ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20) ສ່ວນທີ ຫົກ

III. ຜູ້ນໍາປອມບໍ່ເປີດໂປງ ແລະ ບໍ່ຢຸດຢັ້ງຄົນຊົ່ວຮ້າຍ

ຕໍ່ໄປ, ພວກເຮົາຈະສົນທະນາກັນກ່ຽວກັບການສະແດງອອກຢ່າງທີສາມຂອງຜູ້ນໍາປອມ, ນັ້ນກໍຄືການເມີນເສີຍ ແລະ ບໍ່ສອບຖາມກ່ຽວກັບຜູ້ຄົນທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຖິງແມ່ນເມື່ອພວກເຂົາຄົ້ນພົບວ່າຄົນຊົ່ວຮ້າຍ ແລະ ພວກຕໍ່ຕ້ານພຣະຄຣິສກຳລັງລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ໃສ່ໃຈມັນ. ສິ່ງນີ້ມີທຳມະຊາດທີ່ຮ້າຍແຮງກວ່າການສະແດງອອກສອງລັກສະນະທຳອິດ. ເປັນຫຍັງຈຶ່ງເວົ້າວ່າມັນຮ້າຍແຮງກວ່າ? ການສະແດງອອກສອງຢ່າງທຳອິດກ່ຽວຂ້ອງກັບຄວາມສາມາດຂອງຜູ້ນໍາປອມ, ແຕ່ການສະແດງອອກນີ້ກ່ຽວຂ້ອງກັບຄວາມເປັນມະນຸດຂອງຜູ້ນໍາປອມ. ຜູ້ນໍາປອມບາງຄົນມີຄວາມສາມາດທີ່ຕໍ່າຫຼາຍ ຈົນບໍ່ສາມາດເບິ່ງທະລຸທຳມະຊາດຂອງການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິສຕະຈັກໄດ້. ເຖິງແມ່ນວ່າພວກເຂົາຈະສາມາດຄົ້ນພົບບັນຫາຂອງການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິສຕະຈັກ, ໜ້າເສຍດາຍ ຜູ້ນໍາປອມບາງຄົນ ບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດຈັດການ ແລະ ແກ້ໄຂບັນຫາເຫຼົ່ານີ້ໄດ້. ພວກເຂົາກະທຳຕາມແນວຄິດ ແລະ ຄວາມກະຕືລືລົ້ນຂອງພວກເຂົາເອງຢູ່ສະເໝີ, ເຮັດໃນສິ່ງທີ່ພວກເຂົາມັກເຮັດ, ໂດຍຄິດໃນໃຈວ່າ “ຕາບໃດທີ່ຂ້ອຍເຮັດວຽກງານຂອງຄຣິສຕະຈັກ, ມັນກໍດີແລ້ວ; ສ່ວນວ່າໃຜຂັດຂວາງ ແລະ ລົບກວນ, ນັ້ນເປັນເລື່ອງສ່ວນຕົວຂອງພວກເຂົາ ແລະ ບໍ່ກ່ຽວຫຍັງກັບຂ້ອຍ”. ຍັງມີຜູ້ນໍາປອມບາງຄົນທີ່ມີຄວາມສາມາດໜ້ອຍໜຶ່ງ ແລະ ສາມາດເຮັດວຽກໄດ້ໜ້ອຍໜຶ່ງ ແລະ ຜູ້ທີ່ຮູ້ຈັກຫຼັກການໜ້ອຍໜຶ່ງສຳລັບການຈັດການກັບຄົນແຕ່ລະປະເພດ. ແນວໃດກໍຕາມ, ພວກເຂົາຢ້ານທີ່ຈະເຮັດໃຫ້ຄົນອື່ນບໍ່ພໍໃຈ, ສະນັ້ນ ເມື່ອພວກເຂົາຄົ້ນພົບຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສທີ່ກໍ່ການຂັດຂວາງ ແລະ ການລົບກວນ, ພວກເຂົາກໍບໍ່ກ້າທີ່ຈະເປີດໂປງ, ຢຸດຢັ້ງ ຫຼື ຈຳກັດພວກເຂົາ. ພວກເຂົາດຳລົງຊີວິດຕາມປັດຊະຍາແບບຊາຕານ ແລະ ພວກເຂົາກໍຫຼັບຫູຫຼັບຕາຕໍ່ເລື່ອງທີ່ພວກເຂົາຮູ້ສຶກວ່າບໍ່ກ່ຽວຂ້ອງກັບພວກເຂົາ. ພວກເຂົາບໍ່ສົນໃຈເລີຍວ່າຜົນຂອງວຽກງານຂອງຄຣິສຕະຈັກເປັນແນວໃດ ຫຼື ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກໄດ້ຮັບຜົນກະທົບຫຼາຍສໍ່າໃດ; ພວກເຂົາຄິດວ່າສິ່ງດັ່ງກ່າວບໍ່ກ່ຽວຂ້ອງກັບພວກເຂົາ. ສະນັ້ນ, ໃນລະຫວ່າງການດຳລົງຕຳແໜ່ງຂອງຜູ້ນໍາປອມນັ້ນ, ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດໃນຄຣິສຕະຈັກຈຶ່ງບໍ່ໄດ້ຖືກຮັກສາ ແລະ ໜ້າທີ່ ແລະ ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກກໍບໍ່ໄດ້ຮັບການປົກປ້ອງ. ທຳມະຊາດຂອງບັນຫານີ້ແມ່ນຫຍັງ? ມັນບໍ່ແມ່ນກໍລະນີທີ່ຜູ້ນໍາປອມເຫຼົ່ານີ້ບໍ່ສາມາດເຮັດວຽກໄດ້ຍ້ອນຄວາມສາມາດຂອງພວກເຂົາຕໍ່າ; ມັນເປັນຍ້ອນຄວາມເປັນມະນຸດຂອງພວກເຂົາບໍ່ດີ ແລະ ພວກເຂົາຂາດຈິດສຳນຶກ ແລະ ເຫດຜົນ, ຈຶ່ງເຮັດໃຫ້ພວກເຂົາບໍ່ເຮັດວຽກງານຕົວຈິງ. ຜູ້ນໍາປອມນັ້ນປອມໃນດ້ານໃດ? ພວກເຂົາຂາດຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດ; ສະນັ້ນ, ໃນລະຫວ່າງເວລາທີ່ພວກເຂົາເຮັດວຽກເປັນຜູ້ນໍາ, ບັນຫາຂອງຄົນຊົ່ວຮ້າຍ ແລະ ພວກຕໍ່ຕ້ານພຣະຄຣິສທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຈຶ່ງບໍ່ໄດ້ຮັບການແກ້ໄຂເລີຍ. ອ້າຍເອື້ອຍນ້ອງບາງຄົນຖືກທຳຮ້າຍຢ່າງໃຫຍ່ຫຼວງ ແລະ ວຽກງານຂອງຄຣິສຕະຈັກກໍໄດ້ຮັບຄວາມສູນເສຍຢ່າງມະຫາສານເຊັ່ນກັນ. ເມື່ອຜູ້ນໍາປອມປະເພດນີ້ສັງເກດເຫັນບັນຫາ, ເມື່ອພວກເຂົາເຫັນຄົນຊົ່ວຮ້າຍ ຫຼື ພວກຜູ້ຕໍ່ຕ້ານພຣະຄຣິສກໍ່ການຂັດຂວາງ ຫຼື ການລົບກວນ, ພວກເຂົາຮູ້ວ່າຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງ, ພວກເຂົາຄວນເຮັດຫຍັງ ແລະ ພວກເຂົາຄວນເຮັດແນວໃດ, ແຕ່ພວກເຂົາກໍບໍ່ເຮັດຫຍັງເລີຍ ແລະ ພວກເຂົາເຖິງກັບທຳທ່າເຮັດເປັນບໍ່ຮູ້ບໍ່ເຫັນຢ່າງສິ້ນເຊີງ ແລະ ບໍ່ລາຍງານເລື່ອງດັ່ງກ່າວຕໍ່ຜູ້ຮັບຜິດຊອບຂອງພວກເຂົາ. ພວກເຂົາທຳທ່າວ່າພວກເຂົາບໍ່ຮູ້ຫຍັງ ແລະ ບໍ່ເຫັນຫຍັງ, ປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ຄວາມເປັນມະນຸດຂອງພວກເຂົາບໍ່ມີບັນຫາບໍ? ພວກເຂົາບໍ່ໄດ້ຢູ່ໃນພວກດຽວກັນກັບຄົນຊົ່ວຮ້າຍ ແລະ ພວກຕໍ່ຕ້ານພຣະຄຣິສບໍ? ພວກເຂົາຍຶດຖືຫຼັກການໃດໃນຖານະຜູ້ນໍາ? “ຂ້ອຍບໍ່ກໍ່ການຂັດຂວາງ ຫຼື ການລົບກວນ, ແຕ່ຂ້ອຍຈະບໍ່ເຮັດສິ່ງໃດທີ່ເຮັດໃຫ້ຄົນອື່ນບໍ່ພໍໃຈ ຫຼື ສິ່ງໃດທີ່ທຳລາຍໜ້າຕາຂອງຄົນອື່ນ. ກຳນົດລັກສະນະຂ້ອຍໃຫ້ເປັນຜູ້ນໍາປອມເລີຍ ແລະ ຂ້ອຍຍັງຈະບໍ່ເຮັດສິ່ງໃດທີ່ເຮັດໃຫ້ຄົນອື່ນບໍ່ພໍໃຈ. ຂ້ອຍຕ້ອງເຫຼືອທາງອອກໄວ້ໃຫ້ຕົນເອງ”. ນີ້ແມ່ນການໃຊ້ເຫດຜົນແບບໃດ? ມັນແມ່ນການໃຊ້ເຫດຜົນຂອງຊາຕານ. ແລ້ວນີ້ແມ່ນອຸປະນິໄສແບບໃດ? ມັນບໍ່ແມ່ນສິ່ງທີ່ເຈົ້າເລ່ ແລະ ມີເລ່ຫຼ່ຽມຫຼາຍບໍ? ຄົນເຊັ່ນນັ້ນບໍ່ມີຄວາມຈິງໃຈແມ່ນແຕ່ໜ້ອຍດຽວ ໃນການປະຕິບັດຕໍ່ການຝາກຝັງຂອງພຣະເຈົ້າ; ພວກເຂົາເຈົ້າເລ່ ແລະ ຫຼົບຫຼີກຢູ່ສະເໝີໃນການປະຕິບັດໜ້າທີ່ຂອງພວກເຂົາ, ດ້ວຍການຄິດໄລ່ທີ່ຊົ່ວຮ້າຍຫຼາຍຢ່າງ, ຄິດຫາຕົນເອງໃນທຸກສິ່ງ. ພວກເຂົາບໍ່ໄດ້ຄິດເຖິງວຽກງານຂອງຄຣິສຕະຈັກແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຈິດສຳນຶກ ຫຼື ເຫດຜົນເລີຍ. ໂດຍພື້ນຖານແລ້ວ ພວກເຂົາບໍ່ສົມຄວນທີ່ຈະຮັບໃຊ້ເປັນຜູ້ນໍາຄຣິສຕະຈັກ. ຄົນເຊັ່ນນັ້ນບໍ່ມີພາລະແມ່ນແຕ່ໜ້ອຍດຽວສຳລັບວຽກງານຂອງຄຣິສຕະຈັກ ຫຼື ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ພວກເຂົາສົນໃຈພຽງແຕ່ຜົນປະໂຫຍດ ແລະ ຄວາມສຸກຂອງພວກເຂົາເອງ; ພວກເຂົາຈົດຈໍ່ແຕ່ກັບການເພີດເພີນໃນຜົນປະໂຫຍດຈາກສະຖານະ, ໂດຍບໍ່ມີຄວາມກັງວົນໃດເລີຍວ່າຜູ້ຄົນທີ່ພຣະເຈົ້າເລືອກຢູ່ໃນສະພາວະໃດ. ນີ້ບໍ່ແມ່ນຄົນທີ່ເຫັນແກ່ຕົວ ແລະ ຊົ່ວຊ້າທີ່ສຸດບໍ? ແມ່ນແຕ່ເມື່ອພວກເຂົາຄົ້ນພົບຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ໃສ່ໃຈມັນ, ຄືກັບວ່າເລື່ອງເຫຼົ່ານີ້ບໍ່ກ່ຽວຂ້ອງກັບພວກເຂົາ. ມັນຄືກັບຄົນລ້ຽງແກະທີ່ເຫັນໝາປ່າກິນແກະ ແຕ່ບໍ່ເຮັດຫຍັງ, ສົນໃຈພຽງແຕ່ການຮັກສາຊີວິດຂອງພວກເຂົາເອງ. ຄົນເຊັ່ນນັ້ນບໍ່ມີຄຸນສົມບັດທີ່ຈະເປັນຄົນລ້ຽງແກະ. ທຸກສິ່ງທີ່ຜູ້ນໍາປອມປະເພດນີ້ເຮັດກໍເພື່ອປົກປ້ອງຊື່ສຽງ, ສະຖານະ, ອຳນາດ ແລະ ຜົນປະໂຫຍດຕ່າງໆ ທີ່ພວກເຂົາກຳລັງໄດ້ຮັບຢູ່ໃນປັດຈຸບັນໃຫ້ໄດ້ຫຼາຍທີ່ສຸດ. ພວກເຂົາບໍ່ມີພາລະໃນຫົວໃຈຂອງພວກເຂົາສຳລັບການຝາກຝັງຂອງພຣະເຈົ້າ, ວຽກງານຂອງຄຣິສຕະຈັກ ຫຼື ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ເຊິ່ງເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຂົາ; ພວກເຂົາບໍ່ເຄີຍຄຳນຶງເຖິງສິ່ງເຫຼົ່ານີ້. ພວກເຂົາຄິດວ່າ “ເປັນຫຍັງຜູ້ນໍາຈຶ່ງຕ້ອງເຮັດໜ້າວຽກເຫຼົ່ານີ້? ເປັນຫຍັງການບໍ່ເຮັດໜ້າວຽກເຫຼົ່ານີ້ຈຶ່ງສົ່ງຜົນໃຫ້ຖືກລິຮານ ແລະ ຕັດສິນລົງໂທດ ແລະ ຖືກປະຕິເສດໂດຍອ້າຍເອື້ອຍນ້ອງ?” ພວກເຂົາບໍ່ເຂົ້າໃຈ ແລະ ເມີນເສີຍຢ່າງສິ້ນເຊີງ. ໃນຫົວໃຈຂອງເຮົາ, ບໍ່ວ່າຄົນປະເພດນີ້ຈະເບິ່ງຄືວ່າມີພຶດຕິກຳດີສໍ່າໃດ ຫຼື ປະຕິບັດຕາມກົດລະບຽບ ຫຼື ມິດງຽບ ຫຼື ເຮັດວຽກໜັກ ແລະ ມີຄວາມສາມາດສໍ່າໃດກໍຕາມ, ຄວາມຈິງທີ່ວ່າພວກເຂົາກະທຳໂດຍບໍ່ມີຫຼັກການ ແລະ ບໍ່ຮັບຜິດຊອບຕໍ່ວຽກງານຂອງຄຣິສຕະຈັກ ກໍບັງຄັບໃຫ້ເຮົາຕ້ອງເບິ່ງພວກເຂົາໃນມຸມມອງໃໝ່. ໃນທີ່ສຸດ, ເຮົາໄດ້ກຳນົດລັກສະນະຄົນປະເພດນີ້ໄວ້ດັ່ງນີ້: ພວກເຂົາອາດຈະບໍ່ໄດ້ເຮັດຜິດພາດໃຫຍ່ຫຼວງ, ແຕ່ພວກເຂົາເຈົ້າເລ່ ແລະ ມີເລ່ຫຼ່ຽມຫຼາຍ; ພວກເຂົາບໍ່ຮັບຜິດຊອບຫຍັງເລີຍ, ທັງບໍ່ປົກປ້ອງວຽກງານຂອງຄຣິສຕະຈັກເລີຍ, ພວກເຂົາບໍ່ມີຄວາມເປັນມະນຸດ. ເຮົາຮູ້ສຶກວ່າພວກເຂົາຄ້າຍຄືກັບສັດຊະນິດໜຶ່ງ, ພວກເຂົາມີຄວາມເຈົ້າເລ່ຄ້າຍຄືກັບໝາຈອກ. ຜູ້ຄົນເວົ້າວ່າໝາຈອກເຈົ້າເລ່, ແຕ່ຄວາມຈິງແລ້ວ, ຄົນເຫຼົ່ານີ້ຍິ່ງເຈົ້າເລ່ກວ່າໝາຈອກ. ໃນພາຍນອກ, ມັນເບິ່ງຄືວ່າພວກເຂົາບໍ່ໄດ້ເຮັດຄວາມຊົ່ວໃດໆ, ແຕ່ຄວາມຈິງແລ້ວ, ທຸກສິ່ງທີ່ພວກເຂົາເວົ້າ ແລະ ເຮັດກໍເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ. ທຸກສິ່ງທີ່ພວກເຂົາເຮັດກໍເພື່ອຈຸດປະສົງໃນການເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າເລີຍ. ພວກເຂົາບໍ່ໄດ້ແກ້ໄຂບັນຫາທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກແມ່ນແຕ່ໜ້ອຍດຽວ, ທັງບໍ່ໄດ້ແກ້ໄຂບັນຫາຕົວຈິງທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ເຮັດວຽກງານໃດໆ ເພື່ອນໍາພາຜູ້ຄົນທີ່ພຣະເຈົ້າເລືອກເຂົ້າສູ່ຄວາມຈິງຄວາມເປັນຈິງ. ຈຸດປະສົງຂອງທຸກສິ່ງທີ່ພວກເຂົາເຮັດແມ່ນຫຍັງກັນແທ້? ມັນບໍ່ແມ່ນພຽງເພື່ອເຮັດໃຫ້ຄົນພໍໃຈ ແລະ ເຮັດໃຫ້ຄົນອື່ນຍົກຍ້ອງພວກເຂົາບໍ? ພວກເຂົາພະຍາຍາມເຮັດໃຫ້ທຸກຄົນຄິດດີກັບພວກເຂົາໂດຍບໍ່ເຮັດໃຫ້ໃຜບໍ່ພໍໃຈ, ດັ່ງນັ້ນຈຶ່ງໄດ້ເພີດເພີນກັບຊື່ສຽງ ແລະ ຜົນປະໂຫຍດຈາກສະຖານະຂອງພວກເຂົາ. ສິ່ງທີ່ໜ້າກຽດຊັງທີ່ສຸດກ່ຽວກັບພວກເຂົາກໍຄື ການກະທຳທັງໝົດຂອງພວກເຂົາບໍ່ໄດ້ນຳຜົນປະໂຫຍດໃດໆ ມາສູ່ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ; ແທນທີ່ຈະເປັນເຊັ່ນນັ້ນ, ພວກເຂົາກັບນໍາພາຜູ້ຄົນຢ່າງຜິດໆ, ເຮັດໃຫ້ຄົນອື່ນຊື່ນຊົມ ແລະ ບູຊາພວກເຂົາ. ຄົນເຫຼົ່ານີ້ບໍ່ໄດ້ເຈົ້າເລ່ ແລະ ມີເລ່ຫຼ່ຽມຍິ່ງກວ່າໝາຈອກບໍ? ພວກເຂົາຄືຕົວຢ່າງທີ່ແທ້ຈິງ, ເປັນຜູ້ນໍາປອມຢ່າງແທ້ຈິງ. ພວກເຂົາມີສະຖານະເປັນຜູ້ນໍາ ແລະ ດຳລົງຕຳແໜ່ງນີ້ ແຕ່ບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ພຽງແຕ່ເບິ່ງແຍງວຽກງານທົ່ວໄປທີ່ເຫັນໄດ້ຊັດເຈນ, ຜິວເຜີນບາງຢ່າງ ຫຼື ພວກເຂົາເຮັດວຽກງານໜ້ອຍໜຶ່ງຢ່າງບໍ່ເຕັມໃຈ ເຊິ່ງເປັນວຽກທີ່ເບື້ອງເທິງມອບໝາຍເປັນພິເສດ. ຖ້າບໍ່ມີການມອບໝາຍພິເສດຈາກເບື້ອງເທິງ, ພວກເຂົາກໍບໍ່ໄດ້ເຮັດວຽກງານທີ່ເປັນແກນຫຼັກໃດໆ ຂອງຄຣິສຕະຈັກ. ກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບການຮັກສາວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດໃນຄຣິສຕະຈັກ, ພວກເຂົາຢ້ານທີ່ຈະເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ບໍ່ກ້າຍຶດໝັ້ນຫຼັກການ. ພວກເຂົາບໍ່ໄດ້ແກ້ໄຂບັນຫາທີ່ສະສົມໃດໆ ໃນວຽກງານຂອງຄຣິສຕະຈັກ ແລະ ແມ່ນແຕ່ເມື່ອພວກເຂົາເຫັນຊັບສິນຂອງເຮືອນຂອງພຣະເຈົ້າຖືກໃຊ້ຈ່າຍຢ່າງຟຸມເຟືອຍ ໂດຍພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ, ພວກເຂົາກໍບໍ່ໄດ້ເຮັດຫຍັງເພື່ອຢຸດຢັ້ງ ຫຼື ຈຳກັດມັນ. ໃນຫົວໃຈຂອງພວກເຂົາ, ພວກເຂົາຮູ້ຢ່າງຊັດເຈນວ່າຄົນເຫຼົ່ານີ້ກຳລັງເຮັດຄວາມຊົ່ວ ແລະ ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແຕ່ພວກເຂົາກໍທຳທ່າເຮັດເປັນບໍ່ຮູ້ບໍ່ເຫັນ, ບໍ່ເວົ້າຫຍັງຈັກຄຳ. ຄົນເຫຼົ່ານີ້ຄືຄົນທີ່ເຈົ້າເລ່ ແລະ ມີເລ່ຫຼ່ຽມ. ຄົນເຫຼົ່ານີ້ບໍ່ໄດ້ເຈົ້າເລ່ກວ່າໝາຈອກບໍ? ພວກເຂົາເປັນມິດກັບທຸກຄົນພາຍນອກ ແລະ ບໍ່ໄດ້ເຮັດສິ່ງໃດເພື່ອທຳຮ້າຍໃຜ, ແຕ່ພວກເຂົາເຮັດໃຫ້ເລື່ອງສຳຄັນຂອງການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ວຽກງານຂອງຄຣິສຕະຈັກ ແລະ ວຽກງານເຜີຍແຜ່ພຣະກິດຕິຄຸນນັ້ນຊັກຊ້າ. ຄົນເຊັ່ນນັ້ນສົມຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກບໍ? ພວກເຂົາບໍ່ແມ່ນຄົນຮັບໃຊ້ຂອງຊາຕານບໍ? ພວກເຂົາບໍ່ແມ່ນຜູ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກບໍ? ເຖິງແມ່ນວ່າເບິ່ງພາຍນອກພວກເຂົາບໍ່ໄດ້ກະທຳຄວາມຊົ່ວທີ່ເຫັນໄດ້ຊັດເຈນ, ແຕ່ຜົນສະທ້ອນຂອງການເຮັດວຽກຂອງພວກເຂົາແບບນີ້ຍິ່ງຮ້າຍແຮງກວ່າການກະທຳຄວາມຊົ່ວ. ພວກເຂົາຂັດຂວາງການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ພວກເຂົາທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ ແລະ ສາມາດທຳລາຍຄວາມຫວັງຂອງຜູ້ຄົນທີ່ພຣະເຈົ້າເລືອກ ໃນການໄດ້ຮັບຄວາມລອດພົ້ນ. ຈົ່ງບອກເຮົາມາເບິ່ງວ່າ ນີ້ບໍ່ແມ່ນການກະທຳຄວາມຊົ່ວບໍ? ນີ້ຄືສິ່ງທີ່ຄົນປະຈົບປະແຈງທີ່ບໍ່ຍຶດໝັ້ນຫຼັກການໃດໆ ໄດ້ເຮັດຢ່າງແທ້ຈິງ. ຄົນທີ່ບໍ່ເຂົ້າໃຈຄວາມຈິງບໍ່ສາມາດຮັບຮູ້ຢ່າງຖີ່ຖ້ວນເຖິງຜົນສະທ້ອນທີ່ໜ້າຢ້ານຂອງຜູ້ນໍາປອມທີ່ເຮັດວຽກໃນລັກສະນະນີ້, ທັງບໍ່ສາມາດຮູ້ສຶກໄດ້ວ່າເຈດຕະນາ, ແຮງຈູງໃຈ ແລະ ຈຸດປະສົງຂອງພວກເຂົາແມ່ນຫຍັງ. ເຈົ້າຈະບໍ່ມີທາງເຂົ້າໃຈສິ່ງທີ່ພວກເຂົາຕ້ອງການເຮັດແທ້ໆ ໃນຫົວໃຈຂອງພວກເຂົາ, ຄົນເຊັ່ນນັ້ນເຈົ້າເລ່ເກີນໄປ! ເວົ້າໂດຍການປຽບທຽບ, ພວກເຂົາຄືໝາຈອກທີ່ເຈົ້າເລ່; ເວົ້າຢ່າງຖືກຕ້ອງ, ພວກເຂົາຄືມານຮ້າຍທີ່ມີຊີວິດ, ມານຮ້າຍທີ່ມີຊີວິດໃນທ່າມກາງຜູ້ຄົນ!

ເມື່ອເວົ້າເຖິງວ່າຜູ້ນໍາປອມເຫຼົ່ານີ້ຄວນຖືກຈັດລັກສະນະແນວໃດ, ໂດຍອີງໃສ່ອຸປະນິໄສ-ແກ່ນແທ້ຂອງພວກເຂົາ, ພວກເຂົາບໍ່ສາມາດຖືກຈັດເຂົ້າໃນໝວດໝູ່ຂອງຄົນຊົ່ວຮ້າຍ, ພວກຕໍ່ຕ້ານພຣະຄຣິສ, ຄົນໜ້າຊື່ໃຈຄົດ ແລະ ອື່ນໆ ຕາມອຳເພີໃຈໄດ້. ແນວໃດກໍຕາມ, ໂດຍຕັດສິນຈາກສິ່ງທີ່ພວກເຂົາສະແດງອອກ, ເຊັ່ນ: ການສະແດງອອກຂອງຄວາມເປັນມະນຸດ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ວຽກງານຂອງຄຣິສຕະຈັກ, ຕະຫຼອດຈົນການທີ່ພວກເຂົາບໍ່ແກ້ໄຂບັນຫາທີ່ພວກເຂົາຄົ້ນພົບ, ພວກເຂົາຄືຜູ້ນໍາປອມປະເພດທີ່ເສື່ອມຊາມທີ່ສຸດ. ໂດຍຕັດສິນຈາກການສະແດງອອກຕ່າງໆ ຂອງພວກເຂົາ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ສ້າງພັກພວກ ຫຼື ສ້າງຕັ້ງອານາຈັກເອກະລາດຂອງພວກເຂົາເອງຢ່າງຕັ້ງໜ້າຕັ້ງຕາ ແລະ ບໍ່ຄ່ອຍເປັນພະຍານເຖິງຕົນເອງ ແລະ ເຖິງແມ່ນວ່າພວກເຂົາຈະສາມາດເຂົ້າກັນໄດ້ດີກັບອ້າຍເອື້ອຍນ້ອງ, ອົດທົນຕໍ່ຄວາມຍາກລຳບາກ, ຈ່າຍລາຄາ, ລະເວັ້ນຈາກການລັກເຄື່ອງຖວາຍ ແລະ ແມ່ນແຕ່ຫ້າມຕົນເອງຢ່າງເຂັ້ມງວດຈາກການສະແຫວງຫາສິດທິພິເສດ, ແຕ່ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາປະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ຫຼື ຜູ້ຄົນຕ່າງໆ ທີ່ໃຊ້ຈ່າຍເຄື່ອງຖວາຍຢ່າງຟຸມເຟືອຍ ແລະ ທຳລາຍຊັບສິນຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍບໍ່ຢຸດຢັ້ງ ຫຼື ຈັດການກັບພວກເຂົາ, ພວກເຂົາບໍ່ເວົ້າຫຍັງ ຫຼື ເຮັດວຽກງານໃດໆ. ຄົນເຊັ່ນນັ້ນໜ້າຢ້ານ! ພວກເຂົາເປັນຜູ້ນໍາປອມປະເພດທີ່ຊົ່ວຊ້າທີ່ສຸດ; ພວກເຂົາບໍ່ສາມາດຮັບຄວາມລອດພົ້ນໄດ້! ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາບໍ່ສາມາດຮັບຄວາມລອດພົ້ນໄດ້? ມັນບໍ່ແມ່ນກໍລະນີທີ່ພວກເຂົາມີຄວາມສາມາດຕໍ່າ ຫຼື ພວກເຂົາບໍ່ສາມາດຢັ່ງຮູ້ພຣະທຳຂອງພຣະເຈົ້າໄດ້ ນັ້ນກໍຄື ພວກເຂົາມີຄວາມສາມາດໃນການຢັ່ງຮູ້ ແລະ ຄວາມສາມາດໃນການເຮັດວຽກໃນລະດັບໃດໜຶ່ງ, ແຕ່ເມື່ອພວກເຂົາຄົ້ນພົບຄົນທີ່ກຳລັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ຈັດການ ຫຼື ແກ້ໄຂມັນ. ພວກເຂົາພຽງແຕ່ເຮັດວຽກງານນີ້ໜ້ອຍໜຶ່ງໂດຍບໍ່ເຕັມໃຈ ເມື່ອພວກເຂົາພົບກັບການຊີ້ນຳທີ່ເຂັ້ມງວດ ແລະ ການສອບຖາມເລື້ອຍໆ ຈາກຜູ້ນໍາທີ່ສູງກວ່າຂອງພວກເຂົາ ຫຼື ເມື່ອພວກເຂົາຖືກລິຮານ. ບໍ່ວ່າພວກເຂົາຈະເຮັດວຽກງານນີ້ ຫຼື ບໍ່ ຫຼື ເຮັດແນວໃດກໍຕາມ, ການປົກປ້ອງຕົນເອງກໍເປັນສິ່ງສຳຄັນອັນດັບໜຶ່ງຂອງພວກເຂົາ. ພວກເຂົາບໍ່ໄດ້ປະຕິບັດຕາມຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກເລີຍ. ນອກຈາກການປົກປ້ອງຕົນເອງ ແລະ ຮັກສາຜົນປະໂຫຍດຂອງພວກເຂົາເອງແລ້ວ, ພວກເຂົາບໍ່ໄດ້ເຮັດວຽກງານທີ່ເປັນແກນຫຼັກໃດໆ ແລະ ພວກເຂົາພຽງແຕ່ປະຕິບັດວຽກງານຜິວເຜີນໜ້ອຍໜຶ່ງທີ່ພວກເຂົາບໍ່ມີທາງເລືອກນອກຈາກຕ້ອງໄດ້ເຮັດ. ນອກຈາກການປົກປ້ອງຕົນເອງແລ້ວ, ພວກເຂົາກໍບໍ່ສົນໃຈສິ່ງອື່ນໃດ. ພວກເຂົາບໍ່ໄດ້ເຈົ້າເລ່ ແລະ ມີເລ່ຫຼ່ຽມຍິ່ງກວ່າໝາຈອກບໍ? ບາງຄົນເວົ້າວ່າ “ມັນເປັນສັນຊາດຕະຍານຂອງໝາຈອກທີ່ຈະກິນສັດນ້ອຍ, ສະນັ້ນ ມັນບໍ່ແມ່ນສັນຊາດຕະຍານຂອງຜູ້ນໍາປອມທີ່ຈະປົກປ້ອງຕົນເອງເຊັ່ນກັນບໍ?” ນີ້ແມ່ນສັນຊາດຕະຍານບໍ? ນີ້ຄືທຳມະຊາດຂອງພວກເຂົາ! ຜູ້ນໍາປອມເຫຼົ່ານີ້ປົກປ້ອງສະຖານະ, ຊື່ສຽງ ແລະ ໜ້າຕາຂອງພວກເຂົາເອງ, ຮັກສາຄວາມສຳພັນກັບຜູ້ຄົນ ແລະ ຫຼີກລ່ຽງການເຮັດໃຫ້ໃຜບໍ່ພໍໃຈ, ໂດຍຕ້ອງແລກກັບການທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ທຳລາຍວຽກງານຂອງຄຣິສຕະຈັກ. ພວກເຂົາເຖິງກັບບໍ່ໄດ້ຈັດການໄລ່ອອກ ຫຼື ປັບການມອບໝາຍບຸກຄະລາກອນດ້ວຍຕົນເອງ, ແທນທີ່ຈະເປັນເຊັ່ນນັ້ນ ພວກເຂົາກັບມອບໝາຍໃຫ້ຄົນອື່ນເຮັດແທນ. ພວກເຂົາຄິດວ່າ “ຖ້າຄົນນັ້ນຕ້ອງການແກ້ແຄ້ນ, ພວກເຂົາຈະບໍ່ມາຕາມລ່າຂ້ອຍ. ຂ້ອຍຕ້ອງປົກປ້ອງຕົນເອງກ່ອນໃນທຸກສະຖານະການທີ່ຂ້ອຍພົບພໍ້”. ຄົນເຫຼົ່ານີ້ເຈົ້າເລ່ເກີນໄປ! ໃນຖານະຜູ້ນໍາ, ເຈົ້າບໍ່ສາມາດແມ່ນແຕ່ຮັບຜິດຊອບສິ່ງນີ້ໄດ້, ແລ້ວເຈົ້າສົມຄວນທີ່ຈະເປັນຜູ້ນໍາບໍ? ເຈົ້າເປັນພຽງຄົນຂີ້ຂາດທີ່ໄຮ້ປະໂຫຍດ! ຖ້າບໍ່ມີຄວາມກ້າຫານໜ້ອຍໜຶ່ງນີ້, ເຈົ້າຍັງເປັນຜູ້ທີ່ເຊື່ອໃນພຣະເຈົ້າຢູ່ບໍ? ຄົນທີ່ໃຊ້ເລ່ກົນເພື່ອຫຼົບຫຼີກຄວາມຮັບຜິດຊອບຂອງຕົນໃນການປະຕິບັດໜ້າທີ່ຂອງພວກເຂົາເປັນຜູ້ຕິດຕາມພຣະເຈົ້າບໍ? ພຣະເຈົ້າບໍ່ຕ້ອງການຄົນເຊັ່ນນັ້ນ. ຜູ້ນໍາປອມເຫຼົ່ານີ້ເຈົ້າເລ່ ແລະ ມີເລ່ຫຼ່ຽມຄືກັບໝາຈອກ. ເມື່ອພວກເຂົາເຫັນຄົນກໍ່ການຂັດຂວາງ ຫຼື ການລົບກວນ, ພວກເຂົາກໍບໍ່ຈັດການ ຫຼື ແກ້ໄຂມັນ, ພວກເຂົາພຽງແຕ່ບໍ່ເຮັດວຽກງານຕົວຈິງ. ບໍ່ວ່າພວກເຂົາຈະຖືກເປີດໂປງ ແລະ ຖືກລິຮານແນວໃດ, ພວກເຂົາກໍບໍ່ກະທຳ. ຍ້ອນເຈົ້າບໍ່ເຮັດສຳເລັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເປັນຫຍັງເຈົ້າຈຶ່ງຍັງຄອບຄອງຕຳແໜ່ງນັ້ນຢູ່? ມັນແມ່ນເພື່ອໃຫ້ເຈົ້າເປັນສ່ວນໜຶ່ງຂອງເຄື່ອງປະດັບບໍ? ມັນແມ່ນເພື່ອໃຫ້ເຈົ້າເພີດເພີນກັບຜົນປະໂຫຍດຈາກສະຖານະບໍ? ເຈົ້າບໍ່ມີຄຸນສົມບັດສຳລັບສິ່ງນັ້ນ! ບໍ່ໄດ້ເຮັດວຽກງານຕົວຈິງ ແຕ່ຍັງຕ້ອງການໃຫ້ອ້າຍເອື້ອຍນ້ອງເທີດທູນ ແລະ ບູຊາເຈົ້າ, ນີ້ບໍ່ແມ່ນແນວຄິດຂອງມານຮ້າຍບໍ? ມັນຊ່າງໄຮ້ຢາງອາຍແທ້ໆ! ບາງຄົນເວົ້າວ່າພວກເຂົາບໍ່ຢາກເປັນຜູ້ນໍາເລີຍ. ແລ້ວເປັນຫຍັງເຈົ້າຈຶ່ງຮັກສາຊື່ສຽງ ແລະ ສະຖານະຂອງເຈົ້າ? ຈຸດປະສົງຂອງເຈົ້າໃນການນໍາພາຜູ້ຄົນຢ່າງຜິດໆ ແມ່ນຫຍັງ? ຖ້າເຈົ້າບໍ່ຢາກເປັນຜູ້ນໍາ, ເຈົ້າສາມາດສະເໜີຕົວລາອອກໄດ້. ເປັນຫຍັງເຈົ້າຈຶ່ງບໍ່ລາອອກ? ເປັນຫຍັງເຈົ້າຈຶ່ງຄອບຄອງຕຳແໜ່ງນັ້ນ ແລະ ບໍ່ລົງຈາກຕຳແໜ່ງ? ຖ້າເຈົ້າບໍ່ຢາກລາອອກ, ແລ້ວເຈົ້າກໍຕ້ອງເຮັດວຽກງານຕົວຈິງບາງຢ່າງດ້ວຍໜ້າທີ່. ບໍ່ມີທາງເລືອກອື່ນ, ນີ້ຄືຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້, ມັນຈະເປັນການດີທີ່ສຸດສຳລັບເຈົ້າທີ່ຈະຮັບຜິດຊອບ ແລະ ລາອອກ; ເຈົ້າບໍ່ຄວນເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ຫຼື ທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ. ຖ້າເຈົ້າຂາດແມ່ນແຕ່ຈິດສຳນຶກ ແລະ ເຫດຜົນໜ້ອຍໜຶ່ງນີ້, ເຈົ້າຍັງມີຄວາມເປັນມະນຸດຢູ່ບໍ? ເຈົ້າບໍ່ສົມຄວນຖືກເອີ້ນວ່າເປັນມະນຸດ! ບໍ່ວ່າພວກເຂົາຈະສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ ຫຼື ບໍ່, ຄົນທີ່ເຊື່ອໃນພຣະເຈົ້າ ສົມຄວນຖືກເອີ້ນວ່າເປັນມະນຸດ ພຽງແຕ່ຖ້າພວກເຂົາມີຈິດສຳນຶກ ແລະ ເຫດຜົນໜ້ອຍໜຶ່ງ.

ການທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຄົນເຮົາຕ້ອງມີຄວາມສາມາດໃນລະດັບໃດໜຶ່ງ. ຄວາມສາມາດຂອງບຸກຄົນເປັນຕົວກຳນົດຄວາມສາມາດໃນການເຮັດວຽກຂອງພວກເຂົາ ແລະ ລະດັບທີ່ພວກເຂົາເຂົ້າໃຈຫຼັກການຄວາມຈິງ. ຖ້າຄວາມສາມາດຂອງເຈົ້າຂາດໄປບາງສ່ວນ ແລະ ເຈົ້າບໍ່ມີການຢັ່ງຮູ້ທີ່ເລິກເຊິ່ງພໍກ່ຽວກັບຄວາມຈິງ, ແຕ່ເຈົ້າສາມາດປະຕິບັດໄດ້ຫຼາຍເທົ່າທີ່ເຈົ້າເຂົ້າໃຈ ແລະ ສາມາດນຳເອົາສິ່ງທີ່ເຈົ້າເຂົ້າໃຈໄປປະຕິບັດໄດ້ ແລະ ໃນຫົວໃຈຂອງເຈົ້າ ເຈົ້າກໍບໍລິສຸດ ແລະ ຊື່ສັດ ແລະ ບໍ່ວາງແຜນເພື່ອສິ່ງໃດໃນນາມຂອງຕົນເອງ ຫຼື