ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23) ສ່ວນທີ ໜຶ່ງ

ຂໍ້ທີສິບສີ່: ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ (ພາກທີສອງ)

ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ”. ການໂອ້ລົມກັນນັ້ນໄດ້ກວມເອົາດ້ານໜຶ່ງຂອງເລື່ອງນີ້ ນັ້ນກໍຄື ຄຣິສຕະຈັກແມ່ນຫຍັງ. ຫຼັງຈາກທີ່ໄດ້ໂອ້ລົມກັນກ່ຽວກັບຄຳນິຍາມຂອງຄຣິສຕະຈັກແລ້ວ, ພວກເຈົ້າເຂົ້າໃຈແຈ່ມແຈ້ງກ່ຽວກັບຄວາມສຳພັນລະຫວ່າງເລື່ອງນີ້ກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວບໍ? (ຫຼັງຈາກທີ່ພຣະເຈົ້າໄດ້ໂອ້ລົມກ່ຽວກັບຄຳນິຍາມຂອງຄຣິສຕະຈັກ, ພວກເຮົາກໍເຂົ້າໃຈວ່າເປັນຫຍັງຄຣິສຕະຈັກຈຶ່ງມີຢູ່, ບົດບາດທີ່ຄຣິສຕະຈັກມີແມ່ນຫຍັງ ແລະ ວຽກງານທີ່ຄຣິສຕະຈັກເຮັດແມ່ນຫຍັງ. ໂດຍອີງໃສ່ສິ່ງນີ້, ພວກເຮົາສາມາດແຍກແຍະໄດ້ວ່າຄົນໃດໃນຄຣິສຕະຈັກທີ່ກຳລັງກໍ່ການຂັດຂວາງ ແລະ ການລົບກວນ ແລະ ບໍ່ໄດ້ມີບົດບາດໃນທາງບວກ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນເຫຼົ່ານີ້). ເມື່ອເຂົ້າໃຈວ່າຄຣິສຕະຈັກແມ່ນຫຍັງແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງສ້າງຕັ້ງຄຣິສຕະຈັກ, ຜົນກະທົບທີ່ການກໍ່ຕັ້ງຄຣິສຕະຈັກມີຕໍ່ຜູ້ຄົນ, ວຽກງານທີ່ຄຣິສຕະຈັກຄວນເຮັດ, ຄົນປະເພດໃດທີ່ປະກອບເປັນຄຣິສຕະຈັກ ແລະ ຄົນໃດຄືອ້າຍເອື້ອຍນ້ອງທີ່ແທ້ຈິງ. ຫຼັງຈາກທີ່ເຂົ້າໃຈ ແລະ ຮູ້ສິ່ງເຫຼົ່ານີ້ແລ້ວ, ພວກເຈົ້າກໍມີແນວຄິດ ແລະ ຄຳນິຍາມພື້ນຖານ ພ້ອມທັງມີພື້ນຖານຂອງຫຼັກການສຳລັບວຽກງານທີ່ລະບຸໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສີ່: “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ”. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈຢ່າງແຈ່ມແຈ້ງໃນດ້ານທິດສະດີ ແລະ ນິມິດ. ຫຼັງຈາກທີ່ເຂົ້າໃຈສິ່ງນີ້ແລ້ວ, ວຽກງານທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນລົງມືເຮັດກໍຄືການແຍກແຍະຄົນຊົ່ວຮ້າຍທຸກປະເພດ. ມາດຕະຖານ ແລະ ຫຼັກການໃນການເຮັດສິ່ງນີ້ແມ່ນຫຍັງ? ການແຍກແຍະຄົນຊົ່ວຮ້າຍທຸກປະເພດຄວນອີງໃສ່ຄຳນິຍາມຂອງຄຣິສຕະຈັກ, ຄວາມສຳຄັນ ແລະ ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ ແລະ ວຽກງານທີ່ພຣະເຈົ້າສ້າງຕັ້ງຄຣິສຕະຈັກຂຶ້ນມາເພື່ອໃຫ້ເຮັດ. ຄັ້ງທີ່ຜ່ານມາ, ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຮ້າຍປະເພດຕ່າງໆໄດ້ແບ່ງອອກເປັນສາມໝວດໃຫຍ່. ສາມໝວດນີ້ແມ່ນຫຍັງ? (ຈຸດປະສົງໃນການເຊື່ອໃນພຣະເຈົ້າ, ຄວາມເປັນມະນຸດ ແລະ ທັດສະນະຄະຕິຕໍ່ໜ້າທີ່ຂອງບຸກຄົນ). ສາມໝວດໃຫຍ່ເຫຼົ່ານີ້ມີຄວາມສະເພາະເຈາະຈົງ ແລະ ຄົບຖ້ວນພຽງພໍແລ້ວບໍ? ບາງຄົນເວົ້າວ່າ “ເປັນຫຍັງການແຍກແຍະຄົນທຸກປະເພດຈຶ່ງບໍ່ອີງໃສ່ລະດັບທີ່ພວກເຂົາຮັກຄວາມຈິງ ແລະ ລະດັບທີ່ພວກເຂົາອ່ອນນ້ອມຕໍ່ ແລະ ຢຳເກງພຣະເຈົ້າ ແຕ່ກັບອີງໃສ່ຈຸດປະສົງໃນການເຊື່ອໃນພຣະເຈົ້າ, ຄວາມເປັນມະນຸດ ແລະ ທັດສະນະຄະຕິຕໍ່ໜ້າທີ່ຂອງພວກເຂົາແທນ? ມາດຕະຖານເຫຼົ່ານີ້ບໍ່ຕໍ່າເກີນໄປບໍ? ເວົ້າອີກຢ່າງໜຶ່ງກໍຄື ເມື່ອຕັດສິນຈາກເນື້ອໃນສະເພາະຂອງສາມໝວດເຫຼົ່ານີ້, ເປັນຫຍັງຈຶ່ງບໍ່ມີການໂອ້ລົມທີ່ເລິກເຊິ່ງກວ່ານີ້ກ່ຽວກັບທັດສະນະຄະຕິຂອງຜູ້ຄົນຕໍ່ພຣະເຈົ້າ ແລະ ຄວາມຈິງ? ເປັນຫຍັງຈຶ່ງບໍ່ມີການກ່າວເຖິງວ່າຜູ້ຄົນເຕັມໃຈທີ່ຈະຍອມຮັບການລິຮານ, ການພິພາກສາ ແລະ ການລົງທັນ ຫຼື ບໍ່, ພວກເຂົາມີໃຈທີ່ອ່ອນນ້ອມ ແລະ ຢຳເກງພຣະເຈົ້າ ຫຼື ບໍ່ ແລະ ເນື້ອໃນອື່ນໆທີ່ເລິກເຊິ່ງກວ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງ?” ພວກເຈົ້າເຄີຍຄິດກ່ຽວກັບຄຳຖາມນີ້ບໍ? ໃຫ້ປະເລື່ອງນີ້ໄວ້ກ່ອນໃນຕອນນີ້. ກ່ອນອື່ນ ໃຫ້ມາເບິ່ງສາມເກນນີ້: ຈຸດປະສົງໃນການເຊື່ອໃນພຣະເຈົ້າ, ຄວາມເປັນມະນຸດ ແລະ ທັດສະນະຄະຕິຕໍ່ໜ້າທີ່ຂອງບຸກຄົນ. ໂດຍຕັດສິນຈາກຫົວຂໍ້ຂອງມັນ, ສາມເກນນີ້ຕື້ນເຂີນ ຫຼື ບໍ່? ຖ້າບຸກຄົນໃດໜຶ່ງບໍ່ໄດ້ມາດຕະຖານໃນແງ່ຂອງສາມເກນພື້ນຖານທີ່ສຸດເຫຼົ່ານີ້, ພວກເຂົາຈະສາມາດຖືກເອີ້ນວ່າອ້າຍເອື້ອຍນ້ອງໄດ້ບໍ? (ບໍ່ໄດ້). ພວກເຂົາສາມາດຖືກຖືວ່າເປັນສະມາຊິກຄຣິສຕະຈັກໄດ້ບໍ? ພວກເຂົາສາມາດຖືກຍອມຮັບໂດຍພຣະເຈົ້າວ່າເປັນສ່ວນໜຶ່ງຂອງຄຣິສຕະຈັກໄດ້ບໍ? (ບໍ່ໄດ້). ພວກເຂົາບໍ່ສາມາດເປັນສິ່ງໃດສິ່ງໜຶ່ງໃນນີ້ໄດ້ເລີຍ. ສະນັ້ນ, ຖ້າບຸກຄົນໃດໜຶ່ງຂາດຕົກບົກພ່ອງ ຫຼື ບໍ່ໄດ້ມາດຕະຖານໃນດ້ານໃດໜຶ່ງຂອງທັງສາມເກນນີ້, ບຸກຄົນດັ່ງກ່າວກໍຄວນຖືກແຍກແຍະອອກ; ພວກເຂົາຈັດຢູ່ໃນກຸ່ມຄົນຊົ່ວຮ້າຍປະເພດຕ່າງໆ ແລະ ພວກເຂົາຄວນຖືກຄັດອອກ ຫຼື ຂັບໄລ່ອອກ. ການທີ່ບຸກຄົນໃດໜຶ່ງເປັນອ້າຍເອື້ອຍນ້ອງ, ຖືກຍອມຮັບໂດຍພຣະເຈົ້າ ຫຼື ເປັນສະມາຊິກທີ່ຄຣິສຕະຈັກຄວນຍອມຮັບ, ຢ່າງໜ້ອຍທີ່ສຸດແມ່ນຂຶ້ນກັບວ່າພວກເຂົາໄດ້ມາດຕະຖານ ແລະ ຜ່ານເກນໃນແງ່ຂອງສາມເກນນີ້ ຫຼື ບໍ່. ຖ້າພວກເຂົາບໍ່ສາມາດບັນລຸໄດ້ແມ່ນແຕ່ສາມເກນນີ້, ພວກເຂົາກໍບໍ່ແມ່ນອ້າຍເອື້ອຍນ້ອງຢ່າງແນ່ນອນ. ໂດຍທໍາມະຊາດແລ້ວ ພຣະເຈົ້າບໍ່ຍອມຮັບພວກເຂົາ ແລະ ຄຣິສຕະຈັກກໍບໍ່ຄວນຍອມຮັບພວກເຂົາເຊັ່ນກັນ. ສະນັ້ນ, ຄຣິສຕະຈັກຄວນປະຕິບັດ ແລະ ຈັດການກັບພວກເຂົາແນວໃດ? (ພວກເຂົາຄວນຖືກຄັດອອກ ຫຼື ຂັບໄລ່ອອກ). ເມື່ອພວກເຂົາຖືກແຍກແຍະອອກແລ້ວ, ພວກເຂົາກໍຄວນຖືກຄັດອອກ ຫຼື ຂັບໄລ່ອອກ. ມັນກໍເປັນແບບນັ້ນແທ້ໆ.

ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຮ້າຍປະເພດຕ່າງໆ

I. ອີງໃສ່ຈຸດປະສົງໃນການເຊື່ອໃນພຣະເຈົ້າ

4. ເພື່ອສວຍໂອກາດ

ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນ ແລະ ລະບຸສາມຈຸດປະສົງໃນການເຊື່ອໃນພຣະເຈົ້າ. ຖ້າຈະໃຫ້ລະບຸເປັນຫົວຂໍ້, ຂໍ້ທີໜຶ່ງແມ່ນເພື່ອຕອບສະໜອງຕໍ່ຄວາມປາຖະໜາຂອງຕົນໃນການເປັນເຈົ້າໜ້າທີ່; ຂໍ້ທີສອງແມ່ນເພື່ອສະແຫວງຫາເພດກົງກັນຂ້າມ; ແລະ ຂໍ້ທີສາມແມ່ນເພື່ອຫຼີກລ່ຽງໄພພິບັດ. ພວກເຮົາໄດ້ໂອ້ລົມກັນກ່ຽວກັບສາມຈຸດປະສົງນີ້ຈົບແລ້ວ. ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບຈຸດປະສົງທີສີ່: ບາງຄົນເຊື່ອໃນພຣະເຈົ້າພຽງເພື່ອສວຍໂອກາດເທົ່ານັ້ນ, ສະນັ້ນ ຫົວຂໍ້ຂອງຈຸດປະສົງນີ້ຈຶ່ງແມ່ນ “ການສວຍໂອກາດ”. ບາງຄົນເຫັນວ່າສາສະໜາ ແລະ ນິກາຍທັງໝົດໃນໂລກສາສະໜາແມ່ນຮົກເຮື້ອ ແລະ ບໍ່ມີວຽກງານຂອງພຣະວິນຍານບໍລິສຸດ, ຄວາມເຊື່ອ ແລະ ຄວາມຮັກຂອງຜູ້ຄົນກໍເຢັນຊາລົງ, ຜູ້ຄົນເອງກໍນັບມື້ນັບເສື່ອມຊາມລົງ ແລະ ບໍ່ເຫັນຄວາມຫວັງໃນຄວາມລອດພົ້ນ ແລະ ຜູ້ຄົນໄດ້ເຊື່ອໃນພຣະຜູ້ເປັນເຈົ້າມາຫຼາຍປີໂດຍບໍ່ໄດ້ຮັບຫຍັງເລີຍ. ເມື່ອເຫັນວ່າໂລກສາສະໜາໄດ້ກາຍເປັນດິນແດນທີ່ຮ້າງເປົ່າຢ່າງສົມບູນ, ພວກເຂົາຈຶ່ງສະແຫວງຫາເສັ້ນທາງຂ້າງໜ້າໃຫ້ກັບຕົນເອງ. ພວກເຂົາໄຕ່ຕອງວ່າ “ຕອນນີ້ຄຣິສຕະຈັກໃດມີຄົນຫຼາຍກວ່າ, ກໍາລັງຈະເລີນຮຸ່ງເຮືອງ ແລະ ມີແນວໂນ້ມການພັດທະນາ?” ພວກເຂົາພົບວ່າຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງຖືກຕໍ່ຕ້ານ ແລະ ປະນາມໂດຍໂລກສາສະໜາ, ກໍາລັງຈະເລີນຮຸ່ງເຮືອງ, ມີວຽກງານຂອງພຣະວິນຍານບໍລິສຸດ ແລະ ກໍາລັງພັດທະນາໄປດ້ວຍດີທັງພາຍໃນ ແລະ ຕ່າງປະເທດ. ພວກເຂົາຄິດວ່າ “ຂ້ອຍໄດ້ຍິນມາວ່າຈຳນວນສະມາຊິກຂອງຄຣິສຕະຈັກນີ້ກຳລັງເພີ່ມຂຶ້ນ, ກຳລັງພັດທະນາໄປດ້ວຍດີ ແລະ ມີທັງກຳລັງຄົນ, ຊັບພະຍາກອນວັດຖຸ ແລະ ຊັບພະຍາກອນທາງການເງິນທີ່ອຸດົມສົມບູນ ແລະ ມີແນວໂນ້ມການພັດທະນາ. ຖ້າຂ້ອຍສວຍໂອກາດທີ່ດີນີ້ເຂົ້າຮ່ວມຄຣິສຕະຈັກຂອງພວກເຂົາ, ຂ້ອຍຈະບໍ່ສາມາດໄດ້ຮັບຜົນປະໂຫຍດບາງຢ່າງບໍ? ຂ້ອຍຈະບໍ່ສາມາດຮັບປະກັນແນວໂນ້ມການພັດທະນາທີ່ດີໃຫ້ກັບຕົນເອງໄດ້ບໍ?” ດ້ວຍເຈດຕະນາ ແລະ ຈຸດປະສົງດັ່ງກ່າວ ແລະ ຄວາມຢາກຮູ້ຢາກເຫັນໜ້ອຍໜຶ່ງ, ພວກເຂົາຈຶ່ງລັກລອບເຂົ້າໄປໃນຄຣິສຕະຈັກ. ຫຼັງຈາກທີ່ຄົນເຫຼົ່ານີ້ລັກລອບເຂົ້າໄປໃນຄຣິສຕະຈັກ, ພວກເຂົາກໍບໍ່ສົນໃຈໃນຄວາມຈິງ, ການເຊື່ອໃນພຣະເຈົ້າ ຫຼື ໃນການຫັນປ່ຽນອຸປະນິໄສຊີວິດຂອງພວກເຂົາ. ຈຸດປະສົງຂອງພວກເຂົາໃນການເຂົ້າຮ່ວມຄຣິສຕະຈັກແມ່ນພຽງເພື່ອຊອກຫາຜູ້ສະໜັບສະໜູນ ຫຼື ທີ່ພັກອາໄສ ແລະ ເພື່ອໃຫ້ໄດ້ມາເຊິ່ງແນວໂນ້ມການພັດທະນາທີ່ພວກເຂົາປາຖະໜາ. ທີ່ຈິງແລ້ວ, ໃນໃຈຂອງພວກເຂົາ, ພວກເຂົາບໍ່ມີຄວາມສົນໃຈໃນການເຊື່ອໃນພຣະເຈົ້າ, ໃນຄວາມຈິງທີ່ພຣະເຈົ້າສະແດງອອກ ຫຼື ໃນວຽກງານແຫ່ງຄວາມລອດພົ້ນທີ່ພຣະເຈົ້າເຮັດ ແລະ ພວກເຂົາບໍ່ຢາກໄດ້ຍິນ ຫຼື ສະແຫວງຫາກ່ຽວກັບສິ່ງເຫຼົ່ານີ້. ໂດຍສະເພາະແລ້ວ, ພວກເຂົາຂາດຄວາມສົນໃຈຢ່າງສິ້ນເຊີງໃນວຽກງານຂອງພຣະເຈົ້າ ແລະ ວຽກງານຂອງພຣະວິນຍານບໍລິສຸດ. ຄົນເຫຼົ່ານີ້ກໍຄືກັບນັກສວຍໂອກາດໃນສັງຄົມ ທີ່ບໍ່ວ່າພວກເຂົາຈະເຂົ້າຮ່ວມໃນອຸດສາຫະກຳໃດກໍຕາມ, ພວກເຂົາເຮັດເຊັ່ນນັ້ນພຽງເພື່ອຊອກຫາໂອກາດທີ່ຈະໄດ້ມາເຊິ່ງຊື່ສຽງ, ຜົນປະໂຫຍດ ແລະ ສະຖານະພາບ ແລະ ເປັນພຽງການລົງທຶນ ແລະ ຈ່າຍລາຄາເພື່ອເຫັນແກ່ແນວໂນ້ມການພັດທະນາ ແລະ ຊະຕາກຳຂອງຕົນເອງເທົ່ານັ້ນ. ເມື່ອໃດກໍຕາມທີ່ພວກເຂົາຄົ້ນພົບວ່າໃນຂະແໜງການ ຫຼື ອຸດສາຫະກຳທີ່ພວກເຂົາໄດ້ທຸ່ມເທຕົວເຂົ້າໃສ່ນັ້ນ ບໍ່ມີແນວໂນ້ມການພັດທະນາທີ່ເຫັນໄດ້ຊັດເຈນໃນປັດຈຸບັນ ຫຼື ວ່າອຸດສາຫະກຳນີ້ບໍ່ອະນຸຍາດໃຫ້ພວກເຂົາສະແດງຈຸດແຂງຂອງຕົນ ແລະ ມີໜ້າມີຕາໃນສັງຄົມໄດ້, ພວກເຂົາກໍມັກຈະຄິດໄລ່ໃນໃຈວ່າຄວນຈະປ່ຽນວຽກ ຫຼື ປ່ຽນສາຍອາຊີບດີບໍ່. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ຄົນປະເພດນີ້ກໍລໍຖ້າໂອກາດທີ່ຈະລົງມືຢູ່ສະເໝີ; ພວກເຂົາມີເຈດຕະນາ ແລະ ຈຸດປະສົງໃນການເຂົ້າຮ່ວມຄຣິສຕະຈັກ. ເມື່ອຄຣິສຕະຈັກກຳລັງຈະເລີນຮຸ່ງເຮືອງ, ເມື່ອສາມາດຢືນຢັດຢ່າງໝັ້ນຄົງ ແລະ ມີແນວໂນ້ມການພັດທະນາໃນສັງຄົມ ຫຼື ໃນປະເທດໃດໜຶ່ງ, ພວກເຂົາກໍຈະທຸ່ມເທຕົວເຂົ້າໃສ່ວຽກງານຂອງຄຣິສຕະຈັກຢ່າງຫ້າວຫັນ ແລະ ກະຕືລືລົ້ນ. ແຕ່ເມື່ອໃດທີ່ຄຣິສຕະຈັກຖືກກົດຂີ່ ແລະ ຈຳກັດ ຫຼື ບໍ່ສາມາດຕອບສະໜອງຕໍ່ຄວາມປາຖະໜາ ແລະ ຄວາມຕ້ອງການສ່ວນຕົວຂອງພວກເຂົາໄດ້, ພວກເຂົາກໍຈະໄຕ່ຕອງວ່າຄວນຈະອອກຈາກຄຣິສຕະຈັກ ແລະ ຊອກຫາເສັ້ນທາງຂ້າງໜ້າສາຍໃໝ່ໃຫ້ກັບຕົນເອງດີບໍ່. ເຫັນໄດ້ຊັດເຈນວ່າ ຈຸດປະສົງທີ່ແທ້ຈິງຂອງຄົນເຫຼົ່ານີ້ໃນການເຂົ້າຮ່ວມຄຣິສຕະຈັກບໍ່ແມ່ນຍ້ອນວ່າພວກເຂົາສົນໃຈໃນຄວາມຈິງ; ພວກເຂົາບໍ່ໄດ້ເຂົ້າຮ່ວມຄຣິສຕະຈັກບົນພື້ນຖານຂອງການຮັບຮູ້ການມີຢູ່ຂອງພຣະເຈົ້າ ແລະ ວຽກງານໃໝ່ຂອງພຣະເຈົ້າໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ. ແມ່ນແຕ່ຕອນທີ່ພວກເຂົາເລືອກຄຣິສຕະຈັກ, ພວກເຂົາກໍເລືອກເອົາຄຣິສຕະຈັກທີ່ມີຊື່ສຽງ, ມີຂະໜາດໃຫຍ່ ແລະ ມີສະມາຊິກຈຳນວນຫຼາຍ ໂດຍສະເພາະແມ່ນຄຣິສຕະຈັກທີ່ມີຊື່ສຽງໃນລະດັບໃດໜຶ່ງທັງພາຍໃນ ແລະ ຕ່າງປະເທດ. ສຳລັບພວກເຂົາແລ້ວ, ມີພຽງຄຣິສຕະຈັກປະເພດນີ້ເທົ່ານັ້ນທີ່ໄດ້ມາດຕະຖານຂອງພວກເຂົາ ແລະ ສອດຄ່ອງກັບເປົ້າໝາຍທີ່ພວກເຂົາປາຖະໜາ ຫຼື ສະແຫວງຫາຢ່າງສົມບູນ. ແຕ່ບໍ່ວ່າຈະເປັນແນວໃດກໍຕາມ, ພວກເຂົາບໍ່ເຄີຍເຊື່ອໃນຄວາມຈິງຢ່າງແທ້ຈິງ ແລະ ທັງບໍ່ເຄີຍຮັບຮູ້ການມີຢູ່ຂອງພຣະເຈົ້າ ຫຼື ວຽກງານຂອງພຣະເຈົ້າຢ່າງຈິງໃຈ. ເຖິງແມ່ນວ່າເບິ່ງພາຍນອກແລ້ວພວກເຂົາອາດຈະເຮັດບາງຢ່າງເພື່ອຄຣິສຕະຈັກ ຫຼື ທຸ່ມເທຕົວເຂົ້າໃສ່ວຽກງານບາງສ່ວນຂອງຄຣິສຕະຈັກໃນບາງຄັ້ງ ແຕ່ໃນສ່ວນເລິກຂອງໃຈຂອງພວກເຂົາ, ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າຍັງຄົງບໍ່ປ່ຽນແປງ. ທັດສະນະຄະຕິຂອງພວກເຂົາແມ່ນຫຍັງ? ທັດສະນະຄະຕິທີ່ສະໝໍ່າສະເໝີຂອງພວກເຂົາກໍຄື ພຽງແຕ່ລອງເບິ່ງໄປກ່ອນ, ເພື່ອເບິ່ງວ່າພວກເຂົາຈະສາມາດໄດ້ຮັບຫຍັງແທ້ຈາກຄຣິສຕະຈັກນີ້, ເພື່ອເບິ່ງວ່າພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ນັ້ນຈະກາຍເປັນຈິງໄດ້ຫຼາຍສໍ່າໃດ ແລະ ເຖິງລະດັບໃດ ແລະ ເພື່ອເບິ່ງວ່າເມື່ອໃດຈະໄດ້ຮັບພອນທີ່ພຣະເຈົ້າໄດ້ສັນຍາໄວ້ກັບມະນຸດ ແລະ ພອນເຫຼົ່ານີ້ຈະສາມາດເຫັນໄດ້ ແລະ ບັນລຸຜົນໃນໄລຍະສັ້ນ ຫຼື ບໍ່. ທັດສະນະຄະຕິຂອງພວກເຂົາເປັນແບບນີ້ສະເໝີ. ພວກເຂົາມາທີ່ເຮືອນຂອງພຣະເຈົ້າດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຄວາມປາຖະໜາທີ່ຈະລອງເບິ່ງ ແລະ ດ້ວຍທັດສະນະຄະຕິທີ່ວ່າ ຖ້າພຣະທຳຂອງພຣະເຈົ້າບັນລຸຜົນ ແລະ ກາຍເປັນຈິງ, ພວກເຂົາກໍຈະໄດ້ຮັບພອນ ແລະ ບໍ່ພາດໂອກາດ. ຄົນດັ່ງກ່າວມາທີ່ເຮືອນຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະເບິ່ງຄືວ່າເປັນມິດກັບຄົນອື່ນ, ປະຕິບັດຕາມກົດລະບຽບ, ບໍ່ກໍ່ການຂັດຂວາງ ຫຼື ການລົບກວນ ແລະ ບໍ່ສ້າງຄວາມວຸ່ນວາຍ ແຕ່ໂດຍອີງໃສ່ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງ, ພວກເຂົາກໍສາມາດຖືກລະບຸໄດ້ວ່າເປັນຜູ້ບໍ່ເຊື່ອຢ່າງຊັດເຈນ.

ພວກເຮົາຈະສາມາດແຍກແຍະຜູ້ບໍ່ເຊື່ອປະເພດທີ່ເຊື່ອໃນພຣະເຈົ້າພຽງເພື່ອສວຍໂອກາດໄດ້ຮັບພອນ ແລະ ບໍ່ມີຄວາມປາຖະໜາທີ່ຈະໄດ້ຮັບຄວາມຈິງໄດ້ແນວໃດ? ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍເທົ່າໃດ, ບໍ່ວ່າຈະມີການໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາແນວໃດກໍຕາມ, ຄວາມຄິດ ແລະ ທັດສະນະຂອງພວກເຂົາຕໍ່ຜູ້ຄົນ ແລະ ສິ່ງຕ່າງໆ, ທັດສະນະຄະຕິຕໍ່ຊີວິດ ແລະ ຄ່ານິຍົມຂອງພວກເຂົາກໍບໍ່ເຄີຍປ່ຽນແປງ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເພາະວ່າພວກເຂົາບໍ່ເຄີຍໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງຈິງຈັງ ແລະ ບໍ່ຍອມຮັບຄວາມຈິງທີ່ພຣະເຈົ້າສະແດງອອກ ຫຼື ສິ່ງທີ່ພຣະເຈົ້າກ່າວກ່ຽວກັບບັນຫາຕ່າງໆຢ່າງສິ້ນເຊີງ. ພວກເຂົາພຽງແຕ່ຍຶດໝັ້ນກັບທັດສະນະຂອງຕົນເອງ ແລະ ປັດຊະຍາຂອງຊາຕານ. ໃນໃຈຂອງພວກເຂົາ, ພວກເຂົາຍັງເຊື່ອວ່າປັດຊະຍາ ແລະ ຫຼັກເຫດຜົນຂອງຊາຕານນັ້ນເໝາະສົມ ແລະ ຖືກຕ້ອງ. ຕົວຢ່າງ: “ທຸກຄົນເບິ່ງໂຕໃຜໂຕມັນ ແລະ ປ່ອຍຜູ້ທີ່ຊ້າສຸດຕາມຊະຕາກໍາຂອງເຂົາ”, “ຂ້າລາຊະການບໍ່ສ້າງຄວາມລຳບາກໃຫ້ກັບຜູ້ທີ່ເອົາຂອງຂວັນມາໃຫ້” ຫຼື “ຄົນດີມີຊີວິດທີ່ສະຫງົບສຸກ”. ມີບາງຄົນເຖິງກັບເວົ້າວ່າ “ເມື່ອຄົນເຮົາເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງເປັນຄົນດີ ເຊິ່ງໝາຍຄວາມວ່າບໍ່ຄວນຂ້າສັດຕັດຊີວິດ; ການຂ້າສັດຕັດຊີວິດເປັນບາບ ແລະ ເປັນສິ່ງທີ່ພຣະເຈົ້າບໍ່ໃຫ້ອະໄພ”. ນີ້ແມ່ນທັດສະນະປະເພດໃດ? ມັນແມ່ນທັດສະນະຂອງຊາວພຸດ. ເຖິງແມ່ນວ່າທັດສະນະຂອງຊາວພຸດອາດຈະສອດຄ່ອງກັບຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ແຕ່ມັນກໍປາສະຈາກຄວາມຈິງໃດໆ. ຄວາມເຊື່ອໃນພຣະເຈົ້າຕ້ອງອີງໃສ່ພຣະທຳຂອງພຣະເຈົ້າ; ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ. ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ບາງຄົນເຖິງກັບຍອມຮັບເອົາທັດສະນະທີ່ໄຮ້ສາລະຂອງຜູ້ບໍ່ມີຄວາມເຊື່ອ ແລະ ທິດສະດີທີ່ຜິດພາດຂອງໂລກສາສະໜາວ່າເປັນຄວາມຈິງ, ພວກເຂົາຖືວ່າມັນເປັນສິ່ງລ້ຳຄ່າ ແລະ ຍຶດໝັ້ນກັບສິ່ງເຫຼົ່ານັ້ນ. ຄົນເຫຼົ່ານີ້ແມ່ນຜູ້ທີ່ຍອມຮັບຄວາມຈິງບໍ? ພວກເຂົາບໍ່ສາມາດແຍກແຍະລະຫວ່າງຄຳເວົ້າຂອງມະນຸດ ແລະ ພຣະທຳຂອງພຣະເຈົ້າ ຫຼື ລະຫວ່າງມານຮ້າຍ ແລະ ຊາຕານ ແລະ ພຣະເຈົ້າທີ່ແທ້ຈິງອົງດຽວ, ພຣະຜູ້ສ້າງໄດ້. ພວກເຂົາບໍ່ໄດ້ອະທິຖານຕໍ່ພຣະເຈົ້າ ຫຼື ສະແຫວງຫາຄວາມຈິງ ແລະ ທັງບໍ່ຍອມຮັບຄວາມຈິງໃດໆທີ່ພຣະເຈົ້າສະແດງອອກ. ຄວາມຄິດ ແລະ ທັດສະນະຂອງພວກເຂົາຕໍ່ຜູ້ຄົນ, ໂລກພາຍນອກ ແລະ ເລື່ອງອື່ນໆທັງໝົດບໍ່ເຄີຍປ່ຽນແປງ. ພວກເຂົາຍຶດໝັ້ນພຽງແຕ່ທັດສະນະທີ່ພວກເຂົາເຄີຍມີມາຕະຫຼອດ ເຊິ່ງມາຈາກວັດທະນະທຳດັ້ງເດີມ. ບໍ່ວ່າທັດສະນະເຫຼົ່ານັ້ນຈະໄຮ້ສາລະສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຮັບຮູ້ໄດ້ ແລະ ພວກເຂົາຍັງຄົງຍຶດໝັ້ນກັບທັດສະນະທີ່ຜິດພາດເຫຼົ່ານັ້ນ ແລະ ບໍ່ຍອມປ່ອຍວາງ. ນີ້ແມ່ນການສະແດງອອກຢ່າງໜຶ່ງຂອງຜູ້ບໍ່ເຊື່ອ. ແລ້ວອີກຢ່າງໜຶ່ງແມ່ນຫຍັງ? ນັ້ນກໍຄືຄວາມກະຕືລືລົ້ນ, ອາລົມ ແລະ ຄວາມເຊື່ອຂອງພວກເຂົາປ່ຽນແປງໄປຕາມຂະໜາດຂອງຄຣິສຕະຈັກທີ່ເພີ່ມຂຶ້ນ ແລະ ສະຖານະພາບໃນສັງຄົມທີ່ເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງ. ຕົວຢ່າງ: ເມື່ອວຽກງານຂອງຄຣິສຕະຈັກຂະຫຍາຍໄປຕ່າງປະເທດ ແລະ ເພີ່ມຂະໜາດຂຶ້ນ, ເມື່ອວຽກງານຂ່າວປະເສີດເຜີຍແຜ່ອອກໄປຢ່າງເຕັມທີ່, ພວກເຂົາເຫັນສິ່ງນີ້ ແລະ ຮູ້ສຶກມີກຳລັງໃຈຂຶ້ນມາທັນທີ. ພວກເຂົາຮູ້ສຶກວ່າຄຣິສຕະຈັກກຳລັງມີອິດທິພົນນັບມື້ນັບຫຼາຍຂຶ້ນ ແລະ ຈະບໍ່ຕ້ອງທົນທຸກຈາກການກົດຂີ່ ແລະ ການຂົ່ມເຫັງຂອງລັດຖະບານອີກຕໍ່ໄປ, ພວກເຂົາເຊື່ອວ່າມີຄວາມຫວັງສຳລັບຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ວ່າພວກເຂົາສາມາດເຊີດໜ້າຊູຕາໄດ້; ແລະ ດັ່ງນັ້ນ ພວກເຂົາຈຶ່ງຮູ້ສຶກວ່າເມື່ອເຊື່ອໃນພຣະເຈົ້າ, ພວກເຂົາໄດ້ວາງເດີມພັນຖືກຕ້ອງແລ້ວ, ວ່າການພະນັນຂອງພວກເຂົາກຳລັງຈະເຫັນຜົນໃນທີ່ສຸດ. ພວກເຂົາຮູ້ສຶກວ່າໂອກາດໃນການໄດ້ຮັບພອນຂອງພວກເຂົານັບມື້ນັບຫຼາຍຂຶ້ນ ແລະ ໃນທີ່ສຸດພວກເຂົາກໍເລີ່ມມີກຳລັງໃຈຂຶ້ນ. ໃນຊ່ວງຫຼາຍປີທີ່ຜ່ານມາ, ພວກເຂົາເຄີຍຮູ້ສຶກຖືກກົດຂີ່, ເຈັບປວດ ແລະ ທຸກທໍລະມານ ເພາະພວກເຂົາມັກຈະເຫັນການຈັບກຸມ ແລະ ການປາບປາມຊາວຄຣິສໂດຍພະຍານາກໃຫຍ່ສີແດງ. ເປັນຫຍັງພວກເຂົາຈຶ່ງຮູ້ສຶກທຸກທໍລະມານ? ເພາະວ່າຄຣິສຕະຈັກຢູ່ໃນສະຖານະການທີ່ລຳບາກຢ່າງຍິ່ງ ແລະ ພວກເຂົາກັງວົນວ່າພວກເຂົາໄດ້ເລືອກຖືກຕ້ອງແລ້ວບໍໃນການເຊື່ອໃນພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາກໍກັງວົນ ແລະ ເປັນຫ່ວງວ່າພວກເຂົາຄວນຈະຢູ່ຕໍ່ ຫຼື ອອກຈາກຄຣິສຕະຈັກ. ໃນຊ່ວງຫຼາຍປີເຫຼົ່ານັ້ນ, ບໍ່ວ່າຄຣິສຕະຈັກຈະປະເຊີນກັບສະຖານະການທີ່ຫຍຸ້ງຍາກສໍ່າໃດ, ມັນກໍຈະສົ່ງຜົນກະທົບຕໍ່ອາລົມຂອງພວກເຂົາ; ບໍ່ວ່າຄຣິສຕະຈັກຈະເຮັດວຽກງານໃດກໍຕາມ ແລະ ບໍ່ວ່າຊື່ສຽງ ແລະ ສະຖານະຂອງຄຣິສຕະຈັກໃນສັງຄົມຈະຜັນຜວນແນວໃດ, ມັນກໍຈະສົ່ງຜົນກະທົບຕໍ່ອາລົມ ແລະ ຄວາມຮູ້ສຶກຂອງພວກເຂົາ. ຄຳຖາມທີ່ວ່າພວກເຂົາຄວນຈະຢູ່ຕໍ່ ຫຼື ຈາກໄປນັ້ນ ວົນວຽນຢູ່ໃນໃຈຂອງພວກເຂົາສະເໝີ. ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອ, ບໍ່ແມ່ນບໍ? ເມື່ອຄຣິສຕະຈັກຖືກປະນາມ ແລະ ປາບປາມໂດຍລັດຖະບານຂອງປະເທດ ຫຼື ເມື່ອຜູ້ເຊື່ອຖືກຈັບກຸມ ຫຼື ຖືກພິພາກສາ, ປະນາມ, ໃສ່ຮ້າຍປ້າຍສີ ແລະ ຖືກປະຕິເສດໂດຍໂລກສາສະໜາ, ພວກເຂົາກໍຮູ້ສຶກອັບອາຍຢ່າງຍິ່ງ ແລະ ເຖິງກັບຮູ້ສຶກລະອາຍ ແລະ ຕ່ຳຕ້ອຍທີ່ໄດ້ເຂົ້າຮ່ວມຄຣິສຕະຈັກ; ໃຈຂອງພວກເຂົາກໍຫວັ່ນໄຫວ ແລະ ພວກເຂົາກໍເສຍໃຈທີ່ໄດ້ເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກ. ພວກເຂົາບໍ່ເຄີຍມີເຈດຕະນາທີ່ຈະຮ່ວມທຸກຮ່ວມສຸກກັບຄຣິສຕະຈັກ ຫຼື ທົນທຸກຄຽງຂ້າງພຣະຄຣິສເລີຍ. ແທນທີ່ຈະເປັນແນວນັ້ນ, ເມື່ອຄຣິສຕະຈັກກຳລັງຈະເລີນຮຸ່ງເຮືອງ, ພວກເຂົາກໍເບິ່ງຄືວ່າເຕັມໄປດ້ວຍຄວາມເຊື່ອ ແຕ່ເມື່ອຄຣິສຕະຈັກຖືກຂົ່ມເຫັງ, ຖືກປະຕິເສດ, ຖືກປາບປາມ ແລະ ຖືກປະນາມ, ພວກເຂົາກໍຢາກຈະຫຼົບໜີ, ຢາກຈະຈາກໄປ. ເມື່ອພວກເຂົາບໍ່ເຫັນຄວາມຫວັງໃດໆໃນການໄດ້ຮັບພອນ ຫຼື ຄວາມຫວັງໃດໆໃນການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກ, ພວກເຂົາກໍຍິ່ງຢາກຈະຈາກໄປຫຼາຍຂຶ້ນ. ເມື່ອພວກເຂົາບໍ່ເຫັນພຣະທຳຂອງພຣະເຈົ້າບັນລຸຜົນ ແລະ ບໍ່ຮູ້ວ່າຄວາມຫາຍະນະໃຫຍ່ຈະເກີດຂຶ້ນເມື່ອໃດ ແລະ ຈະສິ້ນສຸດລົງເມື່ອໃດ ຫຼື ອານາຈັກຂອງພຣະຄຣິສຈະປະກົດເປັນຈິງເມື່ອໃດ, ພວກເຂົາກໍຫວັ່ນໄຫວຢ່າງບໍ່ແນ່ນອນ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງຕົນດ້ວຍໃຈທີ່ສະຫງົບໄດ້. ເມື່ອໃດກໍຕາມທີ່ສິ່ງນີ້ເກີດຂຶ້ນ, ພວກເຂົາກໍຢາກຈະປະຖິ້ມພຣະເຈົ້າ, ປະຖິ້ມຄຣິສຕະຈັກ ແລະ ຊອກຫາທາງອອກ. ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອ, ບໍ່ແມ່ນບໍ? ທຸກການກະທຳຂອງພວກເຂົາແມ່ນເພື່ອຜົນປະໂຫຍດທາງເນື້ອໜັງຂອງຕົນເອງ. ຄວາມຄິດ ແລະ ທັດສະນະຂອງພວກເຂົາຈະບໍ່ມີວັນຄ່ອຍໆປ່ຽນແປງໄປຜ່ານປະສົບການໃນວຽກງານຂອງພຣະເຈົ້າ ຫຼື ໂດຍການອ່ານພຣະທຳຂອງພຣະອົງ, ການໂອ້ລົມຄວາມຈິງ ແລະ ການດຳລົງຊີວິດໃນຄຣິສຕະຈັກ. ເມື່ອມີບາງຢ່າງເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງ ຫຼື