ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3) ສ່ວນທີ ສີ່
ຜູ້ກຳກັບດູແລປະເພດທີ່ພວກເຮົາຫາກໍໂອ້ລົມກັນໄປນັ້ນຮູ້ວິຊາຊີບຂອງພວກເຂົາ ແລະ ມີຄວາມສາມາດໃນການເຮັດວຽກ, ແຕ່ພຽງແຕ່ບໍ່ແບກຮັບພາລະ ແລະ ເພີດເພີນກັບການກິນ, ການດື່ມ ແລະ ຄວາມບັນເທີງໝົດມື້ ໂດຍບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ຫຼື ເຮັດວຽກງານຕົວຈິງໃດໆ. ຜູ້ນໍາປອມບໍ່ສາມາດປັບປ່ຽນການມອບໝາຍໜ້າທີ່ຂອງຜູ້ກຳກັບດູແລປະເພດນີ້ ຫຼື ໄລ່ພວກເຂົາອອກໄດ້ຢ່າງທັນການ ແລະ ສິ່ງນີ້ກໍກີດຂວາງ ແລະ ລົບກວນວຽກງານ, ເຮັດໃຫ້ມັນບໍ່ສາມາດຄືບໜ້າໄປຢ່າງລ່ຽນໄຫຼ. ສິ່ງນີ້ບໍ່ໄດ້ເກີດຈາກຜູ້ນໍາປອມບໍ? ເຖິງແມ່ນວ່າຜູ້ນໍາປອມຈະບໍ່ໄດ້ຮັບຜິດຊອບໂດຍກົງຕໍ່ເລື່ອງນີ້, ແຕ່ການລະເລີຍຕໍ່ຄວາມຮັບຜິດຊອບຂອງພວກເຂົາ, ການລົ້ມເຫຼວໃນການເຮັດໜ້າທີ່ຂອງຕົນໃນຖານະຜູ້ດູແລ ກໍເຮັດໃຫ້ພວກເຂົາຮັບຜິດຊອບທາງອ້ອມຕໍ່ຄວາມເສຍຫາຍທີ່ເກີດຂຶ້ນກັບວຽກງານ. ຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ເຮັດໜ້າທີ່ຂອງພວກເຂົາໃນຖານະຜູ້ດູແລ, ພວກເຂົາລະເລີຍຕໍ່ຄວາມຮັບຜິດຊອບຂອງພວກເຂົາ, ໃນທີ່ສຸດກໍເຮັດໃຫ້ວຽກງານຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍ. ບາງໜ້າວຽກເຖິງກັບຢຸດສະງັກ ແລະ ບໍ່ເປັນປຶກແຜ່ນ ຍ້ອນການຂາດຜູ້ກຳກັບດູແລທີ່ເໝາະສົມທີ່ຈະມາຮັບຜິດຊອບ, ດຳເນີນການກວດສອບ ແລະ ຊີ້ນໍາ ແລະ ຊຸກຍູ້ວຽກງານໃຫ້ກ້າວໄປຂ້າງໜ້າ. ການໃຊ້ບຸກຄະລາກອນທີ່ບໍ່ເໝາະສົມຈະກໍ່ໃຫ້ເກີດຄວາມເສຍຫາຍປະເພດນີ້ຕໍ່ວຽກງານ. ເຖິງແມ່ນວ່າຜູ້ກຳກັບດູແລປະເພດນີ້ຈະມີຄວາມສາມາດຢູ່ແດ່ ແລະ ເຂົ້າໃຈວິຊາຊີບໜ້ອຍໜຶ່ງ, ພວກເຂົາກໍບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ, ມັກຈະອອກນອກລູ່ນອກທາງ ແລະ ບໍ່ໄດ້ເດີນຕາມເສັ້ນທາງທີ່ຖືກຕ້ອງ. ແມ່ນແຕ່ຖ້າຜູ້ນໍາປອມໄດ້ຍິນວ່າມີຄົນລາຍງານບັນຫາກ່ຽວກັບຜູ້ກຳກັບດູແລປະເພດນີ້, ພວກເຂົາກໍບໍ່ໄດ້ຊອກຮູ້ ຫຼື ຈັດການມັນຢ່າງທັນການ ແລະ ສິ່ງນີ້ໃນທີ່ສຸດກໍເຮັດໃຫ້ວຽກງານຂອງຄຣິສຕະຈັກເປັນອຳມະພາດ. ສິ່ງນີ້ບໍ່ໄດ້ເກີດຈາກການຂາດຄວາມຮັບຜິດຊອບຂອງຜູ້ນໍາປອມບໍ? ພວກເຂົາເຖິງກັບພະຍາຍາມປັດຄວາມຮັບຜິດຊອບ ໂດຍອ້າງວ່າພວກເຂົາບໍ່ເຂົ້າໃຈສະຖານະການຂອງຜູ້ກຳກັບດູແລ, ວ່າພວກເຂົາໂງ່ຈ້າ ແລະ ບໍ່ຮູ້ເລື່ອງ, ໂດຍຄິດວ່າການເວົ້າເຊັ່ນນີ້ຈະເປັນການຈົບເລື່ອງ, ວ່າພວກເຂົາຈະບໍ່ຕ້ອງຮັບຜິດຊອບ. ໃນວຽກງານຂອງພວກເຂົາ, ຜູ້ນໍາປອມເຮັດວຽກແບບພໍເປັນພິທີຢູ່ສະເໝີ. ແມ່ນແຕ່ເມື່ອຜູ້ຄົນລາຍງານບັນຫາ, ພວກເຂົາກໍບໍ່ໄດ້ສອບຖາມ ຫຼື ຈັດການບັນຫາເຫຼົ່ານັ້ນ ແລະ ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍພະຍາຍາມປັດຄວາມຮັບຜິດຊອບ. ນີ້ຄືການສະແດງອອກຢ່າງໜຶ່ງຂອງຜູ້ນໍາປອມ.
II. ຜູ້ນໍາປອມປະຕິບັດຕໍ່ຜູ້ກຳກັບດູແລທີ່ມີຂີດຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການເຮັດວຽກແນວໃດ
ເມື່ອຜູ້ນໍາປອມກຳລັງເຮັດວຽກ, ບັນຫາທີ່ພວກເຂົາພົບພໍ້ບໍ່ໄດ້ຈຳກັດຢູ່ພຽງແຕ່ສະຖານະການນີ້, ຍັງມີອີກສະຖານະການໜຶ່ງທີ່ຜູ້ກຳກັບດູແລມີຄວາມສາມາດຕໍ່າ ແລະ ບໍ່ມີຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດແບກຮັບວຽກງານໄດ້. ໃນກໍລະນີເຊັ່ນນີ້, ຜູ້ນໍາປອມກໍລົ້ມເຫຼວທີ່ຈະສອບຖາມ ແລະ ຈັດການບັນຫາຢ່າງທັນການເຊັ່ນກັນ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ຜູ້ນໍາປອມຂາດຄວາມສາມາດໃນການເຮັດວຽກ, ພວກເຂົາມີຄວາມສາມາດຕໍ່າ ແລະ ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາບໍ່ເຄີຍສົນໃຈ ຫຼື ລິເລີ່ມທີ່ຈະສອບຖາມກ່ຽວກັບຄວາມສາມາດຂອງຜູ້ກຳກັບດູແລທີມຕ່າງໆ, ຄວາມສາມາດໃນການແບກຮັບວຽກງານຂອງພວກເຂົາ ຫຼື ສະຖານະການໃນການເຮັດວຽກຂອງພວກເຂົາ. ພວກເຂົາບໍ່ສາມາດເບິ່ງທະລຸຜູ້ກຳກັບດູແລທີ່ມີຄວາມສາມາດຕໍ່າ ແລະ ບໍ່ສາມາດແບກຮັບວຽກງານຂອງພວກເຂົາໄດ້ ທັງພວກເຂົາບໍ່ຮູ້ກ່ຽວກັບສິ່ງເຫຼົ່ານີ້. ໃນຄວາມຄິດຂອງພວກເຂົາ, ເມື່ອຄົນໃດຄົນໜຶ່ງຮັບບົດບາດເປັນຜູ້ກຳກັບດູແລແລ້ວ, ຄົນຜູ້ນັ້ນກໍຈະຢູ່ໃນຕຳແໜ່ງຂອງຕົນເປັນເວລາດົນ, ເວັ້ນເສຍແຕ່ວ່າພວກເຂົາຈະກະທຳຄວາມຊົ່ວຮ້າຍຕ່າງໆນາໆ, ເຮັດໃຫ້ເກີດຄວາມໂກດແຄ້ນແກ່ມະຫາຊົນ ແລະ ຖືກປົດອອກໂດຍອ້າຍເອື້ອຍນ້ອງ ຫຼື ເວັ້ນເສຍແຕ່ວ່າຈະມີຄົນລາຍງານບັນຫາຂອງພວກເຂົາຕໍ່ເບື້ອງເທິງ ແລະ ເບື້ອງເທິງກໍປົດຄົນຜູ້ນັ້ນອອກໂດຍກົງ. ຖ້າບໍ່ດັ່ງນັ້ນ, ຜູ້ນໍາປອມຈະບໍ່ມີທາງປົດຄົນຜູ້ນັ້ນອອກເລີຍ. ພວກເຂົາເຊື່ອວ່າເນື່ອງຈາກອ້າຍເອື້ອຍນ້ອງໄດ້ເວົ້າວ່າຄົນຜູ້ນັ້ນດີ ແລະ ໄດ້ເລືອກຕັ້ງພວກເຂົາ, ຄົນຜູ້ນັ້ນກໍຕ້ອງເປັນຕົວເລືອກທີ່ດີທີ່ສຸດ. ຜູ້ນໍາປອມອາໄສຈິນຕະນາການ ແລະ ການຕັດສິນໃຈຢູ່ສະເໝີ ເພື່ອກຳນົດວ່າຄົນໃດຄົນໜຶ່ງສາມາດເຮັດວຽກໄດ້ ຫຼື ບໍ່ ແລະ ພວກເຂົາເໝາະສົມທີ່ຈະເຮັດໜ້າທີ່ເປັນຜູ້ກຳກັບດູແລ ຫຼື ບໍ່. ຕົວຢ່າງ: ມີຜູ້ກຳກັບດູແລຂອງທີມງານເຕັ້ນຄົນໜຶ່ງທີ່ບໍ່ຮູ້ວິທີເຕັ້ນ ແລະ ລາວບໍ່ເຂົ້າໃຈຫຼັກການໃນການເລືອກທ່າເຕັ້ນ. ໃນຂະນະທີ່ກຳກັບການເຕັ້ນ, ລາວບໍ່ຮູ້ວ່າຈະເລືອກຮູບແບບການເຕັ້ນຮ່ວມສະໄໝ ຫຼື ແບບຄລາສສິກ. ເວົ້າຢ່າງເຂັ້ມງວດແລ້ວ, ລາວບໍ່ມີຄວາມຮູ້ກ່ຽວກັບການເຕັ້ນເລີຍ. ແນວໃດກໍຕາມ, ຜູ້ນໍາປອມກໍບໍ່ສາມາດເຫັນສິ່ງນີ້ໄດ້. ລາວເລືອກຄົນຜູ້ນັ້ນເປັນຜູ້ກຳກັບດູແລ ເພາະວ່າລາວມີຄວາມກະຕືລືລົ້ນ ແລະ ເຕັມໃຈທີ່ຈະອອກໜ້າ, ໂດຍຄິດໄປເອງວ່າລາວເຂົ້າໃຈທຸກຢ່າງ ແລະ ປ່ອຍໃຫ້ລາວຊີ້ນໍາອ້າຍເອື້ອຍນ້ອງ. ຕໍ່ມາ, ຜູ້ນໍາປອມກໍບໍ່ໄດ້ຕິດຕາມ, ສັງເກດເບິ່ງວຽກງານຂອງລາວ ຫຼື ເບິ່ງວ່າລາວຊີ້ນໍາອ້າຍເອື້ອຍນ້ອງໄດ້ດີສໍ່າໃດ, ບໍ່ວ່າລາວຈະເປັນຜູ້ຊ່ຽວຊານ ຫຼື ຄົນຜູ້ບໍ່ຊ່ຽວຊານ, ບໍ່ວ່າສິ່ງທີ່ລາວສອນຈະເໝາະສົມ ຫຼື ບໍ່ ຫຼື ບໍ່ວ່າມັນຈະສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ຫຼື ບໍ່. ລາວບໍ່ສາມາດບອກສິ່ງເຫຼົ່ານີ້ໄດ້ ແລະ ລາວກໍບໍ່ໄດ້ໄປສອບຖາມກ່ຽວກັບພວກມັນ. ຜົນກໍຄື, ທຸກຄົນເຮັດວຽກເປັນເວລາດົນໂດຍບໍ່ໄດ້ສ້າງຜົນງານໃດໆ ແລະ ໃນທີ່ສຸດກໍຖືກຄົ້ນພົບວ່າຜູ້ກຳກັບດູແລທີ່ຖືກເລືອກໂດຍຜູ້ນໍາປອມນັ້ນເຕັ້ນບໍ່ເປັນເລີຍ, ແຕ່ລາວກໍຍັງທໍາທ່າວ່າເປັນຜູ້ຊ່ຽວຊານ ແລະ ຊີ້ນໍາຄົນອື່ນ. ສິ່ງນີ້ບໍ່ໄດ້ເຮັດໃຫ້ວຽກງານຊັກຊ້າບໍ? ແຕ່ຜູ້ນໍາປອມກໍບໍ່ສາມາດລະບຸບັນຫານີ້ໄດ້ ແລະ ຍັງເຊື່ອວ່າລາວກຳລັງເຮັດວຽກໄດ້ດີ. ໃນຄວາມຄິດຂອງຜູ້ນໍາປອມ, ບໍ່ວ່າໃຜຈະເປັນໃຜກໍຕາມ, ຕາບໃດທີ່ພວກເຂົາມີຄວາມກ້າ ແລະ ກ້າທີ່ຈະເວົ້າ, ກະທຳ ແລະ ຮັບຜິດຊອບວຽກງານ, ນີ້ກໍພິສູດວ່າພວກເຂົາມີຄວາມສາມາດ ແລະ ສາມາດແບກຮັບມັນໄດ້, ໃນຂະນະທີ່ຖ້າພວກເຂົາບໍ່ກ້າທີ່ຈະເຮັດສິ່ງເຫຼົ່ານັ້ນ, ມັນກໍພິສູດວ່າຄວາມສາມາດຂອງພວກເຂົາບໍ່ພຽງພໍທີ່ຈະແບກຮັບວຽກງານນັ້ນໄດ້. ບາງຄົນເປັນຄົນບໍ່ເຕັມບາດ ຫຼື ພວກຫົວຮ້ອນບ້າບິ່ນ ທີ່ກ້າພໍທີ່ຈະເຮັດທຸກຢ່າງ. ຄົນເຫຼົ່ານີ້ບໍ່ຮູ້ວ່າພວກເຂົາມີຄວາມສາມາດທີ່ເໝາະສົມ ຫຼື ບໍ່ ຫຼື ພວກເຂົາສາມາດແບກຮັບວຽກງານໄດ້ ຫຼື ບໍ່ ແຕ່ກໍຍັງກ້າທີ່ຈະກາຍເປັນຜູ້ກຳກັບດູແລ. ແລ້ວມັນກໍປະກົດວ່າຫຼັງຈາກທີ່ພວກເຂົາຮັບບົດບາດແລ້ວ, ວຽກງານກໍບໍ່ມີຄວາມຄືບໜ້າເລີຍ ແລະ ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງ, ພວກເຂົາກໍບໍ່ມີທິດທາງທີ່ຊັດເຈນ ຫຼື ຂັ້ນຕອນ ຫຼື ແນວຄິດທີ່ຖືກຕ້ອງ. ໃຜກໍຕາມສາມາດສະເໜີຄວາມຄິດເຫັນໃດໆກໍໄດ້ ແລະ ພວກເຂົາກໍຈະບໍ່ຮູ້ວ່າມັນຖືກ ຫຼື ຜິດ. ຖ້າຄົນຜູ້ໜຶ່ງສະເໜີໃຫ້ເຮັດແນວໜຶ່ງ ລາວກໍວ່າດີ, ພໍ ຄົນອີກຜູ້ໜຶ່ງສະເໜີໃຫ້ເຮັດອີກແນວໜຶ່ງ ລາວກໍວ່າດີຄືກັນ. ເມື່ອເວົ້າເຖິງວິທີການທີ່ຈະປະຕິບັດຕົວຈິງ, ພວກເຂົາກໍໃຫ້ທຸກຄົນມີສິດອອກສຽງ ແລະ ໃຜກໍຕາມທີ່ເວົ້າດັງກວ່າໝູ່ກໍຈະໄດ້ຮັບການນຳເອົາແນວຄິດຂອງພວກເຂົາໄປປະຕິບັດ. ຄົນປະເພດນີ້ບໍ່ມີຄວາມສາມາດໃດໆເລີຍ, ບໍ່ສາມາດເບິ່ງທະລຸສິ່ງໃດໄດ້ ແລະ ພຽງແຕ່ເຮັດໃຫ້ວຽກງານຂອງພວກເຂົາຫຍຸ້ງເຫຍີງໄປໝົດ, ແຕ່ຜູ້ນໍາປອມກໍຍັງບໍ່ສາມາດເບິ່ງທະລຸຜູ້ກຳກັບດູແລແບບນີ້ໄດ້. ບາງຄົນເວົ້າວ່າ: “ຜູ້ກຳກັບດູແລຄົນນັ້ນມີຄວາມສາມາດຕໍ່າຫຼາຍ; ພວກເຂົາຕ້ອງຖືກປົດອອກທັນທີ!” ແຕ່ຜູ້ນໍາປອມຕອບວ່າ: “ຂ້ອຍໄດ້ລົມກັບພວກເຂົາແລ້ວ ແລະ ພວກເຂົາເວົ້າວ່າພວກເຂົາເຕັມໃຈທີ່ຈະເຮັດໃນສ່ວນຂອງພວກເຂົາ. ໃຫ້ໂອກາດພວກເຂົາອີກຄັ້ງໜຶ່ງ”. ເຈົ້າຄິດແນວໃດກັບຄຳເວົ້ານີ້? ມັນບໍ່ແມ່ນສິ່ງທີ່ຄົນໂງ່ຈະເວົ້າບໍ? ຄຳເວົ້ານີ້ມີຫຍັງຜິດ? (ມັນບໍ່ແມ່ນເລື່ອງທີ່ວ່າພວກເຂົາເຕັມໃຈທີ່ຈະເຮັດໃນສ່ວນຂອງພວກເຂົາ ຫຼື ບໍ່; ພວກເຂົາຂາດຄວາມສາມາດ ແລະ ບໍ່ສາມາດແບກຮັບວຽກງານໄດ້ເລີຍ.) ຖືກຕ້ອງ, ມັນບໍ່ແມ່ນບັນຫາທີ່ວ່າພວກເຂົາເຕັມໃຈທີ່ຈະເຮັດມັນ ຫຼື ບໍ່; ມັນກ່ຽວກັບການທີ່ພວກເຂົາມີຄວາມສາມາດທີ່ຕໍ່າເກີນໄປ ແລະ ບໍ່ຮູ້ວິທີທີ່ຈະເຮັດມັນ, ນີ້ຄືຈຸດສຳຄັນຂອງບັນຫາ. ນັ້ນຄືເຫດຜົນທີ່ຜູ້ນໍາຂອງພວກເຂົາຈຳເປັນຕ້ອງມີສະໝອງ ແລະ ສາມາດປະເມີນຄົນໄດ້, ເພື່ອເບິ່ງວ່າຜູ້ກຳກັບດູແລເຫຼົ່ານີ້ມີຄວາມສາມາດທີ່ຈຳເປັນ ຫຼື ບໍ່. ຜູ້ນໍາເຫຼົ່ານີ້ຈຳເປັນຕ້ອງດຳເນີນການປະເມີນຜົນຢ່າງຮອບດ້ານກ່ຽວກັບພວກເຂົາ ໂດຍອີງໃສ່ຄຳເວົ້າ ແລະ ການໂອ້ລົມຂອງພວກເຂົາ, ໂດຍການສັງເກດເບິ່ງວ່າ ປົກກະຕິແລ້ວພວກເຂົາກະທຳດ້ວຍກອບຄວາມຄິດທີ່ເປັນຂັ້ນເປັນຕອນ ແລະ ດ້ວຍວິທີການ ແລະ ຂັ້ນຕອນທີ່ເປັນລະບຽບ ຫຼື ບໍ່ ແລະ ໂດຍອີງໃສ່ຄຳຕິຊົມຈາກອ້າຍເອື້ອຍນ້ອງ. ຖ້າຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາຂາດຄວາມສາມາດໃນການເຮັດວຽກທີ່ຈຳເປັນ, ຖ້າພວກເຂົາເຮັດໃຫ້ທຸກຢ່າງທີ່ພວກເຂົາເຮັດເສຍຫາຍ ແລະ ຖ້າພວກເຂົາເປັນຄົນເສດເດນ, ແລ້ວຜູ້ກຳກັບດູແລເຫຼົ່ານີ້ກໍຈຳເປັນຕ້ອງຖືກປົດອອກໂດຍທັນທີ.
ມີຜູ້ກຳກັບດູແລຟາມຄົນໜຶ່ງທີ່ເຮັດໃຫ້ວຽກງານການກະເສດເກີດຄວາມຫຍຸ້ງເຫຍີງ. ລາວບໍ່ຮູ້ວ່າຄວນປູກພືດຊະນິດໃດໃນດິນຕອນໃດ ຫຼື ດິນຕອນໃດທີ່ເໝາະສົມກັບການປູກຜັກ ແລະ ລາວກໍບໍ່ໄດ້ສະແຫວງຫາ ແລະ ໂອ້ລົມກັບທຸກຄົນ, ລາວບໍ່ຮູ້ວິທີໂອ້ລົມກ່ຽວກັບສິ່ງເຫຼົ່ານີ້, ສະນັ້ນ ລາວຈຶ່ງບໍ່ເຮັດມັນ. ລາວປູກພືດຕາມອຳເພີໃຈ ໂດຍບໍ່ໃສ່ໃຈຫຼັກການຂອງເຮືອນຂອງພຣະເຈົ້າ. ຜົນກໍຄື, ລາວໄດ້ດຳເນີນການປູກຝັງໃນດິນແຕ່ລະຕອນຂອງຟາມໃນລັກສະນະທີ່ວຸ້ນວາຍ, ໂດຍພືດທີ່ຄວນປູກໃນປະລິມານໜ້ອຍກໍຖືກປູກໃນຈຳນວນຫຼາຍ ແລະ ພືດທີ່ຄວນປູກໃນປະລິມານຫຼາຍກໍຖືກປູກໃນຈຳນວນໜ້ອຍ. ເມື່ອເບື້ອງເທິງລິຮານລາວ, ລາວກໍຍັງຄົງດື້ດ້ານ ແລະ ຮູ້ສຶກວ່າບໍ່ມີຫຍັງຜິດພາດກັບການທີ່ລາວປູກພືດໃນລັກສະນະນີ້. ພວກເຈົ້າວ່າເບິ່ງ, ຜູ້ກຳກັບດູແລປະເພດນີ້ບໍ່ແມ່ນຄົນທີ່ຈັດການຍາກຫຼາຍບໍ? ລາວບໍ່ຮູ້ວິທີຈັດການເລື່ອງຕ່າງໆໂດຍອີງໃສ່ຫຼັກການທີ່ສ້າງຕັ້ງຂຶ້ນໂດຍເຮືອນຂອງພຣະເຈົ້າ ຫຼື ວ່າລາວຄວນກຳນົດວ່າຄວນປູກທັນຍາພືດຈັກໄຮ່ ແລະ ຜັກຈັກໄຮ່ ໂດຍອີງໃສ່ຈຳນວນຄົນທີ່ເຮັດໜ້າທີ່ໃນຄຣິສຕະຈັກທີ່ເຮັດໜ້າທີ່ເຕັມເວລາ. ແທນທີ່ຈະເປັນແນວນັ້ນ, ລາວຕັດສິນໃຈປູກພືດບາງຊະນິດຫຼາຍຂຶ້ນ ແລະ ໜ້ອຍລົງໂດຍອີງໃສ່ຄວາມມັກສ່ວນຕົວຂອງລາວ ແລະ ລາວເຊື່ອວ່າການເຮັດເຊັ່ນນີ້ແມ່ນເໝາະສົມຢ່າງສິ້ນເຊີງ. ໃນທີ່ສຸດ, ລາວປູກພືດແບບຊະຊາຍ. ຕໍ່ມາ, ເບ້ຍພືດກໍງອກຂຶ້ນ. ບາງເບ້ຍກໍກາຍເປັນສີເຫຼືອງ ແລະ ຕ້ອງການໃສ່ຝຸ່ນ, ແຕ່ລາວບໍ່ຮູ້ວ່າຈະໃສ່ຫຼາຍສໍ່າໃດ ຫຼື ຈະໃສ່ເມື່ອໃດ. ພືດບາງຊະນິດກໍຖືກສັດຕູພືດລົບກວນ ແລະ ລາວບໍ່ຮູ້ວ່າຄວນສີດຢາຂ້າແມງໄມ້ໃສ່ພວກມັນ ຫຼື ບໍ່. ບາງຄົນສະໜັບສະໜູນໃຫ້ໃຊ້ຢາ ແລະ ບາງຄົນກໍຄັດຄ້ານ, ລາວກໍເກີດຄວາມສັບສົນ ແລະ ບໍ່ຮູ້ວ່າຈະເຮັດແນວໃດກ່ຽວກັບຢາຂ້າແມງໄມ້. ດ້ວຍວິທີນີ້, ລາວກໍໃຊ້ຊີວິດແບບເລື່ອນລອຍໄປຈົນເຖິງລະດູເກັບກ່ຽວ. ລາວຍັງບໍ່ຮູ້ວ່າລະດູການເຕີບໂຕຂອງພືດແຕ່ລະຊະນິດໃຊ້ເວລາດົນສໍ່າໃດ ຫຼື ພືດແຕ່ລະຊະນິດຈະສຸກເຕັມທີ່ເມື່ອໃດ. ຜົນກໍຄື, ທັນຍາພືດທີ່ເກັບກ່ຽວກ່ອນກຳນົດກໍຍັງຂຽວຢູ່, ໃນຂະນະທີ່ພືດທີ່ເກັບກ່ຽວຊ້າກໍຫຼົ່ນລົງພື້ນ. ໃນທີ່ສຸດ, ເຖິງວ່າຈະເປັນແນວໃດກໍຕາມ, ພືດກໍຖືກເກັບກ່ຽວ, ທ້າຍທີ່ສຸດ ທັນຍາພືດກໍຖືກເກັບເຂົ້າສາງ ແລະ ກິດຈະກຳການກະເສດສຳລັບປີກໍສິ້ນສຸດລົງບໍ່ຫຼາຍກໍໜ້ອຍ. ຜູ້ກຳກັບດູແລຟາມເຮັດວຽກຂອງຕົນໄດ້ດີສໍ່າໃດ? (ລາວເຮັດໃຫ້ມັນຫຍຸ້ງເຫຍີງ.) ເປັນຫຍັງມັນຈຶ່ງເສຍຫາຍຫຼາຍແທ້? ຈົ່ງຊອກຫາສາເຫດທີ່ແທ້ຈິງຂອງບັນຫານີ້. (ຄວາມສາມາດຂອງລາວຕໍ່າຫຼາຍ.) ຜູ້ກຳກັບດູແລຄົນນີ້ມີຄວາມສາມາດຕໍ່າຫຼາຍ! ເມື່ອປະເຊີນກັບບັນຫາ, ລາວບໍ່ໄດ້ຕັດສິນໃຈຢ່າງຖືກຕ້ອງ, ບໍ່ສາມາດຊອກຫາຫຼັກການໄດ້ ແລະ ບໍ່ມີວິທີການ ຫຼື ແນວທາງໃນການຈັດການສິ່ງຕ່າງໆ. ສິ່ງນີ້ເຮັດໃຫ້ລາວຈັດການກັບໜ້າວຽກທີ່ງ່າຍດາຍ ເຊັ່ນ: ການປູກພືດໃນລັກສະນະທີ່ບໍ່ເປັນລະບຽບຢ່າງບໍ່ໜ້າເຊື່ອ ແລະ ເຮັດໃຫ້ວຽກງານນີ້ຫຍຸ້ງເຫຍີງຢ່າງໃຫຍ່ຫຼວງ. ແມ່ນຫຍັງຄືການສະແດງອອກຫຼັກຂອງຄວາມສາມາດທີ່ຕໍ່າ? (ຂາດການຕັດສິນໃຈທີ່ຖືກຕ້ອງ ແລະ ບໍ່ສາມາດຊອກຫາຫຼັກການໄດ້.) ຄຳເວົ້າເຫຼົ່ານີ້ບໍ່ສຳຄັນບໍ? ພວກເຈົ້າຈະຈື່ພວກມັນໄດ້ບໍ? ເມື່ອຄົນຜູ້ໜຶ່ງປະເຊີນກັບບັນຫາ, ການຂາດການຕັດສິນໃຈທີ່ຖືກຕ້ອງ ແລະ ການບໍ່ສາມາດຊອກຫາຫຼັກການໄດ້ ບົ່ງບອກເຖິງຄວາມສາມາດທີ່ຕໍ່າຫຼາຍ. ຍິ່ງຄົນອື່ນໃຫ້ຄຳແນະນຳ ແລະ ຄຳໃບ້ຫຼາຍເທົ່າໃດ, ຜູ້ກຳກັບດູແລຄົນນີ້ກໍຍິ່ງສັບສົນຫຼາຍຂຶ້ນເທົ່ານັ້ນ. ລາວຄິດວ່າມັນຈະດີຫຼາຍຖ້າມີພຽງຄຳແນະນຳດຽວ, ແລ້ວລາວກໍຈະສາມາດປະຕິບັດຕາມມັນຄືກັບກົດລະບຽບ ແລະ ຍຶດໝັ້ນຕາມມັນ, ເຊິ່ງຈະເຮັດໃຫ້ສິ່ງຕ່າງໆງ່າຍດາຍຫຼາຍ ແລະ ໝາຍຄວາມວ່າລາວບໍ່ຈຳເປັນຕ້ອງຄິດ ຫຼື ໃຊ້ການຕັດສິນໃຈ. ລາວຢ້ານການທີ່ມີຄົນຫຼາຍຄົນໃຫ້ຄຳແນະນຳ ເພາະເມື່ອລາວໄດ້ຍິນພວກມັນ, ລາວບໍ່ຮູ້ວິທີຈັດການພວກມັນ. ທີ່ຈິງແລ້ວ, ຄົນທີ່ມີສະໝອງ ແລະ ມີຄວາມສາມາດດີບໍ່ຢ້ານຄົນອື່ນໃຫ້ຄຳແນະນຳ. ພວກເຂົາຄິດວ່າການຕັດສິນໃຈຂອງພວກເຂົາຈະຖືກຕ້ອງຫຼາຍຂຶ້ນ ແລະ ຂອບເຂດຂອງຄວາມຜິດພາດຈະນ້ອຍລົງ ເມື່ອມີຄົນໃຫ້ຄຳແນະນຳຫຼາຍຂຶ້ນ. ຄົນທີ່ບໍ່ມີສະໝອງ ຫຼື ຄວາມສາມາດຈະຢ້ານຄວາມຄິດເຫັນທີ່ຫຼາກຫຼາຍ ແລະ ຄຳແນະນຳຈາກຫຼາຍຄົນ; ພວກເຂົາຈະສັບສົນເມື່ອປະເຊີນກັບຄຳແນະນຳຈາກຫຼາຍແຫຼ່ງ. ຜູ້ກຳກັບດູແລຟາມທີ່ເຮົາຫາກໍກ່າວເຖິງນັ້ນບໍ່ໄດ້ມີຄວາມສາມາດທີ່ຕໍ່າຫຼາຍບໍ, ລາວບໍ່ດີພໍທີ່ຈະແບກຮັບວຽກງານນີ້, ແມ່ນບໍ່? (ແມ່ນແລ້ວ.) ບາງຄົນໂຕ້ຖຽງວ່າ: “ບາງທີລາວອາດຈະບໍ່ເຄີຍເຮັດກະເສດມາກ່ອນ. ເຈົ້າຢືນຢັນທີ່ຈະໃຫ້ລາວເຮັດວຽກກະເສດ, ນັ້ນບໍ່ແມ່ນຄືກັບການເຂັນຄົກຂຶ້ນພູບໍ?” ການທີ່ບໍ່ມີປະສົບການໃນການເຮັດກະເສດມາກ່ອນໝາຍຄວາມວ່າຄົນຜູ້ໜຶ່ງບໍ່ສາມາດເຮັດກະເສດໄດ້ບໍ? ໃຜມີຄວາມສາມາດໃນການເຮັດກະເສດໂດຍກຳເນີດ? ກະເສດຕະກອນເກີດມາກໍມີຄວາມສາມາດນີ້ເລີຍບໍ? (ບໍ່ແມ່ນ.) ເຄີຍມີກະເສດຕະກອນຄົນໃດທີ່ຂາດປະສົບການ ແລະ ບໍ່ຮູ້ວິທີເຮັດກະເສດ, ບໍ່ໄດ້ເກັບກ່ຽວຜົນລະປູກ ແລະ ບໍ່ມີເມັດພືດກິນໃນຄັ້ງທຳອິດທີ່ພວກເຂົາປູກພືດ, ເຊິ່ງນໍາໄປສູ່ການອຶດຫິວເປັນເວລາໜຶ່ງປີບໍ? ເລື່ອງແບບນີ້ເກີດຂຶ້ນບໍ? (ບໍ່.) ຖ້າມັນເປັນເຊັ່ນນັ້ນແທ້, ມັນກໍຈະເປັນໄພພິບັດທາງທຳມະຊາດ, ບໍ່ແມ່ນຜົນມາຈາກການກະທຳຂອງມະນຸດ. ສະຖານະການເຊັ່ນນີ້ຫາຍາກທີ່ສຸດ! ຊາວກະສິກອນຫາລ້ຽງຊີບດ້ວຍການເຮັດກະເສດ ແລະ ແມ່ນແຕ່ຜູ້ທີ່ໄດ້ເຮັດກະເສດເປັນເວລາໜຶ່ງ ຫຼື ສອງປີກໍຮຽນຮູ້ທີ່ຈະເຮັດມັນ. ບຸກຄົນທີ່ມີຄວາມສາມາດດີສາມາດໄດ້ຮັບຜົນຜະລິດຫຼາຍຂຶ້ນຈາກການເຮັດກະເສດ, ໃນຂະນະທີ່ຜູ້ທີ່ມີຄວາມສາມາດຕໍ່າອາດຈະມີການເກັບກ່ຽວທີ່ໜ້ອຍກວ່າ. ຍິ່ງໄປກວ່ານັ້ນ, ດ້ວຍຄວາມກ້າວໜ້າ ແລະ ຄວາມອຸດົມສົມບູນຂອງຂໍ້ມູນໃນປັດຈຸບັນ, ຖ້າຄົນຜູ້ໜຶ່ງມີຄວາມສາມາດ, ຂໍ້ມູນນີ້ກໍພຽງພໍທີ່ຈະໃຊ້ເປັນຂໍ້ມູນອ້າງອີງໃນການຕັດສິນໃຈ ແລະ ການຕົກລົງໃຈທີ່ຖືກຕ້ອງ. ຍິ່ງຂໍ້ມູນກວ້າງຂວາງ ແລະ ຖືກຕ້ອງຫຼາຍເທົ່າໃດ, ການຕັດສິນໃຈ ແລະ ການຕົກລົງໃຈຂອງພວກເຂົາກໍຈະຍິ່ງຖືກຕ້ອງຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາກໍຈະເຮັດຜິດພາດໜ້ອຍລົງ. ແນວໃດກໍຕາມ, ມັນຈະກົງກັນຂ້າມກັບບຸກຄົນທີ່ມີຄວາມສາມາດຕໍ່າ; ຍິ່ງມີຂໍ້ມູນຫຼາຍເທົ່າໃດ, ພວກເຂົາກໍຍິ່ງສັບສົນຫຼາຍຂຶ້ນເທົ່ານັ້ນ. ໃນທີ່ສຸດ, ທຸກຂັ້ນຕອນກໍກາຍເປັນການຕໍ່ສູ້ດິ້ນຮົນ ແລະ ຍາກລຳບາກຫຼາຍສຳລັບພວກເຂົາ. ການເຮັດກະເສດຄືການແຂ່ງຂັນກັບເວລາ; ມັນຈະບໍ່ໄດ້ຜົນຖ້າເຈົ້າໄວເກີນໄປ ຫຼື ຊ້າເກີນໄປ. ຖ້າເຈົ້າຊ້າ ແລະ ພາດເວລາທີ່ເໝາະສົມ, ການເກັບກ່ຽວສຸດທ້າຍກໍຈະໄດ້ຮັບຜົນກະທົບ. ຕະຫຼອດໄລຍະເວລາຂອງການດຳເນີນການເຮັດກະເສດ, ຜູ້ກຳກັບດູແລຄົນນີ້ກໍຫົວໝຸນຈົນເຮັດຫຍັງບໍ່ຖືກ, ຖືກເວລາເລັ່ງລັດ ແລະ ຖືກບັງຄັບໃນທຸກຂັ້ນຕອນ. ເຖິງແມ່ນວ່າລາວຈະຍັງຄົງສາມາດຈັດການກັບແຕ່ລະຂັ້ນຕອນໄດ້, ມັນກໍຍາກຫຼາຍສຳລັບລາວ ແລະ ໃນທີ່ສຸດ, ມັນກໍສົ່ງຜົນໃຫ້ລາວເຮັດໃຫ້ວຽກງານຫຍຸ້ງເຫຍີງ. ບຸກຄົນເຊັ່ນນີ້ມີຄວາມສາມາດຕໍ່າຫຼາຍ!
ຄົນທີ່ມີຄວາມສາມາດຕໍ່າຫຼາຍແມ່ນແຕ່ຈະເຮັດວຽກງານພຽງຢ່າງດຽວກໍຍັງເຮັດບໍ່ໄດ້ດີ; ບໍ່ວ່າພວກເຂົາຈະເຮັດວຽກງານຫຍັງ, ພວກເຂົາກໍເຮັດວຽກງານນັ້ນເລະເທະໄປໝົດ. ຖ້າບັນດາຜູ້ນໍາຂອງຜູ້ກຳກັບດູແລເຫຼົ່ານີ້ມີຄວາມສາມາດດີ ແລະ ສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ພວກເຂົາກໍຄວນຈະສາມາດເຫັນສິ່ງເຫຼົ່ານີ້ໄດ້. ພວກເຂົາຄວນຊ່ວຍເຫຼືອຜູ້ກຳກັບດູແລທີ່ມີຄວາມສາມາດຕໍ່າດ້ວຍການຊີ້ນໍາ, ການກຳນົດມາດຕະຖານ ແລະ ການກວດສອບ. ແນວໃດກໍຕາມ, ຜູ້ນໍາປອມກໍລົ້ມເຫຼວທີ່ຈະເຮັດສິ່ງນີ້; ພວກເຂົາຍັງບໍ່ສາມາດເຮັດໃນສິ່ງທີ່ຜູ້ກຳກັບດູແລເຮັດບໍ່ໄດ້ ແລະ ເມື່ອຜູ້ກຳກັບດູແລເຫັນວ່າວຽກງານຂອງພວກເຂົາຍາກ ຫຼື ຮູ້ສຶກບໍ່ແນ່ໃຈ ແລະ ລັງເລໃນວຽກງານຂອງພວກເຂົາ, ຜູ້ນໍາປອມກໍລັງເລໄປພ້ອມກັບພວກເຂົາ. ພວກເຂົາແມ່ນແຕ່ບໍ່ຮູ້ວ່າຜູ້ກຳກັບດູແລກຳລັງເຮັດວຽກຂອງພວກເຂົາເປັນແນວໃດ, ພວກເຂົາເຮັດໄປຮອດໃສແລ້ວ, ມີຄວາມທ້າທາຍຫຍັງເກີດຂຶ້ນ ຫຼື ພວກເຂົາກຳລັງສັບສົນເລື່ອງຫຍັງ. ເມື່ອມີຄົນຖາມຜູ້ນໍາຄົນນັ້ນກ່ຽວກັບວຽກງານກະສິກຳ, ລາວກໍເວົ້າວ່າ, “ຂ້ານ້ອຍເປັນຜູ້ນໍາ, ຂ້ານ້ອຍບໍ່ໄດ້ຮັບຜິດຊອບວຽກງານກະສິກຳ”. ພວກເຂົາຕອບວ່າ, “ເຈົ້າເປັນຜູ້ນໍາ, ແລ້ວມັນຜິດບ່ອນໃດທີ່ຖາມເຈົ້າກ່ຽວກັບວຽກງານກະສິກຳ? ວຽກງານນີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ”. ລາວເວົ້າວ່າ, “ໃຫ້ຂ້ານ້ອຍໄປຖາມໃຫ້ເຈົ້າກ່ອນ”. ຫຼັງຈາກທີ່ຖາມແລ້ວ, ລາວກໍຕອບວ່າ, “ຕອນນີ້ພວກເຮົາກຳລັງປູກມັນຝຣັ່ງຢູ່”. ພວກເຂົາຖາມວ່າ, “ພວກເຈົ້າປູກມັນຝຣັ່ງຫຼາຍສໍ່າໃດ?” ລາວຕອບວ່າ, “ຂ້ານ້ອຍບໍ່ໄດ້ຖາມເລື່ອງນັ້ນ, ໃຫ້ຂ້ານ້ອຍໄປກວດເບິ່ງໃຫ້ເຈົ້າກ່ອນ”. ຫຼັງຈາກທີ່ຖາມອີກຄັ້ງ, ລາວກໍຕອບວ່າ, “ພວກເຮົາປູກໄປສອງມູ”. ພວກເຂົາຖາມວ່າ: “ພວກເຈົ້າປູກພັນຫຍັງ? ດິນຕອນນັ້ນເໝາະສົມກັບການປູກມັນຝຣັ່ງບໍ? ພວກເຈົ້າໄດ້ໃສ່ຝຸ່ນຕອນທີ່ປູກບໍ່? ແກ່ນມັນຝຣັ່ງຖືກຝັງເລິກສໍ່າໃດ?” ລາວບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້ເລີຍ. ເຈົ້າບໍ່ຮູ້ສິ່ງເຫຼົ່ານີ້, ແຕ່ເຈົ້າກໍບໍ່ສອບຖາມ ແລະ ບໍ່ຊອກຫາຄົນມາຖາມ, ນີ້ບໍ່ແມ່ນການເຮັດໃຫ້ວຽກງານຊັກຊ້າບໍ? ເຈົ້າເປັນຜູ້ນໍາແທ້ໆບໍ? ເຈົ້າກຳລັງເຮັດວຽກງານຫຍັງໃນຖານະຜູ້ນໍາ? ຖ້າເຈົ້າບໍ່ສາມາດແມ່ນແຕ່ນໍາພາຜູ້ຄົນໃຫ້ເຮັດວຽກງານພາຍນອກເລັກໆນ້ອຍໆນີ້ໄດ້, ການທີ່ເຈົ້າເປັນຜູ້ນໍາມີປະໂຫຍດຫຍັງ? ເຖິງແມ່ນວ່າຄວາມສາມາດຂອງຜູ້ກຳກັບດູແລຈະຕໍ່າຫຼາຍຂະໜາດນີ້, ຜູ້ນໍາປອມຄົນນີ້ກໍຍັງບໍ່ເຫັນ ແລະ ເມື່ອລາວຖືກຖາມວ່າຄວາມສາມາດຂອງຜູ້ກຳກັບດູແລເປັນແນວໃດ, ພືດຜົນເປັນແນວໃດ ແລະ ຈະຮັບປະກັນການເກັບກ່ຽວໄດ້ບໍ, ລາວກໍເຊື່ອວ່າ: “ມັນບໍ່ຈຳເປັນທີ່ເຈົ້າຈະຕ້ອງມາສອບຖາມເລື່ອງເຫຼົ່ານີ້; ວຽກງານກະສິກຳເປັນວຽກທີ່ງ່າຍດາຍ! ພວກເຮົາໄດ້ປູກພືດໃນໄຮ່ນາແລ້ວ, ບໍ່ແມ່ນບໍ? ມັນຈະບໍ່ມີການເກັບກ່ຽວໄດ້ແນວໃດ?” ລາວບໍ່ໄດ້ພິຈາລະນາຫຍັງເລີຍ, ບໍ່ໄດ້ສອບຖາມຫຍັງເລີຍ ແລະ ລາວບໍ່ມີສະໝອງເລີຍ. ນີ້ແມ່ນຜູ້ນໍາປະເພດໃດ? (ຜູ້ນໍາປອມ.) ເມື່ອໃດກໍຕາມທີ່ລາວປະເຊີນກັບບັນຫາໃດໜຶ່ງ, ຜູ້ກຳກັບດູແລກໍບໍ່ຮູ້ສິເຮັດ ປານໄກ່ບໍ່ມີຫົວ. ລາວບໍ່ຮູ້ວ່າຈະຖາມໃຜ ຫຼື ຈະຊອກຫາຂໍ້ມູນແນວໃດ ຫຼື ຈະເລືອກຝ່າຍໃດເມື່ອແຫຼ່ງຂໍ້ມູນຕ່າງໆໃຫ້ແນວຄິດທີ່ແຕກຕ່າງກັນຫຼາຍຢ່າງ. ຜູ້ນໍາຄົນນີ້ບໍ່ໄດ້ກວດກາສະຖານະການເຫຼົ່ານີ້. ລາວຄິດວ່າວຽກງານໄດ້ຖືກມອບໃຫ້ຄົນຜູ້ນີ້ແລ້ວ, ສະນັ້ນ ລາວຈຶ່ງບໍ່ສົນໃຈມັນເລີຍ. ພວກເຈົ້າຄິດວ່າການທີ່ຜູ້ກຳກັບດູແລມີຄວາມສາມາດຕໍ່າເຊັ່ນນີ້ຈະສົ່ງຜົນກະທົບຕໍ່ໝາກຜົນຂອງວຽກງານບໍ? (ແມ່ນ.) ແລ້ວຜູ້ນໍາຄວນເຮັດແນວໃດເພື່ອແກ້ໄຂບັນຫານີ້? ຜ່ານການກວດກາ ແລະ ການສອບຖາມທາງອ້ອມ, ຜ່ານເຫດການທີ່ເກີດຂຶ້ນອ້ອມຕົວລາວ ແລະ ຜ່ານການປູກພືດໃນລະດູການນັ້ນ, ລາວຄວນຈະຄົ້ນພົບວ່າຜູ້ກຳກັບດູແລມີຄວາມສາມາດຕໍ່າຫຼາຍ, ວ່າລາວບໍ່ສາມາດເຮັດຫຍັງໄດ້ເລີຍ. ລາວບໍ່ສາມາດຖອດຖອນຄວາມຮູ້ໃດໆໄດ້ຈາກປະສົບການຂອງລາວ ແມ່ນແຕ່ຫຼັງຈາກທີ່ເຮັດກະສິກຳມາຫຼາຍປີ, ຮອດຕອນນັ້ນລາວຍັງບໍ່ແນ່ໃຈດ້ວຍຊໍ້າວ່າຈະປູກພືດແນວໃດ, ມັນຄວນຈະເປັນທີ່ຊັດເຈນແກ່ລາວແລ້ວວ່າລາວມີຄວາມສາມາດຕໍ່າ ແລະ ບໍ່ເໝາະສົມກັບໜ້າວຽກ ແລະ ຄົນແບບນີ້ຄວນຖືກປົດອອກ! ລາວຄວນສອບຖາມວ່າໃຜເໝາະສົມທີ່ຈະເປັນຜູ້ກຳກັບດູແລ, ໃຜສາມາດແບກຮັບວຽກງານນີ້ ແລະ ເຮັດມັນໄດ້ດີ, ເພື່ອຮັບປະກັນວ່າວຽກງານຂອງເຮືອນຂອງພຣະເຈົ້າຈະບໍ່ໄດ້ຮັບຄວາມເສຍຫາຍ. ຜູ້ນໍາປອມມີຄວາມຄິດແບບນີ້ບໍ? ລາວເບິ່ງເຫັນບັນຫາເຫຼົ່ານີ້ບໍ? (ບໍ່.) ທັງໃຈ ແລະ ຕາຂອງລາວກໍບອດ; ລາວຕາບອດຢ່າງສິ້ນເຊີງ. ນີ້ຄືການສະແດງອອກຂອງຜູ້ນໍາປອມ. ເມື່ອເວົ້າເຖິງຄົນທີ່ມີຂີດຄວາມສາມາດຕໍ່າ, ພວກເຂົາບໍ່ຮູ້ວິທີຊີ້ນໍາວຽກງານ, ບໍ່ຮູ້ວິທີຊ່ວຍຄົນເຫຼົ່ານັ້ນກວດກາເບິ່ງຄືນ ຫຼື ແກ້ໄຂຄວາມຫຍຸ້ງຍາກໃຫ້ທັນການ, ແລະ ຍິ່ງບໍ່ຮູ້ວ່າຄົນທີ່ມີຂີດຄວາມສາມາດຕໍ່າແມ່ນແບກຮັບວຽກງານບໍ່ໄດ້ ແລະ ຄວນຖືກປ່ຽນແທນດ້ວຍຄົນທີ່ເໝາະສົມໂດຍໄວ. ຜູ້ນໍາປອມບໍ່ໄດ້ເຮັດໜ້າວຽກເຫຼົ່ານີ້ເລີຍ; ພວກເຂົາບໍ່ເໝາະສົມກັບມັນ ແລະ ພວກເຂົາບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້ເລີຍ. ຄົນເຫຼົ່ານີ້ບໍ່ແມ່ນຄົນຕາບອດບໍ? ບາງຄົນເວົ້າວ່າ, “ບາງທີພວກເຂົາອາດຈະຫຍຸ້ງກັບວຽກງານອື່ນ. ເປັນຫຍັງເຈົ້າຈຶ່ງຄອຍຖາມໃຫ້ພວກເຂົາເບິ່ງແຍງວຽກງານຈິບຈ້ອຍທີ່ບໍ່ສຳຄັນເຫຼົ່ານີ້?” ສິ່ງເຫຼົ່ານີ້ແມ່ນໜ້າວຽກທີ່ຜູ້ນໍາຕ້ອງເຮັດ, ມັນຈະຖືກຖືວ່າເປັນວຽກງານຈິບຈ້ອຍໄດ້ແນວໃດ? ເລື່ອງເຫຼົ່ານີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ, ຈະເປັນການດີບໍ ຖ້າພວກເຂົາລະເລີຍມັນ? ຖ້າພວກເຂົາເຮັດ, ມັນກໍຈະເປັນການລະເລີຍຕໍ່ໜ້າທີ່ຮັບຜິດຊອບ. ຄວາມຫຍຸ້ງຍາກ ແລະ ບັນຫາໃນວຽກງານຂອງພວກເຂົາເກີດຂຶ້ນແຕ່ລະມື້ຕໍ່ໜ້າຕໍ່ຕາຂອງຜູ້ນໍາ ແລະ ຜູ້ຄົນກໍຍົກບັນຫາເຫຼົ່ານີ້ຂຶ້ນມາທຸກມື້. ແນວໃດກໍຕາມ, ທັງຕາ ແລະ ໃຈຂອງຜູ້ນໍາປອມກໍລ້ວນແຕ່ບອດ. ພວກເຂົາບໍ່ສາມາດເຫັນ, ຮູ້ສຶກ ຫຼື ສຳຜັດໄດ້ວ່າສິ່ງເຫຼົ່ານີ້ເປັນບັນຫາ, ສະນັ້ນ, ແນ່ນອນວ່າພວກເຂົາຈຶ່ງບໍ່ສາມາດແກ້ໄຂມັນໄດ້. ຜູ້ນໍາປອມຄົນນັ້ນບໍ່ສາມາດຄົ້ນພົບໄດ້ວ່າຄວາມສາມາດຂອງຜູ້ກຳກັບດູແລນັ້ນຕໍ່າຫຼາຍ. ລາວຍັງບໍ່ສາມາດລະບຸບັນຫາຕ່າງໆທີ່ເກີດຂຶ້ນໃນວຽກງານຂອງລາວໄດ້. ຜູ້ກຳກັບດູແລຄົນນີ້ບໍ່ສາມາດຈັດການກັບບັນຫາໄດ້ ແລະ ເມື່ອມີບາງຢ່າງເກີດຂຶ້ນ, ລາວກໍເຮັດໂຕບໍ່ຖືກ ວຸ້ນວາຍຄືມົດແຕກຮັງ, ຂາດຫຼັກການ ແລະ ເຮັດໃຫ້ວຽກງານວຸ້ນວາຍ ແລະ ຜູ້ນໍາປອມຄົນນັ້ນກໍບໍ່ສາມາດເຫັນ ຫຼື ຄົ້ນພົບສິ່ງເຫຼົ່ານີ້ໄດ້ເລີຍ. ມີຫຼັກການໜຶ່ງສຳລັບວິທີທີ່ຜູ້ນໍາປອມເຮັດວຽກຄື: ຕາບໃດທີ່ພວກເຂົາໄດ້ຈັດຄົນໃຫ້ຮັບຜິດຊອບແຕ່ລະໜ້າວຽກ, ພວກເຂົາກໍຖືວ່າມັນສຳເລັດແລ້ວ ແລະ ບໍ່ວ່າຄວາມສາມາດຂອງຜູ້ກຳກັບດູແລຈະດີ ຫຼື ບໍ່ດີ, ບໍ່ວ່າພວກເຂົາຈະສາມາດເຮັດວຽກໄດ້ດີ ຫຼື ບໍ່ ຫຼື ມີບັນຫາເກີດຂຶ້ນໃນວຽກງານຫຼາຍສໍ່າໃດ, ພວກເຂົາກໍຮູ້ສຶກວ່າມັນບໍ່ກ່ຽວຂ້ອງກັບພວກເຂົາ. ຜູ້ນໍາແບບນີ້ຍັງຈະສາມາດເຮັດວຽກງານໃຫ້ສຳເລັດໄດ້ບໍ? ພວກເຂົາເຂົ້າໃຈວິທີເຮັດວຽກບໍ? (ບໍ່.) ຖ້າເຈົ້າບໍ່ເຂົ້າໃຈວິທີເຮັດວຽກ, ແລ້ວເປັນຫຍັງເຈົ້າຈຶ່ງເຮັດໜ້າທີ່ເປັນຜູ້ນໍາ? ຖ້າເຈົ້າຮັບໃຊ້ເປັນຜູ້ນໍາທັງໆທີ່ເປັນແບບນີ້, ແລ້ວເຈົ້າກໍເປັນຜູ້ນໍາປອມ. ຜູ້ນໍາປອມບໍ່ສາມາດເຫັນ ຫຼື ຄົ້ນພົບການສະແດງອອກຕ່າງໆຂອງຄົນທີ່ມີຄວາມສາມາດຕໍ່າ ຫຼື ບັນຫາຕ່າງໆທີ່ເກີດຂຶ້ນໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງຕົນ. ຫົວໃຈຂອງພວກເຂົາດ້ານຊາຢ່າງທີ່ສຸດ. ທັງຕາ ແລະ ໃຈຂອງພວກເຂົາບໍ່ໄດ້ບອດບໍ? ບາງຄົນອາດຈະເວົ້າວ່າ, “ພວກເຂົາບໍ່ໄດ້ຕາບອດ. ເຈົ້າຄອຍແຕ່ໃສ່ຮ້າຍປ້າຍສີພວກເຂົາຢູ່ສະເໝີ”. ບັນຫາກັບຜູ້ກຳກັບດູແລກະສິກຳຄົນນີ້ຮ້າຍແຮງຫຼາຍ; ຜູ້ນໍາປອມຄົນນັ້ນອາໄສຢູ່ກັບລາວທຸກມື້ ແລະ ລາວກໍສາມາດໄດ້ຍິນ ແລະ ເຫັນທຸກສິ່ງທີ່ເກີດຂຶ້ນ. ແລ້ວເປັນຫຍັງລາວຈຶ່ງບໍ່ສາມາດຄົ້ນພົບ ຫຼື ຮັບຮູ້ໄດ້ວ່າສິ່ງເຫຼົ່ານີ້ເປັນບັນຫາ? ເປັນຫຍັງລາວຈຶ່ງບໍ່ຈັດການ ຫຼື ແກ້ໄຂບັນຫາເຫຼົ່ານີ້? ທັງຕາ ແລະ ໃຈຂອງລາວບໍ່ໄດ້ບອດບໍ? ບັນຫານີ້ຮ້າຍແຮງບໍ? (ຮ້າຍແຮງ.) ນີ້ຄືການສະແດງອອກອີກຢ່າງໜຶ່ງຂອງຜູ້ນໍາປອມ: ການທີ່ໃຈບອດ ແລະ ຕາບອດ.
