ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 232)

ເຮົາຊອບທຳ, ເຮົາໜ້າເຊື່ອຖື ແລະ ເຮົາເປັນພຣະເຈົ້າທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ! ເຮົາຈະເປີດເຜີຍທັນທີວ່າ ແມ່ນໃຜເປັນຈິງ ແລະ ແມ່ນໃຜຈອມປອມ. ຢ່າໄດ້ຕື່ນຕົກໃຈ, ທຸກສິ່ງດຳເນີນໄປຕາມເວລາຂອງເຮົາ. ເຮົາຈະບອກພວກເຈົ້າແຕ່ລະຄົນວ່າ ແມ່ນໃຜຕ້ອງການເຮົາຢ່າງຈິງໃຈ ແລະ ແມ່ນໃຜບໍ່ຕ້ອງການເຮົາຢ່າງຈິງໃຈ. ພວກເຈົ້າພຽງແຕ່ກຽມພ້ອມໃຫ້ກິນ, ໃຫ້ດື່ມ ແລະ ຫຍັບເຂົ້າໃກ້ເຮົາ ເມື່ອມາຢູ່ຕໍ່ໜ້າເຮົາ ແລະ ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍຕົນເອງ. ຢ່າໃຈຮ້ອນເກີນໄປກັບຜົນຕາມມາທີ່ໄວວາ, ພາລະກິດຂອງເຮົາບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດພ້ອມກັນທັນທີ. ມີບາດກ້າວຂອງເຮົາ ແລະ ສະຕິປັນຍາຂອງເຮົາຢູ່ພາຍໃນພາລະກິດນັ້ນ ແລະ ດ້ວຍເຫດນັ້ນ ສະຕິປັນຍາຂອງເຮົາຈຶ່ງສາມາດຖືກເປີດເຜີຍໄດ້. ເຮົາຈະເຮັດໃຫ້ພວກເຈົ້າເຫັນວ່າ ແມ່ນຫຍັງທີ່ຖືກເຮັດໃຫ້ສຳເລັດໂດຍມືຂອງເຮົາ ນັ້ນກໍຄື ການລົງໂທດຄົນຊົ່ວຮ້າຍ ແລະ ການໃຫ້ລາງວັນຄົນດີ. ເຮົາບໍ່ເຂົ້າຂ້າງຄົນໃດຄົນໜຶ່ງຢ່າງແນ່ນອນ. ເຈົ້າຮັກເຮົາຢ່າງຈິງໃຈ, ເຮົາກໍຈະຮັກເຈົ້າຢ່າງຈິງໃຈ ແລະ ສໍາລັບ ຜູ້ທີ່ບໍ່ຮັກເຮົາຢ່າງຈິງໃຈ ຄວາມໂກດຮ້າຍຂອງເຮົາຈະຢູ່ກັບພວກເຂົາຕະຫຼອດໄປ ເພື່ອວ່າພວກເຂົາຈະໄດ້ຈົດຈໍາຊົ່ວນິລັນດອນວ່າ ເຮົາເປັນພຣະເຈົ້າທີ່ແທ້ຈິງ, ເປັນພຣະເຈົ້າຜູ້ທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງມະນຸດ. ຢ່າປະພຶດແບບໜຶ່ງໃນເວລາຢູ່ຕໍ່ໜ້າຄົນອື່ນ ແລ້ວປະພຶດອີກແບບເວລາຢູ່ລັບຫຼັງພວກເຂົາ, ເຮົາເຫັນທຸກສິ່ງທີ່ເຈົ້າເຮັດຢ່າງຊັດເຈນ ແລະ ເຖິງແມ່ນວ່າ ເຈົ້າອາດຫຼອກລວງຄົນອື່ນໄດ້ ແຕ່ເຈົ້າບໍ່ສາມາດຫຼອກລວງເຮົາໄດ້. ເຮົາເຫັນທຸກສິ່ງຢ່າງຊັດເຈນ. ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປົກປິດສິ່ງໃດສິ່ງໜຶ່ງ; ທຸກສິ່ງຢູ່ພາຍໃນກໍາມືຂອງເຮົາ. ຢ່າຄິດວ່າຕົນເອງສະຫຼາດຫຼາຍເກີນໄປທີ່ເຮັດໃຫ້ການຄຳນວນເລັກໆນ້ອຍໆທີ່ບໍ່ສຳຄັນຂອງເຈົ້າເກີດປະໂຫຍດແກ່ເຈົ້າ. ເຮົາຈະບອກກັບເຈົ້າວ່າ: ບໍ່ວ່າມະນຸດສາມາດມີແຜນການຫຼາຍສໍ່າໃດ ບໍ່ວ່າຈະເປັນພັນ ຫຼື ເປັນໝື່ນໆແຜນການ, ແຕ່ໃນທີ່ສຸດແລ້ວ ພວກເຂົາແມ່ນບໍ່ສາມາດໜີພົ້ນຈາກຝາມືຂອງເຮົາໄດ້. ທຸກສິ່ງ ແລະ ທຸກເຫດການແມ່ນຖືກຄວບຄຸມດ້ວຍມືຂອງເຮົາ, ແລ້ວພຽງມະນຸດຄົນດຽວຈະໜີພົ້ນໄດ້ບໍ! ຢ່າພະຍາຍາມຫຼີກເວັ້ນເຮົາ ຫຼື ລີ້, ຢ່າພະຍາຍາມຫຼອກລໍ້ ຫຼື ປົກປິດ. ສາມາດເປັນໄປໄດ້ບໍ່ວ່າ ເຈົ້າຍັງບໍ່ທັນໄດ້ເຫັນໃບໜ້າທີ່ສະຫງ່າລາສີຂອງເຮົາ, ເຫັນຄວາມໂກດຮ້າຍຂອງເຮົາ ແລະ ການພິພາກສາຂອງເຮົາທີ່ເປີດອອກຢ່າງເປີດເຜີຍ? ຜູ້ໃດກໍຕາມທີ່ບໍ່ຕ້ອງການເຮົາຢ່າງຈິງໃຈ ເຮົາຈະພິພາກສາພວກເຂົາທັນທີ ແລະ ປາສະຈາກຄວາມເມດຕາ. ຄວາມສົງສານຂອງເຮົາໄດ້ມາເຖິງຈຸດສິ້ນສຸດແລ້ວ ແລະ ບໍ່ມີເຫຼືອອີກເລີຍ. ຈົ່ງຢ່າເປັນຄົນໜ້າຊື່ໃຈຄົດອີກຕໍ່ໄປ ແລະ ຈົງເຊົາວິທີທີ່ປ່າເຖື່ອນ ແລະ ໄຮ້ປະໂຫຍດຂອງເຈົ້າ.

ລູກຊາຍຂອງເຮົາເອີຍ, ຈົ່ງເອົາໃຈໃສ່, ໃຊ້ເວລາຢູ່ຕໍ່ໜ້າເຮົາຫຼາຍຂຶ້ນ ແລະ ເຮົາຈະເປັນຜູ້ນໍາພາເຈົ້າ. ຢ່າຢ້ານກົວເລີຍ, ຈົ່ງນໍາດາບສອງຄົມຂອງເຮົາອອກມາ ແລະ ຕາມຄວາມປະສົງຂອງເຮົາ ຈົ່ງຕໍ່ສູ້ກັບຊາຕານຈົນເຖິງທີ່ສຸດ. ເຮົາຈະປົກປ້ອງເຈົ້າ; ຢ່າວິຕົກກັງວົນໄປເລີຍ. ທຸກສິ່ງທີ່ຖືກປົກປິດຈະຖືກເປີດອອກ ແລະ ຖືກເປີດເຜີຍ. ເຮົາຄືດວງຕາເວັນທີ່ມອບແສງສະຫວ່າງ ໂດຍເຍືອງແສງໄປທົ່ວຄວາມມືດມິດຢ່າງໄຮ້ຄວາມປານີ. ການພິພາກສາຂອງເຮົາໄດ້ເກີດຂຶ້ນທັງໝົດແລ້ວ; ຄຣິສຕະຈັກຄືສະໜາມຮົບ. ພວກເຈົ້າທຸກຄົນຄວນກຽມພ້ອມ ແລະ ຄວນອຸທິດຕົນເອງທັງໝົດໃສ່ກັບສະໜາມຮົບຂັ້ນຕັດສິນເດັດຂາດ; ເຮົາຈະປົກປ້ອງເຈົ້າຢ່າງແນ່ນອນ ເພື່ອວ່າເຈົ້າຈະຕໍ່ສູ້ຢ່າງມີໄຊຊະນະເພື່ອເຮົາ.

ຈົ່ງລະວັງ, ຫົວໃຈຂອງຜູ້ຄົນໃນປັດຈຸບັນນັ້ນຫຼອກລວງ ແລະ ບໍ່ສາມາດທວາຍລ່ວງໜ້າໄດ້ ແລະ ພວກເຂົາບໍ່ມີທາງທີ່ຈະເອົາຊະນະໃຈຂອງຄົນອື່ນໄດ້. ມີພຽງແຕ່ເຮົາເທົ່ານັ້ນທີ່ຢູ່ເພື່ອພວກເຈົ້າຢ່າງແທ້ຈິງ. ບໍ່ມີການຫຼອກລວງໃນຕົວເຮົາ; ຈົ່ງເພິ່ງພາເຮົາ! ລູກຊາຍຂອງເຮົາຈະມີໄຊຊະນະຢ່າງແນ່ນອນໃນສະໜາມຮົບຂັ້ນຕັດສິນເດັດຂາດ ແລະ ແນ່ນອນທີ່ສຸດຊາຕານຈະອອກມາກັບຄວາມຕາຍຢ່າງທໍລະມານ. ຢ່າຢ້ານເລີຍ! ເຮົາຄືລິດອຳນາດຂອງເຈົ້າ ແລະ ເຮົາເປັນທຸກສິ່ງຂອງເຈົ້າ. ຢ່າຄິດກັບໄປກັບມາກ່ຽວກັບສິ່ງຕ່າງໆ, ເຈົ້າບໍ່ສາມາດໃສ່ໃຈກັບທຸກຄວາມຄິດໄດ້. ເຮົາໄດ້ກ່າວກ່ອນໜ້ານີ້ແລ້ວວ່າ ເຮົາຈະບໍ່ລາກດຶງພວກເຈົ້າຕາມເສັ້ນທາງອີກຕໍ່ໄປ ຍ້ອນວ່າເຮົາມີເວລາຈໍາກັດເກີນໄປ. ເຮົາບໍ່ມີເວລາທີ່ຈະມາດຶງຫູເຈົ້າ ແລະ ຕັກເຕືອນພວກເຈົ້າຕະຫຼອດເວລາ, ມັນເປັນໄປບໍ່ໄດ້! ເຈົ້າຈົ່ງຈັດກຽມຕົນເອງໃຫ້ພ້ອມເພື່ອລົງສະໜາມຮົບ. ເຮົາຮັບຜິດຊອບເຈົ້າເຕັມທີ່; ທຸກສິ່ງຢູ່ພາຍໃນມືຂອງເຮົາແລ້ວ. ນີ້ແມ່ນການສູ້ຮົບຈົນເຖິງຄວາມຕາຍ ແລະ ແນ່ນອນຕ້ອງມີຝ່າຍໃດຝ່າຍໜຶ່ງຕາຍ. ແຕ່ເຈົ້າຕ້ອງຊັດເຈນໃນສິ່ງນີ້: ເຮົາມີໄຊຊະນະ ແລະ ບໍ່ພ່າຍແພ້ຈັກເທື່ອ ແລະ ຊາຕານຈະຈິບຫາຍຢ່າງແນ່ນອນ. ນີ້ແມ່ນວິທີການຂອງເຮົາ, ພາລະກິດຂອງເຮົາ, ຄວາມປະສົງຂອງເຮົາ ແລະ ແຜນການຂອງເຮົາ!

ມັນສຳເລັດແລ້ວ! ທຸກສິ່ງສຳເລັດແລ້ວ! ຢ່າອ່ອນແອ ຫຼື ຢ້ານກົວເລີຍ. ເຮົາກັບເຈົ້າ ແລະ ເຈົ້າກັບເຮົາ ຈະເປັນກະສັດຕະຫຼອດໄປເປັນນິດ! ພຣະທຳເມື່ອຖືກກ່າວແລ້ວຈະບໍ່ປ່ຽນແປງຈັກເທື່ອ ແລະ ເຫດການຕ່າງໆກໍຈະເກີດຂຶ້ນກັບພວກເຈົ້າໃນໄວໆນີ້. ຈົ່ງເຝົ້າລະວັງ! ເຈົ້າຄວນໄຕ່ຕອງຂໍ້ພຣະທຳທຸກແຖວໃຫ້ດີ; ຈົ່ງຢ່າສົງໄສກ່ຽວກັບພຣະທຳຂອງເຮົາອີກຕໍ່ໄປ. ເຈົ້າຕ້ອງຊັດເຈນໃນພຣະທຳເຫຼົ່ານັ້ນ! ເຈົ້າຕ້ອງຈື່ໄວ້, ຈົ່ງໃຊ້ເວລາຢູ່ຕໍ່ໜ້າເຮົາຫຼາຍເທົ່າທີ່ເຈົ້າຈະສາມາດເຮັດໄດ້!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 44

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 233)

ເຮົາໄດ້ເລີ່ມຕົ້ນລົງມືປະຕິບັດເພື່ອລົງໂທດຄົນທີ່ເຮັດການຊົ່ວຮ້າຍ, ຄົນທີ່ມີອຳນາດ ແລະ ຄົນທີ່ຂົ່ມເຫັງລູກຊາຍຂອງພຣະເຈົ້າ. ຕັ້ງແຕ່ນີ້ເປັນຕົ້ນໄປ, ໃຜກໍຕາມທີ່ຂັດກັບເຮົາຢູ່ໃນຫົວໃຈຂອງພວກເຂົາ, ມືແຫ່ງພຣະດຳລັດຂອງເຮົາຈະມາເຖິງພວກເຂົາ. ໃຫ້ຮູ້ສິ່ງນີ້ໄວ້! ນີ້ແມ່ນການເລີ່ມຕົ້ນແຫ່ງການພິພາກສາຂອງເຮົາ ແລະ ຈະບໍ່ມີການສະແດງຄວາມເມດຕາຕໍ່ໃຜເລີຍ ແລະ ບໍ່ມີໃຜທີ່ຈະຖືກປ່ອຍໄປ ຍ້ອນເຮົາເປັນພຣະເຈົ້າທີ່ໄຮ້ຄວາມຮູ້ສຶກເຊິ່ງປະຕິບັດຄວາມຊອບທຳ; ມັນຈະດີສຳລັບພວກເຈົ້າທີ່ຈະຮັບຮູ້ສິ່ງນີ້.

ບໍ່ແມ່ນວ່າເຮົາຕ້ອງການລົງໂທດຄົນທີ່ເຮັດການຊົ່ວຮ້າຍ, ກົງກັນຂ້າມ ມັນຄືຜົນກຳສະໜອງທີ່ພວກເຂົານຳມາສູ່ຕົວເອງຍ້ອນການເຮັດຊົ່ວຂອງພວກເຂົາເອງ. ເຮົາບໍ່ໄດ້ລົງໂທດໃຜຢ່າງໄວ ແລະ ເຮົາບໍ່ປະຕິບັດຕໍ່ຄົນໃດຄົນໜຶ່ງຢ່າງບໍ່ຍຸຕິທຳ, ເຮົາຊອບທຳຕໍ່ທຸກຄົນ. ເຮົາຮັກລູກຊາຍຂອງເຮົາຢ່າງແນ່ນອນ ແລະ ເຮົາກໍກຽດຊັງຄົນຊົ່ວຮ້າຍເຫຼົ່ານັ້ນທີ່ທ້າທາຍເຮົາຢ່າງແນ່ນອນ; ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງເຮົາ. ພວກເຈົ້າແຕ່ລະຄົນຄວນມີຄວາມເຂົ້າໃຈໃນພຣະດຳລັດຂອງເຮົາ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຈະບໍ່ມີຄວາມຢຳເກງແມ່ນແຕ່ໜ້ອຍດຽວ ແລະ ຈະປະພຶດຕົນຢ່າງບໍ່ສົນໃຈເມື່ອຢູ່ຕໍ່ໜ້າເຮົາ. ເຈົ້າຈະບໍ່ຮູ້ສິ່ງທີ່ເຮົາຢາກບັນລຸເຊັ່ນກັນ, ເຮົາຕ້ອງການເຮັດຫຍັງໃຫ້ສຳເລັດ, ເຮົາຕ້ອງການຮັບເອົາຫຍັງ ຫຼື ອານາຈັກຂອງເຮົາຕ້ອງການຄົນປະເພດໃດ.

ພຣະດຳລັດຂອງເຮົາກໍຄື:

1. ບໍ່ວ່າເຈົ້າເປັນໃຜກໍຕາມ, ຖ້າເຈົ້າຂັດແຍ້ງເຮົາຢູ່ໃນຫົວໃຈຂອງເຈົ້າ, ເຈົ້າກໍຈະຖືກພິພາກສາ.

2. ບັນດາຄົນທີ່ເຮົາໄດ້ເລືອກຈະຖືກລົງວິໄນທັນທີສຳລັບແນວຄິດໃດກໍຕາມທີ່ຜິດ.

3. ເຮົາຈະວາງຄົນທີ່ບໍ່ເຊື່ອໃນເຮົາໄວ້ອີກດ້ານໜຶ່ງ. ເຮົາຈະໃຫ້ພວກເຂົາເວົ້າ ແລະ ປະພຶດຢ່າງເລິນເລີ້ຈົນເຖິງວາລະສຸດທ້າຍເຊິ່ງເຮົາຈະລົງໂທດພວກເຂົາທັງໝົດ ແລະ ຈັດລຳດັບພວກເຂົາ.

4. ສຳລັບຄົນທີ່ເຊື່ອໃນເຮົາ, ເຮົາຈະເບິ່ງແຍງພວກເຂົາ ແລະ ປົກປ້ອງພວກເຂົາຕະລອດເວລາ. ເຮົາຈະຈັດຊີວິດໃຫ້ກັບພວກເຂົາໂດຍໃຊ້ຫົນທາງແຫ່ງຄວາມລອດພົ້ນຢູ່ສະເໝີ. ຄົນເຫຼົ່ານີ້ຈະມີຄວາມຮັກຂອງເຮົາ ແລະ ພວກເຂົາຈະບໍ່ລົ້ມເຫຼວ ຫຼື ສູນເສຍຫົນທາງຂອງພວກເຂົາຢ່າງແນ່ນອນ. ຄວາມອ່ອນແອໃດກໍຕາມທີ່ພວກເຂົາມີກໍເປັນສິ່ງຊົ່ວຄາວ ແລະ ເຮົາຈະບໍ່ຈື່ຄວາມອ່ອນແອຂອງພວກເຂົາຢ່າງແນ່ນອນ.

5. ສຳລັບຄົນທີ່ເບິ່ງຄືເຊື່ອ ແຕ່ບໍ່ໄດ້ເຊື່ອແທ້ໆ ໝາຍເຖິງຄົນທີ່ເຊື່ອວ່າມີພຣະເຈົ້າ, ແຕ່ບໍ່ໄດ້ສະແຫວງຫາພຣະຄຣິດ ແຕ່ກໍບໍ່ໄດ້ຕໍ່ຕ້ານ, ຄົນເຫຼົ່ານີ້ເປັນຕາເວດທະນາທີ່ສຸດ ແລະ ເຮົາຈະເຮັດໃຫ້ພວກເຂົາໄດ້ເຫັນຢ່າງຊັດເຈນຜ່ານທາງການກະທຳຂອງເຮົາ. ໂດຍວິທີການກະທຳຂອງເຮົາ, ເຮົາຈະຊ່ວຍຄົນປະເພດເຫຼົ່ານີ້ໃຫ້ລອດພົ້ນ ແລະ ນໍາພວກເຂົາກັບມາ.

6. ລູກຊາຍກົກຜູ້ທີ່ຍອມຮັບນາມຂອງເຮົາກ່ອນກໍຈະໄດ້ຮັບພອນ! ເຮົາຈະປະທານພອນທີ່ດີທີ່ສຸດໃຫ້ກັບພວກເຈົ້າຢ່າງແນ່ນອນ, ອະນຸຍາດໃຫ້ພວກເຈົ້າຊື່ນຊົມພວກມັນຈົນພວກເຈົ້າພໍໃຈ; ບໍ່ມີໃຜກ້າຂັດຂວາງສິ່ງນີ້ໄດ້. ທັງໝົດນີ້ຖືກຈັດກຽມໃຫ້ກັບພວກເຈົ້າທັງໝົດ, ຍ້ອນນີ້ແມ່ນພຣະດຳລັດຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 56

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 234)

ຄົນທີ່ອ່ານພຣະທຳຂອງເຮົາ ແລະ ເຊື່ອວ່າພຣະທຳເຫຼົ່ານັ້ນຈະຖືກເຮັດໃຫ້ສຳເລັດ ກໍເປັນສຸກ, ເຮົາຈະບໍ່ປະຕິບັດຕໍ່ເຈົ້າແບບຜິດໆເລີຍ; ແຕ່ຈະເຮັດໃຫ້ສິ່ງທີ່ເຈົ້າເຊື່ອນັ້ນສຳເລັດໃນຕົວເຈົ້າ. ນີ້ແມ່ນພອນຂອງເຮົາທີ່ຈະມາເຖິງເຈົ້າ. ພຣະທຳຂອງເຮົາໂຈມຕີຄວາມລັບທີ່ລີ້ລັບຢູ່ໃນທຸກຄົນຕາມຄາດໝາຍ; ທຸກຄົນມີບາດແຜຂອງມະນຸດ ແລະ ເຮົາເປັນໝໍດີທີ່ຮັກສາພວກເຂົາ: ພຽງແຕ່ໃຫ້ມາຢູ່ຕໍ່ໜ້າເຮົາ. ເປັນຫຍັງເຮົາຈຶ່ງເວົ້າວ່າໃນອະນາຄົດ ຈະບໍ່ມີໂສກເສົ້າ ແລະ ບໍ່ມີນໍ້າຕາອີກຕໍ່ໄປ? ມັນເປັນຍ້ອນເຫດຜົນນີ້. ໃນເຮົາ, ທຸກສິ່ງຖືກເຮັດໃຫ້ສຳເລັດ, ແຕ່ໃນມະນຸດ ທຸກສິ່ງລ້ວນແລ້ວແຕ່ເສື່ອມຊາມ, ວ່າງເປົ່າ ແລະ ຫຼອກລວງສຳລັບມະນຸດ. ຕໍ່ໜ້າເຮົາ, ເຈົ້າຈະຮັບທຸກສິ່ງຢ່າງແນ່ນອນ ແລະ ເຈົ້າຈະສາມາດທັງເຫັນ ແລະ ຊື່ນຊົມພອນທຸກຢ່າງທີ່ເຈົ້າບໍ່ສາມາດຈິນຕະນາການໄດ້ຢ່າງແນ່ນອນ. ຄົນທີ່ບໍ່ມາຢູ່ຕໍ່ໜ້າເຮົາເປັນຄົນກະບົດຢ່າງແນ່ນອນ ແລະ ເປັນຄົນທີ່ຕໍ່ຕ້ານເຮົາຢ່າງແນ່ນອນ. ເຮົາຈະບໍ່ປ່ອຍພວກເຂົາໄປງ່າຍໆຢ່າງແນ່ນອນ; ເຮົາຈະຂ້ຽນຕີຄົນປະເພດນີ້ຢ່າງຮຸນແຮງ. ໃຫ້ຈື່ສິ່ງນີ້ໄວ້! ຍິ່ງຜູ້ຄົນມາຢູ່ຕໍ່ໜ້າເຮົາຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈະໄດ້ຮັບຫຼາຍຂຶ້ນ, ເຖິງແມ່ນວ່າມັນຈະເປັນພຽງຄວາມກະລຸນາ. ຈັກໜ້ອຍ, ພວກເຂົາຈະໄດ້ຮັບພອນທີ່ຍິ່ງໃຫຍ່ຫຼາຍກວ່າເກົ່າ.

ຕັ້ງແຕ່ການເນລະມິດສ້າງແຜ່ນດິນໂລກ, ເຮົາກໍເລີ່ມກຳນົດໂຊກຊະຕາ ແລະ ຄັດເລືອກຄົນກຸ່ມນີ້ ກ່າວຄື ພວກເຈົ້າໃນປັດຈຸບັນ. ອາລົມ, ຄວາມສາມາດ, ຮູບຮ່າງ ແລະ ວຸດທິພາວະ, ຄອບຄົວທີ່ພວກເຈົ້າເກີດ, ອາຊີບຂອງເຈົ້າ ແລະ ການແຕ່ງດອງຂອງເຈົ້າ, ທັງໝົດຂອງເຈົ້າ, ແມ່ນແຕ່ສີຜົມຂອງເຈົ້າ ແລະ ຜິວຂອງເຈົ້າ ແລະ ເວລາທີ່ເຈົ້າເກີດລ້ວນແລ້ວແຕ່ຖືກຈັດແຈງໂດຍມືຂອງເຮົາ. ແມ່ນແຕ່ສິ່ງທີ່ເຈົ້າເຮັດ ແລະ ຄົນທີ່ເຈົ້າພົບໃນແຕ່ລະມື້ກໍຖືກຈັດກຽມໂດຍມືຂອງເຮົາ, ບໍ່ຕ້ອງເອີຍເຖິງຄວາມຈິງທີ່ວ່າ ການນໍາເຈົ້າເຂົ້າມາຢູ່ຕໍ່ໜ້າເຮົາໃນປັດຈຸບັນກໍແມ່ນການຈັດແຈງຂອງເຮົາແທ້ໆ. ຢ່າໂຍນຕົນເອງເຂົ້າສູ່ຄວາມວຸ້ນວາຍເລີຍ; ເຈົ້າຄວນດຳເນີນຕໍ່ໄປແບບໃຈເຢັນ. ສິ່ງທີ່ເຮົາຍອມໃຫ້ເຈົ້າໄດ້ຮັບໃນປັດຈຸບັນແມ່ນສ່ວນແບ່ງທີ່ເຈົ້າສົມຄວນໄດ້ຮັບ ແລະ ມັນຖືກກຳນົດລ່ວງໜ້າໂດຍເຮົາຕັ້ງແຕ່ການເນລະມິດສ້າງໂລກແລ້ວ. ມະນຸດລ້ວນແລ້ວແຕ່ຮຸນແຮງຫຼາຍ, ຖ້າພວກເຂົາບໍ່ຫົວແຂງເກີນໄປ ກໍບໍ່ມີຢາງອາຍທີ່ສຸດ. ພວກເຂົາບໍ່ສາມາດເລີ່ມເຮັດສິ່ງຕ່າງໆຕາມແຜນການ ແລະ ການຈັດແຂງຂອງເຮົາໄດ້. ຢ່າເຮັດແບບນີ້ອີກຕໍ່ໄປເລີຍ. ໃນເຮົາ ທຸກຄົນຖືກປົດປ່ອຍແລ້ວ; ຢ່າຜູກມັດຕົນເອງ ຍ້ອນຈະມີການສູນເສຍກ່ຽວກັບຊີວິດຂອງເຈົ້າ. ໃຫ້ຈື່ສິ່ງນີ້ໄວ້!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 74

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 235)

ເຮົາແມ່ນພຣະເຈົ້າທີ່ເປັນເອກະລັກ ແລະ ຍິ່ງໄປກວ່ານັ້ນ ເຮົາຄືຕົວຕົນໜຶ່ງດຽວຂອງພຣະເຈົ້າ. ແຮງຍິ່ງໄປກວ່ານັ້ນ, ເຮົາແມ່ນທັງໝົດຂອງເນື້ອໜັງ ແລະ ເຮົາແມ່ນການສະແດງອອກທັງໝົດຂອງພຣະເຈົ້າ. ໃຜກໍຕາມທີ່ກ້າບໍ່ເຄົາລົບເຮົາ, ໃຜກໍຕາມທີ່ກ້າສະແດງການຕໍ່ຕ້ານໃນສາຍຕາຂອງພວກເຂົາ ແລະ ໃຜກໍຕາມທີ່ກ້າກ່າວຄຳເວົ້າທ້າທາຍຕໍ່ເຮົາຈະຕ້ອງຕາຍຈາກການສາບແຊ່ງ ແລະ ຄວາມໂກດຮ້າຍຂອງເຮົາຢ່າງແນ່ນອນ (ຈະມີການສາບແຊ່ງຍ້ອນຄວາມໂກດຮ້າຍຂອງເຮົາ). ຍິ່ງໄປກວ່ານັ້ນ, ໃຜກໍຕາມກ້າທີ່ຈະບໍ່ຊື່ສັດ ຫຼື ກະຕັນຍູຕໍ່ເຮົາ ແລະ ໃຜກໍຕາມທີ່ກ້າພະຍາຍາມລໍ້ລວງເຮົາຈະຕາຍຈາກຄວາມກຽດຊັງຂອງເຮົາຢ່າງແນ່ນອນ. ຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາຂອງເຮົາຈະຄົງຢູ່ຕະຫຼອດໄປເປັນນິດ. ຕອນທຳອິດ, ເຮົາໜ້າຮັກ ແລະ ມີເມດຕາ, ແຕ່ນີ້ບໍ່ແມ່ນອຸປະນິໄສຂອງຄວາມເປັນພຣະເຈົ້າຢ່າງສົມບູນຂອງເຮົາ; ຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາພຽງປະກອບໄປດ້ວຍອຸປະນິໄສຂອງເຮົາຜູ້ທີ່ເປັນພຣະເຈົ້າເອງຢ່າງສົມບູນ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ເຮົາໜ້າຮັກ ແລະ ມີເມດຕາ. ຍ້ອນພາລະກິດທີ່ເຮົາຕ້ອງເຮັດໃຫ້ສຳເລັດ, ເຮົາມີຄວາມຮັກກະລຸນາ ແລະ ຄວາມເມດຕາ; ຢ່າງໃດກໍຕາມ, ຫຼັງຈາກນັ້ນກໍບໍ່ຈຳເປັນສຳລັບສິ່ງນັ້ນອີກ (ແລະ ບໍ່ມີເຄີຍມີຕັ້ງແຕ່ນັ້ນມາ). ມັນລ້ວນແລ້ວແຕ່ແມ່ນຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາ ແລະ ນີ້ຄືອຸປະນິໄສທີ່ສົມບູນຂອງຄວາມເປັນມະນຸດທຳມະດາຂອງເຮົາ ຄຽງຄູ່ກັບຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ.

ບັນດາຜູ້ທີ່ບໍ່ຮູ້ຈັກເຮົາຈະພິນາດຢູ່ໃນຂຸມເລິກທີ່ສຸດ, ໃນຂະນະທີ່ບັນດາຜູ້ທີ່ໝັ້ນໃຈກ່ຽວກັບເຮົາຈະມີຊີວິດຢູ່ຕະຫຼອດໄປ, ໄດ້ຮັບການດູແລ ແລະ ໄດ້ຮັບການປົກປ້ອງຢູ່ພາຍໃນຄວາມຮັກຂອງເຮົາ. ທັນທີທີ່ເຮົາກ່າວພຣະທຳໜຶ່ງຂໍ້ອອກມາ, ທົ່ວຈັກກະວານ ແລະ ສຸດແຜ່ນດິນໂລກສັ່ນສະເທືອນ. ໃຜແດ່ທີ່ສາມາດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ສັ່ນເຊັນດ້ວຍຄວາມຢຳເກງ? ໃຜແດ່ທີ່ສາມາດເຕັມໄປດ້ວຍຄວາມເຄົາລົບສໍາລັບເຮົາໄດ້? ໃຜແດ່ທີ່ບໍ່ສາມາດຮູ້ຈັກຄວາມຊອບທຳ ແລະ ເດຊານຸພາບຂອງເຮົາຈາກການກະທຳຂອງເຮົາ! ໃຜແດ່ທີ່ບໍ່ສາມາດເຫັນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງເຮົາພາຍໃນການກະທຳຂອງເຮົາ! ໃຜກໍຕາມທີ່ບໍ່ໃສ່ໃຈຈະຕາຍຢ່າງແນ່ນອນ. ນີ້ກໍຍ້ອນວ່າ ບັນດາຜູ້ທີ່ບໍ່ໃສ່ໃຈຄືຜູ້ທີ່ຕໍ່ຕ້ານເຮົາ ແລະ ຄືຜູ້ທີ່ບໍ່ຮູ້ຈັກເຮົາ; ພວກເຂົາແມ່ນເທວະທູດ ແລະ ເປັນຜູ້ທີ່ປ່າເຖື່ອນທີ່ສຸດ. ຈົ່ງກວດສອບຕົວພວກເຈົ້າເອງ: ໃຜກໍຕາມທີ່ເປັນຜູ້ທີ່ປ່າເຖື່ອນທີ່ສຸດ, ເປັນຄົນທີ່ຖືວ່າຕົນເອງຊອບທຳ, ທະນົງຕົວ ແລະ ອວດດີແມ່ນເປົ້າໝາຍຂອງຄວາມກຽດຊັງຂອງເຮົາຢ່າງແນ່ນອນ ແລະ ຈະຕ້ອງພິນາດ!

ຕອນນີ້ເຮົາປະກາດພຣະດຳລັດຂອງອານາຈັກຂອງເຮົາ: ທຸກສິ່ງຢູ່ພາຍໃນການພິພາກສາຂອງເຮົາ, ທຸກສິ່ງຢູ່ພາຍໃນຄວາມຊອບທຳຂອງເຮົາ, ທຸກສິ່ງຢູ່ພາຍໃນເດຊານຸພາບຂອງເຮົາ ແລະ ເຮົາປະຕິບັດຄວາມຊອບທຳຂອງເຮົາກັບທຸກຄົນ. ບັນດາຜູ້ທີ່ເວົ້າວ່າພວກເຂົາເຊື່ອໃນເຮົາ ແຕ່ໃນສ່ວນເລິກແລ້ວ ພວກເຂົາຂັດແຍ້ງເຮົາ ຫຼື ບັນດາຜູ້ທີ່ຫົວໃຈຂອງພວກເຂົາໄດ້ປະຖິ້ມເຮົາຈະຖືກຂັບໄລ່ອອກ, ແຕ່ວ່າ ທັງໝົດຢູ່ໃນເວລາທີ່ເໝາະສົມຂອງເຮົາເອງ. ຄົນທີ່ເວົ້າສຽດສີກ່ຽວກັບເຮົາ ແຕ່ໃນທາງທີ່ຄົນອື່ນບໍ່ໄດ້ສັງເກດ ຈະຕາຍທັນທີ (ພວກເຂົາຈະພິນາດທັງວິນຍານ, ຮ່າງກາຍ ແລະ ຈິດວິນຍານ). ບັນດາຜູ້ທີ່ກົດຂີ່ ຫຼື ເຮັດໂຕໜ້າລັງກຽດຕໍ່ຜູ້ເປັນທີ່ຮັກຂອງເຮົາຈະຖືກພິພາກສາທັນທີໂດຍຄວາມໂກດຮ້າຍຂອງເຮົາ. ນີ້ໝາຍຄວາມວ່າຄົນທີ່ອິດສາຄົນທີ່ເຮົາຮັກ ແລະ ຜູ້ທີ່ຄິດວ່າເຮົາບໍ່ຍຸຕິທຳ ຈະຖືກມອບໃຫ້ຖືກພິພາກສາໂດຍຜູ້ທີ່ເປັນທີ່ຮັກຂອງເຮົາ. ທຸກຄົນທີ່ປະພຶດດີ, ລຽບງ່າຍ ແລະ ສັດຊື່ (ລວມເຖິງຜູ້ທີ່ຂາດສະຕິປັນຍາ) ແລະ ຜູ້ທີ່ປະຕິບັດຕໍ່ເຮົາດ້ວຍຄວາມຈິງໃຈຢ່າງຈິດໜຶ່ງໃຈດຽວຈະຄົງຢູ່ໃນອານາຈັກຂອງເຮົາທັງໝົດ. ຜູ້ທີ່ບໍ່ໄດ້ຜ່ານການຝຶກອົບຮົມ, ໝາຍຄວາມວ່າ ບັນດາຄົນສັດຊື່ທີ່ຂາດສະຕິປັນຍາ ແລະ ຄວາມເຂົ້າໃຈຈະມີອຳນາດໃນອານາຈັກຂອງເຮົາ. ຢ່າງໃດກໍຕາມ, ພວກເຂົາກໍຍັງຖືກຈັດການ ແລະ ແຕກຫັກເຊັ່ນກັນ. ພວກເຂົາບໍ່ໄດ້ຜ່ານການຝຶກອົບຮົມບໍ່ແມ່ນສິ່ງແນ່ນອນ. ກົງກັນຂ້າມ, ມັນແມ່ນຜ່ານສິ່ງເຫຼົ່ານີ້ທີ່ເຮົາຈະສະແດງໃຫ້ທຸກຄົນເຫັນຄວາມຊົງລິດທານຸພາບສູງສຸດຂອງເຮົາ ແລະ ສະຕິປັນຍາຂອງເຮົາ. ເຮົາຈະຂັບໄລ່ທຸກຄົນທີ່ຍັງສົງໄສເຮົາ; ເຮົາບໍ່ຕ້ອງການພວກເຂົາແມ່ນແຕ່ຄົນດຽວ (ເຮົາກຽດຊັງຄົນທີ່ຍັງສົງໄສເຮົາໃນເວລາເຊັ່ນນີ້). ໂດຍວິທີການກະທຳທີ່ເຮົາກະທຳທົ່ວທັງຈັກກະວານ, ເຮົາຈະສະແດງໃຫ້ຄົນສັດຊື່ເຫັນຄວາມມະຫັດສະຈັນແຫ່ງການກະທຳຂອງເຮົາ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ສະຕິປັນຍາ, ການຢັ່ງຮູ້ ແລະ ການໄຈ້ແຍກຂອງພວກເຂົາເຕີບໃຫຍ່ຂຶ້ນ. ເຮົາຍັງຈະເຮັດໃຫ້ຄົນຫຼອກລວງຖືກທຳລາຍໃນທັນທີຍ້ອນການກະທຳຢ່າງມະຫັດສະຈັນຂອງເຮົາ. ລູກຊາຍກົກທັງໝົດຜູ້ທີ່ເປັນຄົນທໍາອິດທີ່ຍອມຮັບຊື່ຂອງເຮົາ (ໝາຍເຖິງບັນດາຜູ້ທີ່ບໍລິສຸດ ແລະ ບໍ່ມີມົນທິນ, ເປັນຄົນສັດຊື່) ຈະເປັນຜູ້ທຳອິດທີ່ໄດ້ຮັບການເຂົ້າສູ່ອານາຈັກ ແລະ ປົກຄອງເໜືອທຸກຊາດ ແລະ ທຸກຄົນຄຽງຂ້າງກັນກັບເຮົາ, ປົກຄອງຄືດັ່ງກະສັດໃນອານາຈັກ ແລະ ພິພາກສາທຸກຊາດ ແລະ ທຸກຄົນ (ນີ້ໝາຍເຖິງລູກຊາຍກົກທຸກຄົນໃນອານາຈັກ ແລະ ບໍ່ແມ່ນຄົນອື່ນໆ). ບັນດາຜູ້ທີ່ຢູ່ທ່າມກາງທຸກຊາດ ແລະ ທຸກຄົນທີ່ຖືກພິພາກສາ ແລະ ຜູ້ທີ່ໄດ້ກັບໃຈ ຈະເຂົ້າສູ່ອານາຈັກຂອງເຮົາ ແລະ ກາຍເປັນຄົນຂອງເຮົາ, ໃນຂະນະທີ່ບັນດາຜູ້ທີ່ດື້ດ້ານ ແລະ ບໍ່ກັບໃຈຈະຖືກຖິ້ມລົງສູ່ຂຸມເລິກທີ່ສຸດ (ເພື່ອພິນາດຕະຫຼອດການ). ການພິພາກສາໃນອານາຈັກຈະແມ່ນຄັ້ງສຸດທ້າຍ ແລະ ມັນຈະແມ່ນການຊຳລະລ້າງໂລກຂອງເຮົາຢ່າງລະອຽດ. ຫຼັງຈາກນັ້ນກໍຈະບໍ່ມີຄວາມອະຍຸຕິທຳ, ຄວາມເສົ້າໂສກ, ນ້ຳຕາ ຫຼື ຄ່ຳຄວນອີກຕໍ່ໄປ, ຍິ່ງໄປກວ່ານັ້ນ ຈະບໍ່ມີໂລກອີກຕໍ່ໄປ. ທຸກສິ່ງຈະເປັນການສະແດງອອກຂອງພຣະຄຣິດ ແລະ ທຸກສິ່ງຈະເປັນອານາຈັກຂອງພຣະຄຣິດ. ຊ່າງສະຫງ່າລາສີແທ້ໆ! ຊ່າງສະຫງ່າລາສີແທ້ໆ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 79

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 236)

ຕອນນີ້ເຮົາປະກາດໃຊ້ພຣະດຳລັດຂອງເຮົາສຳລັບພວກເຈົ້າ (ມີຜົນບັງຄັບໃຊ້ນັບແຕ່ມື້ປະກາດໃຊ້, ກຳນົດການລົງໂທດຕ່າງໆໃຫ້ແກ່ຄົນທີ່ແຕກຕ່າງກັນ):

ເຮົາຮັກສາຄຳສັນຍາຂອງເຮົາ ແລະ ທຸກສິ່ງກໍຢູ່ໃນມືຂອງເຮົາ: ໃຜກໍຕາມທີ່ສົງໄສຈະຖືກຂ້າຢ່າງແນ່ນອນ. ບໍ່ມີຫ້ອງວ່າງສຳລັບການພິຈາລະນາໃດໆ; ພວກເຂົາຈະຖືກກຳຈັດທັນທີ, ສະນັ້ນແລ້ວກໍກຳຈັດຄວາມກຽດຊັງຂອງຫົວໃຈເຮົາ. (ນັບແຕ່ນີ້ເປັນຕົ້ນໄປ ມັນໄດ້ຮັບການຢືນຢັນແລ້ວວ່າ ໃຜກໍຕາມທີ່ຖືກຂ້າຕ້ອງບໍ່ແມ່ນສະມາຊິກຂອງອານາຈັກຂອງເຮົາ ແລະ ຕ້ອງເປັນລູກຫຼານຂອງຊາຕານ).

