ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ຫ້າ
ຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ ຫຼື ບໍ່ໃສ່ໃຈວຽກງານທີ່ສົມຄວນຂອງພວກເຂົາ
ຜູ້ນໍາປອມບາງຄົນບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ແຕ່ພວກເຂົາພັດຈັດການວຽກງານບໍລິຫານທົ່ວໄປທີ່ບໍ່ສຳຄັນບາງຢ່າງ ແລະ ຄິດວ່ານີ້ຄືການເຮັດວຽກງານຕົວຈິງ, ຄິດວ່າມັນຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາຈັດການວຽກງານເຫຼົ່ານີ້ດ້ວຍທ່າທີທີ່ຈິງຈັງຫຼາຍ ແລະ ໄດ້ພະຍາຍາມຢ່າງໜັກໜ່ວງ, ໂດຍປະຕິບັດວຽກງານເຫຼົ່ານັ້ນໃນລັກສະນະທີ່ຮຽບຮ້ອຍຫຼາຍ. ຕົວຢ່າງ: ມີບຸກຄົນໜຶ່ງໃນຄຣິດຕະຈັກທີ່ເຄີຍເຮັດວຽກເປັນຄົນເຮັດເຂົ້າໜົມມາກ່ອນ. ມື້ໜຶ່ງ, ຍ້ອນຄວາມຮັກອັນລົ້ນເຫຼືອຂອງລາວ ລາວຈຶ່ງຕັດສິນໃຈວ່າຕ້ອງອົບເຂົ້າໜົມໃຫ້ເຮົາໃຫ້ໄດ້ ແລະ ໄດ້ກະກຽມທີ່ຈະເຮັດເຊັ່ນນັ້ນໂດຍບໍ່ໄດ້ແຈ້ງໃຫ້ເຮົາຊາບ. ລາວໄດ້ຖາມຜູ້ນໍາຂອງລາວວ່າອະນຸຍາດໃຫ້ເຮັດໄດ້ ຫຼື ບໍ່ ແລະ ພວກເຂົາກໍເວົ້າວ່າ: “ເຮັດໂລດ. ຖ້າແຊບ, ພວກເຮົາກໍຈະຖວາຍແດ່ພຣະເຈົ້າ. ຖ້າບໍ່ແຊບ, ພວກເຮົາທຸກຄົນກໍກິນໄດ້”. ລາວໄດ້ຮັບອະນຸຍາດຈາກຜູ້ນໍາແລ້ວ, ເຊິ່ງເຮັດໃຫ້ວຽກງານນີ້ເປັນວຽກທີ່ຖືກຕ້ອງ ແລະ ເໝາະສົມ, ສະນັ້ນ ລາວຈຶ່ງຮີບຮ້ອນຮວບຮວມສ່ວນປະສົມ ແລະ ອົບເຂົ້າໜົມອອກມາຖາດໜຶ່ງ ໂດຍກ່າວວ່າ: “ຂ້ານ້ອຍບໍ່ຮູ້ວ່າມັນຈະແຊບບໍ່ ຫຼື ມັນຈະສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້ບໍ່ ຫຼື ມັນຈະຖືກປາກພຣະອົງບໍ່”. ຜູ້ນໍາຕອບວ່າ: “ບໍ່ເປັນຫຍັງ. ພວກເຮົາຈະເສຍສະລະເວລາ ແລະ ຮ່າງກາຍຂອງພວກເຮົາໜ້ອຍໜຶ່ງ ແລະ ສ່ຽງໄພໜ້ອຍໜຶ່ງເພື່ອພຣະເຈົ້າ. ພວກເຮົາຈະຊີມກ່ອນ ແລະ ກວດເບິ່ງໃຫ້ພຣະເຈົ້າ. ຖ້າມັນບໍ່ແຊບແທ້ໆ ແລະ ພວກເຮົາຂໍໃຫ້ພຣະເຈົ້າສະເຫວີຍ, ພຣະອົງກໍຈະຮູ້ສຶກລຳຄານ ແລະ ຜິດຫວັງໃນຕົວພວກເຮົາຫຼາຍ. ສະນັ້ນ, ໃນຖານະຜູ້ນໍາ, ພວກເຮົາມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະກວດກາກ່ຽວກັບເລື່ອງນີ້. ນີ້ຄືການເຮັດວຽກຢ່າງເປັນຮູບປະທຳ”. ຕໍ່ມາ, ຫົວໜ້າກຸ່ມທຸກຄົນທີ່ມີ “ຄວາມຮູ້ສຶກຮັບຜິດຊອບ” ໜ້ອຍໜຶ່ງກໍໄດ້ຊີມເຂົ້າໜົມ. ຫຼັງຈາກທີ່ຊີມແລ້ວ, ພວກເຂົາກໍໄດ້ໃຫ້ຄຳວິຈານ ໂດຍກ່າວວ່າ: “ເຕົາອົບຮ້ອນເກີນໄປສຳລັບຖາດນີ້, ອຸນຫະພູມສູງເກີນໄປ ແລະ ມັນອາດຈະເຮັດໃຫ້ຮ້ອນໃນ, ພວກມັນຍັງຂົມໜ້ອຍໜຶ່ງ. ແບບນັ້ນບໍ່ດີ! ພວກເຮົາຕ້ອງມີທັດສະນະຄະຕິທີ່ຮັບຜິດຊອບ ແລະ ອົບອີກຖາດໜຶ່ງ ແລະ ຊີມອີກຄັ້ງ!” ຫຼັງຈາກທີ່ຊີມຖາດນີ້ແລ້ວ, ພວກເຂົາກໍເວົ້າວ່າ: “ຖາດນີ້ພໍດີແລ້ວ. ມັນມີກິ່ນມັນເບີ, ລົດຊາດຂອງໄຂ່ ແລະ ງາດຳອີກດ້ວຍ. ສົມກັບເປັນຄົນເຮັດເຂົ້າໜົມແທ້ໆ! ເນື່ອງຈາກມີຫຼາຍແລ້ວ ແລະ ພຣະເຈົ້າກໍບໍ່ສາມາດສະເຫວີຍທັງໝົດນີ້ພຣະອົງຄົນດຽວ, ໃຫ້ພວກເຮົາເອົາ 10 ຫຼື 20 ກ້ອນໃສ່ໃນກະປ໋ອງນ້ອຍ ແລະ ຖວາຍແດ່ພຣະເຈົ້າເພື່ອຊີມເປັນຕົວຢ່າງ. ຖ້າພຣະເຈົ້າເຫັນວ່າພວກມັນແຊບ, ພວກເຮົາກໍຈະສືບຕໍ່ອົບອີກຈຳນວນຫຼາຍ”. ພວກເຂົາໄດ້ຍື່ນກະປ໋ອງໜຶ່ງໃຫ້ເຮົາ ແລະ ເຮົາກໍໄດ້ລອງສອງກ້ອນ. ເຮົາຄິດວ່າມັນພໍກິນໄດ້ເປັນຂອງແປກໃໝ່, ແຕ່ບໍ່ເໝາະສົມທີ່ຈະເປັນອາຫານຫຼັກ, ສະນັ້ນ ເຮົາຈຶ່ງເຊົາກິນ. ບາງຄົນເຖິງກັບຄິດວ່າມັນເປັນຂອງທີ່ເຮັດເອງໂດຍສະມາຊິກໃນເຮືອນຂອງພຣະເຈົ້າ, ມັນເຕັມໄປດ້ວຍຄວາມຮັກ, ຄວາມຈົງຮັກພັກດີ ແລະ ຄວາມຢຳເກງ ແລະ ມີຄວາມໝາຍຫຼາຍ ເຖິງແມ່ນວ່າມັນຈະມີລົດຊາດພໍໃຊ້ໄດ້ກໍຕາມ. ຕໍ່ມາ, ເຮົາໄດ້ສົ່ງກະປ໋ອງເຂົ້າໜົມຄືນ. ເຮົາບໍ່ສົນໃຈສິ່ງດັ່ງກ່າວ ແລະ ເຮົາບໍ່ຢາກກິນມັນ. ຍິ່ງໄປກວ່ານັ້ນ, ຖ້າເຮົາຢາກກິນເຂົ້າໜົມ, ເຮົາກໍສາມາດຊື້ໄດ້ຫຼາຍລົດຊາດ ແລະ ຈາກຫຼາຍປະເທດຢູ່ຕະຫຼາດໂດຍບໍ່ຕ້ອງໃຊ້ເງິນຫຼາຍ. ຫຼັງຈາກນັ້ນ, ເຮົາໄດ້ບອກພວກເຂົາວ່າ: “ເຮົາຂອບໃຈໃນນໍ້າໃຈ, ແຕ່ກະລຸນາຢ່າເຮັດໃຫ້ເຮົາອີກ. ເຮົາຈະບໍ່ກິນ ແລະ ຖ້າເຮົາຢາກກິນ, ເຮົາກໍຈະຊື້ເອງ. ຖ້າມີຄວາມຈຳເປັນເກີດຂຶ້ນ, ກໍໃຫ້ເຮັດເມື່ອເຮົາຂໍໃຫ້ພວກເຈົ້າເຮັດ; ຖ້າເຮົາບໍ່ໄດ້ບອກໃຫ້ພວກເຈົ້າເຮັດ, ແລ້ວພວກເຈົ້າກໍບໍ່ຈຳເປັນຕ້ອງອົບມັນອີກ”. ຄຳເວົ້ານີ້ເຂົ້າໃຈງ່າຍພໍແລ້ວບໍ? ຖ້າພວກເຂົາເປັນຄົນທີ່ປະພຶດຕົນດີ ແລະ ເຊື່ອຟັງ, ພວກເຂົາກໍຈະຈື່ຈຳຄຳເວົ້າຂອງເຮົາ ແລະ ລະເວັ້ນຈາກການເຮັດມັນອີກ. ເມື່ອພຣະເຈົ້າກ່າວ, ແມ່ນກໍຄືແມ່ນ, ບໍ່ກໍຄືບໍ່ ແລະ “ຢ່າເຮັດ” ກໍໝາຍຄວາມວ່າ “ຢ່າເຮັດ”. ແນວໃດກໍຕາມ, ຫຼັງຈາກທີ່ເວລາຜ່ານໄປໄລຍະໜຶ່ງ, ພວກເຂົາກໍໄດ້ສົ່ງເຂົ້າໜົມມາໃຫ້ເຮົາອີກສອງກະປ໋ອງ. ເຮົາໄດ້ເວົ້າກັບພວກເຂົາວ່າ: “ເຮົາບໍ່ໄດ້ບອກພວກເຈົ້າບໍວ່າຢ່າເຮັດມັນອີກ?” ພວກເຂົາຕອບວ່າ: “ເທື່ອນີ້ມັນຕ່າງຈາກເທື່ອທີ່ແລ້ວ”. ເຮົາຕອບວ່າ: “ເຖິງວ່າມັນຈະຕ່າງກັນ, ມັນກໍຍັງເປັນເຂົ້າໜົມ. ບໍ່ຈຳເປັນຕ້ອງເຮັດເຂົ້າໜົມຫຍັງທັງສິ້ນ. ເຮົາບໍ່ໄດ້ເວົ້າແບບເກງໃຈ, ຖ້າເຮົາຢາກກິນ, ເຮົາຈະບອກພວກເຈົ້າ. ພວກເຈົ້າບໍ່ເຂົ້າໃຈພາສາມະນຸດບໍ? ຢ່າເຮັດມັນອີກ”. ຄຳເວົ້າເຫຼົ່ານີ້ເຂົ້າໃຈໄດ້ບໍ? (ໄດ້.) ແຕ່ເປັນຫຍັງຄົນທີ່ເຮັດມັນຈຶ່ງເບິ່ງຄືວ່າລືມຢູ່ສະເໝີ? ຖ້າຜູ້ນໍາຂອງລາວສາມາດກວດກາລາວໄດ້, ບໍ່ຮ່ວມມືກັບລາວຢ່າງຈິງຈັງ ຫຼື ຊຸກຍູ້ໃຫ້ລາວເຮັດສິ່ງນີ້ ແລະ ສາມາດຫ້າມລາວໄດ້ທັນເວລາ, ຄົນທີ່ເຮັດເຂົ້າໜົມຈະຍັງກ້າເຮັດມັນອີກບໍ? ຢ່າງໜ້ອຍທີ່ສຸດ, ລາວກໍຈະບໍ່ເຮັດມັນ ດ້ວຍຄວາມກ້າປານນັ້ນ ແລະ ເຮັດແບບບໍ່ລະອາຍໃຈປານນັ້ນ. ແລ້ວຜູ້ນໍາເຫຼົ່ານັ້ນໄດ້ສົ່ງຜົນຫຍັງແດ່ໃນສະຖານະການນີ້? ບໍ່ວ່າເລື່ອງນ້ອຍ ຫຼື ໃຫຍ່, ທຸກເລື່ອງພວກເຂົາກໍຕ້ອງເຂົ້າມາແຊກແຊງ ແລະ ຮັບຜິດຊອບໃນການກວດກາແທນເຮົາ. ພວກເຂົາ “ມີຄວາມຮັກ” ຫຼາຍຈົນບໍ່ສາມາດບັນລະຍາຍເປັນຄຳເວົ້າໄດ້. ນີ້ແມ່ນວຽກງານທີ່ພວກເຂົາຄວນຈະເຮັດບໍ? ບໍ່ມີຄຳແນະນຳໃຫ້ເຮັດສິ່ງນີ້ພາຍໃນຫຼັກການວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຮົາບໍ່ໄດ້ມອບໝາຍໜ້າທີ່ນີ້ໃຫ້ພວກເຂົາ; ມັນຖືກລິເລີ່ມໂດຍຜູ້ຄົນ, ເຮົາບໍ່ໄດ້ຮ້ອງຂໍ. ແລ້ວເປັນຫຍັງຜູ້ນໍາເຫຼົ່ານີ້ຈຶ່ງປະຕິບັດສິ່ງນີ້ຢ່າງລຸກລີ້ລຸກລົ້ນປານນັ້ນ? ນີ້ຄືການສະແດງອອກຂອງຜູ້ນໍາປອມ: ບໍ່ໃສ່ໃຈວຽກງານທີ່ສົມຄວນຂອງພວກເຂົາ. ມີວຽກງານຫຼາຍຢ່າງໃນຄຣິດຕະຈັກທີ່ຈຳເປັນຕ້ອງໄດ້ຮັບການຕິດຕາມ, ກວດກາ ແລະ ຊຸກຍູ້ໂດຍພວກເຂົາ ແລະ ມີບັນຫາຕົວຈິງຫຼາຍຢ່າງທີ່ພວກເຂົາຈຳເປັນຕ້ອງໂອ້ລົມຄວາມຈິງເພື່ອແກ້ໄຂ, ແຕ່ພວກເຂົາບໍ່ໄດ້ເຮັດວຽກງານເຫຼົ່ານັ້ນເລີຍ. ແທນທີ່ຈະເປັນແນວນັ້ນໃນທາງກົງກັນຂ້າມ, ພວກເຂົາພັດວ່າງງານພໍທີ່ຈະມາຊີມເຂົ້າໜົມໃຫ້ເຮົາໃນເຮືອນຄົວ. ໃນເລື່ອງນີ້, ພວກເຂົາຂ້ອນຂ້າງຈິງຈັງ ແລະ ໄດ້ອອກແຮງງານຫຼາຍ. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາປອມເຮັດບໍ? ມັນບໍ່ແມ່ນໜ້າລັງກຽດຫຼາຍແລ້ວບໍ? ເຮົາບໍ່ເຄີຍຄາດຄິດເລີຍວ່າ ຫຼັງຈາກທີ່ເວລາຜ່ານໄປໄລຍະໜຶ່ງ, ເລື່ອງນີ້ກໍຈະກຳເລີບຂຶ້ນມາອີກ. ຄົນທີ່ເຮັດເຂົ້າໜົມຢາກຈະເລີ່ມເຮັດມັນໃຫ້ເຮົາອີກຄັ້ງ. ເຮົາໄດ້ບອກຜູ້ນໍາຄົນໜຶ່ງໂດຍສະເພາະວ່າ: “ເຈົ້າໄປແກ້ໄຂເລື່ອງນີ້. ເຈົ້າຕ້ອງອະທິບາຍເລື່ອງນີ້ໃຫ້ລາວເຂົ້າໃຈຢ່າງຊັດເຈນ. ຖ້າລາວເຮັດອີກ, ເຮົາຈະໃຫ້ເຈົ້າຮັບຜິດຊອບ!” ດ້ວຍວຽກງານທີ່ຕ້ອງເຮັດຫຼາຍຢ່າງໃນຄຣິດຕະຈັກ, ໜ້າວຽກໃດກໍຕາມຈະເຮັດໃຫ້ພວກເຂົາຫຍຸ້ງຢູ່ໄລຍະໜຶ່ງ. ເປັນຫຍັງພວກເຂົາຈຶ່ງວ່າງງານຫຼາຍແທ້? ພວກເຂົາມາທີ່ນີ້ເພື່ອຂຸນຕົນເອງໃຫ້ຕຸ້ຍ ຫຼື ເວົ້າຈາໄຮ້ສາລະ? ທີ່ນີ້ບໍ່ແມ່ນສະຖານທີ່ສຳລັບສິ່ງເຫຼົ່ານັ້ນ. ຫຼັງຈາກນັ້ນ, ກໍບໍ່ມີຂ່າວຄາວຫຍັງກ່ຽວກັບເລື່ອງນີ້ອີກ. ຫຼັງຈາກທີ່ເຮົາໄດ້ໃຫ້ຄຳແນະນຳນັ້ນແລ້ວ, ຜູ້ນໍາກໍບໍ່ໄດ້ໃຫ້ລາຍງານຫຍັງ. ຢ່າງໃດກໍຕາມ, ບໍ່ມີໃຜສົ່ງເຂົ້າໜົມນ້ອຍໆ ເຫຼົ່ານັ້ນມາໃຫ້ເຮົາອີກ, ເຊິ່ງເຮັດໃຫ້ສະບາຍໃຈຫຼາຍ. ເມື່ອຕັດສິນຈາກເຫດການນີ້, ພວກເຮົາສາມາດເວົ້າໄດ້ບໍວ່າຜູ້ນໍາເຫຼົ່ານີ້ບໍ່ໄດ້ໃສ່ໃຈວຽກງານທີ່ສົມຄວນຂອງຕົນ? (ໄດ້.) ເລື່ອງນີ້ຍັງບໍ່ຮ້າຍແຮງຂະໜາດນັ້ນ; ຍັງມີເລື່ອງທີ່ຮ້າຍແຮງກວ່ານີ້ອີກ.
