ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23) ສ່ວນທີ ຫ້າ

8. ການໄລ່ຕາມຈຸດປະສົງທາງການເມືອງ

ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບຈຸດປະສົງຂໍ້ທີແປດ: ການເຊື່ອໃນພຣະເຈົ້າດ້ວຍຈຸດປະສົງທາງການເມືອງ. ຄວາມເປັນໄປໄດ້ທີ່ບຸກຄົນດັ່ງກ່າວຈະປາກົດຕົວກໍບໍ່ແມ່ນວ່າຈະສູງຫຼາຍ ແຕ່ບໍ່ວ່າຄວາມເປັນໄປໄດ້ຈະເປັນແນວໃດກໍຕາມ, ຕາບໃດທີ່ຍັງມີໂອກາດທີ່ຄົນເຫຼົ່ານີ້ຈະປາກົດຕົວ, ພວກເຮົາກໍຄວນຍົກຕົວຢ່າງຂອງພວກເຂົາອອກມາ, ເປີດໂປງ, ໂອ້ລົມກ່ຽວກັບ ແລະ ກຳນົດລັກສະນະຂອງພວກເຂົາ. ພວກເຮົາຕ້ອງເຮັດແບບນີ້ເພື່ອວ່າທຸກຄົນຈະມີການແຍກແຍະຕໍ່ພວກເຂົາ ແລະ ຈາກນັ້ນກໍຈະສາມາດຄັດພວກເຂົາອອກໂດຍໄວເທົ່າທີ່ຈະໄວໄດ້ ເຊິ່ງເປັນການປ້ອງກັນບໍ່ໃຫ້ມີບັນຫາ ແລະ ໄພອັນຕະລາຍເກີດຕໍ່ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ການເຮັດແບບນີ້ແມ່ນເພື່ອປົກປ້ອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ສະນັ້ນ, ຜູ້ທີ່ເຊື່ອໃນພຣະເຈົ້າດ້ວຍຈຸດປະສົງທາງການເມືອງກໍຄືຄົນທີ່ພວກເຮົາຄວນແຍກແຍະ ແລະ ເຝົ້າລະວັງ ແລະ ພວກເຂົາກໍເປັນຄົນຊົ່ວຮ້າຍທີ່ຄຣິສຕະຈັກຄວນຄັດອອກໂດຍໄວເທົ່າທີ່ຈະໄວໄດ້ເຊັ່ນກັນ. ການສະແດງອອກຂອງຜູ້ທີ່ມີຈຸດປະສົງທາງການເມືອງມີຫຍັງແດ່? ພວກເຂົາຈະບໍ່ເວົ້າຄວາມຄິດທີ່ແທ້ຈິງຂອງພວກເຂົາຕໍ່ເຈົ້າ. ພວກເຂົາຈະບໍ່ເວົ້າຢ່າງຊັດເຈນວ່າ “ຂ້ອຍພຽງແຕ່ສົນໃຈເລື່ອງການເມືອງ, ຂ້ອຍມັກມີສ່ວນຮ່ວມໃນການເມືອງ, ສະນັ້ນ ຂ້ອຍຈຶ່ງເຊື່ອໃນພຣະເຈົ້າດ້ວຍຈຸດປະສົງທາງການເມືອງ ແລະ ບໍ່ແມ່ນຍ້ອນເຫດຜົນອື່ນໃດ. ພວກເຈົ້າສາມາດຈັດການກັບຂ້ອຍໄດ້ຕາມທີ່ພວກເຈົ້າເຫັນສົມຄວນ”. ພວກເຂົາຈະເວົ້າແບບນີ້ບໍ? (ບໍ່). ແລ້ວພວກເຂົາມີການສະແດງອອກຫຍັງແດ່ທີ່ເຮັດໃຫ້ເຈົ້າສາມາດແຍກແຍະໄດ້ວ່າພວກເຂົາມີຈຸດປະສົງທາງການເມືອງ? ນັ້ນກໍຄື ພວກເຂົາເວົ້າຄຳໃດ, ເຮັດສິ່ງໃດ, ສີໜ້າ, ສາຍຕາ ແລະ ນໍ້າສຽງແບບໃດທີ່ພຽງພໍໃຫ້ເຈົ້າຢືນຢັນໄດ້ວ່າຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ບໍລິສຸດ? ບໍ່ວ່າພວກເຂົາຈະເວົ້າ ຫຼື ເຮັດຫຍັງກໍຕາມ, ພວກເຂົາກໍປິດບັງສິ່ງຕ່າງໆໄວ້ໃນໃຈ ແລະ ບໍ່ມີໃຜສາມາດຢັ່ງເຖິງຄວາມຄິດຂອງພວກເຂົາໄດ້. ພວກເຂົາມີຕົວຕົນ ແລະ ພູມຫຼັງທີ່ພິເສດ; ຈາກຄຳເວົ້າ ແລະ ພຶດຕິກໍາຂອງພວກເຂົາ ແມ່ນສາມາດເຫັນໄດ້ວ່າພວກເຂົາມີແຜນການ ແລະ ອຸບາຍ ແລະ ວິທີການເວົ້າ ແລະ ການເຮັດສິ່ງຕ່າງໆຂອງພວກເຂົາກໍເປັນຍຸດທະສາດ. ເມື່ອພວກເຂົາເວົ້າ, ຄົນທົ່ວໄປບໍ່ສາມາດເຂົ້າໃຈແຮງຈູງໃຈ ຫຼື ຄວາມຄິດທີ່ແທ້ຈິງຂອງພວກເຂົາໄດ້ ແລະ ບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງເວົ້າສິ່ງທີ່ພວກເຂົາເວົ້າ. ເຖິງແມ່ນວ່າພາຍນອກຄົນເຫຼົ່ານີ້ຈະບໍ່ສະແດງຄວາມເປັນສັດຕູ ຫຼື ການຕັດສິນຕໍ່ການເຊື່ອໃນພຣະເຈົ້າ ຫຼື ການໂອ້ລົມຄວາມຈິງ ແລະ ອາດຈະສະແດງຄວາມມັກໃນສິ່ງເຫຼົ່ານີ້ອີກດ້ວຍ, ເຈົ້າກໍພຽງແຕ່ຮູ້ສຶກວ່າພວກເຂົາແປກ, ພວກເຂົາແຕກຕ່າງຈາກອ້າຍເອື້ອຍນ້ອງຄົນອື່ນ ແລະ ຂ້ອນຂ້າງຢັ່ງເຖິງບໍ່ໄດ້. ໂດຍປົກກະຕິແລ້ວ ເຈົ້າເຮັດແນວໃດກັບຄົນທີ່ຢັ່ງເຖິງບໍ່ໄດ້? ເຈົ້າພຽງແຕ່ເຝົ້າລະວັງພວກເຂົາແບບຮຽບງ່າຍບໍ? ຫຼື ເຈົ້າເປັນຝ່າຍລິເລີ່ມສືບສວນພວກເຂົາ ແລະ ຊອກຫາວ່າຄວາມຈິງແລ້ວພວກເຂົາເປັນຄົນແນວໃດ? (ພວກເຮົາຄວນສັງເກດເບິ່ງພວກເຂົາ). ບໍ່ວ່າຄົນໃດຄົນໜຶ່ງຈະເຮັດຫຍັງກໍຕາມ, ໂດຍທົ່ວໄປແລ້ວຈຸດປະສົງຂອງພວກເຂົາກໍບໍ່ໄດ້ຖືກເປີດເຜີຍງ່າຍໆພາຍໃນໄລຍະເວລາສັ້ນໆ. ແຕ່ເມື່ອເວລາຜ່ານໄປດົນຂຶ້ນ, ເວັ້ນເສຍແຕ່ວ່າພວກເຂົາຈະບໍ່ເຮັດຫຍັງເລີຍ, ເມື່ອພວກເຂົາລົງມືກະທຳການ, ພວກເຂົາກໍຈະເປີດເຜີຍຄວາມລັບອອກມາຢ່າງແນ່ນອນ. ຈົ່ງສັງເກດ ແລະ ຊອກຫາຮ່ອງຮອຍຈາກລາຍລະອຽດນ້ອຍໆ. ເຈົ້າສາມາດຄົ້ນພົບຂໍ້ມູນ ແລະ ຮ່ອງຮອຍບາງຢ່າງຈາກຄຳເວົ້າ ແລະ ພຶດຕິກໍາຂອງພວກເຂົາ, ຈາກເຈດຕະນາ ແລະ ທິດທາງໃນການກະທຳຂອງພວກເຂົາ ແລະ ຈາກຄຳເວົ້າ ແລະ ນໍ້າສຽງທີ່ພວກເຂົາໃຊ້ໃນເວລາເວົ້າ. ການທີ່ຈະສາມາດເຮັດແບບນີ້ໄດ້ກໍຂຶ້ນຢູ່ກັບວ່າເຈົ້າເປັນຄົນລະອຽດຖີ່ຖ້ວນ ຫຼື ບໍ່ ແລະ ເຈົ້າມີສະຕິປັນຍາ ແລະ ຂີດຄວາມສາມາດໃນລະດັບໃດໜຶ່ງ ຫຼື ບໍ່. ຄົນໂງ່ບາງຄົນບໍ່ສາມາດຮັບຮູ້ເຖິງອັນຕະລາຍ ແລະ ຄວາມໂຫດຮ້າຍທີ່ມີຢູ່ໃນສັງຄົມມະນຸດ; ບໍ່ວ່າພວກເຂົາຈະພົບພໍ້ກັບໃຜກໍຕາມ, ພວກເຂົາກໍໃຊ້ວິທີການແບບດຽວກັນເພື່ອພົວພັນກັບພວກເຂົາສະເໝີ. ຜົນກໍຄື ເມື່ອພວກເຂົາພົບພໍ້ກັບນັກການເມືອງທີ່ມີເລ່ລ່ຽມ ແລະ ຄົດໂກງທີ່ມີຈຸດປະສົງທາງການເມືອງ, ພວກເຂົາກໍກາຍເປັນຢູດາ ແລະ ເຄື່ອງມືໃນການຫັກຫຼັງຄຣິສຕະຈັກໄດ້ຢ່າງງ່າຍດາຍ ແລະ ເຮັດສິ່ງທີ່ໂງ່ຈ້າທີ່ເປັນການສ້າງກັບດັກໃຫ້ຄຣິສຕະຈັກໂດຍບໍ່ຮູ້ໂຕ.

ທີ່ຈິງແລ້ວ ຄົນທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້ມີການສະແດງອອກຫຍັງແດ່? ຄົນເຫຼົ່ານີ້ມີພູມຫຼັງທາງສັງຄົມບາງຢ່າງ; ພວກເຂົາເປັນບຸກຄົນທີ່ປະປົນໃນວົງການການເມືອງ. ບໍ່ວ່າສະຖານະຂອງພວກເຂົາໃນວົງການການເມືອງຈະເປັນແນວໃດກໍຕາມ, ບໍ່ວ່າຈະເປັນເຈົ້າໜ້າທີ່, ເຮັດວຽກຕ່າງໆນາໆ ຫຼື ກຽມຕົວທີ່ຈະສ້າງຈຸດຢືນໃນວົງການການເມືອງ, ສະຫຼຸບສັ້ນໆກໍຄື ຄົນເຫຼົ່ານີ້ມີພູມຫຼັງທາງການເມືອງໃນສັງຄົມ. ນີ້ແມ່ນສະຖານະການທີ່ຊັບຊ້ອນ ແລະ ພິເສດ. ບໍ່ວ່າຄົນເຫຼົ່ານີ້ຈະເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ ຫຼື ບໍ່ກໍຕາມ ໂດຍຕັດສິນຈາກການໄລ່ຕາມເສາະຫາ, ເສັ້ນທາງທີ່ພວກເຂົາຍ່າງ ແລະ ແກ່ນແທ້ທໍາມະຊາດຂອງພວກເຂົາ, ຄົນເຫຼົ່ານີ້ຈະສາມາດກາຍເປັນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈໄດ້ບໍ? ພວກເຂົາສາມາດປ່ຽນຈາກການເປັນຜູ້ບໍ່ເຊື່ອ, ຈາກການເປັນນັກການເມືອງທີ່ກະຕືລືລົ້ນໃນການເມືອງ ມາເປັນຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈໄດ້ບໍ? (ບໍ່ໄດ້). ແນ່ໃຈບໍ? ຫຼື ວ່າຍັງມີຄວາມເປັນໄປໄດ້? (ບໍ່ມີທາງເດັດຂາດ). ມັນເປັນໄປບໍ່ໄດ້ຢ່າງແນ່ນອນ. ການເຊື່ອໃນພຣະເຈົ້າ ແລະ ການເມືອງແມ່ນສອງເສັ້ນທາງທີ່ແຕກຕ່າງກັນ; ສອງເສັ້ນທາງນີ້ພັດທະນາໄປໃນທິດທາງທີ່ກົງກັນຂ້າມ, ບໍ່ມີຈຸດຮ່ວມກັນ ແລະ ບໍ່ສາມາດຕັດກັນໄດ້ຢ່າງເດັດຂາດ. ພວກມັນເປັນເສັ້ນທາງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ສະນັ້ນ, ຜູ້ທີ່ມີຈຸດປະສົງທາງການເມືອງ ຫຼື ຮັກ ແລະ ກະຕືລືລົ້ນໃນການເມືອງ, ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າໂດຍບໍ່ມີຈຸດປະສົງທາງການເມືອງທີ່ຊັດເຈນ ແມ່ນຍັງມີຈຸດປະສົງອື່ນໆຢູ່; ແລະ ເປັນທີ່ແນ່ນອນວ່າຈຸດປະສົງຂອງພວກເຂົາບໍ່ແມ່ນເພື່ອໄດ້ຮັບຄວາມຈິງ ຫຼື ໄດ້ຮັບຄວາມລອດພົ້ນ. ຢ່າງໜ້ອຍທີ່ສຸດ ກໍສາມາດກຳນົດໄດ້ວ່າພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ. ພວກເຂົາພຽງແຕ່ຍອມຮັບຕຳນານທີ່ວ່າມີພຣະເຈົ້າ ແຕ່ບໍ່ຍອມຮັບການມີຢູ່ຈິງຂອງພຣະເຈົ້າ ຫຼື ຂໍ້ເທັດຈິງທີ່ວ່າພຣະເຈົ້າຊົງເປັນຜູ້ມີອໍານາດສູງສຸດເໜືອທຸກສິ່ງ. ດັ່ງນັ້ນ, ຄົນເຫຼົ່ານີ້ຈະບໍ່ມີທາງປ່ຽນຈາກການເປັນຜູ້ບໍ່ເຊື່ອທີ່ກະຕືລືລົ້ນໃນການເມືອງ ມາເປັນຜູ້ເຊື່ອທີ່ແທ້ຈິງທີ່ເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ສາມາດຍອມຮັບພາລະກິດຂອງພຣະເຈົ້າ ແລະ ຍອມຮັບການພິພາກສາ ແລະ ການລົງທັນຂອງພຣະເຈົ້າໄດ້.

ທີ່ຈິງແລ້ວ ຜູ້ບໍ່ເຊື່ອທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້ມີຈຸດປະສົງຫຍັງໃນການເຊື່ອໃນພຣະເຈົ້າ? ສິ່ງນີ້ກ່ຽວຂ້ອງກັບການໄລ່ຕາມ ແລະ ອາຊີບທີ່ພວກເຂົາເຮັດ. ຕົວຢ່າງ: ບາງຄົນມີຄວາມຕ້ອງການສ່ວນຕົວບາງຢ່າງຢູ່ໃນວົງການການເມືອງສະເໝີ, ມີເປົ້າໝາຍ ແລະ ຄວາມປາຖະໜາທາງການເມືອງທີ່ຍິ່ງໃຫຍ່ ແລະ ອື່ນໆ ເຊິ່ງບໍ່ວ່າຈະແມ່ນຫຍັງກໍຕາມ ລ້ວນແລ້ວແຕ່ກ່ຽວຂ້ອງກັບການເມືອງ. ຄຳວ່າ “ການເມືອງ” ໝາຍເຖິງຫຍັງ? ເວົ້າງ່າຍໆກໍຄື ມັນກ່ຽວຂ້ອງກັບລະບອບ, ອຳນາດ ແລະ ການປົກຄອງ. ສະນັ້ນ, ການເຊື່ອໃນພຣະເຈົ້າຂອງພວກເຂົາດ້ວຍຈຸດປະສົງທາງການເມືອງກໍແນ່ນອນວ່າກ່ຽວຂ້ອງກັບການໄລ່ຕາມທາງການເມືອງຂອງພວກເຂົາ. ແລ້ວຈຸດປະສົງຂອງພວກເຂົາແມ່ນຫຍັງ? ເປັນຫຍັງພວກເຂົາຈຶ່ງເຈາະຈົງຄົນໃນຄຣິສຕະຈັກ? ພວກເຂົາຕ້ອງການໃຊ້ສະຖາບັນທີ່ເປັນຄຣິສຕະຈັກ, ຄົນຈຳນວນຫຼວງຫຼາຍໃນຄຣິສຕະຈັກ ແລະ ອິດທິພົນຂອງຄົນເຫຼົ່ານີ້ໃນຄຣິສຕະຈັກຈາກອາຊີບ ແລະ ຊົນຊັ້ນທາງສັງຄົມຕ່າງໆ ເພື່ອບັນລຸເປົ້າໝາຍຂອງພວກເຂົາ. ຫຼັງຈາກທີ່ໄດ້ຮຽນຮູ້ກ່ຽວກັບຄຳສອນຂອງຄຣິສຕະຈັກ, ການດຳເນີນງານຂອງວຽກງານຕ່າງໆຂອງຄຣິສຕະຈັກ, ວິທີທີ່ປະຊາກອນທີ່ພຣະເຈົ້າເລືອກດຳເນີນຊີວິດໃນຄຣິສຕະຈັກ, ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ອື່ນໆ, ພວກເຂົາກໍພະຍາຍາມທີ່ຈະເຂົ້າເປັນສ່ວນໜຶ່ງຂອງຄຣິສຕະຈັກ. ພວກເຂົາຈົດຈຳສິ່ງຕ່າງໆ ເຊັ່ນ: ຄຳສັບທາງວິນຍານ ແລະ ສຳນວນຕ່າງໆທີ່ປະຊາກອນທີ່ພຣະເຈົ້າເລືອກໃຊ້ໃນການໂອ້ລົມກັນເລື້ອຍໆໄວ້ໃນໃຈຢ່າງໜັກແໜ້ນ ໂດຍຫວັງວ່າໃນມື້ໜຶ່ງພວກເຂົາຈະສາມາດໃຊ້ສິ່ງເຫຼົ່ານີ້ເພື່ອປຸກລະດົມໃຫ້ທຸກຄົນຟັງພວກເຂົາ, ເພື່ອໃຫ້ພວກເຂົາສວຍໃຊ້, ດ້ວຍເຫດນີ້ຈຶ່ງບັນລຸເປົ້າໝາຍທາງການເມືອງຂອງພວກເຂົາ. ດັ່ງທີ່ຜູ້ບໍ່ມີຄວາມເຊື່ອໄດ້ເວົ້າວ່າ ຫຼັງຈາກທີ່ສິ່ງຕ່າງໆໄດ້ບົ່ມຕົວມາໄລຍະໜຶ່ງ, ເມື່ອພວກເຂົາສາມາດຊູປ້າຍ ແລະ ເຮັດໃຫ້ຜູ້ຄົນລຸກຮືຂຶ້ນກະບົດ, ກໍຈະມີຄົນຕອບຮັບຄຳຮຽກຮ້ອງຂອງພວກເຂົາ ແລະ ຕິດຕາມພວກເຂົາຫຼາຍຂຶ້ນ ເພື່ອວ່າພວກເຂົາຈະສາມາດໄດ້ຄົນສ່ວນໜຶ່ງໃນຄຣິສຕະຈັກມາເປັນກຳລັງຂອງພວກເຂົາເພື່ອແຂ່ງຂັນກັບຄູ່ແຂ່ງຂອງພວກເຂົາ. ເລື່ອງແບບນີ້ໄດ້ເກີດຂຶ້ນຫຼາຍຄັ້ງໃນປະຫວັດສາດຈີນສະໄໝໃໝ່. ຕົວຢ່າງ: ການກະບົດດອກບົວຂາວ ແລະ ການກະບົດໄທ່ຜິງ ໃນສະໄໝລາຊະວົງຊິງ ແມ່ນກໍລະນີທີ່ຄົນທີ່ມີຈຸດປະສົງທາງການເມືອງໃຊ້ສາສະໜາເພື່ອຕໍ່ສູ້ກັບລັດຖະບານ. ຄຳສອນຂອງສາສະໜາຂອງພວກເຂົາໄດ້ບ່ຽງເບນໄປຈາກຫົນທາງທີ່ແທ້ຈິງ ແລະ ມີຫຼາຍດ້ານທີ່ໄຮ້ສາລະ ແລະ ເປັນຕາຫົວຂວັນ ເຊິ່ງບໍ່ສອດຄ່ອງກັບຄວາມຈິງເລີຍ. ຜູ້ທີ່ມີຈຸດປະສົງທາງການເມືອງໄດ້ສວຍໃຊ້ຄຳສອນດັ່ງກ່າວເພື່ອລວມຄວາມຄິດຂອງຜູ້ຄົນ, ຜູກມັດຈິດໃຈຂອງພວກເຂົາ ແລະ ມີອິດທິພົນ ແລະ ປູກຝັງແນວຄິດໃສ່ຈິດໃຈຂອງພວກເຂົາ. ໃນທີ່ສຸດ, ພວກເຂົາກໍສວຍໃຊ້ຄົນທີ່ຖືກປູກຝັງແນວຄິດເຫຼົ່ານີ້ເພື່ອບັນລຸເປົ້າໝາຍທາງການເມືອງຂອງພວກເຂົາ. ຕັ້ງແຕ່ເລີ່ມຕົ້ນ, ເມື່ອຄົນທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້ມາເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຂົາເຈາະຈົງກໍຄືຊື່ຂອງຄຣິສຕະຈັກເທົ່ານັ້ນ. ນັ້ນກໍຄື ພວກເຂົາສາມາດປິດບັງຕົວຕົນ ແລະ ຈຸດປະສົງຂອງພວກເຂົາພາຍໃຕ້ຊື່ຂອງສະຖາບັນທີ່ເປັນຄຣິສຕະຈັກ. ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ພວກເຂົາຄິດວ່າຕາບໃດທີ່ພວກເຂົາເຜີຍແຜ່ມຸມມອງທາງການເມືອງຂອງພວກເຂົາພາຍໃຕ້ການອ້າງເຖິງການເຊື່ອໃນພຣະເຈົ້າ, ມັນກໍຈະງ່າຍຫຼາຍທີ່ຈະປູກຝັງແນວຄິດໃສ່ຄົນໃນຄຣິສຕະຈັກ ແລະ ຄົນເຫຼົ່ານີ້ກໍມີແນວໂນ້ມທີ່ຈະບູຊາ ແລະ ເຊື່ອຟັງຄົນທີ່ມີຊື່ສຽງ. ດັ່ງນັ້ນ, ບຸກຄົນທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້ຈຶ່ງມີແນວໂນ້ມທີ່ຈະເບິ່ງຄົນໃນຄຣິສຕະຈັກເປັນເຄື່ອງມືທີ່ຈະຖືກສວຍໃຊ້. ພວກເຂົາເຊື່ອວ່າມັນງ່າຍຫຼາຍທີ່ຄຣິສຕະຈັກຈະກາຍເປັນສະຖານທີ່ທີ່ພວກເຂົາສາມາດປິດບັງຕົວຕົນໄດ້ ແລະ ສະມາຊິກຂອງຄຣິສຕະຈັກກໍເປັນເຄື່ອງມືທີ່ພວກເຂົາສາມາດສວຍໃຊ້ໄດ້ງ່າຍ. ເວົ້າງ່າຍໆກໍຄື ນີ້ແມ່ນວິທີທີ່ພວກເຂົາເບິ່ງສິ່ງຕ່າງໆ. ສະນັ້ນ, ຈຸດປະສົງຂອງພວກເຂົາໃນການເຂົ້າຮ່ວມຄຣິສຕະຈັກກໍຄືການຫວັງວ່າໃນມື້ໜຶ່ງ, ເມື່ອພວກເຂົາມີອຳນາດຂຶ້ນ, ພວກເຂົາຈະສາມາດແຂ່ງຂັນກັບຄູ່ແຂ່ງທາງການເມືອງຂອງພວກເຂົາ ແລະ ໄດ້ມາເຊິ່ງອຳນາດ ເຊິ່ງນີ້ຄືຈຸດປະສົງທາງການເມືອງຂອງພວກເຂົາ. ພວກເຂົາຕ້ອງການໃຊ້ຂໍ້ອ້າງໃນຮູບແບບການເຊື່ອໃນພຣະເຈົ້າເພື່ອຂະຫຍາຍກຸ່ມຄົນທີ່ບູຊາ ແລະ ຕິດຕາມພວກເຂົາໃຫ້ກາຍເປັນສ່ວນໜຶ່ງຂອງຂອບເຂດອິດທິພົນທາງການເມືອງຂອງພວກເຂົາ. ບາງຄົນເວົ້າວ່າ “ພວກເຂົາອາດຈະມີຈຸດປະສົງນີ້ ແຕ່ຖ້າພວກເຂົາບໍ່ລົງມືເຮັດຫຍັງ, ຢ່າງຫຼາຍທີ່ສຸດພວກເຮົາກໍເຫັນໄດ້ພຽງແຕ່ວ່າພວກເຂົາເປັນຜູ້ບໍ່ເຊື່ອ ຫຼື ຜູ້ເຊື່ອປອມ. ພວກເຮົາຈະເຫັນໄດ້ແນວໃດວ່າພວກເຂົາມີຈຸດປະສົງທາງການເມືອງທີ່ຊັດເຈນ?” ເລື່ອງນີ້ບໍ່ຍາກ. ພຽງແຕ່ໃຊ້ເວລາສັງເກດເບິ່ງ. ຕາບໃດທີ່ພວກເຂົາມີຈຸດປະສົງທາງການເມືອງ, ພວກເຂົາກໍຈະລົງມືກະທຳຢ່າງແນ່ນອນ. ຖ້າພວກເຂົາບໍ່ຢາກລົງມືກະທຳ, ເປັນຫຍັງພວກເຂົາຈຶ່ງແຊກຊຶມເຂົ້າມາໃນຄຣິສຕະຈັກ? ຖ້າພວກເຂົາຍັງບໍ່ທັນໄດ້ລົງມືກະທຳ, ມັນກໍເປັນຍ້ອນວ່າພວກເຂົາຍັງບໍ່ທັນຊອກເຫັນໂອກາດ. ເມື່ອພວກເຂົາມີໂອກາດ, ພວກເຂົາກໍຈະລົງມືກະທຳຕາມນັ້ນ. ຕົວຢ່າງ: ຖ້າລັດຖະບານອອກນະໂຍບາຍທີ່ຜິດພາດ ຫຼື ກົດຂີ່ຂົ່ມເຫັງ ແລະ ຈັບກຸມປະຊາກອນທີ່ພຣະເຈົ້າເລືອກ, ຢ່າງຫຼາຍທີ່ສຸດອ້າຍເອື້ອຍນ້ອງກໍຈະພຽງແຕ່ໂອ້ລົມ ແລະ ແຍກແຍະເລື່ອງນີ້ ແລ້ວກໍຈະຈົບລົງພຽງເທົ່ານັ້ນ. ບໍ່ວ່າຈະເປັນແນວໃດກໍຕາມ, ການເຊື່ອໃນພຣະເຈົ້າ, ການປະຕິບັດໜ້າທີ່ຂອງຕົນ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນສິ່ງທີ່ສຳຄັນ. ພວກເຂົາຈະບໍ່ສູນເສຍພາບລວມໄປຍ້ອນເລື່ອງນ້ອຍໆ; ພວກເຂົາຈະສືບຕໍ່ເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນຕາມທີ່ພວກເຂົາຄວນຈະເຮັດຕາມປົກກະຕິ. ແນວໃດກໍຕາມ, ຄົນທີ່ມີຈຸດປະສົງທາງການເມືອງແມ່ນແຕກຕ່າງ. ພວກເຂົາຈະເຮັດໃຫ້ເລື່ອງດັ່ງກ່າວກາຍເປັນເລື່ອງໃຫຍ່, ເປີດໂປງຢ່າງໜັກໜ່ວງ ແລະ ເຜີຍແຜ່ອອກໄປຢ່າງກວ້າງຂວາງ ແລະ ປາຖະໜາຢ່າງຍິ່ງທີ່ຈະປຸກລະດົມໃຫ້ທຸກຄົນລຸກຮືຂຶ້ນຕໍ່ຕ້ານລັດຖະບານເພື່ອຮັບໃຊ້ຈຸດປະສົງທາງການເມືອງຂອງຕົນເອງ ແລະ ພວກເຂົາຈະບໍ່ຢຸດຈົນກວ່າພວກເຂົາຈະບັນລຸເປົ້າໝາຍຂອງຕົນເອງ. ເພື່ອມີສ່ວນຮ່ວມໃນການເມືອງ, ພວກເຂົາລະເລີຍເລື່ອງການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງຕົນຢ່າງສິ້ນເຊີງ ແລະ ບໍ່ໃສ່ໃຈຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ ແລະ ເຈດຕະນາຂອງພຣະເຈົ້າ. ນີ້ຄືຄວາມບ້າຂອງພວກເຂົາ. ຄົນທັງຫຼາຍຍັງບໍ່ສາມາດແຍກແຍະພວກເຂົາໄດ້ອີກບໍ? ບຸກຄົນດັ່ງກ່າວກຳລັງຕິດຕາມພຣະເຈົ້າ ຫຼື ຕິດຕາມການເມືອງ? ບາງຄົນທີ່ຂາດການແຍກແຍະກໍຖືກເຮັດໃຫ້ຫຼົງຜິດໄດ້ງ່າຍ. ຄົນເຫຼົ່ານີ້ທີ່ພົວພັນກັບການເມືອງບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ແລ້ວແຮງໄກທີ່ພວກເຂົາຈະເຂົ້າໃຈວ່າພາລະກິດຂອງພຣະເຈົ້າຄືການເຮັດໃຫ້ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນບໍລິສຸດ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ. ພວກເຂົາຄິດວ່າການພົວພັນກັບສິດທິມະນຸດ ແລະ ການເມືອງໝາຍເຖິງຄວາມຮູ້ສຶກເຖິງຄວາມຍຸຕິທຳ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ການພົວພັນກັບການເມືອງ ແລະ ສິດທິມະນຸດສະແດງໃຫ້ເຫັນວ່າຄົນຜູ້ໜຶ່ງມີຄວາມເປັນຈິງຄວາມຈິງບໍ? ມັນສະແດງໃຫ້ເຫັນວ່າຄົນຜູ້ໜຶ່ງອ່ອນນ້ອມຕໍ່ພຣະເຈົ້າບໍ? ບໍ່ວ່າເຈົ້າຈະຈັດການເລື່ອງສິດທິມະນຸດ ແລະ ການເມືອງໄດ້ດີສໍ່າໃດ, ມັນສະແດງໃຫ້ເຫັນວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ຖືກເຮັດໃຫ້ບໍລິສຸດແລ້ວບໍ? ມັນສະແດງໃຫ້ເຫັນວ່າຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະກຳອຳນາດຂອງເຈົ້າໄດ້ຖືກເຮັດໃຫ້ບໍລິສຸດແລ້ວບໍ? ຫຼາຍຄົນບໍ່ສາມາດເບິ່ງທະລຸບັນຫາເຫຼົ່ານີ້ໄດ້. ເບິ່ງຄືວ່າ ຊຸນຍັດເຊັນ ກໍເປັນຊາວຄຣິສເຊັ່ນກັນ. ເມື່ອເພິ່ນຕົກຢູ່ໃນອັນຕະລາຍ, ເພິ່ນໄດ້ອະທິຖານຂໍໃຫ້ພຣະເຈົ້າຊ່ວຍເພິ່ນໃຫ້ລອດພົ້ນ. ເພິ່ນໃຊ້ເວລາທັງຊີວິດຂອງເພິ່ນໃນການປະຕິວັດ. ເພິ່ນໄດ້ຮັບການຮັບຮອງຈາກພຣະເຈົ້າບໍ? ເພິ່ນເປັນຄົນທີ່ປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າບໍ? ເພິ່ນມີຄຳພະຍານຈາກປະສົບການໃນການປະຕິບັດພຣະທຳຂອງພຣະເຈົ້າບໍ? ເພິ່ນບໍ່ມີສິ່ງເຫຼົ່ານີ້ເລີຍ. ຫຼັງຈາກທີ່ໂປໂລຖືກເອີ້ນ, ເພິ່ນໄດ້ເທດສະໜາພຣະກິດຕິຄຸນຢ່າງຕໍ່ເນື່ອງ ແລະ ທົນທຸກກັບຄວາມລໍາບາກຫຼາຍ ແຕ່ຍ້ອນວ່າເພິ່ນບໍ່ໄດ້ກັບໃຈຢ່າງແທ້ຈິງ, ບໍ່ມີການເຂົ້າສູ່ຊີວິດ, ເຮັດບາບເກົ່າຊໍ້າແລ້ວຊໍ້າອີກ ແລະ ຍົກຍໍ ແລະ ເປັນພະຍານໃຫ້ຕົນເອງໃນທຸກໂອກາດ, ເພິ່ນຈຶ່ງກາຍເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກລົງໂທດ. ບໍ່ວ່າຈະເປັນແນວໃດກໍຕາມ, ການເຊື່ອໃນພຣະເຈົ້າໂດຍບໍ່ຍອມຮັບຄວາມຈິງ, ໄລ່ຕາມຊື່ສຽງ ແລະ ສະຖານະຢູ່ສະເໝີ ແລະ ຕ້ອງການເປັນຍອດມະນຸດ ຫຼື ບຸກຄົນທີ່ຍິ່ງໃຫຍ່ຢູ່ສະເໝີແມ່ນເປັນອັນຕະລາຍຫຼາຍ. ທຸກຄົນທີ່ມີຈຸດປະສົງທາງການເມືອງແມ່ນຜູ້ຕໍ່ຕ້ານພຣະຄຣິສ. ຄົນເຫຼົ່ານີ້ຈະບໍ່ຍອມແພ້ໃນການບັນລຸຄວາມປາຖະໜາທາງການເມືອງຂອງພວກເຂົາໄດ້ງ່າຍໆ ແລະ ຈະຊອກຫາໂອກາດເພື່ອປຸກລະດົມ ແລະ ຊະນະໃຈຜູ້ເຊື່ອມາເປັນກຳລັງທາງການເມືອງຂອງພວກເຂົາຢູ່ສະເໝີ. ຖ້າມື້ໜຶ່ງພວກເຂົາເຫັນວ່າຜູ້ເຊື່ອບໍ່ໄດ້ຖືກສວຍໃຊ້ງ່າຍໆ, ຜູ້ເຊື່ອຮັກ ແລະ ໄລ່ຕາມເສາະຫາພຽງແຕ່ຄວາມຈິງ ແລະ ພວກເຂົາຕິດຕາມພຽງແຕ່ພຣະຄຣິສ ແລະ ບໍ່ແມ່ນຄົນ, ເມື່ອນັ້ນເທົ່ານັ້ນທີ່ພວກເຂົາຈຶ່ງຈະຍອມແພ້ຕໍ່ຜູ້ເຊື່ອເຫຼົ່ານີ້ຢ່າງສິ້ນເຊີງ.

ໂດຍພື້ນຖານແລ້ວ, ຈິດໃຈຂອງຄົນທີ່ມີຈຸດປະສົງທາງການເມືອງແມ່ນເຕັມໄປດ້ວຍແນວຄິດທີ່ກ່ຽວຂ້ອງກັບການເມືອງທັງສິ້ນ, ເຊັ່ນ: ອຳນາດ ແລະ ອິດທິພົນ, ການປົກຄອງ, ການສົມຮູ້ຮ່ວມຄິດ, ວິທີການທາງການເມືອງ ແລະ ອື່ນໆ. ພວກເຂົາບໍ່ເຂົ້າໃຈວ່າການເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ, ຄວາມເຊື່ອແມ່ນຫຍັງ, ຄວາມຈິງແມ່ນຫຍັງ, ຍິ່ງບໍ່ເຂົ້າໃຈເລີຍວ່າຈະອ່ອນນ້ອມຕໍ່ພຣະເຈົ້າແນວໃດ. ພວກເຂົາຍັງບໍ່ເຂົ້າໃຈອີກວ່າຄວາມປະສົງຂອງສະຫວັນແມ່ນຫຍັງ. ຫຼັກການໃນການຢູ່ລອດຂອງພວກເຂົາກໍຄື “ມະນຸດຈະເອົາຊະນະທຳມະຊາດ” ແລະ “ຊະຕາກຳຂອງຄົນຢູ່ໃນກຳມືຂອງຕົນເອງ”. ສະນັ້ນ, ການພະຍາຍາມປ່ຽນແປງຄົນແບບນີ້ຈຶ່ງເປັນໄປບໍ່ໄດ້ ແລະ ເປັນແນວຄິດທີ່ໂງ່ຈ້າ. ຄົນເຫຼົ່ານີ້ມັກຈະເຜີຍແຜ່ມຸມມອງທາງການເມືອງໃນທ່າມກາງອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ປຸກລະດົມໃຫ້ພວກເຂົາມີສ່ວນຮ່ວມໃນກິດຈະກຳທາງການເມືອງ ແລະ ເຂົ້າຮ່ວມໃນການເມືອງ. ມັນຊັດເຈນຫຼາຍວ່າຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນຖືກຂັບເຄື່ອນໂດຍຈຸດປະສົງທາງການເມືອງ. ຄົນອື່ນກໍສາມາດແຍກແຍະແກ່ນແທ້ນີ້ໄດ້ຢ່າງວ່ອງໄວ ແລະ ງ່າຍດາຍ. ຄົນເຫຼົ່ານີ້ບໍ່ຮູ້ຫຍັງເລີຍກ່ຽວກັບຄວາມເຊື່ອ, ການຍ່າງໃນຫົນທາງທີ່ຖືກຕ້ອງ ແລະ ການອ່ອນນ້ອມຕໍ່ຄວາມປະສົງຂອງສະຫວັນ. ພວກເຂົາເຊື່ອວ່າຄວາມຄິດ ແລະ ເສັ້ນທາງຂອງຄົນໃດກໍຕາມສາມາດປ່ຽນແປງໄດ້ໂດຍໃຊ້ກົນລະຍຸດທາງການເມືອງ ແລະ ໂດຍສະເພາະຢ່າງຍິ່ງ ພວກເຂົາເຊື່ອວ່າຊະຕາກຳຂອງຄົນເຮົາສາມາດປ່ຽນແປງໄດ້ດ້ວຍວິທີການ ແລະ ກົນລະຍຸດຂອງມະນຸດ. ສະນັ້ນ, ພວກເຂົາຈຶ່ງບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງທີ່ເລິກເຊິ່ງແຕ່ກໍຊັດເຈນ ກ່ຽວກັບກົດເກນຂອງທຳມະຊາດທີ່ພຣະເຈົ້າສ້າງຂຶ້ນ ແລະ ອຳນາດສູງສຸດຂອງພຣະເຈົ້າເໜືອຊະຕາກຳຂອງມະນຸດ; ເມື່ອເວົ້າເຖິງເລື່ອງເຫຼົ່ານີ້ ພວກເຂົາກໍເປັນພຽງຄົນທຳມະດາສາມັນ ແລະ ບໍ່ສາມາດເຂົ້າໃຈໄດ້ເລີຍ. ເຮົາໝາຍຄວາມວ່າແນວໃດເມື່ອເວົ້າແບບນີ້? ຖ້າເຈົ້າພົບໃຜກໍຕາມທີ່ຈຸດປະສົງໃນການເຊື່ອໃນພຣະເຈົ້າທີ່ຂັບເຄື່ອນໂດຍຈຸດປະສົງທາງການເມືອງ, ເຈົ້າຕ້ອງບໍ່ພະຍາຍາມປ່ຽນແປງ ຫຼື ຊັກຊວນພວກເຂົາຢ່າງເດັດຂາດ ແລະ ບໍ່ຈຳເປັນຕ້ອງໂອ້ລົມຄວາມຈິງຫຼາຍຢ່າງກັບພວກເຂົາ. ນອກຈາກການເຝົ້າລະວັງພວກເຂົາແລ້ວ, ເຈົ້າຄວນແຈ້ງໃຫ້ຜູ້ນຳຄຣິສຕະຈັກໃນລະດັບຕ່າງໆ ຫຼື ອ້າຍເອື້ອຍນ້ອງທີ່ໄວ້ໃຈໄດ້ຊາບກ່ຽວກັບພວກເຂົາໂດຍໄວເທົ່າທີ່ຈະໄວໄດ້ ແລະ ຈາກນັ້ນກໍຊອກຫາວິທີຂັບໄລ່ພວກເຂົາອອກຈາກຄຣິສຕະຈັກ. ເຈົ້າບໍ່ຄວນເຝົ້າລະວັງພວກເຂົາຢ່າງລັບໆ ແລະ ງຽບໆ ໂດຍປ່ອຍໃຫ້ຄົນອື່ນບໍ່ຮູ້ເລື່ອງ. ແລ້ວຄົນປະເພດໃດທີ່ສາມາດມີການແຍກແຍະໄດ້ແດ່ ກ່ຽວກັບຜູ້ທີ່ມັກເວົ້າເລື່ອງການເມືອງ ແລະ ມີຈຸດປະສົງທາງການເມືອງ? ແມ່ນຄົນອາວຸໂສ ຫຼື ຄົນໜຸ່ມບໍ? ແມ່ນອ້າຍນ້ອງ ຫຼື ເອື້ອຍນ້ອງ? (ອ້າຍ). ຖືກຕ້ອງແລ້ວ; ແມ່ນອ້າຍ ເຊິ່ງກໍຄື ຜູ້ທີ່ມີປະສົບການທາງສັງຄົມ, ເຄີຍມີສ່ວນກ່ຽວຂ້ອງກັບການເມືອງ ຫຼື ເຄີຍຖືກຂົ່ມເຫັງທາງການເມືອງ. ຄົນທີ່ມີຄວາມເຂົ້າໃຈໃນເລື່ອງເຫຼົ່ານີ້ ສາມາດເບິ່ງບັນຫາການເມືອງອອກໄດ້ຢ່າງຂ້ອນຂ້າງແຈ່ມແຈ້ງ. ໂດຍທຳມະຊາດແລ້ວ, ພວກເຂົາສາມາດໃຊ້ການແຍກແຍະໜ້ອຍໜຶ່ງກັບຜູ້ທີ່ພົວພັນກັບການເມືອງ ແລະ ໂດຍສະເພາະຢ່າງຍິ່ງ ພວກເຂົາສາມາດຮັບຮູ້ເຖິງຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາ, ຕະຫຼອດຈົນຄວາມຄິດ, ມຸມມອງ, ຄວາມຝັນ ແລະ ຄວາມມຸ່ງມາດປາຖະໜາຂອງພວກເຂົາໄດ້ຢ່າງຂ້ອນຂ້າງຊັດເຈນ. ສະນັ້ນ, ພວກເຂົາຈຶ່ງສາມາດແຍກແຍະຄົນເຫຼົ່ານີ້ໄດ້ຂ້ອນຂ້າງໄວກວ່າຄົນອື່ນ. ເມື່ອໃຜຜູ້ໜຶ່ງແຍກແຍະໄດ້ວ່າຄົນເຫຼົ່ານີ້ມີຈຸດປະສົງທາງການເມືອງ ແລະ ເປັນຜູ້ບໍ່ເຊື່ອ, ພວກເຂົາກໍຄວນເຝົ້າລະວັງ ແລະ ເປີດໂປງຜູ້ບໍ່ເຊື່ອເຫຼົ່ານີ້. ໃນເວລາດຽວກັນ, ພວກເຂົາກໍຕ້ອງປົກປ້ອງຄົນທີ່ໂງ່ຈ້າ ແລະ ບໍ່ຮູ້ຄວາມ ທີ່ບໍ່ເຂົ້າໃຈຄວາມຈິງ ໂດຍປ້ອງກັນບໍ່ໃຫ້ພວກເຂົາຖືກເຮັດໃຫ້ຫຼົງຜິດ ແລະ ຖືກສວຍໃຊ້ ແລະ ຈາກການຮົ່ວໄຫຼຂອງຂໍ້ມູນພາຍໃນບາງຢ່າງຂອງຄຣິສຕະຈັກໂດຍບໍ່ຕັ້ງໃຈ. ມັນຈຳເປັນທີ່ຈະຕ້ອງແຈ້ງໃຫ້ຜູ້ນຳຄຣິສຕະຈັກຊາບໂດຍໄວເທົ່າທີ່ຈະໄວໄດ້ ແລະ ປຶກສາເລື່ອງນີ້ກັບພວກເຂົາ ແລະ ແຈ້ງໃຫ້ຄົນທີ່ອາວຸໂສກວ່າ ຫຼື ຜູ້ທີ່ເຂົ້າໃຈຄວາມຈິງ ແລະ ມີວຸດທິພາວະແດ່ ເພື່ອໃຫ້ເຝົ້າລະວັງຄົນທີ່ມີຈຸດປະສົງທາງການເມືອງເຫຼົ່ານີ້. ມັນສຳຄັນທີ່ຈະຕ້ອງຊ່ວຍຄົນອື່ນໃຫ້ເຫັນແກ່ນແທ້ຂອງຄົນເຫຼົ່ານີ້ຢ່າງຊັດເຈນວ່າເປັນຜູ້ບໍ່ເຊື່ອ ເຊິ່ງເປັນການປົກປ້ອງອ້າຍເອື້ອຍນ້ອງທີ່ໂງ່ຈ້າ ແລະ ບໍ່ຮູ້ຄວາມຈາກການຖືກສວຍໃຊ້ໂດຍພວກເຂົາ. ຖ້າເຈົ້າບໍ່ສາມາດເບິ່ງທະລຸເລື່ອງເຫຼົ່ານີ້ ແລະ ບໍ່ມີການແຍກແຍະ, ເມື່ອຄົນທີ່ປອງຮ້າຍ, ມີເລ່ລ່ຽມ, ຄົດໂກງ ມາໂອ້ລົມ ແລະ ສົນທະນາກັບເຈົ້າ, ເຈົ້າກໍຈະເປີດເຜີຍທຸກສິ່ງທຸກຢ່າງອອກມາຈົນໝົດຢ່າງເຕັມໃຈໂດຍບໍ່ໄດ້ຖືກຖາມ ແລະ ກາຍເປັນຢູດາໂດຍບໍ່ໄດ້ຕັ້ງໃຈ. ມີຄົນແບບນີ້ບໍ? (ມີ). ເມື່ອເຈົ້າເວົ້າ, ເຈົ້າບໍ່ຮູ້ວ່າຄົນຜູ້ນັ້ນມີຈຸດປະສົງຫຍັງເຊື່ອງຢູ່ ແລະ ປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ, ບອກທຸກຢ່າງທີ່ຢູ່ໃນໃຈຂອງເຈົ້າໃຫ້ພວກເຂົາຟັງໂດຍບໍ່ຮູ້ໂຕ. ຫຼັງຈາກທີ່ເຈົ້າເວົ້າໄປແລ້ວ, ເຈົ້າກໍບໍ່ຮູ້ວ່າຈະມີຜົນສະທ້ອນຫຍັງຕາມມາ. ເມື່ອເຫັນຄົນອື່ນເຝົ້າລະວັງຕົນເອງຈາກຄົນແບບນີ້, ເຈົ້າກໍເວົ້າວ່າ “ເຈົ້າລະວັງເກີນໄປ. ມີຫຍັງຕ້ອງປິດບັງກັນລະຫວ່າງອ້າຍເອື້ອຍນ້ອງ?” ເຈົ້າບໍ່ຮູ້ວ່າເປັນຫຍັງຄົນອື່ນຈຶ່ງບໍ່ເວົ້າ, ນີ້ແຫຼະທີ່ເອີ້ນວ່າຄົນໂງ່.

