ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20) ສ່ວນທີ ໜຶ່ງ

ຂໍ້ທີສິບສອງ: ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີແປດ)

ໃນການເຕົ້າໂຮມຄັ້ງທີ່ຜ່ານມາ ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກຈົບແລ້ວ. ພວກເຈົ້າໄດ້ເອົາຕົນເອງໄປປຽບທຽບໃສ່ກັບເນື້ອໃນຂອງການໂອ້ລົມນີ້ແລ້ວບໍ? ປົກກະຕິພວກເຈົ້າໄດ້ໄຕ່ຕອງກ່ຽວກັບການໂອ້ລົມນີ້ເລື້ອຍໆບໍ? ເມື່ອພວກເຂົາໄດ້ຟັງການໂອ້ລົມຂອງເຮົາແລ້ວ, ຜູ້ທີ່ຮັກຄວາມຈິງ ແລະ ຜູ້ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ມີຄວາມເປັນມະນຸດຢູ່ບາງສ່ວນກໍສາມາດປະຕິບັດຄວາມຈິງບາງຢ່າງໄດ້ ຫຼັງຈາກທີ່ພວກເຂົາເຂົ້າໃຈມັນ. ກ່ອນອື່ນ, ພວກເຂົາສາມາດນຳເອົາຄວາມຈິງທີ່ພວກເຂົາເຂົ້າໃຈມາສ່ອງເບິ່ງສະຖານະການຂອງພວກເຂົາ, ກວດສອບຕົນເອງໂດຍອີງໃສ່ຄວາມຈິງ, ຊອກຫາບັນຫາຂອງຕົນເອງ ແລະ ຈາກນັ້ນກໍນຳໃຊ້ບາງເລື່ອງລາວ ແລະ ສະພາບແວດລ້ອມບາງຢ່າງໃນຊີວິດຈິງ ແລະ ໃນການປະຕິບັດໜ້າທີ່ ເພື່ອແກ້ໄຂບັນຫາເຫຼົ່ານີ້. ເທື່ອລະກ້າວ, ກ່ຽວກັບຄວາມຈິງທີ່ພວກເຂົາເຂົ້າໃຈ, ພວກເຂົາກໍກຳແໜ້ນຫຼັກການທີ່ຜູ້ຄົນຄວນປະຕິບັດ ແລະ ຍຶດໝັ້ນ. ໃນດ້ານໜຶ່ງ, ພວກເຂົາໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບຕົນເອງຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍເຂົ້າໃຈຢ່າງເປັນຮູບປະທຳ ແລະ ຖືກຕ້ອງຫຼາຍຂຶ້ນວ່າ ຄວາມຈິງນັ້ນກ່າວເຖິງ ແລະ ມີເນື້ອໃນຫຍັງແທ້. ເຖິງຢ່າງໃດກໍຕາມ ຜູ້ທີ່ບໍ່ຮັກຄວາມຈິງ ແຕ່ກຽດຊັງມັນ ແມ່ນບໍ່ມີຈິດສຳນຶກ ແລະ ບໍ່ມີການປ່ຽນແປງໃນພວກເຂົາເລີຍ, ບໍ່ວ່າພວກເຂົາຈະໄດ້ຍິນຄວາມຈິງຫຼາຍສໍ່າໃດກໍຕາມ. ສະພາວະ, ທັດສະນະຄະຕິໃນເວລາປະຕິບັດໜ້າທີ່, ເປົ້າໝາຍທີ່ສະແຫວງຫາ, ຮູບແບບການດຳລົງຊີວິດ ແລະ ຫຼັກການໃນການປະພຶດຕົນຂອງພວກເຂົາກໍບໍ່ປ່ຽນແປງເລີຍ. ພວກເຂົາຍັງຄົງກະທຳຕາມທີ່ພວກເຂົາຕ້ອງການ ແລະ ດຳລົງຊີວິດຕາມທີ່ພວກເຂົາພໍໃຈ; ຄວາມຈິງເຫຼົ່ານີ້ບໍ່ມີຜົນຫຍັງຕໍ່ພວກເຂົາເລີຍ ແລະ ທັງບໍ່ສາມາດເຮັດໃຫ້ພວກເຂົາໄຕ່ຕອງ ແລະ ຮູ້ຈັກຕົນເອງຈົນເຖິງຂັ້ນກຽດຊັງຕົນເອງໄດ້. ຖ້າພວກເຂົາບໍ່ສາມາດໄປເຖິງຂັ້ນກຽດຊັງຕົນເອງໄດ້, ພວກເຂົາກໍບໍ່ສາມາດບັນລຸການກັບໃຈຢ່າງແທ້ຈິງໄດ້ຢ່າງແນ່ນອນ. ຖ້າປາສະຈາກການກັບໃຈຢ່າງແທ້ຈິງ, ກໍບໍ່ມີທາງເຂົ້າທີ່ແທ້ຈິງ; ປາສະຈາກທາງເຂົ້າທີ່ແທ້ຈິງ, ກໍບໍ່ມີການປ່ຽນແປງທາງດ້ານອຸປະນິໄສຢ່າງແນ່ນອນ. ສະນັ້ນ, ຫຼາຍຄົນທີ່ໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ, ເຖິງແມ່ນວ່າພວກເຂົາຈະເຕົ້າໂຮມ, ປະຕິບັດໜ້າທີ່, ໄດ້ຟັງການເທດສະໜາມາຫຼາຍປີ ແລະ ພົວພັນກັບອ້າຍເອື້ອຍນ້ອງຢູ່ເລື້ອຍໆ, ແຕ່ພວກເຂົາກໍບໍ່ມີຄວາມເຂົ້າໃຈໃດໆ ກ່ຽວກັບຕົນເອງ, ບໍ່ສະແດງໃຫ້ເຫັນການປ່ຽນແປງໃດໆ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍບໍ່ໄດ້ເພີ່ມຂຶ້ນເລີຍ. ພວກເຂົາຕິດຕາມພຣະເຈົ້າດ້ວຍແນວຄິດ ແລະ ຈິນຕະນາການເບື້ອງຕົ້ນຂອງພວກເຂົາ ແລະ ດ້ວຍເຈດຕະນາ ແລະ ຄວາມປາຖະໜາທີ່ຈະໄດ້ຮັບພອນ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ທັດສະນະຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າ, ມຸມມອງຂອງພວກເຂົາຕໍ່ສິ່ງຕ່າງໆ, ວິທີການໄລ່ຕາມຂອງພວກເຂົາ ແລະ ເປົ້າໝາຍທີ່ພວກເຂົາສະແຫວງຫາ ແລະ ທັດສະນະຄະຕິຂອງພວກເຂົາ ໃນເວລາປະຕິບັດໜ້າທີ່ຂອງພວກເຂົາກໍບໍ່ໄດ້ປ່ຽນແປງເລີຍ. ສິ່ງທີ່ຖືກເປີດໂປງອອກມາໃນປັດຈຸບັນຂອງພວກເຂົາ ແລະ ການສະແດງອອກທີ່ພວກເຂົາດຳລົງຊີວິດຢູ່ນັ້ນເປັນຜົນມາຈາກການບໍ່ໄລ່ຕາມຄວາມຈິງ. ພວກເຮົາໄດ້ໂອ້ລົມຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄປສິບສອງຂໍ້ແລ້ວ, ແຕ່ພຶດຕິກຳຂອງຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນກໍບໍ່ໄດ້ປ່ຽນແປງເລີຍ. ທັດສະນະຄະຕິຂອງພວກເຂົາໃນເວລາປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕໍ່ຂໍ້ກຳນົດຂອງພຣະເຈົ້າກໍບໍ່ໄດ້ປ່ຽນແປງເລີຍ. ເນື້ອໃນທີ່ໄດ້ໂອ້ລົມກັນໄປນັ້ນໄດ້ເປັນການເຕືອນສະຕິ, ກວດກາ ແລະ ການຊຸກຍູ້ຜູ້ທີ່ຂ້ອນຂ້າງສະແຫວງຫາຄວາມຈິງ ແລະ ຜູ້ທີ່ມີຄວາມເປັນມະນຸດຢູ່ບາງສ່ວນ ແລະ ຜູ້ທີ່ມີຄວາມສຳນຶກຢູ່ໜ້ອຍໜຶ່ງ. ເຖິງຢ່າງໃດກໍຕາມ, ມັນບໍ່ມີຜົນຫຍັງເລີຍຕໍ່ບາງຄົນທີ່ຂ້ອນຂ້າງຫົວແຂງ, ມີເລ່ຫຼ່ຽມຫຼາຍ ແລະ ບໍ່ຍອມຮັບຄວາມຈິງເລີຍ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເພາະວ່າທັດສະນະຄະຕິຂອງຄົນເຫຼົ່ານີ້ຕໍ່ຄວາມຈິງຄືການຕໍ່ຕ້ານ ແລະ ການລັງກຽດ. ບໍ່ວ່າຈະມີການໂອ້ລົມຄວາມຈິງຫຼາຍສໍ່າໃດກໍຕາມ, ທັດສະນະຄະຕິຂອງພວກເຂົາກໍຍັງຄືເກົ່າ: “ຢ່າງໃດກໍຕາມ, ຂ້ອຍກໍກຳລັງປະຕິບັດໜ້າທີ່ຂອງຂ້ອຍ ແລະ ຕິດຕາມພຣະເຈົ້າ; ຂ້ອຍກຳລັງເສຍສະລະຕົນເອງເພື່ອພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າຂ້ອຍຈະປະພຶດຕົນແນວໃດ, ຕາບໃດທີ່ຂ້ອຍຍຶດໝັ້ນຈົນເຖິງທີ່ສຸດ, ຂ້ອຍກໍສາມາດໄດ້ຮັບພອນ!” ແນວຄິດປະເພດນີ້ມີເຫດຜົນຢູ່ບໍ? ພວກເຂົາເປັນຄົນທີ່ແກ້ໄຂບໍ່ໄດ້ ແລະ ໄຮ້ຢາງອາຍຢ່າງສິ້ນເຊີງ, ບໍ່ແມ່ນບໍ? ນີ້ບໍ່ແມ່ນການຫົວແຂງ ແລະ ປະຕິເສດທີ່ຈະກັບໃຈບໍ່ວ່າຈະເປັນແນວໃດບໍ? (ແມ່ນແລ້ວ.)

ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ: “ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ກ່ອນໜ້ານີ້, ພວກເຮົາໄດ້ແບ່ງການໂອ້ລົມຂອງພວກເຮົາກ່ຽວກັບຄວາມຮັບຜິດຊອບນີ້ອອກເປັນສິບສອງບັນຫາ. ເນື້ອໃນຂອງສິບສອງບັນຫານີ້ສ່ວນໃຫຍ່ແມ່ນກ່າວເຖິງວິທີການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດການ ແລະ ແກ້ໄຂບັນຫາເຫຼົ່ານີ້ ເມື່ອມີຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນປາກົດຂຶ້ນໃນຄຣິສຕະຈັກ ເພື່ອບັນລຸຜົນຂອງການປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ດ້ວຍເຫດນີ້ຈຶ່ງເປັນການປະຕິບັດບົດບາດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນສະແດງອອກ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນປະຕິບັດ. ພວກເຮົາໄດ້ໂອ້ລົມກັນໃນແຕ່ລະບັນຫາພາຍໃນຄວາມຮັບຜິດຊອບນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກຢ່າງລະອຽດ, ໂດຍໂອ້ລົມກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງແຕ່ລະບັນຫາ ແລະ ໄດ້ຍົກຕົວຢ່າງທີ່ສະເພາະເຈາະຈົງບາງຢ່າງ. ໃນດ້ານຫຼັກການ, ເນື້ອໃນທີ່ໄດ້ໂອ້ລົມກັນໄປນັ້ນແມ່ນຂ້ອນຂ້າງເປັນພາກປະຕິບັດ. ເຖິງແມ່ນວ່າຕົວຢ່າງທີ່ຍົກມາອາດຈະບໍ່ກວມເອົາທຸກຢ່າງ, ແຕ່ບັນຫາທີ່ເປັນແກ່ນແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ກໍໄດ້ຮັບການໂອ້ລົມກັນຢ່າງແຈ່ມແຈ້ງແລ້ວ. ໂດຍສະເພາະຢ່າງຍິ່ງ, ພວກເຈົ້າໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈຄວາມຈິງດ້ານນີ້ ເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນຄຣິສຕະຈັກ. ກ່ອນອື່ນ, ພວກເຈົ້າຕ້ອງຊອກຫາຄຳເວົ້າທີ່ໄຈ້ແຍກແກ່ນແທ້ຂອງບັນຫາຈາກເນື້ອໃນທີ່ໄດ້ໂອ້ລົມກັນໄປ ແລະ ເອົາມາປຽບທຽບໃສ່ກັບບັນຫາ. ການເຂົ້າໃຈແກ່ນແທ້ຂອງບັນຫາເຮັດໃຫ້ມັນງ່າຍຂຶ້ນ ໃນການຊອກຫາວິທີແກ້ໄຂທີ່ສອດຄ່ອງກັນ ແລະ ແກ້ໄຂບັນຫາຕາມຫຼັກການຄວາມຈິງ. ການເຂົ້າໃຈແກ່ນແທ້ຂອງບັນຫາເປັນສິ່ງສຳຄັນຢ່າງຍິ່ງ ກ່ອນທີ່ຈະແກ້ໄຂມັນ. ເມື່ອເຈົ້າເຂົ້າໃຈແກ່ນແທ້ຂອງບັນຫາແລ້ວ, ເຈົ້າກໍຄວນເຂົ້າໃຈ ແລະ ກຳແໜ້ນຫຼັກການໃນການຈັດການບັນຫານີ້ເຊັ່ນກັນ. ທັງສອງດ້ານນີ້ແມ່ນຂາດກັນບໍ່ໄດ້: ດ້ານໜຶ່ງແມ່ນແກ່ນແທ້ຂອງບັນຫາ ແລະ ອີກດ້ານໜຶ່ງແມ່ນຫຼັກການໃນການແກ້ໄຂບັນຫາດັ່ງກ່າວ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈຢ່າງແຈ່ມແຈ້ງ. ໂດຍການການກຳແໜ້ນສອງຫຼັກການເຫຼົ່ານີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະສາມາດແກ້ໄຂທຸກບັນຫາໄດ້ຢ່າງຖືກຕ້ອງ ແລະ ຈັດການຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກ່ຽວຂ້ອງໃນບັນຫາຕ່າງໆ ໄດ້ຢ່າງເໝາະສົມ, ແທນທີ່ຈະນຳໃຊ້ລະບຽບ ແລະ ຂະຫຍາຍບັນຫາໃຫ້ໃຫຍ່ເກີນຄວາມເປັນຈິງ. ໃນປັດຈຸບັນ, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຈັດການບັນຫາບາງຢ່າງ, ສ່ວນໜຶ່ງ ພວກເຂົາພຽງແຕ່ປະຕິບັດຕາມລະບຽບ ແລະ ອີກສ່ວນໜຶ່ງ ພວກເຂົາກໍບໍ່ສາມາດກຳແໜ້ນແກ່ນແທ້ຂອງບັນຫາໄດ້, ຈຶ່ງຕັດສິນຄົນອື່ນຜິດພາດໄດ້ງ່າຍ ແລະ ເຮັດໃຫ້ເກີດຄວາມບ່ຽງເບນ. ສິ່ງນີ້ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບລາຍລະອຽດ, ຂໍ້ມູນສະເພາະເຈາະຈົງ ແລະ ບໍລິບົດຂອງບັນຫາ. ນອກຈາກນີ້, ມັນເປັນສິ່ງສຳຄັນທີ່ຈະຕ້ອງເບິ່ງພຶດຕິກຳທີ່ສະໝໍ່າສະເໝີຂອງບຸກຄົນ ເພື່ອກຳນົດວ່າພວກເຂົາຢູ່ໃນໝວດໝູ່ໃດແທ້. ໂດຍການຊໍານານໃນດ້ານເຫຼົ່ານີ້ເທົ່ານັ້ນ ຈຶ່ງຈະສາມາດຈັດການບັນຫາຕ່າງໆ ຕາມຫຼັກການໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນ, ເມື່ອເຮັດວຽກຂອງພວກເຂົາ, ພຽງແຕ່ນຳໃຊ້ລະບຽບໃສ່ກັບບັນຫາ ແລະ ຂະຫຍາຍບັນຫາໃຫ້ໃຫຍ່ເກີນຄວາມເປັນຈິງ, ໃນຂະນະທີ່ພວກເຂົາບໍ່ສາມາດເບິ່ງທະລຸແກ່ນແທ້ຕົວຈິງຂອງຜູ້ຄົນທີ່ກ່ຽວຂ້ອງໄດ້, ບໍ່ວ່າພວກເຂົາຈະເປັນຄົນດີ ຫຼື ຄົນຊົ່ວ, ບໍ່ວ່າພຶດຕິກຳຂອງພວກເຂົາຈະເປັນພຽງນິໄສ ຫຼື ເປັນພຽງການຝ່າຝືນເປັນບາງຄັ້ງບາງຄາວ. ພວກເຂົາບໍ່ສາມາດແຍກແຍະດ້ານເຫຼົ່ານີ້ໄດ້, ສະນັ້ນພວກເຂົາຈຶ່ງມັກຈະເຮັດຜິດພາດໄດ້ງ່າຍ. ໃນກໍລະນີດັ່ງກ່າວ, ຖ້າຄຣິສຕະຈັກສາມາດລົງຄະແນນສຽງໄດ້, ມັນກໍຈະສາມາດຫຼີກລ່ຽງຂໍ້ຜິດພາດບາງຢ່າງໄດ້ຢ່າງມີປະສິດທິພາບ. ການມີຢູ່ຂອງການບ່ຽງເບນ ແລະ ຂໍ້ຜິດພາດເຫຼົ່ານີ້ໃນວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກສາມາດເປີດເຜີຍໄດ້ຢ່າງຊັດເຈນທີ່ສຸດວ່າ ພວກເຂົາມີການແຍກແຍະ ແລະ ຈັດການເລື່ອງຕ່າງໆ ຕາມຫຼັກການ ຫຼື ບໍ່. ມັນຍັງເປີດເຜີຍວ່າຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມຈິງຄວາມເປັນຈິງ ຫຼື ບໍ່. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກທີ່ໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ບໍ່ສາມາດຈັດການບັນຫາທີ່ແທ້ຈິງເຫຼົ່ານີ້ໄດ້, ມັນກໍພຽງພໍແລ້ວທີ່ຈະພິສູດວ່າ ຜູ້ນໍາ ຫຼື ຜູ້ເຮັດວຽກຄົນນີ້ບໍ່ແມ່ນຜູ້ທີ່ໄລ່ຕາມຄວາມຈິງ.

ຫຼັງຈາກທີ່ເຂົ້າໃຈຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດ, ຫຼັກການທີ່ພວກເຂົາຄວນປະຕິບັດຕາມ ແລະ ຂອບເຂດວຽກງານຂອງພວກເຂົາແລ້ວ, ພວກເຮົາຄວນກັບຄືນສູ່ຫົວຂໍ້ຂອງການໂອ້ລົມໃນໄລຍະນີ້: ການເປີດໂປງຜູ້ນໍາປອມ. ນີ້ຄືຫົວຂໍ້ຫຼັກ. ກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຫົວຂໍ້ທີ່ພວກເຮົາຈະໂອ້ລົມກັນໃນມື້ນີ້ ແມ່ນດ້ານທີ່ຜູ້ນໍາປອມລະເລີຍໃນຄວາມຮັບຜິດຊອບຂອງພວກເຂົາ ແລະ ການສະແດງອອກຂອງພວກເຂົາໃນການບໍ່ເຮັດວຽກງານຕົວຈິງ. ກ່ອນອື່ນ, ໃຫ້ພວກເຮົາອ່ານເນື້ອໃນຂອງຄວາມຮັບຜິດຊອບຂໍ້ທີສິບສອງ. (ຂໍ້ທີສິບສອງ: ລະບຸຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ.) ຄວາມຮັບຜິດຊອບຂໍ້ທີສິບສອງໄດ້ກ່າວເຖິງວຽກງານສາມດ້ານຢ່າງຊັດເຈນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈ. ສິ່ງນີ້ກ່ຽວຂ້ອງກັບການເປີດໂປງຜູ້ນໍາປອມແນວໃດ? (ກ່ອນອື່ນ, ພວກເຮົາຕ້ອງເຂົ້າໃຈຄວາມຮັບຜິດຊອບຫຼາຍຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນວຽກງານນີ້. ຈາກນັ້ນ, ພວກເຮົາກໍປຽບທຽບເພື່ອເບິ່ງວ່າຜູ້ນໍາປອມໄດ້ເຮັດສໍາເລັດຄວາມຮັບຜິດຊອບເຫຼົ່ານີ້ ຫຼື ບໍ່ ແລະ ການສະແດງອອກຂອງຜູ້ນໍາປອມເປັນແນວໃດ; ການປະເມີນພວກເຂົາຕາມມາດຕະຖານນີ້ແມ່ນຂ້ອນຂ້າງຖືກຕ້ອງ.) ຖືກຕ້ອງ. ການແຍກແຍະວ່າບຸກຄົນໃດໜຶ່ງເປັນຜູ້ນໍາປອມ ຫຼື ບໍ່ ແມ່ນເຮັດໄດ້ໂດຍການໃຊ້ສາຍຕາຂອງພວກເຈົ້າເບິ່ງໃບໜ້າຂອງພວກເຂົາ ແລະ ເບິ່ງວ່າລັກສະນະໜ້າຕາຂອງພວກເຂົາດີ ຫຼື ຊົ່ວ ແລະ ມັນບໍ່ໄດ້ເຮັດ ໂດຍເບິ່ງວ່າ ພວກເຂົາມີລັກສະນະທົນທຸກລຳບາກພາຍນອກຫຼາຍສໍ່າໃດ ຫຼື ພວກເຂົາໄດ້ແລ່ນວຸ້ນວາຍຫຼາຍສໍ່າໃດ. ໃນທາງກົງກັນຂ້າມ, ພວກເຈົ້າຕ້ອງເບິ່ງວ່າພວກເຂົາເຮັດສໍາເລັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ບໍ່ ແລະ ພວກເຂົາສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາທີ່ແທ້ຈິງໄດ້ ຫຼື ບໍ່. ນີ້ຄືມາດຕະຖານທີ່ຖືກຕ້ອງພຽງໜຶ່ງດຽວທີ່ຈະໃຊ້ປະເມີນພວກເຂົາ. ນີ້ຄືຫຼັກການຂອງການໄຈ້ແຍກ, ການແຍກແຍະ ແລະ ການກຳນົດວ່າບຸກຄົນໃດໜຶ່ງເປັນຜູ້ນໍາປອມ ຫຼື ບໍ່. ມີພຽງວິທີນີ້ເທົ່ານັ້ນ ການປະເມີນຈຶ່ງຈະສາມາດຍຸຕິທຳ, ສອດຄ່ອງກັບຫຼັກການ, ສອດຄ່ອງກັບຄວາມຈິງ ແລະ ເປັນທຳຕໍ່ທຸກຄົນ. ການກຳນົດລັກສະນະຂອງຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມຕ້ອງອີງໃສ່ຂໍ້ເທັດຈິງທີ່ພຽງພໍ. ມັນຕ້ອງບໍ່ອີງໃສ່ເຫດການ ຫຼື ການຝ່າຝືນພຽງໜຶ່ງ ຫຼື ສອງຄັ້ງ, ຍິ່ງໄປກວ່ານັ້ນແຮງບໍ່ສາມາດໃຊ້ການເປີດເຜີຍຊົ່ວຄາວເຖິງຄວາມເສື່ອມຊາມ ເພື່ອເປັນພື້ນຖານໄດ້. ມາດຕະຖານທີ່ຖືກຕ້ອງພຽງໜຶ່ງດຽວທີ່ຈະໃຊ້ກຳນົດລັກສະນະຂອງຄົນໃດຄົນໜຶ່ງແມ່ນ ພວກເຂົາສາມາດເຮັດວຽກງານແທ້ຈິງ ແລະ ໃຊ້ຄວາມຈິງເພື່ອແກ້ໄຂບັນຫາໄດ້ ຫຼື ບໍ່, ພ້ອມທັງພວກເຂົາເປັນຄົນທີ່ຖືກຕ້ອງ ຫຼື ບໍ່, ພວກເຂົາເປັນຄົນທີ່ຮັກຄວາມຈິງ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ ຫຼື ບໍ່ ແລະ ພວກເຂົາມີວຽກງານ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ ຫຼື ບໍ່. ບາງຄົນສາມາດຖືກກຳນົດລັກສະນະຢ່າງຖືກຕ້ອງວ່າເປັນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມໄດ້ ອີງໃສ່ປັດໄຈເຫຼົ່ານີ້ເທົ່ານັ້ນ. ປັດໄຈເຫຼົ່ານີ້ຄືມາດຕະຖານ ແລະ ຫຼັກການສຳລັບການປະເມີນ ແລະ ການກຳນົດວ່າຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມ.

ວຽກງານສາມຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດພາຍໃນຄວາມຮັບຜິດຊອບຂໍ້ທີສິບສອງ

I. ການລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໂດຍທັນທີ ແລະ ຢ່າງຖືກຕ້ອງ

ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກລວມມີວຽກງານສາມຢ່າງ ຫຼື ສາມຂັ້ນຕອນ. ໂດຍການປະຕິບັດຕາມສາມຂັ້ນຕອນເຫຼົ່ານີ້ ເພື່ອເຮັດວຽກງານນີ້ໃຫ້ສໍາເລັດ, ຫຼັກການຂອງວຽກງານນີ້ກໍຈະຖືກຮັກສາໄວ້ ແລະ ຄວາມຮັບຜິດຊອບຂອງວຽກງານນີ້ກໍຈະຖືກເຮັດໃຫ້ສໍາເລັດ. ວຽກງານສາມຢ່າງນີ້ມີຫຍັງແດ່? (ກ່ອນອື່ນ, ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ສອງ, ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ສາມ, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ.) ວຽກງານສາມຢ່າງເຫຼົ່ານີ້ແມ່ນຂໍ້ກຳນົດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກໃນຄວາມຮັບຜິດຊອບຂໍ້ທີສິບສອງ. ກ່ອນອື່ນໝົດ, ຂໍ້ກຳນົດທຳອິດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຊີວິດຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ. ມັນຄືການລະບຸໂດຍທັນທີ ແລະ ຢ່າງຖືກຕ້ອງ, ບໍ່ແມ່ນການຕອບສະໜອງຢ່າງຊັກຊ້າ ແລະ ເສີຍເມີຍ, ທັງບໍ່ແມ່ນການກຳນົດລັກສະນະຢ່າງຫຼັບຫູຫຼັບຕາ ແລະ ຢ່າງປະໝາດ, ການກຳນົດລັກສະນະທີ່ບໍ່ຮອບຄອບແມ່ນຮັບບໍ່ໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນ, ເນື່ອງຈາກຄວາມສາມາດຕໍ່າ ແລະ ຄວາມສັບສົນມຶນງົງຂອງພວກເຂົາ, ຈຶ່ງລິຮານ ແລະ ສັ່ງສອນຄົນແບບບໍ່ຄິດໃຫ້ດີໃນເລື່ອງເລັກນ້ອຍ, ໂດຍກຳນົດລັກສະນະຕາມອຳເພີໃຈ ແລະ ກໍານົດສິ່ງຕ່າງໆ ຢ່າງຫຼັບຫູຫຼັບຕາ ໂດຍບໍ່ຍຶດໝັ້ນກັບຫຼັກການ. ການເຮັດວຽກໃນລັກສະນະນີ້ແມ່ນລະເມີດຫຼັກການຄວາມຈິງ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າຢ່າງໜ້ອຍທີ່ສຸດຕ້ອງສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້. ມີພຽງການແຍກແຍະເທົ່ານັ້ນທີ່ພວກເຂົາຈະສາມາດລະບຸບັນຫາຕ່າງໆທີ່ເກີດຂຶ້ນໃນຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ. ເພື່ອບັນລຸຄວາມສາມາດໃນການແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ, ຂໍ້ກຳນົດທຳອິດແມ່ນຫຍັງ? ກ່ອນອື່ນ, ມັນຈຳເປັນຕ້ອງເຂົ້າໃຈຂໍ້ກຳນົດຂອງພຣະເຈົ້າສຳລັບຄົນປະເພດຕ່າງໆ, ພ້ອມທັງວິທີການທີ່ພຣະເຈົ້າກຳນົດຄົນຕ່າງໆ ແລະ ສະພາວະທີ່ແຕກຕ່າງກັນທີ່ພວກເຂົາເກີດຂຶ້ນ. ນອກຈາກນີ້, ມັນເປັນສິ່ງສຳຄັນທີ່ຈະຕ້ອງໄຈ້ແຍກວ່າ ສະພາວະທີ່ເປັນລົບຕ່າງໆ ເກີດຂຶ້ນໄດ້ແນວໃດ ແລະ ຮາກເຫງົ້າຂອງພວກມັນແມ່ນຫຍັງ. ຍິ່ງໄປກວ່ານັ້ນ, ຄົນເຮົາຕ້ອງເຂົ້າໃຈຜົນກະທົບຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ຕໍ່ວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ພື້ນຖານໃນການບັນລຸເງື່ອນໄຂເຫຼົ່ານີ້ແມ່ນຫຍັງ? ກ່ອນອື່ນໝົດ ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດວຽກງານໃດ? ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຢູ່ສູງສົ່ງຈາກຄົນປົກກະຕິຢູ່ສະເໝີ, ປະພຶດຕົນເປັນລັດຖະກອນ ແລະ ບໍ່ພົວພັນກັບອ້າຍເອື້ອຍນ້ອງ, ບໍ່ເຂົ້າໃຈຢ່າງເລິກເຊິ່ງເຖິງສະພາວະຕ່າງໆ ຂອງອ້າຍເອື້ອຍນ້ອງ, ບໍ່ມີການຕິດຕໍ່ຢ່າງໃກ້ຊິດກັບຄົນປະເພດຕ່າງໆ ແລະ ຂາດການສັງເກດຢ່າງລະອຽດ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພວກເຂົາ, ສິ່ງນີ້ເປັນທີ່ຍອມຮັບໄດ້ບໍ? ສິ່ງນີ້ແມ່ນຮັບບໍ່ໄດ້ຢ່າງແນ່ນອນ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກຈະເຊື່ອງຕົວຢູ່ໃນຫ້ອງຂອງພວກເຂົາ, ໂດຍໃຊ້ການເຂົ້າເຝົ້າຝ່າຍວິນຍານ ແລະ ການຂຽນບົດຄວາມຄຳພະຍານຈາກປະສົບການເປັນຂໍ້ອ້າງທີ່ຈະບໍ່ສົນໃຈ ແລະ ບໍ່ກຳແໜ້ນວຽກງານຂອງຄຣິສຕະຈັກ. ເບິ່ງພາຍນອກແລ້ວ, ມັນເບິ່ງຄືວ່າພວກເຂົາກຳລັງເຮັດວຽກກ່ຽວກັບເລື່ອງຂອງຄຣິສຕະຈັກ ໃນຂະນະທີ່ເຊື່ອງຕົວຢູ່ໃນຫ້ອງຂອງພວກເຂົາ, ແຕ່ຄວາມຈິງແລ້ວ ພວກເຂົາໄດ້ແຍກຕົວອອກຈາກວຽກງານຂອງຄຣິສຕະຈັກ ແລະ ຈາກຜູ້ຄົນທີ່ພຣະເຈົ້າເລືອກແລ້ວ. ວິທີການເຮັດວຽກແບບນີ້ສາມາດແກ້ໄຂບັນຫາທີ່ມີຢູ່ໃນລາຍການຕ່າງໆ ຂອງວຽກງານຄຣິສຕະຈັກໄດ້ບໍ? ມັນສາມາດຊ່ວຍຜູ້ຄົນທີ່ພຣະເຈົ້າເລືອກໃຫ້ປະຕິບັດໜ້າທີ່ຂອງພວກເຂົາໄດ້ດີບໍ? ເມື່ອພວກເຂົາເຊື່ອງຕົວຢູ່ໃນຫ້ອງຂອງພວກເຂົາ ເພື່ອຂຽນບົດຄວາມຄຳພະຍານ, ພວກເຂົາກຳລັງມີປະສົບການກັບວຽກງານຂອງພຣະເຈົ້າບໍ? ສະນັ້ນ, ວິທີການນີ້ຈຶ່ງບໍ່ເໝາະສົມ. ອີງຕາມຄວາມຮັບຜິດຊອບຂໍ້ທີສິບສອງ, ວຽກງານທຳອິດຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໂດຍທັນທີ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ. ບາງຄົນຖາມວ່າ “ການໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກມີສ່ວນຮ່ວມຢ່າງເລິກເຊິ່ງໃນຊີວິດຄຣິສຕະຈັກ ແມ່ນເພື່ອໃຫ້ພວກເຂົາສາມາດລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໂດຍທັນທີ ແລະ ຢ່າງຖືກຕ້ອງເທົ່ານັ້ນບໍ?” ຄວາມເຂົ້າໃຈນີ້ຖືກຕ້ອງບໍ? (ບໍ່.) ນີ້ຄືຄວາມເຂົ້າໃຈທີ່ບິດເບືອນ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີທັດສະນະຄະຕິ ແລະ ວິທີການທີ່ຖືກຕ້ອງຕໍ່ວຽກງານຂອງພວກເຂົາ ແລະ ຕ້ອງລົງເລິກເຖິງຂັ້ນຮາກຖານນຳອີກ. ມີພຽງວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດລະບຸ ແລະ ແກ້ໄຂບັນຫາໂດຍທັນທີ ແລະ ຢ່າງຖືກຕ້ອງ. ຖ້າພວກເຂົາບໍ່ເອົາຕົນເອງເຂົ້າໄປຈົດຈໍ່ຢູ່ໃນຂັ້ນຮາກຖານ ແລະ ດຳລົງຊີວິດຢູ່ກັບຜູ້ຄົນທີ່ພຣະເຈົ້າເລືອກ, ມັນກໍຈະເປັນການຍາກຫຼາຍທີ່ຈະລະບຸບັນຫາທັງໝົດໃນວຽກງານຂອງຄຣິສຕະຈັກ. ຖ້າພວກເຂົາສາມາດແກ້ໄຂບັນຫາໄດ້ພຽງສອງສາມຂໍ້ ຫຼັງຈາກທີ່ຜູ້ຄົນໄດ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂແລ້ວ, ຜົນຂອງວຽກງານນີ້ກໍຈະມີຢ່າງຈຳກັດຫຼາຍ. ວິທີການເຮັດວຽກທີ່ຜິດພາດທີ່ສຸດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການປິດກັ້ນຕົນເອງ ແລະ ເຮັດວຽກແບບປິດປະຕູຕາຍ, ຄືກັບນັກວິຊາການສະໄໝບູຮານທີ່ອຸທິດຕົນທັງໝົດໃຫ້ກັບການສຶກສາໜັງສືຂອງນັກປາດ ແລະ ບໍ່ສົນໃຈເລື່ອງພາຍນອກ. ທັດສະນະຄະຕິ ແລະ ຮູບແບບການດຳລົງຊີວິດນີ້ແມ່ນຮັບບໍ່ໄດ້ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ເຈົ້າຢູ່ຄົນດຽວໃນຫ້ອງຂອງເຈົ້າ, ຟັງຄຳເທດສະໜາ, ອ່ານພຣະທຳຂອງພຣະເຈົ້າ, ຂຽນບັນທຶກການເຂົ້າເຝົ້າຝ່າຍວິນຍານ ແລະ ຂຽນຄຳເທດສະໜາ, ແຕ່ການໄດ້ມາເຊິ່ງຫຼັກຄຳສອນ ແລະ ຄຳເວົ້າບາງຢ່າງໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງແລ້ວບໍ? ມັນໝາຍຄວາມວ່າເຈົ້າເຂົ້າໃຈສະຖານະການຕົວຈິງ ແລະ ສະພາວະທີ່ແທ້ຈິງຂອງຜູ້ຄົນທີ່ຖືກເປີດໂປງໂດຍຄວາມຈິງແລ້ວບໍ? (ບໍ່.) ສະນັ້ນ, ເຖິງແມ່ນວ່າຊີວິດແຫ່ງການເຂົ້າເຝົ້າຝ່າຍວິນຍານຈະເປັນສິ່ງຈຳເປັນໃນວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນການມີວິທີການເຮັດວຽກ ແລະ ຮູບແບບການດຳລົງຊີວິດທີ່ຖືກຕ້ອງ.

II. ການຢຸດຢັ້ງ ແລະ ການຈຳກັດຄົນຊົ່ວຮ້າຍຢ່າງທັນເວລາ

ຂໍ້ກຳນົດທີສອງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ລະບຸໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສອງແມ່ນ ເມື່ອພວກເຂົາລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາຕ້ອງສາມາດຕັດສິນໂດຍທັນທີ ແລະ ຢ່າງຖືກຕ້ອງ. ພວກເຂົາຕ້ອງແຍກແຍະແກ່ນແທ້ຂອງຄົນ ແລະ ເຫດການຕ່າງໆ ຢ່າງແຈ່ມແຈ້ງ ແລະ ເຂົ້າໃຈວ່າພວກມັນສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກແນວໃດ, ບໍ່ວ່າພວກມັນຈະເປັນໄພຂົ່ມຂູ່, ລົບກວນ ຫຼື ທຳລາຍສະພາວະ, ການເຂົ້າສູ່ຊີວິດ ແລະ ການປະຕິບັດໜ້າທີ່ຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ບໍ່ວ່າພວກມັນຈະສົ່ງຜົນກະທົບຕໍ່ຜົນຂອງການປະຕິບັດໜ້າທີ່ຂອງຕົນຂອງຜູ້ຄົນ ຫຼື ບໍ່ ນັ້ນກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຕັດສິນ ແລະ ປະເມີນເລື່ອງເຫຼົ່ານີ້ໂດຍທັນທີ ແລະ ຢ່າງຖືກຕ້ອງ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າພວກເຂົາຂາດສະໝອງສຳລັບເລື່ອງນີ້ ແລະ ພວກເຂົາບໍ່ມີຄວາມສາມາດທີ່ເໝາະສົມ, ພວກເຂົາກໍຈະບໍ່ສາມາດເຮັດວຽກງານຂອງຄຣິສຕະຈັກໄດ້. ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີການຕອບໂຕ້ ແລະ ການແຍກແຍະທີ່ແຫຼມຄົມຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ຕົວຢ່າງ: ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນໃນຄຣິສຕະຈັກ ແລະ ມີການຂັດຂວາງ ແລະ ການລົບກວນຕ່າງໆ ເກີດຂຶ້ນ, ເຈົ້າບໍ່ສາມາດລະບຸບັນຫາໄດ້ ແລະ ຄິດວ່າມັນບໍ່ສຳຄັນ, ເຊິ່ງສົ່ງຜົນໃຫ້ຫຼາຍຄົນໄດ້ຮັບຜົນກະທົບ ແລະ ບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ. ຜູ້ນໍາ ຫຼື ຜູ້ເຮັດວຽກດັ່ງກ່າວບໍ່ແມ່ນຄົນມຶນຊາ ແລະ ຕາບອດບໍ? (ແມ່ນແລ້ວ.) ນີ້ຄືບັນຫາຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເຈົ້າຄວນເຮັດແນວໃດ ເມື່ອເຈົ້າຄົ້ນພົບວ່າບາງຄົນກຳລັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ? ກ່ອນອື່ນ, ເຈົ້າຕ້ອງເຂົ້າໃຈໃນຄວາມຮ້າຍແຮງຂອງບັນຫາ ແລະ ປະເມີນ ແລະ ຕັດສິນແກ່ນແທ້ຂອງຄົນດັ່ງກ່າວ ແລະ ຜົນກະທົບ ແລະ ຜົນສະທ້ອນຂອງສິ່ງດັ່ງກ່າວຕໍ່ວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກ. ພື້ນຖານສຳລັບການຕັດສິນດັ່ງກ່າວຄວນເປັນຫຍັງ? ມັນຄວນອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ບາງຄົນເວົ້າວ່າ “ເຈົ້າອີງໃສ່ພຣະທຳຂອງພຣະເຈົ້າແນວໃດ? ຂ້ອຍເຫັນວ່ານີ້ເປັນການໂອ້ລົມທີ່ວ່າງເປົ່າ”. ທີ່ຈິງແລ້ວ, ມັນບໍ່ແມ່ນການໂອ້ລົມທີ່ວ່າງເປົ່າ. ເປັນຫຍັງເຮົາຈຶ່ງເວົ້າແນວນີ້? ເມື່ອເຈົ້າພົບບັນຫາດັ່ງກ່າວ ຫຼື ເຫັນ ຫຼື ໄດ້ຍິນກ່ຽວກັບພວກມັນ, ເຈົ້າພຽງແຕ່ຕ້ອງປຽບທຽບພວກມັນກັບບັນຫາທີ່ຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ. ຈົ່ງເບິ່ງວ່າພຣະທຳຂອງພຣະເຈົ້າເປີດໂປງ ແລະ ໄຈ້ແຍກຄົນ ແລະ ເລື່ອງລາວດັ່ງກ່າວແນວໃດ ແລະ ພຣະອົງກຳນົດລັກສະນະປະເດັນເຫຼົ່ານີ້ແນວໃດ, ເຊັ່ນ: ວິທີການທີ່ພຣະອົງເປີດໂປງຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ ຫຼື ວິທີການທີ່ພຣະອົງເປີດໂປງອຸປະນິໄສທີ່ເສື່ອມຊາມຕ່າງໆ ຂອງຜູ້ຄົນ ແລະ ອື່ນໆ ອີກ. ຈາກນັ້ນ, ເຈົ້າກໍປຽບທຽບ ແລະ ໄຈ້ແຍກເລື່ອງລາວເຫຼົ່ານີ້ຕາມຄຳເວົ້າເຫຼົ່ານັ້ນ ແລະ ຜ່ານການໂອ້ລົມກັບອ້າຍເອື້ອຍນ້ອງ ແລະ ການສັງເກດຂອງເຈົ້າເອງ, ໃນທີ່ສຸດ ເຈົ້າກໍສາມາດປະເມີນ ແລະ ກຳນົດລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ເຈົ້າເຫັນໄດ້ຢ່າງຖືກຕ້ອງ ແລະ ວາງແຜນວິທີແກ້ໄຂທີ່ສອດຄ່ອງກັນ. ຜູ້ທີ່ຖືກກຳນົດວ່າຢູ່ໃນຄົນປະເພດຕ່າງໆ ທີ່ຂັດຂວາງ ແລະ ລົບກວນຄວນຖືກຈັດການແນວໃດ? ບໍ່ພຽງແຕ່ພວກເຂົາຄວນຖືກເປີດໂປງ ແລະ ໄຈ້ແຍກເພື່ອຊ່ວຍໃຫ້ຜູ້ຄົນແຍກແຍະພວກເຂົາ, ແຕ່ພວກເຂົາຕ້ອງຖືກຢຸດຢັ້ງ ແລະ ຈຳກັດນຳອີກ ແລະ ຜູ້ທີ່ຍັງຄົງແກ້ໄຂບໍ່ໄດ້ເຖິງວ່າຈະມີການຕັກເຕືອນຊໍ້າແລ້ວຊໍ້າອີກກໍຄວນຖືກກຳຈັດອອກ. ວິທີການ ແລະ ແນວທາງທີ່ສະເພາະເຈາະຈົງໃນການຢຸດຢັ້ງ ແລະ ຈຳກັດພວກເຂົາມີຫຍັງແດ່? (ລິຮານ ແລະ ເຕືອນພວກເຂົາ.) ການລິຮານເປັນວິທີທີ່ດີບໍ? (ແມ່ນແລ້ວ.) ການເປີດໂປງການກະທຳຂອງພວກເຂົາ, ການຊີ້ໃຫ້ເຫັນບັນຫາທີ່ຮ້າຍແຮງທີ່ສຸດຂອງພວກເຂົາ, ການໄຈ້ແຍກແກ່ນແທ້ຂອງພວກເຂົາ ແລະ ການໃຫ້ຄຳເຕືອນ, ສິ່ງເຫຼົ່ານີ້ບໍ່ແມ່ນວິທີການທີ່ເປັນໄປໄດ້ທັງໝົດບໍ? ແນ່ນອນ, ສິ່ງທີ່ສຳຄັນທີ່ສຸດແມ່ນການອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ ແລະ ໃຊ້ພຣະທຳຂອງພຣະເຈົ້າເປັນພື້ນຖານ ເພື່ອຕັກເຕືອນ ແລະ ໄຈ້ແຍກພວກເຂົາ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ ແລະ ປະຕິເສດຢ່າງໜັກແໜ້ນທີ່ຈະຍອມຮັບຄວາມຜິດພາດຂອງພວກເຂົາ, ແລ້ວກໍຈຳເປັນຕ້ອງມີມາດຕະການທີ່ຮຸນແຮງຍິ່ງຂຶ້ນ. ກ່ອນອື່ນ, ໃຫ້ຄຳເຕືອນແກ່ພວກເຂົາ, ຈາກນັ້ນກໍໃຊ້ພຣະດໍາລັດຂອງເຮືອນຂອງພຣະເຈົ້າເພື່ອຈຳກັດພວກເຂົາ, ບໍ່ອະນຸຍາດໃຫ້ພວກເຂົາກະທຳການທີ່ບໍ່ດີຢ່າງຊະຊາຍ ແລະ ລົບກວນອ້າຍເອື້ອຍນ້ອງ. ພວກເຂົາຄວນຖືກລິຮານ ແລະ ຈາກນັ້ນກໍຖືກຕິດຕາມກວດການຳອີກ. ວິທີການເຫຼົ່ານີ້ຄືສິ່ງທີ່ຈຳເປັນ, ທັງໝົດກໍເພື່ອຮັບປະກັນວ່າ ວຽກງານຂອງຄຣິສຕະຈັກຈະຖືກເຮັດເປັນຢ່າງດີ ແລະ ເພື່ອຊ່ວຍໃຫ້ຜູ້ຄົນລອດພົ້ນ, ຊີ້ນໍາພວກເຂົາໄປສູ່ເສັ້ນທາງທີ່ຖືກຕ້ອງ. ການໃຊ້ວິທີການເຫຼົ່ານີ້ຈະບັນລຸຜົນດີຢ່າງແນ່ນອນ. ຢ່າງໜ້ອຍທີ່ສຸດ, ສິ່ງທີ່ຄົນເຮົາສາມາດເຮັດໄດ້ກໍຄືໃຊ້ຄວາມຈິງທີ່ຜູ້ຄົນເຂົ້າໃຈ ເພື່ອຕັກເຕືອນ ແລະ ເປີດໂປງພວກເຂົາ, ໄຈ້ແຍກອຸປະນິໄສ ແລະ ແກ່ນແທ້ຂອງພວກເຂົາ, ເປີດໂປງລັກສະນະຂອງການກະທຳຂອງພວກເຂົາ ແລະ ຜົນສະທ້ອນທີ່ຮ້າຍແຮງທີ່ເກີດຈາກການກະທຳເຫຼົ່ານັ້ນ. ນີ້ຄືຂັ້ນຕໍ່າທີ່ຜູ້ຄົນສາມາດເຮັດໄດ້. ຂັ້ນຕອນທີ່ສູງຂຶ້ນໄປແມ່ນການໄຈ້ແຍກ ແລະ ແຍກແຍະພວກເຂົາໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ກຳນົດລັກສະນະຂອງພວກເຂົາຕາມນັ້ນ. ຖ້າພວກເຂົາເຊື່ອຟັງຄຳແນະນຳ, ຍອມຮັບມັນ ແລະ ກັບໃຈ, ແນ່ນອນວ່ານັ້ນຈະດີທີ່ສຸດ ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ຍອມຮັບ ແລະ ຍັງຄົງລົບກວນວຽກງານຂອງຄຣິສຕະຈັກຕໍ່ໄປ, ແລ້ວຄວນເຮັດແນວໃດ? ໃນກໍລະນີນັ້ນ, ກໍບໍ່ຈຳເປັນຕ້ອງສຸພາບ. ເຮືອນຂອງພຣະເຈົ້າມີພຣະດໍາລັດ ແລະ ໃນຈຸດນີ້ ບຸກຄົນນັ້ນຄວນຖືກຢຸດຢັ້ງ ແລະ ຈຳກັດຕາມພຣະດໍາລັດຂອງເຮືອນຂອງພຣະເຈົ້າ. ຖ້າບຸກຄົນນັ້ນເປັນຜູ້ເຊື່ອໃໝ່ທີ່ມີຄວາມເຕີບໂຕໜ້ອຍ ເຊິ່ງເປັນຜູ້ທີ່ບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍສາມາດໄດ້ຮັບການຊ່ວຍເຫຼືອດ້ວຍຄວາມຮັກ; ເຈົ້າສາມາດໂອ້ລົມຄວາມຈິງເພື່ອຊ່ວຍໃຫ້ພວກເຂົາຮູ້ຈັກຕົນເອງ. ສຳລັບຜູ້ທີ່ສາມາດຍອມຮັບຄວາມຈິງ ແລະ ກັບໃຈໄດ້, ກໍບໍ່ຈຳເປັນຕ້ອງຢຸດຢັ້ງ, ຈຳກັດ ຫຼື ລິຮານພວກເຂົາ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ, ມັນກໍບໍ່ແມ່ນເລື່ອງຂອງການມີພື້ນຖານທີ່ຕື້ນ ຫຼື ຄວາມເຕີບໂຕໜ້ອຍ ແລະ ບໍ່ເຂົ້າໃຈຄວາມຈິງ; ມັນເປັນບັນຫາກ່ຽວກັບຄວາມເປັນມະນຸດຂອງພວກເຂົາ. ສຳລັບຄົນດັ່ງກ່າວ, ຄວນໃຊ້ການຈັດການ ແລະ ການລົງໂທດທາງດ້ານການບໍລິຫານເພື່ອຢຸດຢັ້ງ ແລະ ຈຳກັດພວກເຂົາ. ຜົນສຸດທ້າຍທີ່ບັນລຸໄດ້ແມ່ນການປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ, ເຮັດໃຫ້ຊີວິດຄຣິສຕະຈັກດຳເນີນໄປຢ່າງເປັນລະບຽບ. ສິ່ງນີ້ເອີ້ນວ່າການພິກສະຖານະການ ແລະ ນີ້ຄືຜົນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸໃນວຽກງານຂອງພວກເຂົາ. ມີພຽງການບັນລຸຜົນນີ້ເທົ່ານັ້ນ ພວກເຂົາຈຶ່ງຈະເຮັດສໍາເລັດຄວາມຮັບຜິດຊອບຂອງພວກເຂົາ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສົນໃຈບັນຫາໃດໜຶ່ງທີ່ເກີດຂຶ້ນ, ພຽງແຕ່ຕອບສະໜອງແບບເຮັດພໍແລ້ວມືແລ້ວຕີນດ້ວຍຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ຫຼື ຕຳໜິ ແລະ ລິຮານຜູ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງງ່າຍດາຍ ດ້ວຍຄຳເວົ້າພຽງສອງສາມຄຳ, ສິ່ງນີ້ຈະສາມາດແກ້ໄຂບັນຫາໄດ້ບໍ? ບໍ່ພຽງແຕ່ສິ່ງນີ້ຈະບໍ່ສາມາດແກ້ໄຂບັນຫາໄດ້, ແຕ່ມັນຍັງນຳໄປສູ່ຄວາມວຸ້ນວາຍທີ່ໃຫຍ່ຂຶ້ນໃນຄຣິສຕະຈັກ ນັ້ນກໍຄື ຄົນສ່ວນໃຫຍ່ໝົດກຳລັງໃຈໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຖືກລົບກວນໃນລະດັບຕ່າງໆ ເຊິ່ງສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວໄດ້ເຮັດສໍາເລັດຄວາມຮັບຜິດຊອບຂອງພວກເຂົາແລ້ວບໍ? (ບໍ່.) ສິ່ງນີ້ສະແດງໃຫ້ເຫັນວ່າ ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ບໍ່ມີຄວາມສາມາດໃນວຽກງານຂອງພວກເຂົາ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?