ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22) ສ່ວນທີ ໜຶ່ງ
ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກຄື: “ປົກປ້ອງປະຊາກອນທີ່ພຣະເຈົ້າເລືອກຈາກການຖືກລົບກວນ, ນໍາພາຢ່າງຜິດໆ, ຄວບຄຸມ ແລະ ທຳຮ້າຍຢ່າງສາຫັດໂດຍພວກຕໍ່ຕ້ານພຣະຄຣິສ ແລະ ເຮັດໃຫ້ພວກເຂົາສາມາດແຍກແຍະພວກຕໍ່ຕ້ານພຣະຄຣິສ ແລະ ປະຖິ້ມພວກເຂົາຈາກໃຈ”. ຕອນນີ້, ໃຫ້ມາທົບທວນຄືນເບິ່ງວ່າ: ກ່ຽວກັບເນື້ອໃນລະອຽດຂອງຄວາມຮັບຜິດຊອບຂໍ້ທີສິບສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກນັ້ນ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຫົວຂໍ້ສະເພາະໃດແດ່? (ພວກເຮົາໄດ້ໂອ້ລົມກັນຫ້າຂໍ້ຄື: ການເປີດໂປງ, ການລິຮານ, ການໄຈ້ແຍກ, ການຈຳກັດ ແລະ ການຕິດຕາມກວດກາ.) ຫ້າຂໍ້ເຫຼົ່ານີ້ແມ່ນໜ້າວຽກສະເພາະທີ່ກ່ຽວຂ້ອງໃນຄວາມຮັບຜິດຊອບນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ສິ່ງເຫຼົ່ານີ້ແມ່ນໜ້າວຽກສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດກ່ຽວກັບພວກຕໍ່ຕ້ານພຣະຄຣິສ. ແລ້ວ, ຜູ້ນໍາປອມມີການສະແດງອອກແນວໃດກ່ຽວກັບໜ້າວຽກເຫຼົ່ານີ້? ຄັ້ງທີ່ຜ່ານມາພວກເຮົາໄດ້ໂອ້ລົມກັນກ່ຽວກັບລາຍລະອຽດບາງຢ່າງແລ້ວແມ່ນບໍ່? (ແມ່ນແລ້ວ.) ການສະແດງອອກຂອງຜູ້ນໍາປອມມີດັ່ງນີ້: ຂໍ້ທີໜຶ່ງແມ່ນ ພວກເຂົາຢ້ານວ່າຈະເຮັດໃຫ້ຄົນອື່ນຜິດໃຈ ແລະ ບໍ່ກ້າທີ່ຈະກຳຈັດອອກ ຫຼື ຂັບໄລ່ພວກຕໍ່ຕ້ານພຣະຄຣິສ. ຂໍ້ທີສອງແມ່ນພວກເຂົາບໍ່ສາມາດແຍກແຍະພວກຕໍ່ຕ້ານພຣະຄຣິສໄດ້. ຂໍ້ທີສາມແມ່ນພວກເຂົາເຮັດໜ້າທີ່ເປັນຮົ່ມກັນໄພໃຫ້ກັບພວກຕໍ່ຕ້ານພຣະຄຣິສ. ຂໍ້ທີສີ່ແມ່ນພວກເຂົາຂາດຄວາມຮັບຜິດຊອບຕໍ່ປະຊາກອນທີ່ພຣະເຈົ້າເລືອກ. ການຂາດຄວາມຮັບຜິດຊອບເປັນແນວໃດ? ເມື່ອປະເຊີນກັບການລົບກວນ ແລະ ການເຮັດໃຫ້ຫຼົງຜິດຈາກພວກຕໍ່ຕ້ານພຣະຄຣິສ, ຜູ້ນໍາປອມບໍ່ສາມາດປົກປ້ອງອ້າຍເອື້ອຍນ້ອງໄດ້, ບໍ່ສາມາດເປີດໂປງການກະທຳທີ່ຊົ່ວຊ້າຂອງພວກຕໍ່ຕ້ານພຣະຄຣິສໄດ້, ບໍ່ສາມາດເປີດໂປງແຜນອຸບາຍຂອງຊາຕານໄດ້ ແລະ ບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອຊ່ວຍໃຫ້ອ້າຍເອື້ອຍນ້ອງແຍກແຍະພວກຕໍ່ຕ້ານພຣະຄຣິສໄດ້. ພວກເຂົາບໍ່ໄດ້ເຮັດວຽກງານເຊັ່ນນັ້ນ. ນອກຈາກນີ້, ສຳລັບຜູ້ທີ່ມີຄວາມເຕີບໃຫຍ່ໜ້ອຍ ແລະ ຂາດການແຍກແຍະ ທີ່ຖືກເຮັດໃຫ້ຫຼົງຜິດໂດຍພວກຕໍ່ຕ້ານພຣະຄຣິສ, ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການເຮັດວຽກງານກອບກູ້ໃດໆ ແຕ່ຍັງເວົ້າສິ່ງທີ່ໄຮ້ຄວາມເປັນມະນຸດເຊັ່ນ “ພວກເຂົາສົມຄວນແລ້ວ”. ນີ້ແມ່ນການສະແດງອອກທີ່ສະເພາະເຈາະຈົງຂອງການຂາດຄວາມຮັບຜິດຊອບ ເຊິ່ງສະແດງໃຫ້ເຫັນວ່າ ຜູ້ນໍາປອມບໍ່ມີຄວາມຮູ້ສຶກຕໍ່ພາລະສໍາລັບວຽກງານຂອງຄຣິສຕະຈັກ. ການສະແດງອອກເຫຼົ່ານີ້ແມ່ນການກະທຳ ແລະ ແນວທາງທີ່ສະເພາະເຈາະຈົງຂອງຜູ້ນໍາປອມ ເມື່ອພວກຕໍ່ຕ້ານພຣະຄຣິສເຮັດໃຫ້ຫຼົງຜິດ ແລະ ລົບກວນປະຊາກອນທີ່ພຣະເຈົ້າເລືອກ. ທັດສະນະຄະຕິທີ່ສະເພາະເຈາະຈົງຂອງພວກເຂົາຕໍ່ກັບວຽກງານນີ້ແມ່ນການຂາດຄວາມຮັບຜິດຊອບ ແລະ ການບໍ່ຈົງຮັກພັກດີ. ພວກເຂົາອ້າງຂໍ້ອ້າງຕ່າງໆ ແລະ ນໍາໃຊ້ວິທີການຕ່າງໆເພື່ອອຳນວຍຄວາມສະດວກໃຫ້ພວກຕໍ່ຕ້ານພຣະຄຣິສ, ເຮັດໜ້າທີ່ເປັນຮົ່ມກັນໄພໃຫ້ກັບພວກເຂົາ ໃນຂະນະທີ່ບໍ່ໄດ້ປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ສິດ ແລະ ຜົນປະໂຫຍດຂອງປະຊາກອນທີ່ພຣະເຈົ້າເລືອກ. ຖ້າຜູ້ນໍາປອມສາມາດແກ້ໄຂບັນຫາຕ່າງໆໄດ້ໂດຍທັນທີ ເຊັ່ນ: ການທີ່ພວກຕໍ່ຕ້ານພຣະຄຣິສລົບກວນ, ການເຮັດໃຫ້ຫຼົງຜິດ, ຄວບຄຸມ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກຢ່າງສາຫັດ ແລະ ຈາກນັ້ນກໍຈຳກັດ, ແຍກອອກ ແລະ ກຳຈັດອອກ ຫຼື ຂັບໄລ່ພວກຕໍ່ຕ້ານພຣະຄຣິສ, ປະຊາກອນທີ່ພຣະເຈົ້າເລືອກກໍຈະໄດ້ຮັບການປົກປ້ອງສູງສຸດ. ຢ່າງໃດກໍຕາມ, ໃນຖານະທີ່ເປັນຜູ້ນໍາ, ພວກເຂົາບໍ່ມີຄວາມສາມາດພຽງພໍສຳລັບວຽກງານນີ້. ຈາກມຸມມອງໃດໜຶ່ງ, ສາມາດເວົ້າໄດ້ວ່າ ພວກເຂົາກຳລັງປົກປ້ອງພວກຕໍ່ຕ້ານພຣະຄຣິສໃນທາງອ້ອມ ແລະ ປູທາງໃຫ້ແກ່ພວກເຂົາ, ເຮັດໃຫ້ພວກເຂົາສາມາດສືບຕໍ່ເຮັດໃຫ້ຫຼົງຜິດ, ຄວບຄຸມ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກຢ່າງສາຫັດ ແລະ ລົບກວນຊີວິດຄຣິສຕະຈັກທີ່ເປັນປົກກະຕິ ແລະ ການປະຕິບັດໜ້າທີ່ຂອງປະຊາກອນທີ່ພຣະເຈົ້າເລືອກ. ສິ່ງເຫຼົ່ານີ້ແມ່ນການສະແດງອອກຕ່າງໆຂອງຜູ້ນໍາປອມ.
