ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ສາມ
ຜົນກະທົບທາງລົບ ແລະ ຜົນຕາມມາຈາກວຽກງານຂອງຜູ້ນໍາປອມ
ເມື່ອເວົ້າເຖິງຄວາມຫຍຸ້ງຍາກທັງໝົດທີ່ຜູ້ຄົນພົບພໍ້ໃນທາງເຂົ້າຂອງຊີວິດຂອງພວກເຂົາ, ຜູ້ນໍາປອມເຮັດຫຍັງ? ເມື່ອຜູ້ຄົນຜະເຊີນກັບສະພາວະປະເພດໃດໜຶ່ງທີ່ຕົກຢູ່ໃນໜຶ່ງໃນຄວາມຫຍຸ້ງຍາກທັງແປດປະເພດນີ້, ຜູ້ນໍາປອມສາມາດແຍກແຍະໄດ້ບໍ ແລະ ໃຊ້ພຣະທຳຂອງພຣະເຈົ້າ ແລະ ຄວາມຮູ້ຈາກປະສົບການຂອງຕົນເອງເພື່ອແກ້ໄຂບັນຫາຂອງຄົນເຫຼົ່ານີ້? ໜ້າເສຍດາຍ, ເມື່ອຜູ້ຄົນພົບພໍ້ຄວາມຫຍຸ້ງຍາກ, ຜູ້ນໍາປອມເຫຼົ່ານີ້ພຽງແຕ່ເຮັດແບບຜິວເຜີນ, ພຽງແຕ່ໃຫ້ຄຳເວົ້າທີ່ຕື້ນເຂີນ, ບໍ່ຕົງປະເດັນ ແລະ ບໍ່ກ່ຽວຂ້ອງ ເຊິ່ງບໍ່ມີຫຍັງກ່ຽວຂ້ອງກັບອຸປະນິໄສ ແລະ ຄວາມຫຍຸ້ງຍາກທີ່ແທ້ຈິງຂອງພວກເຂົາ ເພື່ອແກ້ໄຂບັນຫາຂອງພວກເຂົາ. ຕົວຢ່າງ: ຜູ້ນໍາປອມມັກຈະເວົ້າວ່າ: “ເຈົ້າຈັ່ງແມ່ນບໍ່ຮັກຄວາມຈິງ!” ນີ້ຄືວິທີທີ່ພວກເຂົາພະຍາຍາມແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງຂອງຜູ້ຄົນ ແລະ ກໍານົດລັກສະນະແກ່ນແທ້ຂອງພວກເຂົາ. ພວກເຂົາບໍ່ສາມາດຊ່ວຍໃຫ້ຜູ້ຄົນຊອກຫາຄຳຕອບໃນພຣະທຳຂອງພຣະເຈົ້າໄດ້ ແມ່ນແຕ່ສຳລັບບັນຫາ ຫຼື ສະພາວະເລັກນ້ອຍ ແລະ ພວກເຂົາກໍບໍ່ສາມາດແກ້ໄຂມັນໄດ້ໂດຍການໂອ້ລົມກ່ຽວກັບຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດເວົ້າຄຳເວົ້າທີ່ເປັນຫຼັກຄຳສອນ ແລະ ບໍ່ກ່ຽວຂ້ອງ ຫຼື ພວກເຂົາກໍຈັບເອົາບັນຫາ ແລະ ເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ ເພື່ອຕັດສິນຕີຕາຄົນແບບບໍ່ໃຫ້ມີທາງແກ້ໄຂ ໂດຍບໍ່ໃຫ້ໂອກາດພວກເຂົາກັບໃຈ. ໃນຄວາມເປັນຈິງແລ້ວ, ຖ້າຄົນໃດໜຶ່ງມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ມີຄວາມເຂົ້າໃຈຝ່າຍວິນຍານ, ພວກເຂົາກໍຈະສາມາດຊອກຫາການເປີດໂປງຂອງພຣະເຈົ້າກ່ຽວກັບສະພາວະທັງແປດດ້ານນີ້ໄດ້ໃນພຣະທຳຂອງພຣະອົງ, ມັນບໍ່ແມ່ນເລື່ອງຍາກ. ແນວໃດກໍຕາມ, ເພາະວ່າຜູ້ນໍາປອມຂາດຄວາມເຂົ້າໃຈຝ່າຍວິນຍານ, ມີຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການຢັ່ງຮູ້, ບວກກັບຄວາມຈິງທີ່ວ່າບາງຄົນໃນພວກເຂົາເປັນພຽງຄົນທີ່ກະຕືລືລົ້ນ, ກະຕືລືລົ້ນທີ່ຈະກະທຳ, ໜ້າຊື່ໃຈຄົດ ແລະ ທຳທ່າເປັນຄົນຝ່າຍວິນຍານ, ພວກເຂົາຈຶ່ງບໍ່ສາມາດແກ້ໄຂບັນຫາຂອງຄົນອື່ນໄດ້ເລີຍ. ເມື່ອເວົ້າເຖິງບັນຫາຕ່າງໆທີ່ຜູ້ຄົນພົບພໍ້, ຜູ້ນໍາປອມກໍຈະແນະນຳພວກເຂົາ ໂດຍກ່າວວ່າ: “ພາລະກິດຂອງພຣະເຈົ້າໄດ້ກ້າວໜ້າໄປເຖິງຂັ້ນນີ້ແລ້ວ; ເປັນຫຍັງເຈົ້າຈຶ່ງຍັງອິດສາ ແລະ ຖຽງກັບຄົນອື່ນຢູ່? ເຈົ້າມີເວລາສຳລັບເລື່ອງນັ້ນບໍ? ການຕໍ່ສູ້ເພື່ອເລື່ອງນັ້ນມີປະໂຫຍດຫຍັງ? ເຈົ້າບໍ່ສູ້ເພື່ອມັນຈະເປັນຫຍັງໄປ?” “ພາລະກິດຂອງພຣະເຈົ້າໄດ້ມາເຖິງຂັ້ນນີ້ແລ້ວ, ແຕ່ເຈົ້າຍັງມີອາລົມອ່ອນໄຫວຫຼາຍ ແລະ ເຈົ້າກໍຕັດໃຈບໍ່ໄດ້. ບໍ່ຊ້າກໍໄວ, ຄວາມຮູ້ສຶກເຫຼົ່ານີ້ຈະເປັນຄວາມຕາຍໃຫ້ກັບເຈົ້າ!” “ພາລະກິດຂອງພຣະເຈົ້າໄດ້ມາເຖິງຂັ້ນນີ້ແລ້ວ, ສະນັ້ນ ເປັນຫຍັງເຈົ້າຈຶ່ງຍັງກັງວົນເລື່ອງອາຫານ ແລະ ເຄື່ອງນຸ່ງຢູ່? ເຈົ້າບໍ່ນຸ່ງກະໂປ່ງໂຕໜຶ່ງບໍ່ໄດ້ບໍ? ເຈົ້າບໍ່ຊື້ເກີບໜັງຄູ່ໜຶ່ງບໍ່ໄດ້ບໍ? ເຈົ້າຄວນໃສ່ໃຈພຣະທຳຂອງພຣະເຈົ້າ ແລະ ໜ້າທີ່ຂອງເຈົ້າໃຫ້ຫຼາຍຂຶ້ນ!” “ເມື່ອມີຫຍັງເກີດຂຶ້ນກັບເຈົ້າ, ຈົ່ງອະທິຖານຫາພຣະເຈົ້າໃຫ້ຫຼາຍຂຶ້ນ. ບໍ່ວ່າຈະເກີດຫຍັງຂຶ້ນກັບເຈົ້າ, ມີບົດຮຽນໜຶ່ງຄື: ການຮຽນຮູ້ທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຂົ້າໃຈອຳນາດສູງສຸດ ແລະ ການຈັດແຈງຂອງພຣະອົງ”. ຄຳແນະນຳນີ້ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ບໍ? ມັນບໍ່ສາມາດເລີຍ. ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະເວົ້າວ່າ: “ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ໂດຍການມີອາລົມອ່ອນໄຫວ, ເຈົ້າບໍ່ໄດ້ກະບົດຕໍ່ພຣະເຈົ້າບໍ? ໂດຍການບໍ່ຮູ້ຈັກຕົນເອງ, ເຈົ້າບໍ່ໄດ້ກະບົດຕໍ່ພຣະເຈົ້າບໍ?” ບໍ່ວ່າບັນຫາທີ່ກຳລັງຜະເຊີນຢູ່ຈະເປັນຫຍັງກໍຕາມ, ຜູ້ນໍາປອມກໍບໍ່ຮູ້ວິທີໂອ້ລົມຄວາມຈິງເພື່ອໄຈ້ແຍກແກ່ນແທ້ ຫຼື ສະພາວະຂອງຄົນ, ພວກເຂົາບໍ່ສາມາດເບິ່ງທະລຸໄດ້ວ່າສະພາວະຂອງຜູ້ຄົນເກີດຂຶ້ນໄດ້ແນວໃດ ແລະ ຈາກນັ້ນ, ໂດຍອີງໃສ່ສະພາວະຂອງພວກເຂົາ, ກໍໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາຂອງພວກເຂົາ, ໃຫ້ການຊ່ວຍເຫຼືອ ແລະ ການສະໜອງທີ່ເໝາະສົມ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດເວົ້າສິ່ງດຽວກັນຢູ່ສະເໝີ: “ຈົ່ງຮັກພຣະເຈົ້າ! ຈົ່ງເຮັດວຽກໜັກເພື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າ ແລະ ອະທິຖານໃຫ້ຫຼາຍຂຶ້ນເມື່ອເຈົ້າພົບບັນຫາ!” “ທຸກສິ່ງຢູ່ໃນອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ. ທຸກສິ່ງຢູ່ໃນພຣະຫັດຂອງພຣະເຈົ້າ!” “ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ມັນກໍຈະບໍ່ໄດ້ຜົນ. ເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ພຣະທຳຂອງພຣະເຈົ້າເຮັດໃຫ້ທຸກສິ່ງຊັດເຈນ, ແຕ່ຜູ້ຄົນຈັ່ງແມ່ນບໍ່ຮັກຄວາມຈິງ!” “ໄພພິບັດໃກ້ເຂົ້າມາແລ້ວ, ຈຸດຈົບຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ພາລະກິດຂອງພຣະເຈົ້າກຳລັງຈະສິ້ນສຸດລົງ, ແຕ່ເຈົ້າກໍບໍ່ຮ້ອນໃຈ. ມະນຸດເຫຼືອເວລາອີກຈັກມື້? ລາຊະອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ!” ຜູ້ນໍາປອມພຽງແຕ່ເວົ້າຄຳເວົ້າທີ່ບໍ່ຕົງປະເດັນເຫຼົ່ານີ້, ບໍ່ເຄີຍວິເຄາະ ແລະ ໄຈ້ແຍກບັນຫາຕ່າງໆຢ່າງສະເພາະເຈາະຈົງ ຫຼື ໃຫ້ການສະໜອງ ຫຼື ການຊ່ວຍເຫຼືອທີ່ແທ້ຈິງແກ່ຜູ້ຄົນ. ພວກເຂົາຊອກຫາພຽງແຕ່ຂໍ້ພຣະທຳສອງສາມຂໍ້ຈາກພຣະທຳຂອງພຣະເຈົ້າເພື່ອອ່ານ ຫຼື ບໍ່ດັ່ງນັ້ນພວກເຂົາກໍໃຫ້ຄຳແນະນຳທີ່ບໍ່ກ່ຽວຂ້ອງເພື່ອຈັດການກັບພວກເຂົາ. ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນ? ພາຍໃຕ້ການທຳຮ້າຍຂອງຜູ້ນໍາປອມ, ຜູ້ຄົນບໍ່ພຽງແຕ່ບໍ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ພວກເຂົາຍັງບໍ່ຮູ້ວ່າລັກສະນະຂອງຕົນເອງເປັນແນວໃດ, ພວກເຂົາເປັນຄົນປະເພດໃດ ແລະ ມີທຳມະຊາດ-ແກ່ນແທ້ອັນໃດ; ພວກເຂົາບໍ່ຊັດເຈນວ່າຄວາມສາມາດຂອງຕົນເອງເປັນແນວໃດ, ພວກເຂົາມີຄວາມສາມາດໃນການຢັ່ງຮູ້ ຫຼື ບໍ່ ຫຼື ພວກເຂົາກຳລັງເດີນຢູ່ໃນເສັ້ນທາງໃດ. ພວກເຂົາຍັງຍຶດໝັ້ນກັບສິ່ງທາງໂລກ ແລະ ສິ່ງທີ່ທັນສະໄໝທີ່ພວກເຂົາຮັກ ແລະ ໃຫ້ຄຸນຄ່າໃນໃຈຂອງພວກເຂົາ ແລະ ບໍ່ມີໃຜຊ່ວຍໃຫ້ພວກເຂົາເຂົ້າໃຈ, ໄຈ້ແຍກ ແລະ ວິເຄາະສິ່ງເຫຼົ່ານີ້. ສິ່ງເຫຼົ່ານີ້ຄືຜົນຕາມມາຈາກວຽກງານຂອງຜູ້ນໍາປອມ. ເມື່ອມີບັນຫາເກີດຂຶ້ນ, ພວກເຂົາບໍ່ວ່າຈະຕຳໜິຄົນ, ປະນາມ ແລະ ກ່າວຫາຢ່າງຜິດໆຕາມອຳເພີໃຈ ຫຼື ພວກເຂົາກໍໃຫ້ຄຳແນະນຳ ແລະ ບົດຮຽນທີ່ບໍ່ຕົງປະເດັນແກ່ຜູ້ຄົນ ຫຼື ພວກເຂົາກໍໃຊ້ພຣະທຳຂອງພຣະເຈົ້າເພື່ອປຽບທຽບແບບບັງຄັບ ແລະ ບໍ່ຖືກຕ້ອງ. ຜູ້ທີ່ໄດ້ຍິນພວກເຂົາກໍຄິດວ່າ: “ຂ້ອຍຮູ້ສຶກຄືກັບວ່າຂ້ອຍເຂົ້າໃຈ ແຕ່ກໍຄືກັບວ່າຂ້ອຍບໍ່ເຂົ້າໃຈ, ຄືກັບວ່າຂ້ອຍອາດຈະເຂົ້າໃຈສິ່ງທີ່ພວກເຂົາເວົ້າ ແຕ່ຂ້ອຍກໍອາດຈະບໍ່ເຂົ້າໃຈ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ທຸກໆຢ່າງທີ່ຜູ້ນໍາເວົ້າແມ່ນຖືກຕ້ອງ ແຕ່ເປັນຫຍັງຂ້ອຍຈຶ່ງບໍ່ສາມາດແກ້ໄຂບັນຫານີ້ທີ່ຢູ່ໃນຫົວໃຈຂອງຂ້ອຍໄດ້? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຊອກຫາທາງແກ້ໄຂຄວາມຫຍຸ້ງຍາກນີ້ໄດ້? ເປັນຫຍັງຂ້ອຍຈຶ່ງຍັງຄິດແບບນີ້ ແລະ ຕ້ອງການເຮັດສິ່ງເຫຼົ່ານີ້ຢູ່? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຂົ້າໃຈໄດ້ວ່າແກ່ນແທ້ ແລະ ຮາກເຫງົ້າຂອງບັນຫາຢູ່ບ່ອນໃດ? ຜູ້ນໍາເວົ້າວ່າຂ້ອຍບໍ່ຮັກຄວາມຈິງ ແລະ ຂ້ອຍກໍຍອມຮັບວ່າຂ້ອຍບໍ່ຮັກ, ແຕ່ເປັນຫຍັງຂ້ອຍຈຶ່ງບໍ່ສາມາດອອກຈາກສະພາວະນີ້ໄດ້?” ຜູ້ນໍາເຫຼົ່ານີ້ໄດ້ມີຜົນຫຍັງແດ່ບໍ? ເຖິງແມ່ນວ່າພວກເຂົາຈະໄດ້ເວົ້າ ແລະ ເຮັດວຽກ, ມັນກໍເປັນຄວາມສັບສົນວຸ້ນວາຍທັງໝົດ ແລະ ມັນບໍ່ໄດ້ມີຜົນຕາມທີ່ຄວນຈະເປັນ. ພວກເຂົາບໍ່ໄດ້ເຮັດໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຈົ້າ, ປຽບທຽບຕົນເອງກັບພຣະທຳຂອງພຣະເຈົ້າ, ເຂົ້າໃຈສະພາວະຂອງພວກເຂົາຢ່າງຖືກຕ້ອງ ຫຼື ແກ້ໄຂຄວາມຫຍຸ້ງຍາກຂອງຕົນເອງ. ສ່ວນຄົນທີ່ດື້ດ້ານ, ໜ້າບໍ່ອາຍທີ່ບໍ່ຍອມຮັບຄວາມຈິງເລີຍ, ເມື່ອພວກເຂົາໄດ້ຍິນຜູ້ນໍາເຫຼົ່ານີ້ຕັກເຕືອນພວກເຂົາຢ່າງຈິງຈັງ ແລະ ອົດທົນ, ພວກເຂົາກໍຮູ້ສຶກລັງກຽດທີ່ສຸດ. ໃນເວລາດຽວກັນ, ພວກເຂົາກໍຮຽນແບບຄຳເວົ້າທີ່ຜູ້ນໍາເຫຼົ່ານີ້ເວົ້າ, ຫຼັງຈາກທີ່ຜູ້ນໍາເວົ້າສ່ວນທຳອິດຈົບ, ຄົນເຫຼົ່ານີ້ກໍສາມາດຕໍ່ສ່ວນຕໍ່ໄປໄດ້ ແລະ ພວກເຂົາກໍເລີ່ມບໍ່ອົດທົນຢ່າງໄວວາ ໂດຍກ່າວວ່າ: “ຢ່າເວົ້າຕໍ່ໄປ. ຂ້ອຍເຂົ້າໃຈທຸກຢ່າງທີ່ເຈົ້າກຳລັງເວົ້າແລ້ວ. ຖ້າເຈົ້າເວົ້າຕໍ່ໄປ, ຂ້ອຍຈະຮູ້ສຶກປວດຮາກ ແລະ ຢາກຮາກ!” ຜູ້ນໍາກໍຍັງເວົ້າຕໍ່ໄປວ່າ: “ເຈົ້າຈັ່ງແມ່ນບໍ່ຮັກຄວາມຈິງ. ຖ້າເຈົ້າຮັກຄວາມຈິງ, ເຈົ້າກໍຈະເຂົ້າໃຈທຸກຢ່າງທີ່ຂ້ອຍເວົ້າ”. ພວກເຂົາກໍຕອບໂຕ້ວ່າ: “ບໍ່ວ່າຂ້ອຍຈະຮັກຄວາມຈິງ ຫຼື ບໍ່ກໍຕາມ, ເຈົ້າກໍໄດ້ເວົ້າຄຳເວົ້າເຫຼົ່ານີ້ຊໍ້າແລ້ວຊໍ້າອີກຫຼາຍຄັ້ງ, ບໍ່ມີຫຍັງໃໝ່ໃນນັ້ນ ແລະ ຂ້ອຍກໍເບື່ອທີ່ຈະຟັງແລ້ວ!” ຜູ້ນໍາປອມເຮັດວຽກໃນລັກສະນະນີ້, ຍຶດໝັ້ນກັບລະບຽບການຢ່າງເຄັ່ງຄັດ ແລະ ຍຶດຕິດກັບປະໂຫຍກບາງປະໂຫຍກ, ລົ້ມເຫຼວຢ່າງສິ້ນເຊີງໃນການແກ້ໄຂຄວາມຫຍຸ້ງຍາກທີ່ແທ້ຈິງຂອງຜູ້ຄົນ. ຖ້າຄົນໃດໜຶ່ງມີແນວຄິດຕໍ່ພຣະເຈົ້າ, ຜູ້ນໍາປອມກໍຈະເວົ້າວ່າຄົນນັ້ນບໍ່ຮູ້ຈັກຕົນເອງ. ຖ້າຄົນໃດໜຶ່ງມີຄວາມເປັນມະນຸດທີ່ບໍ່ດີ, ບໍ່ສາມາດເຂົ້າກັບຄົນອື່ນໄດ້ ແລະ ຂາດຄວາມສຳພັນລະຫວ່າງບຸກຄົນທີ່ປົກກະຕິ, ຜູ້ນໍາປອມກໍຈະເວົ້າວ່າທັງພວກເຂົາ ແລະ ອີກຝ່າຍໜຶ່ງກໍມີສ່ວນຜິດ, ສັ່ງສອນທັງສອງຝ່າຍ, ໂດຍໂທດທັງສອງຝ່າຍ ໂດຍກ່າວວ່າ: “ເອົາລະ, ຕອນນີ້ພວກເຈົ້າທັງສອງສະເໝີກັນແລ້ວ. ພວກເຮົາຕ້ອງມີຄວາມຍຸຕິທຳ ແລະ ສົມເຫດສົມຜົນໃນການກະທຳຂອງພວກເຮົາ, ປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນໂດຍບໍ່ມີອະຄະຕິ. ໃຜກໍຕາມທີ່ເວົ້າມີເຫດຜົນກໍຄືຜູ້ທີ່ຮັກຄວາມຈິງ, ໃນຂະນະທີ່ຜູ້ທີ່ເວົ້າບໍ່ມີເຫດຜົນກໍຄວນປິດປາກ, ເວົ້າໜ້ອຍລົງ ແລະ ເຮັດຫຼາຍຂຶ້ນໃນອະນາຄົດ. ໃຜກໍຕາມທີ່ເວົ້າຖືກຕ້ອງກໍຄວນຖືກຮັບຟັງຫຼາຍຂຶ້ນ”. ນີ້ແມ່ນການແກ້ໄຂບັນຫາບໍ? ນີ້ແມ່ນການເຮັດວຽກບໍ? ນີ້ບໍ່ແມ່ນພຽງແຕ່ການປອບໃຈເດັກນ້ອຍ ແລະ ຫຼອກລວງຜູ້ຄົນບໍ? ຜູ້ນໍາປອມອາດຈະເບິ່ງຄືວ່າຫຍຸ້ງຢູ່ ແຕ່ພວກເຂົາບໍ່ສາມາດແກ້ໄຂບັນຫາຂອງໃຜໄດ້. ວຽກງານຂອງພວກເຂົາມີປະສິດທິຜົນສໍ່າໃດ? ມັນໄຮ້ຄ່າ ແລະ ໄຮ້ສາລະ! ສິ່ງເຫຼົ່ານີ້ຄືການກະທຳຂອງຜູ້ບໍ່ເຊື່ອ.
ໃນຕະຫຼອດປະສົບການຂອງຜູ້ຄົນໃນການເຊື່ອໃນພຣະເຈົ້າ, ພວກເຂົາມັກຈະພົບພໍ້ຄວາມຫຍຸ້ງຍາກບາງຢ່າງ ແລະ ຜູ້ນໍາປອມກໍບໍ່ສາມາດແກ້ໄຂບັນຫາໃດໆໄດ້ເລີຍ. ຜູ້ນໍາປອມບໍ່ສາມາດແມ່ນແຕ່ຈະແກ້ໄຂຄວາມຫຍຸ້ງຍາກທີ່ເຫັນໄດ້ຊັດເຈນບາງຢ່າງທີ່ສາມາດແກ້ໄຂໄດ້ດ້ວຍຄຳເວົ້າພຽງສອງສາມຄຳ ແລະ ພວກເຂົາຍັງເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ ແລະ ເຮັດໃຫ້ບັນຫານ້ອຍໆກາຍເປັນບັນຫາໃຫຍ່. ບາງຄົນບໍ່ແມ່ນຄົນຊົ່ວ, ພຽງແຕ່ໃນດ້ານຄວາມເປັນມະນຸດຂອງພວກເຂົາ, ພວກເຂົາຂາດມາລະຍາດໜ້ອຍໜຶ່ງ, ບໍ່ເຂົ້າໃຈມາລະຍາດພື້ນຖານ ແລະ ມີທ່າທີແບບນັກເລງເລັກນ້ອຍ. ຜູ້ນໍາປອມກໍເອົາບັນຫາເລັກນ້ອຍເຫຼົ່ານີ້ມາເຮັດເປັນເລື່ອງໃຫຍ່, ໃຫ້ອ້າຍເອື້ອຍນ້ອງມາປຶກສາຫາລື, ຕຳໜິ ແລະ ປະນາມພວກເຂົາ, ທັງໝົດນີ້ກໍເພື່ອຈຸດປະສົງທີ່ຈະສ້າງຄວາມປະທັບໃຈທີ່ບໍ່ລືມໃຫ້ກັບຄົນເຫຼົ່ານັ້ນ ເພື່ອວ່າພວກເຂົາຈະບໍ່ກ້າປະພຶດຕົວແບບນັ້ນອີກ. ສິ່ງນີ້ຈຳເປັນບໍ? ນີ້ແມ່ນວິທີແກ້ໄຂບັນຫາບໍ? ນີ້ແມ່ນການໃຊ້ຄວາມຈິງເພື່ອແກ້ໄຂບັນຫາບໍ? (ບໍ່ແມ່ນ.) ຕາບໃດທີ່ບໍ່ມີບັນຫາໃຫຍ່ໃນຄວາມເປັນມະນຸດຂອງຄົນໃດໜຶ່ງ ແລະ ຄົນຜູ້ນັ້ນບໍ່ແມ່ນຄົນຊົ່ວ ແລະ ສາມາດເສຍສະລະຕົນເອງຢ່າງຈິງໃຈໄດ້, ແລ້ວພາຍໃຕ້ສະຖານະການທີ່ພວກເຂົາຍອມຮັບ, ມັນກໍພຽງພໍແລ້ວທີ່ຈະສືບຕໍ່ເຮັດວຽກກັບພວກເຂົາ, ໃຫ້ຄຳເຕືອນ, ການຊ່ວຍເຫຼືອ, ການໂອ້ລົມ ແລະ ການສະໜັບສະໜູນແກ່ພວກເຂົາ. ຖ້າຜູ້ຄົນປະພຶດຕົວແບບນີ້ຢ່າງສະໝໍ່າສະເໝີ, ແລ້ວພວກເຂົາກໍມີບັນຫາກັບລັກສະນະຂອງຕົນ ຫຼື ມີອຸປະນິໄສທີ່ໂຫດຮ້າຍ ແລະ ຈາກນັ້ນ ການລິຮານ ແລະ ການລົງວິໄນຢ່າງເຂັ້ມງວດກໍເປັນສິ່ງຈຳເປັນ. ຖ້າພວກເຂົາປະຕິເສດທີ່ຈະຍອມຮັບສິ່ງນີ້, ໜ້າທີ່ຂອງພວກເຂົາກໍຄວນຖືກລະງັບ ຫຼື ພວກເຂົາກໍຄວນຖືກກຳຈັດອອກ. ຜູ້ນໍາປອມບໍ່ສາມາດເບິ່ງທະລຸເຖິງສິ່ງນີ້ໄດ້ ແລະ ພວກເຂົາກໍຈະບໍ່ກະທຳໃນລັກສະນະນີ້; ເມື່ອພວກເຂົາພົບພໍ້ຄົນຊົ່ວເຊັ່ນນີ້, ພວກເຂົາກໍປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ, ໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນແກ່ພວກເຂົາ. ນີ້ແມ່ນການເຮັດວຽກບໍ? ນີ້ແມ່ນການໃຊ້ຄວາມຈິງເພື່ອແກ້ໄຂບັນຫາບໍ? (ບໍ່ແມ່ນ.) ວຽກງານຂອງຜູ້ນໍາປອມນັ້ນໄຮ້ສາລະ, ເປັນເດັກນ້ອຍ ແລະ ໜ້າຫົວຂວັນ ແລະ ບໍ່ມີຫຍັງເລີຍທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນທຸກສິ່ງທີ່ພວກເຂົາເຮັດ, ເຈົ້າສາມາດເຫັນໄດ້ວ່າພວກເຂົາເປັນຄົນບໍ່ມີຄວາມຊຳນານ, ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ກະທຳຢ່າງຊະຊາຍໂດຍບໍ່ມີຫຼັກການ. ເຊັ່ນດຽວກັນ, ພວກເຂົາບໍ່ສາມາດເບິ່ງທະລຸ ຫຼື ກຳແໜ້ນຄວາມຫຍຸ້ງຍາກຕ່າງໆທີ່ຜູ້ຄົນພົບພໍ້ໃນທາງເຂົ້າຂອງຊີວິດຂອງພວກເຂົາໄດ້ຢ່າງຖືກຕ້ອງ. ດັ່ງນັ້ນ, ການພະຍາຍາມແກ້ໄຂຂອງພວກເຂົາຈຶ່ງເບິ່ງຄືວ່າງຸ່ມງ່າມ, ໂງ່ຈ້າ ແລະ ຄືກັບຄົນບໍ່ມີຄວາມຊຳນານຢ່າງບໍ່ໜ້າເຊື່ອ. ຜູ້ທີ່ຍອມຮັບການຊ່ວຍເຫຼືອຂອງພວກເຂົາກໍຮູ້ສຶກອຶດອັດ ແລະ ຖືກກົດດັນເຊັ່ນກັນ. ເມື່ອເວລາຜ່ານໄປ, ບາງຄົນເຖິງກັບສູນເສຍຄວາມເຊື່ອ ໂດຍກ່າວວ່າ: “ຜູ້ນໍາໄດ້ໂອ້ລົມກັບຂ້ອຍຫຼາຍຄັ້ງແລ້ວ, ສະນັ້ນ ເປັນຫຍັງຂ້ອຍຈຶ່ງບໍ່ປ່ຽນແປງ? ເປັນຫຍັງຂ້ອຍຈຶ່ງກັບໄປເປັນຄືເກົ່າຢູ່ເລື້ອຍ? ມັນເປັນຍ້ອນວ່າຄວາມເປັນມະນຸດຂອງຂ້ອຍບໍ່ດີເປັນພິເສດ ແລະ ຂ້ອຍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ?” ບາງຄົນເຖິງກັບມີຄວາມສົງໄສ ໂດຍກ່າວວ່າ: “ມີຫຍັງຜິດປົກກະຕິກັບຈິດວິນຍານຂອງຂ້ອຍບໍ? ວິນຍານຊົ່ວຊ້າກຳລັງເຮັດວຽກຢູ່ໃນຕົວຂ້ອຍບໍ? ພຣະເຈົ້າຈະບໍ່ຊ່ວຍຂ້ອຍໃຫ້ລອດພົ້ນບໍ? ນັ້ນບໍ່ໄດ້ໝາຍຄວາມວ່າຂ້ອຍໝົດຫວັງແລ້ວບໍ?” ສິ່ງເຫຼົ່ານີ້ຄືຜົນຕາມມາຈາກວຽກງານຂອງຜູ້ນໍາປອມ. ໃນວຽກງານຂອງພວກເຂົາ, ພວກເຂົາສັບສົນເລື່ອງໜຶ່ງກັບອີກເລື່ອງໜຶ່ງ ແລະ ພວກເຂົາກະທຳໃນລັກສະນະທີ່ໜ້າຫົວຂວັນ, ໄຮ້ສາລະ, ໂງ່ຈ້າ ແລະ ງຸ່ມງ່າມ, ເຊິ່ງໃນທີ່ສຸດກໍນໍາໄປສູ່ການທີ່ຄວາມຫຍຸ້ງຍາກຕ່າງໆທີ່ຄົນບາງຄົນທີ່ສະແຫວງຫາຄວາມຈິງຢ່າງແທ້ຈິງປະເຊີນຢູ່ນັ້ນບໍ່ໄດ້ຮັບການແກ້ໄຂທັນເວລາ. ສິ່ງນີ້ກໍເຮັດໃຫ້ເກີດຄວາມຄິດລົບ ແລະ ຄວາມອ່ອນແອຂຶ້ນໃນຄົນເຫຼົ່ານັ້ນ, ພ້ອມທັງແນວຄິດ ແລະ ຄວາມເຂົ້າໃຈຜິດບາງຢ່າງກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ. ພວກເຂົາເວົ້າວ່າ: “ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍແລ້ວ, ສະນັ້ນ ເປັນຫຍັງບັນຫາຂອງຂ້ອຍຈຶ່ງບໍ່ສາມາດແກ້ໄຂໄດ້? ພຣະທຳຂອງພຣະເຈົ້າສາມາດຊ່ວຍໃຫ້ລອດພົ້ນ ແລະ ປ່ຽນແປງຜູ້ຄົນໄດ້ແທ້ບໍ?” ໃຈຂອງພວກເຂົາກໍເກີດຄວາມສົງໄສ ແລະ ພວກເຂົາກໍຕົກຢູ່ໃນຄວາມສັບສົນ. ສະນັ້ນ, ເມື່ອຜູ້ນໍາປອມເຮັດວຽກ, ພວກເຂົາບໍ່ໄດ້ສ້າງຜົນທີ່ເປັນບວກຫຼາຍຢ່າງ ແຕ່ພວກເຂົາພັດກໍ່ໃຫ້ເກີດສິ່ງທີ່ເປັນລົບຫຼາຍຢ່າງ. ວຽກງານຂອງພວກເຂົາບໍ່ພຽງແຕ່ລົ້ມເຫຼວທີ່ຈະກຳຈັດແນວຄິດ, ຄວາມສົງໄສ ແລະ ການຕັດສິນຂອງຜູ້ຄົນກ່ຽວກັບພຣະເຈົ້າ, ໃນທາງກົງກັນຂ້າມ, ມັນຍິ່ງເພີ່ມຄວາມເຂົ້າໃຈຜິດ ແລະ ຄວາມລະແວງລະວັງຂອງພວກເຂົາຕໍ່ພຣະເຈົ້າ. ແມ່ນແຕ່ຫຼັງຈາກທີ່ເຊື່ອມາຫຼາຍປີ, ບັນຫາຂອງຄົນເຫຼົ່ານີ້ກໍຍັງບໍ່ໄດ້ຮັບການແກ້ໄຂ. ໃນຂະນະທີ່ພວກເຂົາຖືກນໍາພາຢ່າງຜິດໆ ແລະ ຫຼົງທາງໂດຍຜູ້ນໍາປອມ, ຄວາມເຂົ້າໃຈຜິດ ແລະ ຄວາມລະແວງລະວັງຂອງພວກເຂົາຕໍ່ພຣະເຈົ້າກໍຍິ່ງເລິກເຊິ່ງຂຶ້ນ. ເມື່ອເປັນເຊັ່ນນີ້, ພວກເຂົາຈະສາມາດບັນລຸທາງເຂົ້າຂອງຊີວິດໄດ້ບໍ?
ຄວາມເຂົ້າໃຈຂອງຜູ້ນໍາປອມກ່ຽວກັບສິ່ງທີ່ເປັນບວກ ເຊັ່ນ: ຄວາມຈິງ ແລະ ການປ່ຽນແປງອຸປະນິໄສຂອງມະນຸດ ສາມາດສົ່ງຜົນກະທົບຕໍ່ມຸມມອງ ແລະ ທັດສະນະຄະຕິຂອງຫຼາຍຄົນຕໍ່ສິ່ງທີ່ເປັນບວກ. ຜູ້ນໍາປອມບໍ່ເຮັດວຽກກໍເປັນເລື່ອງໜຶ່ງ, ແຕ່ທັນທີທີ່ພວກເຂົາເລີ່ມເຮັດວຽກ, ການບ່ຽງເບນກໍເກີດຂຶ້ນ ແລະ ຜົນຕາມມາທີ່ບໍ່ດີກໍຕາມມາ. ບັນຍາກາດທີ່ບໍ່ເໝາະສົມເກີດຂຶ້ນໃນຄຣິສຕະຈັກເຫຼົ່ານີ້, ນັ້ນກໍຄື, ມັກຈະມີຄຳເວົ້າທີ່ຜິດພາດ ແລະ ໄຮ້ສາລະເກີດຂຶ້ນ ແລະ ຜູ້ຄົນໃນນັ້ນກໍບໍ່ເຂົ້າໃຈຄຳສັບທາງວິນຍານທີ່ມັກກ່າວເຖິງໃນພຣະທຳຂອງພຣະເຈົ້າ ຫຼື ບໍ່ຮູ້ວິທີນຳໃຊ້ຄຳສັບເຫຼົ່ານັ້ນ, ໃນຂະນະທີ່ສິ່ງທີ່ເອີ້ນວ່າຄຳສັບ ແລະ ຄຳເວົ້າທາງວິນຍານ ທີ່ຜູ້ນໍາປອມເຫຼົ່ານີ້ມັກເວົ້າ ກໍຖືກເຜີຍແຜ່ຢ່າງກວ້າງຂວາງໄປທົ່ວຄຣິສຕະຈັກເຫຼົ່ານີ້. ຜົນກະທົບທີ່ສິ່ງເຫຼົ່ານີ້ມີຕໍ່ຜູ້ຄົນນັ້ນບໍ່ແມ່ນໜ້ອຍ: ພວກມັນບໍ່ພຽງແຕ່ບໍ່ສາມາດຊ່ວຍໃຫ້ຜູ້ຄົນມີຄວາມຮູ້ທີ່ເປັນຈິງ ແລະ ຖືກຕ້ອງຫຼາຍຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ຫຼື ເຮັດໃຫ້ພວກເຂົາສາມາດຊອກຫາເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງໃນພຣະທຳຂອງພຣະອົງໄດ້, ໃນທາງກົງກັນຂ້າມ, ພວກມັນຍິ່ງເຮັດໃຫ້ຜູ້ຄົນມີຄວາມຮູ້ກ່ຽວກັບຄວາມຈິງທີ່ບິດເບືອນ, ເປັນທິດສະດີ ແລະ ເປັນຫຼັກຄຳສອນຫຼາຍຂຶ້ນ ແລະ ໃນເວລາດຽວກັນ, ພວກມັນກໍເຮັດໃຫ້ຜູ້ຄົນສັບສົນກ່ຽວກັບເສັ້ນທາງແຫ່ງການປະຕິບັດຫຼາຍຂຶ້ນ. ໃນການເຮັດເຊັ່ນນັ້ນ, ຜູ້ນໍາປອມໄດ້ແຊກແຊງທັດສະນະຂອງຜູ້ຄົນ ແລະ ສົ່ງຜົນກະທົບຕໍ່ຄວາມເຂົ້າໃຈທີ່ບໍລິສຸດຂອງພວກເຂົາກ່ຽວກັບຄວາມຈິງ. ຜູ້ນໍາປອມມີຜົນກະທົບຫຍັງແດ່ໃນການເຮັດສິ່ງເຫຼົ່ານີ້? ພວກເຂົາມີບົດບາດຫຍັງ? ໃນຂະນະທີ່ການກຳນົດລັກສະນະຂອງພວກເຂົາວ່າເປັນການລົບກວນ ແລະ ການຂັດຂວາງອາດຈະເປັນການເກີນໄປໜ້ອຍໜຶ່ງ, ການເອີ້ນພວກເຂົາວ່າເປັນຕົວຕະຫຼົກທີ່ແລ່ນວຸ້ນວາຍໄປທົ່ວທຸກບ່ອນກໍບໍ່ແມ່ນການເວົ້າເກີນຈິງເລີຍ. ເມື່ອເຮົາຫາກໍເລີ່ມຕົ້ນພາລະກິດຂັ້ນຕອນນີ້, ເຮົາໄດ້ພົບກັບບຸກຄົນບາງຄົນ ແລະ ໃນຂະນະທີ່ເຮົາກຳລັງຟັງພວກເຂົາເວົ້າ, ຄົນໜຶ່ງໃນພວກເຂົາໄດ້ຖາມກ່ຽວກັບສະຖານະການຂອງຄົນຜູ້ໜຶ່ງ ແລະ ມີຄົນໜຶ່ງກໍເວົ້າຂຶ້ນມາກະທັນຫັນວ່າ: “ພວກເຂົາຖືກເຜົາເປັນຂີ້ເທົ່າແລ້ວ”. ເມື່ອເຮົາຖາມວ່າ: “ຖືກເຜົາເປັນຂີ້ເທົ່າບໍ? ມັນໝາຍຄວາມວ່າແນວໃດ?” ພວກເຂົາກໍຕອບວ່າ: “ການຖືກເຜົາເປັນຂີ້ເທົ່າໝາຍຄວາມວ່າຄົນຜູ້ນັ້ນຖືກປົດອອກ ແລະ ບາງທີອາດຈະເຊົາເຊື່ອແລ້ວ”. ເຮົາກໍເວົ້າວ່າ: “ນີ້ເປັນຄຳສັບທີ່ໂຫດຮ້າຍຫຼາຍ, ມັນບໍ່ໄດ້ໃຫ້ທາງອອກແກ່ຄົນຜູ້ນັ້ນເລີຍ. ເຮົາເຄີຍເວົ້າແບບນັ້ນບໍ? ເປັນຫຍັງເຮົາຈຶ່ງບໍ່ຮູ້ກ່ຽວກັບຄຳສັບນີ້? ເຮົາບໍ່ເຄີຍກຳນົດລັກສະນະຂອງໃຜແບບນີ້ ຫຼື ລະບຸວ່າຖ້າຄົນໃດໜຶ່ງເຊົາປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຈາກພຣະເຈົ້າໄປ, ພວກເຂົາກໍຄື ‘ຖືກເຜົາເປັນຂີ້ເທົ່າ’. ຄຳສັບນີ້ມາໄດ້ແນວໃດ?” ຕໍ່ມາ, ເຮົາກໍໄດ້ຮູ້ວ່າປະໂຫຍກນີ້ມາຈາກຜູ້ເຊື່ອທີ່ສູງອາຍຸ, ເປັນຄົນເຖົ້າອວດສະຫຼາດຜູ້ໜຶ່ງ. ລາວມີຄວາມຮູ້ຫຼາຍ, ໄດ້ເຊື່ອໃນພຣະເຈົ້າມາເປັນເວລາດົນນານ ແລະ ລາວກໍມີຄວາມອາວຸໂສ. ເມື່ອລາວເວົ້າປະໂຫຍກນີ້, ກຸ່ມຄົນທີ່ມຶນງົງນັ້ນກໍບໍ່ໄດ້ໃຊ້ການແຍກແຍະ ແລະ ໄດ້ຮຽນຮູ້ຈາກລາວ ແລະ ມັນກໍກາຍເປັນປະໂຫຍກທີ່ນິຍົມກັນ. ພວກເຈົ້າຄິດວ່າປະໂຫຍກນີ້ຖືກຕ້ອງບໍ? ມັນມີພື້ນຖານບໍ? ມັນຖືກຕ້ອງບໍ? (ບໍ່, ມັນບໍ່ຖືກຕ້ອງ.) ພວກເຮົາຄວນປະຕິບັດຕໍ່ມັນແນວໃດ? ຄວນປ່ອຍໃຫ້ມັນຄົງຢູ່ໃນຄຣິສຕະຈັກຕໍ່ໄປບໍ? (ບໍ່, ບໍ່ຄວນ.) ມັນຄວນຖືກເປີດໂປງ ແລະ ຕຳໜິ ແລະ ແກ້ໄຂຈາກຮາກເຫງົ້າຂອງມັນ. ຫຼັງຈາກນັ້ນ, ຜ່ານການຕຳໜິ ແລະ ການໄຈ້ແຍກ, ຄົນທີ່ມຶນງົງເຫຼົ່ານີ້ກໍບໍ່ກ້າເວົ້າຕໍ່ໄປ ແຕ່ບຸກຄົນທີ່ບໍ່ຮູ້ຂໍ້ມູນຈຳນວນໜຶ່ງອາດຈະຍັງໃຊ້ຄຳນີ້ຢ່າງລັບໆຢູ່. ຄົນເຫຼົ່ານັ້ນອາດຈະຄິດວ່າມັນເປັນປະໂຫຍກທີ່ເປັນຝ່າຍວິນຍານຫຼາຍ ເຊິ່ງມາຈາກ “ບຸກຄົນທີ່ມີຊື່ສຽງ” ແລະ ເຊື່ອວ່າມັນຄວນຖືກໃຊ້ຕໍ່ໄປ. ຜູ້ນໍາຂອງພວກເຈົ້າໄດ້ມີສ່ວນຮ່ວມໃນການປະຕິບັດທີ່ຄ້າຍຄືກັນນີ້ບໍ? ພວກເຂົາໄດ້ສົ່ງຜົນກະທົບໃນທາງລົບຕໍ່ທາງເຂົ້າຂອງຊີວິດ, ການປ່ຽນແປງອຸປະນິໄສ ຫຼື ເສັ້ນທາງທີ່ພວກເຈົ້າກຳລັງເດີນຢູ່ບໍ? (ໃນອະດີດ, ເມື່ອເທດສະໜາຂ່າວປະເສີດ, ຜູ້ນໍາປອມຄົນໜຶ່ງເຄີຍເວົ້າວ່າ: “ພຣະເຈົ້າເອົາຊະນະພວກເຮົາຜ່ານການພິພາກສາ ແລະ ການຂ້ຽນຕີ, ສະນັ້ນ ເມື່ອພວກເຮົາເທດສະໜາຂ່າວປະເສີດໃຫ້ຄົນທາງສາສະໜາ, ພວກເຮົາຈຳເປັນຕ້ອງເວົ້າກັບພວກເຂົາດ້ວຍນໍ້າສຽງທີ່ເຂັ້ມງວດ ແລະ ສັ່ງສອນພວກເຂົາ; ມີພຽງແຕ່ວິທີນັ້ນເທົ່ານັ້ນທີ່ພວກເຂົາຈະຖືກເອົາຊະນະໄດ້”.) ຄຳເວົ້ານີ້ອາດຈະຟັງຄືວ່າສົມເຫດສົມຜົນ, ແຕ່ມັນສອດຄ່ອງກັບຫຼັກການຄວາມຈິງບໍ? ພຣະເຈົ້າໄດ້ສັ່ງສອນໃຫ້ຜູ້ຄົນເຮັດແບບນີ້ບໍ? ພຣະທຳຂອງພຣະເຈົ້າໄດ້ກ່າວບໍວ່າ: “ເມື່ອເທດສະໜາຂ່າວປະເສີດຢ່າງກວ້າງຂວາງ, ເຈົ້າຕ້ອງລຸກຂຶ້ນ ແລະ ປົກຄອງຜູ້ຄົນດ້ວຍໄມ້ຄ້ອນເຫຼັກ, ໂດຍໃຊ້ການພິພາກສາ ແລະ ການຂ້ຽນຕີເພື່ອເທດສະໜາຂ່າວປະເສີດຢ່າງກວ້າງຂວາງ”? (ບໍ່.) ແລ້ວຄຳເວົ້ານີ້ມາຈາກໃສ? ເຫັນໄດ້ຊັດເຈນວ່າມັນເປັນທິດສະດີທີ່ຜູ້ນໍາປອມທີ່ຂາດຄວາມເຂົ້າໃຈຝ່າຍວິນຍານຈິນຕະນາການຂຶ້ນມາເອງ. ເມື່ອເບິ່ງຜິວເຜີນ, ຄຳເວົ້ານີ້ອາດຈະເບິ່ງຄືວ່າບໍ່ມີບັນຫາ: “ມະນຸດຊາດທັງໝົດຕ້ອງຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ຖ້າພວກເຂົາບໍ່ສາມາດຮັບເອົາມັນໂດຍກົງຈາກພຣະທຳຂອງພຣະເຈົ້າ, ພວກເຂົາຈະຮັບເອົາມັນໂດຍທາງອ້ອມບໍ່ໄດ້ບໍ? ຢ່າງໃດກໍຕາມ, ນັ້ນຄືຜົນທີ່ພຣະທຳຂອງພຣະເຈົ້າມີຈຸດປະສົງທີ່ຈະບັນລຸ, ນັ້ນກໍຄືການເອົາຊະນະມະນຸດຊາດທັງໝົດ. ມັນຈະບໍ່ດີກວ່າບໍທີ່ພວກເຂົາຈະໄດ້ຮັບສິ່ງນີ້ໄວຂຶ້ນແທນທີ່ຈະເປັນຊ້າລົງ? ກ່ອນທີ່ພຣະເຈົ້າຈະກະທຳ, ພວກເຮົາຈະໃຊ້ມາດຕະການປ້ອງກັນນີ້ ເພື່ອໃຫ້ຜູ້ຄົນສາມາດສ້າງພູມຄຸ້ມກັນໄດ້. ແລ້ວເມື່ອພຣະເຈົ້າພິພາກສາ ແລະ ຂ້ຽນຕີພວກເຂົາຢ່າງແທ້ຈິງ, ຄົນເຫຼົ່ານັ້ນກໍຈະບໍ່ກະບົດຕໍ່, ຕໍ່ຕ້ານ ຫຼື ທໍລະຍົດຕໍ່ພຣະເຈົ້າ. ສິ່ງນີ້ຈະປ້ອງກັນບໍ່ໃຫ້ຄວາມຮູ້ສຶກຂອງພຣະເຈົ້າຖືກທຳຮ້າຍ. ນັ້ນບໍ່ແມ່ນສິ່ງທີ່ດີບໍ?” ເມື່ອເບິ່ງຜິວເຜີນ, ທຸກປະໂຫຍກເບິ່ງຄືວ່າຖືກຕ້ອງ ແລະ ທາງດ້ານຫຼັກຄຳສອນແລ້ວ, ມັນກໍເບິ່ງຄືວ່າສົມເຫດສົມຜົນ. ແນວໃດກໍຕາມ, ນີ້ແມ່ນຫຼັກການຄວາມຈິງບໍ? ເຮືອນຂອງພຣະເຈົ້າມີຂໍ້ກຳນົດຫຍັງແດ່ສຳລັບການເທດສະໜາຂ່າວປະເສີດ? ມັນຮຽກຮ້ອງໃຫ້ຜູ້ຄົນເຮັດແບບນີ້ບໍ? (ບໍ່.) ສະນັ້ນ, ທິດສະດີນີ້ຈຶ່ງບໍ່ຖືກຕ້ອງ ແລະ ຜູ້ທີ່ສະເໜີທິດສະດີນີ້ກໍຄືຜູ້ນໍາປອມ.
