ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 46)

ຄຳສັນລະເສີນໄດ້ມາເຖິງພູເຂົາຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ທຸກຄົນສັນລະເສີນນັ້ນໄດ້ແຜ່ຂະຫຍາຍອອກ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຈົ້ານາຍແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມຢູ່ເທິງພູເຂົາຊີໂອນ ເຊິ່ງເປັ່ງປະກາຍໄປດ້ວຍຄວາມສະຫງ່າຜ່າເຜີຍ ແລະ ຄວາມສະຫງ່າງາມທົ່ວຈັກກະວານທັງປວງ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ; ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ. ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ, ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ! ພຣະອົງໄດ້ສ້າງກຸ່ມຜູ້ຊະນະ ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ. ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ! ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ. ສະຫງ່າລາສີ, ຄຳສັນລະເສີນ ແລະ ສິດອຳນາດທັງໝົດຈົ່ງມີແກ່ບັນລັງ! ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ, ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ. ຊີວິດປ່ຽນແປງໃນແຕ່ລະມື້; ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ, ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ. ໃນທ່າມກາງປະສົບການ, ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ. ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ, ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ. ພວກເຮົາໄດ້ຮັບພອນຫຼາຍແທ້ໆ! ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້, ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ ແລະ ມອບອຳນາດອະທິປະໄຕເໜືອທຸກສິ່ງໃຫ້ແກ່ພຣະເຈົ້າ. ພວກເຮົາໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ, ຫົວໃຈຂອງພວກເຮົາມີຄວາມສະຫງົບໃນພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຮົາຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າ, ບ່ອນທີ່ພວກເຮົາໄດ້ຮັບແສງສະຫວ່າງຂອງພຣະອົງ. ທຸກໆມື້, ໃນຊີວິດ, ການກະທຳ, ພຣະທຳ, ຄວາມຄິດ ແລະ ແນວຄິດຂອງພວກເຮົາ, ພວກເຮົາດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າ, ສາມາດແຍກແຍະໄດ້ຕະຫຼອດເວລາ. ພຣະທຳຂອງພຣະເຈົ້ານໍາພາເສັ້ນຝ້າຍຜ່ານຮູເຂັມ; ໂດຍບໍ່ຄາດຄິດ ສິ່ງຕ່າງໆທີ່ລີ້ລັບຢູ່ໃນພວກເຮົາກໍເກີດມີແສງສະຫວ່າງຕາມໆກັນມາ. ການສົນທະນາກັບພຣະເຈົ້າບໍ່ໃຫ້ມີການຊັກຊ້າ; ຄວາມຄິດ ແລະ ແນວຄິດຂອງພວກເຮົາຖືກເປີດເຜີຍອອກໂດຍພຣະເຈົ້າ. ໃນທຸກຊ່ວງເວລາ ພວກເຮົາແມ່ນດຳລົງຊີວິດຢູ່ຕໍ່ໜ້າບັນລັງຂອງພຣະຄຣິດ ບ່ອນທີ່ພວກເຮົາໄດ້ຜະເຊີນກັບການພິພາກສາ. ທຸກພາກສ່ວນໃນຮ່າງກາຍຂອງພວກເຮົາຍັງຄົງຖືກຍຶດຄອງໂດຍຊາຕານ. ມື້ນີ້, ເພື່ອທີ່ຈະຟື້ນຟູອຳນາດອະທິປະໄຕຂອງພຣະເຈົ້າ, ພຣະວິຫານຂອງພຣະອົງຕ້ອງຖືກຊໍາລະລ້າງ. ເພື່ອທີ່ຈະຖືກຄອບຄອງໂດຍພຣະເຈົ້າຢ່າງສົມບູນ, ພວກເຮົາຕ້ອງຮ່ວມໃນການດີ້ນລົນຢ່າງເອົາເປັນເອົາຕາຍ. ມີແຕ່ເມື່ອຕົວຕົນດັ່ງເດີມຂອງພວກເຮົາຖືກຄຶງໃສ່ໄມ້ກາງແຂນເທົ່ານັ້ນ, ຊີວິດທີ່ຟື້ນຄືນມາຂອງພຣະຄຣິດຈຶ່ງຈະສາມາດປົກຄອງໄດ້ຢ່າງສູງສຸດ.

ບັດນີ້ ພຣະວິນຍານບໍລິສຸດໄດ້ລະດົມການໂຈມຕີໄປທຸກມຸມຂອງພວກເຮົາເພື່ອຕໍ່ສູ້ເພື່ອການຟື້ນຟູຂອງພວກເຮົາ. ຕາບໃດທີ່ພວກເຮົາພ້ອມທີ່ຈະປະຕິເສດຕົນເອງ ແລະ ເຕັມໃຈທີ່ຈະຮ່ວມມືກັບພຣະເຈົ້າ, ພຣະເຈົ້າຈະສ່ອງແສງສະຫວ່າງ ແລະ ຊໍາລະລ້າງພວກເຮົາໃຫ້ບໍລິສຸດຈາກພາຍໃນຢູ່ຕະຫຼອດເວລາຢ່າງແນ່ນອນ ແລະ ຮຽກສິ່ງທີ່ຊາຕານໄດ້ຍຶດຄອງນັ້ນຄືນມາໃໝ່, ເພື່ອວ່າພຣະເຈົ້າຈະເຮັດໃຫ້ພວກເຮົາບໍລິບູນໄດ້ໄວເທົ່າທີ່ຈະເປັນໄປໄດ້. ຢ່າເສຍເວລາ, ໃຫ້ດຳລົງຊີວິດໃນທຸກຊ່ວງເວລາພາຍໃນພຣະທຳຂອງພຣະເຈົ້າ. ໃຫ້ກໍ່ຕົວຂຶ້ນກັບໄພ່ພົນ, ຖືກນໍາເຂົ້າສູ່ອານາຈັກ ແລະ ເຂົ້າສູ່ສະຫງ່າລາສີຮ່ວມກັບພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 1

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 47)

ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ກໍ່ຕົວຂຶ້ນ ເຊິ່ງກໍເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າທັງສິ້ນ. ຄວາມຮັກສຳລັບພຣະເຈົ້າໄດ້ປາກົດຂຶ້ນໃນຫົວໃຈຂອງໄພ່ພົນຈຳນວນຫຼວງຫຼາຍ ຜູ້ທີ່ບໍ່ລັງເລໃຈໃນການເດີນທາງຝ່າຍວິນຍານຂອງພວກເຂົາ. ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ: ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ!

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາຝ່າຍວິນຍານຂອງພວກຂ້ານ້ອຍ, ປ່ອຍໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ໃຫ້ຄົນເປ້ຍຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ. ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມສູ່ສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ຮັບຮູ້ເຖິງຄວາມເລິກລັບແຫ່ງອານາຈັກຝ່າຍວິນຍານ. ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງດັ່ງກ່າວແມ່ນພາລະກິດອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ທີ່ປະເມີນຄ່າບໍ່ໄດ້ຂອງພຣະອົງ. ພວກຂ້ານ້ອຍເປັນພະຍານຂອງພຣະອົງ!

ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ; ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ. ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍຈາກກອງຂີ້ເຫຍື້ອ, ຍົກພວກຂ້ານ້ອຍຂຶ້ນສູງດ້ວຍມືຂວາຂອງພຣະອົງ ແລະ ມອບພຣະຄຸນຂອງພຣະອົງໃຫ້ແກ່ພວກຂ້ານ້ອຍລ້າໆ. ພຣະອົງໄດ້ນໍາຊີວິດຂອງພຣະອົງເຂົ້າມາໃນພວກຂ້ານ້ອຍ ໂດຍບໍ່ຫຼີກຫຼ່ຽງຄວາມເຈັບປວດ; ລາຄາທີ່ພຣະອົງໄດ້ຈ່າຍດ້ວຍເລືອດ, ເຫື່ອ ແລະ ນໍ້າຕາຂອງພຣະອົງແມ່ນຖືກຕີຜະລຶກໄວ້ໃນໄພ່ພົນ. ພວກຂ້ານ້ອຍເປັນຜົນຜະລິດຂອງ[ກ] ຄວາມພະຍາຍາມອັນພາກພຽນຂອງພຣະອົງ; ພວກຂ້ານ້ອຍຄືລາຄາທີ່ພຣະອົງໄດ້ຊໍາລະ.

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ແມ່ນຍ້ອນຄວາມຮັກຄວາມເມດຕາ ແລະ ຄວາມກະລຸນາຂອງພຣະອົງ, ຄວາມຊອບທຳ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະອົງ, ຄວາມບໍລິສຸດ ແລະ ຄວາມຖ່ອມຕົນຂອງພຣະອົງ, ທຸກຄົນຈຶ່ງກົ້ມລົງຕໍ່ໜ້າພຣະອົງ ແລະ ນະມັດສະການພຣະອົງຕະຫຼອດໄປເປັນນິດ.

ໃນມື້ນີ້ ພຣະອົງໄດ້ເຮັດໃຫ້ທຸກຄຣິສຕະຈັກສົມບູນແບບ, ຄຣິສຕະຈັກແຫ່ງຟິລາເດັນເຟຍ ແລະ ດ້ວຍເຫດນັ້ນກໍບັນລຸແຜນການຄຸ້ມຄອງ 6.000 ປີຂອງພຣະອົງ. ໄພ່ພົນສາມາດຍອມຕໍ່ພຣະອົງຢ່າງຖ່ອມຕົນ, ເຊື່ອມໂຍງດ້ວຍວິນຍານ ແລະ ຕິດຕາມດ້ວຍຄວາມຮັກ, ຮ່ວມເຂົ້າໃນແຫຼ່ງກຳເນີດຂອງນໍ້າພຸ. ນໍ້າແຫ່ງຊີວິດໄດ້ຫລັ່ງໄຫຼຢ່າງບໍ່ຢຸດເຊົາ, ຊໍາລະລ້າງ ແລະ ກຳຈັດຂີ້ຕົມ ແລະ ນໍ້າສົກກະປົກທັງໝົດໃນຄຣິສຕະຈັກ, ຊໍາລະລ້າງພຣະວິນຍານຂອງພຣະອົງໃຫ້ບໍລິສຸດອີກຄັ້ງ. ພວກຂ້ານ້ອຍໄດ້ມາຮູ້ຈັກພຣະເຈົ້າທີ່ແທ້ຈິງແທ້ໆ, ຍ່າງຢູ່ໃນພຣະທຳຂອງພຣະອົງ, ຮັບຮູ້ພາລະ ແລະ ໜ້າທີ່ຂອງພວກຂ້ານ້ອຍເອງ ແລະ ໄດ້ເຮັດທຸກສິ່ງທີ່ພວກຂ້ານ້ອຍສາມາດເຮັດໄດ້ເພື່ອເສຍສະຫຼະຕົນເອງເພື່ອເຫັນແກ່ຄຣິສຕະຈັກ. ເມື່ອຢູ່ຢ່າງງຽບໆຕໍ່ໜ້າພຣະອົງ, ພວກຂ້ານ້ອຍຕ້ອງເອົາໃຈໃສ່ກັບພາລະກິດຂອງພຣະວິນຍານບໍລິສຸດ, ບໍ່ໃຫ້ຄວາມປະສົງຂອງພຣະອົງຖືກຂັດຂວາງໃນພວກຂ້ານ້ອຍ. ໃນບັນດາໄພ່ພົນ ມີຄວາມຮັກກັນ ແລະ ກັນ ແລະ ຈຸດແຂງຂອງບາງຄົນຈະທົດແທນຄວາມລົ້ມເຫຼວຂອງຄົນອື່ນ. ພວກເຂົາສາມາດຍ່າງໃນວິນຍານຕະຫຼອດເວລາ, ຖືກສ່ອງແສງ ແລະ ເຍືອງທາງໂດຍພຣະວິນຍານບໍລິສຸດ. ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດທັນທີຫຼັງຈາກທີ່ເຂົ້າໃຈມັນ. ພວກເຂົາຕາມທັນແສງສະຫວ່າງໃໝ່ ແລະ ຕິດຕາມບາດກ້າວຂອງພຣະເຈົ້າ.

ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ; ການປ່ອຍໃຫ້ພຣະອົງຄວບຄຸມກໍຄືການຍ່າງກັບພຣະອົງ. ຄວາມຄິດ, ແນວຄິດ, ຄວາມຄິດເຫັນ ແລະ ຄວາມຫຍຸ້ງຍາກທາງໂລກທັງໝົດຂອງພວກຂ້ານ້ອຍໄດ້ຫາຍໄປໃນອາກາດອັນວ່າງເປົ່າຄືກັບຄວັນ. ພວກຂ້ານ້ອຍປ່ອຍໃຫ້ພຣະເຈົ້າປົກຄອງສູງສຸດໃນວິນຍານຂອງພວກຂ້ານ້ອຍ, ຍ່າງກັບພຣະອົງ ແລະ ຮັບເອົາຄວາມເປັນເລີດ, ເອົາຊະນະໂລກ ແລະ ວິນຍານຂອງພວກຂ້ານ້ອຍຈະບິນຢ່າງເປັນອິດສະຫຼະ ແລະ ຮັບເອົາການປົດປ່ອຍ: ນີ້ຄືຜົນຕາມມາ ເມື່ອພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກາຍມາເປັນກະສັດ. ພວກຂ້ານ້ອຍຈະບໍ່ເຕັ້ນລຳ ແລະ ຮ້ອງເພງສັນລະເສີນ, ມອບຖວາຍຄຳສັນລະເສີນຂອງພວກຂ້ານ້ອຍ, ມອບຖວາຍເພງນະມັດສະການໃໝ່ໄດ້ແນວໃດ?

ແທ້ຈິງແລ້ວມີຫຼາຍວິທີທີ່ຈະສັນລະເສີນພຣະເຈົ້າ: ການຮ້ອງອອກເຖິງນາມຂອງພຣະອົງ, ການຫຍັບເຂົ້າໃກ້ພຣະອົງ, ການຄິດເຖິງພຣະອົງ, ການອະທິຖານ-ອ່ານ, ການເຂົ້າຮ່ວມໃນການສົນທະນາ, ການຕຶກຕ່ອງ ແລະ ການໄຕ່ຕອງ, ຄຳອະທິຖານ ແລະ ເພງສັນລະເສີນ. ໃນຄຳສັນລະເສີນປະເພດເຫຼົ່ານີ້ແມ່ນມີຄວາມມ່ວນຊື່ນ ແລະ ມີການຫົດສົງ; ມີລິດອຳນາດໃນຄຳສັນລະເສີນ ແລະ ມີພາລະອີກດ້ວຍ. ມີຄວາມເຊື່ອໃນຄຳສັນລະເສີນ ແລະ ມີຄວາມເຂົ້າໃຈໃໝ່.

ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ, ປະສານງານໃນການຮັບໃຊ້ ແລະ ກາຍມາເປັນອັນໜຶ່ງດຽວກັນ, ປະຕິບັດຕາມເຈດຕະນາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຟ້າວກາຍມາເປັນຮ່າງກາຍອັນບໍລິສຸດຝ່າຍວິນຍານ, ຢຽບຢ່ຳຊາຕານ ແລະ ນໍາຈຸດຈົບມາສູ່ໂຊກຊະຕາຂອງຊາຕານ. ຄຣິສຕະຈັກແຫ່ງຟິລາເດັນເຟຍໄດ້ຖືກຮັບຂຶ້ນເມືອສູ່ການສະຖິດຂອງພຣະເຈົ້າ ແລະ ຖືກເຮັດໃຫ້ເປັນທີ່ປະຈັກແຈ້ງໃນສະຫງ່າລາສີຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 2

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ຜົນຜະລິດຂອງ”.


ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 48)

ກະສັດທີ່ມີໄຊຊະນະນັ່ງຢູ່ເທິງບັນລັງອັນສະຫງ່າລາສີຂອງພຣະອົງ. ພຣະອົງໄດ້ສຳເລັດການໄຖ່ບາບ ແລະ ນໍາພາປະຊາຊົນທຸກຄົນຂອງພຣະອົງໃຫ້ປາກົດດ້ວຍສະຫງ່າລາສີ. ພຣະອົງຈັບຈັກກະວານໄວ້ໃນມືຂອງພຣະອົງ ແລະ ດ້ວຍສະຕິປັນຍາ ແລະ ລິດທານຸພາບອັນສັກສິດຂອງພຣະອົງ, ພຣະອົງໄດ້ສ້າງ ແລະ ເຮັດໃຫ້ພູເຂົາຊີໂອນໝັ້ນຄົງ. ດ້ວຍລິດທານຸພາບຂອງພຣະອົງ, ພຣະອົງໄດ້ພິພາກສາໂລກທີ່ຜິດບາບ; ພຣະອົງໄດ້ພິພາກສາຊົນຊາດທັງໝົດ ແລະ ປະຊາຊົນທັງປວງ, ແຜ່ນດິນໂລກ ແລະ ທະເລ ແລະ ທຸກສິ່ງທີ່ມີຊີວິດໃນນັ້ນ, ພ້ອມທັງຜູ້ຄົນທີ່ເມົາເຫຼົ້າແວງແຫ່ງຕັນຫາ. ພຣະເຈົ້າຈະພິພາກສາພວກເຂົາຢ່າງແນ່ນອນ ແລະ ພຣະອົງຈະໃຈຮ້າຍກັບພວກເຂົາຢ່າງແນ່ນອນ ແລະ ໃນທີ່ນີ້ຈະເປີດເຜີຍເຖິງລິດທານຸພາບຂອງພຣະເຈົ້າ ຜູ້ເຊິ່ງພິພາກສາທັນທີ ແລະ ດໍາເນີນການໂດຍບໍ່ຊັກຊ້າ. ໄຟແຫ່ງຄວາມໂກດຮ້າຍຂອງພຣະອົງຈະເຜົາໄໝ້ອາຊະຍາກຳທີ່ຊົ່ວຮ້າຍຂອງພວກເຂົາຢ່າງແນ່ນອນ ແລະ ຄວາມຫາຍະນະຈະເກີດຂຶ້ນກັບພວກເຂົາໄວໆນີ້; ພວກເຂົາຈະບໍ່ຮູ້ເສັ້ນທາງຫຼົບໜີ ແລະ ບໍ່ມີບ່ອນໃຫ້ລີ້, ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ແລະ ພວກເຂົາຈະນໍາຄວາມພິນາດມາສູ່ຕົນເອງ.

ລູກຊາຍທີ່ມີໄຊຊະນະ, ອັນເປັນທີ່ຮັກຂອງພຣະເຈົ້າຈະຢູ່ໃນພູເຂົາຊີໂອນຢ່າງແນ່ນອນ, ຈະບໍ່ຈາກບ່ອນນັ້ນໄປໃສຈັກເທື່ອ. ຜູ້ຄົນຈໍານວນຫຼວງຫຼາຍຈະຟັງສຽງຂອງພຣະອົງຢ່າງໃກ້ຊິດ, ພວກເຂົາຈະເອົາໃຈໃສ່ກັບການກະທຳຂອງພຣະອົງຢ່າງລະມັດລະວັງ ແລະ ສຽງແຫ່ງການສັນລະເສີນຂອງພວກເຂົາຈະບໍ່ຢຸດເຊົາຈັກເທື່ອ. ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ປາກົດຕົວແລ້ວ! ພວກເຮົາຕ້ອງໝັ້ນໃຈໃນພຣະອົງດ້ວຍຈິດວິນຍານ ແລະ ຕິດຕາມພຣະອົງຢ່າງໃກ້ຊິດ; ພວກເຮົາຈະຮີບໄປຂ້າງໜ້າດ້ວຍກຳລັງທັງໝົດຂອງພວກເຮົາ ແລະ ບໍ່ລັງເລອີກຕໍ່ໄປ. ຈຸດຈົບຂອງແຜ່ນດິນໂລກກຳລັງເປີດເຜີຍຕໍ່ໜ້າພວກເຮົາ; ບັດນີ້ ຊີວິດທີ່ຖືກຕ້ອງໃນຄຣິສຕະຈັກ ພ້ອມທັງຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຮອບພວກເຮົາກໍຍິ່ງເຮັດໃຫ້ການຝຶກຝົນຂອງພວກເຮົາຮຸນແຮງຂຶ້ນ. ໃຫ້ພວກເຮົາຟ້າວເອົາຄືນຫົວໃຈຂອງພວກເຮົາທີ່ຮັກໂລກຫຼາຍ! ໃຫ້ພວກເຮົາຟ້າວເອົາຄືນນິມິດຂອງພວກເຮົາທີ່ມືດມົວຫຼາຍ! ໃຫ້ພວກເຮົາຢູ່ໃນບາດກ້າວຂອງພວກເຮົາ ເພື່ອພວກເຮົາຈະບໍ່ເຮັດເກີນຂອບເຂດ. ໃຫ້ພວກເຮົາຫ້າມປາກຂອງພວກເຮົາ ເພື່ອວ່າພວກເຮົາຈະໄດ້ຍ່າງໃນພຣະທຳຂອງພຣະເຈົ້າ ແລະ ບໍ່ແຂ່ງຂັນເພື່ອຜົນໄດ້ ແລະ ຜົນເສຍຂອງພວກເຮົາເອງອີກຕໍ່ໄປ. ອ່າໆ, ປ່ອຍມັນໄປ: ຄວາມໂລບມາກໂລພາຂອງເຈົ້າສຳລັບທາງໂລກ ແລະ ສຳລັບຄວາມຮັ່ງມີ! ອ່າໆ, ໃຫ້ປົດປ່ອຍຕົນເອງຈາກສິ່ງນີ້: ຄວາມຮັກຫອມທີ່ເກາະຕິດສາມີ ແລະ ລູກສາວ ແລະ ລູກຊາຍຂອງເຈົ້າ! ອ່າໆ, ໃຫ້ຫັນຫຼັງຂອງເຈົ້າໃສ່ສິ່ງເຫຼົ່ານີ້: ມຸມມອງ ແລະ ອະຄະຕິຂອງເຈົ້າ! ອ່າໆ, ໃຫ້ຕື່ນຂຶ້ນ; ເວລາມັນສັ້ນ! ເງີຍຂຶ້ນ, ເງີຍຂຶ້ນ, ຈາກພາຍໃນຈິດວິນຍານ ແລະ ປ່ອຍໃຫ້ພຣະເຈົ້າຄວບຄຸມ. ບໍ່ວ່າຫຍັງຈະເກີດຂຶ້ນຕໍຕາມ, ຢ່າກາຍເປັນເມຍຂອງໂລດອີກຄົນ. ມັນຊ່າງເປັນຕາສົມເພດຫຼາຍທີ່ຈະຖືກໂຍນຖິ້ມ! ຊ່າງເປັນຕາສົມເພດແທ້ໆ! ໂອ ຈົ່ງຕື່ນຂຶ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 3

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 49)

ພູເຂົາ ແລະ ແມ່ນໍ້າປ່ຽນແປງ, ສາຍນໍ້າໄຫຼໄປຕາມເສັ້ນທາງຂອງພວກມັນ ແລະ ຊີວິດຂອງມະນຸດບໍ່ມີຄວາມທົນທານຄືກັບແຜ່ນດິນໂລກ ແລະ ທ້ອງຟ້າ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ເປັນຊີວິດທີ່ຟື້ນຄືນຊີບ ແລະ ຕະຫຼອດໄປເປັນນິດ ເຊິ່ງສືບຕໍ່ຕະຫຼອດໄປຈາກຮຸ່ນສູ່ຮຸ່ນ. ທຸກສິ່ງ ແລະ ທຸກເຫດການຢູ່ໃນມືຂອງພຣະອົງ ແລະ ຊາຕານຢູ່ກ້ອງຕີນຂອງພຣະອົງ.

ມື້ນີ້ ມັນແມ່ນການຄັດເລືອກທີ່ກຳນົດໄວ້ລ່ວງໜ້າຂອງພຣະເຈົ້າທີ່ພຣະອົງໄດ້ປົດປ່ອຍພວກເຮົາອອກຈາກກຳມືຂອງຊາຕານ. ພຣະອົງເປັນພຣະຜູ້ໄຖ່ຂອງພວກເຮົາຢ່າງແທ້ຈິງ. ແນ່ນອນ ຊີວິດທີ່ຟື້ນຄືນຊີບຊົ່ວນິດນິລັນຂອງພຣະຄຣິດໄດ້ເກີດຂຶ້ນຂ້າງໃນພວກເຮົາ, ດົນບັນດານໃຫ້ພວກເຮົາເຊື່ອມຕໍ່ກັບຊີວິດຂອງພຣະເຈົ້າ, ເພື່ອພວກເຮົາອາດຈະສາມາດມາຢູ່ຕໍ່ໜ້າພຣະອົງຢ່າງແນ່ນອນ, ກິນພຣະອົງ, ດື່ມພຣະອົງ ແລະ ຊື່ນຊົມພຣະອົງ. ນີ້ຄືການຖວາຍທີ່ບໍ່ເຫັນແກ່ຕົວທີ່ພຣະເຈົ້າໄດ້ມອບໃຫ້ໂດຍຈ່າຍລາຄາດ້ວຍເລືອດຈາກຫົວໃຈຂອງພຣະອົງ.

ລະດູການຜ່ານມາ ແລະ ຜ່ານໄປ, ຜ່ານລົມ ແລະ ນໍ້າກ້າມ, ປະສົບກັບຄວາມທົນທຸກ, ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນຢ່າງຫຼວງຫຼາຍໃນຊີວິດ, ການປະຕິເສດ ແລະ ການໃສ່ຮ້າຍຂອງໂລກຢ່າງໜັກ, ການກ່າວໂທດທີ່ຜິດໆຫຼາຍຢ່າງຈາກລັດຖະບານ ແລະ ເຖິງຢ່າງໃດກໍຕາມ ຄວາມເຊື່ອຂອງພຣະເຈົ້າ ຫຼື ຄວາມຕັ້ງໃຈຂອງພຣະອົງກໍບໍ່ຫຼຸດນ້ອຍຖອຍລົງແມ່ນແຕ່ໜ້ອຍເລີຍ. ອຸທິດຕົນໝົດຫົວໃຈຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ຕໍ່ການຄຸ້ມຄອງ ແລະ ແຜນການຂອງພຣະເຈົ້າ, ເພື່ອວ່າພວກມັນອາດຖືກເຮັດໃຫ້ສຳເລັດ, ພຣະອົງກໍານົດຊີວິດຂອງພຣະອົງເອງໄວ້ຕ່າງຫາກ. ສຳລັບຝູງຊົນຂອງປະຊາຊົນທັງປວງຂອງພຣະອົງ, ພຣະອົງບໍ່ລະເວັ້ນຄວາມເຈັບປວດ ໂດຍລ້ຽງ ແລະ ຫົດນໍ້າພວກເຂົາຢ່າງລະມັດລະວັງ. ບໍ່ວ່າພວກເຮົາປະສົບຄວາມມືດມົນແນວໃດກໍຕາມ ຫຼື ພວກເຮົາລໍາບາກສໍ່າໃດກໍຕາມ, ພວກເຮົາຈຳເປັນຕ້ອງຍອມຢູ່ຕໍ່ໜ້າພຣະອົງເທົ່ານັ້ນ ແລະ ຊີວິດທີ່ຟື້ນຄືນຊີບຂອງພຣະຄຣິດຈະປ່ຽນແປງທຳມະຊາດເດີມຂອງພວກເຮົາ... ສຳລັບລູກຊາຍກົກທຸກຄົນເຫຼົ່ານີ້, ພຣະອົງເຮັດວຽກໜັກຢ່າງບໍ່ອິດເມື່ອຍ ໂດຍບໍ່ສົນອາຫານ ແລະ ການພັກຜ່ອນ. ແຕ່ລະມື້ ແລະ ແຕ່ລະຄືນ, ຜ່ານຄວາມຮ້ອນທີ່ເຜົາໄໝ້ ແລະ ຄວາມເຢັນທີ່ແຂງກະດ້າງ, ພຣະອົງເຝົ້າເບິ່ງໃນຊີໂອນຢ່າງໝົດໃຈ.

ໂລກ, ເຮືອນ, ວຽກງານ ແລະ ທຸກສິ່ງຖືກປະຖິ້ມທັງໝົດຢ່າງຍິນດີ, ຢ່າງເຕັມໃຈ ແລະ ຄວາມສຸກທາງໂລກກໍບໍ່ມີຫຍັງກ່ຽວຂ້ອງກັບພຣະອົງ... ພຣະທຳຈາກປາກຂອງພຣະອົງໂຈມຕີພວກເຮົາ, ເປີດໂປງສິ່ງຕ່າງໆທີ່ລີ້ລັບຢູ່ໃນຫົວໃຈຂອງພວກເຮົາ. ພວກເຮົາຈະບໍ່ສາມາດເຊື່ອໄດ້ແນວໃດ? ທຸກປະໂຫຍກທີ່ອອກມາຈາກປາກຂອງພຣະອົງອາດເກີດຂຶ້ນແທ້ໃນພວກເຮົາເວລາໃດກໍໄດ້. ບໍ່ວ່າພວກເຮົາເຮັດຫຍັງກໍຕາມ, ໃນການສະຖິດຂອງພວກເຮົາ ຫຼື ລີ້ລັບຈາກພຣະອົງ, ບໍ່ມີຫຍັງທີ່ພຣະອົງບໍ່ຮູ້, ບໍ່ມີຫຍັງທີ່ພຣະອົງບໍ່ເຂົ້າໃຈ, ທຸກສິ່ງຈະເປີດເຜີຍຕໍ່ໜ້າພຣະອົງຢ່າງແນ່ນອນ, ເຖິງແມ່ນຈະມີແຜນການ ແລະ ການຈັດແຈງຂອງພວກເຮົາເອງກໍຕາມ.

ນັ່ງຢູ່ຕໍ່ໜ້າພຣະອົງ, ຮູ້ສຶກເພີດເພີນພາຍໃນວິນຍານຂອງພວກເຮົາຢ່າງສະຫງົບ ແລະ ຢ່າງງຽບໆ, ແຕ່ຮູ້ສຶກເຖິງຄວາມວ່າງເປົ່າຢູ່ຂ້າງໃນສະເໝີ ແລະ ເປັນໜີ້ບຸນຄຸນພຣະເຈົ້າແທ້ໆ: ນີ້ຄືຄວາມອັດສະຈັນທີ່ບໍ່ສາມາດຈິນຕະນາການໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະບັນລຸ. ພຣະວິນຍານບໍລິສຸດກໍພຽງພໍທີ່ຈະພິສູດວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງໜຶ່ງດຽວ! ມັນຄືຂໍ້ພິສູດທີ່ບໍ່ສາມາດໂຕ້ຖຽງໄດ້! ພວກເຮົາໃນກຸ່ມນີ້ໄດ້ຮັບພອນຢ່າງອະທິບາຍບໍ່ໄດ້! ຖ້າບໍ່ແມ່ນຍ້ອນຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າ, ພວກເຮົາຈະພຽງແຕ່ສາມາດໄປສູ່ການຕົກນະຮົກ ແລະ ຕິດຕາມຊາຕານ. ມີພຽງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນຈຶ່ງສາມາດຊ່ວຍພວກເຮົາໃຫ້ລອດພົ້ນ!

ອາ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ແທ້ຈິງ! ແມ່ນພຣະເຈົ້າທີ່ໄດ້ເປີດຕາຝ່າຍວິນຍານຂອງພວກເຮົາ, ເຮັດໃຫ້ພວກເຮົາໄດ້ເບິ່ງເຫັນເຖິງຄວາມລຶກລັບຂອງໂລກຝ່າຍວິນຍານ. ໂອກາດຂອງອານາຈັກແມ່ນໄຮ້ຂອບເຂດ. ໃຫ້ພວກເຮົາເຝົ້າເບິ່ງໃນຂະນະທີ່ພວກເຮົາລໍຖ້າ. ມື້ນັ້ນບໍ່ໄດ້ຢູ່ຫ່າງໄກເກີນໄປ.

ແປວໄຟແຫ່ງສົງຄາມໝຸນວຽນ, ຄວັນຈາກປືນຄົກກຸ້ມໄປທົ່ວອາກາດ, ອາກາດເລີ່ມອຸ່ນ, ສະພາບອາກາດປ່ຽນແປງໄປ, ໂລກລະບາດຈະແຜ່ລາມ ແລະ ຜູ້ຄົນພຽງແຕ່ຈະຕາຍ ໂດຍບໍ່ມີຄວາມຫວັງທີ່ຈະຢູ່ລອດ.

ອາ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ແທ້ຈິງ! ພຣະອົງຄືປ້ອມປາການທີ່ແໜ້ນໜາຂອງພວກເຮົາ. ພຣະອົງຄືບ່ອນຫຼົບໄພຂອງພວກເຮົາ. ພວກເຮົາໂຮມຕົວກັນຢູ່ພາຍໃຕ້ປີກຂອງພຣະອົງ ແລະ ໄພພິບັດບໍ່ສາມາດມາເຖິງພວກເຮົາໄດ້. ສິ່ງດັ່ງກ່າວຄືການປົກປ້ອງ ແລະ ການດູແລອັນສັກສິດຂອງພຣະອົງ.

ພວກເຮົາທຸກຄົນເປັ່ງສຽງຂອງພວກເຮົາດ້ວຍສຽງເພງ, ພວກເຮົາຮ້ອງເພງສັນລະເສີນ ແລະ ສຽງແຫ່ງການສັນລະເສີນຂອງພວກເຮົາກໍດັງໄປທົ່ວຊີໂອນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ແທ້ຈິງໄດ້ກະກຽມຈຸດໝາຍປາຍທາງທີ່ສະຫງ່າລາສີນັ້ນໃຫ້ແກ່ພວກເຮົາ. ໃຫ້ເຝົ້າລະວັງ, ໂອ ໃຫ້ເຝົ້າລະວັງ! ຈົນເຖິງຕອນນີ້ ຊົ່ວໂມງນັ້ນກໍບໍ່ໄດ້ຊ້າເກີນໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 5

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 50)

ນັບຕັ້ງແຕ່ເວລາທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ ກໍຄືກະສັດຂອງລາຊະອານາຈັກ ໄດ້ຮັບການເປັນພະຍານ, ຂອບເຂດຂອງການຄຸ້ມຄອງຂອງພຣະເຈົ້າໄດ້ຖືກເປີດເຜີຍ ໄປຢ່າງຄົບຖ້ວນທົ່ວທັງຈັກກະວານທັງປວງ ການປາກົດຕົວຂອງພຣະເຈົ້າບໍ່ພຽງແຕ່ໄດ້ຮັບການເປັນພະຍານຢູ່ປະເທດຈີນເທົ່ານັ້ນ ແຕ່ຊື່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບການເປັນພະຍານໃນທຸກປະເທດ ແລະ ທຸກແຫ່ງຫົນ. ພວກເຂົາທຸກຄົນ ກຳລັງຮ້ອງເອີ້ນຊື່ອັນບໍລິສຸດ, ສະແຫວງຫາທີ່ຈະສົນທະນາກັບພຣະເຈົ້າດ້ວຍທຸກວິທີທາງທີ່ເປັນໄປໄດ້, ເຂົ້າໃຈຄວາມປະສົງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບໃຊ້ພຣະອົງດ້ວຍການຮ່ວມມືໃນຄຣິສຕະຈັກ. ນີ້ແມ່ນວິທີທີ່ໜ້າອັດສະຈັນໃຈທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ.

ພາສາຂອງປະເທດຕ່າງໆນັ້ນແຕກຕ່າງກັນ ແຕ່ມີພຽງພຣະວິນຍານໜຶ່ງດຽວເທົ່ານັ້ນ. ພຣະວິນຍານອົງນີ້ຮວມຄຣິສຕະຈັກຕ່າງໆທົ່ວຈັກກະວານເຂົ້າກັນ ແລະ ເປັນໜຶ່ງດຽວກັບພຣະເຈົ້າແທ້ໆ ໂດຍບໍ່ມີຄວາມແຕກຕ່າງກັນແມ່ນແຕ່ໜ້ອຍເລີຍ. ນີ້ແມ່ນສິ່ງທີ່ບໍ່ຕ້ອງສົງໄສເລີຍ. ຕອນນີ້ ພຣະວິນຍານບໍລິສຸດເອີ້ນຫາພວກເຂົາ ແລະ ສຽງຂອງພຣະອົງປຸກພວກເຂົາໃຫ້ຕື່ນ. ນີ້ແມ່ນສຽງແຫ່ງຄວາມເມດຕາຂອງພຣະເຈົ້າ. ພວກເຂົາທຸກຄົນກຳລັງຮ້ອງຫານາມອັນບໍລິສຸດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກເຂົາຍັງໃຫ້ການສັນລະເສີນ ແລະ ພວກເຂົາຮ້ອງເພງ. ບໍ່ເຄີຍມີການບ່ຽງເບນໃດໆໃນພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານີ້ໄປໄກເພື່ອກ້າວໄປສູ່ເສັ້ນທາງທີ່ຖືກຕ້ອງ, ພວກເຂົາບໍ່ຍອມຖອຍຫຼັງ ເພາະສິ່ງມະຫັດສະຈັນກອງຢູ່ເທິງສິ່ງມະຫັດສະຈັນ. ນີ້ແມ່ນບາງສິ່ງທີ່ຜູ້ຄົນເຫັນວ່າຍາກທີ່ຈະຈິນຕະນາການໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະຄາດເດົາອອກ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນກະສັດຂອງຊີວິດໃນຈັກກະວານ! ພຣະອົງປະທັບນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີ ແລະ ພິພາກສາໂລກ, ຄອບຄອງທຸກສິ່ງ ແລະ ປົກຄອງທຸກຊາດ; ທຸກຄົນຄຸເຂົ່າລົງຕໍ່ພຣະອົງ, ອະທິຖານຫາພຣະອົງ, ເຂົ້າໃກ້ພຣະອົງ ແລະ ສື່ສານກັບພຣະອົງ. ບໍ່ວ່າເຈົ້າໄດ້ເຊື່ອໃນພຣະເຈົ້າມາດົນປານໃດກໍຕາມ, ບໍ່ວ່າສະຖານະຂອງເຈົ້າຈະສູງພຽງໃດ ຫຼື ບໍ່ວ່າຄວາມອາວຸໂສຂອງເຈົ້າຈະມີຫຼາຍພຽງໃດກໍຕາມ, ຖ້າເຈົ້າຕໍ່ຕ້ານພຣະເຈົ້າໃນໃຈຂອງເຈົ້າ ເຈົ້າກໍຈະຕ້ອງຖືກພິພາກສາ ແລະ ຕ້ອງກົ້ມຂາບລົງຕໍ່ໜ້າພຣະອົງ, ເປັ່ງສຽງຂອງການອ້ອນວອນທີ່ເຈັບປວດອອກມາ; ທີ່ຈິງແລ້ວ ນີ້ແມ່ນການເກັບກ່ຽວໝາກຜົນແຫ່ງການກະທຳຂອງຕົວເຈົ້າເອງ. ສຽງຄຳຄວນນີ້ແມ່ນສຽງຂອງການຖືກທໍລະມານໃນທະເລສາບແຫ່ງໄຟ ແລະ ມາດ, ມັນເປັນສຽງຮ້ອງຂອງການຖືກຂ້ຽນຕີໂດຍໄມ້ຄ້ອນເຫຼັກຂອງພຣະເຈົ້າ; ນີ້ແມ່ນການພິພາກສາຕໍ່ໜ້າບ່ອນນັ່ງຂອງພຣະຄຣິດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 8

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 51)

ການປາກົດຕົວຂອງພຣະເຈົ້າໄດ້ເກີດຂຶ້ນໃນທຸກຄຣິສຕະຈັກ. ແມ່ນພຣະວິນຍານທີ່ກ່າວອອກ; ພຣະອົງແມ່ນໄຟທີ່ລຸກລາມ, ມີຄວາມສະຫງ່າຜ່າເຜີຍ ແລະ ກຳລັງພິພາກສາ. ພຣະອົງເປັນບຸດມະນຸດ, ນຸ່ງເສື້ອຜ້າທີ່ລ່າມລົງຈົນຮອດຕີນຂອງພຣະອົງ ແລະ ມີສາຍແອວຄຳອ້ອມເອິກຂອງພຣະອົງ. ຫົວ ແລະ ຜົມຂອງພຣະອົງຂາວຄືຂົນແກະ ແລະ ຕາຂອງພຣະອົງກໍລຸກໄໝ້ຄືກັບແປວໄຟ; ຕີນຂອງພຣະອົງຄ້າຍຄືກັບທອງເຫຼືອງກ້ຽງ, ຄືກັບວ່າທີ່ຖືກເຮັດໃຫ້ບໍລິສຸດໃນເຕົາໄຟ ແລະ ສຽງຂອງພຣະອົງກໍຄືກັບສຽງນ້ຳຫຼາຍແຫ່ງ. ໃນມືກ້ຳຂວາຂອງພຣະອົງແມ່ນຖືດາວເຈັດດວງ ແລະ ໃນປາກຂອງພຣະອົງແມ່ນມີດາບສອງຄົມ ແລະ ໃບໜ້າຂອງພຣະອົງສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ເຜົາໄໝ້!

ບຸດມະນຸດໄດ້ຖືກເປັນພະຍານ ແລະ ພຣະເຈົ້າເອງໄດ້ຖືກເປີດເຜີຍອອກ. ສະຫງ່າລາສີຂອງພຣະເຈົ້າໄດ້ສະແດງອອກ, ສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ກຳລັງເຜົາໄໝ້! ໃບໜ້າທີ່ມີສະຫງ່າລາສີຂອງພຣະອົງສ່ອງແສງຈ້າດ້ວຍແສງແວວວາວ; ສາຍຕາຂອງຜູ້ໃດກ້າປະຕິບັດຕໍ່ພຣະອົງດ້ວຍການຕໍ່ຕ້ານ? ການຕໍ່ຕ້ານນຳໄປສູ່ຄວາມຕາຍ! ບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍດຽວສຳລັບສິ່ງໃດໜຶ່ງທີ່ເຈົ້າຄິດຢູ່ໃນຫົວໃຈ, ຄຳເວົ້າໃດໜຶ່ງທີ່ເຈົ້າກ່າວ ຫຼື ສິ່ງໃດໜຶ່ງທີ່ເຈົ້າເຮັດ. ພວກເຈົ້າທຸກຄົນຈະໄດ້ມາເຂົ້າໃຈ ແລະ ມາເຫັນວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນແມ່ນຫຍັງ, ມັນບໍ່ໄດ້ເປັນຫຍັງເລີຍ ນອກຈາກການພິພາກສາຂອງເຮົາ! ເຮົາສາມາດປະຕິບັດມັນໄດ້ບໍ ເມື່ອພວກເຈົ້າບໍ່ພະຍາຍາມກິນ ແລະ ດື່ມພຣະທຳຂອງເຮົາ ແລະ ກົງກັນຂ້າມກັບພັດຂັດຂວາງ ແລະ ທຳລາຍການກໍ່ສ້າງຂອງເຮົາຕາມອຳເພີໃຈ? ເຮົາຈະບໍ່ປະຕິບັດຕໍ່ຄົນແບບນີ້ຢ່າງສຸພາບ! ຖ້າພຶດຕິກຳຂອງເຈົ້າເສື່ອມຊາມລົງຢ່າງຮຸນແຮງຂຶ້ນ ເຈົ້າຈະຖືກແປວໄຟກືນກິນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດອອກໃນຮ່າງກາຍຝ່າຍວິນຍານ ໂດຍບໍ່ມີເນື້ອໜັງ ຫຼື ເລືອດທີ່ເຊື່ອມໂຍງກັນແຕ່ຫົວຮອດຕີນແມ່ນແຕ່ໜ້ອຍດຽວ. ພຣະອົງຢູ່ເໜືອໂລກຈັກກະວານ, ນັ່ງເທິງບັນລັງທີ່ມີສະຫງ່າລາສີໃນສະຫວັນຊັ້ນຟ້າ, ປົກຄອງທຸກສິ່ງ! ຈັກກະວານ ແລະ ທຸກສິ່ງແມ່ນຢູ່ພາຍໃນມືຂອງເຮົາ. ຖ້າເຮົາກ່າວມັນອອກມາ ມັນກໍຈະເປັນເຊັ່ນນັ້ນ. ຖ້າເຮົາກຳນົດມັນຂຶ້ນ ມັນກໍຈະເປັນເຊັ່ນນັ້ນ. ຊາຕານຢູ່ໃຕ້ຕີນຂອງເຮົາ; ມັນຢູ່ໃນຂຸມເລິກທີ່ບໍ່ສິ້ນສຸດ! ເມື່ອສຽງຂອງເຮົາເປັ່ງອອກມາ, ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແລະ ມາສູ່ຄວາມວ່າງເປົ່າ! ທຸກສິ່ງຈະຖືກສ້າງຂຶ້ນໃໝ່; ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້ທີ່ຖືກຕ້ອງຢ່າງແນ່ນອນ. ເຮົາໄດ້ເອົາຊະນະໂລກ ພ້ອມທັງສິ່ງຊົ່ວຮ້າຍທັງໝົດແລ້ວ. ເຮົານັ່ງສົນທະນາກັບພວກເຈົ້າຢູ່ທີ່ນີ້ ແລະ ທຸກຄົນທີ່ມີຫູຄວນຟັງ ແລະ ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບ.

ວັນເວລາຈະມາເຖິງວາລະສຸດທ້າຍ; ທຸກສິ່ງໃນໂລກນີ້ຈະວ່າງເປົ່າ ແລະ ທຸກສິ່ງຈະເກີດຂຶ້ນໃໝ່. ຈົ່ງຈື່ສິ່ງນີ້ເອົາໄວ້! ຢ່າລືມ! ບໍ່ສາມາດມີຄວາມກຳກວມໄດ້! ສະຫວັນ ແລະ ແຜ່ນດິນຈະຜ່ານພົ້ນໄປ, ແຕ່ພຣະທຳຂອງເຮົາຈະບໍ່ຜ່ານພົ້ນໄປ! ໃຫ້ເຮົາແນະນຳພວກເຈົ້າອີກຄັ້ງ: ຢ່າເຮັດວຽກຢ່າງໄຮ້ຜົນ! ຈົ່ງຕື່ນຂຶ້ນ! ຈົ່ງກັບໃຈ ເພາະຄວາມລອດພົ້ນໃກ້ເຂົ້າມາແລ້ວ! ເຮົາໄດ້ປາກົດຕົວທ່າມກາງພວກເຈົ້າແລ້ວ ແລະ ສຽງຂອງເຮົາໄດ້ດັງຂຶ້ນແລ້ວ. ສຽງຂອງເຮົາໄດ້ດັງຂຶ້ນຢູ່ຕໍ່ໜ້າພວກເຈົ້າ; ທຸກໆວັນມັນປະເຊີນແບບໜ້າຕໍ່ໜ້າພວກເຈົ້າ ແລະ ແຕ່ລະວັນມັນມີຄວາມສົດໃໝ່. ເຈົ້າເຫັນເຮົາ ແລະ ເຮົາກໍເຫັນເຈົ້າ; ເຮົາເວົ້າກັບເຈົ້າຕະຫຼອດ ແລະ ເຮົາຢູ່ຊ້ອງໜ້າກັບເຈົ້າ. ແນວໃດກໍ່ຕາມ, ເຈົ້າກໍປະຕິເສດເຮົາ ແລະ ບໍ່ຮູ້ຈັກເຮົາ. ແກະຂອງເຮົາໄດ້ຍິນສຽງຂອງເຮົາ, ແຕ່ພວກເຈົ້າຍັງລັງເລໃຈຢູ່! ພວກເຈົ້າລັງເລໃຈ! ຫົວໃຈຂອງເຈົ້າປຶກໜາ, ຕາຂອງເຈົ້າໄດ້ຖືກຊາຕານເຮັດໃຫ້ບອດ ແລະ ເຈົ້າບໍ່ສາມາດເຫັນໃບໜ້າທີ່ມີສະຫງ່າລາສີຂອງເຮົາໄດ້, ເຈົ້າຄືມາໜ້າເວດທະນາແທ້! ໜ້າເວດທະນາແທ້ເດ!

ພຣະວິນຍານທັງເຈັດທີ່ຢູ່ຕໍ່ໜ້າບັນລັງຂອງເຮົາໄດ້ຖືກສົ່ງໄປທຸກມຸມຂອງແຜ່ນດິນໂລກ ແລະ ເຮົາຈະສົ່ງຜູ້ສົ່ງຂ່າວຂອງເຮົາໄປກ່າວຕໍ່ຄຣິສຕະຈັກຕ່າງໆ. ເຮົາຊອບທຳ ແລະ ຊື່ສັດ; ເຮົາແມ່ນພຣະເຈົ້າທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈມະນຸດ. ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກຕ່າງໆ ແລະ ແມ່ນພຣະທຳຂອງເຮົາທີ່ອອກຈາກຂ້າງໃນພຣະບຸດຂອງເຮົາ; ທຸກຄົນທີ່ມີຫູຄວນຟັງເອົາ! ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບເອົາ! ພຽງແຕ່ກິນ ແລະ ດື່ມພຣະທຳເຫຼົ່ານັ້ນ ແລະ ຢ່າສົ່ງໄສເລີຍ. ທຸກຄົນທີ່ຍອມ ແລະ ໃສ່ໃຈພຣະທຳຂອງເຮົາຈະໄດ້ຮັບພອນທີ່ຍິ່ງໃຫຍ່! ທຸກຄົນທີ່ສະແຫວງຫາໃບໜ້າຂອງເຮົາຢ່າງຈິງຈັງຈະໄດ້ຮັບແສງສະຫວ່າງໃໝ່, ຄວາມສະຫວ່າງອັນໃໝ່ ແລະ ຄວາມເຂົ້າໃຈໃໝ່ຢ່າງແນ່ນອນ; ທຸກຢ່າງຈະສົດ ແລະ ໃໝ່. ພຣະທຳຂອງເຮົາຈະປາກົດແກ່ເຈົ້າທຸກເວລາ ແລະ ພວກມັນຈະເປີດດວງຕາແຫ່ງວິນຍານຂອງເຈົ້າເພື່ອວ່າເຈົ້າຈະສາມາດເຫັນຄວາມລຶກລັບທັງໝົດຂອງໂລກຝ່າຍວິນຍານ ແລະ ເຫັນວ່າອານາຈັກຢູ່ທ່າມກາງມະນຸດ. ເຂົ້າໄປໃນບ່ອນລີ້ໄພ ແລ້ວພຣະຄຸນ ແລະ ພອນທັງໝົດຈະມາສູ່ເຈົ້າ; ຄວາມອຶດຢາກ ແລະ ໂລກລະບາດຈະບໍ່ສາມາດແຕະຕ້ອງເຈົ້າໄດ້ ແລະ ໝາປ່າ, ງູ, ເສືອ ແລະ ເສືອດາວຈະບໍ່ສາມາດທຳຮ້າຍເຈົ້າໄດ້. ເຈົ້າຈະໄປກັບເຮົາ, ຍ່າງກັບເຮົາ ແລະ ເຂົ້າສູ່ສະຫງ່າລາສີຮ່ວມກັບເຮົາ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 15

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 52)

ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຮ່າງກາຍທີ່ມີສະຫງ່າລາສີຂອງພຣະອົງປາກົດໃນບ່ອນເປີດ, ຮ່າງກາຍຝ່າຍວິນຍານອັນບໍລິສຸດບັງເກີດຂຶ້ນ ແລະ ພຣະອົງແມ່ນພຣະເຈົ້າເອງທີ່ສົມບູນແບບ! ທັງໂລກ ແລະ ເນື້ອໜັງໄດ້ຖືກປ່ຽນແປງ ແລະ ການປ່ຽນຮູບຂອງພຣະອົງຢູ່ເທິງພູແມ່ນຕົວຕົນຂອງພຣະເຈົ້າ. ພຣະອົງສວມມຸງກຸດຄຳເທິງຫົວຂອງພຣະອົງ, ເຄື່ອງນຸ່ງຂອງພຣະອົງຂາວບໍລິສຸດ, ຄຽນເອິກດ້ວຍສາຍແອວຄຳ ແລະ ໂລກ ແລະ ທຸກສິ່ງແມ່ນຂຽງຮອງພຣະບາດຂອງພຣະອົງ. ດວງຕາຂອງພຣະອົງເປັນຄືແປວໄຟ, ພຣະອົງຖືດາບສອງຄົມໃນປາກຂອງພຣະອົງ ແລະ ພຣະອົງມີດາວເຈັດດວງຢູ່ໃນມືຂວາຂອງພຣະອົງ. ຫົນທາງສູ່ອານາຈັກນັ້ນຮຸ່ງແຈ້ງຫຼາຍ ແລະ ສະຫງ່າລາສີຂອງພຣະອົງໂຜ່ຂຶ້ນ ແລະ ສ່ອງແສງ; ພູຕ່າງໆປິຕິຍິນດີ ແລະ ນ້ຳຕ່າງໆກໍຫົວຂວັນ, ດວງຕາເວັນ, ດວງເດືອນ ແລະ ດາວຕ່າງໆກໍລ້ວນແລ້ວແຕ່ໝຸນໄປຕາມການຈັດແຈງທີ່ເປັນລະບຽບຂອງພວກມັນ ຕ້ອນຮັບພຣະເຈົ້າທີ່ມີເອກະລັກ ແລະ ເປັນຈິງ ເຊິ່ງການກັບຄືນມາຂອງພຣະອົງປ່າວປະກາດຄວາມສຳເລັດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ທັງໝົດຕ່າງກໍກະໂດດ ແລະ ເຕັ້ນລຳຢ່າງມີຄວາມສຸກ! ຊົມເຊີຍ! ພຣະເຈົ້າອົງຊົງລິດທານຸພາບສູງສຸດນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີຂອງພຣະອົງ! ຈົ່ງຮ້ອງເພງ! ປ້າຍແຫ່ງໄຊຊະນະຂອງອົງຊົງລິດທານຸພາບສູງສຸດໄດ້ຖືກຍົກຂຶ້ນສູງເທິງພູຊີໂອນທີ່ສະຫງ່າງາມ ແລະ ງົດງາມ! ປະຊາຊາດທັງໝົດກຳລັງຊົມເຊີຍ, ທຸກຄົນກຳລັງຮ້ອງເພງ, ພູຊີໂອນກຳລັງຫົວຢ່າງປິຕິຍິນດີ ແລະ ສະຫງ່າລາສີຂອງພຣະເຈົ້າໄດ້ໂຜ່ຂຶ້ນ! ຂ້ານ້ອຍບໍ່ເຄີຍແມ່ນແຕ່ຝັນວ່າເຮົາຈະໄດ້ເຫັນໃບໜ້າຂອງພຣະເຈົ້າ, ແຕ່ມື້ນີ້ຂ້ານ້ອຍໄດ້ເຫັນແລ້ວ. ເມື່ອຢູ່ຊ້ອງໜ້າກັບພຣະອົງທຸກໆວັນ, ຂ້ານ້ອຍເປີດເຜີຍຫົວໃຈຂອງຂ້ານ້ອຍກັບພຣະອົງ. ພຣະອົງປະທານອາຫານ ແລະ ເຄື່ອງດື່ມໃຫ້ຢ່າງອຸດົມສົມບູນ. ຊີວິດ, ຄຳເວົ້າ, ການກະທຳ, ຄວາມຄິດ, ແນວຄວາມຄິດ ນັ້ນກໍຄືແສງສະຫວ່າງທີ່ມີສະຫງ່າລາສີຂອງພຣະອົງໄດ້ສ່ອງແສງໃຫ້ແກ່ພວກມັນທັງໝົດ. ພຣະອົງນຳພາທຸກບາດກ້າວໃນຫົນທາງ ແລະ ການພິພາກສາຂອງພຣະອົງນັ້ນເກີດຂຶ້ນກັບຫົວໃຈໃດກໍຕາມທີ່ກະບົດຢ່າງທັນທີທັນໃດ.

ກິນ, ຢູ່ຮ່ວມກັນ ແລະ ດຳລົງຊີວິດຮ່ວມກັບພຣະເຈົ້າ, ຢູ່ຮ່ວມກັບພຣະອົງ, ຍ່າງຮ່ວມກັນ, ມີຄວາມສຸກຮ່ວມກັນ, ໄດ້ຮັບສະຫງ່າລາສີ ແລະ ພອນຮ່ວມກັນ, ຮ່ວມໃນຄວາມເປັນກະສັດກັບພຣະອົງ ແລະ ດຳລົງຢູ່ຮ່ວມກັນໃນອານາຈັກ, ໂອ ມັນຊ່າງເປັນຄວາມສຸກ! ໂອ ມັນຊ່າງຫວານຊື່ນແທ້! ພວກເຂົາຢູ່ຊ່ອງໜ້າກັບພຣະອົງທຸກໆມື້, ເວົ້າຈາກັບພຣະອົງທຸກໆວັນ ແລະ ລົມຢ່າງສະໝໍ່າສະເໝີ ແລະ ໄດ້ຮັບການສ່ອງສະຫວ່າງອັນໃໝ່ ແລະ ຄວາມເຂົ້າໃຈໃໝ່ທຸກໆມື້. ດວງຕາຝ່າຍວິນຍານຂອງພວກເຮົາໄດ້ຖືກເປີດອອກ ແລະ ພວກເຮົາເຫັນທຸກສິ່ງ; ຄວາມເລິກລັບທັງໝົດຂອງວິນຍານໄດ້ຖືກເປີດເຜີຍໃຫ້ແກ່ພວກເຮົາ. ຊີວິດທີ່ບໍລິສຸດນັ້ນໄຮ້ກັງວົນແທ້ໆ; ແລ່ນໄວ ແລະ ບໍ່ຢຸດເຊົາ ແລະ ເຄື່ອນໄປຂ້າງໜ້າຢ່າງຕໍ່ເນື່ອງ, ມີຊີວິດທີ່ໜ້າອັດສະຈັນໃຈຫຼາຍກວ່າຢູ່ຂ້າງໜ້າ. ຢູ່ພໍໃຈກັບລົດຊາດຫວານພຽງຢ່າງດຽວ; ຈົ່ງສະແຫວງຫາຢ່າງຕໍ່ເນື່ອງເພື່ອເຂົ້າຫາພຣະເຈົ້າ. ພຣະອົງຄວບຄຸມທຸກສິ່ງ ແລະ ອຸດົມສົມບູນ ແລະ ມີທຸກປະເພດຂອງສິ່ງຕ່າງໆທີ່ພວກເຂົາຂາດເຂີນ. ຈົ່ງຮ່ວມມືຢ່າງຫ້າວຫັນ ແລະ ເຂົ້າຫາພຣະອົງ ແລະ ຈະບໍ່ມີຫຍັງເປັນຄືເກົ່າອີກເລີຍ. ຊີວິດຂອງພວກເຮົາຈະເໜືອກວ່າສິ່ງອື່ນໃດ ແລະ ບໍ່ມີຄົນໃດ, ເລື່ອງໃດ ຫຼື ສິ່ງໃດຈະສາມາດລົບກວນພວກເຮົາໄດ້.

ຍອດຍ້ຽມ! ຍອດຍ້ຽມ! ຄວາມຍອດຢ້ຽມທີ່ແທ້ຈິງ! ຊີວິດທີ່ຍອດຢ້ຽມຂອງພຣະເຈົ້າຢູ່ພາຍໃນ ແລະ ທຸກສິ່ງໄດ້ຜ່ອນຄາຍຢ່າງແທ້ຈິງ! ພວກເຮົາຂ້າມຜ່ານໂລກ ແລະ ສິ່ງຕ່າງໆໃນໂລກ, ບໍ່ຮູ້ສຶກຜູກພັນກັບສາມີ ຫຼື ລູກໆ. ພວກເຮົາຂ້າມຜ່ານການຄວບຄຸມຂອງຄວາມເຈັບປ່ວຍ ແລະ ສະພາບແວດລ້ອມ. ຊາຕານບໍ່ກ້າທີ່ຈະລົບກວນພວກເຮົາ. ພວກເຮົາຂ້າມຜ່ານໄພພິບັດທັງໝົດຢ່າງສິ້ນເຊີງ. ນີ້ເປັນການອະນຸຍາດໃຫ້ພຣະເຈົ້າຮັບເອົາຄວາມເປັນກະສັດ! ພວກເຮົາຢຽບຢ່ຳຊາຕານລົງໃຕ້ຕີນ, ຢືນເປັນພະຍານໃຫ້ແກ່ຄຣິສຕະຈັກ ແລະ ເປີດໂປງໃບໜ້າທີ່ຂີ້ຮ້າຍຂອງຊາຕານຢ່າງທົ່ວເຖິງ. ການກໍ່ສ້າງຄຣິສຕະຈັກແມ່ນຢູ່ໃນພຣະຄຣິດ ແລະ ຮ່າງກາຍທີ່ມີສະຫງ່າລາສີກໍໄດ້ໂຜ່ຂຶ້ນ, ນີ້ແມ່ນການດຳລົງຊີວິດຢູ່ໃນຄວາມປາບປື້ມໃຈ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 15

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 53)

ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະບິດານິລັນດອນ, ເຈົ້າຊາຍແຫ່ງສັນຕິສຸກ, ພຣະເຈົ້າຂອງພວກເຮົາແມ່ນກະສັດ! ພຣະເຈົ້າອົງຊົງລິດທານຸພາບສູງສຸດວາງຕີນຂອງພຣະອົງລົງເທິງພູເຂົາໝາກກອກເທດ. ມັນຊ່າງສວຍງາມ! ຈົ່ງຟັງ! ພວກເຮົາທີ່ເປັນຜູ້ເຝົ້າຍາມໄດ້ສົ່ງສຽງຂອງພວກເຮົາດັງຂຶ້ນ; ດ້ວຍສຽງຂອງພວກເຮົາ, ພວກເຮົາຮ້ອງເພງຮ່ວມກັນ, ຍ້ອນພຣະເຈົ້າໄດ້ກັບຄືນສູ່ຊີໂອນ. ພວກເຮົາເຫັນດ້ວຍຕາຂອງພວກເຮົາເຖິງການຮົກຮ້າງຂອງເຢຣູຊາເລັມ. ຈົ່ງຮ້ອງຂຶ້ນດ້ວຍສຽງແຫ່ງຄວາມປິຕິຍິນດີ ແລະ ຮ້ອງຢ່າງພ້ອມພຽງກັນ, ຍ້ອນພຣະເຈົ້າໄດ້ນໍາຄວາມສະບາຍມາໃຫ້ພວກເຮົາ ແລະ ໄດ້ໄຖ່ເຢຣູຊາເລັມ. ພຣະເຈົ້າໄດ້ເປີດແຂນອັນບໍລິສຸດຂອງພຣະອົງຕໍ່ສາຍຕາຂອງບັນດາປະຊາຊາດ, ຕົວຕົນທີ່ແທ້ຈິງຂອງພຣະເຈົ້າໄດ້ປາກົດຂຶ້ນແລ້ວ! ທຸກແຈມຸມຂອງໂລກໄດ້ເຫັນເຖິງຄວາມລອດພົ້ນຂອງພຣະເຈົ້າຂອງພວກເຮົາ.

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະວິນຍານທັງເຈັດໄດ້ອອກຈາກບັນລັງຂອງພຣະອົງໄປທົ່ວທຸກຄຣິສຕະຈັກເພື່ອເປີດເຜີຍຄວາມເລິກລັບຂອງພຣະອົງ. ເມື່ອນັ່ງເທິງບັນລັງແຫ່ງສະຫງ່າລາສີຂອງພຣະອົງ, ພຣະອົງຄຸ້ມຄອງອານາຈັກຂອງພຣະອົງ ແລະ ເຮັດໃຫ້ມັນເຂັ້ມແຂງ ແລະ ໝັ້ນຄົງດ້ວຍຄວາມຍຸຕິທຳ ແລະ ຄວາມຊອບທຳ ແລະ ພຣະອົງໄດ້ເອົາຊະນະບັນດາປະຊາຊາດຕໍ່ໜ້າພຣະອົງ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະອົງໄດ້ແກ້ສາຍຮັດແອວຂອງກະສັດ, ພຣະອົງໄດ້ເຮັດໃຫ້ປະຕູເມືອງເປີດກວ້າງອອກຕໍ່ໜ້າພຣະອົງ, ບໍ່ອັດອີກຈັກເທື່ອ. ຍ້ອນແສງສະຫວ່າງຂອງພຣະອົງໄດ້ມາ ແລະ ສະຫງ່າລາສີຂອງພຣະອົງປາກົດຂຶ້ນ ແລະ ສ່ອງແສງດ້ວຍລັດສະໝີຂອງມັນ. ຄວາມມືດມົວປົກຄຸມແຜ່ນດິນໂລກ ແລະ ຄວາມມືດມົວທີ່ໜາທຶບປົກຄຸມເໜືອຜູ້ຄົນ. ໂອ ພຣະເຈົ້າ! ເຖິງຢ່າງໃດກໍຕາມ ພຣະອົງໄດ້ປາກົດ ແລະ ສ່ອງແສງສະຫວ່າງຂອງພຣະອົງໃຫ້ແກ່ພວກຂ້ານ້ອຍ ແລະ ສະຫງ່າລາສີຂອງພຣະອົງຈະປາກົດເຫັນໃນພວກຂ້ານ້ອຍ; ບັນດາປະຊາຊາດຈະມາສູ່ແສງສະຫວ່າງຂອງພຣະອົງ ແລະ ກະສັດຈະມາສູ່ລັດສະໝີຂອງພຣະອົງ. ພຣະອົງຍົກສາຍຕາຂອງພຣະອົງ ແລະ ເບິ່ງໄປອ້ອມຮອບ: ລູກຊາຍຂອງພຣະອົງເຕົ້າໂຮມກັນຕໍ່ໜ້າພຣະອົງ ແລະ ພວກເຂົາໄດ້ມາແຕ່ທາງໄກ; ລູກສາວຂອງພຣະອົງຖືກອູ້ມໃນແຂນ. ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງໄດ້ຈັບພວກຂ້ານ້ອຍໄວ້; ເປັນພຣະອົງທີ່ນໍາພາພວກຂ້ານ້ອຍໄປຂ້າງໜ້າໃນຫົນທາງສູ່ອານາຈັກຂອງພຣະອົງ ແລະ ເປັນພຣະທຳອັນບໍລິສຸດຂອງພຣະອົງທີ່ຊືມຜ່ານພວກຂ້ານ້ອຍ.

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກຂ້ານ້ອຍຂອບພຣະຄຸນພຣະອົງ ແລະ ພວກຂ້ານ້ອຍສັນລະເສີນພຣະອົງ! ໃຫ້ພວກຂ້ານ້ອຍເຊີດຊູພຣະອົງ, ເປັນພະຍານໃຫ້ແກ່ພຣະອົງ, ຍົກຍ້ອງສັນລະເສີນພຣະອົງ ແລະ ຮ້ອງຫາພຣະອົງດ້ວຍຫົວໃຈທີ່ຈິງໃຈ, ສະຫງົບ ແລະ ອຸທິດຕົນ. ໃຫ້ພວກຂ້ານ້ອຍມີພຽງຈິດໃຈດຽວກັນ ແລະ ຖືກສ້າງພ້ອມກັນ ແລະ ໃຫ້ພຣະອົງເຮັດໃຫ້ພວກຂ້ານ້ອຍກາຍເປັນຄົນທີ່ພໍໃຈພຣະອົງໃນໄວໆ, ຖືກໃຊ້ໂດຍພຣະອົງ. ປາຖະໜາໃຫ້ຄວາມປະສົງຂອງພຣະອົງຖືກປະຕິບັດ ໂດຍບໍ່ມີການຂັດຂວາງເທິງແຜ່ນດິນໂລກ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 25

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 54)

ພຣະເຈົ້າອົງຊົງລິດທານຸພາບສູງສຸດນັ້ນມີອຳນາດໃນທຸກສິ່ງ, ບັນລຸທຸກຢ່າງ ແລະ ເປັນພຣະເຈົ້າທີ່ແທ້ຈິງຢ່າງສົມບູນ! ພຣະອົງບໍ່ພຽງແຕ່ຖືດວງດາວທັງເຈັດໄວ້, ໄດ້ຮັບປະທານດ້ວຍພຣະວິນຍານທັງເຈັດ, ມີຕາເຈັດໜ່ວຍ, ເປີດກາປະທັບທັງເຈັດອອກ ແລະ ເປີດໜັງສືມ້ວນອອກເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ, ພຣະອົງຄຸ້ມຄອງໄພພິບັດທັງເຈັດ ແລະ ຖ້ວຍທັງເຈັດ ແລະ ເປີດເຜີຍໃຫ້ເຫັນສຽງຟ້າຮ້ອງທັງເຈັດ. ດົນນານມາແລ້ວ ພຣະອົງໄດ້ເປົ່າແກທັງເຈັດເຊັ່ນກັນ! ທຸກສິ່ງທີ່ພຣະອົງສ້າງ ແລະ ເຮັດໃຫ້ສົມບູນຄວນສັນລະເສີນພຣະອົງ, ມອບສະຫງ່າລາສີໃຫ້ແກ່ພຣະອົງ ແລະ ເຊີດຊູບັນລັງຂອງພຣະອົງ. ໂອ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພຣະອົງຄືທຸກສິ່ງ. ພຣະອົງໄດ້ເຮັດໃຫ້ທຸກສິ່ງສຳເລັດໄປ ແລະ ດ້ວຍພຣະອົງ ທຸກສິ່ງສົມບູນ, ສົດໃສ, ຖືກປົດປ່ອຍ, ເປັນອິດສະຫຼະ, ແຂງແຮງ ແລະ ມີອຳນາດ! ບໍ່ມີຫຍັງທີ່ລີ້ລັບ ຫຼື ຖືກປິດບັງໄວ້ເລີຍ; ດ້ວຍພຣະອົງ, ຄວາມລຶກລັບທັງໝົດໄດ້ຖືກເປີດເຜີຍ. ຍິ່ງໄປກວ່ານັ້ນ, ພຣະອົງໄດ້ພິພາກສາສັດຕູຂອງພຣະອົງຈຳນວນຫຼວງຫຼາຍ, ພຣະອົງເປີດເຜີຍຄວາມສະຫງ່າຜ່າເຜີຍຂອງພຣະອົງ, ສຳແດງໄຟທີ່ລຸກໄໝ້ຂອງພຣະອົງ, ພຣະອົງສະແດງຄວາມໂກດຮ້າຍຂອງພຣະອົງ ແລະ ຫຼາຍໄປກວ່ານັ້ນ ແມ່ນພຣະອົງຊົງສຳແດງສະຫງ່າລາສີທີ່ບໍ່ເຄີຍມີມາກ່ອນ, ເປັນນິລັນດອນ ແລະ ບໍ່ສິ້ນສຸດເດັດຂາດ! ທຸກຄົນຄວນຕື່ນຂຶ້ນມາໂຮຮ້ອງ ແລະ ຮ້ອງເພງຢ່າງທົ່ວເຖິງ, ຍ້ອງຍໍພຣະເຈົ້າອົງຊົງລິດທານຸພາບສູງສຸດອົງນີ້ທີ່ແທ້ຈິງຢ່າງສົມບູນ, ມີຊີວິດໃນທຸກສິ່ງ, ອຸດົມສົມບູນ, ມີສະຫງ່າລາສີ ແລະ ເປັນຈິງ ຜູ້ເຊິ່ງເປັນຢູ່ຕະຫຼອດນິລັນດອນ. ບັນລັງຂອງພຣະອົງຄວນໄດ້ຮັບການຍົກຍ້ອງຢ່າງຕໍ່ເນື່ອງ, ນາມອັນບໍລິສຸດຂອງພຣະອົງຄວນໄດ້ຮັບການຍ້ອງຍໍ ແລະ ມີສະຫງ່າລາສີ. ນີ້ແມ່ນຄວາມປະສົງນິລັນດອນຂອງເຮົາ ນັ້ນກໍຄືຂອງພຣະເຈົ້າ ແລະ ແມ່ນພອນທີ່ບໍ່ສິ້ນສຸດທີ່ພຣະອົງເປີດເຜີຍ ແລະ ປະທານໃຫ້ແກ່ພວກເຮົາ! ມີໃຜແດ່ໃນພວກເຮົາທີ່ບໍ່ໄດ້ສືບທອດມັນ? ເພື່ອສືບທອດພອນຂອງພຣະເຈົ້າ, ຄົນໆໜຶ່ງຕ້ອງຍົກຍ້ອງນາມອັນບໍລິສຸດຂອງພຣະອົງ ແລະ ມາອ້ອມລ້ອມບັນລັງຂອງພຣະອົງດ້ວຍການນະມັດສະການ. ທຸກຄົນທີ່ມາຫາພຣະອົງດ້ວຍແຮງຈູງໃຈອື່ນ ແລະ ເຈດຕະນາອື່ນຈະຖືກດັບສູນໄປດ້ວຍໄຟທີ່ລຸກໄໝ້ຂອງພຣະອົງ. ມື້ນີ້ແມ່ນມື້ທີ່ສັດຕູຂອງພຣະອົງຈະຖືກພິພາກສາ ແລະ ແມ່ນໃນມື້ນີ້ເຊັ່ນກັນທີ່ພວກເຈົ້າຈະພິນາດໄປ. ຍິ່ງໄປກວ່ານັ້ນ, ນັ້ນຍັງເປັນມື້ທີ່ເຮົາ ຜູ້ເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດຈະຖືກເປີດເຜີຍ ແລະ ເປັນມື້ທີ່ເຮົາຈະໄດ້ຮັບສະຫງ່າລາສີ ແລະ ກຽດຕິສັກ. ໂອ ຄົນທັງຫຼາຍເອີຍ! ຈົ່ງລຸກຂຶ້ນໂດຍໄວເພື່ອຍົກຍ້ອງ ແລະ ຕ້ອນຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ທີ່ສົ່ງຄວາມຮັກຄວາມເມດຕາໃຫ້ແກ່ພວກເຮົາແຕ່ອະດີດຕະການຈົນເຖິງນິລັນດອນ, ນໍາໃຊ້ຄວາມລອດພົ້ນ ແລະ ປະທານພອນໃຫ້ແກ່ພວກເຮົາ, ເຮັດໃຫ້ລູກຊາຍຂອງພຣະອົງສົມບູນ ແລະ ບັນລຸອານາຈັກຂອງພຣະອົງໄດ້ສຳເລັດ! ນີ້ແມ່ນການກະທຳອັນໜ້າອັດສະຈັນຂອງພຣະເຈົ້າ! ນີ້ແມ່ນການກຳນົດໄວ້ລ່ວງໜ້າ ແລະ ການຈັດແຈງນິລັນດອນຂອງພຣະເຈົ້າ ທີ່ພຣະອົງເອງໄດ້ມາເພື່ອຊ່ວຍພວກເຮົາໃຫ້ລອດພົ້ນ, ເພື່ອເຮັດໃຫ້ພວກເຮົາສົມບູນ ແລະ ເພື່ອນຳພວກເຮົາສູ່ຄວາມສະຫງ່າລາສີ.

ທຸກຄົນທີ່ບໍ່ລຸກຂຶ້ນ ແລະ ເປັນພະຍານແມ່ນບັນພະບຸລຸດຂອງຄົນຕາບອດ ແລະ ກະສັດແຫ່ງຄວາມບໍ່ຮູ້. ພວກເຂົາຈະກາຍເປັນຄົນໂງ່ຊົ່ວນິລັນດອນ, ເປັນຄົນໂງ່ຈ້າຕະຫຼອດການ; ຄົນຕາຍທີ່ຕາບອດຕະຫຼອດນິລັນດອນ. ດ້ວຍເຫດນີ້ ວິນຍານຂອງພວກເຮົາຈຶ່ງຄວນຕື່ນຂຶ້ນ! ທຸກຄົນຄວນລຸກຂຶ້ນ! ໂຮຮ້ອງ, ສັນລະເສີນ ແລະ ຍົກຍ້ອງຢ່າງບໍ່ສິ້ນສຸດຕໍ່ກະສັດແຫ່ງສະຫງ່າລາສີ, ພຣະບິດາແຫ່ງຄວາມເມດຕາ, ພຣະບຸດແຫ່ງການໄຖ່ບາບ, ພຣະວິນຍານທີ່ອຸດົມສົມບູນທັງເຈັດ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ນຳໄຟທີ່ລຸກໄໝ້ອັນສະຫງ່າຜ່າເຜີຍ ແລະ ການພິພາກສາອັນຊອບທຳມາ ແລະ ຜູ້ທີ່ພຽງພໍ, ອຸດົມສົມບູນ, ມີລິດທານຸພາບສູງສຸດ ແລະ ສົມບູນຢ່າງເຕັມທີ່. ບັນລັງຂອງພຣະອົງຈະຖືກຍົກຍ້ອງຕະຫຼອດໄປ! ທຸກຄົນຄວນເຫັນວ່ານີ້ແມ່ນສະຕິປັນຍາຂອງພຣະເຈົ້າ; ມັນແມ່ນເສັ້ນທາງທີ່ອັດສະຈັນຂອງພຣະອົງສູ່ຄວາມລອດພົ້ນ ແລະ ການບັນລຸຄວາມປະສົງທີ່ມີສະຫງ່າລາສີຂອງພຣະອົງ. ຖ້າພວກເຮົາບໍ່ລຸກຂຶ້ນ ແລະ ເປັນພະຍານ, ແລ້ວຫຼັງຈາກທີ່ຊ່ວງເວລາຜ່ານໄປ ຈະບໍ່ມີການຍ້ອນກັບ. ບໍ່ວ່າພວກເຮົາຈະໄດ້ຮັບພອນ ຫຼື ຄວາມໂຊກຮ້າຍແມ່ນຖືກກຳນົດໃນຂັ້ນຕອນປັດຈຸບັນຂອງການເດີນທາງຂອງພວກເຮົາ, ອີງຕາມສິ່ງທີ່ພວກເຮົາເຮັດ, ສິ່ງທີ່ພວກເຮົາຄິດ ແລະ ສິ່ງທີ່ພວກເຮົາກຳລັງດຳລົງຊີວິດຢູ່ໃນຕອນນີ້. ພວກເຈົ້າຄວນປະພຶດແນວໃດ? ໃຫ້ເປັນພະຍານ ແລະ ຍ້ອງຍໍພຣະເຈົ້າຕະຫຼອດໄປ; ຍ້ອງຍໍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າທີ່ນິລັນດອນ, ເປັນເອກະລັກ ແລະ ແທ້ຈິງ!

ນັບແຕ່ນີ້ໄປ, ເຈົ້າຄວນເຫັນຢ່າງຊັດເຈນວ່າ ທຸກຄົນທີ່ບໍ່ເປັນພະຍານໃຫ້ແກ່ພຣະເຈົ້າ ນັ້ນກໍຄື ຜູ້ທີ່ບໍ່ເປັນພະຍານໃຫ້ແກ່ພຣະເຈົ້ານີ້ທີ່ເປັນເອກະລັກ ແລະ ແທ້ຈິງ ພ້ອມທັງບັນດາຜູ້ທີ່ມີຄວາມສົງໄສກ່ຽວກັບພຣະອົງ, ພວກເຂົາທັງໝົດລ້ວນແລ້ວແຕ່ເຈັບປ່ວຍ ແລະ ຕາຍ ແລະ ເປັນຜູ້ທີ່ທ້າທາຍພຣະເຈົ້າ! ພຣະທຳຂອງພຣະເຈົ້າໄດ້ຖືກພິສູດແລ້ວຕັ້ງແຕ່ສະໄໝບູຮານ; ທຸກຄົນທີ່ບໍ່ຮ່ວມຢູ່ກັບເຮົາກໍເຮັດໃຫ້ແຕກຊະຊາຍໄປ ແລະ ຜູ້ທີ່ບໍ່ຢູ່ກັບເຮົາກໍຕໍ່ສູ້ເຮົາ; ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້ເຊິ່ງຖືກສະຫຼັກໄວ້ຢູ່ໃນຫີນ! ບັນດາຜູ້ທີ່ບໍ່ເປັນພະຍານໃຫ້ພຣະເຈົ້າແມ່ນລູກນ້ອງຂອງຊາຕານ. ຄົນດັ່ງກ່າວໄດ້ມາເພື່ອລົບກວນ ແລະ ຫຼອກລວງລູກໆຂອງພຣະເຈົ້າ ແລະ ເພື່ອຂັດຂວາງການຄຸ້ມຄອງຂອງພຣະອົງ; ພວກເຂົາຕ້ອງຖືກລົງດາບ! ທຸກຄົນທີ່ສະແດງເຈດຕະນາທີ່ດີກໍສະແຫວງຫາຄວາມພິນາດຂອງພວກເຂົາເອງ. ເຈົ້າຄວນຟັງ ແລະ ເຊື່ອພຣະຄຳຂອງພຣະວິນຍານຂອງພຣະເຈົ້າ, ຍ່າງຕາມເສັ້ນທາງຂອງພຣະວິນຍານຂອງພຣະເຈົ້າ ແລະ ດຳລົງຊີວິດຕາມພຣະທຳຂອງພຣະວິນຍານຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຄວນຍົກຍ້ອງບັນລັງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈົນເຖິງເວລາສຸດທ້າຍ!

ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າຂອງພຣະວິນຍານທັງເຈັດ! ພຣະອົງຍັງເປັນພຣະເຈົ້າຂອງດວງຕາທັງເຈັດ ແລະ ດວງດາວທັງເຈັດດ້ວຍ; ພຣະອົງເປີດກາປະທັບທັງເຈັດອອກ ແລະ ໜັງສືມ້ວນທັງໝົດໄດ້ຖືກມາຍອອກໂດຍພຣະອົງ! ພຣະອົງໄດ້ເປົ່າແກທັງເຈັດ ແລະ ຖ້ວຍທັງເຈັດ ແລະ ໄພພິບັດທັງເຈັດກໍຢູ່ໃນກຳມືຂອງພຣະອົງ ເພື່ອຈະໄດ້ຮັບການປົດປ່ອຍຕາມຄວາມປະສົງຂອງພຣະອົງ. ໂອ, ສຽງຟ້າຮ້ອງທັງເຈັດທີ່ຖືກປິດຕາຍມາຢູ່ສະເໝີ! ເວລາທີ່ຈະເປີດເຜີຍພວກມັນໄດ້ມາເຖິງແລ້ວ! ພຣະອົງຜູ້ຈະເຮັດໃຫ້ເກີດສຽງຟ້າຮ້ອງທັງເຈັດໄດ້ປາກົດຕົວຢູ່ຕໍ່ຕາພວກເຮົາແລ້ວ!

ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ດ້ວຍພຣະອົງ, ທຸກຄົນໄດ້ຖືກປົດປ່ອຍ ແລະ ເປັນອິດສະຫຼະ; ບໍ່ມີຄວາມຫຍຸ້ງຍາກ ແລະ ທຸກສິ່ງເປັນໄປຢ່າງລາບລື້ນ! ບໍ່ມີຫຍັງກ້າຂັດຂວາງ ຫຼື ກີດກັນພຣະອົງ ແລະ ທຸກສິ່ງຍອມຢູ່ຕໍ່ໜ້າພຣະອົງ. ຜູ້ໃດທີ່ບໍ່ຍອມຈະຕ້ອງຕາຍ!

ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະເຈົ້າທີ່ມີດວງຕາເຈັດດວງ! ທັງໝົດຊັດເຈນຢ່າງສົມບູນ, ທັງໝົດສະຫວ່າງ ແລະ ບໍ່ໄດ້ຖືກປິດບັງໄວ້ ແລະ ທັງໝົດຖືກເປີດເຜີຍ ແລະ ເປີດອອກ. ດ້ວຍພຣະອົງ, ທັງໝົດຊັດເຈນຢ່າງແຈ່ມແຈ້ງ ແລະ ບໍ່ແມ່ນແຕ່ພຣະເຈົ້າເອງທີ່ເປັນເຊັ່ນນີ້, ແຕ່ລູກຊາຍຂອງພຣະອົງກໍເປັນແບບນີ້ເຊັ່ນກັນ. ບໍ່ມີໃຜ, ບໍ່ມີສິ່ງໃດ ແລະ ບໍ່ມີເລື່ອງໃດສາມາດຖືກປິດບັງໄວ້ຕໍ່ໜ້າພຣະອົງ ແລະ ລູກຊາຍຂອງພຣະອົງ!

ດວງດາວທັງເຈັດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດນັ້ນແຈ້ງສະຫວ່າງ! ຄຣິສຕະຈັກໄດ້ຖືກເຮັດໃຫ້ສົມບູນໂດຍພຣະອົງ; ພຣະອົງຈັດຕັ້ງຜູ້ສົ່ງຂ່າວຄຣິສຕະຈັກຂອງພຣະອົງ ແລະ ຄຣິສຕະຈັກທັງໝົດກໍຢູ່ພາຍໃນການຈັດຫາໃຫ້ຂອງພຣະອົງ. ພຣະອົງເປີດກາປະທັບທັງເຈັດອອກ ແລະ ພຣະອົງເອງນຳເອົາແຜນການຄຸ້ມຄອງຂອງພຣະອົງ ແລະ ຄວາມປະສົງຂອງພຣະອົງໄປສູ່ຄວາມສຳເລັດ. ໜັງສືມ້ວນແມ່ນພາສາທາງແຫ່ງການຄຸ້ມຄອງຝ່າຍວິນຍານທີ່ລຶກລັບຂອງພຣະອົງ ແລະ ໄດ້ຖືກມາຍອອກ ແລະ ເປີດເຜີຍໂດຍພຣະອົງ!

ທຸກຄົນຄວນຟັງສຽງແກທັງເຈັດທີ່ດັງກ້ອງຂອງພຣະອົງ. ດ້ວຍພຣະອົງ, ທັງໝົດເປັນທີ່ຮູ້ຈັກ, ບໍ່ລີ້ລັບອີກຈັກເທື່ອ ແລະ ບໍ່ມີຄວາມໂສກເສົ້າອີກຕໍ່ໄປ. ທັງໝົດໄດ້ຖືກເປີດເຜີຍ ແລະ ທັງໝົດໄດ້ຮັບໄຊຊະນະ!

ແກທັງເຈັດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດນັ້ນແມ່ນແກທີ່ເປີດເຜີຍ, ມີສະຫງ່າລາສີ ແລະ ມີໄຊຊະນະ! ພວກມັນຍັງເປັນແກທີ່ພິພາກສາພວກສັດຕູຂອງພຣະອົງ! ໃນທ່າມກາງໄຊຊະນະຂອງພຣະອົງ, ແກເຂົາສັດຂອງພຣະອົງໄດ້ຮັບການຍົກຍ້ອງ! ພຣະອົງປົກຄອງເໜືອຈັກກະວານທັງໝົດ!

ພຣະອົງໄດ້ກະກຽມໄພພິບັດທັງເຈັດຖ້ວຍ, ພວກສັດຕູຂອງພຣະອົງໄດ້ຖືກຕັ້ງເປົ້າ ແລະ ພວກເຂົາຖືກປ່ອຍອອກມາໃນກະແສນ້ຳທີ່ແຮງ ແລະ ສັດຕູເຫຼົ່ານັ້ນຈະຖືກກືນກິນຢູ່ໃນແປວໄຟຂອງໄຟທີ່ລຸກໄໝ້ຂອງພຣະອົງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດສຳແດງລິດເດດສິດອຳນາດຂອງພຣະອົງ ແລະ ພວກສັດຕູທັງໝົດຂອງພຣະອົງກໍພິນາດໄປ. ສຽງຟ້າຮ້ອງທັງເຈັດສຸດທ້າຍຈະບໍ່ຖືກປິດຜະລຶກໄວ້ຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດອີກຕໍ່ໄປ; ພວກມັນທັງໝົດໄດ້ຖືກເປີດເຜີຍ! ພວກມັນທັງໝົດໄດ້ຖືກເປີດເຜີຍ! ພຣະອົງຂ້າສັດຕູຂອງພຣະອົງໃຫ້ຕາຍດ້ວຍສຽງຟ້າຮ້ອງທັງເຈັດ, ເຮັດໃຫ້ໂລກມີສະຖຽນລະພາບ ແລະ ເຮັດໃຫ້ມັນຮັບໃຊ້ພຣະອົງ, ບໍ່ຕ້ອງເສຍເປົ່າອີກຕໍ່ໄປ!

ພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ຊອບທຳ! ພວກຂ້ານ້ອຍຂໍຍ້ອງຍໍພຣະອົງຕະຫຼອດໄປ! ພຣະອົງສົມຄວນໄດ້ຮັບການສັນລະເສີນຢ່າງບໍ່ຢຸດຢັ້ງ ແລະ ການໂຮຮ້ອງ ແລະ ການຍົກຍ້ອງຊົ່ວນິລັນດອນ! ສຽງຟ້າຮ້ອງທັງເຈັດຂອງພຣະອົງບໍ່ພຽງແຕ່ຖືກໃຊ້ສຳລັບການພິພາກສາຂອງພຣະອົງ, ແຕ່ຫຼາຍໄປກວ່ານັ້ນແມ່ນຖືກໃຊ້ເພື່ອສະຫງ່າລາສີ ແລະ ສິດອຳນາດຂອງພຣະອົງ ເພື່ອເຮັດໃຫ້ທຸກສິ່ງສຳເລັດໄປ!

