ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4) ສ່ວນທີ ສາມ
ຜູ້ນໍາປອມບໍ່ຕິດຕາມ ຫຼື ຊີ້ນໍາວຽກງານ
ພວກເຮົາຫາກໍໄດ້ປຶກສາກ່ຽວກັບຄວາມຮັບຜິດຊອບຂໍ້ທີຫ້າດ້ານນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ກຳແໜ້ນ ແລະ ເຂົ້າໃຈສະຖານະຂອງວຽກງານແຕ່ລະຢ່າງ”. ເມື່ອໄດ້ສົນທະນາກັນກ່ຽວກັບດ້ານນີ້, ພວກເຮົາໄດ້ເປີດໂປງການສະແດງອອກທີ່ສະເພາະບາງຢ່າງຂອງຜູ້ນໍາປອມ ພ້ອມທັງຄວາມເປັນມະນຸດ ແລະ ຄຸນລັກສະນະຂອງພວກເຂົາ. ຕອນນີ້, ໃຫ້ເຮົາມາເບິ່ງ “ການກຳແໜ້ນ ແລະ ເຂົ້າໃຈຄວາມຄືບໜ້າຂອງວຽກງານແຕ່ລະຢ່າງ”. ແນ່ນອນວ່າ ຄວາມຄືບໜ້າຂອງວຽກງານຂ້ອນຂ້າງກ່ຽວຂ້ອງກັບສະຖານະຂອງວຽກງານ ເຊິ່ງຄວາມກ່ຽວພັນນັ້ນຂ້ອນຂ້າງໃກ້ຊິດ. ຖ້າຄົນໃດໜຶ່ງບໍ່ສາມາດເຂົ້າໃຈ ແລະ ກຳແໜ້ນສະຖານະຂອງວຽກງານໃດໜຶ່ງໄດ້, ພວກເຂົາກໍບໍ່ສາມາດເຂົ້າໃຈ ແລະ ກຳແໜ້ນຄວາມຄືບໜ້າຂອງວຽກງານໄດ້ເຊັ່ນດຽວກັນ. ຕົວຢ່າງ: ຄວາມຄືບໜ້າຂອງວຽກງານເປັນແນວໃດ, ມັນດຳເນີນໄປຮອດຂັ້ນຕອນໃດແລ້ວ, ສະພາວະຂອງຜູ້ຄົນທີ່ກ່ຽວຂ້ອງເປັນແນວໃດ, ມີຄວາມຫຍຸ້ງຍາກໃດໆກ່ຽວກັບດ້ານວິຊາຊີບບໍ, ມີຂົງເຂດໃດແດ່ຂອງວຽກງານທີ່ບໍ່ສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ຜົນໄດ້ຮັບທີ່ບັນລຸໄດ້ເປັນແນວໃດ, ຜູ້ຄົນທີ່ເຮັດວຽກທີ່ບໍ່ຊຳນານໃນດ້ານວິຊາຊີບຂອງວຽກງານກຳລັງຮຽນຮູ້ຢູ່ບໍ, ໃຜເປັນຜູ້ຈັດການຮຽນຮູ້, ພວກເຂົາກຳລັງຮຽນຮູ້ຫຍັງ, ພວກເຂົາຮຽນຮູ້ແນວໃດ ແລະ ອື່ນໆ. ບັນຫາສະເພາະເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຄືບໜ້າ. ຕົວຢ່າງ: ວຽກງານການປະພັນເພງສັນລະເສີນບໍ່ແມ່ນສຳຄັນຫຼາຍບໍ? ສຳລັບເພງສັນລະເສີນເພງໜຶ່ງ, ຕັ້ງແຕ່ການເລືອກຂໍ້ຄວາມທີ່ສຳຄັນໃນເບື້ອງຕົ້ນຈາກພຣະທຳຂອງພຣະເຈົ້າຈົນເຖິງການປະພັນສຳເລັດ, ມີໜ້າວຽກສະເພາະໃດແດ່ທີ່ຕ້ອງເຮັດໃນຂະບວນການນີ້? ກ່ອນອື່ນໝົດ, ມັນຈຳເປັນທີ່ຕ້ອງເລືອກຂໍ້ຄວາມທີ່ສຳຄັນໃນພຣະທຳຂອງພຣະເຈົ້າທີ່ເໝາະສົມທີ່ຈະກາຍເປັນເພງສັນລະເສີນ ແລະ ພວກມັນກໍຕ້ອງມີຄວາມຍາວທີ່ເໝາະສົມນໍາ. ຂັ້ນຕອນທີສອງກ່ຽວຂ້ອງກັບການພິຈາລະນາວ່າທຳນອງຮູບແບບໃດທີ່ເໝາະສົມກັບຂໍ້ຄວາມ ເພື່ອເຮັດໃຫ້ມັນມ່ວນ ແລະ ເພີດເພີນໃນການຮ້ອງ. ຈາກນັ້ນຕ້ອງຊອກຫາຄົນທີ່ເໝາະສົມເພື່ອຮ້ອງເພງສັນລະເສີນ. ສິ່ງເຫຼົ່ານີ້ບໍ່ແມ່ນໜ້າວຽກສະເພາະບໍ? (ແມ່ນແລ້ວ). ຫຼັງຈາກທີ່ເພງສັນລະເສີນຖືກປະພັນແລ້ວ, ຜູ້ນໍາປອມກໍບໍ່ໄດ້ສອບຖາມຫຍັງເລີຍກ່ຽວກັບວ່າການປະພັນນັ້ນມີຄຸນນະພາບ ຫຼື ຮູບແບບເໝາະສົມ ຫຼື ບໍ່. ຜູ້ປະພັນ ເມື່ອເຫັນວ່າຂາດການກວດກາ ກໍຮູ້ສຶກສ່ວນຕົວວ່າມັນພຽງພໍແລ້ວ ແລະ ກໍດຳເນີນການບັນທຶກສຽງ. ຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ທຸກຄົນລໍຖ້າທີ່ຈະຖືກປ່ຽນເປັນເພງສັນລະເສີນ ໃນທີ່ສຸດກໍຖືກໃສ່ທຳນອງ ແລະ ເຮັດເປັນເພງສັນລະເສີນ ແຕ່ຄົນສ່ວນຫຼາຍກໍພົບວ່າມັນຍັງມີຂໍ້ບົກຜ່ອງເມື່ອຮ້ອງ. ມີບັນຫາຫຍັງເກີດຂຶ້ນ? ເພງສັນລະເສີນທີ່ປະພັນອອກມານັ້ນບໍ່ໄດ້ມາດຕະຖານ: ມັນຖືກບັນທຶກສຽງທັງໆທີ່ຂາດທຳນອງ ແລະ ສະເໜ່. ຜູ້ນໍາປອມ ຫຼັງຈາກທີ່ໄດ້ຟັງແລ້ວ ກໍຖາມວ່າ “ໃຜເປັນຜູ້ປະພັນເພງສັນລະເສີນເພງນີ້? ເປັນຫຍັງມັນຈຶ່ງຖືກບັນທຶກສຽງ?” ເມື່ອຮອດຕອນທີ່ພວກເຂົາຖາມຄຳຖາມນີ້, ຢ່າງໜ້ອຍໜຶ່ງເດືອນກໍຜ່ານໄປແລ້ວ. ໃນລະຫວ່າງເດືອນນີ້, ຜູ້ນໍາບໍ່ຄວນຕິດຕາມ ແລະ ກຳແໜ້ນຄວາມຄືບໜ້າຂອງວຽກງານນີ້ໂດຍທັນທີບໍ? ຕົວຢ່າງ: ການປະພັນເປັນແນວໃດແລ້ວ? ທຳນອງສຽງພື້ນຖານຖືກກຳນົດແລ້ວບໍ? ມັນມີທຳນອງເພງບໍ? ທຳນອງ ແລະ ຮູບແບບຂອງເພງສັນລະເສີນເພງນີ້ສອດຄ່ອງກັບພຣະທຳຂອງພຣະເຈົ້າບໍ? ມີບຸກຄົນທີ່ມີປະສົບການທີ່ກ່ຽວຂ້ອງຊ່ວຍຊີ້ນໍາບໍ? ຫຼັງຈາກທີ່ປະພັນແລ້ວ, ເພງສັນລະເສີນເພງນີ້ຈະສາມາດຖືກຮ້ອງຢ່າງກວ້າງຂວາງໄດ້ບໍ? ມັນຈະມີຜົນກະທົບແນວໃດ? ທຳນອງຖືກພິຈາລະນາວ່າດີບໍ? ຜູ້ນໍາປອມບໍ່ໄດ້ຕິດຕາມເລື່ອງຕ່າງໆເຊັ່ນນີ້ຢ່າງສິ້ນເຊີງ. ພວກເຂົາກໍມີເຫດຜົນທີ່ຈະບໍ່ຕິດຕາມ: “ຂ້ອຍບໍ່ເຂົ້າໃຈການປະພັນເພງສັນລະເສີນ. ຂ້ອຍຈະຕິດຕາມສິ່ງທີ່ຂ້ອຍບໍ່ເຂົ້າໃຈໄດ້ແນວໃດ? ມັນເປັນໄປບໍ່ໄດ້”. ນີ້ແມ່ນເຫດຜົນທີ່ສົມຄວນບໍ? (ບໍ່). ມັນບໍ່ແມ່ນເຫດຜົນທີ່ສົມຄວນ; ສະນັ້ນ, ຄົນທີ່ບໍ່ຄຸ້ນເຄີຍກັບການປະພັນເພງສັນລະເສີນຍັງສາມາດຕິດຕາມໄດ້ບໍ? (ໄດ້). ພວກເຂົາຄວນຕິດຕາມແນວໃດ? (ພວກເຂົາສາມາດຮ່ວມມືກັບອ້າຍເອື້ອຍນ້ອງ ແລະ ກວດສອບທຳນອງໂດຍອີງໃສ່ຫຼັກການ ເພື່ອເບິ່ງວ່າມັນເໝາະສົມ ຫຼື ບໍ່; ພວກເຂົາສາມາດຕິດຕາມວຽກງານຢ່າງເປັນຈິງ, ແທນທີ່ຈະປັດຄວາມຮັບຜິດຊອບ). ຄຸນລັກສະນະຫຼັກໃນວຽກງານຂອງຜູ້ນໍາປອມກໍຄືການເວົ້າທິດສະດີແບບວ່າງເປົ່າ ແລະ ການຮ້ອງຄຳຂວັນແບບວ່າງເປົ່າ. ຫຼັງຈາກທີ່ອອກຄຳສັ່ງແລ້ວ, ພວກເຂົາກໍພຽງແຕ່ປັດຄວາມຮັບຜິດຊອບຕໍ່ເລື່ອງນັ້ນ. ພວກເຂົາບໍ່ຖາມຄຳຖາມກ່ຽວກັບການພັດທະນາຕໍ່ໄປຂອງວຽກງານ; ພວກເຂົາບໍ່ຖາມວ່າມີບັນຫາ, ການບ່ຽງເບນ ຫຼື ຄວາມຫຍຸ້ງຍາກໃດໆເກີດຂຶ້ນ ຫຼື ບໍ່. ພວກເຂົາຖືວ່າວຽກຂອງພວກເຂົາສຳເລັດທັນທີທີ່ພວກເຂົາມອບໝາຍວຽກງານ. ຄວາມຈິງແລ້ວ, ໃນຖານະຜູ້ນໍາ, ຫຼັງຈາກທີ່ຈັດແຈງວຽກງານແລ້ວ, ເຈົ້າຕ້ອງຕິດຕາມຄວາມຄືບໜ້າຂອງວຽກງານ. ເຖິງແມ່ນວ່າເຈົ້າຈະບໍ່ຄຸ້ນເຄີຍກັບຂົງເຂດວຽກງານນັ້ນ, ເຖິງແມ່ນວ່າເຈົ້າຈະຂາດຄວາມຮູ້ໃດໆກ່ຽວກັບມັນ, ເຈົ້າກໍສາມາດຊອກຫາວິທີເຮັດວຽກຂອງເຈົ້າໄດ້. ເຈົ້າສາມາດຊອກຫາຄົນທີ່ກຳແໜ້ນມັນຢ່າງແທ້ຈິງ, ຜູ້ທີ່ເຂົ້າໃຈວິຊາຊີບທີ່ກ່ຽວຂ້ອງ ເພື່ອດຳເນີນການກວດສອບ ແລະ ໃຫ້ຄຳແນະນຳ. ຈາກຄຳແນະນຳຂອງພວກເຂົາ ເຈົ້າສາມາດກຳນົດຫຼັກການທີ່ເໝາະສົມໄດ້ ແລະ ດັ່ງນັ້ນ ເຈົ້າກໍຈະສາມາດຕິດຕາມວຽກງານໄດ້. ບໍ່ວ່າເຈົ້າຈະຄຸ້ນເຄີຍ ຫຼື ເຂົ້າໃຈວິຊາຊີບທີ່ກ່ຽວຂ້ອງ ຫຼື ບໍ່ກໍຕາມ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຕ້ອງຮັບດໍາເນີນວຽກງານ, ຕິດຕາມມັນ ແລະ ສອບຖາມ ແລະ ຖາມຄຳຖາມກ່ຽວກັບຄວາມຄືບໜ້າຂອງມັນຢ່າງຕໍ່ເນື່ອງ. ເຈົ້າຕ້ອງກຳແໜ້ນເລື່ອງຕ່າງໆເຊັ່ນນີ້; ນີ້ຄືຄວາມຮັບຜິດຊອບຂອງເຈົ້າ, ມັນເປັນສ່ວນໜຶ່ງຂອງວຽກງານຂອງເຈົ້າ. ການບໍ່ຕິດຕາມວຽກງານ, ການບໍ່ເຮັດຫຍັງເພີ່ມເຕີມເມື່ອໄດ້ມີການມອບໝາຍວຽກແລ້ວ, ການປັດຄວາມຮັບຜິດຊອບ, ນີ້ຄືວິທີທີ່ຜູ້ນໍາປອມເຮັດ. ການບໍ່ຕິດຕາມ ຫຼື ຊີ້ນໍາວຽກງານ, ການບໍ່ສອບຖາມ ຫຼື ແກ້ໄຂບັນຫາທີ່ເກີດຂຶ້ນ ແລະ ການບໍ່ກຳແໜ້ນຄວາມຄືບໜ້າ ຫຼື ປະສິດທິພາບຂອງວຽກງານ, ສິ່ງເຫຼົ່ານີ້ກໍແມ່ນການສະແດງອອກຂອງຜູ້ນໍາປອມເຊັ່ນກັນ.
ຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ ເຊິ່ງເຮັດໃຫ້ຄວາມຄືບໜ້າຂອງວຽກງານຊັກຊ້າ
ຍ້ອນວ່າຜູ້ນໍາປອມບໍ່ໄດ້ຮຽນຮູ້ກ່ຽວກັບຄວາມຄືບໜ້າຂອງວຽກງານ ແລະ ຍ້ອນວ່າພວກເຂົາບໍ່ສາມາດລະບຸບັນຫາທີ່ເກີດຂຶ້ນໄດ້ໂດຍທັນທີ ແລ້ວແຮງໄກທີ່ພວກເຂົາຈະແກ້ໄຂມັນໄດ້, ສິ່ງນີ້ຈຶ່ງມັກຈະນໍາໄປສູ່ຄວາມຊັກຊ້າຊໍ້າແລ້ວຊໍ້າອີກ. ໃນບາງວຽກງານ, ຍ້ອນວ່າຜູ້ຄົນບໍ່ໄດ້ກຳແໜ້ນຫຼັກການ ແລະ ບໍ່ມີຜູ້ທີ່ເໝາະສົມທີ່ຈະຮັບຜິດຊອບ ຫຼື ຮັບດໍາເນີນວຽກງານດັ່ງກ່າວ, ຜູ້ທີ່ດຳເນີນວຽກງານຈຶ່ງມັກຈະຢູ່ໃນສະພາວະທີ່ຄິດລົບ, ບໍ່ຫ້າວຫັນ ແລະ ລໍຖ້າ ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມຄືບໜ້າຂອງວຽກງານ. ຖ້າຜູ້ນໍາໄດ້ເຮັດສໍາເລັດຄວາມຮັບຜິດຊອບຂອງຕົນ, ຖ້າພວກເຂົາໄດ້ເປັນຜູ້ຮັບຜິດຊອບວຽກງານ, ຍູ້ດັນມັນໄປຂ້າງໜ້າ, ກວດກາ ແລະ ຊອກຫາຄົນທີ່ເຂົ້າໃຈຂົງເຂດນັ້ນເພື່ອຊີ້ນໍາວຽກງານ, ແລ້ວວຽກງານກໍຄົງຈະດຳເນີນໄປໄດ້ໄວຂຶ້ນ ແທນທີ່ຈະປະສົບກັບຄວາມຊັກຊ້າຊໍ້າແລ້ວຊໍ້າອີກ. ສະນັ້ນ, ສຳລັບຜູ້ນໍາແລ້ວ, ມັນຈຶ່ງເປັນສິ່ງສຳຄັນທີ່ຈະເຂົ້າໃຈ ແລະ ກຳແໜ້ນສະຖານະຂອງວຽກງານ. ແນ່ນອນວ່າ ມັນເປັນສິ່ງຈຳເປັນຫຼາຍເຊັ່ນກັນທີ່ຜູ້ນໍາຈະຕ້ອງເຂົ້າໃຈ ແລະ ກຳແໜ້ນວ່າວຽກງານດຳເນີນໄປແນວໃດ ເພາະຄວາມຄືບໜ້າກ່ຽວຂ້ອງກັບປະສິດທິພາບຂອງວຽກງານ ແລະ ຜົນໄດ້ຮັບທີ່ມັນຄວນຈະບັນລຸ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ກຳແໜ້ນວ່າວຽກງານຂອງຄຣິສຕະຈັກດຳເນີນໄປແນວໃດ ແລະ ພວກເຂົາບໍ່ໄດ້ຕິດຕາມ ຫຼື ກວດກາສິ່ງຕ່າງໆ, ແລ້ວຄວາມຄືບໜ້າຂອງວຽກງານຂອງຄຣິສຕະຈັກກໍຈະຊັກຊ້າຢ່າງແນ່ນອນ. ສິ່ງນີ້ເປັນຍ້ອນຄວາມຈິງທີ່ວ່າຄົນສ່ວນໃຫຍ່ທີ່ເຮັດໜ້າທີ່ນັ້ນມີລັກສະນະຕໍ່າຕ້ອຍຢ່າງຮ້າຍແຮງ, ບໍ່ມີການແບກຮັບພາລະ ແລະ ມັກຈະຄິດລົບ, ບໍ່ຫ້າວຫັນ ແລະ ເຮັດພໍແລ້ວມືແລ້ວຕີນ. ຖ້າບໍ່ມີຜູ້ໃດທີ່ມີການແບກຮັບພາລະ ແລະ ມີຄວາມສາມາດໃນການເຮັດວຽກມາຮັບຜິດຊອບວຽກງານຢ່າງເປັນຮູບປະທຳ, ຮຽນຮູ້ກ່ຽວກັບຄວາມຄືບໜ້າຂອງວຽກງານຢ່າງທັນການ ແລະ ຊີ້ນໍາ, ກວດກາ, ລົງວິໄນ ແລະ ລິຮານບຸກຄະລາກອນທີ່ເຮັດໜ້າທີ່, ແລ້ວໂດຍທຳມະຊາດ, ລະດັບປະສິດທິພາບຂອງວຽກງານກໍຈະຕໍ່າຫຼາຍ ແລະ ຜົນຂອງວຽກງານກໍຈະບໍ່ດີຫຼາຍ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແມ່ນແຕ່ຈະເຫັນສິ່ງນີ້ໄດ້ຢ່າງຊັດເຈນ, ພວກເຂົາກໍເປັນຄົນໂງ່ຈ້າ ແລະ ຕາບອດ. ດ້ວຍເຫດນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກວດເບິ່ງ, ຕິດຕາມ ແລະ ກຳແໜ້ນຄວາມຄືບໜ້າຂອງວຽກງານໂດຍທັນທີ, ກວດສອບເບິ່ງວ່າຜູ້ຄົນທີ່ເຮັດໜ້າທີ່ມີບັນຫາຫຍັງແດ່ທີ່ຕ້ອງໄດ້ຮັບການແກ້ໄຂ ແລະ ເຂົ້າໃຈວ່າບັນຫາໃດທີ່ຄວນໄດ້ຮັບການແກ້ໄຂ ເພື່ອບັນລຸຜົນໄດ້ຮັບທີ່ດີຂຶ້ນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ສຳຄັນຫຼາຍ, ບຸກຄົນທີ່ເຮັດໜ້າທີ່ເປັນຜູ້ນໍາຕ້ອງເຂົ້າໃຈສິ່ງເຫຼົ່ານີ້ຢ່າງແຈ່ມແຈ້ງ. ເພື່ອເຮັດໜ້າທີ່ຂອງເຈົ້າໃຫ້ດີ, ເຈົ້າຕ້ອງບໍ່ເປັນຄືກັບຜູ້ນໍາປອມ, ຜູ້ທີ່ເຮັດວຽກງານຜິວເຜີນບາງຢ່າງ ແລ້ວກໍຄິດວ່າພວກເຂົາໄດ້ເຮັດໜ້າທີ່ຂອງຕົນດີແລ້ວ. ຜູ້ນໍາປອມເຮັດວຽກແບບຊະຊາຍໂດຍບໍ່ເອົາໃຈໃສ່, ພວກເຂົາບໍ່ມີຄວາມຮັບຜິດຊອບ, ພວກເຂົາບໍ່ແກ້ໄຂບັນຫາເມື່ອມັນເກີດຂຶ້ນ ແລະ ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງກໍຕາມ, ພວກເຂົາກໍເຮັດແບບຜັກຊີໂຮຍໜ້າ ແລະ ເຮັດພໍແລ້ວມືແລ້ວຕີນ; ພວກເຂົາພຽງແຕ່ເວົ້າຄຳເວົ້າທີ່ຟັງແລ້ວສູງສົ່ງ, ເວົ້າຫຼັກຄຳສອນ ແລະ ຄຳເວົ້າທີ່ວ່າງເປົ່າ ແລະ ເຮັດແບບພໍເປັນພິທີໃນວຽກງານຂອງພວກເຂົາ. ໂດຍທົ່ວໄປແລ້ວ, ນີ້ຄືສະພາວະທີ່ຜູ້ນໍາປອມເຮັດວຽກ. ເຖິງແມ່ນວ່າ ເມື່ອປຽບທຽບກັບພວກຕໍ່ຕ້ານພຣະຄຣິສແລ້ວ, ຜູ້ນໍາປອມບໍ່ໄດ້ເຮັດຫຍັງທີ່ຊົ່ວຮ້າຍຢ່າງເປີດເຜີຍ ແລະ ບໍ່ໄດ້ເຈດຕະນາເຮັດຊົ່ວ ແຕ່ເມື່ອເຈົ້າເບິ່ງປະສິດທິຜົນຂອງວຽກງານຂອງພວກເຂົາ, ມັນກໍເໝາະສົມທີ່ຈະກຳນົດລັກສະນະຂອງພວກເຂົາວ່າເປັນການເຮັດພໍແລ້ວມືແລ້ວຕີນ, ບໍ່ແບກຮັບພາລະ, ບໍ່ມີຄວາມຮັບຜິດຊອບ ແລະ ບໍ່ມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງຕົນ.
