ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (5) ສ່ວນທີ ສີ່

ພວກເຮົາຫາກໍໄດ້ໂອ້ລົມກ່ຽວກັບເກນ ແລະ ຈຸດປະສົງຂອງການສົ່ງເສີມ ແລະ ການບົ່ມເພາະຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ໄດ້ມີຄຸນສົມບັດ, ພ້ອມທັງຄວາມເຂົ້າໃຈ ແລະ ມຸມມອງທີ່ມະນຸດຄວນມີຕໍ່ກັບການທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ. ອີກດ້ານໜຶ່ງກໍຄືທັດສະນະຄະຕິ ແລະ ວິທີການປະຕິບັດທີ່ຄວນມີຕໍ່ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ຖືກສົ່ງເສີມ ແລະ ບົ່ມເພາະ. ນີ້ແມ່ນບັນຫາບາງຢ່າງທີ່ຄວນຖືກໂອ້ລົມໃນຂໍ້ທີຫົກ. ສະນັ້ນ, ຕໍ່ໄປແມ່ນກ່ຽວຂ້ອງກັບຂໍ້ທີຫົກໂດຍສະເພາະ, ໃຫ້ພວກເຮົາເປີດໂປງ ແລະ ໄຈ້ແຍກວ່າຜູ້ນໍາປອມປະຕິບັດແນວໃດໃນວຽກງານການສົ່ງເສີມ ແລະ ການບົ່ມເພາະຄົນທີ່ມີຄວາມສາມາດພິເສດປະເພດນີ້ຕ່າງໆ. ນີ້ແມ່ນເນື້ອໃນຫຼັກທີ່ພວກເຮົາຈະໂອ້ລົມກັນ.

ທັດສະນະຄະຕິ ແລະ ການສະແດງອອກຂອງຜູ້ນໍາປອມຕໍ່ການສົ່ງເສີມ ແລະ ການບົ່ມເພາະຄົນທີ່ມີຄວາມສາມາດພິເສດທຸກປະເພດ

ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສະແຫວງຫາຄວາມຈິງ. ສະນັ້ນ, ເມື່ອເວົ້າເຖິງວຽກງານທີ່ສຳຄັນໃນການສົ່ງເສີມ ແລະ ການບົ່ມເພາະຄົນທີ່ມີຄວາມສາມາດພິເສດທຸກປະເພດທີ່ມີຄຸນສົມບັດໃນເຮືອນຂອງພຣະເຈົ້າ, ພວກເຂົາຍັງໄດ້ເຮັດຂີ້ຮ້າຍຫຼາຍອີກດ້ວຍ, ເຮັດໃຫ້ຫຍຸ້ງເຫຍີງຢ່າງສິ້ນເຊີງ ແລະ ບໍ່ສາມາດບັນລຸຂໍ້ກຳນົດຂອງເຮືອນຂອງພຣະເຈົ້າໄດ້ເລີຍ. ຍ້ອນວ່າພວກເຂົາບໍ່ເຂົ້າໃຈເກນຂອງການສົ່ງເສີມ ແລະ ການບົ່ມເພາະຄົນທີ່ມີຄວາມສາມາດພິເສດທຸກປະເພດທີ່ມີຄຸນສົມບັດ, ແຮງໄກທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ, ແລະ ກໍບໍ່ເຂົ້າໃຈຄວາມໝາຍຂອງການສົ່ງເສີມ ແລະ ການບົ່ມເພາະຄົນທີ່ມີຄວາມສາມາດພິເສດທຸກປະເພດທີ່ມີຄຸນສົມບັດ, ສະນັ້ນ ສຳລັບວຽກງານນີ້ ພວກເຂົາຈຶ່ງຍາກທີ່ຈະເຮັດໃຫ້ໄດ້ມາດຕະຖານ ແລະ ເຮັດໃຫ້ສອດຄ່ອງກັບຫຼັກການ. “ຄົນທີ່ມີຄວາມສາມາດພິເສດ” ປະເພດຕ່າງໆທີ່ຜູ້ນໍາປອມບົ່ມເພາະໃນໄລຍະເຮັດວຽກນັ້ນມີຫຼາກຫຼາຍຮູບແບບປະປົນກັນ. ແທນທີ່ຈະສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດທີ່ມີຄຸນສົມບັດ, ຜູ້ນໍາປອມກັບສົ່ງເສີມຄົນເຫຼົ່ານັ້ນທີ່ບໍ່ຄວນຖືກສົ່ງເສີມ ແລະ ຖືກບົ່ມເພາະເລີຍ ໃຫ້ຂຶ້ນມາຮັບໜ້າທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ແລະ ປ່ອຍໃຫ້ຄົນເຫຼົ່ານີ້ອາໄສຄຣິສຕະຈັກຫາກິນ ແລະ ຜານເຄື່ອງຖວາຍຂອງພຣະເຈົ້າ. ຜູ້ນໍາປອມລ້ວນແຕ່ເຮັດສິ່ງຕ່າງໆແບບນີ້, ເຮັດໃຫ້ບາງຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ຄົນທີ່ມີຄວາມຮູ້ສຶກຍຸຕິທຳຖືກຢຽບໄວ້ໃຕ້ຕີນ ແລະ ບໍ່ໄດ້ຮັບການສົ່ງເສີມ ແລະ ຖືກນໍາໃຊ້. ກົງກັນຂ້າມ, ຄົນທີ່ບໍ່ມີດີຫຍັງເລີຍເຫຼົ່ານັ້ນ ກັບກາຍເປັນຄົນທີ່ເອີ້ນວ່າ ຄົນທີ່ມີຄວາມສາມາດພິເສດ ໃນສາຍຕາຂອງຜູ້ນໍາປອມເຫຼົ່ານີ້, ແລະ ຖືກພວກເຂົາສົ່ງເສີມ ແລະ ບົ່ມເພາະ. ແລ້ວຜູ້ນໍາປອມມີການສະແດງອອກຫຍັງແດ່ໃນເວລາເຮັດວຽກງານນີ້? ລອງສົມມຸດວ່າ, ຕົວຢ່າງ: ຍ້ອນຄວາມຕ້ອງການຂອງວຽກງານ, ເຮືອນຂອງພຣະເຈົ້າຕ້ອງຊອກຫາບາງຄົນໄປຈັດການວຽກງານພາຍນອກ. ແລ້ວຄວນຊອກຫາຄົນແບບໃດ? ເມື່ອກີ້ນີ້ເຮົາໄດ້ລະບຸເກນສອງສາມຢ່າງ, ກໍຄືຕ້ອງມີຄວາມສາມາດໃນການເຮັດວຽກ, ສາມາດປະຕິບັດໜ້າທີ່ຂອງຕົນໄດ້ຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ ແລະ ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຜູ້ນໍາປອມຮູ້ຫຼັກການເຫຼົ່ານີ້ບໍ? ເຫັນໄດ້ຢ່າງຊັດເຈນວ່າພວກເຂົາບໍ່ຮູ້, ແລ້ວພວກເຂົາຊອກຫາຄົນມາຈັດການວຽກງານພາຍນອກແນວໃດ? ພວກເຂົາຄິດໃນໃຈວ່າ: “ໃຜສາມາດຈັດການວຽກງານພາຍນອກໄດ້ນໍ? ມີເອື້ອຍນ້ອງຄົນໜຶ່ງທີ່ຫົວໄວ ແລະ ຕອບໂຕ້ໄວ, ເປັນຄົນເວົ້າເກັ່ງ ແລະ ຮູ້ຈັກວິທີຮັບມືກັບຄົນ. ຕາຂອງລາວລອກແລກຢ່າງມີເລ່ລ່ຽມເວລາເວົ້າ ແລະ ຄົນທົ່ວໄປເດົາໃຈລາວບໍ່ຖືກ. ລາວອາດຈະບໍ່ເໝາະສົມປານໃດທີ່ຈະເປັນຜູ້ນໍາຄຣິສຕະຈັກ, ແຕ່ລາວຈະເກັ່ງຫຼາຍໃນການຈັດການວຽກງານພາຍນອກ, ສະນັ້ນ ເຮົາຈະເລືອກລາວ. ພຽງແຕ່ລາວມີການສຶກສາຂ້ອນຂ້າງຕໍ່າ, ເຮົາກັງວົນວ່າຄົນບໍ່ມີຄວາມເຊື່ອຈະດູຖູກລາວ, ສະນັ້ນ ເຮົາຈະຊອກຫາຄົນທີ່ຈົບມະຫາວິທະຍາໄລອີກຄົນໜຶ່ງ, ຄົນທີ່ເຄີຍເປັນປະທານສະມາຄົມນັກສຶກສາມາຮ່ວມມືກັບລາວ. ຄົນນີ້ຂ້ອນຂ້າງສະຫຼາດ ແຕ່ມີປະສົບການໃນສັງຄົມຂ້ອນຂ້າງໜ້ອຍ ແລະ ເຫັນໂລກມາຂ້ອນຂ້າງໜ້ອຍ, ແບບນີ້ລາວກໍສາມາດຮຽນຮູ້ນໍາຄູ່ຮ່ວມງານຂອງລາວໄດ້. ສອງຄົນນີ້, ຜູ້ໜຶ່ງມີການສຶກສາຕໍ່າ ແລະ ອີກຜູ້ໜຶ່ງມີການສຶກສາສູງ, ຜູ້ໜຶ່ງມີປະສົບການໃນສັງຄົມ ແລະ ອີກຜູ້ໜຶ່ງບໍ່ມີ, ພວກເຂົາເໝາະສົມທີ່ຈະຮ່ວມມືກັນບໍ່ແມ່ນບໍ?” ຜູ້ໜຶ່ງແມ່ນເວົ້າເກັ່ງ ແລະ ເວົ້າຈາຄ່ອງແຄ້ວ, ຫົວໄວ, ແລະ ເປັນຄົນມີຄວາມຮູ້ຮອບຕົວ; ເມື່ອໃດກໍຕາມທີ່ລາວພົວພັນກັບຜູ້ບໍ່ມີຄວາມເຊື່ອ, ພວກເຂົາເບິ່ງບໍ່ອອກວ່າລາວເປັນຄົນເຊື່ອ. ສ່ວນອີກຜູ້ໜຶ່ງແມ່ນມີການສຶກສາສູງ ແລະ ມີສະຖານະທາງສັງຄົມ; ເມື່ອໃດກໍຕາມທີ່ລາວພົວພັນກັບຜູ້ບໍ່ມີຄວາມເຊື່ອ, ພວກເຂົາກໍບໍ່ດູຖູກລາວ. ພວກເຈົ້າຄິດແນວໃດກ່ຽວກັບຫຼັກການສອງຢ່າງນີ້ທີ່ຜູ້ນໍາປອມໃຊ້ເລືອກຄົນ? ຜູ້ນໍາປອມເຊື່ອວ່າຂໍພຽງແຕ່ຜູ້ໃດຜູ້ໜຶ່ງມີພອນສະຫວັນໃນການເວົ້າ, ມີຫົວໄວ ແລະ ມີການຕອບໂຕ້ທີ່ວ່ອງໄວ, ພວກເຂົາກໍສາມາດຈັດການວຽກງານທົ່ວໄປໃຫ້ເຮືອນຂອງພຣະເຈົ້າໄດ້. ນີ້ແມ່ນວິທີທີ່ເໝາະສົມໃນການເລືອກຄົນບໍ? (ບໍ່). ມັນບໍ່ເໝາະສົມແນວໃດ? (ຄົນແບບນີ້ມັກຈະຂ້ອນຂ້າງສະຫຼາດແກມໂກງ; ເຖິງແມ່ນວ່າພວກເຂົາສາມາດໃຊ້ປັດຊະຍາການດຳລົງຊີວິດທາງໂລກກັບຄົນອື່ນ ແລະ ຮູ້ຈັກວິທີຮັບມືກັບຄົນ, ແຕ່ພວກເຂົາອາດຈະບໍ່ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ສະເໝີໄປ). ແມ່ນແລ້ວ. ສິ່ງທີ່ສຳຄັນທີ່ສຸດຄື ບໍ່ວ່າຄົນຜູ້ໜຶ່ງຈະຈັດການວຽກງານຫຍັງໃຫ້ເຮືອນຂອງພຣະເຈົ້າ, ຢ່າງໜ້ອຍທີ່ສຸດພວກເຂົາຕ້ອງເປັນຄົນຈິດໃຈຊື່ກົງ ແລະ ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້. ການທີ່ເປັນຄົນປາກເກັ່ງຈົນສາມາດເວົ້າຄົນຕາຍໃຫ້ຟື້ນໄດ້ ໝາຍຄວາມວ່າພວກເຂົາສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ບໍ? ການທີ່ເປັນຄົນຫົວໄວ, ເວົ້າເກັ່ງ ແລະ ເວົ້າຈາຄ່ອງແຄ້ວ ໝາຍຄວາມວ່າພວກເຂົາສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ບໍ? (ບໍ່ໄດ້). ຕໍ່ໃຫ້ພວກເຂົາສາບານກໍບໍ່ມີປະໂຫຍດ ແລະ ມັນກໍບໍ່ມີຄວາມໝາຍເຊັ່ນກັນຖ້າເຈົ້າຮຽກຮ້ອງຕໍ່ພວກເຂົາ, ພວກເຂົາຕ້ອງມີລັກສະນະແບບນັ້ນຈຶ່ງຈະໄດ້. ແຕ່ຜູ້ນໍາປອມບໍ່ກວດສອບສິ່ງເຫຼົ່ານີ້, ພວກເຂົາພຽງແຕ່ເບິ່ງວ່າໃຜມີປະສົບການໃນສັງຄົມ, ໃຜສະຫຼາດແກມໂກງ, ຫົວໄວ, ເວົ້າເກັ່ງ ແລະ ເວົ້າຈາຄ່ອງແຄ້ວ, ໃຜຮູ້ຈັກຫຼິ້ນລະຄອນໄປຕາມສະຖານະການ, ໃຜເປັນຄືກັບກະປອມປ່ຽນສີ ແລະ ເປັນຄົນມີຄວາມຮູ້ຮອບຕົວ. ພວກເຂົາຄິດວ່າຄົນແບບນີ້ສາມາດຈັດການວຽກງານທົ່ວໄປໃນເຮືອນຂອງພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຜິດພາດບໍ? ນີ້ແມ່ນຄວາມຜິດພາດໃນແງ່ຂອງຫຼັກການ ແລະ ມາດຕະຖານສຳລັບການເລືອກຄົນ. ຄວາມຈິງກໍຄື ຄົນປະເພດນີ້ປາກເກັ່ງຈົນສຸດຂີດ: ບໍ່ວ່າພວກເຂົາຈະຮັບມືກັບໃຜ, ທຸກສິ່ງທີ່ພວກເຂົາເວົ້າລ້ວນແຕ່ແມ່ນຄຳຕົວະ ແລະ ພວກເຂົາບໍ່ສາມາດປ່ຽນແປງໄດ້ ບໍ່ວ່າພວກເຂົາຈະສາບານຈັກເທື່ອກໍຕາມ. ເມື່ອເຮັດສິ່ງຕ່າງໆ, ພວກເຂົາພຽງແຕ່ປົກປ້ອງຜົນປະໂຫຍດຂອງຕົນເອງເທົ່ານັ້ນ ແລະ ໂດຍສະເພາະເມື່ອປະເຊີນກັບອັນຕະລາຍ, ພວກເຂົາປົກປ້ອງຕົນເອງກ່ອນເປັນອັນດັບທຳອິດ, ແລະ ບໍ່ເຄີຍຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ຂໍພຽງແຕ່ພວກເຂົາມີຄວາມສຳພັນທີ່ດີກັບຜູ້ບໍ່ມີຄວາມເຊື່ອ, ນັ້ນກໍພຽງພໍແລ້ວສຳລັບພວກເຂົາ; ສ່ວນເລື່ອງທີ່ວ່າຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຈະເສຍຫາຍ ຫຼື ບໍ່ນັ້ນ, ພວກເຂົາບໍ່ສົນໃຈເລີຍ. ຄວາມປອດໄພຂອງອ້າຍເອື້ອຍນ້ອງທັງຫຼາຍກໍບໍ່ແມ່ນສິ່ງທີ່ພວກເຂົານໍາມາພິຈາລະນາເຊັ່ນກັນ, ແລະ ພວກເຂົາກໍບໍ່ສົນໃຈວ່າພຣະນາມຂອງພຣະເຈົ້າຈະເສື່ອມເສຍ ຫຼື ບໍ່; ພວກເຂົາພຽງແຕ່ປົກປ້ອງຕົນເອງເທົ່ານັ້ນ. ຜູ້ນໍາປອມເບິ່ງຄົນປະເພດນີ້ບໍ່ທະລຸ ແລະ ຄິດວ່າພວກເຂົາເໝາະສົມທີ່ສຸດສຳລັບການຈັດການວຽກງານພາຍນອກໃຫ້ເຮືອນຂອງພຣະເຈົ້າ. ແບບນີ້ມັນໂງ່ບໍ? ພວກເຂົາຫັກຫຼັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແຕ່ຜູ້ນໍາປອມກໍຍັງບໍ່ຮູ້ ແລະ ຍັງມອບໝາຍວຽກງານທີ່ສຳຄັນໃຫ້ພວກເຂົາ, ແລະ ຫວັງເພິ່ງພວກເຂົາສຳລັບທຸກສິ່ງ. ນີ້ບໍ່ແມ່ນຄວາມໂງ່ຈົນສຸດຂີດບໍ? ຄົນທີ່ເວົ້າເກັ່ງ, ເວົ້າຈາຄ່ອງແຄ້ວ ແລະ ຫົວໄວ ແມ່ນຄົນທີ່ມີເຈດຕະນາຊື່ກົງບໍ? ຖ້າເຈົ້າບໍ່ເຄີຍພົວພັນນໍາພວກເຂົາ ຫຼື ສັງເກດພວກເຂົາຢ່າງລະອຽດ, ເຈົ້າກໍຈະບໍ່ຮູ້. ເມື່ອເຈົ້າພົວພັນ ແລະ ຈັດການວຽກງານນໍາພວກເຂົາ, ໃຫ້ເບິ່ງວ່າສິ່ງທີ່ພວກເຂົາເວົ້ານັ້ນສອດຄ່ອງກັບສິ່ງທີ່ພວກເຂົາເຮັດ ຫຼື ບໍ່. ສິ່ງນີ້ສາມາດທົດສອບໄດ້ຜ່ານເຫດການດຽວ. ລອງສົມມຸດວ່າ, ຕົວຢ່າງ: ເຈົ້າກຳລັງຍ້າຍເຄື່ອງຢູ່. ເມື່ອພວກເຂົາເຫັນແລ້ວ, ພວກເຂົາຈະບໍ່ຊ່ວຍເຈົ້າ. ມີພຽງແຕ່ຕອນທີ່ເຈົ້າເຮັດວຽກແລ້ວໆເທົ່ານັ້ນ ພວກເຂົາຈຶ່ງຈະຍ່າງມາເວົ້າວ່າ, “ເຈົ້າເຮັດວຽກທີ່ເມື່ອຍປານນີ້ຜູ້ດຽວໄດ້ແນວໃດ? ຂ້ອຍຊິຊ່ວຍເຈົ້າຢູ່ແລ້ວຖ້າເຈົ້າບອກ, ບໍ່ວ່າຂ້ອຍຈະຫຍຸ້ງສໍ່າໃດກໍຕາມ. ເຈົ້າເບິ່ງຄືເມື່ອຍແຮງ. ດຽວຂ້ອຍຊິແຕ່ງກິນໃຫ້ເຈົ້າ, ມື້ນີ້ເຈົ້າບໍ່ຕ້ອງແຕ່ງ”. ຫຼັງຈາກເວົ້າແນວນັ້ນ, ພວກເຂົາກໍຫາຍໂຕໄປ. ເຈົ້າເມື່ອຍຊິຕາຍແລ້ວ ແລະ ເຈົ້າຍັງຕ້ອງໄດ້ແຕ່ງກິນອີກ. ຈາກນັ້ນ ພໍເຈົ້າແຕ່ງກິນແລ້ວ, ພວກເຂົາກໍມາກິນ ແລະ ຍັງເວົ້າວ່າ, “ເປັນຫຍັງເຈົ້າບໍ່ເອີ້ນຂ້ອຍຕອນເຈົ້າຊິເລີ່ມແຕ່ງກິນ? ເຈົ້າເມື່ອຍຊິຕາຍແລ້ວ ແລະ ເຈົ້າຍັງມາແຕ່ງກິນໃຫ້ຂ້ອຍ, ແບບນີ້ມັນຖືກຕ້ອງຢູ່ບ່ອນໃດ? ໃນເມື່ອເຈົ້າແຕ່ງແລ້ວ, ຂ້ອຍກໍຊິກິນສາ. ຄາບໜ້າດຽວຂ້ອຍແຕ່ງ, ແລະ ຮ້ອງບອກຂ້ອຍແດ່ເດີ້ ເມື່ອໃດກໍຕາມທີ່ເຈົ້າມີວຽກທີ່ຕ້ອງເຮັດໃນອະນາຄົດ”. ເຫດການດຽວນີ້ກໍພຽງພໍແລ້ວທີ່ຈະເບິ່ງພວກເຂົາທະລຸ. ພວກເຂົາເວົ້າເກັ່ງຫຼາຍ, ຫົວໄວ, ແລະ ຮູ້ວ່າຈະເວົ້າຫຍັງ. ພວກເຂົາຮູ້ຈັກຫຼິ້ນລະຄອນໄປຕາມສະຖານະການ, ແລະ ສິ່ງດຽວທີ່ພວກເຂົາເຮັດກໍຄືເວົ້າແຕ່ຄຳມ່ວນໆ, ໂດຍບໍ່ເຄີຍເຮັດວຽກແທ້ຈິງຈັກຢ່າງ. ຄົນແບບນີ້ໄວ້ໃຈໄດ້ບໍ? ຖ້າເຈົ້າຂໍໃຫ້ພວກເຂົາຈັດການວຽກງານທົ່ວໄປຂອງເຮືອນຂອງພຣະເຈົ້າ, ພວກເຂົາສາມາດປົກປ້ອງຜົນປະໂຫຍດຂອງມັນໄດ້ບໍ? ພວກເຂົາສາມາດຮັກສາຊື່ສຽງຂອງຄຣິສຕະຈັກ ແລະ ປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງທັງຫຼາຍໄດ້ບໍ? (ບໍ່ໄດ້). ຊັບສິນຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດທັງໝົດຂອງມັນ ແມ່ນສິ່ງສຳຄັນອັນດັບໜຶ່ງຂອງພວກເຂົາບໍ? ບໍ່ເລີຍ. ຕາ ແລະ ຈິດໃຈຂອງຜູ້ນໍາປອມແມ່ນມືດບອດຕໍ່ບັນຫາທີ່ສາມາດກວດພົບໄດ້ງ່າຍແບບນີ້, ພວກເຂົາພຽງແຕ່ເບິ່ງບໍ່ເຫັນມັນ. ກົງກັນຂ້າມ, ພວກເຂົາສາມາດເວົ້າໄດ້ແຕ່ຄຳເວົ້າ ແລະ ຫຼັກຄຳສອນເທົ່ານັ້ນ. ໃຜເປັນຄົນທີ່ພຣະເຈົ້າຮັກ ແລະ ໃຜບໍ່ແມ່ນຄົນທີ່ພຣະເຈົ້າຮັກ, ໃຜຮັກຄວາມຈິງ ແລະ ໃຜບໍ່ຮັກຄວາມຈິງ, ຄົນແບບໃດທີ່ມີຮາກຖານໃນຄວາມເຊື່ອໃນພຣະເຈົ້າ ແລະ ຄົນແບບໃດບໍ່ມີຮາກຖານ, ຄົນແບບໃດມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນ ແລະ ຄົນແບບໃດບໍ່ມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນ, ພວກເຂົາເວົ້າກ່ຽວກັບສິ່ງເຫຼົ່ານີ້ໃນລັກສະນະທີ່ມີເຫດຜົນ ແລະ ມີຕັກກະ, ແລະ ພວກເຂົາເບິ່ງຄືວ່າເຂົ້າໃຈສິ່ງເຫຼົ່ານີ້ແທ້ໆ, ແຕ່ວ່າມັນລ້ວນແຕ່ເປັນຄຳເວົ້າທີ່ວ່າງເປົ່າ ແລະ ຫຼັກຄຳສອນ. ເມື່ອໃດກໍຕາມທີ່ພວກເຂົາຖືກຂໍໃຫ້ແຍກແຍະຄົນ, ຕາ ແລະ ຈິດໃຈຂອງພວກເຂົາກໍມືດບອດ; ພວກເຂົາພຽງແຕ່ບໍ່ຮູ້ວິທີເບິ່ງຄົນ. ບໍ່ວ່າພວກເຂົາຈະພົວພັນນໍາຄົນປະເພດນີ້ດົນປານໃດກໍຕາມ, ພວກເຂົາກໍຍັງເບິ່ງຄົນປະເພດນີ້ບໍ່ທະລຸ ແລະ ແມ່ນແຕ່ມອບໝາຍວຽກງານທີ່ສຳຄັນໃຫ້ພວກເຂົາ.

ການທີ່ຜູ້ນໍາປອມໃຊ້ຄົນຜິດນັ້ນກໍເປັນເລື່ອງທີ່ໜ້າລັງກຽດຢູ່ແລ້ວ, ແຕ່ພວກເຂົາຍັງເພີ່ມການກະທຳທີ່ຜິດນີ້ ໂດຍການເຮັດສິ່ງທີ່ໜ້າລັງກຽດຍິ່ງກວ່ານັ້ນອີກ. ຍົກຕົວຢ່າງ: ສົມມຸດວ່າຜູ້ນໍາປອມຄົນໜຶ່ງໄດ້ໃຊ້ຄົນຜິດ. ຄົນໆນີ້ບໍ່ເໝາະສົມທີ່ຈະເປັນຜູ້ກຳກັບດູແລເລີຍ ແລະ ບໍ່ບັນລຸເກນຂອງເຮືອນຂອງພຣະເຈົ້າສຳລັບການຖືກສົ່ງເສີມ ແລະ ການບົ່ມເພາະ. ແຕ່ຜູ້ນໍາປອມກໍຍັງຢືນຢັນທີ່ຈະໃຊ້ຜູ້ກ່ຽວ ແລະ ບໍ່ເຄີຍກວດກາວຽກງານຂອງຄົນໆນີ້ເລີຍ, ໂດຍເຊື່ອວ່າ “ເມື່ອໃຊ້ງານຄົນແລ້ວກໍບໍ່ຕ້ອງສົງໄສ, ເມື່ອສົງໄສແລ້ວກໍບໍ່ຕ້ອງໃຊ້ງານ. ໃນເມື່ອຂ້ອຍໄດ້ເລືອກເຈົ້າ ແລະ ສົ່ງເສີມເຈົ້າແລ້ວ, ເຈົ້າກໍຈະສາມາດເຮັດວຽກງານນີ້ໄດ້ດີ, ສະນັ້ນ ກໍລົງມືເຮັດວຽກຕາມທີ່ເຈົ້າເຫັນສົມຄວນໂລດ. ຂ້ອຍຈະສະໜັບສະໜູນທຸກຢ່າງທີ່ເຈົ້າເຮັດ ແລະ ບໍ່ມີປະໂຫຍດຫຍັງດອກທີ່ໃຜຈະມາຄັດຄ້ານເລື່ອງນີ້!” ພວກເຂົາໃຊ້ຄົນຜິດ ແລະ ຍັງປ່ອຍໃຫ້ຄວາມຜິດພາດຂອງພວກເຂົາດຳເນີນຕໍ່ໄປຈົນເຖິງທີ່ສຸດ, ນັ້ນຄືຄວາມເຊື່ອໝັ້ນໃນຕົນເອງຂອງພວກເຂົາ. ຜູ້ນໍາປອມລ້ວນແລ້ວແຕ່ຕາບອດ. ພວກເຂົາເບິ່ງບໍ່ເຫັນບັນຫາໃດໆ, ພວກເຂົາບໍ່ສາມາດບອກໄດ້ວ່າໃຜເປັນຄົນຊົ່ວຮ້າຍ ຫຼື ຜູ້ບໍ່ເຊື່ອ ແລະ ບໍ່ວ່າໃຜຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ມີຄວາມສຳນຶກຫຍັງເລີຍ ແລະ ພວກເຂົາເຖິງກັບມອບໝາຍວຽກງານສຳຄັນໃຫ້ກັບຄົນເບົາປັນຍາອີກດ້ວຍ. ຜູ້ນໍາປອມໄວ້ວາງໃຈໃຜກໍຕາມທີ່ພວກເຂົາສົ່ງເສີມຢ່າງໃຫຍ່ຫຼວງ ແລະ ມອບໝາຍວຽກງານສຳຄັນໃຫ້ກັບຄົນເຫຼົ່ານັ້ນແບບສົ່ງເດດ. ຜົນກໍຄື ຄົນເຫຼົ່ານັ້ນເຮັດໃຫ້ວຽກງານຂອງຄຣິສຕະຈັກຫຍຸ້ງເຫຍີງ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການເຜີຍແຜ່ຂ່າວປະເສີດ ແລະ ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຜູ້ນໍາປອມເຖິງກັບທຳທ່າວ່າພວກເຂົາບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້ເລີຍ. ເມື່ອເບື້ອງເທິງຖາມພວກເຂົາວ່າ, “ຄົນທີ່ເຈົ້າສົ່ງເສີມຂຶ້ນມາເຮັດວຽກງານເປັນແນວໃດ? ພວກເຂົາເໝາະສົມທີ່ຈະເຮັດວຽກງານນີ້ບໍ? ພວກເຂົາກຳລັງປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ໃນເວລາທີ່ສຳຄັນ, ພວກເຂົາຈະປົກປ້ອງຕົນເອງ ຫຼື ພວກເຂົາຈະປົກປ້ອງວຽກງານຂອງຄຣິສຕະຈັກ?” ຜູ້ນໍາປອມເຫຼົ່ານີ້ຕອບວ່າ: “ພວກເຂົາໄດ້ສາບານແລ້ວວ່າຈະປົກປ້ອງວຽກງານຂອງຄຣິສຕະຈັກ. ອີກຢ່າງໜຶ່ງ, ພວກເຂົາເຊື່ອໃນພຣະເຈົ້າມາເປັນເວລາ 20 ປີແລ້ວ. ພວກເຂົາຈະປົກປ້ອງຕົນເອງ ແລະ ຫັກຫຼັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາໜ້າຈະປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ”. ເບື້ອງເທິງຕອບວ່າ: “ສິ່ງທີ່ເຈົ້າເວົ້າມານັ້ນຖືກຕ້ອງບໍ? ເຈົ້າໄດ້ກວດກາວຽກງານຂອງພວກເຂົາແລ້ວບໍ?” ຜູ້ນໍາປອມເຫຼົ່ານີ້ຕອບວ່າ, “ຂ້າພະເຈົ້າຍັງບໍ່ໄດ້ກວດກາວຽກງານຂອງພວກເຂົາ, ແຕ່ຂ້າພະເຈົ້າໄດ້ບອກພວກເຂົາແລ້ວວ່າຢ່າປົກປ້ອງຜົນປະໂຫຍດຂອງຕົນເອງ ແລະ ພວກເຂົາຕ້ອງປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ພວກເຂົາກໍສັນຍາກັບຂ້າພະເຈົ້າແລ້ວວ່າພວກເຂົາຈະເຮັດ”. ການທີ່ພວກເຂົາໃຫ້ຄຳໝັ້ນສັນຍາກັບເຈົ້າມີປະໂຫຍດຫຍັງ? ພວກເຂົາແມ່ນແຕ່ບໍ່ສາມາດເຮັດຕາມຄຳສາບານທີ່ພວກເຂົາໃຫ້ໄວ້ຕໍ່ໜ້າພຣະເຈົ້າໄດ້. ເຈົ້າຄິດວ່າພຽງຍ້ອນພວກເຂົາໃຫ້ຄຳໝັ້ນສັນຍາກັບເຈົ້າ, ພວກເຂົາຈະເປັນທີ່ໄວ້ວາງໃຈໄດ້ບໍ? ພວກເຂົາຈະສາມາດເຮັດໃນສິ່ງທີ່ພວກເຂົາສັນຍາໄວ້ໄດ້ຢ່າງແນ່ນອນບໍ? ໃນເມື່ອເຈົ້າຍັງບໍ່ໄດ້ກວດກາວຽກງານຂອງພວກເຂົາ, ເຈົ້າຮູ້ໄດ້ແນວໃດວ່າພວກເຂົາເປັນຄົນທີ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ເປັນຫຍັງເຈົ້າຈຶ່ງເຊື່ອໝັ້ນໃນຕົນເອງຫຼາຍແທ້? ຜູ້ນໍາປອມດັ່ງກ່າວບໍ່ແມ່ນຄົນຊົ່ວຊ້າບໍ? ໃນການໃຊ້ຄົນຜິດ, ພວກເຂົາໄດ້ເຮັດຜິດພາດຢ່າງໃຫຍ່ຫຼວງແລ້ວ ແລະ ຈາກນັ້ນພວກເຂົາກໍເຮັດຜິດພາດຮ້າຍແຮງຂຶ້ນໄປອີກ ໂດຍການບໍ່ເຄີຍສອບຖາມ, ບໍ່ຕິດຕາມເບິ່ງ ຫຼື ບໍ່ກວດກາວຽກງານຂອງຄົນໆນີ້ເລີຍ ແລະ ໂດຍການບໍ່ກຳກັບດູແລ ຫຼື ບໍ່ສັງເກດເບິ່ງມັນ. ສິ່ງດຽວທີ່ພວກເຂົາເຮັດກໍຄື ປ່ອຍໃຫ້ຄົນໆນີ້ເຮັດຕາມອຳເພີໃຈ ແລະ ກະທຳຄວາມຜິດ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ. ເມື່ອໃດກໍຕາມທີ່ວຽກງານໃດໜຶ່ງຂາດຄົນ, ຜູ້ນໍາປອມກໍຈັດແຈງໃຫ້ຄົນມາຮັບຜິດຊອບແບບສົ່ງເດດ ແລະ ນັ້ນກໍຖືວ່າຈົບເລື່ອງ; ພວກເຂົາບໍ່ເຄີຍກວດກາວຽກງານ ຫຼື ລົງໄປພື້ນທີ່ຕົວຈິງເພື່ອພົວພັນກັບຄົນໆນັ້ນ, ສັງເກດເບິ່ງພວກເຂົາ ແລະ ພະຍາຍາມຊອກຮູ້ກ່ຽວກັບພວກເຂົາໃຫ້ຫຼາຍຂຶ້ນ. ໃນບາງບ່ອນ ສະພາບແວດລ້ອມບໍ່ເອື້ອອຳນວຍໃຫ້ພົບພໍ້ ແລະ ໃຊ້ເວລາກັບຄົນໆນັ້ນ, ແຕ່ເຈົ້າຕ້ອງຖາມກ່ຽວກັບວຽກງານຂອງພວກເຂົາ ແລະ ສອບຖາມທາງອ້ອມກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດມາຕະຫຼອດ ແລະ ວິທີທີ່ພວກເຂົາເຮັດ, ເຈົ້າສາມາດຖາມອ້າຍເອື້ອຍນ້ອງທັງຫຼາຍ ຫຼື ຄົນທີ່ໃກ້ຊິດກັບພວກເຂົາໄດ້. ສິ່ງນີ້ບໍ່ແມ່ນສິ່ງທີ່ສາມາດເຮັດໄດ້ບໍ? ແຕ່ຜູ້ນໍາປອມບໍ່ສົນໃຈແມ່ນແຕ່ຈະຖາມຄຳຖາມໃດໆເລີຍ, ພວກເຂົາຊ່າງມີຄວາມໝັ້ນໃຈແທ້. ໃນວຽກງານຂອງພວກເຂົາ, ພວກເຂົາພຽງແຕ່ຈັດການເຕົ້າໂຮມ ແລະ ເທດສະໜາຫຼັກຄຳສອນ ແລະ ເມື່ອການເຕົ້າໂຮມຈົບລົງ ແລະ ວຽກງານໄດ້ຖືກຈັດແຈງແລ້ວ, ພວກເຂົາກໍບໍ່ເຮັດຫຍັງອີກ; ພວກເຂົາບໍ່ຕິດຕາມ ຫຼື ຊອກຮູ້ວ່າຄົນທີ່ພວກເຂົາເລືອກນັ້ນ ສາມາດເຮັດວຽກງານຕົວຈິງໄດ້ ຫຼື ບໍ່. ໃນຕອນທຳອິດ, ເຈົ້າບໍ່ເຂົ້າໃຈຄົນໆນັ້ນ, ແຕ່ອີງໃສ່ຂີດຄວາມສາມາດຂອງພວກເຂົາ ແລະ ການສະແດງອອກພາຍນອກ ແລະ ຄວາມກະຕືລືລົ້ນຂອງພວກເຂົາ, ເຈົ້າຮູ້ສຶກວ່າພວກເຂົາເໝາະສົມສຳລັບວຽກງານນີ້ ແລະ ເຈົ້າກໍເລີຍໃຊ້ພວກເຂົາ, ບໍ່ມີຫຍັງຜິດໃນເລື່ອງນີ້, ເພາະບໍ່ມີໃຜຮູ້ວ່າຜູ້ຄົນຈະເປັນແນວໃດໃນພາຍຫຼັງ. ແຕ່ຫຼັງຈາກທີ່ສົ່ງເສີມພວກເຂົາແລ້ວ, ເຈົ້າຄວນຕິດຕາມ ແລະ ເບິ່ງວ່າພວກເຂົາເຮັດວຽກງານຕົວຈິງ ຫຼື ບໍ່, ພວກເຂົາເຮັດວຽກແນວໃດ ແລະ ພວກເຂົາໄດ້ເຮັດພໍແລ້ວມືແລ້ວຕີນ, ລັກລອບຫຼິ້ນເລ່ລ່ຽມ ຫຼື ຂີ້ຄ້ານມັກງ່າຍ ບໍ່ແມ່ນບໍ? ນີ້ຄືວຽກງານທີ່ເຈົ້າຄວນເຮັດແທ້ໆ, ແຕ່ເຈົ້າບໍ່ໄດ້ເຮັດຫຍັງເລີຍ, ເຈົ້າບໍ່ຮັບຜິດຊອບຫຍັງເລີຍ. ເຈົ້າເປັນຜູ້ນໍາປອມ ແລະ ເຈົ້າຄວນຖືກປົດອອກ ແລະ ຖືກກຳຈັດ.

ຜູ້ນໍາປອມເຮັດຜິດພາດຢ່າງຮ້າຍແຮງ, ນັ້ນກໍຄື ຫຼັງຈາກທີ່ພວກເຂົາສົ່ງເສີມຜູ້ຄົນຂຶ້ນມາແລ້ວ, ພວກເຂົາກໍອະທິບາຍວຽກງານໃຫ້ຄົນເຫຼົ່ານັ້ນ, ຈາກນັ້ນກໍເວົ້າຫຼັກຄຳສອນເລັກນ້ອຍ, ເວົ້າຄໍາໃຫ້ກຳລັງໃຈສອງສາມຄໍາ ແລ້ວກໍຖືວ່າຈົບເລື່ອງ, ໂດຍບໍ່ເຄີຍຕິດຕາມ ຫຼື ເຂົ້າໄປມີສ່ວນຮ່ວມໃນວຽກງານສະເພາະເລີຍ. ຖ້າເຈົ້າເວົ້າວ່າເຈົ້າມີຂີດຄວາມສາມາດຕ່ຳ ແລະ ຂາດການເບິ່ງທະລຸຜູ້ຄົນ, ເຈົ້າກໍສາມາດຕິດຕາມ ແລະ ຊອກຮູ້ວ່າວຽກງານສະເພາະດຳເນີນໄປແນວໃດ ແລະ ເຈົ້າກໍຈະສາມາດກຳສະຖານະການໄດ້ຢ່າງເຕັມທີ່. ແຕ່ຜູ້ນໍາປອມບໍ່ຕິດຕາມ ແລະ ຊອກຮູ້ເລີຍວ່າວຽກງານດຳເນີນໄປແນວໃດ. ຍົກຕົວຢ່າງ ການພິມປຶ້ມ, ເຊິ່ງເປັນວຽກງານສະເພາະຢ່າງໜຶ່ງ. ຜູ້ນໍາປອມມອບໝາຍໃຫ້ຄົນຜູ້ໜຶ່ງຮັບຜິດຊອບວຽກງານນີ້, ແຕ່ບໍ່ໄດ້ກວດກາພວກເຂົາເລີຍແມ່ນແຕ່ເທື່ອດຽວໃນເຄິ່ງປີ. ຜົນກໍຄື ຫຼັງຈາກຫົກເດືອນ, ປຶ້ມທີ່ພິມອອກມາທັງໝົດກໍມີຕຳໜິ, ຊ່າງເປັນເລື່ອງທີ່ຫຍຸ້ງເຫຍີງແທ້ໆ! ນີ້ຄືສິ່ງທີ່ຜູ້ນໍາປອມເປັນ, ພວກເຂົາບໍ່ເຮັດວຽກງານສະເພາະໃດໆເລີຍ. ເຈົ້າຄວນເຮັດແນວໃດຖ້າເຈົ້າກຳລັງຈັດແຈງໃຫ້ມີການພິມປຶ້ມ? ກ່ອນອື່ນໝົດ ເຈົ້າຕ້ອງຈັດສັນຜູ້ກຳກັບດູແລທີ່ເໝາະສົມ ແລະ ຈາກນັ້ນກໍກຳກັບດູແລ ແລະ ກວດສອບວ່າພວກເຂົາເຮັດວຽກໄດ້ດີສໍ່າໃດ ແລະ ພວກເຂົາອາດຈະເຮັດໃຫ້ວຽກເສຍຫາຍ ຫຼື ບໍ່. ເຈົ້າຕ້ອງກຳກັບດູແລ ແລະ ຕິດຕາມວຽກງານ ແລະ ແກ້ໄຂບັນຫາໂດຍທັນທີຖ້າເຈົ້າພົບເຫັນບັນຫາໃດໆ, ມີພຽງແຕ່ວິທີນີ້ເທົ່ານັ້ນຈຶ່ງຈະຮັບປະກັນໄດ້ວ່າບໍ່ມີບັນຫາເກີດຂຶ້ນ. ແຕ່ຜູ້ນໍາປອມບໍ່ເຮັດແບບນີ້. ພວກເຂົາຄິດວ່າຄວາມຮັບຜິດຊອບຂອງພວກເຂົາແມ່ນພຽງແຕ່ການເວົ້າຫຼັກຄຳສອນໃສ່ຜູ້ຄົນ ແລະ ເຮັດໃຫ້ຜູ້ຄົນເຂົ້າໃຈຫຼັກຄຳສອນ ແລະ ຕາບໃດທີ່ຜູ້ຄົນເຂົ້າໃຈຫຼັກຄຳສອນ, ບັນຫາກໍຈະສາມາດແກ້ໄຂໄດ້. ສະນັ້ນ, ພວກເຂົາຈຶ່ງເອົາໃຈໃສ່ພຽງແຕ່ການເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ ແລະ ບໍ່ເຂົ້າໄປມີສ່ວນຮ່ວມໃນວຽກງານສະເພາະ. ສຳລັບຜູ້ນໍາປອມແລ້ວ, ພວກເຂົາຄິດວ່າມັນບໍ່ແມ່ນວຽກຂອງພວກເຂົາທີ່ຈະເຂົ້າໄປມີສ່ວນຮ່ວມໃນວຽກງານສະເພາະ ແລະ ນີ້ຄວນເປັນເລື່ອງຂອງຄົນທີ່ຢູ່ລຸ່ມພວກເຂົາ. ແລ້ວຕົວພວກເຂົາເອງເຮັດຫຍັງ? ພວກເຂົາສັ່ງການສະຖານະການໂດຍລວມຈາກເບື້ອງເທິງ ແລະ ກາຍເປັນເຈົ້າໜ້າທີ່ທີ່ໄຮ້ປະສິດທິພາບ. ບໍ່ວ່າວຽກງານນັ້ນຈະເປັນແນວໃດ, ພວກເຂົາກໍບໍ່ຢູ່ບ່ອນນັ້ນ ຫຼື ມີສ່ວນຮ່ວມໃນນັ້ນ. ຫຼັງຈາກບອກຫຼັກການໃຫ້ຜູ້ຄົນຮູ້ແລ້ວ, ຖ້າພວກເຂົາຖືກຖາມກ່ຽວກັບບັນຫາລະອຽດ ຫຼື ເສັ້ນທາງສະເພາະເຈາະຈົງ, ພວກເຂົາກໍຈະເວົ້າວ່າ: “ວຽກງານສະເພາະແມ່ນຂຶ້ນກັບພວກເຈົ້າ, ຂ້ອຍບໍ່ເຂົ້າໃຈເລື່ອງນີ້”. ສະນັ້ນ, ພວກເຂົາຈຶ່ງບໍ່ຮູ້ວ່າຄົນທີ່ຢູ່ລຸ່ມພວກເຂົາດຳເນີນວຽກງານແນວໃດ. ສຳລັບເລື່ອງທີ່ວ່າຜູ້ກຳກັບດູແລມີຄຸນສົມບັດ ແລະ ສາມາດແບກຮັບວຽກງານໄດ້ຫຼືບໍ່, ຫຼື ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ຫຼື ພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງຫຼືບໍ່, ຫຼື ພວກເຂົາມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງຕົນຫຼືບໍ່, ຫຼື ພວກເຂົາເຮັດພໍແລ້ວມືແລ້ວຕີນ ຫຼື ເຮັດຕາມອຳເພີໃຈໃນການເຮັດສິ່ງທີ່ຊົ່ວຮ້າຍຫຼືບໍ່, ຫຼື ມີການຊັກຊ້າໃນວຽກງານຫຼືບໍ່ ແລະ ອື່ນໆ, ຜູ້ນໍາປອມບໍ່ຮູ້ກ່ຽວກັບເລື່ອງເຫຼົ່ານີ້ເລີຍ, ພວກເຂົາພຽງແຕ່ຍ່າງເລາະຫຼິ້ນຄືກັບພະນັກງານນັ່ງໂຕະຂອງໂລກທີ່ບໍ່ມີຄວາມເຊື່ອທີ່ບໍ່ເຮັດວຽກຫຍັງ, ໂດຍບໍ່ເຮັດວຽກງານຕົວຈິງໃດໆ. ໃນຄຣິສຕະຈັກທີ່ພວກເຂົາເຮັດວຽກ, ຜູ້ນໍາປອມບໍ່ຮູ້ເລີຍເມື່ອຜູ້ກຳກັບດູແລບາງຄົນເຮັດໃຫ້ວຽກງານຢຸດສະງັກ ຫຼື ເມື່ອຜູ້ກຳກັບດູແລບາງຄົນກຳລັງສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງ, ຫຼື ເມື່ອຜູ້ກຳກັບດູແລບາງຄົນບໍ່ໃສ່ໃຈໜ້າທີ່ທີ່ເໝາະສົມຂອງຕົນ ແລະ ໃຊ້ເວລາໃນແຕ່ລະມື້ໄປກັບການກິນ, ການດື່ມ ແລະ ການຫຼິ້ນມ່ວນຊື່ນແທນ ແລະ ພວກເຂົາເຖິງກັບເຮັດເປັນເບິ່ງບໍ່ເຫັນ ເມື່ອຜູ້ກຳກັບດູແລບາງຄົນມີຂີດຄວາມສາມາດທີ່ຕ່ຳຫຼາຍ, ມີຄວາມເຂົ້າໃຈທີ່ບິດເບືອນ ແລະ ບໍ່ສາມາດເຮັດວຽກໄດ້ເລີຍ. ຜູ້ນໍາປອມດັ່ງກ່າວເປັນພຽງເປືອກນອກທີ່ວ່າງເປົ່າ, ພວກເຂົາເປັນຜູ້ນໍາແຕ່ໃນນາມ ແລະ ພວກເຂົາບໍ່ໄດ້ເຮັດວຽກງານທີ່ເປັນແກ່ນສານໃດໆຂອງຜູ້ນໍາ. ທາງພາຍນອກ, ຜູ້ນໍາປອມເຫຼົ່ານີ້ເບິ່ງຄືວ່າປະພຶດຕົນຂ້ອນຂ້າງດີ. ພວກເຂົາຈັດສັນຜູ້ກຳກັບດູແລສຳລັບວຽກງານແຕ່ລະຢ່າງ, ເອີ້ນຄົນເຫຼົ່ານີ້ມາເຕົ້າໂຮມກັນເປັນບາງຄັ້ງບາງຄາວ ແລະ ໃຊ້ເວລາທີ່ເຫຼືອຢູ່ໃນບ່ອນດຽວ ເພື່ອເຮັດການເຝົ້າດ່ຽວຝ່າຍວິນຍານ, ອະທິຖານ, ອ່ານພຣະທຳຂອງພຣະເຈົ້າ, ຟັງຄຳເທດສະໜາ ຮຽນເພງສັນລະເສີນ ແລະ ຂຽນຄຳເທດສະໜາຂອງພວກເຂົາເອງ. ມີຜູ້ນໍາປອມບາງຄົນທີ່ບໍ່ອອກຈາກຫ້ອງຂອງພວກເຂົາເລີຍຕະຫຼອດອາທິດ. ຍັງມີຜູ້ນໍາປອມທີ່ບໍ່ເຮັດຫຍັງເລີຍນອກຈາກຈັດການເຕົ້າໂຮມທາງອອນລາຍ, ໂດຍບໍ່ເຄີຍໄປບ່ອນເຮັດວຽກຕົວຈິງເພື່ອເຂົ້າໃຈສະຖານະການ. ອ້າຍເອື້ອຍນ້ອງທັງຫຼາຍບໍ່ເຫັນພວກເຂົາຕົວຈິງເປັນເວລາດົນນານ ແລະ ບໍ່ຮູ້ເລີຍວ່າປະສົບການຊີວິດ ຫຼື ຄວາມເຕີບໂຕຂອງຜູ້ນໍາປອມເປັນແນວໃດ. ໃນລະຫວ່າງການເຕົ້າໂຮມ, ຜູ້ນໍາປອມພຽງແຕ່ຈັດການວຽກງານທົ່ວໄປບາງຢ່າງ, ແຕ່ສຳລັບວຽກງານສະເພາະເຈາະຈົງວ່າຜູ້ກຳກັບດູແລແຕ່ລະຄົນກຳລັງເຮັດຫຍັງ ແລະ ຄົນທີ່ພວກເຂົາສົ່ງເສີມ ແລະ ບົ່ມເພາะນັ້ນເໝາະສົມກັບວຽກງານທີ່ມອບໝາຍໃຫ້ຫຼືບໍ່, ຫຼື ທັດສະນະຄະຕິຂອງຄົນເຫຼົ່ານີ້ໃນການປະຕິບັດໜ້າທີ່ຂອງພວກເຂົາເປັນແນວໃດ ຫຼື ພວກເຂົາໃສ່ໃຈ ແລະ ລະອຽດຖີ່ຖ້ວນໃນວຽກງານຂອງພວກເຂົາຫຼືບໍ່, ຫຼື ຖ້າພວກເຂົາຄິດລົບ ແລະ ເຮັດພໍແລ້ວມືແລ້ວຕີນ, ຫຼື ຄົນເຫຼົ່ານີ້ກຳລັງຍ່າງໃນເສັ້ນທາງທີ່ຖືກຕ້ອງຫຼືບໍ່, ຫຼື ພວກເຂົາເປັນຄົນທີ່ຖືກຕ້ອງຫຼືບໍ່; ຜູ້ນໍາປອມບໍ່ສົນໃຈ ຫຼື ຖາມກ່ຽວກັບເລື່ອງເຫຼົ່ານີ້ເລີຍ ແລະ ບໍ່ຢາກຮູ້ກ່ຽວກັບເລື່ອງເຫຼົ່ານີ້ເຊັ່ນກັນ. ແກ່ນແທ້ຂອງບັນຫານີ້ຮ້າຍແຮງບໍ? (ຮ້າຍແຮງ).