ເຮົາມັກຈະໄປຢ້ຽມຢາມຄຣິດຕະຈັກບາງແຫ່ງເພື່ອເບິ່ງອ້ອມຮອບ, ພົບປະຜູ້ນໍາ, ໃຫ້ຄຳແນະນຳສຳລັບວຽກງານບາງຢ່າງ ແລະ ແກ້ໄຂບັນຫາບາງຢ່າງ. ບາງຄັ້ງ, ເຮົາກໍຕ້ອງກິນເຂົ້າສວາຍຢູ່ຄຣິສຕະຈັກເຫຼົ່ານີ້, ເຊິ່ງເຮັດໃຫ້ເກີດຄຳຖາມວ່າໃຜຈະເປັນຜູ້ກະກຽມອາຫານ. ຜູ້ນໍາເຫຼົ່ານັ້ນມີຄວາມຮັບຜິດຊອບຫຼາຍຈົນພວກເຂົາໄດ້ເລືອກຄົນທີ່ອ້າງວ່າຕົນເອງເປັນພໍ່ຄົວ. ເຮົາໄດ້ກ່າວວ່າ: “ບໍ່ວ່າລາວຈະເປັນພໍ່ຄົວ ຫຼື ບໍ່ ກໍບໍ່ສຳຄັນ; ສິ່ງທີ່ສຳຄັນຄືເຮົາມັກອາຫານທີ່ຮຽບງ່າຍ. ເຮົາມັກຊີມລົດຊາດດັ້ງເດີມຂອງສ່ວນປະກອບ. ອາຫານບໍ່ຄວນເຄັມ, ມັນ ຫຼື ມີລົດຊາດແຮງເກີນໄປ. ໃນລະດູໜາວ, ເຮົາຕ້ອງການກິນອາຫານທີ່ອຸ່ນ. ນອກຈາກນີ້, ອາຫານຕ້ອງປຸງໃຫ້ສຸກດີ, ບໍ່ໃຫ້ດິບໆ ສຸກໆ ແລະ ຕ້ອງຍ່ອຍງ່າຍ”. ເຮົາບໍ່ໄດ້ສື່ສານຫຼັກການເຫຼົ່ານີ້ຢ່າງຊັດເຈນບໍ? ມັນເຮັດໄດ້ງ່າຍບໍ່? ມັນທັງຈື່ງ່າຍ ແລະ ເຮັດງ່າຍ. ແມ່ບ້ານທີ່ແຕ່ງກິນມາສາມຫາຫ້າປີກໍສາມາດເຂົ້າໃຈຫຼັກການເຫຼົ່ານີ້ ແລະ ເຮັດໄດ້. ສະນັ້ນ, ບໍ່ຈຳເປັນຕ້ອງຢືນຢັນທີ່ຈະຊອກຫາພໍ່ຄົວມາເຮັດອາຫານໃຫ້ເຮົາ; ຄົນທີ່ສາມາດເຮັດອາຫານບ້ານໆ ໄດ້ກໍພຽງພໍແລ້ວ. ແນວໃດກໍຕາມ, ຜູ້ນໍາເຫຼົ່ານີ້ “ມີຄວາມຮັກ” ຫຼາຍຈົນພວກເຂົາຢືນຢັນທີ່ຈະຊອກຫາ “ພໍ່ຄົວ” ມາເຮັດອາຫານເມື່ອພວກເຂົາຕ້ອນຮັບເຮົາ. ກ່ອນທີ່ພໍ່ຄົວຈະເຮັດອາຫານໃຫ້ເຮົາຢ່າງເປັນທາງການ, ຜູ້ນໍາກໍຕ້ອງກວດກາກ່ອນ. ພວກເຂົາເຮັດແນວໃດ? ພວກເຂົາໃຫ້ພໍ່ຄົວເຮັດກ້ຽວຊຸດໜຶ່ງ ແລະ ໝີ່ນໍ້າຂຸ້ນຈານໜຶ່ງ ແລະ ໃຫ້ລາວຂົ້ວອາຫານສອງສາມຢ່າງ. ຜູ້ນໍາ ແລະ ຫົວໜ້າກຸ່ມຕ່າງໆທັງໝົດໄດ້ຊີມ ແລະ ພວກເຂົາກໍເຫັນວ່າອາຫານທຸກຢ່າງຂ້ອນຂ້າງດີ. ສຸດທ້າຍ, ພວກເຂົາກໍໄດ້ຂໍໃຫ້ພໍ່ຄົວຮັບໜ້າທີ່ເຮັດອາຫານໃຫ້ເຮົາ. ໂດຍບໍ່ເວົ້າເຖິງຜົນການຊີມຂອງຜູ້ນໍາ ແລະ ລັກສະນະຂອງບັນຫາທີ່ກ່ຽວຂ້ອງ, ໃຫ້ເຮົາມາເວົ້າກ່ຽວກັບອາຫານທີ່ພໍ່ຄົວຄົນນີ້ກະກຽມກ່ອນ. ຄັ້ງທຳອິດທີ່ເຮົາໄປ, ພໍ່ຄົວໄດ້ຂົ້ວອາຫານສອງສາມຢ່າງ ແລະ ທຸກຄົນກໍຂ້ອນຂ້າງພໍໃຈ. ຄັ້ງທີສອງ, ພໍ່ຄົວໄດ້ເຮັດກ້ຽວຊຸດໜຶ່ງ. ຫຼັງຈາກທີ່ກິນຄຳທຳອິດ, ເຮົາກໍຮູ້ສຶກວ່າມີບາງຢ່າງຜິດປົກກະຕິ, ມັນເຜັດໜ້ອຍໜຶ່ງ. ຄົນອື່ນໆທີ່ຢູ່ອ້ອມຂ້າງເຮົາກໍເວົ້າວ່າກ້ຽວເຜັດໜ້ອຍໜຶ່ງ ແລະ ຮູ້ສຶກວ່າລີ້ນຂອງພວກເຂົາເລີ່ມບວມ. ແນວໃດກໍຕາມ, ເນື່ອງຈາກກ້ຽວເປັນອາຫານຫຼັກພຽງຢ່າງດຽວ, ເຮົາຈຶ່ງຕ້ອງກິນໃຫ້ໝົດເຖິງວ່າມັນຈະເຜັດ. ບໍ່ເຫັນໝາກເຜັດໃນໄສ້, ສະນັ້ນ ເຮົາຈຶ່ງບໍ່ສົນໃຈວ່າແມ່ນຫຍັງທີ່ເຮັດໃຫ້ເຜັດ ແລະ ກໍກິນຈົນໝົດ. ຜົນກໍຄື ຮ່າງກາຍຂອງເຮົາເລີ່ມມີອາການແພ້ໃນຄືນນັ້ນ. ຫຼາຍບ່ອນທົ່ວຮ່າງກາຍຂອງເຮົາເລີ່ມຄັນບໍ່ເຊົາ ແລະ ເຮົາກໍຕ້ອງເກົາຢູ່ຕະຫຼອດ; ເຮົາເກົາຕົນເອງຈົນເລືອດອອກ ເຮົາຈຶ່ງຮູ້ສຶກດີຂຶ້ນ. ເຮົາຄັນຢູ່ສາມມື້ກ່ອນທີ່ອາການຈະຄ່ອຍໆ ບັນເທົາລົງ. ຫຼັງຈາກອາການແພ້ນີ້, ເຮົາກໍຮູ້ວ່າຕ້ອງມີການໃສ່ພິກໄທລົງໃນກ້ຽວຢ່າງແນ່ນອນ; ຖ້າບໍ່ດັ່ງນັ້ນ, ມັນຄົງຈະບໍ່ເຜັດປານນັ້ນ. ເຮົາໄດ້ແຈ້ງພວກເຂົາແລ້ວວ່າຢ່າໃສ່ເຄື່ອງປຸງທີ່ເຜັດ ເຊັ່ນ: ພິກໄທ ເພາະເຮົາທົນບໍ່ໄດ້. ແນວໃດກໍຕາມ, ພວກເຂົາໄດ້ໃສ່ມັນເປັນຈຳນວນຫຼາຍ ເພື່ອເຮັດໃຫ້ຖືກປາກຂອງຕົນເອງ, ເຊິ່ງເກີນປະລິມານປົກກະຕິ; ການກິນກ້ຽວເຫຼົ່ານັ້ນເຮັດໃຫ້ຮູ້ສຶກເຜັດ. ພໍ່ຄົວບໍ່ສາມາດແຕ່ງກິນໃນສັດສ່ວນທີ່ຖືກຕ້ອງ, ລາວໃສ່ພິກໄທຫຼາຍຈົນເຮັດໃຫ້ຄົນເກີດອາການພູມແພ້. ຕໍ່ມາ, ເຮົາໄດ້ບອກລາວວ່າ: “ຢ່າໃສ່ເຄື່ອງປຸງທີ່ເຜັດເຫຼົ່ານັ້ນອີກເດັດຂາດ. ເຮົາທົນບໍ່ໄດ້. ຖ້າເຈົ້າມີຄວາມເປັນມະນຸດແທ້ໆ, ຢ່າເຮັດແບບນັ້ນອີກ. ຖ້າເຈົ້າແຕ່ງກິນໃຫ້ຕົວເອງ, ເຮົາຈະບໍ່ແຊກແຊງສິ່ງທີ່ເຈົ້າກິນ. ແນວໃດກໍຕາມ, ຖ້າເຈົ້າແຕ່ງກິນໃຫ້ເຮົາ, ກໍຢ່າໃສ່. ຈົ່ງປະຕິບັດຕາມມາດຕະຖານທີ່ຈໍາເປັນຂອງເຮົາ”. ລາວສາມາດເຮັດສິ່ງນັ້ນໄດ້ບໍ? ຜູ້ນໍາບໍ່ຄວນຈະຈັດການວຽກງານນີ້ບໍ? ແຕ່ໜ້າເສຍດາຍ, ບໍ່ມີໃຜໃສ່ໃຈມັນ ແລະ ພວກເຂົາບໍ່ໄດ້ເຮັດວຽກງານໃດທີ່ພວກເຂົາຄວນຈະເຮັດ. ມີຄັ້ງໜຶ່ງ, ເມື່ອພໍ່ຄົວກຳລັງຈະແຕ່ງກິນອີກ, ລາວໄດ້ຈັບເອົາພິກໄທຈຳນວນໜຶ່ງຂຶ້ນມາເພື່ອຈະໃສ່ໃນອາຫານ ແລະ ມີຄົນທີ່ຢູ່ໃກ້ໆເຫັນ ແລະ ຫ້າມລາວໄວ້. ພາຍໃຕ້ການຄຸມຢ່າງເຂັ້ມງວດຂອງພວກເຂົາ, ລາວຈຶ່ງບໍ່ມີໂອກາດໄດ້ໃສ່ມັນ. ຜູ້ນໍາບໍ່ສາມາດແກ້ໄຂບັນຫາທີ່ເລັກນ້ອຍແບບນີ້ໄດ້, ແລ້ວພວກເຂົາຈະເຮັດຫຍັງໄດ້? ເມື່ອພໍ່ຄົວກຳລັງແຕ່ງກິນ, ພວກເຂົາພັດຂ້ອນຂ້າງກະຕືລືລົ້ນໃນການຊີມລົດຊາດ. ຫຼາຍຄົນໄດ້ໄປລອງຊີມ. ມັນເປັນພຽງອາຫານບ້ານໆ ທຳມະດາ; ມັນມີຫຍັງທີ່ຄຸ້ມຄ່າແກ່ການຊີມ? ພວກເຈົ້າເປັນຜູ້ຊ່ຽວຊານດ້ານອາຫານກັນໝົດບໍ? ພວກເຈົ້າເຂົ້າໃຈທຸກຢ່າງທັນທີຫຼັງຈາກທີ່ກາຍເປັນຜູ້ນໍາບໍ? ພວກເຈົ້າເຂົ້າໃຈຫຼັກການເລື່ອງສຸຂະພາບບໍ? ເຮືອນຂອງພຣະເຈົ້າໄດ້ຈັດແຈງໃຫ້ພວກເຈົ້າເຮັດສິ່ງນີ້ບໍ? ເຮົາໄດ້ມອບໝາຍ ຫຼື ຝາກຝັງໃຫ້ພວກເຈົ້າຊີມອາຫານແທນເຮົາຕອນໃດ? ພວກເຈົ້າຂາດເຫດຜົນເກີນໄປ, ພວກເຈົ້າບໍ່ມີຢາງອາຍເລີຍ! ໃຜກໍຕາມທີ່ມີຢາງອາຍໜ້ອຍໜຶ່ງກໍຈະບໍ່ເຮັດສິ່ງທີ່ໂຈ່ງແຈ້ງແບບນັ້ນ, ໜ້າລັງກຽດແບບນັ້ນ ແລະ ຂາດເຫດຜົນແບບນັ້ນ. ມັນສະແດງໃຫ້ເຫັນວ່າບຸກຄົນເຫຼົ່ານີ້ບໍ່ມີຢາງອາຍເລີຍ, ພວກເຂົາຊີມອາຫານໃຫ້ເຮົາ! ພວກເຈົ້າບໍ່ໄດ້ປະຕິບັດຕາມ ຫຼື ເຮັດສຳເລັດຕາມຫຼັກການໃດໆ ທີ່ເຮົາໄດ້ບອກພວກເຈົ້າ. ອັນໃດກໍຕາມທີ່ແຊບສຳລັບພວກເຈົ້າ ແລະ ຖືກປາກຂອງພວກເຈົ້າ, ພວກເຈົ້າກໍຂໍໃຫ້ພໍ່ຄົວເຮັດ. ນັ້ນແມ່ນການແຕ່ງກິນໃຫ້ເຮົາບໍ? ນັ້ນບໍ່ແມ່ນການແຕ່ງກິນໃຫ້ຕົວເອງບໍ? ພວກເຈົ້າເປັນຜູ້ນໍາກັນແບບນີ້ຊັ້ນບໍ? ສວຍໃຊ້ທຸກໂອກາດເພື່ອເອົາປຽບ, ຫາຊ່ອງຫວ່າງ ແລະ ພະຍາຍາມປະຈົບປະແຈງເຮົາ, ຖ້າພວກເຈົ້າຢາກປະຈົບປະແຈງເຮົາ, ກໍຢ່າສ້າງຄວາມເດືອດຮ້ອນໃຫ້ເຮົາ! ນີ້ບໍ່ແມ່ນການກະທຳທີ່ຂາດຄຸນນະທຳບໍ? ນີ້ມັນບໍ່ແມ່ນການມີເຈດຕະນາບໍ່ດີບໍ? ພວກເຂົາບໍ່ມີຢາງອາຍ ແລະ ມີເຈດຕະນາທີ່ບໍ່ຖືກຕ້ອງ, ແຕ່ພວກເຂົາກໍຍັງຄິດວ່າຕົນເອງມີຄວາມຈົງຮັກພັກດີຫຼາຍ! ມີສິ່ງໃດແດ່ທີ່ພວກເຂົາເຮັດ ເຊິ່ງເປັນສິ່ງທີ່ຜູ້ນໍາຄວນຈະເຮັດຢ່າງແທ້ຈິງ? (ບໍ່ມີ.) ບໍ່ມີສິ່ງໃດທີ່ພວກເຂົາເຮັດມີມາດຕະຖານເລີຍ. ພວກເຂົາບໍ່ຮູ້ແມ່ນແຕ່ວ່າອາຫານໃດດີຕໍ່ສຸຂະພາບ ຫຼື ບໍ່ດີຕໍ່ສຸຂະພາບ, ແຕ່ພວກເຂົາພັດຄິດວ່າຕົນເອງສາມາດມາທີ່ນີ້ ແລະ ຫຼິ້ນບົດບາດເປັນຜູ້ຊ່ຽວຊານດ້ານສຸຂະພາບ ແລະ ອາຫານໃຫ້ເຮົາ! ຜູ້ໃດກຳນົດວ່າພວກເຈົ້າຕ້ອງດຳເນີນການກວດກາ ເມື່ອເວົ້າເຖິງການແຕ່ງກິນໃຫ້ເຮົາ? ຄຣິດຕະຈັກມີຂໍ້ກຳນົດນີ້ບໍ? ເຮືອນຂອງພຣະເຈົ້າໄດ້ຈັດແຈງແບບນີ້ບໍ? ມີຊ່ອງຫວ່າງຫຼາຍຢ່າງເກີດຂຶ້ນໃນວຽກງານຕ່າງໆ ຂອງຄຣິດຕະຈັກ, ມີຫຼາຍຄົນທີ່ເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງເລີຍ, ແຕ່ພວກເຈົ້າພັດບໍ່ຈັດການເລື່ອງເຫຼົ່ານັ້ນ. ໃນທາງກົງກັນຂ້າມ, ພວກເຈົ້າພັດມາທຸ່ມເທກຳລັງໃສ່ໃຈສິ່ງເລັກໆ ນ້ອຍໆ ເຊັ່ນ: ເຮືອນຄົວ, ມາເຮັດ “ຄວາມຮັບຜິດຊອບ” ຂອງພວກເຈົ້າ. ພວກເຈົ້າຄືຜູ້ນໍາປອມໂດຍບໍ່ຕ້ອງສົງໄສ, ພວກເຈົ້າເປັນຄົນໜ້າຊື່ໃຈຄົດ! ພວກເຈົ້າຢູ່ຕໍ່ໜ້າເຮົາເພື່ອກວດກາສິ່ງຕ່າງໆ, ພວກເຈົ້າເຂົ້າໃຈຫຍັງແດ່? ພວກເຈົ້າໄດ້ປຶກສາເຮົາບໍ? ພວກເຈົ້າກຳລັງສະແດງຄວາມຄິດເຫັນຂອງພວກເຈົ້າເອງ ຫຼື ຂອງເຮົາ? ຖ້າພວກເຈົ້າກຳລັງສະແດງຄວາມຄິດເຫັນຂອງເຮົາ ແລະ ເຮົາໄດ້ຂໍໃຫ້ພວກເຈົ້າຖ່າຍທອດມັນ, ແລ້ວສິ່ງທີ່ພວກເຈົ້າກຳລັງເຮັດກໍຈະຖືກຕ້ອງ. ມັນຈະເປັນຄວາມຮັບຜິດຊອບຂອງພວກເຈົ້າ. ຖ້າພວກເຈົ້າກຳລັງສະແດງຄວາມຄິດເຫັນຂອງຕົນເອງ ແລະ ບໍ່ແມ່ນຂອງເຮົາ ແລະ ພວກເຈົ້າຍັງຢືນຢັນທີ່ຈະບັງຄັບໃຫ້ຄົນອື່ນຟັງ ແລະ ຍອມຮັບມັນ, ນີ້ມີລັກສະນະເປັນແນວໃດ? ບອກເຮົາມາເບິ່ງ, ເຮົາຈະບໍ່ລັງກຽດສິ່ງນີ້ບໍ? ເຮົາຢູ່ບ່ອນນັ້ນແທ້ໆ ແລະ ພວກເຂົາບໍ່ໄດ້ເວົ້າຈັກຄຳເພື່ອຖາມເຮົາວ່າເຮົາກິນຫຍັງ ຫຼື ຂໍ້ກຳນົດຂອງເຮົາແມ່ນຫຍັງ, ພວກເຂົາພຽງແຕ່ຕັດສິນໃຈໂດຍບໍ່ໄດ້ຮັບອະນຸຍາດຈາກເຮົາ ແລະ ຊີ້ມືສັ່ງວຽກຢູ່ເບື້ອງຫຼັງເຮົາ. ພວກເຂົາກຳລັງພະຍາຍາມເປັນຕົວແທນຂອງເຮົາບໍ? ນີ້ຄືຜູ້ນໍາປອມທີ່ກຳລັງອາລະວາດເຮັດສິ່ງທີ່ຊົ່ວຊ້າ, ທຳທ່າວ່າເປັນຝ່າຍວິນຍານ, ທຳທ່າວ່າຄຳນຶງເຖິງພາລະຂອງພຣະເຈົ້າ ແລະ ທຳທ່າວ່າເຂົ້າໃຈຄວາມຈິງ ແລະ ເຮັດແຕ່ສິ່ງທີ່ໜ້າຊື່ໃຈຄົດ. ນີ້ບໍ່ແມ່ນການເຮັດເກີນໄປບໍ? ມັນບໍ່ແມ່ນສິ່ງທີ່ໜ້າລັງກຽດ ແລະ ໜ້າກຽດຊັງຫຼາຍບໍ? (ແມ່ນ.) ພວກເຈົ້າໄດ້ເປີດຫູເປີດຕາແດ່ບໍ່? ພວກເຈົ້າໄດ້ຮຽນຮູ້ບົດຮຽນຫຍັງບໍ່ຈາກເລື່ອງນີ້? ແຕ່ລະເລື່ອງໃນນີ້ແມ່ນໜ້າລັງກຽດກວ່າເລື່ອງທີ່ຜ່ານມາ ແລະ ຍັງມີອີກເລື່ອງໜຶ່ງທີ່ໜ້າລັງກຽດຍິ່ງກວ່ານັ້ນອີກ.
