ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4) ສ່ວນທີ ສີ່
ຕອນນີ້, ວຽກງານພຣະກິດຕິຄຸນໃນຕ່າງປະເທດກຳລັງດຳເນີນໄປຢ່າງແຜ່ຫຼາຍ. ບາງປະເທດມີຄົນທີ່ສາມາດຮັບເອົາຄວາມຈິງໄດ້ຫຼາຍກວ່າ ໃນຂະນະທີ່ປະເທດອື່ນໆມີປະຊາກອນທີ່ມີຄວາມສາມາດຕໍ່າກວ່າ ເຊິ່ງສົ່ງຜົນໃຫ້ມີຜູ້ທີ່ສາມາດຮັບເອົາຄວາມຈິງໄດ້ໜ້ອຍລົງ. ບາງປະເທດຂາດເສລີພາບໃນການເຊື່ອຖື ໂດຍການສະແດງການຕໍ່ຕ້ານຢ່າງແຮງຕໍ່ທາງທີ່ແທ້ຈິງ ແລະ ພາລະກິດຂອງພຣະເຈົ້າ ແລະ ມີຄົນບໍ່ຫຼາຍທີ່ສາມາດຮັບເອົາຄວາມຈິງໄດ້. ຍິ່ງໄປກວ່ານັ້ນ, ປະຊາກອນຂອງບາງປະເທດກໍຫຼ້າຫຼັງເກີນໄປ ແລະ ມີຄວາມສາມາດທີ່ຕໍ່າຫຼາຍ ຈົນພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງໄດ້ບໍ່ວ່າຈະໂອ້ລົມແນວໃດກໍຕາມ ແລະ ເບິ່ງຄືວ່າຄົນຢູ່ບ່ອນນັ້ນບໍ່ສາມາດເຂົ້າເຖິງຄວາມຈິງໄດ້. ບໍ່ຄວນເທດສະໜາພຣະກິດຕິຄຸນໃນສະຖານທີ່ເຊັ່ນນັ້ນ. ແນວໃດກໍຕາມ, ຜູ້ທີ່ເທດສະໜາພຣະກິດຕິຄຸນກໍເບິ່ງບໍ່ເຫັນແກ່ນແທ້ຂອງບັນຫາ; ພວກເຂົາບໍ່ໄດ້ເທດສະໜາຕໍ່ຜູ້ທີ່ສາມາດຮັບເອົາຄວາມຈິງໄດ້ ແຕ່ພັດຢືນຢັນທີ່ຈະເລືອກເອົາກໍລະນີທີ່ຍາກລຳບາກ ແລະ ລະເລີຍສິ່ງທີ່ງ່າຍກວ່າ. ພວກເຂົາບໍ່ໄດ້ເທດສະໜາໃນສະຖານທີ່ທີ່ວຽກງານພຣະກິດຕິຄຸນໄດ້ຖືກເຜີຍແຜ່ຢູ່ແລ້ວ ແລະ ເທດສະໜາໄດ້ງ່າຍ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດຢືນຢັນທີ່ຈະເທດສະໜາພຣະກິດຕິຄຸນໃນສະຖານທີ່ທີ່ທຸກຍາກ ແລະ ຫຼ້າຫຼັງເຫຼົ່ານັ້ນ, ເທດສະໜາຕໍ່ກຸ່ມຄົນທີ່ມີຄວາມສາມາດຕໍ່າທີ່ສຸດ, ຜູ້ທີ່ບໍ່ສາມາດຢັ່ງຮູ້ຄວາມຈິງໄດ້ ແລະ ຕໍ່ກຸ່ມຊົນເຜົ່າທີ່ມີແນວຄິດທາງສາສະໜາທີ່ໜັກໜ່ວງທີ່ສຸດ ແລະ ຕໍ່ຕ້ານພຣະເຈົ້າຢ່າງແຮງທີ່ສຸດ. ນີ້ບໍ່ແມ່ນການບ່ຽງເບນບໍ? ຍົກຕົວຢ່າງ: ສາສະໜາຢິວ ແລະ ສາສະໜາເຊື້ອຊາດບາງສາສະໜາທີ່ຝັງຮາກເລິກ ເຊິ່ງຖືວ່າສາສະໜາຄຣິສເປັນສັດຕູ ແລະ ແມ່ນແຕ່ຂົ່ມເຫັງສາສະໜາຄຣິສ. ໃນກໍລະນີຂອງປະເທດ ແລະ ກຸ່ມຊົນເຜົ່າປະເພດນີ້, ບໍ່ຄວນເທດສະໜາພຣະກິດຕິຄຸນເລີຍ. ເປັນຫຍັງຈຶ່ງບໍ່ຄວນ? ເພາະວ່າການເທດສະໜາໄຮ້ປະໂຫຍດ. ເຖິງແມ່ນວ່າເຈົ້າຈະໃຊ້ກຳລັງຄົນ, ຊັບພະຍາກອນທາງການເງິນ ແລະ ຊັບພະຍາກອນທາງວັດຖຸທັງໝົດ, ສາມ, ຫ້າ ຫຼື ແມ່ນແຕ່ສິບປີກໍອາດຈະຜ່ານໄປໂດຍບໍ່ເຫັນຜົນທີ່ສຳຄັນໃດໆ. ເມື່ອເບິ່ງສະຖານະການນີ້ແລ້ວ, ຈະເຮັດຫຍັງໄດ້ແດ່? ໃນຕອນທຳອິດ, ໂດຍທີ່ບໍ່ຮູ້ຫຍັງດີກວ່ານີ້, ຄົນເຮົາກໍອາດຈະລອງເບິ່ງ; ແຕ່ເມື່ອເຫັນສະຖານະການຢ່າງແຈ່ມແຈ້ງແລ້ວ, ການທີ່ເທດສະໜາພຣະກິດຕິຄຸນໃຫ້ພວກເຂົາຟັງດ້ວຍຕົ້ນທຶນທີ່ສູງ ອາດຈະບໍ່ຈຳເປັນຕ້ອງໄດ້ຮັບຜົນດີໃນທີ່ສຸດ ເຊິ່ງຄົນເຮົາກໍຕ້ອງເລືອກເສັ້ນທາງອື່ນ, ເສັ້ນທາງທີ່ສາມາດບັນລຸຜົນໄດ້. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເບິ່ງໃຫ້ທະລຸບໍ? (ແມ່ນແລ້ວ). ແຕ່ຜູ້ນໍາປອມບໍ່ເຂົ້າໃຈເລື່ອງນີ້. ເມື່ອເວົ້າເຖິງວ່າຈະເລີ່ມເຜີຍແຜ່ພຣະກິດຕິຄຸນຢູ່ຕ່າງປະເທດບ່ອນໃດກ່ອນ, ບາງຄົນກໍເວົ້າວ່າ “ຈົ່ງເລີ່ມຕົ້ນທີ່ອິດສະຣາເອນ. ເນື່ອງຈາກອິດສະຣາເອນເປັນຖານທີ່ຕັ້ງສຳລັບພາລະກິດສອງຂັ້ນຕອນທຳອິດຂອງພຣະເຈົ້າ, ມັນຈຶ່ງຕ້ອງຖືກເທດສະໜາຢູ່ບ່ອນນັ້ນ. ບໍ່ວ່າມັນຈະຍາກສໍ່າໃດ, ພວກເຮົາກໍຕ້ອງຢືນຢັດໃນການເທດສະໜາຕໍ່ພວກເຂົາ”. ແນວໃດກໍຕາມ, ຫຼັງຈາກທີ່ເທດສະໜາເປັນເວລາດົນ, ກໍບໍ່ມີຜົນທີ່ສຳຄັນໃດໆ ເຊິ່ງນໍາໄປສູ່ຄວາມຜິດຫວັງ. ໃນເວລານີ້ ຜູ້ນໍາຄວນເຮັດຫຍັງ? ຖ້າເປັນຜູ້ນໍາທີ່ມີຄວາມສາມາດ ແລະ ມີພາລະ, ພວກເຂົາຈະເວົ້າວ່າ “ການເທດສະໜາພຣະກິດຕິຄຸນຂອງພວກເຮົາບໍ່ມີຫຼັກການ; ພວກເຮົາບໍ່ຮູ້ວິທີທີ່ຈະເຮັດໄປຕາມສະຖານະການ ແຕ່ພຽງແຕ່ເບິ່ງສິ່ງຕ່າງໆໂດຍອີງໃສ່ຈິນຕະນາການຂອງພວກເຮົາ, ນັ້ນມັນໄຮ້ດຽງສາເກີນໄປສຳລັບພວກເຮົາ! ຄວາມໂງ່ຈ້າ, ຄວາມດື້ດ້ານ ແລະ ຄວາມໄຮ້ສາລະຂອງຄົນເຫຼົ່ານີ້ບໍ່ແມ່ນສິ່ງທີ່ພວກເຮົາຄາດຫວັງ. ພວກເຮົາຄິດວ່າເພາະພວກເຂົາໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍພັນປີ, ພວກເຂົາຄວນເປັນຜູ້ທຳອິດທີ່ໄດ້ຍິນພຣະກິດຕິຄຸນຂອງພຣະເຈົ້າ ແຕ່ພວກເຮົາຄິດຜິດ; ພວກເຂົາໄຮ້ສາລະເກີນໄປ! ທີ່ຈິງແລ້ວ, ເມື່ອພຣະເຈົ້າກຳລັງເຮັດພາລະກິດແຫ່ງການໄຖ່, ພຣະອົງກໍໄດ້ປະຖິ້ມພວກເຂົາແລ້ວ. ການທີ່ພວກເຮົາຈະກັບໄປເທດສະໜາຕໍ່ພວກເຂົາໃນຕອນນີ້ ກໍຈະເປັນການພະຍາຍາມໂດຍບໍ່ມີປະໂຫຍດຫຍັງ; ມັນຈະເປັນການອອກແຮງງານຢ່າງໄຮ້ປະໂຫຍດ ແລະ ເປັນການກະທຳທີ່ໂງ່ຈ້າ. ພວກເຮົາໄດ້ເຂົ້າໃຈເຈດຕະນາຂອງພຣະເຈົ້າຜິດໄປ. ພຣະເຈົ້າບໍ່ໄດ້ເຮັດພາລະກິດໃນເລື່ອງນີ້, ແລ້ວພວກເຮົາທີ່ເປັນມະນຸດຈະເຮັດມັນໄດ້ດ້ວຍວິທີໃດ? ພວກເຮົາໄດ້ລອງເບິ່ງແລ້ວ ແຕ່ບໍ່ວ່າພວກເຮົາຈະເທດສະໜາແນວໃດ, ພວກເຂົາກໍບໍ່ຮັບເອົາທາງທີ່ແທ້ຈິງ. ພວກເຮົາຄວນປະຖິ້ມມັນໄວ້ກ່ອນ, ປະພວກເຂົາໄວ້ ແລະ ບໍ່ໃສ່ໃຈພວກເຂົາໃນເວລານີ້. ຖ້າມີຜູ້ທີ່ເຕັມໃຈທີ່ຈະສະແຫວງຫາ, ແລ້ວພວກເຮົາກໍຈະຕ້ອນຮັບພວກເຂົາ ແລະ ເປັນພະຍານໃຫ້ແກ່ພວກເຂົາກ່ຽວກັບພາລະກິດຂອງພຣະເຈົ້າ. ຖ້າບໍ່ມີຜູ້ໃດສະແຫວງຫາ, ກໍບໍ່ຈຳເປັນທີ່ພວກເຮົາຈະຕ້ອງອອກໄປຊອກຫາພວກເຂົາກ່ອນ”. ນີ້ບໍ່ແມ່ນຫຼັກການຂອງການເທດສະໜາພຣະກິດຕິຄຸນບໍ? (ແມ່ນແລ້ວ). ແລ້ວຜູ້ນໍາປອມສາມາດຍຶດໝັ້ນຫຼັກການໄດ້ບໍ? (ບໍ່ໄດ້). ຜູ້ນໍາປອມມີຄວາມສາມາດຕໍ່າ ແລະ ເບິ່ງແກ່ນແທ້ຂອງບັນຫາບໍ່ທະລຸ; ພວກເຂົາຈະເວົ້າວ່າ “ພຣະເຈົ້າໄດ້ກ່າວວ່າຊາວອິດສະຣາເອນເປັນຜູ້ທີ່ຖືກເລືອກຂອງພຣະອົງ. ພວກເຮົາບໍ່ສາມາດປະຖິ້ມພວກເຂົາໄດ້ເລີຍບໍ່ວ່າເວລາໃດກໍຕາມ. ພວກເຂົາຄວນມາກ່ອນ; ພວກເຮົາຈຳເປັນຕ້ອງເທດສະໜາຕໍ່ພວກເຂົາກ່ອນທີ່ຈະເທດສະໜາຕໍ່ຄົນໃນປະເທດອື່ນ. ຖ້າພາລະກິດຂອງພຣະເຈົ້າຖືກເຜີຍແຜ່ໃນອິດສະຣາເອນ, ນັ້ນຈະເປັນກຽດອັນຍິ່ງໃຫຍ່ສໍ່າໃດ! ພຣະເຈົ້າໄດ້ນຳຄວາມສະຫງ່າລາສີຈາກອິດສະຣາເອນມາສູ່ຕາເວັນອອກ ແລະ ພວກເຮົາຄວນນຳຄວາມສະຫງ່າລາສີນັ້ນກັບຄືນສູ່ອິດສະຣາເອນຈາກຕາເວັນອອກ ແລະ ໃຫ້ພວກເຂົາເຫັນວ່າພຣະເຈົ້າໄດ້ສະເດັດກັບມາແລ້ວ!” ນີ້ບໍ່ແມ່ນພຽງແຕ່ຄຳຂວັນບໍ? ສິ່ງນີ້ສອດຄ່ອງກັບຄວາມຈິງບໍ? ນີ້ຄືສິ່ງທີ່ຜູ້ທີ່ຂາດຄວາມເຂົ້າໃຈທາງວິນຍານຈະເວົ້າ. ແລ້ວຜູ້ນໍາປອມເຫຼົ່ານັ້ນທີ່ບໍ່ໄດ້ເຮັດວຽກງານຕົວຈິງເດ? ພວກເຂົາບໍ່ໃສ່ໃຈເລື່ອງເຫຼົ່ານີ້. ຄົນທີ່ເທດສະໜາພຣະກິດຕິຄຸນໄດ້ຖືກລົບກວນໂດຍບັນຫານີ້ມາເປັນເວລາດົນນານ, ຕົກຢູ່ໃນສະພາວະສອງຈິດສອງໃຈລະຫວ່າງການຍອມແພ້ ແລະ ການສືບຕໍ່ເທດສະໜາ, ບໍ່ແນ່ໃຈວ່າຈະປະຕິບັດແນວໃດ. ຜູ້ນໍາປອມບໍ່ໄດ້ສັງເກດເຫັນເລີຍວ່າສິ່ງນີ້ເປັນບັນຫາ. ເມື່ອເຫັນຄົນເຫຼົ່ານີ້ກັງວົນໃຈທີ່ບໍ່ມີເສັ້ນທາງ, ພວກເຂົາກໍເວົ້າວ່າ “ມີຫຍັງໃຫ້ກັງວົນ? ພວກເຮົາມີຄວາມຈິງ ແລະ ຄຳພະຍານຈາກປະສົບການ; ພຽງແຕ່ເທດສະໜາຕໍ່ພວກເຂົາ!” ມີບາງຄົນເວົ້າວ່າ “ເຈົ້າບໍ່ເຂົ້າໃຈ, ຄົນເຫຼົ່ານີ້ເທດສະໜາຍາກແທ້ໆ”. ເມື່ອມີບັນຫາສຳຄັນເກີດຂຶ້ນໃນວຽກງານທີ່ຕ້ອງການໃຫ້ຜູ້ນໍາແກ້ໄຂ, ຜູ້ນໍາກໍຍັງຄົງຮ້ອງແຕ່ຄຳຂວັນ ແລະ ເວົ້າຄຳເວົ້າທີ່ວ່າງເປົ່າ. ນີ້ແມ່ນພຶດຕິກຳທີ່ຄາດຫວັງຈາກຜູ້ນໍາບໍ? ເມື່ອຖືກຖາມວ່າຄວນເທດສະໜາຕໍ່ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນເຊັ່ນນັ້ນ ຫຼື ບໍ່, ພວກເຂົາກໍເວົ້າວ່າ “ທຸກຄົນຄວນໄດ້ຮັບການເທດສະໜາ ໂດຍສະເພາະຊາວອິດສະຣາເອນ, ພວກເຂົາຄວນໄດ້ຮັບການເທດສະໜາຢ່າງແນ່ນອນ”. ພວກເຈົ້າໄດ້ຍິນບັນຫາໃດໆໃນຄຳເວົ້າເຫຼົ່ານີ້ບໍ? ພວກເຂົາຮູ້ບໍວ່ານີ້ຄືການບ່ຽງເບນ, ເປັນຂໍ້ບົກຜ່ອງໃນວຽກງານພຣະກິດຕິຄຸນທີ່ພວກເຂົາຕ້ອງຈັດການ? ຄົນບໍ່ມີປະໂຫຍດເຫຼົ່ານີ້ບໍ່ຮູ້ ແລະ ຍັງຄົງເວົ້າຈາສູງສົ່ງ ແລະ ຮ້ອງຄຳຂວັນຢູ່, ພວກເຂົາເປັນຄົນໄຮ້ຄ່າທີ່ບໍ່ໄດ້ເລື່ອງແທ້ໆ! ແຕ່ພວກເຂົາກໍຍັງຄິດວ່າຕົນເອງສະຫຼາດຫຼັກແຫຼມ ແລະ ມີຄວາມສາມາດ ແລະ ສະຫຼາດ. ພວກເຂົາບໍ່ຮູ້ແມ່ນແຕ່ວ່າຂໍ້ບົກຜ່ອງ ແລະ ການບ່ຽງເບນທີ່ໃຫຍ່ຫຼວງເຊັ່ນນີ້ໄດ້ປາກົດຂຶ້ນໃນວຽກງານ; ພວກເຂົາຈະສາມາດເລີ່ມຕົ້ນແກ້ໄຂມັນໄດ້ບໍ? ນັ້ນຍິ່ງເປັນໄປບໍ່ໄດ້. ຜູ້ທີ່ເທດສະໜາພຣະກິດຕິຄຸນລ້ວນແລ້ວແຕ່ກັງວົນຫຼາຍ; ວຽກງານພຣະກິດຕິຄຸນໄດ້ຮັບຜົນກະທົບ, ຖືກຂັດຂວາງ ແລະ ບໍ່ສາມາດດຳເນີນໄປໂດຍບໍ່ສະດຸດໄດ້ ແລະ ໜ້າປະຫຼາດໃຈທີ່ຜູ້ນໍາປອມກໍບໍ່ຮູ້ຫຍັງເລີຍກ່ຽວກັບການບ່ຽງເບນທີ່ເກີດຂຶ້ນໃນວຽກງານ. ຄົນສ່ວນໃຫຍ່, ເມື່ອພົບພໍ້ບັນຫາ ຫຼື ການບ່ຽງເບນໃນວຽກງານ, ມັກຈະບໍ່ສົນໃຈ, ບໍ່ສັງເກດເຫັນ ແລະ ຍັງຄົງດື້ດ້ານຢືນຢັນໃນວິທີການທີ່ຜິດໂດຍບໍ່ລະມັດລະວັງຕໍ່ໄປ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຂົ້າໃຈ ແລະ ກຳສະຖານະການໂດຍທັນທີ, ແລ້ວເມື່ອບັນຫາກາຍເປັນເລື່ອງຮ້າຍແຮງ ແລະ ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານ ແລະ ຄົນສ່ວນໃຫຍ່ສາມາດຄົ້ນພົບບັນຫາໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍອຶ້ງໄປເລີຍ. ສິ່ງນີ້ເກີດຈາກການລະເລີຍຕໍ່ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ແລ້ວພວກເຂົາຈະຫຼີກລ່ຽງຜົນສະທ້ອນທີ່ຮ້າຍແຮງເຊັ່ນນັ້ນໄດ້ແນວໃດ? ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກວດກາວຽກງານເປັນປະຈຳ ແລະ ເຂົ້າໃຈສະຖານະປັດຈຸບັນ ແລະ ຄວາມຄືບໜ້າຂອງວຽກງານໂດຍທັນທີ. ຖ້າພົບວ່າປະສິດທິພາບຂອງວຽກງານບໍ່ສູງ, ພວກເຂົາກໍຕ້ອງເບິ່ງວ່າພາກສ່ວນໃດມີຂໍ້ບົກຜ່ອງ ແລະ ບັນຫາ ແລະ ໄຕ່ຕອງວ່າ: “ຕອນນີ້, ຄົນເຫຼົ່ານີ້ເບິ່ງຄືວ່າຫຍຸ້ງຢູ່ ແຕ່ເປັນຫຍັງຈຶ່ງບໍ່ມີປະສິດທິພາບທີ່ເຫັນໄດ້ຊັດເຈນ? ຄືກັບວຽກງານຂອງທີມພຣະກິດຕິຄຸນ; ມີຄົນເທດສະໜາພຣະກິດຕິຄຸນ ແລະ ເປັນພະຍານຫຼາຍຄົນທຸກມື້, ພ້ອມທັງມີບາງຄົນທີ່ຮ່ວມມືໃນວຽກງານນີ້, ແລ້ວເປັນຫຍັງຈຶ່ງບໍ່ໄດ້ຮັບຄົນຫຼາຍໃນແຕ່ລະເດືອນ? ພາກສ່ວນໃດມີບັນຫາ? ໃຜເປັນຜູ້ກໍ່ໃຫ້ເກີດບັນຫາ? ການບ່ຽງເບນນີ້ຖືກສ້າງຂຶ້ນມາແນວໃດ? ມັນເລີ່ມຕົ້ນເມື່ອໃດ? ຂ້ອຍຈຳເປັນຕ້ອງໄປແຕ່ລະກຸ່ມເພື່ອຊອກຮູ້ວ່າທຸກຄົນກຳລັງເຮັດຫຍັງຢູ່ຕອນນີ້, ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນໃນປັດຈຸບັນເປັນແນວໃດ ແລະ ທິດທາງຂອງການເທດສະໜາພຣະກິດຕິຄຸນຖືກຕ້ອງ ຫຼື ບໍ່; ຂ້ອຍຈຳເປັນຕ້ອງຊອກຮູ້ທັງໝົດນີ້”. ຜ່ານການປຶກສາຫາລື, ການໂອ້ລົມ ແລະ ການສົນທະນາ, ການບ່ຽງເບນ ແລະ ຂໍ້ບົກຜ່ອງໃນວຽກງານກໍຄ່ອຍໆປາກົດຂຶ້ນ. ເມື່ອຄົ້ນພົບບັນຫາແລ້ວ, ຈະປະໄວ້ບໍ່ໄດ້; ມັນຕ້ອງຖືກແກ້ໄຂ. ແລ້ວຜູ້ນໍາປະເພດໃດທີ່ສາມາດກວດພົບບັນຫາ, ການບ່ຽງເບນ ແລະ ຂໍ້ບົກຜ່ອງບາງຢ່າງທີ່ປາກົດຂຶ້ນໃນວຽກງານໄດ້? ຜູ້ນໍາເຫຼົ່ານີ້ຈຳເປັນຕ້ອງແບກຮັບພາລະ, ດຸໝັ່ນ ແລະ ມີສ່ວນຮ່ວມໃນທຸກລາຍລະອຽດຂອງວຽກງານສະເພາະ; ຕິດຕາມ, ເຂົ້າໃຈ ແລະ ກຳແໜ້ນທຸກພາກສ່ວນ; ກວດສອບໃຫ້ແນ່ໃຈວ່າທຸກຄົນກຳລັງເຮັດຫຍັງ, ຈຳນວນຄົນທີ່ເໝາະສົມສຳລັບການເຮັດໜ້າວຽກໃດ, ໃຜເປັນຜູ້ຮັບຜິດຊອບ, ຄວາມສາມາດຂອງຄົນເຫຼົ່ານີ້ເປັນແນວໃດ ແລະ ພວກເຂົາກຳລັງເຮັດວຽກຂອງຕົນໄດ້ດີ ຫຼື ບໍ່ ແລະ ປະສິດທິພາບຂອງພວກເຂົາເປັນແນວໃດ, ວຽກງານຄືບໜ້າໄປແນວໃດ ແລະ ອື່ນໆ. ທັງໝົດນີ້ຕ້ອງຖືກກວດສອບໃຫ້ຊັດເຈນ. ນອກຈາກນີ້, ພາກສ່ວນທີ່ສຳຄັນທີ່ສຸດຂອງວຽກງານພຣະກິດຕິຄຸນກໍຄື ຜູ້ເທດສະໜາພຣະກິດຕິຄຸນມີຄວາມຈິງ ຫຼື ບໍ່, ພວກເຂົາສາມາດໂອ້ລົມກ່ຽວກັບຄວາມຈິງແຫ່ງນິມິດໄດ້ຢ່າງຊັດເຈນເພື່ອແກ້ໄຂແນວຄິດ ແລະ ບັນຫາຂອງຜູ້ຄົນ ຫຼື ບໍ່, ພວກເຂົາສາມາດສະໜອງສິ່ງທີ່ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຂາດເຂີນເພື່ອເຮັດໃຫ້ພວກເຂົາເຊື່ອໝັ້ນຢ່າງສົມບູນ ຫຼື ບໍ່ ແລະ ພວກເຂົາສາມາດນຳໃຊ້ວິທີການສົນທະນາໃນການໂອ້ລົມຄວາມຈິງຂອງພວກເຂົາ ເພື່ອໃຫ້ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນສາມາດໄດ້ຍິນສຽງຂອງພຣະເຈົ້າຫຼາຍຂຶ້ນ ຫຼື ບໍ່. ຕົວຢ່າງ: ຖ້າຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຢາກຮຽນຮູ້ກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບຄວາມໝາຍສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແຕ່ຜູ້ເທດສະໜາພຣະກິດຕິຄຸນຄົນໜຶ່ງພັດເວົ້າເຖິງແຕ່ຄວາມໝາຍສຳຄັນຂອງພາລະກິດຂອງພຣະເຈົ້າ ແລະ ກ່ຽວກັບວ່າແນວຄິດທາງສາສະໜາແມ່ນຫຍັງ, ນີ້ບໍ່ແມ່ນບັນຫາບໍ? ຖ້າຄົນຜູ້ໜຶ່ງພຽງແຕ່ຢາກຮຽນຮູ້ກ່ຽວກັບວ່າພວກເຂົາຈະສາມາດລອດພົ້ນໄດ້ແນວໃດ ແລະ ເນື້ອໃນຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນແມ່ນຫຍັງ, ນີ້ບໍ່ແມ່ນເວລາທີ່ຈະໂອ້ລົມກ່ຽວກັບຄວາມຈິງແຫ່ງນິມິດທີ່ກ່ຽວຂ້ອງກັບພາລະກິດສາມຂັ້ນຕອນຂອງພຣະເຈົ້າບໍ? (ແມ່ນແລ້ວ). ແຕ່ຜູ້ເທດສະໜາພຣະກິດຕິຄຸນຄົນນີ້ພັດເວົ້າເຖິງແຕ່ການລົງໂທດ ແລະ ການພິພາກສາຂອງພຣະເຈົ້າ ແລະ ການເປີດເຜີຍຂອງພຣະອົງວ່າອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນລວມມີຄວາມອວດດີ, ເລ່ຫຼ່ຽມ ແລະ ຄວາມຊົ່ວຮ້າຍ ແລະ ຫົວຂໍ້ອື່ນໆເຊັ່ນນັ້ນ. ກ່ອນທີ່ອີກຝ່າຍໜຶ່ງຈະຮັບເອົາພາລະກິດຂອງພຣະເຈົ້າ, ຜູ້ເທດສະໜາພຣະກິດຕິຄຸນກໍເລີ່ມເວົ້າກັບພວກເຂົາກ່ຽວກັບການລົງໂທດ ແລະ ການພິພາກສາ ໂດຍເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຜົນກໍຄື ຄົນຜູ້ນັ້ນກໍຮູ້ສຶກລັງກຽດ, ບໍ່ໄດ້ຮັບສິ່ງທີ່ພວກເຂົາຕ້ອງການ ແລະ ບັນຫາຂອງພວກເຂົາທີ່ຕ້ອງການການແກ້ໄຂກໍຍັງຄົງບໍ່ໄດ້ຮັບການແກ້ໄຂ; ພວກເຂົາສູນເສຍຄວາມສົນໃຈ ແລະ ບໍ່ເຕັມໃຈທີ່ຈະສືບຕໍ່ກວດສອບ. ນີ້ບໍ່ແມ່ນບັນຫາກັບຜູ້ເທດສະໜາພຣະກິດຕິຄຸນບໍ? ຜູ້ເທດສະໜາພຣະກິດຕິຄຸນບໍ່ເຂົ້າໃຈຄວາມຈິງ ຫຼື ຂາດຄວາມເຂົ້າໃຈທາງວິນຍານ ແລະ ດັ່ງນັ້ນຈຶ່ງບໍ່ຮູ້ເລີຍວ່າອີກຝ່າຍໜຶ່ງຕ້ອງການຫຍັງ, ບໍ່ສາມາດເວົ້າໃຫ້ຖືກຈຸດ, ເວົ້າຈາໄຮ້ສາລະ ແລະ ບໍ່ໄດ້ແກ້ໄຂບັນຫາຂອງຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນເລີຍ. ພວກເຂົາຈະສາມາດໄດ້ຮັບຄົນໂດຍການປະກາດພຣະກິດຕິຄຸນແບບນີ້ໄດ້ແນວໃດ?
