ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ສີ່

ຂໍ້ທີສາມ: ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ (ພາກທີໜຶ່ງ)

ຜູ້ນໍາປອມກ່າວໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເພື່ອຕັກເຕືອນຜູ້ຄົນ

ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສາມຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນັ້ນກໍຄື ການໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ. ນີ້ເປັນວຽກງານທີ່ສຳຄັນ ແລະ ເປັນພື້ນຖານຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຮົາຈະໂອ້ລົມ ແລະ ໄຈ້ແຍກການສະແດງອອກຕ່າງໆ ຂອງຜູ້ນໍາປອມ ໂດຍອີງໃສ່ຄວາມຮັບຜິດຊອບນີ້. ຄວາມສາມາດຂອງຜູ້ນໍາ ຫຼື ຜູ້ເຮັດວຽກໃນການໂອ້ລົມຢ່າງແຈ່ມແຈ້ງກ່ຽວກັບຫຼັກການຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີນັ້ນ ເປັນສິ່ງຊີ້ວັດທີ່ດີທີ່ສຸດວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ ແລະ ມັນເປັນກະແຈສຳຄັນໃນການຕັດສິນວ່າພວກເຂົາສາມາດເຮັດວຽກງານຕົວຈິງໄດ້ດີ ຫຼື ບໍ່. ຕອນນີ້, ໃຫ້ເຮົາມາເບິ່ງກັນວ່າຜູ້ນໍາປອມຈັດການກັບວຽກງານນີ້ແນວໃດ. ລັກສະນະໜຶ່ງຂອງຜູ້ນໍາປອມກໍຄືການທີ່ພວກເຂົາບໍ່ສາມາດອະທິບາຍຢ່າງລະອຽດ ຫຼື ຊີ້ແຈງໃຫ້ແຈ່ມແຈ້ງໄດ້ກ່ຽວກັບບັນຫາໃດໆ ທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ. ຖ້າຫາກມີຄົນມາສະແຫວງຫາຈາກພວກເຂົາ, ພວກເຂົາກໍສາມາດບອກໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນທີ່ໄຮ້ແກ່ນສານ. ເມື່ອປະເຊີນກັບບັນຫາທີ່ຕ້ອງການການແກ້ໄຂ, ພວກເຂົາຕອບກັບດ້ວຍປະໂຫຍກນີ້ຢູ່ເລື້ອຍໆ: “ພວກເຈົ້າທຸກຄົນເປັນຜູ້ຊ່ຽວຊານໃນການປະຕິບັດໜ້າທີ່ນີ້. ຖ້າພວກເຈົ້າມີບັນຫາ, ພວກເຈົ້າຄວນຊອກຫາທາງອອກດ້ວຍຕົນເອງ. ຢ່າຖາມຂ້ອຍ; ຂ້ອຍບໍ່ແມ່ນຜູ້ຊ່ຽວຊານ ແລະ ຂ້ອຍບໍ່ເຂົ້າໃຈ. ຈົ່ງແກ້ໄຂມັນດ້ວຍຕົວພວກເຈົ້າເອງ”. ບາງຄົນອາດຈະຕອບໂຕ້ວ່າ: “ພວກເຮົາຖາມເຈົ້າກໍເພາະວ່າພວກເຮົາແກ້ໄຂບັນຫາບໍ່ໄດ້; ພວກເຮົາຄົງບໍ່ຖາມເຈົ້າດອກ ຖ້າພວກເຮົາເຮັດໄດ້. ພວກເຮົາບໍ່ເຂົ້າໃຈບັນຫານີ້ທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ”. ຜູ້ນໍາປອມກໍຕອບວ່າ: “ຂ້ອຍບໍ່ໄດ້ບອກຫຼັກການໃຫ້ເຈົ້າແລ້ວບໍ? ປະຕິບັດໜ້າທີ່ຂອງເຈົ້າເອງໃຫ້ດີ ແລະ ຢ່າກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ. ເຈົ້າຍັງຈະຖາມຫຍັງອີກ? ຈົ່ງຈັດການມັນຕາມທີ່ເຈົ້າເຫັນສົມຄວນ! ພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ແລ້ວວ່າ: ຈົ່ງໃຫ້ບູລິມະສິດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ”. ຄົນເຫຼົ່ານັ້ນກໍຍັງຄົງສັບສົນຢ່າງສິ້ນເຊີງ ໂດຍຄິດວ່າ: “ນີ້ບໍ່ແມ່ນວິທີການແກ້ໄຂບັນຫາ!” ນີ້ຄືວິທີທີ່ຜູ້ນໍາປອມປະຕິບັດຕໍ່ວຽກງານ; ພວກເຂົາພຽງແຕ່ກວດກາວຽກງານ, ເຮັດແບບພໍເປັນພິທີ ແລະ ບໍ່ເຄີຍຈັດການກັບບັນຫາເລີຍ. ບໍ່ວ່າຜູ້ຄົນຈະຍົກບັນຫາໃດຂຶ້ນມາ, ຜູ້ນໍາປອມກໍບອກໃຫ້ພວກເຂົາສະແຫວງຫາຄວາມຈິງດ້ວຍຕົນເອງ. ພວກເຂົາມັກຈະຖາມຜູ້ຄົນວ່າ: “ເຈົ້າມີບັນຫາຫຍັງບໍ? ທາງເຂົ້າຂອງຊີວິດຂອງເຈົ້າເປັນແນວໃດ? ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະພໍແລ້ວມືແລ້ວຕີນບໍ?”