ຜູ້ນໍາປອມມັກທໍາທ່າເປັນຝ່າຍວິນຍານ, ກ່າວຄຳເວົ້າທີ່ຜິດພາດບາງຢ່າງທີ່ຟັງຄືວ່າເປັນຈິງ ເພື່ອນໍາພາ ແລະ ຊີ້ນໍາຜູ້ຄົນຢ່າງຜິດໆ. ເຖິງແມ່ນວ່າຄຳເວົ້າຫຼອກລວງເຫຼົ່ານີ້ອາດຈະຟັງຄືວ່າບໍ່ມີບັນຫາ ເມື່ອເບິ່ງຜິວເຜີນ, ແຕ່ພວກມັນກໍມີອິດທິພົນທີ່ເປັນອັນຕະລາຍຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນ, ທັງລົບກວນ, ນໍາພາຢ່າງຜິດໆ ແລະ ຂັດຂວາງຜູ້ຄົນຈາກການເດີນໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ. ຍ້ອນຄຳເວົ້າຝ່າຍວິນຍານປອມເຫຼົ່ານີ້, ບາງຄົນຈຶ່ງເກີດມີຄວາມສົງໄສ ແລະ ຕໍ່ຕ້ານຕໍ່ພຣະທຳຂອງພຣະເຈົ້າ, ພວກເຂົາເກີດມີແນວຄິດທີ່ຜິດໆ ແລະ ແມ່ນແຕ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ລະແວງລະວັງພຣະອົງ ແລະ ຈາກນັ້ນກໍຫ່າງເຫີນອອກຈາກພຣະອົງ. ນີ້ຄືຜົນກະທົບຈາກຄຳເວົ້າຝ່າຍວິນຍານປອມຂອງຜູ້ນໍາປອມ ທີ່ມີຕໍ່ຜູ້ຄົນ. ໃນຂະນະທີ່ສະມາຊິກຂອງຄຣິສຕະຈັກກຳລັງຖືກນໍາພາຢ່າງຜິດໆ ແລະ ໄດ້ຮັບອິດທິພົນຈາກຜູ້ນໍາປອມ, ຄຣິສຕະຈັກແຫ່ງນັ້ນກໍກາຍເປັນສາສະໜາ, ຄືກັນກັບສາສະໜາຄຣິສ ຫຼື ສາສະໜາກາໂຕລິກ, ເຊິ່ງຜູ້ຄົນພຽງແຕ່ປະຕິບັດຕາມຄຳເວົ້າ ແລະ ຄຳສອນຂອງມະນຸດ. ພວກເຂົາທຸກຄົນເຄົາລົບບູຊາຄຳສອນຂອງໂປໂລ, ເຖິງຂັ້ນໃຊ້ຄຳເວົ້າຂອງເພິ່ນແທນທີ່ຄຳເວົ້າຂອງອົງພຣະເຢຊູເຈົ້າ, ແທນທີ່ຈະຕິດຕາມຫົນທາງຂອງພຣະເຈົ້າ. ຜົນຕາມມາກໍຄື ພວກເຂົາທຸກຄົນກາຍເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດ ແລະ ພວກຕໍ່ຕ້ານພຣະຄຣິສ. ດັ່ງນັ້ນ, ພວກເຂົາຈຶ່ງຖືກສາບແຊ່ງ ແລະ ຖືກຕັດສິນລົງໂທດໂດຍພຣະເຈົ້າ. ຄືກັນກັບໂປໂລ, ຜູ້ນໍາປອມຍົກສູງ ແລະ ເປັນພະຍານໃຫ້ຕົນເອງ, ພວກເຂົານໍາພາຢ່າງຜິດໆ ແລະ ລົບກວນຜູ້ຄົນ. ພວກເຂົານໍາພາຜູ້ຄົນໄປໃນທາງທີ່ຜິດ ແລະ ເຂົ້າສູ່ພິທີກຳທາງສາສະໜາ ແລະ ວິທີທີ່ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າກາຍເປັນຄືກັນກັບຜູ້ຄົນໃນສາສະໜາ, ເຊິ່ງເປັນການຖ່ວງດຶງການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຜູ້ນໍາປອມນໍາພາຢ່າງຜິດໆ ແລະ ລົບກວນຜູ້ຄົນຢູ່ສະເໝີ ແລະ ຄົນເຫຼົ່ານັ້ນກໍເກີດມີທິດສະດີ ແລະ ຄຳເວົ້າຈຳນວນຫຼາຍທີ່ຝ່າຍວິນຍານປອມ. ທິດສະດີ, ຄຳເວົ້າ ແລະ ການປະຕິບັດເຫຼົ່ານີ້ແມ່ນກົງກັນຂ້າມຢ່າງສິ້ນເຊີງກັບຄວາມຈິງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ. ແຕ່ໃນຂະນະທີ່ຜູ້ນໍາປອມກຳລັງນໍາພາຢ່າງຜິດໆ ແລະ ຊີ້ນໍາຜູ້ຄົນຢ່າງຜິດໆ, ພວກເຂົາຖືວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ເປັນບວກ, ເປັນຄວາມຈິງ. ພວກເຂົາເຂົ້າໃຈຜິດວ່າສິ່ງເຫຼົ່ານີ້ເປັນຄວາມຈິງ ແລະ ຄິດວ່າ ຕາບໃດທີ່ພວກເຂົາເຊື່ອໃນສິ່ງເຫຼົ່ານີ້ໃນຫົວໃຈຂອງພວກເຂົາ ແລະ ສາມາດເວົ້າມັນອອກມາໄດ້ຢ່າງຄ່ອງແຄ້ວ ແລະ ຕາບໃດທີ່ສິ່ງເຫຼົ່ານັ້ນໄດ້ຮັບການຮັບຮອງຈາກທຸກຄົນ, ແລ້ວພວກເຂົາກໍໄດ້ຮັບຄວາມຈິງແລ້ວ. ໂດຍຖືກນໍາພາຢ່າງຜິດໆ ໂດຍຄວາມຄິດ ແລະ ມຸມມອງເຫຼົ່ານີ້, ຜູ້ຄົນບໍ່ພຽງແຕ່ບໍ່ສາມາດເຂົ້າໃຈຄວາມຈິງໄດ້, ແຕ່ພວກເຂົາຍັງບໍ່ສາມາດປະຕິບັດ ຫຼື ປະສົບກັບພຣະທຳຂອງພຣະເຈົ້າໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການເຂົ້າສູ່ຄວາມຈິງຄວາມເປັນຈິງເລີຍ. ໃນທາງກົງກັນຂ້າມ, ພວກເຂົານັບມື້ນັບຫ່າງເຫີນຈາກພຣະທຳຂອງພຣະເຈົ້າ ແລະ ຍິ່ງຫ່າງໄກຈາກການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ໃນທາງທິດສະດີ, ບໍ່ມີຫຍັງຜິດກັບຄຳເວົ້າທີ່ຜູ້ນໍາປອມເວົ້າ ແລະ ຄຳຂວັນທີ່ພວກເຂົາຮ້ອງອອກມາ, ພວກມັນລ້ວນແລ້ວແຕ່ຖືກຕ້ອງ. ແລ້ວເປັນຫຍັງພວກມັນຈຶ່ງບໍ່ເກີດຜົນຫຍັງເລີຍ? ນີ້ກໍເພາະວ່າສິ່ງທີ່ຜູ້ນໍາປອມເຂົ້າໃຈ ແລະ ຢັ່ງຮູ້ນັ້ນມັນຕື້ນເຂີນເກີນໄປ. ມັນລ້ວນແລ້ວແຕ່ເປັນຫຼັກຄຳສອນ ເຊິ່ງບໍ່ກ່ຽວຂ້ອງກັບຄວາມເປັນຈິງແຫ່ງຄວາມຈິງໃນພຣະທຳຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າ ຫຼື ເຈດຕະນາຂອງພຣະອົງ. ຄວາມຈິງກໍຄື ຫຼັກຄຳສອນທັງໝົດທີ່ຜູ້ນໍາປອມເທດສະໜານັ້ນ ຍັງຫ່າງໄກຈາກຄວາມເປັນຈິງແຫ່ງຄວາມຈິງ, ເວົ້າໃຫ້ຖືກຕ້ອງກໍຄື ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ. ແລ້ວເມື່ອຜູ້ນໍາປອມມັກກ່າວຄຳເວົ້າ ແລະ ຫຼັກຄຳສອນເຫຼົ່ານີ້, ມັນກ່ຽວຂ້ອງກັບຫຍັງ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ສະເໝີ? ສິ່ງນີ້ກ່ຽວຂ້ອງໂດຍກົງກັບຄວາມສາມາດຂອງຜູ້ນໍາປອມ. ເປັນທີ່ແນ່ນອນຢ່າງສິ້ນເຊີງວ່າຜູ້ນໍາປອມມີຄຸນນະພາບທີ່ຕໍ່າ ແລະ ຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າຈັກປີກໍຕາມ, ພວກເຂົາກໍຈະບໍ່ເຂົ້າໃຈຄວາມຈິງ ຫຼື ມີທາງເຂົ້າຊີວິດ ແລະ ຍັງສາມາດເວົ້າໄດ້ອີກວ່າ ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າຈັກປີກໍຕາມ, ມັນເປັນເລື່ອງຍາກທີ່ພວກເຂົາຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າຜູ້ນໍາປອມບໍ່ຖືກປົດອອກ ແລະ ໄດ້ຮັບອະນຸຍາດໃຫ້ຢູ່ໃນຕຳແໜ່ງຕໍ່ໄປ, ຈະເກີດຜົນປະເພດໃດຕາມມາ? ການນໍາພາຂອງພວກເຂົາຈະດຶງດູດອີກຫຼາຍຄົນ ໃຫ້ເຂົ້າສູ່ພິທີກຳ ແລະ ລະບຽບການທາງສາສະໜາ, ເຂົ້າສູ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ເຂົ້າສູ່ແນວຄິດ ແລະ ຈິນຕະນາການທີ່ເລື່ອນລອຍ. ເມື່ອທຽບກັບພວກຕໍ່ຕ້ານພຣະຄຣິສ, ຜູ້ນໍາປອມບໍ່ໄດ້ນໍາພາຜູ້ຄົນໃຫ້ມາຢູ່ຕໍ່ໜ້າພວກເຂົາ ຫຼື ຕໍ່ໜ້າຊາຕານ, ແຕ່ຖ້າພວກເຂົາບໍ່ສາມາດນໍາພາຜູ້ທີ່ຖືກເລືອກຂອງພຣະເຈົ້າເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນພຣະທຳຂອງພຣະອົງໄດ້, ຜູ້ທີ່ຖືກເລືອກຂອງພຣະເຈົ້າຈະສາມາດບັນລຸຄວາມລອດພົ້ນຂອງພຣະອົງໄດ້ບໍ? ພວກເຂົາຈະສາມາດຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ຖ້າຜູ້ທີ່ຖືກເລືອກຂອງພຣະເຈົ້າບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້, ພວກເຂົາກໍຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ບໍ່ແມ່ນບໍ? ພວກເຂົາກໍຍັງເປັນຄົນເສື່ອມຊາມທີ່ຖືກກັກຂັງຢູ່ພາຍໃຕ້ອຳນາດຂອງຊາຕານ, ບໍ່ແມ່ນບໍ? ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາຈະຕົກສູ່ຄວາມພິນາດໃນກຳມືຂອງຜູ້ນໍາປອມບໍ? ນັ້ນຄືເຫດຜົນທີ່ຜົນຕາມມາຈາກວຽກງານຂອງຜູ້ນໍາປອມ ແລະ ພວກຕໍ່ຕ້ານພຣະຄຣິສໂດຍພື້ນຖານແລ້ວແມ່ນຄືກັນ. ທັງສອງຝ່າຍບໍ່ສາມາດເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າເຂົ້າໃຈຄວາມຈິງ, ເຂົ້າສູ່ຄວາມເປັນຈິງ ແລະ ບັນລຸຄວາມລອດພົ້ນໄດ້. ພວກເຂົາທັງສອງທຳຮ້າຍຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ນໍາພາພວກເຂົາໄປສູ່ຄວາມພິນາດ. ຜົນຕາມມາແມ່ນຄືກັນແທ້ໆ.
ຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງຂອງຜູ້ນໍາປອມມີຫຍັງແດ່? ໃຫ້ສະຫຼຸບມັນດ້ວຍຕົນເອງໃນພາຍຫຼັງ. ເຮົາມອບໝາຍວຽກນີ້ໃຫ້ພວກເຈົ້າ ເພື່ອເບິ່ງວ່າພວກເຈົ້າຈະສາມາດແຍກແຍະພວກເຂົາໄດ້ ຫຼື ບໍ່. ຜູ້ນໍາທີ່ຢູ່ອ້ອມຂ້າງພວກເຈົ້າເຄີຍກ່າວຄຳເວົ້າບາງຢ່າງທີ່ເປັນຝ່າຍວິນຍານ ຫຼື ສອດຄ່ອງກັບຄວາມຮູ້ສຶກຂອງມະນຸດ ແລະ ເມື່ອເບິ່ງຜິວເຜີນແລ້ວ ມັນເບິ່ງຄືວ່າຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ ແຕ່ບໍ່ສາມາດສະໜອງທາງເຂົ້າຂອງຊີວິດຂອງເຈົ້າ ແລະ ແກ້ໄຂບັນຫາຕົວຈິງຂອງເຈົ້າໄດ້ບໍ? ຖ້າເຈົ້າບໍ່ມີການແຍກແຍະຕໍ່ຄຳເວົ້າເຫຼົ່ານີ້ ແລະ ຍັງຖືວ່າມັນເປັນສິ່ງລໍ້າຄ່າ ແລະ ເອົາມາໃສ່ໃຈ, ປ່ອຍໃຫ້ພວກມັນຄອບງຳເຈົ້າ ແລະ ຊີ້ນໍາເຈົ້າຢູ່ຕະຫຼອດເວລາ ແລະ ສັ່ນຄອນຄວາມຄິດ ແລະ ການກະທຳຂອງເຈົ້າຢູ່ຕະຫຼອດເວລາ, ຜົນຕາມມາຂອງສິ່ງນີ້ບໍ່ໄດ້ຮ້າຍແຮງພໍສົມຄວນບໍ? (ແມ່ນ.) ແລ້ວມັນຈຳເປັນທີ່ພວກເຈົ້າຈະຕ້ອງຂຸດຄົ້ນຮາກເຫງົ້າຂອງບັນຫາເຫຼົ່ານີ້, ເພື່ອຊອກຫາວ່າສິ່ງໃດເປັນຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງທີ່ສາມາດເຮັດໃຫ້ຜູ້ຄົນເສື່ອມຊາມລົງຈົນເຖິງຂັ້ນທີ່ວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກາຍເປັນຄວາມເຊື່ອທາງສາສະໜາ, ເຊິ່ງສົ່ງຜົນໃຫ້ພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ຖືກພຣະເຈົ້າປະຕິເສດ. ຕົວຢ່າງ: ສົມມຸດວ່າຄົນຜູ້ໜຶ່ງເວົ້າວ່າ: “ຢ່າສະແຫວງຫາການທີ່ຈະເປັນຜູ້ນໍາ. ຖ້າເຈົ້າຖືກໄລ່ອອກ ຫຼື ຖືກກຳຈັດອອກຫຼັງຈາກທີ່ກາຍເປັນຜູ້ນໍາ, ເຈົ້າກໍຈະບໍ່ມີໂອກາດແມ່ນແຕ່ຈະເປັນຜູ້ເຊື່ອທຳມະດາ”. ຄຳເວົ້າປະເພດນີ້ແມ່ນຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງຂອງຜູ້ນໍາປອມບໍ? (ແມ່ນ.) ແມ່ນບໍ? ຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງຂອງຜູ້ນໍາປອມຕ້ອງຖືກແຍກອອກຈາກຄຳເວົ້າຂອງພວກຕໍ່ຕ້ານພຣະຄຣິສ; ຢ່າເອົາມາປົນເປກັນ. ຄົນຜູ້ນັ້ນໝາຍຄວາມວ່າແນວໃດເມື່ອເວົ້າສິ່ງເຫຼົ່ານັ້ນ? ມີແຮງຈູງໃຈຫຍັງທີ່ຊຸກເຊື່ອງຢູ່ໃນຄຳເວົ້າເຫຼົ່ານີ້? ມີສິ່ງທີ່ບໍ່ໂປ່ງໃສຢູ່ໃນນັ້ນບໍ? ເຫັນໄດ້ຊັດເຈນວ່າ ພວກມັນມີເລ່ຫຼ່ຽມທີ່ຕັ້ງໃຈຈະນໍາພາຜູ້ຄົນຢ່າງຜິດໆ, ພວກມັນໝາຍຄວາມວ່າຄົນອື່ນຄວນຫຼີກລ່ຽງການສະແຫວງຫາການທີ່ຈະເປັນຜູ້ນໍາ, ວ່າການເຮັດເຊັ່ນນັ້ນຈະບໍ່ໄດ້ຮັບຜົນດີ. ເປົ້າໝາຍຂອງພວກເຂົາໃນການເວົ້າເຊັ່ນນີ້ກໍຄືການເຮັດໃຫ້ຜູ້ຄົນປະຖິ້ມແນວຄິດທີ່ຈະກາຍເປັນຜູ້ນໍາ ເພື່ອບໍ່ໃຫ້ມີໃຜມາແຂ່ງຂັນກັບພວກເຂົາເພື່ອຊື່ສຽງ ແລະ ສະຖານະ, ດັ່ງນັ້ນຈຶ່ງເຮັດໃຫ້ພວກເຂົາຮູ້ສຶກສະບາຍໃຈໃນການເປັນຜູ້ນໍາຕະຫຼອດໄປ. ໃນຂະນະດຽວກັນ, ພວກເຂົາກຳລັງບອກຜູ້ຄົນວ່າ: “ນີ້ຄືວິທີທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກ, ມັນສົ່ງເສີມເຈົ້າເມື່ອຕ້ອງການເຈົ້າ ແລະ ເມື່ອບໍ່ຕ້ອງການ, ມັນກໍຈະຖີບເຈົ້າລົງສູ່ຂັ້ນຕໍ່າສຸດ, ເຮັດໃຫ້ເຈົ້າບໍ່ມີໂອກາດແມ່ນແຕ່ຈະເປັນຜູ້ເຊື່ອທຳມະດາ”. ຄຳເວົ້າເຫຼົ່ານີ້ມີລັກສະນະເປັນແນວໃດ? (ການໝິ່ນປະໝາດພຣະເຈົ້າ.) ຄົນປະເພດໃດທີ່ເວົ້າຄຳໝິ່ນປະໝາດຕໍ່ພຣະເຈົ້າ? (ພວກຕໍ່ຕ້ານພຣະຄຣິສ.) ພາຍໃນຄຳເວົ້າເຫຼົ່ານີ້, ມີເຈດຕະນາຊົ່ວຮ້າຍສອງຢ່າງທີ່ສາມາດນໍາໄປສູ່ຜົນຕາມມາສອງຢ່າງ: ໜຶ່ງຄືການບອກຄົນອື່ນວ່າ ຢ່າແຂ່ງຂັນເພື່ອສະຖານະຢ່າງເດັດຂາດ, ເຊິ່ງຮັບປະກັນວ່າສະຖານະຂອງຕົນເອງຈະຍັງຄົງໝັ້ນຄົງ; ອີກຢ່າງໜຶ່ງຄືການເຮັດໃຫ້ເຈົ້າເຂົ້າໃຈພຣະເຈົ້າຜິດ, ເຊົາເຊື່ອໃນພຣະເຈົ້າ ແລະ ເລີ່ມເຊື່ອໃນພວກເຂົາແທນ. ນີ້ຄືພວກຕໍ່ຕ້ານພຣະຄຣິສປະເພດທີ່ຊັດເຈນທີ່ສຸດ. ມັນເບິ່ງຄືວ່າພວກເຈົ້າຂາດຄວາມສາມາດໃນການຢັ່ງຮູ້; ເຮົາເຄີຍເວົ້າກ່ຽວກັບຕົວຢ່າງຂອງເລື່ອງນີ້ມາກ່ອນ. ພວກເຈົ້າບໍ່ພຽງແຕ່ບໍ່ໃສ່ໃຈ ແລະ ມີຄວາມຈຳທີ່ບໍ່ດີ, ຄວາມສາມາດໃນການຢັ່ງຮູ້ຂອງພວກເຈົ້າກໍຍັງຂາດເຂີນ. ພວກເຈົ້າບໍ່ສາມາດແມ່ນແຕ່ຈະແຍກແຍະພວກຕໍ່ຕ້ານພຣະຄຣິສທີ່ເຫັນໄດ້ຢ່າງຊັດເຈນເຫຼົ່ານັ້ນ. ຜູ້ນໍາປອມຈະເວົ້າສິ່ງດັ່ງກ່າວບໍ? ພວກເຂົາຈະນໍາພາຜູ້ຄົນຢ່າງຜິດໆ ແລະ ຕໍ່ຕ້ານພຣະເຈົ້າຢ່າງມີສະຕິ ແລະ ເປີດເຜີຍບໍ? (ບໍ່.) ເຖິງແມ່ນວ່າສິ່ງທີ່ຜູ້ນໍາປອມເວົ້າ ແລະ ເຮັດອາດຈະເບິ່ງຄືວ່າບໍ່ມີບັນຫາ ເມື່ອເບິ່ງຈາກຜິວເຜີນ, ວຽກງານຂອງພວກເຂົາກໍຂາດຫຼັກການ ແລະ ບໍ່ສາມາດບັນລຸຜົນໄດ້. ຜູ້ນໍາປອມບໍ່ສາມາດແກ້ໄຂບັນຫາໃດໆ ຂອງຜູ້ຄົນ, ບໍ່ສາມາດນໍາພາພວກເຂົາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ ຫຼື ນໍາພາພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າໄດ້. ທຸກສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງ, ພວກເຂົາບໍ່ໄດ້ລະເລີຍວຽກງານຂອງຕົນເລີຍ, ພວກເຂົາມີຄວາມກະຕືລືລົ້ນ ແລະ ຄວາມມັກທີ່ແຮງກ້າ ແລະ ເມື່ອເບິ່ງພາຍນອກ ພວກເຂົາເບິ່ງຄືວ່າມີຄວາມເຊື່ອ, ມີຄວາມຕັ້ງໃຈ ແລະ ເຕັມໃຈທີ່ຈະທົນທຸກລຳບາກ ແລະ ຈ່າຍລາຄາ. ຍິ່ງໄປກວ່ານັ້ນ, ພວກເຂົາເບິ່ງຄືວ່າມີຄວາມອົດທົນທີ່ໜ້າເຫຼືອເຊື່ອ ແລະ ສາມາດພາກພຽນຜ່ານຜ່າຄວາມເມື່ອຍລ້າ ແລະ ຄວາມຫຍຸ້ງຍາກທຸກປະການ. ພຽງແຕ່ວ່າຄຸນນະພາບ ແລະ ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາຕໍ່າ ແລະ ພວກເຂົາຂາດຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມຈິງ. ພວກເຂົາເຮັດແນວໃດກັບການຂາດຄວາມສາມາດໃນການຢັ່ງຮູ້ນີ້? ພວກເຂົາໃຊ້ລະບຽບການ ແລະ ຫຼັກຄຳສອນ, ພ້ອມທັງທິດສະດີທາງວິນຍານທີ່ພວກເຂົາເວົ້າເຖິງຢູ່ເລື້ອຍໆ ເພື່ອແກ້ໄຂບັນຫານີ້. ຫຼັງຈາກທີ່ຢູ່ພາຍໃຕ້ການນໍາພາຂອງພວກເຂົາສອງສາມປີ, ຫຼັກຄຳສອນ, ລະບຽບການ ແລະ ການປະຕິບັດພາຍນອກທຸກປະເພດກໍເກີດຂຶ້ນໃນທ່າມກາງຜູ້ຄົນ. ຜູ້ຄົນຍຶດໝັ້ນກັບຫຼັກຄຳສອນ, ລະບຽບການ ແລະ ການປະຕິບັດເຫຼົ່ານີ້ ແລະ ເຊື່ອວ່າພວກເຂົາກຳລັງປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ແຕ່ທີ່ຈິງແລ້ວ, ພວກເຂົາກໍຍັງຫ່າງໄກຈາກຄວາມເປັນຈິງແຫ່ງຄວາມຈິງຫຼາຍ! ເມື່ອຫົວໃຈຂອງຜູ້ຄົນເຕັມດ້ວຍ, ຖືກຄອບງຳ ແລະ ຖືກນໍາພາໂດຍສິ່ງເຫຼົ່ານີ້, ການແກ້ໄຂກໍກາຍເປັນເລື່ອງຫຍຸ້ງຍາກ. ແຕ່ລະຢ່າງຕ້ອງຖືກໄຈ້ແຍກ ແລະ ວິເຄາະເທື່ອລະຢ່າງ ເພື່ອໃຫ້ຜູ້ຄົນເຂົ້າໃຈ. ຈາກນັ້ນ, ຕ້ອງບອກຜູ້ຄົນວ່າແມ່ນຫຍັງຄືຄວາມຈິງ, ຫຼັກຄຳສອນ, ຄຳຂວັນ ແລະ ລະບຽບການ ແລະ ແມ່ນຫຍັງຄືຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມຈິງ, ຄຳເວົ້າທີ່ຖືກຕ້ອງ ແລະ ຫຼັກການຄວາມຈິງ. ທັງໝົດນີ້ຈຳເປັນຕ້ອງໄດ້ຮັບການແກ້ໄຂເທື່ອລະຢ່າງ; ຖ້າບໍ່ດັ່ງນັ້ນ, ຜູ້ທີ່ປະພຶດຕົນດີພໍສົມຄວນ, ຍຶດໝັ້ນໃນກົດລະບຽບ ແລະ ຜູ້ທີ່ສະແຫວງຫາຝ່າຍວິນຍານກໍຈະຖືກນໍາພາຢ່າງຜິດໆ ແລະ ຖືກທຳລາຍໂດຍຜູ້ນໍາປອມ. ຄົນເຫຼົ່ານີ້ອາດຈະເບິ່ງຄືວ່າສັດທາ, ສາມາດທົນທຸກລຳບາກ ແລະ ຈ່າຍລາຄາ ແລະ ສາມາດອະທິຖານໄດ້ເມື່ອມີສິ່ງເກີດຂຶ້ນກັບພວກເຂົາ. ແນວໃດກໍຕາມ, ຄືກັນກັບຜູ້ຄົນໃນສາສະໜາ, ເມື່ອພຣະເຈົ້າສະເດັດກັບມາ, ບໍ່ມີໃຜໃນບັນດາພວກເຂົາທີ່ຈະຮັບຮູ້ພຣະອົງ, ບໍ່ມີໃຜໃນບັນດາພວກເຂົາທີ່ຈະຮັບຮູ້ວ່າພຣະເຈົ້າກຳລັງເຮັດພາລະກິດໃໝ່ອີກຄັ້ງ ແລະ ພວກເຂົາທຸກຄົນກໍຕໍ່ຕ້ານພຣະອົງ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ກໍເພາະວ່າຜູ້ນໍາປອມ ແລະ ພວກຕໍ່ຕ້ານພຣະຄຣິສໄດ້ນໍາພາພວກເຂົາຢ່າງຜິດໆ, ພວກເຂົາໄດ້ທຳຮ້າຍ ແລະ ທຳລາຍຜູ້ເຊື່ອຫຼາຍຄົນທີ່ຈິງໃຈໃນພຣະເຈົ້າ.
ຜູ້ນໍາປອມເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ, ສິ່ງທີ່ພວກເຂົາເຮັດໃຫ້ຜູ້ຄົນເຂົ້າໃຈແມ່ນພຽງແຕ່ຫຼັກຄຳສອນ ແລະ ບໍ່ແມ່ນຄວາມຈິງ ແລະ ສິ່ງທີ່ພວກເຂົາເຮັດໃຫ້ຜູ້ຄົນເຫັນກໍແມ່ນພຽງແຕ່ລັກສະນະຝ່າຍວິນຍານທີ່ຈອມປອມ. ຜົນຕາມມາຂອງການກ່າວຄຳເວົ້າ ແລະ ຫຼັກຄຳສອນແມ່ນຫຍັງ? ລັກສະນະຝ່າຍວິນຍານທີ່ຈອມປອມ, ຄວາມເຂົ້າໃຈທີ່ຈອມປອມ, ຄວາມຮູ້ທີ່ຈອມປອມ, ການປະຕິບັດທີ່ຈອມປອມ ແລະ ການປະຕິບັດຕາມທີ່ຈອມປອມ, ທຸກສິ່ງລ້ວນແລ້ວແຕ່ຈອມປອມ. “ຄວາມຈອມປອມ” ນີ້ເກີດຂຶ້ນໄດ້ແນວໃດ? ມັນເກີດຈາກການທີ່ຜູ້ນໍາປອມມີຄວາມເຂົ້າໃຈທີ່ບິດເບືອນ, ດ້ານດຽວ ແລະ ຕື້ນເຂີນກ່ຽວກັບຄວາມຈິງ ແລະ ລົ້ມເຫຼວຢ່າງສິ້ນເຊີງທີ່ຈະຢັ່ງຮູ້ແກ່ນແທ້ຂອງຄວາມຈິງ. ຜູ້ນໍາປອມນໍາເອົາກົດລະບຽບ, ຄຳເວົ້າ ແລະ ຫຼັກຄຳສອນເປັນຈຳນວນຫຼາຍມາໃຫ້ຜູ້ຄົນ, ພ້ອມທັງຄຳຂວັນ ແລະ ທິດສະດີບາງຢ່າງ. ຄົນເຫຼົ່ານັ້ນບໍ່ເຂົ້າໃຈເຈດຕະນາທີ່ແທ້ຈິງຂອງພຣະເຈົ້າເລີຍ ແລະ ເມື່ອພວກເຂົາພົບພໍ້ກັບສະຖານະການທີ່ຊັບຊ້ອນ, ພວກເຂົາກໍບໍ່ຮູ້ວ່າຈະຈັດການ ແລະ ຮັບມືກັບສະຖານະການເຫຼົ່ານັ້ນແນວໃດ ຫຼື ຈະກຳແໜ້ນເຈດຕະນາຂອງພຣະເຈົ້າໄດ້ແນວໃດ. ບຸກຄົນເຊັ່ນນີ້ຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ພວກເຂົາຈະສາມາດຍອມຮັບພຣະເຈົ້າ ແລະ ເຊົາຕໍ່ຕ້ານພຣະອົງໄດ້ບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ສະນັ້ນ, ມັນຈຶ່ງເປັນສິ່ງສຳຄັນ ແລະ ຈຳເປັນທີ່ພວກເຈົ້າຈະຕ້ອງສະຫຼຸບຄຳສອນນອກຮີດ ແລະ ຄຳເວົ້າຫຼອກລວງຂອງຜູ້ນໍາປອມ ເພື່ອໃຫ້ສາມາດແຍກແຍະພວກເຂົາໄດ້. ເມື່ອສະຫຼຸບ, ມັນເປັນສິ່ງຈຳເປັນທີ່ຈະຕ້ອງແຍກແຍະພວກມັນອອກຈາກຄຳເວົ້າຫຼອກລວງທີ່ພວກຕໍ່ຕ້ານພຣະຄຣິສໃຊ້ ເພື່ອນໍາພາຜູ້ຄົນຢ່າງຜິດໆ. ກ່ຽວກັບຄວາມຮັບຜິດຊອບຂໍ້ທີສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ ນັ້ນກໍຄື ການຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ, ພວກເຮົາຈະສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບການໄຈ້ແຍກການປະຕິບັດຕ່າງໆ ຂອງຜູ້ນໍາປອມ ແລະ ແກ່ນແທ້ຂອງບັນຫາຕ່າງໆ ທີ່ຜູ້ນໍາປອມໃນທີ່ນີ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?