ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (5) ສ່ວນທີ ໜຶ່ງ

ໃນການເຕົ້າໂຮມຄັ້ງຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບລາຍການທີຫ້າຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ໃນລະຫວ່າງການໂອ້ລົມກ່ຽວກັບລາຍການທີຫ້ານັ້ນ, ພວກເຮົາໄດ້ໄຈ້ແຍກການສະແດງອອກ ແລະ ການກະທຳບາງຢ່າງຂອງຜູ້ນໍາປອມ ແລະ ພວກເຮົາກໍໄດ້ໂອ້ລົມກ່ຽວກັບລາຍການດັ່ງກ່າວຈົບແລ້ວ. ຕອນນີ້ ພວກເຮົາຈະໂອ້ລົມກ່ຽວກັບລາຍການທີຫົກ ແລະ ເຈັດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເນື້ອໃນລະອຽດຂອງສອງລາຍການເຫຼົ່ານີ້ແມ່ນຫຍັງ? (ລາຍການທີຫົກ: ສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ໄລ່ຕາມເສາະຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້. ລາຍການທີເຈັດ: ຈັດສັນ ແລະ ນໍາໃຊ້ຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນຖືກນໍາໃຊ້ຢ່າງເກີດປະໂຫຍດສູງສຸດ). ຖ້າເປັນແນວນັ້ນ ພວກເຮົາມາໄຈ້ແຍກການກະທຳ ແລະ ການສະແດງອອກຕ່າງໆ ຂອງຜູ້ນໍາປອມ ທີ່ກ່ຽວຂ້ອງກັບສອງລາຍການເຫຼົ່ານີ້ກັນເທາະ. ສອງລາຍການເຫຼົ່ານີ້ຈັດຢູ່ໃນໝວດດຽວກັນ ເຊິ່ງກ່ຽວຂ້ອງກັບການສົ່ງເສີມ, ການບົ່ມເພາະ ແລະ ການນໍາໃຊ້ຄົນທຸກປະເພດຂອງຄຣິສຕະຈັກ. ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບຫຼັກການຂອງເຮືອນຂອງພຣະເຈົ້າ ໃນການສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດທີ່ມີຄຸນສົມບັດທຸກປະເພດ. ດ້ວຍວິທີນັ້ນ, ໂດຍພື້ນຖານແລ້ວ ພວກເຈົ້າກໍຈະສາມາດເຂົ້າໃຈຫຼັກການບາງຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕາມ ເມື່ອເຮັດວຽກງານນີ້ ບໍ່ແມ່ນບໍ? ພວກເຈົ້າອາດຈະຄິດວ່າ “ໃນຖານະທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຮົາມັກພົບພໍ້ກັບເລື່ອງເຫຼົ່ານີ້ຢູ່ເລື້ອຍໆ, ພວກເຮົາຄຸ້ນເຄີຍກັບວຽກງານນີ້ແລ້ວ ແລະ ມີປະສົບການບາງຢ່າງກ່ຽວກັບມັນ, ດັ່ງນັ້ນ ເຖິງແມ່ນວ່າພຣະອົງຈະບໍ່ກ່າວຫຍັງກ່ຽວກັບເລື່ອງນີ້ຕື່ມອີກ ພວກເຮົາກໍມີຄວາມຊັດເຈນກ່ຽວກັບມັນແລ້ວ ແລະ ພຣະອົງບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບມັນຢ່າງສະເພາະເຈາະຈົງຕື່ມອີກ”. ຖ້າເປັນແນວນັ້ນ, ບໍ່ຈຳເປັນຕ້ອງໂອ້ລົມກ່ຽວກັບມັນແລ້ວບໍ? (ພວກຂ້ານ້ອຍຕ້ອງການການໂອ້ລົມຂອງພຣະອົງກ່ຽວກັບເລື່ອງນີ້. ພວກຂ້ານ້ອຍຍັງບໍ່ກຳແໜ້ນຫຼັກການໃນດ້ານນີ້ ແລະ ມີບຸກຄົນມີຄວາມສາມາດພິເສດບາງຄົນທີ່ພວກຂ້ານ້ອຍຍັງບໍ່ຮູ້ວິທີທີ່ຈະແຍກແຍະ). ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ຍັງສັບສົນຫຼາຍ ກ່ຽວກັບວິທີການເຮັດວຽກງານນີ້ ແລະ ຢູ່ໃນຂັ້ນຕອນການຮຽນຮູ້ຊອກຫາແນວທາງ ແລະ ບໍ່ສາມາດກຳແໜ້ນຫຼັກການທີ່ຖືກຕ້ອງ, ສະນັ້ນ ພວກເຮົາຈຶ່ງຍັງຈຳເປັນຕ້ອງໂອ້ລົມກ່ຽວກັບລາຍລະອຽດ.

ຂໍ້ທີຫົກ: ສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ໄລ່ຕາມເສາະຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້

ຄວາມໝາຍສຳຄັນຂອງການທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດທຸກປະເພດ

ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດທຸກປະເພດ? ການສົ່ງເສີມ ແລະ ບົ່ມເພາະບຸກຄົນມີຄວາມສາມາດພິເສດທຸກປະເພດແມ່ນເພື່ອເຮັດວຽກວິທະຍາສາດ, ການສຶກສາ ແລະ ວັນນະຄະດີບໍ? ປະຊາກອນທີ່ພຣະເຈົ້າເລືອກທຸກຄົນຄວນຮູ້ແລ້ວວ່າ ເມື່ອເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ, ສິ່ງນີ້ບໍ່ໄດ້ເຮັດເພື່ອຜະລິດຜະລິດຕະພັນເຕັກໂນໂລຊີຊັ້ນສູງບາງຢ່າງ ແລະ ສ້າງສິ່ງມະຫັດສະຈັນ ຫຼື ເພື່ອຄົ້ນຄວ້າວິໄຈປະຫວັດສາດການພັດທະນາຂອງມະນຸດ ແລະ ຍິ່ງບໍ່ຕ້ອງເວົ້າເຖິງການວາງແຜນໃດໆ ສຳລັບອະນາຄົດຂອງມະນຸດຊາດ. ສະນັ້ນເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດທຸກປະເພດ? ພວກເຈົ້າເຂົ້າໃຈເລື່ອງນີ້ ຫຼື ບໍ່? (ເພື່ອເຜີຍແຜ່ຂ່າວປະເສີດແຫ່ງລາຊະອານາຈັກ). ເພື່ອເຜີຍແຜ່ຂ່າວປະເສີດແຫ່ງລາຊະອານາຈັກ, ນີ້ແມ່ນເຫດຜົນໜຶ່ງ. ມີຫຍັງອີກແດ່? (ເພື່ອໃຫ້ທຸກຄົນທີ່ໄລ່ຕາມເສາະຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ). ຖືກຕ້ອງແລ້ວ, ຄຳຕອບນີ້ສົມເຫດສົມຜົນຫຼາຍ ແລະ ກົງປະເດັນເລີຍ. ມັນແມ່ນເພື່ອໃຫ້ຜູ້ທີ່ໄລ່ຕາມເສາະຫາຄວາມຈິງຫຼາຍຂຶ້ນສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້. ຄຳຕອບທັງສອງຢ່າງທີ່ພວກເຈົ້າຫາກໍຕອບມາແມ່ນຖືກຕ້ອງ ແລະ ແມ່ນຍໍາ. ການສົ່ງເສີມ ແລະ ການບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດທຸກປະເພດໂດຍເຮືອນຂອງພຣະເຈົ້າ ໃນດ້ານໜຶ່ງແມ່ນກ່ຽວຂ້ອງກັບການເຜີຍແຜ່ຂ່າວປະເສີດແຫ່ງລາຊະອານາຈັກ ແລະ ວຽກງານຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງ ມັນກ່ຽວຂ້ອງກັບການໄລ່ຕາມເສາະຫາ ແລະ ການເຂົ້າສູ່ຂອງສ່ວນບຸກຄົນ. ສິ່ງເຫຼົ່ານີ້ແມ່ນດ້ານທີ່ຄອບຄຸມ. ເມື່ອເວົ້າສະເພາະເຈາະຈົງແລ້ວ ຄວາມໝາຍສຳຄັນຂອງການທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດທຸກປະເພດແມ່ນຫຍັງ? ໂດຍສະເພາະເຈາະຈົງແລ້ວ ຄົນເຫຼົ່ານີ້ທີ່ໄດ້ຮັບການສົ່ງເສີມ ແລະ ບົ່ມເພາະເຮັດວຽກງານຫຍັງໃນຄຣິສຕະຈັກ? ເມື່ອເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຄົນໃດຄົນໜຶ່ງໃຫ້ເປັນຫົວໜ້າທີມ, ຜູ້ກຳກັບດູແລ ຫຼື ຜູ້ນໍາ ຫຼື ຜູ້ເຮັດວຽກຄຣິສຕະຈັກ, ພວກເຂົາກຳລັງຖືກແຕ່ງຕັ້ງໃຫ້ເປັນເຈົ້າໜ້າທີ່ບໍ? (ບໍ່). ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະຜູ້ຄົນ ເພື່ອໃຫ້ພວກເຂົາສາມາດຮັບຜິດຊອບໂຄງການ ຫຼື ວຽກງານສະເພາະພາຍໃນລາຍການວຽກງານຕ່າງໆ ຂອງຄຣິສຕະຈັກ, ເຊັ່ນ: ວຽກງານຂ່າວປະເສີດ, ວຽກງານຂໍ້ຄວາມ, ວຽກງານການຜະລິດຮູບເງົາ, ວຽກງານການຫົດນ້ຳ, ພ້ອມທັງວຽກງານທົ່ວໄປບາງຢ່າງ ແລະ ອື່ນໆ ອີກ. ແລ້ວພວກເຂົາປະຕິບັດວຽກງານສະເພາະເຫຼົ່ານີ້ແນວໃດ? ໂດຍການປະຕິບັດລາຍການວຽກງານຕ່າງໆ ຂອງຄຣິສຕະຈັກຕາມຂໍ້ກຳນົດຂອງພຣະເຈົ້າ, ຫຼັກການຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ຈຶ່ງປະຕິບັດໜ້າທີ່ຂອງພວກເຂົາຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ກະທຳຕາມຫຼັກການຄວາມຈິງ. ເມື່ອເບິ່ງຄວາມຈິງທີ່ວ່າຄົນເຫຼົ່ານີ້ກຳລັງຖືກສົ່ງເສີມ ແລະ ບົ່ມເພາະໃຫ້ຮັບຜິດຊອບວຽກງານ, ມັນບໍ່ແມ່ນການມີຕຳແໜ່ງ ຫຼື ສະຖານະທີ່ເປັນທາງການ ທີ່ເຮັດໃຫ້ພວກເຂົາສາມາດເຮັດວຽກຂອງພວກເຂົາໄດ້ດີ. ໃນທາງກົງກັນຂ້າມ ພວກເຂົາຕ້ອງມີຂີດຄວາມສາມາດໃນລະດັບໃດໜຶ່ງ ເພື່ອທີ່ຈະແບກຮັບວຽກງານສະເພາະ ນັ້ນກໍຄື ການແບກຮັບສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາເຮັດ ຫຼື ເວົ້າອີກຢ່າງໜຶ່ງກໍຄື ໜ້າທີ່ ແລະ ພັນທະທີ່ມາພ້ອມກັບຄວາມຮັບຜິດຊອບ. ນີ້ຄືຄວາມໝາຍສຳຄັນ ແລະ ຄຳນິຍາມສະເພາະຂອງການສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ ດັ່ງທີ່ກ່າວໄວ້ໃນລາຍການທີຫົກຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ສະນັ້ນ, ໃນການສົ່ງເສີມ ແລະ ບົ່ມເພາະຜູ້ຄົນ, ຈຸດປະສົງຂອງເຮືອນຂອງພຣະເຈົ້າແມ່ນເພື່ອບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດທຸກປະເພດ ໃຫ້ເຮັດລາຍການວຽກງານຕ່າງໆ ຂອງຄຣິສຕະຈັກໄດ້ດີ ຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ; ມັນແມ່ນເພື່ອເຮັດໃຫ້ຄົນເຫຼົ່ານີ້ສາມາດແບກຮັບໜ້າວຽກສະເພາະຕ່າງໆ ຂອງຄຣິສຕະຈັກ. ໃນເວລາດຽວກັນ, ເຮືອນຂອງພຣະເຈົ້າບົ່ມເພາະ ແລະ ຝຶກຝົນຄົນເຫຼົ່ານີ້ ເພື່ອໃຫ້ພວກເຂົາຮຽນຮູ້ວິທີຕຶກຕອງພຣະທຳຂອງພຣະເຈົ້າ, ໂອ້ລົມກ່ຽວກັບຄວາມຈິງ ແລະ ກະທຳຕາມຫຼັກການ, ນໍາພາພວກເຂົາໃຫ້ປະຕິບັດຄວາມຈິງ ແລະ ດຳເນີນຊີວິດໂດຍພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ເຮັດໃຫ້ພວກເຂົາມີປະສົບການ ແລະ ຄຳພະຍານທີ່ແທ້ຈິງ, ຫຼັງຈາກນັ້ນ ພວກເຂົາກໍຈະສາມາດນໍາພາ, ຫົດນ້ຳ ແລະ ສະໜອງໃຫ້ແກ່ຄົນອື່ນ ແລະ ເຮັດລາຍການວຽກງານຕ່າງໆ ຂອງຄຣິສຕະຈັກໄດ້ດີ ແລະ ໃນເວລາດຽວກັນ ປະຊາກອນທີ່ພຣະເຈົ້າເລືອກກໍສາມາດຖືກເຮັດໃຫ້ຍອມອ່ອນນ້ອມຕໍ່ພຣະເຈົ້າ, ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ບັນລຸໜ້າທີ່ໃນການເທດສອນຂ່າວປະເສີດ. ວິທີການປະຕິບັດສຳລັບການສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດທຸກປະເພດ ໃນດ້ານໜຶ່ງ ແມ່ນການນໍາພາຜູ້ຄົນໃນການປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ, ການມາຮູ້ຈັກຕົນເອງ, ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ການເຂົ້າສູ່ຄວາມເປັນຈິງຄວາມຈິງ; ໃນອີກດ້ານໜຶ່ງ, ມັນແມ່ນເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກໃຊ້ປະສົບການຕົວຈິງຂອງຕົນເອງກ່ຽວກັບຄວາມຈົງຮັກພັກດີ ແລະ ຄວາມອ່ອນນ້ອມ ເພື່ອນໍາພາ ແລະ ບົ່ມເພາະຜູ້ຄົນໃນການບັນລຸໜ້າທີ່ຂອງພວກເຂົາ ແລະ ເປັນພະຍານທີ່ດັງກ້ອງກັງວານເພື່ອພຣະເຈົ້າ. ສິ່ງເຫຼົ່ານີ້ຄືສອງເສັ້ນທາງຫຼັກຂອງການປະຕິບັດ ສຳລັບການບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ. ນີ້ແມ່ນວຽກງານສະເພາະທີ່ກ່ຽວຂ້ອງກັບການສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ ແລະ ມັນຍັງເປັນຄວາມໝາຍທີ່ແທ້ຈິງຂອງການສົ່ງເສີມ ແລະ ບົ່ມເພາະພວກເຂົາ.

ເງື່ອນໄຂທີ່ຈຳເປັນສຳລັບບຸກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ ທີ່ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະ

I. ເງື່ອນໄຂທີ່ຈຳເປັນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ກຳກັບດູແລລາຍການວຽກງານຕ່າງໆ

“ບຸກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ ທີ່ຄຣິສຕະຈັກສົ່ງເສີມ ແລະ ບົ່ມເພາະ” ນັ້ນໝາຍເຖິງໃຜ? ສິ່ງນັ້ນລວມມີຂອບເຂດຫຍັງແດ່? ປະເພດທີໜຶ່ງ ແມ່ນຄົນປະເພດທີ່ສາມາດເປັນຜູ້ກຳກັບດູແລລາຍການວຽກງານຕ່າງໆ. ມາດຕະຖານທີ່ຈຳເປັນສຳລັບຜູ້ກຳກັບດູແລລາຍການວຽກງານຕ່າງໆ ແມ່ນຫຍັງ? ຫຼັກໆແລ້ວ ມີຢູ່ສາມຢ່າງ. ຢ່າງທີໜຶ່ງ, ພວກເຂົາຕ້ອງມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ມີພຽງແຕ່ຜູ້ທີ່ສາມາດຢັ່ງຮູ້ຄວາມຈິງຢ່າງບໍລິສຸດ ໂດຍບໍ່ມີການບິດເບືອນ ແລະ ສາມາດຮຽນຮູ້ໜຶ່ງແລ້ວຮູ້ແຈ້ງເຖິງສາມໄດ້ເທົ່ານັ້ນ ຈຶ່ງເປັນຄົນທີ່ມີຂີດຄວາມສາມາດທີ່ດີ. ຄົນທີ່ມີຂີດຄວາມສາມາດດີ ຢ່າງໜ້ອຍທີ່ສຸດຕ້ອງມີຄວາມເຂົ້າໃຈຝ່າຍວິນຍານ ແລະ ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້ດ້ວຍຕົນເອງ. ໃນຂະບວນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາຕ້ອງສາມາດຍອມຮັບການພິພາກສາ, ການລົງທັນ ແລະ ການລິຮານຂອງພຣະທຳຂອງພຣະເຈົ້າໄດ້ດ້ວຍຕົນເອງ ແລະ ສະແຫວງຫາຄວາມຈິງ ເພື່ອແກ້ໄຂຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຕົນເອງ ແລະ ການປົນເປື້ອນຈາກຄວາມປະສົງຂອງພວກເຂົາເອງ, ພ້ອມທັງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ນັ້ນກໍຄື ຖ້າພວກເຂົາບັນລຸມາດຕະຖານນີ້ ມັນກໍໝາຍຄວາມວ່າພວກເຂົາຮູ້ວິທີທີ່ຈະມີປະສົບການກັບວຽກງານຂອງພຣະເຈົ້າ ແລະ ນີ້ຄືການສະແດງອອກຂອງຂີດຄວາມສາມາດທີ່ດີ. ຢ່າງທີສອງ, ພວກເຂົາຕ້ອງແບກຮັບພາລະສຳລັບວຽກງານຂອງຄຣິສຕະຈັກ. ຄົນທີ່ແບກຮັບພາລະຢ່າງແທ້ຈິງນັ້ນບໍ່ໄດ້ມີພຽງແຕ່ຄວາມກະຕືລືລົ້ນ, ພວກເຂົາມີປະສົບການຊີວິດທີ່ແທ້ຈິງ, ເຂົ້າໃຈຄວາມຈິງບາງຢ່າງ ແລະ ພວກເຂົາສາມາດເບິ່ງທະລຸບັນຫາບາງຢ່າງ. ພວກເຂົາເຫັນວ່າ ໃນວຽກງານຂອງຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກນັ້ນ ມີຄວາມຫຍຸ້ງຍາກ ແລະ ບັນຫາຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ. ພວກເຂົາເຫັນສິ່ງນີ້ດ້ວຍຕາຂອງພວກເຂົາ ແລະ ມີຄວາມກັງວົນໃນຫົວໃຈຂອງພວກເຂົາ, ນີ້ຄືຄວາມໝາຍຂອງການແບກຮັບພາລະສຳລັບວຽກງານຂອງຄຣິສຕະຈັກ. ຖ້າຄົນໃດຄົນໜຶ່ງພຽງແຕ່ມີຂີດຄວາມສາມາດດີ ແລະ ສາມາດຢັ່ງຮູ້ຄວາມຈິງ, ແຕ່ພວກເຂົາຂີ້ຄ້ານ, ໂລບຢາກໄດ້ຄວາມສະບາຍຂອງເນື້ອໜັງ, ບໍ່ເຕັມໃຈທີ່ຈະເຮັດວຽກງານຕົວຈິງ ແລະ ເຮັດວຽກພຽງເລັກນ້ອຍ ເມື່ອເບື້ອງເທິງອອກຄຳສັ່ງກຳນົດເວລາໃຫ້ພວກເຂົາເຮັດໃຫ້ສຳເລັດ, ເມື່ອພວກເຂົາບໍ່ສາມາດຫຼີກລ່ຽງການບໍ່ເຮັດມັນໄດ້, ແລ້ວນີ້ກໍຄືຄົນທີ່ບໍ່ແບກຮັບພາລະ. ຄົນທີ່ບໍ່ແບກຮັບພາລະແມ່ນຄົນທີ່ບໍ່ໄລ່ຕາມເສາະຫາຄວາມຈິງ, ຄົນທີ່ບໍ່ມີຄວາມຮູ້ສຶກຍຸຕິທຳ ແລະ ຄົນທີ່ໄຮ້ປະໂຫຍດ ທີ່ໃຊ້ເວລາໝົດມື້ເພື່ອຢັດອາຫານເຂົ້າປາກ ໂດຍບໍ່ໃສ່ໃຈຫຍັງເລີຍ. ຢ່າງທີສາມ, ພວກເຂົາຕ້ອງມີຄວາມສາມາດໃນການເຮັດວຽກ. “ຄວາມສາມາດໃນການເຮັດວຽກ” ໝາຍຄວາມວ່າແນວໃດ? ເວົ້າງ່າຍໆ ກໍຄື ມັນໝາຍຄວາມວ່າ ບໍ່ພຽງແຕ່ພວກເຂົາສາມາດມອບໝາຍວຽກ ແລະ ໃຫ້ຄຳແນະນຳແກ່ຜູ້ຄົນໄດ້ເທົ່ານັ້ນ, ແຕ່ພວກເຂົາຍັງສາມາດລະບຸ ແລະ ແກ້ໄຂບັນຫາໄດ້ອີກດ້ວຍ, ນີ້ຄືຄວາມໝາຍຂອງການມີຄວາມສາມາດໃນການເຮັດວຽກ. ນອກຈາກນັ້ນ, ພວກເຂົາຍັງຕ້ອງການທັກສະການຈັດລະບຽບ. ຄົນທີ່ມີທັກສະການຈັດລະບຽບຈະມີຄວາມຊຳນານເປັນພິເສດໃນການຮວບຮວມຜູ້ຄົນ, ການຈັດຕັ້ງ ແລະ ການຈັດແຈງວຽກງານ ແລະ ການແກ້ໄຂບັນຫາ ແລະ ເມື່ອຈັດແຈງວຽກງານ ແລະ ແກ້ໄຂບັນຫາ, ພວກເຂົາກໍສາມາດເຮັດໃຫ້ຜູ້ຄົນຍອມຮັບໄດ້ຢ່າງໝົດໃຈ ແລະ ເຮັດໃຫ້ພວກເຂົາເຊື່ອຟັງ, ນີ້ຄືຄວາມໝາຍຂອງການມີທັກສະການຈັດລະບຽບ. ຜູ້ທີ່ມີຄວາມສາມາດໃນການເຮັດວຽກຢ່າງແທ້ຈິງ ຈະສາມາດປະຕິບັດວຽກງານສະເພາະທີ່ເຮືອນຂອງພຣະເຈົ້າຈັດແຈງໃຫ້ ແລະ ສາມາດເຮັດໄດ້ຢ່າງວ່ອງໄວ ແລະ ຢ່າງເດັດຂາດ ໂດຍບໍ່ຊັກຊ້າໃດໆ ແລະ ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຮັດວຽກງານຕ່າງໆ ໄດ້ດີ. ສິ່ງເຫຼົ່ານີ້ແມ່ນສາມມາດຕະຖານຂອງເຮືອນຂອງພຣະເຈົ້າສຳລັບການບົ່ມເພາະຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າຄົນໃດຄົນໜຶ່ງບັນລຸສາມມາດຕະຖານເຫຼົ່ານີ້, ພວກເຂົາກໍເປັນບຸກຄົນທີ່ມີຄວາມສາມາດພິເສດ ແລະ ຫາຍາກ ແລະ ຄວນໄດ້ຮັບການສົ່ງເສີມ, ບົ່ມເພາະ ແລະ ຝຶກຝົນໃນທັນທີ ແລະ ຫຼັງຈາກຝຶກຝົນມາໄລຍະໜຶ່ງ, ພວກເຂົາກໍສາມາດຮັບຜິດຊອບວຽກງານໄດ້. ຜູ້ໃດກໍຕາມທີ່ມີຂີດຄວາມສາມາດ, ແບກຮັບພາລະ ແລະ ມີຄວາມສາມາດໃນການເຮັດວຽກ ກໍບໍ່ຈຳເປັນຕ້ອງໃຫ້ຄົນອື່ນເປັນກັງວົນຕໍ່ພວກເຂົາ ແລະ ກຳກັບດູແລ ແລະ ຊຸກຍູ້ພວກເຂົາໃນວຽກງານຂອງພວກເຂົາຢູ່ສະເໝີ. ພວກເຂົາມີຄວາມຕື່ນຕົວ, ພວກເຂົາຮູ້ວ່າວຽກງານໃດຄວນເຮັດໃນເວລາໃດ, ວຽກງານໃດຄວນກວດກາ ແລະ ກຳກັບດູແລ ແລະ ວຽກງານໃດຕ້ອງໄດ້ຮັບການກວດສອບ ຫຼື ຈັບຕາເບິ່ງຢ່າງໃກ້ຊິດ. ພວກເຂົາຮູ້ດີກ່ຽວກັບສິ່ງເຫຼົ່ານີ້. ຄົນດັ່ງກ່າວຂ້ອນຂ້າງໄວ້ໃຈໄດ້ ແລະ ເຊື່ອຖືໄດ້ໃນວຽກງານຂອງພວກເຂົາ ແລະ ຈະບໍ່ມີບັນຫາໃຫຍ່ເກີດຂຶ້ນ. ເຖິງແມ່ນວ່າມີບັນຫາເກີດຂຶ້ນ, ພວກມັນກໍຈະເປັນບັນຫາເລັກນ້ອຍທີ່ບໍ່ສົ່ງຜົນກະທົບຕໍ່ພາບລວມ ແລະ ພຣະເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບວຽກງານທີ່ຄົນເຫຼົ່ານີ້ເຮັດ. ມີພຽງແຕ່ຜູ້ທີ່ສາມາດຮັບຜິດຊອບໄດ້ດ້ວຍຕົນເອງຢ່າງແທ້ຈິງໃນວຽກງານຂອງພວກເຂົາເທົ່ານັ້ນ ຈຶ່ງມີຄວາມສາມາດໃນການເຮັດວຽກຢ່າງແທ້ຈິງ. ຜູ້ທີ່ບໍ່ສາມາດຮັບຜິດຊອບໄດ້ດ້ວຍຕົນເອງ ແລະ ຕ້ອງການໃຫ້ຄົນອື່ນເປັນຫ່ວງກ່ຽວກັບພວກເຂົາ, ຈັບຕາເບິ່ງພວກເຂົາ, ກຳກັບດູແລພວກເຂົາ ແລະ ເຖິງຂັ້ນຈັບມືສອນພວກເຂົາວ່າຕ້ອງເຮັດຫຍັງຢູ່ສະເໝີ ແມ່ນຄົນປະເພດທີ່ມີຂີດຄວາມສາມາດຕໍ່າທີ່ສຸດ. ຜົນຂອງວຽກງານທີ່ຄົນທີ່ມີຂີດຄວາມສາມາດທຳມະດາເຮັດນັ້ນກໍທຳມະດາຢ່າງແນ່ນອນ ແລະ ຄົນເຫຼົ່ານີ້ຕ້ອງການໃຫ້ຄົນອື່ນຈັບຕາເບິ່ງພວກເຂົາ ແລະ ກຳກັບດູແລພວກເຂົາ ກ່ອນທີ່ພວກເຂົາຈະສາມາດເຮັດຫຍັງໄດ້. ໃນທາງກົງກັນຂ້າມ, ຄົນທີ່ມີຂີດຄວາມສາມາດດີຈະສາມາດຮັບຜິດຊອບໄດ້ດ້ວຍຕົນເອງ ຫຼັງຈາກທີ່ພວກເຂົາໄດ້ຮັບການຝຶກຝົນມາໄລຍະໜຶ່ງ ແລະ ທຸກຄັ້ງທີ່ເບື້ອງເທິງໃຫ້ຄຳແນະນຳສຳລັບວຽກງານໃດໜຶ່ງ ແລະ ໂອ້ລົມຫຼັກການບາງຢ່າງ, ພວກເຂົາກໍສາມາດກຳແໜ້ນຫຼັກການ, ປະຕິບັດວຽກງານຕາມຫຼັກການເຫຼົ່ານັ້ນ ແລະ ໂດຍພື້ນຖານແລ້ວແມ່ນປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ ໂດຍບໍ່ມີການບ່ຽງເບນ ຫຼື ຂໍ້ບົກຜ່ອງທີ່ໃຫຍ່ຫຼວງເກີນໄປ ແລະ ບັນລຸຜົນທີ່ຄວນຈະເປັນ, ເຊິ່ງນີ້ຄືຄວາມໝາຍຂອງການມີຄວາມສາມາດໃນການເຮັດວຽກ. ຕົວຢ່າງ: ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ມີການຊຳລະລ້າງຄຣິສຕະຈັກ ແລະ ໃຫ້ລະບຸຕົວ ແລະ ຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍອອກຈາກຄຣິສຕະຈັກ ແລະ ຄົນປະເພດທີ່ມີຄວາມສາມາດໃນການເຮັດວຽກ ໂດຍພື້ນຖານແລ້ວແມ່ນບໍ່ບ່ຽງເບນ ໃນຂະນະທີ່ປະຕິບັດວຽກງານນີ້. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສປາກົດຕົວຂຶ້ນ, ມັນໃຊ້ເວລາຢ່າງໜ້ອຍປະມານເຄິ່ງປີ ກ່ອນທີ່ພວກເຂົາຈະຖືກເປີດເຜີຍ ແລະ ຖືກຄັດອອກ. ໃນຊ່ວງເວລານີ້, ຜູ້ທີ່ມີຄວາມສາມາດໃນການເຮັດວຽກສາມາດລະບຸຕົວພວກເຂົາ, ໂອ້ລົມກ່ຽວກັບຄວາມຈິງ ເພື່ອໄຈ້ແຍກການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຊ່ວຍໃຫ້ອ້າຍເອື້ອຍນ້ອງມີການແຍກແຍະກ່ຽວກັບພວກເຂົາ ແລະ ບໍ່ຖືກເຮັດໃຫ້ຫຼົງຜິດ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ພວກເຂົາລຸກຂຶ້ນມາເປີດໂປງ ແລະ ຂັບໄລ່ຜູ້ຕໍ່ຕ້ານພຣະຄຣິສຮ່ວມກັນ. ເມື່ອຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍປາກົດຕົວໃນຂອບເຂດວຽກງານຂອງຜູ້ທີ່ມີຄວາມສາມາດໃນການເຮັດວຽກ, ໂດຍພື້ນຖານແລ້ວ ອ້າຍເອື້ອຍນ້ອງສ່ວນໃຫຍ່ຈະບໍ່ຖືກເຮັດໃຫ້ຫຼົງຜິດ ຫຼື ໄດ້ຮັບອິດທິພົນ. ມີພຽງແຕ່ຄົນເບົາປັນຍາຈໍານວນໜຶ່ງ ແລະ ຜູ້ທີ່ມີຂີດຄວາມສາມາດຕໍ່າຫຼາຍເທົ່ານັ້ນທີ່ຖືກເຮັດໃຫ້ຫຼົງຜິດ ແລະ ນີ້ກໍເປັນປາກົດການທຳມະດາ. ຄົນທີ່ມີຂີດຄວາມສາມາດດີ ແລະ ມີຄວາມສາມາດໃນການເຮັດວຽກ ສາມາດບັນລຸຜົນໄດ້ຮັບເຫຼົ່ານີ້ໃນວຽກງານຂອງພວກເຂົາ ແລະ ຄົນດັ່ງກ່າວມີຄວາມເປັນຈິງຄວາມຈິງ ແລະ ໄດ້ມາດຕະຖານເປັນຜູ້ນໍາ ແລະ ຜູ້ເຮັດວຽກ.

ໃນບັນດາບຸກຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆ ທີ່ເຮົາຫາກໍກ່າວເຖິງນັ້ນ, ປະເພດທີໜຶ່ງແມ່ນຜູ້ທີ່ສາມາດເປັນຜູ້ກຳກັບດູແລລາຍການວຽກງານຕ່າງໆ. ຂໍ້ກຳນົດທຳອິດສຳລັບພວກເຂົາແມ່ນ ພວກເຂົາຕ້ອງມີຄວາມສາມາດ ແລະ ຂີດຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ນີ້ແມ່ນຂໍ້ກຳນົດຂັ້ນຕໍ່າສຸດ. ຂໍ້ກຳນົດທີສອງແມ່ນ ພວກເຂົາຕ້ອງແບກຮັບພາລະ, ນີ້ແມ່ນສິ່ງທີ່ຂາດບໍ່ໄດ້. ບາງຄົນຢັ່ງຮູ້ຄວາມຈິງໄດ້ໄວກວ່າຄົນທົ່ວໄປ, ມີຄວາມເຂົ້າໃຈຝ່າຍວິນຍານ, ມີຂີດຄວາມສາມາດດີ, ມີຄວາມສາມາດໃນການເຮັດວຽກ ແລະ ຫຼັງຈາກຝຶກຝົນມາໄລຍະໜຶ່ງ, ກໍສາມາດຮັບຜິດຊອບວຽກງານໄດ້ດ້ວຍຕົນເອງຢ່າງແນ່ນອນ. ແຕ່ມີບັນຫາທີ່ຮ້າຍແຮງຢ່າງໜຶ່ງກັບຄົນເຫຼົ່ານີ້, ນັ້ນກໍຄື ພວກເຂົາບໍ່ແບກຮັບພາລະ. ພວກເຂົາມັກກິນ, ດື່ມ, ຫຼິ້ນມ່ວນ ແລະ ທ່ຽວຫຼິ້ນໄປທົ່ວ. ພວກເຂົາມີຄວາມສົນໃຈໃນສິ່ງເຫຼົ່ານີ້ຫຼາຍ, ແຕ່ຖ້າບອກໃຫ້ພວກເຂົາເຮັດວຽກງານສະເພາະບາງຢ່າງ ທີ່ຮຽກຮ້ອງໃຫ້ພວກເຂົາຕ້ອງອົດທົນກັບຄວາມລຳບາກ ແລະ ຈ່າຍລາຄາ ແລະ ຢັບຢັ້ງຕົນເອງເລັກນ້ອຍ, ພວກເຂົາກໍບໍ່ມີຊີວິດຊີວາ ແລະ ອ້າງວ່າພວກເຂົາຂ້ອນຂ້າງເຈັບປ່ວຍ ຫຼື ບໍ່ສະບາຍ ແລະ ຮ່າງກາຍທຸກສ່ວນຂອງພວກເຂົາຮູ້ສຶກບໍ່ສະບາຍ. ພວກເຂົາປ່ອຍຕົວຕາມສະບາຍ ແລະ ບໍ່ມີລະບຽບວິໄນ, ເຮັດຕາມອຳເພີໃຈ, ເອົາແຕ່ໃຈ ແລະ ເກເລ. ພວກເຂົາກິນ, ນອນ ແລະ ຫຼິ້ນມ່ວນທຸກເມື່ອທີ່ພວກເຂົາຕ້ອງການ ແລະ ເຮັດວຽກບາງຢ່າງສະເພາະຕອນທີ່ພວກເຂົາມີອາລົມຢາກເຮັດເທົ່ານັ້ນ. ຖ້າວຽກງານໜັກ ຫຼື ເມື່ອຍເລັກນ້ອຍ, ພວກເຂົາກໍໝົດຄວາມສົນໃຈ ແລະ ບໍ່ຢາກປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ນີ້ແມ່ນການແບກຮັບພາລະບໍ? (ບໍ່). ຄົນທີ່ຂີ້ຄ້ານ ແລະ ໂລບຢາກໄດ້ຄວາມສະບາຍຂອງເນື້ອໜັງ ບໍ່ແມ່ນຜູ້ທີ່ຄວນໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ. ຍັງມີຄົນທີ່ຂີດຄວາມສາມາດຂອງພວກເຂົາພຽງພໍສຳລັບວຽກງານໃດໜຶ່ງ, ແຕ່ໜ້າເສຍດາຍທີ່ພວກເຂົາພຽງແຕ່ບໍ່ແບກຮັບພາລະ, ພວກເຂົາບໍ່ມັກແບກຮັບຄວາມຮັບຜິດຊອບ, ພວກເຂົາບໍ່ມັກຫຍຸ້ງຍາກ ແລະ ພວກເຂົາບໍ່ມັກກັງວົນ. ພວກເຂົາຕາບອດຕໍ່ກັບວຽກງານທີ່ຕ້ອງເຮັດ ແລະ ເຖິງແມ່ນວ່າພວກເຂົາສາມາດເຫັນມັນ, ພວກເຂົາກໍບໍ່ຢາກສົນໃຈມັນ. ຄົນປະເພດນີ້ແມ່ນຜູ້ທີ່ຖືກເລືອກສຳລັບການສົ່ງເສີມ ແລະ ການບົ່ມເພາະບໍ? ບໍ່ ຢ່າງແນ່ນອນ; ຜູ້ຄົນຕ້ອງແບກຮັບພາລະ ເພື່ອທີ່ຈະໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ. ການແບກຮັບພາລະຍັງສາມາດອະທິບາຍໄດ້ວ່າ ເປັນການມີຄວາມສຳນຶກຮັບຜິດຊອບ. ການມີຄວາມຮັບຜິດຊອບແມ່ນກ່ຽວຂ້ອງກັບດ້ານຄວາມເປັນມະນຸດຫຼາຍກວ່າ; ການແບກຮັບພາລະແມ່ນກ່ຽວຂ້ອງກັບໜຶ່ງໃນມາດຕະຖານທີ່ເຮືອນຂອງພຣະເຈົ້າໃຊ້ເພື່ອວັດແທກຜູ້ຄົນ. ຜູ້ທີ່ແບກຮັບພາລະ ໃນຂະນະທີ່ມີອີກສອງຢ່າງເພີ່ມເຕີມ ຄື ມີຄວາມສາມາດ ແລະ ຂີດຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ຄວາມສາມາດໃນການເຮັດວຽກ ແມ່ນຄົນປະເພດທີ່ສາມາດໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ ແລະ ຄົນປະເພດນີ້ສາມາດເປັນຜູ້ກຳກັບດູແລລາຍການວຽກງານຕ່າງໆ. ສິ່ງເຫຼົ່ານີ້ແມ່ນມາດຕະຖານທີ່ຈຳເປັນສຳລັບການສົ່ງເສີມ ແລະ ບົ່ມເພາະຜູ້ຄົນໃຫ້ກາຍເປັນຜູ້ກຳກັບດູແລປະເພດຕ່າງໆ ແລະ ຜູ້ທີ່ບັນລຸມາດຕະຖານເຫຼົ່ານີ້ແມ່ນຜູ້ທີ່ຖືກເລືອກສຳລັບການສົ່ງເສີມ ແລະ ການບົ່ມເພາະ.

