ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20) ສ່ວນທີ ສີ່
II. ຜູ້ນໍາປອມບໍ່ຈັດການກັບຄົນທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຕາມຫຼັກການ
ກ່ຽວກັບໜ້າວຽກທີສອງທີ່ໄດ້ກ່າວໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຮົາຈະເປີດໂປງ ແລະ ໄຈ້ແຍກການສຳແດງອອກຂອງຜູ້ນໍາປອມ. ໜ້າວຽກທີສອງກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກຄວນໃຊ້ຫຼັກການຄວາມຈິງ ເພື່ອແກ້ໄຂບັນຫາໂດຍທັນທີ ເມື່ອພົບເຫັນພວກມັນ. ເຖິງຢ່າງໃດກໍຕາມ, ຜູ້ນໍາປອມກໍບໍ່ມີຄວາມສາມາດໃນໜ້າວຽກນີ້ເຊັ່ນກັນ. ສະນັ້ນ, ການສະແດງອອກຢ່າງທີສອງຂອງຜູ້ນໍາປອມທີ່ພວກເຮົາຈະໄຈ້ແຍກກໍຄື ພວກເຂົາບໍ່ຮູ້ຈັກຫຼັກການໃນການຈັດການກັບບັນດາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ. ເມື່ອຜູ້ນໍາປອມເຂົ້າຮ່ວມໃນຊີວິດຄຣິສຕະຈັກ, ພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາບໍ່ເຄີຍເຂົ້າໃຈຄວາມໝາຍຂອງພຣະທຳຂອງພຣະເຈົ້າ, ບໍ່ເຄີຍກຳແໜ້ນຫຼັກການຂອງທຸກສິ່ງທີ່ພຣະເຈົ້າກ່າວ ແລະ ບໍ່ຮູ້ຈັກຫຼັກການ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງສຳລັບເລື່ອງຕ່າງໆ. ສິ່ງນີ້ຍິ່ງພິສູດໃຫ້ເຫັນວ່າ ຜູ້ນໍາປອມຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ມີຄວາມສາມາດທີ່ຕໍ່າຫຼາຍ. ບາງຄົນເວົ້າວ່າ “ເຈົ້າຈະເວົ້າໄດ້ແນວໃດວ່າຄວາມສາມາດຂອງພວກເຂົາຕໍ່າ? ພວກເຂົາເຮັດອາຫານເກັ່ງຫຼາຍ, ແຕ່ງຕົວແບບມີສະໄຕລ໌ ແລະ ເວົ້າຈາຢ່າງມ່ວນຫູ ເມື່ອພົວພັນກັບຄົນອື່ນ; ທຸກຄົນມັກຟັງພວກເຂົາ”. ຮູບຮ່າງພາຍນອກຂອງຄົນເຮົາສາມາດເປັນຕົວແທນເຖິງແກ່ນແທ້ຂອງພວກເຂົາໄດ້ບໍ? ການທີ່ສາມາດເຮັດສິ່ງພາຍນອກບາງຢ່າງໄດ້ດີໝາຍຄວາມວ່າ ພວກເຂົາມີຄວາມສາມາດທີ່ດີບໍ? ເພື່ອປະເມີນ, ວັດແທກ ແລະ ກຳນົດລັກສະນະຂອງສິ່ງໃດກໍຕາມ, ຈະຕ້ອງມີມາດຕະຖານທີ່ຖືກຕ້ອງຢູ່ສະເໝີ. ເພື່ອວັດແທກຄວາມສາມາດຂອງຜູ້ຄົນ, ມາດຕະຖານກໍຄືວ່າການຢັ່ງຮູ້ຂອງພວກເຂົາຕໍ່ພຣະທຳຂອງພຣະເຈົ້ານັ້ນບໍລິສຸດ ຫຼື ບໍ່. ການກ່າວວ່າຄົນເຫຼົ່ານີ້ມີຄວາມສາມາດຕໍ່າ ແມ່ນໝາຍເຖິງການຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງຂອງພວກເຂົາເປັນຫຼັກ. ພວກເຮົາວັດແທກຄວາມສາມາດຂອງບຸກຄົນໃດໜຶ່ງ ໂດຍອີງໃສ່ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າຂອງພວກເຂົາ. ສິ່ງນີ້ບໍ່ແມ່ນພາວະວິໄສ ແລະ ເປັນທຳຫຼາຍບໍ? (ແມ່ນແລ້ວ.) ໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ຖ້າເຈົ້າບໍ່ສາມາດເຂົ້າໃຈພຣະທຳຂອງພຣະຜູ້ສ້າງໄດ້, ເຈົ້າມີຄວາມສາມາດແບບໃດກັນ? ເຈົ້າມີຈິດໃຈທີ່ໃຊ້ງານໄດ້ຈິງບໍ? ຄົນເຊັ່ນນັ້ນຂາດຄວາມສາມາດຂອງມະນຸດ; ຄວາມສາມາດຂອງພວກເຂົາຕໍ່າຫຼາຍຈົນເຖິງຂັ້ນທີ່ພວກເຂົາບໍ່ສາມາດເຂົ້າໃຈ ແມ່ນແຕ່ພຣະທຳຂອງພຣະເຈົ້າ, ຄົນເຊັ່ນນັ້ນຈະສາມາດໄດ້ຮັບຄວາມຈິງ ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າໄດ້ບໍ?
