ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9) ສ່ວນທີ ໜຶ່ງ
ບັນທັດຖານສອງຂໍ້ໃນການຕັດສິນວ່າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່
ຕອນນີ້ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄປທັງໝົດແປດຂໍ້ແລ້ວ ແລະ ກ່ຽວກັບຄວາມຮັບຜິດຊອບທັງແປດຂໍ້ນີ້ ພວກເຮົາກໍໄດ້ໄຈ້ແຍກການສະແດງອອກຕ່າງໆຂອງຜູ້ນໍາປອມແລ້ວ. ໂດຍການໄຈ້ແຍກພວກເຂົາດ້ວຍວິທີນີ້, ຕອນນີ້ພວກເຈົ້າມີຄວາມສາມາດໃນການແຍກແຍະຜູ້ນໍາປອມແລ້ວບໍ? ຖ້າເຈົ້າເປັນຜູ້ນໍາ, ເຈົ້າສາມາດຫຼີກລ່ຽງການມີສ່ວນຮ່ວມໃນການປະຕິບັດເຫຼົ່ານີ້ຂອງຜູ້ນໍາປອມໄດ້ບໍ? ເຈົ້າສາມາດປະຕິບັດວຽກງານ ແລະ ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກຢ່າງມີສະຕິໂດຍອີງໃສ່ຄວາມຮັບຜິດຊອບທີ່ພວກເຮົາໄດ້ໂອ້ລົມກັນໄປແລ້ວໄດ້ບໍ? ຜ່ານການໂອ້ລົມກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຕອນນີ້ພວກເຈົ້າຄວນຮູ້ຢູ່ໃນໃຈຂອງພວກເຈົ້າແລ້ວວ່າ ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດວຽກງານຂອງພວກເຂົາແນວໃດ, ມີລາຍລະອຽດຫຍັງແດ່ທີ່ກ່ຽວຂ້ອງກັບການປະຕິບັດວຽກງານນີ້, ພວກເຂົາຄວນຈັດຕັ້ງປະຕິບັດວຽກງານແນວໃດ ແລະ ພວກເຂົາຄວນປະຕິບັດແນວໃດເພື່ອເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ. ຖ້າຂີດຄວາມສາມາດຂອງບຸກຄົນໃດໜຶ່ງພຽງພໍ, ຖ້າພວກເຂົາມີຄວາມສາມາດໃນການເຮັດວຽກໃນລະດັບໃດໜຶ່ງ ແລະ ພວກເຂົາຍັງແບກຮັບພາລະອີກດ້ວຍ, ແລ້ວພວກເຂົາກໍຄວນຈະສາມາດຫຼີກລ່ຽງການສະແດງອອກເຫຼົ່ານີ້ຂອງຜູ້ນໍາປອມໄດ້. ເຖິງຢ່າງໃດກໍຕາມ, ຖ້າບຸກຄົນໃດໜຶ່ງມີຂີດຄວາມສາມາດ ແລະ ມີຄວາມສາມາດໃນການເຮັດວຽກໃນລະດັບໃດໜຶ່ງ ແຕ່ພວກເຂົາບໍ່ແບກຮັບພາລະ, ແລ້ວພວກເຂົາຈະສາມາດເປັນຜູ້ນໍາທີ່ໄດ້ມາດຕະຖານ ແລະ ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ບໍ? (ບໍ່.) ມັນເປັນເລື່ອງຍາກໜ້ອຍໜຶ່ງທີ່ພວກເຂົາຈະເຮັດສິ່ງນີ້ໄດ້. ສົມມຸດວ່າຜູ້ນໍາຄົນໜຶ່ງແບກຮັບພາລະ ແລະ ຄວາມເປັນມະນຸດຂອງພວກເຂົາກໍບໍ່ແມ່ນບໍ່ດີ, ແຕ່ພວກເຂົາພຽງແຕ່ບໍ່ຮູ້ວ່າຈະປະຕິບັດວຽກງານຂອງພວກເຂົາແນວໃດ. ບໍ່ວ່າຈະໂອ້ລົມກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຍັງບໍ່ຮູ້ວິທີຈັດຕັ້ງປະຕິບັດ ແລະ ເຂົ້າຮ່ວມໃນວຽກງານສະເພາະ ແລະ ພວກເຂົາກໍບໍ່ສາມາດຊອກຫາຫຼັກການ ຫຼື ທິດທາງໄດ້ເລີຍ. ພວກເຂົາຍັງບໍ່ຮູ້ວິທີໃຫ້ການຊີ້ແນະສໍາລັບວຽກງານວິຊາຊີບ ຫຼື ວຽກງານສະເພາະອີກດ້ວຍ. ເມື່ອມີບັນຫາເກີດຂຶ້ນ ພວກເຂົາກໍບໍ່ສາມາດຊອກຫາແກ່ນແທ້ຂອງບັນຫາເຫຼົ່ານັ້ນໄດ້ ແລະ ພວກເຂົາກໍບໍ່ຮູ້ວິທີແກ້ໄຂພວກມັນ. ຜົນທີ່ຕາມມາຄື ພວກເຂົາຂາດຄວາມຫ້າວຫັນ ແລະ ຊັກຊ້າຫຼາຍສະເໝີໃນວຽກງານໃດໆທີ່ພວກເຂົາເຮັດ ຫຼື ໃນບັນຫາໃດໆທີ່ພວກເຂົາກໍາລັງຈັດການ. ຄົນແບບນີ້ສາມາດບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ບໍ? (ບໍ່.) ນີ້ແມ່ນບັນຫາປະເພດໃດ? ເຖິງແມ່ນວ່າຄົນປະເພດນີ້ຈະມີຄວາມກະຕືລືລົ້ນຫຼາຍ, ແບກຮັບພາລະ ແລະ ຕ້ອງການປະຕິບັດວຽກງານຂອງພວກເຂົາ, ແຕ່ຂີດຄວາມສາມາດຂອງພວກເຂົາບໍ່ດີເກີນໄປ, ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດແບກຮັບວຽກງານ ຫຼື ປະຕິບັດວຽກງານສະເພາະ ຫຼື ແກ້ໄຂບັນຫາສະເພາະໄດ້; ພວກເຂົາພຽງແຕ່ເຮັດແບບພໍເປັນພິທີເມື່ອພວກເຂົາເຂົ້າຮ່ວມໃນວຽກງານໃດໆ ແລະ ພວກເຂົາກໍເປັນຄົນຫົວຊ້າ, ຊຶນຊາ ແລະ ຂາດຄວາມຫ້າວຫັນຫຼາຍ. ຜົນຂອງສິ່ງນີ້ກໍຄື ມີບັນຫາຫຼາຍຢ່າງເກີດຂຶ້ນ ແຕ່ພວກເຂົາບໍ່ສາມາດເລີ່ມລົງມືແກ້ໄຂພວກມັນໄດ້, ພວກເຂົາບໍ່ຮູ້ວ່າພວກມັນມີສາເຫດມາຈາກໃສ, ຍິ່ງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະຮູ້ວິທີໂອ້ລົມກ່ຽວກັບບັນຫາເຫຼົ່ານັ້ນ ແລະ ແກ້ໄຂພວກມັນ ແລະ ພວກເຂົາບໍ່ສາມາດແມ່ນແຕ່ລາຍງານບັນຫາຕໍ່ເບື້ອງເທິງ ແລະ ສະແຫວງຫາຈາກພວກເຂົາໄດ້. ສະນັ້ນ, ພວກເຂົາຈຶ່ງບໍ່ສາມາດບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ ແລະ ເຖິງແມ່ນວ່າພວກເຂົາຈະຖືກຄັດເລືອກໃຫ້ເປັນຜູ້ນໍາ, ພວກເຂົາກໍບໍ່ແມ່ນຜູ້ນໍາທີ່ດີ, ພວກເຂົາຄືຜູ້ນໍາປອມ.