ທຸກຄົນສະເຫຼີມສະຫຼອງຕໍ່ໜ້າພຣະບັນລັງ, ຍົກຍ້ອງ ແລະ ສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດຂອງຍຸກສຸດທ້າຍ! ສຽງຂອງພວກມັນເຮັດໃຫ້ຈັກກະວານທັງໝົດສັ່ນສະເທືອນຄືກັບສຽງຟ້າຮ້ອງ! ແນ່ນອນວ່າ ທຸກສິ່ງເປັນຢູ່ຍ້ອນພຣະອົງ ແລະ ເກີດຂຶ້ນກໍຍ້ອນພຣະອົງ. ໃຜກ້າທີ່ຈະບໍ່ຖືວ່າສະຫງ່າລາສີທັງໝົດ, ກຽດຕິສັກ, ສິດອຳນາດ, ສະຕິປັນຍາ, ຄວາມບໍລິສຸດ, ໄຊຊະນະ ແລະ ການເປີດເຜີຍທັງໝົດລ້ວນເປັນຂອງພຣະອົງ? ນີ້ແມ່ນຄວາມສຳເລັດຕາມຄວາມປະສົງຂອງພຣະອົງ ແລະ ມັນເປັນຄວາມສຳເລັດຄັ້ງສຸດທ້າຍຂອງສ້າງການຄຸ້ມຄອງຂອງພຣະອົງ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 34

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 55)

ສຽງຟ້າຮ້ອງທັງເຈັດອອກມາຈາກບັນລັງ, ສັ່ນສະເທືອນຈັກກະວານ, ພິກສະຫວັນ ແລະ ແຜ່ນດິນໂລກ ແລະ ດັງກ້ອງໄປທົ່ວທ້ອງຟ້າ! ສຽງທະລຸຫູ ແລະ ຜູ້ຄົນບໍ່ສາມາດໜີມັນພົ້ນ ຫຼື ພວກເຂົາບໍ່ສາມາດລີ້ຈາກມັນໄດ້. ຟ້າຮ້ອງ ແລະ ຟ້າຜ່າລະເບີດອອກມາ ແລະ ໃນທັນທີ ສະຫວັນ ແລະ ແຜ່ນດິນໂລກກໍປ່ຽນແປງໄປ ແລະ ຜູ້ຄົນກໍໃກ້ຈະຕາຍ. ຈາກນັ້ນ, ດ້ວຍຄວາມໄວດັ່ງຟ້າຜ່າ, ອາວະກາດທັງໝົດກໍຖືກປົກຄຸມດ້ວຍພາຍຸຝົນທີ່ຮຸນແຮງ ແລະ ຕົງລົງມາຈາກສະຫວັນ! ໃນມຸມທີ່ໄກທີ່ສຸດຂອງແຜ່ນດິນໂລກ, ມັນບໍ່ຍອມໃຫ້ມີຄາບເປື້ອນເນື່ອງຈາກວ່າມັນລ້າງທົ່ວແຕ່ຫົວຮອດຕີນຢ່າງທົ່ວເຖິງຄືກັບການອາບນ້ຳ; ບໍ່ມີຫຍັງສາມາດລີ້ລັບຈາກມັນໄດ້ ຫຼື ບໍ່ມີໃຜສາມາດຫຼີກໜີຈາກມັນໄດ້. ສຽງດັງກັງວານຂອງຟ້າຮ້ອງ ຄືກັບແສງມາບເຫຼື້ອມຂອງຟ້າຜ່າ, ເປັ່ງປະກາຍດ້ວຍແສງທີ່ເຍືອກເຢັນ ແລະ ເຮັດໃຫ້ມະນຸດສັ່ນເຊັນດ້ວຍຄວາມຢ້ານກົວ! ດາບສອງຄົມອັນແຫຼມຄົມຟາດລົງໃສ່ລູກຊາຍແຫ່ງການກະບົດ ແລະ ພວກສັດຕູກໍປະເຊີນກັບຄວາມຫາຍະນະ, ບໍ່ມີບ່ອນໃຫ້ລີ້; ພວກເຂົາມຶນງົງຢູ່ທ່າມກາງລົມ ແລະ ຝົນ ແລະ ໂຊເຊຈາກການພັດ, ພວກເຂົາຕາຍລົງທັນທີສູ່ນ້ຳທີ່ໄຫຼ ແລະ ກໍຖືກພັດລ້າງໄປ. ມີພຽງຄວາມຕາຍ ແລະ ບໍ່ມີທາງອື່ນໃຫ້ພວກເຂົາມີຊີວິດລອດ. ຟ້າຮ້ອງທັງເຈັດອອກຈາກເຮົາ ແລະ ຖ່າຍທອດເຈດຕະນາຂອງເຮົາ ເຊິ່ງແມ່ນເພື່ອໂຈມຕີພວກລູກຊາຍກົກຂອງອີຢິບ, ເພື່ອລົງໂທດຄົນຊົ່ວຮ້າຍ ແລະ ຊຳລະລ້າງຄຣິສຕະຈັກຂອງເຮົາໃຫ້ສະອາດ ເພື່ອວ່າທຸກຄົນອາດຈະມີຄວາມຜູກພັນເຊິ່ງກັນແລະກັນ, ປະຕິບັດຕົວເອງຢ່າງແທ້ຈິງ ແລະ ເປັນຈິດໜຶ່ງໃຈດຽວກັບເຮົາ ແລະ ເພື່ອໃຫ້ຄຣິສຕະຈັກທັງໝົດໃນຈັກກະວານຈະສາມາດຖືກສ້າງຂຶ້ນເປັນໜຶ່ງດຽວ. ນີ້ແມ່ນວັດຖຸປະສົງຂອງເຮົາ.

ສຽງຟ້າຮ້ອງດັງຂຶ້ນ ແລະ ສຽງຄວນຄາງກໍຕື່ນຂຶ້ນ. ບາງຄົນຕື່ນຈາກການຫຼັບໄຫຼຂອງຕົນ ແລະ ຕື່ນຕົກໃຈເປັນຢ່າງຍິ່ງ, ພວກເຂົາຄົ້ນຫາເລິກໆໃນຈິດວິນຍານຂອງພວກເຂົາ ແລະ ຟ້າວກັບໄປຢູ່ຕໍ່ໜ້າບັນລັງ. ພວກເຂົາຢຸດກົນອຸບາຍທີ່ປ່າເຖື່ອນ ແລະ ການກະທຳທີ່ໂຫດຮ້າຍທາລຸນຂອງພວກເຂົາ; ມັນຍັງບໍ່ຊ້າເກີນໄປສຳລັບຄົນເຊັ່ນນີ້ທີ່ຈະຕື່ນຂຶ້ນ. ເຮົາແນມເບິ່ງຈາກບັນລັງ. ເຮົາເບິ່ງເລິກເຂົ້າໄປໃນໃຈຂອງມະນຸດ. ເຮົາຊ່ວຍຜູ້ທີ່ປາຖະໜາເຮົາຢ່າງເອົາຈິງເອົາຈັງ ແລະ ຢ່າງແຮງກ້າໃຫ້ຮອດ ແລະ ເຮົາສົງສານພວກເຂົາ. ເຮົາຈະຊ່ວຍຜູ້ທີ່ຮັກເຮົາດ້ວຍໃຈຂອງພວກເຂົາໃຫ້ຫຼາຍກວ່າສິ່ງອື່ນໃດທັງໝົດຊົ່ວນິລັນດອນ, ຜູ້ທີ່ເຂົ້າໃຈຄວາມປະສົງຂອງເຮົາ ແລະ ຕິດຕາມເຮົາມາຈົນສຸດທາງ. ມືຂອງເຮົາຈະຈັບພວກເຂົາໄວ້ຢ່າງປອດໄພ ເພື່ອວ່າພວກເຂົາຈະບໍ່ຕ້ອງປະເຊີນກັບສາກນີ້ ແລະ ຈະບໍ່ມາສູ່ອັນຕະລາຍໃດໆ. ບາງຄົນ, ເມື່ອພວກເຂົາເຫັນພາບຟ້າແມບເຫຼື້ອມນີ້ ກໍມີຄວາມທຸກທີ່ອະທິບາຍບໍ່ໄດ້ຢູ່ໃນໃຈຂອງພວກເຂົາ ແລະ ຮູ້ສຶກເສຍໃຈຢ່າງສຸດຂີດ. ຖ້າພວກເຂົາຍັງຄົງປະພຶດຕົວໃນລັກສະນະນີ້, ມັນກໍຊ້າເກີນໄປສຳລັບພວກເຂົາ. ໂອ, ທຸກສິ່ງ ແລະ ທຸກຢ່າງເອີຍ! ມັນຈະສຳເລັດທັງໝົດ. ນີ້ກໍແມ່ນໜຶ່ງໃນວິທີການແຫ່ງຄວາມລອດພົ້ນຂອງເຮົາເຊັ່ນກັນ. ເຮົາຊ່ວຍຄົນທີ່ຮັກເຮົາໃຫ້ລອດພົ້ນ ແລະ ໂຈມຕີຄົນຊົ່ວຮ້າຍ, ເຮົາເຮັດໃຫ້ອານາຈັກຂອງເຮົາແນ່ວແນ່ ແລະ ໝັ້ນຄົງຢູ່ເທິງແຜ່ນດິນໂລກ ແລະ ເຮັດໃຫ້ທຸກຊົນຊາດ ແລະ ທຸກຄົນ, ທຸກສິ່ງໃນຈັກກະວານ ແລະ ຈົນສຸດແຜ່ນດິນໂລກຮູ້ວ່າ ເຮົາສະຫງ່າຜ່າເຜີຍ, ເຮົາແມ່ນໄຟທີ່ລຸກໄໝ້, ເຮົາແມ່ນພຣະເຈົ້າຜູ້ທີ່ຄົ້ນຫາຫົວໃຈທີ່ຢູ່ໃນສຸດຂອງມະນຸດທຸກຄົນ. ນັບແຕ່ເວລານີ້ເປັນຕົ້ນໄປ, ການພິພາກສາຂອງບັນລັງຂາວອັນຍິ່ງໃຫຍ່ໄດ້ຖືກເປີດເຜີຍຢ່າງເປີດກວ້າງແກ່ມວນຊົນ ແລະ ແກ່ທຸກຄົນ, ມັນຖືກປະກາດວ່າການພິພາກສາໄດ້ເລີ່ມຂຶ້ນແລ້ວ! ມັນຢູ່ເໜືອຄວາມສົງໄສວ່າ ທຸກຄົນທີ່ມີຄຳເວົ້າທີ່ບໍ່ຈິງໃຈ, ຜູ້ທີ່ສົງໄສ ແລະ ບໍ່ກ້າແນ່ໃຈ, ຜູ້ເສຍເວລາເຫຼົ່ານັ້ນທີ່ເຂົ້າໃຈຄວາມປາຖະໜາຂອງເຮົາ ແຕ່ບໍ່ເຕັມໃຈນຳພວກມັນໄປປະຕິບັດ, ພວກເຂົາທຸກຄົນຕ້ອງຖືກພິພາກສາ. ພວກເຈົ້າຕ້ອງເອົາໃຈໃສ່ກວດສອບເຈດຕະນາ ແລະ ແຮງຈູງໃຈຂອງພວກເຈົ້າເອງ ແລະ ເຂົ້າຮັບຕໍາແໜ່ງທີ່ເໝາະສົມຂອງເຈົ້າ; ຈົ່ງປະຕິບັດຕາມພຣະທຳຂອງເຮົາຢ່າງເອົາຈິງເອົາຈັງ, ເຫັນຄຸນຄ່າປະສົບການຊີວິດຂອງເຈົ້າ ແລະ ຢ່າກະທຳດ້ວຍຄວາມກະຕືລືລົ້ນພຽງຜິວເຜີນ ແຕ່ຈົ່ງເຮັດໃຫ້ຊີວິດຂອງເຈົ້າເຕີບໃຫຍ່, ເປັນຜູ້ໃຫຍ່, ໝັ້ນຄົງ ແລະ ມີປະສົບການ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເປັນຄົນທີ່ເປັນທີ່ພໍໃຈເຮົາ.

ຈົ່ງປະຕິເສດລູກສະໝຸນຂອງຊາຕານ ແລະ ວິນຍານຊົ່ວຮ້າຍທີ່ກໍ່ກວນ ແລະ ທຳລາຍສິ່ງທີ່ເຮົາສ້າງໂອກາດ ເພື່ອໃຊ້ປະໂຫຍດຈາກສິ່ງຕ່າງໆເພື່ອພວກມັນ. ພວກມັນຕ້ອງຖືກຈຳກັດຢ່າງເຂັ້ມງວດ ແລະ ຖືກຈຳກັດໄວ້; ພວກມັນສາມາດຖືກຈັດການໄດ້ດ້ວຍດາບອັນແຫຼມຄົມເທົ່ານັ້ນ. ຜູ້ທີ່ບໍ່ດີທີ່ສຸດຈະຕ້ອງຖືກຖອນຮາກອອກໃນທັນທີ ເພື່ອປ້ອງກັນບັນຫາໃນອະນາຄົດ. ແລ້ວຄຣິສຕະຈັກຈະຖືກເຮັດໃຫ້ສົມບູນ, ປາສະຈາກຄວາມຜິດປົກກະຕິທັງປວງ ແລະ ມັນຈະມີສຸຂະພາບດີ, ເຕັມໄປດ້ວຍກຳລັງ ແລະ ພະລັງ. ຫຼັງຈາກແສງຟ້າຜ່າ, ສຽງຟ້າຮ້ອງກໍດັງຂຶ້ນ. ເຈົ້າຕ້ອງບໍ່ລະເລີຍ ແລະ ເຈົ້າຕ້ອງບໍ່ຍອມແພ້, ແຕ່ເຮັດຈົນສຸດຄວາມສາມາດຂອງເຈົ້າເພື່ອນຳໃຫ້ທັນ ແລະ ເຈົ້າຈະສາມາດເຫັນສິ່ງທີ່ມືຂອງເຮົາເຮັດ, ສິ່ງທີ່ເຮົາໝາຍວ່າຈະໄດ້ຮັບ, ສິ່ງທີເຮົາໝາຍວ່າຈະປະຖິ້ມ, ສິ່ງທີ່ເຮົາໝາຍວ່າຈະເຮັດໃຫ້ສົມບູນ, ສິ່ງທີ່ເຮົາໝາຍວ່າຈະຖອນຮາກ, ສິ່ງທີ່ເຮົາໝາຍວ່າຈະໂຈມຕີຢ່າງແນ່ນອນ, ທັງໝົດນີ້ຈະປາກົດຕໍ່ຕາຂອງພວກເຈົ້າ, ເຮັດໃຫ້ພວກເຈົ້າເຫັນອຳນາດອັນໄພສານຂອງເຮົາຢ່າງຊັດເຈນ.

ສຽງຟ້າຮ້ອງທັງເຈັດດັງກ້ອງແຕ່ບັນລັງຈົນເຖິງຈັກກະວານ ແລະ ສຸດປາຍແຜ່ນດິນໂລກ. ຄົນກຸ່ມໃຫຍ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຈະຍອມຢູ່ຕໍ່ໜ້າບັນລັງຂອງເຮົາ. ຫຼັງຈາກແສງສະຫວ່າງແຫ່ງຊີວິດນີ້, ຜູ້ຄົນສະແຫວງຫາຫົນທາງທີ່ຈະເອົາຊີວິດລອດ ແລະ ບໍ່ສາມາດຊ່ວຍຫຍັງໄດ້ ນອກຈາກມາຫາເຮົາ, ຄຸເຂົ່າລົງນະມັດສະການ ແລະ ປາກຂອງພວກເຂົາຮ້ອງຫານາມຂອງອົງຊົງລິດທານຸພາບສູງສຸດ ພຣະເຈົ້າທີ່ແທ້ຈິງ ແລະ ສົ່ງສຽງອ້ອນວອນຂອງພວກເຂົາ. ແຕ່ບັນດາຜູ້ທີ່ຕໍ່ຕ້ານເຮົາ, ຜູ້ທີ່ເຮັດໃຫ້ຫົວໃຈຂອງຕົນແຂງກະດ້າງໄປ, ສຽງຟ້າຮ້ອງດັງກ້ອງຢູ່ໃນຫູຂອງພວກເຂົາ ແລະ ພວກເຂົາຕ້ອງພິນາດໄປຢ່າງບໍ່ຕ້ອງສົງໄສ. ນີ້ເປັນພຽງຜົນໄດ້ຮັບທີ່ຄອຍຖ້າພວກເຂົາ. ລູກຊາຍອັນເປັນທີ່ຮັກຂອງເຮົາຜູ້ທີ່ໄດ້ໄຊຊະນະຈະຢູ່ໃນຊີໂອນ ແລະ ທຸກຄົນຈະເຫັນສິ່ງທີ່ພວກເຂົາຈະໄດ້ຮັບ ແລະ ສະຫງ່າລາສີອັນຍິ່ງໃຫຍ່ຈະປາກົດຢູ່ຕໍ່ໜ້າພວກເຈົ້າ. ນີ້ຊ່າງເປັນພອນທີ່ຍິ່ງໃຫຍ່ແທ້ໆ ແລະ ມັນແມ່ນຄວາມຫວານທີ່ຍາກຈະບັນຍາຍ.

ສຽງດັງປ້ຽງຂອງຟ້າຮ້ອງທັງເຈັດທີ່ດັງອອກມາແມ່ນຄວາມລອດພົ້ນຂອງຜູ້ທີ່ຮັກເຮົາ, ຜູ້ທີ່ປາຖະໜາເຮົາດ້ວຍໃຈຈິງ. ຜູ້ທີ່ເປັນຂອງເຮົາ ແລະ ຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ຖືກເລືອກແມ່ນລ້ວນແລ້ວແຕ່ສາມາດຢູ່ພາຍໃຕ້ນາມຂອງເຮົາ. ພວກເຂົາສາມາດໄດ້ຍິນສຽງຂອງເຮົາ ເຊິ່ງແມ່ນພຣະເຈົ້າທີ່ຮຽກເອີ້ນພວກເຂົາ. ໃຫ້ຜູ້ທີ່ຢູ່ສຸດປາຍແຜ່ນດິນໂລກເຫັນວ່າເຮົາຊອບທຳ, ເຮົາຊື່ສັດ, ເຮົາມີຄວາມຮັກຄວາມເມດຕາ, ເຮົາມີຄວາມເຫັນອົກເຫັນໃຈ, ເຮົາສະຫງ່າຜ່າເຜີຍ, ເຮົາເປັນໄຟທີ່ລຸກໄໝ້ ແລະ ທ້າຍທີ່ສຸດ ເຮົາແມ່ນການພິພາກສາທີ່ໄຮ້ຄວາມເມດຕາ.

ໃຫ້ທຸກຄົນຢູ່ໃນໂລກເຫັນວ່າເຮົາແມ່ນພຣະເຈົ້າທີ່ແທ້ຈິງ ແລະ ສົມບູນແບບ. ມະນຸດທຸກຄົນເຊື່ອໝັ້ນຢ່າງເຕັມທີ່ ແລະ ບໍ່ມີໃຜກ້າຕໍ່ຕ້ານເຮົາອີກ ຫຼື ຕັດສິນເຮົາ ຫຼື ກ່າວຮ້າຍເຮົາອີກ. ບໍ່ດັ່ງນັ້ນ, ຄຳສາບແຊ່ງກໍຈະມາເຖິງພວກເຂົາທັນທີ ແລະ ໄພພິບັດກໍຈະເກີດຂຶ້ນກັບພວກເຂົາ. ພວກເຂົາເຮັດໄດ້ແຕ່ຮ້ອງໄຫ້ ແລະ ກັດແຂ້ວ, ໄດ້ນຳເອົາຄວາມພິນາດມາສູ່ຕົວພວກເຂົາເອງ.

ຈົ່ງໃຫ້ທຸກຄົນຮູ້, ໃຫ້ມັນເປັນທີ່ຮູ້ຈັກທົ່ວທັງຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກ, ໃນທຸກຄົວເຮືອນ ແລະ ໂດຍທຸກຄົນວ່າ: ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງແຕ່ອົງດຽວ. ທຸກຄົນຈະຄຸເຂົ່າລົງ ແລະ ນະມັດສະການເຮົາເທື່ອລະຄົນ ແລະ ແມ່ນແຕ່ເດັກນ້ອຍຜູ້ຫາກໍຮຽນເວົ້າຈະຮ້ອງອອກວ່າ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ”! ເຈົ້າໜ້າທີ່ເຫຼົ່ານັ້ນຜູ້ທີ່ມີອຳນາດຈະເຫັນດ້ວຍຕາຂອງພວກເຂົາເອງເຊັ່ນກັນວ່າພຣະເຈົ້າທີ່ແທ້ຈິງກຳລັງປາກົດຕົວຢູ່ຕໍ່ໜ້າພວກເຂົາ ແລະ ພວກເຂົາຍັງຈະກົ້ມຂາບລົງນະມັດສະການນຳອີກ, ວອນຂໍຄວາມເມດຕາ ແລະ ການໃຫ້ອະໄພ, ແຕ່ນີ້ກໍຊ້າເກີນໄປແລ້ວແທ້ໆ ເພາະວ່າເວລາແຫ່ງການຕາຍຂອງພວກເຂົາໄດ້ມາຮອດແລ້ວ. ພວກເຂົາພຽງແຕ່ສາມາດຖືກເຮັດຈົບສິ້ນ ແລະ ຖືກຕັດສິນໃຫ້ລົງເຫວເລິກທີ່ບໍ່ສາມາດຢັ່ງເຖິງໄດ້. ເຮົາຈະນໍາຍຸກທັງໝົດມາສູ່ຈຸດຈົບ ແລະ ເສີມສ້າງອານາຈັກຂອງເຮົາໃຫ້ເຂັ້ມແຂງຍິ່ງຂຶ້ນ. ທຸກຊົນຊາດ ແລະ ທຸກຄົນຈະຍອມຢູ່ຕໍ່ໜ້າເຮົາຕະຫຼອດນິລັນດອນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 35

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 56)

ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ແທ້ຈິງ ຜູ້ເປັນກະສັດທີ່ຂຶ້ນຄອງບັນລັງ, ປົກຄອງຈັກກະວານທັງປວງ, ຢູ່ຕໍ່ໜ້າບັນດາປະຊາຊາດ ແລະ ຜູ້ຄົນທັງປວງ ແລະ ທຸກສິ່ງທີ່ຢູ່ພາຍໃຕ້ສະຫວັນກໍສ່ອງແສງດ້ວຍສະຫງ່າລາສີຂອງພຣະເຈົ້າ. ທຸກສິ່ງທີ່ມີຊີວິດໃນຈັກກະວານ ແລະ ຈົນສຸດຂອບແຜ່ນດິນໂລກກໍຈະໄດ້ເຫັນ. ພູເຂົາ, ແມ່ນໍ້າ, ທະເລສາບ, ແຜ່ນດິນ, ມະຫາສະໝຸດ ແລະ ທຸກສິ່ງທີ່ມີຊີວິດໄດ້ເປີດຜ້າກັ້ງຂອງພວກເຂົາອອກຍ້ອນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ພວກເຂົາກໍມີຊີວິດຊີວາ ຄືກັບວ່າກຳລັງຕື່ນຈາກຄວາມຝັນ, ຄືກັບວ່າພວກເຂົາເປັນໜໍ່ທີ່ແຕກອອກມາຈາກດິນ!

ອ່າ! ພຣະເຈົ້າທີ່ແທ້ຈິງພຽງອົງດຽວປາກົດຕໍ່ໜ້າແຜ່ນດິນໂລກ. ຜູ້ໃດກ້າເຂົ້າຫາພຣະອົງດ້ວຍຄວາມຕໍ່ຕ້ານບໍ່? ທຸກຄົນສັ່ນດ້ວຍຄວາມຢ້ານກົວ. ທຸກຄົນໄດ້ເຊື່ອທັງໝົດ ແລະ ທຸກຄົນອ້ອນວອນຂໍການໃຫ້ອະໄພໂທດຊໍ້າແລ້ວຊໍ້າອີກ. ທຸກຄົນຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ທຸກປາກກໍນະມັດສະການພຣະອົງ! ທະວີບ ແລະ ມະຫາສະໝຸດ, ພູເຂົາ, ແມ່ນໍ້າ, ທຸກສິ່ງສັນລະເສີນພຣະອົງໂດຍບໍ່ສິ້ນສຸດ! ລະດູໃບໄມ້ປົ່ງມາພ້ອມກັບລົມພັດເບົາໆທີ່ອົບອຸ່ນ, ກໍ່ໃຫ້ເກີດຝົນລະດູໃບໄມ້ປົ່ງທີ່ງົດງາມ. ເຊັ່ນດຽວກັບຜູ້ຄົນ, ກະແສນໍ້າໄຫຼດ້ວຍຄວາມໂສກເສົ້າ ແລະ ຄວາມປິຕິຍິນດີ, ຫຼັ່ງນໍ້າຕາແຫ່ງຄວາມເປັນໜີ້ບຸນຄຸນ ແລະ ການຕຳໜິຕົນເອງ. ແມ່ນໍ້າ, ທະເລສາບ, ຟອງນໍ້າ ແລະ ຄື້ນລ້ວນແລ້ວແຕ່ຮ້ອງເພງ, ຍົກຍ້ອງສັນລະເສີນນາມບໍລິສຸດຂອງພຣະເຈົ້າທີ່ແທ້ຈິງ! ສຽງສັນລະເສີນເປັ່ງອອກດ້ວຍຄວາມກະຈ່າງແຈ້ງເຫຼືອເກີນ! ສິ່ງເດີມໆທີ່ເຄີຍຖືກຊາຕານເຮັດໃຫ້ເສື່ອມຊາມຄັ້ງໜຶ່ງ, ທຸກໆສິ່ງເຫຼົ່ານັ້ນຈະເລີ່ມຕົ້ນໃໝ່ ແລະ ຖືກປ່ຽນແປງ ແລະ ເຂົ້າສູ່ໂລກໃໝ່ທັງສິ້ນ...

ນີ້ແມ່ນແກອັນບໍລິສຸດ ແລະ ມັນກໍເລີ່ມສົ່ງສຽງ! ຕັ້ງໃຈຟັງມັນ. ສຽງນັ້ນທີ່ຫວານຫຼາຍແມ່ນຖ້ອຍຄຳແຫ່ງບັນລັງ, ປະກາດໃຫ້ບັນດາປະຊາຊາດ ແລະ ຜູ້ຄົນວ່າ ເວລາໄດ້ມາເຖິງແລ້ວ, ການສິ້ນສຸດຄັ້ງສຸດທ້າຍໄດ້ມາເຖິງແລ້ວ. ແຜນການຄຸ້ມຄອງຂອງເຮົາໄດ້ສຳເລັດແລ້ວ. ອານາຈັກຂອງເຮົາໄດ້ປາກົດຂຶ້ນຢ່າງເປີດເຜີຍເທິງແຜ່ນດິນໂລກ. ອານາຈັກເທິງໂລກໄດ້ກາຍມາເປັນອານາຈັກຂອງເຮົາ ຜູ້ທີ່ເປັນພຣະເຈົ້າ. ແກທັງເຈັດຂອງເຮົາກໍສົ່ງສຽງດັງກ້ອງອອກຈາກບັນລັງ ແລະ ສິ່ງທີ່ມະຫັດສະຈັນດັ່ງກ່າວກໍຈະເກີດຂຶ້ນ! ຜູ້ຄົນສຸດຂອບແຜ່ນດິນໂລກຈະຮີບມາພ້ອມກັນຈາກທຸກທິດທາງດ້ວຍກໍາລັງຂອງຫິມະຖະຫຼົ່ມ ແລະ ພະລັງຂອງສາຍຟ້າແມບ...

ເຮົາຫຼຽວເບິ່ງດ້ວຍຄວາມປິຕິຍິນດີກັບປະຊາຊົນຂອງເຮົາ ຜູ້ທີ່ຟັງສຽງຂອງເຮົາ ແລະ ຊຸມນຸມກັນຈາກທຸກຊົນຊາດ ແລະ ດິນແດນ. ທຸກຄົນທີ່ຮັກສາພຣະເຈົ້າທີ່ແທ້ຈິງໄວ້ໃນປາກຂອງພວກເຂົາສັນລະເສີນ ແລະ ໂດດຂຶ້ນດ້ວຍຄວາມປິຕິຍິນດີໂດຍບໍ່ຢຸດຢັ້ງ! ພວກເຂົາເປັນພະຍານໃຫ້ແກ່ໂລກ ແລະ ສຽງຄຳພະຍານຂອງພວກເຂົາຕໍ່ກັບພຣະເຈົ້າທີ່ແທ້ຈິງກໍເປັນຄືກັບສຽງຟ້າຮ້ອງຂອງນໍ້າຫຼາຍສາຍ. ທຸກຄົນຈະຫຸ້ມກັນເຂົ້າສູ່ອານາຈັກຂອງເຮົາ.

ແກທັງເຈັດຂອງເຮົາສົ່ງສຽງດັງ, ປຸກຄົນທີ່ນອນຫຼັບຢູ່ໃຫ້ຕື່ນຂຶ້ນ! ຈົ່ງຕື່ນໄວໆ, ມັນບໍ່ໄດ້ຊ້າເກີນໄປ. ເບິ່ງຊີວິດຂອງເຈົ້າ! ມືນຕາຂອງເຈົ້າ ແລະ ເບິ່ງວ່າຕອນນີ້ແມ່ນເວລາເທົ່າໃດແລ້ວ. ມີຫຍັງໃຫ້ສະແຫວງຫາບໍ? ມີຫຍັງໃຫ້ຄິດເຖິງບໍ? ແລ້ວມີຫຍັງໃຫ້ຍຶດຕິດບໍ? ເຈົ້າບໍ່ເຄີຍພິຈາລະນາເຖິງຄວາມແຕກຕ່າງໃນຄຸນຄ່າລະຫວ່າງການໄດ້ຮັບຊີວິດຂອງເຮົາ ແລະ ການໄດ້ຮັບທຸກສິ່ງທີ່ເຈົ້າຮັກ ແລະ ຍຶດຕິດບໍ? ຢ່າຫົວແຂງ ຫຼື ລ່າເລີງອີກຕໍ່ໄປ. ຢ່າພາດໂອກາດນີ້. ເວລາແບບນີ້ຈະບໍ່ມາອີກຄັ້ງ! ໃຫ້ຢືນຂຶ້ນທັນທີ, ປະຕິບັດການໃຊ້ວິນຍານຂອງເຈົ້າ, ໃຊ້ຫຼາກຫຼາຍເຄື່ອງມືເພື່ອເບິ່ງທະລຸ ແລະ ຂັດຂວາງກົນອຸບາຍ ແລະ ກົນລວງທັງໝົດຂອງຊາຕານ ແລະ ເອົາໄຊຊະນະເໜືອຊາຕານ, ເພື່ອວ່າປະສົບການໃນຊີວິດຂອງເຈົ້າອາດເລິກເຊິ່ງຂຶ້ນ ແລະ ເຈົ້າອາດດຳລົງຊີວິດຕາມອຸປະນິໄສຂອງເຮົາ, ເພື່ອວ່າຊີວິດຂອງເຈົ້າອາດເປັນຜູ້ໃຫຍ່ ແລະ ມີປະສົບການ ແລະ ເຈົ້າອາດຕິດຕາມບາດກ້າວຂອງເຮົາຢ່າງໃກ້ຊິດສະເໝີ. ໂດຍບໍ່ສະທ້ານ, ບໍ່ອ່ອນແອ, ກ້າວໄປຂ້າງໜ້າຢູ່ສະເໝີ, ເທື່ອລະກ້າວ, ຊື່ກົງຈົນເຖິງສຸດປາຍທາງ!

ເມື່ອແກທັງເຈັດດັງຂຶ້ນອີກຄັ້ງ, ມັນຈະເປັນການເອີ້ນສູ່ການພິພາກສາ, ການພິພາກສາຂອງລູກຊາຍແຫ່ງຄວາມກະບົດ, ການພິພາກສາບັນດາປະຊາຊາດ ແລະ ຜູ້ຄົນທັງປວງ ແລະ ແຕ່ລະຊົນຊາດຈະຍອມຈຳນົນຢູ່ຕໍ່ໜ້າພຣະເຈົ້າ. ໃບໜ້າທີ່ມີສະຫງ່າລາສີຂອງພຣະເຈົ້າຈະປາກົດຕໍ່ໜ້າບັນດາປະຊາຊາດ ແລະ ຜູ້ຄົນທັງປວງຢ່າງແນ່ນອນ. ທຸກຄົນຈະເຊື່ອຢ່າງສິ້ນເຊີງ ແລະ ຮ້ອງອອກຢ່າງບໍ່ຢຸດຢັ້ງຫາພຣະເຈົ້າທີ່ແທ້ຈິງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຈະມີສະຫງ່າລາສີຫຼາຍຂຶ້ນ ແລະ ບຸດຊາຍຂອງເຮົາ ແລະ ເຮົາຈະຮ່ວມມີສະຫງ່າລາສີ ແລະ ຮ່ວມໃນຄວາມເປັນກະສັດ, ພິພາກສາບັນດາປະຊາຊາດ ແລະ ຜູ້ຄົນທັງປວງ, ລົງໂທດຄົນຊົ່ວຮ້າຍ, ຊ່ວຍໃຫ້ລອດພົ້ນ ແລະ ມີຄວາມເມດຕາຕໍ່ຄົນທີ່ເປັນຂອງເຮົາ ແລະ ເຮັດໃຫ້ອານາຈັກເຂັ້ມແຂງ ແລະ ໝັ້ນຄົງ. ຜ່ານສຽງແກທັງເຈັດ, ຜູ້ຄົນຈຳນວນຫຼວງຫຼາຍຈະຖືກຊ່ວຍໃຫ້ລອດພົ້ນ, ກັບຄືນມາຢູ່ຕໍ່ໜ້າເຮົາເພື່ອຄຸເຂົ່າ ແລະ ນະມັດສະການດ້ວຍຄຳສັນລະເສີນຢ່າງຕໍ່ເນື່ອງ!

ເມື່ອແກທັງເຈັດສົ່ງສຽງຂຶ້ນອີກຄັ້ງ, ມັນຈະເປັນສຽງຕອນຈົບແຫ່ງຍຸກ, ການເປົ່າແກແຫ່ງໄຊຊະນະເໜືອຊາຕານທີ່ຊົ່ວຮ້າຍ, ການຄຳນັບທີ່ປ່າວປະກາດການເລີ່ມຕົ້ນແຫ່ງການດຳລົງຊີວິດຢ່າງເປີດເຜີຍໃນອານາຈັກເທິງແຜ່ນດິນໂລກ! ສຽງນັ້ນຊ່າງສູງສົ່ງ, ສຽງນີ້ດັງກ້ອງທົ່ວບໍລິເວນບັນລັງ, ການເປົ່າແກນີ້ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ ເຊິ່ງເປັນສັນຍານແຫ່ງໄຊຊະນະຂອງແຜນການຄຸ້ມຄອງຂອງເຮົາ, ເຊິ່ງເປັນການພິພາກສາຂອງຊາຕານ; ມັນຕັດສິນລົງໂທດແຜ່ນດິນໂລກເກົ່າໃຫ້ຕາຍໄປທັງໝົດ, ກັບຄືນສູ່ຂຸມເລິກທີ່ສຸດ! ການເປົ່າແກນີ້ເປັນສັນຍານວ່າ ປະຕູແຫ່ງຄວາມກະລຸນາກຳລັງຈະອັດແລ້ວ, ຊີວິດແຫ່ງອານາຈັກຈະເລີ່ມຕົ້ນຂຶ້ນເທິງແຜ່ນດິນໂລກ ເຊິ່ງຖືກຕ້ອງ ແລະ ເໝາະສົມ. ພຣະເຈົ້າຊ່ວຍຄົນທີ່ຮັກພຣະອົງໃຫ້ລອດພົ້ນ. ຫຼັງຈາກທີ່ພວກເຂົາກັບຄືນສູ່ອານາຈັກຂອງພຣະອົງ, ຜູ້ຄົນເທິງແຜ່ນດິນໂລກຈະປະສົບກັບຄວາມອຶດຢາກ ແລະ ໂລກລະບາດ ແລະ ຂັນທັງເຈັດໜ່ວຍຂອງພຣະເຈົ້າ ແລະ ໂລກລະບາດທັງເຈັດຈະເກີດຂຶ້ນຕາມມາ. ສະຫວັນ ແລະ ແຜ່ນດິນໂລກຈະລ່ວງໄປ, ແຕ່ພຣະທຳຂອງເຮົາຈະບໍ່ເປັນເຊັ່ນນັ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 36

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 57)

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຈົດໝາຍ ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ້ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ, ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ແລະ ບໍ່ແມ່ນພຣະທຳແຫ່ງປັດສະຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ, ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າຮູ້ຈັກເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ຖ້າປາສະຈາກການມາຂອງພຣະເຈົ້າ, ເຈົ້າຈະສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາຂໍແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ເບິ່ງວ່າໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາຫົວຂວັນທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ແລະ ບໍ່ມີໃຜທີ່ສາມາດອ້ອມຜ່ານພຣະອົງໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າບໍ່ສາມາດຄິດເຖິງພຽງແຕ່ການຮັບພອນ ໃນຂະນະທີ່ບໍ່ສາມາດຮັບຄວາມຈິງ ແລະ ບໍ່ສາມາດຍອມຮັບການສະໜອງຊີວິດ. ພຣະຄຣິດມາໃນຊ່ວງຍຸກສຸດທ້າຍ ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ພາລະກິດຂອງພຣະອົງເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ເຖິງກັບຂົ່ມເຫັງພຣະອົງ, ເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປຊົ່ວນິດນິລັນ ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ, ເຈົ້າກໍກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ, ຖ້າເຈົ້າປະຕິເສດພຣະຄຣິດແຫ່ງຍຸກສຸດທ້າຍ, ຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ, ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນວ່າເຈົ້າຈະພະຍາຍາມໄຖ່ຕົນເອງ, ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ບໍວ່າຜົນຕາມມາຈະແມ່ນຫຍັງ? ເຈົ້າຈະບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດທາງອາຍາທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາຈຶ່ງຂໍແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະມັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 58)

ການທີ່ຄວາມລຶກລັບຂອງເຮົາຖືກເປີດເຜີຍ ແລະ ສະແດງອອກຢ່າງເປີດເຜີຍ ແລະ ບໍ່ຖືກປິດບັງອີກຕໍ່ໄປນັ້ນ ກໍເນື່ອງມາຈາກພຣະຄຸນ ແລະ ຄວາມເມດຕາຂອງເຮົາທັງນັ້ນ. ຍິ່ງໄປກວ່ານັ້ນ, ການທີ່ພຣະທຳຂອງເຮົາປາກົດຂຶ້ນທ່າມກາງມະນຸດ ແລະ ບໍ່ຖືກປົກປິດໄວ້ອີກຕໍ່ໄປນັ້ນ ກໍເນື່ອງມາຈາກພຣະຄຸນ ແລະ ຄວາມເມດຕາຂອງເຮົາເຊັ່ນກັນ. ເຮົາຮັກທຸກຄົນທີ່ເສຍສະຫຼະຕົວເອງເພື່ອເຮົາ ແລະ ອຸທິດຕົນເພື່ອເຮົາຢ່າງຈິງໃຈ. ເຮົາກຽດຊັງທຸກຄົນທີ່ເກີດຈາກເຮົາ ແຕ່ບໍ່ຮູ້ຈັກເຮົາ ແລະ ເຖິງກັບຕໍ່ຕ້ານເຮົາ. ເຮົາຈະບໍ່ປະຖິ້ມຜູ້ໃດກໍຕາມທີ່ມີຄວາມຈິງໃຈກັບເຮົາ; ກົງກັນຂ້າມ, ເຮົາຈະປະທານພອນໃຫ້ຄົນໆນັ້ນເປັນສອງເທົ່າ. ເຮົາຈະລົງໂທດບັນດາຜູ້ທີ່ເນລະຄຸນ ແລະ ລະເມີດຄວາມເມດຕາຂອງເຮົາເປັນສອງເທົ່າ ແລະ ເຮົາຈະບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍ. ໃນອານາຈັກຂອງເຮົາ ບໍ່ມີຄວາມຄົດໂກງ ຫຼື ຄວາມຫຼອກລວງ ແລະ ບໍ່ມີຄວາມຮອບຮູ້ໃນທາງໂລກ; ນັ້ນກໍຄື ບໍ່ມີກິ່ນແຫ່ງຄວາມຕາຍ. ກົງກັນຂ້າມ, ທັງໝົດແມ່ນຄວາມຖືກຕ້ອງ ແລະ ຄວາມທ່ຽງທຳ; ທັງໝົດແມ່ນຄວາມບໍລິສຸດ ແລະ ການເປີດເຜີຍ ໂດຍບໍ່ມີຫຍັງຖືກປິດບັງໄວ້ ຫຼື ປົກປິດໄວ້. ທຸກສິ່ງສົດໃໝ່, ທຸກສິ່ງແມ່ນຄວາມສຸກ ແລະ ທຸກສິ່ງແມ່ນການສັ່ງສອນ. ໃຜກໍຕາມທີ່ຍັງສົ່ງກິ່ນແຫ່ງຄວາມຕາຍອອກມາ ບໍ່ມີທາງທີ່ຈະຢູ່ໃນອານາຈັກຂອງເຮົາໄດ້, ກົງກັນຂ້າມແມ່ນຈະຖືກປົກຄອງດ້ວຍທ່ອນເຫຼັກຂອງເຮົາ. ຄວາມລຶກລັບທັງໝົດທີ່ບໍ່ມີທີ່ສິ້ນສຸດ ຕັ້ງແຕ່ອະດີດຕະການຈົນເຖິງປັດຈຸບັນ ໄດ້ຖືກເປີດເຜີຍຢ່າງຄົບຖ້ວນໃຫ້ແກ່ພວກເຈົ້າ ເຊິ່ງແມ່ນກຸ່ມຄົນທີ່ຖືກເຮົາຮັບເອົາໃນຍຸກສຸດທ້າຍ. ພວກເຈົ້າບໍ່ຮູ້ສຶກວ່າໄດ້ຮັບພອນບໍ? ຍິ່ງໄປກວ່ານັ້ນ ມື້ທີ່ທຸກສິ່ງຖືກເປີດອອກຢ່າງເປີດເຜີຍແມ່ນມື້ທີ່ພວກເຈົ້າມີສ່ວນໃນການປົກຄອງຂອງເຮົາ.