ເມື່ອເຈົ້າມອບໝາຍໜ້າວຽກໃຫ້ຄົນທີ່ມີຄວາມສາມາດຕໍ່າ, ເຈົ້າສາມາດບອກໄດ້ຈາກວິທີທີ່ພວກເຂົາເວົ້າຈາເປັນປົກກະຕິ, ທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາໃນເວລາປຶກສາຫາລືວຽກງານ ແລະ ວິທີທີ່ພວກເຂົາຈັດການກັບໜ້າວຽກ ວ່າຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ວ່າແນວຄິດຂອງພວກເຂົາສັບສົນ ແລະ ວ່າພວກເຂົາປະຕິບັດຕໍ່ທຸກສິ່ງດ້ວຍຄວາມມືດບອດ ແລະ ຄວາມບ້າບິ່ນໜ້ອຍໜຶ່ງ ແລະ ຂາດເປົ້າໝາຍໃດໆ. ເຈົ້າສາມາດຕັດສິນໄດ້ວ່າຄົນຜູ້ນີ້ມີຄວາມສາມາດຕໍ່າທີ່ສຸດພຽງແຕ່ເບິ່ງວິທີການເຮັດວຽກຂອງພວກເຂົາ, ສະນັ້ນ ເຈົ້າຈຳເປັນຕ້ອງສັງເກດເບິ່ງພວກເຂົາດົນຂະໜາດນັ້ນບໍ? ບໍ່, ເຈົ້າບໍ່ຈຳເປັນ. ແນວໃດກໍຕາມ, ຜູ້ນໍາປອມມີບັນຫາທີ່ເປັນອັນຕະລາຍ; ນັ້ນກໍຄື, ພວກເຂົາເຊື່ອວ່າເນື່ອງຈາກຄົນຜູ້ໜຶ່ງໄດ້ເຮັດວຽກມາຕະຫຼອດເວລານີ້ໂດຍບໍ່ໄດ້ປະຖິ້ມໜ້າທີ່ ແລະ ພວກເຂົາບໍ່ໄດ້ຍິນໃຜລາຍງານວ່າພວກເຂົາເຮັດສິ່ງທີ່ບໍ່ດີ ຫຼື ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ຫຼື ເປັນຄົນຄິດລົບ ຫຼື ຂີ້ຄ້ານ, ມັນກໍໝາຍຄວາມວ່າຄົນຜູ້ນີ້ຍັງສາມາດເຮັດວຽກໄດ້. ພວກເຂົາບໍ່ຮູ້ວິທີຕັດສິນຄວາມສາມາດຂອງຄົນ ຫຼື ຄວາມສາມາດໃນການເຮັດວຽກໃຫ້ດີໂດຍອີງໃສ່ຄຳເວົ້າ, ທັດສະນະຄະຕິ ແລະ ມຸມມອງຕໍ່ເລື່ອງຕ່າງໆ ຫຼື ວິທີທີ່ພວກເຂົາເຮັດວຽກ. ພວກເຂົາບໍ່ມີຄວາມຮັບຮູ້ໃນເລື່ອງນີ້; ພວກເຂົາດ້ານຊາ ແລະ ຂາດຄວາມຮັບຮູ້ໃດໆກ່ຽວກັບເລື່ອງນີ້. ພວກເຂົາມີມຸມມອງໜຶ່ງຄື: ຕາບໃດທີ່ຄົນຜູ້ໜຶ່ງບໍ່ໄດ້ຢູ່ລ້າໆ, ທຸກຢ່າງກໍດີ ແລະ ວຽກງານກໍສາມາດດຳເນີນຕໍ່ໄປໄດ້. ພວກເຈົ້າຄິດວ່າຜູ້ນໍາທີ່ຍຶດຖືມຸມມອງປະເພດນີ້ຈະສາມາດເຮັດວຽກໄດ້ດີບໍ? ພວກເຂົາເໝາະສົມກັບໜ້າວຽກບໍ? (ບໍ່.) ການປ່ອຍໃຫ້ຄົນແບບນີ້ເປັນຜູ້ນໍາກໍຈະເຮັດໃຫ້ວຽກງານພັງທະລາຍ, ບໍ່ແມ່ນບໍ? ເມື່ອຄົນຜູ້ໜຶ່ງເພີດເພີນກັບການກິນ, ການດື່ມ ແລະ ຄວາມບັນເທີງ ແລະ ລະເລີຍຕໍ່ໜ້າທີ່ຂອງພວກເຂົາ, ຜູ້ນໍາປອມກໍບໍ່ໄດ້ໃສ່ໃຈທີ່ຈະກວດກາ ຫຼື ຈັດການເລື່ອງນີ້ ແລະ ພວກເຂົາບໍ່ສາມາດເຫັນໄດ້ວ່າຄວາມສາມາດ ຫຼື ຄຸນລັກສະນະຂອງຄົນຜູ້ໜຶ່ງດີ ຫຼື ບໍ່ດີ, ບໍ່ວ່າພວກເຂົາຈະໄດ້ຕິດຕໍ່ກັບຄົນຜູ້ນັ້ນດົນສໍ່າໃດກໍຕາມ. ຜູ້ນໍາເຫຼົ່ານີ້ມີຄວາມສາມາດໃນການເຮັດວຽກຂອງຜູ້ນໍາບໍ? (ບໍ່.) ເຫຼົ່ານີ້ຄືຜູ້ນໍາປອມ. ຜູ້ນໍາປອມບໍ່ສາມາດແຍກແຍະໄດ້ວ່າຄົນຜູ້ໜຶ່ງມີຄວາມສາມາດດີ ຫຼື ບໍ່ ແລະ ພວກເຂົາບໍ່ສາມາດເຮັດໜ້າວຽກສະເພາະເຫຼົ່ານີ້ໄດ້. ພວກເຂົາຄິດວ່ານີ້ບໍ່ແມ່ນສ່ວນໜຶ່ງໃນວຽກຂອງພວກເຂົາ. ນີ້ບໍ່ແມ່ນການລະເລີຍຕໍ່ໜ້າທີ່ຮັບຜິດຊອບບໍ? ພວກເຈົ້າຄິດວ່າແນວໃດ, ຄົນທີ່ມີຄວາມສາມາດຕໍ່າສາມາດແບກຮັບວຽກງານໄດ້ ຫຼື ຄົນທີ່ມີຄວາມສາມາດຢູ່ແດ່? (ຄົນທີ່ມີຄວາມສາມາດຢູ່ແດ່ທີ່ສາມາດແບກຮັບວຽກງານໄດ້.) ສະນັ້ນ, ການປະເມີນຄວາມສາມາດຂອງຄົນ ແລະ ຄວາມສາມາດຂອງພວກເຂົາສຳລັບວຽກງານຈຶ່ງເປັນບັນຫາທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນໃສ່ໃຈ ແລະ ກຳແໜ້ນ ແລະ ມັນກໍເປັນໜ້າວຽກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດເຊັ່ນກັນ. ແຕ່ຜູ້ນໍາປອມບໍ່ເຂົ້າໃຈວ່ານີ້ເປັນສ່ວນໜຶ່ງໃນວຽກຂອງພວກເຂົາ, ພວກເຂົາຂາດຄວາມຮັບຮູ້ໃນເລື່ອງນີ້ ແລະ ພວກເຂົາບໍ່ສາມາດເຮັດໜ້າທີ່ຮັບຜິດຊອບໃນສ່ວນນີ້ຂອງພວກເຂົາໃຫ້ສຳເລັດໄດ້. ນີ້ຄືບ່ອນທີ່ຜູ້ນໍາປອມລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງຕົນ ແລະ ມັນກໍເປັນການສະແດງອອກຂອງຜູ້ນໍາປອມທີ່ບໍ່ເໝາະສົມກັບໜ້າວຽກເຊັ່ນກັນ. ນີ້ຄືສະຖານະການປະເພດທີສອງ: ຜູ້ກຳກັບດູແລມີຄວາມສາມາດຕໍ່າ, ຂາດຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດແບກຮັບວຽກງານຂອງຕົນໄດ້, ເຊິ່ງເປັນບັນຫາທີ່ກ່ຽວຂ້ອງກັບຄວາມສາມາດຂອງພວກເຂົາ. ໃນສະຖານະການນີ້, ຜູ້ນໍາປອມກໍລົ້ມເຫຼວທີ່ຈະສະແດງບົດບາດຂອງຜູ້ນໍາເຊັ່ນດຽວກັນ ແລະ ບໍ່ສາມາດປົດຜູ້ກຳກັບດູແລທີ່ມີຄວາມສາມາດຕໍ່າອອກໂດຍທັນທີ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?