ພວກເຮົາຫາກໍໄດ້ໂອ້ລົມກັນກ່ຽວກັບຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງ ແລະ ບໍ່ເຂົ້າໃຈ ແລະ ກຳແໜ້ນຄວາມຄືບໜ້າຂອງວຽກງານແຕ່ລະຢ່າງ. ກ່ຽວກັບບັນຫາ ແລະ ຄວາມຫຍຸ້ງຍາກທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ, ຜູ້ນໍາປອມກໍພຽງແຕ່ບໍ່ໃສ່ໃຈ ຫຼື ພຽງແຕ່ເວົ້າທິດສະດີເລັກນ້ອຍ ແລະ ເວົ້າຕາມຄຳຂວັນສອງສາມຂໍ້ເພື່ອປັດພວກມັນໄປ. ສຳລັບວຽກງານທຸກຢ່າງ, ຄົນເຮົາຈະບໍ່ມີທາງເຫັນພວກເຂົາມາສະຖານທີ່ເຮັດວຽກດ້ວຍຕົນເອງ ເພື່ອພະຍາຍາມເຂົ້າໃຈ ແລະ ຕິດຕາມວຽກງານ. ຄົນເຮົາຈະບໍ່ເຫັນພວກເຂົາໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາຢູ່ທີ່ນັ້ນ ແລະ ແຮງໄກທີ່ຄົນເຮົາຈະເຫັນພວກເຂົາຢູ່ບ່ອນນັ້ນເພື່ອຊີ້ນໍາ ແລະ ກວດກາວຽກງານເປັນການສ່ວນຕົວ, ປ້ອງກັນບໍ່ໃຫ້ຂໍ້ບົກຜ່ອງ ແລະ ການບ່ຽງເບນເກີດຂຶ້ນ. ນີ້ຄືການສະແດງອອກທີ່ຊັດເຈນທີ່ສຸດຂອງວິທີການເຮັດວຽກແບບພໍແລ້ວມືແລ້ວຕີນຂອງຜູ້ນໍາປອມ. ເຖິງແມ່ນວ່າຜູ້ນໍາປອມ ທີ່ບໍ່ຄືກັບພວກຕໍ່ຕ້ານພຣະຄຣິສ ຈະບໍ່ໄດ້ຕັ້ງໃຈລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ ແລະ ບໍ່ໄດ້ເຮັດຄວາມຊົ່ວຮ້າຍຕ່າງໆ ແລະ ສ້າງອານາຈັກເອກະລາດຂອງຕົນເອງ ແຕ່ພຶດຕິກຳແບບພໍແລ້ວມືແລ້ວຕີນຕ່າງໆຂອງພວກເຂົາກໍກໍ່ໃຫ້ເກີດອຸປະສັກອັນໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກ, ເຮັດໃຫ້ບັນຫາຕ່າງໆເກີດຂຶ້ນຢ່າງບໍ່ມີທີ່ສິ້ນສຸດ ແລະ ບໍ່ໄດ້ຮັບການແກ້ໄຂ. ສິ່ງນີ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງຂອງຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ຜູ້ນໍາປອມແບບນັ້ນບໍ່ຄວນຖືກກຳຈັດອອກບໍ? ຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ກໍເປັນແບບຫົວໃຫຍ່ຫາງລີບ. ບົດບາດທີ່ພວກເຂົາສະແດງກໍຄືຜູ້ເປີດພິທີ: ພວກເຂົາຮ້ອງຄຳຂວັນ ແລະ ເທດສະໜາທິດສະດີ ແລະ ເມື່ອພວກເຂົາມອບໝາຍວຽກງານໃຫ້ຄົນອື່ນ ແລະ ຈັດແຈງວ່າໃຜຈະຮັບຜິດຊອບແລ້ວ, ພວກເຂົາກໍຖືວ່າຈົບສິ້ນ. ພວກເຂົາປຽບເໝືອນລໍາໂພງກະຈາຍສຽງທີ່ພົບເຫັນໃນເຂດຊົນນະບົດຂອງຈີນ. ນີ້ຄືຂອບເຂດຂອງບົດບາດທີ່ພວກເຂົາສະແດງ. ພວກເຂົາເຮັດພຽງແຕ່ວຽກງານເບື້ອງຕົ້ນໜ້ອຍໜຶ່ງ; ສ່ວນວຽກງານທີ່ເຫຼືອ, ພວກເຂົາກໍບໍ່ປາກົດຕົວໃຫ້ເຫັນ. ສ່ວນຄຳຖາມສະເພາະ ເຊັ່ນ: ວຽກງານແຕ່ລະຢ່າງດຳເນີນໄປແນວໃດ, ມັນສອດຄ່ອງກັບຫຼັກການ ຫຼື ບໍ່ ແລະ ມັນມີປະສິດທິຜົນ ຫຼື ບໍ່. ພວກເຂົາກໍບໍ່ຮູ້ຄຳຕອບ. ພວກເຂົາບໍ່ເຄີຍເຂົ້າໄປພົວພັນຢ່າງເລິກເຊິ່ງກັບລະດັບຮາກຖານ ແລະ ໄປຢ້ຽມຢາມສະຖານທີ່ເຮັດວຽກ ເພື່ອເຂົ້າໃຈ ແລະ ກຳແໜ້ນຄວາມຄືບໜ້າ ແລະ ລາຍລະອຽດຂອງວຽກງານແຕ່ລະຢ່າງ. ສະນັ້ນ, ຜູ້ນໍາປອມອາດຈະບໍ່ໄດ້ຕັ້ງໃຈກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ຫຼື ເຮັດຄວາມຊົ່ວຮ້າຍຕ່າງໆໃນລະຫວ່າງການດຳລົງຕຳແໜ່ງເປັນຜູ້ນໍາຂອງພວກເຂົາ ແຕ່ຄວາມຈິງແລ້ວ, ພວກເຂົາເຮັດໃຫ້ວຽກງານເປັນອຳມະພາດ, ເຮັດໃຫ້ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງຂອງຄຣິສຕະຈັກຊັກຊ້າ ແລະ ເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າບໍ່ສາມາດເຮັດໜ້າທີ່ຂອງຕົນໄດ້ດີ ແລະ ໄດ້ຮັບທາງເຂົ້າຊີວິດ. ເມື່ອເຮັດວຽກແບບນີ້, ພວກເຂົາຈະສາມາດນໍາພາຜູ້ຄົນທີ່ພຣະເຈົ້າເລືອກໄປສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າໄດ້ແນວໃດ? ສິ່ງນີ້ສະແດງໃຫ້ເຫັນວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງໃດໆ. ພວກເຂົາບໍ່ໄດ້ຕິດຕາມວຽກງານທີ່ພວກເຂົາຄວນຮັບຜິດຊອບ ຫຼື ໃຫ້ການຊີ້ນໍາ ແລະ ກວດກາ ເພື່ອຮັບປະກັນວ່າວຽກງານຂອງຄຣິສຕະຈັກດຳເນີນໄປຢ່າງປົກກະຕິ; ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ທີ່ຕັ້ງໃຈໄວ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຂົາບໍ່ໄດ້ມີຄວາມຈົງຮັກພັກດີ ຫຼື ປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສໍາເລັດ. ສິ່ງນີ້ຢືນຢັນວ່າຜູ້ນໍາປອມບໍ່ມີຄວາມຈົງຮັກພັກດີໃນວິທີທີ່ພວກເຂົາເຮັດໜ້າທີ່ຂອງຕົນ ໂດຍທີ່ພວກເຂົາພຽງແຕ່ເຮັດພໍແລ້ວມືແລ້ວຕີນ; ພວກເຂົາຫຼອກລວງທັງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ພຣະເຈົ້າເອງ ແລະ ພວກເຂົາສົ່ງຜົນກະທົບ ແລະ ຂັດຂວາງການດຳເນີນການຕາມຄວາມປະສົງຂອງພຣະອົງ. ຄວາມຈິງນີ້ເປັນທີ່ປະຈັກແກ່ສາຍຕາທຸກຄົນ. ອາດຈະເປັນໄປໄດ້ວ່າຜູ້ນໍາປອມບໍ່ເໝາະສົມກັບວຽກງານຢ່າງແທ້ຈິງ; ອາດຈະເປັນໄປໄດ້ເຊັ່ນກັນວ່າພວກເຂົາກຳລັງຫຼີກລ່ຽງວຽກງານຂອງຕົນ ແລະ ເຈດຕະນາເຮັດພໍແລ້ວມືແລ້ວຕີນ. ບໍ່ວ່າຈະເປັນທາງໃດກໍຕາມ, ຄວາມຈິງກໍຍັງຄົງຢູ່ຄື ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກສັບສົນວຸ້ນວາຍ. ບໍ່ມີຄວາມຄືບໜ້າໃດໆໃນວຽກງານແຕ່ລະຢ່າງຂອງຄຣິສຕະຈັກ ແລະ ບັນຫາທີ່ສະສົມກັນເປັນກອງກໍຍັງຄົງບໍ່ໄດ້ຮັບການແກ້ໄຂເປັນເວລາດົນ. ສິ່ງນີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການເຜີຍແຜ່ວຽກງານພຣະກິດຕິຄຸນ ແຕ່ຍັງຂັດຂວາງທາງເຂົ້າຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກຢ່າງຮ້າຍແຮງ. ຄວາມຈິງເຫຼົ່ານີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າຜູ້ນໍາປອມບໍ່ພຽງແຕ່ບໍ່ສາມາດເຮັດວຽກງານຕົວຈິງໄດ້ ແຕ່ຍັງກາຍເປັນອຸປະສັກຕໍ່ວຽກງານການເຜີຍແຜ່ພຣະກິດຕິຄຸນ ແລະ ເປັນສິ່ງກີດຂວາງຕໍ່ການດຳເນີນການຕາມຄວາມປະສົງຂອງພຣະເຈົ້າໃນຄຣິສຕະຈັກ.
ຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້. ສິ່ງນີ້ບໍ່ພຽງແຕ່ເຮັດໃຫ້ຄວາມຄືບໜ້າຂອງວຽກງານຊັກຊ້າ ແລະ ສົ່ງຜົນກະທົບຕໍ່ຜົນໄດ້ຮັບຂອງມັນ ແຕ່ມັນຍັງກໍ່ໃຫ້ເກີດການສູນເສຍຢ່າງຮ້າຍແຮງຕໍ່ວຽກງານຂອງຄຣິສຕະຈັກ, ເຮັດໃຫ້ເສຍກໍາລັງຄົນ, ຊັບພະຍາກອນດ້ານວັດຖຸ ແລະ ຊັບພະຍາກອນທາງການເງິນໄປຢ່າງຫຼວງຫຼາຍ. ສະນັ້ນ, ຜູ້ນໍາປອມຄວນຊົດເຊີຍຄ່າເສຍຫາຍທາງເສດຖະກິດ. ບາງຄົນເວົ້າວ່າ “ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຊົດເຊີຍຄ່າເສຍຫາຍທີ່ເກີດຈາກການເຮັດວຽກບໍ່ໄດ້ດີ, ແລ້ວກໍຈະບໍ່ມີໃຜເຕັມໃຈເປັນຜູ້ນໍາ ຫຼື ຜູ້ເຮັດວຽກ”. ຄົນທີ່ບໍ່ມີຄວາມຮັບຜິດຊອບແບບນັ້ນບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຜູ້ທີ່ບໍ່ມີຄວາມສຳນຶກ ຫຼື ເຫດຜົນກໍຄືຄົນຊົ່ວຊ້າ. ມັນບໍ່ແມ່ນເລື່ອງຫຍຸ້ງຍາກບໍ ຖ້າຄົນຊົ່ວຊ້າຢາກເປັນຜູ້ນໍາ ແລະ ຜູ້ເຮັດວຽກ? ເນື່ອງຈາກວຽກງານສ່ວນໃຫຍ່ຂອງເຮືອນຂອງພຣະເຈົ້າກ່ຽວຂ້ອງກັບລາຍຈ່າຍທາງເສດຖະກິດ, ມັນບໍ່ຈຳເປັນຕ້ອງຮັບຜິດຊອບວຽກງານເຫຼົ່ານັ້ນບໍ? ເຄື່ອງຖວາຍຂອງພຣະເຈົ້າແມ່ນສິ່ງທີ່ຜູ້ຄົນສາມາດເຮັດໃຫ້ສິ້ນເປືອງ ແລະ ຟຸມເຟືອຍຕາມອຳເພີໃຈໄດ້ບໍ? ຜູ້ນໍາ ແລະ ຜູ້ເຮັດວຽກມີສິດຫຍັງທີ່ຈະຟຸມເຟືອຍເຄື່ອງຖວາຍຂອງພຣະເຈົ້າ? ການກໍ່ໃຫ້ເກີດການສູນເສຍທາງເສດຖະກິດຕ້ອງໄດ້ຮັບການຊົດເຊີຍ; ສິ່ງນີ້ແມ່ນເລື່ອງທຳມະຊາດ ແລະ ທ່ຽງທຳໂດຍສົມບູນ ແລະ ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້. ຕົວຢ່າງ: ສົມມຸດວ່າມີວຽກໜຶ່ງທີ່ຄົນໜຶ່ງສາມາດເຮັດສຳເລັດໄດ້ໃນໜຶ່ງເດືອນ. ຖ້າໃຊ້ເວລາຫົກເດືອນເພື່ອເຮັດວຽກນີ້, ລາຍຈ່າຍຂອງຫ້າເດືອນທີ່ເຫຼືອບໍ່ແມ່ນການສູນເສຍບໍ? ເຮົາຈະຍົກຕົວຢ່າງກ່ຽວກັບການເຜີຍແຜ່ຂ່າວປະເສີດ. ສົມມຸດວ່າມີຄົນໜຶ່ງເຕັມໃຈທີ່ຈະສຶກສາຄົ້ນຄວ້າທາງທີ່ແທ້ຈິງ ແລະ ອາດຈະສາມາດເອົາຊະນະໃຈໄດ້ໃນເວລາພຽງໜຶ່ງເດືອນ, ຫຼັງຈາກນັ້ນພວກເຂົາກໍຈະເຂົ້າຮ່ວມຄຣິສຕະຈັກ ແລະ ສືບຕໍ່ໄດ້ຮັບການຫົດນໍ້າ ແລະ ການຈັດຫາ ແລະ ພາຍໃນຫົກເດືອນ ພວກເຂົາກໍສາມາດວາງຮາກຖານໄດ້. ແຕ່ຖ້າທັດສະນະຄະຕິຂອງຜູ້ທີ່ເຜີຍແຜ່ພຣະກິດຕິຄຸນຕໍ່ເລື່ອງນີ້ເປັນການບໍ່ໃສ່ໃຈ ແລະ ເຮັດພໍແລ້ວມືແລ້ວຕີນ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ສົນໃຈຄວາມຮັບຜິດຊອບຂອງຕົນ ແລະ ໃນທີ່ສຸດກໍໃຊ້ເວລາເຄິ່ງປີເພື່ອເອົາຊະນະໃຈຄົນຜູ້ນັ້ນ, ເຄິ່ງປີນີ້ຈະບໍ່ກໍ່ໃຫ້ເກີດການສູນເສຍຕໍ່ຊີວິດຂອງພວກເຂົາບໍ? ຖ້າພວກເຂົາພົບພໍ້ມະຫາໄພພິບັດ ແລະ ພວກເຂົາຍັງບໍ່ທັນໄດ້ວາງຮາກຖານໃນທາງທີ່ແທ້ຈິງ, ພວກເຂົາກໍຈະຕົກຢູ່ໃນອັນຕະລາຍ ແລະ ຄົນເຫຼົ່ານັ້ນຈະບໍ່ໄດ້ເຮັດຜິດຕໍ່ພວກເຂົາບໍ? ການສູນເສຍແບບນັ້ນບໍ່ສາມາດວັດແທກໄດ້ດ້ວຍເງິນຕາ ຫຼື ວັດຖຸສິ່ງຂອງ. ຖ້າການເຂົ້າໃຈຄວາມຈິງຂອງຄົນຜູ້ນັ້ນຖືກກີດກັນໄວ້ເປັນເວລາເຄິ່ງປີ ແລະ ພວກເຂົາຊັກຊ້າໃນການວາງຮາກຖານ ແລະ ໃນການເລີ່ມຕົ້ນເຮັດໜ້າທີ່ຂອງຕົນເປັນເວລາເຄິ່ງປີ, ໃຜຈະຮັບຜິດຊອບຕໍ່ເລື່ອງນີ້? ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຮັບຜິດຊອບຕໍ່ເລື່ອງນີ້ໄດ້ບໍ? ບໍ່ມີໃຜສາມາດແບກຮັບຄວາມຮັບຜິດຊອບໃນການກີດຂວາງຊີວິດຂອງຄົນໃດຄົນໜຶ່ງໄດ້. ເນື່ອງຈາກບໍ່ມີໃຜສາມາດແບກຮັບຄວາມຮັບຜິດຊອບນີ້ໄດ້, ແລ້ວສິ່ງທີ່ເໝາະສົມທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແມ່ນຫຍັງ? ນັ້ນກໍຄື: ຕ້ອງທຸ່ມເທສຸດກໍາລັງ. ທຸ່ມເທສຸດກໍາລັງເພື່ອເຮັດຫຍັງ? ເພື່ອເຮັດຄວາມຮັບຜິດຊອບຂອງຕົນເອງໃຫ້ສໍາເລັດ, ເຮັດທຸກສິ່ງທີ່ເຈົ້າສາມາດເຫັນໄດ້ດ້ວຍຕາຂອງເຈົ້າເອງ, ຄິດໄດ້ໃນໃຈຂອງເຈົ້າ ແລະ ບັນລຸໄດ້ດ້ວຍຄວາມສາມາດຂອງເຈົ້າເອງ. ນີ້ຄືການທຸ່ມເທສຸດກໍາລັງ, ນີ້ຄືການມີຄວາມຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບ ແລະ ນີ້ຄືຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ໄດ້ປະຕິບັດຕໍ່ການເຜີຍແຜ່ພຣະກິດຕິຄຸນວ່າເປັນເລື່ອງທີ່ຈິງຈັງ. ພວກເຂົາຄິດວ່າ “ແກະຂອງພຣະເຈົ້າຈະໄດ້ຍິນສຽງຂອງພຣະເຈົ້າ. ຜູ້ໃດກໍຕາມທີ່ສຶກສາຄົ້ນຄວ້າ ແລະ ຍອມຮັບກໍຈະໄດ້ຮັບພອນ; ຜູ້ໃດກໍຕາມທີ່ບໍ່ສຶກສາຄົ້ນຄວ້າ ແລະ ຍອມຮັບກໍຈະບໍ່ໄດ້ຮັບພອນ ແລະ ສົມຄວນຕາຍໃນໄພພິບັດ!” ຜູ້ນໍາປອມບໍ່ໄດ້ສະແດງຄວາມຄຳນຶງເຖິງເຈດຕະນາຂອງພຣະເຈົ້າເລີຍ ແລະ ບໍ່ໄດ້ແບກຮັບພາລະສຳລັບວຽກງານພຣະກິດຕິຄຸນ; ພວກເຂົາຍັງບໍ່ໄດ້ຮັບຜິດຊອບຕໍ່ຜູ້ມາໃໝ່ທີ່ຫາກໍເຂົ້າຮ່ວມຄຣິສຕະຈັກ ແລະ ບໍ່ໄດ້ເອົາໃຈໃສ່ຕໍ່ທາງເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກຢ່າງຈິງຈັງ. ພວກເຂົາມັກຈະສຸມໃສ່ການເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ບໍ່ວ່າຈະມີຄົນສຶກສາຄົ້ນຄວ້າທາງທີ່ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກກະວົນກະວາຍໃຈເລີຍ, ມັກຈະມີແນວຄິດທີ່ພຽງແຕ່ເຮັດໄປເລື້ອຍໆໂດຍບໍ່ມີຈຸດໝາຍ, ປະພຶດຕົວຄືກັບຈັກກະພັດທີ່ກະສຽນແລ້ວ ຫຼື ເຈົ້າໜ້າທີ່. ບໍ່ວ່າວຽກງານຈະສຳຄັນ ຫຼື ຮີບດ່ວນສໍ່າໃດກໍຕາມ, ພວກເຂົາກໍບໍ່ເຄີຍປາກົດຕົວຢູ່ບ່ອນເຮັດວຽກ ແລະ ພວກເຂົາບໍ່ໄດ້ສອບຖາມ ແລະ ເຂົ້າໃຈສະຖານະການຂອງວຽກງານ ຫຼື ຕິດຕາມວຽກງານ ແລະ ແກ້ໄຂບັນຫາ. ພວກເຂົາພຽງແຕ່ຈັດແຈງໜ້າວຽກ ແລະ ຄິດວ່າວຽກຂອງພວກເຂົາສຳເລັດແລ້ວ ແລະ ພວກເຂົາເຊື່ອວ່າສິ່ງນີ້ປະກອບເປັນການເຮັດວຽກ. ນີ້ບໍ່ແມ່ນການເຮັດພໍແລ້ວມືແລ້ວຕີນບໍ? ນີ້ບໍ່ແມ່ນການຫຼອກລວງທັງຜູ້ທີ່ຢູ່ເບື້ອງເທິງ ແລະ ຜູ້ທີ່ຢູ່ເບື້ອງລຸ່ມຂອງພວກເຂົາບໍ? ຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນເໝາະສົມທີ່ຈະຖືກນຳໃຊ້ໂດຍພຣະເຈົ້າບໍ? ພວກເຂົາບໍ່ແມ່ນຄືກັນກັບເຈົ້າໜ້າທີ່ຂອງມັງກອນແດງທີ່ຍິ່ງໃຫຍ່ບໍ? ພວກເຂົາຄິດວ່າ “ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກຄືກັນກັບການດຳລົງຕຳແໜ່ງ ແລະ ຄົນເຮົາຄວນເພີດເພີນກັບຜົນປະໂຫຍດຈາກສະຖານະນີ້. ການດຳລົງຕຳແໜ່ງເຮັດໃຫ້ຂ້ອຍມີສິດທິພິເສດນີ້, ຍົກເວັ້ນໃຫ້ຂ້ອຍບໍ່ຕ້ອງມີໜ້າຢູ່ໃນທຸກເລື່ອງ. ຖ້າຂ້ອຍຕ້ອງຢູ່ບ່ອນເຮັດວຽກສະເໝີ, ຕິດຕາມວຽກງານ ແລະ ທຳຄວາມເຂົ້າໃຈສະຖານະການ, ມັນຈະເມື່ອຍສໍ່າໃດ, ມັນຈະເປັນການດູຖູກສໍ່າໃດ! ຂ້ອຍບໍ່ສາມາດຍອມຮັບຄວາມເມື່ອຍລ້າແບບນັ້ນໄດ້!” ນີ້ຄືວິທີທີ່ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມເຮັດວຽກຢ່າງແທ້ຈິງ, ສົນໃຈພຽງແຕ່ການຢາກໄດ້ຄວາມສະບາຍ ແລະ ການເພີດເພີນກັບຜົນປະໂຫຍດຈາກສະຖານະໂດຍບໍ່ໄດ້ເຮັດວຽກງານຕົວຈິງໃດໆ ແລະ ປາສະຈາກຄວາມສຳນຶກ ຫຼື ເຫດຜົນຢ່າງສິ້ນເຊີງ. ກາຝາກແບບນັ້ນຄວນຖືກກຳຈັດອອກຢ່າງແທ້ຈິງ ແລະ ເຖິງແມ່ນວ່າພວກເຂົາຈະຖືກລົງໂທດ, ພວກເຂົາກໍສົມຄວນໄດ້ຮັບມັນເຖິງແມ່ນວ່າຈະເຮັດວຽກງານຄຣິສຕະຈັກມາຫຼາຍປີ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນກໍບໍ່ຮູ້ວິທີເຜີຍແຜ່ພຣະກິດຕິຄຸນ ແລ້ວແຮງໄກທີ່ຈະເປັນພະຍານ. ຖ້າເຈົ້າຂໍໃຫ້ພວກເຂົາໂອ້ລົມກ່ຽວກັບຄວາມຈິງທັງໝົດທີ່ກ່ຽວຂ້ອງກັບນິມິດຂອງພາລະກິດຂອງພຣະເຈົ້າຕໍ່ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນ, ພວກເຂົາກໍບໍ່ສາມາດເຮັດໄດ້. ເມື່ອຖືກຖາມວ່າ “ເຈົ້າເຄີຍພະຍາຍາມປະກອບຕົນເອງດ້ວຍຄວາມຈິງແຫ່ງນິມິດບໍ?” ຜູ້ນໍາປອມກໍຄິດໄຕ່ຕອງວ່າ “ເປັນຫຍັງຂ້ອຍຄວນພະຍາຍາມເຊັ່ນນັ້ນ? ດ້ວຍສະຖານະທີ່ສູງຂອງຂ້ອຍ, ໜ້າວຽກນັ້ນບໍ່ແມ່ນສຳລັບຂ້ອຍ; ມີຄົນອື່ນອີກຫຼາຍຄົນທີ່ຈະເຮັດມັນ”. ບອກເຮົາມາເບິ່ງວ່າ ພວກເຂົາເປັນສິ່ງມີຊີວິດປະເພດໃດ? ພວກເຂົາໄດ້ເຮັດວຽກງານຄຣິສຕະຈັກມາຫຼາຍປີ ແຕ່ກໍບໍ່ຮູ້ວິທີເຜີຍແຜ່ພຣະກິດຕິຄຸນ. ເມື່ອເວົ້າເຖິງການເປັນພະຍານ, ພວກເຂົາຕ້ອງຊອກຫາຜູ້ເຜີຍແຜ່ຂ່າວປະເສີດມາເຮັດແທນ. ຖ້າໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າບໍ່ສາມາດເຜີຍແຜ່ພຣະກິດຕິຄຸນ, ເປັນພະຍານ ຫຼື ໂອ້ລົມກັບຜູ້ຄົນກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບນິມິດ, ເຈົ້າຈະເຮັດຫຍັງໄດ້? ຄວາມຮັບຜິດຊອບຂອງເຈົ້າແມ່ນຫຍັງ? ເຈົ້າໄດ້ເຮັດສໍາເລັດຄວາມຮັບຜິດຊອບເຫຼົ່ານັ້ນບໍ? ເຈົ້າພຽງແຕ່ອາໄສສິ່ງທີ່ເຈົ້າມີບໍ? ແມ່ນຫຍັງທີ່ເຈົ້າມີ? ໃຜອະນຸຍາດໃຫ້ເຈົ້າອາໄສສິ່ງທີ່ເຈົ້າມີຢູ່ແລ້ວ? ຜູ້ຮັບຜິດຊອບທີມຂ່າວປະເສີດບາງຄົນບໍ່ເຄີຍແມ່ນແຕ່ສັງເກດ ແລະ ຟັງຄົນອື່ນເຜີຍແຜ່ພຣະກິດຕິຄຸນ. ພວກເຂົາບໍ່ສົນໃຈທີ່ຈະຟັງ; ພວກເຂົາຂີ້ຄ້ານ, ເຫັນວ່າມັນຫຍຸ້ງຍາກເກີນໄປ ແລະ ຂາດຄວາມອົດທົນ. ພວກເຂົາເປັນຜູ້ນໍາ, ເຈົ້າບໍ່ຮູ້ບໍ, ໂດຍສະເພາະແມ່ນເຈົ້າໜ້າທີ່, ສະນັ້ນ ພວກເຂົາຈຶ່ງບໍ່ເຮັດໜ້າວຽກສະເພາະເຫຼົ່ານີ້; ພວກເຂົາໃຫ້ອ້າຍເອື້ອຍນ້ອງເຮັດ. ສົມມຸດວ່າຜູ້ເຮັັດວຽກພຣະກິດຕິຄຸນບາງຄົນບັງເອີນພົບຄົນທີ່ມີຄວາມສາມາດສູງ, ຜູ້ທີ່ຮັບມືກັບທຸກສິ່ງດ້ວຍຄວາມຈິງຈັງ ແລະ ຜູ້ທີ່ປາຖະໜາທີ່ຈະເຂົ້າໃຈຄວາມຈິງສະເພາະບາງຢ່າງທີ່ກ່ຽວຂ້ອງກັບນິມິດ. ຜູ້ເຮັັດວຽກພຣະກິດຕິຄຸນບໍ່ສາມາດໂອ້ລົມໄດ້ຢ່າງແຈ່ມແຈ້ງທັງໝົດ, ສະນັ້ນ ພວກເຂົາຈຶ່ງຂໍໃຫ້ຜູ້ນໍາຂອງພວກເຂົາເຮັດ. ຜູ້ນໍາກໍພົບວ່າຕົນເອງເວົ້າຫຍັງບໍ່ອອກ ແລະ ເຖິງກັບໃຊ້ຂໍ້ອ້າງ ໂດຍເວົ້າວ່າ “ຂ້ອຍບໍ່ເຄີຍເຮັດວຽກນີ້ດ້ວຍຕົນເອງ. ພວກເຈົ້າໄປເຮັດສາ; ຂ້ອຍຈະສະໜັບສະໜູນພວກເຈົ້າ. ຖ້າມີບັນຫາໃດໆເກີດຂຶ້ນ, ຂ້ອຍຈະຊ່ວຍພວກເຈົ້າແກ້ໄຂ; ຂ້ອຍສະໜັບສະໜູນພວກເຈົ້າ. ຢ່າກັງວົນ. ມີຫຍັງໃຫ້ຢ້ານໃນເມື່ອພວກເຮົາມີພຣະເຈົ້າ? ເມື່ອຄົນໃດໜຶ່ງສະແຫວງຫາທາງທີ່ແທ້ຈິງ, ພວກເຈົ້າສາມາດເປັນພະຍານ ຫຼື