ຂໍ້ທີສິບສີ່: ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສທຸກປະເພດໂດຍທັນທີ (ພາກທີໜຶ່ງ)
ຫຼັງຈາກທີ່ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກຈົບແລ້ວ, ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບຂໍ້ທີສິບສີ່. ເນື້ອໃນຂອງຄວາມຮັບຜິດຊອບຂໍ້ທີສິບສີ່ມີຄວາມຄ້າຍຄືກັນໃນບາງດ້ານກັບຂໍ້ທີສິບສາມ. ວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດໃນຄວາມຮັບຜິດຊອບຂໍ້ທີສິບສີ່ບໍ່ພຽງແຕ່ກ່ຽວຂ້ອງກັບພວກຕໍ່ຕ້ານພຣະຄຣິສເທົ່ານັ້ນ ແຕ່ຍັງລວມເຖິງຄົນຊົ່ວຊ້າຕ່າງໆ ເຊິ່ງເຮັດໃຫ້ຂອບເຂດຂອງມັນກວ້າງກວ່າຄວາມຮັບຜິດຊອບຂໍ້ທີສິບສາມ. ກ່ອນທີ່ຈະໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່, ໃຫ້ພວກເຮົາອ່ານເນື້ອໃນຂອງມັນກ່ອນ. (ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສທຸກປະເພດໂດຍທັນທີ”.) ປະໂຫຍກນີ້ບໍ່ຍາວ ແຕ່ເມື່ອເວົ້າເຖິງວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ, ມັນບໍ່ໄດ້ງ່າຍດາຍຄືກັບທີ່ເຫັນຢູ່ພາຍນອກ. ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ກ່າວເຖິງໃນປະໂຫຍກນີ້ແມ່ນຫຍັງແທ້? ໃຜຄືເປົ້າໝາຍຂອງວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ? (ຄົນຊົ່ວຊ້າຕ່າງໆ ແລະ ພວກຕໍ່ຕ້ານພຣະຄຣິສ.) ວຽກງານສະເພາະທີ່ຕ້ອງເຮັດແມ່ນຫຍັງ? (ໃຫ້ແຍກແຍະພວກເຂົາໂດຍທັນທີ. ເມື່ອແຍກແຍະໄດ້ແລ້ວ, ໃຫ້ກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ.) ການແຍກແຍະໂດຍທັນທີ ໂດຍບໍ່ຊັກຊ້າ; ເມື່ອກວດພົບສັນຍານ, ຕ້ອງມີການຕັດສິນ ແລະ ການກຳນົດລັກສະນະທີ່ຖືກຕ້ອງ, ຕາມມາດ້ວຍການຈັດການກັບບຸກຄົນທີ່ກ່ຽວຂ້ອງໂດຍການກຳຈັດພວກເຂົາອອກ. ທີ່ຈິງແລ້ວ, ວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດປະກອບດ້ວຍສອງຢ່າງຄື: ການແຍກແຍະຜູ້ຄົນ ແລະ ການແກ້ໄຂບັນຫາ. ທາງພາຍນອກ, ມັນເບິ່ງຄືວ່າງ່າຍດາຍແບບນີ້: ກ່ອນອື່ນໃຫ້ແຍກແຍະ, ຈາກນັ້ນກໍໃຫ້ກຳນົດວິທີແກ້ໄຂ ແລະ ມາດຕະການໂດຍທັນທີ ໂດຍມີເປົ້າໝາຍແມ່ນຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສຕ່າງໆທີ່ເຮືອນຂອງພຣະເຈົ້າກຳນົດໃຫ້ຕ້ອງຖືກກຳຈັດອອກ ຫຼື ຂັບໄລ່. ຈາກມຸມມອງນີ້, ມັນຈຶ່ງເບິ່ງຄືວ່າງ່າຍສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະເຮັດວຽກງານນີ້ໃຫ້ດີ ແລະ ບັນລຸຄວາມຮັບຜິດຊອບນີ້ ໂດຍບໍ່ມີຄວາມຫຍຸ້ງຍາກຫຼາຍ ເພາະວ່າກ່ອນໜ້ານີ້ ເຮືອນຂອງພຣະເຈົ້າໄດ້ມີການໂອ້ລົມໃນວົງກວ້າງກ່ຽວກັບລາຍລະອຽດຂອງການແຍກແຍະ ແລະ ການກຳຈັດຄົນຕ່າງໆອອກ ໂດຍມີການກ່າວເຖິງເລື່ອງນີ້ຫຼາຍພໍສົມຄວນ. ທາງພາຍນອກ, ວຽກງານທີ່ກ່ຽວຂ້ອງໃນຄວາມຮັບຜິດຊອບຂໍ້ທີສິບສີ່ເບິ່ງຄືວ່າຄ້າຍຄືກັນໃນບາງດ້ານກັບເນື້ອໃນສະເພາະຂອງຄວາມຮັບຜິດຊອບຂໍ້ທີສິບສອງ ແລະ ສິບສາມທີ່ໄດ້ໂອ້ລົມກັນໄປກ່ອນໜ້ານີ້ ແຕ່ໃນຄວາມຮັບຜິດຊອບຂໍ້ທີສິບສີ່, ເປົ້າໝາຍຂອງວຽກງານທີ່ເຮັດໂດຍຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ແມ່ນພວກຕໍ່ຕ້ານພຣະຄຣິສເທົ່ານັ້ນ ແຕ່ຍັງລວມເຖິງຄົນຊົ່ວຊ້າຕ່າງໆ. ສິ່ງນີ້ຂະຫຍາຍຂອບເຂດໃຫ້ກວມເອົາຄົນຊົ່ວຊ້າປະເພດຕ່າງໆ ເຊິ່ງຮຽກຮ້ອງໃຫ້ມີການໂອ້ລົມຢ່າງເປັນລະບົບ ແລະ ສະເພາະເຈາະຈົງ. ເພາະວ່າມັນບໍ່ໄດ້ກ່ຽວກັບການສະແດງອອກຂອງຄົນຊົ່ວຊ້າປະເພດດຽວ ແຕ່ແມ່ນຫຼາຍປະເພດ, ເມື່ອໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຮົາຈະສຸມໃສ່ການລະບຸເປົ້າໝາຍຂອງວຽກງານນີ້ໃຫ້ຈະແຈ້ງ. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ຈະປະຕິບັດຕໍ່ຄົນເຫຼົ່ານີ້ແນວໃດແທ້, ບໍ່ວ່າຈະເປັນການຈຳກັດ, ແຍກອອກ, ກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ ແມ່ນສິ່ງທີ່ພວກເຮົາຈະໂອ້ລົມກັນຢ່າງລະອຽດໃນຕໍ່ໜ້າ.
ຄຣິສຕະຈັກແມ່ນຫຍັງ
ກ່ອນທີ່ພວກເຮົາຈະໂອ້ລົມກັນກ່ຽວກັບວຽກງານນີ້ຢ່າງລະອຽດ, ໃຫ້ໂອ້ລົມກັນໃນຫົວຂໍ້ນອກເລື່ອງກ່ອນ. ຫົວຂໍ້ນອກເລື່ອງນີ້ອາດຈະເປັນທີ່ຮູ້ຈັກກັນດີ ຫຼື ອາດຈະເປັນຫົວຂໍ້ທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈທີ່ສະເພາະເຈາະຈົງ. ຫົວຂໍ້ນັ້ນແມ່ນຫຍັງ? ມັນແມ່ນ “ຄຣິສຕະຈັກແມ່ນຫຍັງ?” ຫົວຂໍ້ນີ້ເປັນແນວໃດ? ບາງຄົນອາດຈະເວົ້າວ່າ “ເຈົ້າກຳລັງໂອ້ລົມກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ສະນັ້ນໃຫ້ໂອ້ລົມກັນສະເພາະເລື່ອງນັ້ນກໍພໍແລ້ວ. ເປັນຫຍັງຈຶ່ງມາໂອ້ລົມວ່າຄຣິສຕະຈັກແມ່ນຫຍັງ? ມັນກ່ຽວຂ້ອງກັບຫົວຂໍ້ນີ້ບໍ?” ທາງພາຍນອກ, ມັນອາດຈະເບິ່ງຄືວ່າບໍ່ກ່ຽວຂ້ອງກັນ ແລະ ບາງຄົນອາດຈະເວົ້າອີກວ່າ “ນີ້ເປັນຫົວຂໍ້ທີ່ບໍ່ກ່ຽວຂ້ອງກັນເລີຍ. ເປັນຫຍັງຈຶ່ງຍົກຂຶ້ນມາໂອ້ລົມກັນ?” ບໍ່ວ່າພວກເຈົ້າຈະຄິດແນວໃດກໍຕາມ, ໃຫ້ປະຄວາມຄິດເຫຼົ່ານີ້ໄວ້ກ່ອນ ແລະ ຄົ້ນຄິດກ່ອນວ່າຄຣິສຕະຈັກແມ່ນຫຍັງ. ເມື່ອໃດທີ່ຄຳນິຍາມຂອງຄຳວ່າ “ຄຣິສຕະຈັກ” ໄດ້ຮັບການໂອ້ລົມກັນຢ່າງແຈ່ມແຈ້ງແລ້ວ, ພວກເຈົ້າກໍຈະຮູ້ວ່າເປັນຫຍັງພວກເຮົາຈຶ່ງໂອ້ລົມກັນໃນຫົວຂໍ້ນີ້.
I. ຄວາມເຂົ້າໃຈຫຼາຍປະການກ່ຽວກັບຄຣິສຕະຈັກ
ການໂອ້ລົມກ່ຽວກັບຄຣິສຕະຈັກແມ່ນຫຍັງ ກໍຄືການໃຫ້ຄຳອະທິບາຍທີ່ແຈ່ມແຈ້ງ ແລະ ຖືກຕ້ອງກ່ຽວກັບຊື່ “ຄຣິສຕະຈັກ”; ມັນໝາຍເຖິງການສື່ສານຄຳນິຍາມທີ່ສະເພາະເຈາະຈົງ ແລະ ຖືກຕ້ອງຂອງຄຳວ່າ “ຄຣິສຕະຈັກ”. ກ່ອນອື່ນ, ພວກເຈົ້າສາມາດໂອ້ລົມກັນໄດ້ວ່າ ພວກເຈົ້າມີຄວາມເຂົ້າໃຈ ແລະ ການຮັບຮູ້ຄຳວ່າ “ຄຣິສຕະຈັກ” ແນວໃດ. ຄຣິສຕະຈັກແມ່ນຫຍັງ? ໃຫ້ເລີ່ມຕົ້ນຈາກຄຳອະທິບາຍທາງທິດສະດີກ່ອນ ແລ້ວຈຶ່ງໄປສູ່ຄຳນິຍາມທີ່ສະເພາະເຈາະຈົງ ແລະ ເປັນພາກປະຕິບັດຫຼາຍຂຶ້ນ. (ຄວາມເຂົ້າໃຈຂອງຂ້ານ້ອຍແມ່ນ ສະຖານທີ່ທີ່ອ້າຍເອື້ອຍນ້ອງຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາຄວາມຈິງມາເຕົ້າໂຮມກັນເພື່ອນະມັດສະການພຣະເຈົ້າ ເອີ້ນວ່າຄຣິສຕະຈັກ.) ຄຳນິຍາມນີ້ໝາຍເຖິງວ່າຄຣິສຕະຈັກເປັນສະຖານທີ່ປະເພດໃດ; ໂດຍພື້ນຖານແລ້ວມັນແມ່ນສິ່ງທີ່ມີຮູບຮ່າງ, ຈັບຕ້ອງໄດ້. ນີ້ແມ່ນຄຳນິຍາມທາງທິດສະດີ. ຄຳນິຍາມນີ້ຖືກຕ້ອງບໍ? ມີສ່ວນໃດທີ່ບໍ່ຖືກຕ້ອງບໍ? ໃນທາງທິດສະດີແລ້ວ, ຄຳນິຍາມນີ້ກໍເປັນທີ່ຍອມຮັບໄດ້. ມີໃຜຈະເພີ່ມຕື່ມອີກບໍ? (ຂ້ານ້ອຍຂໍເພີ່ມຕື່ມໜ້ອຍໜຶ່ງ. ເນື່ອງຈາກການປາກົດ ແລະ ພາລະກິດຂອງພຣະເຈົ້າ ແລະ ການທີ່ພຣະອົງເຜີຍແຜ່ຄວາມຈິງ, ຈຶ່ງມີກຸ່ມຄົນທີ່ຕິດຕາມພຣະເຈົ້າ; ກຸ່ມກ້ອນທີ່ພວກເຂົາສ້າງຕັ້ງຂຶ້ນເອີ້ນວ່າຄຣິສຕະຈັກ.) ຄຳນິຍາມນີ້ອະທິບາຍວ່າຄຣິສຕະຈັກເປັນກຸ່ມປະເພດໃດ. ນີ້ກໍແມ່ນຄຳນິຍາມທີ່ເປັນທາງການ ແລະ ທາງທິດສະດີ. (ຂ້ານ້ອຍຂໍເພີ່ມຕື່ມວ່າ ກຸ່ມຄົນນີ້ມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ເມື່ອພວກເຂົາເຕົ້າໂຮມກັນເພື່ອອ່ານພຣະທຳຂອງພຣະເຈົ້າ, ກໍມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ພວກເຂົາສາມາດປະຕິບັດຄວາມຈິງ ແລະ ເຕີບໃຫຍ່ໃນຊີວິດໄດ້. ຄຣິສຕະຈັກແມ່ນການເຕົ້າໂຮມຂອງຄົນເຊັ່ນນັ້ນ.) ການເພີ່ມຕື່ມໃສ່ຄຳນິຍາມຂອງຄຣິສຕະຈັກນີ້ອະທິບາຍວ່າມັນເປັນການເຕົ້າໂຮມປະເພດໃດ. ສິ່ງທີ່ກຳນົດລັກສະນະຂອງການເຕົ້າໂຮມນີ້ກໍຄື ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ, ການມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການເຕີບໃຫຍ່ໃນຊີວິດ. ໂດຍພື້ນຖານແລ້ວນີ້ແມ່ນຄຳນິຍາມທີ່ເປັນທາງການ ແລະ ທາງທິດສະດີຂອງຄຣິສຕະຈັກ. ມີໃຜຈະເພີ່ມຕື່ມອີກບໍ? (ມັນແມ່ນກຸ່ມຄົນທີ່ຍຶດຖືພຣະທຳຂອງພຣະເຈົ້າເປັນຫຼັກການແຫ່ງການປະຕິບັດ ແລະ ຖືກປົກຄອງໂດຍຄວາມຈິງ ແລະ ພຣະຄຣິສ. ກຸ່ມນີ້ສາມາດປະສົບກັບພາລະກິດຂອງພຣະເຈົ້າ, ຍອມຮັບຄວາມຈິງ, ເຕີບໃຫຍ່ໃນຊີວິດ ແລະ ໄດ້ຮັບຄວາມລອດພົ້ນ. ກຸ່ມຄົນເຊັ່ນນີ້ເອີ້ນວ່າຄຣິສຕະຈັກ.) “ກຸ່ມ” ນີ້ແມ່ນຄືກັນກັບ “ກຸ່ມກ້ອນ” ທີ່ກ່າວເຖິງເມື່ອກີ້ນີ້. ມີໃຜຈະເພີ່ມຕື່ມອີກບໍ? ຖ້າພວກເຈົ້າບໍ່ມີຫຍັງເພີ່ມຕື່ມ, ພວກເຈົ້າສາມາດກ່າວຄືນຄວາມເຂົ້າໃຈທັງສີ່ປະການທີ່ກ່າວມາຂ້າງເທິງ; ນັ້ນກໍຄື ສິ່ງທີ່ພວກເຈົ້າໄດ້ຖືວ່າເປັນຄຳນິຍາມຂອງຄຣິສຕະຈັກມາໂດຍຕະຫຼອດຕັ້ງແຕ່ເລີ່ມເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ. ການໃຫ້ນິຍາມທາງທິດສະດີຄວນຈະງ່າຍ, ແມ່ນບໍ່? ຕົວຢ່າງ: ກຸ່ມຂອງຜູ້ຄົນທີ່ຕິດຕາມ ແລະ ນະມັດສະການພຣະເຈົ້າຢ່າງຈິງໃຈສາມາດເອີ້ນວ່າຄຣິສຕະຈັກ; ຫຼື ກຸ່ມທີ່ເຮັດຕາມພຣະປະສົງຂອງພຣະເຈົ້າ, ສະແຫວງຫາການອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະເຈົ້າ ກໍສາມາດເອີ້ນວ່າຄຣິສຕະຈັກ; ຫຼື ກຸ່ມທີ່ມີພາລະກິດຂອງພຣະວິນຍານບໍລິສຸດ, ການຊີ້ນໍາຂອງພຣະວິນຍານບໍລິສຸດ ແລະ ການຊົງສະຖິດຂອງພຣະເຈົ້າ ແລະ ການສາມາດນະມັດສະການພຣະເຈົ້າໄດ້ ກໍສາມາດເອີ້ນວ່າຄຣິສຕະຈັກ. ສິ່ງເຫຼົ່ານີ້ບໍ່ແມ່ນຄຳນິຍາມທາງທິດສະດີຂອງຄຣິສຕະຈັກບໍ? (ແມ່ນແລ້ວ.) ພວກເຈົ້າທຸກຄົນເຂົ້າໃຈ ແລະ ຮູ້ເນື້ອໃນຂອງສິ່ງທີ່ກຳນົດລັກສະນະເຫຼົ່ານີ້ໃນຄຳນິຍາມຂອງຄຣິສຕະຈັກ, ແມ່ນບໍ່? (ແມ່ນແລ້ວ.) ຖ້າຢ່າງນັ້ນ, ໃຫ້ກ່າວຄືນເບິ່ງ. (ຄຣິສຕະຈັກໝາຍເຖິງກຸ່ມຂອງຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະຄຣິສຢ່າງຈິງໃຈ. ຄຣິສຕະຈັກທີ່ແທ້ຈິງມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການຊີ້ນໍາຂອງພຣະເຈົ້າ; ມັນຖືກປົກຄອງໂດຍພຣະຄຣິສ ແລະ ຄວາມຈິງ, ມັນເປັນບ່ອນທີ່ຜູ້ຕິດຕາມພຣະເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ປະສົບກັບພາລະກິດຂອງພຣະເຈົ້າ ແລະ ມີທາງເຂົ້າສູ່ຊີວິດ. ນີ້ຄືຄຣິສຕະຈັກທີ່ແທ້ຈິງ. ຄຣິສຕະຈັກແຕກຕ່າງຈາກຊຸມຊົນທາງສາສະໜາ. ຄຣິສຕະຈັກບໍ່ໄດ້ເຂົ້າຮ່ວມໃນພິທີກຳທາງສາສະໜາ ຫຼື ຮູບແບບການນະມັດສະການພຣະເຈົ້າພາຍນອກ.) ໂດຍພື້ນຖານແລ້ວ ນີ້ແມ່ນຄຳນິຍາມທາງທິດສະດີຂອງຄຣິສຕະຈັກ. ຕົວຢ່າງ: ການໃຫ້ນິຍາມຄຣິສຕະຈັກວ່າເປັນສະຖານທີ່ທີ່ຜູ້ຄົນທີ່ພຣະເຈົ້າເອີ້ນມາເຕົ້າໂຮມກັນ ຫຼື ການໃຫ້ນິຍາມຄຣິສຕະຈັກວ່າເປັນກຸ່ມຂອງຜູ້ຄົນທີ່ເຊື່ອ, ຕິດຕາມ, ອ່ອນນ້ອມ ແລະ ນະມັດສະການພຣະເຈົ້າຢ່າງຈິງໃຈ ຫຼື ການໃຫ້ນິຍາມຄຣິສຕະຈັກວ່າເປັນການເຕົ້າໂຮມຂອງຜູ້ຄົນທີ່ພຣະເຈົ້າເອີ້ນ ແລະ ອື່ນໆ, ຊື່ເອີ້ນເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຄວາມເຂົ້າໃຈ ຫຼື ຄຳນິຍາມພື້ນຖານບາງຢ່າງກ່ຽວກັບຄຣິສຕະຈັກໂດຍກຸ່ມຜູ້ເຊື່ອຕ່າງໆ. ເຮົາຈະບໍ່ລົງເລິກວ່າສາສະໜາ ແລະ ນິກາຍຕ່າງໆໃຫ້ນິຍາມຄຣິສຕະຈັກແນວໃດແທ້, ສຳລັບພວກເຮົາຜູ້ທີ່ຕິດຕາມພຣະເຈົ້າ, ຄຳນິຍາມຂອງຄຣິສຕະຈັກແມ່ນຫຍັງ? ມັນບໍ່ມີຫຍັງນອກເໜືອຈາກກຸ່ມຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ, ມີພາລະກິດຂອງພຣະວິນຍານບໍລິສຸດ, ມີການຊີ້ນໍາຂອງພຣະເຈົ້າ ແລະ ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາຄວາມຈິງ, ສະແຫວງຫາການອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະເຈົ້າ. ບໍ່ວ່າມັນຈະຖືກນິຍາມວ່າເປັນສະຖານທີ່, ກຸ່ມກ້ອນ, ການເຕົ້າໂຮມ, ກຸ່ມ, ຊຸມຊົນ ຫຼື ສິ່ງອື່ນໃດກໍຕາມ, ບໍ່ວ່າຈະໃຊ້ຄຳສັບໃດກໍຕາມ, ສິ່ງທີ່ກຳນົດລັກສະນະຂອງຄຳນິຍາມໂດຍພື້ນຖານແລ້ວກໍແມ່ນສິ່ງເຫຼົ່ານີ້. ເມື່ອຕັດສິນຈາກຄວາມເຂົ້າໃຈພື້ນຖານຂອງຜູ້ຄົນກ່ຽວກັບຄຣິສຕະຈັກ, ຈາກສິ່ງທີ່ກຳນົດລັກສະນະທີ່ພວກເຈົ້າໃຊ້ເພື່ອນິຍາມຊື່ເອີ້ນວ່າ “ຄຣິສຕະຈັກ”, ກໍເປັນທີ່ແຈ່ມແຈ້ງວ່າ ເມື່ອຜູ້ຄົນຕິດຕາມພຣະເຈົ້າ ແລະ ເຂົ້າໃຈຄວາມຈິງບາງຢ່າງແລ້ວ, ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄຣິສຕະຈັກກໍຄື ມັນບໍ່ແມ່ນຊຸມຊົນ ຫຼື ກຸ່ມທຳມະດາອີກຕໍ່ໄປ. ກົງກັນຂ້າມ, ມັນກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າຢ່າງຈິງໃຈ, ການອ່ານພຣະທຳຂອງພຣະເຈົ້າ, ການມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ການສາມາດອ່ອນນ້ອມ ແລະ ນະມັດສະການພຣະເຈົ້າໄດ້ ຫຼື ກ່ຽວກັບດ້ານຕ່າງໆທີ່ລວມເຖິງການເຂົ້າສູ່ຊີວິດ, ການປ່ຽນແປງອຸປະນິໄສ, ການເປັນພະຍານເພື່ອພຣະເຈົ້າ ແລະ ອື່ນໆ. ເມື່ອເບິ່ງມັນໃນລັກສະນະນີ້, ຫຼັງຈາກທີ່ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດຂອງພຣະອົງ, ຊື່ເອີ້ນວ່າ “ຄຣິສຕະຈັກ” ໃນໃຈຂອງຄົນສ່ວນໃຫຍ່ກໍໄດ້ມີຄວາມເຂົ້າໃຈ ແລະ ຄວາມຮັບຮູ້ທີ່ເລິກເຊິ່ງກວ່າ, ສະເພາະເຈາະຈົງກວ່າ, ເປັນຄວາມເຂົ້າໃຈທີ່ສອດຄ່ອງກັບແນວຄິດຂອງພຣະເຈົ້າກ່ຽວກັບຄຣິສຕະຈັກຢ່າງໃກ້ຊິດກວ່າ. ມັນບໍ່ແມ່ນສິ່ງທີ່ງ່າຍດາຍພຽງແຕ່ເປັນຕຶກອາຄານ, ຊຸມຊົນທາງສັງຄົມ, ພະແນກ, ສະຖາບັນ ຫຼື ສິ່ງອື່ນໃດອີກຕໍ່ໄປ; ແຕ່ມັນກ່ຽວຂ້ອງກັບສິ່ງຕ່າງໆເຊັ່ນ: ການເຊື່ອໃນພຣະເຈົ້າ, ພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ການນະມັດສະການພຣະເຈົ້າ.
II. ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ ແລະ ວຽກງານທີ່ຄຣິສຕະຈັກເຮັດ
ກ່ຽວກັບແນວຄິດ ແລະ ຄຳນິຍາມທີ່ສະເພາະເຈາະຈົງຂອງຄຣິສຕະຈັກ, ພວກເຮົາຈະຍັງບໍ່ຟ້າວສະຫຼຸບເທື່ອໃນຕອນນີ້. ຫຼັງຈາກທີ່ພວກເຈົ້າມີແນວຄິດພື້ນຖານກ່ຽວກັບຊື່ “ຄຣິສຕະຈັກ” ຫຼື ຄຳນິຍາມຂອງມັນແລ້ວ, ພວກເຈົ້າເຂົ້າໃຈແຈ້ງບໍກ່ຽວກັບສິ່ງຕ່າງໆ ເຊັ່ນ: ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ, ວຽກງານທີ່ເກີດຂຶ້ນຈາກການມີຢູ່ຂອງຄຣິສຕະຈັກ ແລະ ບົດບາດຂອງຄຣິສຕະຈັກທີ່ມີຕໍ່ຜູ້ຄົນ? ເນື້ອໃນຂອງດ້ານເຫຼົ່ານີ້ກ່ຽວຂ້ອງກັບຄຳນິຍາມຂອງຄຣິສຕະຈັກເຊັ່ນກັນບໍ? ເວົ້າງ່າຍໆກໍຄື ສິ່ງທີ່ຄຣິສຕະຈັກເຮັດກໍຄືຄຸນຄ່າຂອງການມີຢູ່ຂອງມັນ. ຍົກຕົວຢ່າງເຮືອນຫຼັງໜຶ່ງ, ເຮືອນຫຼັງນີ້ມີຈຸດປະສົງຫຍັງ? ມັນມີຄຸນຄ່າ ແລະ ຄວາມສຳຄັນແນວໃດຕໍ່ກັບຜູ້ຄົນທີ່ອາໄສ ແລະ ນຳໃຊ້ມັນ? ຢ່າງໜ້ອຍທີ່ສຸດ, ມັນເປັນທີ່ກຳບັງລົມຝົນ ເຊິ່ງເປັນໜຶ່ງໃນຄຸນຄ່າຂອງມັນ; ຄຸນຄ່າອີກຢ່າງໜຶ່ງກໍຄື ເມື່ອເຈົ້າໝົດແຮງ ແລະ ເມື່ອຍລ້າ ແລະ ບໍ່ມີບ່ອນໄປ, ເຮືອນກໍເປັນສະຖານທີ່ທີ່ເຈົ້າສາມາດພັກຜ່ອນ ແລະ ອາໄສຢູ່ຢ່າງສະຫງົບ ແລະ ມີຄວາມສຸກໄດ້. ເຮືອນຫຼັງນີ້ເອີ້ນວ່າບ້ານ ແຕ່ມັນມີໜ້າທີ່ຫຍັງສຳລັບເຈົ້າ? ມັນເປັນທີ່ກຳບັງລົມຝົນ, ເປັນບ່ອນພັກຜ່ອນ, ຜ່ອນຄາຍ, ສາມາດມີອິດສະຫຼະ ແລະ ອື່ນໆ; ໜ້າທີ່ເຫຼົ່ານີ້ຄືຄຸນຄ່າຂອງເຮືອນຫຼັງນີ້ສຳລັບເຈົ້າ. ບາດນີ້, ອີກຄັ້ງໜຶ່ງ, ບົດບາດຂອງຄຣິສຕະຈັກແມ່ນຫຍັງ? ຄຸນຄ່າ ແລະ ຄວາມສຳຄັນຂອງການກໍ່ຕັ້ງ ແລະ ການມີຢູ່ຂອງມັນແມ່ນຫຍັງ? ເວົ້າງ່າຍໆກໍຄື ຄຣິສຕະຈັກເຮັດຫຍັງ, ມັນມີບົດບາດຫຍັງ? ພວກເຈົ້າເຂົ້າໃຈແຈ້ງກ່ຽວກັບເລື່ອງນີ້ບໍ? ຄຣິສຕະຈັກຄວນເຮັດວຽກງານສະເພາະ ຫຼື ວຽກງານປະເພດໃດ ແລະ ຂອບເຂດວຽກງານຂອງມັນຕ້ອງລວມເຖິງຫຍັງແດ່ ເພື່ອໃຫ້ມັນຖືກເອີ້ນວ່າຄຣິສຕະຈັກ, ເພື່ອໃຫ້ວຽກງານນີ້ເປັນສິ່ງທີ່ຄຣິສຕະຈັກທີ່ແທ້ຈິງຄວນເຮັດ? ນີ້ແມ່ນເນື້ອໃນສະເພາະບາງຢ່າງທີ່ຄວນໂອ້ລົມກັນກ່ຽວກັບຄຳນິຍາມຂອງຄຣິສຕະຈັກ. ກ່ອນອື່ນໝົດ, ຄຣິສຕະຈັກເຮັດວຽກງານຫຍັງແທ້? (ຫຼັກໆແລ້ວ ຄືການເຜີຍແຜ່ພຣະທຳຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ເຜີຍແຜ່ພຣະກິດຕິຄຸນ ເພື່ອໃຫ້ຄົນຈຳນວນຫຼາຍຂຶ້ນສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບເອົາຄວາມລອດພົ້ນຂອງພຣະອົງ.) ນີ້ແມ່ນໜ້າວຽກທີ່ສະເພາະເຈາະຈົງບໍ? (ແມ່ນແລ້ວ.) ນີ້ຄືຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກ ແລະ ເປັນໜຶ່ງໃນໜ້າວຽກສະເພາະທີ່ຄຣິສຕະຈັກຕ້ອງເຮັດ ແຕ່ມັນບໍ່ແມ່ນທັງໝົດ. ການເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ການເປັນພະຍານເຖິງພາລະກິດຂອງພຣະເຈົ້າແມ່ນໜ້າວຽກທີ່ສະເພາະເຈາະຈົງ. ແມ່ນໃຜຮັບຜິດຊອບໜ້າວຽກນີ້? ນັ້ນກໍຄືທີມງານພຣະກິດຕິຄຸນໃນປັດຈຸບັນ. ຄຣິສຕະຈັກຍັງເຮັດວຽກງານຫຍັງອີກ? (ຈັດຕັ້ງອ້າຍເອື້ອຍນ້ອງໃຫ້ມາເຕົ້າໂຮມກັນ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ເຮັດໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງຢ່າງຕໍ່ເນື່ອງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ.) ໜ້າວຽກສະເພາະນີ້ຄືການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຂົ້າໃຈຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ. ການເຜີຍແຜ່ພຣະທຳຂອງພຣະເຈົ້າແມ່ນໜ້າວຽກຫຼັກ ແລະ ສຳຄັນຂອງຄຣິສຕະຈັກ. ການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຂົ້າໃຈຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິແມ່ນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ; ນີ້ແມ່ນວຽກງານທີ່ເນັ້ນໃສ່ພາຍໃນ. ວຽກງານສອງຢ່າງນີ້, ໜຶ່ງແມ່ນພາຍນອກ ແລະ ໜຶ່ງແມ່ນພາຍໃນ, ແມ່ນວຽກງານທີ່ເກີດຂຶ້ນຈາກການມີຢູ່ຂອງຄຣິສຕະຈັກ. ນອກຈາກນັ້ນຍັງສາມາດເວົ້າໄດ້ວ່າເປັນໜ້າວຽກທີ່ສຳຄັນສອງຢ່າງທີ່ຄຣິສຕະຈັກຄວນປະຕິບັດ. ຍັງມີໜ້າວຽກອື່ນອີກບໍ? (ໜ້າວຽກອີກຢ່າງໜຶ່ງແມ່ນການນໍາພາຜູ້ຄົນໃຫ້ປະສົບກັບການພິພາກສາຂອງພຣະເຈົ້າ ເພື່ອຈະໄດ້ຮັບການຊຳລະລ້າງ ແລະ ບັນລຸການປ່ຽນແປງອຸປະນິໄສ.) ນີ້ແມ່ນໜ້າວຽກສະເພາະພາຍໃນຂອງຄຣິສຕະຈັກ. ໜ້າວຽກທັງໝົດທີ່ພວກເຈົ້າກ່າວມານີ້ໂດຍພື້ນຖານແລ້ວແມ່ນໜ້າວຽກທີ່ເປັນຕົວແທນ. ການປະສົບກັບພາລະກິດຂອງພຣະເຈົ້າ, ເຊັ່ນ: ການຜ່ານສະພາບແວດລ້ອມຕ່າງໆ, ການຜ່ານການພິພາກສາ, ການລົງໂທດ, ການລິຮານ ແລະ ອື່ນໆ, ຈົນໃນທີ່ສຸດກໍບັນລຸການປ່ຽນແປງອຸປະນິໄສ ແລະ ໄດ້ຮັບຄວາມລອດພົ້ນ ແມ່ນໜ້າວຽກທີ່ສະເພາະເຈາະຈົງ. ນີ້ຄືຜົນກະທົບ ແລະ ອິດທິພົນທີ່ການກໍ່ຕັ້ງ ແລະ ການມີຢູ່ຂອງຄຣິສຕະຈັກມີຕໍ່ຜູ້ຄົນ. ວຽກງານເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ເປັນພະຍານເຖິງພຣະເຈົ້າບໍ່ພຽງແຕ່ປະຕິບັດໂດຍທີມງານພຣະກິດຕິຄຸນເທົ່ານັ້ນ; ມັນຍັງສຳເລັດໄດ້ຜ່ານບົດຄວາມຄຳພະຍານຈາກປະສົບການ, ເພງສັນລະເສີນ, ວິດີໂອ ແລະ ຮູບເງົາຕ່າງໆ ແລະ ອື່ນໆ, ເຊິ່ງກໍແມ່ນເນື້ອໃນ ແລະ ໂຄງການສະເພາະທີ່ລວມຢູ່ໃນວຽກງານເຜີຍແຜ່ພຣະທຳຂອງພຣະເຈົ້າ. ນອກຈາກນີ້, ຍັງມີໜ້າວຽກທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກຄື: ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າເພື່ອເຂົ້າໃຈຄວາມຈິງ, ການສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຮູ້ຈັກພຣະເຈົ້າ ແລະ ການປະສົບກັບພາລະກິດຂອງພຣະເຈົ້າ ແລະ ສະພາບແວດລ້ອມຕ່າງໆທີ່ພຣະເຈົ້າຈັດຕັ້ງຂຶ້ນໃນລະຫວ່າງຂະບວນການປະຕິບັດໜ້າທີ່ ເພື່ອບັນລຸການປ່ຽນແປງອຸປະນິໄສ ແລະ ໄດ້ຮັບຄວາມລອດພົ້ນ. ສິ່ງເຫຼົ່ານີ້ແມ່ນໜ້າວຽກຫຼາຍຢ່າງທີ່ເກີດຂຶ້ນບົນພື້ນຖານການມີຢູ່ຂອງຄຣິສຕະຈັກຫຼັງຈາກທີ່ມັນໄດ້ຖືກກໍ່ຕັ້ງຂຶ້ນ. ນອກເໜືອຈາກໜ້າວຽກຫຼັກເຫຼົ່ານີ້, ຍັງມີວຽກງານຮອງອີກບໍ? ວຽກງານຮອງແມ່ນຫຍັງ? ພວກມັນໝາຍເຖິງວຽກງານທີ່ບໍ່ສຳຄັນ ຫຼື ວຽກງານທົ່ວໄປ ເຊິ່ງເຖິງຢ່າງໃດກໍຕາມ, ມັນກໍມີຜົນປະໂຫຍດບາງຢ່າງສຳລັບປະຊາກອນທີ່ພຣະເຈົ້າເລືອກໃນການໄລ່ຕາມຫາຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງຕົນ; ວຽກງານນີ້ສາມາດສົ່ງຜົນກະທົບໃນທາງບວກຕໍ່ການເຕີບໃຫຍ່ທາງຊີວິດຂອງຜູ້ຄົນ ແລະ ການປ່ຽນແປງທັດສະນະຂອງພວກເຂົາຕໍ່ເລື່ອງຕ່າງໆ. ໃນສະຖານະການພິເສດ, ວຽກງານທົ່ວໄປທີ່ກ່ຽວຂ້ອງກັບການດຳລົງຊີວິດທາງຮ່າງກາຍຂອງຜູ້ຄົນເຊິ່ງເກີດຂຶ້ນຈາກວຽກງານຄຣິສຕະຈັກ ຖືວ່າເປັນວຽກງານທີ່ຈຳເປັນຂອງຄຣິສຕະຈັກບໍ? ຕົວຢ່າງ: ການເຮັດໄຮ່ໄຖນາ, ການລ້ຽງສັດ ແລະ ກິດຈະກຳອື່ນໆທີ່ຈັດຫາອາຫານທີ່ຈຳເປັນຈໍານວນໜຶ່ງໃຫ້ກັບຜູ້ທີ່ປະຕິບັດໜ້າທີ່ຂອງຕົນ. ສິ່ງເຫຼົ່ານີ້ຖືວ່າເປັນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກບໍ? (ບໍ່ແມ່ນ.) ແລ້ວການຈັດຫາຄອມພິວເຕີ, ອຸປະກອນ ແລະ ສິ່ງອື່ນໆໃຫ້ກັບຜູ້ທີ່ປະຕິບັດໜ້າທີ່ຂອງຕົນເດ, ສິ່ງເຫຼົ່ານີ້ຖືວ່າເປັນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກບໍ? (ບໍ່ແມ່ນ.) ແລ້ວວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກໝາຍເຖິງຫຍັງ? ສິ່ງນີ້ກ່ຽວຂ້ອງກັບຄຳນິຍາມຂອງຄຣິສຕະຈັກ. ຄຳນິຍາມກ່ອນໜ້ານີ້ຂອງພວກເຈົ້າກ່ຽວກັບຄຣິສຕະຈັກແມ່ນດີ; ເຮົາຂ້ອນຂ້າງພໍໃຈກັບຄຳນິຍາມເຫຼົ່ານັ້ນ ເພາະວ່າສິ່ງທີ່ກຳນົດລັກສະນະໃນຄຳນິຍາມຂອງພວກເຈົ້າແມ່ນກ່ຽວຂ້ອງກັບຄວາມຈິງທີ່ສູງກວ່າ ເຊັ່ນ: ການເຂົ້າສູ່ຊີວິດຂອງຜູ້ຄົນ, ຄວາມເຊື່ອທີ່ແທ້ຈິງຂອງພວກເຂົາໃນພຣະເຈົ້າ ແລະ ໃນການຕິດຕາມພຣະເຈົ້າ, ການຮູ້ຈັກພຣະເຈົ້າ ແລະ ແມ່ນແຕ່ການປ່ຽນແປງອຸປະນິໄສ, ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການນະມັດສະການພຣະເຈົ້າ. ຈາກຈຸດນີ້, ການມີຢູ່ຂອງຄຣິສຕະຈັກບໍ່ແມ່ນເພື່ອສິ່ງທີ່ກ່ຽວຂ້ອງກັບຊີວິດທາງເນື້ອໜັງ ແລະ ຜົນປະໂຫຍດຂອງຜູ້ຄົນຢ່າງແນ່ນອນ, ເຊັ່ນ: ການເຮັດໃຫ້ພວກເຂົາອົບອຸ່ນ ແລະ ອີ່ມໜຳ, ການຮັກສາສຸຂະພາບຂອງພວກເຂົາ ຫຼື ການເບິ່ງແຍງອະນາຄົດຂອງພວກເຂົາ. ຄຣິສຕະຈັກບໍ່ໄດ້ມີຢູ່ເພື່ອສະໜັບສະໜູນການດຳລົງຊີວິດທາງຮ່າງກາຍຂອງຜູ້ຄົນ ຫຼື ເພື່ອໃຫ້ຜູ້ຄົນໄດ້ເພີດເພີນກັບຊີວິດທາງເນື້ອໜັງທີ່ດີຂຶ້ນ. ບາງຄົນເວົ້າວ່າ “ບໍ່ຖືກຕ້ອງ. ຊີວິດ ແລະ ການດຳລົງຊີວິດທາງຮ່າງກາຍຂອງພວກເຮົາຖືກກ່າວເຖິງໃນພຣະທຳຂອງພຣະເຈົ້າ ເຊິ່ງບອກໃຫ້ພວກເຮົາຮຽນຮູ້ສິລະປະສະໄໝໃໝ່ ແລະ ຄວາມຮູ້ກ່ຽວກັບການຮັກສາສຸຂະພາບ. ສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບການດຳລົງຊີວິດຂອງພວກເຮົາບໍ?” ສິ່ງເຫຼົ່ານີ້ຖືວ່າເປັນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກບໍ? (ບໍ່ແມ່ນ.) ເນື່ອງຈາກຄຣິສຕະຈັກປະກອບດ້ວຍຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ໂດຍທໍາມະຊາດແລ້ວ ຊີວິດຂອງຜູ້ຄົນກ່ຽວຂ້ອງກັບອາຫານ, ເຄື່ອງນຸ່ງຫົ່ມ, ທີ່ຢູ່ອາໄສ, ການເດີນທາງ ແລະ ສິ່ງຈຳເປັນປະຈຳວັນ, ຄຣິສຕະຈັກຈຶ່ງຊ່ວຍຜູ້ຄົນແກ້ໄຂບັນຫາເຫຼົ່ານີ້ໂດຍບັງເອີນ. ເມື່ອບັນຫາເຫຼົ່ານີ້ຖືກແກ້ໄຂ, ຜູ້ຄົນກໍຄິດວ່າ “ຄຣິສຕະຈັກຍັງຮັບຜິດຊອບຄວາມຕ້ອງການປະຈຳວັນຂອງພວກເຮົາ. ນີ້ຄືວຽກງານປະຈຳຂອງຄຣິສຕະຈັກ ແລະ ເປັນວຽກງານທີ່ເປັນແກນຫຼັກຂອງມັນ”. ນີ້ບໍ່ແມ່ນຄວາມເຂົ້າໃຈຜິດບໍ? (ແມ່ນແລ້ວ.) ແມ່ນຫຍັງທີ່ພາໃຫ້ເກີດຄວາມເຂົ້າໃຈຜິດນີ້? (ພວກເຂົາບໍ່ເຂົ້າໃຈແຈ້ງວ່າວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກແມ່ນຫຍັງ.) ເປັນຫຍັງພວກເຂົາຍັງບໍ່ເຂົ້າໃຈແຈ້ງຈົນເຖິງປັດຈຸບັນ? ບໍ່ແມ່ນວ່າມີບັນຫາກັບຄວາມເຂົ້າໃຈຂອງພວກເຂົາບໍ? (ແມ່ນແລ້ວ.) ເປັນຫຍັງຈຶ່ງມີບັນຫາກັບຄວາມເຂົ້າໃຈຂອງພວກເຂົາ? ນີ້ແມ່ນເລື່ອງຂອງຄວາມສາມາດ. ໃນທີ່ສຸດແລ້ວ, ມັນກໍມາຈາກການມີຄວາມສາມາດທີ່ຕໍ່າ.
ກ່ຽວກັບວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ, ຫາກໍມີການກ່າວເຖິງສາມຂໍ້: ຂໍ້ໜຶ່ງແມ່ນການເປັນພະຍານເຖິງ ແລະ ການເຜີຍແຜ່ພຣະທຳຂອງພຣະເຈົ້າ. ອີກຂໍ້ໜຶ່ງແມ່ນການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ຊ່ວຍຜູ້ຄົນໃຫ້ເຂົ້າໃຈຄວາມຈິງ, ປະຕິບັດພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນໃຫ້ດີຂຶ້ນ. ອີກຂໍ້ໜຶ່ງແມ່ນການນໍາພາຜູ້ຄົນໃຫ້ປະສົບກັບພາລະກິດຂອງພຣະເຈົ້າ, ປະສົບກັບອໍານາດສູງສຸດຂອງພຣະເຈົ້າ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ເພື່ອບັນລຸການປ່ຽນແປງອຸປະນິໄສ ໂດຍອີງໃສ່ຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ. ທັງໝົດນີ້ລ້ວນແຕ່ມີເປົ້າໝາຍເພື່ອໃຫ້ຜູ້ຄົນໄດ້ຮັບຄວາມລອດພົ້ນ. ສາມຂໍ້ເຫຼົ່ານີ້ສະຫຼຸບໄດ້ດີຫຼາຍ; ພວກມັນຄືວຽກງານທີ່ຄຣິສຕະຈັກຕ້ອງເຮັດ ແລະ ເປັນຄຸນຄ່າ ແລະ ຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກຕໍ່ມະນຸດຊາດ, ຕໍ່ສະມາຊິກຄຣິສຕະຈັກ ແລະ ຕໍ່ປະຊາກອນທີ່ພຣະເຈົ້າເລືອກ. ແຕ່ເທົ່ານີ້ຍັງບໍ່ຄົບຖ້ວນພຽງພໍ. ນອກເໜືອຈາກໜ້າວຽກງານທີ່ເປັນແກນຫຼັກເຫຼົ່ານີ້, ໃຫ້ຄິດອີກວ່າ ຜູ້ຄົນໄດ້ຮັບຜົນປະໂຫຍດທີ່ເປັນແກນຫຼັກອັນໃດອີກ ນອກເໜືອຈາກການປະສົບກັບວຽກງານທີ່ຄຣິສຕະຈັກປະຕິບັດນີ້. (ຜູ້ຄົນຮຽນຮູ້ທີ່ຈະແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ.) ການແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆແມ່ນຂ້ອນຂ້າງໃກ້ຄຽງ; ມັນກ່ຽວຂ້ອງກັບວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ. ເມື່ອພວກເຮົາເວົ້າເຖິງວຽກງານທີ່ເປັນແກນຫຼັກ, ພວກເຮົາກຳລັງເວົ້າເຖິງໜ້າວຽກທີ່ເປັນຕົວແທນ. ສິ່ງທີ່ພວກເຮົາໂອ້ລົມກັນເມື່ອກີ້ນີ້ແມ່ນຜົນປະໂຫຍດໃນທາງບວກທີ່ຜູ້ຄົນໄດ້ຮັບ ຫຼື ວຽກງານຈໍານວນທີ່ຄຣິສຕະຈັກດຳເນີນການ ເຊິ່ງຜູ້ຄົນໄດ້ມີສ່ວນຮ່ວມ ຫຼື ປະສົບກັບ. ນອກເໜືອຈາກໜ້າວຽກທີ່ເປັນແກນຫຼັກເຫຼົ່ານີ້, ຄຸນຄ່າອີກຢ່າງໜຶ່ງຂອງການມີຢູ່ຂອງຄຣິສຕະຈັກກໍຄືການຊ່ວຍໃຫ້ຜູ້ຄົນເຂົ້າໃຈມະນຸດຊາດ, ໂລກ ແລະ ອິດທິພົນແຫ່ງຄວາມມືດ. ນີ້ແມ່ນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກ ນອກເໜືອຈາກສາມໜ້າວຽກທີ່ພວກເຈົ້າໄດ້ໂອ້ລົມກັນໄປບໍ? ນີ້ແມ່ນໜ້າວຽກທີ່ສະເພາະເຈາະຈົງບໍ? (ແມ່ນແລ້ວ.) ເມື່ອທຽບໃສ່ສາມໜ້າວຽກທຳອິດ, ໜ້າວຽກນີ້ຖືວ່າເປັນວຽກງານຮອງ. ເປັນຫຍັງຈຶ່ງຖືວ່າເປັນວຽກງານຮອງ? ເພາະວ່າມັນເປັນຜົນທີ່ຜູ້ຄົນບັນລຸໄດ້ຜ່ານການປະສົບກັບສາມໜ້າວຽກທຳອິດ. ມັນບັນລຸໄດ້ໂດຍການປະສົບກັບພາລະກິດຂອງພຣະເຈົ້າ, ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ, ການເຂົ້າໃຈຄວາມຈິງ, ການເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ແລະ ການຮູ້ຈັກພຣະເຈົ້າ. ຜົນທີ່ໄດ້ຮັບກໍຄື ຜູ້ຄົນຈະເຂົ້າໃຈມະນຸດຊາດທີ່ຊົ່ວຮ້າຍນີ້, ໂລກທີ່ມືດມົນນີ້ ແລະ ອິດທິພົນແຫ່ງຄວາມມືດ. ຕອນນີ້ຜົນໄດ້ຮັບນີ້ບັນລຸໄດ້ສ່ວນໜຶ່ງແລ້ວບໍ? (ແມ່ນແລ້ວ.) ນີ້ບໍ່ແມ່ນຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກບໍ? ນີ້ບໍ່ແມ່ນໜ້າທີ່ ແລະ ຜົນກະທົບທີ່ການມີຢູ່ຂອງຄຣິສຕະຈັກຄວນມີຕໍ່ຜູ້ທີ່ຕິດຕາມພຣະເຈົ້າບໍ? (ແມ່ນແລ້ວ.) ໃນດ້ານໜຶ່ງ, ມັນມີຜົນກະທົບທາງພາວະວິໄສນີ້; ນອກຈາກນີ້, ຄຣິສຕະຈັກກໍກຳລັງດຳເນີນວຽກງານນີ້ໃນທາງບວກ ແລະ ຢ່າງຈິງຈັງ. ມີໂຄງການສະເພາະໃດແດ່ທີ່ກ່ຽວຂ້ອງກັບວຽກງານນີ້? ຕົວຢ່າງ: ຮູບເງົາກ່ຽວກັບປະຊາກອນທີ່ພຣະເຈົ້າເລືອກທີ່ປະສົບກັບການຈັບກຸມ ແລະ ທໍລະມານ. ໃນດ້ານໜຶ່ງ, ສິ່ງເຫຼົ່ານີ້ແມ່ນຄຳພະຍານທີ່ເກີດຂຶ້ນຈາກຜູ້ທີ່ຕິດຕາມພຣະເຈົ້າ ເມື່ອພວກເຂົາທົນທຸກຈາກການຂົ່ມເຫັງຢ່າງໂຫດຮ້າຍຂອງຊາຕານ; ໃນອີກດ້ານໜຶ່ງ, ພວກມັນເປີດໂປງວ່າ ມະນຸດຊາດທີ່ຊົ່ວຊ້ານີ້, ໂລກທີ່ມືດມົນນີ້ ແລະ ອິດທິພົນແຫ່ງຄວາມມືດ ຕໍ່ຕ້ານ ແລະ ປະນາມພຣະເຈົ້າ ແລະ ຄວາມຈິງແນວໃດ, ພ້ອມທັງວິທີການຕ່າງໆທີ່ພວກເຂົາຂົ່ມເຫັງຜູ້ທີ່ຕິດຕາມພຣະເຈົ້າຢ່າງໂຫດຮ້າຍ. ໃນຂະນະທີ່ເປີດໂປງສິ່ງເຫຼົ່ານີ້, ຮູບເງົາຊ່ວຍໃຫ້ຜູ້ຄົນເຂົ້າໃຈມະນຸດຊາດ, ໂລກ ແລະ ອິດທິພົນແຫ່ງຄວາມມືດຈາກມຸມມອງນີ້. ບາງຄົນເວົ້າວ່າ “ເຈົ້າໝາຍຄວາມວ່າແນວໃດກັບ ‘ການເຂົ້າໃຈມະນຸດຊາດ ແລະ ໂລກ’?” ພວກເຈົ້າທຸກຄົນຄິດວ່າ ມັນໝາຍຄວາມວ່າແນວໃດ? (ການເຂົ້າໃຈຄວາມມືດ ແລະ ຄວາມຊົ່ວຮ້າຍຂອງມະນຸດຊາດ ແລະ ໂລກ, ພ້ອມທັງການເຂົ້າໃຈແກ່ນແທ້ຂອງມະນຸດຊາດທັງໝົດທີ່ເປັນສັດຕູຂອງພຣະເຈົ້າ.) ຖືກຕ້ອງ. ມັນໝາຍເຖິງການເຂົ້າໃຈຄວາມຊົ່ວຮ້າຍ ແລະ ຄວາມມືດຂອງມະນຸດຊາດ, ການເຂົ້າໃຈໃບໜ້າທີ່ຂີ້ຮ້າຍ ແລະ ທາດແທ້ຂອງມະນຸດຊາດທັງໝົດທີ່ເປັນສັດຕູຂອງພຣະເຈົ້າ. ວິດີໂອກ່ຽວກັບການທໍລະມານ ຫຼື ຄຳພະຍານຈາກປະສົບການສ່ວນຕົວແມ່ນຕົວຢ່າງສະເພາະຂອງວຽກງານນີ້ທີ່ຄຣິສຕະຈັກເຮັດ. ນອກຈາກນີ້, ການເປີດໂປງວັດທະນະທຳດັ້ງເດີມ, ທັດສະນະທາງສິນທຳຂອງມະນຸດ, ແນວຄິດຂອງກຸ່ມຊົນເຜົ່າ ຫຼື ເຊື້ອຊາດບາງກຸ່ມ, ພ້ອມທັງຫຼັກຄຳສອນດັ້ງເດີມຂອງລັດທິເຕົ໋າ ແລະ ລັດທິຂົງຈື້ໃນປະເທດຈີນ, ຄວາມຈິງປອມບາງຢ່າງ ແລະ ກົດລະບຽບຄອບຄົວ ແລະ ການລ້ຽງດູທີ່ຜູກມັດຜູ້ຄົນ ແລະ ຈຳກັດແນວຄິດຂອງພວກເຂົາ. ຈຸດປະສົງຂອງການເປີດໂປງສິ່ງເຫຼົ່ານີ້ແມ່ນຫຍັງ? ວຽກງານນີ້ຈັດຢູ່ໃນໝວດໃດ? ເນື້ອໃນທີ່ຂ້າພະເຈົ້າໄດ້ໄຈ້ແຍກກ່ອນໜ້ານີ້ໃນເລື່ອງ “ນອນເທິງຟືນ ແລະ ເລຍລົດຂົມ” ບໍ່ແມ່ນສ່ວນໜຶ່ງຂອງການເຂົ້າໃຈໂລກ, ມະນຸດຊາດ ແລະ ອິດທິພົນແຫ່ງຄວາມມືດບໍ? (ແມ່ນແລ້ວ.) ນີ້ແມ່ນຕົວຢ່າງຂອງເນື້ອໃນສະເພາະຂອງວຽກງານນີ້. ສະນັ້ນ, ວຽກງານນີ້ກໍແມ່ນໜ້າວຽກທີ່ສະເພາະເຈາະຈົງທີ່ຄຣິສຕະຈັກຄວນປະຕິບັດເຊັ່ນກັນ. ສະຫຼຸບແລ້ວ, ໃນດ້ານໜຶ່ງ, ວຽກງານຂອງຄຣິສຕະຈັກແມ່ນການຊີ້ນໍາຜູ້ຄົນໃນທາງບວກໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຜ່ານຄວາມຈິງ, ນໍາພາພວກເຂົາໃຫ້ບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ໃນອີກດ້ານໜຶ່ງແມ່ນການເປີດໂປງໂລກທີ່ມືດມົນຂອງຊາຕານ, ເປີດໂປງການກະທຳຕ່າງໆຂອງຊາຕານທີ່ເປັນປໍລະປັກຕໍ່ຄວາມຈິງ ແລະ ພຣະເຈົ້າ ແລະ ເປີດໂປງແນວໂນ້ມທີ່ຊົ່ວຮ້າຍໃນສັງຄົມມະນຸດ, ແນວຄິດ ແລະ ຄວາມເຊື່ອຕ່າງໆຂອງມະນຸດຊາດທີ່ເສື່ອມຊາມ ພ້ອມທັງຄຳສອນນອກຮີດ, ຄວາມເຊື່ອທີ່ຜິດໆຂອງພວກເຂົາ ແລະ ອື່ນໆ ເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈທຳມະຊາດທີ່ແທ້ຈິງ ແລະ ແກ່ນແທ້ຂອງຍຸກທີ່ຊົ່ວຊ້ານີ້. ນີ້ບໍ່ແມ່ນວຽກງານທີ່ເປັນແກນຫຼັກຂອງຄຣິສຕະຈັກບໍ? (ແມ່ນແລ້ວ.) ທີ່ຈິງແລ້ວ, ພວກເຈົ້າໄດ້ຮັບຫຼາຍສິ່ງຫຼາຍຢ່າງຈາກວຽກງານຂອງຄຣິສຕະຈັກແລ້ວ ແລະ ໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ. ເມື່ອເວົ້າເຖິງຜູ້ຄົນໃນຄຣິສຕະຈັກ, ບໍ່ວ່າຈະເປັນຜູ້ທີ່ສົນໃຈໃນຄວາມຈິງ ຫຼື ຜູ້ທີ່ບໍ່ສົນໃຈໃນຄວາມຈິງ, ຫຼັງຈາກທີ່ຕິດຕາມພຣະເຈົ້າເປັນເວລາສາມຫາຫ້າປີ, ຜ່ານການເຕົ້າໂຮມເພື່ອໂອ້ລົມກ່ຽວກັບຄວາມຈິງ, ການອະທິຖານ-ອ່ານພຣະທຳຂອງພຣະເຈົ້າ ແລະ ການປະສົບກັບການຂົ່ມເຫັງ ແລະ ການໃສ່ຮ້າຍປ້າຍສີຈາກຄົນທີ່ບໍ່ເຊື່ອ, ການລົບກວນຈາກຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆອີກທຸກປະເພດ, ພວກເຂົາກໍຈະສາມາດແຍກແຍະ ແລະ ເຂົ້າໃຈໂລກທີ່ມືດມົນນີ້, ມະນຸດຊາດທີ່ຊົ່ວຊ້ານີ້, ຜູ້ມີອຳນາດປົກຄອງ ແລະ ອິດທິພົນແຫ່ງຄວາມມືດຂອງໂລກທັງໝົດໄດ້ໂດຍບໍ່ຮູ້ຕົວ. ສິ່ງເຫຼົ່ານີ້ຄືຜົນທີ່ພວກເຂົາໄດ້ຮັບ. ຜົນໄດ້ຮັບເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ມັນເກີດຂຶ້ນຈາກການມີຢູ່ຂອງຄຣິສຕະຈັກບໍ? ມັນເກີດຂຶ້ນຈາກວຽກງານທີ່ຄຣິສຕະຈັກເຮັດບໍ? (ແມ່ນແລ້ວ.) ໃນດ້ານໜຶ່ງ, ຜູ້ຄົນໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບພຣະທຳ, ພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າ; ໃນອີກດ້ານໜຶ່ງ, ພວກເຂົາກໍໄດ້ຮັບຄວາມຮັບຮູ້ ແລະ ການແຍກແຍະທີ່ສອດຄ່ອງກັນກ່ຽວກັບໂລກ, ມະນຸດຊາດ ແລະ ອິດທິພົນແຫ່ງຄວາມມືດ. ຜົນໄດ້ຮັບ ແລະ ຜົນກະທົບໃນທາງບວກຂອງຜົນໄດ້ຮັບທັງສອງຢ່າງນີ້ທີ່ມີຕໍ່ຜູ້ຄົນແມ່ນສິ່ງທີ່ພວກເຂົາຄວນບັນລຸເພື່ອໃຫ້ໄດ້ຄວາມລອດພົ້ນ.
ວຽກງານຂອງຄຣິສຕະຈັກສາມາດສະຫຼຸບໄດ້ວ່າ ຄືການເຜີຍແຜ່ ແລະ ການເປັນພະຍານເຖິງພຣະທຳ ແລະ ພາລະກິດຂອງພຣະເຈົ້າ ແລະ ການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ເພື່ອໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງ, ປະຕິບັດພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນໄດ້ດີຂຶ້ນ. ນອກຈາກນີ້, ບົນພື້ນຖານຂອງການເຂົ້າໃຈຄວາມຈິງ, ພວກເຂົາສາມາດປະສົບກັບພາລະກິດຂອງພຣະເຈົ້າ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ແລະ ບັນລຸການປ່ຽນແປງໃນອຸປະນິໄສ. ນອກເໜືອຈາກສາມດ້ານນີ້, ມັນກ່ຽວຂ້ອງກັບການຊ່ວຍໃຫ້ຜູ້ຄົນເຂົ້າໃຈມະນຸດຊາດທີ່ຊົ່ວຊ້າ, ໂລກທີ່ມືດມົນ ແລະ ອິດທິພົນແຫ່ງຄວາມມືດ. ເຖິງແມ່ນວ່າໂຄງການວຽກງານຂອງຄຣິສຕະຈັກຈະມີບໍ່ຫຼາຍ ແຕ່ເນື້ອໃນສະເພາະເຈາະຈົງແມ່ນກວ້າງຂວາງຫຼາຍ. ເນື້ອໃນທັງໝົດລ້ວນແຕ່ກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ, ຄວາມຈິງ, ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ; ແນ່ນອນວ່າ ມັນຍິ່ງກ່ຽວຂ້ອງກັບການໄດ້ຮັບຄວາມລອດພົ້ນຫຼາຍກວ່ານັ້ນອີກ. ນີ້ຄືໜ້າທີ່ຂອງຄຣິສຕະຈັກ ແລະ ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ. ວຽກງານຂອງຄຣິສຕະຈັກໃນທຸກໆດ້ານແມ່ນກ່ຽວພັນຢ່າງໃກ້ຊິດກັບການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ເພາະວ່າມັນກ່ຽວຂ້ອງກັບວິທີທີ່ຜູ້ຄົນປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ຄວາມລອດພົ້ນຂອງພວກເຂົາ ແລະ ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ກັບໂລກ, ມະນຸດຊາດ ແລະ ອິດທິພົນແຫ່ງຄວາມມືດ. ສະຫຼຸບສັ້ນໆກໍຄື ການມີຢູ່ຂອງຄຣິສຕະຈັກແມ່ນກ່ຽວພັນຢ່າງໃກ້ຊິດກັບທຸກຄົນ ແລະ ວຽກງານທີ່ຄຣິສຕະຈັກດຳເນີນການ, ພ້ອມທັງຄຸນຄ່າ ແລະ ຄວາມສຳຄັນຂອງການມີຢູ່ຂອງມັນ ແມ່ນແຍກອອກຈາກທຸກຄົນທີ່ຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ່ໄດ້.
