ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3) ສ່ວນທີ ສອງ
ຂໍ້ທີສີ່: ກຳສະຖານະການຂອງຜູ້ກຳກັບດູແລວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ປົດພວກເຂົາອອກໂດຍທັນທີຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຢ່າງລ່ຽນໄຫຼຂອງວຽກງານ
ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກຳແໜ້ນສະຖານະການຂອງຜູ້ກຳກັບດູແລວຽກງານຕ່າງໆ
ຄວາມຮັບຜິດຊອບຂໍ້ທີສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ? (“ກຳສະຖານະການຂອງຜູ້ກຳກັບດູແລວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ປົດພວກເຂົາອອກໂດຍທັນທີຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຢ່າງລ່ຽນໄຫຼຂອງວຽກງານ”.) ຖືກຕ້ອງ, ນີ້ຄືມາດຕະຖານຂັ້ນຕໍ່າສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈະສາມາດບັນລຸໄດ້ໃນຂະນະທີ່ເຮັດວຽກ. ພວກເຈົ້າທຸກຄົນເຂົ້າໃຈແຈ້ງກ່ຽວກັບຄວາມຮັບຜິດຊອບຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກກ່ຽວກັບຂໍ້ທີສີ່ນີ້ບໍ? ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຜູ້ກຳກັບດູແລໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆ. ມັນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຕ້ອງຕິດຕາມສະຖານະການຂອງຜູ້ກຳກັບດູແລໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆ. ດັ່ງນັ້ນ, ບຸກຄະລາກອນເຫຼົ່ານີ້ແມ່ນໃຜແດ່? ໂດຍຫຼັກໆແລ້ວ, ມີຜູ້ນໍາຄຣິສຕະຈັກ, ຕາມມາດ້ວຍຜູ້ກຳກັບດູແລທີມ ແລະ ຜູ້ນໍາຂອງກຸ່ມຕ່າງໆ. ມັນບໍ່ສຳຄັນ ແລະ ຈຳເປັນຢ່າງຍິ່ງບໍທີ່ຈະຕ້ອງເຂົ້າໃຈ ແລະ ຕິດຕາມສະຖານະການຕ່າງໆ ເຊັ່ນ: ຜູ້ກຳກັບດູແລໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆມີຄວາມຈິງຄວາມເປັນຈິງ ຫຼື ບໍ່, ມີຫຼັກການໃນການກະທຳຂອງຕົນ ຫຼື ບໍ່ ແລະ ສາມາດເຮັດວຽກງານຂອງຄຣິສຕະຈັກໄດ້ດີ ຫຼື ບໍ່? ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕິດຕາມສະຖານະການຂອງຜູ້ກຳກັບດູແລຫຼັກຂອງວຽກຕ່າງໆໄດ້ຢ່າງລະອຽດ ແລະ ປັບປ່ຽນບຸກຄະລາກອນຢ່າງເໝາະສົມ, ນັ້ນກໍເທົ່າກັບວ່າພວກເຂົາໄດ້ກວດກາຢ່າງເຂັ້ມງວດໃນວຽກງານແຕ່ລະຢ່າງ ແລະ ມັນກໍເທົ່າກັບວ່າພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບ ແລະ ໜ້າທີ່ຂອງຕົນສຳເລັດ. ຖ້າບໍ່ມີການປັບປ່ຽນທີ່ຖືກຕ້ອງກ່ຽວກັບບຸກຄະລາກອນເຫຼົ່ານີ້ ແລະ ມີບັນຫາເກີດຂຶ້ນ, ວຽກງານຂອງຄຣິສຕະຈັກກໍຈະໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງ. ຖ້າບຸກຄະລາກອນເຫຼົ່ານີ້ມີຄວາມເປັນມະນຸດທີ່ດີ, ມີພື້ນຖານໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ມີຄວາມຮັບຜິດຊອບໃນການຈັດການເລື່ອງຕ່າງໆ ແລະ ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ແລ້ວການມອບໝາຍໃຫ້ພວກເຂົາຮັບຜິດຊອບວຽກງານກໍຈະຊ່ວຍຫຼຸດຜ່ອນບັນຫາຫຼາຍຢ່າງ ແລະ ທີ່ສຳຄັນທີ່ສຸດກໍຄືຈະເຮັດໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ. ແຕ່ຖ້າຜູ້ກຳກັບດູແລຂອງທີມຕ່າງໆບໍ່ໜ້າເຊື່ອຖື, ມີຄວາມເປັນມະນຸດທີ່ບໍ່ດີ, ບໍ່ມີຄວາມປະພຶດທີ່ດີ ແລະ ບໍ່ນຳເອົາຄວາມຈິງມາປະຕິບັດ ແລະ ຍິ່ງໄປກວ່ານັ້ນ, ຍັງສາມາດກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນບາງຢ່າງໄດ້, ແລ້ວສິ່ງນີ້ກໍຈະສົ່ງຜົນກະທົບຕໍ່ວຽກງານທີ່ພວກເຂົາຮັບຜິດຊອບ ແລະ ຕໍ່ທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງທີ່ພວກເຂົານໍາພາ. ແນ່ນອນວ່າ ຜົນກະທົບນັ້ນອາດຈະໃຫຍ່ ຫຼື ນ້ອຍ. ຖ້າຜູ້ກຳກັບດູແລພຽງແຕ່ລະເລີຍໃນໜ້າທີ່ຂອງຕົນ ແລະ ບໍ່ເອົາການເອົາງານຂອງຕົນ, ນີ້ກໍອາດຈະເຮັດໃຫ້ວຽກງານຊັກຊ້າລົງປະມານໜຶ່ງ, ຄວາມຄືບໜ້າຈະຊ້າລົງໜ້ອຍໜຶ່ງ ແລະ ວຽກງານກໍຈະມີປະສິດທິພາບໜ້ອຍລົງ. ແນວໃດກໍຕາມ, ຖ້າພວກເຂົາເປັນພວກຕໍ່ຕ້ານພຣະຄຣິສ, ບັນຫາກໍຈະຮ້າຍແຮງ: ນີ້ຈະບໍ່ແມ່ນບັນຫາທີ່ວຽກງານມີປະສິດທິພາບ ຫຼື ປະສິດທິຜົນໜ້ອຍລົງ, ພວກເຂົາຈະລົບກວນ ແລະ ທຳລາຍວຽກງານຄຣິສຕະຈັກທີ່ພວກເຂົາຮັບຜິດຊອບ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງ. ດັ່ງນັ້ນ, ກໍາສະຖານະການຂອງຜູ້ກຳກັບດູແລໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ການປັບປ່ຽນ ຫຼື ໄລ່ອອກໂດຍທັນທີເມື່ອຄົ້ນພົບວ່າຄົນໃດໜຶ່ງບໍ່ໄດ້ເຮັດວຽກງານຕົວຈິງນັ້ນ ບໍ່ແມ່ນພັນທະທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຫຼີກລ່ຽງໄດ້, ມັນເປັນວຽກງານທີ່ຮ້າຍແຮງ ແລະ ສຳຄັນຫຼາຍ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດຮູ້ຈັກລັກສະນະຂອງຜູ້ກຳກັບດູແລໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄດ້ໂດຍທັນທີ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ໜ້າທີ່ຂອງພວກເຂົາ, ພ້ອມທັງສະພາວະ ແລະ ການປະຕິບັດງານຂອງພວກເຂົາໃນແຕ່ລະໄລຍະ ແລະ ແຕ່ລະຂັ້ນຕອນ ແລະ ປັບປ່ຽນ ແລະ ຈັດການຄົນເຫຼົ່ານັ້ນຕາມສະຖານະການໂດຍທັນທີ, ແລ້ວວຽກງານກໍຈະສາມາດດຳເນີນໄປຢ່າງໝັ້ນຄົງ. ໃນທາງກົງກັນຂ້າມ, ຖ້າຄົນເຫຼົ່ານັ້ນເຮັດສິ່ງທີ່ບໍ່ດີໄປຕາມອໍາເພີໃຈ ແລະ ບໍ່ໄດ້ເຮັດວຽກງານຕົວຈິງໃນຄຣິສຕະຈັກ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດລະບຸສິ່ງນີ້ ແລະ ປັບປ່ຽນໂດຍທັນທີໄດ້, ແຕ່ລໍຖ້າຈົນກວ່າບັນຫາທີ່ຮ້າຍແຮງທຸກປະເພດໄດ້ເກີດຂຶ້ນ, ເຊິ່ງກໍ່ໃຫ້ເກີດຄວາມສູນເສຍຢ່າງຫຼວງຫຼາຍຕໍ່ວຽກງານຂອງຄຣິສຕະຈັກ, ກ່ອນທີ່ຈະພະຍາຍາມຈັດການພວກມັນແບບແປະໆບາງໆ, ປັບປ່ຽນ ແລະ ແກ້ໄຂ ແລະ ກອບກູ້ສະຖານະການ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານັ້ນກໍເປັນພຽງຂີ້ເຫຍື້ອ. ພວກເຂົາເປັນຜູ້ນໍາປອມທີ່ແທ້ຈິງທີ່ຕ້ອງຖືກໄລ່ອອກ ແລະ ປະຖິ້ມ.
