ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27) ສ່ວນທີ ໜຶ່ງ
ມື້ນີ້ພວກເຮົາຈະໂອ້ລົມກັນຕໍ່ໃນຫົວຂໍ້ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມເຖິງຄວາມຮັບຜິດຊອບຂໍ້ທີສິບສີ່ແລ້ວ ແລະ ຍັງມີຫົວຂໍ້ຍ່ອຍສອງສາມຫົວຂໍ້ພາຍໃຕ້ຄວາມຮັບຜິດຊອບນີ້ທີ່ຍັງບໍ່ທັນໄດ້ໂອ້ລົມກັນ. ກ່ອນທີ່ພວກເຮົາຈະໂອ້ລົມກັນ, ກ່ອນອື່ນ, ໃຫ້ທົບທວນເບິ່ງວ່າມີຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທັງໝົດຈັກຂໍ້? (ມີສິບຫ້າຂໍ້.) ໃຫ້ອ່ານເບິ່ງເລີຍ.
(ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ:
1. ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃຫ້ເຂົ້າໃຈພຣະທໍາເຫຼົ່ານັ້ນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ.
2. ຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ.
3. ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ.
4. ກຳສະຖານະການຂອງຜູ້ກຳກັບດູແລວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ປົດພວກເຂົາອອກໂດຍທັນທີຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຢ່າງລ່ຽນໄຫຼຂອງວຽກງານ.
5. ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນໃຫ້ຖືກຕ້ອງ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ.
6. ສົ່ງເສີມ ແລະ ບົ່ມເພາະຄົນທີ່ມີຄວາມສາມາດພິເສດທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ໄລ່ຕາມເສາະຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້.
7. ຈັດສັນ ແລະ ໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນຖືກໃຊ້ງານໃຫ້ເກີດປະໂຫຍດສູງສຸດ.
8. ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນທີ.
9. ໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການຊີ້ແນະ, ການຄວບຄຸມດູແລ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດ.
10. ເກັບຮັກສາຢ່າງເໝາະສົມ ແລະ ຈັດສັນຢ່າງສົມເຫດສົມຜົນບັນດາລາຍການວັດຖຸຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ) ແລະ ດຳເນີນການກວດກາ, ການບຳລຸງຮັກສາ ແລະ ການສ້ອມແປງເປັນປະຈຳເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ທັງຍັງຕ້ອງປ້ອງກັນບໍ່ໃຫ້ຄົນຊົ່ວຮ້າຍສວຍໂອກາດຍຶດເອົາສິ່ງເຫຼົ່ານັ້ນ.
11. ເລືອກຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ໂດຍສະເພາະສຳລັບໜ້າທີ່ໃນການລົງທະບຽນ, ກວດນັບ ແລະ ການເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ; ກວດກາ ແລະ ກວດສອບລາຍຮັບ-ລາຍຈ່າຍເປັນປະຈຳ ເພື່ອໃຫ້ສາມາດກວດພົບກໍລະນີການຟຸມເຟືອຍ ຫຼື ການສິ້ນເປືອງ, ພ້ອມທັງລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ໂດຍທັນທີ, ຢຸດຕິສິ່ງດັ່ງກ່າວ ແລະ ຮຽກຮ້ອງຄ່າຊົດເຊີຍທີ່ສົມເຫດສົມຜົນ; ນອກຈາກນີ້, ຕ້ອງປ້ອງກັນຢ່າງເດັດຂາດບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຮ້າຍ ແລະ ຖືກພວກເຂົາຍຶດຄອງເອົາໄປ.
12. ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ.
13. ປົກປ້ອງຜູ້ຄົນທີ່ພຣະເຈົ້າເລືອກຈາກການຖືກລົບກວນ, ເຮັດໃຫ້ຫຼົງຜິດ, ຄວບຄຸມ ແລະ ທຳຮ້າຍຢ່າງສາຫັດໂດຍຜູ້ຕໍ່ຕ້ານພຣະຄຣິສ ແລະ ເຮັດໃຫ້ພວກເຂົາສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສ ແລະ ປະຖິ້ມພວກເຂົາຈາກໃຈ.
14. ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ.
15. ປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ, ສະກັດກັ້ນພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ ເພື່ອຮັບປະກັນວ່າວຽກງານສຳຄັນຕ່າງໆສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນລະບຽບ.)
ພວກເຈົ້າທຸກຄົນໄດ້ຍິນຄວາມຮັບຜິດຊອບທັງສິບຫ້າຂໍ້ນີ້ຢ່າງແຈ່ມແຈ້ງແລ້ວບໍ? (ໄດ້ຍິນແຈ້ງແລ້ວ.) ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ”. ແລ້ວພວກເຈົ້າຈະສາມາດແຍກແຍະຄົນຊົ່ວຮ້າຍປະເພດຕ່າງໆໄດ້ແນວໃດ? ບັນທັດຖານທີໜຶ່ງແມ່ນອີງໃສ່ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ. ພວກເຮົາໄດ້ແບ່ງຈຸດປະສົງຂອງຜູ້ຄົນໃນການເຊື່ອໃນພຣະເຈົ້າອອກເປັນຈັກຂໍ້? ພວກເຮົາໄດ້ແບ່ງອອກເປັນເກົ້າຂໍ້ຄື: ຂໍ້ທີໜຶ່ງແມ່ນເພື່ອຕອບສະໜອງຕໍ່ຄວາມປາຖະໜາທີ່ຈະເປັນເຈົ້າໜ້າທີ່; ຂໍ້ທີສອງແມ່ນເພື່ອສະແຫວງຫາເພດກົງກັນຂ້າມ; ຂໍ້ທີສາມແມ່ນເພື່ອຫຼີກລ່ຽງໄພພິບັດ; ຂໍ້ທີສີ່ແມ່ນເພື່ອສວຍໂອກາດ; ຂໍ້ທີຫ້າແມ່ນເພື່ອອາໄສຄຣິສຕະຈັກກິນ; ຂໍ້ທີຫົກແມ່ນເພື່ອສະແຫວງຫາບ່ອນລີ້ໄພ; ຂໍ້ທີເຈັດແມ່ນເພື່ອຊອກຫາຜູ້ໜູນຫຼັງ; ຂໍ້ທີແປດແມ່ນເພື່ອໄລ່ຕາມຈຸດປະສົງທາງການເມືອງ; ແລະ ຂໍ້ທີເກົ້າແມ່ນເພື່ອຕິດຕາມກວດກາຄຣິສຕະຈັກ. ນີ້ຄືການແຍກແຍະແກ່ນແທ້ຂອງຄົນປະເພດຕ່າງໆໂດຍອີງໃສ່ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ. ບັນທັດຖານທີສອງສຳລັບການແຍກແຍະຄົນປະເພດຕ່າງໆທີ່ຕ້ອງຖືກຄັດອອກ ຫຼື ຖືກຂັບໄລ່ແມ່ນອີງໃສ່ການສະແດງອອກທາງດ້ານແກ່ນແທ້ຄວາມເປັນມະນຸດຂອງພວກເຂົາໃນດ້ານຕ່າງໆ. ມີການສະແດງອອກຈັກຢ່າງທີ່ກ່ຽວຂ້ອງກັບບັນທັດຖານນີ້? ຂໍ້ທີໜຶ່ງ, ມັກບິດເບືອນຄວາມຈິງ ແລະ ສ້າງເລື່ອງ; ຂໍ້ທີສອງ, ມັກສວຍໂອກາດເອົາປຽບ; ຂໍ້ທີສາມ, ການເປັນຄົນເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ; ຂໍ້ທີສີ່, ການເປັນຄົນມັກແກ້ແຄ້ນ; ຂໍ້ທີຫ້າ, ການບໍ່ສາມາດລະວັງຄຳເວົ້າຂອງຕົນ; ຂໍ້ທີຫົກ, ການເປັນຄົນບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາ ໂດຍບໍ່ມີໃຜກ້າເຮັດໃຫ້ພວກເຂົາໃຈຮ້າຍ; ຂໍ້ທີເຈັດ, ການມີສ່ວນຮ່ວມໃນກິດຈະກຳທີ່ມັກມາກໃນກາມຢ່າງສະໝໍ່າສະເໝີ; ຂໍ້ທີແປດ, ການສາມາດທໍລະຍົດໄດ້ທຸກເວລາ; ຂໍ້ທີເກົ້າ, ການສາມາດຈາກໄປໄດ້ທຸກເວລາ; ຂໍ້ທີສິບ, ການໂອນເອນໄປມາ; ຂໍ້ທີສິບເອັດ, ການເປັນຄົນຂີ້ຢ້ານ ແລະ ຂີ້ສົງໄສ; ຂໍ້ທີສິບສອງ, ການມີແນວໂນ້ມທີ່ຈະກໍ່ບັນຫາ; ຂໍ້ທີສິບສາມ, ການມີພູມຫຼັງທີ່ຊັບຊ້ອນ. ລວມທັງໝົດມີສິບສາມການສະແດງອອກ. ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ”. ຫົວຂໍ້ທີ່ກ່ຽວຂ້ອງກັບບັນທັດຖານທີໜຶ່ງ, ນັ້ນກໍຄືຈຸດປະສົງຂອງຄົນເຮົາໃນການເຊື່ອໃນພຣະເຈົ້າ, ໄດ້ໂອ້ລົມກັນຈົບແລ້ວ. ພວກເຮົາຍັງໄດ້ໂອ້ລົມກັນກ່ຽວກັບເຈັດຫົວຂໍ້ທຳອິດຂອງຄວາມເປັນມະນຸດຂອງພວກເຂົາແລ້ວ, ເຊິ່ງເປັນບັນທັດຖານຂໍ້ທີສອງ. ມື້ນີ້, ພວກເຮົາຈະເລີ່ມໂອ້ລົມກັນຈາກການສະແດງອອກຂໍ້ທີແປດຂອງຄວາມເປັນມະນຸດຂອງພວກເຂົາຄື: “ສາມາດທໍລະຍົດໄດ້ທຸກເວລາ”.
ຂໍ້ທີສິບສີ່: ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ (ພາກທີຫົກ)
ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຮ້າຍປະເພດຕ່າງໆ
II. ໂດຍອີງໃສ່ຄວາມເປັນມະນຸດ
8. ການສາມາດທໍລະຍົດໄດ້ທຸກເວລາ
ຜູ້ທີ່ສະແດງອອກຢ່າງຊັດເຈນວ່າສາມາດຫັກຫຼັງຄຣິສຕະຈັກໄດ້ທຸກເວລາ, ພວກເຈົ້າສາມາດເບິ່ງຄົນປະເພດນີ້ອອກໄດ້, ແມ່ນບໍ່? ບັນຫາຂອງຄົນເຫຼົ່ານີ້ຮ້າຍແຮງຫຼາຍບໍ? (ແມ່ນແລ້ວ.) ບາງຄົນຫັກຫຼັງຄຣິສຕະຈັກຍ້ອນວ່າພວກເຂົາຂີ້ຢ້ານ, ໃນຂະນະທີ່ຄົນອື່ນເຮັດເຊັ່ນນັ້ນຍ້ອນຄວາມເປັນມະນຸດທີ່ຊົ່ວຮ້າຍຂອງພວກເຂົາ ຫຼື ບັນຫາອື່ນໆ. ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ, ຄວາມຈິງທີ່ວ່າຄົນປະເພດນີ້ສາມາດຫັກຫຼັງອ້າຍເອື້ອຍນ້ອງ ແລະ ທໍລະຍົດຕໍ່ພຣະເຈົ້າໄດ້ທຸກເວລາກໍສະແດງໃຫ້ເຫັນວ່າພວກເຂົາເປັນຄົນທີ່ບໍ່ໜ້າໄວ້ວາງໃຈ. ຖ້າພວກເຂົາກຳແໜ້ນຂໍ້ມູນສຳຄັນບາງຢ່າງກ່ຽວກັບຄຣິສຕະຈັກ ຫຼື ຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງ ເຊັ່ນ: ບ່ອນຢູ່ຂອງອ້າຍເອື້ອຍນ້ອງ, ໃຜເປັນຜູ້ນໍາຄຣິສຕະຈັກ, ຄຣິສຕະຈັກກຳລັງເຮັດວຽກງານຫຍັງ ຫຼື ໃຜເຮັດວຽກງານ ແລະ ໜ້າທີ່ສຳຄັນອັນໃດ, ພວກເຂົາກໍສາມາດເປີດເຜີຍຂໍ້ມູນນີ້ໄດ້ເມື່ອອັນຕະລາຍເກີດຂຶ້ນ ຫຼື ໃນສະຖານະການພິເສດບາງຢ່າງ, ເປັນການຫັກຫຼັງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ເຫດຜົນໜຶ່ງທີ່ພວກເຂົາອາດຈະເຮັດເຊັ່ນນີ້ກໍເພື່ອປົກປ້ອງຕົນເອງ ແລະ ຮັບປະກັນຄວາມປອດໄພຂອງຕົນເອງ. ໃນທາງກົງກັນຂ້າມ, ພວກເຂົາອາດຈະເຈດຕະນາກະທຳແບບນີ້, ໂດຍບໍ່ເຫັນຄວາມສຳຄັນຂອງຂໍ້ມູນນີ້ ແລະ ສາມາດເປີດເຜີຍ ແລະ ມີສ່ວນຮ່ວມໃນການທໍລະຍົດໄດ້ທຸກເວລາເພື່ອແລກກັບຜົນປະໂຫຍດສ່ວນຕົວ. ຕົວຢ່າງ: ບາງຄົນຖືກຈັບໂດຍພະຍານາກໃຫຍ່ສີແດງ ແລະ ໃນລະຫວ່າງການສອບສວນ, ພະຍານາກໃຫຍ່ສີແດງກໍຂົ່ມຂູ່, ລໍ້ລວງ ຫຼື ແມ່ນແຕ່ໃຊ້ການທໍລະມານເພື່ອບັງຄັບໃຫ້ສາລະພາບ, ໂດຍບອກຄົນເຫຼົ່ານີ້ວ່າຖ້າພວກເຂົາເວົ້າ, ພວກເຂົາຈະຖືກປ່ອຍຕົວ, ດັ່ງນັ້ນ ພວກເຂົາຈຶ່ງທໍລະຍົດບອກຂໍ້ມູນທັງໝົດທີ່ພວກເຂົາຮູ້ກ່ຽວກັບອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກເພື່ອແລກກັບອິດສະລະພາບຂອງຕົນເອງ. ຄົນປະເພດນີ້ຄືຢູດາທີ່ເປັນຕົ້ນແບບ. ບອກເຮົາເບິ່ງວ່າ, ຄວນປະຕິບັດ ແລະ ຈັດການກັບຄົນປະເພດທີ່ເປັນຢູດາທີ່ເປັນຕົ້ນແບບແນວໃດ? (ຄົນປະເພດນີ້ຄວນຖືກຂັບໄລ່ອອກໂດຍທັນທີ ແລະ ຖືກສາບແຊ່ງນຳ.) ໂດຍປົກກະຕິແລ້ວ, ຢູດາທີ່ເປັນຕົ້ນແບບເຫຼົ່ານີ້, ບໍ່ວ່າຈະໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ, ຈະສອບຖາມ ຫຼື ຮັບຮູ້ກ່ຽວກັບສະຖານະການບາງຢ່າງຂອງຄຣິສຕະຈັກ ແລະ ຈົດຈຳໄວ້ໃນໃຈ. ຕໍ່ມາ, ເມື່ອສະຖານະການບາງຢ່າງເກີດຂຶ້ນກັບພວກເຂົາ ແລະ ພວກເຂົາຖືກຈັບ, ພວກເຂົາກໍຈະສາລະພາບຂໍ້ມູນນີ້. ເບິ່ງຜິວເຜີນແລ້ວ, ການສອບຖາມ ແລະ ການຮຽນຮູ້ກ່ຽວກັບລາຍລະອຽດເຫຼົ່ານີ້ຂອງພວກເຂົາອາດຈະເບິ່ງຄືວ່າບໍ່ໄດ້ມີຈຸດປະສົງເພື່ອສາລະພາບຂໍ້ມູນໃຫ້ພະຍານາກໃຫຍ່ສີແດງໂດຍເຈດຕະນາ, ແຕ່ເມື່ອພວກເຂົາຖືກຈັບ, ພວກເຂົາກໍຄວບຄຸມຕົນເອງບໍ່ໄດ້. ຜົນກໍຄື ການສາລະພາບຂອງພວກເຂົານຳເອົາຜົນທີ່ຕາມມາທີ່ບໍ່ດີບາງຢ່າງມາສູ່ຄຣິສຕະຈັກ. ດັ່ງນັ້ນ, ການສອບຖາມ ແລະ ການຮຽນຮູ້ກ່ຽວກັບລາຍລະອຽດເຫຼົ່ານີ້ແບບຊະຊາຍຂອງພວກເຂົາຈຶ່ງບໍ່ແມ່ນການສົນທະນາທົ່ວໄປ ຫຼື