. ຄົນເຫຼົ່ານັ້ນກໍຕອບວ່າ: “ເປັນບາງຄັ້ງຄາວ, ຂ້ອຍກໍຕົກຢູ່ໃນສະພາວະທີ່ເຮັດພໍແລ້ວມືແລ້ວຕີນ ແລະ ຜ່ານການອະທິຖານ ຂ້ອຍໄດ້ແກ້ໄຂມັນ ແລະ ສາມາດປັບປຸງແກ້ໄຂສະພາວະດັ່ງກ່າວໄດ້, ແຕ່ຂ້ອຍກໍຍັງບໍ່ເຂົ້າໃຈຫຼັກການຄວາມຈິງໃນການປະຕິບັດໜ້າທີ່ຂອງຂ້ອຍ”. ຜູ້ນໍາປອມກໍເວົ້າວ່າ: “ຂ້ອຍບໍ່ໄດ້ໂອ້ລົມກ່ຽວກັບຫຼັກການສະເພາະກັບເຈົ້າໃນການເຕົ້າໂຮມຄັ້ງກ່ອນບໍ? ຂ້ອຍເຖິງກັບເອົາພຣະທຳຂອງພຣະເຈົ້າຫຼາຍຂໍ້ໃຫ້ເຈົ້າ. ຕອນນີ້ ເຈົ້າຄວນຈະເຂົ້າໃຈແລ້ວບໍ່ແມ່ນບໍ?”. ທີ່ຈິງແລ້ວ, ພວກເຂົາເຂົ້າໃຈຫຼັກຄຳສອນທັງໝົດ, ແຕ່ພວກເຂົາກໍຍັງບໍ່ສາມາດແກ້ໄຂບັນຫາຂອງພວກເຂົາໄດ້. ຜູ້ນໍາປອມເຖິງກັບເປັ່ງຄຳເວົ້າທີ່ຟັງສູງສົ່ງວ່າ: “ເປັນຫຍັງເຈົ້າຈຶ່ງບໍ່ສາມາດແກ້ໄຂມັນໄດ້? ເຈົ້າພຽງແຕ່ບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າລະອຽດພຽງພໍ. ຖ້າເຈົ້າອະທິຖານຫຼາຍຂຶ້ນ ແລະ ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ, ແລ້ວບັນຫາທັງໝົດຂອງເຈົ້າກໍຈະໄດ້ຮັບການແກ້ໄຂ. ພວກເຈົ້າຈຳເປັນຕ້ອງຮຽນຮູ້ທີ່ຈະປຶກສາຫາລື ແລະ ຊອກຫາແນວທາງຮ່ວມກັນ, ແລ້ວບັນຫາຂອງພວກເຈົ້າກໍຈະໄດ້ຮັບການແກ້ໄຂໃນທີ່ສຸດ. ສ່ວນບັນຫາວິຊາຊີບ, ຢ່າຖາມຂ້ອຍ; ຄວາມຮັບຜິດຊອບຂອງຂ້ອຍຄືການກວດກາວຽກງານ. ຂ້ອຍໄດ້ເຮັດໜ້າວຽກຂອງຂ້ອຍສຳເລັດແລ້ວ ແລະ ສ່ວນທີ່ເຫຼືອກໍກ່ຽວຂ້ອງກັບເລື່ອງວິຊາຊີບ, ເຊິ່ງຂ້ອຍບໍ່ເຂົ້າໃຈ”. ຜູ້ນໍາປອມມັກຈະໃຊ້ເຫດຜົນ ແລະ ຂໍ້ອ້າງ ເຊັ່ນ: “ຂ້ອຍບໍ່ເຂົ້າໃຈ, ຂ້ອຍບໍ່ເຄີຍຮຽນ, ຂ້ອຍບໍ່ແມ່ນຜູ້ຊ່ຽວຊານ” ເພື່ອບ່າຍບ່ຽງ ແລະ ຫຼີກລ່ຽງຄຳຖາມ. ພວກເຂົາອາດຈະເບິ່ງຄືວ່າຖ່ອມຕົວພໍສົມຄວນ; ແນວໃດກໍຕາມ, ສິ່ງນີ້ໄດ້ເປີດໂປງບັນຫາທີ່ຮ້າຍແຮງຂອງຜູ້ນໍາປອມ, ນັ້ນກໍຄື ພວກເຂົາຂາດຄວາມເຂົ້າໃຈກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຄວາມຮູ້ດ້ານວິຊາຊີບໃນໜ້າວຽກບາງຢ່າງ, ພວກເຂົາຮູ້ສຶກໝົດຫົນທາງ ແລະ ເບິ່ງຄືງຸ່ມງ່າມ ແລະ ໜ້າອັບອາຍທີ່ສຸດ. ແລ້ວພວກເຂົາເຮັດແນວໃດ? ພວກເຂົາເຮັດໄດ້ພຽງແຕ່ລວບລວມພຣະທຳຂອງພຣະເຈົ້າຫຼາຍໆຂໍ້ເພື່ອມາໂອ້ລົມກັບທຸກຄົນໃນລະຫວ່າງການເຕົ້າໂຮມ, ໂດຍເວົ້າເຖິງຫຼັກຄຳສອນບາງຢ່າງເພື່ອຕັກເຕືອນຜູ້ຄົນ. ຜູ້ນໍາທີ່ມີຄວາມເມດຕາໜ້ອຍໜຶ່ງອາດຈະສະແດງຄວາມເປັນຫ່ວງຕໍ່ຜູ້ຄົນ ແລະ ຖາມພວກເຂົາເປັນບາງຄັ້ງຄາວວ່າ: “ເມື່ອບໍ່ດົນມານີ້ ເຈົ້າຜະເຊີນກັບຄວາມຫຍຸ້ງຍາກໃດໃນຊີວິດບໍ? ເຈົ້າມີເສື້ອຜ້າພຽງພໍໃຫ້ສວມໃສ່ບໍ? ມີໃຜໃນບັນດາພວກເຈົ້າທີ່ປະພຶດຕົວບໍ່ດີບໍ?”. ຖ້າທຸກຄົນເວົ້າວ່າພວກເຂົາບໍ່ມີບັນຫາເຫຼົ່ານັ້ນ, ພວກເຂົາກໍຕອບວ່າ: “ສະແດງວ່າບໍ່ມີບັນຫາຫຍັງ. ຈົ່ງເຮັດວຽກຂອງພວກເຈົ້າຕໍ່ໄປ; ຂ້ອຍມີເລື່ອງອື່ນທີ່ຕ້ອງໄປເຮັດ” ແລະ ຮີບຮ້ອນຈາກໄປ, ໂດຍຢ້ານວ່າຈະມີຄົນຍົກຄຳຖາມຂຶ້ນມາ ແລະ ຂໍໃຫ້ພວກເຂົາແກ້ໄຂ, ເຊິ່ງຈະເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການທີ່ໜ້າອັບອາຍ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກ, ພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້. ພວກເຂົາຈະສາມາດດຳເນີນວຽກງານຂອງຄຣິດຕະຈັກຢ່າງມີປະສິດທິຜົນໄດ້ແນວໃດ? ຜົນກໍຄື ການສະສົມຂອງບັນຫາທີ່ບໍ່ໄດ້ຮັບການແກ້ໄຂໃນທີ່ສຸດກໍຂັດຂວາງວຽກງານຂອງຄຣິດຕະຈັກ. ນີ້ຄືລັກສະນະເດັ່ນ ແລະ ການສະແດງອອກຂອງວິທີທີ່ຜູ້ນໍາປອມເຮັດວຽກ.

ໃນວຽກງານຂອງພວກເຂົາ, ຜູ້ນໍາປອມມີຄວາມກະຕືລືລົ້ນພຽງແຕ່ໃນການເທດສະໜາ ແລະ ພວກເຂົາມັກທີ່ສຸດທີ່ຈະກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ກ່າວຄຳເວົ້າເພື່ອຕັກເຕືອນ ແລະ ປອບໃຈຜູ້ຄົນ, ໂດຍຄິດວ່າຕາບໃດທີ່ພວກເຂົາເຮັດໃຫ້ຜູ້ຄົນມີກຳລັງໃຈ ແລະ ຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງພວກເຂົາ, ມັນກໍຄືກັນກັບວ່າພວກເຂົາໄດ້ເຮັດວຽກງານໄດ້ດີແລ້ວ. ນອກຈາກນີ້, ຜູ້ນໍາປອມຍັງມີຄວາມກະຕືລືລົ້ນໃນການເບິ່ງແຍງສະພາວະຊີວິດປະຈຳວັນຂອງທຸກຄົນ. ພວກເຂົາມັກຈະຖາມຜູ້ຄົນວ່າພວກເຂົາກຳລັງປະເຊີນກັບຄວາມຫຍຸ້ງຍາກໃນດ້ານນັ້ນ ຫຼື ບໍ່ ແລະ ຖ້າຫາກມີໃຜເປັນເຊັ່ນນັ້ນແທ້, ພວກເຂົາກໍເຕັມໃຈທີ່ຈະຊ່ວຍແກ້ໄຂຄວາມຫຍຸ້ງຍາກເຫຼົ່ານີ້. ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານບໍລິຫານທົ່ວໄປເຫຼົ່ານີ້ແທ້ໆ, ບາງຄັ້ງກໍເຖິງກັບເລື່ອນເວລາອາຫານອອກໄປ ແລະ ມັກຈະນອນເດິກ ແລະ ຕື່ນເຊົ້າ. ເມື່ອເບິ່ງຈາກຄວາມຫຍຸ້ງ ແລະ ການເຮັດວຽກໜັກຂອງພວກເຂົາ, ເປັນຫຍັງບັນຫາໃນວຽກງານຂອງຄຣິດຕະຈັກ ແລະ ຄວາມຫຍຸ້ງຍາກທີ່ຜູ້ຄົນທີ່ພຣະເຈົ້າເລືອກປະເຊີນ ໃນການປະຕິບັດໜ້າທີ່ຂອງພວກເຂົາ ຈຶ່ງຍັງຄົງບໍ່ໄດ້ຮັບການແກ້ໄຂ? ນີ້ກໍເພາະວ່າຜູ້ນໍາປອມບໍ່ເຄີຍສາມາດອະທິບາຍຫຼັກການຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ໄດ້ຢ່າງແຈ່ມແຈ້ງ. ຄຳເວົ້າ ແລະ ຫຼັກຄຳສອນ ແລະ ຄຳຕັກເຕືອນທີ່ພວກເຂົາເວົ້ານັ້ນບໍ່ມີປະສິດທິຜົນຢ່າງສິ້ນເຊີງ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້ເລີຍ. ບໍ່ວ່າພວກເຂົາຈະເວົ້າຫຼາຍສໍ່າໃດ ຫຼື ຫຍຸ້ງ ຫຼື ເມື່ອຍລ້າສໍ່າໃດ, ວຽກງານຂອງຄຣິດຕະຈັກກໍບໍ່ເຄີຍຄືບໜ້າ. ເຖິງແມ່ນວ່າທຸກຄົນເບິ່ງຄືວ່າກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່ພາຍນອກ, ພວກເຂົາກໍບໍ່ໄດ້ຮັບຜົນງານຕົວຈິງຫຼາຍປານໃດ, ເພາະວ່າຜູ້ນໍາປອມບໍ່ສາມາດໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ ຫຼື ໃຊ້ຄວາມຈິງເພື່ອແກ້ໄຂບັນຫາຕົວຈິງໄດ້, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດແກ້ໄຂບັນຫາຫຼາຍຢ່າງທີ່ມີຢູ່ໃນການປະຕິບັດໜ້າທີ່ໄດ້. ຕົວຢ່າງ: ຄັ້ງໜຶ່ງເຮືອນຂອງພຣະເຈົ້າຈຳເປັນຕ້ອງພິມໜັງສືພຣະທຳຂອງພຣະເຈົ້າ ແລະ ຜູ້ນໍາຄົນໜຶ່ງຕ້ອງຄັດເລືອກບຸກຄົນສອງຄົນເພື່ອຮັບຜິດຊອບໜ້າວຽກນີ້. ມາດຕະຖານໃນການຄັດເລືອກຄົນແມ່ນຫຍັງ? ຄວາມເປັນມະນຸດຂອງພວກເຂົາຄວນດີພໍສົມຄວນ, ພວກເຂົາຄວນຈະໜ້າເຊື່ອຖື ແລະ ສາມາດຮັບຄວາມສ່ຽງໄດ້. ຫຼັງຈາກທີ່ເລືອກບຸກຄົນໄດ້ແລ້ວ, ຜູ້ນໍາຄົນນີ້ກໍບອກພວກເຂົາວ່າ: “ມື້ນີ້, ຂ້ອຍໄດ້ເອີ້ນພວກເຈົ້າສອງຄົນມາເພື່ອຝາກຝັງເລື່ອງໜຶ່ງໃຫ້ພວກເຈົ້າ: ເຮືອນຂອງພຣະເຈົ້າມີໜັງສືທີ່ຈຳເປັນຕ້ອງພິມ ແລະ ຂ້ອຍຕ້ອງການໃຫ້ພວກເຈົ້າຊອກຫາໂຮງພິມ ແລະ ຫຼັງຈາກທີ່ພິມສຳເນົາທັງໝົດແລ້ວ, ພວກເຈົ້າຕ້ອງແຈກຢາຍພວກມັນໃຫ້ເຖິງມືຂອງຜູ້ຄົນທີ່ພຣະເຈົ້າເລືອກໂດຍທັນທີ, ເພື່ອໃຫ້ພວກເຂົາສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້ໂດຍບໍ່ຊັກຊ້າ. ພວກເຈົ້າມີຄວາມຕັ້ງໃຈທີ່ຈະປະຕິບັດໜ້າວຽກນີ້ບໍ? ພວກເຈົ້າເຕັມໃຈທີ່ຈະຮັບພາລະນີ້ ແລະ ຄວາມສ່ຽງນີ້ບໍ?”. ຄົນທັງສອງເຊື່ອວ່າ ນີ້ຄືການທີ່ພຣະເຈົ້າຊົງຍົກຊູພວກເຂົາ, ສະນັ້ນ ພວກເຂົາຈຶ່ງຕອບວ່າ ເຕັມໃຈ. ຈາກນັ້ນ ຜູ້ນໍາກໍຖາມພວກເຂົາວ່າ: “ພວກເຈົ້າມີຄວາມຕັ້ງໃຈທີ່ຈະເຮັດການຝາກຝັງຂອງພຣະເຈົ້າໃຫ້ສຳເລັດບໍ? ພວກເຈົ້າເຕັມໃຈທີ່ຈະສາບານຕົນບໍ?”. ຈາກນັ້ນ ຄົນທັງສອງກໍສາບານຕົນ ໂດຍກ່າວວ່າ: “ຖ້າພວກເຮົາບໍ່ສາມາດເຮັດການຝາກຝັງຂອງພຣະເຈົ້າໃຫ້ສຳເລັດ ແລະ ເຮັດໃຫ້ໜ້າວຽກນີ້ເສຍຫາຍ, ຈົນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ຂໍໃຫ້ພວກເຮົາຖືກຟ້າຜ່າເຖີ້ນ. ອາແມນ!”. ຜູ້ນໍາກ່າວວ່າ: “ນອກຈາກນີ້, ພວກເຮົາຈຳເປັນຕ້ອງໂອ້ລົມກັນກ່ຽວກັບຄວາມຈິງ. ໃນການເຮັດວຽກງານນີ້ຕອນນີ້ ພວກເຈົ້າກຳລັງດຳເນີນທຸລະກິດຢູ່ບໍ? ພວກເຈົ້າຖືກຂໍໃຫ້ເຮັດວຽກເປັນລູກຈ້າງບໍ?”. ຄົນທັງສອງຕອບວ່າ: “ບໍ່, ນີ້ຄືໜ້າທີ່ຂອງພວກເຮົາ”. ຜູ້ນໍາກ່າວວ່າ: “ເນື່ອງຈາກມັນເປັນໜ້າທີ່ຂອງພວກເຈົ້າ, ພວກເຈົ້າຕ້ອງຕອບແທນຄວາມຮັກຂອງພຣະເຈົ້າ. ພວກເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າເສຍໃຈ ຫຼື ເຮັດໃຫ້ພຣະອົງກັງວົນໄດ້. ການເຕັມໃຈທີ່ຈະຮັບຄວາມສ່ຽງນັ້ນບໍ່ພຽງພໍ; ພວກເຈົ້າຈຳເປັນຕ້ອງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຈົງຮັກພັກດີ. ເມື່ອພວກເຈົ້າພົບພໍ້ບັນຫາ, ພວກເຈົ້າຄວນອະທິຖານໃຫ້ຫຼາຍຂຶ້ນ ແລະ ປຶກສາຫາກັນ. ຢ່າເອົາແຕ່ໃຈຕົນເອງ ຫຼື ກະທຳຕາມລຳພັງໃຈ. ເປັນຫຍັງຂ້ອຍຈຶ່ງໃຫ້ພວກເຈົ້າສອງຄົນຮ່ວມມືກັນ? ນັ້ນກໍເພື່ອໃຫ້ພວກເຈົ້າສາມາດປຶກສາຫາລືກັນໄດ້ ເມື່ອມີເລື່ອງເກີດຂຶ້ນ, ເຮັດໃຫ້ພວກເຈົ້າສາມາດດຳເນີນການໄດ້ງ່າຍ. ຖ້າພວກເຈົ້າບໍ່ສາມາດຕົກລົງກັນໄດ້, ກໍໃຫ້ອະທິຖານ. ແຕ່ລະຄົນຄວນປະຖິ້ມຄວາມຄິດເຫັນຂອງຕົນເອງ ແລະ ດຳເນີນການກໍຕໍ່ເມື່ອພວກເຈົ້າໄດ້ບັນລຸຄວາມເຫັນດີເຫັນພ້ອມກັນແລ້ວ. ຂ້ອຍຫວັງວ່າພວກເຈົ້າສອງຄົນຈະສາມາດເຮັດວຽກງານນີ້ໃຫ້ສຳເລັດໄດ້ຢ່າງສໍາເລັດຜົນ!”. ສຸດທ້າຍ, ຜູ້ນໍາຄົນນີ້ກໍຊອກຫາຂໍ້ຄວາມຈາກພຣະທຳຂອງພຣະເຈົ້າກ່ຽວກັບວິທີປະຕິບັດໜ້າທີ່ຂອງຕົນໃຫ້ດີ ແລະ ທັງສາມຄົນກໍໄດ້ອະທິຖານ-ອ່ານມັນຫຼາຍຄັ້ງ. ດ້ວຍເຫດນັ້ນ, ເລື່ອງດັ່ງກ່າວກໍຖືວ່າໄດ້ຖືກຝາກຝັງໃຫ້ພວກເຂົາແລ້ວ ແລະ ຄວາມຮັບຜິດຊອບຂອງຜູ້ນໍາກໍຖືວ່າໄດ້ເຮັດສຳເລັດແລ້ວ. ການປະຕິບັດວຽກງານຂອງຜູ້ນໍາຄົນນີ້ເປັນແນວໃດ? ຜູ້ນໍາຮູ້ສຶກຂ້ອນຂ້າງພໍໃຈຫຼາຍ, ເຊັ່ນດຽວກັນກັບຄົນທັງສອງນັ້ນ. ຜູ້ທີ່ເບິ່ງຢູ່ກໍໃຫ້ຄຳເຫັນວ່າ: “ຜູ້ນໍາຄົນນີ້ມີຄວາມຊໍານານແທ້ໆໃນການເຮັດໃຫ້ວຽກງານສຳເລັດ; ຄຳເວົ້າຂອງພວກເຂົາເປັນລະບຽບ ແລະ ມີຫຼັກຖານ ແລະ ພວກເຂົາເຮັດສິ່ງຕ່າງໆ ເປັນຂັ້ນເປັນຕອນ. ກ່ອນອື່ນ, ພວກເຂົາມອບໝາຍໜ້າວຽກໃຫ້ຄົນທັງສອງ, ຈາກນັ້ນພວກເຂົາກໍແກ້ໄຂບັນຫາທີ່ກ່ຽວຂ້ອງກັບຄວາມຄິດ ແລະ ທັດສະນະຂອງພວກເຂົາ ແລະ ສຸດທ້າຍ, ພວກເຂົາກໍກ່າວຄຳເວົ້າທີ່ເຂັ້ມງວດ, ເຮັດໃຫ້ພວກເຂົາສາບານຕົນ ແລະ ໃຫ້ຄຳໝັ້ນສັນຍາ. ພວກເຂົາເຮັດວຽກງານນີ້ຢ່າງເປັນລະບຽບແທ້ໆ ແລະ ພວກເຂົາສົມຄວນກັບຕຳແໜ່ງຜູ້ນໍາແທ້ໆ, ພວກເຂົາມີປະສົບການ ແລະ ແບກຮັບພາລະ”. ໃນທີ່ສຸດ, ຜູ້ນໍາກໍບອກພວກເຂົາວ່າ: “ຈົ່ງຈື່ໄວ້ວ່າ: ການພິມໜັງສືບໍ່ແມ່ນໜ້າວຽກທີ່ງ່າຍ, ມັນບໍ່ແມ່ນສິ່ງທີ່ຄົນທຳມະດາສາມາດຮັບຜິດຊອບໄດ້. ວຽກງານນີ້ບໍ່ໄດ້ຖືກຝາກຝັງໃຫ້ພວກເຈົ້າໂດຍຂ້ອຍ ຫຼື ເຮືອນຂອງພຣະເຈົ້າ; ມັນເປັນການຝາກຝັງຈາກພຣະເຈົ້າ. ພວກເຈົ້າຕ້ອງບໍ່ເຮັດໃຫ້ພຣະອົງຜິດຫວັງ. ຕາບໃດທີ່ພວກເຈົ້າເຮັດວຽກງານນີ້ໃຫ້ສຳເລັດ, ຊີວິດຂອງພວກເຈົ້າກໍຈະກ້າວໜ້າ ແລະ ພວກເຈົ້າກໍຈະມີຄວາມເປັນຈິງ”. ໃນທາງທິດສະດີແລ້ວ, ບໍ່ມີບັນຫາດ້ານຫຼັກການໃດໆ ກັບຄຳເວົ້າເຫຼົ່ານີ້; ໂດຍລວມແລ້ວ ພວກມັນແມ່ນສາມາດຖືວ່າຖືກຕ້ອງ. ສະນັ້ນ, ໃຫ້ເຮົາມາວິເຄາະເລື່ອງນີ້ ແລະ ເບິ່ງວ່າຄວາມ “ປອມ” ຂອງຜູ້ນໍາປອມຄົນນີ້ສະແດງອອກຢູ່ໃສ. ຜູ້ນໍາໄດ້ໃຫ້ຄຳແນະນຳໃດໆ ກ່ຽວກັບບັນຫາລະອຽດຕ່າງໆ ເຊັ່ນ: ດ້ານວິຊາຊີບ ແລະ ດ້ານເຕັກນິກທີ່ກ່ຽວຂ້ອງກັບໜ້າວຽກນີ້ບໍ? ພວກເຂົາໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງສະເພາະ ຫຼື ມາດຕະຖານທີ່ຈໍາເປັນບໍ? (ບໍ່.) ພວກເຂົາພຽງແຕ່ກ່າວຄຳເວົ້າທີ່ໄຮ້ແກ່ນສານ ແລະ ບໍ່ມີຄວາມໝາຍ, ເປັນຄຳເວົ້າທີ່ຄົນສ່ວນໃຫຍ່ມັກເວົ້າກັນ, ເປັນຄຳເວົ້າທີ່ບໍ່ມີນໍ້າໜັກ. ເພາະວ່າຜູ້ນໍາເປັນຜູ້ເວົ້າ ແລະ ໃຫ້ຄຳແນະນຳດ້ວຍຕົນເອງ, ຜູ້ຄົນຈຶ່ງຮັບຮູ້ວ່າຄຳເວົ້າເຫຼົ່ານີ້ມີນໍ້າໜັກຫຼາຍກວ່າປົກກະຕິ, ແຕ່ທີ່ຈິງແລ້ວ, ພວກມັນເປັນຄຳເວົ້າທີ່ບໍ່ກ່ຽວຂ້ອງ ແລະ ບໍ່ມີຜົນກະທົບໃດໆ ຕໍ່ການແກ້ໄຂບັນຫາຕົວຈິງທີ່ກ່ຽວຂ້ອງກັບການພິມໜັງສືເລີຍ. ສະນັ້ນ ບັນຫາສະເພາະທີ່ກ່ຽວຂ້ອງກັບການພິມໜັງສືມີຫຍັງແດ່? ພວກເຮົາຄວນລົມກັນກ່ຽວກັບພວກມັນ ແລະ ເບິ່ງວ່າວຽກງານທີ່ຜູ້ນໍາຄົນນີ້ເຮັດນັ້ນເປັນວຽກງານຂອງຜູ້ນໍາປອມ ຫຼື ບໍ່.

