ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (4) ສ່ວນທີ ໜຶ່ງ

ຂໍ້ທີຫ້າ: ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ

ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີຫ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ”. ເຮົາຈະສຸມໃສ່ຄວາມຮັບຜິດຊອບຂໍ້ນີ້ເພື່ອໄຈ້ແຍກການສະແດງອອກຕ່າງໆຂອງຜູ້ນໍາປອມ, ເພື່ອເບິ່ງວ່າຜູ້ນໍາປອມໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃນວຽກງານນີ້ໃຫ້ລຸລ່ວງ ຫຼື ບໍ່ ແລະ ພວກເຂົາໄດ້ຍຶດໝັ້ນໃນໜ້າທີ່ຂອງຕົນ ແລະ ປະຕິບັດວຽກງານໄດ້ດີ ຫຼື ບໍ່.

ຜູ້ນໍາປອມມັກເພີດເພີນໃນຄວາມສະບາຍ ແລະ ບໍ່ລົງເລິກໃນລະດັບຮາກຖານເພື່ອທຳຄວາມເຂົ້າໃຈວຽກງານ

ຄວາມຮັບຜິດຊອບຂໍ້ທີຫ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ ໄດ້ກ່າວໃນຕອນທໍາອິດເຖິງການ “ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ”. “ສະຖານະຂອງວຽກງານແຕ່ລະຢ່າງ” ໝາຍເຖິງຫຍັງ? ມັນໝາຍເຖິງສະພາວະປັດຈຸບັນຂອງວຽກງານໃດໜຶ່ງວ່າເປັນແນວໃດ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈຫຍັງໃນຈຸດນີ້? ຕົວຢ່າງ: ບຸກຄະລາກອນກຳລັງເຮັດໜ້າວຽກສະເພາະຫຍັງ, ພວກເຂົາກຳລັງຫຍຸ້ງກັບວຽກງານໃດ, ວຽກງານເຫຼົ່ານີ້ຈຳເປັນ ຫຼື ບໍ່, ພວກມັນເປັນໜ້າວຽກທີ່ສຳຄັນ ແລະ ຈຳເປັນ ຫຼື ບໍ່, ບຸກຄະລາກອນເຫຼົ່ານີ້ມີປະສິດທິພາບສໍ່າໃດ, ວຽກງານດຳເນີນໄປຢ່າງລ່ຽນໄຫຼ ຫຼື ບໍ່, ຈຳນວນບຸກຄະລາກອນສອດຄ່ອງກັບປະລິມານວຽກ ຫຼື ບໍ່, ທຸກຄົນໄດ້ຮັບການມອບໝາຍໜ້າວຽກພຽງພໍ ຫຼື ບໍ່, ມີກໍລະນີທີ່ມີບຸກຄະລາກອນຫຼາຍເກີນໄປສຳລັບໜ້າວຽກໃດໜຶ່ງ ຫຼື ບໍ່, ບ່ອນທີ່ມີບຸກຄະລາກອນຫຼາຍເກີນໄປສຳລັບວຽກທີ່ໜ້ອຍເກີນໄປ ແລະ ຄົນສ່ວນຫຼາຍກໍວ່າງງານ ຫຼື ກໍລະນີທີ່ປະລິມານວຽກຫຼາຍເກີນໄປແຕ່ບຸກຄະລາກອນໜ້ອຍເກີນໄປ ແລະ ຜູ້ຮັບຜິດຊອບບໍ່ສາມາດຊີ້ນໍາຢ່າງມີປະສິດທິຜົນ, ເຊິ່ງນໍາໄປສູ່ປະສິດທິພາບວຽກຕໍ່າ ແລະ ຄວາມຄືບໜ້າທີ່ຊັກຊ້າ. ສະຖານະການທັງໝົດເຫຼົ່ານີ້ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນທຳຄວາມເຂົ້າໃຈ. ນອກຈາກນີ້, ໃນຂະນະທີ່ດຳເນີນແຕ່ລະວຽກງານ, ມີໃຜກໍ່ໃຫ້ເກີດການລົບກວນ ຫຼື ການທຳລາຍ ຫຼື ບໍ່, ມີໃຜທ່ວງດຶງ ຫຼື ທຳລາຍຄວາມຄືບໜ້າ ຫຼື ບໍ່, ມີການແຊກແຊງ ຫຼື ການເຮັດພໍແລ້ວມືແລ້ວຕີນປະເພດໃດເກີດຂຶ້ນ ຫຼື ບໍ່, ສິ່ງເຫຼົ່ານີ້ກໍແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈເຊັ່ນກັນ. ແລ້ວພວກເຂົາຈະມີຄວາມເຂົ້າໃຈບັນຫາເຫຼົ່ານີ້ໄດ້ແນວໃດ? ຜູ້ນໍາບາງຄົນອາດຈະໂທໄປຖາມເປັນບາງຄັ້ງຄາວວ່າ “ຕອນນີ້ພວກເຈົ້າຫຍຸ້ງຢູ່ບໍ?” ເມື່ອໄດ້ຍິນອີກຝ່າຍໜຶ່ງເວົ້າວ່າພວກເຂົາຫຍຸ້ງຫຼາຍ, ພວກເຂົາກໍອາດຈະຕອບວ່າ “ດີແລ້ວ, ຕາບໃດທີ່ພວກເຈົ້າຫຍຸ້ງ, ຂ້ອຍກໍສະບາຍໃຈແລ້ວ”. ເຈົ້າຄິດແນວໃດກັບວິທີການເຮັດວຽກແບບນີ້? ເຈົ້າຄິດແນວໃດກັບຄຳຖາມນີ້? ນີ້ແມ່ນຄຳຖາມທີ່ສຳຄັນ ແລະ ຈຳເປັນທີ່ຕ້ອງຖາມບໍ? ນີ້ຄືລັກສະນະສະເພາະໃນວຽກງານຂອງຜູ້ນໍາປອມ. ພວກເຂົາພຽງແຕ່ເຮັດແບບພໍເປັນພິທີ. ພວກເຂົາພໍໃຈກັບການເຮັດວຽກງານຜິວເຜີນໜ້ອຍໜຶ່ງເພື່ອເຮັດໃຫ້ຄວາມສຳນຶກຂອງຕົນສະຫງົບລົງໜ້ອຍໜຶ່ງ ແຕ່ບໍ່ໄດ້ສຸມໃສ່ການເຮັດວຽກງານຕົວຈິງ, ແລ້ວຍິ່ງບໍ່ຕ້ອງເວົ້າເຖິງການລົງໄປໃນລະດັບຮາກຖານໃນແຕ່ລະກຸ່ມ ເພື່ອເຂົ້າໃຈສະຖານະປັດຈຸບັນຂອງວຽກງານ. ຕົວຢ່າງ: ການຈັດວາງບຸກຄະລາກອນເໝາະສົມ ຫຼື ບໍ່, ວຽກງານດຳເນີນໄປແນວໃດ, ມີບັນຫາໃດເກີດຂຶ້ນ ຫຼື ບໍ່, ບັນຫາຕົວຈິງເຫຼົ່ານີ້ຜູ້ນໍາປອມບໍ່ໄດ້ສອບຖາມ, ແທນທີ່ຈະເປັນແນວນັ້ນ ພວກເຂົາພັດຊອກຫາສະຖານທີ່ທີ່ບໍ່ມີໃຜສັງເກດເຫັນເພື່ອໄປກິນ, ດື່ມ ແລະ ມ່ວນຊື່ນ ໂດຍບໍ່ຕ້ອງທົນກັບຄວາມລຳບາກຈາກລົມ ຫຼື ຕາເວັນ. ພວກເຂົາພຽງແຕ່ສົ່ງຈົດໝາຍ ຫຼື ໃຫ້ຄົນໄປສອບຖາມໃນນາມຂອງພວກເຂົາເປັນບາງຄັ້ງຄາວ ໂດຍຄິດວ່ານີ້ຄືການເຮັດວຽກຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ອ້າຍເອື້ອຍນ້ອງອາດຈະບໍ່ເຫັນໜ້າພວກເຂົາເປັນເວລາສິບມື້ ຫຼື ເຄິ່ງເດືອນ. ເມື່ອອ້າຍເອື້ອຍນ້ອງຖືກຖາມວ່າ “ຜູ້ນໍາຂອງພວກເຈົ້າຫຍຸ້ງກັບຫຍັງຢູ່? ພວກເຂົາກຳລັງເຮັດວຽກງານທີ່ເປັນຮູບປະທຳບໍ? ພວກເຂົາກຳລັງໃຫ້ການຊີ້ນໍາ ແລະ ແກ້ໄຂບັນຫາໃຫ້ພວກເຈົ້າບໍ?” ພວກເຂົາກໍຕອບວ່າ “ຢ່າເວົ້າເຖິງເລີຍ, ພວກເຮົາບໍ່ເຫັນໜ້າຜູ້ນໍາຂອງພວກເຮົາເປັນເວລາໜຶ່ງເດືອນແລ້ວ. ນັບຕັ້ງແຕ່ການເຕົ້າໂຮມຄັ້ງສຸດທ້າຍທີ່ພວກເຂົາຈັດໃຫ້ພວກເຮົາ, ພວກເຂົາກໍບໍ່ເຄີຍມາອີກເລີຍ ແລະ ຕອນນີ້ພວກເຮົາມີຫຼາຍບັນຫາໂດຍບໍ່ມີໃຜຊ່ວຍແກ້ໄຂ. ບໍ່ມີທາງອື່ນ; ຜູ້ຮັບຜິດຊອບຂອງກຸ່ມຂອງພວກເຮົາ ແລະ ອ້າຍເອື້ອຍນ້ອງຂອງພວກເຮົາຕ້ອງມາເຕົ້າໂຮມກັນເພື່ອອະທິຖານ ແລະ ສະແຫວງຫາຫຼັກການ, ເພື່ອປຶກສາຫາລື ແລະ ຮ່ວມມືກັນໃນວຽກງານ. ຜູ້ນໍາບໍ່ມີປະສິດທິຜົນຢູ່ບ່ອນນີ້; ຕອນນີ້ພວກເຮົາບໍ່ມີຜູ້ນໍາ”. ຜູ້ນໍາຄົນນີ້ເຮັດວຽກຂອງຕົນໄດ້ດີສໍ່າໃດ? ເບື້ອງເທິງຖາມຜູ້ນໍາຄົນນີ້ວ່າ “ຫຼັງຈາກທີ່ຮູບເງົາເລື່ອງສຸດທ້າຍສຳເລັດແລ້ວ, ເຈົ້າໄດ້ຮັບບົດໃໝ່ແລ້ວບໍ? ຕອນນີ້ເຈົ້າກຳລັງຖ່າຍທຳຫຍັງຢູ່? ວຽກງານຄືບໜ້າໄປແນວໃດແລ້ວ?” ຜູ້ນໍາຕອບວ່າ “ຂ້ານ້ອຍບໍ່ຮູ້. ຫຼັງຈາກຮູບເງົາເລື່ອງສຸດທ້າຍ, ຂ້ານ້ອຍໄດ້ເຕົ້າໂຮມກັບພວກເຂົາຄັ້ງໜຶ່ງ, ຫຼັງຈາກນັ້ນພວກເຂົາກໍມີກຳລັງໃຈ, ບໍ່ໄດ້ຄິດລົບ ແລະ ບໍ່ມີຄວາມຫຍຸ້ງຍາກໃດໆ. ພວກເຮົາບໍ່ໄດ້ພົບກັນຕັ້ງແຕ່ນັ້ນມາ. ຖ້າເຈົ້າຢາກຮູ້ສະຖານະການປັດຈຸບັນຂອງພວກເຂົາ, ຂ້ານ້ອຍສາມາດໂທໄປຖາມໃຫ້ເຈົ້າໄດ້”. “ເປັນຫຍັງເຈົ້າຈຶ່ງບໍ່ໂທໄປເພື່ອເຂົ້າໃຈສະຖານະການກ່ອນໜ້ານີ້?” “ເພາະວ່າຂ້ານ້ອຍຫຍຸ້ງຫຼາຍກັບການເຂົ້າຮ່ວມການເຕົ້າໂຮມຢູ່ທົ່ວທຸກບ່ອນ. ຍັງບໍ່ເຖິງຮອບຂອງພວກເຂົາເທື່ອ. ຂ້ານ້ອຍຈະສາມາດເຂົ້າໃຈສະຖານະການໄດ້ກໍຕໍ່ເມື່ອຂ້ານ້ອຍເຕົ້າໂຮມກັບພວກເຂົາໃນຄັ້ງຕໍ່ໄປ”. ນີ້ຄືທັດສະນະຄະຕິຂອງພວກເຂົາຕໍ່ວຽກງານຄຣິສຕະຈັກ. ຈາກນັ້ນ ເບື້ອງເທິງກໍເວົ້າວ່າ “ເຈົ້າບໍ່ຮູ້ສະຖານະການປັດຈຸບັນ ຫຼື ບັນຫາທີ່ມີຢູ່ໃນວຽກການຜະລິດຮູບເງົາ, ແລ້ວຄວາມຄືບໜ້າຂອງວຽກງານພຣະກິດຕິຄຸນເປັນແນວໃດແລ້ວ? ວຽກງານພຣະກິດຕິຄຸນຂອງປະເທດໃດທີ່ເຜີຍແຜ່ໄດ້ດີທີ່ສຸດ, ເປັນສົມບູນແບບທີ່ສຸດ? ຄົນຂອງປະເທດໃດທີ່ມີຄວາມສາມາດຂ້ອນຂ້າງດີ ແລະ ຢັ່ງຮູ້ໄດ້ໄວ? ປະເທດໃດມີຊີວິດຄຣິສຕະຈັກທີ່ດີກວ່າ?” “ໂອຍ, ຂ້ານ້ອຍສຸມໃສ່ແຕ່ການເຕົ້າໂຮມ, ຂ້ານ້ອຍລືມຖາມກ່ຽວກັບເລື່ອງເຫຼົ່ານີ້”. “ແລ້ວໃນທີມງານພຣະກິດຕິຄຸນ, ມີຈັກຄົນທີ່ສາມາດເປັນພະຍານໄດ້? ມີຈັກຄົນທີ່ກຳລັງຖືກເພາະປູກໃຫ້ເປັນພະຍານ? ໃຜຮັບຜິດຊອບ ແລະ ຕິດຕາມວຽກງານຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກໃນປະເທດໃດ? ໃຜຫົດນໍ້າ ແລະ ລ້ຽງດູ? ສະມາຊິກຄຣິສຕະຈັກໃໝ່ຈາກປະເທດຕ່າງໆໄດ້ເລີ່ມດຳລົງຊີວິດຄຣິສຕະຈັກແລ້ວບໍ? ແນວຄິດ ແລະ ຈິນຕະນາການຂອງພວກເຂົາໄດ້ຮັບການແກ້ໄຂຢ່າງສົມບູນແລ້ວບໍ? ມີຈັກຄົນທີ່ໄດ້ຝັງຮາກໃນເສັ້ນທາງທີ່ແທ້ຈິງ ໂດຍບໍ່ຖືກນໍາພາຢ່າງຜິດໆໂດຍຄົນທາງສາສະໜາອີກຕໍ່ໄປ? ຫຼັງຈາກທີ່ເຊື່ອໃນພຣະເຈົ້າເປັນເວລາໜຶ່ງ ຫຼື ສອງປີ, ມີຈັກຄົນທີ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້? ເຈົ້າເຂົ້າໃຈ ແລະ ກຳແໜ້ນເລື່ອງເຫຼົ່ານີ້ບໍ? ເມື່ອມີບັນຫາເກີດຂຶ້ນໃນວຽກງານ, ໃຜສາມາດແກ້ໄຂໄດ້? ໃນທີມງານພຣະກິດຕິຄຸນ, ກຸ່ມໃດ ຫຼື ບຸກຄົນໃດທີ່ຮັບຜິດຊອບວຽກງານຂອງຕົນ ແລະ ມີຜົນງານຕົວຈິງ, ເຈົ້າຮູ້ບໍ?” “ຂ້ານ້ອຍບໍ່ຮູ້. ຖ້າເຈົ້າຢາກຮູ້, ຂ້ານ້ອຍສາມາດຖາມໃຫ້ເຈົ້າໄດ້. ຖ້າເຈົ້າບໍ່ຟ້າວ, ຂ້ານ້ອຍຈະຖາມເມື່ອມີເວລາ; ຂ້ານ້ອຍຍັງຫຍຸ້ງຢູ່!” ຜູ້ນໍາຄົນນີ້ໄດ້ເຮັດວຽກງານທີ່ເປັນຮູບປະທຳແດ່ບໍ? (ບໍ່). ພວກເຂົາເວົ້າວ່າ “ຂ້ານ້ອຍບໍ່ຮູ້” ກັບທຸກຢ່າງ; ພວກເຂົາຈະໄປສອບຖາມກໍຕໍ່ເມື່ອຖືກຊັກຖາມເທົ່ານັ້ນ, ແລ້ວພວກເຂົາຫຍຸ້ງກັບຫຍັງຢູ່? ບໍ່ວ່າພວກເຂົາຈະໄປກຸ່ມໃດເພື່ອເຕົ້າໂຮມ ຫຼື ກວດກາວຽກງານ, ພວກເຂົາກໍບໍ່ສາມາດລະບຸບັນຫາໃນວຽກງານໄດ້ ແລະ ພວກເຂົາບໍ່ຮູ້ວິທີແກ້ໄຂບັນຫາເຫຼົ່ານັ້ນ. ຖ້າເຈົ້າບໍ່ສາມາດເບິ່ງທະລຸສະພາວະ ແລະ ຄຸນລັກສະນະຂອງຄົນຕ່າງໆໄດ້ໃນທັນທີ, ຢ່າງໜ້ອຍທີ່ສຸດ ເຈົ້າກໍຄວນຕິດຕາມ, ເຂົ້າໃຈ ແລະ ກຳແໜ້ນບັນຫາທີ່ມີຢູ່ໃນວຽກງານ, ວຽກງານໃດທີ່ກຳລັງດຳເນີນຢູ່ໃນປັດຈຸບັນ ແລະ ມັນຄືບໜ້າໄປເຖິງຂັ້ນໃດແລ້ວ, ບໍ່ແມ່ນບໍ? ເຖິງຢ່າງໃດກໍຕາມ, ຜູ້ນໍາປອມບໍ່ສາມາດເຮັດໄດ້ແມ່ນແຕ່ເທົ່ານີ້; ພວກເຂົາຕາບອດ, ບໍ່ແມ່ນບໍ? ເຖິງແມ່ນວ່າພວກເຂົາຈະໄປກຸ່ມຕ່າງໆພາຍໃນຄຣິສຕະຈັກເພື່ອຕິດຕາມ ແລະ ກວດກາວຽກງານ, ພວກເຂົາກໍບໍ່ເຂົ້າໃຈສະຖານະການຕົວຈິງເລີຍ, ບໍ່ສາມາດລະບຸບັນຫາສຳຄັນໄດ້ ແລະ ເຖິງແມ່ນວ່າພວກເຂົາຈະເຫັນບັນຫາບາງຢ່າງ, ພວກເຂົາກໍບໍ່ສາມາດແກ້ໄຂໄດ້.