ຄົ້ນຫາວ່າພຣະທຳຂອງພຣະເຈົ້າກ່າວເຖິງເລື່ອງນັ້ນແນວໃດ, ເຈດຕະນາຂອງພຣະເຈົ້າແມ່ນຫຍັງ, ພຣະເຈົ້ານຳພາຜູ້ຄົນແນວໃດ ຫຼື ພຣະອົງຮຽກຮ້ອງຫຍັງຈາກຜູ້ຄົນ. ເປົ້າໝາຍດຽວຂອງພວກເຂົາໃນການເຂົ້າຮ່ວມຄຣິສຕະຈັກກໍຄືການລໍຖ້າໃຫ້ເຖິງມື້ທີ່ຄຣິສຕະຈັກຈະສາມາດ “ເຊີດໜ້າຊູຕາໄດ້” ເພື່ອທີ່ພວກເຂົາຈະສາມາດສວຍເອົາຜົນປະໂຫຍດທີ່ພວກເຂົາປາຖະໜາມາໂດຍຕະຫຼອດ. ແນ່ນອນວ່າ ພວກເຂົາເຂົ້າຮ່ວມຄຣິສຕະຈັກກໍເພາະວ່າພວກເຂົາເຫັນວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແຕ່ພວກເຂົາບໍ່ຍອມຮັບຄວາມຈິງຢ່າງສິ້ນເຊີງ ແລະ ພວກເຂົາບໍ່ເຊື່ອວ່າພຣະທຳທັງໝົດຂອງພຣະເຈົ້າຈະບັນລຸຜົນ. ແລ້ວພວກເຈົ້າວ່າແນວໃດ, ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ). ບໍ່ວ່າຈະເກີດຫຍັງຂຶ້ນໃນຄຣິສຕະຈັກ ຫຼື ໂລກພາຍນອກ, ພວກເຂົາກໍຈະປະເມີນວ່າຜົນປະໂຫຍດຂອງພວກເຂົາຈະໄດ້ຮັບຜົນກະທົບຫຼາຍສໍ່າໃດ ແລະ ມັນຈະສົ່ງຜົນກະທົບຕໍ່ເປົ້າໝາຍທີ່ພວກເຂົາສະແຫວງຫາຫຼາຍສໍ່າໃດ. ພຽງແຕ່ມີສັນຍານຂອງບັນຫາໜ້ອຍໜຶ່ງ, ພວກເຂົາກໍຈະຄິດເຖິງອະນາຄົດ, ຜົນປະໂຫຍດຂອງຕົນເອງ ແລະ ເລື່ອງທີ່ວ່າພວກເຂົາຄວນຈະຢູ່ຕໍ່ ຫຼື ອອກຈາກຄຣິສຕະຈັກທັນທີດ້ວຍຄວາມສະຫຼຽວສະຫຼາດ. ມີບາງຄົນທີ່ຖາມຢູ່ເລື້ອຍໆວ່າ “ປີກາຍນີ້ມີຄົນເວົ້າວ່າວຽກງານຂອງພຣະເຈົ້າຈະສິ້ນສຸດລົງ, ແລ້ວເປັນຫຍັງຕອນນີ້ມັນຍັງດຳເນີນຢູ່? ວຽກງານຂອງພຣະເຈົ້າຈະສິ້ນສຸດລົງໃນປີໃດກັນແທ້? ຂ້ອຍບໍ່ມີສິດທີ່ຈະຮູ້ບໍ? ຂ້ອຍກໍອົດທົນມາດົນພໍແລ້ວ, ເວລາຂອງຂ້ອຍກໍມີຄ່າ, ໄວໜຸ່ມຂອງຂ້ອຍກໍມີຄ່າ, ຊິໃຫ້ຂ້ອຍລໍຖ້າແບບນີ້ໄປເລື້ອຍໆບໍ່ໄດ້ດອກເນາະ?” ພວກເຂົາອ່ອນໄຫວເປັນພິເສດຕໍ່ເລື່ອງທີ່ວ່າພຣະທຳຂອງພຣະເຈົ້າໄດ້ບັນລຸຜົນແລ້ວບໍ, ສະຖານະການຂອງຄຣິສຕະຈັກ ແລະ ສະຖານະພາບ ແລະ ຊື່ສຽງຂອງມັນ. ພວກເຂົາບໍ່ສົນໃຈວ່າພວກເຂົາຈະສາມາດໄດ້ຮັບຄວາມຈິງ ຫຼື ບໍ່ ຫຼື ພວກເຂົາຈະສາມາດລອດພົ້ນໄດ້ ຫຼື ບໍ່ ແຕ່ພວກເຂົາອ່ອນໄຫວຫຼາຍຕໍ່ເລື່ອງທີ່ວ່າພວກເຂົາຈະສາມາດຢູ່ລອດໄດ້ ຫຼື ບໍ່ ແລະ ພວກເຂົາຈະສາມາດໄດ້ຮັບຜົນປະໂຫຍດ ແລະ ພອນໂດຍການຢູ່ໃນເຮືອນຂອງພຣະເຈົ້າໄດ້ ຫຼື ບໍ່. ຄົນປະເພດນີ້ແມ່ນນັກສວຍໂອກາດໃນຄວາມປາຖະໜາທີ່ຈະໄດ້ຮັບພອນ. ເຖິງແມ່ນວ່າພວກເຂົາຈະເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຍັງຈະບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາຈະບໍ່ມີຄຳພະຍານຈາກປະສົບການໃດໆທີ່ຈະເວົ້າເຖິງ. ພວກເຈົ້າເຄີຍພົບຄົນແບບນີ້ບໍ? ທີ່ຈິງແລ້ວ, ຄົນແບບນັ້ນມີຢູ່ໃນທຸກຄຣິສຕະຈັກ. ພວກເຈົ້າຕ້ອງໃສ່ໃຈໃນການແຍກແຍະພວກເຂົາ. ບຸກຄົນດັ່ງກ່າວລ້ວນແຕ່ເປັນຜູ້ບໍ່ເຊື່ອ, ພວກເຂົາເປັນຕົວໄພໃນເຮືອນຂອງພຣະເຈົ້າ, ພວກເຂົາຈະນຳຄວາມເສຍຫາຍຢ່າງໃຫຍ່ຫຼວງມາໃຫ້ ແລະ ບໍ່ມີຜົນປະໂຫຍດໃດໆຕໍ່ຄຣິສຕະຈັກ ແລະ ພວກເຂົາຕ້ອງຖືກຄັດອອກຈາກຄຣິສຕະຈັກ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?