ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3) ສ່ວນທີ ຫ້າ
III. ຜູ້ນໍາປອມປະຕິບັດຕໍ່ຜູ້ກຳກັບດູແລທີ່ທໍລະມານຄົນອື່ນ ແລະ ລົບກວນວຽກງານຂອງຄຣິສຕະຈັກແນວໃດ
ສະຖານະການປະເພດທີສາມແມ່ນກ່ຽວຂ້ອງກັບຜູ້ກຳກັບດູແລທີ່ທໍລະມານ ແລະ ລະງັບຄົນອື່ນ, ລົບກວນວຽກງານຂອງຄຣິສຕະຈັກ. ສະຖານະການທຳອິດທີ່ພວກເຮົາໄດ້ເວົ້າເຖິງກ່ອນໜ້ານີ້ແມ່ນບ່ອນທີ່ຜູ້ກຳກັບດູແລບາງຄົນ, ເຖິງແມ່ນວ່າຈະມີຄວາມສາມາດຂ້ອນຂ້າງດີ ແລະ ສາມາດແບກຮັບວຽກງານຂອງພວກເຂົາໄດ້, ແຕ່ກໍບໍ່ໄດ້ເອົາໃຈໃສ່ວຽກງານຢ່າງຈິງຈັງ ແລະ ພຽງແຕ່ປະພຶດຕົນແບບພໍແລ້ວມືແລ້ວຕີນ, ໃນຂະນະທີ່ຜູ້ນໍາປອມກໍບໍ່ຮູ້ເລື່ອງນີ້ ແລະ ບໍ່ໄດ້ປົດພວກເຂົາອອກໂດຍທັນທີ. ສະຖານະການທີສອງແມ່ນກ່ຽວຂ້ອງກັບຜູ້ກຳກັບດູແລບາງຄົນທີ່ມີຄວາມສາມາດຕໍ່າ ແລະ ບໍ່ສາມາດແບກຮັບວຽກງານໄດ້, ແຕ່ຜູ້ນໍາປອມກໍລົ້ມເຫຼວທີ່ຈະສັງເກດເຫັນສິ່ງນີ້ ຫຼື ປ່ຽນແທນພວກເຂົາໂດຍທັນທີ. ສະຖານະການທີສາມນີ້ແມ່ນກ່ຽວກັບຜູ້ກຳກັບດູແລທີ່ບໍ່ວ່າຄວາມສາມາດຂອງຕົນເອງຈະດີ ຫຼື ບໍ່ດີ, ກໍບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ແລະ ເອົາແຕ່ທໍລະມານ ແລະ ລະງັບຄົນອື່ນ, ລົບກວນວຽກງານຂອງຄຣິສຕະຈັກ. ນັບຕັ້ງແຕ່ເວລາທີ່ພວກເຂົາຖືກເລືອກໃຫ້ເປັນຜູ້ກຳກັບດູແລ, ພວກເຂົາກໍບໍ່ໄດ້ພະຍາຍາມຮຽນຮູ້ ຫຼື ສຶກສາຂົງເຂດວຽກງານຂອງຕົນ, ທັງບໍ່ໄດ້ສະແຫວງຫາຫຼັກການຄວາມຈິງ ແລະ ແນ່ນອນວ່າພວກເຂົາບໍ່ໄດ້ຊີ້ນໍາຄົນອື່ນໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ. ແທນທີ່ຈະເປັນແນວນັ້ນ, ໃນທຸກໆໂອກາດທີ່ພວກເຂົາມີ, ພວກເຂົາກໍຈະຫາເລື່ອງຄົນໃດຄົນໜຶ່ງ ແລ້ວກໍເວົ້າຈາແທກແດງ ແລະ ສຽດສີຄົນນັ້ນ; ຕາບໃດທີ່ພວກເຂົາມີໂອກາດ, ພວກເຂົາກໍຈະອວດໂຕເອງ ແລະ ບໍ່ວ່າພວກເຂົາຈະເຮັດຫຍັງ, ພວກເຂົາກໍບໍ່ເຄີຍເຮັດຫຍັງແບບຈິງຈັງໜັກແໜ້ນເລີຍ. ມື້ໜຶ່ງພວກເຂົາບອກໃຫ້ຄົນເຮັດແບບໜຶ່ງ ແລະ ມື້ຕໍ່ມາພວກເຂົາກໍບອກໃຫ້ເຮັດອີກແບບໜຶ່ງ; ພວກເຂົາເອົາແຕ່ຄິດຫາວິທີແປກໃໝ່, ຢາກໂດດເດັ່ນຢູ່ສະເໝີ. ທັງໝົດນີ້ເຮັດໃຫ້ຜູ້ຄົນຕົກຢູ່ໃນສະພາວະທີ່ວິຕົກກັງວົນ. ເມື່ອໃດກໍຕາມທີ່ພວກເຂົາເວົ້າ, ບາງຄົນກໍຮູ້ສຶກວ່າຫົວໃຈຂອງພວກເຂົາສັ່ນ. ເມື່ອພວກເຂົາປາບທຸກຄົນຈົນຢູ່ໝັດ ແລະ ເຮັດໃຫ້ທຸກຄົນຢ້ານກົວ ແລະ ເຊື່ອຟັງພວກເຂົາ, ພວກເຂົາກໍຈະຮູ້ສຶກເບີກບານໃຈ. ບໍ່ວ່າພວກເຂົາຈະເປັນຜູ້ນໍາປອມ ຫຼື ພວກຕໍ່ຕ້ານພຣະຄຣິສ ແລະ ບໍ່ວ່າພວກເຂົາຈະມີອຳນາດ ຫຼື ບໍ່ກໍຕາມ, ຄົນປະເພດນີ້ກໍທຳລາຍຄວາມສະຫງົບສຸກຂອງຄຣິສຕະຈັກ. ບໍ່ພຽງແຕ່ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງ ຫຼື ປະຕິບັດໜ້າທີ່ຂອງຕົນຕາມປົກກະຕິໄດ້, ພວກເຂົາຍັງຫວ່ານຄວາມແຕກແຍກ ແລະ ກໍ່ໃຫ້ເກີດການຂັດແຍ່ງກັນລະຫວ່າງຜູ້ຄົນ, ລົບກວນຊີວິດຂອງຄຣິສຕະຈັກ. ບໍ່ພຽງແຕ່ພວກເຂົາບໍ່ສາມາດຊ່ວຍຄົນອື່ນໃຫ້ເຂົ້າໃຈຄວາມຈິງໄດ້, ພວກເຂົາຍັງມັກຈະຕັດສິນ ແລະ ປະນາມຜູ້ຄົນ ແລະ ບັງຄັບໃຫ້ຜູ້ຄົນເຊື່ອຟັງພວກເຂົາໃນທຸກສິ່ງ, ລະງັບພວກເຂົາຈົນເຖິງຂັ້ນທີ່ພວກເຂົາບໍ່ຮູ້ວ່າຈະປະພຶດຕົນແນວໃດໃຫ້ເໝາະສົມ. ໂດຍສະເພາະໃນດ້ານການດຳລົງຊີວິດ, ຜູ້ຄົນບໍ່ສາມາດນອນກ່ອນເວລາ ຫຼື ເດິກກວ່າເວລາໄດ້. ບໍ່ວ່າພວກເຂົາຈະເຮັດຫຍັງ, ພວກເຂົາກໍຕ້ອງເບິ່ງສີໜ້າຂອງຄົນເຫຼົ່ານີ້, ເຊິ່ງເຮັດໃຫ້ຊີວິດເມື່ອຍລ້າທີ່ສຸດ. ຖ້າຄົນແບບນີ້ກາຍເປັນຜູ້ກຳກັບດູແລ, ຄົນອື່ນໆທຸກຄົນກໍຈະມີຊ່ວງເວລາທີ່ລຳບາກ. ຖ້າເຈົ້າເວົ້າຄວາມຈິງກັບພວກເຂົາ ແລະ ເປີດເຜີຍບັນຫາຂອງພວກເຂົາ, ພວກເຂົາກໍຈະເວົ້າວ່າເຈົ້າກຳລັງຕັ້ງໃຈແນເປົ້າ ແລະ ເປີດໂປງພວກເຂົາ. ຖ້າເຈົ້າບໍ່ເວົ້າກັບພວກເຂົາກ່ຽວກັບບັນຫາຂອງພວກເຂົາ, ພວກເຂົາກໍຈະເວົ້າວ່າເຈົ້າກຳລັງດູຖູກພວກເຂົາ. ຖ້າເຈົ້າຈິງຈັງ ແລະ ຮັບຜິດຊອບຕໍ່ວຽກງານ ແລະ ໃຫ້ຄຳແນະນຳບາງຢ່າງແກ່ພວກເຂົາ, ພວກເຂົາກໍຈະທ້າທາຍ ແລະ ພວກເຂົາຈະເວົ້າວ່າເຈົ້າກຳລັງໂຈມຕີພວກເຂົາ ແລະ ເອີ້ນເຈົ້າວ່າອວດດີ. ໃນກໍລະນີໃດກໍຕາມ, ບໍ່ວ່າເຈົ້າຈະເຮັດຫຍັງ, ພວກເຂົາກໍຈະເຫັນວ່າມັນບໍ່ເປັນທີ່ພໍໃຈ. ພວກເຂົາຄິດຢູ່ສະເໝີກ່ຽວກັບການທໍລະມານຜູ້ຄົນ ແລະ ພວກເຂົາລະງັບຜູ້ຄົນຈົນເຮັດໃຫ້ພວກເຂົາມືນຕາອ້າປາກບໍ່ໄດ້ ແລະ ຮູ້ສຶກວ່າເຮັດຫຍັງກໍບໍ່ຖືກ. ຜູ້ກຳກັບດູແລເຊັ່ນນີ້ລົບກວນວຽກງານຂອງຄຣິສຕະຈັກ.
ຜູ້ນໍາປອມເກັ່ງໃນວຽກງານຜິວເຜີນ, ແຕ່ພວກເຂົາບໍ່ເຄີຍເຮັດວຽກງານຕົວຈິງ. ພວກເຂົາບໍ່ໄດ້ໄປກວດກາ, ກຳກັບດູແລ ຫຼື ຊີ້ນໍາວຽກງານວິຊາຊີບຕ່າງໆ ຫຼື ຊອກຮູ້ສິ່ງທີ່ກຳລັງເກີດຂຶ້ນໃນທີມຕ່າງໆຢ່າງທັນການ, ກວດກາເບິ່ງວ່າວຽກງານຄືບໜ້າໄປແນວໃດ, ມີບັນຫາຫຍັງແດ່, ບໍ່ວ່າຜູ້ກຳກັບດູແລທີມຈະມີຄວາມສາມາດໃນວຽກງານຂອງພວກເຂົາ ຫຼື ບໍ່ ແລະ ອ້າຍເອື້ອຍນ້ອງລາຍງານຄືນ ຫຼື ປະເມີນຜູ້ກຳກັບດູແລແນວໃດ. ພວກເຂົາບໍ່ໄດ້ກວດເບິ່ງວ່າ ມີໃຜຖືກລະງັບໂດຍຫົວໜ້າທີມ ຫຼື ຜູ້ກຳກັບດູແລ ຫຼື ບໍ່, ບໍ່ວ່າຄຳແນະນຳທີ່ຖືກຕ້ອງທີ່ຜູ້ຄົນສະເໜີມາຈະຖືກຮັບເອົາ ຫຼື ບໍ່, ບໍ່ວ່າຜູ້ທີ່ມີພອນສະຫວັນ ຫຼື ສະແຫວງຫາຄວາມຈິງຈະຖືກກົດຂີ່ ຫຼື ກີດກັນ ຫຼື ບໍ່, ບໍ່ວ່າຄົນບໍ່ມີເລ່ຫຼ່ຽມຈະຖືກຂົ່ມເຫັງ ຫຼື ບໍ່, ບໍ່ວ່າຜູ້ທີ່ເປີດໂປງ ແລະ ລາຍງານຜູ້ນໍາປອມຈະຖືກໂຈມຕີ, ຖືກແກ້ແຄ້ນ, ຖືກກຳຈັດອອກ ຫຼື ຖືກຂັບໄລ່ ຫຼື ບໍ່, ບໍ່ວ່າຫົວໜ້າທີມ ຫຼື ຜູ້ກຳກັບດູແລຈະເປັນຄົນຊົ່ວຊ້າ ຫຼື ບໍ່ ແລະ ບໍ່ວ່າຈະມີໃຜຖືກທໍລະມານ ຫຼື ບໍ່. ຖ້າຜູ້ນໍາປອມບໍ່ໄດ້ເຮັດວຽກງານທີ່ເປັນຮູບປະທຳເຫຼົ່ານີ້ເລີຍ, ພວກເຂົາກໍຄວນຖືກປົດອອກ. ຕົວຢ່າງ: ມີຄົນລາຍງານຕໍ່ຜູ້ນໍາປອມວ່າ ມີຜູ້ກຳກັບດູແລຄົນໜຶ່ງທີ່ມັກລະງັບ ແລະ ກົດຂີ່ຜູ້ຄົນ. ຜູ້ກຳກັບດູແລໄດ້ເຮັດບາງສິ່ງທີ່ຜິດ ແຕ່ພວກເຂົາບໍ່ຍອມໃຫ້ອ້າຍເອື້ອຍນ້ອງໃຫ້ຄຳແນະນຳໃດໆ ແລະ ພວກເຂົາເຖິງກັບຊອກຫາຂໍ້ອ້າງເພື່ອແກ້ຕົວ ແລະ ປົກປ້ອງຕົນເອງ, ບໍ່ເຄີຍຍອມຮັບຄວາມຜິດຂອງພວກເຂົາ. ຜູ້ກຳກັບດູແລເຊັ່ນນີ້ບໍ່ຄວນຖືກປົດອອກໂດຍທັນທີບໍ? ສິ່ງເຫຼົ່ານີ້ແມ່ນບັນຫາທີ່ຜູ້ນໍາຄວນແກ້ໄຂຢ່າງທັນການ. ຜູ້ນໍາປອມບາງຄົນບໍ່ອະນຸຍາດໃຫ້ຜູ້ກຳກັບດູແລທີ່ພວກເຂົາແຕ່ງຕັ້ງຖືກເປີດໂປງ, ບໍ່ວ່າຈະມີບັນຫາຫຍັງເກີດຂຶ້ນໃນວຽກງານຂອງພວກເຂົາ ແລະ ແນ່ນອນວ່າພວກເຂົາບໍ່ອະນຸຍາດໃຫ້ລາຍງານຕໍ່ເບື້ອງເທິງ, ພວກເຂົາເຖິງກັບບອກໃຫ້ຜູ້ຄົນຮຽນຮູ້ທີ່ຈະຍອມອ່ອນນ້ອມ. ຖ້າມີຄົນເປີດໂປງບັນຫາກັບຜູ້ກຳກັບດູແລ, ຜູ້ນໍາປອມເຫຼົ່ານີ້ກໍພະຍາຍາມປົກປ້ອງພວກເຂົາ ຫຼື ປົກປິດຄວາມຈິງ ໂດຍກ່າວວ່າ, “ນີ້ເປັນບັນຫາກ່ຽວກັບທາງເຂົ້າຂອງຊີວິດຂອງຜູ້ກຳກັບດູແລ. ມັນເປັນເລື່ອງປົກກະຕິທີ່ພວກເຂົາຈະມີອຸປະນິໄສທີ່ອວດດີ, ທຸກຄົນທີ່ມີຄວາມສາມາດຢູ່ແດ່ກໍລ້ວນແຕ່ອວດດີ. ມັນບໍ່ແມ່ນເລື່ອງໃຫຍ່, ຂ້ານ້ອຍພຽງແຕ່ຕ້ອງສົນທະນາກັບພວກເຂົາໜ້ອຍໜຶ່ງ”. ຜ່ານການໂອ້ລົມ, ຜູ້ກຳກັບດູແລກໍສະແດງທ່າທີຂອງພວກເຂົາ ໂດຍກ່າວວ່າ, “ຂ້ານ້ອຍຍອມຮັບວ່າຂ້ານ້ອຍອວດດີ. ຂ້ານ້ອຍຍອມຮັບວ່າມີບາງຄັ້ງທີ່ຂ້ານ້ອຍເປັນຫ່ວງກ່ຽວກັບຄວາມທະນົງຕົວ, ກຽດສັກສີ ແລະ ສະຖານະຂອງຕົນເອງ ແລະ ບໍ່ຍອມຮັບຄຳແນະນຳຂອງຄົນອື່ນ. ແຕ່ຄົນອື່ນກໍບໍ່ໄດ້ເກັ່ງໃນວິຊາຊີບນີ້, ພວກເຂົາມັກຈະໃຫ້ຄຳແນະນຳທີ່ບໍ່ມີຄຸນຄ່າ, ສະນັ້ນ ມັນຈຶ່ງມີເຫດຜົນທີ່ຂ້ານ້ອຍບໍ່ຟັງພວກເຂົາ”. ຜູ້ນໍາປອມບໍ່ໄດ້ພະຍາຍາມທຳຄວາມເຂົ້າໃຈສະຖານະການຢ່າງລະອຽດ, ພວກເຂົາບໍ່ໄດ້ເບິ່ງໝາກຜົນຂອງວຽກງານຂອງຜູ້ກຳກັບດູແລ, ຍິ່ງບໍ່ຕ້ອງເວົ້າເຖິງວ່າຄວາມເປັນມະນຸດ, ອຸປະນິໄສ ແລະ ການສະແຫວງຫາຂອງພວກເຂົາເປັນແນວໃດ. ທັງໝົດທີ່ພວກເຂົາເຮັດຄືເວົ້າແບບຜ່ອນໜັກໃຫ້ເປັນເບົາ ໂດຍກ່າວວ່າ, “ເລື່ອງນີ້ຖືກລາຍງານໃຫ້ຂ້ານ້ອຍແລ້ວ ສະນັ້ນ ຂ້ານ້ອຍກຳລັງຈັບຕາເບິ່ງເຈົ້າຢູ່. ຂ້ານ້ອຍຈະໃຫ້ໂອກາດເຈົ້າອີກຄັ້ງ”. ຫຼັງຈາກການໂອ້ລົມຂອງພວກເຂົາ, ຜູ້ກຳກັບດູແລກໍເວົ້າວ່າພວກເຂົາເຕັມໃຈທີ່ຈະກັບໃຈ, ແຕ່ສຳລັບວ່າພວກເຂົາຈະກັບໃຈຢ່າງແທ້ຈິງໃນພາຍຫຼັງ ຫຼື ພຽງແຕ່ຕົວະ ແລະ ຫຼອກລວງ, ຜູ້ນໍາປອມກໍບໍ່ໃສ່ໃຈເລື່ອງນີ້. ຖ້າມີຄົນຍົກຄຳຖາມກ່ຽວກັບເລື່ອງນີ້, ຜູ້ນໍາປອມກໍຈະເວົ້າວ່າ, “ຂ້ານ້ອຍໄດ້ລົມກັບພວກເຂົາແລ້ວ ແລະ ຍັງໄດ້ໂອ້ລົມພຣະທຳຂອງພຣະເຈົ້າຫຼາຍຂໍ້ໃຫ້ພວກເຂົາຟັງ. ພວກເຂົາເຕັມໃຈທີ່ຈະກັບໃຈ ແລະ ບັນຫາກໍໄດ້ຮັບການແກ້ໄຂແລ້ວ”. ເມື່ອຄົນຜູ້ນັ້ນຖາມວ່າ, “ຄວາມເປັນມະນຸດຂອງຜູ້ກຳກັບດູແລຄົນນັ້ນເປັນແນວໃດ? ພວກເຂົາເປັນຄົນທີ່ຍອມຮັບຄວາມຈິງບໍ? ເຈົ້າໄດ້ໃຫ້ໂອກາດພວກເຂົາ, ແຕ່ພວກເຂົາຈະສາມາດກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງໄດ້ບໍ?” ຜູ້ນໍາປອມ ທີ່ບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້ ກໍຕອບວ່າ, “ຂ້ານ້ອຍຍັງສັງເກດເບິ່ງພວກເຂົາຢູ່”. ຄົນຜູ້ນັ້ນຕອບວ່າ: “ເຈົ້າສັງເກດເບິ່ງພວກເຂົາດົນສໍ່າໃດແລ້ວ? ເຈົ້າໄດ້ຂໍ້ສະຫຼຸບຫຍັງແດ່ແລ້ວບໍ?” ຜູ້ນໍາປອມເວົ້າວ່າ: “ມັນເປັນເວລາຫົກເດືອນກວ່າແລ້ວ ແລະ ຂ້ານ້ອຍກໍຍັງບໍ່ທັນໄດ້ຂໍ້ສະຫຼຸບຫຍັງເທື່ອ”. ສັງເກດມາຫົກເດືອນກວ່າແລ້ວຍັງບໍ່ເຫັນຜົນຫຍັງ, ນີ້ແມ່ນປະສິດທິພາບການເຮັດວຽກແບບໃດກັນ? ຜູ້ນໍາປອມເຊື່ອວ່າການສົນທະນາກັບຜູ້ກຳກັບດູແລພຽງຄັ້ງດຽວແມ່ນມີປະສິດທິຜົນ ແລະ ແກ້ໄຂບັນຫາໄດ້. ແນວຄິດນີ້ໃຊ້ໄດ້ບໍ? ພວກເຂົາຄິດວ່າເມື່ອພວກເຂົາລົມກັບໃຜຜູ້ໜຶ່ງຈົບແລ້ວ, ຄົນຜູ້ນັ້ນກໍຈະສາມາດປ່ຽນແປງໄດ້ ແລະ ຖ້າມີຄົນສະແດງຄວາມຕັ້ງໃຈວ່າຈະບໍ່ເຮັດອີກ, ພວກເຂົາກໍເຊື່ອຢ່າງສົມບູນໂດຍບໍ່ໄດ້ສອບຖາມຕື່ມອີກ ຫຼື ກວດກາສະຖານະການອີກ. ຖ້າບໍ່ມີໃຜຕິດຕາມເລື່ອງນີ້, ພວກເຂົາອາດຈະບໍ່ໃສ່ໃຈທີ່ຈະກວດກາ ຫຼື ຕິດຕາມວຽກງານເປັນເວລາເຄິ່ງປີ. ຜູ້ນໍາປອມຍັງຄົງບໍ່ຮູ້ເລື່ອງແມ່ນແຕ່ເມື່ອຜູ້ກຳກັບດູແລຄົນນັ້ນເຮັດໃຫ້ວຽກງານພັງທະລາຍ. ພວກເຂົາບໍ່ສາມາດແຍກແຍະໄດ້ວ່າຜູ້ກຳກັບດູແລກຳລັງຫຼອກລວງ ແລະ ປັ່ນຫົວພວກເຂົາແນວໃດ. ສິ່ງທີ່ໜ້າກຽດຊັງຍິ່ງກວ່ານັ້ນກໍຄື ເມື່ອມີຄົນລາຍງານບັນຫາຂອງຜູ້ກຳກັບດູແລ, ຜູ້ນໍາປອມກໍບໍ່ໃສ່ໃຈພວກເຂົາ ແລະ ບໍ່ໄດ້ກວດກາຕົວຈິງວ່າບັນຫາມີຢູ່ແທ້ ຫຼື ບໍ່ ຫຼື ບັນຫາທີ່ພວກເຂົາລາຍງານນັ້ນເປັນຄວາມຈິງ ຫຼື ບໍ່. ພວກເຂົາບໍ່ໄດ້ພິຈາລະນາບັນຫາເຫຼົ່ານີ້, ພວກເຂົາເຊື່ອໝັ້ນໃນຕົນເອງຫຼາຍເກີນໄປແທ້ໆ! ບໍ່ວ່າຈະມີສະຖານະການໃດເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ, ຜູ້ນໍາປອມກໍບໍ່ໄດ້ຮີບຮ້ອນທີ່ຈະຈັດການກັບມັນ; ພວກເຂົາຄິດວ່າຢ່າງໃດກໍຕາມມັນບໍ່ແມ່ນເລື່ອງຂອງຕົນ. ການຕອບສະໜອງຂອງຜູ້ນໍາປອມຕໍ່ບັນຫາເຫຼົ່ານີ້ແມ່ນຊັກຊ້າທີ່ສຸດ, ພວກເຂົາດຳເນີນມາດຕະການ ແລະ ເຄື່ອນໄຫວຊ້າຫຼາຍ, ພວກເຂົາລັງເລຢູ່ເລື້ອຍໆ ແລະ ໃຫ້ໂອກາດຄົນອື່ນກັບໃຈຢູ່ເລື້ອຍໆ, ຄືກັບວ່າໂອກາດທີ່ພວກເຂົາໃຫ້ແກ່ຜູ້ຄົນນັ້ນມີຄ່າ ແລະ ສຳຄັນຫຼາຍ, ຄືກັບວ່າພວກເຂົາສາມາດປ່ຽນຊະຕາກຳຂອງຄົນໄດ້. ຜູ້ນໍາປອມບໍ່ຮູ້ວິທີເບິ່ງທຳມະຊາດ-ແກ່ນແທ້ຂອງຄົນຜ່ານສິ່ງທີ່ສະແດງອອກໃນຕົວພວກເຂົາ ຫຼື ຕັດສິນວ່າຄົນຜູ້ໜຶ່ງເດີນໃນເສັ້ນທາງໃດໂດຍອີງໃສ່ທຳມະຊາດ-ແກ່ນແທ້ຂອງພວກເຂົາ ຫຼື ເບິ່ງວ່າຄົນຜູ້ໜຶ່ງເໝາະສົມທີ່ຈະເປັນຜູ້ກຳກັບດູແລ ຫຼື ເຮັດວຽກງານຜູ້ນຳໂດຍອີງໃສ່ເສັ້ນທາງທີ່ພວກເຂົາເດີນ ຫຼື ບໍ່. ພວກເຂົາບໍ່ສາມາດເບິ່ງສິ່ງຕ່າງໆໃນລັກສະນະນັ້ນໄດ້. ຜູ້ນໍາປອມເຮັດວຽກເປັນພຽງສອງທ່າຄື: ໜຶ່ງ, ເອີ້ນຄົນມາລົມນຳເພື່ອໃຫ້ແລ້ວໆໄປ; ສອງ, ໃຫ້ໂອກາດຜູ້ຄົນ, ປະຈົບປະແຈງຄົນອື່ນ ແລະ ບໍ່ເຮັດໃຫ້ໃຜຂຸ່ນເຄືອງ. ພວກເຂົາກຳລັງເຮັດວຽກງານຕົວຈິງບໍ? ແນ່ນອນວ່າບໍ່ແມ່ນ. ແຕ່ຜູ້ນໍາປອມເຊື່ອວ່າການເອີ້ນຄົນມາລົມນຳນັ້ນຄືວຽກງານຕົວຈິງ. ພວກເຂົາຖືວ່າການສົນທະນາເຫຼົ່ານີ້ມີຄຸນຄ່າ ແລະ ສຳຄັນຫຼາຍ ແລະ ມອງເບິ່ງຄຳເວົ້າ ແລະ ຫຼັກຄຳສອນທີ່ໄຮ້ແກ່ນສານທີ່ພວກເຂົາເວົ້າອອກມາວ່າມີຄວາມສຳຄັນຢ່າງບໍ່ໜ້າເຊື່ອ. ພວກເຂົາຄິດວ່າພວກເຂົາໄດ້ແກ້ໄຂບັນຫາໃຫຍ່ໆຜ່ານການສົນທະນາເຫຼົ່ານີ້ ແລະ ໄດ້ເຮັດວຽກງານຕົວຈິງແລ້ວ. ພວກເຂົາບໍ່ຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງພິພາກສາ ແລະ ລົງໂທດ, ລິຮານ ຫຼື ທົດລອງ ແລະ ຊຳລະລ້າງຜູ້ຄົນ. ພວກເຂົາບໍ່ຮູ້ວ່າມີພຽງແຕ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເທົ່ານັ້ນທີ່ສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດໄດ້. ພວກເຂົາເບິ່ງພາລະກິດຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງມະນຸດຊາດທີ່ພຣະເຈົ້າປະທານໃຫ້ແບບງ່າຍດາຍເກີນໄປ! ພວກເຂົາເຊື່ອວ່າການເວົ້າຄຳເວົ້າ ແລະ ຫຼັກຄຳສອນສອງສາມຄຳແມ່ນການທົດແທນພາລະກິດຂອງພຣະເຈົ້າ, ວ່າມັນສາມາດແກ້ໄຂບັນຫາຄວາມເສື່ອມຊາມຂອງມະນຸດໄດ້. ນີ້ບໍ່ແມ່ນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງຜູ້ນໍາປອມບໍ? ຜູ້ນໍາປອມບໍ່ມີຄວາມເປັນຈິງແຫ່ງຄວາມຈິງແມ່ນແຕ່ໜ້ອຍດຽວ, ແລ້ວເປັນຫຍັງພວກເຂົາຈຶ່ງໝັ້ນໃຈຫຼາຍແທ້? ການເວົ້າຫຼັກຄຳສອນສອງສາມຂໍ້ຈະເຮັດໃຫ້ຜູ້ຄົນຮູ້ຈັກຕົນເອງໄດ້ບໍ? ມັນຈະເຮັດໃຫ້ພວກເຂົາສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ບໍ? ເປັນຫຍັງຜູ້ນໍາປອມເຫຼົ່ານີ້ຈຶ່ງໂງ່ຈ້າ ແລະ ອ່ອນຕໍ່ໂລກແທ້? ການແກ້ໄຂການປະຕິບັດທີ່ຜິດພາດ ແລະ ພຶດຕິກຳທີ່ເສື່ອມຊາມຂອງຄົນຜູ້ໜຶ່ງນັ້ນງ່າຍດາຍແທ້ໆບໍ? ບັນຫາອຸປະນິໄສທີ່ເສື່ອມຊາມຂອງມະນຸດນັ້ນແກ້ໄຂງ່າຍຫຼາຍບໍ? ຜູ້ນໍາປອມໂງ່ຈ້າ ແລະ ຕື້ນເຂີນຫຼາຍ! ພຣະເຈົ້າບໍ່ໄດ້ໃຊ້ພຽງວິທີດຽວເພື່ອແກ້ໄຂບັນຫາຄວາມເສື່ອມຊາມຂອງມະນຸດ. ພຣະອົງໃຊ້ຫຼາຍວິທີ ແລະ ຈັດຕັ້ງສະພາບແວດລ້ອມທີ່ແຕກຕ່າງກັນເພື່ອເປີດເຜີຍ, ຊຳລະລ້າງ ແລະ ເຮັດໃຫ້ຜູ້ຄົນສົມບູນ. ໃນທາງກົງກັນຂ້າມ, ຜູ້ນໍາປອມປະຕິບັດວຽກງານໃນລັກສະນະທີ່ໜ້າເບື່ອ ແລະ ຜິວເຜີນຢ່າງບໍ່ໜ້າເຊື່ອ: ພວກເຂົາເອີ້ນຄົນມາລົມນຳ, ໃຫ້ຄຳປຶກສາເລັກນ້ອຍກ່ຽວກັບວິທີຄິດຂອງຜູ້ຄົນ, ຕັກເຕືອນຜູ້ຄົນເລັກນ້ອຍ ແລະ ເຊື່ອວ່ານີ້ຄືການເຮັດວຽກງານຕົວຈິງ. ນີ້ມັນຜິວເຜີນ, ບໍ່ແມ່ນບໍ? ແລະ ມີບັນຫາຫຍັງທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງຄວາມຜິວເຜີນນີ້? ມັນບໍ່ແມ່ນຄວາມອ່ອນຕໍ່ໂລກບໍ? ຜູ້ນໍາປອມອ່ອນຕໍ່ໂລກທີ່ສຸດ ແລະ ພວກເຂົາຍັງມອງເບິ່ງຜູ້ຄົນ ແລະ ສິ່ງຕ່າງໆໃນລັກສະນະທີ່ອ່ອນຕໍ່ໂລກຢ່າງບໍ່ໜ້າເຊື່ອ. ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນແມ່ນສິ່ງທີ່ຍາກທີ່ສຸດ, ດັ່ງຄຳທີ່ວ່າ ສັນດານຂຸດໄດ້ ແຕ່ແກ້ບໍ່ໄດ້. ຜູ້ນໍາປອມບໍ່ສາມາດເບິ່ງທະລຸບັນຫານີ້ໄດ້ເລີຍ. ສະນັ້ນ, ເມື່ອເວົ້າເຖິງຜູ້ກຳກັບດູແລປະເພດທີ່ຢູ່ໃນຄຣິສຕະຈັກທີ່ກໍ່ໃຫ້ເກີດການລົບກວນຢູ່ສະເໝີ, ຜູ້ທີ່ລະງັບ ແລະ ທໍລະມານຜູ້ຄົນຢູ່ສະເໝີ, ຜູ້ນໍາປອມກໍບໍ່ໄດ້ເຮັດຫຍັງນອກຈາກລົມກັບພວກເຂົາ ແລະ ລິຮານພວກເຂົາດ້ວຍຄຳເວົ້າສອງສາມຄຳ, ແລ້ວກໍເທົ່ານັ້ນ. ພວກເຂົາບໍ່ໄດ້ປັບປ່ຽນການມອບໝາຍໜ້າທີ່ ຫຼື ປົດພວກເຂົາອອກໂດຍທັນທີ. ວິທີການນີ້ຂອງຜູ້ນໍາປອມກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກ ແລະ ມັກຈະນໍາໄປສູ່ການທີ່ວຽກງານຂອງຄຣິສຕະຈັກຖືກຊະລໍໄວ້, ຊັກຊ້າ, ເສຍຫາຍ ແລະ ຖືກຂັດຂວາງບໍ່ໃຫ້ດຳເນີນໄປຢ່າງປົກກະຕິ, ລ່ຽນໄຫຼ ແລະ ມີປະສິດທິພາບ ເນື່ອງຈາກການລົບກວນຂອງຄົນຊົ່ວຊ້າບາງຄົນ, ເຊິ່ງທັງໝົດນີ້ແມ່ນຜົນສະທ້ອນທີ່ຮ້າຍແຮງຂອງການທີ່ຜູ້ນໍາປອມກະທຳໂດຍອີງໃສ່ຄວາມຮູ້ສຶກຂອງຕົນ, ລະເມີດຫຼັກການຄວາມຈິງ ແລະ ໃຊ້ຄົນຜິດ. ເມື່ອເບິ່ງຈາກພາຍນອກ, ຜູ້ນໍາປອມບໍ່ໄດ້ເຈດຕະນາກະທຳຄວາມຊົ່ວຮ້າຍນາໆປະການ ຫຼື ເຮັດສິ່ງຕ່າງໆຕາມວິທີຂອງຕົນເອງ ແລະ ສ້າງຕັ້ງອານາຈັກອິດສະລະຂອງຕົນເອງຄືກັບທີ່ພວກຕໍ່ຕ້ານພຣະຄຣິສເຮັດ. ແຕ່ຜູ້ນໍາປອມບໍ່ສາມາດແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກໂດຍທັນທີ ແລະ ເມື່ອມີບັນຫາເກີດຂຶ້ນກັບຜູ້ກຳກັບດູແລຂອງທີມຕ່າງໆ ແລະ ເມື່ອຜູ້ກຳກັບດູແລເຫຼົ່ານັ້ນບໍ່ສາມາດແບກຮັບວຽກງານຂອງຕົນໄດ້, ຜູ້ນໍາປອມກໍບໍ່ສາມາດປັບປ່ຽນການມອບໝາຍໜ້າທີ່ ຫຼື ປົດພວກເຂົາອອກໂດຍທັນທີ, ເຊິ່ງນຳຄວາມສູນເສຍທີ່ຮ້າຍແຮງມາສູ່ວຽກງານຂອງຄຣິສຕະຈັກ. ແລະ ທັງໝົດນີ້ແມ່ນເກີດຈາກການລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງຜູ້ນໍາປອມ. ຜູ້ນໍາປອມບໍ່ໄດ້ເປັນຕາຊັງຫຼາຍບໍ? (ເປັນຕາຊັງຫຼາຍ!)
IV. ຜູ້ນໍາປອມປະຕິບັດຕໍ່ຜູ້ກຳກັບດູແລທີ່ລະເມີດການຈັດແຈງວຽກງານ ແລະ ເຮັດສິ່ງຕ່າງໆຕາມວິທີຂອງຕົນເອງແນວໃດ
ຜູ້ນໍາປອມບໍ່ສາມາດຈັດການກັບການກະທຳທີ່ຊົ່ວຊ້າທີ່ເກີດຂຶ້ນໃນຄຣິສຕະຈັກໄດ້ໂດຍທັນທີ ເຊັ່ນ: ຜູ້ກຳກັບດູແລທໍລະມານຄົນອື່ນ, ລະງັບພວກເຂົາ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ໃນທຳນອງດຽວກັນ, ເມື່ອຜູ້ກຳກັບດູແລບາງຄົນລະເມີດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮັດສິ່ງຕ່າງໆ ຕາມວິທີຂອງພວກເຂົາເອງ, ຜູ້ນໍາປອມກໍບໍ່ສາມາດຄິດຫາວິທີແກ້ໄຂທີ່ເໝາະສົມ ເພື່ອແກ້ໄຂບັນຫາເຫຼົ່ານີ້ໄດ້ໃນທັນທີ. ສິ່ງນີ້ສົ່ງຜົນໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ຊັບພະຍາກອນວັດຖຸ ແລະ ການເງິນຂອງເຮືອນຂອງພຣະເຈົ້າ. ຜູ້ນໍາປອມເປັນຄົນໄຮ້ດຽງສາ ແລະ ຕື້ນເຂີນ, ບໍ່ສາມາດເຂົ້າໃຈຫຼັກການຄວາມຈິງ ແລະ ໂດຍສະເພາະແມ່ນບໍ່ສາມາດເບິ່ງອອກເຖິງແກ່ນແທ້ແຫ່ງທຳມະຊາດຂອງຜູ້ຄົນ. ດັ່ງນັ້ນ, ພວກເຂົາຈຶ່ງມັກເຮັດວຽກຂອງພວກເຂົາແບບຜິວເຜີນ, ພວກເຂົາເຮັດພໍແລ້ວມືແລ້ວຕີນ, ຍຶດໝັ້ນຕາມລະບຽບການ ແລະ ໂຮ່ຮ້ອງຄຳຂວັນ, ແຕ່ລົ້ມເຫຼວທີ່ຈະລົງພື້ນທີ່ເພື່ອກວດກາວຽກງານ, ເພື່ອສັງເກດ ແລະ ສອບຖາມກ່ຽວກັບຜູ້ກຳກັບດູແລແຕ່ລະຄົນ ຫຼື ສອບຖາມໃຫ້ທັນເວລາ ກ່ຽວກັບສິ່ງທີ່ຜູ້ກຳກັບດູແລເຫຼົ່ານີ້ໄດ້ເຮັດ, ຫຼັກການທີ່ຊີ້ນໍາການກະທຳຂອງພວກເຂົາເປັນແນວໃດ ແລະ ຜົນທີ່ຕາມມາເປັນແນວໃດ. ຜົນກໍຄື ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບວ່າຄົນທີ່ພວກເຂົາກຳລັງໃຊ້ນັ້ນທີ່ຈິງແລ້ວແມ່ນໃຜ ແລະ ພວກເຂົາໄດ້ເຮັດຫຍັງແດ່. ສະນັ້ນ, ເມື່ອຜູ້ກຳກັບດູແລເຫຼົ່ານີ້ລັກລອບລະເມີດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮັດສິ່ງຕ່າງໆ ຕາມວິທີຂອງຕົນເອງ, ບໍ່ພຽງແຕ່ຜູ້ນໍາປອມຈະບໍ່ຮູ້ກ່ຽວກັບເລື່ອງນີ້, ພວກເຂົາເຖິງຂັ້ນພະຍາຍາມປົກປ້ອງຜູ້ກຳກັບດູແລເຫຼົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະໄດ້ຍິນກ່ຽວກັບມັນ, ພວກເຂົາກໍບໍ່ໄດ້ກວດເບິ່ງ ແລະ ຈັດການມັນໂດຍທັນທີ. ໃນດ້ານໜຶ່ງ ຜູ້ນໍາປອມບໍ່ມີຄວາມສາມາດໃນວຽກງານຂອງຕົນ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍລະເລີຍໃນໜ້າທີ່ຂອງຕົນ. ໃຫ້ເຮົາຍົກຕົວຢ່າງ. ຜູ້ນໍາຄົນໜຶ່ງໄດ້ເລືອກຄົນທີ່ຖືກຄັດອອກຈາກທີມອື່ນມາເປັນນັກວິຊາການດ້ານການປູກຝັງ. ຜູ້ນໍາບໍ່ໄດ້ກວດສອບວ່າຄົນຜູ້ນີ້ມີປະສົບການ ແລະ ຄວາມຊ່ຽວຊານທີ່ກ່ຽວຂ້ອງ ຫຼື ບໍ່, ລາວສາມາດເຮັດວຽກໄດ້ດີ ຫຼື ບໍ່ ຫຼື ລາວມີທັດສະນະຄະຕິທີ່ຈິງຈັງ ແລະ ຮັບຜິດຊອບ ຫຼື ບໍ່ ແລະ ຫຼັງຈາກທີ່ໄດ້ແຕ່ງຕັ້ງລາວໃນຕຳແໜ່ງນັ້ນ, ຜູ້ນໍາກໍປະໃຫ້ລາວເຮັດຕາມອຳເພີໃຈໂດຍບໍ່ໄດ້ຕິດຕາມກວດກາເລີຍ ໂດຍກ່າວວ່າ: “ເອົາເລີຍ ແລະ ເລີ່ມປູກຜັກສາ. ເຈົ້າສາມາດເລືອກແນວພັນໄດ້ ແລະ ຂ້ອຍຈະອະນຸມັດທຸກຈຳນວນເງິນທີ່ເຈົ້າໃຊ້ຈ່າຍ. ພຽງແຕ່ເຮັດວຽກນີ້ຕາມທີ່ເຈົ້າເຫັນວ່າເໝາະສົມ!” ຜູ້ນໍາໄດ້ກ່າວເຊັ່ນນີ້ ແລະ ຜູ້ກຳກັບດູແລຄົນນີ້ຈຶ່ງເລີ່ມເຮັດວຽກຕາມທີ່ລາວເຫັນວ່າເໝາະສົມ. ໜ້າທີ່ທຳອິດຂອງລາວຄືການເລືອກແນວພັນ. ເມື່ອລາວກວດເບິ່ງທາງອອນລາຍ, ລາວກໍຄົ້ນພົບວ່າ: “ຜັກມີຫຼາຍສາຍພັນແທ້ໆ, ໂລກອັນກວ້າງໃຫຍ່ນີ້ເຕັມໄປດ້ວຍສິ່ງທີ່ໜ້າອັດສະຈັນ! ການເລືອກແນວພັນກໍມ່ວນດີ. ຂ້ານ້ອຍບໍ່ເຄີຍເຮັດວຽກນີ້ມາກ່ອນ ແລະ ຂ້ານ້ອຍບໍ່ຮູ້ວ່າຂ້ານ້ອຍຈະສົນໃຈມັນຫຼາຍຂະໜາດນີ້. ເມື່ອຂ້ານ້ອຍສົນໃຈມັນຫຼາຍຂະໜາດນີ້, ຂ້ານ້ອຍກໍຈະເຮັດໃຫ້ເຕັມທີ່!” ລາວໄດ້ເປີດເບິ່ງໝວດໝູ່ແນວພັນໝາກເລັ່ນກ່ອນ ແລະ ລາວກໍປະຫຼາດໃຈຫຼາຍ. ມີສາຍພັນທຸກຊະນິດ ແລະ ທຸກຂະໜາດ ແລະ ສ່ວນສີສັນກໍມີທັງສີແດງ, ສີເຫຼືອງ ແລະ ສີຂຽວ. ມີຊະນິດໜຶ່ງທີ່ມີຫຼາຍສີສັນ, ລາວບໍ່ເຄີຍເຫັນມາກ່ອນ ແລະ ສິ່ງນີ້ເປີດໂລກະທັດລາວຢ່າງແທ້ຈິງ! ແຕ່ລາວຈະເລືອກແນວພັນທີ່ຖືກຕ້ອງໄດ້ແນວໃດ? ລາວຕັດສິນໃຈປູກທຸກສາຍພັນ ຢ່າງລະໜ້ອຍ, ໂດຍສະເພາະຊະນິດທີ່ມີຫຼາຍສີທີ່ເບິ່ງເປັນເອກະລັກ. ຜູ້ກຳກັບດູແລໄດ້ເລືອກແນວພັນໝາກເລັ່ນຫຼາຍກວ່າ 10 ຊະນິດທີ່ມີຂະໜາດ, ສີສັນ ແລະ ຮູບຮ່າງແຕກຕ່າງກັນ. ຫຼັງຈາກທີ່ເລືອກແນວພັນໝາກເລັ່ນແລ້ວ, ກໍເຖິງເວລາທີ່ຈະເຮັດແບບດຽວກັນກັບໝາກເຂືອ. ໂດຍປົກກະຕິແລ້ວ, ໝາກເຂືອທີ່ຄົນກິນກໍຄືໝາກເຂືອຍາວສີມ່ວງ ຫຼື ໝາກເຂືອຂາວ, ແຕ່ລາວຄິດວ່າ: “ໝາກເຂືອບໍ່ຄວນຈຳກັດຢູ່ພຽງແຕ່ສອງຊະນິດນີ້. ມັນມີທັງສີຂຽວ, ລາຍ, ຍາວ, ກົມ ແລະ ຮູບໄຂ່. ຂ້ານ້ອຍຈະເລືອກແຕ່ລະຊະນິດຢ່າງລະໜ້ອຍ ເພື່ອໃຫ້ທຸກຄົນໄດ້ເປີດໂລກະທັດ ແລະ ໄດ້ກິນໝາກເຂືອທີ່ແຕກຕ່າງກັນທຸກຊະນິດ. ໃນຖານະຜູ້ກຳກັບດູແລ, ເບິ່ງແມວ່າຂ້ານ້ອຍມີຄວາມສາມາດ ແລະ ກ້າຕັດສິນໃຈສໍ່າໃດໃນການເລືອກແນວພັນ, ຂ້ານ້ອຍຄຳນຶງເຖິງອ້າຍເອື້ອຍນ້ອງສໍ່າໃດ, ຕອບສະໜອງລົດຊາດຂອງທຸກຄົນ”. ຈາກນັ້ນ, ລາວກໍເລືອກແນວພັນຫົວຫອມບົ່ວ. ມີຫົວຫອມບົ່ວທັງໝົດ 14 ຊະນິດໃນທ້ອງຖິ່ນ ແລະ ລາວກໍເລືອກທັງໝົດ ແລະ ເມື່ອລາວເລືອກສຳເລັດ, ລາວກໍຮູ້ສຶກພໍໃຈຫຼາຍ. ຜູ້ກຳກັບດູແລຄົນນີ້ມີ “ຄວາມກ້າຕັດສິນໃຈ” ບໍ? ໃຜຈະກ້າເລືອກຫຼາຍສາຍພັນຂະໜາດນີ້? ຕໍ່ມາ, ເຮົາໄດ້ໄຈ້ແຍກເລື່ອງນີ້ຢູ່ເລື້ອຍໆ ແລະ ມີຄົນໜຶ່ງເຖິງກັບເວົ້າວ່າ: “ບໍ່ແມ່ນວ່າມີພຽງ 14 ຊະນິດໃນທ້ອງຖິ່ນ; ຍັງມີອີກສອງສາມຊະນິດທີ່ລາວບໍ່ໄດ້ເລືອກ!” ສິ່ງທີ່ພວກເຂົາໝາຍເຖິງກໍຄື 14 ຊະນິດບໍ່ແມ່ນຈຳນວນຫຼາຍ ແລະ ຍັງມີຊະນິດອື່ນໆ ທີ່ຜູ້ກຳກັບດູແລບໍ່ໄດ້ເລືອກ, ສະນັ້ນ ລາວຈຶ່ງບໍ່ໄດ້ເຮັດຫຍັງຜິດ. ຄົນທີ່ເວົ້າແບບນີ້ບໍ່ແມ່ນຄົນເຂົ້າໃຈຫຍັງໄດ້ຊ້າບໍ? ນີ້ຄືການເປັນຄົນເຂົ້າໃຈຫຍັງໄດ້ຊ້າ, ບໍ່ເຂົ້າໃຈພາສາມະນຸດ ແລະ ບໍ່ຮູ້ວ່າເປັນຫຍັງເຮົາຈຶ່ງໄຈ້ແຍກເລື່ອງນີ້. ຫຼັງຈາກທີ່ເລືອກແນວພັນຫົວຫອມບົ່ວແລ້ວ, ຜູ້ກຳກັບດູແລກໍຍັງເລືອກແນວພັນມັນຝຣັ່ງຢ່າງໜ້ອຍແປດຊະນິດ. ຈຸດປະສົງຂອງລາວໃນການເລືອກຫຼາຍສາຍພັນແມ່ນຫຍັງ? ເພື່ອເປີດໂລກະທັດຂອງທຸກຄົນ ແລະ ໃຫ້ພວກເຂົາໄດ້ຊີມລົດຊາດທີ່ແຕກຕ່າງກັນ. ຜູ້ກຳກັບດູແລເຊື່ອວ່າການເລືອກແນວພັນຄວນອີງໃສ່ຫຼັກການຂອງການສ້າງຜົນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງ. ເຈົ້າຄິດແນວໃດກ່ຽວກັບແຮງຈູງໃຈຂອງລາວ? ການກະທຳດ້ວຍທັດສະນະຄະຕິທີ່ຄຳນຶງເຖິງ ແລະ ຮັບໃຊ້ທຸກຄົນນັ້ນ ແມ່ນຫຼັກການທີ່ເຮືອນຂອງພຣະເຈົ້າຮຽກຮ້ອງບໍ? (ບໍ່.) ແລ້ວແມ່ນຫຍັງຄືຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການເລືອກແນວພັນ? ຢ່າປູກແນວພັນທີ່ແປກ ແລະ ຫາຍາກທີ່ພວກເຮົາບໍ່ຄ່ອຍໄດ້ກິນ. ສ່ວນແນວພັນທີ່ກິນກັນທົ່ວໄປ, ຖ້າພວກເຮົາບໍ່ເຄີຍປູກມາກ່ອນ ແລະ ບໍ່ຮູ້ວ່າມັນເໝາະສົມກັບດິນ ແລະ ສະພາບອາກາດໃນທ້ອງຖິ່ນ ຫຼື ບໍ່, ກໍໃຫ້ເລືອກໜຶ່ງ ຫຼື ສອງສາຍພັນ, ຫຼາຍສຸດສາມ ຫຼື ສີ່ສາຍພັນ. ທຳອິດ, ພວກມັນຕ້ອງເໝາະສົມກັບດິນ ແລະ ສະພາບອາກາດໃນທ້ອງຖິ່ນ; ສອງ, ພວກມັນຕ້ອງປູກງ່າຍ ແລະ ບໍ່ອ່ອນໄຫວຕໍ່ພະຍາດ ແລະ ສັດຕູພືດ; ສາມ, ພວກມັນຄວນໃຫ້ແນວພັນສຳລັບປີຕໍ່ໄປ; ສຸດທ້າຍ, ພວກມັນຄວນໃຫ້ຜົນຜະລິດທີ່ດີ. ຖ້າພວກມັນແຊບແຕ່ໃຫ້ຜົນຜະລິດບໍ່ດີ, ພວກມັນກໍບໍ່ເໝາະສົມ. ເມື່ອຕັດສິນຈາກເລື່ອງການເລືອກແນວພັນ, ຜູ້ກຳກັບດູແລຄົນນີ້ໄດ້ກະທຳຕາມຫຼັກການບໍ? ລາວໄດ້ສະແຫວງຫາບໍ? ລາວໄດ້ເຊື່ອຟັງບໍ? ລາວໄດ້ສະແດງຄວາມຄຳນຶງເຖິງເຮືອນຂອງພຣະເຈົ້າບໍ? ລາວໄດ້ກະທຳດ້ວຍທັດສະນະຄະຕິທີ່ລາວຄວນມີໃນການປະຕິບັດໜ້າທີ່ບໍ? (ບໍ່.) ເຫັນໄດ້ຊັດເຈນວ່າ ລາວກຳລັງເຮັດສິ່ງທີ່ຊົ່ວຊ້າຕາມອຳເພີໃຈ, ລະເມີດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຢ່າງເປີດເຜີຍ ແລະ ເຮັດສິ່ງຕ່າງໆຕາມວິທີຂອງຕົນເອງ! ລາວໄດ້ໃຊ້ເຄື່ອງຖວາຍຂອງພຣະເຈົ້າຢ່າງຟຸມເຟືອຍດ້ວຍວິທີນີ້ ເພື່ອຕອບສະໜອງຄວາມຢາກຮູ້ຢາກເຫັນສ່ວນຕົວ ແລະ ຄວາມປາຖະໜາທີ່ຈະມ່ວນຊື່ນ ແລະ ປະຕິບັດຕໍ່ໜ້າທີ່ທີ່ສຳຄັນເຊັ່ນນີ້ຄືກັບເກມ, ແຕ່ຜູ້ນໍາປອມຂອງລາວກໍປ່ອຍໃຫ້ລາວເຮັດຕາມທີ່ລາວພໍໃຈໂດຍບໍ່ໄດ້ສອບຖາມ ຫຼື ແຊກແຊງ. ເມື່ອລາວຖືກຖາມວ່າ: “ຜູ້ກຳກັບດູແລທີ່ເຈົ້າເລືອກນັ້ນໄດ້ເຮັດວຽກງານຕົວຈິງແດ່ບໍ? ຜົນເປັນແນວໃດ? ເຈົ້າໄດ້ຊ່ວຍລາວໂດຍການກວດສອບໃນເວລາເລືອກແນວພັນບໍ?” ລາວບໍ່ໄດ້ໃສ່ໃຈເລື່ອງເຫຼົ່ານີ້ ແລະ ພຽງແຕ່ເວົ້າວ່າ: “ໄດ້ປູກແນວພັນແລ້ວ; ພວກເຮົາໄດ້ໄປເບິ່ງສະຖານທີ່ໃນລະຫວ່າງການປູກ”. ລາວບໍ່ສົນໃຈບັນຫາອື່ນໆ ເລີຍ. ໃນທີ່ສຸດບັນຫາຂອງຜູ້ກຳກັບດູແລຄົນນີ້ຖືກຄົ້ນພົບໄດ້ແນວໃດ? ລາວໄດ້ປູກໝາກສະຕໍເບີຣີຈຳນວນໜຶ່ງ ແລະ ຕາມຂໍ້ກຳນົດທາງວິຊາການທີ່ກ່ຽວຂ້ອງ, ຕົ້ນສະຕໍເບີຣີບໍ່ຄວນຖືກປົກຄຸມ ຫຼື ປ່ອຍໃຫ້ອອກໝາກໃນປີທຳອິດ ແລະ ດອກທັງໝົດຄວນຖືກເດັດອອກ; ຖ້າບໍ່ດັ່ງນັ້ນ, ຈະບໍ່ມີໝາກໃນປີທີສອງ ແລະ ເຖິງແມ່ນວ່າມີໝາກໃນປີທຳອິດ, ມັນກໍຈະນ້ອຍຫຼາຍ. ເຖິງແມ່ນວ່າຜູ້ຊ່ຽວຊານໄດ້ບອກຜູ້ກຳກັບດູແລກ່ຽວກັບເລື່ອງນີ້, ລາວກໍບໍ່ຟັງ. ເຫດຜົນຂອງລາວແມ່ນອີງໃສ່ຂໍ້ມູນທາງອອນລາຍທີ່ລະບຸວ່າມັນເປັນທີ່ຍອມຮັບໄດ້ທີ່ຈະປົກຄຸມຕົ້ນສະຕໍເບີຣີດ້ວຍແຜ່ນພລາສຕິກໃນປີທຳອິດ ແລະ ປ່ອຍໃຫ້ມັນອອກໝາກ. ຜົນກໍຄື ພວກມັນອອກໝາກສະຕໍເບີຣີຂະໜາດນ້ອຍທີ່ມີຮູບຮ່າງຜິດປົກກະຕິຕ່າງໆທີ່ເຕັມໄປດ້ວຍແກ່ນ, ບາງໜ່ວຍສົ້ມ, ບາງໜ່ວຍຫວານ ແລະ ບາງໜ່ວຍບໍ່ມີລົດຊາດ, ມີທຸກຊະນິດ. ບັນຫາໄດ້ຮ້າຍແຮງເຖິງຂະໜາດນັ້ນ, ແຕ່ຜູ້ນໍາປອມທີ່ນັ້ນກໍບໍ່ສົນໃຈມັນເລີຍ. ເປັນຫຍັງ? ເພາະພວກເຂົາຄິດວ່າ ພວກເຂົາຈະບໍ່ໄດ້ກິນໝາກສະຕໍເບີຣີເຫຼົ່ານັ້ນຢູ່ແລ້ວ, ສະນັ້ນ ພວກເຂົາຈຶ່ງເລືອກທີ່ຈະບໍ່ສົນໃຈບັນຫາ. ການທີ່ບໍ່ໄດ້ກິນບາງຢ່າງໝາຍຄວາມວ່າພວກເຂົາບໍ່ຄວນສົນໃຈມັນບໍ? ແລ້ວມັນຝຣັ່ງ ແລະ ຫົວຫອມບົ່ວທີ່ພວກເຂົາຈະໄດ້ກິນເດ, ພວກເຂົາສົນໃຈມັນບໍ? ບໍ່ມີຜູ້ນໍາປອມຄົນໃດສົນໃຈ; ພວກເຂົາພຽງແຕ່ເບິ່ງໃນຂະນະທີ່ຜູ້ກຳກັບດູແລເຮັດຕາມທີ່ລາວພໍໃຈ. ມື້ໜຶ່ງ, ເຮົາໄດ້ໄປຢ້ຽມຢາມພວກເຂົາ ແລະ ມີຄົນລາຍງານວ່າຜັກສະຫຼັດແກ່ແລ້ວ ແລະ ຖ້າພວກເຂົາບໍ່ເກັບກ່ຽວໃນໄວໆນີ້, ກໍຈະບໍ່ມີໃຜກິນໄດ້ ແລະ ມັນກໍຈະເສຍໄປ. ແນວໃດກໍຕາມ, ຜູ້ກຳກັບດູແລກໍຢືນຢັນທີ່ຈະປະໄວ້ ແລະ ເວົ້າວ່າຖ້າພວກເຂົາເກັບກ່ຽວແລ້ວ ພວກເຂົາກໍຕ້ອງປູກຜັກອື່ນໆ, ເຊິ່ງລາວເຫັນວ່າເປັນເລື່ອງຫຍຸ້ງຍາກ. ເຖິງວ່າຈະຮູ້ເລື່ອງນີ້, ຜູ້ນໍາປອມກໍບໍ່ໄດ້ເຮັດຫຍັງ. ໃນທີ່ສຸດ, ເບື້ອງເທິງກໍຕ້ອງສັ່ງໃຫ້ພວກເຂົາຮີບເກັບກ່ຽວຜັກສະຫຼັດ ແລະ ຈັດການສະຖານະການ; ຖ້າບໍ່ດັ່ງນັ້ນ, ຜັກສະຫຼັດກໍຈະກິນພື້ນທີ່ດິນ ແລະ ກີດຂວາງການປູກຜັກລະດູຮ້ອນ. ເຖິງວ່າຈະມີບັນຫາທີ່ສຳຄັນເຊັ່ນນີ້ເກີດຂຶ້ນໃນວຽກງານ, ບໍ່ມີຜູ້ນໍາປອມຄົນໃດເຮັດຫຍັງກັບມັນໄດ້, ພວກເຂົາຢ້ານທີ່ຈະເຮັດຜິດໃຈຄົນອື່ນ. ເພາະວ່າຜູ້ກຳກັບດູແລຄົນນີ້ຖືກສົ່ງເສີມໂດຍຜູ້ນໍາປອມຄົນໜຶ່ງ ແລະ ລາວບໍ່ເຄີຍກວດກາວຽກຂອງລາວຫຼັງຈາກທີ່ສົ່ງເສີມລາວ, ປ່ອຍໃຫ້ລາວເຮັດຢ່າງອິດສະລະ ແລະ ໃຫ້ການສະໜັບສະໜູນ ແລະ ໜູນຫຼັງລາວ, ສ່ວນຜູ້ນໍາຄົນອື່ນໆກໍບໍ່ກ້າແຊກແຊງ ແລະ ຍັງສົມຮູ້ຮ່ວມຄິດກັບພວກເຂົາ, ສະນັ້ນ ບັນຫາຫຼາຍຢ່າງຈຶ່ງເກີດຂຶ້ນໃນທີ່ສຸດ. ນີ້ຄືວຽກງານທີ່ຜູ້ນໍາໄດ້ເຮັດ. ພວກເຂົາຍັງຈະຖືກເອີ້ນວ່າເປັນຜູ້ນໍາໄດ້ບໍ? ເຖິງວ່າຈະມີບັນຫາທີ່ຮ້າຍແຮງເຊັ່ນນີ້ເກີດຂຶ້ນຕໍ່ໜ້າຕໍ່ຕາຂອງພວກເຂົາ, ພວກເຂົາກໍບໍ່ຮັບຮູ້ວ່າມັນເປັນບັນຫາ, ບໍ່ຕ້ອງເວົ້າເຖິງການແກ້ໄຂມັນ. ຄົນເຫຼົ່ານີ້ບໍ່ແມ່ນຜູ້ນໍາປອມບໍ? (ແມ່ນແລ້ວ, ພວກເຂົາເປັນແບບນັ້ນ.) ໃນດ້ານໜຶ່ງ, ພວກເຂົາເປັນຄົນປະຈົບປະແຈງ ແລະ ຢ້ານທີ່ຈະເຮັດຜິດຕໍ່ຄົນອື່ນ. ໃນອີກດ້ານໜຶ່ງ, ພວກເຂົາບໍ່ຮູ້ວ່າບັນຫາຮ້າຍແຮງສໍ່າໃດ, ພວກເຂົາຂາດການຕັດສິນທີ່ຖືກຕ້ອງ, ບໍ່ຮູ້ວ່າມັນເປັນບັນຫາ ແລະ ບໍ່ຮູ້ວ່າວຽກງານນີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ. ພວກເຂົາບໍ່ແມ່ນຄົນທີ່ບໍ່ມີຫຍັງດີເລີຍ ແລະ ຄົນກິນເປືອງເຂົ້າສຸກບໍ? ນີ້ບໍ່ແມ່ນການລະເລີຍຕໍ່ຄວາມຮັບຜິດຊອບບໍ? (ແມ່ນແລ້ວ.) ນີ້ຄືຂໍ້ທີສີ່: ຜູ້ກຳກັບດູແລລະເມີດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮັດສິ່ງຕ່າງໆ ຕາມວິທີຂອງພວກເຂົາເອງ. ພວກເຮົາໄດ້ນຳສະເໜີຕົວຢ່າງໜຶ່ງ ເຊິ່ງເປີດໂປງການສະແດງອອກຂອງຜູ້ນໍາປອມທີ່ລະເລີຍຕໍ່ຄວາມຮັບຜິດຊອບຂອງຕົນໃນເລື່ອງນີ້ ແລະ ເປີດເຜີຍໃຫ້ເຫັນເຖິງທຳມະຊາດ-ແກ່ນແທ້ຂອງຜູ້ນໍາປອມ.
