ຄວາມລຶກລັບກ່ຽວກັບພຣະຄໍາພີ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 265)
ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຊື່ອນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ເຖິງກັບມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ ພວກເຂົາໄດ້ສູນເສຍຊີວິດໄປ. ດ້ວຍເຫດນັ້ນ ທັນທີທີ່ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ ພວກເຂົາກໍເລີ່ມອ່ານພຣະຄຳພີ ແລະ ທ່ອງພຣະຄຳພີຂຶ້ນໃຈ ແລະ ຍິ່ງພວກເຂົາສາມາດທ່ອງພຣະຄຳພີຂຶ້ນໃຈໄດ້ຫຼາຍສໍ່າໃດ ສິ່ງນີ້ກໍຍິ່ງພິສູດວ່າ ພວກເຂົາຮັກພຣະຜູ້ເປັນເຈົ້າ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄົນທີ່ໄດ້ອ່ານພຣະຄຳພີ ແລະ ສາມາດເວົ້າກ່ຽວກັບມັນໃຫ້ກັບຄົນອື່ນຟັງແມ່ນອ້າຍເອື້ອຍນ້ອງທີ່ດີທຸກຄົນ. ໃນເວລາຫຼາຍປີເຫຼົ່ານີ້, ຄວາມເຊື່ອຂອງຜູ້ຄົນ ແລະ ຄວາມຊື່ສັດຕໍ່ພຣະຜູ້ເປັນເຈົ້າແມ່ນຖືກວັດແທກຕາມຂອບເຂດຂອງຄວາມເຂົ້າໃຈພຣະຄຳພີຂອງພວກເຂົາ. ຄົນສ່ວນຫຼາຍບໍ່ເຂົ້າໃຈເລີຍວ່າ ເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ ຫຼື ຈະເຊື່ອໃນພຣະເຈົ້າແນວໃດ ແລະ ບໍ່ເຮັດຫຍັງເລີຍນອກຈາກຄົ້ນຫາເບາະແສຢ່າງຕາບອດເພື່ອໄຂຄວາມໝາຍໃນບົດພຣະຄຳພີ. ຜູ້ຄົນບໍ່ເຄີຍສະແຫວງຫາທິດທາງແຫ່ງພາລະກິດຂອງພຣະວິນຍານບໍລິສຸດຈັກເທື່ອ; ຕະຫຼອດຜ່ານມາ ພວກເຂົາບໍ່ໄດ້ເຮັດຫຍັງເລີຍນອກຈາກສຶກສາ ແລະ ຄົ້ນຄວ້າພຣະຄຳພີຢ່າງເອົາເປັນເອົາຕາຍ ແລະ ບໍ່ມີໃຜໄດ້ພົບພາລະກິດທີ່ໃໝ່ກວ່າຂອງພຣະວິນຍານບໍລິສຸດ ເຊິ່ງຢູ່ນອກພຣະຄຳພີ. ບໍ່ມີໃຜສາມາດໜີຈາກພຣະຄຳພີ ແລະ ບໍ່ມີໃຜກ້າເຮັດແບບນັ້ນ. ຜູ້ຄົນໄດ້ສຶກສາພຣະຄຳພີເປັນເວລາຫຼາຍປີ, ພວກເຂົາໄດ້ສະເໜີຄຳອະທິບາຍຫຼາຍຢ່າງ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ; ພວກເຂົາຍັງມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບພຣະຄຳພີ ເຊິ່ງພວກເຂົາໂຕ້ຖຽງກັນໂດຍບໍ່ສິ້ນສຸດ ຈົນເຖິງຂັ້ນທີ່ວ່າໄດ້ມີຫຼາຍກວ່າສອງພັນນິກາຍທີ່ແຕກຕ່າງກັນຖືກກໍ່ຕັ້ງຂຶ້ນໃນປັດຈຸບັນ. ພວກເຂົາທັງໝົດຕ້ອງການຄົ້ນຫາຄຳອະທິບາຍທີ່ພິເສດບາງຢ່າງ ຫຼື ຄວາມລຶກລັບທີ່ເລິກເຊິ່ງຍິ່ງຂຶ້ນໃນພຣະຄຳພີ, ພວກເຂົາຕ້ອງການສຳຫຼວດມັນ ແລະ ຄົ້ນຫາໃນພຣະຄຳພີເບື້ອງຫຼັງຂອງພາລະກິດຂອງພຣະເຢໂຮວາໃນອິດສະຣາເອນ ຫຼື ເບື້ອງຫຼັງຂອງພາລະກິດຂອງພຣະເຢຊູໃນຢູດາຍ ຫຼື ຄວາມລຶກລັບຫຼາຍກວ່ານັ້ນທີ່ບໍ່ມີໃຜຮູ້ຈັກເລີຍ. ການເຂົ້າຫາພຣະຄຳພີຂອງຜູ້ຄົນແມ່ນເປັນຄວາມຫຼົງໄຫຼ ແລະ ຄວາມເຊື່ອ ແລະ ບໍ່ມີໃຜສາມາດຊັດເຈນຢ່າງສົມບູນກ່ຽວກັບເລື່ອງຈິງທີ່ຢູ່ເບື້ອງຫຼັງພຣະຄຳພີ ຫຼື ກ່ຽວກັບແກ່ນແທ້ຂອງພຣະຄຳພີ. ດ້ວຍເຫດນັ້ນ ໃນປັດຈຸບັນ ຜູ້ຄົນຍັງມີຄວາມຮູ້ສຶກທີ່ບໍ່ສາມາດພັນລະນາໄດ້ເຖິງຄວາມມະຫັດສະຈັນ ເມື່ອເວົ້າເຖິງພຣະຄຳພີ ແລະ ພວກເຂົາຍັງຫຼົງໄຫຼມັນ ແລະ ມີຄວາມເຊື່ອມັນຫຼາຍຂຶ້ນ. ໃນປັດຈຸບັນ ທຸກຄົນຕ້ອງການຄົ້ນຫາຄຳທຳນາຍຂອງພາລະກິດແຫ່ງຍຸກສຸດທ້າຍໃນພຣະຄຳພີ, ພວກເຂົາຕ້ອງການຄົ້ນພົບວ່າ ມີພາລະກິດຫຍັງແດ່ທີ່ພຣະເຈົ້າກະທໍາໃນລະຫວ່າງຍຸກສຸດທ້າຍ ແລະ ແມ່ນຫຍັງຄືໝາຍສຳຄັນສຳລັບຍຸກສຸດທ້າຍ. ດ້ວຍລັກສະນະນີ້ ການນະມັດສະການພຣະຄຳພີຂອງພວກເຂົາຍິ່ງແຮງກ້າຂຶ້ນໄປອີກ ແລະ ຍິ່ງໃກ້ຮອດຍຸກສຸດທ້າຍຫຼາຍເທົ່າໃດ ພວກເຂົາຍິ່ງມີຄວາມເຊື່ອຖືຢ່າງຕາບອດໃນຄຳທຳນາຍຂອງພຣະຄຳພີຫຼາຍເທົ່ານັ້ນ ໂດຍສະເພາະສິ່ງທີ່ກ່ຽວກັບຍຸກສຸດທ້າຍ. ດ້ວຍຄວາມເຊື່ອຢ່າງຕາບອດແບບດັ່ງກ່າວໃນພຣະຄຳພີ, ດ້ວຍຄວາມໄວ້ວາງໃຈແບບດັ່ງກ່າວໃນພຣະຄຳພີ, ພວກເຂົາບໍ່ມີຄວາມປາຖະໜາທີ່ຈະສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດເລີຍ. ໃນແນວຄິດຂອງຜູ້ຄົນ ພວກເຂົາຄິດວ່າ ມີພຽງແຕ່ພຣະຄຳພີເທົ່ານັ້ນທີ່ສາມາດນໍາມາສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນທີ່ພວກເຂົາຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນ ທີ່ມີຄວາມລຶກລັບແຫ່ງພາລະກິດຂອງພຣະເຈົ້າລີ້ລັບຢູ່; ມີພຽງພຣະຄຳພີເທົ່ານັ້ນ ບໍ່ມີໜັງສືເຫຼັ້ມອື່ນ ຫຼື ບຸກຄົນອື່ນ ທີ່ສາມາດອະທິບາຍທຸກສິ່ງກ່ຽວກັບພຣະເຈົ້າ ແລະ ພາລະກິດທັງໝົດຂອງພຣະອົງ; ພຣະຄຳພີສາມາດນໍາພາລະກິດແຫ່ງສະຫວັນມາເທິງແຜ່ນດິນໂລກໄດ້; ແລະ ພຣະຄຳພີທັງສາມາດເລີ່ມຕົ້ນ ແລະ ສິ້ນສຸດຍຸກຕ່າງໆ. ດ້ວຍແນວຄິດເຫຼົ່ານີ້, ຜູ້ຄົນຈຶ່ງບໍ່ມີຄວາມປາຖະໜາທີ່ຈະສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ບໍ່ວ່າ ພຣະຄຳພີຈະເປັນປະໂຫຍດໃຫ້ແກ່ຜູ້ຄົນທີ່ຢູ່ໃນອະດີດຫຼາຍສໍ່າໃດກໍຕາມ, ມັນໄດ້ກາຍມາເປັນອຸປະສັກຕໍ່ພາລະກິດຫຼ້າສຸດຂອງພຣະເຈົ້າ. ຫາກປາສະຈາກພຣະຄຳພີ ຜູ້ຄົນສາມາດສະແຫວງຫາຮອຍພຣະບາດຂອງພຣະເຈົ້າໃນບ່ອນອື່ນໄດ້, ແຕ່ໃນປັດຈຸບັນ ຮອຍພຣະບາດຂອງພຣະອົງແມ່ນຖືກຈຳກັດໂດຍພຣະຄຳພີ, ແລະ ການເຜີຍແຜ່ພາລະກິດຫຼ້າສຸດຂອງພຣະອົງຈຶ່ງກາຍມາເປັນສິ່ງທີ່ຫຍຸ້ງຍາກສອງເທົ່າ ແລະ ຍາກລໍາບາກຈົນບໍ່ສາມາດແມ່ນແຕ່ຈະກ້າວຂາໄດ້. ທຸກຢ່າງເປັນແບບນີ້ກໍຍ້ອນບົດ ແລະ ຄຳເວົ້າເຊິ່ງເປັນທີ່ຮູ້ຈັກດີຈາກພຣະຄຳພີ ພ້ອມທັງຄຳທຳນາຍທີ່ຫຼາກຫຼາຍໃນພຣະຄຳພີ. ພຣະຄຳພີໄດ້ກາຍມາເປັນຮູບເຄົາລົບບູຊາໃນຄວາມຄິດຂອງມະນຸດ, ມັນໄດ້ກາຍເປັນປິດສະໜາໃນສະໝອງຂອງພວກເຂົາ ແລະ ພວກເຂົາບໍ່ສາມາດເຊື່ອເລີຍວ່າ ພຣະເຈົ້າສາມາດປະຕິບັດພາລະກິດທີ່ຢູ່ນອກພຣະຄຳພີ, ພວກເຂົາບໍ່ສາມາດເຊື່ອວ່າ ຜູ້ຄົນສາມາດຄົ້ນພົບພຣະເຈົ້າຢູ່ນອກພຣະຄຳພີ ແລ້ວແຮງໄກທີ່ພວກເຂົາຈະເຊື່ອວ່າ ພຣະເຈົ້າສາມາດແຍກອອກຈາກພຣະຄຳພີໃນລະຫວ່າງພາລະກິດສຸດທ້າຍ ແລະ ເລີ່ມຕົ້ນໃໝ່ໄດ້. ນີ້ເປັນສິ່ງທີ່ຜູ້ຄົນບໍ່ສາມາດຄິດເຖິງໄດ້; ພວກເຂົາບໍ່ສາມາດເຊື່ອມັນໄດ້ ແລະ ພວກເຂົາບໍ່ສາມາດຈິນຕະນາການກ່ຽວກັບມັນໄດ້. ພຣະຄຳພີໄດ້ກາຍມາເປັນອຸປະສັກທີ່ຍິ່ງໃຫຍ່ໃນການຍອມຮັບຂອງຜູ້ຄົນຕໍ່ພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄວາມຫຍຸ້ງຍາກສຳລັບການເຜີຍແຜ່ພາລະກິດໃໝ່ຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 266)
ຫຼັງຈາກທີ່ພຣະເຈົ້າປະຕິບັດພາລະກິດຂອງຍຸກແຫ່ງພຣະບັນຍັດ, ພຣະສັນຍາເດີມຈຶ່ງກຳເນີດຂຶ້ນ ແລະ ຫຼັງຈາກນັ້ນ ຜູ້ຄົນກໍເລີ່ມອ່ານພຣະຄຳພີ. ຫຼັງຈາກທີ່ພຣະເຢຊູໄດ້ມາ, ພຣະອົງກໍປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ແລະ ອັກຄະສາວົກຂອງພຣະອົງກໍຂຽນພຣະສັນຍາໃໝ່. ສະນັ້ນ ພຣະສັນຍາເດີມ ແລະ ໃໝ່ໃນພຣະຄຳພີຈຶ່ງກຳເນີດຂຶ້ນ ແລະ ແມ່ນແຕ່ຈົນເຖິງປັດຈຸບັນ ທຸກຄົນທີ່ເຊື່ອໃນພຣະເຈົ້າກໍຍັງຄົງອ່ານພຣະຄຳພີຢູ່. ພຣະຄຳພີເປັນໜັງສືປະຫວັດສາດ. ແນ່ນອນ ພຣະຄຳພີຍັງປະກອບມີຄຳທຳນາຍບາງຢ່າງຂອງຜູ້ປະກາດພຣະທຳ ແລະ ຄຳທຳນາຍດັ່ງກ່າວບໍ່ແມ່ນປະຫວັດສາດ. ພຣະຄຳພີປະກອບມີຫຼາຍພາກສ່ວນ. ບໍ່ໄດ້ມີພຽງແຕ່ຄຳທຳນາຍ ຫຼື ພາລະກິດຂອງພຣະເຢໂຮວາ ທັງບໍ່ມີແຕ່ຈົດໝາຍຂອງໂປໂລເທົ່ານັ້ນ. ເຈົ້າຕ້ອງຮູ້ຈັກວ່າ ພຣະຄຳພີປະກອບມີຈັກພາກສ່ວນ; ພຣະສັນຍາເດີມປະກອບມີປະຖົມມະການ, ອົບພະຍົບ... ແລະ ຍັງມີໜັງສືແຫ່ງຄຳທຳນາຍທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້. ໃນຕອນສຸດທ້າຍ, ພຣະສັນຍາເດີມສິ້ນສຸດລົງດ້ວຍໜັງສືມາລາກີ. ພຣະສັນຍາເດີມບັນທຶກພາລະກິດຂອງຍຸກແຫ່ງພຣະບັນຍັດ ເຊິ່ງຖືກນໍາພາໂດຍພຣະເຢໂຮວາ; ຈາກປະຖົມມະການຈົນເຖິງໜັງສືມາລາກີ, ມັນເປັນການບັນທຶກທີ່ຄົບຖ້ວນກ່ຽວກັບພາລະກິດທັງໝົດໃນຍຸກແຫ່ງພຣະບັນຍັດ. ນັ້ນໝາຍຄວາມວ່າ ພຣະສັນຍາເດີມບັນທຶກທຸກສິ່ງທີ່ຜູ້ຄົນ ເຊິ່ງຖືກນໍາພາໂດຍພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ໄດ້ປະສົບ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ, ຜູ້ປະກາດພຣະທຳຈຳນວນຫຼາຍຄົນທີ່ຖືກແຕ່ງຕັ້ງໂດຍພຣະເຢໂຮວາໄດ້ກ່າວຄຳທຳນາຍໃຫ້ກັບພຣະອົງ, ພວກເຂົາໃຫ້ຄຳສັ່ງສອນກັບຊົນເຜົ່າ ແລະ ຊົນຊາດຕ່າງໆ ແລະ ທຳນາຍພາລະກິດທີ່ພຣະເຢໂຮວາຈະກະທຳ. ຜູ້ຄົນທີ່ຖືກແຕ່ງຕັ້ງເຫຼົ່ານີ້ແມ່ນໄດ້ຮັບພຣະວິນຍານແຫ່ງຄຳທຳນາຍຈາກພຣະເຢໂຮວາ: ພວກເຂົາສາມາດເຫັນນິມິດຈາກພຣະເຢໂຮວາ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບການດົນບັນດານຈາກພຣະອົງ ແລະ ຂຽນຄຳທຳນາຍ. ພາລະກິດທີ່ພວກເຂົາກະທຳເປັນການສະແດງອອກເຖິງສຽງຂອງພຣະເຢໂຮວາ, ການສະແດງເຖິງຄຳທໍານາຍຂອງພຣະເຢໂຮວາ ແລະ ພາລະກິດຂອງພຣະເຢໂຮວາໃນເວລານັ້ນກໍເປັນພຽງການນໍາພາຜູ້ຄົນໂດຍໃຊ້ພຣະວິນຍານເທົ່ານັ້ນ; ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ຜູ້ຄົນກໍບໍ່ໄດ້ເຫັນໃບໜ້າຂອງພຣະອົງ. ດ້ວຍເຫດນັ້ນ ພຣະອົງຈຶ່ງແຕ່ງຕັ້ງຜູ້ປະກາດພຣະທຳຫຼາຍຄົນເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ມອບພຣະຄຳສັກສິດໃຫ້ກັບພວກເຂົາເພື່ອໃຫ້ພວກເຂົາສົ່ງຕໍ່ໄປສູ່ທຸກຊົນເຜົ່າ ແລະ ທຸກຕະກູນຂອງອິດສະຣາເອນ. ພາລະກິດຂອງພວກເຂົາກໍຄືການກ່າວຄຳທຳນາຍ ແລະ ພວກເຂົາບາງຄົນກໍຂຽນຄຳສັ່ງສອນຂອງພຣະເຢໂຮວາທີ່ມີໃຫ້ພວກເຂົານັ້ນລົງເພື່ອສະແດງໃຫ້ຄົນອື່ນເຫັນ. ພຣະເຢໂຮວາແຕ່ງຕັ້ງຜູ້ຄົນເຫຼົ່ານີ້ຂຶ້ນມາເພື່ອກ່າວຄຳທຳນາຍ, ເພື່ອທຳນາຍເຖິງພາລະກິດໃນອະນາຄົດ ຫຼື ພາລະກິດທີ່ຍັງຕ້ອງກະທຳໃຫ້ສຳເລັດໃນເວລານັ້ນ ເພື່ອຜູ້ຄົນຈະສາມາດເຫັນຄວາມອັດສະຈັນ ແລະ ສະຕິປັນຍາຂອງພຣະເຢໂຮວາ. ໜັງສືແຫ່ງການທຳນາຍເຫຼົ່ານີ້ແຕກຕ່າງຈາກໜັງສືເຫຼັ້ມອື່ນໆໃນພຣະຄຳພີພໍສົມຄວນ; ພວກມັນແມ່ນພຣະທຳທີ່ມີການກ່າວ ຫຼື ຂຽນລົງໂດຍຄົນທີ່ໄດ້ຮັບພຣະວິນຍານແຫ່ງການທໍານາຍ, ໂດຍຄົນທີ່ໄດ້ຮັບນິມິດ ຫຼື ສຽງຈາກພຣະເຢໂຮວາ. ນອກຈາກໜັງສືແຫ່ງການທຳນາຍແລ້ວ, ທຸກສິ່ງທີ່ຢູ່ໃນພຣະສັນຍາເດີມແມ່ນສ້າງຂຶ້ນຈາກການບັນທຶກຂອງຜູ້ຄົນ ຫຼັງຈາກທີ່ພຣະເຢໂຮວາໄດ້ສຳເລັດພາລະກິດຂອງພຣະອົງ. ໜັງສືເຫຼົ່ານີ້ບໍ່ສາມາດແທນຄຳທຳນາຍທີ່ກ່າວໄວ້ໂດຍຜູ້ປະກາດພຣະທຳທີ່ພຣະເຢໂຮວາແຕ່ງຕັ້ງຂຶ້ນມາ, ເໝືອນກັບທີ່ປະຖົມມະການ ແລະ ອົບພະຍົບບໍ່ສາມາດປຽບທຽບກັບໜັງສືເອຊາຢາ ແລະ ໜັງສືດານີເອນໄດ້. ຄຳທຳນາຍໄດ້ຖືກກ່າວໄວ້ກ່ອນທີ່ພາລະກິດຈະໄດ້ຮັບການປະຕິບັດ; ໃນຂະນະດຽວກັນ ໜັງສືເຫຼັ້ມອື່ນໆຖືກຂຽນຂຶ້ນຫຼັງຈາກພາລະກິດໄດ້ສຳເລັດລົງແລ້ວ ເຊິ່ງເປັນສິ່ງທີ່ຜູ້ຄົນສາມາດເຮັດໄດ້. ຜູ້ປະກາດພຣະທຳໃນເວລານັ້ນໄດ້ຮັບການດົນບັນດານຈາກພຣະເຢໂຮວາ ແລະ ກ່າວຄຳທຳນາຍບາງຢ່າງ, ພວກເຂົາກ່າວຫຼາຍຄຳ ແລະ ພວກເຂົາທຳນາຍສິ່ງຕ່າງໆໃນຍຸກແຫ່ງພຣະຄຸນ ພ້ອມທັງການທຳລາຍໂລກໃນຍຸກສຸດທ້າຍ ນັ້ນກໍຄືພາລະກິດທີ່ພຣະເຢໂຮວາວາງແຜນທີ່ຈະປະຕິບັດ. ໜັງສືທີ່ເຫຼືອທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາໄດ້ກະທຳໃນອິດສະຣາເອນ. ສະນັ້ນ ເມື່ອເຈົ້າອ່ານພຣະຄຳພີ, ຫຼັກໆແມ່ນເຈົ້າກຳລັງອ່ານກ່ຽວກັບສິ່ງທີ່ພຣະເຢໂຮວາກະທຳໃນອິດສະຣາເອນ; ພຣະສັນຍາເດີມໃນພຣະຄຳພີ ຫຼັກໆ ແມ່ນບັນທຶກພາລະກິດຂອງພຣະເຢໂຮວາໃນການນໍາພາອິດສະຣາເອນ, ການທີ່ພຣະອົງໃຊ້ໂມເຊເພື່ອນໍາພາຊາວອິດສະຣາເອນອອກຈາກອີຢິບ ຜູ້ເຊິ່ງປົດປ່ອຍພວກເຂົາອອກຈາກໂສ້ຂອງພວກຟາໂຣ ແລະ ນໍາພວກເຂົາໄປສູ່ບ່ອນທຸລະກັນດານ ຫຼັງຈາກນັ້ນ ພວກເຂົາກໍເຂົ້າສູ່ການາອານ ແລະ ທຸກສິ່ງທີ່ເກີດຂຶ້ນຫຼັງຈາກນີ້ກໍເປັນຊີວິດຂອງພວກເຂົາໃນການາອານ. ທຸກສິ່ງຢ່າງນອກຈາກນີ້ແມ່ນຖືກສ້າງຂຶ້ນຈາກການບັນທຶກພາລະກິດຂອງພຣະເຢໂຮວາທີ່ປະຕິບັດທົ່ວອິດສະຣາເອນ. ທຸກສິ່ງທີ່ບັນທຶກໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາໃນອິດສະຣາເອນ, ມັນເປັນພາລະກິດທີ່ພຣະເຢໂຮວາກະທຳໃນດິນແດນທີ່ພຣະອົງຊົງສ້າງອາດາມ ແລະ ເອວາ. ຕັ້ງແຕ່ພຣະເຈົ້າເລີ່ມຕົ້ນນໍາພາຜູ້ຄົນເທິງແຜ່ນດິນໂລກຢ່າງເປັນທາງການຫຼັງຈາກໂນອາ, ທຸກສິ່ງທີ່ຖືກບັນທຶກໄວ້ໃນພຣະສັນຍາເດີມນັ້ນ ແມ່ນພາລະກິດຂອງອິດສະຣາເອນ. ແລ້ວເປັນຫຍັງຈຶ່ງບໍ່ມີການບັນທຶກກ່ຽວກັບພາລະກິດໃດເລີຍທີ່ຢູ່ນອກເໜືອອິດສະຣາເອນ? ເພາະວ່າດິນແດນອິດສະຣາເອນແມ່ນບ່ອນກຳເນີດຂອງມະນຸດຊາດ. ໃນຕອນເລີ່ມຕົ້ນ ແມ່ນບໍ່ມີຊາດອື່ນໃດ ນອກຈາກອິດສະຣາເອນ ແລະ ພຣະເຢໂຮວາກໍບໍ່ໄດ້ປະຕິບັດພາລະກິດໃນສະຖານທີ່ແຫ່ງອື່ນໆເລີຍ. ດ້ວຍວິທີນີ້, ສິ່ງທີ່ບັນທຶກໃນພຣະສັນຍາເດີມຂອງພຣະຄຳພີແມ່ນເປັນພຽງພາລະກິດຂອງພຣະເຈົ້າໃນອິດສະຣາເອນໃນເວລານັ້ນເທົ່ານັ້ນ. ພຣະທໍາທີ່ກ່າວໄວ້ໂດຍຜູ້ປະກາດພຣະທຳ ເຊັ່ນ: ເອຊາຢາ, ດານີເອນ, ເຢເຣມີຢາ ແລະ ເອເຊກີເອນ... ພຣະທໍາຂອງພວກເຂົາທຳນາຍພາລະກິດອື່ນໆຂອງພຣະອົງເທິງແຜ່ນດິນໂລກ, ພຣະທໍາເຫຼົ່ານັ້ນທຳນາຍເຖິງພາລະກິດຂອງພຣະເຈົ້າເຢໂຮວາເອງ. ທຸກສິ່ງນີ້ແມ່ນມາຈາກພຣະເຈົ້າ, ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ນອກຈາກໜັງສືເຫຼົ່ານີ້ຂອງຜູ້ປະກາດພຣະທຳແລ້ວ, ສ່ວນທີ່ເຫຼືອແມ່ນການບັນທຶກປະສົບການຂອງຜູ້ຄົນ ກ່ຽວກັບພາລະກິດຂອງພຣະເຢໂຮວາ ໃນເວລານັ້ນ.
ພາລະກິດແຫ່ງການຊົງສ້າງເກີດຂຶ້ນກ່ອນຈະມີມະນຸດຊາດ ແຕ່ໜັງສືປະຖົມມະການພຽງແຕ່ເກີດຂຶ້ນຫຼັງຈາກມີມະນຸດຊາດ; ມັນເປັນໜັງສືທີ່ຂຽນຂຶ້ນໂດຍໂມເຊໃນລະຫວ່າງຍຸກແຫ່ງພຣະບັນຍັດ. ມັນເປັນຄືກັບສິ່ງທີ່ເກີດຂຶ້ນທ່າມກາງພວກເຈົ້າໃນປັດຈຸບັນ ນັ້ນກໍຄື: ຫຼັງຈາກມີເຫດການເກີດຂຶ້ນ, ພວກເຈົ້າກໍຂຽນເຫດການນັ້ນລົງເພື່ອສະແດງໃຫ້ກັບຜູ້ຄົນທີ່ຢູ່ໃນອະນາຄົດເຫັນ ແລະ ສຳລັບຜູ້ຄົນທີ່ຢູ່ໃນອະນາຄົດ, ສິ່ງທີ່ພວກເຈົ້າໄດ້ບັນທຶກໄວ້ນັ້ນ ກໍຄືສິ່ງທີ່ເກີດຂຶ້ນໃນອະດີດ, ສິ່ງເຫຼົ່ານັ້ນບໍ່ແມ່ນຫຍັງເໜືອໄປກວ່າປະຫວັດສາດ. ສິ່ງທີ່ບັນທຶກໄວ້ໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາໃນອິດສະຣາເອນ ແລະ ສິ່ງທີ່ບັນທຶກໄວ້ໃນພຣະສັນຍາໃໝ່ແມ່ນພາລະກິດຂອງພຣະເຢຊູໃນລະຫວ່າງຍຸກແຫ່ງພຣະຄຸນ; ພວກມັນບັນທຶກພາລະກິດທີ່ພຣະເຈົ້າກະທຳໃນສອງຍຸກທີ່ແຕກຕ່າງກັນ. ພຣະສັນຍາເດີມບັນທຶກພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ດ້ວຍເຫດນັ້ນ ພຣະສັນຍາເດີມຈຶ່ງເປັນໜັງສືປະຫວັດສາດ, ໃນຂະນະທີ່ພຣະສັນຍາໃໝ່ແມ່ນຜົນຂອງພາລະກິດໃນຍຸກແຫ່ງພຣະຄຸນ. ເມື່ອພາລະກິດໃໝ່ເລີ່ມຕົ້ນຂຶ້ນ, ພຣະສັນຍາໃໝ່ກໍກາຍເປັນສິ່ງທີ່ຫຼ້າສະໄໝ ແລະ ດ້ວຍເຫດນັ້ນ ພຣະສັນຍາໃໝ່ຈຶ່ງເປັນໜັງສືປະຫວັດສາດເຊັ່ນດຽວກັນ. ແນ່ນອນ, ພຣະສັນຍາໃໝ່ບໍ່ໄດ້ຈັດເປັນລະບົບຄືກັບພຣະສັນຍາເດີມ ຫຼື ບໍ່ໄດ້ມີການບັນທຶກຫຼາຍສິ່ງຫຼາຍຢ່າງຄືກັບພຣະສັນຍາເດີມ. ຫຼາຍພຣະທຳທີ່ກ່າວໄວ້ໂດຍພຣະເຢໂຮວາທັງໝົດແມ່ນຖືກບັນທຶກໄວ້ໃນພຣະສັນຍາເດີມຂອງພຣະຄຳພີ, ໃນຂະນະທີ່ມີພຽງແຕ່ພຣະທຳຂອງພຣະເຢຊູບາງຄຳເທົ່ານັ້ນທີ່ຖືກບັນທຶກໃນພຣະກິດຕິຄຸນທັງສີ່. ແນ່ນອນ, ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງເຊັ່ນກັນ ແຕ່ມັນບໍ່ໄດ້ຖືກບັນທຶກໄວ້ເປັນລາຍລະອຽດ. ມີການບັນທຶກໜ້ອຍກວ່າໃນພຣະສັນຍາໃໝ່ ເພາະຈຳນວນພາລະກິດທີ່ພຣະເຢຊູປະຕິບັດມີໜ້ອຍເຊັ່ນກັນ; ຈຳນວນພາລະກິດທີ່ພຣະອົງປະຕິບັດໃນລະຫວ່າງສາມປີເຄິ່ງເທິງແຜ່ນດິນໂລກ ແລະ ພາລະກິດຂອງພວກອັກຄະສາວົກແມ່ນໜ້ອຍກວ່າພາລະກິດຂອງພຣະເຢໂຮວາຫຼາຍ. ແລ້ວດ້ວຍເຫດນັ້ນ, ໜັງສືໃນພຣະສັນຍາໃໝ່ຈຶ່ງມີໜ້ອຍກວ່າພຣະສັນຍາເດີມ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 267)
ພຣະຄຳພີເປັນໜັງສືປະເພດໃດ? ພຣະສັນຍາເດີມແມ່ນພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະສັນຍາເດີມໃນພຣະຄຳພີບັນທຶກພາລະກິດທັງໝົດຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ພາລະກິດແຫ່ງການຊົງສ້າງຂອງພຣະອົງ. ພຣະສັນຍາເດີມທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາກະທຳ ແລະ ໃນທີ່ສຸດກໍ່ສິ້ນສຸດການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາດ້ວຍໜັງສືມາລາກີ. ພຣະສັນຍາເດີມບັນທຶກພາລະກິດສອງສ່ວນທີ່ກະທຳໂດຍພຣະເຈົ້າ: ສ່ວນທີໜຶ່ງແມ່ນພາລະກິດແຫ່ງການຊົງສ້າງ ແລະ ອີກສ່ວນໜຶ່ງແມ່ນການອອກພຣະບັນຍັດ. ທັງສອງເປັນພາລະກິດທີ່ພຣະເຢໂຮວາກະທຳ. ຍຸກແຫ່ງພຣະບັນຍັດສະແດງເຖິງພາລະກິດພາຍໃຕ້ພຣະນາມຂອງພຣະເຈົ້າເຢໂຮວາ; ເປັນພາລະກິດທັງໝົດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກ. ສະນັ້ນ, ພຣະສັນຍາເດີມຈຶ່ງບັນທຶກພາລະກິດຂອງພຣະເຢໂຮວາ ແລະ ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູ ເຊິ່ງເປັນພາລະກິດທີ່ປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄວາມສຳຄັນຂອງພຣະນາມຂອງພຣະເຢຊູ ແລະ ພາລະກິດທີ່ພຣະອົງກະທຳແມ່ນຖືກບັນທຶກໄວ້ໃນພຣະສັນຍາໃໝ່ເປັນສ່ວນຫຼາຍ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ, ພຣະເຢໂຮວາສ້າງພຣະວິຫານ ແລະ ແທ່ນບູຊາໃນອິດສະຣາເອນ, ພຣະອົງນໍາພາຊີວິດຂອງຊາວອິດສະຣາເອນເທິງແຜ່ນດິນໂລກ, ເຊິ່ງພິສູດໃຫ້ເຫັນວ່າ ພວກເຂົາເປັນຜູ້ຄົນທີ່ຖືກເລືອກຂອງພຣະອົງ, ເປັນກຸ່ມຄົນທຳອິດທີ່ພຣະອົງເລືອກເທິງແຜ່ນດິນໂລກ ແລະ ເປັນຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ ແລະ ເປັນກຸ່ມຄົນທຳອິດທີ່ພຣະອົງນໍາພາດ້ວຍຕົວພຣະອົງເອງ. ທັງສິບສອງຊົນເຜົ່າຂອງອິດສະຣາເອນເປັນຜູ້ຄົນທຳອິດທີ່ພຣະເຢໂຮວາໄດ້ເລືອກໄວ້ແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງປະຕິບັດພາລະກິດໃນພວກເຂົາຢູ່ສະເໝີຈົນເຖິງເວລາທີ່ພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດສິ້ນສຸດລົງ. ຂັ້ນຕອນທີສອງຂອງພາລະກິດ ແມ່ນພາລະກິດໃນຍຸກແຫ່ງພຣະຄຸນໃນພຣະສັນຍາໃໝ່ ແລະ ໄດ້ຖືກປະຕິບັດທ່າມກາງຊາວຢິວ, ທ່າມກາງໜຶ່ງໃນສິບສອງຊົນເຜົ່າຂອງອິດສະຣາເອນ. ຂອບເຂດຂອງພາລະກິດນີ້ແມ່ນໜ້ອຍກວ່າ ເພາະພຣະເຢຊູເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ພຣະເຢຊູປະຕິບັດພາລະກິດພຽງແຕ່ໃນດິນແດນຢູດາຍ ແລະ ພຽງແຕ່ປະຕິບັດພາລະກິດໃນເວລາສາມປີເຄິ່ງເທົ່ານັ້ນ; ດ້ວຍເຫດນັ້ນ ສິ່ງທີ່ຖືກບັນທຶກໃນພຣະສັນຍາໃໝ່ແມ່ນໄກເກີນທີ່ຈະສາມາດເກີນຈຳນວນພາລະກິດທີ່ຖືກບັນທຶກໃນພຣະສັນຍາເດີມໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 268)
ຖ້າເຈົ້າປາຖະໜາທີ່ຈະເຫັນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ເຫັນວ່າ ຊາວອິດສະຣາເອນຕິດຕາມວິທີທາງຂອງພຣະເຢໂຮວາແນວໃດ ແລ້ວເຈົ້າຕ້ອງອ່ານພຣະສັນຍາເດີມ; ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈພາລະກິດໃນຍຸກແຫ່ງພຣະຄຸນ ແລ້ວເຈົ້າຕ້ອງອ່ານພຣະສັນຍາໃໝ່. ແຕ່ເຈົ້າເຫັນພາລະກິດແຫ່ງຍຸກສຸດທ້າຍເປັນແນວໃດ? ເຈົ້າຕ້ອງຍອມຮັບການນໍາພາໃນປັດຈຸບັນນີ້ຂອງພຣະເຈົ້າ ແລະ ເຂົ້າສູ່ພາລະກິດແຫ່ງປັດຈຸບັນ, ຍ້ອນນີ້ແມ່ນພາລະກິດທີ່ໃໝ່ ແລະ ບໍ່ມີໃຜເຄີຍບັນທຶກມັນໃນພຣະຄຳພີມາກ່ອນ. ໃນປັດຈຸບັນ, ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຄັດເລືອກຜູ້ຄົນອື່ນໆທີ່ຖືກເລືອກໃນປະເທດຈີນ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນເຫຼົ່ານີ້, ພຣະອົງສືບຕໍ່ຈາກພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ສືບຕໍ່ຈາກພາລະກິດໃນຍຸກແຫ່ງພຣະຄຸນ. ພາລະກິດແຫ່ງປັດຈຸບັນແມ່ນເສັ້ນທາງທີ່ມະນຸດບໍ່ເຄີຍຍ່າງຈັກເທື່ອ ແລະ ເປັນຫົນທາງທີ່ບໍ່ມີໃຜເຄີຍໄດ້ເຫັນ. ມັນເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ, ມັນເປັນພາລະກິດຫຼ້າສຸດຂອງພຣະເຈົ້າເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ, ພາລະກິດທີ່ບໍ່ເຄີຍມີການປະຕິບັດມາກ່ອນຈຶ່ງບໍ່ແມ່ນປະຫວັດສາດ ເພາະປັດຈຸບັນກໍຄືປັດຈຸບັນ ແລະ ຍັງບໍ່ໄດ້ເປັນອະດີດເທື່ອ. ຜູ້ຄົນບໍ່ຮູ້ຈັກວ່າ ພຣະເຈົ້າໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າ, ໃໝ່ກວ່າເທິງແຜ່ນດິນໂລກ ແລະ ຢູ່ນອກອິດສະຣາເອນ, ມັນໄດ້ຂະຫຍາຍອອກນອກຂອບເຂດອິດສະຣາເອນແລ້ວ ແລະ ນອກເໜືອຄຳທຳນາຍຂອງພວກຜູ້ປະກາດພຣະທຳອີກດ້ວຍ, ມັນເປັນພາລະກິດທີ່ໃໝ່ ແລະ ມະຫັດສະຈັນ ເຊິ່ງຢູ່ນອກຄຳທຳນາຍ ແລະ ເປັນພາລະກິດທີ່ໃໝ່ກວ່າ ເຊິ່ງຢູ່ນອກເໜືອອິດສະຣາເອນ ແລະ ພາລະກິດທີ່ຜູ້ຄົນບໍ່ສາມາດຢັ່ງເຖິງ ທັງບໍ່ສາມາດຈິນຕະນາການໄດ້. ແລ້ວພຣະຄຳພີຈະບັນທຶກຢ່າງຊັດເຈນກ່ຽວກັບພາລະກິດດັ່ງກ່າວໄດ້ແນວໃດ? ແມ່ນໃຜທີ່ສາມາດບັນທຶກລາຍລະອຽດທຸກສິ່ງໃນພາລະກິດຂອງປັດຈຸບັນໄວ້ລ່ວງໜ້າໄດ້ໂດຍບໍ່ມີການຕົກຫຼົ່ນເລີຍ? ແມ່ນໃຜສາມາດບັນທຶກພາລະກິດທີ່ຍິ່ງໃຫຍ່ກວ່າ ແລະ ມີສະຕິປັນຍາກວ່າ ເຊິ່ງລະເມີດກົດເກນໃນໜັງສືເກົ່າແກ່ທີ່ຂຶ້ນລາເຫຼັ້ມນັ້ນໄດ້? ພາລະກິດປັດຈຸບັນບໍ່ແມ່ນປະຫວັດສາດ ແລະ ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະຍ່າງໃນເສັ້ນທາງໃໝ່ໃນປັດຈຸບັນ, ເຈົ້າຕ້ອງກ້າວອອກຈາກພຣະຄຳພີ, ເຈົ້າຕ້ອງໄປໃຫ້ໄກກວ່າໜັງສືແຫ່ງການທໍານາຍ ຫຼື ປະຫວັດສາດໃນພຣະຄຳພີ. ມີພຽງແຕ່ທາງດຽວນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຍ່າງໃນເສັ້ນທາງໃໝ່ຢ່າງຖືກຕ້ອງ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ດິນແດນໃໝ່ ແລະ ພາລະກິດໃໝ່ໄດ້. ເຈົ້າຕ້ອງເຂົ້າໃຈວ່າ ເປັນຫຍັງ ໃນປັດຈຸບັນ ເຈົ້າຈຶ່ງຖືກຮຽກຮ້ອງບໍ່ໃຫ້ອ່ານພຣະຄຳພີ, ເປັນຫຍັງຈຶ່ງມີພາລະກິດອື່ນທີ່ຢູ່ນອກພຣະຄຳພີ, ເປັນຫຍັງພຣະເຈົ້າຈຶ່ງບໍ່ຊອກຫາການປະຕິບັດທີ່ໃໝ່ກວ່າ ແລະ ມີລາຍລະອຽດຫຼາຍກວ່າໃນພຣະຄຳພີ ແລະ ກົງກັນຂ້າມເປັນຫຍັງຈຶ່ງມີພາລະກິດທີ່ຍິ່ງໃຫຍ່ກວ່າທີ່ຢູ່ນອກພຣະຄຳພີ. ນີ້ຄືສິ່ງທັງໝົດທີ່ພວກເຈົ້າຄວນເຂົ້າໃຈ. ເຈົ້າຕ້ອງຮູ້ຈັກເຖິງຄວາມແຕກຕ່າງລະຫວ່າງພາລະກິດເກົ່າ ແລະ ໃໝ່ ແລະ ເຖິງແມ່ນວ່າເຈົ້າບໍ່ໄດ້ອ່ານພຣະຄຳພີ, ເຈົ້າຕ້ອງສາມາດໄຈ້ແຍກມັນໄດ້; ຖ້າບໍ່ດັ່ງນັ້ນ ເຈົ້າກໍຍັງຈະນະມັດສະການພຣະຄຳພີ ແລະ ມັນຈະຫຍຸ້ງຍາກສຳລັບເຈົ້າທີ່ຈະເຂົ້າສູ່ພາລະກິດໃໝ່ ແລະ ປະສົບກັບການປ່ຽນແປງໃໝ່. ໃນເມື່ອມີຫົນທາງທີ່ສູງສົ່ງກວ່າ, ເປັນຫຍັງຈຶ່ງຕ້ອງຮຽນຮູ້ຫົນທາງທີ່ຕໍ່າ ແລະ ຫຼ້າສະໄໝນັ້ນ? ໃນເມື່ອມີພຣະທໍາທີ່ໃໝ່ກວ່າ ແລະ ພາລະກິດທີ່ໃໝ່ກວ່າ, ເປັນຫຍັງຈຶ່ງຕ້ອງດຳລົງຊີວິດທ່າມກາງການບັນທຶກທາງປະຫວັດສາດທີ່ເກົ່າແກ່ນັ້ນ? ຖ້ອຍຄຳໃໝ່ສາມາດສະໜອງໃຫ້ກັບເຈົ້າ ເຊິ່ງພິສູດໃຫ້ເຫັນວ່າ ນີ້ແມ່ນພາລະກິດທີ່ໃໝ່; ການບັນທຶກທີ່ເກົ່າແກ່ບໍ່ສາມາດເຮັດໃຫ້ເຈົ້າອີ່ມເອມ ຫຼື ຕອບສະໜອງຄວາມຕ້ອງການປັດຈຸບັນຂອງເຈົ້າໄດ້ ເຊິ່ງພິສູດໃຫ້ເຫັນວ່າ ພວກມັນເປັນປະຫວັດສາດ ແລະ ບໍ່ແມ່ນພາລະກິດປັດຈຸບັນ. ຫົນທາງທີ່ສູງສົ່ງທີ່ສຸດແມ່ນພາລະກິດທີ່ໃໝ່ທີ່ສຸດ ແລະ ດ້ວຍພາລະກິດທີ່ໃໝ່ ບໍ່ວ່າຫົນທາງໃນອະດີດຈະສູງສົ່ງສໍ່າໃດ, ມັນກໍ່ເປັນພຽງປະຫວັດສາດທີ່ຜູ້ຄົນຫຼຽວເບິ່ງຄືນຫຼັງ ແລະ ບໍ່ວ່າມັນຈະມີຄຸນຄ່າໃນການອ້າງອີງແນວໃດກໍຕາມ ມັນກໍຍັງເປັນວິທີທາງທີ່ເກົ່າແກ່. ເຖິງແມ່ນວ່າ ມັນຖືກບັນທຶກໄວ້ໃນ “ໜັງສືສັກສິດ”, ວິທີທາງທີ່ເກົ່າແກ່ກໍຍັງເປັນປະຫວັດສາດຢູ່ດີ; ເຖິງແມ່ນ ບໍ່ມີການບັນທຶກກ່ຽວກັບມັນໃນ “ໜັງສືສັກສິດ”, ຫົນທາງໃໝ່ແມ່ນຄວາມຈິງທີ່ກຳລັງເກີດຂຶ້ນໃນປັດຈຸບັນ, ຫົນທາງນີ້ສາມາດຊ່ວຍເຈົ້າໃຫ້ລອດພົ້ນໄດ້ ແລະ ຫົນທາງນີ້ສາມາດປ່ຽນແປງເຈົ້າໄດ້ ຍ້ອນນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 269)
ພຣະຄຳພີເປັນໜັງສືທາງປະຫວັດສາດ ແລະ ຖ້າເຈົ້າໄດ້ກິນ ແລະ ດື່ມພຣະສັນຍາເດີມໃນລະຫວ່າງຍຸກແຫ່ງພຣະຄຸນ ນັ້ນກໍຄື ຖ້າເຈົ້າໄດ້ນໍາສິ່ງທີ່ຮຽກຮ້ອງໃນເວລາຂອງພຣະສັນຍາເດີມນັ້ນມາປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູກໍຈະປະຕິເສດເຈົ້າ ແລະ ຕັດສິນລົງໂທດເຈົ້າ; ຖ້າເຈົ້າໄດ້ນໍາພຣະສັນຍາເດີມມາໃຊ້ໃນພາລະກິດຂອງພຣະເຢຊູ ເຈົ້າກໍຈະເປັນຄົນຟາຣິຊາຍຄົນໜຶ່ງ. ໃນປັດຈຸບັນ ຖ້າເຈົ້ານໍາພຣະສັນຍາເດີມ ແລະ ໃໝ່ມາລວມກັນເພື່ອກິນ ແລະ ດື່ມ ແລະ ປະຕິບັດ ແລ້ວພຣະເຈົ້າແຫ່ງປັດຈຸບັນກໍຈະຕັດສິນລົງໂທດເຈົ້າ; ເຈົ້າກໍຈະຕາມພາລະກິດຂອງພຣະວິນຍານບໍລິສຸດແຫ່ງປັດຈຸບັນບໍ່ທັນ! ຖ້າເຈົ້າກິນ ແລະ ດື່ມພຣະສັນຍາເດີມ ແລະ ພຣະສັນຍາໃໝ່ ແລ້ວເຈົ້າກໍຢູ່ນອກກະແສຂອງພຣະວິນຍານບໍລິສຸດ! ໃນລະຫວ່າງຍຸກຂອງພຣະເຢຊູ, ພຣະເຢຊູນໍາພາຊາວຢິວ ແລະ ທຸກຄົນທີ່ຕິດຕາມພຣະອົງ ໂດຍອີງຕາມພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນພຣະອົງໃນເວລານັ້ນ. ພຣະອົງບໍ່ໄດ້ຖືພຣະຄຳພີເປັນຫຼັກພື້ນຖານໃນສິ່ງທີ່ພຣະອົງກະທຳ ແຕ່ຊົງກ່າວຕາມພາລະກິດຂອງພຣະອົງ; ພຣະອົງບໍ່ສົນໃຈກັບສິ່ງທີ່ພຣະຄຳພີກ່າວ ຫຼື ພຣະອົງບໍ່ໄດ້ຄົ້ນຫາເສັ້ນທາງເພື່ອນໍາພາຜູ້ຕິດຕາມຂອງພຣະອົງຈາກພຣະຄຳພີ. ເລີ່ມຕັ້ງແຕ່ຕອນທີ່ພຣະອົງປະຕິບັດພາລະກິດ, ພຣະອົງເທດສະໜາຫົນທາງແຫ່ງການກັບໃຈ ເຊິ່ງເປັນພຣະທຳທີ່ບໍ່ມີການກ່າວເຖິງໃນຄຳທຳນາຍຂອງພຣະສັນຍາເດີມຢ່າງແນ່ນອນ. ບໍ່ພຽງແຕ່ພຣະອົງບໍ່ປະຕິບັດຕາມພຣະຄຳພີເທົ່ານັ້ນ ແຕ່ພຣະອົງຍັງນໍາເສັ້ນທາງໃໝ່ອີກດ້ວຍ ແລະ ປະຕິບັດພາລະກິດໃໝ່. ພຣະອົງບໍ່ເຄີຍອ້າງອິງເຖິງພຣະຄຳພີເວລາທີ່ພຣະອົງເທດສະໜາ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ບໍ່ມີໃຜທີ່ສາມາດປະຕິບັດສິ່ງອັດສະຈັນຂອງພຣະອົງໃນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງ, ຄຳສັ່ງສອນຂອງພຣະອົງ, ສິດອຳນາດ ແລະ ລິດອຳນາດແຫ່ງພຣະທຳຂອງພຣະອົງກໍ່ເກີນມະນຸດທີ່ຢູ່ໃນຍຸກແຫ່ງພຣະບັນຍັດເຊັ່ນກັນ. ພຣະເຢຊູພຽງແຕ່ປະຕິບັດພາລະກິດໃໝ່ກວ່າຂອງພຣະອົງເທົ່ານັ້ນ ແລະ ເຖິງແມ່ນມີຫຼາຍຄົນທີ່ຕັດສິນລົງໂທດພຣະອົງໂດຍໃຊ້ພຣະຄຳພີ ແລະ ຍິ່ງໄປກວ່ານັ້ນຍັງໃຊ້ພຣະສັນຍາເດີມເພື່ອຄຶງພຣະອົງທີ່ໄມ້ກາງແຂນ, ແຕ່ພາລະກິດຂອງພຣະອົງກໍຍັງເໜືອກວ່າພຣະສັນຍາເດີມຢູ່ດີ; ຖ້າມັນບໍ່ເປັນແບບນັ້ນ ແລ້ວເປັນຫຍັງຜູ້ຄົນຈຶ່ງຄຶງພຣະອົງທີ່ໄມ້ກາງແຂນ? ມັນບໍ່ແມ່ນຍ້ອນວ່າ ບໍ່ໄດ້ມີການເວົ້າຫຍັງໃນພຣະສັນຍາເດີມກ່ຽວກັບການສັ່ງສອນຂອງພຣະອົງ ແລະ ຄວາມສາມາດຂອງພຣະອົງໃນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍບໍ? ພາລະກິດຂອງພຣະອົງແມ່ນຖືກປະຕິບັດເພື່ອນໍາເສັ້ນທາງໃໝ່, ມັນບໍ່ແມ່ນການເລີ່ມຕົ້ນຕໍ່ສູ້ກັບພຣະຄຳພີຢ່າງຕັ້ງໃຈ ຫຼື ຖິ້ມພຣະສັນຍາເດີມຢ່າງຕັ້ງໃຈ. ພຣະອົງພຽງແຕ່ມາເພື່ອປະຕິບັດພັນທະກິດຂອງພຣະອົງ, ເພື່ອນໍາພາລະກິດໃໝ່ມາສູ່ຜູ້ຄົນທີ່ກະຫາຍຫາ ແລະ ສະແຫວງຫາພຣະອົງ. ພຣະອົງບໍ່ໄດ້ມາເພື່ອອະທິບາຍພຣະສັນຍາເດີມ ຫຼື ດຳລົງພາລະກິດຂອງພຣະສັນຍາເດີມ. ພາລະກິດຂອງພຣະອົງບໍ່ແມ່ນເພື່ອເຮັດໃຫ້ຍຸກແຫ່ງພຣະບັນຍັດສືບຕໍ່ພັດທະນາ, ຍ້ອນວ່າພາລະກິດຂອງພຣະອົງບໍ່ໄດ້ຍຶດຖືວ່າມັນມີພຣະຄຳພີເປັນພື້ນຖານ ຫຼື ບໍ່; ພຣະເຢຊູພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ສະນັ້ນ, ພຣະອົງບໍ່ໄດ້ອະທິບາຍເຖິງຄຳທຳນາຍໃນພຣະສັນຍາເດີມ ຫຼື ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມພຣະທຳຂອງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ. ພຣະອົງເມີນເສີຍຕໍ່ທີ່ພຣະສັນຍາເດີມກ່າວໄວ້, ພຣະອົງບໍ່ສົນໃຈວ່າ ມັນເຫັນພ້ອມກັບພາລະກິດຂອງພຣະອົງ ຫຼື ບໍ່ ແລະ ບໍ່ສົນໃຈວ່າ ຄົນອື່ນຮູ້ຈັກຫຍັງແດ່ກ່ຽວກັບພາລະກິດຂອງພຣະອົງ ຫຼື ພວກເຂົາຕັດສິນລົງໂທດພາລະກິດຂອງພຣະອົງແນວໃດ. ພຣະອົງພຽງແຕ່ສືບຕໍ່ປະຕິບັດພາລະກິດທີ່ພຣະອົງຄວນເຮັດ ເຖິງແມ່ນຫຼາຍຄົນໄດ້ໃຊ້ຄຳທຳນາຍຂອງຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕັດສິນລົງໂທດພຣະອົງ. ສຳລັບຜູ້ຄົນແລ້ວ ມັນເບິ່ງຄືກັບວ່າ ພາລະກິດຂອງພຣະອົງບໍ່ມີຫຼັກພື້ນຖານ ແລະ ມີຫຼາຍຢ່າງທີ່ບໍ່ຖືກກັນກັບການບັນທຶກໃນພຣະສັນຍາເດີມ. ສິ່ງນີ້ບໍ່ແມ່ນຄວາມຄິດທີ່ຜິດພາດຂອງມະນຸດບໍ? ຕ້ອງນໍາໃຊ້ລະບຽບກັບພາລະກິດຂອງພຣະເຈົ້າບໍ? ແລ້ວພຣະເຈົ້າຕ້ອງເຮັດພາລະກິດຕາມຄຳທຳນາຍຂອງຜູ້ປະກາດພຣະທຳບໍ? ໃນທີ່ສຸດແລ້ວ ສິ່ງໃດຍິ່ງໃຫຍ່ກວ່າກັນ: ພຣະເຈົ້າ ຫຼື ພຣະຄຳພີ? ເປັນຫຍັງພຣະເຈົ້າຈຶ່ງຕ້ອງເຮັດພາລະກິດຕາມພຣະຄຳພີ? ເປັນໄປໄດ້ວ່າພຣະເຈົ້າບໍ່ມີສິດເກີນພຣະຄຳພີບໍ? ພຣະເຈົ້າບໍ່ສາມາດອອກຈາກພຣະຄຳພີ ແລະ ປະຕິບັດພາລະກິດອື່ນໄດ້ບໍ? ເປັນຫຍັງພຣະເຢຊູ ແລະ ພວກສາວົກຂອງພຣະອົງຈຶ່ງບໍ່ຮັກສາວັນຊະບາໂຕ? ສົມມຸດວ່າພຣະອົງປະຕິບັດຕາມວັນຊະບາໂຕ ແລະ ພຣະບັນຍັດແຫ່ງພຣະສັນຍາເດີມ, ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕຫຼັງຈາກທີ່ພຣະອົງສະເດັດມາ ແຕ່ກົງກັນຂ້າມ ພຣະອົງລ້າງຕີນ, ຜ້າຄຸມຫົວ, ຫັກເຂົ້າຈີ່ ແລະ ດື່ມເຫຼົ້າແວງ? ທຸກສິ່ງທີ່ກ່າວມານີ້ບໍ່ໄດ້ຢູ່ພຣະບັນຍັດແຫ່ງພຣະສັນຍາເດີມບໍ່ແມ່ນບໍ? ຖ້າພຣະເຢຊູປະຕິບັດຕາມພຣະສັນຍາເດີມ, ເປັນຫຍັງພຣະອົງຈຶ່ງຝ່າຝືນລະບຽບການເຫຼົ່ານີ້? ເຈົ້າຄວນຮູ້ຈັກວ່າ ສິ່ງໃດມາກ່ອນ ພຣະເຈົ້າ ຫຼື ພຣະຄຳພີ! ເມື່ອເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ, ພຣະອົງບໍ່ສາມາດເປັນພຣະຜູ້ເປັນເຈົ້າແຫ່ງພຣະຄຳພີບໍ?
ພາລະກິດທີ່ພຣະເຢຊູປະຕິບັດໃນລະຫວ່າງເວລາແຫ່ງພຣະສັນຍາໃໝ່ໄດ້ເລີ່ມຕົ້ນພາລະກິດໃໝ່ອອກ ນັ້ນກໍຄື ພຣະອົງບໍ່ໄດ້ປະຕິບັດຕາມພາລະກິດຂອງພຣະສັນຍາເດີມ ທັງພຣະອົງບໍ່ໄດ້ໃຊ້ພຣະທຳທີ່ພຣະເຢໂຮວາແຫ່ງພຣະສັນຍາເດີມໄດ້ຊົງກ່າວໄວ້. ພຣະອົງປະຕິບັດພາລະກິດຂອງພຣະອົງເອງ ແລະ ພຣະອົງປະຕິບັດພາລະກິດທີ່ໃໝ່ກວ່າ ແລະ ເປັນພາລະກິດທີ່ສູງສົ່ງກວ່າພຣະບັນຍັດ. ສະນັ້ນ, ພຣະອົງຈຶ່ງກ່າວວ່າ “ຈົ່ງຢ່າຄິດວ່າເຮົາມາເພື່ອທຳລາຍພຣະບັນຍັດ ຫຼື ຜູ້ປະກາດພຣະທຳ, ເຮົາບໍ່ໄດ້ມາເພື່ອທຳລາຍ ແຕ່ເພື່ອເຮັດໃຫ້ສຳເລັດ”. ດ້ວຍເຫດນັ້ນ ອີງຕາມສິ່ງທີ່ພຣະອົງໄດ້ເຮັດສຳເລັດ, ມີລະບຽບຫຼາຍຢ່າງໄດ້ຖືກຍົກເລີກ. ໃນວັນຊະບາໂຕ ເມື່ອພຣະອົງພາພວກສາວົກຜ່ານທົ່ງນາ, ພວກເຂົາກໍເດັດ ແລະ ກິນຮວງເຂົ້າ; ພຣະອົງບໍ່ໄດ້ຮັກສາວັນຊະບາໂຕ ແລະ ກ່າວວ່າ “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ”. ໃນເວລານັ້ນ ຕາມກົດລະບຽບຂອງຊາວອິດສະຣາເອນແລ້ວ, ໃຜກໍຕາມທີ່ບໍ່ຮັກສາວັນຊະບາໂຕຈະຖືກລົງໂທດແກວ່ງຫີນໃສ່ຈົນຕາຍ. ເຖິງຢ່າງໃດກໍຕາມ, ພຣະເຢຊູບໍ່ໄດ້ເຂົ້າໄປໃນພຣະວິຫານ ຫຼື ຮັກສາວັນຊະບາໂຕ ແລະ ພາລະກິດຂອງພຣະອົງບໍ່ໄດ້ຖືກປະຕິບັດໂດຍພຣະເຢໂຮວາໃນລະຫວ່າງເວລາແຫ່ງພຣະສັນຍາເດີມ. ດ້ວຍເຫດນັ້ນ ພາລະກິດທີ່ພຣະເຢຊູກະທຳເໜືອກວ່າພຣະບັນຍັດແຫ່ງພຣະສັນຍາເດີມ, ມັນສູງສົ່ງກວ່າພຣະບັນຍັດ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມພຣະບັນຍັດແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູບໍ່ໄດ້ປະຕິບັດພາລະກິດຕາມພຣະບັນຍັດແຫ່ງພຣະສັນຍາເດີມ, ແລະ ໄດ້ຍົກເລີກລະບຽບເຫຼົ່ານັ້ນແລ້ວ. ແຕ່ຊາວອິດສະຣາເອນຍຶດຕິດກັບພຣະຄຳພີຢ່າງດຸເດືອດ ແລະ ກ່າວໂທດພຣະເຢຊູ, ນີ້ບໍ່ແມ່ນການປະຕິເສດພາລະກິດຂອງພຣະເຢຊູບໍ? ມື້ນີ້, ໂລກແຫ່ງສາສະໜາຍັງຍຶດຕິດກັບພຣະຄຳພີຢ່າງດຸເດືອດ ແລະ ບາງຄົນເວົ້າວ່າ “ພຣະຄຳພີເປັນໜັງສືທີ່ສັກສິດ ແລະ ຕ້ອງອ່ານພຣະຄຳພີ”. ບາງຄົນເວົ້າວ່າ “ບໍ່ວ່າເມື່ອໃດ ພາລະກິດຂອງພຣະເຈົ້າກໍບໍ່ສາມາດຖືກໂຍນຖິ້ມໄດ້. ພຣະສັນຍາເດີມແມ່ນພັນທະສັນຍາຂອງພຣະເຈົ້າກັບຊາວອິດສະຣາເອນ ແລະ ບໍ່ສາມາດຖືກໂຍນຖິ້ມໄດ້ ແລະ ຕ້ອງຮັກສາວັນຊະບາໂຕຢູ່ສະເໝີ!” ພວກເຂົາບໍ່ໄຮ້ສາລະບໍ? ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕ? ພຣະອົງກຳລັງເຮັດບາບບໍ? ແມ່ນໃຜສາມາດເຂົ້າໃຈສິ່ງຕ່າງໆເຫຼົ່ານັ້ນຢ່າງຖີ່ຖ້ວນ? ບໍ່ວ່າຜູ້ຄົນຈະອ່ານພຣະຄຳພີແນວໃດ, ມັນເປັນໄປບໍ່ໄດ້ທີ່ຈະຮູ້ຈັກພາລະກິດຂອງພຣະເຈົ້າ ໂດຍໃຊ້ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ. ບໍ່ພຽງແຕ່ພວກເຂົາຈະບໍ່ໄດ້ຮັບຄວາມຮູ້ທີ່ບໍລິສຸດກ່ຽວກັບພຣະເຈົ້າ ແຕ່ແນວຄິດຂອງພວກເຂົາກໍຍິ່ງຈະຮ້າຍແຮງຫຼາຍຂຶ້ນກວ່າເກົ່າ ຈົນເຖິງຂັ້ນທີ່ພວກເຂົາຈະເລີ່ມຕໍ່ຕ້ານພຣະເຈົ້າ. ຖ້າບໍ່ແມ່ນຍ້ອນການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ, ຜູ້ຄົນຈະຖືກທຳລາຍດ້ວຍແນວຄິດຂອງພວກເຂົາເອງ ແລະ ພວກເຂົາຈະຕາຍໃນລະຫວ່າງການລົງໂທດຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 270)
ພຣະຄຳພີຍັງຖືກເອີ້ນວ່າ ພຣະສັນຍາເດີມ ແລະ ໃໝ່. ພວກເຈົ້າຮູ້ບໍ່ວ່າ “ພຣະສັນຍາ” ໝາຍເຖິງຫຍັງ? “ພຣະສັນຍາ” ໃນພຣະສັນຍາເດີມມາຈາກຄຳໝັ້ນສັນຍາຂອງພຣະເຈົ້າເຢໂຮວາທີ່ມີຕໍ່ປະຊາຊົນອິດສະຣາເອນ ໃນຕອນທີ່ພຣະອົງຂ້າຊາວອີຢິບ ແລະ ຊ່ວຍຊາວອິດສະຣາເອນຈາກຟາໂຣ. ແນ່ນອນ, ເຄື່ອງພິສູດຂອງຄຳໝັ້ນສັນຍານີ້ແມ່ນເລືອດຂອງແກະທີ່ທາໄວ້ເທິງຂອບປະຕູ ໂດຍທີ່ພຣະເຈົ້າສ້າງຄຳໝັ້ນສັນຍາກັບມະນຸດ ເຊິ່ງເປັນຄຳໝັ້ນສັນຍາທີ່ວ່າ ທຸກຄົນທີ່ມີເລືອດແກະຢູ່ເທິງ ແລະ ຂ້າງຂອບປະຕູແມ່ນຊາວອິດສະຣາເອນ, ພວກເຂົາແມ່ນຄົນທີ່ພຣະເຈົ້າຊົງເລືອກໄວ້ ແລະ ພວກເຂົາຈະຖືກພຣະເຢໂຮວາລະເວັ້ນ (ຍ້ອນວ່າ ໃນຕອນນັ້ນ ພຣະເຢໂຮວາກຳລັງຈະຂ້າບຸດຊາຍກົກທັງໝົດຂອງອີຢິບ ລວມທັງແກະ ແລະ ງົວຄວາຍຫົວປີ). ຄຳໝັ້ນສັນຍານີ້ມີຄວາມໝາຍຢູ່ສອງລະດັບ. ບໍ່ມີຄົນໃດ ຫຼື ສັດໂຕໃດຂອງອີຢິບທີ່ຈະໄດ້ຮັບການຊ່ວຍເຫຼືອຈາກພຣະເຢໂຮວາ; ພຣະອົງຈະຂ້າບຸດຊາຍກົກ ລວມທັງແກະ ແລະ ງົວຄວາຍຫົວປີທັງໝົດ. ສະນັ້ນ ໃນໜັງສືຫຼາຍເຫຼັ້ມແຫ່ງການທໍານາຍ, ມັນຈຶ່ງຖືກທຳນາຍລ່ວງໜ້າໄວ້ວ່າ ຊາວອີຢິບຈະຖືກຕີສອນຢ່າງຮຸນແຮງ ເຊິ່ງເປັນຜົນມາຈາກຄຳໝັ້ນສັນຍາຂອງພຣະເຢໂຮວາ. ນີ້ແມ່ນຄວາມໝາຍໃນລະດັບທຳອິດຂອງຄຳໝັ້ນສັນຍາ. ພຣະເຢໂຮວາໄດ້ຂ້າບຸດຊາຍກົກຂອງອີຢິບ ແລະ ສັດລ້ຽງຫົວປີທັງໝົດຂອງອີຢິບ ແລະ ພຣະອົງລະເວັ້ນຊາວອິດສະຣາເອນທັງໝົດ ເຊິ່ງໝາຍຄວາມວ່າ ທຸກຄົນທີ່ເກີດຈາກດິນແດນແຫ່ງອິດສະຣາເອນແມ່ນຖືກພຣະເຢໂຮວາຮັກສາໄວ້ ແລະ ຈະຖືກລະເວັ້ນທຸກຄົນ; ພຣະອົງປາຖະໜາທີ່ຈະປະຕິບັດພາລະກິດໄລຍະຍາວໃນພວກເຂົາ ແລະ ສ້າງຄຳໝັ້ນສັນຍາກັບພວກເຂົາ ໂດຍໃຊ້ເລືອດແກະ. ຈາກຕອນນັ້ນເປັນຕົ້ນໄປ, ພຣະເຢໂຮວາຈະບໍ່ຂ້າຊາວອິດສະຣາເອນ ແລະ ກ່າວວ່າ ພວກເຂົາຈະເປັນຄົນທີ່ຖືກເລືອກຂອງພຣະອົງຕະຫຼອດໄປ. ທ່າມກາງສິບສອງຊົນເຜົ່າຂອງອິດສະຣາເອນ, ພຣະອົງຈະເລີ່ມລົງມືປະຕິບັດພາລະກິດຂອງພຣະອົງສຳລັບຍຸກແຫ່ງພຣະບັນຍັດທັງໝົດ, ພຣະອົງຈະເປີດເຜີຍພຣະບັນຍັດທຸກຂໍ້ຂອງພຣະອົງອອກໃຫ້ກັບຊາວອິດສະຣາເອນ ແລະ ເລືອກເອົາຜູ້ປະກາດພຣະທຳ ແລະ ຜູ້ພິພາກສາທ່າມກາງພວກເຂົາ ແລະ ພວກເຂົາຈະຢູ່ໃນຈຸດສູນກາງຂອງພາລະກິດຂອງພຣະເຈົ້າ. ພຣະເຢໂຮວາສ້າງຕັ້ງຄຳໝັ້ນສັນຍາກັບພວກເຂົາ ນັ້ນກໍຄື: ນອກຈາກຍຸກນີ້ແລ້ວ ຈະໄດ້ມີການປ່ຽນໄປ, ພຣະອົງຈະປະຕິບັດພາລະກິດທ່າມກາງຄົນທີ່ຖືກເລືອກເທົ່ານັ້ນ. ຄຳໝັ້ນສັນຍາຂອງພຣະເຢໂຮວາແມ່ນປ່ຽນແປງບໍ່ໄດ້ ຍ້ອນມັນເຮັດຂຶ້ນດ້ວຍເລືອດ ແລະ ຖືກສ້າງຂຶ້ນກັບປະຊາຊົນທີ່ພຣະອົງເລືອກ. ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄື ພຣະອົງໄດ້ເລືອກຂອບເຂດ ແລະ ເປົ້າໝາຍທີ່ເໝາະສົມເພື່ອເລີ່ມລົງມືປະຕິບັດພາລະກິດຂອງພຣະອົງສຳລັບຍຸກທັງໝົດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງເຫັນຄຳໝັ້ນສັນຍາເປັນສິ່ງທີ່ສຳຄັນເປັນພິເສດ. ສິ່ງນີ້ຄືຄວາມໝາຍລະດັບທີສອງຂອງຄຳໝັ້ນສັນຍາ. ຍົກເວັ້ນປະຖົມມະການ ເຊິ່ງເກີດຂຶ້ນກ່ອນການສ້າງຄຳໝັ້ນສັນຍາ, ໜັງສືອື່ນໆທຸກເຫຼັ້ມໃນພຣະສັນຍາເດີມໄດ້ບັນທຶກພາລະກິດຂອງພຣະເຈົ້າທ່າມກາງຊາວອິດສະຣາເອນ ຫຼັງຈາກທີ່ໄດ້ສ້າງຄຳໝັ້ນສັນຍາ. ແນ່ນອນ ມີການບັນທຶກບາງເລື່ອງລາວກ່ຽວກັບຊາວຕ່າງຊາດ, ແຕ່ໂດຍລວມແລ້ວ ພຣະສັນຍາເດີມແມ່ນບັນທຶກພາລະກິດຂອງພຣະເຈົ້າໃນອິດສະຣາເອນ. ຍ້ອນຄຳໝັ້ນສັນຍາຂອງພຣະເຢໂຮວາທີ່ມີກັບຊາວອິດສະຣາເອນ, ໜັງສືທີ່ຂຽນຂຶ້ນໃນລະຫວ່າງຍຸກແຫ່ງພຣະບັນຍັດຈຶ່ງຖືກເອີ້ນວ່າ ພຣະສັນຍາເດີມ. ໜັງສືເຫຼົ່ານັ້ນຖືກຕັ້ງຊື່ຕາມຄຳໝັ້ນສັນຍາຂອງພຣະເຢໂຮວາທີ່ມີກັບຊາວອິດສະຣາເອນ.