ຜູ້ນໍາປອມບໍ່ສົນໃຈບັນຫາໃດໆທີ່ພວກເຂົາພົບພໍ້ໃນວຽກງານຂອງພວກເຂົາ. ບໍ່ວ່າຈະມີບັນຫາຫຍັງເກີດຂຶ້ນໃນວຽກງານພຣະກິດຕິຄຸນ ແລະ ບໍ່ວ່າຄົນຊົ່ວຈະລົບກວນ ແລະ ສົ່ງຜົນກະທົບຕໍ່ວຽກງານນີ້ແນວໃດ, ພວກເຂົາກໍບໍ່ໃສ່ໃຈເລື່ອງໃດເລີຍ ຄືກັບວ່າມັນບໍ່ກ່ຽວຂ້ອງກັບພວກເຂົາ. ຜູ້ນໍາປອມເຮັດວຽກແບບສັບສົນ; ບໍ່ວ່າບຸກຄົນໃດໜຶ່ງຈະມີຜົນງານ ຫຼື ປະຕິບັດຕາມຫຼັກການຄວາມຈິງໃນໜ້າທີ່ຂອງຕົນ ຫຼື ບໍ່, ພວກເຂົາກໍບໍ່ໄດ້ໃຫ້ການຊີ້ນໍາ ຫຼື ກວດສອບ, ປ່ອຍໃຫ້ຄົນກະທຳການຢ່າງເສລີບໍ່ວ່າຜົນຈະເປັນແນວໃດກໍຕາມ. ສິ່ງນີ້ເຮັດໃຫ້ການບ່ຽງເບນ ແລະ ຂໍ້ບົກຜ່ອງທີ່ປາກົດຂຶ້ນໃນວຽກງານພຣະກິດຕິຄຸນບໍ່ເຄີຍໄດ້ຮັບການແກ້ໄຂ ແລະ ຄົນຈຳນວນນັບບໍ່ຖ້ວນທີ່ສະແຫວງຫາທາງທີ່ແທ້ຈິງກໍໄດ້ສູນເສຍໄປ, ບໍ່ສາມາດຖືກນຳມາຢູ່ຕໍ່ໜ້າພຣະເຈົ້າໂດຍໄວເທົ່າທີ່ຈະໄວໄດ້. ຫຼັງຈາກທີ່ໄດ້ຮັບເອົາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ບາງຄົນກໍເວົ້າວ່າ “ທີ່ຈິງແລ້ວ, ມີຄົນເທດສະໜາພຣະກິດຕິຄຸນໃຫ້ຂ້ອຍຟັງເມື່ອສາມປີກ່ອນ. ບໍ່ແມ່ນວ່າຂ້ອຍບໍ່ຢາກຮັບເອົາ ຫຼື ວ່າຂ້ອຍເຊື່ອໃນການໂຄສະນາຊວນເຊື່ອໃນທາງລົບ; ຄົນທີ່ເທດສະໜາໃຫ້ຂ້ອຍຟັງນັ້ນບໍ່ຮັບຜິດຊອບເລີຍ. ພວກເຂົາບໍ່ສາມາດຕອບຄຳຖາມທີ່ຂ້ອຍຖາມໄດ້ ແລະ ພວກເຂົາກໍໂອ້ລົມບໍ່ຊັດເຈນເມື່ອຂ້ອຍສະແຫວງຫາຄວາມຈິງ, ເວົ້າແຕ່ຄຳເວົ້າທີ່ໄຮ້ປະໂຫຍດ. ຜົນກໍຄື ສິ່ງດຽວທີ່ຂ້ອຍສາມາດເຮັດໄດ້ກໍຄືຈາກໄປດ້ວຍຄວາມຜິດຫວັງ”. ສາມປີຕໍ່ມາ, ຫຼັງຈາກທີ່ກວດສອບທາງອອນລາຍ ແລ້ວກໍສະແຫວງຫາ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງ, ຄົນເຫຼົ່ານີ້ກໍແກ້ໄຂແນວຄິດ ແລະ ຄວາມສັບສົນທັງໝົດໃນໃຈຂອງພວກເຂົາເທື່ອລະຢ່າງ, ຢືນຢັນຢ່າງສົມບູນວ່ານີ້ຄືການປາກົດ ແລະ ການເຮັດພາລະກິດຂອງພຣະເຈົ້າ ແລະ ການຮັບເອົາມັນ. ນີ້ຄືການທີ່ພວກເຂົາຮັບເອົາພາລະກິດຂອງພຣະເຈົ້າຜ່ານການສະແຫວງຫາ ແລະ ການກວດສອບຂອງຕົນເອງ. ຖ້າຄົນທີ່ເທດສະໜາພຣະກິດຕິຄຸນສາມາດໂອ້ລົມຄວາມຈິງໄດ້ຢ່າງຊັດເຈນ ແລະ ແກ້ໄຂແນວຄິດ ແລະ ຄໍາຖາມຂອງພວກເຂົາເມື່ອສາມປີກ່ອນ, ພວກເຂົາກໍຈະຮັບເອົາມັນໄວຂຶ້ນສາມປີ. ການເຕີບໃຫຍ່ທາງຊີວິດມີຄວາມຊັກຊ້າໄປຫຼາຍສໍ່າໃດໃນລະຫວ່າງສາມປີນີ້! ສິ່ງນີ້ຕ້ອງຖືວ່າເປັນການລະເລີຍຕໍ່ຄວາມຮັບຜິດຊອບໃນສ່ວນຂອງຜູ້ທີ່ເທດສະໜາພຣະກິດຕິຄຸນ ແລະ ກ່ຽວຂ້ອງໂດຍກົງກັບການທີ່ພວກເຂົາບໍ່ເຂົ້າໃຈຄວາມຈິງ. ຜູ້ເຮັດວຽກພຣະກິດຕິຄຸນບາງຄົນພຽງແຕ່ບໍ່ເອົາໃຈໃສ່ໃນການປະກອບຕົນເອງດ້ວຍຄວາມຈິງ, ສາມາດເວົ້າໄດ້ພຽງແຕ່ຫຼັກຄຳສອນບາງຢ່າງໂດຍບໍ່ສາມາດແກ້ໄຂແນວຄິດຂອງຜູ້ຄົນ ຫຼື ບັນຫາຕົວຈິງໄດ້. ຜົນກໍຄື ຫຼາຍຄົນບໍ່ໄດ້ຮັບເອົາພຣະກິດຕິຄຸນໃນເວລາທີ່ເໝາະສົມເມື່ອພວກເຂົາໄດ້ຍິນ, ເຮັດໃຫ້ການເຕີບໃຫຍ່ທາງຊີວິດຂອງພວກເຂົາຊັກຊ້າໄປຫຼາຍປີ. ຕ້ອງເວົ້າໄດ້ວ່າຜູ້ນໍາທີ່ຮັບຜິດຊອບວຽກງານພຣະກິດຕິຄຸນຕ້ອງຮັບຜິດຊອບຕໍ່ເລື່ອງນີ້ ເນື່ອງຈາກການຊີ້ນໍາທີ່ບໍ່ພຽງພໍ ແລະ ການກວດກາທີ່ບໍ່ພຽງພໍຂອງພວກເຂົາ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມີພາລະຢ່າງແທ້ຈິງ ແລະ ສາມາດທົນທຸກລຳບາກໄດ້ອີກໜ້ອຍໜຶ່ງ, ປະຕິບັດການໂອ້ລົມຄວາມຈິງໃຫ້ຫຼາຍຂຶ້ນ ແລະ ສະແດງຄວາມຈົງຮັກພັກດີອີກໜ້ອຍໜຶ່ງ, ໂອ້ລົມຢ່າງຊັດເຈນໃນທຸກດ້ານຂອງຄວາມຈິງ, ເພື່ອໃຫ້ຜູ້ເຮັດວຽກພຣະກິດຕິຄຸນເຫຼົ່ານັ້ນສາມາດໂອ້ລົມຄວາມຈິງເພື່ອແກ້ໄຂແນວຄິດ ແລະ ຄວາມສົງໄສຂອງຜູ້ຄົນ, ຜົນຂອງການປະກາດພຣະກິດຕິຄຸນກໍຈະດີຂຶ້ນເລື້ອຍໆ. ສິ່ງນີ້ຈະຊ່ວຍໃຫ້ຄົນທີ່ກຳລັງກວດສອບທາງທີ່ແທ້ຈິງສາມາດຮັບເອົາພາລະກິດຂອງພຣະເຈົ້າໄດ້ໄວຂຶ້ນ ແລະ ກັບຄືນມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາຄວາມລອດພົ້ນຂອງພຣະອົງໄດ້ໄວຂຶ້ນ. ວຽກງານຂອງຄຣິສຕະຈັກມີຄວາມຊັກຊ້າພຽງເພາະວ່າຜູ້ນໍາປອມລະເລີຍຕໍ່ຄວາມຮັບຜິດຊອບຂອງຕົນຢ່າງຮ້າຍແຮງ, ບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ຕິດຕາມ ແລະ ກວດກາວຽກງານ ແລະ ບໍ່ສາມາດໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໄດ້. ແນ່ນອນວ່າ ມັນກໍເປັນເພາະວ່າຜູ້ນໍາປອມເຫຼົ່ານີ້ເພີດເພີນກັບຜົນປະໂຫຍດຈາກສະຖານະ, ບໍ່ໄດ້ສະແຫວງຫາຄວາມຈິງເລີຍ ແລະ ບໍ່ເຕັມໃຈທີ່ຈະຕິດຕາມ, ກວດກາ ຫຼື ຊີ້ນໍາວຽກງານການເຜີຍແຜ່ພຣະກິດຕິຄຸນ. ຜົນກໍຄືວຽກງານຄືບໜ້າຊ້າ ແລະ ການບ່ຽງເບນ, ຄວາມໄຮ້ສາລະ ແລະ ການກະທຳຜິດແບບບໍ່ລະມັດລະວັງທີ່ມະນຸດສ້າງຂຶ້ນຫຼາຍຢ່າງກໍບໍ່ໄດ້ຖືກເຮັດໃຫ້ຖືກຕ້ອງ ຫຼື ຮັບການແກ້ໄຂໂດຍທັນທີ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ປະສິດທິຜົນຂອງການເຜີຍແຜ່ພຣະກິດຕິຄຸນ. ຈົນກວ່າບັນຫາເຫຼົ່ານີ້ຈະຖືກຄົ້ນພົບໂດຍເບື້ອງເທິງ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຖືກບອກວ່າພວກເຂົາຕ້ອງແກ້ໄຂບັນຫາເຫຼົ່ານີ້, ບັນຫາເຫຼົ່ານີ້ຈຶ່ງຈະຖືກແກ້ໄຂ. ໂດຍທີ່ຄືກັບຄົນຕາບອດ, ຜູ້ນໍາປອມເຫຼົ່ານີ້ບໍ່ສາມາດຄົ້ນພົບບັນຫາໃດໆໄດ້ ແລະ ບໍ່ມີຫຼັກການໃດໆໃນວິທີທີ່ພວກເຂົາເຮັດສິ່ງຕ່າງໆ ແຕ່ພວກເຂົາກໍບໍ່ສາມາດຮັບຮູ້ຄວາມຜິດພາດຂອງຕົນເອງໄດ້ ແລະ ຈະຍອມຮັບຄວາມຜິດພາດຂອງຕົນກໍຕໍ່ເມື່ອພວກເຂົາຖືກລິຮານໂດຍເບື້ອງເທິງ. ແລ້ວໃຜຈະສາມາດຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກຜູ້ນໍາປອມເຫຼົ່ານີ້ໄດ້? ແມ່ນແຕ່ການປົດພວກເຂົາອອກຈາກຕຳແໜ່ງ, ຄວາມເສຍຫາຍທີ່ພວກເຂົາກໍ່ຂຶ້ນຈະສາມາດຊົດເຊີຍໄດ້ແນວໃດ? ດັ່ງນັ້ນ, ເມື່ອຄົ້ນພົບວ່າມີຜູ້ນໍາປອມທີ່ບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ພວກເຂົາກໍຄວນຖືກປົດອອກໂດຍທັນທີ. ໃນຄຣິສຕະຈັກບາງແຫ່ງ, ວຽກງານພຣະກິດຕິຄຸນຄືບໜ້າຊ້າເປັນພິເສດ ແລະ ນີ້ກໍເປັນພຽງຍ້ອນຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ພ້ອມທັງມີກໍລະນີການລະເລີຍ ແລະ ການເຮັດຜິດພາດໃນສ່ວນຂອງພວກເຂົາຫຼາຍເກີນໄປ.
ໃນວຽກງານຕ່າງໆທຸກຢ່າງທີ່ຜູ້ນໍາປອມເຮັດ, ທີ່ຈິງແລ້ວມີບັນຫາ, ການບ່ຽງເບນ ແລະ ຂໍ້ບົກຜ່ອງຈຳນວນຫຼາຍທີ່ພວກເຂົາຈຳເປັນຕ້ອງແກ້ໄຂ, ແກ້ໄຂໃຫ້ຖືກຕ້ອງ ແລະ ປັບປຸງ. ແນວໃດກໍຕາມ, ເພາະວ່າຜູ້ນໍາປອມເຫຼົ່ານີ້ຂາດຄວາມຮູ້ສຶກໃນການແບກຮັບພາລະ, ເພີດເພີນແຕ່ກັບຜົນປະໂຫຍດຈາກສະຖານະຂອງຕົນໂດຍບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ໃນທີ່ສຸດພວກເຂົາກໍເຮັດໃຫ້ວຽກງານສັບສົນວຸ້ນວາຍ. ໃນຄຣິສຕະຈັກບາງແຫ່ງ, ຜູ້ຄົນບໍ່ສາມັກຄີກັນ, ທຸກຄົນຕ່າງກໍສົງໄສ, ລະວັງຕົວ ແລະ ທຳລາຍເຊິ່ງກັນ ແລະ ກັນ ໃນຂະນະດຽວກັນກໍຢ້ານວ່າຈະຖືກກຳຈັດອອກໂດຍເຮືອນຂອງພຣະເຈົ້າ. ເມື່ອປະເຊີນກັບສະຖານະການເຫຼົ່ານີ້, ຜູ້ນໍາປອມກໍບໍ່ໄດ້ເຄື່ອນໄຫວເພື່ອແກ້ໄຂບັນຫາ, ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ສະເພາະເຈາະຈົງໃດໆ. ວຽກງານຄຣິສຕະຈັກຢຸດສະງັກ ແຕ່ຜູ້ນໍາປອມກໍບໍ່ໄດ້ເສຍໃຈກັບເລື່ອງນີ້ເລີຍ ໂດຍທີ່ຍັງຄົງເຊື່ອວ່າຕົນເອງໄດ້ເຮັດວຽກງານຫຼາຍຢ່າງ ແລະ ບໍ່ໄດ້ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ. ຜູ້ນໍາປອມເຊັ່ນນີ້ໂດຍພື້ນຖານແລ້ວບໍ່ສາມາດປະຕິບັດວຽກງານການສະໜອງຊີວິດໄດ້ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງຕາມຄວາມຈິງໄດ້. ພວກເຂົາພຽງແຕ່ປະຕິບັດວຽກງານບໍລິຫານທົ່ວໄປບາງຢ່າງທີ່ຖືກມອບໝາຍ ແລະ ທີ່ລະບຸໂດຍສະເພາະຈາກເບື້ອງເທິງ ຄືກັບວ່າວຽກງານຂອງພວກເຂົາຖືກເຮັດເພື່ອເບື້ອງເທິງເທົ່ານັ້ນ. ເມື່ອເວົ້າເຖິງວຽກງານພື້ນຖານຂອງຄຣິສຕະຈັກທີ່ເບື້ອງເທິງໄດ້ເຮັດເປັນຂໍ້ກຳນົດສະເໝີມາ, ເຊັ່ນ: ວຽກງານການສະໜອງຊີວິດ ແລະ ວຽກງານການບົ່ມເພາະຄົນ ຫຼື ໜ້າວຽກພິເສດບາງຢ່າງທີ່ຊີ້ນໍາໂດຍເບື້ອງເທິງ, ພວກເຂົາກໍບໍ່ຮູ້ວິທີເຮັດ ແລະ ເຮັດບໍ່ໄດ້. ພວກເຂົາພຽງແຕ່ມອບໝາຍໜ້າວຽກເຫຼົ່ານີ້ໃຫ້ຄົນອື່ນ ແລ້ວກໍຖືວ່າວຽກຂອງຕົນສຳເລັດແລ້ວ. ພວກເຂົາເຮັດຕາມທີ່ເບື້ອງເທິງສັ່ງທຸກຢ່າງ ແລະ ຈະເຄື່ອນໄຫວໜ້ອຍໜຶ່ງກໍຕໍ່ເມື່ອຖືກຊຸກຍູ້; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍບໍ່ເຄື່ອນໄຫວ ແລະ ເຮັດແບບພໍແລ້ວມືແລ້ວຕີນ. ຜູ້ຄົນເຫຼົ່ານີ້ຄືຜູ້ນໍາປອມ. ຜູ້ນໍາປອມແມ່ນຫຍັງ? ສະຫຼຸບສັ້ນໆກໍຄື ຄົນທີ່ບໍ່ໄດ້ເຮັດວຽກງານຕົວຈິງ, ຜູ້ທີ່ບໍ່ໄດ້ເຮັດໜ້າທີ່ຂອງຕົນໃນຖານະຜູ້ນໍາ ທີ່ສະແດງການລະເລີຍຕໍ່ຄວາມຮັບຜິດຊອບຢ່າງຮ້າຍແຮງໃນວຽກງານທີ່ສຳຄັນ ແລະ ພື້ນຖານ ແລະ ບໍ່ໄດ້ດຳເນີນການໃດໆ. ນີ້ຄືຜູ້ນໍາປອມ. ຜູ້ນໍາປອມພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານບໍລິຫານທົ່ວໄປທາງຜິວເຜີນ ໂດຍເຂົ້າໃຈຜິດວ່ານີ້ຄືການເຮັດວຽກງານຕົວຈິງ ແລະ ທີ່ຈິງແລ້ວ, ເມື່ອເວົ້າເຖິງໜ້າທີ່ຂອງຕົນໃນຖານະຜູ້ນໍາ ແລະ ວຽກງານທີ່ສຳຄັນທີ່ມອບໝາຍໃຫ້ພວກເຂົາໂດຍເຮືອນຂອງພຣະເຈົ້າ, ພວກເຂົາກໍບໍ່ໄດ້ເຮັດວຽກງານໃດໆດີເລີຍ. ນອກຈາກນີ້, ບັນຫາກໍມັກຈະເກີດຂຶ້ນພາຍໃນວຽກງານຕ່າງໆຂອງຄຣິສຕະຈັກທີ່ຕ້ອງການການແກ້ໄຂຈາກຜູ້ນໍາ ແຕ່ພວກເຂົາກໍບໍ່ສາມາດແກ້ໄຂໄດ້ ໂດຍມັກຈະມີທ່າທີຫຼີກລ່ຽງ ແລະ ອ້າຍເອື້ອຍນ້ອງກໍບໍ່ສາມາດຊອກຫາພວກເຂົາໄດ້ເມື່ອພວກເຂົາຕ້ອງການແກ້ໄຂບັນຫາ. ຖ້າພວກເຂົາສາມາດຊອກຫາຜູ້ນໍາໄດ້, ຜູ້ນໍາກໍຈະຫຼີກລ່ຽງພວກເຂົາດ້ວຍຂໍ້ອ້າງວ່າຫຍຸ້ງກັບວຽກຫຼາຍ ແລະ ຂໍໃຫ້ອ້າຍເອື້ອຍນ້ອງອ່ານພຣະທຳຂອງພຣະເຈົ້າດ້ວຍຕົນເອງ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງຕົນເອງ ໂດຍມີທ່າທີແບບປັດຄວາມຮັບຜິດຊອບ. ໃນທີ່ສຸດ ສິ່ງນີ້ກໍນໍາໄປສູ່ການສະສົມບັນຫາທີ່ບໍ່ໄດ້ຮັບການແກ້ໄຂຫຼາຍເກີນໄປ, ເຮັດໃຫ້ຄວາມຄືບໜ້າໃນວຽກງານທຸກຢ່າງຢຸດສະງັກ ແລະ ເຮັດໃຫ້ວຽກງານຂອງຄຣິສຕະຈັກຢຸດສະງັກ. ນີ້ຄືຜົນສະທ້ອນຂອງການທີ່ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ. ຜູ້ນໍາປອມບໍ່ເຄີຍຈິງຈັງ ຫຼື ດຸໝັ່ນກ່ຽວກັບຄວາມຮັບຜິດຊອບຫຼັກຂອງຕົນ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕ່າງໆ. ນີ້ໝາຍຄວາມວ່າຜູ້ນໍາປອມຖືກກຳນົດແລ້ວວ່າບໍ່ສາມາດເຮັດວຽກງານຕົວຈິງ ແລະ ແກ້ໄຂບັນຫາໃດໆໄດ້. ສິ່ງທີ່ຜູ້ນໍາປອມເກັ່ງກໍຄືການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ, ຮ້ອງຄຳຂວັນ ແລະ ຕັກເຕືອນຄົນອື່ນ, ເອົາໃຈໃສ່ພຽງແຕ່ການເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານບໍລິຫານທົ່ວໄປ. ສ່ວນວຽກງານພື້ນຖານຂອງຄຣິສຕະຈັກທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ພວກເຂົາ, ເຊັ່ນ: ການສະໜອງຊີວິດ ແລະ ການໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ພວກເຂົາກໍບໍ່ຮູ້ວິທີເຮັດ, ບໍ່ໄດ້ຝຶກຝົນເພື່ອຮຽນຮູ້ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໃດໆໄດ້. ຜູ້ຄົນເຫຼົ່ານີ້ຄືຜູ້ນໍາປອມ.
ເມື່ອຖືກຂໍໃຫ້ຊີ້ນໍາວຽກງານທີ່ກ່ຽວກັບຂໍ້ຄວາມ ເຊັ່ນ: ການຂຽນບົດ, ການຂຽນບົດຄວາມຄຳພະຍານຈາກປະສົບການ ແລະ ໜ້າວຽກສະເພາະອື່ນໆ, ຜູ້ນໍາປອມບາງຄົນກໍຄິດວ່າເນື່ອງຈາກມັນເປັນພຽງການຊີ້ນໍາ, ພວກເຂົາຈຶ່ງບໍ່ຈຳເປັນຕ້ອງເຮັດວຽກງານທີ່ເປັນຮູບປະທຳໃດໆ, ສະນັ້ນ ພວກເຂົາຈຶ່ງພຽງແຕ່ຍ່າງໄປມາ. ພວກເຂົາເວົ້າວ່າ “ຈັນ, ບົດຄວາມຂອງເຈົ້າເປັນແນວໃດແລ້ວ?” “ໃກ້ຈະສຳເລັດແລ້ວ”. “ລີ, ເຈົ້າມີຄວາມຫຍຸ້ງຍາກໃນການຂຽນບົດນັ້ນບໍ?” “ມີ, ເຈົ້າຊ່ວຍຂ້ອຍແກ້ໄຂໄດ້ບໍ?” “ພວກເຈົ້າຈົ່ງປຶກສາຫາລືກັນເອງ. ຈົ່ງອະທິຖານໃຫ້ຫຼາຍຂຶ້ນ”. ບໍ່ພຽງແຕ່ຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ຊີ້ນໍາ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງ, ພວກເຂົາຍັງບໍ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນເອງໃຫ້ດີ, ເລາະໄປມາຢູ່ສະເໝີ ແລະ ດຳລົງຊີວິດຢ່າງຜ່ອນຄາຍ ແລະ ສະດວກສະບາຍ. ຕາມຜິວເຜີນແລ້ວ, ເບິ່ງຄືວ່າພວກເຂົາກຳລັງກວດກາວຽກງານ ແຕ່ທີ່ຈິງແລ້ວພວກເຂົາບໍ່ໄດ້ແກ້ໄຂບັນຫາໃດໆ. ພວກເຂົາເປັນພຽງຜູ້ທີ່ເຮັດວຽກໜ້າດຽວເທົ່ານັ້ນ! ເຈົ້າໜ້າທີ່ທີ່ມີຄວາມສາມາດເຫຼົ່ານັ້ນໃນບາງປະເທດໃນໂລກທີ່ບໍ່ເຊື່ອ ກໍເປັນມະນຸດທີ່ເສື່ອມຊາມຄືກັນແຕ່ພວກເຂົາກໍຍັງເໜືອກວ່າຜູ້ນໍາປອມເຫຼົ່ານີ້ຫຼາຍ ທີ່ຂາດຄວາມຮູ້ສຶກຮັບຜິດຊອບທີ່ເຈົ້າໜ້າທີ່ເຫຼົ່ານີ້ມີ. ຕົວຢ່າງ: ຫຼັງຈາກການລະບາດຂອງພະຍາດ, ປະເທດຕ່າງໆທົ່ວໂລກກໍເລີ່ມປະຕິບັດມາດຕະການປ້ອງກັນ. ໃນທີ່ສຸດ, ປະເທດສ່ວນໃຫຍ່ເຫຼົ່ານີ້ກໍເຫັນດີວ່າຄວາມພະຍາຍາມໃນການປ້ອງກັນຂອງໄຕ້ຫວັນມີປະສິດທິພາບ ເຊິ່ງຊີ້ໃຫ້ເຫັນວ່າເຈົ້າໜ້າທີ່ລັດຖະບານໄຕ້ຫວັນໄດ້ປະຕິບັດໜ້າທີ່ຕອບໂຕ້ຕໍ່ພະຍາດລະບາດຂອງຕົນດ້ວຍມາດຕະຖານສູງສຸດ ແລະ ດ້ວຍລາຍລະອຽດທີ່ສຸດ. ສຳລັບປະເທດທາງໂລກ, ສຳລັບເຈົ້າໜ້າທີ່ ແລະ ນັກການເມືອງໃນທ່າມກາງມະນຸດຊາດທີ່ເສື່ອມຊາມ, ການປະຕິບັດໜ້າວຽກດ້ວຍມາດຕະຖານສູງສຸດ ແລະ ຢ່າງລະອຽດແມ່ນໜ້າຊົມເຊີຍຢ່າງແທ້ຈິງ. ເຈົ້າໜ້າທີ່ເອີຣົບຫຼາຍຄົນເຕັມໃຈທີ່ຈະໄປຢ້ຽມຢາມ ແລະ ຮຽນຮູ້ຈາກໄຕ້ຫວັນ; ຈາກທັດສະນະນີ້ ເຈົ້າໜ້າທີ່ລັດຖະບານຂອງໄຕ້ຫວັນກໍເໜືອກວ່າເຈົ້າໜ້າທີ່ຂອງປະເທດອື່ນໆຫຼາຍ. ພຽງເພາະວ່າເຈົ້າໜ້າທີ່ສ່ວນໃຫຍ່ຂອງພວກເຂົາມີຄວາມສາມາດໃນການເຮັດວຽກງານທີ່ເປັນຮູບປະທຳ ແລະ ສາມາດເອົາໃຈໃສ່ໃນການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ມັນກໍພິສູດໃຫ້ເຫັນວ່າເຈົ້າໜ້າທີ່ເຫຼົ່ານີ້ໄດ້ມາດຕະຖານ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນໃນຄຣິສຕະຈັກກໍເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ບໍ່ວ່າພວກເຂົາຈະຖືກລິຮານແນວໃດ, ມັນກໍບໍ່ມີປະສິດທິຜົນ. ເຮົາເຫັນວ່າລັກສະນະຂອງຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ບໍ່ໄດ້ທຽບເທົ່າກັບເຈົ້າໜ້າທີ່ຈາກໂລກທີ່ບໍ່ເຊື່ອທີ່ສາມາດເຮັດວຽກງານຕົວຈິງໄດ້. ພວກເຂົາສ່ວນໃຫຍ່ອ້າງວ່າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຄວາມຈິງ ແຕ່ທີ່ຈິງແລ້ວ, ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ. ມີຄວາມຈິງຫຼາຍຢ່າງທີ່ຖືກສະໜອງໃຫ້ພວກເຂົາ ແຕ່ທັດສະນະຄະຕິຂອງພວກເຂົາຕໍ່ການປະຕິບັດໜ້າທີ່ກໍເປັນເຊັ່ນນັ້ນ. ຜົນກໍຄື ພວກເຂົາທັງໝົດກາຍເປັນຜູ້ນໍາປອມ ທີ່ຕໍ່າກວ່າຫຼາຍເມື່ອທຽບກັບເຈົ້າໜ້າທີ່ລັດຖະບານທີ່ດີເລີດ! ທີ່ຈິງແລ້ວ ສິ່ງທີ່ເຮົາຮຽກຮ້ອງຈາກຜູ້ຄົນນັ້ນບໍ່ໄດ້ສູງ; ເຮົາບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນເຂົ້າໃຈຄວາມຈິງຫຼາຍເກີນໄປ ຫຼື ມີຄວາມສາມາດສູງເກີນໄປ. ມາດຕະຖານຂັ້ນຕໍ່າສຸດຄືການກະທຳດ້ວຍຄວາມສຳນຶກ ແລະ ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ. ຖ້າບໍ່ມີຫຍັງອີກ, ຢ່າງໜ້ອຍທີ່ສຸດ, ເຈົ້າກໍຄວນເຮັດວຽກໃຫ້ສົມກັບອາຫານສາມຄາບ ແລະ ການຝາກຝັງທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ; ນັ້ນກໍພຽງພໍແລ້ວ. ແຕ່ພາລະກິດຂອງພຣະເຈົ້າໄດ້ຖືກດໍາເນີນຈົນເຖິງປັດຈຸບັນນີ້ ແລະ ມີຄົນຈຳນວນຫຼາຍທີ່ສາມາດກະທຳດ້ວຍຄວາມສຳນຶກໄດ້ບໍ? ເຮົາເຫັນວ່າເຈົ້າໜ້າທີ່ບາງຄົນໃນປະເທດປະຊາທິປະໄຕເວົ້າ ແລະ ກະທຳດ້ວຍຄວາມຈິງໃຈ. ພວກເຂົາບໍ່ໄດ້ເວົ້າເກີນຈິງ ຫຼື ເວົ້າທິດສະດີທີ່ສູງສົ່ງ, ຄຳເວົ້າຂອງພວກເຂົາເຂັ້ມງວດ ແລະ ຈິງໃຈເປັນພິເສດ ແລະ ພວກເຂົາສາມາດຈັດການກັບເລື່ອງຈິງຫຼາຍຢ່າງໄດ້. ວຽກງານຂອງພວກເຂົາດີຫຼາຍແທ້ໆ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຂົາຢ່າງແທ້ຈິງ. ເມື່ອເບິ່ງຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ໃນຄຣິສຕະຈັກຕອນນີ້, ໃນວຽກງານຂອງພວກເຂົາ, ພວກເຂົາເຮັດແບບພໍເປັນພິທີ ແລະ ເຮັດແບບພໍແລ້ວມືແລ້ວຕີນ, ພວກເຂົາບໍ່ໄດ້ບັນລຸຜົນທີ່ດີຫຼາຍ ແລະ ພວກເຂົາບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດຢ່າງສົມບູນ. ຫຼັງຈາກທີ່ກາຍເປັນຜູ້ນໍາ, ພວກເຂົາກໍກາຍເປັນເຈົ້າໜ້າທີ່ທາງສາສະໜາ, ພວກເຂົາວາງອຳນາດ ແລະ ອອກຄຳສັ່ງ ແລະ ກາຍເປັນຜູ້ທີ່ເຮັດວຽກໜ້າດຽວ. ພວກເຂົາພຽງແຕ່ເອົາໃຈໃສ່ໃນການເພີດເພີນກັບຜົນປະໂຫຍດຈາກສະຖານະຂອງຕົນ ແລະ ພວກເຂົາມັກໃຫ້ທຸກຄົນຕິດຕາມ ແລະ ໝູນອ້ອມພວກເຂົາ. ພວກເຂົາບໍ່ຄ່ອຍລົງເລິກໃນລະດັບຮາກຖານຂອງຄຣິສຕະຈັກເພື່ອແກ້ໄຂບັນຫາຕົວຈິງ. ໃນໃຈຂອງພວກເຂົາ, ພວກເຂົາກຳລັງເຄື່ອນຫ່າງໄກຈາກພຣະເຈົ້າອອກໄປເລື້ອຍໆ. ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມປະເພດນີ້ເກີນກວ່າຈະແກ້ໄຂໄດ້ແລ້ວ! ເຮົາໄດ້ໂອ້ລົມຄວາມຈິງຢ່າງພາກພຽນ ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ກໍບໍ່ຮັບເອົາ, ພວກເຂົາດື້ດ້ານຍຶດໝັ້ນໃນແນວຄິດທີ່ຜິດພາດຂອງຕົນ ແລະ ພວກເຂົາບໍ່ຫວັ່ນໄຫວ. ທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງຕົນກໍເປັນແບບພໍແລ້ວມືແລ້ວຕີນຢູ່ສະເໝີ ແລະ ພວກເຂົາບໍ່ມີເຈດຕະນາທີ່ຈະກັບໃຈແມ່ນແຕ່ໜ້ອຍດຽວ. ເຮົາເຫັນວ່າຄົນເຫຼົ່ານີ້ບໍ່ມີຄວາມສຳນຶກ, ບໍ່ມີເຫດຜົນ, ບໍ່ແມ່ນມະນຸດເລີຍ! ຈາກນັ້ນ ເຮົາກໍໄຕ່ຕອງວ່າ: ຍັງຈຳເປັນຢູ່ບໍທີ່ຈະໂອ້ລົມຄວາມຈິງເຫຼົ່ານີ້ຊໍ້າແລ້ວຊໍ້າອີກກັບຄົນປະເພດນີ້? ເຮົາຈຳເປັນຕ້ອງເຮັດໃຫ້ການໂອ້ລົມລະອຽດເຈາະຈົງບໍ? ເຮົາຈຳເປັນຕ້ອງທົນທຸກລຳບາກນີ້ບໍ? ຄຳເວົ້າເຫຼົ່ານີ້ຊໍ້າຊ້ອນບໍ? ຫຼັງຈາກທີ່ຄິດໄຕ່ຕອງແລ້ວ, ເຮົາກໍຕັດສິນໃຈວ່າເຮົາຍັງຕ້ອງເວົ້າ ເພາະເຖິງແມ່ນວ່າຄຳເວົ້າເຫຼົ່ານີ້ຈະບໍ່ມີຜົນຕໍ່ຄົນທີ່ປາສະຈາກຄວາມສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ, ພວກມັນກໍເປັນປະໂຫຍດສຳລັບຄົນທີ່ສາມາດຮັບເອົາຄວາມຈິງ ແລະ ເຮັດໜ້າທີ່ຂອງຕົນຢ່າງຈິງໃຈໄດ້ ເຖິງແມ່ນວ່າຈະມີຄວາມສາມາດຕໍ່າກວ່າໜ້ອຍໜຶ່ງ. ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ ແຕ່ຄົນທີ່ສະແຫວງຫາຄວາມຈິງຈະໄດ້ຮຽນຮູ້ບົດຮຽນ, ໄດ້ຮັບການດົນໃຈ ແລະ ຊອກຫາເສັ້ນທາງທີ່ຈະປະຕິບັດຈາກພຣະທໍາ ແລະ ເລື່ອງເຫຼົ່ານີ້. ທາງເຂົ້າຊີວິດບໍ່ແມ່ນເລື່ອງງ່າຍ; ຖ້າບໍ່ມີຄົນສະໜັບສະໜູນ ແລະ ສະໜອງ, ຖ້າບໍ່ໄດ້ແຍກຍ່ອຍ ແລະ ຊີ້ແຈງທຸກດ້ານຂອງຄວາມຈິງ, ຜູ້ຄົນກໍຈະອ່ອນແອຫຼາຍ, ມັກຈະຕົກຢູ່ໃນສະພາວະທີ່ຊ່ວຍຕົນເອງບໍ່ໄດ້ ແລະ ສັບສົນ, ສະພາວະທີ່ຄິດລົບ ແລະ ບໍ່ກະຕືລືລົ້ນ. ສະນັ້ນ, ຫຼາຍຄັ້ງ, ເມື່ອເຮົາເຫັນຜູ້ນໍາປອມເຫຼົ່ານີ້, ເຮົາກໍໝົດກຳລັງໃຈທີ່ຈະໂອ້ລົມກັບພວກເຂົາ. ແນວໃດກໍຕາມ, ເມື່ອເຮົາຄິດເຖິງຄວາມທຸກລຳບາກທີ່ທົນທຸກ ແລະ ລາຄາທີ່ຈ່າຍໂດຍຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ຄົນທີ່ເຮັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ, ເຮົາກໍປ່ຽນໃຈ. ມັນບໍ່ແມ່ນຍ້ອນເຫດຜົນອື່ນໃດເລີຍນອກຈາກນີ້: ເຖິງແມ່ນວ່າຈະມີຄົນ 30 ຫາ 50 ຄົນ ຫຼື ຢ່າງໜ້ອຍທີ່ສຸດ 8 ຫຼື 10 ຄົນທີ່ສາມາດສະຫຼະຕົນເອງຢ່າງຈິງໃຈ ແລະ ຈົງຮັກພັກດີໃນການເຮັດໜ້າທີ່ຂອງຕົນ ແລະ ເຕັມໃຈທີ່ຈະຮັບຟັງ ແລະ ຍອມອ່ອນນ້ອມ, ການກ່າວພຣະທໍາເຫຼົ່ານີ້ກໍຄຸ້ມຄ່າແລ້ວ. ເຮົາຈະບໍ່ມີແຮງຈູງໃຈໃນຕົວເຮົາທີ່ຈະເວົ້າ ແລະ ໂອ້ລົມກັບຄົນທີ່ບໍ່ມີຄວາມສຳນຶກ ແລະ ເຫດຜົນ; ການສົນທະນາກັບຄົນເຫຼົ່ານີ້ເຮັດໃຫ້ຮູ້ສຶກເມື່ອຍ ແລະ ໄຮ້ປະໂຫຍດ. ພວກເຈົ້າສ່ວນໃຫຍ່ບໍ່ໄດ້ສະແຫວງຫາຄວາມຈິງ ແລະ ບໍ່ໄດ້ຈ່າຍລາຄາໃນໜ້າທີ່ຂອງພວກເຈົ້າ, ພວກເຈົ້າບໍ່ມີພາລະ ຫຼື ຄວາມຈົງຮັກພັກດີ, ພວກເຈົ້າພຽງແຕ່ເຮັດແບບພໍເປັນພິທີໃນການກະທຳຂອງພວກເຈົ້າ ແລະ ເຮັດສິ່ງຕ່າງໆຢ່າງບໍ່ເຕັມໃຈດ້ວຍຄວາມຫວັງທີ່ຈະໄດ້ຮັບພອນ. ການຟັງພຣະທໍາເຫຼົ່ານີ້ທີ່ຈິງແລ້ວແມ່ນສິ່ງທີ່ພວກເຈົ້າບໍ່ສົມຄວນໄດ້ຮັບ. ພວກເຈົ້າໄດ້ຮັບຜົນປະໂຫຍດໄປນຳຄົນທີ່ເຮັດໜ້າທີ່ຂອງຕົນຢ່າງຈິງໃຈ, ຄົນທີ່ຈ່າຍລາຄາຢ່າງແທ້ຈິງ, ຄົນທີ່ມີຄວາມຈົງຮັກພັກດີ ແລະ ພາລະ ແລະ ຄົນທີ່ເຕັມໃຈທີ່ຈະປະຕິບັດຄວາມຈິງ. ພຣະທໍາເຫຼົ່ານີ້ມີຈຸດປະສົງເພື່ອຄົນເຫຼົ່ານັ້ນ ແລະ ພວກເຈົ້າກຳລັງໄດ້ຮັບສິ່ງທີ່ບໍ່ສົມຄວນໄດ້ຮັບໂດຍການໄດ້ຍິນພຣະທໍາເຫຼົ່ານັ້ນ. ຖ້າເບິ່ງຈາກມຸມມອງນີ້, ພວກເຈົ້າສ່ວນໃຫຍ່ມີທັດສະນະຄະຕິທີ່ເຮັດແບບພໍເປັນພິທີໂດຍບໍ່ມີຄວາມຈິງຈັງໃດໆໃນໜ້າທີ່ຂອງພວກເຈົ້າ, ພວກເຈົ້າກໍບໍ່ສົມຄວນທີ່ຈະໄດ້ຍິນພຣະທໍາເຫຼົ່ານີ້. ເປັນຫຍັງພວກເຈົ້າຈຶ່ງບໍ່ສົມຄວນ? ເພາະເຖິງວ່າພວກເຈົ້າຈະຟັງ, ມັນກໍໄຮ້ປະໂຫຍດ; ບໍ່ວ່າຈະເວົ້າຫຼາຍສໍ່າໃດ ຫຼື ລະອຽດສໍ່າໃດ, ພວກເຈົ້າກໍພຽງແຕ່ເຮັດແບບພໍເປັນພິທີໃນການຟັງ, ບໍ່ໄດ້ປະຕິບັດພຣະທໍາເຫຼົ່ານີ້ບໍ່ວ່າພວກເຈົ້າຈະເຂົ້າໃຈຫຼາຍສໍ່າໃດຫຼັງຈາກທີ່ໄດ້ຟັງ. ຄວນກ່າວພຣະທໍາເຫຼົ່ານີ້ໃຫ້ໃຜຟັງ? ໃຜສົມຄວນທີ່ຈະໄດ້ຍິນພຣະທໍາເຫຼົ່ານີ້? ມີພຽງຄົນທີ່ເຕັມໃຈທີ່ຈະຈ່າຍລາຄາ, ຜູ້ທີ່ສາມາດສະຫຼະຕົນເອງຢ່າງຈິງໃຈ ແລະ ທີ່ຈົງຮັກພັກດີຕໍ່ໜ້າທີ່ ແລະ ການຝາກຝັງຂອງຕົນເທົ່ານັ້ນທີ່ສົມຄວນທີ່ຈະຮັບຟັງ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາສົມຄວນທີ່ຈະຮັບຟັງ? ເພາະວ່າເມື່ອພວກເຂົາເຂົ້າໃຈຄວາມຈິງໜ້ອຍໜຶ່ງຫຼັງຈາກທີ່ໄດ້ຟັງ, ພວກເຂົາກໍສາມາດນຳມັນໄປປະຕິບັດໄດ້ ແລະ ພວກເຂົາກໍປະຕິບັດສິ່ງທີ່ພວກເຂົາເຂົ້າໃຈ; ພວກເຂົາບໍ່ໃຊ້ເລ່ຫຼ່ຽມ ແລະ ບໍ່ຫຼົບຫຼີກວຽກງານ ແລະ ພວກເຂົາປະຕິບັດຕໍ່ຄວາມຈິງ ແລະ ຂໍ້ກຳນົດຂອງພຣະເຈົ້າດ້ວຍທັດສະນະຄະຕິທີ່ຈິງໃຈ ແລະ ປາຖະໜາ, ສາມາດຮັກ ແລະ ຮັບເອົາຄວາມຈິງໄດ້. ດັ່ງນັ້ນ, ຫຼັງຈາກທີ່ພວກເຂົາຟັງ, ພຣະທໍາເຫຼົ່ານີ້ກໍມີຜົນຕໍ່ພວກເຂົາ ແລະ ບັນລຸຜົນ.
13 ກຸມພາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?