ໃນເມື່ອພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄປແປດຂໍ້ແລ້ວ, ພວກເຈົ້າສາມາດໃຫ້ຄຳນິຍາມພື້ນຖານຂອງຜູ້ນໍາປອມໄດ້ບໍ? ຄົນເຮົາຄວນຕັດສິນແນວໃດວ່າຜູ້ນໍາຄົນໜຶ່ງກຳລັງບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ວ່າພວກເຂົາເປັນຜູ້ນໍາປອມ? ໃນລະດັບພື້ນຖານທີ່ສຸດ, ຄົນເຮົາຕ້ອງເບິ່ງວ່າພວກເຂົາສາມາດເຮັດວຽກງານຕົວຈິງໄດ້ ຫຼື ບໍ່, ເບິ່ງວ່າພວກເຂົາມີຂີດຄວາມສາມາດນີ້ ຫຼື ບໍ່. ຈາກນັ້ນ, ຄົນເຮົາຄວນເບິ່ງວ່າພວກເຂົາມີພາລະທີ່ຈະເຮັດວຽກງານນີ້ໃຫ້ໄດ້ດີ ຫຼື ບໍ່. ຢ່າໄປສົນໃຈວ່າສິ່ງທີ່ພວກເຂົາເວົ້ານັ້ນຟັງມ່ວນຫູສໍ່າໃດ ແລະ ພວກເຂົາເບິ່ງຄືວ່າເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດ ແລະ ຢ່າໄປສົນໃຈວ່າພວກເຂົາມີຄວາມສາມາດພິເສດ ແລະ ພອນສະຫວັນຫຼາຍສໍ່າໃດເມື່ອພວກເຂົາຈັດການເລື່ອງພາຍນອກ, ສິ່ງເຫຼົ່ານີ້ບໍ່ສຳຄັນ. ສິ່ງທີ່ສຳຄັນທີ່ສຸດຄືພວກເຂົາສາມາດປະຕິບັດວຽກງານທີ່ເປັນພື້ນຖານທີ່ສຸດຂອງຄຣິສຕະຈັກຢ່າງເໝາະສົມໄດ້ ຫຼື ບໍ່, ພວກເຂົາສາມາດແກ້ໄຂບັນຫາໂດຍໃຊ້ຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາສາມາດນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ ຫຼື ບໍ່. ນີ້ຄືວຽກງານທີ່ເປັນພື້ນຖານ ແລະ ເປັນແກ່ນແທ້ທີ່ສຸດ. ຖ້າພວກເຂົາບໍ່ສາມາດເຮັດລາຍການວຽກງານຕົວຈິງເຫຼົ່ານີ້ໄດ້, ແລ້ວບໍ່ວ່າຂີດຄວາມສາມາດຂອງພວກເຂົາຈະດີສໍ່າໃດ, ພວກເຂົາຈະມີຄວາມສາມາດພິເສດສໍ່າໃດ ຫຼື ພວກເຂົາຈະສາມາດທົນທຸກກັບຄວາມລຳບາກ ແລະ ຈ່າຍລາຄາໄດ້ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຜູ້ນໍາປອມ. ບາງຄົນເວົ້າວ່າ: “ຢ່າຟ້າວໄປສົນໃຈວ່າຕອນນີ້ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ. ພວກເຂົາມີຂີດຄວາມສາມາດທີ່ດີ ແລະ ມີຄວາມສາມາດ. ຖ້າພວກເຂົາໄດ້ຮັບການຝຶກຝົນໄລຍະໜຶ່ງ, ພວກເຂົາກໍຈະສາມາດເຮັດວຽກງານຕົວຈິງໄດ້ຢ່າງແນ່ນອນ. ນອກຈາກນີ້, ພວກເຂົາບໍ່ໄດ້ເຮັດຫຍັງທີ່ບໍ່ດີ ແລະ ພວກເຂົາກໍບໍ່ໄດ້ເຮັດສິ່ງທີ່ຊົ່ວຮ້າຍ ຫຼື ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ພຣະອົງເວົ້າໄດ້ແນວໃດວ່າພວກເຂົາເປັນຜູ້ນໍາປອມ?” ພວກເຮົາຈະອະທິບາຍເລື່ອງນີ້ແນວໃດ? ມັນບໍ່ສຳຄັນວ່າເຈົ້າມີຄວາມສາມາດພິເສດສໍ່າໃດ, ເຈົ້າມີຂີດຄວາມສາມາດ ແລະ ການສຶກສາລະດັບໃດ, ເຈົ້າສາມາດຮ້ອງຄຳຂວັນໄດ້ຫຼາຍສໍ່າໃດ ຫຼື ມີຄຳເວົ້າ ແລະ ຫຼັກຄຳສອນຢູ່ໃນກຳມືຂອງເຈົ້າຫຼາຍສໍ່າໃດ; ບໍ່ວ່າເຈົ້າຈະຫຍຸ້ງ ຫຼື ອິດເມື່ອຍສໍ່າໃດໃນໜຶ່ງມື້ ຫຼື ເຈົ້າໄດ້ເດີນທາງໄປໄກສໍ່າໃດ, ໄປຢ້ຽມຢາມຄຣິສຕະຈັກຫຼາຍສ່ຳໃດ ຫຼື ແບກຮັບຄວາມສ່ຽງ ແລະ ທົນທຸກກັບຄວາມລຳບາກຫຼາຍສໍ່າໃດ, ສິ່ງເຫຼົ່ານີ້ບໍ່ມີອັນໃດສຳຄັນເລີຍ. ສິ່ງທີ່ສຳຄັນຄືເຈົ້າກຳລັງປະຕິບັດວຽກງານຂອງເຈົ້າໂດຍອີງໃສ່ການຈັດແຈງວຽກງານ ຫຼື ບໍ່, ເຈົ້າກຳລັງຈັດຕັ້ງປະຕິບັດການຈັດແຈງເຫຼົ່ານັ້ນຢ່າງຖືກຕ້ອງ ຫຼື ບໍ່; ໃນລະຫວ່າງການເປັນຜູ້ນໍາຂອງເຈົ້າ, ເຈົ້າກຳລັງເຂົ້າຮ່ວມໃນທຸກວຽກງານສະເພາະທີ່ເຈົ້າຮັບຜິດຊອບ ຫຼື ບໍ່ ແລະ ເຈົ້າໄດ້ແກ້ໄຂບັນຫາຕົວຈິງໄປແລ້ວຈັກບັນຫາ; ມີຈັກຄົນທີ່ໄດ້ເຂົ້າໃຈຫຼັກການຄວາມຈິງຍ້ອນການເປັນຜູ້ນຳ ແລະ ການຊີ້ແນະຂອງເຈົ້າ ແລະ ວຽກງານຂອງຄຣິສຕະຈັກໄດ້ກ້າວໜ້າ ແລະ ພັດທະນາໄປຫຼາຍສໍ່າໃດ, ສິ່ງທີ່ສຳຄັນຄືເຈົ້າໄດ້ບັນລຸຜົນລັບເຫຼົ່ານີ້ ຫຼື ບໍ່. ບໍ່ວ່າວຽກງານສະເພາະທີ່ເຈົ້າກຳລັງກ່ຽວຂ້ອງຢູ່ນັ້ນຈະເປັນແນວໃດກໍຕາມ, ສິ່ງທີ່ສຳຄັນຄືເຈົ້າກຳລັງຕິດຕາມ ແລະ ຊີ້ນໍາວຽກງານຢ່າງສະໝໍ່າສະເໝີ ຫຼື ບໍ່ ແທນທີ່ຈະວາງອຳນາດບາດໃຫຍ່ ແລະ ອອກຄຳສັ່ງ. ນອກຈາກນີ້, ສິ່ງທີ່ສຳຄັນອີກຢ່າງໜຶ່ງກໍຄື ເຈົ້າມີການເຂົ້າສູ່ຊີວິດ ຫຼື ບໍ່ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າສາມາດຈັດການເລື່ອງຕ່າງໆຕາມຫຼັກການໄດ້ ຫຼື ບໍ່, ເຈົ້າມີຄຳພະຍານຂອງການນຳເອົາຄວາມຈິງມາປະຕິບັດ ຫຼື ບໍ່ ແລະ ເຈົ້າສາມາດຈັດການ ແລະ ແກ້ໄຂບັນຫາຕົວຈິງທີ່ປະຊາກອນທີ່ພຣະເຈົ້າເລືອກປະເຊີນຢູ່ໄດ້ ຫຼື ບໍ່. ສິ່ງເຫຼົ່ານີ້ ແລະ ສິ່ງອື່ນໆທີ່ຄ້າຍຄືກັນລ້ວນແຕ່ເປັນບັນທັດຖານໃນການປະເມີນວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ບັນລຸຄວາມຮັບຜິດຊອບຂອງພວກເຂົາ ຫຼື ບໍ່. ພວກເຈົ້າຄິດວ່າບັນທັດຖານເຫຼົ່ານີ້ໃຊ້ໄດ້ຈິງບໍ? ແລະ ຍຸຕິທຳຕໍ່ຜູ້ຄົນບໍ? (ຍຸຕິທຳ.) ພວກມັນຍຸຕິທຳຕໍ່ທຸກຄົນ. ບໍ່ວ່າລະດັບການສຶກສາຂອງເຈົ້າຈະເປັນແນວໃດ, ບໍ່ວ່າເຈົ້າຈະເປັນຄົນໜຸ່ມ ຫຼື ຜູ້ສູງອາຍຸ, ເຈົ້າເຊື່ອໃນພຣະເຈົ້າມາຈັກປີແລ້ວ, ຄວາມອາວຸໂສຂອງເຈົ້າ ຫຼື ເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າມາຫຼາຍສໍ່າໃດ, ສິ່ງເຫຼົ່ານີ້ບໍ່ມີອັນໃດສຳຄັນເລີຍ. ສິ່ງທີ່ສຳຄັນຄືເຈົ້າເຮັດວຽກງານຄຣິສຕະຈັກໄດ້ດີສໍ່າໃດຫຼັງຈາກທີ່ຖືກເລືອກໃຫ້ເປັນຜູ້ນໍາ, ເຈົ້າມີປະສິດທິຜົນ ແລະ ປະສິດທິພາບໃນວຽກງານຂອງເຈົ້າສໍ່າໃດ ແລະ ວຽກງານແຕ່ລະລາຍການຈະດຳເນີນໄປຢ່າງເປັນລະບຽບ ແລະ ມີປະສິດທິຜົນ ແລະ ບໍ່ຊັກຊ້າ ຫຼື ບໍ່. ສິ່ງເຫຼົ່ານີ້ຄືສິ່ງຫຼັກໆທີ່ຖືກປະເມີນເມື່ອວັດແທກວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ບັນລຸຄວາມຮັບຜິດຊອບຂອງພວກເຂົາ ຫຼື ບໍ່.
