ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27) ສ່ວນທີ ສາມ

9. ການສາມາດຈາກໄປໄດ້ທຸກເວລາ

ການສະແດງອອກຂໍ້ທີເກົ້າກໍຄື: “ການສາມາດຈາກໄປໄດ້ທຸກເວລາ”. ຄົນປະເພດນີ້ທີ່ສາມາດຈາກເຮືອນຂອງພຣະເຈົ້າໄປໄດ້ທຸກເວລານັ້ນ ບໍ່ແມ່ນຄົນທີ່ຈະຈາກໄປກໍຕໍ່ເມື່ອພວກເຂົາພົບພໍ້ກັບສະຖານະການພິເສດ ຫຼື ເມື່ອພວກເຂົາພົບພໍ້ກັບໄພພິບັດໃຫຍ່ທີ່ເກີນກວ່າຄົນທົ່ວໄປຈະທົນຮັບໄດ້, ເຊິ່ງເກີນຂີດຈຳກັດຂອງພວກເຂົາ. ແທນທີ່ຈະເປັນແນວນັ້ນ, ພວກເຂົາສາມາດຈາກໄປໄດ້ທຸກເວລາ, ແມ່ນແຕ່ກັບເລື່ອງເລັກນ້ອຍກໍສາມາດເຮັດໃຫ້ພວກເຂົາຈາກໄປໄດ້ແລ້ວ; ແມ່ນແຕ່ກັບເລື່ອງເລັກນ້ອຍກໍສາມາດເຮັດໃຫ້ພວກເຂົາບໍ່ຢາກປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ, ບໍ່ຢາກເຊື່ອໃນພຣະເຈົ້າອີກຕໍ່ໄປ ແລະ ຢາກຈາກເຮືອນຂອງພຣະເຈົ້າໄປ. ຄົນປະເພດນີ້ກໍເປັນບັນຫາທີ່ໃຫຍ່ຫຼວງເຊັ່ນກັນ. ເບິ່ງຜິວເຜີນແລ້ວ, ພວກເຂົາອາດຈະເບິ່ງຄືວ່າດີກວ່າຄົນທີ່ເປັນຢູດາໜ້ອຍໜຶ່ງ, ແຕ່ພວກເຂົາກໍສາມາດຈາກເຮືອນຂອງພຣະເຈົ້າໄປໄດ້ທຸກເວລາ ແລະ ທຸກສະຖານທີ່. ພວກເຂົາຈະສາມາດຫັກຫຼັງອ້າຍເອື້ອຍນ້ອງໄດ້ ຫຼື ບໍ່ ນັ້ນກໍຍັງບໍ່ແນ່ນອນ. ພວກເຈົ້າຄິດວ່າຄົນປະເພດນີ້ໄວ້ໃຈໄດ້ບໍ? (ບໍ່.) ແລ້ວພວກເຂົາມີຫຼັກການໃນການປະພຶດຕົນບໍ? ພວກເຂົາມີຮາກຖານໃນການເຊື່ອໃນພຣະເຈົ້າບໍ? (ບໍ່.) ພວກເຂົາສະແດງສັນຍານໃດໆຂອງການເຊື່ອຢ່າງແທ້ຈິງບໍ? (ບໍ່.) ແລ້ວພວກເຂົາເປັນຄົນປະເພດໃດ? (ຜູ້ບໍ່ເຊື່ອ.) ພວກເຂົາເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນຄືກັບວ່າມັນເປັນເລື່ອງຕະຫຼົກ. ພວກເຂົາເປັນຄືກັບຄົນທີ່ບໍ່ເອົາການເອົາງານທີ່ຖືກໃຊ້ໄປຊື້ສະອິວ, ແຕ່ພໍເຫັນການສະແດງທີ່ໜ້າຕື່ນເຕັ້ນຢູ່ຕາມທາງ ກໍເອົາແຕ່ຫຼົງລະເລີງເບິ່ງຈົນລືມຊື້ສະອິວ ແລະ ໃນທີ່ສຸດກໍເຮັດໃຫ້ວຽກງານທີ່ສຳຄັນຊັກຊ້າ. ຄົນປະເພດນີ້ບໍ່ຍຶດໝັ້ນກັບສິ່ງໃດໄດ້ດົນ; ພວກເຂົາເປັນຄົນສອງຈິດສອງໃຈ ແລະ ປ່ຽນແປງໄດ້ງ່າຍ. ການເຊື່ອໃນພຣະເຈົ້າຂອງພວກເຂົາກໍອີງໃສ່ຄວາມສົນໃຈຂອງພວກເຂົາເຊັ່ນກັນ, ພວກເຂົາຮູ້ສຶກວ່າມັນມ່ວນຢູ່ພໍສົມຄວນທີ່ຈະເຊື່ອໃນພຣະເຈົ້າ, ແຕ່ໃນບາງຈຸດເມື່ອພວກເຂົາໝົດຄວາມສົນໃຈ, ພວກເຂົາກໍຈະຈາກໄປທັນທີໂດຍບໍ່ມີຄວາມອາໄລອາວອນເລີຍ. ບາງຄົນທີ່ຈາກໄປກໍໄປເຮັດທຸລະກິດໃນທັນທີ, ບາງຄົນກໍໄລ່ຕາມເສັ້ນທາງອາຊີບເພື່ອເປັນເຈົ້າເປັນນາຍ, ບາງຄົນກໍໄປກ່ຽວຂ້ອງກັບຄວາມສຳພັນແບບໂຣແມນຕິກ ແລະ ກຽມແຕ່ງງານ ແລະ ບາງຄົນທີ່ຢາກລວຍໄວໆກໍມຸ່ງໜ້າໄປຄາສິໂນໃນທັນທີ. ຜູ້ຄົນເວົ້າວ່າ ຫຼັງຈາກທີ່ບໍ່ເຫັນໜ້າໃຜສາມມື້, ກໍຄວນເບິ່ງຄົນເຫຼົ່ານັ້ນດ້ວຍສາຍຕາແບບໃໝ່. ສຳລັບບາງຄົນທີ່ສາມາດຈາກເຮືອນຂອງພຣະເຈົ້າໄປໄດ້ທຸກເວລານັ້ນ, ພຽງແຕ່ບໍ່ເຫັນພວກເຂົາໜຶ່ງມື້, ເມື່ອເຈົ້າພົບພວກເຂົາອີກຄັ້ງ, ພວກເຂົາກໍຄືກັບເປັນຄົນລະຄົນໄປເລີຍ. ມື້ວານນີ້, ພວກເຂົາຍັງແຕ່ງກາຍສຸພາບ ແລະ ເໝາະສົມ, ເບິ່ງຄືວ່າມີມາລະຍາດດີ ແລະ ເປັນຕາໜ້າເຊື່ອຖື. ພວກເຂົາເຖິງກັບອະທິຖານຕໍ່ພຣະເຈົ້າຈົນນໍ້າຕາໄຫຼອາບແກ້ມ, ໂດຍກ່າວວ່າພວກເຂົາຢາກອຸທິດຕົນໃນໄວໜຸ່ມ ແລະ ສະລະເລືອດເນື້ອເພື່ອພຣະເຈົ້າ, ຕາຍເພື່ອພຣະເຈົ້າ, ຈົງຮັກພັກດີຈົນເຖິງຄວາມຕາຍ ແລະ ເຂົ້າສູ່ລາຊະອານາຈັກ. ພວກເຂົາໂຮ່ຮ້ອງຄຳຂວັນທີ່ສູງສົ່ງເຊັ່ນນັ້ນ, ແຕ່ບໍ່ດົນຫຼັງຈາກນັ້ນ, ພວກເຂົາກໍໄປຄາສິໂນ. ມື້ວານນີ້, ພວກເຂົາມີຄວາມສຸກທີ່ໄດ້ປະຕິບັດໜ້າທີ່ຂອງຕົນ ແລະ ໃນລະຫວ່າງການເຕົ້າໂຮມ, ພວກເຂົາກໍອ່ານພຣະທຳຂອງພຣະເຈົ້າດ້ວຍໃບໜ້າທີ່ເປັ່ງປະກາຍ ແລະ ກະຕືລືລົ້ນຢ່າງເຕັມທີ່, ຈົນຮູ້ສຶກສະເທືອນໃຈຮ້ອງໄຫ້ຢ່າງໜັກ. ແລ້ວເປັນຫຍັງມື້ນີ້ພວກເຂົາຈຶ່ງແລ່ນໄປຄາສິໂນ? ພວກເຂົາຫຼິ້ນການພະນັນຈົນເດິກໂດຍບໍ່ຢາກກັບບ້ານ, ທັງມ່ວນຊື່ນ ແລະ ກະຕືລືລົ້ນຢ່າງເຕັມທີ່. ມື້ວານນີ້ພວກເຂົາຍັງເຂົ້າຮ່ວມການເຕົ້າໂຮມຢູ່, ແຕ່ມື້ນີ້ພວກເຂົາແລ່ນໄປຄາສິໂນແລ້ວ, ແລ້ວການສະແດງອອກອັນໃດກັນແທ້ທີ່ເປັນຕົວຕົນທີ່ແທ້ຈິງຂອງພວກເຂົາ? (ອັນຫຼັງແມ່ນຕົວຕົນທີ່ແທ້ຈິງຂອງພວກເຂົາ.) ຖ້າຄົນເຮົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍບໍ່ສາມາດເບິ່ງທະລຸໄດ້ແທ້ໆວ່າຄົນຜູ້ນີ້ເປັນຄົນແບບໃດກັນແທ້. ການສະແດງອອກທັງສອງຢ່າງນີ້, ທັງກ່ອນ ແລະ ຫຼັງ, ລ້ວນແລ້ວແຕ່ແມ່ນການສະແດງອອກໂດຍຄົນດຽວກັນ, ແລ້ວເປັນຫຍັງມັນຈຶ່ງເບິ່ງຄືວ່າເປັນການສະແດງອອກໂດຍຄົນສອງຄົນທີ່ແຕກຕ່າງກັນ? ຄົນສ່ວນໃຫຍ່ບໍ່ສາມາດເບິ່ງທະລຸຄົນເຊັ່ນນີ້ໄດ້. ເຈົ້າເຫັນວ່າໃນຖານະຜູ້ເຊື່ອໃນພຣະເຈົ້າ, ພວກເຂົາມັກຈະເຂົ້າຮ່ວມການເຕົ້າໂຮມຢູ່ສະເໝີ, ບໍ່ໄດ້ກະທຳຄວາມຊົ່ວ ແລະ ສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໃນການປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ. ເມື່ອນັ່ງຢູ່ໜ້າຄອມພິວເຕີ, ພວກເຂົາກໍຕັ້ງໃຈ ແລະ ດຸໝັ່ນ, ເຮັດວຽກໜັກ ແລະ ເອົາໃຈໃສ່ຢ່າງເຕັມທີ່. ເຈົ້າຄົງຈະຄິດວ່າໃນຖານະຄົນທີ່ເຊື່ອໃນພຣະເຈົ້າ, ພວກເຂົາບໍ່ຄວນຫຼິ້ນໄພ້ນົກກະຈອກ, ແມ່ນບໍ່? ແຕ່ຫຼັງຈາກທີ່ບໍ່ເຫັນພວກເຂົາພຽງມື້ດຽວ, ພວກເຂົາກໍແລ່ນໄປຮ້ານໄພ້ນົກກະຈອກ ຫຼື ຄາສິໂນເພື່ອຫຼິ້ນການພະນັນ. ແລະ ພວກເຂົາກໍເປັນນັກຫຼິ້ນໄພ້ນົກກະຈອກຊັ້ນຍອດ, ເບິ່ງບໍ່ຄືຄົນທີ່ເຊື່ອໃນພຣະເຈົ້າເລີຍ! ພວກເຂົາເຮັດໃຫ້ເຈົ້າສັບສົນໄປໝົດ, ວ່າພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າ ຫຼື ເປັນຜູ້ບໍ່ມີຄວາມເຊື່ອທີ່ຫຼິ້ນໄພ້ນົກກະຈອກກັນແທ້? ພວກເຂົາສາມາດປ່ຽນບົດບາດໄດ້ໄວຂະໜາດນີ້ໄດ້ແນວໃດ? ແລ້ວເມື່ອພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາມີພຣະເຈົ້າຢູ່ໃນໃຈຂອງພວກເຂົາບໍ? (ບໍ່.) ພວກເຂົາເຊື່ອໃນພຣະເຈົ້າພຽງເພື່ອຄວາມມ່ວນຊື່ນ ແລະ ໃຊ້ຂ້າເວລາຫວ່າງ, ເພື່ອເບິ່ງວ່າການເຊື່ອໃນພຣະເຈົ້າເປັນແນວໃດ ແລະ ມັນສາມາດນຳຄວາມສຸກມາສູ່ຊີວິດຂອງພວກເຂົາໄດ້ ຫຼື ບໍ່. ຖ້າພວກເຂົາບໍ່ມີຄວາມສຸກ, ພວກເຂົາກໍສາມາດຈາກໄປໄດ້ທຸກເວລາ. ພວກເຂົາບໍ່ເຄີຍວາງແຜນທີ່ຈະເຊື່ອໄປຕະຫຼອດຊີວິດ ແລະ ແນ່ນອນວ່າພວກເຂົາບໍ່ເຄີຍວາງແຜນທີ່ຈະປະຕິບັດໜ້າທີ່ຂອງຕົນ ແລະ ຕິດຕາມພຣະເຈົ້າໄປຕະຫຼອດຊີວິດ. ແລ້ວພວກເຂົາວາງແຜນຫຍັງໄວ້? ໃນຄວາມຄິດຂອງພວກເຂົາ, ຖ້າພວກເຂົາຈະເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຢ່າງໜ້ອຍທີ່ສຸດມັນກໍຕ້ອງບໍ່ຂັດຂວາງຄວາມສາມາດໃນການມ່ວນຊື່ນຂອງພວກເຂົາໄດ້, ຕ້ອງບໍ່ກ່ຽວຂ້ອງກັບການເຮັດວຽກໃດໆ ແລະ ຍັງຕ້ອງຮັບປະກັນວ່າພວກເຂົາສາມາດມີຊີວິດທີ່ມີຄວາມສຸກໄດ້. ຖ້າພວກເຂົາຕ້ອງອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງທຸກມື້, ພວກເຂົາກໍຈະບໍ່ສົນໃຈ ຫຼື ບໍ່ມີຄວາມສຸກ. ເມື່ອໃດທີ່ພວກເຂົາເບື່ອ, ພວກເຂົາກໍຈະອອກຈາກຄຣິສຕະຈັກ ແລະ ແລ່ນກັບຄືນໄປສູ່ໂລກ. ພວກເຂົາຄິດວ່າ: “ຊີວິດບໍ່ແມ່ນເລື່ອງງ່າຍ, ສະນັ້ນ ຄົນເຮົາບໍ່ຄວນເຮັດໃຫ້ຕົນເອງລຳບາກ. ພວກເຮົາຕ້ອງກຳນົດໂຊກຊະຕາຂອງຕົນເອງ ແລະ ບໍ່ທາລຸນເນື້ອໜັງຂອງພວກເຮົາ. ພວກເຮົາຕ້ອງຮັບປະກັນວ່າພວກເຮົາມີຄວາມສຸກທຸກມື້, ນັ້ນຄືວິທີດຽວທີ່ຈະດຳລົງຊີວິດຢ່າງເສລີ. ການເຊື່ອໃນພຣະເຈົ້າບໍ່ຄວນເຮັດດ້ວຍຄວາມດື້ດ້ານ. ເບິ່ງແມ້, ຂ້ອຍເປັນຄົນງ່າຍໆສໍ່າໃດ, ບ່ອນໃດມີຄວາມສຸກ, ຂ້ອຍກໍໄປບ່ອນນັ້ນ. ຖ້າຂ້ອຍບໍ່ມີຄວາມສຸກ, ຂ້ອຍກໍຈະຈາກໄປ. ເປັນຫຍັງຂ້ອຍຕ້ອງເຮັດໃຫ້ຕົນເອງບໍ່ສະບາຍໃຈ? ການສາມາດຈາກໄປໄດ້ທຸກເວລາຄືຄະຕິສູງສຸດຂອງຂ້ອຍໃນການປະພຶດຕົນ, ການເປັນ ‘ຜູ້ເຊື່ອທີ່ມີຈິດໃຈເສລີ’, ການດຳລົງຊີວິດແບບນີ້ຊ່າງສະບາຍ ແລະ ບໍ່ມີຫ່ວງ!” ຄົນປະເພດນີ້ມັກຈະຮ້ອງເພງປະເພດໃດ? “ຢ່າຖາມຂ້ອຍວ່າຂ້ອຍມາຈາກໃສ, ບ້ານເກີດຂອງຂ້ອຍຢູ່ໄກແສນໄກ”. ຖ້າບໍ່ແມ່ນ, ແລ້ວພວກເຂົາຮ້ອງເພງຫຍັງອີກ? “ເປັນຫຍັງບໍ່ລອງໃຊ້ຊີວິດຢ່າງເສລີຈັກຄັ້ງ?” ເມື່ອພວກເຂົາຮູ້ສຶກວ່າມັນໜ້າເບື່ອ ຫຼື ບໍ່ມ່ວນອີກຕໍ່ໄປ, ພວກເຂົາກໍຈາກໄປຢ່າງວ່ອງໄວ ໂດຍຄິດວ່າ “ເປັນຫຍັງຕ້ອງຍຶດຕິດຢູ່ບ່ອນດຽວ ໃນເມື່ອໂລກນີ້ຍັງມີອີກຫຼາຍສິ່ງໃຫ້ເຫັນຢູ່?” ມີຄຳເວົ້າທີ່ມີຊື່ສຽງອີກອັນໃດທີ່ພວກເຂົາໃຊ້? “ເປັນຫຍັງຕ້ອງຍອມປະຖິ້ມປ່າທັງໝົດເພື່ອຕົ້ນໄມ້ພຽງຕົ້ນດຽວ?” ພວກເຈົ້າຄິດວ່າຄົນປະເພດນີ້ມີຄວາມເຊື່ອທີ່ແທ້ຈິງບໍ? (ບໍ່, ພວກເຂົາເປັນຜູ້ບໍ່ເຊື່ອ.) ເມື່ອເວົ້າເຖິງຜູ້ບໍ່ເຊື່ອ, ເນື່ອງຈາກພວກເຮົາກຳລັງເວົ້າເຖິງວ່າບັນຫາຂອງພວກເຂົາລ້ວນແຕ່ເປັນບັນຫາຂອງຄວາມເປັນມະນຸດ, ແລ້ວແມ່ນຫຍັງກັນແທ້ທີ່ຜິດໄປຈາກຄວາມເປັນມະນຸດຂອງຄົນເຊັ່ນນີ້? ພວກເຈົ້າຄິດວ່າຄົນປະເພດນີ້ເຄີຍພິຈາລະນາຄຳຖາມຕ່າງໆ ເຊັ່ນ: ຄົນເຮົາຄວນປະພຶດຕົນແນວໃດ, ຄົນເຮົາຄວນເດີນໃນເສັ້ນທາງໃດ ຫຼື ຄົນເຮົາຄວນມີທັດສະນະຄະຕິຕໍ່ຊີວິດ ແລະ ຄຸນຄ່າແບບໃດໃນຂະນະທີ່ດຳລົງຊີວິດຢູ່ບໍ? (ບໍ່.) ສະນັ້ນ, ແມ່ນຫຍັງຄືບັນຫາຂອງຄວາມເປັນມະນຸດຂອງຄົນປະເພດນີ້? (ຄົນປະເພດນີ້ຂາດສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ; ພວກເຂົາບໍ່ໄດ້ພິຈາລະນາຄຳຖາມເຊັ່ນນັ້ນ.) ນັ້ນເປັນສິ່ງທີ່ແນ່ນອນຢູ່ແລ້ວ. ນອກຈາກນີ້, ເພື່ອເວົ້າໃຫ້ຊັດເຈນກໍຄື, ຄົນປະເພດນີ້ບໍ່ມີວິນຍານ; ພວກເຂົາເປັນພຽງຊາກສົບຍ່າງໄດ້. ພວກເຂົາບໍ່ມີຂໍ້ກຳນົດຂອງຕົນເອງກ່ຽວກັບການປະພຶດຕົນ ຫຼື ເສັ້ນທາງທີ່ຄົນເຮົາຄວນຍ່າງໄປ ແລະ ພວກເຂົາກໍບໍ່ໄດ້ພິຈາລະນາສິ່ງເຫຼົ່ານີ້. ເຫດຜົນທີ່ພວກເຂົາບໍ່ພິຈາລະນາສິ່ງເຫຼົ່ານີ້ກໍເພາະວ່າ ເຖິງແມ່ນວ່າພວກເຂົາຈະມີຮູບຮ່າງພາຍນອກເປັນມະນຸດ, ແຕ່ແກ່ນແທ້ຂອງພວກເຂົາກໍຄືຊາກສົບຍ່າງໄດ້, ເປັນເປືອກທີ່ວ່າງເປົ່າ. ຄົນປະເພດນີ້ມີທັດສະນະຄະຕິແບບໃຊ້ຊີວິດໄປເລື້ອຍໆເມື່ອເວົ້າເຖິງເລື່ອງຂອງຊີວິດ ແລະ ການເອົາຕົວລອດຂອງມະນຸດ. ເພື່ອໃຫ້ເວົ້າໄດ້ຢ່າງເຈາະຈົງ, “ການໃຊ້ຊີວິດໄປເລື້ອຍໆ” ໝາຍເຖິງການໃຊ້ຊີວິດໄປວັນໆ ແລະ ລໍຖ້າຄວາມຕາຍ, ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ, ໃຊ້ເວລາໃນແຕ່ລະມື້ໄປກັບການກິນ, ການດື່ມ ແລະ ຄວາມມ່ວນຊື່ນ. ພວກເຂົາໄປທຸກບ່ອນທີ່ມີຄວາມສຸກ ແລະ ສິ່ງໃດກໍຕາມທີ່ເຮັດໃຫ້ພວກເຂົາຮູ້ສຶກມີຄວາມສຸກ, ມ່ວນຊື່ນ ແລະ ສະບາຍທາງເນື້ອໜັງ, ນັ້ນຄືສິ່ງທີ່ພວກເຂົາຈະເຮັດ. ແຕ່ພວກເຂົາຈະຫຼີກລ່ຽງ ແລະ ຢູ່ໃຫ້ຫ່າງໄກຈາກສິ່ງໃດກໍຕາມທີ່ເຮັດໃຫ້ເນື້ອໜັງຂອງພວກເຂົາຕ້ອງທົນທຸກ ຫຼື ນຳມາເຊິ່ງຄວາມເຈັບປວດພາຍໃນ. ພວກເຂົາພຽງແຕ່ບໍ່ຢາກໃຫ້ເນື້ອໜັງຂອງພວກເຂົາຕ້ອງທົນກັບຄວາມຍາກລຳບາກ. ແນວໃດກໍຕາມ, ມີບາງຄົນທີ່ໄດ້ສຳຜັດກັບປະສົບການຊີວິດທີ່ຜ່ານການອົດທົນຕໍ່ຄວາມຍາກລຳບາກ. ຫຼື ໂດຍຜ່ານການປະເຊີນ ແລະ ການສຳຜັດກັບສິ່ງຕ່າງໆ, ພວກເຂົາເຮັດໃຫ້ຊີວິດຂອງພວກເຂົາບໍ່ວ່າງເປົ່າ ແລະ ພວກເຂົາສາມາດໄດ້ຮັບບາງສິ່ງຈາກມັນ. ໃນທີ່ສຸດ, ພວກເຂົາກໍໄດ້ຂໍ້ສະຫຼຸບວ່າຄົນເຮົາຄວນຍ່າງໄປໃນເສັ້ນທາງໃດ ແລະ ຄວນເປັນຄົນປະເພດໃດ. ຜ່ານປະສົບການຊີວິດ, ພວກເຂົາໄດ້ຮັບຫຼາຍສິ່ງ. ໃນດ້ານໜຶ່ງ, ພວກເຂົາສາມາດເບິ່ງທະລຸຄົນບາງຄົນໄດ້; ນອກຈາກນີ້, ພວກເຂົາຍັງສາມາດສະຫຼຸບໄດ້ວ່າຄົນເຮົາຄວນໃຊ້ຫຼັກການ ແລະ ວິທີການໃດເພື່ອປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ຄົນເຮົາຄວນດຳລົງຊີວິດແນວໃດຕະຫຼອດຊີວິດ. ບໍ່ວ່າສິ່ງທີ່ພວກເຂົາສະຫຼຸບໃນທີ່ສຸດນັ້ນຈະສອດຄ່ອງກັບຄວາມຈິງ ຫຼື ຂັດກັບຄວາມຈິງກໍຕາມ, ຢ່າງໜ້ອຍທີ່ສຸດ, ພວກເຂົາກໍໄດ້ຄິດໄຕ່ຕອງກ່ຽວກັບມັນ. ໃນທາງກົງກັນຂ້າມ, ຜູ້ທີ່ສາມາດຈາກເຮືອນຂອງພຣະເຈົ້າໄປໄດ້ທຸກເວລານັ້ນບໍ່ມີຄວາມສົນໃຈໃນການໄລ່ຕາມເສາະຫາຄວາມຈິງ ຫຼື ການປະຕິບັດໜ້າທີ່ຂອງຕົນໃນການເຊື່ອໃນພຣະເຈົ້າ. ພວກເຂົາຊອກຫາໂອກາດທີ່ຈະຕອບສະໜອງຄວາມປາຖະໜາຕັນຫາ ແລະ ຄວາມມັກຂອງຕົນເອງຢູ່ສະເໝີ ແລະ ບໍ່ເຄີຍຢາກຮຽນຮູ້ທັກສະວິຊາຊີບຢ່າງດຸໝັ່ນໃນການປະຕິບັດໜ້າທີ່ຂອງຕົນ, ປະຕິບັດໜ້າທີ່ຂອງຕົນໃຫ້ດີ ຫຼື ດຳລົງຊີວິດທີ່ມີຄວາມໝາຍ. ພວກເຂົາພຽງແຕ່ຢາກເປັນຄືກັບຜູ້ບໍ່ມີຄວາມເຊື່ອ, ມີຄວາມສຸກ ແລະ ມ່ວນຊື່ນທຸກມື້. ດັ່ງນັ້ນ, ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຊອກຫາຄວາມມ່ວນຊື່ນ ແລະ ຄວາມບັນເທີງ, ພຽງເພື່ອຕອບສະໜອງຕໍ່ຄວາມສົນໃຈ ແລະ ຄວາມຢາກຮູ້ຢາກເຫັນຂອງຕົນເອງ. ຖ້າພວກເຂົາຕ້ອງປະຕິບັດໜ້າທີ່ພຽງໜ້າທີ່ດຽວຕໍ່ໄປ, ພວກເຂົາກໍຈະໝົດຄວາມສົນໃຈ ແລະ ບໍ່ມີແຮງຈູງໃຈທີ່ຈະເຮັດມັນຕໍ່ໄປອີກ. ສຳລັບຄົນປະເພດນີ້, ທັດສະນະຄະຕິຂອງພວກເຂົາຕໍ່ກັບຊີວິດກໍຄືການໃຊ້ຊີວິດໄປວັນໆ. ເບິ່ງຜິວເຜີນແລ້ວ, ເບິ່ງຄືວ່າພວກເຂົາດຳລົງຊີວິດຢ່າງເສລີ ແລະ ສະບາຍໆ, ບໍ່ໄປວຸ້ນວາຍກັບຄົນອື່ນ. ພວກເຂົາເບິ່ງຄືວ່າມີຄວາມເບີກບານມ່ວນຊື່ນ ແລະ ບໍ່ມີຫ່ວງທຸກມື້, ສາມາດປັບຕົວເຂົ້າກັບສະຖານະການໄດ້ທຸກບ່ອນທີ່ພວກເຂົາໄປ. ບາງຄົນເຖິງກັບເບິ່ງຄືວ່າບໍ່ໄດ້ຮັບຜົນກະທົບ ແລະ ບໍ່ຖືກຜູກມັດໂດຍຮີດຄອງປະເພນີທາງໂລກ ຫຼື ທຳນຽມຄວາມສຳພັນລະຫວ່າງມະນຸດ, ເຮັດໃຫ້ເບິ່ງພາຍນອກຄືວ່າພວກເຂົາເປັນຄົນພິເສດ ແລະ ເໜືອຄົນທົ່ວໄປ. ແຕ່ທີ່ຈິງແລ້ວ, ແກ່ນແທ້ຂອງພວກເຂົາກໍຄືຊາກສົບເດີນໄດ້, ເປັນສິ່ງທີ່ບໍ່ມີວິນຍານ. ຜູ້ທີ່ເຊື່ອໃນພຣະເຈົ້າແຕ່ສາມາດຈາກຄຣິສຕະຈັກໄປໄດ້ທຸກເວລານັ້ນບໍ່ເຄີຍຍຶດໝັ້ນກັບສິ່ງໃດທີ່ພວກເຂົາເຮັດໄດ້ດົນ, ພວກເຂົາສາມາດຮັກສາຄວາມກະຕືລືລົ້ນໄດ້ພຽງຊົ່ວຄາວເທົ່ານັ້ນ. ແຕ່ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນນັ້ນແຕກຕ່າງອອກໄປ. ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ໃດກໍຕາມ, ພວກເຂົາກໍຮຽນຮູ້ມັນຢ່າງຈິງຈັງ ແລະ ພະຍາຍາມເຮັດມັນໃຫ້ດີ. ພວກເຂົາສາມາດເຮັດບາງສິ່ງໃຫ້ສຳເລັດ ແລະ ສ້າງຄຸນຄ່າບາງຢ່າງ. ໃນດ້ານໜຶ່ງ, ພວກເຂົາສາມາດໄດ້ຮັບການຍອມຮັບຈາກຄົນອ້ອມຂ້າງ ແລະ ໃນເວລາດຽວກັນ, ພວກເຂົາກໍສາມາດຮູ້ສຶກໝັ້ນໃຈຢູ່ພາຍໃນ, ເຫັນວ່າພວກເຂົາສາມາດເຮັດບາງສິ່ງໄດ້ ແລະ ເປັນຄົນທີ່ມີປະໂຫຍດ, ບໍ່ແມ່ນຄົນທີ່ໄຮ້ຄ່າ. ຢ່າງໜ້ອຍທີ່ສຸດ, ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິກໍສາມາດບັນລຸໄດ້ເຖິງຂັ້ນນີ້. ແຕ່ສຳລັບຜູ້ທີ່ໃຊ້ຊີວິດໄປເລື້ອຍໆ, ພວກເຂົາບໍ່ເຄີຍຄິດເຖິງສິ່ງເຫຼົ່ານີ້. ບໍ່ວ່າພວກເຂົາຈະໄປໃສ, ມັນກໍເປັນພຽງການກິນ, ການດື່ມ ແລະ ຄວາມມ່ວນຊື່ນເທົ່ານັ້ນ. ພາຍນອກ, ອາດຈະເບິ່ງຄືວ່າພວກເຂົາດຳລົງຊີວິດຢ່າງເສລີ ແລະ ສຸກສະບາຍ, ແຕ່ທີ່ຈິງແລ້ວຄົນເຊັ່ນນີ້ບໍ່ມີຄວາມຄິດຢູ່ໃນຫົວຂອງພວກເຂົາເລີຍ. ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາບໍ່ເຄີຍຈິງຈັງ; ພວກເຂົາເຮັດແບບຜິວເຜີນສະເໝີ ແລະ ຖືກກະຕຸ້ນໂດຍຄວາມກະຕືລືລົ້ນທີ່ຢູ່ໄດ້ບໍ່ດົນ, ບໍ່ເຄີຍເຮັດຫຍັງສຳເລັດ. ພວກເຂົາຢາກໃຊ້ຊີວິດໄປວັນໆຕະຫຼອດຊີວິດ ແລະ ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍມີທັດສະນະຄະຕິແບບດຽວກັນນີ້, ແມ່ນແຕ່ການເຊື່ອໃນພຣະເຈົ້າຂອງພວກເຂົາກໍບໍ່ແມ່ນຂໍ້ຍົກເວັ້ນ. ເຈົ້າອາດຈະເຫັນວ່າໃນລະຫວ່າງຊ່ວງເວລາໃດໜຶ່ງ, ມັນເບິ່ງຄືວ່າລາວຈິງຈັງກັບການປະຕິບັດໜ້າທີ່ຂອງຕົນຫຼາຍພໍສົມຄວນ ແລະ ສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໄດ້, ແຕ່ບໍ່ວ່າໃຜຈະຊີ້ໃຫ້ເຫັນບັນຫາຂອງລາວ ຫຼື ບອກລາວວ່າຄວນເຮັດແນວໃດ, ລາວກໍບໍ່ເຄີຍຟັງຢ່າງຈິງຈັງ ແລະ ບໍ່ຍອມຮັບຄວາມຈິງເລີຍ. ລາວພຽງແຕ່ເຮັດສິ່ງຕ່າງໆຕາມທີ່ລາວຕ້ອງການ, ຕາບໃດທີ່ລາວມີຄວາມສຸກ, ມັນກໍດີສຳລັບລາວ. ແລະ ຖ້າລາວບໍ່ມີຄວາມສຸກ, ລາວກໍຈະອອກໄປມ່ວນຊື່ນ, ບໍ່ຟັງຄຳແນະນຳຂອງໃຜ. ໃນຫົວໃຈຂອງລາວ, ລາວຄິດວ່າ: “ຢ່າງໃດກໍຕາມ, ຂ້ອຍບໍ່ເຄີຍວາງແຜນທີ່ຈະເຊື່ອໃນພຣະເຈົ້າໃນໄລຍະຍາວ”. ຖ້າໃຜລິຮານລາວ, ລາວກໍສາມາດຈາກໄປໄດ້ທັນທີ. ນີ້ຄືໜຶ່ງໃນການສະແດງອອກຂອງຄົນທີ່ສາມາດຈາກຄຣິສຕະຈັກໄປໄດ້ທຸກເວລາ.

ຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ທຸກເວລານັ້ນມີການສະແດງອອກອີກປະເພດໜຶ່ງ. ບາງຄົນ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີ, ບໍ່ວ່າພວກເຂົາຈະເບິ່ງຄືວ່າມີຮາກຖານ ຫຼື ບໍ່ ແລະ ບໍ່ວ່າພວກເຂົາຈະເຄີຍປະຕິບັດໜ້າທີ່ຫຍັງມາກ່ອນ, ເມື່ອພວກເຂົາພົບພໍ້ກັບສະຖານະການພິເສດທີ່ກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວຂອງພວກເຂົາ, ກໍສາມາດຫາຍຕົວໄປເສີຍໆໄດ້. ໃນທຸກເວລາ, ເປັນໄປໄດ້ທີ່ຄົນອື່ນຈະຂາດການຕິດຕໍ່ກັບພວກເຂົາ ແລະ ບໍ່ເຫັນພວກເຂົາໃນຄຣິສຕະຈັກອີກຕໍ່ໄປ, ໂດຍທີ່ບໍ່ຮູ້ເລີຍວ່າເກີດຫຍັງຂຶ້ນກັບພວກເຂົາ. ບາງຄົນ, ເມື່ອພົບພໍ້ກັບເພດກົງກັນຂ້າມທີ່ພະຍາຍາມຍົ້ວຍວນພວກເຂົາ, ກໍຈະເຊົາປະຕິບັດໜ້າທີ່ຂອງຕົນ ແລະ ອອກໄປນັດພົບຜູ້ສາວ/ຜູ້ບ່າວ, ຈົນຕິດຕໍ່ບໍ່ໄດ້ເລີຍ. ຍັງມີຄົນອື່ນທີ່ລູກໆຂອງພວກເຂົາເຖິງໄວແຕ່ງງານ ແລະ ພວກເຂົາກໍຫຍຸ້ງຢູ່ກັບການຈັດງານແຕ່ງງານຂອງລູກໆ, ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ ແລະ ບໍ່ເຂົ້າຮ່ວມການເຕົ້າໂຮມອີກຕໍ່ໄປ. ບໍ່ວ່າໃຜຈະຕາມຫາພວກເຂົາ, ພວກເຂົາກໍຈະຖືກໄລ່ກັບໄປຢູ່ໜ້າປະຕູ. ບາງຄົນ, ເມື່ອພໍ່ແມ່ ຫຼື ຄູ່ສົມລົດຂອງພວກເຂົາເຈັບປ່ວຍ ແລະ ເຂົ້າຮັບການປິ່ນປົວໃນໂຮງໝໍ ຫຼື ເມື່ອມີເລື່ອງໃຫຍ່ເກີດຂຶ້ນ ຫຼື ເກີດໄພພິບັດທີ່ບໍ່ຄາດຄິດຢູ່ເຮືອນ, ຖ້າເປັນຜູ້ເຊື່ອໃນພຣະເຈົ້າແທ້ໆ ກໍໃຫ້ຄຳອະທິບາຍໂດຍກ່າວວ່າ: “ຊ່ວງນີ້ມີເລື່ອງບາງຢ່າງຢູ່ເຮືອນທີ່ຂ້ານ້ອຍຕ້ອງເບິ່ງແຍງ, ສະນັ້ນ ຂ້ານ້ອຍຈຶ່ງບໍ່ສາມາດເຂົ້າຮ່ວມການເຕົ້າໂຮມໄດ້. ຂ້ານ້ອຍຕ້ອງຂໍລາພັກ ແລະ ຖ້າພວກເຈົ້າສາມາດຫາຄົນທີ່ເໝາະສົມໄດ້, ກະລຸນາໃຫ້ພວກເຂົາມາເຮັດໜ້າທີ່ແທນຂ້ານ້ອຍຊົ່ວຄາວໂດຍບໍ່ຕ້ອງຊັກຊ້າ”. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈະແຈ້ງໃຫ້ຮູ້ ແລະ ໃຫ້ຄຳອະທິບາຍ. ແຕ່ຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ທຸກເວລານັ້ນຕັດການຕິດຕໍ່ກັບຄຣິສຕະຈັກໂດຍບໍ່ເວົ້າຫຍັງຈັກຄຳ ແລະ ບໍ່ວ່າອ້າຍເອື້ອຍນ້ອງຈະພະຍາຍາມແນວໃດ, ພວກເຂົາກໍບໍ່ສາມາດຕິດຕໍ່ໄດ້. ບໍ່ແມ່ນວ່າພວກເຂົາບໍ່ມີຊ່ອງທາງທີ່ຈະຕິດຕໍ່ໄດ້ ບໍ່ວ່າຈະເປັນວິທີໃດກໍຕາມ, ແຕ່ພວກເຂົາພຽງແຕ່ບໍ່ຕ້ອງການຕິດຕໍ່ ຫຼື ຕອບກັບອ້າຍເອື້ອຍນ້ອງ. ພວກເຂົາກ່າວວ່າ: “ເປັນຫຍັງຂ້ອຍຕ້ອງຕິດຕໍ່ກັບເຈົ້າ? ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍດ້ວຍຄວາມສະໝັກໃຈ; ຂ້ອຍບໍ່ໄດ້ຮັບເງິນເດືອນ. ຖ້າຂ້ອຍຢາກຈະຈາກໄປ, ຂ້ອຍກໍຈະຈາກໄປ! ຖ້າມີເລື່ອງຫຍັງເກີດຂຶ້ນຢູ່ເຮືອນ, ນັ້ນເປັນເລື່ອງສ່ວນຕົວຂອງຂ້ອຍ. ຂ້ອຍບໍ່ມີພັນທະທີ່ຈະຕ້ອງແຈ້ງໃຫ້ເຈົ້າຮູ້ ແລະ ເຈົ້າກໍບໍ່ມີສິດທີ່ຈະຮູ້!” ບາງຄົນຈາກໄປໜຶ່ງເດືອນ ຫຼື ສອງເດືອນແລ້ວກໍກັບມາລາຍງານຕົວໂດຍບໍ່ຮູ້ສຶກອັບອາຍເລີຍ, ເຮັດຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ບາງຄົນຈາກໄປສອງປີ ຫຼື ສາມປີ ແລະ ຕິດຕໍ່ບໍ່ໄດ້ເລີຍ. ຄົນໃນຄຣິສຕະຈັກ, ທີ່ບໍ່ຮູ້ສະຖານະການ, ກໍຄິດວ່າເນື່ອງຈາກຄົນຜູ້ນີ້ເຊື່ອໃນພຣະເຈົ້າມາຫຼາຍປີ, ເປັນໄປບໍ່ໄດ້ທີ່ພວກເຂົາຈະອອກຈາກຄຣິສຕະຈັກ. ພວກເຂົາສັນນິຖານວ່າຕ້ອງມີເລື່ອງບໍ່ຄາດຝັນເກີດຂຶ້ນ ແລະ ກັງວົນວ່າພວກເຂົາອາດຈະຖືກພັກກອມມູນິດຈີນຈັບຕົວໄປ. ໃນຄວາມເປັນຈິງ, ມັນເປັນພຽງແຕ່ວ່າຄົນຜູ້ນັ້ນບໍ່ຕ້ອງການເຊື່ອໃນພຣະເຈົ້າອີກຕໍ່ໄປ ແລະ ຈາກໄປໂດຍບໍ່ແຈ້ງໃຫ້ອ້າຍເອື້ອຍນ້ອງຮູ້. ບາງຄົນຈາກໄປປະມານສິບວັນແລ້ວກໍກັບມາ. ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ເຊື່ອອີກຕໍ່ໄປແລ້ວ. ບາງຄົນຈາກໄປແລ້ວກໍຫາຍໄປສອງປີ ຫຼື ສາມປີ, ພວກເຈົ້າຈະບອກວ່າພວກເຂົາບໍ່ເຊື່ອອີກຕໍ່ໄປແລ້ວ ຫຼື ບໍ່? (ແມ່ນແລ້ວ.) ພວກເຂົາບໍ່ໄດ້ເຊື່ອອີກຕໍ່ໄປແລ້ວແທ້ໆ ແລະ ພວກເຂົາຄວນຖືກຂີດຊື່ອອກ. ນີ້ບໍ່ແມ່ນການຈາກໄປແບບທຳມະດາ; ພວກເຂົາບໍ່ໄດ້ເຊື່ອອີກຕໍ່ໄປແລ້ວ. ຈາກມຸມມອງຂອງມະນຸດ, ສິ່ງນີ້ເອີ້ນວ່າການບໍ່ເຊື່ອອີກຕໍ່ໄປ. ພຣະເຈົ້າຊົງເບິ່ງເລື່ອງນີ້ແນວໃດ? ໃນສາຍພຣະເນດຂອງພຣະເຈົ້າ, ສິ່ງນີ້ເອີ້ນວ່າການປະຕິເສດພຣະເຈົ້າ, ການບໍ່ຕິດຕາມພຣະເຈົ້າ ແລະ ເປັນການປະຖິ້ມພຣະເຈົ້າ. ແຕ່ຈາກມຸມມອງຂອງພວກເຂົາ, ພວກເຂົາຄິດວ່າ: “ຂ້ອຍຍັງບໍ່ໄດ້ປະຖິ້ມພຣະເຈົ້າ; ຂ້ອຍຍັງຄົງເຊື່ອໃນພຣະເຈົ້າໃນໃຈຂອງຂ້ອຍ!” ເຫັນບໍ່? ພວກເຂົາພຽງແຕ່ບອກປັດເລື່ອງນີ້ໄປຢ່າງງ່າຍໆ. ຍັງມີຄົນອື່ນທີ່ເຊົາເຂົ້າຮ່ວມການເຕົ້າໂຮມ ແລະ ເຊົາປະຕິບັດໜ້າທີ່ພຽງເພາະວ່າພວກເຂົາອາລົມບໍ່ດີ ຫຼື ຮູ້ສຶກບໍ່ພໍໃຈ, ເພາະວ່າພວກເຂົາຄິດວ່າການປະຕິບັດໜ້າທີ່ຂອງຕົນນັ້ນຍາກ ແລະ ເມື່ອຍເກີນໄປ ຫຼື ເພາະວ່າພວກເຂົາຖືກລິຮານໜ້ອຍໜຶ່ງ. ພວກເຂົາຈາກໄປໂດຍບໍ່ໄດ້ອະທິບາຍຫຍັງກ່ຽວກັບວຽກທີ່ພວກເຂົາມີຢູ່, ໂດຍກ່າວວ່າ: “ບໍ່ໃຫ້ໃຜຕິດຕໍ່ຫາຂ້ອຍ. ຂ້ອຍບໍ່ມີຄວາມສຸກ ແລະ ຂ້ອຍບໍ່ຕ້ອງການເຊື່ອອີກຕໍ່ໄປ!” ເມື່ອພວກເຂົາອາລົມບໍ່ດີ, ມັນສາມາດຢູ່ໄດ້ເປັນປີ ຫຼື ປະມານນັ້ນ. ພວກເຂົາເປັນຄົນເຈົ້າອາລົມແທ້ໆ, ໃຊ້ເວລາເປັນປີ ຫຼື ເຄິ່ງປີກໍຍັງບໍ່ເຊົາຄຽດ! ບາງຄົນຮັບໜ້າທີ່ເປັນຜູ້ນຳ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ, ແຕ່ບໍ່ພຽງພວກເຂົາຈະບໍ່ເຮັດວຽກໃຫ້ດີ, ພວກເຂົາຍັງເຮັດຜິດຕາມອຳເພີໃຈ, ນຳມາເຊິ່ງການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ. ຕໍ່ມາ, ອ້າຍເອື້ອຍນ້ອງກໍບໍ່ເລືອກພວກເຂົາ ແລະ ຍັງແຍກແຍະ ແລະ ເປີດໂປງພວກເຂົາໃນການໂອ້ລົມ. ດັ່ງນັ້ນ ພວກເຂົາຈຶ່ງເລີ່ມຄິດວ່າ: “ນີ້ແມ່ນການປະນາມຂ້ອຍຫວາ? ຂ້ອຍພຽງແຕ່ເຮັດວຽກໄດ້ບໍ່ດີ, ມັນເປັນເລື່ອງໃຫຍ່ຂະໜາດນັ້ນເລີຍບໍ? ເປັນຫຍັງພວກເຂົາຈຶ່ງໂອ້ລົມ ແລະ ເປີດໂປງຂ້ອຍແບບນີ້? ຕະຫຼອດຫຼາຍປີທີ່ຜ່ານມາ, ຂ້ອຍບໍ່ເຄີຍໄດ້ຮັບຄວາມທຸກໃຈແບບນີ້ມາກ່ອນ! ກ່ອນທີ່ຂ້ອຍຈະເຊື່ອໃນພຣະເຈົ້າ, ຂ້ອຍເປັນຝ່າຍຕຳໜິຜູ້ອື່ນສະເໝີ; ບໍ່ເຄີຍມີໃຜຕຳໜິຂ້ອຍ. ຂ້ອຍເຄີຍທົນທຸກທໍລະມານແບບນີ້ມາກ່ອນເມື່ອໃດ? ພວກເຈົ້າທຸກຄົນກຳລັງຂົ່ມເຫັງຂ້ອຍ, ເຮັດໃຫ້ຂ້ອຍຮູ້ສຶກອັບອາຍ. ຂ້ອຍຈະບໍ່ເຊື່ອອີກຕໍ່ໄປ!” ເທົ່ານັ້ນແຫຼະ, ພວກເຂົາກໍເຊົາເຊື່ອເລີຍ. ຜູ້ທີ່ເວົ້າເຊັ່ນນີ້ບໍ່ແມ່ນແຕ່ຄົນໜຸ່ມສາວ, ບາງຄົນເປັນຜູ້ທີ່ເຊື່ອໃນພຣະເຈົ້າມາແປດປີ ຫຼື ສິບປີ ແລະ ຢູ່ໃນໄວສີ່ສິບ ຫຼື ຫ້າສິບ, ແຕ່ພວກເຂົາກໍສາມາດເວົ້າເຊັ່ນນີ້ໄດ້ເມື່ອພວກເຂົາບໍ່ມີຄວາມສຸກ. ຄົນເຊັ່ນນີ້ມີທີ່ສຳລັບພຣະເຈົ້າໃນໃຈຂອງພວກເຂົາບໍ? ພວກເຂົາຖືວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດບໍ? ເປັນເລື່ອງປົກກະຕິທີ່ຈະຮູ້ສຶກຄິດລົບ ແລະ ອ່ອນແອໜ້ອຍໜຶ່ງເມື່ອຖືກລິຮານ ຫຼື ເມື່ອປະເຊີນກັບໄພພິບັດ ຫຼື ຄວາມລົ້ມເຫຼວ, ແຕ່ສິ່ງເຫຼົ່ານີ້ບໍ່ຄວນນຳໄປສູ່ການບໍ່ເຊື່ອໃນພຣະເຈົ້າ. ຄົນເຊັ່ນນີ້ບໍ່ແມ່ນຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າ. ຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າສາມາດຢືນຢັດໃນຄວາມເຊື່ອຂອງພວກເຂົາໄດ້ເຖິງວ່າພວກເຂົາຈະຖືກຈັບກຸມ ແລະ ຖືກຂົ່ມເຫັງ, ນີ້ຕ່າງຫາກຄືຜູ້ທີ່ມີຄຳພະຍານ. ບາງຄົນ, ເມື່ອປະເຊີນກັບໄພທຳມະຊາດເລັກນ້ອຍ, ຖ້າອ້າຍເອື້ອຍນ້ອງບໍ່ຮູ້ເລື່ອງນີ້ ຫຼື ຮູ້ຊ້າໄປໜ້ອຍໜຶ່ງ ແລະ ໄດ້ຊ່ວຍພວກເຂົາບໍ່ທັນເວລາ, ກໍເລີ່ມຄິດວ່າ: “ຂ້ອຍກຳລັງປະເຊີນກັບຄວາມຍາກລຳບາກ ແລະ ບໍ່ມີໃຜສົນໃຈຂ້ອຍເລີຍ. ດັ່ງນັ້ນ, ພວກເຂົາໄດ້ດູຖູກຂ້ອຍ! ການເຊື່ອໃນພຣະເຈົ້າບໍ່ມີປະໂຫຍດຫຍັງ. ຂ້ອຍຈະບໍ່ເຊື່ອອີກຕໍ່ໄປ!” ພຽງເພາະເລື່ອງນ້ອຍໆເຊັ່ນນີ້, ພວກເຂົາກໍສາມາດເຊົາເຊື່ອໃນພຣະເຈົ້າໄດ້. ນີ້ຄືໜຶ່ງໃນການສະແດງອອກຂອງຄົນທີ່ສາມາດຈາກຄຣິສຕະຈັກໄປໄດ້ທຸກເວລາ.