II. ເກນທີ່ຈຳເປັນສຳລັບບຸກຄົນທີ່ມີຄວາມສາມາດພິເສດໃນສາຂາວິຊາຊີບຕ່າງໆ ທີ່ມີຄວາມສາມາດພິເສດ ຫຼື ພອນສະຫວັນ

ນອກຈາກຄົນປະເພດທີ່ສາມາດເປັນຜູ້ກຳກັບດູແລລາຍການວຽກງານຕ່າງໆແລ້ວ, ຄົນອີກປະເພດໜຶ່ງທີ່ສາມາດໄດ້ຮັບການສົ່ງເສີມ ແລະ ບົ່ມເພາະແມ່ນຜູ້ທີ່ມີຄວາມສາມາດພິເສດ ຫຼື ມີພອນສະຫວັນ ຫຼື ມີຄວາມຊຳນານໃນທັກສະທາງວິຊາຊີບບາງຢ່າງ. ມາດຕະຖານທີ່ເຮືອນຂອງພຣະເຈົ້າຮຽກຮ້ອງສຳລັບການບົ່ມເພາະຄົນເຫຼົ່ານີ້ໃຫ້ເປັນຜູ້ນໍາທີມແມ່ນຫຍັງ? ກ່ອນອື່ນ ໃຫ້ເບິ່ງຄວາມເປັນມະນຸດຂອງພວກເຂົາ, ຕາບໃດທີ່ພວກເຂົາຮັກສິ່ງທີ່ເປັນບວກພໍສົມຄວນ ແລະ ບໍ່ແມ່ນຄົນຊົ່ວຮ້າຍ, ນັ້ນກໍພຽງພໍແລ້ວ. ບາງຄົນອາດຈະຖາມວ່າ: “ເປັນຫຍັງຈຶ່ງບໍ່ຮຽກຮ້ອງໃຫ້ພວກເຂົາເປັນຜູ້ທີ່ໄລ່ຕາມເສາະຫາຄວາມຈິງ?” ຍ້ອນວ່າຜູ້ນຳທີມບໍ່ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກ ແລະ ພວກເຂົາກໍບໍ່ແມ່ນຜູ້ຫົດນ້ຳ ແລະ ການຮຽກຮ້ອງໃຫ້ພວກເຂົາບັນລຸມາດຕະຖານຂອງການໄລ່ຕາມເສາະຫາຄວາມຈິງນັ້ນຈະເປັນການຮຽກຮ້ອງທີ່ຫຼາຍເກີນໄປ ແລະ ເກີນຄວາມສາມາດຂອງພວກເຂົາສ່ວນໃຫຍ່. ສິ່ງນີ້ບໍ່ໄດ້ຮຽກຮ້ອງຈາກຜູ້ທີ່ເຮັດວຽກງານທົ່ວໄປ ຫຼື ລາຍການວຽກງານວິຊາຊີບສະເພາະ; ຖ້າເປັນແນວນັ້ນ, ກໍຈະມີພຽງບໍ່ເທົ່າໃດຄົນທີ່ມີຄຸນສົມບັດ, ສະນັ້ນ ມາດຕະຖານຈຶ່ງຕ້ອງຖືກຫຼຸດລົງ. ຕາບໃດທີ່ຜູ້ຄົນເຂົ້າໃຈວິຊາຊີບຂອງພວກເຂົາ ແລະ ສາມາດແບກຮັບວຽກງານໄດ້ ແລະ ບໍ່ເຮັດຄວາມຊົ່ວ ຫຼື ກໍ່ໃຫ້ເກີດການລົບກວນໃດໆ, ນັ້ນກໍພຽງພໍແລ້ວ. ສຳລັບຄົນເຫຼົ່ານີ້, ຜູ້ທີ່ມີຄວາມຊຳນານໃນທັກສະ ແລະ ວິຊາຊີບ ແລະ ມີຈຸດແຂງບາງຢ່າງ, ຖ້າພວກເຂົາຈະປະຕິບັດວຽກງານທີ່ຕ້ອງມີຄວາມລຶ້ງເຄີຍພໍສົມຄວນກັບທັກສະ ແລະ ກ່ຽວຂ້ອງກັບວິຊາຊີບຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ຕາບໃດທີ່ພວກເຂົາຂ້ອນຂ້າງບໍ່ມີເລ່ລ່ຽມ ແລະ ທ່ຽງທຳໃນດ້ານລັກສະນະຂອງພວກເຂົາ, ບໍ່ຊົ່ວຮ້າຍ, ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ, ສາມາດອົດທົນຕໍ່ຄວາມລຳບາກ ແລະ ເຕັມໃຈທີ່ຈະຈ່າຍລາຄາ, ນັ້ນກໍພຽງພໍແລ້ວ. ດັ່ງນັ້ນ, ຂໍ້ກຳນົດທຳອິດສຳລັບການບົ່ມເພາະຄົນດັ່ງກ່າວໃຫ້ເປັນຫົວໜ້າທີມກໍຄື ພວກເຂົາຕ້ອງຂ້ອນຂ້າງຮັກສິ່ງທີ່ເປັນບວກ ແລະ ນອກຈາກນັ້ນ ພວກເຂົາຕ້ອງສາມາດອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາ. ມີຫຍັງອີກແດ່? (ພວກເຂົາຕ້ອງມີລັກສະນະທີ່ທ່ຽງທຳ ແລະ ບໍ່ຊົ່ວຮ້າຍ ແລະ ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ). ລັກສະນະຂອງພວກເຂົາຕ້ອງຂ້ອນຂ້າງທ່ຽງທຳ, ພວກເຂົາຕ້ອງບໍ່ແມ່ນຄົນຊົ່ວຮ້າຍ ແລະ ພວກເຂົາຕ້ອງບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ. ບາງຄົນອາດຈະຖາມວ່າ “ຖ້າເປັນແນວນັ້ນ ຄວາມສາມາດໃນການຢັ່ງຮູ້ຄວາມຈິງຂອງພວກເຂົາຖືວ່າສູງໄດ້ບໍ? ຫຼັງຈາກທີ່ໄດ້ຍິນຄວາມຈິງແລ້ວ, ພວກເຂົາສາມາດຕື່ນຮູ້ຕໍ່ຄວາມເປັນຈິງຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ບໍ?” ບໍ່ຈຳເປັນຕ້ອງຮຽກຮ້ອງທັງໝົດນີ້; ມັນພຽງພໍແລ້ວທີ່ຈະຮຽກຮ້ອງໃຫ້ຄົນດັ່ງກ່າວບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາ. ເມື່ອຄົນທີ່ບໍ່ບິດເບືອນໃນການຢັ່ງຮູ້ຂອງພວກເຂົາເຮັດວຽກຂອງພວກເຂົາ, ຜົນປະໂຫຍດຢ່າງໜຶ່ງກໍຄື ພວກເຂົາບໍ່ມີແນວໂນ້ມທີ່ຈະກໍ່ໃຫ້ເກີດການຂັດຂວາງ ຫຼື ເຮັດສິ່ງທີ່ໄຮ້ສາລະ. ຕົວຢ່າງ: ເຮືອນຂອງພຣະເຈົ້າໄດ້ໂອ້ລົມຊໍ້າແລ້ວຊໍ້າອີກກ່ຽວກັບຫຼັກການກ່ຽວກັບສີຂອງເຄື່ອງນຸ່ງຂອງນັກສະແດງ, ເຊິ່ງຄວນຈະສຸພາບ ແລະ ເໝາະສົມ ແລະ ມີສີສັນຫຼາຍກວ່າທີ່ຈະຈືດຊືດ. ແຕ່ກໍຍັງມີຜູ້ທີ່ບໍ່ສາມາດເຂົ້າໃຈສິ່ງທີ່ພວກເຂົາຖືກບອກ, ບໍ່ເຂົ້າໃຈສິ່ງທີ່ພວກເຂົາໄດ້ຍິນ, ບໍ່ສາມາດຢັ່ງຮູ້ ແລະ ບໍ່ສາມາດລະບຸຫຼັກການພາຍໃນຂໍ້ກຳນົດເຫຼົ່ານີ້ຂອງເຮືອນຂອງພຣະເຈົ້າ ແລະ ໃນທີ່ສຸດພວກເຂົາກໍເລືອກເຄື່ອງນຸ່ງທີ່ເປັນສີເທົາທັງໝົດ, ນີ້ບໍ່ແມ່ນການຢັ່ງຮູ້ທີ່ບິດເບືອນບໍ? (ແມ່ນ). ນີ້ຄືຄວາມໝາຍຂອງການມີການຢັ່ງຮູ້ທີ່ບິດເບືອນ. ການທີ່ຂ້ອນຂ້າງຮັກສິ່ງທີ່ເປັນບວກໝາຍຄວາມວ່າແນວໃດເປັນຫຼັກ? (ການສາມາດຍອມຮັບຄວາມຈິງ). ຖືກຕ້ອງແລ້ວ. ມັນໝາຍເຖິງການສາມາດຍອມຮັບຄຳເວົ້າ ແລະ ສິ່ງທີ່ກົງກັນກັບຄວາມຈິງ ແລະ ການສາມາດຍອມຮັບ ແລະ ຍອມອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງທຸກດ້ານ. ບໍ່ວ່າຄົນດັ່ງກ່າວຈະສາມາດນໍາສິ່ງເຫຼົ່ານີ້ໄປປະຕິບັດໄດ້ ຫຼື ບໍ່, ຢ່າງໜ້ອຍທີ່ສຸດ ໃນສ່ວນເລິກແລ້ວ ພວກເຂົາຕ້ອງບໍ່ຕໍ່ຕ້ານ ຫຼື ລັງກຽດສິ່ງເຫຼົ່ານັ້ນ. ຄົນດັ່ງກ່າວເປັນຄົນດີ ແລະ ເວົ້າຕາມພາສາປາກເວົ້າກໍສາມາດເວົ້າໄດ້ວ່າພວກເຂົາເປັນຄົນສຸພາບຮຽບຮ້ອຍ. ລັກສະນະຂອງຄົນສຸພາບຮຽບຮ້ອຍແມ່ນຫຍັງ? ພວກເຂົາຮູ້ສຶກລັງກຽດ, ຂີ້ດຽດ ແລະ ກຽດຊັງຕໍ່ການກະທຳທີ່ຊົ່ວຮ້າຍທີ່ຜູ້ບໍ່ມີຄວາມເຊື່ອກະທຳ, ພ້ອມທັງກະແສທີ່ຊົ່ວຮ້າຍທີ່ຜູ້ບໍ່ມີຄວາມເຊື່ອຕິດຕາມ. ຕົວຢ່າງ: ກະແສຂອງໂລກທີ່ບໍ່ມີຄວາມເຊື່ອສົ່ງເສີມອຳນາດທີ່ຊົ່ວຮ້າຍ ແລະ ຜູ້ຍິງຫຼາຍຄົນໄລ່ຕາມການແຕ່ງງານກັບຄົນຮັ່ງມີ ຫຼື ການເປັນເມຍນ້ອຍຂອງຄົນອື່ນ. ນີ້ບໍ່ແມ່ນຄວາມຊົ່ວຊ້າບໍ? ຄົນທີ່ຮັກຄວາມຈິງເຫັນວ່າສິ່ງເຫຼົ່ານີ້ໜ້າລັງກຽດເປັນພິເສດ ແລະ ບາງຄົນເວົ້າວ່າ “ເຖິງແມ່ນວ່າຂ້ອຍຈະຊອກຫາຄົນແຕ່ງງານນຳບໍ່ໄດ້, ເຖິງແມ່ນວ່າຂ້ອຍຈະທຸກຍາກຈົນຕາຍ, ຂ້ອຍກໍຈະບໍ່ມີວັນເຮັດຄືຄົນພວກນັ້ນ”, ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາລັງກຽດ ແລະ ດູຖູກຄົນປະເພດນັ້ນ. ລັກສະນະໜຶ່ງຂອງຄົນສຸພາບຮຽບຮ້ອຍກໍຄື ພວກເຂົາເຫັນວ່າກະແສທີ່ຊົ່ວຮ້າຍນັ້ນໜ້າລັງກຽດ ແລະ ໜ້າຂີ້ດຽດ ແລະ ລັງກຽດຜູ້ທີ່ຕົກຢູ່ໃນບ້ວງກັບດັກຂອງກະແສດັ່ງກ່າວ. ຄົນເຫຼົ່ານີ້ຂ້ອນຂ້າງຊື່ກົງ; ເມື່ອເວົ້າເຖິງການເຊື່ອໃນພຣະເຈົ້າ ແລະ ການເປັນຄົນດີ, ການຍ່າງໃນເສັ້ນທາງທີ່ຖືກຕ້ອງ, ການນະມັດສະການພຣະເຈົ້າ ແລະ ການຫຼີກລ່ຽງຄວາມຊົ່ວຮ້າຍ, ການຫຼີກລ່ຽງກະແສທີ່ຊົ່ວຮ້າຍ ແລະ ການຫຼີກລ່ຽງພຶດຕິກຳທີ່ຊົ່ວຮ້າຍທຸກຢ່າງໃນໂລກ, ໃນສ່ວນເລິກແລ້ວ ພວກເຂົາຮູ້ສຶກວ່ານີ້ເປັນສິ່ງທີ່ດີ. ບໍ່ວ່າພວກເຂົາຈະສາມາດກ້າວໄປເຖິງການບັນລຸສິ່ງທັງໝົດນີ້ໄດ້ ຫຼື ບໍ່ ແລະ ບໍ່ວ່າຄວາມຕັ້ງໃຈຂອງພວກເຂົາທີ່ຈະເຊື່ອໃນພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງຈະຍິ່ງໃຫຍ່ສໍ່າໃດກໍຕາມ, ເມື່ອເວົ້າເຖິງທີ່ສຸດແລ້ວ, ໃນສ່ວນເລິກ ພວກເຂົາປາຖະໜາທີ່ຈະດຳເນີນຊີວິດຢູ່ໃນຄວາມສະຫວ່າງ ແລະ ປາຖະໜາທີ່ຈະຢູ່ໃນສະຖານທີ່ທີ່ຄວາມຊອບທຳຄອງອຳນາດ. ຄົນຊື່ກົງແບບນີ້ແມ່ນປະເພດທີ່ຂ້ອນຂ້າງຮັກສິ່ງທີ່ເປັນບວກ. ຜູ້ທີ່ຈະໄດ້ຮັບການສົ່ງເສີມ ແລະ ບົ່ມເພາະໂດຍເຮືອນຂອງພຣະເຈົ້າ ຢ່າງໜ້ອຍທີ່ສຸດຕ້ອງມີລັກສະນະຂອງຄວາມເປັນມະນຸດທີ່ຊື່ກົງ ແລະ ຄວາມຮັກຕໍ່ສິ່ງທີ່ເປັນບວກ. ນີ້ຍັງເປັນມາດຕະຖານທີ່ກໍານົດຢ່າງທຳອິດ ສຳລັບການສົ່ງເສີມບຸກຄົນທີ່ມີຄວາມສາມາດພິເສດປະເພດທີ່ມີທັກສະທາງວິຊາຊີບ ແລະ ຈຸດແຂງ. ມາດຕະຖານທີສອງແມ່ນ ຄົນດັ່ງກ່າວຕ້ອງສາມາດອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາ. ນັ້ນກໍຄື ເມື່ອເວົ້າເຖິງກິດຈະການ ຫຼື ວຽກງານທີ່ພວກເຂົາຫຼົງໄຫຼ, ພວກເຂົາສາມາດວາງຄວາມປາຖະໜາຂອງຕົນເອງໄວ້ຂ້າງໆ, ວາງຄວາມເພີດເພີນຂອງເນື້ອໜັງ ຫຼື ວິຖີຊີວິດທີ່ສະບາຍໄວ້ຂ້າງໆ ແລະ ເຖິງຂັ້ນປະຖິ້ມອະນາຄົດຂອງພວກເຂົາເອງໄດ້. ຍິ່ງໄປກວ່ານັ້ນ, ຄວາມລຳບາກເລັກນ້ອຍ ຫຼື ຄວາມຮູ້ສຶກເມື່ອຍເລັກນ້ອຍບໍ່ແມ່ນເລື່ອງໃຫຍ່ສຳລັບພວກເຂົາ; ຕາບໃດທີ່ພວກເຂົາກຳລັງເຮັດສິ່ງທີ່ມີຄວາມໝາຍ ແລະ ສິ່ງທີ່ພວກເຂົາເຊື່ອວ່າຖືກຕ້ອງ, ພວກເຂົາກໍຍິນດີທີ່ຈະປະຖິ້ມຄວາມມ່ວນຊື່ນ ແລະ ຜົນປະໂຫຍດທາງເນື້ອໜັງ ຫຼື ຢ່າງໜ້ອຍທີ່ສຸດ ກໍມີຄວາມຕັ້ງໃຈ ແລະ ຄວາມປາຖະໜາທີ່ຈະເຮັດເຊັ່ນນັ້ນ. ບາງຄົນເວົ້າວ່າ: “ບາງຄັ້ງຄົນນັ້ນກໍຍັງໂລບໃນຄວາມສະບາຍຂອງເນື້ອໜັງ: ບາງຄັ້ງພວກເຂົາຢາກນອນຕື່ນສວາຍ ຫຼື ກິນອາຫານດີໆ ແລະ ບາງຄັ້ງພວກເຂົາຢາກອອກໄປຍ່າງຫຼິ້ນ ຫຼື ຫຼິ້ນໄປທົ່ວ, ແຕ່ເວລາສ່ວນໃຫຍ່ພວກເຂົາສາມາດອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາໄດ້; ພຽງແຕ່ບາງຄັ້ງອາລົມຂອງພວກເຂົາພາໃຫ້ພວກເຂົາມີຄວາມຄິດແບບນັ້ນ. ສິ່ງນີ້ຈະຖືວ່າເປັນບັນຫາບໍ?” ມັນຈະບໍ່ເປັນບັນຫາ. ມັນຈະເປັນການຮ້ອງຂໍທີ່ຫຼາຍເກີນໄປທີ່ຈະຮຽກຮ້ອງໃຫ້ພວກເຂົາປ່ອຍວາງຄວາມເພີດເພີນຂອງເນື້ອໜັງຢ່າງສົມບູນ, ຍົກເວັ້ນໃນສະຖານະການພິເສດ. ໂດຍທົ່ວໄປແລ້ວ, ເມື່ອເຈົ້າໃຫ້ຄົນດັ່ງກ່າວເຮັດວຽກ, ບໍ່ວ່ານັ້ນຈະເປັນວຽກໃຫຍ່ ຫຼື ບໍ່ ແລະ ບໍ່ວ່າມັນຈະເປັນສິ່ງທີ່ພວກເຂົາມັກເຮັດ ຫຼື ບໍ່ ແລະ ບໍ່ວ່າວຽກນັ້ນຈະຫຍຸ້ງຍາກສໍ່າໃດ ຫຼື ພວກເຂົາຕ້ອງອົດທົນຕໍ່ຄວາມລໍາບາກຫຼາຍສໍ່າໃດ ຫຼື ພວກເຂົາຕ້ອງຈ່າຍລາຄາຫຍັງກໍຕາມ, ຕາບໃດທີ່ເຈົ້າມອບໝາຍໃຫ້ພວກເຂົາ, ຮັບປະກັນໄດ້ວ່າພວກເຂົາຈະເຮັດມັນຢ່າງສຸດຄວາມສາມາດ ໂດຍທີ່ເຈົ້າບໍ່ຈຳເປັນຕ້ອງຈັບຕາເບິ່ງ ຫຼື ກໍາກັບດູແລພວກເຂົາເລີຍ. ຄົນດັ່ງກ່າວສາມາດອົດທົນຕໍ່ຄວາມລໍາບາກ ແລະ ຈ່າຍລາຄາ ແລະ ນີ້ແມ່ນອີກການສະແດງອອກໜຶ່ງຂອງຄົນສຸພາບຮຽບຮ້ອຍ. ການສາມາດອົດທົນຕໍ່ຄວາມລໍາບາກ ແລະ ຈ່າຍລາຄາໝາຍຄວາມວ່າແນວໃດ? ມັນໝາຍເຖິງການມີຄວາມຖີ່ຖ້ວນ, ການມີຄວາມທຸ່ມເທ ແລະ ເອົາໃຈໃສ່ຢ່າງສຸດຂີດ ແລະ ການເຕັມໃຈທີ່ຈະອົດທົນຕໍ່ຄວາມລໍາບາກ ແລະ ຈ່າຍລາຄາໃດໆ ເພື່ອເຮັດໃຫ້ວຽກງານສຳເລັດຜົນດ້ວຍດີ. ເມື່ອເວົ້າເຖິງການເຮັດສິ່ງຕ່າງໆໃຫ້ສຳເລັດ, ຄົນດັ່ງກ່າວຮັກສາຄຳສັນຍາ ແລະ ເພິ່ງພາໄດ້, ບໍ່ຄືກັບຄົນທີ່ໂລບມາກ ແລະ ຂີ້ຄ້ານ, ຮັກເວລາພັກຜ່ອນຢ່ອນໃຈ ແລະ ລັງກຽດການອອກແຮງງານ ແລະ ເຫັນຜົນປະໂຫຍດມາກ່ອນທຸກສິ່ງ. ຄົນເຫຼົ່ານັ້ນຜິດຄຳສັນຍາຂອງພວກເຂົາ, ເວົ້າຄຳເວົ້າທີ່ບໍ່ຈິງຢູ່ສະເໝີເພື່ອຫຼອກລວງ ແລະ ຊັກຈູງຄົນອື່ນ ແລະ ບໍ່ລັງເລທີ່ຈະຕົວະ ແລະ ສາບານເທັດເພື່ອບັນລຸເປົ້າໝາຍຂອງພວກເຂົາ, ພຣະເຈົ້າຈະບໍ່ຊ່ວຍຄົນເຫຼົ່ານັ້ນໃຫ້ລອດພົ້ນ. ພຣະເຈົ້າມັກຄົນຊື່ສັດ. ມີພຽງຄົນຊື່ສັດເທົ່ານັ້ນທີ່ຮັກສາຄຳເວົ້າ ແລະ ຈົງຮັກພັກດີຕໍ່ໜ້າທີ່ຂອງພວກເຂົາ ແລະ ມີພຽງຜູ້ທີ່ສາມາດອົດທົນຕໍ່ຄວາມລໍາບາກ ແລະ ຈ່າຍລາຄາເພື່ອເຮັດສຳເລັດພຣະບັນຊາຂອງພຣະເຈົ້າເທົ່ານັ້ນທີ່ສາມາດໄດ້ຮັບຄວາມລອດພົ້ນໂດຍພຣະເຈົ້າ. ການສາມາດອົດທົນຕໍ່ຄວາມລໍາບາກ ແລະ ຈ່າຍລາຄາແມ່ນລັກສະນະ ແລະ ການສະແດງອອກທີສອງທີ່ຄົນເຮົາຄວນມີ ເພື່ອທີ່ຈະໄດ້ຮັບການສົ່ງເສີມ ແລະ ບົ່ມເພາະໂດຍເຮືອນຂອງພຣະເຈົ້າ. ມາດຕະຖານທີສາມແມ່ນ ການບໍ່ບິດເບືອນໃນການຢັ່ງຮູ້ຂອງຄົນໃດຄົນໜຶ່ງ. ນັ້ນກໍຄື ຫຼັງຈາກທີ່ໄດ້ຟັງພຣະທຳຂອງພຣະເຈົ້າແລ້ວ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍສາມາດຮູ້ວ່າພຣະທຳນັ້ນໝາຍເຖິງຫຍັງ, ພວກເຂົາສາມາດເຂົ້າໃຈສິ່ງທີ່ພຣະເຈົ້າກ່າວ ແລະ ການຢັ່ງຮູ້ຂອງພວກເຂົາແມ່ນບໍ່ບ່ຽງເບນ ຫຼື ໄຮ້ສາລະ. ຕົວຢ່າງ: ຖ້າເຈົ້າເວົ້າກ່ຽວກັບສີຟ້າ, ພວກເຂົາຈະບໍ່ເຂົ້າໃຈຜິດວ່າເປັນສີດຳ ແລະ ຖ້າເຈົ້າເວົ້າກ່ຽວກັບສີເທົາ, ພວກເຂົາຈະບໍ່ເຂົ້າໃຈຜິດວ່າເປັນສີມ່ວງ. ນີ້ແມ່ນຂໍ້ກຳນົດຂັ້ນຕໍ່າສຸດ. ເຖິງແມ່ນວ່າບາງຄັ້ງການຢັ່ງຮູ້ຂອງພວກເຂົາຈະຖືກບິດເບືອນ, ເມື່ອຄົນອື່ນຊີ້ແຈງເລື່ອງນີ້ ພວກເຂົາກໍສາມາດຍອມຮັບມັນໄດ້ ແລະ ຖ້າພວກເຂົາເຫັນວ່າຄົນອື່ນມີການຢັ່ງຮູ້ທີ່ບໍລິສຸດຫຼາຍກວ່າຕົນເອງ, ພວກເຂົາກໍສາມາດຍອມຮັບໄດ້ທັນທີ, ຄົນປະເພດນີ້ມີການຢັ່ງຮູ້ທີ່ບໍລິສຸດ. ຢ່າງທີສີ່, ພວກເຂົາຕ້ອງບໍ່ແມ່ນຄົນຊົ່ວຮ້າຍ. ສິ່ງນີ້ເຂົ້າໃຈງ່າຍບໍ? ການບໍ່ເປັນຄົນຊົ່ວຮ້າຍໝາຍເຖິງການຕ້ອງເຮັດສິ່ງໜຶ່ງຢ່າງໜ້ອຍທີ່ສຸດ, ນັ້ນກໍຄື ຫຼັງຈາກທີ່ລົ້ມເຫຼວໃນການບັນລຸສິ່ງທີ່ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ພວກເຂົາເຮັດ ຫຼື ໄດ້ລະເມີດຫຼັກການ ແລະ ເຮັດສິ່ງໃດໜຶ່ງຜິດ, ຄົນດັ່ງກ່າວຕ້ອງສາມາດຍອມຮັບ ແລະ ຍອມອ່ອນນ້ອມເມື່ອຖືກລິຮານ, ໂດຍບໍ່ມີການຕໍ່ຕ້ານ ແລະ ບໍ່ກະຈາຍຄວາມເປັນລົບ ຫຼື ຄວາມຄິດຫຼົງຜິດ. ນອກຈາກນັ້ນ, ບໍ່ວ່າພວກເຂົາຈະຢູ່ໃນກຸ່ມໃດກໍຕາມ, ພວກເຂົາສາມາດເຂົ້າກັບຄົນສ່ວນໃຫຍ່ໄດ້ ແລະ ພົວພັນກັບພວກເຂົາດ້ວຍຄວາມປອງດອງ. ເຖິງແມ່ນວ່າເມື່ອຄົນໃດຄົນໜຶ່ງທຳຮ້າຍພວກເຂົາໂດຍການເວົ້າສິ່ງທີ່ບໍ່ມ່ວນຫູ, ພວກເຂົາກໍສາມາດອົດທົນໄດ້ໂດຍບໍ່ຖືສາ ແລະ ຖ້າຄົນໃດຄົນໜຶ່ງຂົ່ມເຫັງພວກເຂົາ, ພວກເຂົາກໍບໍ່ຕອບແທນຄວາມຊົ່ວດ້ວຍຄວາມຊົ່ວ, ແຕ່ກົງກັນຂ້າມ ພວກເຂົາໃຊ້ວິທີທີ່ສະຫຼາດເພື່ອຢູ່ຫ່າງ ແລະ ຫຼີກລ່ຽງແທນ. ເຖິງແມ່ນວ່າບຸກຄົນດັ່ງກ່າວຈະຍັງບໍ່ເຖິງຂັ້ນເປັນຄົນຊື່ສັດ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍຂ້ອນຂ້າງບໍ່ມີເລ່ລ່ຽມ ແລະ ບໍ່ເຮັດຄວາມຊົ່ວ ແລະ ຖ້າໃຜເຮັດຜິດໃຈພວກເຂົາ ພວກເຂົາກໍບໍ່ແກ້ແຄ້ນ ຫຼື ທໍລະມານຄົນນັ້ນ ແລະ ບໍ່ກົດຂີ່ພວກເຂົາ. ຍິ່ງໄປກວ່ານັ້ນ, ຄົນດັ່ງກ່າວບໍ່ພະຍາຍາມສ້າງອານາຈັກທີ່ເປັນເອກະລາດຂອງພວກເຂົາເອງ, ບໍ່ກະທຳການຕໍ່ຕ້ານເຮືອນຂອງພຣະເຈົ້າ, ບໍ່ກະຈາຍຄວາມຄິດຫຼົງຜິດກ່ຽວກັບພຣະເຈົ້າ, ບໍ່ພະຍາຍາມຕັດສິນພຣະອົງ ຫຼື ເຮັດສິ່ງໃດທີ່ເປັນການຂັດຂວາງ ຫຼື ກໍ່ໃຫ້ເກີດການລົບກວນ. ສີ່ຈຸດຂ້າງເທິງນີ້ແມ່ນເກນພື້ນຖານສຳລັບການສົ່ງເສີມ ແລະ ບົ່ມເພາະບຸກຄົນທີ່ມີຄວາມສາມາດພິເສດທີ່ມີຈຸດແຂງບາງຢ່າງ ແລະ ຜູ້ທີ່ເຂົ້າໃຈທັກສະທາງວິຊາຊີບບາງຢ່າງ. ຕາບໃດທີ່ພວກເຂົາປະຕິບັດຕາມສີ່ເກນນີ້, ໂດຍພື້ນຖານແລ້ວ ພວກເຂົາກໍສາມາດແບກຮັບໜ້າທີ່ບາງຢ່າງ ແລະ ປະຕິບັດວຽກງານບາງຢ່າງໄດ້ໃນລັກສະນະທີ່ເໝາະສົມ.

ບາງຄົນອາດຈະຖາມວ່າ: “ເປັນຫຍັງເກນທີ່ຄົນທີ່ມີຄວາມສາມາດພິເສດຄວນມີເພື່ອຈະໄດ້ຮັບການສົ່ງເສີມ ແລະ ການບົ່ມເພາະນັ້ນຈຶ່ງບໍ່ລວມເອົາການເຂົ້າໃຈຄວາມຈິງ, ການມີຄວາມເປັນຈິງຄວາມຈິງ ແລະ ການສາມາດຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ? ເປັນຫຍັງພວກມັນຈຶ່ງບໍ່ລວມເອົາການສາມາດຮູ້ຈັກພຣະເຈົ້າ, ການສາມາດອ່ອນນ້ອມຕໍ່ພຣະເຈົ້າ, ການຈົງຮັກພັກດີຕໍ່ພຣະເຈົ້າ ແລະ ການເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ? ສິ່ງເຫຼົ່ານີ້ຕົກຫຼົ່ນໄປບໍ?” ບອກເຮົາມາເບິ່ງ, ຖ້າຄົນໃດໜຶ່ງເຂົ້າໃຈຄວາມຈິງ ແລະ ໄດ້ເຂົ້າສູ່ຄວາມເປັນຈິງຄວາມຈິງ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ມີຫົວໃຈທີ່ຢໍາເກງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ກໍຮູ້ຈັກພຣະເຈົ້າ, ບໍ່ຕໍ່ຕ້ານພຣະອົງ ແລະ ເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ, ພວກເຂົາຍັງຕ້ອງໄດ້ຮັບການບົ່ມເພາະອີກບໍ? ຖ້າພວກເຂົາບັນລຸທຸກສິ່ງນີ້ຢ່າງແທ້ຈິງແລ້ວ, ຜົນຂອງການບົ່ມເພາະກໍສຳເລັດແລ້ວບໍ່ແມ່ນບໍ? (ແມ່ນ). ສະນັ້ນ, ຂໍ້ກຳນົດສຳລັບຄົນທີ່ມີຄວາມສາມາດພິເສດທີ່ຈະໄດ້ຮັບການສົ່ງເສີມ ແລະ ການບົ່ມເພາະຈຶ່ງບໍ່ລວມມີເກນເຫຼົ່ານີ້. ຍ້ອນວ່າຜູ້ຖືກເລືອກທີ່ຖືກສົ່ງເສີມ ແລະ ຖືກບົ່ມເພາະນັ້ນມາຈາກທ່າມກາງມະນຸດທີ່ບໍ່ເຂົ້າໃຈຄວາມຈິງ ແລະ ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ, ສະນັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ຜູ້ຖືກເລືອກທີ່ກຳລັງຖືກສົ່ງເສີມ ແລະ ຖືກບົ່ມເພາະເຫຼົ່ານີ້ ຈະມີຄວາມເປັນຈິງຄວາມຈິງແລ້ວ ຫຼື ອ່ອນນ້ອມຕໍ່ພຣະເຈົ້າຢ່າງເຕັມທີແລ້ວ, ຍິ່ງບໍ່ຕ້ອງເວົ້າເຖິງການຈົງຮັກພັກດີຕໍ່ພຣະເຈົ້າຢ່າງແທ້ຈິງເລີຍ ແລະ ແນ່ນອນວ່າ ພວກເຂົາຍັງຫ່າງໄກຈາກການຮູ້ຈັກພຣະເຈົ້າ ແລະ ການມີຫົວໃຈທີ່ຢໍາເກງພຣະເຈົ້າ. ເກນທີ່ຄົນທີ່ມີຄວາມສາມາດພິເສດທຸກປະເພດຄວນມີເໜືອສິ່ງອື່ນໃດ ເພື່ອຈະໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ ແມ່ນເກນທີ່ເຮົາຫາກໍກ່າວເຖິງ, ສິ່ງເຫຼົ່ານີ້ແມ່ນເກນທີ່ແທ້ຈິງ ແລະ ສະເພາະເຈາະຈົງທີ່ສຸດ. ຜູ້ນໍາປອມບາງຄົນເວົ້າວ່າ: “ຢູ່ນີ້ພວກເຮົາບໍ່ມີຄົນທີ່ມີຄວາມສາມາດພິເສດໃດເລີຍ ທີ່ສາມາດໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ. ຜູ້ນັ້ນບໍ່ເຂົ້າໃຈຄວາມຈິງ, ຜູ້ນັ້ນເຮັດສິ່ງຕ່າງໆໂດຍບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າ, ຜູ້ນັ້ນບໍ່ສາມາດຍອມຮັບການຖືກລິຮານ, ຜູ້ນັ້ນບໍ່ມີຄວາມຈົງຮັກພັກດີ...” ແລະ ອື່ນໆ, ໂດຍຍົກເອົາຂໍ້ຜິດພາດອອກມາຢ່າງຫຼວງຫຼາຍ. ຜູ້ນໍາປອມເຫຼົ່ານີ້ກຳລັງສື່ເຖິງຫຍັງໂດຍການເວົ້າສິ່ງເຫຼົ່ານີ້? ເບິ່ງຄືວ່າຄົນເຫຼົ່ານັ້ນບໍ່ສາມາດໄດ້ຮັບການສົ່ງເສີມ ແລະ ບົ່ມເພາະໄດ້ ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີປະສົບການກັບວຽກງານຂອງພຣະເຈົ້າ ແລະ ຍັງບໍ່ມີຄວາມເປັນຈິງຄວາມຈິງ ແລະ ອື່ນໆ, ໃນຂະນະທີ່ຕົວຜູ້ນໍາເອງສາມາດກາຍເປັນຜູ້ນໍາໄດ້ ກໍຍ້ອນວ່າພວກເຂົາມີປະສົບການຕົວຈິງບາງຢ່າງແລ້ວ ແລະ ມີຄວາມເປັນຈິງຄວາມຈິງ. ນັ້ນບໍ່ແມ່ນສິ່ງທີ່ຜູ້ນໍາປອມເຫຼົ່ານີ້ໝາຍເຖິງບໍ? ໃນສາຍຕາຂອງພວກເຂົາ, ບໍ່ມີໃຜດີເທົ່າພວກເຂົາ ແລະ ບໍ່ມີໃຜນອກຈາກພວກເຂົາເອງທີ່ເໝາະສົມທີ່ຈະເປັນຜູ້ນໍາ. ນີ້ຄືອຸປະນິໄສທີ່ອວດດີຂອງຜູ້ນໍາປອມ; ເມື່ອເວົ້າເຖິງການສົ່ງເສີມ ແລະ ການບົ່ມເພາະຜູ້ຄົນໂດຍເຮືອນຂອງພຣະເຈົ້າ, ພວກເຂົາກໍເຕັມໄປດ້ວຍຄວາມຄິດຫຼົງຜິດ ແລະ ຈິນຕະນາການ.