ບໍ່ໄລ່ຕາມຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າ, ແລ້ວເຈົ້າກໍເປັນຄົນທີ່ຖືກຕ້ອງ. ແນວໃດກໍຕາມ, ຜູ້ນໍາປອມບໍ່ມີຄຸນສົມບັດເຫຼົ່ານີ້. ພວກເຂົາບໍ່ສົນໃຈບັນຫາຕ່າງໆ ໃນການຂັດຂວາງ ແລະ ການລົບກວນທີ່ເກີດຂຶ້ນໃນຄຣິສຕະຈັກ; ເຖິງແມ່ນວ່າພວກເຂົາສັງເກດເຫັນບັນຫາເຫຼົ່ານີ້, ພວກເຂົາກໍບໍ່ໃສ່ໃຈ. ຖ້າຖືກຖາມວ່າພວກເຂົາຮູ້ສະຖານະການ ຫຼື ບໍ່, ພວກເຂົາກໍເວົ້າວ່າ “ຂ້ອຍຄິດວ່າຂ້ອຍຮູ້ກ່ຽວກັບມັນໜ້ອຍໜຶ່ງ, ແຕ່ບໍ່ແມ່ນທັງໝົດ”. ສິ່ງນີ້ເກີດຂຶ້ນຕໍ່ໜ້າຕໍ່ຕາຂອງເຈົ້າ, ເປັນຫຍັງເຈົ້າຈຶ່ງເວົ້າວ່າເຈົ້າບໍ່ຮູ້ກ່ຽວກັບມັນ? ເຈົ້າກຳລັງພະຍາຍາມຫຼອກລວງຜູ້ຄົນຢູ່ບໍ? ເມື່ອເຈົ້າຮູ້ກ່ຽວກັບມັນແລ້ວ, ເຈົ້າໄດ້ຄິດກ່ຽວກັບວິທີຈັດການກັບມັນບໍ? ເຈົ້າໄດ້ເຮັດວຽກງານໃດໆ ແດ່ບໍ? ເຈົ້າໄດ້ພະຍາຍາມຊອກຫາທາງອອກໃດໆ ແດ່ບໍ? ພວກເຂົາຕອບວ່າ “ຄວາມສາມາດຂອງຄົນນັ້ນດີກວ່າຂອງຂ້ອຍ ແລະ ພວກເຂົາກໍເວົ້າຈາຄ່ອງແຄ້ວ ແລະ ເວົ້າເກັ່ງ; ຂ້ອຍບໍ່ກ້າແຊກແຊງພວກເຂົາ. ຈະເປັນແນວໃດຖ້າຂ້ອຍແກ້ໄຂບາງສິ່ງທີ່ບໍ່ແມ່ນບັນຫາແທ້ໆ ແລະ ເຮັດໃຫ້ພວກເຂົາບໍ່ພໍໃຈ? ນັ້ນຈະເຮັດໃຫ້ວຽກງານຂອງຂ້ອຍຍາກລຳບາກໃນພາຍຫຼັງ!” ຍ້ອນເຈົ້າບໍ່ກ້າ, ເຈົ້າກໍເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ ແລະ ລະເລີຍໃນໜ້າທີ່ຂອງເຈົ້າ ແລະ ເຈົ້າກໍບໍ່ສົມຄວນທີ່ຈະເປັນຜູ້ນໍາ! ເມື່ອເຈົ້າພົບກັບສະຖານະການແບບນີ້, ເຈົ້າຮູ້ວິທີຈັດການກັບມັນບໍ? ພວກເຂົາເວົ້າວ່າ “ເຖິງແມ່ນວ່າຂ້ອຍຈະຮູ້ວິທີຈັດການກັບມັນ, ຂ້ອຍກໍບໍ່ກ້າ. ນັ້ນບໍ່ແມ່ນສິ່ງທີ່ເບື້ອງເທິງມີໄວ້ເພື່ອສິ່ງນັ້ນບໍ? ແລະ ຍັງມີກຸ່ມຕັດສິນໃຈອີກດ້ວຍ. ໜ້າວຽກນີ້ຈະຕົກມາເຖິງຂ້ອຍໄດ້ແນວໃດ?” ເມື່ອເຈົ້າເຫັນມັນ ແລະ ຮູ້ກ່ຽວກັບມັນ, ເຈົ້າກໍຄວນຈັດການກັບສະຖານະການນີ້. ຖ້າຄວາມເຕີບໂຕຂອງເຈົ້າໜ້ອຍເກີນໄປ ແລະ ເຈົ້າບໍ່ສາມາດຈັດການກັບບັນຫານີ້ໄດ້, ເຈົ້າໄດ້ບອກຜູ້ບັງຄັບບັນຊາຂອງເຈົ້າກ່ຽວກັບບັນຫານີ້ບໍ? ເຈົ້າໄດ້ລາຍງານມັນບໍ? ເຈົ້າໄດ້ເຮັດສິ່ງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ ແລະ ວຽກງານທີ່ຕົກເປັນຂອງເຈົ້າບໍ? ເຈົ້າໄດ້ປະຕິບັດຕາມຄວາມຮັບຜິດຊອບໃດໆ ຂອງເຈົ້າເລີຍບໍ? ບໍ່ເລີຍ! ໃນຫົວໃຈຂອງພວກເຂົາ, ພວກເຂົາຮູ້ດີວ່າ: “ຂ້ອຍຮູ້ກ່ຽວກັບບັນຫານີ້, ແຕ່ຂ້ອຍບໍ່ໄດ້ກະທຳ. ຂ້ອຍຮູ້ສຶກຜິດ! ຂ້ອຍຄວນຈະລາຍງານເລື່ອງນັ້ນ ແຕ່ກໍບໍ່ໄດ້ເຮັດ. ແຕ່ຄົນອື່ນກໍບໍ່ໄດ້ເຮັດຄືກັນ, ມັນກ່ຽວຫຍັງກັບຂ້ອຍ?” ຄົນອື່ນເປັນຜູ້ນໍາຄືກັນບໍ? ບໍ່ວ່າຄົນອື່ນຈະເຮັດ ຫຼື ບໍ່ກໍເປັນເລື່ອງຂອງຄົນເຫຼົ່ານັ້ນ, ເປັນຫຍັງເຈົ້າຈຶ່ງບໍ່ໄດ້ເຮັດ? ຖ້າຄົນອື່ນບໍ່ເຮັດ, ນັ້ນໝາຍຄວາມວ່າເຈົ້າບໍ່ຕ້ອງເຮັດບໍ? ນີ້ແມ່ນຄວາມຈິງບໍ? ເຖິງແມ່ນວ່າຄົນອື່ນໄດ້ເຮັດມັນ, ສິ່ງນັ້ນຈະສາມາດທົດແທນການເຮັດຂອງເຈົ້າໄດ້ບໍ? ສິ່ງທີ່ເຈົ້າເຮັດກໍເປັນເລື່ອງຂອງເຈົ້າ. ເຈົ້າໄດ້ປະຕິບັດຕາມຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າບໍ? ຖ້າເຈົ້າບໍ່ໄດ້ເຮັດ, ແລ້ວເຈົ້າກໍລະເລີຍໃນໜ້າທີ່ຂອງເຈົ້າ, ບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາ ແລະ ເຈົ້າກໍຄວນຮັບຜິດຊອບ ແລະ ລາອອກ. ເຈົ້າບໍ່ເຫັນຄຸນຄ່າທີ່ເຈົ້າໄດ້ຖືກຍົກຂຶ້ນ, ເຈົ້າບໍ່ສົມຄວນກັບຄວາມໄວ້ວາງໃຈຂອງອ້າຍເອື້ອຍນ້ອງ, ເຈົ້າບໍ່ສົມຄວນກັບຄວາມໄວ້ວາງໃຈຂອງເຮືອນຂອງພຣະເຈົ້າ ແລະ ເຈົ້າຍິ່ງບໍ່ສົມຄວນກັບການຍົກຊູຂອງພຣະເຈົ້າ. ເຈົ້າເປັນສິ່ງທີ່ບໍ່ມີຫົວໃຈ. ຜູ້ນໍາປອມປະເພດທີສາມມີບັນຫາກັບລັກສະນະຂອງພວກເຂົາ. ບໍ່ວ່າການສະແຫວງຫາສ່ວນຕົວ ແລະ ການເຂົ້າສູ່ຊີວິດຂອງພວກເຂົາຈະເປັນແນວໃດ, ພຽງແຕ່ຕັດສິນຈາກຄວາມຈິງທີ່ວ່າໃນລະຫວ່າງການດຳລົງຕຳແໜ່ງຂອງພວກເຂົາ ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ, ບໍ່ໄດ້ກອບກູ້ຄວາມສູນເສຍໃດໆ ໃຫ້ແກ່ຄຣິສຕະຈັກ ແລະ ແນ່ນອນວ່າບໍ່ສາມາດຢຸດຢັ້ງ ຫຼື ຈັດການການກະທຳທີ່ຊົ່ວຮ້າຍຂອງຄົນຊົ່ວຮ້າຍໄດ້ໂດຍທັນທີ, ຄົນປະເພດນີ້ບໍ່ພຽງແຕ່ມີບັນຫາກັບຄວາມສາມາດທີ່ຕໍ່າ ແລະ ບັນຫາກັບການບໍ່ເຮັດວຽກງານຕົວຈິງ, ແຕ່ສິ່ງທີ່ສຳຄັນທີ່ສຸດກໍຄື ພວກເຂົາບໍ່ມີຄວາມເປັນມະນຸດ. ຈິດສຳນຶກຂອງພວກເຂົາເນົ່າເໝັນໂດຍສິ້ນເຊີງ ແລະ ພວກເຂົາບໍ່ມີເຫດຜົນໃດໆ ເລີຍ. ໃນຄຳເວົ້າທົ່ວໄປ, ພວກເຂົາລົ້ມລະລາຍທາງສິນທຳ; ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊ້າເຖິງທີ່ສຸດ ແລະ ພວກເຂົາບໍ່ໜ້າເຊື່ອຖື. ໃນທ່າມກາງຄົນສາມປະເພດທີ່ພວກເຮົາໄດ້ໄຈ້ແຍກ, ຄວາມເປັນມະນຸດຂອງຄົນປະເພດນີ້ແມ່ນຮ້າຍແຮງທີ່ສຸດ. ຄົນສອງປະເພດທຳອິດມີຄວາມສາມາດຕໍ່າ, ພວກເຂົາບໍ່ສາມາດເຮັດວຽກໄດ້ ແລະ ພວກເຂົາບໍ່ບັນລຸຫຼັກການ ແລະ ມາດຕະຖານຂອງເຮືອນຂອງພຣະເຈົ້າສຳລັບການເພາະປູກ ແລະ ສົ່ງເສີມຄົນ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຖືກເພາະປູກ ຫຼື ນຳໃຊ້ໄດ້. ຄວາມສາມາດຂອງພວກເຂົາຕໍ່າທີ່ສຸດ, ພວກເຂົາຕາບອດ ແລະ ດ້ານຊາ ແລະ ພວກເຂົາກໍເປັນຄືກັບຄົນຕາຍ, ພວກເຂົາບໍ່ຄຸ້ມຄ່າທີ່ຈະເປີດໂປງ ແລະ ໄຈ້ແຍກ. ຄົນປະເພດທີສາມແມ່ນຊົ່ວຊ້າທີ່ສຸດ. ພວກເຂົາໜ້າລັງກຽດທີ່ສຸດໃນດ້ານຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຮົາກຳນົດລັກສະນະຄົນປະເພດນີ້ວ່າເປັນຄົນເຈົ້າເລ່ ແລະ ມີເລ່ຫຼ່ຽມ. ຄົນເຫຼົ່ານີ້ຍິ່ງເຈົ້າເລ່ກວ່າໝາຈອກ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແຕ່ກໍມີຂໍ້ອ້າງຫຼາຍຢ່າງ ແລະ ຮູ້ສຶກສະບາຍໃຈຢ່າງສິ້ນເຊີງ. ບໍ່ວ່າຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສຈະລົບກວນວຽກງານຂອງຄຣິສຕະຈັກແນວໃດ, ພວກເຂົາກໍບໍ່ກະວົນກະວາຍ ຫຼື ເປັນຫ່ວງກ່ຽວກັບມັນເລີຍ ແລະ ຍັງຄົງຕ້ອງການທີ່ຈະເປັນຜູ້ນໍາຢ່າງຕໍ່ເນື່ອງ. ເປັນຫຍັງພວກເຂົາຈຶ່ງຕິດອຳນາດຫຼາຍແທ້? ຜູ້ນໍາເຫຼົ່ານີ້ເວົ້າວ່າ “ຄົນດິ້ນຮົນຂຶ້ນສູງ; ນ້ຳໄຫຼລົງຕ່ຳ. ທຸກຄົນຮັກອຳນາດ!” ພວກເຂົາບໍ່ຢາກເຮັດວຽກງານຕົວຈິງໃດໆ ແຕ່ພວກເຂົາກໍຍັງປາຖະໜາທີ່ຈະຍຶດຕິດກັບຕຳແໜ່ງຂອງພວກເຂົາ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ນີ້ແມ່ນສິ່ງທີ່ຊົ່ວຊ້າປະເພດໃດ? ພວກເຂົາເປັນລູກຫຼານຂອງຊາຕານຢ່າງແທ້ຈິງ, ພວກເຂົາບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ.

ມື້ນີ້ ພວກເຮົາໄດ້ສົນທະນາກັນສາມຈຸດກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາປອມທີ່ພວກເຮົາໄດ້ໄຈ້ແຍກໃນຄວາມຮັບຜິດຊອບຂໍ້ທີສິບສອງ ໂດຍພື້ນຖານແລ້ວ ແມ່ນຄືກັນກັບຜູ້ນໍາປອມທີ່ພວກເຮົາໄດ້ເປີດໂປງກ່ອນໜ້ານີ້. ເຖິງແມ່ນວ່າພວກເຮົາຈະໄຈ້ແຍກສາມຈຸດ, ແຕ່ພວກມັນສ່ວນໃຫຍ່ກວມເອົາສອງບັນຫາ: ໜຶ່ງຄື ພວກເຂົາມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້; ອີກຢ່າງໜຶ່ງຄື ຄວາມເປັນມະນຸດຂອງພວກເຂົາແມ່ນຊົ່ວຊ້າ, ເຈົ້າເລ່ ແລະ ມີເລ່ຫຼ່ຽມ ແລະ ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ. ສິ່ງເຫຼົ່ານີ້ແມ່ນບັນຫາພື້ນຖານທີ່ເປັນແກນຫຼັກຂອງຜູ້ນໍາປອມ. ຕາບໃດທີ່ຄົນໃດໜຶ່ງມີໜຶ່ງໃນສອງບັນຫານີ້, ພວກເຂົາກໍເປັນຜູ້ນໍາປອມ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສເລີຍ.

ວັນທີ 4 ກັນຍາ 2021

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?