ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18) ສ່ວນທີ ສອງ
3. ວິທີປະຕິບັດຕໍ່ຂ່າວລືທີ່ບໍ່ມີມູນຄວາມຈິງຂອງລັດຖະບານພັກກອມມູນິດຈີນ ແລະ ໂລກສາສະໜາທີ່ໃສ່ຮ້າຍປ້າຍສີ ແລະ ໂຈມຕີພຣະເຈົ້າ
ລັດຖະບານພັກກອມມູນິດຈີນ ແລະ ໂລກສາສະໜາໄດ້ສ້າງຂ່າວລືທີ່ບໍ່ມີມູນຄວາມຈິງຫຼາຍຢ່າງກ່ຽວກັບເຮືອນຂອງພຣະເຈົ້າ, ກ່າວຫາຢ່າງຜິດໆວ່າ ອ້າຍເອື້ອຍນ້ອງບັງຄັບໃຫ້ຜູ້ຄົນຮັບເອົາຂ່າວປະເສີດ ແລະ ອື່ນໆ. ພວກເຈົ້າຮູ້ສຶກແນວໃດຫຼັງຈາກໄດ້ຍິນຂ່າວລືເຫຼົ່ານີ້? (ໃຈຮ້າຍ, ຄຽດແຄ້ນ.) ສິ່ງເຫຼົ່ານີ້ແມ່ນຂ່າວລືກ່ຽວກັບພວກເຈົ້າ ແລະ ພວກເຈົ້າກໍຮູ້ສຶກຄຽດແຄ້ນ. ພວກເຈົ້າຄຽດແຄ້ນເຖິງລະດັບໃດ? ພວກເຈົ້າຢາກຊອກຫາຄົນທີ່ສ້າງຂ່າວລື ແລະ ໂຕ້ຖຽງກັບພວກເຂົາ, ແມ່ນແຕ່ສັ່ງສອນບົດຮຽນໃຫ້ພວກເຂົາບໍ? (ແມ່ນແລ້ວ.) ຂ່າວລືເຫຼົ່ານີ້ເບິ່ງຜິວເຜີນແລ້ວແມ່ນແນໃສ່ຄຣິສຕະຈັກ, ແຕ່ຄວາມຈິງແລ້ວ, ພວກມັນກ່ຽວຂ້ອງກັບສະມາຊິກທຸກຄົນຂອງຄຣິສຕະຈັກ ແລະ ຊື່ສຽງ ແລະ ຄວາມຊື່ສັດຂອງສະມາຊິກແຕ່ລະຄົນ. ຫຼັງຈາກໄດ້ຍິນຂ່າວລືເຫຼົ່ານັ້ນ ພວກເຈົ້າກໍຮູ້ສຶກຄຽດແຄ້ນ, ໂດຍເວົ້າວ່າ: “ພວກເຮົາບໍ່ໄດ້ເຮັດແບບນັ້ນ! ພວກເຮົາປະກາດຂ່າວປະເສີດຕາມຫຼັກການຄວາມຈິງ. ສຳລັບຜູ້ທີ່ບໍ່ຢາກເຊື່ອໃນພຣະເຈົ້າ, ພວກເຮົາບໍ່ເຄີຍບັງຄັບພວກເຂົາ. ຄວາມເຊື່ອເປັນໄປໂດຍຄວາມສະໝັກໃຈ. ພວກເຮົາບໍ່ເຄີຍບີບບັງຄັບຜູ້ໃດ, ແຮງໄກທີ່ພວກເຮົາຈະທຳຮ້າຍ ຫຼື ແກ້ແຄ້ນຜູ້ຄົນ. ໃນທາງກົງກັນຂ້າມ, ພວກເຮົາທີ່ປະກາດຂ່າວປະເສີດໄດ້ຖືກຄົນທາງສາສະໜາທຸບຕີຢ່າງປ່າເຖື່ອນ ແລະ ຖືກພວກເຂົາແຈ້ງຕຳຫຼວດຈັບ, ຖືກມອບໃຫ້ພະຍານາກໃຫຍ່ສີແດງທໍລະມານ; ຫຼາຍຄົນໃນພວກເຮົາຖືກຕິດຄຸກ ແລະ ຈຳນວນຫຼາຍກໍຖືກຄົນທາງສາສະໜາຈັບໄປຂັງໃນຄຸກສ່ວນຕົວ. ພວກເຮົາເປັນຝ່າຍທີ່ຖືກກະທຳຜິດໃສ່!” ຫຼັງຈາກໄດ້ຍິນຂ່າວລືເຫຼົ່ານີ້, ພວກເຈົ້າກໍຮູ້ສຶກຄຽດແຄ້ນ ແລະ ຢາກໂຕ້ຖຽງກັບພວກເຂົາຢູ່ສະເໝີ. ພວກເຈົ້າມີປະຕິກິລິຍານີ້ ເພາະວ່າຂ່າວລືເຫຼົ່ານີ້ໂຈມຕີ ແລະ ໃສ່ຮ້າຍປ້າຍສີຄຣິສຕະຈັກ ແລະ ຜູ້ທີ່ຖືກເລືອກຂອງພຣະເຈົ້າໂດຍກົງ. ພວກເຈົ້າຮູ້ສຶກແນວໃດເມື່ອໄດ້ຍິນຂ່າວລືທີ່ໃສ່ຮ້າຍປ້າຍສີ ແລະ ຕັດສິນພຣະເຈົ້າ? ສິ່ງເຫຼົ່ານີ້ບໍ່ໄດ້ກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວ ຫຼື ຄວາມຊື່ສັດ ແລະ ກຽດສັກສີຂອງພວກເຈົ້າ; ພວກມັນແມ່ນຂ່າວລືທີ່ກ່ຽວຂ້ອງກັບພຣະເຈົ້າ. ຕົວຢ່າງ: ເມື່ອຕອນທີ່ເຈົ້າເຊື່ອໃນພຣະເຢຊູກ່ອນໜ້ານີ້, ບາງຄົນເວົ້າວ່າພຣະເຢຊູເກີດຈາກຍິງບໍລິສຸດ ແລະ ບໍ່ມີພໍ່. ເຈົ້າຮູ້ສຶກແນວໃດເມື່ອໄດ້ຍິນແບບນັ້ນ? ເຈົ້າຢາກໂຕ້ຖຽງກັບພວກເຂົາບໍ? “ຜູ້ທີ່ພວກເຮົາເຊື່ອແມ່ນພຣະເຈົ້າ!” ແລ້ວເຈົ້າກໍຄິດໄຕ່ຕອງວ່າ: “ນາງມາຣີເປັນຍິງບໍລິສຸດ ແລະ ພຣະເຢຊູກໍເກີດຈາກຍິງບໍລິສຸດ ເຊິ່ງປະຕິສົນທິໂດຍພຣະວິນຍານບໍລິສຸດ. ນີ້ຄືຂໍ້ແທ້ຈິງ, ແຕ່ຄົນທີ່ບໍ່ເຊື່ອກັບເວົ້າເຖິງເລື່ອງນີ້ຢ່າງຫຍາບຄາຍ ແລະ ຂ້ານ້ອຍກໍບໍ່ມັກຟັງ!” ຢ່າງຫຼາຍທີ່ສຸດ ເຈົ້າອາດຈະມີຄວາມຮູ້ສຶກເຊັ່ນນັ້ນ, ແຕ່ໃນຫົວໃຈຂອງເຈົ້າ, ເຈົ້າກໍຍັງຮູ້ສຶກວ່າການປະຕິສົນທິໂດຍພຣະວິນຍານບໍລິສຸດນັ້ນຂັດກັບແນວຄິດຂອງມະນຸດຢ່າງຮຸນແຮງ. ເຈົ້າບໍ່ສາມາດເຊື່ອໃນເລື່ອງນີ້ໄດ້ເພາະວ່າເຈົ້າເຊື່ອໃນວິທະຍາສາດ; ເຈົ້າບໍ່ໄດ້ເຊື່ອໃນຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າຈາກຫົວໃຈຂອງເຈົ້າ, ທັງບໍ່ເຊື່ອວ່າທຸກສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳນັ້ນເປັນຄວາມຈິງ ແລະ ຈາກນັ້ນເຈົ້າກໍຈະບໍ່ໄປໂຕ້ແຍ້ງຄຳເວົ້າມານຮ້າຍຂອງພວກຜູ້ບໍ່ເຊື່ອ. ເພາະວ່າເຈົ້າບໍ່ມີຄວາມຈິງ ແລະ ບໍ່ເຂົ້າໃຈຄວາມຈິງ, ຢ່າງຫຼາຍທີ່ສຸດ, ເຈົ້າພຽງແຕ່ເຫັນວ່າຂ່າວລືທີ່ຜູ້ຄົນເວົ້າກັນນັ້ນຟັງແລ້ວບໍ່ມ່ວນຫູ ແລະ ຄິດວ່າຜູ້ຄົນບໍ່ຄວນເວົ້າແບບນັ້ນ ເພາະຂ່າວລືເຫຼົ່ານີ້ກ່ຽວຂ້ອງກັບຊື່ສຽງຂອງເຈົ້າ; ເຈົ້າຄິດວ່າ, “ຄົນທີ່ບໍ່ເຊື່ອນີ້ຊ່າງເປັນຕາໜ້າລັງກຽດ ແລະ ຕໍ່າຊ້າແທ້ໆ! ພວກເຂົາກ້າໃຊ້ຄຳເວົ້າທີ່ສົກກະປົກແບບໃດກໍໄດ້; ພວກເຂົາເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ! ພວກເຂົາເປັນມານຮ້າຍຢ່າງແທ້ຈິງ!” ມັນກໍມີພຽງເທົ່ານັ້ນ ແລະ ນັ້ນກໍຄືສິ່ງສູງສຸດທີ່ເຈົ້າສາມາດເຮັດໄດ້. ເປັນຫຍັງເຈົ້າຈຶ່ງຮູ້ສຶກຖືກກະຕຸ້ນ ແລະ ເຫັນວ່າຄົນທີ່ບໍ່ເຊື່ອເປັນຄົນຕ່ຳຊ້າ ແລະ ເປັນຕາໜ້າລັງກຽດ ຫຼັງຈາກໄດ້ຍິນພວກເຂົາເວົ້າຂ່າວລືແບບນັ້ນ? ເພາະວ່າມັນກ່ຽວຂ້ອງກັບຊື່ສຽງຂອງເຈົ້າ; ຂ່າວລືເຫຼົ່ານີ້ໄດ້ກະຕຸ້ນຫົວໃຈຂອງເຈົ້າ, ເຮັດໃຫ້ເຈົ້າຮູ້ສຶກເສຍໜ້າ, ສະນັ້ນ ມັນຈຶ່ງປຸກຄວາມໃຈຮ້າຍຂອງເຈົ້າຂຶ້ນມາ ແລະ ເຈົ້າກໍລຸກຂຶ້ນກ່າວຄຳເວົ້າໃນທາງບວກບາງຢ່າງເພື່ອໂຕ້ແຍ້ງ. ການໂຕ້ແຍ້ງເຊັ່ນນັ້ນແມ່ນການຢືນຢູ່ຂ້າງພຣະເຈົ້າທັງໝົດບໍ? ມັນແມ່ນເພື່ອປົກປ້ອງຄຳພະຍານຂອງພຣະເຈົ້າບໍ? ບໍ່ແມ່ນ, ມັນແມ່ນເພື່ອປົກປ້ອງໜ້າຕາ ແລະ ກຽດສັກສີຂອງເຈົ້າເອງທັງໝົດ. ເປັນຫຍັງຈຶ່ງເວົ້າແບບນີ້? ເພາະວ່າເຈົ້າຍັງເບິ່ງບໍ່ທະລຸເຖິງແກ່ນແທ້ຂອງບັນຫາ; ຍິ່ງໄປກວ່ານັ້ນ, ເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າ. ສິ່ງທີ່ເຈົ້າເຂົ້າໃຈ ແລະ ຮູ້ສຶກນັ້ນບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ; ມັນເປັນພຽງຄວາມຫົວຮ້ອນຂອງມະນຸດ ແລະ ພຶດຕິກຳທີ່ດີຂອງມະນຸດ. ພຶດຕິກຳທີ່ດີຂອງມະນຸດບໍ່ໄດ້ເປັນຕົວແທນຂອງການເປັນປະຈັກພະຍານທີ່ເຈົ້າມີສຳລັບພຣະເຈົ້າ. ເຈົ້າບໍ່ໄດ້ຍຶດໝັ້ນໃນຄຳພະຍານຂອງເຈົ້າ; ເຈົ້າພຽງແຕ່ກຳລັງປົກປ້ອງໜ້າຕາ ແລະ ກຽດສັກສີຂອງເຈົ້າ, ເຈົ້າກຳລັງໂຕ້ແຍ້ງຂ່າວລືເພື່ອໃຫ້ຈິດສຳນຶກຂອງຕົນສະຫງົບລົງແດ່ໜ້ອຍໜຶ່ງ, ເຈົ້າບໍ່ໄດ້ຢືນຢູ່ຂ້າງພຣະເຈົ້າເພື່ອເວົ້າແທນພຣະອົງ, ທັງບໍ່ໄດ້ໃຊ້ຄວາມຈິງ ຫຼື ຂໍ້ແທ້ຈິງເພື່ອໂຕ້ແຍ້ງຂ່າວລື ແລະ ເປັນພະຍານເພື່ອພຣະເຈົ້າ. ເຈົ້າບໍ່ໄດ້ເວົ້າແທນພຣະເຈົ້າ ແລະ ສິ່ງທີ່ເຈົ້າເວົ້າກໍແນ່ນອນວ່າບໍ່ສອດຄ່ອງກັບຄວາມຈິງ; ມັນສອດຄ່ອງກັບຜົນປະໂຫຍດທາງເນື້ອໜັງຂອງເຈົ້າເທົ່ານັ້ນ, ມັນພຽງແຕ່ເພື່ອເຮັດໃຫ້ຫົວໃຈຂອງເຈົ້າຮູ້ສຶກທຸກໃຈໜ້ອຍລົງ ແລະ ເພື່ອບໍ່ໃຫ້ເຈົ້າຮູ້ສຶກວ່າການເຊື່ອໃນອົງພຣະເຢຊູເຈົ້າເປັນເລື່ອງທີ່ໜ້າອັບອາຍ. ກໍມີພຽງເທົ່ານັ້ນ. ສະນັ້ນ, ເມື່ອພວກເຈົ້າໄດ້ຍິນຄົນໂຈມຕີ ແລະ ກ່າວໂທດພຣະເຈົ້າ, ໃສ່ຮ້າຍ ແລະ ຕັດສິນຄຣິສຕະຈັກຂອງພຣະເຈົ້າ ຫຼື ແມ່ນແຕ່ປະນາມພວກເຈົ້າ, ພວກເຈົ້າກໍຮູ້ສຶກຄຽດແຄ້ນເປັນພິເສດ ແລະ ຢາກໂຕ້ຖຽງ ແລະ ຖົກຖຽງກັບພວກເຂົາ ເພື່ອກອບກູ້ຊື່ສຽງຂອງພວກເຈົ້າ ແລະ ເພື່ອຊີ້ແຈງເລື່ອງເຫຼົ່ານີ້. ແຕ່ນັ້ນໝາຍຄວາມວ່າພວກເຈົ້າໄດ້ຍຶດໝັ້ນໃນຄຳພະຍານຂອງພວກເຈົ້າແລ້ວບໍ? ມັນຍັງບໍ່ພຽງພໍ; ຖ້າບໍ່ເຂົ້າໃຈຄວາມຈິງ, ແລ້ວກໍບໍ່ມີຄຳພະຍານ!
