ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (19) ສ່ວນທີ ສອງ
ຂ. ຫຼັກການໃນການຈັດການກັບຄົນຊົ່ວຊ້າທີ່ບົ່ງການການເລືອກຕັ້ງຂອງຄຣິສຕະຈັກ
ເມື່ອເກີດສະຖານະການທີ່ຄົນຊົ່ວຊ້າບົ່ງການການເລືອກຕັ້ງ, ມັນຈຳເປັນຕ້ອງຈັດການເລືອກຕັ້ງຄືນໃໝ່. ສິ່ງນີ້ຄວນປະຕິບັດແນວໃດ? (ຄວນລົບລ້າງຜົນການເລືອກຕັ້ງ ແລະ ຈັດການເລືອກຕັ້ງຄັ້ງໃໝ່.) ນີ້ແມ່ນວິທີໜຶ່ງ. ຂໍ້ມູນພາຍໃນກ່ຽວກັບວ່າການເລືອກຕັ້ງຄັ້ງນີ້ຖືກບົ່ງການໂດຍຄົນຊົ່ວຊ້າແນວໃດນັ້ນ ຄວນຖືກເປີດເຜີຍ ແລະ ເຜີຍແຜ່ຕໍ່ສາທາລະນະ ເພື່ອໃຫ້ທຸກຄົນຮູ້ວ່າຂະບວນການເລືອກຕັ້ງເປັນແນວໃດ ແລະ ຜົນຮັບອອກມາເປັນແນວໃດ. ຫຼັງຈາກທີ່ຂໍ້ມູນພາຍໃນນີ້ເປັນທີ່ຮູ້ຈັກແລ້ວ, ຜົນການເລືອກຕັ້ງກໍຄວນຖືກປະຕິເສດ ແລະ ຄວນຈັດການເລືອກຕັ້ງຄືນໃໝ່. ການເລືອກຕັ້ງດັ່ງກ່າວຈະຕ້ອງບໍ່ໄດ້ຮັບການຮັບຮອງຈາກຜູ້ຄົນສ່ວນໃຫຍ່ທີ່ພຣະເຈົ້າເລືອກ; ແລະ ມັນບໍ່ສຳຄັນວ່າໃຜຈະຖືກເລືອກ ນັ້ນກໍຄື ບໍ່ສາມາດຍອມຮັບຜົນຮັບໄດ້. ພາຍໃຕ້ສະຖານະການປົກກະຕິ, ໂດຍຜ່ານການໂອ້ລົມກ່ຽວກັບຄວາມຈິງ ແລະ ການເປີດໂປງເລື່ອງພາຍໃນ, ຜົນການເລືອກຕັ້ງກໍສາມາດຖືກປະຕິເສດ ແລະ ສາມາດຈັດການເລືອກຕັ້ງຄືນໃໝ່ໄດ້. ແຕ່ບາງຄັ້ງ, ໃນສະຖານະການພິເສດບາງຢ່າງ, ເຖິງແມ່ນວ່າຄົນສ່ວນໜ້ອຍຈະຮູ້ວ່າຜົນການເລືອກຕັ້ງຖືກບົ່ງການໂດຍຄົນຮັບໃຊ້ຂອງຊາຕານ ແລະ ຜູ້ທີ່ຖືກເລືອກຕັ້ງບໍ່ສາມາດເຮັດວຽກໄດ້ຢ່າງແທ້ຈິງ ແລະ ເປັນພຽງຫຸ່ນເຊີດກໍຕາມ, ເພາະຄົນສ່ວນໃຫຍ່ໃນຄຣິສຕະຈັກຖືກນໍາພາຢ່າງຜິດໆ ໂດຍຄົນຊົ່ວຊ້າ ແລະ ຍັງຄົງຢືນຢູ່ຂ້າງຄົນຮັບໃຊ້ຂອງຊາຕານ ໃນຂະນະທີ່ມີພຽງຄົນສ່ວນໜ້ອຍທີ່ມີການແຍກແຍະ ແລະ ຮູ້ຂໍ້ມູນພາຍໃນ ແລະ ບໍ່ມີໃຜເຊື່ອຄົນສ່ວນໜ້ອຍກຸ່ມນີ້ ຫຼື ຟັງພວກເຂົາເມື່ອພວກເຂົາເວົ້າອອກມາ, ພວກເຂົາຢູ່ຢ່າງໂດດດ່ຽວ ແລະ ບໍ່ມີກຳລັງ ແລະ ໂດຍພື້ນຖານແລ້ວຂາດກຳລັງທີ່ຈະພິກສະຖານະການ. ໃນສະຖານະການດັ່ງກ່າວ, ພວກເຈົ້າອາດຈະຢາກເປີດເຜີຍເລື່ອງພາຍໃນກ່ຽວກັບການບົ່ງການການເລືອກຕັ້ງ, ແຕ່ມັນບໍ່ງ່າຍທີ່ຈະເຂົ້າໃຈສະຖານະການຢ່າງຊັດເຈນ. ໃນກໍລະນີນັ້ນ, ນອກຈາກການລາຍງານຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກລະດັບເທິງແລ້ວ, ພວກເຈົ້າຍັງສາມາດເຮັດຫຍັງໄດ້ອີກ? ຖ້າພວກເຈົ້າສືບຕໍ່ດຳລົງຊີວິດຄຣິສຕະຈັກ, ພວກເຈົ້າຈະຖືກກີດກັນ. ການເຂົ້າຮ່ວມການເຕົ້າໂຮມຢູ່ຄຣິສຕະຈັກອື່ນເບິ່ງຄືວ່າບໍ່ເໝາະສົມ, ເພາະຄົນຢູ່ທີ່ນັ້ນບໍ່ສາມາດຕ້ອນຮັບຄົນແປກໜ້າຕາມອຳເພີໃຈ. ສິ່ງນີ້ເຮັດໃຫ້ເຈົ້າຕົກຢູ່ໃນສະຖານະການທີ່ກືນບໍ່ເຂົ້າຄາຍບໍ່ອອກແທ້ໆ! ເຈົ້າເຫັນວ່າຜູ້ນໍາຄຣິສຕະຈັກທີ່ຖືກເລືອກຕັ້ງມີຄວາມເປັນມະນຸດທີ່ບໍ່ດີ, ເປັນມານຮ້າຍ ແລະ ບໍ່ແມ່ນຄົນທີ່ຄວນຈະຖືກເລືອກຕັ້ງ, ສະນັ້ນ ເຈົ້າຈຶ່ງໃຈຮ້າຍພຽງແຕ່ເມື່ອໄດ້ເຫັນພວກເຂົາ. ການເຂົ້າຮ່ວມການເຕົ້າໂຮມເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈ, ແຕ່ການບໍ່ໄປກໍບໍ່ແມ່ນທາງເລືອກ. ຖ້າເຈົ້າບໍ່ໄປ ແລະ ຕັດຄວາມສຳພັນຂອງເຈົ້າກັບຄຣິສຕະຈັກ, ເຈົ້າກໍຈະສູນເສຍຊີວິດຄຣິສຕະຈັກຂອງເຈົ້າ ເຊິ່ງບໍ່ແມ່ນສິ່ງທີ່ເຈົ້າສາມາດເຮັດໄດ້. ແລ້ວມີວິທີແກ້ໄຂທີ່ດີຕໍ່ບັນຫານີ້ບໍ? ສິ່ງນີ້ຈຳເປັນຕ້ອງມີສະຕິປັນຍາ. ຈະເກີດຜົນຫຍັງຕາມມາ ຖ້າເຈົ້າເປີດໂປງພວກເຂົາຢ່າງຟ້າວຟັ່ງ? ຄົນເຫຼົ່ານັ້ນອາດຈະຮ່ວມຫົວກັນເພື່ອປາບປາມເຈົ້າ, ຂັບໄລ່ເຈົ້າ ຫຼື ຖ້າສະຖານະການບໍ່ດີແທ້ໆ, ພວກເຂົາອາດຈະກຳຈັດເຈົ້າອອກໄປເລີຍ, ເຮັດໃຫ້ເຈົ້າກາຍເປັນຜູ້ເຄາະຮ້າຍຈາກຄວາມບໍ່ຍຸຕິທຳ. ນີ້ຄືຜົນທີ່ຈະຕາມມາທີ່ເປັນໄປໄດ້ຫຼາຍທີ່ສຸດ. ແລ້ວວິທີແກ້ໄຂທີ່ດີທີ່ສຸດແມ່ນຫຍັງ? (ຮ່ວມກຳລັງກັບອ້າຍເອື້ອຍນ້ອງບາງຄົນທີ່ມີການແຍກແຍະ ແລະ ຮວບຮວມຫຼັກຖານທັງໝົດກ່ຽວກັບການກະທຳທີ່ຊົ່ວຊ້າຂອງຄົນເຫຼົ່ານີ້ໃນການບົ່ງການການເລືອກຕັ້ງຢ່າງລັບໆ. ລາຍງານຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກລະດັບເທິງ ແລະ ໂອ້ລົມຄວາມຈິງກັບອ້າຍເອື້ອຍນ້ອງທີ່ຖືກນໍາພາຢ່າງຜິດໆ ໂດຍໄວ ເພື່ອນໍາພວກເຂົາກັບຄືນມາ.) ນີ້ຖືວ່າເປັນວິທີແກ້ໄຂທີ່ດີບໍ? ການເຮັດສິ່ງດັ່ງກ່າວຢ່າງຮີບຮ້ອນເປັນສິ່ງທີ່ຖືກຕ້ອງບໍ? ຜົນທີ່ຕາມມາຂອງການຮີບຮ້ອນແມ່ນຫຍັງ? (ມັນງ່າຍທີ່ຈະເຮັດໃຫ້ສັດຕູຮູ້ຕົວໂດຍບໍ່ຕັ້ງໃຈ.) ເມື່ອພວກເຈົ້າພົບພໍ້ກັບເລື່ອງແບບນີ້, ພວກເຈົ້າຢ້ານ ຫຼື ກະວົນກະວາຍບໍ? ພວກເຈົ້າຄວນຢ້ານ ຫຼື ກະວົນກະວາຍບໍ? (ບໍ່.) ຕາມຫຼັກການແລ້ວ, ພວກເຈົ້າບໍ່ຄວນຢ້ານ, ນີ້ຄືສິ່ງທີ່ເຫດຜົນຂອງພວກເຈົ້າບອກພວກເຈົ້າ. ແຕ່ໃນຄວາມເປັນຈິງແລ້ວ ມັນເປັນແນວໃດສຳລັບຜູ້ຄົນ? ສິ່ງທີ່ສຳຄັນທີ່ສຸດຄື ຜູ້ຄົນເຂົ້າໃຈຄວາມຈິງ ຫຼື ບໍ່. ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ ແລະ ມີພຽງແຕ່ຄວາມຕັ້ງໃຈຂອງພວກເຂົາ, ພວກເຂົາກໍຈະຍັງຄົງຢ້ານຢູ່ໃນໃຈ. ເມື່ອເຈົ້າຢ້ານ, ມັນງ່າຍບໍທີ່ຈະບັນລຸຜົນສຳເລັດ ບໍ່ວ່າເຈົ້າຈະເຮັດຫຍັງ ຫຼື ເຮັດແນວໃດກໍຕາມ? (ບໍ່ງ່າຍ.) ເມື່ອເຈົ້າຢ້ານ, ເຈົ້າຢູ່ໃນສະພາວະແບບໃດ? ເຈົ້າຢ້ານອຳນາດຂອງຄົນເຫຼົ່ານີ້, ຢ້ານພວກເຂົາຈະຮູ້ວ່າ ເຈົ້າໄດ້ແຍກແຍະພວກເຂົາ ແລະ ລະວັງຕົວຕໍ່ພວກເຂົາ ແລະ ຢ້ານວ່າພວກເຂົາຈະປາບປາມ ແລະ ກີດກັນເຈົ້າ ເມື່ອພວກເຂົາເຫັນວ່າ ເຈົ້າບໍ່ໄດ້ຢູ່ຂ້າງພວກເຂົາ, ຈົນໃນທີ່ສຸດກໍກຳຈັດເຈົ້າອອກຈາກຄຣິສຕະຈັກ. ເຈົ້າຈະມີຄວາມກັງວົນເຫຼົ່ານີ້ຢູ່ໃນຫົວໃຈຂອງເຈົ້າ. ເມື່ອເຈົ້າມີຄວາມກັງວົນດັ່ງກ່າວ, ເຈົ້າຈະສາມາດມີສະຕິປັນຍາ, ຄວາມກ້າຫານ ແລະ ວິທີການທີ່ຈະພົວພັນກັບຄົນເຫຼົ່ານີ້, ແກ້ໄຂບັນຫາທີ່ພວກເຂົາກໍ່ຂຶ້ນ ຫຼື ເປີດໜ້າກາກການກະທຳທີ່ຊົ່ວຊ້າຂອງພວກເຂົາ ເພື່ອໃຫ້ອ້າຍເອື້ອຍນ້ອງມີການແຍກແຍະ ແລະ ບໍ່ຖືກນໍາພາຢ່າງຜິດໆ ໄດ້ບໍ? ວິທີການກະທຳທີ່ເໝາະສົມທີ່ສຸດແມ່ນຫຍັງ? ເມື່ອເຈົ້າຢ້ານ, ເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ອ່ອນແອບໍ? ກ່ອນອື່ນໝົດ, ເຈົ້າອ່ອນແອ ແລະ ຢູ່ຊື່ໆ. ໃນດ້ານໜຶ່ງ, ເຈົ້າຂາດຄວາມເຊື່ອທີ່ເຂັ້ມແຂງໃນພຣະເຈົ້າ ແລະ ໃນອີກດ້ານໜຶ່ງ, ເຈົ້າຄິດວ່າ “ຄົນຊົ່ວຊ້າເຫຼົ່ານີ້ປະສົບຜົນສຳເລັດແລ້ວ. ເປັນຫຍັງຕອນນີ້ມີພຽງແຕ່ຂ້ານ້ອຍຄົນດຽວທີ່ແຍກແຍະເລື່ອງນີ້ໄດ້? ຄົນອື່ນມີການແຍກແຍະແດ່ບໍ? ຖ້າຂ້ານ້ອຍບອກຄົນອື່ນກ່ຽວກັບສະຖານະການທີ່ແທ້ຈິງ, ພວກເຂົາຈະເຊື່ອຂ້ານ້ອຍບໍ? ຖ້າພວກເຂົາບໍ່ເຊື່ອຂ້ານ້ອຍ, ພວກເຂົາຈະເປີດໂປງຂ້ານ້ອຍບໍ? ຖ້າພວກເຂົາທຸກຄົນຮ່ວມຫົວກັນເພື່ອຈັດການກັບຂ້ານ້ອຍ ແລະ ຂ້ານ້ອຍຢູ່ຄົນດຽວ ແລະ ບໍ່ມີກຳລັງ, ຄົນຊົ່ວຊ້າເຫຼົ່ານັ້ນຈະຊອກຫາຂໍ້ອ້າງທຸກປະເພດ ເພື່ອທີ່ຈະກຳຈັດຂ້ານ້ອຍອອກໄປບໍ?” ພວກເຈົ້າຈະບໍ່ມີຄວາມກັງວົນດັ່ງກ່າວບໍ? ເມື່ອເຈົ້າມີຄວາມກັງວົນເຫຼົ່ານີ້, ເຈົ້າຈະສາມາດຈັດການກັບຄົນເຫຼົ່ານັ້ນໄດ້ແນວໃດ? ເຈົ້າຈະສາມາດພົວພັນກັບພວກເຂົາໃນວິທີທີ່ເໝາະສົມ ແລະ ສະຫຼາດທີ່ສຸດໄດ້ແນວໃດ? ໃນເວລານີ້, ເຈົ້າບໍ່ມີທິດທາງ ຫຼື ເສັ້ນທາງທີ່ຈະເດີນຕາມເລີຍແມ່ນບໍ່? ເວົ້າໃຫ້ຊັດເຈນກໍຄື ເມື່ອເຈົ້າຢ້ານ ແລະ ອ່ອນແອທີ່ສຸດ, ເຈົ້າກໍພຽງແຕ່ບໍ່ສາມາດຕໍ່ສູ້ກັບພວກເຂົາ ຫຼື ຮັບມືກັບພວກເຂົາ ແລະ ຈັດການກັບບັນຫາທີ່ພວກເຂົາກໍ່ຂຶ້ນ. ແລ້ວວິທີການທີ່ດີທີ່ສຸດສຳລັບເຈົ້າໃນເວລານີ້ແມ່ນຫຍັງ? ມັນຄືການເລີ່ມລົງມືກ່ອນ ແລະ ໂຈມຕີກ່ອນ, ຜະເຊີນໜ້າກັບພວກເຂົາ ແລະ ເປີດໂປງການກະທຳທີ່ຊົ່ວຊ້າຂອງພວກເຂົາ ເພື່ອປົກປ້ອງຕົນເອງບໍ? ວິທີການນີ້ເໝາະສົມບໍ? (ບໍ່ເໝາະສົມ.) ເປັນຫຍັງມັນຈຶ່ງບໍ່ເໝາະສົມ? ເພາະເຈົ້າບໍ່ທັນໄດ້ຄິດຢ່າງຖີ່ຖ້ວນວ່າຈະເຮັດແນວໃດ, ເຈົ້າບໍ່ສາມາດເບິ່ງທະລຸແກ່ນແທ້ຂອງພວກເຂົາ ແລະ ເຈົ້າບໍ່ຮູ້ວ່າຈະເປີດໂປງພວກເຂົາແນວໃດ, ຍິ່ງໄປກວ່ານັ້ນກໍຄືບໍ່ຮູ້ວ່າຜູ້ທີ່ຖືກນໍາພາຢ່າງຜິດໆ ຈະສາມາດຍອມຮັບຄວາມຈິງ ແລະ ຫັນກັບຄືນມາໄດ້ ຫຼື ບໍ່. ພວກເຈົ້າບໍ່ຮູ້ເລື່ອງຕ່າງໆ ເຫຼົ່ານີ້ເລີຍ ແລະ ພວກເຈົ້າກໍບໍ່ຊັດເຈນວ່າທາງອອກໃດທີ່ເປັນປະໂຫຍດ ແລະ ມີປະສິດທິພາບທີ່ສຸດສຳລັບເຈົ້າ. ເຖິງແມ່ນວ່າເຈົ້າຈະຍັງບໍ່ທັນຕົກຢູ່ໃນສະພາວະຄິດລົບໃນລະດັບໃດໜຶ່ງ, ສະພາວະປັດຈຸບັນຂອງເຈົ້າມີຄວາມອ່ອນແອ ແລະ ຄວາມຢ້ານກົວເປັນຢ່າງໜ້ອຍ ແລະ ພາຍໃນແລ້ວ ເຈົ້າມີຄວາມກັງວົນຫຼາຍຢ່າງ. ບໍ່ວ່າຄວາມກັງວົນເຫຼົ່ານີ້ຈະສົມເຫດສົມຜົນ ຫຼື ເກີດຈາກຄວາມອ່ອນແອ ແລະ ຄວາມຢ້ານກົວຂອງເຈົ້າກໍຕາມ, ສະຫຼຸບສັ້ນໆ ສິ່ງເຫຼົ່ານີ້ຄືຂໍ້ແທ້ຈິງ. ເມື່ອຂໍ້ແທ້ຈິງເຫຼົ່ານີ້ເກີດຂຶ້ນ, ວິທີແກ້ໄຂທີ່ດີທີ່ສຸດຄືການຮຽນຮູ້ທີ່ຈະລໍຄອຍ ແລະ ບໍ່ຕ້ອງເຮັດຫຍັງ. ການບໍ່ເຮັດຫຍັງໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ຟ້າວຟັ່ງທີ່ຈະເປີດໂປງສະຖານະການທີ່ແທ້ຈິງກ່ຽວກັບການເລືອກຕັ້ງຕໍ່ຜູ້ທີ່ຖືກຫຼອກລວງ ແລະ ບໍ່ຟ້າວຟັ່ງທີ່ຈະຕໍ່ຕ້ານຜູ້ນໍາຄຣິສຕະຈັກທີ່ຖືກເລືອກຕັ້ງໃໝ່ ຫຼື ກຸ່ມຄົນທີ່ບົ່ງການ ແລະ ຂັດຂວາງການເລືອກຕັ້ງ. ຢ່າເປີດໂປງພວກເຂົາ; ໃນເວລານີ້, ເຈົ້າຕ້ອງຮຽນຮູ້ທີ່ຈະລໍຖ້າ. ບາງຄົນເວົ້າວ່າ “ການລໍຖ້າເປັນການຢູ່ຊື່ໆ; ຂ້ານ້ອຍຕ້ອງລໍຖ້າດົນສໍ່າໃດ?” ມັນບໍ່ຈຳເປັນຕ້ອງລໍຖ້າດົນເກີນໄປ. ໃນຂະນະທີ່ພວກເຈົ້າລໍຖ້າ, ໃຫ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ອ່ານພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໃນສະຖານະການດັ່ງກ່າວ, ເມື່ອເຈົ້າຢ້ານທີ່ສຸດ ແລະ ອ່ອນແອທີ່ສຸດ, ຄຳອະທິຖານຂອງເຈົ້າກໍເປັນຈິງ ແລະ ຈິງໃຈທີ່ສຸດ. ເຈົ້າຕ້ອງການໃຫ້ພຣະເຈົ້າຊີ້ນໍາ ແລະ ປົກປ້ອງເຈົ້າ; ເຈົ້າຕ້ອງການເພິ່ງພາພຣະເຈົ້າ. ໃນຂະນະທີ່ເຈົ້າອະທິຖານ, ຄວາມຢ້ານຂອງເຈົ້າຈະຫຼຸດລົງເທື່ອລະໜ້ອຍຈົນກວ່າມັນຈະໝົດໄປ. ເມື່ອຄວາມຢ້ານຂອງເຈົ້າໝົດໄປ, ເຈົ້າຈະບໍ່ອ່ອນແອໜ້ອຍລົງເຊັ່ນກັນບໍ? (ແມ່ນແລ້ວ.) ເຈົ້າກໍຈະມີຄວາມກັງວົນໜ້ອຍລົງເທື່ອລະໜ້ອຍ. ຄວາມຢ້ານກົວ, ຄວາມອ່ອນແອ ແລະ ຄວາມກັງວົນເຫຼົ່ານີ້ບໍ່ໄດ້ຫາຍໄປລ້າໆ; ໃນທາງກົງກັນຂ້າມ, ໃນລະຫວ່າງຂະບວນການປ່ຽນແປງນີ້, ເຈົ້າກໍຈະຄ່ອຍໆ ເຂົ້າໃຈບາງເລື່ອງ. ເຈົ້າຈະເຂົ້າໃຈເລື່ອງໃດແດ່? ໃນດ້ານໜຶ່ງ, ເຈົ້າຈະຮູ້ວິທີຮັບມືກັບຄົນເຫຼົ່ານີ້, ຈະເປີດໂປງໃຜກ່ອນ ແລະ ຈະເວົ້າ ແລະ ກະທຳແນວໃດໃນທາງທີ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ນອກຈາກນີ້, ເຈົ້າຈະຮູ້ລັກສະນະພຶດຕິກຳຂອງຄົນເຫຼົ່ານີ້. ເຈົ້າເລີ່ມເຂົ້າໃຈສິ່ງເຫຼົ່ານີ້ໄດ້ແນວໃດ? ມັນແມ່ນໂດຍການສະແຫວງຫາຄວາມຈິງໃນລະຫວ່າງຂະບວນການລໍຖ້າຂອງເຈົ້າທີ່ເຈົ້າຄ່ອຍໆ ເຂົ້າໃຈພວກມັນ. ເມື່ອເຈົ້າເຫັນສິ່ງນີ້ຢ່າງຊັດເຈນ, ເຈົ້າກໍຈະໄຕ່ຕອງໂດຍທຳມະຊາດວ່າ ເຈົ້າຄວນໃຊ້ສະຕິປັນຍາແນວໃດ, ຄວນລົມກັບໃຜຈຶ່ງຈະເໝາະສົມ ແລະ ຈະເວົ້າແນວໃດໃນລັກສະນະທີ່ຈະເຮັດໃຫ້ພວກເຂົາຊາບຊຶ້ງໃຈ, ເຮັດໃຫ້ພວກເຂົາຮູ້ຄວາມຈິງກ່ຽວກັບຄົນຊົ່ວຊ້າທີ່ບົ່ງການການເລືອກຕັ້ງ ແລະ ເຮັດໃຫ້ພວກເຂົາສາມາດຫັນກັບຄືນມາ, ແຍກແຍະໃບໜ້າທີ່ແທ້ຈິງຂອງຜູ້ທີ່ບົ່ງການ ແລະ ຂັດຂວາງການເລືອກຕັ້ງ ແລະ ແຍກແຍະວ່າຄົນທີ່ເອີ້ນວ່າຜູ້ນໍາທີ່ຖືກເລືອກຕັ້ງນັ້ນເປັນຄົນປະເພດໃດກັນແທ້. ເຈົ້າຈະມີສະຕິປັນຍາປະເພດນີ້ ແລະ ການກະທຳຂອງເຈົ້າກໍຈະເປັນໄປຕາມຂັ້ນຕອນເຊັ່ນກັນ. ແລ້ວຜົນໄດ້ຮັບທີ່ເປັນບວກເຫຼົ່ານີ້ມາຈາກໃສ? ພວກມັນທັງໝົດຖືກມອບໃຫ້ແກ່ເຈົ້າໂດຍພຣະເຈົ້າ ໃນລະຫວ່າງຂະບວນການລໍຖ້າຂອງເຈົ້າ. ບາງຢ່າງກໍເກີດຂຶ້ນຍ້ອນວຽກງານ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ບາງຢ່າງກໍແມ່ນສິ່ງທີ່ພຣະເຈົ້າໃຫ້ເຈົ້າເຫັນ ແລະ ເຂົ້າໃຈໃນພຣະທຳຂອງພຣະອົງ. ພຣະທຳຂອງພຣະເຈົ້າກ່າວວ່າ ຢ່າສູ້ຮົບໂດຍບໍ່ມີການກຽມຕົວ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ບໍ່ວ່າເຈົ້າຈະຕໍ່ສູ້ກັບຊາຕານ ຫຼື ເປີດໂປງການກະທຳທີ່ຊົ່ວຊ້າຂອງຄົນຮັບໃຊ້ຂອງຊາຕານກໍຕາມ, ບໍ່ວ່າເຈົ້າຈະສູ້ຮົບກັບຊາຕານແນວໃດກໍຕາມ, ເຈົ້າເອງກໍຕ້ອງເຂັ້ມແຂງ, ເຂົ້າໃຈຫຼັກການຄວາມຈິງ ແລະ ສາມາດເບິ່ງທະລຸເຖິງແກ່ນແທ້ ແລະ ການກະທຳທີ່ຊົ່ວຊ້າຂອງຊາຕານ ແລະ ຄົນຊົ່ວຊ້າ ແລ້ວຈຶ່ງເປີດໂປງພວກເຂົາ. ມີພຽງແຕ່ການເຮັດເຊັ່ນນັ້ນເທົ່ານັ້ນທີ່ເຈົ້າຈະບັນລຸຜົນດີໃນທີ່ສຸດ. ເມື່ອເຈົ້າເຂົ້າໃຈເລື່ອງເຫຼົ່ານີ້ແລ້ວ, ຄວາມຢ້ານກົວ, ຄວາມອ່ອນແອ ແລະ ຄວາມກັງວົນຂອງເຈົ້າຈະບໍ່ຮຸນແຮງໜ້ອຍ ແລະ ຊັດເຈນໜ້ອຍລົງບໍ? ພວກເຈົ້າຈະບໍ່ຮູ້ສຶກຢ້ານສໍ່ານັ້ນອີກຕໍ່ໄປ. ສິ່ງທີ່ເຈົ້າຮູ້ສຶກເຫຼົ່ານີ້ຈະຄ່ອຍໆ ປ່ຽນແປງ; ເຈົ້າຈະພົບວ່າຕົນເອງບໍ່ໄດ້ອ່ອນແອຄືກັບຕອນທີ່ສະຖານະການຫາກໍເກີດຂຶ້ນ. ໃນທາງກົງກັນຂ້າມ, ເຈົ້າຈະຮູ້ສຶກເຂັ້ມແຂງຂຶ້ນ ແລະ ໝັ້ນໃຈໃນຕົນເອງຫຼາຍຂຶ້ນກວ່າແຕ່ກ່ອນ ແລະ ເຈົ້າຈະຮູ້ວ່າຕ້ອງເຮັດຫຍັງ. ໃນຈຸດນີ້, ໃຫ້ອະທິຖານຫາພຣະເຈົ້າອີກຄັ້ງ ແລະ ຂໍໃຫ້ພຣະອົງກຽມໂອກາດທີ່ເໝາະສົມ ແລ້ວຈຶ່ງລົງມືກະທຳ. ຈົ່ງລາຍງານສະຖານະການຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກລະດັບເທິງ ໃນຂະນະທີ່ໂອ້ລົມກັບຜູ້ທີ່ມີຄວາມເປັນມະນຸດທີ່ດີ ແລະ ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແຕ່ຖືກຫຼອກລວງ ແລະ ນໍາພາຢ່າງຜິດໆ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ໂດຍເປີດເຜີຍຂໍ້ມູນພາຍໃນກ່ຽວກັບຄົນຊົ່ວຊ້າທີ່ບົ່ງການການເລືອກຕັ້ງຕໍ່ພວກເຂົາ. ເມື່ອເຈົ້າຊະນະໃຈຄົນເຫຼົ່ານີ້ໄດ້ໜຶ່ງ ຫຼື ສອງຄົນ, ຄວາມຢ້ານກົວຂອງເຈົ້າກໍຈະຫາຍໄປໂດຍພື້ນຖານ. ເຈົ້າຈະຮັບຮູ້ວ່າທັງໝົດນີ້ບໍ່ສາມາດເຮັດໄດ້ ໂດຍເພິ່ງພາກຳລັງຂອງມະນຸດ, ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດເພິ່ງພາອາໄສຄວາມຫົວຮ້ອນ; ເຈົ້າບໍ່ສາມາດເພິ່ງພາອາລົມຊົ່ວຄາວ ຫຼື ຄວາມໃຈຮ້າຍ ຫຼື ສິ່ງຊົ່ວຄາວທີ່ເອີ້ນວ່າຄວາມຮູ້ສຶກຍຸຕິທຳ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ໄຮ້ປະໂຫຍດ. ພຣະເຈົ້າຈະກຽມເວລາທີ່ເໝາະສົມໃຫ້ແກ່ເຈົ້າ ແລະ ຈະໃຫ້ຄວາມສະຫວ່າງແກ່ເຈົ້າກ່ຽວກັບສິ່ງທີ່ຄວນເວົ້າ ແລະ ໂດຍອີງໃສ່ສິ່ງທີ່ເຈົ້າເຂົ້າໃຈ, ພຣະອົງຈະຊີ້ນໍາເຈົ້າເທື່ອລະກ້າວ, ໃຫ້ເສັ້ນທາງແກ່ເຈົ້າເພື່ອເດີນຕາມ. ຈາກການທີ່ອ່ອນແອ ແລະ ຢ້ານກົວໃນຕອນທຳອິດ ໄປສູ່ການສະແຫວງຫາ ແລະ ເຂົ້າໃຈຫຼັກການ ແລະ ເສັ້ນທາງ, ໃນຊ່ວງເວລານີ້ ເຈົ້າຍັງສາມາດພົວພັນກັບຄົນຊົ່ວຊ້າເຫຼົ່ານີ້ໂດຍປົກກະຕິ. ໃນລະຫວ່າງການພົວພັນແບບປົກກະຕິ, ສະໝອງຂອງຜູ້ຄົນບໍ່ໄດ້ຫວ່າງເປົ່າ; ພວກເຂົາມີຄວາມຄິດຂອງພວກເຂົາເອງ. ໃນຂະນະທີ່ເຈົ້າກຳລັງສະແຫວງຫາ ແລະ ອະທິຖານ, ເຈົ້າກໍສັງເກດຄົນເຫຼົ່ານີ້. ເຈົ້າສັງເກດເຫັນຫຍັງ? ເຈົ້າເບິ່ງວ່າພວກເຂົາກຳລັງເດີນຕາມເສັ້ນທາງປະເພດໃດ ແລະ ແກ່ນແທ້ຂອງພວກເຂົາແມ່ນຫຍັງກັນແທ້. ຖ້າສິ່ງທີ່ພວກເຂົາເວົ້າຖືກຕ້ອງ ແລະ ສອດຄ່ອງກັບຫຼັກການຂອງວຽກງານຄຣິສຕະຈັກ, ເຈົ້າກໍສາມາດຟັງພວກເຂົາໄດ້; ຖ້າສິ່ງທີ່ພວກເຂົາເວົ້າຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຈົ້າກໍສາມາດຊອກຫາຂໍ້ອ້າງທີ່ຈະບໍ່ຟັງ ຫຼື ຖ່ວງເວລາ, ໂດຍໃຊ້ວິທີທີ່ສະຫຼາດໃນການພົວພັນກັບພວກເຂົາຢ່າງ “ເປັນມິດ” ໂດຍບໍ່ໃຫ້ພວກເຂົາຮູ້ຕົວ. ໃນຂະນະທີ່ພົວພັນກັບພວກເຂົາຢ່າງ “ເປັນມິດ”, ພວກເຈົ້າກໍຮວບຮວມຫຼັກຖານການກະທຳທີ່ຊົ່ວຊ້າຂອງພວກເຂົາ, ແຍກແຍະພວກເຂົາໂດຍອີງໃສ່ການກະທຳຕ່າງໆ ແລະ ຄຳເວົ້າຜິດໆ ຂອງພວກເຂົາທີ່ລະເມີດຫຼັກການຄວາມຈິງ ແລະ ຢືນຢັນຕື່ມອີກວ່າ ຄົນເຫຼົ່ານີ້ແມ່ນຄົນຮັບໃຊ້ຂອງຊາຕານ. ການປະຕິບັດດ້ວຍວິທີນີ້ຈະເຮັດໃຫ້ເຈົ້າບໍ່ຖືກລະງັບໂດຍພວກເຂົາ ໃນຂະນະທີ່ຍັງປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າ, ນີ້ຄືສິ່ງທີ່ຄົນມີສະຕິປັນຍາເຮັດ. ມີພຽງແຕ່ຄົນທີ່ມີຄວາມເປັນມະນຸດ, ສະຕິປັນຍາ ແລະ ຄວາມຮັກຕໍ່ຄວາມຈິງເທົ່ານັ້ນ ຈຶ່ງສາມາດເດີນໃນເສັ້ນທາງທີ່ຖືກຕ້ອງໄດ້. ສຳລັບຄົນທີ່ບໍ່ມີສະຕິປັນຍາທີ່ກະທຳແບບບໍ່ຮອບຄອບ ແລະ ຫຍາບຄາຍ, ອາໄສຄວາມຫົວຮ້ອນ ແລະ ອາລົມຊົ່ວຄາວຢູ່ສະເໝີ ບໍ່ວ່າພວກເຂົາຈະເຮັດຫຍັງ ຫຼື ບໍ່ວ່າພວກເຂົາຈະຜະເຊີນໜ້າກັບສະຖານະການໃດກໍຕາມ, ການກະທຳຂອງພວກເຂົາມັກຈະນໍາໄປສູ່ຜົນຮັບທີ່ບໍ່ດີ. ຄົນດັ່ງກ່າວບໍ່ພຽງແຕ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແຕ່ຍັງນໍາບັນຫາ ແລະ ຄວາມທຸກໃຈຫຼາຍຢ່າງທີ່ບໍ່ຈຳເປັນມາສູ່ຕົນເອງ. ໃນຂະນະດຽວກັນ, ຄົນມີສະຕິປັນຍາແມ່ນແຕກຕ່າງອອກໄປ. ແມ່ນຫຍັງກໍຕາມທີ່ພວກເຂົາເຮັດ, ພວກເຂົາລໍຖ້າ, ສັງເກດ ແລະ ສະແຫວງຫາ, ລໍຖ້າເວລາທີ່ເໝາະສົມ, ລໍຖ້າການຈັດແຈງ ແລະ ການປັ້ນແຕ່ງຂອງພຣະເຈົ້າ. ໃນລະຫວ່າງຊ່ວງເວລາລໍຖ້າ, ພວກເຂົາສາມາດສະແຫວງຫາເຈດຕະນາຂອງພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຈຸດປະສົງ, ກຳແໜ້ນຫຼັກການຂອງຄວາມຈິງໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ ແລະ ກະທຳຕາມເຈດຕະນາຂອງພຣະເຈົ້າ. ພວກເຂົາໃຊ້ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເພື່ອຕໍ່ສູ້ໃຫ້ດີ ແລະ ເປັນພະຍານໃຫ້ພຣະເຈົ້າ, ແທນທີ່ຈະຕໍ່ສູ້ກັບຜູ້ຄົນ ຫຼື ໂຕ້ຖຽງກັນດ້ວຍຄວາມຫົວຮ້ອນ.
ເມື່ອເວົ້າເຖິງເລື່ອງທີ່ຄົນຊົ່ວຊ້າບົ່ງການ ແລະ ລົບກວນການເລືອກຕັ້ງ, ສິ່ງທີ່ສຳຄັນທີ່ສຸດບໍ່ແມ່ນວ່າເຈົ້າຈະສາມາດເບິ່ງຄົນເຫຼົ່ານີ້ອອກ ຫຼື ບໍ່ ຫຼື ເຈົ້າວາງແຜນຈະເປີດໂປງພວກເຂົາແນວໃດ; ມັນຄືການລາຍງານສະຖານະການໃຫ້ເບື້ອງເທິງຮັບຮູ້ທັນເວລາ. ເຈົ້າຄວນໃຊ້ສະຕິປັນຍາເພື່ອຕໍ່ສູ້ກັບພວກເຂົາ, ລໍຖ້າເວລາຂອງພຣະເຈົ້າ, ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ສະແຫວງຫາຫຼັກການຄວາມຈິງ, ໃນຂະນະທີ່ບໍ່ເຮັດໃຫ້ໜ້າທີ່ຂອງຕົນເອງຊັກຊ້າ. ຜົນສຸດທ້າຍຂອງການເຮັດແບບນີ້ແມ່ນຫຍັງ? ເຈົ້າໄດ້ເຮັດໃຫ້ຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າສຳເລັດລົງ. ໂດຍການລາຍງານສະຖານະການໃຫ້ເບື້ອງເທິງ ແລະ ການສະແຫວງຫາວິທີແກ້ໄຂ, ບໍ່ພຽງແຕ່ຈະແກ້ໄຂບັນຫາ, ແຕ່ເຈົ້າຍັງໄດ້ຮັບຄວາມເຂົ້າໃຈຢ່າງຖ່ອງແທ້, ເພີ່ມການແຍກແຍະ ແລະ ສະຕິປັນຍາຂອງເຈົ້າ, ເຕີບໃຫຍ່ຂຶ້ນເຕັມສ່ວນ ແລະ ເສີມສ້າງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຜູ້ຄົນໄດ້ຮັບຫຼາຍສິ່ງຫຼາຍຢ່າງຈາກການມີປະສົບການ ເມື່ອຜະເຊີນໜ້າກັບຊາຕານ ແລະ ມັນເປັນປະໂຫຍດຢ່າງຍິ່ງຕໍ່ພວກເຂົາ. ໃນທາງກົງກັນຂ້າມ, ສົມມຸດວ່າເຈົ້າກະທຳໄປດ້ວຍຄວາມຫົວຮ້ອນ ແລະ ອາລົມຊົ່ວຄາວ ໂດຍຕໍ່ສູ້ຢ່າງຮຸນແຮງກັບຄົນເຫຼົ່ານີ້ ແລະ ໂຕ້ຖຽງກັບພວກເຂົາຕໍ່ໜ້າ ໂດຍກ່າວວ່າ “ພວກເຈົ້າກຳລັງບົ່ງການ ແລະ ລົບກວນການເລືອກຕັ້ງ. ເຖິງແມ່ນວ່າພວກເຈົ້າຈະມີອຳນາດຫຼາຍ, ຂ້ານ້ອຍຈະບໍ່ຍອມຈຳນົນຕໍ່ພວກເຈົ້າ ແລະ ຂ້ານ້ອຍບໍ່ຢ້ານພວກເຈົ້າ!”. ຜົນຂອງວິທີການນີ້ກໍຄືການຖືກໄລ່ອອກຈາກຄຣິສຕະຈັກ, ເຮັດໃຫ້ເຈົ້າຕ້ອງຮ້ອງໄຫ້ ແລະ ທົນທຸກຢູ່ເຮືອນເປັນເວລາຫຼາຍເດືອນ; ແຕ່ເຈົ້າກໍຍັງບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ: “ເປັນຫຍັງຂ້ານ້ອຍຈຶ່ງຕົກຢູ່ໃນສະພາບແບບນີ້? ພຣະອົງບໍ່ຕ້ອງການຂ້ານ້ອຍແລ້ວບໍ, ພຣະເຈົ້າ? ພຣະອົງບໍ່ສົນໃຈຂ້ານ້ອຍແລ້ວບໍ?”. ເປັນເວລາຫຼາຍເດືອນ, ເຈົ້າພາດຄຳເທດສະໜາ ແລະ ເພງສັນລະເສີນໃໝ່ໆ, ບໍ່ຮູ້ວ່າຄຣິສຕະຈັກກຳລັງເຮັດວຽກງານຫຍັງ, ບໍ່ສາມາດເຮັດໜ້າທີ່ຂອງເຈົ້າໄດ້ ແລະ ກາຍເປັນຄົນທີ່ຖືກໂດດດ່ຽວໂດຍສິ້ນເຊີງ, ຕົກຢູ່ໃນຄວາມມືດຢ່າງສົມບູນ. ທຸກມື້, ນອກຈາກການຮ້ອງໄຫ້, ສິ່ງດຽວທີ່ເຈົ້າເຮັດກໍຄືກັງວົນ. ເຈົ້າບໍ່ໄດ້ຮຽນຮູ້ທີ່ຈະອະທິຖານຕໍ່ພຣະເຈົ້າ ຫຼື ກິນ ແລະ ດື່ມພຣະທຳທີ່ກ່ຽວຂ້ອງຂອງພຣະອົງໃນສະພາບແວດລ້ອມນີ້, ແຮງໄກທີ່ເຈົ້າຈະຮຽນຮູ້ສະແຫວງຫາຫຼັກການຄວາມຈິງໃນສະຖານະການທີ່ຊັບຊ້ອນ; ເຈົ້າບໍ່ໄດ້ເຕີບໂຕທາງດ້ານສະຕິປັນຍາເລີຍ. ຫຼັງຈາກທີ່ຮ້ອງໄຫ້ມາເປັນເວລາສອງສາມເດືອນ, ໃນທີ່ສຸດ ມື້ໜຶ່ງ ມີຄົນພາເຈົ້າກັບມາທີ່ຄຣິສຕະຈັກ ແລະ ຂໍໃຫ້ເຈົ້າແບ່ງປັນປະສົບການຂອງເຈົ້າໃນລະຫວ່າງຊ່ວງເວລານີ້, ແຕ່ເຈົ້າພຽງແຕ່ຈົ່ມພ້ອມດ້ວຍນ້ຳຕາວ່າ: “ຂ້ານ້ອຍໄດ້ຮັບຄວາມບໍ່ເປັນທຳ! ຂ້ານ້ອຍບໍ່ໄດ້ລົບກວນຄຣິສຕະຈັກ. ຂ້ານ້ອຍບໍ່ແມ່ນຄົນຊົ່ວຊ້າ; ຂ້ານ້ອຍຖືກຄົນຊົ່ວຊ້າໃສ່ຮ້າຍ”. ເມື່ອຖືກຖາມວ່າ “ເຈົ້າໄດ້ຮຽນຮູ້ບົດຮຽນຫຍັງແດ່ໃນລະຫວ່າງເວລານີ້? ເຈົ້າໄດ້ຮັບຫຍັງແດ່?”, ເຈົ້າຕອບວ່າ “ຂ້ານ້ອຍຈະໄດ້ຮັບຫຍັງໄດ້? ພວກເຂົາເຮັດໃຫ້ຂ້ານ້ອຍໂດດດ່ຽວ, ເອົາໜັງສືພຣະທຳຂອງພຣະເຈົ້າ ແລະ ໜັງສືເພງສັນລະເສີນໄປ ແລະ ຂ້ານ້ອຍບໍ່ສາມາດຟັງຄຳເທດສະໜາໃດໆໄດ້. ສິ່ງດຽວທີ່ຂ້ານ້ອຍສາມາດເຮັດໄດ້ກໍຄືເວົ້າກ່ຽວກັບຄວາມເຊື່ອ ແລະ ບາງຄັ້ງກໍຮ້ອງເພງສັນລະເສີນສອງສາມເພງທີ່ຂ້ານ້ອຍຈື່ໄດ້. ຂ້ານ້ອຍບໍ່ໄດ້ຮັບຫຍັງເລີຍ. ໂຊກດີທີ່ພຣະເຈົ້າໄດ້ກະກຽມເວລາທີ່ຈະພາຂ້ານ້ອຍກັບຄືນມາ; ຖ້າບໍ່ດັ່ງນັ້ນ, ຂ້ານ້ອຍກໍກຳລັງວາງແຜນທີ່ຈະອອກໄປເຮັດທຸລະກິດເພື່ອຫາເງິນ, ເນື່ອງຈາກບໍ່ມີຄວາມຫວັງສຳລັບຄວາມລອດພົ້ນອີກແລ້ວ. ພຣະເຈົ້າບໍ່ຕ້ອງການຂ້ານ້ອຍອີກຕໍ່ໄປ ແລະ ຂ້ານ້ອຍບໍ່ສາມາດເຊື່ອຕໍ່ໄປໄດ້. ຫົວໃຈຂອງຂ້ານ້ອຍມືດມົວຢ່າງສິ້ນເຊີງ”. ໃນທີ່ສຸດ, ເຈົ້າກໍກ່າວຕື່ມວ່າ “ແກະຂອງພຣະເຈົ້າຈະບໍ່ມີວັນຖືກພຣະເຈົ້າປະຖິ້ມເດັດຂາດ” ໂດຍການສະຫຼຸບແບບນີ້. ການມີປະສົບການກັບເຫດການທີ່ສຳຄັນ ແລະ ພິເສດເຊັ່ນນີ້ ແລະ ໄດ້ຮັບໜ້ອຍຫຼາຍ, ນີ້ບໍ່ແມ່ນເລື່ອງທີ່ເປັນຕາສົມເພດໜ້ອຍໜຶ່ງບໍ? ມັນບໍ່ເໝາະສົມບໍ? ເມື່ອຜະເຊີນກັບສະຖານະການທີ່ສຳຄັນເຊັ່ນນີ້, ເຈົ້າບໍ່ໄດ້ຮຽນຮູ້ບົດຮຽນໃດໆ ແລະ ບໍ່ໄດ້ເພີ່ມສະຕິປັນຍາ ຫຼື ຄວາມເຊື່ອຂອງເຈົ້າ; ເຖິງແມ່ນວ່າເຈົ້າຍັງເຊື່ອໃນພຣະເຈົ້າໃນຫົວໃຈຂອງເຈົ້າ, ເຈົ້າກໍຖືກທໍລະມານໂດຍຊາຕານ, ມານຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສຈົນເກືອບຈະເຊົາເຊື່ອ. ເຈົ້າຍັງສາມາດເປັນພະຍານໃຫ້ພຣະເຈົ້າໄດ້ບໍ? ເຈົ້າບໍ່ແມ່ນຄົນຂີ້ຢ້ານທີ່ໄຮ້ປະໂຫຍດບໍ? ການຮ້ອງໄຫ້ຢູ່ເຮືອນມີປະໂຫຍດຫຍັງ? ເຖິງແມ່ນວ່າເຈົ້າຈະຮ້ອງໄຫ້ຈົນຕາບອດ, ມັນຈະຊ່ວຍໄດ້ບໍ? ມັນສາມາດແກ້ໄຂບັນຫາກັບພວກຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ? ຄົນຊົ່ວຊ້າໄດ້ປະສົບຜົນສຳເລັດ ແລະ ໃນທີ່ສຸດແລ້ວ ສິ່ງດຽວທີ່ເຈົ້າມີກໍຄືຄຳເວົ້າທີ່ວ່າ “ແກະຂອງພຣະເຈົ້າຈະບໍ່ມີວັນຖືກພຣະເຈົ້າປະຖິ້ມເດັດຂາດ”, ໂດຍບໍ່ໄດ້ຮັບຫຍັງອີກ. ເຈົ້າບໍ່ມີສະຕິປັນຍາ, ເຈົ້າບໍ່ມີແນວທາງໃນການກະທຳ ແລະ ເຈົ້າບໍ່ຮູ້ຈັກສະແຫວງຫາພຣະເຈົ້າຕາມເສັ້ນທາງທີ່ພຣະເຈົ້າໄດ້ມອບໃຫ້, ທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອນຳໃຊ້ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເພື່ອຕໍ່ສູ້ກັບຊາຕານ. ຫຼັກຄຳສອນເລັກນ້ອຍທີ່ເຈົ້າມັກເວົ້າເປັນປະຈຳນັ້ນບໍ່ມີປະໂຫຍດຫຍັງເລີຍ; ເມື່ອເວົ້າເຖິງການປະເຊີນໜ້າກັບເລື່ອງດັ່ງກ່າວ, ນອກຈາກການຮ້ອງໄຫ້, ສິ່ງດຽວທີ່ເຈົ້າເຮັດກໍຄືການຮູ້ສຶກໄດ້ຮັບຄວາມບໍ່ເປັນທຳ ແລະ ຈົ່ມຕໍ່ວ່າ, ນີ້ຄືຄົນຂີ້ຢ້ານທີ່ໄຮ້ປະໂຫຍດ. ຄົນຂີ້ຢ້ານທີ່ໄຮ້ປະໂຫຍດມັກຈະມີການສະແດງອອກຫຼາຍຢ່າງ ເຊິ່ງເປັນລັກສະນະເດັ່ນຂອງພວກເຂົາເຊັ່ນກັນ. ຢ່າງທຳອິດ, ພວກເຂົາຮ້ອງໄຫ້. ຢ່າງທີສອງ, ພວກເຂົາຮູ້ສຶກໄດ້ຮັບຄວາມບໍ່ເປັນທຳ. ຢ່າງທີສາມ, ພວກເຂົາຈົ່ມຕໍ່ວ່າໃນຫົວໃຈຂອງພວກເຂົາ. ໃນຫົວໃຈຂອງພວກເຂົາ, ພວກເຂົາຍັງເວົ້າວ່າ “ພຣະເຈົ້າ, ພຣະອົງຢູ່ໃສ? ເປັນຫຍັງພຣະອົງຈຶ່ງບໍ່ສົນໃຈຂ້ານ້ອຍ? ຂ້ານ້ອຍຖືກຊາຕານທຳຮ້າຍຢ່າງໜັກ, ຂ້ານ້ອຍບໍ່ສາມາດມີຊີວິດຕໍ່ໄປໄດ້. ກະລຸນາຊ່ວຍຂ້ານ້ອຍໂດຍໄວ!”. ພຣະເຈົ້າກ່າວວ່າ “ເຈົ້າເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ, ເປັນພຽງສິ່ງເສດເຫຼືອທີ່ຫໍ່ຫຸ້ມດ້ວຍໜັງມະນຸດ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຢ້ານຫຍັງ? ມີຫຍັງທີ່ຕ້ອງຢ້ານກ່ຽວກັບຊາຕານ?”. ບໍ່ວ່າຊາຕານຈະໃຊ້ກົນອຸບາຍ ແລະ ແຜນການໃດກໍຕາມເມື່ອມັນກະທຳ, ພວກເຮົາກໍບໍ່ຢ້ານ. ພວກເຮົາມີພຣະເຈົ້າ, ພວກເຮົາມີຄວາມຈິງ. ພຣະເຈົ້າຈະປະທານສະຕິປັນຍາໃຫ້ພວກເຮົາ. ພຣະເຈົ້າເປັນຜູ້ຊົງອຳນາດສູງສຸດເໜືອທຸກສິ່ງ; ທຸກສິ່ງຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ. ເຈົ້າຢ້ານຫຍັງ? ການຮ້ອງໄຫ້ພຽງແຕ່ສະແດງໃຫ້ເຫັນວ່າເຈົ້າເປັນຄົນຂີ້ຢ້ານ ແລະ ບໍ່ມີຄວາມສາມາດ; ເຈົ້າເປັນພຽງເສດຂີ້ເຫຍື້ອ, ຫາຍໃຈຖິ້ມໄປຊື່ໆ! ການຮ້ອງໄຫ້ໝາຍຄວາມວ່າເຈົ້າກຳລັງປະນີປະນອມກັບຊາຕານ ແລະ ອ້ອນວອນຂໍຄວາມເມດຕາຈາກຊາຕານ. ພຣະເຈົ້າຊົງມັກຄົນຂີ້ຢ້ານທີ່ໄຮ້ປະໂຫຍດແບບນີ້ບໍ? (ບໍ່.) ພຣະເຈົ້າເຫັນວ່າເຈົ້າເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ, ເປັນຄົນໂງ່, ເປັນເສດຂີ້ເຫຍື້ອ, ໂດຍບໍ່ມີຄຳພະຍານ ແລະ ບໍ່ມີສະຕິປັນຍາຫຍັງເລີຍ. ຄວາມຈິງທີ່ເຈົ້າເຂົ້າໃຈນັ້ນໄປໃສແລ້ວ? ເຈົ້າບໍ່ໄດ້ຍິນພຽງພໍແລ້ວບໍກ່ຽວກັບການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຊາຕານທີ່ພຣະເຈົ້າເປີດໂປງ? ເຈົ້າບໍ່ເຂົ້າໃຈ ຫຼື ເບິ່ງສິ່ງເຫຼົ່ານີ້ບໍ່ອອກບໍ? ເຈົ້າບໍ່ຮູ້ບໍວ່າພວກເຂົາເປັນຊາຕານ? ຖ້າເຈົ້າຮູ້ວ່າພວກເຂົາເປັນຊາຕານ, ເຈົ້າຢ້ານຫຍັງ? ເປັນຫຍັງເຈົ້າຈຶ່ງບໍ່ຢຳເກງ ແລະ ຢ້ານກົວພຣະເຈົ້າ? ເຈົ້າບໍ່ຢ້ານທີ່ຈະລ່ວງເກີນພຣະເຈົ້າ ໂດຍການຢ້ານຊາຕານບໍ? ນັ້ນບໍ່ແມ່ນການກະທຳທີ່ຊົ່ວຮ້າຍບໍ? ເມື່ອສະຖານະການດັ່ງກ່າວເກີດຂຶ້ນ, ເຈົ້າກໍຢ້ານ ແລະ ບໍ່ມີທາງອອກ, ບໍ່ມີສະຕິປັນຍາ ຫຼື ມາດຕະການຕອບໂຕ້ໃດໆເລີຍ. ເຈົ້າໄດ້ຮັບຫຍັງແດ່ຈາກການຟັງຄຳເທດສະໜາຕະຫຼອດຫຼາຍປີທີ່ຜ່ານມາ? ທັງໝົດນັ້ນສູນເປົ່າບໍ? ຄົນຂີ້ຢ້ານທີ່ໄຮ້ປະໂຫຍດແບບນີ້ສາມາດຍຶດໝັ້ນໃນການເປັນພະຍານຂອງພວກເຂົາບໍ? (ບໍ່ໄດ້.) ເມື່ອເວົ້າເຖິງສະຖານະການທີ່ຊາຕານເຫຼົ່ານັ້ນ ແລະ ຄົນຊົ່ວຊ້າບົ່ງການ ແລະ ລົບກວນການເລືອກຕັ້ງ, ບໍ່ວ່າເຈົ້າຈະໂດດດ່ຽວ ແລະ ບໍ່ມີກຳລັງ ຫຼື ມີອ້າຍເອື້ອຍນ້ອງສອງສາມຄົນທີ່ມີຈິດໃຈດຽວກັນກັບເຈົ້າກໍຕາມ, ຢ່າຟ້າວລົງມືກະທຳ. ຢ່າງທຳອິດ, ຮຽນຮູ້ທີ່ຈະລໍຄອຍ. ຢ່າງທີສອງ, ຮຽນຮູ້ທີ່ຈະສະແຫວງຫາ. ໃນລະຫວ່າງຊ່ວງເວລາຂອງການລໍຄອຍ ແລະ ການສະແຫວງຫາ, ຢ່າປະຖິ້ມໜ້າທີ່ຂອງເຈົ້າ. ການລໍຄອຍໝາຍຄວາມວ່າແນວໃດ? ມັນໝາຍເຖິງການລໍຖ້າໃຫ້ພຣະເຈົ້າກະກຽມເວລາ ແລະ ໂອກາດທີ່ເໝາະສົມ. ແລ້ວເຈົ້າຄວນສະແຫວງຫາຫຍັງ? ສະແຫວງຫາຫຼັກການ ແລະ ເສັ້ນທາງທີ່ເຈົ້າຄວນປະຕິບັດໃນການເຊື່ອ ແລະ ການຕິດຕາມພຣະເຈົ້າ; ສະແຫວງຫາວິທີການກະທຳ ເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ວິທີການກະທຳເພື່ອຕໍ່ສູ້ກັບຊາຕານ ແລະ ກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິສ, ໃນທີ່ສຸດກໍເອົາຊະນະກຳລັງຂອງຊາຕານ ເພື່ອກາຍເປັນຜູ້ທີ່ເອົາຊະນະໄດ້. ຖ້າເຈົ້າໂດດດ່ຽວ, ເຈົ້າຕ້ອງອະທິຖານຫາພຣະເຈົ້າໃຫ້ຫຼາຍຂຶ້ນ, ລໍຄອຍ ແລະ ສະແຫວງຫາ. ຖ້າມີຄົນອື່ນສອງ ຫຼື ສາມຄົນທີ່ມີຈິດໃຈດຽວກັນກັບເຈົ້າ, ພວກເຈົ້າສາມາດສົນທະນາ, ອະທິຖານ, ລໍຖ້າ ແລະ ສະແຫວງຫາຮ່ວມກັນ. ເມື່ອພຣະເຈົ້າໄດ້ກະກຽມເວລາທີ່ເໝາະສົມ, ຈົ່ງຂໍກຳລັງ ແລະ ສະຕິປັນຍາຈາກພຣະເຈົ້າ, ເພື່ອໃຫ້ທຸກສິ່ງທີ່ເຈົ້າເຮັດ ແລະ ທຸກຄຳທີ່ເຈົ້າເວົ້ານັ້ນເໝາະສົມ. ໃນການເຮັດເຊັ່ນນັ້ນ, ໃນດ້ານໜຶ່ງ ເຈົ້າໄດ້ເຮັດສຳເລັດໜ້າທີ່ຂອງເຈົ້າໃນຖານະສິ່ງທີ່ຖືກສ້າງ ແລະ ໃນອີກດ້ານໜຶ່ງ ເຈົ້າຍັງສາມາດເປີດໂປງຊາຕານຢ່າງໜັກແໜ້ນ ແລະ ມີປະສິດທິພາບ, ເປີດໂປງໂດຍສິ້ນເຊີງ ແລະ ເຮັດໃຫ້ກົນອຸບາຍຂອງຄົນຮັບໃຊ້ຂອງຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິສລົ້ມເຫຼວ. ນີ້ຄືສິ່ງທີ່ເໝາະສົມບໍ? ວິທີການ, ແນວທາງ, ເສັ້ນທາງ ແລະ ຫຼັກການເຫຼົ່ານີ້ໄດ້ຖືກບອກແກ່ພວກເຈົ້າແລ້ວ, ສະນັ້ນ ວິທີທີ່ພວກເຈົ້າຈະນຳໃຊ້ມັນກໍຂຶ້ນຢູ່ກັບພວກເຈົ້າ. ເສັ້ນທາງນີ້ຊັດເຈນພຽງພໍແລ້ວບໍ? (ແມ່ນ.) ແລ້ວເມື່ອພວກເຈົ້າພົບພໍ້ກັບເລື່ອງດັ່ງກ່າວ, ຈົ່ງປະຕິບັດຕາມຫຼັກການນີ້. ສິ່ງນີ້ງ່າຍທີ່ຈະບັນລຸໄດ້.
ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກແຕ່ລະຄັ້ງ, ທັງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງຜູ້ຄົນທີ່ພຣະເຈົ້າເລືອກ, ລ້ວນແຕ່ມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະປົກປ້ອງວຽກງານການເລືອກຕັ້ງ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບຜິດຊອບວຽກງານໃນການສົນທະນາຄວາມຈິງ ແລະ ຫຼັກການການເລືອກຕັ້ງ; ຜູ້ຄົນທີ່ພຣະເຈົ້າເລືອກຄວນຍົກບັນຫາໃດກໍຕາມທີ່ພວກເຂົາມີຂຶ້ນມາ ແລະ ຈາກນັ້ນກໍຄວນມີການສົນທະນາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານີ້. ມີພຽງແຕ່ວິທີນີ້ເທົ່ານັ້ນຈຶ່ງຈະສາມາດຮັບປະກັນໄດ້ວ່າ ການເລືອກຕັ້ງຈະດຳເນີນໄປດ້ວຍດີ. ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຍຶດໝັ້ນຢ່າງເຂັ້ມງວດຕໍ່ຫຼັກການການເລືອກຕັ້ງຂອງເຮືອນຂອງພຣະເຈົ້າ ແລະ ດຳເນີນວຽກງານຂອງການເລືອກຕັ້ງແຕ່ລະຄັ້ງໃນເຮືອນຂອງພຣະເຈົ້າໂດຍອີງໃສ່ຫຼັກການເຫຼົ່ານີ້. ໃນອີກດ້ານໜຶ່ງ, ພວກເຂົາກໍຕ້ອງປ້ອງກັນຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສທີ່ບົ່ງການ ແລະ ລົບກວນການເລືອກຕັ້ງ. ບຸກຄົນເຫຼົ່ານີ້ເປັນຄົນຮັບໃຊ້ຂອງຊາຕານ, ພວກເຂົາເປັນພັກພວກຂອງຊາຕານ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປ້ອງກັນຈາກພວກເຂົາຢ່າງເຂັ້ມງວດ ແລະ ໃຫ້ລະມັດລະວັງກັບພວກເຂົາ, ໂດຍຍັງຄົງຕື່ນຕົວຕໍ່ຄວາມພະຍາຍາມຂອງພວກເຂົາໃນລະຫວ່າງການເລືອກຕັ້ງທີ່ຈະບົ່ງການສິ່ງຕ່າງໆ ຢູ່ເບື້ອງຫຼັງ ແລະ ມີສ່ວນຮ່ວມໃນການກະທຳທີ່ໜ້າສົງໄສ ແລະ ລັບຫຼັງບາງຢ່າງ ເພື່ອຄວບຄຸມຂະບວນການຢ່າງລັບໆ. ສົມມຸດວ່າການເລືອກຕັ້ງຖືກບົ່ງການໂດຍຄົນຊົ່ວຮ້າຍແທ້ໆ, ເຊິ່ງສົ່ງຜົນໃຫ້ກີດກັນຜູ້ທີ່ສົມຄວນຖືກເລືອກຢ່າງແທ້ຈິງ ແລະ ຄົນສ່ວນໃຫຍ່ຖືກເຮັດໃຫ້ຫຼົງຜິດ ຈົນເຮັດໃຫ້ບຸກຄົນທີ່ບໍ່ຖືກຕ້ອງ ທີ່ບໍ່ເໝາະສົມກັບຕຳແໜ່ງ ໄດ້ຖືກເລືອກເປັນຜູ້ນໍາ. ຖ້າສະຖານະການດັ່ງກ່າວເກີດຂຶ້ນ, ກໍຍັງມີທາງອອກ. ສະຖານະການທີ່ແທ້ຈິງຂອງຜູ້ທີ່ຖືກເລືອກຕັ້ງຄວນຖືກເປີດໂປງ. ຖ້າຄົນສ່ວນໃຫຍ່ເຫັນດີ, ກໍສາມາດຈັດການເລືອກຕັ້ງຄືນໃໝ່ໄດ້. ການເລືອກຕັ້ງທີ່ຖືກບົ່ງການໂດຍຊາຕານ ແລະ ຄົນຊົ່ວຊ້າບໍ່ແມ່ນຜົນຂອງການເລືອກຕັ້ງທີ່ດຳເນີນໄປຢ່າງປົກກະຕິໂດຍຄຣິສຕະຈັກ ໂດຍອີງໃສ່ຫຼັກການຄວາມຈິງ. ນີ້ບໍ່ແມ່ນສິ່ງທີ່ເປັນບວກ ແລະ ບໍ່ຊ້າກໍໄວ ມັນຈະຖືກເປີດເຜີຍ, ເປີດໂປງ ແລະ ເຮັດໃຫ້ເປັນໂມຄະ. ໂດຍເຊື່ອໃນສິ່ງນີ້, ຖ້າເຈົ້າພົບພໍ້ກັບສະຖານະການດັ່ງກ່າວ, ເຈົ້າຄວນກະທຳແນວໃດ? ເຈົ້າຄວນກຽມພ້ອມຢູ່ຕະຫຼອດເວລາ ແລະ ທຸກສະຖານທີ່ ເພື່ອຕໍ່ສູ້ກັບຊາຕານ, ບໍ່ແມ່ນຢືນເບິ່ງຢູ່ເສີຍໆ. ຖ້າເຈົ້າເປັນຄົນຂີ້ຢ້ານ, ເປັນຄົນມຶນງົງ ຫຼື ເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ, ເຈົ້າອາດຈະປະນີປະນອມກັບພວກເຂົາ ແລະ ສົມຮູ້ຮ່ວມຄິດກັບພວກເຂົາ ຫຼື ຖືກພວກເຂົາທຸບຕີຈົນເຈົ້າກາຍເປັນຄົນຄິດລົບ ແລະ ບໍ່ສາມາດຟື້ນຕົວໄດ້. ບາງຄົນພຽງແຕ່ຢືນເບິ່ງຢູ່ເສີຍໆ, ໂດຍກ່າວວ່າ “ຢ່າງໃດກໍຕາມ ຂ້ານ້ອຍບໍ່ສາມາດກາຍເປັນຜູ້ນໍາຄຣິສຕະຈັກໄດ້. ໃຜຈະຮັບໃຊ້ກໍຄືກັນ. ໃຜມີຄວາມສາມາດກໍຮັບໃຊ້ໄປ! ຖ້າຜູ້ຕໍ່ຕ້ານພຣະຄຣິສຢາກຮັບໃຊ້, ມັນກໍບໍ່ກ່ຽວຫຍັງກັບຂ້ານ້ອຍ ແລະ ຕາບໃດທີ່ພວກເຂົາບໍ່ກຳຈັດຂ້ານ້ອຍອອກ, ມັນກໍບໍ່ເປັນຫຍັງ”. ຜູ້ທີ່ເວົ້າແບບນີ້ກໍເປັນຄົນທີ່ບໍ່ມີຫຍັງດີ. ພວກເຂົາບໍ່ສາມາດຈິນຕະນາການໄດ້ວ່າ ຜົນສະທ້ອນຈະເປັນແນວໃດ ຖ້າຜູ້ຕໍ່ຕ້ານພຣະຄຣິສຮັບໃຊ້ເປັນຜູ້ນໍາ, ທັງຜົນກະທົບທີ່ມັນຈະມີຕໍ່ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ຄວາມລອດພົ້ນຂອງພວກເຂົາ. ມີພຽງແຕ່ຜູ້ທີ່ເຂົ້າໃຈຄວາມຈິງເທົ່ານັ້ນຈຶ່ງສາມາດເບິ່ງສິ່ງນີ້ອອກໄດ້. ພວກເຂົາຈະເວົ້າວ່າ: “ຖ້າຜູ້ຕໍ່ຕ້ານພຣະຄຣິສກາຍເປັນຜູ້ນໍາຄຣິສຕະຈັກ, ຜູ້ຄົນທີ່ພຣະເຈົ້າເລືອກກໍຄືຜູ້ທີ່ຈະທົນທຸກ. ໂດຍສະເພາະແລ້ວ ຜູ້ທີ່ສະແຫວງຫາຄວາມຈິງ, ຜູ້ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ຜູ້ທີ່ເຮັດໜ້າທີ່ຂອງຕົນຢ່າງເຕັມໃຈ ລ້ວນແຕ່ຈະຖືກກົດຂີ່ ແລະ ຖືກກີດກັນ. ມີພຽງແຕ່ຄົນມຶນງົງ ແລະ ຄົນປະຈົບປະແຈງເທົ່ານັ້ນທີ່ຈະໄດ້ຮັບຄວາມໂປດປານ ແລະ ພວກເຂົາຈະຖືກກັກຂັງ ແລະ ຕົກຢູ່ພາຍໃຕ້ການຄວບຄຸມໂດຍອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສ”. ແຕ່ຜູ້ທີ່ບໍ່ສະແຫວງຫາຄວາມຈິງບໍ່ເຄີຍພິຈາລະນາສິ່ງເຫຼົ່ານີ້. ພວກເຂົາຄິດວ່າ: “ຄົນໃດຄົນໜຶ່ງເຊື່ອໃນພຣະເຈົ້າເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ. ທຸກຄົນເດີນຕາມເສັ້ນທາງຂອງພວກເຂົາເອງ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຈະກາຍເປັນຜູ້ນໍາ, ມັນກໍຈະບໍ່ມີຜົນກະທົບຕໍ່ຂ້ານ້ອຍ. ຕາບໃດທີ່ຂ້ານ້ອຍບໍ່ເຮັດສິ່ງທີ່ບໍ່ດີ, ພວກເຂົາກໍບໍ່ສາມາດກົດຂີ່ຂ້ານ້ອຍ ຫຼື ກີດກັນຂ້ານ້ອຍ ຫຼື ກຳຈັດຂ້ານ້ອຍອອກຈາກຄຣິສຕະຈັກໄດ້”. ມຸມມອງນີ້ຖືກຕ້ອງບໍ? (ບໍ່.) ຖ້າຜູ້ຄົນທີ່ພຣະເຈົ້າເລືອກບໍ່ມີຄົນໃດສົນໃຈກ່ຽວກັບການເລືອກຕັ້ງຂອງຄຣິສຕະຈັກ, ເມື່ອພວກເຂົາອະນຸຍາດໃຫ້ຜູ້ຕໍ່ຕ້ານພຣະຄຣິສຍຶດອຳນາດ, ຜົນສະທ້ອນຈະເປັນແນວໃດ? ມັນຈະເປັນເລື່ອງງ່າຍຕາມທີ່ຜູ້ຄົນຈິນຕະນາການແທ້ໆ ບໍ? ຊີວິດຄຣິສຕະຈັກຈະມີການປ່ຽນແປງແບບໃດ? ສິ່ງນີ້ກ່ຽວຂ້ອງໂດຍກົງກັບການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ. ຖ້າຜູ້ຕໍ່ຕ້ານພຣະຄຣິສຍຶດອຳນາດໃນຄຣິສຕະຈັກ, ຈະເກີດຫຍັງຂຶ້ນ? ຄວາມຈິງຈະບໍ່ມີອຳນາດໃນຄຣິສຕະຈັກແຫ່ງນັ້ນອີກຕໍ່ໄປ ແລະ ພຣະທຳຂອງພຣະເຈົ້າກໍເຊັ່ນກັນ, ໃນທາງກົງກັນຂ້າມ ຜູ້ບໍ່ເຊື່ອ ແລະ ຊາຕານຈະເປັນຜູ້ຍຶດອຳນາດຢູ່ບ່ອນນັ້ນ. ເຖິງແມ່ນວ່າພຣະທຳຂອງພຣະເຈົ້າອາດຈະຍັງຖືກອ່ານໃນການເຕົ້າໂຮມ, ຜູ້ຕໍ່ຕ້ານພຣະຄຣິສກໍຄວບຄຸມສິດໃນການເວົ້າ. ພວກຜູ້ຕໍ່ຕ້ານພຣະຄຣິສສາມາດສົນທະນາກ່ຽວກັບຄວາມຈິງໄດ້ຢ່າງຊັດເຈນບໍ? ຜູ້ຕໍ່ຕ້ານພຣະຄຣິສສາມາດອະນຸຍາດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສົນທະນາກ່ຽວກັບຄວາມຈິງຢ່າງເສລີ ແລະ ບໍ່ມີການຢັບຢັ້ງບໍ? ນັ້ນເປັນໄປບໍ່ໄດ້. ຫຼັງຈາກທີ່ຜູ້ຕໍ່ຕ້ານພຣະຄຣິສຍຶດອຳນາດ, ກໍຈະມີການຂັດຂວາງ ແລະ ການລົບກວນນັບມື້ນັບຫຼາຍຂຶ້ນ, ຜົນຮັບຈາກຊີວິດຄຣິສຕະຈັກກໍຈະນັບມື້ນັບຫຼຸດໜ້ອຍຢູ່ເລື້ອຍໆ ແລະ ຜູ້ຄົນທີ່ພຣະເຈົ້າເລືອກກໍຈະບໍ່ໄດ້ຮັບການເກັບກ່ຽວຫຼາຍ ເມື່ອພວກເຂົາເຕົ້າໂຮມກັນ ເຊິ່ງຈະເຮັດໃຫ້ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກນັ້ນເປັນເລື່ອງຍາກ. ບັນຫາຂອງຜູ້ຄົນທີ່ພຣະເຈົ້າເລືອກກໍຈະເພີ່ມທະວີຄູນຂຶ້ນ ແລະ ບໍ່ໄດ້ຮັບການແກ້ໄຂເຊັ່ນກັນ ແລະ ບາງຄົນທີ່ສາມາດປະຕິບັດຄວາມຈິງກໍຈະຖືກລົບກວນເຊັ່ນກັນ; ບັນຍາກາດຂອງຊີວິດຄຣິສຕະຈັກຈະປ່ຽນໄປໂດຍສິ້ນເຊີງ, ຄືກັບວ່າເມກດຳເຂົ້າມາປົກຄຸມດວງຕາເວັນ. ແລ້ວຈະຍັງມີຄວາມສຸກໃນຊີວິດຄຣິສຕະຈັກອີກບໍ? ມັນຈະຖືກທຳລາຍໃຫ້ຫຼຸດລົງຢ່າງໃຫຍ່ຫຼວງຢ່າງແນ່ນອນ. ໃນຄຣິສຕະຈັກ, ຜູ້ທີ່ສະແຫວງຫາຄວາມຈິງເປັນຄົນສ່ວນໜ້ອຍ. ຖ້າຄົນສ່ວນໜ້ອຍນີ້ຖືກກົດຂີ່ ແລະ ກີດກັນ, ມັນກໍສາມາດເວົ້າໄດ້ວ່າຈະບໍ່ມີຊີວິດຄຣິສຕະຈັກອີກຕໍ່ໄປ. ຖ້າຜູ້ຄົນບໍ່ສາມາດເບິ່ງທະລຸຜົນສະທ້ອນນີ້ໄດ້, ພວກເຂົາກໍຈະບໍ່ໃສ່ໃຈ ຫຼື ສົນໃຈກ່ຽວກັບການເລືອກຕັ້ງ. ຖ້າຄົນສ່ວນໃຫຍ່ບໍ່ຖືການເລືອກຕັ້ງເປັນເລື່ອງຈິງຈັງ, ບໍ່ຍຶດໝັ້ນໃນຫຼັກການ, ປະຕິບັດຕໍ່ການເລືອກຕັ້ງໃນທາງລົບ ແລະ ປະຕິບັດຕາມການຊີ້ນຳຂອງຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ, ຫຼັງຈາກທີ່ຄົນຊົ່ວຊ້າ ຫຼື ຄົນທີ່ບໍ່ຮັກຄວາມຈິງກາຍເປັນຜູ້ນໍາຄຣິສຕະຈັກ, ຄົນສ່ວນໃຫຍ່ຂອງປະຊາກອນທີ່ພຣະເຈົ້າເລືອກກໍຈະທົນທຸກກັບຄວາມເສຍຫາຍໃນການເຂົ້າສູ່ຊີວິດຂອງພວກເຂົາ. ສະນັ້ນ, ຜົນການເລືອກຕັ້ງຂອງຄຣິສຕະຈັກຈຶ່ງສົ່ງຜົນກະທົບໂດຍກົງຕໍ່ການເຕີບໂຕຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ອະນາຄົດຂອງຄຣິສຕະຈັກ. ຜູ້ຄົນທີ່ພຣະເຈົ້າເລືອກຄວນຮັບຮູ້ສິ່ງນີ້ຢ່າງຊັດເຈນ ແລະ ຕ້ອງບໍ່ມີທັດສະນະຄະຕິທີ່ເປັນລົບຢ່າງເດັດຂາດ. ຄົນທີ່ມຶນງົງບາງຄົນບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້; ພວກເຂົາອາໄສຈິນຕະນາການຂອງພວກເຂົາເອງຢູ່ສະເໝີ, ໂດຍຄິດວ່າ “ທຸກຄົນໃນຄຣິສຕະຈັກເປັນຜູ້ເຊື່ອທີ່ຈິງໃຈ, ສະນັ້ນ ໃຜກໍສາມາດຖືກເລືອກຕັ້ງໄດ້; ຕາບໃດທີ່ພວກເຂົາເປັນອ້າຍນ້ອງ ຫຼື ເອື້ອຍນ້ອງ, ໃຜກໍສາມາດເປັນຜູ້ນໍາໄດ້”. ພວກເຂົາເບິ່ງການເລືອກຕັ້ງຂອງຄຣິສຕະຈັກງ່າຍເກີນໄປ ເຊິ່ງນໍາໄປສູ່ແນວຄິດ ແລະ ມຸມມອງລົບໆ ແລະ ຜິດພາດຫຼາຍຢ່າງ. ຖ້າຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສຖືກເລືອກຕັ້ງເປັນຜູ້ນໍາ ແລະ ຜູ້ເຮັດວຽກແທ້ໆ, ວຽກງານຂອງຄຣິສຕະຈັກກໍຈະໄດ້ຮັບຄວາມເສຍຫາຍ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກກໍຈະໄດ້ຮັບຄວາມເສຍຫາຍຢ່າງຫຼີກລ່ຽງບໍ່ໄດ້. ໃນເວລານັ້ນ, ຜູ້ຄົນກໍຈະຮັບຮູ້ວ່າການຈັດການເລືອກຕັ້ງຕາມຫຼັກການນັ້ນສຳຄັນສໍ່າໃດ.
ມີຄົນປະຈົບປະແຈງບາງຄົນຢູ່ໃນຄຣິສຕະຈັກທຸກແຫ່ງ. ຄົນປະຈົບປະແຈງເຫຼົ່ານີ້ບໍ່ມີການແຍກແຍະກ່ຽວກັບຄົນຊົ່ວຊ້າທີ່ບົ່ງການ ແລະ ລົບກວນການເລືອກຕັ້ງ. ເຖິງແມ່ນວ່າພວກເຂົາຈະມີການແຍກແຍະເລັກໜ້ອຍ, ພວກເຂົາກໍບໍ່ສົນໃຈມັນ. ທັດສະນະຄະຕິຂອງພວກເຂົາຕໍ່ບັນຫາໃດກໍຕາມທີ່ເກີດຂຶ້ນໃນການເລືອກຕັ້ງຂອງຄຣິສຕະຈັກແມ່ນ “ປ່ອຍໃຫ້ສິ່ງຕ່າງໆ ເປັນໄປໂດຍບໍ່ມີການຄວບຄຸມ ຖ້າມັນບໍ່ໄດ້ສົ່ງຜົນກະທົບຕໍ່ຕົນເອງ”. ພວກເຂົາຄິດວ່າ ມັນບໍ່ສຳຄັນວ່າໃຜຈະກາຍເປັນຜູ້ນໍາ, ມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ຕາບໃດທີ່ພວກເຂົາສາມາດໃຊ້ຊີວິດປະຈຳວັນຂອງພວກເຂົາຢ່າງມີຄວາມສຸກ, ພວກເຂົາກໍພໍໃຈແລ້ວ. ພວກເຈົ້າຄິດແນວໃດກັບຄົນແບບນີ້? ພວກເຂົາເປັນຄົນທີ່ຮັກຄວາມຈິງບໍ? (ບໍ່.) ພວກເຂົາເປັນຄົນປະເພດໃດ? ຄົນເຫຼົ່ານີ້ຄືຄົນປະຈົບປະແຈງ ແລະ ພວກເຂົາຍັງສາມາດຖືກເອີ້ນວ່າເປັນຜູ້ບໍ່ເຊື່ອໄດ້. ຄົນເຫຼົ່ານີ້ບໍ່ສະແຫວງຫາຄວາມຈິງ; ພວກເຂົາພຽງແຕ່ສະແຫວງຫາທີ່ຈະໃຊ້ຊີວິດຢ່າງສະດວກສະບາຍ, ເພີດເພີນກັບຄວາມສະບາຍທາງເນື້ອໜັງ. ພວກເຂົາເຫັນແກ່ຕົວເກີນໄປ ແລະ ເຈົ້າເລ່ເກີນໄປ. ໃນສັງຄົມມີຄົນແບບນີ້ຫຼາຍບໍ? ບໍ່ວ່າພັກການເມືອງໃດຈະມີອຳນາດ, ບໍ່ວ່າໃຜຈະຢູ່ໃນຕຳແໜ່ງໃດ, ພວກເຂົາກໍເປັນທີ່ຮັກມັກ, ພວກເຂົາສາມາດຈັດການກັບຄວາມສຳພັນທາງສັງຄົມຂອງພວກເຂົາຈົນສຳເລັດຜົນຫຼາຍ ແລະ ພວກເຂົາໃຊ້ຊີວິດຢ່າງສະດວກສະບາຍ; ບໍ່ວ່າຈະມີການເຄື່ອນໄຫວທາງການເມືອງໃດເກີດຂຶ້ນ, ພວກເຂົາກໍບໍ່ໄດ້ມີສ່ວນກ່ຽວຂ້ອງ. ຄົນປະເພດນີ້ແມ່ນຫຍັງ? ຄົນເຫຼົ່ານີ້ຄືຄົນທີ່ຫຼອກລວງທີ່ສຸດ ແລະ ເຈົ້າເລ່ຫຼາຍທີ່ສຸດ ເຊິ່ງຮູ້ຈັກກັນວ່າເປັນ “ອ່ຽນທີ່ມື່ນ” ແລະ “ງູເຖົ້າເຈົ້າເລ່”. ພວກເຂົາດຳລົງຊີວິດຕາມປັດຊະຍາຂອງຊາຕານ, ໂດຍບໍ່ມີຫຼັກການແມ່ນແຕ່ໜ້ອຍດຽວ. ບໍ່ວ່າໃຜຈະມີອຳນາດ, ພວກເຂົາກໍເອົາໃຈຄົນເຫຼົ່ານັ້ນ, ປະຈົບປະແຈງພວກເຂົາ ແລະ ສັນລະເສີນພວກເຂົາ. ພວກເຂົາບໍ່ເຮັດຫຍັງເລີຍນອກຈາກປົກປ້ອງຜູ້ບັງຄັບບັນຊາຂອງພວກເຂົາ ແລະ ບໍ່ເຄີຍເຮັດໃຫ້ພວກເຂົາຜິດໃຈ. ບໍ່ວ່າຜູ້ບັງຄັບບັນຊາຂອງພວກເຂົາຈະເຮັດຄວາມຊົ່ວຫຼາຍສໍ່າໃດ, ພວກເຂົາກໍບໍ່ຕໍ່ຕ້ານ ຫຼື ສະໜັບສະໜູນ, ແຕ່ເກັບຄວາມຄິດຂອງພວກເຂົາໄວ້ເລິກໆ ຢູ່ພາຍໃນ. ພວກເຂົາເປັນທີ່ຮັກມັກ ບໍ່ວ່າໃຜຈະມີອຳນາດ. ຊາຕານ ແລະ ກະສັດມານຮ້າຍມັກຄົນປະເພດນີ້. ເປັນຫຍັງກະສັດມານຮ້າຍຈຶ່ງມັກຄົນປະເພດນີ້? ເພາະວ່າພວກເຂົາບໍ່ໄດ້ທຳລາຍວຽກງານຂອງກະສັດມານຮ້າຍ ແລະ ບໍ່ໄດ້ເປັນໄພຂົ່ມຂູ່ໃດໆ ຕໍ່ພວກເຂົາ. ຄົນປະເພດນີ້ບໍ່ມີຫຼັກການ ຫຼື ມາດຕະຖານຂັ້ນຕໍ່າໃນການປະພຶດຕົນຂອງພວກເຂົາ ແລະ ຂາດຄວາມຊື່ສັດ ແລະ ກຽດສັກສີ; ພວກເຂົາພຽງແຕ່ເຮັດຕາມກະແສຂອງສັງຄົມ ແລະ ກົ້ມຫົວຕໍ່ໜ້າກະສັດມານຮ້າຍ, ປັບຕົວເຂົ້າກັບຄວາມມັກຂອງພວກມັນ. ໃນຄຣິສຕະຈັກກໍມີຄົນແບບນີ້ ບໍ່ແມ່ນບໍ? ຄົນແບບນີ້ສາມາດເປັນຜູ້ທີ່ເອົາຊະນະໄດ້ບໍ? ພວກເຂົາເປັນທະຫານທີ່ດີຂອງພຣະຄຣິສບໍ? ພວກເຂົາເປັນພະຍານໃຫ້ພຣະເຈົ້າບໍ? ເມື່ອຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສປາກົດຕົວ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ຄົນແບບນີ້ສາມາດຢືນຂຶ້ນ ແລະ ສ້າງສົງຄາມກັບພວກເຂົາ, ເປີດໂປງ, ແຍກແຍະ ແລະ ປະຕິເສດພວກເຂົາ, ຢຸດຢັ້ງການກະທຳທີ່ຊົ່ວຊ້າຂອງພວກເຂົາ ແລະ ເປັນພະຍານໃຫ້ພຣະເຈົ້າໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້ຢ່າງແນ່ນອນ. ອ່ຽນທີ່ມື່ນເຫຼົ່ານີ້ບໍ່ແມ່ນຜູ້ທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ຫຼື ຜູ້ທີ່ພຣະອົງຈະຊ່ວຍໃຫ້ລອດພົ້ນ. ພວກເຂົາບໍ່ເຄີຍເປັນພະຍານໃຫ້ພຣະເຈົ້າ ຫຼື ຍົກຊູຜົນປະໂຫຍດຂອງເຮືອນຂອງພຣະອົງ. ດັ່ງທີ່ພຣະເຈົ້າເຫັນພວກເຂົາ, ຄົນເຫຼົ່ານີ້ບໍ່ແມ່ນຜູ້ທີ່ຕິດຕາມ ຫຼື ອ່ອນນ້ອມຕໍ່ພຣະອົງ, ແຕ່ເປັນຜູ້ທີ່ຕິດຕາມຝູງຊົນໃນການກໍ່ຄວາມວຸ້ນວາຍຢ່າງຫຼັບຫູຫຼັບຕາ, ເປັນສະມາຊິກຂອງກຸ່ມຊາຕານ, ພວກເຂົາເປັນຄົນທີ່ພຣະອົງຈະກຳຈັດ ເມື່ອພາລະກິດຂອງພຣະອົງສິ້ນສຸດລົງ. ພຣະເຈົ້າບໍ່ໄດ້ເຫັນຄຸນຄ່າຄົນສາມານເຫຼົ່ານີ້. ພວກເຂົາບໍ່ມີທັງຄວາມຈິງ ແລະ ຊີວິດ; ພວກເຂົາເປັນສັດຮ້າຍ ແລະ ຜີຮ້າຍ; ພວກເຂົາບໍ່ສົມຄວນໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ບໍ່ສົມຄວນທີ່ຈະໄດ້ຮັບຄວາມຮັກຂອງພຣະອົງ. ສະນັ້ນ, ພຣະເຈົ້າຈຶ່ງປະຖິ້ມ ແລະ ກຳຈັດຄົນແບບນີ້ຢ່າງງ່າຍດາຍ ແລະ ຄຣິສຕະຈັກກໍຄວນກຳຈັດພວກເຂົາອອກໂດຍທັນທີໃນຖານະຜູ້ບໍ່ເຊື່ອ. ພວກເຂົາບໍ່ມີຫົວໃຈທີ່ແທ້ຈິງສຳລັບພຣະເຈົ້າ, ສະນັ້ນ ພຣະເຈົ້າຈະໃຫ້ການບຳລຸງລ້ຽງທີ່ແທ້ຈິງແກ່ພວກເຂົາບໍ? ພຣະອົງຈະໃຫ້ຄວາມສະຫວ່າງ ແລະ ຊ່ວຍເຫຼືອພວກເຂົາບໍ? ພຣະອົງຈະບໍ່ເຮັດ. ເມື່ອມີການແຊກແຊງ ແລະ ການລົບກວນເກີດຂຶ້ນໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ ແລະ ຄົນຊົ່ວຊ້າຄວບຄຸມ ແລະ ມີອິດທິພົນຕໍ່ຜົນການເລືອກຕັ້ງ, ຄົນເຫຼົ່ານີ້ຈະບໍ່ຢູ່ຂ້າງພຣະເຈົ້າ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງເດັດຂາດ. ພວກເຂົາຈະບໍ່ມີວັນຍຶດໝັ້ນໃນຫຼັກການຄວາມຈິງ ເພື່ອຕໍ່ສູ້ກັບຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ເພື່ອຕໍ່ສູ້ກັບກອງກຳລັງຂອງຊາຕານຈົນເຖິງທີ່ສຸດຢ່າງເດັດຂາດ. ພວກເຂົາຈະບໍ່ມີວັນເຮັດສິ່ງນີ້ຢ່າງເດັດຂາດ, ພວກເຂົາຂາດຄວາມກ້າຫານ. ສະນັ້ນ, ຄົນທີ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້ ຄວນແຍກແຍະຄົນເຫຼົ່ານີ້ ແລະ ບໍ່ຄວນສົນທະນາຄວາມຈິງທີ່ພວກເຂົາເຂົ້າໃຈ ຫຼື ການທີ່ພວກເຂົາແຍກແຍະຊາຕານກັບຄົນເຫຼົ່ານີ້. ເຖິງແມ່ນວ່າ ເຈົ້າສົນທະນາສິ່ງເຫຼົ່ານີ້ກັບພວກເຂົາ, ມັນກໍຈະໄຮ້ປະໂຫຍດ; ພວກເຂົາຈະບໍ່ຢືນຢູ່ຂ້າງຄວາມຈິງ. ເມື່ອເລືອກຜູ້ຮ່ວມງານ ແລະ ຄູ່ຮ່ວມງານ, ເຈົ້າຄວນກີດກັນຄົນແບບນີ້ ແລະ ບໍ່ເລືອກພວກເຂົາ. ເປັນຫຍັງເຈົ້າຈຶ່ງບໍ່ຄວນເລືອກພວກເຂົາ? ເພາະວ່າພວກເຂົາເປັນອ່ຽນທີ່ມື່ນ; ພວກເຂົາຈະບໍ່ຢືນຢູ່ຂ້າງພຣະເຈົ້າ, ຈະບໍ່ຢືນຢູ່ຂ້າງຄວາມຈິງ ແລະ ຈະບໍ່ສາມັກຄີກັບເຈົ້າໃນຫົວໃຈ ແລະ ຈິດໃຈຂອງເຈົ້າ ເພື່ອຕໍ່ສູ້ກັບຊາຕານ. ຖ້າເຈົ້າແບ່ງປັນຄວາມຄິດທີ່ຈິງໃຈຂອງເຈົ້າໃຫ້ພວກເຂົາຟັງ, ເຈົ້າກໍເປັນຄົນໂງ່ຈ້າ ແລະ ຈະກາຍເປັນທີ່ຕົວຕະລົກຂອງຊາຕານ. ຢ່າສົນທະນາຄວາມຈິງ ຫຼື ຕັກເຕືອນຄົນແບບນີ້ ແລະ ຢ່າຫວັງຫຍັງໃນຕົວພວກເຂົາ, ເພາະວ່າພຣະເຈົ້າບໍ່ໄດ້ຊ່ວຍໃຫ້ຄົນເຫຼົ່ານີ້ລອດພົ້ນເລີຍ. ພວກເຂົາບໍ່ແມ່ນຄົນທີ່ມີຫົວໃຈ ແລະ ຈິດໃຈດຽວກັນກັບພຣະເຈົ້າ; ພວກເຂົາເປັນຜູ້ຊົມທີ່ເບິ່ງການສູ້ຮົບຈາກໄລຍະໄກ; ພວກເຂົາເປັນອ່ຽນທີ່ມື່ນ. ຄົນປະເພດເຫຼົ່ານີ້ແຊກຊຶມເຂົ້າໄປໃນເຮືອນຂອງພຣະເຈົ້າພຽງແຕ່ເພື່ອເບິ່ງຄວາມຕື່ນເຕັ້ນ ແລະ ຕິດຕາມຝູງຊົນໃນການກໍ່ຄວາມວຸ້ນວາຍຢ່າງຫຼັບຫູຫຼັບຕາ. ພວກເຂົາບໍ່ມີຄວາມຮູ້ສຶກຍຸຕິທຳ ແລະ ບໍ່ມີຄວາມຮູ້ສຶກຮັບຜິດຊອບ; ພວກເຂົາເຖິງກັບບໍ່ມີຄວາມເຫັນອົກເຫັນໃຈຕໍ່ຄົນດີໆ ທີ່ຖືກທຳຮ້າຍໂດຍຄົນຊົ່ວຊ້າ. ການເອີ້ນຄົນແບບນີ້ວ່າເປັນມານຮ້າຍ ແລະ ຊາຕານນັ້ນເໝາະສົມທີ່ສຸດແລ້ວ. ຖ້າຄົນທີ່ມີຄວາມຮູ້ສຶກຍຸຕິທຳເປີດໂປງຄົນຊົ່ວຊ້າ, ພວກເຂົາຈະບໍ່ແມ່ນແຕ່ໃຫ້ກຳລັງໃຈ ຫຼື ສະໜັບສະໜູນຄົນເຫຼົ່ານັ້ນ. ສະນັ້ນ, ຢ່າໄວ້ວາງໃຈຄົນເຫຼົ່ານີ້ເດັດຂາດ; ພວກເຂົາເປັນອ່ຽນທີ່ມື່ນ, ເປັນກະປອມປ່ຽນສີ, ເປັນງູເຖົ້າເຈົ້າເລ່. ພວກເຂົາບໍ່ແມ່ນຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າ ແຕ່ເປັນຄົນຮັບໃຊ້ຂອງຊາຕານ. ຄົນເຫຼົ່ານີ້ບໍ່ສາມາດໄດ້ຮັບຄວາມລອດພົ້ນໄດ້ເລີຍ ແລະ ພຣະເຈົ້າບໍ່ຕ້ອງການພວກເຂົາ; ນີ້ຄືຄວາມປາຖະໜາທີ່ຊັດເຈນຂອງພຣະເຈົ້າ. ຄຣິສຕະຈັກສ່ວນໃຫຍ່ອາດຈະມີຄົນແບບນີ້. ຈົ່ງເບິ່ງໃຫ້ທົ່ວຄຣິສຕະຈັກຂອງເຈົ້າ ເພື່ອເບິ່ງວ່າພວກເຂົາແມ່ນໃຜ. ເມື່ອສິ່ງຕ່າງໆ ເກີດຂຶ້ນ, ຢ່າສົນທະນາຄວາມຈິງກັບພວກເຂົາເດັດຂາດ ແລະ ຢ່າໃຫ້ພວກເຂົາຮູ້ວ່າເກີດຫຍັງຂຶ້ນກັບເຈົ້າແທ້ໆ. ຈົ່ງລະວັງຄົນແບບນີ້ ແລະ ຢ່າໄປຫຍຸ້ງກ່ຽວກັບພວກເຂົາ. ຈົ່ງຊອກຫາຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມຮູ້ສຶກຍຸຕິທຳ, ເມື່ອພວກເຂົາເຫັນຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຖືກທຳຮ້າຍ, ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກຖືກລົບກວນ ຫຼື ຖືກບົ່ງການ, ພວກເຂົາກໍຈະກັງວົນ ແລະ ໃຈຮ້າຍ; ພວກເຂົາກຽດຊັງຄົນຊົ່ວຊ້າເຫຼົ່ານີ້ທີ່ລົບກວນຄຣິສຕະຈັກຢ່າງເລິກເຊິ່ງ; ພວກເຂົາຢາກຢືນຂຶ້ນ ແລະ ເປີດໂປງຄົນຊົ່ວຊ້າ ແລະ ກະຕືລືລົ້ນທີ່ຈະຊອກຫາຜູ້ທີ່ເຂົ້າໃຈຄວາມຈິງເພື່ອສາມັກຄີ ແລະ ຕໍ່ສູ້ກັບມານຮ້າຍທີ່ຊົ່ວຮ້າຍ. ຈົ່ງສົນທະນາກັບຄົນແບບນີ້ ແລະ ຈັບມືກັບພວກເຂົາເພື່ອຕໍ່ສູ້ກັບຊາຕານ. ຄົນເຫຼົ່ານີ້ຄືຜູ້ທີ່ເອົາຊະນະ, ເປັນທະຫານທີ່ດີຂອງພຣະຄຣິສ; ມີພຽງແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ມີສ່ວນໃນລາຊະອານາຈັກຂອງພຣະຄຣິສ. ຄົນປະຈົບປະແຈງ, ງູເຖົ້າເຈົ້າເລ່, ກະປອມປ່ຽນສີ ແລະ ຄົນທີ່ມຶນຊາ ແລະ ສະໝອງທື້ເຫຼົ່ານັ້ນ ລ້ວນແຕ່ຖືກເປີດເຜີຍແລ້ວ; ພວກເຂົາເປັນເປົ້າໝາຍທີ່ຈະຖືກກຳຈັດ. ພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ, ບໍ່ແມ່ນຄົນຂອງເຮືອນຂອງພຣະເຈົ້າ, ແຕ່ເປັນຜູ້ບໍ່ເຊື່ອ ແລະ ເປັນຜູ້ສວຍໂອກາດທີ່ບໍ່ສົມຄວນໄດ້ຮັບຄວາມໄວ້ວາງໃຈ. ນີ້ຄືວິທີການຈັດການກັບຄົນເຫຼົ່ານີ້: ຖ້າພວກເຂົາສາມາດເຮັດຄວາມຊົ່ວຮ້າຍໄດ້, ໃຫ້ຊຳລະລ້າງພວກເຂົາອອກ; ຖ້າພວກເຂົາບໍ່ແມ່ນຄົນຊົ່ວຊ້າ ແລະ ບໍ່ຕິດຕາມຄົນຊົ່ວຊ້າ ໃນການລົບກວນຄຣິສຕະຈັກ, ພວກເຂົາສາມາດຢູ່ໃນຄຣິສຕະຈັກຊົ່ວຄາວ ໃນຂະນະທີ່ເຈົ້າລໍຖ້າການກັບໃຈຂອງພວກເຂົາ. ໃນດ້ານໜຶ່ງ, ໃຫ້ສັງເກດ ແລະ ກຳແໜ້ນອຸປະນິໄສຂອງຄົນເຫຼົ່ານີ້, ຄວາມເປັນມະນຸດ ແລະ ມຸມມອງ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ເລື່ອງຕ່າງໆ ແລະ ໃຊ້ການແຍກແຍະ, ຊອກຫາແກ່ນແທ້ຂອງຄົນເຫຼົ່ານີ້. ໃນເວລາດຽວກັນ, ເມື່ອຄົນຊົ່ວຊ້າບົ່ງການ ແລະ ລົບກວນການເລືອກຕັ້ງ, ໃຫ້ເຝົ້າລະວັງຄົນປະຈົບປະແຈງເຫຼົ່ານີ້ທີ່ຢືນຢູ່ຂ້າງຄົນຊົ່ວຊ້າ, ເຮັດໜ້າທີ່ເປັນລູກນ້ອງ ແລະ ຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ. ສະຫຼຸບກໍຄື ສຳລັບພຶດຕິກຳທັງໝົດທີ່ບໍ່ເໝາະສົມຂອງຄົນຊົ່ວຊ້າທີ່ບົ່ງການ ແລະ ລົບກວນການເລືອກຕັ້ງ, ມັນຈຳເປັນຕ້ອງໃຊ້ການແຍກແຍະຕາມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າເຫັນແກ່ນແທ້ຂອງພວກເຂົາຢ່າງຊັດເຈນ, ເຈົ້າກໍຈະຮູ້ວິທີຈັດການກັບພວກເຂົາຢ່າງເໝາະສົມຕາມຫຼັກການ.
ມື້ກີ້ນີ້, ພວກເຮົາໄດ້ສົນທະນາກ່ຽວກັບປາກົດການບາງຢ່າງຂອງການບົ່ງການ ແລະ ລົບກວນການເລືອກຕັ້ງ ແລະ ການກະທຳຂອງຄົນບາງຄົນ. ເຖິງແມ່ນວ່າຈະບໍ່ໄດ້ກວມເອົາທຸກດ້ານ, ຫຼັກການໃນການແກ້ໄຂບັນຫາເຫຼົ່ານີ້ກໍໄດ້ຖືກສົນທະນາໂດຍພື້ນຖານແລ້ວ. ຫຼັງຈາກທີ່ພວກເຈົ້າພົບເຫັນຄົນທີ່ບົ່ງການ ແລະ ລົບກວນການເລືອກຕັ້ງພາຍໃນຄຣິສຕະຈັກ, ພວກເຈົ້າຄວນລຸກຂຶ້ນ ແລະ ຈຳກັດພວກເຂົາ. ຢ່າເປັນຄົນທີ່ຍອມຕາມ ຫຼື ເຮັດຄືກັບຄົນປະຈົບປະແຈງ. ຖ້າຄົນໃດກໍຕາມທີ່ພະຍາຍາມບົ່ງການ ແລະ ລົບກວນການເລືອກຕັ້ງຢູ່ສະເໝີ, ທັນທີທີ່ແນວໂນ້ມນີ້ປາກົດຂຶ້ນ, ອ້າຍເອື້ອຍນ້ອງຄວນຮ່ວມກັນລຸກຂຶ້ນເພື່ອຢຸດຢັ້ງ ແລະ ເປີດໂປງພວກເຂົາ. ຖ້າພວກເຂົາກຳລັງເຮັດມັນດ້ວຍຄວາມສັບສົນ, ໂດຍບໍ່ຮູ້ວ່າສິ່ງນີ້ຖືເປັນການບົ່ງການ ແລະ ລົບກວນການເລືອກຕັ້ງ, ພວກເຈົ້າສາມາດອະທິບາຍໃຫ້ພວກເຂົາຟັງວ່າ: “ສິ່ງທີ່ເຈົ້າກຳລັງເຮັດຢູ່ແມ່ນການບົ່ງການ ແລະ ລົບກວນການເລືອກຕັ້ງ. ຢ່າຮັບບົດບາດເປັນຄົນຮັບໃຊ້ຂອງຊາຕານ. ນີ້ຄືການເລືອກຕັ້ງຜູ້ນໍາຄຣິສຕະຈັກ, ບໍ່ແມ່ນການເລືອກຕັ້ງເຈົ້າຄອງນະຄອນ ຫຼື ຫົວໜ້າຕາແສງ. ເຮືອນຂອງພຣະເຈົ້າມີລະບຽບຂອງຕົນເອງ ແລະ ມີຫຼັກການຂອງຕົນເອງໃນການເຮັດວຽກງານນີ້. ເຈດຕະນາຂອງມະນຸດບໍ່ຄວນປະປົນໃສ່; ພວກເຮົາຄວນປະຕິບັດຕາມຫຼັກການຄວາມຈິງຢ່າງເຂັ້ມງວດສຳລັບວຽກງານນີ້. ຖ້າຄວາມສາມາດຂອງເຈົ້າຕໍ່າ ແລະ ເຈົ້າບໍ່ສາມາດເຂົ້າໃຈຫຼັກການຄວາມຈິງໄດ້ ຫຼື ຖ້າເຈົ້າເຖົ້າແລ້ວ ແລະ ມຶນງົງ, ຂາດສະຕິປັນຍາທີ່ຈຳເປັນໃນການເຂົ້າຮ່ວມການເລືອກຕັ້ງ, ແລ້ວເຈົ້າກໍສາມາດງົດອອກສຽງ ແລະ ພຽງແຕ່ລໍຖ້າຜົນໄດ້, ແຕ່ເຖິງຢ່າງໃດກໍຕາມ ເຈົ້າບໍ່ຄວນບົ່ງການ ຫຼື ລົບກວນການເລືອກຕັ້ງ ຫຼື ແຊກແຊງ ແລະ ກໍ່ໃຫ້ເກີດການລົບກວນ; ສິ່ງເຫຼົ່ານີ້ເປັນການກະທຳທີ່ຊົ່ວຊ້າ ແລະ ພຣະເຈົ້າກໍຊົງລັງກຽດມັນ. ການກະທຳທີ່ຊົ່ວຊ້າດັ່ງກ່າວຖືກປະນາມຕະຫຼອດໄປ; ຢ່າເປັນຄົນແບບນັ້ນ ຫຼື ຕິດຕາມເສັ້ນທາງນີ້ເດັດຂາດ. ຖ້າເຈົ້າເປັນມະນຸດແທ້ໆ, ຢ່າເຂົ້າຮ່ວມໃນການບົ່ງການ ແລະ ລົບກວນການເລືອກຕັ້ງ, ເພາະວ່າເມື່ອໃດທີ່ມັນກາຍເປັນຂໍ້ແທ້ຈິງ, ເຈົ້າຈະຖືກຈັດລັກສະນະວ່າເປັນຄົນຮັບໃຊ້ຂອງຊາຕານ ແລະ ຈະຖືກກຳຈັດອອກຈາກຄຣິສຕະຈັກ”. ຖ້າພົບເຫັນຄົນທີ່ບົ່ງການ ແລະ ລົບກວນການເລືອກຕັ້ງ, ຄົນທີ່ຢູ່ທ່າມກາງພວກເຂົາທີ່ມີຄວາມສາມາດຕໍ່າ ເຊິ່ງບໍ່ເຂົ້າໃຈສິ່ງທີ່ເກີດຂຶ້ນແທ້ໆ ກໍສາມາດໄດ້ຮັບການໂອ້ລົມດ້ວຍຄວາມຮັກ, ການສະໜັບສະໜູນ, ການສະໜອງ ແລະ ການຊ່ວຍເຫຼືອ. ແຕ່ເຖິງແມ່ນວ່າຈະຮູ້ຫຼັກການຄວາມຈິງຢ່າງຄົບຖ້ວນ ຈະວ່າແນວໃດກັບຜູ້ທີ່ຍັງບົ່ງການ ແລະ ລົບກວນການເລືອກຕັ້ງໂດຍເຈດຕະນາ, ເຖິງກັບບໍ່ສົນໃຈຄຳຕັກເຕືອນຕໍ່ສິ່ງນີ້? ມີວິທີແກ້ໄຂສຳລັບພວກເຂົາເຊັ່ນກັນ: ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມການເລືອກຕັ້ງອີກຕໍ່ໄປ; ໃຫ້ຖອດຖອນສິດໃນການເລືອກຕັ້ງຂອງພວກເຂົາ. ສະຫຼຸບກໍຄື ການກະທຳທັງໝົດຂອງການບົ່ງການ ແລະ ລົບກວນການເລືອກຕັ້ງຕ້ອງຖືກແຍກແຍະ, ຢຸດຢັ້ງ ແລະ ຈຳກັດຢ່າງເປັນເອກະພາບ ເພື່ອພິກສະຖານະການ. ພຶດຕິກຳ ແລະ ການກະທຳດັ່ງກ່າວຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ມີຢູ່ໃນຄຣິສຕະຈັກ, ເພື່ອປ້ອງກັນຜົນການເລືອກຕັ້ງທີ່ຜິດພາດ ແລະ ບໍ່ໃຫ້ວຽກງານຂອງຄຣິສຕະຈັກຖືກລົບກວນ ແລະ ເສຍຫາຍ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?