ເມື່ອກີ້ນີ້, ພວກເຮົາໄດ້ໂອ້ລົມກັນແບບກວ້າງໆກ່ຽວກັບຄວາມສຳຄັນຂອງການເຂົ້າໃຈ ແລະ ການກຳແໜ້ນສະພາວະທີ່ແທ້ຈິງຂອງຜູ້ກຳກັບດູແລໃນວຽກຕ່າງໆ ແລະ ປະສິດທິຜົນຂອງວຽກງານຂອງພວກເຂົາ, ໂດຍໃຊ້ສະພາບການທີ່ແທ້ຈິງເຫຼົ່ານີ້ເພື່ອປະເມີນວ່າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນສຳເລັດ ຫຼື ບໍ່ ແລະ ເປີດໂປງການສະແດງອອກຕ່າງໆຂອງພວກເຂົາທີ່ພິສູດວ່າພວກເຂົາເປັນຜູ້ນໍາປອມ, ດ້ວຍເຫດນີ້ຈຶ່ງເປັນການໄຈ້ແຍກແກ່ນແທ້ຂອງຜູ້ນໍາປອມ. ເມື່ອມີບັນຫາທີ່ຮ້າຍແຮງເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ, ຜູ້ນໍາປອມກໍລົ້ມເຫຼວໃນການເຮັດໜ້າທີ່ຮັບຜິດຊອບຂອງຕົນ. ພວກເຂົາບໍ່ສາມາດຄົ້ນພົບບັນຫາເຫຼົ່ານີ້ໄດ້ໂດຍທັນທີ, ຍິ່ງບໍ່ສາມາດຈັດການ ແລະ ແກ້ໄຂພວກມັນຢ່າງທັນການໄດ້ເລີຍ. ສິ່ງນີ້ນໍາໄປສູ່ການທີ່ບັນຫາຖືກຍືດເຍື້ອ, ເຊິ່ງໃນທາງກັບກັນກໍກໍ່ໃຫ້ເກີດຄວາມຊັກຊ້າ ແລະ ຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ອາດຈະເຖິງຂັ້ນເຮັດໃຫ້ວຽກງານຂອງຄຣິສຕະຈັກເປັນອຳມະພາດ ຫຼື ຕົກຢູ່ໃນສະພາບທີ່ກະຈັດກະຈາຍຄືກັບເມັດຊາຍ. ຈົນເມື່ອສະຖານະການເປັນແບບນີ້ແລ້ວ ຜູ້ນໍາປອມຈຶ່ງຈຳໃຈໄປສັງເກດຈຸດເຮັດວຽກຕົວຈິງຂອງຄຣິສຕະຈັກ, ແຕ່ພວກເຂົາກໍຍັງບໍ່ສາມາດລະບຸວິທີແກ້ໄຂທີ່ສອດຄ່ອງ ຫຼື ເໝາະສົມເພື່ອແກ້ໄຂບັນຫາໄດ້ ແລະ ໃນທີ່ສຸດກໍປ່ອຍໃຫ້ເລື່ອງມັນຈົບໄປເອງ. ນີ້ຄືການສະແດງອອກທີ່ເປັນຫຼັກຂອງຜູ້ນໍາປອມ.
ມາດຕະຖານໃນການຄັດເລືອກຜູ້ກຳກັບດູແລວຽກງານຕ່າງໆ
ຄົນສ່ວນໃຫຍ່ມີຄວາມຊັດເຈນບໍ່ຫຼາຍກໍໜ້ອຍກ່ຽວກັບມາດຕະຖານໃນການຄັດເລືອກຜູ້ກຳກັບດູແລໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆແມ່ນບໍ? ຕົວຢ່າງ: ຜູ້ກຳກັບດູແລສິລະປະຄວນມີຄຸນສົມບັດຫຍັງເປັນຫຼັກ? (ພວກເຂົາຄວນມີທັກສະທາງວິຊາຊີບໃນຂົງເຂດນີ້ ແລະ ສາມາດແບກຮັບວຽກງານໄດ້.) ການມີທັກສະທາງວິຊາຊີບແມ່ນທິດສະດີດ້ານໜຶ່ງ. ດັ່ງນັ້ນ, ທັກສະທາງວິຊາຊີບເຫຼົ່ານີ້ໝາຍເຖິງຫຍັງໂດຍສະເພາະ? ໃຫ້ເຮົາມາອະທິບາຍເລື່ອງນີ້. ຖ້າຄົນໃດໜຶ່ງມັກແຕ້ມຮູບ ແລະ ສົນໃຈໃນການສ້າງສັນສິລະປະ, ແຕ່ວ່າມັນບໍ່ແມ່ນວິຊາຊີບຂອງພວກເຂົາ ແລະ ພວກເຂົາຂາດຄວາມຮູ້ໃນຂົງເຂດນີ້, ພຽງແຕ່ມັກມັນຊື່ໆ, ມັນເໝາະສົມບໍທີ່ຈະເລືອກຄົນເຊັ່ນນັ້ນເປັນຜູ້ກຳກັບດູແລຂອງທີມສິລະປະ? (ບໍ່ເໝາະສົມ.) ບາງຄົນເວົ້າວ່າ: “ຖ້າລາວມັກສ້າງສັນສິລະປະ, ລາວກໍສາມາດເຮັດວຽກນັ້ນ ແລະ ຮຽນຮູ້ກ່ຽວກັບມັນໄປເທື່ອລະໜ້ອຍ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່.) ມີຂໍ້ຍົກເວັ້ນໜຶ່ງຕໍ່ເລື່ອງນີ້, ນັ້ນກໍຄືຖ້າທຸກຄົນໃນທີມງານສິລະປະກໍບໍ່ຄຸ້ນເຄີຍກັບວິຊາຊີບນີ້ເຊັ່ນກັນ ແລະ ຄົນຜູ້ນີ້ຮູ້ຫຼາຍກວ່າໜ້ອຍໜຶ່ງ ແລະ ຮຽນຮູ້ໄດ້ໄວກວ່າຄົນອື່ນ. ແລ້ວການເລືອກລາວຈະຂ້ອນຂ້າງເໝາະສົມບໍ? (ແມ່ນ.) ນອກເໜືອຈາກສະຖານະການນີ້, ສົມມຸດວ່າໃນບັນດາຜູ້ທີ່ກ່ຽວຂ້ອງກັບການສ້າງສັນສິລະປະທັງໝົດ, ມີພຽງແຕ່ຄົນຜູ້ນີ້ທີ່ບໍ່ຮູ້ວິຊາຊີບ, ແຕ່ລາວຖືກເລືອກຍ້ອນວ່າລາວເຂົ້າໃຈຄວາມຈິງ ແລະ ມັກສ້າງສັນສິລະປະ, ນັ້ນເໝາະສົມບໍ? (ບໍ່ເໝາະສົມ.) ເປັນຫຍັງຈຶ່ງບໍ່ເໝາະສົມ? ເພາະວ່າລາວບໍ່ແມ່ນຕົວເລືອກທຳອິດ ຫຼື ຕົວເລືອກດຽວ. ແລ້ວຜູ້ກຳກັບດູແລປະເພດນີ້ຄວນຖືກຄັດເລືອກແນວໃດ? ພວກເຂົາຄວນຖືກເລືອກຈາກບັນດາຜູ້ທີ່ມີຄວາມຊຳນານ ແລະ ມີປະສົບການຫຼາຍທີ່ສຸດໃນວິຊາຊີບ; ນັ້ນກໍຄື, ພວກເຂົາຕ້ອງເປັນຜູ້ຊ່ຽວຊານ, ມີທັງທັກສະທາງວິຊາຊີບ ແລະ ຄວາມສາມາດໃນການເຮັດວຽກ, ບໍ່ໃຫ້ເລືອກຄົນນອກວົງການ. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ຜູ້ນັ້ນຕ້ອງມີພາລະ, ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ສາມາດເຂົ້າໃຈຄວາມຈິງໄດ້. ພວກເຂົາຍັງຕ້ອງມີພື້ນຖານຢ່າງໜ້ອຍໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຫຼັກການສຳຄັນຄື: ໜຶ່ງ, ພວກເຂົາຕ້ອງມີຄວາມສາມາດໃນການເຮັດວຽກ; ສອງ, ພວກເຂົາຕ້ອງເຂົ້າໃຈວິຊາຊີບ; ແລະ ສາມ, ພວກເຂົາຕ້ອງມີຄວາມເຂົ້າໃຈຝ່າຍວິນຍານ ແລະ ສາມາດເຂົ້າໃຈຄວາມຈິງໄດ້. ຈົ່ງໃຊ້ເກນສາມຂໍ້ນີ້ເພື່ອຄັດເລືອກຜູ້ກຳກັບດູແລໃນວຽກຕ່າງໆ.
ການສະແດງອອກຂອງຜູ້ນໍາປອມຕໍ່ຜູ້ກຳກັບດູແລວຽກງານຕ່າງໆ
ຫຼັງຈາກທີ່ຄັດເລືອກຜູ້ກຳກັບດູແລຂອງວຽກສະເພາະຕ່າງໆແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນປ່ອຍມືບໍ່ສົນໃຈ; ພວກເຂົາຍັງຕ້ອງໄດ້ອົບຮົມ ແລະ ຝຶກຝົນຜູ້ກຳກັບດູແລເຫຼົ່ານີ້ເປັນໄລຍະເວລາໜຶ່ງ ເພື່ອເບິ່ງວ່າບຸກຄົນທີ່ພວກເຂົາເລືອກນັ້ນສາມາດແບກຮັບວຽກງານຢ່າງແທ້ຈິງ ແລະ ເຮັດໃຫ້ວຽກງານດຳເນີນໄປຢ່າງຖືກຕ້ອງໄດ້ ຫຼື ບໍ່. ນັ້ນຄືຄວາມໝາຍຂອງການເຮັດໜ້າທີ່ຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ. ສົມມຸດວ່າ ໃນເວລາຄັດເລືອກ, ເຈົ້າເຫັນວ່າຜູ້ສະໝັກຂອງທ່ານນັ້ນເຂົ້າໃຈວິຊາຊີບຂອງພວກເຂົາ, ມີຄວາມສາມາດໃນການເຮັດວຽກ, ມີພາລະຢູ່ແດ່, ແລະ ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຄວາມສາມາດໃນການເຂົ້າໃຈຄວາມຈິງ, ແລະ ເຈົ້າຄິດວ່າທຸກຢ່າງຈະເປັນໄປດ້ວຍດີ ເພາະວ່າພວກເຂົາມີຄຸນສົມບັດໃນດ້ານເຫຼົ່ານີ້ ແລະ ເວົ້າວ່າ: “ພວກເຈົ້າສາມາດເລີ່ມເຮັດວຽກໄດ້; ຂ້ານ້ອຍໄດ້ບອກຫຼັກການທັງໝົດໃຫ້ພວກເຈົ້າແລ້ວ. ນັບແຕ່ນີ້ໄປ, ພຽງແຕ່ເຮັດຕາມທີ່ເຮືອນຂອງພຣະເຈົ້າສັ່ງສອນໃຫ້ພວກເຈົ້າເຮັດເອງ”. ນີ້ແມ່ນວິທີການດຳເນີນວຽກງານທີ່ຍອມຮັບໄດ້ບໍ? ເມື່ອເຈົ້າໄດ້ຈັດແຈງຜູ້ກຳກັບດູແລແລ້ວ, ນັ້ນໝາຍຄວາມວ່າເຈົ້າສາມາດປ່ອຍປະລະເລີຍໄດ້ເລີຍບໍ? (ບໍ່, ບໍ່ແມ່ນ.) ແລ້ວຄວນເຮັດແນວໃດ? ສົມມຸດວ່າ ຜູ້ນໍາຄົນໜຶ່ງເຕົ້າໂຮມກັບບັນດາຜູ້ກຳກັບດູແລສອງຄັ້ງຕໍ່ອາທິດ, ໂອ້ລົມຄວາມຈິງກັບພວກເຂົາ ແລະ ກໍມີພຽງເທົ່ານັ້ນ, ໂດຍເຊື່ອວ່າ ເພາະຜູ້ກຳກັບດູແລເຫຼົ່ານັ້ນລ້ວນແລ້ວແຕ່ມີຄວາມຫ້າວຫັນ, ເຊື່ອຖືໄດ້ ແລະ ສາມາດເຂົ້າໃຈສິ່ງທີ່ຄົນອື່ນເວົ້າ, ດັ່ງນັ້ນ ພວກເຂົາຈຶ່ງສາມາດປະຕິບັດຕາມຄວາມຈິງໄດ້. ຜູ້ນໍາຄົນນີ້ຄິດວ່າຕົນບໍ່ຈຳເປັນຕ້ອງກວດກາ ຫຼື ຕິດຕາມວ່າຜູ້ກຳກັບດູແລເຫຼົ່ານີ້ເຮັດວຽກຂອງພວກເຂົາໂດຍສະເພາະແນວໃດ, ພວກເຂົາຮ່ວມມືກັນຢ່າງກົມກຽວ ຫຼື ບໍ່, ພວກເຂົາໄດ້ກຳແໜ້ນທັກສະທາງວິຊາຊີບໃນໄລຍະເວລານີ້ ຫຼື ບໍ່ ຫຼື ພວກເຂົາໄດ້ເຮັດວຽກງານທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ສຳເລັດໄປຫຼາຍສໍ່າໃດແລ້ວ. ນີ້ແມ່ນວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດການກັບວຽກງານບໍ? (ບໍ່, ບໍ່ແມ່ນ.) ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກຂອງພວກເຂົາ. ພວກເຂົາຈະເຮັດເທື່ອດຽວໃຫ້ແລ້ວໆໄປ, ພວກເຂົາຈັດແຈງຜູ້ກຳກັບດູແລ ແລະ ຈັດຕັ້ງທີມງານທີ່ມີສະມາຊິກສອງສາມຄົນ, ແລ້ວກໍເວົ້າວ່າ: “ເລີ່ມເຮັດວຽກສາ. ຖ້າພວກເຈົ້າຕ້ອງການອຸປະກອນໃດໆ, ໃຫ້ບອກຂ້ອຍ, ແລ້ວເຮືອນຂອງພຣະເຈົ້າຈະຊື້ມັນໃຫ້ພວກເຈົ້າ. ຖ້າພວກເຈົ້າພົບຄວາມຫຍຸ້ງຍາກໃດໆໃນຊີວິດປະຈຳວັນ ຫຼື ບັນຫາໃດໆ, ກໍສາມາດຍົກຂຶ້ນມາໄດ້, ແລ້ວເຮືອນຂອງພຣະເຈົ້າຈະແກ້ໄຂໃຫ້ພວກເຈົ້າສະເໝີ. ຖ້າພວກເຈົ້າບໍ່ມີຄວາມຫຍຸ້ງຍາກໃດໆ, ກໍໃຫ້ເອົາໃຈໃສ່ວຽກງານຂອງພວກເຈົ້າ. ຢ່າກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ຢ່າເວົ້າຄຳສວຍງາມໄຮ້ສາລະໃດໆ”. ຜູ້ນໍາປອມຈັດແຈງໃຫ້ຄົນເຫຼົ່ານີ້ເຮັດວຽກຮ່ວມກັນ ແລະ ຄິດວ່າຕາບໃດທີ່ພວກເຂົາມີອາຫານ, ເຄື່ອງດື່ມ ແລະ ທີ່ພັກອາໄສ, ນັ້ນກໍພຽງພໍແລ້ວ ແລະ ບໍ່ຈຳເປັນຕ້ອງໃສ່ໃຈພວກເຂົາ. ເມື່ອເບື້ອງເທິງຖາມວ່າ: “ດົນປານໃດແລ້ວນັບຕັ້ງແຕ່ຜູ້ກຳກັບດູແລສຳລັບວຽກງານນີ້ຖືກຄັດເລືອກ? ວຽກງານຄືບໜ້າໄປແນວໃດແລ້ວ?” ພວກເຂົາກໍຕອບວ່າ: “ຫົກເດືອນແລ້ວ. ພວກເຮົາໄດ້ຈັດການເຕົ້າໂຮມໃຫ້ພວກເຂົາປະມານ 10 ຄັ້ງ ແລະ ເບິ່ງຄືວ່າພວກເຂົາມີກຳລັງໃຈດີ ແລະ ວຽກງານກໍກຳລັງດຳເນີນຢູ່”. ເມື່ອເບື້ອງເທິງຖາມວ່າ: “ແລ້ວຄວາມສາມາດໃນການເຮັດວຽກຂອງຜູ້ກຳກັບດູແລເປັນແນວໃດ?” ພວກເຂົາກໍເວົ້າວ່າ: “ກໍໃຊ້ໄດ້ຢູ່; ຕອນທີ່ພວກເຮົາຄັດເລືອກພວກເຂົາ, ພວກເຂົາແມ່ນຄົນທີ່ດີທີ່ສຸດ”. ເບື້ອງເທິງຖາມພວກເຂົາວ່າ: “ຕອນນີ້ສະພາບຂອງພວກເຂົາເປັນແນວໃດແລ້ວ? ພວກເຂົາສາມາດເຮັດວຽກງານຕົວຈິງໄດ້ບໍ?” ພວກເຂົາກໍຕອບວ່າ: “ຂ້ານ້ອຍໄດ້ຈັດການເຕົ້າໂຮມໃຫ້ພວກເຂົາ”. ເບື້ອງເທິງຕອບວ່າ: “ເຮົາບໍ່ໄດ້ຖາມວ່າເຈົ້າໄດ້ຈັດການເຕົ້າໂຮມ ຫຼື ບໍ່; ເຮົາຖາມວ່າວຽກງານຂອງພວກເຂົາເປັນແນວໃດ”. ພວກເຂົາເວົ້າວ່າ: “ຄົງຈະດີຢູ່; ບໍ່ມີໃຜລາຍງານສິ່ງທີ່ບໍ່ດີກ່ຽວກັບພວກເຂົາ”. ເບື້ອງເທິງຕອບວ່າ: “ການທີ່ບໍ່ມີໃຜລາຍງານສິ່ງທີ່ບໍ່ດີກ່ຽວກັບພວກເຂົາບໍ່ແມ່ນມາດຕະຖານ. ເຈົ້າຕ້ອງເບິ່ງວ່າຄວາມສາມາດໃນການເຮັດວຽກ ແລະ ທັກສະທາງວິຊາຊີບຂອງພວກເຂົາເປັນແນວໃດ ແລະ ເບິ່ງວ່າພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່ ແລະ ພວກເຂົາເຮັດວຽກງານຕົວຈິງ ຫຼື ບໍ່”. ພວກເຂົາຕອບວ່າ: “ໃນເວລາຄັດເລືອກ, ເບິ່ງຄືວ່າພວກເຂົາກໍໃຊ້ໄດ້. ຫຼາຍມື້ມານີ້ ຂ້ານ້ອຍບໍ່ໄດ້ສອບຖາມລາຍລະອຽດເຫຼົ່ານີ້. ຖ້າທ່ານຢາກຮູ້, ເຮົາຈະຖາມອີກຄັ້ງ”. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ. ພວກເຂົາສືບຕໍ່ຈັດການເຕົ້າໂຮມ ແລະ ໂອ້ລົມຢ່າງບໍ່ມີວັນສິ້ນສຸດກັບຜູ້ທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາ, ແຕ່ເມື່ອເວົ້າເຖິງເບື້ອງເທິງ, ພວກເຂົາກໍເວົ້າບ່າຍບ່ຽງ ແລະ ຕອບແບບພໍເປັນພິທີ. ຄຳຕອບແບບພໍເປັນພິທີທີ່ດີທີ່ສຸດຂອງພວກເຂົາກໍຄືການເວົ້າວ່າ: “ຂ້ານ້ອຍໄດ້ຈັດການເຕົ້າໂຮມໃຫ້ພວກເຂົາ. ຄັ້ງທີ່ແລ້ວ, ຂ້ານ້ອຍໄດ້ຖາມກ່ຽວກັບວຽກງານ, ຢ່າງລະອຽດພໍສົມຄວນ”. ນີ້ຄືວິທີທີ່ພວກເຂົາຕອບເບື້ອງເທິງ. ຜູ້ນໍາປອມເຫຼົ່ານີ້ກຳລັງເຮັດວຽກງານຕົວຈິງບໍ? ພວກເຂົາໄດ້ລະບຸບັນຫາຕົວຈິງບໍ? ພວກເຂົາໄດ້ແກ້ໄຂບັນຫາເຫຼົ່ານັ້ນບໍ? ຫຼັງຈາກທີ່ຈັດແຈງຜູ້ກຳກັບດູແລແລ້ວ, ຜູ້ນໍາປອມກໍບໍ່ຮູ້ຫຍັງເລີຍກ່ຽວກັບວ່າຜູ້ກຳກັບດູແລໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນສຳເລັດ ຫຼື ມີຄວາມຈົງຮັກພັກດີ ຫຼື ບໍ່, ວຽກງານດຳເນີນໄປແນວໃດ, ຜົນໄດ້ຮັບດີ ຫຼື ບໍ່ດີ, ອ້າຍເອື້ອຍນ້ອງລາຍງານກ່ຽວກັບພວກເຂົາແນວໃດ ຫຼື ມີບຸກຄົນທີ່ເໝາະສົມກວ່ານີ້ສຳລັບວຽກງານ ຫຼື ບໍ່. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ເລື່ອງເຫຼົ່ານີ້? ເພາະວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງນີ້; ພວກເຂົາເອົາແຕ່ຫຍຸ້ງກັບເລື່ອງໄຮ້ສາລະ. ພວກເຂົາຄິດວ່າມັນບໍ່ຈຳເປັນທີ່ຈະຕ້ອງຊີ້ນໍາ ແລະ ກວດກາວຽກງານແບບນີ້ຢູ່ຕະຫຼອດ, ວ່າການເຮັດແບບນັ້ນຈະໝາຍຄວາມວ່າພວກເຂົາຂາດຄວາມໄວ້ວາງໃຈໃນຜູ້ກຳກັບດູແລເຫຼົ່ານັ້ນ. ໃນຄວາມຄິດຂອງພວກເຂົາ, ການຈັດການເຕົ້າໂຮມຄືການເຮັດໜ້າທີ່ຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ແລະ ສະແດງອອກເຖິງຄວາມຈົງຮັກພັກດີ. ນີ້ຄືການສະແດງອອກທີ່ສຳຄັນຂອງຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງ.
