ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27) ສ່ວນທີ ຫ້າ
10. ການໂອນເອນໄປມາ
ການສະແດງອອກຂໍ້ທີສິບແມ່ນ: “ການໂອນເອນໄປມາ”. ຄົນທີ່ໂອນເອນໄປມາມີການສະແດງອອກທີ່ສະເພາະເຈາະຈົງຫຍັງແດ່? ກ່ອນອື່ນໝົດ, ຄວາມສົງໄສທີ່ໃຫຍ່ທີ່ສຸດທີ່ຄົນເຫຼົ່ານີ້ມີກ່ຽວກັບການເຊື່ອໃນພຣະເຈົ້າກໍຄື: “ພຣະເຈົ້າມີຢູ່ແທ້ບໍ? ໂລກຝ່າຍວິນຍານມີຢູ່ບໍ? ນະຮົກມີຢູ່ບໍ? ພຣະທຳເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວໄວ້ແມ່ນຄວາມຈິງບໍ? ຜູ້ຄົນເວົ້າວ່າບຸກຄົນຜູ້ນີ້ແມ່ນພຣະເຈົ້າບັງເກີດເປັນເນື້ອໜັງ, ແຕ່ຂ້ານ້ອຍບໍ່ເຫັນລັກສະນະໃດເລີຍທີ່ເຮັດໃຫ້ພຣະອົງເບິ່ງຄືພຣະເຈົ້າບັງເກີດເປັນເນື້ອໜັງ! ດັ່ງນັ້ນ, ພຣະວິນຍານຂອງພຣະເຈົ້າຢູ່ໃສກັນແທ້? ພຣະເຈົ້າມີຢູ່ແທ້ ຫຼື ບໍ່?” ພວກເຂົາບໍ່ສາມາດເຂົ້າໃຈຄຳຖາມເຫຼົ່ານີ້ຢ່າງແຈ່ມແຈ້ງໄດ້ເລີຍ. ພວກເຂົາເຫັນວ່າມີຫຼາຍຄົນທີ່ເຊື່ອໃນພຣະເຈົ້າ ແລະ ຄິດວ່າ, “ພຣະເຈົ້າຄົງຈະມີຢູ່ແທ້. ພຣະອົງອາດຈະມີຢູ່ແທ້. ຂ້ານ້ອຍຫວັງວ່າພຣະອົງມີຢູ່ແທ້. ການເຊື່ອໃນພຣະເຈົ້າກໍບໍ່ໄດ້ເຮັດໃຫ້ຂ້ານ້ອຍເສຍປຽບຫຍັງຢູ່ແລ້ວ; ບໍ່ມີໃຜເຮັດໃຫ້ຂຸ່ນເຄືອງໃຈ. ຂ້ານ້ອຍໄດ້ຍິນວ່າການປະຕິບັດໜ້າທີ່ຈະນຳມາເຊິ່ງພອນ ແລະ ຈຸດໝາຍປາຍທາງທີ່ດີ ແລະ ຈະເຮັດໃຫ້ຂ້ານ້ອຍບໍ່ຕາຍໃນອະນາຄົດ. ສະນັ້ນ ຂ້ານ້ອຍຄິດວ່າຂ້ານ້ອຍຈະເຮັດໄປຕາມກະແສ ແລະ ເຊື່ອຕໍ່ໄປ”. ຫຼັງຈາກທີ່ເຊື່ອໄດ້ໄລຍະເວລາໜຶ່ງ, ພວກເຂົາເຫັນວ່າບາງຄົນປະເຊີນກັບການທົດສອບ ແລະ ຄວາມຍາກລຳບາກ ແລະ ພວກເຂົາກໍເລີ່ມຄິດໄຕ່ຕອງວ່າ: “ການເຊື່ອໃນພຣະເຈົ້າບໍ່ແມ່ນວ່າຈະນຳມາເຊິ່ງພອນບໍ? ບາງຄົນເຈັບປ່ວຍໜັກ ແລະ ຕາຍ, ບາງຄົນຖືກຈັບກຸມ ແລະ ຂົ່ມເຫັງຈົນຕາຍໂດຍພະຍານາກໃຫຍ່ສີແດງ ແລະ ຄົນອື່ນໆກໍເຈັບປ່ວຍ ຫຼື ມີໄພພິບັດເກີດຂຶ້ນກັບຄອບຄົວຂອງພວກເຂົາໃນຂະນະທີ່ປະຕິບັດໜ້າທີ່. ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງພວກເຂົາ? ດັ່ງນັ້ນແລ້ວ, ພຣະເຈົ້າມີຢູ່ແທ້ ຫຼື ບໍ່? ຖ້າພຣະອົງມີຢູ່ແທ້, ສິ່ງເຫຼົ່ານີ້ກໍບໍ່ຄວນຈະເກີດຂຶ້ນ!” ບາງຄົນທີ່ມີເຈດຕະນາດີກໍໂອ້ລົມຄວາມຈິງກັບພວກເຂົາ ໂດຍກ່າວວ່າ: “ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ຊະຕາກຳຂອງຜູ້ຄົນກໍຖືກຈັດວາງໂດຍພຣະຫັດຂອງພຣະເຈົ້າ. ຜູ້ຄົນຄວນຍອມຮັບເລື່ອງເຫຼົ່ານີ້ຈາກພຣະເຈົ້າ ແລະ ມອບຕົນເອງໃຫ້ກັບການຈັດວາງຂອງພຣະເຈົ້າ. ທຸກສິ່ງທີ່ພຣະເຈົ້າກະທຳລ້ວນແຕ່ເປັນສິ່ງທີ່ດີ”. ເຊິ່ງບຸກຄົນທີ່ໂອນເອນໄປມາເຫຼົ່ານີ້ກໍຕອບວ່າ: “ຂ້ານ້ອຍບໍ່ເຫັນວ່າມັນເປັນສິ່ງທີ່ດີບ່ອນໃດ! ການທົນທຸກທໍລະມານຈາກໄພພິບັດ, ມັນເປັນສິ່ງທີ່ດີບໍ? ການເຈັບປ່ວຍໜັກ ຫຼື ເປັນພະຍາດທີ່ປິ່ນປົວບໍ່ຫາຍ, ມັນເປັນສິ່ງທີ່ດີບໍ? ການຕາຍກໍຍິ່ງຮ້າຍແຮງກວ່ານັ້ນອີກ. ພຣະເຈົ້າມີຢູ່ແທ້ ຫຼື ບໍ່? ຂ້ານ້ອຍບໍ່ຮູ້.” ພວກເຂົາເຕັມໄປດ້ວຍຄວາມສົງໄສກ່ຽວກັບພຣະເຈົ້າຢູ່ສະເໝີ. ເມື່ອພວກເຂົາເຫັນຫຼາຍຄົນປະຕິບັດໜ້າທີ່, ວຽກງານໃນເຮືອນຂອງພຣະເຈົ້າຂະຫຍາຍຕົວອອກໄປເລື້ອຍໆ ແລະ ຄຣິສຕະຈັກກໍຈະເລີນຮຸ່ງເຮືອງຂຶ້ນໃນແຕ່ລະມື້, ພວກເຂົາກໍຮູ້ສຶກວ່າພຣະເຈົ້າຕ້ອງມີຢູ່ແທ້. ໂດຍສະເພາະເມື່ອພວກເຂົາໄດ້ຍິນອ້າຍເອື້ອຍນ້ອງເປັນພະຍານເຖິງໝາຍສຳຄັນ ແລະ ການອັດສະຈັນທີ່ພຣະເຈົ້າໄດ້ສະແດງອອກ ແລະ ພຣະຄຸນທີ່ພວກເຂົາໄດ້ຮັບຈາກພຣະເຈົ້າ, ບຸກຄົນທີ່ໂອນເອນໄປມາເຫຼົ່ານີ້ຍິ່ງຮູ້ສຶກຢ່າງແຮງກ້າວ່າ: “ພຣະເຈົ້າຊົງມີຢູ່ແທ້ຢ່າງແນ່ນອນ! ເຖິງແມ່ນວ່າຜູ້ຄົນຈະບໍ່ສາມາດເຫັນພຣະວິນຍານຂອງພຣະເຈົ້າ, ແຕ່ພຣະທຳທີ່ພຣະເຈົ້າເຊິ່ງບັງເກີດເປັນເນື້ອໜັງໄດ້ກ່າວນັ້ນ ຜູ້ຄົນກໍໄດ້ຍິນແລ້ວ ແລະ ຂ້ານ້ອຍກໍໄດ້ຍິນຫຼາຍຄົນໂອ້ລົມພຣະທຳຂອງພຣະເຈົ້າ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ. ສະນັ້ນ, ພຣະເຈົ້າຕ້ອງມີຢູ່ແທ້ຢ່າງແນ່ນອນ!” ເມື່ອຄຣິສຕະຈັກຈະເລີນຮຸ່ງເຮືອງ, ທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼ, ກໍາລັງຂະຫຍາຍຕົວ ແລະ ວຽກງານຂອງຄຣິສຕະຈັກກໍຂະຫຍາຍອອກໄປເລື້ອຍໆ ແລະ ໂດຍສະເພາະເມື່ອອ້າຍເອື້ອຍນ້ອງມີປະສົບການກັບສະຖານະການພິເສດ ແລະ ເຫດການພິເສດບາງຢ່າງ ແລະ ໄດ້ເຫັນການປົກປ້ອງ, ອຳນາດສູງສຸດ ແລະ ການນຳພາຂອງພຣະເຈົ້າຜ່ານສິ່ງເຫຼົ່ານີ້, ພວກເຂົາກໍຮູ້ສຶກວ່າພຣະເຈົ້າມີຢູ່ແທ້ ແລະ ພຣະເຈົ້າຊົງດີຢ່າງແທ້ຈິງ. ແນວໃດກໍຕາມ, ຫຼັງຈາກຜ່ານໄປໄລຍະເວລາໜຶ່ງ, ພວກເຂົາອາດຈະປະສົບກັບຄວາມຜິດຫວັງ ແລະ ອຸປະສັກທີ່ຍາກລຳບາກ, ບາງຄົນອາດຈະປະສົບກັບຄວາມລົ້ມເຫຼວ ແລະ ສິ່ງກີດຂວາງ ຫຼື ເຮືອນຂອງພຣະເຈົ້າອາດຈະກຳຈັດຄົນສ່ວນໜຶ່ງອອກ; ສິ່ງເຫຼົ່ານີ້, ໂດຍສະເພາະຢ່າງສຸດທ້າຍ, ມັນຂັດແຍ້ງກັບຄວາມຄິດຫຼົງຜິດຂອງພວກເຂົາຢ່າງຮຸນແຮງ ແລະ ເກີນຄວາມຄາດໝາຍຂອງພວກເຂົາ. ພວກເຂົາຮູ້ສຶກວ່າ “ຖ້າພຣະເຈົ້າມີຢູ່ແທ້, ສິ່ງເຫຼົ່ານີ້ຈະເກີດຂຶ້ນໄດ້ແນວໃດ? ມັນບໍ່ຄວນຈະເກີດຂຶ້ນ! ມັນເປັນເລື່ອງປົກກະຕິທີ່ສິ່ງເຫຼົ່ານີ້ຈະເກີດຂຶ້ນໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ແຕ່ມັນຈະເກີດຂຶ້ນໃນເຮືອນຂອງພຣະເຈົ້າຄືກັນໄດ້ແນວໃດ? ຖ້າພຣະເຈົ້າມີຢູ່ແທ້, ພຣະອົງຄວນຈະແກ້ໄຂບັນຫາເຫຼົ່ານີ້ ແລະ ປ້ອງກັນບໍ່ໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນ, ເພາະວ່າພຣະອົງຊົງລິດທານຸພາບສູງສຸດ, ມີສິດອຳນາດ ແລະ ມີລິດເດດ! ພຣະເຈົ້າມີຢູ່ແທ້ ຫຼື ບໍ່? ຜູ້ຄົນບໍ່ສາມາດເຫັນພຣະວິນຍານຂອງພຣະເຈົ້າໄດ້. ສໍາລັບພຣະທຳທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ກ່າວໄວ້, ຜູ້ຄົນລ້ວນແຕ່ເວົ້າວ່າມັນແມ່ນຄວາມຈິງ, ແມ່ນຫົນທາງ ແລະ ສາມາດເປັນຊີວິດຂອງຜູ້ຄົນໄດ້. ແຕ່ເປັນຫຍັງຂ້ານ້ອຍຈຶ່ງບໍ່ຮູ້ສຶກວ່າມັນແມ່ນຄວາມຈິງ? ຂ້ານ້ອຍໄດ້ຟັງຄຳເທດສະໜາມາເປັນເວລາດົນນານແລ້ວ, ແຕ່ຊີວິດຂອງຂ້ານ້ອຍກໍບໍ່ໄດ້ປ່ຽນແປງເລີຍ! ຂ້ານ້ອຍໄດ້ທົນທຸກທໍລະມານມາຫຼາຍ, ຂ້ານ້ອຍໄດ້ຮັບຜົນປະໂຫຍດຫຍັງແດ່?” ພວກເຂົາເລີ່ມມີຄວາມສົງໄສກ່ຽວກັບພຣະເຈົ້າ ແລະ ຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ຂອງພວກເຂົາກໍຫຼຸດລົງ ແລະ ເຢັນຊາລົງ. ຈາກນັ້ນ ພວກເຂົາກໍຄິດທີ່ຈະໜີຈາກເຮືອນຂອງພຣະເຈົ້າເພື່ອໄປເຮັດວຽກ ແລະ ຫາເງິນເພື່ອດຳລົງຊີວິດທີ່ດີ, ແນວຄິດທີ່ກະວົນກະວາຍ ເຫຼົ່ານີ້ກໍເລີ່ມເກີດຂຶ້ນ. ພວກເຂົາຄິດກັບຕົນເອງວ່າ: “ຖ້າພຣະເຈົ້າທີ່ຂ້ອຍເຊື່ອບໍ່ແມ່ນພຣະເຈົ້າອົງທີ່ແທ້ຈິງ, ການທີ່ຂ້ອຍບໍ່ໄດ້ເຮັດວຽກ ຫຼື ຫາເງິນຕະຫຼອດຫຼາຍປີທີ່ຜ່ານມາໃນຂະນະທີ່ເຊື່ອໃນພຣະເຈົ້າກໍຈະເປັນການສູນເສຍທີ່ໃຫຍ່ຫຼວງ! ບໍ່, ການຄິດແບບນີ້ບໍ່ຖືກຕ້ອງ. ຂ້ອຍຍັງຕ້ອງເຊື່ອຢ່າງຈິງຈັງຢູ່ດີ. ຂ້ອຍໄດ້ຍິນຄົນເວົ້າວ່າ ການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນຈະເຮັດໃຫ້ສາມາດເຂົ້າໃຈຄວາມຈິງ, ແກ້ໄຂທຸກບັນຫາ ແລະ ບໍ່ອ່ອນແອອີກຕໍ່ໄປ. ແຕ່ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າແລ້ວ ແລະ ກໍຍັງບໍ່ເຂົ້າໃຈຄວາມຈິງ. ເປັນຫຍັງຂ້ອຍຈຶ່ງຍັງຮູ້ສຶກເປັນລົບຢູ່? ເປັນຫຍັງຂ້ອຍຈຶ່ງຮູ້ສຶກຢູ່ສະເໝີວ່າຂ້ອຍບໍ່ມີກຳລັງທີ່ຈະປະຕິບັດໜ້າທີ່ຂອງຂ້ອຍ? ພຣະເຈົ້າບໍ່ໄດ້ປະຕິບັດວຽກງານໃນຕົວຂ້ອຍ! ຂ້ອຍມີຄວາມຫຍຸ້ງຍາກຫຼາຍ, ແຕ່ພຣະເຈົ້າກໍບໍ່ໄດ້ເປີດທາງອອກໃຫ້ຂ້ອຍ. ດັ່ງນັ້ນແລ້ວ, ພຣະເຈົ້າມີຢູ່ແທ້ ຫຼື ບໍ່? ຖ້ານີ້ແມ່ນເສັ້ນທາງທີ່ແທ້ຈິງ, ພຣະເຈົ້າຄວນຈະອວຍພອນຜູ້ຄົນທີ່ປະຕິບັດໜ້າທີ່ດ້ວຍຄວາມສະຫງົບສຸກ, ບໍ່ມີອຸປະສັກໃດໆ ແລະ ເປັນປົກກະຕິ. ແລ້ວເປັນຫຍັງການເທດສອນຂ່າວປະເສີດ ແລະ ການປະຕິບັດໜ້າທີ່ຈຶ່ງຍັງມີອຸປະສັກຫຼວງຫຼາຍແທ້? ເຖິງແມ່ນວ່າຂ້ອຍຈະຮູ້ວ່າໂລກສາສະໜາໄດ້ຫຼ້າຫຼັງໄປແລ້ວ ແລະ ການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການເຂົ້າສູ່ຍຸກແຫ່ງລາຊະອານາຈັກ, ແຕ່ເປັນຫຍັງຂ້ອຍຈຶ່ງບໍ່ເຫັນວ່າພຣະວິນຍານບໍລິສຸດປະຕິບັດວຽກງານແນວໃດ?” ຄົນປະເພດນີ້ແມ່ນຄົນແບບໃດ? ພວກເຂົາແມ່ນຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາອ່ານພຣະທຳຂອງພຣະເຈົ້າ ແຕ່ບໍ່ເຂົ້າໃຈຄວາມຈິງ. ບໍ່ວ່າຈະມີການໂອ້ລົມຄວາມຈິງຫຼາຍສໍ່າໃດ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມໝາຍຂອງມັນໄດ້. ພວກເຂົາເບິ່ງສິ່ງຕ່າງໆໂດຍອີງໃສ່ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາຢູ່ສະເໝີ ແລະ ເຕັມໄປດ້ວຍຄວາມສົງໄສກ່ຽວກັບພຣະເຈົ້າຢູ່ຕະຫຼອດເວລາ. ຄົນເຊັ່ນນີ້ຈະສາມາດເຂົ້າໃຈຄວາມຈິງໄດ້ແນວໃດ? ບາງຄົນເຫັນວ່າການເທດສອນຂ່າວປະເສີດຂ້ອນຂ້າງຫຍຸ້ງຍາກ, ດັ່ງນັ້ນ ພວກເຂົາຈຶ່ງຄິດວ່າ: “ຖ້ານີ້ແມ່ນເສັ້ນທາງທີ່ແທ້ຈິງ, ພຣະວິນຍານບໍລິສຸດກໍຈະປະຕິບັດວຽກງານຢ່າງຍິ່ງໃຫຍ່. ບໍ່ວ່າອ້າຍເອື້ອຍນ້ອງຈະໄປເທດສອນຂ່າວປະເສີດຢູ່ໃສ, ມັນກໍຈະບໍ່ມີອຸປະສັກໃດໆ ແລະ ບໍ່ມີສິ່ງກີດຂວາງ. ຍິ່ງໄປກວ່ານັ້ນ, ເຈົ້າໜ້າທີ່ລັດຖະບານກໍຈະເລີ່ມເຊື່ອ ແລະ ໃຫ້ໄຟຂຽວກັບທຸກຢ່າງ. ນີ້ຈຶ່ງຈະເປັນການກະທຳຂອງພຣະເຈົ້າອົງແທ້. ແຕ່ຕອນນີ້, ເມື່ອເບິ່ງຄວາມເປັນຈິງແລ້ວ, ມັນບໍ່ແມ່ນແບບນັ້ນເລີຍ. ບໍ່ພຽງແຕ່ປະທານາທິບໍດີ ແລະ ເຈົ້າໜ້າທີ່ໃນປະເທດຕ່າງໆທົ່ວໂລກບໍ່ເຊື່ອໃນພຣະເຈົ້າ, ແຕ່ພວກເຂົາກໍຍັງບໍ່ສະໜັບສະໜູນການເຊື່ອໃນພຣະເຈົ້າອີກດ້ວຍ. ໃນບາງປະເທດ, ລັດຖະບານເຖິງກັບຂົ່ມເຫັງຜູ້ເຊື່ອ ແລະ ຂັດຂວາງຜູ້ຄົນຈາກການເຊື່ອໃນພຣະເຈົ້າ. ສະນັ້ນ, ພຣະເຈົ້າທີ່ພວກເຮົາເຊື່ອແມ່ນພຣະເຈົ້າອົງແທ້ອີ່ຫຼີບໍ? ຂ້ອຍບໍ່ຮູ້; ມັນເວົ້າຍາກ”. ມີເຄື່ອງໝາຍຄຳຖາມອັນໃຫຍ່ຫຼວງຢູ່ໃນໃຈຂອງພວກເຂົາຢູ່ສະເໝີ. ທຸກຄັ້ງທີ່ພວກເຂົາໄດ້ຍິນຂ່າວບາງຢ່າງ, ມັນກໍຮູ້ສຶກຄືກັບ “ແຜ່ນດິນໄຫວ” ທີ່ມີຜົນກະທົບບໍ່ໃຫຍ່ ແລະ ກໍບໍ່ນ້ອຍສຳລັບພວກເຂົາ, ເຊິ່ງເຮັດໃຫ້ພວກເຂົາໂອນເອນໄປມາ. ບາງຄົນເວົ້າວ່າ: “ມັນເປັນຍ້ອນວ່າພວກເຂົາເຊື່ອໃນພຣະເຈົ້າໄດ້ພຽງໄລຍະເວລາສັ້ນໆບໍ ທີ່ເຮັດໃຫ້ພວກເຂົາໂອນເອນໄປມາຢູ່ສະເໝີ?” ມັນບໍ່ແມ່ນແນວນັ້ນ, ບາງຄົນໄດ້ເຊື່ອມາເປັນເວລາສາມປີ, ຫ້າປີ ຫຼື ແມ່ນແຕ່ຫຼາຍກວ່າສິບປີ. ນັ້ນຖືວ່າເປັນເວລາສັ້ນໆບໍ? ຖ້າຄົນໃດໜຶ່ງເຊື່ອເປັນເວລາສາມ ຫຼື ຫ້າປີໃນລະຫວ່າງວຽກງານຂອງຍຸກແຫ່ງພຣະຄຸນ, ມັນກໍຈະບໍ່ຖືວ່າດົນ, ເພາະວ່າພວກເຂົາບໍ່ໄດ້ຍິນຖ້ອຍຄຳ ແລະ ພຣະທຳຂອງພຣະເຈົ້າໃນຍຸກສຸດທ້າຍ; ພວກເຂົາພຽງແຕ່ເຂົ້າໃຈຄວາມຮູ້ທາງພຣະຄຳພີ ແລະ ທິດສະດີທາງຝ່າຍວິນຍານໜ້ອຍໜຶ່ງຈາກພຣະຄຳພີ ແລະ ຈາກຄຳເທດສະໜາຂອງຜູ້ຄົນ. ນັ້ນແມ່ນໜ້ອຍເກີນໄປທີ່ຈະໄດ້ຮັບ. ມັນແຕກຕ່າງກັນເມື່ອຄົນໃດໜຶ່ງຍອມຮັບວຽກງານຂອງຂັ້ນຕອນປັດຈຸບັນນີ້, ຕາບໃດທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມພຣະເຈົ້າເປັນເວລາສາມປີ, ສິ່ງທີ່ພວກເຂົາມີປະສົບການ, ເຂົ້າໃຈ ແລະ ໄດ້ຮັບກໍລື່ນກາຍສິ່ງທີ່ຄົນໜຶ່ງຈະໄດ້ຮັບຈາກການເຊື່ອໃນອົງພຣະຜູ້ເປັນເຈົ້າເປັນເວລາຊາວ ຫຼື ສາມສິບປີ ຫຼື ແມ່ນແຕ່ຕະຫຼອດຊີວິດ ໃນຍຸກແຫ່ງພຣະຄຸນ. ແຕ່ຄົນທີ່ໂອນເອນໄປມາເຫຼົ່ານີ້, ເຖິງແມ່ນວ່າຈະເຊື່ອມາເປັນເວລາສາມ, ຫ້າ ຫຼື ຫຼາຍກວ່າສິບປີ, ກໍຍັງບໍ່ສາມາດຕັດສິນໄດ້ວ່າວຽກງານຂັ້ນຕອນນີ້ແມ່ນພຣະເຈົ້າເປັນຜູ້ກະທຳ ຫຼື ບໍ່ ແລະ ພວກເຂົາເຖິງກັບມີຄວາມສົງໄສກ່ຽວກັບການມີຢູ່ຂອງພຣະເຈົ້າ. ເຈົ້າວ່າຄົນແບບນີ້ຈະສ້າງບັນຫາຫຼາຍບໍ່? ພວກເຂົາມີຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງບໍ? (ບໍ່ມີ.) ພວກເຂົາມີວິທີຄິດຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່ມີ.) ພວກເຂົາບໍ່ສາມາດຢັ່ງຮູ້ຄວາມຈິງໄດ້. ບໍ່ວ່າຈະມີສະຖານະການໃດເກີດຂຶ້ນໃນຄຣິສຕະຈັກ, ມັນກໍສາມາດເຮັດໃຫ້ພວກເຂົາໂອນເອນໄປມາໄດ້ສະເໝີ, ເຄື່ອງໝາຍຄຳຖາມໃນຫົວໃຈຂອງພວກເຂົາກໍ່ໃຫ້ເກີດ “ແຜ່ນດິນໄຫວ” ສຳລັບພວກເຂົາຢູ່ຕະຫຼອດ. ຖ້າຜູ້ຕໍ່ຕ້ານພຣະຄຣິສກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ ແລະ ບາງຄົນຖືກເຮັດໃຫ້ຫຼົງຜິດ ຫຼື ຖ້າຄົນທີ່ພວກເຂົາເຄົາລົບບູຊາເຮັດບາງສິ່ງທີ່ພວກເຂົາບໍ່ຄາດຄິດ ເຊັ່ນ: ລັກເຄື່ອງຖວາຍ ຫຼື ມີສ່ວນຮ່ວມໃນການກະທຳທີ່ເຕັມໄປດ້ວຍຕັນຫາ ແລະ ຖືກຄັດອອກ, ມັນກໍເຮັດໃຫ້ຫົວໃຈຂອງພວກເຂົາໂອນເອນໄປມາ ແລະ ພວກເຂົາກໍເລີ່ມສົງໄສພຣະເຈົ້າວ່າ: “ນີ້ບໍ່ແມ່ນກະແສແຫ່ງວຽກງານຂອງພຣະເຈົ້າບໍ? ແລ້ວສິ່ງທີ່ຜິດຫຼັກການເຊັ່ນນີ້ຈະເກີດຂຶ້ນໃນຄຣິສຕະຈັກໄດ້ແນວໃດ? ພຣະເຈົ້າຈະປ່ອຍໃຫ້ມີການປາກົດຕົວຂອງພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍໄດ້ແນວໃດ? ນີ້ແມ່ນເສັ້ນທາງທີ່ແທ້ຈິງແທ້ໆບໍ?” ທຸກສິ່ງທີ່ເກີດຂຶ້ນໃນຄຣິສຕະຈັກທີ່ຂັດກັບຄວາມຄິດຫຼົງຜິດຂອງພວກເຂົາກໍເຮັດໃຫ້ພວກເຂົາເກີດຄວາມສົງໄສ ແລະ ເລີ່ມຕັ້ງຄຳຖາມວ່າ ນີ້ແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່, ແມ່ນວຽກງານຂອງພຣະເຈົ້າ ຫຼື ບໍ່ ແລະ ພຣະເຈົ້າມີຢູ່ແທ້ ຫຼື ບໍ່. ພວກເຂົາພຽງແຕ່ບໍ່ສະແຫວງຫາຄວາມຈິງເພື່ອເບິ່ງບັນຫານັ້ນຢ່າງຖືກຕ້ອງ. ພຽງເທົ່ານີ້ກໍພຽງພໍແລ້ວທີ່ຈະພິສູດວ່າ ຕັ້ງແຕ່ຕົ້ນຈົນຈົບ, ໂດຍພື້ນຖານແລ້ວ ພວກເຂົາບໍ່ເຄີຍເຊື່ອວ່າວຽກງານຂັ້ນຕອນນີ້ແມ່ນພຣະເຈົ້າເປັນຜູ້ກະທຳ. ຕັ້ງແຕ່ຕົ້ນຈົນຈົບ, ພວກເຂົາບໍ່ເຄີຍຮູ້ວ່າຄວາມຈິງແມ່ນຫຍັງ ແລະ ບໍ່ຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງສະແດງຄວາມຈິງ. ພຣະເຈົ້າໄດ້ກ່າວພຣະທຳຫຼາຍປານນີ້ ແລະ ໄດ້ກະທຳວຽກງານຫຼາຍປານນີ້, ທັງໝົດນີ້ແມ່ນການກະທຳຂອງພຣະເຈົ້າ. ຫຼາຍຄົນໄດ້ຢັ້ງຢືນ ແລະ ແນ່ໃຈກ່ຽວກັບເລື່ອງນີ້, ແຕ່ພວກເຂົາປະຕິເສດທີ່ຈະເບິ່ງບັນຫາໂດຍອີງໃສ່ສິ່ງເຫຼົ່ານີ້. ພວກເຂົາໃຊ້ທັດສະນະຂອງມະນຸດ ແລະ ແນວຄິດຂອງມະນຸດໃນການຕັດສິນຢູ່ສະເໝີ, ພວກເຂົາເຊື່ອໝັ້ນໃນຕົນເອງຫຼາຍເກີນໄປ. ເມື່ອມີຂໍ້ບົກຜ່ອງ ຫຼື ການບ່ຽງເບນບາງຢ່າງໃນວຽກງານຂອງຄຣິສຕະຈັກ ຫຼື ໃນຊີວິດຄຣິສຕະຈັກ ຫຼື ເມື່ອຄຣິສຕະຈັກຖືກປາບປາມ ແລະ ຂົ່ມເຫັງໂດຍລັດຖະບານ, ພວກເຂົາກໍເລີ່ມຕັ້ງຄຳຖາມອີກວ່າ: “ນີ້ແມ່ນເສັ້ນທາງທີ່ແທ້ຈິງແທ້ໆບໍ?” ເມື່ອຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ນຳປອມປາກົດຕົວໃນຄຣິສຕະຈັກ, ພວກເຂົາກໍເລີ່ມຕັ້ງຄຳຖາມເຊັ່ນກັນ. ພວກເຂົາເວົ້າວ່າ: “ເບິ່ງສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນໃນໂບດສາສະໜາ, ພວກເຂົາຮັກອົງພຣະຜູ້ເປັນເຈົ້າຢ່າງແທ້ຈິງ ແລະ ບໍ່ມີເຫດການກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກຂອງພວກເຂົາ. ນັ້ນຕ່າງຫາກຄືເສັ້ນທາງທີ່ແທ້ຈິງ. ຖ້າສິ່ງທີ່ພວກເຈົ້າມີຢູ່ນີ້ແມ່ນເສັ້ນທາງທີ່ແທ້ຈິງ, ເປັນຫຍັງສິ່ງເຫຼົ່ານີ້ຈຶ່ງຍັງເກີດຂຶ້ນ?” ນີ້ຄືວິທີທີ່ພວກເຂົາປຽບທຽບ. ແລະ ຄົນໂງ່ຈ້າຄົນອື່ນໆປຽບທຽບແນວໃດ? ພວກເຂົາເວົ້າວ່າ: “ເບິ່ງຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າໃນຄຣິສຕະຈັກສາມຕົນເອງ, ພວກເຂົາໄດ້ຮັບການຮັບຮອງຈາກລັດ ແລະ ລັດເຖິງກັບອອກໃບຢັ້ງຢືນໃຫ້ພວກເຂົາ ແລະ ມອບດິນໃຫ້ພວກເຂົາເພື່ອສ້າງໂບດ. ທຸກຢ່າງຖືກຕ້ອງຕາມຫຼັກການ ແລະ ຖືກຕ້ອງຕາມກົດໝາຍ. ພວກເຈົ້າມີໂບດເປີດບໍ? ໂບດຂອງພວກເຈົ້າໄດ້ລົງທະບຽນບໍ? ລັດເຖິງກັບແຕ່ງຕັ້ງສິດຍາພິບານໃຫ້ຄຣິສຕະຈັກສາມຕົນເອງ ແລະ ສິດຍາພິບານເຫຼົ່ານັ້ນກໍມີໃບອະນຸຍາດ. ຜູ້ນຳ ແລະ ຜູ້ເຮັດວຽກຂອງພວກເຈົ້າມີໃບອະນຸຍາດບໍ? ລັດບໍ່ອະນຸຍາດໃຫ້ພວກເຈົ້າເຊື່ອໃນພຣະເຈົ້າ; ລັດຈັບກຸມ ແລະ ຂົ່ມເຫັງພວກເຈົ້າ. ພວກເຈົ້າບໍ່ມີແມ່ນແຕ່ສະຖານທີ່ຄົງທີ່ສຳລັບການເຕົ້າໂຮມ; ພວກເຈົ້າເຕົ້າໂຮມແບບລັບໆລີ້ໆຢູ່ສະເໝີ. ນີ້ແມ່ນເສັ້ນທາງທີ່ແທ້ຈິງແທ້ບໍ? ຖ້ານີ້ແມ່ນເສັ້ນທາງທີ່ແທ້ຈິງ, ເປັນຫຍັງຈຶ່ງຕ້ອງເຕົ້າໂຮມ ແລະ ປະຕິບັດໜ້າທີ່ແບບລັບໆລີ້ໆຢູ່ສະເໝີ?” ພວກເຂົາບໍ່ສາມາດເບິ່ງທະລຸແມ່ນແຕ່ເລື່ອງນີ້. ສະຖານະການໃດກໍຕາມກໍສາມາດເຮັດໃຫ້ພວກເຂົາໂອນເອນໄປມາ ແລະ ເກີດຄວາມສົງໄສກ່ຽວກັບພຣະເຈົ້າໄດ້. ບອກເຮົາມາເບິ່ງພວກເຈົ້າວ່າຄົນແບບນີ້ຈະສາມາດຢືນຢັດຢູ່ໄດ້ບໍ່? (ບໍ່ໄດ້.) ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ໜີຈາກຄຣິສຕະຈັກຢ່າງເປີດເຜີຍ, ແຕ່ໃນຫົວໃຈຂອງພວກເຂົາກໍຕົກຢູ່ໃນສະພາວະທີ່ສ່ຽງອັນຕະລາຍແລ້ວ. ພວກເຂົາບໍ່ສາມາດແນ່ໃຈກ່ຽວກັບວຽກງານຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະເຈົ້າສະແດງໄດ້ເລີຍ ແລະ ພວກເຂົາກໍເຊື່ອເຄິ່ງໜຶ່ງສົງໄສເຄິ່ງໜຶ່ງຢູ່ສະເໝີ; ສິ່ງນີ້ເຮັດໃຫ້ພວກເຂົາບໍ່ສາມາດມີສັດທາທີ່ແທ້ຈິງໄດ້. ພວກເຂົາບໍ່ສາມາດເຫັນໄດ້ວ່າ ການຂົ່ມເຫັງ, ການປາບປາມ ແລະ ການຈັບກຸມທັງໝົດທີ່ເກີດຂຶ້ນຕະຫຼອດຫຼາຍປີທີ່ຜ່ານມາຂອງວຽກງານຂອງພຣະເຈົ້ານັ້ນ ລ້ວນແລ້ວແຕ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ທັງໝົດກໍຕົກຢູ່ພາຍໃຕ້ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ, ພວກເຂົາຈຶ່ງມີຄວາມຄິດຫຼົງຜິດ ແລະ ສາມາດຕັ້ງຄຳຖາມໄດ້ວ່າ ພຣະເຈົ້າສາມາດມີອຳນາດສູງສຸດເໜືອທຸກສິ່ງໄດ້ ຫຼື ບໍ່. ພວກເຂົາເຊື່ອສະເໝີວ່າວຽກງານທັງໝົດໃນເຮືອນຂອງພຣະເຈົ້າແມ່ນມະນຸດເປັນຜູ້ກະທຳ, ໂດຍບໍ່ສາມາດເບິ່ງເຫັນແມ່ນແຕ່ສັນຍານນ້ອຍໆຂອງການກະທຳຂອງພຣະເຈົ້າໄດ້ເລີຍ. ພວກເຂົາບໍ່ແມ່ນຜູ້ບໍ່ເຊື່ອບໍ? ຖ້າຄົນເຊັ່ນນີ້ຫາກໍເຊື່ອໃໝ່ໄດ້ຫົກເດືອນ ຫຼື ໜຶ່ງປີ ແລະ ຍັງບໍ່ເຂົ້າໃຈຄວາມຈິງຕ່າງໆຢ່າງແຈ່ມແຈ້ງ, ມັນກໍເປັນທີ່ເຂົ້າໃຈໄດ້ທີ່ພວກເຂົາຈະມີຄວາມສົງໄສ ແລະ ໂອນເອນໄປມາເມື່ອເຫັນສິ່ງທີ່ຂັດກັບຄວາມຄິດຫຼົງຜິດຂອງພວກເຂົາ. ແຕ່ບາງຄົນໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ໄດ້ຟັງຄຳເທດສະໜາມາຫຼາຍ ແລະ ໄດ້ຮັບການໂອ້ລົມຄວາມຈິງເມື່ອປະເຊີນຄວາມຫຍຸ້ງຍາກ. ໃນເວລານັ້ນ, ພວກເຂົາກໍເຂົ້າໃຈສິ່ງທີ່ໄດ້ຍິນທາງຫຼັກຄຳສອນ. ແນວໃດກໍຕາມ, ຫຼັງຈາກນັ້ນ, ເມື່ອປະເຊີນກັບເລື່ອງຕ່າງໆອີກຄັ້ງ, ພວກເຂົາກໍຍັງສົງໄສພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າຄົນເຊັ່ນນີ້ບໍ່ມີຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງ, ຂາດແນວຄິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ບໍ່ໄດ້ມາດຕະຖານຂອງການເປັນມະນຸດ.
ຄວນຈັດການກັບຄົນທີ່ໂອນເອນໄປມາແນວໃດ? ໃນດ້ານຄວາມເປັນມະນຸດ, ຄົນເຫຼົ່ານີ້ບໍ່ນັບວ່າເປັນຄົນຊົ່ວຮ້າຍ, ແຕ່ພວກເຂົາເປັນຄົນປະເພດທີ່ສ້າງບັນຫາ, ເພາະວ່າພວກເຂົາຂາດຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງ ແລະ ບໍ່ມີແນວຄິດຂອງຄວາມເປັນມະນຸດທີ່ປົກກະຕິ. ສິ່ງທີ່ສຳຄັນທີ່ສຸດ, ພວກເຂົາບໍ່ສາມາດແມ່ນແຕ່ຈະຢັ້ງຢືນຄວາມຈິງຫຼາຍຢ່າງທີ່ພຣະເຈົ້າໄດ້ສະແດງອອກ, ທັງບໍ່ຮູ້ວ່າພຣະທຳເຫຼົ່ານີ້ແມ່ນຄວາມຈິງ ຫຼື ບໍ່ ຫຼື ວ່າມັນແມ່ນການສະແດງອອກຂອງພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າ ຫຼື ບໍ່. ໂດຍຕັດສິນຈາກຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ, ພວກເຂົາແມ່ນຄົນປະເພດໃດ? ມັນກໍຖືກຕ້ອງທີ່ຈະເວົ້າວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ມັນກໍຖືກຕ້ອງເຊັ່ນກັນທີ່ຈະເວົ້າວ່າພວກເຂົາເປັນຄົນເບົາປັນຍາ. ເຖິງແມ່ນວ່າຄົນປະເພດນີ້ຈະບໍ່ໄດ້ກະທຳຄວາມຊົ່ວທີ່ເຫັນໄດ້ຊັດເຈນ ແລະ ບໍ່ເຖິງຂັ້ນເປັນຄົນຊົ່ວຮ້າຍ, ແຕ່ເນື່ອງຈາກວ່າພວກເຂົາເປັນຄົນເບົາປັນຍາເຖິງຂະໜາດນີ້ ແລະ ສາມາດເຮັດຫຼາຍສິ່ງທີ່ຂັດຂວາງ ແລະ ລົບກວນໄດ້, ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດບໍ? (ແມ່ນແລ້ວ.) ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາດົນສໍ່າໃດ ຫຼື ໄດ້ຟັງຄຳເທດສະໜາມາຫຼາຍສໍ່າໃດ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້ເລີຍ. ພວກເຂົາບໍ່ສາມາດແມ່ນແຕ່ຈະຢັ້ງຢືນການມີຢູ່ຂອງພຣະເຈົ້າ ຫຼື ອຳນາດສູງສຸດຂອງພຣະເຈົ້າໄດ້. ນີ້ແມ່ນລະດັບຂີດຄວາມສາມາດແບບໃດ? ຄົນເຫຼົ່ານີ້ບໍ່ມີຂີດຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງເລີຍແມ່ນແຕ່ໜ້ອຍ. ພວກເຂົາເປັນຄົນທີ່ມີຄວາມສາມາດຕ່ຳຫຼາຍ ຫຼື ອາດເວົ້າໄດ້ວ່າພວກເຂົາບໍ່ມີຄວາມສາມາດເລີຍ, ພວກເຂົາເປັນຄົນໄຮ້ປະໂຫຍດທີ່ບໍ່ມີສະໝອງ. ບອກເຮົາມາເບິ່ງ, ຄົນໄຮ້ປະໂຫຍດສາມາດປະຕິບັດໜ້າທີ່ຫຍັງໄດ້ແດ່? (ພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້.) ພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ ແລະ ເຕັມໄປດ້ວຍຄວາມສົງໄສ ແລະ ໂອນເອນໄປມາຢູ່ສະເໝີ. ສະນັ້ນ, ຄວນປະຕິບັດຕໍ່ ແລະ ຈັດການກັບຄົນແບບນີ້ແນວໃດ? ວິທີທີ່ເໝາະສົມທີ່ສຸດໃນການຈັດການກັບຄົນເຊັ່ນນີ້ກໍຄື ບໍ່ປ່ອຍໃຫ້ພວກເຂົາປະຕິບັດໜ້າທີ່ໃດໆ. ເຖິງແມ່ນວ່າພວກເຂົາຈະຮ້ອງຂໍທີ່ຈະປະຕິບັດໜ້າທີ່, ກໍບໍ່ຄວນອະນຸຍາດໃຫ້ພວກເຂົາເຮັດ. ເປັນຫຍັງຈຶ່ງບໍ່? ເພາະວ່າເມື່ອຄົນແບບນີ້ເລີ່ມປະຕິບັດໜ້າທີ່, ໂດຍສະເພາະເມື່ອພວກເຂົາໄດ້ອົດທົນຕໍ່ຄວາມຍາກລຳບາກ ແລະ ໄດ້ເສຍສະລະບາງຢ່າງ, ບໍ່ຊ້າກໍໄວ ພວກເຂົາກໍຈະຕ້ອງການຊຳລະບັນຊີກັບເຮືອນຂອງພຣະເຈົ້າ. ຖ້າພວກເຂົາຖືກຈັບກຸມ ຫຼື ປະເຊີນກັບໄພພິບັດທາງທຳມະຊາດ ຫຼື ໄພພິບັດທີ່ມະນຸດສ້າງຂຶ້ນ, ພວກເຂົາຈະເສຍໃຈທີ່ໄດ້ສະລະຕົນເພື່ອພຣະເຈົ້າ; ພວກເຂົາກໍຈະຈົ່ມວ່າຢ່າງຂົມຂື່ນ ແລະ ທຽວເຜີຍແຜ່ຄຳເວົ້າ ເຊັ່ນວ່າ: “ຂ້ານ້ອຍໄດ້ທົນທຸກທໍລະມານຫຼາຍເພື່ອວຽກງານຂອງຄຣິສຕະຈັກ ແລະ ເພື່ອການປະຕິບັດໜ້າທີ່. ຂ້ານ້ອຍໄດ້ກິນອາຫານໜ້ອຍລົງຫຼາຍ, ໄດ້ນອນໜ້ອຍລົງຫຼາຍ ແລະ ຫາເງິນໄດ້ໜ້ອຍລົງຫຼາຍ. ຖ້າຂ້ານ້ອຍບໍ່ໄດ້ປະຕິບັດໜ້າທີ່, ຂ້ານ້ອຍຄົງຈະເອົາເງິນທີ່ຫາໄດ້ໄປຝາກທະນາຄານ ແລະ ມັນກໍຈະໄດ້ດອກເບ້ຍ! ຂ້ານ້ອຍໄດ້ສ່ຽງຫຼາຍຢ່າງ, ຄວາມສ່ຽງແຕ່ລະຊົ່ວໂມງມີຄ່າເທົ່າໃດ? ມີຄ່າແຮງງານເທົ່າໃດ?” ພວກເຂົາຈະພະຍາຍາມຊຳລະບັນຊີທາງການເງິນກັບເຮືອນຂອງພຣະເຈົ້າ ແລະ ຈະເຖິງກັບຂົ່ມຂູ່ວ່າ ຖ້າເຮືອນຂອງພຣະເຈົ້າບໍ່ຊົດເຊີຍໃຫ້ພວກເຂົາ, ພວກເຂົາກໍຈະລາຍງານເຮືອນຂອງພຣະເຈົ້າ. ການປ່ອຍໃຫ້ຄົນແບບນີ້ປະຕິບັດໜ້າທີ່ຈະບໍ່ເປັນການນຳບັນຫາທີ່ບໍ່ມີທີ່ສິ້ນສຸດມາໃຫ້ບໍ? ການພົວພັນກັບຄົນຕ່ຳຊ້າເຊັ່ນນີ້ຈະນຳໄປສູ່ສະຖານະການຫຍຸ້ງຍາກທີ່ບໍ່ສາມາດແກ້ໄຂໄດ້. ບໍ່ວ່າພວກເຂົາຈະຈັດການເລື່ອງຕ່າງໆໃຫ້ຄຣິສຕະຈັກຫຼາຍສໍ່າໃດ, ພວກເຂົາກໍມີປຶ້ມບັນຊີນ້ອຍໆຢູ່ໃນໃຈ, ບັນທຶກທຸກລາຍການຢ່າງຊັດເຈນ. ສິ່ງໃດກໍຕາມທີ່ພວກເຂົາເຮັດເພື່ອຄຣິສຕະຈັກ, ພວກເຂົາບໍ່ເຄີຍເຮັດດ້ວຍຄວາມເຕັມໃຈ. ເພາະວ່າພວກເຂົາບໍ່ເຕັມໃຈ, ພວກເຂົາຈຶ່ງຕ້ອງການຊຳລະບັນຊີ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ກໍເພາະວ່າໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ຍອມຮັບການມີຢູ່ຂອງພຣະເຈົ້າ ຫຼື ເຊື່ອໃນການມີຢູ່ຂອງພຣະເຈົ້າ. ພວກເຂົາບໍ່ຍອມຮັບວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ຫຼື ວ່າວຽກງານຂອງພຣະເຈົ້າສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້. ສະນັ້ນ, ຕ້ອງໃຊ້ລາງວັນປະເພດໃດຈຶ່ງຈະເຮັດໃຫ້ພວກເຂົາຮູ້ສຶກພໍໃຈກັບການທີ່ໄດ້ຈ່າຍລາຄາເລັກນ້ອຍ, ທົນທຸກໜ້ອຍໜຶ່ງ, ປະຕິບັດໜ້າທີ່ບາງຢ່າງ ແລະ ເສຍສະລະຊັບພະຍາກອນທາງດ້ານບຸກຄົນ ແລະ ວັດຖຸບາງຢ່າງ ໃຫ້ກັບສິ່ງທີ່ເອີ້ນວ່າພຣະເຈົ້າທີ່ພວກເຂົາຈິນຕະນາການຂຶ້ນໃນໃຈ? ຖ້າພວກເຂົາບໍ່ໄດ້ຮັບສິ່ງໃດຕອບແທນ, ພວກເຂົາຈະພໍໃຈບໍ? ຖ້າມື້ໜຶ່ງພວກເຂົາຮັບຮູ້ວ່າພວກເຂົາຖືກກຳຈັດອອກຍ້ອນບໍ່ໄລ່ຕາມເສາະຫາຄວາມຈິງ, ຜົນທີ່ຈະຕາມມາຈະເປັນແນວໃດ? ພວກເຂົາຈະຄິດວ່າເຮືອນຂອງພຣະເຈົ້າຫຼອກລວງພວກເຂົາ, ວ່າຜູ້ນຳ ແລະ ຜູ້ເຮັດວຽກຫຼອກລວງພວກເຂົາ ແລະ ວ່າພວກເຂົາຖືກປິດບັງຄວາມຈິງ ແລະ ຕົກເປັນເຫຍື່ອຂອງການຫຼອກລວງ. ຈາກນັ້ນ, ພວກເຂົາກໍຈະຟ້ອງຮ້ອງເຮືອນຂອງພຣະເຈົ້າ ແລະ ຮຽກຮ້ອງຄ່າຊົດເຊີຍ, ເຮັດໃຫ້ເລື່ອງຍືດເຍື້ອບໍ່ມີທີ່ສິ້ນສຸດ. ເຈົ້າຄິດວ່າເຮືອນຂອງພຣະເຈົ້າຈະຢາກຢູ່ໃນສະຖານະການຫຍຸ້ງຍາກກັບຄົນເຊັ່ນນີ້ບໍ? ເຮືອນຂອງພຣະເຈົ້າຈະບໍ່ເຮັດສິ່ງທີ່ໂງ່ຈ້າເຊັ່ນນີ້ຢ່າງເດັດຂາດ! ປະຊາກອນທີ່ພຣະເຈົ້າເລືອກປະຕິບັດໜ້າທີ່ຂອງພວກເຂົາເພື່ອບັນລຸຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງ, ມັນເປັນການເລືອກຂອງພວກເຂົາເອງທັງໝົດ, ເປັນສິ່ງທີ່ພວກເຂົາເຕັມໃຈທີ່ຈະເຮັດ. ເຮືອນຂອງພຣະເຈົ້າບໍ່ເຄີຍບັງຄັບ ຫຼື ຝືນໃຈໃຜ. ແຕ່ເມື່ອຜູ້ບໍ່ເຊື່ອເລີ່ມປະຕິບັດໜ້າທີ່, ມັນກໍເປັນພຽງເລື່ອງຂອງເວລາເທົ່ານັ້ນກ່ອນທີ່ບັນຫາຈະເກີດຂຶ້ນ. ເມື່ອພວກເຂົາອາລົມບໍ່ດີ, ພວກເຂົາຈະເລີ່ມຈົ່ມວ່າ ແລະ ຮ້ອງທຸກຢ່າງແນ່ນອນ ໂດຍເວົ້າກັບຄົນອື່ນວ່າ: “ພວກເຈົ້າທຸກຄົນເວົ້າຈາດີຫຼາຍ ແລະ ຫຼອກລວງຂ້ອຍ, ໂດຍເວົ້າວ່າການເຊື່ອໃນພຣະເຈົ້າຈະເຮັດໃຫ້ຂ້ອຍໄດ້ຮັບຄວາມຈິງ ແລະ ຊີວິດນິລັນ. ແຕ່ບໍ່ມີໃຜໃນພວກເຈົ້າທີ່ກ່າວເຖິງວ່າຈະມີຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກທີ່ເຮັດໃຫ້ຜູ້ຄົນຫຼົງຜິດ, ມີຄົນຊົ່ວຮ້າຍທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ຫຼື ວ່າຄຣິສຕະຈັກຈະຄັດອອກ ຫຼື ຂັບໄລ່ຜູ້ຄົນອອກ. ພວກເຈົ້າບໍ່ເຄີຍບອກຂ້ານ້ອຍເລີຍວ່າສິ່ງເຫຼົ່ານີ້ຈະເກີດຂຶ້ນໃນຄຣິສຕະຈັກ!” ພວກເຂົາເຖິງກັບສາມາດຫັນກັບມາ ແລະ ກ່າວຫາເຈົ້າ ໂດຍເວົ້າວ່າ: “ເຈົ້າບໍ່ເຄີຍອະທິບາຍສິ່ງເຫຼົ່ານີ້ໃຫ້ຂ້ອຍເຂົ້າໃຈຢ່າງແຈ່ມແຈ້ງ. ຂ້ອຍພຽງແຕ່ປະຕິບັດຕາມພວກເຈົ້າໃນການເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຂ້ອຍ. ຜົນກໍຄື ຕອນນີ້ຂ້ອຍບໍ່ມີອະນາຄົດໃນທາງໂລກ; ພວກເຈົ້າໄດ້ກີດກັນຂ້ອຍຈາກການຫາເງິນກ້ອນໃຫຍ່. ພວກເຈົ້າຕ້ອງຊົດເຊີຍຄ່າເສຍຫາຍໃຫ້ຂ້ອຍ!” ເຈົ້າບໍ່ຮູ້ສຶກວ່າມັນເປັນຕາຂີ້ດຽດບໍ ເມື່ອພວກເຂົາເລີ່ມຊຳລະບັນຊີກັບເຈົ້າ? ເຈົ້າຈະເຕັມໃຈຢູ່ໃນສະຖານະການຫຍຸ້ງຍາກກັບພວກເຂົາບໍ? (ບໍ່.) ໃຜຈະສາມາດເຮັດໃຫ້ຄົນແບບນີ້ເຂົ້າໃຈເລື່ອງຕ່າງໆໄດ້ຢ່າງແຈ່ມແຈ້ງ? ພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາບໍ່ສາມາດເຫັນການມີຢູ່ຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດຮູ້ສຶກເຖິງການມີຢູ່ຂອງພຣະເຈົ້າຜ່ານປະສົບການຂອງພວກເຂົາ. ບອກເຮົາເບິ່ງວ່າ, ໃຜຈະສາມາດຍັດເອົາຄວາມຈິງນີ້ເຂົ້າໄປໃນຫົວຂອງພວກເຂົາໄດ້? ບໍ່ມີໃຜສາມາດເຮັດໄດ້. ພວກເຂົາບໍ່ມີຄວາມສາມາດໃນການຮັບເອົາຄວາມຈິງ, ສະນັ້ນ ການຂໍໃຫ້ພວກເຂົາໄລ່ຕາມເສາະຫາຄວາມຈິງກໍຈະເປັນການເຮັດໃຫ້ສິ່ງຕ່າງໆຍາກລຳບາກຫຼາຍສຳລັບພວກເຂົາ, ມັນຈະເປັນການເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການທີ່ລຳບາກ, ການເຮັດເຊັ່ນນັ້ນແມ່ນບໍ່ເປັນຈິງເລີຍ. ພວກເຂົາເຊື່ອໃນພຣະເຈົ້າພຽງເພື່ອຈະໄດ້ຮັບພອນ. ຕາບໃດທີ່ພວກເຂົາປະຕິບັດໜ້າທີ່ໜ້ອຍໜຶ່ງ, ພວກເຂົາກໍຮຽກຮ້ອງລາງວັນ. ຖ້າພວກເຂົາບໍ່ໄດ້ສິ່ງທີ່ພວກເຂົາຕ້ອງການ, ພວກເຂົາກໍເລີ່ມດູຖູກຢ່າງຮຸນແຮງວ່າ: “ຂ້ອຍຖືກຫຼອກລວງ! ພວກເຈົ້າທຸກຄົນເປັນພວກສໍ້ໂກງ!” ບອກເຮົາເບິ່ງວ່າ, ພວກເຈົ້າຈະຢາກທົນກັບການຖືກດ່າແບບນັ້ນບໍ? (ບໍ່.) ໃຜຫຼອກລວງພວກເຂົາ? ມັນບໍ່ແມ່ນຍ້ອນວ່າພວກເຂົາເອງທີ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ ແລະ ຕ້ອງການທີ່ຈະໄດ້ຮັບພອນບໍ? ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອທີ່ຈະໄດ້ຮັບພອນແທ້ໆບໍ? ຕອນນີ້ພວກເຂົາບໍ່ໄດ້ຮັບພອນ, ແຕ່ມັນບໍ່ແມ່ນຍ້ອນວ່າພວກເຂົາບໍ່ໄລ່ຕາມເສາະຫາຄວາມຈິງບໍ? ນັ້ນບໍ່ແມ່ນບັນຫາຂອງພວກເຂົາເອງບໍ? ພວກເຂົາບໍ່ເຊື່ອໃນພຣະເຈົ້າດ້ວຍຊໍ້າ, ແຕ່ພວກເຂົາກໍຍັງຕ້ອງການທີ່ຈະໄດ້ຮັບພອນຈາກພຣະເຈົ້າ, ການໄດ້ຮັບພອນຈະງ່າຍດາຍປານນັ້ນໄດ້ແນວໃດ? ເລື່ອງເຫຼົ່ານີ້ບໍ່ໄດ້ຖືກອະທິບາຍໃຫ້ພວກເຂົາເຂົ້າໃຈຢ່າງແຈ່ມແຈ້ງມາດົນແລ້ວກ່ອນທີ່ພວກເຂົາຈະເລີ່ມປະຕິບັດໜ້າທີ່ບໍ? (ແມ່ນແລ້ວ.) ແຕ່ເຈົ້າສາມາດໃຊ້ເຫດຜົນກັບພວກເຂົາໄດ້ບໍ? ເຈົ້າບໍ່ສາມາດເຮັດໄດ້, ພວກເຂົາຈະເວົ້າພຽງແຕ່ວ່າເຈົ້າຫຼອກລວງພວກເຂົາ. ບອກເຮົາເບິ່ງວ່າ, ໃນເຮືອນຂອງພຣະເຈົ້າ, ບໍ່ວ່າອ້າຍເອື້ອຍນ້ອງຈະເຊື່ອໃນພຣະເຈົ້າມາດົນສໍ່າໃດ, ມີໃຜແດ່ໃນທ່າມກາງພວກເຂົາທີ່ບໍ່ໄດ້ປະຕິບັດໜ້າທີ່ໂດຍສະໝັກໃຈ? ເຖິງແມ່ນວ່າຈະມີກໍລະນີທີ່ຫາຍາກທີ່ລູກບໍ່ເຊື່ອໃນພຣະເຈົ້າ ແລະ ຖືກພໍ່ແມ່ ຫຼື ຍາດພີ່ນ້ອງລາກໃຫ້ເຊື່ອ ແລະ ປະຕິບັດໜ້າທີ່, ກໍລະນີເຫຼົ່ານີ້ກໍຍັງມີໜ້ອຍຫຼາຍ. ເຖິງແມ່ນວ່າພໍ່ແມ່ຂອງເຈົ້າຈະລາກເຈົ້າໃຫ້ເຂົ້າມາ, ມັນກໍເພື່ອຜົນດີຂອງເຈົ້າເອງ, ເຈົ້າຄວນເຂົ້າໃຈເລື່ອງນັ້ນ. ແຕ່ນັ້ນແມ່ນຄອບຄົວຂອງເຈົ້າທີ່ລາກເຈົ້າ, ອ້າຍເອື້ອຍນ້ອງໃນເຮືອນຂອງພຣະເຈົ້າບໍ່ໄດ້ລາກເຈົ້າ ຫຼື ບັງຄັບເຈົ້າ. ການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ແມ່ນເປັນໄປໂດຍສະໝັກໃຈທັງໝົດ. ໃນຕອນນີ້, ໃຜກໍຕາມທີ່ຕ້ອງການຈະອອກໄປກໍສາມາດເຮັດໄດ້; ປະຕູຂອງເຮືອນຂອງພຣະເຈົ້າເປີດຢູ່ສະເໝີ. ແນວໃດກໍຕາມ, ເມື່ອເຈົ້າອອກໄປແລ້ວ, ການກັບເຂົ້າມາຈະບໍ່ງ່າຍປານນັ້ນ. ຜູ້ທີ່ປະຕິບັດໜ້າທີ່ເຕັມເວລາໃນເຮືອນຂອງພຣະເຈົ້າແມ່ນຖືກຄັດເລືອກຢ່າງຮອບຄອບ, ບໍ່ແມ່ນໃຜກໍໄດ້ທີ່ຈະຖືກຮັບເອົາ. ມີມາດຕະຖານທີ່ກຳນົດ ແລະ ຫຼັກການຕ່າງໆ ແລະ ມີພຽງຜູ້ທີ່ບັນລຸຄຸນສົມບັດເທົ່ານັ້ນທີ່ສາມາດຢູ່ໃນຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາໄດ້. ຄົນທີ່ໂອນເອນໄປມາຄິດວ່າ, “ພວກເຈົ້າບໍ່ໄດ້ອະທິບາຍເລື່ອງທີ່ສຳຄັນເຊັ່ນນີ້ໃຫ້ຂ້ອຍເຂົ້າໃຈຢ່າງແຈ່ມແຈ້ງ. ໃນເວລານັ້ນ, ຂ້ອຍປະຕິບັດໜ້າທີ່ພຽງເພາະວ່າຂ້ອຍໂງ່ຈ້າຊົ່ວໄລຍະໜຶ່ງ”. ມີຫຍັງທີ່ບໍ່ໄດ້ອະທິບາຍຢ່າງແຈ່ມແຈ້ງ? ອ້າຍເອື້ອຍນ້ອງໂອ້ລົມຄວາມຈິງນຳກັນທຸກມື້ໃນຂະນະທີ່ປະຕິບັດໜ້າທີ່, ຖ້າຄົນເຫຼົ່ານີ້ບໍ່ເຂົ້າໃຈ, ມັນກໍເປັນຍ້ອນວ່າພວກເຂົາເບົາປັນຍາ ແລະ ຕາບອດ. ພວກເຂົາບໍ່ສາມາດໂທດໃຜໄດ້. ແຕ່ພວກເຂົາຈະບໍ່ໃຊ້ເຫດຜົນກັບເຈົ້າກ່ຽວກັບເລື່ອງນີ້; ພວກເຂົາພຽງແຕ່ຮູ້ສຶກວ່າພວກເຂົາເສຍປຽບຢ່າງໃຫຍ່ຫຼວງ ແລະ ຕ້ອງການທີ່ຈະຊຳລະບັນຊີ ແລະ ໂຕ້ຖຽງກັບເຮືອນຂອງພຣະເຈົ້າ. ຄົນເຊັ່ນນີ້ບໍ່ແມ່ນຄົນທີ່ບໍ່ມີເຫດຜົນ ແລະ ໜ້າລັງກຽດທີ່ສຸດບໍ? ສະນັ້ນ, ເມື່ອພວກເຈົ້າຮູ້ທາດແທ້ຂອງຄົນເຊັ່ນນີ້ ແລະ ເຫັນຢ່າງຊັດເຈນວ່າພວກເຂົາເປັນຄົນເບົາປັນຍາ, ໄຮ້ປະໂຫຍດຢ່າງສິ້ນເຊີງ, ບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ ແລະ ສົນໃຈແຕ່ເລື່ອງການໄດ້ຮັບພອນຢູ່ຕະຫຼອດ, ໂດຍທີ່ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຄິດທີ່ຈະໄດ້ຮັບພອນ ແລະ ທັງໝົດທີ່ພວກເຂົາຮູ້ກໍຄື ການປະຕິບັດໜ້າທີ່ຈະສາມາດນຳມາເຊິ່ງພອນ, ຄວາມລອດພົ້ນ, ການເຂົ້າສູ່ລາຊະອານາຈັກ ແລະ ຄວາມເປັນອະມະຕະ ແລະ ພວກເຂົາຮູ້ພຽງແຕ່ວະລີສອງສາມຄຳນີ້ໂດຍບໍ່ເຂົ້າໃຈສິ່ງອື່ນອີກເລີຍ, ບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ຈະປະຕິບັດຄວາມຈິງແນວໃດ ຫຼື ຈະອ່ອນນ້ອມຕໍ່ພຣະເຈົ້າແນວໃດ, ດັ່ງນັ້ນ, ເຖິງແມ່ນວ່າພວກເຂົາຈະຢາກປະຕິບັດໜ້າທີ່ ຫຼື ຮ້ອງຂໍທີ່ຈະປະຕິບັດໜ້າທີ່, ພວກເຂົາຈະສາມາດຮັບການຈັດແຈງໃຫ້ເຮັດໄດ້ບໍ? (ບໍ່ໄດ້.)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?