ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27) ສ່ວນທີ ສີ່
ຄົນທີ່ສາມາດຈາກຄຣິສຕະຈັກໄປໄດ້ທຸກເວລານັ້ນແມ່ນຄົນປະເພດໃດ? ປະເພດໜຶ່ງແມ່ນຄົນທີ່ບໍ່ມີສະໝອງ, ບໍ່ມີຄວາມຄິດ, ເປັນຄົນເບົາປັນຍາທີ່ບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງເຊື່ອໃນພຣະເຈົ້າ, ບໍ່ວ່າພວກເຂົາຈະເຊື່ອມາຈັກປີແລ້ວກໍຕາມ. ພວກເຂົາບໍ່ຮູ້ເລີຍວ່າການເຊື່ອໃນພຣະເຈົ້າແມ່ນຫຍັງກັນແທ້. ອີກປະເພດໜຶ່ງແມ່ນຜູ້ບໍ່ເຊື່ອທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າເລີຍ ແລະ ບໍ່ເຂົ້າໃຈຄວາມໝາຍ ຫຼື ຄຸນຄ່າຂອງການເຊື່ອໃນພຣະເຈົ້າ. ການຟັງຄຳເທດສະໜາ ແລະ ການອ່ານພຣະທຳຂອງພຣະເຈົ້າ, ສຳລັບພວກເຂົາແລ້ວ, ກໍຄືກັບການສຶກສາເທວະວິທະຍາ ຫຼື ການຮຽນຮູ້ຄວາມຮູ້ດ້ານວິຊາຊີບບາງຢ່າງ, ເມື່ອພວກເຂົາເຂົ້າໃຈ ແລະ ສາມາດເວົ້າກ່ຽວກັບມັນໄດ້, ພວກເຂົາກໍຖືວ່າມັນຈົບພຽງເທົ່ານັ້ນ. ພວກເຂົາບໍ່ເຄີຍນຳມັນໄປປະຕິບັດເລີຍ. ສຳລັບພວກເຂົາ, ພຣະທຳຂອງພຣະເຈົ້າເປັນພຽງທິດສະດີ, ເປັນຄຳຂວັນ ແລະ ບໍ່ສາມາດກາຍເປັນຊີວິດຂອງພວກເຂົາໄດ້ເລີຍ. ສະນັ້ນ, ສຳລັບຄົນເຫຼົ່ານີ້, ທຸກສິ່ງທີ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຂົາມີຄວາມສົນໃຈ. ສິ່ງຕ່າງໆ ເຊັ່ນ: ການປະຕິບັດໜ້າທີ່ຂອງຕົນ, ການໄລ່ຕາມເສາະຫາຄວາມຈິງ, ການປະຕິບັດພຣະທຳຂອງພຣະເຈົ້າ, ການເຕົ້າໂຮມກັບອ້າຍເອື້ອຍນ້ອງ ແລະ ການດຳລົງຊີວິດໃນຄຣິສຕະຈັກຮ່ວມກັນ ແລະ ອື່ນໆ ບໍ່ມີສິ່ງດຶງດູດໃຈສຳລັບພວກເຂົາເລີຍ ແລະ ບໍ່ມີສິ່ງໃດທີ່ນຳຄວາມສຸກ ແລະ ຄວາມຕື່ນເຕັ້ນມາໃຫ້ພວກເຂົາຄືກັບການກິນ, ການດື່ມ ແລະ ຄວາມມ່ວນຊື່ນ. ໃນທາງກົງກັນຂ້າມ, ຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າຮູ້ສຶກວ່າການຢູ່ຮ່ວມກັບອ້າຍເອື້ອຍນ້ອງເພື່ອໂອ້ລົມຄວາມຈິງ ຫຼື ດຳລົງຊີວິດໃນຄຣິສຕະຈັກສາມາດນຳຜົນປະໂຫຍດ ແລະ ສິ່ງທີ່ໄດ້ຮັບມາໃຫ້ແກ່ພວກເຂົາສະເໝີ. ເຖິງແມ່ນວ່າບາງຄັ້ງພວກເຂົາຈະປະເຊີນກັບອັນຕະລາຍ ແລະ ການຂົ່ມເຫັງ ຫຼື ສ່ຽງໄພໃນການເທດສອນຂ່າວປະເສີດ ແລະ ອົດທົນຕໍ່ຄວາມຍາກລຳບາກໃນການປະຕິບັດໜ້າທີ່ຂອງຕົນ, ບໍ່ວ່າຈະເປັນແນວໃດກໍຕາມ, ພວກເຂົາກໍໄດ້ຮັບຄວາມເຂົ້າໃຈໃນຄວາມຈິງ ແລະ ບັນລຸຜົນຂອງການຮູ້ຈັກພຣະເຈົ້າຜ່ານການອົດທົນຕໍ່ຄວາມຍາກລຳບາກ ແລະ ການຈ່າຍລາຄາ ແລະ ຄວາມຍາກລຳບາກ ແລະ ລາຄານີ້ກໍຈະນຳມາເຊິ່ງການປ່ຽນແປງໃນອຸປະນິໄສຊີວິດຂອງພວກເຂົາ. ຫຼັງຈາກທີ່ຊັ່ງຊາ ແລະ ປະເມີນທັງໝົດນີ້ແລ້ວ, ລາວກໍຮູ້ສຶກວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ ແລະ ການທີ່ສາມາດເຂົ້າໃຈຄວາມຈິງໄດ້ນັ້ນມີຄຸນຄ່າຢ່າງບໍ່ໜ້າເຊື່ອ. ຫົວໃຈຂອງລາວກໍມີຄວາມຜູກພັນກັບຄຣິສຕະຈັກເປັນພິເສດ ແລະ ລາວບໍ່ເຄີຍຄິດທີ່ຈະອອກຈາກຊີວິດໃນຄຣິສຕະຈັກ. ຖ້າລາວເຫັນບຸກຄົນຈຳນວນໜຶ່ງຖືກສົ່ງໄປກຸ່ມ B ຫຼື ຖືກແຍກອອກ ຫຼື ຖືກຄັດອອກໂດຍຄຣິສຕະຈັກຍ້ອນການລົບກວນວຽກງານຂອງຄຣິສຕະຈັກ, ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈກໍຈະຮູ້ສຶກທຸກທໍລະມານໃນຫົວໃຈຂອງພວກເຂົາ. ພວກເຂົາຄິດວ່າ: “ຂ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ອຍຢ່າງດຸໝັ່ນ. ຂ້ອຍຈະຕ້ອງບໍ່ຖືກຄັດອອກຢ່າງເດັດຂາດ. ການຖືກຄັດອອກເທົ່າກັບການຖືກລົງໂທດ, ເຊິ່ງໝາຍເຖິງຈຸດຈົບນັ້ນກໍຄືການຕົກນະຮົກ! ແລ້ວການມີຊີວິດຢູ່ຈະມີຄວາມໝາຍຫຍັງ?” ຄົນສ່ວນໃຫຍ່ຢ້ານການອອກຈາກຄຣິສຕະຈັກ; ພວກເຂົາຮູ້ສຶກວ່າເມື່ອໃດທີ່ພວກເຂົາອອກຈາກຄຣິສຕະຈັກ ແລະ ໄປຈາກພຣະເຈົ້າ, ພວກເຂົາກໍຈະບໍ່ສາມາດດຳລົງຊີວິດຕໍ່ໄປໄດ້ ແລະ ທຸກຢ່າງກໍຈະສິ້ນສຸດລົງ. ແຕ່ຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ທຸກເວລານັ້ນເຫັນວ່າການອອກຈາກຄຣິສຕະຈັກໄປເປັນເລື່ອງປົກກະຕິ, ຄືກັບການລາອອກຈາກວຽກເພື່ອໄປຫາວຽກໃໝ່. ພວກເຂົາບໍ່ເຄີຍຮູ້ສຶກທຸກໃຈ ຫຼື ເຈັບປວດພາຍໃນ. ພວກເຈົ້າຄິດວ່າຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລານັ້ນມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນບໍ? ຄົນເຊັ່ນນີ້ຊ່າງບໍ່ໜ້າເຊື່ອແທ້ໆ! ບາງຄົນປະຕິບັດໜ້າທີ່ບໍ່ໄດ້ມາດຕະຖານ ແລະ ພວກເຂົາກໍເຮັດຜິດຕາມອຳເພີໃຈຢູ່ສະເໝີ, ນຳມາເຊິ່ງການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ. ຄຣິສຕະຈັກຈຶ່ງໃຫ້ພວກເຂົາເຊົາປະຕິບັດໜ້າທີ່ຂອງຕົນ ແລະ ສົ່ງພວກເຂົາໄປຄຣິສຕະຈັກທຳມະດາ. ແລ້ວຜົນເປັນແນວໃດ? ໃນມື້ຕໍ່ມາ, ພວກເຂົາກໍປະພຶດຕົນຄືກັບເປັນຄົນລະຄົນ, ເລີ່ມຕົ້ນຊີວິດໃໝ່ທັງໝົດ. ບາງຄົນກໍເລີ່ມນັດພົບ ແລະ ແຕ່ງງານ, ບາງຄົນກໍເລີ່ມຊອກວຽກ, ບາງຄົນກໍໄປຮຽນມະຫາວິທະຍາໄລ ແລະ ຍັງມີບາງຄົນທີ່ກັບໄປຕິດຕໍ່ກັບໝູ່ເກົ່າ, ສ້າງສາຍສຳພັນ ແລະ ຊອກຫາໂອກາດທີ່ຈະລໍ້າລວຍ. ຄົນເຫຼົ່ານີ້ເຂົ້າໄປປະປົນກັບໂລກອັນກວ້າງໃຫຍ່ຢ່າງວ່ອງໄວ, ຫາຍເຂົ້າໄປໃນຝູງຊົນຂະໜາດໃຫຍ່, ມັນເກີດຂຶ້ນໄວແບບນັ້ນແຫຼະ. ອ້າຍເອື້ອຍນ້ອງບາງຄົນ, ຫຼັງຈາກທີ່ຖືກສົ່ງໄປຄຣິສຕະຈັກທຳມະດາຍ້ອນຜົນງານໃນການປະຕິບັດໜ້າທີ່ບໍ່ດີ, ກໍຜ່ານຊ່ວງເວລາແຫ່ງຄວາມທຸກທໍລະມານ ແຕ່ກໍສາມາດໄຕ່ຕອງຕົນເອງ ແລະ ຮັບຮູ້ບັນຫາຂອງຕົນເອງ, ເຊິ່ງຈະສະແດງທ່າທີຂອງການກັບໃຈ. ແນວໃດກໍຕາມ, ຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ທຸກເວລານັ້ນ, ທັນທີທີ່ພວກເຂົາພົບພໍ້ກັບຄວາມຍາກລຳບາກ, ກໍບໍ່ຢາກປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ ແລະ ອອກໄປຈາກຄຣິສຕະຈັກໃນມື້ຕໍ່ມາ, ກັບຄືນສູ່ຊີວິດຂອງຜູ້ບໍ່ມີຄວາມເຊື່ອ. ພວກເຂົາບໍ່ໄດ້ຮູ້ສຶກເຈັບປວດເລີຍ ແລະ ເຖິງກັບຄິດວ່າ: “ການເຊື່ອໃນພຣະເຈົ້າມີຫຍັງດີ? ເຈົ້າຖືກເຍາະເຍີ້ຍ ແລະ ໃສ່ຮ້າຍປ້າຍສີຈາກຄົນອື່ນຢູ່ຕະຫຼອດ ແລະ ເຈົ້າອາດຈະຖືກຈັບ ແລະ ຕິດຄຸກ. ຖ້າພະຍານາກໃຫຍ່ສີແດງທຸບຕີຂ້ອຍຈົນຕາຍ, ຊີວິດຂອງຂ້ອຍຈະບໍ່ເສຍຖິ້ມໄປລ້າໆບໍ? ຂ້ອຍໄດ້ອົດທົນຕໍ່ຄວາມຍາກລຳບາກຫຼາຍຢ່າງໃນການເຊື່ອໃນພຣະເຈົ້າຕະຫຼອດຫຼາຍປີມານີ້, ແຕ່ຂ້ອຍໄດ້ຫຍັງແດ່? ຖ້າຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າ, ຕອນນີ້ຂ້ອຍຄົງຈະໄດ້ເປັນເຈົ້າໜ້າທີ່, ຫາເງິນໄດ້ ແລະ ດຳລົງຊີວິດທີ່ສູງສົ່ງໄປແລ້ວ! ການທີ່ໄດ້ເຊື່ອໃນພຣະເຈົ້າມາຈົນເຖິງຕອນນີ້, ຂ້ອຍເຖິງກັບຮູ້ສຶກເສຍໃຈ, ຖ້າຂ້ອຍຮູ້ວ່າມັນຈະເປັນແບບນີ້, ຂ້ອຍຄົງຈະຈາກໄປດົນແລ້ວ! ການເຂົ້າໃຈຄວາມຈິງຈະມີປະໂຫຍດຫຍັງ? ຄວາມເຂົ້າໃຈນັ້ນສາມາດເຮັດໃຫ້ເຈົ້າອີ່ມທ້ອງ ຫຼື ຈ່າຍຄ່າໃຊ້ຈ່າຍຕ່າງໆໄດ້ບໍ?” ເຫັນບໍ່? ບໍ່ພຽງແຕ່ພວກເຂົາຈະບໍ່ມີຄວາມເສຍໃຈ, ແຕ່ພວກເຂົາເຖິງກັບຮູ້ສຶກໂຊກດີທີ່ສາມາດອອກໄປຈາກຄຣິສຕະຈັກໄດ້. ນີ້ບໍ່ແມ່ນການເປີດໂປງໜ້າຕາທີ່ແທ້ຈິງຂອງພວກເຂົາໃນຖານະຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ.)
