ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9) ສ່ວນທີ ສີ່
ວິທີສື່ສານ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງຖືກຕ້ອງ
I. ວິທີສື່ສານການຈັດແຈງວຽກງານ
ການຈັດແຈງວຽກງານທັງ 10 ລາຍການນີ້ແມ່ນຂອບເຂດ ແລະ ເນື້ອໃນຂອງວຽກງານທີ່ແຕກຕ່າງກັນທັງໝົດທີ່ພຣະເຈົ້າປະຕິບັດໃນຄຣິສຕະຈັກ ແລະ ໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກ. ການເຂົ້າໃຈເນື້ອໃນ ແລະ ຂອບເຂດຂອງວຽກງານນີ້ຊ່ວຍໃຫ້ປະຊາກອນທີ່ພຣະເຈົ້າເລືອກສາມາດຊີ້ນໍາຜູ້ນໍາ ແລະ ຜູ້ເຮັດວຽກໃນການເຮັດວຽກງານນີ້ໃຫ້ດີ. ໃນອີກດ້ານໜຶ່ງ, ມັນຊ່ວຍຜູ້ນໍາ ແລະ ຜູ້ເຮັດວຽກເປັນຫຼັກໃນການເຂົ້າໃຈ ແລະ ກຳແໜ້ນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ ແລະ ວຽກງານທີ່ພວກເຂົາຄວນເຮັດ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນບັນລຸ ແລະ ເພື່ອໃຫ້ມີນິຍາມທີ່ຖືກຕ້ອງຂອງຕຳແໜ່ງ “ຜູ້ນໍາ ແລະ ຜູ້ເຮັດວຽກ”. ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ? ພວກເຂົາຄວນດຳລົງຊີວິດໃຫ້ເປັນແບບຢ່າງແນວໃດ? ພວກເຂົາຄວນເປັນຄືກັບເຈົ້າໜ້າທີ່ຂອງລັດຖະບານບໍ? (ບໍ່ຄວນ.) “ຜູ້ນໍາ ແລະ ຜູ້ເຮັດວຽກ” ບໍ່ແມ່ນຕຳແໜ່ງ ຫຼື ຍົດຖາບັນດາສັກຢ່າງເປັນທາງການ. ຄົນເຮົາຄວນເຂົ້າໃຈວ່າຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງຈາກໜ້າທີ່ທີ່ຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດ ແລະ ຈາກການຝາກຝັງທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາ ແລະ ມາດຕະຖານທີ່ພຣະອົງກຳນົດໃຫ້ພວກເຂົາ. ດ້ວຍວິທີນີ້, ຄົນເຮົາກໍຈະມີຄວາມເຂົ້າໃຈທີ່ເປັນຮູບປະທຳພໍສົມຄວນກ່ຽວກັບການກຳນົດຕຳແໜ່ງ “ຜູ້ນໍາ ແລະ ຜູ້ເຮັດວຽກ” ແລະ ຈະແຈ່ມແຈ້ງຂຶ້ນກ່ຽວກັບນິຍາມຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຄວາມຮັບຜິດຊອບຂັ້ນຕ່ຳສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸແມ່ນຫຍັງ? ພວກເຂົາຄວນສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານແຕ່ລະຢ່າງຢ່າງຖືກຕ້ອງຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ດັ່ງທີ່ໄດ້ກ່າວໄວ້ໃນຂໍ້ທີເກົ້າ. ບໍ່ວ່າການຈັດແຈງວຽກງານຈະກ່ຽວຂ້ອງກັບດ້ານໃດກໍຕາມ, ຕາບໃດທີ່ມັນຖືກສື່ສານຜ່ານຜູ້ນໍາ ແລະ ຜູ້ເຮັດວຽກ, ສິ່ງທີ່ພວກເຂົາຕ້ອງເຮັດກໍຄືການສື່ສານການຈັດແຈງວຽກງານນັ້ນໄປຍັງບັນດາຄຣິສຕະຈັກໂດຍບໍ່ຊັກຊ້າ ແລະ ບໍ່ຢຸດຢັ້ງ, ຫຼັງຈາກທີ່ພວກເຂົາມີຄວາມເຂົ້າໃຈທີ່ຖືກຕ້ອງຢ່າງຄົບຖ້ວນກ່ຽວກັບມັນແລ້ວ. ສ່ວນຜູ້ທີ່ຈະໄດ້ຮັບການສື່ສານການຈັດແຈງວຽກງານນັ້ນ, ຖ້າເຮືອນຂອງພຣະເຈົ້າກຳນົດໃຫ້ສື່ສານການຈັດແຈງວຽກງານໄປຍັງຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ, ລວມທັງຄົນໃນລະດັບຜູ້ເທດສະໜາ, ຜູ້ນໍາຄຣິສຕະຈັກ ແລະ ຜູ້ຊ່ວຍວຽກຄຣິສຕະຈັກ, ການສື່ສານນັ້ນກໍຕ້ອງໄລ່ລຽງລົງໄປຈົນເຖິງຄົນໃນລະດັບນີ້ ແລ້ວກໍສິ້ນສຸດພຽງແຕ່ເທົ່ານັ້ນ; ຖ້າການຈັດແຈງວຽກງານຈະຕ້ອງຖືກສື່ສານໄປຍັງອ້າຍເອື້ອຍນ້ອງທຸກຄົນ, ແລ້ວພວກມັນກໍຄວນຖືກສື່ສານໄປຍັງອ້າຍເອື້ອຍນ້ອງທຸກຄົນຢ່າງເຂັ້ມງວດຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ຖ້າສະພາບແວດລ້ອມເຮັດໃຫ້ການສື່ສານການຈັດແຈງວຽກງານໃນຮູບແບບລາຍລັກອັກສອນບໍ່ສະດວກ ແລະ ການເຮັດເຊັ່ນນີ້ຈະນຳມາເຊິ່ງຄວາມສ່ຽງດ້ານຄວາມປອດໄພ ຫຼື ບັນຫາທີ່ໃຫຍ່ກວ່ານັ້ນ, ແລ້ວເນື້ອໃນທີ່ສຳຄັນ ແລະ ເປັນຫຼັກຂອງການຈັດແຈງວຽກງານກໍຄວນຖືກສື່ສານໃຫ້ແກ່ແຕ່ລະຄົນດ້ວຍວາຈາຢ່າງຖືກຕ້ອງ. ແລ້ວຕ້ອງເຮັດແນວໃດຈຶ່ງຈະຖືວ່າການຈັດແຈງວຽກງານໄດ້ຖືກສື່ສານແລ້ວ? ຖ້າການຈັດແຈງວຽກງານຖືກສື່ສານເປັນລາຍລັກອັກສອນ, ຕ້ອງຢືນຢັນວ່າທຸກຄົນໄດ້ຮັບພວກມັນ, ທຸກຄົນຮູ້ກ່ຽວກັບພວກມັນ ແລະ ທຸກຄົນກໍເອົາໃຈໃສ່ຢ່າງຈິງຈັງ; ຖ້າພວກມັນຖືກສື່ສານດ້ວຍວາຈາ, ແລ້ວ ເມື່ອສື່ສານໄປແລ້ວ, ຕ້ອງຖາມຜູ້ຄົນຊ້ຳໆວ່າພວກເຂົາເຂົ້າໃຈຢ່າງແຈ່ມແຈ້ງ ແລະ ຈື່ຈຳໄດ້ ຫຼື ບໍ່ ແລະ ເຖິງຂັ້ນສາມາດຂໍໃຫ້ພວກເຂົາທວນຄືນການຈັດແຈງວຽກງານນັ້ນ, ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະຖືວ່າການຈັດແຈງວຽກງານໄດ້ຖືກສື່ສານຢ່າງແທ້ຈິງແລ້ວ. ຖ້າຜູ້ຄົນສາມາດທວນຄືນ ແລະ ລະບຸຢ່າງແຈ່ມແຈ້ງວ່າຫຼັກການທີ່ກຳນົດໄວ້ຂອງເຮືອນຂອງພຣະເຈົ້າແມ່ນຫຍັງ ແລະ ເນື້ອໃນສະເພາະແມ່ນຫຍັງ, ສິ່ງນີ້ພິສູດວ່າການຈັດແຈງວຽກງານໄດ້ຊຶມຊັບເຂົ້າສູ່ຈິດໃຈຂອງພວກເຂົາແລ້ວ, ພວກເຂົາໄດ້ຈື່ຈຳພວກມັນ ແລະ ເຂົ້າໃຈພວກມັນຢ່າງແຈ່ມແຈ້ງແລ້ວ. ເມື່ອນັ້ນເທົ່ານັ້ນຈຶ່ງຈະຖືວ່າການຈັດແຈງວຽກງານໄດ້ຖືກສື່ສານຢ່າງແທ້ຈິງແລ້ວ. ຖ້າເງື່ອນໄຂ, ສະພາບແວດລ້ອມ ແລະ ປັດໄຈອື່ນໆດັ່ງກ່າວລ້ວນແຕ່ເໝາະສົມສຳລັບການສື່ສານການຈັດແຈງວຽກງານເປັນລາຍລັກອັກສອນ, ແລ້ວພວກມັນກໍຕ້ອງຖືກສື່ສານເປັນລາຍລັກອັກສອນຢ່າງເດັດຂາດ; ຖ້າບໍ່ສາມາດສື່ສານເປັນລາຍລັກອັກສອນໄດ້ ຍ້ອນສະພາບແວດລ້ອມບໍ່ເອື້ອອຳນວຍ ແລະ ຕ້ອງສື່ສານດ້ວຍວາຈາແທນ, ແລ້ວກໍຕ້ອງຢືນຢັນວ່າສິ່ງທີ່ກຳລັງຖືກສື່ສານດ້ວຍວາຈານັ້ນຄືກັນກັບການຈັດແຈງວຽກງານ, ພວກມັນບໍ່ໄດ້ຖືກບິດເບືອນ ແລະ ບໍ່ມີການເພີ່ມຄວາມເຂົ້າໃຈສ່ວນຕົວເຂົ້າໄປ ແລະ ເປັນການສື່ສານຂໍ້ຄວາມເດີມ, ມີພຽງແຕ່ວິທີນີ້ເທົ່ານັ້ນຈຶ່ງຈະຖືວ່າການຈັດແຈງວຽກງານໄດ້ຖືກສື່ສານຢ່າງແທ້ຈິງ ແລະ ຖືກຕ້ອງ. ການຈັດແຈງວຽກງານຄວນຖືກສື່ສານຢ່າງຄົບຖ້ວນຕາມຄຳເວົ້າສະເພາະຂອງພວກມັນ; ບໍ່ຄວນຖືກສື່ສານໃນລັກສະນະທີ່ຂາດຄວາມຮັບຜິດຊອບ ຫຼື ດ້ວຍການຕີຄວາມໝາຍທີ່ບິດເບືອນ ຫຼື ໄຮ້ສາລະໂດຍອີງໃສ່ຄວາມເຂົ້າໃຈ ແລະ ຈິນຕະນາການສ່ວນຕົວຂອງຜູ້ຄົນ. ເມື່ອເວົ້າເຖິງການສື່ສານຢ່າງຖືກຕ້ອງ, ຜູ້ຄົນຄວນເຂົ້າໃຈລະດັບຄວາມເຂັ້ມງວດສຳລັບການສື່ສານການຈັດແຈງວຽກງານ; ນັ້ນກໍຄື ການສື່ສານນັ້ນຕ້ອງເຮັດຢ່າງຖືກຕ້ອງ. ບາງຄົນເວົ້າວ່າ “ພວກເຮົາຕ້ອງສື່ສານຢ່າງແມ່ນຍຳບໍ?” ບໍ່, ບໍ່ຈຳເປັນ. ຄວາມແມ່ນຍຳແມ່ນສິ່ງທີ່ກຳນົດສຳລັບອຸປະກອນ; ຖ້າຜູ້ຄົນພຽງແຕ່ສາມາດສື່ສານຢ່າງຖືກຕ້ອງໄດ້, ກໍຖືວ່າເຮັດໄດ້ດີຫຼາຍແລ້ວ. ຕົວຢ່າງ: ກ່ຽວກັບຊີວິດຄຣິສຕະຈັກ, ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກຳນົດໃຫ້ປະຊາກອນທີ່ພຣະເຈົ້າເລືອກກິນ ແລະ ດື່ມພຣະທຳຂອງພຣະເຈົ້າກ່ຽວກັບການຮູ້ຈັກພຣະເຈົ້າ, ສິ່ງນີ້ສື່ສານງ່າຍບໍ? (ງ່າຍ.) ການຈັດແຈງວຽກງານໃຫ້ຂອບເຂດແກ່ຜູ້ຄົນ ແລະ ພວກເຂົາສາມາດອ່ານພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງທັງໝົດນີ້. ເຖິງຢ່າງໃດກໍຕາມ, ຖ້າຄົນໃດຄົນໜຶ່ງຕີຄວາມໝາຍການຈັດແຈງວຽກງານຜິດ, ໂດຍການເພີ່ມຄວາມເຂົ້າໃຈ, ແນວຄິດ ແລະ ຈິນຕະນາການສ່ວນຕົວຂອງລາວ ແລະ ສື່ສານຄຳເວົ້າເພີ່ມເຕີມບາງຢ່າງ, ນີ້ບໍ່ໄດ້ໝາຍຄວາມວ່າລາວໄດ້ອອກນອກລູ່ນອກທາງຈາກການຈັດແຈງວຽກງານບໍ? ພວກເຂົາກຳລັງສື່ສານການຈັດແຈງວຽກງານຢ່າງຖືກຕ້ອງບໍ? (ບໍ່.) ພວກເຂົາກຳລັງສື່ສານການຈັດແຈງວຽກງານດ້ວຍສິ່ງທີ່ພວກເຂົາເພີ່ມເຕີມເອງ, ນີ້ເປັນການເວົ້າຈາທີ່ໄຮ້ສາລະທັງໝົດ. ຄົນເຮົາຕ້ອງອ່ານການຈັດແຈງວຽກງານທຸກຢ່າງທີ່ມາຈາກເບື້ອງເທິງຫຼາຍໆຄັ້ງ ແລະ ເຂົ້າໃຈຄວາມໝາຍທີ່ຖືກຕ້ອງຂອງມັນຢ່າງແຈ່ມແຈ້ງ, ຄວາມສຳຄັນຂອງການອອກການຈັດແຈງວຽກງານນີ້ ແລະ ຜົນລັບທີ່ຕັ້ງໃຈຈະບັນລຸ ແລະ ຈາກນັ້ນກໍຄິດຫາວິທີທີ່ຖືກຕ້ອງໃນການປະຕິບັດລາຍການວຽກງານສະເພາະທີ່ຈັດແຈງໂດຍເບື້ອງເທິງ, ຫຼີກລ່ຽງການເຮັດຜິດພາດໃດໆ. ການສື່ສານການຈັດແຈງວຽກງານຫຼັງຈາກທີ່ສິ່ງເຫຼົ່ານີ້ໄດ້ຖືກໂອ້ລົມ ແລະ ເຂົ້າໃຈແລ້ວກໍຈະຖືກຕ້ອງຢ່າງຄົບຖ້ວນ. ສິ່ງທີ່ຕ້ອງເຮັດກ່ອນໝົດກໍຄືການສົ່ງການຈັດແຈງວຽກງານຈາກຜູ້ນໍາ ແລະ ຜູ້ເຮັດວຽກຂອງເຂດສິດຍາພິບານໄປຍັງຜູ້ນໍາ ແລະ ຜູ້ເຮັດວຽກລະດັບອື່ນໆທັງໝົດ, ຜູ້ທີ່ຈະສົ່ງຕໍ່ໄປຍັງຜູ້ຮັບຜິດຊອບຂອງທຸກທີມໃນທຸກຄຣິສຕະຈັກໃນທີ່ສຸດ. ຈາກນັ້ນ, ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຕ້ອງຖືກໂອ້ລົມກັນຫຼາຍໆຄັ້ງໃນການເຕົ້າໂຮມ ເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກທັງໝົດເຂົ້າໃຈພວກມັນ ແລະ ຮູ້ວິທີທີ່ຈະນຳໄປປະຕິບັດ, ມີພຽງແຕ່ເມື່ອບັນລຸຜົນໄດ້ຮັບນີ້ເທົ່ານັ້ນຈຶ່ງຈະຖືວ່າພວກມັນໄດ້ຖືກສື່ສານແລ້ວ. ການຈັດແຈງວຽກງານຕ້ອງຖືກສື່ສານຕາມວິທີການ ແລະ ຂອບເຂດທີ່ເຮືອນຂອງພຣະເຈົ້າກຳນົດ. ແນ່ນອນວ່າ ເນື້ອໃນທີ່ສື່ສານນັ້ນຕ້ອງຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງບໍ່ຕີຄວາມໝາຍຜິດແບບຊະຊາຍ ແລະ ເພີ່ມແນວຄິດຂອງຕົນເອງເຂົ້າໄປ, ນັ້ນບໍ່ແມ່ນການສື່ສານຢ່າງຖືກຕ້ອງ ແລະ ຖືວ່າເປັນຄວາມລົ້ມເຫຼວໃນການບັນລຸຄວາມຮັບຜິດຊອບຂອງຕົນໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ. ນີ້ຄືວິທີທີ່ຄວນເຂົ້າໃຈການສື່ສານ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງຖືກຕ້ອງ.
ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແນວໃດ ຖ້າພວກເຂົາຍັງບໍ່ແນ່ໃຈກ່ຽວກັບວິທີການສື່ສານການຈັດແຈງວຽກງານຢ່າງຖືກຕ້ອງ? ມັນມີວິທີທີ່ງ່າຍດາຍ ແລະ ງ່າຍຫຼາຍສຳລັບເລື່ອງນີ້. ຫຼັງຈາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບການຈັດແຈງວຽກງານ, ພວກເຂົາຄວນໂອ້ລົມກ່ຽວກັບການຈັດແຈງວຽກງານກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆກ່ອນ, ກວດເບິ່ງວ່າມີລາຍການສະເພາະຈັກຢ່າງທີ່ເບື້ອງເທິງກຳນົດໄວ້ສຳລັບການຈັດແຈງວຽກງານເຫຼົ່ານີ້ ແລະ ຂຽນລາຍການເຫຼົ່ານັ້ນອອກມາເທື່ອລະຂໍ້. ຈາກນັ້ນກໍອີງໃສ່ການຈັດແຈງວຽກງານເຫຼົ່ານີ້, ພວກເຂົາຄວນພິຈາລະນາສະຖານະການຕົວຈິງຂອງຄຣິສຕະຈັກທ້ອງຖິ່ນເຊັ່ນ: ສະຖານະການຂອງວຽກງານພຣະກິດຕິຄຸນ, ວຽກງານວິຊາຊີບປະເພດຕ່າງໆ ແລະ ຊີວິດຄຣິສຕະຈັກ, ຕະຫຼອດຈົນເຖິງຄວາມສາມາດ ແລະ ສະຖານະການຄອບຄົວຂອງຄົນປະເພດຕ່າງໆທັງໝົດ ແລະ ອື່ນໆ, ໂດຍການລວມເອົາສິ່ງທັງໝົດເຫຼົ່ານີ້ເຂົ້າກັນ ເພື່ອເບິ່ງວ່າວຽກງານເຫຼົ່ານີ້ຈະຖືກຈັດຕັ້ງປະຕິບັດແນວໃດ. ຜ່ານການໂອ້ລົມ, ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນຕ້ອງມີຄວາມເຂົ້າໃຈທີ່ເປັນໜຶ່ງດຽວກັນ ແລະ ຖືກຕ້ອງກ່ຽວກັບການຈັດແຈງວຽກງານ ແລະ ມີວິທີການທີ່ສອດຄ່ອງກັນສຳລັບການສື່ສານພວກມັນ, ເມື່ອເຮັດໄດ້ເຊັ່ນນີ້ເທົ່ານັ້ນ ການຈັດແຈງວຽກງານຈຶ່ງຈະຖືກສື່ສານຢ່າງຖືກຕ້ອງ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຮັບການຈັດແຈງວຽກງານ ແລະ ໂດຍທີ່ບໍ່ຮູ້ວ່າພວກມັນກ່ຽວຂ້ອງກັບຫຍັງໂດຍສະເພາະ, ພັດເຕົ້າໂຮມອ້າຍເອື້ອຍນ້ອງຢ່າງຫຼັບຫູຫຼັບຕາ ແລະ ມອບໝາຍ ແລະ ສື່ສານພວກມັນອອກໄປ, ສິ່ງນີ້ເໝາະສົມບໍ? ຜົນທີ່ຕາມມາກໍຄື ຫຼັງຈາກທີ່ສື່ສານການຈັດແຈງວຽກງານອອກໄປໄດ້ໜຶ່ງ ຫຼື ສອງເດືອນ, ກໍຄົ້ນພົບວ່າມີການບ່ຽງເບນໃນວິທີທີ່ພວກມັນຖືກຈັດຕັ້ງປະຕິບັດໃນທຸກຄຣິສຕະຈັກ ແລະ ມີພຽງແຕ່ເມື່ອຜູ້ນໍາ ຫຼື ຜູ້ເຮັດວຽກກວດເບິ່ງການຈັດແຈງວຽກງານຢ່າງລະອຽດເທົ່ານັ້ນ, ພວກເຂົາຈຶ່ງພົບວ່າການຈັດແຈງວຽກງານໄດ້ຖືກສື່ສານດ້ວຍການບ່ຽງເບນ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກຄົນນັ້ນໄດ້ອ່ານ ແລະ ໂອ້ລົມກ່ຽວກັບການຈັດແຈງວຽກງານຢ່າງເອົາໃຈໃສ່ໃນຕອນນັ້ນ, ມັນກໍຄົງຈະບໍ່ມີບັນຫາຫຍັງ, ແຕ່ຍ້ອນຄວາມຂີ້ຄ້ານ ແລະ ການເຮັດພໍແລ້ວມືແລ້ວຕີນຊົ່ວຄາວຂອງພວກເຂົາ, ພວກເຂົາຈຶ່ງກໍ່ໃຫ້ເກີດຄວາມຜິດພາດ ແລະ ການບ່ຽງເບນຫຼາຍຢ່າງປາກົດຂຶ້ນໃນວຽກງານຄຣິສຕະຈັກ ແລະ ຫຼັງຈາກນັ້ນ ພວກເຂົາກໍຕ້ອງແກ້ໄຂພວກມັນ. ສິ່ງນີ້ເປັນການເພີ່ມຂັ້ນຕອນເຂົ້າມາອີກໂດຍບໍ່ຈຳເປັນ ແລະ ເຮັດໃຫ້ເສຍເວລາ. ມັນຄົງຈະດີກວ່ານີ້ ຖ້າພວກເຂົາໄດ້ໂອ້ລົມກ່ຽວກັບການຈັດແຈງວຽກງານຢ່າງແຈ່ມແຈ້ງໂດຍກົງ ແລະ ຈາກນັ້ນກໍສື່ສານ ແລະ ຈັດຕັ້ງປະຕິບັດພວກມັນເທື່ອລະຢ່າງ. ເມື່ອວຽກງານບໍ່ໄດ້ຖືກເຮັດໃຫ້ດີ, ມັນບໍ່ແມ່ນຄວາມຜິດພາດບໍ? (ແມ່ນ.) ສະນັ້ນ, ມັນຈຶ່ງມີຂັ້ນຕອນໃນການສື່ສານການຈັດແຈງວຽກງານຢ່າງຖືກຕ້ອງ. ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີການຢັ່ງຮູ້ຢ່າງແທ້ຈິງ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບເນື້ອໃນສະເພາະຂອງການຈັດແຈງວຽກງານ ແລະ ຈາກນັ້ນ ພວກເຂົາຕ້ອງມີແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງ, ວິທີການຈັດຕັ້ງປະຕິບັດ ແລະ ບຸກຄົນທີ່ເປັນເປົ້າໝາຍສຳລັບການຈັດຕັ້ງປະຕິບັດຢູ່ໃນໃຈ, ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ການຈັດແຈງວຽກງານຈະສາມາດຖືກສື່ສານຢ່າງຖືກຕ້ອງໄດ້. ມັນເໝາະສົມບໍ ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມອບໝາຍ ແລະ ສື່ສານການຈັດແຈງວຽກງານຢ່າງຫຼັບຫູຫຼັບຕາ ເມື່ອພວກເຂົາມີຄວາມເຂົ້າໃຈທີ່ບໍ່ຄົບຖ້ວນກ່ຽວກັບພວກມັນ, ເຂົ້າໃຈແບບບໍ່ຈະແຈ້ງ ຫຼື ບໍ່ແນ່ໃຈກ່ຽວກັບພວກມັນ ຫຼື ພຽງແຕ່ບໍ່ເຂົ້າໃຈຂໍ້ກຳນົດ ແລະ ເນື້ອໃນສະເພາະໃນພວກມັນ? (ບໍ່ເໝາະສົມ.) ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວສາມາດປະຕິບັດວຽກງານໄດ້ດີບໍ? ແນ່ນອນວ່າບໍ່ໄດ້. ສະນັ້ນ, ໃນສະຖານະການທີ່ອ້າຍເອື້ອຍນ້ອງບໍ່ຮູ້ວ່າມາດຕະຖານ ແລະ ຫຼັກການທີ່ກຳນົດໄວ້ສະເພາະໃນການຈັດແຈງວຽກງານແມ່ນຫຍັງ ຫຼື ຈະດຳເນີນການແນວໃດແທ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຈະມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການຈັດແຈງວຽກງານຢູ່ແລ້ວ, ຕະຫຼອດຈົນເຖິງມີແຜນການ ແລະ ຂັ້ນຕອນທີ່ເປັນຮູບປະທຳສຳລັບການຈັດຕັ້ງປະຕິບັດພວກມັນ, ດ້ວຍວິທີນີ້ເທົ່ານັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງຈະສາມາດດຳເນີນຂັ້ນຕອນທຳອິດໄດ້, ນັ້ນກໍຄື ການສື່ສານການຈັດແຈງວຽກງານ. ເມື່ອການຈັດແຈງວຽກງານໄດ້ຖືກສື່ສານແລ້ວ ແລະ ອ້າຍເອື້ອຍນ້ອງທຸກຄົນກໍເຂົ້າໃຈເນື້ອໃນຂອງການຈັດແຈງວຽກງານຢ່າງຖືກຕ້ອງ ແລະ ມີຄວາມຮູ້ບາງຢ່າງກ່ຽວກັບຄວາມໝາຍຄວາມສຳຄັນ, ຄຸນຄ່າ ແລະ ມາດຕະຖານຂອງເຮືອນຂອງພຣະເຈົ້າໃນການເຮັດວຽກງານນີ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນໂອ້ລົມກັນທັນທີກ່ຽວກັບວິທີຈັດສັນຄົນ ແລະ ວຽກງານສະເພາະ ແລະ ແຜນການສະເພາະວ່າໃຜຈະເປັນຜູ້ຈັດຕັ້ງປະຕິບັດ ແລະ ດຳເນີນວຽກງານນີ້, ນີ້ຄືຂັ້ນຕອນສຳລັບການປະຕິບັດວຽກງານ. ພວກເຈົ້າຄິດແນວໃດກ່ຽວກັບການຕິດຕາມວຽກງານດ້ວຍວິທີນີ້? ມັນສາມາດຖືວ່າເປັນການຕິດຕາມວຽກງານຢ່າງໃກ້ຊິດໄດ້ບໍ? ມັນເປັນການຕິດຕາມວຽກງານຢ່າງທັນການບໍ? (ເປັນ.)
II. ວິທີຈັດຕັ້ງປະຕິບັດການຈັດແຈງວຽກງານ
ມັນບໍ່ແມ່ນວ່າ ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບການຈັດແຈງວຽກງານແລ້ວ, ພວກເຂົາພຽງແຕ່ຕ້ອງສື່ສານ ແລະ ມອບໝາຍມັນແລ້ວກໍຈົບເລີຍ. ການຈັດແຈງວຽກງານຈະຖືວ່າໄດ້ຈັດຕັ້ງປະຕິບັດແລ້ວບໍ ເມື່ອປະຊາກອນທີ່ພຣະເຈົ້າເລືອກໃນທຸກຄຣິສຕະຈັກຮູ້ວ່າມັນໄດ້ຖືກມອບໝາຍແລ້ວ? ນີ້ບໍ່ແມ່ນການດຳເນີນການ ຫຼື ການຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງແທ້ຈິງ, ມັນບໍ່ແມ່ນການບັນລຸຄວາມຮັບຜິດຊອບ ແລະ ມັນກໍບໍ່ແມ່ນມາດຕະຖານທີ່ພຣະເຈົ້າຮຽກຮ້ອງໃນທີ່ສຸດ. ການສື່ສານ ແລະ ການມອບໝາຍການຈັດແຈງວຽກງານບໍ່ແມ່ນຈຸດປະສົງ, ການຈັດຕັ້ງປະຕິບັດຕ່າງຫາກທີ່ເປັນຈຸດປະສົງ. ແລ້ວການຈັດແຈງວຽກງານຈະຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງສະເພາະເຈາະຈົງແນວໃດ? ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເອີ້ນຜູ້ຮັບຜິດຊອບ ແລະ ອ້າຍເອື້ອຍນ້ອງທີ່ກ່ຽວຂ້ອງທັງໝົດມາເຕົ້າໂຮມກັນ ແລະ ໂອ້ລົມກັບພວກເຂົາກ່ຽວກັບວິທີເຮັດວຽກ, ໃນຂະນະດຽວກັນກໍຄັດເລືອກຜູ້ຮັບຜິດຊອບຫຼັກ ແລະ ສະມາຊິກທີມເພື່ອດຳເນີນວຽກງານ. ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດເມື່ອຈັດຕັ້ງປະຕິບັດວຽກງານກໍຄືການໂອ້ລົມ, ໂອ້ລົມກ່ຽວກັບວິທີເຮັດວຽກໃຫ້ສອດຄ່ອງກັບຫຼັກການ ແລະ ສອດຄ່ອງກັບການຈັດແຈງວຽກງານນີ້ຈາກເຮືອນຂອງພຣະເຈົ້າ ແລະ ວິທີເຮັດວຽກເພື່ອຮັບປະກັນວ່າການຈັດແຈງວຽກງານນີ້ຈາກເຮືອນຂອງພຣະເຈົ້າໄດ້ຖືກຈັດຕັ້ງປະຕິບັດ ແລະ ດຳເນີນການ. ໃນຂະນະທີ່ໂອ້ລົມກັນ, ອ້າຍເອື້ອຍນ້ອງ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຄວນສະເໜີແຜນການຕ່າງໆ ແລະ ສຸດທ້າຍກໍຄັດເລືອກເອົາວິທີທາງ, ວິທີການ ແລະ ຂັ້ນຕອນທີ່ເໝາະສົມທີ່ສຸດ ແລະ ສອດຄ່ອງກັບຫຼັກການທີ່ສຸດ, ໂດຍຕັດສິນໃຈວ່າຈະເຮັດຫຍັງກ່ອນ ແລະ ຈະເຮັດຫຍັງຕາມຫຼັງ, ເພື່ອໃຫ້ວຽກງານສາມາດດຳເນີນໄປໄດ້ຢ່າງເປັນລະບຽບ. ເມື່ອເຂົ້າໃຈສິ່ງນີ້ໃນທາງທິດສະດີແລ້ວ, ເມື່ອຜູ້ຄົນບໍ່ມີຄວາມຫຍຸ້ງຍາກ ຫຼື ຈິນຕະນາການໃດໆອີກຕໍ່ໄປ, ເມື່ອພວກເຂົາຈະບໍ່ຮູ້ສຶກຕໍ່ຕ້ານວຽກງານນີ້ ແລະ ສາມາດເຂົ້າໃຈຄວາມໝາຍ ແລະ ຈຸດປະສົງຂອງການຈັດແຈງວຽກງານນີ້ຂອງເຮືອນຂອງພຣະເຈົ້າ, ວຽກງານກໍຍັງບໍ່ສາມາດຖືວ່າໄດ້ຈັດຕັ້ງປະຕິບັດແລ້ວ. ຍັງຕ້ອງໄດ້ຕັດສິນໃຈອີກວ່າ ໃຜເໝາະສົມທີ່ສຸດ ແລະ ມີທັກສະທີ່ສຸດໃນວຽກງານນີ້, ໃຜສາມາດແບກຮັບຄວາມຮັບຜິດຊອບຂອງວຽກງານນີ້ ແລະ ໃຜມີຄວາມສາມາດທີ່ຈະເຮັດວຽກງານນີ້ໃຫ້ສຳເລັດໄດ້. ຕ້ອງໄດ້ຄັດເລືອກຜູ້ທີ່ຈະຮັບຜິດຊອບວຽກງານນີ້, ຕ້ອງກຳນົດແຜນການຈັດຕັ້ງປະຕິບັດ ແລະ ກຳນົດເວລາສຳເລັດ ແລະ ຊັບພະຍາກອນ, ວັດສະດຸ ແລະ ສິ່ງອື່ນໆທີ່ຈຳເປັນສຳລັບການເຮັດວຽກງານໃຫ້ສຳເລັດກໍຕ້ອງໄດ້ກະກຽມ ແລະ ລະບຸໄວ້ຢ່າງຊັດເຈນ, ເມື່ອນັ້ນເທົ່ານັ້ນຈຶ່ງຈະຖືວ່າວຽກງານໄດ້ຖືກຈັດຕັ້ງປະຕິບັດ. ແນ່ນອນວ່າ ກ່ອນການຈັດຕັ້ງປະຕິບັດ, ມັນກໍຈຳເປັນທີ່ຈະຕ້ອງດຳເນີນການສື່ສານ ແລະ ການປຶກສາຫາລືສະເພາະກັບຜູ້ທີ່ຮັບຜິດຊອບວຽກງານນີ້ເປັນລາຍບຸກຄົນ, ໂດຍຖາມວ່າພວກເຂົາເຄີຍເຮັດວຽກງານນີ້ມາກ່ອນ ຫຼື ບໍ່ ແລະ ພວກເຂົາມີທັດສະນະ ແລະ ແນວຄວາມຄິດແນວໃດຕໍ່ວຽກງານນີ້. ຖ້າພວກເຂົາສະເໜີແຜນການ ແລະ ແນວຄວາມຄິດບາງຢ່າງທີ່ສອດຄ່ອງກັບຫຼັກການ, ກໍສາມາດນຳມາປັບໃຊ້ໄດ້. ຍິ່ງໄປກວ່ານັ້ນ, ໃນການຈັດຕັ້ງປະຕິບັດທຸກວຽກງານ, ຕ້ອງໄດ້ໃສ່ໃຈໃນການຄົ້ນພົບວ່າມີບັນຫາຫຼາຍໜ້ອຍສໍ່າໃດແທ້, ຂັ້ນຕອນນີ້ບໍ່ຄວນຖືກລະເລີຍ. ຫຼັງຈາກທີ່ຄົ້ນພົບບັນຫາແລ້ວ, ຕ້ອງໄດ້ຄິດຫາວິທີແກ້ໄຂບັນຫາຢ່າງທັນການ ແລະ ມີພຽງແຕ່ຫຼັງຈາກທີ່ໄດ້ແກ້ໄຂບັນຫາທັງໝົດທີ່ມີຢູ່ຢ່າງສິ້ນເຊີງແລ້ວເທົ່ານັ້ນ, ການຈັດແຈງວຽກງານຈຶ່ງຈະຖືກຈັດຕັ້ງປະຕິບັດຢ່າງແທ້ຈິງ. ນອກຈາກນີ້, ພວກເຈົ້າກໍຕ້ອງສະແຫວງຫາວິທີເຮັດວຽກງານນີ້ໃຫ້ສອດຄ່ອງກັບຫຼັກການທີ່ກຳນົດໄວ້ຂອງເຮືອນຂອງພຣະເຈົ້ານຳອີກ, ບໍ່ແມ່ນບໍ? ຍິ່ງໄປກວ່ານັ້ນ, ບໍ່ວ່າເຮືອນຂອງພຣະເຈົ້າຈະມີຂໍ້ກຳນົດດ້ານເວລາສຳລັບວຽກງານນີ້ ຫຼື ບໍ່, ຕ້ອງເຮັດໃຫ້ສຳເລັດພາຍໃນກຳນົດເວລາໃດ, ມີຂໍ້ກຳນົດທີ່ເປັນຮູບປະທຳດ້ານທັກສະວິຊາຊີບ ຫຼື ບໍ່ ແລະ ອື່ນໆ, ລ້ວນແຕ່ເປັນຫົວຂໍ້ທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມກັບຜູ້ຮັບຜິດຊອບທີ່ກ່ຽວຂ້ອງ. ນີ້ຄືການຈັດຕັ້ງປະຕິບັດ. ການຈັດຕັ້ງປະຕິບັດບໍ່ໄດ້ຈົບລົງທີ່ການສື່ສານດ້ວຍວາຈາ ຫຼື ທາງທິດສະດີ, ແຕ່ມັນກ່ຽວຂ້ອງກັບຄວາມຄືບໜ້າຕົວຈິງຂອງວຽກງານທີ່ກ່ຽວຂ້ອງ, ພ້ອມທັງບັນຫາ ແລະ ຄວາມຫຍຸ້ງຍາກສະເພາະບາງຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນພິຈາລະນາ ເມື່ອຈັດຕັ້ງປະຕິບັດການຈັດແຈງວຽກງານກັບຜູ້ຮັບຜິດຊອບ. ນັ້ນກໍຄື ກ່ອນທີ່ຈະປະຕິບັດວຽກງານສະເພາະນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນການໂອ້ລົມ, ການວິເຄາະ ແລະ ການປຶກສາຫາລືປະເພດນີ້ກັບຜູ້ຮັບຜິດຊອບ, ນີ້ຄືການຈັດຕັ້ງປະຕິບັດ. ການຈັດຕັ້ງປະຕິບັດນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ມັນກໍແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດ. ການປະຕິບັດໃນລັກສະນະນີ້ຄືການປະຕິບັດວຽກງານທີ່ແທ້ຈິງ. ສົມມຸດວ່າຜູ້ນໍາຄົນໜຶ່ງເວົ້າວ່າ “ຕອນນີ້, ຂ້ອຍກໍບໍ່ຮູ້ວ່າຈະເຮັດວຽກນີ້ແນວໃດຄືກັນ. ບໍ່ວ່າໃນກໍລະນີໃດກໍຕາມ, ຂ້ອຍກໍໄດ້ມອບໝາຍມັນໃຫ້ເຈົ້າແລ້ວ. ຂ້ອຍຍັງໄດ້ສື່ສານ ແລະ ມອບໝາຍການຈັດແຈງວຽກງານໃຫ້ເຈົ້າແລ້ວ ແລະ ຂ້ອຍກໍໄດ້ບອກເຈົ້າກ່ຽວກັບເລື່ອງທີ່ກ່ຽວຂ້ອງທັງໝົດແລ້ວອີກດ້ວຍ. ສ່ວນເລື່ອງທີ່ວ່າເຈົ້າຈະເຮັດເປັນ ຫຼື ບໍ່, ຈະເຮັດແນວໃດ, ຈະເຮັດໄດ້ດີ ຫຼື ບໍ່ດີ ແລະ ຈະໃຊ້ເວລາດົນສໍ່າໃດ, ທັງໝົດນັ້ນແມ່ນເລື່ອງຂອງເຈົ້າ. ສິ່ງເຫຼົ່ານີ້ບໍ່ກ່ຽວຫຍັງກັບຂ້ອຍ. ການເຮັດວຽກພຽງເທົ່ານີ້, ຂ້ອຍກໍໄດ້ບັນລຸຄວາມຮັບຜິດຊອບຂອງຂ້ອຍແລ້ວ”. ນີ້ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເວົ້າບໍ? (ບໍ່.) ຖ້າຜູ້ນໍາຄົນໜຶ່ງເວົ້າແບບນີ້, ລາວເປັນຄົນປະເພດໃດ? ລາວຄືຜູ້ນໍາປອມ. ເມື່ອໃດກໍຕາມທີ່ເບື້ອງເທິງມີຂໍ້ກຳນົດ ແລະ ມີຄວາມຈຳເປັນຕ້ອງປະຕິບັດວຽກງານຕາມການຈັດແຈງວຽກງານ, ຄົນປະເພດນີ້ຈະຍູ້ວຽກງານໄປໃຫ້ຄົນອື່ນທັງໝົດ, ໂດຍເວົ້າວ່າ “ເຈົ້າເຮັດສາ, ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ. ເຈົ້າກໍເຂົ້າໃຈທຸກຢ່າງຢູ່ແລ້ວ. ເຈົ້າເປັນຜູ້ຊ່ຽວຊານ, ຂ້ອຍເປັນຄົນທີ່ບໍ່ຊ່ຽວຊານ”. ນີ້ຄື “ວາທະເດັດ” ທີ່ຜູ້ນໍາປອມມັກເວົ້າກັນ; ພວກເຂົາຊອກຫາຂໍ້ອ້າງແລ້ວກໍຫຼົບໜີໄປ.
ສະຫຼຸບແລ້ວ, ຜູ້ນໍາປອມແມ່ນບໍ່ມີຄວາມຮັບຜິດຊອບໃນວຽກງານຂອງພວກເຂົາ. ບໍ່ວ່າຄວາມສາມາດຂອງພວກເຂົາຈະສູງ ຫຼື ຕໍ່າ ຫຼື ບໍ່ວ່າພວກເຂົາຈະເໝາະສົມກັບວຽກງານ ຫຼື ບໍ່ກໍຕາມ, ສິ່ງທີ່ສຳຄັນກໍຄືພວກເຂົາບໍ່ໃສ່ໃຈ ແລະ ບໍ່ເອົາໃຈໃສ່ ແລະ ພວກເຂົາກໍເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງການບໍ່ມີຄວາມຮັບຜິດຊອບ. ສົມມຸດວ່າຜູ້ນໍາ ຫຼື ຜູ້ເຮັດວຽກຄົນໜຶ່ງຂາດຄວາມສາມາດ ແລະ ປະສົບການທີ່ເລິກເຊິ່ງຢູ່ແດ່, ແຕ່ພວກເຂົາສາມາດເຮັດວຽກຢ່າງໃສ່ໃຈ ແລະ ເອົາໃຈໃສ່ໃນວຽກງານຂອງພວກເຂົາ. ເຖິງແມ່ນວ່າຜົນລັບທີ່ພວກເຂົາບັນລຸໄດ້ໃນວຽກງານຂອງພວກເຂົາຈະບໍ່ດີປານໃດ, ຢ່າງໜ້ອຍທີ່ສຸດ, ພວກເຂົາກໍເປັນຄົນທີ່ມີຄວາມຮັບຜິດຊອບ, ພວກເຂົາເອົາໃຈໃສ່ໃນວຽກງານຂອງພວກເຂົາຢ່າງເຕັມທີ່ ແລະ ພວກເຂົາກໍທຸ່ມເທສຸດຄວາມສາມາດ. ມັນເປັນພຽງຍ້ອນວ່າພວກເຂົາຂາດຂີດຄວາມສາມາດຢູ່ແດ່ ແລະ ວຸດທິພາວະຍັງນ້ອຍ, ພວກເຂົາຈຶ່ງເຮັດວຽກໄດ້ບໍ່ດີ. ຖ້າພວກເຂົາໄດ້ຮັບການຝຶກຝົນຕົນເອງເປັນໄລຍະເວລາໜຶ່ງແລ້ວ ພວກເຂົາກໍຈະກາຍເປັນຄົນທີ່ມີຄວາມສາມາດຢ່າງເຕັມທີ່ໃນວຽກງານ, ແລ້ວຜູ້ນໍາປະເພດນີ້ກໍຄວນໄດ້ຮັບການບົ່ມເພາະຕໍ່ໄປ. ຖ້າຜູ້ນໍາຄົນໜຶ່ງບໍ່ມີຈິດສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາພຽງແຕ່ຍຶດໝັ້ນໃນຕຳແໜ່ງຂອງພວກເຂົາ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ, ແຕ່ບໍ່ໄດ້ເຮັດວຽກງານທີ່ແທ້ຈິງເລີຍ, ແລ້ວພວກເຂົາກໍຄືຜູ້ນໍາປອມທີ່ແທ້ຈິງ ແລະ ພວກເຂົາຄວນຖືກໄລ່ອອກທັນທີ ແລະ ຈະບໍ່ໄດ້ຮັບອະນຸຍາດໃຫ້ໄດ້ຮັບການເລື່ອນຕຳແໜ່ງ ຫຼື ນໍາໃຊ້ອີກຕໍ່ໄປ. ຜູ້ນໍາທີ່ແທ້ຈິງ, ຜູ້ນໍາທີ່ມີຄວາມຮັບຜິດຊອບ, ຈະທຸ່ມເທສຸດຄວາມສາມາດໃນວຽກງານຂອງພວກເຂົາ, ພວກເຂົາອຸທິດຈິດໃຈຂອງພວກເຂົາໃຫ້ກັບມັນ, ພວກເຂົາຊອກຫາທຸກວິທີທາງເພື່ອເຮັດໃຫ້ການຝາກຝັງຂອງພຣະເຈົ້າສຳເລັດ ແລະ ພວກເຂົາກໍພະຍາຍາມຢ່າງສຸດຄວາມສາມາດ, ດ້ວຍວິທີນີ້, ພວກເຂົາກໍກຳລັງບັນລຸຄວາມຮັບຜິດຊອບຂອງພວກເຂົາ. ໃນຂະນະທີ່ຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ຜູ້ນໍາທີ່ມີຄວາມຮັບຜິດຊອບກໍຈະສັງເກດ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດເຊັ່ນກັນ. ເມື່ອມີສະຖານະການທີ່ບໍ່ຄາດຄິດເກີດຂຶ້ນ, ພວກເຂົາຈະສາມາດນຳໃຊ້ມາດຕະການຮັບມື ແລະ ວິທີແກ້ໄຂ ແທນທີ່ຈະຫຼົບໜີ ແລະ ປັດຄວາມຮັບຜິດຊອບ. ການຈັດຕັ້ງປະຕິບັດວຽກງານໃນລັກສະນະນີ້ເອີ້ນວ່າການມີຄວາມຮັບຜິດຊອບ. ເມື່ອການຈັດແຈງວຽກງານຖືກມອບໝາຍ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຖືວ່າວຽກງານນັ້ນເປັນວຽກງານທີ່ສຳຄັນທີ່ສຸດໃນປັດຈຸບັນ ແລະ ຮັບຜິດຊອບມັນ; ພວກເຂົາຕ້ອງຕິດຕາມມັນດ້ວຍຕົນເອງ, ຮັບຜິດຊອບມັນຕັ້ງແຕ່ຕົ້ນຈົນຈົບ ແລະ ຈະປ່ອຍມືຈາກວຽກງານກໍຕໍ່ເມື່ອມັນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ຫົວໜ້າຂອງແຕ່ລະທີມຮູ້ວິທີປະຕິບັດມັນແລ້ວເທົ່ານັ້ນ. ແຕ່ຫຼັງຈາກທີ່ປ່ອຍມືຈາກມັນແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຍັງຕ້ອງທຳຄວາມເຂົ້າໃຈສະຖານະຂອງວຽກງານ ແລະ ກວດກາມັນເປັນບາງຄັ້ງຄາວ, ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດຮັບປະກັນໄດ້ວ່າວຽກງານຈະຖືກເຮັດເປັນຢ່າງດີ. ການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ລະຖິ້ມຕຳແໜ່ງຂອງຕົນ, ຢຶດໝັ້ນຕັ້ງແຕ່ຕົ້ນຈົນຈົບ ແລະ ເຮັດໃຫ້ວຽກງານເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ນີ້ເອີ້ນວ່າການເຮັດວຽກງານທີ່ແທ້ຈິງ. ໃນລະຫວ່າງເວລານີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງເອົາໃຈໃສ່ ແລະ ກວດກາຄວາມຄືບໜ້າຂອງລາຍການວຽກງານອື່ນໆເຊັ່ນກັນ. ບໍ່ວ່າຈະມີຄວາມຫຍຸ້ງຍາກ ຫຼື ບັນຫາໃດໆເກີດຂຶ້ນໃນວຽກງານ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໄປທີ່ສະຖານທີ່ຕົວຈິງຢ່າງໄວວາເພື່ອໃຫ້ການຊີ້ນໍາ ແລະ ການແກ້ໄຂ. ຜູ້ນໍາຫຼັກຕ້ອງກຳແໜ້ນວຽກງານທີ່ສຳຄັນທີ່ສຸດ ແລະ ໃນເວລາດຽວກັນ, ມັນກໍຈຳເປັນທີ່ພວກເຂົາຈະຕ້ອງຕິດຕາມ, ທຳຄວາມເຂົ້າໃຈ, ກວດກາ ແລະ ຄວບຄຸມດູແລວຽກງານອື່ນໆຂອງຄຣິສຕະຈັກ ແລະ ຮັບປະກັນວ່າວຽກງານທັງໝົດດຳເນີນໄປຢ່າງປົກກະຕິ. ເມື່ອເວົ້າເຖິງວຽກງານທີ່ສຳຄັນທີ່ສຸດ, ຜູ້ນໍາຫຼັກຕ້ອງເຮັດວຽກຢູ່ສະຖານທີ່ຈິງດ້ວຍຕົນເອງ ແລະ ບັນຊາການວຽກງານນີ້ ແລະ ໂດຍສະເພາະເມື່ອເວົ້າເຖິງພາກສ່ວນທີ່ສຳຄັນຂອງວຽກງານ, ພວກເຂົາຈະຕ້ອງບໍ່ອອກຈາກສະຖານທີ່ເຮັດວຽກຢ່າງແນ່ນອນ. ຖ້າຄົນດຽວບໍ່ພຽງພໍ, ຄວນຈັດໃຫ້ຄົນອື່ນມາຮ່ວມມືກັບພວກເຂົາ ແລະ ຊີ້ນໍາວຽກງານ, ນີ້ຄືການທຸ່ມເທທຸກຄວາມພະຍາຍາມ ແລະ ຮ່ວມແຮງຮ່ວມໃຈກັນເປັນໜຶ່ງດຽວເພື່ອເຮັດວຽກງານທີ່ສຳຄັນໃຫ້ດີ. ເພາະວ່າເຮືອນຂອງພຣະເຈົ້າມີວຽກງານທີ່ສຳຄັນທີ່ສຸດໃນທຸກໄລຍະ ແລະ ທຸກຊ່ວງເວລາ, ຖ້າຜູ້ນໍາຫຼັກເຮັດວຽກງານທີ່ສຳຄັນໄດ້ບໍ່ດີ, ກໍສະແດງວ່າມີບັນຫາກັບຄວາມສາມາດຂອງພວກເຂົາ ແລະ ພວກເຂົາຕ້ອງຖືກໄລ່ອອກ. ຜູ້ນໍາຫຼັກຕ້ອງຮັບຜິດຊອບວຽກງານທີ່ສຳຄັນທີ່ສຸດ ໃນຂະນະທີ່ຜູ້ນໍາຄົນອື່ນໆກໍເຮັດເຊັ່ນດຽວກັນສຳລັບວຽກງານທົ່ວໄປ; ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮຽນຮູ້ວິທີຈັດລຳດັບວຽກງານຕາມຄວາມສຳຄັນ ແລະ ຄວາມຮີບດ່ວນ ແລະ ວິທີຊັ່ງຊາຂໍ້ດີຂໍ້ເສຍ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດກຳແໜ້ນຫຼັກການເຫຼົ່ານີ້ໄດ້, ແລ້ວພວກເຂົາກໍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ.
ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ໃນເຮືອນຂອງພຣະເຈົ້າເປັນຄົນໜຸ່ມ, ພວກເຂົາເປັນມືໃໝ່ ແລະ ພວກເຂົາກຳລັງຝຶກຝົນເພື່ອປະຕິບັດວຽກງານ, ສະນັ້ນ, ສິ່ງທີ່ສຳຄັນທີ່ສຸດແມ່ນໃຫ້ພວກເຂົາຮຽນຮູ້ທີ່ຈະກຳແໜ້ນຫຼັກການ. ບາງຄົນອາດຈະເວົ້າວ່າ “ຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າມີຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສູງເກີນໄປບໍ?” ທີ່ຈິງແລ້ວ, ບໍ່ແມ່ນເລີຍ. ການຮຽກຮ້ອງໃຫ້ຜູ້ຄົນກຳແໜ້ນຫຼັກການເປັນຂໍ້ກຳນົດທີ່ສູງໄດ້ແນວໃດ? ຄົນເຮົາຈະສາມາດປະຕິບັດວຽກງານຄຣິສຕະຈັກໃຫ້ດີໄດ້ແນວໃດ ຖ້າພວກເຂົາບໍ່ສາມາດກຳແໜ້ນຫຼັກການໄດ້? ຄົນເຮົາຈະສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ແນວໃດ ຖ້າພວກເຂົາຈັດການເລື່ອງຕ່າງໆໂດຍບໍ່ມີຫຼັກການ? ການກຳແໜ້ນຫຼັກການແມ່ນຂໍ້ກຳນົດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ບໍ່ແມ່ນສຳລັບຄົນທຳມະດາ; ຖ້າຄົນໃດຄົນໜຶ່ງບໍ່ສາມາດກຳແໜ້ນຫຼັກການໄດ້, ແລ້ວພວກເຂົາກໍຈະບໍ່ສາມາດເຮັດວຽກງານໃຫ້ດີໄດ້. ຄົນທີ່ຂາດຄວາມສາມາດຫຼາຍເກີນໄປຈະບໍ່ບັນລຸຫຼັກການ, ເຮືອນຂອງພຣະເຈົ້າຈະບໍ່ບົ່ມເພາະພວກເຂົາ ແລະ ພວກເຂົາກໍບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາເຊັ່ນກັນ. ບາງຄົນຮູ້ສຶກຢູ່ສະເໝີວ່າມັນເປັນເລື່ອງຍາກທີ່ຈະເປັນຜູ້ນໍາ ແລະ ມີສອງເຫດຜົນສຳລັບເລື່ອງນີ້: ເຫດຜົນທີໜຶ່ງແມ່ນພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ ແລະ ບໍ່ສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາ; ເຫດຜົນອີກຢ່າງໜຶ່ງແມ່ນພວກເຂົາຂາດຄວາມສາມາດ, ພວກເຂົາບໍ່ຮູ້ວ່າມັນໝາຍຄວາມວ່າແນວໃດໃນການເຮັດວຽກ, ພວກເຂົາບໍ່ສາມາດອະທິບາຍຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດສຳລັບວຽກງານຢ່າງຊັດເຈນໄດ້ ແລະ ພວກເຂົາບໍ່ສາມາດແມ່ນແຕ່ເວົ້າຫຼັກຄຳສອນຢ່າງຊັດເຈນໄດ້. ຄົນແບບນີ້ບໍ່ເໝາະສົມທີ່ຈະເປັນຜູ້ນໍາ. ສົມມຸດວ່າຄວາມສາມາດຂອງຄົນໃດຄົນໜຶ່ງຕໍ່າເກີນໄປ, ພວກເຂົາບໍ່ຮູ້ວິທີເຮັດວຽກ ແລະ ພວກເຂົາບໍ່ມີປະສິດທິພາບເລີຍໃນການປະຕິບັດໜ້າທີ່ຂອງພວກເຂົາ, ນັ້ນກໍຄື ພວກເຂົາໃຊ້ເວລາຫຼາຍມື້ເພື່ອເຮັດວຽກທີ່ຄວນຈະໃຊ້ເວລາພຽງມື້ດຽວ ແລະ ໃຊ້ເວລາຫົກເດືອນເພື່ອເຮັດວຽກທີ່ຄວນຈະໃຊ້ເວລາພຽງເດືອນດຽວ, ຄົນດັ່ງກ່າວແມ່ນຄົນໄຮ້ປະໂຫຍດ, ພວກເຂົາເປັນຄົນບໍ່ໄດ້ເລື່ອງ. ຄົນທີ່ຄວາມສາມາດຂອງພວກເຂົາຕໍ່າເກີນໄປບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ດີ. ການທີ່ເຮົາມີຂໍ້ກຳນົດເຫຼົ່ານີ້ຕໍ່ຜູ້ຄົນແມ່ນທັງຍຸຕິທຳ ແລະ ສົມເຫດສົມຜົນ ແລະ ມັນກໍເປັນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດບັນລຸໄດ້. ບາງຄົນຮູ້ສຶກວ່າຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າວາງອອກນັ້ນສູງເກີນໄປ, ນີ້ສະແດງໃຫ້ເຫັນວ່າຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ພວກເຂົາບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຂົາຄວນຮັບຜິດຊອບ ແລະ ລາອອກ. ເຈົ້າບໍ່ມີຄວາມສາມາດພຽງພໍທີ່ຈະຮັບຜິດຊອບໜ້າທີ່ຂອງຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຈົ້າກໍບໍ່ເໝາະສົມທີ່ຈະເປັນ, ສະນັ້ນ, ເຖິງແມ່ນວ່າເຈົ້າຈະເປັນຜູ້ນໍາ, ເຈົ້າກໍເປັນຜູ້ນໍາປອມ. ຖ້າເຈົ້າບໍ່ສາມາດແມ່ນແຕ່ເຮັດວຽກງານພຽງຢ່າງດຽວໃຫ້ດີໄດ້, ເຈົ້າຈະສາມາດເບິ່ງແຍງວຽກງານອື່ນໃນເວລາດຽວກັນໄດ້ແນວໃດ? ຄົນທີ່ຄວາມສາມາດຂອງພວກເຂົາຕໍ່າເກີນໄປສົມຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກບໍ? ຖ້າພວກເຂົາແມ່ນແຕ່ບໍ່ດີເທົ່າໝາເຝົ້າບ້ານໂຕໜຶ່ງ, ແລ້ວພວກເຂົາກໍບໍ່ສົມຄວນທີ່ຈະຖືກເອີ້ນວ່າເປັນມະນຸດ. ເມື່ອໝາເຝົ້າບ້ານ, ມັນບໍ່ພຽງແຕ່ເຝົ້າເດີ່ນໜ້າບ້ານ, ເດີ່ນຫຼັງບ້ານ ແລະ ສວນຜັກເທົ່ານັ້ນ, ແຕ່ມັນຍັງສາມາດເຝົ້າໄກ່, ຫ່ານ ແລະ ແກະຂອງບ້ານໄດ້ອີກດ້ວຍ. ທັນທີທີ່ມັນພົບຄົນແປກໜ້າເຂົ້າມາໃກ້, ມັນກໍຈະເຫົ່າ, ມັນຈະບໍ່ຍອມໃຫ້ໃຜເຂົ້າໄປໃນເດີ່ນບ້ານ ແລະ ມັນກໍຮູ້ຈັກເຕືອນເຈົ້າຂອງຂອງມັນໃຫ້ຮູ້ເຖິງການມາຂອງຄົນແປກໜ້າ. ແມ່ນແຕ່ສະໝອງຂອງໝາກໍບໍ່ທຳມະດາ. ຖ້າຄວາມສາມາດຂອງຄົນໃດຄົນໜຶ່ງຕໍ່າເກີນໄປ ແລະ ພວກເຂົາບໍ່ສາມາດແມ່ນແຕ່ຖືກປຽບທຽບກັບໝາໂຕໜຶ່ງໄດ້, ຄົນປະເພດນັ້ນບໍ່ແມ່ນຄົນໄຮ້ປະໂຫຍດບໍ? ບາງຄົນຮັກຄວາມສະໜຸກສະບາຍ ແລະ ກຽດຊັງການເຮັດວຽກ, ເປັນຄົນຂີ້ຄ້ານມັກກິນ ແລະ ພວກເຂົາຕ້ອງການເກາະກິນເຮືອນຂອງພຣະເຈົ້າໂດຍບໍ່ເຮັດຫຍັງເລີຍ, ພວກເຂົາບໍ່ແມ່ນແມ່ກາຝາກບໍ? ໂດຍການຮຽກຮ້ອງໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຈັດການເລື່ອງຕ່າງໆດ້ວຍຫຼັກການ, ເຮືອນຂອງພຣະເຈົ້າກຳລັງບົ່ມເພາະ ແລະ ຝຶກຝົນພວກເຂົາໃຫ້ສາມາດປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງໃນການປະຕິບັດໜ້າທີ່ຂອງພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນສາມາດສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ, ຄົນເຫຼົ່ານີ້ລ້ວນແຕ່ໄດ້ຮັບພອນຈາກພຣະເຈົ້າ. ຜູ້ທີ່ຮັກຄວາມສະໜຸກສະບາຍ ແລະ ກຽດຊັງການເຮັດວຽກ ແລະ ຜູ້ທີ່ບໍ່ເຮັດຫຍັງທີ່ເປັນຈິງເປັນຈັງເລີຍຕ້ອງຖືກກຳຈັດ. ຄົນໄຮ້ປະໂຫຍດທັງໝົດທີ່ຢາກໄດ້ຄວາມສະດວກສະບາຍ, ຜູ້ທີ່ຢ້ານຄວາມລຳບາກ ແລະ ຄວາມເມື່ອຍລ້າ, ຜູ້ທີ່ຈົ່ມວ່າກ່ຽວກັບຄວາມລຳບາກ ແລະ ຄວາມຫຍຸ້ງຍາກຢູ່ສະເໝີ ແລະ ບໍ່ສາມາດອົດທົນກັບຄວາມລຳບາກໄດ້ເລີຍຕ້ອງຖືກກຳຈັດ, ຈະບໍ່ໃຫ້ເຫຼືອແມ່ນແຕ່ຄົນດຽວ! ຖ້າເມື່ອຜູ້ນໍາ ແລະ ຜູ້ເຮັດວຽກເລີ່ມຕົ້ນວຽກງານຂອງພວກເຂົາ, ພວກເຂົາປະເຊີນກັບຄວາມຫຍຸ້ງຍາກຕ່າງໆ, ພວກເຂົາຄວນຊອກຫາທີ່ມາຂອງບັນຫາ ແລະ ຈາກນັ້ນກໍຊຳລະລ້າງພວກຕົວສ້າງບັນຫາທີ່ມັກຂັດຂວາງ ແລະ ບໍ່ມີເຫດຜົນເຫຼົ່ານັ້ນອອກໄປ, ເຊິ່ງກໍຄືສິ່ງທີ່ເຮັດໃຫ້ສະດຸດ ແລະ ສິ່ງກີດຂວາງເຫຼົ່ານັ້ນ. ເມື່ອຜູ້ທີ່ຍັງເຫຼືອຢູ່ລ້ວນແຕ່ເປັນຜູ້ທີ່ສາມາດຮັບເອົາຄວາມຈິງ, ເຊື່ອຟັງ ແລະ ອ່ອນນ້ອມ, ມັນກໍຈະງ່າຍຂຶ້ນຫຼາຍທີ່ຈະນໍາພາພວກເຂົາ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກ, ກ່ອນອື່ນພວກເຂົາຄວນໂອ້ລົມກ່ຽວກັບຄວາມຈິງຢ່າງຊັດເຈນ ເພື່ອໃຫ້ຜູ້ຄົນມີເສັ້ນທາງທີ່ຈະກ້າວໄປຂ້າງໜ້າຫຼັງຈາກທີ່ໄດ້ຟັງພວກເຂົາ. ພວກເຂົາບໍ່ຄວນເວົ້າຫຼັກຄຳສອນ, ຮ້ອງຄຳຂວັນ ແລະ ຍິ່ງໄປກວ່ານັ້ນ ບໍ່ຄວນບັງຄັບໃຫ້ຜູ້ຄົນຮັບຟັງ ແລະ ເຊື່ອຟັງພວກເຂົາ ແລະ ປະຕິບັດ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກໂອ້ລົມກ່ຽວກັບຄວາມຈິງຢ່າງຊັດເຈນ, ແລ້ວຄົນສ່ວນໃຫຍ່ກໍຈະເຕັມໃຈທີ່ຈະນຳໄປປະຕິບັດ. ມັນເປັນເລື່ອງທີ່ໜ້າເປັນຫ່ວງ ຖ້າຜູ້ນໍາ ແລະ ຜູ້ເຮັດວຽກອະທິບາຍບໍ່ແຈ່ມແຈ້ງ ແຕ່ຍັງຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງປະຕິບັດ ແລະ ອ້າຍເອື້ອຍນ້ອງກໍບໍ່ຮູ້ວິທີປະຕິບັດ ແລະ ບໍ່ສາມາດຊອກຫາເສັ້ນທາງແຫ່ງການປະຕິບັດໄດ້, ສິ່ງນີ້ຈະສົ່ງຜົນກະທົບຕໍ່ຜົນໄດ້ຮັບຂອງວຽກງານ. ຕາບໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດອະທິບາຍຢ່າງແຈ່ມແຈ້ງ ແລະ ໂອ້ລົມຢ່າງຊັດເຈນກ່ຽວກັບຫຼັກການຄວາມຈິງທີ່ກ່ຽວຂ້ອງໃນວຽກງານສະເພາະທຸກປະເພດ, ແລ້ວຄົນສ່ວນໃຫຍ່ກໍຈະເຂົ້າໃຈ ແລະ ມີເຫດຜົນ ແລະ ພວກເຂົາກໍຈະເຕັມໃຈທີ່ຈະເຮັດສ່ວນຂອງພວກເຂົາ. ທຸກຄົນເຕັມໃຈທີ່ຈະຟັງຄົນໃດຄົນໜຶ່ງ ຖ້າສິ່ງທີ່ພວກເຂົາເວົ້ານັ້ນຖືກຕ້ອງ, ສອດຄ່ອງກັບຄວາມຈິງ ແລະ ເປັນປະໂຫຍດຕໍ່ວຽກງານຄຣິສຕະຈັກ ແລະ ຕໍ່ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ. ເຖິງຢ່າງໃດກໍຕາມ, ມີສະຖານະການໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເທົ່ານັ້ນ ແລະ ເມື່ອມີຄົນຖາມພວກເຂົາກ່ຽວກັບເສັ້ນທາງແຫ່ງການປະຕິບັດທີ່ສະເພາະ, ພວກເຂົາກໍບໍ່ສາມາດອະທິບາຍໄດ້ ແລະ ແທນທີ່ຈະເຮັດແນວນັ້ນ ພວກເຂົາກໍເວົ້າຫຼັກຄຳສອນທີ່ຟັງແລ້ວສູງສົ່ງບາງຢ່າງ ແລະ ຮ້ອງຄຳຂວັນບາງຢ່າງ, ແລ້ວກໍໄລ່ສົ່ງຄົນນັ້ນໄປ. ຄົນນັ້ນບໍ່ຍອມຮັບໃນໃຈ ແລະ ພວກເຂົາຄິດວ່າ “ເຈົ້າກຳລັງຂໍໃຫ້ຂ້ອຍໄປປະຕິບັດສິ່ງນີ້ ແຕ່ເຈົ້າບໍ່ໄດ້ອະທິບາຍມັນຢ່າງຊັດເຈນ, ແລ້ວຂ້ອຍຈະປະຕິບັດມັນໄດ້ແນວໃດ? ຂ້ອຍບໍ່ມີເສັ້ນທາງທີ່ຈະເຮັດຕາມ! ຂ້ອຍຖາມເຈົ້າຍ້ອນວ່າຂ້ອຍບໍ່ເຂົ້າໃຈ, ແຕ່ປະກົດວ່າເຈົ້າກໍບໍ່ເຂົ້າໃຈຄືກັນ ແລະ ຮູ້ພຽງແຕ່ວິທີເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ. ເຈົ້າກໍບໍ່ໄດ້ດີໄປກວ່າຂ້ອຍເລີຍ. ເປັນຫຍັງຂ້ອຍຄວນເຊື່ອຟັງເຈົ້າ? ຂ້ອຍເຊື່ອຟັງຄວາມຈິງ, ບໍ່ແມ່ນເຈົ້າທີ່ເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ!” ສະຖານະການປະເພດນີ້ກໍເກີດຂຶ້ນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດຫຼີກລ່ຽງການເວົ້າຫຼັກຄຳສອນທີ່ວ່າງເປົ່າ, ເວົ້າຢ່າງເປັນຈິງ ແລະ ໂອ້ລົມກ່ຽວກັບຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ, ແລ້ວຄົນສ່ວນໃຫຍ່ກໍຈະສາມາດເຊື່ອຟັງໄດ້. ສະນັ້ນ, ວຽກງານຂອງຄຣິສຕະຈັກທີ່ຈິງແລ້ວກໍເຮັດງ່າຍ; ຕາບໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງຈິງຈັງ, ຍຶດໝັ້ນໃນຕຳແໜ່ງວຽກຂອງຕົນ ແລະ ເຂົ້າຮ່ວມກັບວຽກງານສະເພາະ, ແລ້ວພວກເຂົາກໍຈະສາມາດເຮັດວຽກໄດ້ດີຢ່າງແນ່ນອນ. ສິ່ງທີ່ໜ້າເປັນຫ່ວງກໍຄື ຖ້າຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ຮັບຜິດຊອບບໍ່ມີຄວາມຮັບຜິດຊອບ ແລະ ວາງທ່າເໜືອຄົນອື່ນ, ຮູ້ພຽງແຕ່ວິທີເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ ແລະ ບໍ່ເຂົ້າຮ່ວມໃນວຽກງານສະເພາະຢູ່ສະຖານທີ່ຈິງ, ແລ້ວກໍຈະມີບັນຫາໃນວຽກງານຢ່າງແນ່ນອນ. ນີ້ກໍເພາະວ່າຄົນທີ່ຢູ່ຂັ້ນລຸ່ມບໍ່ສາມາດເບິ່ງທະລຸເລື່ອງປະເພດນີ້ໄດ້, ພວກເຂົາຕ້ອງການຄົນທີ່ຈະມາຊີ້ທາງໃຫ້ພວກເຂົາ, ພວກເຂົາຕ້ອງການເສົາຄ້ຳທີ່ໝັ້ນຄົງ, ພວກເຂົາຕ້ອງການຄົນທີ່ຈະນໍາພາພວກເຂົາດ້ວຍຕົນເອງ ແລະ ບອກພວກເຂົາວ່າຈະຕ້ອງເຮັດຫຍັງ, ພວກເຂົາຕ້ອງການຄົນທີ່ຈະມາໃຫ້ການຄວບຄຸມດູແລ ແລະ ດຳເນີນການກວດກາ, ຖ້າບໍ່ດັ່ງນັ້ນ ວຽກງານກໍຈະບໍ່ຖືກຈັດຕັ້ງປະຕິບັດ. ຖ້າເຈົ້າຄາດຫວັງວ່າເຈົ້າພຽງແຕ່ສາມາດຮ້ອງຫຼັກຄຳສອນ ແລະ ຄຳຂວັນສອງສາມຂໍ້ຈາກຕຳແໜ່ງທີ່ມີສະຖານະ, ແລ້ວຄົນທີ່ຢູ່ຂັ້ນລຸ່ມກໍຈະລົງມືເຮັດ ແລະ ເຮັດຕາມທີ່ເຈົ້າເວົ້າ, ກໍຝັນໄປສາ. ຄົນທີ່ຢູ່ຂັ້ນລຸ່ມກໍຄືກັບເຄື່ອງຈັກ: ຖ້າບໍ່ມີໃຜຕິດຈັກພວກເຂົາ, ພວກເຂົາກໍຈະບໍ່ລົງມືເຮັດ. ຖ້າຜູ້ທີ່ຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແມ່ນແຕ່ເບິ່ງທະລຸເລື່ອງນີ້ໄດ້, ແລ້ວພວກເຂົາກໍຂາດວິໄສທັດຫຼາຍເກີນໄປ! ເມື່ອຜູ້ນໍາປອມເຮັດວຽກ, ພວກເຂົາບໍ່ສາມາດເບິ່ງທະລຸສິ່ງໃດໄດ້ເລີຍ. ພວກເຂົາບໍ່ຮູ້ວ່າວຽກງານໃດສຳຄັນ ແລະ ວຽກງານໃດເປັນວຽກງານທົ່ວໄປ ແລະ ພວກເຂົາກໍບໍ່ສາມາດຈັດລຳດັບວຽກງານຕາມຄວາມສຳຄັນ ແລະ ຄວາມຮີບດ່ວນໄດ້. ບໍ່ວ່າພວກເຂົາຈະເຮັດຫຍັງ, ພວກເຂົາກໍບໍ່ມີຫຼັກການ, ພວກເຂົາບໍ່ສາມາດອະທິບາຍເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນໄດ້ ແລະ ພວກເຂົາພຽງແຕ່ເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ, ໂດຍເວົ້າພຽງແຕ່ບາງສິ່ງທີ່ບໍ່ສາມາດປະຕິບັດໄດ້ຈິງ. ຜົນທີ່ຕາມມາກໍຄື ພວກເຂົາບໍ່ສາມາດເຮັດວຽກງານໃດໆໄດ້ເລີຍ ແລະ ສາມາດຖືກກຳຈັດເທົ່ານັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮູ້ວິທີຈັດແຈງ ແລະ ຈັດຕັ້ງປະຕິບັດວຽກງານ ແລະ ພວກເຂົາຕ້ອງຮູ້ວິທີກວດກາ ແລະ ຊີ້ນໍາວຽກງານ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນດ້ວຍຕົນເອງ. ມີພຽງແຕ່ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ເທົ່ານັ້ນທີ່ສາມາດເຮັດວຽກງານທີ່ແທ້ຈິງ ແລະ ເຮັດໃຫ້ຜູ້ຄົນເຊື່ອໝັ້ນຢ່າງສົມບູນໄດ້. ຖ້າຜູ້ນໍາຄົນໜຶ່ງບໍ່ສາມາດຊີ້ນໍາວຽກງານ ຫຼື ຄົ້ນພົບ ແລະ ແກ້ໄຂບັນຫາໄດ້, ຖ້າພວກເຂົາຮູ້ພຽງແຕ່ສັ່ງສອນ ແລະ ລິຮານຄົນອື່ນຢ່າງຕໍ່ເນື່ອງ ແລະ ພວກເຂົາກໍຕຳໜິຄົນອື່ນເມື່ອພວກເຂົາເອງເຮັດສິ່ງຕ່າງໆຜິດພາດ, ແລ້ວນີ້ກໍຄືການເປັນຜູ້ນໍາທີ່ບໍ່ມີຄວາມສາມາດ. ຜູ້ນໍາດັ່ງກ່າວເປັນຄົນໄຮ້ປະໂຫຍດ, ພວກເຂົາເປັນຜູ້ນໍາປອມ ແລະ ພວກເຂົາຕ້ອງຖືກກຳຈັດ. ຖ້າເຈົ້າບໍ່ຮູ້ວິທີເຮັດວຽກງານສະເພາະບາງຢ່າງ, ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງຊອກຫາຄົນທີ່ເໝາະສົມສອງຄົນມາເປັນຜູ້ຊ່ວຍຂອງເຈົ້າ ເພື່ອຊ່ວຍເຈົ້າເຮັດວຽກງານສະເພາະນີ້ໃຫ້ດີ ແລະ ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງຈັດການ ແລະ ກຳຈັດຄົນທີ່ຂັດຂວາງທີ່ສ້າງຄວາມລົບກວນອອກໄປກ່ອນ. ນີ້ບໍ່ແມ່ນການສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເຮັດວຽກງານນີ້ໃຫ້ດີບໍ? ຖ້າເມື່ອເຈົ້າພົບຄົນທີ່ສາມາດເຮັດບາງສິ່ງບາງຢ່າງທີ່ເປັນຈິງເປັນຈັງໄດ້, ເຈົ້າກໍສົ່ງເສີມພວກເຂົາທັນທີ ແລະ ຖ້າເຈົ້າຈັດການ ແລະ ກຳຈັດຜູ້ທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງອອກໄປທັນທີ, ແລ້ວກໍຈະມີຄວາມຫຍຸ້ງຍາກໜ້ອຍລົງຫຼາຍ ເມື່ອເຈົ້າສືບຕໍ່ເຮັດວຽກງານນີ້. ຜູ້ນໍາທີ່ຂາດຄວາມສາມາດຫຼາຍເກີນໄປບໍ່ສາມາດເຮັດວຽກແບບນີ້ໄດ້. ພວກເຂົາຢ້ານທີ່ຈະເຮັດໃຫ້ຄົນອື່ນຜິດໃຈ ແລະ ເມື່ອພວກເຂົາເຫັນຄົນຊົ່ວຮ້າຍທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຢ່າງຕໍ່ເນື່ອງ, ພວກເຂົາກໍບໍ່ຈັດການພວກເຂົາ. ພວກເຂົາຍັງບໍ່ສາມາດບອກໄດ້ວ່າໃຜມີຄວາມສາມາດໃນການເຮັດບາງສິ່ງບາງຢ່າງທີ່ເປັນຈິງເປັນຈັງໄດ້ອີກດ້ວຍ ແລະ ພວກເຂົາກໍບໍ່ຮູ້ວ່າໃຜເໝາະສົມທີ່ຈະສົ່ງເສີມໃຫ້ຮັບຜິດຊອບວຽກງານ. ຜູ້ນໍາແບບນີ້ເປັນຄົນຕາບອດ ແລະ ພວກເຂົາບໍ່ມີຄວາມສາມາດໃນການປະຕິບັດວຽກງານຂອງພວກເຂົາ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຂົ້າໃຈຄວາມຈິງ ຫຼື ທັກສະວິຊາຊີບ, ພວກເຂົາກໍຈະເຮັດວຽກງານຂອງພວກເຂົາໄດ້ບໍ່ດີ, ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຝຶກຝົນເພື່ອເຮັດວຽກງານທີ່ແທ້ຈິງເລື້ອຍໆ. ຕາບໃດທີ່ພວກເຂົາກຳແໜ້ນຫຼັກການ, ຮູ້ວິທີຈັດລຳດັບວຽກງານຕາມຄວາມສຳຄັນ ແລະ ຄວາມຮີບດ່ວນ ແລະ ຮູ້ວິທີຊັ່ງຊາຂໍ້ດີຂໍ້ເສຍ, ແລ້ວພວກເຂົາກໍສາມາດເຮັດວຽກງານຂອງພວກເຂົາໃຫ້ດີໄດ້ ແລະ ກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ.