ໃນນາມຂອງລູກຊາຍກົກ, ເຈົ້າຄວນຮັກສາຕຳແໜ່ງຂອງຕົວເອງໄວ້ ແລະ ປະຕິບັດໜ້າທີ່ຂອງເຈົ້າເອງໃຫ້ດີ ແລະ ຢ່າສອດຮູ້ສອດເຫັນ. ເຈົ້າຄວນຖວາຍຕົວເຈົ້າເອງໃຫ້ແກ່ແຜນການຄຸ້ມຄອງຂອງເຮົາ ແລະ ທຸກແຫ່ງຫົນທີ່ເຈົ້າໄປ ເຈົ້າຄວນເປັນປະຈັກພະຍານທີ່ດີໃຫ້ແກ່ເຮົາ ແລະ ມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາ. ຢ່າເຮັດການກະທຳທີ່ໜ້າອັບອາຍ; ຈົ່ງເປັນແບບຢ່າງໃຫ້ແກ່ລູກຊາຍຂອງເຮົາທັງໝົດ ແລະ ຄົນຂອງເຮົາ. ຢ່າເຮັດຊົ່ວແມ່ນແຕ່ຄາວດຽວ: ເຈົ້າຕ້ອງປາກົດຕົວຕໍ່ໜ້າທຸກຄົນທີ່ມີຕົວຕົນຂອງລູກຊາຍກົກຢູ່ສະເໝີ ແລະ ບໍ່ແມ່ນຄົນຮັບໃຊ້; ກົງກັນຂ້າມ, ເຈົ້າຄວນເຊີດໜ້າຊູຕາກ້າວໄປຂ້າງໜ້າ. ເຮົາກຳລັງຂໍໃຫ້ພວກເຈົ້າມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາ, ບໍ່ແມ່ນເພື່ອເຮັດໃຫ້ເສື່ອມເສຍຊື່ຂອງເຮົາ. ບັນດາຜູ້ທີ່ເປັນລູກຊາຍກົກແຕ່ລະຄົນມີໜ້າທີ່ສ່ວນຕົວຂອງຕົນເອງ ແລະ ບໍ່ສາມາດເຮັດທຸກສິ່ງໄດ້. ນີ້ແມ່ນຄວາມຮັບຜິດຊອບທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະ ມັນບໍ່ແມ່ນເພື່ອໃຫ້ພວກເຈົ້າໜີຄວາມຮັບຜິດຊອບ. ເຈົ້າຕ້ອງອຸທິດຕົວເອງໝົດໃຈ ພ້ອມກັບຄວາມຄິດທັງໝົດຂອງເຈົ້າ ແລະ ກຳລັງທັງໝົດຂອງເຈົ້າເພື່ອປະຕິບັດສິ່ງທີ່ເຮົາໄດ້ມອບໝາຍໃຫ້ພວກເຈົ້າ.

ນັບຈາກມື້ນີ້ໄປ, ທົ່ວໂລກຈັກກະວານ ໜ້າທີ່ຂອງການດູແລລູກຊາຍທັງໝົດຂອງເຮົາ ແລະ ຄົນທັງໝົດຂອງເຮົາຈະຖືກມອບໝາຍໃຫ້ແກ່ລູກຊາຍກົກຂອງເຮົາໄດ້ປະຕິບັດ ແລະ ເຮົາຈະຂ້ຽນຕີໃຜກໍຕາມທີ່ບໍ່ສາມາດອຸທິດຫົວໃຈ ແລະ ຄວາມຄິດທັງໝົດຂອງພວກເຂົາເພື່ອປະຕິບັດມັນ. ນີ້ແມ່ນຄວາມຊອບທຳຂອງເຮົາ. ເຮົາຈະບໍ່ປ່ອຍ ຫຼື ຖືເບົາກັບແມ່ນແຕ່ລູກຊາຍກົກຂອງເຮົາ.

ຖ້າມີຄົນໃດໜຶ່ງທ່າມກາງລູກຊາຍຂອງເຮົາ ຫຼື ທ່າມກາງຄົນຂອງເຮົາທີ່ເຍາະເຍີ້ຍ ຫຼື ດູໝິ່ນຄົນໜຶ່ງໃນລູກຊາຍກົກຂອງເຮົາ, ເຮົາຈະລົງໂທດພວກເຂົາຢ່າງໂຫດຮ້າຍ ຍ້ອນວ່າລູກຊາຍກົກຂອງເຮົາເປັນຕົວແທນຂອງຕົວເຮົາເອງ; ສິ່ງທີ່ຄົນໃດໜຶ່ງກະທຳຕໍ່ພວກເຂົາ, ພວກເຂົາກໍກະທຳຕໍ່ເຮົາເຊັ່ນກັນ. ນີ້ແມ່ນບົດບັນຍັດທີ່ຮ້າຍແຮງທີ່ສຸດຂອງເຮົາ. ເຮົາຈະອະນຸຍາດໃຫ້ລູກຊາຍກົກຂອງເຮົາຈັດການຄວາມຊອບທຳຂອງເຮົາຕໍ່ລູກຊາຍຂອງເຮົາ ແລະ ຄົນຂອງເຮົາຄົນທີ່ລະເມີດຕໍ່ບົດບັນຍັດນີ້ຕາມຄວາມປາຖະໜາຂອງພວກເຂົາ.

ເຮົາຈະຄ່ອຍໆປະຖິ້ມໃຜກໍຕາມທີ່ນັບຖືກເຮົາແບບຫຼິ້ນໆ ແລະ ໃຫ້ຄວາມສຳຄັນກັບແຕ່ອາຫານຂອງເຮົາ, ເຄື່ອງນຸ່ງ ແລະ ການນອນຫຼັບ, ເຂົ້າຮ່ວມພຽງແຕ່ກິດຈະການພາຍນອກຂອງເຮົາ ແລະ ບໍ່ຄຳນຶງເຖິງພາລະຂອງເຮົາ ແລະ ບໍ່ໃສ່ໃຈຕໍ່ການປະຕິບັດໜ້າທີ່ຂອງພວກເຂົາເອງຢ່າງຖືກຕ້ອງ. ສິ່ງນີ້ແມ່ນມຸ້ງໄປຫາທຸກຄົນທີ່ມີຫູ.

ໃຜກໍຕາມທີ່ເຮັດການບໍລິການແກ່ເຮົາຕ້ອງຖອຍຢ່າງເຊື່ອຟັງໂດຍບໍ່ຕ້ອງຄັດຄ້ານ. ໃຫ້ລະມັດລະວັງ ຫຼື ບໍ່ດັ່ງນັ້ນເຮົາຈະຄັດເຈົ້າອອກ. (ນີ້ແມ່ນບົດບັນຍັດເພີ່ມເຕີມ).

ລູກຊາຍກົກຂອງເຮົາຈະຈັບເອົາທ່ອນເຫຼັກນັບຈາກນີ້ເປັນຕົ້ນໄປ ແລະ ເລີ່ມປະຕິບັດສິດອຳນາດຂອງເຮົາເພື່ອປົກຄອງທຸກຊົນຊາດ ແລະ ທຸກຄົນ, ເພື່ອຍ່າງທ່າມກາງທຸກຊົນຊາດ ແລະ ທຸກຄົນ ແລະ ເພື່ອດຳເນີນການພິພາກສາ, ຄວາມຊອບທຳ ແລະ ເດຊານຸພາບຂອງເຮົາທ່າມກາງທຸກຊົນຊາດ ແລະ ທຸກຄົນ. ລູກຊາຍຂອງເຮົາ ແລະ ຄົນຂອງເຮົາຈະຢຳເກງເຮົາ, ສັນລະເສີນເຮົາ, ເຊີດຊູເຮົາ ແລະ ໃຫ້ກຽດເຮົາຢ່າງບໍ່ຢຸດຢ່ອນ, ຍ້ອນວ່າແຜນການຄຸ້ມຄອງຂອງເຮົາໄດ້ຖືກປະຕິບັດ ແລະ ລູກຊາຍກົກຂອງເຮົາສາມາດປົກຄອງຮ່ວມກັບເຮົາ.

ນີ້ແມ່ນສ່ວນໜຶ່ງຂອງບົດບັນຍັດບໍລິຫານຂອງເຮົາ; ຫຼັງຈາກນີ້ ເຮົາຈະບອກພວກມັນໃຫ້ແກ່ພວກເຈົ້າໃນຂະນະທີ່ພາລະກິດຄືບໜ້າໄປ. ຈາກບົດບັນຍັດບໍລິຫານທີ່ກ່າວມາຂ້າງເທິງ, ພວກເຈົ້າຈະເຫັນຈັງຫວະທີ່ເຮົາປະຕິບັດພາລະກິດຂອງເຮົາ ພ້ອມທັງຂັ້ນຕອນທີ່ພາລະກິດຂອງເຮົາໄດ້ໄປເຖິງ. ນີ້ຈະເປັນການຢືນຢັນ.

ເຮົາໄດ້ພິພາກສາຊາຕານແລ້ວ. ຍ້ອນວ່າຄວາມປະສົງຂອງເຮົາບໍ່ໄດ້ຖືກຂັດຂວາງ ແລະ ຍ້ອນວ່າລູກຊາຍກົກຂອງເຮົາໄດ້ຮັບສະຫງ່າລາສີຄຽງຂ້າງກັບເຮົາ, ເຮົາໄດ້ປະຕິບັດຄວາມຊອບທຳ ແລະ ເດຊານຸພາບຂອງເຮົາເທິງໂລກ ແລະ ທຸກສິ່ງທີ່ເປັນຂອງຊາຕານແລ້ວ. ເຮົາບໍ່ໄດ້ຍົກນິ້ວມື ຫຼື ເອົາໃຈໃສ່ກັບຊາຕານເລີຍ (ຍ້ອນວ່າມັນບໍ່ສົມຄວນແມ່ນແຕ່ຈະສົນທະນາກັບເຮົາ). ເຮົາພຽງແຕ່ສືບຕໍ່ປະຕິບັດສິ່ງທີ່ເຮົາຕ້ອງປະຕິບັດ. ພາລະກິດຂອງເຮົາດຳເນີນໄປຢ່າງລາບລື້ນເທື່ອລະຂັ້ນຕອນ ແລະ ຄວາມປະສົງຂອງເຮົາບໍ່ໄດ້ຖືກຂັດຂວາງທົ່ວແຜ່ນດິນໂລກທັງໝົດ. ສິ່ງນີ້ເຮັດໃຫ້ຊາຕານໄດ້ຮັບຄວາມອັບອາຍໃນລະດັບໜຶ່ງ ແລະ ມັນໄດ້ຖືກທຳລາຍຢ່າງສິ້ນເຊີງ, ແຕ່ສິ່ງນີ້ບໍ່ໄດ້ປະຕິບັດຕາມຄວາມປະສົງຂອງເຮົາໃນຕົວຂອງມັນເອງ. ເຮົາຍັງໄດ້ອະນຸຍາດໃຫ້ລູກຊາຍກົກຂອງເຮົາປະຕິບັດບົດບັນຍັດບໍລິຫານຂອງເຮົາກັບພວກເຂົາເຊັ່ນກັນ. ໃນດ້ານໜຶ່ງ, ສິ່ງທີ່ເຮົາເຮັດໃຫ້ຊາຕານເຫັນແມ່ນຄວາມໂກດຮ້າຍຂອງເຮົາທີ່ມີຕໍ່ມັນ; ໃນອີກດ້ານໜຶ່ງ, ເຮົາເຮັດໃຫ້ມັນເຫັນສະຫງ່າລາສີຂອງເຮົາ (ເຫັນວ່າລູກຊາຍກົກຂອງເຮົາແມ່ນປະຈັກພະຍານທີ່ດັງກ້ອງກັງວານທີ່ສຸດຕໍ່ຄວາມອັບອາຍຂອງຊາຕານ). ເຮົາບໍ່ໄດ້ລົງໂທດມັນເປັນການສ່ວນຕົວ; ກົງກັນຂ້າມ, ເຮົາປ່ອຍໃຫ້ລູກຊາຍກົກຂອງເຮົາປະຕິບັດຄວາມຊອບທຳ ແລະ ເດຊານຸພາບຂອງເຮົາ. ຍ້ອນວ່າຊາຕານເຄີຍທາລຸນລູກຊາຍຂອງເຮົາ, ຂົ່ມເຫັງລູກຊາຍຂອງເຮົາ ແລະ ກົດຂີ່ລູກຊາຍຂອງເຮົາ, ມື້ນີ້ຫຼັງຈາກທີ່ການບໍລິການຂອງມັນສິ້ນສຸດລົງ, ເຮົາຈະອະນຸຍາດໃຫ້ລູກຊາຍກົກຜູ້ໃຫຍ່ຂອງເຮົາຄັດມັນອອກ. ຊາຕານບໍ່ມີອໍານາດໃນການຕໍ່ຕ້ານການລົ້ມຈົມນັ້ນໄດ້. ການເປັນອຳມະພາດຂອງທຸກຊົນຊາດໃນໂລກເປັນປະຈັກພະຍານທີ່ດີທີ່ສຸດ; ຄົນທີ່ກຳລັງຕໍ່ສູ້ ແລະ ປະເທດທີ່ມີສົງຄາມແມ່ນການສະແດງອອກທີ່ເຫັນໄດ້ຊັດເຈນເຖິງການລົ້ມລະລາຍຂອງອານາຈັກຊາຕານ. ເຫດຜົນທີ່ເຮົາບໍ່ໄດ້ສຳແດງໝາຍສຳຄັນ ແລະ ສິ່ງອັດສະຈັນໃດໆໃນອະດີດກໍແມ່ນເພື່ອນຳເອົາຄວາມອັບອາຍມາສູ່ຊາຕານ ແລະ ມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາເທື່ອລະບາດກ້າວ. ເມື່ອຊາຕານຖືກກຳຈັດຢ່າງສິ້ນເຊີງແລ້ວ, ເຮົາກໍເລີ່ມສະແດງລິດອຳນາດຂອງເຮົາ: ສິ່ງທີ່ເຮົາກ່າວກໍກາຍເປັນຈິງ ແລະ ສິ່ງເໜືອທຳມະຊາດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຈະຖືກເຕີມເຕັມ (ສິ່ງເຫຼົ່ານີ້ໝາຍເຖິງພອນທີ່ຈະມາເຖິງໃນໄວໆນີ້). ຍ້ອນວ່າເຮົາເອງແມ່ນພຣະເຈົ້າທີ່ແທ້ຈິງ ແລະ ເຮົາບໍ່ມີກົດລະບຽບ, ຍ້ອນວ່າເຮົາກ່າວຕາມການປ່ຽນແປງໃນແຜນການຄຸ້ມຄອງຂອງເຮົາ, ສະນັ້ນ ສິ່ງທີ່ເຮົາໄດ້ກ່າວໃນອະດີດຈຶ່ງບໍ່ຈຳເປັນຕ້ອງໃຊ້ໄດ້ໃນປັດຈຸບັນ. ຢ່າຍຶດຕິດກັບແນວຄິດຂອງເຈົ້າເລີຍ! ເຮົາບໍ່ແມ່ນພຣະເຈົ້າທີ່ປະຕິບັດຕາມກົດ; ເມື່ອມີເຮົາ ທຸກສິ່ງກໍເປັນອິດສະຫຼະ, ເປັນເລີດ ແລະ ຖືກປົດປ່ອຍຢ່າງສົມບູນ. ບາງເທື່ອ ສິ່ງທີ່ຖືກກ່າວມື້ວານນີ້ແມ່ນຫຼ້າສະໄໝໄປແລ້ວໃນມື້ນີ້ ຫຼື ບາງເທື່ອ ມື້ນີ້ ມັນອາດຈະຖືກໂຍນຖິ້ມໄປແລ້ວ (ຢ່າງໃດກໍຕາມ, ບົດບັນຍັດບໍລິຫານຂອງເຮົາຈະບໍ່ປ່ຽນແປງນັບແຕ່ມື້ທີ່ພວກມັນຖືກປະກາດໃຊ້). ສິ່ງເຫຼົ່ານີ້ແມ່ນບາດກ້າວໃນແຜນການຄຸ້ມຄອງຂອງເຮົາ. ຢ່າຍຶດຕິດກັບກົດລະບຽບ. ທຸກໆມື້ມີແສງສະຫວ່າງອັນໃໝ່ ແລະ ມີການເປີດເຜີຍໃໝ່ໆ ແລະ ນັ້ນແມ່ນແຜນການຂອງເຮົາ. ທຸກໆມື້ແສງສະຫວ່າງຂອງເຮົາຈະຖືກເປີດເຜີຍໃນຕົວເຈົ້າ ແລະ ສຽງຂອງເຮົາຈະຖືກປ່ອຍອອກມາຕໍ່ໂລກຈັກກະວານ. ເຈົ້າເຂົ້າໃຈບໍ? ນີ້ແມ່ນໜ້າທີ່ຂອງເຈົ້າ, ແມ່ນຄວາມຮັບຜິດຊອບທີ່ເຮົາໄດ້ມອບໝາຍໃຫ້ແກ່ເຈົ້າ. ເຈົ້າຕ້ອງບໍ່ລະເລີຍມັນແມ່ນແຕ່ຄາວດຽວ. ເຮົາຈະໃຊ້ຄົນທີ່ເຮົາຮອງຮັບຈົນເຖິງທີ່ສຸດ ແລະ ສິ່ງນີ້ຈະບໍ່ປ່ຽນແປງໄປຈັກເທື່ອ. ຍ້ອນວ່າເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຮົາຮູ້ວ່າຄົນປະເພດໃດຄວນເຮັດສິ່ງໃດ ພ້ອມທັງຄົນປະເພດໃດສາມາດເຮັດສິ່ງໃດໄດ້. ນີ້ແມ່ນອຳນາດອັນໄພສານຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 88

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 237)

ທຸກປະໂຫຍກທີ່ເຮົາກ່າວມີສິດອຳນາດ ແລະ ການພິພາກສາ ແລະ ບໍ່ມີໃຜສາມາດປ່ຽນແປງພຣະທຳຂອງເຮົາໄດ້. ເມື່ອພຣະທຳຂອງເຮົາອອກມາ, ສິ່ງຕ່າງໆຈະສຳເລັດລົງຕາມພຣະທຳຂອງເຮົາຢ່າງແນ່ນອນ; ນີ້ແມ່ນອຸປະນິໄສຂອງເຮົາ. ພຣະທຳຂອງເຮົາແມ່ນສິດອຳນາດ ແລະ ຜູ້ໃດທີ່ແກ້ໄຂພຣະທໍາເຫຼົ່ານັ້ນແມ່ນໄດ້ລ່ວງເກີນການຂ້ຽນຕີຂອງເຮົາ ແລະ ເຮົາຈະຕ້ອງລົງມືກັບພວກເຂົາ. ໃນກໍລະນີຮ້າຍແຮງ ພວກເຂົານຳເອົາການທໍາລາຍມາສູ່ຊີວິດຂອງຕົນເອງ ແລະ ພວກເຂົາກໍ່ລົງສູ່ແດນມໍລະນາ ຫຼື ສູ່ຂຸມເລິກ. ນີ້ແມ່ນວິທີດຽວທີ່ເຮົາຈັດການກັບມວນມະນຸດ ແລະ ມະນຸດບໍ່ມີທາງທີ່ຈະປ່ຽນແປງມັນໄດ້ ເນື່ອງຈາກນີ້ແມ່ນພຣະດຳລັດແຫ່ງການປົກຄອງຂອງເຮົາ. ຈົ່ງຈື່ຈຳສິ່ງນີ້ໄວ້! ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ລ່ວງເກີນພຣະດຳລັດຂອງເຮົາ; ສິ່ງຕ່າງໆຕ້ອງເປັນໄປຕາມຄວາມປະສົງຂອງເຮົາ! ໃນອະດີດ, ເຮົາງ່າຍກັບພວກເຈົ້າຫຼາຍເກີນໄປ ແລະ ພວກເຈົ້າກໍຜະເຊີນແຕ່ກັບພຣະທຳຂອງເຮົາເທົ່ານັ້ນ. ພຣະທຳທີ່ເຮົາກ່າວກ່ຽວກັບການລົງມືກັບຄົນນັ້ນຍັງບໍ່ທັນໄດ້ເກີດຂຶ້ນເທື່ອ. ແຕ່ນັບຈາກມື້ນີ້ໄປ, ໄພພິບັດທັງໝົດ (ສິ່ງເຫຼົ່ານີ້ກ່ຽວຂ້ອງກັບພຣະດຳລັດແຫ່ງການປົກຄອງຂອງເຮົາ) ຈະມາຕາມໆກັນເພື່ອລົງໂທດທຸກຄົນທີ່ບໍ່ປະຕິບັດຕາມຄວາມປະສົງຂອງເຮົາ. ຈະຕ້ອງມີການມາເຖິງຂອງຄວາມຈິງ, ບໍ່ດັ່ງນັ້ນ ຄົນກໍຈະບໍ່ສາມາດເຫັນຄວາມໂກດຮ້າຍຂອງເຮົາ ແຕ່ຈະເຮັດໃຫ້ຕົວເອງເສື່ອມຊາມຊ້ຳແລ້ວຊ້ຳອີກ. ນີ້ແມ່ນຂັ້ນຕອນແຫ່ງແຜນການຄຸ້ມຄອງຂອງເຮົາ ແລະ ແມ່ນວິທີເຊິ່ງເຮົາປະຕິບັດຂັ້ນຕອນຕໍ່ໄປຂອງພາລະກິດເຮົາ. ເຮົາກ່າວແບບນີ້ກັບພວກເຈົ້າລ່ວງໜ້າເພື່ອວ່າພວກເຈົ້າຈະສາມາດຫຼີກຫຼ່ຽງການກະທຳຄວາມຜິດ ແລະ ການທົນທຸກກັບການລົງໂທດທີ່ບໍ່ມີທີ່ສິ້ນສຸດຕະຫຼອດໄປ. ໝາຍຄວາມວ່າ ນັບແຕ່ມື້ນີ້ໄປ, ເຮົາຈະເຮັດໃຫ້ທຸກຄົນໄດ້ຮັບບ່ອນທີ່ເໝາະສົມຂອງພວກເຂົາຕາມຄວາມປະສົງຂອງເຮົາ ແລະ ເຮົາຈະຂ້ຽນຕີພວກເຂົາເທື່ອລະຄົນ ຍົກເວັ້ນແຕ່ບຸດຊາຍກົກຂອງເຮົາ. ເຮົາຈະບໍ່ປ່ອຍໃຫ້ພວກເຂົາຫຼຸດລອດໄປແມ່ນແຕ່ຄົນດຽວ. ພວກເຈົ້າກ້າເສເພອີກແມ້! ເຈົ້າກ້າກະບົດອີກແມ້! ເຮົາເຄີຍກ່າວມາກ່ອນແລ້ວວ່າເຮົາຊອບທໍາກັບທຸກຄົນ, ວ່າເຮົາບໍ່ມີເສດສ້ຽວຄວາມຮູ້ສຶກ ແລະ ນີ້ສະແດງໃຫ້ເຫັນວ່າອຸປະນິໄສຂອງເຮົາຕ້ອງບໍ່ຖືກລ່ວງເກີນ. ນີ້ແມ່ນຕົວຕົນຂອງເຮົາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ທຸກຄົນໄດ້ຍິນພຣະທຳຂອງເຮົາ ແລະ ທຸກຄົນເຫັນໂສມໜ້າທີ່ມີລັດສະໝີຂອງເຮົາ. ທຸກຄົນຕ້ອງເຊື່ອຟັງເຮົາຢ່າງຄົບຖ້ວນ ແລະ ຢ່າງແນ່ນອນ. ນີ້ແມ່ນພຣະດຳລັດແຫ່ງການປົກຄອງຂອງເຮົາ. ທຸກຄົນທົ່ວຈັກກະວານ ແລະ ຈົນສຸດແຜ່ນດິນໂລກຄວນສັນລະເສີນ ແລະ ເຊີດຊູເຮົາ ຍ້ອນວ່າເຮົາແມ່ນພຣະເຈົ້າທີ່ເປັນເອກະລັກ, ຍ້ອນວ່າເຮົາແມ່ນຕົວຕົນຂອງພຣະເຈົ້າ. ບໍ່ມີໃຜສາມາດປ່ຽນແປງພຣະທຳ ແລະ ຄຳເວົ້າຂອງເຮົາ, ຄຳປາໄສ ແລະ ທ່າທາງຂອງເຮົາໄດ້ ຍ້ອນວ່າສິ່ງເຫຼົ່ານີ້ແມ່ນເລື່ອງຂອງເຮົາຜູ້ດຽວ ແລະ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮົາໄດ້ມີມາແຕ່ສະໄໝບູຮານ ແລະ ຈະມີຢູ່ຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 100

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 238)

ພາລະກິດທີ່ຖືກວາງແຜນໄວ້ແລ້ວຂອງເຮົາຈະກ້າວໄປຂ້າງໜ້າໂດຍບໍ່ມີການຢຸດເຊົາແມ່ນແຕ່ຊ່ວງເວລາດຽວ. ເມື່ອໄດ້ຍັບເຂົ້າສູ່ຍຸກແຫ່ງອານາຈັກ ແລະ ເມື່ອໄດ້ແບກພວກເຈົ້າເຂົ້າສູ່ອານາຈັກຂອງເຮົາດັ່ງປະຊາຊົນຂອງເຮົາ, ເຮົາຈະຮຽກຮ້ອງຢ່າງອື່ນຈາກພວກເຈົ້າ; ນັ້ນໝາຍຄວາມວ່າ ເຮົາຈະເລີ່ມປະກາດນໍາໃຊ້ລັດຖະທຳມະນູນທີ່ເຮົາຈະປົກຄອງຍຸກນີ້ຕໍ່ໜ້າພວກເຈົ້າ:

ຍ້ອນພວກເຈົ້າຖືກເອີ້ນວ່າປະຊາຊົນຂອງເຮົາ, ພວກເຈົ້າກໍຄວນສາມາດສັນລະເສີນນາມຂອງເຮົາ; ນັ້ນກໍຄື ຢືນເປັນພະຍານໃນທ່າມກາງການທົດລອງ. ຖ້າຜູ້ໃດກໍຕາມພະຍາຍາມລໍ້ລວງເຮົາ ແລະ ປິດບັງຄວາມຈິງຈາກເຮົາ ຫຼື ເຂົ້າຮ່ວມເຮັດສິ່ງທີ່ບໍ່ໜ້າເຊື່ອຖືລັບຫຼັງຂອງເຮົາ, ຄົນປະເພດດັ່ງກ່າວຈະຖືກໂຍນອອກໄປ ແລະ ກຳຈັດອອກຈາກເຮືອນຂອງເຮົາ ໂດຍບໍ່ມີການຍົກເວັ້ນ ເພື່ອລໍຖ້າໃຫ້ເຮົາຈັດການພວກເຂົາ. ຄົນທີ່ບໍ່ຊື່ສັດ ແລະ ອັກກະຕັນຍູຕໍ່ເຮົາໃນອະດີດ ແລະ ຄົນທີ່ລຸກຂຶ້ນເພື່ອຕັດສິນເຮົາຢ່າງເປີດເຜີຍໃນປັດຈຸບັນ, ພວກເຂົາກໍຈະຖືກໂຍນອອກຈາກເຮືອນຂອງເຮົາເຊັ່ນກັນ. ຄົນທີ່ເປັນປະຊາຊົນຂອງເຮົາຕ້ອງຄຳນຶງເຖິງພາລະຂອງເຮົາພ້ອມກັບສະແຫວງຫາເພື່ອຮູ້ຈັກພຣະທຳຂອງເຮົາຢູ່ສະເໝີ. ມີແຕ່ຄົນໃນລັກສະນະນີ້ເທົ່ານັ້ນ ເຮົາຈຶ່ງຈະໃຫ້ແສງສະຫວ່າງ ແລະ ພວກເຂົາກໍຈະໄດ້ດຳລົງຊີວິດຢູ່ພາຍໃຕ້ການນໍາພາ ແລະ ແສງສະຫວ່າງຂອງເຮົາຢ່າງແນ່ນອນ ໂດຍບໍ່ພົບກັບການຂ້ຽນຕີເລີຍ. ຄົນທີ່ໃສ່ໃຈແຕ່ການວາງແຜນເພື່ອອະນາຄົດຂອງພວກເຂົາເອງ ໂດຍບໍ່ຄຳນຶງເຖິງພາລະຂອງເຮົາ ນັ້ນກໍຄື ຄົນທີ່ບໍ່ໄດ້ຕັ້ງໃຈເຮັດໃຫ້ເຮົາພໍໃຈດ້ວຍການກະທຳຂອງພວກເຂົາ, ແຕ່ກົງກັນຂ້າມ ພວກເຂົາສະແຫວງຫາແຕ່ສິ່ງໃຫ້ທານ, ເຮົາປະຕິເສດທີ່ຈະໃຊ້ສິ່ງມີຊີວິດດັ່ງຄົນຂໍທານເຫຼົ່ານີ້ຢ່າງແນ່ນອນ, ເພາະຕັ້ງແຕ່ເວລາທີ່ພວກເຂົາເກີດ ພວກເຂົາບໍ່ຮູ້ເລີຍວ່າການຄຳນຶງເຖິງພາລະຂອງເຮົາໝາຍເຖິງຫຍັງ. ພວກເຂົາເປັນຄົນທີ່ຂາດຄວາມຮູ້ສຶກປົກກະຕິ; ຄົນປະເພດດັ່ງກ່າວກຳລັງທົນທຸກຈາກ “ການຂາດສານອາຫານ” ຂອງສະໝອງ ແລະ ຈຳເປັນຕ້ອງກັບເມືອເຮືອນເພື່ອ “ບໍາລຸງ” ສະໝອງຂອງພວກເຂົາ. ເຮົາບໍ່ນໍາໃຊ້ຄົນປະເພດດັ່ງກ່າວ. ໃນບັນດາປະຊາຊົນຂອງເຮົາ, ທຸກຄົນຈຳເປັນຕ້ອງຄຳນຶງວ່າການຮູ້ຈັກເຮົາຄືໜ້າທີ່ໆຈຳເປັນຕ້ອງປະຕິບັດຕະຫຼອດຈົນເຖິງທີ່ສຸດ, ຄືກັບການກິນ, ການນຸ່ງຫົ່ມ ແລະ ການນອນ, ເຊິ່ງເປັນສິ່ງທີ່ມະນຸດບໍ່ເຄີຍລືມທີ່ຈະເຮັດແມ່ນແຕ່ຊ່ວງເວລາດຽວ, ເພື່ອວ່າໃນທີ່ສຸດແລ້ວ ການຮູ້ຈັກເຮົາຈະກາຍເປັນສິ່ງທີ່ຄຸ້ນເຄີຍຄືກັບການກິນ, ສິ່ງທີ່ເຈົ້າເຮັດເປັນປະຈໍາ ໂດຍບໍ່ຈໍາເປັນໃຊ້ຄວາມພະຍາຍາມ. ແຕ່ສຳລັບພຣະທຳທີ່ເຮົາກ່າວ, ພຣະທຳທຸກຂໍ້ຕ້ອງຖືກປະຕິບັດດ້ວຍຄວາມເຊື່ອສູງສຸດ ແລະ ຖືກຮັບເອົາຢ່າງສົມບູນ; ບໍ່ສາມາດປະຕິບັດແບບພໍເປັນພິທີ. ຜູ້ໃດທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງເຮົາກໍຈະຖືວ່າກຳລັງຕໍ່ຕ້ານເຮົາໂດຍກົງ; ຜູ້ໃດທີ່ບໍ່ກິນຈາກພຣະທຳຂອງເຮົາ ຫຼື ບໍ່ສະແຫວງຫາເພື່ອຮູ້ຈັກພຣະທຳເຫຼົ່ານັ້ນ ກໍຈະຖືວ່າບໍ່ໄດ້ໃສ່ໃຈຕໍ່ເຮົາ ແລະ ຈະຖືກກວາດລ້າງອອກຈາກເຮືອນຂອງເຮົາໂດຍກົງ. ນີ້ກໍຍ້ອນວ່າ ດັ່ງທີ່ເຮົາໄດ້ກ່າວໃນອະດີດ ສິ່ງທີ່ເຮົາຕ້ອງການບໍ່ແມ່ນຄົນຈຳນວນຫຼາຍ, ແຕ່ເປັນຄົນທີ່ດີເລີດ. ຈາກບັນດາຮ້ອຍຄົນ, ຖ້າມີພຽງແຕ່ຄົນດຽວທີ່ສາມາດຮູ້ຈັກເຮົາຜ່ານທາງພຣະທຳຂອງເຮົາ, ແລ້ວເຮົາກໍຈະໂຍນຄົນອື່ນທີ່ເຫຼືອຖິ້ມໝົດ ເພື່ອສຸມໃສ່ໃນການໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ຄົນນີ້ຄົນດຽວ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ມັນບໍ່ເປັນຈິງທີ່ຄົນຈຳນວນຫຼວງຫຼາຍແຕ່ຢ່າງດຽວຈະສາມາດສະແດງເຖິງເຮົາໄດ້ ແລະ ດຳລົງຊີວິດຕາມເຮົາ. ສິ່ງທີ່ເຮົາຕ້ອງການແມ່ນເຂົ້າສາລີ (ເຖິງແມ່ນເມັດອາດບໍ່ຄົບຖ້ວນ) ແລະ ບໍ່ແມ່ນເຂົ້ານົກ (ເຖິງແມ່ນຈະມີເມັດຢ່າງຄົບຖ້ວນໃຫ້ຊື່ນຊົມກໍຕາມ). ສຳລັບຄົນທີ່ບໍ່ຄຳນຶງເຖິງການສະແຫວງຫາ, ແຕ່ກົງກັນຂ້າມ ປະພຶດໃນລັກສະນະແບບຄົນຂີ້ຄ້ານ, ພວກເຂົາຄວນໜີດ້ວຍຄວາມສະໝັກໃຈຂອງພວກເຂົາເອງ; ເຮົາບໍ່ປາຖະໜາທີ່ຈະເຫັນພວກເຂົາອີກຕໍ່ໄປ, ເພື່ອບໍ່ໃຫ້ພວກເຂົາສືບຕໍ່ນໍາຄວາມອັບອາຍມາສູ່ນາມຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 5

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 239)

ໃນເມື່ອເຈົ້າຢູ່ໃນທ່າມກາງຜູ້ຄົນຂອງຄົວເຮືອນຂອງເຮົາ ແລະ ໃນເມື່ອເຈົ້າຈົງຮັກພັກດີໃນອານາຈັກຂອງເຮົາ ເຈົ້າກໍຕ້ອງຍຶດໝັ້ນກັບມາດຕະຖານຂອງຄວາມຕ້ອງການຂອງເຮົາ ໃນທຸກສິ່ງທີ່ເຈົ້າເຮັດ. ເຮົາບໍ່ໄດ້ຂໍໃຫ້ເຈົ້າເປັນຫຍັງຫຼາຍໄປກວ່າເມກທີ່ລ່ອງລອຍ ແຕ່ຂໍໃຫ້ເຈົ້າເປັນແສງຫິມະອ່ອນໆ ແລະ ມີແກ່ນແທ້ຂອງມັນ ແລະ ຍິ່ງໄປກວ່ານັ້ນກໍແມ່ນຄຸນຄ່າຂອງມັນ. ຍ້ອນເຮົາມາຈາກດິນແດນທີ່ບໍລິສຸດ, ເຮົາຈຶ່ງບໍ່ຄືກັນກັບດອກບົວ ເຊິ່ງມີແຕ່ຊື່ເທົ່ານັ້ນ ແລະ ບໍ່ມີແກ່ນແທ້ ເນື່ອງຈາກມັນມາຈາກບຶງ ແລະ ບໍ່ແມ່ນດິນແດນທີ່ບໍລິສຸດ. ເວລາທີ່ສະຫວັນໃໝ່ສະເດັດລົງມາແຜ່ນດິນໂລກ ແລະ ແຜນດິນໂລກໃໝ່ຂະຫຍາຍອອກໄປທົ່ວທ້ອງຟ້າ ແນ່ນອນ ຍັງແມ່ນເວລາທີ່ເຮົາເຮັດພາລະກິດຢ່າງເປັນທາງການໃນທ່າມກາງມະນຸດ. ແມ່ນໃຜໃນທ່າມກາງມະນຸດທີ່ຮູ້ຈັກເຮົາແດ່? ແມ່ນໃຜໄດ້ເຫັນຊ່ວງເວລາທີ່ເຮົາໄດ້ມາເຖິງບໍ່? ແມ່ນໃຜທີ່ເຫັນວ່າເຮົາບໍ່ພຽງແຕ່ມີຊື່ ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງມີແກ່ນແທ້ນໍາ? ເຮົາກວາດເມກສີຂາວຖິ້ມດ້ວຍມືຂອງເຮົາ ແລະ ສັງເກດເບິ່ງທ້ອງຟ້າຢ່າງໃກ້ຊິດ; ບໍ່ມີຫຍັງໃນອາວະກາດທີ່ບໍ່ໄດ້ຖືກຈັດກຽມດ້ວຍມືຂອງເຮົາ ແລະ ຢູ່ທາງລຸ່ມຂອງມັນກໍບໍ່ມີຜູ້ໃດທີ່ບໍ່ປະກອບຄວາມພະຍາຍາມເລັກນ້ອຍຂອງເຂົາຕໍ່ຄວາມສໍາເລັດຂອງກິດຈະການອັນຍິ່ງໃຫຍ່ຂອງເຮົາ. ເຮົາບໍ່ເຮັດການຮຽກຮ້ອງທີ່ຍາກລໍາບາກຈາກຜູ້ຄົນຢູ່ເທິງແຜ່ນດິນໂລກ ເນື່ອງຈາກວ່າ ເຮົາແມ່ນພຣະເຈົ້າແຫ່ງຄວາມຈິງຕະຫຼອດເວລາ ແລະ ຍ້ອນເຮົາແມ່ນອົງຊົງລິດທານຸພາບສູງສຸດ ທີ່ໄດ້ສ້າງມະນຸດ ແລະ ຮູ້ຈັກພວກເຂົາເປັນຢ່າງດີ. ທຸກຄົນແມ່ນຢູ່ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ຜູ້ທີ່ຢູ່ໃນແຈມຸມໄກສຸດຂອງແຜ່ນດິນໂລກຈະສາມາດຫຼີກເວັ້ນການກວດສອບຢ່າງລະອຽດຂອງພຣະວິນຍານຂອງເຮົາໄດ້ແນວໃດ? ເຖິງວ່າຜູ້ຄົນຈະ “ຮູ້ຈັກ” ພຣະວິນຍານຂອງເຮົາ ແຕ່ພວກເຂົາກໍຍັງລ່ວງເກີນພຣະວິນຍານຂອງເຮົາ. ພຣະທໍາຂອງເຮົາເປີດເຜີຍໃບໜ້າອັນຂີ້ຮ້າຍຂອງທຸກຄົນ ພ້ອມກັບຄວາມຄິດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຖືກເຮັດໃຫ້ແຈ້ງຂຶ້ນດ້ວຍແສງສະຫວ່າງຂອງເຮົາ ແລະ ລົ້ມລົງໃນທ່າມກາງຄວາມກວດສອບຂອງເຮົາ. ຢ່າງໃດກໍຕາມ, ເຖິງຈະລົ້ມລົງ ແຕ່ໃຈຂອງພວກເຂົາກໍບໍ່ກ້າທີ່ຈະຫຼົງທາງຈາກເຮົາ. ໃນທ່າມກາງວັດຖຸຂອງການຊົງສ້າງ, ມີໃຜແດ່ທີ່ບໍ່ຮັກເຮົາ ຍ້ອນການກະທໍາຂອງເຮົາ? ແມ່ນໃຜທີ່ບໍ່ປາດຖະໜາເຖິງເຮົາຍ້ອນພຣະທໍາຂອງເຮົາ? ໃນຜູ້ໃດທີ່ບໍ່ເກີດມີຄວາມຮູ້ສຶກຍຶດຕິດ ຍ້ອນຄວາມຮັກຂອງເຮົາ? ເນື່ອງຈາກຄວາມເສື່ອມຊາມຂອງຊາຕານເທົ່ານັ້ນ ມະນຸດຈຶ່ງບໍ່ສາມາດໄປຮອດສະພາບທີ່ເຮົາຕ້ອງການ. ແມ່ນແຕ່ມາດຕະຖານທີ່ຕໍ່າສຸດທີ່ເຮົາຮຽກຮ້ອງກໍຍັງເຮັດໃຫ້ຜູ້ຄົນມີຄວາມສົງໄສ, ແລ້ວນັບພາສາຫຍັງໃນປັດຈຸບັນ ເຊິ່ງເປັນຍຸກທີ່ຊາຕານສ້າງຄວາມວຸ້ນວາຍ ແລະ ກົດຂີ່ຂົ່ມເຫັງຢ່າງບ້າປ່ວງ ຫຼື ເປັນຊ່ວງເວລາທີ່ມະນຸດຖືກຊາຕານຢຽບຢ່ຳ ຈົນຮ່າງກາຍທັງໝົດຂອງພວກເຂົາເລະໃນຂີ້ຕົມ. ມີເວລາໃດທີ່ຄວາມລົ້ມເຫຼວຂອງມະນຸດ ໃນການເບິ່ງແຍງຫົວໃຈຂອງເຮົາ ອັນເນື່ອງມາຈາກຄວາມຊົ່ວຊ້າຂອງພວກເຂົາ ບໍ່ໄດ້ເຮັດໃຫ້ເຮົາໂສກເສົ້າແດ່? ເປັນໄປໄດ້ບໍ ທີ່ເຮົາມີຄວາມສົງສານຊາຕານ? ເປັນໄປໄດ້ບໍ ທີ່ເຮົາເຂົ້າໃຈຜິດໃນຄວາມຮັກຂອງເຮົາ? ເມື່ອຜູ້ຄົນບໍ່ເຊື່ອຟັງເຮົາ ໃຈຂອງເຮົາກໍຮ້ອງໄຫ້ຢ່າງລັບໆ; ເມື່ອພວກເຂົາຕໍ່ຕ້ານເຮົາ ເຮົາກໍຂ້ຽນຕີພວກເຂົາ; ເມື່ອພວກເຂົາຖືກເຮົາຊ່ວຍໃຫ້ລອດ ແລະ ຖືກເຮັດໃຫ້ຟື້ນຄືນຊີບຈາກຄວາມຕາຍ ເຮົາກໍລໍ່ລ້ຽງພວກເຂົາດ້ວຍການເບິ່ງແຍງຢ່າງດີທີ່ສຸດ; ເມື່ອພວກເຂົາອ່ອນນ້ອມກັບເຮົາ ໃຈຂອງເຮົາກໍພັກຜ່ອນໄດ້ຢ່າງສະບາຍ ແລະ ເຮົາກໍຮູ້ສຶກເຖິງການປ່ຽນແປງໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັນທີ. ເມື່ອມະນຸດສັນລະເສີນເຮົາ ແລ້ວເຮົາຈະບໍ່ມີຄວາມສຸກກັບສິ່ງນັ້ນໄດ້ແນວໃດ? ເມື່ອພວກເຂົາເປັນພະຍານໃຫ້ກັບເຮົາ ແລະ ຖືກເຮົາຮັບເອົາ, ເຮົາຈະບໍ່ໄດ້ຮັບສະຫງ່າລາສີໄດ້ແນວໃດ? ເປັນໄປໄດ້ບໍວ່າ ການທີ່ມະນຸດຈະກະທໍາ ແລະ ປະພຶດແມ່ນບໍ່ໄດ້ຖືກຄວບຄຸມ ແລະ ສະໜອງໂດຍເຮົາ? ເມື່ອເຮົາບໍ່ສະໜອງທິດຊີ້ນໍາໃຫ້, ຜູ້ຄົນກໍຈະຢູ່ລ້າໆ ແລະ ບໍ່ເຮັດຫຍັງ; ຍິ່ງໄປກວ່ານັ້ນ, ລັບຫຼັງເຮົາ ພວກເຂົາກໍຈະພາກັນເຮັດກິດຈະການສົກກະປົກທີ່ “ເປັນຕາສັນລະເສີນ”. ເຈົ້າຄິດວ່າ ເນື້ອໜັງທີ່ເຮົາໃຊ້ຫໍ່ຫຸ້ມຕົວເອງແມ່ນບໍ່ຮູ້ຫຍັງກ່ຽວກັບການກະທໍາ, ພຶດຕິກໍາ ແລະ ຄໍາເວົ້າຂອງເຈົ້າບໍ? ເຮົາໄດ້ທົນຕໍ່ລົມ ແລະ ຝົນເປັນເວລາຫຼາຍປີ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງໄດ້ປະສົບກັບຄວາມຂົມຂື່ນຂອງໂລກມະນຸດ; ຢ່າງໃດກໍຕາມ, ເມື່ອສະທ້ອນເບິ່ງຢ່າງໃກ້ຊິດແລ້ວ, ບໍ່ມີການທົນທຸກໃນຈໍານວນໃດ ທີ່ສາມາດເຮັດໃຫ້ມະນຸດທີ່ຢູ່ໃນເນື້ອໜັງສູນເສຍຄວາມຫວັງໃນຕົວເຮົາເລີຍ, ແລ້ວແຮງໄກທີ່ຄວາມຫວານຈະສາມາດເຮັດໃຫ້ມະນຸດທີ່ຢູ່ໃນເນື້ອໜັງເຢັນຊາ, ທໍ້ແທ້ ຫຼື ປະຕິເສດເຮົາ. ຄວາມຮັກຂອງພວກເຂົາ ທີ່ມີຕໍ່ເຮົາແມ່ນຖືກຈໍາກັດຢູ່ທີ່ການຂາດຄວາມທຸກ ຫຼື ການຂາດຄວາມຫວານແທ້ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 9

