ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (5) ສ່ວນທີ ຫ້າ

ຜູ້ນໍາປອມສ່ວນໃຫຍ່ມີຂີດຄວາມສາມາດຕ່ຳ. ເຖິງແມ່ນວ່າພວກເຂົາເບິ່ງຄືວ່າປາກເວົ້າເກັ່ງ, ແຕ່ພວກເຂົາບໍ່ມີຄວາມສາມາດເລີຍທີ່ຈະຢັ່ງຮູ້ຄວາມຈິງ, ຈົນເຖິງຂັ້ນທີ່ວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາຕາບອດ ແລະ ໃຈບອດ, ພວກເຂົາບໍ່ສາມາດເບິ່ງທະລຸບັນຫາໃດໆ ແລະ ບໍ່ເຂົ້າໃຈຄວາມຈິງເລີຍ, ເຊິ່ງນີ້ເອງກໍເປັນບັນຫາທີ່ຮ້າຍແຮງເຖິງຕາຍ. ພວກເຂົາຍັງມີອີກບັນຫາໜຶ່ງທີ່ຮ້າຍແຮງກວ່ານັ້ນ, ນັ້ນກໍຄື ເມື່ອພວກເຂົາເຂົ້າໃຈ ແລະ ຊຳນານຄຳເວົ້າ ແລະ ຫຼັກຄຳສອນເລັກນ້ອຍ ແລະ ສາມາດຮ້ອງຄຳຂວັນສອງສາມຢ່າງ, ພວກເຂົາກໍຄິດວ່າພວກເຂົາມີຄວາມເປັນຈິງຄວາມຈິງ. ສະນັ້ນ ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງ ແລະ ບໍ່ວ່າພວກເຂົາຈະເລືອກໃຊ້ໃຜກໍຕາມ, ພວກເຂົາກໍບໍ່ສະແຫວງຫາຫຼັກການຄວາມຈິງ ແລະ ພວກເຂົາບໍ່ໂອ້ລົມກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຍຶດໝັ້ນໃນການຈັດແຈງວຽກງານ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າ. ພວກເຂົາມີຄວາມໝັ້ນໃຈຫຼາຍ, ພວກເຂົາເຊື່ອຢູ່ສະເໝີວ່າຄວາມຄິດຂອງພວກເຂົາຖືກຕ້ອງ ແລະ ເຮັດຫຍັງກໍຕາມທີ່ພວກເຂົາປາຖະໜາ. ຜົນກໍຄື ເມື່ອພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກບາງຢ່າງ ຫຼື ສະຖານະການພິເສດ, ພວກເຂົາກໍບໍ່ຮູ້ຈະເຮັດແນວໃດ. ຍິ່ງໄປກວ່ານັ້ນ, ພວກເຂົາມັກຈະເຊື່ອຢ່າງຜິດໆວ່າ ໃນເມື່ອພວກເຂົາເຮັດວຽກມາຫຼາຍປີໃນເຮືອນຂອງພຣະເຈົ້າ ແລະ ມີປະສົບການພຽງພໍໃນການຮັບໃຊ້ໃນຖານະຜູ້ນໍາຢູ່ທີ່ນັ້ນ, ພວກເຂົາກໍຮູ້ວິທີເຮັດໃຫ້ວຽກງານຂອງຄຣິສຕະຈັກດຳເນີນໄປ ແລະ ພັດທະນາ. ພວກເຂົາເບິ່ງຄືວ່າໄດ້ເຂົ້າໃຈສິ່ງເຫຼົ່ານີ້, ແຕ່ແທ້ຈິງແລ້ວ ພວກເຂົາບໍ່ຮູ້ເລີຍວ່າຈະເຮັດວຽກງານແນວໃດ. ພວກເຂົາເຮັດວຽກງານຂອງຄຣິສຕະຈັກໃນແບບໃດກໍຕາມທີ່ພວກເຂົາພໍໃຈ, ໂດຍປະຕິບັດຕາມຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາເອງ, ປະສົບການ ແລະ ຮູບແບບເດີມໆຂອງພວກເຂົາ ແລະ ກົດລະບຽບຂອງພວກເຂົາ. ສິ່ງນີ້ເຮັດໃຫ້ວຽກງານຕ່າງໆຂອງຄຣິສຕະຈັກຫຍຸ້ງເຫຍີງ ແລະ ສັບສົນວຸ່ນວາຍໄປໝົດ ແລະ ຂັດຂວາງບໍ່ໃຫ້ວຽກງານເຫຼົ່ານັ້ນເກີດຜົນທີ່ແທ້ຈິງໃດໆ. ຖ້າມີຄົນສອງສາມຄົນໃນທີມທີ່ເຂົ້າໃຈຄວາມຈິງ ແລະ ສາມາດເຮັດວຽກງານຕົວຈິງໄດ້ເລັກນ້ອຍ, ພວກເຂົາກໍຈະສາມາດຮັກສາຄວາມເປັນປົກກະຕິໃນວຽກງານຂອງທີມນັ້ນໄວ້ໄດ້. ແຕ່ເຖິງຢ່າງນັ້ນ, ສິ່ງນີ້ກໍບໍ່ມີຫຍັງກ່ຽວຂ້ອງກັບຜູ້ນໍາປອມຂອງພວກເຂົາເລີຍ. ເຫດຜົນທີ່ວຽກງານສາມາດສຳເລັດໄປໄດ້ດ້ວຍດີກໍຍ້ອນວ່າມີຄົນດີສອງສາມຄົນໃນທີມທີ່ສາມາດເຮັດວຽກງານຕົວຈິງໄດ້ເລັກນ້ອຍ ແລະ ຮັກສາໃຫ້ວຽກງານດຳເນີນໄປຕາມເສັ້ນທາງ; ມັນບໍ່ໄດ້ໝາຍຄວາມວ່າຜູ້ນໍາປອມຂອງພວກເຂົາໄດ້ເຮັດວຽກງານຕົວຈິງ. ບໍ່ມີວຽກງານໃດສາມາດສຳເລັດໄດ້ຫາກບໍ່ມີຄົນດີສອງສາມຄົນແບບນີ້ມາຮັບຜິດຊອບ. ຜູ້ນໍາປອມພຽງແຕ່ບໍ່ສາມາດເຮັດວຽກຂອງຕົນໄດ້ ແລະ ພວກເຂົາບໍ່ມີບົດບາດຫຍັງເລີຍ. ເປັນຫຍັງຜູ້ນໍາປອມຈຶ່ງເຮັດໃຫ້ວຽກງານຂອງຄຣິສຕະຈັກຫຍຸ້ງເຫຍີງ? ເຫດຜົນທໍາອິດກໍຄື ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ, ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາ ແລະ ພວກເຂົາບໍ່ສະແຫວງຫາວິທີແກ້ໄຂບັນຫາ, ສົ່ງຜົນໃຫ້ບັນຫາສະສົມຄົງຄ້າງ ແລະ ເຮັດໃຫ້ວຽກງານຂອງຄຣິສຕະຈັກຢຸດສະງັກ. ເຫດຜົນທີສອງກໍຄື ຜູ້ນໍາປອມຕາບອດ ແລະ ພວກເຂົາບໍ່ສາມາດລະບຸບຸກຄົນທີ່ມີຄວາມສາມາດພິເສດໄດ້. ພວກເຂົາບໍ່ສາມາດປັບປ່ຽນບຸກຄະລາກອນທີ່ເປັນຜູ້ກຳກັບດູແລທີມໄດ້ຢ່າງເໝາະສົມ, ເຊິ່ງສົ່ງຜົນໃຫ້ວຽກງານບາງຢ່າງບໍ່ມີໃຜທີ່ເໝາະສົມມາຮັບຜິດຊອບ, ເຮັດໃຫ້ວຽກງານນັ້ນຢຸດສະງັກ. ເຫດຜົນທີສາມກໍຄື ຜູ້ນໍາປອມເຮັດຕົວຄືກັບເຈົ້າໜ້າທີ່ຫຼາຍເກີນໄປ. ພວກເຂົາບໍ່ກຳກັບດູແລ ຫຼື ຊີ້ນໍາວຽກງານ ແລະ ບ່ອນທີ່ມີຈຸດອ່ອນໃນວຽກງານ, ພວກເຂົາກໍບໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ຫຼື ໃຫ້ການຊີ້ແນະໃນລາຍລະອຽດຂອງວຽກງານ. ຍົກຕົວຢ່າງ: ໃນວຽກງານໃດໜຶ່ງ, ສົມມຸດວ່າມີຫຼາຍຄົນທີ່ປະຕິບັດວຽກງານເປັນຜູ້ເຊື່ອໃໝ່ທີ່ບໍ່ມີພື້ນຖານຫຼາຍປານໃດ, ພວກເຂົາບໍ່ເຂົ້າໃຈຄວາມຈິງ, ບໍ່ຄຸ້ນເຄີຍກັບຂົງເຂດວຽກງານ ແລະ ຍັງບໍ່ກຳແໜ້ນຫຼັກການຂອງວຽກງານຢ່າງຖີ່ຖ້ວນ. ຜູ້ນໍາປອມ ເນື່ອງຈາກຕາບອດ, ຈຶ່ງບໍ່ສາມາດເຫັນບັນຫາເຫຼົ່ານີ້. ພວກເຂົາເຊື່ອວ່າຕາບໃດທີ່ມີຄົນເຮັດວຽກນັ້ນກໍຖືວ່າດີແລ້ວ; ມັນບໍ່ສຳຄັນວ່າວຽກນັ້ນຈະເຮັດໄດ້ດີ ຫຼື ບໍ່ດີ. ພວກເຂົາບໍ່ຮູ້ວ່າບ່ອນໃດກໍຕາມທີ່ມີຈຸດອ່ອນໃນວຽກງານຂອງຄຣິສຕະຈັກ, ພວກເຂົາຄວນຕິດຕາມ, ກວດສອບ ແລະ ໃຫ້ການຊີ້ນຳ, ພວກເຂົາຄວນເຂົ້າຮ່ວມໃນການແກ້ໄຂບັນຫາດ້ວຍຕົນເອງ ແລະ ສະໜັບສະໜູນຜູ້ທີ່ປະຕິບັດໜ້າທີ່ຂອງຕົນ ຈົນກວ່າພວກເຂົາຈະເຂົ້າໃຈຄວາມຈິງ, ສາມາດກະທຳຕາມຫຼັກການ ແລະ ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ມີພຽງແຕ່ຈຸດນີ້ເທົ່ານັ້ນ ທີ່ພວກເຂົາບໍ່ຈຳເປັນຕ້ອງກັງວົນຫຼາຍ. ຜູ້ນໍາປອມບໍ່ເຮັດວຽກໃນຮູບແບບນີ້. ເມື່ອພວກເຂົາເຫັນວ່າມີຄົນເຮັດວຽກຢູ່, ພວກເຂົາກໍບໍ່ສົນໃຈມັນອີກເລີຍ. ພວກເຂົາບໍ່ສອບຖາມ, ບໍ່ວ່າວຽກງານຈະດຳເນີນໄປແນວໃດກໍຕາມ. ບ່ອນໃດທີ່ມີຈຸດອ່ອນໃນວຽກງານ ຫຼື ຜູ້ກຳກັບດູແລທີ່ມີຂີດຄວາມສາມາດຕ່ຳ, ພວກເຂົາກໍບໍ່ໃຫ້ການຊີ້ແນະວຽກງານດ້ວຍຕົນເອງ ແລະ ພວກເຂົາບໍ່ເຂົ້າຮ່ວມໃນວຽກງານດ້ວຍຕົນເອງ ແລະ ເມື່ອຜູ້ກຳກັບດູແລສາມາດແບກຮັບວຽກງານໄດ້, ຜູ້ນໍາປອມກໍຍິ່ງບໍ່ກວດສອບສິ່ງຕ່າງໆ ຫຼື ໃຫ້ການຊີ້ນຳດ້ວຍຕົນເອງເລີຍ; ພວກເຂົາພຽງແຕ່ເຮັດຕົວສະບາຍ ແລະ ເຖິງແມ່ນວ່າມີຄົນລາຍງານບັນຫາ, ພວກເຂົາກໍບໍ່ຖາມກ່ຽວກັບມັນ, ພວກເຂົາຄິດວ່າບໍ່ມີຄວາມຈຳເປັນ. ຜູ້ນໍາປອມບໍ່ເຮັດວຽກງານສະເພາະເຈາະຈົງເຫຼົ່ານີ້ເລີຍ. ໂດຍສະຫຼຸບແລ້ວ, ຜູ້ນໍາປອມຄືຄົນເສື່ອມຊາມທີ່ບໍ່ເຮັດວຽກງານຕົວຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາເຊື່ອວ່າສຳລັບວຽກງານໃດກໍຕາມ, ຕາບໃດທີ່ມີຄົນຮັບຜິດຊອບ ແລະ ທຸກຄົນປະຈຳຕຳແໜ່ງຂອງຕົນ, ທຸກຢ່າງກໍຈົບລົງແລ້ວ. ພວກເຂົາຄິດວ່າສິ່ງທີ່ພວກເຂົາຕ້ອງເຮັດກໍຄື ການຈັດການເຕົ້າໂຮມເປັນບາງຄັ້ງບາງຄາວ ແລະ ສອບຖາມຖ້າມີບັນຫາເກີດຂຶ້ນ. ໃນຂະນະທີ່ເຮັດວຽກໃນຮູບແບບນີ້, ຜູ້ນໍາປອມຍັງເຊື່ອວ່າພວກເຂົາກຳລັງເຮັດວຽກໄດ້ດີ ແລະ ຂ້ອນຂ້າງພໍໃຈກັບຕົນເອງ. ພວກເຂົາຄິດວ່າ: “ບໍ່ມີບັນຫາກັບວຽກງານໃດໆເລີຍ. ບຸກຄະລາກອນລ້ວນແລ້ວແຕ່ຖືກຈັດແຈງຢ່າງຄົບຖ້ວນ ແລະ ຜູ້ກຳກັບດູແລກໍປະຈຳການຢູ່. ຂ້າພະເຈົ້າເກັ່ງໃນວຽກງານນີ້ຫຼາຍ, ມີຄວາມສາມາດພິເສດຫຼາຍ!” ນີ້ບໍ່ແມ່ນຄວາມໜ້າດ້ານບໍ? ພວກເຂົາຊ່າງຕາບອດ ແລະ ໃຈບອດຫຼາຍ ຈົນພວກເຂົາບໍ່ສາມາດເຫັນວຽກງານໃດໆທີ່ຈະຕ້ອງເຮັດ ແລະ ບໍ່ສາມາດຄົ້ນພົບບັນຫາໃດໆ. ໃນບາງບ່ອນ, ວຽກງານໄດ້ຢຸດສະງັກລົງ, ແຕ່ພວກເຂົາກໍຍັງຢູ່ບ່ອນນັ້ນ, ສຳລານໃຈ ໂດຍຄິດວ່າ: “ອ້າຍເອື້ອຍນ້ອງທັງຫຼາຍລ້ວນແລ້ວແຕ່ເປັນຄົນໜຸ່ມ, ພວກເຂົາລ້ວນແລ້ວແຕ່ເປັນເລືອດໃໝ່. ພວກເຂົາຈັດການກັບໜ້າທີ່ຂອງພວກເຂົາຢ່າງຫ້າວຫັນຄືກັບໄຟ; ພວກເຂົາສາມາດເຮັດວຽກໄດ້ດີຢ່າງແນ່ນອນ”. ໃນຄວາມເປັນຈິງແລ້ວ, ຄົນໜຸ່ມສາວເຫຼົ່ານີ້ເປັນມືໃໝ່, ໂດຍບໍ່ມີຄວາມເຂົ້າໃຈທັກສະວິຊາຊີບໃດໆ. ພວກເຂົາຕ້ອງຮຽນຮູ້ໃນຂະນະທີ່ເຮັດວຽກ. ເວົ້າໄດ້ເລີຍວ່າພວກເຂົາຍັງບໍ່ຮູ້ວິທີເຮັດວຽກງານໃດໆ: ບາງຄົນອາດຈະເຂົ້າໃຈເລັກນ້ອຍ, ແຕ່ພວກເຂົາບໍ່ແມ່ນຜູ້ຊ່ຽວຊານ ແລະ ພວກເຂົາບໍ່ກຳແໜ້ນຫຼັກການ ແລະ ເມື່ອພວກເຂົາເຮັດວຽກງານແລ້ວ, ມັນຮຽກຮ້ອງໃຫ້ມີການແກ້ໄຂຊໍ້າແລ້ວຊໍ້າອີກ ຫຼື ແມ່ນແຕ່ການເຮັດຄືນໃໝ່ເລື້ອຍໆ. ຍັງມີຄົນໜຸ່ມສາວບາງຄົນທີ່ບໍ່ໄດ້ຮັບການຝຶກຝົນ ແລະ ຍັງບໍ່ປະສົບກັບການຖືກລິຮານ. ພວກເຂົາເປັນຄົນຕໍ່າຊ້າ ແລະ ຂີ້ຄ້ານຫຼາຍ ແລະ ໂລບຄວາມສະບາຍ; ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ເມື່ອພວກເຂົາທົນທຸກເລັກນ້ອຍ, ພວກເຂົາກໍຈົ່ມວ່າບໍ່ຢຸດ. ສ່ວນຫຼາຍພວກເຂົາເປັນຄົນເສື່ອມຊາມທີ່ເຮັດພໍແລ້ວມືແລ້ວຕີນ ທີ່ໂລບຄວາມສະບາຍ. ກັບຄົນໜຸ່ມສາວປະເພດເຫຼົ່ານີ້ ເຈົ້າຕ້ອງໂອ້ລົມກັບພວກເຂົາເລື້ອຍໆກ່ຽວກັບຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຕ້ອງລິຮານພວກເຂົາ. ຄົນໜຸ່ມສາວເຫຼົ່ານີ້ຕ້ອງມີຄົນຄຸມ ແລະ ເບິ່ງແຍງພວກເຂົາ. ຕ້ອງມີຜູ້ນໍາ ຫຼື ຜູ້ເຮັດວຽກຢູ່ບ່ອນນັ້ນເພື່ອຮັບຜິດຊອບວຽກງານຂອງພວກເຂົາດ້ວຍຕົນເອງ ແລະ ໃຫ້ການກຳກັບດູແລ ແລະ ການຊີ້ນໍາດ້ວຍຕົນເອງ. ມີພຽງແຕ່ຕອນນັ້ນເທົ່ານັ້ນ ທີ່ວຽກງານຂອງພວກເຂົາຈຶ່ງຈະເກີດຜົນເລັກນ້ອຍ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກອອກຈາກບ່ອນເຮັດວຽກ ແລະ ບໍ່ໃສ່ໃຈວຽກງານ ຫຼື ຖາມກ່ຽວກັບມັນ, ຄົນເຫຼົ່ານີ້ກໍຈະກາຍເປັນຄືກັບເມັດຊາຍທີ່ກະຈັດກະຈາຍ ແລະ ການປະຕິບັດໜ້າທີ່ຂອງພວກເຂົາກໍຈະບໍ່ເກີດຜົນຫຍັງເລີຍ. ແຕ່ຜູ້ນໍາປອມບໍ່ມີການຢັ່ງຮູ້ເລື່ອງນີ້. ພວກເຂົາເຫັນທຸກຄົນເປັນອ້າຍເອື້ອຍນ້ອງ, ເປັນຄົນທີ່ເຊື່ອຟັງ ແລະ ອ່ອນນ້ອມ ແລະ ດັ່ງນັ້ນ ພວກເຂົາຈຶ່ງມີຄວາມໝັ້ນໃຈໃນຄົນເຫຼົ່ານັ້ນຫຼາຍ ແລະ ມອບໝາຍວຽກງານໃຫ້ພວກເຂົາ ແລ້ວກໍບໍ່ສົນໃຈພວກເຂົາອີກເລີຍ, ນີ້ຄືຫຼັກຖານທີ່ດີທີ່ສຸດຂອງການຕາບອດ ແລະ ໃຈບອດຂອງຜູ້ນໍາປອມ. ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງເລີຍ, ບໍ່ສາມາດເຫັນສິ່ງຕ່າງໆຢ່າງຊັດເຈນ ແລະ ບໍ່ສາມາດພົບເຫັນບັນຫາໃດໆ, ແຕ່ກັບຄິດວ່າພວກເຂົາກຳລັງເຮັດໄດ້ດີ. ພວກເຂົາໃຊ້ເວລາໃນແຕ່ລະມື້ຄິດກ່ຽວກັບຫຍັງ? ພວກເຂົາຄິດກ່ຽວກັບວິທີທີ່ຈະເຮັດຕົວຄືກັບເຈົ້າໜ້າທີ່ ແລະ ເພີດເພີນກັບຜົນປະໂຫຍດຂອງສະຖານະ. ຜູ້ນໍາປອມ ກໍຄືກັນກັບຄົນທີ່ບໍ່ມີຫົວໃຈ ບໍ່ໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ເຮັດວຽກງານຕົວຈິງ, ແຕ່ພວກເຂົາກັບລໍຖ້າໃຫ້ເຮືອນຂອງພຣະເຈົ້າຍ້ອງຍໍ ແລະ ສົ່ງເສີມພວກເຂົາ. ພວກເຂົາຊ່າງບໍ່ຮູ້ຈັກອາຍແທ້ໆ!

ຜູ້ນໍາປອມລ້ວນແຕ່ບໍ່ໄດ້ເລື່ອງໃນການເຮັດວຽກງານຂອງຕົນ ແລະ ບໍ່ມີຫຍັງທີ່ໜ້າຊົມເຊີຍກ່ຽວກັບພວກເຂົາເລີຍ. ໂດຍພາບລວມແລ້ວ ພວກເຂົາກໍບໍ່ສາມາດກຳແໜ້ນຫຼັກການໄດ້, ແຮງໄກທີ່ພວກເຂົາຈະສາມາດກຳແໜ້ນຫຼັກການທີ່ກ່ຽວຂ້ອງກັບວຽກງານລະອຽດທີ່ສະເພາະເຈາະຈົງໄດ້. ຕົວຢ່າງ: ບາງຄົນມີຄວາມສາມາດດ້ານວິຊາຊີບທີ່ເກັ່ງ ແຕ່ມີຄວາມເປັນມະນຸດທີ່ຕ່ຳຊ້າຫຼາຍ, ໃນຂະນະທີ່ຄົນອື່ນບໍ່ມີບັນຫາຫຍັງກ່ຽວກັບຄວາມເປັນມະນຸດຂອງພວກເຂົາ ແຕ່ມີຂີດຄວາມສາມາດຕໍ່າ ແລະ ຄວາມສາມາດດ້ານວິຊາຊີບກໍຕໍ່າເຊັ່ນກັນ. ເມື່ອເວົ້າເຖິງວິທີທີ່ຄວນນໍາໃຊ້ ແລະ ຈັດສັນຄົນເຫຼົ່ານີ້ຢ່າງສົມເຫດສົມຜົນ, ຜູ້ນໍາປອມຍິ່ງບໍ່ຮູ້ກ່ຽວກັບເລື່ອງທີ່ສະເພາະເຈາະຈົງ ແລະ ລະອຽດເຫຼົ່ານີ້ເລີຍ. ດັ່ງນັ້ນ ເມື່ອໃດກໍຕາມທີ່ຖາມຜູ້ນໍາປອມວ່າ ພວກເຂົາພົບເຫັນຜູ້ໃດທີ່ມີຂີດຄວາມສາມາດຂ້ອນຂ້າງດີ ເຊິ່ງສາມາດນໍາມາບົ່ມເພາະໄດ້ ຫຼື ບໍ່, ພວກເຂົາກໍເວົ້າວ່າ ພວກເຂົາຍັງບໍ່ທັນພົບເຫັນຜູ້ໃດເທື່ອ. ຜູ້ນໍາປອມຕາບອດເຖິງຂະໜາດນັ້ນ ແລ້ວພວກເຂົາຈະພົບເຫັນຜູ້ໃດໄດ້ແນວໃດ? ຖ້າເຈົ້າຖາມພວກເຂົາວ່າ ເອື້ອຍນ້ອງຜູ້ນັ້ນເປັນແນວໃດ, ພວກເຂົາກໍຈະເວົ້າວ່າ ລາວໂລບຄວາມສຸກສະບາຍຂອງເນື້ອໜັງ; ຖາມພວກເຂົາວ່າ ອ້າຍນ້ອງຜູ້ນັ້ນເປັນແນວໃດ ແລະ ພວກເຂົາກໍຈະເວົ້າວ່າ ລາວມັກຄິດລົບ; ຖາມພວກເຂົາວ່າ ຄົນອື່ນເປັນແນວໃດ ແລະ ພວກເຂົາກໍຈະບອກເຈົ້າວ່າ ຄົນນັ້ນເຊື່ອໃນພຣະເຈົ້າໄດ້ບໍ່ດົນ ແລະ ຂາດພື້ນຖານ. ໃນສາຍຕາຂອງພວກເຂົາ, ບໍ່ມີໃຜໃຊ້ການໄດ້ເລີຍ. ພວກເຂົາເບິ່ງແຕ່ຂໍ້ຜິດພາດ, ຂໍ້ບົກຜ່ອງ ແລະ ການກະທຳຜິດຂອງຄົນອື່ນ; ພວກເຂົາບໍ່ສາມາດເບິ່ງວ່າ ຄົນນັ້ນສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການສົ່ງເສີມ ແລະ ການບົ່ມເພາະ ຫຼື ບໍ່, ຫຼື ວ່າພວກເຂົາເປັນຜູ້ສະໝັກທີ່ດີສຳລັບການສົ່ງເສີມ ແລະ ການບົ່ມເພາະ ຫຼື ບໍ່. ພວກເຂົາບໍ່ສາມາດບອກໄດ້ວ່າ ໃຜເໝາະສົມຢ່າງແທ້ຈິງສຳລັບການສົ່ງເສີມ ແລະ ການບົ່ມເພາະ, ແຕ່ພວກເຂົາສົ່ງເສີມຜູ້ທີ່ບໍ່ບັນລຸຂໍ້ກຳນົດ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າດ້ວຍຄວາມກະຕືລືລົ້ນ ແລະ ວ່ອງໄວຢ່າງຍິ່ງ. ພວກເຂົາສົ່ງເສີມບັນດາແມ່ຍິງທີ່ຮັ່ງມີ, ຜູ້ຊາຍທີ່ລ້ຳລວຍ ແລະ ລູກຫຼານຂອງຄອບຄົວທີ່ຮັ່ງມີໃນຄຣິສຕະຈັກ, ລວມທັງຜູ້ທີ່ເຄີຍເປັນເຈົ້າໜ້າທີ່ໃນໂລກ, ຜູ້ທີ່ປາກເວົ້າເກັ່ງ ແລະ ຜູ້ທີ່ຮູ້ຈັກວິທີໂກງ ແລະ ຕົ້ມຕຸນ, ຢ່າງໃດກໍຕາມ, ພວກເຂົາສົ່ງເສີມຜູ້ໃດກໍຕາມທີ່ມີຊື່ສຽງ ແລະ ມີໜ້າມີຕາໃນໂລກ ແລະ ຜູ້ໃດກໍຕາມທີ່ມັກເປັນຈຸດສົນໃຈ. ພວກເຂົາເຊື່ອວ່າ ຄົນເຫຼົ່ານີ້ເທົ່ານັ້ນທີ່ເປັນຄົນທີ່ມີຄວາມສາມາດພິເສດ ແລະ ພວກເຂົາບໍ່ເຫັນ ຫຼື ສົ່ງເສີມແມ່ນແຕ່ຄົນດຽວທີ່ມີຄວາມສາມາດໃນການຢັ່ງຮູ້ຢ່າງແທ້ຈິງ ແລະ ສາມາດຍອມຮັບຄວາມຈິງໄດ້. ມັນຈະຍາກສຳລັບຜູ້ນໍາປອມທີ່ຈະຈັດຫາຄົນທີ່ມີຄວາມສາມາດພິເສດທີ່ມີຄຸນສົມບັດຢ່າງແທ້ຈິງໃຫ້ແກ່ເຮືອນຂອງພຣະເຈົ້າ, ຍາກກວ່າການທີ່ພວກເຂົາຈະສົ່ງຕົນເອງຂຶ້ນໄປດວງເດືອນເສຍອີກ. ຕົວຢ່າງ: ສົມມຸດວ່າຕອນນີ້ ເຮືອນຂອງພຣະເຈົ້າຕ້ອງການບຸກຄົນທີ່ມີຄວາມສາມາດພິເສດສຳລັບວຽກງານຂໍ້ຄວາມ ມີບຸກຄົນປະເພດນີ້ຢູ່ໃນຄຣິສຕະຈັກທີ່ຜູ້ນໍາປອມຮັບຜິດຊອບຢູ່, ແຕ່ຜູ້ນໍາປອມຄົນນັ້ນກັບບໍ່ສະເໜີຊື່ຂອງຄົນນີ້. ເມື່ອຖາມຜູ້ນໍາປອມວ່າ ເປັນຫຍັງພວກເຂົາຈຶ່ງບໍ່ສົ່ງເສີມ ຫຼື ບົ່ມເພາະບຸກຄົນນັ້ນ, ພວກເຂົາກໍເວົ້າວ່າ: “ຄົນນັ້ນເຄີຍຜິດປະເວນີສອງຄັ້ງໃນຕອນທີ່ຮຽນມະຫາວິທະຍາໄລ, ແຕ່ລາວບໍ່ໄດ້ເຮັດແບບນັ້ນອີກຕັ້ງແຕ່ແຕ່ງງານ. ຂ້ານ້ອຍບໍ່ຮູ້ວ່າ ຄວນສົ່ງເສີມລາວ ຫຼື ບໍ່”. ນີ້ແມ່ນຄຳເວົ້າແບບໃດກັນ? ເຈົ້າສາມາດຮັບປະກັນໄດ້ບໍວ່າ ຄົນທີ່ມີເງິນ ແລະ ມີອໍານາດທີ່ເຈົ້າສົ່ງເສີມນັ້ນ ບໍ່ເຄີຍຜິດປະເວນີມາກ່ອນ? ຄົນເຫຼົ່ານັ້ນບໍ່ໄດ້ເຮັດສິ່ງນັ້ນຫຼາຍກວ່ານັ້ນບໍ? ເປັນຫຍັງເຈົ້າຈຶ່ງເບິ່ງບໍ່ເຫັນສິ່ງນັ້ນ? ຜູ້ນໍາປອມທຳທ່າວ່າເປັນຝ່າຍວິນຍານຫຼາຍ, ເຮັດຄືກັບວ່າພວກເຂົາຮູ້ຫຼັກການບາງຢ່າງ ແລະ ຊອກຫາຂໍ້ແກ້ຕົວເພື່ອຈະບໍ່ສົ່ງເສີມຜູ້ທີ່ຄວນໄດ້ຮັບການສົ່ງເສີມ ແລະ ການບົ່ມເພາະ. ໃນສາຍຕາຂອງພວກເຂົາ, ທຸກຄົນດ້ອຍກວ່າພວກເຂົາ. ໃນທີ່ສຸດ ຈະເກີດຫຍັງຂຶ້ນ? “ພວກຫົວກະທິ” ແລະ “ຄົນທີ່ມີຄວາມສາມາດພິເສດ” ທີ່ຜູ້ນໍາປອມສົ່ງເສີມນັ້ນ ຢືນຢັດຢູ່ໄດ້ບໍ? ພວກເຮົາບໍ່ໄດ້ເວົ້າວ່າ ຄົນເຫຼົ່ານີ້ບໍ່ແມ່ນຄົນດີຢ່າງແນ່ນອນ. ສິ່ງທີ່ພວກເຮົາກຳລັງເປີດໂປງເປັນຫຼັກກໍຄື ຫຼັກການຂອງຜູ້ນໍາປອມສຳລັບວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນແມ່ນການໃຊ້ຄວາມຄິດຫຼົງຜິດຂອງມະນຸດເປັນມາດຕະຖານໃນການວັດແທກ ແທນທີ່ຈະໃຊ້ຄວາມຈິງມາວັດແທກ ແລະ ຫຼັກການຂອງພວກເຂົາສຳລັບການສົ່ງເສີມ ແລະ ການບົ່ມເພາະຜູ້ຄົນແມ່ນການເຮັດຕາມຄວາມຄິດຫຼົງຜິດ, ຈິນຕະນາການ ແລະ ຄວາມມັກຂອງພວກເຂົາເອງ ແລະ ເຮັດຕາມມຸມມອງຂອງຜູ້ບໍ່ມີຄວາມເຊື່ອຢ່າງສິ້ນເຊີງ, ແທນທີ່ຈະໃຊ້ມາດຕະຖານທີ່ກຳນົດຂອງເຮືອນຂອງພຣະເຈົ້າເປັນມາດຕະຖານໃນການວັດແທກຂອງຕົນ. ເປັນຫຍັງຜູ້ນໍາປອມຈຶ່ງສາມາດເຮັດແບບນີ້ໄດ້? ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ຫຼື ເຈດຕະນາຂອງພຣະເຈົ້າ, ພວກເຂົາຈຶ່ງສາມາດສົ່ງເສີມຜູ້ທີ່ບໍ່ບັນລຸຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ເນັ້ນໃສ່ການບົ່ມເພາະພວກເຂົາ ແລະ ປ່ອຍໃຫ້ພວກເຂົາເຮັດວຽກງານສຳຄັນໃນເຮືອນຂອງພຣະເຈົ້າ. ນີ້ຄືວຽກງານທີ່ຜູ້ນໍາປອມເຮັດ. ຈົ່ງເບິ່ງຜູ້ນໍາປອມທີ່ຢູ່ອ້ອມຂ້າງພວກເຈົ້າ; ນີ້ບໍ່ແມ່ນວິທີທີ່ພວກເຂົາເຮັດວຽກ ແລະ ວິທີທີ່ພວກເຂົາປະຕິບັດຕໍ່ຜູ້ຄົນບໍ?

