ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22) ສ່ວນທີ ສາມ

ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຊ້າປະເພດຕ່າງໆ

ໃຫ້ກັບມາທີ່ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດທຸກປະເພດ”. ໃຫ້ມາເບິ່ງວ່າວຽກງານນີ້ທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດນັ້ນກ່ຽວຂ້ອງກັບແຕ່ລະລາຍລະອຽດກ່ຽວກັບຄຣິສຕະຈັກທີ່ເຮົາຫາກໍໄດ້ໂອ້ລົມ ຫຼື ບໍ່. ເປັນຫຍັງພວກເຮົາຈຶ່ງຈຳເປັນຕ້ອງໂອ້ລົມກັນກ່ຽວກັບລາຍລະອຽດສະເພາະເຫຼົ່ານີ້? ລາຍລະອຽດເຫຼົ່ານີ້ມີຄວາມກ່ຽວຂ້ອງແນວໃດກັບວຽກງານນີ້ທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ? (ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດເຫຼົ່ານີ້ບໍ່ແມ່ນສະມາຊິກຂອງຄຣິສຕະຈັກ ແລະ ຈຳເປັນຕ້ອງຖືກຊໍາລະລ້າງອອກໄປ. ຍິ່ງໄປກວ່ານັ້ນ, ການມີຢູ່ຂອງພວກເຂົາກໍກີດຂວາງ ແລະ ລົບກວນວຽກງານທີ່ຄຣິສຕະຈັກເຮັດ.) ສະນັ້ນ, ມັນຈຶ່ງມີຄວາມກ່ຽວຂ້ອງກັນ; ການໂອ້ລົມນີ້ບໍ່ໄດ້ໄຮ້ຄວາມໝາຍ. ຫຼັງຈາກທີ່ເຂົ້າໃຈແຕ່ລະລາຍລະອຽດກ່ຽວກັບຄຳເອີ້ນ ຫຼື ຄຳນິຍາມຂອງຄຣິສຕະຈັກແລ້ວ, ໃຫ້ກວດສອບເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕໍ່ສະມາຊິກຄຣິສຕະຈັກແນວໃດ, ພວກເຂົາຄວນປະຕິບັດຕໍ່ຄົນປະເພດຕ່າງໆທີ່ຈຳເປັນຕ້ອງຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກແນວໃດ, ພວກເຂົາຈະສາມາດເຮັດວຽກງານນີ້ໄດ້ດີແນວໃດ ແລະ ພວກເຂົາຄວນເຮັດຄວາມຮັບຜິດຊອບຂອງຕົນໃຫ້ສໍາເລັດ ແລະ ຮັກສາວຽກງານຂອງຄຣິສຕະຈັກແນວໃດ. ກ່ອນອື່ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈວ່າຄຳນິຍາມຂອງຄຣິສຕະຈັກແມ່ນຫຍັງ, ເປັນຫຍັງຄຣິສຕະຈັກຈຶ່ງຈຳເປັນຕ້ອງມີຢູ່ ແລະ ຄຣິສຕະຈັກຄວນເຮັດວຽກງານຫຍັງ. ຫຼັງຈາກທີ່ເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ຈາກນັ້ນພວກເຂົາກໍຄວນເບິ່ງວ່າສະມາຊິກຄຣິສຕະຈັກຄົນປັດຈຸບັນຄົນໃດທີ່ບໍ່ໄດ້ມີບົດບາດໃນທາງບວກກ່ຽວກັບຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ ຫຼື ວຽກງານທີ່ຄຣິສຕະຈັກເຮັດ ຫຼື ຜູ້ທີ່ອາດຈະກໍ່ໃຫ້ເກີດການຂັດຂວາງ, ການລົບກວນ ແລະ ຜົນກະທົບໃນທາງລົບຕໍ່ວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ ຫຼື ແມ່ນແຕ່ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊື່ສຽງຂອງຄຣິສຕະຈັກ ແລະ ເຮັດໃຫ້ພຣະນາມຂອງພຣະເຈົ້າເສື່ອມເສຍ. ການແຍກແຍະຢ່າງຊັດເຈນ ແລະ ການກຳຈັດອອກ ຫຼື ການຂັບໄລ່ຄົນເຫຼົ່ານີ້ໂດຍທັນທີ, ນີ້ບໍ່ແມ່ນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? (ແມ່ນແລ້ວ.) ສະນັ້ນ, ສິ່ງໃດທີ່ກ່ຽວຂ້ອງໃນການເຮັດວຽກງານນີ້ໃຫ້ດີ? ເພື່ອກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າທຸກປະເພດ ແລະ ເຮັດໃຫ້ຄຣິສຕະຈັກບໍລິສຸດ, ເພື່ອໃຫ້ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກໄດ້ສະແດງອອກມາ ແລະ ເພື່ອໃຫ້ຄຣິສຕະຈັກໄດ້ເຮັດສຳເລັດບົດບາດທີ່ຄວນຈະເປັນ, ພ້ອມທັງໃຫ້ວຽກງານຂອງຄຣິສຕະຈັກດຳເນີນໄປຢ່າງລ່ຽນໄຫຼ, ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງແຍກແຍະໃຫ້ໄດ້ວ່າຄົນໃດໃນຄຣິສຕະຈັກທີ່ເປັນຄົນຊົ່ວຊ້າ ແລະ ເປັນພວກຕໍ່ຕ້ານພຣະຄຣິດ. ນີ້ຄືຂໍ້ມູນ ຫຼື ສະຖານະການຕົວຈິງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງກຳແໜ້ນໄວ້ກ່ອນ ເມື່ອດຳເນີນການວຽກງານນີ້. ເລື່ອງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະເຊີນໃນວຽກງານນີ້ກໍຄືການແຍກແຍະຄົນປະເພດຕ່າງໆ. ຈຸດປະສົງຂອງການແຍກແຍະຄົນປະເພດຕ່າງໆແມ່ນຫຍັງ? ມັນກໍຄືການຈັດແບ່ງພວກເຂົາຕາມປະເພດຂອງພວກເຂົາ ແລະ ປົກປ້ອງຜູ້ທີ່ເປັນສະມາຊິກທີ່ແທ້ຈິງຂອງຄຣິສຕະຈັກ. ຢ່າງໃດກໍຕາມ, ພຽງແຕ່ການປົກປ້ອງຄົນເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າວຽກງານທີ່ລະບຸໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສີ່ນັ້ນໄດ້ສຳເລັດລົງດ້ວຍດີ. ແລ້ວແມ່ນຫຍັງຄືດ້ານທີ່ສຳຄັນທີ່ສຸດຂອງການດຳເນີນການວຽກງານນີ້ໃຫ້ສຳເລັດຜົນ? ມັນຄືການກຳຈັດອອກ ຫຼື ການຂັບໄລ່ຜູ້ບໍ່ເຊື່ອ ແລະ ຄົນຊົ່ວຊ້າທຸກປະເພດທີ່ບໍ່ໄດ້ເປັນຂອງຄຣິສຕະຈັກ. ບໍ່ວ່າຄົນເຫຼົ່ານີ້ຈະຖືກກຳນົດວ່າເປັນຄົນຊົ່ວຊ້າ ຫຼື ເປັນພວກຕໍ່ຕ້ານພຣະຄຣິດກໍຕາມ, ຖ້າພວກເຂົາເຂົ້າເງື່ອນໄຂທີ່ຈະຖືກກຳຈັດອອກ ຫຼື ຂັບໄລ່, ກໍຈຳເປັນຕ້ອງໄດ້ເຮັດວຽກງານນີ້ ແລະ ກໍເຖິງເວລາທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດສຳເລັດຄວາມຮັບຜິດຊອບຂອງຕົນ. ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກັນກ່ຽວກັບວິທີແຍກແຍະຄົນປະເພດຕ່າງໆ.

I. ໂດຍອີງໃສ່ຈຸດປະສົງຂອງການເຊື່ອໃນພຣະເຈົ້າ

ພວກເຮົາຄວນແຍກແຍະຄົນປະເພດຕ່າງໆແນວໃດ? ມາດຕະຖານທຳອິດກໍຄືການແຍກແຍະພວກເຂົາຕາມຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ. ມາດຕະຖານທີສອງແມ່ນຕາມຄວາມເປັນມະນຸດຂອງພວກເຂົາ. ແລະ ມາດຕະຖານທີສາມແມ່ນຕາມທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງພວກເຂົາ. ຖ້າພວກເຮົາຈະໃຊ້ຫົວຂໍ້ຍ່ອຍທີ່ລຽບງ່າຍ, ສັ້ນໆ, ພວກມັນກໍຈະເປັນ: ໜຶ່ງ, ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ; ສອງ, ຄວາມເປັນມະນຸດຂອງພວກເຂົາ; ແລະ ສາມ, ທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງພວກເຂົາ. ຕອນນີ້ທີ່ພວກເຮົາມີສາມຫົວຂໍ້ຍ່ອຍນີ້ແລ້ວ, ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບແຕ່ລະຫົວຂໍ້ແມ່ນຫຍັງ? ກ່ອນໜ້ານີ້ພວກເຮົາບໍ່ໄດ້ໂອ້ລົມກັນຫຼາຍກ່ຽວກັບຈຸດປະສົງຂອງຜູ້ຄົນໃນການເຊື່ອໃນພຣະເຈົ້າ. ພວກເຮົາໄດ້ເວົ້າຫຼາຍຂຶ້ນກ່ຽວກັບຄວາມເປັນມະນຸດຂອງຜູ້ຄົນ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ໜ້າທີ່ຂອງພວກເຂົາ, ສະນັ້ນ ພວກເຈົ້າຈຶ່ງຄຸ້ນເຄີຍກັບສິ່ງເຫຼົ່ານີ້ຫຼາຍກວ່າ. ຕາມຈິງແລ້ວ ຈຸດປະສົງຂອງຜູ້ຄົນໃນການເຊື່ອໃນພຣະເຈົ້າກໍເປັນສິ່ງທີ່ພວກເຈົ້າຄຸ້ນເຄີຍກັນດີພໍສົມຄວນ ເພາະພວກເຈົ້າເອງກໍມາເຊື່ອໃນພຣະເຈົ້າດ້ວຍຈຸດປະສົງ. ບາງຄົນເຊື່ອໃນພຣະເຈົ້າເພາະພວກເຂົາບໍ່ຢາກໄປນະຮົກ, ບາງຄົນຢາກໄປສະຫວັນ, ບາງຄົນບໍ່ຢາກຕາຍ, ບາງຄົນຢາກຫຼີກລ່ຽງໄພພິບັດ, ບາງຄົນພຽງແຕ່ຢາກເປັນຄົນດີ, ບາງຄົນຢາກຫຼີກລ່ຽງການຖືກກົດຂີ່ຂົ່ມເຫັງ ແລະ ອື່ນໆ. ຫົວຂໍ້ນີ້ບໍ່ຄວນແມ່ນສິ່ງທີ່ພວກເຈົ້າຈະບໍ່ຄຸ້ນເຄີຍ; ມັນເປັນພຽງແຕ່ວ່າລາຍລະອຽດທີ່ເຮົາຈະເວົ້າເຖິງອາດຈະເປັນສິ່ງທີ່ພວກເຈົ້າບໍ່ຄຸ້ນເຄີຍ. ພວກເຈົ້າອາດຈະຮູ້ສຶກບໍ່ແນ່ໃຈກ່ຽວກັບພວກມັນ, ບໍ່ຮູ້ວ່າເຮົາຈະເວົ້າຫຍັງກ່ຽວກັບພວກມັນ ຫຼື ຈະເລີ່ມຕົ້ນຈາກໃສ. ສະນັ້ນ, ໃຫ້ໂອ້ລົມກັນກ່ຽວກັບເລື່ອງນີ້ໂດຍຫຍໍ້. ບອກເຮົາມາເບິ່ງ, ຄົນທີ່ມີເຈດຕະນາ ແລະ ຈຸດປະສົງປະເພດໃດໃນການເຊື່ອໃນພຣະເຈົ້າທີ່ເປັນຜູ້ທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່? (ຜູ້ທີ່ສະແຫວງຫາພຽງແຕ່ຊື່ສຽງ ແລະ ສະຖານະພາບ ແລະ ຕ້ອງການພຽງແຕ່ອຳນາດ ແລະ ຜູ້ທີ່ຈະລົບກວນຄຣິສຕະຈັກໂດຍບໍ່ເລືອກວິທີການເພື່ອສະຖານະພາບຂອງພວກເຂົາ.) ນີ້ແມ່ນຄົນປະເພດໜຶ່ງ. ມີປະເພດອື່ນອີກບໍ? (ຜູ້ບໍ່ເຊື່ອທີ່ສະແຫວງຫາພຽງແຕ່ພອນ ແລະ ຊອກກິນຈົນອິ່ມ.) ຜູ້ບໍ່ເຊື່ອ, ນີ້ແມ່ນອີກປະເພດໜຶ່ງ. ມີອີກບໍ? ພວກເຈົ້າອາດຈະກຳລັງຄິດເຖິງການສະແດງອອກຂອງບາງຄົນ ແຕ່ພວກເຈົ້າບໍ່ສາມາດແຍກແຍະໄດ້ຢ່າງຊັດເຈນວ່າຄົນເຫຼົ່ານີ້ພຽງແຕ່ກຳລັງເປີດເຜີຍອຸປະນິໄສທີ່ເສື່ອມຊາມ ຫຼື ພວກເຂົາເປັນຄົນທີ່ມີຈຸດປະສົງທີ່ບໍ່ບໍລິສຸດໃນການເຊື່ອໃນພຣະເຈົ້າທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່. ພວກເຈົ້າບໍ່ສາມາດຄິດອອກ ແລະ ຮູ້ສຶກວ່າມັນບໍ່ຊັດເຈນ, ສະນັ້ນ ພວກເຈົ້າຈຶ່ງບໍ່ສາມາດເວົ້າອອກມາຢ່າງຊັດເຈນໄດ້. ຫົວຂໍ້ກ່ຽວກັບຈຸດປະສົງຂອງຜູ້ຄົນໃນການເຊື່ອໃນພຣະເຈົ້ານັ້ນຂ້ອນຂ້າງກວ້າງ. ທຸກຄົນມີເຈດຕະນາ ແລະ ຈຸດປະສົງບາງຢ່າງໃນການເຊື່ອໃນພຣະເຈົ້າ. ຢ່າງໃດກໍຕາມ, ຄົນປະເພດຕ່າງໆທີ່ມີຈຸດປະສົງທີ່ບໍ່ບໍລິສຸດໃນການເຊື່ອໃນພຣະເຈົ້າທີ່ພວກເຮົາກຳລັງເວົ້າເຖິງຢູ່ນີ້ບໍ່ເຂົ້າເງື່ອນໄຂສຳລັບຄວາມລອດພົ້ນຂອງພຣະເຈົ້າ. ພວກເຂົາບໍ່ສາມາດບັນລຸຄວາມລອດພົ້ນໄດ້ ແລະ ພວກເຂົາບໍ່ສາມາດບັນລຸໄດ້ແມ່ນແຕ່ມາດຕະຖານຂັ້ນຕໍ່າສຸດຂອງການເປັນຜູ້ອອກເຫື່ອແຮງ. ບໍ່ວ່າຄົນເຫຼົ່ານີ້ຈະມີຈຸດປະສົງຫຍັງກໍຕາມໃນການເຊື່ອໃນພຣະເຈົ້າ, ໃນກໍລະນີໃດກໍຕາມ, ເມື່ອໄດ້ຮັບໂອກາດ, ຄົນເຫຼົ່ານີ້ທີ່ມາເຊື່ອໃນພຣະເຈົ້າດ້ວຍຈຸດປະສົງກໍຈະພະຍາຍາມບັນລຸເປົ້າໝາຍຂອງພວກເຂົາ ແລະ ຖ້າພວກເຂົາບໍ່ມີໂອກາດ, ພວກເຂົາກໍຈະກະທຳຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ. ສິ່ງນີ້ຈະນຳມາເຊິ່ງຜົນຮ້າຍແຮງທີ່ຄາດບໍ່ເຖິງຕໍ່ວຽກງານຂອງຄຣິສຕະຈັກ ຫຼື ຕໍ່ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ຄົນເຫຼົ່ານີ້ຄວນເປັນເປົ້າໝາຍສຳລັບການກຳຈັດອອກ ຫຼື ການຂັບໄລ່. ຍັງບໍ່ທັນເວົ້າເຖິງຄວາມເປັນມະນຸດຂອງຄົນເຫຼົ່ານີ້ ຫຼື ທັດສະນະຄະຕິທີ່ພວກເຂົາມີຕໍ່ໜ້າທີ່ຂອງພວກເຂົາ, ພຽງແຕ່ເວົ້າໃນແງ່ຂອງຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ມັນບໍ່ແມ່ນເພື່ອການຍອມຮັບຄວາມຈິງ ແລະ ການຮັບຄວາມລອດພົ້ນຢ່າງເດັດຂາດ, ແລ້ວຍິ່ງໄປກວ່ານັ້ນ ມັນບໍ່ແມ່ນເພື່ອການອ່ອນນ້ອມ ແລະ ການນະມັດສະການພຣະເຈົ້າ. ສະນັ້ນ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໂດຍທຳມະຊາດແລ້ວກໍຈະບໍ່ສົ່ງຜົນໃຫ້ເກີດຄວາມລອດພົ້ນ. ແທນທີ່ຈະປ່ອຍໃຫ້ຄົນເຫຼົ່ານີ້ຢູ່ໃນຄຣິສຕະຈັກ ແລະ ລົບກວນຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງຕໍ່ເນື່ອງ ເຊິ່ງກໍຄືອ້າຍເອື້ອຍນ້ອງທີ່ແທ້ຈິງ, ກໍຄວນແຍກແຍະ ແລະ ກຳນົດວ່າພວກເຂົາເປັນຄົນແນວໃດຢ່າງຖືກຕ້ອງໂດຍໄວທີ່ສຸດ ແລະ ຈາກນັ້ນກໍກຳຈັດພວກເຂົາອອກຈາກຄຣິສຕະຈັກໂດຍທັນທີ. ພວກເຂົາບໍ່ຄວນຖືກປະຕິບັດຄືກັບສະມາຊິກຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ. ແລ້ວຄົນປະເພດເຫຼົ່ານີ້ແມ່ນໃຜ? ເມື່ອກີ້ນີ້, ພວກເຈົ້າໄດ້ເວົ້າແບບກວ້າງໆກ່ຽວກັບແນວຄວາມຄິດບາງຢ່າງ. ເຮົາຈະຍົກຕົວຢ່າງທີ່ເປັນຮູບປະທຳບາງຢ່າງ ແລະ ພວກເຈົ້າກໍຈະເຂົ້າໃຈເມື່ອພວກເຈົ້າໄດ້ຟັງ.

1. ເພື່ອຕອບສະໜອງຕໍ່ຄວາມປາຖະໜາທີ່ຈະເປັນຂ້າລາຊະການ

ກ່ອນອື່ນ, ໃຫ້ມາເວົ້າກ່ຽວກັບຄົນປະເພດທຳອິດທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ບາງຄົນຢາກເປັນເຈົ້າເປັນຂ້າລາຊະການໃນສັງຄົມຢູ່ສະເໝີ ແລະ ນຳກຽດຕິຍົດມາສູ່ວົງຕະກຸນຂອງພວກເຂົາ ແຕ່ເສັ້ນທາງອາຊີບຂອງພວກເຂົາບໍ່ປະສົບຜົນສຳເລັດ. ແນວໃດກໍຕາມ, ຄວາມປາຖະໜາທີ່ຈະເປັນຂ້າລາຊະການຂອງພວກເຂົາກໍບໍ່ໄດ້ຫຼຸດໜ້ອຍຖອຍລົງເລີຍ. ແຕ່ສະຖານະທາງສັງຄົມຂອງຄອບຄົວພວກເຂົາບໍ່ສູງ, ດັ່ງນັ້ນ ພວກເຂົາຈຶ່ງຮູ້ສຶກວ່າຊີວິດໝົດຫວັງ ແລະ ເຫັນວ່າໂລກນີ້ບໍ່ຍຸຕິທຳເກີນໄປ, ແມ່ນແຕ່ຄວາມປາຖະໜານ້ອຍໆນີ້ກໍຍັງບໍ່ສາມາດບັນລຸໄດ້. ພວກເຂົາຮູ້ສຶກວ່າຕົນເອງມີຄວາມຮູ້ ແລະ ຄວາມສາມາດຢູ່ແດ່ ແຕ່ບໍ່ມີໃຜເຫັນຄຸນຄ່າ. ພວກເຂົາບໍ່ສາມາດຫາຜູ້ສະໜັບສະໜູນໄດ້ ແລະ ໂອກາດທີ່ຈະໄດ້ເປັນຂ້າລາຊະການກໍເບິ່ງຄືວ່າຫ່າງໄກຫຼາຍສຳລັບພວກເຂົາ. ໃນສະຖານະການທີ່ໝົດຫວັງນີ້, ພວກເຂົາກໍໄດ້ພົບກັບຄຣິສຕະຈັກ. ພວກເຂົາຮູ້ສຶກວ່າ ຖ້າພວກເຂົາສາມາດກາຍເປັນຜູ້ນຳໃນຄຣິສຕະຈັກໄດ້, ມັນກໍຄືກັບການໄດ້ເປັນຂ້າລາຊະການຄືກັນ ແລະ ຄວາມປາຖະໜາຂອງພວກເຂົາກໍຈະໄດ້ຮັບການຕອບສະໜອງ. ດັ່ງນັ້ນ, ພວກເຂົາຈຶ່ງມາທີ່ເຮືອນຂອງພຣະເຈົ້າໂດຍຕ້ອງການບັນລຸໃນສິ່ງທີ່ຍິ່ງໃຫຍ່. ພວກເຂົາຄິດວ່າຄວາມສາມາດ ແລະ ສັກກະຍະພາບຂອງພວກເຂົາເໝາະສົມພໍດີທີ່ຈະຖືກນຳມາໃຊ້ໃນເຮືອນຂອງພຣະເຈົ້າ ແລະ ຄວາມຫວັງຂອງພວກເຂົາທີ່ຈະໄດ້ເປັນຂ້າລາຊະການ ແລະ ເປັນບຸກຄົນທີ່ໂດດເດັ່ນກໍສາມາດກາຍເປັນຈິງໄດ້, ດ້ວຍເຫດນີ້ຈຶ່ງເປັນການບັນລຸຄວາມປາຖະໜາຕະຫຼອດຊີວິດຂອງພວກເຂົາ. ມຸມມອງຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າສາມາດສະຫຼຸບໄດ້ດ້ວຍຄຳກ່າວທີ່ວ່າ “ການເຮັດຄວາມດີຍ່ອມໄດ້ຮັບການຕອບແທນ”, “ເພັດແທ້ຍ່ອມມີປະກາຍ” ແລະ “ນົກທີ່ສະຫຼາດຍ່ອມເລືອກກິ່ງໄມ້ທີ່ດີເພື່ອຈັບ”, ນີ້ຄືປະຫວັດຄວາມເປັນມາປະເພດໜຶ່ງທີ່ພວກເຂົາເລືອກເດີນໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ. ເມື່ອພິຈາລະນາຈາກແກ່ນແທ້ຂອງຄົນຜູ້ນີ້ ກໍເຫັນໄດ້ຊັດເຈນວ່າພວກເຂົາບໍ່ເຊື່ອໃນການມີຢູ່ຂອງຄວາມຈິງໃນໂລກ, ແລ້ວແຮງໄກທີ່ພວກເຂົາຈະເຊື່ອໃນການມີຢູ່ຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ສະຫຼຸບສັ້ນໆກໍຄື