ການເວົ້າເລື່ອງໄຮ້ສາລະ; ແຕ່ພວກເຂົາເຮັດເຊັ່ນນັ້ນໂດຍເຈດຕະນາ ແລະ ມີຈຸດປະສົງ. ສິ່ງນີ້ເປັນການກະກຽມເງື່ອນໄຂໃຫ້ພວກເຂົາກາຍເປັນຢູດາໃນພາຍຫຼັງ. ບັນຫາຂອງຄົນທີ່ທໍລະຍົດຕໍ່ຂໍ້ມູນຂອງຄົນອື່ນແບບຊະຊາຍສາມາດແກ້ໄຂໄດ້ດ້ວຍວິທີການຕ່າງໆ ເຊັ່ນ: ການໂອ້ລົມຄວາມຈິງ ຫຼື ການໃຫ້ຄຳເຕືອນແກ່ພວກເຂົາໄດ້ ຫຼື ບໍ່? (ບໍ່.) ເປັນຫຍັງຈຶ່ງບໍ່ໄດ້? (ເພາະວ່າຄົນປະເພດນີ້ຂາດຈິດສຳນຶກ ແລະ ເຫດຜົນ ແລະ ພວກເຂົາຈະບໍ່ຍອມຮັບຄວາມຈິງ ແລະ ການໂອ້ລົມຄວາມຈິງກັບພວກເຂົາກໍບໍ່ເປັນປະໂຫຍດ.) ຄວນຈັດການກັບຄົນຊົ່ວຮ້າຍປະເພດນີ້ທີ່ສາມາດທຳຮ້າຍຄົນອື່ນໂດຍບໍ່ສົນໃຈຫຍັງໄດ້ແນວໃດ? ມີພຽງວິທີແກ້ໄຂດຽວເທົ່ານັ້ນ, ນັ້ນກໍຄືການຄັດພວກເຂົາອອກ, ເພາະວ່າສິ່ງທີ່ພວກເຂົາໄດ້ເຮັດບໍ່ພຽງແຕ່ທຳຮ້າຍອ້າຍເອື້ອຍນ້ອງ, ແຕ່ຍັງລົບກວນວຽກງານຂອງຄຣິສຕະຈັກອີກດ້ວຍ. ພຶດຕິກຳປະເພດນີ້ສາມາດຖືກກຳນົດລັກສະນະວ່າເປັນການຫັກຫຼັງອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກ, ດັ່ງນັ້ນ ຄົນປະເພດນີ້ຕ້ອງຖືກຄັດອອກ ຫຼື ຂັບໄລ່ອອກ. ເຖິງແມ່ນວ່າຄົນປະເພດນີ້ບໍ່ສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ແຕ່ກໍມີເຫດຜົນພຽງພໍທີ່ຈະກຳນົດລັກສະນະຂອງພວກເຂົາວ່າເປັນຄົນຊົ່ວຮ້າຍທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ສະນັ້ນ, ການຄັດຄົນປະເພດນີ້ອອກແມ່ນສອດຄ່ອງກັບຫຼັກການຢ່າງສົມບູນ. ຄົນເຫຼົ່ານີ້ບໍ່ສົນໃຈໃນຄວາມຈິງ; ພວກເຂົາມັກແຕ່ສອບຖາມໄປທົ່ວເຖິງລາຍລະອຽດຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງລາຍລະອຽດຂອງອ້າຍເອື້ອຍນ້ອງບາງຄົນ. ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ບໍ່ໄດ້ເຂົ້າໃຈຄວາມຈິງຫຼາຍຢ່າງ, ແຕ່ພວກເຂົາກໍໄດ້ຮວບຮວມຂໍ້ມູນກ່ຽວກັບຄອບຄົວຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງໄດ້ຫຼາຍພໍສົມຄວນ. ບໍ່ວ່າຈະກ່າວເຖິງອ້າຍເອື້ອຍນ້ອງຄົນໃດ, ພວກເຂົາກໍສາມາດເປີດເຜີຍລາຍລະອຽດບາງຢ່າງຂອງພວກເຂົາໄດ້, ເຊິ່ງເຮັດໃຫ້ຄົນອື່ນຕົກໃຈພໍສົມຄວນ. ເຖິງແມ່ນວ່າພວກເຂົາບໍ່ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍກະຕືລືລົ້ນທີ່ຈະສອບຖາມກ່ຽວກັບເລື່ອງພາຍໃນບາງຢ່າງຂອງຄຣິສຕະຈັກຢູ່ສະເໝີ ເຊັ່ນ: ວຽກງານບໍລິຫານ, ຫົວໜ້າຂອງໜ່ວຍງານຕ່າງໆ ແລະ ວຽກງານບາງຢ່າງທີ່ກ່ຽວຂ້ອງກັບເລື່ອງພາຍນອກ. ພວກເຂົາມັກຖາມເລື້ອຍໆວ່າໃຜໄປເຮັດໜ້າທີ່ຢູ່ບ່ອນໃດ ແລະ ອອກເດີນທາງເມື່ອໃດ, ໃຜໄດ້ຮັບການເລື່ອນຕຳແໜ່ງ, ໃຜຖືກປົດອອກ ແລະ ວຽກງານຂອງຄຣິສຕະຈັກໃນດ້ານຕ່າງໆເປັນແນວໃດ. ຫຼັງຈາກທີ່ສອບຖາມກ່ຽວກັບສິ່ງເຫຼົ່ານີ້, ພວກເຂົາກໍເຜີຍແຜ່ຂໍ້ມູນໄປທົ່ວ. ສິ່ງທີ່ເປັນຕາໜ້າລັງກຽດຍິ່ງກວ່ານັ້ນກໍຄື ບາງຄົນເຖິງກັບຂຽນຂໍ້ມູນທີ່ພວກເຂົາໄດ້ຮວບຮວມໄວ້ຫຼັງຈາກທີ່ຖາມກ່ຽວກັບມັນ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າພວກເຂົາມີເຈດຕະນາອື່ນແອບແຝງບໍ? (ແມ່ນແລ້ວ.) ເມື່ອບັນທຶກເລື່ອງຂອງຕົນເອງໃນປະເທດຂອງພະຍານາກໃຫຍ່ສີແດງ, ພວກເຂົາຮູ້ຈັກໃຊ້ລະຫັດ ຫຼື ພາສາລັບ, ແຕ່ເມື່ອບັນທຶກຂໍ້ມູນຂອງຄົນອື່ນ, ພວກເຂົາບໍ່ໄດ້ນຳໃຊ້ວິທີທີ່ສະແດງໃຫ້ເຫັນເຖິງສະຕິປັນຍາແມ່ນແຕ່ໜ້ອຍດຽວ, ແຕ່ພຽງແຕ່ຂຽນຊື່ແທ້, ຮູບຮ່າງໜ້າຕາ, ອາຍຸ, ເບີໂທລະສັບ ແລະ ລາຍລະອຽດອື່ນໆຂອງອ້າຍເອື້ອຍນ້ອງລົງໄປ. ມັນບໍ່ແມ່ນວ່າພວກເຂົາຕັ້ງໃຈທີ່ຈະມີສ່ວນຮ່ວມໃນການທໍລະຍົດບໍ? ພວກເຂົາມີເຈດຕະນາທີ່ບໍ່ດີ ແລະ ທີ່ຈິງແລ້ວກໍຕັ້ງໃຈທີ່ຈະມີສ່ວນຮ່ວມໃນການທໍລະຍົດ. ເມື່ອມີເຫດອັນຕະລາຍເກີດຂຶ້ນ ແລະ ຕຳຫຼວດຍຶດຂໍ້ມູນທີ່ພວກເຂົາບັນທຶກໄວ້ໄດ້, ຕຳຫຼວດພຽງແຕ່ຕ້ອງການຂົ່ມຂູ່ ແລະ ເຮັດໃຫ້ຢ້ານພວກເຂົາໂດຍບໍ່ຕ້ອງໃຊ້ການທໍລະມານ ແລະ ພວກເຂົາກໍສາລະພາບທຸກຢ່າງໃນທັນທີຢ່າງລະອຽດ, ໂດຍບໍ່ມີການປິດບັງຫຍັງໄວ້. ສຳລັບສິ່ງທີ່ພວກເຂົາໄດ້ລືມໄປແລ້ວ, ພວກເຂົາເຖິງກັບເຄັ້ນສະໝອງເພື່ອໃຫ້ຈື່ ແລະ ທັນທີທີ່ພວກເຂົາຈື່ບາງຢ່າງໄດ້, ພວກເຂົາກໍຈະບອກຕຳຫຼວດໃນທັນທີ. ພວກເຂົາເຖິງກັບນຳພາຕຳຫຼວດໄປເຮືອນຂອງອ້າຍເອື້ອຍນ້ອງ, ໄປເຮືອນຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ໄປທີ່ພັກຂອງຜູ້ທີ່ເຮັດໜ້າທີ່ສຳຄັນ ເພື່ອໃຫ້ພວກເຂົາຖືກຈັບ. ພວກເຈົ້າບໍ່ຄິດວ່າຄົນປະເພດນີ້ໜ້າລັງກຽດທີ່ສຸດບໍ? (ແມ່ນແລ້ວ.) ກ່ອນທີ່ພວກເຂົາຈະຫັກຫຼັງຄົນອື່ນ, ພຶດຕິກຳຂອງພວກເຂົາກໍບໍ່ເບິ່ງຄືກັບຄົນຊົ່ວຮ້າຍ, ຍິ່ງບໍ່ຄືກັບຜູ້ຕໍ່ຕ້ານພຣະຄຣິສ, ມັນອາດຈະເປັນພຽງການສະແດງອອກຂອງມະນຸດທີ່ເສື່ອມຊາມທຳມະດາ, ແຕ່ເມື່ອພວກເຂົາຖືກຈັບ, ພວກເຂົາກໍສາມາດຫັກຫຼັງອ້າຍເອື້ອຍນ້ອງຄົນໃດກໍໄດ້ຢ່າງງ່າຍດາຍ. ພຽງແຕ່ການສະແດງອອກຂໍ້ດຽວນີ້ກໍເຮັດໃຫ້ພວກເຂົາໜ້າລັງກຽດຍິ່ງກວ່າຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ມັນບໍ່ແມ່ນວ່າພວກເຂົາຈຳໃຈຕ້ອງເປີດເຜີຍຂໍ້ມູນທີ່ບໍ່ສຳຄັນໜ້ອຍດຽວ ພາຍໃຕ້ການບີບບັງຄັບ, ການທໍລະມານ ແລະ ການຂົ່ມເຫັງທີ່ຮຸນແຮງ ຍ້ອນວ່າເນື້ອໜັງຂອງພວກເຂົາອ່ອນແອເກີນໄປ ແລະ ບໍ່ສາມາດທົນໄດ້ອີກຕໍ່ໄປ. ແຕ່ພວກເຂົາເປີດເຜີຍຂໍ້ມູນທັງໝົດທີ່ພວກເຂົາຮູ້ອອກມາຢ່າງສະໝັກໃຈ ແລະ ບໍ່ຄຳນຶງເຖິງຫຍັງ, ໂດຍບໍ່ມີການຄຳນຶງເຖິງຄວາມປອດໄພຂອງອ້າຍເອື້ອຍນ້ອງເລີຍ, ຍິ່ງບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ. ສິ່ງນີ້ເປັນສິ່ງໜ້າລັງກຽດທີ່ສຸດ! ນີ້ຄືການສະແດງອອກຢ່າງໜຶ່ງຂອງຄົນປະເພດທີ່ເປັນຢູດາ.
ຍັງມີຄົນອີກປະເພດໜຶ່ງ, ຜູ້ທີ່ພະຍາຍາມທີ່ຈະລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງເມື່ອຖືກກະຕຸ້ນແມ່ນແຕ່ໜ້ອຍດຽວ. ຕົວຢ່າງ: ເມື່ອພວກເຂົາພົບກັບໄພພິບັດທຳມະຊາດ, ຄວາມເຈັບປ່ວຍ ຫຼື ການລັກຂະໂມຍ, ພວກເຂົາກໍຈົ່ມວ່າກ່ຽວກັບພຣະເຈົ້າ ແລະ ພວກເຂົາຍັງຈົ່ມວ່າອ້າຍເອື້ອຍນ້ອງຂາດຄວາມຮັກ ແລະ ບໍ່ຊ່ວຍພວກເຂົາແກ້ໄຂບັນຫາ. ສິ່ງນີ້ເຮັດໃຫ້ພວກເຂົາຢາກຫັກຫຼັງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ບາງຄົນກະທຳຕາມອຳເພີໃຈ ແລະ ຖືກລິຮານ ແລະ ອ້າຍເອື້ອຍນ້ອງກໍຕີຕົວອອກຫ່າງຈາກພວກເຂົາ; ສິ່ງນີ້ເຮັດໃຫ້ພວກເຂົາຮູ້ສຶກວ່າເຮືອນຂອງພຣະເຈົ້າຂາດຄວາມຮັກ, ດັ່ງນັ້ນ ພວກເຂົາຈຶ່ງເວົ້າໂພ່ງອອກມາວ່າ: “ພວກເຈົ້າທຸກຄົນບໍ່ມັກຂ້ອຍ, ແມ່ນບໍ? ພວກເຈົ້າທຸກຄົນດູຖູກຂ້ອຍ, ແມ່ນບໍ? ຂ້ອຍຍັງຈະສາມາດໄດ້ຮັບພອນຈາກການເຊື່ອໃນພຣະເຈົ້າໄດ້ແທ້ບໍ? ຖ້າຂ້ອຍບໍ່ໄດ້ຮັບພອນ, ຂ້ອຍກໍຈະລາຍງານພວກເຈົ້າທຸກຄົນ!” ນີ້ຄືຄຳເວົ້າ “ທີ່ເປັນຕົວແທນ” ທີ່ສຸດຂອງຄົນເຊັ່ນນີ້. ເປັນຫຍັງເຮົາຈຶ່ງເວົ້າວ່າຄຳເວົ້າທີ່ວ່າ, “ຖ້າຂ້ອຍບໍ່ໄດ້ຮັບພອນ, ຂ້ອຍຈະລາຍງານພວກເຈົ້າທຸກຄົນ” ເປັນຄຳເວົ້າ “ທີ່ເປັນຕົວແທນ” ສຳລັບພວກເຂົາ? ກໍເພາະວ່າຄຳເວົ້ານີ້ເປັນຕົວແທນຂອງຄວາມເປັນມະນຸດຂອງພວກເຂົາ. ວະລີນີ້ບໍ່ແມ່ນສິ່ງທີ່ພວກເຂົາເວົ້າພຽງເພື່ອລະບາຍຄວາມກຽດຊັງຂອງຕົນ ຫຼັງຈາກທີ່ພົບກັບສະຖານະການທີ່ບໍ່ພໍໃຈຫຼາຍຢ່າງ ຫຼື ຍ້ອນຄວາມຄຽດແຄ້ນທີ່ຝັງເລິກ, ທັງບໍ່ແມ່ນການລະເບີດອາລົມອອກມາແບບກະທັນຫັນ. ແຕ່ມັນເປັນສິ່ງທີ່ເຕັມຢູ່ໃນຫົວໃຈຂອງພວກເຂົາ ແລະ ສາມາດເປີດເຜີຍອອກມາໄດ້ທຸກເວລາ. ມັນເປັນສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາມາເປັນເວລາດົນແລ້ວ ແລະ ສາມາດລະເບີດອອກມາໄດ້ທຸກຊ່ວງເວລາ. ສິ່ງນີ້ເປັນຕົວແທນຂອງຄວາມເປັນມະນຸດຂອງພວກເຂົາ. ຄວາມເປັນມະນຸດຂອງພວກເຂົາຊຸດໂຊມເຖິງຂະໜາດນີ້, ຖ້າໃຜກໍຕາມທີ່ເຮັດໃຫ້ພວກເຂົາໃຈຮ້າຍ ຫຼື ເຈັບປວດ, ພວກເຂົາກໍສາມາດຫັກຫຼັງຄົນນັ້ນໄດ້ທຸກເວລາ. ຖ້າໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ, ພວກເຂົາລະເມີດການຈັດແຈງວຽກງານ ຫຼື ຫຼັກການ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງລິຮານພວກເຂົາໜ້ອຍດຽວ, ພວກເຂົາກໍຈະຄຽດແຄ້ນ, ໃຈຮ້າຍ ແລະ ບໍ່ພໍໃຈ ແລະ ຈາກນັ້ນພວກເຂົາກໍຈະເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ອຍຈະລາຍງານພວກເຈົ້າ! ຂ້ອຍຮູ້ວ່າບ້ານຂອງເຈົ້າຢູ່ໃສ, ຂ້ອຍຮູ້ຊື່ ແລະ ນາມສະກຸນຂອງເຈົ້າ!” ຖ້າເຈົ້າບໍ່ຍອມຕາມໃຈຄົນປະເພດນີ້, ພວກເຂົາກໍອາດຈະຫັກຫຼັງເຈົ້າແທ້ໆ. ພວກເຂົາບໍ່ໄດ້ພະຍາຍາມເຮັດໃຫ້ໃຜຢ້ານ, ທັງບໍ່ໄດ້ເວົ້າໃນເວລາອາລົມຮ້ອນ; ຖ້າໃຜເຮັດໃຫ້ພວກເຂົາຂຸ່ນເຄືອງ ຫຼື ໃຈຮ້າຍແທ້ໆ, ພວກເຂົາກໍສາມາດຫັກຫຼັງຄົນນັ້ນໄດ້ຢ່າງເຕັມທີ່. ບາງຄົນເວົ້າວ່າ, “ເປັນຫຍັງຕ້ອງຢ້ານພວກເຂົາ?” ມັນບໍ່ແມ່ນວ່າພວກເຮົາຢ້ານພວກເຂົາ. ພວກເຮົາຈະບໍ່ຢ້ານການທໍລະຍົດຂອງພວກເຂົາ ຖ້າສິ່ງນີ້ເກີດຂຶ້ນໃນປະເທດທີ່ເປັນປະຊາທິປະໄຕ ແລະ ມີເສລີພາບ. ແຕ່ໃນປະເທດຂອງພະຍານາກໃຫຍ່ສີແດງ, ຖ້າພວກເຂົາມີສ່ວນຮ່ວມໃນການທໍລະຍົດແທ້ໆ, ມັນກໍອາດຈະສ້າງບັນຫາໃຫ້ກັບອ້າຍເອື້ອຍນ້ອງ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ. ຖ້າອ້າຍເອື້ອຍນ້ອງຖືກຈັບແທ້ໆ, ພະຍານາກໃຫຍ່ສີແດງກໍຈະເຮັດໃຫ້ເປັນເລື່ອງໃຫຍ່. ເມື່ອພວກເຂົາພົບຊ່ອງຫວ່າງ, ພວກເຂົາກໍຈະຈັບຄົນແບບບໍ່ຢຸດ. ໃນກໍລະນີນັ້ນ, ຊີວິດໃນຄຣິສຕະຈັກຂອງຄົນຈຳນວນເທົ່າໃດກໍຕາມກໍຈະໄດ້ຮັບຜົນກະທົບ ແລະ ການປະຕິບັດໜ້າທີ່ຕາມປົກກະຕິຂອງຄົນຈຳນວນເທົ່າໃດກໍຕາມກໍຈະໄດ້ຮັບຜົນກະທົບ. ສິ່ງເຫຼົ່ານີ້ບໍ່ແມ່ນຜົນສະທ້ອນທີ່ຮ້າຍແຮງຫຼາຍບໍ? ເຈົ້າຕ້ອງພິຈາລະນາສິ່ງເຫຼົ່ານີ້! ຄົນປະເພດນີ້ມັກຈະເອົາແຕ່ໃຈຢູ່ສະເໝີ ເມື່ອພົວພັນກັບຄົນອື່ນ. ຖ້າໃຜເວົ້າບາງຢ່າງທີ່ເຮັດໃຫ້ພວກເຂົາບໍ່ພໍໃຈ ຫຼື ເປີດໂປງບັນຫາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາໃຈຮ້າຍ, ພວກເຂົາກໍຈະອາລົມເສຍໃສ່ຄົນນັ້ນ ແລະ ອາດຈະບໍ່ເວົ້ານຳຄົນນັ້ນເປັນເວລາຫຼາຍມື້ ແລະ ເມື່ອເຈົ້າໄປຫາພວກເຂົາ ແລະ ຂໍໃຫ້ພວກເຂົາປະຕິບັດໜ້າທີ່, ພວກເຂົາກໍຈະບໍ່ສົນໃຈຄຳຮ້ອງຂໍນັ້ນ. ມັນເປັນໄປບໍ່ໄດ້ເລີຍທີ່ຈະເຂົ້າກັບຄົນປະເພດນີ້ໄດ້. ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍບໍ? ໃນກຸ່ມຄົນ, ເຈົ້າມັກຈະໄດ້ຍິນຄົນຊົ່ວຮ້າຍເວົ້າສິ່ງຕ່າງໆ ເຊັ່ນ: “ຖ້າໃຜຂວາງທາງຂ້ອຍ, ຂ້ອຍຈະບໍ່ປ່ອຍມັນໄປ! ຂ້ອຍຮູ້ແນ່ນອນວ່າພວກເຈົ້າຢູ່ໃສ, ຂ້ອຍຮູ້ທຸກລາຍລະອຽດຂອງພວກເຈົ້າເປັນຢ່າງດີ. ຂ້ອຍຮູ້ດີວ່າພວກເຈົ້າເຕົ້າໂຮມກັນຢູ່ໃສ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຢູ່ໃສ!” ພວກເຈົ້າຈະເວົ້າວ່າຄົນປະເພດນີ້ເປັນບຸກຄົນອັນຕະລາຍບໍ? (ແມ່ນແລ້ວ.) ພວກເຂົາຄືຢູດາທີ່ເປັນຕົ້ນແບບ. ເຖິງແມ່ນວ່າທຸກຢ່າງຈະເປັນປົກກະຕິ, ພວກເຂົາກໍຍັງຈະເລີ່ມຫາທາງພະຍາຍາມທໍລະຍົດ. ແລະ ຖ້າມີເຫດຮ້າຍເກີດຂຶ້ນ, ພວກເຂົາກໍຈະເປັນຄົນທຳອິດທີ່ໂດດອອກມາ ແລະ ກາຍເປັນຢູດາ. ສະນັ້ນ, ຖ້າພົບເຫັນຄົນປະເພດນີ້ໃນຄຣິສຕະຈັກ, ພວກເຂົາກໍຄວນຖືກຄັດອອກ ຫຼື ຂັບໄລ່ໂດຍໄວເທົ່າທີ່ຈະໄວໄດ້. ຄົນປະເພດນີ້ມີການສະແດງອອກອື່ນໃດອີກແດ່? ຕົວຢ່າງ: ໃນລະຫວ່າງການເຕົ້າໂຮມ, ເພາະວ່າອ້າຍເອື້ອຍນ້ອງພົບກັນເປັນປະຈຳ, ຈຶ່ງບໍ່ຈຳເປັນຕ້ອງມີການທັກທາຍຕາມມາລະຍາດ. ເມື່ອເຖິງເວລາ, ພວກເຂົາກໍເລີ່ມການເຕົ້າໂຮມ, ອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງ. ແຕ່ຜູ້ທີ່ມັກງໍແງກໍຈະໃຈຮ້າຍ ເມື່ອພວກເຂົາເຫັນວ່າບໍ່ມີໃຜສົນໃຈພວກເຂົາ ຫຼື ທັກທາຍພວກເຂົາເລີຍ. ພວກເຂົາກໍຈະເວົ້າໂພ່ງອອກມາວ່າ, “ພວກເຈົ້າທຸກຄົນດູຖູກຂ້ອຍບໍ? ຮຶ! ບໍ່ມີໃຜໃນພວກເຈົ້າຕ້ອນຮັບຂ້ອຍ, ບໍ່ເປັນຫຍັງດອກ; ຂ້ອຍມີວິທີຈັດການກັບພວກເຈົ້າ. ຂ້ອຍຮູ້ວ່າຜູ້ນໍາຄຣິສຕະຈັກຢູ່ໃສ, ຂ້ອຍຮູ້ວ່າໃຜໃນພວກເຈົ້າກຳລັງປະຕິບັດໜ້າທີ່ຂອງພວກເຈົ້າຢູ່ໃສ ແລະ ເຮັດວຽກງານຫຍັງ, ຂ້ອຍຮູ້ວ່າໃຜເປັນເຈົ້າພາບໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກ, ໃຜເກັບຮັກສາເຄື່ອງຖວາຍ, ໃຜຮັບຜິດຊອບການຈັດພິມໜັງສື ແລະ ໃຜຮັບຜິດຊອບການຂົນສົ່ງ. ຂ້ອຍຈະລາຍງານພວກເຈົ້າທຸກຄົນ! ຂ້ອຍຈະລາຍງານທຸກຢ່າງກ່ຽວກັບຄຣິສຕະຈັກໃຫ້ກັບຕຳຫຼວດ!” ຖ້າຜູ້ຄົນປະຕິບັດຕໍ່ພວກເຂົາດ້ວຍຄວາມເຄົາລົບຢ່າງເຖິງທີ່ສຸດ, ທຸກຢ່າງກໍຈະດີ. ແຕ່ທັນທີທີ່ໃຜກະຕຸ້ນ ຫຼື ເຮັດໃຫ້ພວກເຂົາໃຈຮ້າຍ, ມັນກໍຈະກາຍເປັນບັນຫາ, ພວກເຂົາຈະສະແຫວງຫາການແກ້ແຄ້ນ ແລະ ການທໍລະຍົດ. ເມື່ອໃດກໍຕາມທີ່ພວກເຂົາພົບກັບບາງສິ່ງທີ່ເຮັດໃຫ້ພວກເຂົາບໍ່ພໍໃຈ, ພວກເຂົາກໍຈະຂົ່ມຂູ່ອ້າຍເອື້ອຍນ້ອງ ແລະ ຜູ້ນໍາຄຣິສຕະຈັກຢ່າງຮຸນແຮງ. ພວກເຈົ້າຈະເວົ້າວ່າຄົນປະເພດນີ້ເປັນຕາຢ້ານ ແລະ ເປັນອັນຕະລາຍບໍ? (ພວກເຂົາເປັນອັນຕະລາຍ.) ຄົນປະເພດນີ້ຄືຢູດາທີ່ສາມາດທໍລະຍົດໄດ້ທຸກເວລາ; ພວກເຂົາເປັນບຸກຄົນອັນຕະລາຍ.
ຍັງມີການສະແດງອອກອີກຢ່າງໜຶ່ງຂອງຄົນທີ່ສາມາດມີສ່ວນຮ່ວມໃນການທໍລະຍົດໄດ້ທຸກເວລາ. ຕົວຢ່າງ: ໃນປະເທດພະຍານາກໃຫຍ່ສີແດງ, ຈຳນວນຄຣິສຕະຈັກທີ່ສ້າງຕັ້ງຂຶ້ນໃນແຂວງ ແລະ ເມືອງຕ່າງໆ, ຈຳນວນຄົນໃນແຕ່ລະຄຣິສຕະຈັກ, ໃຜເປັນຜູ້ນໍາ ແລະ ຄຣິສຕະຈັກກຳລັງເຮັດວຽກງານຫຍັງ, ສິ່ງເຫຼົ່ານີ້ຕ້ອງຖືກເກັບເປັນຄວາມລັບຢ່າງເຂັ້ມງວດ. ແມ່ນແຕ່ກັບສະມາຊິກຄອບຄົວ ແລະ ຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອກໍຕ້ອງລະມັດລະວັງ ແລະ ຂໍ້ມູນນີ້ຕ້ອງບໍ່ຮົ່ວໄຫຼອອກໄປຢ່າງເດັດຂາດ ເພື່ອປ້ອງກັນບັນຫາໃນອະນາຄົດຂອງຄຣິສຕະຈັກ. ແນວໃດກໍຕາມ, ບຸກຄົນອັນຕະລາຍເຫຼົ່ານີ້ທີ່ມີເຈດຕະນາອື່ນແອບແຝງກໍຈະພະຍາຍາມສອບຖາມກ່ຽວກັບສິ່ງດັ່ງກ່າວຢູ່ສະເໝີ. ຖ້າອ້າຍເອື້ອຍນ້ອງປະຕິເສດທີ່ຈະບອກພວກເຂົາ, ພວກເຂົາກໍຮູ້ສຶກວ່າ: “ເປັນຫຍັງພວກເຈົ້າທຸກຄົນຈຶ່ງຮູ້ເລື່ອງເຫຼົ່ານີ້, ໃນຂະນະທີ່ຂ້ອຍເປັນພຽງຄົນດຽວທີ່ບໍ່ຮູ້ສິ່ງຫຍັງເລີຍ? ເປັນຫຍັງບໍ່ບອກຂ້ອຍ? ພວກເຈົ້າກຳລັງປະຕິບັດຕໍ່ຂ້ອຍຄືກັບຄົນນອກ, ບໍ່ຄືກັບອ້າຍເອື້ອຍນ້ອງຄົນໜຶ່ງບໍ? ກໍໄດ້, ຂ້ອຍຈະລາຍງານພວກເຈົ້າ!” ເຈົ້າເຫັນບໍ່, ໃນທຸກສະຖານະການ, ພວກເຂົາກໍສາມາດລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງໄດ້. ບໍ່ມີໃຜເຮັດໃຫ້ພວກເຂົາຜິດໃຈ, ແຕ່ແມ່ນແຕ່ຄວາມບໍ່ພໍໃຈພຽງໜ້ອຍດຽວກໍເຮັດໃຫ້ພວກເຂົາມີຄວາມຢາກທີ່ຈະລາຍງານຄຣິສຕະຈັກ. ຕົວຢ່າງ: ເມື່ອໜັງສືພຣະທຳຂອງພຣະເຈົ້າຖືກແຈກຢາຍໃຫ້ອ້າຍເອື້ອຍນ້ອງ, ທຸກຄົນກໍເລີ່ມເບິ່ງຢ່າງກະຕືລືລົ້ນວ່າມີພຣະທຳຂອງພຣະເຈົ້າຈັກບົດໃນໜັງສື, ມີຈັກໜ້າ ແລະ ຄຸນນະພາບຂອງການຈັດພິມເປັນແນວໃດ. ພວກເຂົາທຸກຄົນຕ່າງກໍດີໃຈ ແລະ ຕື່ນເຕັ້ນທີ່ໄດ້ຖືໜັງສືໄວ້ໃນມືຂອງຕົນ. ແຕ່ຄົນປະເພດທີ່ເປັນຢູດາ, ໃນທາງກົງກັນຂ້າມ, ກັບກຳລັງຄິດວ່າ: “ໜັງສືເຫຼັ້ມນີ້ຈັດພິມຢູ່ໃສ? ຄ່າພິມເຫຼັ້ມໜຶ່ງເທົ່າໃດ? ໃຜຮັບຜິດຊອບການຈັດພິມ? ຫຼັງຈາກຈັດພິມແລ້ວ, ໃຜຮັບຜິດຊອບການຂົນສົ່ງ? ໜັງສືເຫຼົ່ານີ້ຖືກສົ່ງມາຄຣິສຕະຈັກຂອງພວກເຮົາໄດ້ແນວໃດ? ໜັງສືຖືກເກັບຮັກສາໄວ້ຢູ່ໃສ? ໃຜຮັບຜິດຊອບໃນການເກັບຮັກສາ?” ຫົວຂໍ້ເຫຼົ່ານີ້ເປັນຫົວຂໍ້ທີ່ລະອຽດອ່ອນໂດຍທຳມະຊາດ. ໂດຍທົ່ວໄປແລ້ວ, ຜູ້ທີ່ມີຄວາມມີເຫດຜົນ ແລະ ຜູ້ທີ່ມີຄວາມເປັນມະນຸດຈະບໍ່ສອບຖາມກ່ຽວກັບເລື່ອງດັ່ງກ່າວ, ແຕ່ບຸກຄົນອັນຕະລາຍເຫຼົ່ານີ້ທີ່ສາມາດມີສ່ວນຮ່ວມໃນການທໍລະຍົດກໍໄດ້ກະຕືລືລົ້ນທີ່ຈະສອບຖາມກ່ຽວກັບເລື່ອງເຫຼົ່ານີ້. ແລ້ວເຈົ້າຄິດວ່າແນວໃດ, ເຈົ້າຄວນບອກພວກເຂົາເມື່ອພວກເຂົາຖາມກ່ຽວກັບສິ່ງເຫຼົ່ານີ້ຕະຫຼອດ ຫຼື ບໍ່? (ພວກເຮົາບໍ່ຄວນບອກພວກເຂົາ.) ຖ້າເຈົ້າບອກພວກເຂົາ, ພວກເຂົາກໍຈະສາມາດເປີດເຜີຍຂໍ້ມູນນີ້ ແລະ ມີສ່ວນຮ່ວມໃນການທໍລະຍົດໄດ້. ແລ້ວຖ້າເຈົ້າບໍ່ບອກພວກເຂົາ, ພວກເຂົາກໍຈະເວົ້າບາງຢ່າງວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮູ້ເລື່ອງນີ້? ເຮືອນຂອງພຣະເຈົ້າບໍ່ຍຸຕິທຳ! ຂ້ອຍເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ, ຂ້ອຍມີສິດທີ່ຈະໄດ້ຮັບການແຈ້ງໃຫ້ຮູ້ກ່ຽວກັບທຸກເລື່ອງ! ພວກເຈົ້າກຳລັງປະຕິບັດຕໍ່ຂ້ອຍຄືກັບຄົນນອກ. ກໍໄດ້, ຂ້ອຍຈະລາຍງານພວກເຈົ້າ!” ພວກເຂົາກໍຢາກລາຍງານຄຣິສຕະຈັກອີກແລ້ວ. ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍບໍ? ຖ້າພວກເຂົາລາຍງານຄຣິສຕະຈັກໃຫ້ຕຳຫຼວດແທ້ໆ, ມັນຈະນຳມາເຊິ່ງຜົນທີ່ຕາມມາຫຍັງແດ່? ອ້າຍເອື້ອຍນ້ອງຈະບໍ່ປະເຊີນກັບອັນຕະລາຍເຖິງຊີວິດບໍ ຖ້າພວກເຂົາຖືກຈັບ? ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ຕຳຫຼວດຈັບກຸມ, ສິ່ງນີ້ຈະສ້າງຄວາມຫຍຸ້ງຍາກຢ່າງໜັກໜ່ວງສໍ່າໃດໃຫ້ກັບອ້າຍເອື້ອຍນ້ອງ ແລະ ວຽກງານຂອງຄຣິສຕະຈັກ. ມັນຍັງຈະສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກໃນລະດັບຕ່າງໆ, ຜູ້ທີ່ບໍ່ຮູ້ຈັກວິທີສະແຫວງຫາຄວາມຈິງກໍອາດຈະກາຍເປັນຄົນຄິດລົບ ແລະ ອາດຈະເຖິງຂັ້ນເຊົາເຂົ້າຮ່ວມການເຕົ້າໂຮມທັງໝົດ. ພວກເຂົາບໍ່ໄດ້ພິຈາລະນາເລື່ອງນີ້ເລີຍ. ແລ້ວພວກເຂົາມີຈິດສຳນຶກ ແລະ ເຫດຜົນບໍ? ບໍ່ວ່າຄຣິສຕະຈັກຈະເຮັດວຽກງານຫຍັງ, ພວກເຂົາກໍຢາກຮູ້ກ່ຽວກັບມັນກ່ອນຢູ່ສະເໝີ. ພວກເຂົາຈະມີຄວາມສຸກກໍຕໍ່ເມື່ອພວກເຂົາຮູ້ທຸກຢ່າງທີ່ເກີດຂຶ້ນໃນຄຣິສຕະຈັກ. ຖ້າມີແມ່ນແຕ່ເລື່ອງດຽວທີ່ພວກເຂົາບໍ່ໄດ້ຖືກບອກ, ພວກເຂົາກໍຈະບໍ່ປ່ອຍມັນໄປ ແລະ ຢາກໄປລາຍງານຄຣິສຕະຈັກ, ເຊິ່ງສາມາດສ້າງບັນຫາອັນໃຫຍ່ຫຼວງໄດ້. ຄົນແບບນີ້ແມ່ນຄົນໜ້າສົມເພດແບບໃດ? ພວກເຂົາຄືມານຮ້າຍ! ຖ້າມານຮ້າຍສົນໃຈກ່ຽວກັບບາງຢ່າງໃນຄຣິສຕະຈັກຢູ່ສະເໝີ, ມັນກໍຈະຕ້ອງສ້າງບັນຫາຢ່າງແນ່ນອນ. ຕົວຢ່າງ: ຖ້າມີອ້າຍເອື້ອຍນ້ອງບາງຄົນທີ່ຮັ່ງມີ ແລະ ຖວາຍເຄື່ອງຖວາຍຈຳນວນຫຼາຍ, ພວກເຂົາກໍຈະບໍ່ເຊົາຄິດກ່ຽວກັບເລື່ອງນີ້ ແລະ ຖາມພວກເຂົາວ່າ, “ເຈົ້າຖວາຍເທົ່າໃດ?” ອີກຝ່າຍໜຶ່ງຕອບວ່າ “ຂ້ອຍຈະບອກເລື່ອງນັ້ນກັບເຈົ້າໄດ້ແນວໃດ? ສິ່ງທີ່ມືຊ້າຍເຮັດ, ມືຂວາບໍ່ຄວນຮູ້. ຂ້ອຍບອກເຈົ້າບໍ່ໄດ້, ມັນເປັນຄວາມລັບ!” ພວກເຂົາຕອບວ່າ “ແມ່ນແຕ່ເລື່ອງນັ້ນກໍເປັນຄວາມລັບບໍ? ເຈົ້າບໍ່ໄວ້ໃຈຂ້ອຍ. ເຈົ້າບໍ່ໄດ້ປະຕິບັດຕໍ່ຂ້ອຍຄືກັບອ້າຍເອື້ອຍນ້ອງຄົນໜຶ່ງເລີຍ!” ໃນຫົວໃຈຂອງພວກເຂົາ, ພວກເຂົາໄດ້ຄຽດແຄ້ນອີກຝ່າຍໜຶ່ງ ແລະ ຄິດວ່າ “ຮຶ, ເຈົ້າຄິດວ່າເຈົ້າຍິ່ງໃຫຍ່ໃນການຖວາຍເຄື່ອງຖວາຍຈຳນວນຫຼາຍຂອງເຈົ້າ! ເຈົ້າບໍ່ບອກຂ້ອຍວ່າເຈົ້າຖວາຍເທົ່າໃດ. ຂ້ອຍຮູ້ວ່າຄອບຄົວຂອງເຈົ້າເຮັດທຸລະກິດ. ຖ້າເຈົ້າເຮັດໃຫ້ຂ້ອຍໃຈຮ້າຍ, ຂ້ອຍຈະລາຍງານເຈົ້າວ່າເຊື່ອໃນພຣະເຈົ້າ ແລະ ທຸລະກິດຂອງເຈົ້າກໍຈະລົ້ມເຫຼວ! ແລ້ວເຈົ້າກໍຈະບໍ່ສາມາດຖວາຍໄດ້ແມ່ນແຕ່ກີບດຽວ!” ເຈົ້າເຫັນບໍ່, ພວກເຂົາຢາກໄປລາຍງານຄົນອີກແລ້ວ. ເມື່ອໃດກໍຕາມທີ່ມີເລື່ອງນ້ອຍໆທີ່ພວກເຂົາບໍ່ໄດ້ຖືກບອກໃຫ້ຮູ້, ພວກເຂົາກໍຢາກລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ທີ່ພັກຂອງບຸກຄົນບາງຄົນທີ່ປະຕິບັດໜ້າທີ່ສຳຄັນແມ່ນມີພຽງສອງສາມຄົນເທົ່ານັ້ນທີ່ຮູ້. ນີ້ບໍ່ແມ່ນການເຈດຕະນາປິດບັງຫຍັງຈາກໃຜ ຫຼື ເຮັດສິ່ງທີ່ໜ້າສົງໄສຢູ່ລັບຫຼັງຄົນອື່ນ; ມັນເປັນເພາະວ່າສະພາບແວດລ້ອມອັນຕະລາຍເກີນໄປ ແລະ ເພື່ອເຫດຜົນດ້ານຄວາມປອດໄພ, ຈຶ່ງຈຳເປັນຕ້ອງມີການຈັດແຈງເຊັ່ນນີ້. ເມື່ອຄົນທໍລະຍົດ, ຢູດາຄົນນີ້, ໄດ້ຍິນວ່າຄອບຄົວໃດໜຶ່ງກຳລັງເປັນເຈົ້າພາບໃຫ້ອ້າຍເອື້ອຍນ້ອງທີ່ເດີນທາງມາ, ພວກເຂົາກໍຄິດວ່ານີ້ເປັນສິ່ງທີ່ຄູ່ຄວນແກ່ການລາຍງານ, ບາງທີຕຳຫຼວດອາດຈະເຖິງກັບໃຫ້ລາງວັນພວກເຂົາ! ພວກເຂົາລີ້ຢູ່ຫຼັງປະຕູລັກຟັງ ແລະ ຫຼັງຈາກທີ່ໄດ້ຍິນບາງຢ່າງ, ພວກເຂົາກໍໃຈຮ້າຍ: “ພວກເຈົ້າກຳລັງປຶກສາຫາລືເລື່ອງຄຣິສຕະຈັກລັບຫຼັງຂ້ອຍໂດຍບໍ່ບອກຂ້ອຍ. ພວກເຈົ້າຢ້ານວ່າຂ້ອຍຈະຫັກຫຼັງພວກເຈົ້າ, ດັ່ງນັ້ນ ພວກເຈົ້າຈຶ່ງລະວັງຂ້ອຍ ແລະ ປິດບັງສິ່ງຕ່າງໆຈາກຂ້ອຍ, ບໍ່ໄດ້ປະຕິບັດຕໍ່ຂ້ອຍຄືກັບເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ. ກໍໄດ້, ຂ້ອຍຈະລາຍງານພວກເຈົ້າ!” ເຈົ້າເຫັນບໍ່, ພວກເຂົາຢາກລາຍງານຄົນອື່ນອີກແລ້ວ. ເຈົ້າຈະເວົ້າວ່າຄົນນີ້ເປັນບັນຫາໃຫຍ່ບໍ? (ແມ່ນແລ້ວ.) ພວກເຂົາເຊື່ອວ່າທຸກສະຖານະການທີ່ກ່ຽວຂ້ອງກັບອ້າຍເອື້ອຍນ້ອງ ຫຼື ຄຣິສຕະຈັກຄວນຖືກແຈ້ງໃຫ້ທຸກຄົນຮູ້ ແລະ ທຸກຄົນມີສິດທີ່ຈະໄດ້ຮັບການແຈ້ງໃຫ້ຮູ້, ໂດຍສະເພາະແມ່ນພວກເຂົາເອງ. ຖ້າມີແມ່ນແຕ່ເລື່ອງດຽວທີ່ພວກເຂົາບໍ່ໄດ້ຖືກບອກໃຫ້ຮູ້, ພວກເຂົາກໍຈະຂົ່ມຂູ່ທີ່ຈະລາຍງານຄົນ. ພວກເຂົາໃຊ້ການລາຍງານເພື່ອຂົ່ມຂູ່ອ້າຍເອື້ອຍນ້ອງ ແລະ ຜູ້ນໍາຄຣິສຕະຈັກຢູ່ສະເໝີ, ໃຊ້ສິ່ງນີ້ເພື່ອບັນລຸເປົ້າໝາຍຂອງຕົນເອງຢູ່ສະເໝີ. ຄົນແບບນີ້ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ເຊື່ອງຊ້ອນໃນຄຣິສຕະຈັກ, ເປັນລະເບີດເວລາ. ພວກເຂົາສາມາດນຳເອົາຄວາມເສຍຫາຍ ແລະ ໄພພິບັດມາສູ່ອ້າຍເອື້ອຍນ້ອງ ແລະ ວຽກງານຂອງຄຣິສຕະຈັກໄດ້ທຸກເວລາ. ເມື່ອພົບເຫັນບຸກຄົນເຊັ່ນນີ້, ພວກເຂົາກໍຄວນຖືກຄັດອອກ, ບໍ່ຄວນປ່ອຍພວກເຂົາໄວ້ໃຫ້ເປັນໄພ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?