ພຣະສັນຍາໃໝ່ຖືກຕັ້ງຊື່ຕາມພຣະໂລຫິດທີ່ພຣະເຢຊູຊົງລັ່ງອອກເທິງໄມ້ກາງແຂນ ແລະ ຄຳໝັ້ນສັນຍາຂອງພຣະອົງກັບທຸກຄົນທີ່ເຊື່ອໃນພຣະອົງ. ຄຳໝັ້ນສັນຍາຂອງພຣະເຢຊູຄື: ຜູ້ຄົນຕ້ອງເຊື່ອໃນພຣະອົງ ເພື່ອຄວາມຜິດບາບຂອງພວກເຂົາຈະໄດ້ຮັບການອະໄພບາບຍ້ອນເລືອດທີ່ພຣະອົງໄດ້ຫຼັ່ງອອກ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ເກີດໃໝ່ຜ່ານທາງພຣະອົງ ແລະ ຈະບໍ່ໄດ້ເປັນຄົນບາບອີກຕໍ່ໄປ; ຜູ້ຄົນຕ້ອງເຊື່ອໃນພຣະອົງເພື່ອຮັບເອົາຄວາມກະລຸນາ ແລະ ຈະບໍ່ໄດ້ທົນທຸກທໍລະມານໃນນະຮົກຫຼັງຈາກທີ່ພວກເຂົາຕາຍໄປ. ໜັງສືທຸກເຫຼັ້ມທີ່ຂຽນຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນມາຈາກຄຳໝັ້ນສັນຍານີ້ ແລະ ໜັງສືທັງໝົດບັນທຶກພາລະກິດ ແລະ ຖ້ອຍຄຳທີ່ປາກົດຢູ່ໃນໜັງສືນັ້ນໆ. ໜັງສືເຫຼົ່ານັ້ນບໍ່ໄດ້ບັນທຶກນອກເໜືອໄປກວ່າຄວາມລອດພົ້ນແຫ່ງການຖືກຄຶງທີ່ໄມ້ກາງແຂນຂອງພຣະເຢຊູເຈົ້າ ຫຼື ຄຳໝັ້ນສັນຍາຂອງພຣະອົງ; ພວກມັນທັງໝົດເປັນໜັງສືທີ່ຖືກຂຽນຂຶ້ນໂດຍອ້າຍນ້ອງໃນພຣະຜູ້ເປັນເຈົ້າ ຜູ້ເຊິ່ງມີປະສົບການ. ສະນັ້ນ, ໜັງສືເຫຼົ່ານີ້ຈຶ່ງຖືກຕັ້ງຊື່ຂຶ້ນຕາມຄຳໝັ້ນສັນຍາເຊັ່ນກັນ ນັ້ນກໍຄື: ພວກມັນຖືກເອີ້ນວ່າ ພຣະສັນຍາໃໝ່. ພຣະສັນຍາທັງສອງນີ້ລວມເອົາແຕ່ຍຸກແຫ່ງບັນຍັດ ແລະ ຍຸກແຫ່ງພຣະຄຸນ ແລະ ບໍ່ມີສ່ວນກ່ຽວຂ້ອງກັນກັບຍຸກສຸດທ້າຍ. ສະນັ້ນ, ພຣະຄຳພີຈຶ່ງບໍ່ເປັນປະໂຫຍດຫຍັງຫຼາຍສຳລັບຜູ້ຄົນໃນປັດຈຸບັນທີ່ຢູ່ໃນຍຸກສຸດທ້າຍ. ຢ່າງຫຼາຍທີ່ສຸດ, ມັນກໍໃຊ້ເປັນບ່ອນອ້າງອີງຊົ່ວຄາວ ແຕ່ໂດຍພື້ນຖານແລ້ວ ມັນມີຄຸນຄ່າໃນການນໍາໃຊ້ແຕ່ພຽງໜ້ອຍດຽວ. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນທີ່ນັບຖືສາສະໜາຍັງເກັບຮັກສາໄວ້ເປັນຂອງມີຄ່າທີ່ສຸດ. ພວກເຂົາບໍ່ຮູ້ຈັກພຣະຄຳພີ; ພວກເຂົາຮູ້ພຽງແຕ່ວິທີການອະທິບາຍພຣະຄຳພີ ແລະ ບໍ່ຮູ້ເຖິງຕົ້ນກຳເນີດຂອງມັນຢ່າງເປັນພື້ນຖານ. ທ່າທີຂອງພວກເຂົາທີ່ມີຕໍ່ພຣະຄຳພີຄື: ທຸກສິ່ງທີ່ຢູ່ໃນພຣະຄຳພີແມ່ນຖືກຕ້ອງ, ມັນບໍ່ມີຄວາມບໍ່ຖືກຕ້ອງ ຫຼື ຂໍ້ຜິດພາດເລີຍ. ຍ້ອນພວກເຂົາໄດ້ກຳນົດກ່ອນວ່າ ພຣະຄຳພີຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ, ພວກເຂົາຈຶ່ງສຶກສາ ແລະ ສຳຫຼວດມັນດ້ວຍຄວາມສົນໃຈເປັນຢ່າງຍິ່ງ. ຂັ້ນຕອນໃນປັດຈຸບັນຂອງພາລະກິດບໍ່ໄດ້ຖືກທຳນາຍໄວ້ໃນພຣະຄຳພີ. ບໍ່ເຄີຍມີການກ່າວເຖິງໃດເລີຍກ່ຽວກັບພາລະກິດແຫ່ງການເອົາຊະນະເລີຍທີ່ເປັນຈຸດມືດທີ່ສຸດຂອງທຸກບ່ອນ ຍ້ອນນີ້ແມ່ນພາລະກິດຫຼ້າສຸດ. ເນື່ອງຈາກວ່າຍຸກແຫ່ງພາລະກິດແຕກຕ່າງກັນ ແມ່ນແຕ່ພຣະເຢຊູເອງກໍຍັງບໍ່ຮູ້ວ່າ ຂັ້ນຕອນຂອງພາລະກິດນີ້ຈະຖືກກະທຳໃນຍຸກສຸດທ້າຍ ແລະ ດ້ວຍເຫດນັ້ນ ຜູ້ຄົນໃນຍຸກສຸດທ້າຍຈະຄົ້ນຫາຂັ້ນຕອນຂອງພາລະກິດນີ້ໃນພຣະຄຳພີໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (2)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 271)
ບໍ່ແມ່ນທຸກສິ່ງທີ່ຢູ່ໃນພຣະຄຳພີຄືການບັນທຶກກ່ຽວກັບພຣະທຳທີ່ພຣະເຈົ້າຊົງກ່າວດ້ວຍພຣະອົງເອງ. ພຣະຄຳພີພຽງແຕ່ບັນທຶກພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ເຊິ່ງສ່ວນໜຶ່ງແມ່ນການບັນທຶກເຖິງຄຳທຳນາຍລ່ວງໜ້າຂອງຜູ້ປະກາດພຣະທຳ ແລະ ອີກສ່ວນໜຶ່ງແມ່ນປະສົບການ ແລະ ຄວາມຮູ້ທີ່ຖືກຂຽນຂຶ້ນໂດຍຜູ້ຄົນທີ່ພຣະເຈົ້າຊົງໃຊ້ຕະຫຼອດທັງຍຸກຕ່າງໆ. ປະສົບການຂອງມະນຸດຖືກເປື້ອນເປິດ້ວຍຄວາມຄິດເຫັນ ແລະ ຄວາມຮູ້ຂອງມະນຸດ ແລະ ນີ້ຄືສິ່ງທີ່ບໍ່ສາມາດຫຼີກເວັ້ນໄດ້. ໜັງສືຫຼາຍເຫຼັ້ມໃນພຣະຄຳພີແມ່ນມີແນວຄິດຂອງມະນຸດ, ອະຄະຕິຂອງມະນຸດ ແລະ ການເຂົ້າໃຈທີ່ບິດເບືອນຂອງມະນຸດ. ແນ່ນອນ, ພຣະທຳສ່ວນຫຼາຍແມ່ນຜົນຂອງການສ່ອງສະຫວ່າງ ແລະ ການໃຫ້ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພວກມັນກໍແມ່ນການເຂົ້າໃຈທີ່ຖືກຕ້ອງ, ແຕ່ກໍຍັງບໍ່ສາມາດເວົ້າໄດ້ວ່າ ພວກມັນແມ່ນການສຳແດງອອກທີ່ແນ່ນອນກ່ຽວກັບຄວາມຈິງທັງໝົດ. ມຸມມອງຂອງພວກເຂົາກ່ຽວກັບບາງສິ່ງບາງຢ່າງເປັນພຽງຄວາມຮູ້ທີ່ມາຈາກປະສົບການສ່ວນຕົວ ຫຼື ການສອ່ງສະຫວ່າງຂອງພຣະວິນຍານບໍລິສຸດເທົ່ານັ້ນ. ຄຳພະຍາກອນຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື ຄຳທຳນາຍຕ່າງໆເຊັ່ນ: ຂອງເອຊາຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ເປັນນັກທຳນາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ. ແລ້ວເປັນຫຍັງພຣະເຢໂຮວາຈຶ່ງປະຕິບັດພາລະກິດໃນພວກເຂົາ? ເພາະວ່າປະຊາຊົນອິດສະຣາເອນແມ່ນຜູ້ຄົນທີ່ພຣະເຈົ້າເລືອກ ແລະ ພາລະກິດຂອງຜູ້ປະກາດພຣະທຳຕ້ອງຖືກກະທຳທ່າມກາງພວກເຂົາ; ນັ້ນຄືເຫດຜົນທີ່ຜູ້ປະກາດພຣະທໍາສາມາດຮັບການເປີດເຜີຍດັ່ງກ່າວ. ຕາມຄວາມຈິງແລ້ວ ພວກເຂົາເອງກໍບໍ່ເຂົ້າໃຈການເປີດເຜີຍຂອງພຣະເຈົ້າທີ່ມີໃຫ້ພວກເຂົາ. ພຣະວິນຍານບໍລິສຸດກ່າວພຣະທຳເຫຼົ່ານັ້ນຜ່ານປາກຂອງພວກເຂົາ ເພື່ອຜູ້ຄົນໃນອະນາຄົດຈະສາມາດເຂົ້າໃຈເຖິງສິ່ງຕ່າງໆເຫຼົ່ານັ້ນ ແລະ ເຫັນວ່າ ພວກມັນແມ່ນພາລະກິດຂອງພຣະວິນຍານຂອງພຣະເຈົ້າ, ຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ ແລະ ບໍ່ໄດ້ມາຈາກມະນຸດ ແລະ ເພື່ອໃຫ້ຫຼັກຖານຢືນຢັນພາລະກິດຂອງພຣະວິນຍານບໍລິສຸດໃຫ້ກັບພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເອງໄດ້ປະຕິບັດພາລະກິດທັງໝົດນີ້ແທນພວກເຂົາ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ກ່າວຄຳທຳນາຍອີກຕໍ່ໄປ. ແລ້ວພຣະເຢຊູເປັນຜູ້ປະກາດພຣະທຳບໍ? ແນ່ນອນ, ພຣະເຢຊູເປັນຜູ້ປະກາດພຣະທຳ ແຕ່ພຣະອົງກໍ່ຍັງສາມາດປະຕິບັດພາລະກິດຂອງພວກອັກຄະສາວົກອີກດ້ວຍ, ນັ້ນກໍຄື ພຣະອົງສາມາດທັງກ່າວຄຳທຳນາຍ ແລະ ເທດສະໜາ ແລະ ສັ່ງສອນຜູ້ຄົນທົ່ວທັງດິນແດນ. ເຖິງຢ່າງໃດກໍຕາມ, ພາລະກິດທີ່ພຣະອົງຊົງປະຕິບັດ ແລະ ຕົວຕົນທີ່ພຣະອົງເປັນຕົວແທນນັ້ນບໍ່ແມ່ນສິ່ງດຽວກັນ. ພຣະອົງມາເພື່ອໄຖ່ມວນມະນຸດຊາດ, ໄຖ່ມະນຸດຈາກຄວາມຜິດບາບ; ພຣະອົງເປັນຜູ້ປະກາດພຣະທຳ ແລະ ເປັນອັກຄະສາວົກ, ແຕ່ຫຼາຍກວ່ານັ້ນ ພຣະອົງເປັນພຣະຄຣິດ. ຜູ້ປະກາດພຣະທຳອາດກ່າວຄຳທຳນາຍ, ແຕ່ມັນບໍ່ສາມາດເວົ້າໄດ້ວ່າຜູ້ປະກາດພຣະທຳນັ້ນເປັນພຣະຄຣິດ. ໃນເວລານັ້ນ, ພຣະເຢຊູກ່າວຄຳທຳນາຍຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແຕ່ບໍ່ສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແລະ ບໍ່ແມ່ນພຣະຄຣິດ. ນັ້ນກໍຍ້ອນວ່າ ພຣະອົງເປັນຕົວແທນພຣະເຈົ້າເອງໃນການປະຕິບັດຂັ້ນຕອນຂອງພາລະກິດ ແລະ ຕົວຕົນຂອງພຣະອົງກໍແຕກຕ່າງຈາກຕົວຕົນຂອງເອຊາຢາ ນັ້ນກໍຄື: ພຣະອົງມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ ແລະ ພຣະອົງຍັງຊົງຈັດກຽມໃຫ້ແກ່ຊີວິດຂອງມະນຸດອີກດ້ວຍ ແລະ ພຣະວິນຍານຂອງພຣະເຈົ້າສະເດັດລົງມາຫາພຣະອົງໂດຍກົງ. ໃນພາລະກິດທີ່ພຣະອົງປະຕິບັດ, ບໍ່ໄດ້ມີການດົນບັນດານຈາກພຣະວິນຍານຂອງພຣະເຈົ້າ ຫຼື ຄຳສັ່ງສອນຈາກພຣະເຢໂຮວາ. ກົງກັນຂ້າມ, ພຣະວິນຍານປະຕິບັດພາລະກິດໂດຍກົງ ເຊິ່ງນີ້ແມ່ນພຽງພໍທີ່ພິສູດໃຫ້ເຫັນວ່າ ພຣະເຢຊູບໍ່ເໝືອນກັບຜູ້ປະກາດພຣະທຳ. ພາລະກິດທີ່ພຣະອົງປະຕິບັດນັ້ນແມ່ນພາລະກິດແຫ່ງການໄຖ່ບາບ, ພາລະກິດທີສອງແມ່ນການກ່າວຄຳທຳນາຍ. ພຣະອົງເປັນຜູ້ປະກາດພຣະທຳ, ອັກຄະສາວົກ ແຕ່ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະຜູ້ໄຖ່. ໃນຂະນະທີ່ຜູ້ທຳນາຍພຽງແຕ່ສາມາດກ່າວຄຳທຳນາຍ ແລະ ບໍ່ສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າໄດ້ໃນການປະຕິບັດພາລະກິດໃດອື່ນໄດ້. ເພາະວ່າ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງເຊິ່ງບໍ່ເຄີຍມີມະນຸດຄົນໃດປະຕິບັດມາກ່ອນ ແລະ ຍ້ອນວ່າພຣະອົງປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ, ສະນັ້ນ ພຣະອົງຈຶ່ງແຕກຕ່າງຈາກຄົນແບບເອຊາຢາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (3)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 272)
ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ ພຣະທຳທຸກຂໍ້ທີ່ຢູ່ໃນພຣະຄຳພີກໍຄືພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ເທົ່ານັ້ນ ແລະ ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວໂດຍພຣະອົງ. ທຸກຄົນທີ່ເຊື່ອພຣະເຈົ້າຍິ່ງຄິດວ່າ ເຖິງແມ່ນ ໜັງສືຫົກສິບຫົກເຫຼັ້ມໃນພຣະສັນຍາເດີມ ແລະ ໃໝ່ໄດ້ຖືກຂຽນຂຶ້ນໂດຍມະນຸດ, ແຕ່ພວກມັນແມ່ນໄດ້ຮັບການດົນບັນດານໃຈຈາກພຣະເຈົ້າ ແລະ ເປັນການບັນທຶກເຖິງຖ້ອຍຄໍາຂອງພຣະວິນຍານບໍລິສຸດ. ນີ້ແມ່ນການເຂົ້າໃຈທີ່ບິດເບືອນຂອງມະນຸດ ແລະ ມັນບໍ່ສອດຄ່ອງຢ່າງສິ້ນເຊີງກັບຄວາມຈິງ. ຄວາມຈິງແລ້ວ ນອກຈາກໜັງສືແຫ່ງການທຳນາຍ, ພຣະສັນຍາເດີມສ່ວນໃຫຍ່ແມ່ນການບັນທຶກທາງປະຫວັດສາດ. ຈົດໝາຍໃນພຣະສັນຍາໃໝ່ບາງສະບັບກໍມາຈາກປະສົບການຂອງມະນຸດ ແລະ ບາງສະບັບກໍມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ; ຕົວຢ່າງ ຈົດໝາຍຂອງໂປໂລເກີດຈາກວຽກງານຂອງມະນຸດ, ທຸກຂໍ້ຄວາມທັງໝົດແມ່ນເປັນຜົນມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກຂຽນຂຶ້ນເພື່ອຄຣິສຕະຈັກ ແລະ ເປັນຖ້ອຍຄຳແຫ່ງການຕັກເຕືອນ ແລະ ການຊູໃຈສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ພວກມັນບໍ່ແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ ເພາະໂປໂລບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້ ແລະ ເພິ່ນກໍບໍ່ໄດ້ເປັນຜູ້ປະກາດພຣະທຳ ແລ້ວແຮງໄກທີ່ເພິ່ນຈະເຫັນນິມິດທີ່ໂຢຮັນໄດ້ເຫັນ. ຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບຄຣິສຕະຈັກເອເຟໂຊ, ໂກຣິນໂທ, ກາລາເຕຍ ແລະ ຄຣິສຕະຈັກອື່ນໆໃນເວລານັ້ນ. ດ້ວຍເຫດນັ້ນ ຈົດໝາຍຂອງໂປໂລໃນພຣະສັນຍາໃໝ່ຈຶ່ງເປັນຈົດໝາຍທີ່ໂປໂລຂຽນຂຶ້ນສຳລັບຄຣິສຕະຈັກ ແລະ ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ທັງພວກມັນບໍ່ແມ່ນຖ້ອຍຄຳຂອງພຣະວິນຍານບໍລິສຸດໂດຍກົງ. ພວກມັນເປັນພຽງຄຳເວົ້າແຫ່ງການຕັກເຕືອນ, ການປອບໃຈ ແລະ ຊູໃຈທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກໃນລະຫວ່າງຊ່ວງເວລາຂອງພາລະກິດຂອງເພິ່ນ. ດ້ວຍເຫດນັ້ນ ພວກມັນກໍຍັງເປັນການບັນທຶກກ່ຽວກັບພາລະກິດຈຳນວນຫຼາຍຂອງໂປໂລໃນເວລານັ້ນເຊັ່ນກັນ. ພວກມັນຖືກຂຽນຂຶ້ນສໍາລັບທຸກຄົນທີ່ເປັນອ້າຍເອື້ອຍນ້ອງໃນພຣະຜູ້ເປັນເຈົ້າ ເພື່ອວ່າອ້າຍເອື້ອຍນ້ອງໃນຄຣິສຕະຈັກທັງໝົດໃນເວລານັ້ນຈະເຊື່ອຟັງຄຳແນະນໍາຂອງເພິ່ນ ແລະ ປະຕິບັດຕາມວິທີແຫ່ງການກັບໃຈຂອງພຣະເຢຊູເຈົ້າ. ໂປໂລບໍ່ໄດ້ເວົ້າວ່າ ທຸກຄຣິສຕະຈັກ ບໍ່ວ່າໃນສະໄໝນັ້ນ ຫຼື ໃນອະນາຄົດຕ້ອງກິນ ແລະ ດື່ມທຸກສິ່ງທີ່ເພິ່ນຂຽນຂຶ້ນ ທັງເພິ່ນບໍ່ໄດ້ເວົ້າວ່າ ຄຳເວົ້າຂອງເພິ່ນທຸກຄຳແມ່ນມາຈາກພຣະເຈົ້າ. ຕາມສະພາບການຂອງຄຣິສຕະຈັກໃນເວລານັ້ນ, ເພິ່ນພຽງແຕ່ໂອ້ລົມກັບອ້າຍເອື້ອຍນ້ອງ ແລະ ຕັກເຕືອນພວກເຂົາ ແລະ ເສີມສ້າງຄວາມເຊື່ອໃນພວກເຂົາ ແລະ ເພິ່ນພຽງແຕ່ເທດສະໜາ ຫຼື ເຕືອນຜູ້ຄົນ ແລະ ຕັກເຕືອນພວກເຂົາ. ຄຳເວົ້າຂອງເພິ່ນແມ່ນອີງຕາມພາລະຂອງເພິ່ນເອງ ແລະ ເພິ່ນສົ່ງເສີມຜູ້ຄົນຜ່ານທາງຄຳເວົ້າເຫຼົ່ານີ້. ເພິ່ນປະຕິບັດພາລະກິດຂອງອັກຄະສາວົກໃນຄຣິສຕະຈັກໃນເວລານັ້ນ, ເພິ່ນເປັນຜູ້ເຮັດວຽກທີ່ຖືກໃຊ້ໂດຍພຣະເຢຊູເຈົ້າ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງຕ້ອງຮັບເອົາໜ້າທີ່ສຳລັບຄຣິສຕະຈັກ ແລະ ຕ້ອງດຳເນີນພາລະກິດໃນຄຣິສຕະຈັກ, ເພິ່ນຕ້ອງຮຽນຮູ້ກ່ຽວກັບສະພາວະຕ່າງໆຂອງອ້າຍເອື້ອຍນ້ອງ ແລະ ຍ້ອນສິ່ງນີ້ ເພິ່ນຈຶ່ງຂຽນຈົດໝາຍຂຶ້ນໃຫ້ກັບອ້າຍເອື້ອຍນ້ອງທຸກຄົນໃນພຣະຜູ້ເປັນເຈົ້າ. ທຸກສິ່ງທີ່ເພິ່ນກ່າວໄດ້ກຳລັງສຶກສາອົບຮົມ ແລະ ເປັນບວກແກ່ຜູ້ຄົນ ແມ່ນສິ່ງທີ່ຖືກຕ້ອງແລ້ວ, ແຕ່ມັນບໍ່ໄດ້ເປັນຕົວແທນໃຫ້ກັບຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ມັນຄືຄວາມເຂົ້າໃຈຜິດມະຫັນ ແລະ ການໝິ່ນປະໝາດທີ່ໃຫຍ່ຫຼວງ ທີ່ຜູ້ຄົນຈະເຫັນການບັນທຶກກ່ຽວກັບປະສົບການຂອງບຸກຄົນໜຶ່ງ ແລະ ຈົດໝາຍຂອງບຸກຄົນໜຶ່ງເປັນພຣະທຳທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກ! ນັ້ນເປັນສິ່ງທີ່ຖືກຕ້ອງ ໂດຍສະເພາະເມື່ອເວົ້າເຖິງຈົດໝາຍທີ່ໂປໂລຂຽນຂຶ້ນສຳລັບຄຣິສຕະຈັກ, ຍ້ອນຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບອ້າຍເອື້ອຍນ້ອງ ໂດຍອີງຕາມສະພາບການ ແລະ ສະຖານະການຂອງແຕ່ລະຄຣິສຕະຈັກໃນເວລານັ້ນ ແລະ ເພື່ອທີ່ຈະຕັກເຕືອນອ້າຍເອື້ອຍນ້ອງໃນພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຮັບພຣະຄຸນຂອງພຣະເຢຊູເຈົ້າ. ຈົດໝາຍຂອງເພິ່ນແມ່ນເພື່ອຈູງໃຈອ້າຍເອື້ອຍນ້ອງໃນເວລານັ້ນ. ສາມາດເວົ້າໄດ້ວ່າ ສິ່ງນີ້ເປັນພາລະຂອງເພິ່ນເອງ ແລະ ຍັງເປັນພາລະທີ່ພຣະວິນຍານບໍລິສຸດມອບໃຫ້ເພິ່ນ; ຢ່າງໃດກໍຕາມ, ເພິ່ນກໍເປັນອັກຄະສາວົກທີ່ນໍາພາຄຣິສຕະຈັກໃນເວລານັ້ນ ຜູ້ເຊິ່ງຂຽນຈົດໝາຍຂຶ້ນສຳລັບຄຣິສຕະຈັກ ແລະ ຕັກເຕືອນພວກເຂົາ, ນັ້ນຄືໜ້າທີ່ຂອງເພິ່ນ. ຕົວຕົນຂອງເພິ່ນເປັນພຽງແຕ່ຕົວຕົນຂອງອັກຄະສາວົກທີ່ປະຕິບັດພາລະກິດ ແລະ ເພິ່ນເປັນພຽງອັກຄະສາວົກທີ່ຖືກພຣະເຈົ້າສົ່ງມາ; ເພິ່ນບໍ່ແມ່ນຜູ້ປະກາດພຣະທຳ ຫຼື ເປັນຜູ້ທຳນາຍ. ສຳລັບເພິ່ນແລ້ວ, ພາລະກິດຂອງເພິ່ນເອງ ແລະ ຊີວິດຂອງອ້າຍເອື້ອຍນ້ອງເປັນສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ ເພິ່ນຈຶ່ງບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້. ຄຳເວົ້າຂອງເພິ່ນບໍ່ແມ່ນພຣະທຳຂອງພຣະວິນຍານບໍລິສຸດແລ້ວແຮງໄກທີ່ຈະເວົ້າວ່າ ພຣະທໍາເຫຼົ່ານັ້ນແມ່ນພຣະທຳຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ໂປໂລບໍ່ໄດ້ເປັນຫຍັງຫຼາຍໄປກວ່າສິ່ງທີ່ຖືກສ້າງ ແລະ ເພິ່ນບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າຢ່າງແນ່ນອນ. ຕົວຕົນຂອງເພິ່ນບໍ່ຄືກັບຕົວຕົນຂອງພຣະເຢຊູ. ພຣະທຳຂອງພຣະເຢຊູແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ພຣະທໍາດັ່ງກ່າວຄືພຣະທຳຂອງພຣະເຈົ້າ, ຍ້ອນຕົວຕົນຂອງພຣະອົງຄືຕົວຕົນຂອງພຣະຄຣິດ ເຊິ່ງເປັນພຣະບຸດຂອງພຣະເຈົ້າ. ໂປໂລຈະສາມາດເທົ່າທຽມກັບພຣະອົງໄດ້ແນວໃດ? ຖ້າຜູ້ຄົນເຫັນຈົດໝາຍ ຫຼື ຄຳເວົ້າຄືກັບຂອງໂປໂລວ່າເປັນຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ບູຊາສິ່ງເຫຼົ່ານັ້ນໃຫ້ເປັນພຣະເຈົ້າ, ເວົ້າໄດ້ເລີຍວ່າ ພວກເຂົາຂາດການແຍກແຍະຫຼາຍເກີນໄປ. ຖ້າຈະເວົ້າໃຫ້ແຮງກວ່ານັ້ນ, ສິ່ງນີ້ບໍ່ແມ່ນພຽງການໝິ່ນປະໝາດບໍ? ບຸກຄົນໜຶ່ງຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ຜູ້ຄົນສາມາດຂາບກົ້ມລົງຕໍ່ໜ້າບົດບັນທຶກຈົດໝາຍຂອງບຸກຄົນໜຶ່ງ ແລະ ຄຳເວົ້າທີ່ພວກເພິ່ນເວົ້າ ຄືກັບວ່າສິ່ງເຫຼົ່ານັ້ນເປັນໜັງສືສັກສິດ ຫຼື ເປັນໜັງສືຈາກສະຫວັນໄດ້ແນວໃດ? ບຸກຄົນໜຶ່ງສາມາດກ່າວພຣະທຳຂອງພຣະເຈົ້າໄດ້ໂດຍບໍ່ຄິດໄດ້ບໍ? ບຸກຄົນໜຶ່ງຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ແລ້ວເຈົ້າເດຄິດແນວໃດ, ຈົດໝາຍທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກຈະບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງເພິ່ນເອງບໍ? ພວກມັນບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງມະນຸດບໍ? ເພິ່ນຂຽນຈົດໝາຍສຳລັບຄຣິສຕະຈັກ ໂດຍອີງຕາມປະສົບການສ່ວນຕົວຂອງເພິ່ນ ແລະ ຄວາມຮູ້ຂອງເພິ່ນ. ຕົວຢ່າງຄື ໂປໂລຂຽນຈົດໝາຍສະບັບໜຶ່ງຫາຄຣິສຕະຈັກທີ່ກາລາເຕຍ ເຊິ່ງປະກອບມີຄວາມຄິດເຫັນບາງຢ່າງ ແລະ ເປໂຕຂຽນຈົດໝາຍອີກສະບັບ ເຊິ່ງກໍມີມຸມມອງອີກດ້ານໜຶ່ງ. ແມ່ນອັນໃດທີ່ມາຈາກພຣະວິນຍານບໍລິສຸດ? ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ສະນັ້ນ ຈຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ພວກເຂົາທັງສອງແບກພາລະໃຫ້ກັບຄຣິສຕະຈັກ ແຕ່ຈົດໝາຍຂອງພວກເຂົາສະແດງເຖິງສະຖານະຂອງພວກເຂົາ, ພວກເຂົາສະແດງເຖິງການສະໜອງໃຫ້ ແລະ ສົ່ງເສີມທີ່ພວກເຂົາມີຕໍ່ອ້າຍເອື້ອຍນ້ອງ ແລະ ພາລະທີ່ພວກເຂົາມີຕໍ່ຄຣິສຕະຈັກ ແລະ ພວກເຂົາພຽງແຕ່ສະແດງໃຫ້ເຫັນເຖິງພາລະກິດຂອງມະນຸດ, ພວກເຂົາບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ຖ້າເຈົ້າເວົ້າວ່າ ຈົດໝາຍຂອງເພິ່ນແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ເຈົ້າກໍໄຮ້ສາລະ ແລະ ເຈົ້າກຳລັງເຮັດຜິດດ້ວຍການໝິ່ນປະໝາດ! ຈົດໝາຍຂອງໂປໂລ ແລະ ຈົດໝາຍອື່ນໆໃນພຣະສັນຍາໃໝ່ແມ່ນທຽບເທົ່າກັບຊີວະປະຫວັດຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້: ພວກມັນທຽບເທົ່າກັບໜັງສືຂອງ ວອສແມນນີ່ ຫຼື ປະສົບການຂອງລໍເຣັນ ແລະ ອື່ນໆອີກ. ງ່າຍໆກໍຄືໜັງສືຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້ບໍ່ໄດ້ຖືກຮວບຮວມເຂົ້າໃນພຣະສັນຍາໃໝ່ ແຕ່ແກ່ນແທ້ຂອງຜູ້ຄົນເຫຼົ່ານີ້ແມ່ນເໝືອນກັນ ນັ້ນກໍຄື ພວກເຂົາເປັນຄົນທີ່ພຣະວິນຍານບໍລິສຸດໄດ້ນໍາໃຊ້ໃນໄລຍະເວລາໃດໜຶ່ງ ແລະ ພວກເຂົາບໍ່ໄດ້ເປັນຕົວແທນຂອງພຣະເຈົ້າໂດຍກົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (3)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 273)
ຂ່າວປະເສີດຂອງມັດທາຍໃນພຣະສັນຍາໃໝ່ບັນທຶກປະຫວັດວົງຕະກູນຂອງພຣະເຢຊູ. ໃນຕອນເລີ່ມຕົ້ນນັ້ນ, ມັນກ່າວວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ ແລະ ເດວິດ ແລະ ເປັນລູກຊາຍຂອງໂຢເຊບ; ຕໍ່ມາ ມັນລະບຸວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ເກີດຈາກຍິງພົມມະຈັນ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ແມ່ລູກຊາຍຂອງໂຢເຊບ ຫຼື ເຊື້ອສາຍຂອງອັບຣາຮາມ ແລະ ເດວິດ. ເຖິງຢ່າງໃດກໍຕາມ, ປະຫວັດວົງຕະກູນໄດ້ດຶງດັນວ່າ ພຣະເຢຊູແມ່ນກ່ຽວຂ້ອງກັບໂຢເຊບ. ຕໍ່ມາ, ປະຫວັດວົງຕະກູນເລີ່ມບັນທຶກຂັ້ນຕອນການກໍາເນີດຂອງພຣະເຢຊູ. ມັນເວົ້າວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ, ພຣະອົງໄດ້ຊົງກຳເນີດຈາກຍິງພົມມະຈັນ ແລະ ບໍ່ແມ່ນລູກຊາຍຂອງໂຢເຊບ. ເຖິງຢ່າງໃດກໍຕາມ ໄດ້ມີການກ່າວໄວ້ຢ່າງຊັດເຈນໃນປະຫວັດວົງຕະກູນວ່າ ພຣະເຢຊູເປັນລູກຊາຍຂອງໂຢເຊບ ແລະ ຍ້ອນປະຫວັດວົງຕະກູນຖືກຂຽນຂຶ້ນສຳລັບພຣະເຢຊູ, ມັນຈຶ່ງໄດ້ບັນທຶກເຖິງສີ່ສິບສອງລຸ້ນຄົນ. ເມື່ອມາເຖິງຮຸ່ນຂອງໂຢເຊບ, ມັນກໍໄດ້ເວົ້າຢ່າງຮີບດ່ວນວ່າ ໂຢເຊບເປັນສາມີຂອງມາຣີອາ ເຊິ່ງເປັນຄຳເວົ້າທີ່ເວົ້າອອກເພື່ອພິສູດວ່າພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ. ສິ່ງນີ້ບໍ່ແມ່ນຂໍ້ໂຕ້ແຍ້ງບໍ? ປະຫວັດວົງຕະກູນບັນທຶກວົງຕະກູນຂອງໂຢເຊບຢ່າງຊັດເຈນ, ມັນເປັນປະຫວັດວົງຕະກູນຂອງໂຢເຊບຢ່າງຈະແຈ້ງ, ແຕ່ມັດທາຍຢືນຢັນວ່າ ມັນເປັນປະຫວັດວົງຕະກູນຂອງພຣະເຢຊູ. ສິ່ງນີ້ບໍ່ໄດ້ປະຕິເສດຄວາມຈິງທີ່ວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດບໍ? ສະນັ້ນ ປະຫວັດວົງຕະກູນທີ່ຂຽນໂດຍມັດທາຍບໍ່ແມ່ນຄວາມຄິດຂອງມະນຸດບໍ? ມັນຊ່າງໄຮ້ສາລະແທ້ໆ! ນີ້ແມ່ນວິທີທີ່ເຈົ້າສາມາດຮູ້ຈັກວ່າໜັງສືເຫຼັ້ມນີ້ບໍ່ໄດ້ມາທັງໝົດຈາກພຣະວິນຍານບໍລິສຸດ. ບາງເທື່ອ ມີບາງຄົນທີ່ຄິດວ່າ ພຣະເຈົ້າຕ້ອງມີປະຫວັດວົງຕະກູນເທິງແຜ່ນດິນໂລກ, ເຊິ່ງຜົນຕາມມາກໍຄື ພວກເຂົາກຳນົດໃຫ້ພຣະເຢຊູເປັນເຊື້ອສາຍລຸ້ນທີສີ່ສິບສອງຂອງອັບຣາຮາມ. ນັ້ນຊ່າງໄຮ້ສາລະແທ້ເດ! ຫຼັງຈາກທີ່ມາເຖິງແຜ່ນດິນໂລກ, ພຣະເຈົ້າຈະມີປະຫວັດວົງຕະກູນໄດ້ແນວໃດ? ຖ້າເຈົ້າເວົ້າວ່າ ພຣະເຈົ້າມີປະຫວັດວົງຕະກູນ, ແລ້ວເຈົ້າບໍ່ແມ່ນຈັດພຣະອົງຢູ່ໃນລະດັບທ່າມກາງສິ່ງທີ່ຖືກສ້າງບໍ? ຍ້ອນພຣະເຈົ້າບໍ່ໄດ້ເປັນຂອງແຜ່ນດິນໂລກ, ພຣະອົງເປັນພຣະຜູ້ສ້າງ ແລະ ເຖິງແມ່ນວ່າ ພຣະອົງເປັນເນື້ອໜັງ, ພຣະອົງກໍ່ບໍ່ໄດ້ມີທາດແທ້ຄືກັບມະນຸດ. ເຈົ້າຈະຈັດລະດັບພຣະເຈົ້າໃຫ້ເປັນປະເພດດຽວກັນກັບສິ່ງທີ່ຖືກສ້າງໄດ້ແນວໃດ? ອັບຣາຮາມບໍ່ສາມາດເປັນຕົວແທນຂອງພຣະເຈົ້າໄດ້; ເພິ່ນເປັນເປົ້າໝາຍຂອງພາລະກິດຂອງພຣະເຢໂຮວາໃນເວລານັ້ນ, ເພິ່ນເປັນພຽງຜູ້ຮັບໃຊ້ທີ່ຈົງຮັກພັກດີທີ່ພຣະເຢໂຮວາເຫັນວ່າຄູ່ຄວນ ແລະ ເພິ່ນເປັນໜຶ່ງໃນປະຊາຊົນຂອງອິດສະຣາເອນ. ເພິ່ນຈະສາມາດເປັນບັນພະບຸລຸດຂອງພຣະເຢຊູໄດ້ແນວໃດ?
ແມ່ນໃຜທີ່ຂຽນປະຫວັດວົງຕະກູນຂອງພຣະເຢຊູ? ພຣະເຢຊູຂຽນດ້ວຍຕົວພຣະອົງເອງບໍ? ພຣະເຢຊູບອກພວກເຂົາດ້ວຍຕົວພຣະອົງເອງວ່າ “ຈົ່ງຂຽນປະຫວັດວົງຕະກູນຂອງເຮົາ” ບໍ? ມັນຖືກຂຽນຂຶ້ນໂດຍມັດທາຍ ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ໃນເວລານັ້ນ, ພຣະເຢຊູໄດ້ເຮັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ພຣະອົງກໍບໍ່ໄດ້ໃຫ້ຄຳອະທິບາຍໃດໆ. ຫຼັງຈາກທີ່ພຣະອົງຈາກໄປ, ສາວົກກໍເລີ່ມຕົ້ນເທດສະໜາ ແລະ ປະຕິບັດພາລະກິດຢູ່ທຸກບ່ອນ ແລະ ເພື່ອເຫັນແກ່ພາລະກິດຂັ້ນຕອນນັ້ນ, ພວກເຂົາກໍເລີ່ມຕົ້ນຂຽນຈົດໝາຍ ແລະ ໜັງສືພຣະກິດຕິຄຸນຂຶ້ນ. ໜັງສືພຣະກິດຕິຄຸນໃນພຣະສັນຍາໃໝ່ຖືກບັນທຶກ ຊາວຫາສາມສິບປີຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ກ່ອນໜ້ານັ້ນ ປະຊາຊົນອິດສະຣາເອນພຽງແຕ່ອ່ານພຣະສັນຍາເດີມ. ນັ້ນໝາຍຄວາມວ່າ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ຜູ້ຄົນອ່ານພຣະສັນຍາເດີມ. ພຣະສັນຍາໃໝ່ປາກົດຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນເທົ່ານັ້ນ. ພຣະສັນຍາໃໝ່ບໍ່ໄດ້ມີຢູ່ໃນຕອນທີ່ພຣະເຢຊູປະຕິບັດພາລະກິດ; ຫຼັງຈາກທີ່ພຣະອົງຖືກເຮັດໃຫ້ຟື້ນຄືນມາ ແລະ ສະເດັດຂຶ້ນສູ່ສະຫວັນ, ຜູ້ຄົນບັນທຶກພາລະກິດຂອງພຣະອົງ. ຫຼັງຈາກນັ້ນ ຈຶ່ງມີໜັງສືພຣະກິດຕິຄຸນທັງສີ່ ເພີ່ມເຕີມໃສ່ຈົດໝາຍຕ່າງໆຂອງໂປໂລ ແລະ ເປໂຕ ພ້ອມທັງໜັງສືພຣະນິມິດ. ຫຼາຍກວ່າສາມຮ້ອຍປີຫຼັງຈາກທີ່ພຣະເຢຊູຊົງສະເດັດຂຶ້ນສູ່ສະຫວັນ, ເມື່ອຜູ້ຄົນລຸ້ນຕໍ່ມາຈຶ່ງໄດ້ຮວບຮວມເອກະສານເຫຼົ່ານີ້ໂດຍການຄັດເລືອກ ແລະ ມີແຕ່ເມື່ອນັ້ນຈຶ່ງມີພາກພຣະສັນຍາໃໝ່ຂອງພຣະຄໍາພີ. ພຽງແຕ່ຫຼັງຈາກທີ່ພາລະກິດນີ້ໄດ້ສຳເລັດລົງ ຈຶ່ງມີພຣະສັນຍາໃໝ່; ມັນບໍ່ໄດ້ມີຢູ່ກ່ອນໜ້ານີ້. ພຣະເຈົ້າໄດ້ກະທຳພາລະກິດນັ້ນທັງໝົດ ແລະ ອັກຄະສາວົກໂປໂລ ແລະ ອັກຄະສາວົກຄົນອື່ນໆໄດ້ຂຽນຈົດໝາຍຫຼາຍສະບັບເຖິງຄຣິສຕະຈັກທີ່ຢູ່ສະຖານທີ່ແຕກຕ່າງກັນ. ຜູ້ຄົນຫຼັງຈາກພວກເຂົາກໍລວມຈົດໝາຍຂອງພວກເຂົາ ແລະ ເພີ່ມເຕີມນິມິດທີ່ຍິ່ງໃຫຍ່ທີ່ສຸດ ເຊິ່ງຖືກບັນທຶກໂດຍໂຢຮັນໃນເກາະປັດໂມ ເຊິ່ງໄດ້ທຳນາຍເຖິງພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າ. ຜູ້ຄົນຈັດແຈງລໍາດັບນີ້ ເຊິ່ງແຕກຕ່າງຈາກຖ້ອຍຄຳໃນປັດຈຸບັນນີ້. ສິ່ງທີ່ຖືກບັນທຶກໃນປັດຈຸບັນແມ່ນອີງຕາມບາດກ້າວພາລະກິດຂອງພຣະເຈົ້າ; ສິ່ງທີ່ຜູ້ຄົນມີສ່ວນຮ່ວມໃນປັດຈຸບັນແມ່ນພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງ ແລະ ເປັນພຣະທຳທີ່ພຣະອົງກ່າວດ້ວຍຕົວພຣະອົງເອງ. ເຈົ້າ ທີ່ເປັນມະນຸດຊາດ ບໍ່ຈຳເປັນຕ້ອງແຊກແຊງ; ພຣະທຳເຫຼົ່ານັ້ນ ເຊິ່ງມາຈາກພຣະວິນຍານບໍລິສຸດໂດຍກົງ ຖືກຈັດແຈງເປັນຂັ້ນເປັນຕອນ ແລະ ແຕກຕ່າງຈາກການຈັດແຈງຂອງການບັນທຶກຂອງມະນຸດ. ສາມາດເວົ້າໄດ້ວ່າ ສິ່ງທີ່ພວກເຂົາບັນທຶກນັ້ນແມ່ນຕາມລະດັບການສຶກສາຂອງພວກເຂົາ ແລະ ຄວາມສາມາດຂອງມະນຸດ. ສິ່ງທີ່ພວກເຂົາບັນທຶກແມ່ນປະສົບການຂອງມະນຸດ ແລະ ແຕ່ລະຄົນກໍມີວິທີການບັນທຶກ ແລະ ການເຂົ້າໃຈຂອງພວກເຂົາເອງ ແລະ ການບັນທຶກແຕ່ລະຢ່າງກໍແຕກຕ່າງກັນ. ສະນັ້ນ ຖ້າເຈົ້ານະມັດສະການພຣະຄຳພີເໝືອນພຣະເຈົ້າ, ເຈົ້າແມ່ນຂາດສະຕິປັນຍາ ແລະ ໂງ່ຈ້າເປັນຢ່າງຍິ່ງ! ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາພາລະກິດຂອງພຣະເຈົ້າໃນປັດຈຸບັນ? ມີພຽງພາລະກິດຂອງພຣະເຈົ້າທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນໄດ້. ພຣະຄຳພີບໍ່ສາມາດຊ່ວຍມະນຸດໃຫ້ລອດພົ້ນໄດ້, ຜູ້ຄົນສາມາດອ່ານພຣະຄຳພີເປັນເວລາຫຼາຍພັນປີ ແລະ ຍັງບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຕົວພວກເຂົາ ແລະ ຖ້າເຈົ້ານະມັດສະການພຣະຄຳພີ, ເຈົ້າຈະບໍ່ມີວັນໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຈັກເທື່ອ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (3)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 274)
ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ເລື່ອງລາວຕ່າງໆງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີກໍຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອນ ແລະ ວິທີການທີ່ພຣະເຢໂຮວາປະຕິບັດພາລະກິດຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງໂປໂລ, ສິ່ງເຫຼົ່ານີ້ບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ, ຍ້ອນພຣະເຈົ້າບໍ່ໄດ້ທົບທວນຄືນເບິ່ງປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຄໍາເວົ້າ ແລະ ຫຼັກຄຳສອນທີ່ຕາຍໄປແລ້ວ ຫຼື ການເຂົ້າໃຈປະຫວັດສາດ, ເຈົ້າຕ້ອງສະແຫວງຫາເຈດຕະນາຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ເຈົ້າຕ້ອງຊອກຫາທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເປັນນັກບູຮານຄະດີ ເຈົ້າສາມາດອ່ານພຣະຄຳພີ, ແຕ່ເຈົ້າບໍ່ແມ່ນ, ເຈົ້າເປັນໜຶ່ງໃນກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ແລະ ທາງທີ່ດີເຈົ້າຄວນສະແຫວງຫາເຈດຕະນາໃນປັດຈຸບັນຂອງພຣະເຈົ້າ. ການອ່ານພຣະຄຳພີ, ຢ່າງຫຼາຍແມ່ນເຈົ້າຈະເຂົ້າໃຈປະຫວັດສາດຂອງອິດສະຣາເອນໜ້ອຍໜຶ່ງ, ເຈົ້າຈະຮຽນຮູ້ກ່ຽວກັບຊີວິດຂອງອັບຣາຮາມ, ດາວິດ ແລະ ໂມເຊ, ເຈົ້າຈະຄົ້ນພົບວ່າ ພວກເຂົາຢໍາເກງພຣະເຢໂຮວາແນວໃດ, ພຣະເຢໂຮວາຊົງເຜົາຄົນທີ່ຕໍ່ຕ້ານພຣະອົງແນວໃດ ແລະ ພຣະອົງຊົງກ່າວກັບຜູ້ຄົນໃນຍຸກນັ້ນໄດ້ແນວໃດ. ເຈົ້າຈະໄດ້ແຕ່ຄົ້ນພົບພາລະກິດຂອງພຣະເຈົ້າໃນອະດີດເທົ່ານັ້ນ. ການບັນທຶກຂອງພຣະຄຳພີກ່ຽວຂ້ອງກັບວິທີທີ່ປະຊາຊົນຂອງອິດສະຣາເອນໃນໄລຍະຕົ້ນຢໍາເກງພຣະເຈົ້າ ແລະ ດຳລົງຊີວິດຢູ່ພາຍໃຕ້ການຊີ້ນໍາຂອງພຣະເຢໂຮວາ. ເພາະວ່າຊາວອິດສະຣາເອນເປັນຜູ້ຄົນທີ່ພຣະເຈົ້າຊົງເລືອກໄວ້, ໃນພຣະສັນຍາເດີມ ເຈົ້າສາມາດເຫັນເຖິງຄວາມຊື່ສັດທີ່ຜູ້ຄົນທັງໝົດມີໃຫ້ກັບພຣະເຢໂຮວາ, ທຸກຄົນທີ່ອ່ອນນ້ອມຕໍ່ພຣະເຢໂຮວາໄດ້ຮັບການດູແລ ແລະ ການອວຍພອນຈາກພຣະອົງແນວໃດ; ເຈົ້າສາມາດຮຽນຮູ້ວ່າ ເມື່ອພຣະເຈົ້າປະຕິບັດພາລະກິດໃນອິດສະຣາເອນ, ພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ ພ້ອມທັງປະກອບດ້ວຍໄຟທີ່ໄໝ້ທຳລາຍ ແລະ ຊາວອິດສະຣາເອນທັງໝົດ ຕັ້ງແຕ່ຄົນທີ່ຕ່ຳຕ້ອຍຈົນເຖິງຄົນທີ່ຍິ່ງໃຫຍ່ ຢຳເກງພຣະເຈົ້າ ແລະ ດ້ວຍເຫດນັ້ນ ທັງຊາດຈຶ່ງໄດ້ຮັບພອນຈາກພຣະເຈົ້າ. ສິ່ງດັ່ງກ່າວແມ່ນປະຫວັດສາດຂອງອິດສະຣາເອນທີ່ບັນທຶກໃນພຣະສັນຍາເດີມ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (4)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 275)
ພຣະຄຳພີເປັນການບັນທຶກທາງປະຫວັດສາດກ່ຽວກັບພາລະກິດຂອງພຣະເຈົ້າໃນອິດສະຣາເອນ ແລະ ບັນທຶກການທຳນາຍຫຼາຍຢ່າງຂອງຜູ້ທຳນາຍບູຮານ ພ້ອມທັງຖ້ອຍຄຳບາງຢ່າງຂອງພຣະເຢໂຮວາໃນການປະຕິບັດພາລະກິດຂອງພຣະອົງໃນເວລານັ້ນ. ສະນັ້ນ, ທຸກຄົນຈຶ່ງຄິດວ່າໜັງສືເຫຼັ້ມນີ້ເປັນສິ່ງທີ່ສັກສິດ (ຍ້ອນພຣະເຈົ້າສັກສິດ ແລະ ຍິ່ງໃຫຍ່). ແນ່ນອນ, ທັງໝົດນີ້ຄືຜົນຈາກຫົວໃຈທີ່ຢຳເກງພຣະເຢໂຮວາຂອງພວກເຂົາ ແລະ ຫົວໃຈທີ່ເຄົາລົບບູຊາພຣະເຈົ້າຂອງພວກເຂົາ. ຜູ້ຄົນກ່າວເຖິງໜັງສືເຫຼັ້ມນີ້ໃນລັກສະນະແບບນີ້ກໍຍ້ອນສິ່ງຊົງສ້າງຂອງພຣະເຈົ້າຢຳເກງເຄົາລົບ ແລະ ບູຊາພຣະຜູ້ສ້າງຂອງພວກເຂົາຫຼາຍ ແລະ ຍັງມີຜູ້ຄົນເຖິງກັບເອີ້ນໜັງສືເຫຼັ້ມນີ້ວ່າເປັນໜັງສືຈາກສະຫວັນ. ຕາມຄວາມຈິງແລ້ວ ມັນເປັນພຽງການບັນທຶກຂອງມະນຸດເທົ່ານັ້ນ. ພຣະເຢໂຮວາບໍ່ໄດ້ຕັ້ງຊື່ມັນດ້ວຍພຣະອົງເອງ ຫຼື ພຣະເຢໂຮວາບໍ່ໄດ້ຊີ້ນໍາການສ້າງມັນຂຶ້ນມາດ້ວຍຕົວພຣະອົງເອງ. ເວົ້າອີກແບບໜຶ່ງກໍຄື ຜູ້ຂຽນໜັງສືເຫຼັ້ມນີ້ບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ. ພຣະຄຳພີສັກສິດເປັນພຽງຊື່ທີ່ເປັນຕາເຄົາລົບ ເຊິ່ງມະນຸດເປັນຜູ້ແຕ່ງຕັ້ງໃຫ້ກັບມັນ. ຊື່ນີ້ບໍ່ໄດ້ຖືກຕັດສິນແຕ່ງຕັ້ງຈາກການສົນທະນາລະຫວ່າງພຣະເຢໂຮວາ ແລະ ພຣະເຢຊູ; ມັນເປັນພຽງຄວາມຄິດຂອງມະນຸດ. ຍ້ອນວ່າໜັງສືເຫຼັ້ມນີ້ບໍ່ໄດ້ຖືກຂຽນຂຶ້ນໂດຍພຣະເຢໂຮວາ ແລ້ວເເຮງໄກທີ່ພຣະເຢຊູຈະຂຽນມັນຂຶ້ນມາ. ກົງກັນຂ້າມ, ມັນເປັນເລື່ອງລາວທີ່ບອກເລົ່າໂດຍຜູ້ທຳນາຍບູຮານ, ພວກອັກຄະສາວົກ ແລະ ນັກທໍານາຍຫຼາຍຄົນ ເຊິ່ງຖືກຮວບຮວມໂດຍຄົນລຸ້ນຕໍ່ມາ ໃຫ້ເປັນໜັງສືແຫ່ງບົດຂຽນບູຮານ; ເບິ່ງຄືກັບວ່າສັກສິດສຳລັບຜູ້ຄົນ, ເປັນໜັງສືທີ່ພວກເຂົາເຊື່ອວ່າ ປະກອບມີຂໍ້ລຶກລັບຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ເຊິ່ງລໍຖ້າໃຫ້ຖືກເປີດເຜີຍໂດຍຜູ້ຄົນໃນອະນາຄົດ. ເມື່ອເປັນດັ່ງນັ້ນ ຜູ້ຄົນຈຶ່ງມີແນວໂນ້ມທີ່ຈະເຊື່ອວ່າ ໜັງສືເຫຼັ້ມນີ້ແມ່ນໜັງສືທີ່ມາຈາກສະຫວັນ. ດ້ວຍມີການເພີ່ມເຕີມພຣະກິດຕິຄຸນທັງສີ່ ແລະ ໜັງສືພຣະນິມິດ, ທ່າທີຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງແຕກຕ່າງຈາກໜັງສືເຫຼັ້ມອື່ນໆ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜທີ່ກ້າວິເຄາະ “ໜັງສືທີ່ມາຈາກສະຫວັນ” ນີ້ ເພາະວ່າມັນ “ສັກສິດ” ເກີນໄປ.
ທັນທີທີ່ພວກເຂົາອ່ານພຣະຄຳພີ ເປັນຫຍັງຜູ້ຄົນຈຶ່ງສາມາດຄົ້ນພົບເສັ້ນທາງທີ່ເໝາະສົມໃນການປະຕິບັດມັນ? ເປັນຫຍັງພວກເຂົາຈຶ່ງສາມາດໄດ້ຮັບຫຼາຍສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້? ມື້ນີ້ ເຮົາວິເຄາະພຣະຄຳພີໃນລັກສະນະນີ້ ບໍ່ໄດ້ໝາຍຄວາມວ່າ ເຮົາຊັງມັນ ຫຼື ເຮົາປະຕິເສດຄຸນຄ່າສໍາລັບການໃຊ້ເປັນບ່ອນອ້າງອີງ. ເຮົາກຳລັງອະທິບາຍ ແລະ ເຮັດໃຫ້ຊັດເຈນຂຶ້ນກ່ຽວກັບຄຸນຄ່າດັ່ງເດີມ ແລະ ຕົ້ນກຳເນີດຂອງພຣະຄຳພີໃຫ້ກັບເຈົ້າ ເພື່ອຢຸດເຈົ້າບໍ່ໃຫ້ຕົກຢູ່ໃນຄວາມມືດ. ຍ້ອນຜູ້ຄົນມີຫຼາຍມຸມມອງກ່ຽວກັບພຣະຄຳພີ ແລະ ມຸມມອງສ່ວນຫຼາຍແມ່ນຜິດ; ການອ່ານພຣະຄຳພີໃນລັກສະນະນີ້ບໍ່ພຽງແຕ່ຂັດຂວາງພວກເຂົາຈາກການໄດ້ຮັບໃນສິ່ງທີ່ພວກເຂົາຄວນໄດ້ຮັບ ແຕ່ສຳຄັນໄປກວ່ານັ້ນກໍຄື ມັນຂັດຂວາງພາລະກິດທີ່ເຮົາຕັ້ງໃຈກະທຳ. ມັນຂັດຂວາງພາລະກິດແຫ່ງອະນາຄົດຢ່າງຫຼວງຫຼາຍ ແລະ ມີແຕ່ຂໍ້ເສຍຫາຍ ບໍ່ມີຂໍ້ດີ. ດັ່ງນັ້ນ, ສິ່ງທີ່ເຮົາກຳລັງສັ່ງສອນເຈົ້າແມ່ນເປັນພຽງແກ່ນແທ້ຂອງພຣະຄຳພີ ແລະ ເລື່ອງຈິງທີ່ຢູ່ເບື້ອງຫຼັງພຣະຄຳພີເທົ່ານັ້ນ. ເຮົາບໍ່ໄດ້ບອກໃຫ້ເຈົ້າບໍ່ຕ້ອງອ່ານພຣະຄຳພີ ຫຼື ໃຫ້ເຈົ້າປ່າວປະກາດວ່າ ພຣະຄຳພີປາສະຈາກຄຸນຄ່າ, ມີພຽງແຕ່ເພື່ອໃຫ້ເຈົ້າມີຄວາມຮູ້ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີ. ຢ່າເປັນຄົນລຳອຽງເກີນໄປ! ເຖິງແມ່ນພຣະຄຳພີເປັນໜັງສືທາງປະຫວັດສາດທີ່ຖືກຂຽນຂຶ້ນໂດຍມະນຸດ, ມັນກໍຍັງບັນທຶກຫຼັກການຫຼາຍຢ່າງທີ່ໄພ່ພົນ ແລະ ຜູ້ທຳນາຍບູຮານໄດ້ຮັບໃຊ້ພຣະເຈົ້າ ພ້ອມທັງປະສົບການເມື່ອບໍ່ດົນມານີ້ຂອງພວກອັກຄະສາວົກໃນການຮັບໃຊ້ພຣະເຈົ້າ ເຊິ່ງແມ່ນການຢັ່ງຮູ້ ແລະ ຄວາມຮູ້ທີ່ແທ້ຈິງຂອງຄົນເຫຼົ່ານີ້ ແລະ ສາມາດໃຊ້ເປັນບ່ອນອ້າງອີງໃຫ້ກັບຜູ້ຄົນໃນຍຸກນີ້ເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ສະນັ້ນ, ໃນການອ່ານພຣະຄຳພີນັ້ນ ຜູ້ຄົນສາມາດໄດ້ຮັບຫົນທາງແຫ່ງຊີວິດຫຼາຍຢ່າງເຊັ່ນກັນ ເຊິ່ງບໍ່ສາມາດຄົ້ນພົບໃນໜັງສືອື່ນໆ. ຫົນທາງເຫຼົ່ານີ້ແມ່ນຫົນທາງແຫ່ງຊີວິດຂອງພາລະກິດຂອງພຣະວິນຍານບໍລິສຸດ ທີ່ຜູ້ທຳນາຍ ແລະ ພວກອັກຄະສາວົກໃນຍຸກອະດີດໄດ້ປະສົບ ແລະ ພຣະທຳຫຼາຍຂໍ້ແມ່ນລ້ຳຄ່າ ແລະ ສາມາດສະໜອງສິ່ງທີ່ຜູ້ຄົນຕ້ອງການ. ດ້ວຍເຫດນັ້ນ ທຸກຄົນຈຶ່ງມັກອ່ານພຣະຄຳພີ. ຍ້ອນມີຫຼາຍຢ່າງທີ່ລີ້ລັບຢູ່ໃນພຣະຄຳພີ, ມຸມມອງຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງບໍ່ຄືກັບມຸມມອງທີ່ມີຕໍ່ບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່. ພຣະຄຳພີເປັນການບັນທຶກ ແລະ ການຮວບຮວມປະສົບການ ແລະ ຄວາມຮູ້ຂອງຜູ້ຄົນທີ່ຮັບໃຊ້ພຣະເຢໂຮວາ ແລະ ພຣະເຢຊູໃນຍຸກເກົ່າ ແລະ ໃໝ່ ແລ້ວຄົນລຸ້ນຕໍ່ມາຈຶ່ງສາມາດຮັບແສງສະຫວ່າງ, ແສງເຍືອງທາງ ແລະ ເສັ້ນທາງປະຕິບັດຢ່າງຫຼວງຫຼາຍຈາກພຣະຄຳພີ. ເຫດຜົນທີ່ວ່າ ເປັນຫຍັງພຣະຄຳພີຈຶ່ງສູງສົ່ງກວ່າບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ອື່ນໆນັ້ນ ກໍເພາະວ່າ ບົດຂຽນຂອງພວກເຂົາທັງໝົດແມ່ນຖືກຖອດຖອນມາຈາກພຣະຄຳພີ, ປະສົບການຂອງພວກເຂົາກໍມາຈາກພຣະຄຳພີທັງໝົດ ແລະ ພວກເຂົາທັງໝົດກໍອະທິບາຍພຣະຄຳພີ. ສະນັ້ນເຖິງແມ່ນວ່າ ຜູ້ຄົນຈະສາມາດໄດ້ຮັບການສະໜອງຈາກໜັງສືຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ກໍຕາມ ພວກເຂົາກໍຍັງນະມັດສະການພຣະຄຳພີ ຍ້ອນມັນເບິ່ງຄືສູງສົ່ງ ແລະ ເລິກເຊິ່ງສຳລັບພວກເຂົາ! ເຖິງແມ່ນພຣະຄຳພີຈະນໍາເອົາໜັງສືບາງຢ່າງກ່ຽວກັບພຣະທຳແຫ່ງຊີວິດມາລວມກັນ ເຊັ່ນຈົດໝາຍຂອງໂປໂລ ແລະ ຈົດໝາຍຂອງເປໂຕ ແລະ ເຖິງແມ່ນວ່າຜູ້ຄົນສາມາດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຈາກໜັງສືເຫຼົ່ານີ້, ໜັງສືເຫຼົ່ານີ້ກໍຍັງຫຼ້າສະໄໝ, ມັນຍັງເປັນໜັງສືຂອງຍຸກເກົ່າ ແລະ ບໍ່ວ່າມັນຈະດີສໍ່າໃດ, ມັນກໍພຽງແຕ່ເໝາະສົມສຳລັບຊ່ວງເວລາໃດໜຶ່ງເທົ່ານັ້ນ ແລະ ບໍ່ໄດ້ຢູ່ຕະຫຼອດໄປເປັນນິດ. ຍ້ອນພາລະກິດຂອງພຣະເຈົ້າພັດທະນາຢູ່ສະເໝີ ແລະ ມັນບໍ່ສາມາດເຊົາຢູ່ໃນຊ່ວງເວລາຂອງໂປໂລ ແລະ ເປໂຕເທົ່ານັ້ນ ຫຼື ຢຸດຢູ່ໃນຍຸກແຫ່ງພຣະຄຸນ ເຊິ່ງເປັນຍຸກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ສະນັ້ນ ໜັງສືເຫຼົ່ານີ້ກໍພຽງແຕ່ເໝາະສົມສຳລັບຍຸກແຫ່ງພຣະຄຸນ ແລະ ບໍ່ແມ່ນສຳລັບຍຸກແຫ່ງລາຊະອານາຈັກໃນຍຸກສຸດທ້າຍ. ໜັງສືເຫຼົ່ານັ້ນສາມາດພຽງແຕ່ສະໜອງໃຫ້ກັບຜູ້ເຊື່ອໃນຍຸກແຫ່ງພຣະຄຸນ ບໍ່ແມ່ນສຳລັບໄພ່ພົນໃນຍຸກແຫ່ງລາຊະອານາຈັກ ແລະ ບໍ່ວ່າມັນຈະດີສໍ່າໃດກໍຕາມ, ມັນກໍຍັງຄົງເປັນໜັງສືທີ່ຫຼ້າສະໄໝ. ບໍ່ຕ່າງຫຍັງກັບພາລະກິດແຫ່ງການຊົງສ້າງຂອງພຣະເຢໂຮວາ ຫຼື ພາລະກິດຂອງພຣະອົງໃນອິດສະຣາເອນ ນັ້ນກໍຄື ບໍ່ວ່າພາລະກິດນີ້ຈະດີສໍ່າໃດກໍຕາມ, ມັນກໍ່ຍັງຫຼ້າສະໄໝ ແລະ ຈະມີເວລາທີ່ຜ່ານພົ້ນໄປ. ພາລະກິດຂອງພຣະເຈົ້າກໍເຊັ່ນກັນ: ເປັນພາລະກິດທີ່ຍິ່ງໃຫຍ່ ແຕ່ກໍຈະມີເວລາທີ່ພາລະກິດນັ້ນຕ້ອງສິ້ນສຸດລົງ; ມັນບໍ່ສາມາດຄົງຢູ່ຕະຫຼອດໄປໃນທ່າມກາງພາລະກິດແຫ່ງການຊົງສ້າງໄດ້ ຫຼື ທ່າມກາງພາລະກິດແຫ່ງການຄຶງທີ່ໄມ້ກາງແຂນ. ບໍ່ວ່າພາລະກິດແຫ່ງການຄຶງທີ່ໄມ້ກາງແຂນນັ້ນຈະເປັນຕາເຊື່ອຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະມີປະສິດທິພາບໃນການເອົາຊະນະຊາຕານຫຼາຍສໍ່າໃດ, ໃນທີ່ສຸດ ພາລະກິດກໍຍັງເປັນພາລະກິດ ແລະ ໃນທີ່ສຸດ ຍຸກກໍຍັງເປັນຍຸກຄືເກົ່າ; ພາລະກິດບໍ່ສາມາດຢູ່ເທິງພື້ນຖານເດີມໄດ້ຕະຫຼອດໄປ ແລະ ຍຸກສະໄໝກໍສາມາດປ່ຽນແປງໄດ້ ເພາະວ່າ ເມື່ອມີການຊົງສ້າງ ກໍຕ້ອງມີຍຸກສິ້ນສຸດ. ສິ່ງນີ້ຫຼີກເວັ້ນບໍ່ໄດ້! ສະນັ້ນ ໃນປັດຈຸບັນ ພຣະທຳແຫ່ງຊີວິດໃນພຣະສັນຍາໃໝ່ ນັ້ນກໍຄື ຈົດໝາຍຂອງພວກອັກຄະສາວົກ ແລະ ພຣະກິດຕິຄຸນທັງສີ່ ໄດ້ກາຍມາເປັນໜັງສືທາງປະຫວັດສາດໄປແລ້ວ, ພວກມັນໄດ້ກາຍມາເປັນປະຕິທິນທີ່ເກົ່າແກ່ ແລະ ປະຕິທິນທີ່ເກົ່າແກ່ນີ້ຈະສາມາດນໍາພາຜູ້ຄົນເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ປະຕິທິນເຫຼົ່ານີ້ຈະສາມາດສະໜອງຊີວິດໃຫ້ກັບຜູ້ຄົນໄດ້ແນວໃດກໍຕາມ, ບໍ່ວ່າພວກມັນຈະສາມາດນໍາຜູ້ຄົນໄປສູ່ໄມ້ກາງແຂນໄດ້ແນວໃດກໍຕາມ, ພວກມັນບໍ່ຫຼ້າສະໄໝບໍ? ພວກມັນບໍ່ໄດ້ສູນເສຍຄຸນຄ່າແລ້ວບໍ? ສະນັ້ນ ເຮົາບອກໃຫ້ເຈົ້າບໍ່ຄວນເຊື່ອໃນກາລານຸກົມເຫຼົ່ານີ້ຢ່າງຕາບອດ. ພວກມັນເກົ່າແກ່ເກີນໄປ, ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ໄດ້ ແລະ ພວກມັນຈະເປັນພຽງພາລະໃຫ້ກັບເຈົ້າ. ບໍ່ແມ່ນແຕ່ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ ແລະ ເຂົ້າສູ່ທາງເຂົ້າໃໝ່ເທົ່ານັ້ນ, ແຕ່ພວກມັນຈະນໍາເຈົ້າເຂົ້າສູ່ຄຣິສຕະຈັກແຫ່ງສາສະໜາທີ່ເກົ່າແກ່ ແລະ ຖ້າມັນເປັນແບບນັ້ນ ເຈົ້າບໍ່ໄດ້ກຳລັງຖອຍຫຼັງໃນຄວາມເຊື່ອທີ່ເຈົ້າມີຕໍ່ພຣະເຈົ້າບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (4)
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 276)
ໃນປັດຈຸບັນ ຜູ້ໃດໃນບັນດາພວກເຈົ້າທີ່ກ້າເວົ້າວ່າ ຄຳເວົ້າທຸກຂໍ້ທີ່ກ່າວໂດຍຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ແມ່ນມາຈາກພຣະວິນຍານບໍລິສຸດ? ມີໃຜກ້າເວົ້າສິ່ງດັ່ງກ່າວບໍ? ຖ້າເຈົ້າເວົ້າສິ່ງດັ່ງກ່າວ, ແລ້ວເປັນຫຍັງໜັງສືແຫ່ງການທຳນາຍຂອງເອຊະຣາຈຶ່ງຖືກປະຖິ້ມ ແລະ ເປັນຫຍັງສິ່ງດຽວກັນຈຶ່ງເກີດຂຶ້ນກັບໜັງສືຂອງໄພ່ພົນ ແລະ ຜູ້ປະກາດພຣະທຳໃນຍຸກບູຮານ? ຖ້າພວກເຂົາລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງພວກເຈົ້າຈຶ່ງກ້າທີ່ຕັດສິນໃຈຕາມຄວາມຮູ້ສຶກແບບນັ້ນ? ເຈົ້າມີຄຸນສົມບັດທີ່ຈະເລືອກພາລະກິດຂອງພຣະວິນຍານບໍລິສຸດບໍ? ມີຫຼາຍເລື່ອງລາວຈາກອິດສະຣາເອນທີ່ຖືກປະຖິ້ມເຊັ່ນກັນ. ແລ້ວຖ້າເຈົ້າເຊື່ອວ່າບົດຂຽນເຫຼົ່ານີ້ທີ່ຢູ່ໃນອະດີດລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງໜັງສືບາງເຫຼັ້ມຈຶ່ງຖືກປະຖິ້ມ? ຖ້າໜັງສືທຸກເຫຼັ້ມລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ພວກມັນກໍຄວນຖືກຮັກສາໄວ້ໝົດ ແລະ ຖືກສົ່ງໄປໃຫ້ອ້າຍເອື້ອຍນ້ອງທີ່ຢູ່ໃນຄຣິສຕະຈັກອ່ານ. ພວກມັນບໍ່ຄວນຖືກເລືອກ ຫຼື ປະຖິ້ມຕາມຄວາມປະສົງຂອງມະນຸດ; ມັນຄືສິ່ງທີ່ຜິດໃນການເຮັດແບບນັ້ນ. ການເວົ້າວ່າປະສົບການຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມເຂົ້າໃຈສ່ວນຕົວຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ປະສົບການ ແລະ ຄວາມຮູ້ຂອງພວກເຂົາມາຈາກຊາຕານ, ພຽງແຕ່ວ່າພວກເຂົາມີສິ່ງທີ່ມາຈາກປະສົບການ ແລະ ຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ. ຄວາມຮູ້ຂອງພວກເຂົາແມ່ນອີງຕາມເບື້ອງຫຼັງຂອງປະສົບການຕົວຈິງຂອງພວກເຂົາໃນເວລານັ້ນ ແລະ ຜູ້ໃດສາມາດເວົ້າຢ່າງໝັ້ນໃຈວ່າທຸກສິ່ງແມ່ນມາຈາກພຣະວິນຍານບໍລິສຸດ? ຖ້າພຣະກິດຕິຄຸນທັງສີ່ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງມັດທາຍ, ມາລະໂກ, ລູກາ ແລະ ໂຢຮັນຈຶ່ງເວົ້າບາງສິ່ງທີ່ແຕກຕ່າງກັນກ່ຽວກັບພາລະກິດຂອງພຣະເຢຊູ? ຖ້າພວກເຈົ້າບໍ່ເຊື່ອສິ່ງນີ້, ແລ້ວໃຫ້ເບິ່ງເລື່ອງລາວໃນພຣະຄຳພີທີ່ກ່ຽວກັບວິທີທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າທັງສາມຄັ້ງ: ໜັງສືທຸກເຫຼັ້ມແມ່ນແຕກຕ່າງກັນໝົດ ແລະ ພວກມັນແຕ່ລະເຫຼັ້ມກໍມີລັກສະນະຂອງພວກເຂົາເອງ. ຫຼາຍຄົນທີ່ບໍ່ມີຄວາມຮູ້ເວົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດກໍຍັງເປັນມະນຸດເຊັ່ນກັນ ແລ້ວພຣະທຳທີ່ພຣະອົງກ່າວຈະສາມາດມາຈາກພຣະວິນຍານບໍລິສຸດທັງໝົດໄດ້ບໍ? ຖ້າຄຳເວົ້າຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວພຣະທຳທີ່ພຣະອົງກ່າວຈະບໍ່ປະປົນກັບຄວາມປະສົງຂອງມະນຸດແທ້ບໍ?” ຜູ້ຄົນທີ່ເວົ້າສິ່ງດັ່ງກ່າວແມ່ນຕາບອດ ແລະ ບໍ່ມີຄວາມຮູ້! ໃຫ້ອ່ານພຣະກິດຕິຄຸນທັງສີ່ຢ່າງລະອຽດ; ໃຫ້ອ່ານສິ່ງທີ່ພວກເຂົາບັນທຶກກ່ຽວກັບສິ່ງທີ່ພຣະເຢຊູໄດ້ກະທໍາ ແລະ ພຣະທຳທີ່ພຣະອົງໄດ້ກ່າວ. ແຕ່ລະເລື່ອງລາວກໍແຕກຕ່າງກັນພໍສົມຄວນ ແລະ ແຕ່ລະເລື່ອງລາວກໍມີທັດສະນະມຸມມອງຂອງໃຜມັນ. ຖ້າສິ່ງທີ່ນັກປະພັນໜັງສືເຫຼົ່ານີ້ຂຽນຂຶ້ນລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວມັນກໍຄວນຄືກັນ ແລະ ສະໝໍ່າສະເໝີກັນທັງໝົດ. ແລ້ວເປັນຫຍັງຈຶ່ງມີຄວາມບໍ່ກົງກັນ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງນາມ ແລະ ຕົວຕົນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 277)
ຖ້ອຍຄຳ ແລະ ພາລະກິດຂອງພຣະເຢຊູໃນເວລານັ້ນບໍ່ໄດ້ຍຶດຖືຕາມທິດສະດີ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງພຣະອົງຕາມພາລະກິດແຫ່ງກົດບັນຍັດຂອງພຣະສັນຍາເດີມ. ມັນຖືກປະຕິບັດອີງຕາມພາລະກິດທີ່ຄວນປະຕິບັດໃນຍຸກແຫ່ງພຣະຄຸນ. ພຣະອົງປະຕິບັດອີງຕາມພາລະກິດທີ່ພຣະອົງໄດ້ນໍາມາ, ຕາມແຜນການຂອງພຣະອົງເອງ ແລະ ຕາມພັນທະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມກົດບັນຍັດຂອງພຣະສັນຍາເດີມ. ບໍ່ມີຫຍັງທີ່ພຣະອົງເຮັດທີ່ອີງຕາມກົດບັນຍັດແຫ່ງພຣະສັນຍາເດີມ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດພາລະກິດໃຫ້ສຳເລັດຕາມຄຳເວົ້າຂອງຜູ້ປະກາດພຣະທຳ. ແນ່ນອນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າບໍ່ແມ່ນປະຕິບັດເພື່ອສຳເລັດຕາມການທໍານາຍຂອງຜູ້ປະກາດພຣະທຳໃນຍຸກບູຮານ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດຕາມຄຳສັ່ງສອນ ຫຼື ພະຍາຍາມເຂົ້າໃຈຄໍາພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ. ແຕ່ການກະທຳຂອງພຣະອົງກໍບໍ່ໄດ້ທຳລາຍການພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ ຫຼື ພວກມັນບໍ່ໄດ້ລົບກວນພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານັ້ນ. ຈຸດສຳຄັນຂອງພາລະກິດຂອງພຣະອົງບໍ່ແມ່ນການປະຕິບັດຕາມຄຳສັ່ງສອນຢ່າງໃດຢ່າງໜຶ່ງ ແຕ່ເປັນການປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ ຫຼື ຜູ້ຮູ້ເຫດການລ່ວງໜ້າ, ແຕ່ເປັນຜູ້ປະຕິບັດ ຜູ້ທີ່ມາເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດແທ້ໆ ແລະ ພຣະອົງມາເພື່ອເລີ່ມຍຸກໃໝ່ຂອງພຣະອົງ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງ. ແນ່ນອນ ເມື່ອພຣະເຢຊູມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍໄດ້ເຮັດໃຫ້ຄຳເວົ້າຫຼາຍຂໍ້ທີ່ຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມນັ້ນສຳເລັດລົງເຊັ່ນກັນ ພາລະກິດຂອງປັດຈຸບັນໄດ້ເຮັດໃຫ້ການທຳນາຍຂອງຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມສຳເລັດລົງເຊັ່ນກັນ. ມັນເປັນພຽງແຕ່ວ່າ ເຮົາບໍ່ໄດ້ຍຶດຖືຕາມ “ຈະນະນຸກົມເກົ່າໆ” ນັ້ນ, ມັນກໍເທົ່ານັ້ນເອງ. ຍ້ອນມີພາລະກິດຫຼາຍຢ່າງອີກທີ່ເຮົາຕ້ອງປະຕິບັດ, ມີພຣະທຳຫຼາຍຂໍ້ອີກທີ່ເຮົາຕ້ອງເວົ້າກັບພວກເຈົ້າ ແລະ ພາລະກິດນີ້ ແລະ ພຣະທຳເຫຼົ່ານີ້ມີຄວາມສຳຄັນຫຼາຍກວ່າການອະທິບາຍຂໍ້ຄວາມຈາກພຣະຄຳພີ, ເພາະພາລະກິດດັ່ງກ່າວບໍ່ມີຄວາມໝາຍ ຫຼື ຄຸນຄ່າທີ່ຍິ່ງໃຫຍ່ສຳລັບພວກເຈົ້າ ແລະ ບໍ່ສາມາດຊ່ວຍພວກເຈົ້າ ຫຼື ປ່ຽນແປງພວກເຈົ້າໄດ້. ເຮົາເຈດຕະນາທີ່ຈະປະຕິບັດພາລະກິດໃໝ່ ບໍ່ແມ່ນເພື່ອໃຫ້ສຳເລັດຕາມຂໍ້ຄວາມໃດໜຶ່ງຈາກພຣະຄຳພີ. ຖ້າພຣະເຈົ້າມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ຄຳເວົ້າຂອງຜູ້ປະກາດພຣະທຳໃນຍຸກບູຮານທີ່ຢູ່ໃນພຣະຄຳພີສຳເລັດລົງ, ແລ້ວຜູ້ໃດຍິ່ງໃຫຍ່ກວ່າກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ຜູ້ປະກາດພຣະທຳເຫຼົ່ານັ້ນໃນຍຸກບູຮານ? ແທ້ຈິງແລ້ວ ຜູ້ປະກາດພຣະທຳຄວບຄຸມພຣະເຈົ້າບໍ ຫຼື ພຣະເຈົ້າຄວບຄຸມຜູ້ປະກາດພຣະທຳ? ເຈົ້າຈະອະທິບາຍພຣະທຳເຫຼົ່ານີ້ວ່າແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງນາມ ແລະ ຕົວຕົນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 278)
ຊາວຢິວທຸກຄົນອ່ານພັນທະສັນຍາເດີມ ແລະ ຮູ້ຈັກເຖິງການທຳນາຍຂອງເອຊາຢາວ່າ ເດັກນ້ອຍຜູ້ຊາຍຈະກຳເນີດໃນຮາງຫຍ້າ. ແລ້ວເປັນຫຍັງພວກເຂົາຈຶ່ງຂົ່ມເຫັງພຣະເຢຊູທັງທີ່ພວກເຂົາກໍຮູ້ເຖິງຄຳທຳນາຍນີ້ຢ່າງສົມບູນ? ນີ້ບໍ່ແມ່ນທຳມະຊາດທີ່ກະບົດຂອງພວກເຂົາ ແລະ ເປັນການຂາດຄວາມຮູ້ໃນພາລະກິດຂອງພຣະວິນຍານບໍລິສຸດບໍ? ໃນເວລານັ້ນ, ພວກຟາຣີຊາຍເຊື່ອວ່າ ພາລະກິດຂອງພຣະເຢຊູແຕກຕ່າງຈາກສິ່ງທີ່ພວກເຂົາຮູ້ກ່ຽວກັບເດັກນ້ອຍຜູ້ຊາຍທີ່ຖືກທຳນາຍໄວ້ ແລະ ຜູ້ຄົນໃນປັດຈຸບັນປະຕິເສດພຣະເຈົ້າ ຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດບໍ່ສອດຄ່ອງກັບພຣະຄຳພີ. ແກ່ນແທ້ຂອງການກະບົດຂອງພວກເຂົາທີ່ມີຕໍ່ພຣະເຈົ້າອົງນີ້ບໍ່ແມ່ນສິ່ງດຽວກັນບໍ? ເຈົ້າສາມາດຍອມຮັບພາລະກິດທັງໝົດຂອງພຣະວິນຍານບໍລິສຸດໄດ້ໂດຍບໍ່ມີຂໍ້ຄຳຖາມບໍ? ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລ້ວມັນກໍເປັນກະແສທີ່ຖືກຕ້ອງ ແລະ ເຈົ້າຄວນຍອມຮັບມັນ ໂດຍບໍ່ຕ້ອງສົງໄສໃດໆ; ເຈົ້າບໍ່ຄວນຊອກຫາ ແລະ ເລືອກສິ່ງທີ່ຈະຍອມຮັບ. ຖ້າເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບພຣະເຈົ້າ ແລະ ໃຊ້ຄວາມລະມັດລະວັງຫຼາຍຂຶ້ນຕໍ່ພຣະອົງ, ແລ້ວສິ່ງນີ້ບໍ່ໄດ້ເປັນສິ່ງທີ່ບໍ່ໄດ້ຖືກຮຽກຮ້ອງບໍ? ເຈົ້າບໍ່ຕ້ອງຄົ້ນຫາເພີ່ມເຕີມສຳລັບການຢືນຢັນຈາກພຣະຄຳພີ; ຖ້າມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວເຈົ້າກໍຕ້ອງຍອມຮັບມັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າເພື່ອຕິດຕາມພຣະເຈົ້າ ແລະ ເຈົ້າບໍ່ຄວນສືບຄົ້ນພຣະອົງ. ເຈົ້າບໍ່ຄວນສະແຫວງຫາຫຼັກຖານເພີ່ມເຕີມກ່ຽວກັບເຮົາເພື່ອພິສູດວ່າເຮົາເປັນພຣະເຈົ້າຂອງເຈົ້າ, ແຕ່ເຈົ້າຄວນແຍກແຍະວ່າ ເຮົາມີປະໂຫຍດສຳລັບເຈົ້າ ຫຼື ບໍ, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ເຖິງແມ່ນວ່າເຈົ້າຄົ້ນພົບຫຼັກຖານຫຼາຍຢ່າງທີ່ບໍ່ສາມາດໂຕ້ແຍ້ງໄດ້ພາຍໃນພຣະຄໍາພີ, ມັນກໍບໍ່ສາມາດເຮັດໃຫ້ເຈົ້າຢືນຢູ່ຕໍ່ໜ້າເຮົາຢ່າງສົມບູນໄດ້. ເຈົ້າພຽງແຕ່ອາໄສຢູ່ໃນຂອບເຂດຈຳກັດຂອງພຣະຄຳພີ ແລະ ບໍ່ແມ່ນຕໍ່ໜ້າເຮົາ; ພຣະຄຳພີບໍ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກເຮົາ ຫຼື ມັນບໍ່ສາມາດເຮັດໃຫ້ຄວາມຮັກທີ່ເຈົ້າມີຕໍ່ເຮົາເລິກເຊິ່ງຂຶ້ນ. ເຖິງພຣະຄຳພີໄດ້ທຳນາຍໄວ້ວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ, ບໍ່ມີໃຜສາມາດຢັ່ງເຖິງໄດ້ວ່າ ຄຳທຳນາຍນັ້ນໄດ້ກ່າວເຖິງໃຜ, ຍ້ອນມະນຸດບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ນີ້ຄືສິ່ງທີ່ເຮັດໃຫ້ພວກຟາຣີຊາຍລຸກຂຶ້ນຕໍ່ຕ້ານພຣະເຢຊູ. ບາງຄົນຮູ້ວ່າ ພາລະກິດຂອງເຮົາແມ່ນຢູ່ໃນຜົນປະໂຫຍດຂອງມະນຸດ, ແຕ່ພວກເຂົາສືບຕໍ່ເຊື່ອວ່າ ພຣະເຢຊູ ແລະ ເຮົາເປັນສອງຢ່າງທີ່ຕ່າງກັນທັງໝົດ, ເປັນສິ່ງທີ່ບໍ່ສາມາດເຂົ້າກັນໄດ້. ໃນເວລານັ້ນ ພຣະເຢຊູພຽງແຕ່ກ່າວຄຳເທດສະໜາເປັນຊຸດຕໍ່ສາວົກຂອງພຣະອົງໃນຍຸກແຫ່ງພຣະຄຸນ ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ວິທີການປະຕິບັດ, ວິທີການເຕົ້າໂຮມກັນ, ວິທີການອ້ອນວອນອະທິຖານ, ວິທີການປະຕິບັດຕໍ່ຄົນອື່ນ ແລະ ອື່ນໆອີກ. ພາລະກິດທີ່ພຣະອົງປະຕິບັດແມ່ນເປັນຂອງຍຸກແຫ່ງພຣະຄຸນ ແລະ ພຣະອົງພຽງອະທິບາຍຢ່າງລະອຽດເຖິງວິທີທີ່ສາວົກ ແລະ ຜູ້ຄົນເຫຼົ່ານັ້ນທີ່ຕິດຕາມພຣະອົງຄວນປະຕິບັດ. ພຣະອົງປະຕິບັດພຽງພາລະກິດໃນຍຸກແຫ່ງພຣະຄຸນ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງຍຸກສຸດທ້າຍ. ເມື່ອພຣະເຢໂຮວາບັນທຶກພຣະບັນຍັດລົງໃນພັນທະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ເປັນຫຍັງພຣະອົງຈຶ່ງບໍ່ດຳເນີນພາລະກິດຂອງຍຸກແຫ່ງພຣະຄຸນ? ເປັນຫຍັງພຣະອົງຈຶ່ງບໍ່ເຮັດໃຫ້ຊັດເຈນລ່ວງໜ້າກ່ຽວກັບພາລະກິດຂອງຍຸກແຫ່ງພຣະຄຸນ? ສິ່ງນີ້ຈະບໍ່ຊ່ວຍໃຫ້ມະນຸດຍອມຮັບພາລະກິດນັ້ນບໍ? ພຣະອົງພຽງແຕ່ທຳນາຍວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ ແລະ ມີອຳນາດ, ແຕ່ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນໄວ້ລ່ວງໜ້າເລີຍ. ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກມີຂອບເຂດທີ່ຊັດເຈນ; ພຣະອົງພຽງປະຕິບັດພາລະກິດຂອງຍຸກປັດຈຸບັນ ແລະ ບໍ່ປະຕິບັດໃນຂັ້ນຕອນຖັດໄປຂອງພາລະກິດໃດໄວ້ລ່ວງໜ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ, ພາລະກິດຕົວແທນຂອງພຣະອົງໃນແຕ່ລະຍຸກຈຶ່ງຈະຖືກນໍາມາໄວ້ຢູ່ທາງໜ້າ. ພຣະເຢຊູໄດ້ກ່າວເຖິງສັນຍານກ່ຽວກັບຍຸກສຸດທ້າຍ, ເຖິງວິທີການອົດທົນ ແລະ ການຮັບເອົາຄວາມລອດພົ້ນ, ການກັບໃຈ ແລະ ສາລະພາບຄວາມຜິດ ແລະ ການແບກໄມ້ກາງແຂນ ແລະ ອົດທົນຕໍ່ການທົນທຸກທໍລະມານ; ພຣະອົງບໍ່ເຄີຍກ່າວເຖິງວິທີທີ່ມະນຸດໃນຍຸກສຸດທ້າຍຄວນເຂົ້າຫາ ຫຼື ວິທີທີ່ເຂົາຄວນສະແຫວງຫາເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ ມັນຈະບໍ່ເປັນຕາຫົວບໍທີ່ຈະຄົ້ນຫາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໃນພຣະຄຳພີ? ເຈົ້າສາມາດເບິ່ງຫຍັງໄດ້ ໂດຍການຍຶດຖືພຣະຄຳພີໄວ້ເທົ່ານັ້ນ? ບໍ່ວ່າຈະເປັນນັກແປຄວາມໝາຍພຣະຄຳພີ ຫຼື ນັກເທດສະໜາ ມີໃຜແດ່ທີ່ສາມາດທໍານາຍພາລະກິດຂອງປັດຈຸບັນໄດ້ລ່ວງໜ້າ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ກໍານົດຂອບເຂດຂອງພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 279)
