ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9) ສ່ວນທີ ສາມ
VI. ການຄຸ້ມຄອງຊັບສິນ
ຂໍ້ທີຫົກ, ການຄຸ້ມຄອງຊັບສິນ. ເຖິງແມ່ນວ່າວຽກງານການຄຸ້ມຄອງຊັບສິນຈະບໍ່ມີການຈັດແຈງວຽກງານອອກໃຫ້ເລື້ອຍໆຄືກັບວຽກງານພຣະກິດຕິຄຸນ ຫຼື ວຽກງານວິຊາຊີບປະເພດຕ່າງໆ, ເຮືອນຂອງພຣະເຈົ້າກໍຍັງມີການຈັດແຈງວຽກງານທີ່ສະເພາະເຈາະຈົງສຳລັບວຽກງານນີ້. ການຄຸ້ມຄອງຊັບສິນກວມເອົາຫຍັງແດ່? ມັນກວມເອົາວິທີການເກັບຮັກສາຊັບສິນ, ສະຖານທີ່ເກັບຮັກສາ, ຜູ້ທີ່ຈັດການ ແລະ ວິທີການຈັດສັນ, ຈັດການ ແລະ ເຄື່ອນຍ້າຍຊັບສິນເມື່ອເກີດອັນຕະລາຍ ຫຼື ສະພາບແວດລ້ອມທີ່ບໍ່ເອື້ອອຳນວຍ, ພ້ອມທັງສະຖານະການພິເສດອື່ນໆ. ຄວາມຈິງແລ້ວ ການຈັດແຈງວຽກງານກໍມີຂໍ້ກຳນົດກ່ຽວກັບເລື່ອງທັງໝົດເຫຼົ່ານີ້ ແລະ ເມື່ອເວົ້າເຖິງລາຍການວຽກງານນີ້, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນລໍຖ້າໃຫ້ເບື້ອງເທິງອອກຄຳສັ່ງໂດຍກົງ ຫຼື ອອກການຈັດແຈງວຽກງານ, ແລ້ວຈຶ່ງເລີ່ມຈັດການຊັບສິນແບບຕັ້ງຮັບ. ຖ້າບໍ່ມີການຈັດແຈງວຽກງານໃນທັນທີທີ່ກຳນົດໃຫ້ເຈົ້າຈັດການຊັບສິນໃນທາງທີ່ສະເພາະເຈາະຈົງ ແລະ ໃນສະຖານະການພິເສດ ເມື່ອເຈົ້າບໍ່ຮູ້ວິທີຈັດການຊັບສິນ ແລະ ບໍ່ສາມາດໄດ້ຮັບການຕອບກັບຈາກເບື້ອງເທິງໄດ້ທັນເວລາ, ເຈົ້າຄວນເຮັດແນວໃດ? ຄວາມປອດໄພແມ່ນສິ່ງທີ່ສຳຄັນເປັນອັນດັບທຳອິດ ແລະ ມັນເປັນຄວາມຮັບຜິດຊອບຂອງເຈົ້າທີ່ຈະປົກປັກຮັກສາຊັບສິນຂອງເຮືອນຂອງພຣະເຈົ້າ. ເມື່ອເວົ້າເຖິງໜັງສືພຣະທຳຂອງພຣະເຈົ້າທີ່ເຮືອນຂອງພຣະເຈົ້າພິມ, ພ້ອມທັງເຄື່ອງຈັກ, ສະບຽງອາຫານ, ເງິນ ແລະ ຊັບສິນອື່ນໆທຸກປະເພດ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເກັບຮັກສາສິ່ງທັງໝົດເຫຼົ່ານີ້ໄວ້ໃນສະຖານທີ່ທີ່ປອດໄພຕາມການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ບໍ່ໃຫ້ສິ່ງເຫຼົ່ານີ້ປຽກຊຸ່ມ, ຂຶ້ນລາ ຫຼື ຖືກແມງໄມ້ກັດກິນ, ຍິ່ງໄປກວ່ານັ້ນ ຢ່າປ່ອຍໃຫ້ຄົນຊົ່ວຮ້າຍ ຫຼື ມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາຊັບສິນເຫຼົ່ານັ້ນ. ຍິ່ງໄປກວ່ານັ້ນ, ນອກຈາກການຈັດການຊັບສິນເຫຼົ່ານີ້ຂອງເຮືອນຂອງພຣະເຈົ້າໃຫ້ດີແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຮັກສາຄວາມລັບຢ່າງເຂັ້ມງວດ; ຜູ້ທີ່ບໍ່ກ່ຽວຂ້ອງກັບເລື່ອງເຫຼົ່ານີ້ຕ້ອງບໍ່ໃຫ້ຮູ້ເລື່ອງເຫຼົ່ານີ້ຢ່າງເດັດຂາດ ແລະ ຜູ້ທີ່ຮູ້ເລື່ອງກໍຕ້ອງປິດປາກໃຫ້ແໜ້ນ ແລະ ບໍ່ໃຫ້ເວົ້າແບບຊະຊາຍ. ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານທີ່ສະເພາະເຈາະຈົງກ່ຽວກັບລາຍການວຽກງານນີ້ ແລະ ມັນບໍ່ເໝາະສົມທີ່ຈະອອກໃຫ້ ຫຼື ເປີດເຜີຍບາງສ່ວນເປັນລາຍລັກອັກສອນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຄິດຫາວິທີ ແລະ ແນວທາງທີ່ດີກວ່າໃນການດຳເນີນການຄຸ້ມຄອງຊັບສິນ, ແນ່ນອນວ່າ ໃນຂະນະທີ່ຍຶດໝັ້ນໃນຫຼັກການຂອງການຈັດການ ແລະ ການປົກປັກຮັກສາຊັບສິນຂອງເຮືອນຂອງພຣະເຈົ້າໃຫ້ດີ ເພື່ອປ້ອງກັນບໍ່ໃຫ້ເກີດການສູນເສຍໃດໆ, ພວກເຂົາອາດຈະປຶກສາຫາລືເລື່ອງດັ່ງກ່າວກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆ ແລະ ຕັດສິນໃຈດ້ວຍຕົນເອງ. ນີ້ແມ່ນລາຍການວຽກງານພິເສດ ແລະ ຜູ້ທີ່ປິດປາກບໍ່ແໜ້ນ, ຜູ້ທີ່ຂາດຄວາມຮູ້ສຶກຮັບຜິດຊອບ, ຜູ້ທີ່ມີເຈດຕະນາບໍ່ຖືກຕ້ອງ, ຜູ້ທີ່ຫາກໍເລີ່ມເຊື່ອ ແລະ ບໍ່ມີພື້ນຖານໃນຄວາມເຊື່ອຂອງພວກເຂົາ ແລະ ຜູ້ທີ່ຄອຍຈ້ອງເບິ່ງຊັບສິນຂອງເຮືອນຂອງພຣະເຈົ້າດ້ວຍຄວາມໂລບຢູ່ສະເໝີ, ຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ຮູ້ເລື່ອງນີ້ຢ່າງເດັດຂາດ. ສິ່ງເຫຼົ່ານີ້ບໍ່ສາມາດລະບຸໄວ້ຢ່າງຊັດເຈນໃນການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ດູແລທີ່ໜ້າເຊື່ອຖືບໍ່ຄວນຮັບຮູ້ເລື່ອງນີ້ບໍ? (ແມ່ນແລ້ວ.) ມີສະຖານະການພິເສດຢູ່ບ່ອນນີ້. ສົມມຸດວ່າຜູ້ນໍາທີ່ຖືກເລືອກໃໝ່ໄດ້ເຊື່ອໃນພຣະເຈົ້າມາເປັນເວລາພຽງແຕ່ສາມປີເທົ່ານັ້ນ, ລາວມີຄວາມສາມາດທີ່ດີ, ກະຕືລືລົ້ນຫຼາຍ ແລະ ເບິ່ງຄືວ່າດີຢູ່ພາຍນອກ, ແຕ່ກໍບໍ່ຮູ້ວ່າລັກສະນະຂອງລາວເປັນແນວໃດ, ລາວມີທັດສະນະຕໍ່ຊັບສິນແນວໃດ ຫຼື ລາວເປັນຄົນໂລບມາກ ຫຼື ບໍ່. ສິ່ງເຫຼົ່ານີ້ບໍ່ເປັນທີ່ຮູ້ຈັກ ແລະ ບໍ່ແນ່ນອນ ແລະ ອ້າຍເອື້ອຍນ້ອງທີ່ເຊື່ອໃນພຣະເຈົ້າມາເປັນເວລາດົນກໍບໍ່ຮູ້ຈັກຄົນຜູ້ນີ້ດີພໍ, ພວກເຂົາບໍ່ຮູ້ຈັກຄົນຜູ້ນີ້ຢ່າງທະລຸປຸໂປ່ງ. ຄວນເຮັດແນວໃດໃນສະຖານະການເຊັ່ນນີ້? ເມື່ອເຖິງເວລາທີ່ຈະມອບວຽກໃຫ້ລາວ, ວຽກງານອື່ນໆທັງໝົດກໍຖືກມອບໃຫ້, ແລ້ວວຽກງານຊັບສິນຄວນມອບໃຫ້ລາວບໍ? (ບໍ່ຄວນ.) ເປັນຫຍັງຈຶ່ງບໍ່ຄວນ? ວຽກງານຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກບໍ່ແມ່ນພຽງແຕ່ການຄຸ້ມຄອງຊັບສິນເທົ່ານັ້ນ; ຊັບສິນເປັນພຽງສ່ວນໜຶ່ງໃນວຽກງານຂອງພວກເຂົາ. ຖ້າມີຄົນທີ່ເໝາະສົມຈັດການຊັບສິນແທ້ໆ ແລະ ຜູ້ນໍາທີ່ຖືກເລືອກໃໝ່ຄົນນີ້ບໍ່ໜ້າເຊື່ອຖື, ມັນກໍບໍ່ເປັນຫຍັງທີ່ຈະບໍ່ມອບວຽກງານນີ້ໃຫ້ພວກເຂົາໃນເວລານີ້, ເພາະມັນຍັງບໍ່ເປັນທີ່ຮູ້ຈັກວ່າພວກເຂົາຈະເຊື່ອໃນພຣະເຈົ້າໄດ້ດົນ ຫຼື ບໍ່ ຫຼື ວ່າພວກເຂົາຈະສາມາດຢືນຢັດໄດ້ ຫຼື ບໍ່. ໃນອະດີດ, ມີຄົນໜຶ່ງທີ່ຫາກໍຖືກເລືອກເປັນຜູ້ນໍາຄຣິສຕະຈັກ ແລະ ຫຼັງຈາກທີ່ໄດ້ຮັບຕຳແໜ່ງ, ສິ່ງທຳອິດທີ່ລາວເຮັດກໍຄືການຂໍໝາຍເລກບັນຊີທະນາຄານ ແລະ ລະຫັດຜ່ານ ສຳລັບບັນຊີທີ່ເກັບເຄື່ອງຖວາຍໄວ້ຈາກປະຊາກອນທີ່ພຣະເຈົ້າເລືອກ. ລາວຖາມວ່າໃຜມີໝາຍເລກບັນຊີທະນາຄານ ແລະ ລະຫັດຜ່ານເຫຼົ່ານີ້ ແລະ ລາວກໍກົດດັນໃຫ້ພວກເຂົາມອບວຽກງານນີ້ໃຫ້ລາວທັນທີ. ໃນສະຖານະການນີ້, ວຽກງານນີ້ຄວນມອບໃຫ້ລາວບໍ? ລາວບໍ່ໄດ້ກັງວົນ ຫຼື ສົນໃຈວຽກງານອື່ນໃດເລີຍ, ແຕ່ລາວຈິງຈັງ ແລະ ກັງວົນກ່ຽວກັບເລື່ອງນີ້ເປັນພິເສດ, ລາວເປັນຄົນທີ່ໜ້າເຊື່ອຖືບໍ? ຢ່າຄິດວ່າຄົນໃດຄົນໜຶ່ງຈະໜ້າເຊື່ອຖື ເພາະວ່າລາວເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ໃນຄວາມເປັນຈິງແລ້ວ, ມີພຽງຜູ້ດູແລທີ່ຖືກຄັດເລືອກຕາມຫຼັກການຢ່າງແທ້ຈິງເທົ່ານັ້ນທີ່ໜ້າເຊື່ອຖື, ພວກເຂົາສາມາດສະລະຊີວິດຂອງພວກເຂົາເພື່ອປົກປັກຮັກສາຊັບສິນຂອງເຮືອນຂອງພຣະເຈົ້າໄດ້. ຄົນແບບນີ້ແມ່ນໜ້າເຊື່ອຖືທີ່ສຸດ. ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນສາມາດເຮັດແບບນີ້ໄດ້ບໍ? ບໍ່ຈຳເປັນສະເໝີໄປ. ໃນອະດີດ, ຜູ້ນໍາພາກພື້ນຄົນໜຶ່ງຖືກມັງກອນແດງທີ່ຍິ່ງໃຫຍ່ຈັບກຸມ ແລະ ລາວກໍໄດ້ຫັກຫຼັງໂດຍການເປີດເຜີຍຂໍ້ມູນກ່ຽວກັບຊັບສິນທັງໝົດຂອງຄຣິສຕະຈັກ, ເຊິ່ງເຮັດໃຫ້ຊັບສິນຈຳນວນມະຫາສານສູນເສຍໄປ. ຖ້າລາວບໍ່ໄດ້ຮູ້ວ່າຊັບສິນຂອງຄຣິສຕະຈັກຢູ່ໃສ, ລາວກໍຈະບໍ່ສາມາດເປີດເຜີຍເລື່ອງນີ້ໄດ້ ເຖິງແມ່ນວ່າລາວຈະຖືກທຸບຕີຈົນຕາຍກໍຕາມ, ແລ້ວຊັບສິນຂອງເຮືອນຂອງພຣະເຈົ້າກໍຈະບໍ່ໄດ້ຮັບຄວາມເສຍຫາຍບໍ? ມັນເປັນຍ້ອນວ່າລາວຮູ້ຫຼາຍເກີນໄປຢ່າງແນ່ນອນ ລາວຈຶ່ງໄດ້ເປີດເຜີຍທຸກຢ່າງ ເມື່ອລາວບໍ່ສາມາດທົນຕໍ່ການທໍລະມານ ແລະ ການທຸບຕີຢ່າງໂຫດຮ້າຍໄດ້, ເງິນຈຳນວນນັ້ນຈຶ່ງຕົກໄປຢູ່ໃນມືຂອງມັງກອນແດງທີ່ຍິ່ງໃຫຍ່. ຖ້າລາວບໍ່ໄດ້ຮັບອະນຸຍາດໃຫ້ຮູ້ວ່າຊັບສິນເຫຼົ່ານີ້ຢູ່ໃສ ແລະ ຖ້າຜູ້ທີ່ປົກປັກຮັກສາຊັບສິນເຫຼົ່ານັ້ນເປັນຄົນທີ່ໜ້າເຊື່ອຖື, ເງິນຂອງເຮືອນຂອງພຣະເຈົ້າຈະສູນເສຍ ແລະ ຖືກມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາດ້ວຍກຳລັງບໍ? ບໍ່, ມັນຈະບໍ່ເປັນເຊັ່ນນັ້ນ. ນີ້ແມ່ນບົດຮຽນທີ່ຮ້າຍແຮງ. ສະນັ້ນ, ຈຸດທີ່ສຳຄັນທີ່ສຸດເມື່ອເວົ້າເຖິງການຈັດແຈງວຽກງານນີ້ກໍຄື ຄວາມປອດໄພຕ້ອງມາກ່ອນ, ການສູນເສຍຕ້ອງຖືກຮັກສາໃຫ້ຢູ່ໃນລະດັບຕໍ່າທີ່ສຸດຢ່າງເດັດຂາດ ແລະ ວຽກງານຄວນຖືກເຮັດໃນວິທີໃດກໍຕາມທີ່ປອດໄພ. ຈົ່ງຊອກຫາຄົນທີ່ສະແດງຄວາມຈົງຮັກພັກດີໃນການຈັດການຊັບສິນຂອງເຮືອນຂອງພຣະເຈົ້າເພື່ອມາຈັດການຊັບສິນເຫຼົ່ານັ້ນ, ນີ້ແມ່ນວິທີການທີ່ໜ້າເຊື່ອຖືທີ່ສຸດ. ເຖິງແມ່ນວ່າຄົນຜູ້ນີ້ຈະບໍ່ສາມາດເຮັດສິ່ງອື່ນໄດ້, ລາວກໍຈະຈົງຮັກພັກດີ ແລະ ລາວຈະມີຄວາມສາມາດຢ່າງແນ່ນອນເມື່ອເວົ້າເຖິງການປົກປັກຮັກສາເງິນ, ສະນັ້ນ ການໃຊ້ຄົນຜູ້ນີ້ເພື່ອປົກປັກຮັກສາຊັບສິນແມ່ນສິ່ງທີ່ຖືກຕ້ອງທີ່ຄວນເຮັດ. ເພາະວ່າລາຍການວຽກງານນີ້ເປັນວຽກງານທີ່ມີໜ້າທີ່ສະເພາະ, ການຈັດແຈງສຳລັບວຽກງານນີ້ຈຶ່ງງ່າຍດາຍຫຼາຍ: ຊອກຫາຄົນທີ່ຖືກຕ້ອງເພື່ອປົກປັກຮັກສາຊັບສິນ ແລະ ຊອກຫາສະຖານທີ່ທີ່ປອດໄພເພື່ອເກັບຮັກສາຊັບສິນເຫຼົ່ານັ້ນ. ຍິ່ງໄປກວ່ານັ້ນ, ຍັງມີຂໍ້ກຳນົດສະເພາະໃນການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກ່ຽວກັບການຈັດສັນ ແລະ ການໃຊ້ຈ່າຍຊັບສິນຂອງເຮືອນຂອງພຣະເຈົ້າ; ເງິນສາມາດໃຊ້ຈ່າຍກັບລາຍຈ່າຍທີ່ຈຳເປັນໄດ້, ແຕ່ບໍ່ແມ່ນກັບລາຍຈ່າຍທີ່ບໍ່ຈຳເປັນ. ຍັງມີອີກສິ່ງໜຶ່ງ, ນັ້ນກໍຄື ມີລະບົບລະບຽບການທີ່ເຂັ້ມງວດສຳລັບລາຍຈ່າຍທີ່ກ່ຽວຂ້ອງກັບຊັບສິນ ແລະ ເຮືອນຂອງພຣະເຈົ້າມີຂໍ້ກຳນົດສະເພາະສຳລັບຂະບວນການ ແລະ ຂັ້ນຕອນຕ່າງໆ, ເຊິ່ງກຳນົດໃຫ້ມີລາຍເຊັນຈາກບຸກຄົນຫຼາຍຄົນ ແລະ ອື່ນໆ. ມີການຈັດການ, ມີການປົກປັກຮັກສາ, ມີການໃຊ້ຈ່າຍ ແລະ ກໍຍັງມີການບັນຊີ, ມີການຈັດແຈງວຽກງານທີ່ສະເພາະເຈາະຈົງສຳລັບສິ່ງທັງໝົດເຫຼົ່ານີ້.
