ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23) ສ່ວນທີ ສອງ

ໃຫ້ສະຫຼຸບລັກສະນະຂອງນັກສວຍໂອກາດ. ລັກສະນະທຳອິດຂອງພວກເຂົາກໍຄື ພວກເຂົາບໍ່ໄດ້ເອົາໃຈໃສ່ເລື່ອງທີ່ວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່ ຢ່າງຈິງຈັງ. ຖ້າເຈົ້າຖາມພວກເຂົາວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່, ພວກເຂົາຈະຕອບວ່າ “ຄົງຈະມີ. ແຕ່ຖ້າບໍ່ມີກໍບໍ່ເປັນຫຍັງ. ຂ້ອຍພຽງແຕ່ຢູ່ນີ້ເພື່ອເບິ່ງວ່າຄຳທຳນວາຍທີ່ພຣະເຈົ້າໄດ້ກ່າວໄວ້ນັ້ນຈະກາຍເປັນຈິງ ຫຼື ບໍ່ ແລະ ມະຫາໄພທີ່ໃຫຍ່ຫຼວງຈະເກີດຂຶ້ນ ຫຼື ບໍ່”. ພາຍໃນຄວາມຄິດ ແລະ ມຸມມອງຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາກໍຄື ມັນບໍ່ສຳຄັນວ່າພຣະເຈົ້າຈະມີຢູ່ຈິງ ຫຼື ບໍ່. ແລ້ວການທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກມັນບໍ່ແມ່ນເລື່ອງຕະຫຼົກບໍ? (ແມ່ນແລ້ວ). ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເປັນພຽງຄວາມເຊື່ອທີ່ຮຽບງ່າຍ, ມັນຄືກັບເກມ ແລະ ມັນບໍ່ກ່ຽວຂ້ອງກັບຄວາມຈິງ ຫຼື ເສັ້ນທາງຊີວິດຂອງພວກເຂົາ. ທີ່ຈິງແລ້ວພວກເຂົາບໍ່ສົນໃຈວ່າພຣະເຈົ້າຈະມີຢູ່ຈິງ ຫຼື ບໍ່; ຖ້າພຣະອົງມີຢູ່ກໍໄດ້ ແລະ ຖ້າບໍ່ມີກໍໄດ້. ບາງຄົນໂຕ້ຖຽງພວກເຂົາ ໂດຍກ່າວວ່າພຣະເຈົ້າບໍ່ມີຢູ່ຈິງ ແລະ ພວກເຂົາກໍບໍ່ໄດ້ບໍ່ພໍໃຈ ຫຼື ກຽດຊັງຄົນເຫຼົ່ານັ້ນ. ຖ້າຄົນເວົ້າວ່າພຣະເຈົ້າມີຢູ່ຈິງ, ພວກເຂົາກໍຈະເວົ້າວ່າ “ຖ້າພຣະອົງມີຢູ່ຈິງ, ກໍຄືມີຢູ່ຈິງ. ຈັ່ງໃດກໍຕາມ, ຖ້າເຈົ້າເຊື່ອ, ພຣະອົງກໍມີຢູ່ຈິງ; ຖ້າເຈົ້າບໍ່ເຊື່ອ, ພຣະອົງກໍບໍ່ມີຢູ່ຈິງ”. ນີ້ແມ່ນທັດສະນະຂອງພວກເຂົາ. ຄົນປະເພດນີ້ແມ່ນຜູ້ເຊື່ອທີ່ແທ້ຈິງບໍ? ພວກເຂົາເປັນຜູ້ບໍ່ເຊື່ອ, ບໍ່ແມ່ນບໍ? (ແມ່ນແລ້ວ). ການທີ່ພຣະເຈົ້າຈະມີຢູ່ຈິງ ຫຼື ບໍ່ ນັ້ນບໍ່ແມ່ນເລື່ອງສຳຄັນສຳລັບພວກເຂົາ, ສະນັ້ນ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າມີຄວາມຈິງໃຈບໍ? ພວກເຂົາບໍ່ມີທາງທີ່ຈະຈິງໃຈໄດ້ເລີຍ. ລັກສະນະທຳອິດຂອງນັກສວຍໂອກາດແມ່ນຫຍັງ? (ພວກເຂົາບໍ່ໄດ້ເອົາໃຈໃສ່ເລື່ອງທີ່ວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່ ຢ່າງຈິງຈັງ). ນີ້ແມ່ນລັກສະນະທຳອິດ.

ລັກສະນະທີສອງຂອງນັກສວຍໂອກາດແມ່ນຫຍັງ? ນັ້ນກໍຄື ພວກເຂົາບໍ່ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ພວກເຂົາບໍ່ແຍກແຍະວ່າຄຳເວົ້າ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆສິ່ງໃດເປັນບວກ ແລະ ສິ່ງໃດເປັນລົບ ແລະ ພວກເຂົາບໍ່ຖືເລື່ອງນີ້ເປັນເລື່ອງສຳຄັນ. ສຳລັບພວກເຂົາແລ້ວ, ສິ່ງທີ່ດີກໍສາມາດຖືກເຮັດໃຫ້ກາຍເປັນສິ່ງທີ່ບໍ່ດີໄດ້ ແລະ ສິ່ງທີ່ບໍ່ດີກໍສາມາດຖືກເຮັດໃຫ້ກາຍເປັນສິ່ງທີ່ດີໄດ້, ຄືກັນກັບຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອທີ່ວ່າ “ຄຳຕົວະທີ່ເວົ້າເປັນພັນຄັ້ງກໍກາຍເປັນຄວາມຈິງ”; ຄຳເວົ້ານີ້ໃຊ້ໄດ້ຜົນສຳລັບພວກເຂົາ. ຖ້າເຈົ້າຖາມພວກເຂົາວ່າຄວາມຈິງແມ່ນຫຍັງ, ພວກເຂົາຈະບໍ່ເວົ້າຢ່າງແນ່ນອນວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ເພາະວ່າພວກເຂົາບໍ່ຮັບຮູ້ເລື່ອງນີ້. ພວກເຂົາຈະເວົ້າວ່າແນວໃດ? ທັດສະນະທີ່ແທ້ຈິງຂອງພວກເຂົາກໍຄື ຄຳຕົວະທີ່ເວົ້າເປັນພັນ ຫຼື ເປັນສິບພັນຄັ້ງກໍຈະກາຍເປັນຄວາມຈິງ ເຊິ່ງໝາຍຄວາມວ່າ ຖ້າຫຼາຍຄົນເວົ້າບາງຢ່າງ, ພວກເຂົາກໍຈະເຊື່ອວ່າມັນເປັນຄວາມຈິງ. ມັນຄືກັນກັບທີ່ຜູ້ບໍ່ມີຄວາມເຊື່ອເວົ້າວ່າ: “ແຕ່ກ່ອນໃນໂລກນີ້ບໍ່ມີເສັ້ນທາງ ແຕ່ເມື່ອມີຄົນຍ່າງຫຼາຍຂຶ້ນ, ມັນກໍກາຍເປັນເສັ້ນທາງ”. ພວກເຂົາບໍ່ສົນໃຈວ່າສິ່ງໃດຖືກ ຫຼື ຜິດ, ຍຸຕິທຳ ຫຼື ຊົ່ວຮ້າຍ; ພວກເຂົາເຊື່ອວ່າໃຜກໍຕາມທີ່ມີຄວາມສາມາດສູງກໍຄືຜູ້ທີ່ຖືກຕ້ອງ ແລະ ໃຜກໍຕາມທີ່ໄຮ້ປະໂຫຍດ ແລະ ໄຮ້ຄວາມສາມາດກໍຄືສິ່ງທີ່ເປັນລົບ. ພວກເຂົາຈະບໍ່ມີວັນຮັບຮູ້ຢ່າງເດັດຂາດວ່າທຸກສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳລ້ວນແຕ່ເປັນສິ່ງທີ່ເປັນບວກ ແລະ ທັງບໍ່ຮັບຮູ້ວ່າສິ່ງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນໃຊ້ຊີວິດຕາມຄືຄວາມເປັນຈິງຂອງສິ່ງທີ່ເປັນບວກ. ຄົນເຫຼົ່ານີ້ເຖິງກັບຈະເວົ້າຄຳເວົ້າທີ່ຜິດເຊັ່ນ: “ພວກເຈົ້າເວົ້າວ່າພຣະເຈົ້າຄືຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຄືຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ. ນີ້ໝາຍຄວາມວ່າບໍ່ມີສິ່ງທີ່ເປັນບວກໃນໂລກນີ້ບໍ? ບໍ່ແມ່ນວ່າຍັງມີສິ່ງທີ່ເປັນບວກ ແລະ ຄວາມຈິງໃນໂລກນີ້ຢູ່ບໍ?” ນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ນີ້ບໍ່ແມ່ນຄຳເວົ້າທີ່ຜິດບໍ? (ແມ່ນແລ້ວ). ຄົນເຫຼົ່ານີ້ບໍ່ໄດ້ເອົາພຣະທຳຂອງພຣະເຈົ້າເປັນເກນສຳລັບຄຳເວົ້າ ຫຼື ການກະທຳຂອງພວກເຂົາ. ຕົວຢ່າງ: ເມື່ອພວກເຂົາສະແດງຄຳເວົ້າທີ່ຜິດອອກມາ ແລະ ເຈົ້າໂຕ້ຖຽງພວກເຂົາ, ພວກເຂົາຈະເວົ້າວ່າ “ເຈົ້າຄິດວ່າເຈົ້າຖືກ ແລະ ຂ້ອຍກໍຄິດວ່າຂ້ອຍຖືກ, ສະນັ້ນ ຕ່າງຄົນຕ່າງຄິດກໍແລ້ວກັນ. ໃຜຄິດວ່າອັນໃດດີ, ອັນນັ້ນກໍຖືກຕ້ອງ”. ນີ້ແມ່ນທັດສະນະປະເພດໃດ? ນີ້ບໍ່ແມ່ນພຽງການພະຍາຍາມກົບເກື່ອນບັນຫາບໍ? (ແມ່ນແລ້ວ). ນີ້ແມ່ນທັດສະນະທີ່ໂງ່ຈ້າ ແລະ ສັບສົນມຶນງົງ; ຄົນເຫຼົ່ານີ້ບໍ່ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ການບໍ່ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບເລື່ອງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາບໍ່ສາມາດຮັບຮູ້ຈາກໃຈຂອງພວກເຂົາໄດ້ວ່າ ສິ່ງທີ່ເປັນບວກທັງໝົດທີ່ພຣະເຈົ້າກ່າວນັ້ນກ່ຽວຂ້ອງກັບຄວາມຈິງ, ສອດຄ່ອງກັບຄວາມຈິງ ແລະ ມາຈາກພຣະເຈົ້າ ແລະ ສິ່ງທີ່ເປັນລົບທີ່ພຣະເຈົ້າກ່າວນັ້ນຂັດກັບຄວາມຈິງ ແລະ ມາຈາກຊາຕານ. ພວກເຂົາບໍ່ຍອມຮັບຂໍ້ເທັດຈິງນີ້ ແລະ ຕ້ອງການເຮັດໃຫ້ແນວຄິດບໍ່ແຈ່ມແຈ້ງຢູ່ສະເໝີ. ເພື່ອຫຼີກລ່ຽງການຖືກແຍກແຍະໂດຍຄົນອື່ນ ແລະ ຖືກປະນາມ, ພວກເຂົາຈຶ່ງບໍ່ເຄີຍເອົາໃຈໃສ່ຢ່າງຈິງຈັງກ່ຽວກັບການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ, ພວກເຂົາບໍ່ເຄີຍເປີດເຜີຍທັດສະນະທີ່ແທ້ຈິງຂອງຕົນ ແລະ ເວົ້າຈາຄຸມເຄືອຢູ່ສະເໝີ, ບໍ່ເຄີຍບອກຜູ້ຄົນວ່າຕົນເອງຄິດແນວໃດແທ້. ພວກເຂົາເວົ້າສິ່ງທີ່ແຕກຕ່າງກັນໄປຕາມຄົນທີ່ພວກເຂົາລົມນຳ ໂດຍປັບປ່ຽນຕົນເອງໃຫ້ເຂົ້າກັບສະຖານະການຢ່າງສົມບູນ. ໃນທຸກໆດ້ານ, ຄົນເຫຼົ່ານີ້ລ້ວນແຕ່ບໍ່ສົນໃຈໃນຄວາມຈິງ ຫຼື ໃນການມີຢູ່ຂອງພຣະເຈົ້າ. ນີ້ແມ່ນການສະແດງອອກທີສອງຂອງນັກສວຍໂອກາດ: ພວກເຂົາບໍ່ເອົາໃຈໃສ່ຢ່າງຈິງຈັງກ່ຽວກັບການແຍກແຍະລະຫວ່າງສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ.

ຄົນປະເພດສວຍໂອກາດເຫຼົ່ານີ້ຍັງມີລັກສະນະພິເສດຫຍັງອີກ? ຄົນເຫຼົ່ານີ້ຈະເລືອກວ່າຈະຢູ່ ຫຼື ຈະໄປໂດຍອີງຕາມສະຖານະການທີ່ຈະເກີດຂຶ້ນຢູ່ສະເໝີ ໂດຍສະເພາະແມ່ນ ຊ່ຽວຊານໃນການປັບປ່ຽນຕາມສະຖານະການ. ເມື່ອພວກເຂົາເຂົ້າຮ່ວມຄຣິສຕະຈັກ, ພວກເຂົາກໍໄດ້ກະກຽມເສັ້ນທາງຖອຍອອກ ແລະ ອະນາຄົດຂອງຕົນເອງຢ່າງພຽງພໍແລ້ວ ໂດຍໄດ້ວາງແຜນທຸກຂັ້ນຕອນໄວ້ແລ້ວ. ໃນໃຈຂອງພວກເຂົາ, ພວກເຂົາຄິດໄລ່ ແລະ ວາງແຜນວ່າ ຈະເຮັດແນວໃດຖ້າພຣະທຳຂອງພຣະເຈົ້າສຳເລັດເປັນຈິງ ແລະ ຈະເຮັດແນວໃດຖ້າພຣະທຳເຫຼົ່ານັ້ນບໍ່ສຳເລັດເປັນຈິງເມື່ອເວລາຜ່ານໄປຫຼາຍປີ. ຄົນປະເພດນີ້ບໍ່ເຄີຍທຸ່ມເທຕົນເອງຢ່າງເຕັມທີ່ໃຫ້ກັບວຽກງານຂອງຄຣິສຕະຈັກຫຼັງຈາກທີ່ເຂົ້າມາໃນຄຣິສຕະຈັກ. ກົງກັນຂ້າມ, ພວກເຂົາຈະສັງເກດເບິ່ງການພັດທະນາຂອງຄຣິສຕະຈັກ, ທັດສະນະຄະຕິ ແລະ ວິທີການທີ່ຄຣິສຕະຈັກມີຕໍ່ພວກເຂົາ ແລະ ປັດໄຈອື່ນໆຢູ່ຕະຫຼອດເວລາ ເພື່ອຕັດສິນໃຈຂັ້ນຕອນຕໍ່ໄປຂອງພວກເຂົາ. ຄວາມຄິດຂອງຄົນເຫຼົ່ານີ້ບໍ່ແມ່ນຊັບຊ້ອນຫຼາຍບໍ? (ແມ່ນແລ້ວ). ເຖິງແມ່ນວ່າພວກເຂົາຈະໄດ້ເຂົ້າຮ່ວມຄຣິສຕະຈັກແລ້ວ, ພວກເຂົາກໍຍັງມີທັດສະນະຊົ່ວຄາວຢູ່ສະເໝີ ຄືກັບຄົນງານສັນຍາຈ້າງ ທີ່ຕົກຢູ່ໃນສະພາວະ “ກາຍຢູ່ນີ້ແຕ່ໃຈຢູ່ບ່ອນອື່ນ” ຕະຫຼອດໄປ ໂດຍທີ່ຈິດໃຈຂອງພວກເຂົາເຕັມໄປດ້ວຍເລ່ລ່ຽມ ແລະ ອຸບາຍ. ການເລືອກທີ່ຈະເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກຂອງພວກເຂົາເປັນພຽງການປະນີປະນອມຢ່າງບໍ່ເຕັມໃຈ, ບໍ່ແມ່ນຄວາມຈໍາເປັນທາງດ້ານຈິດໃຈ ຫຼື ຄວາມປາຖະໜາທີ່ຈະຕິດຕາມພຣະເຈົ້າ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ໂດຍອີງໃສ່ການຍອມຮັບການມີຢູ່ຂອງພຣະເຈົ້າ. ພວກເຂົາຂາດຄວາມເຊື່ອໃນເລື່ອງນີ້. ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າດ້ວຍທັດສະນະຄະຕິແບບລໍຖ້າເບິ່ງ ໂດຍຄິດໄລ່ຢູ່ໃນໃຈຂອງພວກເຂົາວ່າ: “ຖ້າການເຊື່ອໃນພຣະເຈົ້ານໍາເອົາຮ້ອຍເທົ່າໃນຊີວິດນີ້ມາໃຫ້ຂ້ອຍ, ຊີວິດນິລັນດອນໃນໂລກທີ່ຈະມາເຖິງ ແລະ ໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນ, ແລ້ວຂ້ອຍກໍຈະຕິດຕາມ ແລະ ເຊື່ອ. ຖ້າຂ້ອຍບໍ່ສາມາດໄດ້ຮັບສິ່ງເຫຼົ່ານີ້, ຂ້ອຍກໍຈະອອກຈາກຄຣິສຕະຈັກໄປທຸກເວລາ ແລະ ໃນທຸກສະຖານະການ ແລະ ເຊົາເຊື່ອ”. ພວກເຂົາມາເຊື່ອໃນພຣະເຈົ້າທັງໝົດກໍເພື່ອຄວາມຫວັງແບບສວຍໂອກາດທີ່ຈະໄດ້ຮັບພອນ. ຖ້າພວກເຂົາບໍ່ສາມາດໄດ້ຮັບພອນ, ພວກເຂົາກໍສາມາດປະຖິ້ມໜ້າທີ່ຂອງພວກເຂົາໄດ້ທຸກເວລາ ແລະ ໃນທຸກສະຖານະການ ແລະ ຊອກຫາເສັ້ນທາງອື່ນໃຫ້ກັບຕົນເອງ ເພາະຫົວໃຈຂອງພວກເຂົາບໍ່ເຄີຍຢັ່ງຮາກຢູ່ໃນຄຣິສຕະຈັກ, ທັງບໍ່ໄດ້ເລືອກເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະເຈົ້າຢ່າງແທ້ຈິງ.

ລັກສະນະຕົ້ນຕໍຂອງຄົນປະເພດສວຍໂອກາດເຫຼົ່ານີ້ມີສາມຢ່າງຄື: ພວກເຂົາບໍ່ເອົາໃຈໃສ່ຢ່າງຈິງຈັງວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່, ພວກເຂົາບໍ່ຈຳແນກສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບຢ່າງຈິງຈັງ ແລະ ພວກເຂົາສາມາດອອກຈາກຄຣິສຕະຈັກໄປໄດ້ທຸກເວລາ ແລະ ໃນທຸກສະຖານະການ. ບໍ່ວ່າອ້າຍເອື້ອຍນ້ອງຈະປະຕິບັດຕໍ່ພວກເຂົາດີສໍ່າໃດກໍຕາມ, ຕາບໃດທີ່ສິ່ງຕ່າງໆບໍ່ສອດຄ່ອງກັບຜົນປະໂຫຍດຂອງພວກເຂົາ ຫຼື ບໍ່ຕອບສະໜອງຕໍ່ຄວາມຕ້ອງການໃນປັດຈຸບັນຂອງພວກເຂົາ, ພວກເຂົາກໍສາມາດອອກຈາກຄຣິສຕະຈັກໄປໄດ້. ແຕ່ເມື່ອພວກເຂົາບໍ່ມີບ່ອນໄປ, ພວກເຂົາກໍເລືອກທີ່ຈະກັບມາ. ຫຼັງຈາກທີ່ກັບມາແລ້ວ, ພວກເຂົາກໍຍັງບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ອາດຈະອອກຈາກຄຣິສຕະຈັກໄປອີກຄັ້ງໃນທຸກເວລາ. ພວກເຂົາແມ່ນພວກເປັນຕາເວດທະນາປະເພດໃດກັນແທ້? ການມາ ແລະ ການໄປຂອງພວກເຂົາເບິ່ງຄືວ່າເປັນແບບສະບາຍໆຫຼາຍ; ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າດ້ວຍຄວາມຈິງໃຈ. ສິ່ງເຫຼົ່ານີ້ຄືລັກສະນະຂອງຄົນປະເພດສວຍໂອກາດ; ເມື່ອເວົ້າເຖິງແກ່ນແທ້ຂອງພວກເຂົາແລ້ວ, ພວກເຂົາກໍຄືຜູ້ບໍ່ເຊື່ອ. ບາງຄົນສາມາດອົດທົນເຊື່ອໄດ້ສາມຫາຫ້າປີ, ບາງຄົນກໍສາມາດອົດທົນໄດ້ແປດ ຫຼື ສິບປີ ແຕ່ຈຸດປະສົງຂອງພວກເຂົາກໍເປັນພຽງການສະແຫວງຫາພອນແບບສວຍໂອກາດເທົ່ານັ້ນ. ຄົນດັ່ງກ່າວບໍ່ແມ່ນຄົນທຳມະດາ. ພວກເຂົາເຖິງກັບອົດທົນມາຈົນເຖິງປັດຈຸບັນໃນສະພາບແວດລ້ອມທີ່ໂຫດຮ້າຍ ແລະ ຖືກຂົ່ມເຫັງຂອງຈີນແຜ່ນດິນໃຫຍ່, ນີ້ບໍ່ແມ່ນມີຄວາມໝາຍຄືກັບການ “ນອນເທິງຟືນ ແລະ ຊີມບີຂົມ” ບໍ? ບາງຄົນບໍ່ສາມາດອົດທົນຕໍ່ໄປໄດ້ອີກຫຼັງຈາກທີ່ເຊື່ອມາເປັນເວລາສິບປີ, ພວກເຂົາຈຶ່ງຈົ່ມວ່າ: “ມັນຜ່ານມາສິບປີແລ້ວ. ຊີວິດໄວໜຸ່ມຂອງຂ້ອຍໄດ້ເສຍໄປລ້າໆໃນຄຣິສຕະຈັກ. ຖ້າຫາກຂ້ອຍໄດ້ເຮັດວຽກໜັກໃນໂລກຕະຫຼອດສິບປີນີ້, ຂ້ອຍຈະຫາເງິນໄດ້ຫຼາຍສໍ່າໃດ? ບາງເທື່ອຂ້ອຍອາດຈະໄດ້ເປັນຜູ້ຈັດການແລ້ວ ແລະ ຂ້ອຍຄົງຈະມີຊັບສິນຢ່າງຫຼວງຫຼາຍ”. ພວກເຂົາຈຶ່ງຢູ່ບໍ່ເປັນສຸກ. ພວກເຂົາເຊື່ອໃນພຣະເຈົ້າເປັນເວລາສິບປີພຽງເພື່ອຕອບສະໜອງຕໍ່ຄວາມຢາກຮູ້ຢາກເຫັນພຽງໜ້ອຍໜຶ່ງ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາ ແຕ່ພວກເຂົາບໍ່ເຄີຍໄລ່ຕາມເສາະຫາຄວາມຈິງເລີຍ. ຜົນກໍຄື ພວກເຂົາບໍ່ໄດ້ຫຍັງເລີຍ. ພວກເຂົາເສຍໃຈທີ່ໄດ້ເຊື່ອໃນພຣະເຈົ້າ ແລະ ພວກເຂົາເຖິງກັບດ່າຕົນເອງວ່າ: “ເຈົ້າຄົນໂງ່, ເຈົ້າຄົນຈ້າເອີຍ! ເສັ້ນທາງໃຫຍ່ໂຕເຈົ້າບໍ່ໄປ, ເຈົ້າພັດຈະມາຍ່າງຢູ່ຂົວໄມ້ແປ້ນດຽວນີ້. ບໍ່ມີໃຜບັງຄັບເຈົ້າ; ແມ່ນເຈົ້າເລືອກເອງ!” ບາງຄົນສາມາດອອກໄປໄດ້ແມ່ນແຕ່ຫຼັງຈາກທີ່ເຊື່ອມາເປັນເວລາສິບປີ, ຄິດຈະໄປກໍໄປເລີຍ. ຫຼັງຈາກທີ່ພະຍາຍາມເອົາຕົວລອດໃນສັງຄົມໄດ້ພຽງສອງສາມປີ, ພວກເຂົາກໍພົບວ່າການດໍາລົງຊີວິດໃນສັງຄົມບໍ່ໄດ້ສະດວກ ຫຼື ງ່າຍດາຍຄືດັ່ງທີ່ພວກເຂົາຈິນຕະນາການໄວ້ ແລະ ໂລກທີ່ບໍ່ມີຄວາມເຊື່ອກໍບໍ່ໄດ້ມີສີສັນ ແລະ ເປັນດັ່ງອຸດົມຄະຕິຄືທີ່ມັນເບິ່ງຄື; ມັນບໍ່ງ່າຍເລີຍທີ່ພວກເຂົາຈະເອົາຕົວລອດຢູ່ບ່ອນໃດກໍຕາມໃນໂລກພາຍນອກ. ຫຼັງຈາກທີ່ຄິດທົບທວນແລ້ວ, ພວກເຂົາກໍພົບວ່າຄຣິສຕະຈັກຍັງດີກວ່າ, ສະນັ້ນ ພວກເຂົາຈຶ່ງໜ້າດ້ານກັບມາ. ເມື່ອກັບມາ, ພວກເຂົາກໍເວົ້າວ່າ: “ການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ; ຜູ້ບໍ່ມີຄວາມເຊື່ອເປັນຄົນບໍ່ດີ, ຄອຍແຕ່ຂົ່ມເຫັງຄົນອື່ນ. ມີຄວາມທຸກທໍລະມານຫຼາຍເກີນໄປໃນໂລກ. ຫຼາຍປີທີ່ຜ່ານມາໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ໂດຍບໍ່ໄດ້ດຳລົງຊີວິດໃນຄຣິສຕະຈັກ, ຂ້ານ້ອຍໄດ້ຕົກຢູ່ໃນຄວາມມືດ, ໄຫ້ຄວນຄາງ ແລະ ກັດແຂ້ວທຸກມື້; ຂ້ານ້ອຍຕົກລະກຳລຳບາກຈົນບໍ່ຄືກັບຄົນອີກຕໍ່ໄປ. ເຊື່ອໃນພຣະເຈົ້າດີກວ່າ!” ພວກເຂົາປະກາດວ່າມັນດີກວ່າທີ່ຈະເຊື່ອໃນພຣະເຈົ້າ ແຕ່ຄວາມຈິງແລ້ວມັນເປັນເພາະພວກເຂົາໄດ້ຍິນວ່າມີໄພພິບັດຫຼາຍເກີນໄປໃນໂລກນີ້ ແລະ ມະນຸດຊາດກຳລັງຈະປະສົບກັບມະຫັນຕະໄພຄັ້ງໃຫຍ່ໃນໄວໆນີ້. ການມີເງິນ, ທີ່ດິນ, ລົດ ແລະ ເຮືອນກໍໄຮ້ປະໂຫຍດ; ມີພຽງແຕ່ຜູ້ທີ່ມີຄວາມເຊື່ອເທົ່ານັ້ນທີ່ຈະໄດ້ຮັບຄວາມລອດພົ້ນ. ສະນັ້ນ, ພວກເຂົາຈຶ່ງກັບມາເຊື່ອໃນພຣະເຈົ້າອີກຄັ້ງ. ນີ້ບໍ່ແມ່ນຜູ້ສວຍໂອກາດບໍ? (ແມ່ນແລ້ວ). ຄົນປະເພດສວຍໂອກາດສາມາດອອກຈາກຄຣິສຕະຈັກໄປໄດ້ທຸກເວລາ. ຖ້າພວກເຂົາເຫັນວ່າມີຄວາມຫວັງທີ່ຈະໄດ້ຮັບພອນໂດຍການກັບຄືນມາທີ່ຄຣິສຕະຈັກ, ພວກເຂົາກໍສາມາດກັບມາໄດ້ທຸກເວລາເຊັ່ນກັນ. ຫຼັງຈາກທີ່ກັບມາ, ພວກເຂົາສາມາດກ່າວຄໍາເສຍໃຈສອງສາມຄຳ ແລະ ກ່າວວ່າພວກເຂົາຈະບໍ່ມີວັນປະຖິ້ມພຣະເຈົ້າອີກ ແຕ່ຫຼັງຈາກທີ່ເຫັນວ່າສິ່ງຕ່າງໆໃນໂລກສະຫງົບລົງ ແລະ ງຽບສະຫງົບ ແລະ ພວກເຂົາຍັງສາມາດເພີດເພີນກັບຊີວິດດີໆໄດ້ອີກສອງສາມມື້, ພວກເຂົາກໍສາມາດອອກຈາກຄຣິສຕະຈັກໄປອີກຄັ້ງໃນທຸກເວລາ. ພວກເຂົາຖືວ່າເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກແມ່ນຫຍັງ? ພວກເຂົາຖືວ່າມັນແມ່ນຕະຫຼາດເສລີ, ຢາກມາຕອນໃດກໍມາ ຢາກໄປຕອນໃດກໍໄປ. ບອກເຮົາມາເບິ່ງ, ຖ້າຄົນປະເພດນີ້ຖືກຄັດອອກ ຫຼື ອອກໄປເອງ, ຄຣິສຕະຈັກຄວນຮັບເອົາພວກເຂົາກັບຄືນມາບໍ ຖ້າພວກເຂົາຕ້ອງການກັບມາ? (ບໍ່ຄວນ). ບໍ່ຄວນຮັບເອົາພວກເຂົາກັບຄືນມາ. ການຮັບເອົາພວກເຂົາກັບຄືນມາເປັນຄວາມຜິດພາດ ແລະ ເປັນການລະເມີດຫຼັກການ. ຄົນເຫຼົ່ານີ້ບໍ່ໄດ້ມາດຕະຖານຂອງການເປັນສະມາຊິກຄຣິສຕະຈັກ. ພວກເຂົາສາມາດອອກຈາກຄຣິສຕະຈັກໄປໄດ້ທຸກເວລາ ແລະ ເພື່ອທີ່ຈະໄດ້ຮັບພອນ ພວກເຂົາກໍສາມາດແຊກຊຶມເຂົ້າມາໃນຄຣິສຕະຈັກໄດ້ທຸກເວລາ ແຕ່ຕະຫຼອດເວລານີ້ ພວກເຂົາບໍ່ເຄີຍຍອມຮັບຄວາມຈິງເລີຍ. ສິ່ງນີ້ພິສູດໃຫ້ເຫັນວ່າພວກເຂົາບໍ່ແມ່ນຜູ້ທີ່ເຊື່ອຢ່າງແທ້ຈິງ. ຄົນດັ່ງກ່າວຈະເປັນເປົ້າໝາຍຂອງການຄັດອອກ ແລະ ການຂັບໄລ່ຕະຫຼອດໄປ. ຄຣິສຕະຈັກຄວນຄັດພວກເຂົາອອກ ແລະ ບອກພວກເຂົາວ່າ: “ຢ່າໄດ້ເສຍໃຈ. ເມື່ອເຈົ້າໄປແລ້ວ, ເຈົ້າຈະກັບມາບໍ່ໄດ້ອີກ. ຄຣິສຕະຈັກຈະບໍ່ເປີດປະຕູໃຫ້ເຈົ້າເປັນເທື່ອທີສອງ. ນີ້ຄືຫຼັກການ”. ບາງຄົນເວົ້າວ່າ: “ຕອນນັ້ນພວກເຂົາໂງ່ຈ້າ ແຕ່ຕອນນີ້ພວກເຂົາປະພຶດຕົນດີຫຼາຍ. ພວກເຂົາເຊື່ອຟັງຄືກັບລູກແກະນ້ອຍ, ເປັນຕາອີຕົນຄືກັບຄົນຈອນຈັດທີ່ບໍ່ມີເຮືອນຢູ່. ເມື່ອໃດກໍຕາມທີ່ພວກເຂົາເຫັນອ້າຍເອື້ອຍນ້ອງ, ພວກເຂົາກໍສະແດງຄວາມເສຍໃຈ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນຂອງພວກເຂົາ, ຕາຂອງພວກເຂົາແດງກໍ່າຈາກການຮ້ອງໄຫ້ດ້ວຍຄວາມສຳນຶກຜິດ. ເບິ່ງແລ້ວເປັນຕາອີຕົນຫຼາຍ ແລະ ທ່າທີໃນການສາລະພາບບາບຂອງພວກເຂົາກໍດີຫຼາຍ. ໃຫ້ພວກເຂົາກັບຄືນມາສາ”. ໃນນີ້ມີປະໂຫຍກໃດທີ່ສອດຄ່ອງກັບຫຼັກການແດ່ບໍ? (ບໍ່ມີ). ແມ່ນແຕ່ຫຼັງຈາກທີ່ເຊື່ອມາເປັນເວລາສາມປີ ຫຼື ສິບປີ, ພວກເຂົາກໍຍັງສາມາດອອກຈາກຄຣິສຕະຈັກໄປຢ່າງເດັດດ່ຽວ ແລະ ບໍ່ລັງເລ. ພວກນີ້ແມ່ນພວກເປັນຕາເວດທະນາປະເພດໃດກັນແທ້? ພວກເຂົາແມ່ນຜູ້ທີ່ເຊື່ອຢ່າງແທ້ຈິງບໍ? (ບໍ່ແມ່ນ). ພວກເຂົາມີຄວາມຈິງໃຈແດ່ບໍ ເມື່ອພວກເຂົາເລືອກທີ່ຈະຕິດຕາມພຣະເຈົ້າໃນເບື້ອງຕົ້ນ? ບໍ່ມີ. ຖ້າຫາກພວກເຂົາມີຄວາມຈິງໃຈແມ່ນແຕ່ໜ້ອຍດຽວ, ພວກເຂົາກໍຄົງຈະບໍ່ຕັດສິນໃຈຢ່າງເດັດດ່ຽວທີ່ຈະອອກຈາກຄຣິສຕະຈັກ. ໂດຍທົ່ວໄປແລ້ວ, ຄົນເຮົາອາດຈະມີຄວາມຄິດເຊັ່ນນັ້ນໄດ້ຫຼາຍທີ່ສຸດກໍຕໍ່ເມື່ອພວກເຂົາອ່ອນແອ, ທໍ້ຖອຍໃຈ ຫຼື ເມື່ອສິ່ງຕ່າງໆບໍ່ເປັນໄປດ້ວຍດີສຳລັບພວກເຂົາ ແຕ່ພວກເຂົາຈະບໍ່ມີວັນຕັດສິນໃຈຢ່າງເດັດດ່ຽວທີ່ຈະອອກຈາກຄຣິສຕະຈັກເພື່ອຊອກຫາເສັ້ນທາງອື່ນ ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາສາມ, ຫ້າ ຫຼື ແມ່ນແຕ່ສິບປີ. ຖ້າພວກເຂົາສາມາດອອກຈາກຄຣິສຕະຈັກໄປຕາມອຳເພີໃຈ, ມັນກໍສະແດງໃຫ້ເຫັນວ່າພວກເຂົາບໍ່ໄດ້ຈິງໃຈເມື່ອພວກເຂົາຍອມຮັບເສັ້ນທາງທີ່ແທ້ຈິງ ແລະ ເຂົ້າຮ່ວມຄຣິສຕະຈັກໃນເບື້ອງຕົ້ນ; ພວກເຂົາມີເຈດຕະນາ ແລະ ເປົ້າໝາຍແອບແຝງ, ເວົ້າໄດ້ພຽງເທົ່ານີ້. ຕ້ອງແຍກແຍະຄົນປະເພດນີ້ໃຫ້ອອກຢ່າງຊັດເຈນ. ພວກເຂົາບໍ່ແມ່ນຜູ້ທີ່ເຊື່ອຢ່າງແທ້ຈິງ. ການເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະເຈົ້າຂອງພວກເຂົາກໍເພື່ອຄວາມຫວັງແບບສວຍໂອກາດທີ່ຈະໄດ້ຮັບພອນ. ຄົນດັ່ງກ່າວຖືກກໍານົດລັກສະນະວ່າເປັນໂອກາດ ແລະ ເມື່ອແຍກແຍະອອກແລ້ວ ກໍຄວນຖືກຄັດອອກຈາກຄຣິສຕະຈັກ. ຖ້າພວກເຂົາບໍ່ອອກຈາກຄຣິສຕະຈັກ ແລະ ຍັງຄົງສືບຕໍ່ສວຍໂອກາດກັບສະຖານະການເພື່ອຜົນໄດ້ຮັບສ່ວນຕົວຂອງຕົວເອງພາຍໃນຄຣິສຕະຈັກ, ນັ້ນກໍເປັນເພາະວ່າບໍ່ມີໃຜສາມາດແຍກແຍະໄດ້ວ່າພວກເຂົາແມ່ນຫຍັງກັນແທ້. ແນວໃດກໍຕາມ, ຜ່ານການໂອ້ລົມໃນມື້ນີ້ກ່ຽວກັບການສະແດງອອກຕ່າງໆຂອງຜູ້ສວຍໂອກາດເຫຼົ່ານີ້, ຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ປະຊາກອນທີ່ພຣະເຈົ້າເລືອກຄວນມີຄວາມເຂົ້າໃຈ ແລະ ການແຍກແຍະທີ່ຊັດເຈນກ່ຽວກັບຄົນປະເພດນີ້. ເມື່ອໃດທີ່ກວດພົບວ່າພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ ຫຼື ອະທິຖານຕໍ່ພຣະເຈົ້າ, ບໍ່ສົນໃຈວຽກງານຂອງພຣະເຈົ້າ ຫຼື ຄວາມຈິງທີ່ພຣະເຈົ້າສະແດງອອກ, ບໍ່ສົນໃຈສິ່ງທີ່ເປັນບວກ ແລະ ບໍ່ຈິງຈັງກັບສິ່ງເຫຼົ່ານັ້ນ, ແລ້ວກໍຄວນລະວັງພວກເຂົາຢ່າງໃກ້ຊິດ. ມັນຈຳເປັນທີ່ຈະຕ້ອງສັງເກດເຈດຕະນາ ແລະ ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ແລະ ກວດສອບໃຫ້ແນ່ໃຈເຖິງທັດສະນະຄະຕິຂອງພວກເຂົາຕໍ່ຄຣິສຕະຈັກ, ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ. ຖ້າມັນຊັດເຈນວ່າພວກເຂົາບໍ່ມີທັດສະນະຄະຕິທີ່ຖືກຕ້ອງ, ເມີນເສີຍເປັນພິເສດຕໍ່ການໄລ່ຕາມເສາະຫາຄວາມຈິງ ແລະ ການປະຕິບັດໜ້າທີ່, ບໍ່ສະແດງຄວາມສົນໃຈໃດໆເລີຍ ແລະ ພວກເຂົາມີທັດສະນະຄະຕິທີ່ສົງໄສຕໍ່ພຣະທຳຂອງພຣະເຈົ້າຢູ່ສະເໝີ, ສາມາດຢືນຢັນໄດ້ວ່າຄົນເຫຼົ່ານີ້ແມ່ນຜູ້ສວຍໂອກາດ ແລະ ຜູ້ບໍ່ເຊື່ອ. ໃນກໍລະນີນັ້ນ, ບໍ່ຄວນຖືພວກເຂົາວ່າເປັນອ້າຍເອື້ອຍນ້ອງ; ພວກເຂົາບໍ່ແມ່ນສ່ວນໜຶ່ງຂອງຄຣິສຕະຈັກ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຄວນຖືກຄັດອອກຈາກຄຣິສຕະຈັກ. ພວກເຂົາເຊື່ອມາຫຼາຍປີແລ້ວ ແຕ່ກໍຍັງບໍ່ຍອມຮັບຄວາມຈິງ; ມັນຈະເປັນປະໂຫຍດບໍທີ່ຈະໂອ້ລົມຄວາມຈິງກັບພວກເຂົາຕໍ່ໄປ? ມັນຈະເປັນຈິງໄດ້ບໍທີ່ຈະລໍຖ້າໃຫ້ພວກເຂົາກັບໃຈຕໍ່ໄປ? ຢ່າໄດ້ເຮັດວຽກກັບຄົນປະເພດນີ້ອີກຕໍ່ໄປ ແລະ ຢ່າໄດ້ລໍຖ້າໃຫ້ພວກເຂົາກັບໃຈ. ຖ້າພວກເຂົາບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຕົນ ແລະ ຍັງຢາກຢູ່ໃນຄຣິສຕະຈັກຕໍ່ໄປໂດຍບໍ່ຍອມອອກໄປ, ຜູ້ນໍາຄຣິສຕະຈັກກໍຄວນຊອກຫາວິທີທີ່ຈະແຍກພວກເຂົາອອກຢ່າງສະຫຼຽວສະຫຼາດ. ການເຮັດແບບນີ້ເໝາະສົມບໍ? (ເໝາະແລ້ວ). ເມື່ອຄົນເຫຼົ່ານີ້ຖືກແຍກແຍະວ່າເປັນຜູ້ສວຍໂອກາດ, ພວກເຂົາກໍຖືກຈັດຢູ່ໃນກຸ່ມຂອງຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອປະເພດຕ່າງໆແລ້ວ. ເນື່ອງຈາກພວກເຂົາເປັນຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອ, ພວກເຂົາຈຶ່ງສອດຄ່ອງກັບຫຼັກການ ແລະ ເງື່ອນໄຂຂອງການຖືກຄັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ການກຳຈັດພວກເຂົາອອກແຕ່ຫົວທີແມ່ນດີກວ່າການຄັດພວກເຂົາອອກໃນພາຍຫຼັງຢ່າງແນ່ນອນ. ການຄັດພວກເຂົາອອກແຕ່ຫົວທີຊ່ວຍຫຼີກລ່ຽງບັນຫາຫຼາຍຢ່າງ ແລະ ພວກເຂົາກໍບໍ່ຈຳເປັນຕ້ອງຮູ້ສຶກເສຍໃຈອີກຕໍ່ໄປ. ເຈົ້າຄວນບອກຄົນປະເພດນີ້ຢ່າງຊັດເຈນວ່າ: “ເຈົ້າບໍ່ຈຳເປັນຕ້ອງຄິດໄລ່ໃນໃຈຢູ່ຕະຫຼອດວ່າຈະອອກໄປເມື່ອໃດ ຫຼື ຈະອອກໄປແນວໃດ ແລະ ເຈົ້າບໍ່ຈຳເປັນຕ້ອງຄິດໄລ່ຢູ່ຕະຫຼອດວ່າຈະຢູ່ ຫຼື ຈະໄປ. ເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າບໍ່ໄດ້ບັງຄັບຄົນ; ຖ້າເຈົ້າຢາກອອກໄປ, ຄຣິສຕະຈັກກໍຈະບໍ່ພະຍາຍາມຊັກຊວນໃຫ້ເຈົ້າຢູ່ຕໍ່. ແຕ່ມີສິ່ງໜຶ່ງທີ່ຕ້ອງເວົ້າໃຫ້ເຈົ້າເຂົ້າໃຈຢ່າງແຈ່ມແຈ້ງຄື: ຖ້າເຈົ້າແນ່ໃຈວ່າເຈົ້າບໍ່ແມ່ນຄົນຂອງເຮືອນຂອງພຣະເຈົ້າ ແລະ ເຈົ້າບໍ່ເຕັມໃຈທີ່ຈະເປັນສະມາຊິກຂອງຄຣິສຕະຈັກ, ກໍຈົ່ງອອກໄປໂດຍໄວເທົ່າທີ່ຈະໄວໄດ້; ຢ່າໄດ້ຊັກຊ້າ. ນີ້ກໍເພື່ອຜົນດີຂອງທຸກຄົນ. ຖ້າເຈົ້າເຊື່ອໃນການມີຢູ່ຂອງພຣະເຈົ້າ, ສາມາດຍອມຮັບພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ ແລະ ເຕັມໃຈຢ່າງແທ້ຈິງທີ່ຈະເຂົ້າຮ່ວມຄຣິສຕະຈັກ, ເຈົ້າກໍເປັນສະມາຊິກຂອງຄຣິສຕະຈັກຢ່າງຖືກຕ້ອງ. ແຕ່ຕອນນີ້, ເຈົ້າບໍ່ແມ່ນ. ເຈົ້າມາເພື່ອສວຍໂອກາດ ແລະ ບາງເທື່ອເຈົ້າອາດຈະບໍ່ຮູ້ຕົວ ແຕ່ພວກເຮົາໄດ້ແຍກແຍະອອກແລ້ວ ໂດຍອີງຕາມພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ຫຼັກການຂອງຄຣິສຕະຈັກໃນການຈັດການກັບຄົນທຸກປະເພດ ທີ່ວ່າເຈົ້າແມ່ນຜູ້ສວຍໂອກາດ. ເຈົ້າຄອຍແຕ່ຄິດໄລ່ຫາເວລາທີ່ເໝາະສົມທີ່ຈະອອກຈາກຄຣິສຕະຈັກ; ສິ່ງນີ້ມັນຊ່າງເປັນຕາໜ້າລຳຄານ. ເຈົ້າບໍ່ຈຳເປັນຕ້ອງຊອກຫາເວລາທີ່ເໝາະສົມ; ເຈົ້າສາມາດອອກໄປໄດ້ດຽວນີ້. ຖ້າເຈົ້າບໍ່ແນ່ໃຈກ່ຽວກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າຢູ່ສະເໝີ, ເຮົາກໍຈະບອກເຈົ້າຢ່າງຊັດເຈນດຽວນີ້ເລີຍວ່າ: ເຈົ້າບໍ່ຈຳເປັນຕ້ອງຄິດທົບທວນ ຫຼື ກວດສອບສິ່ງຕ່າງໆອີກຕໍ່ໄປ, ເຈົ້າບໍ່ຈຳເປັນຕ້ອງສ້າງຄວາມລຳບາກໃຫ້ກັບຕົນເອງອີກຕໍ່ໄປ, ເຈົ້າສາມາດອອກຈາກຄຣິສຕະຈັກໄປໄດ້ດຽວນີ້, ປະຕູຂອງເຮືອນຂອງພຣະເຈົ້າເປີດຢູ່ ແລະ ເຮືອນຂອງພຣະເຈົ້າຈະບໍ່ກັກຕົວເຈົ້າໄວ້, ເຮືອນຂອງພຣະເຈົ້າບໍ່ໄດ້ບັງຄັບຄົນ”. ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ). ໃຫ້ “ທາງອອກ” ແກ່ພວກເຂົາ; ຢ່າປ່ອຍໃຫ້ພວກເຂົາທົນທຸກທໍລະມານຢູ່ບ່ອນນີ້ທຸກມື້ຄືມົດໃນກະທະຮ້ອນ, ຖືກທໍລະມານຢູ່ຕະຫຼອດເວລາຈາກຄວາມຮູ້ສຶກ, ເນື້ອໜັງ, ອະນາຄົດຂອງພວກເຂົາ ແລະ ບັນຫາເລື່ອງການຢູ່ ຫຼື ການໄປ. ບໍ່ວ່າພວກເຂົາຈະຖືກທໍລະມານຈາກສິ່ງເຫຼົ່ານີ້ຫຼາຍສໍ່າໃດກໍຕາມ, ມັນກໍບໍ່ເຄີຍນໍາໄປສູ່ສິ່ງໃດເລີຍ. ພວກເຂົາຍັງຄົງຄິດທົບທວນຢູ່ໃນໃຈວ່າຈະອອກໄປເມື່ອໃດ, ຈະອອກໄປແນວໃດ, ພວກເຂົາຈະໄດ້ຮັບຄວາມສູນເສຍ ແລະ ໂຊກຮ້າຍບໍ ຖ້າພວກເຂົາອອກໄປໄວ ແລະ ພວກເຂົາຈະສາມາດໄດ້ຮັບພອນບໍ ຖ້າພວກເຂົາຢູ່ຕໍ່ໄປ. ຈະເປັນແນວໃດ ຖ້າພວກເຂົາອອກໄປແລ້ວພຣະທຳຂອງພຣະເຈົ້າສໍາເລັດເປັນຈິງ? ຈະເປັນແນວໃດ ຖ້າພວກເຂົາບໍ່ອອກໄປ ແລະ ພຣະທຳຂອງພຣະເຈົ້າຍັງຄົງບໍ່ສໍາເລັດເປັນຈິງ? ບໍ່ມີຄວາມຈຳເປັນທີ່ພວກເຂົາຈະຕ້ອງກັງວົນ ແລະ ກະວົນກະວາຍກ່ຽວກັບສິ່ງເຫຼົ່ານີ້ຢູ່ຕະຫຼອດເວລາ. ເນື່ອງຈາກພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າດ້ວຍຄວາມເຕັມໃຈຢ່າງແທ້ຈິງ, ພວກເຂົາກໍຄວນອອກໄປໂດຍໄວເທົ່າທີ່ຈະໄວໄດ້. ພວກເຂົາບໍ່ຄວນຢູ່ບ່ອນນີ້ເພື່ອສວຍໂອກາດຈາກສະຖານະການເພື່ອຜົນປະໂຫຍດສ່ວນຕົວ ໂດຍທໍາທ່າເປັນສິ່ງທີ່ພວກເຂົາບໍ່ແມ່ນ. ບອກເຮົາແດ່ວ່າມັນດີບໍທີ່ຈະແນະນຳພວກເຂົາແບບນີ້ ແລະ ຈັດການກັບມັນດ້ວຍວິທີນີ້? (ດີແລ້ວ). ມັນເກີນໄປບໍທີ່ຈະຈັດປະເພດຜູ້ສວຍໂອກາດເຂົ້າໃນກຸ່ມຄົນຊົ່ວຮ້າຍປະເພດຕ່າງໆທີ່ຈະຖືກຄັດອອກ ຫຼື ຂັບໄລ່ອອກ? (ບໍ່ແມ່ນ). ບາງຄົນເວົ້າວ່າ: “ຈະຖືວ່າຄົນປະເພດນີ້ເປັນຄົນຊົ່ວຮ້າຍໄດ້ແນວໃດ?” ໃນບັນດາຜູ້ບໍ່ເຊື່ອມີຄົນດີຈັກຄົນ? ໃນສາຍຕາຂອງພຣະເຈົ້າ, ແກ່ນແທ້ອຸປະນິໄສຂອງຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ທີ່ຮັບຮູ້ວ່າມີພຣະເຈົ້າຢູ່ຈິງກໍຍັງຖືກຖືວ່າຊົ່ວຮ້າຍ, ແລ້ວແຮງໄກທີ່ຈະແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ບໍ່ຍອມຮັບການມີຢູ່ຂອງພຣະເຈົ້າໂດຍສິ້ນເຊີງ. ສະນັ້ນ ມັນເກີນໄປບໍທີ່ຈະຈັດປະເພດພວກເຂົາວ່າເປັນຄົນຊົ່ວຮ້າຍ? (ບໍ່ແມ່ນ). ຢ່າງໃດກໍຕາມ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍຍັງຖືກເອີ້ນວ່າຄົນ, ຄົນຊົ່ວຮ້າຍ. ມັນກໍດີພໍແລ້ວທີ່ພວກເຂົາບໍ່ໄດ້ຖືກຈັດປະເພດວ່າເປັນຜີຮ້າຍທີ່ຊົ່ວຮ້າຍ. ການຈັດປະເພດພວກເຂົາເຂົ້າໃນກຸ່ມຄົນຊົ່ວຮ້າຍແມ່ນເໝາະສົມ ແລະ ສົມຄວນຢ່າງຍິ່ງ; ມັນບໍ່ໄດ້ເກີນໄປເລີຍ. ຄົນຊົ່ວຮ້າຍດັ່ງກ່າວກໍເປັນໜຶ່ງໃນຄົນປະເພດຕ່າງໆທີ່ຈະຖືກຄັດອອກ ຫຼື ຂັບໄລ່ອອກໂດຍເຮືອນຂອງພຣະເຈົ້າເຊັ່ນກັນ. ນີ້ຄືຜູ້ບໍ່ເຊື່ອປະເພດທີສີ່ ເຊິ່ງມີຈຸດປະສົງໃນການເຊື່ອໃນພຣະເຈົ້າແບບສວຍໂອກາດ.