III. ເກນທີ່ຈໍາເປັນສຳລັບບຸກຄະລາກອນທີ່ເຮັດວຽກງານກິດຈະການທົ່ວໄປ

ເຮົາຫາກໍກ່າວເຖິງຄົນສອງປະເພດທີ່ເຮືອນຂອງພຣະເຈົ້າເນັ້ນໜັກໃນການບົ່ມເພາະ. ປະເພດໜຶ່ງຄືຄົນທີ່ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ອີກປະເພດໜຶ່ງຄືຄົນທີ່ສາມາດຮັບຜິດຊອບວຽກງານວິຊາຊີບຕ່າງໆ. ຍັງມີຄົນອີກປະເພດໜຶ່ງ. ບໍ່ສາມາດເວົ້າໄດ້ວ່າພວກເຂົາມີຈຸດແຂງ ຫຼື ທັກສະທາງວິຊາຊີບສະເພາະໃດໜຶ່ງ; ວຽກງານຂອງພວກເຂົາບໍ່ກ່ຽວຂ້ອງກັບເຕັກໂນໂລຊີຂັ້ນສູງໃດໆ, ນັ້ນກໍຄື ຄົນເຫຼົ່ານີ້ປະຕິບັດວຽກງານກິດຈະການທົ່ວໄປບາງຢ່າງໃນຄຣິສຕະຈັກ, ພວກເຂົາຈັດການກັບເລື່ອງບາງຢ່າງທີ່ຢູ່ນອກເໜືອວຽກງານທີ່ເປັນແກ່ນສານຂອງຄຣິສຕະຈັກ. ພວກເຂົາແມ່ນປະເພດຄົນທີ່ດຳເນີນວຽກງານກິດຈະການທົ່ວໄປ. ຂໍ້ກຳນົດຫຼັກຂອງເຮືອນຂອງພຣະເຈົ້າສຳລັບຄົນປະເພດນີ້ແມ່ນຫຍັງ? ຂໍ້ກຳນົດທີ່ສຳຄັນທີ່ສຸດກໍຄື ພວກເຂົາຕ້ອງສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ບໍ່ຊ່ວຍເຫຼືອຄົນນອກໂດຍການທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບໍ່ຫັກຫຼັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເພື່ອເອົາໃຈຊາຕານ. ມີພຽງເທົ່ານັ້ນ. ບໍ່ວ່າພວກເຂົາຈະເປັນຜູ້ທີ່ມີພອນສະຫວັນໃນການສື່ສານ, ເປັນຊົນຊັ້ນນຳຂອງສັງຄົມ ຫຼື ເປັນບຸກຄົນທີ່ມີຄວາມສາມາດພິເສດກໍຕາມ, ພວກເຂົາຄວນຈະສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ເມື່ອຈັດການວຽກງານພາຍນອກໃຫ້ເຮືອນຂອງພຣະເຈົ້າ. ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າລວມມີຫຍັງແດ່? ເງິນຄໍາ, ວັດຖຸສິ່ງຂອງ, ຊື່ສຽງຂອງເຮືອນຂອງພຣະເຈົ້າ ແລະ ຂອງຄຣິສຕະຈັກ ແລະ ຄວາມປອດໄພຂອງອ້າຍເອື້ອຍນ້ອງທັງຫຼາຍ, ແຕ່ລະດ້ານເຫຼົ່ານີ້ແມ່ນສຳຄັນຫຼາຍ. ຜູ້ໃດກໍຕາມທີ່ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ ກໍຖືວ່າເປັນຜູ້ທີ່ມີຄວາມເປັນມະນຸດປົກກະຕິ ແລະ ມີຄວາມຊື່ກົງພຽງພໍ ແລະ ເປັນຄົນທີ່ເຕັມໃຈທີ່ຈະນໍາຄວາມຈິງໄປປະຕິບັດ. ບາງຄົນບໍ່ມີການແຍກແຍະ ແລະ ເວົ້າວ່າ: “ມີຄົນຜູ້ໜຶ່ງທີ່ມີຄວາມເປັນມະນຸດທີ່ຊົ່ວຮ້າຍ, ແຕ່ພວກເຂົາສາມາດປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າໄດ້”. ນັ້ນເປັນໄປໄດ້ບໍ? (ເປັນໄປບໍ່ໄດ້). ຄົນຊົ່ວຮ້າຍຈະສາມາດປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາສາມາດປົກປ້ອງພຽງແຕ່ຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ. ດັ່ງນັ້ນ, ຖ້າຄົນໃດໜຶ່ງສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຢ່າງແທ້ຈິງ, ພວກເຂົາຍ່ອມເປັນຄົນທີ່ມີລັກສະນະ ແລະ ຄວາມເປັນມະນຸດທີ່ດີຢ່າງແນ່ນອນ; ສິ່ງນີ້ບໍ່ສາມາດຜິດພາດໄດ້. ຖ້າຄົນໃດໜຶ່ງຊ່ວຍເຫຼືອຄົນນອກໂດຍການທຳລາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ເມື່ອເຮັດສິ່ງຕ່າງໆເພື່ອເຮືອນຂອງພຣະເຈົ້າ ແລະ ຫັກຫຼັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບໍ່ພຽງແຕ່ກໍ່ໃຫ້ເກີດຄວາມເສຍຫາຍທາງດ້ານເສດຖະກິດ ແລະ ວັດຖຸຢ່າງຫຼວງຫຼາຍຕໍ່ເຮືອນຂອງພຣະເຈົ້າເທົ່ານັ້ນ, ແຕ່ຍັງສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊື່ສຽງຂອງເຮືອນຂອງພຣະເຈົ້າ ແລະ ຂອງຄຣິສຕະຈັກນຳອີກ, ພວກເຂົາເປັນຄົນດີບໍ? ຄົນປະເພດນີ້ບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ. ພວກເຂົາບໍ່ສົນໃຈວ່າເຮືອນຂອງພຣະເຈົ້າຈະທົນທຸກຕໍ່ຄວາມເສຍຫາຍທາງດ້ານວັດຖຸ ແລະ ການເງິນຫຼາຍສໍ່າໃດ; ສິ່ງທີ່ສຳຄັນທີ່ສຸດສຳລັບພວກເຂົາແມ່ນການສ້າງຜົນປະໂຫຍດໃຫ້ຕົນເອງ ແລະ ການເອົາໃຈຜູ້ບໍ່ມີຄວາມເຊື່ອ; ພວກເຂົາບໍ່ພຽງແຕ່ສົ່ງຂອງຂວັນໃຫ້ຜູ້ບໍ່ມີຄວາມເຊື່ອເທົ່ານັ້ນ, ແຕ່ຍັງຍິນຍອມຕໍ່ຄົນເຫຼົ່ານັ້ນຢູ່ສະເໝີໃນລະຫວ່າງການເຈລະຈາ, ພວກເຂົາບໍ່ເຄີຍຄິດທີ່ຈະພະຍາຍາມຢ່າງຫ້າວຫັນເພື່ອຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ. ແຕ່ເຖິງຢ່າງນັ້ນ, ພວກເຂົາກໍຍັງຕົວະເຮືອນຂອງພຣະເຈົ້າ ໂດຍເວົ້າວ່າພວກເຂົາເຮັດວຽກງານສຳເລັດແນວໃດ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າແນວໃດ, ທັງທີ່ໃນຄວາມເປັນຈິງແລ້ວ ວຽກງານຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍໄປແລ້ວ ແລະ ເຮືອນຂອງພຣະເຈົ້າກໍຖືກຜູ້ບໍ່ມີຄວາມເຊື່ອເອົາປຽບຢ່າງໃຫຍ່ຫຼວງ. ຖ້າຄົນຜູ້ໜຶ່ງສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ໃນທຸກດ້ານ ເມື່ອຈັດການກັບວຽກງານພາຍນອກ, ຄົນຜູ້ນີ້ເປັນຄົນດີບໍ? (ແມ່ນ). ແລ້ວຖ້າຄົນປະເພດນີ້ບໍ່ສາມາດເຮັດວຽກງານອື່ນໃດໄດ້ໃນເຮືອນຂອງພຣະເຈົ້າ ແລະ ເໝາະສົມສຳລັບວຽກງານກິດຈະການທົ່ວໄປປະເພດນີ້ເທົ່ານັ້ນ, ພວກເຂົາຄວນໄດ້ຮັບການສົ່ງເສີມໂດຍເຮືອນຂອງພຣະເຈົ້າບໍ? (ຄວນ). ນອກຈາກຈະມີຄວາມສາມາດໃນການເຮັດວຽກ ແລະ ສາມາດປະຕິບັດວຽກງານຂອງຕົນໃຫ້ສອດຄ່ອງກັບຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດໄວ້ແລ້ວ, ພວກເຂົາຍັງສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ອີກດ້ວຍ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ມາດຕະຖານ ແລະ ຄົນປະເພດນີ້ຄວນໄດ້ຮັບການສົ່ງເສີມ. ໃນທາງກົງກັນຂ້າມ, ຜູ້ທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢູ່ສະເໝີ, ຜູ້ທີ່ສ້າງຄວາມສ່ຽງຕໍ່ຄວາມປອດໄພຂອງອ້າຍເອື້ອຍນ້ອງທັງຫຼາຍຢູ່ສະເໝີ ແລະ ຜູ້ທີ່ກໍ່ໃຫ້ເກີດຜົນກະທົບ ແລະ ຜົນສະທ້ອນໃນທາງລົບຕໍ່ຊື່ສຽງຂອງເຮືອນຂອງພຣະເຈົ້າ ແລະ ຂອງຄຣິສຕະຈັກຢູ່ສະເໝີ, ຄົນປະເພດນີ້ແມ່ນບໍ່ຄວນໄດ້ຮັບການສົ່ງເສີມ ຫຼື