ຜ່ານການໂອ້ລົມທີ່ພວກເຮົາຫາກໍໄດ້ມີສ່ວນຮ່ວມໄປນັ້ນ, ຕອນນີ້ພວກເຈົ້າກໍມີຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ຂ້ອນຂ້າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງມີຄຳກ່າວທີ່ຖືກຕ້ອງກ່ຽວກັບນິຍາມ ແລະ ແກ່ນແທ້ຂອງຜູ້ນໍາປອມ. ບັນທັດຖານພື້ນຖານທີ່ສຸດໃນການຕັດສິນວ່າບຸກຄົນໃດໜຶ່ງເປັນຜູ້ນໍາປອມ ຫຼື ບໍ່ ແມ່ນການເບິ່ງວ່າພວກເຂົາສາມາດປະຕິບັດວຽກງານຕົວຈິງໄດ້ ຫຼື ບໍ່ ແລະ ຈາກນັ້ນກໍເບິ່ງວ່າພວກເຂົາເຮັດວຽກງານຕົວຈິງແທ້ ຫຼື ບໍ່. ນີ້ຄືບັນທັດຖານສອງຂໍ້ຫຼັກ: ຂໍ້ໜຶ່ງແມ່ນຄໍາຖາມທີ່ວ່າພວກເຂົາມີຄວາມສາມາດ ຫຼື ບໍ່ ແລະ ອີກຂໍ້ໜຶ່ງແມ່ນຄໍາຖາມທີ່ວ່າພວກເຂົາເຕັມໃຈ ຫຼື ບໍ່. ພວກເຈົ້າສາມາດຈື່ສິ່ງເຫຼົ່ານີ້ໄດ້ບໍ? ບາງຄົນເວົ້າວ່າ: “ຂ້ອຍບໍ່ແມ່ນຜູ້ນໍາ, ສະນັ້ນ, ເປັນຫຍັງຂ້ອຍຕ້ອງຈື່ສິ່ງເຫຼົ່ານີ້?” ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່.) ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? ຜ່ານການເຂົ້າໃຈຄວາມຈິງເຫຼົ່ານີ້, ໃນດ້ານໜຶ່ງຜູ້ຄົນກໍສາມາດຮູ້ຈັກຕົນເອງ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍສາມາດແຍກແຍະຄົນອື່ນໄດ້, ສິ່ງເຫຼົ່ານີ້ຄືຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ມີໄວ້ ແລະ ມັນຈະຂາດຄວາມເຂົ້າໃຈໃນສິ່ງເຫຼົ່ານີ້ໄປບໍ່ໄດ້ເລີຍ. ກ່ອນອື່ນໝົດ, ເຈົ້າຕ້ອງວັດແທກວ່າເຈົ້າມີຂີດຄວາມສາມາດ ແລະ ຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ບໍ່ ໂດຍອີງຕາມຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າເຈົ້າບໍ່ມີສິ່ງເຫຼົ່ານີ້, ກໍຢ່າຄິດຢາກເປັນຜູ້ນໍາຢູ່ເລື້ອຍໆ. ຖ້າເຈົ້າບໍ່ມີຂີດຄວາມສາມາດທີ່ຈະເປັນຜູ້ນໍາ ແຕ່ຍັງຢາກເປັນ, ນັ້ນກໍຄືຄວາມທະເຍີທະຍານ; ທັນທີທີ່ເຈົ້າກາຍເປັນຜູ້ນໍາ, ເຈົ້າກໍຈະບໍ່ສາມາດປະຕິບັດວຽກງານຕົວຈິງໄດ້ ແລະ ເຈົ້າກໍຈະກາຍເປັນຜູ້ນໍາປອມຢ່າງຫຼີກລ່ຽງບໍ່ໄດ້. ບາງຄົນເວົ້າວ່າ: “ຂ້ອຍມີຂີດຄວາມສາມາດທີ່ດີ; ໃນທ່າມກາງທຸກຄົນ, ຂ້ອຍໂດດເດັ່ນ. ຂ້ອຍມັກຈະມີແນວຄວາມຄິດທີ່ດີ ແລະ ຄຳແນະນຳທີ່ສະຫຼາດ ແລະ ດີຢູ່ເລື້ອຍໆ. ຂ້ອຍມີເຄັດລັບໃນທຸກສິ່ງທີ່ຂ້ອຍເຮັດ ແລະ ຂ້ອຍມີຄວາມຮູ້, ວິໄສທັດ ແລະ ປະສົບການທີ່ຂ້ອນຂ້າງອຸດົມສົມບູນ. ທັງໝົດນີ້ບໍ່ໄດ້ໝາຍຄວາມວ່າຂ້ອຍສາມາດເປັນຜູ້ນໍາໄດ້ບໍ?” ແລ້ວເຈົ້າກໍຄວນວັດແທກຕົນເອງເບິ່ງຄືກັນວ່າ ເຈົ້າມີຄວາມຮູ້ສຶກຮັບຜິດຊອບ ແລະ ແບກຮັບພາລະ ຫຼື ບໍ່. ຖ້າເຈົ້າມີພຽງແຕ່ຄວາມຄິດເຫັນກ່ຽວກັບສິ່ງຕ່າງໆ ແລະ ມີພຽງແຕ່ຄວາມປາຖະໜາທີ່ຈະເຮັດສິ່ງຕ່າງໆ ແລະ ມີຄວາມທະເຍີທະຍານທີ່ຍິ່ງໃຫຍ່ຢູ່ສະເໝີແຕ່ບໍ່ສາມາດເຮັດໃຫ້ສຳເລັດໄດ້ ແລະ ເຈົ້າກໍບໍ່ຮູ້ວິທີພະຍາຍາມ ແລະ ຈ່າຍລາຄາ ແລະ ບໍ່ເຕັມໃຈທີ່ຈະຈ່າຍລາຄາສິ່ງໃດເລີຍ, ຖ້າເຈົ້າຢາກໃຫ້ສະໝອງ ແລະ ຫົວໃຈຂອງເຈົ້າຢູ່ໃນສະພາວະຜ່ອນຄາຍຢູ່ສະເໝີ, ຖ້າເຈົ້າມັກຢູ່ລ້າໆ ແລະ ບໍ່ມີສິ່ງຜູກມັດ, ຢາກມີຊີວິດທີ່ສະດວກສະບາຍ ແລະ ບໍ່ມັກກັງວົນ ຫຼື ຫຍຸ້ງວຽກ ແລະ ຢ້ານຄວາມເມື່ອຍລ້າ ແລະ ຄວາມລຳບາກ, ແລ້ວເຈົ້າກໍບໍ່ເໝາະສົມທີ່ຈະເປັນຜູ້ນໍາ ແລະ ເຈົ້າກໍຈະບໍ່ສາມາດແບກຮັບ ຫຼື ປະຕິບັດວຽກງານຜູ້ນໍາໄດ້.