ກ່ອນອື່ນ, ການພິມໜັງສືກ່ຽວຂ້ອງກັບການຈັດໜ້າ, ຈາກນັ້ນກໍມີການອ່ານທວນຂໍ້ຄວາມ, ການຈັດຮູບແບບສາລະບານ ແລະ ເນື້ອໃນຫຼັກ, ພ້ອມທັງນໍ້າໜັກ, ສີ ແລະ ຄຸນນະພາບຂອງເຈ້ຍ. ຍັງມີວັດສະດຸຂອງໜ້າປົກ, ບໍ່ວ່າຈະເປັນປົກອ່ອນ ຫຼື ປົກແຂງ ແລະ ການອອກແບບ, ສີ, ລວດລາຍ ແລະ ຮູບແບບໜັງສືສຳລັບໜ້າປົກ. ສຸດທ້າຍ, ກໍມີການເຂົ້າເຫຼັ້ມ, ບໍ່ວ່າຈະໃຊ້ກາວ ຫຼື ການຫຍິບ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນບັນຫາທີ່ຢູ່ໃນຂອບເຂດຂອງການພິມໜັງສື. ຜູ້ນໍາໄດ້ປຶກສາຫາລືກ່ຽວກັບເລື່ອງເຫຼົ່ານີ້ແດ່ບໍ? (ບໍ່.) ບັນຫາອີກຢ່າງໜຶ່ງຄືການຊອກຫາໂຮງພິມ: ບໍ່ວ່າເຄື່ອງພິມ ແລະ ເຄື່ອງເຂົ້າເຫຼັ້ມຈະທັນສະໄໝ ຫຼື ບໍ່, ຄຸນນະພາບຂອງການພິມ ແລະ ການເຂົ້າເຫຼັ້ມເປັນແນວໃດ ແລະ ລາຄາ, ພວກເຂົາບໍ່ຄວນຈະໃຫ້ຄຳແນະນຳສຳລັບສິ່ງທັງໝົດເຫຼົ່ານີ້, ພ້ອມທັງຫຼັກການ ແລະ ຂອບເຂດບໍ? ຖ້າຜູ້ນໍາເວົ້າວ່າ “ຂ້ອຍບໍ່ເຂົ້າໃຈເລື່ອງເຫຼົ່ານີ້; ຈົ່ງຊອກຫາອັນໃດກໍໄດ້”, ພວກເຂົາຈະເປັນຜູ້ນໍາທີ່ມີປະໂຫຍດບໍ? ຄຳເວົ້າທີ່ບໍ່ກ່ຽວຂ້ອງ ທີ່ພວກເຂົາເວົ້ານັ້ນສາມາດທົດແທນບັນຫາລະອຽດຕ່າງໆ ທີ່ກ່ຽວຂ້ອງກັບການພິມໜັງສືໄດ້ບໍ? (ບໍ່ໄດ້.) ແຕ່ເຖິງຢ່າງໃດກໍຕາມ, ຜູ້ນໍາປອມຄົນນີ້ກໍເຊື່ອວ່າພວກເຂົາສາມາດເຮັດໄດ້. ພວກເຂົາຄິດວ່າ “ຂ້ອຍໄດ້ໂອ້ລົມກ່ຽວກັບຄວາມຈິງຫຼາຍແລ້ວ ແລະ ຂ້ອຍກໍໄດ້ບອກຫຼັກການທັງໝົດໃຫ້ພວກເຂົາແລ້ວ. ພວກເຂົາຄວນຈະເຂົ້າໃຈເລື່ອງເຫຼົ່ານີ້!”. ຄຳວ່າ “ຄວນຈະ” ນີ້ຄືເຫດຜົນ ແລະ ວິທີການແກ້ໄຂບັນຫາຂອງຜູ້ນໍາປອມຄົນນີ້. ໃນທີ່ສຸດ, ເມື່ອໜັງສືຖືກພິມອອກມາ, ເພາະວ່າເຈ້ຍມີຄຸນນະພາບຕໍ່າຫຼາຍ ແລະ ບາງເກີນໄປ, ຕົວໜັງສືຈຶ່ງເຫັນໄດ້ທັງສອງດ້ານ, ເຊິ່ງເຮັດໃຫ້ບຸກຄົນທີ່ສູງອາຍຸ ແລະ ຜູ້ທີ່ມີສາຍຕາບໍ່ດີອ່ານໜັງສືໄດ້ຢ່າງລຳບາກ ແລະ ຍາກຫຼາຍ. ຍັງມີບັນຫາຂອງຂັ້ນຕອນສຸດທ້າຍ, ຂະບວນການເຂົ້າເຫຼັ້ມ, ການທີ່ການເຂົ້າເຫຼັ້ມໄດ້ມາດຕະຖານ ຫຼື ບໍ່ນັ້ນສົ່ງຜົນກະທົບຕໍ່ຄຸນນະພາບໂດຍລວມ ແລະ ອາຍຸການໃຊ້ງານຂອງໜັງສື. ເພາະວ່າຜູ້ນໍາບໍ່ໄດ້ໃຫ້ຄຳແນະນຳ ແລະ ຜູ້ທີ່ປະຕິບັດວຽກງານນີ້ກໍຂາດຫຼັກການ ແລະ ປະສົບການ ແລະ ຍັງຕໍ່ລອງລາຄາຢ່າງບໍ່ຮັບຜິດຊອບ, ໂຮງພິມຈຶ່ງເຮັດວຽກແບບຊະຊາຍ ແລະ ໃຊ້ວັດສະດຸທີ່ຕໍ່າກວ່າຄຸນນະພາບເພື່ອໃຫ້ເທົ່າທຶນ ແລະ ສຸດທ້າຍເມື່ອໜັງສືຖືກແຈກຢາຍໃຫ້ອ້າຍເອື້ອຍນ້ອງ ພວກມັນກໍເລີ່ມຂາດອອກພາຍໃນສອງເດືອນ. ໜ້າປົກ ແລະ ໜ້າເຈ້ຍກໍຫຼຸດອອກ ແລະ ວຽກງານການພິມທັງໝົດກໍໄຮ້ປະໂຫຍດ. ນີ້ແມ່ນຄວາມຮັບຜິດຊອບຂອງໃຜ? ຖ້າຈະໃຫ້ມີຄົນຮັບຜິດຊອບ, ຄວາມຮັບຜິດຊອບໂດຍກົງກໍຈະຕົກຢູ່ກັບບຸກຄົນສອງຄົນທີ່ຮັບຜິດຊອບການພິມໜັງສື ແລະ ຄວາມຮັບຜິດຊອບທາງອ້ອມກໍຈະຕົກຢູ່ກັບຜູ້ນໍາປອມ. ຜູ້ນໍາປອມເຖິງກັບມີຂໍ້ອ້າງ ໂດຍກ່າວວ່າ: “ເຈົ້າຈະມາໂທດຂ້ອຍບໍ່ໄດ້ທີ່ວຽກງານນີ້ອອກມາບໍ່ດີ; ຂ້ອຍກໍບໍ່ເຂົ້າໃຈມັນຄືກັນ! ຂ້ອຍບໍ່ເຄີຍພິມໜັງສື ແລະ ຂ້ອຍກໍບໍ່ໄດ້ເປັນເຈົ້າຂອງໂຮງພິມ. ຂ້ອຍຈະໄປຮູ້ເລື່ອງເຫຼົ່ານີ້ໄດ້ແນວໃດ?”. ຂໍ້ອ້າງນີ້ໃຊ້ໄດ້ບໍ? ໃນຖານະຜູ້ນໍາ, ວຽກງານນີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ. ບໍ່ວ່າຈະເປັນວຽກງານທີ່ກ່ຽວຂ້ອງກັບວິຊາຊີບ, ທັກສະ, ຄວາມຮູ້ປະເພດໃດໜຶ່ງ ຫຼື ຄວາມຈິງ, ເຈົ້າບໍ່ຈຳເປັນຕ້ອງເຂົ້າໃຈທຸກສ່ວນຂອງມັນ, ແຕ່ເຈົ້າໄດ້ພະຍາຍາມຮຽນຮູ້ກ່ຽວກັບສິ່ງທີ່ເຈົ້າບໍ່ຮູ້ບໍ? ເຈົ້າໄດ້ເຮັດໜ້າທີ່ຮັບຜິດຊອບຂອງເຈົ້າຢ່າງຈິງຈັງ ແລະ ຕັ້ງອົກຕັ້ງໃຈບໍ? ບາງຄົນອາດຈະເວົ້າວ່າ “ຂ້ອຍຢາກເຮັດໜ້າທີ່ຮັບຜິດຊອບຂອງຂ້ອຍ, ແຕ່ຂ້ອຍກໍບໍ່ເຂົ້າໃຈເລື່ອງນີ້ຄືກັນ. ບໍ່ວ່າຂ້ອຍຈະພະຍາຍາມຮຽນຮູ້ໜັກສໍ່າໃດ, ຂ້ອຍກໍບໍ່ເຂົ້າໃຈມັນ!”. ນີ້ໝາຍຄວາມວ່າ ໃນຖານະຜູ້ນໍາ, ເຈົ້າບໍ່ໄດ້ມາດຕະຖານ; ເຈົ້າເປັນຜູ້ນໍາປອມຢ່າງແທ້ຈິງ. ອ້າຍເອື້ອຍນ້ອງຮູ້ສຶກບໍ່ພໍໃຈເລັກໜ້ອຍ ຍ້ອນຄຸນນະພາບທີ່ຕໍ່າຂອງໜັງສື ໂດຍກ່າວວ່າ “ເຖິງແມ່ນວ່າໜັງສືເຫຼົ່ານີ້ຈະບໍ່ໄດ້ເສຍເງິນ, ແຕ່ຄຸນນະພາບກໍຕໍ່າເກີນໄປ! ຜູ້ນໍາຄົນນີ້ເຮັດວຽກຂອງພວກເຂົາແນວໃດ? ພວກເຂົາດຳເນີນວຽກງານນີ້ແນວໃດ?”. ເມື່ອຜູ້ນໍາໄດ້ຍິນດັ່ງນີ້, ພວກເຂົາກໍຕອບວ່າ “ເຈົ້າຈະມາໂທດຂ້ອຍໄດ້ບໍ? ຂ້ອຍບໍ່ໄດ້ເປັນເຈົ້າຂອງໂຮງພິມ ແລະ ຂ້ອຍກໍບໍ່ມີສິດຕັດສິນໃຈເດັດຂາດ. ຍິ່ງໄປກວ່ານັ້ນ, ນີ້ບໍ່ແມ່ນການປະຢັດເງິນໃຫ້ເຮືອນຂອງພຣະເຈົ້າບໍ? ມັນຜິດບໍທີ່ຈະປະຢັດເງິນໃຫ້ເຮືອນຂອງພຣະເຈົ້າ?”. ຄຳເວົ້າຂອງຜູ້ນໍາຖືກຕ້ອງ, ພວກເຂົາບໍ່ໄດ້ຜິດ; ຜູ້ນໍາບໍ່ຈຳເປັນຕ້ອງຮັບຜິດຊອບທາງກົດໝາຍ. ແນວໃດກໍຕາມ, ມີບັນຫາໜຶ່ງ, ນັ້ນກໍຄືເງິນທີ່ໃຊ້ໃນການພິມໜັງສືນັ້ນສູນເປົ່າ. ໜັງສືທີ່ແຈກຢາຍໃຫ້ອ້າຍເອື້ອຍນ້ອງເລີ່ມຂາດ ແລະ ໜ້າເຈ້ຍຫຼຸດອອກພາຍໃນສອງເດືອນ. ໃຜຄວນຮັບຜິດຊອບຕໍ່ຜົນທີ່ຕາມມາ? ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ນໍາບໍ? ສິ່ງນີ້ເກີດຂຶ້ນພາຍໃນຂອບເຂດວຽກງານຂອງເຈົ້າ, ໃນລະຫວ່າງເວລາທີ່ເຈົ້າຮັບໃຊ້ເປັນຜູ້ນໍາ, ສະນັ້ນ ເຈົ້າບໍ່ຄວນຮັບຜິດຊອບບໍ? ເຈົ້າຈຳເປັນຕ້ອງຍອມຮັບຜິດ; ເຈົ້າບໍ່ສາມາດປະຕິເສດຄວາມຮັບຜິດຊອບຂອງເຈົ້າໄດ້! ບາງຄົນອາດຈະເວົ້າໃນລັກສະນະທີ່ບໍ່ມີເຫດຜົນວ່າ “ຂ້ອຍບໍ່ເຄີຍເຮັດວຽກງານນີ້ມາກ່ອນ. ຂ້ອຍບໍ່ອາດຈະເຮັດຜິດພາດໃນວຽກທີ່ຂ້ອຍບໍ່ເຄີຍເຮັດມາກ່ອນບໍ?”. ພຽງແຕ່ອີງໃສ່ຄຳເວົ້າປະໂຫຍກນີ້, ເຈົ້າກໍບໍ່ເໝາະສົມກັບວຽກຂອງເຈົ້າ ແລະ ເຈົ້າຄວນຖືກປົດອອກ. ເຈົ້າບໍ່ໄດ້ເກີດມາເພື່ອເປັນຜູ້ນໍາ; ເຈົ້າເປັນຜູ້ນໍາປອມແບບເຕັມຕົວ. ການເວົ້າຄຳເວົ້າທີ່ຟັງມ່ວນຫູເປັນຈຳນວນຫຼາຍ ແຕ່ບໍ່ໄດ້ເຮັດວຽກງານຕົວຈິງເລີຍ, ນີ້ຄືການສະແດງອອກທີ່ຊັດເຈນທີ່ສຸດຂອງຜູ້ນໍາປອມ.

