ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (2) ສ່ວນທີ ໜຶ່ງ

ກ່ອນອື່ນ ໃຫ້ທົບທວນເນື້ອໃນຫຼັກຂອງການໂອ້ລົມຂອງພວກເຮົາໃນການເຕົ້າໂຮມຄັ້ງທີ່ຜ່ານມາ. (ຄັ້ງທີ່ຜ່ານມາ, ພຣະອົງໄດ້ຂຽນລາຍການຄວາມຮັບຜິດຊອບສິບຫ້າປະການຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ໄດ້ໂອ້ລົມເປັນຫຼັກກ່ຽວກັບສອງຂໍ້ທຳອິດ: ຂໍ້ທີໜຶ່ງແມ່ນການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃຫ້ເຂົ້າໃຈ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ; ຂໍ້ທີສອງແມ່ນການຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ. ໂດຍອີງໃສ່ສອງຂໍ້ນີ້, ເຈົ້າໄດ້ໄຈ້ແຍກການສະແດງອອກທີ່ກ່ຽວຂ້ອງຂອງຜູ້ນໍາປອມ.) ພວກເຈົ້າເຄີຍໄຕ່ຕອງບໍ່ວ່າ ຄວາມຮັບຜິດຊອບສອງຢ່າງນີ້ ພວກເຈົ້າຈະສາມາດປະຕິບັດຂໍ້ໃດໄດ້ ຖ້າຫາກພວກເຈົ້າເປັນຜູ້ນໍາ? ຫຼາຍຄົນຮູ້ສຶກສະເໝີວ່າພວກເຂົາມີຄວາມສາມາດ, ສະຕິປັນຍາ ແລະ ມີພາລະຢູ່ແດ່ ແລະ ດ້ວຍເຫດນັ້ນຈຶ່ງປາຖະໜາທີ່ຈະແຂ່ງຂັນກັນເປັນຜູ້ນໍາ ແລະ ບໍ່ຢາກເປັນຜູ້ຕິດຕາມທຳມະດາ. ສະນັ້ນ, ກ່ອນອື່ນ ໃຫ້ເບິ່ງວ່າເຈົ້າສາມາດປະຕິບັດຄວາມຮັບຜິດຊອບສອງຢ່າງນີ້ໄດ້ ຫຼື ບໍ່ ແລະ ເຈົ້າສາມາດປະຕິບັດຂໍ້ໃດໄດ້ດີກວ່າ ແລະ ສາມາດແບກຮັບໄດ້. ຕອນນີ້ ໃຫ້ເຮົາຢ່າຟ້າວເວົ້າເທື່ອວ່າເຈົ້າມີຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ບໍ່ ຫຼື ວ່າເຈົ້າມີຄວາມສາມາດໃນການເຮັດວຽກນີ້ ຫຼື ມີພາລະ ຫຼື ບໍ່ ແລະ ໃຫ້ເບິ່ງກ່ອນວ່າເຈົ້າສາມາດປະຕິບັດຄວາມຮັບຜິດຊອບສອງຢ່າງນີ້ໄດ້ດີ ຫຼື ບໍ່. ພວກເຈົ້າເຄີຍໄຕ່ຕອງຄຳຖາມນີ້ບໍ? ບາງຄົນອາດຈະເວົ້າວ່າ “ຂ້ານ້ອຍບໍ່ໄດ້ວາງແຜນທີ່ຈະເປັນຜູ້ນໍາ, ສະນັ້ນ ຂ້ານ້ອຍຈະໄຕ່ຕອງມັນໄປເພື່ອຫຍັງ? ຂ້ານ້ອຍພຽງແຕ່ຕ້ອງເຮັດວຽກຂອງຕົນເອງໃຫ້ດີ, ຄຳຖາມນີ້ບໍ່ກ່ຽວຂ້ອງຫຍັງກັບຂ້ານ້ອຍ. ໃນຊາດນີ້, ຂ້ານ້ອຍບໍ່ເຄີຍຢາກເປັນຜູ້ນໍາ ແລະ ຂ້ານ້ອຍບໍ່ເຄີຍຢາກແບກຮັບຄວາມຮັບຜິດຊອບຂອງຜູ້ນໍາ ຫຼື ຜູ້ເຮັດວຽກ, ສະນັ້ນ ຂ້ານ້ອຍຈຶ່ງບໍ່ຈຳເປັນຕ້ອງໄຕ່ຕອງຄຳຖາມດັ່ງກ່າວຈັກເທື່ອ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່.) ເຖິງແມ່ນວ່າເຈົ້າບໍ່ຢາກເປັນຜູ້ນໍາ, ເຈົ້າຍັງຈຳເປັນຕ້ອງຮູ້ບໍ່ແມ່ນບໍວ່າ ຜູ້ທີ່ກຳລັງນໍາພາເຈົ້ານັ້ນປະຕິບັດຄວາມຮັບຜິດຊອບສອງຢ່າງນີ້ໄດ້ດີສໍ່າໃດ, ພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນສຳເລັດ ຫຼື ບໍ່, ພວກເຂົາມີຄວາມສາມາດ, ທັກສະ ແລະ ພາລະທີ່ກຳນົດໄວ້ ຫຼື ບໍ່ ແລະ ພວກເຂົາກົງກັບຂໍ້ກຳນົດສອງຢ່າງນີ້ ຫຼື ບໍ່? ຖ້າເຈົ້າບໍ່ເຂົ້າໃຈ ຫຼື ບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້ ແລະ ພວກເຂົານໍາພາເຈົ້າລົງຂຸມ, ເຈົ້າຈະຮູ້ຕົວບໍ? ຖ້າເຈົ້າພຽງແຕ່ຕິດຕາມພວກເຂົາໄປແບບມຶນງົງ ແລະ ເປັນພຽງຄົນເບົາປັນຍາ, ຖ້າເຈົ້າບໍ່ຮູ້ວ່າພວກເຂົາເປັນຜູ້ນໍາປອມ ຫຼື ວ່າພວກເຂົາກຳລັງນໍາພາເຈົ້າໄປໃນທາງທີ່ຜິດ ຫຼື ພວກເຂົາກຳລັງນໍາພາເຈົ້າໄປໃສ, ແລ້ວເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ເພາະວ່າເຈົ້າບໍ່ເຂົ້າໃຈຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເຈົ້າຂາດການແຍກແຍະຜູ້ນໍາປອມ, ເຈົ້າກໍຈະຕິດຕາມພວກເຂົາໄປແບບມຶນງົງ ແລະ ເຮັດທຸກຢ່າງທີ່ພວກເຂົາຂໍໃຫ້ເຈົ້າເຮັດ, ໂດຍບໍ່ຮູ້ວ່າສິ່ງທີ່ພວກເຂົາໂອ້ລົມກັບເຈົ້ານັ້ນສອດຄ່ອງກັບຄວາມຈິງໃນພຣະທຳຂອງພຣະເຈົ້າ ຫຼື ບໍ່ ຫຼື ວ່າມັນເປັນຄວາມເປັນຈິງ ຫຼື ບໍ່. ເຈົ້າຈະຄິດວ່າ ຍ້ອນພວກເຂົາມີຄວາມກະຕືລືລົ້ນ, ຍ້ອນພວກເຂົາເຮັດຮີບຟ້າວ ແລະ ເຮັດວຽກໜັກຫາມລຸ່ງຫາມຄໍ່າ ແລະ ສາມາດຈ່າຍລາຄາໄດ້ ແລະ ຍ້ອນວ່າເມື່ອຄົນໃດໜຶ່ງຕົກທຸກໄດ້ຍາກ, ພວກເຂົາກໍຍື່ນມືເຂົ້າຊ່ວຍເຫຼືອ, ບໍ່ໄດ້ເມີນເສີຍຕໍ່ພວກເຂົາ, ວ່າພວກເຂົາໄດ້ມາດຕະຖານໃນຖານະຜູ້ນໍາ. ເຈົ້າບໍ່ຮູ້ວ່າຜູ້ນໍາປອມຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະເຮັດວຽກດົນສໍ່າໃດ, ພວກເຂົາກໍຈະບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ຮູ້ວ່າຂໍ້ກຳນົດຂອງພຣະເຈົ້າແມ່ນຫຍັງ, ພວກເຂົາແມ່ນແຕ່ຈະບໍ່ສາມາດແຍກແຍະໄດ້ວ່າອັນໃດຄືທິດສະດີ ແລະ ອັນໃດຄືຄວາມຈິງຄວາມເປັນຈິງ, ພວກເຂົາຈະບໍ່ຮູ້ວິທີທີ່ຈະຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຢ່າງບໍລິສຸດ, ທັງບໍ່ຮູ້ວິທີກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສິ່ງນີ້ເຮັດໃຫ້ເຫັນໄດ້ຊັດເຈນວ່າພວກເຂົາເປັນຜູ້ນໍາປອມ. ຜູ້ນໍາປອມບໍ່ໄດ້ຮັບຜົນໃດໆໃນວຽກງານທີ່ພວກເຂົາເຮັດ. ພວກເຂົາຈະໂອ້ລົມກັບເຈົ້າ ແລະ ເຮັດແບບພໍເປັນພິທີ, ແຕ່ພວກເຂົາຈະບໍ່ຮູ້ແຈ້ງວ່າເຈົ້າຢູ່ໃນສະພາວະໃດ, ເຈົ້າກຳລັງຜະເຊີນກັບຄວາມຫຍຸ້ງຍາກຫຍັງ ແລະ ບັນຫາເຫຼົ່ານັ້ນໄດ້ຮັບການແກ້ໄຂແທ້ ຫຼື ບໍ່ ແລະ ຕົວເຈົ້າເອງກໍຈະບໍ່ຮູ້ເລື່ອງເຫຼົ່ານີ້ເຊັ່ນກັນ. ພາຍນອກ, ພວກເຂົາຈະໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງກັບເຈົ້າ, ແຕ່ເຈົ້າກໍຈະຍັງຄົງດຳລົງຊີວິດຢູ່ໃນສະພາວະທີ່ຜິດພາດໂດຍບໍ່ມີການຍ້ອນກັບຄືນໃດໆ. ບໍ່ວ່າເຈົ້າຈະພົບພໍ້ກັບຄວາມຫຍຸ້ງຍາກໃດກໍຕາມ, ພວກເຂົາກໍຈະເບິ່ງຄືວ່າປະຕິບັດໜ້າທີ່ຂອງຕົນ, ແຕ່ບໍ່ມີຄວາມຫຍຸ້ງຍາກໃດໆຂອງເຈົ້າທີ່ຈະຖືກແກ້ໄຂຜ່ານການໂອ້ລົມ ຫຼື ການຊ່ວຍເຫຼືອຂອງພວກເຂົາ ແລະ ບັນຫາກໍຈະຍັງຄົງຢູ່. ຜູ້ນໍາປະເພດນີ້ໄດ້ມາດຕະຖານບໍ? (ບໍ່.) ສະນັ້ນ, ເຈົ້າຈຳເປັນຕ້ອງເຂົ້າໃຈຄວາມຈິງໃດແດ່ເພື່ອທີ່ຈະແຍກແຍະເລື່ອງເຫຼົ່ານີ້? ເຈົ້າຈຳເປັນຕ້ອງເຂົ້າໃຈວ່າຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດທຸກໜ້າວຽກ ແລະ ແກ້ໄຂທຸກບັນຫາຕາມຂໍ້ກຳນົດຂອງພຣະທຳຂອງພຣະເຈົ້າ ຫຼື ບໍ່, ວ່າທຸກຄຳທີ່ພວກເຂົາເວົ້ານັ້ນປະຕິບັດໄດ້ແທ້ ແລະ ສອດຄ່ອງກັບຄວາມຈິງໃນພຣະທຳຂອງພຣະເຈົ້າ ຫຼື ບໍ່. ນອກຈາກນີ້, ເຈົ້າຈຳເປັນຕ້ອງເຂົ້າໃຈວ່າ ເມື່ອເຈົ້າຜະເຊີນກັບຄວາມຫຍຸ້ງຍາກຕ່າງໆ, ແນວທາງການແກ້ໄຂບັນຫາຂອງພວກເຂົານໍາພາເຈົ້າໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ໄດ້ຮັບເສັ້ນທາງແຫ່ງການປະຕິບັດ ຫຼື ບໍ່ ຫຼື ພວກເຂົາພຽງແຕ່ເວົ້າຄຳບາງຄຳ ແລະ ຫຼັກຄຳສອນ, ຮ້ອງຄຳຂວັນ ຫຼື ຕັກເຕືອນເຈົ້າ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກຊ່ວຍເຫຼືອຜູ້ຄົນຜ່ານການຕັກເຕືອນ, ບາງຄົນຜ່ານການສ້າງແຮງຈູງໃຈ ແລະ ຄົນອື່ນໆຜ່ານການເປີດເຜີຍ, ການຕຳໜິຕິຕຽນ ແລະ ການລິຮານ. ບໍ່ວ່າພວກເຂົາຈະໃຊ້ວິທີການໃດກໍຕາມ, ຖ້າມັນສາມາດນໍາພາເຈົ້າເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ຢ່າງແທ້ຈິງ, ແກ້ໄຂຄວາມຫຍຸ້ງຍາກຕົວຈິງຂອງເຈົ້າ, ເຮັດໃຫ້ເຈົ້າເຂົ້າໃຈວ່າເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ດ້ວຍເຫດນັ້ນກໍເຮັດໃຫ້ເຈົ້າສາມາດຮູ້ຈັກຕົນເອງ ແລະ ຊອກຫາເສັ້ນທາງແຫ່ງການປະຕິບັດ, ແລ້ວເມື່ອເຈົ້າຜະເຊີນກັບສະຖານະການທີ່ຄ້າຍຄືກັນໃນອະນາຄົດ, ເຈົ້າກໍຈະມີເສັ້ນທາງໃຫ້ຕິດຕາມ. ສະນັ້ນ, ມາດຕະຖານຂັ້ນພື້ນຖານທີ່ສຸດໃນການວັດແທກວ່າຜູ້ນໍາ ຫຼື ຜູ້ເຮັດວຽກມີຄຸນສົມບັດຄົບຖ້ວນ ຫຼື ບໍ່ ກໍຄືວ່າພວກເຂົາສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຂອງຜູ້ຄົນໄດ້ ຫຼື ບໍ່, ເຮັດໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ໄດ້ຮັບເສັ້ນທາງແຫ່ງການປະຕິບັດ.

ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນບໍ່ຫຼາຍກໍໜ້ອຍກ່ຽວກັບຄວາມຮັບຜິດຊອບຂໍ້ທີໜຶ່ງ ແລະ ຂໍ້ທີສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຮົາໄດ້ໄຈ້ແຍກການສະແດງອອກບາງຢ່າງຂອງຜູ້ນໍາປອມທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບສອງຢ່າງນີ້. ການສະແດງອອກຫຼັກຂອງພວກເຂົາກໍຄືການຢັ່ງຮູ້ພຣະທຳຂອງພຣະເຈົ້າແບບຕື້ນເຂີນ ແລະ ຜິວເຜີນ ແລະ ບໍ່ສາມາດເຂົ້າໃຈຄວາມຈິງ. ເຫັນໄດ້ຊັດເຈນວ່າ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ສາມາດນໍາພາຄົນອື່ນໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ກຳແໜ້ນເຈດຕະນາຂອງພຣະອົງໄດ້. ເມື່ອຜູ້ຄົນຜະເຊີນກັບຄວາມຫຍຸ້ງຍາກ, ຜູ້ນໍາປອມບໍ່ສາມາດນຳໃຊ້ຄວາມຮູ້ຈາກປະສົບການຂອງຕົນເອງ ເພື່ອນໍາພາຄົນເຫຼົ່ານັ້ນໃຫ້ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງໄດ້ ເພື່ອໃຫ້ພວກເຂົາມີເສັ້ນທາງໃຫ້ຕິດຕາມ, ທັງບໍ່ສາມາດເຮັດໃຫ້ພວກເຂົາໄຕ່ຕອງ ແລະ ຮູ້ຈັກຕົນເອງທ່າມກາງຄວາມຫຍຸ້ງຍາກຕ່າງໆ ແລະ ແກ້ໄຂຄວາມຫຍຸ້ງຍາກເຫຼົ່ານີ້ໄປພ້ອມໆກັນ. ສະນັ້ນ ມື້ນີ້, ກ່ອນອື່ນ ໃຫ້ໂອ້ລົມກັນວ່າ ຄວາມຫຍຸ້ງຍາກຂອງທາງເຂົ້າຂອງຊີວິດແມ່ນຫຍັງ ແລະ ມີຄວາມຫຍຸ້ງຍາກທົ່ວໄປຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດໃດແດ່ ທີ່ຜູ້ຄົນມັກພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ. ໃຫ້ສະຫຼຸບເລື່ອງເຫຼົ່ານີ້ຢ່າງລະອຽດ. ເລື່ອງນີ້ຈຳເປັນຕ້ອງໂອ້ລົມກັນບໍ? (ຈຳເປັນ.) ຕອນນີ້ ພວກເຈົ້າຂ້ອນຂ້າງສົນໃຈຫົວຂໍ້ເຫຼົ່ານີ້ທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດແລ້ວ, ແມ່ນບໍ່? ຕອນທີ່ເຮົາພົວພັນກັບພວກເຈົ້າ ແລະ ເວົ້າລົມກັບພວກເຈົ້າຄັ້ງທຳອິດ, ບໍ່ວ່າຈະເວົ້າຫຍັງກໍຕາມ, ພວກເຈົ້າກໍມຶນຊາ ແລະ ຫົວຊ້າ, ເຊືອງຊຶມ ແລະ ຕອບສະໜອງຊ້າ. ເບິ່ງຄືວ່າພວກເຈົ້າບໍ່ເຂົ້າໃຈຫຍັງເລີຍ ແລະ ບໍ່ມີຄວາມເຕີບໂຕໃດໆ, ແຮງໄກທີ່ຈະມີທາງເຂົ້າຂອງຊີວິດ. ຕອນນີ້, ເມື່ອພວກເຮົາເວົ້າເຖິງເລື່ອງທີ່ກ່ຽວຂ້ອງກັບການປ່ຽນແປງຊີວິດ-ອຸປະນິໄສ, ພວກເຈົ້າສ່ວນຫຼາຍກໍຂ້ອນຂ້າງສົນໃຈຫົວຂໍ້ນີ້ ແລະ ມີປະຕິກິລິຍາຕອບສະໜອງຕໍ່ມັນຢູ່ແດ່. ນີ້ເປັນປາກົດການທີ່ດີ. ຖ້າພວກເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າຈະສາມາດບັນລຸສິ່ງເຫຼົ່ານີ້ໄດ້ບໍ? (ບໍ່, ພວກເຮົາເຮັດບໍ່ໄດ້.) ນີ້ຄືພຣະຄຸນຂອງພຣະເຈົ້າ; ທັງໝົດນີ້ເປັນຍ້ອນຄວາມໂປດປານຂອງພຣະອົງ.

ຂໍ້ທີສອງ: ການຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ (ພາກທີສອງ)

ຄວາມຫຍຸ້ງຍາກແປດປະເພດຂອງທາງເຂົ້າຂອງຊີວິດ

1. ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຕົນ

ກ່ຽວກັບຄວາມຫຍຸ້ງຍາກຂອງທາງເຂົ້າຂອງຊີວິດ, ກ່ອນອື່ນ ໃຫ້ເບິ່ງໃນພາບກວ້າງກ່ຽວກັບຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຕົນ. ເມື່ອເຈົ້າຜະເຊີນກັບບັນຫາໃນການປະຕິບັດໜ້າທີ່ຂອງເຈົ້າທີ່ກ່ຽວຂ້ອງກັບການປະຕິບັດຄວາມຈິງ ແລະ ເຈົ້າບໍ່ສາມາດຈັດການກັບສິ່ງຕ່າງໆຕາມຫຼັກການໄດ້, ນີ້ບໍ່ແມ່ນຄວາມຫຍຸ້ງຍາກໃນທາງເຂົ້າຂອງຊີວິດບໍ? (ແມ່ນແລ້ວ.) ເວົ້າງ່າຍໆກໍຄື ມັນແມ່ນສະພາວະ, ແນວຄິດ, ທັດສະນະຕ່າງໆ ແລະ ວິທີຄິດທີ່ບໍ່ຖືກຕ້ອງບາງຢ່າງທີ່ເກີດຂຶ້ນເມື່ອປະຕິບັດໜ້າທີ່ຂອງຕົນ. ດັ່ງນັ້ນ, ມີຄວາມຫຍຸ້ງຍາກສະເພາະໃດແດ່ໃນເລື່ອງນີ້? ຕົວຢ່າງ: ມີການພະຍາຍາມເຮັດແບບພໍເປັນພິທີ, ເຮັດແບບຫຼົບຫຼີກ ແລະ ຂີ້ຄ້ານຢູ່ສະເໝີເມື່ອປະຕິບັດໜ້າທີ່ຂອງຕົນ, ນີ້ບໍ່ແມ່ນສະພາວະທີ່ມັກສະແດງອອກ ແລະ ເປີດເຜີຍໃນລະຫວ່າງການປະຕິບັດໜ້າທີ່ບໍ? ຍັງມີການລະເລີຍວຽກງານທີ່ເໝາະສົມຂອງຕົນ ແລະ ປຽບທຽບຕົນເອງກັບຄົນອື່ນຢູ່ສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ, ປະຕິບັດຕໍ່ສະຖານທີ່ທີ່ຕົນປະຕິບັດໜ້າທີ່ຄືກັບສະໜາມເດັກຫຼິ້ນ ຫຼື ສະໜາມຮົບ ແລະ ຄິດເຖິງການຊອກຫາ “ໂຕປຽບທຽບ” ເມື່ອໃດກໍຕາມທີ່ຕົນກຳລັງປະຕິບັດໜ້າທີ່, ໂດຍເວົ້າໃນໃຈວ່າ: “ຂ້ອຍຈະເບິ່ງວ່າໃຜເກັ່ງກວ່າຂ້ອຍ ແລະ ໃຜສາມາດກະຕຸ້ນຈິດໃຈນັກສູ້ຂອງຂ້ອຍໄດ້, ແລ້ວຂ້ອຍຈະແຂ່ງຂັນກັບພວກເຂົາ, ຍາດແຍ່ງກັບພວກເຂົາ ແລະ ປຽບທຽບຕົນເອງກັບພວກເຂົາ ເພື່ອເບິ່ງວ່າໃຜບັນລຸຜົນໄດ້ດີກວ່າ ແລະ ມີປະສິດທິພາບສູງກວ່າໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃຜເກັ່ງກວ່າໃນການເອົາຊະນະໃຈຄົນ”. ແລ້ວກໍມີການເຂົ້າໃຈຫຼັກການໃນການປະຕິບັດໜ້າທີ່ຂອງຕົນ ແຕ່ບໍ່ປາຖະໜາທີ່ຈະຍຶດໝັ້ນຕາມຫຼັກການເຫຼົ່ານັ້ນ ຫຼື ປະຕິບັດຕາມຄວາມຈິງໃນພຣະທຳຂອງພຣະເຈົ້າ ຫຼື ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ແລະ ມັກຈະປົນເປການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມມັກສ່ວນຕົວຢູ່ສະເໝີ, ໂດຍເວົ້າວ່າ “ຂ້ອຍມັກເຮັດແບບນີ້, ຂ້ອຍມັກເຮັດແບບນັ້ນ; ຂ້ອຍເຕັມໃຈເຮັດແບບນີ້, ຂ້ອຍຢາກເຮັດແບບນັ້ນ”. ນີ້ຄືຄວາມດື້ດ້ານ, ຕ້ອງການເຮັດຕາມຄວາມຕັ້ງໃຈຂອງຕົນເອງຢູ່ສະເໝີ ແລະ ເຮັດທຸກຢ່າງຕາມທີ່ຕົນຕ້ອງການຕາມຄວາມມັກຂອງຕົນເອງ, ເຮັດຫູທວນລົມຕໍ່ຂໍ້ກຳນົດທັງໝົດຂອງເຮືອນຂອງພຣະເຈົ້າ ແລະ ມັກທີ່ຈະຫຼົງອອກຈາກເສັ້ນທາງທີ່ຖືກຕ້ອງ. ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກທີ່ແທ້ຈິງທີ່ຄົນສ່ວນຫຼາຍສະແດງອອກເມື່ອປະຕິບັດໜ້າທີ່ຂອງພວກເຂົາບໍ? ເຫັນໄດ້ຊັດເຈນວ່າ ບັນຫາທັງໝົດເຫຼົ່ານີ້ກ່ຽວຂ້ອງກັບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຂອງຕົນ. ກະລຸນາເພີ່ມໃສ່ສິ່ງເຫຼົ່ານີ້. (ການບໍ່ສາມາດຮ່ວມມືຢ່າງກົມກຽວກັບຄົນອື່ນເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ມັກເຮັດຕາມອຳເພີໃຈຢູ່ສະເໝີ.) ນີ້ກໍນັບວ່າເປັນຄວາມຫຍຸ້ງຍາກເຊັ່ນກັນ. ການບໍ່ສາມາດຮ່ວມມືຢ່າງກົມກຽວກັບຄົນອື່ນເມື່ອປະຕິບັດໜ້າທີ່ຂອງຕົນ ແລະ ຕ້ອງການເອົາຕົນເປັນໃຫຍ່ ແລະ ມີສິດຕັດສິນໃຈເປັນຄົນສຸດທ້າຍຢູ່ສະເໝີ; ຕ້ອງການຖ່ອມຕົວລົງເພື່ອຂໍຄຳແນະນຳ ແລະ ຮັບຟັງຄວາມຄິດເຫັນຂອງຄົນອື່ນເມື່ອຜະເຊີນກັບບັນຫາ, ແຕ່ບໍ່ສາມາດປະຕິບັດສິ່ງນີ້ໄດ້ ແລະ ຮູ້ສຶກບໍ່ສະບາຍໃຈເມື່ອພະຍາຍາມປະຕິບັດສິ່ງນີ້, ນີ້ຄືບັນຫາ. (ປົກປ້ອງຜົນປະໂຫຍດຂອງຕົນເອງຢູ່ສະເໝີເມື່ອປະຕິບັດໜ້າທີ່, ເປັນຄົນເຫັນແກ່ຕົວ ແລະ ຕ່ຳຊ້າ ແລະ ທີ່ຈິງແລ້ວກໍຮູ້ວິທີແກ້ໄຂບັນຫາເມື່ອມັນເກີດຂຶ້ນ, ແຕ່ຮູ້ສຶກວ່າມັນບໍ່ກ່ຽວຂ້ອງຫຍັງກັບຕົນເອງ, ຢ້ານທີ່ຈະຮັບຜິດຊອບຖ້າມັນຜິດພາດ ແລະ ດ້ວຍເຫດນັ້ນຈຶ່ງບໍ່ກ້າອອກໜ້າ.) ການບໍ່ແກ້ໄຂບັນຫາເມື່ອເຫັນມັນ, ໂດຍຖືວ່າມັນບໍ່ກ່ຽວຂ້ອງກັບຕົນເອງ ແລະ ເມີນເສີຍຕໍ່ມັນ, ນີ້ກໍນັບວ່າເປັນການປະຕິບັດໜ້າທີ່ໂດຍບໍ່ມີຄວາມຈົງຮັກພັກດີ. ບໍ່ວ່າເຈົ້າຈະຮັບຜິດຊອບໜ້າວຽກນັ້ນ ຫຼື ບໍ່ກໍຕາມ, ຖ້າເຈົ້າສາມາດເບິ່ງທະລຸ ແລະ ແກ້ໄຂບັນຫາໄດ້, ເຈົ້າກໍຄວນປະຕິບັດຄວາມຮັບຜິດຊອບນີ້. ນີ້ຄືໜ້າທີ່ ແລະ ວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ. ຖ້າຜູ້ຄຸມງານສາມາດແກ້ໄຂມັນໄດ້, ເຈົ້າກໍສາມາດປະໄວ້ໄດ້, ແຕ່ຖ້າພວກເຂົາບໍ່ສາມາດແກ້ໄຂໄດ້, ເຈົ້າກໍຄວນອອກໜ້າ ແລະ ແກ້ໄຂມັນ. ຢ່າແບ່ງແຍກບັນຫາໂດຍອີງໃສ່ວ່າມັນຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງໃຜ, ນີ້ຄືການບໍ່ຈົງຮັກພັກດີຕໍ່ພຣະເຈົ້າ. ມີຫຍັງອີກບໍ? (ການອາໄສສະຕິປັນຍາ ແລະ ພອນສະຫວັນຂອງຕົນເອງເພື່ອເຮັດວຽກໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ ແລະ ບໍ່ສະແຫວງຫາຄວາມຈິງ.) ມີຫຼາຍຄົນທີ່ເປັນແບບນີ້. ພວກເຂົາຄິດສະເໝີວ່າພວກເຂົາມີສະຕິປັນຍາ ແລະ ຄວາມສາມາດ ແລະ ພວກເຂົາກໍບໍ່ໃສ່ໃຈຕໍ່ທຸກສິ່ງທີ່ເກີດຂຶ້ນກັບພວກເຂົາ; ພວກເຂົາບໍ່ສະແຫວງຫາຄວາມຈິງເລີຍ ແລະ ເຮັດຕາມຄວາມຕັ້ງໃຈຂອງຕົນເອງເທົ່ານັ້ນ ແລະ ຜົນກໍຄື ພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ຢ່າງເໝາະສົມ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຫຍຸ້ງຍາກທີ່ຜູ້ຄົນຜະເຊີນເມື່ອປະຕິບັດໜ້າທີ່ຂອງພວກເຂົາ.

2. ບັນຫາທີ່ກ່ຽວຂ້ອງກັບວິທີການປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງຕົນ

ບັນຫາທີ່ກ່ຽວຂ້ອງກັບວິທີການປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງຕົນກໍເປັນບັນຫາທີ່ສຳຄັນທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດເຊັ່ນກັນ. ບາງຄົນເຕັມໃຈທີ່ຈະຈ່າຍລາຄາ ຖ້າພວກເຂົາເຊື່ອວ່າພວກເຂົາມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ພວກເຂົາກໍຈະກາຍເປັນຄົນຄິດລົບ ຖ້າພວກເຂົາຄິດວ່າບໍ່ມີຄວາມຫວັງ. ຖ້າເຮືອນຂອງພຣະເຈົ້າບໍ່ສົ່ງເສີມ ແລະ ບົ່ມເພາະພວກເຂົາ, ພວກເຂົາກໍຈະບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ພວກເຂົາກໍຈະປະຕິບັດໜ້າທີ່ຂອງພວກເຂົາແບບພໍເປັນພິທີໂດຍບໍ່ຮັບຜິດຊອບ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍຈະຄຳນຶງເຖິງອະນາຄົດ ແລະ ປາຍທາງຂອງພວກເຂົາຢູ່ສະເໝີ, ໂດຍຖາມຕົນເອງວ່າ “ຂ້ອຍຈະມີຈຸດໝາຍປາຍທາງທີ່ດີແທ້ບໍ? ຄຳສັນຍາຂອງພຣະເຈົ້າໄດ້ກ່າວເຖິງອະນາຄົດ ແລະ ຈຸດໝາຍປາຍທາງຂອງຄົນແບບຂ້ອຍວ່າຈະເປັນແນວໃດແດ່?” ຖ້າພວກເຂົາບໍ່ພົບຄຳຕອບທີ່ຖືກຕ້ອງ, ພວກເຂົາກໍຈະຂາດຄວາມກະຕືລືລົ້ນທີ່ຈະເຮັດຫຍັງເລີຍ. ຖ້າພວກເຂົາໄດ້ຮັບການສົ່ງເສີມ ແລະ ບົ່ມເພາະຈາກເຮືອນຂອງພຣະເຈົ້າ, ພວກເຂົາກໍຈະເຕັມໄປດ້ວຍກຳລັງ ແລະ ໃນທຸກສິ່ງທີ່ພວກເຂົາເຮັດ ພວກເຂົາກໍຈະມີຄວາມຫ້າວຫັນເປັນພິເສດ. ແນວໃດກໍຕາມ, ຖ້າພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ ແລະ ຖືກປົດອອກ, ພວກເຂົາກໍຈະກາຍເປັນຄົນຄິດລົບທັນທີ ແລະ ພວກເຂົາກໍຈະປະຖິ້ມໜ້າທີ່ຂອງພວກເຂົາ, ໝົດຫວັງໝົດສິ້ນ. ເມື່ອຜະເຊີນກັບການລິຮານ, ພວກເຂົາກໍຄິດວ່າ “ພຣະເຈົ້າບໍ່ມັກຂ້ອຍອີກແລ້ວບໍ? ຖ້າເປັນແນວນັ້ນ, ພຣະອົງຄວນຈະບອກຕັ້ງແຕ່ດົນແລ້ວ, ແທນທີ່ຈະມາຂັດຂວາງການສະແຫວງຫາໂລກຂອງຂ້ອຍ!” ຖ້າພວກເຂົາຖືກປົດອອກ, ພວກເຂົາກໍຄິດວ່າ “ພວກເຂົາບໍ່ໄດ້ກຳລັງດູຖູກຂ້ອຍຢູ່ບໍ? ໃຜລາຍງານຂ້ອຍ? ຂ້ອຍກຳລັງຖືກກຳຈັດອອກບໍ? ຖ້າເປັນແນວນັ້ນ, ພວກເຂົາຄວນຈະບອກຕັ້ງແຕ່ດົນແລ້ວ!” ຍິ່ງໄປກວ່ານັ້ນ, ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍການຕໍ່ລອງ, ການຮຽກຮ້ອງ ແລະ ການຂໍຮ້ອງທີ່ບໍ່ມີເຫດຜົນຕໍ່ພຣະເຈົ້າ. ບໍ່ວ່າຄຣິສຕະຈັກຈະຈັດແຈງໃຫ້ພວກເຂົາເຮັດຫຍັງກໍຕາມ, ພວກເຂົາກໍຖືວ່າການມີອະນາຄົດທີ່ດີ ແລະ ໂຊກຊະຕາທີ່ດີ, ພ້ອມທັງພຣະພອນຂອງພຣະເຈົ້າ ເປັນເງື່ອນໄຂເບື້ອງຕົ້ນໃນການເຮັດສິ່ງນັ້ນ. ຢ່າງໜ້ອຍທີ່ສຸດ, ການໄດ້ຮັບການປະຕິບັດດ້ວຍສີໜ້າ ແລະ ທ່າທີທີ່ດີ ແລະ ການໄດ້ຮັບການຍອມຮັບ ກໍເປັນເງື່ອນໄຂເບື້ອງຕົ້ນຂອງພວກເຂົາໃນການຍອມຮັບ ແລະ ການອ່ອນນ້ອມ. ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກເຖິງວິທີທີ່ພວກເຂົາປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງພວກເຂົາບໍ? ຈົ່ງເພີ່ມໃສ່ສິ່ງເຫຼົ່ານີ້. (ຖ້າມີການບ່ຽງເບນ ຫຼື ບັນຫາເກີດຂຶ້ນໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ ແລະ ພວກເຂົາຖືກລິຮານ, ພວກເຂົາກໍຈະຈົ່ມວ່າຕໍ່ພຣະເຈົ້າ ແລະ ລະວັງຕົວຕໍ່ພຣະອົງ; ພວກເຂົາຮູ້ສຶກຢ້ານກົວທີ່ຈະຖືກເປີດເຜີຍ ແລະ ກຳຈັດອອກ ແລະ ຈະຫາທາງອອກໃຫ້ຕົນເອງຢູ່ສະເໝີ.) ການຮູ້ສຶກຢ້ານກົວທີ່ຈະຖືກເປີດເຜີຍ ແລະ ກຳຈັດອອກ ແລະ ການຫາທາງອອກໃຫ້ຕົນເອງຢູ່ສະເໝີ, ສິ່ງເຫຼົ່ານີ້ກໍເປັນການສະແດງອອກເຖິງວິທີທີ່ພວກເຂົາປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງພວກເຂົາເຊັ່ນກັນ. (ເມື່ອຄົນເຮົາເຫັນວ່າພຣະທຳແຫ່ງການເປີດເຜີຍ ແລະ ການວາງລັກສະນະຂອງພຣະເຈົ້າກົງກັບພວກເຂົາ ຫຼື ເມື່ອພວກເຂົາຜະເຊີນກັບການລິຮານ ແລະ ຮູ້ສຶກອັບອາຍ, ພວກເຂົາກໍສະຫຼຸບວ່າພວກເຂົາເປັນຄົນເບົາປັນຍາ, ເປັນມານຮ້າຍ ແລະ ເປັນຊາຕານ ແລະ ວ່າພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້. ພວກເຂົາຕັດສິນວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ກໍກາຍເປັນຄົນຄິດລົບ.) ເມື່ອເວົ້າເຖິງອະນາຄົດ ແລະ ປາຍທາງຂອງພວກເຂົາ, ຜູ້ຄົນບໍ່ສາມາດປະຖິ້ມເຈດຕະນາ ແລະ ຄວາມປາຖະໜາຂອງຕົນເອງໄດ້ຢ່າງສິ້ນເຊີງ. ພວກເຂົາປະຕິບັດຕໍ່ສິ່ງເຫຼົ່ານັ້ນວ່າເປັນສິ່ງທີ່ສຳຄັນທີ່ສຸດຢ່າງສະໝໍ່າສະເໝີ ແລະ ສະແຫວງຫາມັນຕາມນັ້ນ, ໂດຍຖືວ່າມັນເປັນກຳລັງຂັບເຄື່ອນ ແລະ ເງື່ອນໄຂເບື້ອງຕົ້ນສຳລັບທຸກສິ່ງທີ່ພວກເຂົາສະແຫວງຫາ. ເມື່ອພວກເຂົາຜະເຊີນກັບການພິພາກສາ, ການລົງໂທດ, ການທົດລອງ, ການຫຼໍ່ຫຼອມ ຫຼື ການຖືກເປີດເຜີຍ ຫຼື ພວກເຂົາພົບພໍ້ກັບສະຖານະການທີ່ອັນຕະລາຍ, ພວກເຂົາກໍຈະຄິດທັນທີວ່າ “ພຣະເຈົ້າບໍ່ຕ້ອງການຂ້ອຍອີກແລ້ວບໍ? ພຣະອົງກຳລັງລັງກຽດ-ປະຕິເສດຂ້ອຍບໍ? ນໍ້າສຽງທີ່ພຣະອົງກ່າວກັບຂ້ອຍນັ້ນຮຸນແຮງຫຼາຍ; ພຣະອົງບໍ່ຢາກຊ່ວຍຂ້ອຍໃຫ້ລອດພົ້ນບໍ? ພຣະອົງຢາກກຳຈັດຂ້ອຍອອກບໍ? ຖ້າພຣະອົງຢາກກຳຈັດຂ້ອຍອອກ, ພຣະອົງກໍຄວນບອກໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ໃນຂະນະທີ່ຂ້ອຍຍັງໜຸ່ມຢູ່, ເພື່ອບໍ່ໃຫ້ເປັນການຂັດຂວາງການສະແຫວງຫາໂລກຂອງຂ້ອຍ”. ສິ່ງນີ້ກໍ່ໃຫ້ເກີດຄວາມຄິດລົບ, ການຕໍ່ຕ້ານ, ການຄັດຄ້ານ ແລະ ຄວາມຂີ້ຄ້ານໃນຕົວພວກເຂົາ. ສິ່ງເຫຼົ່ານີ້ແມ່ນສະພາວະ ແລະ ການສະແດງອອກບາງຢ່າງທີ່ກ່ຽວຂ້ອງກັບວິທີທີ່ຜູ້ຄົນປະຕິບັດຕໍ່ອະນາຄົດ ແລະ ປາຍທາງຂອງພວກເຂົາ. ນີ້ຄືຄວາມຫຍຸ້ງຍາກທີ່ສຳຄັນທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ.

3. ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບມະນຸດສຳພັນ

ໃຫ້ມາເບິ່ງອີກດ້ານໜຶ່ງ, ນັ້ນກໍຄື ມະນຸດສຳພັນ. ນີ້ກໍເປັນຄວາມຫຍຸ້ງຍາກທີ່ສຳຄັນທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດເຊັ່ນກັນ. ວິທີທີ່ເຈົ້າປະຕິບັດຕໍ່ຄົນທີ່ເຈົ້າບໍ່ມັກ, ຄົນທີ່ມີຄວາມຄິດເຫັນແຕກຕ່າງຈາກເຈົ້າ, ຄົນທີ່ເຈົ້າຄຸ້ນເຄີຍ, ຄົນທີ່ມີຄວາມສຳພັນທາງຄອບຄົວກັບເຈົ້າ ຫຼື ຜູ້ທີ່ມີບຸນຄຸນຕໍ່ເຈົ້າ ແລະ ຄົນທີ່ໃຫ້ຄຳເຕືອນແກ່ເຈົ້າຢ່າງທັນທ່ວງທີຢູ່ສະເໝີ, ເວົ້າຄວາມຈິງກັບເຈົ້າ ແລະ ຊ່ວຍເຫຼືອເຈົ້າ ແລະ ບໍ່ວ່າເຈົ້າຈະສາມາດປະຕິບັດຕໍ່ທຸກຄົນຢ່າງຍຸຕິທຳໄດ້ ຫຼື ບໍ່, ລວມທັງວິທີທີ່ເຈົ້າປະຕິບັດເມື່ອເກີດການຂັດແຍ່ງກັບຄົນອື່ນ, ຕະຫຼອດຈົນຄວາມອິດສາ ແລະ ຄວາມຂັດແຍ່ງທີ່ເກີດຂຶ້ນໃນທ່າມກາງເຈົ້າ ແລະ ການທີ່ເຈົ້າບໍ່ສາມາດພົວພັນກັນຢ່າງກົມກຽວ ຫຼື ແມ່ນແຕ່ຮ່ວມມືກັນຢ່າງກົມກຽວໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ສິ່ງເຫຼົ່ານີ້ແມ່ນສະພາວະ ແລະ ການສະແດງອອກບາງຢ່າງທີ່ກ່ຽວຂ້ອງກັບມະນຸດສຳພັນ. ມີຫຍັງອີກບໍ? (ການເຮັດຕົວເປັນຄົນທີ່ປະຈົບເອົາໃຈຄົນ ແລະ ບໍ່ກ້າເວົ້າອອກມາເມື່ອພົບເຫັນບັນຫາຂອງຄົນອື່ນ ຍ້ອນຢ້ານວ່າຈະເຮັດໃຫ້ພວກເຂົາຜິດໃຈ.) ນີ້ຄືສະພາວະທີ່ເກີດຂຶ້ນເມື່ອຄົນເຮົາຢ້ານທີ່ຈະເຮັດໃຫ້ຄົນອື່ນຜິດໃຈ. (ນອກຈາກນີ້, ວິທີທີ່ຄົນເຮົາປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ທີ່ມີອຳນາດ ແລະ ສະຖານະ.) ວິທີທີ່ພວກເຈົ້າປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ທີ່ມີອຳນາດ ແລະ ສະຖານະ, ບໍ່ວ່າຈະເປັນການປະຈົບປະແຈງ ແລະ ການປະຈົບສໍພໍ ຫຼື ໂດຍການປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ, ນີ້ຄືການສະແດງອອກທີ່ສະເພາະຂອງວິທີທີ່ພວກເຈົ້າຈັດການກັບຜູ້ທີ່ມີອຳນາດ ແລະ ອິດທິພົນ. ສິ່ງເຫຼົ່ານີ້ກໍຄືຄວາມຫຍຸ້ງຍາກຂອງມະນຸດສຳພັນບໍ່ຫຼາຍກໍໜ້ອຍ.

