣະເຈົ້າ ແລະ ການຕີສອນຂອງພຣະອົງໄດ້ຊ່ວຍຂ້ານ້ອຍໄວ້. ອຸປະນິໄສທີ່ຊອບທຳຂອງພຣະອົງໄດ້ມາເຖິງຂ້ານ້ອຍ ແລະ ນໍາການອວຍພອນ ແລະ ພຣະຄຸນມາສູ່ຂ້ານ້ອຍ; ແມ່ນການພິພາກສາ ແລະ ການຕີສອນຂອງພຣະອົງທີ່ໄດ້ປົກປ້ອງ ແລະ ເຮັດໃຫ້ຂ້ານ້ອຍບໍລິສຸດ. ຖ້າຂ້ານ້ອຍບໍ່ໄດ້ຖືກຕີສອນ ແລະ ພິພາກສາໂດຍພຣະເຈົ້າ ແລະ ຖ້າພຣະທຳທີ່ຮຸນແຮງຂອງພຣະເຈົ້າບໍ່ໄດ້ມາເຖິງຂ້ານ້ອຍ, ຂ້ານ້ອຍກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ຂ້ານ້ອຍກໍຈະບໍ່ສາມາດຮັບການຊ່ວຍເຫຼືອ. ໃນປັດຈຸບັນ, ຂ້ານ້ອຍເຫັນວ່າ: ໃນຖານະທີ່ເປັນສິ່ງຊົງສ້າງ, ຄົນໜຶ່ງບໍ່ພຽງແຕ່ຊື່ນຊົມກັບທຸກສິ່ງທີ່ພຣະຜູ້ສ້າງໄດ້ສ້າງຂຶ້ນ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນຄື ສິ່ງຊົງສ້າງທັງໝົດຄວນຊື່ນຊົມໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ການພິພາກສາທີ່ຊອບທຳຂອງພຣະອົງ ເພາະອຸປະນິໄສຂອງພຣະເຈົ້າສົມຄວນແກ່ຄວາມຊື່ນຊົມຂອງມະນຸດ. ໃນຖານະທີ່ເປັນສິ່ງຊົງສ້າງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ຄົນຄວນຊື່ນຊົມກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ໃນອຸປະນິໄສທີ່ຊອບທຳຂອງພຣະອົງ ມີການຕີສອນ ແລະ ການພິພາກສາ ແລະ ຍິ່ງໄປກວ່ານັ້ນ ມີຄວາມຮັກທີ່ຍິ່ງໃຫຍ່. ເຖິງແມ່ນຂ້ານ້ອຍບໍ່ສາມາດໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງຄົບຖ້ວນໃນປັດຈຸບັນ, ຂ້ານ້ອຍກໍໂຊກດີທີ່ໄດ້ເຫັນມັນ ແລະ ຍ້ອນສິ່ງນີ້ ຂ້ານ້ອຍຈຶ່ງເປັນສຸກ”. ນີ້ແມ່ນເສັ້ນທາງທີ່ຍ່າງໂດຍຄົນທີ່ປະສົບກັບການຖືກເຮັດໃຫ້ສົມບູນ ແລະ ນີ້ແມ່ນຄວາມຮູ້ກ່ຽວກັບສິ່ງທີ່ພວກເຂົາເວົ້າ. ຄົນປະເພດດັ່ງກ່າວເປັນເໝືອນກັບເປໂຕ; ພວກເຂົາມີປະສົບດຽວກັນກັບເປໂຕ. ຄົນປະເພດດັ່ງກ່າວຍັງແມ່ນຄົນທີ່ໄດ້ຮັບຊີວິດ, ຄົນທີ່ປະກອບມີຄວາມຈິງ. ເມື່ອພວກເຂົາມີປະສົບການຈົນເຖິງເວລາສຸດທ້າຍ, ໃນລະຫວ່າງການພິພາກສາຂອງພຣະເຈົ້າ ພວກເຂົາກໍຈະປົດປ່ອຍຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນແນ່ນອນ ແລະ ຖືກພຣະເຈົ້າຮັບເອົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 529)

ອາດາມ ແລະ ເອວາທີ່ຖືກສ້າງໂດຍພຣະເຈົ້າໃນຕອນເລີ່ມຕົ້ນນັ້ນ ເປັນຄົນທີ່ບໍລິສຸດ ເຊິ່ງເວົ້າໄດ້ວ່າ ໃນຂະນະທີ່ຢູ່ໃນສວນເອເດັນ ພວກເຂົາບໍລິສຸດ, ບໍ່ໄດ້ມີມົນທິນຈາກຄວາມສົກກະປົກເລີຍ. ພວກເຂົາຊື່ສັດກັບພຣະເຢໂຮວາອີກດ້ວຍ ແລະ ບໍ່ຮູ້ຫຍັງເລີຍກ່ຽວກັບການຫັກຫຼັງພຣະເຢໂຮວາ. ນີ້ກໍຍ້ອນວ່າ ພວກເຂົາປາສະຈາກການລົບກວນຈາກອິດທິພົນຂອງຊາຕານ, ປາສະຈາກພິດຂອງຊາຕານ ແລະ ເປັນຄົນທີ່ບໍລິສຸດທີ່ສຸດໃນບັນດາມະນຸດຊາດ. ພວກເຂົາດຳລົງຊີວິດຢູ່ໃນສວນເອເດັນ, ບໍ່ໄດ້ຖືກເຮັດໃຫ້ເປື້ອນດ້ວຍຄວາມສົກກະປົກໃດເລີຍ, ບໍ່ໄດ້ຖືກຄອບຄອງໂດຍເນື້ອໜັງ ແລະ ເຄົາລົບບູຊາພຣະເຢໂຮວາ. ຕໍ່ມາ ເມື່ອພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງມີພິດຂອງງູ ແລະ ຄວາມປາຖະໜາທີ່ຈະຫັກຫຼັງພຣະເຢໂຮວາ ແລະ ພວກເຂົາຈຶ່ງໄດ້ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ໃນຕອນເລີ່ມຕົ້ນ, ພວກເຂົາບໍລິສຸດ ແລະ ພວກເຂົາເຄົາລົບພຣະເຢໂຮວາ; ໃນສະພາວະນີ້ເທົ່ານັ້ນ ພວກເຂົາຈຶ່ງເປັນມະນຸດ. ຕໍ່ມາ, ຫຼັງຈາກທີ່ພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງກິນໝາກໄມ້ຈາກຕົ້ນໄມ້ແຫ່ງການຮູ້ຈັກດີ ແລະ ຊົ່ວ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມເທື່ອລະໜ້ອຍ ແລະ ສູນເສຍລັກສະນະດັ່ງເດີມຂອງມະນຸດ. ໃນຕອນເລີ່ມຕົ້ນ, ມະນຸດມີລົມຫາຍໃຈຂອງພຣະເຢໂຮວາ, ບໍ່ໄດ້ເປັນຄົນບໍ່ເຊື່ອຟັງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມຊົ່ວຮ້າຍຢູ່ໃນຫົວໃຈຂອງເຂົາ. ໃນເວລານັ້ນ, ມະນຸດເປັນມະນຸດຢ່າງແທ້ຈິງ. ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດກໍກາຍມາເປັນສັດ. ຄວາມຄິດຂອງເຂົາເຕັມໄປດ້ວຍຄວາມຊົ່ວ ແລະ ຄວາມສົກກະປົກ, ປາສະຈາກຄວາມດີ ຫຼື ຄວາມບໍລິສຸດ. ນີ້ບໍ່ແມ່ນຊາຕານບໍ? ເຈົ້າໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າຢ່າງຫຼວງຫຼາຍ, ແຕ່ເຈົ້າກໍບໍ່ໄດ້ປ່ຽນແປງ ຫຼື ຖືກຊໍາລະລ້າງ. ເຈົ້າຍັງດຳລົງຊີວິດພາຍໃຕ້ການຄອບງຳຂອງຊາຕານ ແລະ ຍັງບໍ່ຍອມຢູ່ພາຍໃຕ້ພຣະເຈົ້າ. ນີ້ແມ່ນຄົນທີ່ຖືກເອົາຊະນະ ແຕ່ຍັງບໍ່ໄດ້ຖືກເຮັດໃຫ້ສົມບູນ. ແລ້ວເປັນຫຍັງຈຶ່ງເວົ້າວ່າ ຄົນປະເພດດັ່ງກ່າວຍັງບໍ່ຖືກເຮັດໃຫ້ສົມບູນ? ມັນເປັນເພາະຄົນແບບນີ້ບໍ່ໄດ້ສະແຫວງຫາຊີວິດ ຫຼື ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ບໍ່ໄດ້ປາຖະໜາຫຍັງເລີຍ ນອກຈາກຄວາມສຸກທາງເນື້ອໜັງ ແລະ ຄວາມສະບາຍຊົ່ວໄລຍະໜຶ່ງ. ຜົນຕາມມາກໍຄື ບໍ່ມີການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ ແລະ ພວກເຂົາກໍບໍ່ໄດ້ຮັບຮູບຮ່າງດັ້ງເດີມຂອງມະນຸດຕາມທີ່ຖືກສ້າງໂດຍພຣະເຈົ້ານັ້ນຄືນ. ຄົນປະເພດດັ່ງກ່າວແມ່ນຊາກສົບທີ່ຍ່າງໄດ້, ພວກເຂົາເປັນຄົນຕາຍທີ່ບໍ່ມີວິນຍານ! ຄົນທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບເລື່ອງຝ່າຍວິນຍານ, ຄົນທີ່ບໍ່ສະແຫວງຫາຄວາມບໍລິສຸດ ແລະ ຄົນທີ່ບໍ່ສະແຫວງຫາເພື່ອດຳລົງຊີວິດຕາມຄວາມຈິງ, ຄົນທີ່ພໍໃຈກັບການຖືກເອົາຊະນະໃນດ້ານລົບເທົ່ານັ້ນ ແລະ ຄົນທີ່ບໍ່ສາມາດດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ບໍລິສຸດ, ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ. ຍ້ອນວ່າຖ້າເຂົາປາສະຈາກຄວາມຈິງ, ມະນຸດກໍບໍ່ສາມາດຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າໄດ້; ມີພຽງແຕ່ຄົນທີ່ສາມາດຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າເທົ່ານັ້ນຈຶ່ງເປັນຄົນທີ່ຖືກຊ່ວຍໃຫ້ລອດພົ້ນ. ສິ່ງທີ່ເຮົາຕ້ອງການແມ່ນຄົນທີ່ເໝືອນກັບເປໂຕ, ຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ. ຄວາມຈິງແຫ່ງປັດຈຸບັນແມ່ນຖືກມອບໄວ້ໃຫ້ກັບຄົນທີ່ກະຫາຍຫາ ແລະ ສະແຫວງຫາມັນ. ຄວາມລອດພົ້ນນີ້ແມ່ນມີໄວ້ໃຫ້ກັບຄົນທີ່ກະຫາຍຫາເພື່ອຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ມີໄວ້ເພື່ອໃຫ້ພວກເຈົ້າຮັບເອົາເທົ່ານັ້ນ. ຈຸດປະສົງຂອງມັນກໍ່ເພື່ອໃຫ້ພຣະເຈົ້າຮັບເອົາພວກເຈົ້າ; ພວກເຈົ້າຮັບເອົາພຣະເຈົ້າເພື່ອວ່າ ພຣະເຈົ້າອາດຈະຮັບເອົາພວກເຈົ້າໄດ້. ໃນປັດຈຸບັນ, ເຮົາໄດ້ກ່າວພຣະທຳເຫຼົ່ານີ້ກັບພວກເຈົ້າ ແລະ ພວກເຈົ້າກໍໄດ້ຍິນກ່ຽວກັບພຣະທຳເຫຼົ່ານັ້ນ ແລະ ພວກເຈົ້າຄວນປະຕິບັດຕາມພຣະທຳເຫຼົ່ານີ້. ໃນເວລາສຸດທ້າຍ ເວລາທີ່ພວກເຈົ້ານໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດຈະເປັນຊ່ວງເວລາທີ່ເຮົາໄດ້ຮັບເອົາພວກເຈົ້າຜ່ານທາງພຣະທຳເຫຼົ່ານີ້; ໃນເວລາດຽວກັນ, ພວກເຈົ້າຍັງຈະໄດ້ຮັບເອົາພຣະທຳເຫຼົ່ານີ້ເຊັ່ນກັນ ເຊິ່ງເວົ້າໄດ້ວ່າ ພວກເຈົ້າຈະໄດ້ຮັບເອົາຄວາມລອດພົ້ນທີ່ສູງທີ່ສຸດ. ເມື່ອພວກເຈົ້າຖືກເຮັດໃຫ້ສະອາດ, ພວກເຈົ້າກໍຈະກາຍເປັນມະນຸດທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມຈິງໄດ້ ຫຼື ດຳລົງຊີວິດຄ້າຍຄືກັບຄົນທີ່ຖືກເຮັດໃຫ້ສົມບູນ, ແລ້ວສາມາດເວົ້າໄດ້ວ່າ ເຈົ້າບໍ່ແມ່ນມະນຸດ, ແຕ່ເປັນຊາກສົບທີ່ຍ່າງໄດ້ ແລະ ເປັນສັດ ເພາະເຈົ້າປາສະຈາກຄວາມຈິງ ເຊິ່ງໝາຍຄວາມວ່າ ເຈົ້າປາສະຈາກລົມຫາຍໃຈຂອງພຣະເຢໂຮວາ ແລະ ດ້ວຍເຫດນັ້ນ ເຈົ້າກໍເປັນຄົນຕາຍທີ່ບໍ່ມີວິນຍານ! ເຖິງແມ່ນວ່າ ມັນເປັນໄປໄດ້ທີ່ຈະເປັນພະຍານຫຼັງຈາກທີ່ຖືກເອົາຊະນະ, ສິ່ງທີ່ເຈົ້າຮັບເອົາກໍເປັນພຽງແຕ່ຄວາມລອດພົ້ນທີ່ເລັກນ້ອຍ ແລະ ເຈົ້າກໍບໍ່ໄດ້ກາຍເປັນສິ່ງມີຊີວິດທີ່ປະກອບດ້ວຍວິນຍານ. ເຖິງແມ່ນວ່າ ເຈົ້າໄດ້ປະສົບກັບການຕີສອນ ແລະ ການພິພາກສາ, ຜົນກໍຄື ອຸປະນິໄສຂອງເຈົ້າບໍ່ໄດ້ຖືກຟື້ນຄືນໃໝ່ ຫຼື ຖືກປ່ຽນແປງເລີຍ; ເຈົ້າກໍຍັງເປັນຕົວຕົນເດີມຂອງເຈົ້າຄືເກົ່າ, ເຈົ້າຍັງເປັນຂອງຊາຕານ ແລະ ເຈົ້າບໍ່ໄດ້ເປັນຄົນທີ່ຖືກຊໍາລະລ້າງ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນທີ່ມີຄຸນຄ່າ ແລະ ມີພຽງແຕ່ຄົນປະເພດນີ້ທີ່ໄດ້ຮັບເອົາຊີວິດທີ່ແທ້ຈິງໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 530)

ໃນປັດຈຸບັນ, ບາງຄົນສະແຫວງຫາເພື່ອຖືກພຣະເຈົ້າໃຊ້ ແຕ່ຫຼັງຈາກທີ່ຖືກເອົາຊະນະ ພວກເຂົາກໍບໍ່ສາມາດຖືກໃຊ້ໂດຍກົງ. ສຳລັບພຣະທຳທີ່ກ່າວໄວ້ໃນປັດຈຸບັນ ເມື່ອພຣະເຈົ້າໃຊ້ຜູ້ຄົນ, ຖ້າເຈົ້າຍັງບໍ່ສາມາດສຳເລັດພຣະທຳເຫຼົ່ານັ້ນໄດ້, ແລ້ວເຈົ້າກໍຍັງບໍ່ໄດ້ຖືກເຮັດໃຫ້ສົມບູນ. ເວົ້າອີກແບບໜຶ່ງກໍຄື ການມາເຖິງຂອງເວລາສຸດທ້າຍຂອງຊ່ວງໄລຍະທີ່ມະນຸດຖືກເຮັດໃຫ້ສົມບູນຈະກຳນົດວ່າ ມະນຸດຈະຖືກພຣະເຈົ້າກຳຈັດ ຫຼື ຖືກໃຊ້. ຄົນທີ່ຖືກເອົາຊະນະແມ່ນຕົວຢ່າງແຫ່ງຄວາມຂີ້ຄ້ານ ແລະ ຄວາມຄິດລົບ; ພວກເຂົາເປັນແບບຢ່າງ ແລະ ຕົວຢ່າງ, ແຕ່ພວກເຂົາບໍ່ໄດ້ເປັນຫຼາຍໄປກວ່າຄວາມແຕກຕ່າງ. ມີແຕ່ຫຼັງຈາກທີ່ຊີວິດຈິດໃຈຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເຂົາໄດ້ບັນລຸການປ່ຽນແປງພາຍໃນ ແລະ ພາຍນອກ ເຂົາຈຶ່ງຈະຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນ. ໃນປັດຈຸບັນ, ເຈົ້າຕ້ອງການສິ່ງໃດ: ການຖືກເອົາຊະນະ ຫຼື ການຖືກເຮັດໃຫ້ສົມບູນ? ເຈົ້າປາຖະໜາທີ່ຈະບັນລຸສິ່ງໃດ? ເຈົ້າບັນລຸເງື່ອນໄຂໃນການຖືກເຮັດໃຫ້ສົມບູນແລ້ວບໍ? ອັນໃດຄືເງື່ອນໄຂທີ່ເຈົ້າຍັງຂາດ? ເຈົ້າຄວນຈັດກຽມຕົນເອງແນວໃດ ແລະ ເຈົ້າຄວນທົດແທນຄວາມຂາດເຂີນຂອງເຈົ້າແນວໃດ? ເຈົ້າຄວນເຂົ້າສູ່ເສັ້ນທາງໃນການຖືກເຮັດໃຫ້ສົມບູນແນວໃດ? ເຈົ້າຄວນຍອມຮັບຢ່າງສົມບູນແນວໃດ? ເຈົ້າຮຽກຮ້ອງທີ່ຈະຖືກເຮັດໃຫ້ສົມບູນ, ສະນັ້ນ ເຈົ້າສະແຫວງຫາຄວາມບໍລິສຸດບໍ? ເຈົ້າເປັນຄົນທີ່ສະແຫວງຫາເພື່ອຜະເຊີນກັບການຕີສອນ ແລະ ການພິພາກສາ ເພື່ອເຈົ້າອາດຈະຖືກພຣະເຈົ້າຊໍາລະໃຫ້ບໍລິສຸດບໍ? ເຈົ້າສະແຫວງຫາທີ່ຈະຖືກຊໍາລະລ້າງ, ສະນັ້ນ ເຈົ້າເຕັມໃຈທີ່ຈະຍອມຮັບການຕີສອນ ແລະ ການພິພາກສາບໍ? ເຈົ້າຮຽກຮ້ອງທີ່ຈະຮູ້ຈັກພຣະເຈົ້າ, ແຕ່ເຈົ້າມີຄວາມຮູ້ກ່ຽວກັບການຕີສອນ ແລະ ການພິພາກສາຂອງພຣະອົງບໍ? ໃນປັດຈຸບັນ, ພາລະກິດສ່ວນໃຫຍ່ທີ່ພຣະອົງປະຕິບັດໃນເຈົ້າແມ່ນການຕີສອນ ແລະ ການພິພາກສາ; ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພາລະກິດນີ້ ທີ່ຖືກປະຕິບັດໃນຕົວເຈົ້າ? ການຕີສອນ ແລະ ການພິພາກສາທີ່ເຈົ້າປະສົບແມ່ນໄດ້ຊໍາລະລ້າງເຈົ້າແລ້ວບໍ? ມັນໄດ້ປ່ຽນແປງເຈົ້າແລ້ວບໍ? ມັນມີຜົນສະທ້ອນຫຍັງແດ່ໃນຕົວເຈົ້າ? ເຈົ້າເມື່ອຍກັບພາລະກິດຫຼາຍຢ່າງໃນປັດຈຸບັນນີ້ແລ້ວບໍ ເຊັ່ນ: ການສາບແຊ່ງ, ການພິພາກສາ ແລະ ການເປີດເຜີຍ ຫຼື ເຈົ້າຮູ້ສຶກວ່າ ສິ່ງເຫຼົ່ານີ້ເປັນປະໂຫຍດກັບເຈົ້າຫຼາຍບໍ? ເຈົ້າຮັກພຣະເຈົ້າ, ແຕ່ເປັນຫຍັງເຈົ້າຈຶ່ງຮັກພຣະອົງ? ເຈົ້າຮັກພຣະເຈົ້າ ເພາະເຈົ້າໄດ້ຮັບພຣະຄຸນເລັກນ້ອຍບໍ? ຫຼື ເຈົ້າຮັກພຣະເຈົ້າຫຼັງຈາກທີ່ໄດ້ຮັບສັນຕິສຸກ ແລະ ຄວາມສຸກ? ຫຼື ເຈົ້າຮັກພຣະເຈົ້າຫຼັງຈາກທີ່ຖືກຊໍາລະລ້າງໂດຍການຕີສອນ ແລະ ການພິພາກສາຂອງພຣະອົງ? ແມ່ນຫຍັງກັນແທ້ທີ່ເຮັດໃຫ້ເຈົ້າຮັກພຣະເຈົ້າ? ເປໂຕໄດ້ບັນລຸເງື່ອນໄຂໃດແດ່ເພື່ອທີ່ຈະຖືກເຮັດໃຫ້ສົມບູນ? ຫຼັງຈາກທີ່ເພິ່ນຖືກເຮັດໃຫ້ສົມບູນ, ແມ່ນຫຍັງຄືຫົນທາງທີ່ສຳຄັນທີ່ຖືກສຳແດງອອກ? ເພິ່ນຮັກພຣະເຢຊູເຈົ້າ ເພາະເພິ່ນປາຖະໜາພຣະອົງບໍ ຫຼື ຍ້ອນເພິ່ນບໍ່ສາມາດເຫັນພຣະອົງໄດ້ ຫຼື ຍ້ອນເພິ່ນຖືກຕໍານິຕິເຕືອນ? ຫຼື ເພິ່ນຮັກພຣະເຢຊູເຈົ້າຫຼາຍຂຶ້ນ ເພາະເພິ່ນໄດ້ຮັບການທົນທຸກແຫ່ງຄວາມລຳບາກຍາກແຄ້ນ ແລະ ໄດ້ມາຮູ້ຈັກຄວາມສົກກະປົກ ແລະ ການບໍ່ເຊື່ອຟັງຂອງເພິ່ນເອງ, ໄດ້ຮຽນຮູ້ຈັກຄວາມບໍລິສຸດຂອງພຣະຜູ້ເປັນເຈົ້າບໍ? ຄວາມຮັກຂອງເພິ່ນຕໍ່ພຣະເຈົ້າຍິ່ງບໍລິສຸດຂຶ້ນ ຍ້ອນການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ຫຼື ຍ້ອນສິ່ງອື່ນ? ມັນແມ່ນສິ່ງໃດ? ເຈົ້າຮັກພຣະເຈົ້າ ຍ້ອນພຣະຄຸນຂອງພຣະເຈົ້າ ແລະ ຍ້ອນໃນປັດຈຸບັນ ພຣະອົງໄດ້ມອບການອວຍພອນໜ້ອຍໜຶ່ງໃຫ້ກັບເຈົ້າ. ນີ້ແມ່ນຄວາມຮັກທີ່ແທ້ຈິງບໍ? ເຈົ້າຄວນຮັກພຣະເຈົ້າແນວໃດ? ເຈົ້າຈະສາມາດຮັກພຣະອົງຢ່າງແທ້ຈິງບໍ ຫຼັງຈາກທີ່ຍອມຮັບການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ຈົນວ່າເຈົ້າໝັ້ນໃຈຢ່າງແທ້ຈິງ ແລະ ມີຄວາມຮູ້ກ່ຽວກັບພຣະອົງ? ຄືກັບເປໂຕ, ເຈົ້າສາມາດເວົ້າໄດ້ບໍວ່າ ເຈົ້າບໍ່ສາມາດຮັກພຣະເຈົ້າຢ່າງພຽງພໍ? ສິ່ງທີ່ເຈົ້າສະແຫວງຫາຈະຖືກເອົາຊະນະຫຼັງຈາກການຕີສອນ ແລະ ການພິພາກສາບໍ ຫຼື ຖືກຊໍາລະລ້າງ, ຖືກປົກປ້ອງ ແລະ ຖືກດູແລຫຼັງຈາກການຕີສອນ ແລະ ການພິພາກສາ? ໃນສິ່ງເຫຼົ່ານີ້ ເຈົ້າສະແຫວງຫາສິ່ງໃດ? ຊີວິດຂອງເຈົ້າເປັນຊີວິດທີ່ມີຄວາມໝາຍບໍ ຫຼື ມັນບໍ່ມີຈຸດໝາຍ ແລະ ປາສະຈາກຄຸນຄ່າ? ເຈົ້າຕ້ອງການເນື້ອໜັງບໍ ຫຼື ເຈົ້າຕ້ອງການຄວາມຈິງ? ເຈົ້າປາຖະໜາການພິພາກສາບໍ ຫຼື ຄວາມສະບາຍ? ເມື່ອໄດ້ມີປະສົບການຫຼາຍຢ່າງກັບພາລະກິດຂອງພຣະເຈົ້າ ແລະ ເມື່ອໄດ້ເຫັນເຖິງຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ, ເຈົ້າຄວນສະແຫວງຫາແນວໃດ? ເຈົ້າຄວນເດີນຕາມເສັ້ນທາງນີ້ແນວໃດ? ເຈົ້າຄວນນໍາຄວາມຮັກຂອງເຈົ້າຕໍ່ພຣະເຈົ້າເຂົ້າສູ່ການປະຕິບັດແນວໃດ? ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ບັນລຸຜົນຫຍັງບໍໃນຕົວເຈົ້າ? ບໍ່ວ່າເຈົ້າຈະມີຄວາມຮູ້ກ່ຽວກັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແມ່ນຂຶ້ນກັບວ່າ ເຈົ້າດຳລົງຊີວິດໃນສິ່ງໃດ ແລະ ເຈົ້າຮັກພຣະເຈົ້າຂະໜາດໃດ! ປາກເຈົ້າບອກວ່າ ເຈົ້າຮັກພຣະເຈົ້າ, ແຕ່ສິ່ງທີ່ເຈົ້າດຳລົງຊີວິດຕາມ ແມ່ນອຸປະນິໄສເດີມ ແລະ ເສື່ອມຊາມ; ເຈົ້າບໍ່ມີຄວາມຢຳເກງພຣະເຈົ້າ ແລະ ແຮງໄກທີ່ເຈົ້າຈະມີຄວາມສຳນຶກ. ຄົນປະເພດນີ້ຮັກພຣະເຈົ້າບໍ? ຄົນປະເພດນີ້ຊື່ສັດກັບພຣະເຈົ້າບໍ? ພວກເຂົາເປັນຄົນທີ່ຍອມຮັບການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ? ເຈົ້າເວົ້າວ່າ ເຈົ້າຮັກພຣະເຈົ້າ ແລະ ເຊື່ອໃນພຣະອົງ, ແຕ່ເຈົ້າບໍ່ໄດ້ປະຖິ້ມແນວຄິດຂອງເຈົ້າ. ໃນວຽກງານຂອງເຈົ້າ, ທາງເຂົ້າເຖິງຂອງເຈົ້າ, ຄຳເວົ້າທີ່ເຈົ້າເວົ້າອອກມາ ແລະ ໃນຊີວິດຂອງເຈົ້າ, ບໍ່ມີການສຳແດງເຖິງຄວາມຮັກຂອງເຈົ້າຕໍ່ພຣະເຈົ້າເລີຍ ແລະ ບໍ່ມີການເຄົາລົບນັບຖືພຣະເຈົ້າ. ນີ້ແມ່ນຄົນທີ່ໄດ້ຮັບການຕີສອນ ແລະ ການພິພາກສາບໍ? ຄົນປະເພດນີ້ຈະສາມາດເປັນເປໂຕໄດ້ບໍ? ຄົນທີ່ເປັນຄືກັບເປໂຕມີພຽງແຕ່ຄວາມຮູ້ ແຕ່ບໍ່ດຳລົງຊີວິດຕາມບໍ? ໃນປັດຈຸບັນ, ແມ່ນຫຍັງຄືເງື່ອນໄຂທີ່ຮຽກຮ້ອງໃຫ້ມະນຸດດຳລົງຊີວິດທີ່ແທ້ຈິງ? ຄຳອະທິຖານຂອງເປໂຕເປັນພຽງຄຳເວົ້າທີ່ອອກມາຈາກປາກຂອງເພິ່ນບໍ? ຄຳເວົ້າເຫຼົ່ານັ້ນບໍ່ໄດ້ອອກມາຈາກສ່ວນເລິກໃນຫົວໃຈຂອງເພິ່ນບໍ? ເປໂຕມີແຕ່ອະທິຖານ ແລະ ບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ການສະແຫວງຫາຂອງເຈົ້າແມ່ນເຫັນແກ່ຜູ້ໃດ? ເຈົ້າຄວນເຮັດໃຫ້ຕົນເອງໄດ້ຮັບການປົກປ້ອງ ແລະ ການຊໍາລະລ້າງໃນລະຫວ່າງການຕີສອນ ແລະ ການພິພາກສາຂອງພຣະເຈົ້າແນວໃດ? ການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ່ເປັນປະໂຫຍດຕໍ່ມະນຸດບໍ? ການພິພາກສາທຸກຢ່າງບໍ່ແມ່ນການລົງໂທດບໍ? ເປັນໄປໄດ້ບໍວ່າ ມີແຕ່ສັນຕິສຸກ ແລະ ຄວາມສຸກເທົ່ານັ້ນ, ມີແຕ່ການອວຍພອນທາງວັດຖຸ ແລະ ຄວາມສະບາຍໃຈຊົ່ວໄລຍະໜຶ່ງເທົ່ານັ້ນທີ່ເປັນປະໂຫຍດສຳລັບຊີວິດຂອງມະນຸດ? ຖ້າມະນຸດດຳລົງຊີວິດໃນສະພາບແວດລ້ອມທີ່ສະບາຍ ແລະ ສະດວກ ໂດຍປາສະຈາກຊີວິດແຫ່ງການພິພາກສາ, ພວກເຂົາຈະສາມາດຖືກຊໍາລະລ້າງໄດ້ບໍ? ຖ້າມະນຸດປາຖະໜາທີ່ຈະປ່ຽນແປງ ແລະ ໄດ້ຮັບການຊໍາລະລ້າງ, ພວກເຂົາຄວນຍອມຮັບການຖືກເຮັດໃຫ້ສົມບູນແນວໃດ? ເຈົ້າຄວນເລືອກເສັ້ນທາງໃດໃນປັດຈຸບັນ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 531)

ເມື່ອກ່າວເຖິງເປໂຕ, ຜູ້ຄົນແມ່ນມີແຕ່ສິ່ງດີໆທີ່ຈະເວົ້າກ່ຽວກັບລາວໂດຍບໍ່ມີວັນສິ້ນສຸດ. ພວກເຂົາສາມາດຈື່ໄດ້ເຖິງສາມຄັ້ງທີ່ລາວບໍ່ຍອມຮັບພຣະເຈົ້າ, ວິທີທີ່ລາວທົດສອບພຣະເຈົ້າໂດຍການໃຫ້ບໍລິການແກ່ຊາຕານ ແລະ ໃນທີ່ສຸດ ກໍຄືການຖືກຄຶງປີ້ນຫົວລົງຢູ່ເທິງໄມ້ກາງແຂນເພື່ອພຣະເຈົ້າ ແລະ ອື່ນໆ. ບັດນີ້ ເຮົາຈະສຸມໃສ່ການອະທິບາຍໃຫ້ພວກເຈົ້າຮູ້ວ່າ ເປໂຕຮູ້ຈັກເຮົາແນວໃດ ແລະ ຈຸດຈົບຂອງລາວເປັນແບບໃດ. ເປໂຕມີຄວາມສາມາດດີ ແຕ່ສະຖານະການຂອງລາວບໍ່ຄືກັນກັບໂປໂລ: ພໍ່ແມ່ຂອງລາວຂົ່ມເຫັງເຮົາ, ພວກເຂົາເປັນຜີສາດທີ່ຖືກຊາຕານຄອບງຳ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ໄດ້ສອນຫຍັງກ່ຽວກັບພຣະເຈົ້າໃຫ້ເປໂຕ. ເປໂຕສະຫຼາດ, ມີພອນສະຫວັນ ແລະ ໄດ້ຮັບຄວາມຮັກຫຼາຍຈາກພໍ່ແມ່ຂອງລາວໃນຕອນອາຍຸຍັງນ້ອຍ. ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນທີ່ເປັນຜູ້ໃຫຍ່ ລາວໄດ້ກາຍເປັນສັດຕູຂອງພວກເຂົາ ຍ້ອນລາວບໍ່ເຄີຍຢຸດທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບເຮົາ ແລະ ຕໍ່ມາກໍໄດ້ຫັນຫຼັງຂອງລາວໃຫ້ກັບພວກເຂົາ. ສໍາຄັນໄປກວ່ານັ້ນ ກໍຍ້ອນລາວເຊື່ອວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງແມ່ນຢູ່ໃນມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ ແລະ ທຸກສິ່ງທີ່ເປັນບວກແມ່ນມາຈາກພຣະເຈົ້າ ແລະ ອອກຈາກພຣະອົງໂດຍກົງ ໂດຍບໍ່ຖືກຄອບງຳໂດຍຊາຕານ. ຄວາມຂັດແຍ້ງຂອງພໍ່ແມ່ຂອງເປໂຕໄດ້ມອບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາໃຫ້ແກ່ລາວ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງສະແຫວງຫາເຮົາຫຼາຍຂຶ້ນ. ພຣະອົງບໍ່ໄດ້ສຸມໃສ່ແຕ່ການກິນ ແລະ ການດື່ມພຣະທໍາ ແຕ່ຍິ່ງໄປກວ່ານັ້ນ ແມ່ນການເຂົ້າໃຈຄວາມປະສົງຂອງເຮົາ ແລະ ລະມັດລະວັງໃນໃຈຂອງພຣະອົງຕະຫຼອດເວລາ. ດ້ວຍເຫດນັ້ນ, ລາວຈຶ່ງມີຄວາມອ່ອນໄຫວໃນຈິດໃຈຂອງລາວສະເໝີ ແລະ ສະນັ້ນ ລາວຈຶ່ງປະຕິບັດຕາມໃຈເຮົາໃນທຸກສິ່ງທີ່ລາວເຮັດ. ລາວຕັ້ງໃຈຢ່າງໝັ້ນຄົງ ກ່ຽວກັບຄວາມລົ້ມເຫຼວຂອງຜູ້ຄົນໃນອະດີດ ເພື່ອກະຕຸ້ນຕົວເອງ ໂດຍມີຄວາມຢ້ານກົວຢູ່ເລິກໆວ່າຈະຕົກຢູ່ໃນຄວາມລົ້ມເຫຼວ. ພ້ອມນັ້ນ ລາວຍັງໄດ້ຕັ້ງໃຈກັບການຮັບເອົາຄວາມເຊື່ອ ແລະ ຄວາມຮັກຂອງທຸກຄົນ ທີ່ຮັກພຣະເຈົ້າຕະຫຼອດຍຸກຕ່າງໆເຊັ່ນກັນ. ບໍ່ພຽງແຕ່ໃນດ້ານລົບ ແຕ່ສໍາຄັນຫຼາຍໄປກວ່ານັ້ນ ແມ່ນໃນດ້ານບວກ, ລາວໄດ້ເຕີບໃຫຍ່ໄວຂຶ້ນ ຈົນຄວາມຮູ້ຂອງລາວໄດ້ກາຍເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດເວລາຢູ່ຕໍ່ໜ້າເຮົາ. ໃນຕອນນັ້ນ ມັນບໍ່ຍາກທີ່ຈະຈິນຕະນາການເຖິງວິທີທີ່ລາວເອົາທຸກສິ່ງທີ່ລາວມີມາຢູ່ໃນມືຂອງເຮົາ, ແມ່ນແຕ່ວິທີທີ່ລາວຍອມສະຫຼະສິດໃນການຕັດສິນໃຈ ກ່ຽວກັບອາຫານ, ເຄື່ອງໜຸ່ງ, ການນອນ ແລະ ບ່ອນທີ່ລາວອາໄສຢູ່ ແລະ ກົງກັນຂ້າມ ມາມີຄວາມສຸກກັບຄວາມອຸດົມສົມບູນຂອງເຮົາ ບົນພື້ນຖານຂອງການເຮັດໃຫ້ເຮົາພໍໃຈໃນທຸກສິ່ງ. ເຮົາເຮັດໃຫ້ລາວໄດ້ຮັບການທົດລອງຈົນນັບບໍ່ຖ້ວນ ເຊິ່ງໂດຍທໍາມະຊາດແລ້ວ ແມ່ນການທົດລອງທີ່ເຮັດໃຫ້ລາວຕາຍໄປເຄີ່ງໜຶ່ງ ແຕ່ໃນທ່າມກາງການທົດລອງເປັນຮ້ອຍເຫຼົ່ານີ້ ລາວບໍ່ເຄີຍເສຍຄວາມເຊື່ອ ທີ່ມີໃນຕົວເຮົາ ຫຼື ຮູ້ສຶກຜິດຫວັງໃນຕົວເຮົາແມ່ນແຕ່ໜຶ່ງຄັ້ງ. ແມ່ນແຕ່ໃນເວລາທີ່ເຮົາໄດ້ເວົ້າວ່າ ເຮົາໄດ້ປະຖິ້ມລາວ, ລາວກໍຍັງບໍ່ໄດ້ໝົດກໍາລັງໃຈ ແລະ ໄດ້ສືບຕໍ່ຮັກເຮົາໃນທາງທີ່ເປັນຈິງ ແລະ ຕາມຫຼັກການຂອງການປະຕິບັດໃນອະດີດ. ເຮົາໄດ້ບອກລາວວ່າ ເຮົາຈະບໍ່ສັນລະເສີນລາວ ເຖິງແມ່ນວ່າ ລາວຈະໄດ້ຮັກເຮົາກໍຕາມ ແລະ ໃນທີ່ສຸດແລ້ວ ເຮົາຈະຂັບໄລ່ລາວໃຫ້ໄປຢູ່ໃນມືຂອງຊາຕານ. ແຕ່ໃນທ່າມກາງການທົດລອງດັ່ງກ່າວ ເຊິ່ງເປັນການທົດລອງທີ່ບໍ່ແມ່ນກັບເນື້ອໜັງຂອງລາວ ແຕ່ແມ່ນທາງພຣະທໍາ, ລາວຍັງອະທິຖານເຖິງເຮົາ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ໃນທ່າມກາງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ ແມ່ນມີມະນຸດໃດໜຶ່ງ, ສິ່ງຊົງສ້າງໃດໜຶ່ງ ຫຼື ສິ່ງໃດໜຶ່ງບໍ ທີ່ບໍ່ໄດ້ຢູ່ໃນກໍາມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ? ເມື່ອພຣະອົງມີຄວາມເມດຕາຕໍ່ຂ້ານ້ອຍ, ຫົວໃຈຂອງຂ້ານ້ອຍກໍດີໃຈຫຼາຍກັບຄວາມເມດຕາຂອງພຣະອົງ. ໃນເວລາທີ່ພຣະອົງພິພາກສາຂ້ານ້ອຍ, ເຖິງວ່າ ຂ້ານ້ອຍຈະບໍ່ຄູ່ຄວນ ແຕ່ຂ້ານ້ອຍກໍໄດ້ຮັບຄວາມຮູ້ສຶກທີ່ຍິ່ງໃຫຍ່ ເຖິງຄວາມບໍ່ສາມາດຢັ່ງເຖິງການກະທໍາຂອງພຣະອົງ ຍ້ອນພຣະອົງແມ່ນເຕັມໄປດ້ວຍອໍານາດ ແລະ ສະຕິປັນຍາ. ເຖິງວ່າ ເນື້ອໜັງຂອງຂ້ານ້ອຍຈະທົນທຸກກັບຄວາມລໍາບາກ ແຕ່ຈິດວິນຍານຂອງຂ້ານ້ອຍກໍຢູ່ສຸກສະບາຍ. ຂ້ານ້ອຍຈະບໍ່ມອບຄໍາສັນລະເສີນໃຫ້ແກ່ສະຕິປັນຍາ ແລະ ການກະທໍາຂອງພຣະອົງໄດ້ແນວໃດ? ຖ້າວ່າ ຂ້ານ້ອຍຈະຕາຍຫຼັງຈາກຮູ້ຈັກພຣະອົງ ແລ້ວຂ້ານ້ອຍຈະບໍ່ຕາຍດ້ວຍຄວາມພໍໃຈ ແລະ ຍິນດີໄດ້ແນວໃດ? ພຣະອົງຜູ້ຊົງລິດທານຸພາບສູງສຸດ! ພຣະອົງບໍ່ປາດຖະໜາທີ່ຈະໃຫ້ຂ້ານ້ອຍເຫັນພຣະອົງແທ້ບໍ? ຂ້ານ້ອຍບໍ່ເໝາະສົມທີ່ຈະໄດ້ຮັບການພິພາກສາຂອງພຣະອົງແທ້ບໍ? ເປັນໄປໄດ້ບໍ ທີ່ມີບາງຢ່າງໃນຕົວຂ້ານ້ອຍ ທີ່ພຣະອົງບໍ່ປາດຖະໜາທີ່ຈະເຫັນ?” ໃນລະຫວ່າງການທົດລອງດັ່ງກ່າວ, ເຖິງວ່າ ເປໂຕບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາຢ່າງຖືກຕ້ອງ ແຕ່ມັນກໍສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ລາວພາກພູມໃຈ ແລະ ຮູ້ສຶກມີກຽດ ທີ່ຖືກເຮົາໃຊ້ (ເຖິງແມ່ນວ່າ ລາວຈະໄດ້ຮັບການພິພາກສາຈາກເຮົາ ເພື່ອວ່າ ມວນມະນຸດອາດຈະໄດ້ເຫັນລິດທານຸພາບ ແລະ ຄວາມໂກດຮ້າຍຂອງເຮົາ) ແລະ ລາວບໍ່ໂສກເສົ້າຈາກການທົດລອງເຫຼົ່ານີ້. ຍ້ອນຄວາມຈົງຮັກພັກດີຂອງລາວ ທີ່ມີຢູ່ຕໍ່ໜ້າເຮົາ ແລະ ຍ້ອນພອນຂອງເຮົາທີ່ມີໃຫ້ລາວ, ລາວຈຶ່ງເປັນຕົວຢ່າງ ແລະ ແບບຢ່າງໃຫ້ແກ່ມະນຸດເປັນພັນໆປີ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນເອົາເປັນແບບຢ່າງບໍ? ຈົ່ງຄິດຢ່າງລະອຽດ ແລະ ຄິດໃຫ້ດີ ກ່ຽວກັບວ່າ ເປັນຫຍັງເຮົາຈຶ່ງໃຫ້ການບັນຍາຍຢ່າງຍາວກ່ຽວກັບເປໂຕ; ສິ່ງເຫຼົ່ານີ້ຄວນເປັນຫຼັກການໃນການກະທໍາຂອງພວກເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 6

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 532)

ເປໂຕຕິດຕາມພຣະເຢຊູເປັນເວລາຫຼາຍປີ ແລະ ໄດ້ເຫັນຫຼາຍຢ່າງໃນພຣະອົງທີ່ບໍ່ໄດ້ຢູ່ໃນຄົນອື່ນ. ຫຼັງຈາກທີ່ຕິດຕາມພຣະອົງເປັນເວລາໜຶ່ງປີ, ເປໂຕກໍ່ຖືກເລືອກໂດຍພຣະເຢຊູໃຫ້ຢູ່ໃນບັນດາສາວົກສິບສອງຄົນ. (ແນ່ນອນ, ພຣະເຢຊູບໍ່ໄດ້ກ່າວສິ່ງນີ້ອອກດັງ ແລະ ຄົນອື່ນກໍ່ບໍ່ຮູ້ກ່ຽວກັບມັນເລີຍ.) ໃນຊີວິດ, ເປໂຕວັດແທກຕົນເອງໃສ່ທຸກສິ່ງທີ່ພຣະເຢຊູເຮັດ. ສິ່ງທີ່ໂດດເດັ່ນທີ່ສຸດກໍ່ຄື ຂໍ້ຄວາມທີ່ພຣະເຢຊູເທດສະໜາໄດ້ແກະສະຫຼັກໃສ່ຫົວໃຈຂອງລາວ. ລາວອຸທິດຕົນ ແລະ ຈົ່ງຮັກພັກດີຕໍ່ພຣະເຢຊູຢ່າງສິ້ນເຊີງ ແລະ ລາວບໍ່ເຄີຍກ່າວຄຳຮ້ອງທຸກໃດໆຕໍ່ພຣະອົງ. ຜົນຕາມມາກໍ່ຄື ລາວໄດ້ກາຍມາເປັນມິດສະຫາຍທີ່ຈິງໃຈຂອງພຣະເຢຊູໃນທຸກບ່ອນທີ່ພຣະອົງໄປ. ເປໂຕສັງເກດຄຳສັ່ງສອນຂອງພຣະເຢຊູ, ຄຳເວົ້າທີ່ອ່ອນໂຍນຂອງພຣະອົງ, ສິ່ງທີ່ພຣະອົງກິນເພື່ອເປັນອາຫານຂອງພຣະອົງ, ເສື້ອຜ້າຂອງພຣະອົງ, ທີ່ພັກພິງຂອງພຣະອົງ ແລະ ລັກສະນະທີ່ພຣະອົງເດີນທາງ. ລາວຮຽນແບບພຣະເຢຊູໃນທຸກດ້ານ. ລາວບໍ່ເຄີຍຖືວ່າຕົນເອງຊອບທຳ, ແຕ່ປະຖິ້ມທຸກສິ່ງທີ່ຫຼ້າສະໄໝ, ຕິດຕາມຕົວຢ່າງຂອງພຣະເຢຊູທັງໃນຄຳເວົ້າ ແລະ ການກະທຳ. ມັນເປັນເວລານັ້ນເອງທີ່ເປໂຕຮູ້ສຶກວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຢູ່ໃນມືຂອງອົງຊົງລິດທານຸພາບສູງສຸດ ແລະ ດ້ວຍເຫດຜົນນີ້ ລາວຈຶ່ງບໍ່ມີທາງເລືອກຂອງຕົນເອງ. ເປໂຕຍັງໄດ້ຊຶມຊັບທຸກສິ່ງທີ່ພຣະເຢຊູເປັນ ແລະ ໃຊ້ມັນໃຫ້ເປັນຕົວຢ່າງ. ຊີວິດຂອງພຣະເຢຊູໄດ້ສະແດງໃຫ້ເຫັນວ່າພຣະອົງບໍ່ຖືວ່າຕົນເອງຊອບທຳໃນສິ່ງທີ່ພຣະອົງເຮັດ; ແທນທີ່ຈະໂອ້ອວດກ່ຽວກັບຕົນເອງ, ພຣະອົງດົນບັນດານຜູ້ຄົນດ້ວຍຄວາມຮັກ. ສິ່ງຕ່າງໆໄດ້ສະແດງໃຫ້ເຫັນເຖິງສິ່ງທີ່ພຣະເຢຊູເປັນ ແລະ ດ້ວຍເຫດຜົນນີ້ ເປໂຕຈຶ່ງຮຽນແບບທຸກສິ່ງທີ່ກ່ຽວກັບພຣະອົງ. ປະສົບການຂອງເປໂຕເຮັດໃຫ້ລາວມີຄວາມຮູ້ຫຼາຍຂຶ້ນເຖິງຄວາມເປັນຕາຮັກຂອງພຣະເຢຊູ ແລະ ລາວໄດ້ເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ານ້ອຍໄດ້ຄົ້ນຫາອົງຊົງລິດທານຸພາບສູງສຸດທົ່ວຈັກກະວານ ແລະ ຂ້ານ້ອຍໄດ້ເຫັນສິ່ງອັດສະຈັນຈາກສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ດ້ວຍເຫດນັ້ນ ຂ້ານ້ອຍຈຶ່ງໄດ້ຮັບຄວາມຮູ້ສຶກທີ່ເລິກເຊິ່ງກ່ຽວກັບຄວາມເປັນຕາຮັກຂອງອົງຊົງລິດທານຸພາບສູງສຸດ. ເຖິງຢ່າງໃດກໍ່ຕາມ, ຂ້ານ້ອຍບໍ່ເຄີຍມີຄວາມຮັກທີ່ແທ້ຈິງໃນຫົວໃຈຂອງຂ້ານ້ອຍເອງ ແລະ ຂ້ານ້ອຍບໍ່ເຄີຍເຫັນຄວາມເປັນຕາຮັກຂອງອົງຊົງລິດທານຸພາບສູງສຸດດ້ວຍຕາຂອງຂ້ານ້ອຍເອງ. ມື້ນີ້ ໃນສາຍຕາຂອງອົງຊົງລິດທານຸພາບສູງສຸດ, ພຣະອົງໄດ້ຫຼຽວເບິ່ງຂ້ານ້ອຍດ້ວຍຄວາມໂປດປານ ແລະ ຂ້ານ້ອຍຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າໃນທີ່ສຸດ. ຂ້ານ້ອຍໄດ້ຄົ້ນພົບໃນທີ່ສຸດວ່າ ມັນບໍ່ແມ່ນພຽງແຕ່ຍ້ອນພຣະເຈົ້າໄດ້ສ້າງສິ່ງທັງປວງເທົ່ານັ້ນທີ່ເຮັດໃຫ້ມະນຸດຊາດເຮັດພຣະອົງ; ໃນຊີວິດປະຈຳວັນຂອງຂ້ານ້ອຍ, ຂ້ານ້ອຍໄດ້ຄົ້ນພົບຄວາມເປັນຕາຮັກທີ່ໄຮ້ຂອບເຂດຂອງພຣະອົງ. ມັນຈະສາມາດຖືກຈຳກັດໃຫ້ຢູ່ໃນສິ່ງທີ່ສາມາດເບິ່ງເຫັນໃນຕອນນີ້ໄດ້ແນວໃດ?” ເມື່ອເວລາຜ່ານໄປ, ຫຼາຍສິ່ງທີ່ເປັນຕາຮັກກໍ່ຍັງປາກົດໃນເປໂຕເຊັ່ນກັນ. ລາວເລີ່ມເຊື່ອຟັງພຣະເຢຊູຫຼາຍ ແລະ ແນ່ນອນ ລາວຍັງທົນທຸກກັບຄວາມລົ້ມເຫຼວສອງສາມຢ່າງ. ເມື່ອພຣະເຢຊູພາລາວໄປເທດສະໜາໃນສະຖານທີ່ຫຼາຍແຫ່ງ, ເປໂຕກໍ່ຖ່ອມຕົວລົງ ແລະ ຮັບຟັງຄຳເທດສະໜາຂອງພຣະເຢຊູຢູ່ສະເໝີ. ລາວບໍ່ເຄີຍອວດດີຍ້ອນລາວໄດ້ຕິດຕາມພຣະເຢຊູເປັນເວລາຫຼາຍປີ. ຫຼັງຈາກທີ່ພຣະເຢຊູໄດ້ບອກວ່າເຫດຜົນທີ່ພຣະອົງມາແມ່ນເພື່ອຖືກເທິງໄມ້ກາງແຂນ ເພື່ອວ່າພຣະອົງຈະສາມາດສຳເລັດພາລະກິດຂອງພຣະອົງ, ເປໂຕກໍ່ມັກຮູ້ສຶກເປັນທຸກໃນຫົວໃຈຂອງລາວ ແລະ ຈະຮ້ອງໄຫ້ຄົນດຽວຢ່າງລັບໆ. ເຖິງຢ່າງໃດກໍ່ຕາມ, ມື້ “ທີ່ໂຊກຮ້າຍ” ກໍ່ມາເຖິງໃນທີ່ສຸດ. ຫຼັງຈາກທີ່ພຣະເຢຊູຖືກຈັບກຸມ, ເປໂຕກໍ່ຮ້ອງໄຫ້ຄົນດຽວໃນເຮືອຫາປາຂອງລາວ ແລະ ກ່າວຄຳອະທິຖານຫຼາຍຢ່າງຍ້ອນສິ່ງນີ້. ແຕ່ໃນຫົວໃຈຂອງລາວ, ລາວຮູ້ວ່ານີ້ແມ່ນຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ລາວຍັງເປັນທຸກໃຈ ແລະ ເຕັມໄປດ້ວຍນໍ້າຕາ ພຽງແຕ່ເພາະຄວາມຮັກຂອງລາວ. ແນ່ນອນ ນີ້ຄືຄວາມອ່ອນແອຂອງມະນຸດ. ສະນັ້ນ ເມື່ອລາວໄດ້ຮຽນຮູ້ວ່າພຣະເຢຊູຈະຖືກຄຶງເທິງໄມ້ກາງແຂນ, ລາວກໍ່ຖາມພຣະເຢຊູວ່າ “ຫຼັງຈາກທີ່ພຣະອົງຈາກໄປ, ພຣະອົງຈະກັບຄືນມາຢູ່ທ່າມກາງພວກເຮົາ ແລະ ເຝົ້າເບິ່ງພວກເຮົາບໍ? ພວກເຮົາຍັງຈະສາມາດເຫັນພຣະອົງບໍ?” ເຖິງແມ່ນຄຳເວົ້າເຫຼົ່ານີ້ໄຮ້ດຽງສາຫຼາຍ ແລະ ເຕັມໄປດ້ວຍແນວຄິດຂອງມະນຸດ, ພຣະເຢຊູກໍ່ຮູ້ເຖິງຄວາມຂົມຂື່ນໃນການທົນທຸກຂອງເປໂຕ, ສະນັ້ນ ຜ່ານຄວາມຮັກຂອງພຣະອົງ ພຣະອົງຈຶ່ງຄຳນຶງເຖິງຄວາມອ່ອນແອຂອງເປໂຕ: “ເປໂຕ, ເຮົາຮັກເຈົ້າ. ເຈົ້າຮູ້ບໍ? ເຖິງແມ່ນວ່າບໍ່ມີເຫດຜົນເບື້ອງຫຼັງສິ່ງທີ່ເຈົ້າເວົ້າ, ພຣະບິດາໄດ້ສັນຍາວ່າຫຼັງຈາກທີ່ເຮົາຟື້ນຄືນຊີບ ເຮົາຈະປາກົດຕໍ່ຜູ້ຄົນເປັນເວລາ 40 ມື້. ເຈົ້າບໍ່ເຊື່ອບໍວ່າພຣະວິນຍານຂອງເຮົາຈະປະທານຄວາມກະລຸນາມາໃຫ້ພວກເຈົ້າທຸກຄົນຢູ່ເລື້ອຍໆ?” ເຖິງແມ່ນເປໂຕຮູ້ສຶກວ່າຂ້ອນຂ້າງໄດ້ຮັບກຳລັງໃຈຈາກສິ່ງນີ້, ລາວກໍ່ຍັງຮູ້ສຶກວ່າມີສິ່ງທີ່ຂາດຫາຍໄປ ແລະ ດ້ວຍເຫດນັ້ນ ຫຼັງຈາກທີ່ຟື້ນຄືນຊີບ ພຣະເຢຊູຈຶ່ງປາກົດຕໍ່ລາວຢ່າງເປີດເຜີຍເປັນຄັ້ງທຳອິດ. ເຖິງຢ່າງໃດກໍ່ຕາມ ເພື່ອທີ່ຈະຫ້າມບໍ່ໃຫ້ເປໂຕສືບຕໍ່ຍຶດຕິດກັບແນວຄິດຂອງລາວ, ພຣະເຢຊູປະຕິເສດອາຫານຫຼູຫຼາທີ່ເປໂຕໄດ້ກະກຽມໃຫ້ພຣະອົງ ແລະ ຫາຍຈາກໄປໃນພິບຕາດຽວ. ຈາກຊ່ວງເວລານັ້ນເປັນຕົ້ນມາ, ໃນທີ່ສຸດ ເປໂຕກໍ່ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພຣະເຢຊູເຈົ້າ ແລະ ຍິ່ງຮັກພຣະອົງຫຼາຍຂຶ້ນ. ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະເຢຊູກໍ່ປາກົດຕົວຕໍ່ເປໂຕຢູ່ເລື້ອຍໆ. ພຣະອົງປາກົດຕົວຕໍ່ເປໂຕອີກສາມຄັ້ງຫຼັງຈາກກາຍສີ່ສິບມື້ ແລະ ພຣະອົງໄດ້ຂຶ້ນສູ່ສະຫວັນ. ການປາກົດຕົວແຕ່ລະຄັ້ງຖືກແມ່ນຕອນທີ່ພາລະກິດຂອງພຣະວິນຍານບໍລິສຸດກຳລັງຈະສຳເລັດລົງ ແລະ ພາລະກິດໃໝ່ກຳລັງຈະເລີ່ມຕົ້ນຂຶ້ນ.

ຕະຫຼອດຊີວິດຂອງລາວ, ເປໂຕໄດ້ຫາປາເພື່ອລ້ຽງຊີບ ແຕ່ຍິ່ງໄປກວ່ານັ້ນ ລາວໄດ້ດຳລົງຊີວິດເພື່ອເທດສະໜາ. ໃນປີຕໍ່ມາຂອງລາວ, ລາວໄດ້ຂຽນຈົດໝາຍຄັ້ງທີໜຶ່ງ ແລະ ສອງໃນພຣະທຳເປໂຕ ພ້ອມທັງຈົດໝາຍອີກຫຼາຍສະບັບໃຫ້ແກ່ຄຣິດຕະຈັກແຫ່ງເມືອງຟິລາເດວເຟຍໃນເວລານັ້ນ. ຜູ້ຄົນທີ່ຢູ່ໃນຊ່ວງເວລານີ້ກໍ່ຖືກສຳຜັດໂດຍລາວຢ່າງເລິກເຊິ່ງ. ແທນທີ່ຈະສັ່ງສອນຜູ້ຄົນໂດຍໃຊ້ຫຼັກຖານອ້າງອີງຂອງລາວເອງ, ລາວໄດ້ໃຫ້ການບຳລຸງລ້ຽງຊີວິດທີ່ເໝາະສົມແກ່ພວກເຂົາ. ລາວບໍ່ເຄີຍລືມຄຳສັ່ງສອນຂອງພຣະເຢຊູກ່ອນທີ່ພຣະອົງຈະຈາກໄປ ແລະ ຖືກກະຕຸ້ນໂດຍຄຳສັ່ງສອນເຫຼົ່ານັ້ນຕະຫຼອດຊີວິດຂອງລາວ. ໃນຂະນະທີ່ກຳລັງຕິດຕາມພຣະເຢຊູ, ລາວຕັ້ງໃຈທີ່ຈະຕອບແທນຄວາມຮັກຂອງພຣະຜູ້ເປັນເຈົ້າດ້ວຍຄວາມຕາຍຂອງລາວ ແລະ ຕິດຕາມຕົວຢ່າງຂອງພຣະອົງໃນທຸກສິ່ງ. ພຣະເຢຊູເຫັນດີກັບສິ່ງນີ້, ສະນັ້ນ ເມື່ອເປໂຕອາຍຸ 53 ປີ (ເປັນເວລາອີກ 20 ປີ ນັບຕັ້ງແຕ່ທີ່ພຣະເຢຊູຈາກໄປ), ພຣະເຢຊູກໍ່ປາກົດຕົວຕໍ່ລາວເພື່ອຊ່ວຍບັນລຸຄວາມປາຖະໜາຂອງລາວ. ໃນເຈັດປີຫຼັງຈາກນັ້ນ, ເປໂຕກໍ່ໃຊ້ຊີວິດຂອງລາວເພື່ອຮູ້ຈັກຕົນເອງ. ມື້ໜຶ່ງ, ໃນຕອນສຸດທ້າຍຂອງເຈັດປີເຫຼົ່ານີ້, ລາວກໍ່ຖືກຄຶງເທິງໄມ້ກາງແຂນກັບຫົວ ແລ້ວນໍາຊີວິດທີ່ບໍ່ທຳມະດາຂອງລາວໄປສູ່ຈຸດຈົບ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ກ່ຽວກັບຊີວິດຂອງເປໂຕ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 533)

ອິດທິພົນຂອງຄວາມມືດແມ່ນຫຍັງ? ສິ່ງທີ່ເອີ້ນວ່າ “ອິດທິພົນຂອງຄວາມມືດ” ນີ້ແມ່ນອິດທິພົນຈາກການຫຼອກລວງ, ຄວາມເສື່ອມຊາມ, ການຜູກມັດ ແລະ ຄວບຄຸມຜູ້ຄົນຂອງຊາຕານ; ອິດທິພົນຂອງຊາຕານແມ່ນອິດທິພົນທີ່ມີກິ່ນອາຍຂອງຄວາມຕາຍ. ທຸກຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຈະຈິບຫາຍຢ່າງແນ່ນອນ. ເຈົ້າຈະສາມາດຫຼົບໜີຈາກອິດທິພົນຂອງຄວາມມືດໄດ້ແນວໃດ ຫຼັງຈາກທີ່ໄດ້ຮັບເອົາຄວາມເຊື່ອໃນພຣະເຈົ້າ? ຫຼັງຈາກເຈົ້າໄດ້ອະທິຖານຫາພຣະເຈົ້າຢ່າງຈິງໃຈ, ເຈົ້າກໍ່ຫັນຫົວໃຈຂອງເຈົ້າໄປຫາພຣະອົງຢ່າງສົມບູນ ເຊິ່ງໃນຈຸດນັ້ນ ຫົວໃຈຂອງເຈົ້າໄດ້ຮັບການດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ, ເຈົ້າເລີ່ມເຕັມໃຈທີ່ມອບຕົນເອງໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ໃນຊ່ວງເວລານີ້ ເຈົ້າຈະຫຼົບໜີຈາກອິດທິພົນຂອງຄວາມມືດ. ຖ້າທຸກສິ່ງທີ່ມະນຸດຄົນເຮັດຄືສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ ແລະ ສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະອົງ, ແລ້ວເຂົາກໍ່ເປັນຄົນທີ່ດໍາລົງຊີວິດພາຍໃນພຣະທໍາຂອງພຣະເຈົ້າ ແລະ ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງພຣະອົງ. ຖ້າຜູ້ຄົນບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າໄດ້, ຖ້າພວກເຂົາພະຍາຍາມຫຼອກລວງພຣະອົງຢູ່ສະເໝີ, ເຮັດໃນລັກສະນະທີ່ພໍເປັນພິທີຕໍ່ພຣະອົງ ແລະ ບໍ່ເຊື່ອໃນການມີຢູ່ຂອງພຣະອົງ, ແລ້ວຄົນເຫຼົ່ານີ້ກໍ່ລ້ວນແລ້ວແຕ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ມະນຸດທີ່ບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າກໍ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ; ນັ້ນໝາຍຄວາມວ່າ ພວກເຂົາທຸກຄົນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ບໍ່ເຊື່ອໃນພຣະເຈົ້າກໍ່ດໍາລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ແມ່ນແຕ່ຄົນທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າກໍ່ອາດຈະບໍ່ຈຳເປັນຕ້ອງດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ ຍ້ອນຄົນທີ່ເຊື່ອພຣະອົງອາດຈະບໍ່ດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະອົງແທ້ໆ ຫຼື ສາມາດອ່ອນນ້ອມຕໍ່ພຣະເຈົ້າ. ມະນຸດຖືກຈຳກັດໃນການເຊື່ອໃນພຣະເຈົ້າ ແລະ ຍ້ອນເຂົາບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ, ເຂົາຈຶ່ງ ຍັງດໍາລົງຊີວິດຢູ່ພາຍໃນກົດເກນເດີມໆ, ຢູ່ທ່າມກາງພຣະທຳທີ່ຕາຍແລ້ວ, ມີຊີວິດທີ່ມືດມົວ ແລະ ບໍ່ແນ່ນອນ, ບໍ່ໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດໂດຍພຣະເຈົ້າ ຫຼື ຖືກຮັບເອົາໂດຍພຣະອົງຢ່າງສົມບູນ. ສະນັ້ນ ໃນຂະນະທີີ່ມັນຊັດເຈນຢູ່ແລ້ວວ່າ ຜູ້ບໍ່ເຊື່ອໃນພຣະເຈົ້າກໍ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແມ່ນແຕ່ຜູ້ທີ່ເຊື່ອໃນພຣະເຈົ້າກໍ່ອາດສາມາດດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງມັນເຊັ່ນກັນ ຍ້ອນພວກເຂົາຂາດພາລະກິດຂອງພຣະວິນຍານບໍລິສຸດ. ຜູ້ທີ່ບໍ່ໄດ້ຮັບພຣະຄຸນ ຫຼື ຄວາມເມດຕາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເບິ່ງເຫັນພາລະກິດຂອງພຣະວິນຍານບໍລິສຸດລ້ວນແລ້ວແຕ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ; ໃນເວລາສ່ວນໃຫຍ່ ຜູ້ທີ່ໄດ້ຮັບພຣະຄຸນຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງກໍ່ດຳລົງຊີວິດຢູ່ພາຍໃຕ້ອິດພົນຂອງມັນເຊັ່ນກັນ. ຖ້າມະນຸດເຊື່ອໃນພຣະເຈົ້າ ແຕ່ໃຊ້ຊີວິດສ່ວນໃຫຍ່ເພື່ອດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແລ້ວການເປັນຢູ່ຂອງມະນຸດຄົນນີ້ກໍ່ສູນເສຍຄວາມໝາຍຂອງມັນ, ແລ້ວມັນຈຳເປັນຫຍັງທີ່ຕ້ອງກ່າວເຖິງຜູ້ທີ່ບໍ່ເຊື່ອວ່າພຣະເຈົ້າມີຢູ່ຈິງ?

ທຸກຄົນທີ່ບໍ່ສາມາດຍອມຮັບພາລະກິດຂອງພຣະເຈົ້າ ຫຼື ຜູ້ທີ່ຍອມພາລະກິດຂອງພຣະເຈົ້າ ແຕ່ຍັງບໍ່ສາມາດຕອບສະໜອງຄໍາຮຽກຮ້ອງຂອງພຣະອົງໄດ້ກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ມີແຕ່ຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດຕອບສະໜອງຄໍາຮຽກຮ້ອງຂອງພຣະເຈົ້າເທົ່ານັ້ນຈຶ່ງຈະໄດ້ຮັບພອນຈາກພຣະອົງ ແລະ ມີແຕ່ພວກເຂົາເທົ່ານັ້ນທີ່ຈະໜີພົ້ນຈາກອິດທິພົນຂອງຄວາມມືດ. ຄົນທີ່ຍັງບໍ່ໄດ້ຖືກປ່ອຍໃຫ້ເປັນອິດສະຫຼະ, ຄົນທີ່ຖືກສິ່ງໃດໜຶ່ງຄວບຄຸມຢູ່ສະເໝີ ແລະ ຄົນບໍ່ສາມາດມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າກໍ່ເປັນຄົນທີ່ຢູ່ພາຍໃຕ້ພັນທະນາການຂອງຊາຕານ ເຊິ່ງດໍາລົງຊີວິດຢູ່ພາຍໃຕ້ກິ່ນອາຍຂອງຄວາມຕາຍ. ຄົນທີ່ບໍ່ສັດຊື່ຕໍ່ໜ້າທີ່ຂອງພວກເຂົາເອງ, ຄົນທີ່ບໍ່ສັດຊື່ຕໍ່ການຝາກຝັງຂອງພຣະເຈົ້າ ແລະ ຄົນທີ່ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກກໍ່ເປັນຄົນທີ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ຕັ້ງໃຈປັ່ນປ່ວນຊີວິດຄຣິສຕະຈັກ, ຄົນທີ່ຕັ້ງໃຈສ້າງຄວາມແຕກແຍກລະຫວ່າງອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ຄົນທີ່ສ້າງຕັ້ງພັກພວກກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດຫຼາຍຂຶ້ນອີກ, ຢູ່ໃນພັນທະນາການຂອງຊາຕານ. ຄົນທີ່ມີຄວາມສໍາພັນບໍ່ປົກກະຕິກັບພຣະເຈົ້າ, ຄົນທີ່ມີຄວາມປາຖະໜາເກີນຕົວ, ຄົນທີ່ເອົາປຽບຄົນອື່ນຢູ່ສະເໝີ ແລະ ຄົນທີ່ບໍ່ເຄີຍສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຄົນທີ່ບໍ່ໃສ່ໃຈ ແລະ ບໍ່ຈິງຈັງໃນການປະຕິບັດຕາມຄວາມຈິງຂອງພວກເຂົາຈັກເທື່ອ ແລະ ຄົນທີ່ບໍ່ສະແຫວງຫາເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ ແຕ່ສະແຫວງຫາເພື່ອຕອບສະໜອງເນື້ອໜັງຂອງພວກເຂົາເອງເທົ່ານັ້ນ ກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດເຊັ່ນກັນ ເຊິ່ງອ້ອມລ້ອມໄປດ້ວຍຄວາມຕາຍ. ຄົນທີ່ມີສ່ວນຮ່ວມໃນການຄົດໂດງ ແລະ ການຫຼອກລວງ ເມື່ອກຳລັງເຮັດວຽກໃຫ້ກັບພຣະເຈົ້າ, ຄົນທີ່ປະຕິບັດຕໍ່ພຣະເຈົ້າພໍເປັນພິທີ, ຄົນທີ່ສໍ້ໂກງພຣະເຈົ້າ ແລະ ຄົນທີ່ວາງແຜນສຳລັບພວກເຂົາເອງຢູ່ສະເໝີກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າຢ່າງຈິງໃຈ, ຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ຄົນທີ່ບໍ່ເອົາໃຈໃສ່ໃນການປ່ຽນແປງອຸປະນິໄສຂອງພວກເຂົາກໍ່ເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 534)

ຖ້າເຈົ້າຢາກໃຫ້ພຣະເຈົ້າຍົກຍ້ອງ ແລ້ວເຈົ້າຕ້ອງໜີອອກຈາກອິດທິພົນທີ່ມືດມົວຂອງຊາຕານກ່ອນ, ເປີດຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຫັນຫົວໃຈມາຫາພຣະອົງຢ່າງສົມບູນ. ພຣະເຈົ້າຈະຍົກຍ້ອງສິ່ງຕ່າງໆທີ່ເຈົ້າກຳລັງເຮັດໃນຕອນນີ້ບໍ? ເຈົ້າໄດ້ຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າແລ້ວບໍ? ສິ່ງຕ່າງໆທີ່ເຈົ້າໄດ້ເຮັດນັ້ນແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າບໍ? ພວກມັນສອດຄ່ອງກັບຄວາມຈິງບໍ? ໃຫ້ສໍາຫຼວດຕົນເອງຢູ່ຕະຫຼອດເວລາ ແລະ ເອົາໃຈໃສ່ໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ; ເປີດຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ, ຮັກພຣະອົງດ້ວຍຄວາມຈິງໃຈ ແລະ ສະຫຼະຕົນເອງໃຫ້ກັບພຣະອົງຢ່າງເຫຼື້ອມໃສ. ຄົນທີ່ເຮັດແບບນີ້ ຈະໄດ້ຮັບການຍົກຍ້ອງຈາກພຣະເຈົ້າຢ່າງແນ່ນອນ. ທຸກຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຄວາມຈິງ ກໍ່ບໍ່ມີທາງທີ່ຈະໜີອອກຈາກອິດທິພົນຂອງຊາຕານໄດ້. ທຸກຄົນທີ່ບໍ່ດໍາລົງຊີວິດຂອງພວກເຂົາດ້ວຍຄວາມຊື່ສັດ, ຄົນທີ່ປະພຶດຢ່າງໜຶ່ງຕໍ່ໜ້າຄົນອື່ນ ແຕ່ເຮັດອີກຢ່າງລັບຫຼັງຂອງພວກເຂົາ, ຄົນທີ່ສະແດງລັກສະນະຖ່ອມຕົນ, ອົດທົນ ແລະ ມີຄວາມຮັກ ເຖິງແມ່ນແກ່ນແທ້ຂອງພວກເຂົາເປັນຄົນຮ້າຍກາດ, ມີເລ່ລ່ຽມ ແລະ ບໍ່ຈົງຮັກພັກດີຕໍ່ພຣະເຈົ້າ, ຄົນເຫຼົ່ານີ້ເປັນຕົວແທນທົ່ວໄປຂອງຄົນທີ່ດໍາລົງຊີວິດພາຍໃຕ້ອິດທິພົນຂອງຄວາມມືດມົວ; ພວກເຂົາເປັນເຊື້ອສາຍຂອງງູພິດ. ຄົນທີ່ພຽງແຕ່ເຊື່ອໃນພຣະເຈົ້າເພື່ອຜົນປະໂຫຍດຂອງພວກເຂົາເອງ, ຄົນທີ່ຖືວ່າຕົນເອງຊອບທຳ ແລະ ຈອງຫອງ, ຄົນທີ່ອວດໂອ້ ແລະ ຄົນທີ່ປົກປ້ອງສະຖານະຂອງພວກເຂົາເອງແມ່ນຄົນທີ່ຮັກຊາຕານ ແລະ ຕໍ່ຕ້ານຄວາມຈິງ. ຄົນເຫຼົ່ານີ້ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານໂດຍສົມບູນ. ຄົນຄົນທີ່ບໍ່ເອົາໃຈໃສ່ໃນພາລະຂອງພຣະເຈົ້າ, ຄົນທີ່ບໍ່ຮັບໃຊ້ພຣະເຈົ້າຢ່າງໝົດໃຈ, ຄົນທີ່ເປັນຫ່ວງຜົນປະໂຫຍດຂອງພວກເຂົາເອງ ແລະ ຜົນປະໂຫຍດໃນຄອບຄົວຂອງພວກເຂົາຢູ່ສະເໝີ, ຄົນທີ່ບໍ່ສາມາດປະຖິ້ມທຸກຢ່າງເພື່ອສະຫຼະຕົນເອງໃຫ້ກັບພຣະເຈົ້າ ແລະ ຄົນທີ່ບໍ່ເຄີຍດໍາລົງຊີວິດຕາມພຣະທໍາຂອງພຣະເຈົ້າກໍ່ເປັນຄົນທີ່ດໍາລົງຊີວິດຢູ່ນອກພຣະທໍາຂອງພຣະອົງ. ຄົນດັ່ງກ່າວບໍ່ສາມາດຮັບເອົາການຍົກຍ້ອງຈາກພຣະເຈົ້າ.

ເມື່ອພຣະເຈົ້າເນລະມິດສ້າງມະນຸດ, ມັນກໍ່ເພື່ອໃຫ້ພວກເຂົາສາມາດມີຄວາມສຸກກັບຄວາມອຸດົມສົມບູນຂອງພຣະອົງ ແລະ ຮັກພຣະອົງຢ່າງແທ້ຈິງ; ດ້ວຍວິທີນີ້ ມະນຸດຈະດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ. ມື້ນີ້ ສຳລັບທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າ, ບໍ່ເອົາໃຈໃສ່ພາລະຂອງພຣະອົງ, ບໍ່ສາມາດມອບຫົວໃຈຂອງພວກເຂົາໃຫ້ກັບພຣະອົງຢ່າງສົມບູນ, ບໍ່ສາມາດຮັບເອົາໃຈຂອງພຣະອົງມາເປັນຫົວໃຈຂອງພວກເຂົາເອງ ແລະ ບໍ່ສາມາດແບກຮັບພາລະຂອງພຣະອົງມາເປັນພາລະຂອງພວກເຂົາເອງ, ແສງສະຫວ່າງຂອງພຣະເຈົ້າຈະບໍ່ສ່ອງໃສ່ຄົນດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາທຸກຄົນຈິ່ງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ. ພວກເຂົາກໍາລັງຢູ່ໃນເສັ້ນທາງທີ່ຕໍ່ຕ້ານຄວາມປະສົງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ບໍ່ມີຄວາມຈິງແມ່ນແຕ່ໜ້ອຍດຽວໃນແມ່ນຫຍັງກໍ່ຕາມທີ່ພວກເຂົາເຮັດ. ພວກເຂົາກິ້ງເກືອກຢູ່ໃນຕົມຮ່ວມກັບຊາຕານ; ພວກເຂົາເປັນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ. ຖ້າເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢູ່ເລື້ອຍໆ ແລະ ເອົາໃຈໃສ່ຄວາມປະສົງຂອງພຣະອົງ ແລະ ນໍາພຣະທໍາຂອງພຣະອົງໄປປະຕິບັດ, ແລ້ວເຈົ້າກໍ່ເປັນຂອງພຣະເຈົ້າ ແລະ ເຈົ້າເປັນຜູ້ທີ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະອົງ. ເຈົ້າເຕັມໃຈຫຼົບໜີຈາກອຳນາດຂອງຊາຕານ ແລະ ດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າບໍ? ຖ້າເຈົ້າດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍ່ຈະມີໂອກາດທີ່ຈະປະຕິບັດພາລະກິດຂອງພຣະອົງ; ຖ້າເຈົ້າດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ, ແລ້ວເຈົ້າກໍ່ຈະບໍ່ໃຫ້ໂອກາດດັ່ງກ່າວແກ່ພຣະວິນຍານບໍລິສຸດ. ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນມະນຸດ, ແສງສະຫວ່າງທີ່ພຣະອົງສ່ອງໃຫ້ແກ່ພວກເຂົາ ແລະ ຄວາມໝັ້ນໃຈທີ່ພຣະອົງມອບໃຫ້ພວກເຂົາກໍ່ຢູ່ໄດ້ພຽງໄລຍະສັ້ນ; ຖ້າຜູ້ຄົນບໍ່ລະມັດລະວັງ ແລະ ບໍ່ເອົາໃຈໃສ່, ແລ້ວພາລະກິດຂອງພຣະວິນຍານບໍລິສຸດກະທໍາກໍຈະຜ່ານພວກເຂົາໄປ. ຖ້າມະນຸດດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍ່ຈະຢູ່ກັບພວກເຂົາ ແລະ ປະຕິບັດພາລະກິດໃນພວກເຂົາ. ຖ້າມະນຸດບໍ່ດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ແລ້ວພວກເຂົາກໍ່ດຳລົງຊີວີດຢູ່ໃນພັນທະນາການຂອງຊາຕານ. ຖ້າມະນຸດດຳລົງຊີວິດຢູ່ກັບອຸປະນິໄສທີ່ເສື່ອມຊາມ, ແລ້ວພວກເຂົາກໍ່ຈະບໍ່ມີການສະຖິດ ຫຼື ພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າດໍາລົງຊີວິດຢູ່ໃນຂອບເຂດພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າດໍາລົງຊີວິດຢູ່ໃນສະພາວະທີ່ພຣະເຈົ້າຕ້ອງການ, ແລ້ວເຈົ້າກໍ່ເປັນຄົນຂອງພຣະອົງ ແລະ ພາລະກິດຂອງພຣະອົງກໍ່ຈະຖືກປະຕິບັດໃນຕົວເຈົ້າ; ຖ້າເຈົ້າບໍ່ດໍາລົງຊີວິດພາຍໃນຂອບເຂດຄວາມຕ້ອງການຂອງພຣະເຈົ້າ ແຕ່ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ແລ້ວເຈົ້າກໍ່ກຳລັງດໍາລົງຊີວິດຢູ່ພາຍໃຕ້ຄວາມເສື່ອມຊາມຂອງຊາຕານຢ່າງແນ່ນອນ. ມີພຽງແຕ່ໂດຍການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ ແລະ ການມອບຫົວໃຈຂອງເຈົ້າໃຫ້ກັບພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສາມາດບັນລຸຕາມຄວາມຕ້ອງການຂອງພຣະອົງໄດ້; ເຈົ້າຕ້ອງປະຕິບັດຕາມສິ່ງທີ່ພຣະເຈົ້າກ່າວໄວ້, ເຮັດໃຫ້ຖ້ອຍຄຳຂອງພຣະອົງເປັນພື້ນຖານໃນການເປັນຢູ່ ແລະ ຄວາມເປັນຈິງໃນຊີວິດຂອງເຈົ້າ; ໃນເມື່ອນັ້ນເອງ ເຈົ້າຈິ່ງຈະເປັນຂອງພຣະເຈົ້າ. ຖ້າເຈົ້າປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ພຣະອົງກໍ່ຈະປະຕິບັດພາລະກິດໃນຕົວເຈົ້າ ແລະ ເຈົ້າກໍ່ຈະດໍາລົງຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະອົງ, ໃນແສງສະຫວ່າງຈາກໃບໜ້າຂອງພຣະອົງ; ເຈົ້າຈະເຂົ້າໃຈພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດ ແລະ ຮູ້ສຶກເຖິງຄວາມປິຕິຍິນດີໃນການສະຖິດຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 535)

ເພື່ອຫຼົບໜີຈາກອິດທິພົນຂອງຄວາມມືດ ມົວ, ເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າກ່ອນ ແລະ ມີຫົວໃຈທີ່ກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ໃນເມື່ອນັ້ນເອງ ເຈົ້າຈິ່ງມີສະພາວະທີ່ຖືກຕ້ອງ. ການດໍາລົງຊີວິດຢູ່ໃນສະພາວະທີ່ຖືກຕ້ອງແມ່ນເງື່ອນໄຂເບື້ອງຕົ້ນສໍາລັບການຫຼົບໜີຈາກອິດທິພົນຂອງຄວາມມືດມົວ. ການບໍ່ມີສະພາວະທີ່ຖືກຕ້ອງບໍ່ແມ່ນການຈົງຮັກພັກດີຕໍ່ພຣະເຈົ້າ ແລະ ບໍ່ແມ່ນການມີຫົວໃຈທີ່ກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ແລະ ການຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ຈະເປັນໄປບໍ່ໄດ້. ພຣະທຳຂອງເຮົາແມ່ນພື້ນຖານສຳລັບການທີ່ມະນຸດຫຼົບໜີຈາກອິດທິພົນທີ່ມືດມົວ ແລະ ຄົນທີ່ບໍ່ສາມາດປະຕິບັດຕາມພຣະທໍາຂອງເຮົາໄດ້ກໍ່ຈະບໍ່ສາມາດຫຼົບໜີຈາກພັນທະນາການໃນອິດທິພົນຂອງຄວາມມືດມົວໄດ້. ການດໍາລົງຊີວິດຢູ່ໃນສະພາວະທີ່ຖືກຕ້ອງຄືການດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ການດໍາລົງຊີວິດຢູ່ໃນສະພາວະທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ການດໍາລົງຊີວິດຢູ່ໃນສະພາວະທີ່ສະແຫວງຫາຄວາມຈິງ, ການດໍາລົງຊີວິດຢູ່ໃນຄວາມເປັນຈິງທີ່ສະຫຼະຕົນເອງເພື່ອເຫັນແກ່ພຣະເຈົ້າ ແລະ ການດໍາລົງຊີວິດຢູ່ໃນສະພາວະທີ່ຮັກພຣະເຈົ້າຢ່າງແທ້ຈິງ. ຄົນທີ່ດໍາລົງຊີວິດຢູ່ໃນສະພາວະເຫຼົ່ານີ້ ແລະ ຢູ່ພາຍໃນຄວາມເປັນຈິງນີ້ກໍ່ຈະຄ່ອຍໆປ່ຽນແປງ ເມື່ອພວກເຂົາເຂົ້າສູ່ຄວາມຈິງທີ່ເລິກເຊິ່ງ ແລະ ພວກເຂົາຈະປ່ຽນແປງເມື່ອພາລະກິດເລິກເຊິ່ງຂຶ້ນ; ແລະ ໃນທີ່ສຸດ ພວກເຂົາກໍ່ຈະກາຍມາເປັນຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແນ່ນອນ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ຄົນທີ່ໄດ້ຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ສາມາດຄົ້ນຫາຄວາມປະສົງຂອງພຣະເຈົ້າເທື່ອລະໜ້ອຍ ແລະ ມາເຂົ້າໃຈຄວາມປະສົງເທື່ອລະໜ້ອຍ, ໃນທີ່ສຸດກໍ່ກາຍເປັນມິດສະຫາຍຂອງພຣະເຈົ້າ. ພວກເຂົາບໍ່ພຽງແຕ່ບໍ່ມີແນວຄິດຕ່າງໆກ່ຽວກັບພຣະເຈົ້າ ແລະ ບໍ່ກະບົດຕໍ່ພຣະອົງເທົ່ານັ້ນ, ແຕ່ພວກເຂົາເຖິງກັບລັງກຽດແນວຄິດເຫຼົ່ານັ້ນ ແລະ ຄວາມກະບົດທີ່ຄອບງຳພວກເຂົາໃນເມື່ອກ່ອນ ແລະ ຄວາມຮັກທີ່ແທ້ຈິງສໍາລັບພຣະເຈົ້າກໍ່ເກີດຂຶ້ນຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ບໍ່ສາມາດຫຼົບໜີຈາກອິດທິພົນຂອງຄວາມມືດມົວກໍ່ລ້ວນແລ້ວແຕ່ໝົກໝົ້ນກັບເນື້ອໜັງ ແລະ ເຕັມໄປດ້ວຍຄວາມກະບົດ; ຫົວໃຈຂອງພວກເຂົາເຕັມໄປດ້ວຍແນວຄິດຂອງມະນຸດ ແລະ ປັດຊະຍາສຳລັບການດຳລົງຊີວິດ ພ້ອມທັງເຈດຕະນາ ແລະ ຄວາມຕັ້ງໃຈຂອງພວກເຂົາເອງ. ສິ່ງທີ່ພຣະເຈົ້າຮຽກຮ້ອງຄືຄວາມຮັກຢ່າງດຽວຈາກມະນຸດ; ສິ່ງທີ່ພຣະອົງຮຽກຮ້ອງກໍ່ຄືໃຫ້ມະນຸດເຕັມໄປດ້ວຍພຣະທໍາຂອງພຣະອົງ ແລະ ເຕັມໄປດ້ວຍຄວາມຮັກໃນຫົວໃຈສຳລັບພຣະອົງ. ການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ການຄົ້ນຫາສິ່ງທີ່ພວກເຂົາຄວນສະແຫວງຫາໃນພຣະທໍາຂອງພຣະອົງ, ການຮັກພຣະເຈົ້າຍ້ອນພຣະທໍາຂອງພຣະອົງ, ການດຳເນີນການສຳລັບພຣະທໍາຂອງພຣະເຈົ້າ, ການມີຊີວິດຢູ່ເພື່ອພຣະທໍາຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຄືເປົ້າໝາຍທີ່ມະນຸດຕ້ອງພະຍາຍາມບັນລຸ. ທຸກສິ່ງຕ້ອງຖືກສ້າງຂຶ້ນເທິງພຣະທໍາຂອງພຣະເຈົ້າ; ມີແຕ່ເມື່ອນັ້ນ ມະນຸດຈິ່ງຈະສາມາດຕອບສະໜອງຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ຖ້າມະນຸດບໍ່ປະກອບດ້ວຍພຣະທໍາຂອງພຣະເຈົ້າ, ແລ້ວເຂົາກໍ່ເປັນພຽງໜອນທີ່ຖືກຊາຕານຄອບງຳ! ໃຫ້ຊັ່ງຊາເບິ່ງວ່າ: ພຣະທໍາຂອງພຣະເຈົ້າໄດ້ຝັງຮາກພາຍໃນເຈົ້າຫຼາຍສໍ່າໃດ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊີວິດໂດຍສອດຄ່ອງກັບພຣະທໍາຂອງພຣະອົງ? ມີສິ່ງໃດແດ່ທີ່ເຈົ້າບໍ່ໄດ້ໃຊ້ຊີວິດໂດຍສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ຖ້າພຣະທຳຂອງພຣະເຈົ້າຍັງບໍ່ໄດ້ຍຶດຄອງຕົວເຈົ້າຢ່າງສົມບູນ, ແລ້ວແມ່ນຫຍັງແທ້ໆທີ່ຄອບງຳຫົວໃຈຂອງເຈົ້າ? ໃນຊີວິດປະຈໍາວັນຂອງເຈົ້າ, ເຈົ້າຖືກຊາຕານຄວບຄຸມ ຫຼື ເຈົ້າຖືກຄອບງຳໂດຍພຣະທຳຂອງພຣະເຈົ້າ? ພຣະທຳຂອງພຣະອົງຄືພື້ນຖານທີ່ຄໍາອະທິຖານຂອງເຈົ້າອີງໃສ່ບໍ? ເຈົ້າໄດ້ອອກມາຈາກສະພາວະທີ່ບໍ່ດີຂອງເຈົ້າຜ່ານແສງສະຫວ່າງໃນພຣະທໍາຂອງພຣະເຈົ້າບໍ? ການຖືເອົາພຣະທໍາຂອງພຣະເຈົ້າເປັນຮາກຖານສຳລັບການເປັນຢູ່ຂອງເຈົ້າ, ນີ້ແມ່ນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພຣະທໍາຂອງພຣະເຈົ້າບໍ່ໄດ້ຢູ່ໃນຊີວິດຂອງເຈົ້າ, ແລ້ວເຈົ້າກໍ່ກໍາລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ, ເຈົ້າກະບົດຕໍ່ພຣະເຈົ້າ, ເຈົ້າຕໍ່ຕ້ານພຣະອົງ ແລະ ເຈົ້າໝິ່ນປະໝາດພຣະນາມຂອງພຣະອົງ; ຄວາມເຊື່ອໃນພຣະເຈົ້າຂອງຄົນດັ່ງກ່າວຄືບັນຫາ ແລະ ຄວາມວຸ້ນວາຍແທ້ໆ. ມີຫຼາຍສໍ່າໃດໃນຊີວິດຂອງເຈົ້າທີ່ໄດ້ດໍາລົງຊີວິດຕາມພຣະທໍາຂອງພຣະອົງ? ມີຫຼາຍສໍ່າໃດໃນຊີວິດຂອງເຈົ້າທີ່ບໍ່ໄດ້ດຳລົງຊີວິດຕາມພຣະທໍາຂອງພຣະອົງ? ມີພຣະທຳຫຼາຍສໍ່າໃນບັນດາພຣະທຳທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າທີ່ໄດ້ສໍາເລັດໃນຕົວເຈົ້າ? ມີພຣະທໍາຫຼາຍສໍ່າໃດທີ່ໄດ້ສູນເສຍໃນຕົວເຈົ້າ? ເຈົ້າໄດ້ພິຈາລະນາເບິ່ງສິ່ງເຫຼົ່ານີ້ຢ່າງລະອຽດແລ້ວບໍ?

ການຫຼົບໜີຈາກອິດທິພົນຂອງຄວາມມືດມົວແມ່ນຈຳເປັນຕ້ອງມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການຮ່ວມມືຢ່າງອຸທິດຕົນຂອງມະນຸດ. ເປັນຫຍັງເຮົາຈິ່ງເວົ້າວ່າມະນຸດບໍ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ? ຄົນທີ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ ສາມາດມອບຫົວໃຈຂອງພວກເຂົາໃຫ້ພຣະເຈົ້າກ່ອນ. ນີ້ຄືໜ້າທີ່ທີ່ຕ້ອງໃຊ້ເວລາຍາວນານຫຼາຍໃນການປະຕິບັດ, ຍ້ອນມະນຸດຊາດໄດ້ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວຢູ່ສະເໝີ ແລະ ຢູ່ພາຍໃຕ້ພັນທະນາການຂອງຊາຕານເປັນເວລາຫຼາຍພັນປີ. ສະນັ້ນ ທາງເຂົ້ານີ້ຈຶ່ງບໍ່ສາມາດບັນລຸໄດ້ພາຍໃນມື້ໜຶ່ງ ຫຼື ສອງມື້. ເຮົາຍົກປະເດັນນີ້ຂຶ້ນມາເວົ້າໃນມື້ນີ້ກໍ່ເພື່ອໃຫ້ມະນຸດສາມາດເຂົ້າໃຈກ່ຽວກັບສະພາວະຂອງພວກເຂົາເອງ; ຫຼັງຈາກທີ່ມະນຸດສາມາດແຍກແຍະສິ່ງທີ່ເປັນອິດທິພົນຂອງຄວາມມືດມົວ ແລະ ຄວາມໝາຍຂອງການດໍາລົງຊີວິດຢູ່ໃນແສງສະຫວ່າງ, ແລ້ວທາງເຂົ້າຈຶ່ງຈະງ່າຍຂຶ້ນຫຼາຍ. ນີ້ກໍ່ເພາະເຈົ້າຕ້ອງຮູ້ວ່າແມ່ນຫຍັງຄືອິດທິພົນຂອງຊາຕານກ່ອນທີ່ເຈົ້າຈະສາມາດຫຼົບໜີຈາກມັນໄດ້; ພຽງແຕ່ຫຼັງຈາກນັ້ນ ເຈົ້າຈິ່ງຈະມີທາງທີ່ຈະກຳຈັດມັນຖິ້ມ. ສໍາລັບສິ່ງທີ່ຄວນເຮັດຕໍ່ຈາກນັ້ນ, ນັ້ນຄືທຸລະຂອງມະນຸດເອງ. ໃຫ້ເຂົ້າສູ່ທຸກຢ່າງຈາກລັກສະນະທີ່ດີ ແລະ ບໍ່ໃຫ້ລໍຖ້າຢູ່ຊື່ໆ. ໃນລັກສະນະນີ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 536)

ພຣະທຳແຕ່ລະຂໍ້ໂຈມຕີຈຸດຕາຍຈຸດໃດຈຸດໜຶ່ງຂອງພວກເຮົາ, ເຮັດໃຫ້ພວກເຮົາບາດເຈັບ ແລະ ເຕັມໄປດ້ວຍຄວາມຢ້ານກົວ. ພຣະອົງເປີດເຜີຍຄວາມຄິດຂອງພວກເຮົາ, ຈິນຕະນາການຂອງພວກເຮົາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ. ຈາກທຸກສິ່ງທີ່ພວກເຮົາເວົ້າ ແລະ ເຮັດ ຈົນເຖິງຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຮົາ, ທຳມະຊາດ ແລະ ແກ່ນແທ້ຂອງພວກເຮົາຖືກເປີດເຜີຍໃນພຣະທຳຂອງພຣະອົງ, ເຮັດໃຫ້ພວກເຮົາຢູ່ໃນສະພາວະຢ້ານກົວ ແລະ ສັ່ນເຊັນໂດຍບໍ່ມີບ່ອນໃຫ້ເຊື່ອງຄວາມອັບອາຍຂອງພວກເຮົາ. ພຣະອົງບອກເຮົາແຕ່ລະຢ່າງກ່ຽວກັບທຸກການກະທຳຂອງພວກເຮົາ, ຈຸດປະສົງ ແລະ ເຈດຕະນາຂອງພວກເຮົາ, ແມ່ນແຕ່ອຸປະນິໄສທີ່ເສື່ອມຊາມທີ່ພວກເຮົາບໍ່ເຄີຍຄົ້ນພົບດ້ວຍຕົວເອງຈັກເທື່ອ ເຮັດໃຫ້ພວກເຮົາຮູ້ສຶກວ່າພວກເຮົາເປີດເຜີຍຄວາມບໍ່ສົມບູນແບບທີ່ເປັນຕາສົມເພດຂອງຕົນເອງ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ເອົາຊະນະພວກເຮົາຢ່າງສົມບູນ. ພຣະອົງພິພາກສາພວກເຮົາທີ່ຕໍ່ຕ້ານພຣະອົງ, ຕີສອນພວກເຮົາທີ່ໝິ່ນປະໝາດ ແລະ ກ່າວໂທດພຣະອົງ ແລະ ເຮັດໃຫ້ພວກເຮົາຮູ້ສຶກວ່າ ໃນສາຍຕາຂອງພຣະອົງ ພວກເຮົາບໍ່ມີຈຸດເດັ່ນແຫ່ງການໄຖ່ບາບແມ່ນແຕ່ຢ່າງດຽວ, ຮູ້ສຶກວ່າ ພວກເຮົາແມ່ນຊາຕານທີ່ມີຊີວິດຢູ່. ຄວາມຫວັງຂອງພວກເຮົາຖືກທຳລາຍລົງ; ພວກເຮົາບໍ່ກ້າຮຽກຮ້ອງຈາກພຣະອົງໂດຍບໍ່ມີເຫດຜົນ ຫຼື ມີແນວຄິດວາດຝັນກ່ຽວກັບພຣະອົງອີກຕໍ່ໄປ ແລະ ແມ່ນແຕ່ຄວາມຝັນຂອງພວກເຮົາກໍຫາຍໄປຂ້າມຄືນ. ນີ້ຄືຄວາມຈິງທີ່ບໍ່ມີໃຜໃນພວກເຮົາສາມາດຈິນຕະນາການໄດ້ ແລະ ບໍ່ມີຜູ້ໃດໃນບັນດາພວກເຮົາທີ່ສາມາດຍອມຮັບໄດ້. ພາຍໃນໄລຍະຊ່ວງເວລາດຽວ, ພວກເຮົາສູນເສຍຄວາມສົມດຸນພາຍໃນຕົວພວກເຮົາ ແລະ ບໍ່ຮູ້ຈັກວ່າ ຈະສືບຕໍ່ໃນຫົນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ ຫຼື ຈະສືບຕໍ່ໃນຄວາມເຊື່ອຂອງພວກເຮົາໄດ້ແນວໃດ. ມັນເບິ່ງຄືກັບວ່າ ຄວາມເຊື່ອຂອງພວກເຮົາໄດ້ກັບຄືນໄປຢູ່ທີ່ຈຸດເລີ່ມຕົ້ນ ແລະ ຄືກັບວ່າພວກເຮົາບໍ່ເຄີຍພົບກັບພຣະເຢຊູເຈົ້າຈັກເທື່ອ ຫຼື ໄດ້ຮູ້ຈັກພຣະອົງເລີຍ. ທຸກສິ່ງທີ່ຢູ່ຕໍ່ຕາຂອງພວກເຮົາຈະເຮັດໃຫ້ພວກເຮົາເຕັມໄປດ້ວຍຄວາມມຶນງົງ ແລະ ເຮັດໃຫ້ພວກເຮົາລັງເລໄປມາໂດຍບໍ່ເດັດຂາດ. ພວກເຮົາຕົກຕະລຶງ, ພວກເຮົາຜິດຫວັງ ແລະ ສ່ວນເລິກໃນຫົວໃຈຂອງພວກເຮົາກໍມີຄວາມໂມໂຫ ແລະ ຄວາມອັບປະຍົດທີ່ອົດກັ້ນບໍ່ໄດ້. ພວກເຮົາພະຍາຍາມລະບາຍ, ຫາທາງອອກ ແລະ ຍິ່ງໄປກວ່ານັ້ນກໍຄື ສືບຕໍ່ລໍຖ້າພຣະຜູ້ຊ່ວຍໃຫ້ພົ້ນພຣະເຢຊູເຈົ້າຂອງພວກເຮົາ, ເພື່ອພວກເຮົາອາດຖອກເທຫົວໃຈຂອງພວກເຮົາຮັບເອົາພຣະອົງ. ເຖິງແມ່ນວ່າ ມີຫຼາຍຄັ້ງທີ່ພວກເຮົາເບິ່ງພາຍນອກຄືກັບວ່າທຸ່ນທ່ຽງ, ບໍ່ອວດດີ ຫຼື ຖ່ອມຕົວ, ແຕ່ໃນຫົວໃຈຂອງພວກເຮົາ, ພວກເຮົາເປັນທຸກໃຈກັບຄວາມຮູ້ສຶກແຫ່ງການສູນເສຍທີ່ພວກເຮົາບໍ່ເຄີຍຮູ້ສຶກມາກ່ອນເລີຍ. ເຖິງວ່າບາງຄັ້ງ ພວກເຮົາອາດໃຈເຢັນແບບຜິດປົກກະຕິຢູ່ພາຍນອກ, ຈິດໃຈຂອງພວກເຮົາກໍຟົດຍ້ອນຄວາມທໍລະມານຄືກັບທະເລທີ່ມີພາຍຸຮ້າຍແຮງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ລົບລ້າງຄວາມຫວັງ ແລະ ຄວາມຝັນທັງໝົດຂອງພວກເຮົາ, ນໍາຈຸດສິ້ນສຸດມາສູ່ຄວາມປາຖະໜາທີ່ສິ້ນເປືອງຂອງພວກເຮົາ ແລະ ເຮັດໃຫ້ພວກເຮົາບໍ່ເຕັມໃຈທີ່ຈະເຊື່ອວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລະ ສາມາດຊ່ວຍພວກເຮົາໃຫ້ລອດພົ້ນໄດ້. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເປີດອ່າວທະເລເລິກລະຫວ່າງພວກເຮົາ ແລະ ພຣະອົງ ເຊິ່ງເປັນອ່າວທະເລເລິກທີ່ບໍ່ມີຜູ້ໃດເຕັມໃຈທີ່ຈະຂ້າມໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງແມ່ນຄັ້ງທຳອິດທີ່ພວກເຮົາໄດ້ທົນທຸກກັບຄວາມຍາກລໍາບາກຢ່າງໃຫຍ່ຫຼວງ ເຊິ່ງເປັນຄວາມອັບອາຍຂາຍໜ້າທີ່ຍິ່ງໃຫຍ່ໃນຊີວິດຂອງພວກເຮົາ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍົກຍ້ອງກຽດຂອງພຣະອົງ ແລະ ຄວາມບໍ່ທົນຕໍ່ການກະທໍາຜິດຂອງມະນຸດຢ່າງແທ້ຈິງ, ດ້ວຍວ່າເມື່ອປຽບທຽບກັບຄວາມຕໍ່າຊ້າ ແລະ ຄວາມບໍ່ບໍລິສຸດຂອງພວກເຮົາແລ້ວແມ່ນຍິ່ງໃຫຍ່ເຫຼືອເກີນ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຮັບຮູ້ເປັນຄັ້ງທໍາອິດວ່າ ພວກເຮົາອວດດີ ແລະ ໂອ້ອວດຫຼາຍພຽງໃດ, ແລະ ຮູ້ວ່າມະນຸດຈະບໍ່ມີທາງເທົ່າທຽມກັບພຣະເຈົ້າ ຫຼື ເທົ່າກັບພຣະເຈົ້າໄດ້ແນວໃດ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາປາຖະໜາທີ່ຈະບໍ່ມີຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມດັ່ງກ່າວ, ເພື່ອກຳຈັດທຳມະຊາດ ແລະ ແກ່ນແທ້ນີ້ຈາກພວກເຮົາເອງໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ເພື່ອຢຸດຄວາມຊົ່ວຊ້າ ແລະ ສິ່ງທີ່ເປັນຕາຊັງຕໍ່ພຣະອົງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍິນດີທີ່ຈະເຊື່ອຟັງພຣະທຳຂອງພຣະອົງ, ບໍ່ກະບົດຕໍ່ການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງອີກຕໍ່ໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງມອບຄວາມປາຖະໜາເພື່ອການຢູ່ລອດໃຫ້ກັບພວກເຮົາອີກຄັ້ງ ແລະ ເຮັດໃຫ້ພວກເຮົາຍິນດີທີ່ຈະຍອມຮັບພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນ... ພວກເຮົາໄດ້ອອກຈາກພາລະກິດແຫ່ງການເອົາຊະນະ, ອອກຈາກນະຮົກ, ອອກຈາກເຫວແຫ່ງຄວາມມືດຂອງຄວາມຕາຍ... ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບເອົາພວກເຮົາ, ເຊິ່ງເປັນຄົນກຸ່ມນີ້! ພຣະອົງມີໄຊຊະນະເໜືອຊາຕານ ແລະ ໄດ້ເອົາຊະນະສັດຕູຈຳນວນຫຼວງຫຼາຍຂອງພຣະອົງແລ້ວ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 4: ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 537)

ມີແຕ່ເມື່ອເຈົ້າໄດ້ໂຍນຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ບັນລຸການດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິແລ້ວ ເຈົ້າຈຶ່ງຈະຖືກເຮັດສົມບູນ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດບອກການທຳນາຍ ຫຼື ຄວາມລຶກລັບໃດໆໄດ້, ເຈົ້າກໍຈະດຳເນີນຊີວິດ ແລະ ເປີດເຜີຍລັກສະນະຂອງມະນຸດ. ພຣະເຈົ້າໄດ້ສ້າງມະນຸດ ແຕ່ຫຼັງຈາກນັ້ນ ມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ ຈົນຜູ້ຄົນໄດ້ກາຍເປັນ “ຄົນຕາຍ”. ດ້ວຍເຫດນີ້ ຫຼັງຈາກທີ່ເຈົ້າໄດ້ປ່ຽນແປງ ເຈົ້າຈະບໍ່ເປັນຄືກັບ “ຄົນຕາຍ” ເຫຼົ່ານີ້ອີກຕໍ່ໄປ. ມັນແມ່ນພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ວິນຍານຂອງຜູ້ຄົນລຸກສະຫວ່າງ ແລະ ເຮັດໃຫ້ພວກເຂົາໄດ້ເກີດໃໝ່ ແລະ ເມື່ອວິນຍານຂອງຜູ້ຄົນໄດ້ເກີດໃໝ່, ແລ້ວພວກເຂົາກໍຈະມີຊີວິດ. ເມື່ອເຮົາເວົ້າເຖິງ “ຄົນຕາຍ”, ເຮົາໝາຍເຖິງຊາກສົບທີ່ບໍ່ມີວິນຍານ, ຜູ້ຄົນທີ່ວິນຍານຂອງພວກເຂົາໄດ້ຕາຍຢູ່ພາຍໃນພວກເຂົາ. ເມື່ອປະກາຍໄຟຊີວິດຖືກຈູດຂຶ້ນໃນວິນຍານຂອງຜູ້ຄົນ, ແລ້ວຜູ້ຄົນກໍມີຊີວິດໃໝ່. ນັກບຸນທີ່ກ່າວເຖິງໃນເມື່ອກ່ອນ ໝາຍເຖິງຜູ້ຄົນທີ່ໄດ້ມີຊີວິດ, ຜູ້ທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ ແຕ່ເອົາຊະນະຊາຕານໄດ້. ປະຊາຊົນທີ່ຖືກເລືອກໃນປະເທດຈີນໄດ້ອົດທົນກັບການຂົ່ມເຫັງທີ່ໂຫດຮ້າຍ ແລະ ໄຮ້ມະນຸດສະທຳ ແລະ ການຫຼອກລວງຂອງມັງກອນແດງທີ່ຍິ່ງໃຫຍ່, ເຊິ່ງໄດ້ປ່ອຍໃຫ້ພວກເຂົາຖືກທຳລາຍດ້ານຈິດໃຈ ແລະ ບໍ່ມີຄວາມກ້າແມ່ນແຕ່ໜ້ອຍດຽວທີ່ຈະມີຊີວິດຢູ່. ສະນັ້ນ, ການປຸກວິນຍານຂອງພວກເຂົາຕ້ອງເລີ່ມດ້ວຍແກ່ນແທ້ຂອງພວກເຂົາ: ໃນແກ່ນແທ້ຂອງພວກເຂົາ, ວິນຍານຂອງພວກເຂົາຕ້ອງຖືກປຸກຂຶ້ນມາ ເທື່ອລະໜ້ອຍ. ເມື່ອມື້ໜຶ່ງ ພວກເຂົາມີຊີວິດແລ້ວ, ກໍຈະບໍ່ມີສິ່ງກີດຂວາງອີກຕໍ່ໄປ ແລະ ທຸກຢ່າງຈະດຳເນີນໄປຢ່າງລຽບງ່າຍ. ໃນເວລານີ້, ສິ່ງນີ້ກໍຍັງຄົງບໍ່ສາມາດບັນລຸໄດ້. ຄົນສ່ວນໃຫຍ່ດຳລົງຊີວິດໃນລັກສະນະທີ່ກໍ່ໃຫ້ເກີດກະແສນໍ້າທີ່ອັນຕະລາຍເຖິງຕາຍຫຼາຍຢ່າງ; ພວກເຂົາຖືກອ້ອມຮອບດ້ວຍບັນຍາກາດແຫ່ງຄວາມຕາຍ ແລະ ມີຫຼາຍຢ່າງທີ່ພວກເຂົາຂາດແຄນ. ຄຳເວົ້າຂອງບາງຄົນແບກຄວາມຕາຍ, ການກະທຳຂອງພວກເຂົາແບກຄວາມຕາຍ ແລະ ເກືອບໝົດທຸກສິ່ງທີ່ພວກເຂົານໍາອອກມາໃນລັກສະນະທີ່ພວກເຂົາດຳລົງຊີວິດແມ່ນປະກອບມີຄວາມຕາຍ. ໃນມື້ນີ້, ຖ້າຜູ້ຄົນເປັນພະຍານໃຫ້ແກ່ພຣະເຈົ້າຢ່າງເປີດເຜີຍ, ແລ້ວພວກເຂົາກໍຈະລົ້ມເຫຼວໃນໜ້າທີ່ນີ້, ຍ້ອນພວກເຂົາຍັງບໍ່ທັນມີຊີວິດຢ່າງສົມບູນເທື່ອ ແລະ ມີຄົນຕາຍຫຼາຍເກີນໄປໃນທ່າມກາງພວກເຈົ້າ. ໃນມື້ນີ້, ບາງຄົນຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງບໍ່ສະແດງສັນຍານ ແລະ ສິ່ງອັດສະຈັນບາງຢ່າງ ເພື່ອວ່າພຣະອົງຈະສາມາດເຜີຍແຜ່ພາລະກິດຂອງພຣະອົງຢ່າງວ່ອງໄວໃນບັນດາຊົນຕ່າງຊາດ. ຄົນຕາຍບໍ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້; ນັ້ນຄືສິ່ງທີ່ມີພຽງຄົນມີຊີວິດເທົ່ານັ້ນສາມາດເຮັດໄດ້ ແລະ ເຖິງຢ່າງໃດກໍຕາມ ຄົນສ່ວນໃຫຍ່ໃນທຸກມື້ນີ້ກໍເປັນ “ຄົນຕາຍ”; ມີຫຼາຍຄົນເກີນໄປທີ່ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມແຫ່ງຄວາມຕາຍ, ພາຍໃຕ້ອິດທິພົນຂອງຊາຕານ ແລະ ບໍ່ສາມາດໄດ້ຮັບໄຊຊະນະໄດ້. ເມື່ອເປັນແບບນີ້, ພວກເຂົາຈະສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້ແນວໃດ? ພວກເຂົາຈະສາມາດເຜີຍແຜ່ພາລະກິດແຫ່ງພຣະກິດຕິຄຸນໄດ້ແນວໃດ?

ທຸກຄົນທີ່ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແມ່ນຄົນທີ່ດຳລົງຊີວິດທ່າມກາງຄວາມຕາຍ, ຄົນທີ່ຖືກຊາຕານຄອບງຳ. ຖ້າບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ ແລະ ຖືກພິພາກສາ ແລະ ຖືກຂ້ຽນຕີໂດຍພຣະເຈົ້າ, ຜູ້ຄົນກໍຈະບໍ່ສາມາດໜີຈາກອິດທິພົນຂອງຄວາມຕາຍໄດ້; ພວກເຂົາບໍ່ສາມາດກາຍເປັນຄົນທີ່ມີຊີວິດໄດ້. “ຄົນຕາຍ” ເຫຼົ່ານີ້ບໍ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້ ແລະ ພຣະເຈົ້າບໍ່ສາມາດໃຊ້ພວກເຂົາໄດ້, ແຮງໄກທີ່ຈະເຂົ້າສູ່ອານາຈັກ. ພຣະເຈົ້າຕ້ອງການຄຳພະຍານຂອງຄົນທີ່ມີຊີວິດ, ບໍ່ແມ່ນຄົນຕາຍ ແລະ ພຣະອົງຂໍໃຫ້ຄົນທີ່ມີຊີວິດ, ບໍ່ແມ່ນຄົນຕາຍ ປະຕິບັດພາລະກິດສຳລັບພຣະອົງ. “ຄົນຕາຍ” ແມ່ນຄົນທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ; ພວກເຂົາແມ່ນຜູ້ທີ່ບໍ່ເສີຍຊາໃນວິນຍານ ແລະ ບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ; ພວກເຂົາແມ່ນຜູ້ທີ່ ບໍ່ໄດ້ນໍາເອົາຄວາມຈິງໄປປະຕິບັດ ແລະ ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວຕໍ່ພຣະເຈົ້າ ແລະ ພວກເຂົາແມ່ນຄົນທີ່ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຂູດຮີດໂດຍຊາຕານ. ຄົນຕາຍສະແດງຕົນເອງໂດຍການຢືນຢູ່ກົງກັນຂ້າມກັບຄວາມຈິງ, ໂດຍການກະບົດຕໍ່ພຣະເຈົ້າ ແລະ ໂດຍການເປັນຜູ້ຕໍ່າຕ້ອຍ, ໜ້າລັງກຽດ, ຊົ່ວຮ້າຍ, ໂຫດຮ້າຍ, ບໍ່ຈິງໃຈ ແລະ ຫຼອກລວງ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໄດ້; ເຖິງແມ່ນພວກເຂົາມີຊີວິດ, ພວກເຂົາກໍພຽງແຕ່ເປັນຊາກສົບທີ່ຍ່າງ, ຫາຍໃຈ. ຄົນຕາຍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ຢ່າງສິ້ນເຊີງ, ແຮງໄກທີ່ຈະໃຫ້ເຊື່ອຟັງພຣະອົງທັງໝົດ. ພວກເຂົາພຽງແຕ່ຫຼອກລວງພຣະອົງ, ໝິ່ນປະໝາດພຣະອົງ ແລະ ທໍລະຍົດພຣະອົງເທົ່ານັ້ນ ແລະ ທຸກສິ່ງທີ່ພວກເຂົາສະແດງອອກຈາກລັກສະນະທີ່ພວກເຂົາດຳລົງຊີວິດກໍເປີດເຜີຍເຖິງທຳມະຊາດຂອງຊາຕານ. ຖ້າຜູ້ຄົນປາຖະໜາທີ່ຈະເປັນສິ່ງທີ່ມີຊີວິດ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ໄດ້ຮັບການເຫັນດີເຫັນພ້ອມຈາກພຣະເຈົ້າ, ແລ້ວພວກເຂົາກໍ່ຕ້ອງຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ພວກເຂົາຕ້ອງເຕັມໃຈຍອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ຕ້ອງເຕັມໃຈຮັບເອົາການລິຮານຂອງພຣະເຈົ້າ ແລະ ຖືກຈັດການໂດຍພຣະອົງ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດປະຕິບັດຄວາມຈິງທັງໝົດທີ່ພຣະເຈົ້າຮຽກຮ້ອງໄວ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ກາຍເປັນຜູ້ທີ່ມີຊີວິດຢ່າງແທ້ຈິງ. ຄົນທີ່ມີຊີວິດແມ່ນຖືກຊ່ວຍໃຫ້ລອດພົ້ນໂດຍຣະເຈົ້າ; ພວກເຂົາໄດ້ຖືກພິພາກສາ ແລະ ຂ້ຽນຕີໂດຍພຣະເຈົ້າ, ພວກເຂົາເຕັມໃຈອຸທິດຕົນເອງ ແລະ ມີຄວາມສຸກທີ່ຈະວາງຊີວິດຂອງພວກເຂົາລົງໃຫ້ແກ່ພຣະເຈົ້າ ແລະ ພວກເຂົາຈະເຕັມໃຈທີ່ຈະອຸທິດຊີວິດທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ມີແຕ່ເມື່ອຄົນທີ່ມີຊີວິດເປັນພະຍານໃຫ້ແກ່ພຣະເຈົ້າເທົ່ານັ້ນ, ຊາຕານຈຶ່ງຈະຖືກເຮັດໃຫ້ອັບອາຍ; ມີແຕ່ຄົນທີ່ມີຊີວິດເທົ່ານັ້ນ ທີ່ສາມາດເຜີຍແຜ່ພາລະກິດແຫ່ງພຣະກິດຕິຄຸນຂອງພຣະເຈົ້າໄດ້, ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ພໍໃຈພຣະເຈົ້າ ແລະ ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ເປັນຄົນແທ້ຈິງ. ໃນເບື້ອງຕົ້ນ ມະນຸດທີ່ພຣະເຈົ້າສ້າງຂຶ້ນແມ່ນມີຊີວິດ, ແຕ່ຍ້ອນຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງດຳລົງຊີວິດທ່າມກາງຄວາມຕາຍ ແລະ ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ໃນລັກສະນະນີ້ ຜູ້ຄົນຈຶ່ງໄດ້ກາຍເປັນຄົນຕາຍທີ່ບໍ່ມີວິນຍານ, ພວກເຂົາໄດ້ກາຍເປັນສັດຕູຜູ້ທີ່ຕໍ່ຕ້ານພຣະເຈົ້າ, ພວກເຂົາໄດ້ກາຍເປັນເຄື່ອງມືຂອງຊາຕານ ແລະ ພວກເຂົາໄດ້ກາຍເປັນຊະເລີຍຂອງຊາຕານ. ຄົນທີ່ມີຊີວິດທຸກຄົນທີ່ພຣະເຈົ້າສ້າງຂຶ້ນໄດ້ກາຍເປັນຄົນຕາຍ ແລະ ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສູນເສຍຄຳພະຍານຂອງພຣະອົງ ແລະ ພຣະອົງກໍໄດ້ສູນເສຍມະນຸດຊາດ ທີ່ພຣະອົງສ້າງຂຶ້ນມາ ແລະ ເຊິ່ງເປັນສິ່ງໜຶ່ງດຽວທີ່ມີລົມຫາຍໃຈຂອງພຣະອົງ. ຖ້າພຣະເຈົ້າຈະເອົາຄຳພະຍານຂອງພຣະອົງກັບຄືນມາ ແລະ ເອົາຄົນເຫຼົ່ານັ້ນທີ່ຖືກສ້າງດ້ວຍມືຂອງພຣະອົງ ແຕ່ຖືກຈັບເປັນຊະເລີຍໂດຍຊາຕານນັ້ນຄືນມາ, ແລ້ວພຣະອົງກໍຈະຕ້ອງເຮັດໃຫ້ພວກເຂົາຟື້ນຄືນຊີບ ເພື່ອໃຫ້ພວກເຂົາກາຍເປັນຄົນທີ່ມີຊີວິດ ແລະ ພຣະອົງຕ້ອງເອົາພວກເຂົາກັບຄືນມາ ເພື່ອໃຫ້ພວກເຂົາດຳລົງຊີວິດໃນແສງສະຫວ່າງຂອງພຣະອົງ. ຄົນຕາຍແມ່ນຄົນທີ່ບໍ່ມີວິນຍານ, ຄົນທີ່ເສີຍຊາທີ່ສຸດ ແລະ ຄົນທີ່ຕໍ່ຕ້ານພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ບໍ່ມີເຈດຕະນາທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ພວກເຂົາພຽງແຕ່ກະບົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ ແລະ ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວ. ຄົນທີ່ມີຊີວິດແມ່ນຄົນທີ່ວິນຍານຂອງພວກເຂົາໄດ້ເກີດໃໝ່, ຄົນທີ່ຮູ້ຈັກເຊື່ອຟັງພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ. ພວກເຂົາມີຄວາມຈິງ ແລະ ຄຳພະຍານ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈຢູ່ໃນເຮືອນຂອງພຣະອົງ. ພຣະເຈົ້າຊ່ວຍຄົນເຫຼົ່ານັ້ນທີ່ສາມາດມີຊີວິດໃຫ້ລອດພົ້ນ, ຄົນທີ່ສາມາດແນມເຫັນຄວາມລອດພົ້ນຂອງພຣະເຈົ້າ, ຄົນທີ່ສາມາດຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຄົນທີ່ເຕັມໃຈສະແຫວງຫາພຣະເຈົ້າ. ພຣະອົງຊ່ວຍເຫຼືອຄົນທີ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະອົງ ແລະ ໃນການປາກົດຕົວຂອງພຣະອົງ. ບາງຄົນສາມາດມີຊີວິດ ແລະ ບາງຄົນກໍບໍ່ສາມາດມີ; ສິ່ງນີ້ຂຶ້ນກັບວ່າ ທຳມະຊາດຂອງພວກເຂົາສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່. ຫຼາຍຄົນໄດ້ຍິນພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ ແຕ່ກໍຍັງບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຍັງບໍ່ສາມາດນໍາສິ່ງເຫຼົ່ານັ້ນໄປປະຕິບັດໄດ້. ຜູ້ຄົນດັ່ງກ່າວບໍ່ສາມາດດຳລົງຊີວິດຕາມຄວາມຈິງໃດໆ ແລະ ຍັງຕັ້ງໃຈແຊກແຊງພາລະກິດຂອງພຣະເຈົ້ານຳອີກ. ພວກເຂົາບໍ່ສາມາດປະຕິບັດພາລະກິດໃດໆສຳລັບພຣະເຈົ້າ, ພວກເຂົາບໍ່ສາມາດອຸທິດສິ່ງໃດໜຶ່ງໃຫ້ແກ່ພຣະອົງໄດ້ ແລະ ພວກເຂົາຍັງໃຊ້ເງິນຂອງຄຣິສຕະຈັກຢ່າງລັບໆ ແລະ ກິນລ້າໆຢູ່ໃນເຮືອນຂອງພຣະເຈົ້ານຳອີກ. ຄົນເຫຼົ່ານີ້ຕາຍແລ້ວ ແລະ ພວກເຂົາຈະບໍ່ໄດ້ຖືກຊ່ວຍເຫຼືອໃຫ້ລອດພົ້ນ. ພຣະເຈົ້າຊ່ວຍເຫຼືອທຸກຄົນ ທີ່ຢູ່ທ່າມກາງພາລະກິດຂອງພຣະອົງ, ແຕ່ມີສ່ວນໜຶ່ງ ທີ່ບໍ່ສາມາດໄດ້ຮັບເອົາຄວາມລອດພົ້ນຂອງພຣະອົງ; ມີແຕ່ຈຳນວນໜ້ອຍໜຶ່ງເທົ່ານັ້ນ ທີ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ນີ້ກໍຍ້ອນເພາະຄົນສ່ວນໃຫຍ່ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງເກີນໄປ ແລະ ໄດ້ກາຍມາເປັນຄົນຕາຍ ແລະ ພວກເຂົາເກີນຄວາມລອດພົ້ນ; ພວກເຂົາຖືກຂູດຮີດໂດຍຊາຕານຈົນໝົດກ້ຽງ ແລະ ພວກເຂົາຊົ່ວຮ້າຍເກີນໄປໃນທຳມະຊາດຂອງພວກເຂົາ. ຄົນຈຳນວນໜ້ອຍຍັງບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ພວກເຂົາບໍ່ແມ່ນຄົນທີ່ຊື່ສັດຕໍ່ພຣະເຈົ້າຢ່າງແທ້ຈິງ ຕັ້ງແຕ່ຕອນເລີ່ມຕົ້ນ ຫຼື ຄົນທີ່ມີຄວາມຮັກສຸດຂີດສຳລັບພຣະເຈົ້າ ຕັ້ງແຕ່ຕອນເລີ່ມຕົ້ນ; ກົງກັນຂ້າມ, ພວກເຂົາເຊື່ອຟັງພຣະເຈົ້າ ຍ້ອນພາລະກິດແຫ່ງການເອົາຊະນະຂອງພຣະອົງ, ພວກເຂົາເຫັນພຣະເຈົ້າ ຍ້ອນຄວາມຮັກອັນສູງສຸດຂອງພຣະອົງ, ມີການປ່ຽນແປງໃນອຸປະນິໄສຂອງພວກເຂົາ ຍ້ອນອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ພວກເຂົາຮູ້ພຣະເຈົ້າຍ້ອນພາລະກິດຂອງພຣະອົງ ເຊິ່ງເປັນພາລະກິດທີ່ທັງເປັນຈິງ ແລະ ທຳມະດາ. ຖ້າບໍ່ມີພາລະກິດນີ້ຂອງພຣະເຈົ້າ, ບໍ່ວ່າຄົນເຫຼົ່ານີ້ຈະດີພຽງໃດ ພວກເຂົາກໍຍັງເປັນຂອງຊາຕານ, ພວກເຂົາຈະຍັງເປັນຂອງຄວາມຕາຍແລະ ພວກເຂົາຍັງຈະຕາຍຢູ່. ຂໍ້ແທ້ຈິງທີ່ຄົນເຫຼົ່ານີ້ສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າໃນມື້ນີ້ ກໍຍ້ອນວ່າ ພວກເຂົາເຕັມໃຈຮ່ວມມືກັບພຣະເຈົ້າ.

ຍ້ອນຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າ, ຄົນທີ່ມີຊີວິດຈະຖືກພຣະເຈົ້າຮັບເອົາໂດຍພຣະເຈົ້າ ແລະ ດຳລົງຊີວິດຢູ່ທ່າມກາງຄຳສັນຍາຂອງພຣະອົງ ແລະ ຍ້ອນການທີ່ພວກເຂົາຕໍ່ຕ້ານພຣະເຈົ້າ, ຄົນຕາຍຈະຖືກພຣະເຈົ້າກຽດຊັງ ແລະ ປະຕິເສດ ແລະ ດໍາລົງຊີວິດຢູ່ທ່າມກາງການລົງໂທດ ແລະ ການສາບແຊ່ງຂອງພຣະອົງ. ສິ່ງດັ່ງກ່າວແມ່ນອຸປະນິໄສອັນຊອບທຳຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດປ່ຽນແປງໄດ້. ຍ້ອນວ່າການສະແຫວງຫາຂອງພວກເຂົາເອງ, ຜູ້ຄົນຈຶ່ງໄດ້ຮັບການເຫັນດີເຫັນພ້ອມຂອງພຣະເຈົ້າ ແລະ ດຳລົງຊີວິດໃນແສງສະຫວ່າງ; ຍ້ອນກົນອຸບາຍທີ່ເລ່ລ່ຽມຂອງພວກເຂົາ, ຜູ້ຄົນຈຶ່ງຖືກພຣະເຈົ້າສາບແຊ່ງ ແລະ ລົງສູ່ການລົງໂທດ; ຍ້ອນການກະທຳຊົ່ວຂອງພວກເຂົາ, ຜູ້ຄົນຈຶ່ງຖືກພຣະເຈົ້າລົງໂທດ ແລະ ຍ້ອນຄວາມປາດຖະໜາ ແລະ ຄວາມຈົງຮັກພັກດີຂອງພວກເຂົາ, ຜູ້ຄົນຈຶ່ງໄດ້ຮັບພອນຂອງພຣະເຈົ້າ. ພຣະເຈົ້າຊອບທຳ: ພຣະອົງອວຍພອນແກ່ຄົນທີ່ມີຊີວິດ ແລະ ສາບແຊ່ງຄົນຕາຍ ເພື່ອໃຫ້ພວກເຂົາຢູ່ທ່າມກາງຄວາມຕາຍຢູ່ສະເໝີ ແລະ ຈະບໍ່ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າຈັກເທື່ອ. ພຣະເຈົ້າຈະນຳເອົາຄົນທີ່ມີຊີວິດໄປສູ່ອານາຈັກຂອງພຣະອົງ, ສູ່ພອນຂອງພຣະອົງ, ເພື່ອໃຫ້ຢູ່ກັບພຣະອົງຕະຫຼອດໄປ. ແຕ່ສຳລັບຄົນຕາຍ, ພຣະອົງຈະຕີພວກເຂົາ ແລະ ສົ່ງພວກເຂົາໄປສູ່ຄວາມຕາຍຢ່າງນິລັນດອນ; ພວກເຂົາແມ່ນເປົ້າໝາຍແຫ່ງການທຳລາຍຂອງພຣະອົງ ແລະ ຈະເປັນຂອງຊາຕານຢູ່ສະເໝີໄປ. ພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງຍຸຕິທຳ. ທຸກຄົນທີ່ສະແຫວງຫາພຣະເຈົ້າຢ່າງແທ້ຈິງຈະຍັງຄົງຢູ່ໃນເຮືອນຂອງພຣະເຈົ້າ ແລະ ທຸກຄົນທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດເຂົ້າກັບພຣະອົງໄດ້ແມ່ນຈະດຳລົງຊີວິດຢູ່ທ່າມກາງການລົງໂທດຂອງພຣະອົງຢ່າງແນ່ນອນ. ບາງເທື່ອ ເຈົ້າອາດຈະບໍ່ທັນແນ່ໃຈກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ ແຕ່ໃນມື້ໜຶ່ງ ເນື້ອໜັງຂອງພຣະເຈົ້າຈະບໍ່ຈັດແຈງຈຸດຈົບຂອງມະນຸດໂດຍກົງ; ກົງກັນຂ້າມ, ພຣະວິນຍານຂອງພຣະອົງຈະຈັດແຈງຈຸດໝາຍປາຍທາງຂອງມະນຸດ ແລະ ໃນເວລານັ້ນ ຜູ້ຄົນຈະຮູ້ວ່າ ເນື້ອໜັງຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະອົງແມ່ນສິ່ງດຽວກັນ, ເນື້ອໜັງຂອງພຣະອົງບໍ່ສາມາດເຮັດຜິດພາດໄດ້ ແລະ ພຣະວິນຍານຂອງພຣະອົງຍິ່ງບໍ່ສາມາດທີ່ຈະເຮັດຜິດພາດໄດ້. ໃນທີ່ສຸດ, ພຣະອົງຈະນຳເອົາຜູ້ທີ່ມີຊີວິດໄປສູ່ອານາຈັກຂອງພຣະອົງຢ່າງແນ່ນອນ; ໂດຍທີ່ບໍ່ຫຼາຍເກີນໄປແມ່ນແຕ່ຄົນດຽວ ແລະ ບໍ່ໜ້ອຍເກີນໄປແມ່ນແຕ່ຄົນດຽວ. ສຳລັບຄົນຕາຍ ຜູ້ທີ່ບໍ່ມີຊີວິດ, ພວກເຂົາຈະຖືກໂຍນເຂົ້າສູ່ຖໍ້າຂອງຊາຕານ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 538)

ກ່ອນອື່ນໝົດ ບາດກ້າວທຳອິດຂອງເສັ້ນທາງແຫ່ງພຣະວິນຍານບໍລິສຸດກ່ຽວກັບມະນຸດແມ່ນເພື່ອເຮັດໃຫ້ຫົວໃຈຂອງມະນຸດຫ່າງອອກຈາກຜູ້ຄົນ, ເຫດການ ແລະ ສິ່ງຂອງ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ, ເຮັດໃຫ້ຫົວໃຈຂອງມະນຸດເຊື່ອວ່າ ພຣະທຳຂອງພຣະເຈົ້າຢູ່ເໜືອຂໍ້ສົງໄສທຸກປະການ ແລະ ເປັນຈິງທັງໝົດ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍຕ້ອງເຊື່ອໃນພຣະທຳຂອງພຣະອົງ; ຫຼັງຈາກເວລາຫຼາຍປີທີ່ໄດ້ເຊື່ອໃນພຣະເຈົ້າ ຖ້າເຈົ້າຍັງບໍ່ຮູ້ເສັ້ນທາງທີ່ພຣະວິນຍານບໍລິສຸດເດີນ, ແລ້ວເຈົ້າເປັນຜູ້ເຊື່ອແທ້ບໍ? ເພື່ອບັນລຸຊີວິດຂອງມະນຸດປົກກະຕິ, ຊີວິດທຳມະດາຂອງມະນຸດທີ່ມີຄວາມສໍາພັນປົກກະຕິກັບພຣະເຈົ້າ, ກ່ອນອື່ນ ເຈົ້າຕ້ອງເຊື່ອໃນພຣະທຳຂອງພຣະອົງ. ຖ້າເຈົ້າຍັງບໍ່ໄດ້ບັນລຸບາດກ້າວທຳອິດໃນພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນຜູ້ຄົນ, ແລ້ວເຈົ້າກໍບໍ່ມີຮາກຖານ. ຖ້າແມ່ນແຕ່ຫຼັກການທີ່ເລັກນ້ອຍທີ່ສຸດຍັງຢູ່ເໜືອເຈົ້າ, ເຈົ້າຈະຍ່າງໃນເສັ້ນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ? ການຍ່າງຕາມເສັ້ນທາງທີ່ຖືກຕ້ອງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ ໝາຍເຖິງການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດ; ມັນໝາຍເຖິງການຍ່າງຕາມເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ. ຕອນນີ້ ເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງແມ່ນຕາມພຣະທຳໃນປັດຈຸບັນຂອງພຣະເຈົ້າ. ດັ່ງນັ້ນ ຖ້າຜູ້ຄົນຕ້ອງຍ່າງຕາມເສັ້ນທາງຂອງພຣະວິນຍານບໍລິສຸດ, ພວກເຂົາຕ້ອງເຊື່ອຟັງ ແລະ ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດທີ່ພຣະອົງປະຕິບັດແມ່ນພາລະກິດແຫ່ງພຣະທຳ; ທຸກສິ່ງເລີ່ມຕົ້ນຈາກພຣະທຳຂອງພຣະອົງ ແລະ ທຸກສິ່ງແມ່ນຖືກສ້າງຂຶ້ນບົນພຣະທຳຂອງພຣະອົງ, ບົນພຣະທຳໃນປັດຈຸບັນຂອງພຣະອົງ. ບໍ່ວ່າຈະເປັນການໝັ້ນໃຈໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ການຮູ້ຈັກກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ລະຢ່າງແມ່ນຈຳເປັນຕ້ອງໃຊ້ຄວາມພະຍາຍາມຫຼາຍໃນພຣະທຳຂອງພຣະອົງ. ຖ້າບໍ່ດັ່ງນັ້ນ ຜູ້ຄົນກໍບໍ່ສາມາດສຳເລັດຫຍັງໄດ້ ແລະ ຈະບໍ່ເຫຼືອຫຍັງເລີຍ. ມີພຽງບົນຮາກຖານແຫ່ງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ການມາຮູ້ຈັກພຣະອົງ ແລະ ເຮັດໃຫ້ພຣະອົງພໍໃຈ, ຜູ້ຄົນຈຶ່ງຈະເລີ່ມມີຄວາມສຳພັນປົກກະຕິກັບພຣະເຈົ້າ. ສຳລັບມະນຸດແລ້ວ, ບໍ່ມີການຮ່ວມມືກັບພຣະເຈົ້າແບບໃດທີ່ດີກວ່າການກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ການນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ. ຜ່ານການປະຕິບັດດັ່ງກ່າວ ພວກເຂົາຈຶ່ງສາມາດຍຶດໝັ້ນໄດ້ດີທີ່ສຸດໃນຄຳພະຍານຂອງພວກເຂົາກ່ຽວກັບປະຊາຊົນຂອງພຣະເຈົ້າ. ເມື່ອຜູ້ຄົນເຂົ້າໃຈ ແລະ ສາມາດເຊື່ອຟັງເນື້ອແທ້ຂອງພາລະກິດໃນປັດຈຸບັນຂອງພຣະເຈົ້າ, ພວກເຂົາກໍຈະດຳລົງຊີວິດໃນເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ ແລະ ຍ່າງຕາມເສັ້ນທາງທີ່ຖືກຕ້ອງແຫ່ງການເຮັດໃຫ້ມະນຸດສົມບູນຂອງພຣະເຈົ້າ. ກ່ອນໜ້ານີ້ ຜູ້ຄົນສາມາດຮັບເອົາພາລະກິດຂອງພຣະເຈົ້າໂດຍການສະແຫວງຫາຄວາມກະລຸນາຂອງພຣະເຈົ້າເທົ່ານັ້ນ ຫຼື ໂດຍການສະແຫວງຫາສັນຕິສຸກ ແລະ ຄວາມປິຕິຍິນດີ, ແຕ່ສິ່ງຕ່າງໆແມ່ນບໍ່ຄືເກົ່າແລ້ວໃນຕອນນີ້. ຫາກປາສະຈາກພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ຫາກປາສະຈາກຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ, ຜູ້ຄົນບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະເຈົ້າ ແລະ ຈະຖືກພຣະເຈົ້າກຳຈັດຖິ້ມໝົດທຸກຄົນ. ເພື່ອບັນລຸຊີວິດຝ່າຍວິນຍານທຳມະດາ, ກ່ອນອື່ນ ຜູ້ຄົນຄວນກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ ແລະ ຫຼັງຈາກນັ້ນ ບົນພື້ນຖານດັ່ງກ່າວນີ້ ຈຶ່ງຈະເກີດມີຄວາມສຳພັນປົກກະຕິກັບພຣະເຈົ້າ. ແລ້ວເຈົ້າຈະຮ່ວມມືແນວໃດ? ເຈົ້າຈະຍຶດໝັ້ນໃນຄຳພະຍານກ່ຽວກັບປະຊາຊົນຂອງພຣະເຈົ້າແນວໃດ? ເຈົ້າຈະສ້າງຄວາມສຳພັນປົກກະຕິກັບພຣະເຈົ້າແນວໃດ?

ວິທີທີ່ຈະຮູ້ຈັກວ່າ ເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າໃນຊີວິດປະຈຳວັນຂອງເຈົ້າ ຫຼື ບໍ່ນັ້ນ:

1. ເຈົ້າເຊື່ອໃນຄຳພະຍານຂອງພຣະເຈົ້າເອງບໍ?

2. ເຈົ້າເຊື່ອດ້ວຍໃຈຂອງເຈົ້າບໍວ່າ ພຣະທຳຂອງພຣະເຈົ້າເປັນຈິງ ແລະ ສົມບູນ?

3. ເຈົ້າເປັນຄົນທີ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດບໍ?

4. ເຈົ້າຊື່ສັດຕໍ່ການມອບໝາຍຂອງພຣະອົງບໍ? ເຈົ້າຈະເຮັດຫຍັງເພື່ອຊື່ສັດຕໍ່ການມອບໝາຍຂອງພຣະອົງ?

5. ທຸກສິ່ງທີ່ເຈົ້າເຮັດແມ່ນເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເປັນການຊື່ສັດຕໍ່ພຣະອົງບໍ?

ອີງຕາມແຕ່ລະຂໍ້ທີ່ກ່າວມາຂ້າງເທິງນັ້ນ, ເຈົ້າສາມາດປະເມີນໄດ້ວ່າເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າໃນຂັ້ນຕອນປັດຈຸບັນ ຫຼື ບໍ່.

ຖ້າເຈົ້າສາມາດຮັບເອົາການມອບໝາຍຂອງພຣະເຈົ້າໄດ້, ຮັບເອົາສັນຍາຂອງພຣະອົງ ແລະ ຕິດຕາມເສັ້ນທາງຂອງພຣະວິນຍານບໍລິສຸດ, ແລ້ວເຈົ້າແມ່ນກໍາລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເສັ້ນທາງຂອງພຣະວິນຍານບໍລິສຸດຊັດເຈນໃນຕົວເຈົ້າຢູ່ບໍ? ຕອນນີ້ ເຈົ້າປະຕິບັດຕາມເສັ້ນທາງຂອງພຣະວິນຍານບໍລິສຸດບໍ? ຫົວໃຈຂອງເຈົ້າຫຍັບເຂົ້າໃກ້ພຣະເຈົ້າບໍ? ເຈົ້າປາຖະໜາທີ່ຈະນໍາໃຫ້ທັນແສງສະຫວ່າງໃໝ່ສຸດຂອງພຣະວິນຍານບໍລິສຸດບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າຮັບເອົາຢູ່ບໍ? ເຈົ້າປາຖະໜາທີ່ຈະກາຍເປັນຄົນສະແດງເຖິງຄວາມສະຫງ່າລາສີຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກຢູ່ບໍ? ເຈົ້າມີຄວາມຕັ້ງໝັ້ນທີ່ຈະບັນລຸສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າບໍ່? ເມື່ອພຣະທຳຂອງພຣະເຈົ້າຖືກກ່າວອອກ ຖ້າພາຍໃນຕົວເຈົ້າມີຄວາມຕັ້ງໝັ້ນທີ່ຈະຮ່ວມມື ແລະ ຄວາມເດັດດ່ຽວທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ຖ້ານີ້ແມ່ນຄວາມຄິດຂອງເຈົ້າ ມັນກໍໝາຍຄວາມວ່າ ພຣະທຳຂອງພຣະເຈົ້າໄດ້ເກີດໝາກຜົນຢູ່ໃນຫົວໃຈຂອງເຈົ້າແລ້ວ. ຖ້າເຈົ້າຂາດຄວາມຕັ້ງໝັ້ນດັ່ງກ່າວ, ຖ້າເຈົ້າບໍ່ມີເປົ້າໝາຍໃນການສະແຫວງຫາ, ມັນກໍໝາຍຄວາມວ່າ ຫົວໃຈຂອງເຈົ້າບໍ່ໄດ້ຖືກສຳຜັດໂດຍພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 539)

ໃນການສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງຄົນໆໜຶ່ງ, ເສັ້ນທາງແຫ່ງການປະຕິບັດແມ່ນງ່າຍ. ຖ້າຫາກໃນປະສົບການຕົວຈິງຂອງເຈົ້າ ເຈົ້າສາມາດປະຕິບັດຕາມພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ປະສົບການໃນພາລະກິດຂອງພຣະເຈົ້າ, ແລ້ວອຸປະນິໄສຂອງເຈົ້າກໍສາມາດປ່ຽນແປງໄດ້. ຖ້າເຈົ້າປະຕິບັດຕາມທຸກສິ່ງທີ່ພຣະວິນຍານບໍລິສຸດກ່າວ ແລະ ສະແຫວງຫາໃນທຸກສິ່ງທີ່ພຣະວິນຍານບໍລິສຸດກ່າວ, ແລ້ວເຈົ້າກໍເປັນຄົນທີ່ເຊື່ອຟັງພຣະອົງ ແລະ ຈະມີການປ່ຽນແປງໃນອຸປະນິໄສຂອງເຈົ້າ. ອຸປະນິໄສຂອງຜູ້ຄົນປ່ຽນແປງພ້ອມກັບພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ; ຖ້າເຈົ້າຍຶດຕິດກັບປະສົບການເດີມຂອງເຈົ້າ ແລະ ຍຶດຕິດຢູ່ກັບກົດເກນໃນອະດີດຢູ່ສະເໝີ, ແລ້ວອຸປະນິໄສຂອງເຈົ້າກໍບໍ່ສາມາດປ່ຽນແປງໄດ້. ຖ້າພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນຮຽກຮ້ອງໃຫ້ທຸກຄົນເຂົ້າສູ່ຊີວິດຂອງຄວາມເປັນມະນຸດທຳມະດາ ແຕ່ເຈົ້າຍັງຕັ້ງໝັ້ນກັບສິ່ງຕ່າງໆທີ່ຢູ່ພາຍນອກ ແລະ ສັບສົນກ່ຽວກັບຄວາມເປັນຈິງ ແລະ ບໍ່ຈິງຈັງກັບສິ່ງນັ້ນ, ແລ້ວເຈົ້າກໍເປັນຄົນທີ່ບໍ່ສາມາດນໍາທັນພາລະກິດຂອງພຣະວິນຍານບໍລິສຸດ, ເປັນຄົນທີ່ບໍ່ໄດ້ເຂົ້າສູ່ເສັ້ນທາງແຫ່ງການນໍາພາຂອງພຣະວິນຍານບໍລິສຸດ. ບໍ່ວ່າອຸປະນິໄສຂອງເຈົ້າຈະປ່ຽນແປງ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້ານໍາທັນພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າ ເຈົ້າມີຄວາມຮູ້ທີ່ແທ້ຈິງ ຫຼື ບໍ່. ສິ່ງນີ້ແມ່ນບໍ່ຄືກັນກັບສິ່ງທີ່ພວກເຈົ້າເຂົ້າໃຈກ່ອນໜ້ານັ້ນ. ການປ່ຽນແປງໃນອຸປະນິໄສຂອງເຈົ້າທີ່ເຈົ້າເຂົ້າໃຈກ່ອນໜ້ານັ້ນແມ່ນ ເຈົ້າຜູ້ທີ່ຕັດສິນຢ່າງໄວ ຜ່ານການລົງວິໄນຂອງພຣະເຈົ້າ ໄດ້ເຊົາເວົ້າໂດຍບໍ່ຄິດ; ແຕ່ນີ້ເປັນພຽງການປ່ຽນແປງໜຶ່ງດ້ານເທົ່ານັ້ນ. ໃນຕອນນີ້ ຈຸດສຳຄັນທີ່ສຸດຄືການຕິດຕາມການນໍາພາຂອງພຣະວິນຍານບໍລິສຸດ: ປະຕິບັດຕາມທຸກສິ່ງທີ່ພຣະເຈົ້າກ່າວ ແລະ ເຊື່ອຟັງທຸກສິ່ງທີ່ພຣະອົງກ່າວ. ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການຈັດການ, ການລົງວິໄນ ແລະ ການລິຮານໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບັນລຸຄວາມເຊື່ອຟັງ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍເປັນພິທີຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການຈັດການຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຢູ່ພາຍໃຕ້ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ພາຍໃຕ້ພາລະກິດຂອງພຣະອົງ, ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍສາມາດປະຖິ້ມແນວຄິດເຫຼົ່ານີ້ ແລະ ເຕັມໃຈທີ່ຈະຍອມຮັບ. ໃນອະດີດ, ການເວົ້າເຖິງການປ່ຽນແປງໃນອຸປະນິໄສ ສ່ວນໃຫຍ່ ແມ່ນໝາຍເຖິງການສາມາດປະຖິ້ມຕົນເອງ, ເພື່ອຍອມໃຫ້ເນື້ອໜັງທົນທຸກ, ເພື່ອລົງວິໄນຮ່າງກາຍຂອງຄົນໆໜຶ່ງ ແລະ ເພື່ອກຳຈັດຄວາມສຸກດ້ານເນື້ອໜັງອອກຈາກຕົນເອງ ເຊິ່ງເປັນການປ່ຽນແປງໃນອຸປະນິໄສອີກແບບໜຶ່ງ. ໃນປັດຈຸບັນ, ທຸກຄົນຮູ້ວ່າ ການສະແດງເຖິງການປ່ຽນແປງໃນອຸປະນິໄສຢ່າງແທ້ຈິງແມ່ນການເຊື່ອຟັງພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ການຮູ້ຈັກພາລະກິດໃໝ່ຂອງພຣະອົງຢ່າງແທ້ຈິງ. ດ້ວຍວິທີນີ້, ຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບພຣະເຈົ້າໃນເມື່ອກ່ອນ ເຊິ່ງຖືກວາດແຕ້ມດ້ວຍແນວຄິດຂອງພວກເຂົາເອງ ແມ່ນສາມາດຖືກກຳຈັດອອກ ແລະ ພວກເຂົາຈະສາມາດບັນລຸຄວາມຮູ້ ແລະ ຄວາມເຊື່ອຟັງພຣະເຈົ້າຢ່າງແທ້ຈິງ, ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການສະແດງເຖິງການປ່ຽນແປງອຸປະນິໄສຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 540)

ຜູ້ຄົນສະແຫວງຫາເພື່ອເຂົ້າສູ່ຊີວິດແມ່ນອີງຕາມພຣະທຳຂອງພຣະເຈົ້າ. ກ່ອນໜ້ານີ້, ໄດ້ເວົ້າວ່າ ທຸກສິ່ງຖືກເຮັດໃຫ້ສຳເລັດ ຍ້ອນພຣະທຳຂອງພຣະອົງ, ແຕ່ບໍ່ມີໃຜເຫັນຄວາມຈິງນີ້. ຖ້າເຈົ້າເຂົ້າສູ່ປະສົບການຂອງຂັ້ນຕອນໃນປັດຈຸບັນ, ທຸກສິ່ງກໍຈະຊັດເຈນຕໍ່ເຈົ້າ ແລະ ເຈົ້າຈະສ້າງພື້ນຖານທີ່ດີສຳລັບການທົດລອງໃນອະນາຄົດ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າກ່າວວ່າ ພຣະອົງຈະເລີ່ມຂ້ຽນຕີຜູ້ຄົນ, ໃຫ້ຍອມຮັບການຂ້ຽນຕີຂອງພຣະອົງ. ເມື່ອພຣະເຈົ້າບອກໃຫ້ຜູ້ຄົນຕາຍ, ໃຫ້ຍອມຮັບການທົດລອງນັ້ນ. ຖ້າເຈົ້າດຳລົງຊີວິດຢູ່ພາຍໃນຖ້ອຍຄໍາໃໝ່ທີ່ສຸດຂອງພຣະອົງຕະຫຼອດເວລາ, ພຣະທຳຂອງພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນໃນທີ່ສຸດ. ຍິ່ງເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າຍິ່ງຈະຖືກເຮັດໃຫ້ສົມບູນໄວສໍ່ານັ້ນ. ເປັນຫຍັງ ການສົນທະນາຄັ້ງແລ້ວຄັ້ງເລົ່າ ເຮົາຈຶ່ງຮຽກຮ້ອງໃຫ້ພວກເຈົ້າຮູ້ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ? ມີແຕ່ເມື່ອເຈົ້າສະແຫວງຫາ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ, ພຣະວິນຍານບໍລິສຸດຈຶ່ງຈະມີໂອກາດປະຕິບັດພາລະກິດໃນຕົວເຈົ້າ. ສະນັ້ນ, ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ເຂົ້າຮ່ວມໃນທຸກວິທີການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ບໍ່ວ່າການທົນທຸກຂອງພວກເຈົ້າຈະຢູ່ໃນລະດັບໃດກໍຕາມ, ໃນທີ່ສຸດແລ້ວ ພວກເຈົ້າກໍຈະຮັບເອົາ “ຂອງທີ່ລະລຶກ” ທຸກຄົນ. ເພື່ອບັນລຸຄວາມສົມບູນສຸດທ້າຍຂອງພວກເຈົ້າ, ພວກເຈົ້າຕ້ອງເຂົ້າສູ່ພຣະທຳທຸກຂໍ້ຂອງພຣະເຈົ້າ. ການທີ່ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນບໍ່ແມ່ນເປັນການກະທຳຂອງພຣະອົງແຕ່ຝ່າຍດຽວ; ພຣະອົງຕ້ອງການຄວາມຮ່ວມມືຈາກຜູ້ຄົນ, ພຣະອົງຕ້ອງການໃຫ້ທຸກຄົນຮ່ວມມືກັບພຣະອົງຢ່າງຕັ້ງໃຈ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ, ສິ່ງນີ້ຈະເປັນປະໂຫຍດໃຫ້ກັບຊີວິດຂອງພວກເຈົ້າຫຼາຍກວ່າ. ທຸກສິ່ງແມ່ນເພື່ອປະສົບຄວາມສໍາເລັດໃນການປ່ຽນແປງອຸປະນິໄສຂອງພວກເຈົ້າ. ເມື່ອເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າ, ພຣະອົງຈະສຳຜັດຫົວໃຈຂອງເຈົ້າ ແລະ ເຈົ້າຈະສາມາດຮູ້ຈັກທຸກສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໃນຂັ້ນຕອນນີ້ຂອງພາລະກິດຂອງພຣະອົງ ແລະ ເຈົ້າມີຄວາມມຸ່ງໝັ້ນທີ່ຈະບັນລຸສິ່ງນັ້ນໄດ້. ໃນລະຫວ່າງເວລາແຫ່ງການຂ້ຽນຕີ, ມີຄົນທີ່ເຊື່ອວ່າ ນີ້ແມ່ນວິທີການຂອງພາລະກິດ ແລະ ບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ. ຜົນຕາມມາກໍຄື ພວກເຂົາບໍ່ໄດ້ຜ່ານການຫຼໍ່ຫຼອມ ແລະ ອອກມາຈາກຊ່ວງເວລາແຫ່ງການຂ້ຽນຕີໂດຍບໍ່ໄດ້ຖືກຮັບ ຫຼື ເຂົ້າໃຈຫຍັງເລີຍ. ມີບາງຄົນທີ່ເຂົ້າສູ່ພຣະທຳເຫຼົ່ານີ້ຢ່າງແທ້ຈິງ ໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ, ມີຄົນທີ່ເວົ້າວ່າພຣະທຳຂອງພຣະເຈົ້າສົມບູນຢ່າງແທ້ຈິງ ແລະ ມະນຸດຄວນຖືກຂ້ຽນຕີ. ພວກເຂົາພະຍາຍາມຢູ່ໃນນັ້ນເປັນໄລຍະເວລາໃດໜຶ່ງ, ປ່ອຍຖິ້ມອະນາຄົດຂອງພວກເຂົາ ແລະ ຊະຕາກໍາຂອງພວກເຂົາ ແລະ ເມື່ອພວກເຂົາປາກົດຕົວ, ອຸປະນິໄສຂອງພວກເຂົາໄດ້ຜ່ານການປ່ຽນແປງບາງຢ່າງ ແລະ ພວກເຂົາຍິ່ງໄດ້ຮັບເອົາຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢ່າງເລິກເຊິ່ງກວ່າເດີມ. ຄົນທີ່ປາກົດອອກມາຈາກການຂ້ຽນຕີລ້ວນແລ້ວແຕ່ຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຂົ້າໃຈວ່າ ບາດກ້າວນີ້ຂອງພາລະກິດສະແດງເຖິງຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ ທີ່ມີຕໍ່ພວກເຂົາ, ມັນເປັນການເອົາຊະນະ ແລະ ຄວາມລອດພົ້ນແຫ່ງຄວາມຮັກຂອງພຣະເຈົ້າ. ພວກເຂົາຍັງເວົ້າວ່າ ຄວາມຄິດຂອງພຣະເຈົ້າແມ່ນດີສະເໝີ ແລະ ທຸກສິ່ງທີ່ພຣະເຈົ້າກະທໍາຕໍ່ມະນຸດມາແມ່ນມາຈາກຄວາມຮັກ ບໍ່ແມ່ນຄວາມກຽດຊັງ. ຄົນທີ່ບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ສະແຫວງຫາພຣະທຳຂອງພຣະອົງ, ບໍ່ໄດ້ຜ່ານການຫຼໍ່ຫຼອມໃນລະຫວ່າງຊ່ວງເວລາແຫ່ງຫານຂ້ຽນຕີ ແລະ ຜົນຕາມມາກໍຄື ພຣະວິນຍານບໍລິສຸດບໍ່ໄດ້ຢູ່ກັບພວກເຂົາ ແລະ ພວກເຂົາບໍ່ໄດ້ຮັບຫຍັງເລີຍ. ສຳລັບຄົນທີ່ໄດ້ເຂົ້າສູ່ຊ່ວງເວລາແຫ່ງການຂ້ຽນຕີ, ເຖິງແມ່ນພວກເຂົາໄດ້ຜ່ານການຫຼໍ່ຫຼອມ, ພຣະວິນຍານບໍລິສຸດກໍຍັງປະຕິບັດພາລະກິດຢ່າງລັບໆຢູ່ພາຍໃນພວກເຂົາ ແລະ ຜົນຕາມມາກໍຄື ຊີວິດ-ອຸປະນິໄສຂອງພວກເຂົາແມ່ນຖືກປ່ຽນແປງ. ໃນລັກສະນະພາຍນອກ, ບາງຄົນເບິ່ງຄືວ່າ ດີໄປໝົດ, ເຕັມໄປດ້ວຍຄວາມເບີກບານຕະຫຼອດເວລາ, ແຕ່ພວກເຂົາບໍ່ໄດ້ເຂົ້າສູ່ສະພາວະແຫ່ງການຫຼໍ່ຫຼອມດ້ວຍພຣະທຳຂອງພຣະເຈົ້າ ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ປ່ຽນແປງຫຍັງເລີຍ ນັ້ນກໍຍ້ອນວ່າ ພວກເຂົາບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ພຣະເຈົ້າປາກົດຕໍ່ທຸກຄົນທີ່ເຊື່ອໃນພຣະທຳຂອງພຣະອົງ ແລະ ຄົນທີ່ເຊື່ອ ແລະ ຮັບເອົາພຣະທຳຂອງພຣະອົງກໍຈະໄດ້ຮັບເອົາຄວາມຮັກຂອງພຣະອົງ!

ເພື່ອເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ເຈົ້າຄວນຄົ້ນຫາເສັ້ນທາງແຫ່ງການປະຕິບັດ ແລະ ຮູ້ຈັກວິທີນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ. ມີພຽງແຕ່ແບບນີ້ເທົ່ານັ້ນຈຶ່ງຈະມີການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ, ມີພຽງແຕ່ຜ່ານເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ ແລະ ມີພຽງແຕ່ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະສອດຄ່ອງກັບຄວາມປະສົງຂອງພຣະອົງ. ເພື່ອຮັບແສງສະຫວ່າງໃໝ່, ເຈົ້າຕ້ອງດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າ. ການໄດ້ຖືກສຳຜັດໂດຍພຣະວິນຍານບໍລິສຸດ ພຽງຄັ້ງດຽວຈະບໍ່ໄດ້ຜົນຫຍັງ, ເຈົ້າຕ້ອງລົງເລິກໄປກວ່ານັ້ນ. ສຳລັບຄົນທີ່ຖືກສຳຜັດແຕ່ຄັ້ງດຽວ, ຄວາມກະຕືລືລົ້ນທີ່ຢູ່ພາຍໃນຂອງພວກເຂົາໄດ້ຖືກດົນໃຈ ແລະ ພວກເຂົາປາຖະໜາທີ່ຈະສະແຫວງຫາ, ແຕ່ສິ່ງນີ້ຈະບໍ່ຍືນຍົງ; ພວກເຂົາຕ້ອງໄດ້ສຳຜັດໂດຍພຣະວິນຍານບໍລິສຸດຢ່າງຕໍ່ເນື່ອງ. ມີຫຼາຍຄັ້ງໃນອະດີດທີ່ເຮົາໄດ້ເອີ່ຍເຖິງຄວາມຫວັງຂອງເຮົາວ່າ ພຣະວິນຍານຂອງພຣະເຈົ້າອາດສຳຜັດວິນຍານຂອງຜູ້ຄົນ ເພື່ອວ່າພວກເຂົາຈະສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ ແລະ ໃນຂະນະທີ່ສະແຫວງຫາເພື່ອຖືກສຳຜັດໂດຍພຣະເຈົ້ານັ້ນ ພວກເຂົາອາດເຂົ້າໃຈຄວາມບໍ່ພຽງພໍຂອງພວກເຂົາ ແລະ ໃນຂະນະທີ່ກຳລັງຜະເຊີນ ພຣະທຳຂອງພຣະອົງນັ້ນ ພວກເຂົາອາດປະຖິ້ມຄວາມບໍ່ບໍລິສຸດໃນພວກເຂົາເອງ (ຄວາມຄິດວ່າຕົນເອງຊອບທຳ, ຄວາມອວດດີ, ແນວຄິດ ແລະ ອື່ນໆອີກ). ຢ່າຄິດວ່າການຮັບເອົາແສງສະຫວ່າງໃໝ່ຢ່າງຫ້າວຫັນຈະໄດ້ຜົນ, ເຈົ້າຕ້ອງປະຖິ້ມທຸກສິ່ງທີ່ຢູ່ໃນດ້ານລົບ. ໃນດ້ານໜຶ່ງ, ພວກເຈົ້າຈຳເປັນຕ້ອງເຂົ້າຈາກດ້ານບວກ ແລະ ອີກດ້ານໜຶ່ງ ພວກເຈົ້າຈໍາເປັນຕ້ອງກໍາຈັດຕົນເອງໃຫ້ອອກຈາກຄວາມບໍ່ບໍລິສຸດທັງໝົດທີ່ມາຈາກດ້ານລົບ. ເຈົ້າຕ້ອງກວດສອບຕົນເອງຢ່າງຕໍ່ເນື່ອງເພື່ອເບິ່ງວ່າ ຄວາມບໍ່ບໍລິສຸດໃດແດ່ທີ່ຍັງຢູ່ພາຍໃນຕົວເຈົ້າ. ແນວຄິດສາສະໜາ, ເຈດຕະນາ, ຄວາມຫວັງ, ຄວາມຄິດວ່າຕົນເອງຊອບທຳ ແລະ ຄວາມອວດດີຂອງມະນຸດເປັນສິ່ງທີ່ບໍ່ສະອາດທັງໝົດ. ໃຫ້ເບິ່ງພາຍໃນຕົນເອງ ແລະ ປຽບທຽບຕົນເອງກັບພຣະທຳແຫ່ງການເປີດເຜີຍທັງໝົດຂອງພຣະເຈົ້າ, ເພື່ອເບິ່ງວ່າເຈົ້າມີແນວຄິດສາສະໜາຢ່າງໃດແດ່. ເມື່ອເຈົ້າເຂົ້າໃຈສິ່ງເຫຼົ່ານັ້ນຢ່າງແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດກຳຈັດພວກມັນອອກໄດ້. ບາງຄົນເວົ້າວ່າ: “ຕອນນີ້ພຽງແຕ່ຕິດຕາມແສງສະຫວ່າງແຫ່ງພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍພຽງພໍແລ້ວ. ບໍ່ຈຳເປັນຕ້ອງເປັນຫ່ວງສິ່ງອື່ນອີກ”. ແຕ່ວ່າ ເມື່ອແນວຄິດທາງສາສະໜາຂອງເຈົ້າເກີດຂຶ້ນ, ເຈົ້າຈະກຳຈັດພວກມັນຖິ້ມໄດ້ແນວໃດ? ເຈົ້າຄິດວ່າການປະຕິບັດຕາມພຣະທຳຂອງພຣະເຈົ້າທຸກມື້ນີ້ເປັນສິ່ງທີ່ງ່າຍທີ່ຈະເຮັດບໍ? ຖ້າເຈົ້າເປັນຄົນໜຶ່ງຂອງສາສະໜາ, ການຂັດຂວາງແມ່ນສາມາດເກີດຂຶ້ນໄດ້ຈາກແນວຄິດທາງສາສະໜາຂອງເຈົ້າ ແລະ ທິດສະດີທາງສາສະໜາສາດຕາມຮີດຄອງປະເພນີທີ່ຢູ່ໃນຫົວໃຈຂອງເຈົ້າ, ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ມັນແຊກແຊງຄວາມສາມາດໃນການຍອມຮັບເອົາສິ່ງໃໝ່ຂອງເຈົ້າ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນບັນຫາທີ່ແທ້ຈິງ. ຖ້າເຈົ້າພຽງແຕ່ສະແຫວງຫາພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ, ເຈົ້າກໍບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້. ໃນເວລາດຽວກັນ, ໃນຂະນະທີ່ເຈົ້າສະແຫວງຫາແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດນັ້ນ, ເຈົ້າຄວນເຂົ້າໃຈເຖິງແນວຄິດ ແລະ ເຈດຕະນາທີ່ເຈົ້າມີ ແລະ ຄວາມຄິດມະນຸດທີ່ວ່າຕົນເອງຊອບທຳທີ່ເຈົ້າມີ ແລະ ການປະພຶດທີ່ບໍ່ເຊື່ອຟັງຕໍ່ພຣະເຈົ້າ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈທຸກສິ່ງເຫຼົ່ານີ້, ເຈົ້າຕ້ອງປະຖິ້ມພວກມັນທັງໝົດ. ການທີ່ໃຫ້ເຈົ້າປະຖິ້ມການກະທຳ ແລະ ການປະພຶດທີ່ຜ່ານມາຂອງເຈົ້າລ້ວນແລ້ວແຕ່ແມ່ນເພື່ອເຮັດໃຫ້ເຈົ້າໄດ້ປະຕິບັດຕາມພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວເຖິງໃນປັດຈຸບັນ. ການປ່ຽນແປງອຸປະນິໄສ ໃນດ້ານໜຶ່ງ ແມ່ນໄດ້ບັນລຸຜ່ານພຣະທຳຂອງພຣະເຈົ້າ ແລະ ອີກດ້ານໜຶ່ງ ແມ່ນຕ້ອງການຄວາມຮ່ວມມືຈາກສ່ວນຂອງມະນຸດ. ມີພາລະກິດຂອງພຣະເຈົ້າ ແລະ ກໍມີການປະຕິບັດຂອງມະນຸດ ແລະ ທັງສອງສິ່ງນີ້ແມ່ນບໍ່ສາມາດຕັດອອກຈາກກັນໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 541)

ໃນເສັ້ນທາງການຮັບໃຊ້ໃນອະນາຄົດຂອງເຈົ້າ, ເຈົ້າຈະປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ແນວໃດ? ໜຶ່ງປະເດັນທີ່ສຳຄັນຄືການສະແຫວງຫາເພື່ອເຂົ້າສູ່ຊີວິດ, ສະແຫວງຫາເພື່ອການປ່ຽນແປງໃນອຸປະນິໄສ ແລະ ສະແຫວງຫາເພື່ອເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ, ນີ້ແມ່ນເສັ້ນທາງເພື່ອບັນລຸການຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ. ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ໄດ້ຮັບການມອບໝາຍຂອງພຣະເຈົ້າ, ແຕ່ເປັນການມອບໝາຍປະເພດໃດ? ສິ່ງນີ້ແມ່ນກ່ຽວພັນກັບຂັ້ນຕອນຕໍ່ໄປຂອງພາລະກິດ; ຂັ້ນຕອນຕໍ່ໄປຂອງພາລະກິດຈະເປັນພາລະກິດທີ່ຍິ່ງໃຫຍ່ກວ່າເກົ່າເຊິ່ງປະຕິບັດທົ່ວທັງຈັກກະວານທັງປວງ, ສະນັ້ນ ໃນປັດຈຸບັນ ພວກເຈົ້າຄວນສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຈົ້າ, ໃນອະນາຄົດ ພວກເຈົ້າອາດກາຍເປັນເຄື່ອງພິສູດທີ່ເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີຜ່ານພາລະກິດຂອງພຣະອົງ, ເຮັດໃຫ້ພວກເຈົ້າກາຍເປັນຕົວຢ່າງສຳລັບພາລະກິດໃນອະນາຄົດ. ການສະແຫວງຫາໃນປັດຈຸບັນແມ່ນເພື່ອວາງພື້ນຖານສຳລັບພາລະກິດໃນອະນາຄົດ, ເພື່ອວ່າ ເຈົ້າຈະໄດ້ຖືກພຣະເຈົ້າໃຊ້ ແລະ ສາມາດເປັນພະຍານໃຫ້ກັບພຣະອົງ. ຖ້າເຈົ້າເຮັດໃຫ້ສິ່ງນີ້ເປັນເປົ້າໝາຍຂອງການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດຮັບເອົາການສະຖິດຂອງພຣະວິນຍານບໍລິສຸດ. ຍິ່ງເຈົ້າວາງເປົ້າໝາຍໃນການສະແຫວງຫາຂອງເຈົ້າສູງສໍ່າໃດ, ເຈົ້າຍິ່ງສາມາດຖືກເຮັດໃຫ້ສົມບູນໄດ້ຫຼາຍສໍ່ານັ້ນ. ຍິ່ງເຈົ້າສະແຫວງຫາຄວາມຈິງຫຼາຍສໍ່າໃດ, ພຣະວິນຍານບໍລິສຸດຍິ່ງປະຕິບັດພາລະກິດຫຼາຍສໍ່ານັ້ນ. ຍິ່ງເຈົ້າໃສ່ກຳລັງຫຼາຍສໍ່າໃດເຂົ້າໃນການສະແຫວງຫາຂອງເຈົ້າ, ເຈົ້າຍິ່ງຈະໄດ້ຮັບຫຼາຍສໍ່ານັ້ນ. ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນຕາມສະພາວະທີ່ຢູ່ພາຍໃນຂອງພວກເຂົາ. ບາງຄົນເວົ້າວ່າ ພວກເຂົາບໍ່ເຕັມໃຈທີ່ຈະຖືກພຣະເຈົ້າໃຊ້ ຫຼື ຖືກພຣະອົງເຮັດໃຫ້ສົມບູນ, ພວກເຂົາພຽງແຕ່ຕ້ອງການໃຫ້ເນື້ອໜັງຂອງພວກເຂົາຢູ່ປອດໄພ ແລະ ບໍ່ທົນທຸກຕໍ່ຄວາມໂຊກຮ້າຍຕ່າງໆ. ບາງຄົນບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກ ແຕ່ເຕັມໃຈທີ່ຈະລົງສູ່ຂຸມເລິກທີ່ສຸດ. ໃນກໍລະນີນັ້ນ, ພຣະເຈົ້າກໍຈະປະທານດັ່ງທີ່ເຈົ້າປາຖະໜາເຊັ່ນກັນ. ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດກໍຕາມ, ພຣະເຈົ້ກໍຈະເຮັດໃຫ້ມັນເກີດຂຶ້ນ. ແລ້ວແມ່ນຫຍັງຄືສິ່ງທີ່ເຈົ້າກຳລັງສະແຫວງຫາໃນປັດຈຸບັນນີ້? ມັນແມ່ນການຖືກເຮັດໃຫ້ສົມບູນບໍ? ການກະທຳ ແລະ ຄວາມປະພຶດໃນປັດຈຸບັນຂອງເຈົ້າແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເພື່ອຖືກຮັບເອົາໂດຍພຣະອົງບໍ? ເຈົ້າຕ້ອງວັດແທກຕົນເອງແບບນັ້ນໃນຊີວິດປະຈຳວັນຂອງເຈົ້າຢ່າງຕໍ່ເນື່ອງ. ຖ້າເຈົ້າໃສ່ໃຈທັງໝົດຂອງເຈົ້າເຂົ້າໃສ່ການສະແຫວງຫາເປົ້າໝາຍດຽວ, ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ສິ່ງດັ່ງກ່າວແມ່ນເສັ້ນທາງຂອງພຣະວິນຍານບໍລິສຸດ. ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນແມ່ນຖືກເຮັດໃຫ້ບັນລຸໂດຍວິທີການສະແຫວງຫາຂອງພວກເຂົາ. ຍິ່ງເຈົ້າກະຫາຍເພື່ອຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ, ພຣະວິນຍານບໍລິສຸດຍິ່ງຈະປະຕິບັດພາລະກິດພາຍໃນຕົວເຈົ້າຫຼາຍສໍ່ານັ້ນ. ຍິ່ງເຈົ້າບໍ່ສາມາດສະແຫວງຫາໄດ້ຫຼາຍສໍ່າໃດ ແລະ ຍິ່ງເຈົ້າຄິດລົບ ແລະ ເສື່ອມຖອຍຫຼາຍສໍ່າໃດ, ເຈົ້າຍິ່ງຕັດໂອກາດບໍ່ໃຫ້ພຣະວິນຍານບໍລິສຸດປະຕິບັດພາລະກິດຫຼາຍສໍ່ານັ້ນ; ເມື່ອເວລາຜ່ານໄປ ພຣະວິນຍານບໍລິສຸດຈະປະຖິ້ມເຈົ້າ. ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າຮັບເອົາບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າໃຊ້ບໍ? ພວກເຈົ້າຄວນສະແຫວງຫາເພື່ອເຮັດທຸກສິ່ງໂດຍເຫັນແກ່ການຖືກເຮັດໃຫ້ສົມບູນ, ຖືກຮັບເອົາ ແລະ ຖືກໃຊ້ໂດຍພຣະເຈົ້າ, ເພື່ອວ່າຈັກກະວານ ແລະ ທຸກສິ່ງຈະສາມາດເຫັນເຖິງການກະທຳຂອງພຣະເຈົ້າທີ່ສະແດງອອກໃນຕົວຂອງພວກເຈົ້າ. ພວກເຈົ້າເປັນເຈົ້ານາຍຂອງບັນດາສິ່ງທັງປວງ ແລະ ໃນທ່າມກາງທຸກສິ່ງ ພວກເຈົ້າຈະເຮັດໃຫ້ພຣະເຈົ້າໄດ້ຮັບຄຳພະຍານ ແລະ ຄວາມສະຫງ່າລາສີຜ່ານພວກເຈົ້າ, ສິ່ງນີ້ພິສູດໃຫ້ເຫັນວ່າ ພວກເຈົ້າເປັນຄົນທີ່ໄດ້ຮັບພອນຫຼາຍທີ່ສຸດໃນທຸກລຸ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 542)