ໂອ້ລົມກ່ຽວກັບຄວາມຈິງແຫ່ງນິມິດ. ຂ້ອຍຮັບຜິດຊອບພຽງແຕ່ການໂອ້ລົມກ່ຽວກັບຄວາມຈິງແຫ່ງທາງເຂົ້າຊີວິດ. ວຽກງານການເປັນພະຍານເປັນພາລະອັນໜັກໜ່ວງທີ່ພວກເຈົ້າຕ້ອງແບກຮັບ, ຢ່າເພິ່ງພາຂ້ອຍ”. ທຸກຄັ້ງທີ່ເຖິງຊ່ວງເວລາສຳຄັນຂອງການເປັນພະຍານໃນການເຜີຍແຜ່ພຣະກິດຕິຄຸນ, ພວກເຂົາກໍລີ້. ພວກເຂົາຮູ້ດີວ່າພວກເຂົາຂາດຄວາມຈິງ, ສະນັ້ນ ເປັນຫຍັງພວກເຂົາຈຶ່ງບໍ່ພະຍາຍາມປະກອບຕົນເອງດ້ວຍຄວາມຈິງ? ເມື່ອຮູ້ດີວ່າພວກເຂົາຂາດຄວາມຈິງ, ເປັນຫຍັງພວກເຂົາຈຶ່ງພະຍາຍາມຢ່າງສຸດກໍາລັງເພື່ອທີ່ຈະກາຍເປັນຜູ້ນໍາສະເໝີ? ພວກເຂົາບໍ່ມີພອນສະຫວັນໃດໆເລີຍ ແຕ່ພວກເຂົາກໍຍັງມີຄວາມກ້າທີ່ຈະຮັບຕຳແໜ່ງທາງການໃດໜຶ່ງ. ພວກເຂົາເຖິງກັບຈະຮັບບົດບາດເປັນຈັກກະພັດ ຖ້າເຈົ້າປ່ອຍໃຫ້ພວກເຂົາເປັນ. ພວກເຂົາໜ້າດ້ານເກີນໄປ! ບໍ່ວ່າພວກເຂົາຈະດຳລົງຕຳແໜ່ງຜູ້ນໍາລະດັບໃດກໍຕາມ, ພວກເຂົາກໍບໍ່ສາມາດເຮັດວຽກງານຕົວຈິງໄດ້ ແຕ່ພວກເຂົາກໍກ້າທີ່ຈະເພີດເພີນກັບຜົນປະໂຫຍດຈາກສະຖານະໂດຍບໍ່ຮູ້ສຶກລະອາຍໃຈ. ພວກເຂົາບໍ່ແມ່ນຄົນທີ່ໜ້າດ້ານໄຮ້ຢາງອາຍຢ່າງສິ້ນເຊີງບໍ? ຖ້າຫາກຖືກຂໍໃຫ້ເວົ້າພາສາຕ່າງປະເທດແລ້ວເຈົ້າເວົ້າບໍ່ໄດ້ ກໍເປັນເລື່ອງທີ່ເຂົ້າໃຈໄດ້; ແຕ່ການໂອ້ລົມຄວາມຈິງກ່ຽວກັບນິມິດ ແລະ ເຈດຕະນາຂອງພຣະເຈົ້າໃນພາສາແມ່ຂອງເຈົ້າກໍຄວນຈະເປັນໄປໄດ້, ແມ່ນບໍ່? ຄົນທີ່ເຊື່ອມາພຽງສາມຫາຫ້າປີອາດຈະໄດ້ຮັບການຍົກເວັ້ນທີ່ບໍ່ສາມາດໂອ້ລົມຄວາມຈິງໄດ້. ແຕ່ບາງຄົນເຊື່ອໃນພຣະເຈົ້າມາເກືອບ 20 ປີ ແຕ່ດ້ວຍເຫດໃດເຫດໜຶ່ງກໍຍັງບໍ່ສາມາດໂອ້ລົມຄວາມຈິງກ່ຽວກັບນິມິດໄດ້. ຄົນແບບນັ້ນບໍ່ແມ່ນຄົນໄຮ້ປະໂຫຍດບໍ? ພວກເຂົາບໍ່ມີຫຍັງດີເລີຍບໍ? ເຮົາປະຫຼາດໃຈທີ່ໄດ້ຍິນວ່າຄົນໃດໜຶ່ງເຊື່ອໃນພຣະເຈົ້າມາຫຼາຍປີ ແຕ່ກໍບໍ່ຮູ້ວິທີໂອ້ລົມຄວາມຈິງກ່ຽວກັບນິມິດ. ຫຼັງຈາກທີ່ໄດ້ຍິນສິ່ງນີ້ ພວກເຈົ້າທຸກຄົນຮູ້ສຶກແນວໃດ? ມັນບໍ່ແມ່ນເລື່ອງທີ່ເຫຼືອເຊື່ອບໍ? ຫຼາຍປີຜ່ານມາພວກເຂົາໄດ້ເຮັດວຽກຂອງຕົນແນວໃດ? ເມື່ອຖືກຂໍໃຫ້ຊີ້ນໍາການເຮັດດົນຕີ, ພວກເຂົາກໍບໍ່ຮູ້ວິທີເຮັດ ແລະ ເວົ້າວ່າຂົງເຂດສະເພາະນີ້ຍາກເກີນໄປ, ວ່າມັນບໍ່ແມ່ນສິ່ງທີ່ຄົນທົ່ວໄປສາມາດເຂົ້າໃຈໄດ້. ເມື່ອຖືກຂໍໃຫ້ຊີ້ນໍາໃນວຽກງານການຜະລິດສິລະປະ ຫຼື ໃນວຽກງານການຜະລິດຮູບເງົາ, ພວກເຂົາກໍອ້າງວ່າວຽກເຫຼົ່ານີ້ຕ້ອງການທັກສະທາງດ້ານເຕັກນິກລະດັບສູງເກີນໄປທີ່ພວກເຂົາຈະຮັບມືໄດ້. ເມື່ອຖືກຂໍໃຫ້ຂຽນບົດຄວາມຄຳພະຍານຈາກປະສົບການ, ພວກເຂົາກໍເວົ້າວ່າລະດັບການສຶກສາຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາບໍ່ຮູ້ວິທີຂຽນ ແລະ ພວກເຂົາບໍ່ເຄີຍໄດ້ຮັບການຝຶກຝົນໃນດ້ານນີ້. ຖ້າພວກເຂົາບໍ່ສາມາດເຮັດວຽກປະເພດນີ້ໄດ້, ນັ້ນກໍເປັນສິ່ງທີ່ໃຫ້ອະໄພໄດ້ ແຕ່ວຽກງານພຣະກິດຕິຄຸນເປັນສ່ວນໜຶ່ງໃນໜ້າທີ່ຂອງພວກເຂົາໂດຍທຳມະຊາດ. ພວກເຂົາຄຸ້ນເຄີຍກັບວຽກງານນີ້ທີ່ສຸດແລ້ວ. ມັນບໍ່ຄວນຈະງ່າຍສຳລັບພວກເຂົາບໍ? ດ້ານທີ່ສຳຄັນທີ່ສຸດຂອງການໂອ້ລົມຄວາມຈິງກ່ຽວກັບນິມິດກໍຄືການໂອ້ລົມຄວາມຈິງຂອງພາລະກິດສາມຂັ້ນຕອນໃຫ້ແຈ່ມແຈ້ງ. ໃນເບື້ອງຕົ້ນ, ຜູ້ຄົນບໍ່ມີປະສົບການຫຼາຍໃນການເຮັດສິ່ງນີ້ ແລະ ອາດຈະໂອ້ລົມໄດ້ບໍ່ດີປານໃດ ແຕ່ເມື່ອໄດ້ຝຶກຝົນໄປເລື້ອຍໆ, ພວກເຂົາກໍສາມາດໂອ້ລົມໄດ້ດີຂຶ້ນເມື່ອເຮັດຫຼາຍຂຶ້ນ ຈົນສາມາດເວົ້າຢ່າງເປັນລະບົບດ້ວຍພາສາທີ່ຖືກຕ້ອງ ແລະ ຊັດເຈນ ແລະ ມີສຳນວນທີ່ດີ. ນີ້ບໍ່ແມ່ນຂົງເຂດສະເພາະຂອງວຽກງານດ້ານວິຊາຊີບທີ່ຜູ້ນໍາຄວນຊ່ຽວຊານບໍ? ນີ້ບໍ່ຄືກັບບັງຄັບໃຫ້ຄວາຍປີນຕົ້ນໄມ້, ແມ່ນບໍ? (ບໍ່ແມ່ນ). ແຕ່ຜູ້ນໍາປອມແບບນັ້ນບໍ່ມີຄວາມສາມາດພຽງພໍທີ່ຈະເຮັດແມ່ນແຕ່ວຽກງານນ້ອຍໆນີ້. ແຕ່ພວກເຂົາກໍຍັງຮັບໃຊ້ເປັນຜູ້ນໍາຢູ່ບໍ? ພວກເຂົາຍັງຄອງຕຳແໜ່ງນັ້ນເຮັດຫຍັງຢູ່? ບາງຄົນເວົ້າວ່າ “ຂ້ອຍເປັນຄົນທີ່ຄິດສັບສົນ ແລະ ບໍ່ແຈ່ມແຈ້ງ, ຂາດເຫດຜົນ ແລະ ຂ້ອຍບໍ່ເກັ່ງໃນການເວົ້າກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບນິມິດ”. ເມື່ອເປັນເຊັ່ນນັ້ນ, ເຈົ້າສາມາດລະບຸ ແລະ ແກ້ໄຂຂໍ້ບົກຜ່ອງ ແລະ ການບ່ຽງເບນຕ່າງໆທີ່ເກີດຂຶ້ນໃນວຽກງານພຣະກິດຕິຄຸນໄດ້ບໍ? ຖ້າເຈົ້າບໍ່ສາມາດລະບຸພວກມັນໄດ້, ເຈົ້າກໍບໍ່ສາມາດແກ້ໄຂພວກມັນໄດ້ຢ່າງແນ່ນອນ. ເມື່ອຜູ້ນໍາປອມຮັບຜິດຊອບວຽກງານພຣະກິດຕິຄຸນ, ພວກເຂົາບໍ່ໄດ້ມີບົດບາດໃດໆໃນການກວດສອບ ຫຼື ການກວດກາ; ພວກເຂົາພຽງແຕ່ປ່ອຍໃຫ້ຜູ້ທີ່ຢູ່ພາຍໃຕ້ບັນຊາຂອງພວກເຂົາເຮັດຕາມອຳເພີໃຈ ເພື່ອໃຫ້ທຸກຄົນສາມາດເຮັດສິ່ງຕ່າງໆຕາມທີ່ພວກເຂົາຕ້ອງການ ແລະ ເຜີຍແຜ່ໃຫ້ໃຜກໍຕາມທີ່ພວກເຂົາຕ້ອງການ. ບໍ່ມີການນຳໃຊ້ຫຼັກການ ຫຼື ມາດຕະຖານໃດໆຢ່າງເດັດຂາດ. ບາງຄົນເຮັດໂດຍບໍ່ຄິດ, ຂາດເຫດຜົນ ແລະ ໂດຍສະເພາະແມ່ນຂາດຫຼັກການເມື່ອພວກເຂົາເຮັດສິ່ງຕ່າງໆ ແລະ ກະທຳຜິດໂດຍບໍ່ໄດ້ໄຕ່ຕອງ. ຜູ້ນໍາປອມບໍ່ສາມາດເຫັນ ຫຼື ລະບຸບັນຫາເຫຼົ່ານີ້ໄດ້ຢ່າງສິ້ນເຊີງ.