ໃນເມື່ອເຮົາໄດ້ໂອ້ລົມກ່ຽວກັບເນື້ອໃນຂອງການສື່ສານ, ການມອບໝາຍ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງຖືກຕ້ອງຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າແລ້ວ, ຕອນນີ້ພວກເຈົ້າທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມເຂົ້າໃຈພື້ນຖານບາງຢ່າງກ່ຽວກັບວິທີເຂົ້າຫາ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວບໍ? ແລ້ວຕອນນີ້ພວກເຈົ້າມີຄວາມເຂົ້າໃຈສະເພາະບາງຢ່າງກ່ຽວກັບຄວາມຮັບຜິດຊອບ ແລະ ພັນທະທີ່ພວກເຈົ້າຄວນບັນລຸເມື່ອຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວບໍ? (ມີແລ້ວ.) ໃນເມື່ອພວກເຈົ້າມີຄວາມເຂົ້າໃຈສະເພາະນີ້ແລ້ວ, ເຈົ້າຄວນພິຈາລະນາວ່າເຈົ້າຄວນເຮັດຫຍັງ ແລະ ເຈົ້າສາມາດເຮັດມັນໄດ້ໃນລະດັບໃດ ແລະ ຈາກນັ້ນເຈົ້າກໍຄວນຈະສາມາດຕັດສິນໄດ້ວ່າເຈົ້າມີຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ບໍ່ ແລະ ເຈົ້າເໝາະສົມກັບວຽກງານຜູ້ນໍາ ຫຼື ບໍ່. ສ່ວນຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ມີຄວາມສາມາດຕໍ່າ ແລະ ບໍ່ເຮັດວຽກງານທີ່ແທ້ຈິງ, ນັ້ນກໍຄື ຜູ້ທີ່ພວກເຮົາເອີ້ນວ່າຜູ້ນໍາປອມ, ເມື່ອພວກເຂົາເຂົ້າໃຈເນື້ອໃນສະເພາະຂອງຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ, ພວກເຂົາຄວນເຮັດແນວໃດ? ບາງຄົນເວົ້າວ່າ “ກ່ອນໜ້ານີ້ຂ້ອຍບໍ່ໄດ້ເຂົ້າໃຈຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກຢ່າງແທ້ຈິງ ແລະ ຫຼັງຈາກທີ່ຂ້ອຍໄດ້ເປັນຜູ້ນໍາ, ຂ້ອຍພຽງແຕ່ເພິ່ງພາແນວຄິດ ແລະ ຈິນຕະນາການຂອງຂ້ອຍເພື່ອເຮັດວຽກງານບາງຢ່າງເພື່ອເອົາໜ້າ ແລະ ຂ້ອຍຄິດວ່າເພາະວ່າຂ້ອຍມີຄວາມກະຕືລືລົ້ນ ແລະ ເຕັມໃຈທີ່ຈະອົດທົນກັບຄວາມທົນທຸກ, ຂ້ອຍກໍຄົງຈະເປັນຜູ້ນໍາທີ່ໄດ້ມາດຕະຖານແລ້ວ. ພໍໄດ້ຟັງພຣະເຈົ້າໂອ້ລົມແບບນີ້ ຂ້ອຍເຖິງກັບຕົກຕະລຶງ. ປະກົດວ່າຂ້ອຍເປັນຜູ້ນໍາປອມ, ຄວາມສາມາດຂອງຂ້ອຍຕໍ່າເກີນໄປ ແລະ ຂ້ອຍບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້. ຂ້ອຍບໍ່ສາມາດແມ່ນແຕ່ຈະຈັດຕັ້ງປະຕິບັດການຈັດແຈງວຽກງານສະເພາະພຽງຢ່າງດຽວຂອງເຮືອນຂອງພຣະເຈົ້າໄດ້. ຂ້ອຍເຄີຍຄິດວ່າການອ່ານການຈັດແຈງວຽກງານຫຼາຍໆຄັ້ງ, ສົ່ງຕໍ່ໃຫ້ທຸກຄົນ ແລະ ຈາກນັ້ນກໍຊຸກຍູ້ ແລະ ກວດກາຄົນທີ່ຢູ່ຂັ້ນລຸ່ມໃນຂະນະທີ່ພວກເຂົາເຮັດວຽກນັ້ນ, ໝາຍຄວາມວ່າຂ້ອຍກຳລັງຈັດຕັ້ງປະຕິບັດການຈັດແຈງວຽກງານນັ້ນ. ຫຼັງຈາກຜ່ານໄປໄລຍະໜຶ່ງ, ຂ້ອຍກໍຄົ້ນພົບວ່າວຽກງານນັ້ນບໍ່ໄດ້ຖືກເຮັດເປັນຢ່າງດີ ແລະ ວຽກງານສະເພາະຫຼາຍຢ່າງກໍຖືກເມີນເສີຍ ແລະ ເມື່ອນັ້ນເອງຂ້ອຍຈຶ່ງຮັບຮູ້ວ່າຄວາມສາມາດຂອງຂ້ອຍຂາດເຂີນຫຼາຍແທ້ໆ ແລະ ຂ້ອຍບໍ່ແມ່ນຄົນທີ່ຈະເປັນຜູ້ນໍາໄດ້”. ແລ້ວຄົນແບບນີ້ຄວນເຮັດແນວໃດ? ມັນຈະເປັນຫຍັງບໍ ຖ້າພວກເຂົາປະຖິ້ມວຽກງານຂອງພວກເຂົາ? (ບໍ່.) ແລ້ວມີວິທີແກ້ໄຂບັນຫານີ້ບໍ? ຫຼື ບັນຫານີ້ແກ້ໄຂບໍ່ໄດ້? (ບໍ່, ບໍ່ແມ່ນວ່າແກ້ໄຂບໍ່ໄດ້. ຄົນເຫຼົ່ານັ້ນຕ້ອງພະຍາຍາມເຮັດໃຫ້ດີຂຶ້ນຕາມຂໍ້ກຳນົດຂອງພຣະເຈົ້າ.) ນີ້ຄືມຸມມອງທີ່ເປັນບວກ ແລະ ກະຕືລືລົ້ນ; ມັນເປັນມຸມມອງທີ່ດີຫຼາຍ. ພວກເຂົາຄວນພະຍາຍາມເຮັດໃຫ້ດີຂຶ້ນຕາມຂໍ້ກຳນົດຂອງພຣະເຈົ້າ, ມີຄວາມເຊື່ອ ແລະ ເພິ່ງພາພຣະເຈົ້າ ແລະ ບໍ່ຄິດລົບ ຫຼື ປະຖິ້ມວຽກງານຂອງພວກເຂົາ, ນີ້ຄືວິທີແກ້ໄຂທີໜຶ່ງ. ມັນເປັນວິທີແກ້ໄຂທີ່ດີບໍ? (ດີ.) ແຕ່ມັນເປັນວິທີແກ້ໄຂພຽງຢ່າງດຽວບໍ? (ບໍ່, ບໍ່ແມ່ນ. ຖ້າຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້ແທ້ໆ, ແລ້ວພວກເຂົາກໍສາມາດຮັບຜິດຊອບຕໍ່ສິ່ງນີ້ ແລະ ລາອອກຈາກຕຳແໜ່ງຂອງພວກເຂົາ.) ນີ້ຄືວິທີແກ້ໄຂທີສອງ. ຖ້າພວກເຂົາໄດ້ພະຍາຍາມມາກ່ອນ ແລະ ຮູ້ສຶກວ່າບໍ່ສາມາດເຮັດວຽກງານຜູ້ນໍາໄດ້, ກ່າວຄື ຖ້າມັນເປັນວຽກງານທີ່ໜັກໜ່ວງ ແລະ ລຳບາກສຳລັບພວກເຂົາ, ຈົນເຮັດໃຫ້ພວກເຂົາຮູ້ສຶກກະວົນກະວາຍໃຈ, ນອນບໍ່ຫຼັບ, ທຸກມື້ຮູ້ສຶກຄືກັບຖືກພູເຂົາໃຫຍ່ກົດທັບຈົນຍົກຫົວບໍ່ຂຶ້ນ ຫຼື ຫາຍໃຈບໍ່ອອກ, ແມ່ນແຕ່ຮູ້ສຶກວ່າຂາໜັກຈົນຍ່າງລຳບາກ ແລະ ຫຼັງຈາກທີ່ໄດ້ຟັງຂໍ້ກຳນົດສະເພາະເຫຼົ່ານີ້ແລ້ວກໍຍິ່ງຮູ້ສຶກວ່າຄວາມສາມາດຂອງຕົນຕໍ່າເກີນໄປ ແລະ ບໍ່ສາມາດເຮັດວຽກໄດ້ຢ່າງແທ້ຈິງ, ພວກເຂົາຄວນເຮັດແນວໃດ? ມີສິ່ງໜຶ່ງທີ່ພວກເຂົາສາມາດເຮັດໄດ້, ນັ້ນກໍຄືການລາອອກທັນທີ. ຖ້າພວກເຂົາບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້, ພວກເຂົາກໍບໍ່ຄວນສົ່ງຜົນກະທົບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ນີ້ຄືເຫດຜົນທີ່ພວກເຂົາຄວນມີ. ພວກເຂົາບໍ່ຄວນບັງຄັບຕົນເອງເກີນຂີດຈຳກັດຢ່າງຫຼັບຫູຫຼັບຕາ, ຢືນຢັນທີ່ຈະພະຍາຍາມເຮັດບາງສິ່ງທີ່ເກີນຄວາມສາມາດຂອງຕົນ ຫຼື ເຮັດສິ່ງທີ່ໂງ່ຈ້າ. ມີພຽງແຕ່ຜູ້ທີ່ລະເວັ້ນຈາກການເຮັດສິ່ງເຫຼົ່ານີ້ເທົ່ານັ້ນທີ່ມີເຫດຜົນ. ຄົນທີ່ມີເຫດຜົນຈະມີການຮູ້ຈັກຕົນເອງ; ພວກເຂົາຮູ້ແຈ້ງກ່ຽວກັບຂີດຄວາມສາມາດຂອງຕົນເອງ ແລະ ພວກເຂົາກໍຮູ້ຈັກຂໍ້ບົກພ່ອງຂອງຕົນເອງ. ມີພຽງແຕ່ເມື່ອຜູ້ຄົນຮູ້ຈັກປະເມີນຕົນເອງຢ່າງຊັດເຈນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດເຂົ້າໃຈໄດ້ຢ່າງຖືກຕ້ອງວ່າພວກເຂົາມີຄວາມສາມາດເຮັດຫຍັງ, ບໍ່ມີຄວາມສາມາດເຮັດຫຍັງ ແລະ ເໝາະສົມທີ່ຈະເຮັດຫຍັງທີ່ສຸດ. ເປັນຫຍັງຜູ້ຄົນຕ້ອງຮູ້ຈັກຄວາມສາມາດຂອງຕົນເອງ? ສິ່ງນີ້ຊ່ວຍໃຫ້ພວກເຂົາກຳນົດໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ມັນກໍຊ່ວຍໃຫ້ພວກເຂົາປະຕິບັດໜ້າທີ່ນັ້ນໄດ້ດີເຊັ່ນກັນ. ຖ້າເຈົ້າໄດ້ກວດສອບຕົນເອງແລ້ວ ແລະ ເຫັນວ່າເຈົ້າມີຄວາມສາມາດພຽງເທົ່ານີ້ ແລະ ຮູ້ວ່າເຈົ້າບໍ່ສາມາດເຮັດວຽກງານຜູ້ນໍາໄດ້, ແລ້ວກໍບໍ່ຈຳເປັນທີ່ເຈົ້າຈະຕ້ອງກວດສອບຕົນເອງອີກ ແລະ ພິສູດມັນອີກ. ເຈົ້າຄວນລາອອກທັນທີ, ຢ່າຍຶດຕິດກັບຕຳແໜ່ງຂອງເຈົ້າ ແລະ ປະຕິເສດທີ່ຈະລົງຈາກຕຳແໜ່ງ; ຢ່າສົ່ງຜົນກະທົບ ແລະ ເຮັດໃຫ້ຄົນອື່ນຊັກຊ້າ ໃນຂະນະທີ່ເຈົ້າບໍ່ສາມາດປະຕິບັດວຽກງານສະເພາະໄດ້. ການລາອອກບໍ່ແມ່ນເສັ້ນທາງທີ່ຈະກ້າວໄປຂ້າງໜ້າບໍ? ສອງເສັ້ນທາງນີ້ວາງຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າສາມາດເລືອກເສັ້ນທາງໃດເສັ້ນທາງໜຶ່ງ; ເຈົ້າບໍ່ໄດ້ຂາດເສັ້ນທາງທີ່ຈະກ້າວໄປຂ້າງໜ້າ ແລະ ມັນກໍບໍ່ໄດ້ມີພຽງເສັ້ນທາງດຽວ. ເຈົ້າສາມາດຕັດສິນຢ່າງເປັນຈິງ ແລະ ຖືກຕ້ອງກ່ຽວກັບສະຖານະການຕົວຈິງຂອງເຈົ້າ ໂດຍອີງໃສ່ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຕົນເອງ, ພ້ອມທັງອີງໃສ່ການປະເມີນທີ່ອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງເຈົ້າທີ່ຮູ້ຈັກເຈົ້າໄດ້ເຮັດຕໍ່ເຈົ້າ ແລະ ຈາກນັ້ນກໍເລືອກສິ່ງທີ່ຖືກຕ້ອງ. ເຮືອນຂອງພຣະເຈົ້າຈະບໍ່ເຮັດໃຫ້ເຈົ້າລຳບາກ. ເຈົ້າຄິດແນວໃດກ່ຽວກັບເລື່ອງນີ້? (ມັນດີແລ້ວ.) ບາງຄົນເວົ້າວ່າ “ຂ້ອຍຢາກລອງອີກຄັ້ງ ແລະ ພະຍາຍາມເຮັດໃຫ້ດີຂຶ້ນ. ຂ້ອຍຄິດວ່າຂ້ອຍເຮັດໄດ້. ຂ້ອຍພຽງແຕ່ບໍ່ໄດ້ໃສ່ໃຈໃນການສະແຫວງຫາຄວາມຈິງຫຼາຍໃນຊ່ວງຫຼາຍປີທີ່ຜ່ານມານັ້ນ ແລະ ຫຼັງຈາກທີ່ຂ້ອຍໄດ້ເປັນຜູ້ນໍາ, ຂ້ອຍກໍຍັງບໍ່ຮູ້ວິທີສະແຫວງຫາຄວາມຈິງ ແລະ ເຮັດວຽກແບບສັບສົນ. ຂ້ອຍເຄີຍຄິດວ່າການເປັນຜູ້ນໍາຄຣິສຕະຈັກແມ່ນງ່າຍຫຼາຍ, ທີ່ມັນກ່ຽວຂ້ອງກັບພຽງແຕ່ການຈັດຕັ້ງຜູ້ຄົນໃຫ້ເຂົ້າຮ່ວມການເຕົ້າໂຮມ, ການນໍາພາໃນການໂອ້ລົມກ່ຽວກັບຄວາມຈິງ, ການແກ້ໄຂບັນຫາຢ່າງທັນການເມື່ອມັນເກີດຂຶ້ນ ແລະ ການຈັດຕັ້ງປະຕິບັດການຈັດແຈງໃດໆຈາກເບື້ອງເທິງທັນທີ ແລະ ກໍແລ້ວໄປ. ຂ້ອຍບໍ່ເຄີຍຄິດເລີຍວ່າ ຫຼັງຈາກທີ່ເປັນຜູ້ນໍາໄດ້ໄລຍະໜຶ່ງ, ຂ້ອຍຈະຄົ້ນພົບວ່າມີບັນຫາຫຼາຍຢ່າງທີ່ຂ້ອຍບໍ່ສາມາດແກ້ໄຂໄດ້, ເມື່ອເບື້ອງເທິງຖາມກ່ຽວກັບວຽກງານ, ຂ້ອຍກໍບໍ່ຮູ້ວ່າຈະຕອບແນວໃດ ແລະ ເມື່ອປະຊາກອນທີ່ພຣະເຈົ້າເລືອກບາງຄົນຍົກບັນຫາຕົວຈິງຂຶ້ນມາ, ຂ້ອຍກໍບໍ່ສາມາດໃຫ້ຄຳຕອບໄດ້. ຕະຫຼອດຫຼາຍປີທີ່ອ້າຍເອື້ອຍນ້ອງໄດ້ເຊື່ອໃນພຣະເຈົ້າ, ພວກເຂົາທຸກຄົນລ້ວນແຕ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາຢູ່ເລື້ອຍໆ. ພວກເຂົາທຸກຄົນລ້ວນແຕ່ເຂົ້າໃຈຄວາມຈິງບາງຢ່າງ ແລະ ມີການແຍກແຍະບາງຢ່າງຢ່າງແນ່ນອນ. ຖ້າບໍ່ມີຄວາມເປັນຈິງຄວາມຈິງ, ຂ້ອຍກໍບໍ່ສາມາດຫົດນໍ້າ ຫຼື ລ້ຽງດູພວກເຂົາໄດ້ແທ້ໆ”. ຕອນນີ້ມັນຈະແຈ້ງແລ້ວວ່າມັນບໍ່ແມ່ນເລື່ອງງ່າຍທີ່ຈະປະຕິບັດວຽກງານສະເພາະປະເພດໃດໜຶ່ງໃນເຮືອນຂອງພຣະເຈົ້າໃຫ້ໄດ້ດີ. ໃນດ້ານໜຶ່ງ, ຜູ້ຄົນຕ້ອງມີຄວາມສາມາດ, ໃນຂະນະທີ່ອີກດ້ານໜຶ່ງ, ພວກເຂົາຕ້ອງແບກຮັບພາລະ, ພ້ອມທັງເຂົ້າໃຈຄວາມຈິງ, ສິ່ງທັງໝົດເຫຼົ່ານີ້ແມ່ນຈຳເປັນຢ່າງຍິ່ງ. ມັນຈະບໍ່ໄດ້ຜົນ ຖ້າຄົນໃດຄົນໜຶ່ງບໍ່ສະແຫວງຫາຄວາມຈິງ ຫຼື ຂາດຄວາມສາມາດ ແລະ ມັນກໍຈະບໍ່ໄດ້ຜົນເຊັ່ນກັນ ຖ້າຄົນໃດຄົນໜຶ່ງຂາດຄວາມເປັນມະນຸດ ແລະ ບໍ່ແບກຮັບພາລະ. ວຽກງານສະເພາະຕ້ອງການວິທີການທີ່ສະເພາະ ແລະ ນີ້ກໍບໍ່ແມ່ນເລື່ອງທີ່ງ່າຍດາຍ. ເຖິງຢ່າງໃດກໍຕາມ, ບາງຄົນຍັງບໍ່ເຊື່ອ. ພວກເຂົາຍັງຢາກລອງອີກຄັ້ງ ແລະ ພວກເຂົາກໍຂໍໃຫ້ໄດ້ຮັບໂອກາດອີກຄັ້ງ, ຄົນແບບນີ້ຄວນໄດ້ຮັບໂອກາດອີກຄັ້ງບໍ? ຖ້າຄວາມສາມາດໃນການເຮັດວຽກ ແລະ ຄວາມສາມາດຂອງພວກເຂົາທັງສອງຢູ່ໃນລະດັບປານກາງ, ແຕ່ພວກເຂົາສາມາດປະຕິບັດວຽກງານສະເພາະບາງຢ່າງໄດ້ ແລະ ພວກເຂົາບໍ່ໄດ້ເຮັດແບບພໍແລ້ວມືແລ້ວຕີນ ແລະ ສຸມໃສ່ການແກ້ໄຂບັນຫາເພື່ອບັນລຸຜົນໃນວຽກງານຂອງພວກເຂົາ ແລະ ສາມາດເຊື່ອຟັງ ແລະ ອ່ອນນ້ອມຕໍ່ການຈັດແຈງໃດໆທີ່ເຮັດໂດຍເບື້ອງເທິງ ແລະ ໂດຍພື້ນຖານແລ້ວຈັດຕັ້ງປະຕິບັດວຽກງານຕາມການຈັດແຈງວຽກງານ ແລະ ຫຼັກການທີ່ກຳນົດໄວ້ຂອງເຮືອນຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ປະຕິບັດວຽກງານຂອງພວກເຂົາໄດ້ດີມາກ່ອນ ເພາະວ່າພວກເຂົາຍັງໜຸ່ມ, ບໍ່ເຂົ້າໃຈຄວາມຈິງ ແລະ ມີພື້ນຖານທີ່ຕື້ນເຂີນ, ພວກເຂົາກໍເປັນຄົນທີ່ຖືກຕ້ອງ, ແລ້ວພວກເຂົາກໍຄວນໄດ້ຮັບໂອກາດອີກຄັ້ງ ແລະ ສືບຕໍ່ຝຶກຝົນຕົນເອງ, ຢ່າປົດພວກເຂົາອອກຢ່າງຫຼັບຫູຫຼັບຕາ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະເລືອກຕັ້ງຜູ້ນໍາ ຫຼື ຜູ້ເຮັດວຽກ. ຕອນນີ້, ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ມີຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຮັບຜິດຊອບຂອງພວກເຂົາແລ້ວ ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຈະເຮັດວຽກຂອງພວກເຂົາໄດ້ດີຂຶ້ນກວ່າແຕ່ກ່ອນ, ນີ້ຄືຄວາມຈິງ.
ໃນເມື່ອເຮົາໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງຂອງຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກຈົບແລ້ວ, ເຊິ່ງກໍຄືການໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການຊີ້ແນະ, ການຄວບຄຸມດູແລ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດ, ຕອນນີ້ຫົວໃຈຂອງພວກເຈົ້າທຸກຄົນກໍແຈ້ງສະຫວ່າງ ແລະ ມີເສັ້ນທາງແຫ່ງການປະຕິບັດ. ພວກເຈົ້າບໍ່ພຽງແຕ່ສາມາດບັນລຸໜ້າທີ່ຂອງພວກເຈົ້າໄດ້ໃນຕອນນີ້ ແລະ ມີການເຂົ້າສູ່ຊີວິດເທົ່ານັ້ນ, ແຕ່ພວກເຈົ້າກໍຄວນມີຄວາມຮູ້ ຫຼື ຄວາມສາມາດໃນການແຍກແຍະບາງຢ່າງກ່ຽວກັບຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນກັນ ແລະ ຢ່າງໜ້ອຍທີ່ສຸດກໍບັນລຸຄວາມແຈ່ມແຈ້ງ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸ ແລະ ວຽກງານທີ່ພວກເຂົາຄວນເຮັດ. ສະຫຼຸບແລ້ວ, ການຮູ້ວ່າຜູ້ນໍາ ແລະ ຜູ້ເຮັດວຽກກຳລັງເຮັດວຽກງານທີ່ແທ້ຈິງ ຫຼື ບໍ່ ແມ່ນເປັນປະໂຫຍດຕໍ່ປະຊາກອນທີ່ພຣະເຈົ້າເລືອກທຸກໆຄົນ ແລະ ດ້ວຍວິທີນີ້ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຈະບໍ່ວ່າງເປົ່າອີກຕໍ່ໄປ, ແຕ່ມັນຈະຊັດເຈນ ແລະ ເປັນຮູບປະທຳຫຼາຍຂຶ້ນ.
ວັນທີ 10 ເມສາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?