ກຸ່ມຄົນທີ່ປົກຄອງດັ່ງກະສັດຢ່າງແທ້ຈິງນັ້ນ ຂຶ້ນຢູ່ກັບການກຳນົດໄວ້ລ່ວງໜ້າ ແລະ ການຄັດເລືອກຂອງເຮົາ ແລະ ແນ່ນອນວ່າບໍ່ມີຄວາມປະສົງຂອງມະນຸດຢູ່ໃນສິ່ງນັ້ນ. ໃຜກໍຕາມທີ່ກ້າມີສ່ວນຮ່ວມໃນເລື່ອງນີ້ຕ້ອງໄດ້ທົນທຸກຈາກການໂຈມຕີຂອງມືເຮົາ ແລະ ຄົນດັ່ງກ່າວຈະເປັນເປົ້າໝາຍຂອງໄຟທີ່ລຸກໄໝ້ຂອງເຮົາ; ນີ້ແມ່ນອີກດ້ານໜຶ່ງຂອງຄວາມຊອບທຳ ແລະ ເດຊານຸພາບຂອງເຮົາ. ເຮົາໄດ້ກ່າວໄວ້ວ່າເຮົາປົກຄອງທຸກສິ່ງ, ເຮົາແມ່ນພຣະເຈົ້າທີ່ມີສະຕິປັນຍາ ຜູ້ມີສິດອຳນາດເຕັມທີ່ ແລະ ເຮົາບໍ່ຜ່ອນຜັນໃຫ້ໃຜ; ເຮົາໂຫດຫ້ຽມທີ່ສຸດ ແລະ ໄຮ້ຄວາມຮູ້ສຶກສ່ວນຕົວຢ່າງສິ້ນເຊີງ. ເຮົາປະຕິບັດຕໍ່ຜູ້ໃດຜູ້ໜຶ່ງ (ບໍ່ວ່າເຂົາຈະເວົ້າດີປານໃດກໍຕາມ, ເຮົາກໍຈະບໍ່ປ່ອຍເຂົາໄປ) ດ້ວຍຄວາມຊອບທຳ, ຄວາມຖືກຕ້ອງ ແລະ ຄວາມສະຫງ່າງາມ, ໃນຂະນະດຽວກັນກໍເຮັດໃຫ້ທຸກຄົນສາມາດເຫັນການກະທຳອັນມະຫັດສະຈັນຂອງເຮົາໄດ້ດີຂຶ້ນ ລວມທັງຄວາມໝາຍຂອງການກະທຳຂອງເຮົາ. ເຮົາລົງໂທດວິນຍານຊົ່ວຮ້າຍສຳລັບການກະທຳທຸກຮູບແບບທີ່ພວກມັນກະທຳ, ໂຍນພວກມັນແຕ່ລະຄົນລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ. ເຮົາໄດ້ສຳເລັດພາລະກິດນີ້ກ່ອນເວລາເລີ່ມຕົ້ນ, ປ່ອຍໃຫ້ພວກເຂົາບໍ່ມີຕຳແໜ່ງ, ປ່ອຍໃຫ້ພວກເຂົາບໍ່ມີບ່ອນເຮັດວຽກຂອງພວກເຂົາ. ບໍ່ມີຄົນທີ່ຖືກເລືອກຂອງເຮົາຄົນໃດ, ບັນດາຜູ້ທີ່ຖືກເຮົາກຳນົດໄວ້ລ່ວງໜ້າ ແລະ ຖືກຄັດເລືອກ ສາມາດຖືກຄອບງຳໂດຍວິນຍານຊົ່ວຮ້າຍ ແລະ ກົງກັນຂ້າມແມ່ນຈະບໍລິສຸດຢູ່ສະເໝີ. ແຕ່ສຳລັບບັນດາຜູ້ທີ່ບໍ່ໄດ້ຖືກເຮົາກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກນັ້ນ, ເຮົາຈະມອບພວກເຂົາໃຫ້ກັບຊາຕານ ແລະ ຈະບໍ່ອະນຸຍາດໃຫ້ພວກເຂົາຄົງຢູ່ອີກຕໍ່ໄປ. ພຣະບັນຍັດບໍລິຫານຂອງເຮົາປະກອບມີຄວາມຊອບທຳຂອງເຮົາ ແລະ ເດຊານຸພາບຂອງເຮົາໃນທຸກໆດ້ານ. ເຮົາຈະບໍ່ປ່ອຍຄົນທີ່ຊາຕານເຮັດວຽກໃສ່ແມ່ນແຕ່ຄົນດຽວ ແຕ່ຈະໂຍນພວກເຂົາຖິ້ມພ້ອມດ້ວຍຮ່າງກາຍຂອງພວກເຂົາລົງສູ່ດິນແດນມໍລະນາ ເພາະວ່າເຮົາກຽດຊັງຊາຕານ. ເຮົາຈະບໍ່ມີທາງປ່ອຍມັນໄປຢ່າງງ່າຍດາຍ ແຕ່ຈະທຳລາຍມັນຢ່າງສິ້ນເຊີງ, ເຮັດໃຫ້ມັນບໍ່ມີໂອກາດປະຕິບັດພາລະກິດຂອງມັນໄດ້ແມ່ນແຕ່ໜ້ອຍເລີຍ. ບັນດາຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈົນເຖິງລະດັບໃດໜຶ່ງ (ນັ້ນກໍຄື ບັນດາຜູ້ທີ່ເປັນເປົ້າໝາຍຂອງຄວາມຈິບຫາຍ) ແມ່ນຢູ່ພາຍໃຕ້ການຈັດແຈງທີ່ມີສະຕິປັນຍາຂອງມືເຮົາເອງ. ຢ່າຄິດວ່າເລື່ອງນີ້ໄດ້ເກີດຂຶ້ນເນື່ອງມາຈາກຄວາມໂຫດຮ້າຍຂອງຊາຕານ; ຈົ່ງຮູ້ໄວ້ວ່າ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ປົກຄອງຈັກກະວານ ແລະ ສິ່ງທັງປວງ! ສຳລັບເຮົາແລ້ວ ບໍ່ມີບັນຫາໃດທີ່ບໍ່ສາມາດຖືກແກ້ໄຂໄດ້ ແລະ ແຮງໄກທີ່ຈະມີສິ່ງໃດທີ່ບໍ່ສາມາດຖືກເຮັດສຳເລັດໄດ້ ຫຼື ພຣະທຳໃດທີ່ບໍ່ສາມາດຖືກກ່າວໄດ້. ມະນຸດຕ້ອງບໍ່ເຮັດໜ້າທີ່ເປັນທີ່ປຶກສາຂອງເຮົາ. ໃຫ້ລະວັງທີ່ຈະຖືກມືຂອງເຮົາໂຈມຕີລົງ ແລະ ໂຍນລົງສູ່ແດນມໍລະນາ. ເຮົາບອກສິ່ງນີ້ກັບເຈົ້າ! ບັນດາຜູ້ທີ່ຮ່ວມມືກັບເຮົາຢ່າງຫ້າວຫັນໃນມື້ນີ້ແມ່ນຜູ້ທີ່ມີສະຕິປັນຍາຫຼາຍທີ່ສຸດ ແລະ ພວກເຂົາຈະຫຼີກຫຼ່ຽງການສູນເສຍ ແລະ ຫຼົບໜີຈາກຄວາມເຈັບປວດຂອງການພິພາກສາ. ທັງໝົດນີ້ແມ່ນການຈັດແຈງຂອງເຮົາ ເຊິ່ງໄດ້ຖືກເຮົາກຳນົດໄວ້ລ່ວງໜ້າແລ້ວ. ຢ່າກ່າວຄວາມຄິດເຫັນທີ່ບໍ່ສົມຄວນ ແລະ ຢ່າເວົ້າຢ່າງຂີ້ໂມ້ ໂດຍຄິດວ່າເຈົ້ານັ້ນຍິ່ງໃຫຍ່ຫຼາຍ. ທັງໝົດນີ້ບໍ່ແມ່ນຜ່ານການກຳນົດໄວ້ລ່ວງໜ້າຂອງເຮົາບໍ? ເຈົ້າຜູ້ທີ່ຈະເປັນທີ່ປຶກສາຂອງເຮົາ ຊ່າງບໍ່ຮູ້ຈັກຄວາມອັບອາຍເລີຍ! ເຈົ້າບໍ່ຮູ້ຈັກວຸດທິພາວະຂອງຕົວເຈົ້າເອງ; ມັນຊ່າງມີໜ້ອຍຢ່າງໜ້າສົມເພດແທ້ໆ! ປານນັ້ນກໍດີ, ເຈົ້າຄິດວ່ານີ້ບໍ່ແມ່ນເລື່ອງໃຫຍ່ ແລະ ບໍ່ຮູ້ຈັກຕົວເອງ. ເວລາຜ່ານໄປ, ເຈົ້າປິ່ນຫູໜວກໃສ່ພຣະທຳຂອງເຮົາ, ເຮັດໃຫ້ຄວາມພະຍາຍາມອັນພາກພຽນຂອງເຮົານັ້ນໄຮ້ປະໂຫຍດ ແລະ ບໍ່ຮັບຮູ້ເລີຍວ່າພວກມັນທັງໝົດແມ່ນການສະແດງອອກເຖິງພຣະຄຸນ ແລະ ຄວາມເມດຕາຂອງເຮົາ. ກົງກັນຂ້າມ, ເຈົ້າພະຍາຍາມອວດອ້າງຄວາມສະຫຼຽວສະຫຼາດຂອງຕົວເຈົ້າເອງຊ້ຳແລ້ວຊ້ຳອີກ. ເຈົ້າຈື່ສິ່ງນີ້ໄດ້ບໍ? ຄົນຕ້ອງໄດ້ຮັບການຂ້ຽນຕີຫຍັງ, ໃຜຄິດວ່າພວກເຂົາສະຫຼາດຫຼາຍ? ໂດຍບໍ່ໃສ່ໃຈ ແລະ ບໍ່ສັດຊື່ຕໍ່ພຣະທຳຂອງເຮົາ ແລະ ບໍ່ສະຫຼັກພວກມັນເຂົ້າໃນຫົວໃຈຂອງພວກເຈົ້າ, ພວກເຈົ້າໃຊ້ເຮົາເປັນຂໍ້ອ້າງເພື່ອເຮັດສິ່ງນີ້ ແລະ ສິ່ງນັ້ນ. ຜູ້ເຮັດການຊົ່ວຮ້າຍເອີຍ! ເມື່ອໃດພວກເຈົ້າຈຶ່ງຈະສາມາດຄຳນຶງເຖິງຫົວໃຈຂອງເຮົາໄດ້ຢ່າງເຕັມທີ່? ພວກເຈົ້າບໍ່ໄດ້ຄຳນຶງເຖິງມັນເລີຍ ດັ່ງນັ້ນການເອີ້ນພວກເຈົ້າວ່າ “ຜູ້ເຮັດການຊົ່ວຮ້າຍ” ກໍບໍ່ແມ່ນປະຕິບັດຕໍ່ພວກເຈົ້າຢ່າງຜິດໆ. ມັນເໝາະສົມກັບພວກເຈົ້າຢ່າງສົມບູນແບບ!

ມື້ນີ້ເຮົາກຳລັງສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຄັ້ງໜຶ່ງໄດ້ຖືກປິດບັງໄວ້ເທື່ອລະອັນ. ມັງກອນແດງຜູ້ຍິ່ງໃຫຍ່ຖືກໂຍນລົງລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ ແລະ ຖືກທຳລາຍຢ່າງສິ້ນເຊີງ ເພາະວ່າການເກັບມັນໄວ້ກໍຈະບໍ່ປະໂຫຍດຫຍັງເລີຍ; ນີ້ໝາຍຄວາມວ່າ ມັນບໍ່ສາມາດເຮັດການບໍລິການໃຫ້ພຣະຄຣິດໄດ້. ຕໍ່ຈາກນີ້, ສິ່ງຕ່າງໆທີ່ເປັນສີແດງຈະບໍ່ມີຢູ່ອີກຕໍ່ໄປ; ພວກມັນຕ້ອງຄ່ອຍຫາຍໄປຈົນໝົດ. ເຮົາເຮັດໃນສິ່ງທີ່ເຮົາກ່າວ; ນີ້ແມ່ນຄວາມສຳເລັດຂອງພາລະກິດຂອງເຮົາ. ກຳຈັດແນວຄວາມຄິດຂອງມະນຸດ; ທຸກສິ່ງທີ່ເຮົາໄດ້ກ່າວ ເຮົາກໍໄດ້ກະທຳແລ້ວ. ຜູ້ໃດກໍຕາມທີ່ພະຍາຍາມຈະເປັນຄົນສະຫຼາດນັ້ນ ກໍພຽງແຕ່ນຳເອົາຄວາມພິນາດ ແລະ ການດູຖູກມາສູ່ຕົນເອງ ແລະ ບໍ່ຕ້ອງການມີຊີວິດຢູ່. ສະນັ້ນ ເຮົາຈະເຮັດໃຫ້ເຈົ້າພໍໃຈ ແລະ ຈະບໍ່ເກັບຮັກສາຄົນເຊັ່ນນັ້ນໄວ້ຢ່າງແນ່ນອນ. ຕໍ່ຈາກນີ້ໄປ ປະຊາກອນຈະເພີ່ມຂຶ້ນໃນຄວາມດີເລີດ ໃນຂະນະທີ່ທຸກຄົນທີ່ບໍ່ຮ່ວມມືກັບເຮົາຢ່າງຫ້າວຫັນຈະຖືກກວາດລ້າງໄປສູ່ຄວາມວ່າງເປົ່າ. ບັນດາຜູ້ທີ່ເຮົາໄດ້ຮອງຮັບແມ່ນຜູ້ທີ່ເຮົາຈະເຮັດໃຫ້ສົມບູນ ແລະ ເຮົາຈະບໍ່ປະຖິ້ມແມ່ນແຕ່ຄົນດຽວ. ບໍ່ມີຄວາມຂັດແຍ້ງໃນສິ່ງທີ່ເຮົາກ່າວ. ບັນດາຜູ້ທີ່ບໍ່ຮ່ວມມືກັບເຮົາຢ່າງຫ້າວຫັນຈະທົນທຸກກັບການຂ້ຽນຕີຫຼາຍຂຶ້ນ ເຖິງແມ່ນວ່າໃນທີ່ສຸດແລ້ວ ເຮົາຈະຊ່ວຍພວກເຂົາໃຫ້ລອດພົ້ນຢ່າງແນ່ນອນ. ແນວໃດກໍຕາມ, ເມື່ອຮອດເວລານັ້ນ ຂອບເຂດຊີວິດຂອງພວກເຂົາຈະຂ້ອນຂ້າງແຕກຕ່າງກັນ. ເຈົ້າຕ້ອງການເປັນຄົນເຊັ່ນນັ້ນບໍ? ຈົ່ງລຸກຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ! ແນ່ນອນ ເຮົາຈະບໍ່ປະຕິບັດຢ່າງບໍ່ຍຸຕິທຳຕໍ່ຜູ້ທີ່ເສຍສະຫຼະຕົວເອງເພື່ອເຮົາຢ່າງຈິງໃຈ. ສ່ວນບັນດາຜູ້ທີ່ອຸທິດຕົວເອງເພື່ອເຮົາຢ່າງຈິງຈັງນັ້ນ, ເຮົາຈະປະທານພອນທັງໝົດຂອງເຮົາໃຫ້ແກ່ເຈົ້າ. ຈົ່ງຖວາຍຕົນເອງໃຫ້ກັບເຮົາຢ່າງສິ້ນເຊີງ! ສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງຫົ່ມ ແລະ ອະນາຄົດຂອງເຈົ້າລ້ວນຢູ່ໃນມືຂອງເຮົາ; ເຮົາຈະຈັດແຈງທຸກສິ່ງຢ່າງເໝາະສົມ ເພື່ອວ່າເຈົ້າຈະສາມາດມີຄວາມສຸກຢ່າງບໍ່ສິ້ນສຸດ ເຊິ່ງເຈົ້າຈະບໍ່ມີວັນໃຊ້ໝົດຈັກເທື່ອ. ນີ້ກໍຍ້ອນເຮົາໄດ້ກ່າວໄວ້ວ່າ “ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”. ພອນທັງໝົດຈະມາສູ່ທຸກຄົນທີ່ເສຍສະຫຼະຕົວເອງເພື່ອເຮົາຢ່າງຈິງໃຈ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 70

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 59)

ຝູງຊົນຍົກຍ້ອງເຮົາ ຝູງຊົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າເປັນພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາຂອງພວກເຂົາເພື່ອເບິ່ງການກະທໍາຂອງເຮົາ. ອານາຈັກລົງມາເທິງໂລກມະນຸດ, ບຸກຄົນຂອງເຮົາມັ່ງຄັ່ງ ແລະ ອຸດົມສົມບູນ. ຜູ້ໃດຈະບໍ່ສະຫຼອງໃນສິ່ງນີ້? ຜູ້ໃດຈະບໍ່ຟ້ອນລໍາດ້ວຍຄວາມສຸກໃຈ? ໂອ້ ຊີໂອນ! ຈົ່ງຍົກທຸງແຫ່ງໄຊຊະນະຂອງເຈົ້າເພື່ອສະຫຼອງໃຫ້ກັບເຮົາ! ຈົ່ງຮ້ອງເພງແຫ່ງໄຊຊະນະຂອງເຈົ້າເພື່ອປະກາດນາມອັນບໍລິສຸດຂອງເຮົາ! ທຸກສິ່ງເທິງແຜ່ນດິນໂລກຈົນເຖິງສຸດປາຍແຜ່ນດິນ! ໃຫ້ຟ້າວຊໍາລະລ້າງຕົວພວກເຈົ້າເອງ ເພື່ອວ່າພວກເຈົ້າຈະຖືກເຮັດໃຫ້ເປັນເຄື່ອງຖວາຍໃຫ້ແກ່ເຮົາ! ດວງດາວໃນທ້ອງຟ້າ! ຈົ່ງກັບຄືນມາສູ່ບ່ອນຂອງພວກເຈົ້າໂດຍໄວເພື່ອສະແດງລິດທານຸພາບອັນຍິ່ງໃຫຍ່ຂອງເຮົາໃນທ້ອງຟ້າ! ເຮົາງ່ຽງຫູຂອງເຮົາຕໍ່ສຽງຂອງຜູ້ຄົນເທິງແຜ່ນດິນໂລກ, ຜູ້ທີ່ຖອກເທຄວາມຮັກຢ່າງນິລັນດອນ ແລະ ເຄົາລົບຕໍ່ເຮົາໃນບົດເພງ! ໃນມື້ນີ້ ເມື່ອສິ່ງຊົງສ້າງທັງປວງກັບຄືນສູ່ຊີວິດ, ເຮົາລົງມາສູ່ໂລກແຫ່ງມະນຸດ. ໃນຊ່ວງເວລານີ້, ໃນຈຸດເຊື່ອມຕໍ່ນີ້, ດອກໄມ້ເບັ່ງບານທັງໝົດ, ຝູງສະກຸນາຮ້ອງເພງດ້ວຍສຽງດຽວກັນ, ທຸກສິ່ງເຕັ້ນດ້ວຍຄວາມເບີກບານ! ທ່າມກາງສຽງໂຮ່ຮ້ອງແຫ່ງການຕ້ອນຮັບອານາຈັກ, ອານາຈັກຂອງຊາຕານລົ້ມລະລາຍ, ຖືກທໍາລາຍດ້ວຍສຽງຮ້ອງນັ້ນຂອງເພງແຫ່ງອານາຈັກ, ບໍ່ຟື້ນຄືນມາອີກ!

ມີໃຜຢູ່ເທິງແຜ່ນດິນໂລກກ້າລຸກຂຶ້ນ ແລະ ຕໍ່ຕ້ານ? ເມື່ອເຮົາລົງມາສູ່ແຜ່ນດິນໂລກ ເຮົານໍາການເຜົາໄໝ້, ນໍາຄວາມໂກດຮ້າຍ, ນໍາໄພພິບັດທຸກຮູບແບບ. ບັດນີ້ ອານາຈັກຕ່າງໆເທິງແຜ່ນດິນໂລກແມ່ນອານາຈັກຂອງເຮົາ! ເທິງທ້ອງຟ້າ ກ້ອນເມກພັງທະລາຍລົງ ແລະ ເປັນຄື້ນທະເລມອກ; ໃຕ້ທ້ອງຟ້າ, ທະເລສາບ ແລະ ແມ່ນໍ້າໄຫຼນອງ ເປັນຟອງທີ່ຟັດເຟືອນເໝືອນດັ່ງທໍານອງເພງ. ຝູງສັດສາວາສິ່ງທີ່ຫຼັບນອນພັກຢູ່ ກໍອອກມາຈາກຖໍ້າຂອງພວກມັນ ແລະ ທຸກຄົນທີ່ນອນຫຼັບຢູ່ກໍຕື່ນຂຶ້ນມາຈາກການນອນຫຼັບຍ້ອນເຮົາ. ວັນທີ່ຝູງຊົນໄດ້ລໍຖ້າ ໃນທີ່ສຸດ ກໍມາຮອດແລ້ວ! ພວກເຂົາຖວາຍບົດເພງທີ່ສວຍງາມທີ່ສຸດໃຫ້ກັບເຮົາ!

ໃນຊ່ວງເວລາທີ່ງົດງາມນີ້ ໃນເວລາທີ່ຕື່ນເຕັ້ນນີ້,

ຄຳສັນລະເສີນສົ່ງສຽງຢູ່ທຸກບ່ອນ, ໃນສະຫວັນທີ່ຢູ່ເບື້ອງເທິງ ແລະ ແຜ່ນດິນໂລກທີ່ຢູ່ເບື້ອງລຸ່ມ. ຜູ້ໃດຈະບໍ່ຕື່ນເຕັ້ນກັບສິ່ງນີ້?

ຫົວໃຈຂອງຜູ້ໃດຈະບໍ່ຍິນດີກັບສິ່ງນີ້? ຜູ້ໃດຈະບໍ່ຮ້ອງໄຫ້ກັບເຫດການນີ້?

ທ້ອງຟ້າບໍ່ແມ່ນທ້ອງຟ້າຄືເກົ່າບັດນີ້ມັນແມ່ນທ້ອງຟ້າແຫ່ງອານາຈັກ.

ແຜ່ນດິນໂລກບໍ່ແມ່ນແຜ່ນດິນໂລກທີ່ເຄີຍເປັນ ແຕ່ບັດນີ້ ເປັນດິນແດນໂລກທີ່ບໍລິສຸດ.

ຫຼັງຈາກຝົນຕົກແຮງໄດ້ຜ່ານໄປ ໂລກເກົ່າທີ່ສົກກະປົກກໍຜັນແປປ່ຽນທັງໝົດ.

ພູເຂົາປ່ຽນ... ນໍ້າປ່ຽນ...

ຜູ້ຄົນກໍປ່ຽນ... ທຸກສິ່ງປ່ຽນ...

ໂອ, ພູເຂົາທີ່ມິດງຽບ! ຈົ່ງລຸກຂຶ້ນ ແລະ ຟ້ອນລຳເພື່ອເຮົາ!

ໂອ, ນໍ້າຂັງ! ຈົ່ງຫຼັ່ງໄຫຼນອງທຸກແຫ່ງຫົນຢ່າງເປັນອິດສະຫຼະ!

ພວກເຈົ້າ ມະນຸດທີ່ກຳລັງຫຼັບໄຫຼ! ຈົ່ງປຸກຕົນເອງ ແລະ ສະແຫວງຫາ!

ເຮົາມາແລ້ວ... ແລະ ເຮົາຄືກະສັດ...

ມະນຸດຊາດທຸກຄົນຈະເຫັນໃບໜ້າຂອງເຮົາດ້ວຍຕາຂອງພວກເຂົາ, ຈະໄດ້ຍິນສຽງຂອງເຮົາດ້ວຍຫູຂອງພວກເຂົາ,

ຈະດຳລົງຊີວິດເພື່ອພວກເຂົາເອງຕະຫຼອດຊີວິດໃນອານາຈັກ...

ຊ່າງຫວານຊື່ນ... ຊ່າງງົດງາມ...

ບໍ່ສາມາດລືມໄດ້... ເປັນໄປບໍ່ໄດ້ທີ່ຈະລືມ...


ທ່າມກາງຄວາມໂກດຮ້າຍທີ່ເຜົາໄໝ້ຂອງເຮົາ ມັງກອນແດງຜູ້ທີ່ຍິ່ງໃຫຍ່ດີ້ນຮົນ;

ທ່າມກາງການພິພາກສາຢ່າງສະຫງ່າລາສີຂອງເຮົາ ມານຮ້າຍສະແດງທາດແທ້ຂອງພວກມັນ;

ທ່າມກາງພຣະທໍາທີ່ຍິ່ງໃຫຍ່ຂອງເຮົາ ທຸກຄົນຮູ້ສຶກລະອາຍໃຈຢ່າງເລິິກເຊິ່ງ ແລະ ບໍ່ມີບ່ອນທີ່ຈະເຊື່ອງຕົວເອງໄວ້.

ພວກເຂົາຫວນຄືນອະດີດ, ພວກເຂົາໄດ້ເຍາະເຍີ້ຍ ແລະ ຫົວຂວັນເຮົາແນວໃດ.

ບໍ່ເຄີຍມີເວລາທີ່ພວກເຂົາບໍ່ໂອ້ອວດຕົວເອງ, ບໍ່ເຄີຍມີເວລາທີ່ພວກເຂົາບໍ່ທ້າທາຍເຮົາ.

ມື້ນີ້ ໃຜຈະບໍ່ຮ້ອງໄຫ້? ໃຜບໍ່ຮູ້ສຶກເສຍໃຈ?

ທົ່ວທັງຈັກກະວານ ໂລກເຕັມໄປດ້ວຍການຮ້ອງໄຫ້...

ເຕັມໄປດ້ວຍສຽງໂຮ່ຮ້ອງຍິນດີ... ເຕັມໄປດ້ວຍສຽງຫົວ...

ຄວາມສຸກໃຈທີ່ຫາສິ່ງໃດປຽບປານໄດ້... ຄວາມສຸກໃຈທີ່ຫາສິ່ງໃດທຽບທຽມໄດ້...


ຝົນຕົກຜະສຽງດັງຄ່ອຍໆ... ຫິມະຕົກ ພັດປິວລົງມາຢ່າງແຮງ...

ພາຍໃນຜູ້ຄົນ, ຄວາມເສົ້າໃຈ ແລະ ສຸກໃຈປະສົມປະສານກັນ... ບາງຄົນຫົວ...

ບາງຄົນຮ້ອງໄຫ້... ແລະ ບາງຄົນຮ້ອງໂຮ່ດີໃຈ...

ເໝືອນກັບທຸກຄົນໄດ້ລືມໄປວ່າ... ມັນຄືລະດູໃບໄມ້ປົ່ງທີ່ອຸດົມສົມບູນ ເຊິ່ງມີຝົກຕົກ ແລະ ກ້ອນເມກ,

ລະດູຮ້ອນເຕັມໄປດ້ວຍດອກໄມ້ບານ ລະດູໃບໄມ້ຫຼົ່ນອຸດົມສົມບູນດ້ວຍການເກັບກ່ຽວອັນອຸດົມສົມບູນ,

ຫຼື ລະດູໜາວທີ່ໜາວເຢັນເໝືອນນໍ້າກ້ອນ ແລະ ນໍ້າກ້າມ, ບໍ່ມີໃຜຮູ້...

ໃນທ້ອງຟ້າ ກ້ອນເມກເລື່ອນລອຍ ເທິງແຜ່ນດິນໂລກ ມະຫາສະໝຸດຝົດ.

ລູກຊາຍທັງຫຼາຍພາກັນໂບກມື... ຜູ້ຄົນຍັບຍ້າຍຂາພາກັນຟ້ອນລໍາ...

ຝູງເທວະດາກໍປະຕິບັດວຽກງານ... ຝູງເທວະດາກໍາລັງລ້ຽງດູ...

ຜູ້ຄົນແຫ່ງແຜ່ນດິນໂລກມີຊີວິດຊີວາ ແລະ ທຸກສິ່ງເທິງແຜ່ນດິນໂລກເພິ່ມພູນຄູນທະວີ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ເພງແຫ່ງອານາຈັກ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 60)

ທຸກຄົນໃນມະນຸດຊາດຄວນຍອມຮັບການກວດສອບຢ່າງຖີ່ຖ້ວນໂດຍພຣະວິນຍານຂອງເຮົາ, ຄວນກວດກາທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົາຢ່າງໃກ້ຊິດ ແລະ ຍິ່ງໄປກວ່ານັ້ນ ກໍຄວນເບິ່ງການກະທໍາທີ່ມະຫັດສະຈັນຂອງເຮົາ. ພວກເຈົ້າຮູ້ສຶກແນວໃດ ໃນເວລາທີ່ອານາຈັກມາຮອດແຜ່ນດິນໂລກ? ເມື່ອພຣະບຸດ ແລະ ປະຊາຊົນຂອງເຮົາຫຼັ່ງໄຫຼໄປຍັງບັນລັງຂອງເຮົາ, ເຮົາຈະເລີ່ມການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຢ່າງເປັນທາງການ. ໝາຍຄວາມວ່າ ເມື່ອເຮົາເລີ່ມພາລະກິດຂອງເຮົາເທິງແຜ່ນດິນໂລກດ້ວຍຕົວເອງ ແລະ ເມື່ອຍຸກແຫ່ງການພິພາກສາໃກ້ຈະສິ້ນສຸດລົງ, ເຮົາຈະສອນພຣະທໍາຂອງເຮົາໃຫ້ແກ່ຈັກກະວານທັງໝົດ ແລະ ເປັ່ງສຽງຂອງພຣະວິນຍານຂອງເຮົາໄປທົ່ວຈັກກະວານ. ຜ່ານພຣະທໍາຂອງເຮົາ, ເຮົາຈະຊໍາລະລ້າງທຸກຄົນ ແລະ ທຸກສິ່ງທັງມວນທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກ ເພື່ອວ່າ ດິນແດນຈະບໍ່ສົກກະປົກ ແລະ ຂາດສິນທໍາອີກຕໍ່ໄປ ແຕ່ເປັນອານາຈັກບໍລິສຸດ. ເຮົາຈະສ້າງທຸກສິ່ງຄືນໃໝ່ ເພື່ອວ່າ ສິ່ງເຫຼົ່ານັ້ນຈະຖືກກຽມໄວ້ໃຫ້ສໍາລັບການນໍາໃຊ້ຂອງເຮົາ, ເພື່ອວ່າ ສິ່ງເຫຼົ່ານັ້ນຈະບໍ່ມີລົມຫາຍໃຈຂອງແຜ່ນດິນໂລກອີກຕໍ່ໄປ ແລະ ບໍ່ມີຮອຍມົນທິນຈາກລົດຊາດຂອງພື້ນດິນອີກຕໍ່ໄປ. ຢູ່ແຜ່ນດິນໂລກ, ມະນຸດພະຍາຍາມຊອກຫາເປົ້າໝາຍ ແລະ ຕົ້ນກໍາເນີດຂອງພຣະທໍາຂອງເຮົາ ແລະ ໄດ້ສັງເກດເບິ່ງພຣະທໍາຂອງເຮົາ ແຕ່ບໍ່ມີໃຜຮູ້ຈັກຕົ້ນກໍາເນີດຂອງພຣະທໍາຂອງເຮົາຢ່າງແທ້ຈິງ ແລະ ບໍ່ມີໃຜເຄີຍເຫັນຄວາມມະຫັດສະຈັນຂອງການກະທໍາຂອງເຮົາຢ່າງແທ້ຈິງ. ພຽງໃນປັດຈຸບັນນີ້ເທົ່ານັ້ນ ເມື່ອເຮົາໄດ້ມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ ແລະ ກ່າວພຣະທໍາຂອງເຮົາ, ມະນຸດຈຶ່ງມີຄວາມຮູ້ໜ້ອຍໜຶ່ງກ່ຽວກັບເຮົາ, ກໍາຈັດບ່ອນທີ່ “ເຮົາ” ຈັບຈອງໃນຄວາມຄິດຂອງພວກເຂົາ ແລະ ໃນທາງກົງກັນຂ້າມ ໄດ້ສ້າງບ່ອນສໍາລັບພຣະເຈົ້າທີ່ແທ້ຈິງໃນຈິດສໍານຶກຂອງພວກເຂົາ. ມະນຸດມີແນວຄິດ ແລະ ເຕັມໄປດ້ວຍຄວາມສົງໄສ; ແມ່ນໃຜທີ່ບໍ່ຕ້ອງການເຫັນພຣະເຈົ້າ? ແມ່ນໃຜທີ່ບໍ່ປາດຖະໜາທີ່ຈະພົບປະກັບພຣະເຈົ້າ? ແຕ່ສິ່ງດຽວທີ່ຄອບຄອງຫ້ອງຫົວໃຈຂອງມະນຸດຢ່າງໝັ້ນຄົງກໍຄືພຣະເຈົ້າທີ່ມະນຸດຮູ້ສຶກວ່າເລື່ອນລອຍ ແລະ ເປັນນາມມະທໍາ. ແມ່ນໃຜຈະຮູ້ເຖິງສິ່ງນີ້ ຖ້າເຮົາບໍ່ໄດ້ບອກພວກເຂົາຢ່າງຊັດເຈນ? ແມ່ນໃຜຈະເຊື່ອຢ່າງແທ້ຈິງພ້ອມກັບຄວາມແນ່ນອນ ແລະ ບໍ່ມີແມ່ນແຕ່ຂໍ້ສົງໄສວ່າ ເຮົາມີຕົວຕົນແທ້ໆ? ມີຄວາມແຕກຕ່າງຢ່າງຫຼວງຫຼາຍລະຫວ່າງ “ເຮົາ” ທີ່ຢູ່ໃນໃຈຂອງມະນຸດ ແລະ “ເຮົາ” ແຫ່ງຄວາມເປັນຈິງ ແລະ ບໍ່ມີໃຜສາມາດປຽບທຽບສິ່ງເຫຼົ່ານັ້ນໄດ້. ຖ້າເຮົາບໍ່ໄດ້ກາຍເປັນເນື້ອໜັງ, ມະນຸດຈະບໍ່ມີມື້ຮູ້ຈັກເຮົາ ແລະ ເຖິງວ່າ ເຂົາຈະຮູ້ຈັກເຮົາ ແຕ່ຄວາມຮູ້ດັ່ງກ່າວນັ້ນຍັງບໍ່ແມ່ນເປັນພຽງແນວຄິດບໍ? ແຕ່ລະມື້ ເຮົາຍ່າງໃນທ່າມກາງການເຄື່ອນໄຫວຂອງຜູ້ຄົນຢ່າງບໍ່ຢຸດຢັ້ງ ແລະ ແຕ່ລະມື້ ເຮົາປະຕິບັດງານພາຍໃນທຸກຄົນ. ເມື່ອມະນຸດເຫັນເຮົາຢ່າງແທ້ຈິງ, ເຂົາຈະສາມາດຮູ້ຈັກເຮົາໃນພຣະທໍາຂອງເຮົາ ແລະ ເຂົ້າໃຈວິທີທີ່ເຮົາກ່າວ ພ້ອມດ້ວຍເຈດຕະນາຂອງເຮົາ.

ເມື່ອອານາຈັກມາຮອດແຜ່ນດິນໂລກຢ່າງເປັນທາງການ, ມີສິ່ງໃດໃນທ່າມກາງທຸກສິ່ງ ທີ່ຈະບໍ່ມິດງຽບລົງ? ແມ່ນໃຜໃນທ່າມກາງມະນຸດທີ່ຈະບໍ່ຢ້ານ? ເຮົາຍ່າງໄປທຸກບ່ອນທົ່ວຈັກກະວານ ແລະ ທຸກຢ່າງແມ່ນຖືກເຮົາຈັດແຈງດ້ວຍຕົວເອງ. ໃນເວລານີ້ ແມ່ນໃຜທີ່ບໍ່ຮູ້ວ່າ ການກະທໍາຂອງເຮົາມະຫັດສະຈັນ? ມືຂອງເຮົາຍົກທຸກຢ່າງຂຶ້ນຢ່າງສູງ ແຕ່ເຮົາກໍຍັງຢູ່ເທິງທຸກສິ່ງເຫຼົ່ານັ້ນ. ໃນປັດຈຸບັນ, ບໍ່ແມ່ນການບັງເກີດເປັນມະນຸດ ແລະ ການປາກົດຢູ່ດ້ວຍຕົວເຮົາເອງໃນທ່າມກາງມະນຸດບໍ ທີ່ຄືຄວາມໝາຍແທ້ຈິງຂອງຄວາມອ່ອນນ້ອມ ແລະ ຄວາມລຶກລັບຂອງເຮົາ? ດ້ານພາຍນອກ, ຫຼາຍຄົນຍົກຍ້ອງເຮົາວ່າດີ ແລະ ສັນລະເສີນເຮົາວ່າງົດງາມ ແຕ່ມີໃຜທີ່ຮູ້ຈັກເຮົາຢ່າງແທ້ຈິງແດ່? ໃນປັດຈຸບັນ, ເປັນຫຍັງເຮົາຈຶ່ງຖາມວ່າ ພວກເຈົ້າຮູ້ຈັກເຮົາບໍ? ເປົ້າໝາຍຂອງເຮົາບໍ່ແມ່ນເພື່ອເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ອັບອາຍບໍ? ເຮົາບໍ່ປາດຖະໜາ ທີ່ຈະບັງຄັບມະນຸດໃຫ້ສັນລະເສີນເຮົາ ແຕ່ເພື່ອເຮັດໃຫ້ເຂົາຮູ້ຈັກເຮົາ ເຂົາຈຶ່ງຈະຮັກເຮົາຜ່ານວິທີນັ້ນ ແລະ ດ້ວຍເຫດນັ້ນ ກໍຈະສັນລະເສີນເຮົາ. ການສັນລະເສີນດັ່ງກ່າວແມ່ນຄູ່ຄວນຕໍ່ຊື່ຂອງມັນ ແລະ ບໍ່ແມ່ນການເວົ້າທີ່ວ່າງເປົ່າ; ມີແຕ່ການສັນລະເສີນດັ່ງກ່າວນີ້ເທົ່ານັ້ນ ທີ່ສາມາດໄປເຖິງບັນລັງຂອງເຮົາ ແລະ ຂຶ້ນໄປເທິງຟ້າ. ຍ້ອນມະນຸດຖືກຊາຕານລໍ້ລວງ ແລະ ເຮັດໃຫ້ເສື່ອມຊາມ, ຍ້ອນເຂົາຖືກຄອບງຳໂດຍແນວຄິດ ແລະ ຄວາມຄິດ, ເຮົາຈຶ່ງໄດ້ກາຍເປັນເນື້ອໜັງ ເພື່ອເອົາຊະນະມວນມະນຸດທຸກຄົນດ້ວຍຕົວເອງ, ເພື່ອເປີດເຜີຍແນວຄິດທັງໝົດຂອງມະນຸດ ແລະ ເພື່ອຈີກຄວາມຄິດຂອງມະນຸດອອກເປັນສິ້ນສ່ວນ. ດ້ວຍເຫດນັ້ນ, ມະນຸດຈຶ່ງບໍ່ແຫ່ຂະບວນຢູ່ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ຮັບໃຊ້ເຮົາໂດຍການນໍາໃຊ້ແນວຄິດຂອງເຂົາເອງອີກຕໍ່ໄປ ແລະ ສະນັ້ນ “ເຮົາ” ທີ່ຢູ່ໃນແນວຄິດຂອງມະນຸດຈຶ່ງຖືກກໍາຈັດ. ເມື່ອອານາຈັກມາເຖິງ, ສິ່ງທໍາອິດທີ່ເຮົາຈະເຮັດແມ່ນການເລີ່ມຂັ້ນຕອນນີ້ຂອງພາລະກິດ ແລະ ເຮົາຈະກະທໍາພາລະກິດດັ່ງກ່າວນັ້ນພາຍໃນປະຊາຊົນຂອງເຮົາ. ໃນຖານະເປັນປະຊາຊົນຂອງເຮົາ ທີ່ເກີດໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ແນ່ນອນຢູ່ແລ້ວວ່າ ພວກເຈົ້າແມ່ນຈະມີພິດຂອງມັງກອນແດງທີ່ຍິ່ງໃຫຍ່ບໍ່ໜ້ອຍກໍຫຼາຍ. ສະນັ້ນ, ຂັ້ນຕອນນີ້ຂອງພາລະກິດຂອງເຮົາແມ່ນສຸມໃສ່ພວກເຈົ້າເປັນຫຼັກ ແລະ ນີ້ແມ່ນດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດຂອງເຮົາໃນປະເທດຈີນ. ຜູ້ຄົນສ່ວນຫຼາຍແມ່ນບໍ່ສາມາດ ເຂົ້າໃຈແມ່ນແຕ່ເສດໜຶ່ງຂອງພຣະທໍາທີ່ເຮົາກ່າວ ແລະ ເມື່ອພວກເຂົາເຂົ້າໃຈ ຄວາມເຂົ້າໃຈຂອງພວກເຂົາກໍບໍ່ຊັດເຈນ ແລະ ສັບສົນ. ນີ້ແມ່ນຈຸດຫັນປ່ຽນໃນວິທີການທີ່ເຮົາກ່າວ. ຖ້າທຸກຄົນສາມາດອ່ານພຣະທໍາຂອງເຮົາ ແລະ ເຂົ້າໃຈຄວາມໝາຍຂອງພຣະທໍາເຫຼົ່ານັ້ນ ແລ້ວແມ່ນໃຜໃນທ່າມກາງມະນຸດທີ່ຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ບໍ່ຖືກໂຍນລົງສູ່ແດນມໍລະນາ? ເມື່ອມະນຸດຮູ້ຈັກເຮົາ ແລະ ເຊື່ອຟັງເຮົາ, ນັ້ນຈະເປັນເວລາທີ່ເຮົາພັກຜ່ອນ ແລະ ນັ້ນຈະເປັນເວລາທີ່ມະນຸດສາມາດເຂົ້າໃຈຄວາມໝາຍຂອງພຣະທໍາຂອງເຮົາຢ່າງແທ້ຈິງ. ໃນປັດຈຸບັນ, ວຸດທິພາວະຂອງພວກເຈົ້າແມ່ນຕໍ່າເກີນໄປ, ມັນຕໍ່າຢ່າງໜ້າສົມເພດ, ບໍ່ຄູ່ຄວນທີ່ຈະຖືກຍົກຂຶ້ນ, ສ່ວນຄວາມຮູ້ຂອງພວກເຈົ້າກ່ຽວກັບເຮົານັ້ນ ແມ່ນບໍ່ຕ້ອງເວົ້າເຖິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 11

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 61)

ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດຖືກຈັດແຈງ. ພາຍໃຕ້ການເຮືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມືດມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຫຼົບໜີຈາກແສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຝົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການລົງໂທດຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເທົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ບໍ່ເຊື່ອຟັງທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ມີວັນລັງເລໃນການມີຊີວິດຢູ່ອີກ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ພະຍາຍາມທຸກວິທີການທີ່ເປັນໄປໄດ້ ເພື່ອທໍາລາຍແຜນການຂອງເຮົາ ໂດຍຫວັງທີ່ຈະລົບລ້າງພາລະກິດຂອງເຮົາອອກຈາກແຜ່ນດິນໂລກ ແຕ່ກົນອຸບາຍອັນຫຼອກລວງຂອງມັນຈະສາມາດເຮັດໃຫ້ເຮົາໝົດກໍາລັງໃຈໄດ້ບໍ? ການຂົ່ມຂູ່ຂອງມັນຈະສາມາດເຮັດໃຫ້ເຮົາຕົກໃຈຈົນສູນເສຍຄວາມໝັ້ນໃຈບໍ? ບໍ່ເຄີຍມີສິ່ງມີຊີວິດແມ່ນແຕ່ໜຶ່ງຊີວິດໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ທີ່ເຮົາບໍ່ໄດ້ກໍາໄວ້ໃນກໍາມືຂອງເຮົາ; ສິ່ງນີ້ຍິ່ງເປັນຈິງຫຼາຍສໍ່າໃດກັບມັງກອນແດງທີ່ຍິ່ງໃຫຍ່, ອຸປະກອນນີ້ທີ່ຮັບໃຊ້ເປັນຕົວປະກອບໃຫ້ເຮົາ? ມັນບໍ່ແມ່ນວັດຖຸທີ່ຖືກຄວບຄຸມດ້ວຍມືຂອງເຮົາເຊັ່ນກັນບໍ?

