ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ສອງ

V. ບັນຫາທີ່ກ່ຽວຂ້ອງກັບການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ

ການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງກໍເປັນບັນຫາທີ່ຮ້າຍແຮງເຊັ່ນກັນ. ພວກເຈົ້າຄິດວ່າການສະແດງອອກຂອງການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງມີຫຍັງແດ່? ພວກເຈົ້າສາມາດຍົກຕົວຢ່າງຫຍັງແດ່ຈາກສິ່ງທີ່ພວກເຈົ້າໄດ້ເຫັນໃນປະສົບການຂອງຕົນເອງ? ການເພີດເພີນກັບຜົນປະໂຫຍດຈາກສະຖານະນັບບໍ? (ນັບ.) ມີຫຍັງອີກບໍ? (ການມັກວຽກງ່າຍຫຼາຍກວ່າວຽກຍາກເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ຕ້ອງການເລືອກວຽກເບົາຢູ່ສະເໝີ.) ເມື່ອປະຕິບັດໜ້າທີ່, ຜູ້ຄົນມັກຈະເລືອກວຽກເບົາ, ວຽກທີ່ບໍ່ເມື່ອຍ ແລະ ບໍ່ກ່ຽວຂ້ອງກັບການຕາກແດດຕາກຝົນຢູ່ກາງແຈ້ງ. ນີ້ຄືການເລືອກວຽກງ່າຍ ແລະ ຫຼີກລ່ຽງວຽກຍາກ ແລະ ມັນເປັນການສະແດງອອກເຖິງການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ມີຫຍັງອີກ? (ຈົ່ມວ່າຢູ່ສະເໝີເມື່ອໜ້າທີ່ຂອງພວກເຂົາໜັກໜ່ວງໜ້ອຍໜຶ່ງ, ເມື່ອຍໜ້ອຍໜຶ່ງ, ເມື່ອມັນກ່ຽວຂ້ອງກັບການຈ່າຍລາຄາ.) (ການໝົກມຸ້ນກັບອາຫານ ແລະ ເຄື່ອງນຸ່ງຫົ່ມ ແລະ ຄວາມສຸກທາງເນື້ອໜັງ.) ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ເມື່ອຄົນດັ່ງກ່າວເຫັນວ່າໜ້າວຽກໃດໜຶ່ງລຳບາກ ຫຼື ສ່ຽງເກີນໄປ, ພວກເຂົາກໍຈະໂຍນມັນໃຫ້ຄົນອື່ນ; ສ່ວນພວກເຂົາເອງກໍຈະເຮັດແຕ່ວຽກສະບາຍໆ ແລະ ພວກເຂົາກໍຫາຂໍ້ອ້າງ, ໂດຍເວົ້າວ່າພວກເຂົາມີຄວາມສາມາດຕໍ່າ, ຂາດຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດແບກຮັບໜ້າວຽກນີ້ໄດ້, ທັງທີ່ຄວາມຈິງແລ້ວ, ມັນເປັນເພາະພວກເຂົາໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ພວກເຂົາບໍ່ປາຖະໜາທີ່ຈະທົນທຸກ, ບໍ່ວ່າພວກເຂົາຈະເຮັດວຽກຫຍັງ ຫຼື ປະຕິບັດໜ້າທີ່ໃດກໍຕາມ. ຖ້າພວກເຂົາຖືກບອກວ່າ ເມື່ອພວກເຂົາເຮັດວຽກສຳເລັດແລ້ວຈະມີຊີ້ນໝູພະໂລ້ກິນ, ພວກເຂົາກໍຈະເຮັດມັນຢ່າງໄວວາ ແລະ ມີປະສິດທິພາບ ແລະ ເຈົ້າກໍບໍ່ຈຳເປັນຕ້ອງເລັ່ງ, ບັງຄັບ ຫຼື ເຝົ້າເບິ່ງພວກເຂົາ; ແຕ່ຖ້າບໍ່ມີຊີ້ນໝູພະໂລ້ໃຫ້ພວກເຂົາກິນ ແລະ ພວກເຂົາຕ້ອງປະຕິບັດໜ້າທີ່ຂອງພວກເຂົາລ່ວງເວລາ, ພວກເຂົາກໍຈະເລື່ອນເວລາອອກໄປ ແລະ ຊອກຫາເຫດຜົນ ແລະ ຂໍ້ອ້າງທຸກປະເພດເພື່ອເລື່ອນມັນອອກໄປ ແລະ ຫຼັງຈາກເຮັດໄປໄດ້ໄລຍະໜຶ່ງ, ພວກເຂົາກໍເວົ້າວ່າ “ຂ້ອຍຮູ້ສຶກວິນຫົວ, ຂາຂ້ອຍຊາ, ຂ້ອຍເມື່ອຍແລ້ວ! ທຸກສ່ວນໃນຮ່າງກາຍຂອງຂ້ອຍເຈັບປວດ, ຂ້ອຍຂໍພັກຜ່ອນຈັກໜ້ອຍໄດ້ບໍ?” ບັນຫາໃນທີ່ນີ້ແມ່ນຫຍັງ? ພວກເຂົາໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ. ນອກຈາກນັ້ນ, ເມື່ອພວກເຂົາກໍາລັງເຮັດໜ້າທີ່, ພວກເຂົາຈົ່ມກ່ຽວກັບຄວາມຫຍຸ້ງຍາກຢູ່ສະເໝີ ແລະ ບໍ່ຢາກພະຍາຍາມ ແລະ ທັນທີທີ່ພວກເຂົາມີເວລາວ່າງໜ້ອຍໜຶ່ງ, ພວກເຂົາກໍຈະພັກຜ່ອນ, ເວົ້າລົມໄຮ້ສາລະ ຫຼື ມີສ່ວນຮ່ວມໃນການພັກຜ່ອນຍ່ອນໃຈ ແລະ ຄວາມບັນເທີງ. ແລະ ເມື່ອວຽກເພີ່ມຫຼາຍຂຶ້ນ ແລະ ມັນຂັດຈັງຫວະ ແລະ ກິດຈະວັດປະຈຳວັນຂອງພວກເຂົາ, ພວກເຂົາກໍຈະບໍ່ມີຄວາມສຸກ ແລະ ບໍ່ພໍອົກພໍໃຈກັບມັນ. ພວກເຂົາຈົ່ມວ່າ ແລະ ຕໍ່ວ່າ ແລະ ພວກເຂົາກໍຈະກາຍເປັນຄົນທີ່ເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່ຂອງພວກເຂົາ. ນີ້ຄືການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ, ບໍ່ແມ່ນບໍ? ຕົວຢ່າງ: ເພື່ອຮັກສາຮູບຮ່າງຂອງຕົນ, ແມ່ຍິງບາງຄົນກໍອອກກຳລັງກາຍ ແລະ ນອນເພື່ອຄວາມງາມທຸກມື້ຕາມເວລາທີ່ກຳນົດ. ແນວໃດກໍຕາມ, ທັນທີທີ່ວຽກຫຍຸ້ງຂຶ້ນ ແລະ ກິດຈະວັດເຫຼົ່ານີ້ຖືກກະທົບ, ພວກເຂົາກໍຈະບໍ່ພໍໃຈ, ໂດຍເວົ້າວ່າ “ແບບນີ້ບໍ່ດີ; ການເຮັດວຽກນີ້ເຮັດໃຫ້ເສຍເວລາຫຼາຍເກີນໄປ. ຂ້ອຍບໍ່ສາມາດປ່ອຍໃຫ້ມັນກະທົບກັບເລື່ອງສ່ວນຕົວຂອງຂ້ອຍໄດ້. ຂ້ອຍຈະບໍ່ສົນໃຈໃຜທີ່ພະຍາຍາມເລັ່ງຂ້ອຍ; ຂ້ອຍຈະເຮັດຕາມຈັງຫວະຂອງຂ້ອຍເອງ. ເມື່ອເຖິງເວລາຫຼິ້ນໂຍຄະ, ຂ້ອຍກໍຈະຫຼິ້ນໂຍຄະ. ເມື່ອເຖິງເວລານອນເພື່ອຄວາມງາມ, ຂ້ອຍກໍຈະນອນເພື່ອຄວາມງາມ. ຂ້ອຍຈະສືບຕໍ່ເຮັດສິ່ງເຫຼົ່ານີ້ຄືເກົ່າ. ຂ້ອຍບໍ່ໄດ້ໂງ່ ແລະ ເຮັດວຽກໜັກຄືກັບພວກເຈົ້າທຸກຄົນ. ໃນອີກບໍ່ເທົ່າໃດປີ, ພວກເຈົ້າທຸກຄົນກໍຈະກາຍເປັນຜູ້ຍິງເຖົ້າ, ຫນ້າຕາໂຊມ, ຮູບຮ່າງກໍຈະເສຍຊົງ ແລະ ພວກເຈົ້າກໍຈະບໍ່ຮຽວງາມອີກຕໍ່ໄປ. ບໍ່ມີໃຜຢາກເບິ່ງພວກເຈົ້າ ແລະ ພວກເຈົ້າກໍຈະບໍ່ມີຄວາມໝັ້ນໃຈໃນຊີວິດ”. ເພື່ອເຫັນແກ່ການຕອບສະໜອງຄວາມສຸກທາງເນື້ອໜັງຂອງພວກເຂົາ, ເພື່ອເຫັນແກ່ຄວາມງາມ, ການເປັນທີ່ມັກຂອງຄົນອື່ນ ແລະ ເພື່ອດຳລົງຊີວິດດ້ວຍຄວາມໝັ້ນໃຈຫຼາຍຂຶ້ນ, ພວກເຂົາປະຕິເສດທີ່ຈະປະຖິ້ມຄວາມສຸກ ແລະ ຄວາມມັກທາງເນື້ອໜັງຂອງພວກເຂົາ, ບໍ່ວ່າພວກເຂົາຈະຫຍຸ້ງກັບການປະຕິບັດໜ້າທີ່ສໍ່າໃດກໍຕາມ. ນີ້ຄືການໝົກມຸ້ນໃນຄວາມສຸກສະບາຍທາງເນື້ອໜັງ. ບາງຄົນເວົ້າວ່າ “ພຣະເຈົ້າກະວົນກະວາຍ ແລະ ພວກເຮົາຄວນຄຳນຶງເຖິງເຈດຕະນາຂອງພຣະເຈົ້າ”. ແຕ່ແມ່ຍິງເຫຼົ່ານີ້ເວົ້າວ່າ “ຂ້ອຍບໍ່ໄດ້ເຫັນວ່າພຣະເຈົ້າກະວົນກະວາຍ; ຂ້ອຍສະບາຍດີ ຕາບໃດທີ່ຂ້ອຍບໍ່ກະວົນກະວາຍ. ຖ້າຂ້ອຍສະແດງຄວາມຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ໃຜຈະສະແດງຄວາມຄຳນຶງເຖິງເຈດຕະນາຂອງຂ້ອຍ?” ແມ່ຍິງດັ່ງກ່າວມີຄວາມເປັນມະນຸດບໍ? ພວກເຂົາບໍ່ແມ່ນມານຮ້າຍບໍ? ຍັງມີຄົນບາງຄົນທີ່ບໍ່ວ່າວຽກຂອງພວກເຂົາຈະຫຍຸ້ງ ແລະ ຮີບດ່ວນສໍ່າໃດ, ກໍຈະບໍ່ປ່ອຍໃຫ້ມັນກະທົບກັບວິທີທີ່ພວກເຂົາແຕ່ງຕົວ ແລະ ສິ່ງທີ່ພວກເຂົານຸ່ງ. ພວກເຂົາໃຊ້ເວລາຫຼາຍຊົ່ວໂມງທຸກມື້ໃນການແຕ່ງໜ້າ ແລະ ພວກເຂົາຈື່ໄດ້ຢ່າງແມ້ນຍຳທຸກລາຍລະອຽດວ່າ ຈະນຸ່ງເຄື່ອງຫຍັງໃນແຕ່ລະມື້ໃຫ້ເຂົ້າກັບເກີບຄູ່ໃດ ແລະ ເວລາໃດທີ່ຈະເຮັດການບຳລຸງຄວາມງາມ ແລະ ນວດ, ໂດຍບໍ່ສັບສົນກ່ຽວກັບສິ່ງເຫຼົ່ານີ້ເລີຍ. ແນວໃດກໍຕາມ, ເມື່ອເວົ້າເຖິງວ່າພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ຄວາມຈິງໃດທີ່ພວກເຂົາຍັງບໍ່ເຂົ້າໃຈ ຫຼື ຍັງບໍ່ໄດ້ເຂົ້າສູ່, ສິ່ງໃດທີ່ພວກເຂົາຍັງຈັດການແບບພໍເປັນພິທີ ແລະ ໂດຍບໍ່ມີຄວາມຈົງຮັກພັກດີ, ອຸປະນິໄສທີ່ເສື່ອມຊາມໃດທີ່ພວກເຂົາໄດ້ເປີດເຜີຍ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບຄວາມຈິງທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ, ພວກເຂົາບໍ່ຮູ້ຫຍັງກ່ຽວກັບສິ່ງເຫຼົ່ານີ້ເລີຍ. ເມື່ອຖືກຖາມກ່ຽວກັບພວກມັນ, ພວກເຂົາກໍບໍ່ຮູ້ຫຍັງເລີຍ. ແຕ່ເມື່ອເວົ້າເຖິງຫົວຂໍ້ທີ່ກ່ຽວຂ້ອງກັບຄວາມສຸກທາງເນື້ອໜັງ, ການກິນ, ການດື່ມ ແລະ ຄວາມບັນເທີງ, ພວກເຂົາກໍສາມາດເວົ້າໄດ້ບໍ່ຢຸດ, ມັນເປັນໄປບໍ່ໄດ້ທີ່ຈະຢຸດພວກເຂົາ. ບໍ່ວ່າວຽກງານຂອງຄຣິສຕະຈັກຈະຫຍຸ້ງສໍ່າໃດ ຫຼື ໜ້າທີ່ຂອງພວກເຂົາຈະຫຍຸ້ງສໍ່າໃດ, ກິດຈະວັດ ແລະ ສະພາບປົກກະຕິຂອງຊີວິດຂອງພວກເຂົາກໍບໍ່ເຄີຍຖືກລົບກວນ. ເມື່ອກ່ຽວກັບລາຍລະອຽດນ້ອຍໆໃດໜຶ່ງຂອງຊີວິດທາງເນື້ອໜັງຂອງພວກເຂົາ, ພວກເຂົາກໍບໍ່ເຄີຍປະໝາດ, ພວກເຂົາຈັດແຈງສິ່ງເຫຼົ່ານີ້ໄດ້ຢ່າງສົມບູນ ແລະ ມີຄວາມເຂັ້ມງວດ ແລະ ຈິງຈັງຫຼາຍກ່ຽວກັບສິ່ງນີ້. ແຕ່ເມື່ອຈັດການກັບວຽກງານຂອງເຮືອນຂອງພຣະເຈົ້າ, ບໍ່ວ່າເລື່ອງຈະໃຫຍ່ສໍ່າໃດ ແລະ ເຖິງແມ່ນວ່າມັນຈະກ່ຽວຂ້ອງກັບຄວາມປອດໄພຂອງອ້າຍເອື້ອຍນ້ອງ, ພວກເຂົາກໍຈັດການກັບມັນຢ່າງບໍ່ໃສ່ໃຈ. ພວກເຂົາບໍ່ໄດ້ສົນໃຈແມ່ນແຕ່ສິ່ງທີ່ກ່ຽວຂ້ອງກັບການຝາກຝັງຂອງພຣະເຈົ້າ ຫຼື ໜ້າທີ່ທີ່ພວກເຂົາຄວນເຮັດ. ພວກເຂົາບໍ່ຮັບຜິດຊອບຫຍັງເລີຍ. ນີ້ຄືການເພີດເພີນໃນຄວາມສຸກສະບາຍທາງເນື້ອໜັງ, ບໍ່ແມ່ນບໍ? ຄົນທີ່ເພີດເພີນໃນຄວາມສຸກສະບາຍທາງເນື້ອໜັງເໝາະສົມທີ່ຈະປະຕິບັດໜ້າທີ່ບໍ? ທັນທີທີ່ຄົນໃດໜຶ່ງຍົກຫົວຂໍ້ການປະຕິບັດໜ້າທີ່ຂອງພວກເຂົາຂຶ້ນມາ ຫຼື ເວົ້າເຖິງການຈ່າຍລາຄາ ແລະ ການທົນທຸກລຳບາກ, ພວກເຂົາກໍສັ່ນຫົວຢູ່ເລື້ອຍໆ. ພວກເຂົາມີຄວາມຫຍຸ້ງຍາກຫຼາຍເກີນໄປ, ພວກເຂົາເຕັມໄປດ້ວຍຄຳຈົ່ມວ່າ ແລະ ພວກເຂົາກໍເຕັມໄປດ້ວຍຄວາມຄິດລົບ. ຄົນດັ່ງກ່າວໄຮ້ປະໂຫຍດ, ພວກເຂົາບໍ່ມີຄຸນສົມບັດທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄວນຖືກກຳຈັດອອກ. ເທົ່າທີ່ກ່ຽວກັບການໂລບມາກໃນຄວາມສຸກສະບາຍທາງເນື້ອໜັງ, ພວກເຮົາຈະກ່າວເຖິງພຽງເທົ່ານີ້.

VI. ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບການຮູ້ຈັກຕົນເອງ

ກ່ຽວກັບທາງເຂົ້າຂອງຊີວິດ, ການຮູ້ຈັກຕົນເອງເປັນດ້ານທີ່ສຳຄັນທີ່ສຸດ. ແຕ່ສຳລັບຄົນສ່ວນຫຼາຍ, ຍ້ອນພວກເຂົາບໍ່ຮັກຄວາມຈິງ ຫຼື ສະແຫວງຫາມັນ, ການຮູ້ຈັກຕົນເອງຈຶ່ງກາຍເປັນຄວາມຫຍຸ້ງຍາກທີ່ໃຫຍ່ທີ່ສຸດຂອງພວກເຂົາ. ສະນັ້ນ, ມັນຈຶ່ງເປັນທີ່ແນ່ນອນວ່າຜູ້ທີ່ບໍ່ຮັກຄວາມຈິງບໍ່ສາມາດຮູ້ຈັກຕົນເອງຢ່າງແທ້ຈິງໄດ້. ການຮູ້ຈັກຕົນເອງມີດ້ານໃດແດ່? ທຳອິດແມ່ນການຮູ້ວ່າອຸປະນິໄສທີ່ເສື່ອມຊາມໃດທີ່ຖືກເປີດເຜີຍໃນຄຳເວົ້າ ແລະ ການກະທຳຂອງຕົນ. ບາງຄັ້ງກໍເປັນຄວາມອວດດີ, ບາງຄັ້ງກໍເປັນຄວາມເລ່ຫຼ່ຽມ ຫຼື ບາງທີກໍເປັນຄວາມຊົ່ວຮ້າຍ, ຄວາມຫົວແຂງ ຫຼື ການທໍລະຍົດ ແລະ ອື່ນໆ. ນອກເໜືອຈາກນັ້ນ, ເມື່ອມີບາງຢ່າງເກີດຂຶ້ນກັບຄົນເຮົາ, ພວກເຂົາຄວນກວດສອບຕົນເອງເພື່ອເບິ່ງວ່າພວກເຂົາມີເຈດຕະນາ ຫຼື ແຮງຈູງໃຈໃດທີ່ບໍ່ສອດຄ່ອງກັບຄວາມຈິງ ຫຼື ບໍ່. ພວກເຂົາຄວນກວດສອບເຊັ່ນກັນວ່າມີສິ່ງໃດໃນຄຳເວົ້າ ຫຼື ການກະທຳຂອງພວກເຂົາທີ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ ຫຼື ບໍ່. ໂດຍສະເພາະຢ່າງຍິ່ງ, ພວກເຂົາຄວນກວດສອບຖ້າພວກເຂົາມີພາລະ ແລະ ມີຄວາມຈົງຮັກພັກດີ ຫຼື ບໍ່ ເມື່ອເວົ້າເຖິງໜ້າທີ່ຂອງພວກເຂົາ, ວ່າພວກເຂົາກຳລັງເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈ ຫຼື ບໍ່ ແລະ ຖ້າພວກເຂົາກຳລັງຕໍ່ລອງ ຫຼື ເຮັດແບບພໍເປັນພິທີ ຫຼື ບໍ່. ການຮູ້ຈັກຕົນເອງຍັງໝາຍເຖິງການຮູ້ວ່າຄົນເຮົາມີແນວຄິດ ແລະ ຈິນຕະນາການ, ມີການຮຽກຮ້ອງທີ່ເກີນຕົວ ຫຼື ມີຄວາມເຂົ້າໃຈຜິດ ແລະ ຄວາມຄັບແຄ້ນໃຈຕໍ່ພຣະເຈົ້າ ຫຼື ບໍ່ ແລະ ຄົນເຮົາມີຈິດໃຈທີ່ຈະອ່ອນນ້ອມ ຫຼື ບໍ່. ມັນໝາຍເຖິງການຮູ້ວ່າຄົນເຮົາສາມາດສະແຫວງຫາຄວາມຈິງ, ຍອມຮັບຈາກພຣະເຈົ້າ ແລະ ມີຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າໄດ້ ຫຼື ບໍ່ ເມື່ອປະຕິບັດຕໍ່ສະຖານະການ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງຈັດສັນ. ມັນໝາຍເຖິງການຮູ້ວ່າຄົນເຮົາມີຄວາມສຳນຶກ ແລະ ເຫດຜົນ ແລະ ວ່າຄົນເຮົາເປັນຜູ້ທີ່ຮັກຄວາມຈິງ ຫຼື ບໍ່. ມັນໝາຍເຖິງການຮູ້ວ່າຄົນເຮົາຈະອ່ອນນ້ອມ ຫຼື ພະຍາຍາມໂຕ້ຖຽງເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ຖ້າພວກເຂົາຈະອາໄສແນວຄິດ ແລະ ຈິນຕະນາການ ຫຼື ການສະແຫວງຫາຄວາມຈິງໃນການຮັບມືກັບເລື່ອງເຫຼົ່ານີ້. ທັງໝົດນີ້ຄືຂອບເຂດຂອງການຮູ້ຈັກຕົນເອງ. ຄົນເຮົາຄວນໄຕ່ຕອງວ່າພວກເຂົາຮັກຄວາມຈິງ ແລະ ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ຫຼື ບໍ່ ໂດຍອີງໃສ່ທັດສະນະຂອງພວກເຂົາຕໍ່ສະຖານະການ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ຖ້າຄົນເຮົາສາມາດຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເຫັນວ່າການກະບົດຂອງຕົນຕໍ່ພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ, ແລ້ວພວກເຂົາກໍຈະເຕີບໂຕຂຶ້ນ. ຍິ່ງໄປກວ່ານັ້ນ, ເມື່ອເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບການປະຕິບັດຕໍ່ພຣະເຈົ້າຂອງພວກເຂົາ, ຄົນເຮົາຄວນໄຕ່ຕອງວ່າພວກເຂົາມີແນວຄິດ, ຄວາມຢຳເກງ ຫຼື ການອ່ອນນ້ອມໃນການປະຕິບັດຕໍ່ພຣະນາມ ແລະ ການບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ໂດຍສະເພາະຢ່າງຍິ່ງ ທັດສະນະຂອງພວກເຂົາຕໍ່ຄວາມຈິງເປັນແນວໃດ. ຄົນເຮົາຄວນຮູ້ຈັກຂໍ້ບົກຜ່ອງຂອງພວກເຂົາ, ສະຖານະຂອງພວກເຂົາ ແລະ ວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່, ຕະຫຼອດຈົນວ່າການສະແຫວງຫາຂອງພວກເຂົາ ແລະ ເສັ້ນທາງທີ່ພວກເຂົາຍ່າງນັ້ນຖືກຕ້ອງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຜູ້ຄົນຄວນຮູ້. ສະຫຼຸບແລ້ວ, ດ້ານຕ່າງໆຂອງການຮູ້ຈັກຕົນເອງໂດຍພື້ນຖານແລ້ວປະກອບດ້ວຍສິ່ງຕໍ່ໄປນີ້: ຄວາມຮູ້ກ່ຽວກັບວ່າຄວາມສາມາດຂອງຕົນສູງ ຫຼື ຕໍ່າ, ຄວາມຮູ້ກ່ຽວກັບຄຸນລັກສະນະຂອງຕົນ, ຄວາມຮູ້ກ່ຽວກັບເຈດຕະນາ ແລະ ແຮງຈູງໃຈໃນການກະທຳຂອງພວກເຂົາ, ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມ ແລະ ທຳມະຊາດ-ແກ່ນແທ້ທີ່ຕົນເປີດເຜີຍ, ຄວາມຮູ້ກ່ຽວກັບຄວາມມັກ ແລະ ການສະແຫວງຫາຂອງຕົນ, ຄວາມຮູ້ກ່ຽວກັບເສັ້ນທາງທີ່ຕົນຍ່າງ, ຄວາມຮູ້ກ່ຽວກັບທັດສະນະຂອງຕົນຕໍ່ສິ່ງຕ່າງໆ, ຄວາມຮູ້ກ່ຽວກັບທັດສະນະຕໍ່ຊີວິດ ແລະ ຄ່ານິຍົມຂອງຕົນ ແລະ ຄວາມຮູ້ກ່ຽວກັບທັດສະນະຂອງຕົນຕໍ່ພຣະເຈົ້າ ແລະ ຄວາມຈິງ. ການຮູ້ຈັກຕົນເອງສ່ວນໃຫຍ່ປະກອບດ້ວຍດ້ານເຫຼົ່ານີ້.

VII. ການສະແດງອອກຕ່າງໆຂອງຜູ້ຄົນໃນການປະຕິບັດຕໍ່ພຣະເຈົ້າ

ເນື້ອໃນສ່ວນຕໍ່ໄປກ່ຽວກັບທາງເຂົ້າຂອງຊີວິດແມ່ນກ່ຽວຂ້ອງກັບການສະແດງອອກຕ່າງໆຂອງຜູ້ຄົນໃນການປະຕິບັດຕໍ່ພຣະເຈົ້າ. ຕົວຢ່າງ: ມີການມີແນວຄິດຕໍ່ພຣະເຈົ້າ, ການເກີດຄວາມເຂົ້າໃຈຜິດກ່ຽວກັບພຣະອົງ ແລະ ການລະວັງຕົວຕໍ່ພຣະອົງ, ການຮຽກຮ້ອງທີ່ບໍ່ມີເຫດຜົນຕໍ່ພຣະອົງ, ການຕ້ອງການຫຼີກລ່ຽງພຣະອົງຢູ່ສະເໝີ, ການບໍ່ມັກພຣະທຳທີ່ພຣະອົງກ່າວ ແລະ ການສະແຫວງຫາທີ່ຈະກວດສອບພຣະອົງຢູ່ຕະຫຼອດເວລາ. ຍັງມີການບໍ່ສາມາດເບິ່ງທະລຸ ຫຼື ຮັບຮູ້ເຖິງຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າ, ພ້ອມທັງການມີທັດສະນະຄະຕິທີ່ສົງໄສຕໍ່ອຳນາດສູງສຸດ, ການຈັດແຈງ ແລະ ສິດອຳນາດຂອງພຣະເຈົ້າຢູ່ສະເໝີ ແລະ ຂາດຄວາມຮູ້ກ່ຽວກັບສິ່ງເຫຼົ່ານີ້ຢ່າງສິ້ນເຊີງ. ຍິ່ງໄປກວ່ານັ້ນ, ບໍ່ພຽງແຕ່ບໍ່ສາມາດຫຼີກລ່ຽງ ຫຼື ປະຕິເສດການໃສ່ຮ້າຍ ແລະ ການໝິ່ນປະໝາດທີ່ຜູ້ບໍ່ມີຄວາມເຊື່ອ ແລະ ໂລກມີຕໍ່ພຣະເຈົ້າ, ແຕ່ກົງກັນຂ້າມ, ພັດຢາກຖາມວ່າມັນເປັນຄວາມຈິງ ຫຼື ເປັນຂໍ້ເທັດຈິງ ຫຼື ບໍ່. ນີ້ບໍ່ແມ່ນການສົງໄສພຣະເຈົ້າບໍ? ນອກເໜືອຈາກການສະແດງອອກເຫຼົ່ານີ້, ຍັງມີຫຍັງອີກແດ່? (ການລະແວງສົງໄສພຣະເຈົ້າ ແລະ ການທົດລອງພຣະເຈົ້າ.) (ການພະຍາຍາມປະຈົບປະແຈງພຣະເຈົ້າ.) (ການບໍ່ຢາກຍອມຮັບການກວດສອບຂອງພຣະເຈົ້າ.) ມີການບໍ່ຢາກຍອມຮັບການກວດສອບຂອງພຣະເຈົ້າ ໃນຂະນະດຽວກັນກໍສົງໄສວ່າພຣະເຈົ້າສາມາດກວດສອບຈິດໃຈສ່ວນເລິກທີ່ສຸດຂອງຜູ້ຄົນໄດ້. (ຍັງມີການຕໍ່ຕ້ານພຣະເຈົ້າ.) ນີ້ກໍເປັນການສະແດງອອກເຊັ່ນກັນ, ນັ້ນຄືການຕໍ່ຕ້ານພຣະເຈົ້າ ແລະ ການໂຫ່ຮ້ອງຕໍ່ຕ້ານພຣະອົງ. ມີການໃຊ້ທ່າທີທີ່ດູຖູກ ແລະ ໝິ່ນປະໝາດເພື່ອປະຕິບັດຕໍ່ພຣະເຈົ້າ, ເພື່ອໂອ້ລົມກັບພຣະອົງ ແລະ ພົວພັນກັບພຣະອົງ. ມີຫຍັງອີກບໍ? (ການເຮັດແບບພໍເປັນພິທີຕໍ່ພຣະເຈົ້າ ແລະ ຫຼອກລວງພຣະອົງ.) (ການຈົ່ມວ່າຕໍ່ພຣະເຈົ້າ.) ມີການບໍ່ຍອມອ່ອນນ້ອມ ຫຼື ສະແຫວງຫາຄວາມຈິງຈັກເທື່ອເມື່ອປະເຊີນກັບບັນຫາ ແລະ ການອ້າງເຫດຜົນຂອງຕົນເອງ ແລະ ຈົ່ມວ່າຢູ່ສະເໝີ. (ຍັງມີການຕັດສິນ ແລະ ໝິ່ນປະໝາດພຣະເຈົ້າ.) (ການຍາດແຍ່ງສະຖານະກັບພຣະເຈົ້າ.) (ການຕໍ່ລອງກັບພຣະເຈົ້າ ແລະ ການສວຍໃຊ້ປະໂຫຍດຈາກພຣະອົງ.) (ການປະຕິເສດພຣະເຈົ້າ, ການປະຖິ້ມພຣະເຈົ້າ ແລະ ການທໍລະຍົດຕໍ່ພຣະເຈົ້າ.) ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນບັນຫາແກນຫຼັກ; ພວກມັນຄືສະພາວະ ແລະ ອຸປະນິໄສທີ່ເສື່ອມຊາມຕ່າງໆທີ່ເກີດຂຶ້ນໃນການປະຕິບັດຕໍ່ພຣະເຈົ້າຂອງຜູ້ຄົນ. ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ກໍຄືການສະແດງອອກຕ່າງໆຂອງວິທີທີ່ຜູ້ຄົນປະຕິບັດຕໍ່ພຣະເຈົ້າ.