ບາງຄົນເຮັດພໍແລ້ວມືແລ້ວຕີນຈົນເປັນນິໄສ ແລະ ເຮັດຜິດຕາມອຳເພີໃຈໃນການປະຕິບັດໜ້າທີ່ຂອງຕົນ. ຫຼັງຈາກທີ່ຖືກຄັດອອກໂດຍຄຣິສຕະຈັກ, ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງ, ພວກເຂົາກໍເບິ່ງຄົນເຫຼົ່ານັ້ນຄືກັບວ່າເປັນສັດຕູ. ແມ່ນແຕ່ຕອນທີ່ອ້າຍເອື້ອຍນ້ອງພະຍາຍາມໂອ້ລົມກັບພວກເຂົາຢ່າງມີເມດຕາ, ພວກເຂົາກໍບໍ່ສົນໃຈ ແລະ ເບິ່ງຄົນເຫຼົ່ານັ້ນດ້ວຍຄວາມກຽດຊັງ ໂດຍກ່າວວ່າ, “ພວກເຈົ້າເປັນຄົນທີ່ຄັດຂ້ອຍອອກຈາກຄຣິສຕະຈັກ. ເບິ່ງຂ້ອຍຕອນນີ້ແມ! ຂ້ອຍມີຊີວິດທີ່ດີກວ່າພວກເຈົ້າອີກ! ຕອນນີ້ຂ້ອຍປະດັບປະດາດ້ວຍຄຳ ແລະ ເງິນ, ຂ້ອຍເປັນນາຍໃຫຍ່ຄົນໜຶ່ງ! ຂ້ອຍໃຊ້ຊີວິດໃນໂລກນີ້ຢ່າງສະດວກສະບາຍ, ແລ້ວເບິ່ງພວກເຈົ້າທີ່ເຊື່ອໃນພຣະເຈົ້າແມ ທັງຊຸດໂຊມ ແລະ ອິດເມື່ອຍສໍ່າໃດ! ພວກເຈົ້າທຸກຄົນຕ່າງກໍໄລ່ຕາມເສາະຫາເພື່ອໃຫ້ໄດ້ຮັບຄວາມຈິງຢູ່ຕະຫຼອດ, ແຕ່ຂ້ອຍບໍ່ຄິດວ່າພວກເຈົ້າສະຫຼາດກວ່າຂ້ອຍເລີຍ! ການໄດ້ຮັບຄວາມຈິງມັນດີບ່ອນໃດ? ມັນກິນແທນເຂົ້າ ຫຼື ໃຊ້ແທນເງິນໄດ້ບໍ? ເຖິງແມ່ນວ່າບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ, ຂ້ອຍກໍຍັງມີຊີວິດທີ່ດີຢູ່ບໍ່ແມ່ນບໍ? ມັນເປັນໂຊກດີຂອງຂ້ອຍທີ່ພວກເຈົ້າຄັດຂ້ອຍອອກໄປ, ຂ້ອຍຄວນຈະຂອບໃຈພວກເຈົ້າດ້ວຍຊໍ້າ!” ຈາກຄຳເວົ້າຂອງພວກເຂົາ, ເຫັນໄດ້ຊັດເຈນວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ການປະຕິບັດໜ້າທີ່ຂອງພວກເຂົາກໍໄດ້ເປີດເຜີຍຕົວຕົນຂອງພວກເຂົາອອກມາ. ຜູ້ບໍ່ມີຄວາມເຊື່ອທີ່ເຊື່ອໃນພຣະເຈົ້າພຽງແຕ່ປາກ ຈະເຕັມໃຈປະຕິບັດໜ້າທີ່ຂອງຕົນໄດ້ບໍ? ການປະຕິບັດໜ້າທີ່ຂອງຕົນໝາຍເຖິງການປະຕິບັດຄວາມຮັບຜິດຊອບ ແລະ ພັນທະໃຫ້ສຳເລັດໂດຍບໍ່ໄດ້ຮັບຄ່າຈ້າງ ຫຼື ສ້າງລາຍໄດ້. ພວກເຂົາເຫັນວ່າສິ່ງນີ້ເປັນການເສຍປຽບ, ສະນັ້ນ ພວກເຂົາຈຶ່ງບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຕົນ. ທາດແທ້ຂອງພວກເຂົາໃນຖານະຜູ້ບໍ່ເຊື່ອຈຶ່ງຖືກເປີດໂປງດ້ວຍເຫດນີ້; ນີ້ຄືວິທີທີ່ວຽກງານຂອງພຣະເຈົ້າເປີດເຜີຍ ແລະ ກຳຈັດຜູ້ບໍ່ເຊື່ອ. ບາງຄົນມີທັດສະນະຄະຕິທີ່ເຮັດພໍແລ້ວມືແລ້ວຕີນສະເໝີເມື່ອປະຕິບັດໜ້າທີ່, ພຽງແຕ່ປ່ອຍໃຫ້ຊີວິດຜ່ານໄປວັນໆ. ທັນທີທີ່ພວກເຂົາໄດ້ຮັບໂອກາດທີ່ຈະສ້າງລາຍໄດ້ ຫຼື ໄດ້ຮັບການເລື່ອນຕຳແໜ່ງໃນໂລກ, ພວກເຂົາກໍຈະອອກຈາກຄຣິສຕະຈັກໄດ້ທຸກເວລາ, ພວກເຂົາມີເຈດຕະນານີ້ຢູ່ໃນໃຈສະເໝີ. ຖ້າພວກເຂົາຖືກຍ້າຍໄປຢູ່ຄຣິສຕະຈັກທຳມະດາ ເພາະວ່າພວກເຂົາເຮັດພໍແລ້ວມືແລ້ວຕີນຈົນເປັນນິໄສ ແລະ ເຮັດຜິດຕາມອຳເພີໃຈໃນຂະນະທີ່ປະຕິບັດໜ້າທີ່, ບໍ່ພຽງແຕ່ພວກເຂົາຈະບໍ່ໄຕ່ຕອງຕົນເອງ, ແຕ່ພວກເຂົາຍັງຈະຄິດວ່າ, “ການຊຳລະລ້າງຂ້ອຍອອກຈາກຄຣິສຕະຈັກທີ່ເຮັດວຽກເຕັມເວລານັ້ນເປັນການສູນເສຍສຳລັບເຈົ້າ ແລະ ເປັນຜົນດີສຳລັບຂ້ອຍ”. ພວກເຂົາເຖິງກັບຮູ້ສຶກພໍໃຈໃນຕົນເອງ. ຄົນເຊັ່ນນີ້ບໍ່ແມ່ນຜູ້ບໍ່ເຊື່ອບໍ? ບອກເຮົາມາເບິ່ງ, ສຳລັບຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ຖືກຊຳລະລ້າງ ເພາະວ່າພວກເຂົາໄດ້ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງຮ້າຍແຮງຜ່ານການເຮັດຜິດຕາມອຳເພີໃຈຂອງພວກເຂົາ, ການທີ່ເຮືອນຂອງພຣະເຈົ້າຊຳລະລ້າງພວກເຂົາແບບນີ້ ສອດຄ່ອງກັບຫຼັກການບໍ? (ສອດຄ່ອງກັບຫຼັກການແລ້ວ.) ມັນສອດຄ່ອງກັບຫຼັກການຢ່າງສົມບູນ; ນີ້ບໍ່ແມ່ນການເຮັດຜິດຕໍ່ພວກເຂົາແມ່ນແຕ່ໜ້ອຍດຽວ. ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ ແລະ ຕໍ່ການປະຕິບັດໜ້າທີ່ແມ່ນເປັນແບບທີ່ພວກເຂົາສາມາດປະຖິ້ມ ແລະ ທໍລະຍົດໄດ້ທຸກເວລາ. ສິ່ງນີ້ພຽງພໍທີ່ຈະພິສູດວ່າພວກເຂົາບໍ່ມີຄວາມສົນໃຈໃນສິ່ງທີ່ເປັນບວກໃນໃຈຂອງພວກເຂົາເລີຍ. ພວກເຂົາໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ຟັງຄຳເທດສະໜາມາຫຼາຍຄັ້ງ, ແຕ່ບໍ່ມີຄວາມຈິງໃດໆຂອງການເຊື່ອໃນພຣະເຈົ້າ ຫຼື ຄຳພະຍານຈາກປະສົບການຂອງປະຊາກອນທີ່ພຣະເຈົ້າເລືອກທີ່ສາມາດຍຶດເອົາຫົວໃຈຂອງພວກເຂົາໄວ້ໄດ້. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ເຮັດໃຫ້ພວກເຂົາສົນໃຈ, ດົນບັນດານພວກເຂົາ ຫຼື ພວກເຂົາຮູ້ສຶກຜູກພັນ. ນີ້ຄືແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາ, ນັ້ນກໍຄື ພວກເຂົາບໍ່ມີຄວາມສົນໃຈໃນສິ່ງທີ່ເປັນບວກເລີຍ. ແລ້ວພວກເຂົາສົນໃຈຫຍັງ? ພວກເຂົາສົນໃຈການກິນ, ການດື່ມ ແລະ ຄວາມມ່ວນຊື່ນ, ໃນຄວາມສຸກຂອງເນື້ອໜັງ, ໃນກະແສທີ່ຊົ່ວຮ້າຍ ແລະ ໃນປັດຊະຍາຂອງຊາຕານ. ພວກເຂົາສົນໃຈເປັນພິເສດໃນທຸກສິ່ງທີ່ເປັນລົບໃນສັງຄົມ; ມີພຽງແຕ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ພວກເຂົາບໍ່ສົນໃຈ. ນັ້ນຄືເຫດຜົນທີ່ພວກເຂົາສາມາດອອກຈາກເຮືອນຂອງພຣະເຈົ້າໄດ້ທຸກເວລາ. ພວກເຂົາບໍ່ມີຄວາມສົນໃຈເລີຍໃນການອ່ານພຣະທຳຂອງພຣະເຈົ້າເລື້ອຍໆ ຫຼື ການໂອ້ລົມຄວາມຈິງເລື້ອຍໆໃນລະຫວ່າງການເຕົ້າໂຮມຂອງເຮືອນຂອງພຣະເຈົ້າ. ພວກເຂົາລັງກຽດເປັນພິເສດຕໍ່ການປະຕິບັດໜ້າທີ່ ແລະ ເຖິງກັບຄິດວ່າຜູ້ທີ່ປະຕິບັດໜ້າທີ່ຂອງຕົນລ້ວນແຕ່ເປັນຄົນໂງ່. ນີ້ແມ່ນແນວຄິດ ແລະ ຄວາມເປັນມະນຸດແບບໃດ? ພວກເຂົາບໍ່ມີຄວາມສົນໃຈໃນຄວາມຈິງ ຫຼື ໃນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ມະນຸດ ແລະ ພວກເຂົາບໍ່ຮູ້ສຶກຜູກພັນກັບຊີວິດໃນຄຣິສຕະຈັກເລີຍ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຕັດສິນ ຫຼື ກ່າວໂທດພຣະທຳຂອງພຣະເຈົ້າຢ່າງເປີດເຜີຍ, ພວກເຂົາກໍໄດ້ຟັງຄຳເທດສະໜາເປັນເວລາຫຼາຍປີໂດຍບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ, ສິ່ງນີ້ຊີ້ໃຫ້ເຫັນບັນຫາຢ່າງຊັດເຈນ. ບໍ່ມີໃຜທີ່ຮູ້ສຶກລັງກຽດທັງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ຕາບໃດທີ່ເຈົ້າບໍ່ມັກສິ່ງທີ່ເປັນບວກ, ເຈົ້າກໍຈະສົນໃຈເປັນພິເສດໃນສິ່ງທີ່ເປັນລົບ. ຖ້າເຈົ້າສົນໃຈເປັນພິເສດໃນສິ່ງທີ່ເປັນລົບ, ແລ້ວເຈົ້າກໍຈະບໍ່ສົນໃຈໃນສິ່ງທີ່ເປັນບວກຢ່າງແນ່ນອນ. ຄົນປະເພດນີ້ບໍ່ມີຄວາມສົນໃຈໃນສິ່ງທີ່ເປັນບວກເລີຍ, ສະນັ້ນ ຈຶ່ງບໍ່ມີສິ່ງໃດໃນເຮືອນຂອງພຣະເຈົ້າທີ່ພວກເຂົາຮູ້ສຶກຜູກພັນ, ບໍ່ມີສິ່ງໃດທີ່ພວກເຂົາມັກ ຫຼື ປາຖະໜາ. ກະແສທີ່ຊົ່ວຮ້າຍຂອງໂລກ, ເງິນຄຳ, ຊື່ສຽງ ແລະ ຜົນປະໂຫຍດ, ການເປັນເຈົ້າໜ້າທີ່, ການຮັ່ງມີ ແລະ ຄຳເວົ້າຜິດໆ ແລະ ການຫຼອກລວງຕ່າງໆທີ່ເປັນທີ່ນິຍົມຄືສິ່ງທີ່ພວກເຂົາສົນໃຈຫຼາຍທີ່ສຸດ. ຫົວໃຈຂອງພວກເຂົາຕັ້ງໝັ້ນຢູ່ກັບໂລກ, ບໍ່ແມ່ນຢູ່ກັບເຮືອນຂອງພຣະເຈົ້າ, ເຊິ່ງເປັນເຫດຜົນທີ່ພວກເຂົາສາມາດອອກໄປໄດ້ທຸກເວລາ. ການອອກຈາກເຮືອນຂອງພຣະເຈົ້າ ແລະ ການອອກຈາກຊີວິດໃນຄຣິສຕະຈັກບໍ່ໄດ້ນຳຄວາມເສຍໃຈ, ຄວາມທຸກທໍລະມານ ຫຼື ຄວາມເຈັບປວດມາໃຫ້ພວກເຂົາ, ແຕ່ເປັນການປົດປ່ອຍຢ່າງສົມບູນ. ພວກເຂົາຄິດກັບຕົນເອງວ່າ: “ໃນທີ່ສຸດຂ້ອຍກໍບໍ່ຈຳເປັນຕ້ອງຟັງຄຳເທດສະໜາ ຫຼື ການໂອ້ລົມກ່ຽວກັບຄວາມຈິງທຸກມື້ອີກຕໍ່ໄປ, ຂ້ອຍບໍ່ຈຳເປັນຕ້ອງຖືກຈຳກັດໂດຍສິ່ງເຫຼົ່ານີ້ອີກແລ້ວ. ຕອນນີ້ຂ້ອຍສາມາດໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ, ໄລ່ຕາມເງິນຄຳ, ໄລ່ຕາມຜູ້ຍິງງາມ ແລະ ໄລ່ຕາມອະນາຄົດສ່ວນຕົວຂອງຂ້ອຍໄດ້ຢ່າງກ້າຫານ. ໃນທີ່ສຸດ, ຂ້ອຍກໍສາມາດຕົວະ ແລະ ຫຼອກລວງຄົນອື່ນ, ວາງແຜນການ ແລະ ກົນອຸບາຍ ແລະ ປະຕິບັດກົນລະຍຸດທີ່ຊົ່ວຊ້າທຸກປະເພດໄດ້ຢ່າງກ້າຫານໂດຍບໍ່ຕ້ອງກັງວົນ. ຂ້ອຍສາມາດໃຊ້ວິທີການໃດກໍໄດ້ເພື່ອພົວພັນກັບຜູ້ຄົນ!” ການຟັງຄຳເທດສະໜາ ແລະ ການໂອ້ລົມຄວາມຈິງໃນເຮືອນຂອງພຣະເຈົ້າເປັນສິ່ງທີ່ເຈັບປວດສຳລັບພວກເຂົາ ແລະ ການອອກຈາກເຮືອນຂອງພຣະເຈົ້າກໍຮູ້ສຶກຄືກັບຖືກປົດປ່ອຍ. ສິ່ງນີ້ໝາຍຄວາມວ່າສິ່ງທີ່ເປັນບວກເຫຼົ່ານີ້ບໍ່ແມ່ນສິ່ງທີ່ໃຈຂອງພວກເຂົາຕ້ອງການ. ສິ່ງທີ່ພວກເຂົາຕ້ອງການແມ່ນທຸກສິ່ງຂອງໂລກ ແລະ ສັງຄົມ. ຈາກສິ່ງນີ້, ເຫັນໄດ້ຊັດເຈນວ່າເຫດຜົນທີ່ພວກເຂົາອອກຈາກຄຣິສຕະຈັກແມ່ນກ່ຽວຂ້ອງໂດຍກົງກັບການໄລ່ຕາມ ແລະ ຄວາມມັກຂອງພວກເຂົາ.
ແກ່ນແທ້ທໍາມະຊາດຂອງຄົນເຫຼົ່ານີ້ທີ່ສາມາດອອກຈາກເຮືອນຂອງພຣະເຈົ້າໄດ້ທຸກເວລາແມ່ນຫຍັງ? ຕອນນີ້ພວກເຈົ້າເຫັນແລ້ວບໍວ່າມັນແມ່ນຫຍັງ? (ເຫັນແລ້ວ. ພວກເຂົາແມ່ນຄົນປະເພດຜູ້ບໍ່ເຊື່ອ. ຄົນເຫຼົ່ານີ້ສ່ວນໃຫຍ່ແມ່ນສັດເດຍລະສານທີ່ກັບຊາດມາເກີດ, ພວກເຂົາລ້ວນແຕ່ເປັນຄົນເບົາປັນຍາທີ່ບໍ່ມີສະໝອງ ຫຼື ຄວາມຄິດ.) ຖືກຕ້ອງ. ພວກເຂົາບໍ່ເຂົ້າໃຈເລື່ອງຂອງຄວາມເຊື່ອ. ພວກເຂົາບໍ່ເຂົ້າໃຈວ່າຊີວິດມະນຸດແມ່ນຫຍັງກັນແທ້, ມະນຸດຄວນເດີນໄປໃນເສັ້ນທາງໃດ, ສິ່ງໃດທີ່ມີຄວາມໝາຍທີ່ສຸດທີ່ຈະເຮັດ, ຫຼັກການຂອງການປະຕິບັດໃດທີ່ຄວນຍຶດໝັ້ນເມື່ອເວົ້າເຖິງການປະພຶດຕົນ ແລະ ອື່ນໆ ແລະ ພວກເຂົາກໍບໍ່ຕ້ອງການສະແຫວງຫາຄວາມຈິງເພື່ອຄົ້ນຫາຄຳຕອບເຊັ່ນກັນ. ພວກເຂົາມັກໄລ່ຕາມຫຍັງ? ຕະຫຼອດທັງວັນ ຈິດໃຈຂອງພວກເຂົາກໍວົນວຽນຢູ່ກັບສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ແລະ ເພີດເພີນໄປກັບຊີວິດທີ່ເໜືອກວ່າຄົນອື່ນ. ບາງຄົນເລີ່ມເຊື່ອໃນພຣະເຈົ້າໃນຂະນະທີ່ພວກເຂົາເຮັດວຽກຢູ່ຂ້າງນອກ. ແຕ່ທັນທີທີ່ພວກເຂົາໄດ້ຮັບການເລື່ອນຕຳແໜ່ງເປັນຜູ້ຮັບຜິດຊອບ ຫຼື ຜູ້ຈັດການ ຫຼື ກາຍເປັນນາຍຈ້າງ, ພວກເຂົາກໍເຊົາເຊື່ອ. ເມື່ອອ້າຍເອື້ອຍນ້ອງຕິດຕໍ່ຫາພວກເຂົາ, ພວກເຂົາກໍເວົ້າວ່າ, “ຕອນນີ້ຂ້ອຍເປັນຄົນທີ່ມີສະຖານະ ແລະ ຊື່ສຽງ, ມີທີ່ຢືນໃນສັງຄົມ. ການເຊື່ອໃນພຣະເຈົ້າກັບພວກເຈົ້າເປັນເລື່ອງທີ່ໜ້າອັບອາຍເກີນໄປ. ພວກເຈົ້າທຸກຄົນຄວນຢູ່ໃຫ້ຫ່າງຈາກຂ້ອຍ ແລະ ຢ່າມາຊອກຫາຂ້ອຍອີກ! ພວກເຈົ້າຈະລຶບຊື່ຂ້ອຍອອກ ຫຼື ຂັບໄລ່ຂ້ອຍອອກກໍໄດ້ຕາມໃຈ. ຢ່າງໃດກໍຕາມ, ຊ່ວງການເຊື່ອໃນພຣະເຈົ້າຂອງຂ້ອຍຈົບລົງແລ້ວ ແລະ ຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບພວກເຈົ້າອີກຕໍ່ໄປ!” ເຫັນສິ່ງທີ່ພວກເຂົາເວົ້າບໍ່? ບຸກຄົນແບບນີ້ເປັນຄົນປະເພດໃດ? ພວກເຈົ້າຍັງຈະຕິດຕໍ່ຫາພວກເຂົາຢູ່ບໍ? (ບໍ່.) ພວກເຂົາເວົ້າຢ່າງກົງໄປກົງມາຂະໜາດນີ້, ແຕ່ຜູ້ນຳຄຣິສຕະຈັກບາງຄົນກໍຍັງຮູ້ສຶກເສຍດາຍເມື່ອເຫັນພວກເຂົາຈາກໄປ ແລະ ຕິດຕໍ່ຫາພວກເຂົາຫຼາຍຄັ້ງເພື່ອຊັກຊວນວ່າ: “ເຈົ້າມີຂີດຄວາມສາມາດທີ່ດີ ແລະ ເຈົ້າກໍເຄີຍເປັນຜູ້ນຳ ແລະ ຜູ້ເຮັດວຽກ. ມັນເປັນພຽງເພາະວ່າເຈົ້າບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ ເຈົ້າຈຶ່ງຖືກປົດອອກ. ຖ້າເຈົ້າໄລ່ຕາມເສາະຫາຄວາມຈິງຢ່າງພາກພຽນ, ເຈົ້າຈະໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ ແລະ ໃນອະນາຄົດ, ເຈົ້າຈະເປັນເສົາຄໍ້າ, ເປັນເສົາຫຼັກໃນເຮືອນຂອງພຣະເຈົ້າຢ່າງແນ່ນອນ!” ຍິ່ງຜູ້ນຳເວົ້າສິ່ງເຫຼົ່ານີ້ຫຼາຍເທົ່າໃດ, ອີກຝ່າຍກໍຍິ່ງລັງກຽດຫຼາຍຂຶ້ນເທົ່ານັ້ນ. ຜູ້ນຳຄຣິສຕະຈັກບາງຄົນກໍເບົາປັນຍາ ແລະ ຂາດການແຍກແຍະ; ຄົນຜູ້ນີ້ໄດ້ຮັບການເລື່ອນຕຳແໜ່ງໃນໂລກ, ແຕ່ຜູ້ນຳເຫຼົ່ານີ້ກໍຍັງອິດສາ ແລະ ຕ້ອງການສ້າງສາຍສຳພັນກັບພວກເຂົາ, ນີ້ບໍ່ໄດ້ສະແດງເຖິງການບໍ່ນັບຖືຕົນເອງບໍ? ຄົນທີ່ເຂົ້າໃຈຄວາມຈິງຈຶ່ງສາມາດເຫັນເລື່ອງນີ້ໄດ້ຢ່າງຊັດເຈນ: ການໄດ້ຮັບການເລື່ອນຕຳແໜ່ງໃນສັງຄົມບໍ່ແມ່ນສັນຍານທີ່ດີ; ມັນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງທີ່ຄົນເຮົາຄວນເດີນ! ບາງຄົນເຊົາເຊື່ອໃນພຣະເຈົ້າທັນທີທີ່ພວກເຂົາໄດ້ຮັບສະຖານະພາບເລັກນ້ອຍໃນສັງຄົມ, ສິ່ງນີ້ກໍພຽງແຕ່ເປີດເຜີຍພວກເຂົາ ແລະ ພິສູດວ່າພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ຫຼື ຮັກຄວາມຈິງ. ຖ້າພວກເຂົາເປັນຜູ້ເຊື່ອທີ່ຈິງໃຈ, ເຖິງແມ່ນວ່າພວກເຂົາຈະໄດ້ຮັບການເລື່ອນຕຳແໜ່ງ ແລະ ມີອະນາຄົດທີ່ດີໃນສັງຄົມ, ພວກເຂົາກໍຈະບໍ່ປະຖິ້ມພຣະເຈົ້າ. ຕອນນີ້ພວກເຂົາໄດ້ທໍລະຍົດຕໍ່ພຣະເຈົ້າແລ້ວ, ຍັງມີຄວາມຈຳເປັນທີ່ຄຣິສຕະຈັກຈະຕ້ອງຕິດຕໍ່ ແລະ ພະຍາຍາມຊີ້ນໍາພວກເຂົາອີກບໍ? ບໍ່ມີຄວາມຈຳເປັນ, ເພາະວ່າພວກເຂົາໄດ້ຖືກເປີດເຜີຍແລ້ວວ່າເປັນຜູ້ບໍ່ເຊື່ອ. ໂດຍການບໍ່ເຊື່ອໃນພຣະເຈົ້າ, ພວກເຂົາຄືຜູ້ທີ່ເສຍປຽບ, ພວກເຂົາພຽງແຕ່ບໍ່ໄດ້ຮັບພອນ. ພວກເຂົາເປັນພຽງສິ່ງມີຊີວິດຊັ້ນຕໍ່າ; ຖ້າເຈົ້າຍັງຢືນຢັນທີ່ຈະດຶງພວກເຂົາເຂົ້າມາເຊື່ອໃນພຣະເຈົ້າ, ນັ້ນບໍ່ແມ່ນຄວາມໂງ່ຈ້າບໍ? ຍິ່ງເຈົ້າພະຍາຍາມດຶງພວກເຂົາເຂົ້າມາແບບນີ້ຫຼາຍເທົ່າໃດ, ພວກເຂົາກໍຍິ່ງດູຖູກເຈົ້າຫຼາຍຂຶ້ນເທົ່ານັ້ນ. ພວກເຂົາຄິດວ່າຄົນທັງໝົດທີ່ເຊື່ອໃນພຣະເຈົ້າແມ່ນຄົນທີ່ມີສະຖານະພາບທາງສັງຄົມທີ່ຕໍ່າ ແລະ ຂາດຂີດຄວາມສາມາດ. ນັ້ນຄືເຫດຜົນທີ່ພວກເຂົາອວດດີ ແລະ ຖືຕົນວ່າຊອບທຳເປັນພິເສດ, ດູຖູກທຸກຄົນ. ຖ້າໃຜສະແດງຄວາມເປັນຫ່ວງ ຫຼື ເອົາໃຈໃສ່ພວກເຂົາ, ພວກເຂົາກໍຈະເຫັນວ່າເປັນການພະຍາຍາມປະຈົບປະແຈງພວກເຂົາ. ນີ້ແມ່ນແນວຄິດແບບໃດ? ມັນຄືການບໍ່ສາມາດເບິ່ງອ້າຍເອື້ອຍນ້ອງໄດ້ຢ່າງຖືກຕ້ອງ. ພວກເຂົາແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈບໍ? ເມື່ອພົບພໍ້ຄົນປະເພດນີ້, ເຈົ້າຄວນປະຕິເສດພວກເຂົາ. ທັນທີທີ່ພວກເຂົາເວົ້າວ່າ, “ຕອນນີ້ຂ້ອຍເປັນຜູ້ຮັບຜິດຊອບລະດັບສູງແລ້ວ. ຢ່າມາຊອກຫາຂ້ອຍອີກ. ຖ້າພວກເຈົ້າຕິດຕໍ່ຫາຂ້ອຍອີກ, ຂ້ອຍຈະຫັນມາເປັນສັດຕູກັບພວກເຈົ້າ! ໂດຍສະເພາະແມ່ນຢ່າມາທີ່ບໍລິສັດຂອງຂ້ອຍ ແລະ ເຮັດໃຫ້ຂ້ອຍອັບອາຍ, ຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບຄົນທີ່ເຊື່ອໃນພຣະເຈົ້າ!”, ເມື່ອພວກເຂົາເວົ້າຄຳເຫຼົ່ານີ້ອອກມາ, ພວກເຈົ້າຄວນອອກໄປທັນທີ, ລຶບຊື່ພວກເຂົາອອກ ແລະ ບໍ່ພົວພັນກັບຄົນເຊັ່ນນີ້ອີກຕໍ່ໄປ. ພວກເຂົາຢ້ານວ່າພວກເຮົາຈະສວຍໂອກາດຈາກຄວາມສຳເລັດຂອງພວກເຂົາ; ດັ່ງນັ້ນ ພວກເຮົາຈຶ່ງຕ້ອງມີການຮູ້ຈັກຕົນເອງ. ພວກເຂົາກຳລັງຈະເລີນຮຸ່ງເຮືອງ ແລະ ກ້າວຂຶ້ນໄປສູ່ທີ່ລະດັບສູງ; ພວກເຂົາຢູ່ເໜືອລະດັບຂອງພວກເຮົາ. ພວກເຮົາເປັນພຽງຄົນທຳມະດາ, ຄົນຊັ້ນລຸ່ມຂອງສັງຄົມ. ພວກເຮົາບໍ່ຄວນພະຍາຍາມສ້າງສາຍສຳພັນກັບພວກເຂົາ, ຢ່າຫຼຸດກຽດຕົນເອງແບບນັ້ນ! ຍັງມີບາງຄົນທີ່ອາຍຸຫຼາຍແລ້ວ ແລະ ລູກໆຂອງພວກເຂົາຊື້ເຮືອນຫຼູຫຼາໃນເມືອງ. ຫຼັງຈາກຍ້າຍເຂົ້າໄປຢູ່, ພວກເຂົາກໍຫາຍໜ້າໄປຈາກອ້າຍເອື້ອຍນ້ອງ ໂດຍກ່າວວ່າ: “ຢ່າມາຊອກຫາຂ້ອຍອີກ. ພວກເຈົ້າລ້ວນແຕ່ມາຈາກບ້ານນອກ. ຖ້າພວກເຈົ້າມາຊອກຫາຂ້ອຍ, ຄົນອື່ນຈະຄິດວ່າຂ້ອຍກໍມາຈາກບ້ານນອກຄືກັນ, ວ່າຂ້ອຍມີຍາດພີ່ນ້ອງຢູ່ຊົນນະບົດ. ມັນຈະໜ້າອັບອາຍສໍ່າໃດ! ເຈົ້າຮູ້ບໍ່ວ່າລູກຊາຍຂອງຂ້ອຍເປັນຄົນແບບໃດ? ລາວເປັນເສດຖີ, ເປັນຄົນຮັ່ງມີ, ເປັນຄົນທີ່ມີຊື່ສຽງໃນສັງຄົມ! ຖ້າພວກເຈົ້າຍັງຕິດຕໍ່ກັບຂ້ອຍ, ມັນຈະບໍ່ເປັນການເຮັດໃຫ້ລູກຊາຍຂອງຂ້ອຍອັບອາຍບໍ? ສະນັ້ນ ຢ່າມາຊອກຫາຂ້ອຍອີກໃນອະນາຄົດ!” ທັນທີທີ່ພວກເຂົາເວົ້າຄຳເຫຼົ່ານີ້ອອກມາ, ພຽງແຕ່ຕອບວ່າ: “ໃນເມື່ອທັດສະນະຄະຕິຂອງເຈົ້າເປັນແບບນີ້, ພວກເຮົາກໍເຂົ້າໃຈ. ພວກເຮົາຂໍອວຍພອນໃຫ້ເຈົ້າມີຄວາມສຸກ ແລະ ຄວາມປິຕິຍິນດີເດີ!” ໃນເວລານັ້ນ, ຖ້າເຈົ້າເວົ້າອີກແມ່ນແຕ່ຄຳດຽວ, ເຈົ້າກໍຈະເບິ່ງຄືຄົນໂງ່ ແລະ ຕໍ່າຕ້ອຍ. ພຽງແຕ່ອອກໄປທັນທີນັ້ນຄືສິ່ງທີ່ຖືກຕ້ອງ. ຢ່າພະຍາຍາມບັງຄັບຊັກຊວນຜູ້ບໍ່ເຊື່ອຢ່າງເດັດຂາດ, ນັ້ນເປັນພຽງພຶດຕິກຳທີ່ໂງ່ຈ້າ. ເຈົ້າເຂົ້າໃຈບໍ່? (ເຂົ້າໃຈແລ້ວ.) ບາງຄົນໂງ່ຈ້າເຖິງຂະໜາດໃດ? ພວກເຂົາເວົ້າວ່າ, “ລູກຊາຍຂອງຄົນນັ້ນເປັນຄົນຮັ່ງມີ, ເປັນເສດຖີທີ່ມີສະຖານະໃນສັງຄົມ. ລາວຍັງມີເສັ້ນສາຍກັບເຈົ້າໜ້າທີ່ລັດຖະບານ. ຖ້າພວກເຮົາຊັກຊວນໃຫ້ພວກເຂົາເຊື່ອໃນພຣະເຈົ້າຕໍ່ໄປ, ຄອບຄົວຂອງພວກເຂົາກໍອາດຈະຕ້ອນຮັບອ້າຍເອື້ອຍນ້ອງໄດ້!” ແນວຄິດນີ້ເປັນແນວໃດ? ຖ້າເຈົ້າຄິດຈາກມຸມມອງຂອງການຄຳນຶງເຖິງວຽກງານຂອງຄຣິສຕະຈັກ, ການຄຳນຶງເຖິງອ້າຍເອື້ອຍນ້ອງ ແລະ ການພິຈາລະນາຄວາມປອດໄພ, ມັນກໍເໝາະສົມພໍດີ. ແຕ່ເຈົ້າຕ້ອງເບິ່ງວ່າພວກເຂົາເຊື່ອໃນພຣະເຈົ້າຢ່າງຈິງໃຈ ຫຼື ບໍ່. ຖ້າພວກເຂົາບໍ່ເຕັມໃຈທີ່ຈະເຊື່ອໃນພຣະເຈົ້າ ແລະ ບໍ່ມັກທີ່ຈະຕິດຕໍ່ກັບອ້າຍເອື້ອຍນ້ອງ, ແຕ່ເຈົ້າຍັງຕ້ອງການຊັກຊວນໃຫ້ພວກເຂົາເຊື່ອໃນພຣະເຈົ້າ, ນັ້ນບໍ່ແມ່ນຄວາມໂງ່ຈ້າບໍ? ຢ່າເຮັດໃນສິ່ງທີ່ສະແດງເຖິງການບໍ່ນັບຖືຕົນເອງ. ພວກເຮົາມີການປົກປ້ອງຂອງພຣະເຈົ້າ ແລະ ການນຳພາຂອງພຣະເຈົ້າໃນການເຊື່ອໃນພຣະເຈົ້າ. ບໍ່ວ່າພວກເຮົາຈະຢູ່ໃນສະພາບແວດລ້ອມແບບໃດ, ທຸກຢ່າງກໍຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ. ບໍ່ວ່າພວກເຮົາຈະທົນທຸກທໍລະມານສໍ່າໃດ, ພວກເຮົາກໍຄວນດຳລົງຊີວິດຢ່າງມີສັກສີ. ບາງຄົນເຖິງກັບອິດສາຄົນຜູ້ນີ້ທີ່ອອກຈາກເຮືອນຂອງພຣະເຈົ້າ ໂດຍກ່າວວ່າພວກເຂົາມີຄວາມສາມາດ, ມຸມມອງນີ້ຖືກຕ້ອງບໍ? ພວກເຮົາຄວນເບິ່ງເລື່ອງນີ້ແນວໃດ? ເມື່ອພວກເຂົາຍ້າຍເຂົ້າໄປຢູ່ໃນເຮືອນຫຼັງໃຫຍ່, ພວກເຂົາກໍເຊົາເຊື່ອໃນພຣະເຈົ້າ. ໃນສັງຄົມ, ພວກເຂົາມີສະຖານະພາບ ແລະ ທີ່ຢືນ ແລະ ໃນຫົວໃຈຂອງພວກເຂົາ, ພວກເຂົາດູຖູກອ້າຍເອື້ອຍນ້ອງ, ໂດຍເບິ່ງວ່າພວກເຂົາເປັນຄົນຊັ້ນລຸ່ມຂອງສັງຄົມທີ່ບໍ່ສົມຄວນທີ່ຈະພົວພັນນຳ. ສະນັ້ນ, ພວກເຮົາຄວນມີການຮູ້ຈັກຕົນເອງ ແລະ ບໍ່ພະຍາຍາມສ້າງສາຍສຳພັນກັບຄົນເຊັ່ນນັ້ນ ຫຼື ປະຈົບປະແຈງພວກເຂົາ, ແມ່ນບໍ່? (ແມ່ນແລ້ວ.)
ສຳລັບຜູ້ທີ່ສາມາດອອກຈາກເຮືອນຂອງພຣະເຈົ້າໄດ້ທຸກເວລາ, ບໍ່ວ່າພວກເຂົາຈະເປັນຜູ້ບໍ່ເຊື່ອ ຫຼື ເປັນພຽງຄົນບໍ່ເອົາການເອົາງານ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າເພື່ອໃຫ້ໄດ້ຮັບພອນ ຫຼື ເພື່ອຫຼີກລ່ຽງໄພພິບັດ, ບໍ່ວ່າຈະເປັນສະຖານະການໃດກໍຕາມ, ຕາບໃດທີ່ພວກເຂົາສາມາດອອກຈາກເຮືອນຂອງພຣະເຈົ້າໄດ້ທຸກເວລາ ແລະ ຫຼັງຈາກອອກໄປແລ້ວ, ພວກເຂົາກໍລັງກຽດທີ່ອ້າຍເອື້ອຍນ້ອງຕິດຕໍ່ຫາ, ແລະ ຍິ່ງລັງກຽດການຊ່ວຍເຫຼືອ ແລະ ການສະໜັບສະໜູນຂອງອ້າຍເອື້ອຍນ້ອງ, ສະແດງຄວາມເປັນປໍລະປັກຕໍ່ຜູ້ໃດກໍຕາມທີ່ໂອ້ລົມຄວາມຈິງກັບພວກເຂົາ, ບໍ່ຈຳເປັນຕ້ອງໃສ່ໃຈຄົນເຊັ່ນນັ້ນ. ຖ້າພົບເຫັນຜູ້ບໍ່ເຊື່ອປະເພດນີ້, ພວກເຂົາກໍຄວນຖືກເປີດໂປງ ແລະ ຄັດອອກໄດ້ທັນເວລາ. ບາງຄົນອາດຈະບໍ່ມັກຄວາມຈິງ, ແຕ່ພວກເຂົາມັກເປັນຄົນດີ ແລະ ມັກໃຊ້ຊີວິດຮ່ວມກັບອ້າຍເອື້ອຍນ້ອງ; ມັນເຮັດໃຫ້ພວກເຂົາມີຄວາມສຸກ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍຫຼີກລ່ຽງການຖືກທາລຸນ. ໃນຫົວໃຈຂອງພວກເຂົາ, ພວກເຂົາຮູ້ວ່າພວກເຂົາເຊື່ອໃນພຣະເຈົ້າທີ່ແທ້ຈິງ ແລະ ເຕັມໃຈທີ່ຈະອອກເຫື່ອແຮງຢ່າງພາກພຽນ. ຖ້າພວກເຂົາມີທັດສະນະຄະຕິແບບນີ້ແທ້ໆ, ພວກເຈົ້າຄິດວ່າພວກເຂົາຄວນໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່ຂອງຕົນຕໍ່ໄປບໍ? (ແມ່ນແລ້ວ.) ຖ້າພວກເຂົາເຕັມໃຈທີ່ຈະອອກເຫື່ອແຮງ ແລະ ບໍ່ຂັດຂວາງ ແລະ ລົບກວນ, ພວກເຂົາກໍສາມາດອອກເຫື່ອແຮງຕໍ່ໄປໄດ້. ແຕ່ຖ້າມື້ໜຶ່ງພວກເຂົາບໍ່ເຕັມໃຈທີ່ຈະອອກເຫື່ອແຮງອີກຕໍ່ໄປ ແລະ ຕ້ອງການອອກໄປຈາກເຮືອນຂອງພຣະເຈົ້າ ໂດຍກ່າວວ່າ: “ຂ້ອຍຈະອອກໄປສູ້ຊີວິດໃນໂລກ. ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າກັບພວກເຈົ້າອີກຕໍ່ໄປແລ້ວ. ຢູ່ບ່ອນນີ້ບໍ່ມ່ວນເລີຍ ແລະ ບາງຄັ້ງເມື່ອຂ້ອຍເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່, ຂ້ອຍກໍຖືກລິຮານ. ຢູ່ບ່ອນນີ້ມັນລຳບາກແທ້ໆ; ຂ້ອຍຢາກອອກໄປແລ້ວ”, ຄວນຊັກຊວນຄົນເຊັ່ນນີ້ໃຫ້ຢູ່ຕໍ່ບໍ? (ບໍ່.) ພວກເຮົາພຽງແຕ່ຖາມພວກເຂົາຄຳຖາມໜຶ່ງວ່າ: “ເຈົ້າຄິດໄຕ່ຕອງດີແລ້ວບໍ?” ຖ້າພວກເຂົາເວົ້າວ່າ, “ຂ້ອຍຄິດມາດົນແລ້ວ”, ເຈົ້າກໍສາມາດເວົ້າວ່າ, “ຖ້າຢ່າງນັ້ນ ພວກເຮົາກໍຂໍອວຍພອນໃຫ້ເຈົ້າ. ຈົ່ງເດີນທາງໂດຍສະຫວັດດີພາບ!” ແນວທາງນີ້ໃຊ້ໄດ້ບໍ? (ໄດ້.) ພວກເຈົ້າຄິດວ່າຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາເປັນຄົນປະເພດທີ່ຄິດວ່າຕົນເອງເໜືອຄົນທຳມະດາ ແລະ ຊັງໂລກ ແລະ ຄວາມເປັນໄປຂອງໂລກ, ມັກທ່ອງກາບກອນຈາກຄົນທີ່ມີຊື່ສຽງ ເຊັ່ນ: “ຂ້ອຍໂບກມືລາ ໂດຍບໍ່ເອົາແມ່ນແຕ່ກ້ອນເມກໄປນຳ”. ພວກເຂົາຄິດວ່າພວກເຂົາຮັກສາຕົນເອງໃຫ້ບໍລິສຸດ ແລະ ບໍ່ເຂົ້າກັບໂລກໃບນີ້ ແລະ ພວກເຂົາຕ້ອງການຊອກຫາຄວາມປອບໃຈຜ່ານການເຊື່ອໃນພຣະເຈົ້າ. ພວກເຂົາເຫັນຕົນເອງເປັນຄົນວິເສດສະເໝີ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາເປັນຄົນທີ່ໝົກມຸ້ນກັບທາງໂລກທີ່ສຸດ, ມີຊີວິດຢູ່ພຽງເພື່ອການກິນ, ການດື່ມ ແລະ ການມ່ວນຊື່ນ. ພວກເຂົາບໍ່ມີຄວາມຄິດທີ່ແທ້ຈິງ ແລະ ບໍ່ມີການໄລ່ຕາມທີ່ແທ້ຈິງ. ພວກເຂົາເຫັນຕົນເອງເປັນຄົນສູງສົ່ງ, ຄືກັບວ່າບໍ່ມີໃຜສາມາດເຂົ້າໃຈຄວາມຄິດຂອງພວກເຂົາ ຫຼື ທຽບເທົ່າແນວຄິດຂອງພວກເຂົາໄດ້. ພວກເຂົາຖືວ່າລະດັບແນວຄິດຂອງຕົນເອງສູງກວ່າຄົນທົ່ວໄປ ໂດຍກ່າວປະມານວ່າ: “ພວກເຈົ້າລ້ວນແຕ່ເປັນຄົນສາມັນຊົນ, ແຕ່ເບິ່ງຂ້ອຍແມ, ຂ້ອຍແຕກຕ່າງ. ຖ້າເຈົ້າຖາມຂ້ອຍວ່າຂ້ອຍມາຈາກໃສ, ຂ້ອຍຈະບອກເຈົ້າວ່າບ້ານເກີດຂອງຂ້ອຍຢູ່ໄກແສນໄກ”. ພວກເຂົາໄດ້ບອກເຈົ້າບໍວ່າພວກເຂົາມາຈາກໃສ? ເຈົ້າຮູ້ບໍ່ວ່າສະຖານທີ່ທີ່ເອີ້ນວ່າ “ໄກແສນໄກ” ນັ້ນຢູ່ໃສ? ຄົນທີ່ສາມາດອອກຈາກຄຣິສຕະຈັກໄດ້ທຸກເວລາແມ່ນຄົນປະເພດນີ້ແທ້ໆ. ພວກເຂົາຮູ້ສຶກວ່າບໍ່ມີບ່ອນໃດສາມາດເຮັດໃຫ້ພວກເຂົາພໍໃຈໄດ້ ແລະ ມັກຄິດເຖິງສິ່ງທີ່ບໍ່ເປັນຈິງ, ຄຸມເຄືອ, ເປັນພາບລວງຕາຢູ່ສະເໝີ. ພວກເຂົາບໍ່ສຸມໃສ່ຄວາມເປັນຈິງ ແລະ ບໍ່ເຂົ້າໃຈວ່າຊີວິດມະນຸດແມ່ນຫຍັງ ຫຼື ມະນຸດຄວນເລືອກເສັ້ນທາງໃດ. ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້, ພວກເຂົາເປັນພຽງຄົນແປກປະຫຼາດ. ຖ້າຄົນປະເພດນີ້ຕັດສິນໃຈແລ້ວທີ່ຈະອອກຈາກຄຣິສຕະຈັກ ແລະ ບອກວ່າພວກເຂົາໄດ້ຄິດໄຕ່ຕອງມາເປັນເວລາດົນແລ້ວ, ບໍ່ຈຳເປັນຕ້ອງຊັກຊວນໃຫ້ພວກເຂົາຢູ່ຕໍ່. ຢ່າເວົ້າອີກແມ່ນແຕ່ຄຳດຽວ, ພຽງແຕ່ລຶບຊື່ພວກເຂົາອອກ, ກໍພຽງເທົ່ານັ້ນ. ນີ້ຄືວິທີທີ່ຄວນຈັດການກັບຄົນເຊັ່ນນີ້; ມັນສອດຄ່ອງກັບຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ນັ້ນກໍເປັນການຈົບການໂອ້ລົມກ່ຽວກັບຜູ້ທີ່ສາມາດອອກຈາກຄຣິສຕະຈັກໄດ້ທຸກເວລາ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?