ໃນລະຫວ່າງການບັງເກີດເປັນມະນຸດຂອງເຮົາໃນໂລກມະນຸດ, ພາຍໃຕ້ການຊີ້ນໍາຂອງເຮົາ ມະນຸດໄດ້ມາຮອດຍຸກນີ້ໂດຍທີ່ບໍ່ຮູ້ຕົວ ແລະ ໄດ້ຮູ້ຈັກເຮົາໂດຍບໍ່ຮູ້ຕົວ. ແຕ່ສໍາລັບວິທີຍ່າງເສັ້ນທາງທີ່ຢູ່ຂ້າງໜ້ານັ້ນບໍ່ມີຜູ້ໃດມີແນວຄິດແມ່ນແຕ່ໜ້ອຍດຽວ ຫຼື ບໍ່ມີຜູ້ໃດຮູ້ເລີຍ ແລະ ແຮງໄກທີ່ຈະມີຜູ້ໃດຮູ້ວ່າ ເສັ້ນທາງນັ້ນຈະພາພວກເຂົາໄປໃນທິດທາງໃດ. ມີພຽງການເຝົ້າເບິ່ງຂອງພຣະອົງຜູ້ຊົງລິດທານຸພາບສູງສຸດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຍ່າງຕາມເສັ້ນທາງໄປເຖິງທີ່ສຸດໄດ້; ມີພຽງການຊີ້ນໍາໂດຍຟ້າແມບເຫຼື້ອມໃນທິດຕາເວັນອອກເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຜ່ານທາງເຂົ້າທີ່ນໍາໄປສູ່ອານາຈັກຂອງເຮົາໄດ້. ໃນທ່າມກາງມະນຸດ ແມ່ນບໍ່ເຄີຍມີຜູ້ໃດທີ່ໄດ້ເຫັນໃບໜ້າຂອງເຮົາ, ບໍ່ມີຜູ້ໃດເຫັນສາຍຟ້າແມບໃນທິດຕາເວັນອອກ; ແລ້ວຈະມີຄົນໜ້ອຍສໍ່າໃດທີ່ໄດ້ຍິນພຣະວັດຈະນະຈາກບັນລັງຂອງເຮົາ? ທີ່ຈິງແລ້ວ ນັບຕັ້ງແຕ່ຍຸກບູຮານ ບໍ່ມີມະນຸດແມ່ນແຕ່ຄົນດຽວ ທີ່ໄດ້ມາພົວພັນໂດຍກົງກັບຕົວຕົນຂອງເຮົາ; ມີພຽງໃນປັດຈຸບັນເທົ່ານັ້ນ ເມື່ອເຮົາໄດ້ມາສູ່ໂລກ ມະນຸດຈຶ່ງມີໂອກາດເຫັນເຮົາ. ແຕ່ເຖິງຕອນນີ້ ມະນຸດກໍຍັງບໍ່ຮູ້ຈັກເຮົາ, ພວກເຂົາພຽງແຕ່ເບິ່ງໜ້າເຮົາ ແລະ ໄດ້ຍິນສຽງຂອງເຮົາເທົ່ານັ້ນ ແຕ່ຍັງບໍ່ເຂົ້າໃຈຄວາມໝາຍຂອງເຮົາ. ມະນຸດທຸກຄົນແມ່ນເປັນແບບນີ້. ໃນຖານະທີ່ເປັນໜຶ່ງໃນບັນດາປະຊາຊົນຂອງເຮົາ, ພວກເຈົ້າບໍ່ຮູ້ສຶກພາກພູມໃຈຢ່າງຍິ່ງບໍ ເມື່ອພວກເຈົ້າເຫັນໜ້າຂອງເຮົາ? ພວກເຈົ້າບໍ່ຮູ້ສຶກອັບອາຍຢ່າງໜ້າສົງສານບໍ ທີ່ພວກເຈົ້າບໍ່ຮູ້ຈັກເຮົາ? ເຮົາຍ່າງຢູ່ທ່າມກາງມະນຸດ ແລະ ເຮົາດໍາລົງຊີວິດໃນທ່າມກາງມະນຸດ ເພາະວ່າເຮົາໄດ້ກາຍເປັນເນື້ອໜັງ ແລະ ເຮົາໄດ້ມາສູ່ໂລກມະນຸດ. ເປົ້າໝາຍຂອງເຮົາບໍ່ພຽງແຕ່ເຮັດໃຫ້ມະນຸດສາມາດເບິ່ງເນື້ອໜັງຂອງເຮົາ; ຍິ່ງສໍາຄັນໄປກວ່ານັ້ນ, ມັນແມ່ນເພື່ອເຮັດໃຫ້ມະນຸດສາມາດຮູ້ຈັກເຮົາ. ຍິ່ງໄປກວ່ານັ້ນ, ເຮົາຈະລົງໂທດມະນຸດຍ້ອນບາບຂອງພວກເຂົາຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ; ເຮົາຈະດັບສູນມັງກອນແດງທີ່ຍິ່ງໃຫຍ່ ແລະ ທໍາລາຍລ້າງຖໍ້າຂອງມັນຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 12

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 62)

ຜູ້ຄົນທົ່ວທັງຈັກກະວານສະຫຼອງການມາເຖິງຂອງມື້ຂອງເຮົາ ແລະ ທູດສະຫວັນກໍຍ່າງທ່າມກາງປະຊາຊົນທັງໝົດຂອງເຮົາ. ເມື່ອຊາຕານສ້າງບັນຫາ, ທູດສະຫວັນກໍຈະຊ່ວຍຄົນຂອງເຮົາຢູ່ສະເໝີຍ້ອນການຮັບໃຊ້ຂອງພວກເຂົາທີ່ຢູ່ໃນສະຫວັນ. ພວກເຂົາບໍ່ໄດ້ຖືກລໍ້ລວງໂດຍມານຮ້າຍຍ້ອນຄວາມອ່ອນແອຂອງມະນຸດ ແຕ່ຍ້ອນການໂຈມຕີຢ່າງຕໍ່ເນື່ອງຈາກອໍານາດແຫ່ງຄວາມມືດ ພວກເຂົາຍິ່ງພະຍາຍາມຫຼາຍກວ່າເດີມເພື່ອສຳພັດກັບຊີວິດຂອງມະນຸດຜ່ານເມກໝອກ. ຄົນຂອງເຮົາທຸກຄົນຍອມຢູ່ພາຍໃຕ້ພຣະນາມຂອງເຮົາ ແລະ ບໍ່ມີໃຜເຄີຍລຸກຂຶ້ນເພື່ອຕໍ່ຕ້ານເຮົາຢ່າງເປີດເຜີຍຈັກເທື່ອ. ຍ້ອນຄວາມພະຍາຍາມຢ່າງໜັກຂອງທູດສະຫວັນ, ມະນຸດຈຶ່ງຍອມຮັບພຣະນາມຂອງເຮົາ ແລະ ທຸກຄົນຈຶ່ງຢູ່ທ່າມກາງກະແສແຫ່ງພາລະກິດຂອງເຮົາ. ແຜ່ນດິນໂລກກຳລັງຫຼົ້ມຈົມ! ບາບີໂລນກຳລັງເປັນອຳມະພາດ! ໂອ ໂລກແຫ່ງສາສະໜາເອີຍ! ມັນຈະບໍ່ຖືກທຳລາຍດ້ວຍລິດອຳນາດຂອງເຮົາຢູ່ເທິງໂລກໄດ້ແນວໃດ? ຜູ້ໃດຍັງກ້າບໍ່ເຊື່ອຟັງ ແລະ ກ້າຕໍ່ຕ້ານເຮົາ? ພວກທຳມະຈານບໍ? ເຈົ້າໜ້າທີ່ສາສະໜາທຸກຄົນບໍ? ຜູ້ປົກຄອງ ແລະ ຜູ້ມີອຳນາດເທິງແຜ່ນດິນໂລກບໍ? ທູດສະຫວັນບໍ? ຜູ້ໃດບໍ່ສະຫຼອງຄວາມສົມບູນ ແລະ ຄວາມບໍລິບູນໃນຮ່າງກາຍຂອງເຮົາ? ໃນບັນດາຜູ້ຄົນທັງປວງ, ແມ່ນໃຜບໍ່ຮ້ອງສັນລະເສີນເຮົາຢ່າງບໍ່ສິ້ນສຸດ, ແມ່ນໃຜທີ່ບໍ່ມີຄວາມສຸກຕະຫຼອດການ? ເຮົາດຳລົງຊີວິດຢູ່ໃນດິນແດນທີ່ເປັນບ່ອນຫຼົບຊ້ອນຂອງມັງກອນແດງທີ່ຍິ່ງໃຫຍ່, ແຕ່ສິ່ງນີ້ບໍ່ໄດ້ເຮັດໃຫ້ເຮົາສັ່ນຢ້ານ ຫຼື ແລ່ນໜີ, ຍ້ອນທຸກຄົນທີ່ຢູ່ໃນທີ່ນັ້ນກໍເລີ່ມເບື່ອກັບມັນແລ້ວ. ບໍ່ເຄີຍມີສິ່ງໃດໃນ “ໜ້າທີ່” ຂອງມັນໄດ້ຖືກປະຕິບັດຕໍ່ໜ້າມັງກອນເພື່ອເຫັນແກ່ມັງກອງຈັກເທື່ອ; ກົງກັນຂ້າມ, ທຸກສິ່ງທີ່ປະຕິບັດຄືສິ່ງທີ່ພວກເຂົາເຫັນວ່າເໝາະສົມ ແລະ ແຕ່ລະຢ່າງກໍໄປຕາມເສັ້ນທາງຂອງມັນເອງ. ບັນດາປະເທດຊາດທີ່ຢູ່ເທິງແຜ່ນດິນໂລກຈະບໍ່ຈິບຫາຍໄດ້ແນວໃດ? ບັນດາປະເທດຊາດທີ່ຢູ່ເທິງແຜ່ນດິນໂລກຈະບໍ່ລົ້ມສະຫຼາຍໄດ້ແນວໃດ? ປະຊາຊົນຂອງເຮົາຈະບໍ່ຮ້ອງໂຮໄດ້ແນວໃດ? ພວກເຂົາຈະບໍ່ຮ້ອງດ້ວຍຄວາມປິຕິຍິນດີໄດ້ແນວໃດ? ນີ້ແມ່ນພາລະກິດຂອງມະນຸດບໍ? ມັນເປັນການກະທຳດ້ວຍມືຂອງມະນຸດບໍ? ເຮົາປະທານແຫຼ່ງກໍາເນີດແຫ່ງການເປັນຢູ່ຂອງມະນຸດ ແລະ ຈັດແຈງໃຫ້ເຂົາດ້ວຍວັດຖຸສິ່ງຂອງຕ່າງໆ ແຕ່ເຂົາກໍບໍ່ພໍໃຈກັບສະພາບການໃນປັດຈຸບັນຂອງເຂົາ ແລະ ຮຽກຮ້ອງໃຫ້ໄດ້ເຂົ້າສູ່ອານາຈັກຂອງເຮົາ. ແຕ່ເຂົາຈະເຂົ້າສູ່ອານາຈັກຂອງເຮົາຢ່າງງ່າຍດາຍ ໂດຍບໍ່ຕ້ອງຈ່າຍລາຄາ, ໂດຍບໍ່ເຕັມໃຈທີ່ຈະຖວາຍຄວາມອຸທິດຕົນຢ່າງບໍ່ເຫັນແກ່ຕົວໄດ້ແນວໃດ? ແທນທີ່ຈະຮຽກຮ້ອງສິ່ງໃດໜຶ່ງຈາກມະນຸດ, ເຮົາສ້າງເງື່ອນໄຂສຳລັບເຂົາ ເພື່ອວ່າອານາຈັກຂອງເຮົາທີ່ຢູ່ເທິງແຜ່ນດິນໂລກຈະເຕັມໄປດ້ວຍສະຫງ່າລາສີ. ມະນຸດຖືກເຮົານຳພາຈົນມາເຖິງຍຸກປັດຈຸບັນ, ເຂົາເປັນຢູ່ໃນສະພາບແບບນີ້ ແລະ ເຂົາດຳລົງຊີວິດຢູ່ທ່າມກາງການນໍາພາໂດຍແສງສະຫວ່າງຂອງເຮົາ. ຖ້າມັນບໍ່ເປັນແບບນັ້ນ, ແມ່ນໃຜທ່າມກາງຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກຈະຮູ້ຈັກໂອກາດຂອງພວກເຂົາໄດ້? ຜູ້ໃດຈະເຂົ້າໃຈຄວາມປະສົງຂອງເຮົາ? ເຮົາເພີ່ມກົດບັນຍັດຂອງເຮົາເຂົ້າໃສ່ເງື່ອນໄຂຂອງມະນຸດ; ແລ້ວນີ້ບໍ່ແມ່ນສອດຄ່ອງກັບກົດເກນແຫ່ງທຳມະຊາດບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 22

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 63)

ໃນອານາຈັກ ສິ່ງຕ່າງໆທີ່ລໍ້າເລີດແຫ່ງການສ້າງໄດ້ເລີ່ມຟື້ນຟູຄືນມາໃໝ່ ແລະ ໄດ້ຮັບພະລັງຊີວິດຂອງພວກເຂົາຄືນໃໝ່. ເນື່ອງຈາກການປ່ຽນແປງໃນສະພາບຂອງແຜ່ນດິນໂລກ, ເຂດແດນລະຫວ່າງດິນແດນຫນຶ່ງ ກັບອີກດິນແດນໜຶ່ງເລີ່ມປ່ຽນໄປ. ເຮົາໄດ້ທໍານາຍວ່າ ເມື່ອດິນແດນຖືກແຍກອອກຈາກກັນ ແລະ ດິນແດນຖືກລວມຕົວກັນ ມັນຈະເປັນເວລາທີ່ເຮົາຈີກທຸກເຊື້ອຊາດອອກເປັນຕ່ອນໆ. ໃນເວລານີ້ ເຮົາຈະເລີ່ມການສ້າງ ແລະ ການແບ່ງແຍກຈັກກະວານທັງໝົດໃໝ່ ດ້ວຍການວາງຈັກກະວານຕາມລຳດັບ ແລະ ປະຕິຮູບອັນເກົ່າໃຫ້ເປັນອັນໃໝ່. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນພາລະກິດຂອງເຮົາ. ເມື່ອບັນດາເຊື້ອຊາດ ແລະ ຜູ້ຄົນທັງໝົດຂອງໂລກກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະໃຊ້ຄວາມເມດຕາທັງໝົດຂອງສະຫວັນ ແລະ ມອບໃຫ້ໂລກຂອງມະນຸດ. ສະນັ້ນ ຈົ່ງຂອບໃຈເຮົາ, ເພາະໂລກຈະເຕັມໄປດ້ວຍຄວາມເມດຕາກະລຸນາທີ່ບໍ່ມີສິ່ງໃດທຽບໄດ້. ແຕ່ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໃສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ໃດກໍ່ຕາມທີ່ລະເມີດພຣະບັນຍັດດັ່ງກ່າວນັ້ນ:

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ ຕັ້ງຕົນຕໍ່ຕ້ານກັບຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ ແລະ ສັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ນາໆຊາດທີ່ຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ, ແລະ ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ນັ້ນກໍ່ຄື ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ທັງໝົດຈະຖືກປ່ຽນເປັນເທົ່າຖ່ານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ໃນຫຼາກຫຼາຍຂອບເຂດ ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ບັນດາຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ຍ້ອນພວກເຮົາໄດ້ເຮັດໃຫ້ຕົນເອງພົ້ນໂທດແນວໃດ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນ ແລະ ດ້ວຍສຽງຂອງເຮົາ, ເຮົາຈະເປັ່ງສຽງອອກມາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.

ເມື່ອສຽງຂອງເຮົາເລິກເຊິ່ງຍິ່ງຂຶ້ນ, ເຮົາໄດ້ສັງເກດສະພາວະຂອງຈັກກະວານອີກດ້ວຍ. ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນລ້ວນແລ້ວແຕ່ຖືກສ້າງຂຶ້ນໃໝ່ຜ່ານພຣະທຳຂອງເຮົາ. ສະຫວັນປ່ຽນໄປ ແລະ ແຜ່ນດິນໂລກກໍປ່ຽນແປງເຊັ່ນກັນ. ມະນຸດຖືກເປີດໂປງໃນຮູບຮ່າງເດີມຂອງພວກເຂົາ ແລະ ຢ່າງຊ້າໆ ແຕ່ລະຄົນຖືກແຍກອອກຕາມປະເພດຂອງພວກເຂົາ ແລະ ຊອກຫາທາງຂອງພວກເຂົາກັບຄືນສູ່ອ້ອມກອດຂອງຄອບຄົວຂອງພວກເຂົາໂດຍທີ່ບໍ່ຮູ້ຕົວ. ສິ່ງນີ້ຈະເຮັດໃຫ້ເຮົາພໍໃຈເປັນຢ່າງຍິ່ງ. ເຮົາປາສະຈາກການລົບກວນ ແລະ ພາລະກິດອັນຍິ່ງໃຫຍ່ຂອງເຮົາກໍຈະສໍາເລັດເທື່ອລະໜ້ອຍ ແລະ ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນທີ່ຖືກສ້າງຂຶ້ນໄດ້ຖືກປ່ຽນແປງ. ເມື່ອເຮົາສ້າງແຜ່ນດິນໂລກ, ເຮົາອອກແບບທຸກສິ່ງຕາມປະເພດຂອງພວກມັນ, ວາງທຸກສິ່ງທີ່ມີຮູບຮ່າງຮ່ວມກັນກັບປະເພດຂອງພວກມັນ. ເມື່ອເວລາສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາຍັບເຂົ້າມາໃກ້, ເຮົາຈະຟື້ນຟູສະພາບດັ່ງເດີມຂອງສັບພະສິ່ງ; ເຮົາຈະຟື້ນຟູທຸກສິ່ງໃຫ້ກັບຄືນສູ່ຮູບແບບທີ່ເປັນຢູ່ດັ່ງເດີມ, ປ່ຽນແປງທຸກສິ່ງຢ່າງເລິກເຊິ່ງ, ເພື່ອວ່າທຸກສິ່ງຈະກັບຄືນສູ່ອ້ອມກອດໃນແຜນການຂອງເຮົາ. ເວລາໄດ້ມາເຖິງແລ້ວ! ຂັ້ນຕອນສຸດທ້າຍຂອງແຜນການຂອງເຮົາໃກ້ຈະສຳເລັດແລ້ວ. ໂອ້, ໂລກເກົ່າທີ່ສົກກະປົກເອີຍ! ເຈົ້າຈະຕົກຢູ່ພາຍໃຕ້ພຣະທຳຂອງເຮົາຢ່າງແນ່ນອນ! ເຈົ້າຈະຖືກແຜນການຂອງເຮົາເຮັດໃຫ້ເຈົ້າຫຼຸດລົງສູ່ຄວາມວ່າງເປົ່າຢ່າງແນ່ນອນ! ໂອ້ ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນທີ່ຖືກສ້າງເອີຍ! ເຈົ້າທັງຫຼາຍຈະໄດ້ຮັບຊີວິດໃໝ່ພາຍໃນພຣະທຳຂອງເຮົາ, ບັດນີ້ ເຈົ້າຈະມີພຣະຜູ້ເປັນເຈົ້າອົງສູງສຸດຂອງເຈົ້າ! ໂອ້ ໂລກໜ່ວຍໃໝ່ທີ່ບໍລິສຸດ ແລະ ບໍ່ມີມົນທິນເອີຍ! ເຈົ້າຈະຟື້ນຄືນໃໝ່ພາຍໃນສະຫງ່າລາສີຂອງເຮົາຢ່າງແນ່ນອນ! ໂອ້ ພູເຂົາຊີໂອນເອີຍ! ຢ່າມິດງຽບອີກຕໍ່ໄປ. ເຮົາໄດ້ກັບຄືນມາຢ່າງມີໄຊຊະນະ! ຈາກບັນດາສັບພະສິ່ງທີ່ຖືກສ້າງທັງປວງ ເຮົາຈະສໍາຫຼວດເບິ່ງແຜ່ນດິນໂລກທັງໝົດ. ເທິງແຜ່ນດິນໂລກ, ມະນຸດຊາດໄດ້ເລີ່ມຕົ້ນຊີວິດໃໝ່ ແລະ ໄດ້ຊະນະຄວາມຫວັງໃໝ່. ໂອ້ ປະຊາກອນຂອງເຮົາເອີຍ! ເຈົ້າຈະບໍ່ກັບຄືນສູ່ຊີວິດພາຍໃນແສງສະຫວ່າງຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີພາຍໃຕ້ການນໍາພາຂອງເຮົາໄດ້ແນວໃດ? ແຜ່ນດິນໂຮຮ້ອງຂຶ້ນດ້ວຍຄວາມປິຕິຍິນດີ, ນໍ້າຟົດຟື້ນໄປດ້ວຍສຽງຫົວຢ່າງເບີກບານ! ໂອ້, ອິດສະຣາເອນທີ່ຟື້ນຄືນເອີຍ! ເຈົ້າຈະບໍ່ຮູ້ສຶກເຖິງຄວາມພາກພູມໃຈຍ້ອນການກຳນົດໄວ້ລ່ວງໜ້າຂອງເຮົາໄດ້ແນວໃດ? ແມ່ນໃຜຮ້ອງໄຫ້? ແມ່ນໃຜຄໍ່າຄວນ? ອິດສະຣາເອນໃນອະດີດບໍ່ໄດ້ມີຢູ່ອີກແລ້ວ ແລະ ອິດສະຣາເອນໃນປັດຈຸບັນໄດ້ລຸກຂຶ້ນ, ຕັ້ງຂຶ້ນ ແລະ ສູງຂຶ້ນຫຼາຍໃນໂລກ ແລະ ໄດ້ຢືນຂຶ້ນໃນໃຈຂອງມະນຸດທຸກຄົນ. ອິດສະຣາເອນໃນປັດຈຸບັນຈະໄດ້ຮັບແຫຼ່ງທີ່ມາຂອງການມີຊີວິດຜ່ານປະຊາຊົນຂອງເຮົາຢ່າງແນ່ນອນ! ໂອ, ເອຢິບທີ່ເປັນຕາກຽດຊັງເອີຍ! ແນ່ນອນ ບໍ່ແມ່ນເຈົ້າຍັງຢືນຕໍ່ຕ້ານເຮົາຢູ່ບໍ? ເຈົ້າຈະເອົາປຽບຄວາມກະລຸນາຂອງເຮົາ ແລະ ພະຍາຍາມຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ຢູ່ພາຍໃນການຂ້ຽນຕີຂອງເຮົາໄດ້ແນວໃດ? ທຸກຄົນທີ່ເຮົາຮັກຈະມີຊີວິດນິລັນດອນ ແລະ ທຸກຄົນທີ່ຢືນຕໍ່ສູ້ກັບເຮົາຈະຖືກເຮົາຂ້ຽນຕີຕະຫຼອດກາລະນານຢ່າງແນ່ນອນ. ເພາະວ່າເຮົາເປັນພຣະເຈົ້າທີ່ຫວງແຫນ ແລະ ຈະບໍ່ລະປ່ອຍມະນຸດໄປງ່າຍໆສຳລັບທຸກສິ່ງທີ່ພວກເຂົາໄດ້ກະທໍາ. ເຮົາຈະເຝົ້າເບິ່ງທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມສະຫງ່າຜ່າເຜີຍ, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ມະນຸດທັງຫຼາຍທີ່ນັບບໍ່ຖ້ວນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 64)

ເມື່ອທູດສະຫວັນຫຼິ້ນດົນຕີເພື່ອສັນລະເສີນເຮົາ, ສິ່ງນີ້ໄດ້ບັນດານຄວາມເມດຕາທີ່ເຮົາມີສຳລັບມະນຸດ. ບາງຄັ້ງ ຫົວໃຈຂອງເຮົາກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ມັນເປັນໄປບໍ່ໄດ້ທີ່ຈະກຳຈັດຄວາມຮູ້ສຶກທີ່ເຈັບປວດນີ້ອອກໄປຈາກຕົວເຮົາເອງ. ໃນຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງການຖືກຕັດຂາດ ແລະ ຫຼັງຈາກນັ້ນກໍກັບມາຮ່ວມກັນໃໝ່ກັບມະນຸດ, ພວກເຮົາບໍ່ສາມາດແລກປ່ຽນຄວາມຮູ້ສຶກໄດ້. ຍ້ອນຖືກແຍກໃຫ້ຢູ່ໃນສະຫວັນເບື້ອງເທິງ ແລະ ແຜ່ນດິນໂລກເບື້ອງລຸ່ມ, ມະນຸດ ແລະ ເຮົາບໍ່ສາມາດພົບກັນໄດ້ເປັນປະຈຳ. ແມ່ນໃຜສາມາດຫຼົບໜີຈາກຄວາມອາວອນຫາຄວາມຮູ້ສຶກຜ່ານມາໄດ້ແດ່? ແມ່ນໃຜສາມາດຢຸດລະລຶກເຖິງອະດີດໄດ້ແດ່? ແມ່ນໃຜບໍ່ຄາດຫວັງເພື່ອຄວາມຮູ້ສຶກໃນອະດີດ? ແມ່ນໃຜຈະບໍ່ປາຖະໜາຫາການກັບມາຂອງເຮົາ? ແມ່ນໃຜຈະບໍ່ປາຖະໜາຫາການກັບມາຮ່ວມກັນໃໝ່ຂອງເຮົາກັບມະນຸດ? ຫົວໃຈຂອງເຮົາເປັນທຸກຫຼາຍ ແລະ ວິນຍານຂອງມະນຸດກໍກັງວົນຫຼາຍ. ເຖິງແມ່ນມີຄວາມຄ້າຍຄືກັນທາງຝ່າຍວິນຍານ, ພວກເຮົາກໍບໍ່ສາມາດຢູ່ນໍາກັນເລື້ອຍໆໄດ້ ແລະ ພວກເຮົາບໍ່ສາມາດເຫັນກັນ ແລະ ກັນຢູ່ເລື້ອຍໆ. ສະນັ້ນ ຊີວິດຂອງບັນດາມະນຸດຊາດຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ ແລະ ຂາດກຳລັງ, ຍ້ອນມະນຸດປາຖະໜາຫາເຮົາຢູ່ສະເໝີ. ມັນເປັນຄືກັບວ່າ ມະນຸດເປັນສິ່ງທີ່ຖືກໂຍນອອກຈາກສະຫວັນ; ພວກເຂົາຮ້ອງໄຫ້ຫານາມຂອງເຮົາຢູ່ເທິງແຜ່ນດິນໂລກ, ເຫຼືອກສາຍຕາຂອງພວກເຂົາມາຫາເຮົາຈາກພື້ນດິນ, ແຕ່ພວກເຂົາຈະສາມາດຫຼົບໜີຈາກປາກຂອງໝາປ່າທີ່ຫິວໂຫຍໄດ້ແນວໃດ? ພວກເຂົາຈະປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກໄພອັນຕະລາຍຂອງມັນ ແລະ ການລໍ້ລວງຂອງມັນໄດ້ແນວໃດ? ມະນຸດຈະບໍ່ສາມາດສະຫຼະຕົນເອງຍ້ອນຄວາມເຊື່ອຟັງຕໍ່ການຈັດກຽມໃນແຜນການຂອງເຮົາໄດ້ແນວໃດ? ເມື່ອພວກເຂົາອ້ອນວອນສຽງດັງ, ເຮົາກໍຫັນໜ້າໜີຈາກພວກເຂົາ, ເຮົາບໍ່ສາມາດທົນຫຼຽວເບິ່ງອີກຕໍ່ໄປໄດ້; ແຕ່ເຮົາຈະບໍ່ໄດ້ຍິນສຽງຮ້ອງໄຫ້ທີ່ເຕັມໄປດ້ວຍນໍ້າຕາຂອງພວກເຂົາໄດ້ແນວໃດ? ເຮົາຈະແກ້ໄຂຄວາມບໍ່ຍຸຕິທຳໃນໂລກຂອງມະນຸດ. ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍມືຂອງເຮົາເອງທົ່ວແຜ່ນດິນໂລກ, ຫ້າມບໍ່ໃຫ້ຊາຕານທຳຮ້າຍປະຊາຊົນຂອງເຮົາອີກຕໍ່ໄປ, ຫ້າມບໍ່ໃຫ້ສັດຕູເຮັດຫຍັງກໍໄດ້ຕາມທີ່ພວກເຂົາພໍໃຈອີກແລ້ວ. ເຮົາຈະກາຍເປັນກະສັດເທິງແຜ່ນດິນໂລກ ແລະ ຍ້າຍບັນລັງຂອງເຮົາໄປຢູ່ທີ່ນັ້ນ, ເຮັດໃຫ້ສັດຕູທຸກຄົນຂອງເຮົາລົ້ມລົງເທິງພື້ນດິນ ແລະ ສາລະພາບຄວາມຜິດຂອງພວກເຂົາຕໍ່ໜ້າເຮົາ. ໃນຄວາມໂສກເສົ້າຂອງເຮົາປະກອບດ້ວຍຄວາມໂມໂຫ, ເຮົາຈະຢຽບຢໍ່າຈັກກະວານທັງປວງໃຫ້ແປ, ບໍ່ປ່ອຍໃຫ້ເຫຼືອໃຜຈັກຄົນ ແລະ ໂຈມຕີສັດຕູຂອງເຮົາໃຫ້ເກີດຄວາມຕົກໃຈຢ້ານ. ເຮົາຈະທໍາລາຍແຜ່ນໂລກທັງໝົດໃຫ້ກາຍເປັນຊາກພັງທະລາຍ ແລະ ເຮັດໃຫ້ສັດຕູຂອງເຮົາຕົກລົງສູ່ຄວາມພິນາດ, ເພື່ອວ່າຕັ້ງແຕ່ນີ້ເປັນຕົ້ນໄປ ພວກເຂົາຈະບໍ່ເຮັດໃຫ້ມະນຸດຊາດເສື່ອມຊາມອີກຕໍ່ໄປ. ແຜນການຂອງເຮົາຖືກກຳນົດແນ່ນອນແລ້ວ ແລະ ບໍ່ມີໃຜ, ບໍ່ວ່າພວກເຂົາເປັນໃຜກໍຕາມ, ຈະສາມາດປ່ຽນແປງມັນໄດ້. ເມື່ອເຮົາທ່ອງທ່ຽວໄປມາດ້ວຍຄວາມສະຫງ່າຜ່າເຜີຍເໜືອຈັກກະວານ, ມະນຸດທຸກຄົນຈະຖືກສ້າງຂຶ້ນໃໝ່ ແລະ ທຸກສິ່ງຈະຖືກຟື້ນຄືນໃໝ່. ມະນຸດຈະບໍ່ຮ້ອງໄຫ້ອີກຕໍ່ໄປ ແລະ ເຂົາຈະບໍ່ຮ້ອງໄຫ້ຂໍຄວາມຊ່ວຍເຫຼືອຈາກເຮົາອີກຕໍ່ໄປ. ແລ້ວຫົວໃຈຂອງເຮົາກໍຈະຍິນດີ ແລະ ຜູ້ຄົນຈະກັບຄືນມາສະຫຼອງກັບເຮົາ. ຈັກກະວານທັງປວງ ຕັ້ງແຕ່ເທິງລົງລຸ່ມ ຈະຕື່ນເຕັ້ນດີໃຈ...

ໃນປັດຈຸບັນ, ໃນບັນດາປະຊາຊາດເທິງແຜ່ນດິນໂລກ, ເຮົາກຳລັງປະຕິບັດພາລະກິດທີ່ເຮົາຕັ້ງໃຈເຮັດໃຫ້ສຳເລັດ. ເຮົາເຄື່ອນໄຫວໄປມາທ່າມກາງມະນຸດຊາດ, ປະຕິບັດພາລະກິດທຸກຢ່າງທີ່ຢູ່ພາຍໃນແຜນການຂອງເຮົາ ແລະ ມະນຸດທຸກຄົນ ກຳລັງແຍກປະຊາຊາດຕ່າງໆເທິງແຜ່ນດິນໂລກຕາມຄວາມປະສົງຂອງເຮົາ. ຜູ້ຄົນເທິງແຜ່ນດິນໂລກສົນໃຈໃສ່ແຕ່ຈຸດໝາຍປາຍທາງຂອງພວກເຂົາເອງ, ຍ້ອນມື້ນັ້ນກໍຫຍັບໃກ້ເຂົ້າມາ ແລະ ທູດສະຫວັນກຳລັງເປົ່າແກຂອງພວກເຂົາ. ຈະບໍ່ມີການຊັກຊ້າອີກຕໍ່ໄປ ແລະ ດັ່ງນັ້ນ ບັນດາສັບພະສິ່ງທັງປວງຈະເລີ່ມເຕັ້ນດ້ວຍຄວາມຕື່ນເຕັ້ນດີໃຈ. ແມ່ນໃຜສາມາດເລື່ອນມື້ຂອງເຮົາອອກໄປຕາມຄວາມປະສົງຂອງພວກເຂົາໄດ້? ຄົນທໍາມະດາສາມັນບໍ? ຫຼື ດວງດາວທີ່ຢູ່ໃນທ້ອງຟ້າສາມາດເຮັດໄດ້ບໍ? ຫຼື ທູດສະຫວັນເດ? ເມື່ອເຮົາກ່າວຖ້ອຍຄຳເພື່ອເລີ່ມຕົ້ນຄວາມລອດພົ້ນຂອງປະຊາຊົນອິດສະຣາເອນ, ມື້ຂອງເຮົາໄດ້ໃກ້ມາເຖິງມະນຸດຊາດທຸກຄົນແລ້ວ. ທຸກຄົນຢ້ານການກັບມາຂອງອິດສະຣາເອນ. ເມື່ອອິດສະຣາເອນກັບຄືນມາ, ນັ້ນຈະເປັນມື້ແຫ່ງສະຫງ່າລາສີຂອງເຮົາ ແລະ ມັນຍັງຈະເປັນມື້ທີ່ທຸກສິ່ງປ່ຽນແປງ ແລະ ກາຍເປັນສິ່ງໃໝ່. ເມື່ອການພິພາກສາທີ່ຊອບທຳກຳລັງເຂົ້າມາໃກ້ຈັກກະວານທັງປວງ, ມະນຸດທຸກຄົນເລີ່ມບໍ່ກ້າ ແລະ ຢ້ານ, ເພາະໃນໂລກຂອງມະນຸດແມ່ນບໍ່ເຄີຍໄດ້ຍິນຄວາມຊອບທຳເລີຍ. ເມື່ອດວງຕາເວັນແຫ່ງຄວາມຊອບທຳປະກົດຂຶ້ນ, ພາກຕະເວັນອອກຈະຖືກສ່ອງແສງ ແລະ ຫຼັງຈາກນັ້ນ ມັນກໍຈະສ່ອງແສງໃຫ້ກັບຈັກກະວານທັງປວງ, ສ່ອງແສງໄປເຖິງທຸກຄົນ. ຖ້າມະນຸດສາມາດປະຕິບັດຄວາມຊອບທຳຂອງເຮົາຢ່າງແທ້ຈິງ, ຈະມີຫຍັງໃຫ້ຢ້ານ? ປະຊາຊົນຂອງເຮົາທຸກຄົນລໍຖ້າການມາເຖິງແຫ່ງມື້ຂອງເຮົາ, ພວກເຂົາລ້ວນແລ້ວແຕ່ປາຖະໜາການມາເຖິງແຫ່ງມື້ຂອງເຮົາ. ພວກເຂົາລໍຖ້າໃຫ້ເຮົານໍາຜົນກຳສະໜອງມາເຖິງມະນຸດຊາດທຸກຄົນ ແລະ ຈັດແຈງຈຸດໝາຍປາຍທາງຂອງມະນຸດຊາດ ໃນຖານະທີ່ເຮົາເປັນດວງຕາເວັນແຫ່ງຄວາມຊອບທຳ. ອານາຈັກຂອງເຮົາກຳລັງເຂົ້າສູ່ຮູບຮ່າງ ເໜືອຈັກກະວານທັງປວງ ແລະ ບັນລັງຂອງເຮົາຢູ່ໃນຫົວໃຈຂອງຫຼາຍຮ້ອຍລ້ານຄົນ. ດ້ວຍການຊ່ວຍເຫຼືອຂອງເທວະດາທັງຫຼາຍ, ຄວາມສໍາເລັດອັນຍິ່ງໃຫຍ່ຂອງເຮົາຈະບັນລຸໃນໄວໆນີ້. ລູກໆທັງໝົດຂອງເຮົາ ແລະ ປະຊາຊົນຂອງເຮົາລໍຖ້າການກັບຄືນມາຂອງເຮົາ ປາດຖະໜາໃຫ້ເຮົາລວມຕົວກັບພວກເຂົາຄືນໃໝ່ ແລະ ຈະບໍ່ຖືກແຍກອອກຈາກກັນອີກ. ເຫດໃດປະຊາຊົນຈຳນວນຫຼວງຫຼາຍແຫ່ງອານາຈັກຂອງເຮົາຈຶ່ງບໍ່ພາກັນສະເຫຼີມສະຫຼອງຢ່າງປິຕິຍິນດີກັບການທີ່ເຮົາໄດ້ຢູ່ຮ່ວມກັນກັບພວກເຂົາ? ສິ່ງນີ້ຈະສາມາດເປັນການລວມຕົວຄັ້ງໃໝ່ທີ່ບໍ່ຕ້ອງການຄ່າຈ້າງບໍ? ເຮົາເປັນທີ່ນັບຖືໃນສາຍຕາຂອງມະນຸດທັງປວງ, ເຮົາຖືກປະກາດໄວ້ໃນຄໍາກ່າວຂອງທຸກຄົນ. ຍິ່ງໄປກວ່ານັ້ນ, ເມື່ອເຮົາກັບມາ ເຮົາຈະເອົາຊະນະກໍາລັງຂອງສັດຕູທັງໝົດ. ເຖິງເວລາແລ້ວ! ເຮົາຈະດຳເນີນພາລະກິດຂອງເຮົາ, ເຮົາຈະປົກຄອງເປັນກະສັດຂອງມວນມະນຸດ! ເຮົາຢູ່ໃນຈຸດແຫ່ງການກັບຄືນມາ! ແລະ ເຮົາກໍາລັງຈະອອກເດີນທາງ! ນີ້ແມ່ນສິ່ງທີ່ທຸກຄົນຄາດຫວັງ, ມັນແມ່ນສິ່ງທີ່ພວກເຂົາຕ້ອງການ. ເຮົາຈະໃຫ້ມະນຸດທຸກຄົນເຫັນການມາເຖິງແຫ່ງວັນຂອງເຮົາ ແລະ ໃຫ້ພວກເຂົາຍິນດີຕ້ອນຮັບການມາເຖິງແຫ່ງວັນຂອງເຮົາດ້ວຍຄວາມສຸກ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 27

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 65)

ໃນມື້ທີ່ທຸກສິ່ງຖືກເຮັດໃຫ້ຟື້ນຄືນຊີບ, ເຮົາໄດ້ລົງມາຢູ່ທ່າມກາງມະນຸດ ແລະ ເຮົາໄດ້ໃຊ້ເວລາທັງກາງເວັນ ແລະ ກາງຄືນຢ່າງມະຫັດສະຈັນກັບເຂົາ. ມີແຕ່ໃນເວລານີ້ເທົ່ານັ້ນ ມະນຸດຈຶ່ງຮູ້ສຶກເຖິງຄວາມສາມາດເຂົ້າເຖິງຂອງເຮົາໜ້ອຍໜຶ່ງ ແລະ ເມື່ອການປະຕິສໍາພັນຂອງເຂົາກັບເຮົາມີຫຼາຍຂຶ້ນ, ເຂົາຈຶ່ງເຫັນເຖິງບາງສິ່ງທີ່ເຮົາມີ ແລະ ເປັນ ເຊິ່ງດ້ວຍເຫດນັ້ນ ຜົນຕາມມາກໍຄື ເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບເຮົາ. ໃນທ່າມກາງບັນດາຄົນທັງປວງ, ເຮົາໄດ້ເງີຍຫົວຂຶ້ນ ແລະ ເຝົ້າເບິ່ງ ແລະ ພວກເຂົາທຸກຄົນກໍເຫັນເຮົາ. ແຕ່ເມື່ອໄພພິບັດເກີດຂຶ້ນເທິງແຜ່ນດິນໂລກ, ພວກເຂົາກໍເປັນກັງວົງທັນທີ ແລະ ພາບຫຼັກຂອງເຮົາກໍຫາຍໄປຈາກຫົວໃຈຂອງພວກເຂົາ; ຕື່ນຕົກໃຈຍ້ອນການມາຂອງໄພພິບັດ, ພວກເຂົາບໍ່ສົນໃຈການຕັກເຕືອນຂອງເຮົາເລີຍ. ເປັນເວລາຫຼາຍປີທີ່ເຮົາໄດ້ຍ່າງຜ່ານທ່າມກາງມະນຸດ, ແຕ່ເຂົາກໍຍັງບໍ່ຮູ້ສຶກຕົວສະເໝີ ແລະ ບໍ່ຮູ້ຈັກເຮົາຈັກເທື່ອ. ໃນປັດຈຸບັນ ເຮົາບອກສິ່ງນີ້ໃຫ້ແກ່ເຂົາດ້ວຍປາກຂອງເຮົາເອງ ແລະ ເຮັດໃຫ້ທຸກຄົນມາຢູ່ຕໍ່ໜ້າເຮົາເພື່ອຮັບເອົາບາງສິ່ງຈາກເຮົາ, ແຕ່ພວກເຂົາກໍຍັງຫ່າງເຫີນຈາກເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ຈັກເຮົາ. ເມື່ອບາດກ້າວຂອງເຮົາກ້າວໄປຂ້າມຈັກກະວານ ແລະ ສົ້ນປາຍຂອງແຜ່ນດິນໂລກ, ມະນຸດຈະເລີ່ມໄຕ່ຕອງກ່ຽວກັບຕົນເອງ ແລະ ທຸກຄົນຈະມາຫາເຮົາ ແລະ ກົ້ມລົງຕໍ່ໜ້າເຮົາ ແລະ ນະມັດສະການເຮົາ. ນີ້ຈະເປັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ, ມື້ທີ່ເຮົາກັບມາ ແລະ ຍັງເປັນມື້ທີ່ເຮົາຈາກໄປອີກດ້ວຍ. ບັດນີ້ ເຮົາໄດ້ເລີ່ມຕົ້ນພາລະກິດຂອງເຮົາທ່າມກາງມະນຸດທັງປວງ, ເລີ່ມລົງມືເຮັດຢ່າງເປັນທາງການ, ທົ່ວຈັກກະວານທັງປວງ ແລະ ໃນຂັ້ນສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາ. ຈາກຊ່ວງເວລານີ້ເປັນຕົ້ນໄປ, ໃຜກໍຕາມທີ່ບໍ່ລະມັດລະວັງຈະຖືກໂຍນລົງທ່າມກາງການຂ້ຽນຕີທີ່ໂຫດຮ້າຍ ແລະ ສິ່ງນີ້ອາດເກີດຂຶ້ນໄດ້ທຸກເວລາ. ນີ້ບໍ່ແມ່ນຍ້ອນວ່າເຮົາບໍ່ມີຫົວໃຈ; ກົງກັນຂ້າມ, ມັນເປັນຂັ້ນຕອນຂອງແຜນການຄຸ້ມຄອງຂອງເຮົາ; ທຸກສິ່ງຕ້ອງເປັນໄປຕາມຂັ້ນຕອນຂອງພາລະກິດຂອງເຮົາ ແລະ ບໍ່ມີມະນຸດຄົນໃດສາມາດປ່ຽນແປງມັນໄດ້. ເມື່ອເຮົາເລີ່ມຕົ້ນແຜນການຂອງເຮົາຢ່າງເປັນທາງການ, ທຸກຄົນເຄື່ອນຍ້າຍ ເມື່ອເຮົາເຄື່ອນຍ້າຍ, ຜູ້ຄົນທົ່ວຈັກກະວານພາກັນຫຍຸ້ງກັບການກ້າວໄປກັບເຮົາ, ມີ “ຄວາມປິຕິຍິນດີ” ທົ່ວຈັກກະວານ ແລະ ເຮົາໄດ້ກະຕຸ້ນໃຫ້ມະນຸດກ້າວໄປຂ້າງໜ້າ. ຜົນຕາມມາກໍຄື ມັງກອນແດງທີ່ຍິ່ງໃຫຍ່ໄດ້ຖືກເຮົາຂຽນຕີໃຫ້ຕົກສູ່ສະພາບສົນລະວົນ ແລະ ສັບສົນ ແລະ ມັນຮັບໃຊ້ພາລະກິດຂອງເຮົາ ແລະ ເຖິງວ່າຈະບໍ່ເຕັມໃຈ ມັນກໍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງມັນເອງໄດ້, ແຕ່ກໍບໍ່ມີທາງເລືອກນອກຈາກຈະຍອມຢູ່ພາຍໃຕ້ການຄວບຄຸມຂອງເຮົາ. ໃນແຜນການທັງໝົດຂອງເຮົາ, ມັງກອນແດງທີ່ຍິ່ງໃຫຍ່ຄືຜູ້ຂັດຂວາງເຮົາ, ເປັນສັດຕູຂອງເຮົາ ແລະ ຍັງເປັນຜູ້ຮັບໃຊ້ເຮົາ; ເມື່ອເປັນດັ່ງນັ້ນ ເຮົາຈຶ່ງບໍ່ເຄີຍຜ່ອນຜັນ “ເງື່ອນໄຂ” ທີ່ເຮົາຮຽກຮ້ອງຈາກມັນຈັກເທື່ອ. ສະນັ້ນ ຂັ້ນຕອນສຸດທ້າຍຂອງພາລະກິດຂອງການບັງເກີດເປັນມະນຸດຂອງເຮົາແມ່ນຖືກເຮັດໃຫ້ສຳເລັດໃນຄົວເຮືອນຂອງມັນ. ໃນວິທີນັ້ນ, ມັງກອນແດງທີ່ຍິ່ງໃຫຍ່ຈຶ່ງສາມາດຮັບໃຊ້ບໍລິການເຮົາໄດ້ຢ່າງເໝາະສົມຍິ່ງຂຶ້ນ ເຊິ່ງເຮັດໃຫ້ເຮົາເອົາຊະນະມັນ ແລະ ເຮັດໃຫ້ແຜນການຂອງເຮົາສຳເລັດ. ເມື່ອເຮົາປະຕິບັດພາລະກິດ, ທູດສະຫວັນທຸກຕົນກໍເລີ່ມຕົ້ນຕໍ່ສູ້ຢ່າງຊີ້ຂາດໄປກັບເຮົາ ແລະ ຕັ້ງໃຈເຮັດໃຫ້ຄວາມປາຖະໜາຂອງເຮົາສຳເລັດໃນຂັ້ນຕອນສຸດທ້າຍ, ເພື່ອວ່າຜູ້ຄົນເທິງແຜ່ນດິນໂລກຈະຍອມຢູ່ຕໍ່ໜ້າເຮົາຄືກັບທູດສະຫວັນ ແລະ ບໍ່ມີຄວາມປາຖະໜາທີ່ຈະຕໍ່ຕ້ານເຮົາ ແລະ ບໍ່ເຮັດສິ່ງໃດທີ່ເປັນການກະບົດຕໍ່ເຮົາ. ສິ່ງເຫຼົ່ານີ້ແມ່ນພະລັງຂອງພາລະກິດຂອງເຮົາທົ່ວທັງຈັກກະວານ.

ເປົ້າໝາຍ ແລະ ຄວາມໝາຍຂອງການມາເຖິງຂອງເຮົາທ່າມກາງມະນຸດແມ່ນເພື່ອຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ, ເພື່ອນໍາພາມະນຸດຊາດທັງປວງກັບຄືນສູ່ຄົວເຮືອນຂອງເຮົາ, ເພື່ອຮ່ວມສະຫວັນກັບແຜ່ນດິນໂລກຄືນໃໝ່ ແລະ ເພື່ອເຮັດໃຫ້ມະນຸດສົ່ງ “ສັນຍານ” ລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ຍ້ອນສິ່ງດັ່ງກ່າວແມ່ນໜ້າທີ່ໂດຍທຳມະຊາດຂອງມະນຸດ. ໃນເວລາທີ່ເຮົາສ້າງມະນຸດຊາດ, ເຮົາໄດ້ເຮັດໃຫ້ທຸກສິ່ງພຽບພ້ອມສຳລັບມະນຸດຊາດ ແລະ ຕໍ່ມາ ເຮົາໄດ້ຍອມໃຫ້ມະນຸດຊາດຮັບເອົາຄວາມອຸດົມສົມບູນທີ່ເຮົາໄດ້ມອບໃຫ້ກັບເຂົາຕາມເງື່ອນໄຂຂອງເຮົາ. ສະນັ້ນ ເຮົາຈຶ່ງເວົ້າວ່າ ມັນແມ່ນຢູ່ພາຍໃຕ້ການນໍາພາຂອງເຮົາ ມະນຸດຊາດທັງປວງຈຶ່ງລອດມາເຖິງປັດຈຸບັນ. ສິ່ງນີ້ລແມ່ນແຜນການຂອງເຮົາ. ໃນທ່າມກາງມະນຸດຊາດທັງປວງ, ຜູ້ຄົນຈຳນວນນັບບໍ່ຖ້ວນດໍາລົງຢູ່ພາຍໃຕ້ການປົກປ້ອງແຫ່ງຄວາມຮັກຂອງເຮົາ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນຢູ່ພາຍໃຕ້ການຂ້ຽນຕີແຫ່ງຄວາມກຽດຊັງຂອງເຮົາ. ເຖິງແມ່ນທຸກຄົນອະທິຖານຕໍ່ເຮົາ, ພວກເຂົາກໍຍັງບໍ່ສາມາດປ່ຽນແປງສະຖານະການໃນປັດຈຸບັນຂອງພວກເຂົາໄດ້; ຫຼັງຈາກທີ່ພວກເຂົາໄດ້ສູນເສຍຄວາມຫວັງ, ພວກເຂົາກໍໄດ້ແຕ່ປ່ອຍໃຫ້ເປັນໄປຕາມທຳມະຊາດຂອງມັນ ແລະ ຫັນມາເຊື່ອຟັງເຮົາ, ເພາະນີ້ຄືສິ່ງດຽວທີ່ມະນຸດຊາດສາມາດເຮັດສຳເລັດໄດ້. ເມື່ອເວົ້າເຖິງສະພາວະຊີວິດຂອງມະນຸດ, ມະນຸດຍັງບໍ່ທັນຄົ້ນພົບຊີວິດຢ່າງແທ້ຈິງເທື່ອ, ເຂົາຍັງເບິ່ງບໍ່ເຫັນຄວາມບໍ່ຍຸຕິທຳ, ຄວາມສິ້ນຫວັງ ແລະ ສະພາບການທີ່ທຸກທໍລະມານເທິງແຜ່ນດິນໂລກ ແລະ ສະນັ້ນ ຖ້າບໍ່ແມ່ນຍ້ອນການມາຂອງໄພພິບັດ, ຄົນສ່ວນໃຫຍ່ກໍຍັງຈະຮັບເອົາອໍານາດແຫ່ງທໍາມະຊາດ ແລະ ຍັງຈະໝົກມຸ້ນຕົນເອງກັບລົດຊາດຂອງ “ຊີວິດ”. ນີ້ບໍ່ແມ່ນຄວາມເປັນຈິງໃນໂລກບໍ? ນີ້ບໍ່ແມ່ນສຽງແຫ່ງຄວາມລອດພົ້ນທີ່ເຮົາກ່າວຕໍ່ມະນຸດບໍ? ເປັນຫຍັງໃນທ່າມກາງມະນຸດຊາດຈຶ່ງບໍ່ມີຜູ້ໃດຮັກເຮົາຢ່າງແທ້ຈິງເລີຍ? ເປັນຫຍັງມະນຸດຈຶ່ງຮັກເຮົາພຽງແຕ່ເມື່ອຢູ່ໃນທ່າມກາງການຂ້ຽນຕີ ແລະ ການທົດລອງ, ແຕ່ບໍ່ມີຜູ້ໃດຮັກເຮົາໃນຂະຍະທີ່ຢູ່ພາຍໃຕ້ການປົກປ້ອງຂອງເຮົາ? ເຮົາໄດ້ປະທານການຂ້ຽນຕີຂອງເຮົາໃຫ້ກັບມະນຸດຊາດຫຼາຍຄັ້ງ. ພວກເຂົາຫຼຽວເບິ່ງມັນ, ແຕ່ແລ້ວກໍບໍ່ຫົວຊາມັນ ແລະ ພວກເຂົາບໍ່ສຶກສາ ແລະ ໄຕ່ຕອງມັນໃນເວລານີ້ ແລະ ສະນັ້ນ ສິ່ງທີ່ເກີດຂຶ້ນກັບມະນຸດຈຶ່ງມີແຕ່ການພິພາກສາຢ່າງໂຫດຮ້າຍ. ນີ້ເປັນພຽງໜຶ່ງໃນວິທີການປະຕິບັດພາລະກິດຂອງເຮົາ, ແຕ່ມັນແມ່ນເພື່ອປ່ຽນແປງມະນຸດ ແລະ ເຮັດໃຫ້ເຂົາຮັກເຮົາອີກດ້ວຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 29

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 66)

ເຮົາປົກຄອງໃນອານາຈັກ ແລະ ຍິ່ງໄປກວ່ານັ້ນ ເຮົາປົກຄອງທົ່ວຈັກກະວານທັງປວງ; ເຮົາເປັນທັງກະສັດ ແລະ ຫົວໜ້າຂອງຈັກກະວານ. ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ເຮົາຈະຮວບຮວມທຸກຄົນທີ່ບໍ່ແມ່ນຄົນຖືກເລືອກ ແລະ ຈະເລີ່ມຕົ້ນພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ແລະ ເຮົາຈະປະກາດບົດບັນຍັດແຫ່ງການບໍລິຫານຂອງເຮົາຕໍ່ຈັກກະວານທັງປວງ, ເພື່ອວ່າເຮົາຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາໄດ້ຢ່າງສຳເລັດ. ເຮົາຈະໃຊ້ການຂ້ຽນຕີເພື່ອເຜີຍແຜ່ພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ, ນັ້ນໝາຍຄວາມວ່າ ເຮົາຈະໃຊ້ກຳລັງຕໍ່ທຸກຄົນທີ່ເປັນຄົນຕ່າງຊາດ. ໂດຍທຳມະຊາດແລ້ວ ພາລະກິດນີ້ຈະຖືກປະຕິບັດໃນເວລາດຽວກັບພາລະກິດຂອງເຮົາທ່າມກາງຄົນຖືກເລືອກ. ເມື່ອຜູ້ຄົນຂອງເຮົາປົກຄອງ ແລະ ມີອຳນາດເທິງແຜ່ນດິນໂລກຈະເປັນມື້ທີ່ທຸກຄົນເທິງແຜ່ນດິນໂລກໄດ້ຖືກເອົາຊະນະອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ມັນກໍຈະເປັນເວລາທີ່ເຮົາພັກເຊົາ ແລະ ເມື່ອນັ້ນ ເຮົາຈຶ່ງຈະປາກົດຕົວຕໍ່ທຸກຄົນທີ່ຖືກເອົາຊະນະ. ເຮົາປາກົດຕົວຕໍ່ອານາຈັກທີ່ບໍລິສຸດ ແລະ ເຊື່ອງຕົນເອງຈາກດິນແດນທີ່ສົກກະປົກ. ທຸກຄົນທີ່ຖືກເອົາຊະນະ ແລະ ເຊື່ອຟັງຢູ່ຕໍ່ໜ້າເຮົາແມ່ນສາມາດເຫັນໜ້າຂອງເຮົາດ້ວຍຕາຂອງພວກເຂົາເອງ ແລະ ສາມາດໄດ້ຍິນສຽງຂອງເຮົາດ້ວຍຫູຂອງພວກເຂົາເອງ. ນີ້ແມ່ນພອນຂອງຄົນທີ່ເກີດໃນລະຫວ່າງຍຸກສຸດທ້າຍ, ນີ້ແມ່ນພອນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ມະນຸດບໍ່ສາມາດປ່ຽນແປງສິ່ງນີ້ໄດ້. ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນລັກສະນະນີ້ກໍເພື່ອພາລະກິດໃນອະນາຄົດ. ພາລະກິດທັງໝົດຂອງເຮົາແມ່ນກ່ຽວພັນກັນ ໂດຍພາລະກິດທັງໝົດແມ່ນການເອີ້ນ ແລະ ການຂານຕອບ: ບໍ່ເຄີຍມີຂັ້ນຕອນໃດຢຸດສະງັກຢ່າງກະທັນຫັນຈັກເທື່ອ ແລະ ບໍ່ເຄີຍມີຂັ້ນຕອນໃດຖືກປະຕິບັດຢ່າງເປັນອິດສະຫຼະຈາກຂັ້ນຕອນອື່ນຈັກເທື່ອ. ແລ້ວມັນບໍ່ແມ່ນແບບນັ້ນບໍ? ພາລະກິດໃນອະດີດບໍ່ແມ່ນພື້ນຖານຂອງພາລະກິດໃນປັດຈຸບັນບໍ? ພຣະທຳທີ່ຢູ່ໃນອະດີດບໍ່ແມ່ນສິ່ງທີ່ມາກ່ອນພຣະທຳໃນປັດຈຸບັນບໍ? ຂັ້ນຕອນທີ່ຢູ່ໃນອະດີດບໍ່ແມ່ນຕົ້ນກຳເນີດຂອງຂັ້ນຕອນໃນປັດຈຸບັນບໍ? ເມື່ອເຮົາມາຍໜັງສືມ້ວນອອກຢ່າງເປັນທາງການກໍຄືເວລາທີ່ຜູ້ຄົນທົ່ວທັງຈັກກະວານຖືກຂ້ຽນຕີ, ແມ່ນເວລາທີ່ທຸກຄົນທົ່ວແຜ່ນດິນໂລກຕົກຢູ່ໃນການທົດລອງ ແລະ ມັນແມ່ນຈຸດສູງສຸດຂອງພາລະກິດຂອງເຮົາ; ທຸກຄົນດຳລົງຊີວິດຢູ່ໃນດິນແດນທີ່ປາສະຈາກແສງສະຫວ່າງ ແລະ ທຸກຄົນດຳລົງຊີວິດຢູ່ທ່າມກາງໄພຂົ່ມຂູ່ຂອງສະພາບແວດລ້ອມຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຊີວິດທີ່ມະນຸດບໍ່ເຄີຍຜະເຊີນຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ ແລະ ບໍ່ມີໃຜທົ່ວຍຸກຕ່າງໆເຄີຍ “ໄດ້ຮັບ” ຊີວິດປະເພດນີ້ ແລະ ສະນັ້ນ ເຮົາຈຶ່ງເວົ້າວ່າ ເຮົາໄດ້ປະຕິບັດພາລະກິດທີ່ບໍ່ເຄີຍປະຕິບັດມາກ່ອນ. ນີ້ແມ່ນສະພາວະທີ່ແທ້ຈິງຂອງວຽກງານຕ່າງໆ ແລະ ນີ້ແມ່ນຄວາມໝາຍທີ່ແທ້ຈິງ. ເພາະວ່າ ມື້ຂອງເຮົາຫຍັບເຂົ້າໃກ້ມະນຸດຊາດທັງປວງ, ຍ້ອນມັນເບິ່ງຄືກັບວ່າບໍ່ໄດ້ຢູ່ໄກ, ແຕ່ມັນຢູ່ຕໍ່ໜ້າຕໍ່ຕາມະນຸດເອງ, ເປັນເຊັ່ນນັ້ນແລ້ວ ຜູ້ໃດຈະບໍ່ຢ້ານ? ແລ້ວຜູ້ໃດຈະບໍ່ຊື່ນຊົມໃນສິ່ງນີ້? ນະຄອນບາບີໂລນທີ່ສົກກະປົກ ໃນທີ່ສຸດກໍໄດ້ມາເຖິງຈຸດສຸດທ້າຍຂອງມັນແລ້ວ; ມະນຸດໄດ້ພົບກັບໂລກທີ່ໃໝ່ຫຼ້າສຸດອີກຄັ້ງ ແລະ ສະຫວັນ ແລະ ແຜ່ນດິນໂລກໄດ້ຖືກປ່ຽນແປງ ແລະ ສ້າງຄືນໃໝ່.

ເມື່ອເຮົາປາກົດຕົວຕໍ່ບັນດາປະຊາຊາດ ແລະ ປະຊາຊົນທັງປວງ, ກ້ອນເມກຂາວກໍເລື່ອນລອຍຢູ່ໃນທ້ອງຟ້າ ແລະ ປົກຄຸມເຮົາໄວ້. ເຊັ່ນດຽວກັນ ນົກທີ່ຢູ່ເທິງແຜ່ນດິນໂລກກໍຮ້ອງສົ່ງ ແລະ ເຕັ້ນດ້ວຍຄວາມປິຕິຍິນດີສຳລັບເຮົາ, ບົ່ງຊີ້ເຖິງບັນຍາກາດເທິງແຜ່ນດິນໂລກ ແລະ ສະນັ້ນຈຶ່ງເຮັດໃຫ້ທຸກສິ່ງເທິງແຜ່ນດິນໂລກກັບມາມີຊີວິດຊີວາ, ບໍ່ “ໄຫຼລົງຢ່າງຊ້າໆ” ອີກຕໍ່ໄປ ແຕ່ກົງກັນຂ້າມເປັນການດຳລົງຊີວິດຢູ່ທ່າມກາງບັນຍາກາດທີ່ມີຊີວິດຊີວາ. ເມື່ອເຮົາຢູ່ທ່າມກາງກ້ອນເມກ, ມະນຸດກໍເບິ່ງເຫັນໜ້າເຮົາ ແລະ ຕາຂອງເຮົາແບບມົວໆ ແລະ ໃນເວລານີ້ ເຂົາກໍຮູ້ສຶກຢ້ານກົວໜ້ອຍໜຶ່ງ. ໃນອະດີດ ເຂົາໄດ້ຍິນການບັນທຶກທາງປະຫວັດສາດກ່ຽວກັບເຮົາໃນຕໍານານ ແລະ ຜົນຕາມມາກໍຄືເຂົາພຽງແຕ່ເຊື່ອເຄິ່ງໜຶ່ງ ແລະ ສົງໄສອີກເຄິ່ງກ່ຽວກັບເຮົາ. ເຂົາບໍ່ຮູ້ຈັກວ່າເຮົາຢູ່ໃສ ຫຼື ໜ້າຂອງເຮົາໃຫຍ່ສໍ່າໃດ, ມັນກວ້າງສໍ່າກັບທະເລ ຫຼື ໄຮ້ພົມແດນຄືກັບທົ່ງຫຍ້າຂຽວບໍ? ບໍ່ມີໃຜຮູ້ຈັກສິ່ງເຫຼົ່ານີ້. ມີພຽງແຕ່ເມື່ອມະນຸດເຫັນໜ້າເຮົາໃນກ້ອນເມກໃນປັດຈຸບັນ ມະນຸດຈຶ່ງຮູ້ສຶກວ່າເຮົາທີ່ຢູ່ໃນຕໍານານແມ່ນຄວາມຈິງ ແລະ ສະນັ້ນ ເຂົາກໍນິຍົມຊົມຊອບເຮົາຫຼາຍຂຶ້ນ ແລະ ມັນເປັນຍ້ອນການກະທຳຂອງເຮົາເທົ່ານັ້ນ ການຍົກຍ້ອງຂອງເຂົາທີ່ມີສຳລັບເຮົາຈຶ່ງໃຫຍ່ຂຶ້ນໜ້ອຍໜຶ່ງ. ແຕ່ມະນຸດຍັງບໍ່ຮູ້ຈັກເຮົາ ແລະ ເຂົາພຽງແຕ່ເຫັນສ່ວນໜຶ່ງຂອງເຮົາໃນກ້ອນເມກ. ຫຼັງຈາກນັ້ນ ເຮົາກໍວາແຂນຂອງເຮົາອອກ ແລະ ສະແດງມັນໃຫ້ມະນຸດເຫັນ. ມະນຸດກໍຕື່ນຕົກໃຈ ແລະ ເອົາມືອັດປາກຂອງເຂົາ, ຢ້ານຢູ່ໃນສ່ວນເລິກວ່າຈະຖືກຕີໃຫ້ລົ້ມລົງດ້ວຍມືຂອງເຮົາ ແລະ ສະນັ້ນເຂົາຈິ່ງເພີ່ມຄວາມເຄົາລົບນັບຖືໜ້ອຍໜຶ່ງໃນການຍົກຍ້ອງຂອງເຂົາ. ມະນຸດຈ້ອງຕາຂອງເຂົາເບິ່ງການເຄື່ອນໄຫວທຸກຢ່າງຂອງເຮົາ ໂດຍຢ້ານຢ່າງເລິກໆວ່າເຂົາຈະຖືກເຮົາຕີໃຫ້ລົ້ມລົງໃນເວລາທີ່ເຂົາບໍ່ສົນໃຈ, ແຕ່ເຮົາກໍບໍ່ໄດ້ຖືກຈໍາກັດຍ້ອນການຖືກມະນຸດເຝົ້າເບິ່ງ ແລະ ເຮົາກໍສືບຕໍ່ປະຕິບັດພາລະກິດດ້ວຍມືຂອງເຮົາ. ມັນພຽງແຕ່ຍ້ອນການກະທຳທຸກຢ່າງທີ່ເຮົາເຮັດ ມະນຸດຈຶ່ງມີຄວາມນິຍົມຊົມຊອບບາງຢ່າງຕໍ່ເຮົາ ແລະ ສະນັ້ນຈຶ່ງມາຢູ່ຕໍ່ໜ້າເຮົາເທື່ອລະໜ້ອຍເພື່ອພົວພັນກັບເຮົາ. ເມື່ອທັງໝົດຂອງເຮົາຖືກເປີດເຜີຍຕໍ່ມະນຸດ, ມະນຸດກໍຈະເຫັນໜ້າຂອງເຮົາ ແລະ ຕັ້ງແຕ່ນັ້ນເປັນຕົ້ນໄປ ເຮົາກໍຈະບໍ່ລີ້ຊ້ອນ ຫຼື ປົກປິດຕົວເຮົາຈາກມະນຸດອີກຕໍ່ໄປ. ທົ່ວທັງຈັກກະວານ, ເຮົາຈະປາກົດຕົວຢ່າງເປີດເຜີຍຕໍ່ທຸກຄົນ ແລະ ທຸກຄົນທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອກໍຈະໄດ້ເຫັນເຖິງການກະທຳຂອງເຮົາທັງໝົດ. ທຸກສິ່ງທີ່ມາຈາກວິນຍານກໍຈະດໍາລົງຢູ່ຢ່າງສັນຕິສຸກໃນຄົວເຮືອນຂອງເຮົາຢ່າງແນ່ນອນ ແລະ ຈະໄດ້ຊື່ນຊົມພອນອັນປະເສີດຮ່ວມກັນກັບເຮົາຢ່າງແນ່ນອນ. ທຸກຄົນທີ່ເຮົາເບິ່ງແຍງຈະຖືກຍົກເວັ້ນຈາກການຂ້ຽນຕີຢ່າງແນ່ນອນ ແລະ ຈະຫຼີກເວັ້ນຄວາມເຈັບປວດຂອງວິນຍານ ແລະ ຄວາມທໍລະມານຂອງເນື້ອໜັງຢ່າງແນ່ນອນ. ເຮົາຈະປາກົດຕົວຢ່າງເປີດເຜີຍຕໍ່ທຸກຄົນເພື່ອປົກຄອງ ແລະ ສະແດງອຳນາດ, ເພື່ອວ່າກິ່ນຊາກສົບຈະບໍ່ເໝັນໄປທົ່ວຈັກກະວານອີກຕໍ່ໄປ; ກົງກັນຂ້າມ ກິ່ນຫອມທີ່ສົດຊື່ນຂອງເຮົາຈະແຜ່ກະຈາຍໄປທົ່ວແຜ່ນດິນໂລກ, ເພາະມື້ຂອງເຮົາກຳລັງຫຍັບໃກ້ເຂົ້າມາແລ້ວ, ມະນຸດກໍາລັງຕື່ນຂຶ້ນ, ທຸກສິ່ງເທິງແຜ່ນດິນໂລກແມ່ນຢູ່ໃນຄວາມເປັນລະບຽບ ແລະ ມື້ແຫ່ງການຢູ່ລອດຂອງແຜ່ນດິນໂລກແມ່ນບໍ່ມີອີກ, ຍ້ອນວ່າ ເຮົາໄດ້ກັບມາແລ້ວ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 29

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 67)

ເຮົາຈະເຮັດໃຫ້ສະຫວັນວິມານເຕັມໄປດ້ວຍການສະແດງອອກເຖິງການກະທຳຂອງເຮົາ ແລະ ເຮັດໃຫ້ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະກົ້ມລົງຂາບຢູ່ພາຍໃຕ້ລິດອຳນາດຂອງເຮົາ, ແລ້ວນໍາແຜນການຂອງເຮົາໄປປະຕິບັດເພື່ອ “ຄວາມສາມັກຄີທົ່ວໂລກ” ແລະ ເຮັດໃຫ້ຄວາມປາຖະໜາໜຶ່ງດຽວຂອງເຮົານີ້ໃຫ້ເກີດໝາກຜົນ, ເພື່ອວ່າມະນຸດຈະບໍ່ “ທ່ອງທ່ຽວໄປມາ” ເທິງໂລກອີກຕໍ່ໄປ ແຕ່ຈະຄົ້ນພົບຈຸດໝາຍປາຍທາງທີ່ເໝາະສົມໂດຍບໍ່ຊັກຊ້າ. ເຮົາຄຳນຶງເຖິງມະນຸດຊາດໃນທຸກໆທາງ, ເຮັດແບບນັ້ນກໍເພື່ອວ່າມະນຸດຊາດຈະໄດ້ດຳລົງຊີວິດຢູ່ໃນດິນແດນແຫ່ງສັນຕິສຸກ ແລະ ຄວາມສຸກໂດຍໄວ, ເພື່ອວ່າມື້ແຫ່ງຊີວິດຂອງພວກເຂົາຈະບໍ່ໂສກເສົ້າ ແລະ ໂດດດ່ຽວອີກຕໍ່ໄປ ແລະ ເພື່ອວ່າແຜນການຂອງເຮົາຈະບໍ່ສູນເປົ່າເທິງແຜ່ນດິນໂລກ. ເພາະມະນຸດຢູ່ໃນທີ່ນັ້ນ, ເຮົາຈະສ້າງປະຊາຊາດຂອງເຮົາເທິງແຜ່ນດິນໂລກ, ຍ້ອນວ່າ ສ່ວນໜຶ່ງຂອງການສະແດງອອກເຖິງສະຫງ່າລາສີຂອງເຮົາແມ່ນຢູ່ເທິງແຜ່ນດິນໂລກ. ໃນສະຫວັນເບື້ອງເທິງ, ເຮົາຈະສ້າງຕັ້ງນະຄອນຂອງເຮົາໃຫ້ຖືກຕ້ອງ ແລະ ເຮັດໃຫ້ທຸກສິ່ງໃໝ່ທັງຢູ່ເບື້ອງເທິງ ແລະ ເບື້ອງລຸ່ມ. ເຮົາຈະເຮັດໃຫ້ທຸກສິ່ງທີ່ຢູ່ທັງເບື້ອງເທິງ ແລະ ເບື້ອງລຸ່ມສະຫວັນຮ່ວມກັນເປັນໜຶ່ງດຽວ, ເພື່ອວ່າທຸກສິ່ງເທິງແຜ່ນດິນໂລກຈະຮ່ວມກັນກັບທຸກສິ່ງທີ່ຢູ່ໃນສະຫວັນ. ນີ້ແມ່ນແຜນການຂອງເຮົາ; ມັນແມ່ນສິ່ງທີ່ເຮົາຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍ, ບໍ່ໃຫ້ຜູ້ໃດຜູ້ໜຶ່ງແຊກແຊງກັບພາກສ່ວນນີ້ໃນພາລະກິດຂອງເຮົາ! ການຂະຫຍາຍພາລະກິດຂອງເຮົາໄປສູ່ປະຊາຊາດຂອງຄົນຕ່າງຊາດແມ່ນພາກສ່ວນສຸດທ້າຍຂອງພາລະກິດຂອງເຮົາເທິງແຜ່ນດິນໂລກ. ບໍ່ມີໃຜສາມາດຢັ່ງເຖິງພາລະກິດທີ່ເຮົາຈະປະຕິບັດ ແລະ ດ້ວຍເຫດນີ້ ຜູ້ຄົນຈຶ່ງສົບສົນພໍສົມຄວນ. ແລ້ວຍ້ອນເຮົາຫຍຸ້ງກັບພາລະກິດຂອງເຮົາທີ່ຢູ່ເທິງແຜ່ນດິນໂລກ, ຜູ້ຄົນຈຶ່ງຖຶໂອກາດ “ເຮັດຫຼິ້ນໆ”. ເພື່ອບໍ່ໃຫ້ພວກເຂົາຄວບຄຸມຍາກເກີນໄປ, ກ່ອນອື່ນ ເຮົາໄດ້ວາງພວກເຂົາໄວ້ພາຍໃຕ້ການຂ້ຽນຕີຂອງເຮົາເພື່ອອົດກັ້ນກັບການລົງວິໄນຈາກທະເລສາບແຫ່ງໄຟ. ນີ້ແມ່ນໜຶ່ງບາດກ້າວໃນພາລະກິດຂອງເຮົາ ແລະ ເຮົາຈະໃຊ້ກຳລັງຂອງທະເລສາບແຫ່ງໄຟເພື່ອເຮັດໃຫ້ພາລະກິດນີ້ຂອງເຮົາສຳເລັດລົງ; ຖ້າບໍ່ດັ່ງນັ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະປະຕິບັດພາລະກິດຂອງເຮົາ. ເຮົາຈະເຮັດໃຫ້ມະນຸດທົ່ວທັງຈັກກະວານຍອມຢູ່ພາຍໃຕ້ບັນລັງຂອງເຮົາ, ແບ່ງພວກເຂົາອອກເປັນປະເພດທີ່ແຕກຕ່າງກັນຕາມການພິພາກສາຂອງເຮົາ, ຈັດແບ່ງພວກເຂົາຕາມປະເພດເຫຼົ່ານີ້ ແລະ ຍິ່ງໄປກວ່ານັ້ນກໍຄືຈັດລຽງພວກເຂົາເຂົ້າສູ່ຄອບຄົວຂອງພວກເຂົາ, ເພື່ອວ່າມະນຸດທັງປວງຈະເຊົາບໍ່ເຊື່ອຟັງເຮົາ, ກົງກັນຂ້າມ ພວກເຂົາຈະຕົກລົງໃນການຈັດແຈງທີ່ຮຽບຮ້ອຍ ແລະ ເປັນລະບົບລະບຽບຕາມປະເພດຕ່າງໆທີ່ເຮົາໄດ້ຕັ້ງຊື່ໄວ້, ບໍ່ໃຫ້ຜູ້ໃດເຄື່ອນຍ້າຍໄປມາຕາມອຳເພີໃຈ! ທົ່ວທັງຈັກກະວານ, ເຮົາໄດ້ສ້າງພາລະກິດໃໝ່ຂຶ້ນ; ທົ່ວທັງຈັກກະວານ, ມະນຸດຊາດທັງປວງມຶນງົງ ແລະ ຕົກຕະລຶງຍ້ອນການປາກົດຕົວຢ່າງກະທັນຫັນຂອງເຮົາ, ຂອບເຂດຂອງພວກເຂົາຂະຫຍາຍອອກຢ່າງບໍ່ເຄີຍເປັນມາກ່ອນຍ້ອນການປາກົດຕົວຢ່າງເປີດເຜີຍຂອງເຮົາ. ປັດຈຸບັນບໍ່ແມ່ນແບບນີ້ແທ້ໆບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 43

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 68)

ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄົນທຸກປະເພດມີຄວາມປະສົງຂອງເຮົາຢູ່ພາຍໃນພວກເຂົາ ແລະ ທຸກຄົນຖືກຊີ້ນໍາໂດຍມືຂອງເຮົາ ແລະ ເລີ່ມປະຕິບັດພາລະໜ້າທີ່ທີ່ເຮົາມອບໝາຍໃຫ້. ເລີ່ມແຕ່ຈຸດນີ້ໄປ ເຮົາໄດ້ເຂົ້າສູ່ຍຸກໃໝ່ ແລະ ນໍາເອົາມວນມະນຸດໄປສູ່ໂລກອື່ນ. ເມື່ອເຮົາໄດ້ກັບມາສູ່ “ແຜ່ນດິນເກີດ” ຂອງເຮົາ ເຮົາກໍໄດ້ເລີ່ມປະຕິບັດອີກສ່ວນໜຶ່ງຂອງພາລະກິດໃນແຜນການເດີມຂອງເຮົາ ເພື່ອວ່າມະນຸດຈະໄດ້ຮູ້ຈັກເຮົາເລິກເຊິ່ງຍິ່ງຂຶ້ນ. ເຮົາເບິ່ງຈັກກະວານທັງໝົດ ແລະ ເຫັນວ່າ[ກ] ນີ້ຄືໂອກາດສໍາລັບພາລະກິດຂອງເຮົາ, ສະນັ້ນ ເຮົາຈຶ່ງຟ້າວໄປຟ້າວມາ ເພື່ອກະທໍາພາລະກິດໃໝ່ຂອງເຮົາໃນມະນຸດ. ໃນທີ່ສຸດແລ້ວ ນີ້ແມ່ນຍຸກໃໝ່ ແລະ ເຮົາໄດ້ນໍາເອົາພາລະກິດໃໝ່ມາ ເພື່ອຮັບເອົາຄົນໃໝ່ເຂົ້າສູ່ຍຸກໃໝ່ເພີ່ມຂຶ້ນ ແລະ ປະຖິ້ມຜູ້ທີ່ເຮົາຈະໂຍນອອກໃຫ້ຫຼາຍຂຶ້ນ. ໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຮົາໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດທີ່ມະນຸດບໍ່ອາດສາມາດເຂົ້າໃຈໄດ້, ເຮັດໃຫ້ພວກເຂົາໄກວໄປມາຕາມລົມ ເຊິ່ງຫຼັງຈາກນັ້ນ ຫຼາຍຄົນກໍຖືກພັດໄປກັບສາຍລົມຢ່າງງຽບໆ. ຄວາມຈິງແລ້ວ ນີ້ແມ່ນ “ພື້ນລານຟາດເຂົ້າ” ທີ່ເຮົາກໍາລັງຈະປັດກວດ; ມັນແມ່ນສິ່ງທີ່ເຮົາຕ້ອງການ ແລະ ພ້ອມນີ້ ມັນຄືແຜນການຂອງເຮົາ. ເພາະວ່າ ຄົນຊົ່ວຮ້າຍທັງຫຼາຍໄດ້ພາກັນຢ່ອງເຂົ້າມາ ໃນຂະນະທີ່ເຮົາປະຕິບັດພາລະກິດຢູ່ນັ້ນ, ແຕ່ເຮົາບໍ່ຟ້າວຟັ່ງທີ່ຈະຂັບໄລ່ພວກເຂົາໜີ. ກົງກັນຂ້າມ ເຮົາຈະທໍາລາຍພວກເຂົາໃຫ້ແຕກກະຈາຍ ເມື່ອເຖິງເວລາອັນສົມຄວນ. ແລ້ວຫຼັງຈາກນັ້ນ ເຮົາຈະໄດ້ເປັນນໍ້າພຸແຫ່ງຊີວິດ ທີ່ເຮັດໃຫ້ຜູ້ທີ່ຮັກເຮົາຢ່າງແທ້ຈິງໄດ້ຮັບໝາກໄມ້ຂອງຕົ້ນເດື່ອ ແລະ ກິ່ນຫອມຂອງດອກລິນລີ່ຈາກເຮົາ. ໃນດິນແດນທີ່ມີຊາຕານພັກເຊົາ, ດິນແດນແຫ່ງຝຸ່ນລະອອງ, ໃນນັ້ນຍັງບໍ່ມີຄໍາບໍລິສຸດ, ມີແຕ່ດິນຊາຍ ແລະ ດັ່ງນັ້ນ ເຮົາຈຶ່ງພົບກັບສະພາບແວດລ້ອມເຫຼົ່ານີ້. ເຈົ້າຄວນຮູ້ວ່າສິ່ງທີ່ເຮົາຮັບເອົາ ຄືກ້ອນຄໍາທີ່ບໍລິສຸດ, ຄໍາທີ່ຖືກຫຼໍ່ຫຼອມໃຫ້ສະອາດ, ບໍ່ແມ່ນດິນຊາຍ. ແລ້ວຄົນຊົ່ວຮ້າຍຈະຢູ່ໃນເຮືອນຂອງເຮົາໄດ້ແນວໃດ? ເຮົາຈະສາມາດປ່ອຍໃຫ້ໝາຈອກເປັນໜອນໃນດິນແດນສະຫວັນຂອງເຮົາໄດ້ແນວໃດ? ເຮົາໃຊ້ທຸກວິທີການທີ່ພໍຈະຄິດໄດ້ເພື່ອຂັບໄລ່ສິ່ງເຫຼົ່ານີ້ໜີ. ກ່ອນຄວາມປະສົງຂອງເຮົາຈະຖືກເປີດເຜີຍ ບໍ່ມີໃຜຮູ້ໃນສິ່ງທີ່ເຮົາກໍາລັງຈະເຮັດ. ເຮົາຖືເອົາໂອກາດນີ້ ຂັບໄລ່ຄົນຊົ່ວຮ້າຍເຫຼົ່ານັ້ນໜີ ແລະ ພວກເຂົາຖືກບັງຄັບໃຫ້ໜີພົ້ນຈາກໜ້າເຮົາ. ນີ້ແມ່ນສິ່ງທີ່ເຮົາເຮັດຕໍ່ຄົນຊົ່ວຮ້າຍ ແຕ່ວ່າຍັງຈະມີມື້ໜຶ່ງທີ່ພວກເຂົາຈະໃຫ້ບໍລິການເຮົາ. ຄວາມປາຖະໜາຢາກໄດ້ພອນຂອງມະນຸດຍັງສູງຫຼາຍເກີນໄປ; ສະນັ້ນ ເຮົາຈຶ່ງຫັນກັບໄປ ແລະ ສະແດງໃບໜ້າອັນສະຫງ່າລາສີຂອງເຮົາຕໍ່ຊາວຕ່າງຊາດ ເພື່ອມະນຸດຈະໄດ້ດໍາລົງຊີວິດໃນໂລກຂອງພວກເຂົາ ແລະ ຕັດສິນຕົວເອງ, ໃນຂະນະທີ່ ເຮົາສືບຕໍ່ກ່າວພຣະທໍາທີ່ເຮົາຄວນກ່າວ ແລະ ສະໜອງສິ່ງທີ່ມະນຸດຕ້ອງການໃຫ້ແກ່ພວກເຂົາ. ເມື່ອມະນຸດຮູ້ສຶກຕົວ ເຮົາກໍຈະໄດ້ເຜີຍແຜ່ພຣະທໍາຂອງເຮົາໄປດົນນານແລ້ວ. ເມື່ອນັ້ນ, ເຮົາຈະສະແດງຄວາມປະສົງຂອງເຮົາຕໍ່ມະນຸດ ແລະ ເລີ່ມປະຕິບັດສ່ວນທີສອງພາລະກິດຂອງເຮົາໃນມະນຸດ, ເຮັດໃຫ້ມວນມະນຸດຕິດຕາມເຮົາຢ່າງໃກ້ຊິດ ເພື່ອປະສານງານກັບພາລະກິດຂອງເຮົາ ແລະ ໃຫ້ມະນຸດເຮັດທຸກຢ່າງດ້ວຍຄວາມສາມາດຂອງພວກເຂົາເພື່ອດໍາເນີນພາລະກິດກັບເຮົາ ທີ່ເຮົາຕ້ອງປະຕິບັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ເຫັນວ່າ”.


ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 69)

ບໍ່ມີໃຜເຊື່ອວ່າ ພວກເຂົາຈະເຫັນສະຫງ່າລາສີຂອງເຮົາ ແລະ ເຮົາຈະບໍ່ບັງຄັບພວກເຂົາ, ແຕ່ກົງກັນຂ້າມ ເຮົາຈະເອົາຄວາມສະຫງ່າລາສີຂອງເຮົາອອກຈາກທ່າມກາງມະນຸດ ແລະ ນໍາໄປໄວ້ທີ່ໂລກອື່ນ. ເມື່ອມະນຸດສໍານຶກຜິດອີກຄັ້ງ, ເມື່ອນັ້ນເຮົາຈະນໍາເອົາຄວາມສະຫງ່າລາສີຂອງເຮົາ ແລະ ສະແດງມັນຕໍ່ຜູ້ທີ່ມີຄວາມເຊື່ອເຫຼົ່ານັ້ນ. ນີ້ແມ່ນຫຼັກການ ທີ່ເຮົາປະຕິບັດພາລະກິດ. ຍ້ອນມີເວລາທີ່ຄວາມສະຫງ່າລາສີຂອງເຮົາອອກຈາກການາອານ ແລະ ຍັງມີເວລາທີ່ສະຫງ່າລາສີຂອງເຮົາຈະອອກຈາກຜູ້ຄົນທີ່ຖືກເລືອກ. ຍິ່ງໄປກວ່ານັ້ນ ມີເວລາທີ່ສະຫງ່າລາສີຂອງເຮົາອອກຈາກແຜ່ນດິນໂລກ ໂດຍເຮັດໃຫ້ໂລກນີ້ມືດລົງ ແລະ ຈົມຢູ່ກັບຄວາມມືດ. ແມ່ນແຕ່ດິນແດນຂອງການາອານກໍຈະບໍ່ເຫັນແສງຕາເວັນ; ມະນຸດທຸກຄົນຈະສູນເສຍຄວາມເຊື່ອຂອງພວກເຂົາ, ແຕ່ບໍ່ມີຜູ້ໃດຈະສາມາດໜີຈາກກິ່ນຫອມອາຍດິນແດນການາອານໄດ້. ມີແຕ່ເມື່ອເຮົາໄດ້ຜ່ານເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກແຫ່ງໃໝ່ ເຮົາຈະເອົາອີກສ່ວນໜຶ່ງຂອງສະຫງ່າລາສີຂອງເຮົາມາເປີດເຜີຍເປັນຄັ້ງທໍາອິດໃນດິນແດນການາອານ, ເຮັດໃຫ້ເກີດມີແສງສະຫວ່າງອ່ອນໆສ່ອງໄປທົ່ວແຜ່ນດິນໂລກ ທີ່ຈົມຢູ່ໃນຄວາມມືດສະນິດແຫ່ງຍາມຄໍ່າຄືນ ເພື່ອເຮັດໃຫ້ແຜ່ນດິນໂລກທັງໝົດມາສູ່ຄວາມສະຫວ່າງ; ໃຫ້ມະນຸດທົ່ວແຜ່ນດິນໂລກໄດ້ດຶງດູດເອົາກໍາລັງຈາກພະລັງແຫ່ງແສງສະຫວ່າງ, ເຮັດໃຫ້ສະຫງ່າລາສີຂອງເຮົາເພີ່ມຂຶ້ນ ແລະ ປາກົດຂຶ້ນໃໝ່ຕໍ່ທຸກຊົນຊາດ; ແລ້ວເພື່ອໃຫ້ມະນຸດຊາດທັງປວງຮັບຮູ້ວ່າເຮົາໄດ້ມາສູ່ໂລກມະນຸດນີ້ແຕ່ດົນນານແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີຂອງເຮົາຈາກອິດສະຣາເອນໄປສູ່ທິດຕາເວັນອອກຕັ້ງແຕ່ດົນນານແລ້ວ; ຍ້ອນສະຫງ່າລາສີຂອງເຮົາໄດ້ສ່ອງແສງຈາກທິດຕາເວັນອອກ ແລະ ມັນເປັນບ່ອນທີ່ມັນຖືກນໍາມາຈາກຍຸກແຫ່ງພຣະຄຸນຈົນເຖິງທຸກວັນນີ້. ແຕ່ມັນຄືອິດສະຣາເອນທີ່ເຮົາຈາກມາ ແລະ ຈາກທີ່ນັ້ນ ເຮົາຈຶ່ງໄດ້ມາເຖິງທິດຕາເວັນອອກ. ເມື່ອແສງສະຫວ່າງແຫ່ງທິດຕາເວັນອອກຄ່ອຍໆກາຍເປັນສີຂາວ ເມື່ອນັ້ນຄວາມມືດທົ່ວແຜ່ນດິນໂລກກໍຈະເລີ່ມຫັນສູ່ແສງສະຫວ່າງ ແລະ ມີແຕ່ເມື່ອນັ້ນ ມະນຸດກໍຈະຄົ້ນພົບວ່າເຮົາໄດ້ໄປຈາກອິດສະຣາເອນແຕ່ດົນນານແລ້ວ ແລະ ປາກົດຕົວໃໝ່ອີກຄັ້ງໃນທິດຕາເວັນອອກ. ເມື່ອເຄີຍລົງມາສູ່ດິນແດນອິດສະຣາເອນຄັ້ງໜຶ່ງແລ້ວ, ເຮົາບໍ່ສາມາດບັງເກີດໃນອິດສະຣາເອນອີກຄັ້ງ, ເພາະວ່າພາລະກິດຂອງເຮົາຈະນໍາພາຈັກກະວານທັງໝົດ ແລະ ຍິ່ງໄປກວ່ານັ້ນ ຟ້າແມບເຫຼື້ອມສ່ອງແສງຈາກທິດຕາເວັນອອກສູ່ທິດຕາເວັນຕົກໂດຍກົງ. ດ້ວຍເຫດນີ້, ເຮົາໄດ້ລົງມາໃນທິດຕາເວັນອອກ ແລະ ນໍາເອົາການາອານມາສູ່ຜູ້ຄົນໃນທິດຕາເວັນອອກ. ເຮົາຈະນໍາເອົາຜູ້ຄົນຈາກທົ່ວແຜ່ນດິນໂລກໄປສູ່ດິນແດນຂອງການາອານ ແລະ ດັ່ງນັ້ນ ເຮົາຈະສືບຕໍ່ກ່າວພຣະຄຳໃນດິນແດນຂອງການາອານເພື່ອຄວບຄຸມຈັກກະວານທັງໝົດ. ໃນເວລານີ້ ບໍ່ມີແສງສະຫວ່າງໃນທົ່ວໂລກ ຍົກເວັ້ນຈາກການາອານ ແລະ ມະນຸດທຸກຄົນແມ່ນສ່ຽງຕໍ່ຄວາມອຶດຫິວ ແລະ ຄວາມໜາວ. ເຮົາໄດ້ມອບຄວາມສະຫງ່າລາສີຂອງເຮົາໃຫ້ແກ່ອິດສະຣາເອນ ແລະ ຕໍ່ມາກໍໄດ້ນໍາເອົາມັນອອກໄປ, ແລ້ວກໍ່ໄດ້ນໍາເອົາຊາວອິດສະຣາເອນໄປສູ່ທິດຕາເວັນອອກ ແລະ ມະນຸດຊາດທັງປວງໄປສູ່ທິດຕາເວັນອອກ. ເຮົາໄດ້ນໍາເອົາພວກເຂົາທັງໝົດມາສູ່ຄວາມສະຫວ່າງ ເພື່ອວ່າພວກເຂົາອາດຈະໄດ້ກັບໄປຢູ່ຮ່ວມກັນໃໝ່ ແລະ ມີຄວາມສໍາພັນກັບມັນ ແລະ ບໍ່ຈໍາເປັນຕ້ອງຊອກຫາຄວາມສະຫວ່າງນັ້ນອີກຕໍ່ໄປ. ເຮົາຈະເຮັດໃຫ້ທຸກຄົນທີ່ສະແຫວງຫາໄດ້ເຫັນແສງສະຫວ່າງອີກຄັ້ງ ແລະ ເຫັນຄວາມສະຫງ່າລາສີທີ່ເຮົາເຄີຍມີໃນອິດສະຣາເອນ; ເຮົາຈະເຮັດໃຫ້ພວກເຂົາເຫັນວ່າ ເຮົາໄດ້ລົງມາເທິງກ້ອນເມກສີຂາວສູ່ທ່າມກາງມະນຸດຊາດແຕ່ດົນນານແລ້ວ, ເຮັດໃຫ້ພວກເຂົາເຫັນກ້ອນເມກສີຂາວຈໍານວນນັບບໍ່ຖ້ວນ ແລະ ເຫັນພົ້ວໝາກໄມ້ທີ່ອຸດົມສົມບູນ ແລະ ຍິ່ງໄປກວ່ານັ້ນ ກໍໃຫ້ພວກເຂົາເຫັນພຣະເຈົ້າພຣະເຢໂຮວາແຫ່ງອິດສະຣາເອນ. ເຮົາຈະເຮັດໃຫ້ພວກເຂົາເຫັນເຈົ້ານາຍຂອງຄົນຢິວ, ພຣະເມຊີອາທີ່ປາຖະໜາມາເປັນເວລາດົນ ແລະ ການປາກົດຕົວທັງໝົດຂອງເຮົາ ເຊິ່ງເປັນຜູ້ທີ່ຖືກຂົ່ມເຫັງໂດຍກະສັດທັງຫຼາຍຕະຫຼອດຫຼາຍຍຸກຫຼາຍສະໄໝ. ເຮົາຈະປະຕິບັດພາລະກິດໃນຈັກກະວານທັງໝົດ ແລະ ເຮົາຈະປະຕິບັດພາລະກິດທີ່ຍິ່ງໃຫຍ່, ເປີດເຜີຍຄວາມສະຫງ່າລາສີທັງໝົດຂອງເຮົາ ແລະ ການກະທໍາທັງໝົດຂອງເຮົາຕໍ່ມະນຸດໃນຍຸກສຸດທ້າຍ. ເຮົາຈະສະແດງໃບໜ້າທີ່ມີສະຫງ່າລາສີຂອງເຮົາທັງໝົດຕໍ່ຜູ້ຄົນທີ່ໄດ້ລໍຄອຍເຮົາເປັນເວລາຫຼາຍປີ, ຕໍ່ຜູ້ຄົນທີ່ໄດ້ປາຖະໜາໃຫ້ເຮົາມາເທິງກ້ອນເມກສີຂາວ, ຕໍ່ອິດສະຣາເອນທີ່ໄດ້ປາຖະໜາໃຫ້ເຮົາປາກົດຕົວອີກຄັ້ງ ແລະ ຕໍ່ມະນຸດຊາດທີ່ໄດ້ຂົ່ມເຫັງເຮົາ ເພື່ອວ່າທຸກຄົນຈະຮູ້ວ່າເຮົາໄດ້ເອົາຄວາມສະຫງ່າລາສີອອກຈາກພວກເຂົາແຕ່ດົນແລ້ວ ແລະ ໄດ້ນໍາເອົາຄວາມສະຫງ່າລາສີນັ້ນກັບມາສູ່ທິດຕາເວັນອອກ ແລະ ມັນຈະບໍ່ໄດ້ຢູ່ຢູດາຍອີກຕໍ່ໄປ. ຍ້ອນຍຸກສຸດທ້າຍໄດ້ມາເຖິງແລ້ວ!

ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຄິດຮອດຄວາມເປັນຕາຮັກຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະອົງຜູ້ທີ່ມີລິດອຳນາດທີ່ຍິ່ງໃຫຍ່? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເຮົາຈະພົບກັບຜູ້ຄົນທີ່ຖືກເລືອກຂອງເຮົາ ແລະ ກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ ເປັນຄືກັບວ່າເດັກນ້ອຍຫາກໍ່ເກີດ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ “ພູເຂົາໝາກກອກ” ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປາກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາເພື່ອໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຢູ່ພາຍໃຕ້ເຮົາ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 70)

ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂີ່ກ້ອນເມກສີຂາວເມື່ອພຣະອົງລົງມາດ້ວຍຕົນເອງຢູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດຍັງປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນກັບຄືນມາ ແລະ ມາຢູ່ຮ່ວມກັບພວກເຂົາ; ນັ້ນກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຜູ້ທີ່ໄດ້ແຍກຈາກຜູ້ຄົນເປັນເວລາຫຼາຍພັນປີກັບຄືນມາ ແລະ ປະຕິບັດພາລະກິດແຫ່ງການໄຖ່ບາບທີ່ພຣະອົງເຄີຍເຮັດໃນທ່າມກາງຄົນຢິວອີກຄັ້ງ, ໃຫ້ພຣະອົງຈະມີຄວາມສົງສານ ແລະ ມີຄວາມຮັກຕໍ່ມະນຸດ, ໃຫ້ອະໄພບາບແກ່ມະນຸດ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ເຖິງກັບແບກຮັບເອົາການກະທຳຜິດຂອງມະນຸດທຸກຄົນ ແລະ ນຳມະນຸດອອກຈາກຄວາມຜິດບາບ. ສິ່ງທີ່ພວກເຂົາປາດຖະໜາກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເປັນຄືແຕ່ກ່ອນ ນັ້ນກໍ່ຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ເຕັມໄປດ້ວຍຄວາມຮັກ, ມີເມດຕາ ແລະ ໜ້າເຄົາລົບນັບຖື, ເປັນຜູ້ທີ່ບໍ່ເຄີຍໂກດຮ້າຍຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ, ແຕ່ເປັນຜູ້ທີ່ໃຫ້ອະໄພ ແລະ ແບກຮັບເອົາບາບທັງໝົດຂອງມະນຸດ ແລະ ຜູ້ທີ່ເຖິງກັບຕາຍເທິງໄມ້ກາງແຂນເພື່ອມະນຸດຄືກັບຄັ້ງກ່ອນ. ຕັ້ງແຕ່ທີ່ພຣະເຢຊູໄດ້ຈາກໄປ, ສາວົກຜູ້ທີ່ຕິດຕາມພຣະອົງ ພ້ອມທັງໄພ່ພົນທຸກຄົນທີ່ໄດ້ຮັບຄວາມລອດພົ້ນໃນພຣະນາມຂອງພຣະອົງກໍ່ໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ທຸກຄົນທີ່ໄດ້ຮັບຄວາມລອດພົ້ນຈາກພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະຄຸນກໍ່ປາດຖະໜາຫາມື້ແຫ່ງຄວາມປິຕິຍິນດີໃນຍຸກສຸດທ້າຍ ເມື່ອພຣະຜູ້ຊ່ວຍໃຫ້ລອດພົ້ນຈະລົງມາເທິງກ້ອນເມກສີຂາວ ເພື່ອປາກົດຕົວຕໍ່ໜ້າທຸກຄົນ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາລວມກັນຂອງທຸກຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນມື້ນີ້. ທຸກຄົນໃນຈັກກະວານທີ່ຮູ້ຈັກຄວາມລອດພົ້ນຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ລໍຄອຍຢ່າງສິ້ນຫວັງໃຫ້ພຣະເຢຊູຄຣິດມາເຖິງຢ່າງກະທັນຫັນ ເພື່ອເຮັດສຳເລັດສິ່ງທີ່ພຣະເຢຊູໄດ້ກ່າວໄວ້ໃນຂະນະທີ່ຢູ່ເທິງໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງກ້ອນເມກສີຂາວ ເພື່ອຮັບຕຳແໜ່ງຂອງພຣະອົງໃນມືເບື້ອງຂວາຂອງອົງຊົງສູງສຸດ. ໃນລັກສະນະດຽວກັນ, ພຣະເຢຊູຈະລົງມາເທິງກ້ອນເມກສີຂາວອີກຄັ້ງ (ກ້ອນເມກນີ້ໝາຍເຖິງກ້ອນເມກທີ່ພຣະເຢຊູຂີ່ໃນເວລາທີ່ພຣະອົງກັບຄືນໄປສະຫວັນ) ທ່າມກາງຄົນທີ່ຄອງຄອຍພຣະອົງຢ່າງສິ້ນຫວັງເປັນເວລາຫຼາຍພັນປີ ແລະ ພຣະອົງຈະມີພາບລັກ ແລະ ໃສ່ເຄື່ອງນຸ່ງຂອງຄົນຢິວ. ຫຼັງຈາກທີ່ປາກົດຕໍ່ມະນຸດແລ້ວ, ພຣະອົງຈະປະທານອາຫານໃຫ້ແກ່ພວກເຂົາ ແລະ ເຮັດໃຫ້ນໍ້າແຫ່ງຊີວິດໄຫຼອອກມາສຳລັບພວກເຂົາ ແລະ ຈະໃຊ້ຊີວິດໃນທ່າມກາງມະນຸດຢ່າງເຕັມໄປດ້ວຍຄວາມກະລຸນາ ແລະ ເຕັມໄປດ້ວຍຄວາມຮັກ, ຊີວິດຊີວາ ແລະ ຄວາມຈິງ. ແນວຄິດທັງໝົດນັ້ນແມ່ນສິ່ງທີ່ຜູ້ຄົນເຊື່ອ. ແຕ່ພຣະເຢຊູຜູ້ຊ່ວຍໃຫ້ລອດພົ້ນບໍ່ໄດ້ເຮັດແບບນີ້; ພຣະອົງເຮັດກົງກັນຂ້າມກັບສິ່ງທີ່ມະນຸດເຂົ້າໃຈ. ພຣະອົງບໍ່ໄດ້ມາຢູ່ທ່າມກາງຜູ້ຄົນທີ່ຄອງຄອຍການກັບມາຂອງພຣະອົງ ແລະ ພຣະອົງບໍ່ໄດ້ປາກົດຕໍ່ທຸກຄົນໃນຂະນະທີ່ກຳລັງຂີ່ກ້ອນເມກສີຂາວ. ພຣະອົງໄດ້ລົງມາແລ້ວ ແຕ່ມະນຸດບໍ່ຮູ້ຈັກ ແລະ ຍັງບໍ່ຮູ້. ມະນຸດພຽງແຕ່ລໍຖ້າພຣະອົງຢ່າງບໍ່ມີຈຸດໝາຍ ໂດຍບໍ່ຮູ້ວ່າພຣະອົງໄດ້ລົງມາເທິງ “ກ້ອນເມກສີຂາວ” ແລ້ວ (ກ້ອນເມກທີ່ເປັນພຣະວິນຍານຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ອຸປະນິໄສທັງໝົດຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງເປັນ) ແລະ ໃນຕອນນີ້ ພຣະອົງຢູ່ທ່າມກາງກຸ່ມຜູ້ຊະນະທີ່ພຣະອົງຈະສ້າງຂຶ້ນໃນລະຫວ່າງຍຸກສຸດທ້າຍ. ມະນຸດບໍ່ຮູ້ສິ່ງນີ້: ເຖິງແມ່ນວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ບໍລິສຸດຈະມີຄວາມເມດຕາ ແລະ ຄວາມຮັກຕໍ່ມະນຸດກໍ່ຕາມ, ພຣະອົງຈະສາມາດດຳເນີນພາລະກິດໃນ “ພຣະວິຫານ” ເຫຼົ່ານັ້ນທີ່ເຕັມໄປດ້ວຍວິນຍານທີ່ສົກກະປົກ ແລະ ບໍ່ບໍລິສຸດໄດ້ແນວໃດ? ເຖິງແມ່ນວ່າມະນຸດໄດ້ລໍຖ້າການລົງມາຂອງພຣະອົງ, ພຣະອົງຈະສາມາດປາກົດຕໍ່ຄົນທີ່ກິນເນື້ອໜັງຂອງສິ່ງທີ່ບໍ່ຊອບທໍາ, ດື່ມເລືອດຂອງສິ່ງທີ່ບໍ່ຊອບທຳ ແລະ ນຸ່ງເສື້ອຜ້າຂອງຄົນທີ່ບໍ່ຊອບທຳ, ຄົນທີ່ເຊື່ອໃນພຣະອົງ ແຕ່ບໍ່ຮູ້ຈັກພຣະອົງ ແລະ ຜູ້ທີ່ຂົ່ມເຫັງພຣະອົງຢ່າງຕໍ່ເນື່ອງໄດ້ແນວໃດ? ມະນຸດຮູ້ແຕ່ວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເຕັມປ່ຽມໄປດ້ວຍຄວາມຮັກ ແລະ ເຕັມລົ້ນດ້ວຍຄວາມສົງສານ ແລະ ພຣະອົງເປັນເຄື່ອງບູຊາແທນຄວາມຜິດບາບທີ່ເຕັມໄປດ້ວຍການໄຖ່ບາບ. ເຖິງຢ່າງໃດກໍ່ຕາມ, ມະນຸດບໍ່ຮູ້ວ່າພຣະອົງເອງເປັນພຣະເຈົ້າ ຜູ້ທີ່ເຕັມປ່ຽມໄປດ້ວຍຄວາມຊອບທຳ, ຄວາມສະຫງ່າຜາເຜີຍ, ຄວາມໂກດຮ້າຍ ແລະ ການພິພາກສາ, ມີລິດອຳນາດ ແລະ ເຕັມໄປດ້ວຍກຽດສັກສີ. ສະນັ້ນ ເຖິງແມ່ນວ່າມະນຸດຈະປາດຖະໜາ ແລະ ລໍຄອຍການກັບມາຂອງພຣະຜູ້ໄຖ່ບາບຢ່າງຈິງໃຈ ແລະ ເຖິງແມ່ນວ່າຄຳອະທິຖານຂອງພວກເຂົາຈະສັ່ນສະເທືອນເຖິງ “ສະຫວັນ”, ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນກໍ່ຈະບໍ່ປາກົດຕົວຕໍ່ຄົນທີ່ເຊື່ອໃນພຣະອົງແຕ່ບໍ່ຮູ້ຈັກພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 71)

ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອງຂອງເຮົາ, ພວກເຈົ້າກໍາລັງລໍຖ້າຫຍັງ? ແມ່ນຫຍັງທີ່ພວກເຈົ້າກຳລັງສະແຫວງຫາ? ພວກເຈົ້າກຳລັງລໍຖ້າໃຫ້ພຣະເຈົ້າປາກົດຕົວບໍ? ພວກເຈົ້າກຳລັງຊອກຫາຮອຍພຣະບາດຂອງພຣະອົງບໍ? ຊ່າງຢາກເຫັນການປາກົດຕົວຂອງພຣະເຈົ້າ! ແລ້ວມັນຊ່າງຍາກແທ້ທີ່ຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າ! ໃນຍຸກນີ້, ໃນໂລກແບບນີ້, ພວກເຮົາຈະຕ້ອງເຮັດແນວໃດເພື່ອເປັນພະຍານເຖິງມື້ທີ່ພຣະເຈົ້າປາກົດຕົວ? ພວກເຮົາຕ້ອງເຮັດແນວໃດເພື່ອຍ່າງໄປພ້ອມກັນກັບບາດກ້າວຂອງພຣະເຈົ້າ? ທຸກຄົນທີ່ກຳລັງລໍຖ້າໃຫ້ພຣະເຈົ້າປາກົດແມ່ນພົບກັບຄຳຖາມປະເພດນີ້. ພວກເຈົ້າທັງໝົດໄດ້ພິຈາລະນາເຖິງສິ່ງເຫຼົ່ານີ້ຫຼາຍເທື່ອ ແຕ່ຜົນໄດ້ຮັບຄືຫຍັງແດ່? ພຣະເຈົ້າປາກົດຕົວຢູ່ໃສ? ຮອຍພຣະບາດຂອງພຣະເຈົ້າຢູ່ທີ່ໃດ? ພວກເຈົ້າໄດ້ຮັບຄຳຕອບແລ້ວບໍ? ຫຼາຍຄົນຈະຕອບໃນລັກສະນະນີ້: “ພຣະເຈົ້າປາກົດຕົວທ່າມກາງທຸກຄົນທີ່ຕິດຕາມພຣະອົງ ແລະ ຮອຍພຣະບາດຂອງພຣະອົງກໍຢູ່ທ່າມກາງພວກເຮົາ; ມັນງ່າຍແບບນັ້ນເລີຍ!” ໃຜກໍຕາມສາມາດຈັດຫາຄຳຕອບທີ່ເປັນຫຼັກສູດໄດ້, ແຕ່ພວກເຈົ້າເຂົ້າໃຈບໍ່ວ່າ ການປາກົດຕົວຂອງພຣະເຈົ້າ ຫຼື ຮອຍພຣະບາດຂອງພຣະອົງແມ່ນຫຍັງ? ການປາກົດຕົວຂອງພຣະເຈົ້າໝາຍເຖິງການທີ່ພຣະອົງມາເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ດ້ວຍຕົວຕົນ ແລະ ອຸປະນິໄສຂອງພຣະອົງເອງ ແລະ ໃນຮູບລັກສະນະທີ່ພຣະອົງເປັນໂດຍກຳເນີດ, ພຣະອົງລົງມາຢູ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກໃດໜຶ່ງ. ການປາກົດຕົວແບບນີ້ບໍ່ແມ່ນຮູບແບບຂອງພິທີກໍາ. ມັນບໍ່ແມ່ນໝາຍສຳຄັນ, ຮູບພາບ, ການອັດສະຈັນ ຫຼື ນິມິດທີ່ຍິ່ງໃຫຍ່ບາງຢ່າງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ມັນຈະເປັນຂະບວນການທາງສາສະໜາປະເພດໃດໜຶ່ງ. ມັນເປັນຄວາມຈິງທີ່ແທ້ຈິງ ແລະ ຕາມຄວາມເປັນຈິງທີ່ທຸກຄົນສາມາດສຳຜັດ ແລະ ເບິ່ງເຫັນໄດ້. ການປາກົດຕົວແບບນີ້ບໍ່ແມ່ນເພື່ອເຮັດພໍເປັນພິທີ ຫຼື ສຳລັບການດຳເນີນການໄລຍະສັ້ນ; ກົງກັນຂ້າມແມ່ນສຳລັບຂັ້ນຕອນຂອງພາລະກິດໃນແຜນການຄຸ້ມຄອງຂອງພຣະອົງ. ການປາກົດຕົວຂອງພຣະເຈົ້າມີຄວາມໝາຍສະເໝີ ແລະ ມີສ່ວນກ່ຽວຂ້ອງບາງຢ່າງກັບແຜນການຄຸ້ມຄອງຂອງພຣະອົງຢູ່ຕະຫຼອດເວລາ. ສິ່ງທີ່ຖືກເອີ້ນວ່າ ການປາກົດຕົວ ໃນທີ່ນີ້ແມ່ນແຕກຕ່າງຈາກ “ການປາກົດຕົວ” ທີ່ພຣະເຈົ້າຊີ້ນໍາ, ນໍາພາ ແລະ ສ່ອງແສງສະຫວ່າງໃຫ້ກັບມະນຸດຢ່າງສິ້ນເຊີງ. ແຕ່ລະຄັ້ງທີ່ພຣະເຈົ້າປະຕິບັດຂັ້ນຕອນໃນພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ, ພຣະອົງເປີດເຜີຍຕົວພຣະອົງເອງ. ພາລະກິດນີ້ແມ່ນແຕກຕ່າງຈາກພາລະກິດໃນຍຸກອື່ນໆ. ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ມະນຸດກໍບໍ່ເຄີຍພົບພໍ້ມາກ່ອນ. ມັນເປັນພາລະກິດທີ່ເລີ່ມຕົ້ນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າລົງ ແລະ ມັນເປັນຮູບແບບຂອງພາລະກິດທີ່ໃໝ່ ແລະ ໄດ້ຮັບການປັບປຸງເພື່ອຄວາມລອດພົ້ນຂອງມະນຸດຊາດ; ຍິ່ງໄປກວ່ານັ້ນ, ມັນເປັນພາລະກິດທີ່ນໍາພາມະນຸດຊາດໄປສູ່ຍຸກໃໝ່. ນີ້ແມ່ນສິ່ງທີ່ການປາກົດຕົວຂອງພຣະເຈົ້າໝາຍເຖິງ.

ເມື່ອພວກເຈົ້າເຂົ້າໃຈແລ້ວວ່າ ການປາກົດຕົວຂອງພຣະເຈົ້າໝາຍເຖິງຫຍັງ, ແລ້ວພວກເຈົ້າຄວນສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ? ຄຳຖາມນີ້ແມ່ນອະທິບາຍໄດ້ບໍ່ຍາກເລີຍ ຄຳຕອບກໍຄື: ບໍ່ວ່າພຣະເຈົ້າຈະປາກົດຕົວຢູ່ໃສກໍ່ຕາມ, ພວກເຈົ້າກໍຈະພົບບາດກ້າວຂອງພຣະອົງເຊັ່ນກັນ. ຄຳອະທິບາຍດັ່ງກ່າວເບິ່ງຄືກົງໄປກົງມາ, ແຕ່ມັນບໍ່ໄດ້ງ່າຍທີ່ຈະປະຕິບັດຕາມ, ຍ້ອນຫຼາຍຄົນບໍ່ຮູ້ຈັກວ່າ ພຣະເຈົ້າປາກົດຕົວຢູ່ທີ່ໃດ, ແລ້ວແຮງໄກທີ່ຈະຮູ້ຈັກວ່າ ພຣະອົງປະສົງ ຫຼື ພຣະອົງຄວນປາກົດຕົວພຣະອົງເອງຢູ່ໃສ. ບາງຄົນເຊື່ອຢ່າງບໍ່ຄິດວ່າ ບ່ອນໃດກໍຕາມທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ພຣະເຈົ້າກໍຈະປາກົດຕົວຢູ່ບ່ອນນັ້ນ. ບໍ່ດັ່ງນັ້ນ ພວກເຂົາກໍຈະເຊື່ອວ່າບ່ອນໃດກໍຕາມທີ່ມີຄົນທີ່ມີຊື່ສຽງຫຼາຍ, ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ບໍ່ດັ່ງນັ້ນ ພວກເຂົາກໍຈະເຊື່ອວ່າ ບ່ອນໃດກໍຕາມທີ່ມີຜູ້ຄົນທີ່ມີຊື່ສຽງ, ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ໃນຊ່ວງເວລານີ້ ໃຫ້ພວກເຮົາປະໄວ້ຄຳຖາມທີ່ວ່າ ຄວາມເຊື່ອດັ່ງກ່າວຖືກ ຫຼື ຜິດ. ເພື່ອອະທິບາຍຄຳຖາມດັ່ງກ່າວ ກ່ອນອື່ນ ພວກເຮົາຕ້ອງມີຈຸດປະສົງທີ່ຊັດເຈນ ນັ້ນກໍຄື: ພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ. ພວກເຮົາບໍ່ໄດ້ສະແຫວງຫາບຸກຄົນຝ່າຍວິນຍານ, ແລ້ວແຮງໄກທີ່ພວກເຮົາຈະສະແຫວງຫາບຸກຄົນທີ່ມີຊື່ສຽງ; ພວກເຮົາກຳລັງສະແຫວງຫາຮອຍພຣະບາດຂອງພຣະເຈົ້າ. ດ້ວຍເຫດຜົນນີ້ ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດກົງກັນກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າຈະປາກົດຕົວຕາມຄຳສັ່ງຂອງມະນຸດ. ພຣະເຈົ້າດຳເນີນການຕາມທາງເລືອກຂອງພຣະອົງ ແລະ ຕາມແຜນການຂອງພຣະອົງເອງ ເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພຣະອົງກໍມີຈຸດປະສົງຂອງພຣະອົງເອງ ແລະ ວິທີການຂອງພຣະອົງເອງ. ພາລະກິດຫຍັງກໍຕາມທີ່ພຣະອົງປະຕິບັດ, ພຣະອົງບໍ່ຈຳເປັນຕ້ອງສົນທະນາກັບມະນຸດ ຫຼື ສະແຫວງຫາຄຳປຶກສາຂອງເຂົາ ແລ້ວແຮງໄກທີ່ຈະແຈ້ງໃຫ້ແຕ່ລະຄົນຮູ້ກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ເຊິ່ງທຸກຄວນຮັບຮູ້. ຖ້າພວກເຈົ້າປາຖະໜາທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດຂອງພວກເຈົ້ານັ້ນກ່ອນ. ພວກເຈົ້າຕ້ອງບໍ່ຮຽກຮ້ອງໃຫ້ພຣະເຈົ້າເຮັດນັ້ນເຮັດນີ້ ຍິ່ງໄປກວ່ານັ້ນພວກເຈົ້າບໍ່ຄວນວາງພຣະອົງໃຫ້ຢູ່ພາຍໃນຂອບເຂດຂອງພວກເຈົ້າ ແລະ ຈຳກັດພຣະອົງໃນແນວຄິດຂອງພວກເຈົ້າເອງ. ກົງກັນຂ້າມ ພວກເຈົ້າຄວນຮຽກຮ້ອງຕົນເອງວ່າ ພວກເຈົ້າຄວນສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ, ພວກເຈົ້າຄວນຍອມຮັບການປາກົດຕົວຂອງພຣະເຈົ້າໄດ້ແນວໃດ ແລະ ພວກເຈົ້າຄວນຍອມຕາມພາລະກິດໃໝ່ຂອງພຣະເຈົ້າໄດ້ແນວໃດ: ນີ້ຄືສິ່ງທີ່ມະນຸດຄວນກະທຳ. ຍ້ອນມະນຸດບໍ່ແມ່ນຄວາມຈິງ ແລະ ບໍ່ໄດ້ປະກອບດ້ວຍຄວາມຈິງ, ເຂົາຄວນສະແຫວງຫາ, ຍອມຮັບ ແລະ ເຊື່ອຟັງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 72)

ບໍ່ວ່າເຈົ້າຈະເປັນຊາວອາເມຣິກາ, ຊາວອັງກິດ ແລະ ຊົນຊາດອື່ນໆ, ເຈົ້າຄວນກ້າວອອກຈາກຂອບເຂດແຫ່ງຊົນຊາດຂອງເຈົ້າເອງ, ຢູ່ເໜືອຕົວເຈົ້າເອງ ແລະ ເບິ່ງພາລະກິດຂອງພຣະເຈົ້າຈາກຕຳແໜ່ງຂອງສິ່ງມີຊີວິດທີ່ຖືກສ້າງ. ໃນລັກສະນະນີ້, ເຈົ້າຈະບໍ່ວາງຂໍ້ຈຳກັດຕ່າງໆກ່ຽວກັບຮອຍພຣະບາດຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ໃນປັດຈຸບັນນີ້ ຫຼາຍຄົນໄດ້ຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະປາກົດຕົວໃນຊົນຊາດສະເພາະໃດໜຶ່ງ ຫຼື ທ່າມກາງຜູ້ຄົນໃດໜຶ່ງ. ຄວາມໝາຍຂອງພາລະກິດຂອງພຣະເຈົ້າຊ່າງເລິກເຊິ່ງ ແລະ ການປາກົດຕົວຂອງພຣະອົງຊ່າງສຳຄັນ! ແນວຄິດ ແລະ ຄວາມຄິດຂອງມະນຸດຈະສາມາດໃຊ້ມາດຕະການໄດ້ແນວໃດ? ເຮົາຂໍເວົ້າວ່າ ເຈົ້າຄວນເອົາຊະນະແນວຄິດກ່ຽວກັບຊົນຊາດ ແລະ ເຊື້ອຊາດຂອງເຈົ້າໃຫ້ໄດ້ເພື່ອສະແຫວງຫາການປາກົດຕົວຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະບໍ່ຖືກຈຳກັດດ້ວຍແນວຄິດຂອງເຈົ້າເອງ; ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະມີຄຸນສົມບັດເພື່ອຍິນດີຮັບເອົາການປາກົດຕົວຂອງພຣະເຈົ້າ. ບໍ່ດັ່ງນັ້ນ ເຈົ້າກໍຈະຄົງຢູ່ໃນຄວາມມືດຕະຫຼອດໄປເປັນນິດ ແລະ ບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າຈັກເທື່ອ.

ພຣະເຈົ້າເປັນພຣະເຈົ້າຂອງມະນຸດຊາດທັງໝົດ. ພຣະອົງບໍ່ໄດ້ເຫັນວ່າ ພຣະອົງເອງເປັນຊັບສິນສ່ວນຕົວຂອງຊົນຊາດ ຫຼື ຜູ້ຄົນໃດໜຶ່ງ, ແຕ່ເລີ່ມປະຕິບັດພາລະກິດຕາມຂອງພຣະອົງທີ່ພຣະອົງໄດ້ວາງແຜນໄວ້, ບໍ່ຖືກຈຳກັດໃນຮູບການ, ຊົນຊາດ ຫຼື ຜູ້ຄົນໃດໜຶ່ງ. ບາງເທື່ອ ເຈົ້າບໍ່ເຄີຍຈິນຕະນາການເຖິງຮູບແບບນີ້ ຫຼື ບາງເທື່ອ ທ່າທີຂອງເຈົ້າກ່ຽວກັບຮູບແບບນີ້ແມ່ນການປະຕິເສດ ຫຼື ບາງເທື່ອ ຊົນຊາດທີ່ພຣະເຈົ້າເປີດເຜີຍຕົວພຣະອົງເອງ ແລະ ຜູ້ຄົນທີ່ພຣະອົງເປີດເຜີຍຕົວພຣະອົງເອງໃຫ້ເຫັນນັ້ນ ອາດຖືກທຸກຄົນແບ່ງແຍກ ແລະ ອາດເປັນຄົນທີ່ຫຼ້າຫຼັງທີ່ສຸດເທິງແຜ່ນດິນໂລກ. ເຖິງຢ່າງໃດກໍຕາມ ພຣະເຈົ້າມີສະຕິປັນຍາຂອງພຣະອົງ. ດ້ວຍລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ດ້ວຍວິທີແຫ່ງຄວາມຈິງຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ, ພຣະອົງໄດ້ຮັບເອົາກຸ່ມຄົນທີ່ຢູ່ໃນຄວາມຄິດດຽວກັບພຣະອົງຢ່າງແທ້ຈິງ ແລະ ກຸ່ມຄົນທີ່ພຣະອົງປາຖະໜາທີ່ຈະເຮັດໃຫ້ສຳເລັດ ນັ້ນກໍຄື ກຸ່ມທີ່ຖືກພຣະອົງເອົາຊະນະ ແລະ ໄດ້ອົດທົນຕໍ່ການທົດລອງ ແລະ ຄວາມຫຍຸ້ງຍາກລຳບາກທຸກປະການ ແລະ ການຂົ່ມເຫັງທຸກປະເພດ ຈະສາມາດຕິດຕາມພຣະອົງໄປຈົນເຖິງທີ່ສຸດໄດ້. ຈຸດປະສົງຂອງການປາກົດຕົວຂອງພຣະເຈົ້າ ເຊິ່ງບໍ່ຖືກຈຳກັດໃນຮູບການໃດໜຶ່ງ ຫຼື ຊົນຊາດໃດໜຶ່ງ ກໍ່ແມ່ນເພື່ອໃຫ້ພຣະອົງເຮັດສໍາເລັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້. ສິ່ງນີ້ເໝືອນກັບຕອນທີ່ພຣະເຈົ້າກາຍເປັນມະນຸດໃນແຂວງຢູດາຍ: ຈຸດປະສົງຂອງພຣະອົງແມ່ນເພື່ອເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເພື່ອໄຖ່ບາບຂອງມະນຸດຊາດທັງໝົດສຳເລັດລົງ. ເຖິງຢ່າງໃດກໍຕາມ ຊາວຢິວເຊື່ອວ່າ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າທີ່ຈະກະທຳສິ່ງນີ້ ແລະ ພວກເຂົາຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະສາມາດກາຍມາເປັນມະນຸດ ແລະ ປາກົດໃນຮູບຮ່າງຂອງພຣະເຢຊູເຈົ້າ. “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ກາຍມາເປັນພື້ນຖານທີ່ພວກເຂົາຕັດສິນລົງໂທດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ນໍາໄປສູ່ການທຳລາຍອິດສະຣາເອນໃນທີ່ສຸດ. ໃນປັດຈຸບັນ, ຫຼາຍຄົນໄດ້ກະທຳຄວາມຜິດພາດແບບດຽວກັນ. ພວກເຂົາປະກາດດ້ວຍກຳລັງທັງໝົດຂອງພວກເຂົາເຖິງການປາກົດຕົວຂອງພຣະເຈົ້າທີ່ກຳລັງຈະເກີດຂຶ້ນ, ແຕ່ໃນເວລາດຽວກັນກໍຕັດສິນລົງໂທດການປາກົດຕົວຂອງພຣະອົງ; “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ຈໍາກັດການປາກົດຕົວຂອງພຣະເຈົ້າອີກຄັ້ງ ໃຫ້ຢູ່ພາຍໃນຂອບເຂດຈິນຕະນາການຂອງພວກເຂົາ. ດ້ວຍເຫດນັ້ນ ເຮົາຈຶ່ງເຫັນຫຼາຍຄົນຮ້ອງໂຮຫົວຂວັນຢ່າງຄຶກຄື້ນ ແລະ ຟົດຟື້ນຫຼັງຈາກທີ່ໄດ້ຮຽນຮູ້ເຖິງພຣະທຳຂອງພຣະເຈົ້າ. ສຽງຫົວຂວັນນີ້ໄດ້ແຕກຕ່າງຈາກການຕັດສິນລົງໂທດ ແລະ ການໝິ່ນປະໝາດຂອງຊາວຢິວບໍ? ພວກເຈົ້າບໍ່ມີຄວາມເຄົາລົບນັບຖືໃນການສະຖິດແຫ່ງຄວາມຈິງ, ແລ້ວແຮງໄກທີ່ພວກເຈົ້າຈະມີທ່າທີໃນການສະແຫວາງຫາ. ສິ່ງດຽວທີ່ພວກເຈົ້າເຮັດກໍຄືການສຶກສາຢ່າງບໍ່ຈຳແນກ ແລະ ລໍຖ້າຢ່າງບໍ່ຫ່ວງໃຍຫຍັງເລີຍ. ພວກເຈົ້າຈະສາມາດໄດ້ຮັບຫຍັງແດ່ຈາກການສຶກສາ ແລະ ລໍຖ້າແບບນີ້? ພວກເຈົ້າຄິດວ່າພວກເຈົ້າຈະໄດ້ຮັບການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າບໍ? ຖ້າເຈົ້າບໍ່ສັງເກດຖ້ອຍຄຳຂອງພຣະເຈົ້າ, ເຈົ້າຈະມີຄຸນສົມບັດຫຍັງທີ່ຈະເປັນພະຍານໃຫ້ກັບການປາກົດຕົວຂອງພຣະເຈົ້າ? ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງກໍຈະສຳແດງອອກໃນບ່ອນນັ້ນ ແລະ ສຽງຂອງພຣະເຈົ້າກໍຈະຢູ່ບ່ອນນັ້ນ. ມີພຽງແຕ່ຄົນທີ່ສາມາດຍອມຮັບຄວາມຈິງທີ່ສາມາດໄດ້ຍິນສຽງຂອງພຣະເຈົ້າໄດ້ ແລະ ມີພຽງແຕ່ຄົນແບບນີ້ເທົ່ານັ້ນຈຶ່ງມີຄຸນສົມບັດເປັນພະຍານໃນການປາກົດຕົວຂອງພຣະເຈົ້າໄດ້. ຈົ່ງປະຖິ້ມແນວຄິດຂອງເຈົ້າ! ຈົ່ງສະຫງົບຕົນເອງລົງ ແລະ ອ່ານພຣະທຳເຫຼົ່ານີ້ຢ່າງລະມັດລະວັງ. ຖ້າເຈົ້າປາຖະໜາຫາຄວາມຈິງ, ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ພຣະທຳຂອງພຣະອົງ. ຈົ່ງປ່ອຍຖິ້ມຄວາມຄິດເຫັນຂອງພວກເຈົ້າກ່ຽວກັບ “ຄວາມເປັນໄປບໍ່ໄດ້”! ຍິ່ງຜູ້ຄົນເຊື່ອວ່າ ບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ສິ່ງນັ້ນກໍຍິ່ງມີຄວາມເປັນໄປໄດ້ທີ່ຈະເກີດຂຶ້ນຫຼາຍສໍ່ານັ້ນ, ຍ້ອນສະຕິປັນຍາຂອງພຣະເຈົ້າບິນສູງກວ່າສະຫວັນ, ຄວາມຄິດຂອງພຣະເຈົ້າກໍສູງສົ່ງກວ່າຄວາມຄິດຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າກໍຢູ່ເໜືອຂອບເຂດຄວາມຄິດ ແລະ ແນວຄິດຂອງມະນຸດ. ຍິ່ງບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ມັນກໍຍິ່ງມີຄວາມຈິງທີ່ສາມາດສະແຫວງຫາໄດ້ຫຼາຍສໍ່ານັ້ນ; ຍິ່ງບາງສິ່ງຢູ່ເໜືອແນວຄິດ ແລະ ຈິນຕະນາການຂອງມະນຸດຫຼາຍສໍ່າໃດ, ມັນກໍ່ມີຄວາມປະສົງຂອງພຣະເຈົ້າຫຼາຍສໍ່ານັ້ນ. ນີ້ກໍຍ້ອນວ່າ ບໍ່ວ່າພຣະອົງຈະເປີດເຜີຍຕົວພຣະອົງເອງຢູ່ບ່ອນໃດກໍຕາມ, ພຣະເຈົ້າກໍຍັງຄົງເປັນພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງບໍ່ປ່ຽນແປງໄປຕາມສະຖານທີ່ ຫຼື ຮູບລັກສະນະຂອງການປາກົດຕົວຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຈະຍັງຄົງເໝືອນເດີມ ບໍ່ວ່າຮອຍພຣະບາດຂອງພຣະອົງຈະຢູ່ບ່ອນໃດກໍຕາມ ແລະ ບໍ່ວ່າຮອຍພຣະບາດຂອງພຣະເຈົ້າຈະຢູ່ທີ່ໃດ, ພຣະອົງກໍເປັນພຣະເຈົ້າຂອງມະນຸດຊາດທັງປວງ, ເໝືອນດັ່ງພຣະເຢຊູເຈົ້າ ພຣະອົງບໍ່ໄດ້ເປັນພຽງພຣະເຈົ້າຂອງຊາວອິດສະຣາເອນ, ແຕ່ຍັງເປັນພຣະເຈົ້າຂອງທຸກຄົນໃນອາຊີ, ເອີຣົບ ແລະ ອາເມຣິກາອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະເຈົ້າອົງດຽວເທົ່ານັ້ນໃນຈັກກະວານທັງປວງ. ສະນັ້ນ ໃຫ້ພວກເຮົາສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ຄົ້ນພົບການປາກົດຕົວຂອງພຣະອົງໃນພຣະທໍາຂອງພຣະອົງ ແລະ ກ້າວເດີນໄປພ້ອມກັນກັບບາດກ້າວຂອງພຣະອົງ! ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ພຣະທຳຂອງພຣະອົງ ແລະ ການປາກົດຕົວຂອງພຣະອົງເກີດຂຶ້ນພ້ອມກັນ; ອຸປະນິໄສ ແລະ ຮອຍພຣະບາດຂອງພຣະອົງເປີດເຜີຍໃຫ້ກັບມະນຸດຊາດໄດ້ທຸກເວລາ. ດັ່ງນັ້ນ, ເຖິງອ້າຍເອື້ອຍນ້ອງຂອງເຮົາ, ເຮົາຫວັງວ່າ ພວກເຈົ້າຈະສາມາດເຫັນການປາກົດຕົວຂອງພຣະເຈົ້າໃນພຣະທຳເຫຼົ່ານີ້, ເລີ່ມຕົ້ນຕິດຕາມຮອຍບາດກ້າວຂອງພຣະອົງ ໃນຂະນະທີ່ພວກເຈົ້າກໍາລັງກ້າວຂ້າມໄປສູ່ຍຸກໃໝ່ ແລະ ເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ທີ່ສວຍງາມ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຈົ້າ ແລະ ຜູ້ຄົນທີ່ລໍຖ້າການປາກົດຂອງພຣະອົງ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 73)

ພຣະເຈົ້າມິດງຽບ ແລະ ບໍ່ເຄີຍປາກົດຕໍ່ພວກເຮົາຈັກເທື່ອ, ແຕ່ພາລະກິດຂອງພຣະອົງບໍ່ເຄີຍຢຸດ. ພຣະອົງສຳຫຼວດແຜ່ນດິນໂລກທັງໝົດ, ສັ່ງທຸກສິ່ງ, ເບິ່ງຄຳເວົ້າທຸກຄໍາ ແລະ ການກະທຳທຸກຢ່າງຂອງມະນຸດ. ພຣະອົງດຳເນີນການຄຸ້ມຄອງຂອງພຣະອົງດ້ວຍຂັ້ນຕອນທີ່ມີໄຕ່ຕອງ ແລະ ສອດຄ່ອງກັບແຜນການຂອງພຣະອົງຢ່າງງຽບໆ ແລະ ບໍ່ມີຜົນສະທ້ອນທີ່ເກີນຄວາມເປັນຈິງ, ແຕ່ບາດກ້າວຂອງພຣະອົງກ້າວໄປຂ້າງໜ້າເທື່ອລະກ້າວ, ເຂົ້າໃກ້ມະນຸດຊາດຫຼາຍຂຶ້ນ ແລະ ອໍານາດແຫ່ງການພິພາກສາຂອງພຣະອົງກໍແຜ່ຂະຫຍາຍໄປທົ່ວຈັກກະວານດ້ວຍຄວາມໄວຂອງສາຍຟ້າແມບ ຕິດຕາມດ້ວຍບັນລັງຂອງພຣະອົງລົງມາສູ່ທ່າມກາງພວກເຮົາຢ່າງກະທັນຫັນ. ຊ່າງເປັນພາບທີ່ສະຫງ່າງາມແທ້ໆ ຊ່າງເປັນສາກທີ່ມີຄວາມສະຫງ່າຜ່າເຜີຍແທ້ໆ! ພຣະວິນຍານມາທ່າມກາງພວກເຮົາຄືກັບນົກເຂົາ ແລະ ຄືກັບສິງໂຕແຜດສຽງດັງກຶກກ້ອງ. ພຣະອົງຄືສະຕິປັນຍາ, ພຣະອົງຄືຄວາມຊອບທຳ, ຄວາມສະຫງ່າງາມ ແລະ ພຣະອົງມາທ່າມກາງພວກເຮົາຢ່າງລັບໆ ໂດຍຖືສິດອຳນາດ ແລະ ເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ. ບໍ່ມີໃຜທີ່ຮູ້ຕົວໃນການມາເຖິງຂອງພຣະອົງ, ບໍ່ມີໃຜຕ້ອນຮັບການມາເຖິງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜຮູ້ກ່ຽວກັບທຸກສິ່ງທີ່ພຣະອົງຈະກະທໍາ. ຊີວິດຂອງມະນຸດກໍດຳເນີນຕໍ່ໄປຄືກັບແຕ່ກ່ອນ, ຫົວໃຈຂອງເຂົາບໍ່ປ່ຽນແປງ ແລະ ມື້ກໍຜ່ານໄປຕາມປົກກະຕິ. ພຣະເຈົ້າມີຊີວິດຢູ່ທ່າມກາງພວກເຮົາ, ເປັນມະນຸດຄືກັບມະນຸດຄົນອື່ນໆ, ຄືກັບຜູ້ຕິດຕາມທົ່ວໄປທີ່ບໍ່ມີຄວາມສຳຄັນຫຍັງໝົດ ແລະ ເປັນຜູ້ເຊື່ອທີ່ທຳມະດາ. ພຣະອົງມີການສະແຫວງຫາຂອງພຣະອົງເອງ, ເປົ້າໝາຍຂອງພຣະອົງເອງ; ແລະ ຍິ່ງໄປກວ່ານັ້ນ ພຣະອົງມີຄວາມເປັນພຣະເຈົ້າທີ່ມະນຸດທຳມະດາບໍ່ມີ. ບໍ່ມີໃຜສັງເກດເຫັນການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ບໍ່ມີຜູ້ໃດຮັບຮູ້ເຖິງຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງພຣະອົງ ແລະ ແກ່ນແທ້ຂອງມະນຸດ. ພວກເຮົາມີຊີວິດຢູ່ຮ່ວມກັບພຣະອົງ, ບໍ່ໄດ້ຖືກບີບບັງຄັບ ແລະ ຢ້ານກົວ, ຍ້ອນໃນສາຍຕາຂອງພວກເຮົາ ພຣະອົງເປັນຜູ້ເຊື່ອທີ່ບໍ່ມີຄວາມໝາຍຫຍັງ. ພຣະອົງເບິ່ງທຸກໆການເຄື່ອນໄຫວຂອງພວກເຮົາ, ເບິ່ງຄວາມຄິດ ແລະ ແນວຄວາມຄິດທັງໝົດຂອງພວກເຮົາທີ່ເປີດເຜີຍຕໍ່ໜ້າພຣະອົງ. ບໍ່ມີໃຜສົນໃຈໃນການເປັນຢູ່ຂອງພຣະອົງ, ບໍ່ມີໃຜຈິນຕະນາການຫຍັງກ່ຽວກັບໜ້າທີ່ຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜສົງໄສກ່ຽວກັບຕົວຕົນຂອງພຣະອົງແມ່ນແຕ່ໜ້ອຍດຽວ. ທຸກສິ່ງທີ່ພວກເຮົາເຮັດກໍຄືສືບຕໍ່ໃນການສະແຫວງຫາຂອງພວກເຮົາ, ຄືກັບວ່າພຣະອົງບໍ່ມີຫຍັງກ່ຽວຂ້ອງກັບພວກເຮົາເລີຍ...

