ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20) ສ່ວນທີ ສອງ

III. ການເປີດໂປງການກະທຳທີ່ຊົ່ວຮ້າຍຂອງຄົນຊົ່ວຮ້າຍ ເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກເຕີບໂຕໃນການແຍກແຍະ ແລະ ຮຽນຮູ້ບົດຮຽນ

ຂໍ້ກຳນົດທີສາມໃນຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ ກໍຄື ເມື່ອຈັດການກັບການຂັດຂວາງ ແລະ ການລົບກວນທີ່ເກີດຈາກຄົນຊົ່ວຮ້າຍ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນກິນ ແລະ ດື່ມພຣະທຳຂອງພຣະເຈົ້າຮ່ວມກັບຜູ້ຄົນທີ່ພຣະເຈົ້າເລືອກ ເພື່ອໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ມີການຫັນປ່ຽນຢ່າງແທ້ຈິງ. ພວກເຂົາຄວນຈະສາມາດນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ເຂົ້າສູ່ຄວາມຈິງຄວາມເປັນຈິງ, ຖອດຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ບັນລຸການຕິດຕາມພຣະເຈົ້າ, ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການເປັນພະຍານໃຫ້ແກ່ພຣະເຈົ້າ. ມີພຽງວຽກງານປະເພດນີ້ເທົ່ານັ້ນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກໃນລັກສະນະນີ້ ແມ່ນສາມາດແກ້ໄຂບັນຫາ ແລະ ປະກອບຕົນເອງດ້ວຍຄວາມຈິງ ໃນຂະນະທີ່ເຮັດວຽກ. ນອກຈາກນີ້, ຜ່ານການໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ພວກເຂົາຊ່ວຍໃຫ້ອ້າຍເອື້ອຍນ້ອງເຂົ້າໃຈຄວາມຈິງ, ຮູ້ຈັກວິທີການກວດສອບ ແລະ ຮູ້ຈັກຕົນເອງ, ຖອດຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເຮັດໜ້າທີ່ຂອງພວກເຂົາໄດ້ດີ, ຮູ້ວິທີແຍກແຍະ ແລະ ປະຕິບັດຕໍ່ຜູ້ຄົນ, ບັນລຸການຕິດຕາມພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ, ບໍ່ຖືກຄົນອື່ນຈຳກັດ ແລະ ສາມາດຍຶດໝັ້ນໃນການເປັນພະຍານຂອງພວກເຂົາ. ນີ້ຄືການບັນລຸໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ນີ້ຄືຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດ ເພື່ອແກ້ໄຂບັນຫາ ໃນຂະນະທີ່ດໍາເນີນວຽກງານຂອງຄຣິສຕະຈັກ. ບໍ່ວ່າຈະເກີດບັນຫາໃດຂຶ້ນໃນຄຣິສຕະຈັກ, ກ່ອນອື່ນໝົດ ຜູ້ນໍາ ແລະ ຜູ້ເຮັດວຽກຄວນສະແຫວງຫາຄວາມຈິງ, ກຳແໜ້ນເຈດຕະນາຂອງພຣະເຈົ້າ ແລະ ສະແຫວງຫາການນໍາພາຂອງພຣະເຈົ້າຮ່ວມກັນ. ຈາກນັ້ນ ພວກເຂົາຄວນຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ ເພື່ອແກ້ໄຂບັນຫາຕ່າງໆ ທີ່ມີຢູ່. ໃນຂະບວນການແກ້ໄຂບັນຫາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມເພີ່ມເຕີມ ກ່ຽວກັບພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າກັບອ້າຍເອື້ອຍນ້ອງ ແລະ ເຂົ້າໃຈແກ່ນແທ້ຂອງບັນຫາ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ນອກຈາກນັ້ນ, ພວກເຂົາຄວນໃຫ້ຜູ້ຄົນທີ່ພຣະເຈົ້າເລືອກ ໄດ້ໂອ້ລົມຄວາມເຂົ້າໃຈຂອງພວກເຂົາເອງ ເພື່ອແຍກແຍະບັນຫາເຫຼົ່ານີ້. ເມື່ອຄົນສ່ວນໃຫຍ່ສາມາດມີຄວາມເຂົ້າໃຈແບບດຽວກັນ ແລະ ບັນລຸຄວາມເຫັນດີເຫັນພ້ອມ, ບັນຫາກໍຈະແກ້ໄຂໄດ້ງ່າຍຂຶ້ນ. ໃນການແກ້ໄຂບັນຫາ, ຢ່າເລົ່າເຫດການຊໍ້າໄປຊໍ້າມາ ຫຼື ຊອກຫາລາຍລະອຽດເລັກໆນ້ອຍໆ ຫຼື ຕໍານິບຸກຄົນທີ່ກ່ຽວຂ້ອງກັບບັນຫາຢູ່ສະເໝີ. ກ່ອນອື່ນ, ຢ່າຈົດຈໍ່ກັບບັນຫາເລັກນ້ອຍ; ໃນທາງກົງກັນຂ້າມ ໃຫ້ໂອ້ລົມຄວາມຈິງຢ່າງແຈ່ມແຈ້ງ, ເພາະສິ່ງນີ້ຈະເປີດເຜີຍທຳມະຊາດຂອງບັນຫາ. ມີພຽງວິທີການນີ້ເທົ່ານັ້ນທີ່ຊ່ວຍໃຫ້ຜູ້ຄົນທີ່ພຣະເຈົ້າເລືອກ ຮຽນຮູ້ທີ່ຈະແຍກແຍະບັນຫາຕ່າງໆ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ, ຮັບການແຍກແຍະຈາກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ເກີດຂຶ້ນ ແລະ ຮຽນຮູ້ບົດຮຽນຕົວຈິງຈາກສິ່ງເຫຼົ່ານັ້ນ. ມັນຍັງຊ່ວຍໃຫ້ພວກເຂົາສາມາດປຽບທຽບຄຳເວົ້າ ແລະ ຫຼັກຄຳສອນທີ່ພວກເຂົາເຂົ້າໃຈເປັນປົກກະຕິເຂົ້າໃນຊີວິດຈິງ, ເຮັດໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງໄດ້ຢ່າງແທ້ຈິງ. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? ໂດຍຫຼັກແລ້ວ ການນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ເຂົ້າສູ່ຄວາມຈິງຄວາມເປັນຈິງ ແມ່ນກ່ຽວຂ້ອງກັບການໃຊ້ຄວາມຈິງ ເພື່ອແກ້ໄຂແນວຄິດ ແລະ ຈິນຕະນາການຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ວິທີການນີ້ໃຫ້ຜົນຮັບດີທີ່ສຸດ. ຍິ່ງຜູ້ນໍາ ແລະ ຜູ້ເຮັດວຽກສາມາດໃຊ້ຄວາມຈິງ ເພື່ອແກ້ໄຂບັນຫາໄດ້ຫຼາຍເທົ່າໃດ, ຜູ້ຄົນທີ່ພຣະເຈົ້າເລືອກກໍຍິ່ງສາມາດເຂົ້າໃຈຄວາມຈິງໄດ້ງ່າຍຂຶ້ນເທົ່ານັ້ນ. ດ້ວຍວິທີນີ້, ພວກເຂົາຈະຮູ້ຈັກວິທີການປະຕິບັດ ແລະ ນໍາໃຊ້ພຣະທຳຂອງພຣະເຈົ້າໃນຊີວິດຈິງ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມັກນໍາພາຜູ້ຄົນທີ່ພຣະເຈົ້າເລືອກ ໃຫ້ແກ້ໄຂບັນຫາຕົວຈິງຢູ່ເລື້ອຍໆ, ພວກເຂົາກໍຈະສາມາດນໍາພາຜູ້ຄົນທີ່ພຣະເຈົ້າເລືອກ ໃຫ້ເຂົ້າສູ່ຄວາມຈິງຄວາມເປັນຈິງ ແລະ ຍັງສາມາດປະສານພຣະທຳຂອງພຣະເຈົ້າ ເຂົ້າກັບຊີວິດປະຈຳວັນຂອງພວກເຂົາເອງໄດ້. ບາງຄົນເວົ້າວ່າ: “ຂໍ້ກຳນົດນີ້ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຂັ້ມງວດເກີນໄປບໍ? ພວກເຮົາຈະມີຄວາມເຂົ້າໃຈຫຼາຍຂະໜາດນັ້ນໄດ້ແນວໃດ?” ເຈົ້າອາດຈະບໍ່ເຄີຍມີມັນມາກ່ອນ, ແຕ່ເຈົ້າບໍ່ສາມາດຮຽນຮູ້ ແລະ ປະຕິບັດເພື່ອບັນລຸຜົນຮັບນີ້ບໍ? ນີ້ຄືວິທີການທີ່ພາລະກິດຂອງພຣະເຈົ້າຝຶກຝົນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າເຈົ້າບໍ່ຮູ້ວິທີ, ເຈົ້າກໍສາມາດຮຽນຮູ້ ແລະ ປະຕິບັດໄດ້. ບໍ່ວ່າຈະເກີດບັນຫາໃດຂຶ້ນ, ເຈົ້າຕ້ອງຮຽນຮູ້ທີ່ຈະໄຕ່ຕອງຕົນເອງ ແລະ ຮູ້ຈັກຕົນເອງ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ; ນີ້ຄືຂະບວນການຂອງການປະຕິບັດ. ຫຼັງຈາກປະຕິບັດສອງສາມຄັ້ງ ແລະ ບັນລຸຜົນຮັບ, ເຈົ້າກໍຈະມີເສັ້ນທາງ ແລະ ຮູ້ຈັກວິທີການປະຕິບັດຄວາມຈິງ. ເມື່ອພຣະເຈົ້າມາເຮັດພາລະກິດ, ນີ້ຄືວິທີທາງທີ່ພຣະອົງນໍາພາຜູ້ຄົນ ໃຫ້ຮຽນຮູ້ທີ່ຈະເຂົ້າສູ່ຄວາມຈິງຄວາມເປັນຈິງ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມກັບອ້າຍເອື້ອຍນ້ອງຢູ່ເລື້ອຍໆ, ປະເຊີນໜ້າກັບບັນຫາຮ່ວມກັນ, ແກ້ໄຂບັນຫາຮ່ວມກັນ ແລະ ເຮັດວຽກງານຂອງຄຣິສຕະຈັກໃຫ້ດີ. ຜູ້ນໍາຄຣິສຕະຈັກຄວນນໍາພາຜູ້ຄົນທີ່ພຣະເຈົ້າເລືອກແນວໃດ? ວິທີການຫຼັກກໍຄືການນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ລະບຸ ແລະ ແກ້ໄຂບັນຫາໃນຊີວິດຈິງ, ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າໃນຊີວິດຈິງ, ເພື່ອວ່າຜູ້ຄົນທີ່ພຣະເຈົ້າເລືອກບໍ່ພຽງແຕ່ຈະສາມາດປະຕິບັດຄວາມຈິງໄດ້, ແຕ່ຍັງສາມາດແຍກແຍະສິ່ງທີ່ເປັນລົບ ແລະ ຄົນທີ່ເປັນລົບໄດ້ ເຊັ່ນ: ຜູ້ນໍາປອມ, ຜູ້ເຮັດວຽກປອມ, ຄົນຊົ່ວຮ້າຍ, ຜູ້ບໍ່ເຊື່ອ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ. ຈຸດປະສົງຂອງການແຍກແຍະຄົນຕ່າງໆ ກໍເພື່ອແກ້ໄຂບັນຫາ. ມີພຽງການແກ້ໄຂການລົບກວນທີ່ເກີດຈາກຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສຢ່າງຖີ່ຖ້ວນເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະສາມາດດໍາເນີນໄປຢ່າງບໍ່ມີອຸປະສັກ ແລະ ຄວາມປະສົງຂອງພຣະເຈົ້າຈຶ່ງຈະສາມາດດຳເນີນໄປໄດ້ໃນຄຣິສຕະຈັກ. ໃນເວລາດຽວກັນ, ການຈັດການກັບຄົນຊົ່ວຮ້າຍກໍຍັງເປັນການຕັກເຕືອນ ເພື່ອຫຼີກລ່ຽງການເຮັດຜິດພາດ ຫຼື ການເຮັດຄວາມຊົ່ວ, ເຮັດໃຫ້ຕົນເອງສາມາດບັນລຸການຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້. ດ້ວຍວິທີນີ້, ເຈົ້າບໍ່ພຽງແຕ່ບັນລຸໜ້າທີ່ຂອງເຈົ້າ ແລະ ຮັບການເຂົ້າສູ່ຊີວິດ, ແຕ່ເຈົ້າຍັງເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງອີກດ້ວຍ. ນີ້ບໍ່ແມ່ນການຍິງປືນລູກດຽວໄດ້ນົກສອງໂຕບໍ? ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ສາມາດແກ້ໄຂບັນຫາໄດ້, ສິ່ງນີ້ກໍພິສູດວ່າເຈົ້າມີຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ບັນລຸຂໍ້ກຳນົດສຳລັບການຖືກເພາະປູກໃນເຮືອນຂອງພຣະເຈົ້າ; ດັ່ງນັ້ນ, ເຈົ້າຄວນເປັນຜູ້ນໍາພາ ແລະ ນໍາພາອ້າຍເອື້ອຍນ້ອງໃນການຮຽນຮູ້ທີ່ຈະແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ໃນຊີວິດຈິງ; ບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ; ຮູ້ຈັກວິທີການປະຕິບັດຕໍ່ຄົນທຸກປະເພດທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ; ຮູ້ຈັກວິທີການປະຕິບັດຄວາມຈິງ, ປະຕິບັດຕໍ່ຄົນຕ່າງໆ ຕາມຫຼັກການ ແລະ ໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ. ນີ້ຄືຄວາມຮັບຜິດຊອບຂອງເຈົ້າ. ໂດຍການປະຕິບັດໃນລັກສະນະນີ້, ເຈົ້າຈຶ່ງຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ເຈົ້າຈະຮຽນຮູ້ບົດຮຽນ, ໄດ້ຮັບການແຍກແຍະ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າໃນທຸກເລື່ອງທີ່ເຂົ້າມາໃນຊີວິດຈິງຂອງເຈົ້າ, ມີຫຼັກການປະຕິບັດໃນວິທີການທີ່ເຈົ້າຈັດການເລື່ອງຕ່າງໆ, ປະຕິບັດຕໍ່ຜູ້ຄົນ ແລະ ເຮັດໜ້າທີ່ຂອງເຈົ້າ. ດ້ວຍວິທີນີ້, ເຈົ້າຈຶ່ງຈະສາມາດປະຕິບັດຄວາມຈິງໄດ້. ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນກໍຄືການບັນລຸຜົນຮັບດັ່ງກ່າວ. ສະນັ້ນ, ບໍ່ວ່າຈະເກີດເລື່ອງໃດຂຶ້ນ, ເຈົ້າຕ້ອງຮຽນຮູ້ບົດຮຽນຂອງເຈົ້າ ແລະ ພັດທະນາການແຍກແຍະຢູ່ສະເໝີ; ເຈົ້າບໍ່ສາມາດປ່ອຍໃຫ້ມັນຫຼຸດລອຍໄປ, ທັງບໍ່ສາມາດພາດໂອກາດໃດໆ ທີ່ຈະຮຽນຮູ້ບົດຮຽນຂອງເຈົ້າ ແລະ ພັດທະນາການແຍກແຍະ. ເນື່ອງຈາກວ່າມີບາງສິ່ງເກີດຂຶ້ນ, ພວກເຮົາຕ້ອງບໍ່ປະເຊີນໜ້າກັບມັນດ້ວຍທັດສະນະຄະຕິທີ່ເປັນລົບ ແລະ ຈົ່ມຕໍ່ວ່າ; ໃນທາງກົງກັນຂ້າມ ພວກເຮົາຄວນປະເຊີນໜ້າກັບມັນດ້ວຍທັດສະນະຄະຕິທີ່ເປັນບວກ. ຈະເຮັດແນວນັ້ນໄດ້ແນວໃດ? ໂດຍການສະແຫວງຫາຄວາມຈິງ ເພື່ອແກ້ໄຂບັນຫາ. ຄົນທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ຄວາມເປັນມະນຸດຂອງພວກເຂົາກໍມີທັງດີ ແລະ ຊົ່ວ, ສະນັ້ນ ເມື່ອຜູ້ຄົນມາເຕົ້າໂຮມກັນ, ບັນຫາຈະບໍ່ເກີດຂຶ້ນໄດ້ແນວໃດ? ເນື່ອງຈາກພຣະເຈົ້າໄດ້ຈັດຕັ້ງສະພາບແວດລ້ອມແບບນີ້ໄວ້ໃຫ້ເຈົ້າ ເມື່ອພຣະອົງໄດ້ໃຫ້ເຈົ້າເຫັນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ດັ່ງກ່າວເກີດຂຶ້ນຢູ່ອ້ອມຂ້າງເຈົ້າ, ທັດສະນະຄະຕິຂອງເຈົ້າຄວນເປັນແນວໃດ? ຈົ່ງຂອບພຣະຄຸນພຣະເຈົ້າທີ່ວາງບັນຫາຕ່າງໆ ເຫຼົ່ານີ້ໄວ້ຕໍ່ໜ້າເຈົ້າ. ພຣະອົງກຳລັງໃຫ້ໂອກາດເຈົ້າໄດ້ຝຶກຝົນ ແລະ ຮຽນຮູ້ບົດຮຽນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າກໍຄວນຂອບພຣະຄຸນພຣະເຈົ້າເຊັ່ນກັນ ທີ່ໃຫ້ໂອກາດດັ່ງກ່າວແກ່ເຈົ້າ. ບໍ່ວ່າເຈົ້າຈະພົບບັນຫາໃດກໍຕາມ, ເຈົ້າຕ້ອງນໍາພາອ້າຍເອື້ອຍນ້ອງໃຫ້ຮຽນຮູ້ທີ່ຈະແຍກແຍະ, ຖອດຖອນບົດຮຽນ ແລະ ໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງໄປພ້ອມກັບເຈົ້າ. ນອກຈາກນີ້, ເຈົ້າຕ້ອງນໍາພາພວກເຂົາໄປພ້ອມກັບເຈົ້າ ເພື່ອໄຕ່ຕອງ ແລະ ຮັບຮູ້ວ່າຜູ້ຄົນມີແນວຄິດ ແລະ ຈິນຕະນາການຫຍັງກ່ຽວກັບບັນຫານັ້ນ, ມີທັດສະນະໃດແດ່ທີ່ບິດເບືອນ, ໄດ້ຮຽນຮູ້ບົດຮຽນຫຍັງແດ່ຈາກການພົບພໍ້ກັບເລື່ອງນີ້, ແນວຄິດ ແລະ ມຸມມອງທີ່ຜິດພາດໃດແດ່ ໄດ້ຮັບການແກ້ໄຂ ແລະ ທ້າຍທີ່ສຸດແມ່ນເຂົ້າໃຈຄວາມຈິງຫຍັງແດ່. ນີ້ຄືວິທີການທີ່ຄົນໃດຄົນໜຶ່ງຄວນມີປະສົບການກັບພາລະກິດຂອງພຣະເຈົ້າ, ໂດຍບໍ່ໃຫ້ພາດແມ່ນແຕ່ເລື່ອງດຽວ. ຖ້າເຈົ້າໄດ້ມີປະສົບການກັບພາລະກິດຂອງພຣະເຈົ້າເປັນເວລາຫຼາຍປີ ແລະ ໄດ້ແກ້ໄຂບັນຫາຫຼາຍຢ່າງ, ເຈົ້າຈະເຫັນວ່າພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ ແລະ ສາມາດຊໍາລະລ້າງຜູ້ຄົນ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນຈາກອິດທິພົນຂອງຊາຕານໄດ້ຢ່າງສົມບູນ. ເມື່ອຜູ້ຄົນເຂົ້າໃຈ ແລະ ໄດ້ຮັບຄວາມຈິງ, ພວກເຂົາຈະເຫັນວ່າ ພຣະທຳຂອງພຣະເຈົ້າຖືກເຮັດໃຫ້ສຳເລັດ ແລະ ບັນລຸຜົນຢ່າງສົມບູນ. ເມື່ອຜູ້ຄົນທີ່ພຣະເຈົ້າເລືອກສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະສາມາດປະສານພຣະທຳຂອງພຣະເຈົ້າ ເຂົ້າໃນຊີວິດຈິງຂອງພວກເຂົາ, ໃຊ້ພຣະທຳຂອງພຣະເຈົ້າຢ່າງຖືກຕ້ອງ ເພື່ອເບິ່ງຜູ້ຄົນ ແລະ ເລື່ອງຕ່າງໆ ແລະ ປະເມີນຜູ້ຄົນ ແລະ ທຸກສິ່ງທີ່ພວກເຂົາເຮັດໂດຍພຣະທຳຂອງພຣະເຈົ້າ, ແທນທີ່ຈະອີງໃສ່ສິ່ງທີ່ພວກເຂົາເຫັນ ຫຼື ຄວາມຮູ້ສຶກຂອງພວກເຂົາ ແລະ ບໍ່ແມ່ນອີງໃສ່ແນວຄິດ ແລະ ຈິນຕະນາການຢ່າງແນ່ນອນ. ຫຼັງຈາກທີ່ພວກເຂົາໄດ້ຮຽນຮູ້ບົດຮຽນເຫຼົ່ານີ້ແລ້ວ, ມັນກໍຈະງ່າຍຂຶ້ນສຳລັບພວກເຂົາທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍສາມາດດຳລົງຊີວິດຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ. ດ້ວຍວິທີນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຈະໄດ້ມາດຕະຖານຢ່າງສົມບູນໃນວຽກງານຂອງພວກເຂົາ ແລະ ຄວາມຮັບຜິດຊອບຂອງພວກເຂົາກໍຖືກເຮັດໃຫ້ສຳເລັດ. ມີພຽງແຕ່ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກ ໄດ້ເຮັດວຽກຂອງພວກເຂົາຢ່າງຖີ່ຖ້ວນເທົ່ານັ້ນ ຜູ້ຄົນທີ່ພຣະເຈົ້າເລືອກຈຶ່ງຈະສາມາດບັນລຸຜົນຮັບເຫຼົ່ານີ້. ຖ້າໃນຫຼາຍສະຖານະການທີ່ເຈົ້າພົບພໍ້, ເຈົ້າບໍ່ຮູ້ວິທີນໍາພາອ້າຍເອື້ອຍນ້ອງໃຫ້ຮຽນຮູ້ບົດຮຽນ ແລະ ເຈົ້າບໍ່ສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ໄດ້, ແລ້ວເຈົ້າກໍຄືຄົນຕາບອດ, ເປັນຄົນດ້ານຊາ ແລະ ສະໝອງຕື້ ແລະ ເປັນຄົນເບົາປັນຍາ. ເມື່ອປະເຊີນໜ້າກັບສະຖານະການດັ່ງກ່າວ, ບໍ່ພຽງແຕ່ເຈົ້າຈະຮູ້ສຶກວຸ້ນວາຍເກີນໄປ, ບໍ່ຮູ້ວິທີຈັດການພວກມັນ ແລະ ບໍ່ມີຄວາມສາມາດພຽງພໍສຳລັບວຽກງານນີ້, ແຕ່ມັນຍັງຈະສົ່ງຜົນກະທົບຕໍ່ປະສົບການຂອງອ້າຍເອື້ອຍນ້ອງຕໍ່ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ເຫຼົ່ານີ້ອີກດ້ວຍ. ຖ້າເຈົ້າຈັດການເລື່ອງຕ່າງໆ ຢ່າງບໍ່ເໝາະສົມ, ບໍ່ເຮັດວຽກງານໃດໆ, ບໍ່ເວົ້າແມ່ນແຕ່ຄຳດຽວເພື່ອໂອ້ລົມຄວາມຈິງທີ່ເຈົ້າຄວນຈະເວົ້າ ແລະ ບໍ່ສາມາດເວົ້າສິ່ງໃດທີ່ເປັນປະໂຫຍດ ຫຼື ອົບຮົມສັ່ງສອນໃຫ້ຄົນອື່ນໄດ້, ແລ້ວເມື່ອຫຼາຍຄົນປະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນເຫຼົ່ານີ້, ພວກເຂົາບໍ່ພຽງແຕ່ຈະລົ້ມເຫຼວໃນການຮັບເອົາເລື່ອງເຫຼົ່ານີ້ຈາກພຣະເຈົ້າ, ປະຕິບັດຕໍ່ພວກມັນໃນທາງບວກ ແລະ ຢ່າງຫ້າວຫັນ ແລະ ຮຽນຮູ້ບົດຮຽນຈາກພວກມັນ, ແຕ່ແນວຄິດ ແລະ ຄວາມລະມັດລະວັງຂອງພວກເຂົາຕໍ່ພຣະເຈົ້າ ກໍຈະນັບມື້ນັບຮຸນແຮງຂຶ້ນ, ເຊັ່ນດຽວກັບຄວາມບໍ່ໄວ້ວາງໃຈ ແລະ ຄວາມສົງໄສຂອງພວກເຂົາຕໍ່ພຣະອົງ. ນີ້ບໍ່ແມ່ນຜົນສະທ້ອນຂອງການທີ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ຂາດຄວາມເປັນຈິງແຫ່ງຄວາມຈິງ ແລະ ບໍ່ສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາບໍ? ນີ້ບໍ່ແມ່ນສັນຍານວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດເຮັດວຽກຕົວຈິງໄດ້ບໍ? ເຈົ້າບໍ່ໄດ້ເຮັດວຽກງານຂອງຄຣິສຕະຈັກຢ່າງຖືກຕ້ອງ, ບໍ່ໄດ້ສຳເລັດການຝາກຝັງທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ, ບໍ່ໄດ້ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ບໍ່ໄດ້ນໍາພາອ້າຍເອື້ອຍນ້ອງໃຫ້ອອກຈາກອຳນາດຂອງຊາຕານ. ພວກເຂົາຍັງຄົງດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມ ແລະ ການລໍ້ລວງຂອງຊາຕານ. ເຈົ້າບໍ່ໄດ້ກຳລັງເຮັດໃຫ້ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ຊັກຊ້າຢູ່ບໍ? ເຈົ້າກຳລັງທຳຮ້າຍຜູ້ຄົນຢ່າງຮ້າຍແຮງ! ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າຄວນຍອມຮັບເອົາການຝາກຝັງຂອງພຣະເຈົ້າ, ເພື່ອນໍາພາອ້າຍເອື້ອຍນ້ອງໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ, ເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ເພື່ອບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ເພື່ອເຮັດໜ້າທີ່ຂອງພວກເຂົາດ້ວຍຫຼັກການ, ດ້ວຍເຫດນີ້ຈຶ່ງເພີ່ມຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ບໍ່ພຽງແຕ່ເຈົ້າລົ້ມເຫຼວໃນການປະຕິບັດດ້ວຍວິທີນີ້, ແຕ່ເຈົ້າຍັງບໍ່ໄດ້ຈຳກັດ ຫຼື ແກ້ໄຂການລົບກວນທີ່ເກີດຈາກຄົນຊົ່ວຮ້າຍ, ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ບໍ່ພຽງແຕ່ພວກເຂົາບໍ່ມີຄວາມກ້າວໜ້າ ແລະ ບໍ່ເຂົ້າໃຈຄວາມຈິງ ຫຼື ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ, ແຕ່ພວກເຂົາຍັງໄດ້ພັດທະນາແນວຄິດ ແລະ ຄວາມເຂົ້າໃຈຜິດຫຼາຍຢ່າງກ່ຽວກັບພຣະເຈົ້າ, ໂດຍບໍ່ມີການອ່ອນນ້ອມທີ່ແທ້ຈິງໃດໆ ເລີຍ. ແລ້ວທຸກສິ່ງທີ່ເຈົ້າໄດ້ເຮັດນັ້ນ ບໍ່ແມ່ນການຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າບໍ? ບໍ່ພຽງແຕ່ເຈົ້າບໍ່ໄດ້ນໍາພາຜູ້ຄົນທີ່ພຣະເຈົ້າເລືອກ ໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ຫຼື ປົກປ້ອງພວກເຂົາ, ແຕ່ພັດປ່ອຍໃຫ້ພວກເຂົາຖືກລົບກວນໂດຍຄົນຊົ່ວຮ້າຍ ແລະ ຖືກນໍາພາຢ່າງຜິດໆ ແລະ ຄວບຄຸມໂດຍພວກຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າບໍ່ໄດ້ເຮັດສິ່ງທີ່ທຳຮ້າຍຄົນຂອງເຈົ້າເອງ ແລະ ເຮັດໃຫ້ສັດຕູຂອງເຈົ້າພໍໃຈບໍ? ເຈົ້າບໍ່ໄດ້ຊ່ວຍເຫຼືອ ແລະ ສົ່ງເສີມຄວາມຊົ່ວຮ້າຍບໍ? ເຈົ້າໄດ້ເຮັດວຽກມາເປັນເວລາດົນນານ; ເຖິງຢ່າງໃດກໍຕາມ, ບໍ່ພຽງແຕ່ເຈົ້າລົ້ມເຫຼວໃນການບັນລຸຜົນຮັບທີ່ດີ, ແຕ່ເຈົ້າຍັງໄດ້ເຮັດໃຫ້ໄລຍະຫ່າງລະຫວ່າງອ້າຍເອື້ອຍນ້ອງ ແລະ ພຣະເຈົ້ານັບມື້ນັບໄກອອກໄປ ແລະ ເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກ ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ໂດຍບໍ່ເຂົ້າໃຈຄວາມຈິງ ຫຼື ຮູ້ຈັກວິທີການແຍກແຍະການຂັດຂວາງ ແລະ ການລົບກວນຂອງຄົນຊົ່ວຮ້າຍ, ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການເຂົ້າສູ່ຊີວິດຂອງພວກເຂົາ. ບັນຫາຢູ່ທີ່ບ່ອນນີ້ແມ່ນຫຍັງ? ນີ້ບໍ່ແມ່ນການເຮັດຄວາມຊົ່ວຫຼາຍຢ່າງບໍ? ບໍ່ວ່າຜູ້ນໍາ ແລະ ຜູ້ເຮັດວຽກຈະເຮັດວຽກງານໃດກໍຕາມ, ຖ້າພວກເຂົາບໍ່ສາມາດກະທຳຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຈັດການເລື່ອງຕ່າງໆ ແລະ ແກ້ໄຂບັນຫາຕາມຫຼັກການຄວາມຈິງ, ຜົນກະທົບຂອງພວກເຂົາກໍຈະຂະຫຍາຍອອກໄປນອກເໜືອຈາກຕົວພວກເຂົາເອງ ຫຼື ພຽງແຕ່ສອງສາມຄົນເທົ່ານັ້ນ; ມັນຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນໃນຄຣິສຕະຈັກ, ຜົນຂອງການປະຕິບັດໜ້າທີ່ຂອງຜູ້ຄົນທີ່ພຣະເຈົ້າເລືອກ, ຜົນຂອງການເຜີຍແຜ່ພຣະກິດຕິຄຸນແຫ່ງລາຊະອານາຈັກ ແລະ ແມ່ນແຕ່ຜູ້ຄົນທີ່ພຣະເຈົ້າເລືອກຈະສາມາດໄດ້ຮັບຄວາມລອດພົ້ນ ແລະ ຖືກນໍາເຂົ້າສູ່ລາຊະອານາຈັກຂອງພຣະເຈົ້າໄດ້ ຫຼື ບໍ່, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຂົງເຂດທີ່ມັນອາດຈະສົ່ງຜົນກະທົບໄດ້. ບາງຄົນເຊື່ອໃນພຣະເຈົ້າແຕ່ຕິດຕາມຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ, ສົ່ງຜົນໃຫ້ພວກເຂົາຕົກຢູ່ໃນຄວາມພິນາດ. ມັນກໍຄືກັນກັບຄົນໃນວົງການສາສະໜາທີ່ຖືກນໍາພາຢ່າງຜິດໆ ແລະ ຄວບຄຸມໂດຍສິດຍາພິບານ ແລະ ຜູ້ອາວຸໂສ, ຜົນກໍຄືພວກເຂົາລົ້ມເຫຼວໃນການຕ້ອນຮັບພຣະເຈົ້າ ເມື່ອພຣະອົງກັບຄືນມາ ແລະ ແທນທີ່ຈະຕົກຢູ່ໃນໄພພິບັດ. ສິ່ງທັງໝົດນີ້ເປັນຄວາມຈິງທີ່ພິສູດໄດ້. ສະນັ້ນ, ການທີ່ສາມາດແຍກແຍະຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ນັ້ນ ເປັນປະໂຫຍດຢ່າງຍິ່ງຕໍ່ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ!

ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກຮຽກຮ້ອງໃຫ້ພວກເຂົາປະຕິບັດໜ້າວຽກທີ່ສຳຄັນທີ່ສຸດສາມຢ່າງ: ຢ່າງທຳອິດ, ພວກເຂົາຕ້ອງລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນວຽກງານຂອງຄຣິສຕະຈັກ. ຢ່າງທີສອງ, ຫຼັງຈາກທີ່ແຍກແຍະ ແລະ ກຳນົດລັກສະນະຂອງພວກເຂົາແລ້ວ, ພວກເຂົາຕ້ອງຢຸດຢັ້ງ ແລະ ຈຳກັດຄົນຊົ່ວຮ້າຍໂດຍທັນທີ; ນີ້ຄືຂັ້ນຕອນທີສອງ. ຢ່າງທີສາມ, ໃນຂະນະທີ່ຢຸດ ແລະ ຈຳກັດຄົນຊົ່ວຮ້າຍ ແລະ ພິກສະຖານະການ, ພວກເຂົາຕ້ອງໂອ້ລົມພຣະທຳຂອງພຣະເຈົ້າກັບອ້າຍເອື້ອຍນ້ອງຢູ່ເລື້ອຍໆ ເພື່ອເປີດໂປງການກະທຳທີ່ຊົ່ວຮ້າຍຂອງຄົນຊົ່ວຮ້າຍ ແລະ ຕິດຕາມປະຕິກິລິຍາ ແລະ ຄວາມເຂົ້າໃຈຂອງອ້າຍເອື້ອຍນ້ອງກ່ຽວກັບເລື່ອງນີ້ຢ່າງໃກ້ຊິດ, ພ້ອມທັງແກ້ໄຂມຸມມອງທີ່ບໍ່ຖືກຕ້ອງໃດໆທີ່ພວກເຂົາມີ ໃນທັນທີ. ແນ່ນອນ, ຖ້າອ້າຍເອື້ອຍນ້ອງບາງຄົນທີ່ໄລ່ຕາມຄວາມຈິງມີຄວາມເຂົ້າໃຈ, ພວກເຂົາຄວນໄດ້ຮັບການສົ່ງເສີມໃຫ້ໂອ້ລົມຫຼາຍຂຶ້ນ. ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຊ່ວຍເຫຼືອຜູ້ທີ່ອ່ອນແອ ຫຼື ມີຄວາມເຕີບໂຕໜ້ອຍ ແລະ ສົ່ງເສີມໃຫ້ພວກເຂົາເວົ້າຫຼາຍຂຶ້ນ. ຜົນຮັບທີ່ຕັ້ງໃຈໄວ້ກໍຄືການຊ່ວຍໃຫ້ອ້າຍເອື້ອຍນ້ອງໄດ້ຮັບການແຍກແຍະ ແລະ ຮຽນຮູ້ບົດຮຽນຈາກເຫດການທີ່ເກີດຂຶ້ນ, ຮຽນຮູ້ທີ່ຈະແຍກແຍະຜູ້ຄົນ ແລະ ເລື່ອງຕ່າງໆ. ຈຸດປະສົງຂອງການແຍກແຍະຜູ້ຄົນ ແລະ ເລື່ອງຕ່າງໆ ກໍຄືການເຮັດໃຫ້ພວກເຂົາສາມາດເຂົ້າໃຈຄົນປະເພດຕ່າງໆ ໄດ້ຢ່າງຖືກຕ້ອງ ແລະ ປະຕິບັດຕໍ່ພວກເຂົາດ້ວຍວິທີການທີ່ຖືກຕ້ອງ ຕາມຫຼັກການຄວາມຈິງ, ໃນຂະນະທີ່ຮຽນຮູ້ບົດຮຽນດ້ວຍຕົນເອງເຊັ່ນກັນ. ພວກເຂົາຄວນຮຽນຮູ້ບົດຮຽນຫຍັງແດ່? ພວກເຂົາຄວນສັງເກດເບິ່ງວ່າ ທັດສະນະຄະຕິຂອງພຣະເຈົ້າຕໍ່ຄົນເຫຼົ່ານີ້ເປັນແນວໃດ ເມື່ອພຣະອົງໄຈ້ແຍກ ແລະ ເປີດໂປງສະພາວະຂອງພວກເຂົາ, ການຮູ້ຈັກທັດສະນະຄະຕິຂອງພຣະເຈົ້າຕໍ່ຄົນເຫຼົ່ານີ້ ເຮັດໃຫ້ຮູ້ແຈ້ງຂຶ້ນວ່າ ຄົນເຮົາຄວນເປັນຄົນແບບໃດ ແລະ ຄວນເດີນໄປໃນເສັ້ນທາງໃດ, ບໍ່ແມ່ນບໍ? (ແມ່ນແລ້ວ.) ສະຫຼຸບແລ້ວ, ຜົນຮັບສຸດທ້າຍທີ່ຕ້ອງບັນລຸແມ່ນເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ ໃນສະພາບແວດລ້ອມຂອງຊີວິດຈິງ, ເພື່ອຈະສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງປົກກະຕິ ແລະ ຍອມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ດ້ວຍວິທີນີ້, ການປະຕິບັດວຽກງານຂອງຄຣິສຕະຈັກຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ເມື່ອພິຈາລະນາຈາກສາມຂັ້ນຕອນຂອງການປະຕິບັດວຽກງານນີ້, ມັນຍາກບໍສໍາລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະເຮັດວຽກນີ້ໃຫ້ດີ? (ບໍ່.) ຖ້າອີງໃສ່ຄວາມເມດຕາ ແລະ ຄວາມສາມາດຂອງມະນຸດ, ມັນອາດເປັນສິ່ງໜັກໜ່ວງທີ່ຈະເຮັດວຽກນີ້ໃຫ້ດີ, ເພາະເຈົ້າຈະບໍ່ບັນລຸຜົນຮັບທີ່ພຣະເຈົ້າກຳນົດ ແລະ ຈະບໍ່ບັນລຸຄວາມຮັບຜິດຊອບທີ່ແທ້ຈິງຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເຈົ້າສາມາດເຮັດວຽກນີ້ໄດ້ດີບໍ ຖ້າອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ? (ບໍ່.) ເວົ້າໃຫ້ຊັດເຈນກໍຄື ການອີງໃສ່ອຸປະນິໄສທີ່ເສື່ອມຊາມເພື່ອເຮັດວຽກນີ້ ໝາຍເຖິງການກະທຳຕາມແນວຄິດຂອງເຈົ້າເອງ. ສິ່ງນີ້ຈະສົ່ງຜົນໃຫ້ເກີດຫຍັງຂຶ້ນ? (ມັນຈະກໍ່ໃຫ້ເກີດຄວາມວຸ້ນວາຍໃນຄຣິສຕະຈັກ.) ນີ້ຄືຜົນສະທ້ອນຢ່າງໜຶ່ງ: ຍິ່ງເຈົ້າເຮັດວຽກຫຼາຍເທົ່າໃດ, ສິ່ງຕ່າງໆ ກໍຍິ່ງວຸ້ນວາຍຫຼາຍຂຶ້ນເທົ່ານັ້ນ. ຄວາມວຸ້ນວາຍແມ່ນຫຍັງ? ສະພາວະທີ່ສະເພາະເຈາະຈົງຂອງຄວາມວຸ້ນວາຍແມ່ນຫຍັງ? ມັນຄື ໃນລະຫວ່າງການເຕົ້າໂຮມ, ຜູ້ຄົນບໍ່ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມຄວາມຈິງໄດ້ຢ່າງປົກກະຕິ. ມີຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອທີ່ກໍ່ໃຫ້ເກີດການລົບກວນຢູ່ສະເໝີ ຫຼື ມີການຂັດແຍ້ງກັນຢູ່ຕະຫຼອດ, ໂດຍທີ່ທຸກຄົນຍຶດໝັ້ນໃນມຸມມອງຂອງພວກເຂົາເອງ ແລະ ສ້າງຕັ້ງກຸ່ມກ້ອນ ແລະ ພັກພວກ; ອ້າຍເອື້ອຍນ້ອງຂາດການແຍກແຍະ ແລະ ບໍ່ຮູ້ຈະເຮັດແນວໃດ, ຜູ້ທີ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຜູ້ທີ່ຮັກຄວາມຈິງກໍຖືກລົບກວນເຊັ່ນກັນ ແລະ ຊີວິດຂອງພວກເຂົາກໍບໍ່ເຕີບໂຕ. ໃນຄຣິສຕະຈັກເຊັ່ນນັ້ນ, ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອຈະກຳອຳນາດຢ່າງສົມບູນ ແລະ ພຣະວິນຍານບໍລິສຸດຈະບໍ່ເຮັດພາລະກິດ. ໃນຄຣິສຕະຈັກເຊັ່ນນັ້ນ, ບໍ່ວ່າຈະເກີດຫຍັງຂຶ້ນ, ຜູ້ຄົນກໍຕ່າງຄົນຕ່າງເວົ້າກັນໄປຕ່າງໆ ນາໆ, ສະແດງມຸມມອງທຸກປະເພດ, ເກືອບບໍ່ກ່າວເຖິງມຸມມອງທີ່ຖືກຕ້ອງໃດໆ ເລີຍ. ຄຣິສຕະຈັກຈະແຕກແຍກອອກເປັນຫຼາຍກຸ່ມກ້ອນຢ່າງໄວວາ, ບໍ່ມີຄວາມສາມັກຄີໃນຜູ້ຄົນ ແລະ ບໍ່ມີສັນຍານຂອງພາລະກິດ ຫຼື ການນໍາພາຂອງພຣະວິນຍານບໍລິສຸດ. ຜູ້ຄົນຕ່າງລະແວດລະວັງ ແລະ ສົງໄສກັນ; ສອງ ຫຼື ສາມກຸ່ມແຍ່ງຊິງອຳນາດ ແລະ ຜົນປະໂຫຍດ; ທຸກຄົນຕ່າງສະແຫວງຫາຜູ້ສະໜັບສະໜູນຂອງພວກເຂົາເອງ ແລະ ໂຈມຕີ ແລະ ກີດກັນຜູ້ເຫັນຕ່າງ; ແລະ ອາດຈະມີການກະທຳຊົ່ວທຸກຮູບແບບ. ນີ້ຄືພາບຂອງຄວາມວຸ້ນວາຍ. ສະຖານະການນີ້ເກີດຂຶ້ນໄດ້ແນວໃດ? ບໍ່ແມ່ນຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດເຮັດວຽກຂອງພວກເຂົາໄດ້ບໍ? (ແມ່ນແລ້ວ.) ການທີ່ຜູ້ນໍາ ແລະ ຜູ້ເຮັດວຽກ ເຮັດວຽກຕາມແນວຄິດຂອງຕົນເອງນັ້ນ ນຳມາເຊິ່ງຜົນສະທ້ອນເຫຼົ່ານີ້. ການເຮັດວຽກຕາມແນວຄິດຂອງຕົນເອງໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ເຂົ້າໃຈຄວາມຈິງ, ຂາດຫຼັກການ ແລະ ກະທຳຢ່າງຫຼັບຫູຫຼັບຕາ ໂດຍອີງໃສ່ອຸປະນິໄສທີ່ເສື່ອມຊາມ ແລະ ແນວຄິດ ແລະ ຈິນຕະນາການຂອງມະນຸດ, ນໍາໄປສູ່ສະພາວະທີ່ວຸ້ນວາຍຫຼາຍຂຶ້ນໃນຄຣິສຕະຈັກ. ບາງຄົນອາດເວົ້າວ່າ: “ເປັນໄປໄດ້ແນວໃດທີ່ຈະມີຄົນຊົ່ວຮ້າຍມາກໍ່ກວນໃນຄຣິສຕະຈັກ? ຂ້ອຍບໍ່ຮູ້ວ່າໃຜຖືກໃຜຜິດ ຫຼື ຄວນຢູ່ຝ່າຍໃດ”. ຄົນອື່ນອາດເວົ້າວ່າ: “ຄຣິສຕະຈັກແບ່ງອອກເປັນຫຼາຍກຸ່ມກ້ອນ. ພວກເຮົາຈະດຳລົງຊີວິດໃນຄຣິສຕະຈັກໄດ້ແນວໃດ? ການເຕົ້າໂຮມທຸກຄັ້ງບໍ່ເກີດຜົນ ແລະ ເສຍເວລາ. ການເຊື່ອຕໍ່ໄປແບບນີ້ຈະບໍ່ເກີດຜົນຫຍັງເລີຍ”. ເມື່ອຄຣິສຕະຈັກວຸ້ນວາຍຈົນຜູ້ຄົນທີ່ພຣະເຈົ້າເລືອກບໍ່ສາມາດດຳລົງຊີວິດໃນຄຣິສຕະຈັກໄດ້, ມັນກໍຈະຖືກພຣະເຈົ້າລັງກຽດປະຕິເສດຢ່າງສິ້ນເຊີງ. ສິ່ງນີ້ສະແດງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ຕາບໃດທີ່ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອຍັງກຳອຳນາດ, ພວກເຂົາກໍຈະທຳລາຍຄຣິສຕະຈັກ. ຄຣິສຕະຈັກບໍ່ສາມາດດຳເນີນໄປໄດ້ ຖ້າປາດສະຈາກຄົນດີ ແລະ ຜູ້ທີ່ປະຕິບັດຄວາມຈິງ ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ ນັ້ນກໍຄື ຖ້າປາດສະຈາກພວກເຂົາ, ມັນຈະເປັນໄປບໍ່ໄດ້ທີ່ຈະຄວບຄຸມສິ່ງຕ່າງໆ ໄວ້ໄດ້! ຖ້າຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອບໍ່ຖືກຄວບຄຸມ, ກໍຈະບໍ່ມີຊີວິດໃນຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກກໍຈະຖືກເຮັດໃຫ້ສັບສົນໂດຍສິ້ນເຊີງ, ກາຍເປັນຄວາມວຸ້ນວາຍ. ນີ້ຄືຜົນຮັບເມື່ອຜູ້ນໍາ ແລະ ຜູ້ເຮັດວຽກ ບໍ່ໄດ້ເຮັດວຽກຂອງພວກເຂົາເປັນຢ່າງດີ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດຍອມຮັບຄວາມຈິງ, ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ຫຼື ເພິ່ງພາພຣະເຈົ້າໄດ້, ພວກເຂົາກໍຈະບໍ່ສາມາດເຮັດວຽກງານຂອງຄຣິສຕະຈັກໄດ້ດີ. ພວກເຂົາຈະບໍ່ສາມາດແກ້ໄຂບັນຫາໃດໆ ທີ່ເກີດຂຶ້ນໃນຄຣິສຕະຈັກ ຫຼື ແກ້ໄຂຄວາມຍາກລຳບາກໃດໆ ທີ່ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງປະເຊີນໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ຈະສາມາດສ້າງຜົນດີໄດ້ບໍ ຖ້າພວກເຂົາກຳອຳນາດ? ພວກເຂົາສາມາດນຳຄວາມວຸ້ນວາຍເຂົ້າສູ່ຄຣິສຕະຈັກເທົ່ານັ້ນ ນັ້ນກໍຄື ໃນທີ່ສຸດແລ້ວ ນີ້ຄືສະຖານະການປະເພດທີ່ຈະເກີດຂຶ້ນ. ຈາກນັ້ນຄຣິສຕະຈັກແຫ່ງນີ້ກໍຈະກາຍເປັນທີ່ຮ້າງເປົ່າ, ເປັນສະຖານທີ່ທີ່ຊາຕານກຳອຳນາດ; ມັນເສື່ອມສະພາບກາຍເປັນສິ່ງອື່ນ. ພຣະເຈົ້າຈະບໍ່ຮັບຮູ້ຄຣິສຕະຈັກນີ້ ແລະ ພຣະວິນຍານບໍລິສຸດຈະບໍ່ເຮັດພາລະກິດໃນຄຣິສຕະຈັກແຫ່ງນີ້. ຄຣິສຕະຈັກເຊັ່ນນີ້ເປັນພຽງແຕ່ຊື່ເທົ່ານັ້ນ ແລະ ຄວນປິດໂຕລົງ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?