ພຣະຄຳພີໄດ້ເປັນສ່ວນໜຶ່ງຂອງປະຫວັດສາດມະນຸດເປັນເວລາສອງສາມພັນປີ. ຍິ່ງໄປກວ່ານັ້ນ ຜູ້ຄົນປະຕິບັດຕໍ່ພຣະຄຳພີຄືກັບພຣະເຈົ້າ, ຈົນເຖິງຂັ້ນທີ່ວ່າ ໃນຍຸກສຸດທ້າຍ ມັນໄດ້ແທນທີ່ຂອງພຣະເຈົ້າໄປແລ້ວ ເຊິ່ງເຮັດໃຫ້ພຣະເຈົ້າກຽດຊັງ. ສະນັ້ນ ເມື່ອເວລາເອື້ອອຳນວຍ ພຣະເຈົ້າຈຶ່ງຮູ້ສຶກວ່າຈໍາເປັນຕ້ອງຊີ້ແຈງເລື່ອງລາວພາຍໃນ ແລະ ຕົ້ນກຳເນີດຂອງພຣະຄຳພີ; ຖ້າພຣະອົງບໍ່ເຮັດແບບນີ້, ພຣະຄຳພີກໍຈະສືບຕໍ່ຍຶດຕໍາແໜ່ງຂອງພຣະເຈົ້າໃນຫົວໃຈຂອງຜູ້ຄົນ ແລະ ຜູ້ຄົນຈະໃຊ້ພຣະທຳຂອງພຣະເຈົ້າເພື່ອວັດແທກ ແລະ ປະນາມການກະທຳຂອງພຣະເຈົ້າ. ເມື່ອອະທິບາຍເຖິງແກ່ນແທ້, ໂຄງສ້າງ ແລະ ຂໍ້ບົກຜ່ອງໃນພຣະຄຳພີ, ບໍ່ໄດ້ໝາຍຄວາມວ່າພຣະເຈົ້າປະຕິເສດການເປັນຢູ່ຂອງພຣະຄຳພີ ຫຼື ພຣະອົງປະນາມພຣະຄຳພີ; ກົງກັນຂ້າມ ພຣະອົງກຳລັງໃຫ້ຄຳອະທິບາຍທີ່ເໝາະສົມ ແລະ ສົມຄວນ ເພື່ອຟື້ນຟູລັກສະນະດັ້ງເດີມຂອງພຣະຄຳພີ, ເພື່ອກ່າວເຖິງຄວາມເຂົ້າໃຈທີ່ຜິດຂອງຜູ້ຄົນທີ່ມີຕໍ່ພຣະຄຳພີ ແລະ ມອບມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີໃຫ້ແກ່ພວກເຂົາ ເພື່ອວ່າ ພວກເຂົາຈະບໍ່ນະມັດສະການພຣະຄຳພີອີກຕໍ່ໄປ ແລະ ບໍ່ຫຼົງຫາຍອີກຕໍ່ໄປ; ໝາຍຄວາມວ່າ ເພື່ອໃຫ້ພວກເຂົາບໍ່ເຂົ້າໃຈຜິດວ່າຄວາມເຊື່ອຢ່າງລັບຫູລັບຕາຂອງພວກເຂົາໃນພຣະຄຳພີນັ້ນເປັນຄືກັບຄວາມເຊື່ອໃນພຣະເຈົ້າ ແລະ ເປັນການນະມັດສະການພຣະເຈົ້າ ໂດຍຢ້ານແມ່ນແຕ່ຈະເປີດເຜີຍເບື້ອງຫຼັງ ແລະ ຂໍ້ບົກຜ່ອງແທ້ຈິງຂອງພຣະຄຳພີ. ຫຼັງຈາກທີ່ຜູ້ຄົນໄດ້ເຂົ້າໃຈຢ່າງສົມບູນກ່ຽວກັບພຣະຄຳພີ, ພວກເຂົາຈຶ່ງຈະສາມາດປະວາງພຣະຄຳພີໄວ້ ໂດຍບໍ່ຮູ້ສຶກຜິດ ແລະ ຍອມຮັບພຣະທຳໃໝ່ຂອງພຣະເຈົ້າຢ່າງກ້າຫານ. ນີ້ຄືເປົ້າໝາຍຂອງພຣະເຈົ້າໃນສອງສາມບົດເຫຼົ່ານີ້. ຄວາມຈິງທີ່ພຣະເຈົ້າປາຖະໜາຈະບອກຜູ້ຄົນໃນນີ້ກໍຄື ບໍ່ມີທິດສະດີ ຫຼື ຄວາມຈິງໃດທີ່ສາມາດແທນທີ່ພາລະກິດ ແລະ ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ສາມາດຢືນແທນພຣະເຈົ້າໄດ້. ຖ້າຜູ້ຄົນບໍ່ສາມາດຫຼົບໜີຈາກກັບດັກຂອງພຣະຄຳພີ, ພວກເຂົາຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ຈັກເທື່ອ. ຖ້າພວກເຂົາປາຖະໜາທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຕ້ອງຊໍາລະລ້າງຫົວໃຈຂອງພວກເຂົາຈາກສິ່ງໃດກໍຕາມທີ່ຈະມາແທນທີ່ພຣະອົງ; ແລ້ວເມື່ອນັ້ນພວກເຂົາຈຶ່ງຈະເປັນທີ່ພໍໃຈພຣະເຈົ້າ. ເຖິງແມ່ນພຣະເຈົ້າພຽງແຕ່ອະທິບາຍພຣະຄຳພີໃນນີ້, ຢ່າລືມວ່າມີອີກຫຼາຍສິ່ງທີ່ຜິດທີ່ຜູ້ຄົນນະມັດສະການຢ່າງແທ້ຈິງ ນອກຈາກພຣະຄຳພີ; ສິ່ງດຽວທີ່ພວກເຂົາບໍ່ນະມັດສະການກໍຄືສິ່ງທີ່ມາຈາກພຣະເຈົ້າຢ່າງແທ້ຈິງ. ພຣະເຈົ້າພຽງແຕ່ໃຊ້ພຣະຄຳພີໃຫ້ເປັນຕົວຢ່າງເພື່ອເຕືອນຜູ້ຄົນບໍ່ໃຫ້ຍ່າງໃນເສັ້ນທາງທີ່ຜິດ ແລະ ບໍ່ໃຫ້ອອກນອກເກີນຂອບເຂດອີກ ແລະ ຕົກເປັນເຫຍື່ອຂອງຄວາມສັບສົນ ໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທໍາຂອງພຣະຄຣິດໃນຂະນະທີ່ພຣະອົງຊົງຍ່າງໃນຄຣິສຕະຈັກ, ບົດນໍາ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 280)
ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ ຖືກກ່າວອອກເພື່ອໃຫ້ມະນຸດເຂົ້າກັບເຮົາໄດ້. ເຖິງຢ່າງໃດກໍ່ຕາມ, ເຮົາໄດ້ຮັບພຽງສອງສາມຄົນຢູ່ເທິງໂລກ ເຊິ່ງເປັນຄົນທີ່ສາມາດເຂົ້າກັບເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ເຊີດຊູພຣະທຳຂອງເຮົາ, ມັນເປັນຍ້ອນມະນຸດບໍ່ສາມາດເຂົ້າກັບເຮົາໄດ້. ໃນລັກສະນະນີ້ ພາລະກິດທີ່ເຮົາປະຕິບັດບໍ່ແມ່ນພຽງແຕ່ເພື່ອໃຫ້ມະນຸດສາມາດນະມັດສະການເຮົາ; ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄືເພື່ອໃຫ້ມະນຸດສາມາດເຂົ້າກັບເຮົາໄດ້. ມະນຸດຖືກເຮັດໃຫ້ເສື່ອມໂຊມ ແລະ ດຳລົງຊີວິດຢູ່ໃນກັບດັກຂອງຊາຕານ. ທຸກຄົນດຳລົງຊີວິດໃນເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັບເຮົາໄດ້ ແຕ່ທຸກຄົນເຫຼົ່ານັ້ນນະມັດສະການພະທຽມທີ່ເລື່ອນລອຍ. ເຖິງແມ່ນວ່າພວກເຂົາຮັບຮູ້ວ່ານາມຂອງເຮົາບໍລິສຸດ, ພວກເຂົາກໍ່ຍັງຍ່າງຕາມເສັ້ນທາງທີ່ຢູ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍ່ເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງ. ນີ້ກໍ່ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ໃນແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ສຸ່ມຊອກຫາຂໍ້ຄວາມທີ່ “ເໝາະສົມ” ເຊິ່ງພວກເຂົາພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາເຫຼົ່ານັ້ນໂດຍບໍ່ຢຸດເຊົາ. ພວກເຂົາບໍ່ຮູ້ຈັກເລີຍວ່າຈະສາມາດເຂົ້າກັບເຮົາໄດ້ແນວໃດ ຫຼື ການຕໍ່ຕ້ານເຮົາໝາຍຄວາມວ່າແນວໃດ. ພວກເຂົາພຽງແຕ່ອ່ານຂໍ້ພຣະຄຳຢ່າງຫຼັບຫູຫຼັບຕາ. ພາຍໃນພຣະຄຳພີ, ພວກເຂົາຈຳກັດພຣະເຈົ້າທີ່ເລື່ອນລອຍທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ ແລະ ບໍ່ສາມາດເຫັນໄດ້ ແລະ ເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອໃນການເປັນຢູ່ຂອງເຮາພຽງແຕ່ພາຍໃນຂອບເຂດພຣະຄຳພີເທົ່ານັ້ນ ແລະ ພວກເຂົາທຽບເຮົາໂດຍເທົ່າກັບພຣະຄຳພີ; ຖ້າປາສະຈາກພຣະຄຳພີ, ມັນກໍ່ຈະບໍ່ມີເຮົາ ແລະ ຖ້າປາສະຈາກເຮົາກໍ່ບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍກັບທຸກຂໍ້ຄວາມໃນພຣະຄຳພີ. ພວກເຂົາທຸກຄົນເຖິງກັບເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກມັນຈະຖືກທຳນາຍໄວ້ລ່ວງໜ້າໃນຂໍ້ພຣະຄຳພີ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳຫຼາຍເກີນໄປ. ມັນສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳທີ່ມີຄວາມໝາຍຕາມໂຕເປັນສິ່ງສຳຄັນເກີນໄປ ຈົນເຖິງຂອບເຂດທີ່ພວກເຂົາໃຊ້ຂໍ້ພຣະຄຳເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາເວົ້າ ແລະ ຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າກັບເຮົາ ຫຼື ຫົນທາງທີ່ສາມາດເຂົ້າກັບຄວາມຈິງໄດ້, ແຕ່ເປັນຫົນທາງທີ່ສາມາດເຂົ້າກັບພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍ່ຕາມທີ່ບໍ່ສອດຄ່ອງກັບພຣະຄຳພີກໍ່ບໍ່ແມ່ນພາລະກິດຂອງເຮົາ, ບໍ່ຍົກເວັ້ນແມ່ນແຕ່ພາລະກິດຂອງເຮົາ. ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາຣີຊາຍບໍ? ພວກຟາຣີຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ, ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມຕົວອັກສອນຢ່າງເຂັ້ມງວດ ຈົນເຖິງຂັ້ນທີ່ກ່າວຫາວ່າພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ ແລ້ວໃນທີ່ສຸດ ພວກເຂົາກໍ່ຄຶງພຣະເຢຊູທີ່ໄຮ້ດຽງສາເທິງໄມ້ກາງແຂນ. ທາດແທ້ຂອງພວກເຂົາແມ່ນຫຍັງ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເພື່ອເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ ໃນຂະນະທີ່ບໍ່ສົນໃຈຕໍ່ເຈດຕະນາຂອງເຮົາ ຫຼື ຂັ້ນຕອນ ແລະ ວິທີການໃນພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ, ແຕ່ເປັນຄົນທີ່ຍຶດຕິດກັບພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ, ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ໂດຍແທ້ຈິງແລ້ວ, ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຄຸ້ມຄອງຜົນປະໂຫຍດຂອງພຣະຄຳພີ, ເພື່ອເຊີດຊູສັກສີຂອງພຣະຄຳພີ ແລະ ເພື່ອປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນທີ່ຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດສິ່ງນີ້ພຽງແຕ່ເພື່ອເຫັນແກ່ການປົກປ້ອງພຣະຄຳພີ ແລະ ເພື່ອເຫັນແກ່ການຮັກສາສະຖານະຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ເຄື່ອງບູຊາແທນຄວາມຜິດບາບເພື່ອກ່າວລົງໂທດພຣະເຢຊູຜູ້ທີ່ບໍ່ສອດຄ່ອງກັບຫຼັກຄຳສອນໃນພຣະຄຳພີຈົນຕາຍ. ພວກເຂົາບໍ່ແມ່ນລູກນ້ອງຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?
ແລ້ວຄົນໃນປັດຈຸບັນນີ້ເດ? ພຣະຄຣິດໄດ້ລົງມາເພື່ອເປີດເຜີຍຄວາມຈິງ, ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກໂລກນີ້ ເພື່ອວ່າພວກເຂົາອາດໄດ້ຮັບສິດເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາເຖິງຂອງຄວາມຈິງຢ່າງສົມບູນເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ພວກເຂົາເລືອກທີ່ຈະຄຶງພຣະຄຣິດຜູ້ທີ່ກັບມາເປັນເນື້ອໜັງເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດຈະສາມາດໄດ້ຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ເມື່ອຫົວໃຈຂອງເຂົາຊົ່ວຮ້າຍແບບນີ້ ແລະ ທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ, ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍ່ຍັງຄົງບໍ່ຮູ້ກ່ຽວກັບການເປັນຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍຂອງເຮົາໃສ່ມະນຸດ, ເຂົາກໍ່ປະຕິເສດການເປັນຢູ່ຂອງເຮົາດ້ວຍກຳລັງທີ່ຫຼາຍກວ່າເດີມອີກ. ມະນຸດຄົ້ນຫາເພື່ອທີ່ຈະສາມາດເຂົ້າກັບພຣະທຳ ແລະ ເຂົ້າກັບພຣະຄຳພີ, ແຕ່ບໍ່ມີມະນຸດຄົນໃດມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຄວາມສາມາດໃນການເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາທີ່ຢູ່ໃນສະຫວັນ ແລະ ມີຄວາມກັງວົນເປັນພິເສດຕໍ່ການເປັນຢູ່ຂອງເຮົາໃນສະຫວັນ, ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນເກີນໄປ. ຄົນທີ່ພຽງແຕ່ສະແຫວງຫາເພື່ອເຂົ້າກັບພຣະທຳໃນພຣະຄຳພີ ແລະ ຄົນທີ່ພຽງແຕ່ສະແຫວງຫາເພື່ອເຂົ້າກັບພຣະເຈົ້າທີ່ເລື່ອນລອຍກໍ່ເປັນພາບທີ່ໜ້າສົມເພດຕໍ່ເຮົາ. ນັ້ນກໍ່ຍ້ອນວ່າ ສິ່ງທີ່ພວກເຂົານະມັດສະການແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ; ສິ່ງທີ່ພວກເຂົານະມັດສະການແມ່ນພຣະເຈົ້າທີ່ວາງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງເປັນພຣະເຈົ້າບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດແບບນັ້ນຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕ້ອຍຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງຢ່າງບໍ່ມີຂີດຈຳກັດ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ, ພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?
ຄົນທີ່ຕໍ່ຕ້ານເຮົາແມ່ນຄົນທີ່ບໍ່ສາມາດເຂົ້າກັນກັບເຮົາໄດ້. ຄົນທີ່ບໍ່ຮັກຄວາມຈິງກໍ່ເປັນເຊັ່ນດຽວກັນ. ຄົນທີ່ກະບົດຕໍ່ເຮົາແຮງຕໍ່ຕ້ານເຮົາຫຼາຍຂຶ້ນ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ເຮົາສົ່ງມອບທຸກຄົນທີ່ບໍ່ສາມາດເຂົ້າກັບເຮົາໄດ້ໃຫ້ແກ່ສິ່ງຊົ່ວຮ້າຍ ແລະ ເຮົາຈະປ່ອຍໃຫ້ພວກເຂົາຢູ່ໃນຄວາມເສື່ອມຊາມຂອງຄົນຊົ່ວຮ້າຍ, ມອບອິດສະຫຼະໃຫ້ພວກເຂົາເພື່ອເປີດເຜີຍຄວາມຊົ່ວຮ້າຍຂອງພວກເຂົາ ແລະ ໃນທີ່ສຸດກໍ່ຈະປ່ອຍໃຫ້ສິ່ງຊົ່ວຮ້າຍທັງຫຼາຍນັ້ນກືນກິນພວກເຂົາ. ເຮົາບໍ່ສົນໃຈວ່າມີເທົ່າໃດຄົນທີ່ນະມັດສະການເຮົາ ເຊິ່ງເວົ້າໄດ້ວ່າ ເຮົາບໍ່ສົນໃຈວ່າມີເທົ່າໃດຄົນທີ່ເຊື່ອໃນຕົວເຮົາ. ສິ່ງທີ່ເຮົາສົນໃຈກໍ່ຄືມີເທົ່າໃດຄົນທີ່ຈະສາມາດເຂົ້າກັບເຮົາໄດ້. ນັ້ນກໍ່ຍ້ອນວ່າ ທຸກຄົນທີ່ບໍ່ສາມາດເຂົ້າກັບເຮົາໄດ້ແມ່ນຄົນຊົ່ວຮ້າຍທີ່ຫັກຫຼັງເຮົາ; ພວກເຂົາຄືສັດຕູຂອງເຮົາ ແລະ ເຮົາຈະບໍ່ “ຕັ້ງສານບູຊາ” ໃຫ້ກັບສັດຕູຂອງເຮົາໃນເຮືອນຂອງເຮົາ. ຄົນທີ່ສາມາດເຂົ້າກັບເຮົາໄດ້ຈະຮັບໃຊ້ເຮົາໃນເຮືອນຂອງເຮົາຕະຫຼອດໄປ ແລະ ຄົນທີ່ວາງຕົນເປັນສັດຕູກັບເຮົາຈະຮັບການລົງໂທດຈາກເຮົາຕະຫຼອດໄປ. ຄົນທີ່ພຽງແຕ່ສົນໃຈພຣະທຳໃນພຣະຄຳພີ ແລະ ບໍ່ສົນໃຈກັບຄວາມຈິງ ຫຼື ສະແຫວງຫາບາດກ້າວຂອງເຮົາ, ພວກເຂົາຕໍ່ຕ້ານເຮົາ ຍ້ອນພວກເຂົາຈຳກັດເຮົາຕາມພຣະຄຳພີ ແລະ ຈຳກັດເຮົາໃຫ້ຢູ່ໃນພຣະຄຳພີເທົ່ານັ້ນ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງໝິ່ນປະໝາດເຮົາຢ່າງສຸດຂີດ. ຄົນເຫຼົ່ານັ້ນຈະສາມາດມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ພວກເຂົາບໍ່ສົນໃຈຕໍ່ການກະທຳຂອງເຮົາ ຫຼື ເຈດຕະນາຂອງເຮົາ ຫຼື ຄວາມຈິງ, ແຕ່ກົງກັນຂ້າມ ພວກເຂົາຫຼົງໄຫຼໃນພຣະທຳ, ເຊິ່ງເປັນພຣະຄໍາທີ່ຈະຂ້າ. ຄົນເຫຼົ່ານັ້ນຈະສາມາດເຂົ້າກັບເຮົາໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນສະແຫວງຫາຫົນທາງທີ່ເຂົ້າກັນໄດ້ກັບພຣະຄຣິສ