ຄົນທີ່ມີຈຸດປະສົງທາງການເມືອງກໍເປັນຜູ້ບໍ່ເຊື່ອຢ່າງແນ່ນອນເຊັ່ນກັນ ເພາະພວກເຂົາບໍ່ຮັກຄວາມຈິງ ແລະ ຈະບໍ່ຍອມຮັບຄວາມຈິງ. ເຖິງແມ່ນວ່າພວກເຂົາຈະເຊື່ອໃນພຣະເຈົ້າ, ພວກເຂົາກໍຈັດຢູ່ໃນປະເພດຄົນຊົ່ວຮ້າຍທີ່ເປັນຜູ້ຕໍ່ຕ້ານພຣະຄຣິສທັງໝົດ. ການເຝົ້າລະວັງຄົນແບບນີ້ ທີ່ຈິງແລ້ວເປັນວິທີການທີ່ຕັ້ງຮັບທີ່ສຸດ. ວິທີການທີ່ເປັນຝ່າຍກະທຳກ່ອນກໍຄືການຄົ້ນພົບພວກເຂົາແຕ່ຫົວທີ ແລະ ຈັດການ ແລະ ຂັບໄລ່ພວກເຂົາອອກໄປໂດຍໄວເທົ່າທີ່ຈະໄວໄດ້ ເພື່ອຫຼີກລ່ຽງການນຳເອົາບັນຫາໃດໆມາສູ່ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ເພາະວ່າຄົນເຫຼົ່ານີ້ສາມາດມີອິດທິພົນຕໍ່ຄົນອື່ນໄດ້ທຸກເວລາ ແລະ ທຸກສະຖານທີ່ພາຍໃນຄຣິສຕະຈັກ ແລະ ສາມາດທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໄດ້ທຸກເວລາ ແລະ ໃນທຸກສະຖານະການ, ຢ່າສືບຕໍ່ອົດທົນ ຫຼື ໃຊ້ຄວາມອົດທົນຕໍ່ຜູ້ບໍ່ເຊື່ອດັ່ງກ່າວ. ຢ່າໃຫ້ໂອກາດພວກເຂົາກັບໃຈອີກ; ຢ່າໂງ່ຈ້າ. ເມື່ອຄົ້ນພົບແລ້ວ, ພວກເຂົາກໍຄວນຖືກຂັບໄລ່ອອກໄປໂດຍໄວເທົ່າທີ່ຈະໄວໄດ້ ເພື່ອປ້ອງກັນເຄາະຮ້າຍໃນອະນາຄົດ. ຈຸດປະສົງຂອງການເຮັດແບບນີ້ກໍຄືເພື່ອປ້ອງກັນຜູ້ທີ່ບໍ່ໄລ່ຕາມເສາະຫາຄວາມຈິງຈາກການຖືກເຮັດໃຫ້ຫຼົງຜິດ ແລະ ຖືກສວຍໃຊ້ ຈົນກາຍເປັນຫຸ່ນເຊີດຂອງຊາຕານ ແລະ ມານຮ້າຍທີ່ຊົ່ວຮ້າຍ. ແນ່ນອນວ່າ ສິ່ງທີ່ເຈົ້າຄວນເຮັດທີ່ສຸດໃນຕອນນີ້ກໍຄືການປ້ອງກັນບໍ່ໃຫ້ຜູ້ທີ່ມີຈຸດປະສົງທາງການເມືອງໄດ້ຮູ້ຂໍ້ມູນທີ່ສຳຄັນໃດໆກ່ຽວກັບຄຣິສຕະຈັກ. ຍິ່ງເຈົ້າແຍກແຍະ ແລະ ຂັບໄລ່ພວກເຂົາອອກໄປໄວເທົ່າໃດ, ອ້າຍເອື້ອຍນ້ອງກໍຈະມີການຕິດຕໍ່ກັບພວກເຂົາໜ້ອຍລົງເທົ່ານັ້ນ ແລະ ພວກເຂົາກໍຈະຖືກເຮັດໃຫ້ຫຼົງຜິດ ແລະ ໄດ້ຮັບອິດທິພົນຈາກພວກເຂົາໜ້ອຍລົງເທົ່ານັ້ນ. ສະນັ້ນ, ໃນດ້ານເວລາ, ການຈັດການ ແລະ ຂັບໄລ່ຄົນແບບນີ້ອອກໄປໄວເທົ່າໃດກໍຍິ່ງດີ, ຍິ່ງໄວຍິ່ງດີ. ການເປັນຝ່າຍລົງມືເຮັດກ່ອນແມ່ນດີກວ່າການເປັນຝ່າຍຕັ້ງຮັບ. ຄົນທີ່ມີຈຸດປະສົງທາງການເມືອງແມ່ນມີເຈດຕະນາທີ່ບໍ່ດີ; ພວກເຂົາບໍ່ສາມາດມີຄວາມຈິງໃຈໃດໆໄດ້ເລີຍໃນການເຮັດສິ່ງໃດກໍຕາມເພື່ອຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ. ຖ້າພວກເຂົາບໍ່ສາມາດສວຍໃຊ້ ຫຼື ເຮັດໃຫ້ຫຼົງຜິດອ້າຍເອື້ອຍນ້ອງໄດ້, ພວກເຂົາກໍຈະອັບອາຍຂາຍໜ້າຢ່າງສິ້ນເຊີງ ແລ້ວຈຶ່ງຈະອອກຈາກຄຣິສຕະຈັກຢ່າງສະໝັກໃຈ, ແມ່ນແຕ່ບໍ່ໄດ້ບອກລາກໍຕາມ. ການໂອ້ລົມຂອງພວກເຮົາກ່ຽວກັບຈຸດປະສົງຂໍ້ທີແປດໃນການເຊື່ອໃນພຣະເຈົ້າ: ການໄລ່ຕາມຈຸດປະສົງທາງການເມືອງ, ກໍຈົບລົງພຽງເທົ່ານີ້.

ວັນທີ 30 ຕຸລາ 2021

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?