ຍັງມີອີກສະຖານະການໜຶ່ງສຳລັບຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ທຸກເວລາ. ພັກກອມມູນິດຈີນ, ເພື່ອທີ່ຈະດຶງດູດພວກເຂົາມາເປັນຝ່າຍຂອງຕົນ, ກໍສະເໜີວຽກທີ່ດີໃຫ້ພວກເຂົາ, ໂດຍກ່າວກັບພວກເຂົາວ່າ: “ເຈົ້າບໍ່ໄດ້ຫຍັງເລີຍຈາກການເຊື່ອໃນພຣະເຈົ້າ. ເຈົ້າຈະມີອະນາຄົດຫຍັງໄດ້? ພວກເຮົາໄດ້ຫາຕຳແໜ່ງໃນບໍລິສັດຕ່າງປະເທດໃຫ້ເຈົ້າແລ້ວ, ທັງມີເງິນເດືອນສູງ, ສະຫວັດດີການດີ ແລະ ມີປະກັນສັງຄົມ. ເຈົ້າບໍ່ມີອະນາຄົດໃນການເຊື່ອໃນພຣະເຈົ້າດອກ; ມັນດີກວ່າທີ່ຈະເຮັດວຽກ, ຫາເງິນ ແລະ ໃຊ້ຊີວິດທີ່ດີ”. ໃນທີ່ສຸດ, ລາວກໍອອກຈາກຄຣິສຕະຈັກ ແລະ ໄປເຮັດວຽກ. ບາງຄົນເວົ້າວ່າ: “ມື້ວານນີ້ຄົນຜູ້ນີ້ຍັງປະຕິບັດໜ້າທີ່ຂອງຕົນຢູ່ໃນຄຣິສຕະຈັກຢູ່ເລີຍ. ເປັນຫຍັງມື້ນີ້ລາວຈຶ່ງເກັບເຄື່ອງ ແລະ ຈາກໄປແລ້ວ?” ລາວກຳລັງຈະໄປເຮັດວຽກ ແລະ ຫາເງິນ; ລາວບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ. ລາວຈາກໄປໂດຍບໍ່ເວົ້າຫຍັງຈັກຄຳ ແລະ ຕັ້ງແຕ່ນັ້ນມາ, ລາວກໍຕ່າງຄົນຕ່າງຢູ່ຈາກອ້າຍເອື້ອຍນ້ອງ, ບໍ່ມີຫຍັງກ່ຽວຂ້ອງກັນອີກ. ລາວຕ້ອງການໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ, ເພື່ອໃຫ້ມີໜ້າມີຕາໃນສັງຄົມ ແລະ ລາວກໍບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ. ຍັງມີຄົນທີ່ໃນຂະນະທີ່ກຳລັງເທດສອນຂ່າວປະເສີດ, ໄດ້ພົບຄົນທີ່ພວກເຂົາມັກ, ແລ້ວກໍໄປພົວພັນກັບຄົນຜູ້ນັ້ນ ແລະ ອອກໄປໃຊ້ຊີວິດຮ່ວມກັນ. ບໍ່ພຽງແຕ່ພວກເຂົາຈະເຊົາປະຕິບັດໜ້າທີ່ຂອງຕົນ, ແຕ່ພວກເຂົາເຖິງກັບເຊົາເຊື່ອໃນພຣະເຈົ້າ. ພໍ່ແມ່ຂອງພວກເຂົາຢູ່ເຮືອນກໍຍັງບໍ່ຮູ້, ຄິດວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງຕົນຢູ່ໃນເຮືອນຂອງພຣະເຈົ້າ. ໃນຄວາມເປັນຈິງ, ພວກເຂົາໄດ້ຫາຍໜ້າຫາຍຕາໄປດົນແລ້ວ, ໃຜຈະຮູ້, ພວກເຂົາອາດຈະມີລູກແລ້ວກໍເປັນໄດ້. ການປະຕິບັດໜ້າທີ່ຂອງຕົນເປັນສິ່ງສຳຄັນຫຼາຍ, ແຕ່ພວກເຂົາກໍຍັງສາມາດປະຖິ້ມວຽກງານທີ່ສຳຄັນເຊັ່ນການເທດສອນຂ່າວປະເສີດໄດ້. ເມື່ອພວກເຂົາພົບຄົນທີ່ພວກເຂົາມັກ ຫຼື ຄົນທີ່ມັກພວກເຂົາ, ຄຳເວົ້າທີ່ຍົ້ວຍວນ ແລະ ເປັນຕາໜ້າຫຼົງໄຫຼພຽງບໍ່ເທົ່າໃດຄຳຈາກຄົນຜູ້ນັ້ນກໍພຽງພໍທີ່ຈະຊັກນຳພວກເຂົາໄປ. ພວກເຂົາຊ່າງເປັນຄົນບໍ່ໜັກແໜ້ນ ແລະ ມັກງ່າຍ, ສາມາດຈາກພຣະເຈົ້າ ແລະ ທໍລະຍົດຕໍ່ພຣະເຈົ້າໄດ້ທຸກເວລາ ແລະ ທຸກສະຖານທີ່. ບໍ່ວ່າຄົນເຊັ່ນນີ້ຈະເຊື່ອໃນພຣະເຈົ້າມາຈັກປີ ຫຼື ໄດ້ຟັງຄຳເທດສະໜາມາຫຼາຍເທົ່າໃດ, ພວກເຂົາກໍຍັງບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ. ສຳລັບພວກເຂົາແລ້ວ, ການເຊື່ອໃນພຣະເຈົ້າບໍ່ແມ່ນສິ່ງສຳຄັນເລີຍ ແລະ ການປະຕິບັດໜ້າທີ່ຂອງຕົນກໍບໍ່ໄດ້ມີຄວາມສຳຄັນເຊັ່ນກັນ, ເພື່ອເຫັນແກ່ການໄດ້ຮັບພອນ, ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີທາງເລືອກນອກຈາກຈະເຮັດສິ່ງເຫຼົ່ານີ້. ທັນທີທີ່ມີເລື່ອງສ່ວນຕົວ ຫຼື ບັນຫາຄອບຄົວ, ພວກເຂົາກໍສາມາດຈາກໄປໄດ້ໃນທັນທີ. ເມື່ອພວກເຂົາພົບພໍ້ກັບໄພທຳມະຊາດໜ້ອຍດຽວ, ພວກເຂົາກໍສາມາດເຊົາເຊື່ອໄດ້ໃນທັນທີ. ທຸກສິ່ງສາມາດຂັດຂວາງການເຊື່ອໃນພຣະເຈົ້າຂອງພວກເຂົາໄດ້; ທຸກເລື່ອງສາມາດເຮັດໃຫ້ພວກເຂົາກາຍເປັນຄົນຄິດລົບ ແລະ ປະຖິ້ມໜ້າທີ່ຂອງຕົນ. ພວກເຂົາເປັນຄົນປະເພດໃດກັນ? ຄຳຖາມນີ້ຊ່າງສົມຄວນແກ່ການໄຕ່ຕອງຢ່າງເລິກເຊິ່ງແທ້ໆ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?