ຜູ້ນໍາປອມບາງຄົນບໍ່ສາມາດເຮັດວຽກງານຕົວຈິງແຕ່ລະລາຍການໄດ້ຢ່າງເໝາະສົມ ແລະ ເປັນຮູບປະທຳ ໂດຍຕັ້ງຢູ່ເທິງຄວາມເປັນຈິງ. ພວກເຂົາເຮັດໄດ້ພຽງແຕ່ຈັດການວຽກງານບໍລິຫານທົ່ວໄປບາງຢ່າງ ແລ້ວກໍເຊື່ອວ່າຕົນເອງໄດ້ມາດຕະຖານໃນຖານະຜູ້ນໍາ, ພວກເຂົາອັດສະຈັນ ແລະ ພວກເຂົາມັກຈະໂອ້ອວດ ໂດຍກ່າວວ່າ: “ຂ້ອຍຕ້ອງກັງວົນກ່ຽວກັບທຸກຢ່າງໃນຄຣິດຕະຈັກ ແລະ ຂ້ອຍຕ້ອງຈັດການທຸກບັນຫາ. ຄຣິດຕະຈັກຈະຂາດຂ້ອຍໄດ້ບໍ? ຖ້າຂ້ອຍບໍ່ຈັດການເຕົ້າໂຮມໃຫ້ພວກເຈົ້າ, ພວກເຈົ້າກໍຄົງຈະກາຍເປັນຄືກັບກອງດິນຊາຍທີ່ກະຈັດກະຈາຍ, ບໍ່ແມ່ນບໍ? ຖ້າຂ້ອຍບໍ່ໄດ້ເຝົ້າລະວັງ ແລະ ຊ່ວຍປະຄັບປະຄອງວຽກງານການຜະລິດຮູບເງົາ, ຈະບໍ່ມີຄົນມາລົບກວນຢູ່ຕະຫຼອດບໍ? ວຽກງານການຜະລິດຮູບເງົາຈະດຳເນີນໄປຢ່າງລ່ຽນໄຫຼໄດ້ບໍ? ເຖິງແມ່ນວ່າຂ້ອຍຈະບໍ່ແມ່ນຊ່ຽວຊານດ້ານວຽກງານສ້າງເພງສັນລະເສີນ, ແຕ່ຖ້າຂ້ອຍບໍ່ໄດ້ມາກວດກາວຽກງານຂອງພວກເຈົ້າເລື້ອຍໆ, ຢູ່ສະໜັບສະໜູນການເຮັດວຽກຂອງພວກເຈົ້າ ແລະ ຈັດການເຕົ້າໂຮມໃຫ້ພວກເຈົ້າ, ພວກເຈົ້າຈະສາມາດຜະລິດເພງສັນລະເສີນເຫຼົ່ານັ້ນອອກມາໄດ້ບໍ? ພວກເຈົ້າຈະໃຊ້ເວລາດົນສໍ່າໃດກວ່າຈະເຂົ້າໃຈ?”. ຄຳເວົ້າເຫຼົ່ານີ້ອາດຈະເບິ່ງຄືວ່າມີເຫດຜົນ ແລະ ຖືກຕ້ອງ, ແຕ່ຖ້າເຈົ້າສັງເກດເບິ່ງຢ່າງໃກ້ຊິດ, ວຽກງານວິຊາຊີບຕ່າງໆ ທີ່ຖືກຄຸມງານໂດຍຜູ້ນໍາປອມເຫຼົ່ານີ້ກຳລັງຄືບໜ້າໄປແນວໃດ? ພວກເຂົາສາມາດໂອ້ລົມກ່ຽວກັບຫຼັກການຄວາມຈິງໄດ້ຢ່າງແຈ່ມແຈ້ງບໍ? (ບໍ່ໄດ້.) ຄັ້ງໜຶ່ງ, ທີມຜະລິດຮູບເງົາໄດ້ສະແຫວງຫາກ່ຽວກັບບັນຫາສີຂອງເຄື່ອງນຸ່ງ. ພວກເຂົາໄດ້ຖ່າຍຮູບພາບນິ້ງຫຼາຍຮູບ ແລະ ພື້ນຫຼັງ ແລະ ຜູ້ຄົນໃນຮູບກໍແຕກຕ່າງກັນ, ແຕ່ສີຂອງເຄື່ອງນຸ່ງໂດຍພື້ນຖານແລ້ວແມ່ນຢູ່ໃນໂທນສີດຽວກັນ, ລ້ວນແລ້ວແຕ່ເປັນສີເທົາອອກສີນໍ້າຕານ ແລະ ສີເຫຼືອງອອກສີນໍ້າຕານ. ເຮົາຖາມວ່າ: “ເກີດຫຍັງຂຶ້ນ? ເປັນຫຍັງພວກເຂົາຈຶ່ງນຸ່ງເຄື່ອງສີເຫຼົ່ານີ້?”. ພວກເຂົາເວົ້າວ່າສີເຫຼົ່ານີ້ຖືກເລືອກໂດຍຕັ້ງໃຈ, ພວກເຂົາໄດ້ຊອກຫາພວກມັນຈາກຕະຫຼາດດ້ວຍຄວາມລຳບາກ ແລະ ຄວາມພະຍາຍາມຢ່າງໃຫຍ່ຫຼວງ. ເຮົາເວົ້າວ່າ: “ເປັນຫຍັງພວກເຈົ້າຈຶ່ງເລືອກສີເຫຼົ່ານີ້? ເບື້ອງເທິງໄດ້ໃຫ້ຄຳແນະນຳກ່ຽວກັບເລື່ອງນັ້ນບໍ? ເບື້ອງເທິງບໍ່ໄດ້ແນະນຳໃຫ້ພວກເຈົ້າໃຊ້ສີທີ່ຫຼາກຫຼາຍ ແລະ ໃຫ້ສີເຫຼົ່ານັ້ນສຸພາບ ແລະ ເໝາະສົມບໍ? ຜົນຮັບນີ້ເກີດຂຶ້ນໄດ້ແນວໃດ?”