I. ຜູ້ນໍາປອມປະຕິບັດຕໍ່ຜູ້ກຳກັບດູແລທີ່ບໍ່ເຮັດວຽກງານທີ່ແທ້ຈິງແນວໃດ
ຜູ້ນໍາປອມຈະຫຼັບຫູຫຼັບຕາສຳລັບສະຖານະການຕ່າງໆຂອງຜູ້ກຳກັບດູແລໃນວຽກທຸກປະເພດໃນຄຣິສຕະຈັກ, ພວກເຂົາບໍ່ເຂົ້າໃຈສະຖານະການເຫຼົ່ານີ້, ບໍ່ກວດສອບ, ບໍ່ຈັດການ ແລະ ບໍ່ແກ້ໄຂ. ມີສະຖານະການສະເພາະໃດແດ່ຂອງຜູ້ກຳກັບດູແລ? ທຳອິດແມ່ນເມື່ອຜູ້ກຳກັບດູແລບໍ່ມີພາລະ ແລະ ກິນ, ດື່ມ ແລະ ສະແຫວງຫາຄວາມບັນເທີງ, ໂດຍທີ່ບໍ່ເອົາການເອົາງານ ຫຼື ເຮັດວຽກງານຕົວຈິງ. ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? (ແມ່ນ.) ບາງຄົນມີຄວາມສາມາດໃນການເຮັດວຽກ, ຊຳນານໃນວິຊາຊີບ ແລະ ພວກເຂົາກໍເກັ່ງທີ່ສຸດ; ພວກເຂົາເວົ້າເກັ່ງ ແລະ ສະຫຼາດ ແລະ ຖ້າຖືກຂໍໃຫ້ເວົ້າຄຳສັ່ງຄືນ ພວກເຂົາກໍສາມາດເຮັດໄດ້ໂດຍບໍ່ຂາດຄຳໃດ, ພວກເຂົາສະຫຼາດພໍ; ພວກເຂົາໄດ້ຮັບການປະເມີນທີ່ດີພໍສົມຄວນຈາກທຸກຄົນ ແລະ ພວກເຂົາກໍເປັນຜູ້ເຊື່ອມາເປັນເວລາພໍສົມຄວນແລ້ວ. ດ້ວຍເຫດນີ້, ພວກເຂົາຈຶ່ງຖືກເລືອກໃຫ້ເປັນຜູ້ກຳກັບດູແລ. ແນວໃດກໍຕາມ, ບໍ່ມີໃຜຮູ້ວ່າຜູ້ຄົນເຫຼົ່ານີ້ເປັນຄົນທີ່ເນັ້ນການກະທຳຕົວຈິງ, ສາມາດຈ່າຍລາຄາໄດ້ ຫຼື ສາມາດເຮັດວຽກງານຕົວຈິງໄດ້ ຫຼື ບໍ່. ເນື່ອງຈາກຜູ້ຄົນເລືອກພວກເຂົາ, ໃນເບື້ອງຕົ້ນພວກເຂົາຈຶ່ງໄດ້ຮັບການສົ່ງເສີມເພື່ອຮັບການເພາະປູກ ແລະ ນຳໃຊ້ໃນໄລຍະທົດລອງ. ແນວໃດກໍຕາມ, ຫຼັງຈາກທີ່ເຮັດວຽກໄດ້ໄລຍະໜຶ່ງ, ກໍພົບວ່າເຖິງແມ່ນຈະມີທັກສະທາງວິຊາຊີບ ແລະ ປະສົບການ, ແຕ່ພວກເຂົາກໍມັກກິນ ແລະ ຂີ້ຄ້ານເຮັດວຽກ ແລະ ບໍ່ເຕັມໃຈທີ່ຈະຈ່າຍລາຄາ. ພວກເຂົາເຊົາເຮັດວຽກທັນທີທີ່ມັນເມື່ອຍໜ້ອຍໜຶ່ງ ແລະ ພວກເຂົາບໍ່ຢາກໃສ່ໃຈໃຜທີ່ມີບັນຫາ ຫຼື ຄວາມຫຍຸ້ງຍາກທີ່ຕ້ອງການການຊີ້ນໍາຈາກພວກເຂົາ. ໃນຕອນເຊົ້າ, ທັນທີທີ່ພວກເຂົາມືນຕາຂຶ້ນ ພວກເຂົາກໍຄິດວ່າ: “ມື້ນີ້ຈະກິນຫຍັງເດ? ຫ້ອງຄົວບໍ່ໄດ້ເຮັດໝູຫົງຊາວ (ໝູຕົ້ມຊີອີ້ວແບບຈີນ) ໃຫ້ກິນມາຫຼາຍມື້ແລ້ວ”. ໂດຍປົກກະຕິ, ພວກເຂົາມັກຈະເວົ້າກັບຄົນອື່ນສະເໝີວ່າ: “ອາຫານວ່າງຢູ່ບ້ານເກີດຂອງຂ້ອຍແຊບຫຼາຍ; ພວກເຮົາເຄີຍອອກໄປກິນໃນທຸກໆເທດສະການ. ຕອນທີ່ຂ້ອຍຢູ່ໂຮງຮຽນ, ໃນທ້າຍອາທິດ ຂ້ອຍເຄີຍນອນຈົນຕື່ນເອງ, ແລ້ວກໍໄປກິນເຂົ້າໂດຍບໍ່ຕ້ອງລ້າງໜ້າ ຫຼື ຫວີຜົມ. ໃນຕອນບ່າຍ, ຂ້ອຍຈະນຸ່ງຊຸດນອນຫຼິ້ນວິດີໂອເກມຢູ່ໃນເຮືອນ, ບາງຄັ້ງກໍຈົນຮອດ 5 ໂມງເຊົ້າຂອງມື້ຕໍ່ມາ. ດຽວນີ້, ວຽກງານໃນເຮືອນຂອງພຣະເຈົ້າໄດ້ບັງຄັບຂ້ອຍມາເຖິງຈຸດນີ້ ແລະ ໃນຖານະຜູ້ກຳກັບດູແລ, ຂ້ອຍຕ້ອງເຮັດບາງຢ່າງ. ເບິ່ງແມ້ວ່າພວກເຈົ້າສະບາຍສໍ່າໃດ; ພວກເຈົ້າບໍ່ຕ້ອງຈ່າຍລາຄານີ້. ໃນຖານະຜູ້ກຳກັບດູແລ, ຂ້ອຍຕ້ອງສາມາດທົນທຸກລຳບາກໄດ້”. ພວກເຂົາເວົ້າແບບນີ້, ແຕ່ພວກເຂົາກະບົດຕໍ່ເນື້ອໜັງບໍ? ພວກເຂົາຈ່າຍລາຄາບໍ? ພວກເຂົາມີແຕ່ຄຳຈົ່ມວ່າເຕັມທ້ອງ ແລະ ພວກເຂົາບໍ່ເຕັມໃຈທີ່ຈະເຮັດວຽກງານຕົວຈິງໃດໆ, ຕ້ອງໃຫ້ດັນຈຶ່ງໄປ ແລະ ຖ້າບໍ່ມີການຊີ້ນໍາ, ພວກເຂົາກໍຈະເຮັດພໍແລ້ວມືແລ້ວຕີນ. ໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາເອື່ອຍເຊື່ອຍ ແລະ ບໍ່ມີວິໄນ, ພວກເຂົາມັກຈະເຈົ້າເລ່ ແລະ ຂີ້ຄ້ານ ແລະ ພວກເຂົາບໍ່ມີຄວາມຮັບຜິດຊອບແມ່ນແຕ່ໜ້ອຍດຽວ. ເມື່ອເວົ້າເຖິງບັນຫາທາງວິຊາຊີບທີ່ພວກເຂົາສັງເກດເຫັນ, ພວກເຂົາກໍບໍ່ໄດ້ແກ້ໄຂໃຫ້ຄົນອື່ນ ແລະ ພວກເຂົາຈະດີໃຈເມື່ອທຸກຄົນເຮັດແບບພໍເປັນພິທີຄືກັບພວກເຂົາ. ພວກເຂົາບໍ່ຢາກໃຫ້ໃຜເອົາຈິງເອົາຈັງກັບວຽກງານ. ຜູ້ກຳກັບດູແລບາງຄົນເຮັດວຽກງານສອງສາມຢ່າງທີ່ຕົນມີຢູ່ໃນມືໃຫ້ສຳເລັດແບບສະບາຍໆ ແລະ ເຮັດແບບພໍເປັນພິທີ, ຈາກນັ້ນພວກເຂົາກໍເລີ່ມເບິ່ງຊີຣີໄປແບບຕໍ່ເນື່ອງບໍ່ຢຸດ. ແມ່ນຫຍັງຄືເຫດຜົນຂອງພວກເຂົາໃນການເບິ່ງຊີຣີ? “ຂ້ອຍເຮັດໜ້າວຽກຂອງຂ້ອຍສຳເລັດແລ້ວ; ຂ້ອຍບໍ່ໄດ້ກິນເຂົ້າຂອງເຮືອນພຣະເຈົ້າລ້າໆ. ຂ້ອຍພຽງແຕ່ຜ່ອນຄາຍເພື່ອໃຫ້ສະໝອງປອດໂປ່ງ. ຖ້າບໍ່ດັ່ງນັ້ນ, ຂ້ອຍຈະເມື່ອຍເກີນໄປ ແລະ ປະສິດທິພາບການເຮັດວຽກຂອງຂ້ອຍກໍຈະຫຼຸດລົງ. ໃຫ້ຂ້ອຍຜ່ອນຄາຍຈັກໜ້ອຍ ເພື່ອປັບປຸງປະສິດທິພາບການເຮັດວຽກຂອງຂ້ອຍ”. ພວກເຂົາສືບຕໍ່ເບິ່ງຊີຣີຈົນຮອດ 2 ຫຼື 3 ໂມງເຊົ້າ. ເມື່ອທຸກຄົນກິນເຂົ້າເຊົ້າສຳເລັດໃນມື້ຕໍ່ມາເວລາ 8 ໂມງເຊົ້າ ແລະ ເລີ່ມປະຕິບັດໜ້າທີ່ຂອງຕົນ, ຜູ້ກຳກັບດູແລເຫຼົ່ານີ້ກໍຍັງນອນຫຼັບຢູ່ ແລະ ພວກເຂົາບໍ່ລຸກຈາກຕຽງຈົນຕາເວັນຂຶ້ນສູງແລ້ວ. ຕໍ່ມາ, ພວກເຂົາກໍຝືນໃຈລຸກຂຶ້ນ, ລາກສັງຂານທີ່ຂີ້ຄ້ານຂອງຕົນ, ພ້ອມທັງບິດຂີ້ຄ້ານ ແລະ ຫາວ, ແລະ ເມື່ອພວກເຂົາເຫັນວ່າທຸກຄົນເລີ່ມເຮັດວຽກແລ້ວ, ພວກເຂົາກໍຢ້ານວ່າຄົນອື່ນຈະສັງເກດເຫັນຄວາມຂີ້ຄ້ານຂອງຕົນ ແລະ ເລີ່ມຊອກຫາຂໍ້ອ້າງວ່າ: “ຂ້ອຍນອນເດິກເກີນໄປເມື່ອຄືນນີ້, ຂ້ອຍມີວຽກຫຼາຍເກີນໄປ, ປະລິມານວຽກໜັກເກີນໄປ. ຂ້ອຍເມື່ອຍໜ້ອຍໜຶ່ງ. ຂ້ອຍເຖິງກັບຝັນເມື່ອຄືນນີ້ວ່າມີບັນຫາກັບວຽກງານບາງຢ່າງ. ເມື່ອຂ້ອຍຕື່ນເຊົ້ານີ້, ມືຂອງຂ້ອຍຍັງຢູ່ໃນທ່າພິມຄອມພິວເຕີຢູ່. ສະໝອງຂອງຂ້ອຍມຶນແທ້ໆ ແລະ ຂ້ອຍຕ້ອງນອນເວັນໃນຕອນບ່າຍນີ້”. ພວກເຂົາຕື່ນສວາຍຂະໜາດນີ້ ຕອນບ່າຍຍັງຈະຂໍນອນເວັນອີກ, ນີ້ບໍ່ແມ່ນກາຍເປັນໝູແລ້ວບໍ? ພວກເຂົາກຽດຄ້ານຢ່າງເຫັນໄດ້ຊັດ, ແຕ່ພວກເຂົາກໍຍັງຫາຂໍ້ອ້າງເພື່ອແກ້ຕົວ ແລະ ສະແດງຄວາມບໍລິສຸດຂອງຕົນ, ໂດຍອ້າງວ່າພວກເຂົາເມື່ອຍເພາະວ່າພວກເຂົາປະຕິບັດໜ້າທີ່ຈົນເດິກ. ພວກເຂົາເບິ່ງຊີຣີຢ່າງເຫັນໄດ້ຊັດ, ເພີດເພີນກັບຄວາມສະບາຍທາງເນື້ອໜັງ ແລະ ໃຊ້ຊີວິດໄປວັນໆແບບໄຮ້ສະຕິ, ແຕ່ໃນທີ່ສຸດ ພວກເຂົາກໍຍັງຊອກຫາຂໍ້ອ້າງທີ່ຟັງແລ້ວດີເພື່ອຫຼອກລວງຄົນອື່ນ. ນີ້ບໍ່ແມ່ນການບໍ່ເອົາການເອົາງານຂອງພວກເຂົາບໍ? (ແມ່ນແລ້ວ.) ຄົນແບບນີ້ອາດຈະມີຄວາມສາມາດໃນການເຮັດວຽກ ແລະ ທັກສະທາງວິຊາຊີບ, ແຕ່ພວກເຂົາໄດ້ມາດຕະຖານໃນຖານະຜູ້ກຳກັບດູແລບໍ? ເຫັນໄດ້ຊັດວ່າບໍ່. ພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ກຳກັບດູແລ ເພາະວ່າພວກເຂົາຂີ້ຄ້ານເກີນໄປ, ພວກເຂົາເພີດເພີນກັບຄວາມສະບາຍທາງເນື້ອໜັງ, ພວກເຂົາມັກກິນ, ມັກນອນ ແລະ ມັກຄວາມບັນເທີງ, ແລະ ພວກເຂົາບໍ່ສາມາດແບກຮັບ ຫຼື ເຮັດໜ້າທີ່ຮັບຜິດຊອບຂອງຜູ້ກຳກັບດູແລໃຫ້ສຳເລັດໄດ້.
ແມ່ຍິງບາງຄົນມັກຈະເບິ່ງເສື້ອຜ້າ, ເກີບ, ເຄື່ອງສຳອາງ ແລະ ອາຫານທາງອອນລາຍ ແລະ ຫຼັງຈາກທີ່ເບິ່ງແລ້ວ, ພວກເຂົາກໍເລີ່ມເບິ່ງຊີຣີ. ມີຄົນເວົ້າວ່າ: “ເປັນຫຍັງເຈົ້າຈຶ່ງເບິ່ງຊີຣີທັງທີ່ຍັງເຮັດວຽກບໍ່ແລ້ວ? ຍິ່ງໄປກວ່ານັ້ນ, ຄົນອື່ນຍັງມີບັນຫາອີກຫຼາຍຢ່າງ. ໃນຖານະຜູ້ກຳກັບດູແລ, ເຈົ້າຄວນໃຫ້ການຊີ້ນໍາແກ່ພວກເຂົາ. ເປັນຫຍັງເຈົ້າຈຶ່ງບໍ່ເຮັດໜ້າທີ່ຮັບຜິດຊອບຂອງເຈົ້າໃຫ້ສຳເລັດ?” ຜູ້ຍິງເຫຼົ່ານີ້ເວົ້າວ່າ: “ການເບິ່ງຊີຣີກໍເປັນສ່ວນໜຶ່ງຂອງວຽກງານຂອງຂ້ອຍ. ວິດີໂອ ແລະ ຮູບເງົາຂອງເຮືອນພຣະເຈົ້າຕ້ອງມີການພັດທະນາ ແລະ ຂ້ອຍຕ້ອງຊອກຫາແຮງບັນດານໃຈຈາກຊີຣີເຫຼົ່ານີ້!” ນີ້ບໍ່ແມ່ນຄຳເວົ້າທີ່ຫຼອກລວງບໍ? ຖ້າເຈົ້າເຮັດວຽກໃນສາຍອາຊີບນີ້, ການເບິ່ງຊີຣີເປັນບາງຄັ້ງຄາວເພື່ອຊອກຫາແຮງບັນດານໃຈກໍເປັນທີ່ຍອມຮັບໄດ້, ແຕ່ການຕິດຊີຣີທັງເວັນທັງຄືນເພື່ອຊອກຫາແຮງບັນດານໃຈນັ້ນແມ່ນ ຫຼື ບໍ່? ນັ້ນບໍ່ແມ່ນການຫຼອກລວງບໍ? (ແມ່ນແລ້ວ.) ທຸກຄົນຮູ້ວ່າເກີດຫຍັງຂຶ້ນ, ດັ່ງນັ້ນການເວົ້າເຊັ່ນນັ້ນຈຶ່ງເປັນການຂາຍສັກສີ ແລະ ຄວາມຊື່ສັດຂອງເຈົ້າ. ບາງຄົນມີນິໄສມັກຫຼິ້ນວິດີໂອເກມຢູ່ແລ້ວ ແລະ ມັນໄດ້ກາຍເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາໄປແລ້ວ. ແນວໃດກໍຕາມ, ຫຼັງຈາກທີ່ໄດ້ຮັບເລືອກໃຫ້ເປັນຜູ້ກຳກັບດູແລແລ້ວ, ພວກເຂົາບໍ່ຄວນປ່ຽນນິໄສທີ່ບໍ່ດີ ແລະ ຂໍ້ເສຍເຫຼົ່ານີ້ບໍ? (ແມ່ນ.) ຖ້າເຈົ້າບໍ່ສາມາດກະບົດຕໍ່ພວກມັນໄດ້, ເມື່ອເຈົ້າໄດ້ຮັບເລືອກໃຫ້ເປັນຜູ້ກຳກັບດູແລ, ເຈົ້າຄວນເວົ້າວ່າ: “ຂ້ານ້ອຍບໍ່ສາມາດແບກຮັບວຽກງານນີ້ໄດ້. ຂ້ານ້ອຍຕິດວິດີໂອເກມ. ເວລາທີ່ຂ້ານ້ອຍຫຼິ້ນ, ຂ້ານ້ອຍສາມາດຫຼິ້ນຈົນລືມໂຕ, ໃຜກໍບໍ່ສາມາດຫ້າມໄດ້ ແລະ ໃຜກໍເວົ້າບໍ່ຟັງ. ຖ້າພວກເຈົ້າເລືອກຂ້ານ້ອຍ, ມັນຈະເຮັດໃຫ້ວຽກງານຊັກຊ້າຢ່າງແນ່ນອນ. ສະນັ້ນ ພວກເຈົ້າກໍຢ່າຟ້າວເລືອກຂ້ານ້ອຍມາເປັນຜູ້ກຳກັບດູແລເລີຍ”. ຖ້າເຈົ້າບໍ່ໄດ້ແຈ້ງເລື່ອງນີ້ໃຫ້ຮູ້ລ່ວງໜ້າ ແລະ ຮູ້ສຶກພໍໃຈ ແລະ ພູມໃຈຕອນທີ່ຖືກເລືອກເປັນຜູ້ກຳກັບດູແລ ພ້ອມທັງຮູ້ສຶກຫວງແຫນສະຖານະນີ້, ແຕ່ຫຼັງຈາກທີ່ໄດ້ເປັນຜູ້ກຳກັບດູແລແລ້ວ ຢາກຫຼິ້ນແນວໃດກໍຫຼິ້ນຄືເກົ່າ, ແບບນີ້ກໍບໍ່ເໝາະສົມ ແລະ ມັນຈະເຮັດໃຫ້ວຽກງານຊັກຊ້າຢ່າງແນ່ນອນ.