VIII. ທັດສະນະຄະຕິ ແລະ ການສະແດງອອກຕ່າງໆ ຂອງຜູ້ຄົນໃນການປະຕິບັດຕໍ່ຄວາມຈິງ

ເນື້ອໃນອີກດ້ານໜຶ່ງກ່ຽວກັບທາງເຂົ້າຂອງຊີວິດແມ່ນວິທີທີ່ຜູ້ຄົນປະຕິບັດຕໍ່ຄວາມຈິງ. ແມ່ນຫຍັງຄືການສະແດງອອກທີ່ມີໃນດ້ານນີ້? ມີການຖືວ່າຄວາມຈິງເປັນທິດສະດີ ຫຼື ຄຳຂວັນ, ເປັນລະບຽບ ຫຼື ເປັນທຶນຮອນໃນການອາໄສຄຣິສຕະຈັກ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ. ກະລຸນາເພີ່ມຕື່ມ. (ການປະຕິບັດຄວາມຈິງເປັນສິ່ງຄໍ້າຈຸນລ້ຽງທາງຈິດວິນຍານ.) ມີການຖືວ່າຄວາມຈິງເປັນສິ່ງຄ້ຳຈູນທາງຈິດວິນຍານເພື່ອຕອບສະໜອງຄວາມຕ້ອງການທາງຈິດວິນຍານຂອງຕົນ. (ບໍ່ຍອມຮັບຄວາມຈິງ ແລະ ເບື່ອໜ່າຍຕໍ່ຄວາມຈິງ.) ນີ້ຄືທັດສະນະຄະຕິຕໍ່ຄວາມຈິງ. (ຄິດວ່າພຣະທຳຂອງພຣະເຈົ້າມີໄວ້ເພື່ອເປີດໂປງຄົນອື່ນ, ວ່າພຣະທຳເຫຼົ່ານັ້ນບໍ່ກ່ຽວຂ້ອງກັບຕົນເອງ ແລະ ຖືວ່າຕົນເອງເປັນນາຍແຫ່ງຄວາມຈິງ.) ເຈົ້າໄດ້ອະທິບາຍການສະແດງອອກນີ້ໄດ້ຢ່າງເໝາະສົມ. ຄົນທີ່ມີການສະແດງອອກແບບນີ້ເຊື່ອວ່າພວກເຂົາເຂົ້າໃຈຄວາມຈິງທັງໝົດທີ່ພຣະເຈົ້າໄດ້ກ່າວ ແລະ ອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ຂອງມະນຸດທີ່ພຣະອົງເປີດເຜີຍນັ້ນໝາຍເຖິງຄົນອື່ນ, ບໍ່ແມ່ນພວກເຂົາ. ພວກເຂົາເຫັນວ່າຕົນເອງເປັນນາຍແຫ່ງຄວາມຈິງ, ມັກໃຊ້ພຣະທຳຂອງພຣະເຈົ້າເພື່ອສັ່ງສອນຄົນອື່ນ, ຄືກັບວ່າພວກເຂົາເອງຂາດອຸປະນິໄສທີ່ເສື່ອມຊາມ, ເປັນຕົວຕົນຂອງຄວາມຈິງ ແລະ ເປັນໂຄສົກຂອງຄວາມຈິງແລ້ວ. ພວກເຂົາເປັນຂີ້ເຫຍື້ອປະເພດໃດ? ພວກເຂົາຢາກເປັນຕົວຕົນຂອງຄວາມຈິງ, ພວກເຂົາບໍ່ຄືກັບໂປໂລບໍ? ໂປໂລໄດ້ປະຕິເສດວ່າອົງພຣະເຢຊູເຈົ້າເປັນພຣະຄຣິສ ແລະ ພຣະເຈົ້າ; ລາວເອງຢາກເປັນພຣະຄຣິສ ແລະ ເປັນພຣະບຸດຂອງພຣະເຈົ້າ. ຄົນເຫຼົ່ານີ້ກໍຄືກັບໂປໂລ, ພວກເຂົາເປັນຄົນປະເພດດຽວກັນກັບລາວ, ພວກເຂົາຄືພວກຕໍ່ຕ້ານພຣະຄຣິສ. ມີຫຍັງອີກບໍ? (ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບຄຳເວົ້າຂອງຄົນທຳມະດາ, ບໍ່ແມ່ນຄວາມຈິງທີ່ຈະຕ້ອງປະຕິບັດ ແລະ ມີທັດສະນະຄະຕິທີ່ບໍ່ໃສ່ໃຈ ແລະ ເຮັດແບບພໍແລ້ວມືແລ້ວຕີນຕໍ່ພຣະທຳຂອງພຣະເຈົ້າ.) ການບໍ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າໃນຖານະຄວາມຈິງທີ່ຈະຕ້ອງຍອມຮັບ ແລະ ປະຕິບັດ ແຕ່ປະຕິບັດຕໍ່ພຣະທຳເຫຼົ່ານັ້ນຄືກັບຄຳເວົ້າຂອງມະນຸດ, ນີ້ແມ່ນຂໍ້ໜຶ່ງ. (ການເຊື່ອມໂຍງພຣະທຳຂອງພຣະເຈົ້າເຂົ້າກັບປັດຊະຍາ ແລະ ທິດສະດີຂອງຜູ້ບໍ່ມີຄວາມເຊື່ອ.) ມີການເຊື່ອມໂຍງພຣະທຳຂອງພຣະເຈົ້າເຂົ້າກັບປັດຊະຍາ, ປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເຄື່ອງປະດັບ ຫຼື ຄຳເວົ້າທີ່ວ່າງເປົ່າ ໃນຂະນະທີ່ຖືວ່າຄຳເວົ້າທີ່ຮູ້ຈັກກັນດີຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ເປັນຄວາມຈິງ ແລະ ປະຕິບັດຕໍ່ຄວາມຮູ້, ວັດທະນະທຳດັ້ງເດີມ ແລະ ຮີດຄອງປະເພນີໃນຖານະຄວາມຈິງ ແລະ ໃຊ້ສິ່ງເຫຼົ່ານັ້ນມາແທນທີ່ພຣະທຳຂອງພຣະເຈົ້າ. ຄົນທີ່ສະແດງເຖິງການສະແດງອອກແບບນີ້ຈະເວົ້າບໍ່ຢຸດປາກວ່າຢາກປະຕິບັດຄວາມຈິງ ແລະ ເປັນພະຍານ ແລະ ເຜີຍແຜ່ພຣະທຳຂອງພຣະເຈົ້າເມື່ອຜະເຊີນກັບສະຖານະການຕ່າງໆ ແຕ່ໃນໃຈຂອງພວກເຂົາ, ພວກເຂົາຊື່ນຊົມຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ໃນທາງໂລກເຫຼົ່ານັ້ນ ແລະ ແມ່ນແຕ່ຍົກຍໍປໍປັ້ນເປົາກົງແຫ່ງລາຊະວົງຊົ້ງບູຮານ ໂດຍກ່າວວ່າ: “ລາວເປັນຜູ້ພິພາກສາທີ່ເຂັ້ມງວດ ແລະ ຍຸຕິທຳແທ້ໆ. ລາວບໍ່ເຄີຍຕັດສິນຢ່າງບໍ່ຍຸຕິທຳ, ບໍ່ເຄີຍມີການຕັດສິນຜິດດ້ວຍມືຂອງລາວ ຫຼື ມີດວງວິນຍານໃດທີ່ຖືກຕັດສິນຜິດໂດຍດາບຂອງເພັດຊະຄາດຂອງລາວ!” ນີ້ບໍ່ແມ່ນການຍົກຍໍປໍປັ້ນ ແລະ ຊື່ນຊົມຄົນທີ່ມີຊື່ສຽງ ແລະ ນັກປາດບໍ? ການພະຍາຍາມແອບອ້າງຄຳເວົ້າ ແລະ ການກະທຳຂອງຄົນທີ່ມີຊື່ສຽງວ່າເປັນຄວາມຈິງແມ່ນການໃສ່ຮ້າຍປ້າຍສີ ແລະ ລົບລູ່ຄວາມຈິງ! ໃນຄຣິສຕະຈັກ, ຄົນແບບນີ້ເວົ້າຫຼາຍກ່ຽວກັບການຢາກປະຕິບັດຄວາມຈິງ ແລະ ເຜີຍແຜ່ພຣະທຳຂອງພຣະເຈົ້າ ແຕ່ສິ່ງທີ່ພວກເຂົາຄິດໃນໃຈຂອງພວກເຂົາ ແລະ ມັກເວົ້າເປັນປະຈຳນັ້ນເປັນພຽງຄຳເວົ້າ ແລະ ສຸພາສິດພື້ນບ້ານ ເຊິ່ງພວກເຂົາສະແດງອອກຢ່າງຊຳນານ ແລະ ຄ່ອງແຄ້ວ. ສິ່ງເຫຼົ່ານີ້ຕິດປາກພວກເຂົາຢູ່ສະເໝີ ແລະ ເວົ້າອອກມາຈາກລິ້ນຂອງພວກເຂົາໄດ້ຢ່າງງ່າຍດາຍ. ພວກເຂົາບໍ່ເຄີຍເວົ້າເຖິງຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າແມ່ນແຕ່ຄຳດຽວ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍບໍ່ເຄີຍເວົ້າວ່າພຣະທຳຂອງພຣະເຈົ້າຂໍ້ໃດເປັນບັນທັດຖານ ຫຼື ພື້ນຖານສຳລັບການກະທຳ ແລະ ການປະພຶດຂອງພວກເຂົາ. ທຸກສິ່ງທີ່ພວກເຂົາເວົ້າອອກມາລ້ວນແລ້ວແຕ່ເປັນຄໍາເວົ້າທີ່ຜິດພາດ ເຊັ່ນ: “ຄົນໄປເຫຼືອຊື່, ຫ່ານໄປເຫຼືອສຽງ”, “ການປະຫານຊີວິດກໍເປັນພຽງການເຮັດໃຫ້ຫົວຕົກດິນເທົ່ານັ້ນ”, “ຄົນທີ່ໜ້າສົງສານຍ່ອມມີສິ່ງທີ່ໜ້າລັງກຽດສະເໝີ”, “ຕ້ອງປະທາງໃຫ້ຕົນເອງສະເໝີ”, “ເຖິງແມ່ນວ່າຂ້ອຍຈະບໍ່ປະສົບຜົນສຳເລັດ, ຂ້ອຍກໍໄດ້ຜ່ານຄວາມຍາກລຳບາກ; ຖ້າບໍ່ແມ່ນຄວາມຍາກລຳບາກ, ກໍແມ່ນຄວາມເມື່ອຍລ້າ”, “ຢ່າຈູດຂົວຖິ້ມຫຼັງຈາກຂ້າມແມ່ນໍ້າແລ້ວ; ຢ່າຂ້າລາຖິ້ມຫຼັງປົດສໍາພາລະລົງ”, “ລົງໂທດຄົນໜຶ່ງເພື່ອເປັນການເຊືອດໄກ່ໃຫ້ລີງເບິ່ງ” ແລະ “ເຈົ້າໜ້າທີ່ໃໝ່ມັກຈະກະຕືລືລົ້ນທີ່ຈະສ້າງຄວາມປະທັບໃຈ” ແລະ ອື່ນໆ, ບໍ່ມີສິ່ງໃດທີ່ພວກເຂົາເວົ້າເປັນຄວາມຈິງ. ບາງຄົນຈະທ່ອງຈຳຄຳເວົ້າຂອງນັກກະວີຮ່ວມສະໄໝ ແລະ ເຖິງກັບເອົາໄປໂພສໃນສ່ວນຄຳຄິດເຫັນຂອງວິດີໂອໃນເຮືອນຂອງພຣະເຈົ້າ. ນີ້ບໍ່ແມ່ນການສະແດງອອກເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານບໍ? ຄຳເວົ້າເຫຼົ່ານັ້ນແມ່ນຄວາມຈິງບໍ? ມັນກ່ຽວຂ້ອງກັບຄວາມຈິງບໍ? ບາງຄົນມັກເວົ້າວ່າ “ມີພຣະເຈົ້າຢູ່ເໜືອຫົວສາມຟຸດ” ແລະ “ຄວາມດີ ແລະ ຄວາມຊົ່ວຍ່ອມມີການຕອບແທນໃນທີ່ສຸດ; ມັນເປັນພຽງແຕ່ເລື່ອງຂອງເວລາ”. ຄຳເວົ້າເຫຼົ່ານີ້ແມ່ນຄວາມຈິງບໍ? (ບໍ່ແມ່ນ.) ພວກມັນມາຈາກໃສ? ມັນມີຢູ່ໃນພຣະທຳຂອງພຣະເຈົ້າບໍ? ພວກມັນມາຈາກວັດທະນະທຳທາງພຸດທະສາສະໜາ ແລະ ບໍ່ມີຫຍັງກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ. ເຖິງວ່າຈະເປັນເຊັ່ນນັ້ນ, ຜູ້ຄົນກໍມັກຈະພະຍາຍາມດຶງດັນເອົາຄຳເວົ້າເຫຼົ່ານັ້ນມາປົນກັບຄວາມຈິງ; ນີ້ຄືການສະແດງອອກເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານ. ບາງຄົນມີຄວາມຕັ້ງໃຈໜ້ອຍໜຶ່ງທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ພວກເຂົາກໍເວົ້າວ່າ: “ເຮືອນຂອງພຣະເຈົ້າໄດ້ສົ່ງເສີມຂ້ອຍ, ພຣະເຈົ້າໄດ້ຍົກຊູຂ້ອຍ, ສະນັ້ນ ຂ້ອຍຕ້ອງເຮັດໃຫ້ສົມກັບຄຳທີ່ວ່າ ‘ສຸພາບບຸລຸດຈະສະຫຼະຊີວິດຂອງຕົນເພື່ອຜູ້ທີ່ເຂົ້າໃຈລາວ’”. ເຈົ້າບໍ່ແມ່ນສຸພາບບຸລຸດ ແລະ ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າສະຫຼະຊີວິດຂອງເຈົ້າ. ມັນຈຳເປັນບໍທີ່ຈະຕ້ອງມີຈິດໃຈທີ່ອົງອາດກ້າຫານເຊັ່ນນັ້ນເມື່ອປະຕິບັດໜ້າທີ່? ຕອນເຈົ້າຍັງມີຊີວິດຢູ່ ເຈົ້າຍັງເຮັດໜ້າທີ່ຂອງຕົນບໍ່ສຳເລັດເລີຍ, ແລ້ວຕອນຕາຍໄປແລ້ວ ມັນຈະມີຄວາມຫວັງຫຍັງອີກ? ແລ້ວເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າໄດ້ແນວໃດ? ຄົນອື່ນເວົ້າວ່າ: “ໂດຍທຳມະຊາດແລ້ວຂ້ອຍເປັນຄົນຈົງຮັກພັກດີ, ຂ້ອຍເປັນຄົນທີ່ກ້າຫານ ແລະ ກະຕືລືລົ້ນ. ຂ້ອຍມັກທຸ່ມເທທຸກຢ່າງເພື່ອໝູ່ເພື່ອນຂອງຂ້ອຍ. ກັບພຣະເຈົ້າກໍຄືກັນ: ເນື່ອງຈາກພຣະເຈົ້າໄດ້ເລືອກ, ສົ່ງເສີມ ແລະ ຍົກຊູຂ້ອຍ, ຂ້ອຍຕ້ອງຕອບແທນພຣະຄຸນຂອງພຣະເຈົ້າ. ຂ້ອຍຈະທຸ່ມເທທຸກຢ່າງເພື່ອພຣະເຈົ້າຢ່າງແນ່ນອນ, ຈົນເຖິງຄວາມຕາຍຂອງຂ້ອຍ!” ນີ້ແມ່ນຄວາມຈິງບໍ? (ບໍ່ແມ່ນ.) ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ, ເປັນຫຍັງພວກເຂົາຈຶ່ງບໍ່ຈື່ແມ່ນແຕ່ຂໍ້ດຽວ? ຕະຫຼອດເວລາ, ສິ່ງທີ່ພວກເຂົາໂອ້ລົມກໍເປັນພຽງ: “ບໍ່ຈຳເປັນຕ້ອງເວົ້າຫຍັງອີກ. ສຸພາບບຸລຸດຈະສະຫຼະຊີວິດຂອງຕົນເພື່ອຜູ້ທີ່ເຂົ້າໃຈລາວ ແລະ ຄົນເຮົາຕ້ອງທຸ່ມເທທຸກຢ່າງເພື່ອໝູ່ເພື່ອນ ແລະ ຈົງຮັກພັກດີ”. ພວກເຂົາບໍ່ສາມາດແມ່ນແຕ່ຈະເວົ້າຄຳວ່າ “ຕອບແທນຄວາມຮັກຂອງພຣະເຈົ້າ” ອອກມາໄດ້. ຫຼັງຈາກທີ່ໄດ້ຟັງຄຳເທດສະໜາ ແລະ ອ່ານພຣະທຳຂອງພຣະເຈົ້າມາຫຼາຍປີ, ພວກເຂົາບໍ່ຮູ້ຄວາມຈິງແມ່ນແຕ່ຢ່າງດຽວ ແລະ ພວກເຂົາບໍ່ສາມາດແມ່ນແຕ່ຈະເວົ້າຄຳສັບທາງວິນຍານສອງສາມຄຳໄດ້, ນີ້ຄືຄວາມເຂົ້າໃຈ ແລະ ນິຍາມພາຍໃນຂອງພວກເຂົາກ່ຽວກັບຄວາມຈິງ. ບອກເຮົາມາເບິ່ງ, ນີ້ບໍ່ແມ່ນເລື່ອງທີ່ໜ້າສົງສານບໍ? ມັນບໍ່ໜ້າຫົວຂວັນບໍ? ນີ້ບໍ່ແມ່ນການສະແດງອອກເຖິງການຂາດຄວາມເຂົ້າໃຈຝ່າຍວິນຍານບໍ? ຫຼັງຈາກທີ່ໄດ້ຟັງຄຳເທດສະໜາຫຼາຍຄັ້ງ, ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ແຕ່ພວກເຂົາພັດໃຊ້ຄຳເວົ້າຂອງຜີປີສາດ, ຄຳເວົ້າທີ່ໜ້າຫົວຂວັນ, ໄຮ້ສາລະ ແລະ ໜ້າຫົວຂວັນທີ່ສຸດເຫຼົ່ານັ້ນມາແທນທີ່ຄວາມຈິງຢ່າງໜ້າດ້ານໄຮ້ຢາງອາຍ. ບໍ່ພຽງແຕ່ຄວາມຄິດ ແລະ ຄວາມເຂົ້າໃຈພາຍໃນຂອງພວກເຂົາຈະເປັນແບບນີ້, ພວກເຂົາຍັງເຜີຍແຜ່ ແລະ ສັ່ງສອນສິ່ງນີ້ໃຫ້ຄົນອື່ນຢູ່ຕະຫຼອດ, ເຮັດໃຫ້ຄົນອື່ນມີຄວາມເຂົ້າໃຈແບບດຽວກັນກັບພວກເຂົາ. ສິ່ງນີ້ບໍ່ໄດ້ມີລັກສະນະຂອງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຢູ່ແດ່ບໍ? ເບິ່ງຄືວ່າຄົນເຫຼົ່ານີ້ທີ່ບໍ່ເຂົ້າໃຈຄວາມຈິງ ແລະ ຂາດຄວາມເຂົ້າໃຈຝ່າຍວິນຍານນັ້ນເປັນອັນຕະລາຍ, ພວກເຂົາສາມາດກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ເຮັດສິ່ງໜ້າຫົວຂວັນ ແລະ ໄຮ້ສາລະໄດ້ທຸກເວລາ ແລະ ທຸກສະຖານທີ່. ມີການສະແດງອອກອື່ນໃດອີກແດ່ກ່ຽວກັບວິທີຜູ້ຄົນປະຕິບັດຕໍ່ຄວາມຈິງ? (ການດູຖູກຄວາມຈິງ, ຍອມຮັບພຽງແຕ່ສິ່ງທີ່ສອດຄ່ອງກັບແນວຄິດຂອງຕົນເອງ ແລະ ປະຕິເສດ ແລະ ບໍ່ຍອມປະຕິບັດສິ່ງທີ່ບໍ່ສອດຄ່ອງ.) ການຍອມຮັບ ແລະ ປະຕິບັດພຽງແຕ່ສິ່ງທີ່ສອດຄ່ອງກັບແນວຄິດຂອງຕົນເອງ ແລະ ຕໍ່ຕ້ານ ແລະ ປະນາມສິ່ງທີ່ບໍ່ສອດຄ່ອງທັງໝົດ, ນີ້ຄືທັດສະນະຄະຕິຢ່າງໜຶ່ງ. (ບໍ່ເຊື່ອວ່າຄວາມຈິງສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນ ຫຼື ປ່ຽນແປງຕົນເອງໄດ້.) ການບໍ່ຍອມຮັບ ຫຼື ບໍ່ເຊື່ອໃນຄວາມຈິງກໍເປັນທັດສະນະຄະຕິຢ່າງໜຶ່ງເຊັ່ນກັນ. ການສະແດງອອກອີກຢ່າງໜຶ່ງກໍຄື ທັດສະນະຄະຕິ ແລະ ມຸມມອງຂອງຄົນເຮົາຕໍ່ຄວາມຈິງຈະປ່ຽນແປງໄປຕາມອາລົມ, ສະພາບແວດລ້ອມ ແລະ ຄວາມຮູ້ສຶກຂອງຕົນ. ສຳລັບຄົນເຫຼົ່ານີ້, ເມື່ອມື້ໃດທີ່ພວກເຂົາຮູ້ສຶກດີ ແລະ ມີກຳລັງໃຈ, ພວກເຂົາກໍຈະຄິດວ່າ “ຄວາມຈິງຊ່າງດີເລີດແທ້ໆ! ຄວາມຈິງຄືຄວາມເປັນຈິງຂອງສິ່ງທີ່ເປັນບວກທັງໝົດ, ເປັນສິ່ງທີ່ສົມຄວນທີ່ສຸດສຳລັບມະນຸດທີ່ຈະປະຕິບັດ ແລະ ເຜີຍແຜ່”. ເມື່ອອາລົມຂອງພວກເຂົາບໍ່ດີ, ພວກເຂົາກໍຈະຄິດວ່າ “ຄວາມຈິງແມ່ນຫຍັງ? ມີປະໂຫຍດຫຍັງແດ່ໃນການປະຕິບັດຄວາມຈິງ? ມັນສາມາດຫາເງິນໃຫ້ເຈົ້າໄດ້ບໍ? ຄວາມຈິງສາມາດປ່ຽນແປງຫຍັງໄດ້ແດ່? ຈະເກີດຫຍັງຂຶ້ນຖ້າເຈົ້າປະຕິບັດຄວາມຈິງ? ຂ້ອຍຈະບໍ່ປະຕິບັດມັນ, ແລ້ວມັນຊິແຕກຕ່າງຫຍັງ?” ທຳມະຊາດຂອງຜີປີສາດຂອງພວກເຂົາກໍຈະປາກົດອອກມາ. ການສະແດງອອກເຫຼົ່ານີ້ຄືອຸປະນິໄສ ແລະ ສະພາວະຕ່າງໆທີ່ຜູ້ຄົນເປີດເຜີຍໃນວິທີທີ່ພວກເຂົາປະຕິບັດຕໍ່ຄວາມຈິງ. ມີການສະແດງອອກທີ່ສະເພາະເຈາະຈົງອື່ນໃດອີກແດ່? (ບໍ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າໃນຖານະຄວາມຈິງ ຫຼື ຊີວິດ ແຕ່ພັດວິເຄາະ ແລະ ກວດສອບພຣະທຳເຫຼົ່ານັ້ນ.) ມີການເຂົ້າຫາຕໍ່ພຣະທຳຂອງພຣະເຈົ້າດ້ວຍທັດສະນະຄະຕິແບບນັກວິຊາການ, ວິເຄາະ ແລະ ກວດສອບຄວາມຈິງໂດຍອີງໃສ່ຄວາມຮູ້ຂອງຕົນຢູ່ສະເໝີ ໂດຍບໍ່ມີທັດສະນະຄະຕິຂອງການຍອມຮັບ ແລະ ການອ່ອນນ້ອມເລີຍ. ສິ່ງເຫຼົ່ານີ້ກໍຄືຄວາມຫຍຸ້ງຍາກບໍ່ຫຼາຍກໍໜ້ອຍໃນການປະຕິບັດຕໍ່ຄວາມຈິງຂອງຜູ້ຄົນ ເຊິ່ງສາມາດນິຍາມ ແລະ ຕັ້ງເປັນຫົວຂໍ້ສະຫຼຸບໄດ້.

ເນື້ອໃນກ່ຽວກັບຄວາມຫຍຸ້ງຍາກຂອງທາງເຂົ້າຂອງຊີວິດຂອງພວກເຮົາມີທັງໝົດແປດດ້ານ ແລະ ພວກມັນກໍຄືຄວາມຫຍຸ້ງຍາກຫຼັກທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ ແລະ ການບັນລຸຄວາມລອດພົ້ນ. ສະພາວະ ແລະ ອຸປະນິໄສທີ່ຜູ້ຄົນເປີດເຜີຍອອກມາພາຍໃນແປດດ້ານນີ້ ລ້ວນແລ້ວແຕ່ຖືກເປີດໂປງໃນພຣະທຳຂອງພຣະເຈົ້າ; ພຣະເຈົ້າໄດ້ກຳນົດຂໍ້ກຳນົດສຳລັບຜູ້ຄົນ ແລະ ໄດ້ຊີ້ໃຫ້ເຫັນເສັ້ນທາງແຫ່ງການປະຕິບັດແກ່ພວກເຂົາ. ຖ້າຜູ້ຄົນສາມາດທຸ່ມເທຄວາມພະຍາຍາມໃສ່ພຣະທຳຂອງພຣະເຈົ້າ, ມີທັດສະນະຄະຕິທີ່ຈິງຈັງ, ທັດສະນະຄະຕິທີ່ປາຖະໜາ ແລະ ແບກຮັບພາລະສຳລັບທາງເຂົ້າຊີວິດຂອງຕົນເອງ, ແລ້ວໃນພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະສາມາດຊອກຫາຄວາມຈິງທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາທັງແປດປະເພດນີ້ໄດ້ ແລະ ມີເສັ້ນທາງແຫ່ງການປະຕິບັດສຳລັບແຕ່ລະບັນຫາ. ບໍ່ມີບັນຫາໃດທີ່ເປັນສິ່ງທ້າທາຍທີ່ແກ້ໄຂບໍ່ໄດ້ ຫຼື ເປັນສິ່ງລີ້ລັບປະເພດໃດເລີຍ. ແນວໃດກໍຕາມ, ຖ້າເຈົ້າບໍ່ແບກຮັບພາລະໃດໆເລີຍສຳລັບທາງເຂົ້າຊີວິດຂອງຕົນເອງ ແລະ ບໍ່ສົນໃຈໃນຄວາມຈິງ ຫຼື ໃນການປ່ຽນແປງອຸປະນິໄສຂອງເຈົ້າເລີຍ, ແລ້ວບໍ່ວ່າພຣະທຳຂອງພຣະເຈົ້າຈະຊັດເຈນ ແລະ ຖືກຕ້ອງສໍ່າໃດ, ພຣະທຳເຫຼົ່ານັ້ນກໍຈະເປັນພຽງໂຕໜັງສື ແລະ ຫຼັກຄຳສອນສຳລັບເຈົ້າເທົ່ານັ້ນ. ຖ້າເຈົ້າບໍ່ສະແຫວງຫາ ຫຼື ປະຕິບັດຄວາມຈິງ, ແລ້ວບໍ່ວ່າເຈົ້າຈະມີບັນຫາຫຍັງກໍຕາມ, ເຈົ້າກໍຈະບໍ່ສາມາດຊອກຫາທາງອອກໄດ້, ເຊິ່ງຈະເຮັດໃຫ້ມັນຍາກຫຼາຍສຳລັບເຈົ້າທີ່ຈະບັນລຸຄວາມລອດພົ້ນ. ບາງທີເຈົ້າອາດຈະຍັງຄົງຢູ່ຂັ້ນຜູ້ອອກເຫື່ອແຮງຕະຫຼອດໄປ; ບາງທີເຈົ້າອາດຈະຍັງຄົງຢູ່ຂັ້ນທີ່ບໍ່ສາມາດບັນລຸຄວາມລອດພົ້ນໄດ້ເລີຍ ແລະ ຖືກພຣະເຈົ້າລັງກຽດ-ປະຕິເສດ ແລະ ກຳຈັດອອກຕະຫຼອດໄປ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?