ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9) ສ່ວນທີ ສອງ
III. ວຽກງານພຣະກິດຕິຄຸນ
ຂໍ້ທີສາມ, ວຽກງານພຣະກິດຕິຄຸນ. ວຽກງານພຣະກິດຕິຄຸນແມ່ນລາຍການວຽກງານວິຊາຊີບສະເພາະລາຍການໃຫຍ່ລາຍການທຳອິດ ຖັດຈາກວຽກງານບໍລິຫານ ແລະ ວຽກງານບຸກຄະລາກອນໃນເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າໄດ້ມີການຈັດແຈງວຽກງານຫຼາຍຢ່າງຢ່າງຕໍ່ເນື່ອງສຳລັບວຽກງານລາຍການນີ້, ໂດຍໄດ້ມີການຈັດແຈງວຽກງານສະເພາະກ່ຽວກັບຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນ, ຂອບເຂດທາງພູມສາດສຳລັບການເທດສະໜາພຣະກິດຕິຄຸນ ແລະ ວິທີການ ແລະ ແນວທາງໃນການເທດສະໜາພຣະກິດຕິຄຸນ. ໃນເວລາດຽວກັນ, ເຮືອນຂອງພຣະເຈົ້າຍັງມີຄຳກ່າວສະເພາະໃນການຈັດແຈງວຽກງານກ່ຽວກັບໜັງສືພຣະທຳຂອງພຣະເຈົ້າ, ຮູບເງົາ ແລະ ວິດີໂອ ແລະ ລາຍການບັນເທີງທີ່ຈຳເປັນສຳລັບການເທດສະໜາພຣະກິດຕິຄຸນທຸກປະເພດອີກດ້ວຍ ແລະ ແມ່ນແຕ່ຄຳກ່າວກ່ຽວກັບແນວຄິດຕ່າງໆທີ່ພົບເຫັນໄດ້ທົ່ວໄປ ແລະ ຄຳຖາມທີ່ຖືກຖາມເລື້ອຍໆຂອງຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນ. ຄຳກ່າວບາງຢ່າງອາດຈະບໍ່ໄດ້ຖືກນຳສະເໜີເປັນລາຍລັກອັກສອນໂດຍສະເພາະ, ແຕ່ກໍມີຫຼາຍຢ່າງທີ່ຢູ່ໃນການໂອ້ລົມທາງວາຈາ ແລະ ຄຳເວົ້າ. ວຽກງານພຣະກິດຕິຄຸນກຳລັງຄືບໜ້າ ແລະ ດຳເນີນໄປຢູ່ສະເໝີ ແລະ ເມື່ອວຽກງານນີ້ຄືບໜ້າໄປ, ເຮືອນຂອງພຣະເຈົ້າກໍໄດ້ສ້າງການຈັດແຈງວຽກງານ ແລະ ຂໍ້ກຳນົດສະເພາະກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ທີ່ກຳລັງປະເຊີນຢູ່ຢ່າງຕໍ່ເນື່ອງ ແລະ ຍັງໄດ້ອອກຂໍ້ຮຽກຮ້ອງ ແລະ ວຽກງານສະເພາະບາງຢ່າງໃຫ້ກັບຜູ້ເຮັດວຽກພຣະກິດຕິຄຸນ, ຜູ້ຊ່ວຍວຽກພຣະກິດຕິຄຸນ ແລະ ຜູ້ຮັບຜິດຊອບວຽກງານພຣະກິດຕິຄຸນ. ເຖິງແມ່ນວ່າໃນໄລຍະຫຼັງນີ້ ເຮືອນຂອງພຣະເຈົ້າຈະບໍ່ໄດ້ກ່າວຫຍັງຫຼາຍກ່ຽວກັບການຈັດແຈງສຳລັບວຽກງານພຣະກິດຕິຄຸນ, ແຕ່ຄວາມຈິງໃນດ້ານນີ້ກໍໄດ້ຮັບການໂອ້ລົມກັນເລື້ອຍໆໃນຄຣິສຕະຈັກ. ໂດຍສະເພາະຢ່າງຍິ່ງ, ຫຼັງຈາກທີ່ພຣະກິດຕິຄຸນເລີ່ມເຜີຍແຜ່ໄປຕ່າງປະເທດ, ເຮືອນຂອງພຣະເຈົ້າກໍໄດ້ມີການຈັດແຈງວຽກງານສະເພາະສຳລັບວຽກງານການແປໃນພາສາຕ່າງໆ. ຜູ້ແປ ແລະ ຜູ້ເຮັດວຽກພຣະກິດຕິຄຸນທີ່ຄຸ້ນເຄີຍກັບພາສາຕ່າງປະເທດຕ່າງໆກໍໄດ້ທຸ່ມເທທຸກຢ່າງເພື່ອຮ່ວມມືໃນວຽກງານປະເພດນີ້ ແລະ ເຮືອນຂອງພຣະເຈົ້າກໍໄດ້ລົງທຶນຊັບພະຍາກອນມະນຸດປະເພດນີ້ຈຳນວນຫຼາຍເພື່ອຮ່ວມມືໃນວຽກງານພຣະກິດຕິຄຸນ ແລະ ສິ່ງນີ້ກໍສອດຄ່ອງກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ສະຫຼຸບແລ້ວ, ເບື້ອງເທິງຈະນຳພາ, ສອບຖາມ, ຕິດຕາມ ແລະ ຊີ້ນຳວຽກງານການເຜີຍແຜ່ພຣະກິດຕິຄຸນເປັນສ່ວນຕົວຢູ່ສະເໝີ. ແລ້ວຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸ ເມື່ອເວົ້າເຖິງວຽກງານລາຍການນີ້ແມ່ນຫຍັງ? ການມີຜູ້ຮັບຜິດຊອບສຳລັບວຽກງານພຣະກິດຕິຄຸນບໍ່ໄດ້ໝາຍຄວາມວ່າຜູ້ນໍາ ແລະ ຜູ້ເຮັດວຽກສາມາດປ່ອຍປະລະເລີຍໄດ້ຢ່າງສິ້ນເຊີງ, ບໍ່ໃສ່ໃຈວຽກງານ, ບໍ່ສອບຖາມກ່ຽວກັບມັນ ແລະ ພຽງແຕ່ບໍ່ສົນໃຈ, ໂດຍຄິດວ່າ: “ປ່ອຍໃຫ້ວຽກງານດຳເນີນໄປແນວໃດກໍໄດ້. ມັນບໍ່ກ່ຽວຫຍັງກັບຂ້ອຍດອກ. ຂ້ອຍຮັບຜິດຊອບຊີວິດຄຣິສຕະຈັກ ແລະ ວຽກງານວິຊາຊີບປະເພດຕ່າງໆ. ມັນບໍ່ແມ່ນເລື່ອງຂອງຂ້ອຍ ຖ້າມີບັນຫາກັບວຽກງານພຣະກິດຕິຄຸນ”. ແບບນີ້ໃຊ້ໄດ້ບໍ? (ບໍ່ໄດ້.) ນີ້ຄືການລະເລີຍຄວາມຮັບຜິດຊອບຂອງເຈົ້າ. ລາຍການວຽກງານທີ່ສຳຄັນທີ່ສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນສຸມໃສ່, ໃນບັນດາວຽກງານທັງໝົດຂອງເຮືອນຂອງພຣະເຈົ້າ, ກໍຄືວຽກງານພຣະກິດຕິຄຸນ. ເຈົ້າອາດຈະບໍ່ໄດ້ຖືກມອບໝາຍໃຫ້ຮັບຜິດຊອບໂດຍກົງຕໍ່ວຽກງານລາຍການນີ້, ແຕ່ເຈົ້າຕ້ອງສອບຖາມກ່ຽວກັບວ່າມັນກຳລັງຂະຫຍາຍຕົວຫຼາຍສໍ່າໃດ ແລະ ສະຖານະຄວາມຄືບໜ້າຂອງມັນເປັນແນວໃດ, ເຈົ້າຕ້ອງຕິດຕາມ, ຮັບຮູ້ ແລະ ກຳແໜ້ນສິ່ງເຫຼົ່ານີ້. ໂດຍສະເພາະຢ່າງຍິ່ງກ່ຽວກັບບຸກຄະລາກອນທີ່ສຳຄັນບາງຄົນເຊັ່ນ: ຜູ້ເທດສະໜາພຣະກິດຕິຄຸນ ແລະ ຜູ້ຫົດນ້ຳໃນທີມງານພຣະກິດຕິຄຸນ, ຕະຫຼອດຈົນເຖິງຜູ້ຮັບຜິດຊອບວຽກງານພຣະກິດຕິຄຸນ, ເຈົ້າຕ້ອງກຳແໜ້ນສະຖານະການຂອງພວກເຂົາໃຫ້ທັນການຢູ່ສະເໝີ ແລະ ຖ້າມີບັນຫາເກີດຂຶ້ນກັບບຸກຄະລາກອນເຫຼົ່ານີ້, ເຈົ້າກໍຕ້ອງແກ້ໄຂພວກມັນໂດຍທັນທີ, ເຈົ້າບໍ່ຄວນປັດຄວາມຮັບຜິດຊອບວຽກງານນີ້ ຫຼັງຈາກທີ່ມັນໄດ້ຖືກມອບໝາຍໄປແລ້ວ. ຍິ່ງໄປກວ່ານັ້ນ, ພວກເຈົ້າຕ້ອງກວດກາ ແລະ ຊີ້ນໍາຜູ້ເທດສະໜາພຣະກິດຕິຄຸນທຸກຄົນທີ່ກ່ຽວຂ້ອງກັບວຽກງານການເຜີຍແຜ່ພຣະກິດຕິຄຸນຢ່າງເປັນປະຈຳ, ລວມທັງຜູ້ທີ່ຢູ່ໃນຄຣິສຕະຈັກ ແລະ ຜູ້ເທດສະໜາພຣະກິດຕິຄຸນທາງອອນລາຍແນວໜ້າ, ຕະຫຼອດຈົນເຖິງຜູ້ຫົດນໍ້າໃນແຕ່ລະທີມ. ມັນໄດ້ຖືກກຳນົດໄວ້ດົນນານແລ້ວໂດຍການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າວ່າ ຜູ້ເທດສະໜາພຣະກິດຕິຄຸນ ແລະ ຜູ້ຫົດນໍ້າທຸກຄົນຕ້ອງໄດ້ຮັບການຝຶກຝົນພິເສດ. ການຝຶກຝົນພິເສດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຕ້ອງໄດ້ຮັບການຮັບປະກັນວ່າຜູ້ເທດສະໜາພຣະກິດຕິຄຸນ ແລະ ຜູ້ຫົດນ້ຳມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຄວາມຈິງແຫ່ງນິມິດ ແລະ ພວກເຂົາສາມາດອະທິບາຍສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ. ຖ້າມີຄວາມຈິງແຫ່ງນິມິດດ້ານໃດທີ່ພວກເຂົາບໍ່ເຂົ້າໃຈຢ່າງແຈ່ມແຈ້ງທັງໝົດ, ແລ້ວກໍຕ້ອງມີການໂອ້ລົມກັນເລື້ອຍໆກ່ຽວກັບມັນ ແລະ ຍິ່ງຄວາມເຂົ້າໃຈຂອງຜູ້ເທດສະໜາພຣະກິດຕິຄຸນ ແລະ ຜູ້ຫົດນ້ຳລະອຽດຫຼາຍເທົ່າໃດ ກໍຍິ່ງດີເທົ່ານັ້ນ. ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານສຳລັບເລື່ອງນີ້, ແມ່ນບໍ? (ແມ່ນແລ້ວ.) ວຽກງານການເຜີຍແຜ່ພຣະກິດຕິຄຸນແມ່ນລາຍການວຽກງານທີ່ສະເພາະເຈາະຈົງ ແລະ ຊັບຊ້ອນ ເຊິ່ງລວມມີວຽກງານຍ່ອຍຫຼາຍຢ່າງ. ມັນຕ້ອງໄດ້ຮັບການຮັບປະກັນວ່າ ແຕ່ລະວຽກງານຖືກເຮັດເປັນຢ່າງດີ ແລະ ຖືກຕິດຕາມຢ່າງໃກ້ຊິດ; ນີ້ຄືການຝາກຝັງຂອງພຣະເຈົ້າ. ແຕ່ລະວຽກງານຕ້ອງຖືກເຮັດເປັນຢ່າງດີ ແລະ ຕ້ອງໄດ້ຮັບການຮັບປະກັນວ່າ ຜົນໄດ້ຮັບຂອງແຕ່ລະວຽກງານຈະດີຂຶ້ນຢ່າງຕໍ່ເນື່ອງ, ມີພຽງສິ່ງນີ້ເທົ່ານັ້ນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ວຽກງານວິຊາຊີບປະເພດອື່ນໆທັງໝົດເຊັ່ນ: ການຜະລິດຮູບເງົາ, ວຽກງານຂໍ້ຄວາມ, ດົນຕີ, ສິລະປະ ແລະ ການແປ, ມີໄວ້ເພື່ອສະໜັບສະໜູນ ແລະ ເປັນກຳລັງໜູນໃຫ້ແກ່ວຽກງານພຣະກິດຕິຄຸນ ແລະ ວຽກງານພຣະກິດຕິຄຸນກໍຄືວຽກງານແນວໜ້າຂອງວຽກງານທັງໝົດ. ສະນັ້ນ, ຜູ້ທີ່ປະຕິບັດໜ້າທີ່ຕ່າງໆຕ້ອງເຮັດວຽກຂອງຕົນໃຫ້ດີ ແລະ ບັນລຸຜົນໄດ້ຮັບຕາມທີ່ພຣະເຈົ້າຕ້ອງການ. ດ້ວຍວິທີນີ້, ພວກເຂົາກໍຈະມີສ່ວນຮ່ວມໃນວຽກງານການເຜີຍແຜ່ພຣະກິດຕິຄຸນ. ນີ້ກໍເພາະວ່າວຽກງານວິຊາຊີບປະເພດອື່ນໆທັງໝົດນີ້ມີໄວ້ເພື່ອຮັບໃຊ້ການເຜີຍແຜ່ພຣະກິດຕິຄຸນ ແລະ ວຽກງານທັງໝົດນີ້ຕ້ອງມີຈຸດສູນກາງຢູ່ທີ່ວຽກງານການເຜີຍແຜ່ພຣະກິດຕິຄຸນ ແລະ ຈັດຫາສິ່ງຕ່າງໆທີ່ຈຳເປັນໃຫ້ຢ່າງບໍ່ຂາດສາຍ. ໃນທຸກມື້ນີ້, ເອກະສານ, ຮູບເງົາ ແລະ ວິດີໂອຕ່າງໆທັງໝົດທີ່ຈຳເປັນສຳລັບການເທດສະໜາພຣະກິດຕິຄຸນແມ່ນຖືກສ້າງຂຶ້ນໂດຍຄວາມພະຍາຍາມຂອງປະຊາກອນທີ່ພຣະເຈົ້າເລືອກຫຼາຍຄົນທີ່ຢູ່ເບື້ອງຫຼັງ. ທຸກສິ່ງທີ່ຄົນເຫຼົ່ານີ້ເຮັດຢູ່ເບື້ອງຫຼັງກໍເປັນການສະໜັບສະໜູນທີ່ເຂັ້ມແຂງໃຫ້ແກ່ວຽກງານການເຜີຍແຜ່ພຣະກິດຕິຄຸນ. ໃນອະດີດ, ເຮືອນຂອງພຣະເຈົ້າບໍ່ໄດ້ມີຜົນງານຮູບເງົາປະເພດຕ່າງໆ, ບໍ່ໄດ້ມີບົດເພງຫຼາຍ ແລະ ບໍ່ໄດ້ມີວິດີໂອຄຳພະຍານຈາກປະສົບການຫຼາຍປານໃດ. ມັນອາໄສພຽງແຕ່ຜູ້ເຮັດວຽກພຣະກິດຕິຄຸນທີ່ໃຫ້ການໂອ້ລົມຢ່າງຕໍ່ເນື່ອງ. ຜູ້ເຮັດວຽກພຣະກິດຕິຄຸນຈະເວົ້າຈົນປາກແຫ້ງ ແລະ ມັນກໍບໍ່ໄດ້ໝາຍຄວາມວ່າຈະເຫັນຜົນໄດ້ຮັບທີ່ສຳຄັນສະເໝີໄປ ແລະ ມັນກໍເປັນເລື່ອງຍາກທີ່ຈະໄດ້ຮັບແມ່ນແຕ່ຄົນດຽວ. ຫຼັງຈາກທີ່ຄຣິສຕະຈັກໄດ້ຜະລິດວິດີໂອທຸກປະເພດຂຶ້ນມາ, ວຽກງານຂອງທີມງານພຣະກິດຕິຄຸນກໍຂ້ອນຂ້າງເບົາບາງລົງ ແລະ ງ່າຍກວ່າແຕ່ກ່ອນຫຼາຍ ແລະ ປະສິດທິພາບຂອງວຽກງານກໍເພີ່ມຂຶ້ນ. ບາງຄົນກໍດື້ດ້ານ ແລະ ມີແນວຄິດແບບອະນຸລັກນິຍົມ ແລະ ເມື່ອເຈົ້າເທດສະໜາພຣະກິດຕິຄຸນໃຫ້ພວກເຂົາ, ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ, ມັນກໍບໍ່ໄດ້ຜົນ ແລະ ພວກເຂົາກໍຍັງຍຶດໝັ້ນໃນແນວຄິດຂອງພວກເຂົາ ແລະ ປະຕິເສດທີ່ຈະຍອມຮັບມັນ, ແລ້ວເຈົ້າຈະເຮັດແນວໃດ? ເຈົ້າໃຫ້ພວກເຂົາເບິ່ງຮູບເງົາຄຳພະຍານພຣະກິດຕິຄຸນຈັກເລື່ອງໜຶ່ງ ຫຼື ສອງເລື່ອງ, ແລ້ວແນວຄິດຂອງພວກເຂົາກໍຈະປ່ຽນແປງໄປ ແລະ ພວກເຂົາກໍຈະເລີ່ມມີຄວາມຮູ້ສຶກທີ່ດີຕໍ່ເສັ້ນທາງທີ່ແທ້ຈິງ. ເມື່ອພວກເຂົາກັບມາສະແຫວງຫາອີກຄັ້ງ, ກໍຈະບໍ່ມີອຸປະສັກ ຫຼື ສິ່ງກີດຂວາງທີ່ໃຫຍ່ຫຼວງໃນໃຈຂອງພວກເຂົາອີກຕໍ່ໄປ ແລະ ເມື່ອເຈົ້າໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາອີກຄັ້ງ, ພວກເຂົາກໍສາມາດຍອມຮັບມັນໄດ້ຢ່າງງ່າຍດາຍ. ນັ້ນຄືເຫດຜົນທີ່ວ່າຜົນໄດ້ຮັບຈະປາກົດໃຫ້ເຫັນຢ່າງຊັດເຈນ ເມື່ອພວກເຈົ້າໃຫ້ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນເບິ່ງຮູບເງົາທີ່ຜະລິດໂດຍເຮືອນຂອງພຣະເຈົ້າ ຫຼື ອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ ຫຼື ໃຫ້ພວກເຂົາເບິ່ງວິດີໂອຄຳພະຍານຈາກປະສົບການ, ການເຮັດແບບນີ້ມີປະສິດທິຜົນຫຼາຍກວ່າການທີ່ເຈົ້າຈະເວົ້າກັບພວກເຂົາບໍ່ວ່າຈະຫຼາຍສໍ່າໃດກໍຕາມ. ບໍ່ວ່າໃຜກໍຕາມທີ່ກຳລັງສະແຫວງຫາ ແລະ ສືບສວນເສັ້ນທາງທີ່ແທ້ຈິງ, ກ່ອນອື່ນ ໃຫ້ພວກເຂົາເບິ່ງຮູບເງົາສອງສາມເລື່ອງ ແລະ ຈາກນັ້ນກໍໃຫ້ພວກເຂົາອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ເຊິ່ງຈະເປັນການປູທາງໄວ້ໃຫ້ພວກເຂົາ. ຫຼັງຈາກນີ້, ກໍໃຫ້ໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາເພື່ອແກ້ໄຂແນວຄິດຂອງພວກເຂົາ. ສິ່ງນີ້ຈະເຮັດໃຫ້ທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼຫຼາຍຂຶ້ນ. ໃນປັດຈຸບັນນີ້, ຜູ້ທີ່ກຳລັງສືບສວນເສັ້ນທາງທີ່ແທ້ຈິງໄດ້ເບິ່ງຮູບເງົາ ແລະ ວິດີໂອຄຳພະຍານຫຼາຍເລື່ອງທີ່ຜະລິດໂດຍເຮືອນຂອງພຣະເຈົ້າທາງອິນເຕີເນັດແລ້ວ ແລະ ໂດຍສະເພາະຢ່າງຍິ່ງ, ພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍແລ້ວ; ກ່ອນທີ່ພວກເຂົາຈະມາສະແຫວງຫາ ແລະ ສືບສວນ ພວກເຂົາກໍມີຄວາມຮູ້ສຶກທີ່ດີຕໍ່ເສັ້ນທາງທີ່ແທ້ຈິງແລ້ວ ແລະ ໂດຍພື້ນຖານແລ້ວ ພວກເຂົາກໍໄດ້ຮັບຮູ້ແລ້ວວ່ານີ້ຄືເສັ້ນທາງທີ່ແທ້ຈິງ. ພວກເຈົ້າໄດ້ຄົ້ນພົບຫຍັງໃນເລື່ອງນີ້ບໍ? ຮູບເງົາເຫຼົ່ານີ້, ວິດີໂອການອ່ານພຣະທຳຂອງພຣະເຈົ້າເຫຼົ່ານີ້, ວິດີໂອຄຳພະຍານຈາກປະສົບການເຫຼົ່ານີ້, ວິດີໂອເພງສັນລະເສີນ ແລະ ອື່ນໆທີ່ເຮືອນຂອງພຣະເຈົ້າຜະລິດຂຶ້ນມາລ້ວນແຕ່ມີປະສິດທິຜົນຫຼາຍໃນການເປັນພະຍານຕໍ່ພຣະເຈົ້າ! ບໍ່ຈຳເປັນຕ້ອງເສຍນໍ້າລາຍໂອ້ລົມ ແລະ ໂຕ້ຖຽງກັບຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຫຼາຍ; ເມື່ອພວກເຂົາໄດ້ເບິ່ງວິດີໂອເຫຼົ່ານີ້ແລ້ວ, ພວກເຂົາກໍສາມາດຍອມຮັບເສັ້ນທາງທີ່ແທ້ຈິງໄດ້. ສິ່ງນີ້ຊ່ວຍປະຢັດເວລາໃຫ້ກັບຜູ້ທີ່ກຳລັງເທດສະໜາພຣະກິດຕິຄຸນໄດ້ຢ່າງຫຼວງຫຼາຍ ແລະ ມັນກໍສະແດງໃຫ້ເຫັນວ່າກຳລັງສະໜັບສະໜູນທັງໝົດສຳລັບການເທດສະໜາພຣະກິດຕິຄຸນນັ້ນມີພະລັງຫຼາຍ! ມີຊັບພະຍາກອນປະເພດຕ່າງໆສຳລັບການເທດສະໜາພຣະກິດຕິຄຸນຢ່າງຫຼວງຫຼາຍ! ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຫຼາຍຄົນກໍຕົກຕະລຶງເມື່ອພວກເຂົາເຂົ້າເບິ່ງທາງອອນລາຍເພື່ອສືບສວນພາລະກິດຂອງພຣະເຈົ້າ, ເພາະວ່າມີຫຼາຍສິ່ງຫຼາຍຢ່າງທີ່ຢູ່ໃນເວັບໄຊຂອງເຮືອນຂອງພຣະເຈົ້າ ແລະ ມີເນື້ອຫາທີ່ອຸດົມສົມບູນຫຼາຍ! ພຣະທຳຂອງພຣະເຈົ້າກໍອຸດົມສົມບູນ, ມີຮູບເງົາ ແລະ ວິດີໂອທຸກປະເພດຢ່າງອຸດົມສົມບູນ ແລະ ມີທຸກສິ່ງທີ່ພວກເຈົ້າຕ້ອງການຢ່າງອຸດົມສົມບູນ ເມື່ອເວົ້າເຖິງຄຳພະຍານຈາກປະສົບການ. ນີ້ຄືຜົນໄດ້ຮັບຈາກພາລະກິດ ແລະ ການນຳພາຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ! ທັງໝົດນີ້ລ້ວນແລ້ວແຕ່ມາຈາກພາລະກິດຂອງພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າຈະເປັນມັງກອນແດງທີ່ຍິ່ງໃຫຍ່ ແລະ ໂລກສາສະໜາຈະເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ ແລະ ໃສ່ຮ້າຍປ້າຍສີມັນແນວໃດກໍຕາມ, ມັນກໍໄຮ້ປະໂຫຍດທັງສິ້ນ. ບໍ່ວ່າໃນກໍລະນີໃດກໍຕາມ, ຜົນໄດ້ຮັບທີ່ບັນລຸໄດ້ ແລະ ໝາກຜົນທີ່ເກັບກ່ຽວໄດ້ຈາກລາຍການວຽກງານທັງໝົດຂອງເຮືອນຂອງພຣະເຈົ້າກໍເປັນທີ່ປະຈັກແກ່ສາຍຕາທຸກຄົນ ແລະ ພວກມັນກໍຄືຄວາມເປັນຈິງທີ່ສຳເລັດໂດຍພຣະທຳຂອງພຣະເຈົ້າ.
ໃນວຽກງານການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ, ລາຍການວຽກງານທັງໝົດຂອງເຮືອນຂອງພຣະເຈົ້າແມ່ນຖືກຈັດຕັ້ງຢ່າງເປັນລະບົບ ແລະ ດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ. ວຽກງານການເຜີຍແຜ່ພຣະກິດຕິຄຸນແມ່ນລາຍການວຽກງານທີ່ສຳຄັນ, ຍາວນານ ແລະ ຍາກລຳບາກ. ສະນັ້ນ, ຜູ້ທີ່ຮັບຜິດຊອບວຽກງານພຣະກິດຕິຄຸນ, ບໍ່ວ່າພວກເຂົາຈະເປັນຜູ້ຮັບຜິດຊອບ ຫຼື ຜູ້ເຮັດວຽກພຣະກິດຕິຄຸນທຳມະດາ, ກໍຄວນຢັ້ງຢືນຄວາມສຳຄັນຂອງວຽກງານນີ້ໃນໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຈົ້າກຳລັງເຮັດວຽກຢູ່ແນວໜ້າຂອງພຣະກິດຕິຄຸນ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າ, ແຕ່ຢູ່ເບື້ອງຫຼັງຂອງພວກເຈົ້າ, ເຊິ່ງກໍຄືຢູ່ເບື້ອງຫຼັງສາກ, ກໍມີອ້າຍເອື້ອຍນ້ອງຫຼາຍຄົນທີ່ກຳລັງເຮັດວຽກງານສະໜັບສະໜູນປະເພດຕ່າງໆ ແລະ ພວກເຂົາກໍຄືກຳລັງທີ່ສະໜັບສະໜູນວຽກງານການເຜີຍແຜ່ພຣະກິດຕິຄຸນ. ເຮົາໝາຍຄວາມວ່າແນວໃດ? ວຽກງານທັງໝົດຂອງເຮືອນຂອງພຣະເຈົ້າແມ່ນມີຈຸດສູນກາງຢູ່ທີ່ການເຜີຍແຜ່ພຣະກິດຕິຄຸນ ແລະ ໜ້າທີ່ທີ່ປະຊາກອນທີ່ພຣະເຈົ້າເລືອກທຸກຄົນປະຕິບັດກໍແມ່ນເພື່ອຮັບໃຊ້ການເຜີຍແຜ່ພຣະກິດຕິຄຸນ. ອ້າຍເອື້ອຍນ້ອງທຸກຄົນທີ່ປະຕິບັດໜ້າທີ່ລ້ວນແຕ່ມີສ່ວນຮ່ວມໃນວຽກງານພຣະກິດຕິຄຸນ ແລະ ທຸກລາຍການວຽກງານກໍກ່ຽວຂ້ອງກັນຢ່າງໃກ້ຊິດ ແລະ ສະໜິດແໜ້ນກັບວຽກງານພຣະກິດຕິຄຸນ. ສະຫຼຸບແລ້ວ, ທຸກລາຍການວຽກງານ, ລວມທັງວຽກງານພຣະກິດຕິຄຸນເອງ, ກໍຄືໜ້າທີ່ທີ່ຄວນປະຕິບັດໃຫ້ດີເພື່ອເປັນພະຍານໃຫ້ແກ່ວຽກງານຂອງພຣະເຈົ້າ. ທຸກລາຍການວຽກງານລ້ວນແຕ່ກ່ຽວຂ້ອງກັນຢ່າງໃກ້ຊິດກັບວຽກງານທີ່ສຳຄັນທີ່ສຸດ, ເຊິ່ງກໍຄືການເປັນພະຍານໃຫ້ພຣະເຈົ້າ. ສິ່ງນີ້ແມ່ນຖືກຕ້ອງຢ່າງສົມບູນ. ສະນັ້ນ, ເຮືອນຂອງພຣະເຈົ້າຈຶ່ງຈັດວາງວຽກງານການເຜີຍແຜ່ພຣະກິດຕິຄຸນໄວ້ຢູ່ອັນດັບສູງສຸດຂອງລາຍການວຽກງານທັງໝົດ ແລະ ມັນກໍເປັນອັນດັບໜຶ່ງໃນບັນດາລາຍການວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ, ສິ່ງນີ້ແມ່ນເໝາະສົມຢ່າງສິ້ນເຊີງ. ມັນເປັນລາຍການວຽກງານທີ່ໃຫຍ່, ຍາກລຳບາກ ແລະ ຍາວນານ ແລະ ປະຊາກອນທີ່ພຣະເຈົ້າເລືອກທຸກຄົນ, ຜູ້ທີ່ຕິດຕາມພຣະເຈົ້າທຸກຄົນ, ຕ້ອງມີຄວາມທໍລະຫົດ, ຄວາມອົດທົນ ແລະ ຄວາມເຊື່ອທີ່ພຽງພໍ ເພື່ອກຽມພ້ອມທີ່ຈະເຮັດວຽກງານນີ້ໃຫ້ດີ ແລະ ເພື່ອຕໍ່ສູ້ໃນການສູ້ຮົບທີ່ຍາວນານນີ້. ບໍ່ວ່າພວກເຈົ້າຈະອົດທົນພາກພຽນເປັນເວລາ 10 ປີ, 20 ປີ ຫຼື 30 ປີ, ພວກເຈົ້າກໍຕ້ອງຈົງຮັກພັກດີຕໍ່ພຣະເຈົ້າສະເໝີ, ອຸທິດຊີວິດ ແລະ ຊົ່ວຊີວິດຂອງພວກເຈົ້າໃຫ້ກັບວຽກງານການເຜີຍແຜ່ພຣະກິດຕິຄຸນ ແລະ ຈົງຮັກພັກດີຕໍ່ພຣະເຈົ້າຈົນເຖິງທີ່ສຸດ. ນີ້ຄືຄວາມຮັບຜິດຊອບທີ່ສຳຄັນທີ່ຜູ້ທີ່ຕິດຕາມພຣະເຈົ້າທຸກຄົນມີພັນທະທີ່ຕ້ອງແບກຮັບ, ມັນເປັນໜ້າທີ່ຂອງທຸກຄົນ ແລະ ມັນກໍເປັນການຝາກຝັງຂອງພຣະເຈົ້າທີ່ມອບໃຫ້ທຸກຄົນເຊັ່ນກັນ.
ຜ່ານການໂອ້ລົມຂອງເຮົານີ້, ພວກເຈົ້າທຸກຄົນມີຄວາມກະຕືລືລົ້ນໃນໃຈຂອງພວກເຈົ້າແລ້ວບໍ ແລະ ໄດ້ເລີ່ມເຫັນວ່າວຽກງານພຣະກິດຕິຄຸນເປັນສິ່ງທີ່ສຳຄັນແລ້ວບໍ? ບາງຄົນເຄີຍເວົ້າກ່ອນໜ້ານີ້ວ່າ: “ຂ້ອຍບໍ່ເຂົ້າໃຈວິຊາຊີບດ້ານເຕັກນິກໃດໆ, ຂ້ອຍບໍ່ຮູ້ວິທີສະແດງ ແລະ ບໍ່ສາມາດເປັນນັກສະແດງໄດ້, ຂ້ອຍບໍ່ມີພື້ນຖານທີ່ໜັກແໜ້ນໃນການໃຊ້ຄຳເວົ້າ, ສະນັ້ນ, ຂ້ອຍຈຶ່ງບໍ່ຮູ້ວິທີຂຽນບົດຄວາມ, ຂ້ອຍບໍ່ເຂົ້າໃຈເລື່ອງດົນຕີ ແລະ ຍິ່ງບໍ່ຮູ້ເລື່ອງສິລະປະ. ເພາະວ່າຂ້ອຍບໍ່ເກັ່ງຫຍັງເລີຍ ຂ້ອຍຈຶ່ງຖືກມອບໝາຍໃຫ້ໄປຢູ່ທີມງານພຣະກິດຕິຄຸນ. ທີມງານພຣະກິດຕິຄຸນບໍ່ແມ່ນບ່ອນທີ່ຖືກປະໄວ້ຈົນລືມໃນເຮືອນຂອງພຣະເຈົ້າບໍ? ແລະ ເມື່ອຂ້ອຍຖືກສົ່ງໄປຢູ່ບ່ອນທີ່ຖືກປະໄວ້ຈົນລືມແລ້ວ, ຂ້ອຍຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນຢູ່ບໍ?” ມັນເປັນແບບນັ້ນບໍ? ຖ້າຫາກນັ້ນຄືວິທີທີ່ເຈົ້າເຂົ້າໃຈສະຖານະການນີ້ແທ້ໆ, ແລ້ວເຈົ້າກໍເຂົ້າໃຈພຣະເຈົ້າຜິດແລ້ວ: ການເທດສະໜາພຣະກິດຕິຄຸນແມ່ນຄວາມຮັບຜິດຊອບທີ່ທຸກຄົນຕ້ອງແບກຮັບ. ຖ້າເຈົ້າບໍ່ເກັ່ງຫຍັງເລີຍ ແລະ ບໍ່ເຂົ້າໃຈວິຊາຊີບດ້ານເຕັກນິກໃດໆ ແລະ ທັງໝົດທີ່ເຈົ້າສາມາດເຮັດໄດ້ກໍຄືການເທດສະໜາພຣະກິດຕິຄຸນ, ແລ້ວເຈົ້າກໍຈະຖືກຈັດແຈງໃຫ້ໄປປະຕິບັດໜ້າທີ່ຂອງເຈົ້າໃນທີມງານພຣະກິດຕິຄຸນ. ນີ້ຄືໂອກາດສຸດທ້າຍຂອງເຈົ້າ ແລະ ມັນຖືກເຮັດເພື່ອຮັບປະກັນວ່າເຈົ້າຈະບໍ່ຖືກຖິ້ມໄປລ້າໆຄືກັບວັດຖຸອັນໜຶ່ງ ແລະ ສາມາດຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດເທົ່າທີ່ຈະເປັນໄປໄດ້, ເພື່ອໃຫ້ເຈົ້າປະຕິບັດໜ້າທີ່ຂອງເຈົ້າໃນຖານະມະນຸດຄົນໜຶ່ງໄດ້ຢ່າງເຕັມທີ່. ເຈົ້າບໍ່ເກັ່ງຫຍັງເລີຍ ແລະ ເຈົ້າກໍຫົວຊ້າໃນທຸກສິ່ງທີ່ເຈົ້າເຮັດ, ແຕ່ເຈົ້າສາມາດປະຕິບັດໜ້າທີ່ເທດສະໜາພຣະກິດຕິຄຸນໃຫ້ດີໄດ້ ແລະ ເຖິງແມ່ນວ່າເຈົ້າຈະຖືກຂໍໃຫ້ໄປຊອກຫາຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນ, ເຈົ້າກໍສາມາດເຮັດສິ່ງນີ້ໄດ້ຢ່າງຕິດແທດຕົວຈິງ ແລະ ສົ່ງຕໍ່ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນທີ່ເຈົ້າພົບເຫັນໃຫ້ກັບຜູ້ເທດສະໜາພຣະກິດຕິຄຸນ. ໃນເວລາດຽວກັນ ເຈົ້າກໍສາມາດຮຽນຮູ້ເທື່ອລະໜ້ອຍກ່ຽວກັບວິທີເທດສະໜາພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະເຈົ້າ ແລະ ນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນີ້ບໍ່ແມ່ນໜ້າທີ່ຂອງເຈົ້າບໍ? ຄົນອື່ນສ້າງຜົນງານບາງຢ່າງຜ່ານການເຮັດວຽກງານຂໍ້ຄວາມ, ວຽກງານຜະລິດຮູບເງົາ ແລະ ວຽກງານປະເພດອື່ນໆ, ແຕ່ເຈົ້າບໍ່ຮູ້ວິທີເຮັດສິ່ງເຫຼົ່ານີ້ ແລະ ເຈົ້າບໍ່ມີຄວາມສາມາດພິເສດ ຫຼື ພອນສະຫວັນ, ແຕ່ເຈົ້າກໍອຸທິດກຳລັງຂອງເຈົ້າໃຫ້ກັບວຽກງານພຣະກິດຕິຄຸນ, ເຈົ້າທຸ່ມເທທຸກຢ່າງ ແລະ ບັນລຸໜ້າທີ່ຂອງເຈົ້າ ແລະ ເຈົ້າກໍແບກຮັບການຝາກຝັງຂອງພຣະເຈົ້າ, ສິ່ງເຫຼົ່ານີ້ບໍ່ແມ່ນການກະທຳທີ່ດີບໍ? ສິ່ງເຫຼົ່ານີ້ກໍເປັນການກະທຳທີ່ດີເຊັ່ນກັນ ແລະ ພຣະເຈົ້າກໍຈະຈື່ຈຳສິ່ງເຫຼົ່ານັ້ນ. ສິ່ງນີ້ເຮັດໃຫ້ຄຳເວົ້າເຫຼົ່ານີ້ສຳເລັດ: ບໍ່ມີການແບ່ງແຍກລະຫວ່າງຄວາມສູງສົ່ງ ຫຼື ຄວາມຕໍ່າຕ້ອຍ ໃນໜ້າທີ່ທີ່ຜູ້ຄົນປະຕິບັດ; ສິ່ງທີ່ສຳຄັນທັງໝົດກໍຄືວ່າເຈົ້າມີຄວາມຈົງຮັກພັກດີໃນໜ້າທີ່ຂອງເຈົ້າ ຫຼື ບໍ່ ແລະ ເຈົ້າເຮັດມັນໃນວິທີທີ່ໄດ້ມາດຕະຖານ ຫຼື ບໍ່. ພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງທ່ຽງທຳ ແລະ ສະເໝີພາບ; ເນື່ອງຈາກເຈົ້າບໍ່ສາມາດເຮັດຫຍັງໄດ້, ເຈົ້າຈຶ່ງຖືກຂໍໃຫ້ໄປເທດສະໜາພຣະກິດຕິຄຸນ, ສິ່ງນີ້ຖືກເຮັດເພື່ອໃຫ້ເຈົ້າສາມາດປະຕິບັດພາລະບົດບາດສຸດທ້າຍທີ່ເປັນໄປໄດ້ຂອງເຈົ້າ, ພາຍໃຕ້ສະຖານະການທີ່ເຈົ້າບໍ່ສາມາດຮັບເອົາໜ້າທີ່ອື່ນໃດໄດ້. ຜ່ານສິ່ງນີ້, ເຈົ້າກຳລັງໄດ້ຮັບໂອກາດ ແລະ ແສງແຫ່ງຄວາມຫວັງ; ເຈົ້າບໍ່ໄດ້ຖືກຕັດສິດໃນການປະຕິບັດໜ້າທີ່ຂອງເຈົ້າ. ພຣະເຈົ້າຍັງມີການຝາກຝັງສຳລັບເຈົ້າ ແລະ ພຣະອົງບໍ່ໄດ້ລຳອຽງຕໍ່ເຈົ້າ. ສະນັ້ນ, ຜູ້ທີ່ຖືກມອບໝາຍໃຫ້ໄປຢູ່ທີມງານພຣະກິດຕິຄຸນບໍ່ໄດ້ຖືກສົ່ງໄປຢູ່ບ່ອນທີ່ຖືກປະໄວ້ຈົນລືມ ແລະ ພວກເຂົາກໍບໍ່ໄດ້ຖືກປະຖິ້ມ, ແຕ່ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນສະຖານທີ່ທີ່ແຕກຕ່າງກັນ. ໂດຍການໂອ້ລົມກ່ຽວກັບການຈັດແຈງວຽກງານສຳລັບວຽກງານພຣະກິດຕິຄຸນ, ຕອນນີ້ພວກເຈົ້າເຫັນຄຸນຄ່າຂອງວຽກງານພຣະກິດຕິຄຸນ ແລະ ບໍ່ມີຄວາມເຂົ້າໃຈຜິດກ່ຽວກັບມັນອີກຕໍ່ໄປແລ້ວບໍ? (ແມ່ນແລ້ວ.) ແລ້ວພວກເຈົ້າຈະຫຼົງລະເລີງກັບມັນບໍ? ບໍ່ວ່າຜູ້ຄົນຈະປະຕິບັດໜ້າທີ່ຫຍັງກໍຕາມ, ຂໍ້ກຳນົດຂອງພຣະເຈົ້າຕໍ່ພວກເຂົາກໍບໍ່ປ່ຽນແປງ: ພຣະເຈົ້າຕ້ອງການຄວາມຈົງຮັກພັກດີ ແລະ ຄວາມຈິງໃຈຂອງພວກເຂົາ. ຖ້າເຈົ້າເວົ້າວ່າ: “ຂ້ອຍຈະວາງຕົວແບບລຽບງ່າຍ, ຂ້ອຍຈະບໍ່ຫຼົງລະເລີງ, ຂ້ອຍພຽງແຕ່ເຮັດຕາມທີ່ພຣະເຈົ້າຂໍໃຫ້ຂ້ອຍເຮັດ”, ແຕ່ເຈົ້າບໍ່ມີຄວາມຈົງຮັກພັກດີ, ບໍ່ມີຄວາມຈິງໃຈ, ແລ້ວນັ້ນກໍໃຊ້ບໍ່ໄດ້. ບໍ່ວ່າເຈົ້າຈະເຂົ້າໃຈວຽກງານພຣະກິດຕິຄຸນແນວໃດກໍຕາມ, ບໍ່ວ່າໃນກໍລະນີໃດກໍຕາມ, ຖ້າເຈົ້າມີຄວາມຈົງຮັກພັກດີ ແລະ ຄວາມຈິງໃຈ, ແລ້ວການປະຕິບັດໜ້າທີ່ຂອງເຈົ້າກໍຈະໄດ້ມາດຕະຖານ. ບໍ່ວ່າເຈົ້າຈະເຫັນຄຸນຄ່າຂອງໜ້າທີ່ເທດສະໜາພຣະກິດຕິຄຸນດີສໍ່າໃດ ຫຼື ມີທັດສະນະຄະຕິທີ່ເປັນບວກຕໍ່ມັນສໍ່າໃດກໍຕາມ, ຖ້າເຈົ້າບໍ່ສາມາດອົດທົນກັບຄວາມລຳບາກໄດ້ ແລະ ເຈົ້າບໍ່ມີຄວາມທໍລະຫົດ ແລະ ບໍ່ມີຄວາມຈົງຮັກພັກດີ, ແລ້ວນັ້ນກໍໃຊ້ບໍ່ໄດ້ເຊັ່ນກັນ. ສະນັ້ນ, ມັນບໍ່ສຳຄັນວ່າເຈົ້າຈະຖືກຈັດວາງໄວ້ບ່ອນໃດ, ຢູ່ໃນເວລາ ຫຼື ສະຖານທີ່ໃດ, ເຈົ້າໄດ້ພົວພັນກັບຄົນແບບໃດ ແລະ ເຈົ້າປະຕິບັດໜ້າທີ່ຫຍັງ. ພຣະເຈົ້າຈະເຫັນເຈົ້າ ແລະ ກວດສອບສ່ວນເລິກທີ່ສຸດໃນໃຈຂອງເຈົ້າຢູ່ສະເໝີ. ຢ່າຄິດວ່າເພາະເຈົ້າເປັນສະມາຊິກຂອງທີມງານພຣະກິດຕິຄຸນ ແລ້ວພຣະເຈົ້າຈະບໍ່ໃສ່ໃຈເຈົ້າ ຫຼື ພຣະເຈົ້າຈະບໍ່ສາມາດເຫັນເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງສາມາດເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ. ແລ້ວຢ່າຄິດວ່າຖ້າເຈົ້າຖືກມອບໝາຍໃຫ້ໄປຢູ່ທີມງານພຣະກິດຕິຄຸນແລ້ວ, ເຈົ້າກໍບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນອີກຕໍ່ໄປ, ແລ້ວກໍມີທັດສະນະທີ່ເປັນລົບຕໍ່ມັນ. ແນວຄິດເຫຼົ່ານີ້ລ້ວນແຕ່ຜິດທັງສິ້ນ. ບໍ່ວ່າເຈົ້າຈະຖືກຈັດວາງໄວ້ບ່ອນໃດ ຫຼື ຖືກຈັດແຈງໃຫ້ປະຕິບັດໜ້າທີ່ຫຍັງ, ມັນກໍເປັນສິ່ງທີ່ເຈົ້າຄວນເຮັດ ແລະ ເຈົ້າຄວນເຮັດມັນຢ່າງພາກພຽນ ແລະ ມີຄວາມຮັບຜິດຊອບ. ຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ເຈົ້າບໍ່ປ່ຽນແປງ ແລະ ດ້ວຍເຫດນັ້ນ ການອ່ອນນ້ອມຂອງເຈົ້າຕໍ່ການຈັດແຈງຂອງພຣະເຈົ້າກໍບໍ່ຄວນປ່ຽນແປງເຊັ່ນກັນ. ສະຖານະຂອງຜູ້ເຮັດວຽກພຣະກິດຕິຄຸນກໍຄືກັນກັບຜູ້ທີ່ປະຕິບັດໜ້າທີ່ອື່ນໆ; ຄຸນຄ່າຂອງບຸກຄົນໃດໜຶ່ງບໍ່ໄດ້ຖືກວັດແທກໂດຍໜ້າທີ່ທີ່ພວກເຂົາເຮັດ, ແຕ່ຖືກວັດແທກໂດຍການທີ່ວ່າພວກເຂົາສະແຫວງຫາຄວາມຈິງ ແລະ ມີຄວາມຈິງຄວາມເປັນຈິງ ຫຼື ບໍ່. ນີ້ຄືທັງໝົດທີ່ເຮົາຈະໂອ້ລົມກ່ຽວກັບວຽກງານພຣະກິດຕິຄຸນ, ເຊິ່ງເປັນລາຍການວຽກງານທີ່ໃຫຍ່ ແລະ ສະເພາະເຈາະຈົງນີ້.
IV. ວຽກງານວິຊາຊີບປະເພດຕ່າງໆ
ຂໍ້ທີສີ່, ວຽກງານວິຊາຊີບປະເພດຕ່າງໆ. ວຽກງານນີ້ລວມມີການຜະລິດຮູບເງົາ, ວຽກງານຂໍ້ຄວາມ, ດົນຕີ, ສິລະປະ, ການແປ ແລະ ອື່ນໆ. ບາງຄົນເວົ້າວ່າ: “ພວກເຮົາທີ່ເປັນຜູ້ເຮັດເຄື່ອງແຕ່ງກາຍກໍກ່ຽວຂ້ອງກັບວຽກງານຜະລິດຮູບເງົາເຊັ່ນກັນ. ການເຮັດເຄື່ອງແຕ່ງກາຍຖືວ່າເປັນວຽກງານປະເພດໜຶ່ງບໍ?” ການເຮັດເຄື່ອງແຕ່ງກາຍແມ່ນລວມຢູ່ໃນວຽກງານປະເພດຕ່າງໆຂອງການຜະລິດຮູບເງົາ ແລະ ດົນຕີ; ມັນເປັນວຽກງານສະໜັບສະໜູນປະເພດໜຶ່ງທີ່ຮ່ວມມືກັບວຽກງານປະເພດເຫຼົ່ານີ້. ໃນທຸກໄລຍະ, ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານສະເພາະກ່ຽວກັບຂໍ້ກຳນົດສະເພາະສຳລັບວຽກງານວິຊາຊີບປະເພດເຫຼົ່ານີ້. ບາງຢ່າງກໍຖືກສື່ສານເປັນລາຍລັກອັກສອນ ແລະ ບາງຢ່າງກໍຖືກສື່ສານທາງວາຈາຜ່ານການໂອ້ລົມໃນການເຕົ້າໂຮມ. ບໍ່ວ່າຈະສື່ສານດ້ວຍວິທີໃດກໍຕາມ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແບກຮັບຄວາມຮັບຜິດຊອບຕໍ່ພວກມັນ, ບັນທຶກຂໍ້ກຳນົດສະເພາະທີ່ອອກໂດຍເຮືອນຂອງພຣະເຈົ້າສຳລັບວຽກງານລາຍການນີ້ ແລະ ຈັດລະບຽບບັນທຶກເຫຼົ່ານີ້ ແລະ ຈາກນັ້ນກໍໃຫ້ການໂອ້ລົມຢ່າງລະອຽດກ່ຽວກັບພວກມັນ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດສະເພາະຂອງພວກມັນ. ນີ້ກໍເປັນລາຍການວຽກງານທີ່ໃຫຍ່ເຊັ່ນກັນ ແລະ ມັນກໍເປັນລາຍການວຽກງານສະເພາະອັນດັບທີສອງທີ່ຖັດຈາກວຽກງານພຣະກິດຕິຄຸນ. ກ່ຽວກັບລາຍການວຽກງານສະເພາະນີ້, ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ບຸກຄະລາກອນທຸກຄົນທີ່ເຮັດວຽກໃນວິຊາຊີບຕ່າງໆ ສຶກສາຄວາມຮູ້ດ້ານວິຊາຊີບທີ່ກ່ຽວຂ້ອງກັບໜ້າທີ່ຂອງພວກເຂົາຢ່າງຕໍ່ເນື່ອງ, ຕະຫຼອດຈົນເຖິງການຄົ້ນຫາຂໍ້ມູນເພື່ອກວດສອບໃຫ້ແນ່ໃຈວ່າສິ່ງໃດເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ໃນເວລາດຽວກັນ, ເຮືອນຂອງພຣະເຈົ້າກໍກຳລັງໂອ້ລົມກ່ຽວກັບຫຼັກການຄວາມຈິງ ແລະ ຈັດຫາແຜນການທີ່ເປັນຮູບປະທຳສຳລັບວຽກງານວິຊາຊີບປະເພດຕ່າງໆຢ່າງຕໍ່ເນື່ອງ. ບາງຄັ້ງວຽກງານປະເພດເຫຼົ່ານີ້ກໍມີການໂອ້ລົມກັນໃຫ້ແກ່ຜູ້ຮັບຜິດຊອບ ແລະ ສະມາຊິກທີມຮ່ວມກັນ ແລະ ບາງຄັ້ງກໍມີການໂອ້ລົມກັນສະເພາະແຕ່ກັບຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ຮັບຜິດຊອບທີ່ຮັບຜິດຊອບລາຍການວຽກງານທີ່ກ່ຽວຂ້ອງ. ບໍ່ວ່າຈະຖືກສື່ສານ ແລະ ໂອ້ລົມເປັນລາຍລັກອັກສອນ ຫຼື ຜ່ານການເຕົ້າໂຮມກໍຕາມ, ບໍ່ວ່າໃນກໍລະນີໃດກໍຕາມ ວຽກງານປະເພດເຫຼົ່ານີ້ກໍໄດ້ຮັບການປັບປຸງ ແລະ ເຮັດໃຫ້ເປັນມາດຕະຖານຢູ່ຕະຫຼອດເວລາ ແລະ ມີການຈັດແຈງສະເພາະຢູ່ຕະຫຼອດເວລາຕາມຄວາມຕ້ອງການຂອງວຽກງານພຣະກິດຕິຄຸນ. ຕົວຢ່າງ: ສົມມຸດວ່າເຮືອນຂອງພຣະເຈົ້າຜະລິດຮູບເງົາທີ່ມີເນື້ອເລື່ອງທີ່ຂ້ອນຂ້າງໃໝ່ ແລະ ຮູບເງົານັ້ນກໍຖືກຖ່າຍທຳໄດ້ຢ່າງເປັນມືອາຊີບ. ຫຼັງຈາກທີ່ຮູບເງົາຖືກອັບໂຫຼດທາງອອນລາຍ, ມັນກໍໄດ້ຮັບອັດຕາການເຂົ້າເບິ່ງທີ່ຂ້ອນຂ້າງສູງ. ໃນສະຖານະການເຊັ່ນນີ້, ເຮືອນຂອງພຣະເຈົ້າກໍສ້າງຂໍ້ກຳນົດສະເພາະສຳລັບວຽກງານປະເພດນີ້ໂດຍອີງໃສ່ຄຳຕິຊົມ ແລະ ຄວາມຕ້ອງການຂອງວຽກງານພຣະກິດຕິຄຸນ. ສະຫຼຸບແລ້ວ, ລາຍການວຽກງານນີ້ກຳລັງຖືກກວດສອບ ແລະ ປັບປຸງຢູ່ຕະຫຼອດເວລາ ແລະ ມັນກໍກຳລັງພັດທະນາຂຶ້ນຢູ່ຕະຫຼອດເວລາເຊັ່ນກັນ.
ສຳລັບວຽກງານວິຊາຊີບປະເພດຕ່າງໆ, ການຈັດແຈງຂອງເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສຶກສາໃຫ້ຫຼາຍຂຶ້ນ ແລະ ຊອກຫາຄູສອນ ແລະ ແຫຼ່ງຂໍ້ມູນ ແລະ ສື່ການສອນປະເພດຕ່າງໆເພື່ອຮຽນຮູ້. ຍົກຕົວຢ່າງເຊັ່ນການຮ້ອງເພງ; ການຊອກຫາຄູສອນເພື່ອຮຽນຮູ້ ແລະ ໃຫ້ພວກເຂົາຊ່ວຍຝຶກສອນການໃຊ້ສຽງກໍເປັນການຈັດແຈງວຽກງານສະເພາະຢ່າງໜຶ່ງເຊັ່ນກັນ. ຫຼັງຈາກທີ່ໄດ້ຍິນການຈັດແຈງນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຊອກຫາຄູສອນທີ່ເໝາະສົມກັບວຽກງານນີ້ຕາມຂໍ້ກຳນົດຂອງເບື້ອງເທິງ ແລະ ໃຫ້ພວກເຂົາສອນນັກຮ້ອງຂອງພວກເຮົາ, ໂດຍການຊ່ວຍເຫຼືອນັກຮ້ອງໃຫ້ສຶກສາຄວາມຮູ້ດ້ານດົນຕີການຂັບຮ້ອງທີ່ຖືກຕ້ອງ ແລະ ວິທີການຮ້ອງເພງທີ່ຖືກຕ້ອງ ແລະ ແນ່ນອນວ່າ ຕ້ອງຊອກຫາຜົນງານທີ່ເປັນອຳມະຕະເພື່ອຮຽນຮູ້. ຄວາມຮູ້ດ້ານວິຊາຊີບຕ້ອງໄດ້ຮັບການສຶກສາຢູ່ສະເໝີກ່ຽວກັບການປະພັນດົນຕີ ແລະ ການຮ້ອງເພງປະສານສຽງ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກໍຮຽກຮ້ອງໃຫ້ຜູ້ຄົນສຶກສາຄວາມຮູ້ດ້ານວິຊາຊີບທີ່ກ່ຽວຂ້ອງກັບໜ້າທີ່ຂອງພວກເຂົາຢ່າງຕໍ່ເນື່ອງຢູ່ສະເໝີ ແລະ ຮຽນຮູ້ວິທີການນຳໃຊ້ວິທີການທີ່ກ້າວໜ້າ ແລະ ໃຊ້ການໄດ້ຈິງບາງຢ່າງ ແລະ ອື່ນໆ. ການຈັດແຈງວຽກງານ ແລະ ຂໍ້ກຳນົດເຫຼົ່ານີ້ບໍ່ແມ່ນພຽງແຕ່ມອບໝາຍຄັ້ງດຽວແລ້ວກໍຈົບເລື່ອງ, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໂອ້ລົມກ່ຽວກັບການຈັດແຈງວຽກງານເຫຼົ່ານີ້ເລື້ອຍໆ, ນຳພາຜູ້ທີ່ເຮັດວຽກງານວິຊາຊີບ, ເຮັດໃຫ້ພວກເຂົາສາມາດສຶກສາຕໍ່ໄປໄດ້ ແລະ ພະຍາຍາມເຮັດໃຫ້ວຽກງານວິຊາຊີບທຸກປະເພດພັດທະນາ ແລະ ລົງເລິກຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ ແລະ ບໍ່ໃຫ້ຢຸດຢູ່ກັບທີ່. ບາງຄົນຄິດວ່າ: “ການຈັດແຈງວຽກງານໄດ້ຖືກອອກໃຫ້ພວກເຮົາໃນມື້ນີ້, ສະນັ້ນ, ພວກເຮົາພຽງແຕ່ຕ້ອງປະຕິບັດຕາມພວກມັນໃນເດືອນນີ້ແລ້ວກໍຈົບເລື່ອງ. ຖ້າເບື້ອງເທິງບໍ່ເວົ້າຫຍັງກ່ຽວກັບມັນໃນອະນາຄົດ, ແລ້ວພວກເຮົາກໍອາດຈະບໍ່ຈຳເປັນຕ້ອງປະຕິບັດຕາມພວກມັນຕໍ່ໄປ”. ມັນແມ່ນແນວນັ້ນແທ້ບໍ? (ບໍ່.) ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງບໍ່ຄິດແບບນີ້ຢ່າງເດັດຂາດ, ແຕ່ຄວນສອບຖາມເປັນໄລຍະໆ ແລະ ຖາມວ່າ: “ການສຶກສາວິຊາຊີບນີ້ຂອງພວກເຈົ້າເປັນແນວໃດແລ້ວ? ພວກເຈົ້າກຳລັງປະເຊີນກັບຄວາມຫຍຸ້ງຍາກໃດໆບໍ? ມີສິ່ງໃດທີ່ຂັດແຍ້ງ ຫຼື ຝືນກັບຫຼັກການບໍ? ໃຜຮຽນໄດ້ດີທີ່ສຸດ, ໃຜມີທັກສະທີ່ສຸດ ແລະ ໃຜຈັບຈຸດໄດ້ໄວທີ່ສຸດ? ຫຼັງຈາກສຶກສາທິດສະດີເຫຼົ່ານີ້ແລ້ວ, ສິ່ງໃດແດ່ທີ່ພວກເຈົ້າໄດ້ຮຽນຮູ້ມາທີ່ພວກເຈົ້າຄິດວ່າເໝາະສົມທີ່ຈະນຳໃຊ້ເຂົ້າໃນວຽກງານຂອງເຮືອນຂອງພຣະເຈົ້າ?” ຍິ່ງໄປກວ່ານັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຖາມຄຳຖາມຕໍ່ຜູ້ຄົນເຫຼົ່ານັ້ນໃນທີມງານພຣະກິດຕິຄຸນທີ່ກຳລັງຮຽນພາສາຕ່າງປະເທດເຊັ່ນ: “ເຈົ້າຮຽນພາສາຕ່າງປະເທດນີ້ມາຈັກປີແລ້ວ? ບໍ່ດົນມານີ້ການຮຽນຂອງເຈົ້າເປັນແນວໃດແລ້ວ? ເຈົ້າສາມາດສົນທະນາໃນຊີວິດປະຈຳວັນໄດ້ຫຼາຍສໍ່າໃດ? ເຈົ້າສາມາດແປຄຳສັບທາງຝ່າຍວິນຍານທົ່ວໄປໄດ້ບໍ? ເຈົ້າສາມາດໃຊ້ພາສາຕ່າງປະເທດນີ້ເພື່ອສື່ສານຄວາມຈິງເຫຼົ່ານີ້ທີ່ກ່ຽວຂ້ອງກັບການເທດສະໜາພຣະກິດຕິຄຸນໄດ້ບໍ? ຕອນນີ້ເຈົ້າເກັ່ງດ້ານການເວົ້າ ຫຼື ການຂຽນຫຼາຍກວ່າ? ເຈົ້າຕ້ອງການຄູສອນເພື່ອຊ່ວຍເຈົ້າຮຽນບໍ? ມີໃຜອີກບໍທີ່ເໝາະສົມ ແລະ ມີທັກສະໃນການຮຽນພາສາຕ່າງປະເທດຫຼາຍກວ່າ? ຈຳນວນບຸກຄະລາກອນປະເພດນີ້ເພີ່ມຂຶ້ນບໍ? ມີໃຜຮູ້ສຶກວ່າການຮຽນພາສາເປັນເລື່ອງຫຍຸ້ງຍາກ ແລະ ລຳບາກເກີນໄປ, ຈົນພວກເຂົາບໍ່ຢາກຮຽນມັນອີກຕໍ່ໄປ ແລະ ລົ້ມເລີກກາງຄັນ ແລະ ຢາກປ່ຽນໄປເຮັດໜ້າທີ່ອື່ນບໍ?” ເລື່ອງສະເພາະເຫຼົ່ານີ້ທີ່ກ່ຽວຂ້ອງກັບວຽກງານປະເພດນີ້ຕ້ອງໄດ້ຮັບການສອບຖາມ ແລະ ຊີ້ນໍາເປັນໄລຍະໆ. ເນື່ອງຈາກເບື້ອງເທິງໄດ້ມີການຈັດແຈງວຽກງານສະເພາະແລ້ວ, ຜູ້ຮັບຜິດຊອບຄວນຮັບຜິດຊອບຕໍ່ວຽກງານສະເພາະເຫຼົ່ານີ້ໃຫ້ເຖິງທີ່ສຸດ. ຢ່າລໍຖ້າແບບຕັ້ງຮັບໃຫ້ເບື້ອງເທິງມາສອບຖາມ; ຖ້າເບື້ອງເທິງບໍ່ໄດ້ສອບຖາມຫຍັງເປັນເວລາຫົກເດືອນ ຫຼື ໜຶ່ງປີ, ເຈົ້າກໍຍັງຄວນເຮັດວຽກທັງໝົດໃຫ້ດີສຸດຄວາມສາມາດຂອງເຈົ້າ ແລະ ພ້ອມທີ່ຈະຮັບການກວດກາ ແລະ ການຊີ້ນຳຂອງເບື້ອງເທິງຕະຫຼອດເວລາ, ນີ້ຈຶ່ງແມ່ນແນວຄິດທີ່ຖືກຕ້ອງ. ນີ້ກໍເພາະວ່າການຈັດແຈງວຽກງານໄດ້ຖືກມອບໝາຍ ແລະ ສື່ສານໄປແລ້ວ ແລະ ເຈົ້າກໍຮັບຜິດຊອບໃນການຕິດຕາມວຽກງານໃນຖານະຜູ້ຮັບຜິດຊອບຂອງມັນ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງຄວນບັນລຸຄວາມຮັບຜິດຊອບຂອງເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ສາມາດບັນລຸຄວາມຮັບຜິດຊອບຂອງເຈົ້າໄດ້, ແລ້ວເຈົ້າກໍເປັນຄົນບໍ່ໄດ້ເລື່ອງ ແລະ ເຈົ້າຄວນຖືກໄລ່ອອກ ແລະ ກຳຈັດ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໄຕ່ຕອງ ແລະ ໂອ້ລົມກ່ຽວກັບການຈັດແຈງວຽກງານສະເພາະເຫຼົ່ານີ້ ຫຼື ການໂອ້ລົມຈາກເບື້ອງເທິງເລື້ອຍໆ ແລະ ຈາກນັ້ນກໍຈັດຕັ້ງປະຕິບັດພວກມັນ ແລະ ຕິດຕາມວຽກງານຕາມສະຖານະການ. ພວກເຂົາຄວນເບິ່ງວ່າວຽກງານປະເພດໃດທີ່ພວກເຂົາໄດ້ເບິ່ງຂ້າມໄປໃນໄລຍະບໍ່ດົນມານີ້ ແລະ ບໍ່ໄດ້ກວດກາເປັນເວລາດົນແລ້ວ ແລະ ວຽກງານປະເພດໃດທີ່ພວກເຂົາເອງບໍ່ຄ່ອຍຖະໜັດ ແລະ ບໍ່ໄດ້ສອບຖາມໃນໄລຍະຜ່ານມານີ້ ແລະ ດ້ວຍເຫດນີ້ພວກເຂົາຈຶ່ງບໍ່ຮູ້ສະຖານະປັດຈຸບັນຂອງມັນ, ແລ້ວກໍໄປກວດເບິ່ງວຽກງານເຫຼົ່ານັ້ນ. ຍິ່ງໄປກວ່ານັ້ນ, ກ່ຽວກັບວຽກງານວິຊາຊີບປະເພດຕ່າງໆ, ເຮືອນຂອງພຣະເຈົ້າຍັງມີການຈັດແຈງສະເພາະອີກຢ່າງໜຶ່ງຄື: ມັນກຳນົດໄວ້ວ່າບຸກຄົນທີ່ມີຄວາມສາມາດພິເສດທີ່ກ່ຽວຂ້ອງຕ້ອງໄດ້ຮັບການຄົ້ນພົບ, ບົ່ມເພາະ ແລະ ສົ່ງເສີມຢ່າງຕໍ່ເນື່ອງ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແນວໃດເມື່ອພວກເຂົາໄດ້ຮັບການຈັດແຈງວຽກງານນີ້? ພວກເຂົາຕ້ອງໃສ່ໃຈເບິ່ງວ່າມີໃຜທີ່ເໝາະສົມກັບການເຮັດວຽກງານປະເພດນີ້ ຫຼື ບໍ່. ຖ້າບາງຄົນເໝາະສົມກັບການເຮັດວຽກງານປະເພດນີ້ ແຕ່ຍັງບໍ່ທັນກຳແໜ້ນວິຊາຊີບດ້ານເຕັກນິກ, ແລ້ວພວກເຂົາກໍຕ້ອງໄດ້ຮັບການບົ່ມເພາະຢ່າງໄວວາ ແລະ ຖືກຈັດແຈງໃຫ້ສຶກສາ ແລະ ຝຶກຝົນໃນວຽກງານນັ້ນ. ສະຫຼຸບແລ້ວ, ວຽກງານວິຊາຊີບປະເພດຕ່າງໆກໍເປັນລາຍການວຽກງານທີ່ສຳຄັນເຊັ່ນກັນ. ມີຫຼາຍລາຍການທີ່ລວມຢູ່ໃນວຽກງານນີ້ ແລະ ຂອບເຂດຂອງມັນກໍກວ້າງຂວາງເຊັ່ນກັນ ແລະ ເຮືອນຂອງພຣະເຈົ້າກໍໄດ້ມີການຈັດແຈງວຽກງານສະເພາະຫຼາຍຢ່າງສຳລັບມັນ. ຂໍ້ກຳນົດສຳລັບລາຍການວຽກງານນີ້ກໍຄື ການສຶກສາ, ການກວດສອບ ແລະ ການທຳຄວາມເຂົ້າໃຈໃຫ້ເລິກເຊິ່ງຢ່າງບໍ່ຢຸດຢັ້ງ ແລະ ການຊອກຫາຫຼັກການທີ່ເໝາະສົມເພື່ອດຳເນີນການເຮັດໃຫ້ເປັນມາດຕະຖານຢ່າງຕໍ່ເນື່ອງ. ນອກຈາກນີ້, ບຸກຄົນທີ່ມີຄວາມສາມາດພິເສດທີ່ເໝາະສົມກັບການປະຕິບັດໜ້າທີ່ເຫຼົ່ານີ້ກໍຕ້ອງໄດ້ຮັບການບົ່ມເພາະຢູ່ຕະຫຼອດເວລາ. ນີ້ຄືການຈັດແຈງວຽກງານສຳລັບລາຍການໃຫຍ່ນີ້ຂອງວຽກງານວິຊາຊີບປະເພດຕ່າງໆ ແລະ ຍັງເຂົ້າໃຈງ່າຍອີກດ້ວຍ.
