ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4) ສ່ວນທີ ສອງ

ຜູ້ນໍາຄຣິສຕະຈັກຢ່າງໜ້ອຍທີ່ສຸດຕ້ອງມີສໍານຶກ ແລະ ເຫດຜົນ ແລະ ຍັງຕ້ອງເຂົ້າໃຈຄວາມຈິງບາງຢ່າງ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ພວກເຂົາຈະສາມາດຮູ້ສຶກເຖິງພາລະໄດ້. ການສະແດງອອກຂອງການຮູ້ສຶກເຖິງພາລະແມ່ນຫຍັງແດ່? ຖ້າພວກເຂົາເຫັນບາງຄົນຄິດລົບ, ບາງຄົນມີຄວາມເຂົ້າໃຈທີ່ບິດເບືອນ, ບາງຄົນສິ້ນເປືອງຊັບສິນຂອງເຮືອນຂອງພຣະເຈົ້າ, ບາງຄົນເຮັດວຽກຂອງພວກເຂົາແບບພໍແລ້ວມືແລ້ວຕີນ, ບາງຄົນບໍ່ໃສ່ໃຈໜ້າວຽກທີ່ເໝາະສົມເມື່ອພວກເຂົາປະຕິບັດໜ້າທີ່, ບາງຄົນເວົ້າແຕ່ຄຳເວົ້າທີ່ສູງສົ່ງຢູ່ສະເໝີແຕ່ບໍ່ໄດ້ເຮັດວຽກງານຕົວຈິງ..., ການທີ່ພົບວ່າມີຫຼາຍບັນຫາເກີນໄປຢູ່ໃນຄຣິສຕະຈັກ ແລະ ຈຳເປັນຕ້ອງໄດ້ຮັບການແກ້ໄຂ, ການທີ່ເຫັນວຽກງານຫຼາຍຢ່າງຍັງບໍ່ສຳເລັດ, ສິ່ງນີ້ເຮັດໃຫ້ພວກເຂົາມີຄວາມຮູ້ສຶກເຖິງພາລະຂຶ້ນມາ. ນັບຕັ້ງແຕ່ກາຍມາເປັນຜູ້ນໍາ, ມັນຮູ້ສຶກຄືກັບວ່າມີໄຟລຸກໄໝ້ພາຍໃນພວກເຂົາຢູ່ຕະຫຼອດເວລາ; ຖ້າພວກເຂົາພົບເຫັນບັນຫາ ແລະ ບໍ່ສາມາດແກ້ໄຂມັນໄດ້, ພວກເຂົາກໍຈະກັງວົນ ແລະ ຮ້ອນໃຈ, ກິນບໍ່ໄດ້ນອນບໍ່ຫຼັບ. ໃນລະຫວ່າງການເຕົ້າໂຮມ, ເມື່ອບາງຄົນລາຍງານບັນຫາໃນວຽກງານຂອງພວກເຂົາທີ່ຜູ້ນໍາບໍ່ສາມາດເຂົ້າໃຈຢ່າງເລິກເຊິ່ງ ແລະ ແກ້ໄຂໄດ້ທັນທີ, ຜູ້ນໍາກໍບໍ່ຍອມແພ້; ພວກເຂົາຮູ້ສຶກວ່າພວກເຂົາຕ້ອງແກ້ໄຂບັນຫານີ້. ຫຼັງຈາກທີ່ອະທິຖານ ແລະ ສະແຫວງຫາ ແລະ ໄຕ່ຕອງກ່ຽວກັບມັນເປັນເວລາສອງມື້, ເມື່ອພວກເຂົາຮູ້ວິທີແກ້ໄຂມັນແລ້ວ, ພວກເຂົາກໍຮີບຮ້ອນແກ້ໄຂບັນຫານັ້ນ. ຫຼັງຈາກທີ່ແກ້ໄຂບັນຫາແລ້ວ, ພວກເຂົາກໍກວດສອບວຽກງານອື່ນໆໂດຍທັນທີ ແລະ ຄົ້ນພົບບັນຫາອີກຢ່າງໜຶ່ງ ກັບການທີ່ມີຄົນກ່ຽວຂ້ອງຫຼາຍເກີນໄປໃນວຽກງານໜຶ່ງ ທີ່ຕ້ອງການການຫຼຸດຜ່ອນບຸກຄະລາກອນ. ຈາກນັ້ນ ພວກເຂົາຮີບຮ້ອນເອີ້ນກັນເຕົ້າໂຮມ, ມີຄວາມເຂົ້າໃຈສະຖານະການໃຫ້ຊັດເຈນ, ຫຼຸດຈໍານວນບຸກຄະລາກອນ ແລະ ວາງແຜນການຈັດສັນທີ່ເໝາະສົມ ແລະ ດ້ວຍເຫດນີ້ ບັນຫາກໍໄດ້ຮັບການແກ້ໄຂ. ບໍ່ວ່າພວກເຂົາຈະກວດກາວຽກງານໃດກໍຕາມ, ຜູ້ນໍາທີ່ແບກຮັບພາລະຈະສາມາດລະບຸບັນຫາໄດ້ຢູ່ສະເໝີ. ສຳລັບບັນຫາໃດໆທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບ ຫຼື ທີ່ຂັດກັບຫຼັກການ, ພວກເຂົາຈະສາມາດລະບຸພວກມັນ, ສອບຖາມກ່ຽວກັບພວກມັນ ແລະ ມີຄວາມເຂົ້າໃຈພວກມັນ ແລະ ເມື່ອພວກເຂົາຄົ້ນພົບບັນຫາ, ພວກເຂົາກໍຈະແກ້ໄຂມັນໂດຍທັນທີ. ຜູ້ນໍາ ແລະ ຜູ້ເຮັດວຽກທີ່ສະຫຼາດຈະແກ້ໄຂສະເພາະບັນຫາທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ຄວາມຮູ້ທາງວິຊາຊີບ ແລະ ຫຼັກການຄວາມຈິງເທົ່ານັ້ນ. ພວກເຂົາບໍ່ໄດ້ໃສ່ໃຈເລື່ອງນ້ອຍໆໃນຊີວິດປະຈຳວັນ. ພວກເຂົາເບິ່ງແຍງທຸກດ້ານຂອງວຽກງານເຜີຍແຜ່ຂ່າວປະເສີດທີ່ພຣະເຈົ້າໄດ້ມອບໝາຍ. ພວກເຂົາສອບຖາມ ແລະ ກວດກາບັນຫາໃດໆທີ່ພວກເຂົາສາມາດຮັບຮູ້ ຫຼື ຄົ້ນພົບໄດ້. ຖ້າພວກເຂົາບໍ່ສາມາດແກ້ໄຂບັນຫາດ້ວຍຕົນເອງໄດ້ໃນຂະນະນັ້ນ, ພວກເຂົາກໍຈະເຕົ້າໂຮມກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນ, ໂອ້ລົມກັບພວກເຂົາ, ສະແຫວງຫາຫຼັກການຄວາມຈິງ ແລະ ຄິດຫາວິທີແກ້ໄຂມັນ. ຖ້າພວກເຂົາພົບບັນຫາໃຫຍ່ທີ່ພວກເຂົາບໍ່ສາມາດແກ້ໄຂໄດ້ແທ້ໆ, ພວກເຂົາກໍຈະສະແຫວງຫາຈາກເບື້ອງເທິງໂດຍທັນທີ ແລະ ມອບໃຫ້ເບື້ອງເທິງຈັດການ ແລະ ແກ້ໄຂມັນ. ຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ແມ່ນຄົນທີ່ມີຫຼັກການໃນການກະທຳຂອງພວກເຂົາ. ບໍ່ວ່າມີບັນຫາຫຍັງກໍຕາມ, ຕາບໃດທີ່ພວກເຂົາໄດ້ເຫັນພວກມັນ, ພວກເຂົາກໍຈະບໍ່ປ່ອຍມັນໄປ; ພວກເຂົາຢືນຢັນທີ່ຈະມີຄວາມເຂົ້າໃຈບັນຫາເຫຼົ່ານີ້ຢ່າງຄົບຖ້ວນ ແລະ ຈາກນັ້ນກໍແກ້ໄຂພວກມັນເທື່ອລະຢ່າງ. ເຖິງແມ່ນວ່າພວກມັນຈະບໍ່ໄດ້ຮັບການແກ້ໄຂຢ່າງລະອຽດຖີ່ຖ້ວນ, ກໍສາມາດຮັບປະກັນໄດ້ວ່າບັນຫາເຫຼົ່ານີ້ຈະບໍ່ເກີດຂຶ້ນອີກ. ນີ້ຄືການປະຕິບັດໜ້າທີ່ຂອງຕົນດ້ວຍສຸດໃຈ, ສຸດກຳລັງ ແລະ ສຸດຄວາມຄິດ, ເປັນການບັນລຸຄວາມຮັບຜິດຊອບຂອງຕົນຢ່າງສົມບູນ. ຜູ້ນໍາປອມ ແລະ ຜູ້ເຮັດວຽກເຫຼົ່ານັ້ນທີ່ບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ບໍ່ໄດ້ເອົາໃຈໃສ່ແກ້ໄຂບັນຫາຕົວຈິງ ກໍຈະບໍ່ສາມາດຄົ້ນພົບບັນຫາທີ່ຢູ່ໃນສາຍຕາຂອງພວກເຂົາໄດ້ ແລະ ບໍ່ຮູ້ວ່າຄວນຈະເຮັດວຽກງານຫຍັງ. ຕາບໃດທີ່ພວກເຂົາເຫັນວ່າອ້າຍເອື້ອຍນ້ອງກຳລັງຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍພໍອົກພໍໃຈຢ່າງຍິ່ງ ໂດຍຮູ້ສຶກວ່ານີ້ຄືຜົນງານຈາກການເຮັດວຽກງານຕົວຈິງຂອງພວກເຂົາ; ພວກເຂົາຄິດວ່າວຽກງານທຸກດ້ານແມ່ນຂ້ອນຂ້າງດີແລ້ວ ແລະ ບໍ່ມີຫຍັງຫຼາຍໃຫ້ພວກເຂົາເຮັດດ້ວຍຕົນເອງ ຫຼື ມີບັນຫາໃດໆໃຫ້ພວກເຂົາຕ້ອງແກ້ໄຂ, ສະນັ້ນ ພວກເຂົາຈຶ່ງເອົາແຕ່ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ພວກເຂົາຕ້ອງການອວດອ້າງ ແລະ ໂອ້ອວດຕົນເອງໃນທ່າມກາງອ້າຍເອື້ອຍນ້ອງຢູ່ສະເໝີ. ເມື່ອໃດກໍຕາມທີ່ພວກເຂົາເຫັນອ້າຍເອື້ອຍນ້ອງ, ພວກເຂົາກໍຈະເວົ້າວ່າ “ຈົ່ງເປັນຜູ້ເຊື່ອທີ່ດີ. ຈົ່ງປະຕິບັດໜ້າທີ່ຂອງຕົນໃຫ້ດີ. ຢ່າເຮັດແບບພໍແລ້ວມືແລ້ວຕີນ. ຖ້າເຈົ້າດື້ດ້ານ ຫຼື ກໍ່ເລື່ອງ, ຂ້ອຍຈະປົດເຈົ້າອອກ!” ພວກເຂົາຮູ້ພຽງແຕ່ການເບັ່ງສະຖານະຂອງຕົນ ແລະ ສັ່ງສອນຜູ້ຄົນ. ໃນລະຫວ່າງການເຕົ້າໂຮມ, ພວກເຂົາມັກຈະຖາມຢູ່ສະເໝີວ່າມີບັນຫາຫຍັງແດ່ໃນວຽກງານ ແລະ ຖາມວ່າຜູ້ທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາມີຄວາມຫຍຸ້ງຍາກຫຍັງ ຫຼື ບໍ່ ແຕ່ເມື່ອຄົນອື່ນສະເໜີບັນຫາ ແລະ ຄວາມຫຍຸ້ງຍາກຂອງພວກເຂົາ, ພວກເຂົາກໍບໍ່ສາມາດແກ້ໄຂໄດ້. ເຖິງວ່າຈະເປັນເຊັ່ນນັ້ນ, ພວກເຂົາກໍຍັງມີຄວາມສຸກ ແລະ ຍັງຄົງດຳລົງຊີວິດໂດຍມີສໍານຶກທີ່ປອດໂປ່ງ. ຖ້າອ້າຍເອື້ອຍນ້ອງບໍ່ໄດ້ຍົກບັນຫາ ຫຼື ຄວາມຫຍຸ້ງຍາກໃດໆຂຶ້ນມາ, ພວກເຂົາກໍຮູ້ສຶກວ່າພວກເຂົາກຳລັງເຮັດວຽກຂອງຕົນໄດ້ດີຫຼາຍ ຈົນຫຼົງຕົວເອງ. ພວກເຂົາຄິດວ່າການສອບຖາມກ່ຽວກັບວຽກງານຄືໜ້າທີ່ທີ່ພວກເຂົາໄດ້ຮັບມອບໝາຍ ແລະ ເມື່ອບັນຫາເກີດຂຶ້ນ ແລະ ເບື້ອງເທິງສືບສວນຄວາມຮັບຜິດຊອບກັບຄືນມາຫາພວກເຂົາ, ພວກເຂົາກໍຕົກຕະລຶງ. ຄົນອື່ນໄດ້ວາງຄວາມຫຍຸ້ງຍາກ ແລະ ບັນຫາຂອງວຽກງານໄວ້ຕໍ່ໜ້າພວກເຂົາ ແຕ່ພວກເຂົາຍັງຈົ່ມວ່າເປັນຫຍັງຄົນເຫຼົ່ານັ້ນຈຶ່ງບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ພວກເຂົາບໍ່ໄດ້ແກ້ໄຂບັນຫາຕົວຈິງດ້ວຍຕົນເອງ, ພວກເຂົາພັດໂຍນຄວາມຮັບຜິດຊອບໃຫ້ຜູ້ຮັບຜິດຊອບທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາ ໂດຍຕຳໜິຢ່າງຮຸນແຮງຕໍ່ຜູ້ທີ່ເຮັດວຽກງານສະເພາະ. ການຕຳໜິນີ້ກໍເປັນການລະບາຍອາລົມຮ້າຍຂອງພວກເຂົາ ແລະ ພວກເຂົາເຖິງກັບເຊື່ອໂດຍມີສໍານຶກທີ່ປອດໂປ່ງວ່າ ພວກເຂົາກຳລັງເຮັດວຽກງານຕົວຈິງ. ພວກເຂົາບໍ່ເຄີຍຮູ້ສຶກກັງວົນ ຫຼື ຮ້ອນໃຈກ່ຽວກັບການທີ່ບໍ່ສາມາດຄົ້ນພົບ ຫຼື ແກ້ໄຂບັນຫາ ແລະ ບໍ່ເຄີຍກິນບໍ່ໄດ້ ຫຼື ນອນບໍ່ຫຼັບຍ້ອນສິ່ງນີ້. ພວກເຂົາບໍ່ເຄີຍທົນທຸກກັບຄວາມລຳບາກປະເພດນີ້ຈັກເທື່ອ.

ທຸກຄັ້ງທີ່ເຮົາໄປຢ້ຽມຢາມຄຣິສຕະຈັກຟາມ, ເຮົາກໍໄດ້ແກ້ໄຂບັນຫາຈໍານວນໜຶ່ງ. ແຕ່ລະຄັ້ງທີ່ເຮົາໄປ, ບໍ່ແມ່ນຍ້ອນວ່າເຮົາໄດ້ພົບເຫັນບັນຫາສະເພາະໃດໜຶ່ງທີ່ຕ້ອງແກ້ໄຂ; ມັນເປັນພຽງຍ້ອນວ່າມີເວລາວ່າງເພື່ອໄປກວດກາເບິ່ງວ່າວຽກງານຂອງທີມຕ່າງໆໃນຄຣິສຕະຈັກດຳເນີນໄປແນວໃດ ແລະ ສະພາວະຂອງຄົນໃນແຕ່ລະທີມເປັນແນວໃດ. ເຮົາເຕົ້າໂຮມຜູ້ຮັບຜິດຊອບເພື່ອໂອ້ລົມ, ຖາມວ່າພວກເຂົາໄດ້ເຮັດວຽກງານຫຍັງແດ່ໃນໄລຍະເວລານີ້ ແລະ ມີບັນຫາຫຍັງແດ່, ໃຫ້ພວກເຂົາຍົກບັນຫາບາງຢ່າງຂຶ້ນມາ ແລ້ວເຮົາກໍໂອ້ລົມກັບພວກເຂົາກ່ຽວກັບວິທີແກ້ໄຂບັນຫາເຫຼົ່ານີ້. ເມື່ອໂອ້ລົມກັບພວກເຂົາ, ເຮົາຍັງສາມາດຄົ້ນພົບບັນຫາໃໝ່ໆຈໍານວນໜຶ່ງໄດ້. ບັນຫາປະເພດໜຶ່ງແມ່ນບັນຫາທີ່ກ່ຽວຂ້ອງກັບວິທີການທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກງານຂອງພວກເຂົາ; ອີກປະເພດໜຶ່ງແມ່ນບັນຫາໃນວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ. ນອກຈາກນີ້, ເຮົາຍັງຊ່ວຍເຫຼືອ ແລະ ຊີ້ນໍາພວກເຂົາກ່ຽວກັບວິທີການເຮັດວຽກງານສະເພາະ, ວິທີການຈັດຕັ້ງປະຕິບັດວຽກງານ, ວຽກງານທີ່ຕ້ອງເຮັດ ແລະ ຈາກນັ້ນກໍຕິດຕາມໃນຄັ້ງຕໍ່ໄປ ໂດຍຖາມພວກເຂົາວ່າວຽກງານທີ່ໄດ້ມອບໝາຍໃນຄັ້ງກ່ອນດຳເນີນໄປແນວໃດ. ການຊີ້ນໍາ, ການຊຸກຍູ້ ແລະ ການຕິດຕາມເຊັ່ນນີ້ແມ່ນສິ່ງທີ່ຈຳເປັນ. ເຖິງແມ່ນວ່າສິ່ງນີ້ຈະບໍ່ໄດ້ເຮັດຢ່າງອຶກກະທຶກຄຶກໂຄມ ແລະ ຮ້ອງໂຮ ໂດຍໃຊ້ໂທລະໂຄ່ງເພື່ອປະກາດແຈ້ງການໃດໆ ແຕ່ວຽກງານ ແລະ ໜ້າວຽກສະເພາະເຫຼົ່ານີ້ກໍຖືກເຜີຍແຜ່ ແລະ ຈັດຕັ້ງປະຕິບັດຜ່ານຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ສາມາດເຮັດວຽກງານຕົວຈິງໄດ້. ດ້ວຍເຫດນີ້, ວຽກງານຂອງແຕ່ລະທີມຈຶ່ງກາຍເປັນລະບຽບ ແລະ ມີຄວາມຄືບໜ້າ, ປະສິດທິພາບຂອງວຽກງານກໍຖືກປັບປຸງໃຫ້ດີຂຶ້ນ ແລະ ຜົນໄດ້ຮັບກໍດີຂຶ້ນ. ໃນທີ່ສຸດແລ້ວ, ທຸກຄົນໃນແຕ່ລະທີມກໍສາມາດຍຶດໝັ້ນໃນໜ້າທີ່ຂອງຕົນ ໂດຍຮູ້ວ່າພວກເຂົາຄວນເຮັດຫຍັງ ແລະ ເຮັດແນວໃດ. ຢ່າງໜ້ອຍທີ່ສຸດ, ທຸກຄົນກໍກຳລັງປະຕິບັດໜ້າທີ່ທີ່ຕົນຄວນເຮັດ, ພວກເຂົາທຸກຄົນມີໜ້າວຽກຢູ່ໃນມື ແລະ ສິ່ງທີ່ພວກເຂົາເຮັດກໍແມ່ນເຮັດຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ແລະ ຍັງສາມາດເຮັດຕາມຫຼັກການໄດ້. ນີ້ບໍ່ແມ່ນການບັນລຸຜົນໄດ້ຮັບບາງຢ່າງແລ້ວບໍ? ຜູ້ນໍາປອມຮູ້ວິທີເຮັດວຽກແບບນີ້ບໍ? ຜູ້ນໍາປອມຈະໄຕ່ຕອງວ່າ: “ໂອ, ນີ້ຄືວິທີທີ່ເບື້ອງເທິງດຳເນີນວຽກງານ: ເອີ້ນບາງຄົນມາໂອ້ລົມກັນ, ທຸກຄົນຈົດບັນທຶກໃສ່ປຶ້ມນ້ອຍໆ ແລະ ຫຼັງຈາກທີ່ຈົດບັນທຶກແລ້ວ, ວຽກງານຂອງເບື້ອງເທິງກໍສຳເລັດ. ຖ້ານີ້ຄືວິທີທີ່ວຽກງານຖືກດຳເນີນໂດຍເບື້ອງເທິງ, ພວກເຮົາກໍຈະເຮັດແບບດຽວກັນ”. ສະນັ້ນ, ຜູ້ນໍາປອມຈຶ່ງຮຽນແບບແບບນີ້ແຫຼະ. ພວກເຂົາຮຽນແບບຮູບລັກພາຍນອກ ແຕ່ໃນທີ່ສຸດ, ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງເລີຍ, ບໍ່ໄດ້ຈັດຕັ້ງປະຕິບັດໜ້າວຽກໃດໆທີ່ພວກເຂົາຖືກຂໍໃຫ້ເຮັດ, ພຽງແຕ່ເສຍເວລາລົມເລື່ອງໄຮ້ສາລະ. ບາງຄັ້ງ, ເຮົາກໍຍັງໄປສວນຜັກ ແລະ ເຮືອນແກ້ວເພື່ອເບິ່ງວ່າເມັດພືດເຕີບໃຫຍ່ແນວໃດ ຫຼື ເພື່ອສອບຖາມກ່ຽວກັບວ່າສາມາດປູກພືດຈັກຮອບໃນເຮືອນແກ້ວໃນລະດູໜາວ ແລະ ຕ້ອງຫົດນໍ້າເລື້ອຍສໍ່າໃດ. ໜ້າວຽກເຫຼົ່ານີ້ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ລ້ວນແລ້ວແຕ່ກ່ຽວຂ້ອງກັບບັນຫາທາງດ້ານເຕັກນິກທີ່ກ່ຽວຂ້ອງກັບການປູກຜັກ ແລະ ຕາບໃດທີ່ຄົນເຮົາເຮັດຢ່າງຕັ້ງໃຈ, ພວກເຂົາກໍສາມາດເຮັດມັນສຳເລັດໄດ້. ຜູ້ນໍາປອມສະແດງຄວາມປອມຂອງພວກເຂົາອອກມາທາງໃດເປັນຫຼັກ? ສິ່ງທີ່ໂດດເດັ່ນທີ່ສຸດກໍຄືການບໍ່ເຮັດວຽກງານຕົວຈິງ; ພວກເຂົາພຽງແຕ່ເຮັດວຽກງານຈໍານວນໜຶ່ງທີ່ເຮັດໃຫ້ຕົນເອງເບິ່ງດີແລ້ວກໍຖືວ່າສຳເລັດ ແລ້ວຈາກນັ້ນພວກເຂົາກໍເລີ່ມເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ບໍ່ວ່າພວກເຂົາຈະເຮັດວຽກງານປະເພດນີ້ຫຼາຍສໍ່າໃດກໍຕາມ, ມັນໝາຍຄວາມວ່າພວກເຂົາກຳລັງດຳເນີນວຽກງານຕົວຈິງບໍ? ຜູ້ນໍາປອມສ່ວນໃຫຍ່ຢັ່ງຮູ້ຄວາມຈິງຢ່າງບໍ່ບໍລິສຸດ, ເຂົ້າໃຈພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນຈໍານວນໜຶ່ງ ເຊິ່ງເຮັດໃຫ້ມັນຍາກຫຼາຍທີ່ຈະເຮັດວຽກງານຕົວຈິງໃຫ້ດີ. ຜູ້ນໍາປອມສ່ວນໜຶ່ງບໍ່ສາມາດແມ່ນແຕ່ຈະແກ້ໄຂບັນຫາທີ່ກ່ຽວຂ້ອງກັບວຽກງານທົ່ວໄປ; ພວກເຂົາມີຄວາມສາມາດທີ່ຕໍ່າ ແລະ ຂາດຄວາມເຂົ້າໃຈທາງດ້ານວິນຍານຢ່າງຊັດເຈນ. ບໍ່ມີຄຸນຄ່າຫຍັງເລີຍໃນການເພາະປູກພວກເຂົາ. ຜູ້ນໍາປອມບາງຄົນກໍມີຄວາມສາມາດຢູ່ໜ້ອຍໜຶ່ງ ແຕ່ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພວກເຂົາກໍເພີດເພີນກັບຄວາມສຸກສະບາຍທາງເນື້ອໜັງ. ຄົນທີ່ເພີດເພີນກັບຄວາມສຸກສະບາຍທາງເນື້ອໜັງກໍບໍ່ໄດ້ແຕກຕ່າງຈາກໝູຫຼາຍປານໃດ. ໝູໃຊ້ເວລາໝົດມື້ໄປກັບການນອນ ແລະ ການກິນ. ພວກມັນບໍ່ໄດ້ເຮັດຫຍັງເລີຍ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ລ້ຽງດູພວກມັນຢ່າງໜັກໜ່ວງມາໜຶ່ງປີ, ເມື່ອທັງຄອບຄົວກິນຊີ້ນຂອງພວກມັນໃນທ້າຍປີ, ກໍອາດຈະເວົ້າໄດ້ວ່າພວກມັນໄດ້ຮັບໃຊ້ແລ້ວ. ຖ້າຜູ້ນໍາປອມຖືກລ້ຽງຄືກັບໝູ, ກິນ ແລະ ດື່ມຟຣີສາມຄາບຕໍ່ມື້ຈົນຕຸ້ຍພີ ແລະ ແຂງແຮງ ແຕ່ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດໆ ແລະ ເປັນຄົນໄຮ້ປະໂຫຍດ, ການລ້ຽງດູພວກເຂົາບໍ່ແມ່ນສິ່ງທີ່ໄຮ້ປະໂຫຍດບໍ? ມັນມີປະໂຫຍດຫຍັງແດ່? ພວກເຂົາສາມາດຮັບໃຊ້ໄດ້ພຽງແຕ່ເປັນໂຕສ້າງຄວາມແຕກຕ່າງເທົ່ານັ້ນ ແລະ ຄວນຖືກກຳຈັດ. ແທ້ຈິງແລ້ວ, ລ້ຽງໝູຍັງດີກວ່າລ້ຽງຜູ້ນໍາປອມ. ຜູ້ນໍາປອມອາດຈະມີຕຳແໜ່ງວ່າ “ຜູ້ນໍາ”, ພວກເຂົາອາດຈະດຳລົງຕຳແໜ່ງນີ້, ກິນດີສາມຄາບຕໍ່ມື້, ເພີດເພີນກັບພຣະຄຸນຂອງພຣະເຈົ້າຫຼາຍຢ່າງຈົນຕຸ້ຍພີມີນໍ້າມີນວນຍ້ອນການກິນຕະຫຼອດທ້າຍປີ ແຕ່ເລື່ອງວຽກງານເດເປັນແນວໃດ? ຈົ່ງເບິ່ງທຸກສິ່ງທີ່ໄດ້ເຮັດສຳເລັດໃນວຽກງານຂອງເຈົ້າປີນີ້: ເຈົ້າມີຜົນງານໃນຂົງເຂດວຽກງານໃດແດ່ໃນປີນີ້? ເຈົ້າໄດ້ເຮັດວຽກງານຕົວຈິງຫຍັງແດ່? ເຮືອນຂອງພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າເຮັດທຸກວຽກງານຢ່າງສົມບູນແບບ ແຕ່ເຈົ້າຕ້ອງເຮັດວຽກງານທີ່ສຳຄັນໃຫ້ດີ. ຕົວຢ່າງ: ວຽກງານພຣະກິດຕິຄຸນ ຫຼື ວຽກການຜະລິດຮູບເງົາ, ວຽກງານຂໍ້ຄວາມ ແລະ ອື່ນໆ. ວຽກງານເຫຼົ່ານີ້ທັງໝົດຕ້ອງເກີດດອກອອກຜົນ. ພາຍໃຕ້ສະຖານະການປົກກະຕິ, ວຽກງານສ່ວນໃຫຍ່ຄວນຈະເກີດຜົນ ແລະ ຜົນສຳເລັດບາງຢ່າງພາຍຫຼັງສາມຫາຫ້າເດືອນ; ຖ້າບໍ່ມີຜົນສຳເລັດພາຍຫຼັງໜຶ່ງປີ, ນີ້ກໍຈະເປັນບັນຫາທີ່ຮ້າຍແຮງ. ພາຍໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ, ວຽກງານໃດທີ່ເກີດດອກອອກຜົນຫຼາຍທີ່ສຸດ? ວຽກງານໃດທີ່ເຈົ້າໄດ້ຈ່າຍລາຄາສູງທີ່ສຸດ ແລະ ທົນທຸກຫຼາຍທີ່ສຸດຕະຫຼອດທັງປີ? ຈົ່ງນຳສະເໜີຜົນສຳເລັດນີ້ ແລະ ໄຕ່ຕອງເບິ່ງວ່າເຈົ້າໄດ້ສ້າງຜົນສຳເລັດທີ່ມີຄຸນຄ່າໃດໆຈາກການເພີດເພີນກັບພຣະຄຸນຂອງພຣະເຈົ້າຕະຫຼອດໜຶ່ງປີຂອງເຈົ້າ ຫຼື ບໍ່; ເຈົ້າຄວນມີຄວາມຮູ້ສຶກທີ່ຊັດເຈນກ່ຽວກັບເລື່ອງນີ້ຢູ່ໃນໃຈຂອງເຈົ້າ. ເຈົ້າກຳລັງເຮັດຫຍັງຢູ່ແທ້ ໃນຂະນະທີ່ເຈົ້າກິນອາຫານຂອງເຮືອນຂອງພຣະເຈົ້າ ແລະ ເພີດເພີນກັບພຣະຄຸນຂອງພຣະເຈົ້າຕະຫຼອດເວລານີ້? ເຈົ້າໄດ້ບັນລຸສິ່ງຫຍັງບໍ? ຖ້າເຈົ້າບໍ່ໄດ້ບັນລຸສິ່ງໃດເລີຍ, ເຈົ້າກໍເປັນພຽງຄົນທີ່ປ່ອຍເວລາໄປລ້າໆ; ເຈົ້າຄືຜູ້ນໍາປອມຢ່າງແທ້ຈິງ. ຜູ້ນໍາແບບນັ້ນຄວນຖືກປົດອອກ ແລະ ກຳຈັດບໍ? (ຄວນ). ພວກເຈົ້າຈະສາມາດແຍກແຍະຜູ້ນໍາປອມແບບນັ້ນໄດ້ບໍ່ ເມື່ອພວກເຈົ້າພົບພໍ້ພວກເຂົາ? ພວກເຈົ້າເບິ່ງອອກບໍ່ວ່າພວກເຂົາເປັນຜູ້ນໍາປອມ, ພຽງແຕ່ກິນຢູ່ລ້າໆ? ພວກເຂົາກິນຈົນປາກມັນເຫຼື້ອມ ແຕ່ເບິ່ງຄືວ່າບໍ່ເຄີຍກັງວົນ ຫຼື ຮ້ອນໃຈກ່ຽວກັບວຽກງານ, ບໍ່ໄດ້ມີສ່ວນຮ່ວມ ຫຼື ສອບຖາມກ່ຽວກັບໜ້າວຽກສະເພາະໃດໆ. ເຖິງແມ່ນວ່າພວກເຂົາຈະສອບຖາມ, ມັນກໍມີເຫດຜົນ; ພວກເຂົາເຮັດເຊັ່ນນັ້ນກໍຕໍ່ເມື່ອເບື້ອງເທິງກົດດັນພວກເຂົາກ່ຽວກັບຜົນງານ ແລະ ຖ້າບໍ່ດັ່ງນັ້ນກໍຈະບໍ່ໃສ່ໃຈ. ພວກເຂົາເພີດເພີນກັບຄວາມສຸກສະບາຍຢູ່ສະເໝີ ໂດຍມັກຈະເບິ່ງຮູບເງົາ ຫຼື ລາຍການໂທລະພາບ. ພວກເຂົາມອບໝາຍວຽກງານ ແລະ ໃນຂະນະທີ່ທຸກຄົນກຳລັງຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍກຳລັງພັກຜ່ອນ ແລະ ເພີດເພີນກັບຕົນເອງ. ຖ້າມີບັນຫາ ແລະ ເຈົ້າພະຍາຍາມຊອກຫາພວກເຂົາເພື່ອຈັດການມັນ, ກໍຈະບໍ່ເຫັນພວກເຂົາແມ່ນແຕ່ເງົາ ແຕ່ພວກເຂົາບໍ່ເຄີຍມາກິນອາຫານຊ້າ. ຫຼັງຈາກທີ່ກິນແລ້ວ, ເມື່ອທຸກຄົນກັບໄປເຮັດວຽກ, ພວກເຂົາກໍອອກໄປພັກຜ່ອນຕື່ມອີກ. ຖ້າເຈົ້າຖາມພວກເຂົາວ່າ “ເປັນຫຍັງເຈົ້າຈຶ່ງບໍ່ອອກໄປກວດກາວຽກງານ? ທຸກຄົນກຳລັງລໍຖ້າການຊີ້ນໍາຂອງເຈົ້າ, ລໍຖ້າການຈັດແຈງຂອງເຈົ້າ!” ພວກເຂົາກໍຈະເວົ້າວ່າ: “ເປັນຫຍັງຕ້ອງລໍຖ້າຂ້ອຍ? ພວກເຈົ້າທຸກຄົນກໍເຮັດໄດ້, ພວກເຈົ້າທຸກຄົນກໍຮູ້ວິທີເຮັດ, ເມື່ອບໍ່ມີຂ້ອຍຢູ່ມັນກໍຄືກັນບໍ່ແມ່ນບໍ? ຂ້ອຍຈະພັກຜ່ອນຈັກໜ້ອຍບໍ່ໄດ້ບໍ?” “ນັ້ນແມ່ນການພັກຜ່ອນບໍ? ເຈົ້າກຳລັງເບິ່ງຮູບເງົາຢູ່!” “ຂ້ອຍກຳລັງຮຽນຮູ້ທັກສະວິຊາຊີບ, ຂ້ອຍກຳລັງສຶກສາວ່າຮູບເງົາຖ່າຍແນວໃດ”. ພວກເຂົາເຖິງກັບຫາຂໍ້ອ້າງ. ພວກເຂົາເບິ່ງຮູບເງົາເລື່ອງແລ້ວເລື່ອງເລົ່າ ແລະ ເມື່ອທຸກຄົນພັກຜ່ອນໃນຕອນກາງຄືນ, ພວກເຂົາກໍພັກຜ່ອນຄືກັນ. ໃນແຕ່ລະມື້, ພວກເຂົາກໍພຽງແຕ່ປ່ອຍເວລາໄປລ້າໆແບບນີ້ ແຕ່ມັນຈະເປັນໄປຮອດໃສ? ທຸກຄົນເຫັນວ່າພວກເຂົາເປັນຕາໜ້າລັງກຽດ, ພວກເຂົາເຮັດໃຫ້ທຸກຄົນຮູ້ສຶກອຶດອັດ ແລະ ໃນທີ່ສຸດ, ກໍບໍ່ມີໃຜສົນໃຈພວກເຂົາ. ບອກເຮົາມາເບິ່ງ, ຖ້າຜູ້ນໍາແບບນີ້ບໍ່ໄດ້ຮັບຜິດຊອບ, ວຽກງານຈະຍັງດຳເນີນຕໍ່ໄປໄດ້ບໍ? ຖ້າບໍ່ມີພວກເຂົາ, ແຜ່ນດິນໂລກຈະເຊົາໝຸນບໍ? (ມັນຍັງໝຸນຢູ່). ສະນັ້ນ, ພວກເຂົາຄວນຖືກເປີດໂປງເພື່ອໃຫ້ທຸກຄົນເຫັນວ່າພວກເຂົາບໍ່ໄດ້ໃສ່ໃຈໜ້າວຽກທີ່ເໝາະສົມ ແລະ ບໍ່ມີໃຜຄວນຖືກຈຳກັດໂດຍພວກເຂົາ. ຜູ້ນໍາປອມແບບນັ້ນທີ່ບໍ່ໄດ້ໃສ່ໃຈໜ້າວຽກທີ່ເໝາະສົມຕ້ອງຖືກເປີດໂປງ ແລະ ໄຈ້ແຍກໃຫ້ທຸກຄົນໄດ້ແຍກແຍະ ແລະ ຈາກນັ້ນກໍຄວນປົດພວກເຂົາອອກໃຫ້ໄປຢືນຢູ່ຂ້າງນອກ! ພວກເຈົ້າຈະສາມາດແຍກແຍະຜູ້ນໍາປອມແບບນັ້ນໄດ້ບໍ່ ເມື່ອພວກເຈົ້າພົບພໍ້ພວກເຂົາ? ຖ້າບໍ່ມີຜູ້ນໍາປອມ, ພວກເຈົ້າທຸກຄົນຈະຮູ້ສຶກຄືກັບລູກເຮືອທີ່ບໍ່ມີກັບຕັນເຮືອບໍ? ພວກເຈົ້າຈະເຮັດວຽກງານ ແລະ ໜ້າວຽກໃຫ້ສຳເລັດຢ່າງອິດສະຫຼະໄດ້ບໍ? ຖ້າບໍ່ໄດ້, ພວກເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ການທີ່ຕ້ອງປະເຊີນໜ້າກັບຜູ້ນໍາປອມປະເພດນີ້, ຜູ້ທີ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ, ບໍ່ໄດ້ເປັນແບບຢ່າງ ແລະ ເສຍເວລາໄປກັບການລົມກັນທາງອອນລາຍ ເຊິ່ງພວກເຈົ້າຈະມີການແຍກແຍະໃນສະຖານະການແບບນີ້ບໍ? ພວກເຈົ້າຈະຖືກອິດທິພົນຈາກພວກເຂົາໃຫ້ມີສ່ວນຮ່ວມໃນການລົມເລື່ອງໄຮ້ສາລະ ແລະ ເຮັດໃຫ້ໜ້າທີ່ຂອງຕົນຊັກຊ້າບໍ? ພວກເຈົ້າຍັງສາມາດຕິດຕາມຜູ້ນໍາປອມແບບນັ້ນໄດ້ຢູ່ບໍ? (ບໍ່ໄດ້).