ມີການກ່າວວ່າໃນອາເມລິກາໃຕ້ ແລະ ອາຟຣິກາ, ຄົນທຸກຍາກຈໍານວນໜຶ່ງໄດ້ຖືກນໍາມາສູ່ການເຊື່ອຜ່ານວຽກງານພຣະກິດຕິຄຸນ. ຄົນເຫຼົ່ານີ້ບໍ່ມີລາຍຮັບທີ່ໝັ້ນຄົງ ແລະ ແມ່ນແຕ່ການກິນໃຫ້ອີ່ມທ້ອງ ແລະ ການດຳລົງຊີວິດກໍຍັງເປັນບັນຫາ. ແລ້ວຄວນຈະເຮັດແນວໃດ? ມີຜູ້ນໍາທີ່ເວົ້າວ່າ “ມັນເປັນເຈດຕະນາຂອງພຣະເຈົ້າທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ, ຄົນເຮົາຕ້ອງກິນໃຫ້ອີ່ມທ້ອງກ່ອນ, ແມ່ນບໍ່? ແລ້ວເຮືອນຂອງພຣະເຈົ້າບໍ່ຄວນໃຫ້ການຊ່ວຍເຫຼືອບັນເທົາທຸກບໍ? ຖ້າພວກເຂົາເຊື່ອໃນພຣະເຈົ້າ, ພວກເຮົາສາມາດແຈກຢາຍໜັງສືພຣະທຳຂອງພຣະເຈົ້າສອງສາມຫົວໃຫ້ພວກເຂົາ. ພວກເຂົາບໍ່ມີຄອມພິວເຕີ ຫຼື ໂທລະສັບ, ສະນັ້ນ ພວກເຮົາຄວນເຮັດແນວໃດ ຖ້າພວກເຂົາຂໍເຮັດໜ້າທີ່? ໃຫ້ສອບຖາມເບິ່ງ, ເບິ່ງວ່າພວກເຂົາເຕັມໃຈທີ່ຈະເຮັດໜ້າທີ່ຢ່າງຈິງໃຈ ຫຼື ບໍ່”. ຜ່ານການສອບຖາມແມ່ນພົບວ່າຄົນເຫຼົ່ານີ້ໃນປັດຈຸບັນບໍ່ມີເງິນ ແຕ່ຖ້າພວກເຂົາມີເງິນ ແລະ ສາມາດກິນອີ່ມ, ພວກເຂົາກໍຈະເຕັມໃຈທີ່ຈະອອກໄປເຜີຍແຜ່ພຣະກິດຕິຄຸນ ແລະ ເຮັດໜ້າທີ່ຂອງຕົນ. ຫຼັງຈາກທີ່ເຂົ້າໃຈສະຖານະການເຫຼົ່ານີ້ແລ້ວ, ຜູ້ນໍາກໍເລີ່ມແຈກຢາຍເງິນຊ່ວຍເຫຼືອ ໂດຍມອບໃຫ້ທຸກເດືອນ. ຄ່າອາຫານ ແລະ ທີ່ພັກ ແລະ ແມ່ນແຕ່ຄ່າອິນເຕີເນັດ ແລະ ການຊື້ໂທລະສັບ, ຄອມພິວເຕີ ແລະ ອຸປະກອນອື່ນໆສຳລັບຄົນເຫຼົ່ານີ້ ລ້ວນແລ້ວແຕ່ຈ່າຍດ້ວຍເງິນຂອງເຮືອນຂອງພຣະເຈົ້າ. ການແຈກຢາຍເງິນໃຫ້ຄົນເຫຼົ່ານີ້ບໍ່ໄດ້ມີຈຸດປະສົງເພື່ອເຜີຍແຜ່ວຽກງານພຣະກິດຕິຄຸນ ແຕ່ແທນທີ່ຈະເປັນການໃຫ້ການຊ່ວຍເຫຼືອເພື່ອການຢູ່ລອດຂອງພວກເຂົາ. ສິ່ງນີ້ສອດຄ່ອງກັບຫຼັກການບໍ? (ບໍ່ແມ່ນ). ເຮືອນຂອງພຣະເຈົ້າມີກົດລະບຽບບໍວ່າ ເມື່ອເຜີຍແຜ່ພຣະກິດຕິຄຸນ ແລະ ພົບພໍ້ຄົນທຸກຍາກທີ່ບໍ່ມີວິທີທາງໃນການດຳລົງຊີວິດ, ຕາບໃດທີ່ພວກເຂົາສາມາດຍອມຮັບພາລະກິດຂັ້ນຕອນນີ້, ພວກເຂົາກໍຄວນໄດ້ຮັບການຊ່ວຍເຫຼືອ? ມີຫຼັກການແບບນັ້ນບໍ? (ບໍ່ມີ). ແລ້ວຜູ້ນໍາເຫຼົ່ານີ້ໄດ້ແຈກຢາຍເງິນຊ່ວຍເຫຼືອໃຫ້ພວກເຂົາໂດຍອີງໃສ່ຫຼັກການໃດ? ມັນເປັນຍ້ອນວ່າພວກເຂົາຄິດວ່າເຮືອນຂອງພຣະເຈົ້າມີເງິນແຕ່ບໍ່ມີບ່ອນໃຊ້ ຫຼື ຍ້ອນວ່າພວກເຂົາຖືວ່າຄົນເຫຼົ່ານີ້ເປັນຕາສົງສານເກີນໄປ ຫຼື ມັນເປັນຄວາມຫວັງທີ່ວ່າຄົນເຫຼົ່ານີ້ຈະຊ່ວຍເຜີຍແຜ່ພຣະກິດຕິຄຸນ? ເຈດຕະນາຂອງພວກເຂົາແມ່ນຫຍັງແທ້? ພວກເຂົາກຳລັງພະຍາຍາມບັນລຸຫຍັງ? ເມື່ອເວົ້າເຖິງການແຈກຢາຍໂທລະສັບ, ຄອມພິວເຕີ ແລະ ຄ່າຄອງຊີບ, ພວກເຂົາກໍສະແດງຄວາມກະຕືລືລົ້ນຢ່າງຍິ່ງ; ພວກເຂົາມັກທີ່ຈະມີສ່ວນຮ່ວມໃນວຽກງານແບບນັ້ນທີ່ໃຫ້ຜົນປະໂຫຍດແກ່ຄົນອື່ນ ເພາະມັນຊ່ວຍໃຫ້ພວກເຂົາສາມາດເອົາໃຈຄົນເຫຼົ່ານີ້ ແລະ ຊື້ໃຈພວກເຂົາ ແລະ ພວກເຂົາກໍລົງທຶນກັບວຽກງານປະເພດນີ້ເປັນພິເສດ, ໄປໄກຂຶ້ນເລື້ອຍໆ ແລະ ບໍ່ມີຄວາມລະອາຍໃຈແມ່ນແຕ່ໜ້ອຍດຽວ. ນີ້ຄືການໃຊ້ເງິນຂອງພຣະເຈົ້າເພື່ອເອົາໃຈຄົນ ແລະ ຊື້ໃຈພວກເຂົາ. ຄວາມຈິງແລ້ວ, ບຸກຄົນທີ່ທຸກຍາກເຫຼົ່ານີ້ບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ພວກເຂົາພຽງແຕ່ພະຍາຍາມເຮັດໃຫ້ທ້ອງອີ່ມ ແລະ ຊອກຫາທາງລ້ຽງຊີບ. ຄົນແບບນັ້ນບໍ່ໄດ້ຊອກຫາທີ່ຈະໄດ້ຮັບຄວາມຈິງ ຫຼື ຄວາມລອດພົ້ນ. ພຣະເຈົ້າຈະຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນບໍ? ບາງຄົນ, ເຖິງແມ່ນວ່າພວກເຂົາຈະເຕັມໃຈທີ່ຈະເຮັດໜ້າທີ່ກໍບໍ່ໄດ້ຈິງໃຈ ແຕ່ແທນທີ່ຈະເປັນແນວນັ້ນ, ພວກເຂົາຖືກກະຕຸ້ນໂດຍຄວາມປາຖະໜາທີ່ຈະໄດ້ໂທລະສັບ ແລະ ຄອມພິວເຕີ ເພື່ອຄວາມສະດວກສະບາຍໃນຊີວິດ. ແຕ່ຜູ້ນໍາປອມບໍ່ໄດ້ສົນໃຈເລື່ອງນີ້; ຕາບໃດທີ່ມີຄົນເຕັມໃຈທີ່ຈະເຮັດໜ້າທີ່, ພວກເຂົາກໍເບິ່ງແຍງບຸກຄົນນັ້ນ, ບໍ່ພຽງແຕ່ຈັດຫາເງິນຄ່າທີ່ພັກ ແລະ ອາຫານ ແຕ່ຍັງຊື້ຄອມພິວເຕີ, ໂທລະສັບ ແລະ ອຸປະກອນຕ່າງໆ. ແຕ່ຜົນປາກົດວ່າຄົນເຫຼົ່ານີ້ເຮັດໜ້າທີ່ຂອງຕົນໂດຍບໍ່ບັນລຸຜົນໃດໆເລີຍ. ຜູ້ນໍາປອມບໍ່ແມ່ນພຽງແຕ່ໂຍນເງິນຖິ້ມຊື່ໆບໍ? ພວກເຂົາບໍ່ໄດ້ໃຊ້ເງິນຂອງເຮືອນຂອງພຣະເຈົ້າເພື່ອສະແດງຄວາມໃຈກວ້າງຂອງຕົນບໍ? (ແມ່ນແລ້ວ). ນີ້ແມ່ນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? (ບໍ່ແມ່ນ). ຄົນເຫຼົ່ານີ້ບໍ່ແມ່ນຜູ້ນໍາປອມບໍ? ຜູ້ນໍາປອມມັກທໍາທ່າເປັນຄົນດີ, ໃຈບຸນ ແລະ ມີເມດຕາ. ຖ້າພວກເຈົ້າຢາກສະແດງຄວາມໃຈດີ, ແນວນັ້ນກໍໄດ້, ພຽງແຕ່ໃຊ້ເງິນຂອງຕົນເອງ! ຖ້າພວກເຂົາບໍ່ມີເຄື່ອງນຸ່ງ, ກໍຖອດຂອງຕົນເອງອອກແລ້ວເອົາໃຫ້ພວກເຂົາ; ຢ່າໃຊ້ເຄື່ອງຖວາຍຂອງພຣະເຈົ້າ! ເຄື່ອງຖວາຍຂອງພຣະເຈົ້າແມ່ນມີໄວ້ສຳລັບວຽກງານເຜີຍແຜ່ພຣະກິດຕິຄຸນ, ບໍ່ແມ່ນເພື່ອແຈກຢາຍຜົນປະໂຫຍດດ້ານສະຫວັດດີການ ແລະ ບໍ່ແມ່ນເພື່ອໃຫ້ການຊ່ວຍເຫຼືອຄົນທຸກຍາກຢ່າງແນ່ນອນ. ເຮືອນຂອງພຣະເຈົ້າບໍ່ແມ່ນສະຖາບັນສະຫວັດດີການ. ຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ຍິ່ງບໍ່ສາມາດຈັດຫາຄວາມຈິງ ຫຼື ຊີວິດໄດ້. ພວກເຂົາສຸມໃສ່ພຽງແຕ່ການໃຊ້ເຄື່ອງຖວາຍຂອງພຣະເຈົ້າເພື່ອແຈກຢາຍຜົນປະໂຫຍດດ້ານສະຫວັດດີການ ເພື່ອເອົາໃຈຄົນ ແລະ ຮັກສາຊື່ສຽງ ແລະ ສະຖານະຂອງຕົນເອງ. ພວກເຂົາເປັນຄົນຟຸ່ມເຟືອຍທີ່ໄຮ້ຢາງອາຍ, ບໍ່ແມ່ນບໍ? ຖ້າຜູ້ນໍາປອມແບບນັ້ນຖືກຄົ້ນພົບ, ມີໃຜສາມາດເປີດໂປງ ແລະ ຢຸດພວກເຂົາໄດ້ທັນເວລາບໍ? ບໍ່ມີໃຜລຸກຂຶ້ນຢຸດພວກເຂົາ. ຖ້າບໍ່ແມ່ນຍ້ອນເບື້ອງເທິງເປັນຜູ້ຄົ້ນພົບ ແລະ ເປັນຜູ້ຢຸດມັນ, ການນໍາໃຊ້ເງິນຂອງພຣະເຈົ້າເພື່ອໃຫ້ຜົນປະໂຫຍດແກ່ຜູ້ຄົນກໍຈະບໍ່ມີວັນສິ້ນສຸດ. ຄົນທຸກຍາກເຫຼົ່ານັ້ນກໍຍິ່ງຢືດມືອອກໄປໄກຂຶ້ນເລື້ອຍໆໂດຍທີ່ຕ້ອງການຫຼາຍຂຶ້ນສະເໝີ. ພວກເຂົາບໍ່ຮູ້ຈັກພໍ; ບໍ່ວ່າພວກເຈົ້າຈະໃຫ້ຫຼາຍສໍ່າໃດ, ມັນກໍບໍ່ເຄີຍພຽງພໍ. ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງຕົນໄວ້ທາງຫຼັງເພື່ອເຮັດໜ້າທີ່ຂອງຕົນ ເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຖິງແມ່ນວ່າພວກເຂົາຈະປະເຊີນກັບຄວາມຫຍຸ້ງຍາກໃນຊີວິດ, ພວກເຂົາກໍສາມາດຊອກຫາວິທີແກ້ໄຂດ້ວຍຕົນເອງໄດ້ ໂດຍບໍ່ຕ້ອງຮຽກຮ້ອງສິ່ງຕ່າງໆຈາກເຮືອນຂອງພຣະເຈົ້າຢູ່ຕະຫຼອດເວລາ. ພວກເຂົາແກ້ໄຂສິ່ງທີ່ພວກເຂົາສາມາດແກ້ໄຂໄດ້ດ້ວຍຕົນເອງ ແລະ ສຳລັບສິ່ງທີ່ພວກເຂົາບໍ່ສາມາດແກ້ໄຂໄດ້, ພວກເຂົາກໍອະທິຖານຫາພຣະເຈົ້າ ແລະ ເພິ່ງພາຄວາມເຊື່ອຂອງຕົນເພື່ອໃຫ້ມີປະສົບການ. ຜູ້ທີ່ຂໍທານຈາກພຣະເຈົ້າຢູ່ສະເໝີ, ຄາດຫວັງໃຫ້ເຮືອນຂອງພຣະເຈົ້າຈັດຫາຄ່າຄອງຊີບ ແລະ ຄໍ້າຈູນພວກເຂົາ ແມ່ນຂາດເຫດຜົນຢ່າງສິ້ນເຊີງ! ພວກເຂົາບໍ່ຢາກເຮັດໜ້າທີ່ໃດໆ ແຕ່ປາຖະໜາທີ່ຈະເພີດເພີນກັບຊີວິດ ໂດຍຮູ້ພຽງແຕ່ການຢືດມືອອກໄປຮຽກຮ້ອງສິ່ງຕ່າງໆຈາກເຮືອນຂອງພຣະເຈົ້າ ແລະ ເຖິງຢ່າງນັ້ນ ມັນກໍບໍ່ເຄີຍພຽງພໍ. ພວກເຂົາບໍ່ແມ່ນກຸ່ມຄົນຂໍທານບໍ? ຜູ້ນໍາປອມ ກໍຄືພວກຄົນໂງ່ເຫຼົ່ານີ້ ພຽງແຕ່ສືບຕໍ່ໃຫ້ຜົນປະໂຫຍດ ແລະ ບໍ່ຢຸດໂດຍເອົາໃຈຄົນຢ່າງຕໍ່ເນື່ອງເພື່ອໃຫ້ພວກເຂົາສໍານຶກໃນບຸນຄຸນ ແລະ ເຖິງກັບຄິດວ່າການກະທຳແບບນັ້ນເປັນການຖວາຍກຽດແດ່ພຣະເຈົ້າ. ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ນໍາປອມມັກເຮັດທີ່ສຸດ. ສະນັ້ນ, ມີໃຜບໍທີ່ສາມາດລະບຸບັນຫາເຫຼົ່ານີ້ໄດ້, ຜູ້ທີ່ສາມາດເບິ່ງທະລຸແກ່ນແທ້ຂອງບັນຫາເຫຼົ່ານີ້ໄດ້? ຜູ້ນໍາສ່ວນຫຼາຍເຮັດເປັນບໍ່ເຫັນ ໂດຍຄິດວ່າ “ຢ່າງໃດກໍຕາມ, ຂ້ອຍບໍ່ໄດ້ຮັບຜິດຊອບວຽກງານພຣະກິດຕິຄຸນ, ເປັນຫຍັງຂ້ອຍຄວນສົນໃຈເລື່ອງເຫຼົ່ານີ້? ມັນບໍ່ແມ່ນເງິນຂອງຂ້ອຍທີ່ຖືກໃຊ້. ຕາບໃດທີ່ເງິນສົດໃນຖົງຂອງຂ້ອຍບໍ່ຖືກແຕະຕ້ອງ, ມັນກໍບໍ່ເປັນຫຍັງ. ພວກເຈົ້າຈະໃຫ້ໃຜກໍໄດ້ຕາມທີ່ພວກເຈົ້າຕ້ອງການ, ມັນກ່ຽວຫຍັງກັບຂ້ອຍ? ມັນບໍ່ແມ່ນວ່າເງິນນັ້ນຈະມາເຂົ້າກະເປົາຂອງຂ້ອຍຢູ່ແລ້ວ”. ມີຄົນທີ່ບໍ່ມີຄວາມຮັບຜິດຊອບແບບນີ້ຢູ່ອ້ອມຂ້າງຫຼາຍຄົນ ແຕ່ມີຈັກຄົນທີ່ສາມາດປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າໄດ້?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?