ພວກເຮົາຫາກໍສະຫຼຸບບັນທັດຖານສອງຂໍ້ໃນການຕັດສິນວ່າຜູ້ນໍາຄົນໜຶ່ງໄດ້ມາດຕະຖານ ຫຼື ບໍ່, ນັ້ນກໍຄື: ພວກເຂົາສາມາດປະຕິບັດວຽກງານຕົວຈິງໄດ້ ຫຼື ບໍ່ ແລະ ພວກເຂົາເຮັດວຽກງານຕົວຈິງ ຫຼື ບໍ່. ຖ້າຜູ້ຄົນເຂົ້າໃຈບັນທັດຖານສອງຂໍ້ນີ້, ແລ້ວພວກເຂົາກໍຄວນຈະເຂົ້າໃຈຢ່າງແຈ່ມແຈ້ງວ່າ ພວກເຂົາສາມາດເປັນຜູ້ນໍາໄດ້ ຫຼື ບໍ່, ພ້ອມທັງສາມາດເຮັດວຽກງານຄຣິສຕະຈັກໄດ້ດີ, ບັນລຸຄວາມຮັບຜິດຊອບຂອງພວກເຂົາຢ່າງຄົບຖ້ວນ ແລະ ເປັນຜູ້ນໍາທີ່ໄດ້ມາດຕະຖານຫຼັງຈາກທີ່ໄດ້ເປັນຜູ້ນໍາແລ້ວ ຫຼື ບໍ່. ສຳລັບຜູ້ທີ່ກຳລັງຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກຢູ່ໃນປັດຈຸບັນ, ຕອນນີ້ພວກເຈົ້າມີເສັ້ນທາງ ແລະ ຫຼັກການບາງຢ່າງໃນການວັດແທກວ່າພວກເຈົ້າໄດ້ເຮັດວຽກງານຕົວຈິງບາງຢ່າງ ແລະ ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ ຫຼື ບໍ່? ຜ່ານການໂອ້ລົມກ່ຽວກັບຄວາມຮັບຜິດຊອບທັງແປດຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກນີ້, ພວກເຈົ້າຄວນຈະສາມາດວັດແທກໄດ້ວ່າຜູ້ນໍາປອມສະແດງອອກແນວໃດ ແລະ ສະຫຼຸບໄດ້ຢ່າງແນ່ນອນວ່າຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດວຽກງານຂອງພວກເຂົາແນວໃດ, ພ້ອມທັງຈຸດໃດໃນວຽກງານຂອງພວກເຈົ້າທີ່ຍັງຂາດຕົກບົກພ່ອງ, ບໍ່ພຽງພໍ ຫຼື ບໍ່ລະອຽດພໍ ແລະ ພວກເຈົ້າຄວນຈະເຮັດວຽກງານນັບແຕ່ນີ້ຕໍ່ໄປແນວໃດ, ຢ່າງໜ້ອຍທີ່ສຸດ ພວກເຈົ້າຄວນມີການຢັ່ງຮູ້ເຫຼົ່ານີ້. ຖ້າພວກເຈົ້າບໍ່ມີຂໍ້ສະຫຼຸບ ຫຼື ການຢັ່ງຮູ້ກ່ຽວກັບການເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ວິທີບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນັ້ນກໍໝາຍຄວາມວ່າຂີດຄວາມສາມາດຂອງພວກເຈົ້າຍັງບໍ່ພຽງພໍກັບວຽກງານ. ຍິ່ງໄປກວ່ານັ້ນ, ຖ້າພວກເຈົ້າສັບສົນກ່ຽວກັບວິທີແຍກແຍະຜູ້ນໍາປອມຢ່າງສິ້ນເຊີງ, ນີ້ກໍຍິ່ງສະແດງໃຫ້ເຫັນວ່າຂີດຄວາມສາມາດຂອງພວກເຈົ້າບໍ່ດີ. ຍັງມີສະຖານະການພິເສດອີກຢ່າງໜຶ່ງຄື: ມີບາງຄົນທີ່ເຖິງແມ່ນວ່າຈະໄດ້ຟັງການໂອ້ລົມເຫຼົ່ານີ້ແລ້ວ, ແຕ່ກໍບໍ່ມີຄວາມຕັ້ງໃຈທີ່ຈະສະແຫວງຫາຄວາມຈິງ ຫຼື ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ທີ່ພຽງແຕ່ບໍ່ເອົາໃຈໃສ່ເລື່ອງນີ້ຢ່າງຈິງຈັງ ຫຼື ບໍ່ໃສ່ໃຈ. ພວກເຂົາຄິດວ່າ: “ຂ້ອຍບໍ່ສົນໃຈວ່າໃຜເປັນຜູ້ນໍາປອມ. ຈັ່ງໃດກໍຕາມ, ຖ້າຂ້ອຍໄດ້ເປັນຜູ້ນໍາ, ຂ້ອຍກໍຈະເຮັດທຸກຢ່າງຕາມທີ່ເບື້ອງເທິງບອກໃຫ້ຂ້ອຍເຮັດ. ຂ້ອຍບໍ່ຈຳເປັນຕ້ອງພະຍາຍາມ ຫຼື ໃຊ້ຄວາມຄິດຫຼາຍຂະໜາດນັ້ນ”. ເມື່ອພວກເຂົາຟັງຄຳເທດສະໜາ, ພວກເຂົາກໍພຽງແຕ່ເຮັດແບບພໍເປັນພິທີ ແລະ ຂ້າເວລາ ແລະ ພວກເຂົາກໍຮູ້ເລັກໜ້ອຍວ່າໂດຍລວມແລ້ວຄຳເທດສະໜານັ້ນກ່ຽວກັບຫຍັງ, ແຕ່ພວກເຂົາຂີ້ຄ້ານເກີນໄປທີ່ຈະສະຫຼຸບວ່າຄວາມຈິງ ແລະ ຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດທີ່ກຳລັງໂອ້ລົມກັນຢູ່ນັ້ນແມ່ນຫຍັງ ແລະ ພວກເຂົາບໍ່ເຕັມໃຈທີ່ຈະເອົາສິ່ງເຫຼົ່ານີ້ມາໃສ່ໃຈ. ພວກເຂົາຄິດວ່າ: “ມັນເປັນເລື່ອງທີ່ຫຍຸ້ງຍາກເກີນໄປທີ່ຈະແຍກແຍະເລື່ອງເຫຼົ່ານີ້. ຈັ່ງໃດກໍຕາມ, ຂ້ອຍຮຽກຮ້ອງຈາກຕົນເອງພຽງສິ່ງດຽວເທົ່ານັ້ນ ແລະ ນັ້ນກໍຄືການບໍ່ເຮັດຄວາມຊົ່ວ, ບໍ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ບໍ່ເຮັດຕົວໂດດເດັ່ນກວ່າຄົນອື່ນ, ເທົ່ານັ້ນກໍພຽງພໍແລ້ວ. ມັນງ່າຍດາຍຫຼາຍ! ນີ້ຄືວິທີການດຳລົງຊີວິດທີ່ດີ; ຂ້ອຍບໍ່ໄດ້ຕັ້ງຂໍ້ຮຽກຮ້ອງສູງໃຫ້ກັບຕົນເອງ”. ນີ້ຄືມຸມມອງດຽວຂອງພວກເຂົາບໍ່ວ່າພວກເຂົາຈະຟັງຄຳເທດສະໜາແນວໃດກໍຕາມ ແລະ ບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້; ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດ, ໃຊ້ວິທີໃດໃນການໂອ້ລົມ ຫຼື ໂອ້ລົມກ່ຽວກັບຫຍັງກໍຕາມ, ເຈົ້າກໍບໍ່ສາມາດສຳຜັດຫົວໃຈຂອງພວກເຂົາໄດ້; ພວກເຂົາບໍ່ສົນໃຈວ່າພວກເຂົາຈະຟັງຄຳເວົ້າເຫຼົ່ານີ້ ຫຼື ບໍ່, ສຳລັບພວກເຂົາແລ້ວມັນເກືອບບໍ່ແຕກຕ່າງກັນເລີຍ. ຄົນປະເພດນີ້ໃຊ້ຊີວິດແບບເລື່ອນລອຍໄປມື້ໆ ແລະ ພວກເຂົາບໍ່ຈິງຈັງກັບສິ່ງໃດເລີຍ. ບໍ່ຕ້ອງເວົ້າເຖິງການໂອ້ລົມກ່ຽວກັບຄວາມຮັບຜິດຊອບແປດຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຖິງແມ່ນວ່າພວກເຮົາຈະໂອ້ລົມກ່ຽວກັບພວກມັນທັງໝົດ, ພວກເຂົາກໍຍັງຈະບໍ່ເຂົ້າໃຈ ແລະ ຈະບໍ່ສາມາດສະຫຼຸບຫຼັກການ ຫຼື ເສັ້ນທາງໃດໆໄດ້. ຄົນແບບນີ້ບໍ່ຮັກສິ່ງທີ່ເປັນບວກ, ພວກເຂົາບໍ່ສົນໃຈ ແລະ ບໍ່ມີກະຈິດກະໃຈເລີຍ ເມື່ອເວົ້າເຖິງຄວາມຈິງ ຫຼື ສິ່ງທີ່ເປັນບວກໃດໆ, ແຕ່ພວກເຂົາພັດມີຄວາມສົນໃຈບາງຢ່າງໃນການກິນ, ການດື່ມ ແລະ ການສະແຫວງຫາຄວາມສຸກ. ໂດຍການໂອ້ລົມກ່ຽວກັບຄວາມຮັບຜິດຊອບແປດຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ໃນດ້ານໜຶ່ງ, ພວກເຮົາໄດ້ສະຫຼຸບຄວາມຮັບຜິດຊອບບາງຢ່າງຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງວິທີປະຕິບັດວຽກງານ ແລະ ບັນລຸຄວາມຮັບຜິດຊອບຂອງຕົນໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ; ໃນອີກດ້ານໜຶ່ງ, ພວກເຮົາໄດ້ສະຫຼຸບການສະແດງອອກທີ່ສະເພາະເຈາະຈົງບາງຢ່າງທີ່ຜູ້ນໍາປອມສະແດງອອກ. ພວກເຮົາຫາກໍສະຫຼຸບຫຼັກການພື້ນຖານສອງຂໍ້, ບັນທັດຖານສອງຂໍ້, ສຳລັບການແຍກແຍະຜູ້ນໍາປອມ: ຂໍ້ໜຶ່ງຄືຄົນໃດຄົນໜຶ່ງສາມາດປະຕິບັດວຽກງານຕົວຈິງໄດ້ ຫຼື ບໍ່ ແລະ ອີກຂໍ້ໜຶ່ງຄືພວກເຂົາເຮັດວຽກງານຕົວຈິງແທ້ ຫຼື ບໍ່ ເມື່ອພວກເຂົາເຂົ້າໃຈຫຼັກການຄວາມຈິງແລ້ວ. ການໃຊ້ບັນທັດຖານສອງຂໍ້ນີ້ແມ່ນວິທີທີ່ງ່າຍດາຍທີ່ສຸດ ແລະ ເໝາະສົມທີ່ສຸດຈົນເຖິງປັດຈຸບັນໃນການວັດແທກວ່າຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ບໍ່.
ຂໍ້ທີເກົ້າ: ໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການຊີ້ແນະ, ການຄວບຄຸມດູແລ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດ (ພາກທີໜຶ່ງ)
ນິຍາມ ແລະ ລາຍການສະເພາະຂອງການຈັດແຈງວຽກງານ
ມື້ນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການຊີ້ແນະ, ການຄວບຄຸມດູແລ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດ”. ເມື່ອພິຈາລະນາຄວາມຮັບຜິດຊອບນີ້ໂດຍລວມແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຖືກກຳນົດໃຫ້ຈັດຕັ້ງປະຕິບັດຫຍັງ? (ການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ.) ຈຸດສຸມຂອງຄວາມຮັບຜິດຊອບນີ້ແມ່ນວິທີການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ, ນີ້ຄືວຽກງານທີ່ສຳຄັນທີ່ສຸດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ບໍ່ວ່າຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກລະດັບໃດກໍຕາມ, ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຄົນເຮົາກໍຈະຕ້ອງພົບພໍ້ກັບການຈັດແຈງວຽກງານ ພ້ອມທັງວຽກງານສະເພາະຂອງການຈັດຕັ້ງປະຕິບັດການຈັດແຈງວຽກງານຢູ່ສະເໝີ. ການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆແມ່ນກ່ຽວຂ້ອງກັບວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນ ແລະ ນີ້ຄືວຽກງານທີ່ສຳຄັນຫຼາຍ, ສະເພາະເຈາະຈົງຫຼາຍ ແລະ ເປັນພື້ນຖານຫຼາຍ. ເມື່ອພິຈາລະນາຈຸດນີ້, ມັນບໍ່ຈຳເປັນບໍທີ່ຈະຕ້ອງໂອ້ລົມກັນໂດຍສະເພາະກ່ອນວ່າການຈັດແຈງວຽກງານແມ່ນຫຍັງ? (ແມ່ນແລ້ວ.) ແລ້ວການຈັດແຈງວຽກງານແມ່ນຫຍັງ? ຂອບເຂດ ແລະ ນິຍາມຂອງການຈັດແຈງວຽກງານແມ່ນຫຍັງ? ບາງຄົນເວົ້າວ່າ: “ຂອບເຂດຂອງການຈັດແຈງວຽກງານບໍ່ແມ່ນພຽງແຕ່ກວມເອົາວຽກງານ ແລະ ເນື້ອໃນບາງຢ່າງທີ່ກ່ຽວຂ້ອງກັບວຽກງານຄຣິສຕະຈັກບໍ? ແລ້ວການຈັດແຈງວຽກງານບໍ່ແມ່ນພຽງແຕ່ການຈັດແຈງ ແລະ ການມອບໝາຍວຽກງານ ແລະ ເນື້ອໃນເຫຼົ່ານີ້ບໍ?” ພວກເຈົ້າຄິດແນວໃດກັບຄຳອະທິບາຍນີ້? ມັນບໍ່ແມ່ນຄຳເວົ້າ ແລະ ຫຼັກຄຳສອນທັງໝົດບໍ? (ແມ່ນແລ້ວ.) ແລ້ວ “ຄຳເວົ້າ ແລະ ຫຼັກຄຳສອນ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຖິງແມ່ນວ່າຄຳອະທິບາຍນີ້ຈະບໍ່ມີຄຳໃດຟັງເບິ່ງຄືວ່າຜິດ, ແຕ່ຫຼັງຈາກທີ່ເຈົ້າໄດ້ຟັງມັນ, ເຈົ້າກໍຍັງບໍ່ເຂົ້າໃຈມັນ; ມັນກໍຄືກັນກັບວ່າບໍ່ໄດ້ມີການອະທິບາຍຫຍັງເລີຍ. ກ່ອນອື່ນ ໃຫ້ເຮົານິຍາມການຈັດແຈງວຽກງານໃນລັກສະນະຂອງຄຳອະທິບາຍທີ່ເປັນລາຍລັກອັກສອນ, ເພື່ອໃຫ້ຜູ້ຄົນມີແນວຄິດພື້ນຖານກ່ຽວກັບມັນ ເພື່ອທີ່ຈະເຂົ້າໃຈ ແລະ ຮູ້ວ່າການຈັດແຈງວຽກງານແມ່ນຫຍັງແທ້. ການຈັດແຈງວຽກງານແມ່ນແຜນການ ແລະ ຂໍ້ກຳນົດສະເພາະທີ່ເຮືອນຂອງພຣະເຈົ້າສ້າງຂຶ້ນສຳລັບລາຍການວຽກງານສະເພາະ; ພວກມັນຕ້ອງໄດ້ຮັບການສື່ສານ ແລະ ຈັດຕັ້ງປະຕິບັດໂດຍຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກມັນຍັງເປັນຂໍ້ກຳນົດ, ວຽກງານ ແລະ ວິທີການທີ່ມອບໝາຍໃຫ້ສະມາຊິກທຸກຄົນຂອງຄຣິສຕະຈັກສຳລັບລາຍການວຽກງານສະເພາະອີກດ້ວຍ, ນີ້ຄືນິຍາມຂອງການຈັດແຈງວຽກງານ. ແລ້ວມີລາຍການໃດແດ່ທີ່ກວມຢູ່ໃນການຈັດແຈງວຽກງານ? ທຸກຄົນຮູ້ຈັກຄຳນາມ “ລາຍການ” ນີ້, ແຕ່ບໍ່ຄວນຈະມີເນື້ອໃນສະເພາະບາງຢ່າງທີ່ກວມຢູ່ໃນຂອບເຂດຂອງລາຍການເຫຼົ່ານີ້ບໍ? (ແມ່ນແລ້ວ.) ພວກເຈົ້າຮູ້ກ່ຽວກັບເນື້ອໃນໃດແດ່? (ມີວຽກງານພຣະກິດຕິຄຸນ ແລະ ມີວຽກການຜະລິດຮູບເງົາ.) ນັ້ນແມ່ນສອງລາຍການ. (ຍັງມີຂໍ້ກຳນົດບາງຢ່າງທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ ແລະ ການສ້າງຕັ້ງອົງກອນບໍລິຫານຂອງຄຣິສຕະຈັກ.) ມີວຽກງານອື່ນໃດອີກ? (ມີວຽກງານການຊຳລະລ້າງຄຣິສຕະຈັກ, ພ້ອມທັງວຽກງານບາງຢ່າງທີ່ກ່ຽວຂ້ອງກັບລະບົບການຄຸ້ມຄອງຂອງຄຣິສຕະຈັກ.) ເນື້ອໃນສະເພາະຂອງການຈັດແຈງວຽກງານມີດັ່ງນີ້: ຂໍ້ທີໜຶ່ງ, ວຽກງານບໍລິຫານຂອງຄຣິສຕະຈັກ. ນີ້ແມ່ນລາຍການວຽກງານທີ່ໃຫຍ່ທີ່ສຸດ ແລະ ຖ້າວຽກງານບໍລິຫານເຮັດໄດ້ບໍ່ດີ, ກໍຈະບໍ່ມີວຽກງານຄຣິສຕະຈັກເລີຍ. ຂໍ້ທີສອງ, ວຽກງານບຸກຄະລາກອນ. ນີ້ແມ່ນລາຍການວຽກງານທີ່ໃຫຍ່. ຂໍ້ທີສາມ, ວຽກງານພຣະກິດຕິຄຸນ. ນີ້ກໍແມ່ນລາຍການວຽກງານທີ່ໃຫຍ່ເຊັ່ນກັນ. ຂໍ້ທີສີ່, ວຽກງານວິຊາຊີບປະເພດຕ່າງໆ. ຂອບເຂດຂອງວຽກງານນີ້ແມ່ນຂ້ອນຂ້າງກວ້າງ ແລະ ມັນລວມມີການຜະລິດຮູບເງົາ, ວຽກງານຂໍ້ຄວາມ, ການແປ, ດົນຕີ, ການຜະລິດວິດີໂອ, ສິລະປະ ແລະ ອື່ນໆ. ຂໍ້ທີຫ້າ, ຊີວິດຄຣິສຕະຈັກ. ຂໍ້ທີຫົກ, ວຽກງານການຄຸ້ມຄອງຊັບສິນ. ຂໍ້ທີເຈັດ, ວຽກງານການຊຳລະລ້າງ. ຂໍ້ທີແປດ, ວຽກງານພາຍນອກ. ຂໍ້ທີເກົ້າ, ສະຫວັດດີການຄຣິສຕະຈັກ. ຕົວຢ່າງ: ວິທີທີ່ຄຣິສຕະຈັກແກ້ໄຂຄວາມຫຍຸ້ງຍາກທີ່ເກີດຂຶ້ນໃນຄອບຄົວຂອງອ້າຍເອື້ອຍນ້ອງ ແລະ ສິ່ງທີ່ຄຣິສຕະຈັກເຮັດກ່ຽວກັບບັນຫາເຫຼົ່ານັ້ນ, ພ້ອມທັງການໄປຢ້ຽມຢາມອ້າຍເອື້ອຍນ້ອງທີ່ຢູ່ໃນຄຸກ ແລະ ວິທີເບິ່ງແຍງຄອບຄົວຂອງພວກເຂົາ ແລະ ອື່ນໆ, ທັງໝົດນີ້ແມ່ນຢູ່ພາຍໃຕ້ສະຫວັດດີການຄຣິສຕະຈັກ. ຂໍ້ທີສິບ, ແຜນສຸກເສີນ. ບາງຄັ້ງ, ຄຣິສຕະຈັກຈະອອກມາດຕະການສຸກເສີນບາງຢ່າງ. ຕົວຢ່າງ: ເມື່ອໂລກລະບາດເກີດຂຶ້ນ, ຄຣິສຕະຈັກໄດ້ນຳໃຊ້ລະບົບການແຍກຕົວທີ່ສອດຄ່ອງກັນ. ແຜນການເຊັ່ນນີ້ລ້ວນແຕ່ຢູ່ພາຍໃຕ້ວຽກງານສຸກເສີນ. ໂດຍພື້ນຖານແລ້ວ ການຈັດແຈງວຽກງານແມ່ນກ່ຽວຂ້ອງກັບສິບລາຍການນີ້. ລາຍການຍ່ອຍອື່ນໆ ຫຼື ສະຖານະການພິເສດກໍລວມຢູ່ໃນສິບຂໍ້ນີ້, ໂດຍພື້ນຖານແລ້ວ ວຽກງານຄຣິສຕະຈັກແມ່ນກວມເອົາສິບລາຍການຫຼັກນີ້. ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ແມ່ນຂອບເຂດຂອງການຈັດແຈງວຽກງານຕ່າງໆທີ່ເຮືອນຂອງພຣະເຈົ້າໄດ້ວາງອອກ, ແມ່ນບໍ? (ແມ່ນແລ້ວ.) ຕອນນີ້ລາຍການເຫຼົ່ານີ້ໄດ້ຮັບການຢືນຢັນແລ້ວ, ພວກເຈົ້າທຸກຄົນກໍຄວນຈະເຂົ້າໃຈການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໜ້ອຍໜຶ່ງແລ້ວ ແລະ ຮູ້ວ່າສິ່ງເຫຼົ່ານີ້ແມ່ນລາຍການວຽກງານຫຼັກໃນເຮືອນຂອງພຣະເຈົ້າ. ນີ້ຄືຂອບເຂດຂອງຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າມີກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ສິ່ງນີ້ມີຄວາມໝາຍໂດຍໄນວ່າ ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຂອບເຂດວຽກງານຂອງເຈົ້າ ແລະ ຄວາມຮັບຜິດຊອບທີ່ເຈົ້າຕ້ອງບັນລຸນັ້ນ ບໍ່ສາມາດແຍກອອກຈາກລາຍການເຫຼົ່ານີ້ທີ່ລວມຢູ່ໃນການຈັດແຈງວຽກງານໄດ້, ລາຍການທັງໝົດນີ້ແມ່ນຈຳເປັນ. ນອກເໜືອຈາກລາຍການວຽກງານເຫຼົ່ານີ້ແລ້ວ, ໃນບັນດາສິ່ງທີ່ເຈົ້າເຕັມໃຈເຮັດ, ກໍໃຫ້ເຮັດສິ່ງໃດກໍຕາມທີ່ເຈົ້າສາມາດເຮັດໄດ້ດີ ແລະ ເຮືອນຂອງພຣະເຈົ້າບໍ່ມີຂໍ້ກຳນົດເພີ່ມເຕີມສຳລັບການປະຕິບັດໜ້າທີ່ຂອງເຈົ້າ. ສະນັ້ນ, ໃນຂະນະທີ່ເຈົ້າກຳລັງປະຕິບັດວຽກງານຂອງເຈົ້າ, ເຈົ້າຄວນຈະໄຕ່ຕອງວິທີດຳເນີນລາຍການວຽກງານເຫຼົ່ານີ້, ສິ່ງທີ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກຳນົດ, ວຽກງານສະເພາະທີ່ເຈົ້າຕ້ອງເຮັດແມ່ນຫຍັງ, ຈະຈັດຕັ້ງປະຕິບັດມັນແນວໃດ, ມັນກຳລັງຖືກຈັດຕັ້ງປະຕິບັດໄດ້ດີ ຫຼື ບໍ່, ຄວາມຄືບໜ້າໃນປັດຈຸບັນເປັນແນວໃດ, ເຈົ້າໄດ້ຕິດຕາມວຽກງານແລ້ວ ຫຼື ບໍ່, ມີລາຍການວຽກງານໃດທີ່ເຮັດໄດ້ບໍ່ດີ ຫຼື ມີການບ່ຽງເບນ ແລະ ຂໍ້ບົກພ່ອງເກີດຂຶ້ນ ຫຼື ບໍ່ ແລະ ທຸກຄົນທີ່ເຂົ້າຮ່ວມໃນລາຍການວຽກງານນັ້ນກຳລັງເຮັດວຽກຕົວຈິງຢູ່ ຫຼື ບໍ່, ເຈົ້າຕ້ອງໄຕ່ຕອງເລື່ອງເຫຼົ່ານີ້ຢູ່ສະເໝີ. ຕອນນີ້ພວກເຈົ້າໄດ້ເຂົ້າໃຈລາຍການວຽກງານສະເພາະທີ່ກ່ຽວຂ້ອງກັບການຈັດແຈງວຽກງານແລ້ວ, ມັນຈຳເປັນບໍທີ່ເຮົາຈະໃຫ້ຄຳອະທິບາຍງ່າຍໆກ່ຽວກັບແຕ່ລະລາຍການເຫຼົ່ານີ້? ຫຼື ບາງທີພວກເຈົ້າອາດຈະກຳລັງຄິດວ່າ: “ພວກເຮົາໄດ້ສຳຜັດກັບລາຍການວຽກງານເຫຼົ່ານີ້ມາເປັນເວລາຫຼາຍປີແລ້ວ ແລະ ພວກເຮົາກໍເຂົ້າໃຈພວກມັນທັງໝົດ; ບໍ່ຈຳເປັນຕ້ອງອະທິບາຍພວກມັນອີກ, ໃຫ້ໂອ້ລົມກ່ຽວກັບເລື່ອງທີ່ສຳຄັນແທນ. ຫົວຂໍ້ນີ້ບໍ່ສຳຄັນປານໃດ, ມັນບໍ່ສຳຄັນວ່າພວກເຮົາຈະຮູ້ກ່ຽວກັບມັນ ຫຼື ບໍ່ ແລະ ພວກເຮົາກໍບໍ່ຢາກຟັງມັນ”? ມັນຈຳເປັນຕ້ອງອະທິບາຍຫົວຂໍ້ນີ້ຕື່ມອີກບໍ? (ຈຳເປັນ.) ເນື່ອງຈາກວ່າມັນຈຳເປັນ, ໃຫ້ເຮົາເວົ້າກ່ຽວກັບມັນແບບງ່າຍໆ. ເຮົາຈະເລືອກບາງລາຍການທີ່ພວກເຈົ້າຂ້ອນຂ້າງບໍ່ຄຸ້ນເຄີຍ, ທີ່ບໍ່ສະເພາະປານໃດ, ທີ່ເປັນນາມມະທຳໜ້ອຍໜຶ່ງ ແລະ ໂອ້ລົມກ່ຽວກັບພວກມັນ.
I. ວຽກງານບໍລິຫານ
ໃຫ້ພວກເຮົາເລີ່ມຕົ້ນໂດຍການໂອ້ລົມກ່ຽວກັບຂໍ້ທີໜຶ່ງ, ວຽກງານບໍລິຫານ. ວຽກງານບໍລິຫານເປັນນາມມະທຳພໍສົມຄວນ ແລະ ບໍ່ເປັນຮູບປະທຳພຽງພໍ ແລະ ຫຼາຍຄົນກໍບໍ່ເຂົ້າໃຈມັນ. ໂດຍສະເພາະຢ່າງຍິ່ງ, ຜູ້ທີ່ເຊື່ອໃນພຣະເຈົ້າໄດ້ພຽງແຕ່ໄລຍະເວລາສັ້ນໆເທົ່ານັ້ນ ຍັງບໍ່ທັນຮູ້ຢ່າງຖ່ອງແທ້ກ່ຽວກັບການສ້າງຕັ້ງຄຣິສຕະຈັກ ແລະ ວຽກງານບໍລິຫານຂອງມັນ ແລະ ພວກເຂົາກໍບໍ່ຮູ້ວ່າການບໍລິຫານແມ່ນຫຍັງ. ການບໍລິຫານນີ້ບໍ່ຄືກັນກັບພຣະດຳລັດທີ່ອອກໂດຍພຣະເຈົ້າ. ວຽກງານບໍລິຫານນີ້ສ່ວນໃຫຍ່ແມ່ນກ່ຽວຂ້ອງກັບຂໍ້ກຳນົດສະເພາະຂອງເຮືອນຂອງພຣະເຈົ້າກ່ຽວກັບວຽກງານການສ້າງຕັ້ງຄຣິສຕະຈັກ. ແລ້ວເນື້ອໃນຂອງຂໍ້ກຳນົດສະເພາະເຫຼົ່ານີ້ແມ່ນຫຍັງ? ພວກມັນລວມມີວິທີການແບ່ງຄຣິສຕະຈັກ, ຈຳນວນຄົນໃນແຕ່ລະຄຣິສຕະຈັກ, ວິທີການຕັ້ງຊື່ຄຣິສຕະຈັກ ແລະ ອື່ນໆ. ມັນໄດ້ຖືກກຳນົດໄວ້ໃນການຈັດແຈງວຽກງານວ່າ ຄຣິສຕະຈັກຈະຖືກແບ່ງຕາມສະພາບແວດລ້ອມທາງພູມສາດທຳມະຊາດ, ໂດຍມີຄົນ 30 ຫາ 50 ຄົນທີ່ອາໄສຢູ່ໃກ້ກັນພໍສົມຄວນຈຶ່ງຈະຖືກແບ່ງເປັນຄຣິສຕະຈັກ. ຕົວຢ່າງ: ສົມມຸດວ່າເຂດ ກ ລວມມີສາມ ຫຼື ສີ່ໝູ່ບ້ານ; ຖ້າໝູ່ບ້ານເຫຼົ່ານີ້ມີຜູ້ເຊື່ອ 50 ຄົນ, ແລ້ວພວກເຂົາກໍຈະສາມາດແບ່ງເປັນຄຣິສຕະຈັກໄດ້. ພວກເຂົາຈະມີເວລາ ແລະ ສະຖານທີ່ຂອງພວກເຂົາເອງໃນການຈັດການເຕົ້າໂຮມ, ພວກເຂົາຈະມີຜູ້ນໍາຄຣິສຕະຈັກ ແລະ ມັກຄະນາຍົກ, ພ້ອມທັງມີວຽກງານຄຣິສຕະຈັກສະເພາະທີ່ຕ້ອງເຮັດ ແລະ ພວກເຂົາທັງໝົດຈະຖືກຄຸ້ມຄອງຮ່ວມກັນໂດຍຄຣິສຕະຈັກນີ້. ນີ້ຄືຂໍ້ກຳນົດກ່ຽວກັບການແບ່ງຄຣິສຕະຈັກ ແລະ ຈຳນວນສະມາຊິກໃນຄຣິສຕະຈັກ. ໃນເວລາດຽວກັນ, ຄຣິສຕະຈັກນີ້ຈະຕົກຢູ່ພາຍໃຕ້ຄວາມຮັບຜິດຊອບຂອງເຂດປົກຄອງໃດໜຶ່ງ, ຂຶ້ນກັບວ່າມັນຕັ້ງຢູ່ໃນເຂດປົກຄອງໃດ ແລະ ເຂດປົກຄອງນັ້ນຈະຮັບຜິດຊອບວຽກງານຕ່າງໆທັງໝົດໃນຄຣິສຕະຈັກນັ້ນເຊັ່ນ: ຊີວິດຄຣິສຕະຈັກຢູ່ບ່ອນນັ້ນ, ຜູ້ນໍາ ແລະ ມັກຄະນາຍົກເໝາະສົມ ຫຼື ບໍ່, ການແຈກຢາຍໜັງສືພຣະທຳຂອງພຣະເຈົ້າ, ການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆ ແລະ ການສື່ສານຂໍ້ກຳນົດຂອງເບື້ອງເທິງ ແລະ ອື່ນໆ. ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານສະເພາະສຳລັບສິ່ງຕ່າງໆເຊັ່ນ: ຈຳນວນຄຣິສຕະຈັກທີ່ປະກອບເປັນເຂດ ແລະ ຈຳນວນເຂດທີ່ປະກອບເປັນພາກພື້ນ, ພ້ອມທັງພາກພື້ນທີ່ຮັບຜິດຊອບເຂດ ແລະ ເຂດທີ່ຮັບຜິດຊອບຄຣິສຕະຈັກ, ເຊິ່ງເປັນໜ່ວຍງານບໍລິຫານ. ເວົ້າງ່າຍໆກໍຄື ນີ້ເອີ້ນວ່າວຽກງານບໍລິຫານ ແລະ ມັນກໍຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ແລ້ວຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸແມ່ນຫຍັງ? ພວກເຂົາຕ້ອງແບ່ງຄຣິສຕະຈັກໂດຍອີງໃສ່ສະພາບແວດລ້ອມທາງພູມສາດທຳມະຊາດ ແລະ ທີ່ຕັ້ງຂອງຄຣິສຕະຈັກນັ້ນໆຕາມການຈັດແຈງວຽກງານ. ຖ້າຈຳນວນຄົນໃນຄຣິສຕະຈັກເພີ່ມຂຶ້ນເລື້ອຍໆຕາມການເວລາ, ແລ້ວຄຣິສຕະຈັກກໍຄວນຖືກແບ່ງອີກຄັ້ງໂດຍອີງໃສ່ຈຳນວນຄົນ ແລະ ສະພາບແວດລ້ອມທາງພູມສາດ. ຕົວຢ່າງ: ຖ້າຄຣິສຕະຈັກເຕີບໃຫຍ່ຈາກ 50 ເປັນ 80 ຄົນ, ມັນຄວນຖືກແບ່ງອອກເປັນສອງຄຣິສຕະຈັກ; ຖ້າສອງຄຣິສຕະຈັກນີ້ລວມກັນເຕີບໃຫຍ່ຈາກ 80 ຄົນເປັນ 150 ຄົນ, ແລ້ວພວກມັນກໍຄວນຖືກແບ່ງອອກເປັນສາມຄຣິສຕະຈັກ. ຖ້າຄຣິສຕະຈັກໜຶ່ງເຕີບໃຫຍ່ຈົນມີ 70, 80 ຫຼື 100 ຄົນ ແລະ ຍັງບໍ່ທັນໄດ້ຖືກແບ່ງອອກເປັນສອງຄຣິສຕະຈັກເທື່ອ, ແລ້ວມັນບໍ່ໄດ້ສະແດງໃຫ້ເຫັນວ່າຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກນີ້ບໍ່ເຂົ້າໃຈວຽກງານບໍລິຫານຂອງເຮືອນຂອງພຣະເຈົ້າບໍ? (ແມ່ນແລ້ວ.) ໃນເວລາແບບນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນອ່ານການຈັດແຈງວຽກງານທີ່ກ່ຽວກັບຫົວຂໍ້ນີ້, ຄູ່ມືຂອງຄຣິສຕະຈັກກ່ຽວກັບການຈັດແຈງວຽກງານມີຂໍ້ກຳນົດສະເພາະຢູ່. ຖ້າຄຣິສຕະຈັກຖືກແບ່ງອອກເປັນສອງຄຣິສຕະຈັກໃໝ່, ແລ້ວແຕ່ລະຄຣິສຕະຈັກກໍຕ້ອງເລືອກຕັ້ງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈຳເປັນເຊັ່ນ: ຜູ້ນໍາຄຣິສຕະຈັກ, ມັກຄະນາຍົກ ແລະ ອື່ນໆ. ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຫຍັງ? ພວກເຂົາຄວນຮູ້ ແລະ ກຳແໜ້ນຈຳນວນຄົນໃນຄຣິສຕະຈັກ ແລະ ສະຖານະຂອງການສ້າງຕັ້ງຄຣິສຕະຈັກ. ນີ້ຄືວຽກງານບໍລິຫານຂອງຄຣິສຕະຈັກ ແລະ ມັນເປັນລາຍການວຽກງານທີ່ໃຫຍ່ທີ່ສຸດ. ຄວນມີຄຣິສຕະຈັກຢູ່ທຸກບ່ອນທີ່ປະຊາກອນທີ່ພຣະເຈົ້າເລືອກຢູ່ ແລະ ເມື່ອຄຣິສຕະຈັກຖືກສ້າງຕັ້ງຂຶ້ນແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງຮັບຜິດຊອບທຸກດ້ານຂອງວຽກງານຂອງຄຣິສຕະຈັກນັ້ນເຊັ່ນ: ການແຈກຢາຍໜັງສືພຣະທຳຂອງພຣະເຈົ້າ, ການຄຸ້ມຄອງສະມາຊິກໃນຄຣິສຕະຈັກ, ການຈັດຕັ້ງປະຕິບັດການຈັດແຈງວຽກງານເພື່ອໃຫ້ພວກເຂົາຮູ້ວ່າເນື້ອໃນຂອງການຈັດແຈງວຽກງານແມ່ນຫຍັງ. ວຽກງານບໍລິຫານສ່ວນໃຫຍ່ແມ່ນກ່ຽວຂ້ອງກັບການສ້າງຕັ້ງຄຣິສຕະຈັກ, ພ້ອມທັງການສ້າງຕັ້ງອົງກອນບໍລິຫານ ແລະ ການແຕ່ງຕັ້ງບຸກຄະລາກອນຂອງຄຣິສຕະຈັກ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນວຽກງານສະເພາະພາຍໃນວຽກງານບໍລິຫານ. ໂດຍທົ່ວໄປແລ້ວ ຄົນປະເພດໃດທີ່ຕ້ອງພົບພໍ້ກັບລາຍການວຽກງານນີ້ຫຼາຍກວ່າໝູ່? ຄຣິສຕະຈັກຜູ້ເຊື່ອໃໝ່, ທີມງານພຣະກິດຕິຄຸນ, ພ້ອມທັງຜູ້ນໍາພາກພື້ນ, ຜູ້ນໍາເຂດ ແລະ ຜູ້ນໍາຄຣິສຕະຈັກໃນເຂດທີ່ກຳລັງເຜີຍແຜ່ພຣະກິດຕິຄຸນຢູ່, ທຸກຄົນລ້ວນແຕ່ຕ້ອງພົບພໍ້ກັບວຽກງານນີ້ຫຼາຍກວ່າ. ຍິ່ງໄປກວ່ານັ້ນ, ວຽກງານບໍລິຫານຍັງລວມມີວຽກພິເສດຢ່າງໜຶ່ງ ນັ້ນກໍຄືການແຍກຄຣິສຕະຈັກອອກເປັນຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາ, ຄຣິສຕະຈັກທີ່ປະຕິບັດໜ້າທີ່ບໍ່ເຕັມເວລາ, ຄຣິສຕະຈັກທຳມະດາ ແລະ ກຸ່ມ B ແລະ ນີ້ກໍເປັນອີກວຽກໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນກຳແໜ້ນວິທີການແຍກຄຣິສຕະຈັກ ແລະ ຫຼັກການຂອງການແຍກຄຣິສຕະຈັກກໍຄືການແບ່ງຜູ້ຄົນອອກເປັນຄຣິສຕະຈັກຕ່າງໆໂດຍອີງໃສ່ຄວາມແຕກຕ່າງໃນໜ້າທີ່ທີ່ພວກເຂົາປະຕິບັດ, ເພື່ອແຍກຜູ້ຄົນທີ່ປະຕິບັດໜ້າທີ່ອອກຈາກຄົນທີ່ບໍ່ໄດ້ປະຕິບັດ ແລະ ແຍກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາເຕັມເວລາອອກຈາກຜູ້ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາບໍ່ເຕັມເວລາ, ນີ້ກໍເປັນວຽກງານບໍລິຫານທີ່ພິເສດ ແລະ ສະເພາະອີກຢ່າງໜຶ່ງ.
II. ວຽກງານບຸກຄະລາກອນ
ຂໍ້ທີສອງ, ວຽກງານບຸກຄະລາກອນ. ລາຍການນີ້ກ່ຽວຂ້ອງກັບການເລືອກຕັ້ງ, ການແຕ່ງຕັ້ງ ແລະ ການປົດຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບອອກ. ການຈັດແຈງວຽກງານໄດ້ໃຫ້ຂໍ້ກຳນົດສະເພາະສຳລັບລະບົບການເລືອກຕັ້ງ, ປະເພດຄົນທີ່ຈະເລືອກເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ວິທີການ ແລະ ຂໍ້ກຳນົດສະເພາະສຳລັບການເລືອກຕັ້ງ. ຍັງມີສະຖານະການພິເສດບາງຢ່າງອີກດ້ວຍ, ຕົວຢ່າງ: ຄວນເຮັດແນວໃດຖ້າອ້າຍເອື້ອຍນ້ອງຫາກໍໄດ້ພົບກັນ ແລະ ຍັງບໍ່ທັນຮູ້ຈັກກັນດີປານໃດ ແລະ ບໍ່ສາມາດຄັດເລືອກຜູ້ນໍາ ແລະ ຜູ້ເຮັດວຽກທີ່ເໝາະສົມຜ່ານການເລືອກຕັ້ງໄດ້? ໃນກໍລະນີນັ້ນ, ສາມາດເລື່ອນຂັ້ນ ແລະ ກຳນົດຕົວບຸກຄົນໄດ້, ໂດຍກວດສອບເບິ່ງວ່າໃຜມີຄວາມເໝາະສົມພໍສົມຄວນທີ່ຈະເປັນຜູ້ນໍາ ແລະ ຈາກນັ້ນກໍທຳຄວາມຮູ້ຈັກກັບພວກເຂົາໃຫ້ຫຼາຍຂຶ້ນ, ໂອ້ລົມ ແລະ ດຳເນີນການກວດສອບແບບງ່າຍໆ, ຫຼັງຈາກນັ້ນກໍສາມາດແຕ່ງຕັ້ງພວກເຂົາໄດ້. ຍິ່ງໄປກວ່ານັ້ນ, ເມື່ອເບື້ອງເທິງຈັດແຈງໂຄງການໃຫຍ່ ຫຼື ແຕ່ງຕັ້ງຄົນຈຳນວນໜຶ່ງເປັນຜູ້ຮັບຜິດຊອບ, ນີ້ກໍເປັນການຈັດແຈງວຽກງານພິເສດ. ຍັງມີສະຖານະການພິເສດອີກຢ່າງໜຶ່ງ ແລະ ນັ້ນກໍຄືເມື່ອມີຄົນໃດຄົນໜຶ່ງຂຽນລາຍງານເຖິງເບື້ອງເທິງໂດຍອະທິບາຍວ່າຜູ້ນໍາຄົນນັ້ນຄົນນີ້ບໍ່ໄດ້ປະຕິບັດວຽກງານຕົວຈິງ ແລະ ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເບື້ອງເທິງກໍອອກການຈັດແຈງວຽກງານເພື່ອໄລ່ຜູ້ນໍາທີ່ຖືກລາຍງານອອກຈາກຕຳແໜ່ງຫຼັງຈາກທີ່ໄດ້ພິສູດຂໍ້ເທັດຈິງແລ້ວ. ນີ້ກໍເປັນການຈັດແຈງວຽກງານອີກຢ່າງໜຶ່ງທີ່ກ່ຽວຂ້ອງກັບວຽກງານບຸກຄະລາກອນ. ສະຫຼຸບແລ້ວ, ວຽກງານທີ່ກ່ຽວຂ້ອງກັບບຸກຄະລາກອນແມ່ນກ່ຽວຂ້ອງກັບການເລືອກຕັ້ງ, ການແຕ່ງຕັ້ງ ແລະ ການປົດຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບໃນຄຣິສຕະຈັກອອກ. ລາຍການວຽກງານນີ້ແມ່ນຂ້ອນຂ້າງລຽບງ່າຍ ແລະ ເຂົ້າໃຈໄດ້ງ່າຍ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?