ລະດູໜາວປີນີ້, ມີຄົນໃຈດີຄົນໜຶ່ງໄດ້ຊື້ເສື້ອກັນໜາວຂົນຫ່ານທີ່ “ງາມ” ໂຕໜຶ່ງໃຫ້ເຮົາ. ຄວາມງາມຂອງມັນບໍ່ໄດ້ຢູ່ທີ່ສີ ຫຼື ຮູບແບບຂອງເສື້ອ ແຕ່ຢູ່ທີ່ລາຄາແພງ ແລະ ຄຸນນະພາບສູງຂອງມັນ; ມັນເປັນຂອງທີ່ມີຄ່າ. ມີຄຳເວົ້າໜຶ່ງໃນທ່າມກາງຜູ້ບໍ່ມີຄວາມເຊື່ອວ່າ: “ຂົນຫ່ານທີ່ສົ່ງມາຈາກທາງໄກພັນໄມລ໌, ຂອງຂວັນອາດຈະເບິ່ງເລັກນ້ອຍ, ແຕ່ມີຄວາມໝາຍຮູ້ສຶກເລິກເຊິ່ງ”. ບໍ່ພຽງແຕ່ເສື້ອໂຕນີ້ຈະມີຄວາມຮູ້ສຶກເທົ່ານັ້ນ, ແຕ່ມັນກໍແພງຫຼາຍແທ້ໆ. ກ່ອນທີ່ຈະເຫັນເສື້ອໂຕນີ້, ເຮົາກໍໄດ້ຍິນມາແລ້ວວ່າມັນງາມ ແລະ ເປັນສີແດງ, ມີການອອກແບບທີ່ດີ ແລະ ຈັບເບິ່ງແລ້ວກໍຮູ້ສຶກວ່າແໜ້ນໜາ. ເຮົາໄດ້ຍິນກ່ຽວກັບມັນ, ສະນັ້ນ ມັນຈຶ່ງຫຼີກລ່ຽງບໍ່ໄດ້ທີ່ຄົນບາງຄົນໄດ້ເຫັນຂອງຈິງແລ້ວ, ນັ້ນກໍຄື ມີຄົນຈຳນວນໜຶ່ງທີ່ໄດ້ເຫັນມັນແລ້ວ, ໄດ້ລອງທຽບຂະໜາດພໍປະມານ ແລະ ກວດເບິ່ງຢ່າງລະອຽດ ໂດຍເວົ້າກັນວ່າ: “ຂ້ອຍຮູ້ຈັກຍີ່ຫໍ້ນີ້”, “ສີງາມດີ, ມັນງາມຫຼາຍ!” “ຫຼັງຈາກທີ່ເຈົ້າເບິ່ງແລ້ວ, ເອົາມາໃຫ້ຂ້ອຍເບິ່ງແດ່” ແລະ ຂ່າວກໍໄດ້ແຜ່ລາມອອກໄປແບບນັ້ນ. ເຮົາບໍ່ຮູ້ວ່າໃຊ້ເວລາດົນປານໃດຂ່າວນີ້ຈຶ່ງມາຮອດຫູຂອງເຮົາ ແລະ ເຮັດໃຫ້ເຮົາໄດ້ຮູ້ກ່ຽວກັບມັນໜ້ອຍໜຶ່ງ. ພວກເຈົ້າເຫັນບັນຫາໃນນີ້ບໍ? ໂດຍທີ່ເຮົາຍັງບໍ່ທັນໄດ້ເຫັນເສື້ອໂຕນີ້, ມີຄົນເຫັນມັນ, ສົ່ງຕໍ່ກັນໄປມາ ແລະ ສະແດງໂດຍຄົນອື່ນອີກຫຼາຍຄົນແລ້ວ. ນີ້ບໍ່ແມ່ນບັນຫາບໍ? ຄົນເຮົາສາມາດເບິ່ງ, ຈັບ ແລະ ສະແດງຂອງຂອງເຮົາຕາມອຳເພີໃຈໄດ້ບໍ? (ບໍ່ໄດ້.) ມີຂອງໃຜແດ່ທີ່ຄົນເຮົາສາມາດຈັບ ແລະ ເບິ່ງຕາມອຳເພີໃຈໄດ້? (ບໍ່ມີໃຜຢາກໃຫ້ເກີດຂຶ້ນ ແລະ ບໍ່ມີໃຜຄວນເຮັດແບບນີ້.) ແລ້ວຂອງຂອງເຮົາບໍ່ຄວນຈະຖືກຫ້າມຍິ່ງກວ່ານັ້ນບໍ? ບາງຄົນເວົ້າວ່າ: “ເປັນຫຍັງຈຶ່ງຄວນຫ້າມ? ເຈົ້າເປັນບຸກຄົນສາທາລະນະ. ຊີວິດສ່ວນຕົວຂອງຄົນດັງ ແລະ ດາລາບໍ່ແມ່ນຖືກເປີດເຜີຍຢູ່ສະເໝີບໍ? ພວກເຂົາຫຼິ້ນກິລາຢູ່ໃສ, ພວກເຂົາໄປເສີມຄວາມງາມຢູ່ໃສ, ພວກເຂົາຄົບຫາກັບໃຜ, ພວກເຂົາໃສ່ເຄື່ອງຫຍີ່ຫໍ້ຫຍັງ, ສິ່ງເຫຼົ່ານີ້ບໍ່ແມ່ນຖືກເປີດເຜີຍທັງໝົດບໍ? ເປັນຫຍັງຂອງເຈົ້າຈຶ່ງຈະເປີດເຜີຍບໍ່ໄດ້?” ເຮົາເປັນຄົນດັງບໍ? ເຮົາບໍ່ແມ່ນຄົນດັງ ແລະ ເຈົ້າກໍບໍ່ແມ່ນຜູ້ທີ່ຫຼົງໄຫຼຊົມເຊີຍເຮົາ. ເຈົ້າແມ່ນໃຜ? ເຈົ້າເປັນຄົນທຳມະດາ, ເປັນສິ່ງທີ່ຖືກສ້າງ ແລະ ເປັນມະນຸດທີ່ເສື່ອມຊາມ. ເຮົາແມ່ນໃຜ? (ພຣະເຈົ້າ.) ເຮົາບໍ່ແມ່ນບຸກຄົນສາທາລະນະ; ເຮົາບໍ່ມີພັນທະທີ່ຈະເປີດເຜີຍທຸກຢ່າງໃຫ້ເຈົ້າ, ລາຍງານທຸກຢ່າງໃຫ້ເຈົ້າ ຫຼື ແຈ້ງໃຫ້ເຈົ້າຊາບກ່ຽວກັບທຸກຢ່າງ. ແລ້ວເປັນຫຍັງພວກເຈົ້າຈຶ່ງຈັບຕ້ອງສິ່ງທີ່ເປັນຂອງເຮົາ? ການເຮັດແບບນັ້ນບໍ່ແມ່ນໜ້າລັງກຽດບໍ? ເຮົາໄດ້ມອບໝາຍໃຫ້ພວກເຈົ້າເບິ່ງ ແລະ ກວດກາຂອງຂອງເຮົາສິ່ງນີ້ບໍ? ບໍ່. ແຕ່ຄົນບາງຄົນພັດກ້າເອົາມັນໄປ ແລະ ເບິ່ງຕາມອຳເພີໃຈດ້ວຍທ່າທີທີ່ໜ້າດ້ານເຊັ່ນນີ້ ແລະ ຍັງສົ່ງຕໍ່ກັນໄປມາອີກ. ໃຜໃຫ້ສິດພວກເຈົ້າໃນການສົ່ງຕໍ່ມັນ? ນີ້ແມ່ນພັນທະຂອງພວກເຈົ້າບໍ? ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ, ແລ້ວພວກເຮົາກໍເປັນຄົນແປກໜ້າຕໍ່ກັນ. ມັນເປັນເພາະວ່າເຈົ້າເຊື່ອໃນພຣະເຈົ້າ ເຮົາຈຶ່ງຮູ້ວ່າເຈົ້າແມ່ນໃຜ, ແຕ່ເຮົາບໍ່ຮູ້ວ່າຄອບຄົວ, ຊີວິດປະຈຳວັນ ຫຼື ສະຖານະການທາງການເງິນຂອງເຈົ້າເປັນແນວໃດ ແລະ ເຮົາກໍບໍ່ສົນໃຈທີ່ຈະຮູ້ຈັກ. ພວກເຮົາສະໜິດກັນບໍ? ເຮົາບໍ່ແມ່ນໝູ່ສະໜິດ, ເພື່ອນຮັກ ຫຼື ສະຫາຍຂອງເຈົ້າ. ພວກເຮົາບໍ່ລຶ້ງເຄີຍກັນ ແລະ ພວກເຮົາກໍຍັງບໍ່ໄດ້ໄປເຖິງຈຸດທີ່ທຸກຢ່າງຂອງເຮົາຄວນຈະເປີດໃຫ້ເຈົ້າເບິ່ງ. ເຈົ້າຈະໃຫ້ເຮົາເບິ່ງຂອງທັງໝົດຂອງເຈົ້າ ແລະ ສະແດງມັນໃຫ້ທຸກຄົນໄດ້ເບິ່ງ ແລະ ຈັບຕ້ອງບໍ? ແມ່ນແຕ່ເມື່ອເຈົ້າເອົາຂອງບາງຢ່າງກັບມາຈາກຕະຫຼາດ, ມັນກໍຍັງຕ້ອງລ້າງຫຼາຍຄັ້ງເພື່ອຂ້າເຊື້ອ! ຂອງທີ່ຄົນອື່ນຈັບຕ້ອງຕາມອຳເພີໃຈບໍ່ແມ່ນໜ້າລັງກຽດບໍ? ເຈົ້າບໍ່ມີຄວາມເກງໃຈຕໍ່ຄົນອື່ນແດ່ບໍ? ໃຜມອບໝາຍໃຫ້ເຈົ້າກວດກາເສື້ອຂອງເຮົາ? ເຮົາໄວ້ໃຈເຈົ້າບໍ? ເຈົ້າລ້າງມືສະອາດແລ້ວບໍກ່ອນທີ່ຈະຈັບຕ້ອງເສື້ອຂອງເຮົາຊະຊາຍ? ເຮົາຈະບໍ່ລັງກຽດເຈົ້າບໍ? ເຈົ້າເຂົ້າໃຈເລື່ອງນີ້ຢ່າງຊັດເຈນບໍ? ເປັນຫຍັງເຈົ້າຈຶ່ງບໍ່ມີຢາງອາຍແບບນີ້? ເຈົ້າຂາດເຫດຜົນຫຼາຍ! ເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ຍິນຄຳເທດສະໜາຫຼາຍ; ເປັນຫຍັງເຈົ້າຈຶ່ງຂາດເຫດຜົນແມ່ນແຕ່ໜ້ອຍດຽວ? ການເປີດເຄື່ອງຖວາຍທີ່ເປັນຂອງພຣະເຈົ້າຕາມອຳເພີໃຈ, ການຈັບຕ້ອງເສື້ອຜ້າຂອງພຣະອົງ, ສິ່ງທີ່ເປັນຂອງພຣະອົງຕາມອຳເພີໃຈ, ນີ້ແມ່ນບັນຫາປະເພດໃດ? ເມື່ອເຮົາເຫັນວ່າຫີບຫໍ່ຂອງສິ່ງເຫຼົ່ານີ້ຖືກເປີດ ແລະ ຖິ້ມໄປ, ເຮົາຈະບໍ່ຮູ້ສຶກໃຈຮ້າຍໄດ້ແນວໃດ? ເຮົາລັງກຽດສິ່ງເຫຼົ່ານີ້ ແລະ ເຮົາກຽດຊັງຄົນເຫຼົ່ານີ້. ເຮົາບໍ່ຢາກເຫັນພວກເຂົາອີກ ແລະ ເຮົາກໍບໍ່ຢາກຄົບຫາກັບຄົນເຫຼົ່ານີ້ທີ່ຕໍ່າຊ້າກວ່າໝູ ແລະ ໝາຢ່າງແນ່ນອນ! ຈົ່ງຈື່ໄວ້ວ່າ ທຸກຄົນມີກຽດສັກສີຂອງພວກເຂົາ ແລະ ເຮົາຍິ່ງມີຫຼາຍກວ່ານັ້ນອີກ. ຢ່າແຕະຕ້ອງສິ່ງທີ່ເປັນຂອງເຮົາ; ຖ້າບໍ່ດັ່ງນັ້ນ, ເຮົາຈະກຽດຊັງ ແລະ ລັງກຽດເຈົ້າ!
ເມື່ອເບິ່ງຈາກພາຍນອກ, ຜູ້ນໍາປອມອາດຈະບໍ່ໄດ້ກະທຳຄວາມຊົ່ວຮ້າຍໃຫຍ່ຫຼວງ ຫຼື ເປັນຄົນຊົ່ວຊ້າທີ່ທໍລະຍົດໂດຍແນ່ແທ້. ແນວໃດກໍຕາມ, ສິ່ງທີ່ໜ້າລັງກຽດທີ່ສຸດກ່ຽວກັບພວກເຂົາກໍຄື ພວກເຂົາສາມາດເຫັນວ່າມີວຽກງານຕົວຈິງທີ່ຕ້ອງເຮັດ ແຕ່ພັດບໍ່ເຮັດ, ພວກເຂົາຮູ້ເປັນຢ່າງດີວ່າ ພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ແຕ່ພວກເຂົາພັດບໍ່ສະແຫວງຫາຄວາມຈິງ, ພວກເຂົາເຫັນຄົນຊົ່ວຊ້າກໍ່ການລົບກວນ ແຕ່ພວກເຂົາພັດບໍ່ຈັດການກັບພວກເຂົາ ແລະ ແທນທີ່ຈະເປັນແນວນັ້ນໃນທາງກົງກັນຂ້າມ ພວກເຂົາພັດເອົາໃຈໃສ່ແຕ່ວຽກງານທົ່ວໄປພາຍນອກ. ພວກເຂົາຕິດຕາມຢ່າງໃກ້ຊິດ ແລະ ຈັດການຢ່າງເຂັ້ມງວດກັບບັນຫາຮອງ ແລະ ເລື່ອງເລັກໆ ນ້ອຍໆ, ແຕ່ພວກເຂົາບໍ່ໄດ້ເຮັດວຽກງານໃດໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ຫຼື ໃສ່ໃຈກ່ຽວກັບເລື່ອງຕ່າງໆທີ່ຂັດກັບຫຼັກການຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດເຮັດແຕ່ວຽກງານທີ່ບໍ່ກ່ຽວຂ້ອງກັບຄວາມຈິງ. ຄົນເຫຼົ່ານີ້ຄືຜູ້ນໍາປອມແບບເຕັມຕົວ. ຜູ້ນໍາປອມແມ່ນບໍ່ຮູ້ເລື່ອງຫຍັງເລີຍກ່ຽວກັບຫຼັກການຄວາມຈິງທີ່ກ່ຽວຂ້ອງກັບວຽກງານຕ່າງໆຂອງຄຣິດຕະຈັກ. ຖ້າຫາກວັດແທກຕາມຫຼັກການ ແລະ ມາດຕະຖານຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ, ຜູ້ນໍາປອມກໍຄືຄົນໂງ່ຈ້າ ແລະ ຄົນເບົາປັນຍາ. ບໍ່ວ່າບັນຫາທີ່ເກີດຂຶ້ນໃນວຽກງານຂອງຄຣິດຕະຈັກຈະຮ້າຍແຮງສໍ່າໃດກໍຕາມ, ຜູ້ນໍາປອມກໍບໍ່ສາມາດເຫັນ ຫຼື ແກ້ໄຂມັນໄດ້ ເຖິງແມ່ນວ່າມັນຈະເກີດຂຶ້ນຢູ່ຕໍ່ໜ້າຕໍ່ຕາຂອງພວກເຂົາ ແລະ ເບື້ອງເທິງກໍຕ້ອງລົງມາແກ້ໄຂບັນຫາເຫຼົ່ານັ້ນດ້ວຍຕົນເອງ. ຄົນເຫຼົ່ານີ້ບໍ່ແມ່ນຜູ້ນໍາປອມບໍ? (ແມ່ນ.) ພວກເຂົາແມ່ນຜູ້ນໍາປອມຢ່າງແທ້ຈິງ. ຕົວຢ່າງ: ໃນວຽກງານຂໍ້ຄວາມຂອງຄຣິດຕະຈັກ, ໜັງສືເຫຼັ້ມໃດທີ່ຄວນຈະຖືກອ່ານທວນ ແລະ ເຫຼັ້ມໃດທີ່ຄວນຈະຖືກແປ, ສິ່ງເຫຼົ່ານີ້ແມ່ນໜ້າວຽກທີ່ສຳຄັນຢ່າງຍິ່ງສຳລັບຄຣິດຕະຈັກ. ມີຫຼັກການໃດໆ ກ່ຽວກັບວິທີການອ່ານທວນ ແລະ ແປໜັງສືບໍ? ວຽກງານນີ້ມີຫຼັກການຢ່າງແນ່ນອນ, ມັນອີງໃສ່ຫຼັກການຫຼາຍ ແລະ ມັນຈຳເປັນຕ້ອງໄດ້ຮັບການໂອ້ລົມແທ້ໆ ແລະ ຊີ້ນຳໂດຍສະເພາະ; ແຕ່ຜູ້ນໍາປອມບໍ່ສາມາດເຮັດວຽກງານນີ້ໄດ້. ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງຫຍຸ້ງຢູ່ກັບໜ້າທີ່ຂອງຕົນ, ພວກເຂົາກໍທຳທ່າເວົ້າວ່າເວົ້າແບບໜ້າຊື່ໃຈຄົດວ່າ: “ວຽກງານຂໍ້ຄວາມ ແລະ ວຽກງານການແປພາສາແມ່ນສຳຄັນເປັນພິເສດ. ພວກເຈົ້າຄວນເອົາໃຈໃສ່ເຮັດໃຫ້ວຽກງານນີ້ອອກມາດີ ແລະ ຂ້ອຍຈະແກ້ໄຂບັນຫາໃດກໍຕາມທີ່ພວກເຈົ້າມີ”. ເມື່ອມີຄົນຍົກບັນຫາຂຶ້ນມາແທ້ໆ, ຜູ້ນໍາປອມເຫຼົ່ານີ້ກໍເວົ້າວ່າ: “ຂ້ອຍບໍ່ເຂົ້າໃຈເລື່ອງນີ້. ຂ້ອຍບໍ່ຊ່ຽວຊານດ້ານການແປພາສາຕ່າງປະເທດ. ຈົ່ງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຈາກພຣະອົງ”. ເມື່ອມີຄົນຍົກບັນຫາອື່ນຂຶ້ນມາ ໂດຍຖາມວ່າ: “ພວກເຮົາບໍ່ສາມາດຊອກຫາຄົນທີ່ເໝາະສົມເພື່ອແປບາງພາສາໄດ້, ພວກເຮົາຄວນເຮັດແນວໃດ?” ຜູ້ນໍາປອມກໍຕອບວ່າ: “ຂ້ອຍບໍ່ຊ່ຽວຊານດ້ານນີ້. ພວກເຈົ້າຈັດການກັນເອງໂລດ”. ການເວົ້າແບບນີ້ສາມາດແກ້ໄຂບັນຫາໄດ້ບໍ? ພວກເຂົາຫາຂໍ້ອ້າງ ແລະ ປົກປິດຄວາມຈິງທີ່ວ່າພວກເຂົາບໍ່ໄດ້ເຮັດວຽກຂອງພວກເຂົາ, ໂດຍກ່າວວ່າ: “ຂ້ອຍບໍ່ຊ່ຽວຊານ; ຂ້ອຍບໍ່ເຂົ້າໃຈວິຊາຊີບນີ້” ແລະ ດັ່ງນັ້ນຈຶ່ງປັດຄວາມຮັບຜິດຊອບຕໍ່ບັນຫາທີ່ພວກເຂົາຄວນຈະແກ້ໄຂ. ນີ້ຄືວິທີການເຮັດວຽກຂອງຜູ້ນໍາປອມ. ເມື່ອມີຄົນຍົກຄຳຖາມຂຶ້ນມາ, ຜູ້ນໍາປອມກໍເວົ້າວ່າ: “ຈົ່ງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຈາກພຣະອົງ; ຂ້ອຍບໍ່ເຂົ້າໃຈວິຊາຊີບນີ້, ແຕ່ພວກເຈົ້າເຂົ້າໃຈ”. ນີ້ອາດຈະເບິ່ງຄືວ່າຖ່ອມຕົນ, ເພາະພວກເຂົາກຳລັງຍອມຮັບວ່າຕົນເອງບໍ່ມີຄວາມສາມາດ ແລະ ບໍ່ເຂົ້າໃຈວິຊາຊີບ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ສາມາດປະຕິບັດວຽກງານຂອງຜູ້ນໍາໄດ້ເລີຍ. ແນ່ນອນ, ການເປັນຜູ້ນໍາບໍ່ໄດ້ໝາຍຄວາມວ່າ ພວກເຂົາຈຳເປັນຕ້ອງເຂົ້າໃຈທຸກວິຊາຊີບ, ແຕ່ພວກເຂົາຄວນໂອ້ລົມຫຼັກການຄວາມຈິງທີ່ຈຳເປັນ ເພື່ອແກ້ໄຂບັນຫາໃຫ້ຊັດເຈນ, ບໍ່ວ່າບັນຫາເຫຼົ່ານັ້ນຈະກ່ຽວຂ້ອງກັບວິຊາຊີບປະເພດໃດກໍຕາມ. ຕາບໃດທີ່ຜູ້ຄົນເຂົ້າໃຈຫຼັກການຄວາມຈິງ, ບັນຫາກໍຈະຖືກແກ້ໄຂຕາມນັ້ນ. ຜູ້ນໍາປອມໃຊ້ຂໍ້ອ້າງວ່າ “ຂ້ອຍບໍ່ຊ່ຽວຊານດ້ານນີ້; ຂ້ອຍບໍ່ເຂົ້າໃຈວິຊາຊີບນີ້” ເພື່ອຫຼີກລ່ຽງການໂອ້ລົມຫຼັກການຄວາມຈິງເພື່ອແກ້ໄຂບັນຫາ. ນີ້ບໍ່ແມ່ນການເຮັດວຽກງານຕົວຈິງ. ຖ້າຜູ້ນໍາປອມໃຊ້ຂໍ້ອ້າງວ່າ “ຂ້ອຍບໍ່ຊ່ຽວຊານດ້ານນີ້; ຂ້ອຍບໍ່ເຂົ້າໃຈວິຊາຊີບນີ້” ຢູ່ສະເໝີເພື່ອຫຼີກລ່ຽງການແກ້ໄຂບັນຫາ, ແລ້ວພວກເຂົາກໍບໍ່ເໝາະສົມກັບວຽກງານຂອງຜູ້ນໍາ. ສິ່ງທີ່ດີທີ່ສຸດທີ່ພວກເຂົາຄວນເຮັດກໍຄືການລາອອກ ແລະ ໃຫ້ຄົນອື່ນມາແທນທີ່. ແຕ່ຜູ້ນໍາປອມມີເຫດຜົນແບບນີ້ບໍ? ພວກເຂົາຈະສາມາດລາອອກໄດ້ບໍ? ພວກເຂົາເຮັດບໍ່ໄດ້. ພວກເຂົາເຖິງກັບຄິດວ່າ: “ເປັນຫຍັງພວກເຂົາຈຶ່ງເວົ້າວ່າ ຂ້ອຍບໍ່ໄດ້ເຮັດວຽກຫຍັງ? ຂ້ອຍຈັດການເຕົ້າໂຮມທຸກມື້ ແລະ ຂ້ອຍກໍຫຍຸ້ງຫຼາຍຈົນບໍ່ສາມາດກິນເຂົ້າໄດ້ທັນເວລາ ແລະ ຂ້ອຍນອນໜ້ອຍລົງ. ໃຜເວົ້າວ່າບັນຫາບໍ່ໄດ້ຖືກຮັບການແກ້ໄຂ? ຂ້ອຍຈັດການເຕົ້າໂຮມ ແລະ ໂອ້ລົມກັບພວກເຂົາ ແລະ ຂ້ອຍກໍຊອກຫາຂໍ້ພຣະທຳຈາກພຣະທຳຂອງພຣະເຈົ້າໃຫ້ພວກເຂົາ”. ສົມມຸດພວກເຈົ້າຖາມພວກເຂົາວ່າ: “ມີຄົນເວົ້າວ່າ ພວກເຂົາບໍ່ສາມາດຊອກຫານັກແປພາສາທີ່ເໝາະສົມສຳລັບບາງພາສາໄດ້. ພວກເຈົ້າໄດ້ແກ້ໄຂບັນຫາສະເພາະນີ້ແນວໃດ?” ພວກເຂົາກໍຈະເວົ້າວ່າ: “ຂ້ອຍໄດ້ບອກພວກເຂົາວ່າ ຂ້ອຍບໍ່ເຂົ້າໃຈວິຊາຊີບ ແລະ ໃຫ້ພວກເຂົາປຶກສາຫາລື ແລະ ຈັດການກັນເອງ”. ຈາກນັ້ນ ພວກເຈົ້າກໍຖາມພວກເຂົາວ່າ: “ບັນຫານີ້ກ່ຽວຂ້ອງກັບການໃຊ້ຈ່າຍເຄື່ອງຖວາຍ ແລະ ຄວາມຄືບໜ້າຂອງວຽກງານຄຣິດຕະຈັກ. ພວກເຂົາບໍ່ສາມາດຕັດສິນໃຈດ້ວຍຕົນເອງໄດ້, ພວກເຂົາຕ້ອງການໃຫ້ພວກເຈົ້າເປັນຜູ້ຕັດສິນ ແລະ ຊອກຫາຫຼັກການຄວາມຈິງເພື່ອແກ້ໄຂມັນ. ພວກເຈົ້າໄດ້ເຮັດແບບນີ້ບໍ?” ພວກເຂົາກໍຈະຕອບວ່າ: “ຂ້ອຍບໍ່ໄດ້ເຮັດແນວນັ້ນບໍ? ຂ້ອຍບໍ່ໄດ້ເຮັດໃຫ້ວຽກງານຊັກຊ້າ. ຖ້າບໍ່ມີໃຜແປພາສານັ້ນ, ແລ້ວພວກເຂົາກໍຄວນຈະແປພາສາອື່ນ!” ພວກເຈົ້າເຫັນບໍ່, ຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງໄດ້ ແຕ່ພວກເຂົາກໍຍັງຫາຂໍ້ອ້າງຕ່າງໆນາໆ. ມັນໄຮ້ຢາງອາຍ ແລະ ໜ້າລັງກຽດແທ້ໆ! ຄວາມສາມາດຂອງພວກເຈົ້າຕໍ່າຫຼາຍ, ພວກເຈົ້າບໍ່ເຂົ້າໃຈວິຊາຊີບໃດໆ ແລະ ພວກເຈົ້າກໍຂາດຄວາມເຂົ້າໃຈໃນຫຼັກການຄວາມຈິງທີ່ກ່ຽວຂ້ອງກັບວຽກງານວິຊາຊີບທຸກຢ່າງ, ການມີພວກເຈົ້າເປັນຜູ້ນໍາຈະມີປະໂຫຍດຫຍັງ? ພວກເຈົ້າເປັນພຽງຄົນໂງ່ຈ້າ ແລະ ບໍ່ມີຫຍັງດີເລີຍ! ເນື່ອງຈາກພວກເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້, ເປັນຫຍັງພວກເຈົ້າຈຶ່ງຍັງຮັບໃຊ້ເປັນຜູ້ນໍາຄຣິດຕະຈັກຢູ່? ພວກເຈົ້າປາສະຈາກເຫດຜົນຢ່າງສິ້ນເຊີງ. ເນື່ອງຈາກພວກເຈົ້າຂາດການຮັບຮູ້ຕົນເອງ, ພວກເຈົ້າຄວນຮັບຟັງຄຳຄິດເຫັນຈາກຜູ້ຄົນທີ່ພຣະເຈົ້າເລືອກ ແລະ ປະເມີນວ່າເຈົ້າໄດ້ມາດຕະຖານໃນການເປັນຜູ້ນໍາ ຫຼື ບໍ່. ແຕ່ເຖິງຢ່າງໃດກໍຕາມ, ຜູ້ນໍາປອມບໍ່ເຄີຍພິຈາລະນາເລື່ອງເຫຼົ່ານີ້. ບໍ່ວ່າວຽກງານຂອງຄຣິດຕະຈັກຈະຖືກເຮັດໃຫ້ຊັກຊ້າໄປຫຼາຍສໍ່າໃດ ແລະ ບໍ່ວ່າທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກຈະໄດ້ຮັບຄວາມເສຍຫາຍຫຼາຍສໍ່າໃດ ໃນລະຫວ່າງຫຼາຍປີທີ່ພວກເຂົາຮັບໃຊ້ເປັນຜູ້ນໍາ, ພວກເຂົາກໍບໍ່ສົນໃຈ. ນີ້ຄືໜ້າຕາທີ່ໜ້າລັງກຽດຂອງຜູ້ນໍາປອມໂດຍແທ້.
ລອງຄິດເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຈັດການວຽກຂອງພວກເຂົາແນວໃດ, ມັນສອດຄ່ອງກັບສິ່ງທີ່ເຮົາຫາກໍບອກພວກເຈົ້າໄປບໍ? ມີໃຜບໍ່ທີ່ບໍ່ເຮັດວຽກງານຕົວຈິງ ແລະ ພວກເຈົ້າສາມາດແຍກແຍະບໍວ່າ ພວກເຂົາເປັນຜູ້ນໍາປອມ? ຖ້າພວກເຈົ້າແຍກແຍະໄດ້ວ່າ ພວກເຂົາເປັນຜູ້ນໍາປອມ, ນັບແຕ່ວັນນີ້ເປັນຕົ້ນໄປ ພວກເຈົ້າບໍ່ຄວນປະຕິບັດຕໍ່ພວກເຂົາໃນຖານະຜູ້ນໍາອີກຕໍ່ໄປ; ພວກເຈົ້າຄວນປະຕິບັດຕໍ່ພວກເຂົາຄືກັບຄົນທຳມະດາທົ່ວໄປ. ນີ້ຄືຫຼັກການແຫ່ງການປະຕິບັດທີ່ຖືກຕ້ອງ. ບາງຄົນອາດຈະສົງໄສວ່າ: “ນີ້ໝາຍເຖິງການຈຳແນກ, ການດູຖູກ ຫຼື ການກີດກັນພວກເຂົາອອກໄປຍ້ອນວ່າພວກເຂົາເປັນຜູ້ນໍາປອມບໍ?” ບໍ່, ບໍ່ແມ່ນ. ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ພວກເຂົາເຮັດໄດ້ພຽງແຕ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ຄຳເວົ້າທີ່ໄຮ້ສາລະບາງຢ່າງ ເພື່ອເວົ້າບ່າຍບ່ຽງ ແລະ ເຮັດແບບພໍແລ້ວມືແລ້ວຕີນໃສ່ພວກເຈົ້າ. ສິ່ງນີ້ບອກຄວາມຈິງຂໍ້ໜຶ່ງແກ່ພວກເຈົ້າ, ນັ້ນກໍຄື ພວກເຂົາບໍ່ແມ່ນຜູ້ນໍາຂອງພວກເຈົ້າ. ພວກເຈົ້າບໍ່ຈຳເປັນຕ້ອງຂໍຄຳແນະນຳຈາກພວກເຂົາສຳລັບບັນຫາ ຫຼື ຄວາມຫຍຸ້ງຍາກໃດໆ ທີ່ພວກເຈົ້າພົບພໍ້ໃນວຽກງານຂອງພວກເຈົ້າ. ຖ້າຈຳເປັນ, ພວກເຈົ້າສາມາດລາຍງານຂ້າມຂັ້ນໄປຫາເບື້ອງເທິງ ແລະ ປຶກສາຫາລືກັບເບື້ອງເທິງກ່ຽວກັບວິທີຈັດການ ແລະ ແກ້ໄຂມັນ. ເຮົາໄດ້ສອນເສັ້ນທາງແຫ່ງການປະຕິບັດໃຫ້ພວກເຈົ້າແລ້ວ, ແຕ່ວິທີທີ່ພວກເຈົ້າຈະປະຕິບັດນັ້ນກໍຂຶ້ນຢູ່ກັບພວກເຈົ້າເອງ. ເຮົາບໍ່ເຄີຍເວົ້າວ່າຜູ້ນໍາທຸກຄົນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ, ພວກເຈົ້າຕ້ອງຮັບຟັງ ແລະ ເຊື່ອຟັງພວກເຂົາ ແລະ ພວກເຈົ້າຕ້ອງຟັງພວກເຂົາເຖິງແມ່ນວ່າ ພວກເຈົ້າຈະແຍກແຍະໄດ້ວ່າພວກເຂົາເປັນຜູ້ນໍາປອມກໍຕາມ. ເຮົາບໍ່ເຄີຍບອກພວກເຈົ້າແບບນັ້ນ. ສິ່ງທີ່ເຮົາກຳລັງໂອ້ລົມໃນຕອນນີ້ແມ່ນວິທີແຍກແຍະຜູ້ນໍາປອມ. ເມື່ອພວກເຈົ້າແຍກແຍະໄດ້ວ່າໃຜເປັນຜູ້ນໍາປອມ, ພວກເຈົ້າສາມາດຍອມຮັບ ແລະ ເຊື່ອຟັງສິ່ງທີ່ພວກເຂົາເວົ້າໄດ້ ຖ້າມັນຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ. ແນວໃດກໍຕາມ, ຖ້າພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ແລະ ພວກເຂົາເວົ້າບ່າຍບ່ຽງ ແລະ ເຮັດແບບພໍແລ້ວມືແລ້ວຕີນໃສ່ພວກເຈົ້າ, ເຊິ່ງສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານ, ແລ້ວພວກເຈົ້າກໍບໍ່ຈຳເປັນຕ້ອງຍອມຮັບການນໍາພາຂອງພວກເຂົາ. ຖ້າພວກເຈົ້າສາມາດກຳແໜ້ນຫຼັກການໄດ້ດ້ວຍຕົນເອງ, ແລ້ວພວກເຈົ້າກໍຄວນປະຕິບັດຕາມຫຼັກການເຫຼົ່ານັ້ນ. ຖ້າພວກເຈົ້າບໍ່ສາມາດກຳແໜ້ນໄດ້, ບໍ່ແນ່ໃຈ ຫຼື ຍັງມີຄວາມລັງເລໃນຫຼັກການ, ແລ້ວພວກເຈົ້າກໍຄວນສະແຫວງຫາຄວາມຈິງ ແລະ ປຶກສາຫາລືກັນ ເພື່ອຈັດການກັບບັນຫາ. ຖ້າພວກເຈົ້າຍັງບໍ່ສາມາດຕັດສິນໃຈໄດ້ຫຼັງຈາກທີ່ປຶກສາຫາລືກັນແລ້ວ, ກໍໃຫ້ລາຍງານບັນຫາຕໍ່ເບື້ອງເທິງ ແລະ ປຶກສາຫາລືກັບພວກເຂົາກ່ຽວກັບເລື່ອງນັ້ນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນວິທີການທີ່ດີໃນການແກ້ໄຂບັນຫາ, ບໍ່ມີຄວາມຫຍຸ້ງຍາກໃດທີ່ບໍ່ສາມາດແກ້ໄຂໄດ້.
ມື້ນີ້ພວກເຮົາກໍໂອ້ລົມກັນພຽງເທົ່ານີ້. ລາກ່ອນ!
ວັນທີ 16 ມັງກອນ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?