ຕອນນີ້ ພວກເຮົາຈະໂອ້ລົມ ແລະ ໄຈ້ແຍກການສະແດງອອກຢ່າງທີສອງຂອງຜູ້ນໍາປອມ. ຜູ້ນໍາປອມບໍ່ຮູ້ວິທີຈັດການກັບຜູ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ບໍ່ສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ໄດ້. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຜູ້ນໍາປອມມີຄວາມສາມາດຕໍ່າ, ຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ. ຕົວຢ່າງ: ມີຄົນໜຶ່ງທີ່ດື້ດ້ານຕໍ່ຕ້ານຜູ້ນໍາຢູ່ສະເໝີ ບໍ່ວ່າຜູ້ນໍານັ້ນຈະເປັນໃຜກໍຕາມ. ຜູ້ນໍາປອມກໍສາມາດສັງເກດເຫັນໄດ້ວ່າຄົນຜູ້ນີ້ມີບັນຫາ ແລະ ຮູ້ສຶກວ່າພວກເຂົາເບິ່ງຄືກັບຄົນຊົ່ວຮ້າຍ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາສາມາດກວດພົບຕົວຊີ້ບອກບາງຢ່າງກ່ຽວກັບສິ່ງຕ່າງໆ ເຊິ່ງກໍບໍ່ແມ່ນເລື່ອງທີ່ບໍ່ດີປານໃດ. ແຕ່ຖ້າເຈົ້າຖາມພວກເຂົາວ່າ “ແມ່ນຫຍັງທີ່ເຮັດໃຫ້ເຈົ້າເວົ້າວ່າ ພວກເຂົາເບິ່ງຄືກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ? ມີການສະແດງອອກທີ່ສະເພາະເຈາະຈົງເປັນຫຼັກຖານບໍ? ເຈົ້າສາມາດກຳນົດໄດ້ບໍວ່າ ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ ພຽງແຕ່ຍ້ອນວ່າພວກເຂົາດື້ດ້ານຕໍ່ຕ້ານຜູ້ນໍາຢູ່ສະເໝີ ບໍ່ວ່າຜູ້ນໍານັ້ນຈະເປັນໃຜກໍຕາມ? ພຽງເທົ່ານັ້ນມັນບໍ່ພຽງພໍທີ່ຈະກຳນົດລັກສະນະຂອງພວກເຂົາແບບນັ້ນ; ມັນເປັນພຽງເລື່ອງຂອງອຸປະນິໄສ, ເປັນບັນຫາຂອງຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳ. ພວກເຂົາມີທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາເປັນຄົນທີ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງບໍ? ພວກເຂົາໄດ້ລົບກວນວຽກງານຂອງຄຣິສຕະຈັກບໍ? ພວກເຂົາໄດ້ກ່າວໂທດຜູ້ນໍາ ແລະ ຜູ້ເຮັດວຽກທັງໝົດວ່າເປັນຜູ້ນໍາປອມ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາໄດ້ເຮັດສິ່ງເຫຼົ່ານີ້ແລ້ວບໍ?” ພວກເຂົາຕອບວ່າ “ເບິ່ງຄືວ່າພວກເຂົາໄດ້ເຮັດແລ້ວ”. ຖ້າເຈົ້າຖາມຕໍ່ໄປວ່າ “ແລ້ວພວກເຮົາຄວນກຳນົດລັກສະນະ ແລະ ຈັດການກັບພວກເຂົາແນວໃດ?” ພວກເຂົາກໍຕອບວ່າ ພວກເຂົາບໍ່ຮູ້. ຖ້າເຈົ້າຖາມວ່າ “ສຳລັບຄົນປະເພດນີ້, ພວກເຮົາຄວນຕັກເຕືອນພວກເຂົາ ແລະ ເປີດໂປງພວກເຂົາ ເພື່ອຊ່ວຍໃຫ້ອ້າຍເອື້ອຍນ້ອງພັດທະນາຄວາມສາມາດແຍກແຍະ?” ພວກເຂົາກໍຍັງບໍ່ຮູ້. ນີ້ຄືກໍລະນີຂອງການບໍ່ຮູ້ເລື່ອງຫຍັງເລີຍ ແລະ ບໍ່ສາມາດເບິ່ງທະລຸສິ່ງໃດໄດ້. ພວກເຂົາສາມາດສັງເກດເຫັນຕົວຊີ້ບອກບາງຢ່າງໄດ້ ແຕ່ບໍ່ຮູ້ວິທີກຳນົດລັກສະນະ ຫຼື ຈັດການກັບຄົນເຊັ່ນນັ້ນຕາມຫຼັກການ. ພວກເຂົາສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ບໍ? ພວກເຂົາສາມາດຊ່ວຍໃຫ້ຜູ້ຄົນທີ່ພຣະເຈົ້າເລືອກຮຽນຮູ້ບົດຮຽນໄດ້ບໍ? ເນື່ອງຈາກບຸກຄົນດັ່ງກ່າວເປັນຄົນຊົ່ວຮ້າຍ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິສ, ບໍ່ຊ້າກໍໄວພວກເຂົາກໍຈະຖືກຂັບໄລ່ອອກໄປ. ແນວໃດກໍຕາມ, ຖ້າເຈົ້າກຳຈັດພວກເຂົາອອກ ຫຼື ແຍກພວກເຂົາອອກໄປກ່ອນທີ່ພວກເຂົາຈະກະທຳຄວາມຊົ່ວຮ້າຍບາງຢ່າງ, ພວກເຂົາກໍຈະສະແດງການຕໍ່ຕ້ານ ແລະ ອ້າຍເອື້ອຍນ້ອງກໍຈະບໍ່ສາມາດເຂົ້າໃຈໄດ້ວ່າ ເປັນຫຍັງເຈົ້າຈຶ່ງເຮັດແບບນັ້ນ. ສະນັ້ນ, ມັນຈຶ່ງຈຳເປັນຕ້ອງປ່ອຍໃຫ້ພວກເຂົາສະແດງຝີມືເປັນໄລຍະເວລາໜຶ່ງ. ເມື່ອການກະທຳທີ່ຊົ່ວຮ້າຍຂອງພວກເຂົານັບມື້ນັບປາກົດຊັດເຈນຂຶ້ນ ແລະ ພວກເຂົາເລີ່ມເຜີຍແຜ່ຄຳເວົ້າຜິດໆ ແລະ ຂ່າວລືທີ່ບໍ່ມີຄວາມຈິງ, ນໍາພາຢ່າງຜິດໆ ແລະ ພະຍາຍາມຊັກຊວນອ້າຍເອື້ອຍນ້ອງ, ແຂ່ງຂັນຍາດຊີງອຳນາດ ແລະ ອິດທິພົນ, ສ້າງຕັ້ງອານາຈັກອິດສະຫຼະ ແລະ ພະຍາຍາມທຳລາຍວຽກງານຂອງຄຣິສຕະຈັກ, ຄົນສ່ວນໃຫຍ່ກໍຈະສາມາດເຫັນທຳມະຊາດ-ແກ່ນແທ້ຂອງພວກເຂົາໄດ້ຢ່າງຊັດເຈນ ແລະ ໂດຍທຳມະຊາດແລ້ວ ພວກເຂົາກໍຈະສາມາດຢືນຂຶ້ນເພື່ອເປີດໂປງ, ແຍກແຍະ ແລະ ປະຕິເສດພວກເຂົາ. ຈາກນັ້ນ, ເຈົ້າກໍສາມາດກຳຈັດພວກເຂົາອອກ ແລະ ຈັດການກັບພວກເຂົາຕາມຫຼັກການຄວາມຈິງ. ມີພຽງການເຮັດວຽກແບບນີ້ເທົ່ານັ້ນ ຈຶ່ງຈະຊ່ວຍໃຫ້ອ້າຍເອື້ອຍນ້ອງພັດທະນາການແຍກແຍະໄດ້. ຜູ້ນໍາປອມສາມາດຈັດການ ແລະ ແກ້ໄຂບັນຫາດ້ວຍວິທີນີ້ໄດ້ບໍ? ຜູ້ນໍາປອມຂາດຄວາມສາມາດ ແລະ ສະຕິປັນຍານີ້. ເຈົ້າເຫັນຜູ້ນໍາປອມຄົນໃດທີ່ສາມາດຈັດການກັບຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສໂດຍທັນທີໄດ້ບໍ? ບໍ່ມີຈັກຄົນ. ສະນັ້ນ, ຜູ້ນໍາປອມຈະບໍ່ປົກປ້ອງອ້າຍເອື້ອຍນ້ອງຈາກການລົບກວນຂອງຄົນຊົ່ວຮ້າຍ ແລະ ການນໍາພາຢ່າງຜິດໆ ຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງເດັດຂາດ. ຜູ້ນໍາປອມສ່ວນໃຫຍ່ບໍ່ພຽງແຕ່ບໍ່ຮູ້ຈັກຕົນເອງຫຼັງຈາກຖືກໄລ່ອອກ, ແຕ່ພວກເຂົາຍັງຈົ່ມວ່າຫຼາຍ, ໂດຍຈົ່ມວ່າເຮືອນຂອງພຣະເຈົ້າບໍ່ຍຸຕິທຳຕໍ່ພວກເຂົາ, ໂດຍກ່າວວ່າມັນຄືກັບ “ການຂ້າລາຫຼັງຈາກທີ່ໃຊ້ບັນທຸກໝາກຫີນແລ້ວ”, ໂດຍອ້າງວ່າພວກເຂົາໄດ້ອອກແຮງ ແຕ່ບໍ່ໄດ້ຮັບຄວາມຂອບໃຈ ແລະ ຖືກໃສ່ຮ້າຍ. ຖ້າເຈົ້າເປີດໂປງພວກເຂົາວ່າເປັນຜູ້ນໍາປອມ, ພວກເຂົາກໍຍັງຄົງດື້ດ້ານ, ໂດຍຄິດວ່າ: “ຂ້າພະເຈົ້າຮັບໃຊ້ເປັນຜູ້ນໍາຫຼາຍປີ; ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຫຍັງສໍາເລັດ, ຢ່າງໜ້ອຍຂ້າພະເຈົ້າກໍໄດ້ອົດທົນຜ່ານຄວາມຍາກລຳບາກ. ເປັນຫຍັງຂ້າພະເຈົ້າຈຶ່ງຖືກໄລ່ອອກ? ນີ້ຄືການຂ້າລາຫຼັງຈາກທີ່ໃຊ້ບັນທຸກໝາກຫີນແລ້ວ!” ບໍ່ວ່າເຈົ້າຈະເປີດໂປງພວກເຂົາແນວໃດ, ພວກເຂົາກໍຍັງຄົງດື້ດ້ານ. ພວກເຂົາເຖິງກັບເວົ້າວ່າ “ເມື່ອຂ້ອຍພົບເຫັນຜູ້ຕໍ່ຕ້ານພຣະຄຣິສ, ຂ້ອຍຈະກະວົນກະວາຍຫຼາຍຈົນຂ້ອຍມັກຈະເປັນຕຸ່ມພອງໃນປາກ ແລະ ນອນບໍ່ຫຼັບ. ຂ້ອຍຈະມີພາລະເຊັ່ນນີ້ໄດ້ແນວໃດ ຖ້າຂ້ອຍເປັນຜູ້ນໍາປອມ?” ພວກເຂົາບໍ່ໄດ້ເຮັດວຽກທີ່ຈຳເປັນໃດໆເລີຍ, ບໍ່ມີຄວາມສາມາດທີ່ຈະເຮັດວຽກໃດໆ ໄດ້ ແລະ ບໍ່ຮູ້ແມ່ນແຕ່ສິ່ງທີ່ຕ້ອງເຮັດ, ແຕ່ພວກເຂົາກໍຍັງຊົມເຊີຍຕົນເອງໄດ້. ສິ່ງນີ້ບໍ່ແມ່ນບັນຫາບໍ? ມັນຊ່າງໜ້າລັງກຽດສໍ່າໃດ!
ກ່ຽວກັບບັນຫາຕ່າງໆ ທີ່ເກີດຂຶ້ນໃນຄຣິສຕະຈັກ, ຜູ້ນໍາປອມຮູ້ຢ່າງແຈ່ມແຈ້ງວ່າ ພວກມັນມີລັກສະນະເປັນການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ແຕ່ພວກເຂົາກໍບໍ່ໃສ່ໃຈ. ເມື່ອພວກເຂົາເຫັນບັນຫາທີ່ຊັດເຈນ, ພວກເຂົາພຽງແຕ່ເຮັດແບບພໍເປັນພິທີ ແລະ ບໍ່ກ້າເປີດໂປງບັນຫາທີ່ສຳຄັນ, ເປັນແກ່ນແທ້. ພວກເຂົາພຽງແຕ່ເວົ້າອ້ອມຄ້ອມ ແລະ ໃຫ້ຄຳຕັກເຕືອນບາງຢ່າງ ໂດຍເທດສະໜາຫຼັກຄຳສອນໂດຍບໍ່ໄດ້ແກ້ໄຂບັນຫາຢ່າງເປັນຈິງ ແລະ ມັນມີພຽງເທົ່ານັ້ນ. ເມື່ອພົບພໍ້ກັບຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈົນປັນຍາ, ໂດຍມີທ່າທີບໍ່ສົນໃຈຄືກັບວ່າມັນບໍ່ກ່ຽວຂ້ອງກັບພວກເຂົາ. ພວກເຂົາບໍ່ຮູ້ວິທີທີ່ເໝາະສົມທີ່ສຸດ ໃນການຈັດການກັບບັນຫາເຫຼົ່ານີ້, ບໍ່ຮູ້ວ່າຈະເວົ້າຫຍັງກໍຕາມເພື່ອແກ້ໄຂບັນຫາ, ບໍ່ຮູ້ວິທີປົກປ້ອງອ້າຍເອື້ອຍນ້ອງ ແລະ ບໍ່ມີພາລະໃດໆ. ທັງໝົດທີ່ພວກເຂົາມີກໍຄືເຈດຕະນາດີເລັກນ້ອຍ: “ຂ້ອຍຮູ້ວ່າເຈົ້າເປັນຄົນຊົ່ວຮ້າຍ. ຂ້ອຍຈະບໍ່ໃຫ້ເຈົ້າລົບກວນ ແລະ ທຳຮ້າຍອ້າຍເອື້ອຍນ້ອງ. ຕາບໃດທີ່ຂ້ອຍຢູ່ໃນຕຳແໜ່ງນີ້, ຂ້ອຍຕ້ອງປົກປ້ອງອ້າຍເອື້ອຍນ້ອງ ແລະ ເຮັດໜ້າທີ່ຮັບຜິດຊອບຂອງຂ້ອຍຈົນເຖິງທີ່ສຸດ”. ສິ່ງນີ້ມີປະໂຫຍດຫຍັງ? ເຈົ້າໄດ້ແກ້ໄຂບັນຫາແລ້ວບໍ? ໃນຂະນະທີ່ເຈົ້າກຳລັງຫຍຸ້ງຢູ່ກັບຄວາມກະວົນກະວາຍ, ຜູ້ຕໍ່ຕ້ານພຣະຄຣິສຈະຢູ່ຊື່ໆ ບໍ? ພວກເຂົາຈະຢຸດລົບກວນວຽກງານຂອງຄຣິສຕະຈັກບໍ? ເມື່ອພວກເຂົາເຫັນວ່າ ເຈົ້າເປັນຜູ້ນໍາທີ່ໄຮ້ປະໂຫຍດ ແລະ ຂີ້ຢ້ານ, ເປັນຄົນບໍ່ໄດ້ເລື່ອງທີ່ບໍ່ມີສະຕິປັນຍາ ແລະ ແນ່ນອນວ່າບໍ່ມີຄວາມສາມາດໃນການເຮັດວຽກ, ພວກເຂົາຈະບໍ່ຈິງຈັງກັບເຈົ້າເລີຍ. ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍສ່ວນໃຫຍ່ມີເລ່ຫຼ່ຽມ ແລະ ແຝງຊົ່ວເປັນພິເສດ. ພວກເຂົານໍາພາຢ່າງຜິດໆ ແລະ ລົບກວນອ້າຍເອື້ອຍນ້ອງ ແລະ ເຈົ້າບໍ່ມີທາງທີ່ຈະຢຸດຢັ້ງ ຫຼື ຈຳກັດພວກເຂົາໄດ້. ທັງເຈົ້າບໍ່ຮູ້ວ່າຈະຂໍຄວາມຊ່ວຍເຫຼືອຈາກໃຜ ເພື່ອແກ້ໄຂບັນຫາ; ເຈົ້າເປັນພຽງແຕ່ຄົນທີ່ກະວົນກະວາຍ ແລະ ຮ້ອນໃຈ, ຮ້ອງໄຫ້ໃນຂະນະທີ່ເຈົ້າອະທິຖານ. ເຈົ້າເບິ່ງຄືໜ້າເວດທະນາ; ມັນເບິ່ງຄືວ່າ ເຈົ້າຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ເປັນຫ່ວງເປັນໄຍອ້າຍເອື້ອຍນ້ອງຫຼາຍ. ແມ່ນແຕ່ກັບຄົນຊົ່ວຮ້າຍທີ່ເຫັນໄດ້ຊັດເຈນເຊັ່ນພວກຕໍ່ຕ້ານພຣະຄຣິສ, ເຈົ້າກໍບໍ່ສາມາດຈັດການກັບພວກເຂົາໄດ້. ເຈົ້າບໍ່ສາມາດໄຈ້ແຍກການກະທຳ ແລະ ພຶດຕິກຳຂອງພວກຕໍ່ຕ້ານພຣະຄຣິສຕາມຄວາມຈິງໄດ້, ທັງບໍ່ສາມາດເປີດໂປງເຈດຕະນາ, ແຮງຈູງໃຈ ແລະ ພຶດຕິກຳຂອງພວກຕໍ່ຕ້ານພຣະຄຣິສຕໍ່ສາທາລະນະ ເພື່ອຊ່ວຍໃຫ້ອ້າຍເອື້ອຍນ້ອງພັດທະນາການແຍກແຍະໄດ້. ເຈົ້າບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ເລີຍ. ຜູ້ນໍາປອມບາງຄົນເຖິງກັບເວົ້າວ່າ “ບໍ່ມີໃຜຄວນເປີດໂປງພວກຕໍ່ຕ້ານພຣະຄຣິສ. ຖ້າອ້າຍເອື້ອຍນ້ອງຮູ້ວ່າ ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຫຼີກລ່ຽງພວກເຂົາ, ພວກຕໍ່ຕ້ານພຣະຄຣິສກໍຈະສະແຫວງຫາການແກ້ແຄ້ນ”. ນີ້ບໍ່ແມ່ນການເປັນຄົນຂີ້ຂາດໄຮ້ປະໂຫຍດບໍ? ຄົນເຊັ່ນນີ້ສາມາດຈັດການວຽກງານຄຣິສຕະຈັກໄດ້ບໍ? ພວກເຂົາສາມາດປົກປ້ອງອ້າຍເອື້ອຍນ້ອງ ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດຄຣິສຕະຈັກທີ່ເປັນປົກກະຕິໄດ້ບໍ? ນີ້ແມ່ນວິທີການແກ້ໄຂບັນຫາປະເພດໃດກັນ? ເມື່ອບໍ່ມີຫຍັງເກີດຂຶ້ນ, ພວກເຂົາສາມາດເທດສະໜາຫຼັກຄຳສອນຢູ່ບໍ່ຢຸດ, ແຕ່ເມື່ອມີບາງຢ່າງເກີດຂຶ້ນ, ພວກເຂົາກໍສັບສົນ ແລະ ມຶນງົງ, ເຮັດໄດ້ພຽງແຕ່ຮ້ອງໄຫ້. ພວກເຂົາບໍ່ແມ່ນຄົນຂີ້ຢ້ານທີ່ໄຮ້ປະໂຫຍດບໍ? ເມື່ອເຫັນອ້າຍເອື້ອຍນ້ອງຖືກນໍາພາຢ່າງຜິດໆ ໂດຍພວກຕໍ່ຕ້ານພຣະຄຣິສ ແລະ ຖືກລົບກວນໂດຍຄົນຊົ່ວຮ້າຍ, ພວກເຂົາກໍຈົນປັນຍາ ໂດຍບໍ່ມີທາງຕອບໂຕ້. ພວກເຂົາບໍ່ຮູ້ແມ່ນແຕ່ສິ່ງທີ່ເປັນພື້ນຖານທີ່ສຸດໃນການສາມັກຄີກັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ ຜູ້ທີ່ຂ້ອນຂ້າງມີຄວາມຮູ້ສຶກຍຸຕິທຳ, ມີຄວາມເປັນມະນຸດ ແລະ ສາມາດຍອມຮັບຄວາມຈິງໄດ້ ເພື່ອໂອ້ລົມກັນ, ໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາເຫຼົ່ານີ້ ແລະ ເປີດໂປງ ແລະ ແຍກແຍະພວກຕໍ່ຕ້ານພຣະຄຣິສ. ຄົນເຊັ່ນນັ້ນບໍ່ແມ່ນຄົນໄຮ້ປະໂຫຍດບໍ? (ແມ່ນແລ້ວ.) ຜູ້ນໍາປອມບາງຄົນລະມັດລະວັງເກີນໄປ, ຂີ້ຢ້ານ ແລະ ໄຮ້ປະໂຫຍດ. ພວກເຂົາຂີ້ຢ້ານ ແລະ ໄຮ້ປະໂຫຍດເຖິງລະດັບໃດ? ເມື່ອຄົນຊົ່ວຮ້າຍອອກມາຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເວົ້າຢ່າງຮຸນແຮງ ແລະ ໂອຫັງເປັນພິເສດ, ພວກເຂົາກໍຢ້ານຫຼາຍຈົນພວກເຂົາສັ່ນ, ໂດຍຄິດວ່າ “ຂ້ອຍບໍ່ກ້າຈັດການກັບພວກເຂົາ. ພວກເຂົາອັນຕະລາຍ; ພວກເຂົາເປັນຄົນຊົ່ວຮ້າຍໃນໂລກ. ຖ້າຂ້ອຍເປີດໂປງພວກເຂົາ ເພື່ອປົກປ້ອງອ້າຍເອື້ອຍນ້ອງ, ພວກເຂົາຈະຊອກຫາບາງຢ່າງເພື່ອຕໍ່ຕ້ານຂ້ອຍ ແລະ ແກ້ແຄ້ນຢ່າງແນ່ນອນ. ແລ້ວຂ້ອຍຈະສາມາດສືບຕໍ່ເປັນຜູ້ນໍາໄດ້ແນວໃດ? ພວກເຂົາຮູ້ວ່າຂ້ອຍອາໄສຢູ່ໃສ. ພວກເຂົາຈະທຳຮ້າຍຄອບຄົວຂອງຂ້ອຍບໍ? ພວກເຂົາຈະລາຍງານຂ້ອຍທີ່ເຊື່ອໃນພຣະເຈົ້າບໍ?” ຜູ້ນໍາປອມເຊັ່ນນີ້ບໍ່ສາມາດຮັບຜິດຊອບວຽກງານຄຣິສຕະຈັກໄດ້. ຄວາມຢ້ານກົວທີ່ເກີນຂອບເຂດຂອງພວກເຂົາເຮັດໃຫ້ພວກເຂົາຈົມຢູ່ກັບການບໍ່ລົງມືເຮັດຫຍັງ; ໂດຍທຳມະຊາດແລ້ວ, ພວກເຂົາບໍ່ສາມາດເຂົ້າໃຈຫຼັກການໃນການຈັດການກັບບັນຫາ ແລະ ຄົນເຊັ່ນນີ້ໄດ້ເລີຍ. ຜູ້ໃດກໍຕາມທີ່ຖືກກຳນົດລັກສະນະວ່າເປັນຜູ້ຂັດຂວາງ ແລະ ຜູ້ລົບກວນວຽກງານຂອງຄຣິສຕະຈັກບໍ່ແມ່ນຄົນທີ່ພຽງແຕ່ເຮັດຜິດພາດເປັນບາງຄັ້ງບາງຄາວ. ໃນທາງກົງກັນຂ້າມ, ຄວາມເປັນມະນຸດຂອງພວກເຂົາຊົ່ວຮ້າຍຫຼາຍ ຈົນພວກເຂົາມັກຈະກະທຳການຕາມອຳເພີໃຈ ແລະ ກະທຳຄວາມຊົ່ວຮ້າຍຫຼາຍຢ່າງຢູ່ສະເໝີ. ບຸກຄົນດັ່ງກ່າວມີແກ່ນແທ້ຂອງຄົນຊົ່ວຮ້າຍຢ່າງບໍ່ຕ້ອງສົງໄສ. ການຈັດການກັບຄົນຊົ່ວຮ້າຍກໍຕ້ອງໃຊ້ວິທີການບາງຢ່າງທີ່ສະຫຼາດ. ເຈົ້າຕ້ອງພິຈາລະນາເຖິງເບື້ອງຫຼັງ ແລະ ສະພາບແວດລ້ອມ ແລະ ການກະທຳທີ່ຄົນຊົ່ວຮ້າຍອາດຈະເຮັດຫຼັງຈາກຖືກຈັດການ ແລະ ບໍ່ວ່າສິ່ງນີ້ອາດຈະນຳບັນຫາມາສູ່ຄຣິສຕະຈັກ ຫຼື ບໍ່. ມີພຽງການພິຈາລະນາດ້ານເຫຼົ່ານີ້ຢ່າງຮອບຄອບເທົ່ານັ້ນ ເຈົ້າຈຶ່ງຈະສາມາດຈັດການເລື່ອງນີ້ໄດ້ຢ່າງເໝາະສົມ, ໃນທາງທີ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ໃຊ້ສະຕິປັນຍາ. ຜູ້ທີ່ເຂົ້າໃຈຄວາມຈິງຈະກຳແໜ້ນຫຼັກການ ໂດຍບໍ່ຮູ້ຕົວໃນຂະນະທີ່ຈັດການກັບບັນຫາດັ່ງກ່າວ. ໃນຂະນະທີ່ພວກເຂົາເຮັດວຽກງານນີ້, ພວກເຂົາຈະຄ່ອຍໆ ເຂົ້າໃຈວິທີການປະຕິບັດຕໍ່ຄົນຕ່າງໆ, ພັດທະນາແນວທາງ ແລະ ວິທີ ແລະ ມີສະຕິປັນຍາໃນຫົວໃຈຂອງພວກເຂົາ. ແຕ່ຜູ້ນໍາປອມຂາດແນວທາງ, ວິທີການ ແລະ ສະຕິປັນຍາເຫຼົ່ານີ້ຢ່າງສິ້ນເຊີງ. ນີ້ກໍເພາະວ່າພວກເຂົາບໍ່ໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ; ພວກເຂົາບໍ່ໄດ້ພິຈາລະນາວ່າວຽກງານໃນເຮືອນຂອງພຣະເຈົ້າຈະໄດ້ຮັບຜົນກະທົບ ຫຼື ບໍ່ ຫຼື ຜູ້ນໍາ ແລະ ຜູ້ເຮັດວຽກຈະປະເຊີນກັບອັນຕະລາຍ ຫຼື ບໍ່. ເນື່ອງຈາກພວກເຂົາບໍ່ໄດ້ພິຈາລະນາສິ່ງເຫຼົ່ານີ້, ພວກເຂົາຈຶ່ງຈັດການເລື່ອງຕ່າງໆ ໂດຍບໍ່ມີຫຼັກການ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ມີສະຕິປັນຍາ. ຜູ້ນໍາປອມບໍ່ສາມາດຈັດການກັບບັນຫາເຫຼົ່ານີ້ໄດ້ ແລະ ບໍ່ໄດ້ຮຽນຮູ້ບົດຮຽນຈາກບັນຫາເຫຼົ່ານັ້ນ, ເຊິ່ງພິສູດໃຫ້ເຫັນວ່າພວກເຂົາບໍ່ເຕັມໃຈທີ່ຈະຮຽນຮູ້, ບໍ່ມີຄວາມສາມາດ, ລະເລີຍໜ້າທີ່ທີ່ເໝາະສົມ ແລະ ບໍ່ສາມາດເຮັດວຽກໃດໆ ໄດ້. ເມື່ອພວກເຂົາເຫັນຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສກະທຳຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ, ພວກເຂົາກໍບໍ່ເປີດໂປງຄົນເຫຼົ່ານີ້ ຫຼື ແກ້ໄຂບັນຫາ. ພວກເຂົາພິຈາລະນາພຽງແຕ່ການປົກປ້ອງຜົນປະໂຫຍດຂອງພວກເຂົາເອງ, ໂດຍບໍ່ມີການຄຳນຶງເຖິງວຽກງານຂອງຄຣິສຕະຈັກ ຫຼື ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກເລີຍ. ຜູ້ນໍາປອມບາງຄົນຂົ່ມເຫັງຄົນອ່ອນແອ ພ້ອມທັງຢ້ານກົວຜູ້ທີ່ມີອຳນາດກວ່າພວກເຂົາ; ພວກເຂົາຂົ່ມເຫັງ ແລະ ອວດອຳນາດໃສ່ຜູ້ທີ່ຂ້ອນຂ້າງອ່ອນນ້ອມຢ່າງບໍ່ຢຸດຢັ້ງ, ແຕ່ເມື່ອພວກເຂົາພົບພໍ້ກັບຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ ພວກເຂົາກໍລ້ວນແລ້ວແຕ່ຍິ້ມແຍ້ມແຈ່ມໃສ ແລະ ປະຈົບປະແຈງ. ພຣະເຈົ້າຈະມັກຜູ້ນໍາປອມ ແລະ ຜູ້ເຮັດວຽກປອມທີ່ບໍ່ມີຫຼັກການເຊັ່ນນີ້ໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ເຮືອນຂອງພຣະເຈົ້າຈະເພາະປູກຄົນທີ່ຂົ່ມເຫັງຄົນອ່ອນແອ ແລະ ຢ້ານກົວຄົນເຂັ້ມແຂງ ແລະ ບໍ່ມີຄວາມຮູ້ສຶກຍຸຕິທຳ ໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ! ຄົນເຫຼົ່ານີ້ລ້ວນແຕ່ເປັນຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອ ທີ່ບໍ່ມີຈິດສຳນຶກ ຫຼື ເຫດຜົນ ແລະ ບໍ່ຍອມຮັບຄວາມຈິງເລີຍ ແລະ ເຮືອນຂອງພຣະເຈົ້າບໍ່ຕ້ອງການພວກເຂົາ.
ເມື່ອເກີດບັນຫາໃນວຽກງານຂອງຜູ້ນໍາປອມ, ການຕອບໂຕ້ຂອງພວກເຂົາກໍຄືການປັດຄວາມຮັບຜິດຊອບຢູ່ສະເໝີ. ຄຳເວົ້າທີ່ພົບເລື້ອຍທີ່ສຸດຂອງພວກເຂົາກໍຄື “ຂ້ອຍໄດ້ໂອ້ລົມກັບພວກເຂົາແລ້ວ”. ຄວາມໝາຍທີ່ຊ້ອນຢູ່ນີ້ກໍຄື “ຂ້ອຍໄດ້ເວົ້າທຸກຢ່າງທີ່ຂ້ອຍຈຳເປັນຕ້ອງເວົ້າແລ້ວ, ສະນັ້ນ ມັນຈຶ່ງເປັນຄວາມຮັບຜິດຊອບຂອງພວກເຂົາ ເມື່ອມີບາງຢ່າງຜິດພາດ. ຂ້ອຍບໍ່ມີສ່ວນກ່ຽວຂ້ອງຫຍັງ”. ນີ້ຄືເຫດຜົນທີ່ປະໂຫຍກວ່າ “ຂ້ອຍໄດ້ໂອ້ລົມກັບພວກເຂົາແລ້ວ” ເປັນເຄື່ອງລາງຂອງຂັງ ແລະ ຄະຕິປະຈຳໃຈຂອງຜູ້ນໍາປອມ. ຖ້າຜູ້ນໍາປອມເຫັນຜູ້ຕໍ່ຕ້ານພຣະຄຣິສເປັນກົດໝາຍໃຫ້ພວກເຂົາເອງ, ກະທຳການຕາມອຳເພີໃຈ ແລະ ກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ, ພວກເຂົາກໍໃຊ້ວິທີການໂອ້ລົມ ແລະ ຊ່ວຍເຫຼືອເຊັ່ນກັນ. ຫຼັງຈາກກ່າວການຕັກເຕືອນ ແລະ ຄຳແນະນຳສອງສາມຄຳ, ພວກເຂົາກໍຄິດໄປເອງວ່າ ຜູ້ຕໍ່ຕ້ານພຣະຄຣິສຈະເຊື່ອຟັງ ແລະ ອ່ອນນ້ອມ ແລະ ຈະບໍ່ນໍາພາຜູ້ຄົນຢ່າງຜິດໆ ຫຼື ລົບກວນຊີວິດຄຣິສຕະຈັກອີກຕໍ່ໄປ. ນີ້ບໍ່ແມ່ນການສົມມຸດຖານທີ່ໂງ່ຈ້າບໍ? ການໃຊ້ວິທີການທີ່ໂງ່ຈ້າເຊັ່ນນີ້ ເພື່ອຈຳກັດການລົບກວນຂອງພວກຕໍ່ຕ້ານພຣະຄຣິສ ຄືວິທີການເຮັດວຽກຂອງຜູ້ນໍາປອມ ແລະ ມັນໂງ່ຈ້າຢ່າງທີ່ສຸດແທ້ໆ! ຜູ້ນໍາປອມບໍ່ໄດ້ເຮັດຫຍັງເລີຍ ນອກຈາກເຮັດວຽກຫຍຸ້ງຢ່າງຫຼັບຫູຫຼັບຕາ. ພວກເຂົາພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານທົ່ວໄປ ໃນຂະນະທີ່ບໍ່ສາມາດປະຕິບັດວຽກງານທີ່ເປັນພື້ນຖານໄດ້. ພວກເຂົາບໍ່ໄດ້ຫົດນໍ້າຜູ້ທີ່ສາມາດຍອມຮັບຄວາມຈິງໄດ້, ພວກເຂົາບໍ່ໄດ້ຈຳກັດຜູ້ທີ່ຂັດຂວາງ ແລະ ລົບກວນ ແລະ ພວກເຂົາບໍ່ໄດ້ກຳຈັດຜູ້ທີ່ກະທຳການຕາມອຳເພີໃຈ ແລະ ປະຕິເສດທີ່ຈະປ່ຽນແປງ ເຖິງແມ່ນວ່າຈະຖືກຕັກເຕືອນຊໍ້າແລ້ວຊໍ້າອີກ. ໂດຍສະເພາະຢ່າງຍິ່ງ ພວກເຂົາບໍ່ໄດ້ໃສ່ໃຈວ່າພວກຕໍ່ຕ້ານພຣະຄຣິສກະທຳຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນແນວໃດ. ພວກເຂົາບໍ່ໄດ້ເປີດໂປງ ຫຼື ແຍກແຍະພວກເຂົາ, ທັງບໍ່ໄດ້ກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ, ໂດຍປ່ອຍໃຫ້ພວກຕໍ່ຕ້ານພຣະຄຣິສກະທຳຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ພວກເຂົາບໍ່ສົນໃຈເລີຍ ແລະ ຄິດວ່າການກະທຳທີ່ຊົ່ວຮ້າຍຂອງພວກຕໍ່ຕ້ານພຣະຄຣິສບໍ່ກ່ຽວຂ້ອງກັບພວກເຂົາ. ໃນວຽກງານຂອງພວກເຂົາ, ຜູ້ນໍາປອມເຮັດໄດ້ພຽງແຕ່ເຮັດແບບພໍເປັນພິທີ; ພວກເຂົາເຮັດວຽກງານທົ່ວໄປເລັກນ້ອຍ ແລ້ວກໍຄິດວ່າພວກເຂົາໄດ້ເຮັດວຽກງານຕົວຈິງແລ້ວ ແລະ ພວກເຂົາເຮັດຮອດມາດຕະຖານຂອງການເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ບໍ່ວ່າໃຜຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາພຽງແຕ່ເວົ້າຫຼັກຄຳສອນບາງຢ່າງໃຫ້ພວກເຂົາຟັງລົວໆ, ໃຫ້ການຕັກເຕືອນ ແລະ ເຕືອນສະຕິສອງສາມຂໍ້ ແລະ ຄິດວ່າບັນຫາໄດ້ຖືກແກ້ໄຂແລ້ວ. ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ໝົດມື້, ຈັດການທັງເລື່ອງໃຫຍ່ ແລະ ເລື່ອງນ້ອຍ ແລະ ຖືວ່າຕົນເອງກຳລັງເຮັດວຽກໄດ້ດີ. ພວກເຂົາເຖິງກັບໂອ້ອວດ, ໂດຍກ່າວວ່າ “ເບິ່ງຄຣິສຕະຈັກຂອງພວກເຮົາ. ທຸກຄົນຖືກໃຊ້ຈົນໃຫ້ເກີດປະໂຫຍດເປັນຢ່າງດີ: ຜູ້ທີ່ສາມາດເທດສະໜາພຣະກິດຕິຄຸນກໍກຳລັງເທດສະໜາພຣະກິດຕິຄຸນ, ຜູ້ທີ່ສາມາດສ້າງວິດີໂອໄດ້ກໍກຳລັງສ້າງວິດີໂອ, ຜູ້ທີ່ສາມາດຮ້ອງເພງໄດ້ກໍກຳລັງບັນທຶກສຽງເພງສັນລະເສີນ ນັ້ນກໍຄື ຊີວິດຄຣິສຕະຈັກຂອງພວກເຮົາກຳລັງຈະເລີນຮຸ່ງເຮືອງ!” ແນວໃດກໍຕາມ, ພວກເຂົາບໍ່ເຫັນບັນຫາຫຼາຍຢ່າງທີ່ເຊື່ອງຊ້ອນໃນຄຣິສຕະຈັກເລີຍ. ພວກເຂົາບໍ່ກ້າຈັດການກັບຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກຢ່າງສະໝໍ່າສະເໝີ, ສະນັ້ນ ພວກເຂົາຈຶ່ງບໍ່ໃສ່ໃຈ. ພວກເຂົາຫຼັບຫູຫຼັບຕາຕໍ່ພວກຕໍ່ຕ້ານພຣະຄຣິສທີ່ເຮັດຕາມວິທີທາງຂອງຕົນເອງ, ໂດຍແຕ່ລະຄົນພະຍາຍາມລໍ້ລວງຜູ້ຄົນ ແລະ ສ້າງກຸ່ມນ້ອຍໆ ຂອງພວກເຂົາເອງ. ພວກເຂົາບໍ່ສາມາດຕອບຄຳຖາມຫຼາຍຢ່າງທີ່ຜູ້ເຊື່ອໃໝ່ຫິວໂຫຍ ແລະ ກະຫາຍຫາຄວາມຊອບທຳຍົກຂຶ້ນມາ. ແທນທີ່ຈະຊອກຫາວິທີແກ້ໄຂບັນຫາຕົວຈິງເຫຼົ່ານີ້, ຜູ້ນໍາປອມກໍພະຍາຍາມຫຼີກລ່ຽງຢູ່ສະເໝີ, ໃນຂະນະທີ່ຍັງຄົງອ້າງວ່າ “ຊີວິດຄຣິສຕະຈັກກຳລັງຈະເລີນຮຸ່ງເຮືອງ”. ນີ້ບໍ່ແມ່ນການທຳທ່າ ແລະ ສໍ້ໂກງບໍ? ຜູ້ນໍາປອມປະຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໄວ້ໃນຄຣິສຕະຈັກ ໂດຍບໍ່ໄດ້ກຳຈັດພວກເຂົາອອກ ຫຼື ຈັດການກັບພວກເຂົາ, ເຮັດໃຫ້ພວກເຂົາກະທຳການຢ່າງປະໝາດ ແລະ ເຮັດໃຫ້ຊີວິດຄຣິສຕະຈັກສັບສົນວຸ້ນວາຍຢ່າງສິ້ນເຊີງ, ທັງໝົດນີ້ໃນຂະນະທີ່ທຳທ່າວ່າບໍ່ເຫັນ. ຜູ້ນໍາປອມເຊັ່ນນີ້ຕາບອດທີ່ສຸດ! ພວກເຂົາເຮັດໜ້າທີ່ເປັນຮົ່ມເງົາປົກປ້ອງໃຫ້ກັບຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ ແລະ ເຖິງກັບຮູ້ສຶກພາກພູມໃຈຈາກສິ່ງນີ້, ໂດຍຄິດວ່າການບໍ່ກຳຈັດຄົນເສື່ອມຊາມເຫຼົ່ານີ້ອອກໄປຄືການມີຄວາມຮັກ ແລະ ການປົກປ້ອງຜູ້ຄົນທີ່ພຣະເຈົ້າເລືອກ. ນີ້ບໍ່ແມ່ນການຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກບໍ? ນີ້ບໍ່ແມ່ນການຕໍ່ຕ້ານພຣະເຈົ້າ ແລະ ຕໍ່ສູ້ກັບພຣະອົງໂດຍເຈດຕະນາບໍ? ແຕ່ຜູ້ນໍາປອມບໍ່ຮູ້ເລື່ອງນີ້ເລີຍ. ຖ້າເຈົ້າຖາມພວກເຂົາວ່າ ບັນຫາຕົວຈິງເຫຼົ່ານີ້ໄດ້ຮັບການແກ້ໄຂແລ້ວ ຫຼື ບໍ່, ພວກເຂົາຈະເວົ້າວ່າ “ຂ້າພະເຈົ້າໄດ້ລິຮານພວກເຂົາແລ້ວ; ຂ້ອຍໄດ້ໂອ້ລົມກັບພວກເຂົາແລ້ວ”, ໂດຍໝາຍຄວາມວ່າບັນຫາໄດ້ຖືກແກ້ໄຂແລ້ວ ແລະ ບໍ່ກ່ຽວຂ້ອງກັບພວກເຂົາອີກຕໍ່ໄປ. ນີ້ບໍ່ແມ່ນການປັດຄວາມຮັບຜິດຊອບບໍ? ສຳລັບຜູ້ນໍາປອມ, ເມື່ອໃດກໍຕາມທີ່ມີຄົນກະທຳຜິດ, ຕາບໃດທີ່ພວກເຂົາລິຮານຜູ້ກະທຳຜິດແບບພໍແລ້ວມືແລ້ວຕີນ ແລະ ໃຫ້ຄຳເຕືອນສະຕິ ແລະ ການຕັກເຕືອນບາງຢ່າງ, ວຽກງານຂອງພວກເຂົາກໍຖືວ່າສຳເລັດແລ້ວ ແລະ ມັນກໍປຽບເໝືອນວ່າພວກເຂົາໄດ້ແກ້ໄຂບັນຫາແລ້ວ. ນີ້ບໍ່ແມ່ນການຫຼອກລວງບໍ? ຜູ້ນໍາປອມລົ້ມເຫຼວຢ່າງເຫັນໄດ້ຢ່າງຊັດເຈນໃນການກຳຈັດຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສອອກໂດຍທັນທີ ແລະ ຈາກນັ້ນພວກເຂົາກໍຍົກຂໍ້ອ້າງທີ່ຟັງເບິ່ງຄືດີຂຶ້ນມາ, ໂດຍກ່າວວ່າ “ຂ້ອຍໄດ້ໂອ້ລົມພຣະທຳຂອງພຣະເຈົ້າກັບພວກເຂົາ, ພວກເຂົາທຸກຄົນຮັບຮູ້ສິ່ງທີ່ພວກເຂົາໄດ້ເຮັດ ແລະ ຮູ້ສຶກສຳນຶກຜິດ ແລະ ພວກເຂົາທຸກຄົນກໍຮ້ອງໄຫ້ ແລະ ເວົ້າວ່າພວກເຂົາຈະກັບໃຈຢ່າງແນ່ນອນ ແລະ ຈະບໍ່ພະຍາຍາມສ້າງຕັ້ງອານາຈັກອິດສະຫຼະຂອງພວກເຂົາເອງອີກຕໍ່ໄປ”. ຜູ້ນໍາປອມເຫຼົ່ານີ້ບໍ່ແມ່ນກຳລັງຫຼອກລວງຕົນເອງຄືກັບເດັກນ້ອຍຫຼິ້ນຂາຍເຄື່ອງບໍ? ຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ລ້ວນແຕ່ເປັນຄົນທີ່ເບື່ອໜ່າຍຄວາມຈິງ. ບໍ່ມີໃຜໃນພວກເຂົາທີ່ຍອມຮັບຄວາມຈິງເລີຍ ແລະ ພວກເຂົາບໍ່ແມ່ນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ; ໃນທາງກົງກັນຂ້າມ, ພວກເຂົາຄືເປົ້າໝາຍແຫ່ງຄວາມລັງກຽດ ແລະ ຄວາມກຽດຊັງຂອງພຣະເຈົ້າ. ແຕ່ຜູ້ນໍາປອມປະຕິບັດຕໍ່ຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຄືກັບອ້າຍເອື້ອຍນ້ອງ ແລະ ຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກ. ລັກສະນະຂອງບັນຫາໃນບ່ອນນີ້ແມ່ນຫຍັງ? ມັນແມ່ນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ທີ່ກີດກັນບໍ່ໃຫ້ພວກເຂົາເຫັນຄົນເຫຼົ່ານີ້ຢ່າງແຈ່ມແຈ້ງ ຫຼື ພວກເຂົາກຳລັງພະຍາຍາມເອົາໃຈພວກເຂົາ ຍ້ອນຢ້ານວ່າຈະເຮັດໃຫ້ພວກເຂົາຜິດໃຈ? ບໍ່ວ່າເຫດຜົນໃດກໍຕາມ, ສິ່ງທີ່ສຳຄັນທີ່ສຸດກໍຄື ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ຍອມຮັບຄວາມຜິດພາດຂອງພວກເຂົາ ເມື່ອພວກເຂົາຖືກລິຮານ. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຜູ້ນໍາປອມບໍ່ມີຄວາມຈິງຄວາມເປັນຈິງເລີຍ. ພວກເຂົາບໍ່ໄດ້ເຮັດວຽກຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໂດຍສະເພາະຢ່າງຍິ່ງເມື່ອເວົ້າເຖິງວຽກງານການສະລ້າງຄຣິສຕະຈັກ, ພວກເຂົາກໍກະທຳໃນລັກສະນະທີ່ເປັນການເຮັດພໍແລ້ວມືແລ້ວຕີນ. ພວກເຂົາພຽງແຕ່ເຮັດແບບພໍເປັນພິທີໂດຍການສະລ້າງຄົນຊົ່ວຮ້າຍທີ່ເຫັນໄດ້ຊັດເຈນຈຳນວນໜຶ່ງອອກໄປ. ເມື່ອຖືກເປີດໂປງ ແລະ ຖືກລິຮານ, ພວກເຂົາເຖິງກັບຊອກຫາເຫດຜົນ ແລະ ຂໍ້ອ້າງຕ່າງໆ ເພື່ອປັດຄວາມຮັບຜິດຊອບ ແລະ ໂຕ້ຖຽງເພື່ອຕົນເອງ. ສະນັ້ນ, ຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງຈຶ່ງເປັນກ້ອນຫີນທີ່ເຮັດໃຫ້ສະດຸດ ເຊິ່ງຂັດຂວາງບໍ່ໃຫ້ຄວາມປະສົງຂອງພຣະເຈົ້າຖືກດຳເນີນໄປ. ຜູ້ນໍາປອມຈັດການພຽງແຕ່ວຽກງານທົ່ວໄປທີ່ຜິວເຜີນເລັກນ້ອຍ ເຊິ່ງບໍ່ມີຄຸນຄ່າໃດໆເລີຍ. ພວກເຂົາບໍ່ເຄີຍແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນຄຣິສຕະຈັກ; ພວກເຂົາພຽງແຕ່ຫຼີກລ່ຽງບັນຫາເຫຼົ່ານັ້ນ. ສິ່ງນີ້ບໍ່ພຽງແຕ່ເຮັດໃຫ້ຄວາມຄືບໜ້າປົກກະຕິຂອງວຽກງານຄຣິສຕະຈັກຊັກຊ້າ, ແຕ່ຍັງສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກອີກດ້ວຍ. ສາມາດເວົ້າໄດ້ຢ່າງຊັດເຈນວ່າ ຜູ້ນໍາປອມຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ເຮັດໜ້າທີ່ເປັນຮົ່ມເງົາປົກປ້ອງໃຫ້ກັບຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ໃນຊ່ວງເວລາທີ່ສຳຄັນຂອງສົງຄາມຝ່າຍວິນຍານ, ພວກເຂົາຍືນຢູ່ຂ້າງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ ເພື່ອຕໍ່ຕ້ານ ແລະ ຫຼອກລວງພຣະເຈົ້າ. ນີ້ບໍ່ແມ່ນການສະແດງອອກເຖິງການທໍລະຍົດຕໍ່ພຣະເຈົ້າບໍ? ໂດຍຕັດສິນຈາກມຸມມອງ ແລະ ພຶດຕິກຳຂອງຜູ້ນໍາປອມ, ມັນເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ, ພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ ແລະ ພວກເຂົາກໍບໍ່ສາມາດເຮັດວຽກງານຜູ້ນໍາໄດ້ໂດຍສິ້ນເຊີງ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?