V. ຊີວິດຄຣິສຕະຈັກ
ຂໍ້ທີຫ້າ, ຊີວິດຄຣິສຕະຈັກ. ເຮືອນຂອງພຣະເຈົ້າໄດ້ມີການຈັດແຈງ ແລະ ຂໍ້ກຳນົດສະເພາະກ່ຽວກັບເນື້ອໃນທີ່ກິນ ແລະ ດື່ມໃນລະຫວ່າງຊີວິດຄຣິສຕະຈັກ, ຮູບແບບຂອງຊີວິດຄຣິສຕະຈັກ ແລະ ຈຳນວນຄົນທີ່ດຳລົງຊີວິດຄຣິສຕະຈັກ. ເຮືອນຂອງພຣະເຈົ້າຍັງມີການຈັດແຈງວຽກງານທີ່ສອດຄ່ອງກັນກ່ຽວກັບຮູບແບບຂອງການເຕົ້າໂຮມ ແລະ ເນື້ອໃນຂອງຊີວິດຄຣິສຕະຈັກພາຍໃຕ້ສະຖານະການ ແລະ ສະພາບການພິເສດອີກດ້ວຍ. ການຈັດແຈງວຽກງານປະເພດເຫຼົ່ານີ້ສ່ວນຫຼາຍແມ່ນອອກໃຫ້ໃນຮູບແບບລາຍລັກອັກສອນ. ການຈັດແຈງວຽກງານສຳລັບຊີວິດຄຣິສຕະຈັກຂອງຜູ້ມາໃໝ່ໃນປະເທດຕ່າງໆເຊັ່ນ: ຮູບແບບ ແລະ ຄວາມຖີ່ຂອງການເຕົ້າໂຮມຂອງພວກເຂົາ ແລະ ເນື້ອໃນທີ່ພວກເຂົາກິນ ແລະ ດື່ມໃນລະຫວ່າງການເຕົ້າໂຮມ ແລະ ອື່ນໆ, ໂດຍພື້ນຖານແລ້ວແມ່ນຄືກັນກັບການຈັດແຈງວຽກງານສຳລັບຊີວິດຄຣິສຕະຈັກຂອງຄົນເຊື້ອສາຍຈີນ, ນອກຈາກບາງສະຖານະການພິເສດ. ເຮົາຫາກໍໄດ້ໃຫ້ພາບລວມແກ່ພວກເຈົ້າກ່ຽວກັບຂອບເຂດຂອງການຈັດແຈງວຽກງານທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ, ເຊິ່ງມັນລວມມີທັງເນື້ອໃນຂອງພຣະທຳຂອງພຣະເຈົ້າທີ່ກິນ ແລະ ດື່ມ ແລະ ເນື້ອໃນສຳລັບການໂອ້ລົມກ່ຽວກັບຄວາມຈິງໃນການເຕົ້າໂຮມສຳລັບໄລຍະບໍ່ດົນມານີ້ ແລະ ຮູບແບບຂອງການໂອ້ລົມໃນການເຕົ້າໂຮມ. ຕົວຢ່າງ: ການບໍ່ອະນຸຍາດໃຫ້ບຸກຄົນດຽວຜູກຂາດການໂອ້ລົມໃນການເຕົ້າໂຮມ, ເວລາສູງສຸດທີ່ແຕ່ລະຄົນໄດ້ຮັບອະນຸຍາດໃຫ້ໂອ້ລົມ, ວິທີປະຕິບັດ ແລະ ຈັດການກັບຄົນທີ່ເວົ້າຍືດຍາວ ແລະ ສະແດງອອກບໍ່ແຈ່ມແຈ້ງ ແລະ ອື່ນໆ, ມີຄຳກ່າວສະເພາະກ່ຽວກັບເລື່ອງສະເພາະທັງໝົດເຫຼົ່ານີ້ທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ ແລະ ການເຕົ້າໂຮມໃນການຈັດແຈງວຽກງານ. ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກມີໜ້າທີ່ຮັບຜິດຊອບໃນການອອກ ແລະ ສື່ສານການຈັດແຈງວຽກງານເຫຼົ່ານີ້ ແລະ ໃນອີກດ້ານໜຶ່ງ, ພວກເຂົາມີໜ້າທີ່ຮັບຜິດຊອບໃນການໂອ້ລົມກ່ຽວກັບສິ່ງເຫຼົ່ານັ້ນຢ່າງແຈ່ມແຈ້ງກັບອ້າຍເອື້ອຍນ້ອງ, ເພື່ອເຮັດໃຫ້ສະມາຊິກທຸກຄົນຂອງຄຣິສຕະຈັກເຂົ້າໃຈ ແລະ ຍອມຮັບ, ຫຼັງຈາກນັ້ນ ພວກເຂົາພຽງແຕ່ຕ້ອງຈັດຕັ້ງປະຕິບັດ ແລະ ຍຶດໝັ້ນຢ່າງເຂັ້ມງວດ. ໂດຍສະເພາະຢ່າງຍິ່ງ, ຜູ້ທີ່ມັກເວົ້ານອກເລື່ອງ, ກໍ່ໃຫ້ເກີດການຂັດຂວາງ, ເວົ້າຄຳເວົ້າ ແລະ ຫຼັກຄຳສອນ ແລະ ຮ້ອງຄຳຂວັນຢູ່ເລື້ອຍໆ ເມື່ອເວົ້າໃນການເຕົ້າໂຮມຕ້ອງຖືກຈຳກັດ ແລະ ມີຂໍ້ກຳນົດສະເພາະກ່ຽວກັບສະຖານະການພິເສດປະເພດເຫຼົ່ານີ້ໃນການຈັດແຈງວຽກງານ. ການຈັດແຈງວຽກງານກ່ຽວກັບຊີວິດຄຣິສຕະຈັກສ່ວນໃຫຍ່ແມ່ນກ່ຽວຂ້ອງກັບເລື່ອງຕ່າງໆທັງໝົດທີ່ກ່ຽວກັບການເຕົ້າໂຮມ, ພວກມັນບໍ່ໄດ້ຊັບຊ້ອນ, ພວກມັນງ່າຍດາຍຫຼາຍ ແລະ ບໍ່ວ່າບຸກຄົນໃດໜຶ່ງຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາພຽງແຕ່ຕ້ອງຍຶດໝັ້ນໃນຫຼັກການໃນການຈັດແຈງວຽກງານເຫຼົ່ານີ້. ຕົວຢ່າງ: ໃນການເຕົ້າໂຮມ, ທີມງານພຣະກິດຕິຄຸນພຽງແຕ່ຕ້ອງຍຶດໝັ້ນໃນຫຼັກການໃນການຈັດແຈງວຽກງານກ່ຽວກັບຊີວິດຄຣິສຕະຈັກ, ບໍ່ມີຫຍັງພິເສດສຳລັບພວກເຂົາ. ທີມງານອື່ນໆພຽງແຕ່ປະຕິບັດວຽກງານທີ່ແຕກຕ່າງຈາກຄົນອື່ນ, ທຸກຢ່າງແມ່ນຄືກັນເມື່ອເວົ້າເຖິງເລື່ອງຕ່າງໆເຊັ່ນ: ການເຕົ້າໂຮມ, ການໂອ້ລົມກ່ຽວກັບຄວາມຈິງ, ການອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມກ່ຽວກັບປະສົບການສ່ວນຕົວ, ບໍ່ໄດ້ເກີນຂອບເຂດນີ້. ພວກເຂົາພຽງແຕ່ຕ້ອງປະຕິບັດຕາມຂໍ້ກຳນົດໃນປັດຈຸບັນຂອງເຮືອນຂອງພຣະເຈົ້າກ່ຽວກັບເນື້ອໃນທີ່ກິນ ແລະ ດື່ມໃນລະຫວ່າງຊີວິດຄຣິສຕະຈັກ, ຮູບແບບຂອງການໂອ້ລົມ ແລະ ຮູບແບບຂອງການເຕົ້າໂຮມ. ຖ້າເງື່ອນໄຂເອື້ອອໍານວຍ, ຜູ້ຄົນສາມາດເຕົ້າໂຮມກັນແບບເຊິ່ງໜ້າ, ຖ້າບໍ່ດັ່ງນັ້ນ, ພວກເຂົາກໍສາມາດຈັດການເຕົ້າໂຮມທາງອອນລາຍໄດ້. ສິ່ງນີ້ຄວນຈະເປັນເລື່ອງທີ່ງ່າຍດາຍຫຼາຍ ແລະ ກຳນົດໄວ້ຢ່າງຊັດເຈນ. ສະມາຊິກຄຣິສຕະຈັກບາງຄົນກະແຈກກະຈາຍຢູ່ທົ່ວທະວີບ ແລະ ປະເທດຕ່າງໆ, ໂດຍມີບາງສ່ວນຢູ່ເອີຣົບ ແລະ ບາງສ່ວນຢູ່ຕາເວັນອອກກາງ; ໃນສະຖານະການແບບນີ້, ການເຕົ້າໂຮມທາງອອນລາຍແມ່ນມີຄວາມຈຳເປັນ. ມັນຂຶ້ນກັບຄຣິສຕະຈັກທ້ອງຖິ່ນທີ່ຈະຕັດສິນໃຈເລືອກເວລາທີ່ພວກເຂົາຈັດການເຕົ້າໂຮມ ແລະ ຄວາມຖີ່ຂອງການເຕົ້າໂຮມ; ເຮືອນຂອງພຣະເຈົ້າບໍ່ໄດ້ກຳນົດຂໍ້ກຳນົດສະເພາະກ່ຽວກັບເລື່ອງນີ້ ແລະ ກໍບໍ່ໄດ້ແຊກແຊງໃນເລື່ອງນີ້. ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ແຊກແຊງໃນເລື່ອງນີ້? ບາງຄົນໃນຄຣິສຕະຈັກບໍ່ໄດ້ປະຕິບັດໜ້າທີ່ເຕັມເວລາ; ພວກເຂົາມີວຽກ ແລະ ຄອບຄົວ, ສະພາບການສ່ວນຕົວຂອງພວກເຂົາກໍແຕກຕ່າງກັນ, ບວກກັບເຂດເວລາໃນປະເທດຕ່າງໆກໍແຕກຕ່າງກັນ, ສະນັ້ນ, ພວກເຂົາຕ້ອງໄດ້ຮັບອະນຸຍາດໃຫ້ຕັດສິນໃຈດ້ວຍຕົນເອງວ່າ ພວກເຂົາຈະເຕົ້າໂຮມກັນຈັກຄັ້ງຕໍ່ອາທິດ ແລະ ແຕ່ລະຄັ້ງຈະຈັດຂຶ້ນໃນເວລາໃດ. ເຮືອນຂອງພຣະເຈົ້າບໍ່ໄດ້ກຳນົດຂໍ້ກຳນົດສະເພາະກ່ຽວກັບເລື່ອງນີ້, ແຕ່ໃຫ້ພຽງແຕ່ຫຼັກການເທົ່ານັ້ນ. ເຮືອນຂອງພຣະເຈົ້າໄດ້ກຳນົດຂອບເຂດວ່າ ຜູ້ເຊື່ອໃໝ່ຄວນເຕົ້າໂຮມກັນເລື້ອຍສໍ່າໃດຕໍ່ອາທິດ ແລະ ມີຄວາມແຕກຕ່າງລະຫວ່າງຈຳນວນຄັ້ງທີ່ຜູ້ທີ່ປະຕິບັດໜ້າທີ່ ແລະ ຜູ້ທີ່ບໍ່ໄດ້ປະຕິບັດໜ້າທີ່ເຕົ້າໂຮມກັນຕໍ່ອາທິດ. ມີການຈັດແຈງວຽກງານທີ່ກຳນົດໃຫ້ຜູ້ເຊື່ອໃໝ່ເຕົ້າໂຮມກັນເຈັດຄັ້ງຕໍ່ອາທິດບໍ? (ບໍ່.) ແລ້ວຈຳນວນຄັ້ງທີ່ຜູ້ເຊື່ອໃໝ່ຈະຕ້ອງເຕົ້າໂຮມກັນຕໍ່ອາທິດແມ່ນອີງໃສ່ຫຍັງ? (ມັນອີງໃສ່ເວລາທີ່ຜູ້ເຊື່ອໃໝ່ມີ.) ການເຕົ້າໂຮມກັນສອງ ຫຼື ສາມຄັ້ງຕໍ່ອາທິດຢ່າງຫຼາຍທີ່ສຸດ ແລະ ຢ່າງໜ້ອຍໜຶ່ງຄັ້ງແມ່ນເໝາະສົມຢ່າງຍິ່ງ. ບາງຄົນເວົ້າວ່າ “ຄົນໃນເຂດຂອງພວກເຮົາຫວ່າງຫຼາຍໃນຊ່ວງລະດູຫວ່າງງານກະສິກຳ, ສະນັ້ນ, ທຸກຄົນຈຶ່ງຢາກເຕົ້າໂຮມກັນທຸກມື້, ພວກເຮົາເຕົ້າໂຮມກັນມື້ລະສອງຄັ້ງກໍຍັງໄດ້. ພວກເຮົາຢາກເຕົ້າໂຮມກັນຫຼາຍ”. ຫົວໃຈຂອງຜູ້ເຊື່ອໃໝ່ເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ພວກເຂົາຢາກເຂົ້າໃຈຄວາມຈິງຫຼາຍຂຶ້ນຢູ່ສະເໝີ. ຖ້າສະພາບຄອບຄົວຂອງພວກເຂົາເອື້ອອໍານວຍ, ມັນກໍເປັນສິ່ງທີ່ດີ ຖ້າພວກເຂົາຂໍເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ, ຕາບໃດທີ່ມັນບໍ່ສົ່ງຜົນກະທົບຕໍ່ຊີວິດປະຈຳວັນຂອງພວກເຂົາ. ຈຳນວນຄັ້ງທີ່ແນ່ນອນທີ່ຜູ້ຄົນຄວນເຕົ້າໂຮມກັນທຸກອາທິດຄວນຖືກກຳນົດຕາມສະຖານະການຄອບຄົວ ແລະ ວຽກງານຂອງປະຊາກອນທີ່ພຣະເຈົ້າເລືອກໃນແຕ່ລະເຂດ, ເຮືອນຂອງພຣະເຈົ້າບໍ່ໄດ້ກຳນົດຂໍ້ກຳນົດສະເພາະກ່ຽວກັບເລື່ອງນີ້. ປະຊາກອນທີ່ພຣະເຈົ້າເລືອກທີ່ມີເງື່ອນໄຂສາມາດເຕົ້າໂຮມກັນຫຼາຍຂຶ້ນໄດ້ ແລະ ພວກເຂົາກໍຈະເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ບັນລຸການເຕີບໂຕທາງຊີວິດໄດ້ໄວຂຶ້ນ. ນີ້ເປັນສິ່ງທີ່ດີ. ເຖິງຢ່າງໃດກໍຕາມ, ຜູ້ທີ່ບໍ່ມີເງື່ອນໄຂທີ່ເໝາະສົມກໍຈະບໍ່ເໝາະສົມກັບການເຕົ້າໂຮມໃນລັກສະນະນີ້ ແລະ ມັນກໍບໍ່ເປັນຫຍັງທີ່ພວກເຂົາຈະເຂົ້າຮ່ວມການເຕົ້າໂຮມຢ່າງໜ້ອຍໜຶ່ງ ຫຼື ສອງຄັ້ງຕໍ່ອາທິດ. ຈຳນວນຄັ້ງທີ່ຄຣິສຕະຈັກໃນເຂດຕ່າງໆຈັດການເຕົ້າໂຮມທຸກອາທິດແມ່ນຂຶ້ນກັບການຕັດສິນໃຈຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ບໍ່ຄວນມີໃຜແຊກແຊງເລື່ອງນີ້. ສິ່ງທີ່ສຳຄັນທີ່ສຸດແມ່ນ ການເຕົ້າໂຮມຖືກຈັດຂຶ້ນເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈຄວາມຈິງ ແລະ ບໍ່ແມ່ນເພື່ອເຫດຜົນອື່ນໃດ. ສະນັ້ນ, ຈຳນວນຄັ້ງທີ່ແຕ່ລະຄຣິສຕະຈັກຈັດການເຕົ້າໂຮມແມ່ນຖືກຕັດສິນໃຈຕາມສະຖານະການສະເພາະຂອງຕົນ. ຖ້າປະຊາກອນທີ່ພຣະເຈົ້າເລືອກສາມາດເຂົ້າຮ່ວມການເຕົ້າໂຮມເພີ່ມອີກໜຶ່ງຄັ້ງຕໍ່ອາທິດ, ນັ້ນກໍຈະເປັນປະໂຫຍດຕໍ່ການເຕີບໂຕທາງຊີວິດຂອງພວກເຂົາຫຼາຍຂຶ້ນ. ຖ້າມີຄົນທີ່ບໍ່ໄລ່ຕາມຄວາມຈິງ ແລະ ບໍ່ຢາກເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ, ກໍບໍ່ຄວນບັງຄັບພວກເຂົາ. ໂດຍສະເພາະສຳລັບພະນັກງານທີ່ຮັບເງິນເດືອນທີ່ຫຍຸ້ງກວ່າໜ້ອຍໜຶ່ງ ແລະ ບໍ່ມີເວລາເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ, ກໍບໍ່ຄວນຮຽກຮ້ອງໃຫ້ພວກເຂົາເຮັດເຊັ່ນນັ້ນ. ບໍ່ວ່າຜູ້ຄົນຈະມີເງື່ອນໄຂເຂົ້າຮ່ວມການເຕົ້າໂຮມໄດ້ ຫຼື ບໍ່ ຫຼື ພວກເຂົາຈະເຕົ້າໂຮມກັນຈັກຄັ້ງກໍຕາມ, ເຮືອນຂອງພຣະເຈົ້າກໍບໍ່ໄດ້ແຊກແຊງ ຫຼື ວາງຂໍ້ຈຳກັດໃດໆ. ນີ້ກໍເພາະວ່າສະຖານະການ ແລະ ພູມຫຼັງຂອງຜູ້ເຊື່ອແຕ່ລະຄົນແມ່ນແຕກຕ່າງກັນທັງໝົດ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຕ້ອງບໍ່ຖືກບັງຄັບ. ກ່ຽວກັບເນື້ອໃນທີ່ກິນ ແລະ ດື່ມໃນລະຫວ່າງຊີວິດຄຣິສຕະຈັກ, ເຮືອນຂອງພຣະເຈົ້າມີຂໍ້ກຳນົດທີ່ສອດຄ່ອງກັນໃນການຈັດແຈງວຽກງານຂອງຕົນ ແລະ ຜູ້ນໍາທຸກລະດັບໃນຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຕ້ອງມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຂໍ້ກຳນົດເຫຼົ່ານັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈຢ່າງແນ່ນອນວ່າ ວຽກງານ ແລະ ເລື່ອງສະເພາະໃດແດ່ທີ່ການຈັດແຈງວຽກງານຂອງເບື້ອງເທິງກຳນົດໃຫ້ປະຕິບັດ ແລະ ອ້າຍເອື້ອຍນ້ອງກໍຕ້ອງຊີ້ນຳຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນກັນ ເພື່ອເບິ່ງວ່າພວກເຂົາກຳລັງປະຕິບັດວຽກງານນີ້ ຫຼື ບໍ່. ເມື່ອເວົ້າເຖິງເນື້ອໃນທີ່ກິນ ແລະ ດື່ມໃນລະຫວ່າງຊີວິດຄຣິສຕະຈັກ ແລະ ການຈັດແຈງວຽກງານທີ່ກ່ຽວຂ້ອງກັບການເຕົ້າໂຮມທີ່ຕ້ອງເຂົ້າໃຈ ແລະ ປະຕິບັດຕາມ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີຄວາມເຫັນເປັນເອກະພາບກັບປະຊາກອນທີ່ພຣະເຈົ້າເລືອກ, ບໍ່ອະນຸຍາດໃຫ້ມີການປ່ຽນແປງຢ່າງເດັດຂາດ. ການຈັດແຈງວຽກງານກ່ຽວກັບວຽກງານຊີວິດຄຣິສຕະຈັກແມ່ນງ່າຍດາຍຫຼາຍ, ຜູ້ຄົນເຂົ້າໃຈງ່າຍ ແລະ ບໍ່ເປັນນາມມະທຳ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?