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 240)

ໃນປັດຈຸບັນ, ເມື່ອເຮົາໄດ້ນໍາພາພວກເຈົ້າມາເຖິງຈຸດນີ້ແລ້ວ, ເຮົາກໍຈະໄດ້ດໍາເນີນການຈັດແຈງຢ່າງເໝາະສົມ ແລະ ມີເປົ້າໝາຍຂອງເຮົາເອງ. ຖ້າເຮົາບອກພວກເຈົ້າກ່ຽວກັບສິ່ງເຫຼົ່ານັ້ນໃນປັດຈຸບັນ ແລ້ວພວກເຈົ້າຈະສາມາດຮູ້ຈັກສິ່ງເຫຼົ່ານັ້ນໄດ້ຢ່າງແທ້ຈິງບໍ? ເຮົາຄຸ້ນເຄີຍດີກັບຄວາມຄິດໃນຈິດໃຈຂອງມະນຸດ ແລະ ຄວາມປາດຖະໜາຈາກຫົວໃຈຂອງມະນຸດ: ແມ່ນໃຜທີ່ບໍ່ເຄີຍຊອກຫາທາງອອກໃຫ້ແກ່ຕົວເອງແດ່? ແມ່ນໃຜທີ່ບໍ່ເຄີຍຄິດເຖິງໂອກາດຂອງຕົວເອງແດ່? ແຕ່ເຖິງແມ່ນວ່າ ມະນຸດຈະມີສະຕິປັນຍາທີ່ອຸດົມສົມບູນ ແລະ ໜ້າປະທັບໃຈ ແຕ່ແມ່ນໃຜທີ່ສາມາດຄາດເດົາວ່າ ຫຼັງຈາກຍຸກຕ່າງໆແລ້ວ ຍຸກປັດຈຸບັນຈະກາຍເປັນຄືດັ່ງທີ່ເປັນຢູ່? ນີ້ແມ່ນໝາກຜົນຈາກຄວາມພະຍາຍາມສ່ວນຕົວຂອງເຈົ້າຢ່າງແທ້ຈິງບໍ? ນີ້ແມ່ນຄ່າຕອບແທນສໍາລັບການເຮັດວຽກໜັກຢ່າງບໍ່ອິດເມື່ອຍຂອງເຈົ້າບໍ? ນີ້ແມ່ນຮູບພາບທີ່ສວຍງາມທີ່ຈິດໃຈຂອງເຈົ້າໄດ້ຈິນຕະນາການຂຶ້ນບໍ? ຖ້າເຮົາບໍ່ຊີ້ນໍາມະນຸດຊາດທຸກຄົນ ແລ້ວແມ່ນໃຜຈະສາມາດແຍກພວກເຂົາອອກຈາກການຈັດແຈງຂອງເຮົາໄດ້ ແລະ ຊອກຫາທາງອອກອື່ນໄດ້? ມັນແມ່ນຈິນຕະນາການ ແລະ ຄວາມປາດຖະໜາຂອງມະນຸດບໍ ທີ່ໄດ້ນໍາເອົາເຂົາມາສູ່ປັດຈຸບັນ? ຫຼາຍຄົນໃຊ້ຊີວິດທັງໝົດຂອງພວກເຂົາໂດຍທີ່ບໍ່ມີ ຄວາມປາດຖະໜາທີ່ຈະເຮັດໃຫ້ສໍາເລັດ. ນີ້ແມ່ນຍ້ອນຄວາມຜິດໃນຄວາມຄິດຂອງພວກເຂົາແທ້ບໍ? ຊີວິດຂອງຫຼາຍຄົນແມ່ນເຕັມໄປດ້ວຍຄວາມສຸກ ແລະ ຄວາມເພິ່ງພໍໃຈທີ່ບໍ່ໄດ້ຄາດຫວັງໄວ້. ນີ້ແມ່ນຍ້ອນວ່າ ພວກເຂົາຄາດຫວັງໜ້ອຍເກີນໄປບໍ? ແມ່ນໃຜຈາກມະນຸດຊາດທັງໝົດທີ່ບໍ່ໄດ້ຮັບການເອົາໃຈໃສ່ໃນສາຍຕາຂອງອົງຊົງລິດທານຸພາບສູງສຸດແດ່? ແມ່ນໃຜທີ່ບໍ່ໄດ້ອາໄສຢູ່ໃນທ່າມກາງການລິຂິດຂອງອົງຊົງລິດທານຸພາບສູງສຸດແດ່? ຊີວິດ ແລະ ຄວາມຕາຍຂອງມະນຸດເກີດຈາກການເລືອກຂອງເຂົາເອງບໍ? ມະນຸດຄວບຄຸມຊະຕາກໍາຂອງເຂົາເອງໄດ້ບໍ? ຫຼາຍຄົນຮ້ອງຫາຄວາມຕາຍ ແຕ່ຄວາມຕາຍກໍຍັງໄກຈາກພວກເຂົາຫຼາຍ; ຫຼາຍຄົນຕ້ອງການເປັນຄົນທີ່ເຂັ້ມແຂງໃນຊີວິດ ແລະ ຢ້ານຄວາມຕາຍ ແຕ່ພວກເຂົາກໍບໍ່ຮູ້ວ່າ ມື້ແຫ່ງຄວາມຕາຍຂອງພວກເຂົາແມ່ນໃກ້ເຂົ້າມາແລ້ວ ແລະ ມັນຈະໂຍນພວກເຂົາລົງສູ່ແດນແຫ່ງຄວາມຕາຍ; ຫຼາຍຄົນແນມເບິ່ງທ້ອງຟ້າ ແລະ ຖອນໃຈໃຫຍ່; ຫຼາຍຄົນຮ້ອງໄຫ້ຢ່າງໜັກ, ຮ້ອງໄຫ້ສະອຶກສະອື້ນດ້ວຍຄວາມເສຍໃຈ; ຫຼາຍຄົນຕົກຢູ່ທ່າມກາງການທົດລອງ ແລະ ຫຼາຍຄົນໄດ້ກາຍເປັນນັກໂທດຂອງການລໍ້ລວງ. ເຖິງແມ່ນວ່າ ເຮົາບໍ່ປາກົດດ້ວຍຕົວເອງເພື່ອອະນຸຍາດໃຫ້ມະນຸດເຫັນເຮົາຢ່າງຊັດເຈນ ແຕ່ຫຼາຍຄົນກໍຢ້ານທີ່ຈະເຫັນໜ້າຂອງເຮົາ, ຢ້ານຫຼາຍວ່າ ເຮົາຈະໂຈມຕີ ແລະ ກໍາຈັດພວກເຂົາ. ມະນຸດຮູ້ຈັກເຮົາແທ້ບໍ ຫຼື ເຂົາບໍ່ຮູ້ຈັກເຮົາເລີຍບໍ? ສິ່ງນີ້ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ແລ້ວມັນບໍ່ແມ່ນແບບນັ້ນແທ້ບໍ? ພວກເຈົ້າຢ້ານທັງເຮົາ ແລະ ການຂ້ຽນຕີຂອງເຮົາ ແຕ່ພວກເຈົ້າຍັງລຸກຢືນຂຶ້ນ, ຕໍ່ຕ້ານເຮົາ ແລະ ຕັດສິນເຮົາຢ່າງເປີດເຜີຍ. ມັນບໍ່ແມ່ນແນວນັ້ນບໍ? ມະນຸດບໍ່ເຄີຍຮູ້ຈັກເຮົາ ຍ້ອນວ່າເຂົາບໍ່ເຄີຍເຫັນໜ້າຂອງເຮົາ ຫຼື ໄດ້ຍິນສຽງຂອງເຮົາ. ສະນັ້ນ, ເຖິງແມ່ນວ່າ ເຮົາຈະຢູ່ພາຍໃນໃຈຂອງມະນຸດ ແຕ່ໃນໃຈຂອງຜູ້ໃດທີ່ມີເຮົາແບບບໍ່ມືດມົວ ແລະ ສັບສົນແດ່? ໃນໃຈຂອງຜູ້ໃດທີ່ມີເຮົາຢ່າງຊັດເຈນທີ່ສຸດ? ເຮົາບໍ່ປາດຖະໜາ ທີ່ຈະໃຫ້ຜູ້ທີ່ເປັນປະຊາຊົນຂອງເຮົາ ເຫັນເຮົາແບບເລື່ອນລອຍ ແລະ ມືດມົວ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເລີ່ມພາລະກິດທີ່ຍິ່ງໃຫຍ່ນີ້.

ເຮົາມາຢູ່ທ່າມກາງມະນຸດຢ່າງງຽບໆ ແລະ ເຮົາກໍລອຍຈາກໄປ. ມີໃຜເຄີຍເຫັນເຮົາບໍ່? ດວງຕາເວັນທີ່ສາມາດເຫັນເຮົາ ຍ້ອນແປວໄຟທີ່ເຜົາໄໝ້ຂອງມັນບໍ? ດວງຈັນສາມາດເຫັນເຮົາ ຍ້ອນຄວາມໃສແຈ້ງຂອງມັນບໍ? ດວງດາວທັງຫຼາຍທີ່ສາມາດເຫັນເຮົາ ຍ້ອນພວກມັນຢູ່ໃນທ້ອງຟ້າບໍ? ເມື່ອເຮົາມາ, ມະນຸດແມ່ນບໍ່ຮູ້ຈັກ ແລະ ທຸກສິ່ງກໍຂາດຄວາມຮູ້ ແລະ ເມື່ອເຮົາຈາກໄປ ມະນຸດກໍຍັງບໍ່ຮູ້ຄືເກົ່າ. ແມ່ນໃຜສາມາດເປັນພະຍານໃຫ້ແກ່ເຮົາໄດ້ແດ່? ມັນສາມາດເປັນຄໍາສັນລະເສີນຂອງຜູ້ຄົນເທິງແຜ່ນດິນໂລກໄດ້ບໍ? ສາມາດເປັນດອກໄມ້ລິລິທີ່ເບັ່ງບານໃນປ່າໄດ້ບໍ? ເປັນນົກທີ່ບິນຢູ່ເທິງຟ້າໄດ້ບໍ? ເປັນສິງໂຕທີ່ຮ້ອງໃນພູເຂົາໄດ້ບໍ? ບໍ່ມີໃຜສາມາດເປັນພະຍານໃຫ້ກັບເຮົາ! ບໍ່ມີໃຜສາມາດເຮັດພາລະກິດທີ່ເຮົາເຮັດ! ເຖິງແມ່ນວ່າ ພວກເຂົາຈະເຮັດພາລະກິດນີ້ ແຕ່ມັນຈະມີຜົນຫຍັງ? ແຕ່ລະມື້ ເຮົາສັງເກດເບິ່ງທຸກການກະທໍາຂອງຫຼາຍຄົນ ແລະ ແຕ່ລະມື້ ເຮົາຊອກຫາຫົວໃຈ ແລະ ຈິດໃຈຂອງຫຼາຍຄົນ; ບໍ່ມີໃຜເຄີຍໜີພົ້ນຈາກການພິພາກສາຂອງເຮົາ ແລະ ບໍ່ມີໃຜເຄີຍຫຼົບຫຼິກຈາກຄວາມເປັນຈິງຂອງການພິພາກສາຂອງເຮົາໄດ້. ເຮົາຢືນຢູ່ເທິງຟ້າ ແລະ ຫຼຽວເບິ່ງຢ່າງກວ້າງໄກ: ຈໍານວນຄົນທີ່ນັບບໍ່ຖ້ວນຖືກເຮົາຕີລົງ ແລະ ເຊັ່ນດຽວກັນ ກໍມີຈໍານວນຄົນທີ່ນັບບໍ່ຖ້ວນດໍາລົງຊີວິດຢູ່ທ່າມກາງຄວາມກະລຸນາ ແລະ ຄວາມຮັກຂອງເຮົາ. ພວກເຈົ້າບໍ່ໄດ້ດໍາລົງຊີວິດຢູ່ພາຍໃຕ້ສະຖານະການດັ່ງກ່າວນີ້ເຊັ່ນກັນບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 11

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 241)

ເທິງແຜ່ນດິນໂລກ, ເຮົາຄຶພຣະເຈົ້າທີ່ແທ້ຈິງທີ່ປະຕິບັດຢູ່ໃນຫົວໃຈຂອງມະນຸດ; ໃນສະຫວັນ, ເຮົາເປັນເຈົ້ານາຍຂອງສັບພະສິ່ງທັງປວງ. ເຮົາໄດ້ປີນພູເຂົາ ແລະ ລຸຍຂ້າມແມ່ນໍ້າ ແລະ ເຮົາຍັງລອຍເຂົ້າ ແລະ ອອກທ່າມກາງມະນຸດ. ແມ່ນໃຜກ້າຕໍ່ຕ້ານພຣະເຈົ້າທີ່ແທ້ຈິງຢ່າງເປີດເຜີຍແດ່? ແມ່ນໃຜກ້າໜີໄປຈາກອຳນາດຂອງອົງຊົງລິດທານຸພາບສູງສຸດ? ແມ່ນໃຜກ້າຢືນຢັນວ່າເຮົາຢູ່ໃນສະຫວັນໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວເລີຍ? ຍິ່ງໄປກວ່ານັ້ນ, ແມ່ນໃຜກ້າຢືນຢັນວ່າເຮົາໂຕ້ແຍ້ງບໍ່ໄດ້ຢູ່ແຜ່ນດີນໂລກ? ບໍ່ມີໃຜໃນມະນຸດຊາດທີ່ສາມາດກ່າວເຖິງສະຖານທີ່ທຸກແຫ່ງທີ່ເຮົາອາໄສເປັນລາຍລະອຽດໄດ້. ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ໃນສະຫວັນ, ເຮົາກໍເປັນພຣະເຈົ້າທີ່ຢູ່ເໜືອທຳມະຊາດ ແລະ ເມື່ອເຮົາຢູ່ເທິງແຜ່ນດິນໂລກ, ເຮົາກໍເປັນພຣະເຈົ້າທີ່ແທ້ຈິງ? ແນ່ນອນຢູ່ແລ້ວວ່າ ການທີ່ເຮົາເປັນພຣະເຈົ້າທີ່ແທ້ຈິງ ຫຼື ບໍ່ນັ້ນ ແມ່ນບໍ່ສາມາດຖືກກໍານົດໂດຍການທີ່ເຮົາເປັນຜູ້ປົກຄອງຂອງສັບພະສິ່ງທັງປວງ ຫຼື ຄວາມຈິງທີ່ວ່າ ເຮົາປະສົບກັບຄວາມທົນທຸກຂອງໂລກມະນຸດ, ມັນສາມາດເປັນໄປໄດ້ບໍ? ຖ້າເປັນແບບນັ້ນ, ແລ້ວມະນຸດຈະບໍ່ໂງ່ຈ້າຈົນຄາດຫວັງນໍາບໍ່ໄດ້ເລີຍບໍ? ເຮົາຢູ່ໃນສະຫວັນ, ເຮົາຍັງຢູ່ເທິງແຜ່ນດິນໂລກ; ເຮົາຢູ່ທ່າມກາງບັນດາສັບພະສິ່ງທັງປວງ ແລະ ຍັງຢູ່ທ່າມກາງຄົນຈຳນວນຫຼວງຫຼາຍ. ມະນຸດສາມາດສຳຜັດເຮົາໃນແຕ່ລະມື້; ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນເຮົາໃນແຕ່ລະມື້. ສໍາລັບມະນຸດແລ້ວ, ເຮົາເບິ່ງຄືກັບວ່າລີ້ລັບໃນບາງເທື່ອ ແລະ ບາງເທື່ອກໍສາມາດເຫັນໄດ້; ເບິ່ງຄືວ່າ ເຮົາມີຕົວຕົນແທ້ຈິງ ແຕ່ກໍເບິ່ງຄືວ່າ ເຮົາບໍ່ມີຕົວຕົນ. ໃນຕົວເຮົາແມ່ນມີຄວາມເລິກລັບທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ມັນຄືກັບວ່າມະນຸດທຸກຄົນກຳລັງເບິ່ງເຮົາຢ່າງລະອຽດຜ່ານກ້ອງຈຸລະທັດເພື່ອຄົ້ນຫາຄວາມເລິກລັບທີ່ຫຼາຍຂຶ້ນຕື່ມໃນຕົວເຮົາ ໂດຍຫວັງວ່າຈະກຳຈັດຄວາມຮູ້ສຶກອຶດອັດທີ່ຢູ່ໃນຫົວໃຈຂອງພວກເຂົາ. ຢ່າງໃດກໍຕາມ, ເຖິງແມ່ນວ່າພວກເຂົາຈະໃຊ້ການສ່ອງລັງສີ, ມະນຸດກໍຈະສາມາດຄົ້ນພົບຄວາມລັບທີ່ເຮົາມີໄດ້ແນວໃດ?

ເມື່ອຄົນຂອງເຮົາຖືກຍົກຍ້ອງຮ່ວມກັບເຮົາຜ່ານການປະຕິບັດພາລະກິດຂອງເຮົາ, ໃນເວລານັ້ນ ບ່ອນຫຼົບຊ້ອນຂອງມັງກອນແດງທີ່ຍິ່ງໃຫຍ່ກໍຈະຖືກຂຸດພໍ້, ຂີ້ຕົມ ແລະ ຂີ້ຝຸ່ນທັງໝົດຈະຖືກກວາດໃຫ້ສະອາດ ແລະ ນໍ້າທີ່ຖືກມົນລະພິດ ທີ່ສະສົມເປັນເວລາຫຼາຍປີໂດຍນັບບໍ່ຖ້ວນ ກໍຈະເຫືອດແຫ້ງດ້ວຍໄຟທີ່ເຜົາໄໝ້ຂອງເຮົາຈົນບໍ່ມີຢູ່ອີກຕໍ່ໄປ. ດັ່ງນັ້ນ ມັງກອນແດງທີ່ຍິ່ງໃຫຍ່ຈະດັບສະຫຼາຍໄປໃນທະເລສາບແຫ່ງແປວໄຟ ແລະ ມາດ. ພວກເຈົ້າເຕັມໃຈຢ່າງແທ້ຈິງທີ່ຈະຍັງຢູ່ພາຍໃຕ້ການດູແລດ້ວຍຄວາມຮັກຂອງເຮົາບໍ ເພື່ອຈະບໍ່ຖືກມັງກອນຍາດເອົາໄປ? ພວກເຈົ້າກຽດຊັງກົນອຸບາຍທີ່ຫຼອກລວງຂອງມັນແທ້ບໍ? ແມ່ນໃຜສາມາດເປັນພະຍານທີ່ຊື່ສັດໃຫ້ກັບເຮົາໄດ້? ເພື່ອຊື່ຂອງເຮົາ, ເພື່ອພຣະວິນຍານຂອງເຮົາ ແລະ ເພື່ອແຜນການຄຸ້ມຄອງທັງໝົດຂອງເຮົາ, ມີຜູ້ໃດສາມາດຖວາຍກໍາລັງທັງໝົດຂອງພວກເຂົາບໍ? ໃນປັດຈຸບັນ ເມື່ອອານາຈັກຢູ່ໃນໂລກມະນຸດ, ນັ້ນກໍເປັນເວລາທີ່ເຮົາໄດ້ມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ. ຖ້າບໍ່ເປັນແບບນີ້, ມີຜູ້ໃດສາມາດເຂົ້າສູ່ສະໜາມຮົບແທນເຮົາໂດຍບໍ່ມີຄວາມຢ້ານກົວໃດໆບໍ? ເພື່ອວ່າ ອານາຈັກຈະໄດ້ເປັນຮູບປະທໍາ, ເພື່ອຫົວໃຈຂອງເຮົາຈະຖືກເຮັດໃຫ້ພໍໃຈ ແລະ ຍິ່ງໄປກວ່ານັ້ນແມ່ນເພື່ອມື້ຂອງເຮົາຈະມາເຖິງ, ເພື່ອວ່າ ເວລານັ້ນອາດມາເຖິງເມື່ອສັບພະສິ່ງທັງປວງຈະໄດ້ເກີດໃໝ່ ແລະ ອຸດົມສົມບູນ, ເພື່ອມະນຸດຈະຖືກຊ່ວຍໃຫ້ພົ້ນຈາກທະເລແຫ່ງການທົນທຸກ, ເພື່ອວ່າມື້ອື່ນຈະມາເຖິງ ແລະ ເພື່ອວ່າ ມື້ນັ້ນຈະມະຫັດສະຈັນ ແລະ ເກີດດອກອອກຜົນ ແລະ ຈະເລີນຮຸ່ງເຮືອງ ແລະ ຍິ່ງໄປກວ່ານັ້ນກໍເພື່ອວ່າ ຄວາມສຸກໃນອະນາຄົດຈະເກີດຂຶ້ນ, ມະນຸດທຸກຄົນກຳລັງດິ້ນຮົນດ້ວຍກຳລັງທັງໝົດຂອງພວກເຂົາ, ເສຍສະຫຼະຕົນເອງສຳລັບເຮົາໂດຍບໍ່ຈົ່ງຫຍັງໄວ້ເລີຍ. ນີ້ບໍ່ແມ່ນສັນຍານບົ່ງບອກບໍວ່າ ໄຊຊະນະເປັນຂອງເຮົາແລ້ວບໍ? ມັນບໍ່ແມ່ນເຄື່ອງໝາຍໃນການເຮັດແຜນການຂອງເຮົາໃຫ້ສໍາເລັດບໍ?

ຍິ່ງຜູ້ຄົນດຳລົງຊີວິດໃນຍຸກສຸດທ້າຍຫຼາຍສໍ່າໃດ, ພວກເຂົາຍິ່ງຮູ້ສຶກເຖິງຄວາມວ່າງເປົ່າຂອງໂລກຫຼາຍສໍ່ານັ້ນ ແລະ ພວກເຂົາຍິ່ງມີຄວາມກ້າຫານທີ່ຈະດຳລົງຊີວິດໜ້ອຍລົງສໍ່ານັ້ນ. ຍ້ອນເຫດຜົນນີ້, ຜູ້ຄົນຈຳນວນຫຼວງຫຼາຍໄດ້ຕາຍຍ້ອນຄວາມຜິດຫວັງ, ຄົນອື່ນໆອີກຫຼວງຫຼາຍກໍຖືກເຮັດໃຫ້ຜິດຫວັງໃນການຄົ້ນຫາຂອງພວກເຂົາ ແລະ ຄົນອື່ນໆອີກຫຼວງຫຼາຍແມ່ນທົນທຸກກັບການຖືກຄວບຄຸມໂດຍມືຂອງຊາຕານ. ເຮົາໄດ້ຊ່ວຍຊີວິດຜູ້ຄົນຈຳນວນຫຼວງຫຼາຍ ແລະ ສະໜັບສະໜູນຫຼາຍຄົນ ແລະ ຫຼາຍຄັ້ງ ເມື່ອມະນຸດໄດ້ສູນເສຍແສງສະຫວ່າງ, ເຮົາກໍຍ້າຍພວກເຂົາກັບຄືນໄປສູ່ບ່ອນທີ່ມີແສງສະຫວ່າງ, ເພື່ອວ່າ ພວກເຂົາອາດຮູ້ຈັກເຮົາພາຍໃນແສງສະຫວ່າງ ແລະ ຮັບເອົາເຮົາຢ່າງມີຄວາມສຸກ. ເພາະການມາເຖິງຂອງແສງສະຫວ່າງຂອງເຮົາ, ການບູຊາຈຶ່ງເກີດຂຶ້ນໃນຫົວໃຈຂອງຜູ້ຄົນທີ່ອາໄສຢູ່ໃນອານາຈັກຂອງເຮົາ, ຍ້ອນເຮົາເປັນພຣະເຈົ້າເພື່ອໃຫ້ມະນຸດຮັກ, ເປັນພຣະເຈົ້າທີ່ມະນຸດຍຶດຕິດດ້ວຍຄວາມຮັກ ແລະ ມະນຸດແມ່ນເຕັມໄປດ້ວຍຄວາມປະທັບໃຈ ໄປຕໍ່ຮູບຮ່າງຂອງເຮົາ. ຢ່າງໃດກໍຕາມ ເມື່ອທຸກຢ່າງຖືກກ່າວ ແລະ ເຮັດໃຫ້ສຳເລັດແລ້ວ ກໍບໍ່ມີຜູ້ໃດທີ່ເຂົ້າໃຈວ່າ ສິ່ງນີ້ແມ່ນການປະຕິບັດພາລະກິດຂອງພຣະວິນຍານ ຫຼື ເປັນໜ້າທີ່ຂອງເນື້ອໜັງ. ຜູ້ຄົນຈະຕ້ອງໄດ້ໃຊ້ເວລາທັງຊີວິດພຽງເພື່ອປະສົບກັບສິ່ງນີ້ສິ່ງດຽວຢ່າງລະອຽດ. ມະນຸດບໍ່ເຄີຍກຽດຊັງເຮົາໃນສ່ວນເລິກທີ່ສຸດຂອງຫົວໃຈຂອງພວກເຂົາ; ກົງກັນຂ້າມ ພວກເຂົາຍຶດຕິດກັບເຮົາໃນສ່ວນເລິກຂອງຈິດວິນຍານຂອງພວກເຂົາ. ສະຕິປັນຍາຂອງເຮົາເຮັດໃຫ້ເກີດການເຄົາລົບຂອງພວກເຂົາ, ສິ່ງມະຫັດສະຈັນທີ່ເຮົາກຳລັງປະຕິບັດເປັນອາຫານຕໍ່ສາຍຕາຂອງພວກເຂົາ, ພຣະທຳຂອງເຮົາເຮັດໃຫ້ຄວາມຄິດຂອງພວກເຂົາສັບສົນ ແຕ່ພວກເຂົາກໍຖະໜອມພຣະທຳເຫຼົ່ານັ້ນຢ່າງສຸດຊຶ້ງ. ຄວາມເປັນຈິງຂອງເຮົາເຮັດໃຫ້ມະນຸດເວົ້າບໍ່ອອກ, ຕົກສະເງີ້ ແລະ ມຶນງົງ ແຕ່ເຖິງຢ່າງໃດ ພວກເຂົາກໍເຕັມໃຈທີ່ຈະຍອມຮັບສິ່ງນີ້. ນີ້ບໍ່ແມ່ນການວັດແທກມະນຸດຕາມສິ່ງທີ່ເຂົາເປັນແທ້ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 15

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 242)

1. ມະນຸດບໍ່ຄວນສັນລະເສີນຕົນເອງ ຫຼື ຍົກຍ້ອງຕົນເອງ. ເຂົາຄວນນະມັດສະການ ແລະ ສັນລະເສີນພຣະເຈົ້າ.

2. ໃຫ້ເຮັດທຸກສິ່ງທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ເຮັດສິ່ງທີ່ສ້າງຄວາມເສຍຫາຍໃຫ້ກັບຜົນປະໂຫຍດໃນພາລະກິດຂອງພຣະເຈົ້າ. ໃຫ້ປົກປ້ອງພຣະນາມຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ.

3. ເງິນ, ວັດຖຸສິ່ງຂອງ ແລະ ຊັບສິນທັງໝົດໃນຄົວເຮືອນຂອງພຣະເຈົ້າ ແມ່ນເຄື່ອງຖວາຍທີ່ມະນຸດຄວນມອບໃຫ້. ບໍ່ມີຜູ້ໃດອາດມີຄວາມສຸກກັບເຄື່ອງຖວາຍເຫຼົ່ານີ້ນອກຈາກນັກບວດ ແລະ ພຣະເຈົ້າ ຍ້ອນເຄື່ອງຖວາຍຂອງມະນຸດ ແມ່ນມີໄວ້ສໍາລັບຄວາມສຸກຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ແບ່ງປັນເຄື່ອງຖວາຍເຫຼົ່ານີ້ກັບນັກບວດເທົ່ານັ້ນ; ບໍ່ມີຜູ້ໃດທີ່ມີຄຸນສົມບັດ ຫຼື ມີສິດທີ່ຈະມີຄວາມສຸກໃນສ່ວນໃດສ່ວນໜຶ່ງຂອງເຄື່ອງຖວາຍເຫຼົ່ານີ້. ເຄື່ອງຖວາຍທັງໝົດຂອງມະນຸດ (ລວມທັງເງິນ ແລະ ວັດຖຸສິ່ງຂອງທີ່ສາມາດນໍາໃຊ້) ແມ່ນມອບໃຫ້ພຣະເຈົ້າ, ບໍ່ແມ່ນມອບໃຫ້ມະນຸດ ແລະ ດ້ວຍເຫດນີ້ ມະນຸດຈຶ່ງບໍ່ຄວນມີຄວາມສຸກກັບສິ່ງເຫຼົ່ານີ້; ຖ້າມະນຸດຈະມີຄວາມສຸກກັບສິ່ງເຫຼົ່ານີ້, ແລ້ວເຂົາກໍ່ກຳລັງລັກເອົາເຄື່ອງຖວາຍ. ຜູ້ໃດກໍ່ຕາມທີ່ເຮັດສິ່ງນີ້ແມ່ນຢູດາ ເພາະວ່ານອກຈາກຈະເປັນຄົນທໍລະຍົດແລ້ວ ຢູດາຍັງຊ່ວຍຕົນເອງໂດຍການລັກເອົາສິ່ງທີ່ຢູ່ໃນຖົງເງິນນໍາອີກ.

4. ມະນຸດມີອຸປະນິໄສທີ່ເສື່ອມຊາມ ແລະ ຍິ່ງໄປກວ່ານັ້ນ ມະນຸດມີອາລົມ. ເມື່ອເປັນເຊັ່ນນັ້ນ, ມັນຈຶ່ງເປັນການຫ້າມຢ່າງເດັດຂາດບໍ່ໃຫ້ສະມາຊິກສອງຄົນ ທີ່ເປັນເພດກົງກັນຂ້າມເຮັດວຽກຮ່ວມກັນຕາມລໍາພັງ ເມື່ອກຳລັງຮັບໃຊ້ພຣະເຈົ້າ. ຜູ້ໃດກໍ່ຕາມທີ່ຖືກຄົ້ນພົບວ່າໄດ້ເຮັດແບບນັ້ນແມ່ນຈະຖືກຂັບໄລ່ອອກ ໂດຍບໍ່ມີຂໍ້ຍົກເວັ້ນ.

5. ຢ່າຕັດສິນພຣະເຈົ້າ ຫຼື ສົນທະນາເລື່ອງຕ່າງໆທີ່ກ່ຽວກັບພຣະເຈົ້າຕາມອຳເພີໃຈ. ເຮັດໃນສິ່ງທີ່ມະນຸດຄວນເຮັດ ແລະ ເວົ້າດັ່ງທີ່ມະນຸດຄວນເວົ້າ ແລະ ຢ່າກ້າວກ່າຍຂີດຈຳກັດ ຫຼື ລ່ວງລະເມີດຂອບເຂດ. ໃຫ້ລະວັງຄໍາເວົ້າ ແລະ ເອົາໃຈໃສ່ບ່ອນທີ່ເຈົ້າກ້າວໄປ, ເພື່ອຫຼີກເວັ້ນບໍ່ໃຫ້ເຈົ້າປະຕິບັດສິ່ງໃດໜຶ່ງທີ່ລ່ວງເກີນອຸປະນິໄສຂອງພຣະເຈົ້າ.

6. ເຮັດໃນສິ່ງທີ່ມະນຸດຄວນເຮັດ ແລະ ປະຕິບັດພັນທະຂອງເຈ້ົາ ແລະ ປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ຍຶດໝັ້ນກັບໜ້າທີ່ຂອງເຈົ້າ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍ່ຄວນປະກອບສ່ວນຕໍ່ພາລະກິດຂອງພຣະເຈົ້າ; ຖ້າເຈົ້າບໍ່ປະຕິບັດເຊັ່ນນັ້ນ, ແລ້ວເຈົ້າກໍບໍ່ເໝາະທີ່ຈະກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ບໍ່ເໝາະສົມທີ່ຈະອາໄສຢູ່ໃນຄົວເຮືອນຂອງພຣະເຈົ້າ.

7. ໃນພາລະກິດ ແລະ ເລື່ອງໃນຄຣິຕະຈັກ ນອກຈາກການເຊື່ອຟັງພຣະເຈົ້າແລ້ວ, ໃຫ້ປະຕິບັດຕາມຄໍາສັ່ງຂອງຄົນທີ່ພຣະວິນຍານບໍລິສຸດໃຊ້ໃນທຸກສິ່ງ. ແມ່ນແຕ່ການລະເມີດກົດລະບຽບພຽງແຕ່ໜ້ອຍດຽວກໍ່ບໍ່ສາມາດຍອມຮັບໄດ້. ໃຫ້ເດັດຂາດໃນການປະຕິບັດຂອງເຈົ້າ ແລະ ບໍ່ຕ້ອງວິເຄາະສິ່ງທີ່ຖືກ ຫຼື ຜິດ; ສິ່ງທີ່ຖືກ ຫຼື ຜິດບໍ່ກ່ຽວຫຍັງກັບເຈົ້າ. ເຈົ້າຕ້ອງເຮັດໃຫ້ຕົນເອງສົນໃຈກັບຄວາມເຊື່ອຟັງຢ່າງສົມບູນເທົ່ານັ້ນ.

8. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນເຊື່ອຟັງພຣະເຈົ້າ ແລະ ນະມັດສະການພຣະອົງ. ຢ່າສັນລະເສີນ ຫຼື ນັບຖືບຸກຄົນໃດໜຶ່ງ; ຢ່າວາງພຣະເຈົ້າໄວ້ທີໜຶ່ງ, ຜູ້ຄົນທີ່ເຈົ້າເຄົາລົບມາເປັນທີສອງ ແລະ ຕົນເອງເປັນທີສາມ. ບໍ່ມີຜູ້ໃດຄູ່ຄວນທີ່ຈະມີຕໍາແໜ່ງໃນຫົວໃຈຂອງເຈົ້າ ແລະ ເຈົ້າບໍ່ຄວນພິຈາລະນາໃຫ້ຄົນອື່ນ ໂດຍສະເພາະຄົນທີ່ເຈົ້າເຄົາລົບ ມີຄວາມເທົ່າທຽມກັບພຣະເຈົ້າ ຫຼື ສະເໝີພາບກັບພຣະອົງ. ພຣະເຈົ້າແມ່ນຈະບໍ່ຍອມທົນຕໍ່ສິ່ງນີ້.

9. ຮັກສາຄວາມຄິດຂອງເຈົ້າໃຫ້ຢູ່ກ່ຽວກັບວຽກງານຂອງຄຣິດຕະຈັກ. ປະຖິ້ມຄວາມຄາດຫວັງສໍາລັບເນື້ອໜັງຂອງເຈົ້າເອງ, ເດັດຂາດກັບເລື່ອງຄອບຄົວ, ອຸທິດຕົນໝົດໃຈຕໍ່ພາລະກິດຂອງພຣະເຈົ້າ ແລະ ວາງພາລະກິດຂອງພຣະເຈົ້າເປັນທີໜຶ່ງ ແລະ ຊີວິດຂອງເຈົ້າເປັນທີສອງ. ນີ້ຄືການປະພຶດທີ່ດີຂອງໄພ່ພົນ.

10. ຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອ (ລູກຂອງເຈົ້າ, ຜົວ ຫຼື ເມຍຂອງເຈົ້າ, ເອື້ອຍນ້ອງຂອງເຈົ້າ ຫຼື ພໍ່ແມ່ຂອງເຈົ້າ ແລະ ຄົນອື່ນໆ) ບໍ່ຄວນຖືກບັງຄັບໃຫ້ເຂົ້າຮ່ວມຄຣິດຕະຈັກ. ຄົວເຮືອນຂອງພຣະເຈົ້າມີຈໍານວນສະມາຊິກບໍ່ໜ້ອຍ ແລະ ບໍ່ມີຄວາມຈໍາເປັນທີ່ຈະຕ້ອງເພີ່ມຈໍານວນຄົນທີ່ບໍ່ມີປະໂຫຍດ. ບໍ່ຄວນນໍາພາຜູ້ຄົນທີ່ບໍ່ເຊື່ອຢ່າງເຕັມໃຈເຂົ້າມາໃນຄຣິດຕະຈັກ. ບົດບັນຍັດນີ້ແມ່ນແນໃສ່ທຸກຄົນ. ພວກເຈົ້າຄວນກວດກາ, ຕິດຕາມ ແລະ ເຕືອນກັນກ່ຽວກັບເລື່ອງນີ້; ບໍ່ມີຜູ້ໃດອາດລະເມີດບົດບັນຍັດ. ແມ່ນແຕ່ເມື່ອຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອໄດ້ເຂົ້າໄປໃນຄຣິດຕະຈັກຢ່າງບໍ່ເຕັມໃຈ, ພວກເຂົາກໍບໍ່ຄວນໄດ້ຮັບໜັງສື ຫຼື ໄດ້ຮັບຊື່ໃໝ່; ຄົນດັ່ງກ່າວບໍ່ແມ່ນຄົນໃນຄົວເຮືອນຂອງພຣະເຈົ້າ ແລະ ທາງເຂົ້າສູ່ຄຣິດຕະຈັກຕ້ອງຖືກຫ້າມດ້ວຍທຸກວິທີທາງທີ່ຈຳເປັນ. ຖ້າເກີດບັນຫາຕໍ່ຄຣິດຕະຈັກເນື່ອງຈາກການບຸກລຸກຂອງມານຮ້າຍ, ແລ້ວເຈົ້າເອງກໍ່ຈະຖືກຂັບໄລ່ອອກ ຫຼື ເຮັດໃຫ້ມີຂໍ້ຈຳກັດຕໍ່ເຈົ້າ. ສະຫຼຸບກໍ່ຄື ທຸກຄົນມີຄວາມຮັບຜິດຊອບໃນເລື່ອງນີ້, ເຈົ້າບໍ່ຄວນປະໝາດ ຫຼື ບໍ່ຄວນໃຊ້ມັນເພື່ອເປັນການແກ້ແຄ້ນສ່ວນຕົວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບົດບັນຍັດບໍລິຫານສິບຂໍ້ທີ່ຄົນທີ່ພຣະເຈົ້າເລືອກໄວ້ຕ້ອງເຊື່ອຟັງໃນຍຸກແຫ່ງລາຊະອານາຈັກ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 243)

ຜູ້ຄົນຕ້ອງຍຶດໝັ້ນຕໍ່ຫຼາຍໜ້າທີ່ ທີ່ພວກເຂົາຄວນປະຕິບັດ. ນີ້ຄືສິ່ງທີ່ຜູ້ຄົນຄວນຍຶດໝັ້ນ ແລະ ນີ້ຄືສິ່ງທີ່ພວກເຂົາຕ້ອງປະຕິບັດ. ຈົ່ງປ່ອຍໃຫ້ພຣະວິນຍານບໍລິສຸດເຮັດໃນສິ່ງທີ່ພຣະວິນຍານບໍລິສຸດຕ້ອງເຮັດ; ມະນຸດບໍ່ສາມາດມີບົດບາດໃນສິ່ງດັ່ງກ່າວ. ມະນຸດຄວນຍຶດໝັ້ນໃນສິ່ງທີ່ມະນຸດຄວນເຮັດ ເຊິ່ງບໍ່ມີສ່ວນກ່ຽວຂ້ອງກັບພຣະວິນຍານບໍລິສຸດ. ມັນບໍ່ແມ່ນຫຍັງເລີຍ ນອກຈາກເປັນສິ່ງທີ່ມະນຸດຄວນເຮັດ ແລະ ຄວນຍຶດໝັ້ນດັ່ງພຣະບັນຍັດ, ຄືກັນກັບການຍຶດໝັ້ນຕາມພຣະບັນຍັດໃນພັນທະສັນຍາເດີມ. ເຖິງປັດຈຸບັນຈະບໍ່ແມ່ນຍຸກແຫ່ງພຣະບັນຍັດ ແຕ່ກໍຍັງມີພຣະທໍາຫຼາຍຂໍ້ທີ່ຄວນຍຶດໝັ້ນ ເຊິ່ງຢູ່ໃນຮູບແບບດຽວກັບພຣະທຳໃນຍຸກແຫ່ງພຣະບັນຍັດ. ພຣະທໍາເຫຼົ່ານີ້ບໍ່ໄດ້ຖືກດໍາເນີນພຽງແຕ່ອາໄສການສໍາຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ, ແຕ່ກົງກັນຂ້າມ ພວກມັນແມ່ນສິ່ງທີ່ມະນຸດຄວນຍຶດໝັ້ນ. ຕົວຢ່າງ:

ເຈົ້າຈະບໍ່ຕັດສິນພາລະກິດຂອງພຣະເຈົ້າທີ່ແທ້ຈິງ.

ເຈົ້າຈະບໍ່ຕໍ່ຕ້ານມະນຸດ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້.

ຕໍ່ໜ້າພຣະເຈົ້າ, ເຈົ້າຈະຮັກສາຕໍາແໜ່ງຂອງເຈົ້າ ແລະ ຈະບໍ່ເຮັດຜິດສິນທໍາ.

ຖ້ອຍຄໍາຂອງເຈົ້າຄວນມີຄວາມເໝາະສົມ ແລະ ຄໍາເວົ້າ ແລະ ການກະທໍາຂອງເຈົ້າຕ້ອງປະຕິບັດຕາມການຈັດແຈງຂອງມະນຸດທີ່ພຣະເຈົ້າໄດ້ເປັນພະຍານໃຫ້.

ເຈົ້າຄວນເຄົາລົບພະຍານຂອງພຣະເຈົ້າ. ເຈົ້າຈະບໍ່ເມີນເສີຍຕໍ່ພາລະກິດຂອງພຣະເຈົ້າ ແລະ ພຣະທໍາທີ່ອອກຈາກປາກຂອງພຣະອົງ.

ເຈົ້າຈະບໍ່ຮຽນແບບນໍ້າສຽງ ແລະ ຈຸດປະສົງຂອງພຣະຄໍາຂອງພຣະເຈົ້າ.

ສ່ວນດ້ານພາຍນອກ, ເຈົ້າຈະບໍ່ເຮັດໃນສິ່ງທີ່ເປັນການຕໍ່ຕ້ານຕໍ່ມະນຸດ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ຢ່າງເປີດເຜີຍ ແລະ ອື່ນໆອີກ.

ແຕ່ລະຄົນຄວນຍຶດໝັ້ນຕໍ່ສິ່ງເຫຼົ່ານີ້. ໃນແຕ່ລະຍຸກ, ພຣະເຈົ້າໄດ້ກໍານົດກົດລະບຽບຫຼາຍຂໍ້ທີ່ຄ້າຍຄືກັນກັບພຣະບັນຍັດ ແລະ ເປັນສິ່ງທີ່ມະນຸດຕ້ອງຍຶດໝັ້ນ. ດ້ວຍສິ່ງນີ້ ພຣະອົງໄດ້ຈໍາກັດອຸປະນິໄສຂອງມະນຸດ ແລະ ໄດ້ກວດສອບຄວາມຈິງໃຈຂອງມະນຸດ. ໃຫ້ເອົາພຣະທໍາທີ່ວ່າ “ຈົ່ງໃຫ້ກຽດພໍ່ຂອງເຈົ້າ ແລະ ແມ່ຂອງເຈົ້າ” ຂອງຍຸກແຫ່ງພັນທະສັນຍາເດີມເປັນຕົວຢ່າງ, ພຣະທໍາເຫຼົ່ານີ້ໃຊ້ກັບປັດຈຸບັນບໍ່ໄດ້; ໃນເວລານັ້ນ, ພຣະທໍາເຫຼົ່ານີ້ພຽງແຕ່ຈໍາກັດອຸປະນິໄສພາຍນອກບາງຢ່າງຂອງມະນຸດເທົ່ານັ້ນ ເຊິ່ງພຣະທໍາເຫຼົ່ານີ້ຖືກນໍາໃຊ້ເພື່ອສຳແດງຄວາມຈິງໃຈໃນຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າ ແລະ ເປັນສັນຍາລັກຂອງຄົນທີ່ເຊື່ອໃນພຣະເຈົ້າ. ເຖິງວ່າດຽວນີ້ຈະແມ່ນຍຸກແຫ່ງອານາຈັກ, ແຕ່ກໍຍັງມີກົດລະບຽບຫຼາຍຂໍ້ທີ່ມະນຸດຕ້ອງຍຶດໝັ້ນ. ກົດລະບຽບໃນອະດີດແມ່ນໃຊ້ການບໍ່ໄດ້ ແລະ ໃນປັດຈຸບັນ ມີການປະຕິບັດຫຼາຍຢ່າງທີ່ເໝາະສົມສໍາລັບມະນຸດຕ້ອງປະຕິບັດຕາມ ແລະ ເປັນສິ່ງທີ່ຈໍາເປັນ. ສິ່ງເຫຼົ່ານີ້ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ມະນຸດຈະຕ້ອງເປັນຄົນເຮັດສິ່ງເຫຼົ່ານີ້.

ໃນຍຸກແຫ່ງພຣະຄຸນ, ການປະຕິບັດຫຼາຍຢ່າງໃນຍຸກແຫ່ງພຣະບັນຍັດໄດ້ຖືກປະຖິ້ມ ຍ້ອນວ່າພຣະບັນຍັດເຫຼົ່ານີ້ບໍ່ມີປະສິດທິພາບໂດຍສະເພາະສຳລັບພາລະກິດໃນເວລານັ້ນ. ຫຼັງຈາກທີ່ພວກມັນຖືກປະຖິ້ມ, ການປະຕິບັດຫຼາຍຢ່າງໄດ້ຖືກກຳນົດອອກ ເຊິ່ງແທດເໝາະກັບຍຸກສະໄໝ ແລະ ກໍໄດ້ກາຍມາເປັນກົດລະບຽບຫຼາຍຂໍ້ໃນປັດຈຸບັນ. ເມື່ອພຣະເຈົ້າແຫ່ງປັດຈຸບັນສະເດັດມາ, ກົດລະບຽບເຫຼົ່ານີ້ແມ່ນຖືກລົບລ້າງ ແລະ ບໍ່ມີຄວາມຈໍາເປັນທີ່ຈະຕ້ອງຍຶດຖືອີກຕໍ່ໄປ ແລະ ການປະຕິບັດຫຼາຍຢ່າງໄດ້ຖືກກຳນົດອອກເພື່ອໃຫ້ແທດເໝາະກັບພາລະກິດໃນປັດຈຸບັນ. ໃນປັດຈຸບັນນີ້ ການປະຕິບັດເຫຼົ່ານີ້ບໍ່ແມ່ນກົດລະບຽບ ແຕ່ກົງກັນຂ້າມ ແມ່ນເຈດຕະນາເພື່ອໃຫ້ບັນລຸຜົນ; ການປະຕິບັດເຫຼົ່ານີ້ແມ່ນແທດເໝາະກັບປັດຈຸບັນ ແລະ ໃນອະນາຄົດ ບາງເທື່ອພວກມັນກໍອາດຈະກາຍເປັນກົດລະບຽບ. ສະຫຼຸບກໍຄື ເຈົ້າຄວນຍຶດໝັ້ນໃນສິ່ງທີ່ເປັນໝາກຜົນຕໍ່ພາລະກິດໃນປັດຈຸບັນ. ບໍ່ຕ້ອງສົນໃຈກັບເລື່ອງໃນອະນາຄົດ: ສິ່ງທີ່ເຮັດໃນປັດຈຸບັນແມ່ນເພື່ອຜົນປະໂຫຍດໃນປັດຈຸບັນ. ບາງເທື່ອໃນອະນາຄົດອາດຈະມີການປະຕິບັດທີ່ດີກວ່ານີ້ທີ່ເຈົ້າຈໍາເປັນຕ້ອງປະຕິບັດ ແຕ່ຈົ່ງຢ່າໃສ່ໃຈກັບສິ່ງເຫຼົ່ານັ້ນຫຼາຍເກີນໄປ. ກົງກັນຂ້າມ ຈົ່ງຍຶດໝັ້ນໃນສິ່ງທີ່ຄວນຍຶດໝັ້ນໃນປັດຈຸບັນເພື່ອຫຼີກເວັ້ນການຕໍ່ຕ້ານພຣະເຈົ້າ. ໃນປັດຈຸບັນ ບໍ່ມີສິ່ງໃດທີ່ສຳຄັນໃຫ້ມະນຸດຍຶດໝັ້ນໄປກວ່າສິ່ງຕໍ່ໄປນີ້:

ເຈົ້າຕ້ອງບໍ່ພະຍາຍາມຫຼອກລວງພຣະເຈົ້າທີ່ຢືນຢູ່ຕໍ່ໜ້າເຈົ້າ ຫຼື ປິດບັງສິ່ງໃດໜຶ່ງຈາກພຣະອົງ.

ເຈົ້າຈະບໍ່ເວົ້າໃນສິ່ງທີ່ຫຍາບຄາຍ ຫຼື ໃນສິ່ງທີ່ອວດດີຕໍ່ໜ້າພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າ.

ເຈົ້າຕ້ອງບໍ່ຫຼອກລວງພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າ ໂດຍໃຊ້ຄໍາເວົ້າທີ່ອ່ອນຫວານ ແລະ ຖ້ອຍຄໍາທີ່ຈົບງາມເພື່ອຮັບເອົາຄວາມໄວ້ວາງໃຈຈາກພຣະເຈົ້າ.

ເຈົ້າຈະບໍ່ກະທໍາໃນສິ່ງທີ່ບໍ່ເຄົາລົບຕໍ່ໜ້າພຣະເຈົ້າ. ເຈົ້າຈະເຊື່ອຟັງໃນທຸກສິ່ງທີ່ກ່າວອອກຈາກປາກຂອງພຣະເຈົ້າ ແລະ ຈະບໍ່ຂັດຂືນ, ຕໍ່ຕ້ານ ຫຼື ໂຕ້ຖຽງພຣະທໍາຂອງພຣະອົງ.

ເຈົ້າຈະບໍ່ຕີຄວາມໝາຍພຣະທໍາທີ່ກ່າວຈາກປາກຂອງພຣະເຈົ້າ ຕາມທີ່ເຈົ້າຄິດວ່າເຫັນຄວນ. ເຈົ້າຄວນລະວັງລີ້ນຂອງເຈົ້າ ເພື່ອຫຼີກເວັ້ນບໍ່ໃຫ້ມັນເຮັດໃຫ້ເຈົ້າຕົກເປັນເຫຍື່ອຂອງແຜນການຫຼອກລວງຂອງຄົນຊົ່ວ.

ເຈົ້າຄວນລະວັງບາດກ້າວຂອງຕົວເຈົ້າ ເພື່ອຫຼີກເວັ້ນບໍ່ໃຫ້ລ່ວງລະເມີດຂອບເຂດທີ່ພຣະເຈົ້າກໍານົດໄວ້ໃຫ້ເຈົ້າ. ຖ້າເຈົ້າລ່ວງລະເມີດ, ນີ້ຈະເຮັດໃຫ້ເຈົ້າຢືນຢູ່ໃນຕໍາແໜ່ງຂອງພຣະເຈົ້າ ແລະ ກ່າວຄຳເວົ້າທີ່ລໍ້ລວງ ແລະ ໂອ້ອວດ ແລະ ດ້ວຍເຫດນີ້ ມັນຈະເຮັດໃຫ້ພຣະເຈົ້າກຽດຊັງເຈົ້າ.

ເຈົ້າຈະບໍ່ເຜີຍແຜ່ພຣະທໍາທີ່ກ່າວຈາກປາກຂອງພຣະເຈົ້າໂດຍບໍ່ລະມັດລະວັງ ເພື່ອປ້ອງກັນບໍ່ໃຫ້ຄົນອື່ນເຍາະເຍີ້ຍເຈົ້າ ແລະ ບໍ່ໃຫ້ພວກຜີຮ້າຍມາຫຼອກລວງເຈົ້າ.

ເຈົ້າຈະເຊື່ອຟັງພາລະກິດທັງໝົດຂອງພຣະເຈົ້າໃນປັດຈຸບັນ. ເຖິງວ່າເຈົ້າຈະບໍ່ເຂົ້າໃຈມັນ ແຕ່ເຈົ້າກໍຕ້ອງບໍ່ຕັດສິນມັນ; ສິ່ງທີ່ເຈົ້າສາມາດເຮັດໄດ້ແມ່ນພຽງສະແຫວງຫາ ແລະ ສົນທະນາ.

ບໍ່ມີໃຜສາມາດລ່ວງລະເມີດສະຖານທີ່ດັ່ງເດີມຂອງພຣະເຈົ້າໄດ້. ຈາກຕໍາແໜ່ງຂອງມະນຸດ ເຈົ້າບໍ່ສາມາດເຮັດໃນສິ່ງໃດໄດ້ນອກຈາກຮັບໃຊ້ພຣະເຈົ້າໃນປັດຈຸບັນ. ຈາກຕໍາແໜ່ງຂອງມະນຸດ ເຈົ້າບໍ່ສາມາດສອນພຣະເຈົ້າໃນປັດຈຸບັນ, ການເຮັດໃນສິ່ງດັ່ງກ່າວແມ່ນການຊັກນຳໄປໃນທາງທີ່ຜິດ.

ບໍ່ມີໃຜສາມາດຢືນຢູ່ຕໍາແໜ່ງຂອງບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້; ໃນຄໍາເວົ້າ, ການກະທໍາ ແລະ ຄວາມຄິດໃນສ່ວນເລິກຂອງເຈົ້າ, ເຈົ້າຢືນຢູ່ໃນຕໍາແໜ່ງຂອງມະນຸດ. ຕ້ອງປະຕິບັດຕາມສິ່ງດັ່ງກ່າວນີ້, ມັນເປັນຄວາມຮັບຜິດຊອບຂອງມະນຸດ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້; ການພະຍາຍາມເຮັດໃນສິ່ງດັ່ງກ່າວຈະເປັນການລະເມີດກົດບັນຍັດແຫ່ງການປົກຄອງຂອງພຣະເຈົ້າ. ທຸກຄົນຄວນຈື່ຈໍາສິ່ງດັ່ງກ່າວນີ້ໄວ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະບັນຍັດແຫ່ງຍຸກໃໝ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 244)

ມີຫຼາຍສິ່ງທີ່ເຮົາຄາດຫວັງໃຫ້ພວກເຈົ້າບັນລຸ. ເຖິງແນວໃດກໍຕາມ ບໍ່ແມ່ນການກະທຳທັງໝົດຂອງພວກເຈົ້າ, ບໍ່ແມ່ນທຸກສິ່ງກ່ຽວກັບຊີວິດຂອງພວກເຈົ້າທີ່ສາມາດສະໜອງສິ່ງທີ່ເຮົາຮຽກຮ້ອງ ສະນັ້ນ ເຮົາບໍ່ມີທາງເລືອກອື່ນນອກຈາກທີ່ຈະເຂົ້າປະເດັນໂດຍກົງ ແລະ ອະທິບາຍກັບພວກເຈົ້າເຖິງຄວາມປະສົງຂອງເຮົາ. ເນື່ອງຈາກການສັງເກດຂອງພວກເຈົ້າຍັງຕໍ່າ ແລະ ການເຂົ້າໃຈຂອງພວກເຈົ້າກໍຕໍ່າເຊັ່ນດຽວກັນ ພວກເຈົ້າຈຶ່ງເກືອບບໍ່ຮູ້ເຖິງອຸປະນິໄສ ແລະ ແກ່ນແທ້ຂອງເຮົາເລີຍ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນເລື່ອງຮີບດ່ວນທີ່ເຮົາຕ້ອງແຈ້ງໃຫ້ພວກເຈົ້າຮູ້ກ່ຽວກັບສິ່ງເຫຼົ່ານັ້ນ. ບໍ່ວ່າແຕ່ກ່ອນເຈົ້າໄດ້ເຂົ້າໃຈຫຼາຍສໍ່າໃດກໍຕາມ, ເຈົ້າປາຖະໜາທີ່ຈະເຂົ້າໃຈບັນຫາເຫຼົ່ານີ້ ຫຼື ບໍ່, ເຮົາຍັງຕ້ອງອະທິບາຍສິ່ງເຫຼົ່ານີ້ໃຫ້ເຈົ້າຮູ້ຢ່າງລະອຽດ. ບັນຫາເຫຼົ່ານີ້ບໍ່ແມ່ນສິ່ງທີ່ແປກໃໝ່ທັງໝົດສໍາລັບພວກເຈົ້າ ແຕ່ພວກເຈົ້າກໍຂາດຄວາມເຂົ້າໃຈຫຼາຍສິ່ງຢ່າງ, ຄວາມຄຸ້ນເຄີຍຫຼາຍຢ່າງກັບຄວາມໝາຍກ່ຽວກັບສິ່ງເຫຼົ່ານັ້ນ. ພວກເຈົ້າຫຼາຍຄົນພຽງແຕ່ມີຄວາມເຂົ້າໃຈແບບມືດມົວ ແລະ ຄວາມເຂົ້າໃຈພຽງແຕ່ບາງສ່ວນ ແລະ ບໍ່ຄົບຖ້ວນເລີຍ. ເພື່ອຊ່ວຍໃຫ້ພວກເຈົ້າປະຕິບັດຄວາມຈິງໄດ້ດີຍິ່ງຂຶ້ນ ນັ້ນກໍຄື ເພື່ອນໍາພຣະທຳຂອງເຮົາເຂົ້າສູ່ການປະຕິບັດໄດ້ດີຍິ່ງຂຶ້ນ ເຮົາຄິດວ່າ ສິ່ງເຫຼົ່ານີ້ຄືບັນຫາສິ່ງທີ່ພວກເຈົ້າຕ້ອງຮຽນຮູ້ຈັກກ່ອນ ແລະ ສຳຄັນທີ່ສຸດ. ຖ້າບໍ່ດັ່ງນັ້ນ ຄວາມເຊື່ອຂອງພວກເຈົ້າກໍຈະຍັງຄົງບໍ່ແຈ່ມແຈ້ງ, ໜ້າຊື່ໃຈຄົດ ແລະ ເຕັມໄປດ້ວຍກັບດັກແຫ່ງສາສະໜາ. ຖ້າເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລ້ວມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິບັດພາລະກິດທີ່ເຈົ້າຄວນປະຕິບັດເພື່ອພຣະອົງ. ຖ້າຫາກເຈົ້າບໍ່ຮູ້ຈັກແກ່ນແທ້ຂອງພຣະເຈົ້າ ແລ້ວມັນກໍ່ເປັນໄປບໍ່ໄດ້ທີ່ເຈົ້າຈະສະແດງການເຄົາລົບ ແລະ ຄວາມຢຳເກງຕໍ່ພຣະອົງ; ກົງກັນຂ້າມ ຈະມີພຽງຄວາມພໍເປັນພິທີໂດຍບໍ່ເອົາໃຈໃສ່ ແລະ ການເວົ້າແຕ່ປາກ ແລະ ຍິ່ງໄປກວ່ານັ້ນພາກັນໝິ່ນປະໝາດຈົນຕິດນິໄສ. ເຖິງແມ່ນວ່າ ການເຂົ້າໃຈອຸປະນິໄສຂອງພຣະເຈົ້າສຳຄັນແນ່ນອນ ແລະ ການຮູ້ຈັກແກ່ນແທ້ຂອງພຣະເຈົ້າກໍບໍ່ສາມາດເບິ່ງຂ້າມໄດ້, ກໍບໍ່ມີໃຜເຄີຍກວດສອບ ຫຼື ຄົ້ນຫາຢ່າງລະອຽດໃນບັນຫາເຫຼົ່ານີ້. ມັນເຫັນໄດ້ຢ່າງຊັດເຈນວ່າ ພວກເຈົ້າທັງໝົດໄດ້ປ່ອຍປະລະເລີຍບົດບັນຍັດແຫ່ງການຄຸ້ມຄອງທີ່ເຮົາໄດ້ປະກາດນໍາໃຊ້. ຖ້າພວກເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລ້ວພວກເຈົ້າກໍຈະເຮັດຜິດໃຈພຣະອົງຢ່າງແນ່ນອນ. ການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າກໍເທົ່າກັບການເຮັດໃຫ້ພຣະເຈົ້າເອງໂກດຮ້າຍ ເຊິ່ງໃນກໍລະນີນັ້ນ ຜົນສຸດທ້າຍຂອງການກະທຳຂອງເຈົ້າຈະເປັນການລະເມີດກົດບັນຍັດແຫ່ງການຄຸ້ມຄອງ. ບັດນີ້ ເຈົ້າຄວນຮູ້ວ່າ ເມື່ອເຈົ້າເຂົ້າໃຈເຖິງແກ່ນແທ້ຂອງພຣະເຈົ້າ, ເຈົ້າກໍສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະອົງເຊັ່ນກັນ ແລະ ເມື່ອເຈົ້າເຂົ້າໃຈເຖິງອຸປະນິໄສຂອງພຣະອົງ, ເຈົ້າກໍຈະເຂົ້າໃຈບົດບັນຍັດແຫ່ງການຄຸ້ມຄອງເຊັ່ນກັນ. ແນ່ນອນ ຫຼາຍຢ່າງຂອງສິ່ງຖືກລະບຸໄວ້ພາຍໃນບົດບັນຍັດແຫ່ງການຄຸ້ມຄອງໄດ້ລາມເຖິງອຸປະນິໄສຂອງພຣະເຈົ້າ ແຕ່ບໍ່ແມ່ນອຸປະນິໄສທັງໝົດຂອງພຣະອົງຖືກສະແດງອອກພາຍໃນບົດບັນຍັດແຫ່ງການຄຸ້ມຄອງ; ດ້ວຍເຫດນັ້ນ ພວກເຈົ້າຕ້ອງດຳເນີນໄປອີກໜຶ່ງກ້າວເພື່ອພັດທະນາຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບອຸປະນິໄສຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 245)

ອຸປະນິໄສຂອງພຣະເຈົ້າເປັນເລື່ອງທີ່ເບິ່ງຄືວ່າເປັນນາມມະທຳຕໍ່ທຸກຄົນ ແລະ ຍິ່ງໄປກວ່ານັ້ນຍັງເປັນສິ່ງທີ່ທຸກຄົນບໍ່ສາມາດຍອມຮັບໄດ້ຢ່າງງ່າຍດາຍ ຍ້ອນວ່າອຸປະນິໄສຂອງພຣະເຈົ້າບໍ່ຄືບຸກຄະລິກຂອງມະນຸດ. ພຣະເຈົ້າກໍມີຄວາມຮູ້ສຶກປິຕິຍິນດີ, ຄວາມໂກດຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກເຊັ່ນກັນ, ແຕ່ຄວາມຮູ້ສຶກເຫຼົ່ານີ້ແຕກຕ່າງຈາກຄວາມຮູ້ສຶກຂອງມະນຸດ. ພຣະເຈົ້າເປັນສິ່ງທີ່ພຣະອົງເປັນ ແລະ ພຣະອົງກໍມີສິ່ງທີ່ພຣະອົງມີ. ທຸກສິ່ງທຸກຢ່າງທີ່ພຣະອົງສະແດງອອກ ແລະ ເປີດເຜີຍແມ່ນການສະແດງເຖິງແກ່ນແທ້ຂອງພຣະອົງ ແລະ ຕົວຕົນຂອງພຣະອົງ. ສິ່ງທີ່ພຣະອົງເປັນ ແລະ ສິ່ງທີ່ພຣະອົງມີ ພ້ອມກັບແກ່ນແທ້ ແລະ ຕົວຕົນຂອງພຣະອົງ ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດແທນທີ່ໄດ້. ອຸປະນິໄສຂອງພຣະອົງປະກອບດ້ວຍຄວາມຮັກທີ່ພຣະອົງມີຕໍ່ມະນຸດ, ການປອບໃຈມະນຸດ, ຄວາມກຽດຊັງມະນຸດ ແລະ ຍິ່ງໄປກວ່ານັ້ນຍັງມີຄວາມເຂົ້າໃຈມະນຸດຢ່າງລະອຽດ. ເຖິງຢ່າງໃດກໍຕາມ ບຸກຄະລິກຂອງມະນຸດອາດແມ່ນການເບິ່ງໂລກໃນແງ່ດີ, ມີຊີວິດຊີວາ ຫຼື ປາສະຈາກຄວາມຮູ້ສຶກ. ອຸປະນິໄສຂອງພຣະເຈົ້າເປັນຂອງພຣະຜູ້ປົກຄອງຂອງທຸກສິ່ງ ແລະ ທຸກຢ່າງທີ່ມີຊີວິດ ເຊິ່ງເປັນຂອງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງທັງໝົດ. ອຸປະນິໄສຂອງພຣະອົງສະແດງເຖິງກຽດຕິຍົດ, ລິດອຳນາດ, ຄວາມສະຫງ່າງາມ, ຄວາມຍິ່ງໃຫຍ່ ແລະ ເໜືອໄປກວ່ານັ້ນກໍຄືການມີລິດອໍານາດສູງສຸດ. ອຸປະນິໄສຂອງພຣະອົງແມ່ນສັນຍາລັກແຫ່ງສິດອຳນາດ, ສັນຍາລັກຂອງທຸກສິ່ງທີ່ຊອບທຳ, ສັນຍາລັກຂອງທຸກສິ່ງທີ່ສວຍງາມ ແລະ ດີ. ຍິ່ງໄປກວ່ານີ້ ມັນຍັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີຄວາມມືດ ແລະ ກອງກຳລັງຂອງສັດຕູໃດທີ່ສາມາດເອົາຊະນະ ຫຼື ຮຸກຮານໄດ້ ພ້ອມທັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີສິ່ງຖືກສ້າງໃດທີ່ສາມາດລ່ວງເກີນໄດ້ (ຫຼື ພຣະອົງຈະບໍ່ອົດທົນຕໍ່ການເຮັດຜິດ). ອຸປະນິໄສຂອງພຣະອົງເປັນສັນຍາລັກແຫ່ງລິດອໍານາດສູງສຸດ. ບໍ່ມີຄົນໃດ ຫຼື ກຸ່ມຄົນໃດທີ່ສາມາດ ຫຼື ອາດລົບກວນພາລະກິດຂອງພຣະອົງ ຫຼື ອຸປະນິໄສຂອງພຣະອົງ. ແຕ່ບຸກຄະລິກຂອງມະນຸດຄືສັນຍາລັກແຫ່ງອຳນາດເລັກນ້ອຍທີ່ມະນຸດມີເໜືອກວ່າສັດເທົ່ານັ້ນ. ມະນຸດໃນຕົວເຂົາ ແລະ ດ້ວຍຕົວເຂົາເອງແມ່ນບໍ່ມີສິດອຳນາດ, ບໍ່ມີການປົກຄອງຕົນເອງ ແລະ ບໍ່ມີຄວາມສາມາດຢູ່ເໜືອຕົນເອງ, ແຕ່ໃນແກ່ນແທ້ຂອງເຂົາແລ້ວ ເຂົາເປັນຄົນທີ່ໝອບຢູ່ພາຍໃຕ້ຄວາມເມດຕາຂອງທຸກລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຂອງຕ່າງໆ. ຄວາມປິຕິຍິນດີຂອງພຣະເຈົ້າກໍເນື່ອງຈາກການມີຢູ່ ແລະ ການປາກົດຂອງຄວາມຊອບທຳ ແລະ ແສງສະຫວ່າງ, ຍ້ອນການທຳລາຍຄວາມມືດ ແລະ ສິ່ງຊົ່ວຮ້າຍ. ພຣະອົງຊື່ນຊົມຍິນດີ ໃນການນໍາແສງສະຫວ່າງ ແລະ ຊີວິດທີ່ດີມາໃຫ້ກັບມະນຸດຊາດ; ຄວາມຍິນດີຂອງພຣະອົງແມ່ນຄວາມຍິນດີທີ່ຊອບທຳ ເປັນສັນຍາລັກແຫ່ງການມີຢູ່ຂອງທຸກສິ່ງທີ່ຢູ່ໃນດ້ານບວກ ແລະ ຍິ່ງໄປກວ່ານັ້ນກໍຍັງເປັນສັນຍາລັກແຫ່ງຄວາມເປັນສິລິມົງຄຸນ. ຄວາມໂກດຮ້າຍຂອງພຣະເຈົ້າແມ່ນເນື່ອງຈາກຄວາມເສຍຫາຍທີ່ການເປັນຢູ່ ແລະ ການແຊກແຊງຂອງຄວາມບໍ່ຍຸຕິທຳໄດ້ນໍາມາສູ່ມະນຸດຊາດຂອງພຣະອົງ, ຍ້ອນການມີຢູ່ຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດ, ຍ້ອນການມີຢູ່ຂອງສິ່ງທີ່ຂັບໄລ່ຄວາມຈິງອອກ ແລະ ຍິ່ງໄປກວ່ານັ້ນ ຍ້ອນການມີຢູ່ຂອງສິ່ງທີ່ຕໍ່ຕ້ານສິ່ງທີ່ດີ ແລະ ສວຍງາມ. ຄວາມໂກດຮ້າຍຂອງພຣະອົງເປັນສັນຍາລັກບອກວ່າ ທຸກສິ່ງທີ່ຢູ່ໃນດ້ານລົບຈະບໍ່ມີຢູ່ອີກຕໍ່ໄປ ແລະ ຍິ່ງໄປກວ່ານັ້ນ ມັນຍັງເປັນສັນຍາລັກແຫ່ງຄວາມບໍລິສຸດຂອງພຣະອົງ. ຄວາມໂສກເສົ້າຂອງພຣະອົງແມ່ນເນື່ອງຈາກມະນຸດຊາດ ເຊິ່ງເປັນຄົນທີ່ພຣະອົງຄາດຫວັງໃຫ້ແກ່ພວກເຂົາ ແຕ່ໄດ້ຕົກຢູ່ໃນຄວາມມືດ, ຍ້ອນວ່າພາລະກິດທີ່ພຣະອົງປະຕິບັດໃນມະນຸດບໍ່ເປັນໄປຕາມຄວາມຄາດຫວັງຂອງພຣະອົງ ແລະ ຍ້ອນວ່າ ມະນຸດຊາດທີ່ພຣະອົງຮັກນັ້ນລ້ວນແລ້ວແຕ່ບໍ່ສາມາດດຳລົງຊີວິດໃນແສງສະຫວ່າງ. ພຣະອົງຮູ້ສຶກໂສກເສົ້າຕໍ່ມະນຸດຊາດທີ່ໄຮ້ດຽງສາ, ຕໍ່ມະນຸດທີ່ຊັດສື່ແຕ່ບໍ່ມີຄວາມຮູ້ ແລະ ຕໍ່ມະນຸດທີ່ດີແຕ່ຂາດມຸມມອງຂອງເຂົາເອງ. ຄວາມໂສກເສົ້າຂອງພຣະອົງເປັນສັນຍາລັກແຫ່ງຄວາມດີຂອງພຣະອົງ ແລະ ຄວາມເມດຕາຂອງພຣະອົງ, ເປັນສັນຍາລັກແຫ່ງຄວາມງົດງາມ ແລະ ຄວາມກະລຸນາ. ແນ່ນອນ ຄວາມສຸກຂອງພຣະອົງມາຈາກການເອົາຊະນະສັດຕູ ແລະ ຮັບເອົາຄວາມເຊື່ອທີ່ດີຂອງມະນຸດ. ຍິ່ງໄປກວ່ານີ້ ມັນເກີດຈາກການຂັບໄລ່ ແລະ ການທຳລາຍກອງກຳລັງສັດຕູທັງໝົດ ແລະ ຍ້ອນມະນຸດຊາດຮັບຊີວິດທີ່ດີ ແລະ ສະຫງົບສຸກ. ຄວາມສຸກຂອງພຣະເຈົ້າບໍ່ຄືກັນກັບຄວາມສຸກຂອງມະນຸດ; ກົງກັນຂ້າມ ມັນເປັນຄວາມຮູ້ສຶກໃນການເກັບກ່ຽວໝາກຜົນທີ່ດີ, ເປັນຄວາມຮູ້ສຶກທີ່ຍິ່ງໃຫຍ່ຫຼາຍກວ່າຄວາມປິຕິຍິນດີ. ຄວາມສຸກຂອງພຣະອົງເປັນສັນຍາລັກຂອງມະນຸດຊາດທີ່ເປັນອິດສະຫຼະຈາກຄວາມທົນທຸກທໍລະມານຕັ້ງແຕ່ເວລານີ້ເປັນຕົ້ນໄປ ແລະ ເປັນສັນຍາລັກຂອງມະນຸດທີ່ເຂົ້າສູ່ໂລກແຫ່ງແສງສະຫວ່າງ. ໃນທາງກົງກັນຂ້າມ ຄວາມຮູ້ສຶກທັງໝົດຂອງມະນຸດຊາດເກີດຂຶ້ນກໍເພື່ອຜົນປະໂຫຍດຂອງເຂົາເອງ ບໍ່ແມ່ນເພື່ອຄວາມຊອບທຳ, ແສງສະຫວ່າງ ຫຼື ສິ່ງທີ່ສວຍງາມ ແລະ ໜ້ອຍທີ່ສຸດກໍຄືເພື່ອຄວາມກະລຸນາທີ່ສະຫວັນປະທານໃຫ້. ຄວາມຮູ້ສຶກຂອງມະນຸດຊາດແມ່ນຄວາມເຫັນແກ່ຕົວ ແລະ ເປັນຂອງໂລກແຫ່ງຄວາມມືດມົວ. ສິ່ງເຫຼົ່ານັ້ນບໍ່ໄດ້ມີຢູ່ເພື່ອຜົນປະໂຫຍດແຫ່ງຄວາມປະສົງ ແຮງໄກທີ່ຈະແມ່ນເພື່ອແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດ ແລະ ພຣະເຈົ້າບໍ່ສາມາດກ່າວເຖິງໃນລົມຫາຍໃຈດຽວກັນໄດ້. ພຣະເຈົ້າສູງສົ່ງຕະຫຼອດໄປ ແລະ ສົມຄວນໄດ້ຮັບກຽດຕະຫຼອດໄປ, ໃນຂະນະທີ່ມະນຸດຕໍ່າຊ້າຕະຫຼອດໄປ, ໄຮ້ຄ່າຕະຫຼອດໄປ. ນີ້ກໍຍ້ອນວ່າ ພຣະເຈົ້າເສຍສະຫຼະຕະຫຼອດໄປ ແລະ ອຸທິດຕົວພຣະອົງເອງໃຫ້ກັບມະນຸດ; ເຖິງຢ່າງໃດກໍຕາມ ມະນຸດມີແຕ່ຮັບເອົາ ແລະ ພຽງແຕ່ອົດສູ້ເພື່ອຕົວເຂົາເອງເທົ່ານັ້ນ. ພຣະເຈົ້າຮັບເອົາຄວາມເຈັບປວດຕະຫຼອດໄປເພື່ອຄວາມຢູ່ລອດຂອງມະນຸດຊາດ ແຕ່ມະນຸດບໍ່ເຄີຍປະກອບສ່ວນຊ່ວຍຫຍັງເລີຍເພື່ອຜົນປະໂຫຍດແຫ່ງແສງສະຫວ່າງ ຫຼື ຄວາມຊອບທຳ. ເຖິງແມ່ນມະນຸດຈະພະຍາຍາມໃນຊ່ວງເວລາໃດໜຶ່ງ, ມັນກໍ່ບໍ່ສາມາດຕ້ານທານການໂຈມຕີແມ່ນແຕ່ຄັ້ງດຽວ ຍ້ອນຄວາມພະຍາຍາມຂອງມະນຸດແມ່ນເພື່ອຜົນປະໂຫຍດຂອງຕົວເຂົາເອງຢູ່ສະເໝີ ແລະ ບໍ່ແມ່ນເພື່ອຄົນອື່ນ. ມະນຸດເຫັນແກ່ໂຕຢູ່ສະເໝີ ໃນຂະນະທີ່ພຣະເຈົ້າເຫັນແກ່ຄົນອື່ນຕະຫຼອດໄປ. ພຣະເຈົ້າເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຍຸຕິທຳ, ດີ ແລະ ສວຍງາມ, ໃນຂະນະທີ່ມະນຸດເປັນຄົນທີ່ສືບສານຕໍ່ ແລະ ເຮັດຄວາມຂີ້ຮ້າຍ ແລະ ສິ່ງຊົ່ວຮ້າຍທັງໝົດປາກົດແຈ້ງ. ພຣະເຈົ້າບໍ່ມີທາງປ່ຽນແປງແກ່ນແທ້ແຫ່ງຄວາມຊອບທຳ ແລະ ຄວາມສວຍງາມຂອງພຣະອົງ, ແຕ່ມະນຸດກໍຍັງສາມາດທໍລະຍົດຄວາມຊອບທຳຢ່າງບໍ່ຕ້ອງສົງໄສ ໃນທຸກເວລາ ແລະ ໃນທຸກສະຖານະການ ແລະ ຫຼົງທາງຫ່າງເຫີນຈາກພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 246)

ທຸກປະໂຫຍກທີ່ເຮົາໄດ້ກ່າວແມ່ນມີອຸປະນິໄສຂອງພຣະເຈົ້າຢູ່ໃນນັ້ນ. ພວກເຈົ້າຕ້ອງຕັ້ງໃຈໄຕ່ຕອງພຣະທຳຂອງເຮົາຢ່າງລະມັດລະວັງ ແລ້ວພວກເຈົ້າຈະໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງຈາກພຣະທຳເຫຼົ່ານັ້ນຢ່າງແນ່ນອນ. ແກ່ນແທ້ຂອງພຣະເຈົ້າແມ່ນຍາກຫຼາຍທີ່ຈະເຂົ້າໃຈ ແຕ່ເຮົາເຊື່ອໝັ້ນວ່າ ຢ່າງໜ້ອຍ ພວກເຈົ້າທັງໝົດກໍມີຄວາມຄິດບາງຢ່າງກ່ຽວກັບອຸປະນິໄສຂອງພຣະເຈົ້າ. ແລ້ວເຮົາກໍຫວັງວ່າ ພວກເຈົ້າຕ້ອງສະແດງໃຫ້ເຮົາເຫັນສິ່ງຕ່າງໆທີ່ເຈົ້າໄດ້ເຮັດເຊິ່ງບໍ່ຜິດຕໍ່ອຸປະນິໄສຂອງພຣະເຈົ້າຫຼາຍຂຶ້ນ. ເມື່ອນັ້ນເຮົາກໍຈະໄດ້ໝັ້ນໃຈອີກເທື່ອໜຶ່ງ. ຕົວຢ່າງ ຈົ່ງຮັກສາພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ທຸກເວລາ. ໃນຕອນທີ່ເຈົ້າກະທຳກໍຈົ່ງເຮັດຕາມພຣະທຳຂອງພຣະອົງ. ຈົ່ງສະແຫວງຫາເຈດຕະນາຂອງພຣະອົງໃນທຸກສິ່ງຢ່າງ ແລະ ຈົ່ງລະເວັ້ນຈາກການກະທຳທີ່ບໍ່ເຄົາລົບ ແລະ ບໍ່ໃຫ້ກຽດພຣະເຈົ້າ. ຍິ່ງໄປກວ່ານັ້ນ ເຈົ້າບໍ່ຄວນວາງພຣະເຈົ້າໄວ້ຢູ່ດ້ານຫຼັງຈິດໃຈຂອງເຈົ້າເພື່ອເຕີມເຕັມອະນາຄົດທີ່ເປົ່າຫວ່າງໃນຫົວໃຈຂອງເຈົ້າ. ຖ້າເຈົ້າເຮັດແບບນີ້ ເຈົ້າກໍໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າແລ້ວ. ອີກຄັ້ງ ສົມມຸດວ່າ ເຈົ້າບໍ່ເຄີຍເຮັດການໝິ່ນປະໝາດ ຫຼື ກ່າວຕໍ່ວ່າພຣະເຈົ້າຕະຫຼອດຊີວິດຂອງເຈົ້າ ແລະ ອີກຄັ້ງ ສົມມຸດວ່າ ເຈົ້າສາມາດປະຕິບັດຕາມທຸກສິ່ງທີ່ພຣະອົງໄດ້ຝາກຝັງໃຫ້ກັບເຈົ້າຢ່າງເໝາະສົມ ແລະ ຍອມຢູ່ພາຍໃຕ້ພຣະທຳທຸກຂໍ້ຂອງພຣະອົງຕະຫຼອດຊີວິດຂອງເຈົ້າ ແລ້ວເຈົ້າກໍໄດ້ຫຼີກເວັ້ນຈາກການຝ່າຝືນບົດບັນຍັດແຫ່ງການຄຸ້ມຄອງແລ້ວ. ຕົວຢ່າງ ຖ້າເຈົ້າເຄີຍເວົ້າວ່າ “ເປັນຫຍັງຂ້ານ້ອຍຈຶ່ງບໍ່ຄິດວ່າ ພຣະອົງເປັນພຣະເຈົ້າ?” “ຂ້ານ້ອຍຄິດວ່າພຣະທຳເຫຼົ່ານີ້ເປັນພຽງຄວາມສະຫວ່າງບາງຢ່າງຂອງພຣະວິນຍານບໍລິສຸດ”, “ໃນຄວາມຄິດເຫັນຂອງຂ້ານ້ອຍ ບໍ່ແມ່ນທຸກສິ່ງທີ່ພຣະເຈົ້າເຮັດແມ່ນຈຳເປັນຕ້ອງຖືກຕ້ອງ”, “ຄວາມເປັນມະນຸດຂອງພຣະເຈົ້າກໍບໍ່ໄດ້ດີກວ່າຄວາມເປັນມະນຸດຂອງຂ້ານ້ອຍ”, “ພຣະທຳຂອງພຣະເຈົ້າບໍ່ເປັນຕາເຊື່ອແທ້ໆ” ຫຼື ຄໍາເວົ້າທີ່ວິຈານອື່ນໆ, ແລ້ວເຮົາກໍຂໍຕັກເຕືອນໃຫ້ເຈົ້າຈົ່ງສາລະພາບ ແລະ ສຳນຶກຜິດໃນຄວາມບາບຂອງເຈົ້າໃຫ້ຫຼາຍຂຶ້ນ. ບໍ່ດັ່ງນັ້ນ ເຈົ້າຈະບໍ່ມີທາງໄດ້ຮັບໂອກາດແຫ່ງການອະໄພໂທດ ຍ້ອນເຈົ້າບໍ່ໄດ້ລ່ວງເກີນມະນຸດ ແຕ່ລ່ວງເກີນພຣະເຈົ້າເອງ. ເຈົ້າອາດເຊື່ອວ່າ ເຈົ້າກຳລັງຕັດສິນມະນຸດ ແຕ່ພຣະວິນຍານຂອງພຣະເຈົ້າບໍ່ໄດ້ຄິດແນວນັ້ນ. ການທີ່ເຈົ້າບໍ່ເຄົາລົບເນື້ອໜັງຂອງພຣະອົງກໍເທົ່າກັບການບໍ່ເຄົາລົບຕໍ່ພຣະອົງ. ເມື່ອເປັນແບບນີ້ ເຈົ້າບໍ່ໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າບໍ? ເຈົ້າຕ້ອງຈື່ວ່າ ທຸກສິ່ງທີ່ພຣະວິນຍານຂອງພຣະເຈົ້າປະຕິບັດກໍເພື່ອຮັກສາພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ເພື່ອເຮັດໃຫ້ພາລະກິດນີ້ໄດ້ຮັບປະຕິບັດຢ່າງຖືກຕ້ອງ. ຖ້າເຈົ້າບໍ່ເອົາໃຈໃສ່ໃນສິ່ງນີ້ ແລ້ວເຮົາກໍເວົ້າວ່າ ເຈົ້າເປັນຄົນທີ່ບໍ່ມີທາງປະສົບຜົນສຳເລັດໃນການເຊື່ອພຣະເຈົ້າຈັກເທື່ອ. ຍ້ອນເຈົ້າໄດ້ທ້າທາຍຄວາມໂກດຮ້າຍຂອງພຣະເຈົ້າ ສະນັ້ນ ພຣະອົງຈະນໍາໃຊ້ການລົງໂທດທີ່ເໝາະສົມເພື່ອສັ່ງສອນບົດຮຽນໃຫ້ແກ່ເຈົ້າ.

ການຮຽນຮູ້ຈັກແກ່ນແທ້ຂອງພຣະເຈົ້າບໍ່ແມ່ນເລື່ອງທໍາມະດາ. ເຈົ້າຕ້ອງເຂົ້າໃຈເຖິງອຸປະນິໄສຂອງພຣະອົງ. ດ້ວຍວິທີນີ້ ເຈົ້າຈະຮຽນຮູ້ຈັກແກ່ນແທ້ຂອງພຣະເຈົ້າເທື່ອລະໜ້ອຍ ແລະ ໂດຍບໍ່ຮູ້ຕົວ. ເມື່ອເຈົ້າໄດ້ເຂົ້າສູ່ຄວາມຮູ້ນີ້ແລ້ວ ເຈົ້າຈະພົບຕົນເອງກ້າວໄປຂ້າງໜ້າສູ່ພາວະທີ່ສູງກວ່າ ແລະ ສວຍງາມກວ່າ. ໃນທີ່ສຸດ ເຈົ້າຈະຮູ້ສຶກອັບອາຍກັບວິນຍານທີ່ໜ້າລັງກຽດຂອງເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຈົ້າຮູ້ສຶກວ່າ ບໍ່ມີບ່ອນໃຫ້ລີ້ຈາກຄວາມອັບອາຍຂອງເຈົ້າ. ໃນເວລານັ້ນ ຄວາມປະພຶດທີ່ເຈົ້າເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຈະໜ້ອຍລົງໄປເລື້ອຍໆ, ຫົວໃຈຂອງເຈົ້າຈະຫຍັບເຂົ້າໃກ້ຊິດຫົວໃຈຂອງພຣະເຈົ້າ ແລະ ຄວາມຮັກທີ່ມີຕໍ່ພຣະອົງຈະເຕີບໃຫຍ່ໃນຫົວໃຈຂອງເຈົ້າເທື່ອລະໜ້ອຍ. ນີ້ຄືສັນຍານສະແດງເຖິງມະນຸດຊາດກຳລັງເຂົ້າສູ່ພາວະທີ່ສວຍງາມ. ແຕ່ພວກເຈົ້າກໍຍັງບໍ່ໄດ້ຮັບສິ່ງນີ້ເທື່ອ. ຍ້ອນພວກເຈົ້າທຸກຄົນວຸ້ນວາຍໄປມາເພື່ອເຫັນແກ່ໂຊກຊາຕາຂອງພວກເຈົ້າ ແມ່ນໃຜທີ່ຈະມີຄວາມສົນໃຈທີ່ຈະພະຍາຍາມຮູ້ຈັກເຖິງແກ່ນແທ້ຂອງພຣະເຈົ້າ? ຖ້າຍັງສືບຕໍ່ເປັນແບບນີ້ ພວກເຈົ້າກໍຈະຝ່າຝືນຕໍ່ບົດບັນຍັດແຫ່ງການຄຸ້ມຄອງຢ່າງບໍ່ຮູ້ຕົວ, ຍ້ອນພວກເຈົ້າເຂົ້າໃຈອຸປະນິໄສຂອງພຣະອົງພຽງໜ້ອຍເກີນໄປ. ສະນັ້ນ ສິ່ງທີ່ພວກເຈົ້າເຮັດໃນຕອນນີ້ບໍ່ແມ່ນເປັນການວາງພື້ນຖານສໍາລັບການກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າບໍ? ການທີ່ເຮົາຂໍໃຫ້ພວກເຈົ້າເຂົ້າໃຈອຸປະນິໄສຂອງພຣະເຈົ້ານັ້ນບໍ່ແມ່ນການອອກຈາກພາລະກິດຂອງເຮົາ. ຍ້ອນວ່າ ຖ້າເຈົ້າຝ່າຝືນບົດບັນຍັດແຫ່ງການຄຸ້ມຄອງເລື້ອຍໆ ແລ້ວມີໃຜແດ່ໃນບັນດາພວກເຈົ້າຈະສາມາດຫຼົບຫຼີກຈາກການລົງໂທດໄດ້? ແລ້ວພາລະກິດຂອງເຮົາບໍ່ເປັນປະໂຫຍດທັງໝົດເລີຍບໍ? ສະນັ້ນ ເຮົາຈຶ່ງຍັງຂໍຮ້ອງວ່າ ນອກຈາກການພິຈາລະນາການປະພຶດຂອງພວກເຈົ້າເອງຢ່າງຖີ່ຖ້ວນແລ້ວ ພວກເຈົ້າຍັງຕ້ອງລະມັດລະວັງກັບບາດກ້າວທີ່ພວກເຈົ້າເດີນ. ນີ້ຄືສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າຫຼາຍກວ່າເກົ່າ ແລະ ເຮົາຫວັງວ່າ ພວກເຈົ້າຈະພິຈາລະນາມັນຢ່າງລະມັດລະວັງ ແລະ ເອົາໃຈໃສ່ແບບເອົາຈິງເອົາຈັງ. ເມື່ອຮອດມື້ທີ່ການກະທຳຂອງພວກເຈົ້າເຮັດໃຫ້ເຮົາໂກດຮ້າຍຢ່າງຮຸນແຮງ ແລ້ວຜົນຕາມມາຈະແມ່ນໃຫ້ພວກເຈົ້າພິຈາລະນາເອງ ແລະ ຈະບໍ່ມີໃຜເລີຍທີ່ແບກຮັບການລົງໂທດແທນພວກເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 247)

ຜູ້ຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ຕາບໃດທີ່ມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ພຣະອົງກໍຈະບໍ່ລໍາອຽງຕໍ່ມະນຸດຢ່າງແນ່ນອນ ຍ້ອນວ່າພຣະອົງຊອບທຳທີ່ສຸດ. ຖ້າມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ແລ້ວພຣະອົງຈະສາມາດປະຖິ້ມມະນຸດໄດ້ບໍ? ເຮົາບໍ່ລໍາອຽງຕໍ່ມະນຸດທັງໝົດ ແລະ ພິພາກສາມະນຸດທຸກຄົນດ້ວຍອຸປະນິໄສທີ່ຊອບທຳຂອງເຮົາ, ແຕ່ມີສະພາບການທີ່ເໝາະສົມໃນສິ່ງທີ່ເຮົາຮຽກຮ້ອງຈາກມະນຸດ ແລະ ສິ່ງທີ່ເຮົາຮຽກຮ້ອງກໍຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດທຸກຄົນ ບໍ່ວ່າພວກເຂົາຈະເປັນໃຜກໍຕາມ. ເຮົາບໍ່ສົນໃຈວ່າ ຄຸນສົມບັດຂອງເຈົ້າເປັນແນວໃດ ຫຼື ເຈົ້າມີຄຸນສົມບັດເຫຼົ່ານັ້ນດົນສໍ່າໃດ; ເຮົາສົນໃຈພຽງແຕ່ວ່າ ເຈົ້າຍ່າງໃນຫົນທາງຂອງເຮົາ ຫຼື ບໍ່ ແລະ ເຈົ້າຮັກ ແລະ ກະຫາຍຫາຄວາມຈິງ ຫຼື ບໍ່. ຖ້າເຈົ້າຂາດຄວາມຈິງ ແລະ ກົງກັນຂ້າມ ນໍາຄວາມອັບອາຍມາສູ່ພຣະນາມຂອງເຮົາ ແລະ ບໍ່ປະຕິບັດຕາມຫົນທາງຂອງເຮົາ, ພຽງແຕ່ປະຕິບັດໂດຍບໍ່ສົນໃຈ ຫຼື ກັງວົນຫຍັງເລີຍ, ແລ້ວໃນເວລານັ້ນ ເຮົາຈະຕີເຈົ້າຈົນລົ້ມລົງ ແລະ ລົງໂທດເຈົ້າສຳລັບຄວາມຊົ່ວຮ້າຍຂອງເຈົ້າ ແລ້ວຕອນນັ້ນເຈົ້າຈະເວົ້າແກ້ຕົວແນວໃດ? ເຈົ້າຈະສາມາດເວົ້າໄດ້ວ່າ ພຣະເຈົ້າບໍ່ຊອບທຳໄດ້ບໍ? ໃນປັດຈຸບັນ, ຖ້າເຈົ້າປະຕິບັດຕາມພຣະທຳທີ່ເຮົາກ່າວໄວ້, ແລ້ວເຈົ້າກໍເປັນຄົນປະເພດທີ່ເຮົາເຫັນດີນໍາ. ເຈົ້າເວົ້າວ່າ ເຈົ້າໄດ້ທົນທຸກຢູ່ສະເໝີໃນຂະນະທີ່ຕິດຕາມພຣະເຈົ້າ, ເຈົ້າໄດ້ຕິດຕາມພຣະອົງຜ່ານຮ້ອນຜ່ານໜາວ ແລະ ໄດ້ແບ່ງປັນເວລາທີ່ດີ ແລະ ບໍ່ດີກັບພຣະອົງ, ແຕ່ເຈົ້າບໍ່ໄດ້ດຳລົງຊີວິດຕາມພຣະທຳທີ່ພຣະເຈົ້າກ່າວໄວ້ເລີຍ; ເຈົ້າພຽງແຕ່ປາຖະໜາທີ່ຈະເຮັດນັ້ນເຮັດນີ້ໃຫ້ພຣະເຈົ້າ ແລະ ເສຍສະຫຼະຕົນເອງໃຫ້ກັບພຣະເຈົ້າໃນແຕ່ລະມື້ ແລະ ບໍ່ເຄີຍຄິດທີ່ຈະດຳລົງຊີວິດທີ່ມີຄວາມໝາຍ. ເຈົ້າຍັງເວົ້າວ່າ “ໃນກໍລະນີໃດກໍຕາມ, ຂ້ານ້ອຍເຊື່ອວ່າ ພຣະເຈົ້າຊອບທຳ. ຂ້ານ້ອຍໄດ້ທົນທຸກເພື່ອພຣະອົງ, ແລ່ນໄປມາເພື່ອພຣະອົງ ແລະ ອຸທິດຕົນເອງໃຫ້ກັບພຣະອົງ ແລະ ຂ້ານ້ອຍໄດ້ເຮັດວຽກໜັກ ເຖິງແມ່ນວ່າຈະບໍ່ໄດ້ຮັບການຮັບຮູ້ໃດເລີຍ; ພຣະອົງຈະຈື່ຂ້ານ້ອຍຢ່າງແນ່ນອນ”. ເປັນຄວາມຈິງທີ່ວ່າ ພຣະເຈົ້າຊອບທຳ, ແຕ່ຄວາມຊອບທຳນີ້ບໍ່ໄດ້ມີມົນທິນຈາກຄວາມບໍ່ບໍລິສຸດເລີຍ ນັ້ນຄື: ມັນບໍ່ມີຄວາມປະສົງຂອງມະນຸດ ແລະ ມັນບໍ່ໄດ້ມີມົນທິນຈາກເນື້ອໜັງ ຫຼື ໂດຍການຈັດການຂອງມະນຸດ. ທຸກຄົນທີ່ເປັນປໍລະປັກ ແລະ ຕໍ່ຕ້ານ ແລະ ທຸກຄົນທີ່ບໍ່ປະຕິບັດຕາມຫົນທາງຂອງພຣະອົງຈະຖືກລົງໂທດ; ບໍ່ມີໃຜໄດ້ຮັບການອະໄພໂທດ ແລະ ບໍ່ມີໃຜໄດ້ຮັບການລະເວັ້ນ! ບາງຄົນເວົ້າວ່າ “ໃນປັດຈຸບັນ, ຂ້ານ້ອຍແລ່ນໄປມາເພື່ອພຣະອົງ; ເມື່ອເວລາສຸດທ້າຍມາເຖິງ ພຣະອົງມອບການອວຍພອນເລັກນ້ອຍໃຫ້ກັບຂ້ານ້ອຍໄດ້ບໍ?” ແລ້ວເຮົາຈະຖາມເຈົ້າວ່າ “ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາແລ້ວບໍ?” ຄວາມຊອບທຳທີ່ເຈົ້າເວົ້າເຖິງແມ່ນອີງຕາມການຈັດການຂອງມະນຸດ. ເຈົ້າຄິດພຽງແຕ່ວ່າ ເຮົາຊອບທຳ ແລະ ບໍ່ລໍາອຽງຕໍ່ມະນຸດທຸກຄົນ ແລະ ທຸກຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຮັບເອົາການອວຍພອນຂອງເຮົາຢ່າງແນ່ນອນ. ມີຄວາມໝາຍເລິກລັບໃນພຣະທຳຂອງເຮົາທີ່ວ່າ “ທຸກຄົນທີ່ຕິດຕາມເຮົາເຖິງຈົນເວລາສຸດທ້າຍຈະຖືກຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ” ເຊິ່ງໝາຍຄວາມວ່າ: ຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍເປັນຄົນທີ່ຈະຖືກເຮົາຮັບເອົາຢ່າງສົມບູນ, ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ຫຼັງຈາກທີ່ຖືກເຮົາເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ເຈົ້າໄດ້ບັນລຸເງື່ອນໄຂໃດແດ່? ເຈົ້າພຽງແຕ່ບັນລຸໃນການຕິດຕາມເຮົາຈົນເຖິງເວລາສຸດທ້າຍ, ແຕ່ສິ່ງອື່ນໆເດ? ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາບໍ? ເຈົ້າໄດ້ສຳເລັດການຮຽກຮ້ອງໜຶ່ງໃນຫ້າຢ່າງຂອງເຮົາ, ແຕ່ເຈົ້າບໍ່ມີເຈດຕະນາທີ່ຈະສຳເລັດອີກສີ່ຢ່າງທີ່ເຫຼືອ. ເຈົ້າພຽງແຕ່ຄົ້ນພົບເສັ້ນທາງທີ່ງ່າຍສຸດ ແລະ ສະບາຍສຸດ ແລະ ສະແຫວງຫາມັນ ດ້ວຍທັດສະນະຄະຕິພຽງແຕ່ຫວັງວ່າຈະໄດ້ໂຊກດີ. ສຳລັບຄົນແບບເຈົ້າ, ອຸປະນິໄສຂອງເຮົາແມ່ນການຕີສອນ ແລະ ການພິພາກສາ, ມັນແມ່ນຜົນກຳສະໜອງທີ່ຊອບທຳ ແລະ ມັນເປັນການລົງໂທດທີ່ຊອບທຳຕໍ່ຜູ້ກະທຳການຊົ່ວຊ້າທຸກຄົນ; ທຸກຄົນທີ່ບໍ່ເດີນຕາມຫົນທາງຂອງເຮົາຈະຖືກລົງໂທດຢ່າງແນ່ນອນ ເຖິງແມ່ນພວກເຂົາຕິດຕາມຈົນເຖິງເວລາສຸດທ້າຍ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ. ເມື່ອອຸປະນິໄສທີ່ຊອບທຳນີ້ຖືກສຳແດງອອກໃນການລົງໂທດມະນຸດ, ມະນຸດກໍຈະຕົກສະເງີ້ ແລະ ຮູ້ສຶກເສຍດາຍວ່າ ໃນຂະນະທີ່ຕິດຕາມພຣະເຈົ້າ ເຂົາບໍ່ໄດ້ເດີນຕາມຫົນທາງຂອງພຣະອົງ. “ໃນເວລານັ້ນ, ຂ້ານ້ອຍພຽງແຕ່ທົນທຸກ ເລັກນ້ອຍໃນຂະນະທີ່ຕິດຕາມພຣະເຈົ້າ, ແຕ່ບໍ່ໄດ້ເດີນຕາມຫົນທາງຂອງພຣະເຈົ້າ. ມີຂໍ້ອ້າງຫຍັງແດ່? ບໍ່ມີທາງເລືອກ ນອກຈາກການຖືກຕີສອນ!” ແຕ່ໃນຈິດໃຈຂອງເຈົ້າ, ເຈົ້າກຳລັງຄິດວ່າ “ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍໄດ້ຕິດຕາມຈົນເຖິງເວລາສຸດທ້າຍ ສະນັ້ນ ເຖິງແມ່ນພຣະອົງຈະຕີສອນຂ້ານ້ອຍ, ມັນກໍອາດຈະບໍ່ແມ່ນການຕີສອນທີ່ຮຸນແຮງເກີນໄປ ແລະ ຫຼັງຈາກທີ່ວາງການຕີສອນນີ້ແລ້ວ ພຣະອົງກໍຍັງຕ້ອງການຂ້ານ້ອຍ. ຂ້ານ້ອຍຮູ້ວ່າ ພຣະອົງຊອບທຳ ແລະ ຈະບໍ່ປະຕິບັດກັບຂ້ານ້ອຍແບບນັ້ນຕະຫຼອດໄປ. ເພາະວ່າ ຂ້ານ້ອຍບໍ່ຄືກັບຄົນທີ່ຈະຖືກກວາດລ້າງ; ຄົນທີ່ຕ້ອງຖືກກວາດລ້າງຈະໄດ້ຮັບການຕີສອນຢ່າງໜັກ ໃນຂະນະທີ່ການຕີສອນຂອງຂ້ານ້ອຍຈະເບົາກວ່າ”. ອຸປະນິໄສທີ່ຊອບທຳບໍ່ໄດ້ເປັນຄືກັບທີ່ເຈົ້າເວົ້າ. ມັນບໍ່ແມ່ນເຫດຜົນທີ່ວ່າ ຄົນທີ່ເກັ່ງໃນການສາລະພາບຄວາມຜິດບາບຂອງພວກເຂົາຈະຖືກຈັດການຢ່າງຜ່ອນຜັນ. ຄວາມຊອບທຳແມ່ນຄວາມບໍລິສຸດ ແລະ ເປັນອຸປະນິໄສທີ່ບໍ່ທົນຕໍ່ການເຮັດຜິດໂດຍມະນຸດ ແລະ ທຸກສິ່ງທີ່ສົກກະປົກ ແລະ ບໍ່ໄດ້ປ່ຽນແປງເປົ້າໝາຍຂອງຄວາມລັງກຽດຂອງພຣະເຈົ້າ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ແມ່ນກົດໝາຍ ແຕ່ເປັນບົດບັນຍັດຄຸ້ມຄອງ: ມັນເປັນບົດບັນຍັດຄຸ້ມຄອງພາຍໃນອານາຈັກ ແລະ ບົດບັນຍັດຄຸ້ມຄອງນີ້ແມ່ນການລົງໂທດທີ່ຊອບທຳຕໍ່ໃຜກໍຕາມທີ່ບໍ່ມີຄວາມຈິງ ແລະ ບໍ່ປ່ຽນແປງ ແລະ ບໍ່ມີຄວາມລອດພົ້ນແມ່ນແຕ່ໜ້ອຍດຽວ. ຍ້ອນເມື່ອແຕ່ລະຄົນຖືກຈັດແບ່ງຕາມປະເພດ, ຄົນດີກໍຈະໄດ້ຮັບລາງວັນ ແລະ ຄົນຊົ່ວກໍຈະຖືກລົງໂທດ. ມັນເປັນເວລາທີ່ຈຸດໝາຍປາຍທາງຂອງມະນຸດຈະຖືກເຮັດໃຫ້ຊັດເຈນ, ມັນເປັນເວລາທີ່ພາລະກິດຂອງຄວາມລອດພົ້ນຈະມາເຖິງຈຸດສິ້ນສຸດ ຫຼັງຈາກນັ້ນ ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຈະບໍ່ຖືກປະຕິບັດອີກຕໍ່ໄປ ແລະ ຜົນກຳສະໜອງຈະນໍາມາເຖິງທຸກໆຄົນທີ່ເຮັດການຊົ່ວຮ້າຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 248)

ເຮົາແມ່ນໄຟທີ່ເຜົາໄໝ້ ແລະ ເຮົາບໍ່ອົດກັ້ນຕໍ່ການກະທໍາຜິດ. ເພາະວ່າມະນຸດທຸກຄົນຖືກເຮົາສ້າງຂຶ້ນມາ, ພວກເຂົາກໍຕ້ອງເຊື່ອຟັງຕໍ່ສິ່ງທີ່ເຮົາເວົ້າ ແລະ ເຮັດ ແລະ ບໍ່ສາມາດເຮັດການກະບົດໄດ້. ຜູ້ຄົນບໍ່ມີສິດເຂົ້າມາຫຍຸ້ງກ່ຽວໃນພາລະກິດຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະມີຄຸນສົມບັດວິເຄາະສິ່ງທີ່ຖືກ ຫຼື ຜິດໃນພາລະກິດ ແລະ ພຣະທໍາຂອງເຮົາ. ເຮົາແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ ແລະ ສິ່ງທີ່ຖືກຊົງສ້າງຄວນບັນລຸທຸກສິ່ງທີ່ເຮົາຕ້ອງການດ້ວຍຫົວໃຈທີ່ເຄົາລົບບູຊາເຮົາ; ພວກເຂົາບໍ່ຄວນພະຍາຍາມໃຊ້ເຫດຜົນກັບເຮົາ ແລະ ພິເສດ ພວກເຂົາບໍ່ຄວນຕໍ່ຕ້ານເຮົາ. ເຮົາຄຸ້ມຄອງຜູ້ຄົນຂອງເຮົາດ້ວຍອໍານາດຂອງເຮົາ ແລະ ທຸກຄົນທີ່ເປັນສ່ວນໃນການຊົງສ້າງຂອງເຮົາຄວນຍອມຢູ່ພາຍໃຕ້ອໍານາດຂອງເຮົາ. ເຖິງວ່າໃນປັດຈຸບັນ ພວກເຈົ້າຈະກ້າຫານ ແລະ ອວດດີຢູ່ຕໍ່ໜ້າເຮົາ, ເຖິງພວກເຈົ້າຈະບໍ່ເຊື່ອຟັງພຣະທໍາທີ່ເຮົາສັ່ງສອນພວກເຈົ້າ ແລະ ບໍ່ຮູ້ຈັກຢໍາເກງ, ເຮົາພຽງໄດ້ແຕ່ທົນກັບຄວາມກະບົດຂອງພວກເຈົ້າ; ເຮົາຈະບໍ່ຍອມເສຍອາລົມຂອງເຮົາ ແລະ ເຮັດໃຫ້ມີຜົນກະທົບຕໍ່ພາລະກິດຂອງເຮົາ ຍ້ອນໂຕໜອນນ້ອຍໆທີ່ບໍ່ມີຄວາມໝາຍຫຍັງໄດ້ພິກດິນໃນກອງຂີ້ສັດຂຶ້ນມາ. ເຮົາອົດທົນກັບການມີຢູ່ຢ່າງຕໍ່ເນື່ອງຂອງທຸກສິ່ງທີ່ເຮົາລັງກຽດ ແລະ ທຸກສິ່ງທີ່ເຮົາກຽດຊັງ ຍ້ອນຜົນປະໂຫຍດແກ່ຄວາມປະສົງຂອງພຣະບິດາຂອງເຮົາ ຈົນກວ່າພຣະຄໍາຂອງເຮົາຈະສົມບູນ ແລະ ຈົນເຖິງວາລະສຸດທ້າຍຂອງເຮົາ. ຈົ່ງຢ່າກັງວົນ! ເຮົາບໍ່ສາມາດຈົມລົງໄປຢູ່ໃນລະດັບດຽວກັນກັບໂຕໜອນທີ່ບໍ່ມີຊື່ ແລະ ເຮົາຈະບໍ່ປຽບທຽບລະດັບທັກສະຂອງເຮົາກັບເຈົ້າ. ເຮົາລັງກຽດເຈົ້າ ແຕ່ເຮົາກໍສາມາດອົດທົນໄດ້. ເຈົ້າບໍ່ເຊື່ອຟັງເຮົາ ແຕ່ເຈົ້າບໍ່ສາມາດໜີພົ້ນຈາກມື້ທີ່ເຮົາຈະຕີສອນເຈົ້າ ເຊິ່ງພຣະບິດາຂອງເຮົາໄດ້ສັນຍາກັບເຮົາໄວ້ແລ້ວ. ໂຕໜອນທີ່ຖືກສ້າງຂຶ້ນສາມາດປຽບທຽບກັບພຣະຜູ້ເປັນເຈົ້າແຫ່ງການຊົງສ້າງໄດ້ບໍ? ໃນລະດູໃບໄມ້ຫຼົ່ນ, ໃບໄມ້ທີ່ຫຼົ່ນຈະກັບຄືນໄປສູ່ຮາກເຫງົ້າຂອງມັນ; ເຈົ້າຈະກັບຄືນເມືອເຮືອນຊານຂອງ “ບິດາ” ຂອງເຈົ້າ ແລະ ເຮົາຈະກັບຄືນໄປຢູ່ຄຽງຂ້າງພຣະບິດາຂອງເຮົາ. ຄວາມຮັກທີ່ອ່ອນໂຍນຂອງພຣະອົງຈະຕິດຕາມເຮົາ ແລະ ການຢຽບຢ່ຳຂອງບິດາຂອງເຈົ້າຈະຕິດຕາມເຈົ້າ. ເຮົາຈະມີລັດສະໝີຂອງພຣະບິດາຂອງເຮົາ ແລະ ເຈົ້າຈະມີຄວາມອັບອາຍຂອງບິດາຂອງເຈົ້າ. ເຮົາຈະໃຊ້ການຕີສອນທີ່ເຮົາໄດ້ເກັບໄວ້ເປັນເວລາດົນນານເພື່ອໃຫ້ຕິດຕາມເຈົ້າ ແລະ ເຈົ້າຈະພົບກັບການຕີສອນຂອງເຮົາດ້ວຍເນື້ອໜັງທີ່ເນົ່າບູດຂອງເຈົ້າ ທີ່ເສື່ອມຊາມເປັນເວລາຫຼາຍສິບພັນປີ. ເຮົາຈະຕ້ອງໄດ້ສະຫຼຸບພາລະກິດແຫ່ງພຣະທໍາຂອງເຮົາໃນຕົວເຈົ້າ ພ້ອມກັບການອົດກັ້ນ ແລະ ເຈົ້າຈະເລີ່ມເຮັດບົດບາດໃນການທົນທຸກຕໍ່ຄວາມພິນາດຈາກພຣະທໍາຂອງເຮົາ. ເຮົາຈະຍິນດີເປັນຢ່າງຍິ່ງ ແລະ ຈະປະຕິບັດພາລະກິດໃນອິດສະຣາເອນ; ເຈົ້າຈະຮ້ອງໄຫ້ ແລະ ກັດແຂ້ວຕົວເອງ, ດໍາລົງຢູ່ ແລະ ຕາຍໄປໃນຂີ້ຕົມ. ເຮົາຈະໄດ້ຮັບຮູບຮ່າງແທ້ຂອງເຮົາກັບຄືນມາ ແລະ ບໍ່ໄດ້ຢູ່ໃນຄວາມສົກກະປົກກັບພວກເຈົ້າອີກຕໍ່ໄປ ໃນຂະນະທີ່ພວກເຈົ້າຈະໄດ້ຮັບຄວາມຂີ້ຮ້າຍທີ່ແທ້ຈິງຂອງພວກເຈົ້າກັບຄືນໄປ ແລະ ສືບຕໍ່ດຸດໄປມາຢູ່ໃນກອງຂີ້ສັດ. ເມື່ອພາລະກິດ ແລະ ພຣະທໍາຂອງເຮົາຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງຄວາມສຸກສໍາລັບເຮົາ. ເມື່ອການຕໍ່ຕ້ານ ແລະ ການກະບົດຂອງເຈົ້າຖືກເຮັດສໍາເລັດ, ມັນກໍຈະເປັນມື້ແຫ່ງການຮ້ອງໄຫ້ສໍາລັບເຈົ້າ. ເຮົາຈະບໍ່ເຫັນໃຈເຈົ້າ ແລະ ເຈົ້າຈະບໍ່ເຫັນເຮົາອີກ. ເຮົາຈະບໍ່ສົນທະນາກັບເຈົ້າອີກຕໍ່ໄປ ແລະ ເຈົ້າຈະບໍ່ຜະເຊີນກັບເຮົາອີກ. ເຮົາຈະກຽດຊັງການກະບົດຂອງເຈົ້າ ແລະ ເຈົ້າຈະຄິດຮອດຄວາມໜ້າຮັກຂອງເຮົາ. ເຮົາຈະຕີເຈົ້າ ແລະ ເຈົ້າຈະຄິດຮອດເຮົາ. ເຮົາຈະໜີອອກຈາກເຈົ້າດ້ວຍຄວາມຍິນດີ ແລະ ເຈົ້າຈະຮັບຮູ້ເຖິງໜີ້ບຸນຄຸນທີ່ເຈົ້າມີຕໍ່ເຮົາ. ເຮົາຈະບໍ່ເຫັນເຈົ້າອີກຕໍ່ໄປ ແຕ່ເຈົ້າຈະຫວັງຫາເຮົາສະເໝີ. ເຮົາຈະກຽດຊັງເຈົ້າ ເພາະວ່າ ໃນປັດຈຸບັນເຈົ້າຕໍ່ຕ້ານເຮົາ ແລະ ເຈົ້າຈະຄິດຮອດເຮົາ ເພາະວ່າ ໃນປັດຈຸບັນເຮົາຕີສອນເຈົ້າ. ເຮົາຈະບໍ່ເຕັມໃຈທີ່ຈະອາໄສຢູ່ຄຽງຂ້າງເຈົ້າ ແຕ່ເຈົ້າຈະໂຫຍຫາຢ່າງຂົມຂື່ນ ແລະ ຫ້ອງໄຮ້ຕະຫຼອດການ ເພາະເຈົ້າຈະເສຍໃຈກັບທຸກສິ່ງທີ່ເຈົ້າໄດ້ເຮັດຕໍ່ເຮົາ. ເຈົ້າຈະຮູ້ສຶກສໍານຶກຜິດຕໍ່ການກະບົດ ແລະ ການຕໍ່ຕ້ານຂອງເຈົ້າ, ເຈົ້າຈະໝອບລົງກັບພື້ນພ້ອມກັບຄວາມເສຍໃຈ ແລະ ລົ້ມລົງຢູ່ຕໍ່ໜ້າເຮົາ ແລະ ສາບານທີ່ຈະເລີກບໍ່ເຊື່ອຟັງເຮົາອີກຕໍ່ໄປ. ຢ່າງໃດກໍຕາມ, ໃນໃຈຂອງເຈົ້າ ເຈົ້າຈະຮັກພຽງແຕ່ເຮົາ ແຕ່ເຈົ້າຈະບໍ່ສາມາດໄດ້ຍິນສຽງຂອງເຮົາອີກຕໍ່ໄປ. ເຮົາຈະເຮັດໃຫ້ເຈົ້າລະອາຍໃຈກັບຕົວເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອໃບໄມ້ທີ່ຫຼົ່ນໄດ້ກັບຄືນສູ່ຮາກເຫງົ້າຂອງມັນ, ເຈົ້າຈະເສຍໃຈກັບສິ່ງຊົ່ວຮ້າຍທີ່ເຈົ້າໄດ້ເຮັດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 249)

ຄວາມເມດຕາຂອງເຮົາແມ່ນສະແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ປະຕິເສດຕົວເອງ. ການລົງໂທດແມ່ນມາຫາຄົນຊົ່ວໃນຂະນະທີ່ເປັນຫຼັກຖານເຖິງອຸປະນິໄສທີ່ຊອບທໍາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແມ່ນຍັງເປັນພະຍານເຖິງໂກດຮ້າຍຂອງເຮົາ. ເມື່ອໄພພິບັດມາເຖິງ, ທຸກຄົນທີ່ຕໍ່ຕ້ານເຮົາຈະຮ້ອງໄຫ້ໃນຂະນະທີ່ພວກເຂົາຕົກເປັນຜູ້ເຄາະຮ້າຍຈາກຄວາມອຶດຫິວ ແລະ ໂລກລະບາດ. ບັນດາຜູ້ທີ່ເຮັດຊົ່ວທຸກຮູບແບບ ແຕ່ໄດ້ຕິດຕາມເຮົາເປັນເວລາຫຼາຍປີ ຈະບໍ່ໜີພົ້ນຈາກຊົດໃຊ້ສຳລັບຄວາມຜິດບາບຂອງພວກເຂົາ; ພວກເຂົາກໍຍັງຈະຕົກສູ່ໄພພິບັດເຊັ່ນກັນ ເຊິ່ງບໍ່ຄ່ອຍປາກົດໃຫ້ເຫັນໃນຫຼາຍລ້ານປີທີ່ຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດໃນສະພາວະທີ່ຕື່ນຕົກໃຈ ແລະ ຢ້ານກົວ. ແລ້ວຜູ້ຕິດຕາມຂອງເຮົາທີ່ສະແດງຄວາມຈົງຮັກພັກດີຕໍ່ເຮົາກໍ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະປະສົບກັບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ດໍາລົງຊີວິດທ່າມກາງຄວາມສຸກໃນແບບທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາທີ່ຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດຊາດ, ເຮົາຫວັງຢ່າງຍິ່ງທີ່ຈະຮັບເອົາກຸ່ມຄົນທີ່ມີຈິດໃຈຄືກັນກັບເຮົາ. ໃນຂະນະດຽວກັນ, ເຮົາບໍ່ເຄີຍລືມຜູ້ທີ່ບໍ່ມີຈິດໃຈຄືກັນກັບເຮົາ; ເຮົາກຽດຊັງຄົນເຫຼົ່ານັ້ນຕະຫຼອດເວລາໃນໃຈຂອງເຮົາ, ລໍຖ້າໂອກາດທີ່ຈະລົງໂທດພວກເຂົາ ເຊິ່ງເຮົາຈະພໍໃຈທີ່ຈະໄດ້ເຫັນ. ຕອນນີ້ ໃນທີ່ສຸດແລ້ວ ມື້ຂອງເຮົາໄດ້ມາຮອດ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!

ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ. ຖ້າປາສະຈາກການມີຢູ່ຂອງເຮົາ, ມະນຸດຊາດຈະດັບສູນ ແລະ ທົນທຸກກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວອີກ; ມະນຸດຊາດຈະຜະເຊີນກັບກາງຄືນທີ່ໜາວຈັດ ແລະ ເຫວມືດແຫ່ງຄວາມຕາຍທີ່ບໍ່ມີຄວາມປານີ. ເຮົາຄືຄວາມລອດພົ້ນດຽວຂອງມະນຸດ. ເຮົາຄືຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ເຮົາຄືພຣະອົງຜູ້ນັ້ນທີ່ການເປັນຢູ່ຂອງມະນຸດຊາດທັງໝົດໄດ້ນອນໃສ່. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະຢຸດນິ້ງທັນທີ. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະທົນທຸກກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກຜີຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງຈະບໍ່ມີຜູ້ໃດສົນໃຈເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ແລະ ຫວັງຢ່າງດຽວວ່າມະນຸດຈະສາມາດຕອບແທນເຮົາດ້ວຍການກະທໍາບາງຢ່າງທີ່ດີ. ເຖິງວ່າຈະມີໜ້ອຍຄົນທີ່ສາມາດທີ່ຕອບແທນເຮົາ, ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາທີ່ກໍາລັງປາກົດໃຫ້ເຫັນ ເພາະວ່າການຟ້າວໄປມາຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດມີໝາກຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ສິ່ງທີ່ເຮົາສົນໃຈບໍ່ແມ່ນຈໍານວນຄົນ ແຕ່ເປັນການກະທໍາຄວາມດີຂອງພວກເຂົາແທນ. ຢ່າງໃດກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະກະກຽມການກະທໍາຄວາມດີທີ່ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍ່ຈະເພິ່ງພໍໃຈ; ຖ້າບໍ່ດັ່ງນັ້ນ, ຈະບໍ່ມີຄົນໃດໃນບັນດາພວກເຈົ້າທີ່ຈະໜີພົ້ນຈາກໄພພິບັດທີ່ຈະມາເຖິງພວກເຈົ້ານັ້ນໄດ້. ໄພພິບັດນັ້ນເກີດມາຈາກເຮົາ ແລະ ແນ່ນອນວ່າ ເຮົາເປັນຜູ້ປັ້ນແຕ່ງ. ຖ້າພວກເຈົ້າບໍ່ປາກົດວ່າດີພໍໃນສາຍຕາເຮົາ, ພວກເຈົ້າກໍຈະໜີບໍ່ພົ້ນຈາກການທົນທຸກໃນໄພພິບັດ. ໃນທ່າມກາງຄວາມລໍາບາກ, ການປະພຶດ ແລະ ການກະທໍາຂອງພວກເຈົ້າຍັງບໍ່ຖືວ່າເໝາະສົມຢ່າງສິ້ນເຊີງ ຍ້ອນຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າຍັງບໍ່ພຽງພໍ ແລະ ພວກເຈົ້າພຽງແຕ່ສະແດງວ່າໂຕເອງວ່າຂີ້ອາຍ ຫຼື ເຂັ້ມແຂງເທົ່ານັ້ນ. ກ່ຽວກັບເລື່ອງນີ້, ເຮົາຈະຕັດສິນພຽງແຕ່ຄວາມດີ ແລະ ຄວາມຊົ່ວ. ເຮົາສືບຕໍ່ກັງວົນກັບແນວທາງທີ່ພວກເຈົ້າແຕ່ລະຄົນປະຕິບັດ ແລະ ສະແດງຕົວເອງ ບົນພື້ນຖານທີ່ເຮົາຈະກໍານົດຈຸດຈົບຂອງພວກເຈົ້າ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງເຮັດໃຫ້ຊັດເຈນວ່າ: ເຮົາຈະບໍ່ມີຄວາມເມດຕາຕໍ່ບັນດາຜູ້ທີ່ບໍ່ສະແດງຄວາມຈົງຮັກພັກດີຕໍ່ເຮົາໃນຊ່ວງເວລາແຫ່ງຄວາມລໍາບາກອີກຕໍ່ໄປ, ເພາະວ່າຄວາມເມດຕາຂອງເຮົາມີຂອບເຂດ. ນອກຈາກນີ້, ເຮົາບໍ່ມັກຜູ້ທີ່ທໍລະຍົດຕໍ່ເຮົາແມ່ນແຕ່ເທື່ອດຽວ, ແລ້ວແຮງໄກທີ່ເຮົາຈະມັກພົວພັນກັບຄົນຂາຍຜົນປະໂຫຍດຂອງໝູ່ເພື່ອນຂອງພວກເຂົາ. ນີ້ແມ່ນອຸປະນິໄສຂອງເຮົາ ບໍ່ວ່າຄົນນັ້ນແມ່ນໃຜກໍຕາມ. ເຮົາຕ້ອງບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ຜູ້ໃດທີ່ເຮັດໃຫ້ເຮົາເສຍໃຈຈະບໍ່ໄດ້ຮັບໂອກາດຄັ້ງທີສອງຈາກເຮົາ ແລະ ຜູ້ໃດທີ່ຊື່ສັດຕໍ່ເຮົາກໍຈະຢູ່ໃນໃຈຂອງເຮົາຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 250)

ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ ພຣະອົງບໍ່ໄດ້ມາຈາກໂລກ ແລະ ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອເພີດເພີນກັບໂລກ. ສະຖານທີ່ໆການປະຕິບັດພາລະກິດຈະເປີດເຜີຍອຸປະນິໄສຂອງພຣະອົງ ແລະ ມີຄວາມໝາຍທີ່ສຸດກໍຄືສະຖານທີ່ໆພຣະອົງກໍາເນີດ. ບໍ່ວ່າມັນຈະເປັນດິນແດນທີ່ບໍລິສຸດ ຫຼື ສົກກະປົກ ແລະ ບໍ່ວ່າພຣະອົງຈະປະຕິບັດພາລະກິດຢູ່ໃສ, ພຣະອົງກໍບໍລິສຸດ. ທຸກສິ່ງໃນແຜ່ນດິນໂລກຖືກສ້າງໂດຍພຣະອົງ; ພຽງແຕ່ວ່າທຸກສິ່ງຖືກຊາຕານເຮັດໃຫ້ເສື່ອມຊາມເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ທຸກສິ່ງກໍຍັງເປັນຂອງພຣະອົງ; ພວກມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະອົງ. ພຣະອົງມາສູ່ດິນແດນທີ່ສົກກະປົກ ແລະ ປະຕິບັດພາລະກິດເພື່ອເປີດເຜີຍຄວາມບໍລິສຸດຂອງພຣະອົງ; ພຣະອົງພຽງເຮັດສິ່ງນີ້ເພື່ອເຫັນແກ່ພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງອົດກັ້ນຕໍ່ຄວາມອັບອາຍຢ່າງຫຼວງຫຼາຍເພື່ອປະຕິບັດພາລະກິດແບບນີ້ໃນການຊ່ວຍຜູ້ຄົນໃຫ້ລອດພົ້ນໃນດິນແດນທີ່ສົກກະປົກນີ້. ການເຮັດແບບນີ້ກໍເພື່ອເປັນພະຍານໃຫ້ກັບມະນຸດຊາດທັງປວງ. ສິ່ງທີ່ພາລະກິດດັ່ງກ່າວສະແດງໃຫ້ຜູ້ຄົນເຫັນກໍຄືອຸປະນິໄສຂອງພຣະເຈົ້າ ແລະ ມັນຍັງສາມາດສະແດງເຖິງຄວາມເລີດລໍ້າຂອງພຣະເຈົ້າໄດ້ດີກວ່າ. ຄວາມຍິ່ງໃຫຍ່ ແລະ ຄວາມທ່ຽງທໍາຂອງພຣະອົງຖືກສະແດງຜ່ານຄວາມລອດພົ້ນຂອງກຸ່ມຄົນທີ່ຕໍ່າຕ້ອຍທີ່ຄົນອື່ນລັງກຽດ. ການເກີດໃນດິນແດນທີ່ສົກກະປົກບໍ່ໄດ້ພິສູດເລີຍວ່າພຣະອົງຕໍ່າຕ້ອຍ; ມັນພຽງແຕ່ເຮັດໃຫ້ສິ່ງຊົງສ້າງທັງໝົດຂອງພຣະອົງໄດ້ເຫັນເຖິງຄວາມຍິ່ງໃຫຍ່ ແລະ ຄວາມຮູ້ທີ່ແທ້ຈິງທີ່ພຣະອົງມີໃຫ້ກັບມະນຸດຊາດ. ຍິ່ງພຣະອົງເຮັດແບບນີ້, ມັນຍິ່ງເປີດເຜີຍເຖິງຄວາມຮັກທີ່ບໍລິສຸດ ແລະ ຄວາມຮັກທີ່ບໍ່ມີຂໍ້ບົກຜ່ອງຂອງພຣະອົງທີ່ມີຕໍ່ມະນຸດຊາດ. ພຣະເຈົ້າບໍລິສຸດ ແລະ ຊອບທຳ. ເຖິງແມ່ນພຣະອົງເກີດໃນດິນແດນທີ່ສົກກະປົກ ແລະ ເຖິງແມ່ນພຣະອົງດຳລົງຊີວິດກັບຄົນທີ່ເຕັມໄປດ້ວຍຄວາມສົກກະປົກ ເໝືອນກັບທີ່ພຣະເຢຊູດຳລົງຊີວິດກັບຄົນບາບໃນຍຸກແຫ່ງພຣະຄຸນ, ພາລະກິດທັງໝົດຂອງພຣະອົງບໍ່ແມ່ນເພື່ອຄວາມຢູ່ລອດຂອງມວນມະນຸດຊາດບໍ? ມັນບໍ່ໄດ້ເປັນແບບນັ້ນເພື່ອມະນຸດຊາດຈະສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ບໍ? ສອງພັນປີກ່ອນ ພຣະອົງດຳລົງຊີວິດກັບຄົນບາບເປັນເວລາຫຼາຍປີ. ນັ້ນກໍເພື່ອການໄຖ່ບາບ. ໃນປັດຈຸບັນ, ພຣະອົງດຳລົງຊີວິດກັບກຸ່ມຄົນທີ່ສົກກະປົກ ແລະ ຕໍ່າຕ້ອຍ. ນີ້ແມ່ນເພື່ອຄວາມລອດພົ້ນ. ພາລະກິດທັງໝົດບໍ່ແມ່ນເພື່ອພວກເຈົ້າ, ມະນຸດທັງຫຼາຍບໍ? ຖ້າມັນບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງດຳລົງຊີວິດ ແລະ ທົນທຸກກັບຄົນບາບເປັນເວລາຫຼາຍປີຫຼັງຈາກທີ່ເກີດໃນຮາງຫຍ້າ? ແລ້ວຖ້າບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ, ເກີດໃນດິນແດນນີ້ທີ່ເຕັມໄປດ້ວຍຜີຮ້າຍຊຸມນຸມກັນ ແລະ ດຳລົງຊີວິດກັບຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ? ພຣະເຈົ້າບໍ່ຊື່ສັດບໍ? ມີພາລະກິດໃດແດ່ຂອງພຣະອົງທີ່ບໍ່ແມ່ນເພື່ອມະນຸດຊາດ? ມີພາລະກິດໃດທີ່ບໍ່ແມ່ນເພື່ອໂຊກຊະຕາຂອງພວກເຈົ້າ? ພຣະເຈົ້າບໍລິສຸດ. ສິ່ງນີ້ປ່ຽນແປງບໍ່ໄດ້! ພຣະອົງບໍ່ໄດ້ຖືກເຮັດໃຫ້ເປິເປື້ອນໂດຍຄວາມສົກກະປົກ ເຖິງແມ່ນພຣະອົງໄດ້ມາສູ່ດິນແດນທີ່ສົກກະປົກ; ທຸກສິ່ງເຫຼົ່ານີ້ພຽງແຕ່ໝາຍຄວາມວ່າ ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດແມ່ນບໍ່ເຫັນແກ່ຕົວເລີຍ, ການທົນທຸກ ແລະ ຄວາມອັບອາຍທີ່ພຣະອົງອົດກັ້ນກໍຍິ່ງໃຫຍ່ຫຼາຍ! ພວກເຈົ້າບໍ່ຮູ້ບໍວ່າພຣະອົງທົນທຸກກັບຄວາມອັບອາຍຢ່າງໃຫຍ່ຫຼວງເພື່ອພວກເຈົ້າທຸກຄົນ ແລະ ເພື່ອໂຊກຊະຕາຂອງພວກເຈົ້າ? ແທນທີ່ພຣະອົງຈະຊ່ວຍເຫຼືອຜູ້ຄົນທີ່ຍິ່ງໃຫຍ່ ຫຼື ລູກຊາຍຂອງຄອບຄົວທີ່ຮັ່ງມີ ແລະ ມີອຳນາດ, ແຕ່ພຣະອົງເນັ້ນຊ່ວຍເຫຼືອຄົນທີ່ຕໍ່າຕ້ອຍ ແລະ ຄົນທີ່ຖືກຄົນອື່ນດູຖູກ. ທຸກສິ່ງເຫຼົ່ານີ້ບໍ່ແມ່ນຄວາມບໍລິສຸດຂອງພຣະອົງບໍ? ທຸກສິ່ງເຫຼົ່ານີ້ບໍ່ແມ່ນຄວາມຊອບທຳຂອງພຣະອົງບໍ? ພຣະອົງຈະເລືອກເກີດໃນດິນແດນທີ່ສົກກະປົກ ແລະ ທົນທຸກກັບຄວາມອັບອາຍທັງໝົດເພື່ອເຫັນແກ່ຄວາມຢູ່ລອດຂອງມະນຸດຊາດ. ພຣະເຈົ້າເປັນຈິງຫຼາຍ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ. ພາລະກິດທຸກຂັ້ນຕອນຂອງພຣະອົງບໍ່ໄດ້ຮັບການປະຕິບັດຕາມຕົວຈິງບໍ? ເຖິງແມ່ນຜູ້ຄົນລ້ວນແລ້ວແຕ່ໃສ່ຮ້າຍພຣະອົງ ແລະ ເວົ້າວ່າພຣະອົງນັ່ງຮ່ວມໂຕະກັບຄົນບາບ, ເຖິງແມ່ນຜູ້ຄົນລ້ວນແລ້ວແຕ່ເຍາະເຍີ້ຍພຣະອົງ ແລະ ເວົ້າວ່າພຣະອົງດຳລົງຊີວິດຮ່ວມກັບລູກຊາຍແຫ່ງຄວາມສົກກະປົກ, ວ່າພຣະອົງດໍາລົງຊີວິດຢູ່ກັບຄົນທີ່ຕໍ່າຕ້ອຍທີ່ສຸດ, ພຣະອົງກໍຍັງອຸທິດຕົນເອງຢ່າງບໍ່ເຫັນແກ່ຕົວ ແລະ ເຖິງຢ່າງນັ້ນພຣະອົງກໍຍັງຖືກປະຕິເສດໃນທ່າມກາງມະນຸດຊາດ. ການທົນທຸກທີ່ພຣະອົງໄດ້ຮັບບໍ່ຫຼາຍກວ່າຂອງພວກເຈົ້າບໍ? ພາລະກິດຂອງພຣະອົງບໍ່ໄດ້ມີຫຼາຍກວ່າລາຄາທີ່ພວກເຈົ້າໄດ້ຈ່າຍບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 251)

ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນ. ພຣະເຈົ້າບໍ່ໄດ້ພຽງແຕ່ກາຍເປັນເນື້ອໜັງເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຜູ້ຄົນ, ເພື່ອນຳພາຜູ້ຄົນ ແລະ ເພື່ອສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ສຳຄັນໄປກວ່ານັ້ນກໍຄື ພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການລອດພົ້ນຂອງພຣະອົງ ແລະ ເອົາຊະນະຄົນເສື່ອມຊາມທີ່ເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງທີ່ຍິ່ງໃຫຍ່ເພື່ອຊ່ວຍຄົນເສື່ອມຊາມເຫຼົ່ານີ້ໃຫ້ລອດພົ້ນ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມຍາກລຳບາກອັນຍິ່ງໃຫຍ່ທີ່ພຣະເຈົ້າທົນທຸກນັ້ນບໍ່ແມ່ນມີແຕ່ຄວາມຍາກລຳບາກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດທົນທຸກເທົ່ານັ້ນ, ແຕ່ແທ້ຈິງແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກກັບການອັບອາຍຢ່າງໜັກ, ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາຮູບຮ່າງຂອງເນື້ອໜັງ ເພື່ອວ່າຜູ້ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ ແລະ ມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ແມ່ນພຽງພໍທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວພຣະອົງລົງຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າຖືກຮັບຮູ້ໃນເນື້ອໜັງ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບຮ່າງຂອງມະນຸດທົ່ວໄປຄົນໜຶ່ງ ເຊິ່ງເປັນມະນຸດທີ່ບໍ່ມີຄວາມສໍາຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານຂອງພຣະອົງ. ຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ຄວາມຮູ້ສຶກ, ຄວາມເປັນມະນຸດ ແລະ ຊີວິດຂອງພວກເຈົ້າແຕ່ລະຄົນສະແດງໃຫ້ເຫັນວ່າພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ. ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນທຸກກັບຄວາມຍາກລຳບາກເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າຍິ່ງໃຫຍ່ຫຼາຍ. ພຣະອົງມີລິດທານຸພາບສູງສຸດ, ສ່ວນຜູ້ຄົນນັ້ນແມ່ນຕ່ຳຕ້ອຍຫຼາຍ, ແຕ່ພຣະອົງກໍຍັງປະຕິບັດພາລະກິດກັບພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອພຽງສະໜອງໃຫ້ແກ່ຜູ້ຄົນ, ເພື່ອກ່າວກັບຜູ້ຄົນເທົ່ານັ້ນ, ແຕ່ພຣະອົງຍັງດຳລົງຊີວິດຢູ່ຮ່ວມກັນກັບຜູ້ຄົນອີກດ້ວຍ. ພຣະເຈົ້າຖ່ອມຕົວຫຼາຍ, ໜ້າຮັກຫຼາຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 252)

ພຣະເຈົ້າຕ້ອງອົດທົນຕໍ່ຫຼາຍໆຄໍ່າຄືນທີ່ອຶດຫຼັບອຶດນອນ ເພື່ອພາລະກິດຂອງມະນຸດຊາດ. ຈາກຈຸດສູງຫາຈຸດຕໍ່າສຸດ, ພຣະອົງໄດ້ສະເດັດລົງມາສູ່ນະຮົກເທິງດິນທີ່ມະນຸດອາໄສຢູ່ ເພື່ອໃຊ້ເວລາຂອງພຣະອົງຢູ່ກັບມະນຸດ ໂດຍທີ່ພຣະອົງບໍ່ເຄີຍຈົ່ມກ່ຽວກັບຄວາມຊົ່ວຊ້າໃນທ່າມກາງມະນຸດ ແລະ ພຣະອົງບໍ່ເຄີຍຕໍານິຕິເຕືອນມະນຸດຍ້ອນຄວາມບໍ່ເຊື່ອຟັງຂອງເຂົາ ແຕ່ໄດ້ອົດທົນຕໍ່ຄວາມອັບອາຍທີ່ສຸດ ໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ພຣະເຈົ້າຈະເປັນຂອງນະຮົກໄດ້ແນວໃດ? ພຣະອົງຈະສາມາດໃຊ້ຊີວິດຂອງພຣະອົງຢູ່ນະຮົກໄດ້ແນວໃດ? ແຕ່ເພື່ອເຫັນແກ່ມະນຸດຊາດທັງໝົດ ເພື່ອວ່າ ມະນຸດຊາດທັງມວນຈະສາມາດຊອກຫາຄວາມສະຫງົບໃຫ້ໄວຂຶ້ນ, ພຣະອົງຈຶ່ງໄດ້ອົດທົນຕໍ່ຄວາມອັບອາຍ ແລະ ໄດ້ທົນທຸກຕໍ່ຄວາມບໍ່ຍຸຕິທໍາໃນການສະເດັດມາແຜ່ນດິນໂລກ ແລະ ໄດ້ເຂົ້າໄປໃນ “ນະຮົກ” ແລະ “ແດນມໍລະນາ” ດ້ວຍຕົວພຣະອົງເອງ ແລະ ໄດ້ເຂົ້າໄປໃນຖໍ້າເສືອ ເພື່ອຊ່ວຍມະນຸດໃຫ້ພົ້ນ. ແລ້ວມະນຸດມີຄຸນສົມບັດຕໍ່ຕ້ານພຣະເຈົ້າໄດ້ແນວໃດ? ເຂົາມີເຫດຜົນຫຍັງ ທີ່ຈະຈົ່ມວ່າກ່ຽວກັບພຣະເຈົ້າ? ເຂົາສາມາດກ້າທີ່ຈະເບິ່ງພຣະເຈົ້າໄດ້ແນວໃດ? ພຣະເຈົ້າແຫ່ງສະຫວັນໄດ້ສະເດັດມາດິນແດນແຫ່ງຄວາມຊົ້ວຮ້າຍທີ່ສົກກະປົກທີ່ສຸດແຫ່ງນີ້ ແລະ ບໍ່ເຄີຍລະບາຍຄວາມບໍ່ພໍໃຈຂອງພຣະອົງ ຫຼື ຈົ່ມວ່າກ່ຽວກັບມະນຸດເລີຍ ແຕ່ກົງກັນຂ້າມ ພັດຍອມຮັບເອົາການທໍາລາຍລ້າງ[1] ແລະ ການກົດຂີ່ຂອງມະນຸດຢ່າງງຽບໆ. ພຣະອົງບໍ່ເຄີຍທີ່ຈະຕອບໂຕ້ຄວາມຮຽກຮ້ອງຕ້ອງການທີ່ບໍ່ສົມເຫດສົມຜົນຂອງມະນຸດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກມະນຸດຫຼາຍເກີນໄປ ແລະ ພຣະອົງບໍ່ເຄີຍຮຽກຮ້ອງຈາກມະນຸດຢ່າງບໍ່ສົມເຫດສົມຜົນ; ພຣະອົງພຽງແຕ່ປະຕິບັດພາລະກິດທັງໝົດທີ່ມະນຸດຕ້ອງການໂດຍບໍ່ມີການຈົ່ມວ່າ: ການສັ່ງສອນ, ການໃຫ້ແສງສະຫວ່າງ, ການຕໍານິຕິເຕືອນ, ການເຮັດໃຫ້ພຣະທໍາບໍລິສຸດ, ການກ່າວເຕືອນ, ການແນະນໍາ, ການປອບໃຈ, ການຕັດສິນ ແລະ ການເປີດເຜີຍ. ມີບາດກ້າວໃດແດ່ຂອງພຣະອົງທີ່ບໍ່ໄດ້ເຮັດເພື່ອຊີວິດຂອງມະນຸດ? ເຖິງວ່າ ພຣະອົງຈະໄດ້ກໍາຈັດໂອກາດ ແລະ ຊາຕາກໍາຂອງມະນຸດ ແຕ່ມີບາດກ້າວໃດແດ່ທີ່ພຣະເຈົ້າປະຕິບັດ ບໍ່ແມ່ນເພື່ອຊາຕາກໍາຂອງມະນຸດ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ໄດ້ເພື່ອການຢູ່ລອດຂອງມະນຸດ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ໄດ້ເພື່ອການປົດປ່ອຍມະນຸດຈາກຄວາມທຸກທໍລະມານນີ້ ແລະ ຈາກການກົດຂີ່ຂອງອໍານາດມືດ ທີ່ມືດດໍາຄືກັບກາງຄືນ? ມີສິ່ງໃດໃນບັນດາສິ່ງເຫຼົ່ານັ້ນ ທີ່ບໍ່ແມ່ນເພື່ອມະນຸດ? ໃຜສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ເຊິ່ງຄືກັນກັບຫົວໃຈຂອງມານດາທີ່ຮັກແພງ? ໃຜສາມາດເຂົ້າໃຈຫົວໃຈທີ່ກະຕືລືລົ້ນຂອງພຣະເຈົ້າ? ໃຈທີ່ເຕັມໄປດ້ວຍຄວາມຈິງໃຈ ແລະ ຄວາມຄາດຫວັງອັນແຮງກ້າຂອງພຣະເຈົ້າ ແມ່ນຖືກຕອບແທນດ້ວຍຈິດໃຈທີ່ເຢັນຊາ, ຄວາມກະດ້າງ, ສາຍຕາທີ່ເມີນເສີຍ ແລະ ດ້ວຍການຕໍານິ ແລະ ການດູຖູກຊໍ້າແລ້ວຊໍ້າອີກຂອງມະນຸດ; ສິ່ງເຫຼົ່ານັ້ນແມ່ນຖືກຕອບແທນດ້ວຍຄໍາເວົ້າທີ່ບາດໃຈ, ແດກດັນ ແລະ ການດູຖູກ; ສິ່ງເຫຼົ່ານັ້ນແມ່ນຖືກຕອບແທນດ້ວຍການເຍາະເຍີ້ຍຂອງມະນຸດ, ການຢຽບຢ່ຳ ແລະ ການປະຕິເສດຂອງເຂົາ, ດ້ວຍການເຂົ້າໃຈຜິດຂອງເຂົາ, ການຈົ່ມວ່າ, ການແບ່ງແຍກ ແລະ ການຫຼີກເວັ້ນ ແລະ ໂດຍທີ່ບໍ່ມີຫຍັງ ນອກຈາກຄວາມຫຼອກລວງ, ການໂຈມຕີ ແລະ ຄວາມຂົມຂື່ນ. ພຣະທໍາທີ່ອົບອຸ່ນໄດ້ຮັບການຍິກຄິ້ວໃສ່ແບບດຸຮ້າຍ ແລະ ການຄັດຄ້ານຢ່າງເຢັນຊາຂອງນິ້ວມືພັນນິ້ວທີ່ແກວ່ງໄປມາ. ພຣະເຈົ້າສາມາດອົດທົນ, ກົ້ມຫົວ ແລະ ຮັບໃຊ້ຜູ້ຄົນຄືກັນກັບງົວທີ່ເຕັມໃຈ[2]. ມີຕາເວັນ ແລະ ເດືອນຫຼາຍດວງ, ມີຫຼາຍຄັ້ງທີ່ພຣະອົງໄດ້ຜະເຊີນກັບດວງດາວ, ມີຫຼາຍຄັ້ງເທື່ອທີ່ພຣະອົງໄດ້ໜີໄປໃນຍາມຕາເວັນຂຶ້ນ ແລະ ກັບຄືນມາໃນເວລາຕາເວັນຕົກ, ແກວ່ງໄປມາ ແລະ ປີ້ນຂຶ້ນລົງ, ທົນທຸກກັບຄວາມທໍລະມານ ທີ່ມີຫຼາຍກວ່າຄວາມເຈັບປວດຈາກການທີ່ພຣະອົງໜີອອກຈາກພຣະບິດາຂອງພຣະອົງຫຼາຍພັນຄັ້ງ, ອົນທົນຕໍ່ການໂຈມຕີ ແລະ ການທໍາລາຍຂອງມະນຸດ ແລະ ການຈັດການ ແລະ ການລິຮານຂອງມະນຸດ. ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ ແມ່ນໄດ້ຮັບການຕອບແທນດ້ວຍອະຄະຕິ[3] ຂອງມະນຸດ, ດ້ວຍທັດສະນະ ແລະ ການປະຕິບັດຕໍ່ທີ່ບໍ່ຍຸຕິທໍາຂອງມະນຸດທີ່ບໍ່ຍຸຕິທໍາ ແລະ ວິທີທີ່ພຣະເຈົ້າປະຕິບັດພາລະກິດໃນຄວາມບໍ່ແຈ່ມແຈ້ງຢ່າງງຽບໆ, ຄວາມອົດກັ້ນຂອງພຣະອົງ ແລະ ຄວາມອົດທົນຂອງພຣະອົງ ແມ່ນໄດ້ຮັບການຕອບແທນດ້ວຍສາຍຕາຈ້ອງເບິ່ງຢ່າງໂລບມາກໂລພາຂອງມະນຸດ; ມະນຸດພະຍາຍາມຢຽບຢ່ຳພຣະເຈົ້າໃຫ້ຕາຍ ໂດຍທີ່ບໍ່ມີຄວາມເສຍໃຈ ແລະ ພະຍາຍາມຢຽບຢ່ຳພຣະເຈົ້າເຂົ້າໄປໃນພື້ນດິນ. ທັດສະນະຄະຕິຂອງມະນຸດໃນການປະຕິບັດຂອງເຂົາທີ່ມີຕໍ່ພຣະເຈົ້າ ແມ່ນສິ່ງໜຶ່ງຂອງ “ຄວາມສະຫຼາດທີ່ຫາຍາກ” ແລະ ພຣະເຈົ້າທີ່ຖືກຂົ່ມເຫັງ ແລະ ດູຖຸກໂດຍມະນຸດ ແມ່ນຖືກໜີບຈົນແປຢູ່ກ້ອງຕີນຂອງຜູ້ຄົນຫຼາຍສິບພັນຄົນ ໃນຂະນະທີ່ມະນຸດເອງຢືນຢູ່ຈຸດທີ່ສູງ ຄືກັບວ່າ ເຂົາຈະເປັນກະສັດແຫ່ງເນີນພູ, ຄືກັບວ່າ ເຂົາຕ້ອງການເອົາອໍານາດຢ່າງສົມບູນ[4] ເພື່ອຖືອໍານາດຕຸລາການຢູ່ເບື້ອງຫຼັງໜ້າຈໍ, ເພື່ອເຮັດໃຫ້ພຣະເຈົ້າເປັນຜູ້ກໍາກັບຢ່າງຕັ້ງໃຈ ແລະ ເຮັດຕາມກົດເກນຢູ່ເບື້ອງຫຼັງສາກ ເຊິ່ງເປັນຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ຕອບໂຕ້ ຫຼື ສ້າງຄວາມວຸ້ນວາຍ; ພຣະເຈົ້າຕ້ອງຫຼິ້ນບົດບາດຂອງຈັກກະພັດອົງສຸດທ້າຍ, ພຣະອົງຕ້ອງເປັນຫຸ່ນເຊີດ[5] ທີ່ປາສະຈາກອິດສະຫຼະເສລີທັງມວນ. ການກະທໍາຂອງມະນຸດແມ່ນບໍ່ສາມາດເວົ້າໄດ້ ແລ້ວເຂົາຈະມີຄຸນສົມບັດຮຽກຮ້ອງສິ່ງນີ້ ຫຼື ສິ່ງນັ້ນຈາກພຣະເຈົ້າໄດ້ແນວໃດ? ເຂົາຈະມີຄຸນສົມບັດໃຫ້ຄໍາສະເໜີແນະແກ່ພຣະເຈົ້າໄດ້ແນວໃດ? ເຂົາຈະມີຄຸນສົມບັດຮຽກຮ້ອງໃຫ້ພຣະເຈົ້າເຫັນອົກເຫັນໃຈກັບຄວາມອ່ອນແອຂອງເຂົາໄດ້ແນວໃດ? ເຂົາຄູ່ຄວນທີ່ຈະໄດ້ຮັບຄວາມເມດຕາຈາກພຣະເຈົ້າໄດ້ແນວໃດ? ເຂົາຄູ່ຄວນທີ່ຈະໄດ້ຮັບຄວາມເອື້ອເຟື້ອເພື່ອແຜ່ຈາກພຣະເຈົ້າຊໍ້າແລ້ວຊໍ້າອີກໄດ້ແນວໃດ? ເຂົາຄູ່ຄວນທີ່ຈະໄດ້ຮັບການໃຫ້ອະໄພຈາກພຣະເຈົ້າຊໍ້າແລ້ວຊໍ້າອີກໄດ້ແນວໃດ? ສາມັນສໍານຶກຂອງເຂົາຢູ່ໃສ? ເຂົາເຮັດໃຫ້ຫົວໃຈຂອງພຣະເຈົ້າແຕກສະຫຼາຍແຕ່ດົນນານ ແລະ ເຂົາໄດ້ປະຖິ້ມໃຫ້ຫົວໃຈຂອງພຣະເຈົ້າແຕກເປັນຊິ້ນໆແຕ່ດົນນານແລ້ວ. ພຣະເຈົ້າໄດ້ສະເດັດມາຢູ່ທ່າມກາງມະນຸດດ້ວຍຄວາມກະຕືລືລົ້ນ ໂດຍຫວັງວ່າ ມະນຸດຈະມີຄວາມໃຈບຸນຕໍ່ພຣະອົງ ເຖິງແມ່ນຈະເປັນຄວາມອົບອຸ່ນເລັກນ້ອຍກໍຍັງດີ. ແຕ່ໃຈຂອງພຣະເຈົ້າແມ່ນໄດ້ຮັບການປອບໃຈຈາກມະນຸດຊ້າຫຼາຍ ແລະ ສິ່ງດຽວທີ່ພຣະອົງໄດ້ຮັບກໍຄື ການໂຈມຕີໂດຍການແກວ່ງກ້ອນຫິມະ[6] ແລະ ການທໍລະມານ. ໃຈຂອງມະນຸດແມ່ນໂລບມາກໂລພາ, ຄວາມປາດຖະໜາຂອງເຂົາແມ່ນມີຫຼາຍ, ເຂົາບໍ່ເຄີຍພໍໃຈ, ເຂົາເປັນໂຕອັນຕະລາຍ ແລະ ບ້າປ່ວງ, ເຂົາບໍ່ເຄີຍຍອມໃຫ້ພຣະເຈົ້າມີອິດສະຫຼະ ຫຼື ສິດໃນການເວົ້າ ແລະ ປະໃຫ້ພຣະເຈົ້າບໍ່ມີທາງເລືອກ ນອກຈາກຍອມຮັບຄວາມອັບອາຍ ແລະ ຍອມໃຫ້ມະນຸດຄວບຄຸມພຣະອົງຕາມທີ່ເຂົາປາດຖະໜາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (9)

ໝາຍເຫດ:

1. “ການທໍາລາຍລ້າງ” ແມ່ນຖືກໃຊ້ເພື່ອເປີດເຜີຍຄວາມບໍ່ເຊື່ອຟັງຂອງມະນຸດຊາດ.

2. “ໄດ້ຮັບການຍິກຄິ້ວໃສ່ແບບດຸຮ້າຍ ແລະ ການຄັດຄ້ານຢ່າງເຢັນຊາຂອງນິ້ວມືພັນນິ້ວທີ່ແກວ່ງໄປມາ, ກົ້ມຫົວ ແລະ ຮັບໃຊ້ຜູ້ຄົນຄືກັນກັບງົວທີ່ເຕັມໃຈ” ແມ່ນປະໂຫຍກດຽວແຕ່ຕົ້ນ ແຕ່ຢູ່ໃນນີ້ແມ່ນຖືກແຍກອອກເປັນສອງ ເພື່ອເຮັດໃຫ້ສິ່ງຕ່າງໆມີຄວາມຊັດເຈນ. ພາກທີໜຶ່ງຂອງປະໂຫຍກໝາຍເຖິງການກະທໍາຂອງມະນຸດ ໃນຂະນະປະໂຫຍກທີສອງບົ່ງບອກເຖິງການທົນທຸກທີ່ພຣະເຈົ້າປະສົບ ແລະ ພຣະເຈົ້າແມ່ນອ່ອນນ້ອມ ແລະ ລີ້ລັບ.

3. “ອະຄະຕິ” ໝາຍເຖິງພຶດຕິກໍາທີ່ບໍ່ເຊື່ອຟັງຂອງຜູ້ຄົນ.

4. “ເອົາອໍານາດຢ່າງສົມບູນ” ໝາຍເຖິງພຶດຕິກໍາທີ່ບໍ່ເຊື່ອຟັງຂອງຜູ້ຄົນ. ພວກເຂົາຍົກສູງຕົວເອງ, ລ່າມໂສ້ຜູ້ອື່ນ, ເຮັດໃຫ້ຜູ້ອື່ນຕິດຕາມພວກເຂົາ ແລະ ທົນທຸກເພື່ອພວກເຂົາ. ພວກເຂົາແມ່ນອໍານາດ ທີ່ເປັນສັດຕູກັບພຣະເຈົ້າ.

5. “ຫຸ່ນເຊີດ” ແມ່ນຖືກໃຊ້ເພື່ອເຍາະເຍີ້ຍຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ.

6. “ແກວ່ງກ້ອນຫິມະ” ແມ່ນຖືກໃຊ້ເພື່ອບົ່ງບອກເຖິງພຶດຕິກໍາທີ່ຕໍ່າຕ້ອຍຂອງຜູ້ຄົນ.


ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 253)

ຄວາມໝາຍຂອງທຸກສິ່ງທີ່ພຣະເຈົ້າເຮັດກໍ່ມີຄວາມເລິກເຊິ່ງພໍສົມຄວນ. ຕົວຢ່າງ: ໃຫ້ພິຈາລະນາເບິ່ງການຄຶງໄມ້ກາງແຂນຂອງພຣະເຢຊູ. ເປັນຫຍັງພຣະເຢຊູຈຶ່ງຕ້ອງຖືກຄຶງເທິງໄມ້ກາງແຂນ? ມັນບໍ່ແມ່ນເພື່ອໄຖ່ມະນຸດຊາດທັງປວງບໍ? ສະນັ້ນ ມີຄວາມໝາຍອັນຍິ່ງໃຫຍ່ໃນການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ ແລະ ການທີ່ພຣະອົງຜະເຊີນກັບການທົນທຸກຂອງໂລກກໍ່ເຊັ່ນກັນ, ມັນແມ່ນເພື່ອຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດຊາດ. ໃນພາລະກິດຂອງພຣະອົງ, ພຣະເຈົ້າເຮັດສິ່ງທີ່ເປັນຈິງທີ່ສຸດທີ່ແທ້ຈິງຢູ່ສະເໝີ. ເປັນຫຍັງພຣະເຈົ້າຈຶ່ງເຫັນວ່າມະນຸດປາສະຈາກຄວາມຜິດບາບ ແລະ ມະນຸດສາມາດມີໂຊກຊະຕາທີ່ດີທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ? ມັນເປັນເພາະພຣະເຢຊູຖືກຄຶງເທິງໄມ້ກາງແຂນ, ແບກຮັບຄວາມຜິດບາບຂອງມະນຸດ ແລະ ໄຖ່ມະນຸດຊາດ. ແລ້ວເປັນຫຍັງມະນຸດຊາດຈຶ່ງບໍ່ທົນທຸກອີກຕໍ່ໄປ, ບໍ່ຮູ້ສຶກເສົ້າໃຈ, ບໍ່ຫຼັ່ງນໍ້າຕາ ແລະ ບໍ່ຖອນຫາຍໃຈອີກຕໍ່ໄປ? ນີ້ກໍ່ເພາະການບັງເປີດເປັນມະນຸດໃນປັດຈຸບັນຂອງພຣະເຈົ້າໄດ້ຮັບເອົາການທົນທຸກທັງໝົດນີ້ໄວ້ກັບພຣະອົງເອງ ແລະ ອົດກັ້ນກັບການທົນທຸກນີ້ແທນມະນຸດໃນຕອນນີ້. ມັນເປັນຄືກັບແມ່ທີ່ເຝົ້າເບິ່ງລູກຂອງລາວເຈັບປ່ວຍ ແລະ ອະທິຖານຫາສະຫວັນ, ປາຖະໜາໃຫ້ມີຊີວິດຂອງລາວເອງສັ້ນລົງ ຖ້າລູກຂອງລາວສາມາດຖືກຮັກສາໃຫ້ຫາຍດີໄດ້. ພຣະເຈົ້າເຮັດພາລະກິດໃນລັກສະນະນີ້ເຊັ່ນກັນ, ສະເໜີຄວາມເຈັບປວດຂອງພຣະອົງເພື່ອແລກກັບຈຸດໝາຍປາຍທາງທີ່ສວຍງາມທີ່ຈະມາໃນພາຍຫຼັງສຳລັບມະນຸດຊາດ. ຈະບໍ່ມີຄວາມເສົ້າໃຈອີກຕໍ່ໄປ, ບໍ່ມີນໍ້າຕາອີກຕໍ່ໄປ, ບໍ່ມີການຖອນຫາຍໃຈອີກຕໍ່ໄປ ແລະ ບໍ່ມີການທົນທຸກອີກຕໍ່ໄປ. ພຣະເຈົ້າຈ່າຍລາຄາ ເຊິ່ງເປັນຕົ້ນທຶນຂອງການຜະເຊີນກັບການທົນທຸກຂອງໂລກເປັນການສ່ວນຕົວເພື່ອແລກປ່ຽນກັບຈຸດໝາຍປາຍທາງທີ່ສວຍງາມທີ່ຈະຕາມມາສຳລັບມະນຸດຊາດ. ການເວົ້າວ່ານີ້ແມ່ນການເຮັດເພື່ອ “ການແລກປ່ຽນກັບ” ຈຸດໝາຍປາຍທາງທີ່ສວຍງາມບໍ່ໄດ້ໝາຍຄວາມວ່າພຣະເຈົ້າບໍ່ມີລິດອຳນາດ ຫຼື ສິດອຳນາດທີ່ຈະມອບຈຸດໝາຍປາຍທາງທີ່ສວຍງາມໃຫ້ກັບມະນຸດຊາດ, ແຕ່ກົງກັນຂ້າມ ພຣະເຈົ້າຕ້ອງການຊອກຫາເຄື່ອງພິສູດທີ່ເປັນຈິງ ແລະ ມີພະລັງຫຼາຍຂຶ້ນເພື່ອເຮັດໃຫ້ຜູ້ຄົນເຊື່ອໝັ້ນຢ່າງສິ້ນເຊີງ. ພຣະເຈົ້າໄດ້ຜະເຊີນກັບການທົນທຸກນີ້ແລ້ວ, ສະນັ້ນ ພຣະອົງຈຶ່ງມີຄຸນສົມບັດ, ພຣະອົງມີລິດອຳນາດ ແລະ ພຣະອົງເຖິງກັບມີສິດອຳນາດທີ່ຈະສົ່ງມະນຸດຊາດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ, ມອບຈຸດໝາຍປາຍທາງທີ່ສວຍງາມ ແລະ ຄຳສັນຍານີ້ໃຫ້ກັບມະນຸດຊາດ. ຊາຕານຈະຖືກເຮັດໃຫ້ເຊື່ອໝັ້ນຢ່າງສິ້ນເຊີງ ແລະ ສິ່ງເນລະມິດສ້າງທັງປວງໃນຈັກກະວານຈະຖືກເຮັດໃຫ້ເຊື່ອໝັ້ນຢ່າງສິ້ນເຊີງ. ໃນທີ່ສຸດແລ້ວ ພຣະເຈົ້າຈະອະນຸຍາດໃຫ້ມະນຸດຊາດໄດ້ຮັບຄຳສັນຍາ ແລະ ຄວາມຮັກຂອງພຣະອົງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ, ບໍ່ມີຫຍັງທີ່ພຣະອົງເຮັດວ່າງເປົ່າ ແລະ ພຣະອົງປະສົບມັນທັງໝົດດ້ວຍຕົວພຣະອົງເອງພຣະເຈົ້າຈ່າຍລາຄາດ້ວຍປະສົບການແຫ່ງການທົນທຸກຂອງພຣະອົງເອງເພື່ອແລກປ່ຽນກັບຈຸດໝາຍປາຍທາງສຳລັບມະນຸດຊາດ. ສິ່ງນີ້ບໍ່ແມ່ນພາລະກິດທີ່ແທ້ຈິງບໍ? ພໍ່ແມ່ອາດຊໍາລະລາຄາຢ່າງຫຼວງຫຼາຍເພື່ອເຫັນແກ່ລູກໆຂອງພວກເຂົາ ແລະ ສິ່ງນີ້ກໍເປັນຕົວແທນໃຫ້ແກ່ຄວາມຮັກສຳລັບລູກໆຂອງພວກເຂົາ. ໃນການເຮັດແບບນີ້, ແນ່ນອນ ພຣະເຈົ້າທີ່ບັງເກີດເປັນມະນຸດຈິງໃຈ ແລະ ຊື່ສັດທີ່ສຸດຕໍ່ມະນຸດຊາດ. ແກ່ນແທ້ຂອງພຣະເຈົ້ານັ້ນຊື່ສັດ; ພຣະອົງເຮັດສິ່ງທີ່ພຣະອົງເວົ້າ ແລະ ແມ່ນຫຍັງກໍຕາມທີ່ພຣະອົງເຮັດກໍບັນລຸຜົນ. ທຸກສິ່ງທີ່ພຣະອົງເຮັດເພື່ອມະນຸດແມ່ນຈິງໃຈ. ພຣະອົງບໍ່ພຽງແຕ່ກ່າວພຣະທຳເທົ່ານັ້ນ; ເມື່ອພຣະອົງເວົ້າວ່າພຣະອົງຈະຈ່າຍລາຄາ, ພຣະອົງກໍຈ່າຍລາຄາແທ້ໆ. ເມື່ອພຣະອົງເວົ້າວ່າພຣະອົງຈະຮັບເອົາການທົນທຸກຂອງມະນຸດຊາດ ແລະ ທົນທຸກແທນພວກເຂົາ, ພຣະອົງກໍມາດຳລົງຊີວິດຢູ່ທ່າມກາງພວກເຂົາແທ້ໆ, ສຳຜັດ ແລະ ປະສົບກັບການທົນທຸກນີ້ເປັນການສ່ວນຕົວ. ຫຼັງຈາກນັ້ນ, ທຸກສິ່ງທີ່ຢູ່ໃນຈັກກະວານກໍຈະຮັບຮູ້ວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງ ແລະ ຊອບທຳ, ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ: ນີ້ຄືຫຼັກຖານທີ່ມີພະລັງ. ນອກຈາກນັ້ນ, ມະນຸດຊາດຈະມີຈຸດໝາຍປາຍທາງທີ່ສວຍງາມໃນອະນາຄົດ ແລະ ທຸກຄົນທີ່ຍັງຄົງຢູ່ກໍຈະສັນລະເສີນພຣະເຈົ້າ; ພວກເຂົາຈະຍົກຍ້ອງວ່າການກະທຳຂອງພຣະເຈົ້າແມ່ນດຳເນີນຈາກຄວາມຮັກຂອງພຣະອົງທີ່ມີຕໍ່ມະນຸດຊາດຢ່າງແທ້ຈິງ. ພຣະເຈົ້າມາຢູ່ທ່າມກາງມະນຸດຢ່າງຖ່ອມຕົວ ເປັນບຸກຄົນທຳມະດາຄົນໜຶ່ງ. ພຣະອົງບໍ່ພຽງແຕ່ປະຕິບັດບາງພາລະກິດ, ກ່າວບາງພຣະທຳ ແລ້ວກໍຈາກໄປ; ກົງກັນຂ້າມ, ພຣະອົງເວົ້າ ແລະ ເຮັດວຽກຢ່າງແທ້ຈິງໃນຂະນະທີ່ກຳລັງຜະເຊີນໜ້າກັບຄວາມເຈັບປວດຂອງໂລກ. ຫຼັງຈາກທີ່ພຣະອົງໄດ້ສຳເລັດການສໍາຜັດກັບຄວາມເຈັບປວດນີ້ເທົ່ານັ້ນ ພຣະອົງຈຶ່ງຈະຈາກໄປ. ນີ້ແມ່ນພາລະກິດຂອງພຣະເຈົ້າທີ່ແທ້ຈິງ ແລະ ເປັນຈິງ; ທຸກຄົນທີ່ເຫຼືອຈະສັນລະເສີນພຣະເຈົ້າຍ້ອນສິ່ງນີ້ ແລະ ພວກເຂົາຈະເຫັນຄວາມສັດຊື່ຂອງພຣະເຈົ້າຕໍ່ມະນຸດ ແລະ ຄວາມເມດຕາຂອງພຣະອົງ. ແກ່ນແທ້ແຫ່ງຄວາມສວຍງາມ ແລະ ຄວາມດີຂອງພຣະເຈົ້າສາມາດເຫັນໄດ້ໃນຄວາມສຳຄັນແຫ່ງການບັງເກີດເປັນມະນຸດຂອງພຣະອົງໃນເນື້ອໜັງ. ແມ່ນຫຍັງກໍຕາມທີ່ພຣະອົງເຮັດແມ່ນຈິງໃຈ; ແມ່ນຫຍັງກໍຕາມທີ່ພຣະອົງເວົ້າແມ່ນຈິງຈັງ ແລະ ຊື່ສັດ. ທຸກສິ່ງທີ່ພຣະອົງເຈດຕະນາເຮັດ, ພຣະອົງກໍເຮັດມັນແທ້ໆ; ເມື່ອມີລາຄາທີ່ຕ້ອງຈ່າຍ, ພຣະອົງກໍຈ່າຍມັນແທ້ໆ; ພຣະອົງບໍ່ພຽງແຕ່ກ່າວພຣະທຳ. ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ; ພຣະເຈົ້າເປັນພຣະເຈົ້າທີ່ຊື່ສັດ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ລັກສະນະທີ່ສອງແຫ່ງຄວາມສຳຄັນຂອງການບັງເກີດເປັນມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 254)

ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີຫົນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ພຣະອົງສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງທີ່ກ່ຽວຂ້ອງກັບພະລັງແຫ່ງຊີວິດ, ປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ເສຍສະລະຫຼາຍເພື່ອມະນຸດອາດຈະໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນຫົນທາງແຫ່ງການຟື້ນຟູຊີວິດຂອງມະນຸດ. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງມະນຸດຕະຫຼອດເວລາ. ພຣະອົງໄດ້ເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດຢູ່ຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ມະນຸດເກີດຂຶ້ນໃໝ່ ແລະ ເຮັດໃຫ້ມະນຸດສາມາດດຳລົງໃນທຸກບົດບາດຂອງຊີວິດຂອງເຂົາຢ່າງໜຽວແໜ້ນ. ຍ້ອນອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ເຊິ່ງພະລັງແຫ່ງຊີວິດຂອງພຣະເຈົ້າເປັນຮາກຖານໃນການມີຊີວິດຢູ່ຂອງມະນຸດ ແລະ ພຣະເຈົ້າໄດ້ເສຍສະລະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະລະມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ນອກຈາກນັ້ນ ມັນຍັງຍິ່ງໃຫຍ່ກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງເໜືອທໍາມະຊາດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງເປັ່ງປະກາຍໄປທົ່ວ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດໄດ້ຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ, ແຕ່ຊີວິດຂອງພຣະເຈົ້າຢູ່ຄືເກົ່າຕະຫຼອດໄປ. ທຸກສິ່ງທຸກຢ່າງຈາກໄປ ແຕ່ຊີວິດຂອງພຣະເຈົ້າຍັງຄົງຢູ່ ຍ້ອນພຣະເຈົ້າເປັນບໍ່ເກີດແຫ່ງການມີຊີວິດຢູ່ຂອງທຸກຢ່າງ ແລະ ຮາກຖານຂອງການມີຊີວິດຢູ່ຂອງພວກມັນ. ຊີວິດຂອງມະນຸດເກີດມາຈາກພຣະເຈົ້າ, ການມີຢູ່ຂອງສະຫວັນກໍຍ້ອນພຣະເຈົ້າ ແລະ ການມີຢູ່ຂອງແຜ່ນດິນໂລກເກີດມາຈາກລິດອຳນາດແຫ່ງຊີວິດຂອງພຣະເຈົ້າ. ບໍ່ມີສິ່ງໃດທີ່ມີພະລັງທີ່ສາມາດຢູ່ເໜືອອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ບໍ່ມີສິ່ງໃດທີ່ແຂງແກ່ນສາມາດລອດພົ້ນຈາກຂອບເຂດອຳນາດຂອງພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າພວກເຂົາຈະເປັນໃຜ, ທຸກຄົນຕ້ອງຍອມຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ, ທຸກຄົນຕ້ອງດຳລົງຊີວິດຢູ່ພາຍໃຕ້ຂໍ້ຄຳສັ່ງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດຫຼີກໜີໄປຈາກມືຂອງພຣະອົງໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 255)

ຖ້າເຈົ້າຕ້ອງການຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນຢ່າງແທ້ຈິງ ແລະ ຖ້າເຈົ້າກະຕືລືລົ້ນໃນການຊອກຫາມັນ ແລ້ວຈົ່ງຕອບຄຳຖາມນີ້ກ່ອນ: ໃນປັດຈຸບັນນີ້ ພຣະເຈົ້າຢູ່ໃສ? ບາງເທື່ອ ເຈົ້າຈະຕອບວ່າ “ພຣະເຈົ້າອາໄສຢູ່ໃນສະຫວັນ, ແນ່ນອນ ພຣະອົງຈະບໍ່ອາໄສຢູ່ໃນເຮືອນຂອງເຈົ້າ, ແມ່ນບໍ?” ບາງເທື່ອ ເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ທ່າມກາງທຸກສິ່ງຢ່າງແນ່ນອນ. ຫຼືເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງແຕ່ລະຄົນ ຫຼື ພຣະເຈົ້າຢູ່ໃນໂລກຝ່າຍວິນຍານ. ເຮົາບໍ່ປະຕິເສດໃນສິ່ງນີ້ເລີຍ ແຕ່ເຮົາຕ້ອງອະທິບາຍບັນຫາໃຫ້ຈະແຈ້ງ. ມັນບໍ່ຖືກທັງໝົດທີ່ຈະເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງມະນຸດ ແຕ່ມັນກໍບໍ່ຜິດທັງໝົດເຊັ່ນກັນ. ນັ້ນກໍຍ້ອນວ່າ ທ່າມກາງຄົນທີ່ມີຄວາມເຊື່ອໃນພຣະເຈົ້າ ມີຜູ້ຄົນທີ່ມີຄວາມເຊື່ອທີ່ແທ້ຈິງ ແລະ ມີຜູ້ຄົນທີ່ມີຄວາມເຊື່ອຜິດ, ມີຜູ້ຄົນທີ່ພຣະເຈົ້າເຫັນດີ ແລະ ຜູ້ຄົນທີ່ພຣະອົງບໍ່ເຫັນດີ, ມີຜູ້ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຜູ້ຄົນທີ່ພຣະອົງກຽດຊັງ ແລະ ມີຜູ້ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ ແລະ ຜູ້ຄົນທີ່ພຣະອົງຈະໂຍນອອກ. ສະນັ້ນ ເຮົາຈຶ່ງເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງຄົນ ແຕ່ເປັນຄົນຈຳນວນໜ້ອຍ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີຂໍ້ສົງໄສ, ຄົນທີ່ພຣະເຈົ້າເຫັນດີ, ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ. ພວກເຂົາແມ່ນຄົນທີ່ພຣະເຈົ້ານໍາພາ. ຍ້ອນວ່າພຣະເຈົ້ານໍາພາພວກເຂົາ, ພວກເຂົາຈຶ່ງເປັນຄົນທີ່ໄດ້ຍິນ ແລະ ເຫັນຫົນທາງແຫ່ງຊີວິດຊົ່ວນິດນິລັນຂອງພຣະເຈົ້າ. ຜູ້ຄົນທີ່ມີຄວາມເຊື່ອໃນພຣະເຈົ້າທີ່ຜິດ, ຜູ້ຄົນທີ່ພຣະເຈົ້າບໍ່ເຫັນດີ, ຜູ້ຄົນທີ່ຖືກພຣະເຈົ້າກຽດຊັງ, ຜູ້ຄົນທີ່ຖືກພຣະເຈົ້າໂຍນອອກ, ພວກເຂົາຈະຖືກພຣະເຈົ້າປະຕິເສດ, ຖືກເຮັດໃຫ້ມີຊີວິດຢູ່ໂດຍປາສະຈາກຫົນທາງແຫ່ງຊີວິດ ແລະ ຖືກເຮັດໃຫ້ເປັນຄົນບໍ່ຮູ້ວ່າ ພຣະເຈົ້າຢູ່ໃສ. ໃນທາງກົງກັນຂ້າມ ຜູ້ຄົນທີ່ມີພຣະເຈົ້າອາໄສຢູ່ໃນຫົວໃຈຂອງພວກເຂົາຮູ້ວ່າ ພຣະອົງຢູ່ໃສ. ພວກເຂົາແມ່ນຄົນທີ່ພຣະເຈົ້າປະທານຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ ແລະ ພວກເຂົາເປັນຄົນທີ່ຕິດຕາມພຣະເຈົ້າ. ໃນປັດຈຸບັນນີ້ ເຈົ້າຮູ້ຈັກບໍວ່າ ພຣະເຈົ້າຢູ່ໃສ? ພຣະເຈົ້າທັງຢູ່ໃນຫົວໃຈຂອງມະນຸດ ແລະ ຢູ່ຄຽງຂ້າງມະນຸດ. ພຣະອົງບໍ່ພຽງແຕ່ຢູ່ໃນໂລກຝ່າຍວິນຍານ ແລະ ຢູ່ເໜືອສິ່ງທັງໝົດ ແຕ່ຢູ່ເທິງແຜ່ນດິນໂລກຫຼາຍກວ່າ ເຊິ່ງເປັນບ່ອນທີ່ມະນຸດອາໄສຢູ່. ດ້ວຍເຫດນັ້ນ ການມາເຖິງຂອງຍຸກສຸດທ້າຍແມ່ນໄດ້ຮັບເອົາບາດກ້າວຂອງພາລະກິດຂອງພຣະເຈົ້າເຂົ້າສູ່ດິນແດນໃໝ່. ພຣະເຈົ້າມີອຳນາດປົກຄອງເໜືອທຸກສິ່ງ ແລະ ພຣະອົງເປັນເສົາຫຼັກຂອງມະນຸດທີ່ຢູ່ໃນຫົວໃຈຂອງເຂົາ ແລະ ຍິ່ງໄປກວ່ານັ້ນ ພຣະອົງມີຊີວິດຢູ່ທ່າມກາງມະນຸດ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດນໍາຫົນທາງແຫ່ງຊີວິດມາສູ່ມະນຸດຊາດ ແລະ ນໍາມະນຸດເຂົ້າສູ່ຫົນທາງແຫ່ງຊີວິດ. ພຣະອົງໄດ້ລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ເພື່ອມະນຸດຈະໄດ້ຮັບຫົນທາງແຫ່ງຊີວິດ ແລະ ເພື່ອມະນຸດຈະມີຊີວິດຢູ່. ໃນເວລາດຽວກັນ ພຣະເຈົ້າຍັງສັ່ງທຸກສິ່ງໃນທັງໝົດທັງມວນເພື່ອອໍານວຍການຮ່ວມມືກັບການຄຸ້ມຄອງທີ່ພຣະອົງປະຕິບັດທ່າມກາງມະນຸດ. ດ້ວຍເຫດນັ້ນ, ຖ້າເຈົ້າພຽງຮັບຮູ້ທິດສະດີທີ່ວ່າ ພຣະເຈົ້າຢູ່ໃນແຜ່ນດິນສະຫວັນ ແລະ ໃນຫົວໃຈຂອງມະນຸດ ແຕ່ບໍ່ໄດ້ຮັບຮູ້ຄວາມຈິງແຫ່ງການມີຢູ່ຂອງພຣະເຈົ້າທ່າມກາງມະນຸດ ແລ້ວເຈົ້າຈະບໍ່ໄດ້ຮັບຊີວິດຈັກເທື່ອ ແລະ ຈະບໍ່ໄດ້ຮັບຫົນທາງແຫ່ງຄວາມຈິງຈັກເທື່ອ.

ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ, ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ເໜືອສິ່ງອື່ນໃດກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫຼ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິນຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລິຍ ນອກຈາກເນື້ອໜັງຂອງເຈົ້າ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດນໍາມານະມັດສະການວ່າເປັນຄວາມຈິງ ແລະ ລະບຽບການຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນຂອງພຣະອົງ. ຖ້າເຈົ້ານໍາການບັນທຶກຂອງພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ໃນຊ່ວງຍຸກອະດີດຈົນຮອດປັດຈຸບັນໄປໃຊ້, ນັ້ນກໍເຮັດໃຫ້ເຈົ້າເປັນນັກບູຮານຄະດີ ແລະ ທາງດຽວທີ່ຈະໃຫ້ອະທິບາຍກ່ຽວກັບເຈົ້າກໍຄື ເຈົ້າບໍ່ແຕກຕ່າງຫຍັງກັບພວກຊ່ຽວຊານກ່ຽວກັບມໍລະດົກທາງປະຫວັດສາດ. ນັ້ນກໍຍ້ອນວ່າ ເຈົ້າເຊື່ອສະເໝີໃນຮ່ອງຮອຍຂອງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນອະດີດທີ່ຜ່ານມາ, ພຽງແຕ່ເຊື່ອໃນເງົາຂອງພຣະເຈົ້າທີ່ພຣະອົງໄດ້ປະໄວ້ໃຫ້ກັບຜູ້ຕິດຕາມພຣະອົງ ໃນເວລາທີ່ພຣະອົງໄດ້ປະຕິບັດພາລະກິດທ່າມກາງມະນຸດ. ເຈົ້າບໍ່ເຊື່ອໃນທິດທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນ, ບໍ່ເຊື່ອໃນຮູບລັກສະນະອັນສະຫງ່າລາສີຂອງພຣະເຈົ້າໃນປັດຈຸບັນ ແລະ ບໍ່ເຊື່ອໃນຫົນທາງແຫ່ງຄວາມຈິງທີ່ພຣະເຈົ້າສຳແດງໃນປັດຈຸບັນ. ດ້ວຍເຫດນັ້ນ ເຈົ້າກໍເປັນຄົນທີ່ຝັນກາງເວັນໂດຍບໍ່ສາມາດປະຕິເສດໄດ້ ເຊິ່ງເປັນຄົນທີ່ບໍ່ໄດ້ຢູ່ໃນຄວາມເປັນຈິງເລີຍ. ຖ້າໃນປັດຈຸບັນ ເຈົ້າຍັງຍຶດຕິດກັບຄຳເວົ້າທີ່ບໍ່ສາມາດນໍາຊີວິດມາໃຫ້ກັບມະນຸດໄດ້, ເຈົ້າກໍເປັນທ່ອນໄມ້ຕາຍທີ່ໝົດຫວັງທ່ອນໜຶ່ງ[ກ], ຍ້ອນວ່າເຈົ້າຫົວບູຮານເກີນໄປ, ຫົວແຂງເກີນໄປ, ບໍ່ຍອມຮັບເຫດຜົນຫຍັງເລີຍ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ໝາຍເຫດ:

ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.


ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 256)

ພຣະເຈົ້າເອງຄືຄວາມຈິງ ແລະ ພຣະອົງຄອບຄອງຄວາມຈິງທັງໝົດ. ພຣະເຈົ້າແມ່ນແຫຼ່ງກຳເນີດຂອງຄວາມຈິງ. ທຸກໆສິ່ງທີ່ເປັນດ້ານບວກ ແລະ ທຸກໆຄວາມຈິງມາຈາກພຣະເຈົ້າ. ພຣະອົງສາມາດພິພາກສາຄວາມຖືກຕ້ອງ ແລະ ຄວາມຜິດຂອງທຸກສິ່ງ ແລະ ທຸກເຫດການ; ພຣະອົງສາມາດພິພາກສາສິ່ງທີ່ໄດ້ເກີດຂຶ້ນແລ້ວ, ສິ່ງທີ່ກຳລັງເກີດຂຶ້ນໃນປັດຈຸບັນ ແລະ ສິ່ງທີ່ຈະເກີດຂຶ້ນໃນອະນາຄົດທີ່ມະນຸດບໍ່ລ່ວງຮູ້. ພຣະເຈົ້າແມ່ນຜູ້ພິພາກສາຜູ້ດຽວທີ່ສາມາດພິພາກສາຄວາມຖືກຕ້ອງ ແລະ ຄວາມຜິດຂອງທຸກສິ່ງ ແລະ ນີ້ໝາຍຄວາມວ່າ ຄວາມຖືກຕ້ອງ ແລະ ຄວາມຜິດຂອງທຸກສິ່ງສາມາດຖືກພິພາກສາໄດ້ໂດຍພຣະເຈົ້າພຽງຜູ້ດຽວເທົ່ານັ້ນ. ພຣະອົງຮູ້ກົດເກນສຳລັບທຸກສິ່ງ. ພຣະອົງສາມາດສະແດງຄວາມຈິງໃນເວລາໃດກໍໄດ້ ແລະ ສະຖານທີ່ໃດກໍໄດ້. ພຣະເຈົ້າແມ່ນການປາກົດຂຶ້ນຂອງຄວາມຈິງ, ເຊິ່ງໝາຍຄວາມວ່າ ຕົວພຣະອົງເອງນັ້ນຖືກຄອບຄອງໂດຍແກ່ນແທ້ຂອງຄວາມຈິງ. ຖ້າມະນຸດເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ, ແລ້ວພວກເຂົາຈະມີຫຍັງທີ່ກ່ຽວຂ້ອງກັບການປາກົດຂຶ້ນຂອງຄວາມຈິງບໍ່? ບໍ່. ນີ້ຄືຄວາມແນ່ນອນ. ເມື່ອມະນຸດຖືກເຮັດໃຫ້ສົມບູນ, ກ່ຽວກັບພາລະກິດໃນປັດຈຸັນຂອງພຣະເຈົ້າ ແລະ ຫຼາກຫຼາຍມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ພວກເຂົາສາມາດມີການຕັດສິນທີ່ຖືກຕ້ອງ ແລະ ມີວິທີການປະຕິບັດ ແລະ ພວກເຂົາຈະເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າຢ່າງສົມບູນ. ພວກເຂົາສາມາດແຍກແຍະລະຫວ່າງສິ່ງທີ່ມາຈາກພຣະເຈົ້າ ແລະ ສິ່ງທີ່ມາຈາກມະນຸດ, ລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ. ແຕ່ມີບາງຢ່າງທີ່ມະນຸດບໍ່ສາມາດເຂົ້າເຖິງໄດ້ ແລະ ບໍ່ຊັດເຈນ, ເປັນສິ່ງທີ່ພວກເຂົາສາມາດພຽງແຕ່ຮູ້ໄດ້ຫຼັງຈາກທີ່ພຣະເຈົ້າບອກເຂົາ. ມະນຸດສາມາດຮູ້ ຫຼື ທໍານາຍສິ່ງທີ່ຍັງບໍ່ເປັນທີ່ຮູ້ຈັກ, ສິ່ງທີ່ພຣະເຈົ້າຍັງບໍ່ທັນໄດ້ບອກພວກເຂົາບໍ? ແນ່ນອນວ່າບໍ່ໄດ້. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າມະນຸດຈະໄດ້ຮັບຄວາມຈິງຈາກພຣະເຈົ້າ ແລະ ມີຄວາມເປັນຈິງແຫ່ງຄວາມຈິງ ແລະ ຮູ້ແກ່ນແທ້ຂອງຄວາມຈິງຫຼາຍຢ່າງ ແລະ ມີຄວາມສາມາດທີ່ຈະແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດ, ພວກເຂົາຈະມີຄວາມສາມາດຄວບຄຸມ ແລະ ປົກຄອງທຸກສິ່ງໄດ້ບໍ? ພວກເຂົາຈະບໍ່ມີຄວາມສາມາດນີ້. ນັ້ນແມ່ນຄວາມແຕກຕ່າງລະຫວ່າງພຣະເຈົ້າ ແລະ ມະນຸດ. ສິ່ງທີ່ຖືກສ້າງຂຶ້ນມາພຽງແຕ່ສາມາດຮັບຄວາມຈິງມາຈາກແຫຼ່ງກຳເນີດຂອງຄວາມຈິງໄດ້ເທົ່ານັ້ນ. ພວກເຂົາສາມາດຮັບຄວາມຈິງຈາກມະນຸດໄດ້ບໍ່? ມະນຸດແມ່ນຄວາມຈິງບໍ? ມະນຸດສາມາດສະໜອງຄວາມຈິງໄດ້ບໍ່? ພວກເຂົາບໍ່ສາມາດ ແລະ ຄວາມແຕກຕ່າງກໍຢຸ່ໃນນັ້ນ. ເຈົ້າພຽງແຕ່ສາມາດໄດ້ຮັບຄວາມຈິງ, ບໍ່ສາມາດສະໜອງມັນໄດ້. ເຈົ້າສາມາດຖືກເອີ້ນວ່າເປັນຄົນທີ່ຄອບຄອງຄວາມຈິງໄດ້ບໍ? ເຈົ້າສາມາດຖືກເອີ້ນວ່າເປັນຕົວຕົນຂອງຄວາມຈິງໄດ້ບໍ? ແນ່ນອນວ່າບໍ່ໄດ້. ແມ່ນຫຍັງຄືແກ່ນແທ້ຂອງຕົວຕົນອອກຂອງຄວາມເປັນຈິງ? ມັນແມ່ນແຫຼ່ງກຳເນີດທີ່ສະໜອງຄວາມຈິງ, ແຫຼ່ງກຳເນີດຂອງການປົກຄອງ ແລະ ອະທິປະໄຕຂອງທຸກສິ່ງ ແລະ ມັນຍັງແມ່ນຫຼັກເກນ ແລະ ມາດຕະຖານທີ່ທຸກສິ່ງ ແລະ ທຸກເຫດການຖືກພິພາກສາ. ນີ້ແມ່ນຕົວຕົນຂອງຄວາມຈິງ.

ພຣະທຳ, ເຫຼັ້ມທີ 4. ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ. ລາຍການທີແປດ (ພາກທີສາມ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 257)

ໃນການທີ່ພຣະອົງສະແດງຄວາມຈິງ, ພຣະເຈົ້າໄດ້ສະແດງເຖິງອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງ; ການທີ່ພຣະອົງສະແດງຄວາມຈິງບໍ່ໄດ້ອີງໃສ່ຜົນລວມສິ່ງດີໆ ແລະ ຖ້ອຍຄຳທີ່ຫຼາກຫຼາຍຂອງມະນຸດຊາດເຊິ່ງມະນຸດຊາດໄດ້ຮັບຮູ້. ພຣະທຳຂອງພຣະເຈົ້າຄືພຣະເຈົ້າຂອງພຣະເຈົ້າ; ພຣະທຳຂອງພຣະເຈົ້າຄືຄວາມຈິງ. ພວກມັນຄືພື້ນຖານ ແລະ ກົດເກນໜຶ່ງດຽວທີ່ມະນຸດຊາດມີຢູ່ ແລະ ທຸກສິ່ງເຫຼົ່ານັ້ນທີ່ເອີ້ນວ່າຫຼັກການເຊິ່ງເກີດມາຈາກມະນຸດແມ່ນບໍ່ຖືກຕ້ອງ, ແປກປະຫຼາດ ແລະ ຖືກພຣະເຈົ້າປະນາມທັງໝົດ. ພວກມັນບໍ່ບັນລຸການຮອງຮັບຂອງພຣະອົງ ແລະ ແຮງໄກທີ່ພວກມັນຈະເປັນຕົ້ນກຳເນີດ ຫຼື ພື້ນຖານສຳລັບຖ້ອຍຄຳຂອງພຣະອົງ. ພຣະເຈົ້າສະແດງອຸປະນິໄສຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງຜ່ານພຣະທຳຂອງພຣະອົງ. ພຣະທຳທຸກຂໍ້ທີ່ເກີດຂຶ້ນຈາກການສະແດງຂອງພຣະເຈົ້າຄືຄວາມຈິງ, ຍ້ອນພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງຄືຄວາມເປັນຈິງຂອງສິ່ງດີໆທັງປວງ. ບໍ່ວ່າມະນຸດຊາດທີ່ເສື່ອມຊາມນີ້ຈະກຳນົດ ຫຼື ໃຫ້ນິຍາມແນວໃດກໍຕາມຕໍ່ພຣະທຳຂອງພຣະເຈົ້າ ຫຼື ມະນຸດຊາດເບິ່ງພວກມັນ ຫຼື ເຂົ້າໃຈພວກມັນແນວໃດ, ພຣະທຳຂອງພຣະເຈົ້າກໍເປັນຄວາມຈິງຕະຫຼອດການ ແລະ ນີ້ຄືຂໍ້ແທ້ຈິງທີ່ບໍ່ປ່ຽນແປງຈັກເທື່ອ. ບໍ່ວ່າພຣະທຳຂອງພຣະເຈົ້າຈະຖືກເວົ້າຫຼາຍສໍ່າໃດ ແລະ ບໍ່ວ່າມະນຸດຊາດທີ່ເສື່ອມຊາມ ແລະ ຊົ່ວຮ້າຍນີ້ຈະປະນາມ ແລະ ປະຕິເສດພວກມັນຫຼາຍສໍ່າໃດ, ມັນຍັງຄົງມີຂໍ້ແທ້ຈິງທີ່ບໍ່ປ່ຽນແປງຕະຫຼອດການ: ພຣະທຳຂອງພຣະເຈົ້າຈະເປັນຄວາມຈິງຢູ່ສະເໝີ ແລະ ມະນຸດບໍ່ສາມາດປ່ຽນແປງສິ່ງນີ້ໄດ້. ໃນທີ່ສຸດແລ້ວ, ມະນຸດຕ້ອງຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ວັດທະນະທຳດັ່ງເດີມທີ່ສູງສົ່ງ ແລະ ຄວາມຮູ້ທາງວິທະຍາສາດຂອງມະນຸດຊາດບໍ່ສາມາດກາຍມາເປັນສິ່ງທີ່ດີໆຈັກເທື່ອ ແລະ ພວກມັນບໍ່ສາມາດກາຍມາເປັນຄວາມຈິງ. ນີ້ຄືສິ່ງທີ່ແນ່ນອນ. ວັດທະນະທຳດັ່ງເດີມ ແລະ ວິທີການມີຊີວິດຢູ່ຂອງມະນຸດຊາດຈະບໍ່ກາຍມາເປັນຄວາມຈິງເພາະການປ່ຽນແປງ ຫຼື ຊ່ວງເວລາທີ່ຜ່ານໄປ ແລະ ພຣະທຳຂອງພຣະເຈົ້າຈະບໍ່ກາຍມາເປັນຄຳເວົ້າຂອງມະນຸດເນື່ອງຈາກການປະນາມ ຫຼື ຄວາມຫຼົງລືມຂອງມະນຸດຊາດ. ຄວາມຈິງຄືຄວາມຈິງຢູ່ສະເໝີ; ແກ່ນແທ້ນີ້ຈະບໍ່ປ່ຽນແປງຈັກເທື່ອ. ມີຂໍ້ແທ້ຈິງຫຍັງຢູ່ບ່ອນນີ້? ຄຳເວົ້າທັງໝົດທີ່ເປັນວັດທະນະທຳດັ້ງເດີມ ແລະ ສຳນວນທີ່ສະຫຼຸບໂດຍມະນຸດຊາດແມ່ນມາຈາກຊາຕານ, ຈິນຕະນາການ ແລະ ແນວຄິດຂອງມະນຸດ ຫຼື ພວກມັນເກີດຂຶ້ນຈາກຄວາມຫົວຮ້ອນຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ພວກມັນບໍ່ມີຫຍັງກ່ຽວກັບສິ່ງດີໆເລີຍ. ໃນອີກດ້ານໜຶ່ງ, ພຣະທຳຂອງພຣະເຈົ້າຄືການສະແດງອອກເຖິງແກ່ນແທ້ ແລະ ຕົວຕົນຂອງພຣະເຈົ້າ. ພຣະອົງກ່າວພຣະທຳເຫຼົ່ານີ້ຍ້ອນເຫດຜົນຫຍັງ? ເປັນຫຍັງເຮົາຈຶ່ງເວົ້າວ່າພວກມັນຄືຄວາມຈິງ? ເຫດຜົນກໍຄືພຣະເຈົ້າປົກຄອງເໜືອກົດໝາຍ, ກົດລະບຽບ, ຮາກເຫງົ້າ, ແກ່ນແທ້, ຄວາມເປັນຈິງທັງໝົດ ແລະ ຄວາມເລິກລັບຂອງສິ່ງທັງປວງ. ພວກມັນຖືກກຳຢູ່ໃນມືຂອງພຣະອົງ. ສະນັ້ນ ມີພຽງແຕ່ພຣະເຈົ້າທີ່ຮູ້ກົດລະບຽບ, ຄວາມເປັນຈິງ, ຂໍ້ແທ້ຈິງ ແລະ ຄວາມເລິກລັບຂອງສິ່ງທັງປວງ. ພຣະເຈົ້າຮູ້ຈັກຕົ້ນກຳເນີດຂອງສິ່ງທັງປວງ ແລະ ພຣະເຈົ້າຮູ້ວ່າຮາກເຫງົ້າຂອງສິ່ງທັງປວງແມ່ນຫຍັງແທ້ໆ. ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນນິຍາມທີ່ຖືກຕ້ອງທີ່ສຸດຂອງສິ່ງທັງປວງ ແລະ ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນມາດຕະຖານ ແລະ ຫຼັກເກນສຳລັບຊີວິດຂອງມະນຸດ ແລະ ຄວາມຈິງ ແລະ ຫຼັກການທີ່ມະນຸດດຳລົງຊີວິດຕາມ.

ພຣະທຳ, ເຫຼັ້ມທີ 4. ການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ. ລາຍການທີເກົ້າ (ພາກທີໜຶ່ງ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 258)

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ຍ້ອນແຜນການຂອງພຣະເຈົ້າ ແລະ ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າປະຕິບັດບົດບາດຂອງເຈົ້າ ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ.

ໃນຂະນະທີ່ກາງຄືນໃກ້ເຂົ້າມາຢ່າງງຽບສະງັດ ໂດຍມະນຸດບໍ່ຮູ້ສຶກຕົວ, ຍ້ອນຫົວໃຈຂອງມະນຸດບໍ່ສາມາດຮັບຮູ້ໄດ້ວ່າ ກາງຄືນນັ້ນໃກ້ເຂົ້າມາແນວໃດ ຫຼື ມັນມາຈາກໃສ. ເມື່ອກາງຄືນຜ່ານໄປຢ່າງມິດງຽບ ມະນຸດກໍຕ້ອນຮັບແສງສະຫວ່າງຂອງກາງເວັນ ແຕ່ສໍາລັບເລື່ອງທີ່ວ່າ ແສງສະຫວ່າງມາຈາກໃສ ແລະ ມັນຂັບໄລ່ຄວາມມືດຂອງກາງຄືນອອກໄປດ້ວຍວິທີໃດນັ້ນ ມະນຸດແມ່ນແຮງຮູ້ໜ້ອຍ ແລະ ເຖິງກັບບໍ່ຮູ້ເລີຍ. ການຜັດປ່ຽນຂອງກາງເວັນ ແລະ ກາງຄືນ ນໍາພາມະນຸດຈາກໄລຍະໜຶ່ງໄປສູ່ອີກໄລຍະໜຶ່ງ, ຈາກບໍລິບົດປະຫວັດສາດໜຶ່ງໄປສູ່ບໍລິບົດປະຫວັດສາດຂອງຕອນຕໍ່ໄປ, ໃນຂະນະທີ່ຍັງຮັບຮອງວ່າພາລະກິດຂອງພຣະເຈົ້າໃນທຸກໄລຍະ ແລະ ແຜນການຂອງພຣະອົງສຳລັບແຕ່ລະຍຸກຈະຖືກເຮັດໃຫ້ສຳເລັດ. ມະນຸດໄດ້ຍ່າງຜ່ານໄລຍະເວລາເຫຼົ່ານີ້ໄປພ້ອມກັນກັບພຣະເຈົ້າ ແຕ່ເຂົາບໍ່ຮູ້ວ່າ ພຣະເຈົ້າປົກຄອງຊະຕາກໍາຂອງສັບພະທຸກສິ່ງ ແລະ ທຸກສິ່ງທີ່ມີຊີວິດ ຫຼື ບໍ່ຮູ້ວ່າພຣະເຈົ້າປັ້ນແຕ່ງ ແລະ ຄວບຄຸມສັບພະສິ່ງທັງປວງແນວໃດ. ນີ້ຄືສິ່ງທີ່ຫຼົບຫຼີກມະນຸດຕັ້ງແຕ່ຍຸກບູຮານຈົນຮອດປັດຈຸບັນ. ສຳລັບເຫດຜົນນັ້ນ, ມັນບໍ່ແມ່ນເປັນຍ້ອນວ່າການກະທຳຂອງພຣະເຈົ້າລີ້ລັບເກີນໄປ ຫຼື ຍ້ອນແຜນການຂອງພຣະເຈົ້າຍັງບໍ່ໄດ້ກາຍເປັນຈິງເທື່ອ, ແຕ່ຍ້ອນຫົວໃຈ ແລະ ວິນຍານຂອງມະນຸດຫ່າງເຫີນຈາກພຣະເຈົ້າຫຼາຍເກີນໄປ ຈົນຮອດຈຸດທີ່ວ່າ ມະນຸດຍັງຢູ່ໃນການຮັບໃຊ້ຂອງຊາຕານ ເຖິງແມ່ນວ່າເຂົາກໍາລັງຕິດຕາມພຣະເຈົ້າ ແລະ ຍັງບໍ່ຮູ້ຕົວເລີຍ. ບໍ່ມີໃຜທີ່ສະແຫວງຫາບາດກ້າວຂອງພຣະເຈົ້າ ແລະ ການປາກົດຕົວຂອງພຣະອົງຢ່າງຫ້າວຫັນ ແລະ ບໍ່ມີໃຜເຕັມໃຈດໍາລົງຢູ່ພາຍໃຕ້ການດູແລ ແລະ ການຮັກສາຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາປາຖະໜາທີ່ຈະເພິ່ງພາການກັດເຊາະຂອງຊາຕານ ເຊິ່ງເປັນສິ່ງທີ່ຊົ່ວຮ້າຍ ເພື່ອປັບໃຫ້ເຂົ້າກັບໂລກໜ່ວຍນີ້ ແລະ ກົດລະບຽບແຫ່ງການມີຊີວິດຢູ່ທີ່ມະນຸດຊາດທີ່ຊົ່ວຮ້າຍປະຕິບັດຕາມ. ໃນເວລານີ້ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍມາເປັນບັນນາການໃຫ້ກັບຊາຕານ ແລະ ກາຍເປັນອາຫານຂອງຊາຕານ. ຍິ່ງໄປກວ່ານັ້ນ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍເປັນບ່ອນທີ່ຊາຕານສາມາດອາໄສຢູ່ ແລະ ເປັນສະໜາມຫຼິ້ນທີ່ເໝາະສົມຂອງມັນ. ດ້ວຍເຫດນີ້ ມະນຸດຈຶ່ງສູນເສຍຄວາມເຂົ້າໃຈໃນຫຼັກການຂອງການເປັນມະນຸດຂອງເຂົາ ແລະ ຄຸນຄ່າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງມະນຸດຢ່າງບໍ່ຮູ້ຕົວ. ກົດບັນຍັດຂອງພຣະເຈົ້າ ແລະ ພັນທະສັນຍາລະຫວ່າງພຣະເຈົ້າ ແລະ ມະນຸດຈາງຫາຍໄປຈາກຫົວໃຈຂອງມະນຸດເທື່ອລະໜ້ອຍ ແລະ ເຂົາກໍຢຸດທີ່ຈະສະແຫວງຫາ ຫຼື ສົນໃຈຕໍ່ພຣະເຈົ້າ. ເມື່ອເວລາຜ່ານໄປ ມະນຸດບໍ່ເຂົ້າໃຈອີກຕໍ່ໄປວ່າ ເປັນຫຍັງພຣະເຈົ້າຈຶ່ງສ້າງເຂົາ ຫຼື ເຂົາບໍ່ເຂົ້າໃຈພຣະທຳທີ່ມາຈາກປາກຂອງພຣະເຈົ້າ ແລະ ທຸກສິ່ງທີ່ມາຈາກພຣະເຈົ້າ. ແລ້ວມະນຸດກໍເລີ່ມຕໍ່ຕ້ານກົດເກນ ແລະ ບົດບັນຍັດຂອງພຣະເຈົ້າ ແລະ ຫົວໃຈ ແລະ ວິນຍານຂອງເຂົາກໍຕາຍໄປ... ພຣະເຈົ້າສູນເສຍມະນຸດທີ່ພຣະອົງສ້າງດັ່ງເດີມ ແລະ ມະນຸດກໍສູນເສຍຮາກເຫງົ້າທີ່ເຂົາມີໃນເບື້ອງຕົ້ນ: ນີ້ຄືຄວາມໂສກເສົ້າຂອງມະນຸດຊາດນີ້. ໃນຄວາມເປັນຈິງແລ້ວ ນັບຕັ້ງແຕ່ການເລີ່ມຕົ້ນທຳອິດຈົນເຖິງປັດຈຸບັນ ພຣະເຈົ້າໄດ້ຈັດສະແດງໂສກອະນາດຕະກຳໃຫ້ກັບມະນຸດຊາດ ເຊິ່ງມະນຸດເປັນທັງຕົວລະຄອນເອກ ແລະ ຜູ້ຮັບເຄາະ; ແລ້ວບໍ່ມີຜູ້ໃດສາມາດຕອບໄດ້ວ່າ ໃຜກຳກັບໂສກອະນາດຕະກຳນີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 259)

ພຣະເຈົ້າສ້າງໂລກໜ່ວຍນີ້ ແລະ ນໍາມະນຸດມາສູ່ໂລກນີ້ ເຊິ່ງເປັນສິ່ງມີຊີວິດທີ່ພຣະອົງມອບຊີວິດໃຫ້. ຕໍ່ມາ ມະນຸດມີພໍ່ແມ່ ແລະ ຍາດພີ່ນ້ອງ ແລະ ບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປ. ຕັ້ງແຕ່ມະນຸດມືນຕາເບິ່ງໂລກແຫ່ງວັດຖຸນີ້ເປັນຄັ້ງທໍາອິດ ເຂົາກໍຖືກກຳນົດຊີວິດໃຫ້ຢູ່ພາຍໃນການປັ້ນແຕ່ງຂອງພຣະເຈົ້າ. ມັນຄືລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າທີ່ສົ່ງເສີມສັບພະທຸກສິ່ງທີ່ມີຊີວິດຕະຫຼອດການເຕີບໂຕຈົນກາຍເປັນຜູ້ໃຫຍ່. ໃນລະຫວ່າງຂະບວນການນີ້ ບໍ່ມີໃຜຮູ້ສຶກວ່າມະນຸດກຳລັງເຕີບໂຕພາຍໃຕ້ການດູແລຂອງພຣະເຈົ້າ; ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ມະນຸດກຳລັງເຕີບໂຕພາຍໃຕ້ການດູແລອັນເປັນທີ່ຮັກຂອງພໍ່ແມ່ຂອງເຂົາ ແລະ ຍ້ອນມັນຄືສັນຊາດຕະຍານແຫ່ງຊີວິດຂອງເຂົາເອງທີ່ຊີ້ນໍາການເຕີບໃຫຍ່ຂອງເຂົາ. ນີ້ກໍຍ້ອນວ່າ ມະນຸດບໍ່ຮູ້ຈັກວ່າ ໃຜປະທານຊີວິດ ຫຼື ຊີວິດມາຈາກໃສ, ແຮງໄກທີ່ຈະຮູ້ວິທີທາງທີ່ສັນຊາດຕະຍານແຫ່ງຊີວິດສ້າງສິ່ງອັດສະຈັນ. ເຂົາພຽງແຕ່ຮູ້ຈັກວ່າ ອາຫານຄືພື້ນຖານທີ່ຊີວິດຂອງເຂົາຕ້ອງສືບຕໍ່ໄປ, ຄວາມມານະອົດທົນຄືແຫຼ່ງກຳເນີດຂອງການມີຊີວິດຂອງເຂົາ ແລະ ຄວາມເຊື່ອໃນຈິດໃຈຂອງເຂົາແມ່ນຕົ້ນທຶນທີ່ເປັນບ່ອນເພິ່ງພາໃນການເອົາຕົວລອດຂອງເຂົາ. ສຳລັບພຣະຄຸນ ແລະ ການສະໜອງຂອງພຣະເຈົ້ານັ້ນ ມະນຸດບໍ່ໄດ້ຄຳນຶງເຖິງເລີຍ ແລະ ດ້ວຍເຫດນີ້ ເຂົາຈຶ່ງໃຊ້ຊີວິດທີ່ພຣະເຈົ້າປະທານໃຫ້ພວກເຂົາຢ່າງໄຮ້ຈຸດປະສົງ... ບໍ່ມີແມ່ນແຕ່ມະນຸດຄົນດຽວທີ່ພຣະເຈົ້າດູແລທັງກາງເວັນ ແລະ ກາງຄືນຕັ້ງໃຈນະມັດສະການພຣະອົງ. ພຣະເຈົ້າພຽງແຕ່ສືບຕໍ່ປະຕິບັດພາລະກິດໃນມະນຸດ ຍ້ອນພຣະອົງບໍ່ຄາດຫວັງຫຍັງ ຕາມທີ່ພຣະອົງໄດ້ວາງແຜນໄວ້. ພຣະອົງເຮັດແບບນັ້ນກໍຍ້ອນຫວັງວ່າ ມື້ໜຶ່ງມະນຸດຈະຕື່ນຂຶ້ນຈາກຄວາມຝັນຂອງເຂົາ ແລະ ທັນທີໃດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍຂອງຊີວິດ, ລາຄາທີ່ພຣະເຈົ້າໄດ້ຈ່າຍສໍາລັບທຸກສິ່ງທີ່ພຣະອົງມອບໃຫ້ກັບເຂົາ ແລະ ຄວາມເປັນຫ່ວງຢ່າງໜັກທີ່ພຣະເຈົ້າລໍຖ້າໃຫ້ມະນຸດຫັນກັບມາຫາພຣະອົງ. ບໍ່ມີໃຜເຄີຍສຳຫຼວດຄວາມລັບທີ່ປົກຄອງຕົ້ນກຳເນີດ ແລະ ການສືບຕໍ່ມີຊີວິດຂອງມະນຸດເລີຍ. ມີພຽງພຣະເຈົ້າ ຜູ້ເຊິ່ງເຂົ້າໃຈສິ່ງນີ້ທັງໝົດ ທີ່ອົດທົນຕໍ່ຄວາມເຈັບປວດ ແລະ ການໂຈມຕີຢ່າງງຽບໆຈາກມະນຸດ ຜູ້ເຊິ່ງໄດ້ຮັບທຸກຢ່າງຈາກພຣະເຈົ້າແຕ່ບໍ່ຮູ້ສໍານຶກບຸນຄຸນ ແລະ ບໍ່ ມອບສິ່ງໃດໃຫ້ກັບພຣະອົງເລີຍ. ມະນຸດມີຄວາມສຸກກັບທຸກສິ່ງທີ່ຊີວິດໄດ້ນໍາມາໂດຍປົກກະຕິ ແລະ ໃນທຳນອງດຽວກັນ ມັນແມ່ນ “ເລື່ອງແທ້ແນ່ນອນ” ທີ່ພຣະເຈົ້າຖືກທໍລະຍົດໂດຍມະນຸດ, ຖືກລືມໂດຍມະນຸດ ແລະ ຖືກບີບບັງຄັບໂດຍມະນຸດ. ເປັນໄປໄດ້ບໍ ທີ່ແຜນການຂອງພຣະເຈົ້າຈະສຳຄັນຂະໜາດນັ້ນແທ້? ເປັນໄປໄດ້ບໍ່ທີ່ມະນຸດ ເຊິ່ງເປັນສິ່ງທີ່ມີຊີວິດທີ່ມາຈາກມືຂອງພຣະເຈົ້າ ຈະສຳຄັນຂະໜາດນັ້ນແທ້? ແຜນການຂອງພຣະເຈົ້າແມ່ນສຳຄັນຢ່າງແທ້ແນ່ນອນ; ເຖິງຢ່າງໃດກໍຕາມ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໂດຍກໍາມືຂອງພຣະເຈົ້າມີຊີວິດຢູ່ກໍເພື່ອແຜນການຂອງພຣະອົງ. ສະນັ້ນ ພຣະເຈົ້າບໍ່ສາມາດສູນເສຍແຜນການຂອງພຣະອົງຍ້ອນຄວາມກຽດຊັງທີ່ມີຕໍ່ມະນຸດຊາດນີ້. ເພື່ອເຫັນແກ່ແຜນການຂອງພຣະອົງ ແລະ ເພື່ອລົມຫາຍໃຈຂອງພຣະອົງ ພຣະເຈົ້າຈຶ່ງອົດທົນຕໍ່ຄວາມທຸກທໍລະມານທຸກຢ່າງ, ບໍ່ແມ່ນເພື່ອເນື້ອໜັງຂອງມະນຸດ ແຕ່ເພື່ອຊີວິດຂອງມະນຸດ. ພຣະອົງເຮັດແບບນັ້ນບໍ່ແມ່ນເພື່ອນໍາເນື້ອໜັງຂອງມະນຸດກັບຄືນມາ ແຕ່ເພື່ອນໍາເອົາຊີວິດທີ່ເກີດຈາກລົມຫາຍໃຈຂອງພຣະອົງນັ້ນຄືນມາ. ນີ້ຄືແຜນການຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 260)

ທຸກຄົນທີ່ເຂົ້າມາໃນໂລກນີ້ຕ້ອງຜ່ານຊີວິດ ແລະ ຄວາມຕາຍ ແລະ ພວກເຂົາສ່ວນຫຼາຍໄດ້ຜ່ານວົງຈອນແຫ່ງຄວາມຕາຍ ແລະ ການເກີດໃໝ່ທັງນັ້ນ. ຄົນທີ່ມີຊີວິດຢູ່ກໍຈະຕາຍໃນອີກບໍ່ດົນ ແລະ ຄົນທີ່ຕາຍກໍຈະກັບມາໃນອີກບໍ່ດົນ. ທຸກສິ່ງຢ່າງແມ່ນເສັ້ນທາງແຫ່ງຊີວິດທີ່ໄດ້ຖືກຈັດແຈງໂດຍພຣະເຈົ້າໃຫ້ກັບທຸກສິ່ງທີ່ມີຊີວິດ. ເຖິງຢ່າງໃດກໍຕາມ ເສັ້ນທາງນີ້ ແລະ ວົງຈອນນີ້ແມ່ນຄວາມຈິງທີ່ພຣະເຈົ້າປາຖະໜາຢາກໃຫ້ມະນຸດເຫັນຢ່າງແນ່ນອນ: ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີຈຳກັດ, ເປັນອິດສະຫຼະຈາກດ້ານຮ່າງກາຍ, ເວລາ ຫຼື ອາກາດ. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າ ຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດມາຈາກພຣະເຈົ້າ, ມະນຸດກໍມີຄວາມສຸກກັບທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າພວກເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນໃຈກະທັນຫັນ ແລະ ປາຖະໜາທີ່ຈະຮຽກຮ້ອງເອົາທຸກສິ່ງທີ່ເກີດຂຶ້ນໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ. ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຄວາມຈິງທີ່ບໍ່ມີໃຜສາມາດຄົ້ນຄິດຂຶ້ນໄດ້ ຫຼື ເຂົ້າໃຈໄດ້ ແລະ ຄວາມຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ການປະຈັກພະຍານເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງຖືກສ້າງໃດໆ. ມັນເປັນແບບນີ້ໃນປັດຈຸບັນ, ດັ່ງທີ່ມັນເປັນໃນອະດີດ ແລະ ມັນກໍຈະເປັນແບບນີ້ໃນອະນາຄົດ. ຄວາມລັບທີສອງທີ່ເຮົາຈະບອກໃຫ້ຮູ້ຄື: ແຫຼ່ງກຳເນີດຊີວິດສໍາລັບທຸກສິ່ງທີ່ຖືກສ້າງແມ່ນມາຈາກພຣະເຈົ້າ ບໍ່ວ່າພວກເຂົາຈະມີລັກສະນະຊີວິດ ຫຼື ໂຄງສ້າງທີ່ແຕກຕ່າງກັນກໍຕາມ; ບໍ່ວ່າເຈົ້າຈະເປັນສິ່ງມີຊີວິດປະເພດໃດກໍຕາມ ເຈົ້າບໍ່ສາມາດຝືນເສັ້ນທາງໂຄຈອນແຫ່ງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້. ຢ່າງໃດກໍຕາມ ທຸກສິ່ງທີ່ເຮົາປາຖະໜາກໍຄືໃຫ້ມະນຸດເຂົ້າໃຈສິ່ງນີ້: ຫາກປາສະຈາກການດູແລ, ການຮັກສາ ແລະ ການຈັດກຽມຂອງພຣະເຈົ້າ, ມະນຸດບໍ່ສາມາດຮັບທຸກສິ່ງທີ່ເຂົາຄວນຈະໄດ້ຮັບ, ບໍ່ວ່າເຂົາຈະພະຍາຍາມຢ່າງພາກພຽນພຽງໃດກໍຕາມ ຫຼື ບໍ່ວ່າເຂົາຈະດີ້ນລົນຢ່າງລໍາບາກພຽງໃດກໍຕາມ. ຖ້າປາສະຈາກການສະໜອງຊີວິດຈາກພຣະເຈົ້າ ມະນຸດກໍຈະສູນເສຍຄວາມຮູ້ສຶກແຫ່ງຄຸນຄ່າຂອງການມີຊີວິດ ແລະ ຄວາມຮູ້ສຶກຂອງຄວາມໝາຍໃນຊີວິດ. ພຣະເຈົ້າຈະປ່ອຍໃຫ້ມະນຸດ ຜູ້ທີ່ເຮັດໃຫ້ຊີວິດຂອງພຣະເຈົ້າເສຍຄຸນຄ່າຢ່າງໄຮ້ເຫດຜົນ ລອຍນວນຢູ່ໄດ້ແນວໃດ? ດັ່ງທີ່ເຮົາໄດ້ກ່າວໄປກ່ອນໜ້ານີ້: ຢ່າລືມວ່າພຣະເຈົ້າແມ່ນແຫຼ່ງກຳເນີດຂອງຊີວິດຂອງເຈົ້າ. ຖ້າມະນຸດລົ້ມເຫຼວທີ່ຈະຖະໜອມທຸກສິ່ງທີ່ພຣະເຈົ້າມອບໃຫ້ ບໍ່ພຽງແຕ່ພຣະເຈົ້າຈະເອົາສິ່ງທີ່ພຣະອົງມອບໃຫ້ໃນເບື້ອງຕົ້ນນັ້ນກັບຄືນ ແຕ່ພຣະອົງຈະເຮັດໃຫ້ມະນຸດຈ່າຍຄືນພຣະອົງສອງເທົ່າຂອງລາຄາທັງໝົດທີ່ພຣະອົງໄດ້ມອບໃຫ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 261)

ທຸກສິ່ງຢ່າງໃນໂລກນີ້ປ່ຽນແປງຢ່າງໄວວາໄປກັບແນວຄິດ ແລະ ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ຫຼາຍສິ່ງທີ່ມະນຸດຊາດບໍ່ເຄີຍໄດ້ຍິນ ທັນທີໃດ ກໍປາກົດຂຶ້ນ ແລະ ຫຼາຍສິ່ງທີ່ມະນຸດຊາດໄດ້ຄອບຄອງມາເປັນເວລາດົນນານກໍສູນຫາຍໄປໂດຍບໍ່ຮູ້ສຶກຕົວ. ບໍ່ມີໃຜສາມາດເຂົ້າໃຈຢ່າງເລິກເຊິ່ງວ່າ ອົງຊົງລິດທານຸພາບສູງສຸດຢູ່ທີ່ໃດ ແລ້ວແຮງໄກທີ່ຜູ້ຄົນຈະສາມາດຮູ້ສຶກເຖິງຄວາມປະເສີດ ແລະ ຄວາມຍິ່ງໃຫຍ່ແຫ່ງພະລັງຊີວິດຂອງອົງຊົງລິດທານຸພາບສູງສຸດໄດ້. ພຣະອົງເຂົ້າໃຈໃນສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງເປັນຜູ້ປະເສີດແທ້ ເຖິງແມ່ນວ່າພຣະອົງຈະຖືກມະນຸດປະຖິ້ມ, ແຕ່ພຣະອົງກໍຍັງຊ່ວຍມະນຸດໃຫ້ລອດພົ້ນ. ພຣະອົງຮູ້ຈັກຄວາມໝາຍຂອງຊີວິດ ແລະ ຄວາມຕາຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງຮູ້ຈັກກົດເກນຂອງການເປັນຢູ່ທີ່ມະນຸດຊາດທີ່ຖ້າສ້າງຄວນປະຕິບັດຕາມ. ພຣະອົງຄືພື້ນຖານແຫ່ງການດໍາລົງຢູ່ຂອງມະນຸດຊາດ ແລະ ພຣະອົງແມ່ນພຣະຜູ້ໄຖ່ບາບທີ່ຟື້ນຟູຊີວິດມະນຸດຊາດອີກຄັ້ງ. ພຣະອົງຂົ່ມຫົວໃຈທີ່ເປັນສຸກດ້ວຍຄວາມທຸກ ແລະ ຍໍຫົວໃຈທີ່ເປັນທຸກດ້ວຍຄວາມສຸກ, ທັງໝົດນີ້ກໍເພື່ອພາລະກິດ ແລະ ແຜນການຂອງພຣະອົງ.

