ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8) ສ່ວນທີ ສາມ

II. ຜູ້ນໍາປອມທີ່ມີຂີດຄວາມສາມາດຕໍ່າ

ພວກເຮົາຫາກໍໄດ້ໂອ້ລົມກ່ຽວກັບການສະແດງອອກຕ່າງໆ ຂອງຜູ້ນໍາປອມປະເພດໜຶ່ງ ກ່ຽວກັບການລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນເວລາ, ພ້ອມກັບເຫດຜົນທີ່ວ່າເປັນຫຍັງຄົນປະເພດນີ້ຈຶ່ງບໍ່ສາມາດປະຕິບັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້. ຄົນເຊັ່ນນີ້ເປັນຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານ. ຍ້ອນວ່າພວກເຂົາບໍ່ສາມາດຄົ້ນພົບຄວາມສັບສົນ ແລະ ຄວາມຫຍຸ້ງຍາກໃນວຽກງານ, ພວກເຂົາຈຶ່ງບໍ່ສາມາດປະຕິບັດຄວາມຮັບຜິດຊອບນີ້ໃຫ້ສຳເລັດໄດ້. ນີ້ແມ່ນຄົນປະເພດໜຶ່ງ. ຍັງມີຄົນອີກປະເພດໜຶ່ງ: ພວກເຂົາກໍຄືກັນກັບຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານເຫຼົ່ານັ້ນ ຄື ພວກເຂົາກໍບໍ່ສາມາດຄົ້ນພົບບັນຫາທີ່ມີຢູ່ໃນວຽກງານເຊັ່ນກັນ ແລະ ນັ້ນຄືເຫດຜົນທີ່ພວກເຂົາບໍ່ສາມາດລາຍງານບັນຫາເຫຼົ່ານັ້ນຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໄດ້ທັນເວລາເຊັ່ນກັນ. ຄົນເຊັ່ນນີ້ຫຍຸ້ງກັບວຽກງານເຊັ່ນກັນ, ພວກເຂົາເຮັດໃຫ້ຕົນເອງຫຍຸ້ງໝົດມື້ໂດຍບໍ່ໄດ້ພັກ. ພວກເຂົາຫຍຸ້ງຢູ່ກັບການເທດສະໜາ, ຫຍຸ້ງຢູ່ກັບການໄປຢ້ຽມຢາມອ້າຍເອື້ອຍນ້ອງໃນສະຖານທີ່ຕ່າງໆ, ຫຍຸ້ງຢູ່ກັບການຈັດແຈງວຽກງານ ແລະ ແມ່ນແຕ່ຫຍຸ້ງຢູ່ກັບການຊື້ວັດຖຸສິ່ງຂອງທຸກປະເພດສຳລັບວຽກງານຄຣິສຕະຈັກ. ຖ້າຜູ້ໃດຜູ້ໜຶ່ງເຈັບປ່ວຍ, ພວກເຂົາກໍຈະຊ່ວຍຊອກຫາທ່ານໝໍໃຫ້; ຖ້າຜູ້ໃດຜູ້ໜຶ່ງມີຄວາມຫຍຸ້ງຍາກຢູ່ທາງບ້ານ, ພວກເຂົາກໍຈະຊ່ວຍໂດຍການຈັດແຈງໃຫ້ມີຄວາມຊ່ວຍເຫຼືອທາງການເງິນ; ຖ້າຜູ້ໃດຜູ້ໜຶ່ງຢູ່ໃນສະພາວະທີ່ບໍ່ດີ, ພວກເຂົາກໍເປັນຝ່າຍເລີ່ມຕົ້ນທີ່ຈະຄໍ້າຊູຄົນເຫຼົ່ານັ້ນ ແລະ ຊ່ວຍແກ້ໄຂບັນຫາຂອງພວກເຂົາຢ່າງຫ້າວຫັນ. ສະຫຼຸບແລ້ວ, ພວກເຂົາໄດ້ຫຍຸ້ງຢູ່ກັບວຽກງານທົ່ວໄປບາງຢ່າງຢູ່ສະເໝີ. ພວກເຂົາໄດ້ເສີຍເມີຍຕໍ່ວຽກງານຕົວຈິງຂອງຄຣິສຕະຈັກ, ວຽກງານຂ່າວປະເສີດ ແລະ ບັນຫາຕ່າງໆໃນຊີວິດຄຣິສຕະຈັກ. ໃນທຸກໆມື້, ພວກເຂົາເຮັດໃຫ້ຕົນເອງເມື່ອຍກັບການແລ່ນວົນໄປວົນມາ ແລະ ພວກເຂົາກໍເຮັດໃຫ້ຕົນເອງຫຍຸ້ງຢູ່ກັບການຈັດການ ແລະ ການແກ້ໄຂກິດຈະການຂອງຄຣິສຕະຈັກ ແລະ ເລື່ອງສ່ວນຕົວຂອງອ້າຍເອື້ອຍນ້ອງ. ພວກເຂົາຄິດວ່າ ໃນຖານະຜູ້ນໍາ, ພວກເຂົາຄວນປະຕິບັດໜ້າວຽກເຫຼົ່ານີ້, ແຕ່ພວກເຂົາບໍ່ເຄີຍຮັບຮູ້ວ່າວຽກງານທີ່ເປັນແກ່ນແທ້ຂອງຜູ້ນໍາແມ່ນຫຍັງ ແລະ ບໍ່ວ່າພວກເຂົາຈະເຮັດວຽກງານໜັກສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ສາມາດພົບເຫັນບັນຫາທີ່ແທ້ຈິງ ແລະ ບັນຫາສຳຄັນທີ່ມີຢູ່ໃນຄຣິສຕະຈັກ. ດັ່ງນັ້ນ, ເມື່ອມີການລົບກວນ ແລະ ອຸປະສັກເກີດຂຶ້ນໃນຊີວິດຄຣິສຕະຈັກ ແລະ ເມື່ອປະຊາກອນທີ່ພຣະເຈົ້າເລືອກໄດ້ພົບພໍ້ກັບຄວາມຫຍຸ້ງຍາກໃນການເຂົ້າສູ່ຊີວິດ, ຜູ້ນໍາເຫຼົ່ານີ້ຈຶ່ງບໍ່ສາມາດແກ້ໄຂເລື່ອງເຫຼົ່ານີ້ໄດ້ທັນເວລາ. ເຖິງແມ່ນວ່າພວກເຂົາຈະຫຍຸ້ງກັບການເຮັດວຽກງານ ແລະ ບໍ່ໄດ້ປ່ອຍໃຫ້ແຕ່ລະມື້ຜ່ານໄປໂດຍບໍ່ຢູ່ຊື່ໆ, ພວກເຂົາຈະສາມາດບັນລຸຫຍັງໄດ້ແດ່ຈາກການທີ່ຫຍຸ້ງແບບນີ້? ມີບັນຫາຫຼາຍຢ່າງໄດ້ປາກົດຢູ່ໃນວຽກງານຂອງຄຣິສຕະຈັກ, ແຕ່ພວກເຂົາກໍບໍ່ສາມາດຄົ້ນພົບບັນຫາເຫຼົ່ານັ້ນໄດ້. ເບິ່ງຈາກພາຍນອກ, ພວກເຂົາເບິ່ງຄືວ່າເປັນຄົນດຸໝັ່ນ, ມີຈິດສຳນຶກ ແລະ ບໍ່ຢູ່ວ່າງໂດຍໄຮ້ປະໂຫຍດ, ແຕ່ກໍຍັງມີບັນຫາເກີດຂຶ້ນໃນວຽກງານຊ້ຳແລ້ວຊ້ຳເລົ່າ ແລະ ພວກເຂົາກໍຫຍຸ້ງຢູ່ແຕ່ກັບການອັດຮູຮົ່ວ, ຫຍຸ້ງຢູ່ກັບການແກ້ໄຂ “ບັນຫາທີ່ຊັບຊ້ອນ ແລະ ຫຍຸ້ງຍາກ” ທຸກຮູບແບບ ແລະ ການຈັດການກັບຄົນຊົ່ວຮ້າຍທຸກປະເພດ ແລະ ຄົນທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງທີ່ໄດ້ປາກົດຂຶ້ນໃນຄຣິສຕະຈັກ. ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານແບບນີ້, ແຕ່ພວກເຂົາບໍ່ສາມາດແຍກແຍະແມ່ນແຕ່ບັນຫາພື້ນຖານທີ່ສຸດໄດ້. ພວກເຂົາບໍ່ສາມາດແຍກແຍະໄດ້ຢ່າງຊັດເຈນວ່າ ຄວາມເປັນມະນຸດທີ່ດີແມ່ນຫຍັງ ແລະ ຄວາມເປັນມະນຸດທີ່ບໍ່ດີແມ່ນຫຍັງ, ຂີດຄວາມສາມາດທີ່ດີແມ່ນຫຍັງ ແລະ ຂີດຄວາມສາມາດທີ່ຕໍ່າແມ່ນຫຍັງ, ການມີຄວາມສາມາດພິເສດ ແລະ ມີຄວາມຮູ້ທີ່ແທ້ຈິງແມ່ນຫຍັງ ແລະ ການມີພອນສະຫວັນແມ່ນຫຍັງ. ພວກເຂົາຍັງບໍ່ສາມາດເບິ່ງທະລຸໄດ້ວ່າ ຄົນປະເພດໃດທີ່ເຮືອນຂອງພຣະເຈົ້າບົ່ມເພາະ ແລະ ຄົນປະເພດໃດທີ່ເຮືອນຂອງພຣະເຈົ້າກຳຈັດ, ຄົນໃດທີ່ໄລ່ຕາມເສາະຫາຄວາມຈິງ ແລະ ຄົນໃດບໍ່ໄດ້ໄລ່ຕາມ, ຄົນໃດເຕັມໃຈປະຕິບັດໜ້າທີ່ຂອງຕົນ ແລະ ຄົນໃດທີ່ບໍ່ໄດ້ປະຕິບັດໜ້າທີ່, ຄົນໃດທີ່ສາມາດໄດ້ຮັບການເຮັດໃຫ້ສົມບູນຈົນກາຍເປັນປະຊາກອນຂອງພຣະເຈົ້າ ແລະ ຄົນໃດທີ່ເປັນຜູ້ອອກແຮງງານ ແລະ ອື່ນໆ. ພວກເຂົາໄດ້ປະຕິບັດຕໍ່ຜູ້ທີ່ສາມາດເວົ້າໂມ້ໂອ້ອວດ ແລະ ເວົ້າທິດສະດີທີ່ໄຮ້ຄວາມໝາຍ ແຕ່ບໍ່ສາມາດເຮັດວຽກງານຕົວຈິງໄດ້ ຄືກັບເປັນເປົ້າໝາຍຫຼັກສຳລັບການບົ່ມເພາະ ແລະ ພວກເຂົາໄດ້ຈັດແຈງໃຫ້ຄົນເຫຼົ່ານັ້ນປະຕິບັດ ແລະ ມອບໝາຍວຽກງານສຳຄັນໃຫ້ແກ່ພວກເຂົາ, ໃນຂະນະທີ່ພວກເຂົາມີຄວາມລ່າຊ້າໃນການເລື່ອນຕຳແໜ່ງ ແລະ ການບົ່ມເພາະຜູ້ທີ່ມີການຢັ່ງຮູ້ທີ່ບໍລິສຸດ, ມີຂີດຄວາມສາມາດ ແລະ ມີສັກກະຍະພາບໃນການເຂົ້າໃຈຄວາມຈິງ, ພຽງຍ້ອນວ່າຄົນເຫຼົ່ານັ້ນເຊື່ອໃນພຣະເຈົ້າໄດ້ບໍ່ດົນ ຫຼື ໄດ້ເປີດເຜີຍອຸປະນິໄສທີ່ອວດດີ. ບັນຫາແບບນີ້ມັກເກີດຂຶ້ນຢູ່ເລື້ອຍໆ ໃນຄຣິສຕະຈັກ ແລະ ສິ່ງນີ້ໄດ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຄຣິສຕະຈັກ. ສິ່ງເຫຼົ່ານີ້ຄືບັນຫາທີ່ແທ້ຈິງ, ແຕ່ຜູ້ນໍາປະເພດນີ້ກັບບໍ່ສາມາດເບິ່ງເຫັນໄດ້ ຫຼື ຄົ້ນບໍ່ພົບບັນຫາເຫຼົ່ານັ້ນ ແລະ ບໍ່ຮັບຮູ້ເຖິງບັນຫາເຫຼົ່ານັ້ນດ້ວຍຊ້ຳ. ເມື່ອຄົນຊົ່ວຮ້າຍກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ, ພວກເຂົາກັບໃຫ້ໂອກາດຄົນເຫຼົ່ານັ້ນເພື່ອໃຫ້ໄດ້ຮັບການສັງເກດການ ແລະ ໄຕ່ຕອງຕົນເອງ, ໃນຂະນະທີ່ເມື່ອຄົນອື່ນ, ເຊິ່ງບໍ່ແມ່ນຄົນຊົ່ວຮ້າຍ, ເຮັດຜິດພາດເລັກນ້ອຍໃນບາງຄັ້ງບາງຄາວ ຍ້ອນວ່າພວກເຂົາຍັງໜຸ່ມນ້ອຍ ແລະ ບໍ່ຮູ້ຄວາມ ແລະ ກະທຳໂດຍບໍ່ມີຫຼັກການ ເຊິ່ງຄວາມຜິດພາດເຫຼົ່ານັ້ນບໍ່ແມ່ນປະເດັນທາງຫຼັກການ ໂດຍຜູ້ນໍາປະເພດນີ້ກັບປະຕິບັດຕໍ່ຄວາມຜິດພາດເຫຼົ່ານີ້ວ່າເປັນບາບທີ່ໃຫ້ອະໄພບໍ່ໄດ້ ແລະ ສົ່ງຄົນເຫຼົ່ານີ້ກັບບ້ານ. ຜູ້ນໍາປອມປະເພດນີ້ໄດ້ຫຍຸ້ງຢູ່ກັບວຽກງານທຸກມື້ ແລະ ເບິ່ງຈາກພາຍນອກແລ້ວ, ພວກເຂົາເບິ່ງຄືວ່າໄດ້ທຸ່ມເທຄວາມພະຍາຍາມ ແລະ ໃຊ້ເວລາຂອງພວກເຂົາຢ່າງຫຼວງຫຼາຍ, ແຕ່ບໍ່ວ່າພວກເຂົາຈະເຮັດວຽກແນວໃດກໍຕາມ, ກໍບໍ່ມີໃຜໄດ້ຮັບການຫຼໍ່ລ້ຽງຊີວິດທີ່ແທ້ຈິງຈາກສິ່ງນັ້ນ. ບໍ່ວ່າປະຊາກອນທີ່ພຣະເຈົ້າເລືອກຈະມີບັນຫາ ແລະ ຄວາມຫຍຸ້ງຍາກຫຍັງກໍຕາມ, ຜູ້ນໍາປອມປະເພດນີ້ກໍບໍ່ສາມາດແກ້ໄຂສິ່ງເຫຼົ່ານັ້ນໄດ້ໂດຍການໂອ້ລົມກ່ຽວກັບຄວາມຈິງ ແລະ ສິ່ງດຽວທີ່ພວກເຂົາເຮັດໄດ້ກໍຄືການເຕືອນສະຕິຄົນເຫຼົ່ານັ້ນດ້ວຍຄວາມຮັກ ແລະ ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນເພື່ອກະຕຸ້ນປະຊາກອນທີ່ພຣະເຈົ້າເລືອກ. ດັ່ງນັ້ນ, ພາຍໃຕ້ການນໍາພາຂອງຄົນເຊັ່ນນີ້, ປະຊາກອນທີ່ພຣະເຈົ້າເລືອກຈຶ່ງບໍ່ໄດ້ຮັບການຫຼໍ່ລ້ຽງຊີວິດ, ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນໂດຍອີງໃສ່ຄວາມກະຕືລືລົ້ນ ແລະ ບໍ່ໄດ້ບັນລຸການເຂົ້າສູ່ຊີວິດເລີຍ ເຊິ່ງສິ່ງນີ້ຈະດຳເນີນຕໍ່ໄປໄດ້ດົນປານໃດ? ຜົນກໍຄື, ບາງຄົນມັກຈະເປັນຄົນຄິດລົບ ແລະ ອ່ອນແອ ແລະ ປາຖະໜາໃຫ້ວັນຂອງພຣະເຈົ້າມາເຖິງຢູ່ສະເໝີ ແລະ ນິມິດເຫຼົ່ານັ້ນກໍເລີ່ມບໍ່ຊັດເຈນຂຶ້ນເລື້ອຍໆສຳລັບພວກເຂົາ ແລະ ເມື່ອພວກເຂົາປະເຊີນກັບບັນຫາ, ພວກເຂົາກໍເກີດມີຄວາມຄິດຫຼົງຜິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ບາງຄົນເຖິງຂັ້ນສົງໄສໃນພຣະເຈົ້າ ແລະ ມີຄວາມລະແວງພຣະອົງ. ເມື່ອປະເຊີນກັບບັນຫາເຫຼົ່ານີ້, ຜູ້ນໍາປອມບໍ່ສາມາດແກ້ໄຂເລື່ອງເຫຼົ່ານັ້ນໄດ້ເລີຍ ແລະ ສິ່ງດຽວທີ່ພວກເຂົາເຮັດໄດ້ກໍຄືການຫຼີກລ່ຽງບັນຫາ. ພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ ຫຼື ອະທິຖານຫາພຣະເຈົ້າຮ່ວມກັບປະຊາກອນທີ່ພຣະເຈົ້າເລືອກ ເພື່ອສະແຫວງຫາຄວາມຈິງ ແລະ ແກ້ໄຂບັນຫາເລີຍ, ພວກເຂົາບໍ່ເຄີຍປະຕິບັດວຽກງານນີ້. ໃນທຸກໆມື້, ພວກເຂົາພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານທົ່ວໄປບາງຢ່າງ ແລະ ເລື່ອງພາຍນອກບາງເລື່ອງ, ເຊິ່ງເປັນເລື່ອງທີ່ບໍ່ໄດ້ມີຫຍັງກ່ຽວຂ້ອງກັບການເຂົ້າສູ່ຊີວິດ ຫຼື ຄວາມຈິງເລີຍ. ພວກເຂົາຄິດວ່າ ຕາບໃດທີ່ພວກເຂົາຫຍຸ້ງຢູ່ກັບການເຮັດເລື່ອງຕ່າງໆ, ນັ້ນກໍໝາຍຄວາມວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງຕົນ ແລະ ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໄດ້ສຳເລັດແລ້ວ ແລະ ພວກເຂົາບໍ່ມີທາງທີ່ຈະເປັນຜູ້ນໍາປອມໄດ້. ທີ່ຈິງແລ້ວ, ການທີ່ພວກເຂົາໄດ້ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານທົ່ວໄປເຫຼົ່ານີ້ ບໍ່ໄດ້ຊ່ວຍເຮັດໃຫ້ອ້າຍເອື້ອຍນ້ອງມີຄວາມກ້າວໜ້າໃນຊີວິດເລີຍ, ຍິ່ງບໍ່ຕ້ອງເວົ້າເຖິງການເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກເຂົ້າສູ່ຄວາມເປັນຈິງຄວາມຈິງ. ພວກເຈົ້າບອກເຮົາມາເບິ່ງ, ບໍ່ໄດ້ມີບັນຫາເລື່ອງຂີດຄວາມສາມາດຂອງຜູ້ນໍາປອມປະເພດນີ້ບໍ? ພວກເຂົາບໍ່ສາມາດເບິ່ງທະລຸສິ່ງໃດໄດ້ເລີຍ ແລະ ພວກເຂົາກໍຄິດວ່າຕາບໃດທີ່ພວກເຂົາຫຍຸ້ງຢູ່ກັບການເຮັດວຽກງານ, ບັນຫາທັງໝົດກໍຈະຫາຍໄປເອງ ແລະ ໄດ້ຮັບການແກ້ໄຂໃນທາງອ້ອມ. ບໍ່ແມ່ນວ່າຄົນພວກນີ້ເປັນຄົນເບົາປັນຍາໂພດບໍ? ບໍ່ແມ່ນວ່າຂີດຄວາມສາມາດຂອງພວກເຂົາຕໍ່າໂພດບໍ? ພວກເຂົາບໍ່ສາມາດເບິ່ງທະລຸສິ່ງໃດໄດ້ເລີຍ, ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ເລີຍ ແລະ ສິ່ງນີ້ໄດ້ເຮັດໃຫ້ພວກເຂົາເປັນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຢ່າງແທ້ຈິງ. ນີ້ເປັນເລື່ອງທີ່ແຍກແຍະໄດ້ງ່າຍທີ່ສຸດແລ້ວ.

ຕອນນີ້ມີຜູ້ນໍາປອມ ແລະ ຜູ້ເຮັດວຽກປອມໄດ້ຢູ່ໃນຄຣິສຕະຈັກທຸກຫົນທຸກແຫ່ງ. ພວກເຂົາພຽງແຕ່ເພິ່ງພາອາໄສຄວາມກະຕືລືລົ້ນຂອງຕົນໃນການເຮັດວຽກງານ ແລະ ບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງເລີຍ. ພວກເຂົາບໍ່ຮູ້ວ່າວຽກງານຂອງຜູ້ນໍາ ຫຼື ຜູ້ເຮັດວຽກແມ່ນຫຍັງ ແລະ ພວກເຂົາກໍບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາໄດ້, ພວກເຂົາພຽງແຕ່ໃຊ້ເວລາໝົດມື້ເຮັດໃຫ້ຕົນເອງຫຍຸ້ງແບບມືດບອດຢູ່ກັບວຽກງານທົ່ວໄປບາງຢ່າງ. ຕົວຢ່າງ: ສົມມຸດວ່າຄຣິສຕະຈັກຕ້ອງການຊື້ວັດຖຸສິ່ງຂອງຢ່າງໜຶ່ງ. ນີ້ບໍ່ແມ່ນໜ້າວຽກໃຫຍ່; ພຽງແຕ່ຕ້ອງໄດ້ມີການຈັດແຈງໃຫ້ຜູ້ທີ່ມີຄວາມຮູ້ໃນດ້ານທີ່ກ່ຽວຂ້ອງໄປຊື້ມັນກໍໄດ້ແລ້ວ. ແນວໃດກໍຕາມ, ຜູ້ນໍາປອມຢ້ານວ່າຈະເສຍເງິນຫຼາຍໂພດ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຈັດແຈງໃຫ້ຄົນໄປເບິ່ງຢູ່ຫຼາຍບ່ອນເພື່ອຊື້ອັນທີ່ລາຄາຖືກທີ່ສຸດ. ຜົນຂອງສິ່ງນີ້ກໍຄື ພວກເຂົາໄດ້ຊື້ສິນຄ້າລາຄາຖືກ ເຊິ່ງເປ່ເພຫຼັງຈາກໃຊ້ໄດ້ພຽງສອງສາມມື້ ແລະ ພວກເຂົາຕ້ອງໄປຊື້ອີກອັນໜຶ່ງ. ບໍ່ພຽງແຕ່ພວກເຂົາບໍ່ໄດ້ປະຢັດເງິນເທົ່ານັ້ນ ແຕ່ໃນທາງກົງກັນຂ້າມ, ພວກເຂົາກັບໄດ້ຈ່າຍເງິນຫຼາຍກວ່າເກົ່າ. ນີ້ແມ່ນວິທີທີ່ເຮັດຕາມຫຼັກການໃນການຈັດການໜ້າວຽກແລ້ວບໍ? ບໍ່ຈຳເປັນຕ້ອງຊື້ຍີ່ຫໍ້ດັງ ເມື່ອເຮັດການຊື້ເຄື່ອງ, ແຕ່ສິ່ງທີ່ເໝາະສົມທີ່ຄວນເຮັດກໍຄື ຢ່າງໜ້ອຍກໍຕ້ອງຊື້ເຄື່ອງທີ່ມີຄຸນນະພາບເໝາະສົມ ແລະ ສາມາດນໍາໃຊ້ໄດ້. ຜູ້ນໍາປອມກັງວົນຫຼາຍກ່ຽວກັບວຽກງານທົ່ວໄປ ແລະ ກໍບໍ່ໄດ້ເປັນເລື່ອງທີ່ຜິດ. ແນວໃດກໍຕາມ, ພວກເຂົາບໍ່ໃສ່ໃຈວຽກງານທີ່ສຳຄັນຂອງເຮືອນຂອງພຣະເຈົ້າຢ່າງຈິງຈັງ ແລະ ນີ້ແມ່ນຄວາມຜິດພາດທີ່ໃຫຍ່ຫຼວງ; ມັນຄືການທີ່ພວກເຂົາບໍ່ປະຕິບັດວຽກງານທີ່ເປັນແກ່ນແທ້. ລາຍການວຽກງານຕ່າງໆ ເຊັ່ນ: ວຽກງານຂ່າວປະເສີດ, ວຽກງານການຜະລິດຮູບເງົາ, ວຽກງານຂໍ້ຄວາມ, ວຽກງານວິດີໂອຄຳພະຍານຈາກປະສົບການ ແລະ ວຽກງານການປັບປ່ຽນບຸກຄະລາກອນທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ລ້ວນແລ້ວແຕ່ສຳຄັນ, ແຕ່ຜູ້ນໍາປອມກັບບໍ່ຄິດວ່າສິ່ງເຫຼົ່ານັ້ນສຳຄັນເລີຍ ແລະ ພວກເຂົາປະຖິ້ມລາຍການວຽກງານເຫຼົ່ານີ້ໄວ້ລ້າໆ ແລະ ບໍ່ສົນໃຈພວກມັນ. ພວກເຂົາມີຂີດຄວາມສາມາດບໍ່ພຽງພໍ ແລະ ບໍ່ຮູ້ວິທີເຮັດວຽກງານ, ແຕ່ພວກເຂົາກໍບໍ່ໄດ້ພະຍາຍາມຮຽນຮູ້ເຊັ່ນກັນ, ແທນທີ່ຈະເປັນແນວນັ້ນ ພວກເຂົາກັບຄິດວ່າ “ຕາບໃດທີ່ມີໃຜບາງຄົນຮັບຜິດຊອບວຽກງານນີ້ມັນກໍບໍ່ເປັນຫຍັງ. ຍັງຈຳເປັນຕ້ອງມີຂ້ອຍອີກບໍ? ຂ້ອຍເປັນຜູ້ທີ່ຈະຈັດການກັບວຽກງານທີ່ສຳຄັນ. ສິ່ງເຫຼົ່ານີ້ເປັນພຽງເລື່ອງເລັກນ້ອຍ ທີ່ຂ້ອຍບໍ່ຈຳເປັນຕ້ອງໄປສົນໃຈນຳ. ເມື່ອຂ້ອຍບອກຫຼັກການແກ່ພວກເຂົາແລ້ວ, ວຽກຂອງຂ້ອຍກໍຖືວ່າສຳເລັດ”. ຈາກພາຍນອກຜູ້ນໍາປອມເບິ່ງຄືວ່າຫຍຸ້ງຫຼາຍ, ແຕ່ເມື່ອເຈົ້າເບິ່ງສິ່ງທີ່ພວກເຂົາກຳລັງຫຍຸ້ງຢູ່ນັ້ນ, ບໍ່ໄດ້ມີອັນໃດເລີຍທີ່ເປັນວຽກງານສຳຄັນຂອງຄຣິສຕະຈັກ, ບໍ່ໄດ້ມີອັນໃດເລີຍທີ່ເປັນວຽກງານທີ່ຫຼໍ່ລ້ຽງຊີວິດໃຫ້ແກ່ຜູ້ຄົນ ແລະ ບໍ່ໄດ້ມີອັນໃດເລີຍທີ່ເປັນວຽກງານທີ່ກ່ຽວຂ້ອງກັບການໃຊ້ຄວາມຈິງເພື່ອແກ້ໄຂບັນຫາ. ສິ່ງທີ່ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ນັ້ນບໍ່ໄດ້ມີຄຸນຄ່າຫຍັງເລີຍ ແລະ ຜູ້ນໍາປອມເຫຼົ່ານີ້ພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງແບບມືດບອດ. ພວກເຂົາບໍ່ຮູ້ວ່າຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຫຍັງເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ; ພວກເຂົາພຽງແຕ່ເພິ່ງພາອາໄສຄວາມກະຕືລືລົ້ນຂອງຕົນ ເພື່ອເຮັດໃຫ້ຕົນເອງຫຍຸ້ງຢູ່ກັບໜ້າວຽກບາງຢ່າງທີ່ພວກເຂົາມັກເຮັດ. ພວກເຂົາໄດ້ສອບຖາມຢ່າງລະອຽດກ່ຽວກັບເລື່ອງເລັກນ້ອຍທີ່ບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ເຊັ່ນ: ອ້າຍເອື້ອຍນ້ອງນຸ່ງເຄື່ອງຫຍັງ, ຕັດຜົມຊົງໃດ, ພວກເຂົາພົວພັນກັບຄົນອື່ນແນວໃດ ແລະ ພວກເຂົາເວົ້າ ແລະ ປະພຶດຕົນແນວໃດ. ພວກເຂົາຄິດວ່ານີ້ຄືການສະແດງອອກເຖິງຄວາມເປັນມິດ ແລະ ເຂົ້າຫາໄດ້ງ່າຍ ແລະ ການແກ້ໄຂບັນຫາໃນຊີວິດຈິງຂອງຜູ້ຄົນເປັນສິ່ງທີ່ຜູ້ນໍາຄວນເຮັດ, ເປັນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ. ແຕ່ພວກເຂົາກັບບໍ່ໃສ່ໃຈຕໍ່ວຽກງານສຳຄັນຢ່າງຈິງຈັງ ເຊັ່ນ: ວຽກງານຂ່າວປະເສີດ, ວຽກງານການຜະລິດຮູບເງົາ, ວຽກງານເພງສັນລະເສີນ, ວຽກງານຂໍ້ຄວາມ, ວຽກງານບໍລິຫານ, ວຽກງານການຫົດນ້ຳຜູ້ເຊື່ອໃໝ່, ວຽກງານການສ້າງຕັ້ງຄຣິສຕະຈັກ, ວຽກງານການເລື່ອນຕຳແໜ່ງ ແລະ ການບົ່ມເພາະຜູ້ຄົນ ແລະ ອື່ນໆ. ພວກເຂົາບໍ່ໄດ້ມີສ່ວນຮ່ວມໃນວຽກງານອັນໃດເຫຼົ່ານີ້ເລີຍ ແລະ ພວກເຂົາກໍບໍ່ໄດ້ຕິດຕາມ; ມັນເບິ່ງຄືວ່າວຽກງານນີ້ບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ. ຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ແກ້ໄຂບັນຫາຫຼາຍຢ່າງທີ່ສະສົມຢູ່ໃນຄຣິສຕະຈັກ, ພວກເຂົາບໍ່ໄດ້ໄລ່ຜູ້ນໍາປອມທີ່ພວກເຂົາຄວນປົດອອກ, ພວກເຂົາບໍ່ໄດ້ຈຳກັດ ຫຼື ຈັດການກັບຄົນຊົ່ວຮ້າຍທີ່ໄດ້ເຮັດຄວາມຊົ່ວ ແລະ ໄດ້ອາລະວາດເຮັດສິ່ງທີ່ບໍ່ດີ ແລະ ພວກເຂົາບໍ່ໄດ້ໂອ້ລົມກ່ຽວກັບຄວາມຈິງ ເພື່ອແກ້ໄຂບັນຫາທີ່ບາງຄົນໄດ້ເຮັດພໍແລ້ວມືແລ້ວຕີນ, ທີ່ໄດ້ປ່ອຍຕົວຕາມສະບາຍ ແລະ ບໍ່ມີລະບຽບວິໄນ ແລະ ມີຄວາມລ່າຊ້າໃນການປະຕິບັດໜ້າທີ່ຂອງຕົນ. ນີ້ແມ່ນບັນຫາຫຍັງ? ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕົວຈິງເຫຼົ່ານີ້, ພວກເຂົາເປັນຄົນທີ່ເຮັດວຽກງານຕົວຈິງແມ່ນບໍ? ໜ້າວຽກທີ່ບໍ່ສຳຄັນ ແລະ ບໍ່ກ່ຽວຂ້ອງທີ່ພວກເຂົາໄດ້ປະຕິບັດນັ້ນ ພວກເຂົາຮູ້ສຶກຢູ່ໃນຫົວໃຈວ່າເປັນສິ່ງທີ່ຈຳເປັນ ແລະ ສຳຄັນ. ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ກັບສິ່ງທີ່ບໍ່ມີຄຸນຄ່າເຫຼົ່ານັ້ນໝົດມື້, ໂດຍເຊື່ອວ່າພວກເຂົາກຳລັງປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ມີຄວາມຊື່ສັດ, ແຕ່ພວກເຂົາບໍ່ເຮັດລາຍການວຽກງານທີ່ເປັນແກ່ນແທ້ທີ່ພຣະເຈົ້າໄດ້ມອບໝາຍໃຫ້ແມ່ນແຕ່ຢ່າງດຽວ, ບໍ່ແມ່ນຄົນເຊັ່ນນີ້ເປັນຜູ້ນໍາປອມບໍ? ພວກເຂົາທຽບໄດ້ກັບຫົວໜ້າສຳນັກງານເມືອງໃນສັງຄົມ, ເຊິ່ງເປັນພຽງພວກຄົນທີ່ມັກຫຍຸ້ງກັບວຽກເລັກໆນ້ອຍໆ. ແລ້ວພວກເຂົາຍັງເປັນຜູ້ນໍາ ແລະ ຜູ້ເຮັດວຽກຂອງເຮືອນຂອງພຣະເຈົ້າຢູ່ບໍ? ພວກເຂົາເປັນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຢ່າງແທ້ຈິງ. ດ້ວຍເຫດຜົນຫຍັງຄົນເຫຼົ່ານີ້ຈຶ່ງໄດ້ຮັບການກຳນົດລັກສະນະວ່າເປັນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມ? (ຍ້ອນວ່າຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ສິ່ງດຽວທີ່ພວກເຂົາເຮັດໄດ້ກໍຄືຈັດການກັບເລື່ອງເລັກນ້ອຍບາງຢ່າງ). ນີ້ຄືເຫດຜົນທີ່ສະເພາະເຈາະຈົງ. ຂີດຄວາມສາມາດຂອງຄົນເຫຼົ່ານີ້ຕໍ່າເກີນໄປ; ບໍ່ວ່າພວກເຂົາຈະໄດ້ຟັງຄຳເທດສະໜາຫຼາຍສໍ່າໃດ, ໄດ້ອ່ານການຈັດແຈງວຽກງານຫຼາຍສໍ່າໃດ, ໄດ້ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າມາຫຼາຍປີສໍ່າໃດ ຫຼື ໄດ້ເປັນຜູ້ນໍາມາຫຼາຍປີສໍ່າໃດກໍຕາມ, ພວກເຂົາບໍ່ເຄີຍຮູ້ວ່າຕົນເອງກຳລັງເຮັດຫຍັງຢູ່, ສິ່ງທີ່ພວກເຂົາກຳລັງເຮັດນັ້ນເປັນສິ່ງຖືກ ຫຼື ຜິດ ຫຼື ພວກເຂົາໄດ້ປະຕິບັດຄວາມຮັບຜິດຊອບທີ່ພວກເຂົາຄວນປະຕິບັດໃຫ້ສຳເລັດໄດ້ ຫຼື ບໍ່. ຄຳນິຍາມຂອງພວກເຂົາທີ່ມີຕໍ່ປ້າຍຊື່ ແລະ ຕຳແໜ່ງຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຄື ຕາບໃດທີ່ພວກເຂົາຫຍຸ້ງກໍຖືວ່າບໍ່ເປັນຫຍັງ. ປຽບເໝືອນກັບລາລາກໂມ້, ພວກມັນລາກໄປເລື້ອຍໆ ຈົນກວ່າພວກມັນຈະລາກບໍ່ໄດ້ອີກຕໍ່ໄປ ແລະ ພວກເຂົາຖືວ່ານີ້ຄືການປະຕິບັດຄວາມຮັບຜິດຊອບຂອງຕົນໄດ້ສຳເລັດ. ບໍ່ວ່າພວກເຂົາຈະລາກໄປໃນທິດທາງໃດ ແລະ ບໍ່ວ່າກຳລັງແຮງທີ່ພວກເຂົາໃຊ້ໃນການລາກນັ້ນຈະຖືກຕ້ອງ ຫຼື ບໍ່ກໍຕາມ, ສຳລັບພວກເຂົາແລ້ວ ພວກເຂົາກຳລັງປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດຢູ່. ມີຫຼາຍປະເດັນທີ່ພວກເຂົາບໍ່ສາມາດເບິ່ງທະລຸໄດ້ ແລະ ພວກເຂົາບໍ່ໄດ້ພະຍາຍາມແກ້ໄຂບັນຫາເຫຼົ່ານັ້ນ ຫຼື ລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ. ບໍ່ວ່າພວກເຂົາຈະເຮັດວຽກງານມາຈັກປີ ຫຼື ໄດ້ພົວພັນກັບຜູ້ຄົນມາຈັກປີກໍຕາມ, ພວກເຂົາກໍຍັງບໍ່ຮູ້ວ່າ ການສະແດງອອກຂອງຄົນນັ້ນເປັນຂອງຜູ້ເຊື່ອໃໝ່ທີ່ມີພື້ນຖານຕື້ນໆໃນຄວາມເຊື່ອຂອງພວກເຂົາ ແລະ ບໍ່ເຂົ້າໃຈຄວາມຈິງ ຫຼື ພວກເຂົາເປັນຜູ້ບໍ່ເຊື່ອ ແລະ ພວກເຂົາຍັງບໍ່ຮູ້ວ່າຄວນແຍກແຍະ ຫຼື ກຳນົດລັກສະນະວ່າຄົນເຫຼົ່ານັ້ນແນວໃດ. ເມື່ອມີສອງຄົນທີ່ຕ່າງກໍຢູ່ໃນສະພາວະທີ່ຄິດລົບ, ພວກເຂົາບໍ່ຮູ້ວ່າຄົນໃດໃນພວກເຂົາຄວນຄ່າແກ່ການບົ່ມເພາະ ແລະ ຄົນໃດບໍ່ຄວນຄ່າ; ເມື່ອສອງຄົນປະຕິບັດໜ້າທີ່ຂອງຕົນແບບເຮັດພໍແລ້ວມືແລ້ວຕີນ, ພວກເຂົາບໍ່ສາມາດບອກໄດ້ວ່າຄົນໃດເປັນຜູ້ໄລ່ຕາມເສາະຫາຄວາມຈິງ ແລະ ຄົນໃດເປັນຜູ້ອອກແຮງງານ, ຄົນໃດສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ຄົນໃດບໍ່ມີຄວາມເປັນຈິງຄວາມຈິງ. ພວກເຂົາບໍ່ຮູ້ວ່າຄົນໃດມີແນວໂນ້ມທີ່ຈະຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຂົາກາຍເປັນຜູ້ນໍາ, ເຖິງແມ່ນວ່າພວກເຂົາຈະຄົບຄ້າສະມາຄົມກັບຄົນເຫຼົ່ານີ້ມາຫຼາຍປີກໍຕາມ. ບໍ່ວ່າພວກເຂົາຈະເຮັດກິດຈະກຳທີ່ບໍ່ມີປະໂຫຍດຫຼາຍສໍ່າໃດ ຫຼື ເຮັດວຽກທີ່ໄຮ້ຄ່າຫຼາຍສໍ່າໃດ ຫຼື ມີບັນຫາຢູ່ອ້ອມຂ້າງພວກເຂົາຫຼາຍສໍ່າໃດ, ພວກເຂົາກໍບໍ່ຮູ້ສຶກຕົວ ແລະ ພວກເຂົາບໍ່ຮັບຮູ້ວ່າສິ່ງເຫຼົ່ານີ້ຄືບັນຫາ. ຍ້ອນວ່າຄົນປະເພດນີ້ມີຂີດຄວາມສາມາດຕໍ່າ, ຄວາມຄິດຂຸ່ນມົວ ແລະ ບໍ່ສາມາດປະຕິບັດວຽກງານໄດ້, ມັນຈຶ່ງຍາກຫຼາຍສຳລັບພວກເຂົາທີ່ຈະປະຕິບັດຄວາມຮັບຜິດຊອບຂອງຜູ້ນໍາ ຫຼື ຜູ້ເຮັດວຽກ. ນອກຈາກການສາມາດເຮັດວຽກງານທົ່ວໄປທີ່ງ່າຍດາຍບາງຢ່າງໄດ້ແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ບໍ່ສາມາດເຮັດສິ່ງໃດທີ່ກ່ຽວຂ້ອງກັບວຽກງານທີ່ສຳຄັນຂອງຄຣິສຕະຈັກໄດ້ອີກ ແລະ ພວກເຂົາບໍ່ສາມາດເບິ່ງເຫັນ ຫຼື ແກ້ໄຂບັນຫາຕົວຈິງອັນໃດກໍຕາມໃນວຽກງານໄດ້. ຜູ້ນໍາປະເພດນີ້ທີ່ມີຂີດຄວາມສາມາດແບບນີ້ ຄວນຄ່າແກ່ການບົ່ມເພາະບໍ? ພວກເຂົາບໍ່ຮູ້ດ້ວຍຊໍ້າວ່າຄວາມສັບສົນ ຫຼື ຄວາມຫຍຸ້ງຍາກແມ່ນຫຍັງ ແລະ ແຮງໄກທີ່ພວກເຂົາຈະຈັດການກັບສິ່ງເຫຼົ່ານັ້ນຕາມຫຼັກການ. ເຖິງແມ່ນວ່າບັນຫາທີ່ພົບພໍ້ໃນວຽກງານຄຣິສຕະຈັກຈະເປັນບັນຫາທີ່ພົບເຫັນໄດ້ທົ່ວໄປ, ພວກເຂົາກໍຍັງບໍ່ສາມາດສະຫຼຸບ ແລະ ຈັດປະເພດບັນຫາເຫຼົ່ານັ້ນໄດ້, ທັງບໍ່ຮູ້ວິທີໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນໄດ້, ຜູ້ນໍາປອມປະເພດນີ້ລ້ວນແລ້ວແຕ່ບໍ່ສາມາດຈັດການ ຫຼື ແກ້ໄຂບັນຫາເຫຼົ່ານີ້ທີ່ມັກເກີດຂຶ້ນໃນຄຣິສຕະຈັກໄດ້ເລີຍ. ປະເດັນໃຫຍ່ທີ່ສຸດຂອງພວກເຂົາບໍ່ແມ່ນວ່າພວກເຂົາບໍ່ເຕັມໃຈທີ່ຈະເສຍສະລະ ຫຼື ພວກເຂົາຢ້ານວ່າຈະຫຍຸ້ງ ແລະ ຢ້ານເມື່ອຍ, ແຕ່ແມ່ນຍ້ອນວ່າພວກເຂົາມີຂີດຄວາມສາມາດຕໍ່າ, ຈິດໃຈບໍ່ຊັດເຈນ ແລະ ພວກເຂົາບໍ່ສາມາດເຮັດວຽກງານທີ່ມີຄວາມສຳຄັນ ແລະ ວຽກງານຕົວຈິງຂອງຄຣິສຕະຈັກໄດ້. ແທນທີ່ຈະເປັນແນວນັ້ນ ພວກເຂົາພຽງແຕ່ເຮັດວຽກງານທີ່ເປັນທຸລະທົ່ວໄປບາງຢ່າງ ຫຼື ມັກໄປຫຍຸ້ງກ່ຽວກັບເລື່ອງທີ່ບໍ່ກ່ຽວຂ້ອງບາງເລື່ອງ ແລະ ຈາກນັ້ນພວກເຂົາກໍຢາກສວມບົດບາດເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ບໍ່ແມ່ນວ່າພວກເຂົາເປັນຄົນເບົາປັນຍາທີ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ໃຫຍ່ໂຕເກີນໄປບໍ? ຜູ້ນໍາທີ່ມີຂີດຄວາມສາມາດຕໍ່າລ້ວນແລ້ວແຕ່ບໍ່ສາມາດເຮັດວຽກງານຫຼັກຂອງຄຣິສຕະຈັກໄດ້, ເຊິ່ງເປັນວຽກງານທີ່ພົວພັນກັບຫຼັກການຄວາມຈິງ ຫຼື ວຽກງານວິຊາຊີບທີ່ຊັບຊ້ອນ ເຊັ່ນ: ວຽກງານການເຜີຍແຜ່ຂ່າວປະເສີດ, ວຽກງານການຫົດນ້ຳຜູ້ເຊື່ອໃໝ່ໃນຄຣິສຕະຈັກ, ວຽກງານການຜະລິດຮູບເງົາ, ວຽກງານຂໍ້ຄວາມ ແລະ ວຽກງານບຸກຄະລາກອນທີ່ພົວພັນກັບຜູ້ນໍາ ແລະ ຜູ້ເຮັດວຽກໃນລະດັບຕ່າງໆ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດວຽກງານນີ້ໄດ້? ຍ້ອນວ່າຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາບໍ່ສາມາດກຳແໜ້ນຫຼັກການໄດ້; ພວກເຂົາລ້ວນແລ້ວແຕ່ລົ້ມເຫຼວໃນການເຮັດວຽກງານທັງໝົດນີ້ ແລະ ບໍ່ສາມາດຮຽນຮູ້ວິທີເຮັດມັນໄດ້. ຕົວຢ່າງ: ສົມມຸດວ່າຜູ້ນໍາແບບນີ້ໄດ້ຮັບມອບໝາຍຄົນຫ້າຄົນໃຫ້ ແລະ ຖືກຂໍໃຫ້ຈັດແບ່ງວຽກງານໃຫ້ຫ້າຄົນນີ້ ໂດຍອີງໃສ່ລະດັບການສຶກສາ, ຂີດຄວາມສາມາດ ແລະ ຈຸດແຂງ ລວມເຖິງຄຸນລັກສະນະຂອງພວກເຂົາ. ນີ້ແມ່ນໜ້າວຽກທີ່ງ່າຍຕໍ່ການປະຕິບັດບໍ? ສິ່ງນີ້ກ່ຽວຂ້ອງກັບຂີດຄວາມສາມາດຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນບໍ? (ແມ່ນ). ຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຂີດຄວາມສາມາດປານກາງຈະຈັດແບ່ງວຽກງານໄດ້ຂ້ອນຂ້າງຖືກຕ້ອງ ຫຼັງຈາກໃຊ້ເວລາໃນການສັງເກດ, ຄົບຄ້າສະມາຄົມ ແລະ ຮຽນຮູ້ກ່ຽວກັບຄົນຫ້າຄົນນັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຂີດຄວາມສາມາດຕໍ່າຈະຄິດວ່າຄົນຫ້າຄົນນັ້ນຫຼາຍເກີນໄປ; ເມື່ອມີຄົນຫຼາຍເກີນໄປ, ພວກເຂົາກໍຈະສັບສົນ ແລະ ບໍ່ຮູ້ວ່າຈະຈັດແບ່ງວຽກງານໃຫ້ພວກເຂົາແນວໃດ ແລະ ເຖິງແມ່ນວ່າພວກເຂົາໄດ້ຈັດແບ່ງວຽກໃຫ້ຄົນເຫຼົ່ານັ້ນ, ພວກເຂົາກໍຈະບໍ່ຮູ້ໃນຫົວໃຈວ່າພວກເຂົາກຳລັງເຮັດວຽກງານໃນລັກສະນະທີ່ເໝາະສົມຢູ່ ຫຼື ບໍ່. ນີ້ຄືໃນດ້ານຂອງບຸກຄະລາກອນ. ເມື່ອເວົ້າເຖິງການຈັດການເລື່ອງຕ່າງໆ, ຕົວຢ່າງ: ຖ້າພວກເຂົາຕ້ອງຈັດການ ແລະ ແກ້ໄຂສອງ ຫຼື ສາມເລື່ອງພ້ອມກັນ, ພວກເຂົາຈະບໍ່ຮູ້ວິທີຕັດສິນ ແລະ ແຍກແຍະຄວາມສຳພັນລະຫວ່າງເລື່ອງເຫຼົ່ານີ້ໄດ້ ແລະ ພວກເຂົາຈະບໍ່ສາມາດຊັ່ງຊາວ່າບັນຫາໃດທີ່ພວກເຂົາຄວນແກ້ໄຂກ່ອນ ແລະ ບັນຫາໃດທີ່ສາມາດແກ້ໄຂຕາມຫຼັງໄດ້ໂດຍບໍ່ເຮັດໃຫ້ເກີດຄວາມລ່າຊ້າ. ນັ້ນກໍຄື, ພວກເຂົາບໍ່ຮູ້ວິທີຊັ່ງຊາຜົນດີ ແລະ ຜົນເສຍ, ພວກເຂົາບໍ່ຮູ້ວິທີຈັດລຳດັບຂອງວຽກງານຕາມຄວາມສຳຄັນ ແລະ ຄວາມຮີບດ່ວນ ແລະ ພວກເຂົາບໍ່ຮູ້ວິທີແກ້ໄຂບັນຫາ. ແນວໃດກໍຕາມ, ເນື່ອງຈາກພວກເຂົາເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ເຖິງແມ່ນວ່າພວກເຂົາບໍ່ເຂົ້າໃຈບາງສິ່ງບາງຢ່າງ ພວກເຂົາກໍຕ້ອງທຳທ່າຄືວ່າເຂົ້າໃຈ, ເຖິງແມ່ນວ່າພວກເຂົາບໍ່ຢັ່ງຮູ້ບາງສິ່ງບາງຢ່າງ ພວກເຂົາກໍຕ້ອງທຳທ່າຄືວ່າຢັ່ງຮູ້ ແລະ ບໍ່ມີສິ່ງໃດທີ່ພວກເຂົາເຮັດໄດ້ ນອກຈາກຕ້ອງໄດ້ອົດທົນ ແລະ ເທດສະໜາຫຼັກຄຳສອນບາງຢ່າງແບບພໍໃຫ້ແລ້ວໆໄປ ແລະ ເວົ້າຄຳທີ່ມ່ວນຫູສອງສາມຄຳ ແລະ ຟ້າວເຮັດໃຫ້ມັນຈົບໆໄປ. ພວກເຂົາຮູ້ໄດ້ຢ່າງຊັດເຈນວ່າສິ່ງທີ່ພວກເຂົາເວົ້ານັ້ນຖືກຕ້ອງ ຫຼື ບໍ່, ມັນສອດຄ່ອງກັບຫຼັກການ ຫຼື ບໍ່, ມັນສາມາດແກ້ໄຂບັນຫາໄດ້ ຫຼື ບໍ່, ແຕ່ພວກເຂົາພຽງແຕ່ຢາກເຮັດແບບພໍໃຫ້ແລ້ວໆໄປ. ພວກເຂົາຮູ້ດີວ່າພວກເຂົາຈະບໍ່ສາມາດແກ້ໄຂບັນຫາດ້ວຍສິ່ງທີ່ພວກເຂົາກຳລັງເຮັດ, ແຕ່ພວກເຂົາກໍຍັງບໍ່ລາຍງານບັນຫາຕໍ່ເບື້ອງເທິງ, ດັ່ງນັ້ນ ໃນທີ່ສຸດພວກເຂົາຈຶ່ງເຮັດໃຫ້ວຽກງານມີຄວາມລ່າຊ້າ ແລະ ຖືກປົດອອກ. ບອກເຮົາມາເບິ່ງ, ບໍ່ແມ່ນວ່າຄົນພວກນີ້ເປັນຄົນໂງ່ບໍ? ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນລາຍງານບັນຫາ, ພວກເຂົາກໍເລົ່າເຫດການເກົ່າໆ ທີ່ບໍ່ໄດ້ມີຄວາມສຳຄັນທັງໝົດທີ່ຜ່ານມາຈົນເຖິງປັດຈຸບັນ ແລະ ຫຼັງຈາກທີ່ພວກເຂົາເວົ້າອອກມາຫຼາຍຢ່າງແລ້ວ, ເຈົ້າຍັງຕ້ອງຊ່ວຍພວກເຂົາວິເຄາະ ແລະ ຕັດສິນວ່າມີບັນຫາຫຍັງເກີດຂຶ້ນແດ່. ພວກເຂົາບໍ່ເຂົ້າໃຈດ້ວຍຊໍ້າວ່າຈະຍົກປະເດັນຂຶ້ນມາແນວໃດ ແລະ ພວກເຂົາສາມາດເວົ້າເປັນຊົ່ວໂມງໂດຍບໍ່ອະທິບາຍຢ່າງຊັດເຈນວ່າຈຸດສຸມ ແລະ ແກ່ນແທ້ຂອງປະເດັນແມ່ນຫຍັງ. ທຸກຢ່າງທີ່ພວກເຂົາເວົ້ານັ້ນກ່ຽວຂ້ອງກັບເລື່ອງທີ່ຜິວເຜີນເທົ່ານັ້ນ ແລະ ເປັນພຽງເລື່ອງທີ່ບໍ່ມີສາລະ! ນີ້ບໍ່ແມ່ນຍ້ອນວ່າຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ສະໝອງຂອງພວກເຂົາບໍ່ເຕັມບໍ? ຄົນທີ່ມີຂີດຄວາມສາມາດໄດ້ມີຄວາມເຕັມໃຈທີ່ຈະຟັງສິ່ງເຫຼົ່ານີ້ບໍ? ຄົນທີ່ພວກເຂົາກຳລັງເວົ້ານຳພຽງແຕ່ຢາກຮູ້ວ່າສະຖານະການໃນປັດຈຸບັນ ແລະ ການສະແດງອອກຂອງຄົນທີ່ພວກເຂົາກຳລັງລາຍງານນັ້ນວ່າເປັນແນວໃດ ແລະ ສະພາວະໃດທີ່ພວກເຂົາສັບສົນ ແລະ ບໍ່ສາມາດແກ້ໄຂໄດ້. ແຕ່ຄົນເຫຼົ່ານີ້ກັບມັກເວົ້າເຖິງວຽກງານທີ່ບຸກຄົນນັ້ນເຮັດໃນອະດີດຢູ່ສະເໝີ ແລະ ພວກເຂົາບໍ່ໄດ້ເວົ້າເຖິງສະຖານະການໃນປັດຈຸບັນຂອງບຸກຄົນນັ້ນ ຫຼື ເວົ້າວ່າຄວາມສັບສົນ ແລະ ບັນຫາທີ່ພວກເຂົາເອງມີນັ້ນແມ່ນຫຍັງ. ພວກເຂົາເວົ້າຫຼາຍຢ່າງ ແລະ ບໍ່ມີໃຜສາມາດບອກໄດ້ວ່າພວກເຂົາກຳລັງເວົ້າກ່ຽວກັບຫຍັງກັນແທ້. ເຖິງແມ່ນວ່າພວກເຂົາຢາກຖາມຄຳຖາມ, ພວກເຂົາກໍບໍ່ຮູ້ວ່າຈະເລີ່ມຕົ້ນຖາມຈາກໃສ, ພວກເຂົາບໍ່ຮູ້ວິທີການສະແດງອອກໃນລັກສະນະທີ່ມີປະສິດທິຜົນ ແລະ ເຮັດໃຫ້ຜູ້ຄົນເຂົ້າໃຈພວກເຂົາໄດ້, ພວກເຂົາບໍ່ມີຄວາມສາມາດໃນການຮຽບຮຽງພາສາຂອງຕົນດ້ວຍຊໍ້າ. ນີ້ບໍ່ແມ່ນການສະແດງອອກຂອງການມີຂີດຄວາມສາມາດທີ່ຕໍ່າຢ່າງເຖິງທີ່ສຸດບໍ? ຜູ້ນໍາປອມບາງຄົນມີຂີດຄວາມສາມາດຕໍ່າ ແລະ ເມື່ອພວກເຂົາລາຍງານບັນຫາ, ພວກເຂົາກໍເວົ້າແຕ່ສິ່ງທີ່ບໍ່ມີສາລະ ແລະ ສິ່ງທີ່ບໍ່ສາມາດຟັງເຂົ້າໃຈໄດ້ ແລະ ຈາກນັ້ນພວກເຂົາກໍຄິດວ່າ “ຂ້ອຍໄດ້ໃຫ້ຂໍ້ມູນແກ່ເຈົ້າຫຼາຍພໍສົມຄວນແລ້ວ ແມ່ນບໍ? ຂ້ອຍໄດ້ບອກເຈົ້າທຸກຢ່າງກ່ຽວກັບອະດີດ ແລະ ປັດຈຸບັນຂອງບັນຫານີ້ແລ້ວ, ດັ່ງນັ້ນ ຕອນນີ້ເຈົ້າບອກບໍ່ໄດ້ບໍວ່າຄຳຖາມທີ່ຂ້ອຍຢາກຖາມນັ້ນແມ່ນຫຍັງ?” ບໍ່ວ່າເຈົ້າຈະຖາມພວກເຂົາແນວໃດ ຫຼື ຊີ້ນໍາພວກເຂົາແນວໃດ, ພວກເຂົາກໍບໍ່ຮູ້ວ່າຈະເວົ້າຫຍັງ ແລະ ບໍ່ສາມາດເວົ້າໃນຈຸດທີ່ສຳຄັນຂອງປະເດັນໄດ້ເລີຍ. ມັນບໍ່ແມ່ນວ່າພວກເຂົາບໍ່ມີຄຳເວົ້າທີ່ຈະສະແດງອອກ ຫຼື ບໍ່ແມ່ນວ່າພວກເຂົາມີລະດັບການສຶກສາຕໍ່າ, ແຕ່ແມ່ນຍ້ອນວ່າຂີດຄວາມສາມາດຂອງພວກເຂົາຕໍ່າ ແລະ ພວກເຂົາບໍ່ມີສະໝອງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຮູ້ວິທີການສະແດງອອກກ່ຽວກັບສິ່ງເຫຼົ່ານີ້, ຈິດໃຈຂອງພວກເຂົາຂຸ່ນມົວ ແລະ ພວກເຂົາກໍບໍ່ສາມາດອະທິບາຍຕົນເອງໄດ້ຢ່າງຊັດເຈນເພື່ອໃຫ້ຄົນອື່ນເຂົ້າໃຈພວກເຂົາໄດ້. ພວກເຂົາມີຄວາມຮູ້ສຶກມີພາລະໃນໃຈບາງຢ່າງ ແລະ ເມື່ອເວລາຜ່ານໄປ, ພວກເຂົາກໍເລີ່ມມີການຮັບຮູ້ບາງຢ່າງກ່ຽວກັບປະເດັນບາງປະເດັນ, ແຕ່ພວກເຂົາບໍ່ຮູ້ວິທີການສະແດງມັນອອກມາ, ພວກເຂົາບໍ່ສາມາດຢັ່ງຮູ້ວ່າແກ່ນແທ້ຂອງປະເດັນແມ່ນຫຍັງ, ຍິ່ງບໍ່ຕ້ອງເວົ້າເຖິງການສະຫຼຸບປະເດັນເລີຍ. ຄົນທີ່ມີຂີດຄວາມສາມາດຕໍ່າຂະນາດນີ້ຈະສາມາດເຮັດວຽກງານໄດ້ບໍ? ພວກເຂົາສາມາດປະຕິບັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້ບໍ? ບໍ່, ພວກເຂົາເຮັດບໍ່ໄດ້. ເຖິງແມ່ນວ່າເຈົ້າຈະໃຫ້ເວລາ ແລະ ໂອກາດແກ່ພວກເຂົາ ແລະ ອະນຸຍາດໃຫ້ພວກເຂົາລາຍງານ ແລະ ອະທິບາຍບັນຫາ, ພວກເຂົາກໍບໍ່ສາມາດເຮັດໄດ້, ດັ່ງນັ້ນ ເຈົ້າຍັງສາມາດສົນທະນາກັບຄົນເຊັ່ນນີ້ໄດ້ບໍ? ພວກເຂົາຍັງສາມາດຖືກໃຊ້ງານໄດ້ຢູ່ບໍ? (ບໍ່ໄດ້). ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຖືກໃຊ້ງານໄດ້? ພວກເຂົາເວົ້າຢ່າງຊັດເຈນບໍ່ໄດ້ດ້ວຍຊໍ້າ ແລະ ພວກເຂົາບໍ່ມີແມ່ນແຕ່ສັນຊາດຕະຍານຂັ້ນພື້ນຖານທີ່ຕ່ຳສຸດຂອງມະນຸດ ໃນການໃຊ້ພາສາເພື່ອສະແດງອອກມາເຊິ່ງຄວາມຄິດ, ແນວຄວາມຄິດ ແລະ ທັດສະນະຄະຕິຂອງຕົນ, ແລ້ວພວກເຂົາຈະສາມາດເຮັດວຽກງານຫຍັງໄດ້? ເຖິງແມ່ນວ່າພວກເຂົາອາດຈະມີກຳລັງ, ມີຄວາມກະຕືລືລົ້ນທີ່ແທ້ຈິງ, ມີຄວາມສຳນຶກໃນຄວາມຮັບຜິດຊອບເລັກນ້ອຍ ແລະ ມີຫົວໃຈທີ່ຂ້ອນຂ້າງທ່ຽງທຳ, ແຕ່ຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ພວກເຂົາບໍ່ສາມາດຮຽນຮູ້ຫຍັງໄດ້ເລີຍ ບໍ່ວ່າເຈົ້າຈະສອນພວກເຂົາແນວໃດກໍຕາມ ແລະ ເຖິງແມ່ນວ່າເຈົ້າຈະສອນວິທີເວົ້າໃຫ້ພວກເຂົາ ພວກເຂົາກໍຈະບໍ່ສາມາດຈັບທາງໄດ້, ດັ່ງນັ້ນແລ້ວ ເຈົ້າກໍຈະຫງຸດຫງິດ ແລະ ໃຈຮ້າຍ. ເມື່ອພວກເຂົາເວົ້າ, ພວກເຂົາກໍຈະເຮັດໃຫ້ເລື່ອງມັນຫຍຸ້ງເຫຍີງ, ເຮັດໃຫ້ເຈົ້າສັບສົນ; ພວກເຂົາບໍ່ສາມາດເວົ້າຫຍັງໄດ້ຢ່າງຊັດເຈນ ແລະ ສິ່ງທີ່ພວກເຂົາເວົ້າກໍເປັນພຽງເລື່ອງທີ່ບໍ່ມີສາລະເທົ່ານັ້ນ. ສິ່ງທີ່ໜ້າສົງສານທີ່ສຸດກ່ຽວກັບພວກເຂົາກໍຄື ພວກເຂົາບໍ່ເຂົ້າໃຈພາສາມະນຸດ ແຕ່ພວກເຂົາກໍຍັງສືບຕໍ່ກະທຳຢ່າງມືດບອດ, ພວກເຂົາຍັງຄິດວ່າຕົນເອງມີຄວາມສາມາດ ແລະ ພວກເຂົາກໍຍັງຕໍ່ຕ້ານເມື່ອເຈົ້າລິຮານພວກເຂົາ. ພວກເຂົາຈະສາມາດເຮັດວຽກງານຂອງຜູ້ນໍາໃຫ້ດີໄດ້ແນວໃດ? ເມື່ອຂີດຄວາມສາມາດຂອງຜູ້ນໍາ ຫຼື ຜູ້ເຮັດວຽກຕໍ່າຫຼາຍ ຈົນພວກເຂົາບໍ່ມີຄວາມສາມາດໃນການສະແດງອອກທາງພາສາ, ພວກເຂົາຍັງຈະມີຄວາມສາມາດໃນການເຮັດວຽກງານຢູ່ບໍ? (ບໍ່ມີ). ແລະ ການບໍ່ມີຄວາມສາມາດໃນການເຮັດວຽກງານຂອງພວກເຂົາໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາບໍ່ສາມາດຄົ້ນພົບຄວາມຫຍຸ້ງຍາກ ແລະ ບັນຫາທີ່ພົບພໍ້ໃນວຽກງານໂດຍທັນເວລາ ແລະ ແນ່ນອນວ່າ ມັນໝາຍຄວາມວ່າບໍ່ວ່າບັນຫາໃດຈະເກີດຂຶ້ນໃນວຽກງານ, ພວກເຂົາກໍຈະບໍ່ສາມາດແກ້ໄຂມັນໄດ້ທັນເວລາ ແລະ ພວກເຂົາກໍບໍ່ສາມາດລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໄດ້ທັນເວລາເຊັ່ນກັນ. ສິ່ງນີ້ຍາກເກີນໄປສຳລັບພວກເຂົາ ແລະ ພວກເຂົາບໍ່ສາມາດເຮັດໄດ້. ເມື່ອເວົ້າເຖິງຄົນເຊັ່ນນີ້ທີ່ມີຂີດຄວາມສາມາດຕໍ່າ, ວຽກງານແບບນີ້ຍາກທີ່ສຸດສຳລັບພວກເຂົາ; ມັນປຽບເໝືອນກັບການບັງຄັບໃຫ້ປາອາໄສເທິງບົກ ຫຼື ບັງຄັບໃຫ້ໝູບິນໄດ້. ການເຮັດວຽກງານນີ້ເປັນສິ່ງທີ່ໜັກໜາສາຫັດສຳລັບພວກເຂົາ.