ພຣະວິນຍານບໍລິສຸດສຳແດງຂໍ້ພຣະທຳ “ຜ່ານ” ພຣະອົງໂດຍບັງເອີນ ແລະ ເຖິງແມ່ນຮູ້ສຶກວ່າ ມັນເປັນເລື່ອງທີ່ບໍ່ຄາດຝັນ ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຮັບຮູ້ວ່າມັນເປັນຖ້ອຍຄຳທີ່ມາຈາກພຣະເຈົ້າ ແລະ ພ້ອມທີ່ຈະຮັບມັນຈາກພຣະເຈົ້າ. ນັ້ນກໍຍ້ອນວ່າ ບໍ່ວ່າແມ່ນໃຜກໍຕາມທີ່ສະແດງພຣະທຳເຫຼົ່ານີ້ ຖ້າແມ່ນວ່າພຣະທຳເຫຼົ່ານີ້ມາຈາກພຣະວິນຍານບໍລິສຸດ ພວກເຮົາຄວນຍອມຮັບ ແລະ ບໍ່ປະຕິເສດພຣະທຳດັ່ງກ່າວ. ຖ້ອຍຄຳຕໍ່ໄປອາດມາຜ່ານເຮົາກໍໄດ້ ຫຼື ຜ່ານເຈົ້າ ຫຼື ຜ່ານຄົນອື່ນອີກ. ບໍ່ວ່າຈະເປັນໃຜກໍຕາມ ທຸກຢ່າງແມ່ນພຣະຄຸນຂອງພຣະເຈົ້າ. ແຕ່ບໍ່ວ່າຈະເປັນໃຜກໍຕາມ ພວກເຮົາຈະບໍ່ນະມັດສະການບຸກຄົນນີ້, ບໍ່ວ່າຫຍັງກໍຕາມ ບຸກຄົນນີ້ບໍ່ສາມາດເປັນພຣະເຈົ້າຂອງພວກເຮົາໄດ້ຢ່າງແນ່ນອນ ຫຼື ພວກເຮົາຈະບໍ່ເລືອກບຸກຄົນທຳມະດານີ້ເປັນພຣະເຈົ້າຂອງພວກເຮົາ ບໍ່ວ່າດ້ວຍວິທີໃດກໍຕາມ. ພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ ແລະ ສູງສົ່ງ; ບຸກຄົນທີ່ບໍ່ສຳຄັນດັ່ງກ່າວຈະສາມາດຢືນຢູ່ໃນແທນທີ່ຂອງພຣະອົງໄດ້ແນວໃດ? ຍິ່ງໄປກວ່ານັ້ນ ພວກເຮົາກຳລັງລໍຖ້າໃຫ້ພຣະເຈົ້າມາ ແລະ ນໍາພວກເຮົາກັບໄປສູ່ອານາຈັກສະຫວັນ, ສະນັ້ນຄົນທີ່ບໍ່ສຳຄັນນີ້ຈະສາມາດປະຕິບັດພາລະກິດທີ່ສຳຄັນ ແລະ ລໍາບາກເຊັ່ນນີ້ໄດ້ແນວໃດ? ຖ້າພຣະຜູ້ເປັນເຈົ້າມາອີກຄັ້ງ, ມັນຕ້ອງເກີດຂຶ້ນເທິງເມກສີຂາວ ເພື່ອວ່າຝູງຊົນທັງໝົດອາດເຫັນໄດ້. ຊ່າງເປັນພາບທີ່ຈະເກີດຂຶ້ນຢ່າງສະຫງ່າງາມແທ້ເດ! ແລ້ວເປັນໄປໄດ້ແນວໃດທີ່ພຣະອົງສາມາດລີ້ຢູ່ທ່າມກາງຄົນທໍາມະດາສາມັນຢ່າງລັບໆໄດ້?

ແຕ່ແມ່ນບຸກຄົນທຳມະດານີ້ແຫຼະ ທີ່ລີ້ຢູ່ທ່າມກາງປະຊາຊົນ ແລະ ເປັນຜູ້ທີ່ປະຕິບັດພາລະກິດໃໝ່ໃນການຊ່ວຍເຫຼືອພວກເຮົາ. ພຣະອົງບໍ່ໄດ້ອະທິບາຍ ຫຼື ບອກໃຫ້ພວກເຮົາຮູ້ວ່າ ເປັນຫຍັງພຣະອົງຈຶ່ງມາ, ມີພຽງແຕ່ປະຕິບັດພາລະກິດທີ່ພຣະອົງມຸ່ງໝາຍຈະປະຕິບັດດ້ວຍຂັ້ນຕອນວັດແທກ ແລະ ສອດຄ່ອງຕາມແຜນການຂອງພຣະອົງ. ພຣະທຳ ແລະ ຖ້ອຍຄຳຂອງພຣະອົງກາຍມາເປັນສິ່ງທີ່ເກີດຂຶ້ນເລື້ອຍໆ. ຈາກການປອບໃຈ, ແນະນຳ, ບອກ ແລະ ຕັກເຕືອນ, ຈົນເຖິງການຕຳນິຕິເຕືອນ ແລະ ຕີສອນໃຫ້ມີວິໄນ; ຈາກນໍ້າສຽງທີ່ອ່ອນໂຍນ ແລະ ອ່ອນຫວານ ຈົນເຖິງຄຳເວົ້າທີ່ຮຸນແຮງ ແລະ ສະຫງ່າງາມ, ທຸກຢ່າງໄດ້ມອບຄວາມເມດຕາໃຫ້ກັບມະນຸດ ແລະ ປູກຝັງຄວາມຢ້ານກົວໃນຕົວເຂົາ. ທຸກສິ່ງທີ່ພຣະອົງກ່າວແທງທະລຸຄວາມລັບທີ່ເຊື່ອງເລິກຢູ່ພາຍໃນຕົວພວກເຮົາ; ພຣະທຳຂອງພຣະອົງປັກລົງທີ່ຫົວໃຈຂອງພວກເຮົາ, ປັກລົງທີ່ຈິດວິນຍານຂອງພວກເຮົາ ແລະ ປ່ອຍໃຫ້ພວກເຮົາເຕັມໄປດ້ວຍຄວາມອັບອາຍທີ່ບໍ່ສາມາດທົນໄດ້ ໂດຍບໍ່ຄ່ອຍຈະຮູ້ວ່າ ຈະເຊື່ອງຕົນເອງໄດ້ຢູ່ໃສ. ພວກເຮົາເລີ່ມສົງໄສວ່າພຣະເຈົ້າທີ່ຢູ່ໃນຫົວໃຈຂອງບຸກຄົນນີ້ຮັກພວກເຮົາຢ່າງແທ້ຈິງ ຫຼື ບໍ່ ແລະ ພຣະອົງຕ້ອງການຫຍັງແທ້. ບາງເທື່ອ ພວກເຮົາສາມາດໄດ້ຮັບການຍົກຂຶ້ນສູ່ສະຫວັນຫຼັງຈາກທີ່ອົດທົນຕໍ່ການທົນທຸກເຫຼົ່ານີ້? ໃນຫົວຂອງພວກເຮົາ ພວກເຮົາກຳລັງຄຳນວນ... ກ່ຽວກັບຈຸດໝາຍປາຍທາງທີ່ຈະມາເຖິງ ແລະ ກ່ຽວກັບຊະຕາກໍາໃນອະນາຄົດຂອງພວກເຮົາ. ແຕ່ເໝືອນດັ່ງທີ່ຜ່ານມາ ບໍ່ມີຜູ້ໃດໃນບັນດາພວກເຮົາທີ່ເຊື່ອວ່າພຣະເຈົ້າໄດ້ສະຖິດໃນເນື້ອໜັງເພື່ອປະຕິບັດພາລະກິດທ່າມກາງພວກເຮົາແລ້ວ. ເຖິງແມ່ນພຣະອົງໄດ້ຕິດຕາມພວກເຮົາເປັນເວລາດົນນານມາແລ້ວ, ເຖິງແມ່ນພຣະອົງໄດ້ກ່າວພຣະທຳຫຼາຍຂໍ້ຢູ່ຊ່ອງໜ້າພວກເຮົາແລ້ວ, ພວກເຮົາກໍຍັງບໍ່ເຕັມໃຈຍອມຮັບມະນຸດທຳມະດາດັ່ງກ່າວນີ້ເປັນພຣະເຈົ້າແຫ່ງອະນາຄົດຂອງພວກເຮົາ ແລ້ວແຮງໄກທີ່ພວກເຮົາຈະເຕັມໃຈຝາກຝັງອະນາຄົດຂອງພວກເຮົາ ແລະ ຊະຕາກໍາຂອງພວກເຮົາໄວ້ກັບບຸກຄົນທີ່ບໍ່ສຳຄັນນີ້ຄວບຄຸມ. ດ້ວຍພຣະອົງ ພວກເຮົາຈຶ່ງໄດ້ຮັບແຫຼ່ງນໍ້າແຫ່ງຊີວິດທີ່ບໍ່ຮູ້ຈັກໝົດ ແລະ ຜ່ານພຣະອົງ ພວກເຮົາຈຶ່ງມີຊີວິດຢູ່ຊ້ອງໜ້າພຣະເຈົ້າ. ແຕ່ພວກເຮົາພຽງແຕ່ຮູ້ສຶກຂອບຄຸນກັບພຣະຄຸນຂອງພຣະເຢຊູເຈົ້າໃນສະຫວັນ ແລະ ບໍ່ເຄີຍສົນໃຈກັບຄວາມຮູ້ສຶກຂອງບຸກຄົນທີ່ທຳມະດາຄົນນີ້ ຜູ້ເຊິ່ງມີຄວາມເປັນພຣະເຈົ້າ. ເໝືອນດັ່ງທີ່ຜ່ານມາ ພຣະອົງປະຕິບັດພາລະກິດຂອງພຣະອົງໂດຍລີ້ລັບໃນເນື້ອໜັງຢ່າງຖ່ອມຕົວ, ສຳແດງໃຫ້ເຫັນເຖິງຫົວໃຈສ່ວນເລິກຂອງພຣະອົງ, ຄືກັບວ່າບໍ່ມີຄວາມຮູ້ສຶກທີ່ມະນຸດຊາດປະຕິເສດພຣະອົງເລີຍ, ຄືກັບວ່າພຣະອົງໃຫ້ອະໄພຄວາມເປັນເດັກນ້ອຍ ແລະ ຄວາມເມີນເສີຍຂອງມະນຸດຕະຫຼອດໄປ ແລະ ອົດທົນຕໍ່ທ່າທາງບໍ່ເຄົາລົບຂອງມະນຸດທີ່ມີຕໍ່ພຣະອົງຕະຫຼອດໄປ.

ພວກເຮົາບໍ່ຮູ້ຈັກເລີຍວ່າ ມະນຸດທີ່ບໍ່ສຳຄັນຄົນນີ້ໄດ້ນໍາພາພວກເຮົາໜຶ່ງກ້າວເຂົ້າສູ່ອີກພາລະກິດໜຶ່ງຂອງພຣະເຈົ້າ. ພວກເຮົາໄດ້ຜ່ານການທົດລອງຫຼາຍຄັ້ງ, ແບກຮັບການຕີສອນຈົນນັບບໍ່ຖ້ວນ ແລະ ຖືກທົດສອບດ້ວຍຄວາມຕາຍ. ພວກເຮົາຮຽນຮູ້ເຖິງອຸປະນິໄສທີ່ຊອບທຳ ແລະ ສະຫງ່າງາມຂອງພຣະເຈົ້າ, ແລ້ວຍັງໄດ້ຮັບຄວາມຮັກ, ຄວາມເມດຕາຂອງພຣະອົງ, ໄດ້ຊື່ນຊົມລິດອຳນາດ ແລະ ສະຕິປັນຍາທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ໄດ້ເປັນພະຍານຕໍ່ຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເບິ່ງຄວາມກະຕືລືລົ້ນຂອງພຣະອົງທີ່ປາຖະໜາຊ່ວຍມະນຸດໃຫ້ລອດພົ້ນ. ໃນພຣະທຳຂອງບຸກຄົນທຳມະດາຄົນນີ້ ພວກເຮົາມາຮູ້ຈັກອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ, ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຮູ້ຈັກເຖິງທຳມະຊາດ ແລະ ແກ່ນແທ້ຂອງມະນຸດ ແລະ ເຫັນຫົນທາງສູ່ຄວາມລອດພົ້ນ ແລະ ຄວາມສົມບູນ. ພຣະທຳຂອງພຣະອົງເຮັດໃຫ້ພວກເຮົາ “ຕາຍ” ແລະ ພວກມັນເຮັດໃຫ້ພວກເຮົາ “ເກີດໃໝ່”; ພຣະທຳຂອງພຣະອົງນໍາຄວາມສຸກສະບາຍມາໃຫ້ພວກເຮົາ, ແຕ່ກໍຍັງປ່ອຍໃຫ້ພວກເຮົາຖືກທໍລະກໍາຢູ່ກັບຄວາມຮູ້ສຶກຜິດ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນ; ພຣະທຳຂອງພຣະອົງນໍາຄວາມຍິນດີ ແລະ ສັນຕິສຸກມາສູ່ພວກເຮົາ ແຕ່ຍັງນໍາຄວາມເຈັບປວດທີ່ບໍ່ມີບ່ອນສິ້ນສຸດມາເຊັ່ນກັນ. ບາງຄັ້ງ ພວກເຮົາເປັນຄືກັບລູກແກະທີ່ຈະຖືກຂ້າດ້ວຍກໍາມືຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບແກ້ວຕາດວງໃຈຂອງພຣະອົງ ແລະ ຮັບຄວາມຮັກທີ່ອ່ອນຫວານຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບສັດຕູຂອງພຣະອົງ ແລະ ພາຍໃຕ້ສາຍຕາຂອງພຣະອົງ ພວກເຮົາຖືກເຮັດໃຫ້ກາຍເປັນຂີ້ເທົ່າດ້ວຍຄວາມໂກດຮ້າຍຂອງພຣະອົງ. ພວກເຮົາເປັນມະນຸດຊາດທີ່ພຣະອົງຊ່ວຍໃຫ້ລອດພົ້ນ, ພວກເຮົາເປັນໜອນທີ່ຢູ່ໃນຕາຂອງພຣະອົງ ແລະ ພວກເຮົາເປັນແກະທີ່ຫຼົງທາງທີ່ພຣະອົງມຸ່ງໝັ້ນຊອກຫາທັງກາງເວັນ ແລະ ກາງຄືນ. ພຣະອົງເມດຕາຕໍ່ພວກເຮົາ, ພຣະອົງກຽດຊັງພວກເຮົາ, ພຣະອົງຍົກພວກເຮົາຂຶ້ນ, ພຣະອົງປອບໂຍນ ແລະ ແນະນໍາພວກເຮົາ, ພຣະອົງນໍາພາພວກເຮົາ, ພຣະອົງສ່ອງແສງສະຫວ່າງໃຫ້ກັບພວກເຮົາ, ພຣະອົງຕີສອນ ແລະ ຝຶກວິໄນພວກເຮົາ ແລະ ພຣະອົງຍັງສາບແຊ່ງພວກເຮົາອີກ. ພຣະອົງບໍ່ເຄີຍຢຸດເປັນຫ່ວງກັງວົນກ່ຽວກັບພວກເຮົາບໍ່ວ່າກາງເວັນ ແລະ ກາງຄືນ ແລະ ປົກປ້ອງ ດູແລພວກເຮົາທັງກາງເວັນ ແລະ ກາງຄືນ, ບໍ່ເຄີຍໜີຫ່າງຈາກຂ້າງພວກເຮົາຈັກເທື່ອ, ພຣະອົງສະຫຼະເລືອດໃນຫົວໃຈຂອງພຣະອົງເພື່ອເຫັນແກ່ພວກເຮົາ ແລະ ຈ່າຍທຸກລາຄາໃຫ້ກັບພວກເຮົາ. ຈາກຖ້ອຍຄຳຂອງຮ່າງກາຍມະນຸດທີ່ນ້ອຍ ແລະ ທຳມະດານີ້, ພວກເຮົາໄດ້ຊື່ນຊົມຄວາມສົມບູນຂອງພຣະເຈົ້າ ແລະ ເຫັນຈຸດໝາຍປາຍທາງທີ່ພຣະເຈົ້າປະທານໃຫ້ກັບພວກເຮົາ. ເຖິງຈະເປັນແບບນີ້ກໍຕາມ ຄວາມທະນົງຕົວກໍຍັງສ້າງບັນຫາໃນຫົວໃຈຂອງພວກເຮົາ ແລະ ພວກເຮົາຍັງບໍ່ເຕັມໃຈຢ່າງຫ້າວຫັນທີ່ຈະຍອມຮັບບຸກຄົນເຊັ່ນນີ້ໃຫ້ເປັນພຣະເຈົ້າຂອງພວກເຮົາໄດ້. ເຖິງແມ່ນພຣະອົງໄດ້ມອບອາຫານມານາໃຫ້ກັບພວກເຮົາຢ່າງຫຼວງຫຼາຍ, ຫຼາຍເກີນທີ່ຈະຊື່ນຊົມ, ຈົນບໍ່ມີຫຍັງສາມາດແທນທີ່ພຣະຜູ້ເປັນເຈົ້າໃນຫົວໃຈຂອງພວກເຮົາໄດ້. ແຕ່ພວກເຮົາກໍຍັງລັງເລໃຈທີ່ຈະໃຫ້ກຽດຄວາມເປັນຕົວຕົນ ແລະ ສະຖານະທີ່ເປັນພິເສດຂອງບຸກຄົນນີ້. ຖ້າພຣະອົງບໍ່ເປີດປາກຂອງພຣະອົງເພື່ອຂໍຮ້ອງໃຫ້ພວກເຮົາຍອມຮັບວ່າ ພຣະອົງເປັນພຣະເຈົ້າ, ພວກເຮົາກໍຈະບໍ່ມີທາງຍອມຮັບພຣະອົງດ້ວຍຕົວເອງວ່າເປັນພຣະເຈົ້າ ຜູ້ທີ່ຈະມາເຖິງໃນໄວໆນີ້ ແລະ ຜູ້ທີ່ໄດ້ປະຕິບັດພາລະກິດທ່າມກາງພວກເຮົາເປັນເວລາດົນນານມາແລ້ວ.

ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດ, ໃນຂະນະດຽວກັນກໍ່ມອບສຽງໃຫ້ແກ່ຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ຊີ້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງຫຼັ່ງເລືອດຈາກຫົວໃຈຂອງພຣະອົງເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ; ແລະ ຄວາມດື້ດ້ານ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່ ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດມີ ຫຼື ບັນລຸສິ່ງນີ້ໄດ້. ພຣະອົງສຳແດງຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ສົມບູນກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງພວກເຮົາ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດໃນພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນເກີດມາຈາກພຣະເຈົ້າ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີຜູ້ໃດນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນເຖິງປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ. ພຣະອົງສຳແດງໃຫ້ເຫັນເຖິງຫົວໃຈໃນສ່ວນເລິກສຸດຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເລີ່ມຕົ້ນຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່; ແລະ ພຣະອົງນໍາຄວາມຫວັງມາສູ່ພວກເຮົາ, ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນຄວາມມືດມົວ ແລະ ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຊັດເຈນທີ່ສຸດ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຈິດໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາເລີ່ມຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ຜູ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ! ພຣະອົງເຮັດໃຫ້ພວກເຮົາສາມາດມີຊີວິດຢູ່ໄດ້ອີກຄັ້ງ ແລະ ໄດ້ເຫັນແສງສະຫວ່າງ ແລະ ຢຸດຫົວໃຈຂອງພວກເຮົາຈາກການຫຼົງທາງ. ພວກເຮົາໄດ້ກັບມາສູ່ເຮືອນຂອງພຣະເຈົ້າ, ພວກເຮົາໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະອົງ, ພວກເຮົາໄດ້ຢູ່ຊ້ອງໜ້າພຣະອົງ, ພວກເຮົາໄດ້ປະຈັກໃບໜ້າຂອງພຣະອົງ ແລະ ພວກເຮົາໄດ້ເຫັນຫົນທາງທີ່ຢູ່ເບື້ອງໜ້າ. ໃນເວລານີ້ ພຣະອົງໄດ້ເອົາຊະນະຫົວໃຈຂອງພວກເຮົາຢ່າງສົມບູນແລ້ວ; ພວກເຮົາບໍ່ສົງໄສອີກຕໍ່ໄປວ່າ ພຣະອົງແມ່ນຫຍັງ, ບໍ່ຕໍ່ຕ້ານພາລະກິດຂອງພຣະອົງ ແລະ ພຣະທຳຂອງພຣະອົງອີກຕໍ່ໄປ ແລະ ພວກເຮົາກົ້ມລົງຂາບຕໍ່ໜ້າພຣະອົງ. ພວກເຮົາບໍ່ປາຖະໜາໄປຫຼາຍກວ່າການຕິດຕາມຮອຍບາດກ້າວຂອງພຣະເຈົ້າຕະຫຼອດຊົ່ວຊີວິດຂອງພວກເຮົາ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ ແລະ ຕອບແທນພຣະຄຸນຂອງພຣະອົງ ແລະ ຕອບແທນຄວາມຮັກຂອງພຣະອົງທີ່ມີໃຫ້ກັບພວກເຮົາ; ແລະ ເຊື່ອຟັງການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງ, ຮ່ວມມືກັບພາລະກິດຂອງພຣະອົງ ແລະ ເຮັດທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ເພື່ອເຮັດໃຫ້ສິ່ງທີ່ພຣະອົງມອບໝາຍໃຫ້ກັບພວກເຮົານັ້ນສຳເລັດລົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 4: ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 74)

ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາໃນໂລກມະນຸດນີ້ດ້ວຍຕົວພຣະອົງເອງ, ແລ້ວມະນຸດກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດຢ່າງໜັກ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ມີຄວາມໝາຍຫຍັງ ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າເປັນສິ່ງທີ່ຢູ່ນອກເໜືອຄວາມເຂົ້າໃຈຂອງມະນຸດ. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງເປັນກຸ່ມຄົນທີ່ເຊີ້ຊ້າ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນຕີຄວາມໝາຍພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຕີຄວາມໝາຍພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນບໍ່ມີຄວາມໝາຍສໍ່າກັບໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ມາຈາກເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ໄດ້ຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ, ນີ້ແມ່ນພາລະກິດຂອງພຣະເຈົ້າເອງ. ມັນເປັນເລື່ອງເໝາະສົມທີ່ມະນຸດຄວນຍອມຮັບ ໂດຍບໍ່ອ້າງມຸມມອງນີ້ ຫຼື ນັ້ນ, ເພາະວ່າ ມະນຸດເປັນພຽງຂີ້ຝຸ່ນ. ໃນເມື່ອມັນຄືເຈດຕະນາຂອງພວກເຮົາທີ່ຈະສະແຫວງຫາພຣະເຈົ້າ ພວກເຮົາບໍ່ຄວນນໍາເອົາແນວຄິດຂອງພວກເຮົາທີ່ມີຕໍ່ພາລະກິດຂອງພຣະອົງມາໃຫ້ພຣະເຈົ້າພິຈາລະນາ, ແຮງໄກທີ່ພວກເຮົາຄວນນໍາໃຊ້ອຸປະນິໄສອັນເສື່ອມຊາມທີ່ສຸດຂອງພວກເຮົາເພື່ອຈົງໃຈຄັດຄ້ານພາລະກິດຂອງພຣະເຈົ້າ. ນັ້ນບໍ່ແມ່ນເປັນການເຮັດໃຫ້ພວກເຮົາເປັນຜູ້ຕໍ່ຕ້ານພຣະຄຣິດບໍ? ຜູ້ຄົນເຫຼົ່ານັ້ນຈະເຊື່ອໃນພຣະເຈົ້າໄດ້ແນວໃດ? ໃນເມື່ອພວກເຮົາເຊື່ອວ່າມີພຣະເຈົ້າ ແລະ ໃນເມື່ອພວກເຮົາຕ້ອງການເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງການເຫັນພຣະອົງ, ພວກເຮົາຄວນສະແຫວງຫາເສັ້ນທາງແຫ່ງຄວາມຈິງ ແລະ ຄວນຊອກຫາວິທີທີ່ຈະເຂົ້າກັບພຣະເຈົ້າໄດ້. ພວກເຮົາບໍ່ຄວນຢືນຄໍແຂງກະດ້າງໃນການຕໍ່ຕ້ານພຣະເຈົ້າ. ແລ້ວການເຮັດແບບນັ້ນຈະໄດ້ຮັບຜົນປະໂຫຍດຫຍັງ?

ປັດຈຸບັນນີ້, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່. ເຈົ້າອາດຈະບໍ່ສາມາດຍອມຮັບເອົາພຣະທໍາເຫຼົ່ານີ້ ແລະ ພຣະທຳເຫຼົ່ານີ້ອາດເບິ່ງຄືແປກປະຫຼາດສຳລັບເຈົ້າ, ແຕ່ເຮົາຂໍແນະນໍາເຈົ້າບໍ່ໃຫ້ເປີດເຜີຍຄວາມເປັນທຳມະຊາດຂອງເຈົ້າ ເພາະວ່າ ມີພຽງຜູ້ຄົນທີ່ຫິວ ແລະ ກະຫາຍຄວາມຊອບທໍາຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ຈະໄດ້ຮັບຄວາມຈິງ ແລະ ມີພຽງຜູ້ທີ່ອຸທິດຕົນຢ່າງແທ້ຈິງເທົ່ານັ້ນຈຶ່ງຈະໄດ້ຮັບຄວາມສະຫວ່າງ ແລະ ການຊີ້ນໍາໂດຍພຣະເຈົ້າ. ຜົນໄດ້ຮັບແມ່ນໄດ້ມາຈາກການສະແຫວງຫາຄວາມຈິງດ້ວຍຄວາມສັນຕິ, ບໍ່ແມ່ນດ້ວຍການຂັດແຍ້ງ ແລະ ການໂຕ້ຖຽງກັນ. ເມື່ອເຮົາເວົ້າວ່າ: “ມື້ນີ້ ພຣະເຈົ້າມີພາລະກິດໃໝ່”, ເຮົາໝາຍເຖິງເລື່ອງທີ່ພຣະເຈົ້າສະເດັດກັບມາສູ່ເນື້ອໜັງ. ບາງເທື່ອ ເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້, ບາງເທື່ອເຈົ້າກຽດຊັງພຣະທໍາເຫຼົ່ານີ້ ຫຼື ບາງເທື່ອ ພຣະທໍາເຫຼົ່ານີ້ເປັນສິ່ງທີ່ໜ້າສົນໃຈຫຼາຍສໍາລັບເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ, ເຮົາຫວັງວ່າ ທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າຢ່າງແທ້ຈິງ ຈະສາມາດຜະເຊີນກັບຄວາມເປັນຈິງນີ້ ແລະ ຮັບເອົາຄວາມຈິງນີ້ໄປພິຈາລະນາຢ່າງລະມັດລະວັງ, ແທນທີ່ຈະດ່ວນສະຫຼຸບກ່ຽວກັບມັນ; ນັ້ນແມ່ນສິ່ງທີ່ຄົນມີສະຕິປັນຍາຄວນປະຕິບັດ.

ມັນບໍ່ຍາກທີ່ຈະສອບຖາມໃນສິ່ງດັ່ງກ່າວ, ແຕ່ມັນຮຽກຮ້ອງໃຫ້ພວກເຮົາແຕ່ລະຄົນຮູ້ຈັກຄວາມຈິງນີ້: ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຖ້ອຍຄຳຂອງພຣະເຈົ້າ. ຍ້ອນພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້. ລັກສະນະພາຍນອກບໍ່ໄດ້ບົ່ງບອກເຖິງແກ່ນແທ້, ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະເຈົ້າບໍ່ມີທາງສອດຄ່ອງກັບແນວຄວາມຄິດຂອງມະນຸດໄດ້. ລັກສະນະພາຍນອກຂອງພຣະເຢຊູບໍ່ໄດ້ກົງກັນຂ້າມກັບແນວຄິດຂອງມະນຸດບໍ? ໃບໜ້າ ແລະ ການນຸ່ງຫົ່ມຂອງພຣະອົງບໍ່ສາມາດບົ່ງບອກເຖິງຕົວຕົນແທ້ຈິງຂອງພຣະອົງບໍ? ພວກຟາຣີຊາຍໃນຊ່ວງທຳອິດທີ່ຕໍ່ຕ້ານພຣະເຢຊູບໍ່ແມ່ນຍ້ອນພວກເຂົາພຽງແຕ່ເບິ່ງຮູບລັກສະນະພາຍນອກຂອງພຣະອົງ ແລະ ບໍ່ໄດ້ໃສ່ໃຈພຣະທໍາທີ່ຢູ່ໃນປາກຂອງພຣະອົງບໍ? ເຮົາຫວັງວ່າ ອ້າຍເອື້ອຍນ້ອງທຸກຄົນທີ່ສະແຫວງຫາລັກສະນະຂອງພຣະເຈົ້າຈະບໍ່ເຮັດຊໍ້າຮອຍຕາມປະຫວັດສາດອັນໂສກເສົ້ານັ້ນອີກ. ພວກເຈົ້າຕ້ອງບໍ່ກາຍເປັນພວກຟາຣີຊາຍແຫ່ງຍຸກສະໄໝໃໝ່ ແລະ ຄຶງພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງ. ພວກເຈົ້າຄວນພິຈາລະນາຢ່າງຮອບຄອບກ່ຽວກັບວິທີຕ້ອນຮັບການສະເດັດກັບມາຂອງພຣະເຈົ້າ ແລະ ພວກເຈົ້າຄວນມີແນວຄິດຢ່າງຈະແຈ້ງກ່ຽວກັບວິທີທີ່ຈະເປັນຄົນຍອມຮັບຕໍ່ຄວາມຈິງ. ນີ້ແມ່ນຄວາມຮັບຜິດຊອບຂອງທຸກຄົນທີ່ກໍາລັງລໍຖ້າໃຫ້ພຣະເຢຊູສະເດັດກັບມາເທິງກ້ອນເມກ. ພວກເຮົາຄວນສີຕາຝ່າຍວິນຍານຂອງເຮົາເພື່ອເຮັດໃຫ້ມັນເຫັນແຈ້ງ ແລະ ບໍ່ຈົມຢູ່ກັບຖ້ອຍຄໍາແຫ່ງການເພີ້ຝັນທີ່ເກີນຈິງ. ພວກເຮົາຄວນຄິດກ່ຽວກັບພາລະກິດຕົວຈິງຂອງພຣະເຈົ້າ ແລະ ເບິ່ງໃນດ້ານທີ່ເປັນຈິງຂອງພຣະເຈົ້າ. ຈົ່ງຢ່າໄດ້ຫຼົງໄຫຼ ຫຼື ສູນເສຍຕົນເອງໃນຄວາມຝັນກາງເວັນ, ໃຫ້ປາຖະໜາຫາມື້ທີ່ພຣະເຢຊູເຈົ້າຈະລົງມາທ່າມກາງພວກເຈົ້າຢ່າງກະທັນຫັນ ໂດຍຂີ່ເທິງກ້ອນເມກ ແລະ ຮັບເອົາພວກເຈົ້າ ຜູ້ທີ່ບໍ່ເຄີຍຮູ້ຈັກ ຫຼື ເຫັນພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກວິທີປະຕິບັດຕາມຄວາມປະສົງຂອງພຣະອົງ. ທາງທີ່ດີຄວນຄິດໃສ່ໃນສິ່ງທີ່ມີຄວາມເປັນຈິງຫຼາຍຂຶ້ນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 75)

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາຣີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ແກ່ນແທ້ຂອງພວກຟາຣີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ແລ້ວຍ້ອນວ່າພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ, ພວກເຂົາຈຶ່ງຜິດພາດໃນການຍຶດຕິດກັບນາມມະຍົດທີ່ທຳມະດາຂອງພຣະເມຊີອາ ໃນຂະນະທີ່ກຳລັງຕໍ່ຕ້ານແກ່ນແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ແກ່ນແທ້ຂອງພວກຟາຣີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມເຊື່ອນີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອໜ່າຍບໍ? ເຮົາຂໍຖາມພວກເຈົ້າອີກວ່າ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາຣີຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ທຸກຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າຜະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍ່ກ່າວຄຳສາລະພາບຂອງເຈົ້າຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ມັນເປັນທຳມະຊາດຄວາມອວດດີຂອງເຈົ້າບໍທີ່ບໍເຊື່ອຟັງຄວາມຈິງໃດໆ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 76)

ຄວາມຈົງຮັກພັກດີຂອງພວກເຈົ້າເປັນພຽງແຕ່ຄຳເວົ້າເທົ່ານັ້ນ, ຄວາມຮູ້ຂອງພວກເຈົ້າກໍເປັນພຽງປັນຍາ ແລະ ຄວາມຄິດ, ຄວາມພະຍາຍາມຂອງພວກເຈົ້າແມ່ນເພື່ອຜົນປະໂຫຍດຂອງການໄດ້ຮັບພອນແຫ່ງສະຫວັນ ແລະ ດ້ວຍເຫດນີ້ ຄວາມເຊື່ອຂອງພວກເຈົ້າຕ້ອງເປັນໄປແບບໃດ? ແມ່ນແຕ່ໃນປັດຈຸບັນ ພວກເຈົ້າຍັງເຮັດຫູໜວກໃສ່ທຸກພຣະທຳແຫ່ງຄວາມຈິງ. ພວກເຈົ້າບໍ່ຮູ້ຈັກວ່າ ພຣະເຈົ້າແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ພຣະຄຣິດແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຄົາລົບພຣະເຢໂຮວາໄດ້ແນວໃດ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຂົ້າສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້ແນວໃດ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຈະຈຳແນກລະຫວ່າງພາລະກິດຂອງພຣະເຈົ້າ ແລະ ກົນອຸບາຍຂອງມະນຸດໄດ້ແນວໃດ. ເຈົ້າຮູ້ຈັກພຽງແຕ່ກ່າວຕໍານິພຣະທຳແຫ່ງຄວາມຈິງໃດໜຶ່ງທີ່ພຣະເຈົ້າກ່າວ ເຊິ່ງບໍ່ເປັນໄປຕາມຄວາມຄິດຂອງເຈົ້າເອງ. ຄວາມຖ່ອມຕົວຂອງເຈົ້າຢູ່ໃສ? ຄວາມເຊື່ອຟັງຂອງເຈົ້າຢູ່ໃສ? ຄວາມສັດຊື່ຂອງເຈົ້າຢູ່ໃສ? ຄວາມຕ້ອງການສະແຫວງຫາຄວາມຈິງຂອງເຈົ້າຢູ່ໃສ? ຄວາມເຄົາລົບຂອງເຈົ້າສຳລັບພຣະເຈົ້າແມ່ນຢູ່ໃສ? ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຍ້ອນໝາຍສໍາຄັນກໍ່ເປັນປະເພດຄົນທີ່ຈະຖືກທຳລາຍ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດກໍ່ເປັນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງພຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ “ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ” ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ເປີດເຜີຍຫົນທາງທີ່ແທ້ຈິງ ແລະ ຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເສື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ເຮົາແນະນຳພວກເຈົ້າໃຫ້ຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຢ່າງຈິງຈັງ. ຢ່າຟ້າວດ່ວນສະຫຼຸບ; ນອກເໜືອໄປກວ່ານັ້ນ ຢ່າເຮັດເປັນທໍາມະດາ ແລະ ບໍ່ໃສ່ໃຈກັບຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຄວນຮູ້ຈັກວ່າ ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖ່ອມຕົວ ແລະ ສະແດງຄວາມເຄົາລົບນັບຖື. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ບໍ່ເຫັນດີນໍາ ພ້ອມທັງດູຖູກ ແມ່ນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ດ່ວນສະຫຼຸບຢ່າງບໍ່ມີເຫດຜົນ ຫຼື ຕໍານິມັນ ແມ່ນເຕັມໄປດ້ວຍຄວາມອວດດີ. ທຸກຄົນທີ່ເຊື່ອໃນພຣະເຢຊູບໍ່ຄວນສາບແຊ່ງ ຫຼື ກ່າວຕໍານິຄົນອື່ນ. ພວກເຈົ້າທຸກຄົນຄວນເປັນຄົນທີ່ມີຈິດສຳນຶກ ແລະ ເປັນຄົນຍອມຮັບຄວາມຈິງ. ບາງເທື່ອ ເມື່ອໄດ້ຍິນຫົນທາງແຫ່ງຄວາມຈິງ ແລະ ເມື່ອໄດ້ອ່ານພຣະທຳແຫ່ງຊີວິດ, ເຈົ້າເຊື່ອວ່າ ມີພຽງໜຶ່ງໃນ 10.000 ຄຳເຫຼົ່ານີ້ເທົ່ານັ້ນ ທີ່ສອດຄ່ອງກັບຄວາມເຊື່ອໝັ້ນຂອງເຈົ້າ ແລະ ສອດຄ່ອງກັບຂໍ້ຄວາມໃນພຣະຄຳພີ ແຕ່ເຖິງຢ່າງນັ້ນກໍຕາມ ເຈົ້າຄວນສືບຕໍ່ສະແຫວງຫາທັງໝົດຂອງ 10.000 ຄຳເຫຼົ່ານີ້. ເຮົາຍັງແນະນໍາໃຫ້ເຈົ້າຖ່ອມຕົວ ບໍ່ໝັ້ນໃຈໃນຕົນເອງຫຼາຍເກີນໄປ ແລະ ບໍ່ສັນລະເສີນຕົນເອງສູງສົ່ງເກີນໄປ. ດ້ວຍຫົວໃຈແຫ່ງການເຄົາລົບພຣະເຈົ້າໜ້ອຍດຽວຂອງເຈົ້າ ເຈົ້າຈະໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ກວ່າ. ຖ້າເຈົ້າພິຈາລະນາຢ່າງລະມັດລະວັງ ແລະ ຕຶກຕອງພຣະທຳເຫຼົ່ານີ້ຊໍ້າໄປຊໍ້າມາ ເຈົ້າຈະເຂົ້າໃຈວ່າ ພຣະທໍາເຫຼົ່ານັ້ນແມ່ນຄວາມຈິງຫຼືບໍ່ ແລະ ແມ່ນຊີວິດຫຼືບໍ່. ບາງເທື່ອ ການໄດ້ອ່ານສອງສາມປະໂຫຍກ ບາງຄົນຈະກ່າວຕໍານິພຣະທຳເຫຼົ່ານີ້ຢ່າງຕາບອດ ໂດຍກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ໄປກວ່າການເຮັດໃຫ້ມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ” ຫຼື “ນີ້ແມ່ນພຣະຄຣິດຕົວປອມທີ່ມາເພື່ອຫຼອກລວງຜູ້ຄົນ”. ຄົນເຫຼົ່ານັ້ນທີ່ເວົ້າສິ່ງເຫຼົ່ານີ້ແມ່ນຖືກເຮັດໃຫ້ຕາບອດດ້ວຍຄວາມໂງ່ຈ້າ! ເຈົ້າເຂົ້າໃຈພາລະກິດ ແລະ ສະຕິປັນຍາຂອງພຣະເຈົ້າພຽງແຕ່ໜ້ອຍດຽວ ແລະ ເຮົາແນະນໍາໃຫ້ເຈົ້າເລີ່ມຕົ້ນໃໝ່ອີກຄັ້ງ! ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາກ່າວຕໍານິພຣະທຳທີ່ພຣະເຈົ້າກ່າວ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ພວກເຈົ້າຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານກົນອຸບາຍ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການພິຈາລະນາ ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ມີທາງນັ້ນ ແລະ ບໍ່ແມ່ນການກ່າວຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ເຈົ້າຈະບໍ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງດັ່ງກ່າວທີ່ໄດ້ກ່າວຢ່າງແຈ່ມແຈ້ງ ແລະ ຊັດເຈນ ແລ້ວເຈົ້າເໝາະສົມກັບຄວາມລອດພົ້ນຂອງພຣະເຈົ້າບໍ່? ເຈົ້າບໍ່ແມ່ນຄົນທີ່ບໍ່ໄດ້ຮັບພອນຢ່າງພຽງພໍເພື່ອກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າບໍ? ຈົ່ງຄິດທົບທວນເບິ່ງ! ຢ່າຟ້າວໃຈຮ້ອນ ແລະ ຫຸນຫັນ ແລະ ຢ່າປະຕິບັດຄວາມເຊື່ອໃນພຣະເຈົ້າຄືກັບເກມ. ຈົ່ງຄິດເຫັນແກ່ຜົນປະໂຫຍດຂອງຈຸດໝາຍປາຍທາງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຄວາມຄາດຫວັງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຊີວິດຂອງເຈົ້າ ແລະ ຢ່າຫຼິ້ນຕົນເອງ. ເຈົ້າສາມາດຍອມຮັບພຣະທຳເຫຼົ່ານີ້ບໍ່?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

ກ່ອນນີ້: ພາກທີໜຶ່ງ: ຊີວິດຄຣິສຕຽນ

ຕໍ່ໄປ: ການພິພາກສາໃນຍຸກສຸດທ້າຍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້