ລັກສະນະຕົ້ນຕໍຂອງຜູ້ສວຍໂອກາດແມ່ນຫຍັງ? ຜ່ານການພົວພັນຂອງພວກເຈົ້າກັບຄົນເຫຼົ່ານີ້ ແລະ ການສັງເກດເບິ່ງອຸປະນິໄສ, ມຸມມອງ, ທັດສະນະຄະຕິ ຫຼື ຄວາມເປັນມະນຸດທີ່ພວກເຂົາເປີດເຜີຍ, ພວກເຈົ້າໄດ້ພົບເຫັນລັກສະນະຕົ້ນຕໍຫຍັງແດ່? ຈົ່ງສະຫຼຸບພວກມັນອອກມາ. (ຜູ້ສວຍໂອກາດບໍ່ໄດ້ມາເຊື່ອໃນພຣະເຈົ້າໃນເບື້ອງຕົ້ນເພື່ອໄລ່ຕາມເສາະຫາຄວາມຈິງ. ພວກເຂົາໄດ້ຍິນວ່າຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກຳລັງຈະເລີນຮຸ່ງເຮືອງ, ສະນັ້ນ ພວກເຂົາຈຶ່ງມາເຊື່ອໃນພຣະເຈົ້າດ້ວຍຄວາມຫວັງທີ່ຈະໄດ້ຮັບຜົນປະໂຫຍດ ແລະ ພອນບາງຢ່າງຈາກເຮືອນຂອງພຣະເຈົ້າ, ເພື່ອສະແຫວງຫາກຳໄລເທົ່ານັ້ນ. ຖ້າພວກເຂົາບໍ່ໄດ້ຮັບສິ່ງເຫຼົ່ານີ້ພາຍຫຼັງໄລຍະໜຶ່ງ, ພວກເຂົາກໍຢາກຈະອອກໄປ. ຄົນເຫຼົ່ານີ້ບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ບໍ່ສົນໃຈໃນການເຊື່ອໃນພຣະເຈົ້າເລີຍ). ບັນຫາໃຫຍ່ທີ່ສຸດຂອງຜູ້ສວຍໂອກາດແມ່ນຫຍັງ? ບັນຫາຫຼັກກໍຄື ພວກເຂົາບໍ່ສົນໃຈຄວາມຈິງ ແຕ່ສົນໃຈທີ່ສຸດໃນການໄດ້ຮັບພອນ, ສະນັ້ນ ມັນຈຶ່ງເປັນເລື່ອງຍາກທີ່ສຸດສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ. ບາງຄົນເວົ້າວ່າ: “ເຈົ້າບໍ່ສາມາດຄັດອອກ ຫຼື ຂັບໄລ່ພວກເຂົາອອກພຽງເພາະວ່າພວກເຂົາບໍ່ສົນໃຈຄວາມຈິງ, ແມ່ນບໍ?” ການທີ່ຄົນເຫຼົ່ານີ້ຂາດຄວາມສົນໃຈຄວາມຈິງແມ່ນສະແດງອອກຕົ້ນຕໍຄື ພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມຄວາມຈິງ. ຖ້າພວກເຂົາໄດ້ຍິນຄົນໃດຄົນໜຶ່ງໂອ້ລົມຄວາມຈິງ ແລະ ເວົ້າກ່ຽວກັບການຮູ້ຈັກຕົນເອງ ຫຼື ການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ພວກເຂົາຈະຮູ້ສຶກເບື່ອໜ່າຍເປັນພິເສດໃນໃຈ ແລະ ບໍ່ສົນໃຈເລີຍ ແລະ ພວກເຂົາກໍເລີ່ມເຊືອບຫຼັບ. ພວກເຂົາເບື່ອໜ່າຍສິ່ງເຫຼົ່ານີ້ຢ່າງສຸດຂີດ ແລະ ເຖິງກັບໃຊ້ການເວົ້າຈາໄຮ້ສາລະ, ການເວົ້າກ່ຽວກັບໄພພິບັດ ແລະ ການໂອ້ລົມກ່ຽວກັບການທີ່ພຣະເຈົ້າສະແດງໝາຍສຳຄັນ ແລະ ການອັດສະຈັນ ເພື່ອລົບກວນຄົນອື່ນຈາກການໂອ້ລົມຄວາມຈິງ. ຜົນກໍຄືບາງຄົນທີ່ບໍ່ໄລ່ຕາມເສາະຫາຄວາມຈິງກໍຕື່ນເຕັ້ນເມື່ອໄດ້ຍິນຫົວຂໍ້ເຫຼົ່ານີ້ ແລະ ເຂົ້າຮ່ວມໃນການສົນທະນາ. ນີ້ບໍ່ແມ່ນການລົບກວນຊີວິດຄຣິສຕະຈັກຢ່າງຈະແຈ້ງບໍ? ພວກເຂົາບໍ່ຄ່ອຍໄດ້ອ່ານພຣະທຳຂອງພຣະເຈົ້າໃນຊີວິດປະຈຳວັນຂອງພວກເຂົາ ແລະ ເມື່ອພວກເຂົາອ່ານເປັນບາງຄັ້ງຄາວ ກໍອາດຈະເປັນເພາະມີບາງສິ່ງລົບກວນຈິດໃຈຂອງພວກເຂົາ. ພວກເຂົາບໍ່ສົນໃຈການເຕົ້າໂຮມ, ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ ຫຼື ການໂອ້ລົມພຣະທຳຂອງພຣະເຈົ້າ. ພວກເຂົາສົນໃຈແຕ່ພຽງວ່າ: “ມື້ຂອງພຣະເຈົ້າຈະມາເຖິງເມື່ອໃດ? ມະຫາໄພທີ່ໃຫຍ່ຫຼວງຈະສິ້ນສຸດລົງເມື່ອໃດ? ພວກເຮົາຈະສາມາດເພີດເພີນກັບພອນແຫ່ງອານາຈັກສະຫວັນໄດ້ເມື່ອໃດ?” ພວກເຂົາສົງໄສກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ. ຖ້າບໍ່ມີໃຜໂອ້ລົມກ່ຽວກັບຫົວຂໍ້ເຫຼົ່ານີ້, ພວກເຂົາກໍຈະເຂົ້າໄປຄົ້ນຫາໃນອິນເຕີເນັດ ແລະ ຫຼັງຈາກທີ່ຄົ້ນຫາແລ້ວ, ພວກເຂົາກໍເລີ່ມເຜີຍແຜ່ສິ່ງເຫຼົ່ານີ້ໃນລະຫວ່າງການເຕົ້າໂຮມ. ຫົວໃຈຂອງພວກເຂົາເຕັມໄປດ້ວຍສິ່ງເຫຼົ່ານີ້. ຕາບໃດທີ່ພວກເຂົາໄດ້ຍິນຄົນອື່ນໂອ້ລົມກ່ຽວກັບຫົວຂໍ້ທີ່ພວກເຂົາສົນໃຈ, ພວກເຂົາກໍສາມາດເວົ້າເສີມ ແລະ ເຂົ້າຮ່ວມການໂອ້ລົມໄດ້. ແຕ່ທັນທີທີ່ພວກເຂົາໄດ້ຍິນເນື້ອຫາທີ່ກ່ຽວຂ້ອງກັບຄວາມຈິງ ຫຼື ພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ຢາກຟັງ. ພວກເຂົາເລີ່ມເຊືອບຫຼັບ ແລະ ບາງຄົນກໍເຖິງກັບອອກໄປ ໃນຂະນະທີ່ຄົນອື່ນກໍເລີ່ມເກົາຫູເກົາຫົວ, ສະແດງທ່າທາງທີ່ຂີ້ຮ້າຍທຸກຮູບແບບອອກມາ. ເຈົ້າເວົ້າວ່າ: “ໃຫ້ໂອ້ລົມພຣະທຳຂອງພຣະເຈົ້າກັນເທາະ”. ພວກເຂົາກໍເວົ້າວ່າ: “ຂ້ອຍຫິວນໍ້າ, ຂ້ອຍຕ້ອງດື່ມນໍ້າ”. ເຈົ້າເວົ້າວ່າ: “ໃຫ້ໂອ້ລົມກ່ຽວກັບການຮູ້ຈັກຕົນເອງກັນເທາະ” ຫຼື “ໃຫ້ໂອ້ລົມກ່ຽວກັບລາຍລະອຽດຂອງການປະຕິບັດໜ້າທີ່ກັນເທາະ; ໃຫ້ເບິ່ງວ່າພຣະທຳຂອງພຣະເຈົ້າກ່າວແນວໃດກ່ຽວກັບເລື່ອງນີ້ ແລະ ຫຼັກການຄວາມຈິງແມ່ນຫຍັງ”. ພວກເຂົາກໍເວົ້າວ່າ: “ຂ້ອຍມີວຽກຕ້ອງເຮັດ. ຂ້ອຍຂໍຕົວໄປກ່ອນ. ພວກເຈົ້າລົມກັນຕໍ່ສາ”. ພວກເຂົາຊອກຫາຂໍ້ອ້າງທຸກປະເພດເພື່ອປະຕິເສດ ແລະ ບໍ່ຍອມຮັບການໂອ້ລົມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ສິ່ງນີ້ເປີດເຜີຍຄວາມຈິງຢ່າງຊັດເຈນວ່າ ພວກເຂົາບໍ່ພຽງແຕ່ບໍ່ຮັກຄວາມຈິງ ແຕ່ພວກເຂົາຍັງເບື່ອໜ່າຍ ແລະ ຕໍ່ຕ້ານຄວາມຈິງຈາກສ່ວນເລິກຂອງຫົວໃຈຂອງພວກເຂົາອີກດ້ວຍ. ເມື່ອໃດກໍຕາມທີ່ກ່າວເຖິງພຣະທຳຂອງພຣະເຈົ້າ, ຄວາມຈິງ, ພວກເຂົາບໍ່ໄດ້ຄັດຄ້ານ ຫຼື ໂຕ້ຖຽງຢ່າງເປີດເຜີຍ ແຕ່ຊອກຫາຂໍ້ອ້າງຕ່າງໆເພື່ອປະຕິເສດ ແລະ ຫຼີກລ່ຽງພວກມັນ. ພຶດຕິກຳເຫຼົ່ານີ້ບໍ່ສາມາດສະແດງໃຫ້ເຫັນຢ່າງຊັດເຈນບໍວ່າພວກເຂົາແມ່ນຜູ້ສວຍໂອກາດ? ມັນບໍ່ໄດ້ຊີ້ໃຫ້ເຫັນຢ່າງຊັດເຈນບໍວ່າພວກເຂົາແມ່ນຜູ້ບໍ່ເຊື່ອ ທີ່ເຊື່ອໃນພຣະເຈົ້າເພື່ອຈຸດປະສົງບາງຢ່າງ, ເພື່ອການສວຍໂອກາດ? (ແມ່ນແລ້ວ). ບາງຄົນເວົ້າວ່າ: “ເຈົ້າເວົ້າວ່າພວກເຂົາແມ່ນຜູ້ບໍ່ເຊື່ອ ແລະ ບໍ່ໄດ້ຕິດຕາມພຣະເຈົ້າຢ່າງຈິງໃຈ, ສະນັ້ນ ເປັນຫຍັງພວກເຂົາຈຶ່ງສາມາດເຊື່ອມາຈົນເຖິງປັດຈຸບັນ ແລະ ຍັງຄົງອອກເຫື່ອເທແຮງ ແລະ ອົດທົນຕໍ່ຄວາມຍາກລຳບາກເພື່ອວຽກງານຂອງຄຣິສຕະຈັກໄດ້?” ພຶດຕິກຳທີ່ເຮົາຫາກໍກ່າວເຖິງນັ້ນບໍ່ພຽງພໍທີ່ຈະຕອບຄຳຖາມນີ້ບໍ? ພຶດຕິກຳເຫຼົ່ານີ້ພຽງພໍທີ່ຈະພິສູດວ່າການແຍກແຍະ ແລະ ການກຳນົດລັກສະນະຂອງພວກເຮົາກ່ຽວກັບພວກເຂົາແມ່ນຖືກຕ້ອງ. ສະນັ້ນ, ເພື່ອປະເມີນວ່າຈຸດປະສົງຂອງບຸກຄົນໃດໜຶ່ງໃນການເຊື່ອໃນພຣະເຈົ້າເປັນການສວຍໂອກາດ ຫຼື ບໍ່, ເຈົ້າຄວນປະເມີນ ແລະ ແຍກແຍະມັນໂດຍອີງໃສ່ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ພາລະກິດຂອງພຣະເຈົ້າ, ຄວາມຈິງ ແລະ ຕໍ່ສິ່ງທີ່ເປັນບວກ ແລະ ສິ່ງທີ່ເປັນລົບ. ນີ້ແມ່ນວິທີທີ່ຖືກຕ້ອງທີ່ສຸດ. ມັນບໍ່ຖືກຕ້ອງ ແລະ ບໍ່ອີງຕາມຄວາມເປັນຈິງທີ່ຈະປະເມີນມັນໂດຍອີງໃສ່ພຶດຕິກຳ ແລະ ການກະທຳພາຍນອກຂອງພວກເຂົາ. ມີພຽງແຕ່ຄວາມຄິດພາຍໃນທີ່ແທ້ຈິງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງເທົ່ານັ້ນທີ່ເປີດເຜີຍບັນຫາ; ມີພຽງແຕ່ສິ່ງເຫຼົ່ານີ້ເທົ່ານັ້ນທີ່ເປັນມາດຕະຖານທີ່ຖືກຕ້ອງທີ່ສຸດສຳລັບການກຳນົດລັກສະນະວ່າພວກເຂົາແມ່ນຄົນປະເພດໃດ. ຕອນນີ້, ໂດຍພື້ນຖານແລ້ວ ພວກເຈົ້າເຂົ້າໃຈແຈ່ມແຈ້ງກ່ຽວກັບແກ່ນແທ້ຂອງຜູ້ທີ່ມີຈຸດປະສົງໃນການເຊື່ອໃນພຣະເຈົ້າແບບສວຍໂອກາດແລ້ວບໍ? ພວກເຈົ້າທຸກຄົນເຄີຍພົບພໍ້ຄົນປະເພດນີ້ແດ່ບໍ? (ເຄີຍ). ມັນຈະດີກວ່າທີ່ຄົນປະເພດນີ້ຈະອອກໄປໂດຍໄວເທົ່າທີ່ຈະໄວໄດ້. ຖ້າພວກເຂົາເຕັມໃຈຢ່າງແທ້ຈິງທີ່ຈະຮັບໃຊ້, ກໍຍັງສາມາດເກັບພວກເຂົາໄວ້ໄດ້ຢ່າງບໍ່ເຕັມໃຈ. ແນວໃດກໍຕາມ, ຖ້າພວກເຂົາບໍ່ປະຕິບັດໜ້າທີ່ຂອງຕົນ ແລະ ບໍ່ສາມາດຮັບໃຊ້ ແຕ່ພັດກໍ່ການລົບກວນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກ, ກໍຄວນໃຫ້ພວກເຂົາອອກໄປໂດຍໄວເທົ່າທີ່ຈະໄວໄດ້. ນີ້ຄືຫຼັກການສຳລັບການຄັດຜູ້ບໍ່ເຊື່ອອອກ. ເຮືອນຂອງພຣະເຈົ້າຕ້ອງການຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ຮັກຄວາມຈິງ; ເຮືອນຂອງພຣະອົງຕ້ອງການຜູ້ຮັບໃຊ້ທີ່ຈົງຮັກພັກດີ. ເຮືອນຂອງພຣະເຈົ້າບໍ່ຕ້ອງການຜູ້ບໍ່ເຊື່ອ ຫຼື ຜູ້ທີ່ລັງເລສັງເກດການມາເພື່ອໃຫ້ຄົບຈໍານວນຊື່ໆຢ່າງເດັດຂາດ. ຄຣິສຕະຈັກບໍ່ຕ້ອງການຄົນໃດຄົນໜຶ່ງເພື່ອໃຫ້ຄົບຈຳນວນເຊັ່ນກັນ. ພວກເຮົາຈະຈົບການໂອ້ລົມກ່ຽວກັບຫົວຂໍ້ນີ້ໄວ້ພຽງເທົ່ານີ້.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?