ມີທີມງານຜະລິດຮູບເງົາທີມໜຶ່ງທີ່ກຳລັງກະກຽມຖ່າຍທຳຮູບເງົາທີ່ທ້າທາຍຫຼາຍ ເຊິ່ງເປັນປະເພດທີ່ພວກເຂົາບໍ່ເຄີຍລອງມາກ່ອນ. ບໍ່ວ່າພວກເຂົາຈະເໝາະສົມທີ່ຈະຮັບບົດຮູບເງົານີ້ ຫຼື ບໍ່, ບໍ່ວ່າຜູ້ກຳກັບ ແລະ ທີມງານທັງໝົດຈະມີຄວາມສາມາດໃນການເຮັດວຽກງານນີ້ໃຫ້ສຳເລັດ ຫຼື ບໍ່, ຜູ້ນໍາຂອງພວກເຂົາກໍບໍ່ຮູ້ສະຖານະການເຫຼົ່ານີ້. ພວກເຂົາພຽງແຕ່ເວົ້າວ່າ “ພວກເຈົ້າໄດ້ຮັບບົດໃໝ່ແລ້ວ. ໃຫ້ຖ່າຍທຳເລີຍ. ຂ້ອຍຈະສະໜັບສະໜູນພວກເຈົ້າ ແລະ ຕິດຕາມພວກເຈົ້າ. ພວກເຈົ້າຈົ່ງເຮັດໃຫ້ດີທີ່ສຸດ ແລະ ເມື່ອມີຄວາມຫຍຸ້ງຍາກເກີດຂຶ້ນ, ຈົ່ງອະທິຖານຫາພຣະເຈົ້າ ແລະ ແກ້ໄຂຄວາມຫຍຸ້ງຍາກເຫຼົ່ານັ້ນຕາມພຣະທຳຂອງພຣະເຈົ້າ”. ແລ້ວພວກເຂົາກໍຈາກໄປ. ຜູ້ນໍາຄົນນີ້ບໍ່ສາມາດເຫັນ ຫຼື ລະບຸຄວາມຫຍຸ້ງຍາກໃດໆທີ່ມີຢູ່ໄດ້; ວຽກງານຈະສາມາດເຮັດໄດ້ດີແບບນີ້ບໍ? ຫຼັງຈາກທີ່ທີມຜະລິດຮູບເງົາໄດ້ຮັບບົດນີ້, ຜູ້ກຳກັບ ແລະ ສະມາຊິກທີມກໍມັກຈະວິເຄາະເນື້ອເລື່ອງ ແລະ ປຶກສາຫາລືກ່ຽວກັບເຄື່ອງນຸ່ງ ແລະ ການຈັດວາງກ້ອງ ແຕ່ບໍ່ຮູ້ວ່າຈະຖ່າຍທຳຮູບເງົາແນວໃດ; ພວກເຂົາບໍ່ສາມາດເລີ່ມການຜະລິດຢ່າງເປັນທາງການໄດ້. ນີ້ບໍ່ແມ່ນສະພາວະປັດຈຸບັນບໍ? ສິ່ງເຫຼົ່ານີ້ບໍ່ແມ່ນບັນຫາທີ່ມີຢູ່ບໍ? ສິ່ງເຫຼົ່ານີ້ບໍ່ແມ່ນບັນຫາທີ່ຜູ້ນໍາຄວນແກ້ໄຂບໍ? ຜູ້ນໍາໃຊ້ເວລາທຸກມື້ໃນການເຕົ້າໂຮມ, ບໍ່ມີບັນຫາຕົວຈິງໃດໆທີ່ຖືກແກ້ໄຂຫຼັງຈາກທີ່ເຕົ້າໂຮມກັນຫຼາຍມື້ ແລະ ການຖ່າຍທຳກໍຍັງບໍ່ສາມາດດຳເນີນໄປຢ່າງປົກກະຕິໄດ້. ຜູ້ນໍາໄດ້ສົ່ງຜົນກະທົບຫຍັງບໍ? (ບໍ່). ພວກເຂົາພຽງແຕ່ຮ້ອງຄຳຂວັນເພື່ອເພີ່ມກຳລັງໃຈ: “ພວກເຮົາບໍ່ສາມາດນັ່ງຢູ່ລ້າໆ, ພວກເຮົາບໍ່ສາມາດກິນເຂົ້າຂອງເຮືອນຂອງພຣະເຈົ້າລ້າໆ!” ພວກເຂົາເຖິງກັບສັ່ງສອນຜູ້ຄົນວ່າ: “ພວກເຈົ້າບໍ່ມີຄວາມສຳນຶກ, ກິນເຂົ້າຂອງເຮືອນຂອງພຣະເຈົ້າລ້າໆໂດຍບໍ່ມີຄວາມຮູ້ສຶກຫຍັງເລີຍ, ພວກເຈົ້າບໍ່ມີຄວາມລະອາຍໃຈບໍ?” ຫຼັງຈາກທີ່ພວກເຂົາເວົ້າເຊັ່ນນີ້, ຄວາມສຳນຶກຂອງທຸກຄົນກໍຮູ້ສຶກຖືກຕຳໜິໜ້ອຍໜຶ່ງ: “ແມ່ນແລ້ວ, ວຽກງານຄືບໜ້າຊ້າຫຼາຍ ແລະ ພວກເຮົາກໍຍັງໄດ້ກິນເຂົ້າສາມຄາບຕໍ່ມື້ແບບນີ້, ນີ້ບໍ່ແມ່ນການກິນລ້າໆບໍ? ພວກເຮົາບໍ່ໄດ້ເຮັດວຽກງານຫຍັງແທ້ໆ. ແລ້ວໃຜຈະແກ້ໄຂບັນຫາເຫຼົ່ານີ້ທີ່ເກີດຂຶ້ນໃນວຽກງານ? ພວກເຮົາແກ້ໄຂບໍ່ໄດ້ ສະນັ້ນພວກເຮົາຈຶ່ງຖາມຜູ້ນໍາ ແຕ່ຜູ້ນໍາພຽງແຕ່ບອກໃຫ້ພວກເຮົາອະທິຖານຢ່າງພາກພຽນ, ອ່ານພຣະທຳຂອງພຣະເຈົ້າ ແລະ ຮ່ວມມືກັນຢ່າງກົມກຽວ ໂດຍບໍ່ໄດ້ໂອ້ລົມວ່າບັນຫາເຫຼົ່ານີ້ຄວນຖືກແກ້ໄຂແນວໃດ”. ຜູ້ນໍາຈັດການເຕົ້າໂຮມຢູ່ສະຖານທີ່ທຸກມື້ ແຕ່ບັນຫາເຫຼົ່ານີ້ກໍບໍ່ສາມາດແກ້ໄຂໄດ້. ເມື່ອເວລາຜ່ານໄປ, ຄວາມເຊື່ອຂອງບາງຄົນກໍເຢັນລົງ ແລະ ສະພາວະຂອງພວກເຂົາກໍໝົດກໍາລັງໃຈ ເພາະພວກເຂົາບໍ່ເຫັນທາງໄປໜ້າ ແລະ ບໍ່ຮູ້ວ່າຈະດຳເນີນການຖ່າຍທຳຕໍ່ໄປແນວໃດ. ພວກເຂົາຝາກຄວາມຫວັງສຸດທ້າຍໄວ້ກັບຜູ້ນໍາ, ຫວັງວ່າພວກເຂົາຈະສາມາດແກ້ໄຂບາງບັນຫາຕົວຈິງໄດ້ ແຕ່ໜ້າເສຍດາຍທີ່ຜູ້ນໍາຄົນນີ້ກໍບໍ່ຕ່າງຫຍັງກັບຄົນຕາບອດ, ທັງບໍ່ຮຽນຮູ້ວິຊາຊີບ ແລະ ບໍ່ໂອ້ລົມ, ປຶກສາຫາລື ຫຼື ສະແຫວງຫາກັບຜູ້ທີ່ເຂົ້າໃຈມັນ. ພວກເຂົາມັກຈະຖືໜັງສືພຣະທຳຂອງພຣະເຈົ້າ ແລະ ເວົ້າວ່າ “ຂ້ອຍກຳລັງອ່ານພຣະທຳຂອງພຣະເຈົ້າເພື່ອເຝົ້າດ່ຽວຝ່າຍວິນຍານ. ຂ້ອຍກຳລັງປະກອບຕົນເອງດ້ວຍຄວາມຈິງ. ຢ່າລົບກວນຂ້ອຍ, ຂ້ອຍຫຍຸ້ງຢູ່!” ໃນທີ່ສຸດ, ບັນຫາກໍສະສົມຫຼາຍຂຶ້ນເລື້ອຍໆ ເຊິ່ງເຮັດໃຫ້ວຽກງານຕົກຢູ່ໃນສະພາວະເກືອບເປັນອຳມະພາດ ແຕ່ຜູ້ນໍາປອມກໍຍັງຄິດວ່າພວກເຂົາກຳລັງເຮັດວຽກງານໄດ້ດີຫຼາຍ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ພວກເຂົາເຊື່ອວ່າເນື່ອງຈາກພວກເຂົາໄດ້ຈັດການເຕົ້າໂຮມ, ສອບຖາມກ່ຽວກັບສະຖານະການວຽກງານ, ລະບຸບັນຫາ, ແບ່ງປັນພຣະທຳຂອງພຣະເຈົ້າ, ຊີ້ໃຫ້ເຫັນສະພາວະຂອງຜູ້ຄົນ ແລະ ທຸກຄົນໄດ້ທຽບຕົນເອງໃສ່ສະພາວະເຫຼົ່ານີ້ ແລະ ຕັ້ງໃຈທີ່ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີ, ຄວາມຮັບຜິດຊອບຂອງພວກເຂົາໃນຖານະຜູ້ນໍາກໍສຳເລັດ ແລະ ພວກເຂົາຖືວ່າໄດ້ເຮັດທຸກຢ່າງຕາມທີ່ຄາດໝາຍຈາກພວກເຂົາແລ້ວ. ຖ້າໜ້າວຽກສະເພາະທີ່ກ່ຽວຂ້ອງກັບດ້ານວິຊາຊີບບໍ່ສາມາດຈັດການໄດ້ດີ, ນັ້ນກໍບໍ່ແມ່ນຄວາມກັງວົນຂອງຜູ້ນໍາ. ນີ້ແມ່ນຜູ້ນໍາປະເພດໃດ? ວຽກງານຄຣິສຕະຈັກໄດ້ຕົກຢູ່ໃນສະພາວະເກືອບເປັນອຳມະພາດ ແຕ່ພວກເຂົາກໍບໍ່ໄດ້ຮ້ອນໃຈ ຫຼື ກັງວົນໃຈເລີຍ. ຖ້າເບື້ອງເທິງບໍ່ສອບຖາມ ຫຼື ຊຸກຍູ້, ພວກເຂົາກໍຈະພຽງແຕ່ຍືດເວລາຕໍ່ໄປ, ບໍ່ເຄີຍກ່າວເຖິງສິ່ງທີ່ເກີດຂຶ້ນຢູ່ເບື້ອງລຸ່ມຂອງພວກເຂົາ ໂດຍບໍ່ແກ້ໄຂບັນຫາໃດໆ. ຜູ້ນໍາແບບນັ້ນໄດ້ປະຕິບັດຄວາມຮັບຜິດຊອບໃນການນໍາພາຂອງຕົນສຳເລັດແລ້ວບໍ? (ບໍ່). ແລ້ວພວກເຂົາເວົ້າຫຍັງກັນໝົດມື້ໃນການເຕົ້າໂຮມ? ພວກເຂົາເວົ້າຈາໄຮ້ສາລະ, ພຽງແຕ່ເທດສະໜາຫຼັກຄຳສອນ ແລະ ຮ້ອງຄຳຂວັນ. ຜູ້ນໍາບໍ່ໄດ້ແກ້ໄຂບັນຫາຕົວຈິງໃນວຽກງານ, ບໍ່ໄດ້ແກ້ໄຂສະພາວະທີ່ເຮັດພໍແລ້ວມືແລ້ວຕີນ ແລະ ທີ່ເປັນດ້ານລົບຂອງຜູ້ຄົນ ແລະ ບໍ່ຮູ້ວິທີແກ້ໄຂບັນຫາໃນວຽກງານຂອງຜູ້ຄົນຕາມຫຼັກການຄວາມຈິງ. ຜົນກໍຄືໂຄງການທັງໝົດກໍຢຸດສະງັກ ແລະ ບໍ່ມີຄວາມຄືບໜ້າໃດໆເປັນເວລາດົນ. ແຕ່ຜູ້ນໍາກໍບໍ່ໄດ້ກັງວົນເລີຍ. ນີ້ບໍ່ແມ່ນການສະແດງອອກຂອງຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງບໍ? ແມ່ນຫຍັງຄືແກ່ນແທ້ຂອງການສະແດງອອກນີ້ຂອງຜູ້ນໍາປອມ? ນີ້ບໍ່ແມ່ນການລະເລີຍຕໍ່ຄວາມຮັບຜິດຊອບຢ່າງຮ້າຍແຮງບໍ? ການລະເລີຍຕໍ່ວຽກງານຂອງຕົນຢ່າງຮ້າຍແຮງ, ການບໍ່ປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ, ນີ້ຄືສິ່ງທີ່ຜູ້ນໍາປອມເຮັດຢ່າງແທ້ຈິງ. ເຈົ້າຢູ່ສະຖານທີ່ພຽງເພື່ອເຮັດແບບພໍເປັນພິທີ, ບໍ່ໄດ້ແກ້ໄຂບັນຫາຕົວຈິງ. ເຈົ້າຢູ່ສະຖານທີ່ພຽງເພື່ອຫຼອກລວງຜູ້ຄົນ; ໂດຍບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ເຖິງແມ່ນວ່າເຈົ້າຈະຢູ່ບ່ອນນັ້ນຕະຫຼອດເວລາ, ມັນກໍຈະບໍ່ສຳເລັດຫຍັງເລີຍ. ບັນຫາຕ່າງໆເກີດຂຶ້ນໃນວຽກງານ ແລະ ໃນດ້ານວິຊາຊີບ, ບາງບັນຫາເຈົ້າສາມາດແກ້ໄຂໄດ້ແຕ່ບໍ່ເຮັດ. ນີ້ຄືການລະເລີຍຕໍ່ຄວາມຮັບຜິດຊອບຢ່າງຮ້າຍແຮງແລ້ວ. ຍິ່ງໄປກວ່ານັ້ນ, ເຈົ້າຕາບອດທັງຕາ ແລະ ໃຈຂອງເຈົ້າ: ບາງຄັ້ງເມື່ອເຈົ້າຄົ້ນພົບບັນຫາ, ເຈົ້າກໍບໍ່ສາມາດເບິ່ງທະລຸແກ່ນແທ້ຂອງມັນໄດ້. ເຈົ້າບໍ່ສາມາດແກ້ໄຂພວກມັນໄດ້ ແຕ່ເຈົ້າທຳທ່າວ່າສາມາດຈັດການພວກມັນໄດ້, ພຽງແຕ່ດື້ດ້ານທົນຢູ່ ໃນຂະນະທີ່ປະຕິເສດຢ່າງສິ້ນເຊີງທີ່ຈະໂອ້ລົມ ຫຼື ປຶກສາຫາລືກັບຜູ້ທີ່ເຂົ້າໃຈຄວາມຈິງ ແລະ ບໍ່ລາຍງານ ຫຼື ສະແຫວງຫາຈາກເບື້ອງເທິງເຊັ່ນກັນ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເຈົ້າຢ້ານຖືກລິຮານບໍ? ຢ້ານວ່າເບື້ອງເທິງຈະຮູ້ຄວາມຈິງກ່ຽວກັບເຈົ້າ ແລະ ປົດເຈົ້າອອກບໍ? ນີ້ບໍ່ແມ່ນການສຸມໃສ່ສະຖານະໂດຍບໍ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວບໍ? ດ້ວຍແນວຄິດແບບນີ້, ເຈົ້າຈະສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີແນວໃດ?

ບໍ່ວ່າຜູ້ນໍາ ຫຼື ຜູ້ເຮັດວຽກຈະເຮັດວຽກງານສຳຄັນຫຍັງກໍຕາມ ແລະ ບໍ່ວ່າລັກສະນະຂອງວຽກງານນີ້ຈະເປັນແນວໃດ, ບູລິມະສິດອັນດັບໜຶ່ງຂອງພວກເຂົາກໍຄືການເຂົ້າໃຈ ແລະ ກຳແໜ້ນສະຖານະການຂອງວຽກງານ. ພວກເຂົາຕ້ອງໄປຢູ່ບ່ອນນັ້ນດ້ວຍຕົນເອງ ເພື່ອຕິດຕາມສິ່ງຕ່າງໆ ແລະ ສອບຖາມ ໂດຍຮັບເອົາຂໍ້ມູນໂດຍກົງ. ພວກເຂົາຕ້ອງບໍ່ອີງໃສ່ຄຳບອກເລົ່າ ຫຼື ຟັງການລາຍງານຂອງຄົນອື່ນພຽງຢ່າງດຽວ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຕ້ອງສັງເກດສະຖານະການຂອງບຸກຄະລາກອນ ແລະ ຄວາມຄືບໜ້າຂອງວຽກງານ ດ້ວຍຕາຂອງຕົນເອງ ແລະ ເຂົ້າໃຈວ່າມີຄວາມຫຍຸ້ງຍາກຫຍັງແດ່, ມີຂົງເຂດໃດທີ່ຂັດກັບຂໍ້ກຳນົດຂອງເບື້ອງເທິງ ຫຼື ບໍ່, ມີການລະເມີດຫຼັກການ ຫຼື ບໍ່, ມີການລົບກວນ ຫຼື ການຂັດຂວາງໃດໆ ຫຼື ບໍ່, ມີການຂາດເຂີນອຸປະກອນທີ່ຈຳເປັນ ຫຼື ເອກະສານການສອນທີ່ກ່ຽວຂ້ອງກັບວຽກງານວິຊາຊີບ ຫຼື ບໍ່, ພວກເຂົາຕ້ອງກຳແໜ້ນທັງໝົດນີ້. ບໍ່ວ່າພວກເຂົາຈະຟັງການລາຍງານຫຼາຍສໍ່າໃດ ຫຼື ໄດ້ຮັບຂໍ້ມູນຈາກຄຳບອກເລົ່າຫຼາຍສໍ່າໃດກໍຕາມ, ທັງສອງຢ່າງນີ້ກໍບໍ່ສູ້ການໄປກວດກາດ້ວຍຕົນເອງ; ມັນຖືກຕ້ອງ ແລະ ໜ້າເຊື່ອຖືຫຼາຍກວ່າທີ່ພວກເຂົາຈະເຫັນສິ່ງຕ່າງໆດ້ວຍຕາຂອງຕົນເອງ. ເມື່ອພວກເຂົາລຶ້ງເຄີຍກັບສະຖານະການທຸກດ້ານແລ້ວ, ພວກເຂົາກໍຈະເຂົ້າໃຈສະຖານະການເປັນຢ່າງດີ. ໂດຍສະເພາະຢ່າງຍິ່ງ ພວກເຂົາຕ້ອງກຳແໜ້ນຢ່າງຊັດເຈນ ແລະ ຖືກຕ້ອງວ່າໃຜມີຄວາມສາມາດດີ ແລະ ສົມຄວນທີ່ຈະໄດ້ຮັບການເພາະປູກ ເພາະມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເຮັດໃຫ້ພວກເຂົາສາມາດເພາະປູກ ແລະ ນຳໃຊ້ຄົນໄດ້ຢ່າງຖືກຕ້ອງ, ເຊິ່ງເປັນສິ່ງສຳຄັນທີ່ສຸດ ຖ້າຫາກຜູ້ນໍາ ແລະ ຜູ້ເຮັດວຽກຈະເຮັດວຽກງານຂອງຕົນໄດ້ດີ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີແນວທາງ ແລະ ຫຼັກການໃນການເພາະປູກ ແລະ ຝຶກຝົນຄົນທີ່ມີຄວາມສາມາດດີ. ຍິ່ງໄປກວ່ານັ້ນ, ພວກເຂົາຄວນກຳແໜ້ນ ແລະ ເຂົ້າໃຈບັນຫາ ແລະ ຄວາມຫຍຸ້ງຍາກປະເພດຕ່າງໆທີ່ມີຢູ່ໃນວຽກງານຂອງຄຣິສຕະຈັກ ແລະ ຮູ້ວິທີແກ້ໄຂບັນຫາເຫຼົ່ານັ້ນ ແລະ ພວກເຂົາກໍຄວນມີແນວຄວາມຄິດ ແລະ ຄຳແນະນຳຂອງຕົນເອງກ່ຽວກັບວິທີທີ່ວຽກງານຈະດຳເນີນໄປ ຫຼື ອະນາຄົດຂອງວຽກງານ. ຖ້າພວກເຂົາສາມາດເວົ້າກ່ຽວກັບເລື່ອງດັ່ງກ່າວໄດ້ຢ່າງຊັດເຈນໂດຍລັບຕາຂອງພວກເຂົາ, ໂດຍບໍ່ມີຄວາມສົງໄສ ຫຼື ຄວາມກັງວົນໃຈໃດໆ, ວຽກງານກໍຈະດຳເນີນໄປໄດ້ງ່າຍຂຶ້ນຫຼາຍ. ໂດຍການເຮັດວຽກໃນລັກສະນະນີ້, ຜູ້ນໍາກໍຈະໄດ້ເຮັດສຳເລັດຄວາມຮັບຜິດຊອບຂອງຕົນ, ບໍ່ແມ່ນບໍ? ພວກເຂົາຕ້ອງຮູ້ດີວ່າຈະແກ້ໄຂບັນຫາທີ່ກ່າວມາຂ້າງເທິງໃນວຽກງານໄດ້ແນວໃດ ແລະ ພວກເຂົາຕ້ອງໄຕ່ຕອງເລື່ອງເຫຼົ່ານີ້ເລື້ອຍໆ. ເມື່ອພວກເຂົາພົບພໍ້ຄວາມຫຍຸ້ງຍາກ, ພວກເຂົາຕ້ອງໂອ້ລົມ ແລະ ປຶກສາຫາລືເລື່ອງເຫຼົ່ານີ້ກັບທຸກຄົນ, ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ໂດຍການເຮັດວຽກຕົວຈິງຢ່າງຕິດດິນໃນລັກສະນະນີ້, ຈະບໍ່ມີຄວາມຫຍຸ້ງຍາກໃດທີ່ບໍ່ສາມາດແກ້ໄຂໄດ້. ຜູ້ນໍາປອມເຮັດແບບນີ້ບໍ? (ບໍ່ເຮັດ.) ຜູ້ນໍາປອມຮູ້ພຽງແຕ່ທໍາທ່າ ແລະ ຫຼອກລວງຜູ້ຄົນ, ທຳທ່າວ່າເຂົ້າໃຈໃນສິ່ງທີ່ຕົນບໍ່ເຂົ້າໃຈ, ບໍ່ສາມາດແກ້ໄຂບັນຫາຕົວຈິງໃດໆ ແລະ ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບເລື່ອງທີ່ບໍ່ເປັນປະໂຫຍດເທົ່ານັ້ນ. ເມື່ອຖືກຖາມວ່າພວກເຂົາຫຍຸ້ງກັບຫຍັງ, ພວກເຂົາກໍເວົ້າວ່າ “ບ່ອນຢູ່ຂອງພວກເຮົາຂາດໝອນອີງສອງສາມໜ່ວຍ ແລະ ທີມຜະລິດຮູບເງົາກໍຂາດຜ້າສຳລັບເຮັດຊຸດ, ສະນັ້ນ ຂ້ອຍຈຶ່ງໄປຊື້. ເທື່ອໜຶ່ງເຮືອນຄົວໝົດເຄື່ອງປຸງ ແລະ ຄົນຄົວກໍອອກໄປບໍ່ໄດ້, ສະນັ້ນ ຂ້ອຍຈຶ່ງຕ້ອງອອກໄປຊື້ ແລະ ຂ້ອຍກໍຊື້ແປ້ງເຂົ້າຈີ່ສອງສາມຖົງມາພ້ອມ. ທຸກເລື່ອງນີ້ຂ້ອຍຕ້ອງເຮັດດ້ວຍຕົນເອງ”. ພວກເຂົາຫຍຸ້ງຫຼາຍແທ້ໆ. ພວກເຂົາບໍ່ໄດ້ລະເລີຍຕໍ່ໜ້າທີ່ຫຼັກຂອງຕົນບໍ? ພວກເຂົາບໍ່ສົນໃຈເລີຍ ຫຼື ແບກຮັບພາລະເລີຍເມື່ອເວົ້າເຖິງວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃນຖານະຜູ້ນໍາ ໂດຍທີ່ພະຍາຍາມພຽງແຕ່ເຮັດພໍແລ້ວມືແລ້ວຕີນ. ບັນຫາທີ່ຄວາມສາມາດຂອງພວກເຂົາເອງຂ້ອນຂ້າງຕໍ່າ ແລະ ການທີ່ພວກເຂົາຕາບອດທັງຕາ ແລະ ໃຈກໍຮ້າຍແຮງພໍແລ້ວ, ແຕ່ພວກເຂົາກໍຍັງບໍ່ແບກຮັບພາລະ ແລະ ເພີດເພີນກັບຄວາມສະດວກສະບາຍ ໂດຍມັກໃຊ້ເວລາຫຼາຍມື້ໃນສະຖານທີ່ທີ່ອົບອຸ່ນ. ເມື່ອມີຄົນມີບັນຫາ ແລະ ຊອກຫາພວກເຂົາເພື່ອຫາທາງອອກ, ກໍຫາໂຕພວກເຂົາບໍ່ເຫັນ ແລະ ບໍ່ມີໃຜຮູ້ວ່າພວກເຂົາກຳລັງເຮັດຫຍັງແທ້. ພວກເຂົາຈັດການເວລາຂອງຕົນເອງ. ອາທິດນີ້, ພວກເຂົາຈັດການເຕົ້າໂຮມໃຫ້ທີມໜຶ່ງໃນຕອນເຊົ້າ, ພັກຜ່ອນໃນຕອນບ່າຍ ແລະ ຈາກນັ້ນໃນຕອນແລງ, ພວກເຂົາກໍເຕົ້າໂຮມກັບຜູ້ທີ່ຮັບຜິດຊອບວຽກງານທົ່ວໄປເພື່ອປຶກສາຫາລືເລື່ອງຕ່າງໆ. ອາທິດຕໍ່ໄປ, ພວກເຂົາຈັດການເຕົ້າໂຮມໃຫ້ຜູ້ທີ່ຮັບຜິດຊອບວຽກງານພາຍນອກ ໂດຍຖາມແບບສະບາຍໆວ່າ “ມີຄວາມຫຍຸ້ງຍາກຫຍັງບໍ? ໄລຍະນີ້ເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າບໍ? ເຈົ້າຖືກຈຳກັດ ຫຼື ລົບກວນໃນການຕິດຕໍ່ກັບຜູ້ບໍ່ມີຄວາມເຊື່ອບໍ?” ພວກເຂົາຈະຖືວ່າຈົບຫຼັງຈາກໄດ້ຖາມຄຳຖາມສອງສາມຂໍ້ນີ້. ໃນພິບຕາດຽວ, ເດືອນໜຶ່ງກໍຜ່ານໄປ. ພວກເຂົາໄດ້ເຮັດວຽກຫຍັງແດ່? ເຖິງແມ່ນວ່າພວກເຂົາໄດ້ຈັດການເຕົ້າໂຮມໃຫ້ແຕ່ລະທີມຕາມລຳດັບ, ພວກເຂົາກໍບໍ່ຮູ້ຫຍັງກ່ຽວກັບສະຖານະການວຽກງານຂອງທີມໃດເລີຍ ແລະ ພວກເຂົາບໍ່ໄດ້ຮຽນຮູ້ ຫຼື ສອບຖາມກ່ຽວກັບມັນ ຫຼື ແຮງໄກທີ່ຈະເຂົ້າຮ່ວມວຽກງານ ຫຼື ຊີ້ນຳວຽກງານໃນແຕ່ລະທີມເລີຍ. ພວກເຂົາບໍ່ໄດ້ເຂົ້າຮ່ວມ, ຕິດຕາມ ຫຼື ໃຫ້ການຊີ້ນຳກ່ຽວກັບວຽກງານ ແຕ່ມີສອງສາມຢ່າງທີ່ພວກເຂົາເຮັດຕົງເວລາຄື: ກິນເຂົ້າຕົງເວລາ, ນອນຕົງເວລາ ແລະ ຈັດການເຕົ້າໂຮມຕົງເວລາ. ຊີວິດຂອງພວກເຂົາຂ້ອນຂ້າງເປັນລະບຽບ, ພວກເຂົາເບິ່ງແຍງຕົນເອງເປັນຢ່າງດີ ແຕ່ຜົນງານຂອງພວກເຂົາບໍ່ໄດ້ມາດຕະຖານ.