ຜູ້ນໍາປອມບາງຄົນມັກກິນຫຼາຍ ແລະ ຂີ້ຄ້ານ, ມັກຄວາມສະບາຍຫຼາຍກວ່າການເຮັດວຽກໜັກ. ພວກເຂົາບໍ່ຢາກເຮັດວຽກ ແລະ ບໍ່ຢາກກັງວົນ, ຫຼີກລ່ຽງຄວາມພະຍາຍາມ ແລະ ຄວາມຮັບຜິດຊອບ, ຕ້ອງການພຽງແຕ່ເພີດເພີນກັບຄວາມສະບາຍ. ພວກເຂົາມັກກິນ ແລະ ຫຼິ້ນ ແລະ ຂີ້ຄ້ານເປັນພິເສດ. ມີຜູ້ນໍາປອມຄົນໜຶ່ງທີ່ຈະລຸກຂຶ້ນໃນຕອນເຊົ້າກໍຕໍ່ເມື່ອທຸກຄົນກິນເຂົ້າແລ້ວ ແລະ ໃນຕອນກາງຄືນ, ພວກເຂົາກໍຍັງເບິ່ງລະຄອນໂທລະພາບຢູ່ ໃນຂະນະທີ່ທຸກຄົນກຳລັງພັກຜ່ອນ. ອ້າຍນ້ອງຄົນໜຶ່ງທີ່ຮັບຜິດຊອບແຕ່ງກິນທົນບໍ່ໄຫວອີກຕໍ່ໄປ ແລະ ໄດ້ຕຳໜິພວກເຂົາ. ພວກເຈົ້າຄິດວ່າພວກເຂົາຈະຟັງຄົນຄົວບໍ? (ບໍ່). ສົມມຸດວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຕຳໜິພວກເຂົາ ໂດຍກ່າວວ່າ “ເຈົ້າຕ້ອງດຸໝັ່ນກວ່ານີ້; ວຽກງານທີ່ຕ້ອງເຮັດກໍຕ້ອງເຮັດ. ໃນຖານະຜູ້ນໍາ, ເຈົ້າຕ້ອງປະຕິບັດໜ້າທີ່ຮັບຜິດຊອບຂອງຕົນບໍ່ວ່າວຽກງານຈະເປັນແນວໃດ; ເຈົ້າຕ້ອງຮັບປະກັນວ່າບໍ່ມີບັນຫາກັບມັນ. ຕອນນີ້ເມື່ອພົບເຫັນບັນຫາແລ້ວ ແລະ ເຈົ້າບໍ່ໄດ້ຢູ່ບ່ອນນັ້ນເພື່ອແກ້ໄຂມັນ, ສິ່ງນີ້ກໍສົ່ງຜົນກະທົບຕໍ່ວຽກງານ. ຖ້າເຈົ້າເຮັດວຽກແບບນີ້ຢູ່ສະເໝີ, ນີ້ບໍ່ແມ່ນການເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າບໍ? ເຈົ້າຈະສາມາດແບກຮັບຄວາມຮັບຜິດຊອບນີ້ໄດ້ບໍ?” ພວກເຂົາຈະຟັງສິ່ງນີ້ບໍ? ກໍບໍ່ແນ່. ສຳລັບຜູ້ນໍາປອມແບບນັ້ນ, ກຸ່ມຕັດສິນໃຈຄວນປົດພວກເຂົາອອກໂດຍທັນທີ ແລະ ຈັດວຽກງານອື່ນໃຫ້ພວກເຂົາ, ໃຫ້ພວກເຂົາເຮັດສິ່ງໃດກໍໄດ້ທີ່ພວກເຂົາສາມາດເຮັດໄດ້. ຖ້າພວກເຂົາເປັນຄົນໄຮ້ປະໂຫຍດ, ຕ້ອງການກິນຢູ່ລ້າໆຢູ່ທຸກບ່ອນທີ່ພວກເຂົາໄປ, ບໍ່ສາມາດເຮັດຫຍັງໄດ້, ກໍໃຫ້ໄລ່ພວກເຂົາໄປໂດຍບໍ່ໃຫ້ປະຕິບັດໜ້າທີ່ໃດໆ. ພວກເຂົາບໍ່ສົມຄວນທີ່ຈະປະຕິບັດໜ້າທີ່; ພວກເຂົາບໍ່ແມ່ນມະນຸດ, ພວກເຂົາຂາດຄວາມສໍານຶກ ແລະ ເຫດຜົນຂອງມະນຸດປົກກະຕິ ແລະ ພວກເຂົາໄຮ້ຢາງອາຍ. ສຳລັບຜູ້ນໍາປອມແບບນັ້ນ, ຜູ້ທີ່ເປັນພຽງຄົນຂີ້ຄ້ານສັນຫຼັງຍາວ, ເມື່ອເບິ່ງທະລຸແລ້ວ, ພວກເຂົາກໍຄວນຖືກປົດອອກໂດຍກົງ; ບໍ່ຈຳເປັນຕ້ອງພະຍາຍາມຊັກຊວນພວກເຂົາ ແລະ ບໍ່ຄວນໃຫ້ໂອກາດໃດໆແກ່ພວກເຂົາເພື່ອສັງເກດການ ແລະ ບໍ່ຈຳເປັນຕ້ອງໂອ້ລົມຄວາມຈິງກັບພວກເຂົາ. ພວກເຂົາບໍ່ໄດ້ຍິນຄວາມຈິງພຽງພໍແລ້ວບໍ? ຖ້າພວກເຂົາຖືກລິຮານ, ພວກເຂົາຈະປ່ຽນແປງໄດ້ບໍ? ພວກເຂົາບໍ່ສາມາດປ່ຽນແປງໄດ້. ຖ້າຄົນໃດໜຶ່ງມີຄວາມສາມາດທີ່ຕໍ່າ, ບາງຄັ້ງກໍມີທັດສະນະທີ່ໄຮ້ສາລະ ຫຼື ບໍ່ເຫັນພາບລວມຍ້ອນຄວາມບໍ່ຮູ້ ແຕ່ພວກເຂົາດຸໝັ່ນ, ແບກຮັບພາລະ ແລະ ບໍ່ຂີ້ຄ້ານ, ແລ້ວຄົນແບບນັ້ນ ກໍສາມາດກັບໃຈໄດ້ເມື່ອປະເຊີນກັບການຖືກລິຮານ ເຖິງວ່າຈະມີການບ່ຽງເບນໃນການປະຕິບັດໜ້າທີ່. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຮູ້ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຮູ້ວ່າພວກເຂົາຄວນເຮັດຫຍັງ, ພວກເຂົາມີຄວາມສໍານຶກ ແລະ ຄວາມຮູ້ສຶກຮັບຜິດຊອບ ແລະ ພວກເຂົາກໍມີໃຈ. ເຖິງຢ່າງໃດກໍຕາມ, ຜູ້ທີ່ຂີ້ຄ້ານມັກຄວາມສະບາຍຫຼາຍກວ່າການເຮັດວຽກໜັກ ແລະ ບໍ່ມີພາລະບໍ່ສາມາດປ່ຽນແປງໄດ້. ໃນໃຈຂອງພວກເຂົາບໍ່ມີພາລະ; ບໍ່ວ່າໃຜຈະລິຮານພວກເຂົາ, ມັນກໍໄຮ້ປະໂຫຍດ. ບາງຄົນເວົ້າວ່າ “ແລ້ວ, ຖ້າການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າເກີດຂຶ້ນກັບພວກເຂົາ, ມັນຈະປ່ຽນແປງບັນຫາການບໍ່ມີພາລະຂອງພວກເຂົາໄດ້ບໍ?” ສິ່ງນີ້ບໍ່ສາມາດປ່ຽນແປງໄດ້; ມັນຖືກກຳນົດໂດຍທຳມະຊາດຂອງຄົນ, ຄືກັບໝາທີ່ບໍ່ສາມາດປ່ຽນນິໄສການກິນຂອງເປິເປື້ອນຂອງມັນໄດ້. ເມື່ອໃດກໍຕາມທີ່ເຈົ້າເຫັນຄົນທີ່ຂີ້ຄ້ານ ແລະ ບໍ່ມີພາລະ ແລະ ຍັງຮັບໃຊ້ເປັນຜູ້ນໍາ, ເຈົ້າກໍສາມາດໝັ້ນໃຈໄດ້ວ່າພວກເຂົາເປັນຜູ້ນໍາປອມ. ບາງຄົນອາດຈະເວົ້າວ່າ “ເຈົ້າເອີ້ນພວກເຂົາວ່າຜູ້ນໍາປອມໄດ້ແນວໃດ? ພວກເຂົາມີຄວາມສາມາດທີ່ດີ, ສະຫຼາດ, ສາມາດເບິ່ງທະລຸສິ່ງຕ່າງໆ ແລະ ສາມາດວາງແຜນໄດ້. ໃນໂລກ, ພວກເຂົາເຄີຍຈັດການທຸລະກິດ, ເຄີຍເປັນ CEO; ພວກເຂົາມີຄວາມຮູ້, ມີປະສົບການ ແລະ ສະຫຼາດທາງໂລກ!” ຄຸນສົມບັດເຫຼົ່ານີ້ສາມາດແກ້ໄຂບັນຫາການຂີ້ຄ້ານ ແລະ ການຂາດພາລະຂອງພວກເຂົາໄດ້ບໍ? (ບໍ່ໄດ້).

ຄົນທີ່ຂີ້ຄ້ານເກີນໄປມີການສະແດງອອກ ແລະ ຄຸນລັກສະນະແບບໃດ? ຂໍ້ທຳອິດ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາຈະເຮັດແບບພໍແລ້ວມືແລ້ວຕີນ, ເຮັດຊັກຊ້າ, ເຮັດແບບບໍ່ຮີບບໍ່ຮ້ອນ, ພັກວຽກ ແລະ ເລື່ອນວຽກເມື່ອໃດທີ່ເປັນໄປໄດ້. ຂໍ້ທີສອງ, ພວກເຂົາບໍ່ໃສ່ໃຈວຽກງານຂອງຄຣິສຕະຈັກ. ສຳລັບພວກເຂົາ, ໃຜຢາກກັງວົນກ່ຽວກັບເລື່ອງແບບນັ້ນກໍໃຫ້ກັງວົນໄປ. ພວກເຂົາຈະບໍ່ກັງວົນ. ເມື່ອພວກເຂົາກັງວົນກ່ຽວກັບບາງສິ່ງ, ມັນກໍແມ່ນເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງຕົນເອງ. ສິ່ງດຽວທີ່ສຳຄັນສຳລັບພວກເຂົາກໍຄືການທີ່ພວກເຂົາສາມາດເພີດເພີນກັບຜົນປະໂຫຍດຈາກສະຖານະ. ຂໍ້ທີສາມ, ພວກເຂົາຫຼີກລ່ຽງຄວາມລຳບາກໃນວຽກງານຂອງພວກເຂົາ; ພວກເຂົາບໍ່ສາມາດຍອມຮັບໄດ້ກັບການທີ່ວຽກງານຂອງພວກເຂົາຈະເຮັດໃຫ້ອິດເມື່ອຍແມ່ນແຕ່ໜ້ອຍດຽວ, ຖ້າເມື່ອຍກໍຈະຄຽດແຄ້ນຫຼາຍ ແລະ ພວກເຂົາບໍ່ສາມາດທົນທຸກລຳບາກ ຫຼື ຈ່າຍລາຄາໄດ້. ຂໍ້ທີສີ່, ພວກເຂົາບໍ່ສາມາດອົດທົນໃນວຽກງານໃດໆທີ່ພວກເຂົາເຮັດ, ມັກຈະຍອມແພ້ກາງຄັນ ແລະ ບໍ່ສາມາດເຮັດໃຫ້ສຳເລັດຈົນເຖິງທີ່ສຸດ. ຖ້າພວກເຂົາອາລົມດີຊົ່ວຄາວ, ພວກເຂົາອາດຈະເຮັດວຽກຈໍານວນໜຶ່ງເພື່ອຄວາມມ່ວນຊື່ນ ແຕ່ຖ້າສິ່ງໃດໜຶ່ງຕ້ອງການການອຸທິດຕົນໃນໄລຍະຍາວ ແລະ ມັນເຮັດໃຫ້ພວກເຂົາຫຍຸ້ງຢູ່, ຕ້ອງການຄວາມຄິດຫຼາຍ ແລະ ເຮັດໃຫ້ເນື້ອໜັງຂອງພວກເຂົາອິດເມື່ອຍ, ເມື່ອເວລາຜ່ານໄປ ພວກເຂົາກໍຈະເລີ່ມຈົ່ມ. ຕົວຢ່າງ: ຜູ້ນໍາບາງຄົນຮັບຜິດຊອບວຽກງານຄຣິສຕະຈັກ ແລະ ພວກເຂົາຮູ້ສຶກວ່າມັນໃໝ່ ແລະ ແປກໃໝ່ໃນຕອນທຳອິດ. ພວກເຂົາມີກຳລັງໃຈຫຼາຍໃນການໂອ້ລົມຄວາມຈິງຂອງພວກເຂົາ ແລະ ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງມີບັນຫາ, ພວກເຂົາກໍສາມາດຊ່ວຍເຫຼືອ ແລະ ແກ້ໄຂໄດ້. ແຕ່ຫຼັງຈາກທີ່ຢືນຢັດໄດ້ໄລຍະໜຶ່ງ, ພວກເຂົາກໍເລີ່ມເຫັນວ່າວຽກງານຜູ້ນໍາເມື່ອຍເກີນໄປ ແລະ ພວກເຂົາກໍກາຍເປັນຄົນຄິດລົບ. ພວກເຂົາປາຖະໜາທີ່ຈະປ່ຽນໄປເຮັດວຽກທີ່ງ່າຍກວ່າ ແລະ ບໍ່ເຕັມໃຈທີ່ຈະທົນທຸກລຳບາກ. ຄົນແບບນີ້ຂາດຄວາມອົດທົນ. ຂໍ້ທີຫ້າ, ຄຸນລັກສະນະອີກຢ່າງໜຶ່ງທີ່ຈຳແນກຄົນຂີ້ຄ້ານກໍຄືການບໍ່ເຕັມໃຈທີ່ຈະເຮັດວຽກງານຕົວຈິງ. ທັນທີທີ່ເນື້ອໜັງຂອງພວກເຂົາທົນທຸກ, ພວກເຂົາກໍຈະຫາຂໍ້ອ້າງເພື່ອຫຼີກລ່ຽງ ແລະ ປັດວຽກຂອງພວກເຂົາ ຫຼື ໂຍນໃຫ້ຄົນອື່ນເຮັດ. ເມື່ອຄົນນັ້ນເຮັດວຽກສຳເລັດ, ພວກເຂົາກໍຈະຮັບເອົາຜົນຕອບແທນຢ່າງໄຮ້ຢາງອາຍ. ສິ່ງເຫຼົ່ານີ້ຄືຄຸນລັກສະນະຫຼັກຫ້າປະການຂອງຄົນຂີ້ຄ້ານ. ພວກເຈົ້າຄວນກວດສອບເບິ່ງວ່າມີຄົນຂີ້ຄ້ານແບບນັ້ນໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ ຫຼື ບໍ່. ຖ້າພວກເຈົ້າພົບເຫັນ, ພວກເຂົາກໍຄວນຖືກປົດອອກທັນທີ. ຄົນຂີ້ຄ້ານຈະສາມາດເຮັດວຽກງານໄດ້ດີໃນຖານະຜູ້ນໍາບໍ? ບໍ່ວ່າພວກເຂົາຈະມີຄວາມສາມາດແບບໃດ ຫຼື ຄຸນນະພາບຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ຖ້າພວກເຂົາຂີ້ຄ້ານ, ພວກເຂົາກໍຈະບໍ່ສາມາດເຮັດວຽກງານຂອງພວກເຂົາໄດ້ດີ ແລະ ພວກເຂົາກໍຈະເຮັດໃຫ້ວຽກງານ ແລະ ເລື່ອງສຳຄັນຕ່າງໆຊັກຊ້າ. ວຽກງານຂອງຄຣິສຕະຈັກມີຫຼາຍດ້ານ; ແຕ່ລະດ້ານກໍກ່ຽວຂ້ອງກັບໜ້າວຽກທີ່ລະອຽດຫຼາຍຢ່າງ ແລະ ຕ້ອງການການໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາ ເພື່ອທີ່ຈະເຮັດໃຫ້ສຳເລັດໄດ້ດີ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງດຸໝັ່ນ. ພວກເຂົາຕ້ອງເວົ້າຫຼາຍ ແລະ ເຮັດວຽກຫຼາຍໃນແຕ່ລະມື້ເພື່ອຮັບປະກັນປະສິດທິຜົນຂອງວຽກງານ. ຖ້າພວກເຂົາເວົ້າ ຫຼື ເຮັດໜ້ອຍເກີນໄປ, ກໍຈະບໍ່ມີຜົນໄດ້ຮັບ. ສະນັ້ນ, ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກເປັນຄົນຂີ້ຄ້ານ, ພວກເຂົາກໍເປັນຜູ້ນໍາປອມຢ່າງແນ່ນອນ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ຄົນຂີ້ຄ້ານບໍ່ໄດ້ເຮັດວຽກງານຕົວຈິງ ແລ້ວແຮງໄກທີ່ຈະໄປສະຖານທີ່ເຮັດວຽກດ້ວຍຕົນເອງ ແລະ ພວກເຂົາບໍ່ເຕັມໃຈທີ່ຈະແກ້ໄຂບັນຫາ ຫຼື ມີສ່ວນຮ່ວມໃນວຽກງານສະເພາະໃດໆ. ພວກເຂົາບໍ່ມີຄວາມເຂົ້າໃຈ ຫຼື ການກຳແໜ້ນບັນຫາໃນວຽກງານໃດໆແມ່ນແຕ່ໜ້ອຍດຽວ. ພວກເຂົາມີພຽງແຕ່ຄວາມຄິດທີ່ຜິວເຜີນ ແລະ ບໍ່ຊັດເຈນໃນຫົວຂອງພວກເຂົາຈາກການຟັງສິ່ງທີ່ຄົນອື່ນເວົ້າ ແລະ ພວກເຂົາກໍຜ່ານຜ່າໄປໄດ້ໂດຍພຽງແຕ່ເທດສະໜາຫຼັກຄຳສອນໜ້ອຍໜຶ່ງ. ພວກເຈົ້າສາມາດແຍກແຍະຜູ້ນໍາປະເພດນີ້ໄດ້ບໍ? ພວກເຈົ້າສາມາດບອກໄດ້ບໍ່ວ່າພວກເຂົາເປັນຜູ້ນໍາປອມ? (ໄດ້ໃນລະດັບໜຶ່ງ). ຄົນຂີ້ຄ້ານຈະເຮັດແບບພໍແລ້ວມືແລ້ວຕີນໃນໜ້າທີ່ໃດໆກໍຕາມທີ່ພວກເຂົາເຮັດ. ບໍ່ວ່າຈະເປັນໜ້າທີ່ໃດ, ພວກເຂົາກໍຂາດຄວາມອົດທົນ, ເຮັດວຽກແບບເຮັດແລ້ວຢຸດ ແລະ ຈົ່ມວ່າທຸກຄັ້ງທີ່ພວກເຂົາທົນທຸກລຳບາກບາງຢ່າງ ໂດຍລະບາຍຄວາມທຸກທີ່ບໍ່ມີສິ້ນສຸດ. ພວກເຂົາດ່າຜູ້ໃດກໍຕາມທີ່ຕຳໜິ ຫຼື ລິຮານພວກເຂົາ ຄືກັບແມ່ຍິງປາກບໍ່ດີທີ່ດ່າຄົນຕາມຖະໜົນ ໂດຍຕ້ອງການລະບາຍຄວາມໃຈຮ້າຍໃສ່ຄົນອື່ນຢູ່ສະເໝີ ແລະ ບໍ່ຢາກປະຕິບັດໜ້າທີ່ຂອງຕົນ. ການທີ່ພວກເຂົາບໍ່ຢາກປະຕິບັດໜ້າທີ່ຂອງຕົນສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າພວກເຂົາບໍ່ໄດ້ແບກຮັບພາລະ, ບໍ່ເຕັມໃຈທີ່ຈະຮັບຜິດຊອບ ແລະ ເປັນຄົນຂີ້ຄ້ານ. ພວກເຂົາບໍ່ຢາກທົນທຸກລຳບາກ ຫຼື ຈ່າຍລາຄາ. ສິ່ງນີ້ໃຊ້ໄດ້ໂດຍສະເພາະກັບຜູ້ນໍາ ແລະ ຜູ້ເຮັດວຽກ: ຖ້າພວກເຂົາບໍ່ໄດ້ແບກຮັບພາລະ, ພວກເຂົາຈະສາມາດເຮັດໜ້າທີ່ຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?