ຍິ່ງເຈົ້າໃສ່ໃຈໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງມີພາລະຫຼາຍຂຶ້ນສໍ່ານັ້ນ; ຍິ່ງເຈົ້າມີພາລະຫຼາຍຂຶ້ນ, ປະສົບການຂອງເຈົ້າກໍຍິ່ງເພີ່ມພູນຂຶ້ນສໍ່ານັ້ນ. ເມື່ອເຈົ້າໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ, ພຣະເຈົ້າຈະມອບພາລະນີ້ໃຫ້ກັບເຈົ້າ ແລະ ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າກ່ຽວກັບວຽກງານຕ່າງໆທີ່ພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ມອບພາລະນີ້ໃຫ້ກັບເຈົ້າ, ເຈົ້າຈະໃສ່ໃຈຄວາມຈິງທີ່ກ່ຽວຂ້ອງທັງໝົດໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີພາລະທີ່ກ່ຽວຂ້ອງກັບສະພາວະໃນຊີວິດຂອງອ້າຍເອື້ອຍນ້ອງ, ແລ້ວນີ້ກໍຄືພາລະທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບເຈົ້າ ແລະ ເຈົ້າຈະຕ້ອງແບກຫາບພາລະນີ້ຢູ່ໃນຄໍາອະທິຖານປະຈໍາວັນຂອງເຈົ້າສະເໝີ. ສິ່ງທີ່ພຣະເຈົ້າກະທຳແມ່ນໄດ້ຝາກຝັງໃຫ້ກັບເຈົ້າແລ້ວ, ເຈົ້າເຕັມໃຈທີ່ຈະປະຕິບັດສິ່ງທີ່ພຣະເຈົ້າຕ້ອງການເຮັດ; ນີ້ແມ່ນຄວາມໝາຍຂອງການຮັບພາລະຂອງພຣະເຈົ້າມາເປັນພາລະຂອງເຈົ້າເອງ. ໃນຈຸດນີ້, ການທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະແນໃສ່ບັນຫາໃນລັກສະນະເຫຼົ່ານີ້ ແລະ ເຈົ້າຈະຄິດວ່າ ຂ້ານ້ອຍຈະແກ້ໄຂບັນຫານີ້ໄດ້ແນວໃດ? ຂ້ານ້ອຍຈະເຮັດໃຫ້ອ້າຍເອື້ອຍນ້ອງຖືກປົດປ່ອຍໃຫ້ເປັນອິດສະຫຼະ, ໃຫ້ມີຄວາມສຸກທາງຝ່າຍວິນຍານຂອງພວກເຂົາໄດ້ແນວໃດ? ເຈົ້າຈະໃສ່ໃຈກັບການແກ້ໄຂບັນຫາເຫຼົ່ານີ້ ເມື່ອເຈົ້າຢູ່ໃນການສົນທະນາ ແລະ ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະໃສ່ໃຈໃນການກິນ ແລະ ດື່ມພຣະທໍາທີ່ກ່ຽວຂ້ອງກັບບັນຫາເຫຼົ່ານີ້. ເຈົ້າຍັງຈະໄດ້ແບກຫາບພາລະໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າອີກດ້ວຍ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈເຖິງຄວາມຕ້ອງການຂອງພຣະເຈົ້າ, ເຈົ້າຈະມີຄວາມຄິດທີ່ຊັດເຈນຂຶ້ນກ່ຽວກັບເສັ້ນທາງທີ່ຈະຍ່າງ. ນີ້ແມ່ນແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດທີ່ເກີດຂຶ້ນຈາກພາລະຂອງເຈົ້າ ແລະ ນີ້ແມ່ນການຊີ້ນໍາຂອງພຣະເຈົ້າທີ່ພຣະອົງໄດ້ປະທານໃຫ້ກັບເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຖ້າເຈົ້າບໍ່ມີພາລະ, ແລ້ວເຈົ້າກໍຈະບໍ່ໃສ່ໃຈ ໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນຂະນະທີ່ແບກຮັບພາລະ, ເຈົ້າກໍຈະສາມາດເຂົ້າໃຈເຖິງໃຈຄວາມສຳຄັນຂອງພຣະທຳຂອງພຣະເຈົ້າ, ຄົ້ນພົບຫົນທາງຂອງເຈົ້າ ແລະ ໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ. ສະນັ້ນ, ໃນຄໍາອະທິຖານຂອງເຈົ້າ, ເຈົ້າຄວນອ້ອນວອນພຣະເຈົ້າໃຫ້ມອບພາລະໃຫ້ກັບເຈົ້າຫຼາຍຂຶ້ນ ແລະ ຝາກຝັງວຽກງານທີ່ຍິ່ງໃຫຍ່ໃຫ້ກັບເຈົ້າຫຼາຍຂຶ້ນ ເພື່ອວ່າ ໃນຂ້າງໜ້າ ເຈົ້າອາດຈະມີເສັ້ນທາງແຫ່ງການປະຕິບັດຫຼາຍຂຶ້ນ; ເພື່ອວ່າ ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຈະມີປະສິດທິພາບຫຼາຍຂຶ້ນ; ເພື່ອວ່າເຈົ້າຈະສາມາດເລີ່ມເຂົ້າໃຈເຖິງໃຈແກ່ນແທ້ໃນພຣະທຳຂອງພຣະອົງ; ແລະ ເພື່ອວ່າເຈົ້າຈະສາມາດຖືກພຣະວິນຍານບໍລິສຸດດົນບັນດານຫຼາຍຂຶ້ນ.

ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການຝຶກອະທິຖານ, ການຍອມຮັບພາລະຂອງພຣະເຈົ້າ, ການຍອມຮັບໜ້າທີ່ທີ່ພຣະອົງຝາກຝັງໄວ້ກັບເຈົ້າ, ທຸກສິ່ງນີ້ແມ່ນເພື່ອວ່າ ມັນອາດຈະມີເສັ້ນທາງຢູ່ຕໍ່ໜ້າເຈົ້າ. ຍິ່ງເຈົ້າມີພາລະຈາກການຝາກຝັງຂອງພຣະເຈົ້າໜັກຫຼາຍສໍ່າໃດ, ມັນກໍຈະງ່າຍຂຶ້ນສຳລັບເຈົ້າທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ. ບາງຄົນບໍ່ເຕັມໃຈທີ່ຈະຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າ ແມ່ນແຕ່ໃນເວລາທີ່ພວກເຂົາຖືກເອີ້ນຫາ; ຄົນເຫຼົ່ານີ້ເປັນຄົນທີ່ຂີ້ຄ້ານ ທີ່ຕ້ອງການພຽງແຕ່ເຮຮາຢູ່ກັບຄວາມສຸກສະບາຍ. ຍິ່ງເຈົ້າຖືກຮຽກຮ້ອງໃຫ້ຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະໄດ້ຮັບປະສົບການຫຼາຍສໍ່ານັ້ນ. ຍ້ອນເຈົ້າມີພາລະ ແລະ ປະສົບການຫຼາຍຂຶ້ນ, ເຈົ້າກໍຈະມີໂອກາດຫຼາຍຂຶ້ນທີ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ຖ້າເຈົ້າສາມາດຮັບໃຊ້ພຣະເຈົ້າດ້ວຍຄວາມຈິງໃຈ ເຈົ້າຈະໃສ່ໃຈໃນພາລະຂອງພຣະເຈົ້າ; ດ້ວຍວິທີນີ້ ເຈົ້າຈະມີໂອກາດຫຼາຍຂຶ້ນທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ມັນຄືກຸ່ມຄົນດັ່ງກ່າວນີ້ທີ່ກຳລັງຖືກເຮັດໃຫ້ສົມບູນໃນເວລານີ້. ຍິ່ງພຣະວິນຍານບໍລິສຸດດົນໃຈເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະອຸທິດເວລາເພື່ອໃສ່ໃຈໃນພາລະຂອງພຣະເຈົ້າຫຼາຍສໍ່ານັ້ນ, ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າຮັບເອົາຫຼາຍສໍ່ານັ້ນ ແລະ ຈົນກວ່າ ໃນທີ່ສຸດເຈົ້າກໍຈະກາຍມາເປັນຄົນທີ່ພຣະເຈົ້າໃຊ້. ໃນປັດຈຸບັນນີ້, ມີບາງຄົນທີ່ບໍ່ໄດ້ແບກຮັບພາລະຫຍັງເລີຍສຳລັບຄຣິສຕະຈັກ. ຄົນເຫຼົ່ານີ້ຂີ້ຄ້ານ ແລະ ບໍ່ເອົາໃຈໃສ່ ແລະ ພຽງແຕ່ສົນໃຈກັບເນື້ອໜັງຂອງພວກເຂົາເອງເທົ່ານັ້ນ. ຜູ້ຄົນດັ່ງກ່າວເຫັນແກ່ຕົວເກີນໄປ ແລະ ພວກເຂົາຍັງຕາບອດອີກດ້ວຍ. ຖ້າເຈົ້າບໍ່ສາມາດເຫັນບັນຫານີ້ຢ່າງຊັດເຈນ, ເຈົ້າກໍຈະບໍ່ແບກຮັບພາລະໃດໆເລີຍ. ຍິ່ງເຈົ້າໃສ່ໃຈໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່າໃດ, ພາລະທີ່ພຣະເຈົ້າຝາກຝັງໄວ້ກັບເຈົ້າກໍຈະຫຼາຍຂຶ້ນສໍ່ານັ້ນ. ຄົນເຫັນແກ່ຕົວບໍ່ເຕັມໃຈທີ່ຈະທົນທຸກກັບສິ່ງເຫຼົ່ານັ້ນ, ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຜົນຕາມມາກໍຄື ພວກເຂົາຈະພາດໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ພວກເຂົາບໍ່ແມ່ນທຳຮ້າຍຕົນເອງບໍ? ຖ້າເຈົ້າເປັນຄົນທີ່ໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ, ເຈົ້າຈະມີພາລະທີ່ແທ້ຈິງສຳລັບຄຣິສຕະຈັກ. ຄວາມເປັນຈິງແລ້ວ, ແທນທີ່ຈະເອີ້ນສິ່ງນີ້ວ່າເປັນພາລະທີ່ເຈົ້າແບກຮັບເພື່ອຄຣິສຕະຈັກ, ມັນຈະດີກວ່າທີ່ຈະເອີ້ນວ່າເປັນພາລະທີ່ເຈົ້າແບກຮັບເພື່ອຊີວິດຂອງເຈົ້າເອງ, ເພາະຈຸດປະສົງຂອງພາລະນີ້ທີ່ເຈົ້າແບກຮັບສໍາລັບຄຣິສຕະຈັກແມ່ນເພື່ອເຈົ້າຈະໄດ້ໃຊ້ປະສົບການດັ່ງກ່າວເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ສະນັ້ນ, ໃຜກໍຕາມທີ່ແບກຮັບພາລະທີ່ໜັກທີ່ສຸດສຳລັບຄຣິສຕະຈັກ ແລະ ໃຜກໍຕາມທີ່ແບກຮັບພາລະຂອງການເຂົ້າສູ່ຊີວິດ ກໍຈະເປັນຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນແລ້ວບໍ? ຖ້າຄຣິສຕະຈັກທີ່ເຈົ້າຢູ່ນັ້ນແຕກກະຈາຍຄືດິນຊາຍ ແຕ່ເຈົ້າບໍ່ໄດ້ກັງວົນ ຫຼື ເປັນຫ່ວງ ແລະ ເຈົ້າເຖິງກັບເຮັດເປັນບໍ່ຮູ້ບໍ່ເຫັນເມື່ອອ້າຍເອື້ອຍນ້ອງຂອງເຈົ້າບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງປົກກະຕິ, ແລ້ວເຈົ້າກໍບໍ່ໄດ້ແບກຮັບພາລະໃດໆເລີຍ. ພຣະເຈົ້າບໍ່ມັກຄົນປະເພດດັ່ງກ່າວ. ຄົນທີ່ພຣະເຈົ້າມັກ ແມ່ນຄົນທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ພວກເຂົາໃສ່ໃຈໃນຄວາມປະສົງຂອງພຣະອົງ. ສະນັ້ນ ພວກເຈົ້າຄວນຕັ້ງໃຈໃນພາລະຂອງພຣະເຈົ້າໃນຕອນນີ້. ເຈົ້າບໍ່ຄວນລໍຖ້າໃຫ້ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປີດເຜີຍອອກໃຫ້ມະນຸດທຸກຄົນໄດ້ເຫັນ ກ່ອນທີ່ເຈົ້າຈະເລີ່ມໃສ່ໃຈໃນພາລະຂອງພຣະເຈົ້າ. ແລ້ວຕອນນັ້ນມັນຈະບໍ່ຊ້າເກີນໄປບໍ? ຕອນນີ້ແມ່ນໂອກາດດີທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າປ່ອຍໃຫ້ໂອກາດນີ້ຫຼຸດມືເຈົ້າໄປ, ເຈົ້າຈະເສຍດາຍຕະລອດຊີວິດ, ຄືກັບທີ່ໂມເຊບໍ່ສາມາດເຂົ້າສູ່ດິນແດນແຫ່ງການາອານທີ່ອຸດົມສົມບູນ ແລະ ເພິ່ນກໍເສຍດາຍຕະລອດຊີວິດຂອງເພິ່ນ ແລ້ວຕາຍດ້ວຍຄວາມເສຍໃຈ. ເມື່ອອຸປະນິໄສທີ່ຊອບທຳຂອງພຣະເຈົ້າຖືກເປີດເຜີຍໃຫ້ກັບທຸກຄົນ, ເຈົ້າຈະເຕັມໄປດ້ວຍຄວາມເສຍໃຈ. ເຖິງແມ່ນວ່າ ພຣະເຈົ້າຈະບໍ່ຂ້ຽນຕີເຈົ້າ, ເຈົ້າກໍຈະຂ້ຽນຕີຕົນເອງເນື່ອງຈາກຄວາມເສຍໃຈຂອງເຈົ້າເອງ. ບາງຄົນບໍ່ເຊື່ອໃນສິ່ງນີ້, ແຕ່ຖ້າເຈົ້າບໍ່ເຊື່ອ, ກໍໃຫ້ລໍຖ້າ ແລະ ເບິ່ງ. ບາງຄົນມີຈຸດປະສົງດຽວຄືປະຕິບັດຕາມພຣະທຳເຫຼົ່ານີ້. ເຈົ້າເຕັມໃຈທີ່ຈະເສຍສະຫຼະຕົນເອງເພື່ອພຣະທຳເຫຼົ່ານີ້ບໍ?

ຖ້າເຈົ້າບໍ່ສະແຫວງຫາໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ຖ້າເຈົ້າບໍ່ພະຍາຍາມຢູ່ແຖວໜ້າຝູງຊົນໃນການສະແຫວງຫາການເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈໃນທີ່ສຸດ. ຕອນນີ້ແມ່ນໂອກາດດີທີ່ສຸດທີ່ຈະຖືກເຮັດໃຫ້ສົມບູນ; ນີ້ແມ່ນເວລາທີ່ດີທີ່ສຸດ. ຖ້າເຈົ້າບໍ່ສະແຫວງຫາເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງຈິງຈັງ, ເມື່ອພາລະກິດຂອງພຣະອົງໄດ້ສິ້ນສຸດລົງ ມັນກໍຈະຊ້າເກີນໄປແລ້ວ, ເຈົ້າຈະພາດໂອກາດນີ້. ບໍ່ວ່າຄວາມປາຖະໜາຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຖ້າພຣະເຈົ້າບໍ່ປະຕິບັດພາລະກິດອີກຕໍ່ໄປ, ບໍ່ວ່າເຈົ້າຈະໃຊ້ຄວາມພະຍາຍາມແນວໃດກໍຕາມ, ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນຈັກເທື່ອ. ເຈົ້າຕ້ອງຄວ້າໂອກາດນີ້ ແລະ ຮ່ວມມືໃນຂະນະທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງຢ່າງໜັກ. ຖ້າເຈົ້າພາດໂອກາດນີ້, ເຈົ້າຈະບໍ່ໄດ້ຮັບໂອກາດອີກຄັ້ງ ບໍ່ວ່າເຈົ້າຈະໃຊ້ຄວາມພະຍາຍາມຫຼາຍສໍ່າໃດກໍຕາມ. ບາງຄົນຮ້ອງໄຫ້ວ່າ: “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະໃສ່ໃຈໃນພາລະຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະປະຕິບັດຕາມຄວາມປະສົງຂອງພຣະອົງ”. ແຕ່ເຈົ້າບໍ່ມີເສັ້ນທາງໃນການປະຕິບັດ, ສະນັ້ນ ພາລະຂອງເຈົ້າກໍຈະບໍ່ຍືນຍາວ. ຖ້າເຈົ້າມີເສັ້ນທາງຂ້າງໜ້າ, ເຈົ້າຈະໄດ້ຮັບປະສົບເທື່ອລະບາດກ້າວ ແລະ ປະສົບການຂອງເຈົ້າກໍຈະຖືກກໍ່ສ້າງ ແລະ ຈັດຕັ້ງຂຶ້ນ. ຫຼັງຈາກທີ່ພາລະໜຶ່ງຖືກເຮັດໃຫ້ສຳເລັດແລ້ວ, ອີກພາລະໜຶ່ງກໍຈະຖືກມອບໃຫ້ກັບເຈົ້າ. ເມື່ອປະສົບການຊີວິດຂອງເຈົ້າເລິກເຊິ່ງຂຶ້ນ, ພາລະຂອງເຈົ້າກໍຈະເລິກເຊິ່ງຂຶ້ນເຊັ່ນດຽວກັນ. ບາງຄົນພຽງແຕ່ແບກຮັບພາລະໃນເວລາທີ່ຖືກສໍາຜັດໂດຍພຣະວິນຍານບໍລິສຸດເທົ່ານັ້ນ; ຫຼັງຈາກໄລຍະເວລາໃດໜຶ່ງ, ເມື່ອພວກເຂົາບໍ່ມີເສັ້ນທາງໃນການປະຕິບັດ, ພວກເຂົາກໍເຊົາແບກຮັບພາລະນັ້ນເລີຍ. ເຈົ້າບໍ່ສາມາດມີພາລະດ້ວຍການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ. ການເຂົ້າໃຈຄວາມຈິງຫຼາຍຢ່າງ, ເຈົ້າຈະໄດ້ຮັບການຢັ່ງຮູ້, ຮຽນຮູ້ວິທີແກ້ໄຂບັນຫາໂດຍໃຊ້ຄວາມຈິງ ແລະ ໄດ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງຫຼາຍຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້າ. ດ້ວຍສິ່ງເຫຼົ່ານີ້, ເຈົ້າຈະມີພາລະ ໃຫ້ແບກຮັບ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດປະຕິບັດພາລະກິດໄດ້ຢ່າງເໝາະສົມ. ຖ້າເຈົ້າມີພາລະ ແຕ່ບໍ່ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມຈິງ, ສິ່ງນັ້ນກໍໃຊ້ການບໍ່ໄດ້ເຊັ່ນກັນ; ເຈົ້າຕ້ອງມີປະສົບການກ່ຽວກັບພຣະທຳຂອງພຣະເຈົ້າດ້ວຍຕົນເອງ ແລະ ຮູ້ຈັກວິທີປະຕິບັດພຣະທຳເຫຼົ່ານັ້ນ. ມີພຽງຫຼັງຈາກທີ່ເຈົ້າເອງໄດ້ເຂົ້າສູ່ຄວາມເປັນຈິງ ເຈົ້າຈຶ່ງຈະສາມາດສະໜອງໃຫ້ກັບຄົນອື່ນ, ນໍາພາຄົນອື່ນ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ໃສ່ໃຈຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 543)

ໃນຊ່ວງເວລານີ້, ພາລະກິດຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ທຸກຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ມີຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ປະສົບການທີ່ແທ້ຈິງ, ໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດ ແລະ ດ້ວຍສິ່ງນີ້ເປັນພື້ນຖານ, ໃຫ້ຮັບເອົາການມອບໝາຍຂອງພຣະເຈົ້າ. ຈຸດປະສົງຂອງການເຂົ້າສູ່ການຝຶກຝົນແຫ່ງອານາຈັກແມ່ນເພື່ອເຮັດໃຫ້ຄຳເວົ້າທຸກຄຳຂອງພວກເຈົ້າ, ການກະທຳທຸກຢ່າງ, ການເຄື່ອນໄຫວທຸກຢ່າງ, ຄວາມຄິດ ແລະ ແນວຄິດທຸກຢ່າງເຂົ້າສູ່ພຣະທຳຂອງພຣະເຈົ້າ; ເພື່ອໃຫ້ຖືກດົນໃຈໂດຍພຣະເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ມີຄວາມຮັກສຳລັບພຣະເຈົ້າ; ແລະ ເພື່ອໃຫ້ພວກເຈົ້າຮັບພາລະໜັກຂຶ້ນສຳລັບຄວາມປະສົງຂອງພຣະເຈົ້າ, ເພື່ອວ່າທຸກຄົນຈະຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ທຸກຄົນຈະຢູ່ໃນເສັ້ນທາງທີ່ຖືກຕ້ອງ. ເມື່ອເຈົ້າຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ, ແລ້ວເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງ. ເມື່ອຄວາມຄິດ ແລະ ແນວຄິດຂອງເຈົ້າ ພ້ອມທັງເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ ສາມາດຖືກເຮັດໃຫ້ຖືກຕ້ອງ ແລະ ເຈົ້າສາມາດຫັນຈາກການໃສ່ໃຈໃນເນື້ອໜັງຂອງເຈົ້າມາເປັນການໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ ແລະ ເມື່ອເຈົ້າສາມາດຕໍ່ຕ້ານການລົບກວນຈາກເຈດຕະນາຜິດໆໃນເວລາທີ່ມັນເກິດຂຶ້ນ, ກົງກັນຂ້າມ ປະພຶດຕົນໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ຖ້າເຈົ້າສາມາດບັນລຸການປ່ຽນແປງດັ່ງກ່າວ, ແລ້ວເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງປະສົບການຊີວິດ. ເມື່ອການປະຕິບັດຄຳອະທິຖານຂອງເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ, ກໍຈະຖືກພຣະວິນຍານບໍລິສຸດດົນໃຈໃນຄຳອະທິຖານຂອງເຈົ້າ. ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະຖືກພຣະວິນຍານບໍລິສຸດດົນໃຈໃນຕົວເຈົ້າ; ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ. ທຸກຄັ້ງທີ່ເຈົ້າກິນ ແລະ ດື່ມຂໍ້ພຣະທຳຂອງພຣະເຈົ້າ, ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ພຣະອົງກຳລັງປະຕິບັດໃນປັດຈຸບັນ ແລະ ສາມາດຮຽນຮູ້ເຖິງວິທີອະທິຖານ, ວິທີຮ່ວມມື ແລະ ວິທີການເຂົ້າສູ່, ມີພຽງເມື່ອນັ້ນ ການກິນ ແລະ ດື່ມຂອງເຈົ້າໃນພຣະທຳຂອງພຣະເຈົ້າຈຶ່ງຈະບັນລຸຜົນ. ເມື່ອເຈົ້າສາມາດຄົ້ນພົບເສັ້ນທາງເຂົ້າຈາກພຣະທຳຂອງພຣະເຈົ້າ ແລະ ສາມາດເຂົ້າໃຈເຖິງພະລັງໃນປັດຈຸບັນຂອງພາລະກິດຂອງພຣະເຈົ້າ ພ້ອມທັງທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າກໍຈະໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າບໍ່ເຂົ້າໃຈປະເດັນສຳຄັນເມື່ອເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກນັ້ນ ຍັງບໍ່ສາມາດຄົ້ນພົບເສັ້ນທາງໃນການປະຕິບັດ, ນີ້ກໍສະແດງໃຫ້ເຫັນວ່າ ເຈົ້າຍັງບໍ່ເຂົ້າໃຈວິທີກິນ ແລະ ດື່ມພຣະທຳຂອງພຣະອົງຢ່າງຖືກຕ້ອງ ແລະ ເຈົ້າຍັງບໍ່ໄດ້ຄົ້ນພົບວິທີ ຫຼື ຫຼັກການສຳລັບການກິນ ແລະ ດື່ມພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າໃຈພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນ, ເຈົ້າກໍບໍ່ສາມາດຮັບເອົາໜ້າທີ່ໆພຣະອົງຝາກຝັງໃຫ້ກັບເຈົ້າໄດ້. ພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນແມ່ນສິ່ງທີ່ມະນຸດຕ້ອງເຂົ້າສູ່ຢ່າງແທ້ຈິງ ແລະ ມີຄວາມເຂົ້າໃຈໃນປັດຈຸບັນ. ພວກເຈົ້າເຂົ້າໃຈກ່ຽວກັບສິ່ງເຫຼົ່ານີ້ບໍ?

ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງມີປະສິດທິພາບ, ຊີວິດຝ່າຍວິນຍານຂອງເຈົ້າກໍຈະກາຍມາເປັນປົກກະຕິ ແລະ ບໍ່ວ່າການທົດລອງປະເພດໃດທີ່ເຈົ້າອາດຈະຜະເຊີນ, ສະພາບແວດລ້ອມແບບໃດທີ່ເຈົ້າອາດຈະຜະເຊີນ, ຄວາມເຈັບປ່ວຍທາງເນື້ອໜັງທີ່ເຈົ້າອາດທົນທຸກ, ຄວາມແຕກແຍກຂອງອ້າຍເອື້ອຍນ້ອງ ຫຼື ຄວາມຫຍຸ້ງຍາກໃນຄອບຄົວທີ່ເຈົ້າອາດຈະຜະເຊີນ, ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະເຈົ້າປົກກະຕິ, ອະທິຖານປົກກະຕິ ແລະ ດໍາເນີນຊີວິດໃນຄຣິສຕະຈັກຂອງເຈົ້າປົກກະຕິ, ຖ້າເຈົ້າສາມາດບັນລຸທຸກສິ່ງນີ້ໄດ້, ມັນກໍຈະສະແດງໃຫ້ເຫັນວ່າ ເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງແລ້ວ. ບາງຄົນອ່ອນແອເກີນໄປ ແລະ ຂາດຄວາມບາກບັ່ນ. ເມື່ອຜະເຊີນກັບອຸປະສັກເລັກນ້ອຍພວກເຂົາກໍຈົ່ມພຶມພໍາ ແລະ ກາຍເປັນຄົນຄິດລົບ. ການສະແຫວງຫາຄວາມຈິງຈຳເປັນຕ້ອງມີຄວາມບາກບັ່ນ ແລະ ຄວາມຕັ້ງໝັ້ນ. ຖ້າເຈົ້າບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນເວລານີ້, ແລ້ວເຈົ້າກໍຕ້ອງສາມາດກຽດຊັງຕົນເອງ ແລະ ເລິກໆ ເຈົ້າຕ້ອງຕັດສິນໃຈຢ່າງງຽບໆວ່າ ເຈົ້າຈະເຮັດໃຫ້ສໍາເລັດໃນຄັ້ງຕໍ່ໄປ. ຖ້າໃນເວລານີ້ ເຈົ້າບໍ່ໃສ່ໃຈໃນພາລະຂອງພຣະເຈົ້າ, ແລ້ວເຈົ້າກໍຄວນຕັ້ງໃຈທີ່ຈະກະບົດຕໍ່ເນື້ອໜັງ ໃນເວລາທີ່ຜະເຊີນກັບອຸປະສັກແບບດຽວກັນໃນອະນາຄົດ ແລະ ຕັ້ງໝັ້ນໃນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນວິທີທີ່ເຈົ້າຈະກາຍເປັນຄົນໜ້າສັນລະເສີນ. ບາງຄົນເຖິງກັບບໍ່ຮູ້ເລີຍວ່າ ຄວາມຄິດ ແລະ ແນວຄິດຂອງພວກເຂົາເອງຖືກຕ້ອງ ຫຼື ບໍ່; ຄົນເຫຼົ່ານັ້ນແມ່ນຄົນໂງ່! ຖ້າເຈົ້າຕ້ອງການເອົາຊະນະຫົວໃຈຂອງເຈົ້າ ແລະ ກະບົດຕໍ່ເນື້ອໜັງ, ເຈົ້າຕ້ອງຮູ້ຈັກກ່ອນວ່າ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່; ມີແຕ່ເມື່ອນັ້ນ ເຈົ້າຈຶ່ງສາມາດເອົາຊະນະຫົວໃຈຂອງເຈົ້າໄດ້. ຖ້າເຈົ້າບໍ່ຮູ້ຈັກວ່າ ເຈດຕະນາຂອງເຈົ້າຖືກຕ້ອງ ຫຼື ບໍ່, ເຈົ້າຈະສາມາດເອົາຊະນະຫົວໃຈຂອງເຈົ້າ ແລະ ກະບົດຕໍ່ເນື້ອໜັງໄດ້ແນວໃດ? ເຖິງແມ່ນວ່າເຈົ້າກະບົດ, ເຈົ້າກໍເຮັດໃນລັກສະນະທີ່ສັບສົນ. ເຈົ້າຄວນຮູ້ວິທີກະບົດຕໍ່ເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ; ນີ້ຄືຄວາມໝາຍໃນການກະບົດຕໍ່ເນື້ອໜັງ. ເມື່ອເຈົ້າຮູ້ວ່າ ເຈດຕະນາຂອງເຈົ້າ, ຄວາມຄິດ ແລະ ແນວຄິດຂອງເຈົ້າບໍ່ຖືກຕ້ອງ, ເຈົ້າຄວນຟ້າວກັບຄືນ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ແກ້ໄຂບັນຫານີ້ກ່ອນ ແລະ ຝຶກຝົນຕົນເອງເພື່ອບັນລຸທາງເຂົ້າໃນເລື່ອງນີ້, ເພາະເຈົ້າຮູ້ດີທີ່ສຸດວ່າ ເຈົ້າມີເຈດຕະນາທີ່ຖືກຕ້ອງ ຫຼື ບໍ່. ເມື່ອເຈດຕະນາທີ່ບໍ່ຖືກຕ້ອງຖືກເຮັດໃຫ້ຖືກຕ້ອງ ແລະ ເພື່ອເຫັນແກ່ພຣະເຈົ້າໃນຕອນນີ້, ແລ້ວເຈົ້າກໍໄດ້ບັນລຸເປົ້າໝາຍແຫ່ງການເອົາຊະນະຫົວໃຈຂອງເຈົ້າແລ້ວ.

ສິ່ງສໍາຄັນທີ່ສຸດສຳລັບພວກເຈົ້າທີ່ຈະເຮັດໃນຕອນນີ້ຄືການໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ. ເຈົ້າຕ້ອງຮູ້ຈັກວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດ; ການກະທໍາເຫຼົ່ານີ້ແມ່ນຈໍາເປັນສຳລັບການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ມັນຈະງ່າຍສຳລັບເຈົ້າທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ຫຼັງຈາກທີ່ເຈົ້າເຂົ້າໃຈຈຸດສໍາຄັນນີ້. ເຈົ້າເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ເຊິ່ງສະແດງໃຫ້ເຫັນວ່າ ຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນແທ້ຈິງ. ຖ້າເຈົ້າສືບຕໍ່ໄດ້ຮັບປະສົບການ, ແຕ່ສຸດທ້າຍ ຍັງບໍ່ສາມາດຮູ້ຈັກພຣະເຈົ້າ, ແລ້ວເຈົ້າກໍເປັນຄົນທີ່ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ. ຄົນທີ່ພຽງແຕ່ເຊື່ອໃນພຣະເຢຊູຄຣິດ ແຕ່ບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນລ້ວນແລ້ວແຕ່ຖືກປະນາມທັງໝົດ. ພວກເຂົາເປັນພວກຟາຣິຊາຍສະໄໝໃໝ່ ເພາະພວກເຂົາບໍ່ຮັບຮູ້ພຣະເຈົ້າແຫ່ງປັດຈຸບັນ; ພວກເຂົາທຸກຄົນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ບໍ່ວ່າພວກເຂົາອາດຈະອຸທິດຄວາມບູຊາແນວໃດກໍຕາມໃນພຣະເຢຊູ, ມັນກໍຈະສູນເປົ່າທັງໝົດ; ພຣະເຈົ້າຈະບໍ່ສັນລະເສີນເຈົ້າ. ທຸກຄົນທີ່ມີແຜ່ນປ້າຍໂຄສະນາອ້າງວ່າ ພວກເຂົາເຊື່ອໃນພຣະເຈົ້າ ແຕ່ບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ ແມ່ນເປັນພວກໜ້າຊື່ໃຈຄົດ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ໃສ່ໃຈຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 544)

ເພື່ອສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຕ້ອງເຂົ້າໃຈກ່ອນວ່າ ການຖືກພຣະອົງເຮັດໃຫ້ສົມບູນໝາຍເຖິງຫຍັງ ພ້ອມທັງເງື່ອນໄຂຫຍັງແດ່ທີ່ເຈົ້າຕ້ອງປະກອບມີເພື່ອທີ່ຈະຖືກເຮັດໃຫ້ສົມບູນ. ເມື່ອເຈົ້າໄດ້ເຂົ້າໃຈເລື່ອງດັ່ງກ່າວ, ແລ້ວເຈົ້າກໍຕ້ອງຄົ້ນຫາເສັ້ນທາງໃນການປະຕິບັດ. ເຈົ້າຕ້ອງປະກອບມີຄວາມສາມາດໃດໜຶ່ງເພື່ອຖືກເຮັດໃຫ້ສົມບູນ. ຫຼາຍຄົນບໍ່ມີຄຸນນະພາບສູງຢ່າງພຽງພໍມາແຕ່ກໍາເນີດ, ເຊິ່ງໃນກໍລະນີນີ້ເຈົ້າຕ້ອງຈ່າຍລາຄາ ແລະ ໃຊ້ຄວາມພະຍາຍາມສ່ວນຕົວຂອງເຈົ້າໜັກຂຶ້ນ. ຍິ່ງຄຸນນະພາບຂອງເຈົ້າຕໍ່າສໍ່າໃດ, ເຈົ້າຍິ່ງຕ້ອງໃຊ້ຄວາມພະຍາຍາມສ່ວນຕົວຫຼາຍຂຶ້ນ. ຍິ່ງຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງເຈົ້ານໍາໃຊ້ພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຫຼາຍສໍ່າໃດ, ເຈົ້າກໍຍິ່ງສາມາດເຂົ້າສູ່ເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ໄວຍິ່ງຂຶ້ນສໍ່ານັ້ນ. ຜ່ານການອະທິຖານ, ເຈົ້າສາມາດຖືກເຮັດໃຫ້ສົມບູນໃນຂອບເຂດການອະທິຖານ; ເຈົ້າຍັງສາມາດຖືກເຮັດໃຫ້ສົມບູນຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານການເຂົ້າໃຈແກ່ນແທ້ຂອງພຣະທໍາ ແລະ ການດຳລົງຊີວິດຕາມຄວາມເປັນຈິງຂອງພຣະທຳ. ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າໃນປະຈຳວັນ, ເຈົ້າຄວນມາຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າເອງ; ຍິ່ງໄປກວ່ານັ້ນ ເຈົ້າຄວນຮູ້ຈັກຂໍ້ບົກຜ່ອງທີ່ເປັນອັນຕະລາຍ ແລະ ຈຸດອ່ອນຂອງເຈົ້າ ແລະ ອະທິຖານ ແລະ ອ້ອນວອນເຖິງພຣະເຈົ້າ. ການເຮັດແບບນີ້ ເຈົ້າຈະຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ເສັ້ນທາງສູ່ການຖືກເຮັດໃຫ້ສົມບູນຄື: ການອະທິຖານ, ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການເຂົ້າໃຈເຖິງແກ່ນແທ້ແຫ່ງພຣະທຳຂອງພຣະເຈົ້າ, ການເຂົ້າສູ່ປະສົບການຂອງພຣະທຳຂອງພຣະເຈົ້າ, ການຮຽນຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າ, ການເຊື່ອຟັງພາລະກິດຂອງພຣະເຈົ້າ, ການໃສ່ໃຈໃນພາລະຂອງພຣະເຈົ້າ ແລະ ປະຖິ້ມເນື້ອໜັງຜ່ານຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ການເຂົ້າຮ່ວມສົນທະນາເລື້ອຍໆກັບອ້າຍເອື້ອຍນ້ອງຂອງເຈົ້າ ເຊິ່ງຈະເຮັດໃຫ້ປະສົບການຂອງເຈົ້າເພີ່ມພູນຂຶ້ນ. ບໍ່ວ່າຈະເປັນຊີວິດສ່ວນລວມ ຫຼື ຊີວິດສ່ວນຕົວຂອງເຈົ້າ ແລະ ບໍ່ວ່າຈະເປັນການຊຸມນຸມທີ່ໃຫຍ່ ຫຼື ການຊຸມນຸມທີ່ນ້ອຍ, ທຸກສິ່ງສາມາດເຮັດໃຫ້ເຈົ້າໄດ້ຮັບປະສົບການ ແລະ ໄດ້ຮັບການຝຶກຝົນ ເພື່ອວ່າຫົວໃຈຂອງເຈົ້າຈະສາມາດສະຫງົບຕໍ່ໜ້າພຣະເຈົ້າ ແລະ ກັບຄືນຫາພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນຂະບວນການຂອງການຖືກເຮັດໃຫ້ສົມບູນ. ການມີປະສົບການກັບພຣະທຳຂອງພຣະເຈົ້າທີ່ກ່າວເຖິງ ແມ່ນໝາຍເຖິງການທີ່ສາມາດຊີມລົດຊາດແຫ່ງພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຮັດໃຫ້ເຈົ້າເອງດໍາລົງຊີວິດຕາມພຣະທຳເຫຼົ່ານັ້ນ ເພື່ອເຈົ້າຈະມີຄວາມເຊື່ອ ແລະ ຄວາມຮັກທີ່ຍິ່ງໃຫຍ່ຂຶ້ນສໍາລັບພຣະເຈົ້າ. ໃນວິທີນີ້, ເຈົ້າຈະປົດອຸປະນິໄສອັນຊົ່ວຊ້າ ແລະ ເສື່ອມຊາມຂອງເຈົ້າອອກເທື່ອລະໜ້ອຍ; ເຈົ້າຈະຖອນແຮງຈູງໃຈທີ່ບໍ່ເໝາະສົມອອກຈາກຕົນເອງເທື່ອລະໜ້ອຍ ແລະ ດຳລົງຊີວິດຕາມລັກສະນະຂອງຄົນປົກກະຕິ. ຍິ່ງຄວາມຮັກສຳລັບພຣະເຈົ້າທີ່ຢູ່ຂ້າງໃນເຈົ້າຍິ່ງໃຫຍ່ສໍ່າໃດ ເຊິ່ງເວົ້າໄດ້ວ່າ ຍິ່ງເຈົ້າຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່າໃດ, ເຈົ້າຍິ່ງຖືກຊາຕານເຮັດໃຫ້ເສື່ອມຊາມໜ້ອຍລົງສໍ່ານັ້ນ. ຜ່ານປະສົບການຕົວຈິງຂອງເຈົ້າ, ເຈົ້າຈະເຂົ້າສູ່ເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ສະນັ້ນ, ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ການໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ ແລະ ການມີປະສົບການກັບພຣະທຳຂອງພຣະເຈົ້າແມ່ນສຳຄັນເປັນພິເສດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ໃສ່ໃຈຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 545)

ປັດຈຸບັນນີ້, ພຣະເຈົ້າຕ້ອງການໄດ້ຮັບຄົນກຸ່ມໃດໜຶ່ງ, ກຸ່ມທີ່ປະກອບມີຄົນທີ່ພະຍາຍາມຮ່ວມມືກັບພຣະອົງ, ຄົນທີ່ສາມາດເຊື່ອຟັງພາລະກິດຂອງພຣະອົງ, ຄົນທີ່ເຊື່ອພຣະທຳທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ແລະ ຄົນທີ່ສາມາດນໍາເງື່ອນໄຂຂອງພຣະເຈົ້າເຂົ້າສູ່ການປະຕິບັດ; ພວກເຂົາແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງຢູ່ໃນຫົວໃຈຂອງພວກເຂົາ, ພວກເຂົາແມ່ນຄົນທີ່ສາມາດຖືກເຮັດໃຫ້ສົມບູນແບບ ແລະ ພວກເຂົາຈະສາມາດເດີນຕາມເສັ້ນທາງແຫ່ງຄວາມສົມບູນແບບຢ່າງຫຼີກເວັ້ນບໍ່ໄດ້. ຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນແມ່ນຄົນທີ່ປາສະຈາກຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ຄົນທີ່ບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງພຣະອົງ ແລະ ຄົນທີ່ບໍ່ມີຄວາມຮັກໃດໆຕໍ່ພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນທີ່ສົງໄສໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນບໍ່ແນ່ໃຈກ່ຽວກັບພຣະອົງ, ບໍ່ເຄີຍປະຕິບັດຕໍ່ພຣະທຳຂອງພຣະອົງຢ່າງຈິງຈັງຈັກເທື່ອ ແລະ ຫຼອກລວງພຣະອົງຢູ່ສະເໝີ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານ; ບໍ່ມີທາງທີ່ຈະເຮັດໃຫ້ຄົນດັ່ງກ່າວສົມບູນແບບໄດ້.

ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ, ແລ້ວກ່ອນອື່ນ ເຈົ້າຕ້ອງເປັນທີ່ໂປດປານຂອງພຣະເຈົ້າ ຍ້ອນວ່າ ພຣະເຈົ້າເຮັດໃຫ້ຄົນທີ່ພຣະອົງໂປດປານ ແລະ ຜູ້ທີ່ພຣະອົງພໍໃຈເອງສົມບູນແບບ. ຖ້າເຈົ້າປາຖະໜາທີ່ເປັນທີ່ພໍໃຈຂອງພຣະເຈົ້າເອງ, ແລ້ວເຈົ້າຕ້ອງມີຫົວໃຈທີ່ເຊື່ອຟັງພາລະກິດຂອງພຣະອົງ, ເຈົ້າຕ້ອງພະຍາຍາມສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ທຸກສິ່ງທີ່ເຈົ້າເຮັດໄດ້ຜ່ານການກວດສອບຂອງພຣະເຈົ້າແລ້ວບໍ? ເຈດຕະນາຂອງເຈົ້າຖືກຕ້ອງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງ, ແລ້ວພຣະເຈົ້າຈະຊົມເຊີຍເຈົ້າ; ຖ້າເຈດຕະນາຂອງເຈົ້ານັ້ນຜິດ, ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ຫົວໃຈຂອງເຈົ້າຮັກບໍ່ແມ່ນພຣະເຈົ້າ, ແຕ່ຮັກເນື້ອໜັງ ແລະ ຊາຕານ. ສະນັ້ນ, ເຈົ້າຕ້ອງໃຊ້ການອະທິຖານເປັນວິທີຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ເມື່ອເຈົ້າອະທິຖານ, ເຖິງແມ່ນວ່າເຮົາບໍ່ໄດ້ຢືນຢູ່ຕໍ່ໜ້າເຈົ້າດ້ວຍຕົນເອງ, ພຣະວິນຍານບໍລິດສຸດກໍຈະຢູ່ກັບເຈົ້າ ແລະ ມັນແມ່ນທັງເຮົາເອງ ແລະ ພຣະວິນຍານຂອງພຣະເຈົ້າທີ່ເຈົ້າອະທິຖານຫາ. ເປັນຫຍັງເຈົ້າຈຶ່ງເຊື່ອໃນເນື້ອໜັງນີ້? ເຈົ້າເຊື່ອກໍຍ້ອນວ່າພຣະອົງມີພຣະວິນຍານຂອງພຣະເຈົ້າ. ເຈົ້າຈະເຊື່ອໃນຄົນນີ້ບໍ ຖ້າພຣະອົງປາສະຈາກພຣະວິນຍານຂອງພຣະເຈົ້າ? ເມື່ອເຈົ້າເຊື່ອໃນບຸກຄົນນີ້, ເຈົ້າເຊື່ອໃນພຣະວິນຍານຂອງພຣະເຈົ້າ. ເມື່ອເຈົ້າຢໍາເກງບຸກຄົນນີ້, ເຈົ້າຢໍາເກງພຣະວິນຍານຂອງພຣະເຈົ້າ. ຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າແມ່ນຄວາມເຊື່ອໃນບຸກຄົນນີ້ ແລະ ຄວາມເຊື່ອໃນບຸກຄົນນີ້ກໍ່ແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າເຊັ່ນກັນ. ເມື່ອເຈົ້າອະທິຖານ, ເຈົ້າຮູ້ສຶກໄດ້ວ່າພຣະວິນຍານຂອງພຣະເຈົ້າຢູ່ກັບເຈົ້າ ແລະ ພຣະເຈົ້າຢູ່ຕໍ່ໜ້າເຈົ້າ ແລະ ສະນັ້ນ ເຈົ້າຈຶ່ງອະທິຖານຫາພຣະວິນຍານຂອງພຣະອົງ. ມື້ນີ້, ຜູ້ຄົນສ່ວນຫຼາຍຢ້ານຫຼາຍເກີນໄປທີ່ຈະນຳເອົາການກະທຳຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ; ໃນຂະນະທີ່ເຈົ້າອາດຈະຫຼອກລວງເນື້ອໜັງຂອງພຣະອົງ, ເຈົ້າບໍ່ສາມາດຫຼອກລວງພຣະວິນຍານຂອງພຣະອົງໄດ້. ເລື່ອງໃດກໍ່ຕາມທີ່ບໍ່ສາມາດທົນຕໍ່ການກວດສອບຂອງພຣະເຈົ້າໄດ້ ກໍບໍ່ສອດຄ່ອງກັບຄວາມຈິງ ແລະ ຄວນຖືກໂຍນຖິ້ມ; ບໍ່ດັ່ງນັ້ນມັນກໍຈະເປັນບາບຕໍ່ພຣະເຈົ້າ. ດັ່ງນັ້ນ, ເຈົ້າຕ້ອງວາງຫົວໃຈຂອງເຈົ້າໄວ້ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ເມື່ອເຈົ້າອະທິຖານ, ເມື່ອເຈົ້າເວົ້າ ແລະ ສົນທະນາກັບບັນດາອ້າຍເອື້ອຍນ້ອງຂອງເຈົ້າ ແລະ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ຈັດການທຸລະກິດຂອງເຈົ້າ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າຈະສະຖິດຢູ່ກັບເຈົ້າ ແລະ ຕາບໃດທີ່ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ສຳລັບພາລະກິດໃນເຮືອນຂອງພຣະເຈົ້າ, ພຣະອົງຈະຍອມຮັບທຸກສິ່ງທີ່ເຈົ້າເຮັດ; ເຈົ້າຄວນອຸທິດຕົນເອງຢ່າງຈິງຈັງເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ສໍາເລັດ. ເມື່ອເຈົ້າອະທິຖານ, ຖ້າເຈົ້າມີຄວາມຮັກຢູ່ໃນໃຈຂອງເຈົ້າຕໍ່ພຣະເຈົ້າ ແລະ ສະແຫວງຫາການເບິ່ງແຍງ, ການປົກປ້ອງ ແລະ ການກວດສອບ, ຖ້າສິ່ງເຫຼົ່ານີ້ແມ່ນເຈດຕະນາຂອງເຈົ້າ, ຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບ. ຕົວຢ່າງເຊັ່ນ ເມື່ອເຈົ້າອະທິຖານໃນທີ່ປະຊຸມ, ຖ້າເຈົ້າເປີດໃຈຂອງເຈົ້າ ແລະ ອະທິຖານຫາພຣະເຈົ້າ ແລະ ບອກກັບພຣະອົງສິ່ງທີ່ຢູ່ໃນໃຈຂອງເຈົ້າໂດຍບໍ່ມີການເວົ້າຕົວະ ແລ້ວຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບຢ່າງແນ່ນອນ. ຖ້າເຈົ້າຮັກພຣະເຈົ້າຢ່າງຈິງຈັງຢູ່ໃນຫົວໃຈເຈົ້າ, ແລ້ວເຈົ້າກໍຄວນສາບານກັບພຣະເຈົ້າວ່າ: “ພຣະເຈົ້າ, ຜູ້ຢູ່ໃນສະຫວັນ ແລະ ເທິງແຜ່ນດິນ ແລະ ທ່າມກາງທຸກສິ່ງ, ຂ້ານ້ອຍຂໍສາບານຕໍ່ພຣະອົງວ່າ: ຂໍໃຫ້ພຣະວິນຍານຂອງພຣະອົງກວດສອບທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ປົກປ້ອງ ແລະ ເບິ່ງແຍງຂ້ານ້ອຍຕະຫຼອດເວລາ ແລະ ເຮັດໃຫ້ທຸກສິ່ງທີ່ຂ້ານ້ອຍເຮັດເປັນໄປຕາມຄວາມປະສົງເພື່ອຢືນຢູ່ຕໍ່ໜ້າພຣະອົງ. ຫາກຫົວໃຈຂອງຂ້ານ້ອຍຢຸດຮັກພຣະອົງ ຫຼື ມັນທໍລະຍົດຕໍ່ພຣະອົງ, ຂໍໃຫ້ພຣະອົງຂ້ຽນຕີ ແລະ ສາບແຊ່ງຂ້ານ້ອຍຢ່າງສາຫັດດ້ວຍ. ຢ່າຍົກໂທດໃຫ້ຂ້ານ້ອຍບໍ່ວ່າໃນໂລກນີ້ ຫຼື ໂລກໜ້າ!” ເຈົ້າກ້າສາບານແບບນັ້ນບໍ? ຖ້າເຈົ້າບໍ່ກ້າ, ນັ້ນກໍສະແດງວ່າ ເຈົ້າເປັນຄົນຂີ້ຢ້ານ ແລະ ເຈົ້າຍັງຮັກຕົວເຈົ້າເອງຢູ່. ພວກເຈົ້າມີວິທີການແກ້ໄຂບັນຫານີ້ບໍ? ຖ້ານີ້ແມ່ນວິທີການແກ້ໄຂບັນຫາຂອງເຈົ້າແທ້ໆ, ເຈົ້າຄວນສາບານແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈທີ່ຈະສາບານແບບນັ້ນ, ແລ້ວພຣະເຈົ້າຈະເຮັດໃຫ້ຄວາມຕັ້ງໃຈຂອງເຈົ້າສຳເລັດ. ເມື່ອເຈົ້າສາບານກັບພຣະເຈົ້າ, ພຣະອົງກໍຟັງ. ພຣະເຈົ້າກຳນົດວ່າເຈົ້າເປັນຄົນບາບ ຫຼື ເປັນຄົນຊອບທຳໂດຍການວັດແທກແຫ່ງຄຳອະທິຖານຂອງເຈົ້າ ແລະ ການປະຕິບັດຂອງເຈົ້າ. ປັດຈຸບັນນີ້, ນີ້ແມ່ນຂະບວນການຂອງການເຮັດໃຫ້ພວກເຈົ້າສົມບູນແບບ ແລະ ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນການຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະນຳເອົາທຸກສິ່ງທີ່ເຈົ້າເຮັດມາໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບເອົາການກວດສອບຂອງພຣະອົງ; ຖ້າເຈົ້າເຮັດບາງສິ່ງບາງຢ່າງທີ່ເປັນກະບົດຢ່າງຮ້າຍແຮງ ຫຼື ຖ້າເຈົ້າທໍລະຍົດພຣະເຈົ້າ, ແລ້ວພຣະອົງກໍຈະເຮັດໃຫ້ຄໍາສາບານຂອງເຈົ້າເປັນຈິງ ແລະ ສະນັ້ນ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ, ບໍ່ວ່າມັນຈະເປັນການລົງໂທດສູ່ອະເວຈີ ຫຼື ການຂ້ຽນຕີ, ນີ້ກໍເປັນການກະທຳຂອງເຈົ້າເອງ. ເຈົ້າໃຫ້ຄຳສາບານແລ້ວ, ດັ່ງນັ້ນ, ເຈົ້າກໍຄວນປະຕິບັດຕາມຄຳສາບານນັ້ນ. ຖ້າເຈົ້າໃຫ້ຄຳສາບານ, ແຕ່ບໍ່ປະຕິບັດຕາມຄຳສາບານນັ້ນ, ເຈົ້າກໍຈະພົບກັບການລົງໂທດສູ່ອະເວຈີ. ຍ້ອນຄໍາສາບານເປັນຂອງເຈົ້າ, ພຣະເຈົ້າກໍຈະເຮັດໃຫ້ຄໍາສາບານຂອງເຈົ້ານັ້ນບັນລຸຜົນ. ບາງຄົນຢ້ານ ຫຼັງຈາກທີ່ພວກເຂົາອະທິຖານ ແລະ ອາໄລອາວອນວ່າ, “ທຸກຢ່າງຜ່ານໄປແລ້ວ! ໂອກາດຂອງຂ້ານ້ອຍໃນການມຶນເມົາໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍໃນການເຮັດສິ່ງຊົ່ວຮ້າຍໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍທີ່ຈະໝົກມຸ້ນກັບຄວາມປາຖະໜາທາງໂລກຂອງຂ້ານ້ອຍໄດ້ຫາຍໄປແລ້ວ!” ຜູ້ຄົນເຫຼົ່ານີ້ຍັງຄົງຮັກໂລກ ແລະ ຄວາມບາບຢູ່ ແລະ ພວກເຂົາຈະພົບກັບຄວາມຫາຍະນະແນ່ນອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 546)

ການເປັນຜູ້ຄົນທີ່ເຊື່ອໃນພຣະເຈົ້າ ໝາຍຄວາມວ່າທຸກສິ່ງທີ່ເຈົ້າເຮັດຕ້ອງຖືກນຳມາວາງໄວ້ຕໍ່ໜ້າພຣະອົງ ແລະ ເຮັດໃຫ້ຢູ່ໃນການກວດສອບຂອງພຣະອົງ. ຖ້າສິ່ງທີ່ເຈົ້າເຮັດສາມາດນຳມາໄວ້ຕໍ່ໜ້າພຣະວິນຍານຂອງພຣະເຈົ້າ ແຕ່ບໍ່ແມ່ນຕໍ່ໜ້າເນື້ອໜັງຂອງພຣະເຈົ້າແລ້ວ, ນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ມາຢູ່ໃນການກວດສອບຂອງພຣະວິນຍານຂອງພຣະອົງ. ພຣະວິນຍານຂອງພຣະເຈົ້າແມ່ນໃຜ? ໃຜແມ່ນບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້? ພຣະອົງບໍ່ແມ່ນອັນໜຶ່ງ ແລະ ອັນດຽວກັນບໍ? ຄົນສ່ວນໃຫຍ່ເຫັນພຣະອົງເປັນສອງສິ່ງທີ່ແຍກອອກຈາກກັນ, ໂດຍເຊື່ອວ່າ ພຣະວິນຍານຂອງພຣະເຈົ້າແມ່ນພຣະວິນຍານຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ກໍພຽງແຕ່ເປັນມະນຸດ. ແຕ່ເຈົ້າບໍ່ໄດ້ເຂົ້າໃຈຜິດບໍ? ບຸກຄົນນີ້ປະຕິບັດພາລະກິດແທນຜູ້ໃດ? ບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີຄວາມເຂົ້າໃຈຝ່າຍຈິດວິນຍານ. ພຣະວິນຍານຂອງພຣະເຈົ້າ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງແມ່ນໜຶ່ງດຽວກັນ, ຍ້ອນວ່າພຣະວິນຍານຂອງພຣະເຈົ້າໄດ້ປາກົດຕົວໃນເນື້ອໜັງ. ຖ້າບຸກຄົນນີ້ບໍ່ເມດຕາຕໍ່ເຈົ້າ, ແລ້ວພຣະວິນຍານຂອງພຣະເຈົ້າຈະເມດຕາບໍ? ເຈົ້າບໍ່ສັບສົນບໍ? ໃນປັດຈຸບັນ, ທຸກຄົນທີ່ບໍ່ສາມາດຍອມຮັບການກວດສອບຂອງພຣະເຈົ້າກໍບໍ່ສາມາດໄດ້ຮັບການອະນຸມັດຈາກພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ຈົ່ງເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ເບິ່ງວ່າມັນສາມາດເອົາມາວາງໄວ້ຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່. ຖ້າເຈົ້າບໍ່ສາມາດນຳເອົາທຸກສິ່ງທີ່ເຈົ້າເຮັດນັ້ນມາວາງໄວ້ຕໍ່ໜ້າພຣະເຈົ້າແລ້ວ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍສາມາດຖືກເຮັດໃຫ້ສົມບູນແບບໄດ້ບໍ? ທັງໝົດທີ່ເຈົ້າເຮັດ, ທຸກໆການກະທຳ, ທຸກເຈດຕະນາ ແລະ ທຸກປະຕິກິລະຍາຄວນຖືກນຳມາວາງໄວ້ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ຊີວິດຝ່າຍວິນຍານປະຈຳວັນຂອງເຈົ້າ ນັ້ນກໍຄື ຄຳອະທິຖານຂອງເຈົ້າ, ຄວາມໃກ້ຊິດຂອງເຈົ້າກັບພຣະເຈົ້າ, ວິທີທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການສົນທະນາຂອງເຈົ້າກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຊີວິດຂອງເຈົ້າພາຍໃນຄຣິສຕະຈັກ ແລະ ການຮັບໃຊ້ຂອງເຈົ້າຢ່າງຮ່ວມມືກັນແມ່ນສາມາດນຳມາວາງໄວ້ຕໍ່ໜ້າພຣະເຈົ້າໃຫ້ຖືກກວດສອບໂດຍພຣະອົງ. ມັນຄືການປະຕິບັດດັ່ງກ່າວທີ່ຈະຊ່ວຍໃຫ້ເຈົ້າບັນລຸການເຕີບໂຕຂຶ້ນໃນຊີວິດ. ຂະບວນການຍອມຮັບການກວດສອບຂອງພຣະເຈົ້າແມ່ນຂະບວນການຂອງການເຮັດໃຫ້ບໍລິສຸດ. ຍິ່ງເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າຫຼາຍເທົ່າໃດ, ເຈົ້າກໍຍິ່ງຖືກເຮັດໃຫ້ບໍລິສຸດຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍສໍ່າເທົ່ານັ້ນ, ເພື່ອວ່າເຈົ້າຈະບໍ່ຖືກດຶງເຂົ້າສູ່ຄວາມເສື່ອມຊາມ ແລະ ຫົວໃຈຂອງເຈົ້າກໍຈະດຳລົງຢູ່ຕໍ່ໜ້າຂອງພຣະອົງ. ຍິ່ງເຈົ້າຍອມຮັບການກວດສອບຂອງພຣະອົງຫຼາຍເທົ່າໃດ, ຄວາມອັບອາຍຂອງຊາຕານ ແລະ ຄວາມສາມາດຂອງເຈົ້າທີ່ຈະປະຖິ້ມເນື້ອໜັງກໍຍິ່ງຫຼາຍສໍ່ານັ້ນ. ດັ່ງນັ້ນ, ການຍອມຮັບການກວດສອບຂອງພຣະເຈົ້າແມ່ນເສັ້ນທາງການປະຕິບັດທີ່ທຸກຄົນຄວນປະຕິບັດ. ບໍ່ວ່າເຈົ້າເຮັດສິ່ງໃດ, ແມ່ນແຕ່ໃນເວລາທີ່ສື່ສານກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍສາມາດນຳເອົາການກະທຳຂອງເຈົ້າວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາການກວດສອບຂອງພຣະອົງ ແລະ ຕັ້ງໃຈທີ່ຈະເຊື່ອຟັງພຣະອົງເອງ; ສິ່ງນີ້ຈະເຮັດໃຫ້ສິ່ງທີ່ເຈົ້າປະຕິບັດຍິ່ງຈະຖືກຕ້ອງກວ່າເກົ່າຫຼາຍ. ພຽງແຕ່ຖ້າເຈົ້ານຳເອົາທຸກສິ່ງທີ່ເຈົ້າເຮັດມາວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການກວດສອບຂອງພຣະອົງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັນຄົນໜຶ່ງທີ່ດຳລົງຢູ່ຕໍ່ໜ້າຂອງພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 547)

ຜູ້ທີ່ປາສະຈາກຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ຈະບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ຄົນເຊັ່ນນີ້ແມ່ນລູກຫຼານຂອງຄວາມບໍ່ເຊື່ອຟັງ. ພວກເຂົາໃຝ່ສູງເກີນໄປ ແລະ ມີການກະບົດຫຼາຍເກີນໄປຢູ່ໃນຕົວພວກເຂົາ, ດັ່ງນັ້ນ ພວກເຂົາຈຶ່ງເຮັດໂຕຫ່າງເຫີນຈາກພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະຍອມຮັບການກວດສອບຂອງພຣະອົງ. ຄົນເຊັ່ນນີ້ບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້ໂດຍງ່າຍ. ບາງຄົນເລືອກວິທີການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ພວກເຂົາເລືອກການຍອມຮັບພຣະທຳເຫຼົ່ານັ້ນ. ພວກເຂົາຍອມຮັບຢ່າງໃດໜຶ່ງຂອງພຣະທຳຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງພວກເຂົາ ໃນຂະນະທີ່ ປະຕິເສດພຣະທຳທີ່ບໍ່ສອດຄ່ອງ. ນີ້ບໍ່ແມ່ນການກະບົດ ແລະ ການຕໍ່ຕ້ານພຣະເຈົ້າທີ່ຈະແຈ້ງທີ່ສຸດບໍ? ຖ້າຜູ້ໃດຜູ້ໜຶ່ງເຊື່ອໃນພຣະເຈົ້າມາເປັນເວລາຫຼາຍໆປີ ໂດຍບໍ່ໄດ້ຮັບຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບພຣະອົງ, ແລ້ວພວກເຂົາແມ່ນເປັນຄົນບໍ່ເຊື່ອ. ບັນດາຜູ້ທີ່ເຕັມໃຈຍອມຮັບການກວດສອບຂອງພຣະເຈົ້າ ແມ່ນບັນດາຜູ້ທີ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະອົງ, ຜູ້ທີ່ເຕັມໃຈຍອມຮັບພຣະທຳຂອງພຣະອົງ. ພວກເຂົາແມ່ນຜູ້ທີ່ຈະໄດ້ຮັບມໍລະດົກ ແລະ ພອນຂອງພຣະເຈົ້າ ແລະ ພວກເຂົາແມ່ນຜູ້ທີ່ໄດ້ຮັບພອນຫຼາຍທີ່ສຸດ. ພຣະເຈົ້າສາບແຊ່ງຜູ້ຄົນທີ່ບໍ່ມີບ່ອນວ່າງໃນໃຈຂອງພວກເຂົາໃຫ້ກັບພຣະອົງ ແລະ ພຣະອົງຂ້ຽນຕີ ແລະ ປະຖິ້ມຄົນດັ່ງກ່າວ. ຖ້າເຈົ້າບໍ່ຮັກພຣະເຈົ້າ ແລ້ວພຣະອົງກໍຈະປະຖິ້ມເຈົ້າ ແລະ ຖ້າເຈົ້າບໍ່ຟັງສິ່ງທີ່ເຮົາເວົ້າ, ແລ້ວເຮົາກໍສັນຍາວ່າພຣະວິນຍານຂອງພຣະເຈົ້າຈະປະຖິ້ມເຈົ້າ. ລອງເບິ່ງ ຖ້າເຈົ້າບໍ່ເຊື່ອ! ມື້ນີ້ ເຮົາຊີ້ແຈງເສັ້ນທາງແຫ່ງການປະຕິບັດໃຫ້ແກ່ເຈົ້າ, ແຕ່ເຈົ້າຈະເອົາໄປປະຕິບັດຕາມ ຫຼື ບໍ່ນັ້ນ ມັນກໍສຸດແລ້ວແຕ່ເຈົ້າ. ຖ້າເຈົ້າບໍ່ເຊື່ອ, ຖ້າເຈົ້າບໍ່ປະຕິບັດ, ເຈົ້າຈະເຫັນດ້ວຍຕົນເອງ ວ່າພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວເຈົ້າ ຫຼື ບໍ່! ຖ້າເຈົ້າບໍ່ສະແຫວງຫາຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນທີ່ສະແຫວງຫາ ແລະ ເຊີດຊູພຣະທຳຂອງພຣະອົງ. ຍິ່ງເຈົ້າເຊີດຊູພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ພຣະວິນຍານຂອງພຣະອົງຍິ່ງຈະປະຕິບັດພາລະກິດຂອງພຣະອົງໃນຕົວເຈົ້າຫຼາຍເທົ່ານັ້ນ. ຍິ່ງຄົນໜຶ່ງເຊີດຊູພຣະທຳຂອງພຣະເຈົ້າຫຼາຍເທົ່າໃດ, ໂອກາດທີ່ພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບກໍມີຫຼາຍຂຶ້ນເທົ່ານັ້ນ. ພຣະເຈົ້າເຮັດໃຫ້ຜູ້ຮັກພຣະອົງຢ່າງແທ້ຈິງສົມບູນແບບ ແລະ ພຣະອົງເຮັດໃຫ້ຜູ້ທີ່ມີຫົວໃຈສະຫງົບສຸກຕໍ່ໜ້າພຣະອົງນັ້ນສົມບູນແບບ. ເພື່ອທີ່ຈະເຊີດຊູພາລະກິດທັງໝົດຂອງພຣະອົງ, ເພື່ອທີ່ຈະເຊີດຊູຄວາມສະຫວ່າງຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູການສະຖິດຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ເພື່ອທີ່ຈະເຊີດຊູວິທີທີ່ພຣະທຳຂອງພຣະເຈົ້າກາຍເປັນຄວາມເປັນຈິງ ແລະ ສະໜອງໃຫ້ກັບຊີວິດຂອງເຈົ້າ, ທຸກຢ່າງນີ້ແມ່ນສອດຄ່ອງກັບຫົວໃຈຂອງພຣະເຈົ້າໄດ້ດີທີ່ສຸດ. ຖ້າເຈົ້າເຊີດຊູພາລະກິດຂອງພຣະເຈົ້າ ນັ້ນກໍຄື ຖ້າເຈົ້າເຊີດຊູພາລະກິດທັງໝົດທີ່ພຣະອົງໄດ້ກະທຳຕໍ່ເຈົ້າ, ແລ້ວພຣະອົງກໍຈະອວຍພອນເຈົ້າ ແລະ ເຮັດໃຫ້ທຸກສິ່ງທີ່ເປັນຂອງເຈົ້າເພີ່ມທະວີຂຶ້ນ. ຖ້າເຈົ້າບໍ່ເຊີດຊູພຣະທຳຂອງພຣະເຈົ້າ, ພຣະອົງຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ, ແຕ່ພຣະອົງຈະມອບພຣະຄຸນພຽງເລັກນ້ອຍສຳລັບຄວາມເຊື່ອຂອງເຈົ້າ ຫຼື ອວຍພອນເຈົ້າດ້ວຍຄວາມຮັ່ງມີເລັກໆນ້ອຍໆ ຫຼື ຄວາມປອດໄພເລັກໆນ້ອຍໆສຳລັບຄອບຄົວຂອງເຈົ້າ. ເຈົ້າຄວນພະຍາຍາມເຮັດໃຫ້ພຣະທຳຂອງພຣະເຈົ້າກາຍເປັນຄວາມຈິງຂອງເຈົ້າ ແລະ ສາມາດເຮັດໃຫ້ພຣະອົງພໍໃຈ ແລະ ເປັນທີ່ພໍໃຈພຣະອົງເອງ; ເຈົ້າບໍ່ຄວນພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງເທົ່ານັ້ນ. ບໍ່ມີຫຍັງຈະສຳຄັນສຳລັບຜູ້ເຊື່ອ ໄປກວ່າການໄດ້ຮັບພາລະກິດຂອງພຣະເຈົ້າ, ໄດ້ຮັບຄວາມສົມບູນແບບ ແລະ ກາຍເປັນຜູ້ທີ່ເຮັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ.

ທັງໝົດທີ່ມະນຸດໄດ້ສະແຫວງຫາໃນຍຸກແຫ່ງພຣະຄຸນແມ່ນຫຼ້າສະໄໝແລ້ວໃນຕອນນີ້, ຍ້ອນວ່າ ໃນຕອນນີ້ ມີມາດຕະຖານການສະແຫວງຫາທີ່ສູງກວ່າ; ສິ່ງທີ່ສະແຫວງຫາແມ່ນທັງສູງສົ່ງກວ່າ ແລະ ເປັນຈິງຫຼາຍກວ່າ, ສິ່ງທີ່ສະແຫວງຫາສາມາດຕອບສະໜອງສິ່ງທີ່ມະນຸດຕ້ອງການຢູ່ພາຍໃນໄດ້ດີກວ່າ. ໃນຍຸກອະດີດ, ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃນຜູ້ຄົນດັ່ງທີ່ພຣະອົງເຮັດໃນປັດຈຸບັນ; ພຣະອົງບໍ່ໄດ້ກ່າວກັບພວກເຂົາຫຼາຍດັ່ງທີ່ພຣະອົງໄດ້ກ່າວໃນທຸກວັນນີ້ ຫຼື ຄວາມຕ້ອງການຂອງພຣະອົງຕໍ່ພວກເຂົາກໍ່ບໍ່ໄດ້ສູງຄືທຸກວັນນີ້. ການທີ່ພຣະເຈົ້າເວົ້າເຖິງສິ່ງເຫຼົ່ານີ້ກັບພວກເຈົ້າໃນຕອນນີ້ກໍສະແດງວ່າ ເຈດຕະນາສູງສຸດຂອງພຣະເຈົ້າແມ່ນແນໃສ່ພວກເຈົ້າ, ໃສ່ຄົນກຸ່ມນີ້. ຖ້າເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບຢ່າງແທ້ຈິງ, ແລ້ວຈົ່ງສະແຫວງຫາມັນຄືດັ່ງເປົ້າໝາຍຫຼັກຂອງເຈົ້າ. ບໍ່ວ່າເຈົ້າກຳລັງແລ່ນໄປມາ, ກຳລັງເສຍສະຫຼະຕົວເຈົ້າເອງ, ກຳລັງປະຕິບັດໜ້າທີ່ ຫຼື ບໍ່ວ່າເຈົ້າໄດ້ຮັບການຝາກຝັງຈາກພຣະເຈົ້າກໍຕາມ, ຈຸດປະສົງກໍເພື່ອຖືກເຮັດໃຫ້ສົມບູນ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າສະເໝີ ແລະ ເພື່ອບັນລຸເປົ້າໝາຍເຫຼົ່ານີ້. ຖ້າບາງຄົນເວົ້າວ່າພວກເຂົາບໍ່ໄດ້ສະແຫວງຫາຄວາມສົມບູນແບບຈາກພຣະເຈົ້າ ຫຼື ທາງເຂົ້າສູ່ຊີວິດ, ແຕ່ສະແຫວງຫາຄວາມສະຫງົບສຸກ ແລະ ປິຕິຍິນດີທາງເນື້ອໜັງເທົ່ານັ້ນ, ແລ້ວພວກເຂົາແມ່ນເປັນຄົນທີ່ຕາບອດທີ່ສຸດໃນບັນດາຄົນທັງປວງ. ຄົນທີ່ບໍ່ສະແຫວງຫາຄວາມເປັນຈິງແຫ່ງຊີວິດ, ແຕ່ສະແຫວງຫາພຽງແຕ່ຊີວິດນິລັນດອນໃນໂລກທີ່ຈະມາເຖິງ ແລະ ຄວາມປອດໄພໃນໂລກນີ້ເທົ່ານັ້ນ ແມ່ນເປັນຄົນຕາບອດທີ່ສຸດໃນບັນດາຄົນທັງປວງ. ດັ່ງນັ້ນ, ທັງໝົດທີ່ເຈົ້າເຮັດຄວນຖືກເຮັດເພື່ອຈຸດປະສົງຂອງການຖືກເຮັດໃຫ້ສົມບູນແບບ ແລະ ການຖືກຮັບໂດຍພຣະເຈົ້າ.

ພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນແມ່ນເພື່ອສະໜອງໃຫ້ພວກເຂົາອີງຕາມຄວາມຕ້ອງການທີ່ແຕກຕ່າງກັນຂອງພວກເຂົາ. ຍິ່ງຊີວິດຂອງມະນຸດໃຫຍ່ໂຕຂຶ້ນເທົ່າໃດ, ພວກເຂົາກໍ່ຍິ່ງຕ້ອງການຫຼາຍສໍ່ານັ້ນ ແລະ ພວກເຂົາຍິ່ງສະແຫວງຫາຫຼາຍຂຶ້ນສໍ່ານັ້ນ. ຖ້າໃນໄລຍະນີ້ ເຈົ້າບໍ່ມີການສະແຫວງຫາ, ສິ່ງນີ້ກໍພິສູດໃຫ້ເຫັນວ່າພຣະວິນຍານບໍລິສຸດໄດ້ປະຖິ້ມເຈົ້າແລ້ວ. ທຸກຄົນທີ່ສະແຫວງຫາຊີວິດຈະບໍ່ຖືກພຣະວິນຍານບໍລິສຸດປະຖິ້ມເລີຍ; ຜູ້ຄົນດັ່ງກ່າວສະແຫວງຫາຢູ່ສະເໝີ ແລະ ໂຫຍຫາໃນຫົວໃຈຂອງພວກເຂົາຢູ່ສະເໝີ. ຄົນດັ່ງກ່າວບໍ່ເຄີຍພໍໃຈກັບສິ່ງຕ່າງໆດັ່ງທີ່ພວກເຂົາເປັນໃນປັດຈຸບັນ ແຕ່ລະໄລຍະຂອງພາລະກິດຂອງພຣະວິນຍານບໍລິສຸດແນເພື່ອບັນລຸຜົນໃນຕົວເຈົ້າ, ແຕ່ຖ້າເຈົ້າພໍໃຈໃນຕົນເອງ, ຖ້າເຈົ້າບໍ່ມີຄວາມຕ້ອງການອີກຕໍ່ໄປ, ຖ້າເຈົ້າບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດອີກຕໍ່ໄປ, ແລ້ວພຣະອົງກໍຈະປະຖິ້ມເຈົ້າ. ຜູ້ຄົນຕ້ອງການການກວດສອບຂອງພຣະເຈົ້າໃນແຕ່ລະມື້; ພວກເຂົາຕ້ອງການການຈັດຕຽມຢ່າງຫຼວງຫຼາຍຈາກພຣະເຈົ້າໃນແຕ່ລະມື້. ຜູ້ຄົນສາມາດເຮັດໂດຍບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນແຕ່ລະມື້ໄດ້ບໍ? ຖ້າບາງຄົນຮູ້ສຶກຄືກັບວ່າພວກເຂົາບໍ່ສາມາດກິນ ຫຼື ດື່ມພຣະທຳຂອງພຣະເຈົ້າໄດ້ຢ່າງພຽງພໍຢູ່ສະເໝີ, ຖ້າພວກເຂົາສະແຫວງຫາມັນຢູ່ສະເໝີ ແລະ ຫິວ ແລະ ກະຫາຍຫາມັນຢູ່ສະເໝີ, ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວພວກເຂົາຢູ່ຕະຫຼອດເວລາ. ຍິ່ງຜູ້ໃດຜູ້ໜຶ່ງໂຫຍຫາຫຼາຍເທົ່າໃດ, ສິ່ງຕ່າງໆທີ່ເປັນຈິງຍິ່ງຈະສາມາດອອກມາຈາກການສົນທະນາຂອງເຂົາຫຼາຍເທົ່ານັ້ນ. ຍິ່ງຜູ້ໃດຜູ້ໜຶ່ງສະແຫວງຫາຄວາມຈິງຫຼາຍເທົ່າໃດ, ພວກເຂົາກໍຍິ່ງບັນລຸການເຕີບໂຕໃນຊີວິດຂອງພວກເຂົາໄດ້ໄວຫຼາຍສໍ່ານັ້ນ, ເຮັດໃຫ້ພວກເຂົາມີອຸດົມສົມບູນໃນປະສົບການ ແລະ ເປັນຜູ້ອາໄສທີ່ຮັ່ງມີໃນເຮືອນຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 548)

ພຣະວິນຍານບໍລິສຸດມີເສັ້ນທາງທີ່ຈະຍ່າງຢູ່ໃນແຕ່ລະຄົນ ແລະ ມອບໂອກາດໃຫ້ແຕ່ລະຄົນໄດ້ຖືກເຮັດໃຫ້ສົມບູນ. ຜ່ານຄວາມຄິດລົບຂອງເຈົ້າ, ເຈົ້າໄດ້ຖືກເຮັດໃຫ້ຮູ້ຈັກຄວາມເສື່ອມຊາມຂອງຕົວເຈົ້າເອງ ແລະ ຫຼັງຈາກນັ້ນ ຜ່ານການໂຍນຄວາມຄິດລົບຖິ້ມ ເຈົ້າຈະພົບເສັ້ນທາງປະຕິບັດ; ສິ່ງທັງໝົດເຫຼົ່ານີ້ຄືວິທີທາງທີ່ຈະເຮັດໃຫ້ເຈົ້າສົມບູນ. ຍິ່ງໄປກວ່ານັ້ນ, ຜ່ານການນຳພາຢ່າງຕໍ່ເນື່ອງ ແລະ ການສ່ອງແສງສະຫວ່າງຂອງສິ່ງດີໆບາງຢ່າງຢູ່ໃນຕົວເຈົ້າ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ, ເຕີບໂຕຂຶ້ນໃນຄວາມເຂົ້າໃຈ ແລະ ໄດ້ຮັບຄວາມຮູ້ແຈ້ງ. ເມື່ອສະພາບຂອງເຈົ້າດີ, ເຈົ້າຈະເຕັມໃຈອ່ານພຣະທຳຂອງພຣະເຈົ້າເປັນພິເສດ ແລະ ເຕັມໃຈອະທິຖານຫາພຣະເຈົ້າເປັນພິເສດ ແລະ ສາມາດເຊື່ອມໂຍງຄຳເທດສະໜາທີ່ເຈົ້າໄດ້ຍິນເຂົ້າກັບສະຖານະພາບຂອງຕົວເຈົ້າເອງ. ໃນເວລາດັ່ງກ່າວ ພຣະເຈົ້າສ່ອງແສງສະຫວ່າງ ແລະ ແສງເຍືອງທາງພາຍໃນຕົວເຈົ້າ, ເຮັດໃຫ້ເຈົ້າຮູ້ເຫັນບາງສິ່ງໃນດ້ານບວກ. ນີ້ຄືວິທີທີ່ເຈົ້າຈະຖືກເຮັດໃຫ້ສົມບູນໃນດ້ານບວກ. ໃນສະພາບດ້ານລົບ, ເຈົ້າອ່ອນແອ ແລະ ເປັນຄົນຂີ້ຄ້ານ; ເຈົ້າຮູ້ສຶກວ່າເຈົ້າບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ, ແຕ່ພຣະເຈົ້າກໍຍັງສ່ອງແສງສະຫວ່າງໃຫ້ກັບເຈົ້າ, ຊ່ວຍໃຫ້ເຈົ້າພົບເສັ້ນທາງປະຕິບັດ. ຜົນໄດ້ຮັບຈາກສິ່ງນີ້ຄືການບັນລຸຄວາມສົມບູນໃນດ້ານລົບ. ພຣະເຈົ້າສາມາດເຮັດໃຫ້ມະນຸດສົມບູນໄດ້ທັງດ້ານບວກ ແລະ ດ້ານລົບ. ມັນຂຶ້ນຢູ່ກັບວ່າເຈົ້າສາມາດປະສົບໄດ້ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ, ແລ້ວສິ່ງທີ່ເປັນລົບກໍບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມສູນເສຍໄດ້, ແຕ່ຈະສາມາດນຳເອົາສິ່ງທີ່ເປັນຈິງຫຼາຍກວ່າມາໃຫ້ເຈົ້າ ແລະ ສາມາດເຮັດໃຫ້ເຈົ້າຮູ້ໄດ້ຫຼາຍຂຶ້ນວ່າມີສິ່ງໃດທີ່ຍັງຂາດເຂີນໃນຕົວເຈົ້າ, ສາມາດເຂົ້າໃຈສະຖານະພາບທີ່ແທ້ຈິງຂອງເຈົ້າຫຼາຍຂຶ້ນ ແລະ ເຫັນວ່າມະນຸດບໍ່ມີຫຍັງ ແລະ ກໍບໍ່ແມ່ນຫຍັງ; ຖ້າເຈົ້າບໍ່ປະສົບກັບການທົດລອງ, ເຈົ້າກໍບໍ່ຮູ້ ແລະ ຈະຮູ້ສຶກວ່າເຈົ້າຢູ່ເໜືອຄົນອື່ນ ແລະ ດີກວ່າຄົນອື່ນຢູ່ສະເໝີ. ຜ່ານສິ່ງທັງໝົດນີ້ ເຈົ້າຈະເຫັນວ່າທຸກສິ່ງທີ່ມາກ່ອນໜ້ານີ້ໄດ້ຖືກເຮັດໃຫ້ສຳເລັດລົງໂດຍພຣະເຈົ້າ ແລະ ຖືກປົກປ້ອງໂດຍພຣະເຈົ້າ. ການເຂົ້າສູ່ການທົດລອງເຮັດໃຫ້ເຈົ້າປາສະຈາກຄວາມຮັກ ຫຼື ຄວາມເຊື່ອ, ເຈົ້າຂາດການອະທິຖານ ແລະ ບໍ່ສາມາດຮ້ອງເພງນະມັດສະການ ແລະ ໂດຍບໍ່ຮູ້ຕົວ, ໃນທ່າມກາງສິ່ງນີ້ ເຈົ້າກໍໄດ້ມາຮູ້ຈັກຕົວຕົນຂອງເຈົ້າເອງ. ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອຈັດການກັບອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງຈັດການກັບມະນຸດ, ອີກດ້ານໜຶ່ງພຣະອົງເປີດໂປງມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ, ຂຸດອອກ ແລະ ເປີດເຜີຍ “ຄວາມເລິກລັບຕ່າງໆ” ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດເຜີຍສະຖານະພາບຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດເຜີຍ, ຜ່ານການຈັດການກັບມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕີເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 549)

ແມ່ນຫຍັງຄືສິ່ງທີ່ພວກເຈົ້າສະແຫວງຫາໃນຕອນນີ້? ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ເພື່ອຮູ້ຈັກພຣະເຈົ້າ, ເພື່ອຮັບເອົາພຣະເຈົ້າ ຫຼື ບາງທີພວກເຈົ້າສະແຫວງຫາເພື່ອປະຕິບັດຕົນເອງໃນຮູບແບບເປໂຕແຫ່ງປີ 90 ຫຼື ເພື່ອມີຄວາມສັດທາທີ່ຍິ່ງໃຫຍ່ກວ່າໂຢບ ຫຼື ທາງທີພວກເຈົ້າສະແຫວງຫາເພື່ອໃຫ້ຖືກເອີ້ນວ່າເປັນຄົນຊອບທໍາໂດຍພຣະເຈົ້າ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ຫຼື ເພື່ອຈະສາມາດສະແດງເຖິງພຣະເຈົ້າເທິງແຜ່ນດິນໂລກ ແລະ ເພື່ອເປັນປະຈັກພະຍາຍາມທີ່ເຂັ້ມແຂງ ແລະ ດັງກ້ອງກັງວານໃຫ້ແກ່ພຣະເຈົ້າ. ບໍ່ວ່າພວກເຈົ້າສະແຫວງຫາສິ່ງໃດ, ໂດຍລວມແລ້ວ ພວກເຈົ້າແມ່ນສະແຫວງຫາເພື່ອຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ບໍ່ວ່າເຈົ້າຈະສະແຫວງຫາເພື່ອເປັນຜູ້ຊອບທຳ ຫຼື ເຈົ້າສະແຫວງຫາໃນຮູບແບບຂອງເປໂຕ ຫຼື ຄວາມເຊື່ອຂອງໂຢບ ຫຼື ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນພາລະກິດທີ່ພຣະເຈົ້າປະຕິບັດໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ທັງໝົດແມ່ນເພື່ອປະສົບກັບພຣະທຳຂອງພຣະເຈົ້າ, ເພື່ອເຮັດໃຫ້ຫົວໃຈຂອງພຣະເຈົ້າພໍໃຈ; ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຄົ້ນຫາຄວາມໜ້າຮັກຂອງພຣະເຈົ້າ, ເພື່ອຊອກຫາເສັ້ນທາງສູ່ການປະຕິບັດໃນປະສົບການຕົວຈິງ ໂດຍມີເປົ້າໝາຍໃນການສາມາດທີ່ຈະປະຖິ້ມອຸປະນິໄສກະບົດຂອງເຈົ້າ, ບັນລຸສະພາບປົກກະຕິໃນຕົວເຈົ້າເອງ, ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ຢ່າງຄົບຖ້ວນ, ເພື່ອກາຍເປັນຄົນດີ ແລະ ເພື່ອມີແຮງຈູງໃຈທີ່ຖືກຕ້ອງໃນທຸກສິ່ງທີ່ເຈົ້າເຮັດ. ເຫດຜົນທີ່ເຈົ້າປະສົບກັບສິ່ງຕ່າງໆເຫຼົ່ານີ້ທັງໝົດແມ່ນເພື່ອໄດ້ມາຮູ້ຈັກພຣະເຈົ້າ ແລະ ບັນລຸການຈະເລີນເຕີບໂຕຂອງຊີວິດ. ເຖິງແມ່ນວ່າສິ່ງທີ່ເຈົ້າຜະເຊີນແມ່ນພຣະທຳຂອງພຣະເຈົ້າ, ເຫດການແທ້ຈິງ, ພ້ອມທັງຜູ້ຄົນ, ເລື່ອງລາວ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງຕົວເຈົ້າ, ແຕ່ໃນທີ່ສຸດເຈົ້າຈະສາມາດຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ເພື່ອສະແຫວງຫາທີ່ຈະຍ່າງຕາມທາງຂອງຄົນຊອບທຳ ຫຼື ສະແຫວງຫາເພື່ອນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມ; ນີ້ແມ່ນທາງແລ່ນ ແລະ ຈຸດໝາຍປາຍທາງແມ່ນການຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ບໍ່ວ່າຕອນນີ້ເຈົ້າສະແຫວງຫາຄວາມສົມບູນຈາກພຣະເຈົ້າ ຫຼື ສະແຫວງຫາເພື່ອເປັນພະຍານໃຫ້ກັບພຣະເຈົ້າ, ທັງໝົດນັ້ນ, ທ້າຍທີ່ສຸດແລ້ວກໍແມ່ນເພື່ອຮູ້ຈັກພຣະເຈົ້າ; ເພື່ອວ່າພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າຈະບໍ່ໄຮ້ປະໂຫຍດ, ເພື່ອວ່າ ທ້າຍທີ່ສຸດແລ້ວ ເຈົ້າຈະໄດ້ມາຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ, ຮູ້ຈັກຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ແມ່ນເພື່ອຮູ້ຈັກຄວາມອ່ອນນ້ອມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະເຈົ້າ ແລະ ເພື່ອຮູ້ຈັກຫຼາກຫຼາຍພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າ. ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນ. ພຣະເຈົ້າບໍ່ໄດ້ພຽງແຕ່ກາຍເປັນເນື້ອໜັງເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຜູ້ຄົນ, ເພື່ອນຳພາຜູ້ຄົນ ແລະ ເພື່ອສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ສຳຄັນໄປກວ່ານັ້ນກໍຄື ພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການລອດພົ້ນຂອງພຣະອົງ ແລະ ເອົາຊະນະຄົນເສື່ອມຊາມທີ່ເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງທີ່ຍິ່ງໃຫຍ່ເພື່ອຊ່ວຍຄົນເສື່ອມຊາມເຫຼົ່ານີ້ໃຫ້ລອດພົ້ນ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມຍາກລຳບາກອັນຍິ່ງໃຫຍ່ທີ່ພຣະເຈົ້າທົນທຸກນັ້ນບໍ່ແມ່ນມີແຕ່ຄວາມຍາກລຳບາກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດທົນທຸກເທົ່ານັ້ນ, ແຕ່ແທ້ຈິງແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກກັບການອັບອາຍຢ່າງໜັກ, ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາຮູບຮ່າງຂອງເນື້ອໜັງ ເພື່ອວ່າຜູ້ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ ແລະ ມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ແມ່ນພຽງພໍທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວພຣະອົງລົງຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າຖືກຮັບຮູ້ໃນເນື້ອໜັງ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບຮ່າງຂອງມະນຸດທົ່ວໄປຄົນໜຶ່ງ ເຊິ່ງເປັນມະນຸດທີ່ບໍ່ມີຄວາມສໍາຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານຂອງພຣະອົງ. ຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ຄວາມຮູ້ສຶກ, ຄວາມເປັນມະນຸດ ແລະ ຊີວິດຂອງພວກເຈົ້າແຕ່ລະຄົນສະແດງໃຫ້ເຫັນວ່າພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ. ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນທຸກກັບຄວາມຍາກລຳບາກເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າຍິ່ງໃຫຍ່ຫຼາຍ. ພຣະອົງມີລິດທານຸພາບສູງສຸດ, ສ່ວນຜູ້ຄົນນັ້ນແມ່ນຕ່ຳຕ້ອຍຫຼາຍ, ແຕ່ພຣະອົງກໍຍັງປະຕິບັດພາລະກິດກັບພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອພຽງສະໜອງໃຫ້ແກ່ຜູ້ຄົນ, ເພື່ອກ່າວກັບຜູ້ຄົນເທົ່ານັ້ນ, ແຕ່ພຣະອົງຍັງດຳລົງຊີວິດຢູ່ຮ່ວມກັນກັບຜູ້ຄົນອີກດ້ວຍ. ພຣະເຈົ້າຖ່ອມຕົວຫຼາຍ, ໜ້າຮັກຫຼາຍ. ຖ້າທັນທີໃດທີ່ມີການກ່າວເຖິງຄວາມຮັກຂອງພຣະເຈົ້າ, ທັນທີໃດທີ່ມີການກ່າວເຖິງພຣະຄຸນຂອງພຣະເຈົ້າ, ເຈົ້າກໍຫຼັ່ງນ້ຳຕາເມື່ອເວລາເຈົ້າເອີ່ຍຄຳສັນລະເສີນທີ່ຍິ່ງໃຫຍ່, ຖ້າເຈົ້າມາເຖິງຂັ້ນນີ້, ເຈົ້າແມ່ນມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າແລ້ວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 550)

ໃນປັດຈຸບັນ ມີການບ່ຽງເບນໃນການສະແຫວງຫາຂອງຜູ້ຄົນ; ພວກເຂົາພຽງສະແຫວງຫາທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈເທົ່ານັັນ, ແຕ່ພວກເຂົາບໍ່ມີຄວາມຮູ້ໃດໆກ່ຽວກັບພຣະອົງ ແລະ ໄດ້ລະເລີຍຕໍ່ການສ່ອງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າເປັນຮາກຖານ. ໃນວິທີນີ້ ພວກເຂົາຈະສູນເສຍກຳລັງໃຈ ເມື່ອປະສົບການຂອງພວກເຂົາກ້າວໜ້າຂຶ້ນ. ທຸກຄົນທີ່ສະແຫວງຫາເພື່ອມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຢູ່ໃນສະພາບທີ່ດີໃນອະດີດ ແລະ ມັກຈະມີຄວາມຄິດລົບ ແລະ ຄວາມອ່ອນແອ ແລະ ມັກຫຼັ່ງນ້ຳຕາຢູ່ເລື້ອຍໆ, ຮູ້ສຶກທໍ້ແທ້ ແລະ ຜິດຫວັງ; ຕອນນີ້ຄົນເຫຼົ່ານີ້ໄດ້ມີປະສົບການຫຼາຍຂຶ້ນ, ສະຖານະພາບຂອງພວກເຂົາກໍດີຂຶ້ນ. ຫຼັງຈາກປະສົບການແຫ່ງການຖືກຈັດການ, ຖືກເຮັດໃຫ້ແຕກຫັກ ແລະ ໄດ້ຜ່ານຂັ້ນຕອນການທົດລອງ ແລະ ການຫຼໍ່ຫຼອມ, ພວກເຂົາໄດ້ກ້າວໜ້າຢ່າງໃຫຍ່. ສະຖານະພາບທີ່ເປັນລົບກໍຫຼຸດລົງ ແລະ ອຸປະນິໄສຂອງພວກເຂົາກໍໄດ້ຖືກປ່ຽນແປງ. ໃນຂະນະທີ່ພວກເຂົາຜະເຊີນກັບການທົດລອງຫຼາຍຂຶ້ນ, ຫົວໃຈຂອງພວກເຂົາກໍເລີ່ມຮັກພຣະເຈົ້າ. ມີກົດສຳລັບການທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ເຊິ່ງພຣະອົງສ່ອງແສງສະຫວ່າງເຈົ້າໂດຍໃຊ້ພາກສ່ວນທີ່ເໝາະສົມຂອງເຈົ້າ ເພື່ອວ່າເຈົ້າຈະມີເສັ້ນທາງປະຕິບັດ ແລະ ສາມາດແຍກຕົວເຈົ້າເອງອອກຈາກສະຖານະພາບດ້ານລົບທັງໝົດ, ຊ່ວຍວິນຍານຂອງເຈົ້າໃຫ້ໄດ້ຮັບການປົດປ່ອຍ ແລະ ເຮັດໃຫ້ເຈົ້າສາມາດຮັກພຣະອົງຫຼາຍຂຶ້ນ. ດ້ວຍວິທີນີ້ ເຈົ້າຈິ່ງຈະສາມາດໂຍນອຸປະນິໄສອັນເສື່ອມຊາມຂອງຊາຕານນັ້ນຖິ້ມໄດ້. ເຈົ້າເປັນຄົນຊື່ ແລະ ເປີດເຜີຍ, ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເຕັມໃຈທີ່ຈະເອົາຄວາມຈິງໄປປະຕິບັດຕາມ. ແນ່ນອນ ພຣະເຈົ້າຈະອວຍພອນເຈົ້າ, ດັ່ງນັ້ນ ເມື່ອເຈົ້າອ່ອນແອ ແລະ ທໍ້ຖອຍ, ພຣະອົງກໍຈະສ່ອງແສງສະຫວ່າງໃຫ້ກັບເຈົ້າເປັນສອງເທົ່າ, ຊ່ວຍເຈົ້າໃຫ້ຮູ້ຈັກຕົວເຈົ້າເອງຫຼາຍຂຶ້ນ, ເຕັມໃຈທີ່ຈະກັບໃຈສໍາລັບຕົວເອງຫຼາຍຂຶ້ນ ແລະ ສາມາດປະຕິບັດສິ່ງທີ່ເຈົ້າຄວນປະຕິບັດໄດ້ຫຼາຍຂຶ້ນ. ມີພຽງວິທີນີ້ເທົ່ານັ້ນຫົວໃຈຂອງເຈົ້າຈິ່ງຈະມີຄວາມສະຫງົບ ແລະ ສະບາຍໃຈ. ຄົນທີ່ໃຫ້ຄວາມສົນໃຈກັບການຮູ້ຈັກພຣະເຈົ້າເປັນປົກກະຕິ, ຜູ້ທີ່ໃຫ້ຄວາມສົນໃຈກັບການຮູ້ຈັກຕົນເອງ, ຜູ້ທີ່ໃຫ້ຄວາມສົນໃຈໃນການປະຕິບັດຂອງຕົນເອງຈະສາມາດໄດ້ຮັບພາລະກິດຂອງພຣະເຈົ້າຢູ່ເລື້ອຍໆ ພ້ອມທັງໄດ້ຮັບການນຳພາ ແລະ ການສ່ອງແສງສະຫວ່າງຈາກພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະຢູ່ໃນສະຖານະພາບດ້ານລົບ, ເຂົາກໍຈະສາມາດຫັນປ່ຽນສິ່ງຕ່າງໆທັນທີ, ບໍ່ວ່າຈະເກີດຈາກການກະທໍາດ້ວຍຈິດສໍານຶກ ຫຼື ເກີດຈາກການສ່ອງແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງຈະບັນລຸຜົນສະເໝີເມື່ອເຂົາຮູ້ສະຖານະພາບເປັນຈິງຂອງຕົວເອງ ແລະ ອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເປີດເຜີຍຕົວເອງຈະສາມາດປະຕິບັດຕາມຄວາມຈິງໄດ້. ຄົນແບບນີ້ແມ່ນຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ບໍ່ວ່າຄວາມເຂົ້າໃຈນີ້ຈະເລິກ ຫຼື ຕື້ນ, ໜ້ອຍ ຫຼື ຫຼາຍກໍຕາມ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ແມ່ນບາງສິ່ງທີ່ຜູ້ຄົນບັນລຸຜົນ, ມັນແມ່ນຜົນປະໂຫຍດຂອງພວກເຂົາເອງ. ຄົນທີ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຄົນທີ່ມີພື້ນຖານ, ເປັນຄົນທີ່ມີວິໄສທັດ. ຄົນແບບນີ້ແມ່ນໝັ້ນໃຈກ່ຽວກັບເນື້ອໜັງຂອງພຣະເຈົ້າ ແລະ ໝັ້ນໃຈກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ບໍວ່າພຣະເຈົ້າຈະປະຕິບັດ ຫຼື ກ່າວແນວໃດກໍຕາມ ຫຼື ຄົນອື່ນໆຈະລົບກວນພຽງໃດກໍຕາມ, ເຂົາກໍສາມາດຍຶດໝັ້ນ ແລະ ຢືນຢັນເປັນພະຍານໃຫ້ກັບພຣະເຈົ້າໄດ້. ຍິ່ງຜູ້ຄົນປະຕິບັດແບບນີ້ຫຼາຍເທົ່າໃດ ເຂົາກໍຍິ່ງສາມາດປະຕິບັດຕາມຄວາມຈິງທີ່ເຂົາເຂົ້າໃຈໄດ້ຫຼາຍຂຶ້ນເທົ່ານັ້ນ. ຍ້ອນວ່າເຂົາປະຕິບັດຕາມພຣະທຳຂອງພຣະເຈົ້າຢູ່ສະເໝີ, ເຂົາໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຫຼາຍຂຶ້ນ ແລະ ມີຄວາມເດັດດ່ຽວທີ່ຈະເປັນພະຍານໃຫ້ກັບພຣະເຈົ້າຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 551)

ການມີຄວາມຮູ້ແຈ້ງ, ມີຄວາມອ່ອນນ້ອມ ແລະ ມີຄວາມສາມາດເຫັນສິ່ງຕ່າງໆ ເພື່ອວ່າເຈົ້າຈະມີຄວາມກະຕືລືລົ້ນໃນວິນຍານ ໝາຍຄວາມວ່າເຈົ້າມີພຣະທຳຂອງພຣະເຈົ້າເຍືອງທາງ ແລະ ສ່ອງແສງສະຫວ່າງເຈົ້າຢູ່ທາງໃນທັນທີທີ່ເຈົ້າຜະເຊີນກັບສິ່ງໃດໜຶ່ງ. ນີ້ແມ່ນການມີຄວາມກະຕືລືລົ້ນໃນວິນຍານ. ທຸກສິ່ງທີ່ພຣະເຈົ້າປະຕິບັດແມ່ນເພື່ອຊ່ວຍຟື້ນຟູວິນຍານຂອງຄົນ. ເປັນຫຍັງພຣະເຈົ້າຈິ່ງເວົ້າຢູ່ສະເໝີວ່າຄົນໄຮ້ຄວາມຮູ້ສຶກ ແລະ ໂງ່ຈ້າ? ກໍຍ້ອນວ່າວິນຍານຂອງຄົນໄດ້ຕາຍໄປແລ້ວ ແລະ ພວກເຂົາບໍ່ມີຄວາມຮູ້ສຶກຈົນເຖິງຂັ້ນວ່າພວກເຂົາບໍ່ຮູ້ສຶກເຖິງສິ່ງຕ່າງໆຂອງວິນຍານ. ພາລະກິດຂອງພຣະເຈົ້າແມ່ນການເຮັດໃຫ້ຊີວິດຂອງຄົນກ້າວໜ້າ ແລະ ເພື່ອຊ່ວຍໃຫ້ວິນຍານຂອງຄົນກັບມາມີຊີວິດ, ເພື່ອວ່າພວກເຂົາຈະສາມາດເຫັນໃນສິ່ງຕ່າງໆຂອງວິນຍານ ແລະ ພວກເຂົາຈະສາມາດຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ພຣະເຈົ້າພໍໃຈຢູ່ສະເໝີ. ການມາເຖິງຈຸດນີ້ ສະແດງໃຫ້ເຫັນວ່າວິນຍານຂອງຄົນໄດ້ຖືກຟື້ນຟູແລ້ວ ແລະ ເທື່ອໜ້າເມື່ອເຂົາຜະເຊີນກັບບາງສິ່ງ, ເຂົາກໍຈະສາມາດຕອບສະໜອງໄດ້ທັນທີ. ເຂົາຕອບສະໜອງຕໍ່ຄຳເທດສະໜາ ແລະ ຕອບສະໜອງກັບສະຖານະການຕ່າງໆໄດ້ໂດຍໄວ. ນີ້ແມ່ນສິ່ງທີ່ຄວາມກະຕືລືລົ້ນຂອງວິນຍານບັນລຸ. ມີຫຼາຍຄົນທີ່ມີປະຕິກິລິຍາໂດຍໄວຕໍ່ເຫດການທາງນອກ, ແຕ່ທັນທີເມື່ອເຂົ້າສູ່ຄວາມເປັນຈິງ ຫຼື ເມື່ອກ່າວເຖິງສິ່ງຕ່າງໆຢ່າງລາຍລະອຽດໃນວິນຍານ, ພວກເຂົາກໍກາຍເປັນຄົນຂາດຄວາມຮູ້ສຶກ ແລະ ໂງ່ຈ້າ. ພວກເຂົາເຂົ້າໃຈບາງສິ່ງກໍຍ້ອນວ່າມັນຈ້ອງເບິ່ງພວກເຂົາຢູ່ຕໍ່ໜ້າເທົ່ານັ້ນ. ທັງໝົດນີ້ແມ່ນສັນຍານຂອງຄວາມມືນຊາ ແລະ ຄວາມໂງ່ຈ້າທາງດ້ານວິນຍານ ແລະ ການມີປະສົບການພຽງໜ້ອຍດຽວກ່ຽວກັບສິ່ງຕ່າງໆຝ່າຍວິນຍານ. ບາງຄົນມີຄວາມກະຕືລືລົ້ນທາງວິນຍານ ແລະ ມີຄວາມເຫັນແຈ້ງ. ທັນທີທີ່ພວກເຂົາໄດ້ຍິນບາງສິ່ງທີ່ຊີ້ເຖິງສະຖານະພາບຂອງພວກເຂົາ ພວກເຂົາບໍ່ເສຍເວລາທີ່ຈະບັນທຶກມັນໄວ້. ຫຼັງຈາກທີ່ພວກເຂົາໄດ້ຍິນຖ້ອຍຄໍາກ່ຽວກັບຫຼັກການ ແລະ ການປະຕິບັດ, ພວກເຂົາກໍສາມາດຮັບເອົາມັນ ແລະ ນຳໃຊ້ມັນກັບປະສົບການຕໍ່ໄປຂອງພວກເຂົາ, ເພື່ອປ່ຽນແປງຕົວພວກເຂົາເອງ. ນີ້ແມ່ນຄົນທີ່ມີຄວາມກະຕືລືລົ້ນໃນວິນຍານ. ເປັນຫຍັງເຂົາຈິ່ງສາມາດມີປະຕິກິລິຍາຕອບໂຕ້ໄດ້ໄວຂະໜາດນີ້? ກໍຍ້ອນວ່າເຂົາເນັ້ນໃສ່ສິ່ງຕ່າງໆເຫຼົ່ານີ້ໃນຊີວິດປະຈຳວັນ. ເມື່ອພວກເຂົາອ່ານພຣະທໍາຂອງພຣະເຈົ້າ, ພວກເຂົາກໍສາມາດກວດສອບສະພາບຂອງພວກເຂົາໃສ່ພຣະທໍາເຫຼົ່ານັ້ນ ແລະ ທົບທວນກັບຕົນເອງ. ເມື່ອພວກເຂົາໄດ້ຍິນການສົນທະນາ ແລະ ຄໍາເທດສະໜາ ແລະ ໄດ້ຍິນພຣະທໍາທີ່ນໍາແສງສະຫວ່າງ ແລະ ແສງເຍືອງທາງມາສູ່ພວກເຂົາ, ພວກເຂົາກໍສາມາດຮັບເອົາສິ່ງເຫຼົ່ານັ້ນທັນທີ. ມັນຄ້າຍຄືກັບການໃຫ້ອາຫານໃຫ້ແກ່ຄົນທີ່ຫິວເຂົ້າ; ພວກເຂົາສາມາດກິນໄດ້ທັນທີ. ຖ້າເຈົ້າໃຫ້ອາຫານແກ່ບາງຄົນທີ່ບໍ່ຫິວເຂົ້າ, ພວກເຂົາກໍຈະບໍ່ຕອບສະໜອງໂດຍໄວ. ເຈົ້າອະທິຖານຫາພຣະເຈົ້າເລື້ອຍໆ ແລະ ເຈົ້າກໍສາມາດຕອບສະໜອງໄດ້ທັນທີເມື່ອເຈົ້າຜະເຊີນກັບບາງສິ່ງ: ພຣະເຈົ້າຮຽກຮ້ອງຫຍັງໃນເລື່ອງນີ້ ແລະ ເຈົ້າຄວນປະຕິບັດແນວໃດ. ພຣະເຈົ້າໄດ້ນຳທາງເຈົ້າໃນເລື່ອງນີ້ມາຄັ້ງໜຶ່ງແລ້ວ ແລະ ມື້ນີ້ເມື່ອເຈົ້າຜະເຊີນກັບສິ່ງດຽວກັນນີ້, ໂດຍທໍາມະຊາດແລ້ວ ເຈົ້າກໍຈະຮູ້ວິທີປະຕິບັດໃນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ. ຖ້າເຈົ້າປະຕິບັດໃນທາງນີ້ຢູ່ສະເໝີ ແລະ ປະສົບໃນທາງນີ້ຢູ່ສະເໝີ, ມີມື້ໜຶ່ງ ມັນກໍຈະມາຫາເຈົ້າຢ່າງງ່າຍດາຍ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເຈົ້າຮູ້ວ່າຄົນແບບໃດທີ່ພຣະເຈົ້າກ່າວເຖິງ, ເຈົ້າຮູ້ວ່າສະພາບແບບໃດຂອງວິນຍານທີ່ພຣະອົງເວົ້າເຖິງ ແລະ ເຈົ້າກໍຈະສາມາດກຳຈຸດສຳຄັນນີ້ໄດ້ ແລະ ນຳເອົາໄປປະຕິບັດຕາມ; ນີ້ສະແດງໃຫ້ເຫັນວ່າເຈົ້າສາມາດຜະເຊີນໄດ້. ເປັນຫຍັງບາງຄົນຈິ່ງຂາດໃນດ້ານນີ້? ກໍຍ້ອນວ່າພວກເຂົາບໍ່ໄດ້ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເຂົ້າໃນພາກປະຕິບັດ. ເຖິງແມ່ນວ່າພວກເຂົາເຕັມໃຈທີ່ຈະນຳເອົາຄວາມຈິງໄປປະຕິບັດຕາມ, ແຕ່ພວກເຂົາກໍບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງໃນລາຍລະອຽດຂອງການຮັບໃຊ້ ແລະ ໃນລາຍລະອຽດຂອງຄວາມຈິງໃນຊີວິດຂອງພວກເຂົາ. ພວກເຂົາສັບສົນເມື່ອບາງສິ່ງເກີດຂຶ້ນ. ໃນວິທີນີ້, ເຈົ້າອາດຖືກນໍາພາໃຫ້ຫຼົງທາງເມື່ອມີຜູ້ເຜີຍພຣະທຳທຽມ ຫຼື ສາວົກປອມມານໍາ. ເຈົ້າຕ້ອງສົນທະນາເລື້ອຍໆກ່ຽວກັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ, ດ້ວຍວິທີນີ້ເທົ່ານັ້ນເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງ ແລະ ມີຄວາມເຫັນແຈ້ງ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະບໍ່ມີຄວາມເຫັນແຈ້ງ. ຍົກຕົວຢ່າງ: ສິ່ງທີ່ພຣະເຈົ້າກ່າວ, ວິທີທີ່ພຣະເຈົ້າກ່າວ, ສິ່ງທີ່ພຣະອົງຕ້ອງການຈາກຜູ້ຄົນ, ຄົນປະເພດໃດທີ່ເຈົ້າຄວນຄົບຄ້າສະມາຄົມນໍາ ແລະ ຄົນປະເພດໃດທີ່ເຈົ້າຄວນປະຕິເສດ. ເຈົ້າຕ້ອງສົນທະນາກ່ຽວກັບສິ່ງເຫຼົ່ານີ້ຢູ່ເລື້ອຍໆ. ຖ້າເຈົ້າປະສົມກັບພຣະທໍາຂອງພຣະເຈົ້າໃນທາງນີ້ຢູ່ສະເໝີ, ເຈົ້າຈະເຂົ້າໃຈ ແລະ ເຂົ້າໃຈຫຼາຍສິ່ງຢ່າງລະອຽດ ແລະ ເຈົ້າຍັງຈະມີຄວາມເຫັນແຈ້ງອີກດ້ວຍ. ແມ່ນຫຍັງຄືວິໄນຂອງພຣະວິນຍານບໍລິສຸດ, ແມ່ນຫຍັງຄືໂທດກຳເນີດຈາກຄວາມປະສົງຂອງມະນຸດ, ແມ່ນຫຍັງຄືການນຳພາຈາກພຣະວິນຍານບໍລິສຸດ, ແມ່ນຫຍັງຄືການຈັດແຈງສະພາບແວດລ້ອມ, ແມ່ນຫຍັງຄືການສ່ອງແສງສະຫວ່າງພາຍໃນພຣະທຳຂອງພຣະເຈົ້າ, ຖ້າເຈົ້າບໍ່ຈະແຈ້ງກ່ຽວກັບສິ່ງເຫຼົ່ານີ້, ເຈົ້າກໍຈະບໍ່ມີຄວາມຮູ້ແຈ້ງ. ເຈົ້າຄວນຮູ້ວ່າແມ່ນຫຍັງທີ່ມາຈາກພຣະວິນຍານບໍລິດສຸດ, ແມ່ນຫຍັງຄືອຸປະນິໄສກະບົດ, ວິທີເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ວິທີໂຍນຄວາມກະບົດຂອງຕົວເຈົ້າເອງຖິ້ມ; ຖ້າເຈົ້າມີຄວາມເຂົ້າໃຈຢ່າງແທ້ຈິງໃນສິ່ງເຫຼົ່ານີ້, ເຈົ້າກໍຈະມີພື້ນຖານ; ເມື່ອບາງສິ່ງເກີດຂຶ້ນ, ເຈົ້າຈະມີຄວາມຈິງທີ່ເໝາະສົມເພື່ອປຽບທຽບກັບມັນໄດ້ ແລະ ວິໄສທັດທີ່ເໝາະສົມເປັນພື້ນຖານ. ເຈົ້າຈະມີຫຼັກການໃນທຸກສິ່ງທີ່ເຈົ້າປະຕິບັດ ແລະ ຈະສາມາດປະຕິບັດຕາມຄວາມຈິງ. ແລ້ວຊີວິດຂອງເຈົ້າກໍຈະເຕັມໄປດ້ວຍແສງສະຫວ່າງຂອງພຣະເຈົ້າ, ເຕັມໄປດ້ວຍພອນຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຕິບັດບໍ່ດີຕໍ່ຄົນທີ່ສະແຫວງຫາພຣະອົງດ້ວຍໃຈຈິງ. ພຣະເຈົ້າຈະບໍ່ປະຕິບັດຢ່າງບໍ່ຍຸຕິທໍາຕໍ່ຄົນທີ່ສະແຫວງຫາພຣະອົງຢ່າງຈິງໃຈ ຫຼື ຜູ້ທີ່ດໍາລົງຊີວິດຕາມພຣະອົງ ແລະ ເປັນພະຍານໃຫ້ກັບພຣະອົງ ແລະ ພຣະອົງຈະບໍ່ສາບແຊ່ງຄົນທີ່ສາມາດກະຫາຍຫາຄວາມຈິງຢ່າງຈິງໃຈ. ຖ້າໃນຂະນະທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າສາມາດເອົາໃຈໃສ່ໃນການຮູ້ຈັກສະພາບຕົວຈິງຂອງຕົວເຈົ້າເອງ, ເອົາໃຈໃສ່ຕໍ່ການປະຕິບັດຂອງຕົວເຈົ້າເອງ ແລະ ເອົາໃຈໃສ່ຕໍ່ຄວາມເຂົ້າໃຈຂອງຕົນເອງ, ແລ້ວ ເມື່ອເຈົ້າພົບກັບບັນຫາ, ເຈົ້າຈະໄດ້ຮັບແສງສະຫວ່າງ ແລະ ຈະໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງ. ເຈົ້າຈະມີເສັ້ນທາງແຫ່ງການປະຕິບັດ ແລະ ໄດ້ຮັບຄວາມຮູ້ແຈ້ງສຳລັບທຸກສິ່ງ. ຄົນທີ່ມີຄວາມຈິງບໍ່ໜ້າເປັນໄປໄດ້ທີ່ຈະຖືກຫຼອກລວງ ແລະ ບໍ່ໜ້າເປັນໄປໄດ້ທີ່ຈະປະພຶດຕົນແບບບໍ່ເໝາະສົມ ຫຼື ປະຕິບັດແບບເກີນຄວນ. ຍ້ອນຄວາມຈິງເຂົາຈຶ່ງຖືກປົກປ້ອງ ແລະ ຍ້ອນຄວາມຈິງ ເຂົາຈຶ່ງໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນ. ຍ້ອນຄວາມຈິງເຂົາຈຶ່ງມີເສັ້ນທາງປະຕິບັດຫຼາຍຂຶ້ນ, ມີໂອກາດໃຫ້ພຣະວິນຍາບໍລິສຸດປະຕິບັດພາລະກິດໃນຕົວເຂົາຫຼາຍຂຶ້ນ ແລະ ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນຫຼາຍຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 552)

ຖ້າເຈົ້າຕ້ອງຖືກເຮັດໃຫ້ສົມບູນ, ມີເງື່ອນໄຂທີ່ຕ້ອງບັນລຸ. ຜ່ານຄວາມຕັ້ງໃຈຂອງເຈົ້າ, ການພາກພຽນຂອງເຈົ້າ ແລະ ຄວາມສຳນຶກຂອງເຈົ້າ ແລະ ຜ່ານການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດມີປະສົບການກັບຊີວິດ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ຄືທາງເຂົ້າຂອງເຈົ້າ ແລະ ທຸກສິ່ງເຫຼົ່ານີ້ແມ່ນສິ່ງຈຳເປັນໃນເສັ້ນທາງສູ່ຄວາມສົມບູນ. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນສາມາດປະຕິບັດໃນທຸກຄົນ. ຄົນໃດກໍ່ຕາມທີ່ສະແຫວງຫາພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນ ແລະ ມີໂອກາດ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ບໍ່ມີກົດລະບຽບຕາຍຕົວໃນທີ່ນີ້. ບໍ່ວ່າຄົນໆໜຶ່ງຈະສາມາດຖືກເຮັດໃຫ້ສົມບູນໄດ້ ຫຼື ບໍ່ ແມ່ນຂຶ້ນກັບສິ່ງທີ່ຄົນໆນັ້ນສະແຫວງເປັນຫຼັກ. ຄົນທີ່ຮັກຄວາມຈິງ ແລະ ສາມາດດຳລົງຊີວິດຕາມຄວາມຈິງແມ່ນສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຄົນທີ່ບໍ່ຮັກຄວາມຈິງແມ່ນບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ; ພວກເຂົາບໍ່ມີຊີວິດທີ່ພຣະເຈົ້າຕ້ອງການ ແລະ ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນພຽງແຕ່ເພື່ອເຫັນແກ່ການຮັບເອົາຜູ້ຄົນ ແລະ ບໍ່ແມ່ນສ່ວນໜຶ່ງໃນພາລະກິດຂອງການສູ້ຮົບກັບຊາຕານ; ພາລະກິດແຫ່ງການເອົາຊະນະແມ່ນພຽງແຕ່ເພື່ອເຫັນແກ່ການສູ້ຮົບກັບຊາຕານ ເຊິ່ງໝາຍຄວາມວ່າຈະໃຊ້ການເອົາຊະນະມະນຸດເພື່ອເຮັດໃຫ້ຊາຕານຜ່າຍແພ້. ພາລະກິດແຫ່ງການເອົາຊະນະແມ່ນພາລະກິດຫຼັກ, ພາລະກິດໃໝ່ທີ່ສຸດ, ພາລະກິດທີ່ບໍ່ເຄີຍປະຕິບັດໃນຍຸກໃດມາກ່ອນ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ເປົ້າໝາຍຂອງຂັ້ນຕອນນີ້ຂອງພາລະກິດແມ່ນເພື່ອເອົາຊະນະທຸກຄົນເປັນຫຼັກ ແລ້ວເຮັດໃຫ້ຊາຕານຜ່າຍແພ້. ພາລະກິດໃນການເຮັດໃຫ້ຜູ້ຄົນສົມບູນ, ນີ້ບໍ່ແມ່ນພາລະກິດໃໝ່. ແກ່ນແທ້ຂອງເປົ້າໝາຍໃນທຸກພາລະກິດໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຄືການເອົາຊະນະຜູ້ຄົນ. ນີ້ແມ່ນຄືກັບຍຸກແຫ່ງພຣະຄຸນ ເມື່ອພາລະກິດຫຼັກແມ່ນການໄຖ່ບາບມະນຸດຊາດທັງປວງ່ານການຖືກຄຶງເທິງໄມ້ກາງແຂນ. “ການຮັບຜູ້ຄົນ” ເປັນສິ່ງທີ່ເພີ່ມເຕີມຈາກພາລະກິດໃນເນື້ອໜັງ ແລະ ຖືກປະຕິບັດພຽງແຕ່ຫຼັງຈາກທີ່ຖືກຄຶງເທິງໄມ້ກາງແຂນ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂອງພຣະອົງ, ເປົ້າໝາຍຂອງພຣະອົງແມ່ນເພື່ອໃຊ້ການຖືກຄຶງເທິງໄມ້ກາງແຂນຂອງພຣະອົງເພື່ອເອົາຊະນະພັນທະນາການແຫ່ງແຫ່ງຄວາມຕາຍ ແລະ ແດນມໍລະນາເປັນຫຼັກ, ເພື່ອເອົາຊະນະອິດທິພົນຂອງຊາຕານ ນັ້ນກໍ່ຄື ເພື່ອເຮັດໃຫ້ຊາຕານຜ່າຍແພ້. ພຽງແຕ່ຫຼັງຈາກທີ່ພຣະເຢຊູຖືກຄຶງເທິງໄມ້ກາງແຂນ, ເປໂຕຈຶ່ງເລີ່ມກ້າວເດີນເທື່ອລະບາດກ້າວໃນເສັ້ນທາງສູ່ຄວາມສົມບູນ. ແນ່ນອນ ເປໂຕແມ່ນໜຶ່ງໃນບັນດາຜູ້ຕິດຕາມພຣະເຢຊູ ໃນຂະນະທີ່ພຣະເຢຊູກຳລັງປະຕິບັດພາລະກິດ ແຕ່ລາວບໍ່ໄດ້ຖືກເຮັດໃຫ້ສົມບູນໃນລະຫວ່າງເວລານັ້ນ. ກົງກັນຂ້າມ ຫຫຼັງຈາກທີ່ພຣະເຢຊູໄດ້ສຳເລັດພາລະກິດຂອງພຣະອົງ, ເປໂຕຈຶ່ງຄ່ອຍໆເຂົ້າໃຈຄວາມຈິງ ແລະ ຫຼັງຈາກນັ້ນກໍ່ຖືກເຮັດໃຫ້ສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ໄລຍະທີ່ສຳຄັນ ແລະ ຈຳເປັນໃນພາລະກິດສຳເລັດລົງໃນຊ່ວງເວລາສັ້ນໆ, ບໍ່ແມ່ນເພື່ອດຳລົງຊີວິດເປັນເວລາຍາວໃນທ່າມກາງຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກ ໂດຍມີເຈດຕະນາທີ່ຈະເຮັດໃຫ້ພວກເຂົາສົມບູນ. ພຣະອົງບໍ່ໄດ້ປະຕິບັດພາລະກິດນັ້ນ. ພຣະອົງບໍ່ໄດ້ລໍຖ້າຈົນເຖິງເວລາທີ່ມະນຸດຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນເພື່ອສິ້ນສຸດພາລະກິດຂອງພຣະອົງ. ນັ້ນບໍ່ແມ່ນເປົ້າໝາຍ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະອົງ. ພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດໄລຍະສັ້ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ບໍ່ແມ່ນເພື່ອປະຕິບັດພາລະກິດໄລຍະຍາວຫຼາຍເພື່ອເຮັດໃຫ້ມະນຸດຊາດສົມບູນ. ພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດຄົ້ນຄືຕົວແທນ, ສາມາດເລີ່ມຕົ້ນຍຸກໃໝ່. ມັນສາມາດສຳເລັດໄດ້ໃນຊ່ວງເວລາສັ້ນໆ. ແຕ່ການເຮັດໃຫ້ມະນຸດຊາດສົມບູນຈຳເປັນຕ້ອງໄດ້ນໍາມະນຸດຂຶ້ນມາສູ່ລະດັບໃດໜຶ່ງ; ພາລະກິດດັ່ງກ່າວໃຊ້ເວລາດົນ. ມັນເປັນພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດໂດຍພຣະວິນຍານຂອງພຣະເຈົ້າ, ແຕ່ມັນຖືກປະຕິບັດບົນພື້ນຖານຂອງຄວາມຈິງທີ່ຖືກກ່າວລະຫວ່າງພາລະກິດໃນເນື້ອໜັງ. ມັນຍັງຖືກປະຕິບັດຜ່ານການທີ່ພຣະອົງຍົກອັກຄະສາວົກຂຶ້ນເພື່ອປະຕິບັດພາລະກິດໃນການລ້ຽງດູໄລຍະຍາວ ເພື່ອບັນລຸເປົ້າໝາຍຂອງພຣະອົງໃນການເຮັດໃຫ້ມະນຸດຊາດສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ເຮັດພາລະກິດນີ້. ພຣະອົງພຽງແຕ່ເວົ້າກ່ຽວກັບຫົນທາງແຫ່ງຊີວິດເພື່ອໃຫ້ຜູ້ຄົນເຂົ້າໃຈ ແລະ ພຣະອົງພຽງແຕ່ມອບຄວາມຈິງໃຫ້ແກ່ມະນຸດຊາດ, ແທນທີ່ຈະຢູ່ກັບມະນຸດໃນການປະຕິບັດຄວາມຈິງຢ່າງຕໍ່ເນື່ອງ, ເພາະນັ້ນບໍ່ໄດ້ຢູ່ໃນພັນທະກິດຂອງພຣະອົງ. ສະນັ້ນ, ພຣະອົງຈະບໍ່ຢູ່ກັບມະນຸດຈົນເຖິງມື້ທີ່ມະນຸດເຂົ້າໃຈຄວາມຈິງຢ່າງສົມບູນ ແລະ ຮັບເອົາຄວາມຈິງຢ່າງຄົບຖ້ວນ. ພາລະກິດຂອງພຣະອົງໃນເນື້ອໜັງຈະສິ້ນສຸດລົງ ເມື່ອມະນຸດເຂົ້າສູ່ເສັ້ນທາງແຫ່ງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າຢ່າງເປັນທາງການ, ເມື່ອມະນຸດກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກເຮັດໃຫ້ສົມບູນແບບ. ແນ່ນອນ ນີ້ຍັງເປັນເວລາທີ່ພຣະອົງຈະເອົາຊະນະຊາຕານຢ່າງຄົບຖ້ວນ ແລະ ມີໄຊເໜືອແຜ່ນດິນໂລກ. ພຣະອົງບໍ່ສົນໃຈວ່າ ໃນທີ່ສຸດແລ້ວ ມະນຸດໄດ້ເຂົ້າສູ່ຄວາມຈິງໃນເວລານັ້ນ ຫຼື ບໍ່ ຫຼື ພຣະອົງບໍ່ສົນໃຈວ່າຊີວິດຂອງມະນຸດຈະສູງສົ່ງ ຫຼື ຕ້ອຍຕໍ່າ. ບໍ່ມີຫຍັງໃນສິ່ງນັ້ນຈະເປັນສິ່ງທີ່ພຣະອົງໃນເນື້ອໜັງຄວນຈັດການ; ບໍ່ມີຫຍັງໃນສິ່ງນັ້ນຈະຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ຫຼັງຈາກທີ່ພຣະອົງສຳເລັດພາລະກິດທີ່ພຣະອົງມຸ່ງໝາຍໄວ້, ພຣະອົງກໍ່ຈະສິ້ນສຸດພາລະກິດຂອງພຣະອົງໃນເນື້ອໜັງ. ສະນັ້ນ ພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດເປັນພຽງພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້ເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ມັນເປັນພາລະກິດໄລຍະສັ້ນແຫ່ງຄວາມລອດພົ້ນ, ບໍ່ແມ່ນພາລະກິດທີ່ພຣະອົງຈະປະຕິບັດເປັນໄລຍະຍາວເທິງແຜ່ນດິນໂລກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 553)