ຜູ້ນໍາບາງຄົນບໍ່ໄດ້ເຮັດສໍາເລັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກເລີຍ, ບໍ່ໄດ້ເຮັດວຽກງານທີ່ຈຳເປັນຂອງຄຣິສຕະຈັກ ແຕ່ພັດເອົາໃຈໃສ່ສະເພາະວຽກງານບໍລິຫານທົ່ວໄປທີ່ບໍ່ສຳຄັນ. ພວກເຂົາສຸມໃສ່ການຈັດການເຮືອນຄົວ ໂດຍຖາມຢູ່ສະເໝີວ່າ “ມື້ນີ້ພວກເຮົາກິນຫຍັງ? ພວກເຮົາມີໄຂ່ບໍ່? ເຫຼືອຊີ້ນຫຼາຍສໍ່າໃດ? ຖ້າໝົດແລ້ວ, ຂ້ອຍຈະໄປຊື້”. ພວກເຂົາຖືວ່າວຽກງານໃນເຮືອນຄົວສຳຄັນຫຼາຍທີ່ສຸດ, ຍ່າງເຂົ້າໄປໃນເຮືອນຄົວໂດຍບໍ່ມີເຫດຜົນ, ຄິດຢູ່ສະເໝີວ່າຈະໄດ້ກິນປາຫຼາຍຂຶ້ນ, ກິນຊີ້ນຫຼາຍຂຶ້ນ, ເພີດເພີນຫຼາຍຂຶ້ນ, ກິນອາຫານຢ່າງສະບາຍໃຈໂດຍບໍ່ຮູ້ສຶກຜິດຫຍັງເລີຍ. ໃນຂະນະທີ່ຄົນໃນແຕ່ລະທີມກຳລັງຫຍຸ້ງກັບວຽກ, ເອົາໃຈໃສ່ໃນການເຮັດໜ້າທີ່ຂອງຕົນໃຫ້ດີ, ຜູ້ນໍາເຫຼົ່ານີ້ພັດເອົາໃຈໃສ່ແຕ່ເລື່ອງກິນດີ, ໃຊ້ຊີວິດຢ່າງສະດວກສະບາຍ. ນັບຕັ້ງແຕ່ກາຍມາເປັນຜູ້ນໍາ, ບໍ່ພຽງແຕ່ພວກເຂົາບໍ່ສົນໃຈວຽກງານຂອງຄຣິສຕະຈັກ ແລະ ຫຼີກລ່ຽງການອອກແຮງງານໜັກ ແຕ່ພວກເຂົາຍັງເບິ່ງແຍງຕົນເອງໃຫ້ຕຸ້ຍພີ ແລະ ມີແກ້ມແດງສົດໃສ. ແຕ່ລະມື້ພວກເຂົາເຮັດຫຍັງ? ພວກເຂົາຫຍຸ້ງຢູ່ກັບວຽກງານບໍລິຫານທົ່ວໄປ, ເລື່ອງນ້ອຍໆ ບາງຢ່າງ, ບໍ່ໄດ້ເຮັດວຽກງານຕົວຈິງໃດໆໄດ້ດີ ຫຼື ແກ້ໄຂບັນຫາຕົວຈິງໃດໆ. ແຕ່ພວກເຂົາກໍບໍ່ຮູ້ສຶກເສຍໃຈໃນໃຈຂອງຕົນ. ຜູ້ນໍາປອມທຸກຄົນບໍ່ໄດ້ເຮັດວຽກງານທີ່ສຳຄັນຂອງຄຣິສຕະຈັກ ແລະ ພວກເຂົາບໍ່ໄດ້ແກ້ໄຂບັນຫາຕົວຈິງໃດໆ. ຫຼັງຈາກທີ່ພວກເຂົາກາຍເປັນຜູ້ນໍາ, ພວກເຂົາກໍຄິດວ່າ “ຂ້ອຍພຽງແຕ່ຕ້ອງຊອກຫາຄົນສອງສາມຄົນເພື່ອເຮັດວຽກງານສະເພາະ ແລ້ວຂ້ອຍກໍບໍ່ຈຳເປັນຕ້ອງເຮັດເອງ”. ພວກເຂົາເຊື່ອວ່າເມື່ອພວກເຂົາໄດ້ຈັດແຈງຜູ້ຮັບຜິດຊອບສຳລັບວຽກງານແຕ່ລະຢ່າງແລ້ວ, ພວກເຂົາເອງກໍບໍ່ມີຫຍັງເຮັດອີກ. ພວກເຂົາເຊື່ອວ່ານີ້ຄືການເຮັດວຽກງານຂອງຜູ້ນໍາ ແລະ ພວກເຂົາມີສິດທີ່ຈະໄດ້ຮັບຜົນປະໂຫຍດຈາກສະຖານະຂອງຕົນ. ພວກເຂົາບໍ່ໄດ້ເຂົ້າຮ່ວມໃນວຽກງານຕົວຈິງໃດໆ, ບໍ່ໄດ້ຕິດຕາມ ຫຼື ໃຫ້ການຊີ້ນຳ ແລະ ພວກເຂົາກໍບໍ່ໄດ້ດຳເນີນການກວດສອບ ຫຼື ຄົ້ນຄວ້າເພື່ອແກ້ໄຂບັນຫາ. ພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບຂອງຜູ້ນໍາບໍ? ວຽກງານຂອງຄຣິສຕະຈັກຈະເຮັດໄດ້ດີດ້ວຍວິທີນີ້ບໍ? ເມື່ອເບື້ອງເທິງຖາມພວກເຂົາກ່ຽວກັບຄວາມຄືບໜ້າຂອງວຽກງານ, ພວກເຂົາກໍເວົ້າວ່າ “ວຽກງານຂອງຄຣິສຕະຈັກລ້ວນແລ້ວແຕ່ປົກກະຕິດີ. ວຽກງານແຕ່ລະຢ່າງມີຜູ້ຮັບຜິດຊອບຈັດການຢູ່”. ຖ້າຖືກຖາມຕື່ມອີກວ່າມີບັນຫາໃດໆ ໃນວຽກງານ ຫຼື ບໍ່, ພວກເຂົາກໍຕອບວ່າ “ຂ້ອຍບໍ່ຮູ້. ຄົງຈະບໍ່ມີບັນຫາຫຍັງດອກ”! ນີ້ຄືທັດສະນະຂອງຜູ້ນໍາປອມຕໍ່ວຽກງານຂອງພວກເຂົາ. ໃນຖານະຜູ້ນໍາ, ເຈົ້າສະແດງຄວາມບໍ່ຮັບຜິດຊອບຢ່າງສິ້ນເຊີງຕໍ່ວຽກງານທີ່ມອບໝາຍໃຫ້ເຈົ້າ; ວຽກງານທັງໝົດຖືກມອບໃຫ້ຄົນອື່ນ ໂດຍບໍ່ມີການຕິດຕາມ, ສອບຖາມ ຫຼື ຊ່ວຍເຫຼືອໃນການແກ້ໄຂບັນຫາຈາກຝ່າຍຂອງເຈົ້າ. ເຈົ້າພຽງແຕ່ນັ່ງຢູ່ຊື່ໆ ຄືກັບເຈົ້ານາຍທີ່ບໍ່ເອົາຫຍັງ. ເຈົ້າບໍ່ໄດ້ລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງເຈົ້າບໍ? ເຈົ້າບໍ່ໄດ້ກະທຳຄືກັບເຈົ້າໜ້າທີ່ບໍ? ບໍ່ໄດ້ເຮັດວຽກງານສະເພາະໃດໆ, ບໍ່ໄດ້ຕິດຕາມວຽກງານ, ບໍ່ໄດ້ແກ້ໄຂບັນຫາຕົວຈິງ, ຜູ້ນໍາເຊັ່ນນີ້ບໍ່ແມ່ນພຽງແຕ່ເຄື່ອງປະດັບບໍ? ພວກເຂົາບໍ່ແມ່ນຜູ້ນໍາປອມບໍ? ນີ້ຄືບຸກຄົນຕົວຢ່າງຂອງຜູ້ນໍາປອມ. ວຽກງານຂອງຜູ້ນໍາປອມແມ່ນພຽງແຕ່ແກວ່ງປາກ ແລະ ອອກຄຳສັ່ງໂດຍບໍ່ໄດ້ເຂົ້າຮ່ວມ ຫຼື ຕິດຕາມວຽກງານຕົວຈິງ ແລະ ບໍ່ໄດ້ຊອກຫາ ຫຼື ລະບຸບັນຫາພາຍໃນວຽກງານ. ແມ່ນແຕ່ໃນເວລາທີ່ພົບບັນຫາ, ພວກເຂົາກໍບໍ່ແກ້ໄຂບັນຫາເຫຼົ່ານັ້ນ. ພວກເຂົາພຽງແຕ່ເຮັດຕົວເປັນເຈົ້ານາຍທີ່ບໍ່ເອົາຫຍັງ ໂດຍຄິດວ່ານັ້ນຄືການເຮັດວຽກແລ້ວ. ແຕ່ການນໍາພາແບບນີ້ບໍ່ໄດ້ລົບກວນຄວາມສະຫງົບໃນໃຈຂອງພວກເຂົາເລີຍ; ພວກເຂົາດຳລົງຊີວິດຢ່າງສະດວກສະບາຍທຸກມື້ ແລະ ມີຄວາມເບີກບານມ່ວນຊື່ນຢູ່ຕະຫຼອດເວລາ. ພວກເຂົາຍັງມີໜ້າຍິ້ມຢູ່ໄດ້ແນວໃດ? ເຮົາໄດ້ຄົ້ນພົບຄວາມຈິງຢ່າງໜຶ່ງຄື: ຄົນປະເພດນີ້ໜ້າດ້ານໄຮ້ຢາງອາຍຢ່າງສິ້ນເຊີງ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃນຖານະຜູ້ນໍາ, ພວກເຂົາພຽງແຕ່ຈັດຄົນສອງສາມຄົນໃຫ້ເຮັດວຽກ ແລະ ຖືວ່າຈົບ. ເຈົ້າບໍ່ເຄີຍເຫັນພວກເຂົາຢູ່ບ່ອນເຮັດວຽກ; ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບຄວາມຄືບໜ້າ ຫຼື ຜົນຂອງວຽກງານຂອງຄຣິສຕະຈັກ ແຕ່ພວກເຂົາກໍຍັງຄິດວ່າຕົນເອງມີຄວາມສາມາດ ແລະ ໄດ້ມາດຕະຖານໃນຖານະຜູ້ນໍາ. ນີ້ຄືບຸກຄົນຕົວຢ່າງຂອງຜູ້ນໍາປອມ ທີ່ບໍ່ໄດ້ເຮັດວຽກງານຕົວຈິງໃດໆເລີຍ. ຜູ້ນໍາປອມບໍ່ມີພາລະຕໍ່ວຽກງານຂອງຄຣິສຕະຈັກ, ພວກເຂົາບໍ່ກັງວົນ ຫຼື ຮ້ອນໃຈບໍ່ວ່າຈະເກີດບັນຫາຫຼາຍສໍ່າໃດກໍຕາມ; ພວກເຂົາພໍໃຈກັບການເຮັດວຽກງານບໍລິຫານທົ່ວໄປຈໍານວນໜຶ່ງ ແລ້ວກໍຄິດວ່າຕົນເອງໄດ້ເຮັດວຽກງານຕົວຈິງແລ້ວ. ບໍ່ວ່າເບື້ອງເທິງຈະເປີດໂປງຜູ້ນໍາປອມແນວໃດກໍຕາມ, ພວກເຂົາກໍບໍ່ຮູ້ສຶກບໍ່ດີໃນໃຈ ແລະ ບໍ່ເຫັນວ່າການເປີດໂປງນັ້ນຖືກກັບຕົນເອງ; ພວກເຂົາບໍ່ມີການໄຕ່ຕອງຕົນເອງ ຫຼື ການກັບໃຈໃດໆ. ຄົນປະເພດນີ້ບໍ່ແມ່ນຄົນທີ່ປາສະຈາກຄວາມສຳນຶກ ແລະ ເຫດຜົນບໍ? ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນຢ່າງແທ້ຈິງຈະປະຕິບັດຕໍ່ວຽກງານຂອງຄຣິສຕະຈັກແບບນີ້ໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ.