ຫຼັງຈາກທີ່ໂອ້ລົມກັນກ່ຽວກັບວຽກງານສະເພາະທີ່ຄຣິສຕະຈັກໜຶ່ງຕ້ອງເຮັດແລ້ວ, ໃຫ້ມາສົນທະນາກັນກ່ຽວກັບຄຳນິຍາມ ແລະ ທັດສະນະທີ່ບໍ່ເໝາະສົມທີ່ຜູ້ຄົນມີຕໍ່ຄຳວ່າ “ຄຣິສຕະຈັກ” ແລະ ຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກ. ກ່ອນອື່ນໝົດ, ຜູ້ຄົນຄິດວ່າຄຣິສຕະຈັກເປັນສະຖານທີ່ທີ່ຂ້ອນຂ້າງໃຫ້ກຳລັງໃຈ, ເປັນສະຖານທີ່ທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ແສງສະຫວ່າງ, ເປັນສະຖານທີ່ທີ່ຂ້ອນຂ້າງເປັນມິດ ປາສະຈາກຄວາມຂັດແຍ່ງ, ສົງຄາມ, ການຂ້າຟັນ ຫຼື ການນອງເລືອດ. ເປັນສະຖານທີ່ໃນອຸດົມຄະຕິທີ່ຫົວໃຈຂອງຜູ້ຄົນປາດຖະໜາ ແລະ ເຕັມໄປດ້ວຍຄວາມສຸກ. ຢູ່ບ່ອນນີ້, ບໍ່ມີຄວາມອິດສາບັງບຽດ ຫຼື ການຕໍ່ສູ້ກັນ, ບໍ່ມີການໃຊ້ເລ່ຫຼ່ຽມ, ບໍ່ມີກະແສທີ່ຊົ່ວຮ້າຍ ຫຼື ປະກົດການອື່ນໃດທີ່ພົບເຫັນໃນໂລກຂອງຜູ້ບໍ່ເຊື່ອ. ມັນຖືກເບິ່ງວ່າເປັນທ່າເຮືອໃນອຸດົມຄະຕິທີ່ຈິດໃຈຂອງຜູ້ຄົນສາມາດຈອດພັກໄດ້. ບໍ່ວ່າຈິນຕະນາການຂອງຜູ້ຄົນກ່ຽວກັບຄຳວ່າ “ຄຣິສຕະຈັກ” ຈະງາມສໍ່າໃດກໍຕາມ, ໂດຍລວມແລ້ວ ຜູ້ຄົນກໍຊອກຫາສິ່ງຄໍ້າຈູນທາງຈິດວິນຍານຈຳນວນໜຶ່ງໃນຄຣິສຕະຈັກ. ສິ່ງຄໍ້າຈູນທາງຈິດວິນຍານນີ້ມີໜ້າທີ່ທີ່ເປັນຮູບປະທຳຫຼາຍກວ່າສຳລັບຜູ້ຄົນ: ເມື່ອພວກເຂົາປະສົບຄວາມຫຍຸ້ງຍາກ, ພວກເຂົາກໍມາທີ່ຄຣິສຕະຈັກເພື່ອລະບາຍຄວາມທຸກຂອງພວກເຂົາ ແລະ ຄຣິສຕະຈັກກໍຈະຊ່ວຍພວກເຂົາບັນເທົາຄວາມກັງວົນ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້. ຕົວຢ່າງ: ຖ້າພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກໃນບ່ອນເຮັດວຽກ ຫຼື ໃນຊີວິດ, ຖ້າລູກໆຂອງພວກເຂົາບໍ່ເຊື່ອຟັງ, ຖ້າຜົວ ຫຼື ເມຍຂອງພວກເຂົາມີຊູ້, ຖ້າມີຄວາມຂັດແຍ່ງລະຫວ່າງແມ່ຍ່າກັບລູກໄພ້, ຖ້າມີການຖຽງກັນກັບເພື່ອນຮ່ວມງານ ຫຼື ເພື່ອນບ້ານ, ຖ້າລູກໆຂອງພວກເຂົາຖືກຂົ່ມເຫັງ, ຖ້າທີ່ດິນຂອງພວກເຂົາຖືກຍຶດເອົາໂດຍຜູ້ມີອິດທິພົນໃນທ້ອງຖິ່ນ ແລະ ອື່ນໆ, ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ຜູ້ຄົນກໍຫວັງວ່າຄົນໃດຄົນໜຶ່ງໃນຄຣິສຕະຈັກຈະສາມາດຢືນຂຶ້ນອອກໜ້າແທນພວກເຂົາ ແລະ ຊ່ວຍແກ້ໄຂ ແລະ ຈັດການບັນຫາເຫຼົ່ານີ້ໄດ້. ໃນຄວາມຄິດຂອງຜູ້ຄົນ, ຄຣິສຕະຈັກແມ່ນສະຖານທີ່ເຊັ່ນນັ້ນ. ໂດຍບໍ່ຕ້ອງສົງໄສ, ໃນຄວາມຄິດຂອງຜູ້ຄົນ ຄຣິສຕະຈັກເປັນບ່ອນລີ້ໄພ, ເປັນສະຫວັນໃນອຸດົມຄະຕິ, ເປັນສະຖານທີ່ເພື່ອບັນເທົາຄວາມກັງວົນ ແລະ ແກ້ໄຂຄວາມຫຍຸ້ງຍາກ, ກຳຈັດຄວາມຮຸນແຮງ ແລະ ໃຫ້ຄົນດີໄດ້ຢູ່ຢ່າງສະຫງົບສຸກ ແລະ ປົກປ້ອງຄວາມຍຸຕິທຳ. ຖ້າຊີວິດລຳບາກຂາດເຂີນ, ຄຣິສຕະຈັກກໍຄວນໃຫ້ການບັນເທົາ; ຖ້າບໍ່ມີຜັກກິນ ແລະ ບໍ່ມີເຂົ້າສານຫຸງ, ຄຣິສຕະຈັກຄວນແຈກຢາຍໃຫ້; ຖ້າບໍ່ມີເສື້ອຜ້າ, ຄຣິສຕະຈັກຄວນຊື້ໃຫ້; ຖ້າໃຜຜູ້ໜຶ່ງເຈັບປ່ວຍ, ຄຣິສຕະຈັກຄວນຈ່າຍຄ່າປິ່ນປົວໃຫ້. ເມື່ອຄົນໃດຄົນໜຶ່ງພົບພໍ້ກັບຄວາມຫຍຸ້ງຍາກໃນບ່ອນເຮັດວຽກ, ອ້າຍເອື້ອຍນ້ອງໃນຄຣິສຕະຈັກຄວນຍື່ນມືເຂົ້າຊ່ວຍເຫຼືອ, ໃຊ້ເສັ້ນສາຍ, ໃຊ້ສາຍພົວພັນ ຫຼື ໃຫ້ຄຳແນະນຳ. ເມື່ອລູກຈະສອບເສັງເຂົ້າວິທະຍາໄລ, ພວກເຂົາກໍມາຫາຄຣິສຕະຈັກເພື່ອໃຫ້ຄົນອະທິຖານເພື່ອພວກເຂົາຫຼາຍຂຶ້ນ ໂດຍພະຍາຍາມເພື່ອຮັບປະກັນວ່າລູກຂອງພວກເຂົາສອບເສັງເຂົ້າວິທະຍາໄລໄດ້. ບໍ່ວ່າຈະພົບພໍ້ກັບຄວາມຫຍຸ້ງຍາກໃດກໍຕາມ, ຕາບໃດທີ່ມາທີ່ຄຣິສຕະຈັກ, ຄວາມຫຍຸ້ງຍາກທັງໝົດເຫຼົ່ານີ້ກໍສາມາດຖືກແກ້ໄຂ ແລະ ຈັດການໄດ້. ແມ່ນແຕ່ຖ້າຖືກຄົນຊົ່ວຊ້າຂົ່ມເຫັງ, ຄຣິສຕະຈັກທີ່ມີຜູ້ຄົນຈຳນວນຫຼາຍ ແລະ ມີອິດທິພົນຫຼາຍ ກໍສາມາດຈັດການບັນຫາໄດ້. ໂດຍໄດ້ຮັບການຊຸກຍູ້ ແລະ ສະໜັບສະໜູນຈາກຫຼາຍຄົນ, ຄົນຜູ້ນັ້ນກໍຈະບໍ່ຂີ້ຢ້ານ ຫຼື ຢ້ານກົວການຖືກອັນທະພານຂົ່ມເຫັງອີກຕໍ່ໄປ. ແມ່ນແຕ່ເມື່ອຖືກຂົ່ມເຫັງ, ຖືກສັງຄົມລັງກຽດ ແລະ ດີ້ນຮົນຢູ່ສະເໝີໃນສັງຄົມໂດຍບໍ່ມີທາງອອກໃນການດຳລົງຊີວິດ, ຄົນຜູ້ນັ້ນກໍສາມາດຊອກຫາຄວາມຊ່ວຍເຫຼືອ ແລະ ຄຳແນະນຳທີ່ດີຈາກຄຣິສຕະຈັກ ແລະ ຊອກວຽກທີ່ເໝາະສົມໄດ້. ສິ່ງທັງໝົດເຫຼົ່ານີ້ ແລະ ອື່ນໆອີກ ແມ່ນບົດບາດທີ່ຜູ້ຄົນເຊື່ອວ່າຄຣິສຕະຈັກຄວນມີ ແລະ ເປັນວຽກງານທີ່ຄຣິສຕະຈັກຄວນປະຕິບັດ. ໂດຍຕັດສິນຈາກຄວາມຄິດ ແລະ ແນວຄິດຂອງຜູ້ຄົນ ຫຼື ຈາກສິ່ງທີ່ພວກເຂົາຮຽກຮ້ອງຈາກຄຣິສຕະຈັກ, ມັນຊັດເຈນວ່າພວກເຂົາເບິ່ງຄຣິສຕະຈັກເປັນສະຖາບັນສະຫວັດດີການ, ອົງກອນການກຸສົນ, ອົງກອນຈັດຫາຄູ່ຄອງ ຫຼື ຈັດຫາງານ ຫຼື ສະພາກາແດງຢ່າງບໍ່ຕ້ອງສົງໄສ. ບາງຄົນເຖິງກັບຄິດວ່າ ບໍ່ວ່າພວກເຂົາຈະມີຄວາມສາມາດສໍ່າໃດ ຫຼື ມີສະຖານະພາບແນວໃດໃນສັງຄົມ ແລະ ໃນທ່າມກາງມວນມະນຸດ, ພວກເຂົາກໍຍັງຕ້ອງການກຸ່ມອຳນາດທີ່ເຂັ້ມແຂງເພື່ອເພິ່ງພາອາໄສ. ເມື່ອພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກໃນສັງຄົມ ຫຼື ປະເຊີນໜ້າກັບຜູ້ມີອຳນາດ, ພວກເຂົາຕ້ອງການກຳລັງທີ່ເຂັ້ມແຂງມາສະໜັບສະໜູນ, ເປັນປາກສຽງໃຫ້ພວກເຂົາ, ເປັນຜູ້ດໍາເນີນການແທນພວກເຂົາ ແລະ ຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງພວກເຂົາ. ໃນທັດສະນະຂອງພວກເຂົາ, ຄຣິສຕະຈັກສາມາດເຮັດໜ້າທີ່ນີ້ໃຫ້ສໍາເລັດ ແລະ ບັນລຸຈຸດປະສົງທີ່ພວກເຂົາຫວັງໄວ້ໄດ້, ສະນັ້ນ ຄຣິສຕະຈັກຈຶ່ງກາຍເປັນທາງເລືອກດຽວຂອງພວກເຂົາ. ເຫັນໄດ້ຊັດເຈນວ່າ ພວກເຂົາເບິ່ງຄຣິສຕະຈັກເປັນສະຫະພັນ ຫຼື ສະມາຄົມທາງສັງຄົມ ເຊັ່ນ: ສະຫະພັນຄູ, ສະຫະພັນຂົນສົ່ງ, ສະມາຄົມຊາວກະສິກອນ, ສະມາຄົມແມ່ຍິງ, ສະມາຄົມຜູ້ສູງອາຍຸ ແລະ ອື່ນໆ ເຊິ່ງລ້ວນແຕ່ເປັນກຸ່ມ ແລະ ອົງການຈັດຕັ້ງທາງສັງຄົມປະເພດນີ້. ບໍ່ວ່າຄຳນິຍາມຂອງຜູ້ຄົນກ່ຽວກັບຄຣິສຕະຈັກຈະເປັນແນວໃດກໍຕາມ, ໂດຍຕັດສິນຈາກວຽກງານທີ່ຄຣິສຕະຈັກເຮັດ ແລະ ຄຳນິຍາມທີ່ຖືກຕ້ອງຂອງຄຣິສຕະຈັກ, ມັນຊັດເຈນວ່າທັດສະນະຄະຕິ ແລະ ຄວາມຮຽກຮ້ອງຕ້ອງການຂອງຜູ້ຄົນຕໍ່ຄຣິສຕະຈັກນັ້ນບໍ່ຖືກຕ້ອງ, ໃຊ້ການບໍ່ໄດ້ ແລະ ເປັນສິ່ງທີ່ຜູ້ຄົນບໍ່ຄວນມີ. ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອ “ປຸ້ນຄົນລວຍເພື່ອຊ່ວຍຄົນຈົນ”, ກຳຈັດຄວາມຮຸນແຮງ ແລະ ໃຫ້ຄົນດີໄດ້ຢູ່ຢ່າງສະຫງົບສຸກ ຫຼື ຮັກສາຄວາມຍຸຕິທຳ ແລ້ວຍິ່ງບໍ່ແມ່ນສະຖານທີ່ເພື່ອຊ່ວຍເຫຼືອໂລກ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ ຫຼື ບັນເທົາຄວາມກັງວົນ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງຜູ້ຄົນ. ຄຣິສຕະຈັກບໍ່ແມ່ນອົງກອນການກຸສົນ, ບໍ່ແມ່ນສະຖາບັນສະຫວັດດີການ ແລະ ກໍບໍ່ແມ່ນສະມາຄົມທາງສັງຄົມ. ການກໍ່ຕັ້ງ ແລະ ການມີຢູ່ຂອງຄຣິສຕະຈັກບໍ່ແມ່ນເພື່ອເຮັດໜ້າທີ່ເປັນກຸ່ມ ຫຼື ອົງກອນທາງສັງຄົມ. ນອກເໜືອຈາກໜ້າທີ່ທີ່ເປັນແກນຫຼັກຈຳນວນໜຶ່ງທີ່ຄຣິສຕະຈັກຄວນປະຕິບັດ ເຊິ່ງກໍຄືການເປັນພະຍານ ແລະ ເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເພື່ອບັນລຸຄວາມລອດພົ້ນ, ຄຣິສຕະຈັກກໍບໍ່ມີພັນທະທີ່ຈະສະໜອງໜ້າທີ່ ຫຼື ຄວາມຊ່ວຍເຫຼືອໃດໆໃຫ້ແກ່ສັງຄົມ ຫຼື ກຸ່ມຊົນເຜົ່າໃດໆ. ນອກຈາກນີ້, ຄຣິສຕະຈັກບໍ່ແມ່ນສະຖານທີ່ເພື່ອຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງຜູ້ຄົນ ແລະ ບໍ່ມີພັນທະທີ່ຈະຮັບປະກັນຊີວິດທາງດ້ານຮ່າງກາຍ, ສະຖານະພາບທາງສັງຄົມ, ຕຳແໜ່ງງານ, ເງິນເດືອນ, ສະຫວັດດີການສັງຄົມ ແລະ ອື່ນໆຂອງຜູ້ຄົນ. ໃນແນວຄິດຂອງຜູ້ຄົນ, ພວກເຂົາເຊື່ອວ່າໜ້າທີ່ຂອງຄຣິສຕະຈັກຄືການກຳຈັດຄວາມຮຸນແຮງ ແລະ ໃຫ້ຄົນດີໄດ້ຢູ່ຢ່າງສະຫງົບສຸກ, ຮັກສາຄວາມຍຸຕິທຳ, ບັນເທົາຄວາມກັງວົນຂອງຜູ້ຄົນ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ, ຊ່ວຍເຫຼືອໂລກ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງຜູ້ຄົນ ເຊິ່ງໂດຍພື້ນຖານແລ້ວກໍແມ່ນໜ້າທີ່ເຫຼົ່ານີ້. ສະນັ້ນ, ຜູ້ຄົນຈຶ່ງເຊື່ອວ່າຄຣິສຕະຈັກເປັນທີ່ເພິ່ງພາໄດ້ທັນທີ ແລະ ທຸກຄວາມຫຍຸ້ງຍາກກໍສາມາດຖືກແກ້ໄຂ ແລະ ຈັດການໂດຍຄຣິສຕະຈັກ. ເຫັນໄດ້ຊັດເຈນວ່າ ຜູ້ຄົນເບິ່ງຄຣິສຕະຈັກເປັນສະຖາບັນ, ອົງກອນ ຫຼື ກຸ່ມທາງສັງຄົມ. ຢ່າງໃດກໍຕາມ, ຄຣິສຕະຈັກແມ່ນສະຖາບັນແບບນັ້ນບໍ? (ບໍ່ແມ່ນ.) ຖ້າໜ້າທີ່ ແລະ ບົດບາດທີ່ຜູ້ຄົນເຊື່ອວ່າຄຣິສຕະຈັກມີຢູ່ເພື່ອຈະກຳຈັດຄວາມຮຸນແຮງ ແລະ ໃຫ້ຄົນດີໄດ້ຢູ່ຢ່າງສະຫງົບສຸກ, ຮັກສາຄວາມຍຸຕິທຳ, ບັນເທົາຄວາມກັງວົນຂອງຜູ້ຄົນ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ, ຊ່ວຍເຫຼືອໂລກ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ, ຕໍ່ສູ້ເພື່ອສິດ ແລະ ຜົນປະໂຫຍດຂອງຜູ້ຄົນ ແລະ ອື່ນໆ, ຄຣິສຕະຈັກນີ້ກໍບໍ່ສາມາດຖືກເອີ້ນວ່າຄຣິສຕະຈັກໄດ້ ເພາະມັນບໍ່ມີຄວາມກ່ຽວຂ້ອງໃດໆກັບພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະວິນຍານບໍລິສຸດ ຫຼື ພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ກຸ່ມ ຫຼື ອົງກອນດັ່ງກ່າວຄວນຖືກເອີ້ນງ່າຍໆວ່າເປັນກຸ່ມ ຫຼື ອົງກອນ ໂດຍບໍ່ມີຄວາມສຳພັນໃດໆກັບຄຣິສຕະຈັກ ແລະ ທັງບໍ່ມີຄວາມກ່ຽວຂ້ອງໃດໆກັບວຽກງານຂອງຄຣິສຕະຈັກ. ຖ້າອົງກອນໃດໜຶ່ງພາຍໃຕ້ຊື່ຂອງການເຊື່ອໃນພຣະເຈົ້າມີສ່ວນຮ່ວມໃນກິດຈະກຳຕ່າງໆ ເຊັ່ນ: ການເຂົ້າຮ່ວມພິທີນະມັດສະການ, ການນະມັດສະການພຣະເຈົ້າ, ການອ່ານພຣະຄຳພີໄບເບິນ, ການອະທິຖານ, ການຮ້ອງເພງສັນລະເສີນ ແລະ ການສັນລະເສີນ ຫຼື ແມ່ນແຕ່ມີການເຕົ້າໂຮມ ແລະ ການນະມັດສະການທີ່ເປັນທາງການ ພ້ອມທັງມີສິ່ງທີ່ເອີ້ນວ່າການປະຊຸມສຶກສາພຣະຄຳພີໄບເບິນ, ການປະຊຸມອະທິຖານ, ການປະຊຸມຜູ້ຮ່ວມງານ, ການປະຊຸມແລກປ່ຽນ ແລະ ອື່ນໆ, ບໍ່ວ່າຈະມີສະມາຊິກ ແລະ ໂຄງສ້າງປະເພດໃດກໍຕາມ, ສິ່ງເຫຼົ່ານີ້ກໍບໍ່ມີຄວາມກ່ຽວຂ້ອງໃດໆກັບຄຣິສຕະຈັກທີ່ແທ້ຈິງ. ສະນັ້ນ, ຄຣິສຕະຈັກທີ່ແທ້ຈິງແມ່ນຫຍັງກັນແທ້? ມັນກຳເນີດຂຶ້ນໄດ້ແນວໃດ? ຄຣິສຕະຈັກທີ່ແທ້ຈິງກຳເນີດຂຶ້ນຍ້ອນການປາກົດຕົວຂອງພຣະເຈົ້າ, ພາລະກິດຂອງພຣະອົງ ແລະ ການສະແດງຄວາມຈິງຂອງພຣະອົງເພື່ອຊ່ວຍມວນມະນຸດໃຫ້ລອດພົ້ນ. ມັນກຳເນີດຂຶ້ນເມື່ອຜູ້ຄົນໄດ້ຍິນສຽງຂອງພຣະເຈົ້າ, ຫັນກັບມາຫາພຣະເຈົ້າ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ. ນີ້ຄືຄຣິສຕະຈັກທີ່ແທ້ຈິງ. ຄຣິສຕະຈັກບໍ່ໄດ້ຖືກຈັດຕັ້ງ ແລະ ສ້າງຕັ້ງຂຶ້ນໂດຍມະນຸດ ແຕ່ຖືກສ້າງຕັ້ງຂຶ້ນໂດຍພຣະເຈົ້າເອງ ແລະ ຖືກນຳພາ ແລະ ລ້ຽງດູໂດຍພຣະເຈົ້າເອງ. ສະນັ້ນ, ພຣະເຈົ້າຈຶ່ງມີພາລະກິດທີ່ມອບໝາຍໃຫ້ແກ່ຄຣິສຕະຈັກຂອງພຣະອົງ. ພາລະກິດຂອງຄຣິສຕະຈັກຄືການເຜີຍແຜ່ພຣະທຳຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ຊ່ວຍເຫຼືອຜູ້ຄົນໃຫ້ໄດ້ຍິນສຽງຂອງພຣະເຈົ້າ, ກັບຄືນໄປຢູ່ຕໍ່ໜ້າພຣະພັກຂອງພຣະເຈົ້າ, ຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະເຈົ້າເພື່ອໄດ້ຮັບຄວາມລອດພົ້ນຂອງພຣະອົງ ແລະ ເປັນພະຍານເພື່ອພຣະເຈົ້າ. ມັນງ່າຍໆພຽງເທົ່ານັ້ນ. ນີ້ຄືຄຸນຄ່າ ແລະ ຄວາມສຳຄັນຂອງການມີຢູ່ຂອງຄຣິສຕະຈັກ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?