ຜູ້ກຳກັບດູແລບາງຄົນມີນິໄສທີ່ບໍ່ດີບາງຢ່າງ. ເມື່ອອ້າຍເອື້ອຍນ້ອງຄັດເລືອກພວກເຂົາ, ບາງຄົນກໍບໍ່ເຂົ້າໃຈສະຖານະການຂອງພວກເຂົາ, ໃນຂະນະທີ່ຄົນອື່ນເຊື່ອວ່າບຸກຄົນເຫຼົ່ານີ້ສາມາດອຸທິດຕົນເພື່ອພຣະເຈົ້າເຕັມເວລາໄດ້ ແລະ ຄິດວ່ານິໄສທີ່ບໍ່ດີ ແລະ ຄວາມປະພຶດຊົ່ວຮ້າຍຂອງຄົນໜຸ່ມອາດຈະຄ່ອຍໆປ່ຽນແປງໄປຕາມອາຍຸ ແລະ ຄວາມເຂົ້າໃຈໃນຄວາມຈິງທີ່ເພີ່ມຂຶ້ນ. ຫຼາຍຄົນມີທັດສະນະຄະຕິ ແລະ ມຸມມອງແບບນີ້ເມື່ອພວກເຂົາຄັດເລືອກບຸກຄົນເຫຼົ່ານີ້ໃຫ້ເປັນຜູ້ກຳກັບດູແລ. ຫຼັງຈາກທີ່ບຸກຄົນເຫຼົ່ານີ້ຖືກຄັດເລືອກ, ພວກເຂົາກໍໄດ້ເຮັດວຽກງານບາງຢ່າງ, ແຕ່ພວກເຂົາກໍເຮັດໄດ້ບໍ່ດົນກ່ອນທີ່ຈະກາຍເປັນຄົນຄິດລົບ ແລະ ຄິດວ່າ: “ການເປັນຜູ້ກຳກັບດູແລບໍ່ແມ່ນເລື່ອງງ່າຍ. ຂ້ອຍຕ້ອງຕື່ນເຊົ້າ ແລະ ນອນເດິກ ແລະ ຂ້ອຍຕ້ອງເຮັດຫຼາຍກວ່າ ແລະ ສັງເກດຫຼາຍກວ່າຄົນອື່ນໃນທຸກໆດ້ານ. ຂ້ອຍຍັງຕ້ອງກັງວົນຫຼາຍຂຶ້ນ ແລະ ໃຊ້ເວລາ ແລະ ພະລັງງານຂອງຂ້ອຍຫຼາຍຂຶ້ນ. ວຽກນີ້ຍາກ; ມັນເມື່ອຍເກີນໄປ!” ດ້ວຍເຫດນີ້, ພວກເຂົາຈຶ່ງຄິດຢາກຈະປະວຽກ. ຖ້າເຈົ້າບໍ່ມີພາລະ, ເຈົ້າກໍບໍ່ສາມາດເຮັດວຽກງານຂອງຜູ້ກຳກັບດູແລໄດ້. ຖ້າເຈົ້າມີພາລະໃນໃຈ, ເຈົ້າກໍຈະເຕັມໃຈທີ່ຈະເປັນຫ່ວງເປັນໄຍກ່ຽວກັບວຽກງານ ແລະ ເຖິງແມ່ນວ່າເຈົ້າຈະເມື່ອຍກວ່າຄົນອື່ນໜ້ອຍໜຶ່ງ, ເຈົ້າກໍຈະບໍ່ຮູ້ສຶກວ່າເຈົ້າກຳລັງທົນທຸກລຳບາກ. ແມ່ນແຕ່ເມື່ອເຖິງເວລາພັກຜ່ອນ, ເຈົ້າກໍຍັງຈະຄິດວ່າ: “ວຽກງານຂອງມື້ນີ້ເປັນແນວໃດ?” ຖ້າເຈົ້າຈື່ບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂຂຶ້ນມາກະທັນຫັນ, ເຈົ້າກໍຈະນອນບໍ່ຫຼັບ. ຖ້າເຈົ້າມີພາລະໃນໃຈ, ເຈົ້າກໍຈະຄິດກ່ຽວກັບວຽກງານຢູ່ສະເໝີ ແລະ ເຈົ້າຈະບໍ່ສົນໃຈວ່າເຈົ້າກິນດີ ຫຼື ພັກຜ່ອນດີສໍ່າໃດ. ຖ້າຄົນເຮົາມີພາລະໜ້ອຍເກີນໄປໃນຖານະຜູ້ກຳກັບດູແລ, ຄວາມກະຕືລືລົ້ນເລັກນ້ອຍຂອງພວກເຂົາກໍຈະຢູ່ໄດ້ພຽງສອງສາມມື້ ແລະ ເມື່ອເວລາຜ່ານໄປ, ບາງຄົນກໍຈະທົນບໍ່ໄດ້ອີກຕໍ່ໄປ. ພວກເຂົາຄິດວ່າ: “ວຽກນີ້ເມື່ອຍຫຼາຍ. ມີວິທີໃດແດ່ທີ່ຂ້ອຍຈະບັນເທີງຕົນເອງ ແລະ ຜ່ອນຄາຍຈັກໜ້ອຍ? ຂ້ອຍຈະຫຼິ້ນວິດີໂອເກມ”. ພວກເຂົາປະຕິບັດໄດ້ດີໃນໄລຍະສັ້ນໆ, ແຕ່ທັນໃດນັ້ນ ພວກເຂົາກໍຄັນໄມ້ຄັນມືຢາກຫຼິ້ນວິດີໂອເກມ. ພໍໄດ້ເລີ່ມຫຼິ້ນກໍຢຸດບໍ່ໄດ້; ພາລະໜ້ອຍໜຶ່ງທີ່ເຄີຍມີກໍຈະຖືກກັດເຊາະໃນຂະນະທີ່ຫຼິ້ນເກມ, ເຊັ່ນດຽວກັບຄວາມກະຕືລືລົ້ນໃນການອຸທິດຕົນ, ຄວາມຕັ້ງໃຈ ແລະ ທັດສະນະຄະຕິທີ່ເປັນບວກໃນການປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອມີຄົນຖາມຫຍັງພວກເຂົາ, ພວກເຂົາກໍຈະກາຍເປັນຄົນບໍ່ອົດທົນ. ພວກເຂົາອາດຈະລິຮານຄົນ ຫຼື ສັ່ງສອນພວກເຂົາ ແລະ ເວົ້າຈິກ-ເວົ້າກັດ ຫຼື ເຮັດພໍແລ້ວມືແລ້ວຕີນ ແລະ ປະຖິ້ມວຽກງານຂອງພວກເຂົາ. ບໍ່ແມ່ນມີບັນຫາກັບຜູ້ກຳກັບດູແລເຫຼົ່ານີ້ບໍ? (ມີ.) ຕອນກາງເວັນ, ພວກເຂົາກໍເຮັດວຽກແບບຝືນໆໄປໃນຄວາມມຶນໆງົງໆ, ສ່ວນຕອນກາງຄືນ, ກໍລັກຫຼິ້ນວິດີໂອເກມຕອນຄົນອື່ນເຜີ, ບໍ່ໄດ້ນອນໝົດຄືນ. ໃນຕອນເລີ່ມຕົ້ນ, ພວກເຂົາຮູ້ສຶກສະບາຍໃຈກັບມັນ, ໂດຍຄິດວ່າ: “ຂ້ອຍບໍ່ໄດ້ເຮັດໃຫ້ວຽກງານຊັກຊ້າໃນຕອນກາງເວັນ. ຂ້ອຍໄດ້ເຮັດວຽກທັງໝົດທີ່ຂ້ອຍຄວນເຮັດ. ຂ້ອຍໄດ້ແກ້ໄຂບັນຫາທັງໝົດທີ່ຄົນອື່ນຖາມຂ້ອຍ. ເຖິງແມ່ນວ່າຂ້ອຍຈະບໍ່ນອນໃນຕອນກາງຄືນເພື່ອໃຫ້ມີເວລາຫຼິ້ນວິດີໂອເກມ, ທັງໝົດນີ້ບໍ່ໄດ້ນັບວ່າຂ້ອຍຈົງຮັກພັກດີບໍ?” ຜົນກໍຄື, ເມື່ອພວກເຂົາເລີ່ມຫຼິ້ນວິດີໂອເກມ, ພວກເຂົາກໍບໍ່ສາມາດຢຸດໄດ້ ແລະ ພວກເຂົາກໍບໍ່ຟັງໃຜ. ເຖິງແມ່ນວ່າມັນຈະບໍ່ສົ່ງຜົນກະທົບຕໍ່ການພັກຜ່ອນຂອງຄົນອື່ນ ຫຼື ສະພາບແວດລ້ອມໃນການເຮັດວຽກ, ຜູ້ກຳກັບດູແລເຊັ່ນນີ້ຍັງສາມາດແບກຮັບວຽກງານຂອງພວກເຂົາໄດ້ບໍ? ພວກເຂົາສາມາດເຮັດໄດ້ດີບໍ? (ບໍ່ໄດ້.) ເປັນຫຍັງບໍ່ໄດ້? ພວກເຂົາມັກຈະຫຼິ້ນວິດີໂອເກມຕະຫຼອດຄືນໂດຍບໍ່ນອນ ແລະ ຕ້ອງເຮັດວຽກໃນຕອນກາງເວັນ, ຄົນເຮົາຈະມີພະລັງງານຫຼາຍສໍ່າໃດ? ປະສິດທິພາບການເຮັດວຽກຂອງພວກເຂົາຈະສູງບໍ ຖ້າພວກເຂົາຍຶດຕິດກັບການຫຼິ້ນວິດີໂອເກມແບບນີ້? ແນ່ນອນວ່າບໍ່. ສະນັ້ນ, ຜູ້ກຳກັບດູແລເຊັ່ນນີ້ບໍ່ສາມາດເຮັດໜ້າທີ່ຂອງພວກເຂົາໃຫ້ສຳເລັດ ຫຼື ແບກຮັບວຽກງານຂອງພວກເຂົາໄດ້ເລີຍ. ເຖິງແມ່ນວ່າພວກເຂົາຈະມີທັກສະທາງວິຊາຊີບ ແລະ ຄວາມສາມາດຢູ່ແດ່, ພວກເຂົາກໍມັກຫຼິ້ນ ແລະ ບໍ່ເອົາການເອົາງານຂອງພວກເຂົາ. ຜູ້ກຳກັບດູແລເຫຼົ່ານີ້ບໍ່ຄວນຖືກໄລ່ອອກບໍ? ຖ້າພວກເຂົາບໍ່ຖືກໄລ່ອອກ, ວຽກງານກໍຈະຊັກຊ້າ. ບາງຄົນເວົ້າວ່າ: “ຖ້າພວກເຂົາຖືກໄລ່ອອກ, ພວກເຮົາກໍຈະບໍ່ສາມາດຊອກຫາຄົນອື່ນທີ່ມີທັກສະທາງວິຊາຊີບຄືກັບພວກເຂົາໄດ້. ພວກເຮົາຕ້ອງໃຫ້ພວກເຂົາເຮັດວຽກນີ້, ພວກເຂົາຍັງສາມາດແບກຮັບວຽກງານໄດ້ ເຖິງແມ່ນວ່າພວກເຂົາຈະຫຼິ້ນວິດີໂອເກມກໍຕາມ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່, ບໍ່ແມ່ນ.) ຄົນເຮົາບໍ່ສາມາດເອົາໃຈໃສ່ສອງຢ່າງພ້ອມກັນໄດ້; ມະນຸດມີພະລັງງານຈຳກັດ. ຖ້າເຈົ້າໃຊ້ພະລັງງານສ່ວນໃຫຍ່ຂອງເຈົ້າໃນການຫຼິ້ນ, ຄວາມອຸທິດຕົນຂອງເຈົ້າໃນການປະຕິບັດໜ້າທີ່ກໍຈະໄດ້ຮັບຜົນກະທົບ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ຂອງເຈົ້າກໍຈະບໍ່ໄດ້ຜົນເຕັມເມັດເຕັມໜ່ວຍ. ນີ້ຄືທັດສະນະຄະຕິທີ່ບໍ່ຮັບຜິດຊອບຕໍ່ການປະຕິບັດໜ້າທີ່. ເຖິງແມ່ນວ່າຄົນເຮົາຈະເອົາໃຈໃສ່ ແລະ ພະລັງງານທັງໝົດຂອງຕົນໃນໜ້າທີ່, ຜົນໄດ້ຮັບກໍບໍ່ຈຳເປັນທີ່ຈະໄດ້ມາດຕະຖານຮ້ອຍເປີເຊັນ. ມັນຈະຍິ່ງຮ້າຍແຮງກວ່ານັ້ນ ຖ້າເຈົ້າເອົາໃຈໃສ່ ແລະ ພະລັງງານສ່ວນໃຫຍ່ຂອງເຈົ້າໃນການຫຼິ້ນ, ເຈົ້າກໍຈະບໍ່ມີພະລັງງານ ແລະ ຄວາມຄິດເຫຼືອຫຼາຍເພື່ອໃຊ້ໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ຂອງເຈົ້າກໍຈະໄດ້ຮັບຜົນກະທົບ. ການເວົ້າວ່າໄດ້ຮັບຜົນກະທົບນັ້ນເປັນພຽງການເວົ້າເພື່ອຮັກສາໜ້າເທົ່ານັ້ນ; ຕາມຄວາມຈິງແລ້ວ, ປະສິດທິຜົນໃນການປະຕິບັດໜ້າທີ່ຂອງເຈົ້າໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ. ຖ້າພົບເຫັນຜູ້ກຳກັບດູແລເຊັ່ນນີ້, ກໍຄວນປັບປ່ຽນໜ້າທີ່ທີ່ມອບໝາຍໃຫ້ ແລະ ໄລ່ພວກເຂົາອອກໂດຍທັນທີ, ເພາະວ່າພວກເຂົາໃຊ້ການບໍ່ໄດ້ແລ້ວ. ມັນບໍ່ພຽງແຕ່ການປະຕິບັດໜ້າທີ່ຂອງພວກເຂົາບໍ່ໄດ້ມາດຕະຖານເທົ່ານັ້ນ, ພວກເຂົາບໍ່ສາມາດແບກຫາບວຽກງານຂອງພວກເຂົາໄດ້ແລ້ວ ແລະ ບໍ່ສາມາດສົ່ງຜົນກະທົບໃນທາງບວກໃດໆຕໍ່ວຽກງານຂອງພວກເຂົາ. ສະນັ້ນ, ການຊອກຫາຄົນທີ່ຈິງຈັງ ແລະ ຮັບຜິດຊອບມາເຮັດວຽກງານຂອງພວກເຂົາ ເຖິງແມ່ນວ່າຈະມີທັກສະທາງວິຊາຊີບທີ່ຕໍ່າກວ່າໜ້ອຍໜຶ່ງ ກໍຈະເປັນຕົວເລືອກທີ່ດີກວ່າພວກເຂົາ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?