ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (3) ສ່ວນທີ ໜຶ່ງ

ຂໍ້ທີສາມ: ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ (ພາກທີສອງ)

ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມເພີ່ມເຕີມກ່ຽວກັບຄວາມຮັບຜິດຊອບຂໍ້ທີສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເວົ້າເຖິງຄວາມຫຍຸ້ງຍາກຂອງທາງເຂົ້າຂອງຊີວິດວ່າມີຫຍັງແດ່ ແລະ ເປີດໂປງການປະຕິບັດ ແລະ ການສະແດງອອກບາງຢ່າງຂອງຜູ້ນໍາປອມ. ຈາກນັ້ນ, ພວກເຮົາໄດ້ປຶກສາຫາລືສອງສາມເລື່ອງທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂໍ້ທີສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນັ້ນກໍຄື ການໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ ແລະ ໄດ້ເປີດໂປງ ແລະ ໄຈ້ແຍກວ່າ “ຄວາມປອມແປງ” ຂອງຜູ້ນໍາປອມສະແດງອອກຢູ່ໃສ ຜ່ານທັດສະນະຄະຕິ, ການປະຕິບັດ ແລະ ການສະແດງອອກຂອງຜູ້ນໍາປອມຕໍ່ເລື່ອງເຫຼົ່ານີ້, ເວົ້າອີກຢ່າງໜຶ່ງກໍຄື ການສະແດງອອກທີ່ວ່າຜູ້ນໍາປອມລົ້ມເຫຼວໃນການປະຕິບັດຄວາມຮັບຜິດຊອບຂອງຕົນໃນຖານະຜູ້ນໍາ. ຈົ່ງລະບຸເລື່ອງເຫຼົ່ານີ້. (ເລື່ອງໜຶ່ງແມ່ນກ່ຽວກັບການພິມໜັງສືພຣະທຳຂອງພຣະເຈົ້າ. ຜູ້ນໍາປອມຄົນນັ້ນບໍ່ໄດ້ເຮັດວຽກງານທີ່ເປັນຮູບປະທຳ, ພວກເຂົາເວົ້າໄດ້ພຽງແຕ່ທິດສະດີແບບໄຮ້ແກ່ນສານ. ພວກເຂົາຍັງບໍ່ໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງໂດຍສະເພາະ ຫຼື ເຮັດວຽກງານຕົວຈິງແມ່ນແຕ່ໜ້ອຍດຽວ.) ໃນເລື່ອງນີ້, ຜູ້ນໍາປອມຄົນນັ້ນບໍ່ໄດ້ເຮັດວຽກງານຕົວຈິງ, ພວກເຂົາລົ້ມເຫຼວໃນການເຮັດໜ້າທີ່ຮັບຜິດຊອບຂອງຕົນໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຂົາບໍ່ໄດ້ໂອ້ລົມຢ່າງຊັດເຈນກ່ຽວກັບຂໍ້ກຳນົດທາງວິຊາຊີບ, ຫຼັກການສະເພາະ ແລະ ຂໍ້ຄວນລະວັງທີ່ກ່ຽວຂ້ອງກັບວຽກງານ. ພວກເຂົາພຽງແຕ່ຮ້ອງຄຳຂວັນບາງຄຳ ແລະ ເວົ້າຄຳເວົ້າທີ່ໄຮ້ແກ່ນສານ, ແລ້ວກໍຄິດວ່າຕົນເອງເຮັດວຽກໄດ້ດີແລ້ວ. ມີຫຍັງອີກທີ່ພວກເຮົາໄດ້ປຶກສາຫາລືກັນ? (ຍັງມີເຫດການຊື້ເສື້ອກັນໜາວໃຫ້ພຣະເຈົ້າ.) ເຫດການນີ້ໄດ້ເປີດໂປງບັນຫາຫຍັງກ່ຽວກັບຜູ້ນໍາປອມ? (ມັນໄດ້ເປີດໂປງວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພວກເຂົາຂາດຄວາມເປັນມະນຸດ ແລະ ເຫດຜົນຢ່າງສິ້ນເຊີງ.) ເມື່ອມີຄົນຊື້ເສື້ອຜ້າໜຶ່ງໂຕໃຫ້ເຮົາ, ຜູ້ນໍາເຫຼົ່ານັ້ນກໍຊ່ວຍເຮັດການກວດກາ, ນີ້ແມ່ນສ່ວນໜຶ່ງຂອງວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? (ບໍ່, ບໍ່ແມ່ນ.) ພວກເຂົາເຮັດວຽກທີ່ພວກເຂົາບໍ່ຄວນເຮັດ, ມີບັນຫາຫຍັງກັບເລື່ອງນີ້? (ພວກເຂົາບໍ່ເອົາການເອົາງານຂອງພວກເຂົາ.) ນີ້ຄືການສະແດງອອກຢ່າງໜຶ່ງຂອງຜູ້ນໍາປອມ. ກ່ອນອື່ນ, ມັນໄດ້ເປີດໂປງວ່າຜູ້ນໍາປອມບໍ່ເອົາການເອົາງານຂອງພວກເຂົາ ແລະ ສອງ, ມັນໄດ້ເປີດໂປງວ່າພວກເຂົາຂາດເຫດຜົນ ແລະ ເຮັດແຕ່ສິ່ງທີ່ໜ້າລັງກຽດ ເຊິ່ງຂາດທັງເຫດຜົນ ແລະ ຄວາມເປັນມະນຸດ. ພວກເຈົ້າຈື່ໄດ້ພຽງແຕ່ຕົວຢ່າງ, ແຕ່ພວກເຈົ້າບໍ່ໄດ້ເບິ່ງທະລຸເຖິງບັນຫາທີ່ຕົວຢ່າງເຫຼົ່ານີ້ຕັ້ງໃຈຈະສະແດງໃຫ້ເຫັນ ຫຼື ແກ່ນແທ້ຂອງບັນຫາເຫຼົ່ານີ້ທີ່ຕັ້ງໃຈຈະໄຈ້ແຍກ. ມີຕົວຢ່າງອື່ນໃດອີກທີ່ເຮົາໄດ້ຍົກຂຶ້ນມາກ່ຽວກັບການທີ່ຜູ້ນໍາປອມບໍ່ເອົາການເອົາງານຂອງພວກເຂົາ? (ມີຄົນເຮັດເຂົ້າໜົມຜູ້ໜຶ່ງທີ່ເຮັດເຂົ້າໜົມໃຫ້ພຣະເຈົ້າຢູ່ເລື້ອຍໆ. ພຣະເຈົ້າບອກລາວວ່າຢ່າເຮັດ, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກກໍຍັງອະນຸຍາດໃຫ້ລາວເຮັດຕໍ່ໄປ ແລະ ເຖິງຂັ້ນໄດ້ຊີມເຂົ້າໜົມນັ້ນດ້ວຍຕົນເອງ.) ຕົວຢ່າງນີ້ໄດ້ເປີດໂປງບັນຫາຫຍັງຂອງຜູ້ນໍາປອມ? (ການທີ່ພວກເຂົາບໍ່ເອົາການເອົາງານຂອງພວກເຂົາ ຫຼື ບໍ່ເຮັດວຽກງານທີ່ພວກເຂົາຄວນເຮັດ ແລະ ຢືນຢັນທີ່ຈະເຮັດວຽກງານທີ່ພວກເຂົາບໍ່ຄວນເຮັດ.) ໂດຍຫຼັກໆແລ້ວ, ມັນໄດ້ເປີດໂປງວ່າຜູ້ນໍາປອມບໍ່ເອົາການເອົາງານຂອງພວກເຂົາ ແລະ ລົ້ມເຫຼວໃນການກຳຈຸດໃຈກາງ ແລະ ຈຸດສຸມຂອງວຽກງານຂອງພວກເຂົາ. ນອກຈາກນີ້, ຜູ້ນໍາປອມຍັງມີບັນຫາທີ່ຮ້າຍແຮງ. ມັນແມ່ນຫຍັງ? (ພວກເຂົາບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ ຫຼື ຈັດຕັ້ງປະຕິບັດວຽກງານຕາມຂໍ້ກຳນົດຂອງພຣະເຈົ້າ.) ມີໃຜຢາກເພີ່ມເຕີມຫຍັງອີກບໍ? (ພວກເຂົາທຳທ່າວ່າເປັນຝ່າຍວິນຍານ ແລະ ຄຳນຶງເຖິງພາລະຂອງພຣະເຈົ້າ, ແຕ່ທີ່ຈິງແລ້ວ, ພວກເຂົາພຽງແຕ່ເຮັດສິ່ງທີ່ບໍ່ດີໄປຕາມອໍາເພີໃຈ.) ນັ້ນກໍເປັນອີກບັນຫາໜຶ່ງຂອງພວກເຂົາ. ມີໃຜອີກບໍ? (ກ່ອນທີ່ພວກເຂົາຈະກະທຳ, ພວກເຂົາບໍ່ໄດ້ພະຍາຍາມເຂົ້າໃຈຂໍ້ກຳນົດຂອງພຣະເຈົ້າ; ແທນທີ່ຈະເປັນແນວນັ້ນ, ພວກເຂົາໃຊ້ຈິນຕະນາການຂອງຕົນເອງມາແທນທີ່ຄວາມປາຖະໜາຂອງພຣະເຈົ້າ.) ສິ່ງນີ້ຕົກຢູ່ໃນໝວດໝູ່ຂອງການຂາດເຫດຜົນ. ມີໃຜອີກບໍ? (ວິທີທີ່ຜູ້ນໍາປອມປະຕິບັດຕໍ່ເລື່ອງທີ່ມີຄົນຊື້ເສື້ອຜ້າໜຶ່ງໂຕໃຫ້ພຣະເຈົ້າໄດ້ເປີດເຜີຍການຂາດຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ.) ພວກເຂົາຂາດຄວາມເປັນມະນຸດທີ່ປົກກະຕິດ້ານໃດ? ພວກເຂົາບໍ່ເຂົ້າໃຈກົດລະບຽບໃນການປະພຶດຕົນ ແລະ ພວກເຂົາບໍ່ມີມາລະຍາດ. ມັນບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ທີ່ຈິງແລ້ວ, ສິ່ງທີ່ພວກເຈົ້າໄດ້ກ່າວມານັ້ນເປັນເລື່ອງຮອງ; ແມ່ນຫຍັງຄືບັນຫາຫຼັກ? ເມື່ອຄົນເຫຼົ່ານີ້ກາຍເປັນຜູ້ນໍາ, ພວກເຂົາຢາກເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ການປະຕິບັດແບບພິເສດຂອງພວກເຂົາ ແລະ ໂລບຄວາມສະບາຍ. ຕົວຢ່າງ: ພວກເຂົາຢາກກິນເຂົ້າໜົມສອງສາມກ້ອນ ແລະ ເມື່ອພວກເຂົາເຫັນວ່າມີຄົນແຕ່ງກິນເກັ່ງ, ພວກເຂົາກໍຄິດຢາກລອງຊີມອາຫານຂອງຄົນນັ້ນເພື່ອຕອບສະໜອງຄວາມຢາກຂອງພວກເຂົາ. ມັນເປັນຕາໜ້າລັງກຽດຢູ່ແລ້ວທີ່ພວກເຂົາບໍ່ເອົາການເອົາງານຂອງພວກເຂົາ ຫຼື ເຮັດວຽກງານຕົວຈິງ, ແຕ່ຍິ່ງໄປກວ່ານັ້ນ, ພວກເຂົາຍັງໂລບຄວາມສະບາຍ ແລະ ຄວາມສຸກຈາກການກິນຢ່າງລະໂມບ. ພວກເຂົາໃຊ້ຂໍ້ອ້າງໃນການຊີມ ແລະ ກວດສອບໃຫ້ພຣະເຈົ້າ ເພື່ອຕອບສະໜອງຄວາມຢາກອາຫານຢ່າງລະໂມບຂອງພວກເຂົາ, ໂດຍເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກຂອງຜູ້ນໍາປອມ. ໃນຂະນະທີ່ການສະແດງອອກເຫຼົ່ານີ້ບໍ່ສາມາດເອີ້ນໄດ້ວ່າໂຫດຮ້າຍ ຫຼື ຊົ່ວຮ້າຍ ເມື່ອປຽບທຽບກັບອຸປະນິໄສ-ແກ່ນແທ້ຂອງພວກຕໍ່ຕ້ານພຣະຄຣິສ, ຄວາມເປັນມະນຸດຂອງຜູ້ນໍາປອມກໍພຽງພໍທີ່ຈະເຮັດໃຫ້ຄົນລັງກຽດ. ໃນແງ່ຂອງລັກສະນະຂອງພວກເຂົາ, ພວກເຂົາຂາດທັງຈິດສຳນຶກ ແລະ ເຫດຜົນ; ຄວາມເປັນມະນຸດຂອງພວກເຂົາຂ້ອນຂ້າງຕໍ່າຊ້າ ແລະ ສົກກະປົກ ແລະ ມີຄວາມຊື່ສັດທີ່ຕໍ່າ. ຈາກຕົວຢ່າງເຫຼົ່ານີ້, ສາມາດສັງເກດເຫັນໄດ້ວ່າຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້. ນີ້ຄືຄວາມຈິງ.

ຜູ້ນໍາປອມບໍ່ສາມາດໂອ້ລົມຫຼັກການໃນການປະຕິບັດວຽກງານ

ມື້ນີ້, ພວກເຮົາຈະສືບຕໍ່ເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມ ໂດຍອີງໃສ່ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ໂດຍພື້ນຖານແລ້ວ ຜູ້ນໍາປອມບໍ່ສາມາດເຮັດວຽກງານຄຣິສຕະຈັກທີ່ເປັນແກນຫຼັກ ແລະ ສຳຄັນໄດ້. ພວກເຂົາພຽງແຕ່ຈັດການກັບວຽກງານທົ່ວໄປທີ່ງ່າຍດາຍບາງຢ່າງ; ວຽກງານຂອງພວກເຂົາບໍ່ໄດ້ມີບົດບາດສຳຄັນ ຫຼື ຕັດສິນໃນວຽກງານຂອງຄຣິສຕະຈັກໂດຍລວມ ແລະ ມັນບໍ່ໄດ້ສ້າງຜົນທີ່ແທ້ຈິງ. ການໂອ້ລົມຂອງພວກເຂົາໂດຍພື້ນຖານແລ້ວແມ່ນກວມເອົາພຽງແຕ່ຫົວຂໍ້ທີ່ຊໍ້າຊາກ ແລະ ທຳມະດາສອງສາມຢ່າງ, ມັນລ້ວນແລ້ວແຕ່ເປັນຄຳເວົ້າ ແລະ ທິດສະດີທີ່ເວົ້າຊໍ້າແລ້ວຊໍ້າອີກ ແລະ ມັນກໍໄຮ້ແກ່ນສານ, ກວມລວມ ແລະ ຂາດລາຍລະອຽດຢ່າງບໍ່ໜ້າເຊື່ອ. ການໂອ້ລົມຂອງພວກເຂົາມີພຽງແຕ່ສິ່ງທີ່ຜູ້ຄົນສາມາດເຂົ້າໃຈໄດ້ຈາກການອ່ານບາງຢ່າງຕາມຕົວອັກສອນ. ຜູ້ນໍາປອມເຫຼົ່ານີ້ບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງທີ່ຜູ້ທີ່ພຣະເຈົ້າເລືອກມີໃນທາງເຂົ້າຂອງຊີວິດຂອງພວກເຂົາໄດ້ເລີຍ; ໂດຍສະເພາະຢ່າງຍິ່ງ, ພວກເຂົາຍິ່ງບໍ່ສາມາດແກ້ໄຂແນວຄິດ, ຈິນຕະນາການ ແລະ ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນໄດ້. ສິ່ງທີ່ສຳຄັນແມ່ນຜູ້ນໍາປອມບໍ່ສາມາດແບກຮັບວຽກງານຫຼັກທີ່ເຮືອນຂອງພຣະເຈົ້າຈັດແຈງໄດ້, ເຊັ່ນ: ວຽກງານພຣະກິດຕິຄຸນ, ວຽກງານການຜະລິດຮູບເງົາ ຫຼື ວຽກງານຂໍ້ຄວາມ. ໂດຍສະເພາະ, ເມື່ອເວົ້າເຖິງວຽກງານທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບ, ໃນຂະນະທີ່ຜູ້ນໍາປອມອາດຈະຮູ້ຢ່າງຊັດເຈນວ່າພວກເຂົາເປັນຄົນນອກວົງການໃນຂົງເຂດເຫຼົ່ານີ້, ພວກເຂົາກໍບໍ່ໄດ້ສຶກສາພວກມັນ, ທັງບໍ່ໄດ້ຄົ້ນຄວ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດໃຫ້ການຊີ້ນໍາທີ່ສະເພາະເຈາະຈົງແກ່ຄົນອື່ນ ຫຼື ແກ້ໄຂບັນຫາໃດໆທີ່ກ່ຽວຂ້ອງກັບພວກມັນໄດ້. ແຕ່ພວກເຂົາກໍຍັງຈັດການເຕົ້າໂຮມຢ່າງໜ້າດ້ານໄຮ້ຢາງອາຍ, ເວົ້າບໍ່ຢຸດກ່ຽວກັບທິດສະດີທີ່ໄຮ້ແກ່ນສານ ແລະ ເວົ້າຄຳເວົ້າ ແລະ ຫຼັກຄຳສອນ. ຜູ້ນໍາປອມຮູ້ດີວ່າພວກເຂົາບໍ່ສາມາດເຮັດວຽກງານປະເພດນີ້ໄດ້, ແຕ່ພວກເຂົາກໍທຳທ່າວ່າເປັນຜູ້ຊ່ຽວຊານ, ທະນົງໂຕ, ແລະ ມັກໃຊ້ຫຼັກຄຳສອນທີ່ຍິ່ງໃຫຍ່ເພື່ອຕຳໜິຄົນອື່ນ. ພວກເຂົາບໍ່ສາມາດຕອບຄຳຖາມຂອງໃຜໄດ້, ແຕ່ພວກເຂົາກໍຫາຂໍ້ອ້າງ ແລະ ເຫດຜົນເພື່ອຕຳໜິຄົນອື່ນ, ໂດຍຖາມວ່າເປັນຫຍັງພວກເຂົາຈຶ່ງບໍ່ຮຽນຮູ້ວິຊາຊີບ, ເປັນຫຍັງພວກເຂົາຈຶ່ງບໍ່ສະແຫວງຫາຄວາມຈິງ ແລະ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດແກ້ໄຂບັນຫາຂອງຕົນເອງໄດ້. ຜູ້ນໍາປອມເຫຼົ່ານີ້, ຜູ້ທີ່ເປັນຄົນນອກວົງການໃນຂົງເຂດເຫຼົ່ານີ້ ແລະ ບໍ່ສາມາດແກ້ໄຂບັນຫາໃດໆໄດ້, ກໍຍັງສັ່ງສອນຄົນອື່ນຈາກທີ່ສູງ. ເມື່ອເບິ່ງຈາກພາຍນອກ, ພວກເຂົາເບິ່ງຄືວ່າຫຍຸ້ງຫຼາຍຕໍ່ສາຍຕາຄົນອື່ນ, ຄືກັບວ່າພວກເຂົາສາມາດເຮັດວຽກໄດ້ຫຼາຍ ແລະ ມີຄວາມສາມາດຫຼາຍ, ແຕ່ທີ່ຈິງແລ້ວ, ພວກເຂົາບໍ່ມີຫຍັງເລີຍ. ຜູ້ນໍາປອມເຫັນໄດ້ຊັດວ່າບໍ່ສາມາດເຮັດວຽກງານຕົວຈິງໄດ້, ແຕ່ພວກເຂົາກໍເຮັດໃຫ້ຕົນເອງຫຍຸ້ງຢ່າງກະຕືລືລົ້ນ, ແລະ ມັກຈະເວົ້າຄຳເວົ້າທີ່ຊໍ້າຊາກແບບເກົ່າໆໃນການເຕົ້າໂຮມ, ເວົ້າຊໍ້າແລ້ວຊໍ້າອີກ, ໂດຍບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ແມ່ນແຕ່ບັນຫາດຽວ. ຜູ້ຄົນເບື່ອໜ່າຍກັບສິ່ງນີ້ຫຼາຍ ແລະ ບໍ່ສາມາດໄດ້ຮັບການເສີມສ້າງໃດໆຈາກມັນເລີຍ. ວຽກງານປະເພດນີ້ຂາດປະສິດທິພາບຢ່າງຮ້າຍແຮງ ແລະ ມັນບໍ່ໄດ້ຮັບຜົນຫຍັງເລີຍ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ ແລະ ວຽກງານຂອງຄຣິສຕະຈັກຈຶ່ງຖືກຊັກຊ້າດ້ວຍເຫດນັ້ນ. ແຕ່ຜູ້ນໍາປອມກໍຍັງຮູ້ສຶກວ່າພວກເຂົາກຳລັງເຮັດວຽກງານທີ່ຍິ່ງໃຫຍ່ ແລະ ພວກເຂົາມີຄວາມສາມາດຫຼາຍ, ທັງໆທີ່ຄວາມຈິງແລ້ວພວກເຂົາບໍ່ໄດ້ເຮັດວຽກງານດ້ານໃດຂອງຄຣິສຕະຈັກໄດ້ດີເລີຍ. ພວກເຂົາບໍ່ຮູ້ວ່າຜູ້ນໍາ ແລະ ຜູ້ເຮັດວຽກທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາໄດ້ມາດຕະຖານ ຫຼື ບໍ່, ທັງບໍ່ຮູ້ວ່າຜູ້ນໍາ ແລະ ຜູ້ກຳກັບດູແລຂອງທີມຕ່າງໆສາມາດແບກຮັບວຽກງານຂອງພວກເຂົາໄດ້ ຫຼື ບໍ່ ແລະ ພວກເຂົາບໍ່ສົນໃຈ ຫຼື ຖາມວ່າບັນຫາໄດ້ເກີດຂຶ້ນໃນການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງ ຫຼື ບໍ່. ສະຫຼຸບກໍຄື, ຜູ້ນໍາປອມບໍ່ສາມາດແກ້ໄຂບັນຫາໃດໆໃນວຽກງານຂອງພວກເຂົາໄດ້, ແຕ່ພວກເຂົາກໍຍັງຄົງຫຍຸ້ງຢ່າງກະຕືລືລົ້ນ. ຈາກທັດສະນະຂອງຄົນອື່ນ, ຜູ້ນໍາປອມສາມາດທົນທຸກລຳບາກ, ເຕັມໃຈທີ່ຈະຈ່າຍລາຄາ ແລະ ພວກເຂົາໃຊ້ເວລາທຸກໆມື້ດ້ວຍຄວາມເຮັ່ງຮີບ. ເມື່ອເຖິງເວລາກິນເຂົ້າ, ພວກເຂົາຕ້ອງຖືກເອີ້ນມາໂຕະ ແລະ ພວກເຂົາກໍເຂົ້ານອນເດິກຫຼາຍ. ແຕ່ຜົນຂອງວຽກງານຂອງພວກເຂົາກໍບໍ່ດີເລີຍ. ຖ້າເຈົ້າບໍ່ໄດ້ສັງເກດຢ່າງລະອຽດ, ເມື່ອເບິ່ງຈາກພາຍນອກກໍຈະເບິ່ງຄືວ່າວຽກງານທຸກຢ່າງກຳລັງດຳເນີນໄປ ແລະ ທຸກຄົນກຳລັງຫຍຸ້ງກັບການປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ຖ້າເຈົ້າສັງເກດຢ່າງໃກ້ຊິດ ແລະ ລະອຽດ ແລະ ກວດກາວຽກງານຢ່າງຈິງຈັງ, ສະຖານະການທີ່ແທ້ຈິງກໍຈະຖືກເປີດເຜີຍ. ວຽກງານທຸກຢ່າງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາແມ່ນຢູ່ໃນສະພາບທີ່ເລະເທະ, ບໍ່ມີລະບຽບແບບແຜນ ຫຼື ລະບຽບໃດໆເລີຍ. ມີບັນຫາ ຫຼື ແມ່ນແຕ່ຊ່ອງຫວ່າງໃນວຽກງານແຕ່ລະຢ່າງ. ການເກີດຂຶ້ນຂອງບັນຫາເຫຼົ່ານີ້ກ່ຽວຂ້ອງກັບການທີ່ຜູ້ນໍາປອມບໍ່ເຂົ້າໃຈຫຼັກການຄວາມຈິງ ແລະ ການກະທຳໂດຍອີງໃສ່ແນວຄິດ, ຈິນຕະນາການ ແລະ ຄວາມກະຕືລືລົ້ນຂອງພວກເຂົາ. ຜູ້ນໍາປອມບໍ່ເຄີຍໂອ້ລົມກ່ຽວກັບຫຼັກການຄວາມຈິງ, ທັງບໍ່ເຄີຍສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານຢ່າງຊັດເຈນ ແລະ ບໍ່ສາມາດເຮັດວຽກງານຜູ້ນໍາໄດ້ ແລະ ພວກເຂົາສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ບໍ່ເຂົ້າໃຈຄວາມຈິງເລີຍ, ແຕ່ພວກເຂົາກໍທຳທ່າວ່າຮູ້ໃນສິ່ງທີ່ຕົນບໍ່ຮູ້ ແລະ ພະຍາຍາມທຳທ່າວ່າເປັນຜູ້ຊ່ຽວຊານ. ວຽກງານທີ່ພວກເຂົາເຮັດເປັນພຽງການເຮັດແບບພໍເປັນພິທີ. ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍນຳໃຊ້ລະບຽບໃສ່ມັນຢ່າງຫຼັບຫູຫຼັບຕາ. ພວກເຂົາພຽງແຕ່ຫຍຸ້ງວຸ້ນວາຍຢ່າງຫຼັບຫູຫຼັບຕາ ແລະ ບໍ່ໄດ້ສ້າງຜົນງານທີ່ແທ້ຈິງໃດໆ. ເພາະວ່າຜູ້ນໍາປອມເຫຼົ່ານີ້ບໍ່ເຂົ້າໃຈຫຼັກການຄວາມຈິງ ແລະ ເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ແນະນໍາໃຫ້ຄົນອື່ນປະຕິບັດຕາມລະບຽບ, ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງຂອງຄຣິສຕະຈັກຈຶ່ງຊັກຊ້າ ແລະ ບໍ່ມີຜົນສຳເລັດທີ່ຊັດເຈນ. ຜົນສະທ້ອນທີ່ເຫັນໄດ້ຊັດເຈນທີ່ສຸດຂອງການທີ່ຜູ້ນໍາປອມໄດ້ເຮັດວຽກມາໄລຍະໜຶ່ງກໍຄື ຄົນສ່ວນໃຫຍ່ບໍ່ສາມາດເຂົ້າໃຈຄວາມຈິງ, ພວກເຂົາບໍ່ຮູ້ວິທີແຍກແຍະເມື່ອໃດກໍຕາມທີ່ມີຄົນເປີດໂປງຄວາມເສື່ອມຊາມ ຫຼື ເກີດມີແນວຄິດ ແລະ ພວກເຂົາກໍບໍ່ເຂົ້າໃຈຫຼັກການຄວາມຈິງທີ່ຄວນຍຶດໝັ້ນໃນການເຮັດໜ້າທີ່ຂອງພວກເຂົາຢ່າງແນ່ນອນ. ຜູ້ທີ່ປະຕິບັດໜ້າທີ່ ແລະ ຜູ້ທີ່ບໍ່ປະຕິບັດໜ້າທີ່ລ້ວນແລ້ວແຕ່ອືດອາດ, ບໍ່ມີການຄວບຄຸມ ແລະ ບໍ່ມີວິໄນ ແລະ ບໍ່ມີຄວາມເປັນລະບຽບຄືກັບເມັດຊາຍທີ່ກະຈັດກະຈາຍ. ຄົນສ່ວນໃຫຍ່ອາດຈະສາມາດເວົ້າຄຳເວົ້າ ແລະ ຫຼັກຄຳສອນໄດ້ສອງສາມຢ່າງ, ແຕ່ໃນຂະນະທີ່ເຮັດໜ້າທີ່ຂອງພວກເຂົາ, ພວກເຂົາພຽງແຕ່ປະຕິບັດຕາມກົດລະບຽບ; ພວກເຂົາບໍ່ຮູ້ວິທີສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ເນື່ອງຈາກຜູ້ນໍາປອມເອງກໍບໍ່ຮູ້ວິທີສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ແລ້ວພວກເຂົາຈະສາມາດນໍາພາຄົນອື່ນໃຫ້ເຮັດເຊັ່ນນັ້ນໄດ້ແນວໃດ? ບໍ່ວ່າຈະເກີດຫຍັງຂຶ້ນກັບຄົນອື່ນ, ຜູ້ນໍາປອມກໍສາມາດຕັກເຕືອນພວກເຂົາໄດ້ພຽງແຕ່ໂດຍການເວົ້າວ່າ: “ພວກເຮົາຕ້ອງຄຳນຶງເຖິງເຈດຕະນາຂອງພຣະເຈົ້າເດີ້!” “ພວກເຮົາຕ້ອງຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຮົາ!” “ເມື່ອມີບາງຢ່າງເກີດຂຶ້ນກັບພວກເຮົາ, ພວກເຮົາຕ້ອງຮູ້ວິທີອະທິຖານ ແລະ ພວກເຮົາຕ້ອງສະແຫວງຫາຫຼັກການຄວາມຈິງ!” ຜູ້ນໍາປອມມັກຈະຮ້ອງຄຳຂວັນ ແລະ ຫຼັກຄຳສອນເຫຼົ່ານີ້ ແລະ ມັນກໍບໍ່ໄດ້ຮັບຜົນຫຍັງເລີຍ. ຫຼັງຈາກທີ່ຜູ້ຄົນໄດ້ຍິນພວກເຂົາ, ພວກເຂົາກໍຍັງບໍ່ເຂົ້າໃຈວ່າຫຼັກການຄວາມຈິງແມ່ນຫຍັງ ແລະ ພວກເຂົາກໍບໍ່ມີແນວທາງໃນການປະຕິບັດ. ໃນລັກສະນະຜິວເຜີນ, ຜູ້ຄົນອະທິຖານເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ພວກເຂົາປາຖະໜາທີ່ຈະຈົງຮັກພັກດີໃນການເຮັດໜ້າທີ່ຂອງພວກເຂົາ, ແຕ່ພວກເຂົາທຸກຄົນຂາດຄວາມເຂົ້າໃຈໃນບັນຫາຕ່າງໆ ເຊັ່ນ: ພວກເຂົາຄວນເຮັດແນວໃດເພື່ອທີ່ຈະຈົງຮັກພັກດີ, ພວກເຂົາຄວນອະທິຖານແນວໃດເພື່ອທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ພວກເຂົາຄວນສະແຫວງຫາແນວໃດເມື່ອພົບບັນຫາເພື່ອທີ່ຈະໄດ້ຮັບຄວາມເຂົ້າໃຈໃນຫຼັກການຄວາມຈິງ. ເມື່ອຜູ້ຄົນຖາມຜູ້ນໍາປອມ, ພວກເຂົາກໍເວົ້າວ່າ: “ເມື່ອມີບາງຢ່າງເກີດຂຶ້ນກັບເຈົ້າ, ຈົ່ງອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ອະທິຖານໃຫ້ຫຼາຍຂຶ້ນ ແລະ ໂອ້ລົມກ່ຽວກັບຄວາມຈິງໃຫ້ຫຼາຍຂຶ້ນ”. ຜູ້ຄົນຖາມພວກເຂົາວ່າ: “ວຽກງານນີ້ກ່ຽວຂ້ອງກັບຫຼັກການຫຍັງແດ່?” ແລະ ພວກເຂົາກໍເວົ້າວ່າ: “ພຣະທຳຂອງພຣະເຈົ້າບໍ່ໄດ້ກ່າວຫຍັງກ່ຽວກັບເລື່ອງວຽກງານວິຊາຊີບ ແລະ ຂ້ອຍກໍບໍ່ເຂົ້າໃຈວຽກງານດ້ານນັ້ນຄືກັນ. ຖ້າພວກເຈົ້າຢາກເຂົ້າໃຈກໍຈົ່ງຄົ້ນຄວ້າດ້ວຍຕົນເອງ, ຢ່າມາຖາມຂ້ອຍ. ຂ້ອຍນໍາພາພວກເຈົ້າໃນການເຂົ້າໃຈຄວາມຈິງ, ບໍ່ແມ່ນໃນເລື່ອງວຽກງານວິຊາຊີບ”. ຜູ້ນໍາປອມໃຊ້ຄຳເວົ້າປະເພດນີ້ເພື່ອຫຼີກລ່ຽງຄຳຖາມ. ຜົນກໍຄື, ເຖິງແມ່ນວ່າຄົນສ່ວນໃຫຍ່ມີຄວາມກະຕືລືລົ້ນທີ່ຈະເຮັດໜ້າທີ່ຂອງພວກເຂົາ, ພວກເຂົາກໍບໍ່ຮູ້ວິທີກະທຳໂດຍອີງໃສ່ຫຼັກການຄວາມຈິງ, ທັງບໍ່ຮູ້ວິທີຍຶດໝັ້ນຫຼັກການໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອເບິ່ງຜົນຂອງວຽກງານແຕ່ລະຢ່າງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາປອມ, ຄົນສ່ວນໃຫຍ່ກຳລັງອີງໃສ່ຄວາມຮູ້, ການຮຽນຮູ້ ແລະ ພອນສະຫວັນຂອງຕົນເພື່ອເຮັດວຽກງານ ແລະ ພວກເຂົາກໍບໍ່ຮູ້ກ່ຽວກັບບັນຫາເຫຼົ່ານີ້ ເຊັ່ນ: ຂໍ້ກຳນົດສະເພາະຂອງພຣະເຈົ້າແມ່ນຫຍັງ, ຫຼັກການຂອງການເຮັດໜ້າທີ່ແມ່ນຫຍັງ ແລະ ຈະກະທຳແນວໃດເພື່ອບັນລຸຜົນຂອງການເປັນພະຍານໃຫ້ພຣະເຈົ້າ ແລະ ຈະຖ່າຍທອດພຣະກິດຕິຄຸນຢ່າງມີປະສິດທິພາບຫຼາຍຂຶ້ນແນວໃດ ເພື່ອໃຫ້ທຸກຄົນທີ່ປາຖະໜາການປາກົດຂອງພຣະເຈົ້າໄດ້ຍິນສຸລະສຽງຂອງພຣະອົງ, ສືບສວນທາງທີ່ແທ້ຈິງ ແລະ ກັບຄືນມາຫາພຣະເຈົ້າໂດຍໄວເທົ່າທີ່ຈະໄວໄດ້. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ເລື່ອງເຫຼົ່ານີ້? ສິ່ງນີ້ກ່ຽວຂ້ອງໂດຍກົງກັບການທີ່ຜູ້ນໍາປອມລົ້ມເຫຼວໃນການເຮັດວຽກງານຕົວຈິງ. ສາເຫດຫຼັກຂອງເລື່ອງນີ້ກໍຄື ຜູ້ນໍາປອມເອງກໍບໍ່ຮູ້ວ່າຫຼັກການຄວາມຈິງແມ່ນຫຍັງ ຫຼື ຫຼັກການໃດທີ່ຜູ້ຄົນຄວນເຂົ້າໃຈ ແລະ ປະຕິບັດຕາມ. ພວກເຂົາກະທຳໂດຍບໍ່ມີຫຼັກການ ແລະ ພວກເຂົາບໍ່ເຄີຍນໍາພາຜູ້ຄົນໃຫ້ຊອກຫາຫຼັກການແຫ່ງການປະຕິບັດ ແລະ ເສັ້ນທາງໃນໜ້າທີ່ຂອງພວກເຂົາ. ເມື່ອຜູ້ນໍາປອມພົບບັນຫາ, ພວກເຂົາກໍບໍ່ສາມາດແກ້ໄຂມັນດ້ວຍຕົນເອງໄດ້ ແລະ ພວກເຂົາບໍ່ໄດ້ໂອ້ລົມ ແລະ ສະແຫວງຫາກັບຄົນອື່ນ, ເຊິ່ງນໍາໄປສູ່ການທີ່ໜ້າວຽກຕ້ອງຖືກເຮັດໃໝ່ເລື້ອຍໆໃນວຽກງານແຕ່ລະຢ່າງ. ນີ້ບໍ່ພຽງແຕ່ເປັນການສິ້ນເປືອງຊັບພະຍາກອນທາງການເງິນ ແລະ ວັດຖຸ, ແຕ່ຍັງເປັນການສິ້ນເປືອງກຳລັງ ແລະ ເວລາຂອງຜູ້ຄົນອີກດ້ວຍ. ຜົນສະທ້ອນເຊັ່ນນີ້ກ່ຽວຂ້ອງໂດຍກົງກັບຄວາມສາມາດທີ່ຕໍ່າຫຼາຍ ແລະ ຄວາມບໍ່ຮັບຜິດຊອບຂອງຜູ້ນໍາປອມ. ເຖິງແມ່ນວ່າອາດຈະບໍ່ສາມາດເວົ້າໄດ້ວ່າຜູ້ນໍາປອມເຈດຕະນາເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ, ແຕ່ກໍສາມາດເວົ້າໄດ້ວ່າພວກເຂົາບໍ່ໄດ້ສະແຫວງຫາຫຼັກການຄວາມຈິງເລີຍໃນວຽກງານຂອງພວກເຂົາ, ວ່າພວກເຂົາກະທຳຕາມອຳເພີໃຈຂອງຕົນເອງຢູ່ສະເໝີ. ນີ້ແມ່ນສິ່ງທີ່ແນ່ນອນ. ຜູ້ນໍາປອມບໍ່ເຂົ້າໃຈຫຼັກການຄວາມຈິງ, ທັງບໍ່ສາມາດໂອ້ລົມກ່ຽວກັບມັນໃຫ້ຄົນອື່ນຟັງຢ່າງຊັດເຈນໄດ້; ແທນທີ່ຈະເປັນແນວນັ້ນ, ພວກເຂົາພຽງແຕ່ປ່ອຍໃຫ້ຜູ້ຄົນເຮັດຕາມໃຈ. ສິ່ງນີ້ໄດ້ນໍາໄປສູ່ການທີ່ຄົນບາງຄົນທີ່ຮັບຜິດຊອບວຽກງານໃດໜຶ່ງກະທຳການຕາມອຳເພີໃຈ ແລະ ຕາມຄວາມຕ້ອງການຂອງຕົນເອງ ໂດຍບໍ່ຕັ້ງໃຈ, ກະທຳຕາມທີ່ຕົນຕ້ອງການ ແລະ ເຮັດຕາມທີ່ຕົນມັກ. ຜົນກໍຄື, ບໍ່ພຽງແຕ່ມີຜົນທີ່ແທ້ຈິງໜ້ອຍ, ແຕ່ຍັງເຮັດໃຫ້ວຽກງານຂອງຄຣິສຕະຈັກເລະເທະອີກດ້ວຍ. ເມື່ອຜູ້ນໍາປອມຖືກໄລ່ອອກ, ບໍ່ພຽງແຕ່ພວກເຂົາບໍ່ໄດ້ທົບທວນ ຫຼື ຮູ້ຈັກຕົນເອງ, ພວກເຂົາຍັງແກ້ຕົວແບບຂ້າງໆຄູ ແລະ ໂຕ້ແຍ້ງເພື່ອການກະທຳຕົນເອງ ແລະ ພວກເຂົາບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີເຈດຕະນາທີ່ຈະກັບໃຈເລີຍ. ພວກເຂົາອາດຈະເຖິງຂັ້ນຂໍໃຫ້ເຮືອນຂອງພຣະເຈົ້າໃຫ້ໂອກາດພວກເຂົາອີກຄັ້ງ, ໂດຍກ່າວວ່າພວກເຂົາສາມາດເຮັດວຽກໄດ້ດີຢ່າງແນ່ນອນ. ພວກເຈົ້າເຊື່ອພວກເຂົາບໍ? ພວກເຂົາບໍ່ຮູ້ຈັກຕົນເອງເລີຍ, ທັງບໍ່ຍອມຮັບຄວາມຈິງ. ແລ້ວພວກເຂົາຈະສາມາດປ່ຽນແປງວິທີການຂອງພວກເຂົາໄດ້ບໍ? ພວກເຂົາບໍ່ມີຄວາມຈິງຄວາມເປັນຈິງ, ດັ່ງນັ້ນພວກເຂົາຈະສາມາດເຮັດວຽກໄດ້ດີບໍ? ສິ່ງນັ້ນເປັນໄປໄດ້ບໍ? ພວກເຂົາເຮັດວຽກບໍ່ໄດ້ດີໃນຄັ້ງນີ້, ພວກເຂົາຈະສາມາດເຮັດໄດ້ດີບໍ ຖ້າໄດ້ຮັບໂອກາດອີກຄັ້ງ? ນັ້ນເປັນໄປບໍ່ໄດ້. ສາມາດເວົ້າໄດ້ຢ່າງແນ່ນອນວ່າຜູ້ນໍາປອມບໍ່ມີຄວາມສາມາດໃນການເຮັດວຽກ; ບາງຄັ້ງ, ພວກເຂົາອາດຈະອອກແຮງງານຫຼາຍ ແລະ ຫຍຸ້ງຫຼາຍ, ແຕ່ມັນກໍເປັນການຫຍຸ້ງແບບຫຼັບຫູຫຼັບຕາ ແລະ ບໍ່ໄດ້ຮັບຜົນຫຍັງເລີຍ. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າຜູ້ນໍາປອມມີຄວາມສາມາດທີ່ຕໍ່າຫຼາຍ, ວ່າພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ ແລະ ວ່າພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້. ສິ່ງນີ້ກໍ່ໃຫ້ເກີດບັນຫາຫຼາຍຢ່າງໃນວຽກງານ ແຕ່ພວກເຂົາກໍບໍ່ສາມາດແກ້ໄຂມັນໄດ້ໂດຍການໂອ້ລົມກ່ຽວກັບຄວາມຈິງ ແລະ ພຽງແຕ່ໃຊ້ຫຼັກຄຳສອນທີ່ໄຮ້ແກ່ນສານສອງສາມຢ່າງເພື່ອຕັກເຕືອນໃຫ້ຜູ້ຄົນປະຕິບັດຕາມກົດລະບຽບ ແລະ ຜົນທີ່ຕາມມາກໍຄືພວກເຂົາເຮັດໃຫ້ວຽກງານເລະເທະ ແລະ ຖິ້ມໃຫ້ຢູ່ໃນສະພາບທີ່ວຸ້ນວາຍ. ນີ້ຄືລັກສະນະທີ່ຜູ້ນໍາປອມເຮັດວຽກ ແລະ ຜົນສະທ້ອນທີ່ມັນນໍາມາ. ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນຄວນຖືເອົາສິ່ງນີ້ເປັນຄຳເຕືອນ.

ບັນຫາຕ່າງໆທີ່ບໍ່ເປັນທີ່ພໍໃຈທີ່ປາກົດຂຶ້ນພາຍໃນຄຣິສຕະຈັກແມ່ນກ່ຽວຂ້ອງໂດຍກົງກັບຜູ້ນໍາປອມ, ນີ້ຄືບັນຫາທີ່ຫຼີກລ່ຽງບໍ່ໄດ້. ຜູ້ນໍາປອມເຫຼົ່ານີ້ຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ແຕ່ພວກເຂົາກໍຄິດວ່າຕົນເອງເຂົ້າໃຈ ແລະ ຮູ້ທຸກຢ່າງ, ແລ້ວພວກເຂົາກໍກະທຳໂດຍອີງໃສ່ຈິນຕະນາການ ແລະ ແນວຄິດຂອງຕົນເອງ. ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງເພື່ອແກ້ໄຂການຂາດຄວາມເຂົ້າໃຈໃນຫຼັກການຄວາມຈິງ ຫຼື ມາດຕະຖານທີ່ຕ້ອງການໂດຍພຣະເຈົ້າ. ເຮົາໄດ້ພົວພັນກັບຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນ ແລະ ເຮົາກໍພົບປະກັບພວກເຂົາເລື້ອຍໆ. ເມື່ອພວກເຮົາພົບກັນ, ເຮົາຖາມພວກເຂົາວ່າ: “ພວກເຈົ້າມີບັນຫາຫຍັງບໍ່? ພວກເຈົ້າໄດ້ບັນທຶກບັນຫາທີ່ມີຢູ່ໃນວຽກງານໄວ້ບໍ່? ມີບັນຫາໃດໆທີ່ພວກເຈົ້າບໍ່ສາມາດແກ້ໄຂດ້ວຍຕົນເອງໄດ້ບໍ່?” ຫຼັງຈາກທີ່ເຮົາເວົ້າຈົບ, ພວກເຂົາກໍຕາຄ້າງ ແລະ ໃນໃຈຂອງພວກເຂົາກໍມີຄວາມສົງໄສວ່າ: “ພວກເຮົາເປັນຜູ້ນໍາ; ພວກເຮົາຈະມີບັນຫາໄດ້ແນວໃດ? ຖ້າພວກເຮົາມີ, ວຽກງານຂອງຄຣິສຕະຈັກກໍຄົງຈະເປັນອຳມະພາດໄປດົນແລ້ວແມ່ນບໍ? ນີ້ແມ່ນຄຳຖາມປະເພດໃດ? ພວກເຮົາຟັງຄຳເທດສະໜາ ແລະ ການໂອ້ລົມ ແລະ ຖືພຣະທຳຂອງພຣະເຈົ້າໄວ້ໃນມືຂອງພວກເຮົາ. ຄຣິສຕະຈັກມີພວກເຮົາຫຼາຍຄົນທີ່ນໍາພາ, ທ່ານຍັງຈະກັງວົນໄດ້ແນວໃດ? ໂດຍການຖາມຄຳຖາມນີ້ ທ່ານກຳລັງດູຖູກພວກເຮົາຢ່າງຊັດເຈນ. ພວກເຮົາຈະມີບັນຫາໄດ້ແນວໃດ? ຖ້າພວກເຮົາມີບັນຫາ, ພວກເຮົາກໍຈະບໍ່ແມ່ນຜູ້ນໍາ. ຄຳຖາມຂອງທ່ານບໍ່ເໝາະສົມເລີຍ!” ທຸກຄັ້ງທີ່ເຮົາຖາມພວກເຂົາວ່າມີບັນຫາຫຍັງບໍ່, ນີ້ຄືສະພາວະທີ່ພວກເຂົາເປັນຢູ່, ທຸກຄົນລ້ວນແລ້ວແຕ່ຢູ່ໃນສະພາບຂອງຄວາມມຶນຊາ ແລະ ສະໝອງຊ້າ. ມີບັນຫາຫຼາຍຢ່າງໃນວຽກງານຕ່າງໆຂອງຄຣິສຕະຈັກ, ແຕ່ຄົນເຫຼົ່ານີ້ພຽງແຕ່ບໍ່ສາມາດເຫັນ ຫຼື ຄົ້ນພົບພວກມັນໄດ້. ພວກເຂົາບໍ່ສາມາດຍົກບັນຫາທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດສ່ວນຕົວ, ຫຼື ບັນຫາທີ່ມີຢູ່ໃນວຽກງານທີ່ກ່ຽວຂ້ອງກັບຫຼັກການຄວາມຈິງຂຶ້ນມາໄດ້. ເນື່ອງຈາກພວກເຂົາບໍ່ສາມາດຍົກບັນຫາເຫຼົ່ານີ້ຂຶ້ນມາໄດ້, ເຮົາຈຶ່ງຖາມພວກເຂົາວ່າ: “ວຽກງານການແປພຣະທຳຂອງພຣະເຈົ້າຄືບໜ້າໄປແນວໃດແລ້ວ? ຕອນນີ້ເຈົ້າຮູ້ບໍ່ວ່າຄວນແປຈັກພາສາ? ພາສາໃດຄວນແປກ່ອນ ແລະ ພາສາໃດແປຕາມຫຼັງ? ຄວນພິມພຣະທຳຂອງພຣະເຈົ້າຈັກສະບັບສຳລັບພາສາໃດໜຶ່ງ?” ພວກເຂົາຕອບວ່າ: “ອໍ, ພວກມັນກຳລັງຖືກແປຢູ່”. ເຮົາຖາມພວກເຂົາວ່າ: “ການແປຄືບໜ້າໄປເຖິງຂັ້ນໃດແລ້ວ? ມີບັນຫາຫຍັງບໍ່?” ພວກເຂົາຕອບວ່າ: “ຂ້ອຍບໍ່ຮູ້; ຂ້ອຍຕ້ອງໄປຖາມເບິ່ງກ່ອນ”. ເຮົາຕ້ອງຖາມພວກເຂົາກ່ຽວກັບເລື່ອງເຫຼົ່ານີ້ ແລະ ພວກເຂົາກໍຍັງບໍ່ຮູ້ຄຳຕອບ. ແລ້ວຕະຫຼອດເວລານີ້ພວກເຂົາໄດ້ເຮັດວຽກຫຍັງຢູ່? ເຮົາຖາມພວກເຂົາວ່າ: “ເຈົ້າໄດ້ແກ້ໄຂບັນຫາທີ່ອ້າຍເອື້ອຍນ້ອງຖາມໃນຄັ້ງທີ່ຜ່ານມາແລ້ວບໍ?” ພວກເຂົາຕອບວ່າ: “ຂ້ອຍໄດ້ຈັດການເຕົ້າໂຮມກັບພວກເຂົາ, ເປັນການເຕົ້າໂຮມໝົດມື້”. ເຮົາຖາມພວກເຂົາວ່າ: “ບັນຫາຖືກແກ້ໄຂແລ້ວບໍ ຫຼັງຈາກການເຕົ້າໂຮມ?” ພວກເຂົາຕອບວ່າ: “ທ່ານໝາຍຄວາມວ່າ ຖ້າຍັງມີບັນຫາຢູ່, ພວກເຮົາຄວນຈັດການເຕົ້າໂຮມອີກຄັ້ງໜຶ່ງບໍ?” ເຮົາເວົ້າວ່າ: “ເຮົາບໍ່ໄດ້ຖາມວ່າເຈົ້າໄດ້ຈັດການເຕົ້າໂຮມ ຫຼື ບໍ່. ເຮົາກຳລັງຖາມວ່າບັນຫາທາງວິຊາຊີບໄດ້ຖືກແກ້ໄຂແລ້ວບໍ. ຄົນເຫຼົ່ານີ້ເຂົ້າໃຈຫຼັກການບໍ່? ພວກເຂົາໄດ້ລະເມີດຫຼັກການໃດໆໃນການປະຕິບັດໜ້າທີ່ຂອງພວກເຂົາບໍ່? ເຈົ້າໄດ້ຄົ້ນພົບບັນຫາໃດໆບໍ່?” ພວກເຂົາຕອບວ່າ: “ໂອ, ບັນຫາຫວາ? ຂ້ອຍແກ້ໄຂພວກມັນແລ້ວ. ຂ້ອຍໄດ້ຈັດການເຕົ້າໂຮມໃຫ້ອ້າຍເອື້ອຍນ້ອງ”. ການສົນທະນານີ້ສາມາດດຳເນີນຕໍ່ໄປໄດ້ບໍ? (ບໍ່, ບໍ່ໄດ້.) ການຟັງການສົນທະນານີ້ບໍ່ໄດ້ເຮັດໃຫ້ພວກເຈົ້າໃຈຮ້າຍບໍ? (ແມ່ນແລ້ວ.) ຜູ້ນໍາເຫຼົ່ານີ້ເປັນແນວໃດ? ພວກເຂົາບໍ່ແມ່ນພຽງແຕ່ຄົນໂງ່ທີ່ເຮັດຄືຕື່ນຮູ້ທາງຈິດວິນຍານບໍ? ພວກເຂົາຂາດຄວາມສາມາດຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ພວກເຂົາຕາບອດ, ພວກເຂົາບໍ່ເຂົ້າໃຈວິທີເຮັດວຽກ ແລະ ພວກເຂົາຕອບວ່າ “ຂ້ອຍບໍ່ຮູ້” ກັບທຸກຄຳຖາມ ແລະ ເມື່ອເຈົ້າຖາມຄຳຖາມພວກເຂົາຕໍ່ໄປເລື້ອຍໆ, ພວກເຂົາກໍຕອບວ່າ: “ຢ່າງໃດກໍຕາມ, ຂ້ອຍໄດ້ຈັດການເຕົ້າໂຮມແລ້ວ; ປ່ອຍມັນໄປສາ!” ຜູ້ນໍາເຫຼົ່ານີ້ໄດ້ເຮັດວຽກງານຕົວຈິງບໍ? ພວກເຂົາໄດ້ມາດຕະຖານໃນຖານະຜູ້ນໍາບໍ? (ບໍ່.) ພວກຄົນເຫຼົ່ານີ້ຄືຜູ້ນໍາປອມ. ພວກເຈົ້າມັກຜູ້ນໍາປະເພດນີ້ບໍ? ຖ້າພວກເຈົ້າພົບພໍ້ຜູ້ນໍາເຊັ່ນນີ້, ພວກເຈົ້າຄວນເຮັດແນວໃດ? ເມື່ອຜູ້ນໍາບາງຄົນພົບປະກັບອ້າຍເອື້ອຍນ້ອງ, ພວກເຂົາກໍເວົ້າວ່າ: “ບໍ່ວ່າເຈົ້າຈະມີບັນຫາຫຍັງໃນມື້ນີ້, ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກ່ຽວກັບວິທີປະຕິບັດໜ້າທີ່ໃຫ້ດີ”. ບາງຄົນກໍເວົ້າວ່າ: “ພວກເຮົາໄດ້ພົບບັນຫາກ່ຽວກັບເຕັກນິກວິຊາຊີບໃນໜ້າທີ່ຂອງພວກເຮົາ: ພວກເຮົາຄວນໃຊ້ເຕັກນິກວິຊາຊີບທີ່ເປັນທີ່ນິຍົມໃນໝູ່ຜູ້ບໍ່ມີຄວາມເຊື່ອບໍ?” ນີ້ບໍ່ແມ່ນບັນຫາທີ່ຜູ້ນໍາຕ້ອງແກ້ໄຂບໍ? ຖ້າບັນຫາບາງຢ່າງບໍ່ສາມາດແກ້ໄຂໄດ້ຜ່ານການໂອ້ລົມໃນໝູ່ອ້າຍເອື້ອຍນ້ອງ, ຜູ້ນໍາກໍຄວນເຂົ້າມາແກ້ໄຂ, ນີ້ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຜູ້ນໍາ. ຜູ້ນໍາປອມເຮັດແນວໃດເມື່ອພວກເຂົາພົບບັນຫາເຫຼົ່ານີ້? ພວກເຂົາເວົ້າວ່າ: “ນີ້ເປັນບັນຫາທາງວິຊາຊີບ; ມັນເປັນບັນຫາຂອງພວກເຈົ້າ, ມັນກ່ຽວຫຍັງກັບຂ້ອຍ? ພວກເຈົ້າຈົ່ງໂອ້ລົມກ່ຽວກັບບັນຫານີ້ດ້ວຍຕົນເອງ, ແຕ່ກ່ອນອື່ນ, ຂ້ອຍຈະຈັດການເຕົ້າໂຮມໃຫ້ພວກເຈົ້າ. ໃນການເຕົ້າໂຮມມື້ນີ້, ພວກເຮົາຈະໂອ້ລົມກ່ຽວກັບການຮ່ວມມືທີ່ກົມກຽວ. ຄຳຖາມທີ່ພວກເຈົ້າຫາກໍຖາມນັ້ນກ່ຽວຂ້ອງກັບການຮ່ວມມືທີ່ກົມກຽວ. ພວກເຈົ້າຄວນຈະສາມາດປຶກສາຫາລື ແລະ ໂອ້ລົມນຳກັນໄດ້ ແລະ ຄົ້ນຄວ້າໃຫ້ຫຼາຍຂຶ້ນ; ບໍ່ຄວນມີໃຜຖືຕົນວ່າຊອບທໍາ, ແລະ ທຸກຄົນຄວນຍອມຮັບການຕັດສິນໃຈໃດໆທີ່ມີສຽງສ່ວນຫຼາຍສະໜັບສະໜູນ, ນີ້ບໍ່ແມ່ນຄຳຖາມຂອງການຮ່ວມມືທີ່ກົມກຽວບໍ? ເບິ່ງຄືວ່າພວກເຈົ້າບໍ່ຮູ້ວິທີຮ່ວມມືຢ່າງກົມກຽວ ຫຼື ວິທີປຶກສາຫາລືບັນຫາເມື່ອມັນເກີດຂຶ້ນ. ພວກເຈົ້າຖາມຂ້ອຍກ່ຽວກັບທຸກບັນຫາ. ພວກເຈົ້າກຳລັງຖາມຂ້ອຍເພື່ອຫຍັງ? ຂ້ອຍເຂົ້າໃຈເລື່ອງເຫຼົ່ານີ້ບໍ? ຖ້າຂ້ອຍເຂົ້າໃຈ, ພວກເຈົ້າກໍຄົງຈະບໍ່ມີຫຍັງເຮັດ, ບໍ່ແມ່ນບໍ? ພວກເຈົ້າຖາມຂ້ອຍກ່ຽວກັບທຸກຢ່າງ. ນີ້ແມ່ນບັນຫາທີ່ຂ້ອຍຄວນຈັດການບໍ? ຂ້ອຍຮັບຜິດຊອບພຽງແຕ່ການໂອ້ລົມກ່ຽວກັບຄວາມຈິງ; ຈົ່ງແກ້ໄຂບັນຫາທາງວິຊາຊີບດ້ວຍຕົນເອງ. ມັນກ່ຽວຫຍັງກັບຂ້ອຍ? ຢ່າງໃດກໍຕາມ, ຂ້ອຍໄດ້ໂອ້ລົມກັບພວກເຈົ້າແລ້ວ ແລະ ບອກໃຫ້ພວກເຈົ້າຮ່ວມມືຢ່າງກົມກຽວ, ຖ້າພວກເຈົ້າເຮັດບໍ່ໄດ້, ກໍຢ່າປະຕິບັດໜ້າທີ່ນີ້. ຂ້ອຍໂອ້ລົມຈົບແລ້ວ; ໄປແກ້ໄຂບັນຫາດ້ວຍຕົນເອງສາ”. ຜູ້ນໍາເຫຼົ່ານີ້ຮູ້ວິທີແກ້ໄຂບັນຫາບໍ? (ບໍ່, ພວກເຂົາບໍ່ຮູ້.) ເຖິງວ່າຈະບໍ່ຮູ້ວິທີເຮັດ, ພວກເຂົາກໍຄິດວ່າຕົນເອງມີເຫດຜົນເປັນຢ່າງດີ ແລະ ພວກເຂົາກໍຊ່ຽວຊານໃນການຫຼີກລ່ຽງຄວາມຮັບຜິດຊອບ. ເມື່ອເບິ່ງຈາກພາຍນອກ, ພວກເຂົາໄດ້ເຮັດວຽກຂອງພວກເຂົາ, ພວກເຂົາໄດ້ມາເຖິງສະຖານທີ່ເພື່ອດຳເນີນການກວດກາ ແລະ ພວກເຂົາບໍ່ໄດ້ຂີ້ຄ້ານ. ແນວໃດກໍຕາມ, ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງ ຫຼື ແກ້ໄຂບັນຫາຕົວຈິງໄດ້, ຊຶ່ງໝາຍຄວາມວ່າພວກເຂົາເປັນຜູ້ນໍາປອມ. ພວກເຈົ້າສາມາດແຍກແຍະຜູ້ນໍາປອມປະເພດນີ້ໄດ້ບໍ? ເມື່ອປະເຊີນກັບບັນຫາໃດໆ, ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງທີ່ກ່ຽວຂ້ອງໄດ້: ພວກເຂົາເວົ້າໄດ້ພຽງແຕ່ຫຼັກຄຳສອນ ແລະ ທິດສະດີທີ່ໄຮ້ແກ່ນສານບາງຢ່າງ ເຊິ່ງພວກເຂົາເຮັດໃຫ້ມັນຟັງແລ້ວສູງສົ່ງ ແລະ ເລິກເຊິ່ງ ແລະ ຫຼັງຈາກທີ່ຜູ້ຄົນໄດ້ຍິນພວກເຂົາ, ພວກເຂົາບໍ່ພຽງແຕ່ບໍ່ເຂົ້າໃຈຄວາມຈິງ, ພວກເຂົາຍັງຮູ້ສຶກສັບສົນ ແລະ ມຶນງົງອີກດ້ວຍ. ນີ້ຄືວຽກງານທີ່ຜູ້ນໍາປອມເຮັດ.

ໃນວຽກງານການໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ, ຜູ້ນໍາປອມກໍຖືກເປີດເຜີຍຢ່າງສົມບູນ. ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຫຼັກການຄວາມຈິງ ຫຼື ນໍາພາຜູ້ຄົນໃຫ້ຍຶດໝັ້ນ ແລະ ປະຕິບັດຫຼັກການຄວາມຈິງໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ນໍາພາພວກເຂົາໃຫ້ເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ, ພວກເຂົາບໍ່ສາມາດປະຕິບັດຄວາມຮັບຜິດຊອບທີ່ຜູ້ນໍາຄວນເຮັດໄດ້. ແລະ ຍັງບໍ່ໝົດເທົ່ານັ້ນ, ພວກເຂົາຍັງບໍ່ສາມາດຕິດຕາມສະພາບການຂອງຜູ້ກຳກັບດູແລໃນວຽກຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ເຖິງແມ່ນວ່າພວກເຂົາຈະພໍກຳໄດ້ແດ່, ມັນກໍບໍ່ຖືກຕ້ອງ. ສິ່ງນີ້ກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ວຽກງານຕ່າງໆ. ເຫຼົ່ານີ້ຄືການສະແດງອອກຕ່າງໆຂອງຜູ້ນໍາປອມທີ່ພວກເຮົາຈະເປີດໂປງໃນມື້ນີ້ ກ່ຽວກັບຄວາມຮັບຜິດຊອບຂໍ້ທີສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?