ບາງຄົນເວົ້າວ່າ “ຂ້ອຍຮູ້ສຶກສົງສານຄົນເຫຼົ່ານັ້ນ. ພວກເຂົາຫຍຸ້ງວົນວາຍຫຼາຍກັບການຈັດການໜ້າວຽກທຸກຢ່າງ ແລະ ສຸດທ້າຍກໍຖືກກຳນົດລັກສະນະວ່າເປັນຜູ້ນໍາປອມຍ້ອນຂີດຄວາມສາມາດທີ່ຕໍ່າຂອງພວກເຂົາ. ດັ່ງນັ້ນ, ມັນກໍໝາຍຄວາມວ່າຄວາມທຸກທໍລະມານທີ່ພວກເຂົາໄດ້ອົດທົນມານັ້ນເສຍຖິ້ມໄປລ້າໆບໍ? ນັ້ນບໍ່ແມ່ນການປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳບໍ?” ການປົດຜູ້ນໍາປອມອອກໝາຍເຖິງການມີຄວາມຮັບຜິດຊອບຕໍ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ຕໍ່ວຽກງານຂອງຄຣິສຕະຈັກ, ດັ່ງນັ້ນ ມັນຈະເປັນການປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳໄດ້ແນວໃດ? ຖ້າເຈົ້າຢືນຢັນທີ່ຈະໃຫ້ຜູ້ນໍາປອມສືບຕໍ່ໃນບົດບາດຜູ້ນໍາຂອງພວກເຂົາ, ນີ້ບໍ່ແມ່ນການທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກບໍ? ເຈົ້າໝາຍຄວາມວ່າການທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກນັ້ນບໍ່ແມ່ນການປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳບໍ? ໂດຍການປົດຜູ້ນໍາປອມອອກ, ເຮືອນຂອງພຣະເຈົ້າບໍ່ໄດ້ກ່າວປະນາມຜູ້ນໍາປອມຄົນນັ້ນ, ທັງບໍ່ໄດ້ສົ່ງຜູ້ນໍາປອມຄົນນັ້ນລົງນະຮົກ, ແຕ່ແທນທີ່ຈະເປັນແນວນັ້ນ ມັນຄືການໃຫ້ໂອກາດບຸກຄົນນັ້ນໄດ້ຮັບຄວາມລອດພົ້ນ. ພວກເຂົາສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ ຖ້າພວກເຂົາຍັງສືບຕໍ່ເປັນຜູ້ນໍາປອມ? ຈຸດຈົບສຸດທ້າຍຂອງພວກເຂົາຈະເປັນແນວໃດ? ເປັນຫຍັງເຈົ້າຈຶ່ງບໍ່ພິຈາລະນາບັນຫາໃນລັກສະນະນີ້? ຍິ່ງໄປກວ່ານັ້ນ, ຈຸດປະສົງຂອງການເຊື່ອໃນພຣະເຈົ້າແມ່ນຫຍັງ? ການເປັນຜູ້ນໍາບໍ່ແມ່ນເສັ້ນທາງດຽວທີ່ຈະກ້າວໄປທາງໜ້າຢ່າງແນ່ນອນແມ່ນບໍ? ບໍ່ມີໜ້າທີ່ອື່ນໃຫ້ເຮັດແລ້ວບໍ ຖ້າຄົນໃດຄົນໜຶ່ງບໍ່ໄດ້ເປັນຜູ້ນໍາ? ບໍ່ມີເສັ້ນທາງສຳລັບການຢູ່ລອດສຳລັບຜູ້ທີ່ບໍ່ແມ່ນຜູ້ນໍາ ແລະ ຜູ້ທີ່ມີຂີດຄວາມສາມາດຕໍ່າບໍ? (ບໍ່, ນັ້ນບໍ່ແມ່ນຄວາມຈິງ). ດັ່ງນັ້ນ, ເສັ້ນທາງແຫ່ງການປະຕິບັດແມ່ນຫຍັງ? ສິ່ງທີ່ຕອນນີ້ພວກເຮົາກຳລັງໄຈ້ແຍກຢູ່ນັ້ນເປັນການສະແດງອອກ ແລະ ບັນຫາທີ່ມີຢູ່ໃນຜູ້ນໍາປອມປະເພດນີ້ທີ່ມີຂີດຄວາມສາມາດຕໍ່າ; ພວກເຮົາບໍ່ໄດ້ກ່າວປະນາມ ຫຼື ສາບແຊ່ງພວກເຂົາ, ພວກເຮົາພຽງແຕ່ເຮັດການໄຈ້ແຍກພວກເຂົາ. ຈຸດປະສົງຂອງການໄຈ້ແຍກພວກເຂົາແມ່ນເພື່ອໃຫ້ຄົນປະເພດນີ້ເປັນທີ່ຮູ້ຈັກ ແລະ ກຳນົດຕຳແໜ່ງຂອງຕົນເອງໄດ້ຢ່າງຖືກຕ້ອງ, ຮູ້ຈັກບັນທັດຖານຂອງຕົນເອງ ແລະ ເຂົ້າໃຈຢ່າງຖືກຕ້ອງວ່າຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ, ວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແມ່ນຫຍັງ ຈາກນັ້ນກໍປຽບທຽບສິ່ງເຫຼົ່ານີ້ກັບຕົນເອງ ເພື່ອເບິ່ງວ່າພວກເຂົາເອງເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ບໍ່. ຖ້າຂີດຄວາມສາມາດຂອງເຈົ້າຕໍ່າຫຼາຍແທ້ໆ, ຕໍ່າຈົນເຈົ້າບໍ່ມີສັກກະຍະພາບໃນການສະແດງອອກທາງພາສາ ຫຼື ສັກກະຍະພາບໃນການສະແດງຄວາມຄິດ ແລະ ມຸມມອງຂອງເຈົ້າ ຫຼື ສັກກະຍະພາບໃນການຄົ້ນພົບບັນຫາ, ເຈົ້າກໍບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າບໍ່ມີຄວາມສາມາດທີ່ຈະປະຕິບັດໜ້າທີ່ຂອງຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຈົ້າບໍ່ສາມາດເຮັດວຽກງານຂອງຜູ້ນໍາ ຫຼື ຜູ້ເຮັດວຽກໄດ້. ແລະ ເນື່ອງຈາກວ່າຂີດຄວາມສາມາດຂອງເຈົ້າຕໍ່າ, ເຈົ້າຕ້ອງມີການຮູ້ຈັກຕົນເອງປະເພດນີ້. ບາງຄົນເວົ້າວ່າ “ຂີດຄວາມສາມາດຂອງຂ້ອຍຕໍ່າ ແລ້ວມັນເປັນຫຍັງ? ຂ້ອຍມີຄວາມເປັນມະນຸດທີ່ດີ, ດັ່ງນັ້ນ ຂ້ອຍກໍຄວນໄດ້ເປັນຜູ້ນໍາ.” ນີ້ແມ່ນຫຼັກການບໍ? ຄົນອື່ນເວົ້າວ່າ “ນອກຈາກມີຄວາມເປັນມະນຸດທີ່ດີແລ້ວ, ຂ້ອຍຍັງເຕັມໃຈທີ່ຈະອົດກັ້ນກັບການທົນທຸກ ແລະ ເສຍສະລະ, ຂ້ອຍສາມາດເທດສະໜາໄດ້, ຂ້ອຍມີພື້ນຖານໃນຄວາມເຊື່ອຂອງຂ້ອຍ ແລະ ຂ້ອຍເຄີຍຕິດຄຸກຍ້ອນຄວາມເຊື່ອຂອງຂ້ອຍໃນພຣະເຈົ້າ. ສິ່ງເຫຼົ່ານີ້ບໍ່ໄດ້ນັບວ່າເປັນຕົ້ນທຶນໃຫ້ຂ້ອຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກບໍ?” ມັນເປັນຄວາມຈິງແມ່ນບໍທີ່ວ່າຄົນໃດຄົນໜຶ່ງຕ້ອງມີຕົ້ນທຶນເພື່ອເປັນຜູ້ນໍາ ຫຼື ຜູ້ເຮັດວຽກ? (ບໍ່ແມ່ນ). ສິ່ງທີ່ພວກເຮົາກຳລັງປຶກສາຫາລືກັນຕອນນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພາຍໃນຫົວຂໍ້ນີ້, ພວກເຮົາກຳລັງເວົ້າເຖິງປະເດັນເລື່ອງຂີດຄວາມສາມາດ. ຖ້າຂີດຄວາມສາມາດຂອງເຈົ້າຕໍ່າ ແລະ ເຈົ້າບໍ່ສາມາດປະຕິບັດຄວາມຮັບຜິດຊອບເຫຼົ່ານີ້ໃຫ້ສຳເລັດໄດ້, ການຮູ້ຈັກຕົນເອງທີ່ເຈົ້າຄວນມີກໍຄື: “ຂ້ອຍບໍ່ມີຂີດຄວາມສາມາດນີ້ ແລະ ຂ້ອຍກໍບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້. ບໍ່ວ່າຂ້ອຍຈະມີຕົ້ນທຶນຫຍັງກໍຕາມ, ມັນກໍບໍ່ມີປະໂຫຍດ”. ເຈົ້າເວົ້າວ່າເຈົ້າມີຄວາມເປັນມະນຸດທີ່ດີ, ວ່າເຈົ້າສາມາດເຊື່ອຖືໄດ້, ວ່າເຈົ້າມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມທໍລະມານ ແລະ ວ່າເຈົ້າເຕັມໃຈທີ່ຈະເສຍສະລະ, ແລ້ວເຮືອນຂອງພຣະເຈົ້າປະຕິບັດຕໍ່ເຈົ້າຢ່າງບໍ່ຍຸຕິທຳໄດ້ບໍ? ເຮືອນຂອງພຣະເຈົ້າໃຊ້ງານຄົນໃນລັກສະນະທີ່ເຮັດໃຫ້ທຸກຄົນໄດ້ເກີດປະໂຫຍດສູງສຸດ, ຈັດສັນບົດບາດໃຫ້ເໝາະສົມກັບແຕ່ລະຄົນ ແລະ ເຮັດໃນລັກສະນະທີ່ພໍດີ. ຖ້າເຈົ້າມີຄວາມເປັນມະນຸດທີ່ດີ ແຕ່ຂີດຄວາມສາມາດຂອງເຈົ້າຕໍ່າ, ເຈົ້າກໍຄວນປະຕິບັດໜ້າທີ່ຂອງເຈົ້າໃຫ້ດີດ້ວຍຫົວໃຈ ແລະ ກຳລັງທັງໝົດທີ່ມີ; ມັນບໍ່ແມ່ນວ່າເຈົ້າຕ້ອງເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ເພື່ອຖືກຮັບຮອງຈາກພຣະເຈົ້າ. ເຖິງແມ່ນວ່າເຈົ້າຈະເຕັມໃຈທີ່ຈະທຸ່ມເທເພື່ອວຽກງານ, ແຕ່ເຈົ້າກໍບໍ່ສາມາດເຮັດໃຫ້ຕົນເອງລຳບາກໃນແບບທີ່ຜູ້ນໍາຕ້ອງເຮັດ ແລະ ເຈົ້າບໍ່ມີຂີດຄວາມສາມາດທີ່ເຈົ້າຄວນມີເພື່ອທີ່ຈະເປັນຜູ້ນໍາ ແລະ ເຈົ້າກໍຂາດຄຸນສົມບັດ, ແລ້ວເຈົ້າຈະເຮັດຫຍັງໄດ້? ຢ່າຝືນຕົນເອງ ຫຼື ເຮັດໃຫ້ເລື່ອງຍາກສຳລັບຕົນເອງເກີນໄປ; ຖ້າເຈົ້າສາມາດແບກໄດ້ 25 ກິໂລ, ກໍແບກ 25 ກິໂລ. ຢ່າພະຍາຍາມອວດເກັ່ງໂດຍການຝືນຕົນເອງຈົນເກີນຂີດຈຳກັດ, ໂດຍເວົ້າວ່າ “25 ກິໂລຍັງບໍ່ພໍ. ຂ້ອຍຢາກແບກຫຼາຍກວ່ານັ້ນ. ຂ້ອຍຢາກແບກ 50 ກິໂລ. ຂ້ອຍເຕັມໃຈທີ່ຈະເຮັດມັນ ເຖິງແມ່ນວ່າຂ້ອຍຈະອິດເມື່ອຍຈົນຕາຍກໍຕາມ!” ເຈົ້າບໍ່ມີຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ແຕ່ຖ້າເຈົ້າຍັງສືບຕໍ່ຝືນຕົນເອງຈົນເກີນຂີດຈຳກັດເພື່ອອວດເກັ່ງ, ເຖິງແມ່ນວ່າເຈົ້າຈະບໍ່ໄດ້ເມື່ອຍຈົນໝົດແຮງ, ເຈົ້າກໍຈະເຮັດໃຫ້ວຽກງານຂອງຄຣິສຕະຈັກເກີດຄວາມລ່າຊ້າ, ເຈົ້າຈະສົ່ງຜົນກະທົບຕໍ່ຄວາມຄືບໜ້າ ແລະ ປະສິດທິພາບຂອງວຽກງານ ແລະ ເຈົ້າຈະເຮັດໃຫ້ຄວາມກ້າວໜ້າໃນຊີວິດຂອງຫຼາຍຄົນເກີດຄວາມລ່າຊ້າ, ນີ້ບໍ່ແມ່ນຄວາມຮັບຜິດຊອບທີ່ເຈົ້າຈະສາມາດແບກຮັບໄດ້. ເນື່ອງຈາກຂີດຄວາມສາມາດຂອງເຈົ້າບໍ່ພຽງພໍ, ຖ້າເຈົ້າມີການຮູ້ຈັກຕົນເອງ, ເຈົ້າກໍຄວນສະເໜີຕົວລາອອກດ້ວຍຕົນເອງ ແລະ ສະເໜີຊື່ຄົນທີ່ມີຂີດຄວາມສາມາດທີ່ດີ, ຜູ້ທີ່ຮັກຄວາມຈິງ ແລະ ຜູ້ທີ່ມີຄວາມຮັບຜິດຊອບຫຼາຍກວ່າເຈົ້າໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ນີ້ຈະເປັນສິ່ງທີ່ສົມເຫດສົມຜົນທີ່ຈະເຮັດ ແລະ ມີພຽງແຕ່ການເຮັດເຊັ່ນນີ້ເທົ່ານັ້ນ ເຈົ້າຈຶ່ງຈະເປັນຄົນທີ່ມີຄວາມເປັນມະນຸດ ແລະ ມີເຫດຜົນຢ່າງແທ້ຈິງ ແລະ ເປັນຄົນທີ່ເຂົ້າໃຈ ແລະ ປະຕິບັດຄວາມຈິງຢ່າງແທ້ຈິງ. ຖ້າເຈົ້າລາອອກຈາກຕຳແໜ່ງຂອງເຈົ້າ ຍ້ອນວ່າເຈົ້າບໍ່ສາມາດເຮັດວຽກງານຂອງຜູ້ນໍາໄດ້ ຈາກນັ້ນເຈົ້າກໍເລືອກໜ້າທີ່ທີ່ເໝາະສົມກັບເຈົ້າ ແລະ ຖວາຍຄວາມຊື່ສັດຂອງເຈົ້າເພື່ອໃຫ້ເຈົ້າຖືກຮັບຮອງຈາກພຣະເຈົ້າ, ເຈົ້າກໍຖືວ່າເປັນຄົນທີ່ສະຫຼາດເປັນພິເສດ. ເຈົ້າຄິດຢູ່ສະເໝີວ່າ “ເຖິງແມ່ນວ່າຂີດຄວາມສາມາດຂອງຂ້ອຍຈະຕໍ່າ, ແຕ່ຂ້ອຍມີຂີດຄວາມເປັນມະນຸດທີ່ດີ, ຂ້ອຍເຕັມໃຈທີ່ຈະທຸ່ມເທເພື່ອວຽກງານ, ອົດກັ້ນກັບການທົນທຸກ ແລະ ເສຍສະລະ, ຂ້ອຍມີຄວາມຕັ້ງໃຈ, ຂ້ອຍມີຄວາມອົດທົນຫຼາຍກວ່າພວກເຈົ້າທຸກຄົນໃນທຸກສິ່ງທີ່ຂ້ອຍເຮັດ ແລະ ຂ້ອຍກໍມີຄວາມໃຈກວ້າງ ແລະ ບໍ່ຢ້ານທີ່ຈະໄດ້ຮັບການລິຮານ ຫຼື ຖືກທົດສອບ. ເຖິງແມ່ນວ່າຂີດຄວາມສາມາດຂອງຂ້ອຍຈະຕໍ່າເລັກນ້ອຍ, ຂ້ອຍກໍຍັງສາມາດເປັນຜູ້ນໍາໄດ້”. ການມີຂີດຄວາມສາມາດຕໍ່າບໍ່ແມ່ນບັນຫາ. ນີ້ບໍ່ໄດ້ມີເຈດຕະນາທີ່ຈະເຮັດການປະນາມເຈົ້າ, ມັນເປັນພຽງການຈັດປະເພດເຈົ້າ ແລະ ເຮັດໃຫ້ເຈົ້າເຂົ້າໃຈຢ່າງຊັດເຈນວ່າເຈົ້າສາມາດເຮັດຫຍັງໄດ້ແທ້ ແລະ ໜ້າທີ່ປະເພດໃດທີ່ເໝາະສົມກັບເຈົ້າ. ແນວໃດກໍຕາມ, ປະເດັນໃນປັດຈຸບັນກໍຄື ຂີດຄວາມສາມາດຂອງເຈົ້າຕໍ່າ ແລະ ເຈົ້າບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້. ເຖິງແມ່ນວ່າເຈົ້າຈະໄດ້ຮັບການເລືອກຕັ້ງໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າກໍບໍ່ສາມາດເຮັດວຽກງານນີ້ໃຫ້ດີໄດ້ ແລະ ສິ່ງດຽວທີ່ເຈົ້າສາມາດເຮັດໄດ້ກໍຄືເຮັດໃຫ້ວຽກງານວຸ່ນວາຍ. ຖ້າເຈົ້າມີຄວາມເປັນມະນຸດທີ່ດີ, ຖ້າເຈົ້າມີຈິດສຳນຶກ ແລະ ເຫດຜົນ ແລະ ເຈົ້າເຕັມໃຈທີ່ຈະທຸ່ມເທເພື່ອວຽກງານ ແລະ ເສຍສະລະ, ກໍຈະມີວຽກງານທີ່ເໝາະສົມໃຫ້ເຈົ້າເຮັດ ແລະ ໜ້າທີ່ທີ່ເຈົ້າຄວນເຮັດ ແລະ ເຮືອນຂອງພຣະເຈົ້າຈະຈັດແຈງຢ່າງສົມເຫດສົມຜົນໃຫ້ແກ່ເຈົ້າ. ການທີ່ບໍ່ອະນຸຍາດໃຫ້ເຈົ້າເປັນຜູ້ນໍາແມ່ນໄດ້ອີງໃສ່ກົດລະບຽບ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າ. ແນວໃດກໍຕາມ, ເຮືອນຂອງພຣະເຈົ້າຈະບໍ່ປະຕິເສດສິດຂອງເຈົ້າໃນການປະຕິບັດໜ້າທີ່ ຫຼື ສິດຂອງເຈົ້າໃນການເຊື່ອ ແລະ ຕິດຕາມພຣະເຈົ້າຢ່າງເດັດຂາດ ພຽງຍ້ອນວ່າເຈົ້າມີຂີດຄວາມສາມາດຕໍ່າ. ສິ່ງນີ້ເປັນສິ່ງທີ່ເໝາະສົມແລ້ວບໍ? (ເໝາະສົມແລ້ວ). ມັນຈຳເປັນບໍທີ່ພວກເຮົາຕ້ອງໄດ້ໂອ້ລົມກ່ຽວກັບເລື່ອງນີ້ຢ່າງລະອຽດຫຼາຍຂຶ້ນອີກ? ບາງຄົນທີ່ມີຂີດຄວາມສາມາດຕໍ່າໄດ້ຍິນສິ່ງນີ້ ແລະ ໄຕ່ຕອງວ່າ “ຢ່າໂອ້ລົມກ່ຽວກັບເລື່ອງນີ້ອີກເລີຍ. ຂ້ອຍຮູ້ສຶກອັບອາຍເກີນກວ່າທີ່ຈະປະເຊີນໜ້າກັບໃຜໄດ້. ຂ້ອຍຮູ້ວ່າຂ້ອຍມີຂີດຄວາມສາມາດຕໍ່າ ແລະ ຂ້ອຍຈະບໍ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກຂອງຄຣິສຕະຈັກອີກຕໍ່ໄປ. ຂ້ອຍຈະເປັນພຽງຫົວໜ້າທີມ ຫຼື ຜູ້ກຳກັບດູແລ ຫຼື ບໍ່ກໍໃຫ້ຂ້ອຍເຮັດວຽກຈິປາຖະ, ແຕ່ງກິນ ຫຼື ອະນາໄມ. ເຮັດຫຍັງກໍໄດ້. ຂ້ອຍຈະແບກຮັບຄວາມທຸກຍາກລຳບາກໃນຕຳແໜ່ງຂອງຂ້ອຍໂດຍບໍ່ຈົ່ມວ່າ, ຍອມອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ການຈັດວາງຂອງພຣະເຈົ້າ. ການທີ່ຂ້ອຍມີຂີດຄວາມສາມາດຕໍ່ານັ້ນເປັນເພາະພຣະຄຸນຂອງພຣະເຈົ້າ ແລະ ເຈດຕະນາດີຂອງພຣະເຈົ້າກໍຢູ່ໃນນັ້ນ. ທຸກສິ່ງທີ່ພຣະເຈົ້າເຮັດນັ້ນຖືກຕ້ອງແລ້ວ”. ຖ້າເຈົ້າສາມາດເບິ່ງສິ່ງຕ່າງໆໃນລັກສະນະນີ້ໄດ້, ນັ້ນກໍເປັນເລື່ອງທີ່ດີແລ້ວ ແລະ ມັນໝາຍຄວາມວ່າເຈົ້າມີການຮູ້ຈັກຕົນເອງ. ເຮົາຈະບໍ່ໂອ້ລົມກ່ຽວກັບເລື່ອງນີ້ຍືດຍາວ. ສະຫຼຸບແລ້ວ, ໃນດ້ານຂອງຄົນທີ່ມີຂີດຄວາມສາມາດຕໍ່າເຫຼົ່ານີ້, ພວກເຮົາພຽງແຕ່ໄຈ້ແຍກບັນຫາ ແລະ ເປີດໂປງຄວາມຈິງຂອງຂໍ້ເທັດຈິງ ເພື່ອໃຫ້ຜູ້ຄົນຈໍານວນຫຼາຍຂຶ້ນມີທັດສະນະຄະຕິ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບຄົນເຫຼົ່ານີ້ ແລະ ເພື່ອໃຫ້ຄົນເຫຼົ່ານີ້ມີທັດສະນະຄະຕິ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບປະເດັນຂີດຄວາມສາມາດທີ່ຕໍ່າຂອງຕົນເອງ ຈາກນັ້ນກໍສາມາດກຳນົດຕຳແໜ່ງຂອງຕົນເອງໄດ້ຢ່າງຖືກຕ້ອງ, ຊອກຫາຕຳແໜ່ງ ແລະ ໜ້າທີ່ທີ່ເໝາະສົມກັບພວກເຂົາ, ຊ່ວຍເຮັດໃຫ້ຄວາມພາກພຽນໃນການເສຍສະລະ ແລະ ຄວາມຕັ້ງໃຈຂອງພວກເຂົາໃນອົດກັ້ນກັບການທົນທຸກ ຖືກນໍາໃຊ້ຢ່າງສົມເຫດສົມຜົນ ແລະ ເກີດປະໂຫຍດ. ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ການທີ່ເຈົ້າເຂົ້າໃຈຄວາມຈິງ ແລະ ປະຕິບັດຄວາມຈິງ, ທັງບໍ່ສົ່ງຜົນກະທົບຕໍ່ພາບພົດຂອງເຈົ້າໃນເຮືອນຂອງພຣະເຈົ້າ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?