ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29) ສ່ວນທີ ໜຶ່ງ
ຂໍ້ທີສິບຫ້າ: ປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ, ປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ ເພື່ອຮັບປະກັນວ່າວຽກງານສຳຄັນຕ່າງໆສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນລະບຽບ
ຄັ້ງກ່ອນພວກເຮົາໄດ້ໂອ້ລົມກັນກ່ຽວກັບຫົວຂໍ້ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກຮອດໃສແລ້ວ? (ຄັ້ງກ່ອນ, ຫຼັກໆແລ້ວພວກເຮົາໄດ້ໂອ້ລົມກັນກ່ຽວກັບການສະແດງອອກສາມຢ່າງສຸດທ້າຍໃນຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ ກ່ຽວກັບການແຍກແຍະຄົນປະເພດຕ່າງໆໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ. ການສະແດງອອກສາມຢ່າງເຫຼົ່ານີ້ຄື: ການເປັນຄົນຂີ້ຢ້ານ ແລະ ຂີ້ສົງໄສ, ການມີແນວໂນ້ມທີ່ຈະກໍ່ບັນຫາ ແລະ ການມີພູມຫຼັງທີ່ຊັບຊ້ອນ.) ຄັ້ງກ່ອນພວກເຮົາໄດ້ໂອ້ລົມກັນກ່ຽວກັບສາມຫົວຂໍ້ສຸດທ້າຍໃນຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກຈົບແລ້ວ, ສະນັ້ນ, ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບຫ້າ. ຄວາມຮັບຜິດຊອບຂໍ້ທີສິບຫ້າແມ່ນຫຍັງ? (“ຂໍ້ທີສິບຫ້າ: ປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ, ປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ ເພື່ອຮັບປະກັນວ່າວຽກງານສຳຄັນຕ່າງໆສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນລະບຽບ”.) “ປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ, ປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ”. ຄວາມຮັບຜິດຊອບນີ້ກ່ຽວຂ້ອງກັບອີກດ້ານໜຶ່ງຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ມັນຍັງເປັນວຽກງານສະເພາະຢ່າງໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດໃຫ້ດີອີກດ້ວຍ. ວຽກງານນີ້ກ່ຽວຂ້ອງກັບຫຍັງ? (ມັນກ່ຽວຂ້ອງກັບການຮັກສາປະຊາກອນທີ່ພຣະເຈົ້າເລືອກໃຫ້ປອດໄພ.) ມັນກ່ຽວຂ້ອງກັບບັນຫາຄວາມປອດໄພສ່ວນບຸກຄົນ. ຫົວຂໍ້ນີ້ບໍ່ແມ່ນຫົວຂໍ້ທີ່ພົບພໍ້ເລື້ອຍໆໃນວຽກງານຂອງຄຣິສຕະຈັກບໍ? ພວກເຈົ້າບໍ່ຄຸ້ນເຄີຍກັບຫົວຂໍ້ນີ້ບໍ? (ບໍ່.) ຫົວຂໍ້ນີ້ບໍ່ແມ່ນຫົວຂໍ້ທີ່ບໍ່ຄຸ້ນເຄີຍສຳລັບອ້າຍເອື້ອຍນ້ອງຊາວຈີນ ເພາະວ່າໃນສະພາບແວດລ້ອມທາງສັງຄົມຂອງປະເທດຈີນ, ຜູ້ເຊື່ອຖືກຂົ່ມເຫັງ ແລະ ຈັບກຸມ ແລະ ພວກເຂົາຕ້ອງການການຮັບປະກັນຄວາມປອດໄພໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃນທຸກດ້ານຂອງຊີວິດ. ສະນັ້ນ, ວຽກງານນີ້ຈຶ່ງຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ມັນບໍ່ແມ່ນສິ່ງທີ່ເລືອກເຮັດ ຫຼື ບໍ່ເຮັດກໍໄດ້. ບໍ່ວ່າປະເທດໃດໜຶ່ງຈະມີເສລີພາບທາງສາສະໜາ ຫຼື ບໍ່ ກໍຕາມ, ການຈັດວາງບຸກຄະລາກອນທີ່ປະຕິບັດໜ້າທີ່ສຳຄັນຕ່າງໆຢ່າງເໝາະສົມກໍເປັນວຽກງານສະເພາະຢ່າງໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບຜິດຊອບ. ຈຸດສຸມ ຫຼື ຂໍ້ກຳນົດສະເພາະຂອງວຽກງານນີ້ອາດຈະແຕກຕ່າງກັນ ແຕ່ໂດຍພື້ນຖານແລ້ວ ມັນລ້ວນແຕ່ກ່ຽວຂ້ອງກັບວ່າອ້າຍເອື້ອຍນ້ອງສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງປອດໄພ ແລະ ໝັ້ນຄົງ ຫຼື ບໍ່ ແລະ ຜົນຂອງໜ້າທີ່ຂອງພວກເຂົາສາມາດຮັບປະກັນໄດ້ ຫຼື ບໍ່. ສະນັ້ນ, ຢ່າປ່ອຍປະລະເລີຍວຽກງານນີ້ ຫຼື ຖືວ່າມັນບໍ່ກ່ຽວຂ້ອງກັບເຈົ້າ ເພາະວ່າເຈົ້າອາໄສຢູ່ໃນປະເທດປະຊາທິປະໄຕ. ບໍ່ວ່າລະບອບການປົກຄອງໃນປະເທດທີ່ເຈົ້າອາໄສຢູ່ຈະເປັນແນວໃດ ຫຼື ຜູ້ເຊື່ອຖືກຂົ່ມເຫັງຢູ່ບ່ອນນັ້ນ ຫຼື ບໍ່ກໍຕາມ, ວຽກງານນີ້ກໍຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ມັນເປັນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ, ບໍ່ມີໃຜໄດ້ຮັບການຍົກເວັ້ນ ແລະ ມັນບໍ່ຄວນຖືກຖືວ່າເປັນວຽກງານ “ເພີ່ມເຕີມ”. ສະນັ້ນ, ມື້ນີ້ໃຫ້ພວກເຮົາໂອ້ລົມກັນກ່ຽວກັບບັນຫາຕ່າງໆທັງໝົດທີ່ກ່ຽວຂ້ອງກັບຫົວຂໍ້ນີ້.
ຂອບເຂດຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ
ກ່ອນອື່ນໝົດ, ໃຫ້ພວກເຮົາເບິ່ງວ່າ: “ບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ” ທີ່ໄດ້ກ່າວເຖິງໃນຄວາມຮັບຜິດຊອບຂໍ້ທີສິບຫ້າໝາຍເຖິງຫຍັງ. ນີ້ບໍ່ແມ່ນຫົວຂໍ້ທີ່ພວກເຮົາຄວນໂອ້ລົມກັນບໍ? (ແມ່ນແລ້ວ.) ສະນັ້ນ, “ບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ” ໝາຍເຖິງຫຍັງ? ກ່ອນອື່ນໝົດ, ໃຫ້ພວກເຮົາກຳນົດຂອບເຂດຂອງເປົ້າໝາຍຂອງວຽກງານນີ້. ໃຜສາມາດເວົ້າກ່ຽວກັບເລື່ອງນີ້ໄດ້ແດ່? (ບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດລວມມີອ້າຍເອື້ອຍນ້ອງໃນທີມງານວິດີໂອ, ທີມງານຜະລິດຮູບເງົາ, ທີມງານພິສູດອັກສອນ ແລະ ທີມງານເພງສັນລະເສີນ ແລະ ຜູ້ທີ່ປະຕິບັດໜ້າທີ່ສຳຄັນອື່ນໆ. ນອກຈາກນີ້, ມັນຍັງລວມມີອ້າຍເອື້ອຍນ້ອງບາງຄົນທີ່ມີບົດບາດສຳຄັນໃນວຽກງານສຳຄັນຕ່າງໆ, ພ້ອມທັງຜູ້ກຳກັບດູແລຂອງແຕ່ລະທີມ.) ມີໃຜຢາກເພີ່ມຫຍັງໃສ່ນີ້ອີກບໍ? (ມັນຍັງລວມມີຜູ້ນໍາ ແລະ ຜູ້ເຮັດວຽກອີກດ້ວຍ.) ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໄດ້ຮັບການປົກປ້ອງເປັນຢ່າງດີ. ມີໃຜອີກບໍ? (ຍັງມີບຸກຄະລາກອນສຳຄັນທີ່ຮັບຜິດຊອບວຽກງານທົ່ວໄປອີກດ້ວຍເຊັ່ນ: ບຸກຄະລາກອນດ້ານການເງິນ.) (ແລະ ອ້າຍເອື້ອຍນ້ອງທີ່ຖືກຕ້ອງການຕົວ ຫຼື ມີປະຫວັດທາງຄະດີ ເພາະວ່າພວກເຂົາເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ກໍຕ້ອງການການປົກປ້ອງເຊັ່ນກັນ.) ນີ້ແມ່ນອີກປະເພດໜຶ່ງ ແລະ ມັນເປັນກຸ່ມໜຶ່ງທີ່ພິເສດ. ໃຫ້ພວກເຮົາສະຫຼຸບວ່າມີຈັກປະເພດ. ປະເພດທີໜຶ່ງລວມມີຜູ້ນໍາ ແລະ ຜູ້ເຮັດວຽກ. ປະເພດທີສອງປະກອບດ້ວຍບຸກຄະລາກອນທີ່ຂາດບໍ່ໄດ້ສຳລັບວຽກງານຕ່າງໆໃນເຮືອນຂອງພຣະເຈົ້າ ໂດຍສະເພາະຫົວໜ້າທີມ ແລະ ຜູ້ກໍາກັບດູແລວຽກງານຕ່າງໆ ແລະ ບຸກຄະລາກອນທີ່ມີຂີດຄວາມສາມາດທີ່ດີ, ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ມີຄວາມສາມາດໃນການກຳແໜ້ນຫຼັກການ ແລະ ຮັບຜິດຊອບວຽກງານສຳຄັນໄດ້ຢ່າງເປັນເອກະລາດ. ມີບຸກຄະລາກອນຫຼາຍປະເພດທີ່ຮັບຜິດຊອບວຽກງານຕ່າງໆເຊັ່ນ: ຜູ້ທີ່ເຮັດວຽກງານຂໍ້ຄວາມ, ວຽກງານເພງສັນລະເສີນ, ວຽກງານຜະລິດຮູບເງົາ ແລະ ອື່ນໆ, ພ້ອມທັງຜູ້ທີ່ເທດສອນຂ່າວປະເສີດ, ເປັນປະຈັກພະຍານ ຫຼື ເຮັດໜ້າທີ່ເປັນຜູ້ອໍານວຍການວຽກງານຂ່າວປະເສີດ ແລະ ອື່ນໆ. ນອກຈາກນັ້ນ, ນີ້ຍັງລວມມີບຸກຄະລາກອນທີ່ຮັບຜິດຊອບວຽກງານດ້ານການເງິນ, ການເກັບຮັກສາໃຫ້ປອດໄພ ແລະ ວຽກງານພາຍນອກ. ບຸກຄົນເຫຼົ່ານີ້ມີບົດບາດສະໜັບສະໜູນໃນວຽກງານຂອງຄຣິສຕະຈັກ ແລະ ເປັນຜູ້ທີ່ຂາດບໍ່ໄດ້; ພວກເຂົາທັງໝົດລ້ວນແຕ່ຖືກລວມຢູ່ໃນສ່ວນໜຶ່ງຂອງບຸກຄະລາກອນທີ່ຮັບຜິດຊອບວຽກງານຕ່າງໆ. ນີ້ແມ່ນປະເພດໃຫຍ່ທີສອງ. ປະເພດໃຫຍ່ທີສາມລວມມີຜູ້ທີ່ເຮັດວຽກງານທີ່ເປັນອັນຕະລາຍຂອງຄຣິສຕະຈັກ. ໂດຍສະເພາະຢ່າງຍິ່ງ, ໃນປະເທດທີ່ມີລະບອບຜະເດັດການທີ່ບໍ່ມີເສລີພາບທາງສາສະໜາ, ມີວຽກງານບາງຢ່າງທີ່ເປັນອັນຕະລາຍທີ່ສຸດເຊັ່ນ: ການພິມໜັງສື, ການຂົນສົ່ງໜັງສື, ການເກັບຮັກສາຊັບສິນຂອງຄຣິສຕະຈັກໃຫ້ປອດໄພ, ພ້ອມທັງການຕ້ອນຮັບ ແລະ ການຈັດວາງບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ສຳຄັນ. ມີໃຜອີກບໍທີ່ລວມຢູ່ນຳ? (ຍັງມີບຸກຄະລາກອນທີ່ເຮັດວຽກງານທົ່ວໄປບາງຄົນທີ່ນຳສົ່ງຂໍ້ມູນຢູ່ພາຍນອກອີກດ້ວຍ; ໜ້າທີ່ທີ່ພວກເຂົາເຮັດກໍເປັນອັນຕະລາຍພໍສົມຄວນເຊັ່ນກັນ.) ບຸກຄົນເຫຼົ່ານີ້ກໍຖືກຖືວ່າເຮັດວຽກງານທີ່ເປັນອັນຕະລາຍເຊັ່ນກັນ. ເຖິງຢ່າງໃດກໍຕາມ, ຄົນເຫຼົ່ານີ້ບໍ່ໄດ້ເຮັດວຽກງານນີ້ເປັນບາງຄັ້ງບາງຄາວຢ່າງແນ່ນອນ; ແຕ່ພວກເຂົາຮັບຜິດຊອບໃນການປະຕິບັດວຽກງານທີ່ສຳຄັນ ແລະ ເປັນອັນຕະລາຍເຫຼົ່ານີ້ເປັນການສະເພາະ ເຊັ່ນ: ການນຳສົ່ງຂໍ້ມູນ, ການແຈກຢາຍການຈັດແຈງວຽກງານ, ການແຈກຢາຍວິດີໂອ, ຮູບເງົາ ຫຼື ສຽງບັນທຶກຄຳເທດສະໜາທັງໝົດຂອງເຮືອນຂອງພຣະເຈົ້າ ແລະ ອື່ນໆ. ໃນປະເທດຜະເດັດການທີ່ບໍ່ມີເສລີພາບທາງສາສະໜາ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮູ້ຢ່າງແຈ່ມແຈ້ງວ່າປະຊາກອນທີ່ພຣະເຈົ້າເລືອກຄົນໃດກຳລັງປະຕິບັດໜ້າທີ່ສຳຄັນ ແລະ ຮັບຜິດຊອບວຽກງານທີ່ເປັນອັນຕະລາຍ. ສະຫຼຸບແລ້ວ, ບຸກຄົນເຫຼົ່ານີ້ຍັງເປັນປະເພດໜຶ່ງຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນອີກດ້ວຍ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງພິຈາລະນາເຖິງຄວາມປອດໄພຂອງພວກເຂົາເປັນພິເສດ; ມັນບໍ່ສາມາດເບິ່ງຂ້າມໄດ້. ນີ້ແມ່ນປະເພດທີສາມ. ປະເພດທີສີ່ແມ່ນອີກກຸ່ມໜຶ່ງທີ່ຂາດບໍ່ໄດ້ໃນວຽກງານຂອງຄຣິສຕະຈັກ. ບຸກຄົນເຫຼົ່ານີ້ມີທັກສະ ແລະ ພອນສະຫວັນເຊັ່ນ: ການມີຄວາມຊຳນານໃນການເທດສອນຂ່າວປະເສີດ, ການໃຫ້ຄຳເທດສະໜາ, ການຫົດນໍ້າຄຣິສຕະຈັກ ຫຼື ການຮັບຜິດຊອບໃນການຈັດຕັ້ງວຽກງານສະເພາະໃດໜຶ່ງ. ບຸກຄົນເຫຼົ່ານີ້ອາດຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ກຳກັບດູແລວຽກງານຕ່າງໆ ຫຼື ຜູ້ທີ່ເຮັດວຽກງານທີ່ເປັນອັນຕະລາຍ. ຖ້າບໍ່ມີຄົນແບບນີ້, ກໍຈະມີຊ່ອງຫວ່າງໃນວຽກງານສຳຄັນທີ່ພວກເຂົາຮັບຜິດຊອບ ແລະ ບໍ່ມີໃຜສາມາດທົດແທນບົດບາດຂອງພວກເຂົາໄດ້. ສະນັ້ນ, ບຸກຄົນເຫຼົ່ານີ້ຄວນໄດ້ຮັບການປົກປ້ອງ ແລະ ຄວາມປອດໄພຂອງພວກເຂົາກໍຄວນໄດ້ຮັບການຮັບປະກັນ. ນີ້ແມ່ນຄົນປະເພດໜຶ່ງ. ອີກປະເພດໜຶ່ງແມ່ນຜູ້ທີ່ອາໄສຢູ່ໃນປະເທດທີ່ສາສະໜາຖືກຂົ່ມເຫັງ, ຖືກຕ້ອງການຕົວ ຫຼື ມີປະຫວັດທາງຄະດີ ເນື່ອງຈາກຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ. ບໍ່ວ່າຂອບເຂດຂອງໝາຍຈັບ ຫຼື ວຽກງານສະເພາະທີ່ພວກເຂົາຮັບຜິດຊອບໃນຄຣິສຕະຈັກຈະເປັນແນວໃດກໍຕາມ, ຕາບໃດທີ່ພວກເຂົາຖືກຕ້ອງການຕົວຍ້ອນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຊອກຫາວິທີປົກປ້ອງພວກເຂົາ ໂດຍການຈັດວາງໃຫ້ພວກເຂົາຢູ່ໃນສະຖານທີ່ທີ່ປອດໄພພໍສົມຄວນ ເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ໃນບັນດາປະເທດທັງໝົດທີ່ຂົ່ມເຫັງຄວາມເຊື່ອທາງສາສະໜາ, ການຂົ່ມເຫັງຂອງປະເທດຈີນແມ່ນຮ້າຍແຮງທີ່ສຸດ. ໃນບັນດາແຂວງ ແລະ ເຂດຕ່າງໆທົ່ວປະເທດຈີນ, ຫຼາຍຄົນໄດ້ຖືກຈັບກຸມ ຫຼື ຖືກຕ້ອງການຕົວ, ບໍ່ສາມາດກັບບ້ານໄດ້. ມີບາງປະເທດທີ່ຄ້າຍຄືກັນທົ່ວໂລກ ແລະ ໃນທຸກທະວີບທີ່ຂົ່ມເຫັງຄວາມເຊື່ອທາງສາສະໜາຄືກັບປະເທດຈີນ ແລະ ໃນປະເທດເຫຼົ່ານີ້, ຍັງມີຜູ້ທີ່ປະເຊີນກັບການຂົ່ມເຫັງ ແລະ ບໍ່ສາມາດກັບບ້ານໄດ້ອີກດ້ວຍ ເນື່ອງຈາກການຍອມຮັບເອົາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສຳລັບຜູ້ທີ່ຖືກຂົ່ມເຫັງ ແລະ ບໍ່ສາມາດກັບບ້ານໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດວາງໃຫ້ພວກເຂົາຢູ່ໃນຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາໂດຍໄວເທົ່າທີ່ຈະໄວໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດໃຫ້ພວກເຂົາຢູ່ໃນສະພາບແວດລ້ອມທີ່ປອດໄພພໍສົມຄວນຕາມເງື່ອນໄຂຂອງທ້ອງຖິ່ນ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້. ນີ້ເປັນວຽກງານບູລິມະສິດທີ່ຕ້ອງເຮັດໃຫ້ດີ. ບຸກຄົນເຫຼົ່ານີ້ທີ່ໄດ້ຖືກຈັບກຸມ ຫຼື ຖືກຕ້ອງການຕົວກໍປະກອບເປັນບຸກຄະລາກອນປະເພດທີຫ້າທີ່ຕ້ອງການການປົກປ້ອງ. ຍັງມີອີກປະເພດໜຶ່ງໃນບັນດາບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆທີ່ມີຄວາມພິເສດ. ບຸກຄົນເຫຼົ່ານີ້ອາດຈະບໍ່ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກໃນປັດຈຸບັນ ແລະ ບໍ່ໄດ້ເຮັດວຽກງານທີ່ເປັນອັນຕະລາຍ ແຕ່ພວກເຂົາເຄີຍປະຕິບັດໜ້າທີ່ຫຼາຍຢ່າງມາກ່ອນ ແລະ ວຽກງານຂອງພວກເຂົາກໍໄດ້ກວມເອົາຂອບເຂດທີ່ກວ້າງຂວາງ. ພວກເຂົາຮູ້ຈັກຄອບຄົວເຈົ້າພາບຫຼາຍຄອບຄົວ ແລະ ຍັງຮູ້ຈັກບຸກຄະລາກອນບາງຄົນທີ່ກຳລັງປະຕິບັດໜ້າທີ່ສຳຄັນອີກດ້ວຍ. ສະນັ້ນ, ຖ້າບຸກຄົນດັ່ງກ່າວຖືກຈັບກຸມ, ມັນກໍຈະນຳເອົາໄພພິບັດມາສູ່ວຽກງານຂອງຄຣິສຕະຈັກເຊັ່ນກັນ. ບຸກຄົນເຫຼົ່ານີ້ຄວນຖືກເອີ້ນວ່າ: “ຜູ້ທີ່ຮູ້ເລື່ອງພາຍໃນ” ແລະ ພວກເຂົາກໍຄວນຖືກລວມຢູ່ໃນບັນດາບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດເຊັ່ນກັນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບປະກັນຄວາມປອດໄພຂອງພວກເຂົາ ເພື່ອຈຸດປະສົງໃນການປົກປ້ອງຄວາມປອດໄພຂອງປະຊາກອນທີ່ພຣະເຈົ້າເລືອກທຸກຄົນ ແລະ ຮັບປະກັນວ່າວຽກງານຂອງຄຣິສຕະຈັກສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນປົກກະຕິ. ໂດຍສະເພາະຢ່າງຍິ່ງ, ບຸກຄົນບາງຄົນໃນປະເພດນີ້ແມ່ນຂ້ອນຂ້າງປະໝາດ; ພວກເຂົາບໍ່ຮູ້ຈັກລະມັດລະວັງ ແລະ ພວກເຂົາບໍ່ມີສະຕິປັນຍາຫຼາຍ. ພວກເຂົາມັກຈະເຮັດດ້ວຍຄວາມກະຕືລືລົ້ນ ໂດຍບໍ່ຄິດໜ້າຄິດຫຼັງ, ເຮັດສິ່ງຕ່າງໆຢ່າງບໍ່ລະມັດລະວັງຢູ່ພາຍນອກສະເໝີ. ໂດຍທີ່ບໍ່ເຄີຍຖືກຈັບກຸມ ຫຼື ຖືກທໍລະມານ, ພວກເຂົາຈຶ່ງບໍ່ຮູ້ເຖິງອັນຕະລາຍທີ່ກ່ຽວຂ້ອງ ແລະ ຜົນທີ່ຈະຕາມມາທີ່ອາດຈະເກີດຂຶ້ນຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຂົ້າໃຈວ່າຄວາມຮ້າຍແຮງຂອງຜົນທີ່ຈະຕາມມາເຫຼົ່ານັ້ນຈະເປັນແນວໃດ. ເພາະພວກເຂົາເຊື່ອວ່າພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ, ບໍ່ເຮັດສິ່ງທີ່ບໍ່ດີ, ພວກເຂົາຈຶ່ງບໍ່ຢ້ານຫຍັງ. ຜົນກໍຄືຫຼັງຈາກເຮັດວຽກຢູ່ໃນທ້ອງຖິ່ນໄດ້ໄລຍະໜຶ່ງ, ພວກເຂົາອາດຈະກາຍເປັນທີ່ຮູ້ຈັກກັນດີ ແລະ ຕົກຢູ່ພາຍໃຕ້ການເຝົ້າຕິດຕາມຂອງລັດຖະບານ. ນັ້ນບໍ່ກໍ່ໃຫ້ເກີດອັນຕະລາຍບໍ? ເມື່ອພວກເຂົາຖືກຈັບກຸມ, ຖ້າພວກເຂົາບໍ່ສາມາດທົນຕໍ່ການສອບສວນດ້ວຍການທໍລະມານໄດ້, ພວກເຂົາອາດຈະກາຍເປັນຢູດາ, ຫັກຫຼັງອ້າຍເອື້ອຍນ້ອງ. ສິ່ງນີ້ຈະນຳເອົາຄວາມສູນເສຍອັນໃຫຍ່ຫຼວງມາສູ່ຄຣິສຕະຈັກ ແລະ ຊັດທອດເຖິງອ້າຍເອື້ອຍນ້ອງຄົນອື່ນໆ, ເຮັດໃຫ້ພວກເຂົາສ່ຽງຕໍ່ການຖືກຈັບກຸມ ແລະ ຕິດຄຸກ ເຊິ່ງຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ວຽກງານຕ່າງໆຂອງຄຣິສຕະຈັກ. ສະນັ້ນ, ຄຣິສຕະຈັກຄວນໃຫ້ຄວາມສຳຄັນກັບການປົກປ້ອງບຸກຄົນດັ່ງກ່າວເຊັ່ນກັນ. ຖ້າບໍ່ສາມາດຊອກຫາສະຖານທີ່ທີ່ປອດໄພໃນທ້ອງຖິ່ນເພື່ອເຊື່ອງພວກເຂົາໄດ້, ພວກເຂົາກໍຄວນຖືກຍົກຍ້າຍໄປຢູ່ສະຖານທີ່ທີ່ປອດໄພພໍສົມຄວນຢູ່ບ່ອນອື່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ນີ້ຍັງແມ່ນຄົນອີກປະເພດໜຶ່ງ. ເນື່ອງຈາກລັກສະນະພິເສດຂອງສະຖານະການຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງຈັດວາງໃຫ້ພວກເຂົາ, ສະນັ້ນ, ພວກເຂົາຈຶ່ງຖືກລວມຢູ່ໃນບັນດາບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດເຊັ່ນກັນ. ມີຄົນທັງໝົດຈັກປະເພດ? (ຫົກປະເພດ: ປະເພດທີໜຶ່ງແມ່ນຜູ້ນໍາ ແລະ ຜູ້ເຮັດວຽກ. ປະເພດທີສອງປະກອບດ້ວຍບຸກຄະລາກອນທີ່ຂາດບໍ່ໄດ້ທີ່ຮັບຜິດຊອບວຽກງານຕ່າງໆໃນເຮືອນຂອງພຣະເຈົ້າ; ຜູ້ກຳກັບດູແລ, ຫົວໜ້າທີມ ແລະ ຜູ້ອຳນວຍການວຽກງານຂ່າວປະເສີດ ແລະ ຜູ້ທີ່ສາມາດຮັບຜິດຊອບວຽກງານໄດ້. ປະເພດທີສາມແມ່ນບຸກຄະລາກອນທີ່ເຮັດວຽກງານທີ່ເປັນອັນຕະລາຍຂອງຄຣິສຕະຈັກ. ປະເພດທີສີ່ແມ່ນຜູ້ທີ່ມີທັກສະ ແລະ ພອນສະຫວັນ. ປະເພດທີຫ້າປະກອບດ້ວຍຄົນທີ່ມີປະຫວັດທາງຄະດີ, ຜູ້ທີ່ຖືກໄລ່ລ່າ ແລະ ຜູ້ທີ່ຖືກຕ້ອງການຕົວ ແລະ ປະເພດທີຫົກແມ່ນຜູ້ທີ່ຮູ້ເລື່ອງພາຍໃນ.) ໂດຍພື້ນຖານແລ້ວ ພວກເຮົາໄດ້ກວມເອົາບຸກຄະລາກອນທີ່ສຳຄັນທັງໝົດທີ່ກ່ຽວຂ້ອງກັບວຽກງານຕ່າງໆແລ້ວ ແຕ່ມີອີກປະເພດໜຶ່ງທີ່ຕ້ອງເພີ່ມເຂົ້າໄປຄື: ຖ້າອ້າຍເອື້ອຍນ້ອງຄົນໃດໃນຄຣິສຕະຈັກບໍ່ສາມາດດູແລລູກທີ່ຍັງບໍ່ບັນລຸນິຕິພາວະຂອງພວກເຂົາໄດ້ ເນື່ອງຈາກການອອກໄປປະຕິບັດໜ້າທີ່ຂອງພວກເຂົາ, ການຖືກຈັບກຸມ ຫຼື ການປະເຊີນກັບສະຖານະການທີ່ບໍ່ຄາດຄິດອື່ນໆ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຈັດວາງໃຫ້ເດັກນ້ອຍເຫຼົ່ານີ້ຢູ່ໃນຄົວເຮືອນທີ່ເໝາະສົມ ເພື່ອໃຫ້ພວກເຂົາມີວິທີທາງໃນການດຳລົງຊີວິດ. ນີ້ກໍເປັນວຽກງານພິເສດຢ່າງໜຶ່ງເຊັ່ນກັນ. ເຖິງແມ່ນວ່າວຽກງານນີ້ບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ແລະ ມັນເກີດຂຶ້ນຈາກສະຖານະການພິເສດເທົ່ານັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງຮັບຜິດຊອບໃນການຈັດວາງເດັກນ້ອຍທີ່ຍັງບໍ່ບັນລຸນິຕິພາວະເຫຼົ່ານີ້ໃຫ້ຢູ່ບ່ອນທີ່ເໝາະສົມ. ຖ້າພວກເຂົາບໍ່ມີຍາດພີ່ນ້ອງທີ່ເໝາະສົມ ຫຼື ຖ້າຍາດພີ່ນ້ອງຂອງພວກເຂົາເປັນຜູ້ບໍ່ມີຄວາມເຊື່ອ ແລະ ບໍ່ເຕັມໃຈທີ່ຈະຮັບເອົາພວກເຂົາ, ຄຣິສຕະຈັກກໍຄວນຮັບເອົາພວກເຂົາ. ຄຣິສຕະຈັກບໍ່ຄວນພຽງແຕ່ຈັດແຈງບ້ານເຈົ້າພາບທີ່ເໝາະສົມໃຫ້ພວກເຂົາເທົ່ານັ້ນ ແຕ່ຍັງຕ້ອງມອບໝາຍໃຫ້ອ້າຍເອື້ອຍນ້ອງຮັບຜິດຊອບໃນການດູແລພວກເຂົາອີກດ້ວຍ. ເມື່ອມີການຈັດວາງໃຫ້ພວກເຂົາຢູ່ບ່ອນທີ່ເໝາະສົມແລ້ວ, ຖ້າພວກເຂົາເຊື່ອໃນພຣະເຈົ້າ, ນັ້ນກໍເປັນສິ່ງທີ່ດີທີ່ສຸດຢ່າງແນ່ນອນ ແລະ ເມື່ອພວກເຂົາເຕີບໃຫຍ່ເປັນຜູ້ໃຫຍ່, ພວກເຂົາກໍສາມາດປະຕິບັດໜ້າທີ່ໃນຄຣິສຕະຈັກໄດ້. ຖ້າພວກເຂົາບໍ່ເຊື່ອໃນພຣະເຈົ້າ, ແລ້ວເມື່ອພວກເຂົາເຕີບໃຫຍ່ເປັນຜູ້ໃຫຍ່ ແລະ ເຂົ້າສູ່ສັງຄົມ, ພວກເຂົາກໍຈະບໍ່ມີຄວາມກ່ຽວຂ້ອງກັບຄຣິສຕະຈັກອີກຕໍ່ໄປ ແລະ ຄວາມຮັບຜິດຊອບຂອງພວກເຮົາກໍຈະສິ້ນສຸດລົງ. ພວກເຮົາຈະບໍ່ຈຳເປັນຕ້ອງກັງວົນກ່ຽວກັບເລື່ອງຂອງພວກເຂົາອີກຕໍ່ໄປ. ແບບນີ້ເໝາະສົມບໍ? (ເໝາະສົມແລ້ວ.) ເຖິງແມ່ນວ່າວຽກງານນີ້ບໍ່ກ່ຽວຂ້ອງກັບວຽກງານຕ່າງໆຂອງຄຣິສຕະຈັກ, ມັນກໍຍັງຄວນຖືກລວມຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າມີລູກໆຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກທີ່ຕ້ອງການການຈັດວາງ, ເວັ້ນເສຍແຕ່ວ່າ ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຮູ້ສະຖານະການ, ພວກເຂົາບໍ່ສາມາດບໍ່ສົນໃຈມັນໄດ້. ຖ້າພວກເຂົາຮູ້ກ່ຽວກັບມັນ, ພວກເຂົາກໍຄວນສອບຖາມ, ຈັດການມັນ ແລະ ຮັບຜິດຊອບໜ້າທີ່ນີ້ ເພື່ອຈັດວາງໃຫ້ພວກເຂົາຢູ່ບ່ອນທີ່ເໝາະສົມ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບປະກັນວ່າອ້າຍເອື້ອຍນ້ອງທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ໂດຍສະເພາະຜູ້ທີ່ກຳລັງຮັບຜິດຊອບວຽກງານສຳຄັນ, ປາສະຈາກຄວາມກັງວົນເມື່ອເວົ້າເຖິງເລື່ອງນີ້. ການປະຕິບັດວຽກງານນີ້ໃຫ້ດີບໍ່ແມ່ນເລື່ອງຍາກ, ແມ່ນບໍ? (ບໍ່, ມັນບໍ່ຍາກ.) ມີບຸກຄະລາກອນທີ່ເຮັດວຽກງານສຳຄັນຢ່າງໜ້ອຍຫົກປະເພດ. ປະເພດທີເຈັດແມ່ນສ່ວນເພີ່ມເຕີມ, ມັນສະແດງໃຫ້ເຫັນເຖິງປະເພດຂອງສະຖານະການທີ່ພິເສດຫຼາຍ. ບຸກຄະລາກອນຕ່າງໆທີ່ໄດ້ລະບຸໄວ້ໃນຫົກປະເພດທຳອິດອາດຈະບໍ່ມີຢູ່ທັງໝົດໃນທຸກເຂດອະພິບານ ຫຼື ທຸກປະເທດ. ເຖິງຢ່າງໃດກໍຕາມ, ບໍ່ວ່າຈະເປັນປະເທດໃດກໍຕາມ, ການປົກປ້ອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນກໍເປັນວຽກງານທີ່ສຳຄັນຫຼາຍ. ນີ້ເປັນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກທຸກຄົນຕ້ອງເອົາໃຈໃສ່ ແລະ ມັນເປັນຄວາມຮັບຜິດຊອບທີ່ພວກເຂົາຕ້ອງປະຕິບັດໃຫ້ດີ.
ການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນຈາກການແຊກແຊງຂອງໂລກພາຍນອກ
I. ຂໍ້ກຳນົດດ້ານຄວາມປອດໄພສຳລັບຄອບຄົວເຈົ້າພາບ
ຕອນນີ້ພວກເຮົາໄດ້ຊີ້ແຈງແລ້ວວ່າບຸກຄະລາກອນທີ່ເຮັດວຽກງານສຳຄັນແມ່ນໃຜ, ໃຫ້ພວກເຮົາເບິ່ງວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ, ນັ້ນກໍຄືການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ, ປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ. ສະນັ້ນ, ວຽກງານສະເພາະໃດແດ່ທີ່ຈຳເປັນຕ້ອງເຮັດເພື່ອປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກຢ່າງມີປະສິດທິພາບ ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຖືກຖືວ່າໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາສຳເລັດ? ເມື່ອເວົ້າເຖິງການປະຕິບັດວຽກງານສະເພາະ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຮູ້ສຶກວ່າພວກເຂົາຕົກຢູ່ໃນສະຖານະການທີ່ລໍາບາກໃຈ, ເອົາແຕ່ເກົາຫົວ ແລະ ຮູ້ສຶກກະວົນກະວາຍ, ບໍ່ແນ່ໃຈວ່າຈະປະຕິບັດແນວໃດ. ມີຫຼັກການສຳຄັນຢ່າງໜຶ່ງໃນການຈັດວາງໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້ຄື: ພວກເຂົາຕ້ອງໄດ້ຮັບການປົກປ້ອງຈາກການແຊກແຊງຂອງໂລກພາຍນອກ ເພື່ອຮັບປະກັນຄວາມປອດໄພຂອງພວກເຂົາ. ບໍ່ວ່າບຸກຄະລາກອນທີ່ເຮັດວຽກງານສຳຄັນຖືກຈັດໃຫ້ຢູ່ໃນບ້ານຂອງອ້າຍເອື້ອຍນ້ອງ ຫຼື ຢູ່ໃນເຮືອນເຊົ່າ, ຈຸດສຳຄັນແມ່ນຄວາມປອດໄພຂອງພວກເຂົາຕ້ອງໄດ້ຮັບການຮັບປະກັນ. ການຮັບປະກັນຄວາມປອດໄພຂອງພວກເຂົາໝາຍເຖິງການປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດຫຍັງເພື່ອປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ? ມັນຮຽກຮ້ອງໃຫ້ມີການຈັດວາງໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນຢູ່ໃນສະຖານທີ່ທີ່ເໝາະສົມ. ໃຫ້ພວກເຮົາເບິ່ງເລື່ອງນີ້ຈາກສອງດ້ານຄື: ດ້ານໜຶ່ງແມ່ນສະພາບແວດລ້ອມພາຍໃນຂອງຄອບຄົວເຈົ້າພາບ ແລະ ອີກດ້ານໜຶ່ງແມ່ນສະພາບແວດລ້ອມພາຍນອກ. ໃນດ້ານຂອງສະພາບແວດລ້ອມພາຍໃນ, ກ່ອນອື່ນໝົດ, ເຈົ້າພາບຕ້ອງເປັນຜູ້ເຊື່ອທີ່ແທ້ຈິງ, ເຕັມໃຈທີ່ຈະຕ້ອນຮັບ, ສາມາດຮັກສາຄວາມລັບໄດ້, ເຮັດດ້ວຍຄວາມລະມັດລະວັງ ແລະ ຈັດການກັບໂລກພາຍນອກຢ່າງມີສະຕິປັນຍາ. ຖ້າມີສະຖານະການພິເສດໃດໆເກີດຂຶ້ນ, ພວກເຂົາຄວນຮູ້ວິທີຕອບສະໜອງຕໍ່ມັນ; ພວກເຂົາຄວນຈະສາມາດຈັດການ ແລະ ແກ້ໄຂມັນຢ່າງຫ້າວຫັນແທນທີ່ຈະເປັນຝ່າຍຮັບ. ນອກຈາກນີ້, ພວກເຂົາຄວນມີຊື່ສຽງທີ່ດີໃນທ້ອງຖິ່ນ ຫຼື ບາງເທື່ອອາດມີກຽດ ແລະ ເສັ້ນສາຍໃນທ້ອງຖິ່ນ. ເຖິງແມ່ນວ່າພວກເຂົາຂາດອິດທິພົນ, ຢ່າງໜ້ອຍທີ່ສຸດ, ພວກເຂົາຄວນເປັນຄົນທີ່ຢູ່ຢ່າງສະຫງົບຮຽບຮ້ອຍ ແລະ ດຳລົງຊີວິດຢ່າງເໝາະສົມ ແລະ ເປັນຜູ້ທີ່ບໍ່ເຄີຍສ້າງບັນຫາ ຫຼື ດຶງດູດບຸກຄົນບໍ່ດີເຂົ້າມາໃນບ້ານຂອງພວກເຂົາ. ພວກເຂົາບໍ່ຄວນມີໝູ່ເພື່ອນທີ່ມາເຕົ້າໂຮມກັນເພື່ອຫຼິ້ນໄພ້ນົກກະຈອກ ຫຼື ດື່ມເຫຼົ້າ. ນອກຈາກນີ້, ຄວາມສຳພັນຂອງພວກເຂົາກັບໂລກພາຍນອກ ແລະ ເພື່ອນບ້ານຄວນເປັນປົກກະຕິພໍສົມຄວນ. ພວກເຂົາບໍ່ຄວນເຂົ້າໄປມີສ່ວນກ່ຽວຂ້ອງກັບຂໍ້ຂັດແຍ່ງໃດໆກ່ຽວກັບໜີ້ສິນ ແລະ ພວກເຂົາບໍ່ຄວນຂັດແຍ່ງກັບເພື່ອນບ້ານຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ສະພາບແວດລ້ອມໃນບ້ານຂອງພວກເຂົາຄວນງຽບສະຫງົບພໍສົມຄວນ, ເຈົ້າພາບຄວນມີຄວາມສຳພັນທີ່ບໍ່ຊັບຊ້ອນ ແລະ ບໍ່ຄ່ອຍມີຄົນພາຍນອກເຂົ້າມາລົບກວນ ແລະ ອື່ນໆ. ທຸກດ້ານຄວນເໝາະສົມ. ຍິ່ງໄປກວ່ານັ້ນ, ລູກໆ ຫຼື ຍາດພີ່ນ້ອງຂອງເຈົ້າພາບຄວນສະໜັບສະໜູນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ຫຼື ຢ່າງໜ້ອຍກໍບໍ່ຄັດຄ້ານການຕ້ອນຮັບອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ແນ່ນອນວ່າບໍ່ໄປເວົ້າກ່ຽວກັບເລື່ອງເຫຼົ່ານີ້ຢ່າງບໍ່ລະມັດລະວັງ. ບາງຄົນອາດຈະເວົ້າວ່າ: “ມັນບໍ່ແມ່ນເລື່ອງງ່າຍທີ່ຈະຊອກຫາຄອບຄົວເຈົ້າພາບທີ່ຕອບສະໜອງເງື່ອນໄຂທັງໝົດເຫຼົ່ານີ້!” ນີ້ໝາຍເຖິງການຊອກຫາສະຖານທີ່ທີ່ເໝາະສົມພໍສົມຄວນ, ບໍ່ຈຳເປັນຕ້ອງສົມບູນແບບທຸກຢ່າງ. ຢ່າງໜ້ອຍທີ່ສຸດ, ສະພາບແວດລ້ອມໃນການດຳລົງຊີວິດຄວນເໝາະສົມ, ງຽບສະຫງົບ ແລະ ປາສະຈາກການແຊກແຊງຈາກພາຍນອກ ເຊິ່ງຕອບສະໜອງຕໍ່ຂໍ້ກຳນົດຂອງການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນຈາກການແຊກແຊງຂອງໂລກພາຍນອກ. ໃນຄອບຄົວເຈົ້າພາບບາງຄອບຄົວ, ເຖິງແມ່ນວ່າ ບໍ່ແມ່ນສະມາຊິກທຸກຄົນໃນຄອບຄົວເປັນຜູ້ເຊື່ອ ແຕ່ບຸກຄົນທີ່ຕ້ອນຮັບມີສິດອຳນາດພາຍໃນຄົວເຮືອນ ແລະ ເປັນຜູ້ຕັດສິນໃຈ. ລູກໆ ຫຼື ຍາດພີ່ນ້ອງທີ່ເປັນຜູ້ບໍ່ມີຄວາມເຊື່ອຂອງພວກເຂົາກໍບໍ່ກ້າແຊກແຊງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ຫຼື ການຕ້ອນຮັບອ້າຍເອື້ອຍນ້ອງຂອງພວກເຂົາ; ເຖິງແມ່ນວ່າ ພວກເຂົາບໍ່ເຫັນດີພາຍໃນໃຈ, ພວກເຂົາກໍບໍ່ກ້າທີ່ຈະນຳເອົາເລື່ອງນີ້ໄປເປີດເຜີຍໃຫ້ຄົນພາຍນອກຮູ້. ຖ້າມີບາງສິ່ງບາງຢ່າງເກີດຂຶ້ນແທ້, ພວກເຂົາຍັງສາມາດຊ່ວຍໃຫ້ການປົກປ້ອງໄດ້. ດ້ວຍວິທີນີ້, ອ້າຍເອື້ອຍນ້ອງທີ່ພັກຢູ່ບ້ານເຈົ້າພາບນີ້ກໍສາມາດບໍ່ໄດ້ຮັບຜົນກະທົບຈາກການແຊກແຊງຂອງໂລກພາຍນອກໄດ້ອີກດ້ວຍ. ໃນບາງກໍລະນີ, ເຈົ້າພາບເປັນຄົນຂີ້ຢ້ານ, ຢ້ານວ່າລູກໆຂອງພວກເຂົາອາດຈະເປີດເຜີຍຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ຢ້ານວ່າເພື່ອນບ້ານອາດຈະຮູ້ກ່ຽວກັບຄວາມເຊື່ອຂອງພວກເຂົາ ແລະ ລາຍງານພວກເຂົາ ແລະ ໂດຍສະເພາະແມ່ນຢ້ານວ່າຈະເກີດເລື່ອງເກີດລາວຂຶ້ນ ແລະ ພວກເຂົາຈະຖືກຈັບກຸມ. ເມື່ອພວກເຂົາເລີ່ມຕ້ອນຮັບອ້າຍເອື້ອຍນ້ອງ, ພວກເຂົາກໍຕົກຢູ່ໃນຄວາມວິຕົກກັງວົນທຸກມື້, ບໍ່ສາມາດກິນເຂົ້າໃນຕອນກາງເວັນ ຫຼື ນອນຫຼັບໃນຕອນກາງຄືນໄດ້, ໃຊ້ເວລາໝົດມື້ໄປກັບຄວາມກັງວົນ ແລະ ຢ້ານກົວຄືກັບຄົນຂີ້ລັກ. ເມື່ອໃດກໍຕາມທີ່ພວກເຂົາໄດ້ຍິນວ່າມີບາງສິ່ງບາງຢ່າງເກີດຂຶ້ນເຊັ່ນ: ລັດຖະບານວາງແຜນທີ່ຈະກວດກາສຳມະໂນຄົວ ຫຼື ເຈົ້າໜ້າທີ່ລັດຖະບານມາເຮືອນຂອງພວກເຂົາເພື່ອເຮັດບາງສິ່ງບາງຢ່າງພາຍໃຕ້ຂໍ້ອ້າງຕ່າງໆ, ພວກເຂົາກໍຢ້ານກົວຢ່າງທີ່ສຸດ ແລະ ຕ້ອງການໃຫ້ອ້າຍເອື້ອຍນ້ອງອອກໄປທັນທີຢູ່ສະເໝີ ເພື່ອບໍ່ໃຫ້ຕົວພວກເຂົາເອງຕ້ອງພອຍເດືອດຮ້ອນໄປນຳ. ເມື່ອອ້າຍເອື້ອຍນ້ອງເຫັນແບບນີ້, ພວກເຂົາຄວນຍົກຍ້າຍອອກທັນທີ ເພາະວ່າສະຖານທີ່ດັ່ງກ່າວບໍ່ເໝາະສົມສຳລັບການຕ້ອນຮັບ; ມັນອາດຈະຖືກໃຊ້ເປັນບ່ອນພັກຊົ່ວຄາວເປັນເວລາພຽງແຕ່ສອງສາມມື້ເທົ່ານັ້ນ. ຖ້າລູກໆ, ຍາດພີ່ນ້ອງ ຫຼື ໝູ່ເພື່ອນຂອງຄອບຄົວເຈົ້າພາບເປັນຄົນຊົ່ວຊ້າ ທີ່ເມື່ອຮູ້ວ່າເຈົ້າພາບກຳລັງຕ້ອນຮັບຜູ້ເຊື່ອ, ພວກເຂົາອາດຈະມາລົບກວນ ຫຼື ແມ່ນແຕ່ສົ່ງຕົວອ້າຍເອື້ອຍນ້ອງໃຫ້ຕຳຫຼວດ, ແລ້ວນີ້ກໍເປັນອັນຕະລາຍເກີນໄປ. ຄອບຄົວເຈົ້າພາບດັ່ງກ່າວບໍ່ເໝາະສົມທີ່ຈະພັກຢູ່ນຳ. ພໍ່ແມ່ບາງຄົນປະຕິບັດຕົວຄືກັບທາດຕໍ່ໜ້າລູກໆຂອງພວກເຂົາ; ພວກເຂົາອາດຈະເວົ້າວ່າ: “ມັນບໍ່ເປັນຫຍັງ, ລູກຂອງຂ້ອຍຟັງຄວາມຂ້ອຍ” ແຕ່ໃນຄວາມເປັນຈິງແລ້ວ, ການເຊື່ອຟັງຂອງລູກໆຂອງພວກເຂົາຂຶ້ນຢູ່ກັບສະຖານະການ. ເມື່ອຜົນປະໂຫຍດຂອງພວກເຂົາເອງເຂົ້າມາກ່ຽວຂ້ອງ, ລູກໆກໍຈະບໍ່ຟັງຄວາມພວກເຂົາ. ຄົນແບບນີ້ບໍ່ກ້າຈະໃຫ້ລູກໆຂອງພວກເຂົາຮູ້ວ່າພວກເຂົາກຳລັງຕ້ອນຮັບອ້າຍເອື້ອຍນ້ອງ. ຖ້າລູກໆ ຫຼື ຍາດພີ່ນ້ອງຂອງພວກເຂົາຮູ້, ພວກເຂົາຈະຂັບໄລ່ອ້າຍເອື້ອຍນ້ອງອອກໄປຢ່າງແນ່ນອນ ແລະ ເຈົ້າພາບກໍຈະບໍ່ສາມາດຢຸດພວກເຂົາໄດ້. ພວກເຂົາບໍ່ແມ່ນຜູ້ຕັດສິນໃຈຂັ້ນສຸດທ້າຍໃນຄົວເຮືອນຂອງພວກເຂົາເອງ. ຄົນແບບນີ້ບໍ່ເໝາະສົມສຳລັບການຕ້ອນຮັບ; ພວກເຂົາອາດຈະມີຄວາມປາຖະໜາ ແຕ່ຂາດຄວາມກ້າຫານທີ່ຈະຕ້ອນຮັບ. ຄົນຂີ້ຢ້ານຈະກ້າຕ້ອນຮັບໄດ້ແທ້ບໍ? ຖ້າເຈົ້າບໍ່ສາມາດຮັບປະກັນຄວາມປອດໄພຂອງອ້າຍເອື້ອຍນ້ອງໄດ້, ເຈົ້າກໍບໍ່ເໝາະສົມກັບໜ້າທີ່ນີ້, ເຈົ້າບໍ່ຄວນອາສາສະໝັກເຮັດມັນ ແລະ ເຈົ້າບໍ່ຄວນໃຫ້ຄຳສັນຍາລົມໆແລ້ງໆກັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເຈົ້າບໍ່ຄວນຮັບເອົາໜ້າທີ່ນີ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຈັດວາງໃຫ້ອ້າຍເອື້ອຍນ້ອງຢູ່ໃນຄົວເຮືອນດັ່ງກ່າວເພື່ອຕ້ອນຮັບ, ພວກເຈົ້າຄິດວ່າມັນເໝາະສົມບໍ? (ບໍ່ເໝາະສົມ.) ມັນບໍ່ເໝາະສົມຢ່າງຍິ່ງ. ຢ່າສົ່ງອ້າຍເອື້ອຍນ້ອງເຂົ້າໄປໃນປາກເສືອເດັດຂາດ. ມັນອາດຈະເປັນໄປໄດ້ວ່າອ້າຍເອື້ອຍນ້ອງຂ້ອນຂ້າງປອດໄພທີ່ອາໄສຢູ່ບ່ອນອື່ນ; ຖ້າເຈົ້າຈັດວາງໃຫ້ພວກເຂົາຢູ່ໃນບ້ານຂອງບຸກຄົນນີ້, ບ່ອນທີ່ລູກໆ ຫຼື ຍາດພີ່ນ້ອງເປັນຜູ້ບໍ່ມີຄວາມເຊື່ອ ແລະ ພວກເຂົາອາດຈະແຈ້ງເບາະແສ ແລະ ສົ່ງຕົວພວກເຂົາໃຫ້ຕຳຫຼວດທັນທີທີ່ພວກເຂົາພົບວ່າຜູ້ເຊື່ອກຳລັງພັກຢູ່ບ່ອນນັ້ນ, ສະນັ້ນ, ຈຶ່ງເປັນການເຮັດໃຫ້ຊີວິດຂອງພວກເຂົາຕົກຢູ່ໃນອັນຕະລາຍ, ເຈົ້າພາບຄົນນັ້ນຈະບໍ່ປະສົບກັບເຄາະຮ້າຍບໍ? ຖ້າເຈົ້າພາບເຕັມໃຈທີ່ຈະສ່ຽງຊີວິດຂອງພວກເຂົາ ເພື່ອປົກປ້ອງອ້າຍເອື້ອຍນ້ອງໃນສະຖານະການດັ່ງກ່າວ ແລະ ສາມາດຮັບປະກັນຄວາມປອດໄພຂອງພວກເຂົາໄດ້ຢ່າງມີປະສິດທິພາບ ແລະ ຖ້າພວກເຂົາສະແດງໃຫ້ເຫັນເຖິງສະຕິປັນຍາຢ່າງຫຼວງຫຼາຍເປັນປົກກະຕິ, ຄອບຄົວເຈົ້າພາບນີ້ກໍອາດຈະຍັງເປັນທາງເລືອກທີ່ເໝາະສົມ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ສາມາດສ່ຽງຊີວິດຂອງພວກເຂົາ ເພື່ອປົກປ້ອງອ້າຍເອື້ອຍນ້ອງໄດ້ ແລະ ເມື່ອຜູ້ບໍ່ມີຄວາມເຊື່ອໃນຄອບຄົວຂອງພວກເຂົາຂົ່ມຂູ່ທີ່ຈະລາຍງານອ້າຍເອື້ອຍນ້ອງ ແລະ ສົ່ງພວກເຂົາໃຫ້ຕຳຫຼວດ, ພວກເຂົາບໍ່ມີທາງອອກ ແລະ ສາມາດເຮັດໄດ້ພຽງແຕ່ຫົດຫົວຄືກັບເຕົ່າທີ່ຫົດຫົວຂອງມັນເຂົ້າໃນກະດອງຂອງມັນເທົ່ານັ້ນ, ບໍ່ປົກປ້ອງອ້າຍເອື້ອຍນ້ອງ ແລະ ພຽງແຕ່ປ່ອຍໃຫ້ຜູ້ບໍ່ມີຄວາມເຊື່ອສົ່ງຕົວພວກເຂົາໃຫ້ຕຳຫຼວດ, ແລ້ວຄົວເຮືອນນີ້ກໍບໍ່ເໝາະສົມສຳລັບການຕ້ອນຮັບ. ຖ້າອ້າຍເອື້ອຍນ້ອງພັກຢູ່ບ່ອນນັ້ນຊົ່ວຄາວເປັນເວລາສອງສາມມື້ ແລະ ຈາກນັ້ນກໍຍົກຍ້າຍໄປຢູ່ສະຖານທີ່ທີ່ເໝາະສົມທັນທີທີ່ຊອກໄດ້, ນັ້ນກໍຖືວ່າພໍອະນຸໂລມໄດ້. ມັນຈະບໍ່ເໝາະສົມທີ່ຈະພັກຢູ່ໃນບ້ານດັ່ງກ່າວໃນໄລຍະຍາວເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ຢ່າງໜ້ອຍທີ່ສຸດ, ເຈົ້າພາບຕ້ອງສາມາດປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງໄດ້, ນີ້ແມ່ນຂໍ້ກຳນົດຂໍ້ໜຶ່ງສຳລັບເຈົ້າພາບ. ສຳລັບຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ເພື່ອຫຼີກລ່ຽງການແຊກແຊງຈາກໂລກພາຍນອກ, ດ້ານໜຶ່ງແມ່ນສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາຕ້ອງເໝາະສົມ; ນອກຈາກນີ້, ຄຸນສົມບັດຂອງເຈົ້າພາບເອງກໍຕ້ອງເໝາະສົມໃນທຸກດ້ານເຊັ່ນກັນ, ນັ້ນກໍຄືພວກເຂົາຕ້ອງສາມາດປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນຈາກການແຊກແຊງຂອງໂລກພາຍນອກໄດ້. ຖ້າພວກເຂົາສາມາດບັນລຸສິ່ງນີ້ໄດ້ເທົ່ານັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງຈະສາມາດຈັດວາງໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນຢູ່ໃນບ້ານຂອງພວກເຂົາໄດ້. ຖ້າເຈົ້າພາບມີຄວາມເຊື່ອໜ້ອຍ ແລະ ບໍ່ມີຄວາມສາມາດ ແລະ ຂີ້ຂາດຕາຂາວ, ບໍ່ມີສິດຂາດໃນການຕັດສິນໃຈໃນຄົວເຮືອນຂອງພວກເຂົາເອງ ແລະ ລູກ ຫຼື ຍາດພີ່ນ້ອງທີ່ເປັນຜູ້ບໍ່ມີຄວາມເຊື່ອຄົນໃດຂອງພວກເຂົາສາມາດເຂົ້າມາ ແລະ ຄວບຄຸມພວກເຂົາໄດ້, ນີ້ກໍເປັນເລື່ອງທີ່ຂ້ອນຂ້າງຫຍຸ້ງຍາກ. ສະຖານທີ່ດັ່ງກ່າວບໍ່ເໝາະສຳລັບການຕ້ອນຮັບຢ່າງແນ່ນອນ. ເຖິງແມ່ນວ່າເຮືອນຈະມີຂະໜາດໃຫຍ່, ມີຫ້ອງຫຼາຍຫ້ອງ, ມີສະພາບແວດລ້ອມທີ່ສະດວກສະບາຍ ແລະ ມີເງື່ອນໄຂອື່ນໆທີ່ດີ, ມັນກໍຍັງບໍ່ເໝາະສົມສຳລັບການຕ້ອນຮັບ. ສະພາບແວດລ້ອມໃນການດຳລົງຊີວິດທີ່ເໝາະສົມພຽງຢ່າງດຽວບໍ່ພຽງພໍ; ເຈົ້າພາບກໍຕ້ອງເໝາະສົມເຊັ່ນກັນ. ຈຸດສຳຄັນຢູ່ບ່ອນນີ້ກໍຄືເຈົ້າພາບຕ້ອງສາມາດຮັບປະກັນໄດ້ກ່ອນວ່າບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາທີ່ພວກເຂົາກຳລັງຕ້ອນຮັບນັ້ນໄດ້ຮັບການປົກປ້ອງຈາກການແຊກແຊງຂອງໂລກພາຍນອກ. ຫຼັງຈາກນັ້ນເທົ່ານັ້ນຈຶ່ງຄວນພິຈາລະນາສະພາບແວດລ້ອມໃນການດຳລົງຊີວິດ. ສະພາບແວດລ້ອມທີ່ບໍ່ດີປານໃດກໍຍັງພໍຮັບໄດ້, ບໍ່ວ່າຈະເປັນພື້ນທີ່ທີ່ນ້ອຍກວ່າ, ອິນເຕີເນັດທີ່ຈຳກັດ, ອາຫານທີ່ຮຽບງ່າຍກວ່າ ຫຼື ການເຂົ້າເຖິງນໍ້າທີ່ບໍ່ສະດວກ. ຕາບໃດທີ່ເຈົ້າພາບເໝາະສົມ, ສາມາດຮັບມືກັບໄພອັນຕະລາຍເມື່ອມັນເກີດຂຶ້ນ, ຈັດການສະຖານະການທີ່ຊັບຊ້ອນຕ່າງໆ ແລະ ໂດຍສະເພາະແມ່ນຈັດການສະຖານະການພິເສດໃດໆທີ່ອາດຈະເກີດຂຶ້ນຢ່າງເໝາະສົມ ເພື່ອປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງ, ພວກເຂົາກໍໄດ້ມາດຕະຖານໃນຖານະເຈົ້າພາບແລ້ວ. ຂໍ້ກຳນົດຂອງພວກເຮົາສຳລັບສະພາບແວດລ້ອມໃນການດຳລົງຊີວິດຂອງຄອບຄົວເຈົ້າພາບບໍ່ສູງ; ສິ່ງທີ່ສຳຄັນທີ່ສຸດກໍຄືມັນສາມາດຮັບປະກັນຄວາມປອດໄພໄດ້. ບໍ່ຈຳເປັນຕ້ອງລົງລາຍລະອຽດໃນຈຸດນີ້.
II. ຂໍ້ກຳນົດດ້ານສະພາບແວດລ້ອມສຳລັບສະຖານທີ່ພັກອາໄສ
ສໍາລັບສະພາບແວດລ້ອມພາຍນອກທີ່ຢູ່ອ້ອມຮອບທີ່ພັກອາໄສຂອງຄອບຄົວເຈົ້າພາບ, ສິ່ງທໍາອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຄຳນຶງເຖິງຄືມັນປອດໄພ ຫຼື ບໍ່. ບໍ່ວ່າສະພາບຂອງຄອບຄົວເຈົ້າພາບຈະເປັນແນວໃດ ຫຼື ທີ່ພັກອາໄສນັ້ນຈະເປັນເຮືອນຂອງອ້າຍເອື້ອຍນ້ອງ ຫຼື ເຮືອນເຊົ່າກໍຕາມ, ມັນຈຳເປັນຕ້ອງພິຈາລະນາວ່າສະພາບແວດລ້ອມພາຍນອກຂອງທີ່ພັກອາໄສນັ້ນປອດໄພ ຫຼື ບໍ່; ນີ້ແມ່ນຈຸດທີ່ສຳຄັນທີ່ສຸດ. ກ່ອນອື່ນໝົດ, ມັນຈະເໝາະສົມກໍຕໍ່ເມື່ອຄວາມເຊື່ອໃນພຣະເຈົ້າຂອງຄອບຄົວເຈົ້າພາບນີ້ບໍ່ເປັນທີ່ຮູ້ຈັກກັນດີ ແລະ ບໍ່ມີບັນທຶກກ່ຽວກັບຄວາມເຊື່ອຂອງພວກເຂົາຢູ່ທີ່ກອງບັນຊາການປ້ອງກັນຄວາມສະຫງົບ. ຖ້າໃນອະດີດ, ເມື່ອອ້າຍເອື້ອຍນ້ອງມາເຕົ້າໂຮມກັນຢູ່ບ່ອນນັ້ນ, ເພື່ອນບ້ານກໍຈະແຈ້ງເບາະແສນີ້ໃຫ້ລັດຖະບານ ແລະ ລັດຖະບານກໍຮູ້ຢູ່ແລ້ວວ່າຄອບຄົວນີ້ມັກຈະມີການເຕົ້າໂຮມກັບຄົນແປກໜ້າຢູ່ເລື້ອຍໆ, ແລ້ວສະຖານທີ່ນີ້ກໍບໍ່ເໝາະສົມສຳລັບການຕ້ອນຮັບ. ຖ້າເປັນການເຊົ່າ, ມັນກໍບໍ່ເໝາະສົມທີ່ຈະເຊົ່າເຮືອນຂອງຄອບຄົວແບບນັ້ນ. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ໃນບາງສະຖານທີ່, ຄວາມປອດໄພສາທາລະນະກໍບໍ່ດີ, ມີເຫດການປຸ້ນຈີ້, ການຄາດຕະກຳ ແລະ ຄະດີອື່ນໆ ເກີດຂຶ້ນເລື້ອຍໆ. ຜູ້ທີ່ພັກອາໄສກໍເປັນບຸກຄົນທີ່ມີເບື້ອງຫຼັງທີ່ສັບສົນວຸ່ນວາຍພໍສົມຄວນ ແລະ ຕຳຫຼວດກໍມັກຈະໄປບ່ອນນັ້ນເພື່ອກວດສອບສຳມະໂນຄົວ ແລະ ບັດປະຈຳຕົວ ແລະ ສືບສວນຜູ້ຕ້ອງສົງໄສໃນຄະດີອາຍາ ແລະ ອື່ນໆ. ບອກເຮົາເບິ່ງວ່າ, ຖ້າເຈົ້າພັກຢູ່ໃນສະຖານທີ່ແບບນັ້ນ, ເຈົ້າຈະບໍ່ຖືກລົບກວນຢູ່ເລື້ອຍໆບໍ? (ແມ່ນແລ້ວ.) ສະຖານທີ່ແບບນັ້ນກໍບໍ່ເໝາະສົມສຳລັບການດຳລົງຊີວິດເຊັ່ນກັນ. ຕຳຫຼວດມາເຄາະປະຕູທຸກໆສອງສາມມື້, ໂດຍບອກວ່າມີການລັກຂະໂມຍ ຫຼື ການຄາດຕະກຳເກີດຂຶ້ນຢູ່ໃກ້ໆ ແລະ ຂໍຄວາມຮ່ວມມືໃນການສືບສວນ, ບອກໃຫ້ຜູ້ຄົນແຈ້ງເບາະແສທັນທີຖ້າພວກເຂົາເຫັນຜູ້ກະທຳຜິດ. ຕຳຫຼວດມາເຄາະປະຕູພາຍໃຕ້ຂໍ້ອ້າງສາລະພັດຢູ່ສະເໝີ, ອ້າງວ່າກຳລັງສືບສວນຄະດີ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງກວດສອບຄົນພາຍນອກ ແລະ ຄົນແປກໜ້າ, ເວົ້າໃຫ້ຊັດເຈນກວ່ານັ້ນກໍຄື ພວກເຂົາກຳລັງຊອກຫາຄົນທີ່ເຊື່ອໃນພຣະເຈົ້າ. ເຈົ້າຈະຮູ້ສຶກປອດໄພບໍ ຖ້າໄດ້ພັກເຊົາຢູ່ໃນເຮືອນເຈົ້າພາບແບບນັ້ນ? (ບໍ່.) ໂດຍບໍ່ຕ້ອງສົງໄສເລີຍວ່າ ເຈົ້າຈະມີໃຈຕຸ້ມໆຕ່ອມໆຢູ່ຕະຫຼອດທັງວັນ. ເຖິງແມ່ນວ່າເຫດການອາຊະຍາກຳພາຍນອກເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄອບຄົວເຈົ້າພາບ, ເຈົ້າກໍຍັງຈະບໍ່ຮູ້ສຶກສະບາຍໃຈ. ການອາໄສຢູ່ໃນສະພາບແວດລ້ອມແບບນັ້ນມັກຈະເຮັດໃຫ້ເຈົ້າຮູ້ສຶກວ່າຄວາມປອດໄພສ່ວນຕົວຂອງເຈົ້າກຳລັງຖືກຄຸກຄາມ. ໃຜຈະຮູ້ໄດ້ວ່າ ມື້ໜຶ່ງຕຳຫຼວດອາດຈະເລີ່ມສອບຖາມຄົນແປກໜ້າເຫຼົ່ານີ້ ເມື່ອເຫັນອ້າຍເອື້ອຍນ້ອງ ແລະ ໃນທີ່ສຸດກໍຈັບກຸມພວກເຂົາ. ເຈົ້າບໍ່ຄິດວ່າ ນີ້ເປັນສະຖານະການທີ່ໜ້າຢ້ານກົວບໍ? (ແມ່ນແລ້ວ.) ນອກຈາກນີ້, ຄົນຈີນສ່ວນໃຫຍ່ຂາດຈິດສຳນຶກດ້ານຄວາມປອດໄພ; ທັນທີທີ່ພວກເຂົາໄດ້ຍິນສຽງຄົນເຄາະປະຕູ, ພວກເຂົາກໍເປີດປະຕູ ແລະ ໂດຍປົກກະຕິແລ້ວພວກເຂົາກໍບໍ່ລັອກປະຕູເຮືອນຂອງພວກເຂົາ, ເຊິ່ງນຳໄປສູ່ການເກີດເຫດການຕ່າງໆໄດ້ງ່າຍ. ໃນບັນດາປະເທດຕາເວັນຕົກທີ່ມີເສລີພາບ ແລະ ປະຊາທິປະໄຕ, ທີ່ພັກອາໄສສ່ວນຕົວຖືກຖືວ່າເປັນເຂດພື້ນທີ່ສ່ວນຕົວ. ຖ້າຄົນພາຍນອກເຂົ້າມາໃນເຂດພື້ນທີ່ສ່ວນຕົວໂດຍບໍ່ໄດ້ຮັບອະນຸຍາດ, ມັນກໍຖືວ່າຜິດກົດໝາຍ ແລະ ຜູ້ຄົນທີ່ອາໄສຢູ່ບ່ອນນັ້ນກໍຈະໂທແຈ້ງຕຳຫຼວດ. ຈາກນັ້ນ ຜູ້ບຸກລຸກກໍຈະຕ້ອງຮັບຜິດຊອບທາງກົດໝາຍ. ສະນັ້ນ, ຖ້າຄົນແປກໜ້າເຄາະປະຕູ, ເຈົ້າບໍ່ຈຳເປັນຕ້ອງເປີດປະຕູ, ເຈົ້າສາມາດປະຕິເສດໄດ້. ເຖິງແມ່ນວ່າຄົນໃດຄົນໜຶ່ງໄດ້ນັດໝາຍມາຢ້ຽມຢາມກັບເຈົ້າແລ້ວ, ຖ້າເຈົ້າບໍ່ພ້ອມ ຫຼື ປ່ຽນໃຈ, ເຈົ້າກໍຍັງບໍ່ຈຳເປັນຕ້ອງເປີດປະຕູ; ເຈົ້າສາມາດນັດໝາຍໃໝ່ກັບພວກເຂົາໄດ້. ຜູ້ຄົນໃນບັນດາປະເທດຕາເວັນຕົກມີສິດນີ້, ພວກເຂົາມີຄວາມຮັບຮູ້ທາງດ້ານກົດໝາຍນີ້. ເຖິງຢ່າງໃດກໍຕາມ, ຄົນຈີນຂາດຄວາມຮັບຮູ້ທາງດ້ານກົດໝາຍນີ້. ເມື່ອໃດກໍຕາມທີ່ພວກເຂົາໄດ້ຍິນສຽງເຄາະປະຕູ, ພວກເຂົາກໍຟ້າວໄປເປີດປະຕູ. ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດຄວາມລະມັດລະວັງ, ການຂາດຄວາມຮັບຮູ້ໃນການປົກປ້ອງຕົນເອງ ແລະ ຄວາມບໍ່ຄຸ້ນເຄີຍກັບກົດໝາຍທີ່ກ່ຽວຂ້ອງ. ມັນເປັນເພາະວ່າປະເທດຈີນເປັນປະເທດຜະເດັດການ, ໂດຍມີການປົກຄອງພັກດຽວທີ່ຢູ່ເໜືອກົດໝາຍ, ລະບົບກົດໝາຍຂອງມັນຈຶ່ງເປັນພຽງສາກບັງໜ້າ. ພະຍານາກໃຫຍ່ສີແດງກະທຳການໂດຍບໍ່ຄໍານຶງເຖິງກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍໃນປະເທດຈີນ, ກະທໍາຜິດຢ່າງບໍ່ຢ້ານກົວ ແລະ ປະຊາຊົນກໍບໍ່ມີສິດທິມະນຸດໃດໆເລີຍ. ຄົນຈີນບໍ່ໃຫ້ຄວາມສົນໃຈກັບສິດທິມະນຸດ ແລະ ພວກເຂົາກໍບໍ່ໄດ້ພັດທະນາຈິດສຳນຶກໃນການປະຕິບັດຕາມລະບຽບ ແລະ ປະຕິບັດຕາມກົດໝາຍ; ໂດຍສະເພາະຢ່າງຍິ່ງ, ພວກເຂົາຂາດຄວາມຮັບຮູ້ໃນການປົກປ້ອງຕົນເອງ ແລະ ຄົນສ່ວນໃຫຍ່ກໍບໍ່ຮູ້ຈັກໃຊ້ກົດໝາຍເພື່ອປົກປ້ອງຕົນເອງ. ດ້ວຍເຫດນີ້, ຈຶ່ງບໍ່ມີການຮັບປະກັນຄວາມປອດໄພ. ສະຫຼຸບແລ້ວ, ໃນສະຖານທີ່ໃດກໍຕາມທີ່ມີຄວາມປອດໄພສາທາລະນະທີ່ບໍ່ດີ, ມີຜູ້ພັກອາໄສທີ່ມີພູມຫຼັງ ແລະ ຕົວຕົນທີ່ສັບສົນວຸ່ນວາຍ, ມີການກວດກາເລື້ອຍໆ ຫຼື ມີເຫດການຄະດີອາຍາຕ່າງໆເກີດຂຶ້ນເລື້ອຍໆ, ມັນງ່າຍທີ່ຜູ້ຄົນຈະໄດ້ຮັບຜົນກະທົບຈາກການແຊກແຊງຂອງໂລກພາຍນອກ. ສະຖານທີ່ແບບນັ້ນບໍ່ເໝາະສົມສຳລັບການພັກເຊົາ. ນີ້ແມ່ນປັດໄຈດ້ານຄວາມປອດໄພສາທາລະນະທີ່ຕ້ອງພິຈາລະນາ ເມື່ອຈັດຫາທີ່ພັກໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນ.
ສະພາບແວດລ້ອມໃນການດຳລົງຊີວິດສຳລັບຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຕ້ອງໄດ້ຮັບການເລືອກຢ່າງລະມັດລະວັງ; ມັນເປັນການດີທີ່ສຸດທີ່ຈະຫຼີກລ່ຽງເຂດຕົວເມືອງທີ່ແອອັດ ແລະ ສະຖານທີ່ທີ່ເປັນອັນຕະລາຍ. ສະຖານທີ່ໃດແດ່ທີ່ພວກເຮົາໝາຍເຖິງເຂດຕົວເມືອງທີ່ແອອັດ? ສະຖານທີ່ເຫຼົ່ານີ້ລວມມີສະຖານທີ່ຕ່າງໆເຊັ່ນ: ບ່ອນທີ່ຢູ່ໃກ້ທາງລົດໄຟ, ທາງຫຼວງ, ສີ່ແຍກ ແລະ ຕະຫຼາດ. ໂດຍສະເພາະຕາມສາຍທາງລົດໄຟສາຍຫຼັກ, ບ່ອນທີ່ມີລົດໄຟນັບບໍ່ຖ້ວນແລ່ນຜ່ານໃນແຕ່ລະມື້ ແລະ ພື້ນເຮືອນຂອງເຮືອນທີ່ຢູ່ໃກ້ຄຽງກໍສັ່ນສະເທືອນໄປພ້ອມກັບລົດໄຟແຕ່ລະຂະບວນທີ່ແລ່ນຜ່ານ. ໃນສະພາບແວດລ້ອມແບບນັ້ນ, ມັນເປັນໄປບໍ່ໄດ້ເລີຍທີ່ຈະຊອກຫາຄວາມສະຫງົບໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ. ນອກຈາກນີ້, ບາງຄົນທີ່ໄດ້ໃຊ້ເວລາຫຼາຍປີໃນການປະຕິບັດໜ້າທີ່ຢູ່ຫ່າງໄກຈາກບ້ານກໍດຳລົງຊີວິດດ້ວຍຄວາມວິຕົກກັງວົນຢູ່ຕະຫຼອດເວລາ ແລະ ຫົວໃຈຂອງພວກເຂົາກໍບໍ່ໄດ້ຢູ່ໃນສະພາບທີ່ດີທີ່ສຸດ, ເຮັດໃຫ້ມັນຍິ່ງບໍ່ເໝາະສົມສຳລັບພວກເຂົາທີ່ຈະອາໄສຢູ່ໃນສະຖານທີ່ແບບນັ້ນ. ຖ້າວຽກງານບາງຢ່າງຕ້ອງການສະພາບແວດລ້ອມທີ່ງຽບສະຫງົບເຊັ່ນ: ວຽກງານການບັນທຶກສຽງ ຫຼື ວຽກງານຂໍ້ຄວາມ, ຢ່າງໜ້ອຍທີ່ສຸດຕ້ອງບໍ່ມີສຽງແຊກແຊງ ແລະ ຄວາມປອດໄພກໍຕ້ອງໄດ້ຮັບການຮັບປະກັນເຊັ່ນກັນ, ນີ້ຈຶ່ງຈະຖືວ່າເໝາະສົມທີ່ສຸດ. ຖ້າບໍ່ມີສະຖານທີ່ທີ່ປອດໄພຢ່າງແທ້ຈິງ, ກໍຕ້ອງຊອກຫາສະຖານທີ່ທີ່ປອດໄພພໍສົມຄວນ. ໃນກໍລະນີນີ້, ສຽງລົບກວນເລັກໜ້ອຍກໍຖືວ່າຍອມຮັບໄດ້ ແລະ ພວກເຮົາບໍ່ຄວນຕັ້ງຂໍ້ກຳນົດສູງເກີນໄປ; ຕາບໃດທີ່ສະພາບແວດລ້ອມໃນການດຳລົງຊີວິດປອດໄພ, ມັນກໍພຽງພໍແລ້ວ. ນອກຈາກນີ້, ຖ້າເຮືອນຕັ້ງຢູ່ໃນເຂດທີ່ມີການສັນຈອນໜາແໜ້ນເຊັ່ນ: ໃກ້ກັບໄຟອຳນາດ ຫຼື ສີ່ແຍກ, ກໍຈະມີຄົນຍ່າງ ແລະ ພາຫະນະນັບບໍ່ຖ້ວນຜ່ານໄປມາໃນແຕ່ລະມື້. ເຮືອນແບບນັ້ນຈະຖືກເປີດເຜີຍຕໍ່ສາຍຕາຂອງຜູ້ຄົນທີ່ຜ່ານໄປມາຈຳນວນຫຼວງຫຼາຍ ແລະ ດ້ວຍການເຫຼືອບເບິ່ງພຽງເລັກນ້ອຍ, ຜູ້ຄົນທີ່ຜ່ານໄປມາກໍສາມາດເຫັນຄົນທີ່ຢູ່ຂ້າງໃນໄດ້ຢ່າງງ່າຍດາຍ. ໂດຍສະເພາະເມື່ອເປີດໄຟໃນຕອນກາງຄືນ, ສະຖານະການພາຍໃນເຮືອນກໍຈະເຫັນໄດ້ຢ່າງຊັດເຈນ. ເຈົ້າຈະເວົ້າບໍວ່າ ເຮືອນແບບນັ້ນຍັງພໍຮັບໄດ້ສຳລັບການພັກເຊົາຢູ່ບໍ? ສະພາບແວດລ້ອມນີ້ເໝາະສົມບໍ? (ບໍ່, ມັນບໍ່ເໝາະສົມ.) ມັນບໍ່ເໝາະສົມແທ້ໆ. ຜູ້ຄົນທີ່ພັກຢູ່ໃນສະຖານທີ່ແບບນັ້ນມັກຈະຖືກລົບກວນຢູ່ເລື້ອຍໆ, ເຊິ່ງມັກຈະເຫັນຄົນແປກໜ້າກຳລັງສັງເກດເບິ່ງພວກເຂົາ. ເມື່ອສາຍຕາຂອງພວກເຂົາປະສານກັບສາຍຕາຂອງຄົນແປກໜ້າ, ພວກເຂົາກໍສະດຸ້ງຕົກໃຈ, ຮູ້ສຶກບໍ່ສະບາຍໃຈທຸກມື້, ຮູ້ສຶກວ່າພວກເຂົາກຳລັງຖືກຈັບຕາເບິ່ງຢູ່ຕະຫຼອດເວລາ, ໃຜຈະຮູ້ວ່າອາດຈະມີຄົນຢູ່ເບື້ອງຫຼັງ, ຄອຍສັ່ງການ ແລະ ຄວບຄຸມສິ່ງຕ່າງໆ. ເຈົ້າຄິດວ່າຄົນເຮົາຈະຮູ້ສຶກສະບາຍໃຈໄດ້ບໍ ຖ້າອາໄສຢູ່ໃນສະພາບແວດລ້ອມແບບນັ້ນ? ອີກຢ່າງໜຶ່ງ, ເຮືອນບາງຫຼັງກໍມີຄຸນນະພາບບໍ່ດີ ແລະ ມີການເກັບສຽງທີ່ບໍ່ດີ, ສະນັ້ນ, ເມື່ອເວົ້າສຽງດັງ ຫຼື ເປີດເພງສັນລະເສີນຢູ່ຂ້າງໃນ, ຄົນຂ້າງນອກກໍສາມາດໄດ້ຍິນທຸກຢ່າງ. ນອກຈາກນີ້, ເຮືອນບາງຫຼັງກໍຕັ້ງຢູ່ຈຸດທີ່ສູງທີ່ສຸດໃນຊຸມຊົນ, ເຊິ່ງໃນກໍລະນີດັ່ງກ່າວ ພວກມັນບໍ່ພຽງແຕ່ສ່ຽງຕໍ່ການຖືກຟ້າຜ່າເທົ່ານັ້ນ ແຕ່ຍັງເຮັດໃຫ້ເພື່ອນບ້ານທີ່ຢູ່ອ້ອມຂ້າງເຫັນອ້າຍເອື້ອຍນ້ອງທຸກຄັ້ງທີ່ພວກເຂົາກ້າວອອກໄປຂ້າງນອກ. ມັນບໍ່ສະດວກສຳລັບພວກເຂົາແມ່ນແຕ່ຈະເປີດປ່ອງຢ້ຽມເປັນບາງຄັ້ງຄາວເພື່ອລະບາຍອາກາດ ຫຼື ເພື່ອເຮັດໃຫ້ເຢັນລົງ; ປ່ອງຢ້ຽມຕ້ອງຖືກປິດໄວ້ຢ່າງແໜ້ນໜາ ພ້ອມກັບດຶງຜ້າມ່ານລົງ, ສະນັ້ນ, ຈຶ່ງບໍ່ມີແສງເຂົ້າມາເລີຍ ແລະ ການອອກໄປເຄື່ອນໄຫວຢູ່ຂ້າງນອກກໍຍິ່ງບໍ່ສະດວກ. ມີຄວາມກັງວົນຢູ່ຕະຫຼອດເວລາກ່ຽວກັບການຖືກສັງເກດ ແລະ ຈັບຕາເບິ່ງຈາກຄົນພາຍນອກ. ເຖິງແມ່ນວ່າອ້າຍເອື້ອຍນ້ອງຈະບໍ່ເຂົ້າອອກພ້ອມກັນໝົດທຸກຄົນ, ແຕ່ລະຄັ້ງທີ່ຄົນໃດຄົນໜຶ່ງເຂົ້າ ຫຼື ອອກ, ຄົນພາຍນອກກໍສາມາດເຫັນໄດ້ຢ່າງຊັດເຈນ. ໃນທີ່ສຸດ, ພວກເຂົາກໍພໍຈະຮູ້ຄ່າວໆວ່າ ມີຄົນແປກໜ້າຈັກຄົນອາໄສຢູ່ໃນເຮືອນຫຼັງນີ້. ພວກເຈົ້າຄິດວ່າ ການພັກຢູ່ບ່ອນນີ້ຍັງຈະສາມາດຮັບປະກັນຄວາມປອດໄພຂອງຜູ້ຄົນໄດ້ບໍ? (ບໍ່, ບໍ່ໄດ້.) ບາງຄົນຄິດວ່າ: “ສ່ວນໃຫຍ່ແລ້ວ ພວກເຮົາປະຕິບັດໜ້າທີ່ຢູ່ໃນເຮືອນ ແລະ ເຖິງແມ່ນວ່າພວກເຮົາຈະອອກໄປຂ້າງນອກ, ພວກເຮົາກໍຜັດປ່ຽນກັນອອກໄປ ແລະ ບໍ່ອອກໄປພ້ອມກັນໝົດທຸກຄົນ. ໂດຍການປະຕິບັດແບບນີ້, ເພື່ອນບ້ານທີ່ຢູ່ອ້ອມຂ້າງກໍຈະບໍ່ຮູ້ຫຍັງ”. ແຕ່ເຖິງແມ່ນວ່າເຈົ້າຈະຜັດປ່ຽນກັນອອກໄປ, ມັນກໍຍັງຈະສ້າງບັນຫາ ຖ້າຄົນໃດຄົນໜຶ່ງສັງເກດເຫັນວ່າເຈົ້າເປັນຄົນແປກໜ້າ. ຜູ້ບໍ່ມີຄວາມເຊື່ອຫຼາຍຄົນບໍ່ໄດ້ດຳລົງຊີວິດທີ່ດີປານໃດ ແຕ່ມີຄວາມສຸກເປັນພິເສດໃນການສັງເກດ ແລະ ສອດຮູ້ສອດເຫັນເລື່ອງຂອງຄົນອື່ນ. ບາງຄົນອາດຈະໃຊ້ກ້ອງສ່ອງທາງໄກເພື່ອສອດແນມເຈົ້າ, ເບິ່ງວ່າເຈົ້າເຮັດຫຍັງຢູ່ຂ້າງໃນ. ຖ້າພວກເຂົາຄົ້ນພົບວ່າຜູ້ເຊື່ອກຳລັງເຕົ້າໂຮມກັນ, ພວກເຂົາກໍຈະຟ້າວໄປແຈ້ງເບາະແສໃຫ້ລັດຖະບານເພື່ອຮັບລາງວັນ. ເມື່ອຄົນປະເພດນັ້ນຈັບຕາເບິ່ງເຈົ້າແລ້ວ, ນີ້ບໍ່ແມ່ນສະຖານະການທີ່ເປັນອັນຕະລາຍບໍ? (ແມ່ນແລ້ວ.) ເມື່ອຖືກພວກເຂົາຈັບຕາເບິ່ງແລ້ວ, ຈະມີຫຍັງດີເກີດຂຶ້ນຈາກມັນໄດ້? ເຈົ້າຈະຕ້ອງຖືກຈັບກຸມຢ່າງແນ່ນອນ! ບໍ່ວ່າຈະເປັນປະເທດ ຫຼື ເຂດແຄວ້ນໃດ, ກໍບໍ່ເຄີຍຂາດຄົນທີ່ມັກສອດຮູ້ສອດເຫັນ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເງິນຈັກກີບຈາກການຕິດຕາມເບິ່ງເຈົ້າ, ພວກເຂົາກໍເຕັມອົກເຕັມໃຈທີ່ຈະເຮັດມັນທີ່ສຸດ, ພວກເຂົາເຖິງຂັ້ນຈະຈ່າຍເງິນສ່ວນຕົວ ແລະ ເຮັດໃຫ້ວຽກຂອງພວກເຂົາເອງຊັກຊ້າ ເພື່ອໃຊ້ເວລາໃນການເຝົ້າລະວັງ ແລະ ຖ້າມີລາງວັນສຳລັບການລາຍງານເຈົ້າ, ພວກເຂົາກໍຈະຍິ່ງກະຕືລືລົ້ນທີ່ຈະເຮັດ. ໂດຍສະເພາະໃນປະເທດຜະເດັດການຄືກັບປະເທດຈີນ, ມີຄົນຈຳນວນຫຼາຍເກີນໄປທີ່ຕິດຕາມເບິ່ງຜູ້ທີ່ເຊື່ອໃນພຣະເຈົ້າ. ເພາະວ່າພວກເຂົາເບື່ອໜ່າຍຄວາມຈິງ ແລະ ຮູ້ສຶກເບື່ອໜ່າຍຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ, ທັນທີທີ່ພວກເຂົາຄົ້ນພົບວ່າຜູ້ເຊື່ອມີປະຕິສຳພັນຮ່ວມກັນ ຫຼື ເຕົ້າໂຮມກັນ, ພວກເຂົາກໍຈະແຈ້ງເບາະແສ. ຖ້າມີລາງວັນສຳລັບການແຈ້ງເບາະແສ, ພວກເຂົາກໍຈະພົບກັບຄວາມພໍໃຈຢ່າງບໍ່ຮູ້ອິດຮູ້ເມື່ອຍໃນການເຮັດເຊັ່ນນັ້ນ. ສິ່ງນີ້ບໍ່ໄດ້ນຳບັນຫາມາສູ່ຄຣິສຕະຈັກຢ່າງງ່າຍດາຍບໍ? (ແມ່ນແລ້ວ.) ຖ້າເຈົ້າກຳລັງຖືກແຊກແຊງດ້ວຍວິທີນີ້, ມັນບໍ່ແມ່ນຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ຈັດວາງໃຫ້ດີບໍ? ຖ້າສະຖານທີ່ ແລະ ສະພາບແວດລ້ອມທີ່ໃຊ້ຈັດວາງບຸກຄະລາກອນທີ່ເຮັດວຽກງານສຳຄັນບໍ່ເໝາະສົມ ເພາະວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ພິຈາລະນາສິ່ງຕ່າງໆຢ່າງຮອບຄອບ, ສິ່ງເຫຼົ່ານີ້ກໍຄືຜົນທີ່ຈະຕາມມາ. ຖ້າສະຖານທີ່ທີ່ຄົນເຮົາອາໄສຢູ່ດຶງດູດຄວາມສົນໃຈຫຼາຍເກີນໄປ, ມັນກໍສາມາດນຳໄປສູ່ການເກີດບັນຫາໄດ້ງ່າຍ. ເມື່ອມີບັນຫາເກີດຂຶ້ນ ແລ້ວເຈົ້າຈຶ່ງຄ່ອຍມາຮູ້ສຶກໂຕວ່າສະຖານທີ່ນີ້ບໍ່ເໝາະສົມສຳລັບການພັກເຊົາ, ມັນກໍຊ້າເກີນໄປແລ້ວ. ສະນັ້ນ, ການເລືອກສະຖານທີ່ພັກອາໄສທີ່ເໝາະສົມສຳລັບຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາກໍເປັນວຽກງານທີ່ສຳຄັນເຊັ່ນກັນ ແລະ ການເລືອກທີ່ບໍ່ດີກໍສາມາດນຳໄປສູ່ອັນຕະລາຍໄດ້ງ່າຍ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?