ຖືກບົ່ມເພາະ; ຖ້າພວກເຂົາຖືກສົ່ງເສີມ ແລະ ຖືກນໍາໃຊ້, ພວກເຂົາຕ້ອງຖືກປົດອອກໂດຍໄວ. ຍັງມີບາງຄົນທີ່ມັກຈະເກີດບັນຫາຢູ່ສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາເຊັ່ນ: ເກີດອຸປະຕິເຫດເມື່ອຂັບລົດ, ເຮັດໃຫ້ວຽກງານທີ່ຕົນຈັດການນັ້ນເສຍຫາຍ ຫຼື ນໍາໄປສູ່ຄວາມຂັດແຍ້ງທີ່ສົ່ງຜົນໃຫ້ເກີດການຮ້ອງຮຽນຢູ່ສະເໝີ ແລະ ຖ້າມີຂໍ້ບົກຜ່ອງໃດໆ ພວກເຂົາກໍບໍ່ຮູ້ວິທີແກ້ໄຂ. ຄົນປະເພດນີ້ແມ່ນພວກເບົາປັນຍາ ແລະ ຍັງເປັນຕົວຫາຍະນະ ແລະ ເປັນພວກລ້າງຜານ. ຖ້າຄົນປະເພດນີ້ກາຍເປັນຫົວໜ້າທີມ, ຜູ້ກຳກັບດູແລ, ຜູ້ນໍາ ຫຼື ຜູ້ເຮັດວຽກ, ບໍ່ພຽງແຕ່ຕ້ອງຟ້າວປົດພວກເຂົາອອກເທົ່ານັ້ນ, ແຕ່ຍັງຕ້ອງຄັດພວກເຂົາອອກຈາກຄຣິສຕະຈັກອີກດ້ວຍ. ນີ້ກໍຍ້ອນວ່າ ຄົນປະເພດນີ້ເປັນຕົ້ນເຫດຂອງໄພພິບັດ ແລະ ເປັນຕົວຊວຍ. ຕາບໃດທີ່ມີຄົນເຫຼົ່ານີ້ໜຶ່ງ ຫຼື ສອງຄົນຢູ່ໃນຄຣິສຕະຈັກ, ຄຣິສຕະຈັກກໍຈະບໍ່ມີຄວາມສະຫງົບສຸກ. ຄົນປະເພດນີ້ເບິ່ງຄືວ່າມີວິນຍານຊົ່ວຮ້າຍຢູ່ໃນຕົວ ຫຼື ເປັນຄືກັບພະຍາດລະບາດ. ຜູ້ໃດກໍຕາມທີ່ພົວພັນກັບພວກເຂົາຈະພົບກັບຄວາມໂຊກຮ້າຍ, ສະນັ້ນ ຄົນປະເພດນີ້ຄວນຖືກຖອນຮາກຖອນໂຄນໂດຍບໍ່ລໍຊ້າ. ແມ່ນແຕ່ລັກສະນະໜ້າຕາຂອງຄົນເຫຼົ່ານີ້ກໍຜິດປົກກະຕິໄປໝົດ, ເຕັມໄປດ້ວຍລັກສະນະທີ່ເຈົ້າເລ່ ຫຼື ເປັນແບບຜີຮ້າຍ ຫຼື ຂີ້ຮ້າຍຢ່າງໜ້າຢ້ານ ແລະ ໃຜກໍຕາມທີ່ພົວພັນກັບພວກເຂົາຈະຮູ້ສຶກວ່າກຳລັງຈະມີເລື່ອງບໍ່ດີເກີດຂຶ້ນ. ຄົນປະເພດນີ້ຕ້ອງຖືກປົດອອກ ແລະ ຖືກຄັດອອກ, ເມື່ອນັ້ນສິ່ງຕ່າງໆຈຶ່ງຈະໄປໄດ້ດີສຳລັບຄຣິສຕະຈັກ. ການສົ່ງເສີມ ແລະ ການບົ່ມເພາະຄົນຕ່າງໆໃນຄຣິສຕະຈັກ ຮຽກຮ້ອງໃຫ້ມີການຍຶດໝັ້ນໃນຫຼັກການ ແລະ ການນໍາໃຊ້ການແຍກແຍະ, ເພື່ອປະຕິບັດໃຫ້ສອດຄ່ອງກັບຫຼັກການ. ໃນບັນດາຄົນປະເພດຕ່າງໆທີ່ຖືກສົ່ງເສີມ ແລະ ຖືກບົ່ມເພາະ ມີຜູ້ທີ່ຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ, ຜູ້ທີ່ຮັບຜິດຊອບວຽກງານວິຊາຊີບຕ່າງໆໃນຄຣິສຕະຈັກ ແລະ ຍັງມີຜູ້ທີ່ຈັດການວຽກງານກິດຈະການທົ່ວໄປໃຫ້ຄຣິສຕະຈັກ. ເກນຕ່າງໆທີ່ຄົນທີ່ມີຄວາມສາມາດພິເສດຫຼາຍປະເພດເຫຼົ່ານີ້ຄວນມີ ກໍໄດ້ຖືກນໍາມາໂອ້ລົມຢ່າງຈະແຈ້ງແລ້ວ. ເມື່ອພວກເຈົ້າຈະແຈ້ງກ່ຽວກັບຫຼັກການຂອງວິທີການເລືອກຕັ້ງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ວິທີການສົ່ງເສີມ ແລະ ບົ່ມເພາະຜູ້ຄົນ, ເມື່ອນັ້ນວຽກງານທັງໝົດຂອງຄຣິສຕະຈັກກໍຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ.

ບາງຄົນອາດຈະຖາມວ່າ: “ເປັນຫຍັງຄົນເຫຼົ່ານີ້ທີ່ໄດ້ຮັບການສົ່ງເສີມ ແລະ ການບົ່ມເພາະໂດຍເຮືອນຂອງພຣະເຈົ້າ ຈຶ່ງເອີ້ນວ່າຄົນທີ່ມີຄວາມສາມາດພິເສດ?” ຄົນທີ່ມີຄວາມສາມາດພິເສດທີ່ພວກເຮົາເວົ້າເຖິງ ໝາຍເຖິງຜູ້ທີ່ຖືກຄັດເລືອກສຳລັບການສົ່ງເສີມ ແລະ ການບົ່ມເພາະ. ມີຂໍ້ກຳນົດທີ່ແຕກຕ່າງກັນສຳລັບຜູ້ທີ່ສາມາດປະຕິບັດໜ້າທີ່ຕ່າງກັນ ແລະ ຍ້ອນວ່າພວກເຂົາຢູ່ໃນຂະບວນການຂອງການຖືກສົ່ງເສີມ ແລະ ຖືກບົ່ມເພາະ, ດັ່ງນັ້ນ ມັນຈຶ່ງພຽງພໍແລ້ວທີ່ຄົນທີ່ເອີ້ນວ່າ ຄົນທີ່ມີຄວາມສາມາດພິເສດເຫຼົ່ານີ້ສາມາດບັນລຸເກນທີ່ພວກເຮົາຫາກໍກ່າວເຖິງ. ມັນຄົງຈະເປັນໄປບໍ່ໄດ້ທີ່ຈະຄາດຫວັງໃຫ້ຄົນເຫຼົ່ານີ້ມີຄວາມເປັນຈິງຄວາມຈິງແລ້ວ, ເປັນຄົນອ່ອນນ້ອມ ແລະ ຈົງຮັກພັກດີແລ້ວ ແລະ ຢໍາເກງພຣະເຈົ້າແລ້ວ. ດັ່ງນັ້ນ, ຄົນທີ່ມີຄວາມສາມາດພິເສດທີ່ພວກເຮົາເວົ້າເຖິງ ຈຶ່ງເປັນພຽງຜູ້ທີ່ມີຄຸນສົມບັດ ແລະ ລັກສະນະບາງຢ່າງທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີ ແລະ ມີຂີດຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ເຊິ່ງພຽງເທົ່ານີ້ ພວກເຂົາກໍຖືວ່າມີຄຸນສົມບັດແລ້ວ. ມັນບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງແລ້ວ, ທັງບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ບັນລຸການອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນແລ້ວ ຫຼັງຈາກຍອມຮັບການພິພາກສາ ແລະ ການລົງທັນຂອງພຣະອົງ ແລະ ສິ່ງຕ່າງໆເຊັ່ນນີ້. ແນ່ນອນວ່າ ຄຳວ່າ “ຄົນທີ່ມີຄວາມສາມາດພິເສດ” ບໍ່ໄດ້ໝາຍເຖິງຜູ້ທີ່ຮຽນຈົບມະຫາວິທະຍາໄລ ຫຼື ຮຽນຈົບປະລິນຍາເອກ ຫຼື ຄົນທີ່ມີພື້ນຖານຄອບຄົວທີ່ພິເສດ ຫຼື ມີສະຖານະທາງສັງຄົມທີ່ສູງສົ່ງ ຫຼື ຄົນທີ່ມີພະລັງເໜືອທຳມະຊາດ ຫຼື ພອນສະຫວັນ, ມັນບໍ່ໄດ້ໝາຍເຖິງຄົນເຫຼົ່ານີ້. ຍ້ອນວ່າພວກເຂົາຈະໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະ, ບາງຄົນທີ່ຈະປະຕິບັດວຽກງານວິຊາຊີບອາດຈະບໍ່ເຄີຍເຮັດວຽກງານວິຊາຊີບນັ້ນ ຫຼື ສຶກສາມັນມາກ່ອນ, ແຕ່ຕາບໃດທີ່ພວກເຂົາບັນລຸເກນຈຳນວນໜຶ່ງເຫຼົ່ານັ້ນສຳລັບການສົ່ງເສີມ ແລະ ການບົ່ມເພາະ ແລະ ເຕັມໃຈທີ່ຈະຮຽນຮູ້ ແລະ ເກັ່ງໃນການຮຽນຮູ້ວຽກງານວິຊາຊີບໃດໜຶ່ງ, ເຮືອນຂອງພຣະເຈົ້າກໍສາມາດສົ່ງເສີມ ແລະ ບົ່ມເພາະພວກເຂົາໄດ້. ເຮົາໝາຍຄວາມວ່າແນວໃດໂດຍສິ່ງນີ້? ເຮົາບໍ່ໄດ້ໝາຍຄວາມວ່າຄົນໃດໜຶ່ງສາມາດໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະ ພຽງແຕ່ໃນກໍລະນີທີ່ພວກເຂົາເກັ່ງໃນວຽກງານວິຊາຊີບໃດໜຶ່ງໂດຍທຳມະຊາດເທົ່ານັ້ນ. ແຕ່ມັນໝາຍຄວາມວ່າ ຖ້າພວກເຂົາມີຄວາມຕັ້ງໃຈທີ່ຈະຮຽນຮູ້ ແລະ ມີຄຸນສົມບັດທີ່ຈຳເປັນ ຫຼື ແມ່ນແຕ່ຫາກພວກເຂົາພຽງແຕ່ມີພື້ນຖານບາງຢ່າງໃນວຽກງານວິຊາຊີບນີ້, ພວກເຂົາກໍສາມາດໄດ້ຮັບການສົ່ງເສີມ ແລະ ຖືກບົ່ມເພາະໄດ້, ນີ້ຄືຫຼັກການ. ການໂອ້ລົມຂອງພວກເຮົາກ່ຽວກັບເກນທີ່ຄົນທີ່ມີຄວາມສາມາດພິເສດປະເພດຕ່າງໆທີ່ເຮືອນຂອງພຣະເຈົ້າຕ້ອງການສົ່ງເສີມ ແລະ ບົ່ມເພາະຄວນມີ ກໍຈົບລົງພຽງເທົ່ານີ້.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?