V. ຜູ້ນໍາປອມປະຕິບັດຕໍ່ຜູ້ກຳກັບດູແລທີ່ເປັນພວກຕໍ່ຕ້ານພຣະຄຣິສ ແລະ ສ້າງຕັ້ງອານາຈັກອິດສະລະແນວໃດ
ອີກສະຖານະການໜຶ່ງແມ່ນເມື່ອຜູ້ກຳກັບດູແລກະບົດຕໍ່ຫົວໜ້າຂອງພວກເຂົາ ແລະ ສ້າງຕັ້ງອານາຈັກອິດສະລະ, ຜູ້ກຳກັບດູແລເຫຼົ່ານີ້ແມ່ນພວກຕໍ່ຕ້ານພຣະຄຣິສ. ຜູ້ນໍາປອມບໍ່ສາມາດເຮັດບົດບາດຂອງຜູ້ກວດກາໄດ້ ເມື່ອເວົ້າເຖິງບັນຫາຕ່າງໆ ເຊັ່ນ: ຜູ້ກຳກັບດູແລມີຄວາມສາມາດຕໍ່າ, ມີຄວາມເປັນມະນຸດທີ່ບໍ່ດີ ຫຼື ທຳຕາມອຳເພີໃຈເຮັດສິ່ງທີ່ຊົ່ວຊ້າ. ພວກເຂົາຍັງລົ້ມເຫຼວທີ່ຈະກວດກາ ແລະ ສອບຖາມຢ່າງທັນການ ກ່ຽວກັບວຽກງານທີ່ຜູ້ກຳກັບດູແລປະເພດນີ້ກຳລັງເຮັດ ແລະ ບັນຫາຂອງພວກເຂົາ ເພື່ອຕັດສິນຄວາມເໝາະສົມຂອງພວກເຂົາ. ໃນທຳນອງດຽວກັນ, ຜູ້ນໍາປອມຍິ່ງບໍ່ສາມາດເບິ່ງທະລຸເຖິງທຳມະຊາດ-ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ, ຜູ້ທີ່ເປັນຄົນແຝງຊົ່ວ ແລະ ໂຫດຮ້າຍ. ບໍ່ພຽງແຕ່ພວກເຂົາບໍ່ສາມາດເບິ່ງທະລຸເຖິງສິ່ງນີ້, ໃນຂະນະດຽວກັນ ພວກເຂົາກໍຢ້ານຄົນເຫຼົ່ານີ້ຢູ່ແດ່ ແລະ ຮູ້ສຶກສິ້ນຫວັງ ແລະ ໄຮ້ອຳນາດໜ້ອຍໜຶ່ງ, ເຖິງຂັ້ນທີ່ວ່າ ສ່ວນຫຼາຍແລ້ວ ພວກເຂົາຈະຖືກພວກຕໍ່ຕ້ານພຣະຄຣິສຈູງດັງ. ເລື່ອງນີ້ສາມາດຮ້າຍແຮງໄດ້ສໍ່າໃດ? ພວກຕໍ່ຕ້ານພຣະຄຣິສອາດຈະສ້າງກຸ່ມອິດທິພົນພາຍໃນຂອບເຂດວຽກງານຂອງຜູ້ນໍາປອມ, ຮວບຮວມກຳລັງຂອງຕົນເອງ ແລະ ສ້າງຕັ້ງອານາຈັກອິດສະລະ ແລະ ໃນທີ່ສຸດ, ພວກເຂົາອາດຈະຍຶດອຳນາດ, ເລີ່ມອອກຄຳສັ່ງ ແລະ ເຮັດໃຫ້ຜູ້ນໍາປອມກາຍເປັນຫົວໜ້າແຕ່ໃນນາມ. ຜູ້ນໍາປອມເຫຼົ່ານີ້ກໍຍັງບໍ່ຮູ້ເຖິງສິ່ງທີ່ພວກຕໍ່ຕ້ານພຣະຄຣິສຕັດສິນໃຈ ແລະ ຮູ້, ຄືກັບຄົນຫູໜວກຕາບອດ. ພວກເຂົາຈະຮູ້ເລື່ອງເຫຼົ່ານີ້ກໍຕໍ່ເມື່ອມີບາງຢ່າງເກີດຂຶ້ນ ແລະ ມີຄົນລາຍງານໃຫ້ພວກເຂົາຊາບ, ແຕ່ເມື່ອນັ້ນ, ມັນກໍສາຍເກີນໄປແລ້ວ. ຜູ້ນໍາປອມເຖິງກັບຖາມພວກຕໍ່ຕ້ານພຣະຄຣິສວ່າເປັນຫຍັງພວກເຂົາຈຶ່ງບໍ່ໄດ້ຮັບການແຈ້ງ ແລະ ຄຳຕອບຂອງພວກເຂົາກໍຄື: “ບອກເຈົ້າໄປຈະມີປະໂຫຍດຫຍັງ? ເຈົ້າຕັດສິນໃຈຫຍັງບໍ່ໄດ້, ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງປຶກສາເລື່ອງນີ້ກັບເຈົ້າ, ພວກເຮົາຕັດສິນໃຈເອງ. ເຖິງແມ່ນວ່າພວກເຮົາຈະແຈ້ງເຈົ້າ, ເຈົ້າກໍຄົງຈະເຫັນດີຢ່າງແນ່ນອນ. ເຈົ້າຈະມີຄວາມຄິດເຫັນຫຍັງໄດ້?” ຜູ້ນໍາປອມສິ້ນຫວັງໃນເລື່ອງເຊັ່ນນີ້. ຖ້າເຈົ້າບໍ່ສາມາດແຍກແຍະ, ແກ້ໄຂ ຫຼື ຈັດການກັບພວກຕໍ່ຕ້ານພຣະຄຣິສເຫຼົ່ານີ້ໄດ້, ເຈົ້າກໍຄວນລາຍງານພວກເຂົາໃຫ້ເບື້ອງເທິງ, ແຕ່ເຈົ້າບໍ່ກ້າແມ່ນແຕ່ຈະເຮັດແນວນັ້ນ, ເຈົ້າບໍ່ແມ່ນຄົນທີ່ບໍ່ມີຫຍັງດີເລີຍບໍ? (ແມ່ນ.) ເມື່ອປະເຊີນກັບເລື່ອງເຊັ່ນນີ້, ຄົນທີ່ບໍ່ມີຫຍັງດີເຫຼົ່ານີ້ກໍພຽງແຕ່ມາຮ້ອງໄຫ້ຕໍ່ເຮົາ, ຈົ່ມວ່າ: “ມັນບໍ່ແມ່ນຄວາມຜິດຂອງຂ້ານ້ອຍ; ຂ້ານ້ອຍບໍ່ໄດ້ຕັດສິນໃຈເລື່ອງນັ້ນ. ບໍ່ວ່າການຕັດສິນໃຈທີ່ພວກເຂົາເຮັດນັ້ນຈະຖືກຕ້ອງ ຫຼື ບໍ່ ແມ່ນບໍ່ກ່ຽວຂ້ອງກັບຂ້ານ້ອຍ, ເພາະພວກເຂົາບໍ່ໄດ້ແຈ້ງຂ້ານ້ອຍ ຫຼື ບອກຂ້ານ້ອຍກ່ຽວກັບສິ່ງນັ້ນເມື່ອພວກເຂົາເຮັດ”. ພວກເຂົາໝາຍຄວາມວ່າແນວໃດ? (ພວກເຂົາກຳລັງປັດຄວາມຮັບຜິດຊອບ.) ໃນຖານະຜູ້ນໍາ, ເຈົ້າຄວນຮູ້ ແລະ ກຳແໜ້ນເລື່ອງເຫຼົ່ານີ້; ຖ້າພວກຕໍ່ຕ້ານພຣະຄຣິສບໍ່ແຈ້ງເຈົ້າກ່ຽວກັບສິ່ງຕ່າງໆ, ເປັນຫຍັງເຈົ້າຈຶ່ງບໍ່ໄປຖາມດ້ວຍຕົນເອງ? ໃນຖານະຜູ້ນໍາ, ເຈົ້າຄວນຈັດຕັ້ງ, ເປັນປະທານ ແລະ ຕັດສິນໃຈກ່ຽວກັບທຸກເລື່ອງ; ຖ້າພວກເຂົາບໍ່ແຈ້ງເຈົ້າກ່ຽວກັບເລື່ອງໃດເລື່ອງໜຶ່ງ ແລະ ຕັດສິນໃຈດ້ວຍຕົນເອງ, ສົ່ງໃບເກັບເງິນໃຫ້ເຈົ້າເຊັນພາຍຫຼັງ, ພວກເຂົາບໍ່ໄດ້ກຳລັງຍຶດອຳນາດຂອງເຈົ້າບໍ? ເມື່ອໃດທີ່ຜູ້ນໍາປອມພົບພໍ້ພວກຕໍ່ຕ້ານພຣະຄຣິສທີ່ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍຈະຕົກຕະລຶງ; ພວກເຂົາຈົນປັນຍາຄືກັບຄົນໂງ່ທີ່ປະເຊີນໜ້າກັບໝາປ່າ ແລະ ຢືນຢູ່ຢ່າງໄຮ້ອຳນາດໃນຂະນະທີ່ພວກເຂົາຖືກເຮັດໃຫ້ກາຍເປັນປະມຸກ ແລະ ຖືກຍຶດອຳນາດ. ພວກເຂົາບໍ່ສາມາດເຮັດຫຍັງໄດ້ເລີຍ, ຊ່າງເປັນຄົນບໍ່ໄດ້ເລື່ອງແທ້ໆ! ພວກເຂົາບໍ່ສາມາດແກ້ໄຂບັນຫາ, ພວກເຂົາບໍ່ສາມາດແຍກແຍະ ຫຼື ເປີດໂປງພວກຕໍ່ຕ້ານພຣະຄຣິສ ແລະ ແນ່ນອນວ່າພວກເຂົາບໍ່ສາມາດຈຳກັດພວກເຂົາຈາກການກະທຳຊົ່ວໃດໆ. ໃນເວລາດຽວກັນ, ພວກເຂົາກໍບໍ່ລາຍງານບັນຫາເຫຼົ່ານີ້ໃຫ້ເບື້ອງເທິງ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ບໍ່ມີຫຍັງດີເລີຍບໍ? ການເລືອກເຈົ້າເປັນຜູ້ນໍາມີປະໂຫຍດຫຍັງ? ພວກຕໍ່ຕ້ານພຣະຄຣິສທຳຕາມອຳເພີໃຈເຮັດສິ່ງທີ່ຊົ່ວຊ້າ, ຟຸມເຟືອຍເຄື່ອງຖວາຍຢ່າງເປີດເຜີຍ ແລະ ພວກເຂົາສ້າງກອງກຳລັງທີ່ພວກເຂົາເປັນຜູ້ນໍາ ແລະ ສ້າງຕັ້ງອານາຈັກອິດສະລະພາຍໃນຄຣິສຕະຈັກ; ໃນຂະນະດຽວກັນ, ເຈົ້າກໍລົ້ມເຫຼວຢ່າງສິ້ນເຊີງໃນການກວດກາ, ເປີດໂປງ, ຍັບຍັ້ງ ຫຼື ຈັດການພວກເຂົາ, ແຕ່ເຈົ້າພັດມາລະບາຍຄວາມທຸກຕໍ່ເຮົາ. ເຈົ້າເປັນຜູ້ນໍາປະເພດໃດ? ເຈົ້າເປັນຄົນທີ່ບໍ່ມີຫຍັງເລີຍຢ່າງແທ້ຈິງ! ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ກຸ່ມກ້ອນເຫຼົ່ານີ້ມີຫົວໜ້າເປັນພວກຕໍ່ຕ້ານພຣະຄຣິສ ຈະປຶກສາຫາລືກັນຢ່າງລັບໆ ແລະ ຕັດສິນໃຈໂດຍບໍ່ໄດ້ຮັບອະນຸຍາດ. ພວກເຂົາບໍ່ແມ່ນແຕ່ໃຫ້ສິດແກ່ຜູ້ນໍາໃນການຮັບຮູ້ວ່າເກີດຫຍັງຂຶ້ນ, ບໍ່ຕ້ອງເວົ້າເຖິງສິດໃນການຕັດສິນໃຈ. ພວກເຂົາປະຕິເສດຜູ້ນໍາໂດຍກົງ, ກຳອຳນາດສິດຂາດ ແລະ ເປັນຜູ້ຕັດສິນໃຈທຸກຢ່າງ. ແລ້ວຜູ້ນໍາທີ່ໄດ້ຮັບມອບໝາຍໃຫ້ຈັດການພວກເຂົາກຳລັງເຮັດຫຍັງຢູ່ທ່າມກາງເລື່ອງທັງໝົດນີ້? ພວກເຂົາລົ້ມເຫຼວຢ່າງສິ້ນເຊີງທີ່ຈະກວດກາ, ດູແລ, ຈັດການ ຫຼື ຕັດສິນໃຈກ່ຽວກັບວຽກງານນີ້. ໃນທີ່ສຸດ, ພວກເຂົາກໍປ່ອຍໃຫ້ພວກຕໍ່ຕ້ານພຣະຄຣິສຍຶດອຳນາດ ແລະ ຈັດການພວກເຂົາຈາກເບື້ອງເທິງ. ບັນຫານີ້ບໍ່ໄດ້ເກີດຂຶ້ນຈາກວຽກງານຂອງຜູ້ນໍາປອມບໍ? ແມ່ນຫຍັງຄືແກ່ນແທ້ຂອງບັນຫານີ້? ມັນມີຕົ້ນກຳເນີດມາຈາກໃສ? ມັນມີຕົ້ນກຳເນີດມາຈາກການທີ່ຜູ້ນໍາປອມມີຄວາມສາມາດຕໍ່າ, ຂາດຄວາມສາມາດໃນການເຮັດວຽກ ແລະ ການທີ່ພວກຕໍ່ຕ້ານພຣະຄຣິສເຫັນວ່າພວກເຂົາບໍ່ມີຄ່າໃນສາຍຕາເລີຍ. ພວກຕໍ່ຕ້ານພຣະຄຣິສຄິດວ່າ: “ເຈົ້າເປັນຜູ້ນໍາຈະເຮັດຫຍັງໄດ້? ຂ້ອຍກໍຍັງຈະບໍ່ຟັງເຈົ້າ ແລະ ຂ້ອຍຈະສືບຕໍ່ຂ້າມໜ້າເຈົ້າໄປເຮັດສິ່ງຕ່າງໆ. ຖ້າເຈົ້າລາຍງານເລື່ອງນີ້ໃຫ້ເບື້ອງເທິງ, ພວກເຮົາຈະທໍລະມານເຈົ້າ!” ຜູ້ນໍາປອມບໍ່ກ້າລາຍງານເລື່ອງເຊັ່ນນີ້. ບໍ່ພຽງແຕ່ຜູ້ນໍາປອມຈະຂາດຄວາມສາມາດໃນການເຮັດວຽກ, ພວກເຂົາຍັງຂາດຄວາມກ້າຫານທີ່ຈະຍຶດໝັ້ນຫຼັກການ, ພວກເຂົາຢ້ານທີ່ຈະເຮັດຜິດໃຈຄົນ ແລະ ຂາດຄວາມຈົງຮັກພັກດີໂດຍສິ້ນເຊີງ, ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? ຖ້າພວກເຂົາມີຄວາມສາມາດຈັກໜ້ອຍໜຶ່ງ ແລະ ເຂົ້າໃຈຄວາມຈິງຢ່າງແທ້ຈິງ, ແລ້ວເມື່ອເຫັນວ່າຄົນເຫຼົ່ານີ້ບໍ່ແມ່ນຄົນດີ, ພວກເຂົາກໍຈະເວົ້າວ່າ: “ຂ້ານ້ອຍບໍ່ກ້າເປີດໂປງພວກເຂົາຕາມລຳພັງ, ສະນັ້ນ ຂ້ານ້ອຍຈະໂອ້ລົມກັບອ້າຍເອື້ອຍນ້ອງຫຼາຍຄົນທີ່ສະແຫວງຫາ ແລະ ເຂົ້າໃຈຄວາມຈິງຫຼາຍຂຶ້ນ ເພື່ອແກ້ໄຂບັນຫາເຫຼົ່ານີ້. ຫາກຫຼັງຈາກທີ່ໂອ້ລົມກັບພວກເຂົາແລ້ວ, ຖ້າພວກເຮົາຍັງບໍ່ສາມາດຈັດການກັບພວກຕໍ່ຕ້ານພຣະຄຣິສໄດ້, ຂ້ານ້ອຍຈະລາຍງານບັນຫາໃຫ້ເບື້ອງເທິງ ແລະ ໃຫ້ພວກເຂົາແກ້ໄຂ. ຂ້ານ້ອຍເຮັດຢ່າງອື່ນບໍ່ໄດ້, ແຕ່ກ່ອນອື່ນໝົດ ຂ້ານ້ອຍຕ້ອງປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ບັນຫາທີ່ຂ້ານ້ອຍເບິ່ງອອກ ແລະ ບັນຫາທີ່ຂ້ານ້ອຍຄົ້ນພົບຈະຕ້ອງບໍ່ຖືກປ່ອຍໃຫ້ດຳເນີນຕໍ່ໄປຢ່າງເດັດຂາດ”. ນີ້ບໍ່ແມ່ນວິທີການແກ້ໄຂບັນຫາບໍ? ມັນບໍ່ສາມາດຖືວ່າເປັນການປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດໄດ້ບໍ? ຖ້າເຈົ້າສາມາດເຮັດໄດ້ເຊັ່ນນີ້, ເບື້ອງເທິງກໍຈະບໍ່ເວົ້າວ່າ ເຈົ້າມີຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການເຮັດວຽກ. ແນວໃດກໍຕາມ, ເຈົ້າບໍ່ສາມາດແມ່ນແຕ່ຈະລາຍງານບັນຫາໃຫ້ເບື້ອງເທິງ, ສະນັ້ນ ເຈົ້າຈຶ່ງຖືກຈັດລັກສະນະວ່າເປັນຄົນທີ່ບໍ່ມີຫຍັງດີເລີຍ ແລະ ເປັນຜູ້ນໍາປອມ. ບໍ່ພຽງແຕ່ເຈົ້າຈະມີຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການເຮັດວຽກ, ເຈົ້າບໍ່ມີແມ່ນແຕ່ຄວາມເຊື່ອ ແລະ ຄວາມກ້າຫານທີ່ຈະເພິ່ງພາພຣະເຈົ້າ ເພື່ອເປີດໂປງ ແລະ ຕໍ່ສູ້ກັບພວກຕໍ່ຕ້ານພຣະຄຣິສ. ເຈົ້າບໍ່ແມ່ນຄົນທີ່ບໍ່ມີຫຍັງດີບໍ? ຜູ້ທີ່ຖືກພວກຕໍ່ຕ້ານພຣະຄຣິສຍຶດອຳນາດນັ້ນໜ້າສົງສານບໍ? ພວກເຂົາອາດຈະຟັງເບິ່ງໜ້າສົງສານ; ພວກເຂົາບໍ່ໄດ້ເຮັດຫຍັງທີ່ບໍ່ດີ ແລະ ໃນວຽກງານຂອງພວກເຂົາ ພວກເຂົາກໍລະມັດລະວັງຫຼາຍ, ຢ້ານການເຮັດຜິດພາດ, ການຖືກລິຮານ ແລະ ການຖືກດູຖູກຈາກອ້າຍເອື້ອຍນ້ອງ. ແຕ່ໃນທີ່ສຸດ ພວກເຂົາກໍຖືກພວກຕໍ່ຕ້ານພຣະຄຣິສຍຶດອຳນາດຢ່າງສິ້ນເຊີງຕໍ່ໜ້າຕໍ່ຕາ, ສິ່ງທີ່ພວກເຂົາເວົ້າບໍ່ມີຜົນຫຍັງເລີຍ ແລະ ມັນບໍ່ສຳຄັນແທ້ໆ ວ່າພວກເຂົາຈະຢູ່ທີ່ນັ້ນ ຫຼື ບໍ່. ພວກເຂົາອາດຈະເບິ່ງໜ້າສົງສານຢູ່ຜິວເຜີນ, ແຕ່ທີ່ຈິງແລ້ວພວກເຂົາເປັນຕາໜ້າຊັງຫຼາຍ. ບອກເຮົາມາເບິ່ງ, ເຮືອນຂອງພຣະເຈົ້າສາມາດແກ້ໄຂບັນຫາທີ່ຜູ້ຄົນບໍ່ສາມາດແກ້ໄຂໄດ້ບໍ? ຜູ້ຄົນຄວນລາຍງານບັນຫາໃຫ້ເບື້ອງເທິງບໍ? (ແມ່ນແລ້ວ, ພວກເຂົາຄວນ.) ໃນເຮືອນຂອງພຣະເຈົ້າ, ບໍ່ມີບັນຫາໃດທີ່ບໍ່ສາມາດແກ້ໄຂໄດ້ ແລະ ພຣະທຳຂອງພຣະເຈົ້າກໍສາມາດແກ້ໄຂບັນຫາໃດໆກໍໄດ້. ເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ? ຖ້າເຈົ້າບໍ່ມີແມ່ນແຕ່ຄວາມເຊື່ອໜ້ອຍໜຶ່ງນີ້, ເຈົ້າຈະມີຄຸນສົມບັດເປັນຜູ້ນໍາໄດ້ແນວໃດ? ເຈົ້າບໍ່ແມ່ນຄົນບໍ່ໄດ້ເລື່ອງບໍ? ນີ້ບໍ່ແມ່ນພຽງແຕ່ເລື່ອງການເປັນຜູ້ນໍາປອມ; ເຈົ້າຂາດແມ່ນແຕ່ຄວາມເຊື່ອທີ່ເປັນພື້ນຖານທີ່ສຸດໃນພຣະເຈົ້າ. ເຈົ້າເປັນຜູ້ບໍ່ເຊື່ອ ແລະ ເຈົ້າບໍ່ສົມຄວນທີ່ຈະເປັນຜູ້ນໍາ!
ກ່ຽວກັບຄວາມຮັບຜິດຊອບຂໍ້ທີສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຮົາໄດ້ນໍາສະເໜີຫ້າສະຖານະການ ເພື່ອເປີດໂປງວິທີທີ່ຜູ້ນໍາປອມປະຕິບັດຕໍ່ລາຍການວຽກງານຕ່າງໆ ແລະ ຜູ້ກຳກັບດູແລ. ໂດຍອີງໃສ່ຫ້າດ້ານເຫຼົ່ານີ້, ພວກເຮົາໄດ້ໄຈ້ແຍກການສະແດງອອກຕ່າງໆ ຂອງການທີ່ຜູ້ນໍາປອມມີຄວາມສາມາດຕໍ່າຢ່າງສຸດຂີດ, ຂາດຄວາມສາມາດ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ເມື່ອໂອ້ລົມແບບນີ້ແລ້ວ, ພວກເຈົ້າເຂົ້າໃຈວິທີແຍກແຍະຜູ້ນໍາປອມໄດ້ແຈ່ມແຈ້ງຂຶ້ນບໍ? (ແມ່ນ.) ເອົາລະ, ມື້ນີ້ພວກເຮົາກໍໂອ້ລົມກັນພຽງເທົ່ານີ້ເນາະ. ລາກ່ອນ!
ວັນທີ 23 ມັງກອນ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?