ມີມຸມມອງຢ່າງໜຶ່ງທີ່ມັກຈະຖືກເປີດເຜີຍໃນຕົວຜູ້ນໍາປອມ: ພວກເຂົາຄິດວ່າ ຜູ້ທີ່ມີຄວາມຮູ້, ຜູ້ທີ່ມີສະຖານະ ແລະ ຜູ້ທີ່ເຄີຍເປັນເຈົ້າໜ້າທີ່ໃນໂລກພາຍນອກ ລ້ວນແລ້ວແຕ່ແມ່ນຄົນທີ່ມີຄວາມສາມາດພິເສດ ແລະ ຄົນດັ່ງກ່າວຄວນຖືກບົ່ມເພາະ ແລະ ຖືກນໍາໃຊ້ໂດຍເຮືອນຂອງພຣະເຈົ້າ ຫຼັງຈາກທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ. ພວກເຂົາຍົກຍ້ອງ ແລະ ເທີດທູນຄົນເຫຼົ່ານັ້ນແທ້ໆ, ພວກເຂົາເຖິງກັບປະຕິບັດຕໍ່ຄົນເຫຼົ່ານັ້ນຄືກັບຍາດຕິພີ່ນ້ອງ ແລະ ສະມາຊິກໃນຄອບຄົວຂອງພວກເຂົາເອງ. ເມື່ອພວກເຂົາແນະນໍາຄົນເຫຼົ່ານີ້ໃຫ້ກັບຄົນອື່ນ, ພວກເຂົາມັກຈະເວົ້າກ່ຽວກັບວ່າ ໃນໂລກພາຍນອກນັ້ນ ພວກເຂົາເຄີຍເປັນຫົວໜ້າບໍລິສັດ ຫຼື ຜູ້ນໍາຂອງພະແນກການລັດຖະບານ ຫຼື ບັນນາທິການຂອງໜັງສືພິມ ຫຼື ຫົວໜ້າພະແນກປ້ອງກັນຄວາມສະຫງົບ ຫຼື ພວກເຂົາເວົ້າກ່ຽວກັບວ່າ ພວກເຂົາລວຍສໍ່າໃດ. ຜູ້ນໍາປອມໃຫ້ຄວາມສຳຄັນເປັນພິເສດຕໍ່ຄົນແບບນີ້. ພວກເຈົ້າວ່າແນວໃດ, ຜູ້ນໍາປອມມີຂີດຄວາມສາມາດບໍ? ມັນບໍ່ແມ່ນວ່າ ພວກເຂົາທຳທ່າວ່າເປັນຝ່າຍວິນຍານ ແລະ ບໍ່ສາມາດເບິ່ງທະລຸສິ່ງຕ່າງໆແມ່ນບໍ? ຜູ້ນໍາປອມຄິດວ່າ ຍ້ອນວ່າຄົນເຫຼົ່ານີ້ເປັນບຸກຄົນທີ່ມີຄວາມສາມາດພິເສດໃນສັງຄົມ, ເຮືອນຂອງພຣະເຈົ້າຈຶ່ງຄວນບົ່ມເພາະພວກເຂົາ ແລະ ມອບບົດບາດສຳຄັນໃຫ້ພວກເຂົາ ເມື່ອພວກເຂົາມາທີ່ນີ້. ມຸມມອງນີ້ຖືກຕ້ອງບໍ? ມັນສອດຄ່ອງກັບຫຼັກການຄວາມຈິງບໍ? ຖ້າຄົນເຫຼົ່ານີ້ບໍ່ມີຄວາມຮັກຕໍ່ຄວາມຈິງເລີຍ ແລະ ຂາດຈິດສໍານຶກ ແລະ ເຫດຜົນ, ພວກເຂົາຈະສາມາດໄດ້ຮັບການບົ່ມເພາະ ແລະ ມອບບົດບາດສຳຄັນໃຫ້ໂດຍເຮືອນຂອງພຣະເຈົ້າໄດ້ບໍ? ພວກເຂົາບໍ່ມີຄຸນສົມບັດທີ່ຈະໄດ້ຮັບການບົ່ມເພາະ. ຄວາມຈິງທີ່ວ່າ ພວກເຂົາເປັນບຸກຄົນທີ່ມີຄວາມສາມາດພິເສດໃນທ່າມກາງຜູ້ບໍ່ມີຄວາມເຊື່ອ ບໍ່ໄດ້ໝາຍຄວາມວ່າ ພວກເຂົາເປັນຄົນທີ່ມີຄວາມສາມາດພິເສດໃນເຮືອນຂອງພຣະເຈົ້າ, ແຕ່ຜູ້ນໍາປອມເຫຼົ່ານີ້ມັກການເປັນເຈົ້າໜ້າທີ່ ແລະ ພວກເຂົາເທີດທູນຄົນອື່ນທີ່ເຄີຍເປັນເຈົ້າໜ້າທີ່ເປັນພິເສດ. ເມື່ອໃດກໍຕາມທີ່ພວກເຂົາເຫັນຄົນທີ່ເຄີຍເປັນເຈົ້າໜ້າທີ່ ຫຼື ມີສະຖານະໃນໂລກພາຍນອກ, ພວກເຂົາກໍກົ້ມຫົວ ແລະ ປະຈົບປະແຈງ ແລະ ສະແດງທ່າທີພິນອບພິເທົາຕໍ່ຄົນເຫຼົ່ານັ້ນ, ຄືກັບຂ້າທາດທີ່ຢູ່ຕໍ່ໜ້ານາຍຂອງຕົນ; ພວກເຂົາຢາກເອີ້ນຄົນເຫຼົ່ານັ້ນວ່າ ແມ່ ຫຼື ພໍ່ ຫຼື ເອື້ອຍ ຫຼື ອ້າຍຢ່າງແຮງ ແລະ ພວກເຂົາຍັງປາຖະໜາທີ່ຈະໃຫ້ຄົນເຫຼົ່ານີ້ໄດ້ຮັບການສົ່ງເສີມໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກ. ບອກເຮົາມາເບິ່ງ, ຄົນເຫຼົ່ານີ້ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງບໍ? ການທີ່ພວກເຂົາມີສະຖານະເລັກນ້ອຍ ແລະ ມີຊື່ສຽງໃນໂລກພາຍນອກ ໝາຍຄວາມວ່າພວກເຂົາເໝາະສົມທີ່ຈະຮັບໃຊ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າບໍ? ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ເຕັມໄປດ້ວຍອຸປະນິໄສທີ່ອວດດີ ແລະ ທະນົງໂຕ, ພວກເຂົາສົມຄວນທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າບໍ? ມັນສອດຄ່ອງກັບຫຼັກການບໍ ໃນການສົ່ງເສີມຜູ້ຄົນໂດຍເນັ້ນໃສ່ພຽງແຕ່ສະຖານະ ແລະ ຊື່ສຽງຂອງພວກເຂົາ ແລະ ເມີນເສີຍຕໍ່ລັກສະນະຂອງພວກເຂົາ? ຜູ້ນໍາປອມຮູ້ບໍວ່າພຣະເຈົ້າມັກຄົນປະເພດໃດ, ຄົນປະເພດໃດທີ່ພຣະອົງສົ່ງເສີມ ແລະ ນໍາໃຊ້? ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໄດ້ເນັ້ນຢໍ້າເທື່ອແລ້ວເທື່ອອີກວ່າ ຜູ້ຄົນຕ້ອງໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະຕາມສາມມາດຕະຖານຄື: ຂໍ້ທີໜຶ່ງ, ພວກເຂົາຕ້ອງມີຄວາມເປັນມະນຸດ, ຈິດສໍານຶກ ແລະ ເຫດຜົນ; ຂໍ້ທີສອງ, ພວກເຂົາຕ້ອງເປັນຄົນທີ່ຮັກຄວາມຈິງ ແລະ ສາມາດຍອມຮັບຄວາມຈິງໄດ້ ແລະ ຂໍ້ທີສາມ, ພວກເຂົາຕ້ອງມີຂີດຄວາມສາມາດໃນລະດັບໃດໜຶ່ງ ແລະ ມີຄວາມສາມາດໃນການເຮັດວຽກ. ມີພຽງແຕ່ຜູ້ທີ່ບັນລຸສາມມາດຕະຖານນີ້ເທົ່ານັ້ນຈຶ່ງສາມາດໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະ ແລະ ມີຄຸນສົມບັດທີ່ຈະເປັນຜູ້ສະໝັກ ແລະ ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ການມີພຽງແຕ່ຂີດຄວາມສາມາດ ແລະ ຄວາມສາມາດພິເສດນັ້ນໃຊ້ບໍ່ໄດ້ເລີຍ. ລັກສະນະຕ້ອງມາກ່ອນ ແລະ ອັນດັບສອງ, ມັນຈຳເປັນທີ່ຈະຕ້ອງສາມາດຍອມຮັບຄວາມຈິງໄດ້, ສອງຢ່າງນີ້ແມ່ນມາດຕະຖານທີ່ສຳຄັນທີ່ສຸດ. ຖ້າຄົນຊົ່ວຮ້າຍທີ່ບໍ່ມີຄວາມຮັກຕໍ່ຄວາມຈິງຖືກສົ່ງເສີມ, ຜົນສະທ້ອນກໍຈະເປັນຫາຍະນະ, ສະນັ້ນ ຜູ້ທີ່ຂາດຄວາມເປັນມະນຸດແມ່ນບໍ່ໄດ້ຮັບອະນຸຍາດໃຫ້ຖືກສົ່ງເສີມຢ່າງເດັດຂາດ. ແຕ່ຜູ້ນໍາປອມເມີນເສີຍຕໍ່ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ເມື່ອຄັດເລືອກ ແລະ ນໍາໃຊ້ຜູ້ຄົນ, ພວກເຂົາເນັ້ນໃສ່ສະເໝີວ່າ ຄົນນັ້ນມີສະຖານະໃນສັງຄົມ ຫຼື ບໍ່, ພູມຫຼັງ ແລະ ຖານະຂອງພວກເຂົາແມ່ນຫຍັງ, ພວກເຂົາໄດ້ຮັບການສຶກສາລະດັບສູງ ຫຼື ບໍ່ ແລະ ຊື່ສຽງຂອງພວກເຂົາໃນສັງຄົມສູງສົ່ງສໍ່າໃດ, ສິ່ງເຫຼົ່ານີ້ແມ່ນດ້ານທີ່ພວກເຂົາເນັ້ນໃສ່ ເມື່ອສົ່ງເສີມ ແລະ ບົ່ມເພາະຜູ້ຄົນ. ສິ່ງນີ້ສອດຄ່ອງກັບຫຼັກການທີ່ລະບຸໄວ້ໂດຍເຮືອນຂອງພຣະເຈົ້າບໍ? ສິ່ງນີ້ສອດຄ່ອງກັບຄວາມຈິງແຫ່ງພຣະທຳຂອງພຣະເຈົ້າບໍ? ຄົນທີ່ມີສະຖານະໃນສັງຄົມເຫຼົ່ານັ້ນແມ່ນໃຜ? ສາມາດເວົ້າໄດ້ວ່າ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຕໍ່ສູ້ເພື່ອອໍານາດ ແລະ ສະຖານະໂດຍບໍ່ເລືອກວິທີການ ແລະ ພວກເຂົາເປັນຂອງຊາຕານ. ຖ້າພວກເຂົາກຳອຳນາດໃນເຮືອນຂອງພຣະເຈົ້າ, ເຮືອນຂອງພຣະເຈົ້າຍັງຈະເປັນຄຣິສຕະຈັກຂອງພຣະເຈົ້າຢູ່ບໍ? ເປົ້າໝາຍຂອງຜູ້ນໍາປອມໃນການສົ່ງເສີມຄົນທີ່ເປັນຂອງຊາຕານໃຫ້ກາຍເປັນຜູ້ນໍາແມ່ນຫຍັງ? ການກະທຳດັ່ງກ່າວສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການບົ່ມເພາະ ແລະ ການນໍາໃຊ້ຜູ້ຄົນບໍ? ມັນບໍ່ແມ່ນການລົບກວນ ແລະ ການທຳລາຍວຽກງານຂອງຄຣິສຕະຈັກຢ່າງໂຈ້ງແຈ້ງບໍ? ການສົ່ງເສີມ ແລະ ການບົ່ມເພາະຜູ້ຄົນຢ່າງບໍ່ມີຫຼັກການຂອງຜູ້ນໍາປອມ ແມ່ນສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນທີ່ຍິ່ງໃຫຍ່ທີ່ສຸດຕໍ່ວຽກງານຂອງຄຣິສຕະຈັກ ແລະ ເປັນວິທີການຕໍ່ຕ້ານພຣະເຈົ້າ.

ຜູ້ນໍາປອມມີຂີດຄວາມສາມາດຕໍ່າຫຼາຍ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ບໍ່ວ່າພວກເຂົາຈະຟັງຄຳເທດສະໜາຈັກຄັ້ງ ຫຼື ພວກເຂົາອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ສາມາດຢັ່ງຮູ້ໄດ້ຢ່າງບໍລິສຸດ ຫຼື ເຂົ້າໃຈຄວາມຈິງ ແລະ ບໍ່ວ່າພວກເຂົາຈະເທດສະໜາຫຼັກຄຳສອນມາຫຼາຍປີສໍ່າໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈສິ່ງທີ່ພວກເຂົາກຳລັງເວົ້າຢູ່, ມັນເປັນພຽງແຕ່ຄຳເວົ້າທີ່ໄຮ້ສາລະ ແລະ ເປັນໄປບໍ່ໄດ້ທີ່ຈະເຂົ້າໃຈຫຍັງເລີຍ! ພວກເຂົາສາມາດຈື່ຈຳ ແລະ ເທດສະໜາຫຼັກຄຳສອນໄດ້ເລັກນ້ອຍ, ສະນັ້ນ ພວກເຂົາຈຶ່ງຄິດວ່າພວກເຂົາມີຄວາມເປັນຈິງຄວາມຈິງ, ແຕ່ບໍ່ມີສິ່ງໃດທີ່ພວກເຂົາເຮັດທີ່ກ່ຽວຂ້ອງກັບຄວາມຈິງເລີຍ, ນີ້ຄືແບບຢ່າງຂອງພວກຟາຣີຊາຍ. ເມື່ອເບິ່ງຈາກພາຍນອກ ເບິ່ງຄືວ່າພວກເຂົາເທດສະໜາໃຫ້ຜູ້ຄົນເລື້ອຍໆ ແລະ ເວົ້າສິ່ງທີ່ໜ້າຟັງ ຄືກັບວ່າພວກເຂົາເຂົ້າໃຈຄວາມຈິງ, ແຕ່ສິ່ງທີ່ພວກເຂົາເຮັດແມ່ນກົງກັນຂ້າມກັບຄວາມຈິງ ແລະ ຂັດກັບຄວາມຈິງ. ພວກເຂົາຍັງອ້າງວ່າ ພວກເຂົາກຳລັງຮັບໃຊ້ພຣະເຈົ້າ ແລະ ເຮັດວຽກງານຂອງຄຣິສຕະຈັກ, ໃນຂະນະທີ່ຄວາມຈິງແລ້ວ ທຸກສິ່ງທີ່ພວກເຂົາເຮັດແມ່ນເປັນປໍລະປັກຕໍ່ພຣະເຈົ້າຢ່າງສິ້ນເຊີງ. ຜູ້ນໍາປອມບໍ່ເຄີຍສົ່ງເສີມຄົນທີ່ມີຄວາມສາມາດພິເສດທີ່ມີປະໂຫຍດຕໍ່ເຮືອນຂອງພຣະເຈົ້າ ແລະ ພວກເຂົາເມີນເສີຍ ແລະ ເຮັດເປັນເບິ່ງບໍ່ເຫັນຄົນທີ່ຂ້ອນຂ້າງຊື່ສັດ ເຊິ່ງໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງ. ແທນທີ່ຈະເຮັດແນວນັ້ນ, ພວກເຂົາສົ່ງເສີມ ແລະ ບົ່ມເພາະຜູ້ທີ່ມັກຍ້ອງຍໍປໍປັ້ນ, ຜູ້ທີ່ເຈົ້າເລ່ ແລະ ມີເລ່ລ່ຽມ ແລະ ຜູ້ທີ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະຮັບຜິດຊອບວຽກງານໃນຄຣິສຕະຈັກ. ຜົນຂອງທັງໝົດນີ້ກໍຄື ເມື່ອຄົນເຫຼົ່ານັ້ນຢູ່ໃນວຽກງານໄດ້ໄລຍະໜຶ່ງ, ລາຍການຕ່າງໆຂອງວຽກງານຂອງຄຣິສຕະຈັກກໍເກືອບຈະຢຸດສະງັກ ແລະ ເຂົ້າສູ່ສະພາວະທີ່ເປັນອຳມະພາດ ແລະ ດ້ວຍເຫດນັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຖືກທຳລາຍດ້ວຍນໍ້າມືຂອງຜູ້ນໍາປອມເຫຼົ່ານີ້. ຄົນປະເພດທີ່ເປັນຜູ້ນໍາປອມເຫຼົ່ານີ້ ບໍ່ເປັນຕາລັງກຽດບໍ? ພວກເຂົາຄວນຖືກປົດອອກບໍ? ພວກເຂົາຕ້ອງຖືກປົດອອກ! ແຕ່ລະມື້ທີ່ຊັກຊ້າຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກຕະຫຼອດທັງມື້. ຜູ້ນໍາປອມບາງຄົນ ເຖິງແມ່ນວ່າພວກເຂົາຈະຮູ້ວ່າ ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້, ແຕ່ກໍບໍ່ເຕັມໃຈທີ່ຈະລາອອກໂດຍສະໝັກໃຈ ແລະ ຫຼົງໄຫຼກັບຜົນປະໂຫຍດຈາກສະຖານະຢູ່ສະເໝີ ແລະ ເຖິງກັບຍອມທຳຮ້າຍວຽກງານຂອງຄຣິສຕະຈັກ. ຄົນເຫຼົ່ານີ້ມີເຫດຜົນແມ່ນແຕ່ໜ້ອຍດຽວບໍ? ຜູ້ນໍາປອມບໍ່ມີຄວາມສາມາດໃນການຢັ່ງຮູ້ ຫຼື ຄວາມສາມາດພິເສດທີ່ແທ້ຈິງ ແລະ ຄວາມຮູ້ຈິງໃດໆ ແລະ ບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ພວກເຂົາຍັງໂລບຜົນປະໂຫຍດຈາກສະຖານະ, ພວກເຂົາເປັນຄົນໜ້າດ້ານ, ສະນັ້ນ ພວກເຂົາຕ້ອງບໍ່ໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະຢ່າງເດັດຂາດ. ຖ້າເຈົ້າຄິດວ່າ ຂີດຄວາມສາມາດຂອງເຈົ້າຕໍ່າຫຼາຍ ແລະ ເຈົ້າບໍ່ມີຄວາມສາມາດໃນການແຍກແຍະຖືກຜິດ ແລະ ເຈົ້າບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ແລ້ວບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າປ່ອຍຕົວຕາມຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງເຈົ້າ ແລະ ຢ່າຄິດຫາວິທີທີ່ຈະພະຍາຍາມກ້າວໄປສູ່ການເປັນເຈົ້າໜ້າທີ່ໃນຄຣິສຕະຈັກ, ຕໍ່ກັບການເປັນຜູ້ນໍາຄຣິສຕະຈັກ, ການເປັນຜູ້ນໍາບໍ່ແມ່ນເລື່ອງງ່າຍປານນັ້ນ. ຖ້າເຈົ້າບໍ່ແມ່ນຄົນຊື່ສັດ ແລະ ບໍ່ມີຄວາມຮັກຕໍ່ຄວາມຈິງ, ທັນທີທີ່ເຈົ້າກາຍເປັນຜູ້ນໍາ, ເຈົ້າກໍຈະເປັນທັງຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່ ກໍເປັນຜູ້ນໍາປອມ. ທັງຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ນໍາປອມລ້ວນແລ້ວແຕ່ເປັນຄົນທີ່ຂາດຈິດສໍານຶກ ແລະ ເຫດຜົນ ແລະ ເປັນຄົນທີ່ສາມາດເຮັດຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້. ເຖິງແມ່ນວ່າຈະເປັນຄວາມຈິງທີ່ຈະເວົ້າວ່າ ຜູ້ຕໍ່ຕ້ານພຣະຄຣິສແມ່ນມານຮ້າຍ ແລະ ຊາຕານ, ແຕ່ຜູ້ນໍາປອມກໍບໍ່ແມ່ນຄົນດີເຊັ່ນກັນ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍເປັນຄົນໜ້າດ້ານທີ່ຂາດຈິດສໍານຶກ ແລະ ເຫດຜົນຢ່າງໄຮ້ຢາງອາຍ. ມີຫຍັງທີ່ມີກຽດໃນການເປັນຜູ້ນໍາປອມ ແລະ ການຖືກປົດອອກບໍ? ມັນເປັນເລື່ອງໜ້າອັບອາຍ, ເປັນຮອຍເປື້ອນ ແລະ ບໍ່ມີຫຍັງທີ່ມີກຽດກ່ຽວກັບມັນເລີຍ. ຖ້າເຈົ້າມີຄວາມຮູ້ສຶກເຖິງພາລະຕໍ່ວຽກງານຄຣິສຕະຈັກ ແລະ ປາຖະໜາທີ່ຈະມີສ່ວນຮ່ວມໃນວຽກງານນັ້ນ, ນີ້ເປັນສິ່ງທີ່ດີ, ແຕ່ເຈົ້າຕ້ອງໄຕ່ຕອງເບິ່ງວ່າ ເຈົ້າເຂົ້າໃຈຄວາມຈິງ ຫຼື ບໍ່, ເຈົ້າສາມາດໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໄດ້ ຫຼື ບໍ່, ເຈົ້າສາມາດອ່ອນນ້ອມຕໍ່ວຽກງານຂອງພຣະເຈົ້າຢ່າງແທ້ຈິງໄດ້ ຫຼື ບໍ່ ແລະ ເຈົ້າສາມາດປະຕິບັດວຽກງານຄຣິສຕະຈັກຢ່າງເໝາະສົມຕາມການຈັດແຈງວຽກງານໄດ້ ຫຼື ບໍ່. ຖ້າເຈົ້າບັນລຸເກນເຫຼົ່ານີ້, ເຈົ້າກໍອາດຈະເຂົ້າຮ່ວມການຄັດເລືອກເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ສິ່ງທີ່ເຮົາໝາຍເຖິງໂດຍການເວົ້າແບບນີ້ກໍຄື ຢ່າງໜ້ອຍທີ່ສຸດ ຜູ້ຄົນຕ້ອງມີການຮູ້ຈັກຕົນເອງ. ກ່ອນອື່ນໃຫ້ເບິ່ງວ່າ ເຈົ້າສາມາດແຍກແຍະຜູ້ຄົນໄດ້ ຫຼື ບໍ່, ເຈົ້າສາມາດເຂົ້າໃຈຄວາມຈິງ ແລະ ເຮັດສິ່ງຕ່າງໆຕາມຫຼັກການໄດ້ ຫຼື ບໍ່. ຖ້າເຈົ້າບັນລຸຂໍ້ກຳນົດເຫຼົ່ານີ້, ເຈົ້າກໍເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຖ້າເຈົ້າບໍ່ສາມາດປະເມີນຕົນເອງໄດ້, ເຈົ້າສາມາດຖາມຄົນອ້ອມຂ້າງທີ່ຄຸ້ນເຄີຍກັບເຈົ້າ ຫຼື ໃກ້ຊິດກັບເຈົ້າ. ຖ້າພວກເຂົາທຸກຄົນເວົ້າວ່າ ເຈົ້າມີຂີດຄວາມສາມາດບໍ່ພຽງພໍທີ່ຈະເປັນຜູ້ນໍາ ແລະ ການເຮັດພຽງແຕ່ວຽກປັດຈຸບັນຂອງເຈົ້າໃຫ້ດີກໍດີພໍແລ້ວ, ແລ້ວເຈົ້າກໍຄວນຮີບຮ້ອນທີ່ຈະຮູ້ຈັກຕົນເອງ. ຍ້ອນວ່າເຈົ້າມີຂີດຄວາມສາມາດຕໍ່າ, ຢ່າໃຊ້ເວລາທັງໝົດຂອງເຈົ້າໃນການຢາກເປັນຜູ້ນໍາ, ພຽງແຕ່ເຮັດສິ່ງທີ່ເຈົ້າສາມາດເຮັດໄດ້, ປະຕິບັດໜ້າທີ່ຂອງເຈົ້າຢ່າງເໝາະສົມຢ່າງໜັກແໜ້ນ, ເພື່ອວ່າເຈົ້າຈະມີຄວາມສະຫງົບສຸກທາງຈິດໃຈ. ນີ້ກໍເປັນສິ່ງທີ່ດີເຊັ່ນກັນ. ແລ້ວຖ້າເຈົ້າສາມາດເປັນຜູ້ນໍາໄດ້, ຖ້າເຈົ້າມີຂີດຄວາມສາມາດ ແລະ ຄວາມສາມາດພິເສດແບບນັ້ນຢ່າງແທ້ຈິງ, ຖ້າເຈົ້າມີຄວາມສາມາດໃນການເຮັດວຽກ ແລະ ມີຄວາມຮູ້ສຶກເຖິງພາລະ, ແລ້ວເຈົ້າກໍຄືຄົນທີ່ມີຄວາມສາມາດພິເສດແບບທີ່ເຮືອນຂອງພຣະເຈົ້າຂາດແຄນ ແລະ ເຈົ້າຈະໄດ້ຮັບການສົ່ງເສີມ ແລະ ການບົ່ມເພາະຢ່າງແນ່ນອນ, ແຕ່ວ່າມີເວລາຂອງພຣະເຈົ້າໃນທຸກສິ່ງ. ຄວາມປາຖະໜານີ້, ຄວາມປາຖະໜາທີ່ຈະໄດ້ຮັບການສົ່ງເສີມ ບໍ່ແມ່ນຄວາມທະເຍີທະຍານ, ແຕ່ເຈົ້າຕ້ອງມີຂີດຄວາມສາມາດ ແລະ ບັນລຸເກນທີ່ຈະເປັນຜູ້ນໍາ. ຖ້າເຈົ້າມີຂີດຄວາມສາມາດຕໍ່າ ແຕ່ຍັງໃຊ້ເວລາທັງໝົດຂອງເຈົ້າໃນການຢາກເປັນຜູ້ນໍາ ຫຼື ຮັບຜິດຊອບວຽກງານສຳຄັນບາງຢ່າງ ຫຼື ຮັບຜິດຊອບວຽກງານໂດຍລວມ ຫຼື ເຮັດບາງສິ່ງທີ່ເຮັດໃຫ້ເຈົ້າໂດດເດັ່ນ, ແລ້ວເຮົາບອກເຈົ້າວ່າ: ນີ້ຄືຄວາມທະເຍີທະຍານ. ຄວາມທະເຍີທະຍານສາມາດນໍາເອົາໄພພິບັດມາໃຫ້, ສະນັ້ນ ເຈົ້າຄວນລະວັງມັນ. ຜູ້ຄົນລ້ວນແຕ່ມີຄວາມປາຖະໜາທີ່ຈະກ້າວໜ້າ ແລະ ລ້ວນແລ້ວແຕ່ເຕັມໃຈທີ່ຈະພະຍາຍາມກ້າວໄປສູ່ຄວາມຈິງ, ເຊິ່ງບໍ່ແມ່ນບັນຫາ. ບາງຄົນມີຂີດຄວາມສາມາດ, ບັນລຸເກນສຳລັບການເປັນຜູ້ນໍາ ແລະ ສາມາດພະຍາຍາມກ້າວໄປສູ່ຄວາມຈິງ ແລະ ນີ້ເປັນສິ່ງທີ່ດີ. ສ່ວນຄົນອື່ນບໍ່ມີຂີດຄວາມສາມາດ, ສະນັ້ນ ພວກເຂົາຄວນຍຶດໝັ້ນໃນໜ້າທີ່ຂອງຕົນເອງ, ປະຕິບັດໜ້າທີ່ທີ່ຢູ່ຕໍ່ໜ້າພວກເຂົາຢ່າງເໝາະສົມ ແລະ ເຮັດມັນຕາມຫຼັກການ ແລະ ຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ສຳລັບພວກເຂົາແລ້ວ, ສິ່ງນັ້ນດີກວ່າ, ປອດໄພກວ່າ ແລະ ເປັນຈິງກວ່າ.

ຜູ້ທີ່ຖືກເລືອກຕັ້ງໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຖືກສົ່ງເສີມ ແລະ ຖືກບົ່ມເພາະ ບໍ່ຄວນມີຄວາມຄິດເພີ້ຝັນ ໂດຍຮູ້ສຶກວ່າ: “ອ້າຍເອື້ອຍນ້ອງທັງຫຼາຍໄດ້ເລືອກຂ້ອຍຈາກຜູ້ຄົນຈໍານວນຫຼວງຫຼາຍ, ເຮືອນຂອງພຣະເຈົ້າໄດ້ສົ່ງເສີມຂ້ອຍ, ສະນັ້ນ ຂ້ອຍຈຶ່ງມີຄວາມສາມາດພິເສດແທ້ໆ ແລະ ຂ້ອຍເກັ່ງກວ່າຄົນທົ່ວໄປ, ຄຳແທ້ຍ່ອມເປັ່ງປະກາຍໃນທີ່ສຸດ”. ການຄິດແບບນີ້ດີບໍ? ມັນບໍ່ແມ່ນການເປີດເຜີຍອຸປະນິໄສທີ່ເສື່ອມຊາມບໍ? (ແມ່ນ). ການຖືກສົ່ງເສີມ ແລະ ການຖືກບົ່ມເພາະເປັນສິ່ງທີ່ດີ ແລະ ເປັນໂອກາດທີ່ດີ, ແຕ່ເຈົ້າຈະສາມາດຍ່າງໃນເສັ້ນທາງນີ້ໄດ້ດີ ຫຼື ບໍ່ນັ້ນ ຂຶ້ນກັບວ່າເຈົ້າເຂົ້າຫາໂອກາດນີ້ແນວໃດ ແລະ ເຈົ້າສາມາດເຫັນຄຸນຄ່າຂອງມັນໄດ້ ຫຼື ບໍ່. ພຣະເຈົ້າໄດ້ມອບໂອກາດນີ້ໃຫ້ແກ່ເຈົ້າ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ເຈົ້າເກັ່ງກວ່າຜູ້ອື່ນແທ້ໆ, ມັນອາດຈະເປັນຍ້ອນວ່າ ຂີດຄວາມສາມາດຂອງເຈົ້າດີກວ່າຄົນອື່ນເລັກນ້ອຍ ຫຼື ຍ້ອນວ່າເຈົ້າມີພອນສະຫວັນບາງຢ່າງ, ແຕ່ມັນຍາກທີ່ຈະເວົ້າວ່າ ການເຂົ້າສູ່ຊີວິດຂອງເຈົ້າເປັນແນວໃດ ແລະ ເຈົ້າມີຄວາມເປັນຈິງຄວາມຈິງ ຫຼື ບໍ່, ຍ້ອນວ່າອຸປະນິໄສທີ່ເສື່ອມຊາມຂອງທຸກຄົນຄືກັນໝົດ ແລະ ເຈົ້າກໍເປັນສະມາຊິກຄົນໜຶ່ງຂອງເຜົ່າພັນມະນຸດຊາດທີ່ເສື່ອມຊາມເຊັ່ນກັນ. ຖ້າເຈົ້າສາມາດຮັບຮູ້ສິ່ງນີ້ໄດ້, ເຈົ້າກໍຈະສາມາດເຂົ້າຫາການສົ່ງເສີມ ແລະ ການບົ່ມເພາະຂອງເຈົ້າໂດຍເຮືອນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ. ເຈົ້າບໍ່ຄວນຖືວ່າຕົນເອງເປັນຄົນທີ່ມີຄວາມສາມາດພິເສດ ແລະ ເຈົ້າກໍບໍ່ຄວນຄິດວ່າ ເຈົ້າມີຄວາມເປັນຈິງຄວາມຈິງ. ມັນພຽງແຕ່ວ່າ ເຈົ້າມີຂີດຄວາມສາມາດເລັກນ້ອຍ ແລະ ຍັງສາມາດພະຍາຍາມກ້າວໄປສູ່ຄວາມຈິງໄດ້, ສະນັ້ນ ເຈົ້າຈຶ່ງໄດ້ຮັບໂອກາດໃຫ້ຝຶກຝົນຕົນເອງ. ນີ້ຄືໄລຍະທົດລອງ ແລະ ຍັງບໍ່ທັນແນ່ນອນເທື່ອວ່າ ເຈົ້າເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງ ຫຼື ບໍ່ ຫຼື ວ່າເຈົ້າສົມຄວນທີ່ຈະໄດ້ຮັບການບົ່ມເພາະ ຫຼື ບໍ່. ມັນຍາກທີ່ຈະເວົ້າວ່າ ເຈົ້າຈະສາມາດຢືນຢັດໄດ້ ຫຼື ບໍ່ ຫຼັງຈາກທີ່ຖືກທົດສອບໃນໄລຍະນີ້. ມັນອາດຈະເປັນໄປໄດ້ວ່າ ເຈົ້າຖືກເກັບໄວ້ເພື່ອສືບຕໍ່ໄດ້ຮັບການບົ່ມເພາະ ຫຼື ມັນອາດຈະເປັນໄປໄດ້ວ່າ ເຈົ້າຖືກກຳຈັດອອກ, ທັງໝົດນີ້ຂຶ້ນກັບວ່າ ເຈົ້າໃຊ້ຄວາມພະຍາຍາມຫຼາຍສໍ່າໃດ. ນີ້ຄືຄວາມໝາຍຂອງການສົ່ງເສີມຜູ້ຄົນໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເຈົ້າຄວນເຂົ້າໃຈສິ່ງນັ້ນ. ມັນບໍ່ມີປະໂຫຍດຫຍັງເລີຍທີ່ເຈົ້າຄິດວ່າຕົນເອງເປັນຄົນທີ່ມີຄວາມສາມາດພິເສດ. ຖ້າເຮືອນຂອງພຣະເຈົ້າບໍ່ສົ່ງເສີມເຈົ້າ ແລະ ບົ່ມເພາະເຈົ້າ, ແລ້ວເຈົ້າກໍບໍ່ມີຄວາມໝາຍຫຍັງເລີຍ. ຖ້າເຈົ້າບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ບໍ່ເຕັມໃຈທີ່ຈະຖືກນໍາໃຊ້ໂດຍເຮືອນຂອງພຣະເຈົ້າ, ແລ້ວເຈົ້າກໍບໍ່ສາມາດເຮັດສິ່ງໃດໃຫ້ສໍາເລັດໄດ້. ຖ້າເຈົ້າເວົ້າວ່າ: “ເຮືອນຂອງພຣະເຈົ້າບໍ່ນໍາໃຊ້ຂ້ອຍ, ຂ້ອຍຈະອອກໄປສູ່ສັງຄົມ”, ຖ້າເປັນເຊັ່ນນັ້ນກໍອອກໄປສູ່ສັງຄົມ ແລະ ລອງເບິ່ງ, ເບິ່ງວ່າໃຜສົ່ງເສີມເຈົ້າ ແລະ ເບິ່ງວ່າເຈົ້າສາມາດເຮັດຫຍັງໃຫ້ສໍາເລັດໄດ້ແດ່. ສິ່ງທີ່ເຮົາໝາຍເຖິງໂດຍການເວົ້າແບບນີ້ກໍຄື ຢາກບອກພວກເຈົ້າວ່າ ພວກເຈົ້າຕ້ອງມີຄວາມເຂົ້າໃຈ ແລະ ວິທີການເຂົ້າຫາທີ່ຖືກຕ້ອງຕໍ່ການສົ່ງເສີມ ແລະ ການບົ່ມເພາະຂອງພວກເຈົ້າໂດຍເຮືອນຂອງພຣະເຈົ້າ. ຜູ້ທີ່ມີຂີດຄວາມສາມາດຕໍ່າ ຫຼື ປານກາງ ແລະ ຜູ້ທີ່ບໍ່ສາມາດບັນລຸມາດຕະຖານທີ່ກຳນົດສຳລັບການສົ່ງເສີມ ແລະ ການບົ່ມເພາະໃນເຮືອນຂອງພຣະເຈົ້າ ພຽງແຕ່ຕ້ອງປະຕິບັດໜ້າທີ່ຂອງພວກເຂົາຢ່າງວ່າງ່າຍ ແລະ ຢ່າງໜັກແໜ້ນ. ຕາບໃດທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າດ້ວຍສຸດໃຈ ແລະ ສຸດຄວາມຄິດ, ພຣະເຈົ້າກໍຈະບໍ່ປະຕິບັດຕໍ່ເຈົ້າຢ່າງບໍ່ຍຸຕິທຳ. ສະນັ້ນ, ຢ່າຕໍ່ສູ້ກັນເລື່ອງການສົ່ງເສີມ ແລະ ການບົ່ມເພາະ, ແຕ່ກໍຢ່າປະຕິເສດສິ່ງເຫຼົ່ານັ້ນເຊັ່ນກັນ, ພຽງແຕ່ປ່ອຍໃຫ້ທຸກຢ່າງເປັນໄປຕາມທຳມະຊາດ, ໃນດ້ານໜຶ່ງ, ເຈົ້າຕ້ອງເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງ, ເຈົ້າຕ້ອງມີຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ, ນີ້ຄືຫົນທາງທີ່ຖືກຕ້ອງ. ການເຮັດແບບນີ້ງ່າຍບໍ? (ແມ່ນ, ງ່າຍ). ມີຜົນປະໂຫຍດຫຍັງບໍໃນການທີ່ຄົນທີ່ມີຂີດຄວາມສາມາດຕໍ່າເປັນຜູ້ນໍາ? ໃນທີ່ສຸດ, ເມື່ອພວກເຂົາຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ ແລະ ຖືກກຳຈັດອອກ, ພວກເຂົາຈະຮູ້ສຶກແນວໃດກ່ຽວກັບເລື່ອງນີ້? ມັນຈະເປັນສິ່ງທີ່ພວກເຈົ້າຕ້ອງການບໍ? (ບໍ່). ເຈົ້າຈະແບກຮັບຕຳແໜ່ງ “ຜູ້ນໍາປອມ” ໄວ້ເທິງຫົວ ແລະ ບໍ່ວ່າເຈົ້າຈະໄປໃສ, ຜູ້ຄົນກໍຈະເວົ້າວ່າ: “ຄົນນີ້ເຄີຍເປັນຜູ້ນໍາປອມ”. ນັ້ນເປັນເລື່ອງດີ ຫຼື ເລື່ອງຮ້າຍ? ມັນບໍ່ແມ່ນເລື່ອງດີ ແລະ ມັນບໍ່ແມ່ນສິ່ງທີ່ມີກຽດ. ຜູ້ຄົນຕ້ອງມີຄວາມເຂົ້າໃຈ ແລະ ທັດສະນະຄະຕິທີ່ຖືກຕ້ອງຕໍ່ການສົ່ງເສີມ ແລະ ການບົ່ມເພາະ, ໃນເລື່ອງເຫຼົ່ານີ້, ພວກເຂົາຕ້ອງສະແຫວງຫາຄວາມຈິງ ແລະ ບໍ່ເຮັດຕາມຄວາມຕ້ອງການຂອງຕົນເອງ ຫຼື ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ. ຖ້າເຈົ້າຮູ້ສຶກວ່າ ເຈົ້າມີຂີດຄວາມສາມາດດີ ແຕ່ເຮືອນຂອງພຣະເຈົ້າບໍ່ເຄີຍສົ່ງເສີມເຈົ້າ ແລະ ບໍ່ມີແຜນທີ່ຈະບົ່ມເພາະເຈົ້າ, ແລ້ວຢ່າຫງຸດຫງິດ ຫຼື ເລີ່ມຈົ່ມວ່າ, ພຽງແຕ່ເນັ້ນໃສ່ການ ໄລ່ຕາມເສາະຫາຄວາມຈິງ ແລະ ພະຍາຍາມກ້າວໄປທາງໜ້າ. ເມື່ອເຈົ້າມີວຸດທິພາວະບາງຢ່າງ ແລະ ສາມາດເຮັດວຽກງານຕົວຈິງໄດ້, ປະຊາກອນທີ່ພຣະເຈົ້າເລືອກກໍຈະເລືອກເຈົ້າໃຫ້ເປັນຜູ້ນໍາຕາມທຳມະຊາດ. ແລ້ວຖ້າເຈົ້າຮູ້ສຶກວ່າ ເຈົ້າມີຂີດຄວາມສາມາດຕໍ່າ ແລະ ເຈົ້າບໍ່ມີໂອກາດທີ່ຈະໄດ້ຮັບການສົ່ງເສີມ ຫຼື ບົ່ມເພາະ ແລະ ມັນເປັນໄປບໍ່ໄດ້ທີ່ຄວາມທະເຍີທະຍານຂອງເຈົ້າຈະບັນລຸຜົນ, ນີ້ບໍ່ແມ່ນສິ່ງທີ່ດີບໍ? ສິ່ງນີ້ຈະປົກປ້ອງເຈົ້າ! ຍ້ອນວ່າເຈົ້າມີຂີດຄວາມສາມາດຕໍ່າ, ຖ້າເຈົ້າພົບພໍ້ກັບກຸ່ມຄົນເບົາປັນຍາທີ່ຕາບອດ ເຊິ່ງເລືອກເຈົ້າໃຫ້ເປັນຜູ້ນໍາຂອງພວກເຂົາ, ນີ້ບໍ່ແມ່ນການໃຫ້ເຈົ້າຍ່າງເທິງຖ່ານໄຟບໍ? ເຈົ້າບໍ່ສາມາດເຮັດວຽກງານໃດໆໄດ້ ແລະ ຕາ ແລະ ໃຈຂອງເຈົ້າກໍບອດ. ທຸກສິ່ງທີ່ເຈົ້າເຮັດຄືການຂັດຂວາງ, ທຸກການເຄື່ອນໄຫວຂອງເຈົ້າຄືການເຮັດຄວາມຊົ່ວ. ມັນຈະດີກວ່າຖ້າເຈົ້າເຮັດວຽກໃນໜ້າທີ່ປັດຈຸບັນຂອງເຈົ້າໃຫ້ດີ, ຢ່າງໜ້ອຍເຈົ້າກໍຈະບໍ່ເຮັດໃຫ້ຕົນເອງອັບອາຍ ແລະ ມັນດີກວ່າການເປັນຜູ້ນໍາປອມ ແລະ ຕົກເປັນເປົ້າຂອງການເວົ້າຂວັນ. ໃນຖານະທີ່ເປັນຄົນ, ເຈົ້າຕ້ອງຮູ້ຈັກປະມານຕົນ, ເຈົ້າຕ້ອງມີການຮູ້ຈັກຕົນເອງເລັກນ້ອຍ, ຖ້າເຈົ້າມີສິ່ງນີ້, ເຈົ້າກໍຈະສາມາດຫຼີກລ່ຽງການຍ່າງໃນເສັ້ນທາງທີ່ຜິດ ແລະ ການເຮັດຜິດພາດທີ່ຮ້າຍແຮງໄດ້.

ພວກເຈົ້າຢາກເປັນຜູ້ນໍາປອມ ຫຼື ຢາກເປັນຜູ້ຕິດຕາມທີ່ທຳມະດາສາມັນ? (ຜູ້ຕິດຕາມທີ່ທຳມະດາສາມັນ). ຖ້າອ້າຍເອື້ອຍນ້ອງທັງຫຼາຍເລືອກເຈົ້າ, ກໍລອງເບິ່ງ, ບາງທີມຸມມອງຂອງພວກເຂົາທີ່ມີຕໍ່ເຈົ້າອາດຈະຖືກຕ້ອງກວ່າຄວາມຮູ້ສຶກຂອງເຈົ້າເອງທີ່ມີຕໍ່ຕົນເອງ. ຖ້າອ້າຍເອື້ອຍນ້ອງທັງຫຼາຍຄິດວ່າເຈົ້າເຮັດໄດ້, ເຈົ້າກໍຄວນທຸ່ມເທສຸດຄວາມສາມາດ. ຖ້າເຈົ້າພະຍາຍາມສຸດຄວາມສາມາດແລ້ວ ແຕ່ຍັງລົ້ມເຫຼວໃນວຽກງານຂອງເຈົ້າ ແລະ ໃຈຂອງເຈົ້າຮ້ອນຮົນດ້ວຍຄວາມກັງວົນຈົນກິນບໍ່ໄດ້ນອນບໍ່ລັບ ແລະ ເຈົ້າພຽງແຕ່ບໍ່ຮູ້ວ່າຈະເຮັດວຽກງານນັ້ນໃຫ້ເໝາະສົມໄດ້ແນວໃດ, ຖ້າຊັ້ນກໍຢຸດເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ມັນຍາກເກີນໄປສຳລັບເຈົ້າ. ຖ້າເຈົ້າສືບຕໍ່ເຮັດ, ເຈົ້າກໍມີແນວໂນ້ມທີ່ຈະກາຍເປັນຜູ້ນໍາປອມ, ສະນັ້ນ ເຈົ້າຄວນຂຽນຈົດໝາຍລາອອກໂດຍບໍ່ຊັກຊ້າ, ໂດຍປະກາດວ່າ: “ຍ້ອນວ່າຂ້ານ້ອຍມີຂີດຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້, ຖ້າຂ້ານ້ອຍສືບຕໍ່ເປັນຜູ້ນໍາ, ອີກບໍ່ດົນ ຂ້ານ້ອຍກໍຈະກາຍເປັນຜູ້ນໍາປອມຢ່າງແນ່ນອນ, ສະນັ້ນ ຂ້ານ້ອຍຈຶ່ງຂໍລາອອກ ແລະ ເຕັມໃຈທີ່ຈະສະລະຕຳແໜ່ງ”. ນີ້ຄືແນວທາງປະຕິບັດທີ່ສະຫຼາດທີ່ສຸດ ແລະ ເປັນສິ່ງທີ່ເໝາະສົມທີ່ສຸດທີ່ຈະເຮັດ! ມັນສົມເຫດສົມຜົນ ແລະ ດີກວ່າການຄອບຄອງຕຳແໜ່ງ ແລະ ການເປັນຜູ້ນໍາປອມ. ຖ້າເຈົ້າຮູ້ດີວ່າ ເຈົ້າມີຂີດຄວາມສາມາດຕໍ່າ ແລະ ບໍ່ສາມາດເປັນຜູ້ນໍາໄດ້ ແຕ່ທົນບໍ່ໄດ້ທີ່ຈະສະລະສະຖານະ ແລະ ເວົ້າກັບຕົນເອງວ່າ: “ເປັນຫຍັງຂ້ອຍຈຶ່ງເຮັດສິ່ງນີ້ບໍ່ໄດ້? ໃຜສາມາດຊ່ວຍຂ້ອຍໄດ້ແດ່? ມັນຈະດີສໍ່າໃດຖ້າຂ້ອຍຮັກສາສະຖານະຂອງຂ້ອຍໃນຖານະຜູ້ນໍາ ໂດຍໃຫ້ຄົນອື່ນວາງແຜນ ແລະ ຍຸດທະສາດທັງໝົດໃຫ້ຂ້ອຍ! ຕອນນີ້ບໍ່ມີໃຜເໝາະສົມທີ່ຈະມາແທນທີ່ຂ້ອຍ, ສະນັ້ນ ຂ້ອຍຈຶ່ງເຮັດໄດ້ພຽງແຕ່ສືບຕໍ່ເປັນຜູ້ນໍາ ແລະ ເສບສຸກໃນແຕ່ລະມື້ທີ່ຂ້ອຍຢູ່ໃນວຽກງານ, ເຖິງແມ່ນວ່າຂ້ອຍຈະເຮັດວຽກງານບໍ່ໄດ້, ຂ້ອຍກໍຍັງເປັນຜູ້ນໍາ ແລະ ການເປັນຜູ້ນໍາກໍດີກວ່າການເປັນອ້າຍເອື້ອຍນ້ອງທຳມະດາ. ຖ້າເຮືອນຂອງພຣະເຈົ້າບໍ່ປົດຂ້ອຍອອກ ແລະ ຂ້ອຍບໍ່ຖືກອ້າຍເອື້ອຍນ້ອງທັງຫຼາຍປົດອອກ, ຂ້ອຍກໍຈະບໍ່ລາອອກ”. ສິ່ງນີ້ເໝາະສົມບໍ? (ບໍ່). ເປັນຫຍັງມັນຈຶ່ງບໍ່ເໝາະສົມ? (ມັນບໍ່ສົມເຫດສົມຜົນ, ຖ້າຂ້ອຍບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ຍັງບໍ່ລາອອກ, ສິ່ງນີ້ຈະເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າເທົ່ານັ້ນ). ການກະທຳແບບນີ້ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ, ມັນທຳຮ້າຍຄົນອື່ນ ແລະ ມັນທຳຮ້າຍຕົວເຈົ້າເອງ. ເຈົ້າຮູ້ບໍວ່າການເປັນຜູ້ນໍາໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າມີຄວາມສຳພັນໂດຍກົງກັບການເຂົ້າສູ່ຊີວິດຂອງຜູ້ຄົນຈໍານວນຫຼວງຫຼາຍ ແລະ ການນໍາພາຂອງເຈົ້າມີຄວາມສຳພັນໂດຍກົງກັບວິທີທີ່ພວກເຂົາຍ່າງໃນເສັ້ນທາງທີ່ຢູ່ຕໍ່ໜ້າພວກເຂົາ. ຖ້າເຈົ້ານໍາພາໄດ້ດີ ແລະ ນໍາພາພວກເຂົາໄປສູ່ເສັ້ນທາງທີ່ຖືກຕ້ອງ, ພວກເຂົາກໍຈະສາມາດກ້າວໄປໃນເສັ້ນທາງທີ່ຖືກຕ້ອງໄດ້. ຖ້າເຈົ້ານໍາພາໄດ້ບໍ່ດີ ແລະ ນໍາພາພວກເຂົາລົງຄອງ ແລະ ພວກເຂົາກາຍເປັນຟາຣີຊາຍຄືກັບເຈົ້າ, ແລ້ວບາບຂອງເຈົ້າກໍຈະຍິ່ງໃຫຍ່! ແລ້ວຫຼັງຈາກທີ່ເຈົ້າເຮັດບາບທີ່ຍິ່ງໃຫຍ່ນີ້, ນັ້ນຈະເປັນຈຸດຈົບຂອງມັນບໍ? ມັນຈະຖືກພຣະເຈົ້າບັນທຶກໄວ້! ເຈົ້າຮູ້ດີວ່າ ຂີດຄວາມສາມາດຂອງເຈົ້າຕໍ່າ, ເຈົ້າເປັນຜູ້ນໍາປອມ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້, ແຕ່ເຈົ້າບໍ່ຍອມຮັບຄວາມຜິດຂອງເຈົ້າ ແລະ ລາອອກ, ແຕ່ເຈົ້າກັບຍຶດຕິດກັບຕຳແໜ່ງຂອງເຈົ້າຢ່າງໜ້າດ້ານ ແລະ ບໍ່ຍົກມັນໃຫ້ຄົນອື່ນ. ນີ້ຄືບາບ ແລະ ພຣະເຈົ້າຈະຈົດບັນຊີມັນໄວ້. ແລ້ວການຈົດບັນຊີຂອງພຣະອົງຈະສົ່ງຜົນດີ ຫຼື ຜົນຮ້າຍຕໍ່ເຈົ້າໃນອະນາຄົດ? ເຈົ້າຈະເດືອດຮ້ອນ! ເຮົາຈະບອກຄວາມຈິງທີ່ແທ້ຈິງແກ່ເຈົ້າ: ພຣະເຈົ້າຈົດບັນຊີສິ່ງດັ່ງກ່າວໄວ້ສຳລັບທຸກໆຄົນ ແລະ ທຸກລາຍການກໍຖືກຂຽນໄວ້ຢ່າງຊັດເຈນ. ຖ້າສິ່ງທີ່ຮ້າຍແຮງແບບນີ້ເກີດຂຶ້ນໃນເສັ້ນທາງສູ່ຄວາມລອດພົ້ນຂອງເຈົ້າ, ແລ້ວຜົນກະທົບຕໍ່ເຈົ້າກໍຈະໃຫຍ່ຫຼວງ! ບໍ່ວ່າເຈົ້າເຮັດຫຍັງກໍຕາມ, ຢ່າຍ່າງໃນເສັ້ນທາງນີ້ ແລະ ຢ່າເປັນຄົນປະເພດນີ້.

ພວກເຮົາໄດ້ໂອ້ລົມໂດຍຫຍໍ້ກ່ຽວກັບການປະຕິບັດ ແລະ ການສະແດງອອກບາງຢ່າງຂອງຜູ້ນໍາປອມກ່ຽວກັບການສົ່ງເສີມ ແລະ ການບົ່ມເພາະຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ. ສະຫຼຸບແລ້ວ, ຄົນປະເພດທີ່ເປັນຜູ້ນໍາປອມຈະບໍ່ເຮັດວຽກງານຕົວຈິງ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ຂີດຄວາມສາມາດຂອງພວກເຂົາຕໍ່າ, ຕາ ແລະ ໃຈຂອງພວກເຂົາກໍບອດ, ພວກເຂົາບໍ່ສາມາດຄົ້ນພົບບັນຫາ ແລະ ບໍ່ສາມາດເບິ່ງທະລຸຄົນປະເພດຕ່າງໆໄດ້, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດແບກຮັບວຽກງານສຳຄັນໃນການສົ່ງເສີມ ແລະ ການບົ່ມເພາະຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆໄດ້. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ມີທາງທີ່ຈະເຮັດວຽກງານຂອງຄຣິສຕະຈັກໄດ້ດີ ແລະ ຈະສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ປະຊາກອນທີ່ພຣະເຈົ້າເລືອກໃນການເຂົ້າສູ່ຊີວິດຂອງພວກເຂົາ. ເມື່ອພິຈາລະນາປັດໄຈເຫຼົ່ານີ້, ມັນຊັດເຈນແລ້ວວ່າ ຜູ້ນໍາປອມບໍ່ເໝາະສົມທີ່ຈະເປັນຜູ້ນໍາຄຣິສຕະຈັກ. ຍັງມີຜູ້ນໍາປອມຄົນອື່ນໆທີ່ບໍ່ເຮັດວຽກງານສະເພາະຂອງຄຣິສຕະຈັກ ແລະ ບໍ່ຕິດຕໍ່ກັບຜູ້ກຳກັບດູແລຂອງວຽກງານສະເພາະ, ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ວ່າ ບຸກຄົນທີ່ມີຄວາມສາມາດພິເສດຄົນໃດສາມາດເຮັດວຽກຫຍັງໄດ້ ຫຼື ຄົນໃດເໝາະສົມກັບວຽກງານໃດ ຫຼື ວ່າການເຮັດວຽກຂອງພວກເຂົາສອດຄ່ອງກັບຫຼັກການ ຫຼື ບໍ່. ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດໄດ້. ແລ້ວຄົນດັ່ງກ່າວຈະເຮັດວຽກງານຂອງຄຣິສຕະຈັກໃຫ້ດີໄດ້ແນວໃດ? ເຫດຜົນຫຼັກທີ່ຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້ກໍຄື ຂີດຄວາມສາມາດຂອງພວກເຂົາຕໍ່າ, ພວກເຂົາບໍ່ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບສິ່ງໃດເລີຍ ແລະ ບໍ່ຮູ້ວ່າວຽກງານຕົວຈິງແມ່ນຫຍັງ. ສິ່ງນີ້ເຮັດໃຫ້ເກີດສະພາວະຢຸດສະງັກ ຫຼື ເປັນອຳມະພາດເລື້ອຍໆໃນວຽກງານຂອງຄຣິສຕະຈັກ. ສິ່ງເຫຼົ່ານີ້ກ່ຽວຂ້ອງໂດຍກົງກັບຄວາມລົ້ມເຫຼວຂອງຜູ້ນໍາປອມໃນການເຮັດວຽກງານຕົວຈິງ. ໃນໄລຍະຫຼາຍປີທີ່ຜ່ານມາ, ເຮືອນຂອງພຣະເຈົ້າໄດ້ເນັ້ນຢໍ້າເທື່ອແລ້ວເທື່ອອີກວ່າ ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອຕ້ອງຖືກຊຳລະລ້າງ ແລະ ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຕ້ອງຖືກປົດອອກ. ເປັນຫຍັງຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອປະເພດຕ່າງໆຈຶ່ງຕ້ອງຖືກຊຳລະລ້າງ? ຍ້ອນວ່າຫຼັງຈາກຫຼາຍປີແຫ່ງການເຊື່ອໃນພຣະເຈົ້າ, ຄົນເຫຼົ່ານີ້ກໍຍັງບໍ່ຍອມຮັບຄວາມຈິງເລີຍ ແລະ ໄດ້ເດີນທາງມາຮອດຈຸດທີ່ພວກເຂົາໝົດຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ແລ້ວເປັນຫຍັງຜູ້ນໍາປອມ ແລະ ຜູ້ເຮັດວຽກປອມທັງໝົດຈຶ່ງຕ້ອງຖືກປົດອອກ? ຍ້ອນວ່າພວກເຂົາບໍ່ເຮັດວຽກງານຕົວຈິງ ແລະ ບໍ່ເຄີຍສົ່ງເສີມ ຫຼື ບົ່ມເພາະຜູ້ທີ່ໄລ່ຕາມເສາະຫາຄວາມຈິງ, ກົງກັນຂ້າມ, ພວກເຂົາພຽງແຕ່ພົວພັນໃນຄວາມພະຍາຍາມທີ່ໄຮ້ປະໂຫຍດ. ສິ່ງນີ້ເຮັດໃຫ້ວຽກງານຂອງຄຣິສຕະຈັກຕົກຢູ່ໃນຄວາມວຸ່ນວາຍ ແລະ ເປັນອຳມະພາດ, ໂດຍບັນຫາທີ່ມີຢູ່ແລ້ວກໍຍັງຄົງຢູ່ ແລະ ບໍ່ໄດ້ຮັບການແກ້ໄຂ ແລະ ມັນຍັງເຮັດໃຫ້ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກຊ້າລົງ. ຖ້າຜູ້ນໍາປອມ ແລະ ຜູ້ເຮັດວຽກປອມເຫຼົ່ານີ້ທັງໝົດຖືກປົດອອກ ແລະ ຖ້າຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອທັງໝົດເຫຼົ່ານີ້ທີ່ລົບກວນຄຣິສຕະຈັກຖືກຄັດອອກ, ວຽກງານຂອງຄຣິສຕະຈັກກໍຈະດຳເນີນໄປຢ່າງລ່ຽນໄຫຼຕາມທຳມະຊາດ, ຊີວິດຂອງຄຣິສຕະຈັກກໍຈະເຕີບໃຫຍ່ດີຂຶ້ນກວ່າເກົ່າຕາມທຳມະຊາດ ແລະ ປະຊາກອນທີ່ພຣະເຈົ້າເລືອກກໍຈະສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ ແລະ ກ້າວຂຶ້ນສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ. ນີ້ຄືສິ່ງທີ່ພຣະເຈົ້າຢາກເຫັນ.

ວັນທີ 27 ກຸມພາ 2021

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?