. ສຸດທ້າຍ, ຫຼັງຈາກທີ່ສອບຖາມ, ບາງຄົນກໍເວົ້າວ່າ: “ສີອື່ນໆ ເບິ່ງບໍ່ສຸພາບ ແລະ ເໝາະສົມພຽງພໍ ຫຼື ບໍ່ຄືກັບທີ່ຜູ້ເຊື່ອໃນພຣະເຈົ້າ ຫຼື ໄພ່ພົນນຸ່ງ. ມີພຽງແຕ່ຮູບແບບສີນີ້ເທົ່ານັ້ນ ທີ່ເບິ່ງຄືກັບສິ່ງທີ່ຜູ້ເຊື່ອຄວນນຸ່ງ. ສະນັ້ນ, ທຸກຄົນຈຶ່ງມີຄວາມເຫັນວ່າການນຸ່ງເຄື່ອງສີປະເພດນີ້ເປັນການຖວາຍກຽດແດ່ພຣະເຈົ້າຫຼາຍທີ່ສຸດ ແລະ ເປັນຕົວແທນເຖິງພາບລັກຂອງເຮືອນຂອງພຣະເຈົ້າໄດ້ດີທີ່ສຸດ”. ເຮົາເວົ້າວ່າ: “ເຮົາບໍ່ເຄີຍບອກໃຫ້ພວກເຈົ້າທຸກຄົນນຸ່ງເຄື່ອງສີເຫຼົ່ານີ້. ມີສີທີ່ສຸພາບ ແລະ ເໝາະສົມຫຼາຍສີ. ຈົ່ງຄິດເບິ່ງວ່າຮຸ້ງກິນນໍ້າທີ່ພຣະເຈົ້າຊົງຕັ້ງໄວ້ເປັນເຄື່ອງໝາຍແຫ່ງພັນທະສັນຍາຂອງພຣະອົງກັບມະນຸດຊາດນັ້ນສວຍງາມສໍ່າໃດ. ມີສີແດງ, ສີສົ້ມ, ສີເຫຼືອງ, ສີຂຽວ, ສີຟ້າ, ສີຄາມ, ສີມ່ວງ, ທຸກສີລ້ວນແລ້ວແຕ່ມີຢູ່, ຍົກເວັ້ນສີທີ່ພວກເຈົ້າກຳລັງນຸ່ງຢູ່. ເປັນຫຍັງພວກເຈົ້າຈຶ່ງເລືອກສີເຫຼົ່ານັ້ນ?”. ຜູ້ນໍາຂອງພວກເຂົາໄດ້ເຮັດວຽກງານທີ່ເປັນຮູບປະທຳໃນການກວດສອບກ່ຽວກັບເລື່ອງເຫຼົ່ານີ້ບໍ? ເຮົາກ້າເວົ້າໄດ້ເລີຍວ່າ ພວກເຂົາບໍ່ໄດ້ເຮັດຢ່າງເດັດຂາດ. ຖ້າຜູ້ນໍາມີຄວາມເຂົ້າໃຈທີ່ບໍລິສຸດ ແລະ ເຂົ້າໃຈຄວາມຈິງ ແລະ ຂໍ້ກຳນົດຂອງພຣະເຈົ້າຢ່າງແທ້ຈິງ, ສະມາຊິກຂອງທີມຜະລິດຮູບເງົາກໍຄົງຈະບໍ່ເລືອກເຄື່ອງນຸ່ງເຊັ່ນນັ້ນ ແລະ ປຶກສາຫາລືກັບເບື້ອງເທິງກ່ຽວກັບພວກມັນ. ບັນຫາເລື່ອງເຄື່ອງນຸ່ງສາມາດແກ້ໄຂໄດ້ໃນລະດັບລຸ່ມ, ແຕ່ຜູ້ນໍາປອມກໍບໍ່ສາມາດຈັດການກັບມັນໄດ້. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດໜ້າດ້ານຖາມເບື້ອງເທິງກ່ຽວກັບເລື່ອງນີ້. ຄົນແບບນີ້ບໍ່ຄວນຖືກລິຮານບໍ? ຜູ້ນໍາປອມຄົນນີ້ບໍ່ສາມາດແມ່ນແຕ່ຈະແກ້ໄຂບັນຫາທີ່ງ່າຍດາຍທີ່ສຸດນີ້ໄດ້, ພວກເຂົາຈະມີປະໂຫຍດຫຍັງ? ເຈົ້າເປັນພຽງແຕ່ເສດຂີ້ເຫຍື້ອ! ເຈົ້າຖືກຮ້ອງຂໍໃຫ້ເຈົ້າຖວາຍກຽດແດ່ພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງ, ແຕ່ໃນທີ່ສຸດແລ້ວ ເຈົ້າພັດນຳຄວາມອັບອາຍມາສູ່ພຣະເຈົ້າ. ເຈົ້າບໍ່ໄດ້ເຂົ້າໃຈໄປຫຼາຍຢ່າງແລ້ວບໍ? ເຈົ້າບໍ່ສາມາດເວົ້າຄວາມຮູ້ ແລະ ຫຼັກຄຳສອນທີ່ຫຼວງຫຼາຍອອກມາໄດ້ບໍ? ແລ້ວເປັນຫຍັງຫຼັກຄຳສອນ ແລະ ຄວາມຮູ້ທັງໝົດເຫຼົ່ານັ້ນຈຶ່ງບໍ່ມີປະສິດທິຜົນໃນສະຖານະການນີ້? ເຈົ້າເຖິງກັບລົ້ມເຫຼວໃນການແກ້ໄຂ ແລະ ດຳເນີນກວດສອບກ່ຽວກັບບັນຫາເລື່ອງເຄື່ອງນຸ່ງໄດ້ແນວໃດ? ເຈົ້າມີຜົນກະທົບຕາມທີ່ເຈົ້າຄວນຈະມີໃນຖານະຜູ້ນໍາບໍ? ເຈົ້າໄດ້ປະຕິບັດຄວາມຮັບຜິດຊອບຕາມທີ່ເຈົ້າຄວນຈະເຮັດ ໃນຖານະຜູ້ນໍາບໍ? ນີ້ຄືການສະແດງອອກຂອງຜູ້ນໍາປອມ. ໃນໜ້າວຽກສະເພາະໃດໆ, ຜູ້ນໍາປອມຂາດຄວາມເຂົ້າໃຈໃນຫຼັກການ. ພວກເຂົາບໍ່ສາມາດໃຫ້ການແກ້ໄຂ ແລະ ການແກ້ໄຂບັນຫາທີ່ທັນເວລາ ຕໍ່ບັນຫາໃດໆ ທີ່ກ່ຽວກັບຄວາມເຂົ້າໃຈທີ່ບິດເບືອນກ່ຽວກັບຄວາມຈິງ ແລະ ບໍ່ສາມາດເຮັດໃຫ້ຜູ້ຄົນຊອກເຫັນທິດທາງ ຫຼື ເສັ້ນທາງຜ່ານສິ່ງນີ້. ຜູ້ນໍາປອມພຽງແຕ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ຮ້ອງຄຳຂວັນ; ພວກເຂົາບໍ່ສາມາດເຮັດວຽກງານທີ່ເປັນຮູບປະທຳໃດໆ ໄດ້.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?