ພວກເຂົາບໍ່ເຊື່ອໃນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍຍິ່ງບໍ່ເຊື່ອໃນການມີຢູ່ຂອງພຣະຜູ້ສ້າງ. ບໍ່ວ່າມັນຈະເປັນສິ່ງທີ່ຂຽນໄວ້ໃນພຣະຄຳພີ ຫຼື ສິ່ງທີ່ຖືກເທດສະໜາໃນໂລກສາສະໜາກໍຕາມ, ເຊັ່ນວ່າ ພຣະເຈົ້າໄດ້ສ້າງໂລກ ແລະ ມະນຸດຊາດ, ວ່າພຣະເຈົ້າຊົງປົກຄອງ ແລະ ນຳພາມະນຸດຊາດ, ຄຳກ່າວທັງໝົດເຫຼົ່ານີ້ເປັນພຽງບັນທຶກທາງປະຫວັດສາດສຳລັບພວກເຂົາ. ບໍ່ມີໃຜສືບສວນສອບສວນພວກມັນ ແລະ ບໍ່ມີໃຜສາມາດພິສູດຢືນຢັນພວກມັນໄດ້; ພວກມັນເປັນພຽງຕຳນານ ແລະ ເລື່ອງເລົ່າ, ເປັນວັດທະນະທຳທາງສາສະໜາປະເພດໜຶ່ງ. ນີ້ຄືຄວາມເຂົ້າໃຈພື້ນຖານທີ່ສຸດຂອງພວກເຂົາກ່ຽວກັບຄວາມເຊື່ອ. ພວກເຂົາມາເຊື່ອໃນພຣະເຈົ້າດ້ວຍຄວາມເຂົ້າໃຈແບບນີ້ ໂດຍຄິດວ່າພວກເຂົາກຳລັງຍ່າງໃນເສັ້ນທາງທີ່ຖືກຕ້ອງ, ເປັນການປະຖິ້ມຄວາມມືດເພື່ອຄວາມສະຫວ່າງ, ວ່າພວກເຂົາຄື “ນົກທີ່ສະຫຼາດທີ່ເລືອກກິ່ງໄມ້ທີ່ດີເພື່ອຈັບ”. ແນ່ນອນວ່າ ພວກເຂົາບໍ່ໄດ້ປະຖິ້ມການເລືອກ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະເປັນຂ້າລາຊະການ ແລະ ເປັນບຸກຄົນທີ່ໂດດເດັ່ນ. ພວກເຂົາເຊື່ອວ່າໃນໂລກອັນກວ້າງໃຫຍ່ນີ້ທີ່ມີຜູ້ຄົນຢ່າງຫຼວງຫຼາຍ, ບໍ່ມີບ່ອນສຳລັບພວກເຂົາ ແລະ ມີພຽງແຕ່ເຮືອນຂອງພຣະເຈົ້າເທົ່ານັ້ນທີ່ສາມາດນຳຄວາມຫວັງມາໃຫ້ພວກເຂົາໄດ້. ມີພຽງການດຳລົງຊີວິດໃນຄຣິສຕະຈັກເທົ່ານັ້ນທີ່ສາມາດໃຫ້ໂອກາດພວກເຂົາໄດ້ນຳໃຊ້ພອນສະຫວັນຂອງຕົນ ແລະ ບັນລຸຄວາມປາຖະໜາທີ່ຈະກາຍເປັນບຸກຄົນທີ່ໂດດເດັ່ນ. ນີ້ກໍເພາະວ່າ ໃນມຸມມອງຂອງພວກເຂົາຕໍ່ສະຖານະການປັດຈຸບັນ, ໂລກພາຍນອກກຳລັງກາຍເປັນໂລກທີ່ຊົ່ວຮ້າຍ ແລະ ມືດມົນຂຶ້ນເລື້ອຍໆ, ມີພຽງແຕ່ຄຣິສຕະຈັກເທົ່ານັ້ນທີ່ເປັນດິນແດນແຫ່ງຄວາມບໍລິສຸດໃນໂລກນີ້; ຄຣິສຕະຈັກເປັນສະຖານທີ່ແຫ່ງດຽວໃນໂລກທີ່ສາມາດໃຫ້ບ່ອນເພິ່ງທາງດ້ານຈິດວິນຍານແກ່ຜູ້ຄົນໄດ້ ແລະ ມີພຽງແຕ່ຄຣິສຕະຈັກເທົ່ານັ້ນທີ່ກຳລັງຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ພວກເຂົາມາເຊື່ອໃນພຣະເຈົ້າດ້ວຍປາດຖະໜາ ແລະ ຈຸດປະສົງດັ່ງກ່າວ. ຫຼັງຈາກທີ່ເລີ່ມມີຄວາມເຊື່ອ, ພວກເຂົາບໍ່ເຂົ້າໃຈຫຍັງເລີຍກ່ຽວກັບການເຊື່ອໃນພຣະເຈົ້າ, ການສະແຫວງຫາຄວາມຈິງ ຫຼື ກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ, ອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ສະແຫວງຫາ ຫຼື ໃສ່ໃຈເລື່ອງເຫຼົ່ານີ້. ໃນໃຈຂອງພວກເຂົາ, ພວກເຂົາບໍ່ໄດ້ປະຖິ້ມຄວາມປາຖະໜາໃນສະຖານະ ແລະ ການເປັນຂ້າລາຊະການຂອງພວກເຂົາເລີຍ; ແທນທີ່ຈະເປັນແນວນັ້ນ, ພວກເຂົາສືບຕໍ່ຍຶດໝັ້ນກັບແນວຄິດ ແລະ ມຸມມອງເຫຼົ່ານີ້ ໃນຂະນະທີ່ເຂົ້າມາວົນວຽນຢູ່ໃນຄຣິສຕະຈັກ. ພວກເຂົາເບິ່ງຄຣິສຕະຈັກເປັນອົງກອນທາງສັງຄົມ, ເປັນຊຸມຊົນທາງສາສະໜາ ແລະ ເຫັນວ່າພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າເປັນພາບລວງຕາທີ່ຜູ້ເຊື່ອສ້າງຂຶ້ນຍ້ອນຄວາມເຊື່ອທີ່ງົມງວາຍຂອງພວກເຂົາ. ສະນັ້ນ, ເມື່ອໃດກໍຕາມທີ່ເວົ້າເຖິງການສະແຫວງຫາຄວາມຈິງ, ເມື່ອໃດກໍຕາມທີ່ເວົ້າເຖິງພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກລັງກຽດ ແລະ ຕໍ່ຕ້ານ. ຖ້າຜູ້ໃດເວົ້າວ່າບາງສິ່ງເປັນການກະທຳຂອງພຣະເຈົ້າ, ເປັນອຳນາດສູງສຸດຂອງພຣະເຈົ້າ ຫຼື ເປັນການປັ້ນແຕ່ງຂອງພຣະເຈົ້າ, ພວກເຂົາກໍຈະຮູ້ສຶກລັງກຽດ. ແນວໃດກໍຕາມ, ບໍ່ວ່າພວກເຂົາຈະຮູ້ສຶກລັງກຽດສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະຍອມຮັບ ຫຼື ຮັບເອົາຄວາມຈິງ ຫຼື ບໍ່ກໍຕາມ, ຄວາມປາຖະໜາຂອງພວກເຂົາທີ່ຈະໄດ້ມາເຊິ່ງຕຳແໜ່ງໃນຄຣິສຕະຈັກເພື່ອຕອບສະໜອງຄວາມຢາກໃນອຳນາດຂອງພວກເຂົາກໍບໍ່ເຄີຍຫຼຸດໜ້ອຍລົງ ຫຼື ຖືກປະຖິ້ມເລີຍ. ເນື່ອງຈາກພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາດັ່ງກ່າວ, ພວກເຂົາຈຶ່ງເປີດເຜີຍການສະແດງອອກຕ່າງໆຕາມທຳມະຊາດ. ຕົວຢ່າງ: ພວກເຂົາຍຸຍົງຜູ້ຄົນໂດຍການເວົ້າສິ່ງຕ່າງໆ ເຊັ່ນ: “ຢ່າເອົາທຸກຢ່າງອີງໃສ່ພຣະທຳຂອງພຣະເຈົ້າ ຫຼື ເຊື່ອມໂຍງທຸກຢ່າງເຂົ້າກັບພຣະທຳຂອງພຣະເຈົ້າ ແລະ ພຣະເຈົ້າ. ທີ່ຈິງແລ້ວ, ແນວຄິດ ແລະ ຄຳເວົ້າຫຼາຍຢ່າງຂອງຜູ້ຄົນກໍຖືກຕ້ອງ, ຜູ້ຄົນຄວນມີຈຸດຢືນ ແລະ ທັດສະນະຂອງຕົນເອງ”. ພວກເຂົາເຜີຍແຜ່ຄຳເວົ້າເຫຼົ່ານີ້ເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ໃນເວລາດຽວກັນ, ພວກເຂົາຍັງສະແດງພອນສະຫວັນ, ຂອງປະທານ ແລະ ກົນອຸບາຍ ແລະ ເລ່ຫຼ່ຽມຕ່າງໆທີ່ພວກເຂົາສາມາດໃຊ້ໃນໂລກນີ້ຢ່າງສຸດກຳລັງ ໂດຍພະຍາຍາມດຶງດູດຄວາມສົນໃຈຂອງຜູ້ຄົນ ແລະ ໄດ້ຮັບຄວາມໃສ່ໃຈ ແລະ ການນັບຖືຢ່າງສູງຈາກພວກເຂົາ. ຈຸດປະສົງຂອງການສະແດງອອກຢ່າງສຸດກຳລັງຂອງພວກເຂົາແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນນັບຖື ແລະ ຍົກຍ້ອງພວກເຂົາ; ມັນແມ່ນເພື່ອໃຫ້ມີສະຖານະໃນທ່າມກາງຜູ້ຄົນ ແລະ ດ້ວຍເຫດນີ້ຈຶ່ງເປັນການຕອບສະໜອງຄວາມປາຖະໜາຂອງພວກເຂົາທີ່ຈະສະແຫວງຫາອາຊີບຂ້າລາຊະການ ແລະ ນຳກຽດຕິຍົດມາສູ່ວົງຕະກຸນຂອງພວກເຂົາ. ພວກເຂົາພໍໃຈເມື່ອໄດ້ຮັບການເຄົາລົບ, ຍ້ອງຍໍ, ຕິດຕາມ, ຮັບຮອງ, ຮັກແພງ ແລະ ນັບຖືຈາກຜູ້ຄົນ ແລະ ແມ່ນແຕ່ເມື່ອຖືກປະຈົບປະແຈງ. ຍິ່ງໄປກວ່ານັ້ນ, ພວກເຂົາສະແຫວງຫາ ແລະ ເພີດເພີນກັບສິ່ງເຫຼົ່ານີ້ຢ່າງບໍ່ອິດບໍ່ເມື່ອຍ. ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະເປີດໂປງພວກຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຊ້າ ແລະ ອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຜູ້ຄົນຢູ່ສະເໝີ ແຕ່ໃນໃຈຂອງພວກເຂົາ, ພວກເຂົາກໍດູຖູກວ່າບໍ່ມີຄ່າພໍທີ່ຈະໃສ່ໃຈ ແລະ ຮູ້ສຶກລັງກຽດເປັນພິເສດ. ພວກເຂົາສະແຫວງຫາສະຖານະ ແລະ ການໄດ້ຮັບການຍ້ອງຍໍ ແລະ ນັບຖືຈາກຄົນອື່ນຢ່າງສຸດຈິດສຸດໃຈ ເພື່ອບັນລຸຄວາມປາຖະໜາທີ່ພວກເຂົາບໍ່ສາມາດບັນລຸໄດ້ໃນໂລກ ແລະ ສັງຄົມ. ສະນັ້ນ, ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າແມ່ນຫຍັງ? ມັນບໍ່ແມ່ນເພື່ອໄດ້ຮັບຮ້ອຍເທົ່າໃນຊີວິດນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ ແລະ ມັນແນ່ນອນວ່າບໍ່ແມ່ນເພື່ອຮັບເອົາຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ. ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າບໍ່ແມ່ນເພື່ອປະພຶດຕົນເປັນສິ່ງທີ່ຖືກສ້າງ ແຕ່ເພື່ອເປັນຂ້າລາຊະການ ແລະ ເປັນເຈົ້ານາຍ, ເພື່ອເພີດເພີນກັບຜົນປະໂຫຍດຈາກສະຖານະ. ມີຄົນດັ່ງກ່າວຢູ່ໃນຄຣິສຕະຈັກຢ່າງແນ່ນອນ; ຄົນເຫຼົ່ານີ້ຄືຜູ້ເຮັດຄວາມຊົ່ວທີ່ແຊກຊຶມເຂົ້າມາໃນຄຣິສຕະຈັກ. ຄຣິສຕະຈັກບໍ່ອະນຸຍາດໃຫ້ຄົນດັ່ງກ່າວປົນເປຢູ່ໃນທ່າມກາງຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງເດັດຂາດ, ສະນັ້ນ ຄົນເຫຼົ່ານີ້ຈຶ່ງເປັນຜູ້ທີ່ຕ້ອງຖືກກຳຈັດອອກ. ການແຍກແຍະຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າເປັນເລື່ອງງ່າຍບໍ? (ງ່າຍ.) ເມື່ອພິຈາລະນາເຖິງເຈດຕະນາ ແລະ ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ບວກກັບການສະແດງອອກຕ່າງໆຂອງພວກເຂົາໃນຄຣິສຕະຈັກ, ພວກເຂົາແມ່ນຄົນປະເພດໃດ? (ຜູ້ບໍ່ເຊື່ອ.) ແມ່ນແລ້ວ, ພວກເຂົາຄືຜູ້ບໍ່ເຊື່ອ. ນອກຈາກຈະເປັນຜູ້ບໍ່ເຊື່ອແລ້ວ, ພວກເຂົາຍັງຕ້ອງການສະແຫວງຫາສະຖານະ ແລະ ອະນາຄົດໃນເຮືອນຂອງພຣະເຈົ້າເພື່ອຕອບສະໜອງຕໍ່ຄວາມຢາກໃນອຳນາດຂອງພວກເຂົາ. ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າກໍຄືການໄດ້ເປັນຂ້າລາຊະການ. ສະນັ້ນ, ເປັນຫຍັງຄົນເຫຼົ່ານີ້ຈຶ່ງຄວນຖືກຊໍາລະລ້າງອອກ? ບາງຄົນອາດຈະເວົ້າວ່າ “ຖ້າຜູ້ບໍ່ເຊື່ອອອກແຮງງານໃນເຮືອນຂອງພຣະເຈົ້າ ແລະ ໃນຖານະເພື່ອນໃນຄຣິສຕະຈັກ ພວກເຂົາກໍສາມາດຊ່ວຍເຫຼືອໄດ້ໜ້ອຍໜຶ່ງ, ການເກັບພວກເຂົາໄວ້ຈະບໍ່ເປັນຫຍັງແມ່ນບໍ”? ຄຳເວົ້ານີ້ມີເຫດຜົນພຽງພໍບໍ? (ບໍ່ມີ.) ເປັນຫຍັງຈຶ່ງບໍ່ມີເຫດຜົນພຽງພໍ? (ຄວາມປາຖະໜາທີ່ຈະເປັນຂ້າລາຊະການຂອງພວກເຂົາຈະນຳໄປສູ່ການກະທຳທີ່ລົບກວນຄົນອື່ນຢ່າງແນ່ນອນ, ບໍ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ສົ່ງຜົນກະທົບຕໍ່ການສະແຫວງຫາຄວາມຈິງຂອງອ້າຍເອື້ອຍນ້ອງ.) ບໍ່ວ່າເຈົ້າຈະເບິ່ງໃນແງ່ມຸມໃດກໍຕາມ, ຜູ້ບໍ່ເຊື່ອຈະຕໍ່ຕ້ານຄວາມຈິງ ແລະ ປະຕິເສດພຣະເຈົ້າ, ສະນັ້ນ ເຮືອນຂອງພຣະເຈົ້າຈຶ່ງບໍ່ສາມາດເກັບພວກເຂົາໄວ້ໄດ້. ພວກເຂົາຈະບໍ່ມີບົດບາດໃນທາງບວກ. ໂດຍບໍ່ຄຳນຶງວ່າພວກເຂົາຈະສະແຫວງຫາການເປັນຂ້າລາຊະການ ຫຼື ບໍ່, ພຽງແຕ່ຄຳເວົ້າ, ການສະແດງອອກ ແລະ ການກະທຳຂອງພວກເຂົາໃນຖານະຜູ້ບໍ່ເຊື່ອກໍສາມາດກໍ່ໃຫ້ເກີດການລົບກວນໄດ້ ແລະ ຈະບໍ່ມີຜົນໃນທາງບວກ. ອ້າຍເອື້ອຍນ້ອງບາງຄົນ ເມື່ອປະສົບກັບສະພາບແວດລ້ອມບາງຢ່າງ ກໍເວົ້າວ່າ “ນີ້ຄືອຳນາດສູງສຸດຂອງພຣະເຈົ້າ ແລະ ພວກເຮົາຕ້ອງອ່ອນນ້ອມ”. ຜູ້ບໍ່ເຊື່ອຈະອ່ອນນ້ອມໄດ້ບໍ? ມັນດີພໍແລ້ວຖ້າພວກເຂົາບໍ່ລຸກຂຶ້ນມາລົບກວນ ແລະ ຕໍ່ຕ້ານ. ໃນໃຈຂອງພວກເຂົາ, ພວກເຂົາເຖິງກັບເວົ້າວ່າ “ຢ່າເວົ້າວ່າທຸກຢ່າງເປັນອຳນາດສູງສຸດຂອງພຣະເຈົ້າ. ຜູ້ຄົນຄວນມີຄວາມຄິດເຫັນຂອງຕົນເອງ ແລະ ມີຄວາມເປັນເອກະລາດແດ່; ຢ່າອ້າງວ່າທຸກຢ່າງເປັນອຳນາດສູງສຸດຂອງພຣະເຈົ້າ”! ພວກເຂົາບໍ່ພຽງແຕ່ຖ່ວງດຶງຄົນອື່ນ ແຕ່ຍັງເວົ້າຄຳເວົ້າທີ່ກຳກວມ ແລະ ເບິ່ງຄືວ່າເປັນຈິງເພື່ອເຮັດໃຫ້ຜູ້ຄົນຫຼົງຜິດ. ນີ້ບໍ່ແມ່ນການໄຮ້ຢາງອາຍບໍ? ພວກເຂົາອາດຈະສາມາດໃຊ້ກົນອຸບາຍ ແລະ ເລ່ຫຼ່ຽມທີ່ສະຫຼາດບາງຢ່າງໃນທ່າມກາງຜູ້ບໍ່ເຊື່ອໄດ້ ແຕ່ເຮືອນຂອງພຣະເຈົ້າເປັນບ່ອນທີ່ຜິດໃນການພະຍາຍາມໃຊ້ກົນອຸບາຍ ແລະ ເລ່ຫຼ່ຽມເຫຼົ່ານີ້! ບາງຄົນເປີດຄລີນິກທີ່ທຸກຄົນມັກໄປ ເພາະພວກເຂົາເວົ້າວ່າການສັກຢາຢູ່ບ່ອນນັ້ນບໍ່ເຈັບ. ເປັນຫຍັງການສັກຢາຈຶ່ງບໍ່ເຈັບ? ປາຍເຂັມຖືກຈຸ່ມໃສ່ຢາມຶນ, ສະນັ້ນ ມັນຈຶ່ງບໍ່ເຈັບແນ່ນອນ. ນີ້ເປັນວິທີທີ່ສະຫຼາດບໍ? (ບໍ່, ມັນເປັນກົນອຸບາຍທີ່ເປັນອັນຕະລາຍ.) ແຕ່ພວກເຂົາກໍຖືວ່າມັນເປັນວິທີທີ່ສະຫຼາດ ແລະ ອວດອ້າງກ່ຽວກັບມັນ ໂດຍຄິດວ່າມັນສະແດງເຖິງຄວາມສາມາດ ແລະ ສີມືຂອງພວກເຂົາ ໂດຍເວົ້າວ່າ “ສິ່ງທີ່ພວກເຈົ້າເຮັດມີແຕ່ເວົ້າກ່ຽວກັບການອ່ອນນ້ອມຕໍ່ພຣະເຈົ້າ, ການປັ້ນແຕ່ງຂອງພຣະເຈົ້າ ແລະ ອຳນາດສູງສຸດຂອງພຣະເຈົ້າ. ພວກເຈົ້າມີສີມືຄືຂ້ອຍບໍ”? ນີ້ບໍ່ແມ່ນການໄຮ້ຢາງອາຍບໍ? (ແມ່ນແລ້ວ.) ພວກເຂົາເຖິງກັບອວດອ້າງກົນອຸບາຍທີ່ເປັນອັນຕະລາຍເຊັ່ນນັ້ນ! ຄົນທີ່ມີແຮງຈູງໃຈຂອງຜູ້ບໍ່ເຊື່ອທີ່ແຊກຊຶມເຂົ້າມາໃນຄຣິສຕະຈັກແມ່ນຜູ້ທີ່ຄວນຖືກກຳຈັດອອກຈາກຄຣິສຕະຈັກ. ເປັນຫຍັງ? ໃນໃຈຂອງພວກເຂົາ, ຄົນເຫຼົ່ານີ້ຕໍ່ຕ້ານຄວາມຈິງ ແລະ ເບື່ອໜ່າຍຄວາມຈິງ. ໂດຍບໍ່ຄຳນຶງເຖິງຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ບໍ່ວ່າມັນຈະເປັນສິ່ງທີ່ພວກເຂົາສາມາດຍອມຮັບຢ່າງເປີດເຜີຍໄດ້ ຫຼື ບໍ່ກໍຕາມ, ໂດຍອີງໃສ່ແກ່ນແທ້ຂອງພວກເຂົາໃນຖານະຜູ້ບໍ່ເຊື່ອ, ຄຣິສຕະຈັກຄວນກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ. ຜູ້ບໍ່ເຊື່ອເຫຼົ່ານີ້ແຊກຊຶມເຂົ້າມາໃນຄຣິສຕະຈັກດ້ວຍຈຸດປະສົງບາງຢ່າງ ໂດຍທີ່ຕ້ອງການສະແດງພອນສະຫວັນຂອງພວກເຂົາ, ບັນລຸຄວາມທະເຍີທະຍານຂອງພວກເຂົາ ແລະ ຕອບສະໜອງຕໍ່ຄວາມປາຖະໜາຂອງພວກເຂົາພາຍໃນຄຣິສຕະຈັກ. ພວກເຂົາຕ້ອງການໃຊ້ສະຖານທີ່ອັນລໍ້າຄ່າທີ່ເປັນຄຣິສຕະຈັກ ເປັນເຄື່ອງມືເພື່ອບັນລຸເປົ້າໝາຍຂອງພວກເຂົາໃນການກຳອຳນາດ, ອວດອ້າງ ແລະ ນໍາພາຢ່າງຜິດໆ ແລະ ຄວບຄຸມຜູ້ຄົນ. ເມື່ອພິຈາລະນາເຖິງຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ພວກເຂົາກໍສາມາດລົບກວນ ແລະ ຂັດຂວາງຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກ. ສະນັ້ນ, ຄົນເຫຼົ່ານີ້ຕ້ອງຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກເຮືອນຂອງພຣະເຈົ້າ. ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງເບິ່ງທະລຸແກ່ນແທ້ທີ່ເປັນຜູ້ບໍ່ເຊື່ອຂອງພວກເຂົາ. ບໍ່ວ່າເຈົ້າຈະອີງໃສ່ການສະແດງອອກຂອງພວກເຂົາ ຫຼື ຄຳເວົ້າທີ່ສອດຄ່ອງກັນຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າກໍຕາມ, ເມື່ອເຈົ້າເຂົ້າໃຈສະຖານະການ ແລະ ແຍກແຍະໄດ້ຢ່າງຊັດເຈນວ່າພວກເຂົາເປັນຜູ້ບໍ່ເຊື່ອ, ເຈົ້າກໍຄວນປະຕິເສດພວກເຂົາຢ່າງເດັດຂາດໂດຍບໍ່ລັງເລ. ບໍ່ວ່າເຈົ້າຈະໃຊ້ວິທີການ ຫຼື ສະຕິປັນຍາໃດກໍຕາມ, ຈົ່ງຊອກຫາທຸກວິທີທາງທີ່ເຈົ້າສາມາດເຮັດໄດ້ເພື່ອກຳຈັດພວກເຂົາອອກໄປ, ນີ້ຄືວຽກງານທີ່ຜູ້ນຳ ແລະ ຜູ້ເຮັດວຽກຄວນເຮັດ; ມັນຄືວຽກງານທີ່ພວກເຂົາຄວນແບກຫາບ. ນີ້ຄືຄົນປະເພດໜຶ່ງທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່.