ໂດຍທົ່ວໄປແລ້ວ, ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນແມ່ນແຕ່ໜ້ອຍດຽວ ເມື່ອໄດ້ຍິນການເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມ ແລະ ນຳມາປຽບທຽບກັບຕົນເອງ ກໍຈະສາມາດເຫັນໄດ້ບໍ່ຫຼາຍກໍໜ້ອຍວ່າຕົນເອງມີສ່ວນຢູ່ໃນຄຳອະທິບາຍເຫຼົ່ານີ້. ພວກເຂົາຈະໜ້າແດງ, ພວກເຂົາຈະກະວົນກະວາຍ, ໃຈຂອງພວກເຂົາບໍ່ສະຫງົບ, ຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າ ແລະ ຈະຕັ້ງໃຈຢ່າງລັບໆວ່າ: “ເມື່ອກ່ອນ, ຂ້ອຍໄດ້ເພີດເພີນກັບຄວາມສຸກສະບາຍທາງເນື້ອໜັງ, ບໍ່ໄດ້ເຮັດວຽກຂອງຕົນໃຫ້ດີ, ບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ບໍ່ໄດ້ເຮັດວຽກງານຕົວຈິງ, ບໍ່ຮູ້ຫຍັງເມື່ອຖືກຖາມ, ມັກຈະຫາທາງຫຼີກລ່ຽງ ແລະ ທໍາທ່າຢູ່ສະເໝີ ໂດຍຢ້ານວ່າເມື່ອຄົນອື່ນເຫັນສະພາບຕົວຈິງຂອງຂ້ອຍແລ້ວ, ຊື່ສຽງ ແລະ ສະຖານະຂອງຂ້ອຍຈະສູນເສຍໄປ ແລະ ຕຳແໜ່ງຜູ້ນໍາທີ່ຂ້ອຍມີຢູ່ກໍຈະຮັກສາໄວ້ບໍ່ໄດ້. ດຽວນີ້ຂ້ອຍຈຶ່ງເຫັນວ່າພຶດຕິກຳເຊັ່ນນັ້ນເປັນຕາໜ້າອັບອາຍ ແລະ ຈະເຮັດຕໍ່ໄປບໍ່ໄດ້. ຂ້ອຍຕ້ອງຈິງຈັງໃນການກະທຳໃຫ້ຫຼາຍຂຶ້ນ ແລະ ພະຍາຍາມໃຫ້ຫຼາຍຂຶ້ນ. ຖ້າຂ້ອຍຍັງເຮັດບໍ່ດີຕໍ່ໄປ, ມັນກໍຈະເປັນສິ່ງທີ່ໃຫ້ອະໄພບໍ່ໄດ້. ຄວາມສຳນຶກຂອງຂ້ອຍຈະກ່າວໂທດຂ້ອຍ!” ຜູ້ນໍາປອມເຊັ່ນນີ້ຍັງມີຄວາມເປັນມະນຸດ ແລະ ຄວາມສຳນຶກຢູ່ແດ່; ຢ່າງໜ້ອຍທີ່ສຸດ, ຄວາມສຳນຶກຂອງພວກເຂົາກໍຍັງຮັບຮູ້ໄດ້. ຫຼັງຈາກທີ່ໄດ້ຍິນການເປີດໂປງຂອງເຮົາ, ພວກເຂົາກໍເຫັນຕົນເອງໃນຄຳເວົ້າເຫຼົ່ານີ້ ແລະ ຮູ້ສຶກບໍ່ສະບາຍໃຈ; ພວກເຂົາໄຕ່ຕອງວ່າ: “ຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງໃດໆແທ້ໆ ຫຼື ແກ້ໄຂບັນຫາຕົວຈິງໃດໆ. ຂ້ອຍບໍ່ສົມຄວນກັບການຝາກຝັງຂອງພຣະເຈົ້າ ຫຼື ຕຳແໜ່ງຜູ້ນໍາ. ແລ້ວຂ້ອຍຄວນເຮັດແນວໃດ? ຂ້ອຍຕ້ອງແກ້ໄຂ; ນັບແຕ່ນີ້ໄປ, ຂ້ອຍຕ້ອງເອົາຈິງເອົາຈັງ ແລະ ແກ້ໄຂບັນຫາຕົວຈິງ, ເຂົ້າຮ່ວມໃນວຽກງານສະເພາະທຸກຢ່າງ, ຫຼີກລ່ຽງການຫຼົບຫຼີກ, ຫຼີກລ່ຽງການທໍາທ່າ ແລະ ເຮັດທຸກສິ່ງໃຫ້ສຸດຄວາມສາມາດຂອງຂ້ອຍ. ພຣະເຈົ້າກວດສອບຈິດໃຈ ແລະ ຄວາມຄິດທີ່ເລິກທີ່ສຸດຂອງມະນຸດ, ພຣະເຈົ້າຮູ້ຄວາມສາມາດທີ່ແທ້ຈິງຂອງທຸກຄົນ; ບໍ່ວ່າຂ້ອຍຈະເຮັດໄດ້ດີ ຫຼື ບໍ່ດີ, ການເຮັດຢ່າງສຸດໃຈແມ່ນສຳຄັນທີ່ສຸດ. ຖ້າຂ້ອຍບໍ່ສາມາດເຮັດໄດ້ແມ່ນແຕ່ເທົ່ານີ້, ຍັງຈະເອີ້ນຂ້ອຍວ່າເປັນມະນຸດໄດ້ບໍ?” ການທີ່ສາມາດໄຕ່ຕອງຕົນເອງໃນລັກສະນະນີ້ເອີ້ນວ່າການມີຄວາມສຳນຶກ. ຄົນທີ່ບໍ່ມີຄວາມສຳນຶກ, ບໍ່ວ່າເຈົ້າຈະເປີດໂປງພວກເຂົາແນວໃດ, ພວກເຂົາກໍບໍ່ໜ້າແດງ ຫຼື ໃຈສັ່ນ; ພວກເຂົາພຽງແຕ່ສືບຕໍ່ເຮັດຕາມທີ່ຕົນຕ້ອງການ. ເຖິງວ່າພວກເຂົາຈະເຫັນຕົນເອງໃນສິ່ງທີ່ພຣະເຈົ້າໄດ້ເປີດໂປງ, ພວກເຂົາກໍຮູ້ສຶກບໍ່ສົນໃຈມັນ: ພວກເຂົາຄິດວ່າ “ບໍ່ແມ່ນວ່າມີການເອີ້ນຊື່ຂ້ອຍ”. “ຂ້ອຍຈະຢ້ານເຮັດຫຍັງ? ຄວາມສາມາດຂອງຂ້ອຍດີ, ຂ້ອຍມີພອນສະຫວັນ; ເຮືອນຂອງພຣະເຈົ້າຂາດຂ້ອຍບໍ່ໄດ້! ແລ້ວມັນຈະເປັນຫຍັງ ຖ້າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງ? ຂ້ອຍບໍ່ໄດ້ເຮັດເອງ ແຕ່ຂ້ອຍໃຫ້ຄົນອື່ນເຮັດ, ສະນັ້ນ ມັນກໍຍັງສຳເລັດຢູ່ດີ, ບໍ່ແມ່ນບໍ? ຢ່າງໃດກໍຕາມ, ທຸກໜ້າວຽກທີ່ເຈົ້າມອບໝາຍໃຫ້ຂ້ອຍ, ຂ້ອຍກໍເຮັດໃຫ້ເຈົ້າສຳເລັດ, ບໍ່ວ່າຂ້ອຍຈະຈັດໃຫ້ໃຜເຮັດກໍຕາມ. ຄວາມສາມາດຂອງຂ້ອຍດີ, ສະນັ້ນ ຂ້ອຍຈຶ່ງເຮັດວຽກຢ່າງສະຫຼາດ. ໃນອະນາຄົດ, ຂ້ອຍຈະສືບຕໍ່ເຮັດພໍແລ້ວມືແລ້ວຕີນ ແລະ ມ່ວນຊື່ນກັບຊີວິດຕາມທີ່ຂ້ອຍຕ້ອງການ”. ບໍ່ວ່າເຮົາຈະໄຈ້ແຍກ ຫຼື ເປີດໂປງຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງແນວໃດ, ຄົນເຫຼົ່ານັ້ນກໍຍັງຄືເກົ່າ, ບໍ່ຮັບຮູ້ຫຍັງເລີຍ: “ໃຫ້ຄົນອື່ນຄິດແນວໃດກໍໄດ້ ແລະ ເຫັນຂ້ອຍແນວໃດກໍໄດ້, ຂ້ອຍກໍຈະບໍ່ເຮັດ!” ຜູ້ນໍາປອມເຊັ່ນນີ້ມີຄວາມສຳນຶກບໍ? (ບໍ່ມີ). ນີ້ແມ່ນຄັ້ງທີສີ່ທີ່ພວກເຮົາໄດ້ໂອ້ລົມກ່ຽວກັບການເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມ ແລະ ທຸກຄັ້ງທີ່ເຮົາເປີດໂປງບຸກຄົນເຊັ່ນນີ້, ຜູ້ທີ່ມີຄວາມສຳນຶກແມ່ນແຕ່ໜ້ອຍດຽວກໍຮູ້ສຶກຄືກັບນັ່ງຢູ່ເທິງກອງໄຟ, ຮູ້ສຶກບໍ່ໝັ້ນຄົງທີ່ບໍ່ໄດ້ເຮັດວຽກຂອງຕົນໃຫ້ດີ ແລະ ຕັ້ງໃຈຢ່າງລັບໆທີ່ຈະຮີບຮ້ອນກັບໃຈ ແລະ ປ່ຽນແປງ. ໃນຂະນະດຽວກັນ, ຜູ້ທີ່ບໍ່ມີຄວາມສຳນຶກກໍໜ້າດ້ານເປັນພິເສດ; ພວກເຂົາບໍ່ຮູ້ສຶກຫຍັງເລີຍ. ບໍ່ວ່າເຮົາຈະໂອ້ລົມແນວໃດ, ພວກເຂົາກໍພຽງແຕ່ດຳເນີນຊີວິດຂອງຕົນໄປຕາມປົກກະຕິ, ມ່ວນຊື່ນກັບຊີວິດຕາມທີ່ພວກເຂົາຕ້ອງການ. ເມື່ອເຈົ້າຖາມພວກເຂົາວ່າ “ບາງຄົນຮັບຜິດຊອບວຽກງານພຣະກິດຕິຄຸນ, ບາງຄົນຮັບຜິດຊອບວຽກງານການແປ ແລະ ຄົນອື່ນໆຮັບຜິດຊອບວຽກການຜະລິດຮູບເງົາ. ແລ້ວເຈົ້າຮັບຜິດຊອບວຽກງານສະເພາະໃດ?” ພວກເຂົາກໍເວົ້າວ່າ: “ເຖິງແມ່ນວ່າຂ້ອຍບໍ່ໄດ້ເຮັດວຽກງານສະເພາະໃດໆ ແຕ່ຂ້ອຍກໍຄຸມງານທຸກຢ່າງ. ຂ້ອຍຈັດການເຕົ້າໂຮມໃຫ້ພວກເຂົາ”. ຖ້າເຈົ້າຖາມພວກເຂົາຕື່ມອີກວ່າ “ເຈົ້າຈັດການເຕົ້າໂຮມຈັກຄັ້ງຕໍ່ເດືອນ?” ພວກເຂົາກໍຈະຕອບວ່າ: “ຢ່າງໜ້ອຍທີ່ສຸດ, ເຕົ້າໂຮມໃຫຍ່ໜຶ່ງຄັ້ງຕໍ່ເດືອນ ແລະ ເຕົ້າໂຮມນ້ອຍທຸກໆສອງອາທິດ”. ເມື່ອເຈົ້າຖາມພວກເຂົາວ່າ “ນອກຈາກການຈັດການເຕົ້າໂຮມແລ້ວ, ເຈົ້າໄດ້ເຮັດວຽກງານສະເພາະໃດແດ່?” ພວກເຂົາກໍຈະຕອບວ່າ: “ມີການເຕົ້າໂຮມທີ່ເຮັດໃຫ້ຂ້ອຍຫຍຸ້ງຫຼາຍແລ້ວ, ຂ້ອຍຈະເຮັດວຽກງານສະເພາະຫຍັງໄດ້ອີກ? ນອກຈາກນີ້, ຂອບເຂດທີ່ຂ້ອຍຄຸມງານກໍກວ້າງຫຼາຍ, ຂ້ອຍບໍ່ມີເວລາສຳລັບວຽກງານສະເພາະ”. ຜູ້ນໍາປອມເຫຼົ່ານີ້ຮູ້ສຶກວ່າຕົນເອງຖືກຕ້ອງທຸກຢ່າງໂດຍຄິດວ່າຕົນເອງເປັນຜູ້ນໍາທີ່ໝັ້ນຄົງຫຼາຍແທ້ໆ! ບໍ່ວ່າພວກເຂົາຈະຖືກເປີດໂປງ ແລະ ລິຮານແນວໃດ, ພວກເຂົາກໍບໍ່ໄດ້ເສຍໃຈກັບມັນແມ່ນແຕ່ໜ້ອຍດຽວ. ຖ້າຫາກໃຫ້ເຮົາເຮັດວຽກງານສະເພາະຢ່າງໜຶ່ງ, ເຊັ່ນ: ແຕ່ງກິນໃຫ້ຄົນຫ້າຄົນ ແຕ່ເຮົາພັດແຕ່ງອາຫານພຽງພໍສຳລັບສີ່ຄົນ, ເຮົາກໍຈະຮູ້ສຶກບໍ່ສະບາຍໃຈທີ່ແຕ່ງບໍ່ພໍ ແລະ ເຮົາກໍຈະຮູ້ສຶກຜິດທີ່ບໍ່ໄດ້ເຮັດໃຫ້ທຸກຄົນກິນອີ່ມ. ຈາກນັ້ນ ເຮົາກໍຈະຄິດຫາວິທີຊົດເຊີຍ ໂດຍຮັບປະກັນວ່າຈະຄິດໄລ່ໃຫ້ຖືກຕ້ອງໃນຄັ້ງຕໍ່ໄປເພື່ອໃຫ້ທຸກຄົນໄດ້ກິນອີ່ມ. ຖ້າມີຄົນເວົ້າວ່າອາຫານເຄັມເກີນໄປ, ເຮົາກໍຈະຮູ້ສຶກບໍ່ດີຄືກັນ. ເຮົາຈະຖາມວ່າອາຫານຈານໃດທີ່ເຄັມເກີນໄປ, ແລ້ວກໍຖາມຄົນອື່ນວ່າລົດຊາດເໝາະສົມ ຫຼື ບໍ່. ເຖິງແມ່ນວ່າມັນຍາກທີ່ຈະເຮັດໃຫ້ທຸກຄົນພໍໃຈ, ເຮົາກໍຍັງຕ້ອງພະຍາຍາມທຸກວິທີທາງເພື່ອເຮັດສ່ວນຂອງເຮົາໃຫ້ດີ. ນີ້ເອີ້ນວ່າການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ; ນີ້ຄືເຫດຜົນທີ່ຜູ້ຄົນຄວນມີ. ເຈົ້າຕ້ອງເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດສະເໝີ; ບໍ່ວ່າຈະເປັນໜ້າວຽກຫຍັງ, ເຈົ້າຕ້ອງເຂົ້າຮ່ວມດ້ວຍຕົນເອງ. ຖ້າມີຄົນໃຫ້ຄວາມຄິດເຫັນທີ່ແຕກຕ່າງ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ ແລະ ເຈົ້າຮູ້ວ່າຕົນເອງຜິດ ແລະ ຮູ້ສຶກບໍ່ດີຫຼັງຈາກໄດ້ຍິນ, ເຈົ້າກໍຕ້ອງແກ້ໄຂ ແລະ ເອົາໃຈໃສ່ໃນສິ່ງທີ່ເຈົ້າເຮັດໃນອະນາຄົດ, ເຮັດໃຫ້ດີເຖິງແມ່ນວ່າຈະຕ້ອງທົນທຸກລຳບາກແດ່ກໍຕາມ. ຜູ້ນໍາປອມບໍ່ມີຄວາມຮູ້ສຶກແບບນີ້, ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ທົນທຸກລຳບາກໃດໆເລີຍ. ຫຼັງຈາກທີ່ໄດ້ຍິນຄວາມຈິງເຫຼົ່ານີ້ກ່ຽວກັບການເປີດໂປງຜູ້ນໍາປອມ, ພວກເຂົາກໍບໍ່ຮູ້ສຶກຫຍັງເລີຍ, ຍັງກິນແຊບ, ນອນຫຼັບສະບາຍ ແລະ ໃຊ້ຊີວິດຢ່າງມີຄວາມສຸກ ໂດຍທີ່ມີອາລົມທີ່ເບີກບານຄືເກົ່າທຸກມື້ ແລະ ໂດຍບໍ່ມີຄວາມຮູ້ສຶກວ່າແບກຮັບພາລະໜັກຢູ່ເທິງບ່າ ຫຼື ຄວາມຮູ້ສຶກຜິດໃນໃຈ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ຄົນເຊັ່ນນີ້ມີບັນຫາກ່ຽວກັບຄຸນລັກສະນະຂອງຕົນ: ພວກເຂົາຂາດຄວາມສຳນຶກ, ພວກເຂົາປາສະຈາກເຫດຜົນ ແລະ ພວກເຂົາເປັນຄົນມີຄຸນລັກສະນະທີ່ຕໍ່າຕ້ອຍ. ເຖິງແມ່ນວ່າໄດ້ເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມມາເປັນເວລາດົນແລ້ວ, ທັງຈາກມຸມມອງທາງບວກ, ການຈັດຫາ ແລະ ການໂອ້ລົມ ແລະ ຈາກມຸມມອງທາງລົບ, ການເປີດໂປງ ແລະ ການໄຈ້ແຍກພວກເຂົາ, ຜູ້ນໍາປອມສ່ວນໜຶ່ງກໍຍັງບໍ່ສາມາດຮັບຮູ້ບັນຫາຂອງຕົນເອງໄດ້ ແລະ ບໍ່ເຄີຍຕັ້ງໃຈທີ່ຈະໄຕ່ຕອງ ແລະ ກັບໃຈ. ຖ້າບໍ່ມີການຊີ້ນໍາ ແລະ ການຊຸກຍູ້ຈາກເບື້ອງເທິງ, ພວກເຂົາກໍຍັງຈະເຮັດວຽກແບບພໍແລ້ວມືແລ້ວຕີນເທົ່າທີ່ພວກເຂົາສາມາດເຮັດໄດ້ ໂດຍບໍ່ປ່ຽນແປງແນວທາງເລີຍ. ບໍ່ວ່າເຮົາຈະເປີດໂປງພວກເຂົາແນວໃດ, ພວກເຂົາກໍຍັງນັ່ງຢູ່ຊື່ໆໂດຍບໍ່ກະທົບກະເທືອນ ແລະ ບໍ່ຮັບຮູ້ຫຍັງເລີຍ. ນີ້ບໍ່ແມ່ນການໜ້າດ້ານເກີນໄປບໍ? ຄົນປະເພດນີ້ບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ; ພວກເຂົາມີຄຸນລັກສະນະທີ່ຕໍ່າຕ້ອຍຈົນບໍ່ຮູ້ຈັກຄວາມອັບອາຍ! ສຳລັບຄົນທຳມະດາ, ພຽງແຕ່ໄດ້ຍິນຄົນເວົ້າເຖິງຂໍ້ບົກຜ່ອງ, ຂໍ້ເສຍ ຫຼື ສິ່ງທີ່ບໍ່ເໝາະສົມ ຫຼື ຂັດກັບຫຼັກການກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດ ໂດຍບໍ່ຕ້ອງເວົ້າເຖິງການຖືກເປີດໂປງໂດຍສະເພາະ ກໍເປັນສິ່ງທີ່ທົນໄດ້ຍາກແລ້ວ ແລະ ພວກເຂົາກໍຈະຮູ້ສຶກບໍ່ສະບາຍໃຈ ແລະ ອັບອາຍ ແລະ ຈະຄິດຫາວິທີປ່ຽນແປງ ແລະ ແກ້ໄຂຕົນເອງ. ໃນຂະນະດຽວກັນ, ຜູ້ນໍາປອມເຫຼົ່ານີ້ເຮັດໃຫ້ວຽກງານຂອງພວກເຂົາເສຍຫາຍຢ່າງສິ້ນເຊີງ ແລະ ຍັງດຳລົງຊີວິດດ້ວຍຄວາມສຳນຶກທີ່ສະອາດ ໂດຍບໍ່ຮູ້ສຶກກັງວົນ ຫຼື ຮ້ອນໃຈ ແລະ ຍັງບໍ່ຮັບຮູ້ຫຍັງເລີຍບໍ່ວ່າພວກເຂົາຈະຖືກເປີດໂປງແນວໃດ, ພວກເຂົາເຖິງກັບຊອກຫາບ່ອນລີ້ ແລະ ສະແຫວງຫາການພັກຜ່ອນ ແລະ ບໍ່ເຄີຍເຫັນໜ້າພວກເຂົາເລີຍ. ພວກເຂົາບໍ່ຮູ້ຈັກຄວາມອັບອາຍແທ້ໆ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?