ເມື່ອພວກເຈົ້າໄດ້ຍິນຂ່າວລືທີ່ຖືກເຜີຍແຜ່ໃນໂລກພາຍນອກທີ່ໃສ່ຮ້າຍ ແລະ ໂຈມຕີພຣະເຈົ້າ, ບໍ່ວ່າຈະເປັນການໂຈມຕີພຣະເຈົ້າເທິງສະຫວັນ ຫຼື ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງເທິງແຜ່ນດິນໂລກ, ພວກເຈົ້າຮູ້ສຶກແນວໃດ? ພວກເຈົ້າເມີນເສີຍ ຫຼື ພວກເຈົ້າຮູ້ສຶກເຈັບປວດໜ້ອຍໜຶ່ງແດ່ບໍ? ພວກເຈົ້າທົນບໍ່ໄດ້ ແລະ ບໍ່ຍອມຮັບມັນ ຫຼື ພວກເຈົ້າບໍ່ສາມາດເຮັດຫຍັງໄດ້? ບາງຄົນ, ຫຼັງຈາກໄດ້ຍິນຂ່າວລືເຫຼົ່ານີ້, ກໍຄິດວ່າ, “ພຣະເຈົ້າຊົງບໍລິສຸດ; ພຣະເຈົ້າບໍ່ໄດ້ເຮັດສິ່ງເຫຼົ່ານີ້. ເປັນຫຍັງພຣະອົງຈຶ່ງຖືກໂຈມຕີ ແລະ ໃສ່ຮ້າຍຈາກໂລກ ແລະ ໂລກສາສະໜາແບບນີ້? ພວກເຮົາຕ້ອງອຸທິດຕົນຢ່າງພາກພຽນ ແລະ ເຮັດໜ້າທີ່ຂອງພວກເຮົາ ແລະ ປົກປ້ອງພຣະນາມຂອງພຣະເຈົ້າ. ເມື່ອພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າສຳເລັດລົງ, ຄວາມຈິງຂອງທຸກສິ່ງກໍຈະຖືກເປີດເຜີຍ ແລະ ປະຊາຊົນທັງໝົດໃນໂລກກໍຈະເຫັນວ່າ ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງທີ່ພວກເຮົາເຊື່ອນັ້ນຄືພຣະເຈົ້າທີ່ແທ້ຈິງອົງດຽວ, ຄືພຣະເຈົ້າເທິງສະຫວັນ ແລະ ສິ່ງນີ້ກໍບໍ່ຜິດເລີຍ!” ຄົນອື່ນຄິດວ່າ, “ພຣະເຈົ້າໄດ້ສະແດງອອກຄວາມຈິງຫຼາຍຢ່າງ ແລະ ຄົນຊົ່ວຮ້າຍ ແລະ ມານຮ້າຍທີ່ບໍ່ເຊື່ອເຫຼົ່ານີ້ກໍຮູ້ດີວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ແຕ່ພວກເຂົາກໍຍັງໃສ່ຮ້າຍ ແລະ ໂຈມຕີພຣະເຈົ້າ. ພຣະເຈົ້າຕ້ອງທົນທຸກທໍລະມານອີກດົນປານໃດ?” ສ່ວນຄົນອື່ນກໍເວົ້າວ່າ, “ຄົນເຮົາຢາກເວົ້າຫຍັງກໍເວົ້າໄປ; ພວກເຮົາບໍ່ໃສ່ໃຈພວກເຂົາ. ພຣະເຈົ້າບໍ່ເຄີຍໂຕ້ແຍ້ງຂ່າວລືທີ່ໃສ່ຮ້າຍພຣະອົງ; ພຣະອົງບໍ່ໄດ້ຕອບໂຕ້ພວກມັນ. ແລ້ວພວກເຮົາທີ່ເປັນພຽງມະນຸດນ້ອຍໆຈະເຮັດຫຍັງໄດ້? ບໍ່ແມ່ນວ່າພຣະເຈົ້າຖືກມະນຸດເຂົ້າໃຈຜິດ, ຖືກໂຈມຕີ ແລະ ໝິ່ນປະໝາດ ແລະ ຖືກປະຕິເສດແບບນີ້ມາຕະຫຼອດບໍ? ພຣະເຈົ້າບໍ່ມີຄຳຈົ່ມວ່າໃດໆເລີຍ ແລະ ພຣະອົງກໍຍັງຊ່ວຍໃຫ້ຜູ້ຄົນລອດພົ້ນ. ໃຫ້ເວລາເປັນເຄື່ອງພິສູດທຸກຢ່າງ; ພຣະເຈົ້າຈະເປັນປະຈັກພະຍານຂອງພຣະອົງເອງ!” ມຸມມອງຂອງພວກເຈົ້າແມ່ນຫຍັງ? ເຮົາຫາກໍກ່າວເຖິງຄວາມບໍ່ຍອມແພ້, ຄວາມຄຽດແຄ້ນ, ຄວາມບໍ່ຍອມຮັບ, ຄວາມບໍ່ສາມາດເຮັດຫຍັງໄດ້, ພວກເຈົ້າຮູ້ສຶກແບບໃດ? ຄວາມຮູ້ສຶກໃດຖືກຕ້ອງທີ່ສຸດ? ຄວນປະຕິບັດຕໍ່ເລື່ອງເຫຼົ່ານີ້ແນວໃດຈຶ່ງຈະສອດຄ່ອງກັບຫຼັກການຄວາມຈິງ? ພວກເຈົ້າຮູ້ສຶກແນວໃດເມື່ອໄດ້ຍິນຂ່າວລືເຫຼົ່ານີ້? (ຄຽດແຄ້ນ.) ຄຽດແຄ້ນ, ແລ້ວພວກເຈົ້າກໍຢາກຂຽນຄຳປະນາມ ເພື່ອຕຳໜິຕິຕຽນພວກທີ່ສ້າງຂ່າວລືເຫຼົ່ານີ້, ພວກຫຼອກລວງ ແລະ ຄົນຊົ່ວຮ້າຍທາງສາສະໜາ. ພວກເຈົ້າມີຄວາມຄິດເຊັ່ນນັ້ນບໍ? ເຈົ້າຈະບໍ່ຮູ້ສຶກວ່າ ມັນພຽງພໍທີ່ຈະກຳກຳປັ້ນແໜ້ນດ້ວຍຄວາມໃຈຮ້າຍ, ແມ່ນບໍ່? ພວກເຈົ້າຮູ້ສຶກມີແຮງກະຕຸ້ນຢາກເຮັດຫຍັງບາງຢ່າງກ່ຽວກັບເລື່ອງນີ້ບໍ? ຫຼື ມັນເປັນພຽງຄວາມຄຽດແຄ້ນທີ່ວ່າງເປົ່າ? (ຍັງມີຄວາມກຽດຊັງ ແລະ ການປະຕິເສດ.) ຄວາມຄຽດແຄ້ນ, ຄວາມກຽດຊັງ, ການປະຕິເສດ, ສິ່ງເຫຼົ່ານີ້ແມ່ນອາລົມທີ່ເກີດຂຶ້ນຈາກການເຄື່ອນໄຫວທາງຈິດໃຈ, ໂດຍບໍ່ມີຄຳເວົ້າ, ພຶດຕິກຳ ຫຼື ການກະທຳທີ່ຊັດເຈນ; ມັນເປັນພຽງອາລົມ ແລະ ແນ່ນອນວ່າມັນກໍເປັນຕົວແທນຂອງທັດສະນະຄະຕິບາງຢ່າງ. (ນອກຈາກຄວາມຄຽດແຄ້ນແລ້ວ, ບາງຄັ້ງພວກເຮົາກໍຂຽນບົດຄວາມ ຫຼື ສ້າງລາຍການເພື່ອຊີ້ແຈງຄວາມຈິງ ແລະ ເປີດໂປງວ່າ ແກ່ນແທ້ຂອງການກະທຳຂອງພວກເຂົາຄືຄວາມກຽດຊັງຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ, ເພື່ອໃຫ້ຜູ້ຄົນໄດ້ເຫັນຂໍ້ແທ້ຈິງ.) ຜູ້ຄົນເຫຼົ່ານັ້ນຈະຍອມຮັບບໍ ຫຼັງຈາກໄດ້ເຫັນຄວາມຈິງທີ່ແທ້ຈິງ? ເຖິງແມ່ນພວກເຂົາຍອມຮັບວ່າ ສິ່ງທີ່ພວກເຈົ້າເວົ້ານັ້ນຖືກຕ້ອງ ແລ້ວໃຫ້ຄຳຄິດເຫັນທີ່ເປັນທຳ, ໂດຍເວົ້າວ່າ, “ຄວາມເຊື່ອຂອງພວກເຈົ້າຖືກຕ້ອງແລ້ວ; ຈົ່ງເຊື່ອຕໍ່ໄປ, ພວກເຮົາສະໜັບສະໜູນ!” ແລະ ພວກຫຼອກລວງທາງສາສະໜາກໍຮູ້ສຶກລະອາຍໃຈ ແລະ ເວົ້າວ່າ, “ຂໍໂທດ, ພວກເຮົາຜິດໄປແລ້ວ, ສິ່ງທີ່ພວກເຮົາເວົ້ານັ້ນບໍ່ແມ່ນຄວາມຈິງ; ນັບແຕ່ນີ້ໄປ, ພວກເຈົ້າກໍເຊື່ອຕາມທາງຂອງພວກເຈົ້າ ແລະ ພວກເຮົາກໍຈະເຊື່ອຕາມທາງຂອງພວກເຮົາ”, ສິ່ງນັ້ນຈະເຮັດໃຫ້ພວກເຈົ້າສະບາຍໃຈບໍ? ນີ້ແມ່ນເປົ້າໝາຍດຽວທີ່ພວກເຈົ້າກຳລັງແນໃສ່ບໍ? (ພວກເຮົາຍັງຕ້ອງການເປັນພະຍານຕໍ່ພຣະເຈົ້າ ເພື່ອໃຫ້ຜູ້ທີ່ກຳລັງສືບຄົ້ນຫົນທາງທີ່ແທ້ຈິງ ແລະ ຜູ້ທີ່ກະຫາຍຄວາມຈິງສາມາດແຍກແຍະຜິດຖືກໄດ້ຢ່າງຊັດເຈນ ແລະ ຮັບເອົາຫົນທາງທີ່ແທ້ຈິງ.) ນີ້ຄືເສັ້ນທາງໜຶ່ງ; ນີ້ຄືວິທີການປະຕິບັດທີ່ເປັນບວກ. ການພຽງແຕ່ໃຈຮ້າຍ ແລະ ກຽດຊັງນັ້ນມີປະໂຫຍດບໍ? ແມ່ນຫຍັງຄືເຫດຜົນສຳລັບຄວາມໃຈຮ້າຍ ແລະ ຄວາມກຽດຊັງຂອງພວກເຈົ້າ? ເປັນຫຍັງຈຶ່ງໃຈຮ້າຍ ແລະ ກຽດຊັງ? (ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອຊ່ວຍໃຫ້ຜູ້ຄົນລອດພົ້ນ, ເຊິ່ງເປັນສິ່ງທີ່ເປັນທຳທີ່ສຸດ, ແຕ່ພວກເຂົາພັດເຜີຍແຜ່ຂ່າວລືເພື່ອຕັດສິນ ແລະ ໃສ່ຮ້າຍປ້າຍສີພຣະເຈົ້າ. ພວກເຮົາຮູ້ສຶກຄຽດແຄ້ນຫຼາຍ, ໂດຍຄິດວ່າພວກເຂົາກຳລັງປີ້ນຂາວເປັນດຳ ແລະ ເວົ້າສິ່ງທີ່ໄຮ້ສາລະແທ້ໆ.) ພວກເຈົ້າຄິດວ່າການທີ່ມະນຸດຊາດ ແລະ ໂລກປະຕິເສດພຣະເຈົ້າ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້ານັ້ນ ເປັນພຽງແບບນີ້ໃນຊ່ວງເວລາຂອງການບັງເກີດເປັນເນື້ອໜັງຂອງພຣະເຈົ້າຄັ້ງນີ້ເທົ່ານັ້ນບໍ? ທັດສະນະຄະຕິຂອງມະນຸດຊາດ ແລະ ຂອງໂລກຕໍ່ພຣະເຈົ້າແມ່ນຄືເກົ່າສະເໝີມາແຕ່ຕົ້ນຈົນຈົບ, ຄືການປະນາມ, ໃສ່ຮ້າຍ, ໂຈມຕີ ແລະ ໝິ່ນປະໝາດສະເໝີ. ນັບຕັ້ງແຕ່ພຣະເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງຈົນເຖິງປັດຈຸບັນ, ທັດສະນະຄະຕິຂອງມະນຸດຊາດຕໍ່ທຸກສິ່ງທີ່ພຣະເຈົ້າໄດ້ກະທຳ ແລະ ຕໍ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງນັ້ນບໍ່ໄດ້ປ່ຽນແປງ. ບໍ່ແມ່ນວ່າຫຼັງຈາກການບັງເກີດເປັນເນື້ອໜັງຄັ້ງທຳອິດຂອງພຣະເຈົ້າເທົ່ານັ້ນ ມະນຸດຊາດຈຶ່ງເລີ່ມໂຈມຕີ ແລະ ໝິ່ນປະໝາດພຣະເຈົ້າ ແລະ ສ້າງຂ່າວລືຕ່າງໆ ກ່ຽວກັບພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ, ສິ່ງທັງໝົດນີ້ໄດ້ເກີດຂຶ້ນນັບຕັ້ງແຕ່ພຣະເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ນັບຕັ້ງແຕ່ມະນຸດຊາດໄດ້ສຳຜັດກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງເປັນຄັ້ງທຳອິດ ແລະ ໄດ້ສືບຕໍ່ມາຈົນເຖິງປັດຈຸບັນ. ແລ້ວຜູ້ທີ່ຕິດຕາມພຣະເຈົ້າກໍຕ້ອງອົດທົນຕໍ່ການໃສ່ຮ້າຍປ້າຍສີ, ການໂຈມຕີ, ການຕັດສິນ, ການໝິ່ນປະໝາດ, ຂ່າວລືຕ່າງໆ ແລະ ອື່ນໆ ອີກຈາກລະບອບຂອງຊາຕານ ແລະ ກອງກຳລັງຜູ້ຕໍ່ຕ້ານພຣະຄຣິສໃນໂລກສາສະໜາ ທີ່ຕໍ່ຕ້ານພຣະເຈົ້າ ແລະ ຄຣິສຕະຈັກຢູ່ສະເໝີ. ມັນເປັນໄປໄດ້ບໍວ່າ ຜູ້ຕິດຕາມພຣະເຈົ້າຕ້ອງອົດກັ້ນກັບສິ່ງເຫຼົ່ານີ້? ບາງຄົນເວົ້າວ່າ, “ພວກເຮົາລັງກຽດຂ່າວລືເຫຼົ່ານີ້ຫຼາຍ ເພາະວ່າພວກມັນບິດເບືອນຂໍ້ແທ້ຈິງ ແລະ ປີ້ນຂາວເປັນດຳຢ່າງສິ້ນເຊີງ. ພວກເຮົາຮູ້ສຶກຄຽດແຄ້ນທັນທີທີ່ໄດ້ຍິນ ແລະ ໃນສ່ວນເລິກຂອງໃຈ ພວກເຮົາກໍກຽດຊັງຜູ້ທີ່ສ້າງ ແລະ ເຜີຍແຜ່ຂ່າວລື. ບໍ່ວ່າຂ່າວລືເຫຼົ່ານີ້ຈະມາຈາກໂລກສາສະໜາ ຫຼື ຈາກລັດຖະບານພັກກອມມູນິດຈີນທີ່ເປັນມານຮ້າຍ, ພວກເຮົາກໍມີພຽງທັດສະນະຄະຕິດຽວ, ນັ້ນກໍຄືຄວາມກຽດຊັງ ແລະ ຄວາມໃຈຮ້າຍ; ແລະ ຈາກນັ້ນພວກເຮົາກໍຢາກໂຕ້ແຍ້ງ ແລະ ຊີ້ແຈງທຸກຢ່າງ”. ບາງຄົນເຖິງກັບເວົ້າວ່າ, “ພວກເຮົາຢາກໂຕ້ວາທີກັບພວກມານຮ້າຍ, ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ເພື່ອພວກເຮົາຈະສາມາດເຮັດໃຫ້ຊາຕານອັບອາຍ ແລະ ເຮັດໃຫ້ມັນອັບອາຍ!” ນີ້ແມ່ນມຸມມອງຂອງຄົນສ່ວນຫຼາຍບໍ? ມຸມມອງນີ້ຖືກຕ້ອງບໍ? ຖ້າເບິ່ງຈາກມຸມມອງຂອງຄວາມເປັນມະນຸດປົກກະຕິ, ມັນກໍສົມເຫດສົມຜົນ. ຄົນເຮົາຄວນມີຄວາມຊື່ສັດ ແລະ ມີອາລົມຄວາມຮູ້ສຶກທີ່ປົກກະຕິ; ພວກເຂົາຄວນຮັກ ແລະ ກຽດຊັງຢ່າງຊັດເຈນ, ຮັກໃນສິ່ງທີ່ຄວນຮັກ ແລະ ກຽດຊັງໃນສິ່ງທີ່ຄວນກຽດຊັງ. ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີຄຸນສົມບັດເຫຼົ່ານີ້. ແຕ່ການຢືນຢູ່ພຽງແຕ່ຈາກມຸມມອງຂອງຄວາມເປັນມະນຸດປົກກະຕິເທົ່ານັ້ນ ພຽງພໍທີ່ຈະສອດຄ່ອງກັບຫຼັກການຄວາມຈິງບໍ? ຖ້າຈະເວົ້າໃຫ້ຊັດເຈນກວ່ານີ້, ວິທີການນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າບໍ? ຫຼື ເວົ້າອີກຢ່າງໜຶ່ງ, ນີ້ແມ່ນທັດສະນະຄະຕິ ແລະ ວິທີການທີ່ພຣະເຈົ້າຊົງພໍພຣະໄທບໍ? ເມື່ອເຮົາເວົ້າແບບນີ້, ຄົນສ່ວນຫຼາຍອາດຈະເຂົ້າໃຈບາງຢ່າງ, ໂດຍຄິດວ່າ “ພຣະອົງກ່າວວ່ານີ້ເປັນພຽງການເບິ່ງສິ່ງຕ່າງໆ ຈາກມຸມມອງຂອງຄວາມເປັນມະນຸດປົກກະຕິ. ໂດຍຕັດສິນຈາກຄວາມໝາຍໂດຍໄນຂອງສິ່ງທີ່ພຣະອົງກ່າວ, ເຫັນໄດ້ຊັດເຈນວ່າວິທີການນີ້ເປັນຄວາມຫົວຮ້ອນ, ບໍ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ”. ການບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າບໍ່ປາຖະໜາໃຫ້ຜູ້ຄົນກະທຳແບບນີ້; ຄວາມປາຖະໜາຂອງພຣະເຈົ້າ ແລະ ມາດຕະຖານທີ່ພຣະອົງຮຽກຮ້ອງຈາກຜູ້ຄົນບໍ່ແມ່ນແບບນີ້. ຖ້າເຈົ້າກະທຳແບບນີ້, ເຖິງແມ່ນວ່າພຣະເຈົ້າຈະບໍ່ປະນາມ, ແຕ່ຈາກທັດສະນະຂອງພຣະອົງ, ມັນບໍ່ໄດ້ໝາຍຄວາມວ່າເຈົ້າກຳລັງປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ພຣະອົງກໍບໍ່ໄດ້ຮັບຮູ້ມັນ. ເບິ່ງຜິວເຜີນແລ້ວ, ມັນເບິ່ງຄືວ່າເຈົ້າກຳລັງກະທຳດ້ວຍເຫດຜົນໃນການເຮັດສິ່ງເຫຼົ່ານີ້, ມີທັງຄວາມກຽດຊັງ ແລະ ຄວາມຮັກ, ຕ້ອງການຊີ້ແຈງຄວາມຈິງເຫຼົ່ານີ້ເພື່ອພຣະເຈົ້າ ເພື່ອໃຫ້ທົ່ວໂລກຮູ້ວ່າພຣະເຈົ້າຄືພຣະເຈົ້າ, ພຣະເຈົ້າຄືພຣະເຈົ້າຂອງມະນຸດຊາດທັງໝົດ ແລະ ທຸກຄົນຄວນນະມັດສະການພຣະເຈົ້າ ແລະ ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ເບິ່ງຜິວເຜີນແລ້ວ, ມັນເບິ່ງຄືວ່າສິ່ງທີ່ເຈົ້າກຳລັງເຮັດນັ້ນສົມບູນແບບ, ສົມເຫດສົມຜົນ, ສອດຄ່ອງກັບກົດໝາຍ, ມີຄວາມເປັນມະນຸດ, ມີສິນທຳ ແລະ ຍິ່ງໄປກວ່ານັ້ນ, ເປັນທີ່ພໍໃຈຂອງທຸກຄົນ. ແຕ່ເຈົ້າໄດ້ຖາມພຣະເຈົ້າກ່ຽວກັບເລື່ອງນີ້ແລ້ວບໍ? ເຈົ້າໄດ້ສະແຫວງຫາພຣະເຈົ້າແລ້ວບໍ? ເຈົ້າໄດ້ພົບເຫັນຫຼັກການຂອງການກະທຳທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນໃນພຣະທຳຂອງພຣະອົງແລ້ວບໍ? ເຈດຕະນາຂອງພຣະເຈົ້າແມ່ນຫຍັງແທ້? ບາງຄົນເວົ້າວ່າ, “ພຣະທຳຂອງພຣະເຈົ້າມີຫຼາຍ; ມັນບໍ່ງ່າຍທີ່ຈະຊອກຫາຂໍ້ກຳນົດສະເພາະຂອງພຣະເຈົ້າສຳລັບຜູ້ຄົນໃນທຸກເລື່ອງ”. ເນື່ອງຈາກພວກເຈົ້າບໍ່ໄດ້ພົບພຣະທຳທີ່ຊັດເຈນຂອງພຣະເຈົ້າ, ພວກເຈົ້າກໍສາມາດຄອຍສັງເກດເບິ່ງແນວທາງໄດ້ຈາກທັດສະນະຄະຕິຂອງພຣະເຈົ້າຕໍ່ຂ່າວລືປະເພດນີ້. ຈາກນັ້ນ, ໂດຍອີງໃສ່ທັດສະນະຄະຕິຂອງພຣະເຈົ້າ, ມັນກໍສາມາດກຳນົດໄດ້ບໍ່ແມ່ນບໍວ່າທັດສະນະຄະຕິຂອງຜູ້ຄົນຕໍ່ເລື່ອງນີ້ຄວນເປັນແນວໃດ ແລະ ຫຼັກການທີ່ພວກເຂົາຄວນປະຕິບັດແມ່ນຫຍັງ? (ແມ່ນແລ້ວ.) ສະນັ້ນ, ພວກເຮົາມາເບິ່ງກັນເທາະວ່າ ທັດສະນະຄະຕິຂອງພຣະເຈົ້າຕໍ່ເລື່ອງນີ້ແມ່ນຫຍັງແທ້.
ນັບຕັ້ງແຕ່ເລີ່ມຕົ້ນທີ່ມະນຸດຊາດໄດ້ພົບພໍ້ພາລະກິດຂອງພຣະເຈົ້າ, ຜູ້ຄົນກໍຈົ່ມຕໍ່ວ່າ ແລະ ບໍ່ພໍໃຈຕໍ່ພຣະເຈົ້າ, ເຖິງກັບເວົ້າລັບໆ ດ້ວຍຖ້ອຍຄຳທີ່ໜ້າລັງກຽດຫຼາຍຢ່າງດ້ວຍຄວາມສົງໄສ, ຄວາມບໍ່ແນ່ໃຈ ແລະ ການປະຕິເສດ ແລະ ອື່ນໆ ຕໍ່ພຣະເຈົ້າ. ຍັງມີຂ່າວລືຕ່າງໆ ຈາກພັກຝ່າຍປົກຄອງ ແລະ ໂລກສາສະໜາ, ເຊິ່ງບໍ່ສອດຄ່ອງກັບຂໍ້ແທ້ຈິງຢ່າງສິ້ນເຊີງ ແລະ ທັງບໍ່ສອດຄ່ອງກັບຄວາມຈິງ. ຖ້ອຍຄຳເຫຼົ່ານີ້ແມ່ນຫຍັງສຳລັບພຣະເຈົ້າ? ບໍ່ວ່າພວກມັນຈະເປັນຄວາມສົງໄສ, ຄວາມເຂົ້າໃຈຜິດ ຫຼື ຄຳຈົ່ມວ່າ, ພວກມັນກໍເຕັມໄປດ້ວຍການໂຈມຕີ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຕໍ່ພຣະເຈົ້າ ແລະ ມັນບໍ່ໄດ້ສະທ້ອນເຖິງຈິດໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ມັນເປັນແບບນີ້ມາຕັ້ງແຕ່ຕົ້ນ. ໃນຄຣິສຕະຈັກມີບາງຄົນທີ່ບໍ່ຮັກຄວາມຈິງຢູ່ສະເໝີ. ຄົນເຫຼົ່ານີ້ຄືຜູ້ບໍ່ເຊື່ອ, ຜູ້ທີ່ສົງໄສພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ໂດຍສະແດງທັດສະນະຄະຕິເຊັ່ນນັ້ນຕໍ່ພຣະເຈົ້າ. ຍິ່ງໄປກວ່ານັ້ນ ສຳລັບຄົນທີ່ບໍ່ເຊື່ອ ແລະ ພັກຝ່າຍປົກຄອງທີ່ບໍ່ເຊື່ອໃນພຣະເຈົ້າ, ມະນຸດເຫຼົ່ານັ້ນທີ່ເບື່ອໜ່າຍຄວາມຈິງ, ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າກໍບໍ່ຈຳເປັນຕ້ອງອະທິບາຍ; ພວກເຂົາໂຈມຕີ ແລະ ຕັດສິນໂດຍບໍ່ມີຫຼັກສິນທຳ, ເວົ້າແມ່ນຫຍັງກໍຕາມທີ່ພວກເຂົາຕ້ອງການ. ໂດຍສະເພາະແລ້ວ, ພວກຟາຣີຊາຍໃນໂລກສາສະໜາຍິ່ງສວຍໂອກາດຕັດສິນ ແລະ ກ່າວໂທດຕາມອຳເພີໃຈ. ຄຳຄິດເຫັນທັງໝົດນີ້ບໍ່ແມ່ນໃນທາງບວກ ແລະ ແນ່ນອນວ່າມັນບໍ່ໄດ້ຕັ້ງຢູ່ບົນພື້ນຖານຄວາມຈິງ ແລະ ຄວາມຖືກຕ້ອງ. ແລ້ວແກ່ນແທ້ຂອງຄຳຄິດເຫັນເຫຼົ່ານີ້ແມ່ນຫຍັງ? ສຳລັບພຣະເຈົ້າ, ຖ້ອຍຄຳເຫຼົ່ານີ້ບໍ່ແມ່ນພຽງແຕ່ຄຳເວົ້າ ຫຼື ມຸມມອງ, ແຕ່ເປັນການໃສ່ຮ້າຍປ້າຍສີ, ການໂຈມຕີ, ການໃສ່ຮ້າຍ ແລະ ການໝິ່ນປະໝາດພຣະອົງ. ເປັນຫຍັງເຮົາຈຶ່ງເວົ້າວ່າ “ສຳລັບພຣະເຈົ້າ”? ເພາະວ່າພຣະເຈົ້າຊົງປະເມີນທັງໝົດນີ້ໄດ້ຢ່າງຖືກຕ້ອງທີ່ສຸດ, ພວກເຮົາຈຶ່ງພຽງແຕ່ສາມາດໝາຍເຫດໄວ້ກ່ອນໄດ້. ຕະຫຼອດປະຫວັດສາດ, ທັດສະນະຄະຕິຂອງມະນຸດຊາດຕໍ່ພຣະເຈົ້າກໍເປັນແບບນີ້; ຖ້ອຍຄຳຂອງຜູ້ຄົນທີ່ໂຈມຕີ ແລະ ດູຖູກພຣະເຈົ້າມີຫຼາຍເກີນໄປ, ໂດຍບໍ່ມີຄຳໃດທີ່ມີເຈດຕະນາດີເລີຍ. ຈົນເຖິງທຸກມື້ນີ້, ສິ່ງທີ່ຫູຂອງພວກເຈົ້າໄດ້ຍິນ ແລະ ຕາຂອງພວກເຈົ້າໄດ້ເຫັນກໍຍັງຄືເກົ່າ. ຕັ້ງແຕ່ຕົ້ນ, ທັດສະນະຄະຕິທັງໝົດຂອງມະນຸດຊາດຕໍ່ພຣະເຈົ້າບໍ່ໄດ້ປ່ຽນແປງ. ພຣະເຈົ້າຈັດການກັບເລື່ອງເຫຼົ່ານີ້ແນວໃດ? ພຣະເຈົ້າມີເງື່ອນໄຂ ຫຼື ຄວາມສາມາດທີ່ຈະຈັດກອງປະຊຸມສາສະໜາລະດັບໂລກເພື່ອປ້ອງກັນຕົນເອງ, ເພື່ອຊີ້ແຈງຂໍ້ແທ້ຈິງກ່ຽວກັບພາລະກິດຂອງພຣະອົງ, ເພື່ອແກ້ຕົວຕໍ່ມະນຸດຊາດບໍ? ພຣະເຈົ້າໄດ້ເຮັດສິ່ງນີ້ບໍ? ບໍ່, ພຣະເຈົ້າຊົງງຽບຢູ່, ພຣະອົງບໍ່ໄດ້ຊີ້ແຈງສະຖານະການທັງໝົດ, ທັງບໍ່ເຄີຍປ້ອງກັນ ຫຼື ແກ້ຕົວ. ເຖິງແນວໃດກໍຕາມ, ສຳລັບຜູ້ທີ່ໂຈມຕີພຣະເຈົ້າໃນລັກສະນະທີ່ຊົ່ວຊ້າເປັນພິເສດ, ພຣະເຈົ້າໄດ້ລົງໂທດບາງຢ່າງ, ປ່ອຍໃຫ້ເຫດການແທ້ຈິງເກີດຂຶ້ນກັບພວກເຂົາ. ສຳລັບການໂຈມຕີ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຂອງສາທາລະນະຊົນ, ທັດສະນະຄະຕິຂອງພຣະເຈົ້າເປັນແນວໃດ? ພຣະເຈົ້າຈັດການກັບເລື່ອງນີ້ແນວໃດ? ພຣະອົງບໍ່ສົນໃຈມັນ; ພຣະອົງເຮັດໃນສິ່ງທີ່ຕ້ອງເຮັດ, ພຣະອົງເຮັດໃນວິທີການທີ່ຄວນຈະເຮັດ, ເລືອກຜູ້ທີ່ພຣະອົງຄວນເລືອກ, ນຳພາຜູ້ທີ່ພຣະອົງຄວນນຳພາ. ທົ່ວທັງໂລກຢູ່ໃນພຣະຫັດຂອງພຣະເຈົ້າຢ່າງເປັນລະບຽບຮຽບຮ້ອຍ; ພຣະອົງບໍ່ເຄີຍຂັດຂວາງ ຫຼື ປ່ຽນແປງແຜນການຂອງພຣະອົງຍ້ອນການໂຈມຕີ, ການໃສ່ຮ້າຍປ້າຍສີ ຫຼື ການໝິ່ນປະໝາດຂອງມະນຸດ. ເມື່ອກອງກຳລັງທີ່ຊົ່ວຮ້າຍຂອງຊາຕານກົດຂີ່ຂົ່ມເຫັງ ແລະ ຈັບກຸມຜູ້ຄົນທີ່ພຣະເຈົ້າເລືອກ, ບໍ່ວ່າມັນຈະບ້າຄັ່ງສໍ່າໃດ, ພຣະເຈົ້າກໍບໍ່ເຄີຍປ່ຽນແປງແຜນການ ຫຼື ຄວາມຄິດຂອງພຣະອົງ. ຄວາມຄິດ ແລະ ແນວຄິດຂອງພຣະອົງຍັງຄົງບໍ່ປ່ຽນແປງທັງໝົດ; ພຣະອົງພຽງແຕ່ສືບຕໍ່ດຳເນີນພາລະກິດທີ່ພຣະອົງຕັ້ງໃຈຈະເຮັດຢ່າງສະໝໍ່າສະເໝີ, ຄຸ້ມຄອງມະນຸດຊາດຂອງພຣະອົງຕໍ່ໄປ. ສຳລັບພຣະເຈົ້າ, ການໂຈມຕີ, ການໃສ່ຮ້າຍປ້າຍສີ ແລະ ການລົບລູ່ເຫຼົ່ານີ້ບໍ່ເຄີຍເປັນການແຊກແຊງຫຍັງເລີຍ; ພຣະເຈົ້າບໍ່ໃສ່ໃຈພວກມັນ. ເປັນຫຍັງພຣະເຈົ້າຈຶ່ງບໍ່ແກ້ຕົວ ຫຼື ປ້ອງກັນຕົນເອງ? ສຳລັບພຣະເຈົ້າ, ສິ່ງເຫຼົ່ານີ້ເປັນເລື່ອງປົກກະຕິໂດຍສິ້ນເຊີງ. ມະນຸດກໍຄືມະນຸດ ແລະ ຊາຕານກໍຄືຊາຕານ. ມັນເປັນເລື່ອງປົກກະຕິຫຼາຍສຳລັບມະນຸດ, ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ຫຼື ຄວາມເປັນຈິງ, ທີ່ຈະເຮັດສິ່ງເຊັ່ນນັ້ນ. ສິ່ງນີ້ສົ່ງຜົນກະທົບຕໍ່ຂັ້ນຕອນໃນພາລະກິດຂອງພຣະເຈົ້າບໍ? ມັນບໍ່ໄດ້ສົ່ງຜົນກະທົບ. ພຣະເຈົ້າຊົງມີລິດອຳນາດຍິ່ງໃຫຍ່; ພຣະອົງຊົງມີອຳນາດສູງສຸດເໜືອທຸກສິ່ງ. ທຸກສິ່ງ ແລະ ທຸກຢ່າງດຳເນີນໄປຢ່າງເປັນລະບົບພາຍໃນພຣະທຳຂອງພຣະເຈົ້າ, ພາຍໃນຄວາມຄິດຂອງພຣະເຈົ້າ ແລະ ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ; ບໍ່ວ່າມະນຸດຊາດຈະເວົ້າ ຫຼື ເຮັດຫຍັງ, ມັນກໍບໍ່ສາມາດສົ່ງຜົນກະທົບຕໍ່ພາລະກິດຂອງພຣະເຈົ້າໄດ້ໃນລັກສະນະໃດໜຶ່ງ, ນີ້ຄືສິ່ງທີ່ພຣະເຈົ້າຜູ້ຊົງມີແກ່ນແທ້ແຫ່ງພະເຈົ້າສາມາດກະທຳໄດ້. ພຣະເຈົ້າກະທຳເມື່ອຮອດເວລາ, ເຮັດໃຫ້ແຜນການຂອງພຣະອົງສຳເລັດໂດຍບໍ່ມີການຂາດຕົກບົກຜ່ອງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງໃດໄດ້. ຄຳເວົ້າຂອງມະນຸດ ແລະ ການໂຈມຕີ ຫຼື ການໃສ່ຮ້າຍປ້າຍສີພຣະເຈົ້າຈາກມະນຸດ, ບໍ່ວ່າຈະເປັນຄວາມພະຍາຍາມໂດຍເຈດຕະນາທີ່ຈະຂັດຂວາງ ແລະ ທຳລາຍພາລະກິດຂອງພຣະເຈົ້າ ຫຼື ການລົບກວນ ແລະ ການທຳລາຍພາລະກິດຂອງພຣະເຈົ້າໂດຍບໍ່ເຈດຕະນາ, ກໍບໍ່ເຄີຍບັນລຸເປົ້າໝາຍທີ່ພວກເຂົາຕັ້ງໄວ້. ເປັນຫຍັງ? ນີ້ຄືສິດອຳນາດຂອງພຣະເຈົ້າ; ສິ່ງນີ້ຢືນຢັນວ່າສິດອຳນາດຂອງພຣະເຈົ້າບໍ່ຄືຜູ້ໃດ, ບໍ່ສາມາດທົດແທນໄດ້ດ້ວຍກອງກຳລັງໃດໜຶ່ງ ແລະ ບໍ່ມີກອງກຳລັງໃດສາມາດເກີນໄດ້. ນີ້ຄືຂໍ້ແທ້ຈິງ. ພຣະເຈົ້າມີສິດອຳນາດ ແລະ ລິດອຳນາດນີ້, ພຣະເຈົ້າມີຕົວຕົນທີ່ແທ້ຈິງຂອງພຣະອົງ ແລະ ບໍ່ມີອຳນາດໃດສາມາດປ່ຽນແປງສິ່ງໃດໄດ້, ສະນັ້ນ ເປັນຫຍັງພຣະເຈົ້າຈຶ່ງຕ້ອງໃສ່ໃຈກັບການໂຈມຕີ ແລະ ການໃສ່ຮ້າຍປ້າຍສີເລັກໆ ນ້ອຍໆ ຂອງຜູ້ຄົນ? ສຳລັບພຣະເຈົ້າ, ບໍ່ວ່າຈະມີບຸກຄົນສຳຄັນຫຼາຍສໍ່າໃດ ຫຼື ກຸ່ມອຳນາດທີ່ຍິ່ງໃຫຍ່ສໍ່າໃດໃນທ່າມກາງມະນຸດຊາດທີ່ພະຍາຍາມແຊກແຊງ, ໃສ່ຮ້າຍ, ໂຈມຕີ ຫຼື ໝິ່ນປະໝາດພຣະອົງ, ມັນກໍບໍ່ສາມາດລົບກວນພາລະກິດຂອງພຣະເຈົ້າໄດ້ແມ່ນແຕ່ໜ້ອຍດຽວ. ໃນທາງກົງກັນຂ້າມ, ການກະທຳເຫຼົ່ານີ້ພັດຍິ່ງເຮັດໃຫ້ເຫັນເຖິງອຸປະນິໄສອັນຊອບທຳ ແລະ ຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ. ການລົບກວນໂດຍກອງກຳລັງຊົ່ວຮ້າຍຂອງຊາຕານເປັນພຽງເຫດການເລັກນ້ອຍໃນເສັ້ນທາງຂອງປະຫວັດສາດມະນຸດ. ສິ່ງທີ່ສາມາດມີອຳນາດສູງສຸດເໜືອມະນຸດຊາດທັງໝົດ, ສົ່ງອິດທິພົນຕໍ່ມະນຸດຊາດທັງໝົດ ແລະ ປ່ຽນແປງມະນຸດຊາດທັງໝົດໄດ້ກໍຄື ພາລະກິດຂອງພຣະເຈົ້າ, ແຜນການຂອງພຣະເຈົ້າ ແລະ ລິດອຳນາດ ແລະ ສິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ນີ້ຄືຂໍ້ແທ້ຈິງ. ໃນທາງກົງກັນຂ້າມ, ພຣະເຈົ້າຈຳເປັນຕ້ອງໃສ່ໃຈກັບການໃສ່ຮ້າຍປ້າຍສີ, ການໂຈມຕີ, ການໃສ່ຮ້າຍ ແລະ ການໝິ່ນປະໝາດຂອງຜູ້ຄົນຕໍ່ພຣະອົງບໍ? ບໍ່. ເພາະວ່າພຣະເຈົ້າມີສິດອຳນາດ, ສຳລັບພຣະເຈົ້າ, ຖ້ອຍຄຳຂອງພຣະອົງທີ່ວ່າ “ເຮົາຈິງຈັງໃນສິ່ງທີ່ເຮົາເວົ້າ, ສິ່ງທີ່ເຮົາເວົ້າຈະຖືກເຮັດສໍາເລັດ ແລະ ສິ່ງທີ່ເຮົາເຮັດຈະມີຢູ່ຕະຫຼອດໄປ”, ຈະກາຍເປັນຈິງຢູ່ສະເໝີ; ມັນກຳລັງເປັນຈິງ ແລະ ສຳເລັດໃນທຸກມື້. ນີ້ຄືສິດອຳນາດຂອງພຣະເຈົ້າ. ບາງຄົນຖາມວ່າ, “ນີ້ແມ່ນຄວາມໝັ້ນໃຈຂອງພຣະເຈົ້າ, ຄວາມເຊື່ອຂອງພຣະອົງບໍ?” ພວກເຈົ້າເຂົ້າໃຈຜິດແລ້ວ! ມະນຸດມີຄວາມໝັ້ນໃຈ, ມະນຸດຕ້ອງການຄວາມເຊື່ອ, ແຕ່ພຣະເຈົ້າບໍ່ຕ້ອງການ. ເປັນຫຍັງ? ເພາະວ່າພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ ແລະ ບໍ່ວ່າມະນຸດຊາດຈະໃສ່ຮ້າຍ ຫຼື ປະນາມພຣະອົງແນວໃດກໍຕາມ, ບໍ່ວ່າກອງກຳລັງທີ່ບໍ່ເປັນມິດຂອງຊາຕານຈະລົບກວນ ແລະ ທຳລາຍແນວໃດກໍຕາມ, ບໍ່ມີສິ່ງໃດຈະປ່ຽນແປງ. ສະນັ້ນ, ພຣະເຈົ້າບໍ່ຈຳເປັນຕ້ອງກຳຈັດກອງກຳລັງທີ່ບໍ່ເປັນມິດໃນທ່າມກາງມະນຸດຊາດທີ່ເສື່ອມຊາມ ທີ່ໂຈມຕີ, ໃສ່ຮ້າຍ ແລະ ໝິ່ນປະໝາດພຣະອົງ ກ່ອນທີ່ຈະດຳເນີນພາລະກິດຂອງພຣະອົງ. ພຣະເຈົ້າປະຕິບັດວຽກງານພາຍໃຕ້ສະຖານະການໃດ? ພຣະອົງໄດ້ຮັບໄຊຊະນະພາຍໃຕ້ສະຖານະການໃດ? ພຣະອົງເຮັດໃຫ້ພາລະກິດຂອງພຣະອົງສຳເລັດພາຍໃຕ້ສະຖານະການໃດ? ມັນສຳເລັດທ່າມກາງສຽງດັງສະໜັ່ນຂອງການໂຈມຕີ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຂອງມະນຸດຊາດທັງປວງ ແລະ ກອງກຳລັງທີ່ບໍ່ເປັນມິດທັງໝົດ; ພຣະອົງເຮັດໃຫ້ພາລະກິດຂອງພຣະອົງສຳເລັດໃນສະພາບແວດລ້ອມ ແລະ ພື້ນຖານດັ່ງກ່າວ. ນີ້ບໍ່ແມ່ນການສຳແດງອອກເຖິງລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າບໍ? ນີ້ບໍ່ແມ່ນສິດອຳນາດຂອງພຣະເຈົ້າບໍ? (ແມ່ນແລ້ວ.) ໃຜຈະສາມາດປະຕິເສດຄວາມຈິງນີ້ໄດ້? ເຈົ້າກ້າທີ່ຈະບໍ່ຍອມຮັບບໍວ່າສິ່ງນີ້ຄືຂໍ້ແທ້ຈິງ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?