ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3) ສ່ວນທີ ສາມ
ເມື່ອກີ້ນີ້, ເຮົາໄດ້ໂອ້ລົມກັນກ່ຽວກັບຄົນປະເພດຕ່າງໆທີ່ໂລບໃນເລື່ອງກິນ, ໂລບໃນເລື່ອງນອນ ແລະ ໂລບໃນຄວາມບັນເທີງ. ຍັງມີຄົນອີກປະເພດໜຶ່ງ. ໃນເບື້ອງຕົ້ນ, ເມື່ອມີການຄັດເລືອກຜູ້ກຳກັບດູແລ, ຄົນປະເພດນີ້ຖືກເບິ່ງວ່າເໝາະສົມກັບບົດບາດໃນທຸກໆດ້ານ ແລະ ອ້າຍເອື້ອຍນ້ອງທຸກຄົນກໍເຕັມໃຈທີ່ຈະເລືອກພວກເຂົາ. ພວກເຂົາຄິດວ່າຄົນຜູ້ນີ້ມີຄວາມເປັນມະນຸດທີ່ດີ, ມີຄວາມກະຕືລືລົ້ນ ແລະ ຊຳນານໃນວິຊາຊີບຂອງພວກເຂົາ, ອີກທັງຍັງເປັນຄົນທີ່ດີທີ່ສຸດ ແລະ ເຂັ້ມແຂງທີ່ສຸດໃນທີມໃນທຸກໆດ້ານ, ເຮັດໃຫ້ພວກເຂົາເປັນຕົວເລືອກທີ່ເຫັນໄດ້ຊັດສຳລັບຕຳແໜ່ງຜູ້ກຳກັບດູແລ. ແນວໃດກໍຕາມ, ຫຼັງຈາກທີ່ໄດ້ຮັບເລືອກມາໄດ້ໄລຍະໜຶ່ງ, ຄົນຜູ້ນີ້ກໍເລີ່ມຮູ້ສຶກງ່ວງນອນເລື້ອຍໆ, ແມ່ນແຕ່ໃນລະຫວ່າງການເຕົ້າໂຮມ. ເມື່ອຄົນອື່ນເວົ້າກັບພວກເຂົາ, ພວກເຂົາກໍມັກຈະສັບສົນ ແລະ ຕອບຄຳຖາມບໍ່ຕົງປະເດັນ. ພວກເຂົາບໍ່ເຄີຍເປັນແບບນີ້ມາກ່ອນ, ແລ້ວເປັນຫຍັງຈຶ່ງເບິ່ງຄືວ່າພວກເຂົາໄດ້ກາຍເປັນຄົນລະຄົນໄປແລ້ວແບບກະທັນຫັນ? ຕໍ່ມາ, ມີຄົນຄົ້ນພົບໂດຍບັງເອີນວ່າການສົນທະນາຂອງຜູ້ກຳກັບດູແລຄົນນີ້ກັບຄົນໆໜຶ່ງຟັງເບິ່ງຄືວ່າທັງສອງກຳລັງມີຄວາມສຳພັນແບບຄົນຮັກກັນ ແລະ ເກີດການຄາດເດົາຂຶ້ນວ່າພວກເຂົາອາດຈະມີຄວາມສຳພັນກັນແທ້ ຫຼື ບໍ່. ເມື່ອເລື່ອງນີ້ຊັດເຈນຂຶ້ນ, ຜູ້ກຳກັບດູແລຄົນນີ້ກໍຍິ່ງສັບສົນຫຼາຍຂຶ້ນ. ເມື່ອໃດກໍຕາມທີ່ຖືກຖາມຄຳຖາມ ຫຼື ເວົ້າລົມກ່ຽວກັບບາງສິ່ງບາງຢ່າງ, ການຕອບສະໜອງຂອງພວກເຂົາກໍບໍ່ໄວຄືເມື່ອກ່ອນ ແລະ ຟັງເບິ່ງບໍ່ຊັດເຈນ ແລະ ເຂົ້າໃຈງ່າຍຄືເມື່ອກ່ອນ. ພວກເຂົາເລີ່ມເຮັດວຽກທີ່ຜູ້ກຳກັບດູແລຄວນເຮັດໜ້ອຍລົງເລື້ອຍໆ ແລະ ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ໜ້ອຍລົງເລື້ອຍໆ. ພວກເຂົາຄືກັບວ່າໄດ້ກາຍເປັນຄົນລະຄົນໄປແລ້ວ; ພວກເຂົາສົນໃຈເສື້ອຜ້າ ແລະ ການແຕ່ງຕົວຂອງພວກເຂົາຫຼາຍກວ່າເມື່ອກ່ອນ. ມີບັນຫາເກີດຂຶ້ນຢູ່ບ່ອນນີ້. ໃນອະດີດ, ໃນຊ່ວງທີ່ວຽກງານຫຍຸ້ງ, ພວກເຂົາແທບຈະບໍ່ໄດ້ອາບນໍ້າ, ແຕ່ດຽວນີ້ພວກເຂົາລ້າງໜ້າວັນລະສອງຄັ້ງ ແລະ ຫວີຜົມ ແລະ ແຍງແວ່ນທຸກຄັ້ງທີ່ມີໂອກາດ ແລະ ຖາມຄົນອື່ນຢູ່ສະເໝີວ່າ: “ເຈົ້າຄິດວ່າຜິວຂອງຂ້ອຍຂາວຂຶ້ນ ຫຼື ຄໍ້າລົງເມື່ອບໍ່ດົນມານີ້? ເປັນຫຍັງມັນເບິ່ງຄືວ່າຂ້ອຍຄໍ້າລົງ?” ມີຄົນຕອບວ່າ: “ມັນໄຮ້ສາລະຫຼາຍສຳລັບເຈົ້າທີ່ເປັນຜູ້ກຳກັບດູແລທີ່ຈະເວົ້າເຖິງເລື່ອງເຫຼົ່ານີ້, ການຂາວຂຶ້ນ ຫຼື ຄໍ້າລົງຈະສົ່ງຜົນກະທົບຫຍັງ?” ພວກເຂົາເວົ້າເຖິງຫົວຂໍ້ທີ່ບໍ່ສຳຄັນເຫຼົ່ານີ້ຢ່າງສະໝໍ່າສະເໝີ ແລະ ບໍ່ມີອາລົມທີ່ຈະເຮັດວຽກຂອງພວກເຂົາ. ເມື່ອໃດກໍຕາມທີ່ມີໂອກາດ, ພວກເຂົາຈະເວົ້າລົມເລື່ອງເສື້ອຜ້າ, ແມ່ຍິງ, ຜູ້ຊາຍ, ຄວາມຮັກ ແລະ ຄູ່ຄອງແບບໃດທີ່ຄົນຈະເລືອກ, ແຕ່ພວກເຂົາບໍ່ເຄີຍເວົ້າລົມວ່າມີບັນຫາຫຍັງແດ່ໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຈະແກ້ໄຂໄດ້ແນວໃດ. ມີບັນຫາເກີດຂຶ້ນຢູ່ບ່ອນນີ້ແມ່ນ ຫຼື ບໍ່? ພວກເຂົາຍັງສາມາດເຮັດວຽກໄດ້ບໍ? (ບໍ່ໄດ້.) ແນວຄິດຂອງພວກເຂົາປ່ຽນໄປແລ້ວ ແລະ ເລື່ອງຂອງການປະຕິບັດໜ້າທີ່ກໍບໍ່ໄດ້ຢູ່ໃນຄວາມຄິດຂອງພວກເຂົາອີກຕໍ່ໄປ. ແຕ່ຈິດໃຈຂອງພວກເຂົາກັບໝົກໝຸ້ນຢູ່ກັບຄວາມຄິດທີ່ຈະມີຄວາມສຳພັນແບບຄົນຮັກ, ແຕ່ງຕົວແນວໃດ ແລະ ຈະດຶງດູດເພດກົງກັນຂ້າມໄດ້ແນວໃດຕະຫຼອດທັງວັນ. ມີສຳນວນໃນໝູ່ຜູ້ທີ່ບໍ່ເຊື່ອວ່າ: “ຫຼົງໃນຄວາມຮັກ”. ນັ້ນແມ່ນແມ່ນໍ້າແຫ່ງຄວາມຮັກແທ້ບໍ? ບໍ່ແມ່ນ, ມັນຄືຂຸມເລິກຕ່າງຫາກ! ເມື່ອເຈົ້າເຂົ້າໄປແລ້ວ, ເຈົ້າກໍບໍ່ສາມາດອອກມາໄດ້ອີກ. ມີຄົນແບບນີ້ໃນໝູ່ບຸກຄະລາກອນທີ່ປະຕິບັດໜ້າທີ່ຢູ່ບໍ? (ມີ.) ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບການທີ່ຜູ້ຄົນສະແຫວງຫາຄູ່ຄອງ, ແຕ່ຖ້າພວກເຂົາລົບກວນຊີວິດໃນຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ຄົນເຫຼົ່ານັ້ນກໍຈຳເປັນຕ້ອງຖືກສະລ້າງອອກໄປ. ເຈົ້າສອງຄົນອອກໄປຄົບກັນຂ້າງນອກພຸ້ນ, ຢ່າມາສົ່ງຜົນກະທົບຕໍ່ຄົນອື່ນ. ຖ້າເຈົ້າເປັນຄົນທີ່ອຸທິດຕົນເພື່ອໃຊ້ຊີວິດທັງຊີວິດເພື່ອພຣະເຈົ້າ ແລະ ເຈົ້າໄດ້ຕັດສິນໃຈທີ່ຈະບໍ່ມີຄວາມສຳພັນແບບຄົນຮັກ, ກໍຈົ່ງມຸ່ງໝັ້ນທີ່ຈະອຸທິດຕົນເພື່ອພຣະເຈົ້າ. ຖ້າເຈົ້າມີຄວາມສຳພັນແບບຄົນຮັກ ແລະ ບໍ່ຮູ້ສຶກຢາກເຮັດວຽກອີກຕໍ່ໄປ, ເຈົ້າກໍບໍ່ຄວນປະຕິບັດໜ້າທີ່ຂອງຜູ້ກຳກັບດູແລ ແລະ ເຮືອນຂອງພຣະເຈົ້າຈະເລືອກຄົນອື່ນມາແທນຕຳແໜ່ງ. ວຽກງານຂອງເຮືອນຂອງພຣະເຈົ້າຈະຕ້ອງບໍ່ຊັກຊ້າ ຫຼື ໄດ້ຮັບອິດທິພົນຈາກຄວາມສຳພັນແບບຄົນຮັກຂອງເຈົ້າ. ວຽກງານຈະຕ້ອງດຳເນີນຕໍ່ໄປ. ມັນຈະດຳເນີນຕໍ່ໄປໄດ້ແນວໃດ? ໂດຍການຄັດເລືອກຜູ້ກຳກັບດູແລຄົນໃໝ່ທີ່ບໍ່ໄດ້ມີຄວາມສຳພັນແບບຄົນຮັກ, ຜູ້ທີ່ມີທັກສະທາງວິຊາຊີບທີ່ເຂັ້ມແຂງ ແລະ ສາມາດແບກຮັບວຽກງານໄດ້ ເພື່ອມາຮັບວຽກງານຂອງເຈົ້າຕໍ່. ເຮືອນຂອງພຣະເຈົ້າດຳເນີນງານດ້ວຍວິທີນີ້ສະເໝີ ແລະ ຫຼັກການນີ້ຍັງຄົງບໍ່ປ່ຽນແປງ. ຜູ້ກຳກັບດູແລບາງຄົນເວົ້າວ່າ: “ຄວາມສຳພັນແບບຄົນຮັກຂອງຂ້ອຍບໍ່ໄດ້ສົ່ງຜົນກະທົບຕໍ່ວຽກງານຂອງຂ້ອຍ; ໃຫ້ຂ້ອຍຮັບຜິດຊອບຕໍ່ໄປສາ”. ພວກເຮົາສາມາດເຊື່ອຄຳເວົ້ານີ້ໄດ້ບໍ? (ບໍ່ໄດ້.) ເປັນຫຍັງພວກເຮົາຈຶ່ງເຊື່ອບໍ່ໄດ້? ເພາະວ່າຄວາມຈິງມັນກໍເຫັນກັນຢ່າງຄັກແນ່! ເມື່ອຄົນຜູ້ໜຶ່ງມີຄວາມສຳພັນແບບຄົນຮັກ, ສິ່ງທີ່ພວກເຂົາຄິດທັງໝົດກໍຄືຄົນຮັກຂອງພວກເຂົາ ແລະ ຫົວໃຈຂອງພວກເຂົາກໍໝົກໝຸ້ນຢູ່ກັບເລື່ອງເຫຼົ່ານີ້, ດັ່ງນັ້ນ ພວກເຂົາຈຶ່ງມັກຈະຮູ້ສຶກງ່ວງນອນໃນລະຫວ່າງການເຕົ້າໂຮມ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້. ສະນັ້ນ, ວິທີທີ່ເຮືອນຂອງພຣະເຈົ້າຈັດການກັບບຸກຄົນດັັ່ງກ່າວຈຶ່ງເໝາະສົມ ແລະ ສອດຄ່ອງກັບຫຼັກການ. ເຮືອນຂອງພຣະເຈົ້າບໍ່ໄດ້ຫ້າມເຈົ້າຈາກການຄົບຫາ, ທັງບໍ່ໄດ້ຮິບຮອນເອົາເສລີພາບໃນການຄົບຫາຂອງເຈົ້າ. ເຈົ້າອາດຈະຄົບຫາກັບໃຜຜູ້ໜຶ່ງຕາມໃຈປາຖະໜາ: ນັ້ນຄືການຕັດສິນໃຈຂອງເຈົ້າເອງ, ຕາບໃດທີ່ເຈົ້າບໍ່ເສຍໃຈ ແລະ ບໍ່ຕ້ອງມາເສຍໃຈຮ້ອງໄຫ້ພາຍຫຼັງກໍພໍ. ຜູ້ກຳກັບດູແລບາງຄົນໄດ້ຖືກປົດອອກຍ້ອນຄວາມສຳພັນແບບຄົນຮັກ. ບາງຄົນຖາມວ່າ: “ຄົນຜູ້ໜຶ່ງບໍ່ໄດ້ຮັບອະນຸຍາດໃຫ້ເຊື່ອໃນພຣະເຈົ້າແລ້ວບໍ ເມື່ອພວກເຂົາມີຄວາມສຳພັນແບບຄົນຮັກ?” ເຮືອນຂອງພຣະເຈົ້າບໍ່ເຄີຍເວົ້າເຊັ່ນນັ້ນ. ມັນເປັນກໍລະນີທີ່ເຮືອນຂອງພຣະເຈົ້າປະຕິເສດ ຫຼື ຂັບໄລ່ທຸກຄົນທີ່ມີຄວາມສຳພັນແບບຄົນຮັກບໍ? (ບໍ່.) ຖ້າເຈົ້າມີຄວາມສຳພັນແບບຄົນຮັກ, ແລ້ວເຈົ້າກໍບໍ່ສາມາດເປັນຜູ້ກຳກັບດູແລ ຫຼື ຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ ແລະ ຖ້າເຈົ້າບໍ່ໄດ້ອຸທິດຕົນໃນການປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຄວນອອກຈາກຄຣິສຕະຈັກທີ່ເຮັດວຽກເຕັມເວລາ. ມີໃຜເຄີຍເວົ້າບໍວ່າເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ເຊື່ອໃນພຣະເຈົ້າອີກຕໍ່ໄປ ຫຼື ວ່າເຈົ້າຈະຖືກຂັບໄລ່? ມີໃຜເຄີຍຕັດສິນລົງໂທດໂດຍກ່າວວ່າເຈົ້າບໍ່ສາມາດໄດ້ຮັບຄວາມລອດພົ້ນ ຫຼື ວ່າເຈົ້າຈະຖືກສາບແຊ່ງບໍ? (ບໍ່.) ເຮືອນຂອງພຣະເຈົ້າບໍ່ເຄີຍເວົ້າສິ່ງດັ່ງກ່າວ. ເຮືອນຂອງພຣະເຈົ້າບໍ່ໄດ້ແຊກແຊງການເລືອກສ່ວນຕົວ ແລະ ເສລີພາບຂອງເຈົ້າເລີຍ; ມັນບໍ່ໄດ້ຮິບຮອນເອົາເສລີພາບໃດໆຈາກເຈົ້າເລີຍ, ມັນໃຫ້ເສລີພາບແກ່ເຈົ້າ. ແນວໃດກໍຕາມ, ເມື່ອເວົ້າເຖິງຜູ້ກຳກັບດູແລປະເພດນີ້, ຫຼັກການຂອງເຮືອນຂອງພຣະເຈົ້າໃນການຈັດການກັບພວກເຂົາກໍຄືການປົດພວກເຂົາອອກ ແລະ ຊອກຫາຄົນທີ່ເໝາະສົມມາແທນທີ່. ຖ້າພວກເຂົາເໝາະສົມທີ່ຈະສືບຕໍ່ປະຕິບັດໜ້າທີ່, ກໍສາມາດໃຫ້ພວກເຂົາເຮັດຕໍ່ໄປໄດ້. ຖ້າບໍ່, ພວກເຂົາກໍຈະຖືກໄລ່ອອກໄປ. ຈະບໍ່ມີການທຸບຕີ ຫຼື ການໃຊ້ຄຳເວົ້າທີ່ຮຸນແຮງ ຫຼື ການໝິ່ນປະໝາດໃດໆ. ມັນບໍ່ແມ່ນເລື່ອງທີ່ໜ້າອັບອາຍ; ມັນເປັນເລື່ອງປົກກະຕິຫຼາຍ. ສະນັ້ນ ເມື່ອບາງຄົນຖືກປົດອອກຈາກຕຳແໜ່ງ ຫຼື ຖືກສົ່ງໄປຄຣິສຕະຈັກທຳມະດາຍ້ອນຄວາມສຳພັນແບບຄົນຮັກຂອງພວກເຂົາ, ນີ້ເປັນຕາໜ້າອັບອາຍບໍ? ມັນພຽງແຕ່ຊີ້ໃຫ້ເຫັນວ່າພວກເຂົາຂາດຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນ, ວ່າພວກເຂົາບໍ່ສົນໃຈໃນຄວາມຈິງ ແລະ ບໍ່ມີພາລະໃດໆເລີຍສຳລັບທາງເຂົ້າຂອງຊີວິດຂອງຕົນເອງ. ຜູ້ກຳກັບດູແລປະເພດນີ້ບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ, ພວກເຂົາເອົາໃຈໃສ່ແຕ່ຄວາມສຳພັນແບບຄົນຮັກ, ເຊິ່ງເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ໄດ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຂອງຄຣິສຕະຈັກແລ້ວ, ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? (ແມ່ນ.) ສະນັ້ນ, ຜູ້ກຳກັບດູແລປະເພດນີ້ຈຶ່ງບໍ່ເໝາະສົມທີ່ຈະເກັບໄວ້ ແລະ ຄວນຖືກປົດອອກຈາກຕຳແໜ່ງ. ບາງຄົນເວົ້າວ່າ: “ມັນບໍ່ແມ່ນການຟ້າວຟັ່ງເກີນໄປບໍທີ່ຈະປົດພວກເຂົາອອກ?” ຖ້າຫາກນັບຕັ້ງແຕ່ເລີ່ມຕົ້ນຄວາມສຳພັນແບບຄົນຮັກຂອງພວກເຂົາຈົນເຖິງເວລາທີ່ຖືກປົດອອກ, ຜ່ານໄປພຽງແຕ່ໜຶ່ງ ຫຼື ສອງມື້, ນັ້ນອາດຈະຖືວ່າຟ້າວຟັ່ງ. ແຕ່ຖ້າສາມຫາຫ້າເດືອນຜ່ານໄປ, ນັ້ນຍັງຈະຖືວ່າຟ້າວຟັ່ງຢູ່ບໍ? (ບໍ່.) ການກະທຳໄດ້ດຳເນີນໄປຢ່າງຊ້າພໍແລ້ວ, ວຽກງານກໍໄດ້ຊັກຊ້າຫຼາຍແລ້ວ, ເຈົ້າບໍ່ກະວົນກະວາຍກັບມັນໄດ້ແນວໃດ? ນີ້ບໍ່ແມ່ນບັນຫາບໍ? (ແມ່ນແລ້ວ.)
ຜູ້ນໍາປອມບໍ່ເຄີຍສອບຖາມກ່ຽວກັບຜູ້ກຳກັບດູແລທີ່ບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ຜູ້ທີ່ບໍ່ໄດ້ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ. ພວກເຂົາຄິດວ່າພວກເຂົາພຽງແຕ່ຕ້ອງເລືອກຜູ້ກຳກັບດູແລຄົນໜຶ່ງ ແລະ ນັ້ນກໍຖືວ່າຈົບເລື່ອງແລ້ວ ແລະ ຫຼັງຈາກນັ້ນຜູ້ກຳກັບດູແລກໍສາມາດຈັດການເລື່ອງວຽກງານທັງໝົດດ້ວຍຕົນເອງ. ສະນັ້ນ ຜູ້ນໍາປອມຈຶ່ງພຽງແຕ່ຈັດການເຕົ້າໂຮມເປັນບາງຄັ້ງຄາວ ແລະ ບໍ່ໄດ້ຊີ້ນໍາວຽກງານ ຫຼື ຖາມວ່າເປັນແນວໃດແລ້ວ ແລະ ເຮັດຕົວເປັນເຈົ້ານາຍທີ່ບໍ່ໃສ່ໃຈວຽກງານ. ຖ້າຫາກມີຄົນລາຍງານບັນຫາກ່ຽວກັບຜູ້ກຳກັບດູແລ, ຜູ້ນໍາປອມກໍຈະເວົ້າວ່າ: “ມັນເປັນພຽງບັນຫາເລັກນ້ອຍ, ບໍ່ເປັນຫຍັງດອກ. ພວກເຈົ້າສາມາດຈັດການມັນເອງໄດ້. ຢ່າມາຖາມຂ້ອຍ”. ຄົນທີ່ລາຍງານບັນຫາກໍເວົ້າວ່າ: “ຜູ້ກຳກັບດູແລຄົນນັ້ນເປັນຄົນຂີ້ຄ້ານ ແລະ ມັກກິນ. ພວກເຂົາເອົາໃຈໃສ່ແຕ່ເລື່ອງອາຫານ ແລະ ຄວາມບັນເທີງ ແລະ ພວກເຂົາຂີ້ຄ້ານເຂົ້າກະດູກດຳ. ພວກເຂົາບໍ່ຢາກທົນທຸກລຳບາກແມ່ນແຕ່ໜ້ອຍດຽວໃນໜ້າທີ່ຂອງພວກເຂົາ ແລະ ພວກເຂົາມັກເຮັດເຕື່ອຍໆແບບມີເລ່ຫຼ່ຽມຢູ່ສະເໝີ ແລະ ແຕ່ງເຫດຜົນຂຶ້ນມາເພື່ອຫຼີກເວັ້ນວຽກງານ ແລະ ປັດຄວາມຮັບຜິດຊອບຂອງພວກເຂົາ. ພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ກຳກັບດູແລ”. ຜູ້ນໍາປອມກໍຈະຕອບວ່າ: “ພວກເຂົາດີຫຼາຍຕອນທີ່ພວກເຂົາຖືກເລືອກໃຫ້ເປັນຜູ້ກຳກັບດູແລ. ສິ່ງທີ່ເຈົ້າເວົ້ານັ້ນບໍ່ແມ່ນຄວາມຈິງ ຫຼື ເຖິງແມ່ນວ່າມັນຈະແມ່ນ, ມັນກໍເປັນພຽງການສະແດງອອກຊົ່ວຄາວ”. ຜູ້ນໍາປອມຈະບໍ່ພະຍາຍາມຊອກຮູ້ເພີ່ມເຕີມກ່ຽວກັບສະຖານະການຂອງຜູ້ກຳກັບດູແລ, ແທນທີ່ຈະເປັນແນວນັ້ນ ພວກເຂົາຈະຕັດສິນ ແລະ ພິພາກສາກ່ຽວກັບເລື່ອງດັ່ງກ່າວໂດຍອີງໃສ່ຄວາມປະທັບໃຈໃນອະດີດທີ່ພວກເຂົາມີຕໍ່ຜູ້ກຳກັບດູແລຄົນນັ້ນ. ບໍ່ວ່າໃຜຈະລາຍງານບັນຫາກ່ຽວກັບຜູ້ກຳກັບດູແລ, ຜູ້ນໍາປອມກໍຈະບໍ່ສົນໃຈພວກເຂົາ. ຜູ້ກຳກັບດູແລບໍ່ໄດ້ເຮັດວຽກງານຕົວຈິງ ແລະ ວຽກງານຂອງຄຣິສຕະຈັກກໍເກືອບຈະຢຸດສະງັກ, ແຕ່ຜູ້ນໍາປອມກໍບໍ່ສົນໃຈ, ຄືກັບວ່າພວກເຂົາບໍ່ໄດ້ມີສ່ວນກ່ຽວຂ້ອງເລີຍ. ມັນເປັນຕາໜ້າລັງກຽດພໍແລ້ວທີ່ເມື່ອມີຄົນລາຍງານບັນຫາຂອງຜູ້ກຳກັບດູແລ, ແລ້ວພວກເຂົາກໍເຮັດບໍ່ຮູ້ບໍ່ເຫັນ. ແຕ່ສິ່ງທີ່ເປັນຕາຊັງທີ່ສຸດແມ່ນຫຍັງ? ເມື່ອຜູ້ຄົນລາຍງານບັນຫາທີ່ຮ້າຍແຮງແທ້ໆກ່ຽວກັບຜູ້ກຳກັບດູແລໃຫ້ພວກເຂົາ, ພວກເຂົາກໍຈະບໍ່ພະຍາຍາມແກ້ໄຂບັນຫາເຫຼົ່ານີ້ ແລະ ພວກເຂົາເຖິງກັບຈະຫາຂໍ້ອ້າງຕ່າງໆນາໆວ່າ: “ຂ້ອຍຮູ້ຈັກຜູ້ກຳກັບດູແລນີ້, ພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ພວກເຂົາຈະບໍ່ມີບັນຫາຫຍັງເລີຍ. ເຖິງແມ່ນວ່າພວກເຂົາຈະມີບັນຫາເລັກນ້ອຍ, ພຣະເຈົ້າກໍຈະປົກປ້ອງພວກເຂົາ ແລະ ລົງວິໄນພວກເຂົາ. ຖ້າພວກເຂົາເຮັດຜິດພາດຫຍັງ, ນັ້ນກໍເປັນເລື່ອງລະຫວ່າງພວກເຂົາກັບພຣະເຈົ້າ, ພວກເຮົາບໍ່ຈຳເປັນຕ້ອງສົນໃຈມັນ”. ຜູ້ນໍາປອມເຮັດວຽກຕາມແນວຄິດ ແລະ ຈິນຕະນາການຂອງຕົນເອງໃນລັກສະນະນີ້. ພວກເຂົາທໍາທ່າວ່າເຂົ້າໃຈຄວາມຈິງ ແລະ ມີຄວາມເຊື່ອ, ແຕ່ພວກເຂົາພຽງແຕ່ເຮັດໃຫ້ວຽກງານຂອງຄຣິສຕະຈັກເສຍຫາຍ, ວຽກງານຂອງຄຣິສຕະຈັກອາດຈະເຖິງຂັ້ນຢຸດສະງັກ ແລະ ພວກເຂົາກໍຍັງຈະທໍາທ່າວ່າບໍ່ຮູ້ເລື່ອງນີ້. ຜູ້ນໍາປອມບໍ່ໄດ້ເຮັດຕົວຄືກັບເປັນພຽງຂ້າລາຊະການເກີນໄປບໍ? ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງດ້ວຍຕົນເອງໄດ້ ແລະ ພວກເຂົາກໍບໍ່ຮອບຄອບກ່ຽວກັບວຽກງານຂອງຫົວໜ້າທີມ ແລະ ຜູ້ກຳກັບດູແລເຊັ່ນກັນ, ພວກເຂົາບໍ່ໄດ້ຕິດຕາມ ຫຼື ສອບຖາມກ່ຽວກັບມັນ. ທັດສະນະຂອງພວກເຂົາຕໍ່ຜູ້ຄົນແມ່ນອີງໃສ່ພຽງແຕ່ຄວາມປະທັບໃຈ ແລະ ຈິນຕະນາການຂອງຕົນເອງ. ເມື່ອພວກເຂົາເຫັນຄົນໃດຄົນໜຶ່ງປະຕິບັດໄດ້ດີໃນໄລຍະໜຶ່ງ, ພວກເຂົາກໍຄິດວ່າຄົນຜູ້ນີ້ຈະດີຕະຫຼອດໄປ, ວ່າພວກເຂົາຈະບໍ່ປ່ຽນແປງ; ພວກເຂົາບໍ່ເຊື່ອໃຜທີ່ເວົ້າວ່າມີບັນຫາກັບຄົນຜູ້ນີ້ ແລະ ພວກເຂົາກໍບໍ່ສົນໃຈເມື່ອມີຄົນເຕືອນພວກເຂົາກ່ຽວກັບຄົນຜູ້ນັ້ນ. ພວກເຈົ້າຄິດວ່າຜູ້ນໍາປອມໂງ່ບໍ? ພວກເຂົາທັງໂງ່ຈ້າ ແລະ ໂງ່ເຂົາ. ແມ່ນຫຍັງທີ່ເຮັດໃຫ້ພວກເຂົາໂງ່? ພວກເຂົາໄວ້ວາງໃຈຄົນຜູ້ໜຶ່ງຢ່າງບໍ່ຄິດ, ໂດຍເຊື່ອວ່າເພາະຕອນທີ່ຄົນຜູ້ນີ້ຖືກເລືອກ, ພວກເຂົາໄດ້ສາບານ, ໄດ້ຕັ້ງປະນິທານ ແລະ ໄດ້ອະທິຖານທັງນໍ້າຕາເທິງໃບໜ້າຂອງພວກເຂົາ, ນັ້ນກໍໝາຍຄວາມວ່າພວກເຂົາເປັນຄົນທີ່ເພິ່ງພາໄດ້ ແລະ ຈະບໍ່ມີບັນຫາໃດໆກັບການທີ່ພວກເຂົາຮັບຜິດຊອບວຽກງານ. ຜູ້ນໍາປອມບໍ່ມີຄວາມເຂົ້າໃຈໃນທຳມະຊາດຂອງມະນຸດ; ພວກເຂົາບໍ່ຮູ້ສະພາບຄວາມເປັນຈິງຂອງມະນຸດຊາດທີ່ເສື່ອມຊາມ. ພວກເຂົາເວົ້າວ່າ: “ຄົນຜູ້ໜຶ່ງຈະປ່ຽນໄປໃນທາງທີ່ຮ້າຍໄດ້ແນວໃດ ເມື່ອພວກເຂົາຖືກເລືອກໃຫ້ເປັນຜູ້ກຳກັບດູແລແລ້ວ? ຄົນທີ່ເບິ່ງຄືວ່າຈິງຈັງ ແລະ ໜ້າເຊື່ອຖືຈະປະວຽກຂອງພວກເຂົາໄດ້ແນວໃດ? ພວກເຂົາຄົງບໍ່ເຮັດດອກ, ແມ່ນບໍ່? ພວກເຂົາເປັນຄົນທີ່ມີຄວາມຊື່ສັດຫຼາຍ”. ຍ້ອນວ່າຜູ້ນໍາປອມໄດ້ເຊື່ອໝັ້ນໃນຈິນຕະນາການ ແລະ ຄວາມຮູ້ສຶກຂອງຕົນເອງຫຼາຍເກີນໄປ, ສິ່ງນີ້ຈຶ່ງເຮັດໃຫ້ໃນທີ່ສຸດພວກເຂົາບໍ່ສາມາດແກ້ໄຂບັນຫາຫຼາຍຢ່າງທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກໄດ້ຢ່າງທັນການ ແລະ ກີດກັນບໍ່ໃຫ້ພວກເຂົາປົດຜູ້ກຳກັບດູແລທີ່ກ່ຽວຂ້ອງອອກ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາໄດ້ຢ່າງທັນການ. ພວກເຂົາຄືຜູ້ນໍາປອມໂຕຈິງ. ແລ້ວບັນຫາຢູ່ບ່ອນນີ້ແມ່ນຫຍັງແທ້? ວິທີການເຮັດວຽກຂອງຜູ້ນໍາປອມກ່ຽວຂ້ອງກັບການເຮັດແບບພໍເປັນພິທີບໍ? ໃນດ້ານໜຶ່ງ, ພວກເຂົາເຫັນມັງກອນແດງທີ່ຍິ່ງໃຫຍ່ກຳລັງຈັບກຸມປະຊາກອນທີ່ພຣະເຈົ້າເລືອກຢ່າງໂຫດຮ້າຍ, ສະນັ້ນ ເພື່ອຮັກສາຕົນເອງໃຫ້ປອດໄພ, ພວກເຂົາຈຶ່ງຈັດຄົນໃດຄົນໜຶ່ງໃຫ້ຮັບຜິດຊອບວຽກງານແບບຊະຊາຍ ໂດຍເຊື່ອວ່ານີ້ຈະແກ້ໄຂບັນຫາໄດ້ ແລະ ພວກເຂົາບໍ່ຈຳເປັນຕ້ອງໃສ່ໃຈມັນອີກຕໍ່ໄປ. ພວກເຂົາຄິດຫຍັງໃນໃຈ? “ນີ້ເປັນສະພາບແວດລ້ອມທີ່ເປັນສັດຕູຫຼາຍ, ຂ້ອຍຄວນລີ້ຊ່ອນໄລຍະໜຶ່ງ”. ນີ້ຄືການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ, ບໍ່ແມ່ນບໍ? ໃນອີກດ້ານໜຶ່ງ, ຜູ້ນໍາປອມມີຂໍ້ບົກຜ່ອງທີ່ຮ້າຍແຮງຄື: ພວກເຂົາໄວ້ວາງໃຈຄົນງ່າຍໂດຍອີງໃສ່ຈິນຕະນາການຂອງຕົນເອງ. ແລະ ສິ່ງນີ້ກໍເກີດຈາກການບໍ່ເຂົ້າໃຈຄວາມຈິງ, ບໍ່ແມ່ນບໍ? ພຣະທຳຂອງພຣະເຈົ້າເປີດໂປງແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມແນວໃດ? ເປັນຫຍັງພວກເຂົາຈຶ່ງຄວນໄວ້ວາງໃຈຄົນທີ່ແມ່ນແຕ່ພຣະເຈົ້າກໍບໍ່ໄດ້ໄວ້ວາງໃຈ? ຜູ້ນໍາປອມອວດດີ ແລະ ຖືຕົນວ່າຊອບທຳເກີນໄປ, ບໍ່ແມ່ນບໍ? ສິ່ງທີ່ພວກເຂົາຄິດກໍຄື: “ຂ້ອຍບໍ່ໜ້າຈະຕັດສິນຄົນຜູ້ນີ້ຜິດ, ບໍ່ໜ້າຈະມີບັນຫາໃດໆກັບຄົນຜູ້ນີ້ທີ່ຂ້ອຍໄດ້ຕັດສິນວ່າເໝາະສົມ; ພວກເຂົາບໍ່ແມ່ນຄົນທີ່ເພີດເພີນກັບການກິນ, ການດື່ມ ແລະ ຄວາມບັນເທີງ ຫຼື ຜູ້ທີ່ມັກຄວາມສະບາຍ ແລະ ກຽດຊັງການເຮັດວຽກໜັກຢ່າງແນ່ນອນ. ພວກເຂົາເປັນຄົນທີ່ເພິ່ງພາໄດ້ ແລະ ໜ້າເຊື່ອຖືຢ່າງແທ້ຈິງ. ພວກເຂົາຈະບໍ່ປ່ຽນແປງ; ຖ້າພວກເຂົາປ່ຽນ, ນັ້ນກໍໝາຍຄວາມວ່າຂ້ອຍເບິ່ງພວກເຂົາຜິດ, ບໍ່ແມ່ນບໍ?” ນີ້ແມ່ນເຫດຜົນປະເພດໃດ? ເຈົ້າເປັນຜູ້ຊ່ຽວຊານແມ່ນຫຍັງບາງຢ່າງບໍ? ຕາຂອງເຈົ້າມີພະລັງເບິ່ງທະລຸໄດ້ບໍ? ເຈົ້າມີທັກສະພິເສດແບບນັ້ນບໍ? ເຈົ້າອາດຈະຢູ່ກັບຄົນຜູ້ໜຶ່ງເປັນເວລາໜຶ່ງ ຫຼື ສອງປີ, ແຕ່ເຈົ້າຈະສາມາດເຫັນທາດແທ້ຂອງພວກເຂົາໄດ້ບໍ ຖ້າບໍ່ມີສະພາບແວດລ້ອມທີ່ເໝາະສົມເພື່ອເປີດເຜີຍທຳມະຊາດ-ແກ່ນແທ້ຂອງພວກເຂົາອອກມາຢ່າງສິ້ນເຊີງ? ຖ້າພວກເຂົາບໍ່ໄດ້ຖືກເປີດເຜີຍໂດຍພຣະເຈົ້າ, ເຈົ້າກໍສາມາດຢູ່ຄຽງຂ້າງພວກເຂົາເປັນເວລາສາມ ຫຼື ຫ້າປີ ແລະ ກໍຍັງຈະເປັນເລື່ອງຍາກທີ່ຈະເຫັນວ່າພວກເຂົາມີທຳມະຊາດ-ແກ່ນແທ້ເປັນແບບໃດ. ແລະ ມັນຍິ່ງຈະເປັນຄວາມຈິງຫຼາຍສໍ່າໃດ ເມື່ອເຈົ້າບໍ່ຄ່ອຍໄດ້ເຫັນພວກເຂົາ, ບໍ່ຄ່ອຍໄດ້ຢູ່ກັບພວກເຂົາ? ຜູ້ນໍາປອມໄວ້ວາງໃຈຄົນຜູ້ໜຶ່ງຢ່າງບໍ່ຄິດ ໂດຍອີງໃສ່ຄວາມປະທັບໃຈຊົ່ວຄາວ ຫຼື ການປະເມີນໃນທາງບວກຂອງຄົນອື່ນກ່ຽວກັບລາວ ແລະ ກ້າທີ່ຈະມອບໝາຍວຽກງານຂອງຄຣິສຕະຈັກໃຫ້ຄົນເຊັ່ນນັ້ນ. ໃນເລື່ອງນີ້, ພວກເຂົາບໍ່ໄດ້ຕາບອດຢ່າງທີ່ສຸດບໍ? ພວກເຂົາບໍ່ໄດ້ກະທຳການຢ່າງຊະຊາຍບໍ? ແລະ ເມື່ອພວກເຂົາເຮັດວຽກແບບນີ້, ຜູ້ນໍາປອມບໍ່ໄດ້ຂາດຄວາມຮັບຜິດຊອບຢ່າງທີ່ສຸດບໍ? ຜູ້ນໍາ ແລະ ຜູ້ເຮັດວຽກລະດັບສູງຖາມພວກເຂົາວ່າ: “ເຈົ້າໄດ້ກວດກາວຽກງານຂອງຜູ້ກຳກັບດູແລຄົນນັ້ນແລ້ວບໍ? ລັກສະນະ ແລະ ຄວາມສາມາດຂອງພວກເຂົາເປັນແນວໃດ? ພວກເຂົາຮັບຜິດຊອບໃນວຽກງານຂອງພວກເຂົາບໍ? ພວກເຂົາສາມາດແບກຮັບວຽກງານໄດ້ບໍ?” ຜູ້ນໍາປອມຕອບວ່າ: “ພວກເຂົາສາມາດເຮັດໄດ້ແນ່ນອນ! ຕອນທີ່ພວກເຂົາຖືກເລືອກ, ພວກເຂົາໄດ້ສາບານ ແລະ ຕັ້ງປະນິທານ. ຂ້ອຍຍັງມີຄຳສາບານທີ່ເປັນລາຍລັກອັກສອນຂອງພວກເຂົາຢູ່. ພວກເຂົາຄວນຈະສາມາດແບກຮັບວຽກງານໄດ້”. ເຈົ້າຄິດແນວໃດກັບຄຳເວົ້າຂອງຜູ້ນໍາປອມ? ພວກເຂົາເຊື່ອວ່າເນື່ອງຈາກຄົນຜູ້ນີ້ໄດ້ສາບານເພື່ອສະແດງຄວາມຕັ້ງໃຈຂອງພວກເຂົາ, ພວກເຂົາກໍຈະສາມາດເຮັດຕາມນັ້ນໄດ້ຢ່າງແນ່ນອນ. ຄຳເວົ້ານີ້ເປັນຄວາມຈິງບໍ? ດຽວນີ້ມີຈັກຄົນທີ່ສາມາດເຮັດຕາມຄຳສາບານຂອງພວກເຂົາໄດ້ແທ້? ມີຄົນຊື່ສັດຈັກຄົນທີ່ເຮັດສິ່ງຕ່າງໆຕາມປະນິທານຂອງພວກເຂົາ? ພຽງແຕ່ຍ້ອນວ່າຄົນຜູ້ໜຶ່ງສາບານບໍ່ໄດ້ໝາຍຄວາມວ່າພວກເຂົາສາມາດເຮັດຕາມນັ້ນໄດ້ຢ່າງແທ້ຈິງ. ສົມມຸດວ່າເຈົ້າຖາມພວກເຂົາວ່າ: “ເຈົ້າສາມາດຮັບປະກັນໄດ້ບໍວ່າຜູ້ກຳກັບດູແລຈະບໍ່ປ່ຽນແປງ? ເຈົ້າສາມາດຮັບປະກັນຄວາມຈົງຮັກພັກດີຕະຫຼອດຊີວິດຂອງພວກເຂົາໄດ້ບໍ? ເມື່ອພຣະເຈົ້າຕ້ອງການເປີດເຜີຍຜູ້ຄົນ ພຣະອົງຕ້ອງຈັດສະພາບແວດລ້ອມຕ່າງໆເພື່ອທົດລອງພວກເຂົາ. ເຈົ້າອີງໃສ່ຫຍັງຈຶ່ງເວົ້າວ່າພວກເຂົາໜ້າເຊື່ອຖື? ເຈົ້າໄດ້ຊອກຮູ້ກ່ຽວກັບພວກເຂົາແລ້ວບໍ?” ຜູ້ນໍາປອມຕອບວ່າ: “ບໍ່ຈຳເປັນ. ອ້າຍເອື້ອຍນ້ອງທຸກຄົນໄດ້ລາຍງານວ່າພວກເຂົາໜ້າເຊື່ອຖື”. ຄຳເວົ້ານີ້ກໍບໍ່ຖືກຕ້ອງເຊັ່ນກັນ. ຄົນຜູ້ໜຶ່ງຈະດີແທ້ພຽງເພາະອ້າຍເອື້ອຍນ້ອງລາຍງານວ່າພວກເຂົາເປັນຄົນດີບໍ? ອ້າຍເອື້ອຍນ້ອງທຸກຄົນມີຄວາມຈິງບໍ? ພວກເຂົາທຸກຄົນສາມາດເບິ່ງທະລຸສິ່ງຕ່າງໆໄດ້ບໍ? ອ້າຍເອື້ອຍນ້ອງທຸກຄົນລຶ້ງເຄີຍກັບຄົນຜູ້ນີ້ບໍ? ຄຳເວົ້ານີ້ຍິ່ງເປັນຕາໜ້າລັງກຽດ! ທີ່ຈິງແລ້ວ, ຄົນຜູ້ນັ້ນໄດ້ຖືກເປີດເຜີຍມາດົນແລ້ວ. ພວກເຂົາໄດ້ສູນເສຍວຽກຂອງພຣະວິນຍານບໍລິສຸດແລ້ວ ແລະ ນິໄສທີ່ຊົ່ວຊ້າຂອງພວກເຂົາທີ່ມັກຄວາມສະບາຍ ແລະ ກຽດຊັງການເຮັດວຽກໜັກ, ການເປັນຄົນມັກກິນ ແລະ ຂີ້ຄ້ານ ແລະ ການບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ກໍໄດ້ຖືກເປີດເຜີຍອອກມາແລ້ວ. ນອກຈາກຜູ້ນໍາປອມທີ່ຍັງບໍ່ຮູ້ຫຍັງເລີຍ, ທຸກຄົນກໍໄດ້ເບິ່ງທະລຸພວກເຂົາມາດົນແລ້ວ, ມີພຽງແຕ່ຜູ້ນໍາປອມເທົ່ານັ້ນທີ່ຍັງໄວ້ວາງໃຈພວກເຂົາຫຼາຍຂະໜາດນີ້. ຜູ້ນໍາປອມເຫຼົ່ານີ້ມີປະໂຫຍດຫຍັງ? ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດບໍ? ແມ່ນແຕ່ມີບາງກໍລະນີທີ່ເບື້ອງເທິງໄດ້ຮຽນຮູ້ກ່ຽວກັບການສະແດງອອກຕ່າງໆຂອງຜູ້ກຳກັບດູແລບາງຄົນ ໂດຍການລົງໄປສືບສວນ ແລະ ສອບຖາມຢູ່ສະຖານທີ່ຈິງ, ແຕ່ຜູ້ນໍາກໍຍັງບໍ່ຮູ້ຫຍັງເລີຍ. ນີ້ບໍ່ແມ່ນບັນຫາບໍ? ຜູ້ນໍາເຫຼົ່ານີ້ຄືຜູ້ນໍາປອມໂຕຈິງ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ, ພວກເຂົາເປັນພຽງຂ້າລາຊະການ ແລະ ຄືກັບເຈົ້ານາຍທີ່ບໍ່ເອົາຫຍັງ, ພວກເຂົາເຮັດວຽກໜ້ອຍໜຶ່ງແລ້ວກໍກິນບຸນເກົ່າ ແລະ ຄິດວ່າຕົນເອງມີສິດທີ່ຈະມ່ວນຊື່ນ, ບໍ່ແມ່ນແຕ່ຈະຍື່ນມືເຂົ້າມາຊ່ວຍເມື່ອເກີດບັນຫາຂຶ້ນ. ເຈົ້າມີສິດຫຍັງທີ່ຈະໄດ້ຮັບຜົນປະໂຫຍດຈາກສະຖານະ? ມັນໜ້າດ້ານໄຮ້ຢາງອາຍຢ່າງແທ້ຈິງ! ເມື່ອຜູ້ນໍາປອມເຮັດວຽກ, ພວກເຂົາບໍ່ເຄີຍກວດກາວຽກງານໃດໆ, ພວກເຂົາບໍ່ໄດ້ສອບຖາມກ່ຽວກັບຄວາມຄືບໜ້າຂອງວຽກງານ ແລະ ພວກເຂົາກໍບໍ່ໄດ້ກວດສອບສະຖານະການຂອງຜູ້ກຳກັບດູແລທີມຕ່າງໆຢ່າງແນ່ນອນ. ພວກເຂົາຮູ້ພຽງແຕ່ມອບໝາຍວຽກງານ ແລະ ຈັດແຈງຜູ້ກຳກັບດູແລ ແລ້ວກໍຄິດວ່າພວກເຂົາເຮັດສຳເລັດແລ້ວ, ວ່າວຽກງານຂອງພວກເຂົາຈົບສິ້ນແລ້ວ ແລະ ພວກເຂົາກໍຈະສະບາຍໄປຕະຫຼອດ. ພວກເຂົາເຊື່ອວ່າ: “ມີຄົນເບິ່ງແຍງວຽກງານນີ້ແລ້ວ, ສະນັ້ນ ມັນບໍ່ແມ່ນທຸລະຂອງຂ້ອຍອີກຕໍ່ໄປ. ຂ້ອຍສາມາດມ່ວນຊື່ນໄດ້”. ນີ້ແມ່ນການເຮັດວຽກບໍ? ໂດຍບໍ່ຕ້ອງສົງໄສ, ໃຜກໍຕາມທີ່ເຮັດວຽກແບບນີ້ກໍຄືຜູ້ນໍາປອມ, ເປັນຜູ້ນໍາປອມທີ່ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກ.
ຜູ້ນໍາປອມບໍ່ເຄີຍສອບຖາມ ຫຼື ຕິດຕາມສະຖານະການເຮັດວຽກຂອງຜູ້ກຳກັບດູແລທີມຕ່າງໆ. ພວກເຂົາຍັງບໍ່ໄດ້ສອບຖາມ, ຕິດຕາມ ຫຼື ກຳແໜ້ນທາງເຂົ້າຂອງຊີວິດຂອງຜູ້ກຳກັບດູແລຂອງທີມຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆ, ພ້ອມທັງທັດສະນະຄະຕິຂອງພວກເຂົາຕໍ່ວຽກງານຂອງຄຣິສຕະຈັກ ແລະ ໜ້າທີ່ຂອງພວກເຂົາ ແລະ ຕໍ່ຄວາມເຊື່ອໃນພຣະເຈົ້າ, ຄວາມຈິງ ແລະ ຕໍ່ອົງພຣະເຈົ້າເອງ. ພວກເຂົາບໍ່ຮູ້ວ່າບຸກຄົນເຫຼົ່ານີ້ໄດ້ຜ່ານການປ່ຽນແປງ ຫຼື ການເຕີບໂຕໃດໆ ຫຼື ບໍ່ ແລະ ພວກເຂົາກໍບໍ່ຮູ້ກ່ຽວກັບບັນຫາຕ່າງໆທີ່ອາດຈະມີຢູ່ໃນວຽກງານຂອງພວກເຂົາ; ໂດຍສະເພາະຢ່າງຍິ່ງ, ພວກເຂົາບໍ່ຮູ້ກ່ຽວກັບຜົນກະທົບຂອງຄວາມຜິດພາດ ແລະ ການບ່ຽງເບນທີ່ເກີດຂຶ້ນໃນໄລຍະຕ່າງໆຂອງວຽກງານຕໍ່ວຽກງານຂອງຄຣິສຕະຈັກ ແລະ ທາງເຂົ້າຂອງຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ, ພ້ອມທັງວ່າຄວາມຜິດພາດ ແລະ ການບ່ຽງເບນເຫຼົ່ານີ້ເຄີຍໄດ້ຮັບການແກ້ໄຂ ຫຼື ບໍ່. ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງທັງໝົດເຫຼົ່ານີ້. ຖ້າພວກເຂົາບໍ່ຮູ້ຫຍັງກ່ຽວກັບສະພາບການລະອຽດເຫຼົ່ານີ້, ເມື່ອມີບັນຫາເກີດຂຶ້ນ ພວກເຂົາກໍຈະຮັບມືບໍ່ທັນ. ແນວໃດກໍຕາມ, ຜູ້ນໍາປອມບໍ່ໄດ້ໃສ່ໃຈກັບບັນຫາລະອຽດເຫຼົ່ານີ້ເລີຍໃນຂະນະທີ່ເຮັດວຽກຂອງພວກເຂົາ. ພວກເຂົາເຊື່ອວ່າຫຼັງຈາກທີ່ໄດ້ຈັດແຈງຜູ້ກຳກັບດູແລທີມຕ່າງໆ ແລະ ມອບໝາຍໜ້າວຽກແລ້ວ, ວຽກງານຂອງພວກເຂົາກໍສຳເລັດແລ້ວ, ມັນຖືວ່າໄດ້ເຮັດວຽກງານໄດ້ດີແລ້ວ ແລະ ຖ້າມີບັນຫາອື່ນເກີດຂຶ້ນກໍບໍ່ແມ່ນຄວາມກັງວົນຂອງພວກເຂົາ. ຍ້ອນວ່າຜູ້ນໍາປອມລົ້ມເຫຼວໃນການກຳກັບດູແລ, ຊີ້ທິດ ແລະ ຕິດຕາມຜູ້ກຳກັບດູແລທີມຕ່າງໆ ແລະ ພວກເຂົາບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງພວກເຂົາໃນຂົງເຂດເຫຼົ່ານີ້, ສິ່ງນີ້ຈຶ່ງສົ່ງຜົນໃຫ້ວຽກງານຂອງຄຣິສຕະຈັກຖືກເຮັດໃຫ້ເສຍຫາຍ. ນີ້ຄືການທີ່ຜູ້ນໍາ ແລະ ຜູ້ເຮັດວຽກລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງພວກເຂົາ. ພຣະເຈົ້າສາມາດກວດສອບສ່ວນເລິກທີ່ສຸດຂອງຈິດໃຈຂອງມະນຸດ; ນີ້ຄືຄວາມສາມາດທີ່ມະນຸດຂາດເຂີນ. ສະນັ້ນ, ເມື່ອເຮັດວຽກ, ຜູ້ຄົນຈຳເປັນຕ້ອງດຸໝັ່ນ ແລະ ເອົາໃຈໃສ່ຫຼາຍຂຶ້ນ, ໄປສະຖານທີ່ເຮັດວຽກເປັນປະຈຳເພື່ອຕິດຕາມ, ກຳກັບດູແລ ແລະ ຊີ້ທິດວຽກງານ ເພື່ອຮັບປະກັນຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກ. ເຫັນໄດ້ຊັດເຈນວ່າ, ຜູ້ນໍາປອມຂາດຄວາມຮັບຜິດຊອບຢ່າງສິ້ນເຊີງໃນວຽກງານຂອງພວກເຂົາ ແລະ ພວກເຂົາບໍ່ເຄີຍກຳກັບດູແລ, ຕິດຕາມ ຫຼື ຊີ້ທິດໜ້າວຽກຕ່າງໆ. ຜົນກໍຄື, ຜູ້ກຳກັບດູແລບາງຄົນບໍ່ຮູ້ວິທີແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນວຽກງານ ແລະ ຍັງຄົງຢູ່ໃນບົດບາດຂອງພວກເຂົາໃນຖານະຜູ້ກຳກັບດູແລ ເຖິງແມ່ນວ່າຈະບໍ່ມີຄວາມສາມາດພຽງພໍທີ່ຈະເຮັດວຽກງານເລີຍ. ໃນທີ່ສຸດ, ວຽກງານກໍຖືກຊັກຊ້າຊໍ້າແລ້ວຊໍ້າອີກ ແລະ ພວກເຂົາກໍເຮັດໃຫ້ມັນເສຍຫາຍຢ່າງສິ້ນເຊີງ. ນີ້ຄືຜົນສະທ້ອນຂອງການທີ່ຜູ້ນໍາປອມບໍ່ໄດ້ສອບຖາມ, ກຳກັບດູແລ ຫຼື ຕິດຕາມສະຖານະການຂອງຜູ້ກຳກັບດູແລ, ເປັນຜົນທີ່ເກີດຂຶ້ນທັງໝົດຈາກການລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງຜູ້ນໍາປອມ. ຍ້ອນວ່າຜູ້ນໍາປອມບໍ່ໄດ້ກວດກາ, ຕິດຕາມ ຫຼື ສອບຖາມກ່ຽວກັບວຽກງານ ແລະ ບໍ່ສາມາດກຳແໜ້ນສະຖານະການໄດ້ຢ່າງທັນການ, ພວກເຂົາຈຶ່ງຍັງຄົງບໍ່ຮູ້ກ່ຽວກັບສິ່ງຕ່າງໆ ເຊັ່ນ: ຜູ້ກຳກັບດູແລກຳລັງເຮັດວຽກງານຕົວຈິງ ຫຼື ບໍ່, ວຽກງານກຳລັງຄືບໜ້າໄປແນວໃດ ແລະ ມັນໄດ້ສ້າງຜົນທີ່ແທ້ຈິງ ຫຼື ບໍ່. ເມື່ອຖືກຖາມວ່າຜູ້ກຳກັບດູແລກຳລັງຫຍຸ້ງກັບຫຍັງ ຫຼື ກຳລັງຈັດການໜ້າວຽກສະເພາະໃດ, ຜູ້ນໍາປອມກໍຕອບວ່າ: “ຂ້ອຍບໍ່ຮູ້, ແຕ່ພວກເຂົາເຂົ້າຮ່ວມທຸກການເຕົ້າໂຮມ ແລະ ທຸກຄັ້ງທີ່ຂ້ອຍສື່ສານກັບພວກເຂົາກ່ຽວກັບວຽກງານ, ພວກເຂົາກໍບໍ່ເຄີຍກ່າວເຖິງບັນຫາ ຫຼື ຄວາມຫຍຸ້ງຍາກໃດໆ”. ຜູ້ນໍາປອມເຊື່ອວ່າຕາບໃດທີ່ຜູ້ກຳກັບດູແລບໍ່ປະຖິ້ມວຽກງານຂອງພວກເຂົາ ແລະ ຢູ່ໃກ້ໆສະເໝີເມື່ອພວກເຂົາຊອກຫາ, ກໍບໍ່ມີບັນຫາຫຍັງກັບພວກເຂົາເລີຍ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ. ນີ້ບໍ່ແມ່ນການສະແດງອອກຂອງ “ຄວາມຈອມປອມ” ບໍ? ນີ້ບໍ່ແມ່ນການລົ້ມເຫຼວໃນການເຮັດໜ້າທີ່ຮັບຜິດຊອບຂອງຕົນບໍ? ນີ້ຄືການລະເລີຍຕໍ່ໜ້າທີ່ຮັບຜິດຊອບຢ່າງຮ້າຍແຮງ! ໃນວຽກງານຂອງພວກເຂົາ, ຜູ້ນໍາປອມເອົາໃຈໃສ່ພຽງແຕ່ເຮັດວຽກໃຫ້ແລ້ວໆໄປ ແລະ ບໍ່ໄດ້ສະແຫວງຫາຜົນທີ່ແທ້ຈິງ. ເມື່ອເບິ່ງຜິວເຜີນ, ພວກເຂົາມັກຈະຈັດການເຕົ້າໂຮມ, ເບິ່ງຄືວ່າຫຍຸ້ງກວ່າຄົນທຳມະດາ. ແນວໃດກໍຕາມ, ມັນຍັງຄົງບໍ່ເປັນທີ່ຮູ້ກັນວ່າພວກເຂົາໄດ້ແກ້ໄຂບັນຫາຫຍັງແທ້, ໄດ້ຈັດການໜ້າວຽກສະເພາະໃດຢ່າງເໝາະສົມ ແລະ ໄດ້ບັນລຸຜົນຫຍັງ. ບໍ່ມີໃຜສາມາດໃຫ້ຄຳຕອບທີ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ໄດ້, ລວມທັງຕົວຜູ້ນໍາປອມເອງ. ແຕ່ສິ່ງໜຶ່ງທີ່ແນ່ນອນກໍຄື: ບໍ່ວ່າຜູ້ຄົນຈະມີບັນຫາຫຍັງຢູ່ສະຖານທີ່ເຮັດວຽກ, ຜູ້ນໍາປອມເຫຼົ່ານີ້ກໍບໍ່ເຄີຍຢູ່ທີ່ນັ້ນ; ບໍ່ມີໃຜເຄີຍເຫັນພວກເຂົາຢູ່ສະຖານທີ່ເຮັດວຽກເພື່ອແກ້ໄຂບັນຫາຂອງຜູ້ຄົນ. ແລ້ວຜູ້ນໍາປອມເຮັດວຽກຫຍັງໝົດມື້? ການເຕົ້າໂຮມຂອງພວກເຂົາແກ້ໄຂບັນຫາຫຍັງ? ບໍ່ມີໃຜຮູ້ແນ່ນອນ ແລະ ກອງບັນຫາທີ່ສະສົມ ແລະ ບໍ່ໄດ້ຮັບການແກ້ໄຂກໍຖືກຄົ້ນພົບໃນທີ່ສຸດກໍຕໍ່ເມື່ອວຽກງານຂອງພວກເຂົາຖືກກວດກາ. ເມື່ອເບິ່ງຜິວເຜີນ, ຜູ້ນໍາປອມເບິ່ງຄືວ່າຫຍຸ້ງຫຼາຍແທ້ໆ, ເບິ່ງຄືວ່າພວກເຂົາ “ວຽກຫຼາຍຈົນລົ້ນມື”. ແນວໃດກໍຕາມ, ເມື່ອກວດສອບຜົນຂອງວຽກງານຂອງພວກເຂົາ, ມັນກໍວຸ້ນວາຍໄປໝົດ; ມັນເປັນຄວາມສັບສົນປົນເປ, ບໍ່ມີສິ່ງໃດທີ່ມີຄຸນຄ່າໃນນັ້ນເລີຍ ແລະ ເຫັນໄດ້ຊັດວ່າຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ເຮັດວຽກງານຕົວຈິງແມ່ນແຕ່ໜ້ອຍດຽວ. ເຖິງວ່າຈະມີບັນຫາຕົວຈິງຫຼາຍຢ່າງທີ່ພວກເຂົາປະໄວ້ໂດຍບໍ່ໄດ້ຮັບການແກ້ໄຂ, ຜູ້ນໍາປອມກໍເບິ່ງຄືວ່າບໍ່ມີມະໂນທຳ ແລະ ບໍ່ຮູ້ສຶກຕຳໜິຕົນເອງເລີຍ. ຍິ່ງໄປກວ່ານັ້ນ, ພວກເຂົາພໍໃຈໃນຕົນເອງຫຼາຍ ແລະ ຄິດວ່າຕົນເອງດີພໍສົມຄວນ; ພວກເຂົາປາສະຈາກສະຕິສຳປະຊັນຍະຢ່າງແທ້ຈິງ. ຄົນແບບນີ້ບໍ່ສົມຄວນທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?