ເຮືອນຂອງພຣະເຈົ້າຕ້ອງການຄົນທີ່ມີຄວາມສາມາດພິເສດຈໍານວນໜຶ່ງທີ່ເຂົ້າໃຈຂົງເຂດວິຊາຊີບສະເພາະ ແລະ ມີທັກສະບາງຢ່າງ ແລະ ຈະບົ່ມເພາະຄົນເຫຼົ່ານີ້ໃຫ້ສຶກສາວິຊາຊີບເຫຼົ່ານັ້ນ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້. ພວກເຈົ້າຄິດວ່າຜູ້ນໍາປອມຊອກຫາຄົນປະເພດໃດ? ພວກເຂົາຮວບຮວມເອົາຄົນໜຸ່ມສາວທຸກຄົນທີ່ຮຽນຈົບມະຫາວິທະຍາໄລ ແລະ ຕິດຕາມພໍ່ແມ່ຂອງພວກເຂົາມາເຊື່ອໃນພຣະເຈົ້າ ແລະ ພວກເຂົາເບິ່ງວ່າໃຜປາກເວົ້າເກັ່ງ ແລະ ໃຜມັກເປັນຈຸດສົນໃຈ ແລະ ເວົ້າກັບຄົນເຫຼົ່ານັ້ນວ່າ: “ເຮືອນຂອງພຣະເຈົ້າຕ້ອງການບົ່ມເພາະພວກເຈົ້າ; ພວກເຈົ້າຄືກອງທັບສຳຮອງ ແລະ ກອງກຳລັງໃໝ່”. ຈາກນັ້ນ, ພວກເຂົາກໍມອບໝາຍໃຫ້ຄົນເຫຼົ່ານີ້ປະຕິບັດໜ້າທີ່. ໃນຄວາມເປັນຈິງແລ້ວ, ຄົນເຫຼົ່ານີ້ບໍ່ເຄີຍປະຕິບັດໜ້າທີ່ມາກ່ອນ, ພວກເຂົາຂາດປະສົບການຫຼາກຫຼາຍດ້ານ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງຫຍັງເລີຍ. ແຕ່ຜູ້ນໍາປອມພໍໃຈ ແລະ ມັກພວກເຂົາ, ດັ່ງນັ້ນ ຈຶ່ງເລີ່ມບົ່ມເພາະພວກເຂົາ. ພວກເຂົາມອບໝາຍໃຫ້ຄົນເຫຼົ່ານີ້ປະຕິບັດໜ້າທີ່ ໂດຍອີງຕາມຄວາມຊ່ຽວຊານຂອງພວກເຂົາທີ່ເຮັດໃຫ້ພວກເຂົາເໝາະສົມທີ່ຈະຮຽນຮູ້; ບາງຄົນຖືກມອບໝາຍໃຫ້ເຮັດວຽກງານຂໍ້ຄວາມ, ບາງຄົນຖືກມອບໝາຍໃຫ້ເຮັດວຽກການຜະລິດຮູບເງົາ, ບາງຄົນຖືກມອບໝາຍໃຫ້ເຮັດວິດີໂອ ແລະ ບາງຄົນຖືກມອບໝາຍໃຫ້ເປັນນັກສະແດງ. ສຳລັບຜູ້ນໍາປອມແລ້ວ, ຕາບໃດທີ່ຄົນເຫຼົ່ານີ້ມີໜ້າທີ່ໃຫ້ປະຕິບັດ, ນັ້ນກໍພຽງພໍແລ້ວ. ຜູ້ນໍາປອມບໍ່ສືບສວນເບິ່ງວ່າຄົນເຫຼົ່ານີ້ຮັກຄວາມຈິງ ຫຼື ບໍ່ ຫຼື ພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່, ທັງບໍ່ກວດສອບເບິ່ງວ່າຄົນເຫຼົ່ານີ້ກຳລັງໄລ່ຕາມເສາະຫາຫຍັງ ຫຼື ເປົ້າໝາຍຂອງພວກເຂົາແມ່ນຫຍັງ. ໃນທີ່ສຸດແລ້ວ, ເກີດຫຍັງຂຶ້ນ? ບາງຄົນໃນກຸ່ມນັ້ນກໍຖືກກຳຈັດ. ນີ້ເປັນຍ້ອນວ່າພວກເຂົາເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ ແລະ ພວກເຂົາໄລ່ຕາມກະແສໂລກ ແລະ ໃຊ້ເວລາໃນແຕ່ລະມື້ໄປກັບການວຸ່ນວາຍຢູ່ກັບການແຕ່ງຕົວ ແລະ ມົ້ວສຸມໃນທາງຊູ້ສາວ ແລະ ພວກເຂົາບໍ່ເຂົ້າໃຈກົດລະບຽບໃດໆ ຫຼື ບໍ່ມີມາລະຍາດຫຍັງເລີຍ, ເຫັນໄດ້ຢ່າງຊັດເຈນວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອ. ພວກເຂົາບໍ່ເອົາການເອົາງານໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ ແລະ ພວກເຂົາເຮັດທຸກຢ່າງແບບພໍແລ້ວມືແລ້ວຕີນ, ແຕ່ຜູ້ນໍາປອມກັບເບິ່ງບໍ່ເຫັນສິ່ງນີ້ເລີຍ. ຜູ້ນໍາປອມຕາບອດບໍ່ແມ່ນບໍ? (ແມ່ນ). ອັນໃດເປັນສາເຫດຂອງອາການຕາບອດນີ້? ມັນບໍ່ແມ່ນຍ້ອນວ່າຜູ້ນໍາປອມໃຈບອດບໍ? ຕາບອດ ແລະ ໃຈບອດແມ່ນຄຸນລັກສະນະສອງຢ່າງຂອງຜູ້ນໍາປອມ. ເຖິງແມ່ນວ່າຕາຂອງພວກເຂົາຈະມືນກວ້າງຢູ່, ແຕ່ຜູ້ນໍາປອມກໍບໍ່ສາມາດເຂົ້າໃຈຫຍັງ ຫຼື ເບິ່ງທະລຸໃຜໄດ້ເລີຍ, ນັ້ນກໍຄື ຕາຂອງພວກເຂົາບອດ. ໃນໃຈຂອງພວກເຂົາ, ພວກເຂົາບໍ່ມີການແຍກແຍະ ຫຼື ມຸມມອງຕໍ່ໃຜ ຫຼື ສິ່ງໃດເລີຍ ແລະ ບໍ່ວ່າພວກເຂົາຈະເຫັນຫຍັງກໍຕາມ, ພວກເຂົາກໍບໍ່ມີຄວາມສາມາດທີ່ຈະແຍກແຍະຖືກຜິດໄດ້ ແລະ ພວກເຂົາບໍ່ມີທັດສະນະຄະຕິ, ບໍ່ມີຄວາມຄິດເຫັນ ແລະ ບໍ່ມີຄຳນິຍາມ, ນີ້ຄືກໍລະນີທີ່ຮ້າຍແຮງຂອງການໃຈບອດ. ຜູ້ນໍາປອມລ້ວນແລ້ວແຕ່ເປັນຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແລະ ຟັງຄຳເທດສະໜາເລື້ອຍໆ, ສະນັ້ນ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດລະບຸຕົວຜູ້ບໍ່ເຊື່ອເຫຼົ່ານັ້ນໄດ້? ນີ້ເປັນຫຼັກຖານເພີ່ມເຕີມວ່າຜູ້ນໍາປອມມີຂີດຄວາມສາມາດທີ່ຕ່ຳຫຼາຍ, ວ່າພວກເຂົາບໍ່ສາມາດຢັ່ງຮູ້ຄວາມຈິງ ແລະ ບໍ່ວ່າພວກເຂົາຈະໄດ້ຍິນຄວາມຈິງຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງເຫຼົ່ານັ້ນ. ພວກເຂົາຕາບອດ ແລະ ໃຈບອດ ແລະ ພວກເຂົາບໍ່ສາມາດແຍກແຍະຜູ້ຄົນໄດ້ຢ່າງສິ້ນເຊີງ. ພວກເຂົາຈະຄູ່ຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກໄດ້ແນວໃດ? ພວກເຂົາເຊື່ອວ່າຄົນທີ່ເວົ້າເກັ່ງຄືຄົນທີ່ມີຄວາມສາມາດພິເສດ ແລະ ຄົນທີ່ຮ້ອງເພງ ແລະ ເຕັ້ນໄດ້ກໍຄືບຸກຄົນທີ່ມີຄວາມສາມາດພິເສດເຊັ່ນກັນ; ເມື່ອພວກເຂົາເຫັນຄົນໃສ່ແວ່ນຕາ ຫຼື ຄົນທີ່ຮຽນຈົບມະຫາວິທະຍາໄລ, ພວກເຂົາກໍຄິດວ່າຄົນເຫຼົ່ານັ້ນເປັນບຸກຄົນທີ່ມີຄວາມສາມາດພິເສດ ແລະ ເມື່ອພວກເຂົາເຫັນຄົນທີ່ມີສະຖານະໃນສັງຄົມ, ຄົນຮັ່ງມີ, ຄົນທີ່ຮູ້ວິທີເຮັດທຸລະກິດ ແລະ ມີສ່ວນຮ່ວມໃນການປະຕິບັດທີ່ຫຼອກລວງ ແລະ ຄົນທີ່ເຮັດວຽກສຳຄັນບາງຢ່າງໃນສັງຄົມ, ຜູ້ນໍາປອມກໍຄິດວ່າຄົນເຫຼົ່ານັ້ນເປັນບຸກຄົນທີ່ມີຄວາມສາມາດພິເສດ. ພວກເຂົາເຊື່ອວ່າເຮືອນຂອງພຣະເຈົ້າຄວນບົ່ມເພາະຄົນປະເພດນີ້. ພວກເຂົາບໍ່ເບິ່ງລັກສະນະຂອງຄົນເຫຼົ່ານີ້ ຫຼື ວ່າຄວາມເຊື່ອໃນພຣະເຈົ້າຂອງພວກເຂົາມີພື້ນຖານຫຼືບໍ່ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເບິ່ງທັດສະນະຄະຕິທີ່ຄົນເຫຼົ່ານີ້ປະຕິບັດຕໍ່ພຣະເຈົ້າ ແລະ ຄວາມຈິງ. ພວກເຂົາເບິ່ງພຽງແຕ່ສະຖານະທາງສັງຄົມ ແລະ ພູມຫຼັງຂອງຜູ້ຄົນເທົ່ານັ້ນ. ມັນບໍ່ເປັນເລື່ອງໄຮ້ສາລະບໍທີ່ຜູ້ນໍາປອມເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໃນລັກສະນະນີ້? ຜູ້ນໍາປອມເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໃນລັກສະນະດຽວກັນກັບຜູ້ບໍ່ມີຄວາມເຊື່ອ, ມຸມມອງຂອງພວກເຂົາຄືມຸມມອງທີ່ຜູ້ບໍ່ມີຄວາມເຊື່ອມີຕໍ່ສິ່ງຕ່າງໆ. ສິ່ງນີ້ພຽງພໍທີ່ຈະພິສູດວ່າຜູ້ນໍາປອມບໍ່ແມ່ນຄົນທີ່ຮັກ ແລະ ເຂົ້າໃຈຄວາມຈິງ ແລະ ວ່າພວກເຂົາຂາດການແຍກແຍະ. ພວກເຂົາຜິວເຜີນທີ່ສຸດບໍ່ແມ່ນບໍ? ພວກເຂົາຕາບອດແທ້ໆ, ຕາບອດຫຼາຍ!