ມະນຸດທີ່ເຫີນຮ່າງຈາກການສະໜອງຊີວິດຂອງອົງຊົງລິດທານຸພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕ່ເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນ ແຕ່ກໍຍັງລັງເລໃຈທີ່ຈະຫຼັບຕາຂອງພວກເຂົາລົງ ແລະ ພວກເຂົາກຽມພ້ອມທີ່ຈະຍືດເຍືອການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້ ໂດຍທໍາລາຍເນື້ອໜັງຢ່າງໄຮ້ຄວາມຮູ້ສຶກຕໍ່ຈິດວິນຍານຂອງຕົນເອງ. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້, ບໍ່ມີຄວາມຫວັງຄືດັ່ງຄົນອື່ນໆ ທີ່ປາສະຈາກເປົ້າໝາຍ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານທີ່ຈະຊ່ວຍຜູ້ຄົນທີ່ຮ້ອງໄຫ້ໃນທ່າມກາງຄວາມທົນທຸກທໍລະມານຂອງຕົນ ແລະ ຜູ້ທີ່ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ເຖິງປັດຈຸບັນນີ້ ຄວາມເຊື່ອດັ່ງກ່າວກໍຍັງບໍ່ໄດ້ຖືກບັນລຸຜົນໃນຜູ້ຄົນທີ່ຂາດສະຕິເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ຜູ້ຄົນກໍຍັງສະແຫວງຫາມັນ. ອົງຊົງລິດທານຸພາບສູງສຸດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ; ໃນເວລາດຽວກັນນັ້ນ ພຣະອົງກໍເບື່ອໜ່າຍກັບຜູ້ຄົນເຫຼົ່ານີ້ທີ່ໄຮ້ຄວາມຮູ້ສຶກ ເພາະພຣະອົງຕ້ອງໄດ້ລໍຖ້າດົນເກີນໄປສໍາລັບຄໍາຕອບຈາກມະນຸດ. ພຣະອົງປາຖະໜາເພື່ອຄົ້ນຫາ ແລະ ສະແຫວງຫາຫົວໃຈ ແລະ ຈິດໃຈຂອງເຈົ້າ ເພື່ອນໍາເອົານໍ້າ ແລະ ອາຫານມາໃຫ້ກັບເຈົ້າ ເພື່ອປຸກເຈົ້າຕື່ນ ເພື່ອວ່າເຈົ້າຈະບໍ່ໄດ້ຫີວເຂົ້າ ແລະ ຫີວນໍ້າອີກຕໍ່ໄປ. ເມື່ອເຈົ້າເມື່ອຍໃຈ ແລະ ເມື່ອເຈົ້າເລີ່ມຮູ້ສຶກວ່າໂລກນີ້ເຕັມໄປດ້ວຍຄວາມໂດດດ່ຽວ ແລະ ດຽວດາຍ ກໍຈົ່ງຢ່າຫຼົງທາງ ແລະ ຈົ່ງຢ່າຮ້ອງໄຫ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ເບິ່ງແຍງ ຈະຍິນດີອ້ອມກອດເອົາການມາຂອງເຈົ້າທຸກເວລາ. ພຣະອົງເຝົ້າເບິ່ງຢູ່ຄຽງຂ້າງເຈົ້າ ແລະ ລໍຖ້າການກັບຄືນມາຂອງເຈົ້າ. ພຣະອົງລໍຖ້າມື້ທີ່ເຈົ້າໄດ້ຮັບຄວາມຈໍາຂອງເຈົ້າຄືນມາຢ່າງກະທັນຫັນ: ເມື່ອເຈົ້າຮູ້ວ່າ ເຈົ້າມາຈາກພຣະເຈົ້າ ແລະ ໃນບາງເວລາໃດໜຶ່ງ ເຈົ້າໄດ້ຫຼົງທາງເດີນ, ໃນບາງເວລາໃດໜຶ່ງ ເຈົ້າໄດ້ເສຍສະຕິເທິງເສັ້ນທາງ ແລະ ໃນບາງເວລາໃດໜຶ່ງ ແມ່ນໄດ້ຮັບເອົາ “ບິດາ” ດັ່ງກ່າວນັ້ນ; ຍິ່ງໄປກວ່ານັ້ນ ເມື່ອເຈົ້າຮູ້ວ່າ ອົງຊົງລິດທານຸພາບສູງສຸດໄດ້ຄອຍເຝົ້າເບິ່ງແຍງ ແລະ ລໍຖ້າຢູ່ທີ່ນັ້ນເປັນເວລາດົນນານເພື່ອການກັບມາຂອງເຈົ້າ. ພຣະອົງໄດ້ເຝົ້າເບິ່ງດ້ວຍຄວາມຫວັງຢ່າງຍິ່ງ ແລະ ລໍຖ້າການຕອບທີ່ປາສະຈາກຄໍາຕອບ. ການເຝົ້າເບິ່ງ ແລະ ການລໍຖ້າແມ່ນຢູ່ເໜືອລາຄາໃດໜຶ່ງ ແລະ ພວກມັນແມ່ນເຫັນແກ່ຫົວໃຈ ແລະ ຈິດວິນຍານຂອງມະນຸດ. ບາງເທື່ອ ການເຝົ້າເບິ່ງ ແລະ ການລໍຖ້ານີ້ອາດບໍ່ມີກໍານົດ ແລະ ບາງເທື່ອ ພວກມັນກໍ່ອາດຈະສິ້ນສຸດ. ແຕ່ເຈົ້າຄວນຮູ້ຢ່າງແນ່ນອນວ່າ ຫົວໃຈ ແລະ ຈິດວິນຍານຂອງເຈົ້າຢູ່ໃສໃນປັດຈະບັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 262)

ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອຈຸດປະສົງທີ່ຊອບທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອການມອບໝາຍຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງຈັດກຽມທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ.

ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສະຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະເປັນຄວາມຫາຍຍະນະທີ່ບໍ່ສາມາດຫຼີກລ່ຽງໄດ້ຢ່າງແນ່ນອນ.

ໃຫ້ຫວນກັບໄປເບິ່ງໃນຊ່ວງເວລາເມື່ອໂນອາສ້າງເຮືອສຳເພົາ: ມະນຸດຊາດເສື່ອມຊາມຫຼາຍ, ຜູ້ຄົນໄດ້ຫັນໜີຈາກການອວຍພອນຂອງພຣະເຈົ້າ, ພຣະເຈົ້າບໍ່ໄດ້ດູແລພວກເຂົາອີກຕໍ່ໄປ ແລະ ພວກເຂົາໄດ້ສູນເສຍພຣະສັນຍາຂອງພຣະເຈົ້າ. ພວກເຂົາອາໄສຢູ່ໃນຄວາມມືດ ໂດຍປາສະຈາກແສງສະຫວ່າງຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງປາສະຈາກສິນລະທຳໂດຍທຳມະຊາດ ແລະ ປະຖິ້ມຕົວພວກເຂົາເອງໃຫ້ກັບຄວາມຊົ່ວຊ້າຢ່າງເສື່ອມເສຍ. ຄົນປະເພດນີ້ບໍ່ສາມາດຮັບພຣະສັນຍາຂອງພຣະເຈົ້າອີກຕໍ່ໄປ; ພວກເຂົາບໍ່ສົມຄວນເປັນພະຍານເຖິງໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນສຽງຂອງພຣະເຈົ້າ, ຍ້ອນພວກເຂົາໄດ້ປະຖິ້ມພຣະເຈົ້າ, ໄດ້ປະຖິ້ມທຸກຢ່າງທີ່ພຣະອົງປະທານໃຫ້ກັບພວກເຂົາ ແລະ ໄດ້ລືມຄໍາສັ່ງສອນຂອງພຣະເຈົ້າ. ຫົວໃຈຂອງພວກເຂົາໄດ້ຫັນໜີຈາກພຣະເຈົ້າໄກອອກໄປເລື້ອຍໆ ແລະ ເມື່ອເປັນດັ່ງນັ້ນ ພວກເຂົາຈຶ່ງໄດ້ກາຍມາເປັນຄົນທີ່ຊົ່ວຊ້າເກີນເຫດຜົນທັງໝົດ ແລະ ຄວາມເປັນມະນຸດ ແລະ ຍິ່ງຊົ່ວຮ້າຍເພີ່ມຂຶ້ນເລື້ອຍໆ. ແລ້ວພວກເຂົາກໍ່ໄດ້ຍ່າງເຂົ້າໃກ້ຄວາມຕາຍຫຼາຍຂຶ້ນ ແລະ ຕົກຢູ່ພາຍໃຕ້ຄວາມໂກດຮ້າຍ ແລະ ການລົງໂທດຂອງພຣະເຈົ້າ. ມີພຽງແຕ່ໂນອາທີ່ນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ຍິນຄຳສັ່ງສອນຂອງພຣະອົງ. ເພິ່ນໄດ້ສ້າງເຮືອສຳເພົາຕາມຄຳສັ່ງແຫ່ງພຣະທຳຂອງພຣະເຈົ້າ ແລະ ຮວບຮວມສິ່ງທີ່ມີຊີວິດທຸກປະເພດ. ດ້ວຍເຫດນີ້ ເມື່ອທຸກສິ່ງຖືກຕຽມການໄວ້ແລ້ວ, ພຣະເຈົ້າກໍປ່ອຍການທຳລາຍລ້າງຂອງພຣະອົງມາເທິງແຜ່ນດິນໂລກ. ມີພຽງແຕ່ໂນອາ ແລະ ສະມາຊິກຄົນອື່ນອີກເຈັດຄົນເທົ່ານັ້ນທີ່ລອດຈາກການທຳລາຍລ້າງນັ້ນ ຍ້ອນໂນອານະມັດສະການພຣະເຢໂຮວາ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ.

ຕອນນີ້ໃຫ້ມາເບິ່ງໃນຍຸກປັດຈຸບັນ ນັ້ນກໍຄື: ມະນຸດທີ່ມີຄວາມຊອບທຳຄືກັນກັບໂນອາ ຜູ້ເຊິ່ງນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍນັ້ນ ແມ່ນໄດ້ສູນຫາຍໄປໝົດແລ້ວ. ເຖິງຢ່າງໃດກໍຕາມ ພຣະເຈົ້າຍັງຄົງມີຄວາມເມດຕາຕໍ່ມະນຸດຊາດນີ້ ແລະ ຍັງຄົງໃຫ້ອະໄພແກ່ພວກເຂົາໃນລະຫວ່າງຍຸກສຸດທ້າຍນີ້ສະເໝີ. ພຣະເຈົ້າສະແຫວງຫາຄົນທີ່ປາຖະໜາຢາກໃຫ້ພຣະອົງປາກົດຕົວ. ພຣະອົງສະແຫວງຫາຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະອົງ, ຄົນທີ່ບໍ່ໄດ້ລືມການມອບໝາຍຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ. ພຣະອົງສະແຫວງຫາຄົນທີ່ເຊື່ອຟັງຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ. ຖ້າຫາກເຈົ້າອຸທິດຕົນໃຫ້ກັບພຣະເຈົ້າ, ບໍ່ໄດ້ຖືກຂັດຂວາງໂດຍອໍານາດ ຫຼື ກອງກຳລັງໃດໜຶ່ງ ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ. ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງອັນຊົງກຽດ, ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ, ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ ແລະ ມີໜ້າມີຕາໃນສັງຄົມ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າຈາກການມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກເອີ້ນຂອງພຣະອົງ ແລະ ການມອບໝາຍຂອງພຣະອົງແລະ ເພື່ອເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການຈາກເຈົ້າ, ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະເປັນສິ່ງທີ່ມີຄວາມໝາຍທີ່ສຸດເທິງແຜ່ນດິນໂລກ ແລະ ເປັນກິດຈະການທີ່ຊອບທຳທີ່ສຸດຂອງມະນຸດຊາດ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ເປົ້າໝາຍຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ ແມ່ນຈະຖືກພຣະເຈົ້າກຽດຊັງ. ບາງເທື່ອ ເຈົ້າເປັນປະທານປະເທດ, ນັກວິທະຍາສາດ, ສິດຍາພິບານ ຫຼື ເຖົ້າແກ່, ແຕ່ບໍ່ວ່າຕໍາແໜ່ງຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາຄວາມຮູ້ ແລະ ຄວາມສາມາດຂອງເຈົ້າໃນພາລະໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະເປັນຄົນລົ້ມເຫຼວຢູ່ສະເໝີ ແລະ ຈະສູນເສຍການອວຍພອນຂອງພຣະເຈົ້າຕະຫຼອດເວລາ, ເພາະພຣະເຈົ້າບໍ່ຍອມຮັບຫຍັງເລີຍທີ່ເຈົ້າເຮັດ ແລະ ພຣະອົງຈະບໍ່ຍອມຮັບວ່າ ອາຊີບຂອງເຈົ້າເປັນອາຊີບທີ່ຊອບທຳ ຫຼື ຍອມຮັບວ່າ ເຈົ້າກຳລັງເຮັດວຽກເພື່ອຜົນປະໂຫຍດຂອງມະນຸດຊາດ. ພຣະອົງຈະເວົ້າວ່າ ທຸກສິ່ງທີ່ເຈົ້າເຮັດແມ່ນການນໍາໃຊ້ຄວາມຮູ້ ແລະ ອໍານາດຂອງມະນຸດເພື່ອຜັກການປົກປ້ອງຂອງພຣະເຈົ້າອອກຫ່າງຈາກມະນຸດ ແລະ ກໍ່ເປັນເຊັ່ນນັ້ນເພື່ອປະຕິເສດການອວຍພອນຂອງພຣະເຈົ້າ. ພຣະອົງຈະກ່າວວ່າ ເຈົ້າກຳລັງນໍາພາມະນຸດຊາດໄປສູ່ຄວາມມືດ, ສູ່ຄວາມຕາຍ ແລະ ສູ່ການເລີ່ມຕົ້ນຂອງການເປັນຢູ່ທີ່ປາສະຈາກຂໍ້ຈຳກັດ ເຊິ່ງມະນຸດໄດ້ສູນເສຍພຣະເຈົ້າ ແລະ ການອວຍພອນຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 263)

ນັບຕັ້ງແຕ່ການກຳເນີດວິທະຍາສາດສັງຄົມຂອງມວນມະນຸດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກໍກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ຖ້າປາສະຈາກພຣະເຈົ້າໃນຫົວໃຈຂອງເຂົາ, ໂລກພາຍໃນໃນຂອງມະນຸດກໍ່ມືດມົນ, ສິ້ນຫວັງ ແລະ ວ່າງເປົ່າ. ຕໍ່ມາຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເກີດຂຶ້ນເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການຂອງມະນຸດ ແລະ ທິດສະດີອື່ນໆທີ່ຂັດແຍ່ງກັບຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງມີຈຳນວນຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ ແລະ ມະນຸດດຳລົງຊີວິດຢູ່ໃນໂລກທີ່ວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ, ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ... ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນປັດຈຸບັນຢູ່ບ່ອນໃດ ຫຼື ຄົ້ນຫາວິທີທີ່ພຣະອົງປົກຄອງ ແລະ ປັ້ນແຕ່ງຈຸດໝາຍປາຍທາງຂອງມະນຸດ. ດ້ວຍວິທີນີ້, ໂດຍມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງມີຄວາມສາມາດໜ້ອຍລົງທີ່ຈະຂັດກັບຄວາມປາຖະໜາຂອງມະນຸດ ແລະ ຍັງມີຄົນຢ່າງຫຼວງຫຼາຍທີ່ຮູ້ສຶກວ່າ ການດຳລົງຊີວິດແບບນີ້ໃນໂລກ ພວກເຂົາແມ່ນມີຄວາມສຸກໜ້ອຍກວ່າຄົນທີ່ໄດ້ຕາຍໄປແລ້ວ. ແມ່ນແຕ່ຄົນໃນປະເທດທີ່ເຄີຍມີຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ. ຍ້ອນວ່າຫາກປາສະຈາກການນໍາພາຂອງພຣະເຈົ້າ, ບໍ່ວ່າຜູ້ປົກຄອງ ແລະ ນັກສັງຄົມສາດໃດໆ ຈະພະຍາຍາມຄົ້ນຄິດຢ່າງໜັກເພື່ອຮັກສາອາລິຍະທຳຂອງມະນຸດຫຼາຍສໍ່າໃດ, ມັນກໍບໍ່ມີປະໂຫຍດຫຍັງ. ບໍ່ມີໃຜສາມາດຕື່ມເຕັມຄວາມວ່າງເປົ່າໃນຫົວໃຈຂອງມະນຸດໄດ້, ຍ້ອນບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້ ແລະ ບໍ່ມີທິດສະດີທາງສັງຄົມໃດທີ່ສາມາດປ່ອຍມະນຸດໃຫ້ເປັນອິດສະຫຼະຈາກຄວາມວ່າງເປົ່າທີ່ເຂົາທົນທຸກຢູ່. ວິທະຍາສາດ, ຄວາມຮູ້, ອິດສະຫຼະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ, ສິ່ງເຫຼົ່ານີ້ແມ່ນການປອບໃຈມະນຸດພຽງຊົ່ວຄາວເທົ່ານັ້ນ. ເຖິງວ່າຈະມີສິ່ງເຫຼົ່ານີ້, ມະນຸດກໍຍັງເຮັດບາບໂດຍຫຼີກເວັ້ນບໍ່ໄດ້ ແລະ ສະແດງຄວາມໂສກເສົ້າກັບຄວາມບໍ່ຍຸຕິທຳຂອງສັງຄົມ. ສິ່ງເຫຼົ່ານີ້ບໍ່ສາມາດຢັບຢັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ. ນີ້ກໍ່ຍ້ອນວ່າ ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ການເສຍສະຫຼະ ແລະ ການຄົ້ນຫາທີ່ປາສະຈາກຄວາມຄິດຂອງມະນຸດຈຶ່ງພຽງແຕ່ສາມາດນໍາພາໄປສູ່ຄວາມທຸກທໍລະມານຫຼາຍຂຶ້ນ ແລະ ພຽງແຕ່ເຮັດໃຫ້ມະນຸດດໍາລົງຢູ່ໃນສະພາວະແຫ່ງຄວາມຢ້ານກົວຢູ່ຕະຫຼອດເວລາ, ບໍ່ຮູ້ຈັກວິທີຜະເຊີນກັບອະນາຄົດຂອງມະນຸດຊາດ ຫຼື ວິທີຜະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າ. ມະນຸດຍິ່ງຈະຢ້ານວິທະຍາສາດ ແລະ ຄວາມຮູ້ ແລະ ຍິ່ງໄປກວ່ານັ້ນກໍຢ້ານຄວາມຮູ້ສຶກວ່າງເປົ່າ. ໃນໂລກນີ້ ບໍ່ວ່າເຈົ້າຈະດຳລົງຊີວິດຢູ່ໃນປະເທດເສລີ ຫຼື ປະເທດທີ່ປາສະຈາກສິດທິມະນຸດ, ເຈົ້າກໍບໍ່ສາມາດຫຼົບໜີຈາກຊະຕາກໍາຂອງມະນຸດໄດ້ຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເປັນຜູ້ປົກຄອງ ຫຼື ຄົນທີ່ຖືກປົກຄອງ, ເຈົ້າກໍບໍ່ສາມາດຫຼົບໜີຈາກຄວາມປາຖະໜາທີ່ຈະຄົ້ນຫາຊະຕາກໍາ, ຄວາມລຶກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດໄດ້ຢ່າງແທ້ຈິງ ແລ້ວແຮງໄກທີ່ເຈົ້າຈະສາມາດຫຼົບໜີຈາກຄວາມຮູ້ສຶກສັບສົນກັບຄວາມວ່າງເປົ່າ. ປະກົດການດັ່ງກ່າວ ເຊິ່ງເປັນປົກກະຕິກັບມະນຸດຊາດທັງໝົດ ແມ່ນຖືກເອີ້ນໂດຍນັກສັງຄົມສາດວ່າເປັນ ປະກົດການທາງສັງຄົມ, ແຕ່ບໍ່ມີບຸກຄົນຍິ່ງໃຫຍ່ຄົນໃດສາມາດອອກມາແກ້ໄຂບັນຫາດັ່ງກ່າວນີ້ໄດ້. ໃນທີ່ສຸດ ມະນຸດກໍຍັງເປັນມະນຸດ. ຕໍາແໜ່ງ ແລະ ຊີວິດຂອງພຣະເຈົ້າບໍ່ສາມາດຖືກແທນທີ່ໂດຍມະນຸດຄົນໃດໄດ້. ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ສະເໝີພາບກັນ ແລະ ເປັນອິດສະຫຼະ, ແຕ່ສິ່ງທີ່ມະນຸດຕ້ອງການແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ. ມີພຽງແຕ່ເມື່ອມະນຸດໄດ້ຮັບການຈັດກຽມຊີວິດຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະອົງເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມວ່າງເປົ່າຝ່າຍວິນຍານຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ. ຖ້າປະຊາຊົນຂອງປະເທດ ຫຼື ຊົນຊາດໃດໜຶ່ງບໍ່ສາມາດຮັບເອົາຄວາມລອດພົ້ນ ແລະ ການເບິ່ງແຍງຈາກພຣະເຈົ້າ, ແລ້ວປະເທດ ຫຼື ຊົນຊາດດັ່ງກ່າວກໍຈະເດີນຢູ່ບົນເສັ້ນທາງຄວາມຊຸດໂຊມ, ເສັ້ນທາງສູ່ຄວາມມືດ ແລະ ຈະຖືກທຳລາຍລ້າງໂດຍພຣະເຈົ້າ.

ບາງເທື່ອປະເທດຂອງເຈົ້າກຳລັງຈະເລີນຮຸ່ງເຮືອງໃນປັດຈຸບັນ ແຕ່ຖ້າເຈົ້າປ່ອຍໃຫ້ຄົນຂອງເຈົ້າຫັນໜີຈາກພຣະເຈົ້າ ແລ້ວປະເທດຂອງເຈົ້າກໍຈະພົບກັບການສູນເສຍການອວຍພອນຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ອາລິຍະທຳຂອງປະເທດຂອງເຈົ້າອາດຈະຖືກຢຽບຢ່ຳຢູ່ໃຕ້ຕີນເທື່ອລະໜ້ອຍ ແລະ ອີກບໍ່ດົນ ຜູ້ຄົນກໍຈະລຸກຮືຂຶ້ນຕໍ່ຕ້ານພຣະເຈົ້າ ແລະ ສາບແຊ່ງສະຫວັນ. ດ້ວຍເຫດນັ້ນ ຊະຕາກໍາຂອງປະເທດໃດໜຶ່ງອາດຈະຖືກທຳລາຍໂດຍບໍ່ຮູ້ຕົວ. ພຣະເຈົ້າຈະສ້າງປະເທດມະຫາອຳນາດຂຶ້ນເພື່ອຈັດການກັບປະເທດເຫຼົ່ານັ້ນທີ່ຖືກພຣະເຈົ້າສາບແຊ່ງ ແລະ ອາດຈະກວດລ້າງພວກເຂົາອອກຈາກໜ້າແຜ່ນດິນໂລກ. ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມລົ້ມຈົມຂອງປະເທດ ຫຼື ຊົນຊາດໃດໜຶ່ງແມ່ນໄດ້ຖືກທໍານາຍໄວ້ແລ້ວ ແລະ ຂຶ້ນຢູ່ກັບວ່າ ຜູ້ປົກຄອງຂອງປະເທດ ຫຼື ຊົນຊາດນັ້ນຈະນະມັດສະການພຣະເຈົ້າ ຫຼື ບໍ ແລະ ພວກເຂົາຈະນໍາພາປະຊາຊົນຂອງພວກເຂົາໃກ້ຊິດກັບພຣະອົງຫຼາຍຍິ່ງຂຶ້ນ ຫຼື ບໍ. ເຖິງຢ່າງໃດກໍຕາມ ໃນຍຸກສຸດທ້າຍນີ້ ຍ້ອນຄົນທີ່ສະແຫວງຫາ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງມີໜ້ອຍ, ພຣະເຈົ້າຈຶ່ງປະທານຄວາມຊົມຊອບພິເສດກັບປະເທດທີ່ມີສາສະໜາຄຣິດເປັນສາສະໜາແຫ່ງຊາດ. ພຣະອົງຮວບຮວມປະເທດເຫຼົ່ານີ້ເຂົ້າກັນເພື່ອສ້າງຄ້າຍທີ່ຂ້ອນຂ້າງຊອບທຳຂອງໂລກ ໃນຂະນະທີ່ປະເທດເຊິ່ງບໍ່ມີພຣະເຈົ້າ ແລະ ປະເທດທີ່ບໍ່ນະມັດສະການພຣະເຈົ້າທີ່ແທ້ຈິງກໍກາຍມາເປັນປໍລະປັກຂອງຄ້າຍທີ່ຊອບທຳ. ໃນລັກສະນະນີ້, ພຣະເຈົ້າບໍ່ພຽງແຕ່ມີພື້ນທີ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດຂອງພຣະອົງ ແຕ່ຍັງໄດ້ຮັບເອົາປະເທດທີ່ສາມາດປະຕິບັດສິດອຳນາດທີ່ຊອບທຳ ເພື່ອກຳນົດການລົງໂທດ ແລະ ຂໍ້ຈຳກັດໃນປະເທດເຫຼົ່ານັ້ນທີ່ຕໍ່ຕ້ານພຣະອົງ ແຕ່ເຖິງຢ່າງນັ້ນກໍຕາມ ຍັງມີໜ້ອຍຄົນທີ່ອອກມາເພື່ອນະມັດສະການພຣະເຈົ້າ ເພາະມະນຸດໄດ້ຫ່າງເຫີນຈາກພຣະອົງຫຼາຍແລ້ວ ແລະ ມະນຸດກໍ ລືມໄລພຣະເຈົ້າເປັນເວລາດົນນານມາແລ້ວ. ຍັງມີພຽງແຕ່ບາງປະເທດທີ່ປະຕິບັດຄວາມຊອບທຳ ແລະ ຕໍ່ຕ້ານຄວາມບໍ່ຊອບທຳເທິງແຜ່ນດິນໂລກ. ແຕ່ສິ່ງນີ້ແມ່ນໄກຈາກຄວາມປາຖະໜາຂອງພຣະເຈົ້າຫຼາຍ ຍ້ອນບໍ່ມີຜູ້ປົກຄອງຂອງປະເທດໃດທີ່ຈະອະນຸຍາດໃຫ້ພຣະເຈົ້າປົກຄອງຢູ່ເໜືອຜູ້ຄົນຂອງພວກເຂົາ ແລະ ບໍ່ມີພັກການເມືອງໃດທີ່ຈະເຕົ້າໂຮມປະຊາຊົນຂອງຕົນເອງເພື່ອນະມັດສະການພຣະເຈົ້າ; ພຣະເຈົ້າໄດ້ສູນເສຍພື້ນທີ່ເໝາະສົມຢູ່ໃນຫົວໃຈຂອງທຸກໆປະເທດ, ຊົນຊາດ, ພັກປົກຄອງ ແລະ ແມ່ນແຕ່ຢູ່ໃນຫົວໃຈຂອງແຕ່ລະຄົນ. ເຖິງແມ່ນວ່າ ກຳລັງທີ່ຊອບທຳມີຢູ່ໃນໂລກນີ້, ແຕ່ອໍານາດການປົກຄອງທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນອ່ອນແອຫຼາຍ. ຫາກປະສາຈາກການອວຍພອນຂອງພຣະເຈົ້າ, ເວທີທາງການເມືອງກໍຈະຕົກຢູ່ໃນຄວາມສັບສົນບໍ່ເປັນລະບຽບ ແລະ ບໍ່ສາມາດຕ້ານທານການໂຈມຕີພຽງຄັ້ງດຽວໄດ້. ສຳລັບມະນຸດຊາດ, ການປາສະຈາກການອວຍພອນຂອງພຣະເຈົ້າກໍເປັນເໝືອນກັບການບໍ່ມີດວງຕາເວັນ. ບໍ່ວ່າຜູ້ປົກຄອງຈະປະກອບສ່ວນຢ່າງພາກພຽນໃຫ້ກັບປະຊາຊົນຂອງພວກເຂົາສໍ່າໃດ, ບໍ່ວ່າ ມະນຸດຊາດຈະຮ່ວມກັນຈັດກອງປະຊຸມອັນຊອບທຳຫຼາຍສໍ່າໃດກໍຕາມ, ບໍ່ມີສິ່ງໃດເລີຍຈະປ່ຽນແປງ ຫຼື ເຮັດໃຫ້ຊະຕາກໍາຂອງມະນຸດຊາດດີຂຶ້ນ. ມະນຸດເຊື່ອວ່າ ປະເທດທີ່ຜູ້ຄົນໄດ້ຮັບການລ້ຽງດູ, ນຸ່ງຫົ່ມກິນດີ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກ ແມ່ນປະເທດທີ່ດີ ແລະ ເປັນປະເທດທີ່ມີການນໍາພາທີ່ດີ. ແຕ່ພຣະເຈົ້າບໍ່ໄດ້ຄິດແບບນັ້ນ. ພຣະອົງເຊື່ອວ່າ ປະເທດໃດໜຶ່ງທີ່ບໍ່ມີໃຜນະມັດສະການພຣະເຈົ້າແມ່ນປະເທດທີ່ພຣະອົງຈະທຳລາຍລ້າງ. ວິທີການຄິດຂອງມະນຸດບໍ່ຖືກກັບວິທີການຄິດຂອງພຣະເຈົ້າຫຼາຍ. ດ້ວຍເຫດນັ້ນ ຖ້າຫົວໜ້າປະເທດໃດໜຶ່ງບໍ່ນະມັດສະການພຣະເຈົ້າ ແລ້ວຊະຕາກໍາຂອງປະເທດນີ້ກໍຈະເປັນປະເທດທີ່ໜ້າເສົ້າ ແລະ ປະເທດນັ້ນຈະບໍ່ມີຈຸດໝາຍປາຍທາງຫຍັງເລີຍ.

ພຣະເຈົ້າບໍ່ມີສ່ວນຮ່ວມໃນການເມືອງຂອງມະນຸດ ແຕ່ຊະຕາກໍາຂອງປະເທດ ຫຼື ຊົນຊາດໃດໜຶ່ງແມ່ນຖືກຄວບຄຸມໂດຍພຣະເຈົ້າ. ພຣະເຈົ້າຄວບຄຸມໂລກນີ້ ແລະ ຈັກກະວານນີ້ທັງປວງ. ຊະຕາກໍາຂອງມະນຸດ ແລະ ແຜນການຂອງພຣະເຈົ້າແມ່ນກ່ຽວພັນກັນຢ່າງໃກ້ຊິດ ແລະ ບໍ່ມີມະນຸດ, ປະເທດ ຫຼື ຊົນຊາດໃດທີ່ຖືກລະເວັ້ນຈາກອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າມະນຸດປາຖະໜາທີ່ຈະຮູ້ຈັກຊະຕາກໍາຂອງເຂົາ, ເຂົາກໍຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ. ພຣະເຈົ້າຈະເຮັດໃຫ້ຄົນທີ່ຕິດຕາມ ແລະ ນະມັດສະການພຣະອົງນັ້ນຈະເລີນຮຸ່ງເຮືອງ ແລະ ຈະນໍາຄວາມເສື່ອມເສຍ ແລະ ການດັບສູນມາຍັງຄົນທີ່ຕໍ່ຕ້ານ ແລະ ປະຕິເສດພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 264)

ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດທີ່ໝູນວຽນໄປມາ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຜູ້ທີ່ຕາຍກໍຕາຍໄປພ້ອມເລື່ອງລາວຂອງການດຳລົງຊີວິດ ແລະ ຜູ້ທີ່ຍັງດຳລົງຊີວິດເຮັດຊໍ້າຮອຍປະຫວັດສາດທີ່ເປັນຕາສະລົດໃຈແບບດຽວກັນກັບຄົນທີ່ຈິບຫາຍ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ສາມາດເຮັດຫຍັງໄດ້ ນອກຈາກຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜບັນຊາການໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍແມ່ນທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? ... ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ມະນຸດຊາດໄດ້ຖາມໂດຍບໍ່ສິ້ນສຸດເປັນເວລາຫຼາຍພັນປີ. ໜ້າເສຍດາຍ ຍິ່ງມະນຸດໝົກມຸ້ນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຫາວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈສັ້ນໆ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໝົດຫວັງທີ່ຝັງເລິກຢູ່ພາຍໃນວິນຍານຂອງເຂົາ. ມະນຸດຊາດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ເຂົາສາມາດເບິ່ງເຫັນດ້ວຍຕາເປົ່າຂອງເຂົາ ແລະ ເຂົ້າໃຈດ້ວຍມັນສະໝອງຂອງເຂົາເພື່ອປອບໃຈຂອງເຂົາ. ແຕ່ຄວາມຮູ້ດ້ານວິທະຍາສາດດັ່ງກ່າວບໍ່ພຽງພໍທີ່ຈະຢຸດມະນຸດຈາກການຄົ້ນຄວ້າຄວາມລຶກລັບໄດ້. ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ປົກຄອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະເຈົ້າອົງດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ, ເປັນຜູ້ທີ່ມະນຸດບໍ່ເຄີຍຮູ້ຈັກ, ເປັນຜູ້ທີ່ມະນຸດບໍ່ເຄີຍເຊື່ອໃນການເປັນຢູ່ຂອງພຣະອົງ, ພຣະອົງກໍເປັນຜູ້ທີ່ສູບລົມຫາຍໃຈເຂົ້າສູ່ບັນພະບຸລຸດຂອງມະນຸດຊາດ ແລະ ມອບຊີວິດໃຫ້ແກ່ມະນຸດຊາດ. ພຣະອົງຄືຜູ້ທີ່ສະໜອງ ແລະ ລໍ່ລ້ຽງມະນຸດຊາດ ປ່ອຍໃຫ້ເຂົາມີຊີວິດຢູ່; ແລະ ພຣະອົງເປັນຜູ້ທີ່ຊີ້ນໍາມະນຸດຊາດຈົນມາເຖິງທຸກວັນນີ້. ຍິ່ງໄປກວ່ານັ້ນ, ພຣະອົງ ແລະ ພຣະອົງຜູ້ດຽວຄືຜູ້ທີ່ມະນຸດຊາດເພິ່ງພາອາໄສເພື່ອຄວາມຢູ່ລອດ. ພຣະອົງຖືອໍານາດອະທິປະໄຕເໜືອສິ່ງທັງປວງ ແລະ ປົກຄອງທຸກສິ່ງທີ່ມີຊີວິດຢູ່ໃນຈັກກະວານ. ພຣະອົງບັນຊາລະດູການທັງສີ່ ແລະ ພຣະອົງເປັນຜູ້ທີ່ເອີ້ນລົມ, ນໍ້າກ້າມ, ຫິມະ ແລະ ຝົນ. ພຣະອົງນໍາແສງຕາເວັນມາໃຫ້ແກ່ມະນຸດຊາດ ແລະ ນໍາໄປສູ່ກາງຄືນ. ພຣະອົງເປັນຜູ້ທີ່ປັ້ນແຕ່ງສະຫວັນ ແລະ ແຜ່ນດິນໂລກ, ໂດຍມອບພູເຂົາ, ທະເລສາບ ແລະ ແມ່ນໍ້າລໍາທານ ແລະ ສິ່ງທັງປວງທີ່ຢູ່ພາຍໃນພວກມັນໃຫ້ແກ່ມະນຸດ. ການກະທໍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ລິດອຳນາດຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ສະຕິປັນຍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ ແລະ ສິດອໍານາດຂອງພຣະອົງຢູ່ທຸກຫົນແຫ່ງ. ແຕ່ລະກົດເກນ ແລະ ກົດລະບຽບເຫຼົ່ານີ້ຄືຈຸດສູນລວມຂອງການກະທໍາຂອງພຣະອົງ ແລະ ແຕ່ລະຢ່າງເປີດເຜີຍສະຕິປັນຍາ ແລະ ສິດອໍານາດຂອງພຣະອົງ. ມີໃຜແດ່ທີ່ສາມາດຍົກເວັ້ນຕົນເອງອອກຈາກອໍານາດອະທິປະໄຕຂອງພຣະອົງໄດ້? ແລ້ວໃຜສາມາດຍົກເວັ້ນຕົນເອງອອກຈາກການອອກແບບຂອງພຣະອົງ? ທຸກສິ່ງມີຊີວິດແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ສິ່ງທັງປວງແມ່ນຢູ່ພາຍໃຕ້ອໍານາດອະທິປະໄຕຂອງພຣະອົງ. ການກະທໍາ ແລະ ລິດອໍານາດຂອງພຣະອົງປ່ອຍໃຫ້ມະນຸດບໍ່ມີທາງເລືອກນອກຈາກຮັບຮູ້ຂໍ້ແທ້ຈິງທີ່ວ່າ ພຣະອົງດໍາລົງຢູ່ແທ້ໆ ແລະ ມີສິດອໍານາດອະທິປະໄຕສິ່ງທັງປວງ. ນອກຈາກພຣະອົງແລ້ວ ບໍ່ມີສິ່ງໃດສາມາດບັນຊາຈັກກະວານໄດ້, ແຮງໄກທີ່ສິ່ງເຫຼົ່ານັ້ນຈະສາມາດສະໜອງໃຫ້ແກ່ມະນຸດຊາດໄດ້. ບໍ່ວ່າເຈົ້າຈະສາມາດຮັບຮູ້ການກະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະເຊື່ອໃນການເປັນຢູ່ຂອງພຣະເຈົ້າ ຫຼື ບໍ່, ບໍ່ມີຂໍ້ສົງໄສເລີຍທີ່ໂຊກຊະຕາຂອງເຈົ້າຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ມີຂໍ້ສົງໄສເລີຍທີ່ພຣະເຈົ້າມີສິດອໍານາດອະທິປະໄຕເໜືອທຸກສິ່ງຢູ່ສະເໝີ. ການເປັນຢູ່ ແລະ ສິດອໍານາດຂອງພຣະອົງບໍ່ໄດ້ຖືກສະແດງບົນຂໍ້ແທ້ຈິງທີ່ວ່າ ສິ່ງເຫຼົ່ານັ້ນຈະຖືກຮັບຮູ້ ແລະ ເຂົ້າໃຈໂດຍມະນຸດ ຫຼື ບໍ່. ພຣະອົງເທົ່ານັ້ນທີ່ຮູ້ຈັກອະດີດ, ປັດຈຸບັນ ແລະ ອະນາຄົດຂອງມະນຸດ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ສາມາດກໍານົດຊະຕາກໍາຂອງມະນຸດຊາດ. ບໍ່ວ່າເຈົ້າຈະສາມາດຍອມຮັບເອົາຄວາມຈິງນີ້ ຫຼື ບໍ່ກໍຕາມ, ມັນຈະໃຊ້ເວລາອີກບໍ່ດົນ ກ່ອນທີ່ມະນຸດຊາດຈະໄດ້ເຫັນທຸກສິ່ງນີ້ດ້ວຍຕາຂອງເຂົາເອງ ແລະ ນີ້ຄືຂໍ້ແທ້ຈິງທີ່ພຣະເຈົ້າຈະນໍາມາໃຫ້ເກີດຂຶ້ນໃນໄວໆນີ້. ມະນຸດຊາດມີຊີວິດ ແລະ ຕາຍຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ. ມະນຸດມີຊີວິດຢູ່ເພື່ອການຄຸ້ມຄອງຂອງພຣະເຈົ້າ ແລະ ເມື່ອຕາຂອງເຂົາຫຼັບລົງເປັນຄັ້ງສຸດທ້າຍ, ນັ້ນກໍແມ່ນຍ້ອນການຄຸ້ມຄອງນີ້ເຊັ່ນດຽວກັນທີ່ເຮັດໃຫ້ພວກມັນຫຼັບລົງ. ມະນຸດມາ ແລະ ໄປຊໍ້າແລ້ວຊໍ້າອີກ, ຄັ້ງແລ້ວຄັ້ງເລົ່າ. ໂດຍທີ່ບໍ່ມີການຍົກເວັ້ນ, ມັນເປັນສ່ວນທັງໝົດຂອງອຳນາດອະທິປະໄຕ ແລະ ການອອກແບບຂອງພຣະເຈົ້າ. ການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ເຄີຍສິ້ນສຸດ; ມັນກ້າວໄປຂ້າງໜ້າຊົ່ວນິດນິລັນ. ພຣະອົງຈະເຮັດໃຫ້ມະນຸດຊາດຮັບຮູ້ເຖິງການມີຢູ່ຂອງພຣະອົງ, ໄວ້ວາງໃຈໃນອຳນາດອະທິປະໄຕຂອງພຣະອົງ, ເບິ່ງເຫັນການກະທໍາຂອງພຣະອົງ ແລະ ກັບຄືນສູ່ອານາຈັກຂອງພຣະອົງ. ນີ້ຄືແຜນການຂອງພຣະອົງ ແລະ ເປັນພາລະກິດທີ່ພຣະອົງໄດ້ຄຸ້ມຄອງມາເປັນເວລາຫຼາຍພັນປີ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ກ່ອນນີ້: ການຮູ້ຈັກພາລະກິດຂອງພຣະເຈົ້າ II

ຕໍ່ໄປ: ຄວາມລຶກລັບກ່ຽວກັບພຣະຄໍາພີ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້