4. ບັນຫາທີ່ກ່ຽວຂ້ອງກັບອາລົມຄວາມຮູ້ສຶກຂອງມະນຸດ

ໃຫ້ພວກເຮົາເວົ້າເລັກໜ້ອຍກ່ຽວກັບອາລົມຄວາມຮູ້ສຶກຂອງມະນຸດ. ມີບັນຫາໃດແດ່ທີ່ກ່ຽວຂ້ອງກັບຄວາມຮູ້ສຶກ? ທຳອິດແມ່ນວິທີທີ່ພວກເຈົ້າປະເມີນສະມາຊິກໃນຄອບຄົວຂອງຕົນເອງ ແລະ ວິທີທີ່ພວກເຈົ້າປະຕິບັດຕໍ່ສິ່ງທີ່ພວກເຂົາເຮັດ. “ສິ່ງທີ່ພວກເຂົາເຮັດ” ໃນທີ່ນີ້ ແນ່ນອນວ່າລວມເຖິງເວລາທີ່ພວກເຂົາລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ, ເວລາທີ່ພວກເຂົາຕັດສິນຄົນອື່ນລັບຫຼັງ, ເວລາທີ່ພວກເຂົາມີສ່ວນຮ່ວມໃນການປະຕິບັດບາງຢ່າງຂອງຜູ້ບໍ່ເຊື່ອ ແລະ ອື່ນໆ. ເຈົ້າສາມາດຮັບມືກັບສິ່ງເຫຼົ່ານີ້ຢ່າງບໍ່ລຳອຽງໄດ້ບໍ? ເມື່ອຈຳເປັນທີ່ເຈົ້າຕ້ອງຂຽນຄຳປະເມີນກ່ຽວກັບສະມາຊິກໃນຄອບຄົວຂອງເຈົ້າ, ເຈົ້າສາມາດເຮັດເຊັ່ນນັ້ນຢ່າງມີພາວະວິໄສ ແລະ ບໍ່ລຳອຽງ, ໂດຍວາງອາລົມຄວາມຮູ້ສຶກຂອງຕົນເອງໄວ້ຂ້າງໜຶ່ງໄດ້ບໍ? ສິ່ງນີ້ກ່ຽວຂ້ອງກັບວິທີທີ່ພວກເຈົ້າປະຕິບັດຕໍ່ສະມາຊິກໃນຄອບຄົວຂອງພວກເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າມີອາລົມຄວາມຮູ້ສຶກຕໍ່ຜູ້ທີ່ເຈົ້າເຂົ້າກັນໄດ້ດີ ຫຼື ຜູ້ທີ່ເຄີຍຊ່ວຍເຫຼືອເຈົ້າບໍ? ເຈົ້າສາມາດເບິ່ງການກະທຳ ແລະ ການປະພຶດຂອງພວກເຂົາໃນທາງທີ່ມີພາວະວິໄສ, ບໍ່ລຳອຽງ ແລະ ຖືກຕ້ອງໄດ້ບໍ? ຖ້າພວກເຂົາລົບກວນ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ, ເຈົ້າຈະສາມາດລາຍງານ ຫຼື ເປີດເຜີຍພວກເຂົາໂດຍທັນທີໄດ້ບໍ ຫຼັງຈາກທີ່ເຈົ້າຮູ້ເລື່ອງນັ້ນ? ນອກຈາກນີ້, ເຈົ້າມີອາລົມຄວາມຮູ້ສຶກຕໍ່ຜູ້ທີ່ຂ້ອນຂ້າງໃກ້ຊິດກັບເຈົ້າ ຫຼື ຜູ້ທີ່ມີຄວາມສົນໃຈຄ້າຍຄືກັນກັບເຈົ້າບໍ? ເຈົ້າມີການປະເມີນ, ການກຳນົດ ແລະ ວິທີການຈັດການກັບການກະທຳ ແລະ ພຶດຕິກຳຂອງພວກເຂົາທີ່ບໍ່ລຳອຽງ ແລະ ມີພາວະວິໄສບໍ? ສົມມຸດວ່າຄົນເຫຼົ່ານີ້, ທີ່ເຈົ້າມີຄວາມຜູກພັນທາງອາລົມນຳ, ຖືກຈັດການໂດຍຄຣິດຕະຈັກຕາມຫຼັກການ ແລະ ຜົນຂອງການຈັດການນີ້ບໍ່ສອດຄ່ອງກັບແນວຄິດຂອງເຈົ້າເອງ, ເຈົ້າຈະຮັບມືກັບສິ່ງນີ້ແນວໃດ? ເຈົ້າຈະສາມາດເຊື່ອຟັງໄດ້ບໍ? ພວກເຈົ້າຈະຍັງຄົງຕິດພັນກັບພວກເຂົາຢ່າງລັບໆຕໍ່ໄປບໍ ແລະ ພວກເຈົ້າຈະຖືກພວກເຂົານໍາພາຢ່າງຜິດໆ ແລະ ຖືກພວກເຂົາຍຸຍົງໃຫ້ຫາຂໍ້ອ້າງໃຫ້ພວກເຂົາ, ໃຫ້ເຫດຜົນແກ່ພວກເຂົາ ແລະ ປົກປ້ອງພວກເຂົາບໍ? ເຈົ້າຈະຍືນມືຊ່ວຍ ແລະ ປົກປ້ອງຜູ້ທີ່ເຄີຍຊ່ວຍເຫຼືອເຈົ້າຢ່າງສຸດຊີວິດ, ໃນຂະນະທີ່ບໍ່ສົນໃຈຫຼັກການຄວາມຈິງ ແລະ ບໍ່ສົນໃຈຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ສິ່ງເຫຼົ່ານີ້ບໍ່ແມ່ນບັນຫາຕ່າງໆທີ່ກ່ຽວຂ້ອງກັບອາລົມຄວາມຮູ້ສຶກບໍ? ບາງຄົນເວົ້າວ່າ “ຄວາມຮູ້ສຶກບໍ່ແມ່ນກ່ຽວຂ້ອງກັບຍາດພີ່ນ້ອງ ແລະ ສະມາຊິກໃນຄອບຄົວເທົ່ານັ້ນບໍ? ຂອບເຂດຂອງຄວາມຮູ້ສຶກບໍ່ແມ່ນພຽງແຕ່ພໍ່ແມ່, ອ້າຍເອື້ອຍນ້ອງ ແລະ ສະມາຊິກຄອບຄົວອື່ນໆຂອງຕົນເອງບໍ?” ບໍ່ແມ່ນ, ຄວາມຮູ້ສຶກລວມເຖິງຂອບເຂດຂອງຜູ້ຄົນທີ່ກວ້າງຂວາງ. ລືມເລື່ອງການປະເມີນສະມາຊິກໃນຄອບຄົວຂອງຕົນເອງຢ່າງບໍ່ລຳອຽງໄປໄດ້ເລີຍ, ບາງຄົນແມ່ນແຕ່ບໍ່ສາມາດປະເມີນໝູ່ສະໜິດ ແລະ ເພື່ອນຮັກຂອງພວກເຂົາຢ່າງບໍ່ລຳອຽງໄດ້ ແລະ ພວກເຂົາກໍບິດເບືອນຂໍ້ເທັດຈິງເມື່ອພວກເຂົາເວົ້າເຖິງຄົນເຫຼົ່ານີ້. ຕົວຢ່າງ: ຖ້າໝູ່ຂອງພວກເຂົາບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງຕົນ ແລະ ປະຕິບັດໃນທາງທີ່ຄົດໂກງ ແລະ ຊົ່ວຮ້າຍໃນໜ້າທີ່ຂອງຕົນຢູ່ສະເໝີ, ພວກເຂົາກໍຈະພັນລະນາວ່າລາວຂ້ອນຂ້າງມັກຫຼິ້ນ ແລະ ເວົ້າວ່າຄວາມເປັນມະນຸດຂອງລາວຍັງບໍ່ເຕີບໃຫຍ່ ແລະ ຍັງບໍ່ໝັ້ນຄົງ. ບໍ່ແມ່ນມີຄວາມຮູ້ສຶກຢູ່ໃນຄຳເວົ້າເຫຼົ່ານີ້ບໍ? ນີ້ຄືການເວົ້າຄຳທີ່ເຕັມໄປດ້ວຍອາລົມຄວາມຮູ້ສຶກ. ຖ້າຄົນທີ່ບໍ່ມີຄວາມກ່ຽວຂ້ອງກັບພວກເຂົາບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງພວກເຂົາ ແລະ ປະຕິບັດໃນທາງທີ່ຄົດໂກງ ແລະ ຊົ່ວຮ້າຍ, ພວກເຂົາກໍຈະມີຄຳເວົ້າທີ່ຮຸນແຮງກວ່ານັ້ນກ່ຽວກັບພວກເຂົາ ແລະ ອາດຈະເຖິງຂັ້ນກ່າວໂທດພວກເຂົາ. ນີ້ບໍ່ແມ່ນການສະແດງອອກເຖິງການເວົ້າ ແລະ ການກະທຳໂດຍອີງໃສ່ອາລົມຄວາມຮູ້ສຶກບໍ? ຄົນທີ່ດຳລົງຊີວິດຕາມອາລົມຄວາມຮູ້ສຶກຂອງພວກເຂົາບໍ່ລຳອຽງບໍ? ພວກເຂົາຊື່ຕົງບໍ? (ບໍ່.) ມີຫຍັງຜິດພາດກັບຄົນທີ່ເວົ້າຕາມອາລົມຄວາມຮູ້ສຶກຂອງພວກເຂົາ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳໄດ້? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເວົ້າໂດຍອີງໃສ່ຫຼັກການຄວາມຈິງໄດ້? ຄົນທີ່ເວົ້າປີ້ນຄວາມ ແລະ ບໍ່ເຄີຍອີງໃສ່ຂໍ້ເທັດຈິງໃນຄຳເວົ້າຂອງພວກເຂົາກໍຄືຄົນຊົ່ວຮ້າຍ. ການບໍ່ເປັນທຳເມື່ອເວົ້າ, ການເວົ້າຕາມອາລົມຄວາມຮູ້ສຶກຂອງຕົນ ແລະ ເພື່ອຜົນປະໂຫຍດຕົນເອງຢູ່ສະເໝີ ແລະ ບໍ່ແມ່ນຕາມຫຼັກການຄວາມຈິງ, ການບໍ່ຄິດເຖິງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພຽງແຕ່ປົກປ້ອງອາລົມຄວາມຮູ້ສຶກສ່ວນຕົວ, ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງຕົນເອງ, ນີ້ຄືຄຸນລັກສະນະຂອງພວກຕໍ່ຕ້ານພຣະຄຣິດ. ນີ້ຄືວິທີທີ່ພວກຕໍ່ຕ້ານພຣະຄຣິດເວົ້າ; ທຸກສິ່ງທີ່ພວກເຂົາເວົ້າລ້ວນແລ້ວແຕ່ຊົ່ວຮ້າຍ, ລົບກວນ ແລະ ຂັດຂວາງ. ຄົນທີ່ດຳລົງຊີວິດທ່າມກາງຄວາມມັກ ແລະ ຜົນປະໂຫຍດຂອງເນື້ອໜັງກໍດຳລົງຊີວິດທ່າມກາງຄວາມຮູ້ສຶກຂອງພວກເຂົາ. ຄົນທີ່ດຳລົງຊີວິດຕາມອາລົມຄວາມຮູ້ສຶກຂອງພວກເຂົາກໍຄືຜູ້ທີ່ບໍ່ຍອມຮັບ ຫຼື ປະຕິບັດຄວາມຈິງເລີຍ. ຜູ້ທີ່ເວົ້າ ແລະ ກະທຳໂດຍອີງໃສ່ອາລົມຄວາມຮູ້ສຶກຂອງພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງເລີຍ. ຖ້າຄົນດັ່ງກ່າວກາຍເປັນຜູ້ນໍາ, ພວກເຂົາກໍຈະເປັນຜູ້ນໍາປອມ ຫຼື ພວກຕໍ່ຕ້ານພຣະຄຣິສຢ່າງບໍ່ຕ້ອງສົງໄສ. ບໍ່ພຽງແຕ່ພວກເຂົາບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້, ພວກເຂົາອາດຈະມີສ່ວນຮ່ວມໃນການກະທຳຊົ່ວຕ່າງໆອີກດ້ວຍ. ພວກເຂົາຈະຖືກກຳຈັດອອກ ແລະ ລົງໂທດຢ່າງແນ່ນອນ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?