ໃນອະດີດ, ເຮົາໄດ້ພົບກັບຜູ້ນໍາປອມຄົນໜຶ່ງທີ່ເວົ້າ ແລະ ຫົວເມື່ອເຮົາສົນທະນາກັບລາວ, ແຕ່ທັນທີທີ່ເຮົາຖາມລາວກ່ຽວກັບວຽກງານ, ລາວກໍເຮັດຕາຄ້າງແບບມຶນໆ ແລະ ສະໝອງທື້ ແລະ ບໍ່ຕອບສະໜອງຕໍ່ສິ່ງໃດທີ່ເຮົາເວົ້າກັບລາວ. ຂີດຄວາມສາມາດຂອງຄົນໆນີ້ຕ່ຳເກີນໄປທີ່ຈະໃຊ້ລາວ. ບໍ່ແປກໃຈເລີຍທີ່ລາວບໍ່ເຂົ້າໃຈສິ່ງທີ່ເຮົາບອກລາວ ແລະ ບໍ່ສາມາດປະຕິບັດມັນໄດ້. ບໍ່ວ່າເຮົາຈະເວົ້າຫຍັງກັບລາວ, ລາວກໍເອົາແຕ່ເວົ້າວ່າ: “ຂ້າພະເຈົ້າໄດ້ຈັດການເຕົ້າໂຮມ ແລະ ຂ້າພະເຈົ້າໄດ້ກວດກາວຽກງານເມື່ອສອງສາມມື້ກ່ອນ”. ເຮົາເວົ້າວ່າ: “ເຈົ້າບໍ່ມີວຽກອື່ນນອກຈາກການຈັດການເຕົ້າໂຮມບໍ? ມີວຽກຫຼາຍຢ່າງທີ່ຕ້ອງເຮັດໃນຄຣິສຕະຈັກ, ເປັນຫຍັງເຈົ້າບໍ່ຊອກຫາຢ່າງອື່ນເຮັດ?” ລາວເວົ້າວ່າ: “ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກບໍ່ແມ່ນພຽງແຕ່ກ່ຽວກັບການຈັດການເຕົ້າໂຮມບໍ? ບໍ່ມີຫຍັງເຮັດນອກຈາກການຈັດການເຕົ້າໂຮມ, ຂ້າພະເຈົ້າບໍ່ຮູ້ວິທີເຮັດຢ່າງອື່ນ!” ສິ່ງນີ້ສະແດງໃຫ້ເຫັນວ່າລາວຖືກກຳນົດໃຫ້ເປັນຜູ້ນໍາປອມຕັ້ງແຕ່ຕອນທີ່ລາວຮັບຕຳແໜ່ງນັ້ນ ແລະ ວ່າລາວບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ເພາະຂີດຄວາມສາມາດຂອງລາວຕ່ຳຫຼາຍ! ຂີດຄວາມສາມາດທີ່ຕ່ຳຫຼາຍນໍາໄປສູ່ອາການຕາບອດ ແລະ ໃຈບອດ. ຕາບອດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ວ່າຄົນໃດໜຶ່ງຈະເຫັນຫຍັງກໍຕາມ, ພວກເຂົາກໍບໍ່ສາມາດສັງເກດເຫັນບັນຫາສະເພາະເຈາະຈົງ ແລະ ດັ່ງນັ້ນ ຕາຂອງພວກເຂົາຈຶ່ງບໍ່ມີປະໂຫຍດຫຍັງ. ໃຈບອດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ຄົນໃດໜຶ່ງກໍບໍ່ຮັບຮູ້ ແລະ ບໍ່ເຂົ້າໃຈບັນຫາໃນນັ້ນ ແລະ ພວກເຂົາບໍ່ສາມາດເຫັນວ່າແກ່ນແທ້ຂອງບັນຫາຢູ່ໃສ, ນີ້ຄືຄວາມໝາຍຂອງການໃຈບອດ. ຖ້າຄົນໃດໜຶ່ງໃຈບອດ, ພວກເຂົາກໍຖືວ່າຈົບສິ້ນຢ່າງແທ້ຈິງ. ຜູ້ນໍາປອມຕາບອດ ແລະ ໃຈບອດໃນລັກສະນະນີ້. ພວກເຈົ້າຈະເວົ້າວ່າຜູ້ນໍາປອມຮູ້ສຶກບໍ່ສະບາຍໃຈບໍເມື່ອພວກເຂົາໄດ້ຍິນຄໍາເວົ້າເຫຼົ່ານີ້? ພວກເຂົາຄິດວ່າ: “ຕາຂອງຂ້ອຍຂ້ອນຂ້າງໃຫຍ່, ແຕ່ພຣະອົງກັບບອກວ່າຂ້ອຍຕາບອດ; ແລະ ຂ້ອຍມີເຈດຕະນາດີໃນໃຈ, ແຕ່ພຣະອົງກັບບອກວ່າຂ້ອຍໃຈບອດ; ຄຳນິຍາມຂອງພຣະອົງບໍ່ຖືກຕ້ອງປານໃດ ແມ່ນບໍ? ເປັນຫຍັງບໍ່ພຽງແຕ່ເອີ້ນຂ້ອຍວ່າຜູ້ນໍາປອມ? ເປັນຫຍັງຕ້ອງເພີ່ມວ່າຂ້ອຍຕາບອດ ແລະ ໃຈບອດນໍາ?” ຖ້າເຮົາບໍ່ເວົ້າແບບນັ້ນ, ເມື່ອພິຈາລະນາຈາກຂີດຄວາມສາມາດຂອງຜູ້ນໍາປອມ, ພວກເຂົາຈະຮູ້ຕົວບໍວ່າພວກເຂົາມີຄວາມສາມາດຕ່ຳ? (ບໍ່, ພວກເຂົາຈະບໍ່ຮູ້ຕົວ). ການເວົ້າວ່າຜູ້ນໍາປອມເຫຼົ່ານີ້ຕາບອດ ແລະ ໃຈບອດບໍ່ໄດ້ອະທິບາຍເລື່ອງນີ້ຢ່າງສົມບູນແບບບໍ? ຍົກຕົວຢ່າງ: ສົມມຸດວ່າຜູ້ຕໍ່ຕ້ານພຣະຄຣິສກຳລັງສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງໃນຄຣິສຕະຈັກ. ແຕ່ຜູ້ນໍາປອມເວົ້າວ່າ: “ຄົນນີ້ມີຄວາມສາມາດຫຼາຍ. ລາວເຄີຍເປັນສາດສະດາຈານໃນມະຫາວິທະຍາໄລ ແລະ ລາວເວົ້າໄດ້ຢ່າງຊັດເຈນ, ມີຫຼັກການ ແລະ ເປັນລະບຽບຮຽບຮ້ອຍ ແລະ ປາກເວົ້າເກັ່ງ. ຍິ່ງໄປກວ່ານັ້ນ, ລາວບໍ່ຕື່ນເວທີ, ບໍ່ວ່າຜູ້ຟັງຈະຫຼາຍປານໃດກໍຕາມ”. ມັນເຫັນໄດ້ຢ່າງຊັດເຈນທີ່ວ່າຄົນທີ່ພວກເຂົາເວົ້າເຖິງນັ້ນເປັນຟາຣີຊາຍທີ່ກຳລັງສ້າງອານາຈັກທີ່ເປັນເອກະລາດຂອງຕົນເອງ, ແຕ່ຜູ້ນໍາປອມກໍຍັງຍ້ອງຍໍລາວ. ນັ້ນບໍ່ແມ່ນອາການຕາບອດບໍ? (ແມ່ນ). ຖ້າໃຜຜູ້ໜຶ່ງຮ້ອງເພງຜິດຄີ ແລະ ເຈົ້າບໍ່ໄດ້ຍິນ, ນັ້ນສາມາດຖືວ່າເປັນອາການຕາບອດໄດ້ບໍ? (ບໍ່). ນັ້ນເປັນບັນຫາທາງດ້ານວິຊາຊີບ, ຫຼາຍກວ່າທີ່ຈະເປັນບັນຫາເລື່ອງຂີດຄວາມສາມາດ. ແຕ່ຫຼັງຈາກທີ່ພວກເຂົາໄດ້ຟັງຄວາມຈິງຫຼາຍຢ່າງ, ຜູ້ນໍາປອມກໍຍັງບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສໄດ້ວ່າພວກເຂົາເປັນແນວໃດ ແລະ ພວກເຂົາບໍ່ສາມາດຈຳແນກໄດ້ວ່າຄວາມເປັນມະນຸດຂອງຄົນໃດໜຶ່ງດີ ຫຼື ບໍ່ດີ, ຫຼື ວ່າຄົນໃດໜຶ່ງເປັນຜູ້ສະໝັກສຳລັບການສົ່ງເສີມ ແລະ ການບົ່ມເພາະໂດຍເຮືອນຂອງພຣະເຈົ້າຫຼືບໍ່, ຫຼື ວ່າຄົນໃດໜຶ່ງເປັນຜູ້ບໍ່ເຊື່ອ ຫຼື ວ່າຄົນໆນັ້ນເຊື່ອໃນພຣະເຈົ້າຢ່າງຈິງໃຈຫຼືບໍ່ ແລະ ພວກເຂົາບໍ່ສາມາດຈຳແນກໄດ້ວ່າຄົນໃດໜຶ່ງມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນຫຼືບໍ່; ແລ້ວພວກເຂົາໄດ້ຮັບຫຍັງແດ່ຈາກການຟັງຄຳເທດສະໜາຕະຫຼອດຫຼາຍປີເຫຼົ່ານີ້? ພວກເຂົາບໍ່ໄດ້ຮັບຄວາມຈິງໃດໆເລີຍ, ເຊິ່ງໝາຍຄວາມວ່າພວກເຂົາເປັນຄົນໂງ່ທີ່ຕາບອດ; ນີ້ຄືຄວາມຕາບອດຂອງຜູ້ນໍາປອມ. ພວກເຂົາເຊື່ອວ່າວຽກຫຼັກຂອງຜູ້ນໍາຄືການສາມາດເທດສະໜາ ແລະ ການເທດສະໜາເປັນເວລາສອງ ຫຼື ສາມຊົ່ວໂມງ ແລະ ຕາບໃດທີ່ພວກເຂົາສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນ, ຮ້ອງຄຳຂວັນ ແລະ ປຸກລະດົມຜູ້ຄົນ, ພວກເຂົາກໍເປັນຜູ້ນໍາທີ່ໄດ້ມາດຕະຖານ, ພວກເຂົາສາມາດແບກຮັບວຽກງານໄດ້, ພວກເຂົາມີຄວາມເປັນຈິງຄວາມຈິງ ແລະ ພຣະເຈົ້າກໍພໍໃຈກັບພວກເຂົາ. ນີ້ແມ່ນເຫດຜົນປະເພດໃດ? ຍ້ອນວ່າຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ ແລະ ມີຂີດຄວາມສາມາດຕ່ຳເກີນໄປ ແລະ ຕາບອດ ແລະ ໃຈບອດ, ພວກເຂົາຈຶ່ງບໍ່ມີຄວາມສາມາດໃນການແຍກແຍະຄົນປະເພດຕ່າງໆເລີຍ ແລະ ບໍ່ສາມາດເບິ່ງທະລຸຄົນປະເພດຕ່າງໆໄດ້. ແລ້ວພວກເຂົາຈະສາມາດນຳໃຊ້ຄົນປະເພດຕ່າງໆໃນລັກສະນະທີ່ສົມເຫດສົມຜົນໄດ້ບໍ? (ບໍ່ໄດ້). ພວກເຂົາມີພຽງກົນລະຍຸດດຽວ: ຜູ້ທີ່ເຄີຍເປັນຄູສອນກໍຖືກມອບໝາຍໃຫ້ເທດສະໜາ, ຜູ້ທີ່ມີສ່ວນຮ່ວມໃນການຄ້າຕ່າງປະເທດກໍຖືກມອບໝາຍໃຫ້ຈັດການວຽກງານທົ່ວໄປ, ຜູ້ທີ່ເວົ້າພາສາອັງກິດໄດ້ກໍຖືກມອບໝາຍໃຫ້ເປັນນັກແປ ແລະ ໃຜກໍຕາມທີ່ປາກເວົ້າເກັ່ງ ແລະ ໜ້າດ້ານກໍຖືກມອບໝາຍໃຫ້ເທດສອນຂ່າວປະເສີດ; ຜູ້ທີ່ຂີ້ອາຍກໍຖືກມອບໝາຍໃຫ້ຂຽນບົດຄວາມຄຳພະຍານຈາກປະສົບການຢູ່ເຮືອນ, ຜູ້ທີ່ກ້າຫານ ແລະ ມັກສະແດງກໍຖືກແຕ່ງຕັ້ງເປັນນັກສະແດງ ແລະ ຜູ້ທີ່ຢາກເປັນເຈົ້າເປັນນາຍກໍຖືກແຕ່ງຕັ້ງເປັນຜູ້ນໍາ ຫຼື ຜູ້ອໍານວຍການ. ນີ້ຄືວິທີທີ່ຜູ້ນໍາປອມນຳໃຊ້ຄົນໂດຍບໍ່ມີຫຼັກການຫຍັງເລີຍ.

ໃນຂອບເຂດຂອງວຽກງານທີ່ຜູ້ນໍາປອມຮັບຜິດຊອບ, ມັກຈະມີບາງຄົນທີ່ໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງ ແລະ ບັນລຸເກນສຳລັບການສົ່ງເສີມ ແລະ ການບົ່ມເພາະ ແຕ່ກັບຖືກເບິ່ງຂ້າມ. ບາງຄົນໃນກຸ່ມນັ້ນເທດສອນຂ່າວປະເສີດ ແລະ ບາງຄົນກໍຖືກມອບໝາຍໃຫ້ເຮັດໜ້າທີ່ເຈົ້າພາບ. ຄວາມຈິງກໍຄື ພວກເຂົາລ້ວນແລ້ວແຕ່ມີຂີດຄວາມສາມາດ ແລະ ເຂົ້າໃຈຄວາມຈິງບາງຢ່າງ ແລະ ມີຄ່າຄວນແກ່ການບົ່ມເພາະໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ພຽງແຕ່ພວກເຂົາບໍ່ມັກອວດຕົນເອງ ຫຼື ເປັນຈຸດສົນໃຈ. ແຕ່ເຖິງຢ່າງນັ້ນ, ຜູ້ນໍາປອມກໍບໍ່ໃສ່ໃຈຄົນເຫຼົ່ານີ້ເລີຍ. ພວກເຂົາບໍ່ພົວພັນກັບຄົນເຫຼົ່ານີ້ ຫຼື ສອບຖາມກ່ຽວກັບຄົນເຫຼົ່ານີ້ ແລະ ພວກເຂົາບໍ່ເຄີຍບົ່ມເພາະຄົນທີ່ມີຄວາມສາມາດພິເສດສຳລັບເຮືອນຂອງພຣະເຈົ້າເລີຍ. ພວກເຂົາພຽງແຕ່ເອົາໃຈໃສ່ການວາງກັບດັກຄົນທີ່ປະຈົບປະແຈງພວກເຂົາເທົ່ານັ້ນ ເພື່ອຕອບສະໜອງຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງ. ຜົນກໍຄື ຄົນທີ່ໄລ່ຕາມເສາະຫາຄວາມຈິງຢ່າງແທ້ຈິງເຫຼົ່ານັ້ນບໍ່ໄດ້ຮັບການສົ່ງເສີມ ແລະ ການບົ່ມເພາະ, ໃນຂະນະທີ່ຜູ້ທີ່ມັກເປັນຈຸດສົນໃຈ, ຜູ້ທີ່ປາກເວົ້າເກັ່ງ, ຜູ້ທີ່ຮູ້ວິທີປະຈົບປະແຈງ ແລະ ຜູ້ທີ່ມັກຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ, ຄົນເຫຼົ່ານີ້ລ້ວນແລ້ວແຕ່ໄດ້ຮັບການສົ່ງເສີມ ແລະ ແມ່ນແຕ່ຜູ້ທີ່ເຄີຍເປັນເຈົ້າເປັນນາຍ, ປະທານບໍລິສັດ ຫຼື ຜູ້ທີ່ເຄີຍຮຽນການບໍລິຫານບໍລິສັດໃນສັງຄົມກໍລ້ວນແລ້ວແຕ່ຖືກມອບໝາຍໃຫ້ຮັບຕຳແໜ່ງສຳຄັນ. ບໍ່ວ່າຄົນເຫຼົ່ານັ້ນຈະເປັນຜູ້ເຊື່ອແທ້ ຫຼື ບໍ່, ຫຼື ພວກເຂົາເປັນຄົນທີ່ໄລ່ຕາມເສາະຫາຄວາມຈິງ ຫຼື ບໍ່, ແນວໃດກໍຕາມ, ຄົນເຫຼົ່ານັ້ນຄືຄົນທີ່ໄດ້ຮັບການສົ່ງເສີມ ແລະ ຖືກໃຊ້ໃນຂອບເຂດຂອງວຽກງານທີ່ຜູ້ນໍາປອມຮັບຜິດຊອບ. ນີ້ເປັນການນໍາໃຊ້ຄົນສອດຄ່ອງກັບຫຼັກການບໍ? ການທີ່ຜູ້ນໍາປອມສົ່ງເສີມສະເພາະແຕ່ຄົນປະເພດນັ້ນ ບໍ່ແມ່ນສິ່ງທີ່ສັງຄົມທີ່ບໍ່ມີຄວາມເຊື່ອເປັນຢູ່ແທ້ໆບໍ? ໃນຊ່ວງເວລາທີ່ຜູ້ນໍາປອມກຳລັງເຮັດວຽກ, ຜູ້ທີ່ສາມາດເຮັດວຽກໃຫ້ສຳເລັດໄດ້ຢ່າງແທ້ຈິງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ຜູ້ທີ່ຮັກຄວາມຈິງ ແລະ ສິ່ງທີ່ເປັນບວກ, ພວກເຂົາບໍ່ໄດ້ຮັບການສົ່ງເສີມ ຫຼື ການບົ່ມເພາະ ແລະ ມັນເປັນເລື່ອງຍາກສຳລັບພວກເຂົາທີ່ຈະໄດ້ຮັບໂອກາດໃນການຝຶກຝົນ. ກົງກັນຂ້າມ, ແມ່ນຜູ້ທີ່ປາກເວົ້າເກັ່ງ, ຜູ້ທີ່ມັກອວດຕົນເອງ ແລະ ຜູ້ທີ່ຮູ້ວິທີປະຈົບປະແຈງຜູ້ຄົນ, ພ້ອມທັງຜູ້ທີ່ມັກຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ກັບເປັນຜູ້ທີ່ຖືກມອບໝາຍໃຫ້ຮັບຕຳແໜ່ງສຳຄັນ. ຄົນເຫຼົ່ານັ້ນເບິ່ງຄືວ່າສະຫຼາດພໍສົມຄວນ, ແຕ່ຄວາມຈິງແລ້ວ ພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້, ມີຂີດຄວາມສາມາດທີ່ບໍ່ດີຫຼາຍ ແລະ ມີຄວາມເປັນມະນຸດທີ່ຕ່ຳ, ພວກເຂົາບໍ່ແບກຮັບພາລະທີ່ແທ້ຈິງຕໍ່ໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ມີຄ່າຄວນແກ່ການບົ່ມເພາະເລີຍ. ແຕ່ເຖິງຢ່າງນັ້ນ, ພວກເຂົາກັບເປັນຜູ້ທີ່ຄອບຄອງຕຳແໜ່ງຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ. ຜົນກໍຄື ວຽກງານສ່ວນຫຼາຍຂອງຄຣິສຕະຈັກບໍ່ສາມາດເລີ່ມຕົ້ນໄດ້ຢ່າງລ່ຽນໄຫຼ ແລະ ມີຄວາມຊັກຊ້າ ຫຼື ມີຄວາມຄືບໜ້າຊ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໃຊ້ເວລາດົນເກີນໄປໃນການຈັດຕັ້ງປະຕິບັດ. ສິ່ງເຫຼົ່ານີ້ຄືຜົນກະທົບ ແລະ ຜົນສະທ້ອນທີ່ເກີດຂຶ້ນຕໍ່ວຽກງານຂອງຄຣິສຕະຈັກ ໂດຍການໃຊ້ຄົນຢ່າງບໍ່ເໝາະສົມຂອງຜູ້ນໍາປອມ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?