2. ເພື່ອສະແຫວງຫາເພດກົງກັນຂ້າມ

ແລ້ວການສະແດງອອກຂອງຄົນປະເພດທີສອງທີ່ຄວນຖືກຊໍາລະລ້າງ ຫຼື ຂັບໄລ່ແມ່ນຫຍັງ? ບາງຄົນບໍ່ເຄີຍມີສ່ວນຮ່ວມໃນການເຊື່ອໃນພຣະເຈົ້າມາກ່ອນ; ພວກເຂົາພຽງແຕ່ມີຄວາມປະທັບໃຈທີ່ດີຕໍ່ເລື່ອງນັ້ນ. ພວກເຂົາບໍ່ສົນໃຈທີ່ຈະຮູ້ວ່າຄົນເຮົາຄວນສະແຫວງຫາ ຫຼື ໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າ. ພວກເຂົາໄດ້ຍິນວ່າຄົນທີ່ເຊື່ອໃນພຣະເຈົ້າເປັນຄົນຮັບຜິດຊອບຕໍ່ໜ້າທີ່ ແລະ ບໍ່ມີເລ່ຫຼ່ຽມ, ສະນັ້ນ ພວກເຂົາຈຶ່ງຢາກຊອກຫາຄູ່ຮັກໃນຄຣິສຕະຈັກ ແລ້ວກໍແຕ່ງງານ ແລະ ດຳລົງຊີວິດທີ່ໝັ້ນຄົງ. ນີ້ຄືເຈດຕະນາ ແລະ ຈຸດປະສົງຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງມາຄຣິສຕະຈັກເພື່ອຊອກຫາຄູ່ຄອງທີ່ເໝາະສົມຂອງພວກເຂົາ. ຜູ້ບໍ່ເຊື່ອເຫຼົ່ານີ້ບໍ່ມີຄວາມສົນໃຈໃດໆເລີຍໃນການເຊື່ອໃນພຣະເຈົ້າ; ພວກເຂົາບໍ່ໃສ່ໃຈເລີຍກ່ຽວກັບພຣະຜູ້ສ້າງ, ຄວາມຈິງ, ການໄດ້ຮັບຄວາມລອດພົ້ນ, ການຮູ້ຈັກພຣະເຈົ້າ, ການປະຕິບັດໜ້າທີ່ ຫຼື ເລື່ອງອື່ນໆເຊັ່ນນັ້ນ. ເຖິງແມ່ນວ່າພວກເຂົາຈະສາມາດເຂົ້າໃຈໄດ້ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາ ແຕ່ພວກເຂົາກໍບໍ່ຢາກເອົາມາໃສ່ໃຈ. ພວກເຂົາພຽງແຕ່ຢາກຊອກຫາຄູ່ຄອງທີ່ເໝາະສົມ ແລະ ແນ່ນອນວ່າ ມີຄວາມຫວັງທີ່ຈະໄດ້ພົບປະຜູ້ຄົນຫຼາຍຂຶ້ນ ແລະ ຂະຫຍາຍເຄືອຂ່າຍຂອງພວກເຂົາ. ພວກເຂົາມາເຊື່ອໃນພຣະເຈົ້າດ້ວຍຈຸດປະສົງທີ່ຈະຊອກຫາຄູ່ຄອງທີ່ເໝາະສົມ. ບາງຄົນອາດຈະເວົ້າວ່າ “ເຈົ້າຮູ້ໄດ້ແນວໃດວ່າພວກເຂົາມີຈຸດປະສົງນີ້? ພວກເຂົາບໍ່ໄດ້ເວົ້າຫຍັງ ຫຼື ບອກເລື່ອງນີ້ກັບເຈົ້າ”! ພວກເຂົາສະແດງອອກຜ່ານພຶດຕິກຳຂອງພວກເຂົາ. ໃຫ້ເບິ່ງວ່າພວກເຂົາສະແຫວງຫາເພດກົງກັນຂ້າມຢູ່ສະເໝີແນວໃດ ເມື່ອພວກເຂົາປະຕິບັດໜ້າທີ່ ຫຼື ຕິດຕໍ່ກັບຜູ້ໃດຜູ້ໜຶ່ງ. ເມື່ອພວກເຂົາສົນໃຈໃຜຜູ້ໜຶ່ງເປັນພິເສດ, ພວກເຂົາກໍຈະພະຍາຍາມໂອ້ລົມກັບຄົນນັ້ນ ແລະ ເຂົ້າໃກ້ພວກເຂົາຢູ່ສະເໝີ, ສອບຖາມຂໍ້ມູນກ່ຽວກັບພວກເຂົາ ແລະ ທຳຄວາມຮູ້ຈັກກັບພວກເຂົາຢູ່ຕະຫຼອດ. ການກະທຳ ແລະ ການສະແດງອອກທີ່ຜິດປົກກະຕິເຫຼົ່ານີ້ຄວນດຶງດູດຄວາມສົນໃຈຢ່າງພຽງພໍຈາກຜູ້ນຳ ແລະ ຜູ້ເຮັດວຽກ, ຜູ້ທີ່ຄວນສັງເກດເບິ່ງວ່າເຈດຕະນາຂອງພວກເຂົາແມ່ນຫຍັງ ແລະ ພວກເຂົາຕັ້ງເປົ້າໝາຍທີ່ຈະບັນລຸຈຸດປະສົງຫຍັງ; ພວກເຂົາຄວນສືບໃຫ້ຮູ້ວ່າແມ່ນໃຜເປັນຜູ້ເທດສະໜາຂ່າວປະເສີດໃຫ້ພວກເຂົາ, ເປັນຫຍັງພວກເຂົາຈຶ່ງສະແຫວງຫາການຕິດຕໍ່ກັບເພດກົງກັນຂ້າມເປັນພິເສດ, ເປັນຫຍັງພວກເຂົາຈຶ່ງມີບາງຢ່າງທີ່ຈະເວົ້າກັບເພດກົງກັນຂ້າມຢູ່ສະເໝີ ແລະ ເປັນຫຍັງພວກເຂົາຈຶ່ງມີຄວາມມັກເປັນພິເສດຕໍ່ເພດກົງກັນຂ້າມ ໂດຍສະເພາະແມ່ນການສະແດງຄວາມຢາກຮູ້ຢາກເຫັນ ແລະ ຄວາມເປັນຫ່ວງເປັນໄຍເປັນພິເສດຕໍ່ຄົນທີ່ພວກເຂົາມັກ. ບຸກຄົນດັ່ງກ່າວມີຄວາມພໍໃຈຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະບໍ່ສົນໃຈການເຕົ້າໂຮມ, ການຟັງຄຳເທດສະໜາ, ການໂອ້ລົມພຣະທຳຂອງພຣະເຈົ້າ, ການຮ້ອງເພງສັນລະເສີນ, ການໂອ້ລົມປະສົບການສ່ວນຕົວ ແລະ ເລື່ອງອື່ນໆເຊັ່ນນັ້ນຫຼາຍກໍຕາມ ແຕ່ໂດຍທົ່ວໄປແລ້ວ ພວກເຂົາກໍບໍ່ໄດ້ເວົ້າຫຍັງທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ. ພວກເຂົາຈົດຈໍ່ຢູ່ກັບການຊອກຫາຄູ່ຄອງເພື່ອດຳລົງຊີວິດທີ່ດີນຳກັນເທົ່ານັ້ນ. ຖ້າພວກເຂົາຊອກຫາຄູ່ຄອງໄດ້, ພວກເຂົາກໍສາມາດເຊື່ອໃນພຣະເຈົ້າໄປນຳໄດ້; ເຖິງແມ່ນວ່າພວກເຂົາເອງຈະບໍ່ສະແຫວງຫາ, ພວກເຂົາກໍສາມາດສະໜັບສະໜູນຄູ່ຄອງຂອງພວກເຂົາໃນການເຊື່ອໃນພຣະເຈົ້າໄດ້. ບາງຄົນມີຄວາມເປັນມະນຸດທີ່ພໍຈະຮັບໄດ້, ມັກຊ່ວຍເຫຼືອ ແລະ ພະຍາຍາມສຸດຄວາມສາມາດທີ່ຈະເປັນມິດ ແລະ ມີເມດຕາ. ຕົວຢ່າງ: ພວກເຂົາສາມາດມີຄວາມອົດທົນຕໍ່ຄົນອື່ນ, ຄິດຫາທຸກວິທີທາງທີ່ພວກເຂົາສາມາດເຮັດໄດ້ເພື່ອຊ່ວຍເຫຼືອຜູ້ທີ່ມີຄວາມຫຍຸ້ງຍາກແກ້ໄຂບັນຫາຂອງພວກເຂົາ ຫຼື ໃຫ້ຄຳແນະນຳບາງຢ່າງ ແລະ ອື່ນໆ. ພວກເຂົາຂ້ອນຂ້າງມີເມດຕາຕໍ່ຄົນອື່ນ ແລະ ບໍ່ມີເຈດຕະນາຮ້າຍ ແຕ່ຈຸດປະສົງ ແລະ ເປົ້າໝາຍຂອງພວກເຂົາໃນການເຊື່ອໃນພຣະເຈົ້າບໍ່ມີກຽດຫຼາຍ. ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ຮັບເອົາຄວາມຈິງບໍ່ວ່າໃຜຈະໂອ້ລົມເລື່ອງນັ້ນກັບພວກເຂົາກໍຕາມ. ຫຼັງຈາກທີ່ຕິດຕາມມາໄດ້ເຄິ່ງປີ ຫຼື ໜຶ່ງ ຫຼື ສອງປີ, ກໍບໍ່ມີການປ່ຽນແປງໃນຕົວພວກເຂົາ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເວົ້າຫຍັງກ່ຽວກັບການບໍ່ເຊື່ອ ແລະ ພວກເຂົາບໍ່ໄດ້ກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງໃດໆ ແຕ່ພວກເຂົາກໍບໍ່ໄດ້ເກີດຄວາມສົນໃຈໃດໆໃນເລື່ອງຂອງການເຊື່ອໃນພຣະເຈົ້າ. ມັນເໝາະສົມບໍທີ່ຄົນດັ່ງກ່າວຈະຢູ່ໃນຄຣິສຕະຈັກ? (ບໍ່.) ຄົນດັ່ງກ່າວຄວນຖືກຊໍາລະລ້າງບໍ? (ພວກເຂົາຄວນຖືກຊໍາລະລ້າງເຊັ່ນກັນ.) ເຫດຜົນແມ່ນຫຍັງ? (ເພາະວ່າພວກເຂົາບໍ່ສົນໃຈຄວາມຈິງ ແລະ ພວກເຂົາບໍ່ແມ່ນເປົ້າໝາຍສຳລັບຄວາມລອດພົ້ນ. ຖ້າພວກເຂົາຢູ່ໃນຄຣິສຕະຈັກ ໃນຂະນະທີ່ຊອກຫາຄູ່ຄອງຢູ່ສະເໝີ, ມັນຈະລົບກວນຄົນອື່ນ ແລະ ນຳພາພວກເຂົາໄປສູ່ການລໍ້ລວງ; ພວກເຂົາຈະບໍ່ມີບົດບາດໃນທາງບວກ.) ມັນເປັນແບບນັ້ນແທ້ໆ. ຕົວຢ່າງ: ບາງຄົນມັກກິນຊີ້ນເປັນພິເສດ. ເມື່ອພວກເຂົາກິນຊີ້ນ, ພວກເຂົາກໍລືມວຽກຂອງພວກເຂົາ. ຖ້າບໍ່ມີຊີ້ນ, ພວກເຂົາກໍຍັງສາມາດໃສ່ໃຈວຽກງານທີ່ເໝາະສົມບາງຢ່າງໄດ້ ແຕ່ເມື່ອມີຊີ້ນໃຫ້ກິນ, ວຽກຂອງພວກເຂົາກໍຈະຊັກຊ້າ. ຊີ້ນແມ່ນຫຍັງສຳລັບພວກເຂົາ? (ການລໍ້ລວງ.) ແມ່ນແລ້ວ, ມັນຄືການລໍ້ລວງ. ສະນັ້ນ, ຄົນທີ່ຊອກຫາຄູ່ຄອງຢູ່ສະເໝີແມ່ນສາມາດຖືວ່າເປັນແຫຼ່ງກຳເນີດຂອງການລໍ້ລວງໄດ້ບໍ? (ໄດ້.) ພວກເຂົາຄືແຫຼ່ງກຳເນີດຂອງການລໍ້ລວງຢ່າງແທ້ຈິງ. ສຳລັບຄົນດັ່ງກ່າວ, ຄວນເວົ້າໃຫ້ພວກເຂົາເຂົ້າໃຈຢ່າງຊັດເຈນວ່າ: “ເຈົ້າບໍ່ມີຄວາມຈິງໃຈຕໍ່ການເຊື່ອໃນພຣະເຈົ້າ ຫຼື ການປະຕິບັດໜ້າທີ່ຂອງເຈົ້າ. ເຈົ້າບໍ່ເຄີຍສາມາດເຊື່ອມຕົວເຂົ້າກັບຄຣິສຕະຈັກໄດ້ ແລະ ບໍ່ເຄີຍຖືກຖືວ່າເປັນຜູ້ເຊື່ອທີ່ແທ້ຈິງ. ຕະຫຼອດສອງປີທີ່ຜ່ານມາຂອງການຕິດຕໍ່, ພວກເຮົາໄດ້ເຫັນຈຸດປະສົງຂອງເຈົ້າແລ້ວ: ເຈົ້າພຽງແຕ່ຢາກຊອກຫາຄູ່ຄອງໃນຄຣິສຕະຈັກ. ນີ້ບໍ່ແມ່ນການທຳຮ້າຍຄົນດີບໍ? ຄົນໃນຄຣິສຕະຈັກບໍ່ເໝາະສົມກັບເຈົ້າ. ມີຫຼາຍຄົນທີ່ເໝາະສົມກັບເຈົ້າໃນທ່າມກາງຄົນທີ່ບໍ່ເຊື່ອ. ຈົ່ງໄປຊອກຫາຜູ້ໃດຜູ້ໜຶ່ງໃນທ່າມກາງຄົນທີ່ບໍ່ເຊື່ອນັ້ນເຖາະ”. ຄວາມໝາຍທີ່ແຝງຢູ່ກໍຄືການບອກພວກເຂົາວ່າ “ພວກເຮົາເບິ່ງທະລຸເຈົ້າແລ້ວ. ເຈົ້າບໍ່ແມ່ນໜຶ່ງໃນຜູ້ທີ່ຖືກເລືອກຂອງພຣະເຈົ້າ. ເຈົ້າບໍ່ແມ່ນຄົນຂອງເຮືອນຂອງພຣະເຈົ້າ. ບໍ່ສາມາດຖືວ່າເຈົ້າເປັນອ້າຍ ຫຼື ເອື້ອຍຂອງພວກເຮົາໄດ້”. ຄົນດັ່ງກ່າວຄວນຖືກຊໍາລະລ້າງອອກຈາກຄຣິສຕະຈັກ ຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ດ້ວຍວິທີນີ້, ຄົນເຫຼົ່ານີ້ທີ່ຊອກຫາຄູ່ຄອງໂດຍບໍ່ສົນຫຍັງ ແລະ ຍົວະເຍົ້າຄົນອື່ນກໍຈະຖືກຊໍາລະລ້າງອອກໄປ. ຄົນດັ່ງກ່າວບໍ່ແມ່ນແຍກແຍະງ່າຍບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ເປັນຜູ້ບໍ່ເຊື່ອເຊັ່ນກັນ. ພວກເຂົາມີຄວາມພໍໃຈໜ້ອຍໜຶ່ງຕໍ່ຄຣິສຕະຈັກ, ຕໍ່ຄວາມເຊື່ອທາງສາສະໜາ ແລະ ຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ. ພວກເຂົາພຽງແຕ່ຢາກໃຊ້ໂອກາດຂອງການເຊື່ອໃນພຣະເຈົ້າເພື່ອຊອກຫາຄູ່ຄອງໃນທ່າມກາງຜູ້ເຊື່ອເພື່ອດຳລົງຊີວິດນຳ ແລະ ຮັບໃຊ້ພວກເຂົາຢ່າງທຸ້ມເທ. ບອກເຮົາມາເບິ່ງ, ເລື່ອງແບບນັ້ນເປັນໄປໄດ້ບໍ? ພວກເຮົາຄວນຕອບສະໜອງພວກເຂົາບໍ? ຄຣິສຕະຈັກຄວນຈັດການເລື່ອງດັ່ງກ່າວບໍ? (ບໍ່.) ຄຣິສຕະຈັກບໍ່ມີພັນທະທີ່ຈະຕອບສະໜອງຄວາມມັກສ່ວນຕົວຂອງພວກເຂົາ. ບໍ່ວ່າພວກເຂົາຈະຄິດວ່າຜູ້ເຊື່ອເປັນຄົນດີສໍ່າໃດ, ວ່າພວກເຂົາຈະສາມາດດຳລົງຊີວິດຢ່າງເໝາະສົມກັບຜູ້ເຊື່ອເຫຼົ່ານີ້ ຫຼື ວ່າຜູ້ເຊື່ອສາມາດຍ່າງໃນເສັ້ນທາງທີ່ຖືກຕ້ອງໄດ້, ມັນກໍໄຮ້ປະໂຫຍດ, ຄວາມຄິດເຫັນຂອງພວກເຂົາບໍ່ສຳຄັນ. ຜູ້ບໍ່ເຊື່ອດັ່ງກ່າວກໍສາມາດພົບເຫັນໄດ້ໃນຄຣິສຕະຈັກສ່ວນໃຫຍ່ເຊັ່ນກັນ. ວິທີການຈັດການກັບຄົນເຫຼົ່ານີ້ກໍຄືການໃຊ້ວິທີທີ່ພວກເຮົາຫາກໍໂອ້ລົມກັນໄປ ຫຼື ພວກເຈົ້າສາມາດໃຊ້ວິທີທີ່ດີກວ່ານັ້ນໄດ້ຫາກມີ ຕາບໃດທີ່ພວກເຂົາຖືກຈັດການຕາມຫຼັກການ. ຜູ້ບໍ່ເຊື່ອເຫຼົ່ານີ້ຖືກຈັດຢູ່ໃນປະເພດຄົນຊົ່ວຊ້າຕ່າງໆ, ມັນເກີນໄປບໍ? (ບໍ່.) ນີ້ຄືວິທີທີ່ພວກເຮົາປະຕິບັດຕໍ່ຜູ້ບໍ່ເຊື່ອຢ່າງແທ້ຈິງ.

3. ເພື່ອຫຼີກລ່ຽງໄພພິບັດ

ມີຄົນປະເພດໃດອີກທີ່ຄວນຖືກກໍາຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ? (ອີກປະເພດໜຶ່ງຄືຜູ້ທີ່ເຊື່ອໃນພຣະເຈົ້າພຽງເພື່ອຫຼີກລ່ຽງໄພພິບັດ.) ການເຊື່ອໃນພຣະເຈົ້າພຽງເພື່ອຫຼີກລ່ຽງໄພພິບັດກໍຍັງເປັນຈຸດປະສົງໜຶ່ງທີ່ຜູ້ຄົນມີໃນການເຊື່ອ. ຜູ້ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າບໍ່ໄດ້ມີສິ່ງເຈືອປົນປະເພດນີ້ຄືກັນບໍ? (ມີ.) ແລ້ວພວກເຮົາຈະແຍກແຍະໄດ້ແນວໃດວ່າຄົນໃດຄວນຖືກກໍາຈັດອອກ ຫຼື ຂັບໄລ່ຍ້ອນເຫດນີ້ ແລະ ຄົນໃດທີ່ພຽງສະແດງອອກເຖິງການເປີດໂປງຄວາມເສື່ອມຊາມທີ່ເປັນປົກກະຕິ ແລະ ບໍ່ຄວນຖືກຊໍາລະລ້າງ ຫຼື ຂັບໄລ່ອອກ? ສຳລັບຄົນສ່ວນໃຫຍ່, ຄວາມເຊື່ອຂອງພວກເຂົາປະປົນໄປດ້ວຍແຮງຈູງໃຈຂອງການເຊື່ອໃນພຣະເຈົ້າເພື່ອຫຼີກລ່ຽງໄພພິບັດ, ນີ້ຄືຄວາມຈິງ. ໃນທ່າມກາງຜູ້ທີ່ເຊື່ອໃນພຣະເຈົ້າເພື່ອຫຼີກລ່ຽງໄພພິບັດ, ພວກເຈົ້າຕ້ອງແຍກແຍະຜູ້ບໍ່ເຊື່ອທີ່ຕົງຕາມເກນທີ່ຈະຖືກກໍາຈັດອອກ ຫຼື ຂັບໄລ່ອອກ. ຕົວຢ່າງ: ເມື່ອພວກເຂົາເຫັນວ່າໄພພິບັດເລີ່ມຮ້າຍແຮງຂຶ້ນ, ຄົນດັ່ງກ່າວກໍເລີ່ມເຂົ້າຮ່ວມການເຕົ້າໂຮມເລື້ອຍຂຶ້ນ ແລະ ຮີບຮ້ອນເອົາໜັງສືພຣະທຳຂອງພຣະເຈົ້າທີ່ພວກເຂົາເຄີຍສົ່ງຄືນໃຫ້ຄຣິສຕະຈັກກັບຄືນມາ ໂດຍເວົ້າວ່າຕອນນີ້ພວກເຂົາຢາກເຊື່ອໃນພຣະເຈົ້າຢ່າງຈິງຈັງແລ້ວ. ແນວໃດກໍຕາມ, ເມື່ອໄພພິບັດຜ່ານໄປ ຫຼື ບັນເທົາລົງ, ພວກເຂົາກໍກັບໄປເຮັດທຸລະກິດ ແລະ ຫາເງິນ, ປິດກັ້ນການຕິດຕໍ່ທຸກຊ່ອງທາງ ເພື່ອບໍ່ໃຫ້ອ້າຍເອື້ອຍນ້ອງສາມາດຊອກຫາ ຫຼື ຕິດຕໍ່ພວກເຂົາເພື່ອການເຕົ້າໂຮມໄດ້. ເມື່ອໄພພິບັດເກີດຂຶ້ນ, ພວກເຂົາກໍສະແຫວງຫາອ້າຍເອື້ອຍນ້ອງຢ່າງຫ້າວຫັນ ແຕ່ເມື່ອໄພພິບັດສິ້ນສຸດລົງ, ມັນກໍກາຍເປັນເລື່ອງຍາກຫຼາຍທີ່ອ້າຍເອື້ອຍນ້ອງຈະຊອກຫາພວກເຂົາ ແລະ ບໍ່ຄ່ອຍມີໃຜສາມາດຕິດຕໍ່ກັບພວກເຂົາໄດ້. ການສະແດງອອກເຫຼົ່ານີ້ບໍ່ແມ່ນເຫັນໄດ້ຊັດເຈນຫຼາຍບໍ? (ແມ່ນແລ້ວ.) ເມື່ອບໍ່ມີໄພພິບັດ, ພວກເຂົາກໍເວົ້າວ່າ “ຄົນເຮົາຕ້ອງມີຊີວິດທີ່ເປັນປົກກະຕິ. ພວກເຮົາຕ້ອງໃຊ້ຊີວິດຂອງພວກເຮົາໄປ. ຂ້ອຍຕ້ອງແຕ່ງກິນຢູ່ເຮືອນທຸກມື້ ແລະ ຂ້ອຍຕ້ອງຮັບສົ່ງລູກໄປໂຮງຮຽນ, ສະນັ້ນ ບາງຄັ້ງຂ້ອຍຈຶ່ງບໍ່ສາມາດມາຮ່ວມການເຕົ້າໂຮມໄດ້. ນອກຈາກນີ້, ການດຳລົງຊີວິດກໍຕ້ອງໃຊ້ເງິນ; ຄ່າໃຊ້ຈ່າຍໃນການດຳລົງຊີວິດທັງໝົດກໍຕ້ອງຈ່າຍ. ພວກເຮົາບໍ່ສາມາດຢູ່ລອດໄດ້ຖ້າບໍ່ຫາເງິນ. ໃນໂລກນີ້, ບໍ່ມີໃຜຢູ່ໄດ້ໂດຍບໍ່ມີເງິນ. ການເຊື່ອໃນພຣະເຈົ້າຕ້ອງມີຄວາມເປັນຈິງ”! ພວກເຂົາເວົ້າຢ່າງມີເຫດຜົນ ແລະ ໃຫ້ເຫດຜົນຢ່າງຫຼວງຫຼາຍ ໂດຍຈົດຈໍ່ຢູ່ກັບການຫາເງິນ ແລະ ການດຳເນີນຊີວິດປະຈຳວັນຂອງພວກເຂົາທັງໝົດ, ພຽງແຕ່ເຂົ້າຮ່ວມການເຕົ້າໂຮມເປັນບາງຄັ້ງຄາວ ແລະ ບໍ່ຄ່ອຍໄດ້ອ່ານພຣະທຳຂອງພຣະເຈົ້າ. ທັດສະນະຄະຕິຂອງພວກເຂົາຕໍ່ການເຊື່ອໃນພຣະເຈົ້າແມ່ນອຸ່ນໆ, ບໍ່ເຢັນ ແລະ ກໍບໍ່ຮ້ອນ. ເມື່ອໄພພິບັດເກີດຂຶ້ນ, ພວກເຂົາກໍເວົ້າວ່າ “ໂອ້, ຂ້ອຍຂາດພຣະເຈົ້າບໍ່ໄດ້; ຂ້ອຍຕ້ອງການພຣະເຈົ້າ! ຂ້ອຍຕ້ອງອະທິຖານຕໍ່ພຣະເຈົ້າ ແລະ ຮ້ອງຫາພຣະອົງທຸກມື້! ຂ້ອຍບໍ່ໄດ້ພະຍາຍາມຫຼີກລ່ຽງໄພພິບັດ; ສິ່ງຕົ້ນຕໍກໍຄືຂ້ອຍຂາດພຣະເຈົ້າໃນໃຈບໍ່ໄດ້. ການດຳລົງຊີວິດທີ່ດີໂດຍບໍ່ມີພຣະເຈົ້າໃນໃຈກໍຍັງຮູ້ສຶກວ່າງເປົ່າ”! ພວກເຂົາບໍ່ສາມາດເວົ້າຄຳໃດຄຳໜຶ່ງທີ່ສະແດງເຖິງຄວາມຮູ້ໃດໆກ່ຽວກັບພຣະເຈົ້າໄດ້; ທັງໝົດທີ່ພວກເຂົາເວົ້າລ້ວນແຕ່ເປັນຄຳເວົ້າເພື່ອໃຫ້ເຫດຜົນແກ່ການກະທຳ ແລະ ພຶດຕິກຳຂອງຕົນເອງ. ພວກເຂົາບໍ່ຮູ້ວ່າເຮືອນຂອງພຣະເຈົ້າແຈກຢາຍໜັງສືຈັກຫົວໃຫ້ທຸກຄົນ; ພວກເຂົາບໍ່ຮູ້ວ່າຄຳເທດສະໜາເວົ້າຮອດຫົວຂໍ້ໃດແລ້ວ; ພວກເຂົາບໍ່ຮູ້ວ່າຄວາມຈິງໃດທີ່ກຳລັງຖືກໂອ້ລົມກັນຢູ່ໃນຊີວິດຄຣິສຕະຈັກໃນປັດຈຸບັນ. ພວກເຂົາເຂົ້າຮ່ວມການເຕົ້າໂຮມໜຶ່ງຄັ້ງໃນທຸກໆຫົກເດືອນ ຫຼື ໜຶ່ງຄັ້ງໃນທຸກໆປີ. ເມື່ອພວກເຂົາເຂົ້າຮ່ວມ, ພວກເຂົາກໍເວົ້າວ່າ “ຄົນທີ່ບໍ່ເຊື່ອນີ້ຊ່າງຂີ້ຮ້າຍຫຼາຍແທ້. ສັງຄົມບໍ່ຍຸຕິທຳ. ໂລກນີ້ຊົ່ວຮ້າຍ. ການອອກແຮງເພື່ອຫາເງິນນີ້ຊ່າງຍາກລຳບາກແທ້! ພາລະຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນນັ້ນເບົາ...”. ພວກເຂົາເວົ້າເຖິງເລື່ອງໄຮ້ສາລະເຫຼົ່ານີ້ຕໍ່ໄປເລື້ອຍໆ ທີ່ບໍ່ກ່ຽວຂ້ອງຫຍັງເລີຍກັບຫົວຂໍ້ ແລະ ເນື້ອໃນຂອງການໂອ້ລົມໃນການເຕົ້າໂຮມ. ພວກເຂົາເວົ້າຄຳເວົ້າທີ່ວ່າງເປົ່າສອງສາມຄຳໃນຄຳອະທິຖານຂອງພວກເຂົາ ແລະ ຄຳເວົ້າຜິວເຜີນສອງສາມຄຳກ່ຽວກັບການເຊື່ອໃນພຣະເຈົ້າ ແລ້ວກໍຖືວ່າຕົນເອງເປັນຜູ້ເຊື່ອ, ຮູ້ສຶກສະບາຍໃຈ ແລະ ສະຫງົບ. ນີ້ແມ່ນການເຊື່ອໃນພຣະເຈົ້າບໍ? ຄົນແບບນີ້ແມ່ນຄົນທີ່ໜ້າສັງເວດປະເພດໃດກັນແທ້? ຖ້າເຈົ້າຖາມພວກເຂົາວ່າ “ເປັນຫຍັງເຈົ້າຈຶ່ງບໍ່ເຂົ້າຮ່ວມການເຕົ້າໂຮມເປັນປະຈຳ”? ພວກເຂົາກໍຈະເວົ້າວ່າ “ເງື່ອນໄຂຂອງຂ້ອຍບໍ່ອຳນວຍ. ນີ້ຄືສະພາບແວດລ້ອມທີ່ພຣະເຈົ້າໄດ້ກຳນົດໃຫ້ຂ້ອຍ ແລະ ຂ້ອຍຕ້ອງອ່ອນນ້ອມ”. ຄຳເວົ້າເຫຼົ່ານີ້ຟັງແລ້ວມ່ວນຫູແທ້! ພວກເຂົາຍັງເວົ້າອີກວ່າ “ເບິ່ງແມ້, ພຣະເຈົ້າໄດ້ກຳນົດສະພາບແວດລ້ອມນີ້ໃຫ້ຂ້ອຍ. ຄອບຄົວທັງໝົດຂອງຂ້ອຍຕ້ອງເພິ່ງພາຂ້ອຍໃນເລື່ອງອາຫານ, ຂ້ອຍຈຶ່ງຕ້ອງຫາເງິນເພື່ອຄວາມຢູ່ລອດ! ໃນຕອນນີ້, ການຫາເງິນຄືໜ້າວຽກທີ່ພຣະເຈົ້າໄດ້ມອບໃຫ້ຂ້ອຍ”. ພວກເຂົາບໍ່ກ່າວເຖິງການປະຕິບັດໜ້າທີ່ຂອງຕົນເອງເລີຍ ພ້ອມທັງຄວາມຮັບຜິດຊອບ ແລະ ພັນທະຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ, ແລ້ວແຮງໄກທີ່ພວກເຂົາຈະກ່າວເຖິງວິທີການປະຕິບັດພຣະທຳຂອງພຣະເຈົ້າ; ພວກເຂົາຈະເຂົ້າຮ່ວມການເຕົ້າໂຮມພຽງແຕ່ເປັນບາງຄັ້ງຄາວເທົ່ານັ້ນ ແລະ ຖວາຍເງິນສອງສາມກີບ ໂດຍຄິດວ່າພວກເຂົາໄດ້ປະກອບສ່ວນໃຫ້ແກ່ເຮືອນຂອງພຣະເຈົ້າແລ້ວ. ຍັງມີຄົນອື່ນໆອີກທີ່ອະທິຖານຕໍ່ພຣະເຈົ້າເມື່ອລູກຂອງພວກເຂົາເຈັບປ່ວຍ ແລະ ສອງສາມມື້ຕໍ່ມາ ເມື່ອລູກຂອງພວກເຂົາດີຂຶ້ນ, ພວກເຂົາກໍຮີບຮ້ອນຖວາຍເງິນຈຳນວນໜຶ່ງໃຫ້ແກ່ຄຣິສຕະຈັກ ແລ້ວກໍຫາຍໜ້າໄປອີກ. ທຸກໆຄັ້ງທີ່ພວກເຂົາພົວພັນກັບອ້າຍເອື້ອຍນ້ອງ, ພວກເຂົາບໍ່ເຄີຍໂອ້ລົມກ່ຽວກັບຄວາມຈິງ ແລະ ທັງບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ. ເມື່ອບໍ່ມີໄພພິບັດ ຫຼື ໄພອັນຕະລາຍ, ພວກເຂົາກໍບໍ່ເຄີຍອະທິຖານຕໍ່ພຣະເຈົ້າ. ການສົນທະນາປະຈຳວັນຂອງພວກເຂົາແມ່ນກ່ຽວກັບເລື່ອງນ້ອຍໆໃນຄອບຄົວ, ການຖຽງກັນເລື່ອງຖືກຜິດ, ຊີວິດທາງເນື້ອໜັງ, ປະກົດການຕ່າງໆໃນສັງຄົມ ແລະ ສິ່ງຕ່າງໆທີ່ພວກເຂົາເຫັນ ແລະ ໄດ້ຍິນຢູ່ສະເໝີ; ພວກເຂົາບໍ່ຄ່ອຍໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ບໍ່ເຄີຍເວົ້າຄຳເວົ້າຈາກໃຈຈິງທີ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ. ພວກເຂົາພຽງແຕ່ເຂົ້າມາວົນວຽນຢູ່ໃນຄຣິສຕະຈັກເພື່ອສະແຫວງຫາການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ. ນີ້ເປັນພຽງວິທີການເຊື່ອໃນພຣະເຈົ້າຂອງພວກເຂົາ; ພວກເຂົາພຽງແຕ່ສະແຫວງຫາຄວາມສະຫງົບ ແລະ ພອນໂດຍບໍ່ໄດ້ສະແຫວງຫາຄວາມຈິງເລີຍ. ພວກເຂົາບໍ່ມີຄວາມສົນໃຈໃນຄວາມຈິງໃດໆເລີຍ. ພວກເຂົາພຽງແຕ່ຕ້ອງການໄດ້ຮັບຜົນປະໂຫຍດ, ພຣະຄຸນ ແລະ ພອນຈາກການເຊື່ອໃນພຣະເຈົ້າ. ພວກເຂົາບໍ່ສົນໃຈກ່ຽວກັບຊີວິດໜ້າ ເພາະພວກເຂົາບໍ່ສາມາດເຫັນມັນໄດ້ ແລະ ບໍ່ເຊື່ອໃນມັນເລີຍ. ພວກເຂົາພຽງແຕ່ຕ້ອງການເພີດເພີນກັບພຣະຄຸນຂອງພຣະເຈົ້າໃນຊີວິດນີ້ ແລະ ຫຼີກລ່ຽງໄພພິບັດທັງໝົດ. ເນື່ອງຈາກພຣະເຈົ້າ ແລະ ຄຣິສຕະຈັກເປັນບ່ອນລີ້ໄພຂອງພວກເຂົາ, ເມື່ອໃດກໍຕາມທີ່ພວກເຂົາເຂົ້າຮ່ວມການເຕົ້າໂຮມ, ມັນກໍແນ່ນອນວ່າເປັນຕອນທີ່ພວກເຂົາປະສົບກັບຄວາມຫຍຸ້ງຍາກ ຫຼື ໄພພິບັດ. ຄົນດັ່ງກ່າວເປັນຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າບໍ? (ບໍ່ແມ່ນ.) ພວກເຂົາແມ່ນຄົນປະເພດໃດ? (ນັກສວຍໂອກາດ ແລະ ຜູ້ບໍ່ເຊື່ອ.) ຄົນເຫຼົ່ານີ້ຄືຜູ້ບໍ່ເຊື່ອທີ່ຕ້ອງການໃຊ້ຄຣິສຕະຈັກເພື່ອຫຼີກລ່ຽງໄພພິບັດ. ຄວນອະນຸຍາດໃຫ້ຄົນດັ່ງກ່າວຢູ່ໃນຄຣິສຕະຈັກບໍ? (ບໍ່.) ເມື່ອພວກເຂົາມາຮ່ວມການເຕົ້າໂຮມ, ພວກເຂົາກໍລົບກວນຄົນອື່ນ ແລະ ເຮັດໃຫ້ພວກເຂົາບໍ່ພໍໃຈໃນພາຍໃນ. ຄົນສ່ວນໃຫຍ່ສຸພາບເກີນໄປ ແລະ ຮູ້ສຶກອາຍທີ່ຈະພະຍາຍາມຫ້າມປາມພວກເຂົາ, ສະນັ້ນ ພວກເຂົາຈຶ່ງປ່ອຍໃຫ້ພວກເຂົາເວົ້າຈ້ອຍໆຕໍ່ໄປ ແລະ ລົບກວນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າຂອງທຸກຄົນ. ໃນຈຸດນີ້ ຜູ້ນຳ ແລະ ຜູ້ເຮັດວຽກຄວນເຮັດແນວໃດ? ພວກເຂົາບໍ່ຄວນຮັບຜິດຊອບໃນການຈຳກັດຄົນດັ່ງກ່າວ, ປົກປ້ອງຜົນປະໂຫຍດຂອງຄົນສ່ວນໃຫຍ່ ແລະ ຮັກສາຊີວິດຄຣິສຕະຈັກທີ່ເປັນປົກກະຕິບໍ? (ແມ່ນແລ້ວ.) ເຈົ້າສາມາດເອົາໜັງສືພຣະທຳຂອງພຣະເຈົ້າຂອງພວກເຂົາຄືນ ແລະ ແນະນຳໃຫ້ພວກເຂົາອອກຈາກຄຣິສຕະຈັກ. ມີຫຼາຍວິທີທີ່ຈະຊັກຊວນໃຫ້ຜູ້ໃດຜູ້ໜຶ່ງອອກຈາກຄຣິສຕະຈັກ, ພວກເຈົ້າສາມາດຄິດຫາວິທີຂອງຕົນເອງໄດ້. ພຽງແຕ່ໃຫ້ແນ່ໃຈວ່າພວກເຂົາບໍ່ສາມາດຕິດຕໍ່ກັບອ້າຍເອື້ອຍນ້ອງໄດ້ອີກ. ສົມມຸດວ່າມີຄົນເວົ້າວ່າ “ຄົນຜູ້ນີ້ດີ. ພວກເຂົາພຽງແຕ່ເວົ້າເຖິງເລື່ອງນ້ອຍໆໃນຄອບຄົວໃນຄຣິສຕະຈັກ ແຕ່ພວກເຂົາບໍ່ໄດ້ລົບກວນວຽກງານຂອງຄຣິສຕະຈັກ ຫຼື ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຮົາ, ສະນັ້ນ ພວກເຮົາຄວນມີຄວາມອົດກັ້ນ! ໃນການເຊື່ອໃນພຣະເຈົ້າ, ພວກເຮົາບໍ່ຄວນມີຄວາມອົດກັ້ນ ແລະ ທົນທານຕໍ່ຄົນທຸກປະເພດບໍ? ພຣະເຈົ້າຕ້ອງການໃຫ້ທຸກຄົນໄດ້ຮັບຄວາມລອດພົ້ນ ແລະ ບໍ່ຕ້ອງການໃຫ້ຜູ້ໃດປະສົບກັບຄວາມຫາຍະນະ”! ແລ້ວເຈົ້າຕ້ອງພິຈາລະນາວ່າພວກເຂົາເປັນເປົ້າໝາຍສຳລັບຄວາມລອດພົ້ນ ຫຼື ບໍ່. ຖ້າພວກເຂົາບໍ່ແມ່ນ, ພວກເຮົາບໍ່ຄວນແຍກແຍະ ແລະ ກໍາຈັດພວກເຂົາອອກບໍ? (ຄວນ.) ບາງຄົນເວົ້າວ່າ “ຂ້ອຍໜ້າບາງເກີນໄປ; ຂ້ອຍຮູ້ສຶກອາຍທີ່ຈະພະຍາຍາມຊັກຊວນໃຫ້ພວກເຂົາອອກຈາກຄຣິສຕະຈັກ”. ບັນຫານີ້ແກ້ໄຂງ່າຍ. ຖ້າເຈົ້າພຽງແຕ່ບໍ່ຕິດຕໍ່ກັບພວກເຂົາ, ເຈົ້າກໍຈະບໍ່ຖືກລົບກວນ ຫຼື ຖືກຈຳກັດໂດຍພວກເຂົາ. ເຖິງແມ່ນວ່າເຈົ້າຈະພົບພວກເຂົາໂດຍບັງເອີນ, ເຈົ້າກໍບໍ່ຈຳເປັນຕ້ອງພົວພັນກັບພວກເຂົາ. ບໍ່ຈຳເປັນຕ້ອງເວົ້າເລື່ອງການເຊື່ອໃນພຣະເຈົ້າກັບພວກເຂົາ; ພຽງແຕ່ປະຕິບັດຕໍ່ພວກເຂົາຄືກັບຄົນທີ່ບໍ່ເຊື່ອ. ບາງຄົນເວົ້າວ່າ “ພວກເຮົາບໍ່ສາມາດຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກ ແລະ ໂອ້ລົມຄວາມຈິງທີ່ພວກເຮົາເຂົ້າໃຈກັບພວກເຂົາໄດ້ບໍ”? ສຳລັບຜູ້ບໍ່ເຊື່ອດັ່ງກ່າວ, ຖ້າເຈົ້າມີຄວາມຮັກຢ່າງແທ້ຈິງ, ເຈົ້າກໍສາມາດລອງເບິ່ງໄດ້. ຖ້າເຈົ້າສາມາດປ່ຽນແປງພວກເຂົາໄດ້ຢ່າງແທ້ຈິງ, ພວກເຂົາກໍບໍ່ຈຳເປັນຕ້ອງຖືກກໍາຈັດອອກ ຫຼື ຂັບໄລ່ອອກ. ບາງຄົນເວົ້າວ່າ “ຂ້ອຍຈະບໍ່ເສຍແຮງໄປລ້າໆ. ການຊ່ວຍເຫຼືອພວກເຂົາກໍໄຮ້ປະໂຫຍດ ຄືກັບການອາບນໍ້າໃຫ້ໝູ; ບໍ່ວ່າເຈົ້າຈະອາບໃຫ້ມັນສະອາດສໍ່າໃດ, ມັນກໍຍັງຈະກັບໄປລົ້ມລຸກຄຸກຄານຢູ່ໃນຂີ້ຕົມຢູ່ດີ. ມັນເປັນສັດປະເພດນັ້ນຢ່າງແທ້ຈິງ; ມັນຈະບໍ່ປ່ຽນແປງ”! ຖ້າເຈົ້າສາມາດເຂົ້າໃຈເລື່ອງນີ້ໄດ້, ເຈົ້າກໍຄິດຖືກ. ເຈົ້າຍັງຈະໂອ້ລົມຄວາມຈິງກັບຜູ້ບໍ່ເຊື່ອດັ່ງກ່າວເພື່ອຊ່ວຍເຫຼືອພວກເຂົາຢູ່ບໍ? ພວກເຈົ້າຍັງຈະເຮັດວຽກທີ່ໄຮ້ປະໂຫຍດນີ້ຢູ່ບໍ? (ບໍ່.) ໃນຈຸດນີ້, ພວກເຈົ້າຈຶ່ງເຂົ້າໃຈວ່າພວກເຈົ້າໂງ່ຈ້າ ແລະ ເບິ່ງຄົນບໍ່ທະລຸ. ຜູ້ບໍ່ເຊື່ອບໍ່ສາມາດປ່ຽນແປງໄດ້. ຄົນເຫຼົ່ານີ້ຍັງຮູ້ອີກວ່າ ຜູ້ທີ່ເຊື່ອໃນພຣະເຈົ້າເຮັດສິ່ງດີ ແລະ ຫຼີກລ່ຽງການເຮັດສິ່ງຊົ່ວ, ພວກເຂົາບໍ່ຂົ່ມເຫັງຄົນອື່ນ ຫຼື ຫຼອກລວງພວກເຂົາ. ພວກເຂົາມີຄວາມປະທັບໃຈທີ່ດີຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງປອມຕົວພາຍໃຕ້ຄຳຂວັນທີ່ວ່າ “ເຊື່ອວ່າມີພຣະເຈົ້າ” ແລະ “ການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ” ແລະ ແຊກຊຶມເຂົ້າມາໃນຄຣິສຕະຈັກ ເຊິ່ງເຮັດໃຫ້ຜູ້ຄົນຄິດວ່າພວກເຂົາເປັນອ້າຍເອື້ອຍນ້ອງ. ບາງຄົນກໍຖືກຫຼອກລວງໂດຍເລື່ອງນີ້ຢ່າງແທ້ຈິງ ໂດຍຖືວ່າພວກເຂົາເປັນອ້າຍເອື້ອຍນ້ອງຢ່າງແທ້ຈິງ, ມັກຈະໄປຢ້ຽມຢາມ ແລະ ຊ່ວຍເຫຼືອພວກເຂົາ. ພຽງແຕ່ຫຼັງຈາກທີ່ຜ່ານໄປເປັນເວລາດົນນານ ພວກເຂົາຈຶ່ງຮູ້ສຶກຕົວວ່າ: “ຄົນຜູ້ນີ້ມາຄຣິສຕະຈັກກໍຕໍ່ເມື່ອພວກເຂົາປະເຊີນກັບໄພພິບັດ ຫຼື ຄວາມຫຍຸ້ງຍາກ ໂດຍເວົ້າເລື່ອງໄຮ້ສາລະ ທີ່ບໍ່ມີແກ່ນສານ. ເມື່ອທຸກຢ່າງເປັນໄປດ້ວຍດີ ແລະ ທຸກຢ່າງເປັນປົກກະຕິດີສຳລັບພວກເຂົາ, ເມື່ອຊີວິດຂອງພວກເຂົາດີ, ພວກເຂົາກໍບໍ່ສົນໃຈໃຜເລີຍ. ຖ້າພວກເຮົາຮູ້ກ່ອນໜ້ານີ້ວ່າພວກເຂົາເປັນຄົນພານແບບນີ້, ພວກເຮົາກໍຄົງຈະບໍ່ຊ່ວຍເຫຼືອພວກເຂົາ ຫຼື ທຸ້ມເທຄວາມພະຍາຍາມຫຼາຍປານນັ້ນ”! ການຮູ້ສຶກເສຍໃຈຕອນນີ້ມີປະໂຫຍດຫຍັງບໍ? ມັນຊ້າເກີນໄປແລ້ວສຳລັບການເສຍໃຈ, ເຈົ້າໄດ້ເວົ້າໄປລ້າໆຢ່າງຫຼວງຫຼາຍແລ້ວ! ສະຫຼຸບສັ້ນໆກໍຄື ຜູ້ບໍ່ເຊື່ອດັ່ງກ່າວຕ້ອງຖືກແຍກແຍະ, ຈັດການ ແລະ ກໍາຈັດອອກຈາກຄຣິສຕະຈັກໂດຍໄວເທົ່າທີ່ຈະໄວໄດ້. ຢ່າຖືວ່າພວກເຂົາເປັນອ້າຍເອື້ອຍນ້ອງ; ພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ. ມີພຽງແຕ່ຄົນທີ່ຖືກເລືອກໂດຍພຣະເຈົ້າເທົ່ານັ້ນທີ່ເປັນອ້າຍເອື້ອຍນ້ອງ; ມີພຽງແຕ່ຜູ້ທີ່ສາມາດໄດ້ຮັບຄວາມລອດພົ້ນ ແລະ ຜູ້ທີ່ສະແຫວງຫາການນະມັດສະການພຣະເຈົ້າເທົ່ານັ້ນທີ່ເປັນອ້າຍເອື້ອຍນ້ອງ. ຜູ້ທີ່ເຂົ້າມາວົນວຽນຢູ່ໃນເຮືອນຂອງພຣະເຈົ້າເພື່ອຫຼີກລ່ຽງໄພພິບັດ ແລະ ເພີດເພີນກັບພຣະຄຸນຂອງພຣະເຈົ້າຢ່າງລະໂມບໂດຍບໍ່ຮັບເອົາຄວາມຈິງແມ່ນຜູ້ບໍ່ເຊື່ອ. ພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ ແລະ ພວກເຂົາກໍບໍ່ແມ່ນຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງແນ່ນອນ. ເຂົ້າໃຈບໍ? ຜູ້ບໍ່ເຊື່ອດັ່ງກ່າວຕ້ອງຖືກປະຕິບັດຕໍ່ຕາມຫຼັກການ; ພວກເຂົາຄວນຖືກຈັດການຕາມວິທີທີ່ພວກເຂົາສົມຄວນຈະຖືກຈັດການ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນຳ ແລະ ຜູ້ເຮັດວຽກ ແລະ ມັນຍັງເປັນຫຼັກການໜຶ່ງທີ່ຜູ້ທີ່ຖືກເລືອກຂອງພຣະເຈົ້າທຸກຄົນຄວນເຂົ້າໃຈຢ່າງແຈ່ມແຈ້ງ.

ວັນທີ 23 ຕຸລາ 2021

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?