ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20) ສ່ວນທີ ຫ້າ
ຜູ້ນໍາປອມບໍ່ໄດ້ປະຕິບັດຕໍ່ຜູ້ຄົນ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແຕ່ອີງຕາມຄວາມມັກຂອງພວກເຂົາເອງ. ພວກເຂົາກະທຳໂດຍບໍ່ມີຫຼັກການໃດໆ, ເຮັດທຸກຢ່າງທີ່ພວກເຂົາຕ້ອງການ. ເມື່ອພວກເຂົາເຫັນພວກຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກ, ຜູ້ນໍາປອມກໍບໍ່ໄດ້ກຽດຊັງພວກເຂົາ. ພວກເຂົາເຊື່ອວ່າການອ່ານພຣະທຳຂອງພຣະເຈົ້າບາງຂໍ້ໃຫ້ພວກຕໍ່ຕ້ານພຣະຄຣິສຟັງສາມາດຈຳກັດການຂັດຂວາງ ແລະ ການລົບກວນຂອງພວກເຂົາໄດ້. ພວກຕໍ່ຕ້ານພຣະຄຣິສແມ່ນຄົນປະເພດໃດ? ພວກເຂົາຄືມານຮ້າຍ, ພວກເຂົາຄືຊາຕານ! ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ພວກຕໍ່ຕ້ານພຣະຄຣິສກໍບໍ່ຍອມຮັບຄວາມຈິງເລີຍ ແລະ ສາມາດຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ລົບກວນການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ພວກເຂົາຄືມານຮ້າຍ ແລະ ຊາຕານໃນຊີວິດຈິງ. ຜູ້ນໍາປອມຫວັງວ່າຈະເຮັດໃຫ້ພວກຕໍ່ຕ້ານພຣະຄຣິສຮູ້ສຶກສຳນຶກຜິດ ແລະ ປ່ຽນໃຈໂດຍການອ່ານພຣະທຳຂອງພຣະເຈົ້າສອງສາມຕອນໃຫ້ພວກເຂົາຟັງ. ນີ້ບໍ່ແມ່ນສິ່ງໂງ່ຈ້າທີ່ສຸດບໍ? ຄົນເຊັ່ນພວກຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງເລີຍ. ບໍ່ວ່າພວກເຂົາຈະເຮັດການກະທຳທີ່ຊົ່ວຮ້າຍຫຼາຍສໍ່າໃດ, ພວກເຂົາກໍຈະບໍ່ໄຕ່ຕອງ ຫຼື ຮູ້ຈັກຕົນເອງ ແລະ ບໍ່ວ່າພວກເຂົາຈະເຮັດຜິດພາດຫຼາຍສໍ່າໃດ, ພວກເຂົາກໍຈະບໍ່ຍອມຮັບຄວາມຜິດພາດຂອງພວກເຂົາ. ພວກເຂົາຄືຄົນຊົ່ວຊ້າທີ່ຖືກກຳນົດໃຫ້ລົງນະຮົກ, ແຕ່ເຈົ້າຄິດວ່າການອ່ານພຣະທຳຂອງພຣະເຈົ້າສອງສາມຕອນ ແລະ ກ່າວຄຳຕັກເຕືອນບາງຄຳສາມາດປ່ຽນແປງພວກເຂົາໄດ້, ນີ້ບໍ່ແມ່ນຄວາມຄິດທີ່ເພີ້ຝັນບໍ? ຖ້າມະນຸດຊາດທີ່ເສື່ອມຊາມສາມາດຍອມຮັບຄວາມຈິງໄດ້ງ່າຍດາຍປານນັ້ນ, ພຣະເຈົ້າກໍບໍ່ຈຳເປັນຕ້ອງດຳເນີນພາລະກິດແຫ່ງການພິພາກສາ ແລະ ການລົງໂທດ. ເປັນຫຍັງພຣະເຈົ້າຈຶ່ງກ່າວພຣະທຳຫຼາຍຢ່າງ ແລະ ສະແດງຄວາມຈິງຫຼາຍຢ່າງໃນພາລະກິດຂອງພຣະອົງ? ມັນແມ່ນເພາະວ່າການຊ່ວຍຜູ້ຄົນໃຫ້ລອດພົ້ນບໍ່ແມ່ນເລື່ອງງ່າຍ, ເພາະຄວາມຫຍຸ້ງຍາກຂອງຜູ້ຄົນມີຫຼາຍເກີນໄປ ແລະ ການກະບົດຂອງພວກເຂົາກໍໃຫຍ່ຫຼວງເກີນໄປ! ມີພຽງຜູ້ທີ່ສາມາດຍອມຮັບຄວາມຈິງໄດ້ເທົ່ານັ້ນຈຶ່ງຈະສາມາດໄດ້ຮັບຄວາມລອດພົ້ນ. ຜູ້ທີ່ເບື່ອໜ່າຍ ແລະ ກຽດຊັງຄວາມຈິງບໍ່ສາມາດໄດ້ຮັບຄວາມລອດພົ້ນ. ແນວໃດກໍຕາມ, ຜູ້ນໍາປອມເຊື່ອວ່າ ຖ້າພວກເຂົາກ່າວຄຳເວົ້າທີ່ຮຸນແຮງບາງຄຳຕໍ່ຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ບຸກຄົນເຫຼົ່ານີ້ກໍຈະຮູ້ສຶກສຳນຶກຜິດ ແລະ ເລີ່ມຮູ້ຈັກຕົນເອງ ແລະ ຖ້າພວກເຂົາກ່າວຄຳຕັກເຕືອນ ແລະ ຄຳປອບໃຈບາງຄຳໃຫ້ພວກເຂົາ, ພວກເຂົາກໍຈະກັບໃຈ, ເຮັດໃຫ້ພວກເຂົາສາມາດຕັ້ງໃຈເຮັດໜ້າທີ່ຂອງພວກເຂົາ, ກາຍເປັນຄົນຈົງຮັກພັກດີ ແລະ ຜ່ານການປ່ຽນແປງໃນອຸປະນິໄສ, ປ່ຽນຜູ້ຕໍ່ຕ້ານພຣະຄຣິສໃຫ້ກາຍເປັນແກະທີ່ເຊື່ອຟັງ. ນີ້ບໍ່ແມ່ນຄວາມຄິດທີ່ໂງ່ຈ້າບໍ? ຄວາມຄິດນີ້ໂງ່ຈ້າທີ່ສຸດ! ນີ້ຄືກັບຄຳເວົ້າທີ່ເພີ້ຝັນຂອງຄົນບ້າ, ເລື່ອງຕ່າງໆ ຈະງ່າຍດາຍປານນັ້ນໄດ້ແນວໃດ! ພຣະເຈົ້າໄດ້ດຳເນີນພາລະກິດແຫ່ງການພິພາກສາມາເປັນເວລາຫຼາຍກວ່າສາມສິບປີແລ້ວ ແລະ ຜູ້ຄົນໄດ້ບັນລຸຄວາມຮູ້ກ່ຽວກັບຕົນເອງ ແລະ ການປ່ຽນແປງຫຼາຍສໍ່າໃດ? ມີພຽງຄົນສ່ວນໜ້ອຍເທົ່ານັ້ນທີ່ໄດ້ບັນລຸຜົນບາງຢ່າງ. ຜູ້ທີ່ບໍ່ຮັກຄວາມຈິງ, ບໍ່ວ່າພວກເຂົາຈະຟັງຄຳເທດສະໜາຫຼາຍສໍ່າໃດ, ຢ່າງຫຼາຍທີ່ສຸດກໍເຂົ້າໃຈຫຼັກຄຳສອນບາງຢ່າງ. ອຸປະນິໄສຊີວິດຂອງພວກເຂົາບໍ່ໄດ້ປ່ຽນແປງເລີຍ ແລະ ແມ່ນແຕ່ພຶດຕິກຳທີ່ດີ ແລະ ການກະທຳທີ່ດີກໍບໍ່ຄ່ອຍເຫັນຈາກພວກເຂົາ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາຄືຄົນທີ່ກິນເຂົ້າຈີ່ຈົນອີ່ມ, ພວກເຂົາບໍ່ຍອມຮັບຄວາມຈິງເລີຍ. ພວກເຂົາສຸມໃສ່ພຽງແຕ່ການຊື່ນຊົມກັບພຣະຄຸນຂອງພຣະເຈົ້າ ແລະ ໄລ່ຕາມພຽງແຕ່ພອນ; ພວກເຂົາເປັນໄດ້ພຽງແຕ່ສັດເດຍລະສານໃນຮ່າງມະນຸດ! ຜູ້ຄົນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ; ພວກເຂົາເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ ແລະ ກະດູກ ແລະ ເລືອດຂອງພວກເຂົາກໍເຕັມໄປດ້ວຍພິດຂອງຊາຕານ. ຖ້າພວກເຂົາບໍ່ສາມາດຍອມຮັບຄວາມຈິງ ຫຼື ການພິພາກສາ ແລະ ການລົງໂທດຂອງພຣະເຈົ້າ, ພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງໄດ້ແນວໃດ? ພວກເຂົາຈະສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີໄດ້ແນວໃດ? ພວກເຂົາຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້ແນວໃດ? ການບັນລຸຄວາມລອດພົ້ນຈະງ່າຍດາຍຄືກັບທີ່ຜູ້ຄົນຈິນຕະນາການໄດ້ບໍ? ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມມາເປັນເວລາຫຼາຍພັນປີ, ຈົນເຖິງຂັ້ນທີ່ພວກເຂົາໄດ້ກາຍເປັນມານຮ້າຍ. ຕອນນີ້ ພຣະເຈົ້າໄດ້ສະເດັດມາເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ບໍ່ວ່າພຣະອົງຈະກ່າວພຣະທຳຫຼາຍສໍ່າໃດ, ການປ່ຽນຜູ້ຄົນທີ່ໄດ້ກາຍເປັນມານຮ້າຍ ໃຫ້ກາຍເປັນມະນຸດທີ່ແທ້ຈິງກໍເປັນໜ້າທີ່ທີ່ຍາກລຳບາກຢ່າງບໍ່ໜ້າເຊື່ອ. ບໍ່ພຽງແຕ່ພຣະເຈົ້າຕ້ອງສະແດງຄວາມຈິງຫຼາຍຢ່າງ, ແຕ່ຜູ້ຄົນກໍຍັງຕ້ອງເຮັດສຸດຄວາມສາມາດຂອງພວກເຂົາ ເພື່ອຮ່ວມມືໂດຍການໄລ່ຕາມ, ຍອມຮັບ ແລະ ປະຕິບັດຄວາມຈິງ, ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຈະສາມາດຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນຂອງພຣະເຈົ້າ. ພຣະເຈົ້າເຄີຍກ່າວໄວ້ວ່າ “ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ”. ເຖິງແມ່ນວ່າຫຼາຍຄົນເຊື່ອໃນພຣະເຈົ້າ, ມີພຽງຜູ້ທີ່ປະສົບກັບການພິພາກສາ ແລະ ການລົງໂທດຂອງພຣະເຈົ້າຢ່າງແທ້ຈິງ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະອົງຢ່າງຄົບຖ້ວນເທົ່ານັ້ນ ທີ່ສາມາດຖືກຊຳລະລ້າງ ແລະ ເຮັດໃຫ້ສົມບູນໄດ້. ຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນທີ່ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ກໍເບື່ອໜ່າຍຄວາມຈິງໃນຫົວໃຈຂອງພວກເຂົາ; ພວກເຂົາຈະບໍ່ມີວັນບັນລຸຄວາມລອດພົ້ນຂອງພຣະເຈົ້າ ແລະ ພວກເຂົາສາມາດຖືກເປີດເຜີຍ ແລະ ກຳຈັດໂດຍພາລະກິດຂອງພຣະເຈົ້າເທົ່ານັ້ນ. ຜູ້ນໍາປອມບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ. ພວກເຂົາຄິດເຖິງພາລະກິດແຫ່ງການຊ່ວຍຜູ້ຄົນໃຫ້ລອດພົ້ນຂອງພຣະເຈົ້າ ເປັນສິ່ງທີ່ງ່າຍດາຍເຊັ່ນນັ້ນ, ໂດຍເຊື່ອວ່າໂດຍການອ່ານພຣະທຳຂອງພຣະເຈົ້າບາງຂໍ້ໃຫ້ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສຟັງ ແລະ ກ່າວຄຳເວົ້າລິຮານທີ່ຮຸນແຮງບາງຢ່າງ, ພວກເຂົາກໍຈະກັບໃຈ ແລະ ປ່ຽນແປງ ແລະ ກາຍເປັນຄົນຈົງຮັກພັກດີໃນການເຮັດໜ້າທີ່ຂອງຕົນ. ບັນຫາໃນບ່ອນນີ້ແມ່ນຫຍັງ? ນອກຈາກການບໍ່ໄລ່ຕາມຄວາມຈິງ ແລະ ບໍ່ເຂົ້າໃຈຄວາມຈິງແລ້ວ, ມັນກໍຍັງເປັນເພາະວ່າຜູ້ນໍາປອມມີຄວາມສາມາດຕໍ່າຫຼາຍ; ສະນັ້ນ, ພວກເຂົາຈຶ່ງບໍ່ມີຄວາມເຂົ້າໃຈເລີຍ ເມື່ອເວົ້າເຖິງພາລະກິດຂອງພຣະເຈົ້າ ແລະ ວິທີການທີ່ພຣະເຈົ້າຊ່ວຍໃຫ້ຜູ້ຄົນລອດພົ້ນ. ເພື່ອເບິ່ງວ່າແກ່ນແທ້ຂອງຄົນຜູ້ໜຶ່ງແມ່ນຫຍັງ, ບໍ່ວ່າພວກເຂົາຈະມີຄວາມຈິງຄວາມເປັນຈິງ ຫຼື ບໍ່ ແລະ ຄວນປະຕິບັດຕໍ່ພວກເຂົາແນວໃດ, ມັນຈຳເປັນຕ້ອງພິຈາລະນາຄວາມສາມາດຂອງພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ນັ້ນກໍຄື ເຈົ້າຕ້ອງສັງເກດເບິ່ງວ່າການຢັ່ງຮູ້ຂອງພວກເຂົາຕໍ່ຄວາມຈິງເປັນແນວໃດ ແລະ ພວກເຂົາຈະສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່. ສະນັ້ນ, ພື້ນຖານໃນການວັດແທກວ່າຄົນຜູ້ໜຶ່ງສາມາດຢັ່ງຮູ້ຄວາມຈິງໄດ້ ຫຼື ບໍ່ ແມ່ນຫຍັງ? ມັນຂຶ້ນຢູ່ກັບຄຸນນະພາບຄວາມສາມາດຂອງພວກເຂົາເປັນຫຼັກ ແລະ ການຢັ່ງຮູ້ຂອງພວກເຂົາຕໍ່ພຣະທຳຂອງພຣະເຈົ້າຈະບໍລິສຸດ ຫຼື ບໍ່. ບາງຄົນມີຊີວິດຢູ່ຈົນເຖິງອາຍຸຫ້າສິບ ຫຼື ຫົກສິບປີ ແລະ ຍັງບໍ່ສາມາດເບິ່ງທະລຸແກ່ນແທ້ ແລະ ຄວາມເປັນຈິງຂອງຄວາມເສື່ອມຊາມຂອງມະນຸດຊາດໄດ້. ພວກເຂົາຍັງຄົງຈິນຕະນາການວ່າ ສັງຄົມມະນຸດສວຍງາມ ແລະ ຕ້ອງການດຳລົງຊີວິດຢ່າງສັນຕິ ແລະ ກົມກຽວກັບຄົນອື່ນ. ນີ້ບໍ່ແມ່ນສິ່ງທີ່ໂງ່ຈ້າ ແລະ ໄຮ້ດຽງສາທີ່ສຸດບໍ? ຖ້າການເຊື່ອໃນພຣະເຈົ້າສາມາດປ່ຽນທຸກຄົນໃຫ້ກາຍເປັນຄົນດີໄດ້, ຈະມີຄວາມຈຳເປັນໃຫ້ພຣະເຈົ້າດຳເນີນພາລະກິດແຫ່ງການພິພາກສາ ແລະ ການລົງໂທດເພື່ອຊ່ວຍໃຫ້ຜູ້ຄົນລອດພົ້ນບໍ? ຜູ້ນໍາປອມບໍ່ໄດ້ກຳນົດລັກສະນະຂອງຄົນຕ່າງໆ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແຕ່ອີງໃສ່ພຽງແຕ່ພຶດຕິກຳພາຍນອກ ແລະ ຄວາມປະທັບໃຈສ່ວນຕົວເທົ່ານັ້ນ. ວຽກງານທີ່ພວກເຂົາເຮັດກໍຜິວເຜີນຫຼາຍ, ຄືກັບເດັກນ້ອຍຫຼິ້ນຂາຍເຄື່ອງ. ພວກເຂົາຄິດວ່າບາງຄັ້ງພວກເຂົາສາມາດຊອກຫາພຣະທຳຂອງພຣະເຈົ້າທີ່ຖືກຕ້ອງ ເພື່ອໃຊ້ໃນສະຖານະການໃດໜຶ່ງໄດ້ ແລະ ພຽງແຕ່ການອ່ານພຣະທຳຂອງພຣະເຈົ້າບາງຂໍ້ໃຫ້ຜູ້ຄົນຟັງກໍຈະປ່ຽນແປງພວກເຂົາໄດ້: “ເບິ່ງແມ, ພາຍໃຕ້ການນໍາພາ ແລະ ການຕັກເຕືອນຂອງຂ້ອຍ, ດ້ວຍຄວາມຊ່ວຍເຫຼືອທີ່ມີຄວາມຮັກຂອງຂ້ອຍ, ພຣະທຳຂອງພຣະເຈົ້າໄດ້ສົ່ງຜົນຕໍ່ຜູ້ຄົນ. ພວກເຂົາບໍ່ຕ້ອງການເປັນຜູ້ຕໍ່ຕ້ານພຣະຄຣິສອີກຕໍ່ໄປ ແລະ ພວກເຂົາເຕັມໃຈທີ່ຈະປ່ຽນມຸມມອງຂອງຕົນໃນການເຊື່ອໃນພຣະເຈົ້າ. ພວກເຂົາຈະບໍ່ແຂ່ງຂັນກັນເພື່ອອຳນາດ ແລະ ຜົນປະໂຫຍດອີກຕໍ່ໄປ, ທັງຈະບໍ່ສ້າງຕັ້ງອານາຈັກອິດສະຫຼະ; ພວກເຂົາຈະບໍ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກອີກຕໍ່ໄປ ແລະ ພວກເຂົາຈະບໍ່ນໍາພາຢ່າງຜິດໆ ຫຼື ຊັກຈູງອ້າຍເອື້ອຍນ້ອງອີກຕໍ່ໄປ!” ເຈົ້າສາມາດຈຳກັດພວກເຂົາໄດ້ບໍ? ເຈົ້າບໍ່ມີວັນຈຳກັດຄົນຊົ່ວຮ້າຍທີ່ແທ້ຈິງເຫຼົ່ານັ້ນ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໄດ້. ເພາະພວກເຂົາມີແກ່ນແທ້ຂອງຄົນຊົ່ວຮ້າຍ, ພວກເຂົາຈຶ່ງກະທຳຄວາມຊົ່ວຮ້າຍທຸກເວລາ ບໍ່ວ່າກາງເວັນ ຫຼື ກາງຄືນ; ເມື່ອໃດກໍຕາມທີ່ພວກເຂົາມີໂອກາດ, ພວກເຂົາກໍຈະກະທຳຄວາມຊົ່ວ. ມັນຈະໃຊ້ໄດ້ບໍ ທີ່ຈະບໍ່ກຳຈັດພວກເຂົາອອກຈາກຄຣິສຕະຈັກ? ພວກເຂົາຈະຢຸດການກະທຳທີ່ຊົ່ວຮ້າຍຂອງພວກເຂົາໂດຍສະໝັກໃຈບໍ? ພວກເຂົາບໍ່ແມ່ນມະນຸດ; ພວກເຂົາຄືມານຮ້າຍ ແລະ ຊາຕານ! ມານຮ້າຍ ແລະ ຊາຕານໄດ້ຕໍ່ຕ້ານພຣະເຈົ້າມາຈັກປີແລ້ວ? ພວກເຂົາຍັງຄົງຕໍ່ຕ້ານພຣະເຈົ້າຈົນເຖິງທຸກມື້ນີ້. ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍທຸກປະເພດທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກຄືມານຮ້າຍ ແລະ ຊາຕານໃນຊີວິດຈິງ; ພວກເຂົາຄືສັດຕູໃນຊີວິດຈິງ. ພວກເຂົາຈະສາມາດປ່ຽນແປງແກ່ນແທ້ຂອງພວກເຂົາໄດ້ຍ້ອນຄຳເວົ້າສອງສາມຄຳຈາກເຈົ້າ ຫຼື ຍ້ອນຫົວໃຈທີ່ມີພຽງຄວາມຮັກຂອງເຈົ້າໄດ້ບໍ? ເຈົ້າຊ່າງໂງ່ຈ້າແທ້ໆ! ເຈົ້າຄິດວ່າ ເຈົ້າສາມາດຊ່ວຍໃຫ້ຜູ້ຄົນລອດພົ້ນຈາກບາບໄດ້ ພຽງເພາະວ່າເຈົ້າເຂົ້າໃຈຫຼັກຄຳສອນເລັກນ້ອຍບໍ? ເຈົ້າສາມາດຊ່ວຍພວກເຂົາໃຫ້ລອດພົ້ນໄດ້ບໍ? ພວກເຂົາຖືກກຳນົດໃຫ້ລົງນະຮົກ ແລະ ເຈົ້າຄິດວ່າຄຳເວົ້າທີ່ດີສອງສາມຄຳຈະສາມາດປ່ຽນແປງພວກເຂົາໄດ້. ມັນງ່າຍປານນັ້ນບໍ? ຖ້າການຊ່ວຍຄົນໃຫ້ລອດພົ້ນງ່າຍປານນັ້ນ, ພຣະເຈົ້າກໍບໍ່ຈຳເປັນຕ້ອງກ່າວພຣະທຳຫຼາຍຢ່າງ ຫຼື ດຳເນີນພາລະກິດແຫ່ງການພິພາກສາ ແລະ ການລົງໂທດ. ພຣະອົງຈະຈຳເປັນຕ້ອງໃຊ້ເວລາຫຼາຍ ແລະ ເລືອດຂອງຫົວໃຈຂອງພຣະອົງຫຼາຍ ເພື່ອຊ່ວຍໃຫ້ຜູ້ຄົນລອດພົ້ນບໍ?
ຕອນນີ້, ໃນຄຣິສຕະຈັກ ຜູ້ຄົນຕ່າງໆ ໄດ້ຖືກເປີດເຜີຍ ແລະ ຈັດຕາມແຕ່ລະປະເພດຂອງພວກເຂົາແລ້ວ. ທຸກຄົນຄວນຖືກຈັດປະເພດຕາມປະເພດຂອງພວກເຂົາ ແລະ ມີຫຼັກການ ແລະ ພຣະດໍາລັດໃນເຮືອນຂອງພຣະເຈົ້າທີ່ຄຸ້ມຄອງວິທີປະຕິບັດ ແລະ ຈັດການກັບຄົນປະເພດຕ່າງໆ. ພຣະເຈົ້າມີຄວາມອົດກັ້ນ ແລະ ຄວາມຜ່ອນຜັນ, ຄວາມເມດຕາ ແລະ ຄວາມຮັກກະລຸນາ ແລະ ອຸປະນິໄສທີ່ຊອບທຳ, ແຕ່ຢ່າລືມວ່າພຣະເຈົ້າຍັງມີຄວາມໂກດຮ້າຍ ແລະ ເດຊານຸພາບອີກດ້ວຍ. ບາງຄົນເວົ້າວ່າ “ພຣະເຈົ້າຕ້ອງການໃຫ້ທຸກຄົນຖືກຊ່ວຍໃຫ້ລອດພົ້ນ ແລະ ບໍ່ຕ້ອງການໃຫ້ຜູ້ໃດທົນທຸກຕໍ່ຄວາມຫາຍະນະ”. ນີ້ແມ່ນຄວາມຈິງ, ແຕ່ພຣະເຈົ້າປາດຖະໜາໃຫ້ “ທຸກຄົນ” ໄດ້ຮັບຄວາມລອດພົ້ນ, ບໍ່ແມ່ນທຸກສິ່ງ ຫຼື ມານຮ້າຍທຸກຕົນ. ເມື່ອຜູ້ຄົນທົນທຸກຕໍ່ຄວາມຫາຍະນະ, ພຣະເຈົ້າຮູ້ສຶກໂສກເສົ້າ ແລະ ທຸກໃຈ. ເມື່ອມານຮ້າຍທົນທຸກຕໍ່ຄວາມຫາຍະນະ, ມັນຄືຈຸດຈົບທີ່ສົມຄວນ ແລະ ການລົງໂທດທີ່ສົມຄວນໄດ້ຮັບ; ພຣະເຈົ້າບໍ່ໄດ້ໂສກເສົ້າເພື່ອພວກມັນ. ນີ້ຄືອຸປະນິໄສຂອງພຣະເຈົ້າ ແລະ ຫຼັກການຂອງພຣະອົງໃນການຈັດການກັບຜູ້ຄົນ. ຜູ້ຄົນຕ້ອງການຂັດແຍ້ງກັບພຣະເຈົ້າຢູ່ສະເໝີ, ໂດຍຄິດວ່າຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນກໍເປັນມະນຸດເຊັ່ນກັນ. ພວກເຂົາເຊື່ອວ່າຜູ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງສະໝໍ່າສະເໝີກໍເປັນມະນຸດ, ຜູ້ທີ່ແຂ່ງຂັນຍາດຊີງເພື່ອສະຖານະ ແລະ ສ້າງຕັ້ງອານາຈັກອິດສະຫຼະກໍເປັນມະນຸດ ແລະ ຜູ້ທີ່ມົ້ວສຸມທາງເພດຢ່າງສະໝໍ່າສະເໝີກໍເປັນມະນຸດ. ພວກເຂົາຈັດລາຍຊື່ທຸກຄົນເຫຼົ່ານີ້ ທີ່ເປັນປະເພດດຽວກັນກັບມານຮ້າຍຢູ່ທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ. ນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ສິ່ງນີ້ບໍ່ໄດ້ຂັດກັບສິ່ງທີ່ພຣະເຈົ້າປາຖະໜາບໍ? ເພາະມຸມມອງຂອງພວກເຂົາໃນເລື່ອງຕ່າງໆ ຂັດແຍ້ງກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຢ່າງສິ້ນເຊີງ, ຄວາມຄິດເຫັນຂອງພວກເຂົາກ່ຽວກັບບຸກຄົນໃນທາງລົບ, ມານຮ້າຍ ແລະ ຊາຕານຈຶ່ງກົງກັນຂ້າມກັບພຣະທຳຂອງພຣະເຈົ້າໂດຍສິ້ນເຊີງ ເຊິ່ງແຕກຕ່າງກັນຫຼາຍ. ພຣະເຈົ້າບໍ່ເຄີຍປະຕິບັດຕໍ່ມານຮ້າຍທີ່ຕິດຕາມຊາຕານຄືກັບມະນຸດ. ພຣະເຈົ້າກຳນົດລັກສະນະຂອງຄົນເຫຼົ່ານີ້ວ່າແນວໃດ? ພວກເຂົາຄືຄົນຮັບໃຊ້ຂອງມານຮ້າຍຊາຕານ; ພວກເຂົາຄືສັດເດຍລະສານ. ຜູ້ນໍາປອມ, ຍ້ອນເຈດຕະນາດີ ແລະ ຄວາມຮັກທີ່ສັບສົນຂອງພວກເຂົາ ແລະ ຖືກຜັກດັນໂດຍຄວາມຄິດທີ່ເພີ້ຝັນຂອງພວກເຂົາເອງ, ປະຕິບັດຕໍ່ຜູ້ບໍ່ເຊື່ອ, ມານຮ້າຍ ແລະ ຄົນຮັບໃຊ້ຂອງຊາຕານເຫຼົ່ານີ້ຄືກັບອ້າຍເອື້ອຍນ້ອງ. ສະນັ້ນ, ພວກເຂົາຈຶ່ງສະແດງຄວາມຮັກ ແລະ ຄວາມມີນ້ຳໃຈອັນຍິ່ງໃຫຍ່ຕໍ່ພວກເຂົາ, ຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ. ຜົນກໍຄື ເພາະຜູ້ນໍາປອມໄດ້ຂະຫຍາຍການສະໜັບສະໜູນ, ການຊ່ວຍເຫຼືອ ແລະ ການນໍາພາຂອງພວກເຂົາໄປສູ່ຄົນເຫຼົ່ານັ້ນ, ອ້າຍເອື້ອຍນ້ອງທີ່ແທ້ຈິງ, ຜູ້ທີ່ພຣະເຈົ້າຕ້ອງການຊ່ວຍໃຫ້ລອດພົ້ນ, ຈຶ່ງຖືກລົບກວນຢ່າງໜັກ; ຊີວິດຄຣິສຕະຈັກບໍ່ສາມາດດຳເນີນໄປໃນເສັ້ນທາງທີ່ຖືກຕ້ອງໄດ້ເລີຍ ແລະ ອ້າຍເອື້ອຍນ້ອງກໍບໍ່ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງໄດ້ຢ່າງປົກກະຕິ ໂດຍບໍ່ມີການລົບກວນຈາກຄົນຊົ່ວຮ້າຍ. ນີ້ບໍ່ແມ່ນ “ຜົນງານ” ຂອງຜູ້ນໍາປອມບໍ? “ຜົນງານ” ຂອງພວກເຂົາຂ້ອນຂ້າງໂດດເດັ່ນຫຼາຍ: ບໍ່ພຽງແຕ່ພວກເຂົາລົ້ມເຫຼວໃນການປົກປ້ອງອ້າຍເອື້ອຍນ້ອງ, ແຕ່ພວກເຂົາຍັງໃຫ້ຄວາມເຄົາລົບ ແລະ ການປົກປ້ອງທີ່ບໍ່ສົມຄວນໄດ້ຮັບແກ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນ. ນີ້ບໍ່ແມ່ນການຂັດຂວາງວຽກງານຂອງຄຣິສຕະຈັກບໍ? ລັກສະນະຂອງຜູ້ນໍາປອມທີ່ເຮັດສິ່ງນີ້ຄືການຂັດຂວາງ, ແຕ່ພວກເຂົາຄິດວ່າພວກເຂົາກຳລັງຮັກສາວຽກງານຂອງຄຣິສຕະຈັກ ແລະ ຊ່ວຍເຫຼືອ ແລະ ສະໜັບສະໜູນຜູ້ທີ່ຖືກເລືອກຂອງພຣະເຈົ້າ. ພຣະເຈົ້າເບິ່ງການກະທຳເຫຼົ່ານີ້ຂອງຜູ້ນໍາປອມແນວໃດ? ພຣະເຈົ້າລັງກຽດພວກເຂົາ, ພຣະອົງລັງກຽດພວກເຂົາເປັນພິເສດ! ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແຕ່ສຸມໃສ່ການປົກປ້ອງຄົນຊົ່ວຮ້າຍ, ໂດຍເຮັດໜ້າທີ່ເປັນຄົນຮັບໃຊ້ຂອງຊາຕານ. ສິ່ງນີ້ເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກ ນັ້ນກໍຄື ຜູ້ທີ່ຮັກຄວາມຈິງ ບໍ່ສາມາດໄດ້ຮັບການສະໜັບສະໜູນ ແລະ ການລ້ຽງດູຂອງຄຣິສຕະຈັກ ເຖິງແມ່ນວ່າຈະດຳລົງຊີວິດຄຣິສຕະຈັກກໍຕາມ ແລະ ຕ້ອງການເຮັດໜ້າທີ່ຂອງພວກເຂົາ ແຕ່ກໍບໍ່ສາມາດຮັບປະກັນຄວາມປອດໄພຂອງພວກເຂົາໄດ້. ຜູ້ນໍາປອມບໍ່ຮັບຮູ້ເລື່ອງເຫຼົ່ານີ້ເລີຍ ແລະ ຄິດວ່າ “ຂ້ອຍປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນ, ແລ້ວເປັນຫຍັງພວກເຈົ້າຈຶ່ງຈົ່ມວ່າ? ຂ້ອຍຕ້ອງເຮັດຫຍັງແທ້ຈຶ່ງຈະເຮັດໃຫ້ພວກເຈົ້າພໍໃຈ? ນີ້ຄືຄວາມໝາຍຂອງການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ. ພວກເຈົ້າເປັນພຽງຄົນຊ່າງຕິ ແລະ ເອົາໃຈຍາກ! ແນວໃດກໍຕາມ, ຂ້ອຍກໍຮັບຜິດຊອບຕໍ່ພຣະເຈົ້າ; ຂ້ອຍກຳລັງເຮັດທຸກຢ່າງຕໍ່ໜ້າພຣະເຈົ້າ!” ການທີ່ພວກເຂົາສາມາດເວົ້າຄຳເວົ້າແບບນັ້ນອອກມາໄດ້ ບໍ່ແມ່ນວ່າພວກເຂົາເປັນຄົນທີ່ບໍ່ຍອມຮັບຟັງເຫດຜົນບໍ? ພວກເຂົາບໍ່ໄດ້ໂງ່ຈ້າຈົນເຖິງທີ່ສຸດບໍ? ພວກເຂົາເປັນຄົນທີ່ບໍ່ຍອມຮັບຟັງເຫດຜົນ ແລະ ໂງ່ຈ້າທີ່ສຸດແທ້ໆ. ເຮືອນຂອງພຣະເຈົ້າໂອ້ລົມທຸກມື້ກ່ຽວກັບວິທີທີ່ພຣະເຈົ້າຊ່ວຍໃຫ້ມະນຸດຊາດລອດພົ້ນ, ແຕ່ຜູ້ນໍາປອມບໍ່ເຄີຍເຂົ້າໃຈພຣະທຳຂອງພຣະເຈົ້າ. ພວກເຂົາຄິດວ່າບໍ່ວ່າຄົນຜູ້ນັ້ນຈະເປັນໃຜ, ບໍ່ວ່າແກ່ນແທ້ຂອງພວກເຂົາຈະເປັນແນວໃດ, ບໍ່ວ່າສິ່ງທີ່ພວກເຂົາເຮັດຈະຊົ່ວຮ້າຍສໍ່າໃດ ແລະ ບໍ່ວ່າຄວາມເປັນມະນຸດຂອງພວກເຂົາຈະປະສົງຮ້າຍສໍ່າໃດ, ພາຍໃຕ້ການຊີ້ນໍາຂອງພຣະທຳຂອງພຣະເຈົ້າ ແລະ ດ້ວຍການຊ່ວຍເຫຼືອສະໜັບສະໜູນດ້ວຍຄວາມຮັກຂອງຜູ້ຄົນ, ໃນທີ່ສຸດພວກເຂົາກໍຈະກັບໃຈ ແລະ ຫັນກັບຄືນ. ມຸມມອງນີ້ບໍ່ຜິດຢ່າງສິ້ນເຊີງບໍ? (ແມ່ນແລ້ວ.) ນອກຈາກຈະມີການຢັ່ງຮູ້ທີ່ຫຼອກລວງຢ່າງຮ້າຍແຮງຕໍ່ພຣະທຳຂອງພຣະເຈົ້າແລ້ວ, ຜູ້ນໍາປອມຍັງທຳທ່າວ່າເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ໂດຍຄິດໃນທາງດຽວ ແລະ ດຳເນີນການຕາມຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງ, ພວກເຂົາກໍສະແດງຄວາມມີນ້ຳໃຈ ແລະ ຄວາມຮັກຕໍ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ແລ້ວຜົນເປັນແນວໃດ? ໃນທີ່ສຸດພວກເຂົາກໍປົກປ້ອງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ກາຍເປັນຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ, ໃຫ້ໂອກາດ ແລະ ເປັນບໍ່ເກີດໃຫ້ພວກເຂົາຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກ. ໃນຂະນະດຽວກັນ, ອ້າຍເອື້ອຍນ້ອງທີ່ຕ້ອງການການປົກປ້ອງຢ່າງແທ້ຈິງກໍຖືກຜູ້ນໍາປອມບໍ່ໃສ່ໃຈ, ຜູ້ທີ່ບໍ່ເຄີຍຖາມພວກເຂົາວ່າ “ພວກເຈົ້າຮູ້ສຶກແນວໃດກ່ຽວກັບການມີຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຢູ່ໃນຄຣິສຕະຈັກ ແລະ ຜູ້ທີ່ລະບາຍຄວາມເປັນລົບ ແລະ ເຜີຍແຜ່ແນວຄິດ? ພວກເຈົ້າເຫັນດີນຳການໃຫ້ພວກເຂົາຢູ່ໃນຄຣິສຕະຈັກບໍ? ພວກເຈົ້າເຕັມໃຈທີ່ຈະເຮັດໜ້າທີ່ຂອງພວກເຈົ້າ ແລະ ດຳລົງຊີວິດຄຣິສຕະຈັກຮ່ວມກັບພວກເຂົາບໍ?” ພວກເຂົາບໍ່ເຄີຍຖາມວ່າ ອ້າຍເອື້ອຍນ້ອງຮູ້ສຶກແນວໃດກ່ຽວກັບເລື່ອງນີ້. ພວກເຈົ້າຄິດວ່າແນວໃດ ນັ້ນກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ບໍ່ໜ້າລັງກຽດຫຼາຍບໍ? ພວກເຂົາດຳເນີນການພາຍໃຕ້ຮົ່ມທຸງຂອງການເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ໂດຍມີຕຳແໜ່ງເຊັ່ນນັ້ນ, ແຕ່ທີ່ຈິງແລ້ວພວກເຂົາກຳລັງເຮັດວຽກງານປົກປ້ອງຊາຕານ ແລະ ຄົນຮັບໃຊ້ຂອງຊາຕານ. ມັນໜ້າເສົ້າໃຈແທ້ໆ! ຖ້າເຈົ້າເວົ້າວ່າຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ມີຄວາມສາມາດຕໍ່າ ແລະ ບໍ່ໄດ້ເຮັດວຽກງານຕົວຈິງ, ພວກເຂົາອາດຈະບໍ່ຍອມຮັບ. ພວກເຂົາຈະຮູ້ສຶກວ່າໄດ້ຮັບຄວາມບໍ່ເປັນທຳ, ໂດຍຄິດວ່າພວກເຂົາຫຍຸ້ງຢູ່ທຸກມື້ ແລະ ບໍ່ໄດ້ຢູ່ຊື່ໆ, ສະນັ້ນ ມັນຈະເປັນໄປໄດ້ແນວໃດທີ່ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ? ແຕ່ໂດຍອີງໃສ່ການສະແດງອອກຂອງພວກເຂົາ, ການທີ່ຮູ້ສຶກວ່າຄົນທັງສອງກຸ່ມມີຄວາມສຳຄັນ, ຄິດວ່າທັງສອງກຸ່ມຕ້ອງໄດ້ຮັບການປະຕິບັດຢ່າງເທົ່າທຽມກັນ, ໃຊ້ການປະຕິບັດທີ່ຍຸຕິທຳເປັນຂໍ້ອ້າງເພື່ອປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ຜູ້ທີ່ຂັດຂວາງ ແລະ ລົບກວນມາຂົ່ມເຫັງໃນຄຣິສຕະຈັກ ແລະ ປ່ອຍໃຫ້ການກະທຳທີ່ຊົ່ວຮ້າຍຕ່າງໆ ຄົງຢູ່ໃນຄຣິສຕະຈັກຕໍ່ໄປ ນັ້ນກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ແມ່ນຫຍັງ? ໂດຍອີງໃສ່ການສະແດງອອກຂອງພວກເຂົາ, ວິທີທາງ ແລະ ຫຼັກການໃນການເຮັດວຽກຂອງພວກເຂົາ ແລະ ແຮງຈູງໃຈໃນການເຮັດວຽກຂອງພວກເຂົາ, ພວກເຂົາຄືຜູ້ນໍາປອມ ແລະ ຄົນເບົາປັນຍາຢ່າງບໍ່ຕ້ອງສົງໄສ. ການເວົ້າແບບນີ້ຖືກຕ້ອງບໍ? (ແມ່ນແລ້ວ.)
ໃນສັງຄົມ, ບໍ່ວ່າຈະເປັນກຸ່ມຄົນ ຫຼື ຊົນຊັ້ນໃດກໍຕາມ, ພວກເຂົາບໍ່ໄດ້ແຍກແຍະລະຫວ່າງຄົນຊົ່ວຮ້າຍ ແລະ ຄົນດີ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ໄດ້ໂອ້ລົມກັນວ່າຊາຕານເຮັດໃຫ້ຜູ້ຄົນເສື່ອມເສຍແນວໃດ ຫຼື ແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມແມ່ນຫຍັງ; ພວກເຂົາເຖິງກັບບໍ່ໄດ້ແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ. ແຕ່ໃນເຮືອນຂອງພຣະເຈົ້າ, ທຸກສິ່ງທຸກຢ່າງແມ່ນອີງໃສ່ພຣະທຳຂອງພຣະເຈົ້າ; ຄວາມຈິງບໍ່ເຄີຍປ່ຽນແປງ ແລະ ພຣະທຳຂອງພຣະເຈົ້າກໍເຮັດໃຫ້ທຸກສິ່ງສຳເລັດ. ໃນຄຣິສຕະຈັກ, ຄົນທຸກປະເພດຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າ ແລະ ໂດຍທຳມະຊາດແລ້ວ ພວກເຂົາກໍຖືກຈັດຕາມແຕ່ລະປະເພດຂອງພວກເຂົາ. ຄົນທຸກປະເພດຄວນຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍອີງໃສ່ຄວາມເປັນມະນຸດ, ການສະແຫວງຫາ ແລະ ແກ່ນແທ້ຂອງພວກເຂົາ. ນີ້ແມ່ນການຈັດແບ່ງຄົນຕາມລະດັບບໍ? ມັນບໍ່ແມ່ນການຈັດແບ່ງຄົນຕາມລະດັບ, ແຕ່ເປັນການຈັດແບ່ງປະເພດພວກເຂົາ. ແຕ່ລະຄົນຄວນຖືກຈັດຕາມແຕ່ລະປະເພດຂອງພວກເຂົາ, ພວກເຂົາຄວນຖືກຈັດວາງໃນບ່ອນທີ່ພວກເຂົາຄວນຢູ່. ການປະປົນກັນແມ່ນເປັນສິ່ງທີ່ຍອມຮັບບໍ່ໄດ້; ການປະປົນກັນເປັນພຽງຊົ່ວຄາວ ແລະ ມີໄລຍະເວລາກຳນົດ. ຕົວຢ່າງ: ເມື່ອຕົ້ນເຂົ້າລະມານ ແລະ ຕົ້ນເຂົ້າສາລີປະປົນກັນຢູ່, ຖ້າການຖອນຕົ້ນເຂົ້າລະມານສົ່ງຜົນກະທົບຕໍ່ຕົ້ນເຂົ້າສາລີ ແລະ ອາດຈະເຮັດໃຫ້ຕົ້ນເຂົ້າສາລີຕາຍ, ແລ້ວຕົ້ນເຂົ້າລະມານກໍຈະຍັງບໍ່ທັນຖືກຖອນ. ແຕ່ການບໍ່ຖອນພວກມັນອອກກໍບໍ່ໄດ້ໝາຍຄວາມວ່າ ພວກມັນບໍ່ໄດ້ຖືກຈັດປະເພດ, ແລ້ວຄວນຖອນພວກມັນອອກເມື່ອໃດ? ໃນເວລາທີ່ເໝາະສົມ; ພຣະເຈົ້າຈະຈັດຕຽມເວລານັ້ນ. ຕອນນີ້ແມ່ນເວລາທີ່ແຕ່ລະຄົນຈະຖືກຈັດຕາມແຕ່ລະປະເພດຂອງພວກເຂົາ; ຄົນທຸກປະເພດຕ້ອງຖືກຈັດແບ່ງປະເພດ. ນີ້ຄືສິ່ງທີ່ຈຳເປັນ. ເປັນຫຍັງຈຶ່ງຕ້ອງເຮັດວຽກງານນີ້? ຈາກທັດສະນະທາງທິດສະດີ, ມັນມີພຣະທຳຂອງພຣະເຈົ້າເປັນພື້ນຖານ; ຈາກທັດສະນະຂອງສະຖານະການຕົວຈິງ, ມັນຈຳເປັນຕ້ອງເຮັດສິ່ງນີ້, ມັນມີຄຸນຄ່າທາງພາກປະຕິບັດ ແລະ ມັນເປັນສິ່ງສຳຄັນທີ່ຕ້ອງເຮັດເຊັ່ນນັ້ນ. ເມື່ອການຖອນຕົ້ນເຂົ້າລະມານບໍ່ສົ່ງຜົນກະທົບຕໍ່ຕົ້ນເຂົ້າສາລີ, ຕົ້ນເຂົ້າລະມານກໍຕ້ອງຖືກຖອນອອກ ແລະ ແຍກອອກຈາກຕົ້ນເຂົ້າສາລີ. ຖ້າຜູ້ບໍ່ເຊື່ອ ແລະ ຄົນຊົ່ວຮ້າຍ ນັ້ນກໍຄື ຜູ້ທີ່ເປັນຕົ້ນເຂົ້າລະມານ ຖືກປະຕິບັດຕໍ່ຄືກັບອ້າຍເອື້ອຍນ້ອງ, ມັນກໍບໍ່ຍຸຕິທຳຢ່າງຍິ່ງຕໍ່ອ້າຍເອື້ອຍນ້ອງທຸກຄົນທີ່ເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈ. ໃນດ້ານໜຶ່ງ, ຄົນເຫຼົ່ານີ້ມັກຈະຖືກລົບກວນ, ໄດ້ຮັບອິດທິພົນ ແລະ ຖືກທຳຮ້າຍໂດຍຄົນຊົ່ວຮ້າຍທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ໃນອີກດ້ານໜຶ່ງ, ບາງຄົນທີ່ມີຄວາມເຕີບໂຕໜ້ອຍກໍບໍ່ເຂົ້າໃຈຄວາມຈິງ ແລະ ຈະຖືກລະງັບ, ກາຍເປັນຄົນຄິດລົບ ແລະ ອ່ອນແອ ຫຼື ແມ່ນແຕ່ສະດຸດລົ້ມ ເມື່ອພວກເຂົາໄດ້ພົວພັນກັບຄົນຊົ່ວຮ້າຍທີ່ຂັດຂວາງ ແລະ ລົບກວນ. ຍິ່ງໄປກວ່ານັ້ນ, ທຸກສິ່ງທີ່ຜູ້ທີ່ຂັດຂວາງ ແລະ ລົບກວນເຮັດ ແລະ ທຸກຄຳທີ່ພວກເຂົາເວົ້າກໍນຳມາເຊິ່ງຄວາມວຸ້ນວາຍ, ຄວາມສັບສົນ ແລະ ສະຖານະການທີ່ບໍ່ເປັນລະບຽບ. ສະຖານະການທີ່ເປັນຈິງທີ່ສຸດກໍຄື ເມື່ອພວກເຂົາເຮັດໜ້າທີ່ ຫຼື ເຮັດວຽກງານບາງຢ່າງ, ພວກເຂົາກໍເຮັດຊົ່ວຕາມອຳເພີໃຈ ແລະ ບໍ່ປະຕິບັດຕາມຫຼັກການ, ຈົນເຮັດໃຫ້ເກີດການສິ້ນເປືອງກຳລັງຄົນ, ຊັບພະຍາກອນວັດຖຸ ແລະ ຊັບພະຍາກອນທາງການເງິນຢ່າງຫຼວງຫຼາຍ ໂດຍບໍ່ໄດ້ຮັບຜົນສຳເລັດໃດໆ. ໃນທີ່ສຸດ, ຈະເກີດຫຍັງຂຶ້ນ? ເມື່ອພວກເຂົາຖືກໄລ່ອອກ, ທຸກຄົນກໍຕ້ອງຊົດໃຊ້ຕໍ່ການກະທຳທີ່ຊົ່ວຮ້າຍຂອງພວກເຂົາ. ວຽກງານກໍຕ້ອງໄດ້ເຮັດໃໝ່ ແລະ ກຳລັງຄົນ, ຊັບພະຍາກອນວັດຖຸ, ເວລາ ແລະ ເຫື່ອແຮງອັນລ້ຳຄ່າທີ່ສຸດຂອງທຸກຄົນທີ່ໄດ້ໃຊ້ຈ່າຍໄປ ກ່ອນທີ່ບຸກຄົນເຫຼົ່ານັ້ນຈະຖືກໄລ່ອອກ ກໍສິ້ນເປືອງໄປ ຍ້ອນການກະທຳການຕາມອຳເພີໃຈຂອງພວກເຂົາ ແລະ ບໍ່ສາມາດຊົດເຊີຍໄດ້. ຜົນກະທົບໃນທາງລົບທີ່ພວກເຂົານຳມາສູ່ວຽກງານນີ້ແມ່ນໃຫຍ່ຫຼວງເກີນໄປ! ບໍ່ມີໃຜສາມາດແບກຮັບຄວາມຮັບຜິດຊອບນີ້ໄດ້. ເຖິງແມ່ນວ່າຈະເຮັດວຽກງານໄດ້ດີໃນພາຍຫຼັງ, ບໍ່ມີໃຜສາມາດຊົດເຊີຍຄວາມເສຍຫາຍທີ່ຜ່ານມາໄດ້. ບາງຄົນເວົ້າວ່າໃຫ້ພວກເຂົາຊົດໃຊ້ເປັນເງິນ; ສິ່ງນີ້ກໍຄວນຈະເຮັດເຊັ່ນກັນ, ແຕ່ເງິນຊື້ເວລາໄດ້ບໍ? ເງິນຊື້ເວລາ ແລະ ເຫື່ອແຮງຂອງອ້າຍເອື້ອຍນ້ອງໄດ້ບໍ ຫຼື ລາຄາຈິງໃຈທີ່ພວກເຂົາໄດ້ຈ່າຍໄປແລ້ວ? ບໍ່, ບໍ່ສາມາດຊື້ໄດ້, ສິ່ງເຫຼົ່ານັ້ນປະເມີນຄ່າບໍ່ໄດ້! ບໍ່ວ່າຈະມີຈັກຄົນທີ່ກໍ່ການຂັດຂວາງ ແລະ ການລົບກວນໃນຄຣິສຕະຈັກ, ຜົນສະທ້ອນກໍບໍ່ສາມາດປະເມີນໄດ້. ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງຈຳນວນຫຼວງຫຼາຍຈະໄດ້ຮັບຜົນກະທົບ. ຄວາມເສຍຫາຍນັ້ນໃຫຍ່ຫຼວງ ແລະ ບໍ່ສາມາດຊົດເຊີຍໄດ້. ຄວາມເສຍຫາຍຕໍ່ຊີວິດຂອງອ້າຍເອື້ອຍນ້ອງສາມາດຊົດເຊີຍໄດ້ບໍ? ໃຜຈະເປັນຜູ້ຊົດໃຊ້ຕໍ່ຄວາມເສຍຫາຍນີ້? ສະນັ້ນ, ຄົນຊົ່ວຮ້າຍເຫຼົ່ານີ້ຕ້ອງຖືກສະລ້າງອອກໄປ. ພວກເຂົາບໍ່ແມ່ນຄົນປະເພດດຽວກັນກັບອ້າຍເອື້ອຍນ້ອງທີ່ສະແຫວງຫາຄວາມຈິງ. ພວກເຂົາເປັນພັກພວກຂອງມານຮ້າຍ ແລະ ຊາຕານ ທີ່ເຂົ້າມາໃນເຮືອນຂອງພຣະເຈົ້າເພື່ອລົບກວນ ແລະ ທຳລາຍ. ຖ້າຄົນຊົ່ວຮ້າຍເຫຼົ່ານີ້ບໍ່ຖືກກຳຈັດອອກຈາກຄຣິສຕະຈັກ, ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດໃນຄຣິສຕະຈັກກໍຈະບໍ່ມີທາງໄດ້ຮັບປະກັນເລີຍ. ບໍ່ວ່າກຸ່ມໃດໜຶ່ງຈະປະກອບດ້ວຍຄົນຈັກຄົນກໍຕາມ, ຕາບໃດທີ່ມີພຽງຄົນດຽວໃນທ່າມກາງພວກເຂົາທີ່ກຳລັງຂັດຂວາງ ແລະ ລົບກວນ, ເຊິ່ງເປັນຄົນທີ່ເຮັດຊົ່ວຕາມອຳເພີໃຈ, ບໍ່ເຄີຍຈັດການເລື່ອງຕ່າງໆ ຕາມຫຼັກການ, ບໍ່ເຄີຍຍອມຮັບສິ່ງທີ່ເປັນບວກ ຫຼື ຄວາມຈິງ, ບໍ່ຟັງຄວາມໃຜ, ກະທຳການຕາມອຳເພີໃຈ ໂດຍບໍ່ສົນວ່າຕົນເອງຈະມີສະຖານະ ຫຼື ອຳນາດ ຫຼື ບໍ່ ແລະ ເປັນຊາຕານທີ່ມີຊີວິດ ໂດຍແກ່ນແທ້, ຕາບໃດທີ່ພວກເຂົາຍັງຢູ່ໃນຄຣິສຕະຈັກ, ບໍ່ຊ້າກໍໄວ ຄົນເຊັ່ນນັ້ນກໍຈະນຳການລົບກວນ ແລະ ການທຳລາຍອັນໃຫຍ່ຫຼວງມາສູ່ວຽກງານຂອງຄຣິສຕະຈັກ. ເມື່ອເຖິງມື້ທີ່ຕ້ອງກຳຈັດພວກເຂົາອອກ ແລະ ຈັດການກັບພວກເຂົາ, ຈະຕ້ອງໃຊ້ຄົນຈັກຄົນເພື່ອມາສະສາງຜົນສະທ້ອນທີ່ບໍ່ດີ ແລະ ສະຖານະການທີ່ບໍ່ເປັນລະບຽບທີ່ພວກເຂົາໄດ້ກໍ່ຂຶ້ນ! ສະນັ້ນ, ການກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ແມ່ນໜ້າວຽກສຳຄັນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບເອົາເປັນໜ້າທີ່ ແລະ ຕ້ອງບໍ່ໂລເລເດັດຂາດ. ແນວໃດກໍຕາມ, ຜູ້ນໍາປອມສະແດງຄວາມມີນ້ຳໃຈ ແລະ ຄວາມຮັກຕໍ່ຜູ້ທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່, ຫຼັບຫູຫຼັບຕາຕໍ່ການກະທຳທີ່ຊົ່ວຮ້າຍຂອງພວກເຂົາ, ອົດທົນ ແລະ ຍອມຮັບພວກເຂົາໃນຖານະອ້າຍເອື້ອຍນ້ອງ ແລະ ເຖິງກັບຖືວ່າຜູ້ທີ່ມີປະໂຫຍດຕໍ່ພວກເຂົາເປັນຄົນທີ່ມີຄວາມສາມາດພິເສດ ແລະ ເພາະປູກ ແລະ ນຳໃຊ້ພວກເຂົາ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມທີ່ບໍ່ດີ, ຜູ້ນໍາປອມກໍຊອກຫາຂໍ້ອ້າງເພື່ອແກ້ຕ່າງໃຫ້ພວກເຂົາ ແລະ ເຖິງກັບໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນດ້ວຍຄວາມຮັກແກ່ພວກເຂົາ. ໃນລະດັບໃດໜຶ່ງ, ນີ້ບໍ່ແມ່ນການຂັດຂວາງຢ່າງຕັ້ງໃຈບໍ? (ແມ່ນແລ້ວ.) ຜູ້ນໍາປອມກະທຳຕາມແນວຄິດຂອງຕົນເອງ ແລະ ຄວາມມີນ້ຳໃຈ ແລະ ຄວາມກະຕືລືລົ້ນຂອງຕົນເອງ, ໃນທີ່ສຸດກໍກໍ່ໃຫ້ເກີດບັນຫາອັນໃຫຍ່ຫຼວງແກ່ຄຣິສຕະຈັກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກ! ຖ້າຄົນຊົ່ວຮ້າຍເຫຼົ່ານີ້ມີອຳນາດ, ໄພພິບັດ ແລະ ຜົນສະທ້ອນທີ່ພວກເຂົານຳມາສູ່ຄຣິສຕະຈັກກໍບໍ່ສາມາດປະເມີນໄດ້.
ປັດຈຸບັນນີ້ມີລະບຽບການໃນເຮືອນຂອງພຣະເຈົ້າວ່າ ບໍ່ວ່າໃຜຈະກະທຳຄວາມຊົ່ວ, ຕາບໃດທີ່ມັນກໍ່ໃຫ້ເກີດຄວາມເສຍຫາຍແກ່ເຮືອນຂອງພຣະເຈົ້າ, ພວກເຂົາກໍຕ້ອງຊົດເຊີຍຕໍ່ສິ່ງນັ້ນ. ຖ້າຄວາມເສຍຫາຍໃຫຍ່ຫຼວງເກີນໄປ ແລະ ຜົນສະທ້ອນຮ້າຍແຮງ, ບັນຫາຈະສາມາດແກ້ໄຂໄດ້ພຽງແຕ່ການຊົດເຊີຍດ້ວຍເງິນບໍ? ຄວາມເສຍຫາຍບາງຢ່າງບໍ່ສາມາດທົດແທນໄດ້ດ້ວຍການຊົດເຊີຍທາງການເງິນໄດ້ ບໍ່ວ່າຈະເທົ່າໃດກໍຕາມ; ພວກມັນບໍ່ສາມາດແກ້ໄຂໄດ້ ແລະ ບໍ່ສາມາດເອົາຄືນໄດ້. ແຕ່ລະມື້ແມ່ນລ້ຳຄ່າ ແລະ ສຳຄັນຫຼາຍໃນຕອນນີ້. ເມື່ອມື້ໜຶ່ງຜ່ານໄປແລ້ວ, ເວລານັ້ນຈະສາມາດເອົາຄືນມາໄດ້ບໍ? ນັ້ນກໍບໍ່ສາມາດເອົາຄືນໄດ້ເຊັ່ນກັນ. ເປັນຫຍັງພວກເຮົາຈຶ່ງເວົ້າວ່າການພາດໂອກາດໃນບາງສິ່ງເປັນຄວາມເສຍໃຈໄປຕະຫຼອດຊີວິດ? ກໍແມ່ນຍ້ອນວ່າເວລາບໍ່ສາມາດຫວນຄືນໄດ້ຢ່າງແນ່ນອນ. ເຮົາເວົ້າເຊັ່ນນີ້ໝາຍຄວາມວ່າແນວໃດ? ມັນເປັນການດີທີ່ສຸດທີ່ຈະປ້ອງກັນບັນຫາກ່ອນທີ່ມັນຈະເກີດຂຶ້ນ, ແທນທີ່ຈະໃຊ້ເງິນເພື່ອແກ້ໄຂບັນຫາຫຼັງຈາກທີ່ພວກມັນເກີດຂຶ້ນແລ້ວ; ນີ້ຄືວິທີທີ່ດີທີ່ສຸດໃນການແກ້ໄຂບັນຫາ. “ລັອກປະຕູຄອກມ້າ ຫຼັງຈາກທີ່ມ້າແລ່ນໜີໄປແລ້ວ” ແມ່ນທາງເລືອກສຸດທ້າຍ. ມັນເປັນການດີທີ່ສຸດທີ່ຈະເຮັດວຽກງານປ້ອງກັນ ກ່ອນທີ່ສິ່ງຕ່າງໆ ຈະເກີດຂຶ້ນ. ນີ້ໝາຍຄວາມວ່າ ກ່ອນທີ່ຈະເກີດການຂັດຂວາງ ຫຼື ການລົບກວນໃດໆ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີການແຍກແຍະທີ່ຊັດເຈນ ແລະ ຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບຄົນປະເພດຕ່າງໆ ໃນຄຣິສຕະຈັກ ແລະ ສັງເກດຢ່າງລະມັດລະວັງ ແລະ ກຳແໜ້ນສະພາວະ, ອຸປະນິໄສ ແລະ ການສະແຫວງຫາຂອງຄົນປະເພດຕ່າງໆ ໂດຍທັນທີ, ຕະຫຼອດຈົນທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາໃນຂະນະທີ່ປະຕິບັດໜ້າທີ່, ເພື່ອຮັບປະກັນວ່າອ້າຍເອື້ອຍນ້ອງທຸກຄົນມີຊີວິດຄຣິສຕະຈັກທີ່ເປັນປົກກະຕິ ແລະ ມີສະພາບແວດລ້ອມສຳລັບການປະຕິບັດໜ້າທີ່ຂອງພວກເຂົາ. ດ້ວຍວິທີນີ້, ວຽກງານຂອງຄຣິສຕະຈັກກໍຈະສາມາດດຳເນີນໄປຢ່າງເປັນລະບຽບ. ສິ່ງເຫຼົ່ານີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ແນ່ນອນວ່າ ຜູ້ນໍາປອມບໍ່ມີຄວາມສາມາດພໍທີ່ຈະເຮັດວຽກງານນີ້ໄດ້; ພວກເຂົາເປັນຄົນເບົາປັນຍາ ແລະ ເປັນຄົນໄຮ້ປະໂຫຍດ. ຕອນນີ້ ພວກເຂົາມີແນວຄິດທີ່ສະຫຼາດວ່າ: “ຜູ້ໃດທີ່ບໍ່ປະຕິບັດຕາມຫຼັກການ ແລະ ເຮັດວຽກງານຜິດພາດຈະຖືກປັບໃໝ! ຖ້າພວກຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງຜິດ, ພວກເຂົາກໍຈະຖືກປັບໃໝ!” ພວກເຂົາຄິດວ່າການອອກຄຳສັ່ງປັບໃໝແມ່ນທາງອອກທີ່ດີທີ່ສຸດ ແລະ ເປັນຫຼັກການຂອງການປະຕິບັດທີ່ດີທີ່ສຸດ. ຖ້າທຸກບັນຫາສາມາດແກ້ໄຂໄດ້ດ້ວຍການອອກຄຳສັ່ງປັບໃໝ, ການໄລ່ຕາມຄວາມຈິງຈະມີປະໂຫຍດຫຍັງ? ເປັນຫຍັງຜູ້ນໍາປອມຈຶ່ງຖືກເອີ້ນວ່າ ປອມ? ກໍຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາຖືວ່າການປະຕິບັດຕາມລະບຽບເປັນການປະຕິບັດຄວາມຈິງ ແລະ ຖືວ່າຄຳເວົ້າ ແລະ ຫຼັກຄຳສອນທີ່ພວກເຂົາເຂົ້າໃຈເປັນຄວາມຈິງ ແລະ ເມື່ອມີເຫດການເກີດຂຶ້ນ, ພວກເຂົາກໍບໍ່ສາມາດຊອກຫາຫຼັກການ ຫຼື ທິດທາງທີ່ຖືກຕ້ອງໂດຍເດັດຂາດ ແລະ ບໍ່ສາມາດແກ້ໄຂບັນຫາຈາກຮາກເຫງົ້າໄດ້. ພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ບໍ່ສາມາດຮູ້ສຶກເຖິງສິ່ງທີ່ພຣະເຈົ້າໝາຍເຖິງໄດ້ເລີຍ ແຕ່ກໍຍັງຢາກເຮັດວຽກ ແລະ ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຊ່າງໂງ່ຈ້າແທ້ໆ! ໃນດ້ານນີ້, ການສະແດງອອກຫຼັກຂອງຜູ້ນໍາປອມແມ່ນຫຍັງ? ພວກເຂົາບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄົນປະເພດຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ບໍ່ສາມາດຈັດແບ່ງປະເພດພວກເຂົາ ແລະ ແນ່ນອນວ່າບໍ່ສາມາດປະຕິບັດຕໍ່ ແລະ ຈັດການກັບພວກເຂົາຕາມຫຼັກການໄດ້. ໃນຈິດໃຈຂອງຜູ້ນໍາປອມ, ສິ່ງທັງໝົດນີ້ແມ່ນຄວາມສັບສົນວຸ້ນວາຍ. ພວກເຂົາຄາດເດົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງໝາຍເຖິງ ໂດຍອີງໃສ່ຄວາມກະຕືລືລົ້ນ ແລະ ແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ. ໃນເວລາດຽວກັນ, ພວກເຂົາກໍບັງຄັບຄວາມມີນ້ຳໃຈ, ຄວາມກະຕືລືລົ້ນ ແລະ ຈິນຕະນາການ ແລະ ແນວຄິດສ່ວນຕົວຂອງພວກເຂົາໃສ່ພຣະເຈົ້າ, ໂດຍເຊື່ອວ່າສິ່ງເຫຼົ່ານີ້ສອດຄ່ອງກັບຄວາມຈິງ, ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ສາມາດເປັນຕົວແທນຂອງສິ່ງທີ່ພຣະເຈົ້າປາຖະໜາ. ດັ່ງນັ້ນ, ພວກເຂົາຈຶ່ງເພິ່ງພາສິ່ງເຫຼົ່ານີ້ເພື່ອເຮັດວຽກ ແລະ ນໍາພາຜູ້ຄົນທີ່ພຣະເຈົ້າເລືອກ. ນີ້ຄືການສະແດງອອກຫຼັກຂອງຜູ້ນໍາປອມ. ພວກເຮົາຈະຈົບການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກທີສອງຂອງຜູ້ນໍາປອມໄວ້ພຽງເທົ່ານີ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?