ພາລະກິດນີ້ທີ່ກຳລັງປະຕິບັດທ່າມກາງພວກເຈົ້າແມ່ນກຳລັງປະຕິບັດໃນພວກເຈົ້າຕາມພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດ. ຫຼັງຈາກເອົາຊະນະຜູ້ຄົນເຫຼົ່ານີ້, ກຸ່ມຄົນກໍ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ພາລະກິດສ່ວນໃຫຍ່ໃນປັດຈຸບັນກໍ່ຍັງເປັນການກະກຽມສຳລັບເປົ້າໝາຍໃນການເຮັດໃຫ້ພວກເຈົ້າສົມບູນ, ເພາະມີຫຼາຍຄົນທີ່ກຳລັງຫິວກະຫາຍຫາຄວາມຈິງ ເຊິ່ງເປັນຜູ້ທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າພາລະກິດແຫ່ງການເອົາຊະນະຕ້ອງຖືກປະຕິບັດໃນພວກເຈົ້າ ແລະ ຫຼັງຈາກນັ້ນແມ່ນບໍ່ມີການປະຕິບັດພາລະກິດຕື່ມອີກ, ແລ້ວມັນຈະບໍ່ເປັນຈິງບໍທີ່ບາງຄົນທີ່ປາຖະໜາຫາຄວາມຈິງຈະໄດ້ຮັບເອົາມັນ? ພາລະກິດໃນປັດຈຸບັນແມ່ນແນໃສ່ເພື່ອເປີດເສັ້ນທາງສູ່ການເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ເຖິງແມ່ນພາລະກິດຂອງເຮົາເປັນພຽງແຕ່ພາລະກິດແຫ່ງການເອົາຊະນະເທົ່ານັ້ນ, ເຖິງຢ່າງໃດກໍ່ຕາມ ຫົນທາງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນເພື່ອກະກຽມເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ພາລະກິດທີ່ມາຫຼັງຈາກການເອົາຊະນະແມ່ນເນັ້ນໃສ່ການເຮັດໃຫ້ຜູ້ຄົນສົມບູນ ແລະ ການເອົາຊະນະແມ່ນເກີດຂຶ້ນເພື່ອວາງພື້ນຖານແກ່ພາລະກິດແຫ່ງການເຮັດໃຫ້ສົມບູນ. ມະນຸດສາມາດຖືກເຮັດໃຫ້ສົມບູນພຽງແຕ່ຫຼັງຈາກທີ່ຖືກເອົາຊະນະ. ໃນຕອນນີ້, ໜ້າທີ່ຫຼັກຄືການເອົາຊະນະ; ຫຼັງຈາກນັ້ນ, ຄົນທີ່ສະແຫວງຫາ ແລະ ປາຖະໜາຫາຄວາມຈິງກໍ່ຈະຖືກເຮັດໃຫ້ສົມບູນ. ການຖືກເຮັດໃຫ້ສົມບູນກ່ຽວພັນກັບລັກສະນະທີ່ໃຊ້ງານໄດ້ຂອງທາງເຂົ້າຂອງຜູ້ຄົນ: ເຈົ້າມີຫົວໃຈທີ່ຮັກພຣະເຈົ້າບໍ? ເຈົ້າມີປະສົບການຫຼາຍສໍ່າໃດເມື່ອເຈົ້າຍ່າງໃນເສັ້ນທາງນີ້? ຄວາມຮັກຂອງເຈົ້າສຳລັບພຣະເຈົ້າບໍລິສຸດສໍ່າໃດ? ການປະຕິບັດຄວາມຈິງຂອງເຈົ້າຖືກຕ້ອງສໍ່າໃດ? ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຄົນໆໜຶ່ງຕ້ອງມີຄວາມຮູ້ພື້ນຖານກ່ຽວກັບທຸກລັກສະນະຂອງຄວາມເປັນມະນຸດ. ນີ້ແມ່ນເງື່ອນໄຂພື້ນຖານ. ທຸກຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນຫຼັງຈາກທີ່ຖືກເອົາຊະນະກໍ່ຈະກາຍມາເປັນເຄື່ອງມືຮັບໃຊ້ ແລະ ຍັງຈະຖືກໂຍນລົງສູ່ທະເລສາບແຫ່ງໄຟ ແລະ ມາດໃນທີ່ສຸດ ແລະ ຍັງຈະຕົກລົງໃນເຫວເລິກທີ່ບໍ່ສິ້ນສຸດ, ເພາະອຸປະນິໄສຂອງເຈົ້າບໍ່ໄດ້ປ່ຽນແປງ ແລະ ເຈົ້າຍັງເປັນຂອງຊາຕານ. ຖ້າມະນຸດຂາດເງື່ອນໄຂສຳລັບຄວາມສົມບູນ, ແລ້ວເຂົາກໍ່ບໍ່ມີປະໂຫຍດຫຍັງເລີຍ, ເຂົາເປັນຂອງເສດເຫຼືອ, ເປັນເຄື່ອງມື, ເປັນສິ່ງທີ່ບໍ່ສາມາດທົນຕໍ່ການທົດລອງແຫ່ງໄຟໄດ້! ຕອນນີ້ ຄວາມຮັກຂອງເຈົ້າສຳລັບພຣະເຈົ້າມີຫຼາຍສໍ່າໃດ? ຄວາມກຽດຊັງຕົນເອງຂອງເຈົ້າມີຫຼາຍສໍ່າໃດ? ເຈົ້າຮູ້ຈັກຊາຕານເລິກເຊິ່ງສໍ່າໃດ? ພວກເຈົ້າໄດ້ເພີ່ມຄວາມຕັ້ງໃຈຂອງພວກເຈົ້າໃຫ້ເຂັ້ມແຂງແລ້ວບໍ? ຊີວິດຂອງເຈົ້າພາຍໃນຄວາມເປັນມະນຸດຂອງເຈົ້າຖືກຄວບຄຸມເປັນຢ່າງດີບໍ? ຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ເຈົ້າກຳລັງດຳລົງຊີວິດໃໝ່ບໍ? ທັດສະນະກ່ຽວກັບຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ຖ້າສິ່ງເຫຼົ່ານີ້ບໍ່ໄດ້ປ່ຽນແປງ, ເຈົ້າກໍ່ບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າເຈົ້າບໍ່ໄດ້ຖອຍ; ກົງກັນຂ້າມ ເຈົ້າພຽງແຕ່ຖືກເອົາຊະນະ. ເມື່ອມັນຮອດເວລາທີ່ຈະທົດສອບເຈົ້າ, ເຈົ້າກໍ່ຂາດຄວາມຈິງ, ຄວາມເປັນມະນຸດຂອງເຈົ້າບໍ່ປົກກະຕິ ແລະ ເຈົ້າຈະຕ້ອຍຕໍ່າຄືກັບສັດຮ້າຍທີ່ແບກຫາບ. ສິ່ງດຽວທີ່ເຈົ້າໄດ້ຮັບຈະເປັນການຖືກເອົາຊະນະ, ເຈົ້າເປັນພຽງແຕ່ວັດຖຸທີ່ເຮົາໄດ້ເອົາຊະນະ. ເຊັ່ນດຽວກັບລາ ຫຼັງຈາກທີ່ມັນຖືກແສ້ຂອງເຈົ້ານາຍ, ມັນກໍ່ຢ້ານ ແລະ ບໍ່ກ້າສະເໜີຕົວທຸກຄັ້ງທີ່ມັນເຫັນເຈົ້ານາຍ, ເຈົ້າກໍ່ເປັນພຽງແຕ່ລາທີ່ຖືກເອົາຊະນະ. ຖ້າຄົນໜຶ່ງຂາດລັກສະນະດ້ານບວກເຫຼົ່ານັ້ນ ແຕ່ກົງກັນຂ້າມແມ່ນບໍ່ດີ້ນລົນ ແລະ ຢ້ານກົວ, ບໍ່ມີຄວາມກ້າ ແລະ ລັງເລກັບທຸກສິ່ງ, ບໍ່ສາມາດແຍກແຍະສິ່ງໃດໜຶ່ງຢ່າງຊັດເຈນ, ບໍ່ສາມາດຍອມຮັບຄວາມຈິງ, ຍັງປາສະຈາກເສັ້ນທາງສຳລັບການປະຕິບັດ ແລະ ປາສະຈາກແມ່ນແຕ່ຫົວໃຈທີ່ຮັກພຣະເຈົ້າ, ຖ້າຄົນໜຶ່ງບໍ່ມີຄວາມເຂົ້າໃຈກ່ຽວກັບວິທີການຮັກພຣະເຈົ້າ, ວິທີການດຳລົງຊີວິດທີ່ມີຄວາມໝາຍ ຫຼື ວິທີການເປັນຄົນທີ່ແທ້ຈິງ, ຄົນດັ່ງກ່າວຈະສາມາດເປັນພະຍານໃຫ້ພຣະເຈົ້າໄດ້ແນວໃດ? ສິ່ງນີ້ຈະສະແດງໃຫ້ເຫັນວ່າ ຊີວິດຂອງເຈົ້າມີຄຸນຄ່າເລັກນ້ອຍ ແລະ ເຈົ້າເປັນພຽງແຕ່ລາທີ່ຖືກເອົາຊະນະ. ເຈົ້າຈະຖືກເອົາຊະນະ, ແຕ່ນັ້ນກໍ່ພຽງແຕ່ໝາຍຄວາມວ່າ ເຈົ້າໄດ້ປະຖິ້ມມັງກອນແດງທີ່ຍິ່ງໃຫຍ່ ແລະ ປະຕິເສດທີ່ຈະຍອມຢູ່ພາຍໃຕ້ອຳນາດຂອງມັນ; ມັນຈະໝາຍຄວາມວ່າ ເຈົ້າເຊື່ອວ່າມີພຣະເຈົ້າ, ຕ້ອງການເຊື່ອຟັງແຜນການທຸກຢ່າງຂອງພຣະເຈົ້າ ແລະ ບໍ່ມີຄຳຕໍ່ວ່າໃດໆ. ແຕ່ສຳລັບລັກສະນະດ້ານບວກ, ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ສຳແດງອອກເຖິງພຣະເຈົ້າບໍ? ຖ້າເຈົ້າບໍ່ມີສິ່ງໃດໃນບັນດາລັກສະນະເຫຼົ່ານີ້, ມັນກໍ່ໝາຍຄວາມວ່າ ເຈົ້າຍັງບໍ່ໄດ້ຖືກຮັບເອົາໂດຍພຣະເຈົ້າ ແລະ ເຈົ້າເປັນພຽງແຕ່ລາທີ່ຖືກເອົາຊະນະ. ບໍ່ມີຫຍັງທີ່ເປັນທີ່ປາຖະໜາໃນຕົວເຈົ້າ ແລະ ພຣະວິນຍານບໍລິສຸດກໍ່ບໍ່ໄດ້ປະຕິບັດພາລະກິດໃນຕົວເຈົ້າ. ຄວາມເປັນມະນຸດຂອງເຈົ້າຂາດເຂີນເກີນໄປ; ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະໃຊ້ເຈົ້າ. ເຈົ້າຕ້ອງໄດ້ຮັບການເຫັນດີຈາກພຣະເຈົ້າ ແລະ ດີກວ່າສັດຮ້າຍທີ່ບໍ່ເຊື່ອຟັງ ແລະ ຄົນຕາຍທີ່ຍ່າງໄດ້ເຖິງຮ້ອຍເທົ່າ, ມີພຽງແຕ່ຄົນທີ່ມາເຖິງລະດັບນີ້ຈຶ່ງມີຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ມີພຽງແຕ່ຄົນທີ່ມີຄວາມເປັນມະນຸດ ແລະ ຄວາມສຳນຶກເທົ່ານັ້ນຈຶ່ງເໝາະສົມທີ່ຈະຖືກພຣະເຈົ້າໃຊ້. ມີພຽງແຕ່ເມື່ອພວກເຈົ້າຖືກເຮັດໃຫ້ສົມບູນ, ພວກເຈົ້າຈຶ່ງຈະຖືວ່າເປັນມະນຸດ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນຈຶ່ງເປັນຄົນດຳລົງຊີວິດຢ່າງມີຄວາມໝາຍ. ມີພຽງແຕ່ຄົນດັ່ງກ່າວຈຶ່ງສາມາດເປັນພະຍານໃຫ້ແກ່ພຣະເຈົ້າຢ່າງກ້ອງກັງວານຍິ່ງຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 554)

ເສັ້ນທາງທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບແມ່ນຫຍັງ? ລວມມີດ້ານໃດແດ່? ເຈົ້າເຕັມໃຈໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບບໍ? ເຈົ້າເຕັມໃຈຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະອົງບໍ? ເຈົ້າຮູ້ຫຍັງແດ່ກ່ຽວກັບຄຳຖາມເຫຼົ່ານີ້? ຖ້າເຈົ້າບໍ່ມີຄວາມຮູ້ທີ່ຈະກ່າວກ່ຽວກັບສິ່ງນີ້, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າເຈົ້າຍັງບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ເຊິ່ງເຈົ້າບໍ່ໄດ້ຖືກເຮັດໃຫ້ຮູ້ແຈ້ງໂດຍພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ມັນເປັນໄປບໍ່ໄດ້ສໍາລັບຜູ້ຄົນດັ່ງກ່າວຈະຖືກເຮັດໃຫ້ສົມບູນແບບ. ພວກເຂົາພຽງແຕ່ໄດ້ຮັບພຣະຄຸນຈຳນວນໜ້ອຍດຽວເທົ່ານັ້ນເພື່ອຊື່ນຊົມມັນໃນເວລາສັ້ນໆ ແລະ ສິ່ງນັ້ນຈະບໍ່ຢືນຍົງຄົງຕົວ. ຜູ້ຄົນບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້ ຖ້າພວກເຂົາພຽງແຕ່ຊື່ນຊົມພຣະຄຸນຂອງພຣະອົງ. ບາງຄົນພໍໃຈເມື່ອເນື້ອໜັງຂອງພວກເຂົາມີຄວາມສະຫງົບສຸກ ແລະ ຄວາມຊື່ນບານ, ເມື່ອຊີວິດຂອງພວກເຂົາສະດວກສະບາຍໂດຍບໍ່ມີຄວາມທຸກຍາກ ຫຼື ຄວາມໂຊກຮ້າຍໃດໆ, ເມື່ອຄອບຄົວຂອງພວກເຂົາດຳລົງຊີວິດຢູ່ໃນຄວາມສະຫງົບສຸກໂດຍບໍ່ມີການຕໍ່ສູ້ ຫຼື ການຂັດແຍ້ງ ແລະ ພວກເຂົາອາດເຊື່ອວ່ານີ້ແມ່ນພຣະພອນຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ມັນເປັນພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ພວກເຈົ້າບໍ່ຄວນພໍໃຈກັບການຊື່ນຊົມພຽງພຣະຄຸນຂອງພຣະເຈົ້າເທົ່ານັ້ນ. ຄວາມຄິດແບບນີ້ແມ່ນຫຍາບຊ້າຫຼາຍ. ເຖິງແມ່ນວ່າເຈົ້າອ່ານພຣະທໍາຂອງພຣະເຈົ້າທຸກມື້, ອະທິຖານທຸກມື້ ແລະ ຈິດວິນຍານຂອງເຈົ້າຮູ້ສຶກເຖິງຄວາມຊື່ນຊົມຍິນດີຢ່າງຍິ່ງ ແລະ ມີຄວາມສະຫງົບສຸກເປັນພິເສດ, ແຕ່ທ້າຍສຸດແລ້ວ ຖ້າເຈົ້າບໍ່ມີສິ່ງໃດຈະເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ບໍ່ມີປະສົບການຫຍັງເລີຍ; ບໍ່ວ່າເຈົ້າໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍປານໃດກໍຕາມ, ຖ້າເຈົ້າພຽງແຕ່ຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີໃນຈິດວິນຍານຂອງເຈົ້າ ແລະ ພຣະທໍາຂອງພຣະເຈົ້ານັ້ນຫວານເກີນກວ່າຈະປຽບທຽບໄດ້, ຄືກັບວ່າເຈົ້າບໍ່ສາມາດຊື່ນຊົມມັນໄດ້ຢ່າງພຽງພໍ, ແຕ່ເຈົ້າບໍ່ມີປະສົບການຕົວຈິງ ແລະ ຂາດຄວາມເປັນຈິງກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງສິ້ນເຊີງ, ແລ້ວເຈົ້າຈະໄດ້ຮັບຫຍັງຈາກຄວາມສັດທາເຊັ່ນນັ້ນໃນພຣະເຈົ້າ? ຖ້າເຈົ້າບໍ່ສາມາດດຳເນີນຊີວິດຕາມແກ່ນແທ້ຂອງພຣະທໍາພຣະເຈົ້າແລ້ວ, ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຄຳພາວະນາຂອງເຈົ້າແມ່ນບໍ່ມີຫຍັງ, ແຕ່ເປັນພຽງຄວາມເຊື່ອທາງດ້ານສາດສະໜາເທົ່ານັ້ນ. ພຣະເຈົ້າບໍ່ສາມາດເຮັດໃຫ້ຄົນເຊັ່ນນີ້ສົມບູນແບບໄດ້ ແລະ ບໍ່ສາມາດຮັບເອົາຄົນເຊັ່ນນີ້ໄດ້. ຄົນທີ່ຖືກຮັບເອົາໂດຍພຣະເຈົ້າແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ສິ່ງທີ່ພຣະເຈົ້າຮັບເອົາບໍ່ແມ່ນເນື້ອໜັງຂອງມະນຸດ, ບໍ່ແມ່ນສິ່ງທີ່ເປັນຂອງເຂົາ, ແຕ່ແມ່ນພາກສ່ວນທີ່ຢູ່ພາຍໃນຕົວເຂົາທີ່ເປັນຂອງພຣະເຈົ້າ. ສະນັ້ນ, ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ ພຣະອົງບໍ່ໄດ້ເຮັດໃຫ້ເນື້ອໜັງຂອງພວກເຂົາສົມບູນແບບ, ແຕ່ແມ່ນຫົວໃຈຂອງພວກເຂົາ ເຊິ່ງເຮັດໃຫ້ຫົວໃຈຂອງພວກເຂົາຖືກຮັບເອົາໂດຍພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍ່ຄື, ໃນແກ່ນແທ້ແລ້ວ ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບນັ້ນແມ່ນພຣະເຈົ້າເຮັດໃຫ້ຫົວໃຈຂອງມະນຸດສົມບູນແບບ ເພື່ອວ່າມະນຸດຈະຫັນມາຫາພຣະເຈົ້າ ແລະ ຮັກພຣະອົງ.

ເນື້ອໜັງຂອງມະນຸດນັ້ນຄືເລືອດເນື້ອ. ມັນບໍ່ມີຈຸດປະສົງຫຍັງສໍາລັບພຣະເຈົ້າທີ່ຈະຮັບເອົາເນື້ອໜັງຂອງມະນຸດ, ເພາະເນື້ອໜັງຂອງມະນຸດຄືສິ່ງທີ່ເນົ່າເປື່ອຍຢ່າງບໍ່ມີທາງຫຼີກລ່ຽງໄດ້ ແລະ ບໍ່ສາມາດຮັບເອົາມໍລະດົກ ຫຼື ພຣະພອນຂອງພຣະອົງໄດ້. ຖ້າເນື້ອໜັງຂອງມະນຸດຖືກຮັບເອົາ ແລະ ພຽງແຕ່ເນື້ອໜັງຂອງມະນຸດຢູ່ໃນກະແສນີ້, ແລ້ວໃນທີ່ສຸດມະນຸດກໍຈະພຽງແຕ່ຢູ່ໃນກະແສນີ້ເທົ່ານັ້ນ ແລະ ຫົວໃຈຂອງພວກເຂົາກໍຈະເປັນຂອງຊາຕານ. ໃນກໍລະນີດັ່ງກ່າວ, ບໍ່ພຽງແຕ່ຜູ້ຄົນບໍ່ສາມາດເປັນທີ່ປະຈັກຂອງພຣະເຈົ້າເທົ່ານັ້ນ, ແຕ່ພວກເຂົາຈະກາຍເປັນພາລະຂອງພຣະເຈົ້າອີກດ້ວຍ ແລະ ດັ່ງນັ້ນ ການຄັດເລືອກເອົາຜູ້ຄົນຂອງພຣະເຈົ້າກໍ່ຈະບໍ່ມີຄວາມໝາຍຫຍັງເລີຍ. ບັນດາຜູ້ທີ່ພຣະເຈົ້າມີເຈດຕະນາເຮັດໃຫ້ສົມບູນແບບແມ່ນບັນດາຜູ້ທີ່ຈະໄດ້ຮັບພອນ ແລະ ມໍລະດົກຂອງພຣະອົງ. ນັ້ນໝາຍເຖິງ ພວກເຂົາຮັບເອົາໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ ເພື່ອວ່າມັນຈະກາຍເປັນສິ່ງທີ່ພວກເຂົາມີຢູ່ພາຍໃນ; ພວກເຂົາມີພຣະທໍາທັງໝົດຂອງພຣະເຈົ້າທີ່ນໍາມາສູ່ຕົວເຂົາ; ບໍ່ວ່າພຣະເຈົ້າຈະເປັນຫຍັງ, ພວກເຈົ້າສາມາດຮັບເອົາທຸກສິ່ງທີ່ເປັນ ແລະ ດ້ວຍເຫດນັ້ນ ຈຶ່ງດຳເນີນຊີວິດຕາມຄວາມຈິງ. ນີ້ແມ່ນປະເພດຄົນທີ່ພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ຜູ້ທີ່ຖືກຮັບເອົາໂດຍພຣະເຈົ້າ. ມີພຽງຜູ້ຄົນດັ່ງກ່າວນີ້ເທົ່ານັ້ນທີ່ມີສິດໄດ້ຮັບພອນທີ່ພຣະເຈົ້າປະທານໃຫ້:

1. ຮັບເອົາຄວາມຮັກທັງໝົດຂອງພຣະເຈົ້າ.

2. ປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ.

3. ຮັບເອົາການນຳພາຂອງພຣະເຈົ້າ, ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າ ແລະ ຮັບເອົາແສງສະຫວ່າງຈາກພຣະເຈົ້າ.

4. ໃຊ້ຊີວິດເທິງແຜ່ນດິນໂລກຕາມພາບລັກສະນະທີ່ພຣະເຈົ້າຮັກ; ຮັກພຣະເຈົ້າຢ່າງແທ້ຈິງແບບທີ່ເປໂຕຮັກ, ຖືກຄຶງກາງແຂນເພື່ອພຣະເຈົ້າ ແລະ ສົມຄວນຕາຍເພື່ອຕອບແທນຄວາມຮັກຂອງພຣະເຈົ້າ; ໄດ້ຮັບລັດສະໝີດຽວກັນກັບເປໂຕ.

5. ເປັນທີ່ຮັກ, ນັບຖື ແລະ ໜ້າຍົກຍ້ອງຂອງຜູ້ຄົນທັງໝົດທີ່ຢູ່ເທິງແຜ່ນດິນໂລກ.

6. ເອົາຊະນະໃນທຸກດ້ານຂອງການເປັນທາດຂອງຄວາມຕາຍ ແລະ ແດນມໍລະນາ, ບໍ່ເປີດໂອກາດໃຫ້ຊາຕານເຮັດວຽກງານຂອງມັນ, ຖືກພຣະເຈົ້າຄອບຄອງ, ອາໃສຢູ່ໃນວິນຍານທີ່ສົດຊື່ນ ແລະ ມີຊີວິດຊີວາ ແລະ ບໍ່ມີຄວາມອິດເມື່ອຍ.

7. ມີຄວາມຮູ້ສຶກທີ່ບໍ່ສາມາດບັນລະຍາຍໄດ້ກ່ຽວກັບຄວາມປິຕິຍິນດີ ແລະ ຄວາມຕື່ນເຕັ້ນຕະຫຼອດເວລາຕະຫຼອດຊີວິດ, ຄືກັບວ່າບຸກຄົນໃດໜຶ່ງໄດ້ເຫັນການມາເຖິງແຫ່ງວັນລັດສະໝີຂອງພຣະເຈົ້າ.

8. ໄດ້ຮັບໄຊຊະນະແຫ່ງລັດສະໝີຮ່ວມກັບພຣະເຈົ້າ ແລະ ມີສີໜ້າຄ້າຍຄືບັນດາໄພ່ພົນຜູ້ເປັນທີ່ຮັກຂອງພຣະເຈົ້າ.

9. ກາຍເປັນຜູ້ທີ່ພຣະເຈົ້າຮັກຢູ່ເທິງໂລກ, ນັ້ນກໍຄື ເປັນບຸດຊາຍສຸດທີ່ຮັກຂອງພຣະເຈົ້າ.

10. ປ່ຽນແປງຮູບລັກສະນະ ແລະ ຂຶ້ນໄປສະຫວັນຊັ້ນສາມຮ່ວມກັບພຣະເຈົ້າ ແລະ ເອົາຊະນະເນື້ອໜັງ.

ມີພຽງຜູ້ຄົນທີ່ສາມາດສືບທອດພຣະພອນຂອງພຣະເຈົ້າເທົ່ານັ້ນແມ່ນຜູ້ທີ່ພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ໄດ້ຮັບ. ປັດຈຸບັນນີ້ເຈົ້າໄດ້ຮັບຫຍັງແດ່ແລ້ວ? ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບໄດ້ຮອດຈຸດໃດແລ້ວ? ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບໂດຍບັງເອີນ. ການເຮັດໃຫ້ມະນຸດສົມບູນແບບຂອງພຣະອົງແມ່ນມີເງື່ອນໄຂ ແລະ ມີຜົນໄດ້ຮັບທີ່ຊັດເຈນ ແລະ ສາມາດເບິ່ງເຫັນໄດ້. ມັນບໍ່ເປັນຢ່າງທີ່ມະນຸດຈິນຕະນາການ, ເມື່ອໃດທີ່ພວກເຂົາມີສັດທາໃນພຣະເຈົ້າ, ພວກເຂົາສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ຖືກຮັບເອົາ ແລະ ສາມາດໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະເຈົ້າຢູ່ໃນແຜ່ນດິນໂລກນີ້. ສິ່ງດັ່ງກ່າວແມ່ນມີຄວາມຫຍຸ້ງຍາກຫຼາຍ ແລະ ຍິ່ງຍາກໄປກວ່ານັ້ນແມ່ນການປ່ຽນແປງຮູບລັກສະນະຂອງຜູ້ຄົນ. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຄວນສະແຫວງຫາໃນເບື້ອງຕົ້ນແມ່ນການຖືກພຣະເຈົ້າເຮັດໃຫ້ສົມບູນໃນທຸກສິ່ງທຸກຢ່າງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນແບບຜ່ານທຸກຄົນ, ທຸກເລື່ອງ ແລະ ທຸກໆສິ່ງທີ່ເຈົ້າໄດ້ຜະເຊີນ, ດັ່ງນັ້ນ ສິ່ງທີ່ພຣະເຈົ້າເປັນຈະຖືກນໍາມາສູ່ໃນຕົວພວກເຈົ້າຫຼາຍຂຶ້ນ. ກ່ອນອື່ນໝົດ ເຈົ້າຕ້ອງຮັບເອົາມໍລະດົກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກນີ້ກ່ອນ ແລ້ວເມື່ອນັ້ນເຈົ້າກໍຈະມີສິດສືບທອດພຣະພອນອັນຫຼວງຫຼາຍ ແລະ ຍິ່ງໃຫຍ່ຈາກພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າຄວນສະແຫວງຫາ ແລະ ຄືສິ່ງທີ່ພວກເຈົ້າຄວນເຂົ້າໃຈກ່ອນສິ່ງອື່ນໃດ. ຍິ່ງເຈົ້າສະແຫວງຫາເພື່ອໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບເທົ່າໃດ, ເຈົ້າຍິ່ງຈະສາມາດເຫັນມືຂອງພຣະເຈົ້າໃນທຸກສິ່ງຫຼາຍຂຶ້ນເທົ່ານັ້ນ, ດັ່ງນັ້ນ ຜົນຕາມມາກໍຄືເຈົ້າຈະສະແຫວງຫາຄວາມເປັນຢູ່ຂອງພຣະທໍາຂອງພຣະເຈົ້າຢ່າງຂະຫຍັນຂັນແຂງ ແລະ ຄວາມເປັນຈິງຂອງພຣະທໍາຂອງພຣະອົງໂດຍຜ່ານມຸມມອງທີ່ແຕກຕ່າງກັນ ແລະ ໃນເລື່ອງທີ່ແຕກຕ່າງກັນ. ເຈົ້າບໍ່ສາມາດເປັນທີ່ພໍໃຈກັບສະຖານະທີ່ຢູ່ຊື່ໆເຊັ່ນນີ້ ເພື່ອພຽງແຕ່ບໍ່ໄດ້ເຮັດບາບ ຫຼື ບໍ່ມີແນວຄວາມຄິດໃດໆ, ບໍ່ມີປັດຊະຍາສໍາລັບການດໍາລົງຊີວິດ ແລະ ບໍ່ມີຄວາມປາຖະໜາຂອງມະນຸດ. ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບໃນຫຼາກຫຼາຍວິທີ, ໃນທຸກກໍລະນີແມ່ນຈະມີໂອກາດໄດ້ຖືກເຮັດໃຫ້ສົມບູນແບບ ແລະ ພຣະອົງສາມາດເຮັດໃຫ້ເຈົ້າສົມບູນແບບໄດ້ ບໍ່ພຽງແຕ່ໃນດ້ານບວກເທົ່ານັ້ນ ແຕ່ໃນດ້ານລົບອີກດ້ວຍ ເພື່ອເຮັດໃຫ້ສິ່ງທີ່ເຈົ້າໄດ້ຮັບຫຼາຍຂຶ້ນກວ່າເກົ່າ. ທຸກໆມື້ແມ່ນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ໂອກາດທີ່ຈະຖືກພຣະເຈົ້າຮັບເອົາ. ຫຼັງຈາກມີປະສົບການເຊັ່ນນີ້ໄລຍະໜຶ່ງແລ້ວ, ເຈົ້າຈະຖືກປ່ຽນແປງຢ່າງໃຫຍ່ຫຼວງ ແລະ ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃນຫຼາຍສິ່ງຫຼາຍຢ່າງໂດຍທຳມະຊາດ ເຊິ່ງເຈົ້າບໍ່ມີຄວາມຮູ້ມາກ່ອນເລີຍ. ມັນບໍ່ຈໍາເປັນຕ້ອງມີການແນະນໍາຈາກຄົນອື່ນ; ໂດຍທີ່ເຈົ້າບໍ່ຮູ້ຕົວ, ພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ເຈົ້າ ເພື່ອເຈົ້າຈະໄດ້ຢັ່ງຮູ້ໃນທຸກໆສິ່ງ ແລະ ເຂົ້າສູ່ປະສົບການທັງໝົດຂອງເຈົ້າຢ່າງລະອຽດ. ພຣະເຈົ້າຈະນຳທາງເຈົ້າຢ່າງແນ່ນອນເພື່ອເຈົ້າຈະບໍ່ໄດ້ຫັນໄປທາງຊ້າຍ ຫຼື ຂວາ ແລະ ໃນທີ່ສຸດເຈົ້າຈະຖືກຍ່າງຢູ່ເທິງເສັ້ນທາງສູ່ຄວາມສົມບູນແບບຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 555)

ການຖືກພຣະເຈົ້າເຮັດໃຫ້ສົມບູນແບບບໍ່ສາມາດຈຳກັດພຽງການສົມບູນແບບໂດຍການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ປະສົບການດັ່ງກ່າວແມ່ນເປັນປະສົບການດ້ານດຽວຫຼາຍເກີນໄປ, ມັນຈະຄັບແຄບເກີນໄປ ແລະ ພຽງແຕ່ຈະຈຳກັດມະນຸດໃຫ້ຢູ່ໃນຂອບເຂດເລັກນ້ອຍເທົ່ານັ້ນ. ໃນກໍລະນີນີ້, ມະນຸດຈະຂາດການບຳລຸງທາງຈິດວິນຍານຢ່າງຫຼວງຫຼາຍທີ່ພວກເຂົາຕ້ອງການ. ຖ້າເຈົ້າປາຖະໜາໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຕ້ອງຮຽນຮູ້ທີ່ຈະຜະເຊີນກັບທຸກໆເລື່ອງ ແລະ ສາມາດໄດ້ຮັບແສງສະຫວ່າງໃນທຸກສິ່ງທີ່ເກີດຂຶ້ນກັບເຈົ້າ. ບໍ່ວ່າດີ ຫຼື ບໍ່ດີ ເຈົ້າກໍ່ຄວນໄດ້ຮັບຜົນປະໂຫຍດຈາກມັນ ແລະ ມັນບໍ່ຄວນເຮັດໃຫ້ເຈົ້າກາຍເປັນຄົນຄິດລົບ. ບໍ່ວ່າເລື່ອງໃດກໍຕາມ, ເຈົ້າຄວນພິຈາລະນາສິ່ງຕ່າງໆໃນຂະນະທີ່ຢືນຢູ່ຂ້າງພຣະເຈົ້າ ແລະ ບໍ່ວິເຄາະ ຫຼື ຮຽນຮູ້ມັນຕາມມຸມມອງຂອງມະນຸດ (ນີ້ຈະເປັນການຫັນປ່ຽນໃນປະສົບການຂອງເຈົ້າ). ຖ້າເຈົ້າມີປະສົບການເຊັ່ນນີ້ ແລ້ວຫົວໃຈຂອງເຈົ້າກໍຈະເຕັມໄປດ້ວຍພາລະໃນຊີວິດຂອງເຈົ້າ; ເຈົ້າຈະມີຊີວິດຢູ່ພາຍໃຕ້ແສງສະຫວ່າງແຫ່ງລັດສະໝີຂອງພຣະເຈົ້າຕະຫຼອດເວລາ ແລະ ຈະບໍ່ຫັນປ່ຽນຈາກການປະຕິບັດຂອງເຈົ້າໄດ້ຢ່າງງ່າຍດາຍ. ຄົນປະເພດນີ້ມີອະນາຄົດທີ່ສົດໄສ. ມີໂອກາດຫຼາຍທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ທຸກຢ່າງຂຶ້ນຢູ່ກັບວ່າພວກເຈົ້າແມ່ນຜູ້ທີ່ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າມີຄວາມເດັດດ່ຽວທີ່ຈະໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ຫຼື ບໍ່, ຖືກຮັບໂດຍພຣະເຈົ້າ ແລະ ໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະອົງ ຫຼື ບໍ. ພຽງແຕ່ມີຄວາມເດັດດ່ຽວເທົ່ານັ້ນແມ່ນບໍ່ພຽງພໍ, ພວກເຈົ້າຕ້ອງມີຄວາມຮູ້ຢ່າງຫຼວງຫຼາຍ, ບໍ່ດັ່ງນັ້ນ ພວກເຈົ້າກໍຈະຫັນປ່ຽນໃນການປະຕິບັດຂອງພວກເຈົ້າຢູ່ຕະຫລອດ. ພຣະເຈົ້າເຕັມໃຈທີ່ຈະເຮັດໃຫ້ພວກເຈົ້າທຸກຄົນສົມບູນແບບ. ເຖິງວ່າ ໃນຕອນນີ້, ຫຼາຍຄົນໄດ້ຍອມຮັບເອົາພາລະກິດຂອງພຣະເຈົ້າມາເປັນເວລາດົນນານແລ້ວກໍ່ຕາມ, ພວກເຂົາໄດ້ຈຳກັດໂຕເອງພຽງເພື່ອຊື່ນຊົມໃນພຣະຄຸນຂອງພຣະເຈົ້າ ແລະ ພຽງແຕ່ເຕັມໃຈຍອມໃຫ້ພຣະເຈົ້າມອບຄວາມສະບາຍທາງເນື້ອໜັງໃຫ້ກັບພວກເຂົາເທົ່ານັ້ນ. ແຕ່ບໍ່ປາຖະໜາທີ່ຈະໄດ້ຮັບການເປີດເຜີຍຫຼາຍຂຶ້ນ ຫຼື ສູງຂຶ້ນ, ນີ້ສະແດງໃຫ້ເຫັນວ່າຫົວໃຈຂອງມະນຸດຍັງຄົງຢູ່ຂ້າງນອກຢູ່ສະເໝີ. ເຖິງແມ່ນວ່າພາລະກິດຂອງມະນຸດ, ການຮັບໃຊ້ຂອງເຂົາ ແລະ ຫົວໃຈແຫ່ງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້ານັ້ນມີຄວາມບໍ່ບໍລິສຸດພຽງເລັກນ້ອຍກໍຕາມ, ຕາບໃດທີ່ແກ່ນແທ້ພາຍໃນມະນຸດ ແລະ ສະເພາະຄວາມຄິດຫຼ້າຫຼັງຂອງເຂົາແລ້ວ, ມະນຸດຍັງສະແຫວງຫາຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີຂອງເນື້ອໜັງຢູ່ຕະຫຼອດເວລາ ແລະ ບໍ່ໃສ່ໃຈຫຍັງເລີຍວ່າເງື່ອນໄຂ ແລະ ວັດຖຸປະສົງຂອງການຖືກພຣະເຈົ້າເຮັດໃຫ້ສົມບູນນັ້ນອາດມີຫຍັງແດ່. ດັ່ງນັ້ນ ຊີວິດຂອງຄົນສ່ວນໃຫຍ່ແມ່ນຍັງຫຍາບຊ້າ ແລະ ເສື່ອມໂຊມ. ຊີວິດຂອງພວກເຂົາບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ຄຳນຶງເຖິງຄວາມສັດທາໃນພຣະເຈົ້າວ່າເປັນເລື່ອງສຳຄັນເລີຍ, ມັນເປັນຄືກັບວ່າພວກເຂົາພຽງມີຄວາມສັດທາເພື່ອປະໂຫຍດຂອງຄົນອື່ນ ໂດຍບໍ່ມີຄວາມໃສ່ໃຈ ແລະ ເຮັດໄປແບບບໍ່ສົນໃຈ ດຳລົງຢູ່ຢ່າງບໍ່ມີຈຸດໝາຍ. ມີພຽງໜ້ອຍຄົນທີ່ສາມາດສະແຫວງຫາເພື່ອເຂົ້າສູ່ພຣະທໍາຂອງພຣະເຈົ້າໃນທຸກສິ່ງ, ໄດ້ຮັບສິ່ງຕ່າງໆຢ່າງອຸດົມສົມບູນ, ກາຍເປັນຜູ້ທີ່ມີຄວາມ ຮັ່ງມີຫຼາຍຂຶ້ນຢູ່ໃນເຮືອນຂອງພຣະເຈົ້າໃນປັດຈຸບັນ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າຫຼາຍຂຶ້ນ. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໃນທຸກສິ່ງ ແລະ ສາມາດຮັບເອົາສິ່ງທີ່ພຣະເຈົ້າໃຫ້ຄໍາໝັນສັນຍາຢູ່ໃນໂລກນີ້; ຖ້າເຈົ້າສະແຫວງຫາໃຫ້ພຣະເຈົ້າເປີດແສງສະຫວ່າງໃຫ້ເຈົ້າໃນທຸກສິ່ງ ແລະ ບໍ່ປ່ອຍໃຫ້ການເວລາຜ່ານພົ້ນໄປລ້າໆ, ນີ້ແມ່ນເສັ້ນທາງທີ່ເໝາະສົມທີ່ຈະເຂົ້າສູ່ຢ່າງຈິງຈັງ. ມີພຽງເຊັ່ນນີ້ເທົ່ານັ້ນທີ່ເຈົ້າຈະສົມຄວນ ແລະ ມີສິດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເຈົ້າແມ່ນຜູ້ທີ່ສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບແທ້ບໍ? ເຈົ້າແມ່ນຄົນທີ່ຈິງຈັງກັບທຸກສິ່ງແທ້ບໍ? ເຈົ້າມີຈິດວິນຍານແຫ່ງຄວາມຮັກຕໍ່ພຣະເຈົ້າແບບດຽວກັບທີ່ເປໂຕມີບໍ? ເຈົ້າມີຄວາມຕັ້ງໃຈທີ່ຈະຮັກພຣະເຈົ້າແບບພຣະເຢຊູຮັກບໍ? ເຈົ້າໄດ້ມີຄວາມເຊື່ອໃນພຣະເຢຊູມາເປັນເວລາຫຼາຍປີ; ເຈົ້າໄດ້ເຫັນບໍວ່າພຣະເຢຊູຮັກພຣະເຈົ້າແນວໃດ? ພຣະເຢຊູແມ່ນຜູ້ທີ່ເຈົ້າເຊື່ອແທ້ບໍ? ເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງຂອງມື້ນີ້ບໍ; ເຈົ້າເຫັນບໍວ່າພຣະເຈົ້າທີ່ແທ້ຈິງທີ່ເປັນມະນຸດຮັກພຣະເຈົ້າທີ່ຢູ່ເທິງສະຫວັນແນວໃດ? ເຈົ້າມີຄວາມເຊື່ອໃນພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ; ນັ້ນກໍ່ຍ້ອນການຖືກຄຶງກາງແຂນຂອງພຣະເຢຊູເພື່ອໄຖ່ບາບມະນຸດຊາດ ແລະ ສິ່ງອັດສະຈັນຕ່າງໆທີ່ພຣະອົງໄດ້ເຮັດນັ້ນເປັນຄວາມຈິງທີ່ຍອມຮັບກັນໂດຍທົ່ວໄປ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມເຊື່ອຂອງມະນຸດບໍ່ໄດ້ມາຈາກຄວາມຮູ້ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຢຊູຄຣິດ. ເຈົ້າເຊື່ອພຽງໃນນາມຂອງພຣະເຢຊູເທົ່ານັ້ນ ແຕ່ເຈົ້າບໍ່ເຊື່ອໃນພຣະວິນຍານຂອງພຣະອົງ, ເພາະວ່າເຈົ້າບໍ່ໄດ້ໃສ່ໃຈວ່າພຣະເຢຊູໄດ້ຮັກພຣະເຈົ້າແນວໃດ. ຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນໄຮ້ດຽງສາເກີນໄປ. ເຖິງແມ່ນວ່າເຈົ້າໄດ້ມີຄວາມເຊື່ອໃນພຣະເຢຊູມາເປັນເວລາຫຼາຍປີແລ້ວກໍ່ຕາມ, ແຕ່ເຈົ້າບໍ່ຮູ້ວ່າຈະຮັກພຣະເຈົ້າແນວໃດ. ນີ້ຈະບໍ່ເຮັດໃຫ້ເຈົ້າເປັນຄົນທີ່ໂງ່ຈ້າທີ່ສຸດໃນໂລກບໍ? ສິ່ງນີ້ພິສູດໃຫ້ເຫັນວ່າຫຼາຍໆປີທີ່ເຈົ້າໄດ້ກິນອາຫານຂອງພຣະຜູ້ເປັນເຈົ້າພຣະເຢຊູຄຣິດຢ່າງໄຮ້ຄ່າ. ບໍ່ພຽງແຕ່ເຮົາບໍ່ມັກຄົນປະເພດນີ້, ເຮົາເຊື່ອວ່າພຣະຜູ້ເປັນເຈົ້າພຣະເຢຊູຄຣິດ ຜູ້ເຈົ້ານະມັດສະການກໍ່ຈະບໍ່ມັກພວກເຂົາເຊັ່ນດຽວກັນ. ຄົນເຊັ່ນນີ້ຈະຖືກເຮັດໃຫ້ສົມບູນແບບໄດ້ແນວໃດ? ເຈົ້າບໍ່ໜ້າແດງໄປດ້ວຍຄວາມລະອາຍບໍ? ເຈົ້າບໍ່ຮູ້ສຶກລະອາຍໃຈແດ່ບໍ? ເຈົ້າຍັງມີໜ້າທີ່ຈະພົບພຣະເຢຊູຄຣິດຂອງເຈົ້າບໍ? ພວກເຈົ້າທັງໝົດເຂົ້າໃຈໃນສິ່ງທີ່ເຮົາເວົ້າບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ

ກ່ອນນີ້: ການເຂົ້າສູ່ຊີວິດ IV

ຕໍ່ໄປ: ການເຂົ້າສູ່ຊີວິດ VI

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້