VII. ວຽກງານການຊຳລະລ້າງ
ຂໍ້ທີເຈັດ, ວຽກງານການຊຳລະລ້າງ. ເຮືອນຂອງພຣະເຈົ້າກໍກຳລັງມີການຈັດແຈງວຽກງານທີ່ສະເພາະເຈາະຈົງສຳລັບລາຍການວຽກງານນີ້ຢ່າງຕໍ່ເນື່ອງເຊັ່ນກັນ. ໃນດ້ານໜຶ່ງ, ການຈັດແຈງວຽກງານແມ່ນເຮັດຂຶ້ນໂດຍອີງໃສ່ຄວາມຕ້ອງການຂອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງ, ພວກມັນແມ່ນເຮັດຂຶ້ນໂດຍອີງໃສ່ການຈັດປະເພດ ແລະ ນິຍາມຂອງຄົນປະເພດຕ່າງໆ, ພ້ອມທັງການຈັດແຍກແຕ່ລະຄົນຕາມປະເພດຂອງພວກເຂົາເອງຕາມການສະແດງອອກຂອງພວກເຂົາເມື່ອພວກເຂົາຖືກເປີດເຜີຍ. ເຮືອນຂອງພຣະເຈົ້າມີຫຼັກການໃນການຈັດການກັບຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອທຸກປະເພດ; ບາງຄົນຖືກສະລ້າງອອກຈາກຖັນແຖວຂອງຜູ້ທີ່ປະຕິບັດໜ້າທີ່, ບາງຄົນຖືກສະລ້າງອອກຈາກຄຣິສຕະຈັກທີ່ເຮັດວຽກເຕັມເວລາ ແລະ ຖືກສົ່ງໄປຍັງຄຣິສຕະຈັກທີ່ເຮັດວຽກບໍ່ເຕັມເວລາ ຫຼື ຄຣິສຕະຈັກທຳມະດາ, ບາງຄົນຖືກສະລ້າງອອກຈາກຄຣິສຕະຈັກທຳມະດາ ແລະ ຖືກສົ່ງໄປຍັງກຸ່ມ B ແລະ ມີບາງຄົນທີ່ຖືກກຳຈັດອອກ ຫຼື ຂັບໄລ່ໂດຍກົງ. ເຮືອນຂອງພຣະເຈົ້າໄດ້ມີການຈັດແຈງວຽກງານສຳລັບວຽກງານການຊຳລະລ້າງຄຣິສຕະຈັກຊ້ຳແລ້ວຊ້ຳອີກ ແລະ ຍັງມີການຈັດແຈງວຽກງານທີ່ສະເພາະເຈາະຈົງກ່ຽວກັບຄົນປະເພດຕ່າງໆທີ່ເຂົ້າເງື່ອນໄຂທີ່ຈະຖືກສະລ້າງອອກໄປອີກດ້ວຍ. ໂດຍອີງໃສ່ທັດສະນະຄະຕິທີ່ຜູ້ຄົນມີໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ການກະທໍາຜິດທີ່ພວກເຂົາໄດ້ເຮັດໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ພ້ອມທັງແກ່ນແທ້ທີ່ເສື່ອມຊາມທີ່ຖືກເປີດເຜີຍໃນຄົນປະເພດຕ່າງໆ, ໃນທີ່ສຸດ ເຮືອນຂອງພຣະເຈົ້າກໍສ້າງແຜນການສະເພາະສຳລັບການຈັດການກັບຄົນເຫຼົ່ານີ້. ສະນັ້ນ, ການຈັດການກັບຄົນຊົ່ວຮ້າຍ, ຜູ້ບໍ່ເຊື່ອ ແລະ ຜູ້ຕໍ່ຕ້ານພຣະຄຣິສປະເພດຕ່າງໆໂດຍເຮືອນຂອງພຣະເຈົ້າແມ່ນເຮັດຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງທັງໝົດ ແລະ ມັນກໍເຮັດຕາມເຈດຕະນາຂອງພຣະເຈົ້າທັງໝົດ. ເມື່ອເວົ້າເຖິງການຈັດແຈງວຽກງານເຫຼົ່ານີ້, ໃນດ້ານໜຶ່ງ ມັນຈຳເປັນຕ້ອງໂອ້ລົມກ່ຽວກັບຫຼັກການຄວາມຈິງເພື່ອໃຫ້ຜູ້ຄົນເຂົ້າໃຈ ແລະ ຮຽນຮູ້ວິທີແຍກແຍະຄົນປະເພດຕ່າງໆ, ໃນຂະນະທີ່ອີກດ້ານໜຶ່ງ, ມັນຈຳເປັນຕ້ອງອອກການຈັດແຈງວຽກງານເຫຼົ່ານີ້ໃຫ້ແກ່ຄຣິສຕະຈັກຕ່າງໆ ເພື່ອໃຫ້ສາມາດໂອ້ລົມ ແລະ ຈັດຕັ້ງປະຕິບັດໄດ້. ບໍ່ວ່າໃນກໍລະນີໃດກໍຕາມ, ວຽກງານການຊຳລະລ້າງຄຣິສຕະຈັກຕ້ອງຖືກຈັດຕັ້ງປະຕິບັດໂດຍໄວເທົ່າທີ່ຈະໄວໄດ້ ແລະ ມັນຕ້ອງບໍ່ຖືກຂາດວັກຂາດຕອນຢ່າງເດັດຂາດ. ມັນຕ້ອງດຳເນີນຕໍ່ໄປຈົນກວ່າຈະບໍ່ມີຄົນຊົ່ວຮ້າຍເຫຼືອຢູ່ໃນຄຣິສຕະຈັກອີກຕໍ່ໄປ. ບໍ່ແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກພຽງແຕ່ຕ້ອງປະຕິບັດວຽກງານການຊຳລະລ້າງເປັນໄລຍະເວລາໜຶ່ງເມື່ອເບື້ອງເທິງອອກການຈັດແຈງວຽກງານທີ່ສັ່ງໃຫ້ສະລ້າງຄຣິສຕະຈັກ, ແລ້ວຖ້າຫາກພົບວ່າ ມີຄົນຊົ່ວຮ້າຍກໍ່ໃຫ້ເກີດການລົບກວນອີກຄັ້ງໜຶ່ງຫຼັງຈາກທີ່ການຊຳລະລ້າງນັ້ນສຳເລັດແລ້ວ, ແຕ່ເບື້ອງເທິງຍັງບໍ່ທັນໄດ້ມີການຈັດແຈງວຽກງານໃດໆກ່ຽວກັບເລື່ອງນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ຈຳເປັນຕ້ອງໃສ່ໃຈຄົນຊົ່ວຮ້າຍເຫຼົ່ານັ້ນ ຫຼື ສະລ້າງພວກເຂົາອອກໄປ, ການເຮັດແບບນັ້ນແມ່ນໃຊ້ບໍ່ໄດ້ຢ່າງເດັດຂາດ. ວຽກງານການຊຳລະລ້າງຄຣິສຕະຈັກຕ້ອງສືບຕໍ່ດຳເນີນໄປຢ່າງເປັນລະບຽບ; ຕາບໃດທີ່ຍັງມີຄົນທີ່ຕ້ອງຖືກກຳຈັດອອກ ຫຼື ຂັບໄລ່ອອກ, ວຽກງານການຊຳລະລ້າງກໍຕ້ອງດຳເນີນຕໍ່ໄປ. ຢ່າລໍຖ້າແບບຕັ້ງຮັບໃຫ້ເບື້ອງເທິງອອກຄຳສັ່ງ ຫຼື ໃຫ້ຜູ້ນໍາລະດັບສູງສື່ສານຄຳສັ່ງເຫຼົ່ານັ້ນໃຫ້ເຈົ້າ ແລະ ຢ່າລໍຖ້າແບບຕັ້ງຮັບໃຫ້ອ້າຍເອື້ອຍນ້ອງຫຼາຍຄົນມາລາຍງານຄົນໃດຄົນໜຶ່ງ. ທັນທີທີ່ປະຊາກອນທີ່ພຣະເຈົ້າເລືອກເປີດໂປງ ແລະ ລາຍງານຄົນໃດຄົນໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເລີ່ມສືບສວນ ແລະ ຈັດການກໍລະນີນັ້ນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກກັກຈົດໝາຍລາຍງານໄວ້ ແລະ ບໍ່ຈັດການເລື່ອງດັ່ງກ່າວ, ພວກເຂົາຄວນຖືກສືບສວນ ແລະ ຖືກຈັດການ ແລະ ຖ້າພົບວ່າພວກເຂົາກຳລັງປົກປ້ອງຄົນຊົ່ວຮ້າຍ, ພວກເຂົາກໍຕ້ອງຖືກກຳຈັດອອກຈາກຄຣິສຕະຈັກພ້ອມກັບຄົນຊົ່ວຮ້າຍຄົນນັ້ນ. ຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດກໍຕາມທີ່ບໍ່ປະຕິບັດວຽກງານການຊຳລະລ້າງຄຣິສຕະຈັກກໍແມ່ນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມ ແລະ ຄວນຖືກໄລ່ອອກທັນທີ. ຖ້າພວກເຂົາເຖິງຂັ້ນປົກປິດ ແລະ ປົກປ້ອງຄົນຊົ່ວຮ້າຍ, ພວກເຂົາກໍສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກກຳຈັດອອກ ແລະ ຂັບໄລ່ອອກຈາກຄຣິສຕະຈັກ. ສິ່ງເຫຼົ່ານີ້ແມ່ນຂໍ້ກຳນົດສະເພາະທີ່ເຮືອນຂອງພຣະເຈົ້າໄດ້ວາງອອກກ່ຽວກັບວຽກງານການຊຳລະລ້າງຄຣິສຕະຈັກ. ວຽກງານການຊຳລະລ້າງຄຣິສຕະຈັກເປັນວຽກງານບູລິມະສິດທີ່ຮີບດ່ວນ ແລະ ມີຄວາມໝາຍອັນເລິກເຊິ່ງ. ບອກເຮົາມາເບິ່ງ, ການຊຳລະລ້າງຄຣິສຕະຈັກບໍ່ແມ່ນເພື່ອເຮັດໃຫ້ຄຣິສຕະຈັກບໍລິສຸດບໍ? ຖ້າຄຣິສຕະຈັກໄດ້ຮັບການຊຳລະລ້າງໃຫ້ບໍລິສຸດແລ້ວ, ນັ້ນກໍຄື ຖ້າບໍ່ມີຄົນຊົ່ວຮ້າຍທີ່ກໍ່ໃຫ້ເກີດການລົບກວນພາຍໃນ ແລະ ບໍ່ມີຜູ້ບໍ່ເຊື່ອປະປົນຢູ່ໃນທ່າມກາງສະມາຊິກ, ຄຣິສຕະຈັກກໍຈະເປັນຄຣິສຕະຈັກທີ່ແທ້ຈິງ ແລະ ມັນກໍຈະເຫັນຜົນລັບທີ່ດີທີ່ສຸດສຳລັບຊີວິດຄຣິສຕະຈັກເຊັ່ນກັນ. ນີ້ຈະບໍ່ແມ່ນບາດກ້າວອັນໃຫຍ່ຫຼວງອີກບາດກ້າວໜຶ່ງໄປສູ່ການບັນລຸລາຊະອານາຈັກຂອງພຣະຄຣິສບໍ? ຄຣິສຕະຈັກທີ່ບໍລິສຸດແບບນີ້ຈະເປັນປະໂຫຍດທີ່ສຸດສຳລັບການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ, ເພາະວ່າທຸກຄົນຈະມີຄວາມຈິງຄວາມເປັນຈິງ, ທຸກຄົນຈະສາມາດເປັນພະຍານຕໍ່ພຣະເຈົ້າ ແລະ ຖືກເຮັດໃຫ້ບໍລິບູນໃນຖານະປະຊາຊົນຂອງພຣະເຈົ້າ ແລະ ຈະບໍ່ມີຄົນຊົ່ວຮ້າຍທີ່ກໍ່ໃຫ້ເກີດການລົບກວນອີກຕໍ່ໄປ. ແນ່ນອນວ່າ ຄຣິສຕະຈັກແບບນີ້ກໍຈະເປັນຄຣິສຕະຈັກທີ່ໄດ້ຮັບພຣະພອນຫຼາຍທີ່ສຸດ. ສະນັ້ນ, ການຊຳລະລ້າງຄຣິສຕະຈັກຈຶ່ງເປັນລາຍການວຽກງານທີ່ມີຄວາມໝາຍທີ່ສຸດ ແລະ ມັນກໍເຮັດຂຶ້ນທັງໝົດເພື່ອເຮັດໃຫ້ສະພາບແວດລ້ອມທີ່ປະຊາກອນທີ່ພຣະເຈົ້າເລືອກປະຕິບັດໜ້າທີ່ຂອງພວກເຂົາໃຫ້ມີຄວາມສະຫງົບສຸກຫຼາຍຂຶ້ນ ແລະ ປາສະຈາກການລົບກວນຂອງຄົນຊົ່ວຮ້າຍ. ຍິ່ງໄປກວ່ານັ້ນ, ເຮືອນຂອງພຣະເຈົ້າບໍ່ລ້ຽງດູຄົນຂີ້ຄ້ານ ແລະ ຄົນໄຮ້ປະໂຫຍດ ແລະ ບໍ່ລ້ຽງດູພວກກາຝາກທີ່ເພີດເພີນກັບຄວາມສະດວກສະບາຍ ແລະ ກິນເຂົ້າຈີ່ຈົນອີ່ມ. ຜູ້ທີ່ບໍ່ປະຕິບັດໜ້າທີ່ຫຍັງເລີຍ ແລະ ກໍ່ໃຫ້ເກີດການລົບກວນ ແລະ ສົ່ງຜົນກະທົບຕໍ່ຄົນອື່ນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາທັງໝົດ ແລະ ຜູ້ທີ່ເວົ້າຈາແບບບໍ່ຮັບຜິດຊອບ, ກ້າວກ່າຍເລື່ອງຂອງຄົນອື່ນ ແລະ ບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງຕົນໃນຄຣິສຕະຈັກທັງໝົດ, ກໍຕ້ອງຖືກກຳຈັດອອກເຊັ່ນກັນ. ຕອນນີ້ ຄົນທຸກປະເພດໄດ້ຖືກເປີດເຜີຍຢ່າງສົມບູນແລ້ວ, ວຽກງານການຊຳລະລ້າງຄຣິສຕະຈັກແມ່ນມີຄວາມຈຳເປັນຢ່າງຍິ່ງ ແລະ ມັນຕ້ອງຖືກເຮັດຢ່າງທົ່ວເຖິງ ແລະ ດີ. ຄົນຊົ່ວຮ້າຍ, ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ບໍ່ເຊື່ອ, ຄົນໄຮ້ປະໂຫຍດ ແລະ ພວກກາຝາກທັງໝົດເຫຼົ່ານີ້ທີ່ຖືກເປີດເຜີຍແມ່ນຜູ້ຄົນທີ່ພຣະເຈົ້າລັງກຽດ-ປະຕິເສດ ແລະ ພວກເຂົາກໍເກີນກວ່າຈະຊ່ວຍໃຫ້ລອດພົ້ນໄດ້. ຖ້າຄຣິສຕະຈັກບໍ່ດຳເນີນວຽກງານການຊຳລະລ້າງ, ສິ່ງນີ້ກໍຈະສົ່ງຜົນກະທົບຕໍ່ວຽກງານການເຜີຍແຜ່ພຣະກິດຕິຄຸນ. ສະນັ້ນ, ວຽກງານການຊຳລະລ້າງຄຣິສຕະຈັກຈຶ່ງເປັນລາຍການວຽກງານທີ່ສຳຄັນທີ່ຕ້ອງເຮັດໃຫ້ດີຢ່າງຮີບດ່ວນໃນປັດຈຸບັນ. ມີພຽງຜູ້ນໍາ ແລະ ຜູ້ເຮັດວຽກທີ່ສາມາດເຮັດວຽກງານການຊຳລະລ້າງຄຣິສຕະຈັກໄດ້ດີເທົ່ານັ້ນທີ່ມີຄ່າຄວນແກ່ການບົ່ມເພາະ ແລະ ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກຕໍ່ໄປໄດ້. ຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດກໍຕາມທີ່ຂັດຂວາງວຽກງານການຊຳລະລ້າງຄຣິສຕະຈັກກໍແມ່ນສິ່ງກີດຂວາງ ແລະ ເປັນອຸປະສັກ ແລະ ປະຊາກອນທີ່ພຣະເຈົ້າເລືອກຕ້ອງເປີດໂປງ ແລະ ລາຍງານພວກເຂົາ. ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບຕ້ອງກຳຈັດອອກ ແລະ ແກ້ໄຂສິ່ງກີດຂວາງ ແລະ ອຸປະສັກທັງໝົດເຫຼົ່ານີ້ຕໍ່ວຽກງານຄຣິສຕະຈັກຢ່າງສິ້ນເຊີງ, ການເຮັດເຊັ່ນນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ມີພຽງແຕ່ການເຮັດເຊັ່ນນີ້ເທົ່ານັ້ນທີ່ເອື້ອອຳນວຍຕໍ່ການດຳເນີນໄປຢ່າງລ່ຽນໄຫຼຂອງລາຍການວຽກງານຕ່າງໆຂອງຄຣິສຕະຈັກ ແລະ ຕໍ່ການທີ່ຄຣິສຕະຈັກປະຕິບັດຄວາມປະສົງຂອງພຣະເຈົ້າ ເພື່ອໃຫ້ພຣະເຈົ້າສາມາດໄດ້ຮັບຄວາມສະຫງ່າລາສີທັງໝົດ.
VIII. ວຽກງານພາຍນອກ
ຂໍ້ທີແປດ, ວຽກງານພາຍນອກ. ວຽກງານພາຍນອກບໍ່ແມ່ນລາຍການວຽກງານທີ່ໃຫຍ່ ແລະ ກໍບໍ່ແມ່ນລາຍການວຽກງານທີ່ນ້ອຍ ແລະ ມີຫຼັກການຈຳນວນໜຶ່ງໃນການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກ່ຽວກັບວຽກງານພາຍນອກ. ຂໍ້ໜຶ່ງແມ່ນການຮຽນຮູ້ກ່ຽວກັບກົດໝາຍທ້ອງຖິ່ນ ແລະ ລະບຽບການສະເພາະຂອງທ້ອງຖິ່ນ. ນັ້ນກໍຄື ບໍ່ວ່າຄຣິສຕະຈັກຈະເຮັດຫຍັງກໍຕາມໃນສະຖານທີ່ໃດໜຶ່ງ, ເຈົ້າຕ້ອງຮຽນຮູ້ກ່ຽວກັບກົດໝາຍທ້ອງຖິ່ນກ່ອນ, ນີ້ແມ່ນຫຼັກການຂໍ້ໜຶ່ງ. ຫຼັກການອີກຂໍ້ໜຶ່ງກໍຄື ເມື່ອເຈົ້າຕ້ອງປະເຊີນກັບບັນຫາທີ່ກ່ຽວຂ້ອງກັບວຽກງານພາຍນອກທີ່ເຈົ້າບໍ່ເຂົ້າໃຈ ຫຼື ບໍ່ແຈ່ມແຈ້ງ, ເຈົ້າຕ້ອງປຶກສາກັບທະນາຍຄວາມ ແລະ ຜູ້ຊ່ຽວຊານດ້ານກົດໝາຍທີ່ກ່ຽວຂ້ອງ ແລະ ບໍ່ຕັດສິນໃຈແບບບໍ່ມີຂໍ້ມູນດ້ວຍຕົນເອງ; ເຈົ້າຕ້ອງສ້າງແຜນການທີ່ສະເພາະເຈາະຈົງສຳລັບການຈັດການເລື່ອງຕ່າງໆຕາມສະພາບການຂອງຊາດທີ່ແຕກຕ່າງກັນໃນແຕ່ລະປະເທດ. ແລ້ວແຜນການເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ເຈົ້າຕ້ອງເຮັດຕາມສິ່ງທີ່ທະນາຍຄວາມເວົ້າ ແລະ ໃຫ້ທະນາຍຄວາມເປັນຜູ້ຕັດສິນໃຈ, ຢ່າຕັດສິນ ຫຼື ຕັດສິນໃຈຕາມອຳເພີໃຈດ້ວຍຕົນເອງ. ສະພາບການຂອງຊາດ, ນະໂຍບາຍ, ກົດໝາຍ ແລະ ລະບຽບການແມ່ນແຕກຕ່າງກັນໃນແຕ່ລະປະເທດ, ສະນັ້ນ, ຢ່າກະທຳການໂດຍອີງໃສ່ຈິນຕະນາການຂອງເຈົ້າ. ຕົວຢ່າງ: ສົມມຸດວ່າເຈົ້າເຫັນຄົນຖືກປຸ້ນຢູ່ຕາມຖະໜົນໃນປະເທດຈີນ. ກົດໝາຍໃນປະເທດຈີນກຳນົດວ່າ ຄົນທີ່ຜ່ານໄປຜ່ານມາທີ່ເຫັນເຫດການນີ້ສາມາດແຊກແຊງຢ່າງກ້າຫານໄດ້, ຈັບໂຈນກ່ອນ, ແລ້ວຈຶ່ງສົ່ງຕົວລາວໃຫ້ຕຳຫຼວດ. ຖ້າເຈົ້າເຮັດແບບນີ້, ເຈົ້າກໍຈະກາຍເປັນວິຣະບຸຣຸດທີ່ກ້າຫານ, ເຈົ້າຈະບໍ່ຕ້ອງຮັບຜິດຊອບທາງກົດໝາຍໃດໆ ແລະ ເຈົ້າຄວນໄດ້ຮັບການຍ້ອງຍໍ. ນີ້ແມ່ນສະຖານະການ ແລະ ລະບົບຂອງຊາດໃນປະເທດຈີນ ແລະ ມັນກໍເປັນວັດທະນະທຳແບບດັ້ງເດີມຊະນິດໜຶ່ງໃນປະເທດຈີນ, ຄົນຈີນເອີ້ນມັນດ້ວຍຊື່ທີ່ໄພເລາະວ່າ “ຄຸນນະທຳແບບດັ້ງເດີມ”. ເຖິງຢ່າງໃດກໍຕາມ, ໃນປະເທດຕາເວັນຕົກ, ໂດຍສະເພາະໃນປະເທດຕ່າງໆເຊັ່ນ: ສະຫະລັດອາເມຣິກາ ແລະ ການາດາ, ຖ້າເຈົ້າເຫັນໂຈນກຳລັງລັກສິ່ງຂອງ, ແລ້ວເຈົ້າຈັບລາວທັນທີ ແລະ ລໍຖ້າໃຫ້ຕຳຫຼວດມາຈັບກຸມລາວ, ການກະທຳນັ້ນແມ່ນຜິດ, ມັນເປັນການລະເມີດກົດໝາຍ. ນີ້ກໍເພາະວ່າເຈົ້າເປັນພຽງພົນລະເມືອງທຳມະດາ ແລະ ບໍ່ແມ່ນເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະ ເຈົ້າບໍ່ມີສິດຈັບກຸມຜູ້ໃດ; ມີພຽງຕຳຫຼວດເທົ່ານັ້ນທີ່ມີສິດຈັບກຸມຜູ້ໃດຜູ້ໜຶ່ງ. ເມື່ອເຈົ້າເຫັນໂຈນກຳລັງລັກສິ່ງຂອງ, ເຈົ້າສາມາດລາຍງານໃຫ້ຕຳຫຼວດໄດ້, ແຕ່ເຈົ້າບໍ່ສາມາດຈັບກຸມໂຈນດ້ວຍຕົນເອງ. ຖ້າເຈົ້າຈັບກຸມໂຈນຕາມອຳເພີໃຈ, ເຈົ້າກໍກຳລັງກະທຳຜິດກົດໝາຍ, ນີ້ແມ່ນກົດໝາຍໃນປະເທດຕາເວັນຕົກ. ມັນບໍ່ເໝາະສົມທີ່ຈະປະຕິບັດ “ຄຸນນະທຳແບບດັ້ງເດີມ” ຂອງຄົນຈີນໃນປະເທດຕາເວັນຕົກ; ປະເທດຕາເວັນຕົກມີກົດໝາຍຂອງຕົນເອງ. ຖ້າເຈົ້າເຫັນຄົນລົ້ມລົງຕາມຖະໜົນໃນປະເທດຕາເວັນຕົກ, ກົດໝາຍກຳນົດໄວ້ວ່າແນວໃດ? ເຈົ້າຕ້ອງເຂົ້າໄປຖາມວ່າ “ເຈົ້າເປັນຫຍັງບໍ? ເຈົ້າຕ້ອງການຄວາມຊ່ວຍເຫຼືອບໍ?” ຖ້າຄົນຜູ້ນັ້ນເວົ້າວ່າລາວບໍ່ຕ້ອງການຄວາມຊ່ວຍເຫຼືອ, ເຈົ້າກໍສາມາດໄປໄດ້. ຖ້າເຈົ້າເຫັນຄົນລົ້ມລົງ ແຕ່ເຈົ້າບໍ່ຖາມລາວວ່າ ລາວເປັນຫຍັງບໍ ຫຼື ບໍ່ເຂົ້າໄປກວດເບິ່ງລາວ ແລະ ພຽງແຕ່ຍ່າງຜ່ານໄປ, ເຈົ້າກໍກຳລັງລະເມີດກົດໝາຍ. ຖ້າເຈົ້າຕ້ອງປະເຊີນກັບສະຖານະການເຊັ່ນນີ້ໃນປະເທດຈີນ, ມັນອາດຈະເປັນການຕົ້ມຕຸ໋ນ ແລະ ຈະບໍ່ມີຫຍັງເກີດຂຶ້ນກັບເຈົ້າ ຖ້າເຈົ້າບໍ່ສົນໃຈ. ຖ້າເຈົ້າຖາມວ່າ “ເຈົ້າເປັນຫຍັງບໍ? ເຈົ້າຕ້ອງການຄວາມຊ່ວຍເຫຼືອບໍ?” ມັນອາດຈະເປັນບັນຫາສຳລັບເຈົ້າ, ຄົນຜູ້ນັ້ນອາດຈະຕົ້ມຕຸ໋ນເຈົ້າ ແລະ ຊີວິດຂອງເຈົ້າກໍຈະບໍ່ມີຄວາມສະຫງົບສຸກອີກຕໍ່ໄປ. ສອງເລື່ອງນີ້ບອກຫຍັງແກ່ພວກເຈົ້າ? ການສຶກສາໃນປະເທດຕ່າງໆ ແລະ ທ່າມກາງເຊື້ອຊາດຕ່າງໆແມ່ນແຕກຕ່າງກັນຢ່າງສິ້ນເຊີງ, ເຊັ່ນດຽວກັນກັບສະພາບແວດລ້ອມທາງສັງຄົມ ແລະ ລະບົບສັງຄົມ ແລະ ແນ່ນອນວ່າກົດໝາຍ ແລະ ລະບຽບການກໍແຕກຕ່າງກັນ. ເມື່ອເວົ້າເຖິງວຽກງານພາຍນອກ, ໃນດ້ານໜຶ່ງ, ຜູ້ທີ່ປະຕິບັດວຽກງານນີ້ຈຳເປັນຕ້ອງເຂົ້າໃຈກົດໝາຍ, ລະບຽບການ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງກັບວຽກງານຄຣິສຕະຈັກຢ່າງຖືກຕ້ອງ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍຄວນເຜີຍແຜ່ຄວາມຮູ້ທົ່ວໄປໃນຊີວິດປະຈຳວັນ ຫຼື ຂໍ້ກຳນົດທາງກົດໝາຍບາງຢ່າງທີ່ອ້າຍເອື້ອຍນ້ອງຈຳເປັນຕ້ອງຮູ້. ສະນັ້ນ, ເຮືອນຂອງພຣະເຈົ້າຈຶ່ງມີການຈັດແຈງວຽກງານກ່ຽວກັບລາຍການວຽກງານນີ້ ໂດຍກຳນົດໃຫ້ຜູ້ທີ່ປະຕິບັດວຽກງານນີ້ຕ້ອງປຶກສາກົດໝາຍ ແລະ ລະບຽບການຂອງລັດຖະບານທີ່ກ່ຽວຂ້ອງກ່ອນສະເໝີໃນທຸກສິ່ງທີ່ພວກເຂົາເຮັດ. ໂດຍສະເພາະເມື່ອຕ້ອງປະເຊີນກັບບັນຫາທີ່ຍາກທີ່ຈະແກ້ໄຂ, ພວກເຂົາຕ້ອງປຶກສາກັບທະນາຍຄວາມ ແລະ ບໍ່ຕັດສິນໃຈດ້ວຍຕົນເອງຢ່າງຫຼັບຫູຫຼັບຕາ ຫຼື ສ້າງວິທີແກ້ໄຂຕາມແນວຄິດ ແລະ ເຫດຜົນຂອງຄົນຈີນ, ນີ້ແມ່ນການກະທຳທີ່ໂງ່ຈ້າ ແລະ ບໍ່ຮູ້ຄວາມ. ເມື່ອເຈົ້າເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ເຈົ້າກໍຄວນຈະຮູ້ເຖິງຄວາມໝາຍຄວາມສຳຄັນຂອງວຽກງານພາຍນອກ, ຜົນລັບທີ່ມັນຕັ້ງໃຈຈະບັນລຸ, ພ້ອມທັງຄວາມຈຳເປັນທີ່ເຮືອນຂອງພຣະເຈົ້າຕ້ອງມີການຈັດແຈງວຽກງານເຫຼົ່ານີ້. ຂອບເຂດຂອງລາຍການວຽກງານນີ້ບໍ່ກວ້າງຫຼາຍ, ສະນັ້ນ, ໃນສະຖານະການສ່ວນໃຫຍ່ ມັນພຽງພໍແລ້ວທີ່ຈະໃຫ້ບຸກຄະລາກອນທີ່ກ່ຽວຂ້ອງກັບວຽກງານນີ້ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບການຈັດແຈງວຽກງານຂອງມັນ. ຖ້າມັນເປັນສິ່ງທີ່ອ້າຍເອື້ອຍນ້ອງຈຳເປັນຕ້ອງຮູ້, ກໍຈົ່ງຊ່ວຍໃຫ້ພວກເຂົາເຂົ້າໃຈ ແລະ ກຳແໜ້ນສິ່ງເຫຼົ່ານັ້ນ. ວຽກງານພາຍນອກກໍມີຄວາມສຳຄັນຫຼາຍເຊັ່ນກັນ, ເພາະວ່າມັນຈະເປັນບັນຫາ ຖ້າອ້າຍເອື້ອຍນ້ອງບໍ່ເຂົ້າໃຈກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການດຳລົງຊີວິດ ແລະ ການເຮັດວຽກຂອງພວກເຂົາໃນຕ່າງປະເທດ. ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານທີ່ສະເພາະເຈາະຈົງກ່ຽວກັບສິ່ງທີ່ກຳນົດໄວ້ໃນດ້ານນີ້ ແລະ ມັນພຽງແຕ່ຈຳເປັນຕ້ອງຈັດຕັ້ງປະຕິບັດສິ່ງນີ້ໂດຍອີງໃສ່ການຈັດແຈງວຽກງານ. ຖ້າສະຖານະການພິເສດເກີດຂຶ້ນ, ເຮືອນຂອງພຣະເຈົ້າກໍຈະສ້າງວິທີແກ້ໄຂສຸກເສີນບາງຢ່າງ. ຖ້າວຽກໃດໜຶ່ງກ່ຽວຂ້ອງກັບວຽກງານພາຍນອກ, ເຈົ້າຕ້ອງປຶກສາກັບບຸກຄະລາກອນວຽກງານພາຍນອກ ແລະ ເບິ່ງວ່າເຮືອນຂອງພຣະເຈົ້າມີການຈັດແຈງທີ່ສະເພາະເຈາະຈົງແນວໃດກ່ຽວກັບວຽກນັ້ນ, ຢ່າອີງໃສ່ຈິນຕະນາການຂອງເຈົ້າຢ່າງຫຼັບຫູຫຼັບຕາ ແລະ ລົງມືເຮັດໂດຍທີ່ບໍ່ມີຂໍ້ມູນ. ການເຮັດແບບນັ້ນອາດຈະກໍ່ໃຫ້ເກີດບັນຫາ ແລະ ຜົນສະທ້ອນທີ່ຕາມມາກໍຈະເກີນກວ່າທີ່ຈະຈິນຕະນາການໄດ້. ວຽກງານພາຍນອກກໍເປັນວຽກງານທີ່ມີໜ້າທີ່ສະເພາະເຊັ່ນກັນ, ມັນບໍ່ໄດ້ຊັບຊ້ອນ ແລະ ເຈົ້າຄວນຈະສາມາດຊອກຫາເລື່ອງວຽກງານທີ່ສະເພາະເຈາະຈົງສ່ວນໃຫຍ່ໄດ້ໃນການຈັດແຈງວຽກງານ. ເມື່ອຜູ້ຄົນເລີ່ມເຮັດວຽກງານພາຍນອກໃນຕ່າງປະເທດເປັນຄັ້ງທຳອິດ, ມັນອາດຈະຮູ້ສຶກຊັບຊ້ອນຢູ່ໜ້ອຍໜຶ່ງ, ແຕ່ຫຼັງຈາກທີ່ເຮັດໄປໄດ້ໄລຍະໜຶ່ງ, ພວກເຂົາກໍຈະຄົ້ນພົບຮູບແບບ ແລະ ວິທີການ ແລະ ມັນກໍຈະບໍ່ເບິ່ງຄືວ່າຊັບຊ້ອນອີກຕໍ່ໄປ. ໃນຕອນທຳອິດ, ຄົນຈີນທີ່ໄປຢູ່ຕ່າງປະເທດຖືກລາຍງານເລື່ອງຖິ້ມຂີ້ເຫຍື້ອຊະຊາຍ, ເຂົ້ານອນເດິກເກີນໄປ, ຕື່ນເຊົ້າເກີນໄປ, ລົບກວນຄົນອື່ນດ້ວຍສຽງໝາເຫົ່າ, ຕາກເຄື່ອງນຸ່ງຢູ່ລະບຽງ ແລະ ຈອດລົດບໍ່ຖືກຕ້ອງ, ພວກເຂົາຖືກລາຍງານຫຼາຍເລື່ອງ. ໃນທີ່ສຸດ, ພວກເຂົາກໍຖືກລາຍງານຫຼາຍຄັ້ງ, ຕຳຫຼວດມັກຈະມາເຄາະປະຕູເພື່ອໃຫ້ຄຳແນະນຳຢູ່ສະເໝີ ແລະ ຫຼັງຈາກຜ່ານໄປເປັນເວລາດົນນານເທົ່ານັ້ນ ພວກເຂົາຈຶ່ງຮັບຮູ້ວ່າພວກເຂົາຢູ່ຕ່າງປະເທດ ແລະ ບໍ່ໄດ້ຢູ່ໃນປະເທດຈີນ. ເທື່ອລະເລັກເທື່ອລະໜ້ອຍ, ພວກເຂົາກໍເລີ່ມມີສະຕິລະວັງຕົວ, ເລີ່ມມີຄວາມຮັບຮູ້ທາງດ້ານກົດໝາຍ ແລະ ເລີ່ມເຂົ້າໃຈລະບຽບການບາງຢ່າງກ່ຽວກັບຊີວິດ, ວຽກງານ, ການຂັບຂີ່ ແລະ ອື່ນໆ. ເມື່ອຄົນຈີນໄປຢູ່ຕ່າງປະເທດຄັ້ງທຳອິດ, ພວກເຂົາເຂົ້າໃຈພຽງແຕ່ມາລະຍາດພື້ນຖານບາງຢ່າງກ່ຽວກັບການປະພຶດຕົນ ແລະ ບໍ່ມີຄວາມຮູ້ທົ່ວໄປກ່ຽວກັບເລື່ອງກົດໝາຍສ່ວນໃຫຍ່; ພວກເຂົາເປັນຄືກັບສັດປ່າ, ໂດຍບໍ່ມີຄວາມຮັບຮູ້ທາງດ້ານກົດໝາຍໃດໆເລີຍ. ຫຼັງຈາກຜ່ານໄປສອງສາມປີ, ພວກເຂົາກໍໄດ້ຮັບຄວາມຮູ້ເພີ່ມຂຶ້ນ ແລະ ເຂົ້າໃຈລະບຽບການບາງຢ່າງ, ຄືກັບວ່າພວກເຂົາຖືກເຮັດໃຫ້ເຊື່ອງແລ້ວ ແລະ ພວກເຂົາກໍດີຂຶ້ນໜ້ອຍໜຶ່ງ.
IX. ສະຫວັດດີການຄຣິສຕະຈັກ
ຂໍ້ທີເກົ້າ, ສະຫວັດດີການຄຣິສຕະຈັກ. ກ່ອນໜ້ານີ້ ເຮືອນຂອງພຣະເຈົ້າໄດ້ຈັດຕັ້ງການຈັດແຈງວຽກງານກ່ຽວກັບສະຫວັດດີການຄຣິສຕະຈັກ ແລະ ຖ້າຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເຕັມເວລາ ຫຼື ຄອບຄົວຂອງພວກເຂົາຕ້ອງການຄວາມຊ່ວຍເຫຼືອເພື່ອໃຫ້ມີພໍກິນພໍໃຊ້, ຜູ້ນໍາຄຣິສຕະຈັກກໍຕ້ອງແກ້ໄຂບັນຫານີ້. ແຜນການຈັດຕັ້ງປະຕິບັດ ແລະ ຫຼັກການສະເພາະສາມາດພົບໄດ້ໃນການຈັດແຈງວຽກງານເຫຼົ່ານີ້ ແລະ ເຮືອນຂອງພຣະເຈົ້າກໍໄດ້ໃຫ້ຄຳຖະແຫຼງ ແລະ ຂໍ້ກຳນົດສະເພາະໄວ້ແລ້ວ. ກ່ຽວກັບອ້າຍເອື້ອຍນ້ອງທີ່ຖືກຈໍາຄຸກຍ້ອນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ດ້ວຍເຫດນັ້ນ ຈຶ່ງກໍ່ໃຫ້ເກີດຄວາມລຳບາກໃນຊີວິດປະຈຳວັນຂອງຄອບຄົວຂອງພວກເຂົາ; ພໍ່ແມ່ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເປັນເວລາດົນນານຫ່າງໄກຈາກບ້ານ ແລະ ບໍ່ມີໃຜເບິ່ງແຍງລູກໆຂອງພວກເຂົາ; ແລະ ອ້າຍເອື້ອຍນ້ອງທີ່ເຈັບປ່ວຍທີ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາມາເປັນເວລາຫຼາຍປີ, ຄຣິສຕະຈັກຄວນໃຫ້ການຊ່ວຍເຫຼືອ ແລະ ການແກ້ໄຂບັນຫາສຳລັບຄວາມຫຍຸ້ງຍາກເຫຼົ່ານີ້ ແລະ ຄວາມຫຍຸ້ງຍາກອື່ນໆ. ມີສະຖານະການພິເສດທີ່ກ່ຽວຂ້ອງກັບລາຍການວຽກງານນີ້ ແລະ ນັ້ນກໍຄື ເມື່ອຄອບຄົວໃດໜຶ່ງມີເງື່ອນໄຂຄົບຖ້ວນທີ່ຈະຈັດຕ້ອນຮັບອ້າຍເອື້ອຍນ້ອງໃນບ້ານຂອງພວກເຂົາ, ແຕ່ບໍ່ມີແຫຼ່ງລາຍຮັບ, ແລ້ວລາຍຈ່າຍຂອງພວກເຂົາໃນການຈັດຕ້ອນຮັບອ້າຍເອື້ອຍນ້ອງຄວນຈະຖືກຈັດການແນວໃດ? ສິ່ງນີ້ຕົກຢູ່ໃນວຽກງານສະຫວັດດີການຄຣິສຕະຈັກ. ຂໍ້ກຳນົດກ່ຽວກັບເລື່ອງນີ້ສາມາດພົບໄດ້ໃນການຈັດແຈງວຽກງານ ຫຼື ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຈັດສັນຊັບພະຍາກອນຂອງຄຣິສຕະຈັກຢ່າງສົມເຫດສົມຜົນຕາມສະຖານະການຂອງທ້ອງຖິ່ນ ເພື່ອດຳເນີນວຽກງານການຈັດຕ້ອນຮັບ, ຄຣິສຕະຈັກມີຂໍ້ກຳນົດສະເພາະສຳລັບສິ່ງທັງໝົດເຫຼົ່ານີ້. ຖ້າມີສະຖານະການພິເສດບາງຢ່າງເກີດຂຶ້ນນອກເໜືອຂອບເຂດຂອງຂໍ້ກຳນົດສະເພາະເຫຼົ່ານີ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍອາດຈະໂອ້ລົມ ແລະ ປຶກສາຫາລືກ່ຽວກັບເລື່ອງດັ່ງກ່າວ ແລະ ຈັດແຈງຢ່າງເປັນຮູບປະທຳ ແລະ ສົມເຫດສົມຜົນໂດຍອີງໃສ່ມາດຕະຖານການດຳລົງຊີວິດປົກກະຕິຂອງທ້ອງຖິ່ນນັ້ນ. ເຖິງແມ່ນວ່ານີ້ຈະບໍ່ແມ່ນລາຍການວຽກງານຂະໜາດໃຫຍ່ ແລະ ທັງບໍ່ແມ່ນວຽກງານທີ່ສຳຄັນຫຼາຍ, ແຕ່ມັນກໍເປັນວຽກງານທີ່ຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ມັນກໍບໍ່ສາມາດຖືກເມີນເສີຍໄດ້. ຖ້າບໍ່ມີຜູ້ໃດທີ່ຕ້ອງການການຊ່ວຍເຫຼືອເພື່ອໃຫ້ມີພໍກິນພໍໃຊ້ ຫຼື ການຊ່ວຍເຫຼືອທາງດ້ານການເງິນ, ແລ້ວກໍບໍ່ຈຳເປັນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະຕ້ອງລຳບາກໄປຊອກຫາຄົນທີ່ຕ້ອງການ. ຖ້າມີຄົນດັ່ງກ່າວ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ຄວນຫຼີກລ່ຽງພວກເຂົາ ແລະ ຍິ່ງໄປກວ່ານັ້ນ ບໍ່ຄວນບໍ່ສົນໃຈພວກເຂົາ, ຢືນເບິ່ງຢູ່ເສີຍໆ ຫຼື ທໍາທ່າວ່າບໍ່ເຫັນພວກເຂົາ. ພວກເຂົາຄວນປະຕິບັດຕາມຫຼັກການ, ນີ້ຄືຄວາມຮັບຜິດຊອບຂອງພວກເຂົາ.
X. ແຜນສຸກເສີນ
ຂໍ້ທີສິບ, ແຜນສຸກເສີນ. ແຜນສຸກເສີນແມ່ນມີໄວ້ເພື່ອແກ້ໄຂບັນຫາພິເສດທີ່ເກີດຂຶ້ນໃນວຽກງານສ່ວນໃດສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ. ບໍ່ວ່າມັນຈະເປັນບັນຫາທີ່ຕ້ອງການການແກ້ໄຂຢ່າງຮີບດ່ວນທີ່ປາກົດໃນວຽກງານພຣະກິດຕິຄຸນ ຫຼື ວຽກງານບໍລິຫານ ຫຼື ວຽກງານວິຊາຊີບ ຫຼື ຖ້າມີກໍລະນີທີ່ກ່ຽວຂ້ອງກັບຜູ້ຕໍ່ຕ້ານພຣະຄຣິສ ຫຼື ຜູ້ນໍາປອມທີ່ກຳລັງຖືກຈັດການ ຫຼື ຖ້າມີສະຖານະການພິເສດບາງຢ່າງທີ່ຜູ້ຄົນຖືກເຮັດໃຫ້ຫຼົງຜິດກຳລັງຖືກແຍກແຍະ, ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ຢູ່ໃນໝວດໝູ່ຂອງແຜນສຸກເສີນ. ຕົວຢ່າງ: ຖ້າຄົນໃດຄົນໜຶ່ງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ຖ້າມີຜູ້ຕໍ່ຕ້ານພຣະຄຣິສກຳລັງກະທຳຕາມອຳເພີໃຈ ແລະ ເປັນຜະເດັດການ ແລະ ພະຍາຍາມສ້າງອານາຈັກຂອງພວກເຂົາເອງ ແລະ ອື່ນໆ, ທັນທີທີ່ເຮືອນຂອງພຣະເຈົ້າຄົ້ນພົບວ່າມັນສົມຄວນທີ່ຈະສ້າງການຈັດແຈງວຽກງານຂຶ້ນມາເພື່ອການວາງແຜນສະເພາະກ່ຽວກັບສະຖານະການໃດໜຶ່ງເຫຼົ່ານີ້, ເຮືອນຂອງພຣະເຈົ້າກໍຈະເຮັດການສື່ສານເປັນລາຍລັກອັກສອນທີ່ກ່ຽວຂ້ອງກັບແຕ່ລະສະຖານະການ. ແຜນສຸກເສີນແມ່ນອີງໃສ່ສະຖານະການສຸກເສີນບາງຢ່າງທີ່ກຳລັງເກີດຂຶ້ນໃນຄຣິສຕະຈັກໃນເວລານັ້ນ ແລະ ເບື້ອງເທິງກໍສ້າງການຈັດແຈງວຽກງານສະເພາະຕາມຄວາມຮ້າຍແຮງຂອງສະຖານະການ, ແລ້ວຈຶ່ງອອກ ແລະ ສື່ສານພວກມັນອອກໄປ. ແຜນການສະເພາະອາດຈະກ່ຽວຂ້ອງກັບລາຍການວຽກງານໃດໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ, ຕາບໃດທີ່ມັນຖືກຈັດແຈງໂດຍເບື້ອງເທິງ ແລະ ເບື້ອງເທິງກຳນົດໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຈັດຕັ້ງປະຕິບັດມັນ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງອອກ ແລະ ຈັດຕັ້ງປະຕິບັດມັນຕາມການຈັດແຈງວຽກງານຂອງເບື້ອງເທິງ. ພວກເຂົາຕ້ອງບໍ່ຖືເບົາຕໍ່ການຈັດແຈງວຽກງານເຫຼົ່ານີ້. ເມື່ອເບື້ອງເທິງສ້າງການຈັດແຈງວຽກງານປະເພດນີ້, ພວກມັນບໍ່ໄດ້ສຳຄັນໜ້ອຍໄປກວ່າວຽກງານບໍລິຫານ ຫຼື ວຽກງານວິຊາຊີບສະເພາະໃດໜຶ່ງ. ເຖິງແມ່ນວ່າການຈັດແຈງວຽກງານເຫຼົ່ານີ້ຈະເປັນພຽງການຊົ່ວຄາວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຍັງຄວນອອກ, ສື່ສານ, ຈັດຕັ້ງປະຕິບັດ ແລະ ຕິດຕາມພວກມັນຄືກັບການຈັດແຈງວຽກງານທີ່ເປັນທາງການ ແລະ ຕໍ່ມາກໍໃຫ້ຄຳອະທິບາຍ ແລະ ລາຍງານຕໍ່ເບື້ອງເທິງ, ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ແຜນສຸກເສີນບໍ່ໄດ້ແນໃສ່ລາຍການວຽກງານໃດໜຶ່ງໂດຍສະເພາະ, ນັ້ນກໍຄື ໃນເວລາໃດກໍຕາມ ເບື້ອງເທິງຈະມອບໝາຍວຽກງານ, ສ້າງຂໍ້ກຳນົດ ຫຼື ໃຫ້ການຈັດແຈງວຽກງານແກ່ຜູ້ນໍາທຸກລະດັບໃນທຸກຂົງເຂດ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງບໍ່ລະເລີຍວຽກງານປະເພດນີ້. ເນື່ອງຈາກພວກມັນເປັນການຈັດແຈງວຽກງານ ແລະ ພວກມັນຖືກມອບໝາຍແກ່ຜູ້ນໍາທຸກລະດັບ ແລະ ແກ່ທຸກຂົງເຂດ, ພວກມັນຈຶ່ງເປັນວຽກງານທີ່ຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນຢືນເບິ່ງຢູ່ເສີຍໆ ຫຼື ຈັດປະເພດວຽກງານຕາມຂອບເຂດ ຫຼື ຕາມວ່າວຽກງານນັ້ນເປັນໜ້າທີ່ຂອງພວກເຂົາ ຫຼື ບໍ່ ຫຼື ຄາດເດົາທ່ວງທຳນອງ ແລະ ຄວາມຮີບດ່ວນຂອງເບື້ອງເທິງໃນການຈັດແຈງວຽກງານ ເພື່ອຕັດສິນວ່າຈະຈັດຕັ້ງປະຕິບັດພວກມັນຢ່າງທັນການ ຫຼື ບໍ່. ສິ່ງດັ່ງກ່າວບໍ່ຄວນເກີດຂຶ້ນ, ແທນທີ່ຈະເປັນແນວນັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນວຽກງານນັ້ນຄືກັບວຽກງານທີ່ເປັນທາງການ ແລະ ເຮັດໃຫ້ມັນສຳເລັດໃນຂະນະທີ່ປະຕິບັດຕໍ່ມັນຄືກັບເປັນວຽກງານ ແລະ ການຝາກຝັງທີ່ສຳຄັນ, ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ມີແຜນສຸກເສີນໃນສະຖານະການພິເສດ ແລະ ນີ້ຄືວຽກງານທີ່ດຳເນີນໃນສະພາບການພິເສດ. ເມື່ອມີສິ່ງສະເພາະ ແລະ ພິເສດໃດໜຶ່ງເກີດຂຶ້ນ, ເບື້ອງເທິງຈະໃຊ້ສະພາບການ ແລະ ເຫດການເຫຼົ່ານີ້ ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງໄດ້ໃຊ້ໂອກາດນີ້ ເພື່ອແຍກແຍະຜູ້ຄົນ ແລະ ສິ່ງຕ່າງໆໂດຍໃຊ້ຄວາມຈິງໃນທາງທີ່ເປັນພາກປະຕິບັດຫຼາຍຂຶ້ນ, ເພື່ອຮຽນຮູ້ວິທີເບິ່ງທະລຸຜູ້ຄົນ ແລະ ສິ່ງຕ່າງໆ ແລະ ບັນລຸຄວາມເຂົ້າໃຈຄວາມຈິງທີ່ຍິ່ງໃຫຍ່ກວ່າເກົ່າ. ຈຸດປະສົງຂອງການເຮັດເຊັ່ນນີ້ກໍຄືເພື່ອເຮັດໃຫ້ຜູ້ຄົນສາມາດແຍກແຍະຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ນອກຈາກນີ້, ມັນຍັງຖືກເຮັດຂຶ້ນເພື່ອເຮັດໃຫ້ອ້າຍເອື້ອຍນ້ອງມີສະພາບແວດລ້ອມທີ່ງຽບສະຫງົບ, ເໝາະສົມ ແລະ ບໍ່ຖືກລົບກວນສຳລັບຊີວິດຄຣິສຕະຈັກຂອງພວກເຂົາ. ໃນອີກດ້ານໜຶ່ງ, ມັນຖືກເຮັດຂຶ້ນເພື່ອເຮັດໃຫ້ຜູ້ຄົນສາມາດຮຽນຮູ້ບົດຮຽນຕ່າງໆຢ່າງທັນການ ແລະ ໄດ້ຮັບການຝຶກຝົນ; ຫຼັງຈາກທີ່ໄດ້ຮັບການຝຶກຝົນຄັ້ງໜຶ່ງດ້ວຍວິທີນີ້, ຜູ້ຄົນກໍຈະມີຄວາມກ້າວໜ້າຢ່າງມະຫາສານໃນຊີວິດຂອງພວກເຂົາ. ນີ້ຄືວິທີທີ່ເບື້ອງເທິງໃຊ້ຝຶກຝົນຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ ແລະ ອ້າຍເອື້ອຍນ້ອງ, ໂດຍສະເພາະອ້າຍເອື້ອຍນ້ອງທີ່ໄລ່ຕາມຄວາມຈິງ. ບໍ່ມີເຈດຕະນາຮ້າຍໃນນັ້ນ, ເບື້ອງເທິງບໍ່ໄດ້ກຳລັງທໍລະມານຜູ້ຄົນ ຫຼື ເຮັດເລື່ອງເລັກນ້ອຍໃຫ້ເປັນເລື່ອງໃຫຍ່. ເຖິງແມ່ນວ່າພວກມັນຈະເປັນແຜນສຸກເສີນ, ເຊິ່ງເປັນການຈັດແຈງວຽກງານຊົ່ວຄາວ, ພວກມັນກໍຍັງມີຄວາມສຳຄັນ ແລະ ມີຄຸນຄ່າ ແລະ ເຮົາຫວັງວ່າຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ ແລະ ອ້າຍເອື້ອຍນ້ອງຈະສາມາດເຂົ້າໃຈສິ່ງນີ້ ແລະ ປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ.
ພວກເຮົາໄດ້ຂຽນລາຍການການຈັດແຈງວຽກງານທັງໝົດ 10 ລາຍການ ແລະ ຕອນນີ້ ເຮົາກໍໄດ້ໂອ້ລົມກ່ຽວກັບ 10 ລາຍການນີ້ຈົບແລ້ວໂດຍພື້ນຖານ. ເຮົາບໍ່ໄດ້ໂອ້ລົມກ່ຽວກັບພວກມັນຢ່າງລະອຽດຫຼາຍ, ແຕ່ສິ່ງທີ່ເຮົາໄດ້ໂອ້ລົມກໍພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຂົ້າໃຈ ແລະ ຢັ່ງຮູ້ວ່າການຈັດແຈງວຽກງານແມ່ນຫຍັງແທ້ ແລະ ເຮືອນຂອງພຣະເຈົ້າເຮັດວຽກງານສະເພາະໃດແດ່. ໃນອີກດ້ານໜຶ່ງ, ມັນເຮັດໃຫ້ພວກເຈົ້າສາມາດເຂົ້າໃຈໄດ້ວ່າພຣະເຈົ້າກຳລັງເຮັດຫຍັງແທ້ໃນຄຣິສຕະຈັກ ແລະ ໃນທ່າມກາງຜູ້ຄົນທີ່ພຣະອົງເລືອກຜ່ານລາຍການສະເພາະເຫຼົ່ານີ້. ວຽກງານຂອງເຮືອນຂອງພຣະເຈົ້າບໍ່ແມ່ນການພົວພັນກິດຈະການ ຫຼື ການເມືອງ ຫຼື ສິດທິມະນຸດ ແລະ ທັງບໍ່ແມ່ນການດຳເນີນກິດຈະກຳທາງການຄ້າໃດໆ; ລາຍການວຽກງານທີ່ເຮືອນຂອງພຣະເຈົ້າເຮັດກໍຄືສິ່ງທີ່ພົບເຫັນໃນການຈັດແຈງວຽກງານ. ດ້ວຍເຫດນັ້ນ, ພັກກຳອຳນາດ ແລະ ສະຖາບັນທາງສັງຄົມບາງແຫ່ງຈຶ່ງຕິດຕາມ, ຄົ້ນຄວ້າ ແລະ ສືບສວນຢູ່ສະເໝີວ່າເກີດຫຍັງຂຶ້ນກັບຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ບາງທີໂດຍການກວດສອບເລື່ອງນີ້, ຜ່ານການເບິ່ງວິດີໂອ ແລະ ເວັບໄຊຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍໄດ້ຢືນຢັນວ່າ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມເຊື່ອທີ່ແທ້ຈິງ ແລະ ບໍ່ໄດ້ກ່ຽວຂ້ອງກັບກິດຈະກຳທາງການເມືອງຂອງປະເທດໃດໆ. ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ທົນທຸກຕໍ່ການກົດຂີ່ຂົ່ມເຫັງ ແລະ ການໂຈມຕີຢ່າງປ່າເຖື່ອນຂອງພັກກອມມູນິດຈີນມາເປັນເວລາຫຼາຍປີ, ເຖິງຢ່າງໃດກໍຕາມ ກໍຍັງສືບຕໍ່ເທດສະໜາພຣະກິດຕິຄຸນ ແລະ ເປັນພະຍານຕໍ່ພຣະເຈົ້າ ແລະ ໄດ້ອັບໂຫຼດພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ວິດີໂອຄຳພະຍານທຸກປະເພດຂຶ້ນທາງອອນລາຍ, ນຳເອົາຜົນປະໂຫຍດອັນຍິ່ງໃຫຍ່ ແລະ ຫຼວງຫຼາຍມາສູ່ສັງຄົມມະນຸດ ແລະ ເປັນການຢັ້ງຢືນຢ່າງຄົບຖ້ວນວ່າ ພຣະເຈົ້າກຳລັງສະແດງອອກເຖິງຄວາມຈິງ ແລະ ຊ່ວຍມະນຸດໃຫ້ລອດພົ້ນຢ່າງຕໍ່ເນື່ອງໃນຍຸກສຸດທ້າຍ. ພວກເຂົາຄົ້ນຄວ້າແລ້ວຄົ້ນຄວ້າອີກ, ແລ້ວພວກເຂົາໄດ້ຮັບຜົນຫຍັງຈາກການຄົ້ນຄວ້າຂອງພວກເຂົາ? ພວກເຂົາຈະບໍ່ຜິດຫວັງຢ່າງຮ້າຍແຮງບໍ? ພວກເຂົາເຖິງຂັ້ນຄິດວ່າຈະຊອກຫາເຄື່ອງມືຕໍ່ລອງໃດເພື່ອຕິດປ້າຍ “ສາສະໜານອກຮີດ” ໃສ່ຄຣິສຕະຈັກຂອງພວກເຮົາ ແລະ ຕິດປ້າຍຄຣິສຕະຈັກວ່າຕໍ່ຕ້ານພັກ ແລະ ຕໍ່ຕ້ານລັດ. ແຕ່ຕອນນີ້ພວກເຂົາເຫັນວ່າພວກເຂົາບໍ່ສາມາດເຮັດແບບນີ້ໄດ້, ເມື່ອຕັດສິນຈາກການຈັດແຈງວຽກງານທີ່ຄຣິສຕະຈັກອອກມາຕະຫຼອດຫຼາຍປີ, ພວກເຂົາບໍ່ມີທາງທີ່ຈະຕິດປ້າຍເຫຼົ່ານີ້ໃສ່ຄຣິສຕະຈັກໄດ້ ແລະ ການຄົ້ນຄວ້າຂອງພວກເຂົາກໍສູນເປົ່າທັງໝົດ. ນີ້ກໍຄືກັນກັບຕອນທີ່ຊາວຢິວຄົ້ນຄວ້າກ່ຽວກັບອົງພຣະເຢຊູເຈົ້າໃນສະໄໝນັ້ນ. ພວກທຳມະຈານ, ພວກຟາຣີຊາຍ ແລະ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານໄດ້ຄົ້ນຄວ້າສິ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວ ແລະ ໄດ້ກະທຳ ແລະ ພົບວ່າບໍ່ມີສິ່ງໃດທີ່ພຣະອົງໄດ້ກະທຳນັ້ນຂັດຕໍ່ກົດໝາຍ ຫຼື ກ່ຽວຂ້ອງກັບການເມືອງ, ທຸກສິ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວ ແລະ ໄດ້ກະທຳນັ້ນລ້ວນແຕ່ຖືກຕ້ອງ, ເປັນຄວາມຈິງ ແລະ ສອດຄ່ອງກັບພຣະຄຳພີທັງໝົດ ແລະ ໃນທີ່ສຸດພວກເຂົາກໍຜິດຫວັງ. ຕອນນີ້ ໂລກສາສະໜາເຫັນວ່າເຮືອນຂອງພຣະເຈົ້າກຳລັງຜະລິດຮູບເງົາ ແລະ ວິດີໂອຄຳພະຍານຈາກປະສົບການຫຼາຍຂຶ້ນເລື້ອຍໆ ແລະ ໂດຍສະເພາະຢ່າງຍິ່ງໜັງສື ແລະ ການອ່ານພຣະທຳຂອງພຣະເຈົ້າກໍກຳລັງເພີ່ມຈຳນວນຂຶ້ນ, ແລ້ວພວກເຂົາຄິດແນວໃດ? ຖ້າພວກເຂົາບໍ່ສາມາດເຫັນໄດ້ວ່າສິ່ງທັງໝົດເຫຼົ່ານີ້ມາຈາກພຣະເຈົ້າ, ແລ້ວພວກເຂົາກໍໂງ່ຈ້າຢ່າງບໍ່ໜ້າເຊື່ອແທ້ໆ! ສິ່ງທີ່ມາຈາກພຣະເຈົ້າຈະຕ້ອງຈະເລີນຮຸ່ງເຮືອງ, ນີ້ຄືຜົນໄດ້ຮັບຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີຜູ້ໃດສາມາດປິດບັງສິ່ງນີ້ໄດ້. ຕອນນີ້ ພຣະທຳຂອງພຣະເຈົ້າໄດ້ເຜີຍແຜ່ໄປທົ່ວໂລກ ແລະ ຄວາມຈິງທີ່ພຣະອົງສະແດງອອກນັ້ນກໍຖືກວາງໄວ້ຕໍ່ໜ້າຂອງມະນຸດຊາດທັງໝົດ; ການປາກົດຕົວຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າກໍດຳເນີນໄປຂ້າງໜ້າຢ່າງຊົງພະລັງ, ບໍ່ມີຊາດໃດ ຫຼື ອຳນາດໃດສາມາດຕໍ່ຕ້ານມັນໄດ້. ມັງກອນແດງທີ່ຍິ່ງໃຫຍ່ໄດ້ຖືກເຮັດໃຫ້ອັບອາຍ ແລະ ປະລາໄຊຢ່າງສິ້ນເຊີງແລ້ວ! ບໍ່ວ່າໂລກສາສະໜາຈະກ່າວໂທດມັນແນວໃດກໍຕາມ, ພວກເຂົາກໍບໍ່ສາມາດຕໍ່ຕ້ານພາລະກິດຂອງພຣະເຈົ້າໄດ້ ແລະ ໃນທີ່ສຸດ ພວກເຂົາກໍພຽງແຕ່ສາມາດຖືກກຳຈັດ ແລະ ຖືກຈົມຫາຍໄປໂດຍກະແສຄື້ນແຫ່ງພາລະກິດຂອງພຣະອົງເທົ່ານັ້ນ.
ຕອນນີ້ ເຮົາໄດ້ໂອ້ລົມກ່ຽວກັບລາຍການການຈັດແຈງວຽກງານຈົບແລ້ວ. ສິ່ງທີ່ເຮົາໄດ້ໂອ້ລົມກັນນັ້ນບໍ່ແມ່ນວຽກງານທັງໝົດທີ່ເຮືອນຂອງພຣະເຈົ້າເຮັດບໍ? ວຽກງານນີ້ຄືສິ່ງທີ່ພວກເຈົ້າເຫັນດ້ວຍຕາ, ສິ່ງທີ່ພວກເຈົ້າໄດ້ຍິນດ້ວຍຫູ ແລະ ສິ່ງທີ່ພວກເຈົ້າໄດ້ປະສົບ ແລະ ເຫັນຄຸນຄ່າດ້ວຍຕົວພວກເຈົ້າເອງ, ບໍ່ມີຫຍັງເປັນຄວາມລັບກ່ຽວກັບມັນ. ມັງກອນແດງທີ່ຍິ່ງໃຫຍ່ມີການຈັດແຈງວຽກງານທັງໝົດຂອງຄຣິສຕະຈັກຕະຫຼອດຫຼາຍປີທີ່ຜ່ານມາ, ການຈັດແຈງວຽກງານທີ່ພວກເຂົາຄອບຄອງນັ້ນມີຈຳນວນຫຼວງຫຼາຍ ແລະ ຄົບຖ້ວນ. ພວກເຂົາສຶກສາພວກມັນທຸກມື້ ແລະ ພວກເຂົາກໍສຶກສາແລ້ວສຶກສາອີກຈົນໃນທີ່ສຸດພວກເຂົາກໍໄດ້ຂໍ້ສະຫຼຸບນີ້: “ຖ້າຜູ້ຄົນເຫຼົ່ານີ້ເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ເປັນພະຍານຕໍ່ພາລະກິດຂອງພຣະເຈົ້າຢ່າງຕໍ່ເນື່ອງດ້ວຍວິທີນີ້, ແລ້ວມັນກໍຈະກາຍເປັນຫາຍະນະທີ່ຮ້າຍແຮງທີ່ສຸດ! ຜູ້ຄົນທັງໝົດເຫຼົ່ານີ້ຕ້ອງຖືກກຳຈັດໃຫ້ໝົດສິ້ນ ແລະ ພວກເຂົາຈະຕ້ອງບໍ່ຖືກລະເວັ້ນ ເຖິງແມ່ນວ່າພວກເຂົາຈະຫຼົບໜີໄປຕ່າງປະເທດກໍຕາມ”. ເຈົ້າເຫັນບໍ, ມານຮ້າຍບໍ່ຄືກັນກັບຄົນທີ່ເສື່ອມຊາມທຳມະດາ, ພວກມັນຈະຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ. ຖ້າຄົນທີ່ເສື່ອມຊາມທຳມະດາເຫັນຄຳພະຍານຈາກຄຣິສຕະຈັກ, ພວກເຂົາກໍສາມາດເຂົ້າໃຈພວກມັນໄດ້, ພວກເຂົາຄິດວ່າພວກມັນສົມເຫດສົມຜົນ ແລະ ພວກເຂົາຈະບໍ່ມີສ່ວນຮ່ວມໃນການຂົ່ມເຫັງໃດໆ. ເຖິງຢ່າງໃດກໍຕາມ, ຊາຕານ ແລະ ມານຮ້າຍບໍ່ໄດ້ເປັນແບບນີ້. ເມື່ອພວກມັນເຫັນເຈົ້າຕິດຕາມພຣະເຈົ້າ ແລະ ເປັນພະຍານຕໍ່ພຣະເຈົ້າ, ພວກມັນກໍກຽດຊັງເຈົ້າ, ພວກມັນຢາກຂ້າເຈົ້າ ແລະ ພວກມັນບໍ່ອະນຸຍາດໃຫ້ເຈົ້າມີຊີວິດຢູ່. ຖ້າເຈົ້າບໍ່ເຮັດຕາມທີ່ພວກມັນເວົ້າ ແລະ ບໍ່ນະມັດສະການພວກມັນ, ແລ້ວພວກມັນກໍຈະບໍ່ມີວັນປ່ອຍເຈົ້າໄປ ແລະ ພວກມັນກໍຈະບໍ່ປ່ອຍໃຫ້ເຈົ້າມີຊີວິດຢູ່. ພວກມັນຈະໄລ່ລ່າເຈົ້າຈົນຕາຍບໍ່ວ່າເຈົ້າຈະໄປໃສກໍຕາມ; ເຖິງແມ່ນວ່າເຈົ້າຈະໄປຈົນສຸດຂອບໂລກ, ພວກມັນກໍຍັງຈະບໍ່ປ່ອຍເຈົ້າໄປ. ນີ້ຄືສິ່ງທີ່ມັງກອນແດງທີ່ຍິ່ງໃຫຍ່ເຮັດ. ນີ້ຄືຄວາມຊົ່ວຊ້າຂອງຊາຕານ ແລະ ມັນແຕກຕ່າງຈາກຄົນທີ່ເສື່ອມຊາມທຳມະດາ. ເຈົ້າຕ້ອງເຂົ້າໃຈຈຸດນີ້ໃຫ້ແຈ່ມແຈ້ງ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?